ພາກພະໜວກທີສີ່: ການສະຫຼຸບລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາ (ພາກທີໜຶ່ງ)

ພວກເຮົາໄດ້ຈົບການໂອ້ລົມຂອງພວກເຮົາກ່ຽວກັບຂໍ້ທີສິບຫ້າທີ່ກ່ຽວຂ້ອງກັບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວໃນການເຕົ້າໂຮມຄັ້ງກ່ອນ. ຫຼັງຈາກທີ່ໂອ້ລົມກ່ຽວກັບສິບຫ້າຂໍ້ນີ້ແລ້ວ, ພວກເຈົ້າໄດ້ສະຫຼຸບການສະແດງອອກຕ່າງໆ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວບໍ? ພວກເຈົ້າມີແນວຄວາມຄິດພື້ນຖານ ແລະ ຄວາມເຂົ້າໃຈກ່ຽວກັບພວກເຂົາແລ້ວບໍ? ພວກເຈົ້າສາມາດແຍກແຍະບຸກຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? (ຂ້ານ້ອຍສາມາດແຍກແຍະກໍລະນີທີ່ຂ້ອນຂ້າງຊັດເຈນໄດ້, ແຕ່ຂ້ານ້ອຍຍັງພົບຄວາມຫຍຸ້ງຍາກໃນການແຍກແຍະຄົນທີ່ຂ້ອນຂ້າງມີເລ່ຫຼ່ຽມ ແລະ ເຈົ້າເລ່.) ມື້ນີ້, ໃຫ້ພວກເຮົາສະຫຼຸບການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສຈາກສອງດ້ານ: ດ້ານທີໜຶ່ງແມ່ນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ດ້ານທີສອງແມ່ນອຸປະນິໄສ-ແກ່ນແທ້ຂອງພວກເຂົາ. ການແຍກແຍະຜູ້ຕໍ່ຕ້ານພຣະຄຣິສຈາກສອງດ້ານນີ້ງ່າຍກວ່າບໍ? (ແມ່ນແລ້ວ.) ຖ້າພວກເຮົາໂອ້ລົມໜ້ອຍລົງ ແລະ ບໍ່ໄດ້ຍົກຕົວຢ່າງຫຼາຍ, ພວກເຈົ້າກໍອາດຈະບໍ່ສາມາດແຍກແຍະພວກເຂົາໄດ້; ຖ້າພວກເຮົາໂອ້ລົມຫຼາຍຂຶ້ນ, ພວກເຈົ້າກໍອາດຈະເຂົ້າໃຈ, ແຕ່ພວກເຈົ້າກໍອາດຈະຍັງພົບຄວາມຫຍຸ້ງຍາກທີ່ຈະປຽບທຽບສິ່ງເຫຼົ່ານີ້ໃສ່ຜູ້ຕໍ່ຕ້ານພຣະຄຣິສ ເມື່ອພວກເຈົ້າເຫັນພວກເຂົາເຮັດຄວາມຊົ່ວ. ການສະຫຼຸບທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ການແຍກແຍະພວກເຂົາຈາກສອງດ້ານນີ້ສາມາດເຮັດໃຫ້ສິ່ງນີ້ຊັດເຈນຂຶ້ນສຳລັບພວກເຈົ້າ.

I. ລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ

ດ້ານທຳອິດແມ່ນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ. ໂດຍສະເພາະແລ້ວ, ດ້ານນີ້ແມ່ນກ່ຽວຂ້ອງກັບວ່າຜູ້ຕໍ່ຕ້ານພຣະຄຣິສມີຄວາມເປັນມະນຸດປະເພດໃດ. ຄວາມເປັນມະນຸດລວມມີຫຍັງແດ່? ມັນລວມມີສະຕິຮູ້ສຶກຜິດຊອບ, ຄວາມສຳນຶກ, ລັກສະນະ, ກຽດສັກສີ ພ້ອມທັງຄວາມດີ ແລະ ຄວາມຊົ່ວຮ້າຍຂອງຄວາມເປັນມະນຸດ. ການແຍກແຍະລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນກ່ຽວຂ້ອງກັບດ້ານຕ່າງໆໃນຄວາມເປັນມະນຸດຂອງພວກເຂົາ. ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກ່ຽວກັບການສະແດງອອກຕາມປົກກະຕິທີ່ມີຢູ່ໃນຄວາມເປັນມະນຸດທີ່ປົກກະຕິ ຫຼື ຄຸນລັກສະນະທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ. ບອກເຮົາມາເບິ່ງ, ມີເນື້ອໃນສະເພາະໃດແດ່ທີ່ຢູ່ໃນໝວດນີ້? (ຄວາມຊື່ສັດ ແລະ ຄວາມໃຈດີ.) ມີຫຍັງອີກບໍ? (ຄວາມຮູ້ສຶກເຖິງກຽດຕິຍົດ.) ການມີຄວາມຊື່ກົງ ແລະ ຄວາມຮູ້ສຶກເຖິງກຽດຕິຍົດລ້ວນແຕ່ເປັນສິ່ງຈຳເປັນ. (ນອກຈາກນີ້, ຍັງສະແດງຄວາມຮັກ, ຄວາມໃຈກວ້າງ, ຄວາມເຫັນອົກເຫັນໃຈ ແລະ ການໃຫ້ອະໄພຕໍ່ຄົນອື່ນ.) ນັ້ນກໍແມ່ນຄືກັນ. ໃຫ້ພວກເຮົາສະຫຼຸບທັງໝົດນີ້. ກ່ອນອື່ນໝົດ, ຄວາມເປັນມະນຸດທີ່ປົກກະຕິມີຄຸນລັກສະນະຂອງຄວາມຊື່ສັດ, ສິ່ງນີ້ເປັນບວກບໍ? (ແມ່ນແລ້ວ.) ນອກຈາກນີ້, ມັນຍັງມີຄວາມໃຈດີ ແລະ ຄວາມຈິງໃຈ ແລະ ມີຄວາມແຕກຕ່າງລະຫວ່າງຄວາມຈິງໃຈ ແລະ ຄວາມຊື່ສັດໃນແງ່ຂອງລະດັບ. ພວກເຈົ້າຄິດວ່າຄວາມສົງສານເປັນສິ່ງທີ່ຄວນລວມຢູ່ໃນລັກສະນະຂອງຄົນເຮົາບໍ? (ແມ່ນແລ້ວ.) ຄວາມສົງສານສາມາດຈັດຢູ່ໃນໝວດຄວາມໃຈດີໄດ້ບໍ? (ໄດ້.) ຄົນທີ່ມີຈິດໃຈດີງາມຈະມີຄວາມສົງສານຢ່າງແນ່ນອນ. ຈາກນັ້ນກໍມີຄວາມລຽບງ່າຍ ແລະ ຄວາມຮູ້ສຶກເຖິງກຽດຕິຍົດ. ຄວາມຮູ້ສຶກເຖິງກຽດຕິຍົດລວມມີກຽດສັກສີ, ການຮັບຮູ້ຕົວເອງ ແລະ ຄວາມສຳນຶກ. ຕໍ່ໄປແມ່ນຄວາມຊື່ກົງ. ການສະແດງອອກຂອງຄວາມຊື່ກົງແມ່ນຫຍັງ? ສິ່ງເຫຼົ່ານີ້ລວມມີຄວາມຮູ້ສຶກຍຸຕິທຳ, ການກຽດຊັງຄວາມຊົ່ວຮ້າຍ, ຄວາມກຽດຊັງຕໍ່ຄວາມຊົ່ວຊ້າ ແລະ ຄວາມມັກໃນສິ່ງທີ່ເປັນບວກ. ຖ້າຄົນເຮົາມີພຽງແຕ່ຄວາມຊື່ກົງ ນັ້ນກໍບໍ່ພຽງພໍ; ຖ້າພວກເຂົາຂາດຄວາມໃຈກວ້າງ ແລະ ຄວາມອົດທົນ, ເວົ້າຢ່າງກົງໄປກົງມາໂດຍບໍ່ຄຳນຶງເຖິງສະພາວະຂອງຜູ້ຄົນ ຫຼື ສະຖານະການ, ນັ້ນກໍບໍ່ໄດ້ ແລະ ລັກສະນະຂອງພວກເຂົາກໍຂາດຕົກບົກຜ່ອງໃນບາງສິ່ງ. ນອກຈາກນີ້ຍັງມີຄວາມໃຈກວ້າງ ແລະ ຄວາມອົດທົນ ເຊິ່ງທັງສອງຢ່າງລ້ວນແຕ່ເປັນການສະແດງອອກທີ່ສະເພາະເຈາະຈົງຂອງຄວາມໃຈດີ ແລະ ແນ່ນອນວ່າສາມາດນັບເປັນໜຶ່ງຄຸນລັກສະນະໄດ້. ສິ່ງເຫຼົ່ານີ້ຄືຄຸນລັກສະນະທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ: ຄວາມຊື່ສັດ, ຄວາມໃຈດີ, ຄວາມຈິງໃຈ, ຄວາມບໍລິສຸດໃຈ, ຄວາມຮູ້ສຶກເຖິງກຽດຕິຍົດ, ຄວາມຊື່ກົງ ພ້ອມທັງຄວາມໃຈກວ້າງ ແລະ ຄວາມອົດທົນ, ລວມທັງໝົດເປັນເຈັດຢ່າງ. ຄຸນລັກສະນະເຫຼົ່ານີ້ທີ່ຄວາມເປັນມະນຸດທີ່ປົກກະຕິມີ ສາມາດນຳໃຊ້ເພື່ອວັດແທກວ່າຄົນໃດໜຶ່ງມີຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ຫົວຂໍ້ຂອງການໂອ້ລົມໃນມື້ນີ້ບໍ່ແມ່ນກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງຂອງຄຸນລັກສະນະທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ ຫຼື ບຸກຄົນໃດທີ່ມີຄຸນລັກສະນະເຫຼົ່ານີ້. ແຕ່ພວກເຮົາຈະໂອ້ລົມກັນໃນຫົວຂໍ້ທີ່ວ່າ “ລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງແທ້”. ເມື່ອປຽບທຽບກັບດ້ານຕ່າງໆຂອງລັກສະນະທີ່ປົກກະຕິທີ່ຫາກໍກ່າວເຖິງ, ຜູ້ຕໍ່ຕ້ານພຣະຄຣິສມີຄຸນລັກສະນະໃດໜຶ່ງໃນລັກສະນະເຫຼົ່ານີ້ແດ່ບໍ ຫຼື ພວກເຂົາມີຄຸນລັກສະນະໃດແດ່? (ພວກເຂົາບໍ່ມີຄຸນລັກສະນະໃດໆເລີຍ.) ເນື່ອງຈາກພວກເຈົ້າມີຄວາມຮູ້ສຶກແບບນັ້ນຕໍ່ຜູ້ຕໍ່ຕ້ານພຣະຄຣິສ, ໃຫ້ພວກເຮົາສະຫຼຸບວ່າມີອົງປະກອບໃດແດ່ໃນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສທີ່ເຮັດໃຫ້ຜູ້ຄົນກຳນົດລັກສະນະຂອງພວກເຂົາວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ສະແດງໃຫ້ເຫັນວ່າບຸກຄົນເຫຼົ່ານີ້ມີຄວາມເປັນມະນຸດທີ່ບໍ່ດີ, ພວກເຂົາຂາດຄວາມເປັນມະນຸດທີ່ປົກກະຕິ ແລະ ມີຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າຄົນໃດໜຶ່ງມີໜຶ່ງ ຫຼື ສອງຢ່າງຂອງການສະແດງອອກຫຼາຍຢ່າງຂອງຄວາມເປັນມະນຸດທີ່ປົກກະຕິທີ່ພວກເຮົາຍົກຂຶ້ນມາກ່ອນໜ້ານີ້, ພວກເຂົາກໍອາດຈະມີຄວາມເປັນມະນຸດທີ່ປົກກະຕິຢູ່ແດ່. ຖ້າພວກເຂົາມີທັງໝົດນັ້ນ, ຄັນຊັ້ນ ພວກເຂົາກໍມີຄວາມເປັນມະນຸດທີ່ປົກກະຕິທີ່ສຸດ. ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄຸນລັກສະນະເຫຼົ່ານີ້ເລີຍ, ແລ້ວແທ້ຈິງແລ້ວຄວາມເປັນມະນຸດຂອງພວກເຂົາປະກອບມີຫຍັງແດ່? ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກ່ຽວກັບດ້ານນີ້.

1. ການຕົວະເປັນນິໄສ

ຄຸນລັກສະນະທຳອິດທີ່ປະກອບຢູ່ໃນລັກສະນະທີ່ປົກກະຕິແມ່ນຄວາມຊື່ສັດ. ລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສລວມມີຄວາມຊື່ສັດບໍ? ເຫັນໄດ້ຊັດເຈນວ່າ ຜູ້ຕໍ່ຕ້ານພຣະຄຣິສຂາດຄວາມເປັນມະນຸດທີ່ຊື່ສັດ; ຄວາມເປັນມະນຸດຂອງພວກເຂົາກົງກັນຂ້າມກັບຄວາມຊື່ສັດຢ່າງແນ່ນອນ. ແລ້ວອົງປະກອບໃດແດ່ຂອງຄວາມເປັນມະນຸດທີ່ຜິດປົກກະຕິ ເຊິ່ງກົງກັນຂ້າມກັບຄວາມຊື່ສັດ ທີ່ຜູ້ຕໍ່ຕ້ານພຣະຄຣິສມີຢູ່ໃນຄວາມເປັນມະນຸດຂອງພວກເຂົາ? (ພວກເຂົາມັກຈະເວົ້າຕົວະ ແລະ ຫຼອກລວງຜູ້ຄົນ.) ພວກເຮົາສາມາດເວົ້າໄດ້ບໍວ່າ ການມັກເວົ້າຕົວະແມ່ນຄືກັນກັບການຕົວະເປັນນິໄສ? ການສະຫຼຸບນີ້ບໍ່ສະເພາະເຈາະຈົງກວ່າບໍ? ຖ້າພວກເຮົາເວົ້າວ່າຄົນຜູ້ນີ້ມັກຕົວະຢູ່ສະເໝີ ຫຼື ບໍ່ຄ່ອຍເວົ້າຄວາມຈິງປານໃດ, ມັນກໍຍັງຂາດໃນເລື່ອງຂອງລະດັບ. ຖ້າພວກເຮົາໃຊ້ສຳນວນເຊັ່ນ “ເຕັມໄປດ້ວຍຄຳຕົວະ” ເພື່ອບັນລະຍາຍລັກສະນະຂອງພວກເຂົາ, ມັນກໍບໍ່ເປັນທາງການພຽງພໍ. ສະນັ້ນ, ການໃຊ້ຄຳວ່າ “ການຕົວະເປັນນິໄສ” ເພື່ອບັນລະຍາຍພວກເຂົາ ແລະ ເພື່ອສະແດງໃຫ້ເຫັນວ່າຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນບໍ່ຊື່ສັດຈຶ່ງເໝາະສົມກວ່າ. “ການຕົວະເປັນນິໄສ” ແມ່ນຄຸນລັກສະນະທຳອິດ, ເຊິ່ງເປັນສິ່ງທີ່ມັກຈະສະແດງອອກ ແລະ ເປີດເຜີຍອອກມາຈາກຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນຄວນຈະເປັນຄຸນລັກສະນະທີ່ພົບເຫັນໄດ້ທົ່ວໄປທີ່ສຸດ, ສັງເກດເຫັນໄດ້ງ່າຍ ແລະ ແຍກແຍະໄດ້ງ່າຍທີ່ຜູ້ຄົນອາດຈະພົບພໍ້. ຕອນນີ້, ມັນສົມຄວນບໍທີ່ຈະໂອ້ລົມກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງຂອງການຕົວະເປັນນິໄສ? (ສົມຄວນ.)

ຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນບໍ່ຊື່ສັດ, ເຊິ່ງໝາຍຄວາມວ່າພວກເຂົາບໍ່ມີຄວາມຈິງໃຈແມ່ນແຕ່ໜ້ອຍດຽວ. ທຸກສິ່ງທີ່ພວກເຂົາເວົ້າ ແລະ ເຮັດລ້ວນແຕ່ຖືກເຈືອປົນ ແລະ ປະກອບດ້ວຍເຈດຕະນາ ແລະ ເປົ້າໝາຍຂອງພວກເຂົາເອງ ແລະ ສິ່ງທີ່ເຊື່ອງຊ້ອນຢູ່ໃນນັ້ນກໍຄືກົນອຸບາຍ ແລະ ແຜນການຂອງພວກເຂົາທີ່ບໍ່ສາມາດກ່າວເຖິງ ແລະ ບໍ່ສາມາດເວົ້າອອກມາໄດ້. ດັ່ງນັ້ນ ຄຳເວົ້າ ແລະ ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງປົນເປື້ອນເກີນໄປ ແລະ ເຕັມໄປດ້ວຍຄວາມຫຼອກລວງຫຼາຍເກີນໄປ. ບໍ່ວ່າພວກເຂົາຈະເວົ້າຫຼາຍສໍ່າໃດກໍຕາມ, ມັນກໍເປັນໄປບໍ່ໄດ້ທີ່ຈະຮູ້ວ່າຄຳເວົ້າໃດຂອງພວກເຂົາທີ່ເປັນຈິງ, ຄຳເວົ້າໃດທີ່ເປັນເທັດ, ຄຳເວົ້າໃດທີ່ຖືກຕ້ອງ ແລະ ຄຳເວົ້າໃດທີ່ຜິດ. ນີ້ກໍຍ້ອນວ່າພວກເຂົາບໍ່ຊື່ສັດ ແລະ ຈິດໃຈຂອງພວກເຂົາກໍຊັບຊ້ອນຢ່າງຍິ່ງ, ເຕັມໄປດ້ວຍແຜນການທີ່ຫຼອກລວງ ແລະ ເຕັມໄປດ້ວຍກົນອຸບາຍ. ບໍ່ມີສິ່ງໃດທີ່ພວກເຂົາເວົ້າອອກມາຢ່າງກົງໄປກົງມາ. ພວກເຂົາບໍ່ເວົ້າວ່າໜຶ່ງກໍຄືໜຶ່ງ, ສອງກໍຄືສອງ, ແມ່ນກໍຄືແມ່ນ ແລະ ບໍ່ກໍຄືບໍ່. ກົງກັນຂ້າມ, ໃນທຸກເລື່ອງ, ພວກເຂົາເວົ້າອ້ອມຄ້ອມ ແລະ ຄິດໄຕ່ຕອງສິ່ງຕ່າງໆຫຼາຍຄັ້ງໃນໃຈຂອງພວກເຂົາ, ຄິດຫາຜົນທີ່ຈະຕາມມາ, ຊັ່ງຊາຂໍ້ດີ ແລະ ຂໍ້ເສຍຈາກທຸກມຸມມອງ. ຈາກນັ້ນ, ພວກເຂົາກໍປ່ຽນແປງສິ່ງທີ່ພວກເຂົາຕ້ອງການເວົ້າໂດຍໃຊ້ພາສາ ເພື່ອໃຫ້ທຸກສິ່ງທີ່ພວກເຂົາເວົ້າຟັງເບິ່ງບໍ່ລ່ຽນໄຫຼ ແລະ ເຂົ້າໃຈຍາກ. ຄົນຊື່ສັດບໍ່ເຄີຍເຂົ້າໃຈສິ່ງທີ່ພວກເຂົາເວົ້າ ແລະ ຖືກພວກເຂົາຫຼອກລວງ ແລະ ຕົ້ມຕຸ໋ນໄດ້ງ່າຍ ແລະ ໃຜກໍຕາມທີ່ເວົ້າ ແລະ ສື່ສານກັບຄົນດັ່ງກ່າວກໍພົບວ່າປະສົບການນັ້ນເປັນຕາອິດເມື່ອຍ ແລະ ຍາກລຳບາກ. ພວກເຂົາບໍ່ເຄີຍເວົ້າວ່າໜຶ່ງກໍຄືໜຶ່ງ ແລະ ສອງກໍຄືສອງ, ພວກເຂົາບໍ່ເຄີຍເວົ້າສິ່ງທີ່ພວກເຂົາກຳລັງຄິດຢູ່ ແລະ ພວກເຂົາບໍ່ເຄີຍບັນລະຍາຍສິ່ງຕ່າງໆຕາມທີ່ພວກມັນເປັນ. ທຸກສິ່ງທີ່ພວກເຂົາເວົ້າແມ່ນບໍ່ສາມາດຢັ່ງເຖິງໄດ້ ແລະ ເປົ້າໝາຍ ແລະ ເຈດຕະນາໃນການກະທຳຂອງພວກເຂົາກໍຊັບຊ້ອນຫຼາຍ. ຖ້າຄວາມຈິງຖືກເປີດເຜີຍອອກມາ, ຖ້າຄົນອື່ນເບິ່ງທະລຸພວກເຂົາ ແລະ ຈັບຜິດພວກເຂົາໄດ້, ພວກເຂົາກໍຈະຟ້າວແຕ່ງເລື່ອງຕົວະອີກເລື່ອງໜຶ່ງຂຶ້ນມາເພື່ອປົກປິດມັນ. ຄົນປະເພດນີ້ມັກຈະເວົ້າຕົວະ ແລະ ຫຼັງຈາກທີ່ເວົ້າຕົວະແລ້ວ, ພວກເຂົາກໍຕ້ອງເວົ້າຕົວະຫຼາຍຂຶ້ນເພື່ອຮັກສາຄຳຕົວະນັ້ນໄວ້. ພວກເຂົາຫຼອກລວງຄົນອື່ນເພື່ອເຊື່ອງເຈດຕະນາຂອງພວກເຂົາ ແລະ ສ້າງຂໍ້ອ້າງ ແລະ ຂໍ້ແກ້ຕົວທຸກປະເພດເພື່ອສະໜັບສະໜູນຄຳຕົວະຂອງພວກເຂົາ, ຈົນເຮັດໃຫ້ມັນຍາກຫຼາຍສຳລັບຜູ້ຄົນທີ່ຈະບອກໄດ້ວ່າອັນໃດຈິງ ແລະ ອັນໃດບໍ່ຈິງ ແລະ ຜູ້ຄົນກໍບໍ່ຮູ້ວ່າຕອນໃດທີ່ພວກເຂົາກຳລັງເວົ້າຄວາມຈິງ, ແຮງໄກທີ່ພວກເຂົາຈະຮູ້ໄດ້ວ່າຕອນໃດທີ່ພວກເຂົາກຳລັງເວົ້າຕົວະ. ເມື່ອພວກເຂົາເວົ້າຕົວະ, ພວກເຂົາບໍ່ໜ້າແດງ ຫຼື ສະດຸ້ງຢ້ານ, ຄືກັບວ່າພວກເຂົາກຳລັງເວົ້າຄວາມຈິງ. ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາຕົວະຈົນເປັນນິໄສແລ້ວບໍ? ຕົວຢ່າງ: ບາງຄັ້ງ ຜູ້ຕໍ່ຕ້ານພຣະຄຣິສເບິ່ງຄືວ່າເປັນຄົນດີຕໍ່ຄົນອື່ນໃນພາຍນອກ, ເອົາໃຈໃສ່ພວກເຂົາ ແລະ ເວົ້າດ້ວຍທ່າທີທີ່ອົບອຸ່ນໃຈ ເຊິ່ງຟັງເບິ່ງໃຈດີ ແລະ ໜ້າປະທັບໃຈ. ແຕ່ເຖິງແມ່ນວ່າພວກເຂົາຈະເວົ້າແບບນີ້, ກໍບໍ່ມີໃຜສາມາດບອກໄດ້ວ່າພວກເຂົາຈິງໃຈ ຫຼື ບໍ່ ແລະ ມັນມັກຈະຕ້ອງລໍຖ້າຈົນກວ່າສິ່ງຕ່າງໆຈະເກີດຂຶ້ນໃນສອງສາມມື້ຕໍ່ມາ ເພື່ອເປີດເຜີຍວ່າພວກເຂົາຈິງໃຈ ຫຼື ບໍ່. ຜູ້ຕໍ່ຕ້ານພຣະຄຣິສມັກຈະເວົ້າດ້ວຍເຈດຕະນາ ແລະ ເປົ້າໝາຍບາງຢ່າງສະເໝີ ແລະ ບໍ່ມີໃຜສາມາດຄິດອອກໄດ້ວ່າ ສິ່ງທີ່ພວກເຂົາກຳລັງສະແຫວງຫາຢູ່ນັ້ນແມ່ນຫຍັງກັນແທ້. ຄົນດັ່ງກ່າວຕົວະຈົນເປັນນິໄສ ແລະ ບໍ່ຄຳນຶງເຖິງຜົນທີ່ຈະຕາມມາຈາກຄຳຕົວະໃດໆຂອງພວກເຂົາເລີຍ. ຕາບໃດທີ່ຄຳຕົວະຂອງພວກເຂົາໃຫ້ຜົນປະໂຫຍດແກ່ພວກເຂົາ ແລະ ສາມາດຫຼອກລວງຄົນອື່ນໄດ້, ຕາບໃດທີ່ມັນສາມາດບັນລຸເປົ້າໝາຍຂອງພວກເຂົາໄດ້, ພວກເຂົາກໍບໍ່ສົນໃຈວ່າຜົນທີ່ຈະຕາມມາຈະເປັນແນວໃດ. ທັນທີທີ່ພວກເຂົາຖືກເປີດໂປງ, ພວກເຂົາກໍຈະສືບຕໍ່ປົກປິດ, ເວົ້າຕົວະ, ຫຼອກລວງ. ຫຼັກການ ແລະ ວິທີການທີ່ຄົນເຫຼົ່ານີ້ປະພຶດຕົນ ແລະ ພົວພັນກັບໂລກກໍຄືການຫຼອກລວງຜູ້ຄົນດ້ວຍຄຳຕົວະ. ພວກເຂົາເປັນຄົນສອງໜ້າ ແລະ ເວົ້າເພື່ອໃຫ້ເໝາະສົມກັບຜູ້ຟັງຂອງພວກເຂົາ; ພວກເຂົາສະແດງບົດບາດໃດກໍຕາມທີ່ສະຖານະການຮຽກຮ້ອງ. ພວກເຂົາຫຼົບຫຼີກເກັ່ງ ແລະ ປ່ຽນແປງງ່າຍ, ປາກຂອງພວກເຂົາເຕັມໄປດ້ວຍຄຳຕົວະ ແລະ ພວກເຂົາກໍບໍ່ໜ້າໄວ້ວາງໃຈ. ໃຜກໍຕາມທີ່ຕິດຕໍ່ພົວພັນກັບພວກເຂົາໄລຍະໜຶ່ງກໍຈະຖືກເຮັດໃຫ້ຫຼົງຜິດ ຫຼື ຖືກລົບກວນ ແລະ ບໍ່ສາມາດໄດ້ຮັບການສະໜອງ, ການຊ່ວຍເຫຼືອ ຫຼື ການເສີມສ້າງ. ບໍ່ວ່າຄຳເວົ້າຈາກປາກຂອງຄົນດັ່ງກ່າວຈະໜ້າລັງກຽດ ຫຼື ດີງາມ ຫຼື ສົມເຫດສົມຜົນ ຫຼື ໄຮ້ສາລະ ຫຼື ສອດຄ່ອງ ຫຼື ບໍ່ສອດຄ່ອງກັບຄວາມເປັນມະນຸດ ຫຼື ຫຍາບຄາຍ ຫຼື ມີມາລະຍາດກໍຕາມ, ໂດຍພື້ນຖານແລ້ວ ພວກມັນລ້ວນແຕ່ເປັນຄຳເວົ້າທີ່ບໍ່ເປັນຄວາມຈິງ, ຄຳເວົ້າທີ່ຖືກເຈືອປົນ ແລະ ຄຳຕົວະ.

ໃນບັນດາຄົນປະເພດທີ່ເປັນຜູ້ຕໍ່ຕ້ານພຣະຄຣິສ, ການຕົວະຈົນເປັນນິໄສແມ່ນໜຶ່ງໃນຄຸນລັກສະນະຫຼັກຂອງພວກເຂົາ. ຜ່ານພາສາຂອງພວກເຂົາ, ຜ່ານວິທີທີ່ພວກເຂົາເວົ້າ, ຜ່ານວິທີການສະແດງອອກຂອງພວກເຂົາ, ຄວາມໝາຍໃນຄຳເວົ້າຂອງພວກເຂົາ ແລະ ເຈດຕະນາທີ່ຢູ່ເບື້ອງຫຼັງຄຳເວົ້າເຫຼົ່ານັ້ນ, ຄົນເຮົາສາມາດເຫັນໄດ້ວ່າຄົນເຫຼົ່ານີ້ຂາດຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາບໍ່ມີມາດຕະຖານສຳລັບຄວາມເປັນມະນຸດຂອງຄົນຊື່ສັດ. ຜູ້ຕໍ່ຕ້ານພຣະຄຣິສຕົວະຈົນເປັນນິໄສ. ຄຳຕົວະ ແລະ ການຫຼອກລວງຂອງພວກເຂົາແມ່ນຮ້າຍແຮງກວ່າຄົນສ່ວນໃຫຍ່ຫຼາຍ; ນີ້ບໍ່ແມ່ນອຸປະນິໄສທີ່ເສື່ອມຊາມແບບທຳມະດາທົ່ວໄປ ແຕ່ມັນໄດ້ກາຍເປັນການສູນເສຍສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ ແລະ ການຂາດຄວາມເປັນມະນຸດຢ່າງສິ້ນເຊີງ. ໂດຍແກ່ນແທ້ແລ້ວ ຄົນເຫຼົ່ານີ້ແມ່ນຜີຮ້າຍ; ຜີຮ້າຍມັກຈະເວົ້າຕົວະ ແລະ ຫຼອກລວງຜູ້ຄົນດ້ວຍວິທີນີ້, ບໍ່ມີສິ່ງໃດທີ່ພວກເຂົາເວົ້າເປັນຄວາມຈິງເລີຍ. ເມື່ອຄົນສ່ວນໃຫຍ່ເວົ້າຕົວະ, ພວກເຂົາຕ້ອງແຕ່ງເລື່ອງຕົວະຂຶ້ນມາ, ພວກເຂົາຕ້ອງຄິດກ່ຽວກັບມັນຢ່າງຮອບຄອບ ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຈຳເປັນຕ້ອງແຕ່ງເລື່ອງໃດໆ ຫຼື ຄິດກ່ຽວກັບມັນເລີຍ: ພວກເຂົາພຽງແຕ່ອ້າປາກແລ້ວມັນກໍອອກມາ ແລະ ກ່ອນທີ່ເຈົ້າຈະຮູ້ຕົວ ເຈົ້າກໍຖືກຫຼອກລວງແລ້ວ. ຄຳຕົວະ ແລະ ການຫຼອກລວງຂອງພວກເຂົາອາດເຮັດໃຫ້ຄົນທີ່ໄຫວພິບຊ້າຕ້ອງໃຊ້ເວລາສອງຫາສາມມື້ຈຶ່ງຈະຮູ້ສຶກຕົວ; ເມື່ອນັ້ນພວກເຂົາຈຶ່ງຈະຮູ້ສຶກຕົວວ່າຄົນຜູ້ນີ້ໝາຍຄວາມວ່າແນວໃດ. ຄົນທີ່ບໍ່ເຂົ້າໃຈຄວາມຈິງແມ່ນບໍ່ສາມາດແຍກແຍະໄດ້. ຜູ້ຕໍ່ຕ້ານພຣະຄຣິສຕົວະຈົນເປັນນິໄສ: ພວກເຈົ້າຄິດແນວໃດກ່ຽວກັບລັກສະນະນີ້ຂອງພວກເຂົາ? ເຫັນໄດ້ຊັດເຈນວ່າ ມັນບໍ່ແມ່ນສິ່ງທີ່ເປັນສ່ວນໜຶ່ງຂອງຄວາມເປັນມະນຸດທີ່ປົກກະຕິ. ສິ່ງນີ້ບໍ່ມີຄວາມເປັນຜີຮ້າຍຢູ່ບໍ? ໃຫ້ເວົ້າຢ່າງຊັດເຈນກໍຄື ມັນແມ່ນທຳມະຊາດຂອງຜີຮ້າຍ. ການຕົວະຈົນເປັນນິໄສ, ການເວົ້າຕົວະ ແລະ ການຫຼອກລວງຜູ້ຄົນ: ວິທີການເຮັດສິ່ງຕ່າງໆເຫຼົ່ານີ້ໄດ້ຮຽນຮູ້ມາຈາກໂຮງຮຽນ ຫຼື ເປັນຜົນມາຈາກອິດທິພົນຂອງຄອບຄົວຂອງພວກເຂົາບໍ? ບໍ່ແມ່ນທັງສອງຢ່າງ. ສິ່ງເຫຼົ່ານີ້ແມ່ນທຳມະຊາດດັ້ງເດີມຂອງພວກເຂົາ, ພວກເຂົາເກີດມາພ້ອມກັບສິ່ງເຫຼົ່ານີ້. ເມື່ອພໍ່ແມ່ສັ່ງສອນລູກໆຂອງພວກເຂົາ, ບໍ່ມີໃຜສອນໃຫ້ລູກຂອງພວກເຂົາເວົ້າຕົວະ ແລະ ຫຼອກລວງຕັ້ງແຕ່ຍັງນ້ອຍ ແລະ ບໍ່ມີໃຜບັງຄັບໃຫ້ພວກເຂົາເວົ້າຕົວະ ຫຼື ຫຼອກລວງ ແຕ່ກໍຍັງມີເດັກນ້ອຍບາງຄົນທີ່ພໍໃຫຍ່ຂຶ້ນມາກໍມັກເວົ້າແຕ່ເລື່ອງຕົວະ, ບໍ່ວ່າຈະເວົ້າຕົວະແນວໃດກໍເຮັດໜ້າຕາເສີຍ ແລະ ບໍ່ເຄີຍຮູ້ສຶກເສຍໃຈ, ທຸກທໍລະມານ ຫຼື ບໍ່ສະບາຍໃຈໃນສະຕິຮູ້ສຶກຜິດຊອບຂອງພວກເຂົາຕໍ່ກັບຄຳຕົວະທີ່ຕົນໄດ້ເວົ້າອອກໄປເລີຍ. ກົງກັນຂ້າມ, ເດັກນ້ອຍເຫຼົ່ານີ້ພັດຄິດວ່າຕົນເອງສະຫຼາດຫຼາຍ ແລະ ມີສະຕິປັນຍາສູງ, ພວກເຂົາຮູ້ສຶກດີໃຈ, ພາກພູມໃຈ ແລະ ແອບດີໃຈຢູ່ພາຍໃນທີ່ສາມາດໃຊ້ຄຳຕົວະ ແລະ ເລ່ຫຼ່ຽມ ເພື່ອປັ່ນຫົວ ແລະ ຫຼອກລວງຄົນອື່ນ. ນີ້ຄືທຳມະຊາດດັ້ງເດີມຂອງພວກເຂົາ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເປັນໂດຍທຳມະຊາດ. ມັນຄືທຳມະຊາດ-ແກ່ນແທ້ຂອງພວກເຂົາທີ່ຈະຕົວະຈົນເປັນນິໄສ. ເຖິງແມ່ນວ່າພວກເຂົາມັກຈະເຂົ້າຮ່ວມການເຕົ້າໂຮມ ແລະ ພວກເຂົາຟັງການເທດສະໜາ ແລະ ການໂອ້ລົມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ເຄີຍໄຕ່ຕອງ ຫຼື ພະຍາຍາມຮູ້ຈັກຕົນເອງ ແລະ ບໍ່ວ່າພວກເຂົາຈະເວົ້າຕົວະຫຼາຍສໍ່າໃດເພື່ອຫຼອກລວງຄົນອື່ນ, ພວກເຂົາກໍບໍ່ຮູ້ສຶກເຖິງການຕຳນິຈາກສະຕິຮູ້ສຶກຜິດຊອບຂອງພວກເຂົາເລີຍ, ແຮງໄກທີ່ພວກເຂົາຈະພະຍາຍາມຢ່າງຫ້າວຫັນເພື່ອສະແຫວງຫາຄວາມຈິງສຳລັບວິທີແກ້ໄຂ, ເຊິ່ງພິສູດໃຫ້ເຫັນວ່າ ໂດຍແກ່ນແທ້ແລ້ວ ຜູ້ຕໍ່ຕ້ານພຣະຄຣິສແມ່ນຜູ້ບໍ່ເຊື່ອ. ບໍ່ວ່າພວກເຂົາຈະສາມາດສັ່ງສອນຜູ້ຄົນດ້ວຍຫຼັກຄຳສອນຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ເຄີຍທຽບຫຼັກຄຳສອນເຫຼົ່ານີ້ໃສ່ກັບຕົນເອງ, ພວກເຂົາບໍ່ເຄີຍໄຈ້ແຍກຕົນເອງ ແລະ ບໍ່ວ່າພວກເຂົາຈະເວົ້າຕົວະຫຼາຍສໍ່າໃດ ຫຼື ພວກເຂົາຈະຫຼອກລວງຜູ້ຄົນຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ເຄີຍເປີດໃຈ ແລະ ເປີດເຜີຍຕົນເອງ ແຕ່ພັດທຳທ່າ ແລະ ປົກປິດຕົວຕົນທີ່ແທ້ຈິງຂອງພວກເຂົາ ແລະ ບໍ່ເຄີຍມີຄວາມກ້າຫານທີ່ຈະຍອມຮັບຕໍ່ໜ້າຄົນອື່ນວ່າພວກເຂົາເປັນຄົນມີເລ່ຫຼ່ຽມ. ນອກຈາກນີ້, ພວກເຂົາຍັງສືບຕໍ່ເວົ້າຕົວະ ແລະ ຫຼອກລວງຜູ້ຄົນທຸກຄັ້ງທີ່ພວກເຂົາຮູ້ສຶກຢາກເຮັດ. ນີ້ບໍ່ແມ່ນທຳມະຊາດຂອງພວກເຂົາບໍ? ມັນແມ່ນ ແລະ ມັນບໍ່ສາມາດປ່ຽນແປງໄດ້. ທຳມະຊາດນີ້ບໍ່ແມ່ນການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິ; ເວົ້າໃຫ້ຖືກຕ້ອງກໍຄື ມັນແມ່ນທຳມະຊາດຂອງຜີຮ້າຍ, ມັນແມ່ນອຸປະນິໄສຂອງຊາຕານ. ຄົນດັ່ງກ່າວແມ່ນມານຮ້າຍ, ພວກເຂົາແມ່ນຜີຮ້າຍທີ່ມາເກີດເປັນມະນຸດ.

ການສະແດງອອກທຳອິດຂອງລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນການຕົວະຈົນເປັນນິໄສ, ເຊິ່ງພວກເຮົາຈະກຳນົດລັກສະນະວ່າເປັນທຳມະຊາດຂອງຜີຮ້າຍ. ການສະແດງອອກຂອງທຳມະຊາດຂອງຜີຮ້າຍນີ້ກໍຄື ບໍ່ວ່າຈະເວລາໃດ ຫຼື ຢູ່ໃສ, ບໍ່ວ່າຈະເປັນໂອກາດໃດ ຫຼື ພວກເຂົາພົວພັນກັບໃຜກໍຕາມ, ຄຳເວົ້າທີ່ຄົນດັ່ງກ່າວເວົ້າອອກມານັ້ນກໍຄ້າຍຄືກັບສິ່ງທີ່ງູ ແລະ ຜີຮ້າຍເວົ້າ, ເຊິ່ງບໍ່ສົມຄວນໄດ້ຮັບຄວາມໄວ້ວາງໃຈ. ຄົນເຮົາຕ້ອງລະມັດລະວັງ ແລະ ມີການແຍກແຍະເປັນພິເສດກັບຄົນດັ່ງກ່າວ, ບໍ່ຟ້າວເຊື່ອຄຳເວົ້າຂອງຜີຮ້າຍ. ການສະແດງອອກທີ່ສະເພາະເຈາະຈົງຂອງການຕົວະຈົນເປັນນິໄສຂອງພວກເຂົາກໍຄື ຄຳຕົວະພຽງແຕ່ຫຼຸດອອກມາຈາກປາກຂອງພວກເຂົາ; ຄຳເວົ້າທີ່ພວກເຂົາເວົ້າບໍ່ສາມາດທົນຕໍ່ການຄິດໄຕ່ຕອງ, ການວິເຄາະ ຫຼື ການແຍກແຍະໄດ້. ພວກເຂົາສາມາດເວົ້າຕົວະໄດ້ທຸກເວລາ ແລະ ພວກເຂົາເຊື່ອວ່າໃນທຸກເລື່ອງ ພວກເຂົາບໍ່ສາມາດເວົ້າສິ່ງໃດທີ່ເປັນຄວາມຈິງໄດ້, ທຸກສິ່ງທີ່ພວກເຂົາເວົ້າຕ້ອງເປັນຄຳຕົວະ. ເຖິງແມ່ນວ່າເຈົ້າຈະຖາມພວກເຂົາກ່ຽວກັບອາຍຸຂອງພວກເຂົາ, ພວກເຂົາກໍຄິດໄຕ່ຕອງເລື່ອງນີ້ ໂດຍຄິດວ່າ “ພວກເຂົາໝາຍຄວາມວ່າແນວໃດທີ່ມາຖາມກ່ຽວກັບອາຍຸຂອງຂ້ອຍ? ຖ້າຂ້ອຍບອກວ່າຂ້ອຍເຖົ້າແລ້ວ, ພວກເຂົາຈະດູຖູກຂ້ອຍ ແລະ ບໍ່ບົ່ມເພາະຂ້ອຍບໍ? ຖ້າຂ້ອຍບອກວ່າຂ້ອຍຍັງໜຸ່ມ, ພວກເຂົາຈະດູຖູກຂ້ອຍ ໂດຍບອກວ່າຂ້ອຍຂາດປະສົບການບໍ? ຂ້ອຍຄວນຕອບແນວໃດ?” ແມ່ນແຕ່ກັບເລື່ອງງ່າຍໆແບບນີ້, ພວກເຂົາກໍຍັງສາມາດເວົ້າຕົວະ ແລະ ປະຕິເສດທີ່ຈະບອກຄວາມຈິງແກ່ເຈົ້າ, ເຖິງຂັ້ນຍ້ອນຄຳຖາມກັບມາຫາເຈົ້າ ແລະ ຖາມວ່າ “ເຈົ້າຄິດວ່າແນວໃດ?” ເຈົ້າເວົ້າວ່າ “ຫ້າສິບປີບໍ?” “ໃກ້ຄຽງ”. “ສີ່ສິບຫ້າບໍ?” “ເກືອບແມ່ນ”. ພວກເຂົາໃຫ້ຄຳຕອບທີ່ຖືກຕ້ອງແກ່ເຈົ້າບໍ? ຜ່ານການຕອບຂອງພວກເຂົາ, ເຈົ້າຮູ້ບໍວ່າພວກເຂົາອາຍຸຈັກປີ? (ບໍ່ຮູ້.) ນັ້ນຄືການຕົວະຈົນເປັນນິໄສ.

ມີການສະແດງອອກອີກຢ່າງໜຶ່ງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີການຕົວະຈົຮເປັນນິໄສ, ນັ້ນກໍຄື ພວກເຂົາເຖິງກັບເວົ້າຕົວະໃນຂະນະທີ່ເປັນພະຍານ. ການເປັນພະຍານເທັດແມ່ນການກະທຳທີ່ຖືກສາບແຊ່ງ ເຊິ່ງລ່ວງເກີນອຸປະນິໄສຂອງພຣະເຈົ້າ. ແມ່ນແຕ່ໃນເລື່ອງຂອງການເປັນພະຍານ, ພວກເຂົາກໍຍັງກ້າທີ່ຈະມີສ່ວນຮ່ວມໃນການແຕ່ງເລື່ອງ, ຄຳຕົວະ ແລະ ກົນອຸບາຍ, ເຊິ່ງສະແດງໃຫ້ເຫັນຢ່າງແທ້ຈິງເຖິງການບໍ່ສົນໃຈຕໍ່ຜົນທີ່ຈະຕາມມາຢ່າງຊະຊາຍ ແລະ ທຳມະຊາດທີ່ບໍ່ປ່ຽນແປງຂອງພວກເຂົາ! ເມື່ອພວກເຂົາເຫັນວ່າຄົນອື່ນເປັນພະຍານໂດຍອີງໃສ່ປະສົບການ ແລະ ຄວາມເຂົ້າໃຈ ໃນຂະນະທີ່ພວກເຂົາເຮັດບໍ່ໄດ້, ພວກເຂົາກໍຮຽນແບບຄົນເຫຼົ່ານັ້ນ, ເວົ້າທຸກສິ່ງທີ່ຄົນອື່ນເວົ້າ ແລະ ແຕ່ງເລື່ອງປະສົບການດຽວກັນກັບທີ່ຄົນອື່ນເຄີຍມີ. ຖ້າພວກເຂົາບໍ່ເຂົ້າໃຈບາງສິ່ງຄືກັບທີ່ຄົນອື່ນເຂົ້າໃຈ, ພວກເຂົາກໍອ້າງວ່າພວກເຂົາເຂົ້າໃຈ. ຖ້າພວກເຂົາຂາດຄວາມເຂົ້າໃຈຈາກປະສົບການ ແລະ ຄວາມຮູ້ແຈ້ງດັ່ງກ່າວ, ພວກເຂົາກໍຢືນຢັນວ່າພວກເຂົາມີສິ່ງເຫຼົ່ານັ້ນ. ເຖິງແມ່ນວ່າພຣະເຈົ້າບໍ່ໄດ້ລົງວິໄນພວກເຂົາ, ພວກເຂົາກໍຢືນຢັນວ່າພຣະອົງໄດ້ລົງວິໄນພວກເຂົາແລ້ວ. ແມ່ນແຕ່ໃນເລື່ອງນີ້ ພວກເຂົາກໍສາມາດເວົ້າຕົວະ ແລະ ຫຼອກລວງ, ໂດຍບໍ່ສະແດງຄວາມກັງວົນ ຫຼື ຄວາມສົນໃຈໃດໆ ບໍ່ວ່າຜົນທີ່ຈະຕາມມາຈະຮ້າຍແຮງສໍ່າໃດກໍຕາມ. ນີ້ບໍ່ແມ່ນການຕົວະຈົນເປັນນິໄສບໍ? ຍິ່ງໄປກວ່ານັ້ນ, ຄົນແບບນີ້ຈະຫຼອກລວງທຸກຄົນ. ບາງຄົນອາດຈະສົງໄສວ່າ “ບໍ່ວ່າແນວໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຍັງເປັນຄົນ: ພວກເຂົາຈະບໍ່ຫຼອກລວງຄົນທີ່ໃກ້ຊິດກັບພວກເຂົາທີ່ສຸດ, ຄົນທີ່ເຄີຍຊ່ວຍເຫຼືອພວກເຂົາ ຫຼື ຄົນທີ່ເຄີຍຮ່ວມທຸກຮ່ວມສຸກກັບພວກເຂົາແມ່ນບໍ? ພວກເຂົາຈະບໍ່ຫຼີກລ່ຽງການຫຼອກລວງສະມາຊິກໃນຄອບຄົວບໍ?” ການເວົ້າວ່າພວກເຂົາຕົວະຈົນເປັນນິໄສນັ້ນໝາຍຄວາມວ່າ ພວກເຂົາສາມາດຫຼອກລວງໃຜກໍໄດ້, ແມ່ນແຕ່ພໍ່ແມ່, ລູກໆ ແລະ ແນ່ນອນວ່າລວມເຖິງອ້າຍເອື້ອຍນ້ອງທັງຫຼາຍນຳອີກ. ໃນເລື່ອງທັງໃຫຍ່ ແລະ ນ້ອຍ ພວກເຂົາກໍສາມາດຫຼອກລວງຜູ້ຄົນໄດ້, ແມ່ນແຕ່ໃນເລື່ອງທີ່ຄວນເວົ້າຄວາມຈິງ, ເຊິ່ງການເວົ້າຄວາມຈິງຈະບໍ່ນຳມາເຊິ່ງຜົນສະທ້ອນໃດໆ ຫຼື ສົ່ງຜົນກະທົບຕໍ່ພວກເຂົາໃນທາງໃດທາງໜຶ່ງ ແລະ ບໍ່ມີຄວາມຈຳເປັນຕ້ອງໃຊ້ສະຕິປັນຍາເລີຍກໍຕາມ. ພວກເຂົາກໍຍັງຫຼອກລວງຜູ້ຄົນ ແລະ ໃຊ້ຄຳຕົວະເພື່ອແກ້ໄຂເລື່ອງນ້ອຍໆ ເຊິ່ງສຳລັບຄົນພາຍນອກແລ້ວບໍ່ສົມຄວນທີ່ຈະເວົ້າຕົວະ, ເຊິ່ງມັນຈະເປັນເລື່ອງງ່າຍໆ ແລະ ບໍ່ມີບັນຫາຫຍັງເລີຍສຳລັບພວກເຂົາທີ່ຈະເວົ້າຢ່າງກົງໄປກົງມາ. ນີ້ບໍ່ແມ່ນການຕົວະຈົນເປັນນິໄສບໍ? ການຕົວະຈົນເປັນນິໄສສາມາດເວົ້າໄດ້ວ່າເປັນໜຶ່ງໃນການສະແດງອອກຫຼັກຂອງມານຮ້າຍ ແລະ ຊາຕານ. ຈາກມຸມມອງນີ້, ພວກເຮົາບໍ່ສາມາດເວົ້າໄດ້ບໍວ່າ ຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ຊື່ສັດເທົ່ານັ້ນ ແຕ່ຍັງຖືກໝາຍໄວ້ດ້ວຍການຕົວະຈົນເປັນນິໄສ, ເຮັດໃຫ້ມັນບໍ່ໜ້າໄວ້ວາງໃຈ? (ແມ່ນແລ້ວ, ພວກເຮົາສາມາດເວົ້າໄດ້.) ຖ້າບຸກຄົນດັ່ງກ່າວກະທຳຄວາມຜິດ ແລ້ວກໍຮ້ອງໄຫ້ຫຼັງຈາກທີ່ຖືກອ້າຍເອື້ອຍນ້ອງລິຮານ ແລະ ຕຳນິ, ໂດຍອ້າງໃນພາຍນອກວ່າເປັນໜີ້ບຸນຄຸນພຣະເຈົ້າ ແລະ ສັນຍາວ່າຈະກັບໃຈໃນອະນາຄົດ, ເຈົ້າກ້າເຊື່ອພວກເຂົາບໍ? (ບໍ່ກ້າ.) ເປັນຫຍັງຈຶ່ງບໍ່ກ້າ? ຫຼັກຖານທີ່ໜ້າເຊື່ອຖືທີ່ສຸດກໍຄື ພວກເຂົາຕົວະຈົນເປັນນິໄສ! ເຖິງແມ່ນວ່າພວກເຂົາຈະກັບໃຈໃນພາຍນອກ, ຮ້ອງໄຫ້ຢ່າງຂົມຂື່ນ, ທຸບເອິກຂອງພວກເຂົາ ແລະ ສາບານ, ກໍຢ່າເຊື່ອພວກເຂົາ, ເພາະວ່າພວກເຂົາກຳລັງທຳທ່າວ່າສຳນຶກຜິດ, ເປັນນໍ້າຕາເພື່ອຫຼອກລວງຜູ້ຄົນ. ຄຳເວົ້າທີ່ເສົ້າສະຫຼົດໃຈ ແລະ ຮູ້ສຶກຜິດທີ່ພວກເຂົາເວົ້າອອກມານັ້ນບໍ່ໄດ້ມາຈາກໃຈ; ພວກມັນເປັນວິທີການແກ້ໄຂສະເພາະໜ້າ ເຊິ່ງຖືກອອກແບບມາເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ຄົນຜ່ານວິທີການທີ່ຫຼອກລວງ. ຕໍ່ໜ້າຜູ້ຄົນ, ພວກເຂົາຮ້ອງໄຫ້ຢ່າງຂົມຂື່ນ, ຍອມຮັບຄວາມຜິດ, ສາບານ ແລະ ເຮັດໃຫ້ຈຸດຢືນຂອງພວກເຂົາເປັນທີ່ຮູ້ຈັກ. ເຖິງຢ່າງໃດກໍຕາມ, ຄົນທີ່ມີຄວາມສຳພັນທີ່ດີກັບພວກເຂົາເປັນການສ່ວນຕົວ, ຄົນທີ່ພວກເຂົາຂ້ອນຂ້າງໄວ້ວາງໃຈພັດລາຍງານເລື່ອງລາວທີ່ແຕກຕ່າງອອກໄປ. ໃນຂະນະທີ່ຍອມຮັບຄວາມຜິດຢ່າງເປີດເຜີຍ ແລະ ສາບານວ່າຈະປ່ຽນແປງວິທີການຂອງພວກເຂົານັ້ນອາດເບິ່ງຄືວ່າຈິງໃຈໃນພາຍນອກ, ສິ່ງທີ່ພວກເຂົາເວົ້າຢູ່ເບື້ອງຫຼັງພັດພິສູດວ່າສິ່ງທີ່ພວກເຂົາເວົ້າກ່ອນໜ້ານີ້ບໍ່ແມ່ນຄວາມຈິງ ແຕ່ເປັນເລື່ອງຕົວະ, ເຊິ່ງຖືກອອກແບບມາເພື່ອຫຼອກລວງຜູ້ຄົນໃຫ້ຫຼາຍຂຶ້ນ. ພວກເຂົາຈະເວົ້າຫຍັງລັບຫຼັງ? ພວກເຂົາຈະຍອມຮັບບໍວ່າສິ່ງທີ່ພວກເຂົາເວົ້າກ່ອນໜ້ານີ້ເປັນເລື່ອງຕົວະ? ບໍ່, ພວກເຂົາຈະບໍ່ຍອມຮັບ. ພວກເຂົາຈະລະບາຍຄວາມເປັນລົບ, ນຳສະເໜີຂໍ້ໂຕ້ແຍ້ງ ແລະ ແກ້ຕົວໃຫ້ກັບຕົນເອງ. ການແກ້ຕົວ ແລະ ການໂຕ້ແຍ້ງນີ້ຢືນຢັນວ່າການຍອມຮັບ, ການກັບໃຈ ແລະ ຄຳສາບານຂອງພວກເຂົາລ້ວນແຕ່ເປັນເລື່ອງຕົວະ, ເຊິ່ງມີຈຸດປະສົງເພື່ອຫຼອກລວງຜູ້ຄົນ. ບຸກຄົນດັ່ງກ່າວສາມາດເຊື່ອຖືໄດ້ບໍ? ນີ້ບໍ່ແມ່ນການຕົວະຈົນເປັນນິໄສບໍ? ພວກເຂົາເຖິງກັບສາມາດແຕ່ງຄຳສາລະພາບ, ແກ້ງຫຼັ່ງນໍ້າຕາ ແລະ ປະຕິຍານວ່າຈະປ່ຽນແປງວິທີການຂອງພວກເຂົາ ແລະ ແມ່ນແຕ່ການສາບານຂອງພວກເຂົາກໍຍັງເປັນຄຳຕົວະ. ນີ້ບໍ່ແມ່ນທຳມະຊາດຂອງຜີຮ້າຍບໍ? ເຖິງແມ່ນວ່າພວກເຂົາຈະເວົ້າວ່າ “ຂ້ານ້ອຍເຂົ້າໃຈໄດ້ພຽງສໍ່ານີ້; ສ່ວນທີ່ເຫຼືອຂ້ານ້ອຍບໍ່ຮູ້ ແລະ ຂ້ານ້ອຍສະແຫວງຫາຄວາມຮູ້ແຈ້ງຂອງພຣະເຈົ້າ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງ ເພື່ອໃຫ້ໄດ້ຮັບຄວາມເຂົ້າໃຈເທື່ອລະໜ້ອຍ”, ສິ່ງນີ້ກໍຈະເປັນທັດສະນະຄະຕິ ແລະ ຄຳເວົ້າທີ່ຊື່ສັດ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດເວົ້າຄຳເວົ້າທີ່ເປັນຄວາມຈິງດັ່ງກ່າວອອກມາໄດ້ຢ່າງເດັດຂາດ. ພວກເຂົາຮູ້ສຶກວ່າ “ການເວົ້າຄວາມຈິງຈະເຮັດໃຫ້ຜູ້ຄົນດູຖູກຂ້ອຍ: ຂ້ອຍຈະເສຍໜ້າ ແລະ ຈະຮູ້ສຶກຕົກຕໍ່າ, ຊື່ສຽງຂອງຂ້ອຍຈະບໍ່ສູນເສຍໄປໝົດບໍ? ຂ້ອຍແມ່ນໃຜ? ຂ້ອຍສາມາດຍອມຮັບຄວາມພ່າຍແພ້ໄດ້ບໍ? ເຖິງແມ່ນວ່າຂ້ອຍຈະບໍ່ເຂົ້າໃຈ, ຂ້ອຍກໍຕ້ອງທຳທ່າວ່າເຂົ້າໃຈເປັນຢ່າງດີ; ຂ້ອຍຕ້ອງຫຼອກລວງຜູ້ຄົນ ແລະ ເຮັດໃຫ້ຕຳແໜ່ງຂອງຂ້ອຍໝັ້ນຄົງໃນໃຈຂອງພວກເຂົາກ່ອນ”. ນີ້ບໍ່ແມ່ນການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຈາກແຫຼ່ງທີ່ມາ ແລະ ວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສເວົ້າ, ພ້ອມທັງຄຳເວົ້າທີ່ພວກເຂົາເວົ້າອອກມາ, ມັນເຫັນໄດ້ຊັດເຈນວ່າຄົນດັ່ງກ່າວຈະບໍ່ມີວັນຊື່ສັດ; ມັນເກີນຄວາມສາມາດຂອງພວກເຂົາ. ເພາະວ່າການຕົວະຈົນເປັນນິໄສແມ່ນຕິດພັນກັບລັກສະນະຂອງພວກເຂົາ, ພວກເຂົາຕ້ອງການຫຼອກລວງຜູ້ຄົນ ແລະ ປົກປິດເລື່ອງຕ່າງໆໃນທຸກສິ່ງ, ໂດຍບໍ່ຕ້ອງການໃຫ້ໃຜຮູ້ ຫຼື ເຫັນຂໍ້ເທັດຈິງທີ່ແທ້ຈິງ ຫຼື ສະຖານະການຕົວຈິງ. ຕົວຕົນທີ່ຢູ່ເລິກທີ່ສຸດຂອງພວກເຂົານັ້ນມືດມົນຢ່າງໜ້າຢ້ານກົວ. ລັກສະນະດ້ານນີ້ຂອງຜູ້ຕໍ່ຕ້ານພຣະຄຣິສສາມາດຖືກກຳນົດລັກສະນະໄດ້ຢ່າງໜ້າເຊື່ອຖືວ່າຂາດຄວາມເປັນມະນຸດ ແລະ ມີທຳມະຊາດຂອງຜີຮ້າຍ. ຄຳຕົວະຫຼຸດອອກມາຈາກປາກຂອງພວກເຂົາໄດ້ຢ່າງລ່ຽນໄຫຼ, ໂດຍບໍ່ຕ້ອງຄິດ, ຈົນເຖິງຂັ້ນທີ່ພວກເຂົາບໍ່ໄດ້ເວົ້າສິ່ງໃດທີ່ເປັນຄວາມຈິງເລີຍເມື່ອພວກເຂົາລະເມີ, ມັນລ້ວນແຕ່ເປັນການຫຼອກລວງ, ລ້ວນແຕ່ເປັນຄຳຕົວະ. ນີ້ຄືການຕົວະຈົນເປັນນິໄສ.

ລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນປາສະຈາກຄວາມຊື່ສັດ. ແມ່ນແຕ່ຕອນທີ່ພວກເຂົາບໍ່ໄດ້ເວົ້າ, ໃນໃຈຂອງພວກເຂົາກໍກຳລັງຄິດໄຕ່ຕອງເຖິງວິທີທີ່ຈະຫຼອກລວງ, ປິດບັງ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ, ຈະເຮັດໃຫ້ໃຜຫຼົງຜິດ, ຈະເວົ້າຫຍັງເມື່ອພວກເຂົາຕ້ອງການເຮັດໃຫ້ຄົນເຫຼົ່ານັ້ນຫຼົງຜິດ, ຈະໃຊ້ວິທີການໃດເພື່ອເລີ່ມຕົ້ນການສົນທະນາ ແລະ ຈະໃຊ້ຕົວຢ່າງໃດເພື່ອເຮັດໃຫ້ຜູ້ຄົນເຊື່ອ. ບໍ່ວ່າພວກເຂົາຈະເວົ້າ ຫຼື ຄິດຫຍັງກໍຕາມ, ພວກເຂົາກໍບໍ່ໄດ້ມີທັດສະນະຄະຕິທີ່ຊື່ສັດ, ຄວາມຄິດເຫັນທີ່ຊື່ສັດ ຫຼື ຄວາມຄິດທີ່ຊື່ສັດຢູ່ໃນໃຈຂອງພວກເຂົາເລີຍ. ທຸກຊ່ວງເວລາໃນຊີວິດຂອງພວກເຂົາ, ທຸກວິນາທີ, ລ້ວນແຕ່ຖືກໃຊ້ໄປໃນສະພາວະທີ່ຕ້ອງການຫຼອກລວງ ແລະ ປັ່ນຫົວຜູ້ຄົນ. ທຸກວິນາທີ ແລະ ທຸກຊ່ວງເວລາ ພວກເຂົາກຳລັງຄິດກ່ຽວກັບວິທີທີ່ຈະຫຼອກລວງ, ວິທີທີ່ຈະເຮັດໃຫ້ຫຼົງຜິດ ແລະ ວິທີທີ່ຈະປິດບັງຄົນອື່ນ, ໂດຍທີ່ຄວາມຄິດເຫຼົ່ານີ້ຄອບງຳຈິດໃຈ ແລະ ສ່ວນເລິກໃນຫົວໃຈທັງໝົດຂອງພວກເຂົາ. ນີ້ບໍ່ແມ່ນທຳມະຊາດຂອງພວກເຂົາບໍ? ຄົນແບບນີ້ສາມາດເຂົ້າໃຈຄວາມຈິງໄດ້ບໍ ເມື່ອພວກເຂົາໄດ້ຍິນການເທດສະໜາ ຫຼື ອ່ານພຣະທຳຂອງພຣະເຈົ້າ? ເຖິງແມ່ນວ່າພວກເຂົາຈະເຂົ້າໃຈ, ພວກເຂົາສາມາດນຳໄປປະຕິບັດໄດ້ບໍ? (ບໍ່ໄດ້.) ເມື່ອຕັດສິນຈາກສ່ວນເລິກໃນຫົວໃຈ ແລະ ລັກສະນະຂອງພວກເຂົາແລ້ວ, ບຸກຄົນດັ່ງກ່າວບໍ່ແມ່ນຜູ້ທີ່ໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ, ເພາະວ່າທຸກສິ່ງທີ່ພວກເຂົາຮັກ ແລະ ຄິດເຖິງໃນຈິດໃຈ ແລະ ໂລກພາຍໃນຂອງພວກເຂົານັ້ນລ້ວນແຕ່ຖືກແຊກຊຶມໄປດ້ວຍທຳມະຊາດຂອງຜີຮ້າຍ, ເຊິ່ງກົງກັນຂ້າມກັບຄວາມຈິງ ແລະ ສິ່ງທີ່ເປັນບວກ, ໂດຍບໍ່ມີສ່ວນໃດເລີຍທີ່ໜ້າຊື່ນຊົມ. ສະນັ້ນ, ຄຸນລັກສະນະຂອງການຕົວະຈົນເປັນນິໄສໃນຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນແນ່ນອນແລ້ວບໍ? (ແນ່ນອນ.) ຄົນທີ່ຕົວະຈົນເປັນນິໄສຈະບໍ່ປະຕິບັດຄວາມຈິງໃດໆເລີຍ. ຜົນທີ່ຈະຕາມມາຈາກສິ່ງນີ້ແມ່ນຫຍັງ? ການສະແດງອອກທີ່ສະເພາະເຈາະຈົງຂອງຄົນທີ່ບໍ່ປະຕິບັດຄວາມຈິງໃດໆເລີຍແມ່ນຫຍັງ? ພວກເຂົາສາມາດກະທຳການຢ່າງຊະຊາຍໄດ້ບໍ? ພວກເຂົາສາມາດເຮັດຕາມອຳເພີໃຈ ແລະ ຕັ້ງຕົນເປັນກົດໝາຍໄດ້ບໍ? ພວກເຂົາສາມາດສ້າງຕັ້ງອານາຈັກເອກະລາດໄດ້ບໍ? ພວກເຂົາສາມາດຜານເຄື່ອງຖວາຍໄດ້ບໍ? ພວກເຂົາສາມາດເຮັດໃຫ້ຜູ້ຄົນຫຼົງຜິດໄດ້ບໍ? ພວກເຂົາສາມາດເອົາຊະນະໃຈຜູ້ຄົນໄດ້ບໍ? ພວກເຂົາສາມາດເຮັດສິ່ງເຫຼົ່ານີ້ໄດ້ທັງໝົດ. ນີ້ຄືຜູ້ຕໍ່ຕ້ານພຣະຄຣິສໂດຍສະເພາະ, ພວກເຂົາຕົວະຈົນເປັນນິໄສ. ເມື່ອຂໍ້ເທັດຈິງຖືກເປີດໂປງ, ບໍ່ວ່າຈະມີຈັກສາຍຕາທີ່ກຳລັງຈັບຈ້ອງເບິ່ງພວກເຂົາຢູ່, ບໍ່ວ່າຈະມີຈັກຄົນທີ່ຮ່ວມກັນເປັນພະຍານ ແລະ ເປີດໂປງພວກເຂົາ, ພວກເຂົາກໍປະຕິເສດທີ່ຈະຍອມຮັບ. ໃນທີ່ສຸດ, ພວກເຂົາກໍຫັນໄປໃຊ້ຍຸດທະວິທີໜຶ່ງເພື່ອຮັບມືກັບເຈົ້າ, ໂດຍອ້າງວ່າພວກເຂົາລືມໄປແລ້ວ ແລະ ທຳທ່າວ່າບໍ່ຮູ້ເລື່ອງ. ມາຮອດຈຸດນີ້, ໃນສະຖານະການນີ້, ພວກເຂົາບໍ່ສາມາດເວົ້າຄວາມຈິງໄດ້ແມ່ນແຕ່ຄຳດຽວ ແລະ ບໍ່ສາມາດຫົວງຶກໆ ແລະ ຍອມຮັບມັນ ໂດຍເວົ້າວ່າ “ແມ່ນຂ້ານ້ອຍເອງ, ຂ້ານ້ອຍຜິດໄປແລ້ວ, ຂ້ານ້ອຍຈະປ່ຽນແປງໃນຄັ້ງໜ້າ ແລະ ຈະບໍ່ເຮັດຜິດແບບດຽວກັນນີ້ອີກຢ່າງແນ່ນອນ”. ນີ້ຄືຜູ້ຕໍ່ຕ້ານພຣະຄຣິສ, ບໍ່ເຄີຍຍອມຮັບຄວາມຜິດ, ບໍ່ເຄີຍເວົ້າຄວາມຈິງໃນເວລາໃດເລີຍ. ພວກເຂົາສາມາດຖືກຊ່ວຍໃຫ້ລອດພົ້ນດ້ວຍຄວາມເປັນມະນຸດແບບນັ້ນໄດ້ບໍ? ພວກເຂົາສາມາດໄດ້ຮັບຄວາມຈິງບໍ? ບໍ່ໄດ້ຢ່າງເດັດຂາດ. ເຖິງແມ່ນວ່າພວກເຂົາຈະເຂົ້າໃຈຄວາມຈິງ, ພວກເຂົາກໍບໍ່ສາມາດໄດ້ຮັບມັນ ເພາະວ່າພວກເຂົາປະຕິເສດ, ຕໍ່ຕ້ານ ແລະ ຂັດຂວາງຄວາມຈິງ. ໃນລະດັບພື້ນຖານທີ່ສຸດຂອງການເວົ້າຢ່າງຊື່ສັດ ແລະ ການຍອມຮັບຄວາມຜິດພາດຂອງຕົນເອງ, ພວກເຂົາກໍຍັງບໍ່ສາມາດປະຕິບັດຄວາມຈິງທີ່ງ່າຍດາຍທີ່ສຸດນີ້ ຫຼື ນຳມັນໄປປະຕິບັດໄດ້ເລີຍ. ແລ້ວຈະຄາດຫວັງໃຫ້ພວກເຂົາປ່ອຍວາງສະຖານະຂອງພວກເຂົາ, ປ່ອຍວາງອະນາຄົດ ແລະ ຊະຕາກຳຂອງພວກເຂົາ ແລະ ປ່ອຍວາງເຈດຕະນາຂອງພວກເຂົາເອງໄດ້ແນວໃດ? ພວກເຂົາສາມາດປ່ອຍວາງພວກມັນ ແລະ ກະບົດຕໍ່ພວກມັນໄດ້ບໍ? ພວກເຂົາຍິ່ງບໍ່ສາມາດເຮັດໄດ້. ຖ້າພວກເຂົາບໍ່ສາມາດເວົ້າຄວາມຈິງໄດ້ແມ່ນແຕ່ຢ່າງດຽວ, ແລ້ວການຄາດຫວັງໃຫ້ພວກເຂົາເຮັດບາງສິ່ງທີ່ຍາກກວ່ານີ້ກໍຍິ່ງເປັນໄປບໍ່ໄດ້.

ພວກເຈົ້າມີຄົນທີ່ຕົວະຈົນເປັນນິໄສຢູ່ອ້ອມຂ້າງພວກເຈົ້າບໍ? ບາງຄົນອາດຈະເວົ້າວ່າ “ຂ້ານ້ອຍຍັງບໍ່ທັນພົບຄົນທີ່ຕົວະຈົນເປັນນິໄສເທື່ອ, ແຕ່ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍອາດຈະເປັນຄົນແບບນັ້ນເອງ”. ໃຫ້ເຮົາບອກຄວາມຈິງແກ່ເຈົ້າ; ເຈົ້າກຳລັງຢູ່ໃນສະຖານະການທີ່ເປັນອັນຕະລາຍ. ຄົນທີ່ຕົວະຈົນເປັນນິໄສຍັງມີຮ່ອງຮອຍຂອງຄວາມເປັນມະນຸດຫຼົງເຫຼືອຢູ່ບໍ? ພວກເຂົາແຕກຕ່າງຈາກຜີຮ້າຍບໍ? ມີໃຜໃນພວກເຈົ້າທີ່ຕົວະຈົນເປັນນິໄສບໍ? ສົມມຸດວ່າ, ບໍ່ວ່າສະພາບແວດລ້ອມ ຫຼື ພູມຫຼັງຈະເປັນແນວໃດ, ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ, ຄຳຕົວະກໍອອກມາຢ່າງເປັນທຳມະຊາດສຳລັບຄົນໆໜຶ່ງ, ໂດຍທີ່ໜ້າບໍ່ແດງ ຫຼື ໃຈບໍ່ເຕັ້ນແຮງ ແລະ ພວກເຂົາສາມາດຮັບມື ແລະ ແກ້ໄຂທຸກຢ່າງໄດ້ດ້ວຍຄຳຕົວະ. ເມື່ອປະພຶດຕົນ ແລະ ພົວພັນກັບຜູ້ອື່ນ ແລະ ໃນທຸກດ້ານຂອງຊີວິດ, ຕາບໃດທີ່ມີໂອກາດໄດ້ເວົ້າ, ທຸກສິ່ງທີ່ພວກເຂົາເວົ້າກໍລ້ວນແຕ່ເປັນຄຳຕົວະ, ບໍ່ມີປະໂຫຍກໃດທີ່ເປັນຄວາມຈິງເລີຍ. ທັງໝົດນັ້ນລ້ວນແຕ່ມີເຈດຕະນາ ແລະ ຈຸດປະສົງ ແລະ ມາພ້ອມກັບແຜນການຂອງຊາຕານ. ນີ້ບໍ່ແມ່ນຄົນທີ່ຊື່ສັດ. ການທີ່ສາມາດເວົ້າຕົວະໄດ້ໃນທຸກສະຖານະການ, ແມ່ນແຕ່ຕອນທີ່ຫົວວາງຢູ່ເທິງຂຽງ, ນີ້ບໍ່ແມ່ນຄົນທີ່ເກີນທີ່ຈະແກ້ໄຂໄດ້ແລ້ວບໍ? ເມື່ອຕັດສິນຈາກການສະແດງອອກຕ່າງໆຂອງການຕົວະຈົນເປັນນິໄສໃນຜູ້ຕໍ່ຕ້ານພຣະຄຣິສ, ຄຳຕົວະຂອງພວກເຂົາມີຫຼາຍເກີນໄປແທ້ໆ. ຈຸດປະສົງໃນການເວົ້າຂອງພວກເຂົາກໍຄືເພື່ອຫຼອກລວງ, ເຮັດໃຫ້ຫຼົງຜິດ ແລະ ປິດບັງຜູ້ຄົນ. ຄຳເວົ້າທັງໝົດຂອງພວກເຂົາເຕັມໄປດ້ວຍແຜນການ ແລະ ເຈດຕະນາຂອງຊາຕານ, ໂດຍຂາດການສະແດງອອກເຖິງຄວາມຊື່ສັດທີ່ເປັນຂອງຄວາມເປັນມະນຸດທີ່ປົກກະຕິ. ສາມາດເວົ້າໄດ້ວ່າ ຜູ້ຕໍ່ຕ້ານພຣະຄຣິສຂາດຄຸນລັກສະນະຂອງຄວາມຊື່ສັດທີ່ເປັນສ່ວນໜຶ່ງຂອງຄວາມເປັນມະນຸດທີ່ປົກກະຕິຢ່າງສິ້ນເຊີງ. ຄົນທີ່ຂາດຄວາມຊື່ສັດ ແລະ ສາມາດຕົວະຈົນເປັນນິໄສໄດ້ນັ້ນ ຖືກກຳນົດລັກສະນະວ່າເປັນຜູ້ທີ່ມີທຳມະຊາດຂອງຜີຮ້າຍ, ພວກເຂົາແມ່ນຜີຮ້າຍ. ຄົນດັ່ງກ່າວບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ງ່າຍໆ, ເພາະວ່າພວກເຂົາບໍ່ຍອມຮັບຄວາມຈິງ ແລະ ຍາກທີ່ຈະຍອມຮັບມັນໄດ້.

2. ແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນ

ນອກຈາກການຕົວະຈົນເປັນນິໄສແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຍັງມີການສະແດງອອກອື່ນໃດອີກແດ່? ພວກເຮົາຫາກໍໂອ້ລົມກ່ຽວກັບຄຸນສົມບັດທີ່ຈຳເປັນພື້ນຖານຂອງຄວາມໃຈດີ ແລະ ຄວາມຈິງໃຈໃນຄວາມເປັນມະນຸດທີ່ປົກກະຕິ ແລະ ເຫັນໄດ້ຢ່າງຊັດເຈນວ່າ ຜູ້ຕໍ່ຕ້ານພຣະຄຣິສບໍ່ມີສິ່ງເຫຼົ່ານີ້ເລີຍ. ທຸກສິ່ງທີ່ຄວນມີໃນຄວາມເປັນມະນຸດທີ່ປົກກະຕິນັ້ນ ຜູ້ຕໍ່ຕ້ານພຣະຄຣິສແມ່ນບໍ່ມີຢ່າງແນ່ນອນ; ທຸກສິ່ງທີ່ພວກເຂົາມີລ້ວນແຕ່ເປັນສິ່ງທີ່ຂັດກັບຄວາມເປັນມະນຸດທີ່ປົກກະຕິ, ເຊິ່ງເປັນສິ່ງທີ່ເປັນລົບ. ແລ້ວສິ່ງທີ່ກົງກັນຂ້າມກັບຄວາມໃຈດີ ແລະ ຄວາມຈິງໃຈແມ່ນຫຍັງ? (ຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນ.) ແມ່ນແລ້ວ, ພວກເຈົ້າເວົ້າໄດ້ຖືກຕ້ອງຫຼາຍ, ມັນຄືຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນ. ຜູ້ຕໍ່ຕ້ານພຣະຄຣິສຂາດຄຸນລັກສະນະຕ່າງໆເຊັ່ນ: ຄວາມໃຈດີ ແລະ ຄວາມຈິງໃຈ ແຕ່ພວກເຂົາພັດມີອົງປະກອບທີ່ແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນທີ່ຂັດກັບຄວາມໃຈດີ ແລະ ຄວາມຈິງໃຈ. ຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນມີຄວາມກ່ຽວຂ້ອງກັບການຕົວະຈົນເປັນນິໄສທີ່ພວກເຮົາໄດ້ໂອ້ລົມກັນກ່ອນໜ້ານີ້ບໍ? (ມີ.) ມັນມີຄວາມກ່ຽວຂ້ອງກັນໃນລະດັບໜຶ່ງ. ຜູ້ຕໍ່ຕ້ານພຣະຄຣິສສະແດງຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນຂອງພວກເຂົາອອກມາແນວໃດ? (ໃນຄວາມສາມາດຂອງພວກເຂົາທີ່ຈະສ້າງຄຳຕົວະ ແລະ ໃສ່ຮ້າຍປ້າຍສີຄົນອື່ນ.) ການສ້າງຄຳຕົວະ ແລະ ການໃສ່ຮ້າຍປ້າຍສີຄົນອື່ນແມ່ນກ່ຽວຂ້ອງກັບທັງການຕົວະຈົນເປັນນິໄສ ແລະ ການມີຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນ; ສອງຄຸນລັກສະນະນີ້ແມ່ນເຊື່ອມໂຍງກັນຢ່າງໃກ້ຊິດ. ຕົວຢ່າງ: ຖ້າພວກເຂົາເຮັດສິ່ງທີ່ບໍ່ດີ ແລະ ບໍ່ຢາກຮັບຜິດຊອບ, ພວກເຂົາກໍຈະສ້າງພາບລວງຕາຂຶ້ນມາ, ເວົ້າຕົວະ ແລະ ເຮັດໃຫ້ຜູ້ຄົນເຊື່ອວ່າສິ່ງນັ້ນເປັນການກະທຳຂອງຄົນອື່ນ ບໍ່ແມ່ນການກະທຳຂອງພວກເຂົາເອງ. ພວກເຂົາໂຍນຄວາມຜິດໃຫ້ຄົນອື່ນ, ເຮັດໃຫ້ຄົນນັ້ນຕ້ອງຮັບຜົນທີ່ຕາມມາ. ສິ່ງນີ້ບໍ່ພຽງແຕ່ຊົ່ວຊ້າ ແລະ ໜ້າລັງກຽດເທົ່ານັ້ນ ແຕ່ມັນຍັງແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນຍິ່ງກວ່າ. ການສະແດງອອກອື່ນໆກ່ຽວກັບຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນຂອງຜູ້ຕໍ່ຕ້ານພຣະຄຣິສມີຫຍັງອີກແດ່? (ພວກເຂົາສາມາດທໍລະມານ, ໂຈມຕີ ແລະ ແກ້ແຄ້ນຜູ້ຄົນ.) ການທີ່ສາມາດທໍລະມານຜູ້ຄົນໄດ້ນັ້ນຄືຄວາມໂຫດຮ້າຍປ່າເຖື່ອນ. ໃຜກໍຕາມທີ່ເປັນໄພຄຸກຄາມຕໍ່ສະຖານະ, ຊື່ສຽງ ຫຼື ກຽດຕິຍົດຂອງພວກເຂົາ ຫຼື ໃຜກໍຕາມທີ່ບໍ່ເປັນຜົນດີຕໍ່ພວກເຂົາ, ພວກເຂົາກໍຈະພະຍາຍາມຢ່າງສຸດຂີດເພື່ອໂຈມຕີ ແລະ ແກ້ແຄ້ນຄົນເຫຼົ່ານັ້ນ. ບາງຄັ້ງ ພວກເຂົາອາດຈະເຖິງຂັ້ນຢືມມືຄົນອື່ນມາທຳຮ້າຍຜູ້ຄົນ, ນີ້ຄືຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນ. ສະຫຼຸບແລ້ວ, ຄຳວ່າ “ແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນ” ບົ່ງບອກວ່າຜູ້ຕໍ່ຕ້ານພຣະຄຣິສມີຄວາມປະສົງຮ້າຍເປັນພິເສດ. ວິທີທີ່ພວກເຂົາປະຕິບັດ ແລະ ພົວພັນກັບຜູ້ຄົນບໍ່ໄດ້ອີງໃສ່ສະຕິຮູ້ສຶກຜິດຊອບ ແລະ ພວກເຂົາບໍ່ໄດ້ດຳລົງຊີວິດຢ່າງກົມກຽວກັນບົນຈຸດຢືນທີ່ເທົ່າທຽມກັນກັບຄົນອື່ນ; ແຕ່ກົງກັນຂ້າມ ພວກເຂົາພັດເອົາແຕ່ສະແຫວງຫາທີ່ຈະສວຍໃຊ້, ຄວບຄຸມ ແລະ ບົງການຄົນອື່ນເພື່ອຜົນປະໂຫຍດຂອງພວກເຂົາເອງ. ວິທີການຂອງພວກເຂົາໃນການພົວພັນກັບຄົນອື່ນບໍ່ແມ່ນເລື່ອງປົກກະຕິ ຫຼື ກົງໄປກົງມາ; ແຕ່ພວກເຂົາພັດໃຊ້ວິທີການ ແລະ ກົນອຸບາຍບາງຢ່າງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ, ສວຍໃຊ້ພວກເຂົາ ແລະ ໃຊ້ພວກເຂົາເປັນເຄື່ອງມືຢ່າງແນບນຽນ ໂດຍທີ່ພວກເຂົາບໍ່ຮູ້ຕົວ. ໃນການປະຕິບັດຕໍ່ທຸກຄົນຂອງພວກເຂົາ, ບໍ່ວ່າພາຍນອກຈະເບິ່ງຄືວ່າດີ ຫຼື ບໍ່ດີກໍຕາມ, ມັນກໍບໍ່ມີຄວາມຈິງໃຈເລີຍແມ່ນແຕ່ໜ້ອຍດຽວ. ພວກເຂົາເຂົ້າໃກ້ຄົນທີ່ພວກເຂົາເຫັນວ່າມີປະໂຫຍດ ແລະ ຕີຕົວອອກຫ່າງຈາກຄົນທີ່ພວກເຂົາຖືວ່າບໍ່ມີປະໂຫຍດ, ໂດຍບໍ່ໃສ່ໃຈຄົນເຫຼົ່ານັ້ນເລີຍ. ແມ່ນແຕ່ຕໍ່ບຸກຄົນທີ່ຂ້ອນຂ້າງບໍ່ມີເລ່ຫຼ່ຽມ ຫຼື ອ່ອນແອ, ພວກເຂົາກໍຄິດຫາວິທີທີ່ຈະໃຊ້ວິທີການ ແລະ ກົນອຸບາຍຕ່າງໆເພື່ອເຮັດໃຫ້ຄົນເຫຼົ່ານັ້ນຫຼົງຜິດ ແລະ ຜູກມັດພວກເຂົາ, ເຮັດໃຫ້ພວກເຂົາເປັນປະໂຫຍດຕໍ່ພວກເຂົາເອງ. ແຕ່ເມື່ອຜູ້ຄົນອ່ອນແອ, ພົບຄວາມຫຍຸ້ງຍາກ ຫຼື ຕ້ອງການຄວາມຊ່ວຍເຫຼືອ, ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ເຮັດເປັນບໍ່ເຫັນ ແລະ ເສີຍເມີຍຕໍ່ພວກເຂົາ. ພວກເຂົາບໍ່ເຄີຍສະແດງຄວາມຮັກ ຫຼື ໃຫ້ຄວາມຊ່ວຍເຫຼືອແກ່ຄົນດັ່ງກ່າວ; ໃນທາງກົງກັນຂ້າມ, ພວກເຂົາມັກຈະຂົ່ມເຫັງ, ເຮັດໃຫ້ຫຼົງຜິດ ແລະ ເຖິງຂັ້ນຄິດຫາວິທີທີ່ຈະສວຍໃຊ້ພວກເຂົາຫຼາຍຂຶ້ນ. ຖ້າພວກເຂົາບໍ່ສາມາດສວຍໃຊ້ຄົນເຫຼົ່ານັ້ນໄດ້, ພວກເຂົາກໍຈະປະຖິ້ມພວກເຂົາ ແລະ ບໍ່ສະແດງຄວາມຮັກ ຫຼື ຄວາມເຫັນອົກເຫັນໃຈຕໍ່ພວກເຂົາເລີຍ, ໃນສິ່ງນີ້ມີຮ່ອງຮອຍຂອງຄວາມໃຈດີບໍ? ນີ້ບໍ່ແມ່ນການສະແດງອອກເຖິງຄວາມປະສົງຮ້າຍບໍ? ວິທີການ ແລະ ປັດຊະຍາທີ່ຜູ້ຕໍ່ຕ້ານພຣະຄຣິສພົວພັນກັບຜູ້ຄົນກໍຄືການໃຊ້ແຜນການ ແລະ ກົນລະຍຸດເພື່ອສວຍໃຊ້ ແລະ ຫຼອກລວງຜູ້ຄົນ, ເຮັດໃຫ້ຜູ້ຄົນບໍ່ສາມາດເບິ່ງທະລຸພວກເຂົາໄດ້, ແຕ່ກໍຍັງເຕັມໃຈທີ່ຈະເປັນທາດຮັບໃຊ້ພວກເຂົາ ແລະ ຄອຍຮັບໃຊ້ພວກເຂົາຢູ່ສະເໝີ. ພວກເຂົາສາມາດຂົ່ມເຫັງ ແລະ ທໍລະມານຜູ້ທີ່ແຍກແຍະພວກເຂົາໄດ້ ແລະ ບໍ່ສາມາດຖືກພວກເຂົາສວຍໃຊ້ໄດ້ອີກຕໍ່ໄປ. ພວກເຂົາເຖິງຂັ້ນສາມາດຍັດຍຽດຄວາມຜິດໃຫ້ຄົນເຫຼົ່ານັ້ນຢ່າງຊີ້ຊົ້ວ, ເຮັດໃຫ້ອ້າຍເອື້ອຍນ້ອງປະຖິ້ມພວກເຂົາ ແລະ ຈາກນັ້ນ ພວກເຂົາກໍຂັບໄລ່ຄົນເຫຼົ່ານັ້ນ ຫຼື ກຳຈັດພວກເຂົາອອກ. ສະຫຼຸບແລ້ວ, ຜູ້ຕໍ່ຕ້ານພຣະຄຣິສນັ້ນແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນ, ປາສະຈາກຄວາມໃຈດີ ແລະ ຄວາມຈິງໃຈຢ່າງສິ້ນເຊີງ. ພວກເຂົາບໍ່ເຄີຍຊ່ວຍເຫຼືອຄົນອື່ນຢ່າງຈິງໃຈ, ບໍ່ສະແດງຄວາມເຫັນອົກເຫັນໃຈ ຫຼື ຄວາມຮັກເມື່ອຄົນອື່ນປະເຊີນກັບຄວາມຫຍຸ້ງຍາກ. ໃນການພົວພັນຂອງພວກເຂົາ, ພວກເຂົາວາງແຜນເພື່ອຜົນປະໂຫຍດ ແລະ ຂໍ້ໄດ້ປຽບຂອງພວກເຂົາເອງ. ບໍ່ວ່າໃຜຈະເຂົ້າຫາພວກເຂົາ ຫຼື ສະແຫວງຫາຄວາມຊ່ວຍເຫຼືອໃນຍາມຫຍຸ້ງຍາກ, ພວກເຂົາກໍມັກຈະຄິດຄຳນວນກ່ຽວກັບຄົນນັ້ນຢູ່ສະເໝີ, ໂດຍຄິດໃນໃຈວ່າ: “ຖ້າຂ້ອຍຊ່ວຍຄົນນີ້, ໃນອະນາຄົດຂ້ອຍຈະໄດ້ຮັບປະໂຫຍດຫຍັງຈາກລາວ? ລາວສາມາດຊ່ວຍຂ້ອຍໄດ້ບໍ? ລາວສາມາດເປັນປະໂຫຍດຕໍ່ຂ້ອຍໄດ້ບໍ? ຂ້ອຍຈະໄດ້ຮັບຫຍັງຈາກລາວ?” ການທີ່ພວກເຂົາຄິດແຕ່ເລື່ອງເຫຼົ່ານີ້ຢູ່ສະເໝີ ມັນບໍ່ແມ່ນເປັນການເຫັນແກ່ຕົວ ແລະ ໜ້າລັງກຽດບໍ? (ແມ່ນແລ້ວ, ມັນແມ່ນ.) ໃນການເລືອກຕັ້ງຂອງຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສຈະໃຊ້ວິທີການໃດ? (ພວກເຂົາຈະດູຖູກຄົນອື່ນ ແລະ ຍົກຍ້ອງຕົນເອງ, ດຶງຄົນທີ່ດີກວ່າພວກເຂົາລົງມາ.) ການດູຖູກຄົນອື່ນ ແລະ ການຍົກຍ້ອງຕົນເອງກໍແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນເຊັ່ນກັນ. ຜູ້ຕໍ່ຕ້ານພຣະຄຣິສອາດຈະໃຊ້ຜົນປະໂຫຍດເລັກໆນ້ອຍໆເພື່ອດຶງດູດເອົາຜູ້ຄົນ ແລະ ໂອ້ອວດກ່ຽວກັບການປະກອບສ່ວນຂອງພວກເຂົາ ເພື່ອໃຫ້ໄດ້ຮັບຄວາມເຄົາລົບ ແລະ ຮັບປະກັນຄະແນນສຽງ. ມີຫຍັງອີກແດ່? (ພວກເຂົາບໍ່ສາມາດປະເມີນຜູ້ສະໝັກໄດ້ຢ່າງຍຸຕິທຳ ແລະ ຢ່າງມີພາວະວິໄສ; ພວກເຂົາຈະໃສ່ຄວາມລຳອຽງ ແລະ ອະຄະຕິຂອງພວກເຂົາເອງລົງໄປ.) ສິ່ງນີ້ກ່ຽວຂ້ອງກັບການສ້າງຄຳຕົວະເພື່ອໃສ່ຮ້າຍຄົນອື່ນ. ການສະແດງອອກທີ່ສະເພາະເຈາະຈົງຫຼາຍຢ່າງກ່ຽວກັບຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ຖືກໂອ້ລົມກັນມາກ່ອນໜ້ານີ້ແລ້ວ. ແຝງຊົ່ວໝາຍເຖິງການມີແຜນການຫຼາຍຢ່າງ ແລະ ຫຼັກການຂອງພວກເຂົາສຳລັບການປະພຶດຕົນ, ການຮັບມືກັບໂລກ ແລະ ການເຮັດສິ່ງໃດກໍຕາມແມ່ນການອີງໃສ່ກົນລະຍຸດ, ປາສະຈາກຄວາມຈິງໃຈ, ມີແຕ່ຄວາມຈອມປອມ ແລະ ກົນອຸບາຍ. ຄວາມໂຫດຮ້າຍປ່າເຖື່ອນໂດຍຫຼັກແລ້ວແມ່ນກ່ຽວຂ້ອງກັບຄວາມໂຫດຮ້າຍ ແລະ ຄວາມອຳມະຫິດໃນວິທີການກະທຳຂອງພວກເຂົາ, ບໍ່ມີຄວາມປານີ, ຂາດຄວາມຮູ້ສຶກຂອງມະນຸດ, ກໍ່ໃຫ້ເກີດອັນຕະລາຍຕໍ່ຄົນອື່ນ ແລະ ພວກເຂົາເຕັມໃຈທີ່ຈະບັນລຸເປົ້າໝາຍຂອງພວກເຂົາໂດຍຕ້ອງແລກກັບການທຳຮ້າຍໃຜກໍຕາມ, ນີ້ຄືຄວາມໂຫດຮ້າຍປ່າເຖື່ອນ ແລະ ມັນກົງກັນຂ້າມຢ່າງສິ້ນເຊີງກັບຄວາມໃຈດີຂອງມະນຸດ. ຖ້າຄົນໃດໜຶ່ງມີຄວາມໃຈດີໃນຄວາມເປັນມະນຸດຂອງພວກເຂົາ, ແລ້ວເມື່ອປະເຊີນກັບເລື່ອງທຳມະດາ, ພວກເຂົາກໍຈະຜ່ອນຜັນຕໍ່ຄົນອື່ນທຸກບ່ອນທີ່ພວກເຂົາສາມາດເຮັດໄດ້ ແລະ ພວກເຂົາກໍຈະໃຫ້ອະໄພຜູ້ຄົນ. ຄົນແບບນີ້ຈະອົດກັ້ນຕໍ່ບັນຫາ ແລະ ຂໍ້ບົກຜ່ອງຂອງຄົນອື່ນ, ບໍ່ຈູ້ຈີ້ຈຸກຈິກ ແລະ ປ່ອຍຜ່ານໄປເມື່ອພວກເຂົາສາມາດເຮັດໄດ້. ນອກຈາກນີ້, ພວກເຂົາຍັງມີຄວາມເຫັນອົກເຫັນໃຈ ແລະ ເມື່ອໃດກໍຕາມທີ່ພວກເຂົາເຫັນຄົນອື່ນຜ່ານຜ່າຄວາມຫຍຸ້ງຍາກ, ພວກເຂົາກໍເຕັມໃຈທີ່ຈະຊ່ວຍເຫຼືອ, ພົບຄວາມສຸກໃນການຊ່ວຍເຫຼືອຄົນອື່ນ ແລະ ຖືວ່າການເສີມສ້າງຄົນອື່ນເປັນຄວາມຮັບຜິດຊອບສ່ວນຕົວ, ນີ້ຄືຄວາມໃຈດີ. ຜູ້ຕໍ່ຕ້ານພຣະຄຣິສມີຄຸນລັກສະນະນີ້ບໍ? (ບໍ່ມີ.) ພວກເຂົາເຊື່ອວ່າ: “ຖ້າເຈົ້າພົບຄວາມຫຍຸ້ງຍາກ ແລະ ຂ້ອຍຊ່ວຍເຈົ້າ, ມັນກໍມີລາຄາທີ່ຕ້ອງຈ່າຍ. ຖ້າຂ້ອຍໃຫ້ຜົນປະໂຫຍດແກ່ເຈົ້າ, ຂ້ອຍຈະໄດ້ຫຍັງຈາກມັນ? ຖ້າຂ້ອຍເຫັນອົກເຫັນໃຈເຈົ້າ, ໃຜຈະເຫັນອົກເຫັນໃຈຂ້ອຍ? ຖ້າຂ້ອຍຊ່ວຍເຈົ້າ, ເຈົ້າຈະຈື່ຈຳຄວາມດີຂອງຂ້ອຍບໍ? ຖ້າເຈົ້າຂໍໃຫ້ຂ້ອຍເສຍສະລະຕົນເອງເພື່ອຊ່ວຍເຈົ້າ, ເຈົ້າຄົງຝັນໄປແລ້ວ! ພວກເຮົາມີຄວາມສຳພັນຫຍັງກັນ? ເຈົ້າສາມາດໃຫ້ຜົນປະໂຫຍດຫຍັງແກ່ຂ້ອຍໄດ້ແດ່? ເຈົ້າເຄີຍຊ່ວຍຂ້ອຍມາກ່ອນບໍ? ເຈົ້າແມ່ນໃຜ? ເຈົ້າຄຸ້ມຄ່າທີ່ຈະຊ່ວຍບໍ? ຖ້າເຈົ້າເປັນລູກສາວຂອງກະສັດ ຫຼື ລູກຊາຍຂອງຄົນລວຍ, ແລ້ວບາງທີການຊ່ວຍເຈົ້າອາດຈະນຳລັດສະໝີ ຫຼື ຜົນກຳໄລມາໃຫ້ຂ້ອຍ. ແຕ່ເຈົ້າບໍ່ແມ່ນຄົນເຫຼົ່ານັ້ນເລີຍ. ເປັນຫຍັງຂ້ອຍຈຶ່ງຄວນຊ່ວຍເຈົ້າ? ຂ້ອຍຈະໄດ້ຮັບຜົນປະໂຫຍດຫຍັງຈາກການຊ່ວຍເຈົ້າ?” ນີ້ຄືວິທີທີ່ພວກເຂົາຄິດເມື່ອພວກເຂົາເຫັນຄົນທີ່ພົບຄວາມຫຍຸ້ງຍາກ, ຄົນທີ່ອ່ອນແອ ຫຼື ຄົນທີ່ຕ້ອງການຄວາມຊ່ວຍເຫຼືອ. ນີ້ແມ່ນຄົນໃຈດີບໍ? ເມື່ອຄົນເຫຼົ່ານີ້ເຫັນຄົນທີ່ຢູ່ໃນສະພາວະອ່ອນແອ, ພວກເຂົາບໍ່ພຽງແຕ່ເຍາະເຍີ້ຍ ແລະ ເວົ້າຖາກຖາງຄົນນັ້ນເທົ່ານັ້ນ ແຕ່ພວກເຂົາຍັງຄິດຄຳນວນໃນໃຈອີກດ້ວຍ. ບາງຄົນເຖິງຂັ້ນເຫັນວ່ານີ້ເປັນໂອກາດທີ່ຈະໂອ້ອວດຕົນເອງ ຫຼື ຊື້ໃຈຄົນນັ້ນ. ບໍ່ມີສິ່ງໃດໃນນີ້ທີ່ໃຈດີເລີຍ. ຜູ້ຕໍ່ຕ້ານພຣະຄຣິສມັກຈະສວຍໂອກາດດັ່ງກ່າວເພື່ອໂອ້ອວດຕົນເອງ. ພວກເຂົາຈະບໍ່ລົງມືເຮັດເວັ້ນເສຍແຕ່ວ່າມີຜົນປະໂຫຍດເຂົ້າມາກ່ຽວຂ້ອງ, ເວັ້ນເສຍແຕ່ວ່າພວກເຂົາມີເປົ້າໝາຍ ແລະ ແຮງຈູງໃຈ. ຖ້າພວກເຂົາຊ່ວຍເຫຼືອໃຜຄົນໜຶ່ງ, ພວກເຂົາກໍຕ້ອງການໄດ້ຄົນນັ້ນມາເປັນພັນທະມິດ. ຖ້າພວກເຂົາຊ່ວຍເຫຼືອ ແລະ ເຫັນອົກເຫັນໃຈຄົນສອງຄົນ, ພວກເຂົາກໍຕ້ອງການໄດ້ພັນທະມິດສອງຄົນ, ໄດ້ມືຂວາສອງຄົນ. ຖ້າບໍ່ດັ່ງນັ້ນ, ພວກເຂົາກໍຈະບໍ່ຂະຫຍັບແມ່ນແຕ່ນິ້ວມືດຽວ ແລະ ແນ່ນອນວ່າພວກເຂົາຈະບໍ່ສະແດງຄວາມຮັກຕໍ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ.

ການສະແດງອອກຫຼັກກ່ຽວກັບຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ມີເປົ້າໝາຍທີ່ຊັດເຈນເປັນພິເສດໃນທຸກສິ່ງທີ່ພວກເຂົາເຮັດ. ສິ່ງທຳອິດທີ່ພວກເຂົາຄິດເຖິງກໍຄືຜົນປະໂຫຍດຂອງພວກເຂົາເອງ; ແລະ ວິທີການຂອງພວກເຂົາກໍໜ້າລັງກຽດ, ຫຍາບຄາຍ, ສົກກະປົກ, ຕ່ຳຊ້າ ແລະ ບໍ່ໂປ່ງໃສ. ບໍ່ມີຄວາມຈິງໃຈໃນວິທີທີ່ພວກເຂົາເຮັດສິ່ງຕ່າງໆ ແລະ ໃນວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນ ພ້ອມທັງຫຼັກການທີ່ພວກເຂົາໃຊ້ປະຕິບັດຕໍ່ຄົນເຫຼົ່ານັ້ນ. ວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນກໍຄືການສວຍໃຊ້ພວກເຂົາ ແລະ ປັ່ນຫົວພວກເຂົາ ແລະ ເມື່ອຜູ້ຄົນບໍ່ມີຄຸນຄ່າທີ່ເປັນປະໂຫຍດຕໍ່ພວກເຂົາອີກຕໍ່ໄປ, ພວກເຂົາກໍຖິ້ມຄົນເຫຼົ່ານັ້ນໄປ. ຖ້າເຈົ້າມີຄຸນຄ່າທີ່ເປັນປະໂຫຍດຕໍ່ພວກເຂົາ, ພວກເຂົາກໍຈະທຳທ່າເປັນຫ່ວງເປັນໄຍເຈົ້າ: “ຊ່ວງນີ້ເຈົ້າເປັນແນວໃດແດ່? ເຈົ້າມີຄວາມຫຍຸ້ງຍາກຫຍັງບໍ? ຂ້ອຍສາມາດຊ່ວຍເຈົ້າແກ້ໄຂຄວາມຫຍຸ້ງຍາກຂອງເຈົ້າໄດ້. ບອກຂ້ອຍມາໂລດຖ້າເຈົ້າມີບັນຫາຫຍັງ. ຂ້ອຍຢູ່ທີ່ນີ້ເພື່ອເຈົ້າ. ພວກເຮົາໂຊກດີສໍ່າໃດທີ່ມີຄວາມສຳພັນທີ່ດີແບບນີ້!” ພວກເຂົາຊ່າງເອົາໃຈໃສ່ແທ້ໆ! ແຕ່ຖ້າມື້ໜຶ່ງມາຮອດ ເມື່ອເຈົ້າບໍ່ມີຄຸນຄ່າທີ່ເປັນປະໂຫຍດຕໍ່ພວກເຂົາອີກຕໍ່ໄປ, ພວກເຂົາກໍຈະປະຖິ້ມເຈົ້າ, ພວກເຂົາຈະຖິ້ມເຈົ້າໄວ້ຂ້າງໜຶ່ງ ແລະ ບໍ່ສົນໃຈເຈົ້າ, ຄືກັບວ່າພວກເຂົາບໍ່ເຄີຍພົບເຈົ້າມາກ່ອນເລີຍ. ເມື່ອເຈົ້າມີບັນຫາແທ້ໆ ແລະ ໄປຊອກຫາພວກເຂົາເພື່ອຂໍຄວາມຊ່ວຍເຫຼືອ, ທັດສະນະຄະຕິຂອງພວກເຂົາກໍປ່ຽນໄປຢ່າງກະທັນຫັນ, ຄຳເວົ້າຂອງພວກເຂົາບໍ່ມ່ວນຫູຄືກັບຕອນທີ່ພວກເຂົາສັນຍາວ່າຈະຊ່ວຍເຈົ້າໃນຕອນທຳອິດອີກຕໍ່ໄປ, ແລ້ວເປັນຫຍັງຈຶ່ງເປັນແບບນີ້? ມັນເປັນເພາະວ່າເຈົ້າບໍ່ມີຄຸນຄ່າທີ່ເປັນປະໂຫຍດຕໍ່ພວກເຂົາ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງເຊົາໃສ່ໃຈເຈົ້າ. ແລ້ວບໍ່ພຽງແຕ່ເທົ່ານັ້ນ: ຖ້າພວກເຂົາຮູ້ວ່າເຈົ້າໄດ້ເຮັດບາງສິ່ງຜິດພາດ ຫຼື ພົບບາງສິ່ງທີ່ພວກເຂົາສາມາດໃຊ້ເປັນຂໍ້ໄດ້ປຽບ, ພວກເຂົາກໍກາຍເປັນຄົນທີ່ເຢັນຊາ ແລະ ເວົ້າຖາກຖາງເຈົ້າ ແລະ ອາດຈະເຖິງຂັ້ນກ່າວໂທດເຈົ້າ. ເຈົ້າຄິດແນວໃດກັບວິທີການນີ້? ມັນເປັນການສະແດງອອກເຖິງຄວາມໃຈດີ ແລະ ຄວາມຈິງໃຈບໍ? ເມື່ອຜູ້ຕໍ່ຕ້ານພຣະຄຣິສສະແດງຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນປະເພດນີ້ອອກມາໃນພຶດຕິກຳຂອງພວກເຂົາທີ່ມີຕໍ່ຄົນອື່ນ, ມັນມີຮ່ອງຮອຍຂອງຄວາມເປັນມະນຸດເຂົ້າມາກ່ຽວຂ້ອງບໍ? ພວກເຂົາມີຄວາມຈິງໃຈຕໍ່ຜູ້ຄົນແມ່ນແຕ່ໜ້ອຍດຽວບໍ? ບໍ່ມີຢ່າງແນ່ນອນ. ທຸກສິ່ງທີ່ພວກເຂົາເຮັດແມ່ນເພື່ອຜົນກຳໄລ, ໜ້າຕາ ແລະ ຊື່ສຽງຂອງພວກເຂົາເອງ, ເພື່ອໃຫ້ພວກເຂົາມີສະຖານະ ແລະ ຊື່ສຽງໃນໝູ່ຄົນອື່ນ. ສຳລັບທຸກຄົນທີ່ພວກເຂົາພົບພໍ້, ຖ້າພວກເຂົາສາມາດເອົາປຽບຄົນເຫຼົ່ານັ້ນໄດ້, ພວກເຂົາກໍຈະເຮັດ. ສ່ວນຄົນທີ່ພວກເຂົາບໍ່ສາມາດເອົາປຽບໄດ້, ພວກເຂົາກໍຈະລັງກຽດ ແລະ ບໍ່ໃສ່ໃຈ; ເຖິງແມ່ນວ່າເຈົ້າຈະເປັນຝ່າຍເຂົ້າຫາພວກເຂົາກ່ອນ, ພວກເຂົາກໍຈະບໍ່ສົນໃຈເຈົ້າ ແລະ ບໍ່ແມ່ນແຕ່ຈະເຫຼືອບເບິ່ງເຈົ້າ. ແຕ່ຖ້າມື້ໜຶ່ງມາຮອດ ເມື່ອພວກເຂົາຕ້ອງການເຈົ້າ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ເຈົ້າກໍຈະປ່ຽນໄປຢ່າງກະທັນຫັນ ແລະ ພວກເຂົາກໍຈະກາຍເປັນຄົນທີ່ເອົາໃຈໃສ່ ແລະ ເປັນມິດຫຼາຍ, ເຊິ່ງເຮັດໃຫ້ເຈົ້າສັບສົນ. ເປັນຫຍັງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ເຈົ້າຈຶ່ງປ່ຽນໄປ? (ເພາະວ່າຕອນນີ້ເຈົ້າມີຄຸນຄ່າທີ່ເປັນປະໂຫຍດຕໍ່ພວກເຂົາ.) ແມ່ນແລ້ວ: ເມື່ອພວກເຂົາເຫັນວ່າເຈົ້າມີຄຸນຄ່າທີ່ເປັນປະໂຫຍດ, ທັດສະນະຄະຕິຂອງພວກເຂົາກໍປ່ຽນໄປ. ພວກເຈົ້າມີຄົນແບບນີ້ຢູ່ອ້ອມຕົວພວກເຈົ້າບໍ? ເມື່ອຄົນເຫຼົ່ານີ້ພົວພັນກັບຄົນອື່ນ, ເບິ່ງຈາກພາຍນອກແລ້ວຈະບໍ່ເຫັນວ່າພວກເຂົາກຳລັງເຮັດສິ່ງທີ່ບໍ່ດີຢ່າງຊັດເຈນ. ຈາກການສະແດງອອກ, ຄຳເວົ້າ ແລະ ພຶດຕິກຳປະຈຳວັນຂອງພວກເຂົາ, ມັນກໍເບິ່ງຄືວ່າບໍ່ມີບັນຫາທີ່ຊັດເຈນໃດໆເຊັ່ນກັນ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າສັງເກດເບິ່ງວິທີທີ່ພວກເຂົາພົວພັນກັບຜູ້ຄົນຢ່າງລະມັດລະວັງ, ໂດຍສະເພາະວິທີທີ່ພວກເຂົາພົວພັນກັບຄົນທີ່ໃກ້ຊິດກັບພວກເຂົາທີ່ສຸດ ແລະ ຄົນທີ່ພວກເຂົາຮັກທີ່ສຸດ, ຖ້າເຈົ້າເຫັນວິທີທີ່ພວກເຂົາສວຍໃຊ້ຄົນອື່ນ ແລະ ວິທີທີ່ພວກເຂົາປະຕິບັດຕໍ່ຄົນເຫຼົ່ານັ້ນໃນພາຍຫຼັງ, ແລ້ວຜ່ານສິ່ງນີ້ ເຈົ້າກໍສາມາດສັງເກດເຫັນເຈດຕະນາ, ທັດສະນະຄະຕິ ແລະ ວິທີການຂອງຜູ້ຕໍ່ຕ້ານພຣະຄຣິສໃນການພົວພັນກັບຄົນອື່ນຂອງພວກເຂົາ. ພວກເຂົາທັງໝົດລ້ວນແຕ່ສະແຫວງຫາພຽງຜົນປະໂຫຍດສ່ວນຕົວ, ດຳລົງຊີວິດໂດຍປັດຊະຍາຂອງຊາຕານ ແລະ ປາສະຈາກຄວາມເປັນມະນຸດທີ່ປົກກະຕິໃດໆ.

ຜູ້ຕໍ່ຕ້ານພຣະຄຣິສມີຄຸນລັກສະນະຕ່າງໆເຊັ່ນ: ຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນໃນຄວາມເປັນມະນຸດຂອງພວກເຂົາ. ພວກເຂົາສາມາດເຂົ້າກັນໄດ້ກັບຄົນທີ່ຊື່ສັດ, ໃຈດີ ແລະ ຈິງໃຈໃນການປະຕິບັດຕໍ່ຜູ້ຄົນ ແລະ ສິ່ງຕ່າງໆບໍ? ພວກເຂົາເຕັມໃຈທີ່ຈະເຂົ້າໃກ້ຄົນແບບນັ້ນບໍ? (ບໍ່, ພວກເຂົາບໍ່ເຕັມໃຈ.) ພວກເຂົາເບິ່ງຄົນເຫຼົ່ານີ້ແນວໃດ? ພວກເຂົາເວົ້າວ່າ: “ຄົນເຫຼົ່ານີ້ລ້ວນແຕ່ເປັນຄົນໂງ່ຈ້າຢ່າງຍິ່ງ ແລະ ຄຳເວົ້າຂອງພວກເຂົາກໍກົງໄປກົງມາຫຼາຍ. ເຈົ້າຄວນຄິດໃຫ້ດີກ່ອນເວົ້າ, ເປັນຫຍັງເຈົ້າຈຶ່ງເວົ້າຄວາມຈິງຫຼາຍແທ້? ເປັນຫຍັງຄຳເວົ້າຂອງເຈົ້າຈຶ່ງຮຽບງ່າຍຢູ່ສະເໝີ?” ຄົນເຫຼົ່ານີ້ໂງ່ຈ້າຢ່າງໜ້າສົມເພດສຳລັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍດູຖູກພວກເຂົາ. ເມື່ອຄົນເຫຼົ່ານີ້ເຫັນຄົນທີ່ໃຈດີ ແລະ ປະຕິບັດຕໍ່ຜູ້ຄົນຢ່າງຈິງໃຈ, ຄົນເຫຼົ່ານີ້ກໍຊ່ວຍ ເຫຼືອຄົນໆນັ້ນຢ່າງຈິງໃຈເມື່ອພວກເຂົາປະສົບກັບຄວາມຫຍຸ້ງຍາກ ແລະ ຕ້ອງການຄວາມຊ່ວຍເຫຼືອ, ຫວັງດີຕໍ່ຄົນອື່ນ ແລະ ປາຖະໜາທີ່ຈະນຳເອົາຜົນປະໂຫຍດ, ຄວາມຊ່ວຍເຫຼືອ ແລະ ການເສີມສ້າງມາໃຫ້ຄົນອື່ນ, ຜູ້ຕໍ່ຕ້ານພຣະຄຣິສພັດຖືວ່າຄົນແບບນີ້ໂງ່ຈ້າ ແລະ ເບົາປັນຍາ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອວ່າສິ່ງທີ່ເປັນບວກເຫຼົ່ານີ້ຂອງຄວາມເປັນມະນຸດເປັນສິ່ງທີ່ດີ ຫຼື ເປັນສິ່ງທີ່ສວຍງາມທີ່ຜູ້ຄົນຄວນມີ. ແຕ່ໃນທາງກົງກັນຂ້າມ, ໃນໃຈຂອງພວກເຂົາ, ພວກເຂົາຮູ້ສຶກລັງກຽດ, ບໍ່ພໍໃຈ ແລະ ດູຖູກຕໍ່ຄຸນລັກສະນະເຫຼົ່ານີ້ທີ່ຈຳເປັນສຳລັບຄວາມເປັນມະນຸດທີ່ປົກກະຕິ. ພວກເຂົາເວົ້າວ່າຄົນຊື່ສັດນັ້ນໂງ່, ເວົ້າວ່າຄົນໃຈດີກໍໂງ່ ແລະ ຍິ່ງເວົ້າວ່າຄົນຈິງໃຈນັ້ນແຮງໂງ່ກວ່າອີກ. ຜູ້ທີ່ເຊື່ອໃນພຣະເຈົ້າດ້ວຍຄວາມຊື່ສັດພໍສົມຄວນ ແລະ ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຊື່ສັດພໍສົມຄວນ, ຜູ້ທີ່ມີຈິດໃຈດີ ແລະ ບໍ່ເຄີຍທຳຮ້າຍ ຫຼື ສ້າງຄວາມເສຍຫາຍໃຫ້ຄົນອື່ນ, ຜູ້ທີ່ຮັກ ແລະ ເຫັນອົກເຫັນໃຈຄົນອື່ນ, ຜູ້ທີ່ສາມາດປະຖິ້ມຜົນປະໂຫຍດຂອງຕົນເອງ ແລະ ເອົາຊະນະຄວາມຫຍຸ້ງຍາກຂອງຕົນເອງເພື່ອຊ່ວຍເຫຼືອຄົນອື່ນ, ຜູ້ທີ່ຮູ້ສຶກມີພາລະ ແລະ ຄວາມຮັບຜິດຊອບເມື່ອພວກເຂົາເຫັນຜູ້ທີ່ອ່ອນແອ ແລະ ຕ້ອງການຄວາມຊ່ວຍເຫຼືອ, ຜູ້ຕໍ່ຕ້ານພຣະຄຣິສຍິ່ງມີຄວາມດູຖູກຕໍ່ຄົນເຫຼົ່ານີ້ຫຼາຍຂຶ້ນໃນສ່ວນເລິກຂອງຈິດໃຈ. ສຳລັບຜູ້ທີ່ມີຄວາມຈິງໃຈພໍສົມຄວນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ຜູ້ທີ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ຜູ້ທີ່ຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ, ຜູ້ທີ່ສາມາດປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຈິງໃຈ, ດ້ວຍຄວາມຈົງຮັກພັກດີ ແລະ ດ້ວຍຄວາມຮັບຜິດຊອບ ແລະ ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍທັດສະນະຄະຕິທີ່ຈິງໃຈ, ຜູ້ຕໍ່ຕ້ານພຣະຄຣິສດູຖູກ ແລະ ກຽດຊັງບຸກຄົນດັ່ງກ່າວໃນສ່ວນເລິກຂອງຈິດໃຈ, ໂດຍຫຼີກລ່ຽງພວກເຂົາຢ່າງເຫັນໄດ້ຊັດ ແລະ ຕີຕົວອອກຫ່າງຈາກພວກເຂົາເມື່ອຢູ່ພາຍນອກ. ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ສິ່ງທີ່ເປັນບວກທັງໝົດເຫຼົ່ານີ້ທີ່ຈຳເປັນສຳລັບຄວາມເປັນມະນຸດທີ່ປົກກະຕິບໍ່ແມ່ນສິ່ງທີ່ເປັນບວກໃດໆເລີຍ: ພວກມັນບໍ່ສົມຄວນໄດ້ຮັບການຍົກຍ້ອງ ຫຼື ການສົ່ງເສີມ. ແຕ່ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າແຜນການ, ກົນລະຍຸດ, ວິທີການພາຍໃນໃນການຮັບມືກັບຜູ້ຄົນ ແລະ ຄວາມໂຫດຮ້າຍຂອງພວກເຂົາເອງນັ້ນເປັນສິ່ງທີ່ໜ້າຍົກຍ້ອງ. ຕະຫຼອດເວລາ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກຳລັງຄິດໄຕ່ຕອງ ແລະ ປັບປຸງວິທີການ ແລະ ແຜນການຂອງພວກເຂົາຢູ່ໃນໃຈ. ບໍ່ວ່າເລື່ອງນັ້ນຈະໃຫຍ່ ຫຼື ນ້ອຍສໍ່າໃດກໍຕາມ, ພວກເຂົາເຊື່ອວ່າມັນຄຸ້ມຄ່າ ແລະ ຈຳເປັນທີ່ຈະຕ້ອງປະຕິບັດແບບນີ້; ຖ້າບໍ່ດັ່ງນັ້ນ, ມັນກໍຈະເຮັດໃຫ້ພວກເຂົາເສຍປຽບ ແລະ ເຮັດໃຫ້ຊື່ສຽງຂອງພວກເຂົາເສຍຫາຍ. ເນື່ອງຈາກອົງປະກອບເຫຼົ່ານີ້ມີຢູ່ໃນຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາສາມາດຍອມຮັບຄວາມຈິງໄດ້ບໍ? ພວກເຂົາສາມາດປະຕິບັດຄວາມຈິງໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ບໍ່ວ່າເຈົ້າຈະເນັ້ນໜັກເຖິງຄວາມຊື່ສັດ, ຄວາມໃຈດີ ແລະ ສິ່ງທີ່ເປັນບວກອື່ນໆຫຼາຍສໍ່າໃດກໍຕາມ, ໂດຍຮຽກຮ້ອງໃຫ້ຜູ້ຄົນມີລັກສະນະເຫຼົ່ານີ້ ແລະ ປະຕິບັດຕໍ່ຜູ້ຄົນ, ປະຕິບັດຕໍ່ໜ້າທີ່ຂອງພວກເຂົາ ແລະ ຈັດການກັບເລື່ອງຕ່າງໆຕາມຄວາມເປັນມະນຸດທີ່ເປັນບວກນີ້, ໃນສ່ວນເລິກຂອງຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນມີແຕ່ການປະຕິເສດ, ການດູຖູກ ແລະ ຄວາມເປັນປໍລະປັກຕໍ່ສິ່ງເຫຼົ່ານີ້. ເປັນຫຍັງ? ເພາະວ່າຜູ້ຕໍ່ຕ້ານພຣະຄຣິສປາສະຈາກສິ່ງທີ່ເປັນບວກເຫຼົ່ານີ້ຢ່າງສິ້ນເຊີງ; ສິ່ງທີ່ພວກເຂົາມີຢູ່ໃນແກ່ນແທ້ຂອງພວກເຂົາກໍຄືລັກສະນະຂອງຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນ, ເຊິ່ງເປັນທຳມະຊາດຂອງມານຮ້າຍ. ມີໄລຍະຫ່າງລະຫວ່າງລັກສະນະນີ້ກັບການເປັນຄົນຊື່ສັດ, ໃຈດີ ແລະ ຈິງໃຈ ດັ່ງທີ່ພຣະເຈົ້າຮຽກຮ້ອງບໍ? ບໍ່ພຽງແຕ່ມີໄລຍະຫ່າງລະຫວ່າງສອງສິ່ງນີ້ເທົ່ານັ້ນ, ແຕ່ພວກມັນຍັງກົງກັນຂ້າມກັນຢ່າງສິ້ນເຊີງ, ເຊິ່ງເປັນສອງລັກສະນະທີ່ມີທຳມະຊາດແຕກຕ່າງກັນ. ມີການສະແດງອອກ ແລະ ການເປີດເຜີຍໃດໆກ່ຽວກັບຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນຂອງຜູ້ຕໍ່ຕ້ານພຣະຄຣິສທີ່ສອດຄ່ອງກັບຄວາມເປັນມະນຸດທີ່ປົກກະຕິບໍ? ມັນສອດຄ່ອງກັບຄວາມຈິງບໍ? ບໍ່ຢ່າງແນ່ນອນ; ມັນລ້ວນແຕ່ເປັນແຜນການ ແລະ ກົນອຸບາຍຂອງຊາຕານ. ທຳມະຊາດທີ່ຖືກສະແດງອອກໂດຍແຜນການ ແລະ ກົນອຸບາຍຂອງຊາຕານນັ້ນແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນຢ່າງແທ້ຈິງ, ເຊິ່ງເປັນອົງປະກອບທີ່ບໍ່ຄວນມີຢູ່ໃນຄວາມເປັນມະນຸດທີ່ປົກກະຕິ ດັ່ງທີ່ພຣະເຈົ້າຮຽກຮ້ອງ. ໂດຍອີງໃສ່ການສະແດງອອກຕ່າງໆກ່ຽວກັບຄວາມແຝງຊົ່ວ ແລະ ຄວາມໂຫດຮ້າຍປ່າເຖື່ອນທີ່ໄດ້ໂອ້ລົມກັນມາ, ຈົ່ງພິຈາລະນາເບິ່ງວ່າມີຄົນຢູ່ອ້ອມຕົວພວກເຈົ້າທີ່ມີຄວາມເປັນມະນຸດແບບນັ້ນ ຫຼື ບໍ່. ດ້ວຍລັກສະນະທີ່ແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນນີ້, ຜູ້ຕໍ່ຕ້ານພຣະຄຣິສ, ຈະສາມາດລົງມືກະທຳໄດ້ຢ່າງບໍ່ຕ້ອງສົງໄສ. ການກະທຳຂອງພວກເຂົາຈະສາມາດເບິ່ງເຫັນໄດ້, ໄດ້ຍິນໄດ້ ແລະ ຄົນອື່ນສາມາດເຂົ້າເຖິງໄດ້. ຖ້າພວກມັນສາມາດເຂົ້າເຖິງໄດ້, ຜູ້ຄົນກໍຄວນຈະມີຄວາມຮູ້ສຶກເຖິງພວກມັນ ແລະ ສາມາດຮັບຮູ້ ແລະ ແຍກແຍະບຸກຄົນດັ່ງກ່າວໄດ້. ລັກສະນະທີ່ແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນຂອງຜູ້ຕໍ່ຕ້ານພຣະຄຣິສຄວນຈະເປັນການສະແດງອອກທີ່ພົບເຫັນໄດ້ທົ່ວໄປ ແລະ ຊັດເຈນພໍສົມຄວນ. ມັນບໍ່ແມ່ນແນວຄິດ, ຄວາມຄິດ ຫຼື ເຈດຕະນາທີ່ເຊື່ອງຊ້ອນ, ແຕ່ມັນເປັນຄວາມເປັນມະນຸດ ພ້ອມທັງວິທີການ, ເຄື່ອງມື ແລະ ກົນລະຍຸດໃນການກະທຳຂອງພວກເຂົາທີ່ຖືກເປີດເຜີຍອອກມາ. ຜູ້ຄົນຄວນຈະສາມາດຮັບຮູ້ເຖິງດ້ານນີ້ໄດ້.

3. ຂາດກຽດສັກສີ ແລະ ບໍ່ຮູ້ຈັກຄວາມລະອາຍ

ມີຄວາມຮຽບງ່າຍໃນຄວາມເປັນມະນຸດທີ່ປົກກະຕິ, ແຕ່ຜູ້ຕໍ່ຕ້ານພຣະຄຣິສເປັນຄົນທີ່ຮຽບງ່າຍບໍ? ເຫັນໄດ້ຊັດເຈນວ່າບໍ່ແມ່ນ. ຄວາມແຝງຊົ່ວ, ຄວາມໂຫດຮ້າຍປ່າເຖື່ອນ ແລະ ການຕົວະຈົນເປັນນິໄສ ທີ່ພວກເຮົາຫາກໍໂອ້ລົມກັນໄປນັ້ນ ແມ່ນກົງກັນຂ້າມກັບຄວາມຮຽບງ່າຍ. ຄວາມຮຽບງ່າຍນັ້ນເຂົ້າໃຈໄດ້ງ່າຍ, ສະນັ້ນ ພວກເຮົາຈະບໍ່ໂອ້ລົມກ່ຽວກັບມັນ. ໃຫ້ພວກເຮົາໂອ້ລົມກ່ຽວກັບການມີກຽດສັກສີ. ການມີກຽດສັກສີເປັນສິ່ງທີ່ຄວນມີຢູ່ໃນຄວາມເປັນມະນຸດທີ່ປົກກະຕິ. ມັນໝາຍເຖິງການມີເຫດຜົນ. ຄຳທີ່ກົງກັນຂ້າມກັບການມີກຽດສັກສີແມ່ນຫຍັງ? (ບໍ່ຮູ້ຈັກຄວາມລະອາຍ.) ຄວາມໝາຍຂອງການບໍ່ຮູ້ຈັກຄວາມລະອາຍກໍຄືການໜ້າດ້ານ. ເວົ້າອີກຢ່າງໜຶ່ງກໍຄື ມັນສາມາດສະຫຼຸບໄດ້ວ່າເປັນການຂາດກຽດສັກສີ. ຜູ້ຕໍ່ຕ້ານພຣະຄຣິສກະທຳການໃດແດ່ ແລະ ມີການສະແດງອອກ ຫຼື ການປະຕິບັດສະເພາະໃດແດ່ທີ່ສະແດງໃຫ້ເຫັນວ່າພວກເຂົາຂາດກຽດສັກສີ ແລະ ບໍ່ຮູ້ຈັກຄວາມລະອາຍ? ຜູ້ຕໍ່ຕ້ານພຣະຄຣິສຍາດແຍ່ງສະຖານະກັບພຣະເຈົ້າຢ່າງເປີດເຜີຍ, ເຊິ່ງເປັນການຂາດກຽດສັກສີ ແລະ ບໍ່ຮູ້ຈັກຄວາມລະອາຍ. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ສາມາດຍາດແຍ່ງສະຖານະ ແລະ ຍາດແຍ່ງຜູ້ຄົນທີ່ພຣະເຈົ້າເລືອກຈາກພຣະເຈົ້າໄດ້ຢ່າງເປີດເຜີຍ. ບໍ່ວ່າຜູ້ຄົນຈະເຕັມໃຈ ຫຼື ບໍ່ກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຕ້ອງການຄວບຄຸມພວກເຂົາ. ບໍ່ວ່າພວກເຂົາຈະມີຄວາມສາມາດ ຫຼື ບໍ່ກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຕ້ອງການຍາດແຍ່ງສະຖານະ ແລະ ຫຼັງຈາກທີ່ໄດ້ຮັບມັນມາແລ້ວ, ພວກເຂົາກໍອາໄສຄຣິສຕະຈັກລ້ຽງຊີບ ແລະ ກິນ ແລະ ດື່ມຈາກຜູ້ຄົນທີ່ພຣະເຈົ້າເລືອກ, ໂດຍປ່ອຍໃຫ້ຜູ້ຄົນທີ່ພຣະເຈົ້າເລືອກລ້ຽງດູພວກເຂົາ ໂດຍທີ່ພວກເຂົາບໍ່ລົງມືເຮັດຫຍັງເລີຍ. ພວກເຂົາບໍ່ໄດ້ສະໜອງຊີວິດໃຫ້ແກ່ຜູ້ຄົນທີ່ພຣະເຈົ້າເລືອກເລີຍ, ແຕ່ຍັງຕ້ອງການນຳເອົາພວກເຂົາມາຢູ່ພາຍໃຕ້ອຳນາດຂອງພວກເຂົາ, ເຮັດໃຫ້ພວກເຂົາເຊື່ອຟັງ, ຮັບໃຊ້ ແລະ ເຮັດວຽກຖວາຍຊີວິດເພື່ອພວກເຂົາ ແລະ ພວກເຂົາຕ້ອງການສ້າງຕຳແໜ່ງຂອງພວກເຂົາເອງໃນໃຈຂອງຜູ້ຄົນ. ຖ້າເຈົ້າເວົ້າດີກ່ຽວກັບຄົນອື່ນ, ຖ້າເຈົ້າສັນລະເສີນຄວາມກະລຸນາອັນຍິ່ງໃຫຍ່, ພຣະຄຸນ, ພຣະພອນ ແລະ ຄວາມຊົງລິດອຳນາດຍິ່ງໃຫຍ່ຂອງພຣະເຈົ້າ, ພວກເຂົາກໍຈະຮູ້ສຶກບໍ່ມີຄວາມສຸກ ແລະ ບໍ່ພໍໃຈ. ພວກເຂົາຕ້ອງການໃຫ້ເຈົ້າຍົກຍ້ອງພວກເຂົາຢູ່ສະເໝີ, ໃຫ້ມີບ່ອນສຳລັບພວກເຂົາໃນໃຈຂອງເຈົ້າ, ໃຫ້ເຄົາລົບ ແລະ ເຊີດຊູພວກເຂົາ ແລະ ມັນຕ້ອງບໍລິສຸດຜຸດຜ່ອງ. ທຸກສິ່ງທີ່ເຈົ້າເຮັດຕ້ອງເປັນໄປເພື່ອພວກເຂົາ ແລະ ຄຳນຶງເຖິງພວກເຂົາ. ເຈົ້າຕ້ອງຈັດໃຫ້ພວກເຂົາຢູ່ແຖວໜ້າໃນທຸກໆເລື່ອງ, ໃນທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດ, ໂດຍຄຳນຶງເຖິງຄວາມຄິດ ແລະ ຄວາມຮູ້ສຶກຂອງພວກເຂົາ. ນີ້ບໍ່ແມ່ນການຂາດກຽດສັກສີ ແລະ ການບໍ່ຮູ້ຈັກຄວາມລະອາຍບໍ? ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ປະຕິບັດແບບນີ້ບໍ? (ແມ່ນແລ້ວ, ພວກເຂົາປະຕິບັດແບບນີ້.) ຍັງມີການສະແດງອອກອື່ນໃດອີກແດ່? ພວກເຂົາລັກ ແລະ ຜານເຄື່ອງຖວາຍ, ໂດຍຍຶດເອົາເຄື່ອງຖວາຍຂອງພຣະເຈົ້າມາເປັນຂອງຕົນເອງ. ສິ່ງນີ້ກໍເປັນການຂາດກຽດສັກສີ ແລະ ການບໍ່ຮູ້ຈັກຄວາມລະອາຍເຊັ່ນກັນ, ມັນຊັດເຈນຫຼາຍ!

ເມື່ອເວົ້າເຖິງການລັກເຄື່ອງຖວາຍ, ກໍມີເຫດການພິເສດເຫດການໜຶ່ງເກີດຂຶ້ນ. ມີອ້າຍເອື້ອຍນ້ອງບາງຄົນໄດ້ຖວາຍສິ່ງຂອງ ເຊິ່ງຖືກສົ່ງຕໍ່ໄປຍັງຄຣິສຕະຈັກແຫ່ງໜຶ່ງ ແລະ ຜູ້ດູແລເຄື່ອງຖວາຍກໍສັງເກດເຫັນວ່າມີສອງແກ້ວທີ່ບໍ່ມີສະຫຼາກບອກວ່າພວກມັນມີໄວ້ສຳລັບເບື້ອງເທິງ ແລະ ບໍ່ມີຄຳແນະນຳສະເພາະເຈາະຈົງ. ຍ້ອນບໍ່ຮູ້ວ່າພວກມັນແມ່ນຫຍັງ, ຄົນຜູ້ນີ້ຈຶ່ງເກັບພວກມັນໄວ້ໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ສົ່ງຕໍ່ໃຫ້ເບື້ອງເທິງ. ຕໍ່ມາ, ເມື່ອເຮົາຖາມວ່າລາວມີສິ່ງຂອງເຫຼົ່ານັ້ນ ຫຼື ບໍ່, ລາວກໍບອກວ່າລາວມີສອງແກ້ວ. ເຮົາຖາມວ່າເປັນຫຍັງລາວຈຶ່ງມີຂອງນັ້ນພ້ອມຢູ່ ແລະ ລາວກໍອະທິບາຍສະຖານະການວ່າ “ເນື່ອງຈາກສອງແກ້ວນີ້ມາໂດຍບໍ່ມີສະຫຼາກບອກວ່າພວກມັນແມ່ນຫຍັງ ຫຼື ບອກວ່າພວກມັນມີໄວ້ສຳລັບເບື້ອງເທິງ, ພວກເຮົາຈຶ່ງເກັບພວກມັນໄວ້ທີ່ນີ້. ຖ້າພວກມັນຕິດສະຫຼາກວ່າເປັນສິ່ງທີ່ພວກເຮົາສາມາດນຳໃຊ້ໄດ້, ພວກເຮົາກໍຈະເກັບໄວ້ ແລະ ນຳໃຊ້ພວກມັນ. ຖ້າພວກມັນສາມາດຂາຍໄດ້, ພວກເຮົາກໍຈະຂາຍພວກມັນ”. ພວກເຈົ້າຄິດແມ່ນຫຍັງຄືວ່າບັນຫາຢູ່ບ່ອນນີ້? ສິນຄ້າທີ່ມີຄ່າບາງຢ່າງຖືກສົ່ງມາທີ່ນີ້ຈາກສະຖານທີ່ຕ່າງໆ, ບາງຢ່າງກໍມີຄຳແນະນຳ ແລະ ຫຼາຍຢ່າງກໍບໍ່ມີຄຳແນະນຳ ຫຼື ສະຫຼາກ. ພາຍໃຕ້ສະຖານະການປົກກະຕິ, ຖ້າພວກເຈົ້າໃຊ້ການວິເຄາະຢ່າງມີເຫດຜົນ, ສິ່ງຂອງເຫຼົ່ານີ້ຄວນຖືກມອບໃຫ້ໃຜ? (ພວກມັນຄວນຖືກມອບໃຫ້ພຣະເຈົ້າເປັນເຄື່ອງຖວາຍ.) ຄົນທີ່ມີຄວາມມີເຫດຜົນທີ່ປົກກະຕິຄວນຄິດແບບນີ້. ເຖິງຢ່າງໃດກໍຕາມ, ມີຄົນເວົ້າວ່າ “ສິ່ງຂອງເຫຼົ່ານີ້ບໍ່ໄດ້ຖືກຕິດສະຫຼາກວ່າພວກມັນມີໄວ້ສຳລັບເບື້ອງເທິງ”. ໂດຍໄນແລ້ວ, ຄົນຜູ້ນັ້ນໝາຍຄວາມວ່າ “ພວກມັນບໍ່ໄດ້ມີໄວ້ສຳລັບເຈົ້າ. ພວກມັນມີຫຍັງກ່ຽວຂ້ອງກັບເຈົ້າ? ເນື່ອງຈາກພວກມັນບໍ່ໄດ້ຕິດສະຫຼາກໄວ້ສຳລັບເຈົ້າ, ຂ້ອຍຈຶ່ງມີສິດທີ່ຈະຈັດການກັບພວກມັນ. ຂ້ອຍຈະບໍ່ມອບພວກມັນໃຫ້ເຈົ້າ. ຖ້າຂ້ອຍຢາກຂາຍພວກມັນ, ຂ້ອຍກໍຈະຂາຍ. ຖ້າຂ້ອຍຢາກໃຊ້ພວກມັນ, ຂ້ອຍກໍຈະໃຊ້. ຖ້າຂ້ອຍບໍ່ຢາກໃຊ້ ຫຼື ຂາຍພວກມັນ, ຂ້ອຍກໍພຽງແຕ່ຈະປະພວກມັນໄວ້ບ່ອນນັ້ນ ແລະ ປ່ອຍໃຫ້ພວກມັນເສຍໄປລ້າໆ!” ນີ້ຄືມຸມມອງຂອງຜູ້ດູແລເຄື່ອງຖວາຍ. ພວກເຈົ້າຄິດແນວໃດກັບມຸມມອງນີ້? ມີຄົນທີ່ນຳເອົາສິ່ງຂອງທີ່ມີຄ່າເຫຼົ່ານີ້ມາຈາກບ່ອນໄກເພື່ອມອບໃຫ້ຄຣິສຕະຈັກ ຫຼື ມອບໃຫ້ບຸກຄົນໂດຍບໍ່ລະບຸວ່າຈະມອບໃຫ້ໃຜບໍ? (ບໍ່ມີ.) ໃຜຈະສະແດງຄວາມຮັກອັນຍິ່ງໃຫຍ່ແບບນັ້ນເພື່ອມອບສິ່ງຂອງທີ່ມີຄ່າໃຫ້ແກ່ຄຣິສຕະຈັກ, ໃຫ້ແກ່ເຮືອນຂອງພຣະເຈົ້າ ຫຼື ໃຫ້ແກ່ອ້າຍເອື້ອຍນ້ອງ? ຈົນເຖິງທຸກມື້ນີ້, ເຮົາຍັງບໍ່ເຄີຍເຫັນໃຜທີ່ມີຄວາມຮັກອັນຍິ່ງໃຫຍ່ແບບນັ້ນ ຫຼື ໃຜທີ່ມອບເຄື່ອງຖວາຍ ຫຼື ການບໍລິຈາກແບບນັ້ນເລີຍ. ແມ່ນແຕ່ສຳລັບສິ່ງຂອງທຳມະດາ ແລະ ລາຄາບໍ່ແພງ, ເຈົ້າກໍຍັງຕ້ອງຈ່າຍເງິນຊື້ພວກມັນມາ. ສະນັ້ນ, ກ່ຽວກັບສິນຄ້າທີ່ມີຄ່າເຫຼົ່ານີ້, ມີໃຜທີ່ເອົາພວກມັນໄປແຈກຈ່າຍໃຫ້ລ້າໆແບບບໍ່ໃສ່ໃຈບໍ? (ບໍ່ມີ.) ເຖິງແມ່ນວ່າຜູ້ທີ່ສົ່ງສິ່ງຂອງເຫຼົ່ານີ້ມາຈະບໍ່ໄດ້ລະບຸວ່າພວກມັນມີໄວ້ສຳລັບໃຜ, ຜູ້ຄົນກໍຄວນຮູ້ວ່າໃຜເປັນຜູ້ທີ່ຄວນໄດ້ຮັບພວກມັນ; ນີ້ຄືຄວາມມີເຫດຜົນທີ່ຄວນມີຢູ່ໃນຄວາມເປັນມະນຸດ. ຜູ້ດູແລເຄື່ອງຖວາຍຄວນຈັດການກັບເລື່ອງນີ້ແນວໃດ? ລາວຄວນຈັດການກັບສິ່ງຂອງເຫຼົ່ານີ້ແນວໃດ? ຢ່າງໜ້ອຍທີ່ສຸດ, ລາວຄວນຖາມເບື້ອງເທິງວ່າ “ພຣະອົງຕ້ອງການສິ່ງຂອງເຫຼົ່ານີ້ບໍ? ຖ້າບໍ່, ພວກຂ້ານ້ອຍຄວນຈັດການກັບພວກມັນແນວໃດ?” ພຽງແຕ່ມີສອງຄຳຖາມນີ້, ບັນຫາກໍສາມາດແກ້ໄຂໄດ້ແລ້ວ. ສອງຄຳຖາມນີ້ຈະລະບຸໄດ້ວ່າລັກສະນະຂອງຄົນຜູ້ນັ້ນມີຄວາມມີເຫດຜົນທີ່ປົກກະຕິ. ແຕ່ຜູ້ດູແລເຄື່ອງຖວາຍບໍ່ສາມາດແມ່ນແຕ່ຈະຖາມສອງຄຳຖາມທີ່ງ່າຍດາຍນີ້ ແລະ ລາວກໍບໍ່ມີຄວາມມີເຫດຜົນທີ່ຈຳເປັນທີ່ສຸດທີ່ຄົນເຮົາຄວນມີ. ເປັນຫຍັງລາວຈຶ່ງເຊື່ອວ່າສິ່ງຂອງເຫຼົ່ານີ້ມີໄວ້ສຳລັບຄຣິສຕະຈັກ? ລາວຍັງໄດ້ເພີ່ມອີກປະໂຫຍກໜຶ່ງວ່າ “ພວກມັນບໍ່ໄດ້ຖືກຕິດສະຫຼາກວ່າມີໄວ້ສຳລັບເບື້ອງເທິງ”. ນີ້ບໍ່ແມ່ນບັນຫາບໍ? ຄຳວ່າ “ພວກມັນບໍ່ໄດ້ຖືກຕິດສະຫຼາກວ່າມີໄວ້ສຳລັບເບື້ອງເທິງ” ບົ່ງບອກເຖິງຫຍັງ? ເປັນຫຍັງລາວຈຶ່ງເພີ່ມປະໂຫຍກນີ້ເຂົ້າໄປ? (ເພື່ອຫາເຫດຜົນສຳລັບການການທີ່ລາວຜານເຄື່ອງຖວາຍຂອງພຣະເຈົ້າແບບບໍ່ໃສ່ໃຈ.) ມັນເປັນແບບນັ້ນແທ້ໆ. ຄົນທີ່ເຮັດສິ່ງດັ່ງກ່າວສາມາດມີກຽດສັກສີໃນຄວາມເປັນມະນຸດຂອງພວກເຂົາຢ່າງແທ້ຈິງໄດ້ບໍ? ເຫັນໄດ້ຊັດເຈນວ່າບໍ່ມີ. ຄົນທີ່ປາສະຈາກລັກສະນະນີ້ມີຄວາມເປັນມະນຸດປະເພດໃດ? ນີ້ບໍ່ແມ່ນການຂາດກຽດສັກສີບໍ? ລາວບໍ່ຮູ້ແທ້ໆບໍວ່າສິ່ງເຫຼົ່ານີ້ແມ່ນເຄື່ອງຖວາຍ? ລາວຮູ້ວ່າສິ່ງເຫຼົ່ານີ້ແມ່ນເຄື່ອງຖວາຍ, ແຕ່ຍ້ອນວ່າລາວຂາດກຽດສັກສີໃນຄວາມເປັນມະນຸດຂອງລາວ, ລາວຈຶ່ງສາມາດເວົ້າຄຳເວົ້າດັ່ງກ່າວອອກມາໂດຍບໍ່ຮູ້ຈັກຄວາມລະອາຍ ແລະ ຫຼັງຈາກນັ້ນ, ລາວກໍສາມາດເພີດເພີນ, ຍຶດເອົາ ແລະ ຜານເຄື່ອງຖວາຍໄດ້ຕາມທຳມະຊາດ ແລະ ແບບບໍ່ໃສ່ໃຈ, ໂດຍອ້າງວ່າພວກມັນເປັນຂອງລາວເອງ. ມີພຽງແຕ່ຄົນທີ່ມີຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ເຜີຍການສະແດງອອກດັ່ງກ່າວອອກມາ.

ຜູ້ຕໍ່ຕ້ານພຣະຄຣິສຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ພວກເຂົາສະແດງອອກແນວໃດອີກວ່າພວກເຂົາບໍ່ມີກຽດສັກສີ ແລະ ບໍ່ຮູ້ຈັກຄວາມລະອາຍ? ເມື່ອພວກເຂົາເຮັດສິ່ງທີ່ຜິດ, ພວກເຂົາບໍ່ຮູ້ຈັກສຳນຶກຜິດ ແລະ ພວກເຂົາບໍ່ມີຄວາມຮູ້ສຶກຜິດໃນໃຈຂອງພວກເຂົາ. ພວກເຂົາບໍ່ໄດ້ໄຕ່ຕອງວ່າຈະແກ້ໄຂ ຫຼື ກັບໃຈແນວໃດ ແລະ ພວກເຂົາເຖິງຂັ້ນເຊື່ອວ່າການກະທຳຂອງພວກເຂົາເປັນສິ່ງທີ່ສົມເຫດສົມຜົນ. ເມື່ອປະເຊີນກັບການລິຮານ ຫຼື ການຖືກປົດອອກ, ພວກເຂົາກໍຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ. ພວກເຂົາໂຕ້ຖຽງຢ່າງບໍ່ຢຸດຢັ້ງ ແລະ ຫາຂໍ້ອ້າງເພື່ອໂຕ້ແຍ້ງ. ນີ້ຄືການຂາດກຽດສັກສີ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃດໆ; ໃນທຸກໆເລື່ອງ, ພວກເຂົາສັ່ງສອນຄົນອື່ນ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດດ້ວຍທິດສະດີທີ່ໄຮ້ສາລະ, ເຮັດໃຫ້ຄົນອື່ນຄິດວ່າພວກເຂົາເປັນຄົນຝ່າຍວິນຍານ ແລະ ເຂົ້າໃຈຄວາມຈິງ. ພວກເຂົາຍັງອວດອ້າງຢູ່ເລື້ອຍໆວ່າພວກເຂົາໄດ້ເຮັດວຽກ ແລະ ທົນທຸກຫຼາຍສໍ່າໃດ, ໂດຍກ່າວວ່າພວກເຂົາສົມຄວນໄດ້ຮັບພຣະຄຸນຂອງພຣະເຈົ້າ ແລະ ການຈັດຕ້ອນຮັບ ແລະ ການດູແລຈາກອ້າຍເອື້ອຍນ້ອງ, ດ້ວຍເຫດນີ້ຈຶ່ງອາໄສຄຣິສຕະຈັກລ້ຽງຊີບຄືກັບວ່າເປັນສິດທິຂອງຕົນ ແລະ ພວກເຂົາຍັງຕ້ອງການກິນ ແລະ ດື່ມຂອງແຊບ ແລະ ໄດ້ຮັບການປະຕິບັດເປັນພິເສດ. ນີ້ຄືການຂາດກຽດສັກສີ ແລະ ບໍ່ຮູ້ຈັກຄວາມລະອາຍ. ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າຈະເຫັນໄດ້ຢ່າງຊັດເຈນວ່າພວກເຂົາມີຄວາມສາມາດຕ່ຳ, ບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດຊອກຫາຫຼັກການຂອງການປະຕິບັດໄດ້, ພ້ອມທັງບໍ່ສາມາດເຮັດວຽກງານໃດໆໄດ້, ພວກເຂົາກໍອວດອ້າງວ່າຕົນເອງມີຄວາມສາມາດ ແລະ ເກັ່ງໃນທຸກຢ່າງ. ນີ້ບໍ່ແມ່ນການບໍ່ຮູ້ຈັກຄວາມລະອາຍບໍ? ເຖິງແມ່ນວ່າຈະເຫັນໄດ້ຢ່າງຊັດເຈນວ່າພວກເຂົາບໍ່ມີຫຍັງເລີຍ, ພວກເຂົາກໍທຳທ່າວ່າຮູ້ທຸກຢ່າງ ເພື່ອໃຫ້ຜູ້ຄົນນັບຖື ແລະ ເຊີດຊູພວກເຂົາ. ຖ້າຄົນໃດມີບັນຫາ ແຕ່ບໍ່ໄດ້ຂໍຄຳແນະນຳຈາກພວກເຂົາ ແລະ ໄປຖາມຄົນອື່ນແທນ, ພວກເຂົາກໍຈະໃຈຮ້າຍ, ອິດສາ ແລະ ຄຽດແຄ້ນ, ໂດຍຊອກຫາທຸກວິທີທາງທີ່ເປັນໄປໄດ້ເພື່ອທໍລະມານຄົນຜູ້ນັ້ນ. ນີ້ບໍ່ແມ່ນການບໍ່ຮູ້ຈັກຄວາມລະອາຍບໍ? ເຫັນໄດ້ຢ່າງຊັດເຈນວ່າພວກເຂົາມັກຕົວະ, ມີອຸປະນິໄສທີ່ເສື່ອມຊາມຕ່າງໆ, ແຕ່ພວກເຂົາກໍທຳທ່າວ່າພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມ, ວ່າພວກເຂົາເປັນທີ່ພໍໃຈຂອງພຣະເຈົ້າ ແລະ ເປັນທີ່ຮັກຂອງພຣະອົງ; ໃນທຸກໆເລື່ອງ, ພວກເຂົາທຳທ່າວ່າພວກເຂົາສາມາດທົນທຸກໄດ້ດີຫຼາຍ, ວ່າພວກເຂົາສາມາດອ່ອນນ້ອມ, ວ່າພວກເຂົາສາມາດຍອມຮັບຄວາມຈິງ ແລະ ການລິຮານ, ວ່າພວກເຂົາບໍ່ຢ້ານວຽກໜັກ ຫຼື ການຕຳໜິ ແລະ ວ່າພວກເຂົາບໍ່ເຄີຍຈົ່ມວ່າ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາເຕັມໄປດ້ວຍຄວາມຄຽດແຄ້ນ. ເຖິງແມ່ນວ່າຈະເຫັນໄດ້ຊັດເຈນວ່າພວກເຂົາບໍ່ສາມາດໂອ້ລົມຄວາມເຂົ້າໃຈໃດໆໄດ້ ຫຼື ເວົ້າກ່ຽວກັບຄວາມຈິງໃດໆໄດ້ຢ່າງຊັດເຈນ ແລະ ພວກເຂົາຂາດຄຳພະຍານຈາກປະສົບການ, ພວກເຂົາກໍທຳທ່າ ແລະ ຫຼອກລວງ, ເວົ້າແບບໄຮ້ສາລະກ່ຽວກັບຄວາມຮູ້ກ່ຽວກັບຕົນເອງ ເພື່ອເຮັດໃຫ້ຜູ້ຄົນເບິ່ງວ່າພວກເຂົາເປັນຄົນຝ່າຍວິນຍານຫຼາຍ ແລະ ມີຄວາມເຂົ້າໃຈຫຼາຍ. ນີ້ບໍ່ແມ່ນການບໍ່ຮູ້ຈັກຄວາມລະອາຍບໍ? ພວກເຂົາເຫັນໄດ້ຊັດເຈນວ່າມີບັນຫາຫຼາຍຢ່າງ ແລະ ມີຄວາມເປັນມະນຸດທີ່ບໍ່ດີ, ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໂດຍບໍ່ມີຄວາມຈົງຮັກພັກດີ ແລະ ພວກເຂົາອາໄສພຽງສະຕິປັນຍາ ແລະ ຄວາມສະຫຼາດເລັກໆນ້ອຍໆຂອງຕົນເອງໃນວຽກງານໃດກໍຕາມທີ່ພວກເຂົາເຮັດ, ບໍ່ໄດ້ສະແຫວງຫາຄວາມຈິງເລີຍ, ແຕ່ພວກເຂົາກໍຍັງເຊື່ອວ່າພວກເຂົາແບກຮັບພາລະ, ວ່າພວກເຂົາເປັນຄົນຝ່າຍວິນຍານຫຼາຍ ແລະ ມີຄວາມສາມາດ ແລະ ວ່າພວກເຂົາເໜືອກວ່າຄົນສ່ວນໃຫຍ່. ນີ້ບໍ່ແມ່ນການບໍ່ຮູ້ຈັກຄວາມລະອາຍບໍ? ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກເຖິງການຂາດຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາບໍ່ໄດ້ເປີດເຜີຍສິ່ງດັ່ງກ່າວຢູ່ເລື້ອຍໆບໍ? ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາຂາດຄວາມເຂົ້າໃຈໃນຫຼັກການຄວາມຈິງ ແລະ ບໍ່ວ່າພວກເຂົາຈະເຮັດວຽກງານໃດກໍຕາມ, ພວກເຂົາກໍບໍ່ສາມາດຊອກຫາຫຼັກການຂອງການປະຕິບັດໃດໆໄດ້, ແຕ່ພວກເຂົາກໍປະຕິເສດທີ່ຈະສະແຫວງຫາ ຫຼື ໂອ້ລົມ; ພວກເຂົາອາໄສຄວາມສະຫຼາດ, ປະສົບການ ແລະ ສະຕິປັນຍາຂອງຕົນເອງເພື່ອເຮັດວຽກໃຫ້ສຳເລັດ. ພວກເຂົາເຖິງຂັ້ນປາຖະໜາທີ່ຈະເປັນຜູ້ນຳ, ເພື່ອຊີ້ນຳຄົນອື່ນ ແລະ ເພື່ອໃຫ້ທຸກຄົນເຊື່ອຟັງພວກເຂົາ ແລະ ພວກເຂົາກໍໃຈຮ້າຍ ແລະ ລະເບີດອາລົມອອກມາ ເມື່ອມີຄົນບໍ່ເຊື່ອຟັງ. ນີ້ບໍ່ແມ່ນການບໍ່ຮູ້ຈັກຄວາມລະອາຍບໍ? ເພາະວ່າພວກເຂົາມີຄວາມທະເຍີທະຍານ, ມີພອນສະຫວັນ ແລະ ມີຄວາມສະຫຼາດເລັກນ້ອຍ, ພວກເຂົາຈຶ່ງຕ້ອງການໂດດເດັ່ນໃນເຮືອນຂອງພຣະເຈົ້າຢູ່ສະເໝີ ແລະ ຕ້ອງການໃຫ້ເຮືອນຂອງພຣະເຈົ້າຈັດໃຫ້ພວກເຂົາຢູ່ໃນຕຳແໜ່ງທີ່ສຳຄັນ ແລະ ບົ່ມເພາະພວກເຂົາ. ຖ້າພວກເຂົາບໍ່ໄດ້ຮັບການບົ່ມເພາະ, ພວກເຂົາກໍຈະຮູ້ສຶກບໍ່ພໍໃຈ ແລະ ຄຽດແຄ້ນ, ໂດຍຈົ່ມວ່າເຮືອນຂອງພຣະເຈົ້າບໍ່ຍຸຕິທຳ, ວ່າບໍ່ມີຜູ້ທີ່ເບິ່ງຄວາມສາມາດຂອງຄົນອອກໃນເຮືອນຂອງພຣະເຈົ້າ ເພື່ອທີ່ຈະຄົ້ນພົບຄວາມສາມາດອັນໂດດເດັ່ນຂອງພວກເຂົາ. ຖ້າພວກເຂົາບໍ່ໄດ້ຮັບການບົ່ມເພາະ, ພວກເຂົາກໍບໍ່ຢາກເຮັດວຽກໜັກເພື່ອປະຕິບັດໜ້າທີ່ຂອງພວກເຂົາ, ທົນທຸກລຳບາກ ຫຼື ຈ່າຍລາຄາ; ແທນທີ່ຈະເປັນແນວນັ້ນ, ພວກເຂົາພຽງແຕ່ຕ້ອງການໃຊ້ເລ່ຫຼ່ຽມເພື່ອຫຼີກລ່ຽງການເຮັດວຽກ. ໃນໃຈຂອງພວກເຂົາ, ພວກເຂົາຫວັງວ່າຈະມີຄົນໃນເຮືອນຂອງພຣະເຈົ້າທີ່ຈະນັບຖື ແລະ ຍົກຍ້ອງພວກເຂົາ, ເຮັດໃຫ້ພວກເຂົາສາມາດເໜືອກວ່າຄົນອື່ນ ແລະ ດຳເນີນການຕາມແຜນການອັນຍິ່ງໃຫຍ່ຂອງພວກເຂົາທີ່ນີ້. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມທະເຍີທະຍານ ແລະ ຄວາມປາຖະໜາບໍ? ນີ້ບໍ່ແມ່ນການບໍ່ຮູ້ຈັກຄວາມລະອາຍບໍ? ນີ້ບໍ່ແມ່ນການສະແດງອອກທີ່ພົບເຫັນຫຼາຍທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຖ້າເຈົ້າມີຄວາມສາມາດຢ່າງແທ້ຈິງ, ເຈົ້າກໍຄວນໄລ່ຕາມຄວາມຈິງ, ສຸມໃສ່ການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ຜູ້ຄົນທີ່ພຣະເຈົ້າເລືອກກໍຈະນັບຖືເຈົ້າໂດຍທຳມະຊາດ. ຖ້າເຈົ້າບໍ່ມີຄວາມຈິງເລີຍ ແລະ ຍັງຄົງຕ້ອງການໂດດເດັ່ນຢູ່ສະເໝີ, ນັ້ນກໍເປັນການຂາດເຫດຜົນເກີນໄປ! ຖ້າເຈົ້າຍັງມີຄວາມທະເຍີທະຍານ ແລະ ຄວາມປາຖະໜາອີກດ້ວຍ ແລະ ຕ້ອງການທຸ້ມເທສຸດຕົວກັບມັນຢູ່ສະເໝີ, ເຈົ້າກໍຈະຕ້ອງລົ້ມລົງຢ່າງແນ່ນອນ. ໂດຍທີ່ເຄີຍມີສະຖານະ ແລະ ຊື່ສຽງໃນສັງຄົມ, ບາງຄົນກໍຕ້ອງການອອກຄຳສັ່ງ, ເປັນຜູ້ຕັດສິນທຸກຢ່າງ ແລະ ເຮັດໃຫ້ທຸກຄົນເຊື່ອຟັງຄຳສັ່ງຂອງພວກເຂົາ ຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າ ແລະ ເຂົ້າສູ່ເຮືອນຂອງພຣະອົງ. ພວກເຂົາຕ້ອງການອ້າງອີງຄຸນວຸດທິ ແລະ ຄຸນສົມບັດຂອງຕົນ, ພວກເຂົາຖືວ່າທຸກຄົນຕ່ຳຕ້ອຍກວ່າພວກເຂົາ ແລະ ຄິດວ່າທຸກຄົນຄວນຢູ່ພາຍໃຕ້ອຳນາດຂອງພວກເຂົາ. ນີ້ບໍ່ແມ່ນການບໍ່ຮູ້ຈັກຄວາມລະອາຍບໍ? ແມ່ນແລ້ວ. ເມື່ອບາງຄົນໄດ້ຮັບຜົນບາງຢ່າງ ແລະ ມີສ່ວນຮ່ວມບາງຢ່າງ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຕ້ອງການໃຫ້ອ້າຍເອື້ອຍນ້ອງປະຕິບັດຕໍ່ພວກເຂົາດ້ວຍຄວາມເຄົາລົບຢ່າງສູງ, ໃນຖານະຜູ້ອາວຸໂສ, ບຸກຄົນລະດັບສູງ ແລະ ບຸກຄົນພິເສດຢູ່ສະເໝີ. ພວກເຂົາເຖິງຂັ້ນຕ້ອງການໃຫ້ຜູ້ຄົນເຊີດຊູພວກເຂົາ, ຕິດຕາມພວກເຂົາ ແລະ ເຊື່ອຟັງພວກເຂົາ. ພວກເຂົາປາຖະໜາທີ່ຈະກາຍເປັນຜູ້ນຳໃນຄຣິສຕະຈັກ; ພວກເຂົາຕ້ອງການມີສິດຕັດສິນທຸກຢ່າງ, ເພື່ອຕັດສິນ ແລະ ເປັນຜູ້ຕັດສິນຊີ້ຂາດໃນທຸກເລື່ອງ. ຖ້າບໍ່ມີໃຜເຊື່ອຟັງ ຫຼື ຮັບເອົາສິ່ງທີ່ພວກເຂົາເວົ້າ, ພວກເຂົາກໍຕ້ອງການປະຖິ້ມວຽກງານຂອງຕົນ, ທັງທຳລາຍ ແລະ ຫົວຂວັນຄົນອື່ນທຸກຄົນ. ນີ້ບໍ່ແມ່ນການບໍ່ຮູ້ຈັກຄວາມລະອາຍບໍ? ນອກຈາກຈະບໍ່ຮູ້ຈັກຄວາມລະອາຍແລ້ວ, ພວກເຂົາຍັງມີຄວາມມຸ່ງຮ້າຍເປັນພິເສດອີກ, ຄົນເຫຼົ່ານີ້ຄືຜູ້ຕໍ່ຕ້ານພຣະຄຣິສ.

ການສະແດງອອກເຖິງການບໍ່ຮູ້ຈັກຄວາມລະອາຍໃນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສນີ້ແມ່ນແຜ່ຫຼາຍເກີນໄປ. ຄົນສ່ວນໃຫຍ່ສະແດງອອກໃນລະດັບໃດໜຶ່ງ, ແຕ່ບໍ່ພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສຈະມີການສະແດງອອກນີ້, ພວກເຂົາຍັງບໍ່ເຄີຍຮັບຮູ້ວ່າທຳມະຊາດຂອງມັນຮ້າຍແຮງສໍ່າໃດ, ທັງບໍ່ກັບໃຈ, ບໍ່ພະຍາຍາມສຳຫຼວດຕົນເອງ ຫຼື ກະບົດຕໍ່ມັນ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຖືວ່າມັນເປັນເລື່ອງທຳມະຊາດ, ເຊິ່ງກໍຄືການທີ່ພວກເຂົາປະຕິເສດທີ່ຈະຍອມຮັບຄວາມຈິງ. ບໍ່ວ່າພຶດຕິກຳຂອງພວກເຂົາຈະບໍ່ຮູ້ຈັກຄວາມລະອາຍ, ຂາດເຫດຜົນ, ໜ້າລັງກຽດ ແລະ ໜ້າກຽດຊັງສໍ່າໃດກໍຕາມ, ພວກເຂົາກໍຍັງເຊື່ອວ່າມັນເປັນທຳມະຊາດ ແລະ ສົມເຫດສົມຜົນ. ພວກເຂົາຄິດວ່າມັນສົມເຫດສົມຜົນ ແລະ ພວກເຂົາສົມຄວນທີ່ຈະນຳພາ ຍ້ອນພອນສະຫວັນ ແລະ ຄວາມສາມາດຂອງພວກເຂົາ ແລະ ພວກເຂົາຄວນອ້າງອີງຄວາມເປັນອາວຸໂສຂອງຕົນ ແລະ ຄົນອື່ນກໍຄວນເຊື່ອຟັງພວກເຂົາ ຍ້ອນການປະກອບສ່ວນຂອງພວກເຂົາ ແລະ ພວກເຂົາບໍ່ເຫັນວ່າສິ່ງນີ້ເປັນສິ່ງທີ່ບໍ່ຮູ້ຈັກຄວາມລະອາຍ. ນີ້ບໍ່ແມ່ນວ່າພວກເຂົາໝົດຫວັງແລ້ວບໍ? ນີ້ບໍ່ແມ່ນຄວາມເປັນມະນຸດທີ່ປົກກະຕິ; ນີ້ຄືລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ. ສ່ວນບຸກຄົນທີ່ເສື່ອມຊາມທຳມະດາອາດຈະມີການສະແດງອອກ ແລະ ຄວາມຄິດເຫຼົ່ານີ້ບໍ່ຫຼາຍກໍໜ້ອຍ ແລະ ໃນລະດັບຄວາມຮຸນແຮງທີ່ແຕກຕ່າງກັນ, ແຕ່ຜ່ານການອ່ານພຣະທຳຂອງພຣະເຈົ້າ ແລະ ການຍອມຮັບ ແລະ ການເຂົ້າໃຈຄວາມຈິງ, ພວກເຂົາກໍຮັບຮູ້ວ່າສິ່ງດັ່ງກ່າວບໍ່ແມ່ນສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ. ພວກເຂົາຍັງຮັບຮູ້ອີກວ່າ ເມື່ອແນວຄິດ, ຄວາມຄິດ, ແຜນການ ຫຼື ຂໍ້ຮຽກຮ້ອງທີ່ບໍ່ມີເຫດຜົນດັ່ງກ່າວເກີດຂຶ້ນ, ພວກເຂົາກໍຄວນກະບົດຕໍ່ພວກມັນ, ປະຖິ້ມພວກມັນ, ຫັນປ່ຽນພວກມັນ, ຮຽນຮູ້ທີ່ຈະກັບໃຈ, ຍອມຮັບຄວາມຈິງ ແລະ ປະຕິບັດຕາມຄວາມຈິງ. ຄວາມແຕກຕ່າງລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ບຸກຄົນທີ່ເສື່ອມຊາມທຳມະດາແມ່ນຫຍັງ? ຄວາມແຕກຕ່າງຄື: ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີທາງເຊື່ອວ່າແນວຄິດ, ຄວາມຄິດ ແລະ ຄວາມປາຖະໜາຂອງພວກເຂົາເປັນສິ່ງທີ່ຜິດ, ຖືກກ່າວໂທດ ແລະ ເປັນທີ່ໜ້າລັງກຽດຂອງພຣະເຈົ້າ ຫຼື ວ່າພວກມັນເປັນສິ່ງທີ່ເປັນລົບທີ່ເປັນຂອງຊາຕານ. ດ້ວຍເຫດນີ້, ພວກເຂົາຈຶ່ງບໍ່ເຄີຍປະຖິ້ມຄວາມຄິດ ຫຼື ຄວາມເຊື່ອເຫຼົ່ານີ້. ແທນທີ່ຈະເປັນແນວນັ້ນ, ພວກເຂົາຍັງຄົງຍຶດໝັ້ນໃນພວກມັນ, ພວກເຂົາບໍ່ໄດ້ກະບົດຕໍ່ພວກມັນ ແລະ ແນ່ນອນວ່າພວກເຂົາບໍ່ໄດ້ຍອມຮັບສິ່ງທີ່ຖືກຕ້ອງ ແລະ ເປັນບວກ ແລະ ປ່ອຍໃຫ້ສິ່ງນີ້ກາຍເປັນການປະຕິບັດທີ່ພວກເຂົາຄວນມີ ແລະ ຫຼັກການທີ່ພວກເຂົາຄວນຍຶດໝັ້ນ. ນີ້ຄືຄວາມແຕກຕ່າງລະຫວ່າງຜູ້ຕໍ່ຕ້ານພຣະຄຣິສ ແລະ ບຸກຄົນທີ່ເສື່ອມຊາມທຳມະດາ. ລອງເບິ່ງອ້ອມຮອບຕົວ: ຜູ້ໃດກໍຕາມທີ່ບໍ່ຮູ້ຈັກຄວາມລະອາຍແບບນີ້, ແຕ່ບໍ່ເຄີຍຮັບຮູ້ ຫຼື ແມ່ນແຕ່ມີຄວາມສຳນຶກໃດໆກ່ຽວກັບມັນ, ກໍຄືຜູ້ຕໍ່ຕ້ານພຣະຄຣິສນັ້ນເອງ.

ຜູ້ຕໍ່ຕ້ານພຣະຄຣິສມີລັກສະນະສະເພາະທີ່ເເປັນແບບສະບັບອີກຢ່າງໜຶ່ງທີ່ຜູ້ຄົນແຍກແຍະໄດ້ງ່າຍຫຼາຍ ນັ້ນກໍຄື: ພວກເຂົາຂາດຄວາມຮູ້ສຶກລະອາຍ. ດັ່ງທີ່ໄດ້ຂຽນໄວ້ໃນຄຳພີໄບເບິນວ່າ: “ຄົນຊົ່ວຮ້າຍເຮັດໜ້າດ້ານ” (ສຸພາສິດ 21:29). ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ເປັນຄົນຊົ່ວຊ້າຢ່າງແທ້ຈິງ. ຜູ້ຕໍ່ຕ້ານພຣະຄຣິສເປັນຄົນໄຮ້ຢາງອາຍ; ບໍ່ວ່າພວກເຂົາຈະເຮັດສິ່ງທີ່ບໍ່ຮູ້ຈັກຄວາມລະອາຍ, ບໍ່ໃສ່ໃຈຄວາມຮູ້ສຶກຂອງຜູ້ຄົນ ແລະ ຂັດກັບຄວາມຈິງຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສຳນຶກເຖິງສິ່ງນີ້ ແລະ ບໍ່ຮັບຮູ້ມັນ. ພວກເຂົາບໍ່ຍອມຮັບສິ່ງທີ່ຖືກຕ້ອງ ຫຼື ເປັນບວກ ແລະ ພວກເຂົາບໍ່ປະຖິ້ມມຸມມອງ ແລະ ການປະຕິບັດທີ່ຜິດໆຂອງພວກເຂົາ; ແຕ່ກົງກັນຂ້າມ, ພວກເຂົາຍັງຄົງຍຶດໝັ້ນໃນສິ່ງເຫຼົ່ານັ້ນຈົນເຖິງທີ່ສຸດ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເປັນ. ພວກເຈົ້າຢູ່ໃນສະຖານະການໃດ? ເມື່ອພວກເຈົ້າມີຂໍ້ຮຽກຮ້ອງທີ່ບໍ່ມີເຫດຜົນເຫຼົ່ານີ້, ຄວາມຄິດທີ່ໜ້າດ້ານ, ເຈດຕະນາ ແລະ ແນວຄິດທີ່ພຣະເຈົ້າກຽດຊັງ, ພວກເຈົ້າສຳນຶກໄດ້ບໍວ່າພຣະເຈົ້າກຽດຊັງສິ່ງເຫຼົ່ານີ້ ແລະ ດັ່ງນັ້ນຈຶ່ງສາມາດກະບົດຕໍ່ສິ່ງເຫຼົ່ານັ້ນ ແລະ ປະຖິ້ມສິ່ງເຫຼົ່ານັ້ນໄດ້? ຫຼື ຫຼັງຈາກທີ່ໄດ້ຍິນຄວາມຈິງແລ້ວ, ພວກເຈົ້າປະຕິເສດທີ່ຈະປະຖິ້ມສິ່ງເຫຼົ່ານັ້ນ, ຍັງຄົງຍຶດໝັ້ນໃນສິ່ງເຫຼົ່ານັ້ນ ແລະ ຄິດວ່າພວກເຈົ້າເຮັດຖືກບໍ? (ເມື່ອຂ້ານ້ອຍສຳນຶກໄດ້ ຂ້ານ້ອຍກໍສາມາດເຊື່ອມໂຍງສິ່ງເຫຼົ່ານັ້ນກັບພຣະທຳຂອງພຣະເຈົ້າ ແລະ ຮູ້ສຶກວ່າຄວາມຄິດເຫຼົ່ານີ້ຂ້ອນຂ້າງໜ້າລັງກຽດ ແລະ ບໍ່ຮູ້ຈັກຄວາມລະອາຍ ແລະ ຂ້ານ້ອຍກໍສາມາດອະທິຖານ ແລະ ກະບົດຕໍ່ສິ່ງເຫຼົ່ານັ້ນໄດ້.) ຜູ້ທີ່ສາມາດອະທິຖານ ແລະ ກະບົດຕໍ່ສິ່ງເຫຼົ່ານັ້ນໄດ້ຢ່າງມີສະຕິບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ; ສ່ວນຜູ້ທີ່ບໍ່ເຄີຍອະທິຖານ ຫຼື ກະບົດຕໍ່ສິ່ງເຫຼົ່ານັ້ນ, ແຕ່ເຮັດຕາມຄວາມຄິດຂອງຕົນເອງ, ຕໍ່ຕ້ານພຣະເຈົ້າໃນໃຈຂອງພວກເຂົາ ແລະ ປະຕິເສດທີ່ຈະຍອມຮັບຄວາມຈິງ ກໍຄືຜູ້ຕໍ່ຕ້ານພຣະຄຣິສແບບສະບັບ. ບໍ່ວ່າສິ່ງທີ່ພວກເຂົາໄດ້ເຮັດຈະໜ້າດ້ານສໍ່າໃດກໍຕາມ, ພວກເຂົາກໍປະຕິເສດທີ່ຈະຍອມຮັບຜິດ ຫຼື ຮັບຮູ້ສິ່ງເຫຼົ່ານັ້ນ. ມັນບໍ່ຊັດເຈນບໍວ່າຄົນເຫຼົ່ານີ້ຄືຜູ້ທີ່ບໍ່ຍອມຮັບສິ່ງທີ່ເປັນບວກ ແຕ່ຮັກສິ່ງທີ່ເປັນລົບ ແລະ ຊົ່ວຊ້າ? ພວກເຈົ້າບໍ່ສາມາດແຍກແຍະໄດ້ບໍວ່າພວກເຈົ້າຕົກຢູ່ໃນໝວດໃດ ຫຼື ພວກເຈົ້າບໍ່ເຄີຍມີຄວາມຄິດທີ່ບໍ່ຮູ້ຈັກຄວາມລະອາຍເຫຼົ່ານີ້ເລີຍ? (ຂ້ານ້ອຍເຄີຍມີຄວາມຄິດເຫຼົ່ານີ້ ແລະ ຫຼັງຈາກທີ່ສຳນຶກໄດ້, ຂ້ານ້ອຍກໍສາມາດອະທິຖານຕໍ່ພຣະເຈົ້າ ແລະ ກະບົດຕໍ່ຄວາມຄິດເຫຼົ່ານັ້ນໄດ້. ບາງຄັ້ງຂ້ານ້ອຍກໍບໍ່ໄດ້ສຳນຶກເຖິງພວກມັນ, ຂ້ານ້ອຍໄດ້ກະທຳ ຫຼື ເວົ້າໂດຍບໍ່ຮູ້ສຶກວ່າພວກມັນບໍ່ຮູ້ຈັກຄວາມລະອາຍ ແລະ ມາຮູ້ສຶກໂຕໃນພາຍຫຼັງ ເມື່ອຂ້ານ້ອຍຖືກເປີດໂປງ, ຈາກນັ້ນຂ້ານ້ອຍກໍສາມາດອະທິຖານ ແລະ ກະບົດຕໍ່ຄວາມຄິດເຫຼົ່ານັ້ນໄດ້.) ຖ້າພວກເຈົ້າບໍ່ສຳນຶກວ່າສິ່ງເຫຼົ່ານີ້ໜ້າດ້ານ, ນັ້ນກໍບໍ່ແມ່ນບັນຫາ; ຖ້າພວກເຈົ້າສຳນຶກໄດ້ ແຕ່ຍັງບໍ່ຍອມຮັບຄວາມຈິງ ຫຼື ກະບົດຕໍ່ຕົນເອງ, ແລ້ວນີ້ກໍເປັນບັນຫາທີ່ຮ້າຍແຮງ. ສ່ວນໃຫຍ່ແລ້ວ, ພວກເຈົ້າມຶນຊາ, ບໍ່ສາມາດເຊື່ອມໂຍງສິ່ງນີ້ກັບພຣະທຳຂອງພຣະເຈົ້າ ແລະ ບໍ່ສຳນຶກໄດ້ວ່າບັນຫາຂອງພວກເຈົ້າແມ່ນຫຍັງ. ແຕ່ຖ້າພວກເຈົ້າຮູ້ສຶກຜິດ ແລະ ຖືກຕຳໜິໃນໃຈທັນທີ ເມື່ອພວກເຈົ້າສຳນຶກໄດ້ ແລະ ຮູ້ສຶກລະອາຍເກີນກວ່າທີ່ຈະພົບໜ້າໃຜ ແລະ ຄິດວ່າຕົນເອງໜ້າລັງກຽດ, ຕ່ຳຊ້າ ແລະ ມີລັກສະນະທີ່ຕ່ຳຕ້ອຍ ແລະ ດັ່ງນັ້ນພວກເຈົ້າຈຶ່ງກຽດຊັງ ແລະ ຮູ້ສຶກລັງກຽດຕົນເອງ, ແລ້ວໄຕ່ຕອງວ່າຈະປ່ຽນແປງ ແລະ ປະຖິ້ມສິ່ງເຫຼົ່ານີ້ໄດ້ແນວໃດ, ນີ້ກໍເປັນສະຖານະການທີ່ປົກກະຕິ. ຖ້າເຈົ້າສາມາດກະບົດຕໍ່ຕົນເອງໄດ້ ເມື່ອເຈົ້າສຳນຶກໄດ້, ແລ້ວເຈົ້າກໍມີຄວາມຫວັງໃນຄວາມລອດພົ້ນ. ຖ້າເຈົ້າສຳນຶກໄດ້ ແລະ ຍັງບໍ່ກະບົດຕໍ່ຕົນເອງ, ເຈົ້າກໍບໍ່ມີຄວາມຫວັງໃນຄວາມລອດພົ້ນ. ການທີ່ຄົນເຮົາຈະສາມາດລອດພົ້ນໄດ້ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າພວກເຂົາສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່. ບາງຄົນອາດຈະເວົ້າວ່າ: “ຂ້ານ້ອຍມຶນຊາ ແລະ ເບົາປັນຍາ, ມີຄວາມສາມາດທີ່ບໍ່ດີ, ແຕ່ຕາບໃດທີ່ຂ້ານ້ອຍເຂົ້າໃຈສິ່ງທີ່ຂ້ານ້ອຍໄດ້ຍິນພຽງເລັກນ້ອຍ, ຂ້ານ້ອຍກໍສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ກະບົດຕໍ່ຕົນເອງໄດ້”. ຄົນດັ່ງກ່າວສາມາດລອດພົ້ນໄດ້. ບໍ່ວ່າຄວາມສາມາດຂອງຄົນເຮົາຈະດີສໍ່າໃດ ຫຼື ພວກເຂົາຈະເຂົ້າໃຈຄວາມຈິງຫຼາຍສໍ່າໃດກໍຕາມ, ຖ້າພວກເຂົາຍັງດື້ດ້ານທີ່ຈະບໍ່ປະຕິບັດ ຫຼື ຍອມຮັບຄວາມຈິງ ແລະ ຕໍ່ຕ້ານ ແລະ ຄັດຄ້ານມັນໃນໃຈຂອງພວກເຂົາ, ແລ້ວມັນກໍຈົບສິ້ນ, ພວກເຂົາກໍໝົດຫວັງແລ້ວ. ການບໍ່ຮູ້ຈັກຄວາມລະອາຍກໍເປັນລັກສະນະສະເພາະຢ່າງໜຶ່ງຂອງລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ. ລອງເບິ່ງວ່າມີຄົນດັ່ງກ່າວຢູ່ອ້ອມຕົວພວກເຈົ້າ ຫຼື ບໍ່ ແລະ ຈາກນັ້ນກໍກວດສອບຕົນເອງ ເພື່ອຕັດສິນວ່າພວກເຈົ້າຕົກຢູ່ໃນໝວດນີ້ ຫຼື ບໍ່, ຖ້າພວກເຈົ້າຮູ້ສຶກຢູ່ຕະຫຼອດເວລາວ່າພວກເຈົ້າສົມບູນແບບ ແລະ ຍິ່ງໃຫຍ່, ຖ້າພວກເຈົ້າຖືວ່າຕົນເອງເປັນຜູ້ຊ່ວຍໃຫ້ລອດຢູ່ສະເໝີ, ຖ້າພວກເຈົ້າປາຖະໜາທີ່ຈະຖືກຈັດໄວ້ສູງເໜືອທຸກຄົນຢູ່ສະເໝີ, ຖ້າພວກເຈົ້າກະຕືລືລົ້ນທີ່ຈະປຽບທຽບຕົນເອງກັບຄົນອື່ນໃນກຸ່ມໃດກໍຕາມ ເພື່ອເບິ່ງວ່າພວກເຈົ້າຢືນຢູ່ສູງສໍ່າໃດ ແລະ ບໍ່ວ່າໃນທີ່ສຸດແລ້ວພວກເຈົ້າຈະສາມາດເໜືອກວ່າຄົນອື່ນໄດ້ ຫຼື ບໍ່ກໍຕາມ, ພວກເຈົ້າກໍປາຖະໜາທີ່ຈະໂດດເດັ່ນ ແລະ ຕ້ອງການໄດ້ຮັບການນັບຖືຢ່າງສູງຈາກຄົນອື່ນ, ເພື່ອໂດດເດັ່ນຈາກຝູງຊົນ ແລະ ກາຍເປັນສະມາຊິກພິເສດຂອງກຸ່ມ. ແມ່ນຫຍັງທີ່ເຮັດໃຫ້ເຈົ້າພິເສດ? ເຈົ້າມີເຂົາງອກເທິງຫົວຂອງເຈົ້າ ຫຼື ມີສາມຕາ ຫຼື ມີສາມຫົວ ແລະ ຫົກແຂນບໍ? ບໍ່ມີຫຍັງທີ່ພິເສດກ່ຽວກັບຕົວເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງຮູ້ສຶກຢູ່ສະເໝີວ່າເຈົ້າໂດດເດັ່ນ ແລະ ເຈົ້າເປັນເອກະລັກ? ນີ້ຄືການບໍ່ຮູ້ຈັກຄວາມລະອາຍ. ໃນດ້ານໜຶ່ງ, ບໍ່ມີຫຍັງພິເສດໂດຍສະເພາະກ່ຽວກັບຂີດຄວາມສາມາດທາງຮ່າງກາຍທີ່ມີມາແຕ່ກຳເນີດຂອງເຈົ້າ ແລະ ໃນອີກດ້ານໜຶ່ງ, ບໍ່ມີຫຍັງພິເສດໂດຍສະເພາະກ່ຽວກັບຄວາມສາມາດຂອງເຈົ້າ. ສິ່ງທີ່ສຳຄັນກວ່ານັ້ນກໍຄື ເຈົ້າກໍ, ເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມ, ຂາດຄວາມເຂົ້າໃຈໃນຄວາມຈິງ ແລະ ເປັນເຜົ່າພັນຂອງຊາຕານທີ່ຕໍ່ຕ້ານພຣະເຈົ້າຄືກັບຄົນອື່ນໆ. ມີຫຍັງໃຫ້ເຈົ້າອວດອ້າງ? ເຫັນໄດ້ຊັດເຈນວ່າບໍ່ມີຫຍັງໃຫ້ອວດອ້າງ. ທັກສະ, ຂີດຄວາມສາມາດ, ພອນສະຫວັນ ແລະ ຄວາມສາມາດພິເສດເລັກນ້ອຍທີ່ເຈົ້າມີກໍບໍ່ຄຸ້ມຄ່າທີ່ຈະກ່າວເຖິງ, ເພາະວ່າສິ່ງເຫຼົ່ານັ້ນບໍ່ໄດ້ເປັນຕົວແທນຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ບໍ່ກ່ຽວຂ້ອງກັບສິ່ງທີ່ເປັນບວກ. ແຕ່ເຈົ້າກໍຍັງຂືນທີ່ຈະນຳເອົາສິ່ງທີ່ບໍ່ຄຸ້ມຄ່າທີ່ຈະກ່າວເຖິງມາຢູ່ແຖວໜ້າ, ໂດຍຖືວ່າສິ່ງເຫຼົ່ານັ້ນເປັນຫຼຽນກຽດຕິຍົດຂອງເຈົ້າເອງ, ອວດອ້າງໄປທົ່ວວ່າເປັນກຽດຕິຍົດ ແລະ ທຶນຮອນຂອງເຈົ້າ, ເພື່ອໃຫ້ໄດ້ຮັບຄວາມນັບຖື ແລະ ຄວາມເຄົາລົບຈາກຜູ້ຄົນ, ເຖິງຂັ້ນໃຊ້ເປັນທຶນຮອນເພື່ອໃຫ້ຄົນອື່ນລ້ຽງດູເຈົ້າ ແລະ ເພີດເພີນກັບການນັບຖື ແລະ ການປະຕິບັດທີ່ເອື້ອອໍານວຍຈາກຄົນອື່ນ. ນີ້ບໍ່ແມ່ນການບໍ່ຮູ້ຈັກຄວາມລະອາຍບໍ? ຂໍ້ຮຽກຮ້ອງ, ຄວາມຄິດ, ເຈດຕະນາ, ແນວຄິດທີ່ບໍ່ມີເຫດຜົນເຫຼົ່ານີ້ ແລະ ສິ່ງອື່ນໆດັ່ງກ່າວທີ່ເກີດຈາກຄວາມເປັນມະນຸດ ແລະ ເຫດຜົນທີ່ຜິດປົກກະຕິ ລ້ວນແລ້ວແຕ່ເປັນການສະແດງອອກເຖິງການບໍ່ຮູ້ຈັກຄວາມລະອາຍ. ຖ້າການສະແດງອອກເຖິງການບໍ່ຮູ້ຈັກຄວາມລະອາຍເຫຼົ່ານີ້ຄອບງຳຄວາມເປັນມະນຸດຂອງຄົນໃດຄົນໜຶ່ງ ແລະ ກາຍເປັນລັກສະນະສະເພາະໂຕທີ່ສຳຄັນຂອງພວກເຂົາທີ່ຂັດຂວາງພວກເຂົາຈາກການຍອມຮັບ ແລະ ເຂົ້າໃຈຄວາມຈິງ, ນີ້ກໍຄືລັກສະນະສະເພາະທີ່ເປັນແບບສະບັບຂອງຜູ້ຕໍ່ຕ້ານພຣະຄຣິສ.

ບາງຄົນໃຊ້ເຄື່ອງຖວາຍເພື່ອຊື້ຂອງແຊບ, ມີຄຸນນະພາບສູງ ແລະ ທັນສະໄໝໃຫ້ອ້າຍເອື້ອຍນ້ອງ, ໂດຍອ້າງວ່າພວກເຂົາເຮັດສິ່ງນີ້ຍ້ອນຄຳນຶງເຖິງພວກເຂົາ, ເພື່ອໃຫ້ພວກເຂົາສາມາດດຳລົງຊີວິດຢ່າງມີຄວາມສຸກ ແລະ ບໍ່ມີຄວາມກັງວົນໃນເຮືອນຂອງພຣະເຈົ້າ ແລະ ຈາກນັ້ນກໍຂອບໃຈສຳລັບຄວາມຮັກຂອງພຣະເຈົ້າ. ພວກເຈົ້າຄິດແນວໃດກັບແນວຄິດນີ້? ມັນຂ້ອນຂ້າງມີມະນຸດສະທຳບໍ? (ບໍ່, ບໍ່ມີ. ພວກເຂົາປະຕິບັດຕໍ່ເຄື່ອງຖວາຍຂອງພຣະເຈົ້າຄືກັບເງິນຂອງຕົນເອງ, ໃຊ້ຈ່າຍຕາມທີ່ພວກເຂົາຕ້ອງການ, ແທນທີ່ຈະໃຊ້ເຄື່ອງຖວາຍຢ່າງເປັນປົກກະຕິ ແລະ ຢ່າງສົມເຫດສົມຜົນຕາມຫຼັກການຂອງເຮືອນຂອງພຣະເຈົ້າ.) ນີ້ແມ່ນບັນຫາຂອງຄວາມເປັນມະນຸດດ້ານໃດ? (ການບໍ່ຮູ້ຈັກຄວາມລະອາຍ.) ບຸກຄົນດັ່ງກ່າວກາຍເປັນຜູ້ຕໍ່ຕ້ານພຣະຄຣິສແທ້ໆທັນທີທີ່ພວກເຂົາໄດ້ຮັບສະຖານະ. ພວກເຂົາໃຊ້ເຄື່ອງຖວາຍເພື່ອຊື້ໃຈຄົນອື່ນ, ໂດຍກ່າວວ່າ: “ອ້າຍເອື້ອຍນ້ອງຂາດເຄື່ອງນຸ່ງ ແລະ ດຳລົງຊີວິດຢ່າງລຳບາກ. ພວກເຂົາມີຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ບໍ່ມີໃຜໃສ່ໃຈເລື່ອງນີ້. ຂ້ານ້ອຍໄດ້ສັງເກດເຫັນມັນ ແລະ ຂ້ານ້ອຍຈະຮັບຜິດຊອບມັນ. ເພື່ອອຳນວຍຄວາມສະດວກໃຫ້ແກ່ອ້າຍເອື້ອຍນ້ອງ, ເພື່ອເຮັດໃຫ້ພວກເຂົາສາມາດສຳຜັດກັບຄວາມອົບອຸ່ນຂອງພຣະເຈົ້າ, ຄວາມຮັກອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ພຣະຄຸນຂອງພຣະເຈົ້າ ໃນຂະນະທີ່ພວກເຂົາດຳລົງຊີວິດຢູ່ໃນເຮືອນຂອງພຣະເຈົ້າ, ເຮືອນຂອງພຣະເຈົ້າຈຳເປັນຕ້ອງໃຊ້ເງິນຈຳນວນໜຶ່ງເພື່ອຕອບສະໜອງທຸກດ້ານໃນຊີວິດຂອງພວກເຂົາ. ສະນັ້ນ, ຂ້ານ້ອຍຈຳເປັນຕ້ອງຄິດໄຕ່ຕອງກ່ຽວກັບມັນຕື່ມອີກ ແລະ ພິຈາລະນາຢ່າງຮອບຄອບວ່າອ້າຍເອື້ອຍນ້ອງຂາດ ຫຼື ຕ້ອງການຫຍັງ. ຕ້ອງຊື້ຈອກເກັບຄວາມຮ້ອນ ເພື່ອໃຫ້ອ້າຍເອື້ອຍນ້ອງສະດວກໃນການດື່ມນ້ຳ ແລະ ພົກພາເມື່ອພວກເຂົາອອກໄປຂ້າງນອກ. ຄວນຊື້ຕັ່ງນັ່ງໃຫ້ອ້າຍເອື້ອຍນ້ອງ: ຕັ່ງນັ່ງຕ້ອງມີພະນັກພິງທີ່ອ່ອນນຸ້ມ ເພື່ອໃຫ້ນັ່ງເປັນເວລາດົນຈະບໍ່ເຈັບຫຼັງ. ການນັ່ງໃນຕັ່ງນັ່ງເຫຼົ່ານີ້ຄວນສະດວກສະບາຍ ແລະ ຄວນມີຄວາມສູງ, ມຸມ ແລະ ຄວາມອ່ອນນຸ້ມທີ່ເໝາະສົມ. ບໍ່ວ່າຈະແພງສໍ່າໃດກໍຕາມ, ພວກເຮົາບໍ່ຄວນລັງເລທີ່ຈະໃຊ້ຈ່າຍເພື່ອອ້າຍເອື້ອຍນ້ອງ, ເພາະວ່າພວກເຂົາຄືເສົາຄ້ຳຂອງເຮືອນຂອງພຣະເຈົ້າ, ເປັນທຶນຮອນ ແລະ ເສົາຫຼັກສຳລັບການເຜີຍແຜ່ວຽກງານຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ການດູແລອ້າຍເອື້ອຍນ້ອງເປັນຢ່າງດີກໍເປັນການປັບປຸງວຽກງານຂອງເຮືອນຂອງພຣະເຈົ້າ”. ອ້າຍເອື້ອຍນ້ອງສ່ວນໃຫຍ່, ເມື່ອໄດ້ຍິນສິ່ງນີ້, ກໍນ້ຳຕາໄຫຼອອກມາ, ເຕັມໄປດ້ວຍຄວາມຮູ້ບຸນຄຸນ ແລະ ຮ້ອງອອກມາຢູ່ຕະຫຼອດວ່າ ນີ້ຄືຄວາມຮັກອັນຍິ່ງໃຫຍ່ຂອງພຣະເຈົ້າ. ຜູ້ທີ່ຈັດການເລື່ອງນີ້ກໍຮູ້ສຶກອົບອຸ່ນໃນໃຈ ເມື່ອພວກເຂົາໄດ້ຍິນສິ່ງນີ້, ໂດຍຄິດວ່າ: “ໃນທີ່ສຸດ, ກໍມີຄົນທີ່ເຂົ້າໃຈຫົວໃຈຂອງຂ້ອຍ”. ນີ້ແມ່ນຫຍັງ? (ການບໍ່ຮູ້ຈັກຄວາມລະອາຍ.) ການສະໜອງຜົນປະໂຫຍດອັນຍິ່ງໃຫຍ່ດັ່ງກ່າວໃຫ້ແກ່ອ້າຍເອື້ອຍນ້ອງສາມາດຖືວ່າເປັນການບໍ່ຮູ້ຈັກຄວາມລະອາຍໄດ້ແນວໃດ? ນີ້ເປັນການໃສ່ຮ້າຍບໍ? (ບໍ່, ບໍ່ແມ່ນ.) ພວກເຂົາກຳລັງໃຊ້ເງິນຂອງເຮືອນຂອງພຣະເຈົ້າເພື່ອສະແດງຄວາມໃຈກວ້າງນີ້ ເພື່ອຊື້ໃຈຜູ້ຄົນ, ທຳທ່າສະແດງຄວາມຄຳນຶງເຖິງ ແລະ ຄວາມຮັກຄວາມຫ່ວງໃຍຕໍ່ອ້າຍເອື້ອຍນ້ອງ. ແມ່ນຫຍັງຄືເປົ້າໝາຍທີ່ແທ້ຈິງຂອງພວກເຂົາ? ເວົ້າແບບເບົາໆກໍຄື ເພື່ອເພີດເພີນກັບຜົນປະໂຫຍດເຫຼົ່ານີ້ພ້ອມກັບອ້າຍເອື້ອຍນ້ອງ. ເວົ້າແບບໜັກໆກໍຄື ເພື່ອຊື້ໃຈຜູ້ຄົນ, ຮັບປະກັນວ່າຜູ້ຄົນຈະຈື່ຈຳພວກເຂົາຢູ່ສະເໝີ, ມີບ່ອນສຳລັບພວກເຂົາໃນໃຈ ແລະ ລະນຶກເຖິງວ່າພວກເຂົາດີສໍ່າໃດ. ຖ້າພວກເຂົາໃຊ້ເງິນຂອງຕົນເອງ, ພວກເຂົາຈະປະຕິບັດຕໍ່ອ້າຍເອື້ອຍນ້ອງແບບດຽວກັນບໍ? (ແນ່ນອນວ່າບໍ່.) ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍ ແລະ ພວກເຂົາຈະບໍ່ປະຕິບັດຕໍ່ຜູ້ຄົນແບບນີ້. ເມື່ອຕັດສິນຈາກການທີ່ພວກເຂົາໃຊ້ເຄື່ອງຖວາຍຂອງພຣະເຈົ້າຢ່າງບໍ່ລະມັດລະວັງຕາມຄວາມປາຖະໜາຂອງຕົນເອງ, ພວກເຂົາກໍຄືຄົນທີ່ຂາດຄວາມຊື່ສັດ ແລະ ມາດຕະຖານທາງສິນລະທຳ, ພວກເຂົາຄືຄົນຊົ່ວຊ້າ ແລະ ໜ້າດ້ານ. ພວກເຂົາຈະສາມາດປະຕິບັດຕໍ່ຄົນອື່ນດ້ວຍຄວາມເມດຕາຢ່າງແທ້ຈິງໄດ້ບໍ? ພວກເຂົາເປັນຄົນປະເພດໃດ? (ພວກເຂົາຄືຜູ້ຕໍ່ຕ້ານພຣະຄຣິສທີ່ບໍ່ຮູ້ຈັກຄວາມລະອາຍ.) ຍັງມີບາງສິ່ງທີ່ແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນໃນການບໍ່ຮູ້ຈັກຄວາມລະອາຍນີ້ ທີ່ຜູ້ຕໍ່ຕ້ານພຣະຄຣິສມີ ແລະ ສະແດງອອກມາໃນຄວາມເປັນມະນຸດຂອງພວກເຂົາ, ພວກເຂົາໃຊ້ຄຳຕົວະເພື່ອບັນລຸເປົ້າໝາຍສ່ວນຕົວຂອງພວກເຂົາ. ຄຳເວົ້າໃດແດ່ທີ່ອອກມາຈາກປາກຂອງພວກເຂົາທີ່ເປັນຄວາມຈິງ? ໃນຂະນະທີ່ພວກເຂົາເບິ່ງຄືວ່າຄຳນຶງເຖິງຜູ້ຄົນຫຼາຍ, ຮັກພວກເຂົາຢ່າງແທ້ຈິງ ແລະ ໃສ່ໃຈພວກເຂົາຫຼາຍ, ແຕ່ເບື້ອງຫຼັງແລ້ວ, ພວກເຂົາກຳລັງມີເຈດຕະນາທີ່ມຸ່ງຮ້າຍຢູ່. ພວກເຂົາບໍ່ໄດ້ຈ່າຍລາຄາດ້ວຍຕົນເອງ; ພວກເຂົາໃຊ້ເຄື່ອງຖວາຍ ແລະ ໃນທີ່ສຸດ, ກໍແມ່ນເຮືອນຂອງພຣະເຈົ້າທີ່ໄດ້ຮັບຄວາມເສຍຫາຍ ໃນຂະນະທີ່ພວກເຂົາເອງໄດ້ຮັບຜົນປະໂຫຍດ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ, ບໍ່ພຽງແຕ່ພວກເຂົາຈະບໍ່ຮູ້ຈັກຄວາມລະອາຍ, ພວກເຂົາຍັງແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນອີກດ້ວຍ. ພວກເຂົາຕົວະຈົນເປັນນິໄສ, ພວກເຂົາຕົວະ ແລະ ຫຼອກລວງຜູ້ຄົນທຸກບ່ອນທີ່ພວກເຂົາໄປ, ບໍ່ໄດ້ເວົ້າຄຳຈິງແມ່ນແຕ່ຄຳດຽວ. ພຽງແຕ່ສິ່ງນີ້ກໍໜ້າລັງກຽດແລ້ວ, ແຕ່ພວກເຂົາຍັງອວດອ້າງຕື່ມອີກວ່າຕົນເອງບໍ່ມີເລ່ຫຼ່ຽມ, ໃຈດີ, ດີຕໍ່ຄົນອື່ນ, ມີຄວາມຮັກ, ມີຄວາມເຫັນອົກເຫັນໃຈ, ບໍ່ສາມາດໃຈແຂງຕໍ່ໃຜໄດ້ ຫຼື ບໍ່ສາມາດບັງຄັບຕົນເອງໃຫ້ແກ້ແຄ້ນຜູ້ທີ່ຂົ່ມເຫັງພວກເຂົາໄດ້. ພວກເຂົາເຖິງຂັ້ນອວດອ້າງວ່າພວກເຂົາເປັນບຸກຄົນທີ່ສົມບູນແບບ ແລະ ເໝາະສົມ, ໂດຍປາຖະໜາທີ່ຈະສ້າງພາບພົດໃຫ້ຕົນເອງ ແລະ ຄອງໃຈຜູ້ຄົນ. ນີ້ບໍ່ແມ່ນການບໍ່ຮູ້ຈັກຄວາມລະອາຍບໍ? ນີ້ຄືທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ; ຄວາມເປັນມະນຸດຂອງພວກເຂົາເຕັມໄປດ້ວຍສິ່ງດັ່ງກ່າວ.

ກ່ຽວກັບຜູ້ທີ່ເຮັດສິ່ງຊົ່ວຊ້າຕາມອຳເພີໃຈ ແລະ ບໍ່ຮູ້ຈັກຄວາມລະອາຍ, ຜູ້ຄົນສາມາດແຍກແຍະພວກເຂົາໄດ້ໃນລະດັບໃດໜຶ່ງ, ແຕ່ມັນບໍ່ງ່າຍເລີຍທີ່ຈະແຍກແຍະໄດ້ວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ຮູ້ຈັກຄວາມລະອາຍ. ເຮົາໄດ້ເຫັນການສະແດງອອກພິເສດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ບໍ່ຮູ້ຈັກຄວາມລະອາຍຄົນໜຶ່ງ: ລາວມັກຈະປະພຶດຕົວບ້າບິ່ນ ແລະ ອວດີ, ລາວຕົວະຈົນເປັນນິໄສ ແລະ ລາວມີວິທີການເວົ້າທີ່ເປັນລະບົບ ເຊິ່ງມີການຈັດລະບຽບ ແລະ ຈັດວາງເປັນຢ່າງດີ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງການຈັດການໜ້າວຽກ, ລາວເຮັດຫຍັງກໍບໍ່ສຳເລັດ, ລາວເຮັດສິ່ງຊົ່ວຊ້າຕາມອຳເພີໃຈ ແລະ ລາວຂາດຫຼັກການທຸກຢ່າງ. ຫຼັງຈາກທີ່ປະຕິບັດໜ້າທີ່ຂອງລາວໃນເຮືອນຂອງພຣະເຈົ້າໄດ້ໄລຍະໜຶ່ງແລ້ວ, ທຸກສິ່ງທີ່ລາວເຮັດກໍຜິດພາດໄປໝົດ ແລະ ບໍ່ວ່າລາວຈະເຮັດຫຍັງກໍບໍ່ດີ. ບັນຫາທີ່ສຳຄັນທີ່ສຸດກໍຄື ລາວຍັງຄົງຕ້ອງການເຮັດໃຫ້ຜູ້ຄົນຫຼົງຜິດ, ເພື່ອສ້າງຄວາມປະທັບໃຈທີ່ດີໃນໃຈຂອງພວກເຂົາ ແລະ ໃນທຸກໆເລື່ອງກໍສອບຖາມກ່ຽວກັບສິ່ງທີ່ຄົນອື່ນຄິດກ່ຽວກັບລາວ ແລະ ວ່າລາວໄດ້ຮັບການນັບຖືຢ່າງສູງ ຫຼື ບໍ່. ໃນທີ່ສຸດ, ເມື່ອມັນເຫັນໄດ້ຊັດເຈນວ່າລາວເຮັດຜິດພາດໃນໜ້າທີ່ຂອງລາວຢ່າງຕໍ່ເນື່ອງ ແລະ ບໍ່ສາມາດເຮັດຫຍັງໄດ້ດີ, ເຮືອນຂອງພຣະເຈົ້າກໍໄດ້ໄລ່ລາວອອກ. ລາວບໍ່ພຽງແຕ່ບໍ່ສາມາດຮັບຮູ້ການສະແດງອອກທີ່ເຫັນໄດ້ຊັດເຈນເຫຼົ່ານີ້, ແຕ່ຍັງທຳທ່າເຮັດຄືກັບວ່າຕົນເອງບໍ່ມີຄວາມຜິດເລີຍ ເມື່ອລາວຖືກໄລ່ອອກ. ການທຳທ່າວ່າບໍ່ມີຄວາມຜິດນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າລາວບໍ່ເຄີຍຍອມຮັບການກະທຳທີ່ຊົ່ວຊ້າໃນອະດີດຂອງລາວ, ການຕົວະ, ການຫຼອກລວງ ແລະ ການທີ່ລາວເຮັດໃຫ້ຄົນອື່ນຫຼົງຜິດ, ພ້ອມທັງວິທີທີ່ລາວສ້າງອານາຈັກອິດສະຫຼະ ແລະ ນຳເອົາຄຣິສຕະຈັກມາຢູ່ພາຍໃຕ້ການຄວບຄຸມຂອງຄອບຄົວຂອງລາວເອງ, ເຮັດສິ່ງຊົ່ວຊ້າຕາມອຳເພີໃຈ ແລະ ປະຕິບັດໂດຍບໍ່ມີຫຼັກການ, ບໍ່ເຄີຍສະແຫວງຫາຄວາມຈິງ ແລະ ເຖິງຂັ້ນເຮັດຕາມໃຈຕົວເອງ ລວມເຖິງການກະທຳທີ່ຊົ່ວຊ້າອື່ນໆອີກຫຼາຍຢ່າງ ແລະ ວ່າລາວບໍ່ສາມາດຮັບຮູ້ການກະທຳທີ່ຊົ່ວຊ້າເຫຼົ່ານີ້ຂອງລາວໄດ້ເລີຍ. ກົງກັນຂ້າມ, ລາວເຊື່ອວ່າລາວໄດ້ປະຕິບັດໜ້າທີ່ຂອງລາວໃນເຮືອນຂອງພຣະເຈົ້າມາເປັນເວລາຫຼາຍປີ, ລາວໄດ້ທົນທຸກຫຼາຍ, ຈ່າຍລາຄາສູງ, ໃຊ້ເວລາດົນ ແລະ ອຸທິດເຫື່ອແຮງຂອງລາວໄປຫຼາຍ ແລະ ເຖິງຢ່າງໃດກໍຕາມ, ໃນທີ່ສຸດ ລາວກໍໄດ້ມາເຖິງຈຸດທີ່ລາວມີຊື່ສຽງທີ່ບໍ່ດີ ແລະ ທຸກຄົນກໍດູຖູກລາວ, ຈົນບໍ່ມີໃຜສົງສານລາວ ຫຼື ເຫັນອົກເຫັນໃຈລາວ ແລະ ບໍ່ມີໃຜຈະເວົ້າປົກປ້ອງລາວ. ນີ້ບໍ່ແມ່ນການທຳທ່າວ່າບໍ່ມີຄວາມຜິດບໍ? ການທຳທ່າວ່າບໍ່ມີຄວາມຜິດນີ້ເປັນການສະແດງອອກເຖິງຄວາມເປັນມະນຸດປະເພດໃດ? (ການຂາດເຫດຜົນ ແລະ ການບໍ່ຮູ້ຈັກຄວາມລະອາຍ.) ແມ່ນແລ້ວ. ລາວຖືວ່າສິ່ງທີ່ລາວເຮັດ ແລະ ໜ້າທີ່ທີ່ລາວຄວນປະຕິບັດເປັນຄຸນງາມຄວາມດີຂອງລາວເອງ. ລາວປະຕິເສດຢ່າງສິ້ນເຊີງຕໍ່ສິ່ງໃດກໍຕາມທີ່ລາວໄດ້ເຮັດທີ່ບໍ່ສອດຄ່ອງກັບຫຼັກການຄວາມຈິງ ຫຼື ທີ່ເປັນການລົບກວນ ຫຼື ຂັດຂວາງ ແລະ ໃນທີ່ສຸດ, ລາວກໍທຳທ່າເຮັດຄືກັບວ່າຕົນເອງບໍ່ມີຄວາມຜິດ. ນີ້ຄືການບໍ່ຮູ້ຈັກຄວາມລະອາຍ ແລະ ລາວຄືຜູ້ຕໍ່ຕ້ານພຣະຄຣິສແບບສະບັບ. ພວກເຈົ້າເຄີຍພົບພໍ້ກັບບຸກຄົນດັ່ງກ່າວບໍ? ບໍ່ວ່າພວກເຈົ້າຈະໃຫ້ພວກເຂົາຮັບຜິດຊອບຫຍັງ ຫຼື ມອບໝາຍໜ້າວຽກໃດໃຫ້ພວກເຂົາກໍຕາມ, ພວກເຂົາກໍພະຍາຍາມທີ່ຈະເຕົ້າໂຮມກຳລັງພົນ, ສ້າງອານາຈັກອິດສະຫຼະ ແລະ ກີດກັນຄົນອື່ນອອກຈາກຈຸດສົນໃຈ ເພື່ອໃຫ້ຕົນເອງໄດ້ຮັບຄວາມສົນໃຈ. ພວກເຂົາຕ້ອງການເໜືອກວ່າທຸກຄົນ, ບໍ່ມີສິ່ງໃດທີ່ພວກເຂົາເວົ້າກັບໃຜເປັນຄວາມຈິງ, ພວກເຂົາເຮັດໃຫ້ຜູ້ທີ່ຟັງພວກເຂົາບໍ່ແນ່ໃຈວ່າຄຳເວົ້າໃດຂອງພວກເຂົາເປັນຄວາມຈິງ ແລະ ຄຳເວົ້າໃດເປັນຄວາມຕົວະ. ເມື່ອພວກເຂົາຖືກໄລ່ອອກໃນທີ່ສຸດ, ພວກເຂົາເຖິງຂັ້ນຮັບຮູ້ວ່າຕົນເອງບໍ່ມີຄວາມຜິດເປັນພິເສດ ແລະ ຫວັງວ່າຈະມີຄົນປົກປ້ອງພວກເຂົາ. ພວກເຈົ້າຄິດວ່າຈະມີໃຜປົກປ້ອງພວກເຂົາບໍ? (ບໍ່, ຈະບໍ່ມີໃຜປົກປ້ອງພວກເຂົາ.) ຖ້າມີແທ້, ພວກເຂົາກໍຈະຕ້ອງເປັນຄົນທີ່ບໍ່ຮູ້ຄວາມຈິງ, ເປັນຄົນໂງ່, ເປັນຄົນທີ່ຖືກພວກເຂົາເຮັດໃຫ້ຫຼົງຜິດ ຫຼື ເປັນບຸກຄົນປະເພດດຽວກັນກັບພວກເຂົາ.

4. ເຫັນແກ່ຕົວ ແລະ ຊົ່ວຊ້າ

ຜູ້ຕໍ່ຕ້ານພຣະຄຣິສບໍ່ມີສະຕິຮູ້ສຶກຜິດຊອບ, ເຫດຜົນ ຫຼື ຄວາມເປັນມະນຸດ. ພວກເຂົາບໍ່ພຽງແຕ່ບໍ່ຮູ້ຈັກຄວາມລະອາຍເທົ່ານັ້ນ ແຕ່ພວກເຂົາຍັງມີລັກສະນະເດັ່ນອີກຢ່າງໜຶ່ງຄື: ພວກເຂົາເຫັນແກ່ຕົວ ແລະ ຊົ່ວຊ້າຢ່າງຍິ່ງ. ຄວາມໝາຍຕາມຕົວອັກສອນຂອງຄຳວ່າ “ເຫັນແກ່ຕົວ ແລະ ຊົ່ວຊ້າ” ແມ່ນບໍ່ຍາກທີ່ຈະເຂົ້າໃຈ. ມັນໝາຍຄວາມວ່າຄົນຜູ້ໜຶ່ງສະແຫວງຫາແຕ່ຜົນປະໂຫຍດເທົ່ານັ້ນ. ຖ້າມີບາງສິ່ງກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາກໍຈະໃສ່ໃຈກັບມັນ, ພວກເຂົາຈະທົນທຸກ ແລະ ຈ່າຍລາຄາເພື່ອສິ່ງນັ້ນ ແລະ ທຸ່ມເທຄວາມຄິດ ແລະ ເຫື່ອແຮງໃຫ້ກັບມັນ. ຖ້າມີບາງສິ່ງທີ່ບໍ່ກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາກໍຈະເຮັດຄືວ່າບໍ່ເຫັນ ແລະ ບໍ່ສົນໃຈມັນ; ພວກເຂົາຈະປ່ອຍໃຫ້ຄົນອື່ນເຮັດຕາມໃຈມັກ, ເຖິງແມ່ນວ່າຈະມີໃຜກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນກໍຕາມ, ພວກເຂົາກໍຈະເມີນເສີຍຕໍ່ມັນ ແລະ ຄິດວ່າມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ. ເວົ້າໃນທາງທີ່ດີກໍຄືພວກເຂົາສົນໃຈແຕ່ເລື່ອງຂອງຕົນເອງ ແຕ່ເວົ້າໃຫ້ຖືກຕ້ອງກວ່າກໍຄືຄົນປະເພດນີ້ຊົ່ວຊ້າ, ຕ່ຳຊ້າ ແລະ ໜ້າລັງກຽດ, ພວກເຮົາກຳນົດລັກສະນະຂອງພວກເຂົາວ່າເປັນຄົນ “ເຫັນແກ່ຕົວ ແລະ ຊົ່ວຊ້າ”. ຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສສະແດງອອກມາແນວໃດ? ໃນທຸກສິ່ງທີ່ເປັນປະໂຫຍດຕໍ່ສະຖານະ ຫຼື ຊື່ສຽງຂອງພວກເຂົາ, ພວກເຂົາພະຍາຍາມເຮັດ ຫຼື ເວົ້າທຸກຢ່າງທີ່ຈຳເປັນ ແລະ ພວກເຂົາກໍເຕັມໃຈທົນທຸກກັບຄວາມທຸກຍາກໃດໆ. ແຕ່ເມື່ອເວົ້າເຖິງວຽກງານທີ່ຈັດແຈງໂດຍເຮືອນຂອງພຣະເຈົ້າ ຫຼື ເມື່ອເວົ້າເຖິງວຽກງານທີ່ເປັນປະໂຫຍດຕໍ່ການເຕີບໂຕແຫ່ງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ພວກເຂົາພັດເມີນເສີຍຕໍ່ມັນຢ່າງສິ້ນເຊີງ. ເຖິງແມ່ນວ່າເມື່ອຄົນຊົ່ວຮ້າຍກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ເຮັດຄວາມຊົ່ວທຸກປະເພດ, ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ສົນໃຈ ຫຼື ສອບຖາມກ່ຽວກັບມັນ, ຄືກັບວ່າມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ. ແລ້ວຖ້າມີຄົນຄົ້ນພົບ ແລະ ລາຍງານການກະທຳທີ່ຊົ່ວຮ້າຍຂອງຄົນຊົ່ວຮ້າຍ, ພວກເຂົາກໍເວົ້າວ່າພວກເຂົາບໍ່ເຫັນຫຍັງເລີຍ ແລະ ທຳທ່າບໍ່ຮູ້ບໍ່ເຫັນ. ແຕ່ຖ້າມີຄົນລາຍງານພວກເຂົາ ແລະ ເປີດໂປງວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ໄລ່ຕາມພຽງແຕ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ພວກເຂົາກໍຈະໃຈຮ້າຍຂຶ້ນມາທັນທີ. ການປະຊຸມຖືກຈັດຂຶ້ນຢ່າງຮີບດ່ວນເພື່ອປຶກສາຫາລືວິທີຮັບມື, ມີການສືບສວນເພື່ອຊອກຫາວ່າໃຜເຮັດລັບຫຼັງພວກເຂົາ, ໃຜເປັນຫົວໂຈກ ແລະ ໃຜມີສ່ວນກ່ຽວຂ້ອງ. ພວກເຂົາຈະບໍ່ກິນ ຫຼື ບໍ່ນອນຈົນກວ່າພວກເຂົາຈະສືບຫາຕົ້ນຕໍຂອງມັນໄດ້ ແລະ ເລື່ອງນັ້ນຖືກຍຸຕິລົງຢ່າງສົມບູນ, ພວກເຂົາເຖິງກັບຈະຮູ້ສຶກມີຄວາມສຸກກໍຕໍ່ເມື່ອພວກເຂົາໄດ້ຈັດການທຸກຄົນທີ່ມີສ່ວນກ່ຽວຂ້ອງໃນການລາຍງານພວກເຂົາ. ນີ້ຄືການສະແດງອອກຂອງຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າ, ແມ່ນບໍ? ພວກເຂົາກຳລັງປະຕິບັດວຽກງານຂອງຄຣິສຕະຈັກບໍ? ພວກເຂົາກຳລັງກະທຳເພື່ອເຫັນແກ່ອຳນາດ ແລະ ສະຖານະຂອງພວກເຂົາເອງ ແລະ ດໍາເນີນກິດຈະການຂອງຕົວເອງຢ່າງຊັດເຈນ. ບໍ່ວ່າພວກເຂົາຈະຮັບຜິດຊອບວຽກງານໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ. ພວກເຂົາພຽງແຕ່ພິຈາລະນາວ່າຜົນປະໂຫຍດຂອງພວກເຂົາເອງໄດ້ຮັບຜົນກະທົບ ຫຼື ບໍ່ ແລະ ຄິດເຖິງພຽງແຕ່ວຽກງານເລັກນ້ອຍທີ່ຢູ່ຕໍ່ໜ້າພວກເຂົາເຊິ່ງເປັນປະໂຫຍດຕໍ່ພວກເຂົາເທົ່ານັ້ນ. ສຳລັບພວກເຂົາແລ້ວ, ວຽກງານຫຼັກຂອງຄຣິສຕະຈັກເປັນພຽງສິ່ງທີ່ພວກເຂົາເຮັດໃນເວລາຫວ່າງເທົ່ານັ້ນ. ພວກເຂົາບໍ່ຈິງຈັງກັບມັນເລີຍ. ພວກເຂົາຈະເຄື່ອນໄຫວກໍຕໍ່ເມື່ອພວກເຂົາຖືກກະຕຸ້ນໃຫ້ລົງມືເຮັດ, ເຮັດແຕ່ສິ່ງທີ່ພວກເຂົາມັກເຮັດ ແລະ ເຮັດແຕ່ວຽກງານທີ່ເປັນໄປເພື່ອຮັກສາອຳນາດ ແລະ ສະຖານະຂອງພວກເຂົາເອງເທົ່ານັ້ນ. ໃນສາຍຕາຂອງພວກເຂົາ, ວຽກງານໃດກໍຕາມທີ່ຈັດແຈງໂດຍເຮືອນຂອງພຣະເຈົ້າ, ວຽກງານເຜີຍແຜ່ພຣະກິດຕິຄຸນ ແລະ ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກລ້ວນແລ້ວແຕ່ບໍ່ສຳຄັນ. ບໍ່ວ່າຄົນອື່ນຈະມີຄວາມຫຍຸ້ງຍາກຫຍັງໃນວຽກງານ, ໄດ້ຄົ້ນພົບ ແລະ ລາຍງານບັນຫາຫຍັງໃຫ້ພວກເຂົາຮູ້, ຄຳເວົ້າຂອງພວກເຂົາຈະຈິງໃຈສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ໃສ່ໃຈ, ພວກເຂົາບໍ່ເຂົ້າໄປຫຍຸ້ງກ່ຽວ, ຄືກັບວ່າມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ. ບໍ່ວ່າບັນຫາທີ່ເກີດຂຶ້ນໃນວຽກງານຂອງຄຣິສຕະຈັກຈະໃຫຍ່ຫຼວງສໍ່າໃດກໍຕາມ, ພວກເຂົາກໍເມີນເສີຍຢ່າງສິ້ນເຊີງ. ເຖິງແມ່ນວ່າເມື່ອມີບັນຫາຖືກວາງໄວ້ຕໍ່ໜ້າພວກເຂົາ, ພວກເຂົາກໍພຽງແຕ່ຈັດການກັບບັນຫາດັ່ງກ່າວແບບພໍແລ້ວມືແລ້ວຕີນ. ມີພຽງແຕ່ເມື່ອເບື້ອງເທິງລິຮານພວກເຂົາໂດຍກົງ ແລະ ສັ່ງໃຫ້ພວກເຂົາແກ້ໄຂບັນຫາເທົ່ານັ້ນ ພວກເຂົາຈຶ່ງຈະຝືນໃຈເຮັດວຽກງານຕົວຈິງເລັກນ້ອຍ ແລະ ເຮັດເພື່ອສ້າງພາບໃຫ້ເບື້ອງເທິງເຫັນ. ຫຼັງຈາກນັ້ນ, ພວກເຂົາກໍຈະສືບຕໍ່ຫຍຸ້ງຢູ່ກັບເລື່ອງຂອງພວກເຂົາເອງ. ເມື່ອເວົ້າເຖິງວຽກງານຂອງຄຣິສຕະຈັກ, ເຖິງເລື່ອງສຳຄັນທີ່ກ່ຽວຂ້ອງກັບພາບລວມ, ພວກເຂົາກໍບໍ່ສົນໃຈກັບສິ່ງເຫຼົ່ານີ້ເລີຍ ແລະ ເມີນເສີຍຕໍ່ພວກມັນ ແລະ ເຖິງກັບບໍ່ຈັດການກັບບັນຫາເມື່ອພວກເຂົາຄົ້ນພົບພວກມັນ. ບໍ່ວ່າຄົນອື່ນຈະຍົກບັນຫາຫຍັງຂຶ້ນມາ, ພວກເຂົາກໍຕອບສະໜອງແບບພໍແລ້ວມືແລ້ວຕີນ ແລະ ອ້ຳໆອຶ້ງໆ, ໂດຍຈັດການກັບບັນຫາດ້ວຍຄວາມຝືນໃຈຢ່າງຍິ່ງເທົ່ານັ້ນ. ນີ້ບໍ່ແມ່ນການສະແດງອອກຂອງຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າບໍ? ຍິ່ງໄປກວ່ານັ້ນ, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາມັກຈະພິຈາລະນາສະເໝີວ່າພວກເຂົາສາມາດກາຍເປັນຈຸດສົນໃຈໄດ້ ຫຼື ບໍ່; ຕາບໃດທີ່ໜ້າທີ່ນັ້ນສາມາດເພີ່ມຊື່ສຽງຂອງພວກເຂົາໄດ້, ພວກເຂົາກໍຈະໃຊ້ຄວາມຄິດຢ່າງໜັກ ແລະ ພະຍາຍາມຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອຮຽນຮູ້ວິທີເຮັດມັນ ແລະ ດຳເນີນການມັນ. ຕາບໃດທີ່ພວກເຂົາສາມາດຢູ່ເໜືອຄົນອື່ນໄດ້, ພວກເຂົາກໍພໍໃຈແລ້ວ. ບໍ່ວ່າພວກເຂົາກຳລັງເຮັດ ຫຼື ຄິດກ່ຽວກັບຫຍັງກໍຕາມ, ພວກເຂົາກໍມີແຕ່ຄຳນຶງເຖິງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງຢູ່ຕະຫຼອດເວລາ. ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາມີແຕ່ແຂ່ງຂັນກັນເພື່ອເບິ່ງວ່າໃຜເໜືອກວ່າ, ໃຜຊະນະ ແລະ ໃຜມີຊື່ສຽງຫຼາຍກວ່າ. ພວກເຂົາສົນໃຈພຽງແຕ່ວ່າມີຈັກຄົນທີ່ຍົກຍ້ອງ ແລະ ເຄົາລົບນັບຖືພວກເຂົາ, ມີຈັກຄົນທີ່ຟັງພວກເຂົາ ແລະ ຕິດຕາມພວກເຂົາ. ພວກເຂົາບໍ່ເຄີຍໂອ້ລົມຄວາມຈິງ ຫຼື ແກ້ໄຂບັນຫາທີ່ແທ້ຈິງເລີຍ. ພວກເຂົາບໍ່ເຄີຍພິຈາລະນາວິທີປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະທີ່ພວກເຂົາສາມາດຈັດການສິ່ງຕ່າງໆຕາມຫຼັກການ, ທັງບໍ່ໄດ້ໄຕ່ຕອງວ່າພວກເຂົາມີຄວາມຈົງຮັກພັກດີ ຫຼື ບໍ່, ພວກເຂົາໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ ຫຼື ບໍ່, ມີການບ່ຽງເບນ, ການເບິ່ງຂ້າມ ຫຼື ບັນຫາໃດໆໃນວຽກງານຂອງພວກເຂົາ ຫຼື ບໍ່, ແຮງໄກທີ່ພວກເຂົາຈະພິຈາລະນາວ່າຂໍ້ກຳນົດຂອງພຣະເຈົ້າແມ່ນຫຍັງ ແລະ ເຈດຕະນາຂອງພຣະເຈົ້າແມ່ນຫຍັງ. ພວກເຂົາບໍ່ໄດ້ໃຫ້ຄວາມສົນໃຈແມ່ນແຕ່ໜ້ອຍດຽວຕໍ່ສິ່ງທັງໝົດເຫຼົ່ານີ້. ພວກເຂົາພຽງແຕ່ໝົກມຸ້ນຢູ່ກັບວຽກງານຂອງພວກເຂົາເພື່ອເຫັນແກ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ພ້ອມທັງເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາເອງ. ນີ້ບໍ່ແມ່ນການສະແດງອອກຂອງຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າບໍ? ສິ່ງນີ້ເປີດໂປງຄວາມຈິງຢ່າງສິ້ນເຊີງວ່າ ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມທະເຍີທະຍານ, ຄວາມປາຖະໜາ ແລະ ຄວາມຮຽກຮ້ອງຕ້ອງການທີ່ບໍ່ສົມເຫດສົມຜົນ ແລະ ທຸກການກະທຳຂອງພວກເຂົາແມ່ນຖືກຄວບຄຸມໂດຍຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ແຮງຈູງໃຈ ແລະ ແຫຼ່ງທີ່ມາຂອງການກະທຳຂອງພວກເຂົາລ້ວນແລ້ວແຕ່ມາຈາກຄວາມທະເຍີທະຍານ, ຄວາມປາຖະໜາ ແລະ ຄວາມຮຽກຮ້ອງຕ້ອງການທີ່ບໍ່ສົມເຫດສົມຜົນຂອງພວກເຂົາເອງ. ນີ້ຄືການສະແດງອອກທີ່ເປັນແບບສະບັບຂອງຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າ.

ຜູ້ນຳບາງຄົນບໍ່ໄດ້ເຮັດວຽກງານຕົວຈິງໃດໆເລີຍ; ເພື່ອລາຍງານຕໍ່ເບື້ອງເທິງ ແລະ ເພື່ອຫຼີກລ່ຽງການຖືກລິຮານ ແລະ ການຖືກໄລ່ອອກ ພ້ອມທັງເພື່ອຮັກສາສະຖານະຂອງພວກເຂົາເອງ, ພວກເຂົາພະຍາຍາມຢ່າງໜັກກັບອ້າຍເອື້ອຍນ້ອງ, ໂດຍເຮັດໃຫ້ອ້າຍເອື້ອຍນ້ອງອອກເຫື່ອແຮງເພື່ອຕົນເອງ. ໃນວຽກງານຂອງພວກເຂົາ, ພວກເຂົາເວົ້າເຖິງແຕ່ຄຳເວົ້າ ແລະ ຫຼັກຄຳສອນເທົ່ານັ້ນ, ບໍ່ໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງ, ບໍ່ໄດ້ແກ້ໄຂບັນຫາຕົວຈິງ, ບໍ່ໄດ້ຊ່ວຍເຫຼືອຄົນອື່ນດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມຮັກ ຫຼື ບໍ່ໄດ້ຄຳນຶງເຖິງຄວາມຫຍຸ້ງຍາກຂອງຄົນອື່ນ ແລະ ບໍ່ເຄີຍແກ້ໄຂຄວາມຫຍຸ້ງຍາກທີ່ແທ້ຈິງທີ່ຜູ້ຄົນປະເຊີນໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ໃນການເຂົ້າສູ່ຊີວິດຂອງພວກເຂົາ. ພວກເຂົາບໍ່ສະໜັບສະໜູນໃຜກໍຕາມທີ່ເປັນລົບ. ນອກເໜືອຈາກການກົດຂີ່ ແລະ ການຕຳນິແລ້ວ, ພວກເຂົາເວົ້າພຽງແຕ່ຫຼັກຄຳສອນ ແລະ ຮ້ອງປ່າວຄຳຂວັນຂອງພວກເຂົາ. ຈຸດປະສົງຂອງພວກເຂົາແມ່ນຫຍັງ? ພວກເຂົາບໍ່ໄດ້ຄຳນຶງເຖິງພາລະຂອງພຣະເຈົ້າ, ແຕ່ກົງກັນຂ້າມ ພວກເຂົາພັດປາຖະໜາທີ່ຈະສວຍໃຊ້ຜົນໄດ້ຮັບຂອງໜ້າທີ່ທີ່ອ້າຍເອື້ອຍນ້ອງປະຕິບັດ ເພື່ອຕົກແຕ່ງຕົວພວກເຂົາເອງ ແລະ ຮັບປະກັນສະຖານະຂອງພວກເຂົາ. ຖ້າອ້າຍເອື້ອຍນ້ອງສະແດງໃຫ້ເຫັນຜົນໄດ້ຮັບທີ່ດີໃນການປະຕິບັດໜ້າທີ່, ພວກເຂົາກໍພໍໃຈແລ້ວ. ພວກເຂົາເອົາຄວາມດີຄວາມຊອບຕໍ່ໜ້າເບື້ອງເທິງ, ຍົກຍ້ອງຄວາມດີຂອງຕົນເອງຢູ່ໃນໃຈ ແລະ ຄິດວ່າພວກເຂົາໄດ້ປະຕິບັດໜ້າທີ່ຂອງພວກເຂົາໄດ້ດີພໍສົມຄວນ. ນອກຈາກນີ້, ພວກເຂົາຍັງລາຍງານຕໍ່ເບື້ອງເທິງກ່ຽວກັບຄວາມຫຍຸ້ງຍາກຫຼາຍຢ່າງທີ່ພວກເຂົາພົບພໍ້ໃນຂະນະທີ່ປະຕິບັດວຽກງານນີ້, ວິທີທີ່ພຣະເຈົ້າເປີດທາງອອກໃຫ້ພວກເຂົາ, ວິທີທີ່ພວກເຂົານຳພາອ້າຍເອື້ອຍນ້ອງໃຫ້ເຮັດວຽກໜັກຮ່ວມກັນ ແລະ ເອົາຊະນະຄວາມຫຍຸ້ງຍາກເຫຼົ່ານີ້, ວິທີທີ່ພວກເຂົາຊ່ວຍອ້າຍເອື້ອຍນ້ອງເຮັດວຽກງານນີ້ຈົນສຳເລັດ, ວິທີທີ່ພວກເຂົາຍຶດໝັ້ນໃນຫຼັກການ ແລະ ວິທີທີ່ພວກເຂົາກຳຈັດຄົນຊົ່ວຮ້າຍອອກ. ພວກເຂົາຍັງຕັ້ງໃຈທີ່ຈະເນັ້ນໃຫ້ເຫັນເຖິງລາຄາທີ່ພວກເຂົາໄດ້ຈ່າຍ ແລະ ການປະກອບສ່ວນທີ່ພວກເຂົາໄດ້ເຮັດໃນວຽກງານຂອງພວກເຂົາ, ໂດຍເຮັດໃຫ້ເບື້ອງເທິງຮູ້ວ່າ ມັນເປັນຍ້ອນຄວາມພະຍາຍາມຂອງພວກເຂົາເອງ ວຽກງານຈຶ່ງສຳເລັດໄດ້ດີ. ພວກເຂົາກຳລັງບອກເບື້ອງເທິງໂດຍທາງອ້ອມແລ້ວວ່າ “ຄວາມເປັນຜູ້ນຳຂອງຂ້ານ້ອຍນັ້ນສົມຊື່ ແລະ ພວກເຈົ້າຕັດສິນໃຈຖືກແລ້ວທີ່ເລືອກຂ້ານ້ອຍເປັນຜູ້ນຳ”. ນີ້ບໍ່ແມ່ນການສະແດງອອກຂອງການເປັນຄົນເຫັນແກ່ຕົວ ແລະ ຊົ່ວຊ້າບໍ? ຄົນທີ່ສະແດງອອກເຖິງຄວາມເປັນມະນຸດທີ່ເຫັນແກ່ຕົວ ແລະ ຊົ່ວຊ້າມັກຈະມີຄຳເວົ້າຕິດປາກເລື້ອຍໆສອງສາມຄຳ. ຕົວຢ່າງ: ຫຼັງຈາກທີ່ຖືກຈັດແຈງໃຫ້ພວກເຂົານຳພາຄຣິສຕະຈັກແຫ່ງໜຶ່ງ, ພວກເຂົາມັກຈະເວົ້າສະເໝີວ່າ “ຢູ່ຄຣິສຕະຈັກຂອງຂ້ານ້ອຍ, ຊີວິດຄຣິສຕະຈັກຂອງພວກເຮົາແມ່ນດີຫຼາຍ, ຍອດຢ້ຽມຫຼາຍ. ອ້າຍເອື້ອຍນ້ອງຂອງຂ້ານ້ອຍມີການເຂົ້າສູ່ຊີວິດທີ່ຍອດຢ້ຽມ ແລະ ເລິກເຊິ່ງ, ທຸກຄົນລ້ວນແຕ່ມີປະສົບການຊີວິດ. ເບິ່ງແມວ່າພວກເຂົາຮັກພຣະເຈົ້າສໍ່າໃດ ແລະ ວຽກງານຂອງພວກເຮົາເຮັດໄດ້ດີສໍ່າໃດ”. ສິ່ງເຫຼົ່ານີ້ຄືຄຳເວົ້າຕິດປາກຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຕັດສິນຈາກຄຳເວົ້າຕິດປາກຂອງພວກເຂົາ, ມັນເຫັນໄດ້ຊັດເຈນວ່າພວກເຂົາປະຕິບັດຕໍ່ອ້າຍເອື້ອຍນ້ອງໃນຄຣິສຕະຈັກທີ່ພວກເຂົາຮັບຜິດຊອບຄືກັບເປັນແກະຂອງພວກເຂົາເອງ, ໂດຍຖືວ່າທຸກສິ່ງໃນຄຣິສຕະຈັກທີ່ພວກເຂົາຄວບຄຸມເປັນຊັບສິນສ່ວນຕົວຂອງພວກເຂົາ. ນີ້ບໍ່ແມ່ນການບໍ່ຮູ້ຈັກຄວາມລະອາຍບໍ? ເປັນຫຍັງມັນຈຶ່ງເປັນການບໍ່ຮູ້ຈັກຄວາມລະອາຍ? ການສະແດງອອກໃດໆຂອງຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າລ້ວນແຕ່ເກີດຈາກການບໍ່ຮູ້ຈັກຄວາມລະອາຍ. ສະນັ້ນ, ການເປັນຄົນເຫັນແກ່ຕົວ ແລະ ຊົ່ວຊ້າກໍຄືການບໍ່ຮູ້ຈັກຄວາມລະອາຍ. ຄົນເຫຼົ່ານີ້ທີ່ສະແດງອອກເຖິງຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າແມ່ນບໍ່ຮູ້ຈັກຄວາມລະອາຍຢ່າງແນ່ນອນ. ເມື່ອຖືກມອບໝາຍໃຫ້ເປັນຜູ້ນຳ ແລະ ຮັບຜິດຊອບຄຣິສຕະຈັກແຫ່ງໜຶ່ງ, ນຳພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດວຽກງານສະເພາະ, ພວກເຂົາພັດປະຕິບັດຕໍ່ສິ່ງເຫຼົ່ານີ້ຄືກັບວ່າເປັນຊັບສິນສ່ວນຕົວຂອງພວກເຂົາເອງ. ບໍ່ມີໃຜສາມາດເຂົ້າແຊກແຊງໄດ້; ພວກເຂົາມີອຳນາດຕັດສິນໃຈໃນທຸກສິ່ງ. ຜູ້ຕໍ່ຕ້ານພຣະຄຣິສຖືວ່າຜູ້ຄົນທີ່ພຣະເຈົ້າເລືອກ, ວຽກງານຂອງຄຣິສຕະຈັກ ພ້ອມທັງສິ່ງອຳນວຍຄວາມສະດວກ ແລະ ຊັບສິນຂອງຄຣິສຕະຈັກເປັນຊັບສິນສ່ວນຕົວຂອງພວກເຂົາເອງ. ສິ່ງນີ້ໃນຕົວມັນເອງກໍເປັນບັນຫາແລ້ວ: ພວກເຂົາມີເປົ້າໝາຍທີ່ຈະຍຶດຄອງຊັບສິນຂອງເຮືອນຂອງພຣະເຈົ້າ ແລະ ຄອບງຳຜູ້ຄົນທີ່ພຣະເຈົ້າເລືອກ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງມອງວ່າສິ່ງເຫຼົ່ານີ້ເປັນຕົ້ນທຶນສຳລັບການແຂ່ງຂັນກັບຄົນອື່ນ, ໂດຍບໍ່ລັງເລແມ່ນແຕ່ຈະທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກ. ພວກເຈົ້າຄິດວ່າຜູ້ຕໍ່ຕ້ານພຣະຄຣິສມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນບໍ? ພວກເຂົາມີບ່ອນສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາບໍ? ພວກເຂົາມີຫົວໃຈທີ່ຢຳເກງ ແລະ ອ່ອນນ້ອມຕໍ່ພຣະເຈົ້າບໍ? ບໍ່ມີເລີຍ. ສະນັ້ນ, ການເອີ້ນຜູ້ຕໍ່ຕ້ານພຣະຄຣິສວ່າເປັນຄົນຮັບໃຊ້ຂອງຊາຕານ ຫຼື ມານຮ້າຍທີ່ຊົ່ວຮ້າຍເທິງແຜ່ນດິນໂລກຈຶ່ງບໍ່ແມ່ນການເວົ້າເກີນຈິງເລີຍ. ບໍ່ມີພຣະເຈົ້າ ຫຼື ຄຣິສຕະຈັກຢູ່ໃນຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ແນ່ນອນວ່າພວກເຂົາບໍ່ໄດ້ໃສ່ໃຈຕໍ່ຜູ້ຄົນທີ່ພຣະເຈົ້າເລືອກເລີຍ. ບອກເຮົາມາເບິ່ງ, ບ່ອນທີ່ມີອ້າຍເອື້ອຍນ້ອງຢູ່ ແລະ ບ່ອນທີ່ພຣະເຈົ້າປະຕິບັດພາລະກິດ, ສະຖານທີ່ດັ່ງກ່າວຈະບໍ່ຖືກເອີ້ນວ່າເຮືອນຂອງພຣະເຈົ້າໄດ້ແນວໃດ? ພວກມັນບໍ່ແມ່ນຄຣິສຕະຈັກໃນທາງໃດ? ແຕ່ຜູ້ຕໍ່ຕ້ານພຣະຄຣິສຄິດເຖິງແຕ່ສິ່ງທີ່ຢູ່ໃນຂອບເຂດອິດທິພົນຂອງພວກເຂົາເອງເທົ່ານັ້ນ. ພວກເຂົາບໍ່ສົນໃຈ ຫຼື ໃສ່ໃຈກັບສະຖານທີ່ອື່ນໆ. ເຖິງແມ່ນວ່າພວກເຂົາຈະຄົ້ນພົບບັນຫາ, ພວກເຂົາກໍບໍ່ໃສ່ໃຈກັບມັນ. ສິ່ງທີ່ຮ້າຍແຮງໄປກວ່ານັ້ນກໍຄື ເມື່ອມີບາງສິ່ງຜິດພາດເກີດຂຶ້ນໃນສະຖານທີ່ໃດໜຶ່ງ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ໃສ່ໃຈກັບມັນ. ເມື່ອຖືກຖາມວ່າເປັນຫຍັງພວກເຂົາຈຶ່ງເມີນເສີຍຕໍ່ມັນ, ພວກເຂົາກໍຍົກເອົາເຫດຜົນຈອມປອມທີ່ໄຮ້ສາລະຂຶ້ນມາ ໂດຍເວົ້າວ່າ “ຢ່າອອກຄຳເຫັນໃນສິ່ງທີ່ບໍ່ແມ່ນເລື່ອງຂອງເຈົ້າ”. ຄຳເວົ້າຂອງພວກເຂົາຟັງເບິ່ງຄືມີເຫດຜົນ, ພວກເຂົາເບິ່ງຄືວ່າເຂົ້າໃຈຂອບເຂດໃນສິ່ງທີ່ພວກເຂົາເຮັດ ແລະ ພວກເຂົາເບິ່ງຄືວ່າບໍ່ມີບັນຫາພາຍນອກໃດໆ ແຕ່ແກ່ນແທ້ແມ່ນຫຍັງ? ມັນຄືຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າຂອງພວກເຂົາທີ່ຖືກສະແດງອອກມາ. ພວກເຂົາເຮັດສິ່ງຕ່າງໆກໍເພື່ອຕົວພວກເຂົາເອງ, ເພື່ອຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງເທົ່ານັ້ນ. ພວກເຂົາບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງພວກເຂົາເລີຍ. ນີ້ຄືລັກສະນະເດັ່ນອີກຢ່າງໜຶ່ງຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ພວກເຂົາເຫັນແກ່ຕົວ ແລະ ຊົ່ວຊ້າ.

ແກ່ນແທ້ຂອງຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນເຫັນໄດ້ຊັດເຈນ; ການສະແດງອອກປະເພດນີ້ຂອງພວກເຂົາແມ່ນໂດດເດັ່ນເປັນພິເສດ. ຄຣິສຕະຈັກມອບໝາຍວຽກງານສ່ວນໜຶ່ງໃຫ້ພວກເຂົາ, ຖ້າມັນນຳເອົາຊື່ສຽງ ແລະ ຜົນປະໂຫຍດມາໃຫ້ ພ້ອມທັງເຮັດໃຫ້ພວກເຂົາໄດ້ມີໜ້າມີຕາ, ພວກເຂົາກໍຈະສົນໃຈຫຼາຍ ແລະ ເຕັມໃຈທີ່ຈະຮັບເອົາມັນ. ຖ້າມັນເປັນວຽກງານທີ່ບໍ່ໄດ້ຮັບຄຳຊົມເຊີຍ ຫຼື ກ່ຽວຂ້ອງກັບການເຮັດໃຫ້ຄົນອື່ນຜິດໃຈ ຫຼື ຈະບໍ່ອະນຸຍາດໃຫ້ພວກເຂົາໄດ້ມີໜ້າມີຕາ ຫຼື ມັນບໍ່ມີປະໂຫຍດຕໍ່ຊື່ສຽງ, ຜົນປະໂຫຍດ ຫຼື ສະຖານະຂອງພວກເຂົາ, ພວກເຂົາກໍຈະບໍ່ສົນໃຈ ແລະ ຈະບໍ່ຮັບເອົາມັນ, ຄືກັບວ່າວຽກງານນີ້ບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ ແລະ ບໍ່ແມ່ນວຽກງານທີ່ພວກເຂົາຄວນຈະເຮັດ. ເມື່ອພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກ, ກໍບໍ່ມີໂອກາດທີ່ພວກເຂົາຈະສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ, ຍິ່ງບໍ່ຕ້ອງເວົ້າເຖິງການພະຍາຍາມເບິ່ງພາບລວມທີ່ກວ້າງຂຶ້ນ ແລະ ຄຳນຶງເຖິງວຽກງານຂອງຄຣິສຕະຈັກເລີຍ. ຕົວຢ່າງ: ພາຍໃນຂອບເຂດວຽກງານຂອງເຮືອນຂອງພຣະເຈົ້າ, ໂດຍອີງໃສ່ຄວາມຕ້ອງການຂອງວຽກງານໂດຍລວມ, ອາດຈະມີການຍົກຍ້າຍບຸກຄະລາກອນບາງຄົນ. ຖ້າຄົນຈຳນວນໜຶ່ງຖືກຍົກຍ້າຍອອກຈາກຄຣິສຕະຈັກແຫ່ງໜຶ່ງ, ວິທີທີ່ສົມເຫດສົມຜົນທີ່ຜູ້ນຳຂອງຄຣິສຕະຈັກແຫ່ງນັ້ນຄວນປະຕິບັດຕໍ່ບັນຫານີ້ແມ່ນຫຍັງ? ແມ່ນຫຍັງຄືບັນຫາຖ້າພວກເຂົາສົນໃຈແຕ່ຜົນປະໂຫຍດຂອງຄຣິສຕະຈັກຂອງພວກເຂົາເອງ ແທນທີ່ຈະເປັນຜົນປະໂຫຍດໂດຍລວມ ແລະ ຖ້າພວກເຂົາບໍ່ເຕັມໃຈຢ່າງຍິ່ງທີ່ຈະຍົກຍ້າຍຄົນເຫຼົ່ານັ້ນ? ເປັນຫຍັງໃນຖານະຜູ້ນຳຄຣິສຕະຈັກ, ພວກເຂົາຈຶ່ງບໍ່ສາມາດອ່ອນນ້ອມຕໍ່ການຈັດແຈງແບບລວມສູນຂອງເຮືອນຂອງພຣະເຈົ້າໄດ້? ຄົນແບບນັ້ນຄຳນຶງເຖິງເຈດຕະນາຂອງພຣະເຈົ້າບໍ? ພວກເຂົາໃສ່ໃຈກັບພາບລວມຂອງວຽກງານບໍ? ຖ້າພວກເຂົາບໍ່ຄິດເຖິງວຽກງານຂອງເຮືອນຂອງພຣະເຈົ້າໂດຍລວມ, ແຕ່ຄິດເຖິງພຽງແຕ່ຜົນປະໂຫຍດຂອງຄຣິສຕະຈັກຂອງພວກເຂົາເອງເທົ່ານັ້ນ, ພວກເຂົາບໍ່ແມ່ນຄົນທີ່ເຫັນແກ່ຕົວ ແລະ ຊົ່ວຊ້າຫຼາຍບໍ? ຜູ້ນຳຄຣິສຕະຈັກຄວນອ່ອນນ້ອມໂດຍບໍ່ມີເງື່ອນໄຂຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ຕໍ່ການຈັດແຈງ ແລະ ການປະສານງານແບບລວມສູນຂອງເຮືອນຂອງພຣະເຈົ້າ. ນີ້ຄືສິ່ງທີ່ສອດຄ່ອງກັບຫຼັກການຄວາມຈິງ. ເມື່ອວຽກງານຂອງເຮືອນຂອງພຣະເຈົ້າຮຽກຮ້ອງ, ບໍ່ວ່າພວກເຂົາຈະເປັນໃຜກໍຕາມ, ທຸກຄົນຄວນອ່ອນນ້ອມຕໍ່ການປະສານງານ ແລະ ການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ບໍ່ຄວນຖືກຄວບຄຸມໂດຍຜູ້ນຳ ຫຼື ຜູ້ເຮັດວຽກຄົນໃດຄົນໜຶ່ງຢ່າງເດັດຂາດ ຄືກັບວ່າພວກເຂົາເປັນຂອງຜູ້ນຳຄົນນັ້ນ ຫຼື ຢູ່ພາຍໃຕ້ການຕັດສິນໃຈຂອງຜູ້ນຳຄົນນັ້ນ. ການເຊື່ອຟັງຂອງຜູ້ຄົນທີ່ພຣະເຈົ້າເລືອກຕໍ່ການຈັດແຈງແບບລວມສູນຂອງເຮືອນຂອງພຣະເຈົ້າແມ່ນເປັນທຳມະຊາດ ແລະ ທ່ຽງທຳໂດຍສົມບູນ ແລະ ການຈັດແຈງເຫຼົ່ານີ້ອາດຈະບໍ່ຖືກຕໍ່ຕ້ານໂດຍຜູ້ໃດ, ເວັ້ນເສຍແຕ່ວ່າຜູ້ນຳ ຫຼື ຜູ້ເຮັດວຽກຄົນໃດຄົນໜຶ່ງຈະທຳການຍົກຍ້າຍຕາມອຳເພີໃຈເຊິ່ງບໍ່ສອດຄ່ອງກັບຫຼັກການ, ໃນກໍລະນີດັ່ງກ່າວ ການຈັດແຈງນີ້ອາດຈະບໍ່ຖືກເຊື່ອຟັງ. ຖ້າການຍົກຍ້າຍຕາມປົກກະຕິຖືກດຳເນີນໄປຕາມຫຼັກການ, ແລ້ວຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນກໍຄວນເຊື່ອຟັງ ແລະ ບໍ່ມີຜູ້ນຳ ຫຼື ຜູ້ເຮັດວຽກຄົນໃດມີສິດ ຫຼື ເຫດຜົນໃດໆທີ່ຈະພະຍາຍາມຄວບຄຸມຄົນໃດໜຶ່ງ. ພວກເຈົ້າຈະເວົ້າໄດ້ບໍວ່າມີວຽກງານໃດທີ່ບໍ່ແມ່ນວຽກງານຂອງເຮືອນຂອງພຣະເຈົ້າ? ມີວຽກງານໃດທີ່ບໍ່ກ່ຽວຂ້ອງກັບການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກຂອງພຣະເຈົ້າບໍ? ມັນລ້ວນແຕ່ເປັນວຽກງານຂອງເຮືອນຂອງພຣະເຈົ້າ, ແຕ່ລະວຽກງານແມ່ນເທົ່າທຽມກັນ ແລະ ບໍ່ມີຄຳວ່າ “ຂອງເຈົ້າ” ແລະ “ຂອງຂ້ອຍ”. ຖ້າການຍົກຍ້າຍສອດຄ່ອງກັບຫຼັກການ ແລະ ອີງໃສ່ຂໍ້ກຳນົດຂອງວຽກງານຄຣິສຕະຈັກ, ແລ້ວຄົນເຫຼົ່ານີ້ກໍຄວນໄປບ່ອນທີ່ພວກເຂົາເປັນທີ່ຕ້ອງການທີ່ສຸດ. ແຕ່ເຖິງຢ່າງໃດກໍຕາມ, ແມ່ນຫຍັງຄືປະຕິກິລິຍາຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອປະເຊີນກັບສະຖານະການແບບນີ້? ພວກເຂົາຊອກຫາຂໍ້ອ້າງ ແລະ ຂໍ້ແກ້ຕົວຕ່າງໆເພື່ອຮັກສາຄົນທີ່ເໝາະສົມເຫຼົ່ານີ້ໄວ້ຂ້າງພວກເຂົາ ແລະ ພວກເຂົາສະເໜີພຽງແຕ່ຄົນທຳມະດາສອງຄົນ ແລ້ວກໍຊອກຫາຂໍ້ອ້າງບາງຢ່າງເພື່ອສ້າງຄວາມກົດດັນໃຫ້ເຈົ້າ, ບໍ່ວ່າຈະເປັນການເວົ້າວ່າວຽກງານຫຍຸ້ງຫຼາຍສໍ່າໃດ ຫຼື ວ່າພວກເຂົາຂາດຄົນ, ຫາຄົນຍາກ ແລະ ຖ້າສອງຄົນນີ້ຖືກຍົກຍ້າຍໄປ, ວຽກງານກໍຈະໄດ້ຮັບຜົນກະທົບ. ແລ້ວພວກເຂົາກໍຖາມເຈົ້າວ່າພວກເຂົາຄວນຈະເຮັດແນວໃດ ແລະ ເຮັດໃຫ້ເຈົ້າຮູ້ສຶກວ່າການທີ່ຄົນຖືກຍົກຍ້າຍອອກໄປນັ້ນໝາຍຄວາມວ່າເຈົ້າຕິດໜີ້ບຸນຄຸນພວກເຂົາ. ນີ້ບໍ່ແມ່ນວິທີການດຳເນີນການຂອງມານຮ້າຍບໍ? ນີ້ຄືວິທີທີ່ຜູ້ບໍ່ມີຄວາມເຊື່ອເຮັດສິ່ງຕ່າງໆ. ຄົນທີ່ພະຍາຍາມປົກປ້ອງຜົນປະໂຫຍດຂອງຕົນເອງໃນຄຣິສຕະຈັກຢູ່ສະເໝີ, ພວກເຂົາເປັນຄົນດີບໍ? ພວກເຂົາເປັນຄົນທີ່ກະທຳຕາມຫຼັກການບໍ? ບໍ່ແມ່ນຢ່າງແນ່ນອນ. ພວກເຂົາເປັນຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ບໍ່ເຊື່ອ. ນີ້ບໍ່ແມ່ນການເຫັນແກ່ຕົວ ແລະ ຊົ່ວຊ້າບໍ? ຖ້າຄົນທີ່ມີຄວາມສາມາດດີຖືກຍົກຍ້າຍອອກຈາກພາຍໃຕ້ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສໄປເຮັດໜ້າທີ່ອື່ນ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຕໍ່ຕ້ານຢ່າງດື້ດ້ານ ແລະ ປະຕິເສດມັນໃນໃຈຂອງພວກເຂົາ, ຢາກຈະເລີກ ແລະ ບໍ່ມີຄວາມກະຕືລືລົ້ນໃນການເປັນຜູ້ນຳ ຫຼື ຫົວໜ້າທີມອີກຕໍ່ໄປ. ນີ້ແມ່ນບັນຫາຫຍັງ? ເປັນຫຍັງພວກເຂົາຈຶ່ງບໍ່ມີການເຊື່ອຟັງຕໍ່ການຈັດແຈງຂອງຄຣິສຕະຈັກ? ພວກເຂົາຄິດວ່າການຍົກຍ້າຍ “ມືຂວາ” ຂອງພວກເຂົາຈະສົ່ງຜົນກະທົບຕໍ່ຜົນໄດ້ຮັບ ແລະ ຄວາມຄືບໜ້າຂອງວຽກງານຂອງພວກເຂົາ ແລະ ສະຖານະ ແລະ ຊື່ສຽງຂອງພວກເຂົາກໍຈະໄດ້ຮັບຜົນກະທົບຕາມມາ, ເຊິ່ງຈະບັງຄັບໃຫ້ພວກເຂົາເຮັດວຽກໜັກຂຶ້ນ ແລະ ທົນທຸກຫຼາຍຂຶ້ນເພື່ອຮັບປະກັນຜົນໄດ້ຮັບ, ເຊິ່ງເປັນສິ່ງສຸດທ້າຍທີ່ພວກເຂົາຢາກເຮັດ. ພວກເຂົາຄຸ້ນເຄີຍກັບຄວາມສະດວກສະບາຍ ແລະ ບໍ່ຢາກເຮັດວຽກຫຼາຍຂຶ້ນ ຫຼື ທົນທຸກຫຼາຍຂຶ້ນ, ສະນັ້ນ ພວກເຂົາຈຶ່ງບໍ່ຢາກປ່ອຍຄົນໆນັ້ນໄປ. ຖ້າເຮືອນຂອງພຣະເຈົ້າດຳເນີນການຍົກຍ້າຍຕໍ່ໄປ, ພວກເຂົາກໍຈະຈົ່ມຫຼາຍ ແລະ ເຖິງກັບຢາກຈະປະຖິ້ມວຽກງານຂອງພວກເຂົາ. ນີ້ບໍ່ແມ່ນການເຫັນແກ່ຕົວ ແລະ ຊົ່ວຊ້າບໍ? ຜູ້ຄົນທີ່ພຣະເຈົ້າເລືອກຄວນຖືກຈັດສັນຈາກສູນກາງໂດຍເຮືອນຂອງພຣະເຈົ້າ. ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບຜູ້ນຳ, ຫົວໜ້າທີມ ຫຼື ບຸກຄົນໃດໆ. ທຸກຄົນຕ້ອງກະທຳຕາມຫຼັກການ; ນີ້ຄືກົດລະບຽບຂອງເຮືອນຂອງພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ກະທຳຕາມຫຼັກການຂອງເຮືອນຂອງພຣະເຈົ້າ; ພວກເຂົາວາງແຜນຢູ່ສະເໝີເພື່ອເຫັນແກ່ສະຖານະ ແລະ ຜົນປະໂຫຍດຂອງພວກເຂົາເອງ, ໂດຍຫວັງວ່າຈະໃຊ້ປະໂຫຍດຈາກອ້າຍເອື້ອຍນ້ອງທີ່ມີຄວາມສາມາດດີເພື່ອຮັບໃຊ້ພວກເຂົາ ເພື່ອເຮັດໃຫ້ອຳນາດ ແລະ ສະຖານະຂອງພວກເຂົາໝັ້ນຄົງ. ນີ້ບໍ່ແມ່ນການເຫັນແກ່ຕົວ ແລະ ຊົ່ວຊ້າບໍ? ໂດຍພາຍນອກແລ້ວ, ການຮັກສາຄົນທີ່ມີຄວາມສາມາດດີໄວ້ຂ້າງພວກເຂົາ ແລະ ບໍ່ອະນຸຍາດໃຫ້ພວກເຂົາຖືກຍົກຍ້າຍໂດຍເຮືອນຂອງພຣະເຈົ້ານັ້ນເບິ່ງຄືວ່າພວກເຂົາກຳລັງຄິດເຖິງວຽກງານຂອງຄຣິສຕະຈັກ, ແຕ່ຄວາມຈິງແລ້ວ ພວກເຂົາພຽງແຕ່ຄິດເຖິງອຳນາດ ແລະ ສະຖານະຂອງພວກເຂົາເອງ ແລະ ບໍ່ໄດ້ຄິດເຖິງວຽກງານຂອງຄຣິສຕະຈັກເລີຍ. ພວກເຂົາຢ້ານວ່າພວກເຂົາຈະເຮັດວຽກງານຂອງຄຣິສຕະຈັກໄດ້ບໍ່ດີ ແລະ ດ້ວຍເຫດນີ້ ຈຶ່ງຈະຖືກໄລ່ອອກ, ເຊິ່ງຈະເຮັດໃຫ້ພວກເຂົາສູນເສຍສະຖານະຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຄຳນຶງເຖິງວຽກງານທີ່ກວ້າງຂວາງກວ່າຂອງເຮືອນຂອງພຣະເຈົ້າ, ຄິດເຖິງແຕ່ສະຖານະຂອງພວກເຂົາເອງ, ປົກປ້ອງສະຖານະຂອງຕົນເອງໂດຍບໍ່ສົນໃຈຜົນເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ປົກປ້ອງສະຖານະ ແລະ ຜົນປະໂຫຍດຂອງຕົນເອງຈົນເປັນອັນຕະລາຍຕໍ່ວຽກງານຂອງຄຣິສຕະຈັກ. ນີ້ຄືການເຫັນແກ່ຕົວ ແລະ ຊົ່ວຊ້າ. ເມື່ອປະເຊີນກັບສະຖານະການແບບນັ້ນ, ຢ່າງໜ້ອຍທີ່ສຸດ ຄົນເຮົາກໍຕ້ອງຄິດດ້ວຍສະຕິຮູ້ສຶກຜິດຊອບຂອງພວກເຂົາວ່າ: “ຄົນເຫຼົ່ານີ້ລ້ວນແຕ່ເປັນຄົນຂອງເຮືອນຂອງພຣະເຈົ້າ, ພວກເຂົາບໍ່ແມ່ນຊັບສິນສ່ວນຕົວຂອງຂ້ອຍ. ຂ້ອຍກໍເປັນສະມາຊິກຂອງເຮືອນຂອງພຣະເຈົ້າເຊັ່ນກັນ. ຂ້ອຍມີສິດຫຍັງທີ່ຈະຫ້າມບໍ່ໃຫ້ເຮືອນຂອງພຣະເຈົ້າຍົກຍ້າຍຄົນ? ຂ້ອຍຄວນພິຈາລະນາຜົນປະໂຫຍດໂດຍລວມຂອງເຮືອນຂອງພຣະເຈົ້າ ແທນທີ່ຈະສຸມໃສ່ແຕ່ວຽກງານພາຍໃນຂອບເຂດຄວາມຮັບຜິດຊອບຂອງຂ້ອຍເອງ”. ເຫຼົ່ານີ້ຄືຄວາມຄິດຂອງຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ເປັນເຫດຜົນທີ່ຜູ້ທີ່ເຊື່ອໃນພຣະເຈົ້າຄວນມີ. ເຮືອນຂອງພຣະເຈົ້າເຮັດວຽກງານຂອງສ່ວນລວມ ແລະ ຄຣິສຕະຈັກຕ່າງໆກໍເຮັດວຽກງານຂອງສ່ວນຍ່ອຍ. ສະນັ້ນ, ເມື່ອເຮືອນຂອງພຣະເຈົ້າມີຄວາມຕ້ອງການພິເສດຈາກຄຣິສຕະຈັກ, ສິ່ງທີ່ສຳຄັນທີ່ສຸດສຳລັບຜູ້ນຳ ແລະ ຜູ້ເຮັດວຽກກໍຄືການເຊື່ອຟັງການຈັດແຈງຂອງເຮືອນຂອງພຣະເຈົ້າ. ຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນແບບນັ້ນ. ພວກເຂົາລ້ວນແຕ່ຂ້ອນຂ້າງເຫັນແກ່ຕົວ, ພວກເຂົາຄິດເຖິງແຕ່ຕົວພວກເຂົາເອງ ແລະ ພວກເຂົາບໍ່ໄດ້ຄິດເຖິງວຽກງານຂອງຄຣິສຕະຈັກ. ພວກເຂົາຄຳນຶງເຖິງແຕ່ຜົນປະໂຫຍດທີ່ຢູ່ຕໍ່ໜ້າພວກເຂົາ, ພວກເຂົາບໍ່ໄດ້ຄຳນຶງເຖິງວຽກງານທີ່ກວ້າງຂວາງຂອງເຮືອນຂອງພຣະເຈົ້າ ແລະ ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດເຊື່ອຟັງການຈັດແຈງຂອງເຮືອນຂອງພຣະເຈົ້າໄດ້ຢ່າງເດັດຂາດ. ພວກເຂົາເຫັນແກ່ຕົວ ແລະ ຊົ່ວຊ້າຢ່າງຍິ່ງ! ໃນເຮືອນຂອງພຣະເຈົ້າ, ພວກເຂົາເຖິງກັບກ້າຫານພໍທີ່ຈະເປັນອຸປະສັກ ແລະ ເຖິງກັບກ້າທີ່ຈະດື້ດ້ານ; ຄົນເຫຼົ່ານີ້ຄືຄົນທີ່ຂາດຄວາມເປັນມະນຸດທີ່ສຸດ, ພວກເຂົາເປັນຄົນຊົ່ວຮ້າຍ. ຜູ້ຕໍ່ຕ້ານພຣະຄຣິສກໍເປັນແບບນີ້ແຫຼະ. ພວກເຂົາມັກຈະປະຕິບັດຕໍ່ວຽກງານຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ ແລະ ແມ່ນແຕ່ຊັບສິນທັງໝົດຂອງເຮືອນຂອງພຣະເຈົ້າທີ່ຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາ ຄືກັບເປັນຊັບສິນສ່ວນຕົວຂອງພວກເຂົາເອງ. ພວກເຂົາເຊື່ອວ່າມັນຂຶ້ນຢູ່ກັບພວກເຂົາວ່າສິ່ງເຫຼົ່ານີ້ຈະຖືກແຈກຢາຍ, ຍົກຍ້າຍ ແລະ ນຳໃຊ້ແນວໃດ ແລະ ເຮືອນຂອງພຣະເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າມາແຊກແຊງ. ເມື່ອມັນຢູ່ໃນມືຂອງພວກເຂົາແລ້ວ, ມັນກໍຄືກັບວ່າຢູ່ໃນການຄອບຄອງຂອງຊາຕານ, ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ແຕະຕ້ອງມັນໄດ້. ພວກເຂົາຄືຜູ້ຍິ່ງໃຫຍ່, ເປັນຫົວໜ້າໃຫຍ່ ແລະ ໃຜກໍຕາມທີ່ເຂົ້າໄປໃນເຂດແດນຂອງພວກເຂົາກໍຕ້ອງເຊື່ອຟັງຄຳສັ່ງ ແລະ ການຈັດແຈງຂອງພວກເຂົາຢ່າງສຸພາບ ແລະ ຢ່າງອ່ອນນ້ອມ ແລະ ສັງເກດເບິ່ງຈາກສີໜ້າຂອງພວກເຂົາ. ນີ້ຄືການສະແດງອອກຂອງຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າພາຍໃນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ໄດ້ຄຳນຶງເຖິງວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາບໍ່ໄດ້ປະຕິບັດຕາມຫຼັກການແມ່ນແຕ່ໜ້ອຍດຽວ ແລະ ຄິດເຖິງພຽງແຕ່ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ, ເຊິ່ງທັງໝົດນີ້ລ້ວນແຕ່ເປັນລັກສະນະເດັ່ນຂອງຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ.

ຍັງມີອີກສະຖານະການໜຶ່ງ. ບໍ່ວ່າຈະເປັນເງິນ ຫຼື ສິ່ງຂອງທີ່ອ້າຍເອື້ອຍນ້ອງຖວາຍໃຫ້, ພາຍໃຕ້ສະຖານະການປົກກະຕິ, ບໍ່ວ່າຈະມີຈຳນວນເທົ່າໃດກໍຕາມ, ທັງໝົດນັ້ນຄວນຖືກມອບໃຫ້ແກ່ເຮືອນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຊື່ອຢ່າງຜິດໆວ່າ “ເງິນທີ່ອ້າຍເອື້ອຍນ້ອງໃນຄຣິສຕະຈັກຂອງພວກເຮົາຖວາຍນັ້ນເປັນຂອງຄຣິສຕະຈັກຂອງພວກເຮົາ ແລະ ແມ່ນຄຣິສຕະຈັກຂອງພວກເຮົາທີ່ຈະເກັບຮັກສາໄວ້ ແລະ ນຳໃຊ້. ບໍ່ມີໃຜມີສິດທີ່ຈະເຂົ້າມາແຊກແຊງວິທີທີ່ພວກເຮົານຳໃຊ້ ຫຼື ແຈກຢາຍມັນ ແລະ ພວກເຂົາບໍ່ມີຄຸນສົມບັດທີ່ຈະເອົາມັນໄປຢ່າງແນ່ນອນ”. ສະນັ້ນ, ຖ້າເຈົ້າຖາມພວກເຂົາວ່າຄຣິສຕະຈັກໄດ້ຮັບເຄື່ອງຖວາຍເທົ່າໃດ, ພວກເຂົາກໍຈະຢ້ານວ່າເຈົ້າອາດຈະເອົາມັນໄປ ແລະ ພວກເຂົາຈະບໍ່ບອກຈຳນວນຕົວຈິງໃຫ້ເຈົ້າຮູ້. ບາງຄົນອາດຈະສົງໄສວ່າ “ມັນໝາຍຄວາມວ່າແນວໃດທີ່ພວກເຂົາຢ້ານວ່າມັນຈະຖືກເອົາໄປ? ພວກເຂົາຢາກໃຊ້ມັນເອງບໍ?” ບໍ່ຈຳເປັນ. ພວກເຂົາຄິດວ່າ “ຄຣິສຕະຈັກຂອງພວກເຮົາກໍຕ້ອງການເງິນເຊັ່ນກັນ. ຖ້າເງິນນັ້ນຖືກເອົາໄປ, ພວກເຮົາຈະດຳເນີນວຽກງານຂອງພວກເຮົາໄດ້ແນວໃດ?” ເບື້ອງເທິງມີຫຼັກການສຳລັບເລື່ອງເຫຼົ່ານີ້, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ປະຕິບັດຕາມຫຼັກການເມື່ອເຈົ້າຈັດການກັບເລື່ອງເຫຼົານັ້ນ? ພວກເຂົາຈັດສັນພຽງພໍທີ່ຈະໃຊ້ສຳລັບວຽກງານຂອງເຈົ້າ ແລະ ສ່ວນທີ່ເຫຼືອກໍຖືກຈັດແຈງຢ່າງເປັນເອກະພາບໂດຍເຮືອນຂອງພຣະເຈົ້າ. ຊັບພະຍາກອນເຫຼົ່ານີ້ບໍ່ແມ່ນຊັບສິນສ່ວນຕົວຂອງຜູ້ນຳຄຣິສຕະຈັກ; ພວກມັນເປັນຂອງເຮືອນຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເພື່ອຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ ແລະ ເພື່ອເຫັນແກ່ວຽກງານຂອງພວກເຂົາເອງ ແລະ ເພື່ອຮັບປະກັນຊັບພະຍາກອນພາຍໃນຂອບເຂດອິດທິພົນຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສບາງຄົນກັກກັນສິ່ງເຫຼົ່ານີ້ໄວ້ ແລະ ຍຶດເອົາເປັນຂອງຕົນເອງ ແລະ ພວກເຂົາບໍ່ອະນຸຍາດໃຫ້ຜູ້ໃດໃຊ້ສິ່ງເຫຼົ່ານັ້ນ. ນີ້ບໍ່ແມ່ນການສະແດງອອກຂອງຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າບໍ? ນີ້ກໍເປັນການສະແດງອອກທີ່ເປັນແບບສະບັບ ແລະ ສະເພາະເຈາະຈົງຂອງລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ.

ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ເປັນຄົນບໍ່ດີ ແລະ ຊົ່ວຮ້າຍ, ໜ້າກຽດ, ຊົ່ວຊ້າ, ຕ່ຳຊ້າ ແລະ ຕໍ່າຊາມ. ພຽງແຕ່ເວົ້າເຖິງພວກເຂົາກໍໜ້າລັງກຽດ ແລະ ໜ້າໂມໂຫແລ້ວ. ພວກເຂົາອາດຈະເບິ່ງຄືມະນຸດຢູ່ພາຍນອກ ແລະ ເວົ້າຈາມ່ວນຫູ, ເບິ່ງຄືວ່າເຂົ້າໃຈຫຼັກຄຳສອນທຸກປະເພດ ແລະ ຊ່ຽວຊານຫຼັກຄຳສອນນັ້ນ, ແຕ່ທັນທີທີ່ພວກເຂົາລົງມືເຮັດ, ຄວາມເປັນມະນຸດທີ່ໜ້າກຽດ ແລະ ຊົ່ວຮ້າຍຂອງພວກເຂົາກໍຖືກເປີດເຜີຍ, ເບິ່ງແລ້ວໜ້າລັງກຽດ. ເພາະວ່າຜູ້ຕໍ່ຕ້ານພຣະຄຣິສແຕ່ລະຄົນມີຄຸນລັກສະນະທີ່ໜ້າກຽດ ແລະ ຊົ່ວຮ້າຍເຫຼົ່ານີ້ຢູ່ໃນລັກສະນະຂອງພວກເຂົາ, ພວກເຂົາຈຶ່ງສາມາດກະທຳການທີ່ຊົ່ວຮ້າຍແບບນັ້ນໄດ້. ນັ້ນຄືເຫດຜົນທີ່ພວກເຂົາຖືກເອີ້ນວ່າຜູ້ຕໍ່ຕ້ານພຣະຄຣິສ. ເຫດຜົນນີ້ຟັງຂຶ້ນບໍ? (ແມ່ນແລ້ວ.) ເວົ້າອີກຢ່າງໜຶ່ງກໍຄື, ມັນຄືການມີຢູ່ຂອງອຸປະນິໄສທີ່ໂຫດຮ້າຍ ແລະ ຊົ່ວຊ້າເຫຼົ່ານັ້ນຢູ່ໃນລັກສະນະຂອງພວກເຂົາທີ່ອະນຸຍາດໃຫ້ພວກເຂົາກະທຳການທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ, ຈຶ່ງກຳນົດລັກສະນະຂອງພວກເຂົາເຊັ່ນນັ້ນ. ມັນເປັນແບບນັ້ນ. ຖ້າຄົນຜູ້ໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິສ, ມັນຈະຖືກຕ້ອງບໍທີ່ຈະພັນລະນາຄວາມເປັນມະນຸດຂອງພວກເຂົາວ່າໃຈດີ, ຊື່ຕົງ, ຊື່ສັດ ແລະ ຈິງໃຈ? ບໍ່ຖືກຕ້ອງຢ່າງແນ່ນອນ. ຖ້າຄົນຜູ້ໜຶ່ງຕົວະຈົນເປັນນິໄສ, ພວກເຂົາກໍມີຄຸນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າຄົນໃດໜຶ່ງແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນ, ພວກເຂົາກໍມີຄຸນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ. ຖ້າບຸກຄົນໃດໜຶ່ງເຫັນແກ່ຕົວ, ຊົ່ວຊ້າ, ຖືກຂັບເຄື່ອນດ້ວຍຜົນປະໂຫຍດສ່ວນຕົວເທົ່ານັ້ນ, ທຳຄວາມຊົ່ວຢ່າງບ້າຄັ່ງ ແລະ ບໍ່ຮູ້ຈັກຄວາມລະອາຍ, ແລ້ວພວກເຂົາກໍເປັນຄົນຊົ່ວຮ້າຍ. ຖ້າຄົນຊົ່ວຮ້າຍແບບນັ້ນຂຶ້ນມາຄອງອຳນາດ, ແລ້ວພວກເຂົາກໍຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສ.

5. ການເກາະຕິດກັບຜູ້ມີອຳນາດ ແລະ ການກົດຂີ່ຜູ້ອ່ອນແອ

ຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສກໍຍັງມີບາງສິ່ງທີ່ທັງໜ້າລັງກຽດ ແລະ ໜ້າຂີ້ດຽດ, ນັ້ນກໍຄື ພວກເຂົາເກາະຕິດກັບຜູ້ມີອຳນາດ ແລະ ກົດຂີ່ຜູ້ອ່ອນແອ. ຖ້າມີຄົນດັງບາງຄົນ ຫຼື ຄົນທີ່ມີອຳນາດ ຫຼື ມີສະຖານະໃນຄຣິສຕະຈັກ ຫຼື ໃນໂລກ, ບໍ່ວ່າພວກເຂົາຈະເປັນໃຜກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍມີຄວາມອິດສາ ແລະ ຄວາມຊື່ນຊົມໃນໃຈຂອງພວກເຂົາຢ່າງບໍ່ມີຂອບເຂດຕໍ່ຄົນເຫຼົ່ານັ້ນ, ເຖິງຂັ້ນປະຈົບປະແຈງພວກເຂົາ. ເມື່ອພວກເຂົາເຊື່ອໃນສາສະໜາຄຣິສ, ພວກເຂົາກໍອ້າງວ່າຫົວໜ້າທາງການເມືອງບາງຄົນກໍເປັນຜູ້ເຊື່ອ ແລະ ເມື່ອພວກເຂົາຍອມຮັບພາລະກິດຂັ້ນຕອນນີ້ຂອງພຣະເຈົ້າໃນຍຸກສຸດທ້າຍ, ພວກເຂົາກໍຢືນຢັນວ່າສິດຍາພິບານບາງຄົນຈາກນິກາຍທີ່ມີຊື່ສຽງກໍຍອມຮັບມັນເຊັ່ນກັນ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາມັກຈະຕັ້ງຊື່ທີ່ໜ້າປະທັບໃຈໃຫ້ກັບມັນສະເໝີ, ພວກເຂົາເຄົາລົບ ແລະ ຮຽນແບບຄົນດັງຢູ່ສະເໝີ ແລະ ພວກເຂົາຮູ້ສຶກພໍໃຈກໍຕໍ່ເມື່ອຢ່າງໜ້ອຍພວກເຂົາສາມາດເກາະຕິດກັບຄົນດັງ ຫຼື ຄົນທີ່ມີສະຖານະໄດ້. ເມື່ອເວົ້າເຖິງຄົນທີ່ມີສະຖານະ, ບໍ່ວ່າພວກເຂົາຈະດີ ຫຼື ບໍ່ດີກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍປະຈົບປະແຈງພວກເຂົາຢ່າງບໍ່ຮູ້ອິດເມື່ອຍ ແລະ ຍົກຍໍປໍປັ້ນ ແລະ ເອົາໃຈພວກເຂົາ. ພວກເຂົາເຖິງຂັ້ນເຕັມໃຈທີ່ຈະເສີບນໍ້າຊາ ແລະ ເອົາກະໂຖຍ່ຽວໄປຖິ້ມໃຫ້ພວກເຂົາ. ໃນທາງກົງກັນຂ້າມ, ເມື່ອປະຕິບັດຕໍ່ຜູ້ທີ່ບໍ່ມີສະຖານະ, ບໍ່ວ່າບຸກຄົນເຫຼົ່ານີ້ຈະຊື່ກົງ, ຊື່ສັດ ແລະ ໃຈດີສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຂົ່ມເຫັງ ແລະ ຢຽບຍໍ່າພວກເຂົາເມື່ອໃດກໍຕາມທີ່ເປັນໄປໄດ້. ພວກເຂົາມັກຈະໂອ້ອວດເລື້ອຍໆວ່າຄົນນັ້ນຄົນນີ້ເປັນຜູ້ບໍລິຫານທຸລະກິດໃນສັງຄົມແນວໃດ, ພໍ່ຂອງຄົນນັ້ນຄົນນີ້ລໍ້າລວຍສໍ່າໃດ, ຄົນນັ້ນຄົນນີ້ມີເງິນຫຼາຍສໍ່າໃດ ແລະ ຄອບຄົວ ຫຼື ບໍລິສັດຂອງຄົນນັ້ນຄົນນີ້ໃຫຍ່ໂຕສໍ່າໃດ, ໂດຍເນັ້ນໜັກເຖິງຄວາມໂດດເດັ່ນຂອງພວກເຂົາໃນສັງຄົມ. ກ່ຽວກັບຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສໃນຄຣິສຕະຈັກ, ບໍ່ວ່າພວກເຂົາຈະເຮັດການກະທຳທີ່ຊົ່ວຮ້າຍໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ເຄີຍລາຍງານ, ເປີດໂປງ ຫຼື ແຍກແຍະພວກເຂົາເລີຍ. ແຕ່ພວກເຂົາພັດຕິດຕາມພວກເຂົາຢ່າງໃກ້ຊິດ, ເຮັດທຸກຢ່າງທີ່ພວກເຂົາຖືກບອກໃຫ້ເຮັດ. ພວກເຂົາກາຍເປັນຜູ້ຕິດຕາມ, ລູກນ້ອງ ແລະ ຂ້າທາດຂອງຜູ້ນໍາລະດັບໃດກໍຕາມທີ່ພວກເຂົາຕິດຕາມ. ເມື່ອປະຕິບັດຕໍ່ຜູ້ທີ່ມີອຳນາດ, ມີອິດທິພົນ, ຮັ່ງມີ ແລະ ມີສະຖານະ, ພວກເຂົາເບິ່ງຄືວ່າອ່ອນນ້ອມ, ຖ່ອມຕົວ ແລະ ໄຮ້ຄວາມສາມາດເປັນພິເສດ. ພວກເຂົາເຊື່ອຟັງ ແລະ ອ່ອນນ້ອມຢ່າງຍິ່ງ, ໂດຍຫົວງຶກໆ ແລະ ປະຕິບັດຕາມທຸກສິ່ງທີ່ຄົນເຫຼົ່ານັ້ນເວົ້າ. ເຖິງຢ່າງໃດກໍຕາມ, ເມື່ອປະຕິບັດຕໍ່ຄົນທຳມະດາທີ່ບໍ່ມີສະຖານະ, ພວກເຂົາກໍວາງທ່າທາງທີ່ແຕກຕ່າງອອກໄປ, ໂດຍໃຊ້ທ່າທາງທີ່ວາງອຳນາດເມື່ອພວກເຂົາເວົ້າເພື່ອຂົ່ມຜູ້ຄົນ, ຕ້ອງການເປັນຜູ້ທີ່ເໜືອກວ່າ, ຄືກັບວ່າພວກເຂົາບໍ່ມີໃຜເອົາຊະນະໄດ້, ເຂັ້ມແຂງກວ່າ ແລະ ສູງສົ່ງກວ່າຄົນອື່ນໆ, ເຮັດໃຫ້ມັນຍາກທີ່ຈະແຍກແຍະບັນຫາ, ຂໍ້ບົກຜ່ອງ ຫຼື ຄວາມອ່ອນແອໃດໆໃນຕົວພວກເຂົາໄດ້. ນີ້ແມ່ນລັກສະນະປະເພດໃດ? ມີຄວາມກ່ຽວຂ້ອງບາງຢ່າງລະຫວ່າງສິ່ງນີ້ກັບການແຝງຊົ່ວ, ໂຫດຮ້າຍປ່າເຖື່ອນ ແລະ ບໍ່ຮູ້ຈັກຄວາມລະອາຍບໍ? (ແມ່ນແລ້ວ, ມີ.) ການເກາະຕິດກັບຜູ້ມີອຳນາດ ແລະ ການກົດຂີ່ຜູ້ອ່ອນແອ, ນີ້ບໍ່ແມ່ນດ້ານທີ່ໜ້າກຽດຊັງ ແລະ ຊົ່ວຮ້າຍຂອງຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຈົ້າຄິດວ່າຄົນທີ່ມີຄວາມເປັນມະນຸດແບບນີ້ຊື່ກົງບໍ? (ບໍ່.) ສິ່ງທີ່ພວກເຂົາເວົ້າກັບຜູ້ທີ່ມີສະຖານະ ແລະ ຜູ້ມີອຳນາດນັ້ນເປັນຄວາມຈິງບໍ? ສິ່ງທີ່ພວກເຂົາເວົ້າກັບຜູ້ອ່ອນແອນັ້ນເປັນຄວາມຈິງບໍ? (ບໍ່ມີສິ່ງໃດເປັນຄວາມຈິງເລີຍ.) ສະນັ້ນ, ຂໍ້ນີ້ຈຶ່ງມີຄວາມກ່ຽວຂ້ອງບາງຢ່າງກັບການຕົວະຈົນເປັນນິໄສ. ເມື່ອຕັດສິນຈາກຂໍ້ນີ້, ລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນໜ້າລັງກຽດຈົນເຖິງຂີດສຸດ ແລະ ພວກເຂົາມີສອງໃບໜ້າທີ່ແຕກຕ່າງກັນຢ່າງສິ້ນເຊີງ. ຄົນປະເພດນີ້ມີຊື່ຫຼິ້ນວ່າ “ກະປອມປ່ຽນສີ”. ພວກເຂົາບໍ່ເຄີຍປະຕິບັດຕໍ່ຜູ້ຄົນໂດຍອີງໃສ່ຫຼັກການຄວາມຈິງ, ຄວາມເປັນມະນຸດ ຫຼື ຜູ້ຄົນເຫຼົ່ານັ້ນກຳລັງໄລ່ຕາມຄວາມຈິງພາຍໃນເຮືອນຂອງພຣະເຈົ້າ ຫຼື ບໍ່. ແຕ່ພວກເຂົາພັດປະຕິບັດຕໍ່ຜູ້ຄົນແຕກຕ່າງກັນໂດຍອີງໃສ່ສະຖານະ ແລະ ອິດທິພົນຂອງພວກເຂົາພຽງຢ່າງດຽວ. ເມື່ອປະຕິບັດຕໍ່ຜູ້ທີ່ມີສະຖານະ ແລະ ມີຄວາມສາມາດ, ພວກເຂົາພະຍາຍາມຢ່າງຍິ່ງທີ່ຈະປະຈົບປະແຈງຄົນເຫຼົ່ານັ້ນ, ຍົກຍໍປໍປັ້ນພວກເຂົາ ແລະ ເຂົ້າໃກ້ພວກເຂົາ. ເຖິງແມ່ນວ່າພວກເຂົາຈະຖືກຄົນເຫຼົ່ານີ້ທຸບຕີ ຫຼື ປ້ອຍດ່າກໍຕາມ, ພວກເຂົາກໍເຕັມໃຈອົດທົນກັບມັນໂດຍບໍ່ມີການຈົ່ມວ່າໃດໆ. ພວກເຂົາເຖິງຂັ້ນຍອມຮັບຄວາມໄຮ້ປະໂຫຍດຂອງຕົນເອງຢ່າງຕໍ່ເນື່ອງ ແລະ ກາຍເປັນຄົນຮັບໃຊ້, ເຖິງແມ່ນວ່າສິ່ງທີ່ພວກເຂົາຄິດຢ່າງແທ້ຈິງຢູ່ພາຍໃນນັ້ນຈະແຕກຕ່າງຈາກພຶດຕິກຳພາຍນອກຂອງພວກເຂົາຢ່າງສິ້ນເຊີງກໍຕາມ. ຖ້າຄົນທີ່ມີສະຖານະ ແລະ ມີຊື່ສຽງເວົ້າ, ເຖິງແມ່ນວ່າມັນຈະເປັນຄວາມຫຼອກລວງ ແລະ ຄວາມເຊື່ອນອກຮີດຂອງຊາຕານທີ່ບໍ່ກ່ຽວຂ້ອງກັບຄວາມຈິງຢ່າງສິ້ນເຊີງກໍຕາມ, ພວກເຂົາກໍຈະຟັງມັນ, ງຶກຫົວເຫັນດີ ແລະ ຍອມຮັບມັນຢ່າງຜິວເຜີນ. ໃນທາງກົງກັນຂ້າມ, ຖ້າຄົນໃດໜຶ່ງຂາດຂີດຄວາມສາມາດ ຫຼື ສະຖານະ, ບໍ່ວ່າຄຳເວົ້າຂອງພວກເຂົາຈະຖືກຕ້ອງສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ສົນໃຈພວກເຂົາ ແລະ ດູຖູກພວກເຂົາ. ເຖິງແມ່ນວ່າສິ່ງທີ່ພວກເຂົາເວົ້າຈະສອດຄ່ອງກັບຫຼັກການ ແລະ ຄວາມຈິງກໍຕາມ, ພວກເຂົາກໍຈະບໍ່ຟັງມັນ, ແຕ່ພັດຈະໂຕ້ແຍ້ງ, ເຍາະເຍີ້ຍ ແລະ ເວົ້າສຽດສີພວກເຂົາແທນ. ນີ້ແມ່ນອີກຈຸດພິເສດໜຶ່ງທີ່ພົບເຫັນໄດ້ໃນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຕັດສິນຈາກວິທີການ ແລະ ຫຼັກການໃນການປະພຶດຕົນ ແລະ ການວາງຕົວໃນສັງຄົມຂອງພວກເຂົາ, ບຸກຄົນເຫຼົ່ານີ້ສາມາດຖືກກຳນົດລັກສະນະໄດ້ຢ່າງຊັດເຈນວ່າເປັນຜູ້ບໍ່ເຊື່ອຢ່າງແທ້ຈິງ. ການສະແດງອອກເຖິງລັກສະນະຂອງພວກເຂົາແມ່ນຕໍ່າຕ້ອຍ, ສົກກະປົກ ແລະ ຕ່ຳຊ້າ.

ການເກາະຕິດກັບຜູ້ມີອຳນາດ ແລະ ການກົດຂີ່ຜູ້ອ່ອນແອແມ່ນວິທີການທົ່ວໄປໃນການວາງຕົວໃນສັງຄົມສຳລັບຄົນເຊັ່ນຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາລົມກັນຢ່າງມ່ວນຊື່ນ ແລະ ຕີສະໜິດກັບຜູ້ບໍ່ມີຄວາມເຊື່ອ ແຕ່ເມື່ອພວກເຂົາຫັນມາເຫັນອ້າຍເອື້ອຍນ້ອງ ພວກເຂົາກໍບໍ່ມີຫຍັງຈະເວົ້າ ແລະ ບໍ່ມີເລື່ອງທີ່ຈະລົມກັນ. ນີ້ຄືຜູ້ຕໍ່ຕ້ານພຣະຄຣິສ. ເມື່ອສົນທະນາກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບຄວາມເຊື່ອໃນພຣະເຈົ້າ, ການປະຕິບັດໜ້າທີ່, ການເຂົ້າສູ່ຊີວິດ ຫຼື ການປ່ຽນແປງອຸປະນິໄສ ພວກເຂົາກໍບໍ່ມີຫຍັງຈະເວົ້າ ແລະ ບໍ່ມີຄວາມສົນໃຈ. ເຖິງຢ່າງໃດກໍຕາມ ເມື່ອເວົ້າເຖິງຜູ້ບໍ່ມີຄວາມເຊື່ອ ໂດຍສະເພາະຜູ້ທີ່ມີຄວາມຮັ່ງມີ ແລະ ມີອິດທິພົນ, ບຸກຄົນທາງການເມືອງ, ຊົນຊັ້ນສູງໃນສັງຄົມ, ຄົນດັງໃນວົງການເພງ ແລະ ຮູບເງົາ, ກະແສສັງຄົມ ແລະ ເລື່ອງທີ່ກ່ຽວຂ້ອງກັບການກິນດື່ມ ແລະ ການບັນເທີງ ພວກເຂົາກໍກາຍເປັນຄົນເວົ້າຫຼາຍເປັນພິເສດ ແລະ ຢຸດບໍ່ໄດ້. ເບິ່ງຄືວ່າພວກເຂົາປາຖະໜາຊີວິດ ແລະ ສະຖານະທາງສັງຄົມແບບນັ້ນເປັນພິເສດ. ເຖິງແມ່ນວ່າບຸກຄົນດັ່ງກ່າວຈະເຊື່ອໃນພຣະເຈົ້າ ມັນກໍເປັນພຽງຍ້ອນບັນຫາພວກເຂົາເອງ ແລະ ມີເຈດຕະນາ ແລະ ເປົ້າໝາຍທີ່ແອບແຝງເທົ່ານັ້ນ. ພວກເຂົາເຊື່ອໃນພຣະເຈົ້າເພື່ອພອນພຽງຢ່າງດຽວ ແລະ ເຖິງແມ່ນວ່າຫຼັງຈາກທີ່ເຊື່ອໃນພຣະເຈົ້າແລ້ວ ພວກເຂົາກໍບໍ່ສາມາດປ່ອຍວາງສິ່ງດັ່ງກ່າວໄດ້. ສະນັ້ນ ເມື່ອສົນທະນາກ່ຽວກັບເລື່ອງການກິນດື່ມ ແລະ ການບັນເທີງ ພວກເຂົາຈຶ່ງເກີດຄວາມກະຕືລືລົ້ນ. ເມື່ອເວົ້າກັບອ້າຍເອື້ອຍນ້ອງ ພວກເຂົາກໍຈະສະແດງອອກອີກແບບໜຶ່ງ. ຈາກສ່ວນເລິກຂອງຫົວໃຈ ແລະ ຈິດວິນຍານຂອງພວກເຂົາ ພວກເຂົາດູຖູກຜູ້ທີ່ເຊື່ອໃນພຣະເຈົ້າ, ຜູ້ທີ່ໄລ່ຕາມຄວາມຈິງ ແລະ ຜູ້ທີ່ຊື່ສັດ ແລະ ຊື່ກົງ. ພວກເຂົາຈຳແນກ ແລະ ດູໝິ່ນບຸກຄົນດັ່ງກ່າວ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນຜູ້ນໍາໃນຄຣິສຕະຈັກ ພວກເຂົາກໍຄິດວ່າ “ພວກເຂົາເບິ່ງບໍ່ຄືຜູ້ນໍາ, ພວກເຂົາບໍ່ຄືເຈົ້າໜ້າທີ່ເລີຍ. ເມື່ອທຽບກັບເຈົ້າໜ້າທີ່ທາງໂລກແລ້ວ ພວກເຂົາດ້ອຍກວ່າຫຼາຍ, ຂາດທ່າທາງ ແລະ ຮູບແບບ!” ຖ້າພວກເຂົາຮູ້ວ່າຜູ້ນໍາບາງຄົນບໍ່ມີລະດັບການສຶກສາທີ່ສູງ ພວກເຂົາກໍດູຖູກຜູ້ນໍາເຫຼົ່ານັ້ນໃນໃຈ. ພວກເຈົ້າຄິດວ່າພວກເຂົາຮູ້ສຶກແນວໃດເມື່ອພວກເຂົາເຫັນເຮົາ? ພຽງແຕ່ເຫຼືອບເບິ່ງ ພວກເຂົາກໍຄິດວ່າ “ພຣະຄຣິສເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ເປັນພຽງຄົນບໍ່ສຳຄັນທີ່ບໍ່ມີການສຶກສາສູງ, ບໍ່ໄດ້ສູງປານໃດ, ຮູບຮ່າງໜ້າຕາກໍບໍ່ດຶງດູດ, ຂາດທ່າທາງ ແລະ ການແຕ່ງກາຍກໍທຳມະດາ. ທຸກຄົນເວົ້າວ່າພຣະອົງມີຄວາມຈິງ, ນີ້ເປັນພຽງສິ່ງດຽວທີ່ຄຸ້ມຄ່າທີ່ຈະໃສ່ໃຈ ແລະ ບໍ່ມີຫຍັງອື່ນທີ່ໜ້າປະທັບໃຈກ່ຽວກັບຕົວພຣະອົງເລີຍ. ເບິ່ງສິ່ງທີ່ຜູ້ມີອຳນາດເຫຼົ່ານັ້ນນຸ່ງໃນສັງຄົມແມ! ເຄື່ອງນຸ່ງ ແລະ ເກີບຂອງພຣະອົງເປັນຍີ່ຫໍ້ຫຍັງ? ຊົງຜົມຂອງພຣະອົງເປັນແນວໃດ? ພຣະອົງໄດ້ຕັດຜົມຢູ່ຮ້ານທີ່ມີຊື່ສຽງບໍ? ຕັດຜົມຄັ້ງໜຶ່ງລາຄາເທົ່າໃດ?” ເຮົາເວົ້າວ່າ “ເຮົາບໍ່ໄດ້ຈ່າຍເງິນຈັກກີບໃນການຕັດຜົມ, ເຮົາຕັດເອງຢູ່ບ້ານ”. ພວກເຂົາເວົ້າວ່າ “ພຣະອົງໄປເຮັດຄວາມງາມບໍ? ພຣະອົງພັກຢູ່ໂຮງແຮມບໍ? ລະດັບຈັກດາວ? ພຣະອົງເຄີຍໄປລ່ອງເຮືອສຳລານບໍ?” ເຮົາເວົ້າວ່າ “ເຮົາບໍ່ຮູ້ກ່ຽວກັບສິ່ງເຫຼົ່ານີ້”. ພວກເຂົາເວົ້າວ່າ “ຖ້າເປັນແນວນັ້ນ ພຣະອົງກໍບ້ານນອກຫຼາຍ. ດ້ວຍຕົວຕົນ ແລະ ສະຖານະທີ່ສູງສົ່ງຂອງພຣະອົງ ເປັນຫຍັງພຣະອົງຈຶ່ງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈກ່ຽວກັບສິ່ງທີ່ຫຼູຫຼາ ແລະ ລະດັບສູງເຫຼົ່ານີ້ໃນໂລກ? ດ້ວຍເງື່ອນໄຂຂອງພຣະອົງ, ພຣະອົງຄວນໄປສຳຜັດກັບມັນດ້ວຍຕົວພຣະອົງເອງຈັກໜ້ອຍແດ່. ຢ່າງໜ້ອຍທີ່ສຸດ ພຣະອົງຕ້ອງໄປຮ້ານເສີມສວຍລະດັບສູງ, ພັກໃນໂຮງແຮມຫ້າດາວ ແລະ ໄປລ່ອງເຮືອສຳລານ. ຢ່າງໜ້ອຍທີ່ສຸດ ພຣະອົງກໍຄວນນັ່ງຊັ້ນໜຶ່ງເວລາພຣະອົງຂຶ້ນຍົນ”. ເມື່ອພວກເຂົາເຫັນເຮົາ ພວກເຂົາກໍດູຖູກເຮົາ ແຕ່ພວກເຂົາຕ້ອງຍອມຮັບສິ່ງໜຶ່ງ ນັ້ນກໍຄື “ຂ້ານ້ອຍບໍ່ເຄີຍໄດ້ຍິນສິ່ງໃດທີ່ພຣະອົງເວົ້າໃນລະຫວ່າງການເຕົ້າໂຮມມາກ່ອນເລີຍ, ຂ້ານ້ອຍຕ້ອງຟັງສິ່ງທີ່ພຣະອົງເວົ້າ”. ແຕ່ຫຼັງຈາກການເຕົ້າໂຮມແລ້ວ ພວກເຂົາກໍບໍ່ຮັບຮູ້ເຮົາອີກຕໍ່ໄປ. ປຽບເໝືອນໝາປ່າ, ຫຼັງຈາກທີ່ເຈົ້າໃຫ້ອາຫານມັນແລ້ວ ມັນກໍຫັນກັບມາກັດເຈົ້າ. ນັ້ນຄືທຳມະຊາດຂອງໝາປ່າ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນອ້າຍເອື້ອຍນ້ອງທຳມະດາທີ່ບໍ່ມີເງິນ ຫຼື ອິດທິພົນ ເປັນຄົນພຽງແຕ່ຮັກຄວາມຈິງ ແລະ ສາມາດໄລ່ຕາມມັນໄດ້ ແລະ ຜູ້ທີ່ເຕັມໃຈປະຕິບັດໜ້າທີ່ຂອງຕົນ ພວກເຂົາກໍລັງກຽດ ແລະ ກີດກັນອ້າຍເອື້ອຍນ້ອງເຫຼົ່ານັ້ນ. ເມື່ອພວກເຂົາເບິ່ງພຣະຄຣິສ ແລະ ເຫັນຄົນທຳມະດາຄົນໜຶ່ງ ເຊິ່ງໃນທຸກດ້ານ ບໍ່ວ່າຈະເປັນຮູບລັກພາຍນອກ, ຮູບຮ່າງໜ້າຕາ ແລະ ທ່າທາງ ລ້ວນແຕ່ເປັນຄົນລຽບງ່າຍ ແລະ ທຳມະດາ ພວກເຂົາສາມາດປ່ຽນແປງອຸປະນິໄສພາຍໃນ ແລະ ມຸມມອງຂອງພວກເຂົາໄດ້ໃນທັນທີບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້.) ທັດສະນະຄະຕິຂອງພວກເຂົາຕໍ່ສິ່ງຕ່າງໆແມ່ນອີງໃສ່ລັກສະນະຂອງພວກເຂົາ. ຍ້ອນຂາດຄວາມເປັນມະນຸດທີ່ປົກກະຕິ, ທັດສະນະຄະຕິຂອງພວກເຂົາຕໍ່ພຣະຄຣິສຈຶ່ງຄືກັນກັບທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄົນທຳມະດາຢ່າງບໍ່ຕ້ອງສົງໄສ. ບໍ່ມີຄວາມເຄົາລົບແມ່ແຕ່ໜ້ອຍດຽວ, ສິ່ງນີ້ຖືກກຳນົດໂດຍແກ່ນແທ້ ແລະ ລັກສະນະຂອງພວກເຂົາ. ການສະແດງອອກໃນດ້ານນີ້ຂອງຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນໜ້າລັງກຽດ ແລະ ໜ້າຂີ້ດຽດຄືກັນກັບໃນດ້ານອື່ນໆ.

ຈຸດພິເສດຕ່າງໆທີ່ພວກເຮົາຫາກໍໂອ້ລົມກັນກ່ຽວກັບລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ ແຕ່ລະຢ່າງສາມາດເປີດເຜີຍໃຫ້ເຫັນເຖິງຄວາມດີ ຫຼື ຄວາມຊົ່ວ, ຄວາມສູງສົ່ງ ຫຼື ຄວາມຕໍ່າຕ້ອຍຂອງລັກສະນະຂອງພວກເຂົາ. ລັກສະນະຂອງຄົນທີ່ຕົວະຈົນເປັນນິໄສນັ້ນສູງສົ່ງ ຫຼື ຕໍ່າຕ້ອຍ? (ຕໍ່າຕ້ອຍ.) ຄວາມເປັນມະນຸດຂອງຄົນທີ່ເຫັນແກ່ຕົວ ແລະ ຊົ່ວຊ້ານັ້ນດີ ຫຼື ບໍ່ດີ? (ບໍ່ດີ.) ຄວາມເປັນມະນຸດຂອງຄົນທີ່ບໍ່ຮູ້ຈັກຄວາມລະອາຍນັ້ນດີ ຫຼື ບໍ່ດີ? (ບໍ່ດີ.) ລັກສະນະຂອງຄົນທີ່ແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນນັ້ນສູງສົ່ງ ຫຼື ຕໍ່າຕ້ອຍ? (ຕໍ່າຕ້ອຍ.) ລັກສະນະຂອງຄົນທີ່ຮູ້ພຽງແຕ່ການເກາະຕິດກັບຜູ້ມີອຳນາດ ແລະ ການກົດຂີ່ຜູ້ອ່ອນແອ ເຊິ່ງຍຶດໝັ້ນພຽງແຕ່ຫຼັກການດັ່ງກ່າວເປັນແນວໃດ? (ໜ້າລັງກຽດ.) ບຸກຄົນດັ່ງກ່າວໜ້າລັງກຽດເຖິງຂີດສຸດ, ບໍ່ພຽງແຕ່ຂາດຄວາມເປັນມະນຸດທີ່ປົກກະຕິເທົ່ານັ້ນ ແຕ່ອາດເວົ້າໄດ້ຢ່າງຖືກຕ້ອງວ່າພວກເຂົາບໍ່ແມ່ນມະນຸດ, ພວກເຂົາເປັນຄົນຊົ່ວຊາມ, ພວກເຂົາເປັນມານຮ້າຍ. ໃຜກໍຕາມທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນແມ່ນແຕ່ໜ້ອຍດຽວກໍຄືມານຮ້າຍ, ບໍ່ແມ່ນມະນຸດ.

6. ມີຄວາມປາດຖະໜາໃນວັດຖຸຫຼາຍກວ່າຄົນປົກກະຕິ

ຍັງມີການສະແດງອອກອີກຢ່າງໜຶ່ງໃນຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ພວກເຂົາມີຄວາມປາຖະໜາໃນວັດຖຸສິ່ງຂອງຫຼາຍກວ່າຄົນປົກກະຕິ. ເຊິ່ງເວົ້າໄດ້ວ່າ ຄວາມປາຖະໜາ ແລະ ຄວາມຕ້ອງການວັດຖຸສິ່ງຂອງຂອງພວກເຂົາແມ່ນໃຫຍ່ເປັນພິເສດ, ມັນບໍ່ມີຂີດຈຳກັດ. ພວກເຂົາເຕັມໄປດ້ວຍຄວາມປາຖະໜາເຖິງວິຖີຊີວິດທີ່ຟຸ່ມເຟືອຍ ແລະ ໂລບມາກຢ່າງບໍ່ມີທີ່ສິ້ນສຸດ. ບາງຄົນອາດຈະເວົ້າວ່າ: “ຜູ້ຕໍ່ຕ້ານພຣະຄຣິສສ່ວນໃຫຍ່ບໍ່ມີການສະແດງອອກເຊັ່ນນີ້”. ການບໍ່ມີການສະແດງອອກມັນບໍ່ໄດ້ໝາຍຄວາມວ່າມັນບໍ່ມີຢູ່ໃນຄວາມເປັນມະນຸດຂອງພວກເຂົາ. ເມື່ອຄົນດັ່ງກ່າວໄດ້ຮັບສະຖານະ, ຫຼັກການຂອງພວກເຂົາໃນການກິນ, ການນຸ່ງຖື ແລະ ຮູບລັກພາຍນອກຂອງພວກເຂົາແມ່ນຫຍັງ? ທັນທີທີ່ພວກເຂົາມີສະຖານະ, ພວກເຂົາກໍຕ້ອງເຮັດຕາມໃຈຕົນເອງ, ພວກເຂົາຊອກຫາໂອກາດ, ພວກເຂົາມີເງື່ອນໄຂບາງຢ່າງ ແລະ ຊີວິດຂອງພວກເຂົາກໍແຕກຕ່າງອອກໄປ. ພວກເຂົາກາຍເປັນຄົນພິຖີພິຖັນກ່ຽວກັບສິ່ງທີ່ພວກເຂົາກິນ, ໂດຍເນັ້ນຄວາມໂອ້ອວດ ແລະ ຄວາມຫຼູຫຼາ. ພວກເຂົາຢືນຢັນທີ່ຈະນຸ່ງ ແລະ ໃຊ້ສິນຄ້າຍີ່ຫໍ້ດັງ ແລະ ເຮືອນທີ່ພວກເຂົາອາໄສຢູ່ ແລະ ລົດທີ່ພວກເຂົາຂັບກໍຕ້ອງ ຫຼູຫຼາ ແລະ ມີລະດັບ. ເຖິງແມ່ນວ່າເມື່ອພວກເຂົາຊື້ລົດອະເນກປະສົງ, ມັນກໍຕ້ອງຖືກຕົກແຕ່ງດ້ວຍອຸປະກອນເສີມທີ່ຫຼູຫຼາ. ບາງຄົນອາດຈະຖາມວ່າ: “ຖ້າພວກເຂົາບໍ່ມີເງິນ, ເປັນຫຍັງພວກເຂົາຈຶ່ງໃຫ້ຄວາມສຳຄັນກັບສິ່ງເຫຼົ່ານີ້ຫຼາຍແທ້?” ພຽງແຕ່ຍ້ອນວ່າພວກເຂົາບໍ່ມີເງິນ, ນັ້ນບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ໄລ່ຕາມສິ່ງດັ່ງກ່າວ ຫຼື ຄວາມປາຖະໜານີ້ບໍ່ມີຢູ່ໃນຄວາມເປັນມະນຸດຂອງພວກເຂົາ. ເພາະສະນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຄອບຄອງເຄື່ອງຖວາຍໃນເຮືອນຂອງພຣະເຈົ້າ, ພວກເຂົາກໍລ້າງຜານພວກມັນຢ່າງປະໝາດ. ພວກເຂົາຕ້ອງການຊື້ ແລະ ເພີດເພີນກັບທຸກສິ່ງ, ຈົນເຖິງຂັ້ນບໍ່ຮູ້ຈັກຄວາມລະອາຍ ແລະ ໃນລະດັບທີ່ຍາກທີ່ຈະຄວບຄຸມ. ພວກເຂົາຕ້ອງດື່ມຊາຄຸນະພາບສູງທີ່ເສີບໃນຈອກທີ່ເຄືອບດ້ວຍຄຳ, ອາຫານຂອງພວກເຂົາຕ້ອງເປັນງານລ້ຽງທີ່ໃຫຍ່ໂຕມະໂຫລານ, ພວກເຂົາຢືນຢັນທີ່ຈະກິນໂສມຊັ້ນດີເປັນພິເສດແລະ ພວກເຂົາໃຊ້ພຽງແຕ່ຄອມພິວເຕີ ແລະ ໂທລະສັບຈາກຍີ່ຫໍ້ລະດັບໂລກທີ່ເປັນລຸ້ນໃໝ່ຫຼ້າສຸດຢູ່ສະເໝີ. ພວກເຂົາໃສ່ແວ່ນຕາລາຄາຫຼາຍພັນຢວນ, ໃຊ້ເງິນຫຼາຍຮ້ອຍໃນການເຮັດຜົມ ແລະ ຈ່າຍເງິນຫຼັກພັນ ຫຼື ຫຼາຍກວ່ານັ້ນສຳລັບການນວດ ແລະ ການຊາວໜ້າ. ສະຫຼຸບສັ້ນໆກໍຄື, ພວກເຂົາຮຽກຮ້ອງໃຫ້ທຸກສິ່ງເປັນສິ່ງທີ່ດີທີ່ສຸດ ແລະ ເປັນຍີ່ຫໍ້ດັງ, ຕ້ອງການຊົມໃຊ້ສິ່ງໃດກໍຕາມທີ່ຄົນດັງ ແລະ ຜູ້ມີອຳນາດຊົມໃຊ້. ເມື່ອຜູ້ຕໍ່ຕ້ານພຣະຄຣິສມີສະຖານະ, ສິ່ງທີ່ໜ້າກຽດຊັງທັງໝົດເຫຼົ່ານີ້ກໍຈະປາກົດໃຫ້ເຫັນຢ່າງຊັດເຈນ. ໃນລະຫວ່າງການເຕົ້າໂຮມ, ຖ້າມີພຽງສາມຫາຫ້າຄົນຟັງຄຳເທດສະໜາຂອງພວກເຂົາ, ພວກເຂົາກໍເຫັນວ່າມັນບໍ່ພຽງພໍ ແລະ ຢືນຢັນທີ່ຈະໃຫ້ມີສາມຫາຫ້າຮ້ອຍຄົນມາຟັງພວກເຂົາ. ເມື່ອຄົນອື່ນເວົ້າວ່າມີສະຖານະການພາຍນອກທີ່ບໍ່ເອື້ອອຳນວຍ. ສະນັ້ນ, ການເຕົ້າໂຮມສາມຫາຫ້າຄົນກໍຖືວ່າດີຫຼາຍແລ້ວ, ພວກເຂົາກໍໂຕ້ຕອບວ່າ: “ແບບນີ້ບໍ່ໄດ້, ເປັນຫຍັງຈຶ່ງມີຄົນຟັງຄຳເທດສະໜາຂອງຂ້ອຍໜ້ອຍແທ້? ແບບນີ້ບໍ່ຄຸ້ມຄ່າກັບເວລາຂອງຂ້ອຍເລີຍ. ພວກເຮົາຄວນຊື້ອາຄານຄຣິສຕະຈັກຂະໜາດໃຫຍ່ທີ່ສາມາດບັນຈຸຄົນໄດ້ຫຼາຍສິບພັນຄົນເພື່ອການເທດສະໜາທີ່ມີກຽດກວ່ານີ້”. ພວກເຂົາກຳລັງຊອກຫາຄວາມຕາຍຢູ່ບໍ? ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ. ພວກເຂົາບໍ່ຮູ້ຈັກຄວາມລະອາຍເຊັ່ນກັນບໍ? ພວກເຂົາມີຄວາມປາຖະໜາ ແລະ ຄວາມສົນໃຈທີ່ຄວບຄຸມບໍ່ໄດ້ຢ່າງຍິ່ງຕໍ່ຊີວິດ ແລະ ວັດຖຸທີ່ຫຼູຫຼາ, ເຊິ່ງເປັນອີກຈຸດພິເສດໜຶ່ງໃນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ. ທັນທີທີ່ມີຄົນກ່າວເຖິງອາຫານຊັ້ນເລີດ, ລົດຫຼູ, ເຄື່ອງນຸ່ງຍີ່ຫໍ້ດັງ ແລະ ສິນຄ້າລະດັບສູງ ແລະ ລາຄາແພງ, ຕາຂອງພວກເຂົາກໍຈະເປັນປະກາຍດ້ວຍຄວາມໂລບ ແລະ ຄວາມປາຖະໜາຂອງພວກເຂົາກໍປາກົດຂຶ້ນ. ຄວາມປາຖະໜານີ້ເກີດຂຶ້ນໄດ້ແນວໃດ? ມັນຄືການເປີດເຜີຍທຳມະຊາດຂອງມານຮ້າຍຂອງພວກເຂົາຢ່າງບໍ່ຕ້ອງສົງໄສ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນອາດຈະຂາດເຂີນເງິນ ແລະ ເມື່ອພວກເຂົາເຫັນຄົນໃສ່ເຄື່ອງປະດັບລະດັບສູງ ຫຼື ແຫວນເພັດສອງ ຫຼື ສາມກະລັດ, ຕາຂອງພວກເຂົາກໍຈະເປັນປະກາຍ ແລະ ພວກເຂົາຄິດວ່າ “ຖ້າຂ້ອຍບໍ່ໄດ້ເຊື່ອໃນພຣະເຈົ້າ, ຂ້ອຍຄົງຈະໄດ້ໃສ່ແຫວນຫ້າກະລັດແລ້ວ”. ພວກເຂົາພິຈາລະນາຄວາມຈິງທີ່ວ່າພວກເຂົາບໍ່ມີແມ່ນແຕ່ແຫວນໜຶ່ງກະລັດ ແລະ ພວກເຂົາກໍຮູ້ສຶກເສຍໃຈ ແລະ ເລີ່ມຄິດວ່າການເຊື່ອໃນພຣະເຈົ້າບໍ່ຄຸ້ມຄ່າ. ແຕ່ເມື່ອພິຈາລະນາຕື່ມອີກ, ພວກເຂົາກໍຄິດວ່າ “ຂ້ອຍຈະໄດ້ຮັບພອນອັນຍິ່ງໃຫຍ່ໃນອະນາຄົດຍ້ອນການວາງຄວາມເຊື່ອຂອງຂ້ອຍໄວ້ໃນພຣະເຈົ້າ. ຂ້ອຍອາດຈະມີເພັດຫ້າຮ້ອຍກະລັດ ແລະ ໃສ່ມັນໄວ້ເທິງຫົວຂອງຂ້ອຍ”. ພວກເຂົາບໍ່ມີຄວາມປາຖະໜາບໍ? ເມື່ອເຫັນບຸກຄົນທີ່ຮັ່ງມີໃນໂທລະພາບນຸ່ງເຄື່ອງຍີ່ຫໍ້ດັງ ແລະ ລ່ອງເຮືອສຳລານທີ່ຫຼູຫຼາໃນທະເລ, ພວກເຂົາກໍຮູ້ສຶກວ່າມັນເປັນສິ່ງທີ່ມີຄວາມສຸກ, ໂຣແມນຕິກ, ສູງສົ່ງ ແລະ ໜ້າອິດສາຢ່າງບໍ່ໜ້າເຊື່ອ. ພວກເຂົາຢາກໄດ້ຈົນນໍ້າລາຍໄຫຼ, ໂດຍເວົ້າວ່າ “ເມື່ອໃດຂ້ອຍຈະສາມາດກາຍເປັນຄົນແບບນັ້ນໄດ້, ເປັນຜູ້ຍິ່ງໃຫຍ່ໃນໝູ່ມະນຸດ? ເມື່ອໃດຂ້ອຍຈະສາມາດເພີດເພີນກັບຊີວິດແບບນັ້ນໄດ້?” ພວກເຂົາເບິ່ງມັນຊໍ້າແລ້ວຊໍ້າອີກຈົນກວ່າພວກເຂົາຈະຄິດວ່າການເຊື່ອໃນພຣະເຈົ້າບໍ່ໜ້າສົນໃຈຢ່າງແທ້ຈິງ. ແຕ່ແລ້ວພວກເຂົາກໍໄຕ່ຕອງອີກຄັ້ງ, ໂດຍຄິດວ່າ “ຂ້ອຍບໍ່ສາມາດຄິດແບບນີ້ໄດ້. ເປັນຫຍັງຂ້ອຍຈຶ່ງເຊື່ອໃນພຣະເຈົ້າ? ‘ຄົນເຮົາຕ້ອງອົດທົນຕໍ່ຄວາມຍາກລຳບາກທີ່ສຸດເພື່ອທີ່ຈະກາຍເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດໃນໝູ່ມະນຸດ’. ໃນອະນາຄົດ, ຊີວິດຂອງຂ້ອຍຈະດີກວ່າຂອງພວກເຂົາຫຼາຍ. ພວກເຂົາໄປລ່ອງເຮືອສຳລານທີ່ຫຼູຫຼາ, ແຕ່ຂ້ອຍຈະບິນດ້ວຍຍົນທີ່ຫຼູຫຼາ ຫຼື ຍານບິນທີ່ຫຼູຫຼາ, ຂ້ອຍຈະໄປດວງຈັນ!” ຄວາມຄິດເຫຼົ່ານີ້ສົມເຫດສົມຜົນແມ່ນແຕ່ໜ້ອຍດຽວບໍ? ພວກມັນສອດຄ່ອງກັບຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່ສອດຄ່ອງ.) ນີ້ແມ່ນອີກອົງປະກອບໜຶ່ງໃນຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສ, ນັ້ນກໍຄື ຄວາມປາຖະໜາທີ່ຄວບຄຸມບໍ່ໄດ້ຢ່າງຍິ່ງຕໍ່ວັດຖຸສິ່ງຂອງ ແລະ ວິຖີຊີວິດທີ່ຫຼູຫຼາ. ເມື່ອພວກເຂົາໄດ້ຮັບສິ່ງເຫຼົ່ານີ້, ພວກເຂົາກໍກາຍເປັນຄົນໂລບມາກຢ່າງບໍ່ມີທີ່ສິ້ນສຸດ, ດ້ວຍສາຍຕາ ແລະ ທຳມະຊາດທີ່ຫິວໂຫຍ, ຕ້ອງການຄອບຄອງສິ່ງເຫຼົ່ານີ້ຕະຫຼອດໄປ. ໃນຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນບໍ່ແມ່ນພຽງແຕ່ການອິດສາຜູ້ມີອຳນາດເທົ່ານັ້ນ; ພວກເຂົາຍັງປາຖະໜາໃນວັດຖຸສິ່ງຂອງ ແລະ ຊີວິດທີ່ມີຄຸນະພາບສູງອີກດ້ວຍ. ຄວາມເປັນມະນຸດທີ່ປົກກະຕິມີຂອບເຂດຄວາມຕ້ອງການທີ່ສົມເຫດສົມຜົນສຳລັບຊີວິດ ແລະ ວັດຖຸສິ່ງຂອງ, ພວກເຂົາມີສິ່ງຈຳເປັນໃນຊີວິດປະຈຳວັນ, ຄວາມຕ້ອງການຂອງສະພາບແວດລ້ອມໃນການເຮັດວຽກ ແລະ ການດຳລົງຊີວິດ ແລະ ຍັງມີຄວາມຕ້ອງການທາງຮ່າງກາຍຂອງພວກເຂົາອີກດ້ວຍ. ມັນພຽງພໍແລ້ວທີ່ຄວາມຕ້ອງການເຫຼົ່ານີ້ໄດ້ຮັບການຕອບສະໜອງ ແລະ ມັນຖືກຖືວ່າຂ້ອນຂ້າງເປັນເລື່ອງປົກກະຕິທີ່ຈະປະມານຕົນໂດຍອີງໃສ່ຂີດຄວາມສາມາດ ແລະ ເງື່ອນໄຂທາງເສດຖະກິດຂອງຕົນເອງ. ເຖິງຢ່າງໃດກໍຕາມ, ຄວາມຕ້ອງການ ແລະ ຄວາມຫຼົງໄຫຼໃນວັດຖຸສິ່ງຂອງຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຜິດປົກກະຕິ ແລະ ບໍ່ມີທີ່ສິ້ນສຸດ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນໄລ່ຕາມຄຸນະພາບຊີວິດທີ່ສູງເປັນພິເສດ, ເມື່ອພວກເຂົາອາໄສຢູ່ໃນຄອບຄົວເຈົ້າພາບທີ່ອາຫານທັງໝົດເປັນອາຫານທຳມະດາ, ພວກເຂົາກໍຮູ້ສຶກຫງຸດຫງິດເລັກນ້ອຍ. ຍິ່ງໄປກວ່ານັ້ນ, ຖ້າອ້າຍເອື້ອຍນ້ອງໃນຄອບຄົວນີ້ກຳລັງໄລ່ຕາມຄວາມຈິງ, ເປັນຄົນຂ້ອນຂ້າງຊື່ສັດ ແລະ ບໍ່ຍົກຍໍປໍປັ້ນພວກເຂົາ, ເອົາໃຈພວກເຂົາ ຫຼື ເວົ້າສິ່ງທີ່ພວກເຂົາຢາກໄດ້ຍິນ, ພວກເຂົາກໍຈະຍິ່ງລັງກຽດຫຼາຍຂຶ້ນ, ໂດຍຄິດວ່າ “ຂ້ອຍຈະໄປຫາອາຫານດີໆ ແລະ ພັກໃນເຮືອນຫຼັງໃຫຍ່ໄດ້ຢູ່ໃສ? ໃຜມີເງື່ອນໄຂການດຳລົງຊີວິດທີ່ດີ? ໃຜມີລົດ ແລະ ສາມາດຂັບພາຂ້ອຍໄປບ່ອນຕ່າງໆ ແລະ ໄປຮັບຂ້ອຍເພື່ອທີ່ຂ້ອຍຈະບໍ່ຕ້ອງຍ່າງ?” ພວກເຂົາສົນໃຈແຕ່ເລື່ອງດັ່ງກ່າວຢູ່ສະເໝີ. ມີຄົນປະເພດນີ້ຢູ່ອ້ອມຂ້າງພວກເຈົ້າບໍ? ພວກເຈົ້າແມ່ນຄົນປະເພດນີ້ບໍ? (ສິ່ງເຫຼົ່ານີ້ກໍມີຢູ່ໃນຄວາມເປັນມະນຸດຂອງພວກເຮົາເຊັ່ນກັນ.) ແລ້ວພວກເຈົ້າສາມາດຄວບຄຸມພວກມັນໄວ້ໄດ້ບໍ? ການເພີດເພີນກັບຄວາມສະດວກສະບາຍບໍ່ຄືກັນກັບຄວາມໂລບມາກຢ່າງບໍ່ມີທີ່ສິ້ນສຸດ; ມັນຄວນຢູ່ໃນຄວາມເໝາະສົມ ໂດຍບໍ່ຂັດຂວາງການປະຕິບັດໜ້າທີ່ຂອງຕົນເອງ. ນີ້ຄືຄວາມເປັນມະນຸດທີ່ຄົນທີ່ເສື່ອມຊາມທົ່ວໄປມີ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສພັດບໍ່ປະຕິບັດຕາມຄວາມເໝາະສົມ; ພວກເຂົາບໍ່ຮູ້ຈັກພໍ ແລະ ໂລບມາກເປັນນິໄສ. ກ່ຽວກັບການສະແດງອອກນີ້, ພວກເຈົ້າມີຫຍັງຈະເພີ່ມເຕີມອີກບໍ? (ພຣະເຈົ້າ, ຂ້ານ້ອຍໄດ້ເຫັນຜູ້ຕໍ່ຕ້ານພຣະຄຣິສມາກ່ອນ. ໃນເວລານັ້ນ, ເອື້ອຍນ້ອງຄົນໜຶ່ງໄດ້ຊື້ເສື້ອກັນໜາວຂົນເປັດໃຫ້ລາວຫຼາຍກວ່າສິບໂຕ, ທັງໝົດເປັນຍີ່ຫໍ້ດັງ ແລະ ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ກໍໃສ່ພວກມັນເທື່ອລະໂຕ, ປ່ຽນໂຕໃໝ່ທຸກຄັ້ງທີ່ລາວອອກໄປຂ້າງນອກ. ຕໍ່ມາ, ລາວໄດ້ກາຍເປັນຜູ້ນໍາ ແລະ ລາວໄດ້ໃຊ້ເຄື່ອງຖວາຍຂອງພຣະເຈົ້າເພື່ອຊື້ລົດເກງ. ມີຄົນເຖິງຂັ້ນຊື້ເຮືອນງາມໆເພື່ອຕ້ອນຮັບລາວໂດຍສະເພາະ ແລະ ເມື່ອລາວອອກໄປຊື້ເຄື່ອງ, ເອື້ອຍນ້ອງຜູ້ເປັນເຈົ້າພາບຄົນນີ້ກໍຕິດຕາມລາວໄປຢ່າງໃກ້ຊິດ. ຖ້າລາວມັກເສື້ອຜ້າໂຕໃດ, ລາວກໍພຽງແຕ່ຊີ້ໃສ່ເຄື່ອງໂຕນັ້ນ ແລະ ເອື້ອຍຜູ້ເປັນເຈົ້າພາບຂອງລາວກໍຈະຟ້າວໄປຊື້ມັນໃຫ້ລາວ. ເມື່ອລາວກັບມາເຮືອນ, ລາວຈະໂທຫາຄອບຄົວເຈົ້າພາບລ່ວງໜ້າ ແລະ ບອກວ່າລາວຢາກກິນກ້ຽວ. ເວລາໃນການຕົ້ມກ້ຽວຕ້ອງຖືກຄຳນວນຢ່າງແມ່ນຢໍາ, ບໍ່ໄວເກີນໄປ, ຖ້າບໍ່ດັ່ງນັ້ນພວກມັນກໍຈະເຢັນລົງ ແລະ ບໍ່ຊ້າເກີນໄປ, ຖ້າບໍ່ດັ່ງນັ້ນລາວກໍຈະຕ້ອງລໍຖ້າດ້ວຍຄວາມຫິວເມື່ອລາວກັບມາຮອດເຮືອນ. ລາວເປັນຄືກັບພະລາຊິນີ; ວິຖີຊີວິດຂອງລາວຫຼູຫຼາທີ່ສຸດ. ຕໍ່ມາ, ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ກໍຖືກຂັບໄລ່ອອກ.) ເບິ່ງແມວ່າຄົນເຫຼົ່ານີ້ໂງ່ຈ້າ ແລະ ເບົາປັນຍາສໍ່າໃດທີ່ຊື້ເຮືອນ ແລະ ລົດເກງໃຫ້ຜູ້ຕໍ່ຕ້ານພຣະຄຣິສ! ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າຄົນເຮົາເຂົ້າມາໃນໂລກນີ້ເພື່ອເພີດເພີນກັບສິ່ງຕ່າງໆ, ວ່າຖ້າຄົນເຮົາບໍ່ໄດ້ເພີດເພີນກັບສິ່ງເຫຼົ່ານີ້, ຊີວິດຂອງພວກເຂົາກໍຈະດຳເນີນໄປຢ່າງໄຮ້ປະໂຫຍດ. ນີ້ຄືຫຼັກການ ແລະ ທິດສະດີຂອງພວກເຂົາ. ທິດສະດີນີ້ຖືກຕ້ອງບໍ? ມັນເປັນພຽງມຸມມອງຂອງຜູ້ບໍ່ມີຄວາມເຊື່ອ, ສັດເດຍລະສານ ແລະ ຄົນຕາຍທີ່ບໍ່ມີວິນຍານ. ຄົນທີ່ເຊື່ອໃນພຣະເຈົ້າ ແລະ ຍັງຄົງມີມຸມມອງດັ່ງກ່າວແມ່ນຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອຢ່າງແທ້ຈິງ. ເມື່ອຄົນປະເພດນີ້ໄດ້ຮັບສະຖານະ, ພວກເຂົາກໍຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງເຕັມຕົວ ແລະ ຖ້າບໍ່ມີສະຖານະ, ພວກເຂົາກໍເປັນຄົນຊົ່ວຮ້າຍ.

ການຕົວະຈົນເປັນນິໄສ, ການແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນ, ການຂາດກຽດສັກສີ ແລະ ບໍ່ຮູ້ຈັກຄວາມລະອາຍ, ການເຫັນແກ່ຕົວ ແລະ ຊົ່ວຊ້າ, ການເກາະຕິດກັບຜູ້ມີອຳນາດ ແລະ ການກົດຂີ່ຜູ້ອ່ອນແອ ແລະ ການມີຄວາມປາຖະໜາໃນວັດຖຸສິ່ງຂອງຫຼາຍກວ່າຄົນປົກກະຕິ, ຈຸດພິເສດເຫຼົ່ານີ້ຂອງລັກສະນະຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນມີຄວາມໂດດເດັ່ນ, ມີລັກສະນະສະເພາະຕົວສູງ ແລະ ເຫັນໄດ້ຊັດເຈນ. ໃນຂະນະທີ່ການສະແດງອອກເຫຼົ່ານີ້ບາງຢ່າງອາດຈະປາກົດໃຫ້ເຫັນໃນຄົນທຳມະດາໃນລະດັບໃດໜຶ່ງ, ການສະແດງອອກຂອງພວກເຂົາເປັນພຽງອຸປະນິໄສທີ່ເສື່ອມຊາມ ຫຼື ການສະແດງອອກເຖິງຄວາມເປັນມະນຸດທີ່ຜິດປົກກະຕິ ຫຼື ການຂາດຄວາມເປັນມະນຸດທີ່ເກີດຂຶ້ນຈາກຄວາມເສື່ອມຊາມຂອງຊາຕານ. ຜ່ານການອ່ານພຣະທຳຂອງພຣະເຈົ້າ, ຄົນເຫຼົ່ານີ້ກໍພັດທະນາຄວາມສຳນຶກຂອງສະຕິຮູ້ສຶກຜິດຊອບ ແລະ ຄວາມສາມາດທີ່ຈະປ່ອຍວາງ ແລະ ກະບົດຕໍ່ສິ່ງເຫຼົ່ານີ້ ແລະ ກັບໃຈ. ຄຸນລັກສະນະພິເສດເຫຼົ່ານີ້ບໍ່ໄດ້ມີບົດບາດຫຼັກໃນຕົວພວກເຂົາ ແລະ ພວກມັນຈະບໍ່ສົ່ງຜົນກະທົບຕໍ່ການໄລ່ຕາມຄວາມຈິງ ຫຼື ການປະຕິບັດໜ້າທີ່ຂອງພວກເຂົາ. ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ປະຕິເສດທີ່ຈະຍອມຮັບຄວາມຈິງບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍສໍ່າໃດກໍຕາມ. ຄຸນລັກສະນະ ແລະ ຈຸດພິເສດທີ່ຕິດຕົວມາໃນຄວາມເປັນມະນຸດຂອງພວກເຂົາຈະບໍ່ປ່ຽນແປງ ແລະ ນັ້ນຄືເຫດຜົນທີ່ຄົນດັ່ງກ່າວຈຶ່ງຖືກກ່າວໂທດໃນເຮືອນຂອງພຣະເຈົ້າ ແລະ ບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້ເລີຍ. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດລອດພົ້ນໄດ້? ຄົນທີ່ມີລັກສະນະດັ່ງກ່າວບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້ເພາະວ່າພວກເຂົາປະຕິເສດທີ່ຈະຍອມຮັບຄວາມຈິງ ແລະ ເພາະວ່າພວກເຂົາເປັນປໍລະປັກຕໍ່ຄວາມຈິງ, ຕໍ່ພຣະເຈົ້າ ແລະ ຕໍ່ທຸກສິ່ງທີ່ເປັນບວກ. ພວກເຂົາຂາດເງື່ອນໄຂ ແລະ ຄວາມເປັນມະນຸດສຳລັບຄວາມລອດພົ້ນ ແລະ ສະນັ້ນ, ບຸກຄົນເຫຼົ່ານີ້ຈຶ່ງຖືກກຳນົດໄວ້ແລ້ວວ່າຈະຕ້ອງຖືກກຳຈັດ ແລະ ຖືກລົງໂທດໃຫ້ລົງນາຮົກ.

ວັນທີ 12 ທັນວາ 2020

ກ່ອນນີ້: ລາຍການທີສິບ: ພວກເຂົາດູໝິ່ນຄວາມຈິງ, ຝ່າຝືນຫຼັກການຢ່າງບໍ່ອາຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ (ພາກທີເຈັດ)

ຕໍ່ໄປ: ພາກພະໜວກທີສີ່: ການສະຫຼຸບລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາ (ພາກທີສອງ)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້