ລາຍການທີສິບຫ້າ: ພວກເຂົາບໍ່ເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແລະ ພວກເຂົາປະຕິເສດແກ່ນແທ້ຂອງພຣະຄຣິສ (ພາກທີໜຶ່ງ)

I. ຜູ້ຕໍ່ຕ້ານພຣະຄຣິບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ

ມື້ນີ້ພວກເຮົາຈະໂອ້ລົມກ່ຽວກັບຂໍ້ທີສິບຫ້າຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄື ພວກເຂົາບໍ່ເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແລະ ພວກເຂົາປະຕິເສດແກ່ນແທ້ຂອງພຣະຄຣິສ. ຂໍ້ນີ້ເປີດໂປງການສະແດງອອກສອງຢ່າງກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະເຈົ້າ ແລະ ພຣະຄຣິສ ເຊິ່ງເປັນຕົວແທນໃຫ້ແກ່ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ການສະແດງອອກທັງສອງນີ້ກ່ຽວຂ້ອງກັບພຣະເຈົ້າເອງ ໂດຍໃນດ້ານໜຶ່ງແມ່ນກ່ຽວຂ້ອງກັບພຣະວິນຍານຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງແມ່ນກ່ຽວຂ້ອງກັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ ທັງບໍ່ຮັບຮູ້ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ສິ່ງເຫຼົ່ານີ້ຄືມຸມມອງທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ພຣະເຈົ້າ ແລະ ເປັນການສະແດງອອກຫຼັກກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະເຈົ້າ. ຕອນນີ້ ພວກເຮົາຈະຍັງບໍ່ໂອ້ລົມກ່ຽວກັບແກ່ນແທ້ຂອງການສະແດງອອກຫຼັກສອງຢ່າງນີ້ ແຕ່ກ່ອນອື່ນໃຫ້ພວກເຮົາສົນທະນາກັນກ່ຽວກັບວ່າການບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນສະແດງອອກມາແນວໃດ ນັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສມີຄວາມຄິດ, ມຸມມອງ, ທັດສະນະຄະຕິ ແລະ ພຶດຕິກຳ, ການສະແດງອອກ ແລະ ວິທີການສະເພາະໃດແດ່ຕໍ່ພຣະເຈົ້າ ທີ່ພິສູດວ່າພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະອົງ. ມີການສະແດງອອກທີ່ເປັນຮູບປະທຳຂອງການບໍ່ເຊື່ອນີ້ບໍ? ບາງຄົນອາດຈະເວົ້າວ່າ “ການບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ໝາຍເຖິງການທີ່ພວກເຂົາບໍ່ຮັບຮູ້ຂໍ້ເທັດຈິງນີ້ ແລະ ປະຕິເສດການມີຢູ່ຂອງພຣະເຈົ້າ. ໃນໃຈຂອງພວກເຂົາ ພວກເຂົາເຊື່ອວ່າບໍ່ມີພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າ, ພຣະເຈົ້າເອງ ແລະ ພຣະຜູ້ສ້າງນັ້ນເບິ່ງບໍ່ເຫັນ ແລະ ບໍ່ມີຢູ່ຈິງ. ສຳລັບພວກເຂົາແລ້ວ ຄຳເອີ້ນທີ່ວ່າ ‘ພຣະເຈົ້າ’ ແມ່ນວ່າງເປົ່າ ແລະ ເປັນພຽງສິ່ງທີ່ມະນຸດຈິນຕະນາການຂຶ້ນມາ. ນີ້ບໍ່ແມ່ນສິ່ງທີ່ງ່າຍດາຍທີ່ຈະອະທິບາຍ ແລະ ໂອ້ລົມກັນບໍ? ສິ່ງນີ້ກ່ຽວຂ້ອງກັບແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແນວໃດ? ມັນມີການສະແດງອອກທີ່ສະເພາະເຈາະຈົງຂອງສິ່ງນີ້ໄດ້ແນວໃດ? ນີ້ບໍ່ແມ່ນການເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ບໍ? ມັນຊັບຊ້ອນຂະໜາດນັ້ນແທ້ບໍ?” ແນວຄວາມຄິດນີ້ຖືກຕ້ອງບໍ? ຖ້າພວກເຈົ້າຖືກຂໍໃຫ້ໂອ້ລົມໃນຫົວຂໍ້ກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ພວກເຈົ້າຈະໂອ້ລົມ ແລະ ໄຈ້ແຍກມັນແນວໃດ? ຕົວຢ່າງ: ລອງພິຈາລະນາຄົນທີ່ມີເລ່ຫຼ່ຽມເປັນພິເສດ. ເຈົ້າສາມາດເວົ້າກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງຂອງຄວາມມີເລ່ຫຼ່ຽມຂອງພວກເຂົາໄດ້ບໍ? ຖ້າເຈົ້າພຽງແຕ່ເວົ້າວ່າ “ຄົນຜູ້ນີ້ມີເລ່ຫຼ່ຽມຫຼາຍ ແລະ ມັກຈະຕົວະຢູ່ສະເໝີໂດຍບໍ່ເວົ້າຄວາມຈິງຈັກຄຳ”, ແລ້ວເຈົ້າຈະໂອ້ລົມຈົບພຽງເທົ່ານັ້ນບໍ? ສະພາວະ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງຄວາມມີເລ່ຫຼ່ຽມແມ່ນຫຍັງ? ເຈົ້າຈະໄຈ້ແຍກຄວາມມີເລ່ຫຼ່ຽມຂອງຄົນຜູ້ນັ້ນໄດ້ແນວໃດ? ພວກເຂົາໃຊ້ວິທີການໃດແດ່ເພື່ອປະພຶດຕົນ ແລະ ຈັດການກັບເລື່ອງຕ່າງໆໃນຊີວິດປະຈຳວັນຂອງພວກເຂົາ? ພວກເຂົາໃຊ້ວິທີການໃດແດ່ເພື່ອຮັບມືກັບໂລກ? ລັກສະນະຂອງພວກເຂົາເປັນແນວໃດ? ພວກເຂົາມີມຸມມອງແນວໃດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ? ຈະພິສູດໄດ້ແນວໃດວ່າຄົນຜູ້ນີ້ມີເລ່ຫຼ່ຽມຫຼາຍ? ມັນບໍ່ມີລາຍລະອຽດສະເພາະຢູ່ບ່ອນນີ້ບໍ? ມັນມີລາຍລະອຽດສະເພາະຢ່າງແນ່ນອນ. ມັນບໍ່ແມ່ນພຽງແຕ່ການເວົ້າວ່າຄວາມມີເລ່ຫຼ່ຽມແມ່ນຫຍັງ ຫຼື ການກະທຳໃດທີ່ມີເລ່ຫຼ່ຽມ ແລະ ມັນບໍ່ແມ່ນພຽງແຕ່ການອະທິບາຍຄຳສັບນີ້ ແຕ່ເຈົ້າຈຳເປັນຕ້ອງໄຈ້ແຍກການສະແດງອອກ, ພຶດຕິກຳ, ຄວາມຄິດ, ມຸມມອງ, ວິທີການໃນການຈັດການເລື່ອງຕ່າງໆ, ລັກສະນະທີ່ສະເພາະເຈາະຈົງຂອງພວກເຂົາ ແລະ ອື່ນໆ. ລັກສະນະສຳຄັນຂອງຄົນທີ່ມີເລ່ຫຼ່ຽມກໍຄື ພວກເຂົາບໍ່ເຄີຍເປີດໃຈເພື່ອໂອ້ລົມກັບໃຜເລີຍ ແລະ ພວກເຂົາບໍ່ເວົ້າຄວາມໃນໃຈແມ່ນແຕ່ກັບໝູ່ທີ່ດີທີ່ສຸດຂອງພວກເຂົາ. ພວກເຂົາເປັນຄົນທີ່ມັກຄິດຄຳນວນ ແລະ ຍາກທີ່ຈະຢັ່ງເຖິງໄດ້ຢ່າງຍິ່ງ. ຄວາມຈິງແລ້ວ ຄົນແບບນັ້ນອາດຈະບໍ່ຈຳເປັນຕ້ອງມີອາຍຸຫຼາຍ ຫຼື ຜ່ານໂລກມາຫຼາຍ ແລະ ອາດຈະມີປະສົບການພຽງເລັກນ້ອຍ ແຕ່ພວກເຂົາກໍເປັນຄົນທີ່ມັກຄິດຄຳນວນ ແລະ ຍາກທີ່ຈະຢັ່ງເຖິງໄດ້ຢ່າງຍິ່ງ. ພວກເຂົາສະຫຼາດແກມໂກງເກີນອາຍຸຂອງພວກເຂົາ. ນີ້ບໍ່ແມ່ນຄົນທີ່ມີເລ່ຫຼ່ຽມໂດຍທຳມະຊາດບໍ? ພວກເຂົາເຊື່ອງຕົນເອງໄວ້ຢ່າງເລິກເຊິ່ງ ຈົນບໍ່ມີໃຜສາມາດເບິ່ງທະລຸພວກເຂົາໄດ້. ບໍ່ວ່າພວກເຂົາຈະເວົ້າຫຼາຍສໍ່າໃດກໍຕາມ ມັນກໍຍາກທີ່ຈະບອກໄດ້ວ່າຄຳໃດຈິງ ແລະ ຄຳໃດເທັດ ແລະ ບໍ່ມີໃຜຮູ້ວ່າຕອນໃດທີ່ພວກເຂົາກຳລັງເວົ້າຄວາມຈິງ ຫຼື ຕອນໃດທີ່ພວກເຂົາກຳລັງຕົວະ. ນອກຈາກນີ້ ພວກເຂົາຍັງເກັ່ງເປັນພິເສດໃນການປອມຕົວ ແລະ ການໃຊ້ຄຳເວົ້າທີ່ຫຼອກລວງ. ພວກເຂົາມັກຈະໃຫ້ຄວາມປະທັບໃຈທີ່ຜິດໆແກ່ຜູ້ຄົນ ແລະ ເຊື່ອງຄວາມຈິງໄວ້ ເພື່ອໃຫ້ທຸກສິ່ງທີ່ຜູ້ຄົນເຫັນເປັນພຽງຮູບລັກສະນະທີ່ຈອມປອມຂອງພວກເຂົາ. ພວກເຂົາປອມຕົວເປັນຄົນທີ່ສູງສົ່ງ, ເປັນຄົນດີ, ມີຄຸນນະທຳ ແລະ ເປັນຄົນບໍ່ມີເລ່ຫຼ່ຽມ, ເປັນຄົນທີ່ຖືກໃຈ ແລະ ໄດ້ຮັບການຍອມຮັບ ແລະ ໃນທີ່ສຸດ ທຸກຄົນກໍເຄົາລົບບູຊາພວກເຂົາ ແລະ ເຄົາລົບນັບຖືພວກເຂົາ. ບໍ່ວ່າເຈົ້າຈະໃຊ້ເວລາຢູ່ກັບຄົນແບບນັ້ນດົນປານໃດກໍຕາມ ເຈົ້າກໍຈະບໍ່ມີທາງຮູ້ເລີຍວ່າພວກເຂົາກຳລັງຄິດຫຍັງຢູ່. ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທຸກຮູບແບບລ້ວນແຕ່ຖືກເຊື່ອງໄວ້ໃນໃຈຂອງພວກເຂົາ. ພວກເຂົາບໍ່ເຄີຍບອກສິ່ງເຫຼົ່ານີ້ໃຫ້ໃຜຮູ້ເລີຍ. ພວກເຂົາບໍ່ເຄີຍໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ແມ່ນແຕ່ກັບຄົນທີ່ໃກ້ຊິດທີ່ສຸດຂອງພວກເຂົາ. ແມ່ນແຕ່ຕອນທີ່ພວກເຂົາອະທິຖານຕໍ່ພຣະເຈົ້າ ພວກເຂົາກໍອາດຈະບໍ່ບອກສິ່ງທີ່ຢູ່ໃນໃຈຂອງພວກເຂົາ ຫຼື ຄວາມຈິງກ່ຽວກັບຕົວພວກເຂົາເອງ. ບໍ່ພຽງແຕ່ເທົ່ານັ້ນ ພວກເຂົາຍັງພະຍາຍາມປອມຕົວເປັນຄົນທີ່ມີຄວາມເປັນມະນຸດທີ່ດີ ເຊິ່ງເປັນຄົນທີ່ຝັກໃຝ່ທາງວິນຍານຫຼາຍ ແລະ ອຸທິດຕົນເພື່ອໄລ່ຕາມຄວາມຈິງ. ບໍ່ມີໃຜສາມາດເຫັນໄດ້ວ່າພວກເຂົາມີອຸປະນິໄສປະເພດໃດ ແລະ ພວກເຂົາເປັນຄົນປະເພດໃດ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄວາມມີເລ່ຫຼ່ຽມ. ຕົວຢ່າງ: ລອງພິຈາລະນາຄົນທີ່ຂີ້ຄ້ານ. ການສະແດງອອກທີ່ສະເພາະເຈາະຈົງຂອງຄວາມຂີ້ຄ້ານແມ່ນຫຍັງ? ບາງຄົນອາດຈະເວົ້າວ່າ “ຄວາມຂີ້ຄ້ານຄືການບໍ່ເຮັດວຽກຫຍັງເລີຍ, ພຽງແຕ່ນັ່ງຫຼິ້ນໝົດມື້, ບໍ່ຢາກເຄື່ອນໄຫວ ຫຼື ກັງວົນກ່ຽວກັບສິ່ງໃດ ແລະ ບໍ່ຢາກລົມກັບໃຜ”. ສິ່ງເຫຼົ່ານີ້ແມ່ນການສະແດງອອກທີ່ເປັນຮູບປະທຳ ແລະ ເປັນແກ່ນແທ້ຂອງຄວາມຂີ້ຄ້ານບໍ? (ບໍ່, ສິ່ງເຫຼົ່ານີ້ເປັນພຽງປະກົດການທີ່ຜິວເຜີນບາງຢ່າງເທົ່ານັ້ນ.) ແລ້ວການສະແດງອອກທີ່ເປັນແກ່ນແທ້ຂອງຄວາມຂີ້ຄ້ານແມ່ນຫຍັງ? ໂດຍຫຼັກໆແລ້ວ ມີການສະແດງອອກທີ່ສຳຄັນສອງຢ່າງ: ຢ່າງທຳອິດຄື ຄວາມບໍ່ເຕັມໃຈທີ່ຈະອົດທົນຕໍ່ຄວາມຍາກລຳບາກໃດໆ, ບໍ່ແບກຮັບພາລະ ຫຼື ຄວາມຮັບຜິດຊອບໃນສິ່ງໃດກໍຕາມທີ່ພວກເຂົາເຮັດ, ຈົ່ມວ່າເມື່ອໃດກໍຕາມທີ່ຮ່າງກາຍຂອງພວກເຂົາທົນທຸກຕໍ່ຄວາມບໍ່ສະບາຍເລັກນ້ອຍ ຫຼື ພົບພໍ້ກັບຄວາມຫຍຸ້ງຍາກເລັກນ້ອຍ ຫຼື ຄວາມອິດເມື່ອຍເລັກນ້ອຍ; ຢ່າງທີສອງຄື ຄວາມເບື່ອໜ່າຍທີ່ຈະເຮັດວຽກໃດໆ, ຕ້ອງການຊີວິດທີ່ມີຄວາມສຸກ, ມັກຄວາມສະບາຍ ແລະ ບໍ່ມັກການອອກແຮງງານ, ປ່ອຍເວລາໃຫ້ຜ່ານໄປລ້າໆ ແລະ ໃຊ້ຊີວິດໄປວັນໆ ພ້ອມທັງຈົ່ມວ່າຢ່າງບໍ່ຢຸດຢ່ອນ ແລະ ເຊື່ອງຕົນເອງໄວ້ໃນບ່ອນທີ່ບໍ່ມີໃຜສາມາດຊອກຫາພວກເຂົາພົບ ເມື່ອໃດກໍຕາມທີ່ພວກເຂົາຕ້ອງເຮັດວຽກ. ສິ່ງເຫຼົ່ານີ້ຄືການສະແດງອອກຫຼັກສອງຢ່າງຂອງຄວາມຂີ້ຄ້ານ; ພວກເຮົາຈະບໍ່ໂອ້ລົມກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງຢູ່ບ່ອນນີ້. ຕົວຢ່າງ: ຄົນທີ່ມັກກິນ. ການສະແດງອອກທີ່ສະເພາະເຈາະຈົງຂອງຄວາມມັກກິນແມ່ນຫຍັງ? ນີ້ຄືບາງສິ່ງພາຍໃນຄວາມເປັນມະນຸດທີ່ຄວນຈະງ່າຍຕໍ່ການໄຈ້ແຍກ ແລະ ແຍກແຍະ, ແມ່ນບໍ? (ໄລ່ຕາມຄວາມເພີດເພີນທາງຮ່າງກາຍຢູ່ສະເໝີ, ຢາກກິນອາຫານແຊບໆຢູ່ສະເໝີ, ຕອບສະໜອງຄວາມຢາກອາຫານຂອງຕົນເອງ.) (ມີຄວາມຢາກອາຫານທີ່ບໍ່ຮູ້ຈັກອີ່ມເມື່ອເວົ້າເຖິງອາຫານແຊບໆ.) ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄວາມມັກກິນ. ບໍ່ມີຄົນທີ່ຫຼັງຈາກໄດ້ຍິນວ່າສະຖານທີ່ແຫ່ງໜຶ່ງມີອາຫານແຊບໆ ແລ້ວກໍພະຍາຍາມຢ່າງສຸດຄວາມສາມາດເພື່ອໄປຊອກຫາມັນບໍ? ຕົວຢ່າງ: ສົມມຸດວ່າມີຮ້ານອາຫານໃໝ່ເປີດຢູ່ບ່ອນໃດບ່ອນໜຶ່ງ ແລະ ມັນມີອາຫານແຊບໆຫຼາກຫຼາຍຊະນິດ ແຕ່ມັນແພງໜ້ອຍໜຶ່ງ ແລະ ຢູ່ໄກ ແລະ ຕ້ອງໃຊ້ເວລາຂັບລົດໜຶ່ງຊົ່ວໂມງເພື່ອໄປຮອດບ່ອນນັ້ນ. ຄົນສ່ວນໃຫຍ່ຈະຄິດວ່າມັນບໍ່ຄຸ້ມຄ່າທີ່ຈະເດີນທາງໄປໄກຂະໜາດນັ້ນພຽງເພື່ອອາຫານຄາບດຽວ. ແຕ່ຄົນທີ່ມັກກິນ, ເມື່ອໄດ້ຍິນກ່ຽວກັບຮ້ານອາຫານແຫ່ງນີ້, ຈະຄິດວ່າ “ການຂັບລົດໜຶ່ງຊົ່ວໂມງບໍ່ໄດ້ໄກເລີຍ. ຊີວິດບໍ່ແມ່ນເລື່ອງຂອງການກິນ, ການດື່ມ ແລະ ການມີຄວາມສຸກບໍ? ໄປກິນກັນເທາະ!” ເຖິງຢ່າງໃດກໍຕາມ ຖ້າຄົນດຽວກັນນີ້ຖືກຂໍໃຫ້ຂັບລົດໜຶ່ງຊົ່ວໂມງເພື່ອໄປເຮັດວຽກທີ່ເໝາະສົມຂອງພວກເຂົາ, ພວກເຂົາກໍຈະເລີ່ມຄິດຕຶກຕອງວ່າ “ຂ້ອຍຈະບໍ່ອິດເມື່ອຍບໍທີ່ໄປບ່ອນນັ້ນ? ມັນຈະເກີດຜົນບໍສຳລັບຂ້ອຍທີ່ຈະໃຊ້ເວລາຫຼາຍຂະໜາດນັ້ນເພື່ອໄປເຮັດວຽກຢູ່ບ່ອນນັ້ນ? ຈະເປັນແນວໃດຖ້າຂ້ອຍພົບພໍ້ກັບຄົນບໍ່ດີ? ຈະເປັນແນວໃດຖ້າລົດນ້ຳມັນໝົດ? ຂ້ອຍຈະກິນຫຍັງຢູ່ບ່ອນນັ້ນ? ຈະມີອາຫານສຳເລັດຮູບ ຫຼື ບໍ່? ຈະເປັນແນວໃດຖ້າຂ້ອຍບໍ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໃນທ້ອງຖິ່ນໄດ້? ຈະເປັນແນວໃດຖ້າຂ້ອຍນອນບໍ່ຫຼັບໃນຕອນກາງຄືນ?” ພວກເຂົາຄິດຫຼາຍເກີນໄປເມື່ອເວົ້າເຖິງວຽກງານທີ່ເໝາະສົມຂອງພວກເຂົາ ໂດຍເຫັນຄວາມຫຍຸ້ງຍາກຢູ່ທຸກຫົນທຸກແຫ່ງ. ແຕ່ເມື່ອເວົ້າເຖິງການກິນສິ່ງທີ່ແຊບໆ, ພວກເຂົາກັບເຕັມໃຈທີ່ຈະເອົາຊະນະອຸປະສັກທັງໝົດ; ທຸກອຸປະສັກກາຍເປັນເລື່ອງທີ່ບໍ່ມີບັນຫາ ແລະ ພວກເຂົາກໍເຊົາຄິດຫຼາຍ. ສິ່ງເຫຼົ່ານີ້ຄືການສະແດງອອກທີ່ສະເພາະເຈາະຈົງຂອງຄວາມມັກກິນ. ເຮົາພຽງແຕ່ກ່າວເຖິງສິ່ງນີ້ໂດຍຫຍໍ້ຢູ່ບ່ອນນີ້; ເຮົາຈະບໍ່ອະທິບາຍລາຍລະອຽດກ່ຽວກັບມັນຕື່ມອີກ.

ໃຫ້ພວກເຮົາກັບໄປທີ່ຫົວຂໍ້ການໂອ້ລົມຂອງມື້ນີ້. ການສະແດງອອກຂອງການບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ພວກເຂົາເປີດເຜີຍຄວາມຄິດ, ມຸມມອງ ແລະ ສະພາວະທີ່ສະເພາະເຈາະຈົງໃດແດ່? ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ພວກເຂົາມີທັດສະນະຄະຕິ, ມຸມມອງ ແລະ ແນວຄິດໃດແດ່ທີ່ພິສູດວ່າພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຢ່າງແທ້ຈິງ? ນີ້ບໍ່ຄຸ້ມຄ່າທີ່ຈະໂອ້ລົມກັນບໍ? ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ; ລາຍລະອຽດ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງການບໍ່ເຊື່ອນີ້ແມ່ນຫຍັງ? (ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ ພວກເຂົາບໍ່ເຊື່ອວ່າມັນຖືກພຣະເຈົ້າຈັດວາງ ແລະ ຈັດແຈງ ແລະ ພວກເຂົາບໍ່ສາມາດຍອມຮັບມັນຈາກພຣະເຈົ້າໄດ້.) (ພວກເຂົາບໍ່ເຊື່ອວ່າພຣະເຈົ້າປະທານລາງວັນໃຫ້ຄົນດີ ແລະ ລົງໂທດຄົນຊົ່ວ ສະນັ້ນ ພວກເຂົາຈຶ່ງກະທຳຄວາມຊົ່ວຢ່າງໜ້າດ້ານ.) ສິ່ງເຫຼົ່ານີ້ຄືການສະແດງອອກທີ່ສະເພາະເຈາະຈົງບາງຢ່າງ. ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ. ການບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້ານີ້ຄືການປະຕິເສດ. ພວກເຂົາປະຕິເສດຫຍັງທີ່ພິສູດວ່າພວກເຂົາປະຕິເສດການມີຢູ່ຂອງພຣະເຈົ້າ? (ພວກເຂົາປະຕິເສດຕົວຕົນຂອງພຣະເຈົ້າໃນຖານະພຣະຜູ້ສ້າງ.) (ພວກເຂົາປະຕິເສດວ່າພຣະເຈົ້າຄວບຄຸມທຸກສິ່ງ ແລະ ມີອຳນາດສູງສຸດເໜືອທຸກຊັບພະສິ່ງ.) (ພວກເຂົາປະຕິເສດວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ປະຕິເສດວ່າພາລະກິດແຫ່ງການພິພາກສາ ແລະ ການລົງທັນຂອງພຣະເຈົ້າສາມາດເຮັດໃຫ້ຄວາມເສື່ອມຊາມຂອງຜູ້ຄົນບໍລິສຸດ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນຈາກຊາຕານໄດ້.) ຄຳເວົ້າໃດໃນບັນດາຄຳເວົ້າເຫຼົ່ານີ້ທີ່ເປັນຕົວແທນ ແລະ ເປັນແກ່ນແທ້ຫຼາຍກວ່າ? ການປະຕິເສດຕົວຕົນຂອງພຣະເຈົ້າ ແລະ ອຳນາດສູງສຸດຂອງພຣະອົງເໜືອທຸກຊັບພະສິ່ງ, ສິ່ງເຫຼົ່ານີ້ບໍ່ແມ່ນຕົວແທນບໍ? ພວກມັນບໍ່ແມ່ນບັນຫາທີ່ເປັນແກ່ນແທ້ບໍ? (ແມ່ນແລ້ວ.) ການເຊື່ອໃນການມີຢູ່ຂອງພຣະເຈົ້າ ໃນດ້ານໜຶ່ງແມ່ນເປັນການຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ມັນຄືການຍອມຮັບ ແລະ ຮັບຮູ້ຂໍ້ເທັດຈິງທີ່ວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກຊັບພະສິ່ງ ບົນພື້ນຖານຂອງການເຊື່ອໃນຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ນີ້ບໍ່ແມ່ນການເຊື່ອໃນການມີຢູ່ຂອງພຣະເຈົ້າຢ່າງສົມບູນບໍ? ສອງຈຸດນີ້ບໍ່ສຳຄັນບໍ? (ແມ່ນແລ້ວ.) ສອງຈຸດນີ້ຄືບັນຫາທີ່ເປັນແກ່ນແທ້ທີ່ສຸດ. ສະນັ້ນ ເພື່ອໄຈ້ແຍກການບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສ, ກ່ອນອື່ນພວກເຮົາຈຳເປັນຕ້ອງໄຈ້ແຍກສອງສິ່ງ: ຢ່າງທຳອິດຄື ການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິເສດທີ່ຈະຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ; ຢ່າງທີສອງຄື ການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິເສດທີ່ຈະຍອມຮັບອຳນາດສູງສຸດຂອງພຣະເຈົ້າເໜືອທຸກຊັບພະສິ່ງ. ດ້ານອື່ນໆແມ່ນລວມຢູ່ໃນສອງຈຸດນີ້. ກ່ອນໜ້ານີ້ ພວກເຮົາໄດ້ໂອ້ລົມກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບວ່າພຣະເຈົ້າຄືຄວາມຈິງ, ພຣະທຳຂອງພຣະເຈົ້າຄືຄວາມຈິງ ຫຼື ພຣະເຈົ້າສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້. ນີ້ກໍເປັນຂໍ້ເທັດຈິງເຊັ່ນກັນ. ເຖິງຢ່າງໃດກໍຕາມ ຢູ່ບ່ອນນີ້ ເຮົາກຳລັງເວົ້າວ່າ ໂດຍພື້ນຖານແລ້ວຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອວ່າມີພຣະເຈົ້າ ແລະ ໂດຍພື້ນຖານແລ້ວບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ. ການໄຈ້ແຍກສິ່ງນີ້ຈາກມຸມມອງທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຮັບຮູ້ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ປະຕິເສດທີ່ຈະຮັບຮູ້ອຳນາດສູງສຸດຂອງພຣະເຈົ້າເໜືອທຸກຊັບພະສິ່ງ ຈະມີພະລັງ ແລະ ເປັນຕົວແທນຫຼາຍກວ່າ.

1. ການປະຕິເສດທີ່ຈະຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ

ໃຫ້ພວກເຮົາເລີ່ມຕົ້ນໂດຍການໂອ້ລົມຈຸດທຳອິດ: ການປະຕິເສດທີ່ຈະຮັບຮູ້ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຕົວຕົນຂອງພຣະເຈົ້າແມ່ນຫຍັງ? ສຳລັບສິ່ງທີ່ຖືກສ້າງທັງໝົດ ພຣະເຈົ້າຄືພຣະຜູ້ສ້າງ ແລ້ວຕົວຕົນຂອງພຣະອົງຕໍ່ທຸກຊັບພະສິ່ງແມ່ນຫຍັງ? (ຜູ້ຊົງອຳນາດສູງສຸດເໜືອທຸກຊັບພະສິ່ງ.) ຄຳເອີ້ນນີ້ກໍຖືກຕ້ອງເຊັ່ນກັນ ແຕ່ຕົວຕົນທີ່ແທ້ຈິງຂອງພຣະເຈົ້າແມ່ນຫຍັງແທ້? ເມື່ອກ່າວເຖິງພຣະເຈົ້າ ເຈົ້າສາມາດອ້າງອີງເຖິງພຣະອົງໂດຍກົງວ່າ “ຜູ້ຊົງອຳນາດສູງສຸດເໜືອທຸກຊັບພະສິ່ງ” ໄດ້ບໍ? ມັນກໍຄືກັບວ່າຕົວຕົນແມ່ຂອງເຈົ້າທີ່ມີຕໍ່ເຈົ້າຄືຄົນທີ່ໃຫ້ກຳເນີດເຈົ້າ ແລະ ລ້ຽງດູເຈົ້າ ແຕ່ເຈົ້າສາມາດເອີ້ນແມ່ຂອງເຈົ້າວ່າ “ຜູ້ທີ່ໃຫ້ກຳເນີດຂ້ອຍ ແລະ ລ້ຽງດູຂ້ອຍ” ໄດ້ບໍ? (ບໍ່ໄດ້.) ເຈົ້າເອີ້ນລາວວ່າແນວໃດ? (ແມ່.) ນັ້ນຄືຄຳເອີ້ນຂອງເຈົ້າສຳລັບແມ່ຂອງເຈົ້າ. ສະນັ້ນ ຄຳເອີ້ນຂອງພຣະຜູ້ສ້າງ, ຜູ້ຊົງອຳນາດສູງສຸດເໜືອທຸກຊັບພະສິ່ງ ກໍຄືພຣະເຈົ້າ ແລະ ມີພຽງພຣະເຈົ້າເອງເທົ່ານັ້ນທີ່ສາມາດຖືກເອີ້ນວ່າພຣະເຈົ້າໄດ້. ສຳລັບສິ່ງທີ່ຖືກສ້າງ ແລະ ສິ່ງທີ່ບໍ່ໄດ້ຖືກສ້າງທັງໝົດ ພຣະເຈົ້າກໍຄືພຣະເຈົ້າ; ຕົວຕົນຂອງພຣະອົງຄືຜູ້ຊົງອຳນາດສູງສຸດເໜືອທຸກຊັບພະສິ່ງ ແລະ ຄຳເອີ້ນຂອງພຣະອົງຄືພຣະເຈົ້າ. ຜູ້ທີ່ດຳລົງຄຳເອີ້ນນີ້ຄືພຣະເຈົ້າເອງ, ພຣະອົງຄືພຣະເຈົ້າ. ມີພຽງພຣະອົງຜູ້ທີ່ສົມຄວນໄດ້ຮັບຄຳເອີ້ນວ່າພຣະເຈົ້າເທົ່ານັ້ນ ທີ່ມີຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ຕອນນີ້ ພວກເຮົາຈະຍັງບໍ່ເວົ້າເຖິງຄຳວ່າ “ແກ່ນແທ້” ແຕ່ຈະເວົ້າເຖິງຕົວຕົນແທນ. ພຣະເຈົ້າເອງ ຜູ້ທີ່ມີຕົວຕົນຂອງພຣະເຈົ້າ ໄດ້ເຮັດສິ່ງຕ່າງໆຂອງພຣະເຈົ້າ, ສະແດງອຸປະນິໄສຂອງພຣະເຈົ້າ ແລະ ນຳພາມວນມະນຸດທັງປວງ ແລະ ມີອຳນາດສູງສຸດເໜືອມວນມະນຸດທັງປວງ ແລະ ທຸກຊັບພະສິ່ງ ໂດຍໃຊ້ວິທີການຂອງພຣະເຈົ້າ. ສຳລັບຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ຮັບຮູ້ຕົວຕົນຂອງພຣະເຈົ້າ, ມຸມມອງຂອງພວກເຂົາຕໍ່ທຸກສິ່ງທີ່ພຣະເຈົ້າເຮັດແມ່ນແຕກຕ່າງຈາກມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງສິ້ນເຊີງ. ຜູ້ທີ່ສາມາດເຂົ້າໃຈທຸກສິ່ງທີ່ພຣະເຈົ້າເຮັດທ່າມກາງທຸກຊັບພະສິ່ງໄດ້ຢ່າງຖືກຕ້ອງ ຈະເຫັນວິທີການໃນການກະທຳຂອງພຣະອົງຈາກສິ່ງນີ້ ແລະ ເຮັດໃຫ້ພວກເຂົາໝັ້ນໃຈໃນການມີຢູ່ຂອງພຣະອົງທ່າມກາງທຸກຊັບພະສິ່ງຫຼາຍຂຶ້ນ. ໃນທາງກົງກັນຂ້າມ ມຸມມອງ, ລັກສະນະ ແລະ ແງ່ມຸມທີ່ຜູ້ຕໍ່ຕ້ານພຣະຄຣິສເບິ່ງສິ່ງທັງໝົດເຫຼົ່ານີ້ແມ່ນກົງກັນຂ້າມກັບຜູ້ທີ່ເຊື່ອໃນການມີຢູ່ຂອງພຣະເຈົ້າຢ່າງສິ້ນເຊີງ. ຍ້ອນເຫດນີ້ເອງ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຍອມຕາຍດີກວ່າທີ່ຈະເຊື່ອໃນການມີຢູ່ຂອງພຣະເຈົ້າ ຫຼື ເຊື່ອວ່າຜູ້ທີ່ສາມາດເຮັດສິ່ງທັງໝົດເຫຼົ່ານີ້ໄດ້ຄືຜູ້ທີ່ມີຕົວຕົນຂອງພຣະເຈົ້າ ແລະ ມີພຽງພຣະອົງເທົ່ານັ້ນທີ່ສົມຄວນຖືກເອີ້ນວ່າພຣະເຈົ້າ ແລະ ສົມຄວນທີ່ຜູ້ຄົນຈະເອີ້ນພຣະອົງວ່າພຣະເຈົ້າ.

ສຳລັບຫຼາຍເລື່ອງທີ່ມີຢູ່ທ່າມກາງທຸກຊັບພະສິ່ງ ແລະ ມວນມະນຸດທັງປວງ ບໍ່ວ່າພວກມັນຈະສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ຫຼື ບໍ່ກໍຕາມ, ຖ້າຜູ້ຄົນເບິ່ງ ແລະ ເຂົ້າໃຈພວກມັນຜ່ານພຣະທຳຂອງພຣະເຈົ້າ ແລະ ຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາກໍຈະຄົ້ນພົບວ່າພຣະເຈົ້າຊົງກຳລັງນຳພາມວນມະນຸດທ່າມກາງທຸກຊັບພະສິ່ງ ແລະ ພຣະອົງມີຢູ່ຈິງ. ກົດເກນຂອງທຸກຊັບພະສິ່ງ ແລະ ການພັດທະນາຂອງທຸກຊັບພະສິ່ງກຳລັງຖືກຈັດວາງ ແລະ ຈັດແຈງພາຍໃຕ້ກົດລະບຽບທີ່ເບິ່ງບໍ່ເຫັນ ແລະ ບໍ່ສາມາດອະທິບາຍໄດ້, ແລ້ວໃຜກັນທີ່ສາມາດຈັດວາງ ແລະ ຈັດແຈງສິ່ງທັງໝົດນີ້ໄດ້? ບໍ່ແມ່ນຄົນຍິ່ງໃຫຍ່ຄົນໃດ ທັງບໍ່ແມ່ນວິລະບູລຸດຄົນໃດ ແລະ ແນ່ນອນວ່າ ສິ່ງນີ້ ບໍ່ແມ່ນການກໍ່ຕົວຂຶ້ນຕາມທຳມະຊາດ. ກົງກັນຂ້າມ, ມັນຄືພຣະອົງຜູ້ທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ ແຕ່ມະນຸດສາມາດຮັບຮູ້ໄດ້ ຜູ້ຊົງມີອຳນາດສູງສຸດເໜືອສິ່ງທັງໝົດນີ້. ຜູ້ນີ້ແມ່ນໃຜ? ແມ່ນພຣະເຈົ້າ. ການເຊື່ອໃນການມີຢູ່ຂອງພຣະເຈົ້າບໍ່ແມ່ນຄວາມມີເຫດຜົນຂັ້ນຕ່ຳສຸດທີ່ຜູ້ຄົນຄວນມີບໍ? ນີ້ບໍ່ແມ່ນມຸມມອງ ແລະ ແງ່ມຸມທີ່ນ້ອຍທີ່ສຸດ ແລະ ເປັນພື້ນຖານທີ່ສຸດທີ່ຜູ້ຄົນຄວນໃຊ້ເພື່ອເບິ່ງສິ່ງຕ່າງໆບໍ? ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄວາມມີເຫດຜົນນີ້ ແລະ ດ້ວຍເຫດນັ້ນຈຶ່ງບໍ່ເບິ່ງສິ່ງຕ່າງໆຈາກມຸມມອງ ແລະ ແງ່ມຸມດັ່ງກ່າວ. ສະນັ້ນ, ກ່ຽວກັບສິ່ງທີ່ຖືກຈັດວາງໂດຍພຣະເຈົ້າ ເຊິ່ງມະນຸດສາມາດຮັບຮູ້ໄດ້ພຽງຢ່າງດຽວ ແລະ ພຣະເຈົ້າບໍ່ໄດ້ສື່ສານກັບມວນມະນຸດຢ່າງຊັດເຈນດ້ວຍພາສາທີ່ແຈ່ມແຈ້ງ, ຜູ້ຕໍ່ຕ້ານພຣະຄຣິສຖືວ່າພວກມັນເປັນເລື່ອງບັງເອີນ, ເປັນສີມືມະນຸດ, ກໍ່ຕົວຂຶ້ນຕາມທຳມະຊາດ ຫຼື ແມ່ນແຕ່ຖືກຜູ້ຄົນຈິນຕະນາການ ແລະ ບົງການ. ບໍ່ວ່າເຈົ້າຈະເປັນພະຍານເຖິງການມີຢູ່ຂອງພຣະເຈົ້າແນວໃດກໍຕາມ, ບໍ່ວ່າເຈົ້າຈະໃຊ້ຂໍ້ເທັດຈິງຫຼາຍປານໃດເພື່ອພິສູດວ່າພຣະເຈົ້າຊົງຢູ່ທ່າມກາງທຸກຊັບພະສິ່ງ, ພຣະເຈົ້າມີຕົວຕົນຂອງພຣະເຈົ້າ ແລະ ມີພຽງພຣະອົງຜູ້ທີ່ມີຕົວຕົນຂອງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ ແລະ ຈັດແຈງທຸກຊັບພະສິ່ງຢ່າງເປັນລະບຽບຮຽບຮ້ອຍ ແລະ ຜູ້ຊົງອຳນາດສູງສຸດດັ່ງກ່າວຄືຜູ້ທີ່ມີຕົວຕົນຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສຈະເບິ່ງແບບນີ້ບໍ? ຜູ້ຕໍ່ຕ້ານພຣະຄຣິສຈະເຂົ້າໃຈແບບນີ້ບໍ? (ບໍ່.) ບໍ່ວ່າເຈົ້າຈະນຳສະເໜີຂໍ້ເທັດຈິງຫຼາຍປານໃດເພື່ອພິສູດມັນ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ເຊື່ອ ທັງຈະບໍ່ຮັບຮູ້ມັນອີກດ້ວຍ. ເຖິງແມ່ນວ່າພວກເຂົາຈະບໍ່ເວົ້າຫຍັງອອກມາພາຍນອກ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ສາມາດນຳສະເໜີຫຼັກຖານໃດໆເພື່ອມາໂຕ້ແຍ້ງມັນໄດ້, ແຕ່ໃນສ່ວນເລິກຂອງຈິດໃຈ ພວກເຂົາກໍບໍ່ເຫັນດີ ແລະ ປະຕິເສດທີ່ຈະຍອມຮັບສິ່ງນີ້ເປັນຮ້ອຍໆຄັ້ງ ແລະ ມີຄຳຖາມຕ່າງໆນາໆກ່ຽວກັບມັນ. ພວກເຂົາຄິດວ່າຜູ້ທີ່ເຊື່ອໃນຕົວຕົນຂອງພຣະເຈົ້າເປັນຄົນໂງ່ ແລະ ຄົນເຫຼົ່ານັ້ນຖືກເຮັດໃຫ້ຫຼົງຜິດ ແລະ ສິ່ງນີ້ເປັນສິ່ງທີ່ມີພຽງແຕ່ຜູ້ທີ່ຂາດຄວາມຄິດທີ່ເປັນຜູ້ໃຫຍ່ເທົ່ານັ້ນທີ່ຈະເຮັດ ແລະ ຄິດແບບນັ້ນໄດ້. ໃນມຸມມອງຂອງພວກເຂົາແລ້ວ ເຈດຈຳນົງເສລີຂອງມະນຸດຄວນຖືກຄວບຄຸມໂດຍມະນຸດເອງ ແລະ ສະແດງອອກມາໄດ້ຢ່າງເສລີ. ພວກເຂົາຄິດວ່າຜູ້ຄົນຄວນສ້າງຄວາມຄິດເຫັນກ່ຽວກັບເຫດການທີ່ເກີດຂຶ້ນທ່າມກາງທຸກຊັບພະສິ່ງໃນວິທີໃດກໍຕາມທີ່ພວກເຂົາເລືອກ ແລະ ເຫດການເຫຼົ່ານີ້ຄວນຖືກເບິ່ງຜ່ານວິທີການທາງວິທະຍາສາດ ແລະ ມຸມມອງທາງວິທະຍາສາດ, ຜູ້ຄົນບໍ່ຄວນງົມງວາຍຫຼາຍ ຫຼື ໃຊ້ອຳນາດສູງສຸດຂອງພຣະເຈົ້າເພື່ອອະທິບາຍທຸກສິ່ງ ຫຼື ເຂົ້າຫາທຸກສິ່ງໂດຍໃຊ້ອຳນາດສູງສຸດຂອງພຣະເຈົ້າ. ຕົວຢ່າງ: ໃນຄຣິສຕະຈັກ ອ້າຍເອື້ອຍນ້ອງຫຼາຍຄົນໄດ້ປະສົບກັບໝາຍສຳຄັນ ແລະ ການອັດສະຈັນຫຼາຍຢ່າງທີ່ພຣະເຈົ້າຊົງກະທຳ ນັບຕັ້ງແຕ່ໄດ້ຮັບຄວາມລອດພົ້ນຂອງພຣະອົງ. ພວກເຂົາເປັນພະຍານກ່ຽວກັບວິທີທີ່ພຣະເຈົ້າໄດ້ຊົງນຳພາພວກເຂົາໃນເວລານັ້ນ, ວິທີທີ່ພຣະເຈົ້າສະແດງໃຫ້ພວກເຂົາເຫັນວ່າພຣະອົງມີຢູ່ຈິງຜ່ານເຫດການເຫຼົ່ານີ້ ແລະ ພວກມັນຖືກກະທຳໂດຍພຣະອົງຢ່າງແທ້ຈິງ ພ້ອມທັງພອນ ແລະ ພຣະຄຸນອັນໃຫຍ່ຫຼວງທີ່ພວກເຂົາໄດ້ຮັບຜ່ານເຫດການເຫຼົ່ານີ້. ຫຼັກຖານກໍມີຢູ່ບ່ອນນັ້ນ ທັງໃນຄຳພະຍານ ແລະ ໃນຫຼັກຖານທາງວັດຖຸ. ຄວາມເຊື່ອຂອງຜູ້ທີ່ເຊື່ອໃນການມີຢູ່ຂອງພຣະເຈົ້າໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງຂຶ້ນໂດຍຄຳພະຍານ ແລະ ຫຼັກຖານທາງວັດຖຸເຫຼົ່ານີ້, ແຕ່ມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສ ຜູ້ທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ ປ່ຽນແປງໄປບໍຫຼັງຈາກທີ່ໄດ້ຍິນສິ່ງເຫຼົ່ານັ້ນ? (ບໍ່.) ເຈົ້າບອກໄດ້ແນວໃດ? ເພາະວ່າ ບໍ່ວ່າເຈົ້າຈະເວົ້າຢ່າງຈິງໃຈສໍ່າໃດກໍຕາມ ຫຼື ມີຈັກຄົນທີ່ຈະມາຢືນຢັນຄຳພະຍານຂອງເຈົ້າດ້ວຍຕົນເອງ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ເຊື່ອມັນ. ພວກເຂົາຈະເວົ້າວ່າ “ນອກຈາກວ່າຂ້ອຍຈະປະສົບກັບມັນດ້ວຍຕົນເອງ, ຖ້າຂ້ອຍບໍ່ເຫັນມັນ, ມັນກໍບໍ່ມີຢູ່ຈິງ. ສິ່ງທີ່ພວກເຈົ້າໄດ້ປະສົບເປັນພຽງເລື່ອງບັງເອີນ, ເປັນເຫດການບັງເອີນ. ທຸກຄົນບໍ່ໄດ້ປະສົບກັບເຫດການທີ່ເປັນອັນຕະລາຍ ຫຼື ເລື່ອງບັງເອີນໃນຊີວິດຂອງພວກເຂົາບໍ? ການເກີດຂຶ້ນຂອງເລື່ອງບັງເອີນ ແລະ ເຫດການບັງເອີນເຫຼົ່ານີ້ພິສູດວ່າພວກມັນເປັນການກະທຳຂອງພະບໍ? ມັນພິສູດບໍວ່າຜູ້ທີ່ເຮັດສິ່ງເຫຼົ່ານີ້ຄືພຣະເຈົ້າ? ບາງທີມັນອາດຈະເປັນພຽງຈິນຕະນາການຂອງເຈົ້າ, ບາງທີເຈົ້າອາດຈະພຽງແຕ່ໂຊກດີທີ່ມີຜູ້ມີພະຄຸນບາງຄົນມາຊ່ວຍເຈົ້າ ຫຼື ບາງທີມັນອາດຈະຍັງບໍ່ຮອດເວລາຕາຍຂອງເຈົ້າ ແລະ ເຈົ້າກໍລອດຕາຍມາໄດ້ຢ່າງໂຊກດີ”. ເບິ່ງແມ ພວກເຂົາຮັບຮູ້ສິ່ງທີ່ພຣະເຈົ້າໄດ້ກະທຳຕໍ່ຄົນເຫຼົ່ານີ້ບໍ? (ພວກເຂົາບໍ່ຍອມຮັບ.) ພວກເຂົາບໍ່ຮັບຮູ້ ຫຼື ເຊື່ອໃນສິ່ງທີ່ພຣະເຈົ້າໄດ້ກະທຳຕໍ່ອ້າຍເອື້ອຍນ້ອງ ທັງບໍ່ເຊື່ອວ່າພຣະເຈົ້າສາມາດກະທຳການດັ່ງກ່າວໄດ້ ຫຼື ສິ່ງທີ່ອ້າຍເອື້ອຍນ້ອງໄດ້ປະສົບນັ້ນເກີດຂຶ້ນຈິງ. ພວກເຂົາຄິດວ່າ “ສິ່ງດັ່ງກ່າວຈະມີຢູ່ຈິງໃນໂລກໄດ້ແນວໃດ? ຖ້າມີ, ພວກມັນກໍເປັນພຽງສິ່ງທີ່ມະນຸດຈິນຕະນາການຂຶ້ນມາເທົ່ານັ້ນ. ດັ່ງຄຳສຸພາສິດທີ່ວ່າ ‘ຄິດແນວໃດໃນຕອນກາງເວັນ ກໍຈະຝັນແນວນັ້ນໃນຕອນກາງຄືນ’. ສິ່ງທັງໝົດເຫຼົ່ານີ້ເປັນພຽງພາບລວງຕາ”. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນກ່ຽວກັບວິທີທີ່ອ້າຍເອື້ອຍນ້ອງໄດ້ປະສົບກັບໝາຍສຳຄັນ ແລະ ການອັດສະຈັນບາງຢ່າງ, ພຣະຄຸນ ແລະ ພອນພິເສດບາງຢ່າງຂອງພຣະເຈົ້າ ແລະ ບາງສິ່ງທີ່ເກີນກວ່າຄົນທຳມະດາຈະເອື້ອມເຖິງໄດ້, ພວກເຂົາກໍບໍ່ເຊື່ອມັນ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈະສາມາດເຊື່ອໃນຄວາມຮູ້ແຈ້ງ ແລະ ການນຳພາທີ່ອ້າຍເອື້ອຍນ້ອງໄດ້ຮັບໃນຂະນະທີ່ປະສົບກັບພຣະທຳຂອງພຣະເຈົ້າໄດ້ບໍ? ພວກເຂົາກໍບໍ່ເຊື່ອໃນສິ່ງນັ້ນເຊັ່ນກັນ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າໃຫ້ຄວາມຮູ້ແຈ້ງ, ໃຫ້ແສງເຍືອງທາງ ແລະ ນຳພາຜູ້ຄົນ. ພວກເຂົາຄິດວ່າສິ່ງທັງໝົດນີ້ມາຈາກຈິດໃຈຂອງມະນຸດ, ມາຈາກການວິເຄາະ ແລະ ຄວາມເຂົ້າໃຈໂດຍອີງໃສ່ຄວາມຮູ້ຂອງມະນຸດ ແລະ ສິ່ງນີ້ກໍ່ໃຫ້ເກີດຄຳພະຍານຈາກປະສົບການເຫຼົ່ານີ້. ພວກເຂົາເຊື່ອວ່າ “ຖ້າຜູ້ຄົນຄິດຢ່າງໜັກ ແລະ ພະຍາຍາມຢ່າງໜັກໃນທິດທາງນີ້, ພວກເຂົາຈະບໍ່ໄດ້ຮັບຄວາມຮູ້ບາງຢ່າງບໍ? ຖ້າຂ້ອຍທຸ່ມເທຄວາມພະຍາຍາມ ແລະ ຄິດຢ່າງໜັກ ແລະ ໄຕ່ຕອງຢ່າງໜັກໃນເລື່ອງນີ້, ແລ້ວຄືກັນກັບການຂຽນບົດຄວາມ ຂ້ອຍກໍສາມາດສ້າງຄຳພະຍານຈາກປະສົບການບາງຢ່າງຂຶ້ນມາໄດ້ເຊັ່ນກັນ”. ສະນັ້ນ ເມື່ອເວົ້າເຖິງຄຳພະຍານຈາກປະສົບການຂອງອ້າຍເອື້ອຍນ້ອງ ບ່ອນທີ່ພວກເຂົາເປັນພະຍານເຖິງວິທີທີ່ພຣະເຈົ້າຊົງນຳພາພວກເຂົາ, ວິທີທີ່ພຣະອົງໃຫ້ຄວາມຮູ້ແຈ້ງ ແລະ ໃຫ້ແສງເຍືອງທາງແກ່ພວກເຂົາ, ວິທີທີ່ພຣະອົງພິພາກສາ, ລົງທັນ, ລິຮານ ແລະ ລົງວິໄນພວກເຂົາ ແລະ ວິທີທີ່ພຣະເຈົ້າຈັດວາງສະຖານະການເພື່ອທົດສອບ ແລະ ຫຼໍ່ຫຼອມພວກເຂົາ ພ້ອມທັງວິທີທີ່ພວກເຂົາເຂົ້າໃຈເຈດຕະນາຂອງພຣະເຈົ້າຈາກເລື່ອງນີ້ ແລະ ອື່ນໆ, ຜູ້ຕໍ່ຕ້ານພຣະຄຣິສບໍ່ຮັບຮູ້ ຫຼື ເຊື່ອໃນການກະທຳໃດໆເຫຼົ່ານີ້ຂອງພຣະເຈົ້າເລີຍ. ພວກເຂົາຄິດວ່າສິ່ງທັງໝົດເຫຼົ່ານີ້ເປັນໄປບໍ່ໄດ້. ຜູ້ຕໍ່ຕ້ານພຣະຄຣິສບໍ່ຮັບຮູ້ ຫຼື ເຊື່ອໃນເຫດການເຫຼົ່ານີ້ທີ່ເກີດຂຶ້ນທ່າມກາງອ້າຍເອື້ອຍນ້ອງ. ສິ່ງນີ້ຢືນຢັນເຖິງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ປະຕິເສດທີ່ຈະຮັບຮູ້ຕົວຕົນຂອງພຣະເຈົ້າຢ່າງສິ້ນເຊີງບໍ? ຄວາມຈິງແລ້ວ, ນີ້ບໍ່ແມ່ນຫຼັກຖານທີ່ມີພະລັງທີ່ສຸດເພື່ອພິສູດແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ປະຕິເສດທີ່ຈະຮັບຮູ້ຕົວຕົນຂອງພຣະເຈົ້າ.

ໃຫ້ພວກເຮົາອອກຈາກຂອບເຂດຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຊົ່ວຄາວກ່ອນ ແລະ ກວດສອບມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ເລື່ອງຕ່າງໆໃນທ່າມກາງກຸ່ມຄົນ ແລະ ໃນຊີວິດຈິງ. ເລື່ອງເຫຼົ່ານີ້ມີຫຍັງແດ່? (ການເກີດ, ການແກ່, ການເຈັບປ່ວຍ ແລະ ການຕາຍຂອງຜູ້ຄົນ, ພ້ອມທັງການປ່ຽນແປງທາງສັງຄົມ, ການປ່ຽນແປງທາງການເມືອງ ແລະ ການເກີດໄພພິບັດຕ່າງໆ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຮູ້ຈັກອຳນາດສູງສຸດຂອງພຣະເຈົ້າໃນສິ່ງໃດໜຶ່ງເຫຼົ່ານີ້ເລີຍ.) (ຜູ້ຕໍ່ຕ້ານພຣະຄຣິສບໍ່ເຊື່ອວ່າຊະຕາກຳຂອງຜູ້ຄົນຢູ່ໃນພຣະຫັດຂອງພຣະເຈົ້າ, ກົງກັນຂ້າມ ພວກເຂົາຕ້ອງການສ້າງບ້ານເກີດເມືອງນອນທີ່ສວຍງາມດ້ວຍສອງມືຂອງພວກເຂົາເອງ.) ສິ່ງເຫຼົ່ານີ້ແມ່ນການສະແດງອອກສະເພາະເຈາະຈົງທີ່ກ່ຽວຂ້ອງກັບແກ່ນແທ້ຂອງບັນຫາ. ຜູ້ຕໍ່ຕ້ານພຣະຄຣິສສາມາດເຫັນໄດ້ບໍວ່າ ຊະຕາກຳຂອງມະນຸດ, ຊີວິດ ແລະ ຄວາມຕາຍ ແລະ ປະສົບການທັງໝົດທີ່ແຕ່ລະຄົນຜ່ານພົບໃນຊີວິດນັ້ນລ້ວນແຕ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ? ພວກເຂົາບໍ່ສາມາດເຫັນສິ່ງນີ້ໄດ້. ຕົວຢ່າງ: ມີຄຳເວົ້າທີ່ນິຍົມກັນໃນສັງຄົມວ່າ: “ຜູ້ທີ່ສ້າງຂົວ ແລະ ສ້ອມແປງຖະໜົນຫົນທາງສຸດທ້າຍກໍຕາບອດ, ໃນຂະນະທີ່ລູກຫຼານຂອງຄາດຕະກອນ ແລະ ຄົນວາງເພີງກັບເພີ່ມທະວີຈຳນວນຂຶ້ນເລື້ອຍໆ”. ຄຳເວົ້ານີ້ເປັນກົດເກນທີ່ເປັນແກ່ນສານສຳລັບບາງສິ່ງບາງຢ່າງບໍ? ມັນແມ່ນຄວາມຈິງບໍ? ມັນແມ່ນທິດສະດີທາງປັດຊະຍາບໍ? (ບໍ່.) ແລ້ວຄຳເວົ້ານີ້ມາຈາກໃສ? ແນ່ນອນວ່າມັນບໍ່ໄດ້ມາຈາກຜູ້ທີ່ເຊື່ອໃນພຣະເຈົ້າ; ມັນເປັນປະກົດການຜິວເຜີນໃນສະພາບການດຳລົງຊີວິດຂອງຄົນປະເພດຕ່າງໆຕະຫຼອດການພັດທະນາຂອງມະນຸດຊາດ. ຜູ້ຄົນເຊື່ອວ່າໂລກນີ້ຂາດຄວາມຍຸຕິທຳ, ຍິ່ງຄົນເຮົາເຮັດສິ່ງທີ່ດີຫຼາຍສໍ່າໃດ ພວກເຂົາກໍຍິ່ງມີແນວໂນ້ມທີ່ຈະຕາບອດຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງປະເຊີນກັບການຮັບກຳຫຼາຍສໍ່ານັ້ນ, ໃນຂະນະທີ່ຍິ່ງຄົນໆໜຶ່ງເຮັດຄວາມຊົ່ວຮ້າຍຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະເລີນຮຸ່ງເຮືອງ ແລະ ພົບກັບຄວາມສຳເລັດໃນໂລກນີ້ຫຼາຍສໍ່ານັ້ນ. ກົດເກນການພັດທະນາຂອງສິ່ງຕ່າງໆໃນທ່າມກາງມະນຸດຊາດສອດຄ່ອງກັບຄຳເວົ້ານີ້ໃນທາງໃດໜຶ່ງບໍ? ຍັງມີຄຳເວົ້າທີ່ວ່າ: “ຄົນດີຕາຍໄວ ໃນຂະນະທີ່ຄົນຊົ່ວຮ້າຍມີອາຍຸຍືນຍາວ”. ຄົນປະເພດໃດທີ່ສ້າງຄຳເວົ້ານີ້ຂຶ້ນມາ? ຄົນທົ່ວໄປເອີ້ນຄຳເວົ້າປະເພດເຫຼົ່ານີ້ວ່າເປັນຄຳສຸພາສິດພື້ນບ້ານ; ຄົນປະເພດໃດທີ່ສາມາດເວົ້າຄຳສຸພາສິດເຫຼົ່ານີ້ໄດ້? ພວກເຂົາແມ່ນຜູ້ທີ່ເຊື່ອໃນພຣະເຈົ້າບໍ? ພວກເຂົາແມ່ນຜູ້ທີ່ເຊື່ອໃນການມີຢູ່ຂອງພຣະເຈົ້າບໍ? (ບໍ່ແມ່ນ.) ມີຄົນທີ່ຄຽດແຄ້ນໃຫ້ກັບໂລກບາງປະເພດທີ່ບໍ່ປະສົບຄວາມສຳເລັດໃນສັງຄົມ ແລະ ໃນທ່າມກາງຜູ້ຄົນ, ຜູ້ທີ່ປະເຊີນກັບອຸປະສັກຢູ່ທຸກຫົນທຸກແຫ່ງ, ມີຊະຕາກຳທີ່ຍາກລຳບາກ ແລະ ມີຄວາມປາຖະໜາທີ່ບໍ່ສົມຫວັງ ແລະ ພວກເຂົາກໍບໍ່ຈະເລີນຮຸ່ງເຮືອງບໍ່ວ່າພວກເຂົາຈະໄປໃສກໍຕາມ. ພວກເຂົາຄິດວ່າພວກເຂົາມີຄວາມສາມາດ ແລະ ເກັ່ງກາດພໍສົມຄວນ ແຕ່ພວກເຂົາກໍຍັງບໍ່ສາມາດສ້າງຊື່ສຽງໃຫ້ກັບຕົນເອງ, ຈະເລີນຮຸ່ງເຮືອງ, ເໜືອກວ່າຄົນອື່ນ ຫຼື ເຊີດຊູກຽດວົງຕະກຸນຂອງພວກເຂົາໄດ້. ບໍ່ວ່າພວກເຂົາຈະໄປໃສກໍຕາມ, ພວກເຂົາກໍຖືກກີດກັນ, ຖືກຂົ່ມເຫັງ ແລະ ຖືກກົດຂີ່ ແລະ ພວກເຂົາຂາດຄວາມສາມາດທີ່ຈະຫຼຸດພົ້ນຈາກສິ່ງທັງໝົດນີ້. ໃນທີ່ສຸດ, ພວກເຂົາກໍສະຫຼຸບວ່າ: “ບໍ່ມີຄວາມຍຸຕິທຳໃນສັງຄົມ ຫຼື ມະນຸດຊາດ, ບໍ່ມີສິ່ງທີ່ເອີ້ນວ່າການໃຫ້ລາງວັນຄົນດີ ແລະ ການລົງໂທດຄົນຊົ່ວຮ້າຍ ຫຼື ການຮັບກຳ. ຄົນຊົ່ວຮ້າຍເຮັດສິ່ງທີ່ຊົ່ວຮ້າຍໂດຍບໍ່ຖືກລົງໂທດ, ໃນຂະນະທີ່ຄົນດີທີ່ໄດ້ເຮັດສິ່ງທີ່ດີຫຼາຍຢ່າງ ເຊັ່ນ: ການບໍລິຈາກ ແລະ ການຊ່ວຍເຫຼືອຄົນຍາກຈົນ ພັດບໍ່ໄດ້ຮັບຜົນຕອບແທນທີ່ດີໃນຕອນທ້າຍ. ສະນັ້ນ, ຢ່າເປັນຄົນດີ; ມັນບໍ່ມີປະໂຫຍດ. ຄົນດີສຸດທ້າຍກໍຕາບອດ, ຄົນເຮົາຕ້ອງເປັນຄົນຊົ່ວຮ້າຍແທນ”. ຍ້ອນວ່າພວກເຂົາບໍ່ປະສົບຄວາມສຳເລັດໃນໂລກ ແລະ ໃນທ່າມກາງກຸ່ມຄົນ, ພວກເຂົາຈຶ່ງຈົ່ມວ່າກ່ຽວກັບການຂາດຄວາມຍຸຕິທຳ ແລະ ຄວາມເປັນທຳໃນໂລກ ແລະ ການບໍ່ມີພຣະຜູ້ຊ່ວຍໃຫ້ລອດພົ້ນໃນໂລກ. ພວກເຂົາຄິດວ່າທຸກຄົນເຮັດຜິດຕໍ່ພວກເຂົາ ເພາະບໍ່ມີໃຜເຫັນຈຸດແຂງ ຫຼື ຄວາມຊ່ຽວຊານຂອງພວກເຂົາ ແລະ ບໍ່ມີໃຜໃຫ້ພວກເຂົາຢູ່ໃນຕຳແໜ່ງທີ່ສຳຄັນ. ສະນັ້ນ ພວກເຂົາຈຶ່ງສ້າງທິດສະດີທີ່ບິດເບືອນປະເພດນີ້ຂຶ້ນມາ ເພື່ອຈົ່ມວ່າກ່ຽວກັບມະນຸດຊາດ ແລະ ໂລກນີ້. ໃນຄວາມເປັນຈິງແລ້ວ, ມີເຫດຜົນຢູ່ເບື້ອງຫຼັງການເກີດຂຶ້ນຂອງສິ່ງຕ່າງໆເຫຼົ່ານີ້ບໍ? ມີຄວາມສຳພັນທາງເຫດ ແລະ ຜົນບໍ? ມີຢ່າງແນ່ນອນ! ຜູ້ຕໍ່ຕ້ານພຣະຄຣິສກໍມີມຸມມອງດຽວກັນກັບຄົນເຫຼົ່ານີ້; ພວກເຂົາບໍ່ເຊື່ອວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແລະ ພວກເຂົາກໍບໍ່ເຊື່ອວ່າທຸກສິ່ງທີ່ພຣະເຈົ້າ ເຊິ່ງເປັນຜູ້ທີ່ມີຕົວຕົນຂອງພຣະເຈົ້າ ມີອຳນາດສູງສຸດເໜືອນັ້ນເປັນສິ່ງທີ່ຊອບທຳ. ດ້ວຍເຫດນັ້ນ ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ບໍ່ຍອມຮັບວ່າທຸກສິ່ງທີ່ພຣະເຈົ້າເຮັດນັ້ນເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງເທົ່ານັ້ນ, ແຕ່ພວກເຂົາຍັງເຊື່ອໃນທິດສະດີທີ່ບິດເບືອນ ແລະ ຄຳສອນນອກຮີດທີ່ເຜີຍແຜ່ຢູ່ໃນສັງຄົມອີກດ້ວຍ. ພວກເຂົາເຊື່ອວ່າທິດສະດີທີ່ບິດເບືອນ ແລະ ຄຳສອນນອກຮີດເຫຼົ່ານັ້ນເປັນສິ່ງທີ່ຖືກຕ້ອງ ແລະ ມີພຽງແຕ່ຜູ້ທີ່ສາມາດຈະເລີນຮຸ່ງເຮືອງໃນໂລກນີ້, ຜູ້ທີ່ໄດ້ຮັບການເຄົາລົບບູຊາ ແລະ ຖືກຕິດຕາມເທົ່ານັ້ນ ຈຶ່ງສາມາດເອີ້ນໄດ້ວ່າເປັນເທບພະເຈົ້າໃນໃຈຂອງພວກເຂົາ ແລະ ເປັນຜູ້ທີ່ມີຖານະເປັນເທບພະເຈົ້າໃນໃຈຂອງພວກເຂົາ. ຕົວຢ່າງ: ໃນຕຳນານຂອງຈີນ ມີບຸກຄົນຕ່າງໆ ເຊັ່ນ: ເຈົ້າແມ່ຫວັງໝູ່, ເງັກຊຽນຮ່ອງເຕ້, ໂປ້ຍຊຽນ, ເຈົ້າແມ່ກວນອິມ ແລະ ພຣະພຸດທະເຈົ້າ, ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຄົາລົບບູຊາຢ່າງແທ້ຈິງໃນໃຈຂອງພວກເຂົາ. ໃນຕຳນານເຫຼົ່ານີ້, ເງັກຊຽນຮ່ອງເຕ້ເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດ; ເພິ່ນມີອຳນາດໃນການລົງໂທດຄົນບາບໃນດິນແດນສະຫວັນ ໂດຍການໂຍນພວກເຂົາລົງມາສູ່ໂລກມະນຸດ. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນສິ່ງນີ້, ພວກເຂົາກໍຮູ້ສຶກຊື່ນຊົມເພິ່ນຢ່າງຍິ່ງ ໂດຍຄິດວ່າ: “ເງັກຊຽນຮ່ອງເຕ້ເປັນເທບພະເຈົ້າຢ່າງແທ້ຈິງ! ເພິ່ນມີທ່າທາງ, ບຸກຄະລິກ ແລະ ຄວາມສາມາດຂອງເທບພະເຈົ້າ!” ຕຳນານເຫຼົ່ານີ້ ພ້ອມທັງຜູ້ທີ່ເອີ້ນວ່າຜູ້ເປັນອະມະຕະທີ່ຄົນທົ່ວໄປນຳເຄື່ອງໄປຖວາຍນັ້ນ ໄດ້ປະໄວ້ເຊິ່ງຄວາມປະທັບໃຈຢ່າງເລິກເຊິ່ງໃນໃຈຂອງຜູ້ຄົນ. ພວກເຂົາເຊື່ອວ່າ: “ຜູ້ທີ່ເອີ້ນວ່າຜູ້ເປັນອະມະຕະເຫຼົ່ານີ້ມີທັກສະ ແລະ ອຳນາດທີ່ຍິ່ງໃຫຍ່. ພວກເຂົາສົມຄວນໄດ້ຮັບຕຳແໜ່ງເປັນເທບພະເຈົ້າ. ພວກເຂົາສາມາດໃຫ້ຄວາມເປັນທຳໃນດິນແດນສະຫວັນກ່ຽວກັບທຸກສິ່ງທີ່ບໍ່ຍຸຕິທຳ ແລະ ບໍ່ໜ້າພໍໃຈທີ່ເກີດຂຶ້ນໃນໂລກນີ້ ແລະ ຖ້າຄົນໃດໜຶ່ງສະແຫວງຫາຄວາມຍຸຕິທຳ, ພວກເຂົາກໍສາມາດຊອກຫາຄຳຕອບຈາກພວກເຂົາໄດ້. ຕົວຢ່າງ: ບຸກຄົນໃນປະຫວັດສາດ ເຊັ່ນ: ເປົາບຸ້ນຈິ້ນ ແລະ ກວນອູ ໄດ້ຜະດຸງຄວາມຍຸຕິທຳໃຫ້ກັບມະນຸດຊາດໃນໂລກຝ່າຍວິນຍານ. ເມື່ອຄົນໃດໜຶ່ງຖືກປັກປຳ ແລະ ສານກໍບໍ່ຍຸຕິທຳ, ຖ້າພວກເຂົານຳຄະດີຂອງພວກເຂົາໄປສະເໜີຕໍ່ເປົາບຸ້ນຈິ້ນ ຫຼື ກວນອູ, ພວກເຂົາກໍຈະໄດ້ຮັບຄວາມຍຸຕິທຳຢ່າງແນ່ນອນ”. ຜູ້ຄົນເຊື່ອວ່າຕົວລະຄອນຈາກນິທານພື້ນບ້ານເຫຼົ່ານີ້ສາມາດໃຫ້ຄວາມຍຸຕິທຳແກ່ມະນຸດຊາດ, ລົງໂທດຄົນຊົ່ວຮ້າຍ ແລະ ແກ້ໄຂຄວາມບໍ່ຍຸຕິທຳທັງໝົດໃນໂລກນີ້, ເຊິ່ງຊ່ວຍໃຫ້ຜູ້ທີ່ທົນທຸກ ແລະ ດີ້ນລົນນັ້ນເຊົາຮ້ອງໄຫ້ໄດ້. ພວກເຂົາຄິດວ່າຄົນຍາກຈົນທີ່ຢູ່ຈຸດຕໍ່າສຸດຂອງສັງຄົມ, ຄົນທີ່ບໍ່ມີຄວາມສາມາດ ແລະ ຄົນທີ່ຖືກຂົ່ມເຫັງ ພຽງແຕ່ນຳເຄື່ອງໄປຖວາຍ, ເຊື່ອຖື ແລະ ຕິດຕາມບຸກຄົນເຫຼົ່ານີ້ ກໍສາມາດຫຼຸດພົ້ນຈາກຄວາມທຸກທໍລະມານທັງໝົດຂອງພວກເຂົາ ແລະ ແກ້ໄຂການລ່ວງລະເມີດ ແລະ ການກົດຂີ່ທັງໝົດທີ່ພວກເຂົາປະເຊີນໄດ້. ໃນທຳນອງດຽວກັນ, ໃນຈິດໃຈ ແລະ ຄວາມຄິດຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າເທບພະເຈົ້າຄວນເປັນຄືກັບສິ່ງທີ່ເອີ້ນວ່າພຣະໂພທິສັດ ແລະ ພຣະພຸດທະເຈົ້າ, ເຊິ່ງແກ້ໄຂຄວາມທຸກທໍລະມານທັງໝົດຂອງມະນຸດ ແລະ ຊ່ວຍກູ້ຜູ້ຄົນອອກຈາກທະເລແຫ່ງຄວາມທຸກຍາກ. ຕົວຢ່າງ: ຊາຍຄົນໜຶ່ງທີ່ແມ່ຂອງລາວປ່ວຍໜັກໄລຍະສຸດທ້າຍ ແລະ ໝົດທາງປິ່ນປົວແລ້ວນັ້ນ ເປັນຄົນກະຕັນຍູຫຼາຍ ແລະ ບໍ່ຢາກໃຫ້ແມ່ຂອງລາວຕາຍ, ສະນັ້ນ ລາວຈຶ່ງຈູດທູບສາມດອກ ແລະ ຖວາຍອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍໃຫ້ກັບຮູບປັ້ນຂອງເຈົ້າແມ່ກວນອິມທຸກມື້. ຈາກນັ້ນ ລາວກໍໄດ້ບົນບານວ່າ: ຖ້າອາການປ່ວຍຂອງແມ່ລາວສາມາດປິ່ນປົວໃຫ້ຫາຍດີໄດ້ ແລະ ນາງສາມາດມີຊີວິດຢູ່ຕໍ່ໄປໄດ້ອີກ 30 ປີ, ລາວກໍເຕັມໃຈທີ່ຈະສະຫຼະຊີວິດ 30 ປີຂອງລາວເອງເພື່ອເປັນການແລກປ່ຽນ, ກິນເຈໄປຕະຫຼອດຊີວິດທີ່ເຫຼືອຂອງລາວ ແລະ ລະເວັ້ນຈາກການຂ້າສັດຕັດຊີວິດອີກຕໍ່ໄປ. ຫຼັງຈາກທີ່ຈູດທູບ, ຂາບໄຫວ້ ແລະ ບົນບານ ແລະ ຖວາຍຫົວໃຈທີ່ຈິງໃຈຂອງລາວແລ້ວ, ອາການປ່ວຍຂອງແມ່ລາວກໍຫາຍດີ. ສິ່ງນີ້ໝາຍຄວາມວ່າຄຳບົນບານຂອງລາວໄດ້ຮັບການຮັບຟັງຈາກພຣະໂພທິສັດບໍ? ມັນໝາຍຄວາມວ່າແມ່ຂອງລາວຈະມີຊີວິດຢູ່ຕື່ມອີກ 30 ປີ ແລະ ລາວຈະມີຊີວິດສັ້ນລົງ 30 ປີບໍ? ບໍ່. ແຕ່ຍ້ອນວ່າລາວເຊື່ອ, ລາວຈຶ່ງໝັ້ນໃຈວ່າມັນເປັນຄວາມຈິງ. ຈາກນັ້ນ ລາວກໍເລີ່ມແກ້ບົນ ໂດຍການກິນເຈ. ມື້ໜຶ່ງ, ລາວສົງໄສວ່າ: “ແມ່ຂອງຂ້ອຍຫາຍດີແລ້ວ ແລະ ອາຍຸຍືນຂອງລາວກໍບໍ່ເປັນບັນຫາອີກຕໍ່ໄປ, ສະນັ້ນ ຂ້ອຍສາມາດຜິດຄຳບົນບານຂອງຂ້ອຍໃນອະນາຄົດໄດ້ບໍ? ຂ້ອຍສາມາດກິນຂາໄກ່ໄດ້ບໍ? ຖ້າຂ້ອຍຢາກກິນ, ຂ້ອຍກໍສາມາດກິນໄດ້”. ຫຼັງຈາກທີ່ກິນຂາໄກ່ແລ້ວ, ລາວກໍຮູ້ສຶກດີ ແລະ ຫົວໃຈຂອງລາວກໍຮູ້ສຶກສະຫງົບ, ແຕ່ມື້ຕໍ່ມາ, ລາວກໍທົນທຸກຈາກອາການຮາກ ແລະ ຖອກທ້ອງ ແລະ ປ່ວຍເປັນເວລາຫຼາຍມື້ໂດຍບໍ່ມີອາການດີຂຶ້ນເລີຍ. ໃນມື້ທີສີ່, ລາວຄິດຂຶ້ນມາໄດ້ວ່າ: “ນີ້ຄືການລົງໂທດຈາກພຣະໂພທິສັດ, ບໍ່ໃຫ້ກິນຊີ້ນບໍ? ເບິ່ງຄືວ່າ, ຄຳເວົ້າທີ່ເວົ້າໄປກ່ອນໜ້ານີ້ຕ້ອງຮັກສາໄວ້ແທ້ໆ, ບໍ່ສາມາດກິນຊີ້ນໄດ້!” ເມື່ອຄິດໄດ້ແນວນີ້, ລາວກໍຟ້າວຈູດທູບອີກສາມດອກ, ຖວາຍອາຫານທີ່ແຊບຊ້ອຍຫຼາຍຢ່າງ ແລະ ສາລະພາບຄວາມຜິດບາບຂອງຕົນ. ອາການປ່ວຍຂອງລາວກໍຫາຍດີໃນມື້ຕໍ່ມາ. ເມື່ອລາວເຫັນວ່າພຣະໂພທິສັດສັກສິດຫຼາຍ, ລາວກໍຍິ່ງເຊື່ອຢ່າງໜັກແໜ້ນວ່າ: “ເມື່ອຄົນເຮົາເຮັດສິ່ງໃດໜຶ່ງ, ພຣະໂພທິສັດກຳລັງເບິ່ງຢູ່. ຂ້ອຍຕ້ອງບໍ່ພະຍາຍາມຫຼອກລວງເພິ່ນ, ຂ້ອຍຕ້ອງຮັກສາຄຳບົນບານຂອງຂ້ອຍ, ຖ້າບໍ່ດັ່ງນັ້ນກໍຈະປະເຊີນກັບການລົງໂທດຂອງເພິ່ນ!” ຕັ້ງແຕ່ນັ້ນມາ, ລາວກໍຍິ່ງຮູ້ສຶກວ່າຊື່ເອີ້ນ “ພຣະໂພທິສັດ” ນັ້ນສັກສິດ ແລະ ບໍ່ສາມາດລະເມີດໄດ້. ລາວຈູດທູບສາມດອກທຸກມື້ ແລະ ນຳເຄື່ອງໄປຖວາຍໃນຊ່ວງເທດສະການ ແລະ ວັນພັກຕ່າງໆ. ເມື່ອເວລາຜ່ານໄປ, ຄວາມເຊື່ອທີ່ວ່າຮູບປັ້ນທີ່ຜູ້ຄົນນຳເຄື່ອງໄປຖວາຍ ເຊັ່ນ: ເງັກຊຽນຮ່ອງເຕ້, ເຈົ້າແມ່ກວນອິມ, ກວນອູ ແລະ ອື່ນໆ ເປັນເທບພະເຈົ້ານັ້ນ ກໍໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງຂຶ້ນໃນຄົນປະເພດນີ້. ສະຖານະຂອງພວກເຂົາໃນໃຈຂອງລາວກໍຍິ່ງໝັ້ນຄົງຫຼາຍຂຶ້ນ, ໂດຍປາສະຈາກຄວາມສົງໄສ ຫຼື ຄວາມລະແວງໃດໆ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະບໍ່ເຄີຍປະສົບກັບສິ່ງເຫຼົ່ານີ້ ຫຼື ບໍ່ໄດ້ນຳເຄື່ອງໄປຖວາຍໃຫ້ກັບຮູບປັ້ນ ຫຼື ຮູບປັ້ນດິນເຜົາເຫຼົ່ານີ້ຢູ່ເຮືອນກໍຕາມ, ພວກເຂົາກໍຍັງໄດ້ຍິນ ຫຼື ພົບພໍ້ກັບສິ່ງເຫຼົ່ານີ້ເປັນບາງຄັ້ງຄາວໃນວົງສັງຄົມຂອງພວກເຂົາ. ຕົວຢ່າງ: ພວກເຂົາໄດ້ຍິນເລື່ອງທີ່ພຣະພຸດທະເຈົ້າປິ່ນປົວອາການປ່ວຍຂອງຄົນໃດໜຶ່ງ ຫຼື ຜະດຸງຄວາມຍຸຕິທຳໂດຍການນຳການຮັບກຳມາສູ່ຄົນຊົ່ວຮ້າຍ, ຫຼື ເລື່ອງທີ່ຄົນໃດໜຶ່ງກາຍເປັນຄົນຮັ່ງມີຫຼັງຈາກທີ່ໝໍຮວງຈຸ້ຍໄດ້ຈັດແຈງບາງສິ່ງບາງຢ່າງໃນເຮືອນຂອງພວກເຂົາໃໝ່, ຫຼື ເລື່ອງທີ່ຄົນໃດໜຶ່ງປຶກສາໝໍຮວງຈຸ້ຍ ຫຼື ໝໍຢິນຢາງກ່ຽວກັບຂຸມຝັງສົບ ແລະ ການເລືອກປ່າຊ້າ ເຊິ່ງນຳໄປສູ່ການທີ່ລູກຫຼານຂອງພວກເຂົາກາຍເປັນເຈົ້າໜ້າທີ່ລະດັບສູງ ຫຼື ປະສົບຄວາມສຳເລັດຢ່າງຍິ່ງໃຫຍ່ໃນໜ້າທີ່ການງານຂອງພວກເຂົາ ແລະ ອື່ນໆ. ສິ່ງເຫຼົ່ານີ້ໄດ້ປະໄວ້ເຊິ່ງຄວາມປະທັບໃຈໃນຈິດໃຈຂອງຜູ້ຕໍ່ຕ້ານພຣະຄຣິສວ່າ ເທບພະເຈົ້າຄວນມີຄວາມສາມາດ ແລະ ພະລັງອຳນາດຄືກັບສິ່ງທີ່ເອີ້ນວ່າພຣະພຸດທະເຈົ້າ ແລະ ຮ່ອງເຕ້ເຫຼົ່ານີ້ ເຊິ່ງຜູ້ຄົນພົບພໍ້ ແລະ ເຫັນໄດ້ໃນຊີວິດປະຈຳວັນຂອງພວກເຂົາ. ພວກເຂົາເຖິງກັບຄິດວ່າເທບພະເຈົ້າຄວນເປັນຄືກັບຮູບປັ້ນເຫຼົ່ານັ້ນທີ່ຜູ້ຄົນນຳເຄື່ອງໄປຖວາຍ, ໂດຍສະແດງໝາຍສຳຄັນ ແລະ ການອັດສະຈັນບາງຢ່າງໃນທ່າມກາງຜູ້ຄົນ ເພື່ອເຮັດໃຫ້ເກີດຄວາມຢ້ານກົວ ແລະ ຄວາມປະຫຼາດໃຈ. ແລ້ວຖ້າເທບພະເຈົ້າອົງໃດໜຶ່ງບໍ່ເຮັດສິ່ງນີ້, ພວກເຂົາກໍຄິດວ່າບໍ່ຄວນຖືວ່າເປັນເທບພະເຈົ້າ. ດ້ວຍມຸມມອງ ແລະ ຄວາມເຂົ້າໃຈກ່ຽວກັບເທບພະເຈົ້າແບບນີ້, ແນວຄິດກ່ຽວກັບເທບພະເຈົ້າກາຍເປັນແນວໃດສຳລັບຜູ້ຕໍ່ຕ້ານພຣະຄຣິສ? ໃນຄວາມຄິດຂອງພວກເຂົາ, ຜູ້ທີ່ເປັນຄືກັບເງັກຊຽນຮ່ອງເຕ້, ຜູ້ທີ່ສາມາດສົ່ງທະຫານສະຫວັນໄປໂຍນຜູ້ທີ່ລະເມີດກົດສະຫວັນລົງມາສູ່ໂລກມະນຸດໄດ້ທຸກເວລາ ແລະ ທຸກສະຖານທີ່ນັ້ນ ຈຶ່ງເປັນເທບພະເຈົ້າຢ່າງແທ້ຈິງ ແລະ ເປັນຜູ້ທີ່ມີຖານະເປັນເທບພະເຈົ້າ. ຫຼື ຮູບປັ້ນທີ່ຜູ້ຄົນນຳເຄື່ອງໄປຖວາຍ ເຊິ່ງສາມາດເຮັດໃຫ້ພວກເຂົາຮັ່ງມີ ແລະ ກາຍເປັນເຈົ້າໜ້າທີ່ລະດັບສູງໄດ້, ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ ສິ່ງເຫຼົ່ານີ້ກໍຖືວ່າສົມຄວນທີ່ຈະມີຕົວຕົນຂອງເທບພະເຈົ້າເຊັ່ນກັນ. ນີ້ຄືການຮັບຮູ້ ແລະ ຄວາມເຂົ້າໃຈພາຍໃນຂອງຜູ້ຕໍ່ຕ້ານພຣະຄຣິສກ່ຽວກັບຕົວຕົນຂອງເທບພະເຈົ້າ. ສະນັ້ນ, ເມື່ອພຣະເຈົ້າປະຕິບັດວຽກງານໃນດິນແດນທີ່ພະຍານາກໃຫຍ່ສີແດງນອນຂົດຕົວຢູ່ ແລະ ອ້າຍເອື້ອຍນ້ອງບາງຄົນກໍຖືກຈັບກຸມ, ຄຣິສຕະຈັກໄດ້ຮັບຄວາມເສຍຫາຍ ແລະ ວຽກງານຂອງພຣະເຈົ້າຖືກຂັດຂວາງ ແລະ ຖືກລົບກວນ, ຜູ້ຕໍ່ຕ້ານພຣະຄຣິສຄິດແນວໃດ? “ຖ້ານີ້ຄືພຣະເຈົ້າ, ເປັນຫຍັງສິ່ງເຫຼົ່ານີ້ຈຶ່ງເກີດຂຶ້ນກັບຄຣິສຕະຈັກ? ເມື່ອອ້າຍເອື້ອຍນ້ອງກຳລັງຖືກຈັບກຸມ, ພຣະເຈົ້າຄວນສະແດງນິມິດໃນທ້ອງຟ້າ ແລະ ສົ່ງສຽງຟ້າຮ້ອງ ແລະ ຄວາມໂກດຮ້າຍອອກມາ, ເຮັດໃຫ້ຕຳຫຼວດຊົ່ວທີ່ກຳລັງຈັບກຸມອ້າຍເອື້ອຍນ້ອງນັ້ນປົບໜີດ້ວຍຄວາມຢ້ານກົວຄືກັບໜູທີ່ຕົກໃຈຢ້ານ. ເປັນຫຍັງຂ້ອຍຈຶ່ງບໍ່ເຄີຍໄດ້ຍິນກ່ຽວກັບເຫດການດັ່ງກ່າວເກີດຂຶ້ນເລີຍ? ໃນເມື່ອຄົນເຫຼົ່ານີ້ຕິດຕາມພຣະເຈົ້າ ແລະ ເປັນປະຊາກອນທີ່ພຣະເຈົ້າເລືອກ, ເປັນຫຍັງພຣະເຈົ້າຈຶ່ງບໍ່ຊ່ວຍກອບກູ້ ແລະ ປົກປ້ອງພວກເຂົາ? ພະຍານາກໃຫຍ່ສີແດງຂົ່ມເຫັງຜູ້ທີ່ຕິດຕາມພຣະເຈົ້າຢ່າງບ້າຄັ່ງ ແລະ ໂຫດຮ້າຍຫຼາຍ. ເປັນຫຍັງພຣະເຈົ້າຈຶ່ງບໍ່ລົງມາເທິງແຜ່ນດິນໂລກເພື່ອຜະດຸງຄວາມຍຸຕິທຳໃຫ້ກັບມະນຸດຊາດ? ເປັນຫຍັງພຣະເຈົ້າຈຶ່ງບໍ່ຂັດຂວາງພະຍານາກໃຫຍ່ສີແດງ? ເປັນຫຍັງເພິ່ນຈຶ່ງບໍ່ລົງໂທດພະຍານາກໃຫຍ່ສີແດງ? ເປັນໄປໄດ້ບໍທີ່ພຣະເຈົ້າທີ່ມີຖານະເປັນພຣະເຕົ້າຈະສາມາດພຽງແຕ່ເວົ້າ ແລະ ສະໜອງຄວາມຈິງເທົ່ານັ້ນ? ເມື່ອປຽບທຽບກັບເງັກຊຽນຮ່ອງເຕ້, ເຈົ້າແມ່ກວນອິມ ແລະ ພຣະພຸດທະເຈົ້າແລ້ວ, ພຣະເຈົ້າເບິ່ງຄືວ່າບໍ່ມີຄວາມສາມາດ ແລະ ທັກສະທີ່ຍິ່ງໃຫຍ່ເລີຍ. ພວກເຂົາເວົ້າວ່າພຣະເຈົ້າມີອຳນາດ ແລະ ສິດອຳນາດ, ແຕ່ອຳນາດ ແລະ ສິດອຳນາດນີ້ຢູ່ໃສ? ຜູ້ທີ່ເຮັດໄດ້ພຽງແຕ່ສະໜອງຄວາມຈິງ ແລະ ຜູ້ທີ່ບໍ່ມີອຳນາດ ແລະ ສິດອຳນາດຂອງພຣະເຈົ້ານັ້ນ ເປັນພຣະເຈົ້າຢ່າງແທ້ຈິງບໍ? ເມື່ອອ້າຍເອື້ອຍນ້ອງກຳລັງຈະຖືກຈັບກຸມ, ພຣະເຈົ້າຄວນສ້າງກຳແພງຂຶ້ນມາຕໍ່ໜ້າຕຳຫຼວດຊົ່ວ, ຫຼື ເຮັດໃຫ້ພວກເຂົາຕາບອດ ແລະ ຂາເຄ ແລະ ເຮັດໃຫ້ພວກເຂົາເປັນບ້າ ຫຼື ເຮັດໃຫ້ພວກເຂົາກາຍເປັນຄົນໂງ່. ກ່ອນທີ່ອັນຕະລາຍຈະເຂົ້າມາໃກ້, ພຣະເຈົ້າຄວນໃຫ້ທຸກຄົນຮູ້ຢ່າງຊັດເຈນກ່ຽວກັບຄວາມສ່ຽງທີ່ກຳລັງຈະເກີດຂຶ້ນ, ພວກເຂົາຄວນໄດ້ຍິນສຽງ, ຮູ້ສຶກເຖິງຄວາມຮູ້ສຶກທີ່ແຮງກ້າ ແລະ ມີຄວາມຄິດທີ່ຊັດເຈນ. ເປັນຫຍັງພຣະເຈົ້າຈຶ່ງບໍ່ເຮັດສິ່ງເຫຼົ່ານີ້? ເປັນຫຍັງເພິ່ນຈຶ່ງບໍ່ໃຫ້ຄຳໃບ້ໃດໆເລີຍເມື່ອສະຖານະການແບບນີ້ເຂົ້າມາໃກ້? ເມື່ອຜູ້ຄົນທົນທຸກຈາກການຖືກຈັບກຸມ, ການທໍລະມານ ແລະ ການຂົ່ມເຫັງ, ເປັນຫຍັງພຣະເຈົ້າຈຶ່ງບໍ່ຢຸດ ຫຼື ລົງໂທດມານຮ້າຍ ແລະ ຕຳຫຼວດຊົ່ວເຫຼົ່ານີ້? ເມື່ອພວກເຂົາໃສ່ກະແຈມືອ້າຍເອື້ອຍນ້ອງ, ເມື່ອກະບອງຂອງພວກເຂົາຕີອ້າຍເອື້ອຍນ້ອງ, ເປັນຫຍັງພຣະເຈົ້າຈຶ່ງບໍ່ເຮັດຫຍັງເລີຍ? ຖ້າເປັນເງັກຊຽນຮ່ອງເຕ້ ຫຼື ເຈົ້າແມ່ກວນອິມ, ພວກເພິ່ນຈະບໍ່ມີທາງປ່ອຍໃຫ້ຜູ້ຕິດຕາມຂອງພວກເພິ່ນທົນທຸກແບບນີ້. ພວກເພິ່ນຈະເຂົ້າມາແຊກແຊງ ແລະ ຊ່ວຍເຫຼືອຢ່າງແນ່ນອນ, ໂດຍເຮັດໃຫ້ຕຳຫຼວດຊົ່ວຕາບອດ, ເຮັດໃຫ້ໃບໜ້າຂອງພວກເຂົາບິດບ້ຽວ, ເຮັດໃຫ້ພວກເຂົາເປັນບ້າ, ເຮັດໃຫ້ມື ແລະ ຕີນຂອງພວກເຂົາເນົ່າເປື່ອຍ, ເຮັດໃຫ້ພວກເຂົາເປັນພະຍາດໄລຍະສຸດທ້າຍ ແລະ ເຮັດໃຫ້ພວກເຂົາຂ້າກັນເອງ. ເປັນຫຍັງພຣະເຈົ້າຈຶ່ງບໍ່ເຮັດສິ່ງນີ້? ພຣະເຈົ້າຢູ່ໃສກັນແທ້? ເພິ່ນມີຕົວຕົນຢູ່ແທ້ບໍ? ເມື່ອບັນຫາເຂົ້າມາ, ພຣະເຈົ້າກໍບໍ່ຊ່ວຍກອບກູ້ຜູ້ຄົນ ເຖິງແມ່ນວ່າພວກເຂົາຈະອະທິຖານຕໍ່ເພິ່ນກໍຕາມ, ທັງບໍ່ໄດ້ຈັດກຽມສະຖານະການໃຫ້ພວກເຂົາຫຼົບໜີຈາກອັນຕະລາຍ. ເມື່ອຕຳຫຼວດຊົ່ວທໍລະມານຄົນທີ່ບໍ່ມີທາງສູ້ເຫຼົ່ານີ້, ສາມັນສຳນຶກບອກວ່າພຣະເຈົ້າຄວນເຂົ້າມາແຊກແຊງ, ຊ່ວຍເຫຼືອ ແລະ ບໍ່ພຽງແຕ່ຢືນເບິ່ງຊື່ໆ, ເພາະພຣະເຈົ້າບໍ່ມັກເຫັນຄວາມບໍ່ຍຸຕິທຳໃນໂລກນີ້ ແລະ ພຣະເຈົ້າກໍສົມຄວນທີ່ຈະຊ່ວຍຜູ້ຄົນໃຫ້ລອດພົ້ນຈາກຄວາມທຸກຍາກ ແລະ ຊ່ວຍກອບກູ້ທຸກສິ່ງທີ່ມີຊີວິດໃຫ້ພົ້ນຈາກຄວາມທຸກທໍລະມານ. ເປັນຫຍັງພຣະເຈົ້າທີ່ຂ້ອຍເຊື່ອໃນຕອນນີ້ຈຶ່ງບໍ່ເຮັດສິ່ງເຫຼົ່ານີ້ເລີຍ? ພຣະເຈົ້າທີ່ຂ້ອຍເຊື່ອມີຕົວຕົນຢູ່ແທ້ບໍ?” ຫຼັງຈາກທີ່ປະສົບກັບຫຼາຍສິ່ງຫຼາຍຢ່າງ, ຜູ້ຕໍ່ຕ້ານພຣະຄຣິສກໍສັບສົນ ແລະ ສົງໄສຢູ່ຕະຫຼອດເວລາ. ພວກເຂົາເຖິງກັບໄປຫາໝໍດູ ແລະ ໝໍຢິນຢາງໃນລະຫວ່າງການເຊື່ອໃນພຣະເຈົ້າຂອງພວກເຂົາເພື່ອໃຫ້ທຳນວາຍ, ເພື່ອເບິ່ງວ່າອະນາຄົດຂອງພວກເຂົາຈະເປັນແນວໃດ, ເພື່ອກວດເບິ່ງວ່າພວກເຂົາຈະຖືກຈຳຄຸກ ຫຼື ບໍ່, ວຽກງານຂອງພວກເຂົາຈະດຳເນີນໄປຢ່າງລ່ຽນໄຫຼ ຫຼື ບໍ່, ຈະມີຄົນບໍ່ດີພະຍາຍາມແກ້ແຄ້ນພວກເຂົາ ຫຼື ບໍ່, ຫຼື ວ່າມີວິທີທີ່ຈະຫຼີກລ່ຽງການຕິດຄຸກ ຫຼື ບໍ່ ຖ້າມັນຢູ່ໃນຊະຕາກຳຂອງພວກເຂົາ.

ໃນຂະບວນການຂອງການເຊື່ອໃນ ແລະ ຕິດຕາມພຣະເຈົ້າ, ຄວາມຄິດຫຼົງຜິດມັກຈະເກີດຂຶ້ນໃນຜູ້ຕໍ່ຕ້ານພຣະຄຣິສກ່ຽວກັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າຢູ່ສະເໝີ ແລະ ພວກເຂົາມັກຈະຕັ້ງຄຳຖາມຢູ່ສະເໝີວ່າເປັນຫຍັງພຣະເຈົ້າຈຶ່ງພຽງແຕ່ກ່າວພຣະທຳ ແລະ ບໍ່ສະແດງໝາຍສຳຄັນ ແລະ ການອັດສະຈັນໃດໆ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສກໍອ່ານພຣະທຳຂອງພຣະເຈົ້າເຊັ່ນກັນ, ແຕ່ເຈດຕະນາຂອງພວກເຂົາບໍ່ແມ່ນເພື່ອສະແຫວງຫາ ຫຼື ຍອມຮັບຄວາມຈິງ, ກົງກັນຂ້າມ ພວກເຂົາອ່ານພຣະທຳເຫຼົ່ານັ້ນດ້ວຍຄວາມຄິດຂອງການສຶກສາ ແລະ ການພິຈາລະນາ. ຜົນກໍຄື ພວກເຂົາບໍ່ພຽງແຕ່ລົ້ມເຫຼວທີ່ຈະພັດທະນາຄວາມເຊື່ອທີ່ແທ້ຈິງເທົ່ານັ້ນ ແຕ່ພັດຍິ່ງສົງໄສຫຼາຍຂຶ້ນ ແລະ ຍິ່ງພວກເຂົາກວດສອບຫຼາຍສໍ່າໃດ ພວກເຂົາກໍຍິ່ງມີແນວໂນ້ມທີ່ຈະມີຄວາມຄິດຫຼົງຜິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນເນື້ອໜັງຫຼາຍຂຶ້ນສໍ່ານັ້ນ. ຄວາມຄິດຫຼົງຜິດຫຼັກຂອງພວກເຂົາກໍຄື ພວກເຂົາເຊື່ອວ່າພຣະຄຣິສຄວນມີຄວາມເປັນມະນຸດທີ່ເໜືອທຳມະຊາດ. ພວກເຂົາຄິດວ່າ: “ຖ້າພຣະຄຣິສມີຄວາມເປັນມະນຸດທີ່ປົກກະຕິ ແລະ ບໍ່ສະແດງໝາຍສຳຄັນ ຫຼື ການອັດສະຈັນໃດໆ, ຈະພິສູດໄດ້ແນວໃດວ່າພຣະອົງເປັນພຣະເຈົ້າ?” ໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ມີພຽງແຕ່ວິນຍານຂອງພຣະເຈົ້າເທົ່ານັ້ນທີ່ເປັນພຣະເຈົ້າ ແລະ ມີພຽງແຕ່ເນື້ອໜັງທີ່ສາມາດສະແດງໝາຍສຳຄັນ ແລະ ການອັດສະຈັນເທົ່ານັ້ນທີ່ເປັນພຣະເຈົ້າ. ຖ້າເນື້ອໜັງໃດໜຶ່ງມີພຽງແຕ່ຄວາມເປັນມະນຸດທີ່ປົກກະຕິ ແລະ ບໍ່ສະແດງໝາຍສຳຄັນ ແລະ ການອັດສະຈັນ, ແລ້ວເຖິງແມ່ນວ່າເພິ່ນຈະສາມາດສະແດງຄວາມຈິງໄດ້, ເພິ່ນກໍບໍ່ຖືກຖືວ່າເປັນພຣະເຈົ້າໄດ້. ດັ່ງນັ້ນ ມັນຈຶ່ງບໍ່ແປກໃຈເລີຍທີ່ຜູ້ຕໍ່ຕ້ານພຣະຄຣິສມັກຈະສົງໄສແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງຢູ່ສະເໝີ. ບໍ່ວ່າມີຫຼາຍສິ່ງຫຼາຍຢ່າງເກີດຂຶ້ນກັບພວກເຂົາສໍ່າໃດກໍຕາມ, ຄົນປະເພດທີ່ເປັນຜູ້ຕໍ່ຕ້ານພຣະຄຣິສກໍບໍ່ເຄີຍພະຍາຍາມແກ້ໄຂສິ່ງເຫຼົ່ານັ້ນໂດຍການສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ, ແຮງໄກທີ່ຈະພະຍາຍາມເບິ່ງສິ່ງຕ່າງໆຜ່ານພຣະທຳຂອງພຣະເຈົ້າ, ເຊິ່ງທັງໝົດນີ້ເປັນເພາະວ່າພວກເຂົາບໍ່ເຊື່ອວ່າທຸກຂໍ້ຄວາມຂອງພຣະທຳຂອງພຣະເຈົ້າເປັນຄວາມຈິງ. ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມຄວາມຈິງແນວໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຍັງຄົງບໍ່ຍອມຮັບ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຂາດທັດສະນະຄະຕິທີ່ຖືກຕ້ອງບໍ່ວ່າພວກເຂົາຈະປະເຊີນກັບສະຖານະການໃດກໍຕາມ; ໂດຍສະເພາະຢ່າງຍິ່ງ ເມື່ອເວົ້າເຖິງວິທີທີ່ພວກເຂົາເຂົ້າຫາພຣະເຈົ້າ ແລະ ຄວາມຈິງ, ຜູ້ຕໍ່ຕ້ານພຣະຄຣິສກໍດື້ດ້ານປະຕິເສດທີ່ຈະປະຖິ້ມຄວາມຄິດຫຼົງຜິດຂອງພວກເຂົາ. ພຣະເຈົ້າທີ່ພວກເຂົາເຊື່ອແມ່ນພຣະເຈົ້າທີ່ສະແດງໝາຍສຳຄັນ ແລະ ການອັດສະຈັນ, ເຊິ່ງເປັນພຣະເຈົ້າທີ່ເໜືອທຳມະຊາດ. ຜູ້ໃດກໍຕາມທີ່ສາມາດສະແດງໝາຍສຳຄັນ ແລະ ການອັດສະຈັນໄດ້, ບໍ່ວ່າຈະເປັນເຈົ້າແມ່ກວນອິມ, ພຣະພຸດທະເຈົ້າ ຫຼື ເຈົ້າແມ່ມາຈູ່, ພວກເຂົາກໍເອີ້ນວ່າເປັນເທບພະເຈົ້າ. ພວກເຂົາເຊື່ອວ່າມີພຽງແຕ່ຜູ້ທີ່ສາມາດສະແດງໝາຍສຳຄັນ ແລະ ການອັດສະຈັນເທົ່ານັ້ນທີ່ເປັນເທບພະເຈົ້າທີ່ມີຖານະເປັນເທບພະເຈົ້າ ແລະ ຜູ້ທີ່ບໍ່ສາມາດເຮັດໄດ້, ບໍ່ວ່າພວກເຂົາຈະສະແດງຄວາມຈິງຫຼາຍສໍ່າໃດກໍຕາມ, ກໍບໍ່ຈຳເປັນຕ້ອງເປັນເທບພະເຈົ້າສະເໝີໄປ. ພວກເຂົາບໍ່ເຂົ້າໃຈວ່າການສະແດງຄວາມຈິງນັ້ນຄືອຳນາດທີ່ຍິ່ງໃຫຍ່ ແລະ ຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າ; ກົງກັນຂ້າມ ພວກເຂົາຄິດວ່າມີພຽງແຕ່ການສະແດງໝາຍສຳຄັນ ແລະ ການອັດສະຈັນເທົ່ານັ້ນທີ່ເປັນອຳນາດທີ່ຍິ່ງໃຫຍ່ ແລະ ຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າ. ດັ່ງນັ້ນ, ກ່ຽວກັບພາລະກິດທີ່ສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນເນື້ອໜັງໃນການສະແດງຄວາມຈິງເພື່ອເອົາຊະນະ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ, ການຫົດນໍ້າ, ການລ້ຽງດູ ແລະ ການນໍາພາປະຊາກອນທີ່ຖືກເລືອກຂອງພຣະເຈົ້າ, ເຊິ່ງເຮັດໃຫ້ພວກເຂົາສາມາດມີປະສົບການຢ່າງແທ້ຈິງກັບການພິພາກສາ, ການລົງທັນ, ການທົດສອບ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ ແລະ ມາເຂົ້າໃຈຄວາມຈິງ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ກາຍເປັນຄົນທີ່ອ່ອນນ້ອມ ແລະ ນະມັດສະການພຣະເຈົ້າ ແລະ ອື່ນໆ, ຜູ້ຕໍ່ຕ້ານພຣະຄຣິສຖືວ່າສິ່ງທັງໝົດນີ້ເປັນວຽກງານຂອງມະນຸດ ແລະ ບໍ່ແມ່ນວຽກງານຂອງພຣະເຈົ້າ. ໃນຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ, ເທບພະເຈົ້າຄວນລີ້ຢູ່ເບື້ອງຫຼັງແທ່ນບູຊາ ແລະ ໃຫ້ຜູ້ຄົນນຳເຄື່ອງໄປຖວາຍໃຫ້ພວກເພິ່ນ, ກິນອາຫານທີ່ຜູ້ຄົນຖວາຍ, ສູດດົມຄວັນທູບທີ່ພວກເຂົາຈູດ, ຍື່ນມືເຂົ້າມາຊ່ວຍເຫຼືອເມື່ອພວກເຂົາຕົກຢູ່ໃນຄວາມລຳບາກ, ສະແດງໃຫ້ເຫັນວ່າພວກເພິ່ນມີອຳນາດຫຼາຍ ແລະ ໃຫ້ການຊ່ວຍເຫຼືອພວກເຂົາໃນທັນທີພາຍໃນຂອບເຂດທີ່ພວກເຂົາສາມາດເຂົ້າໃຈໄດ້ ແລະ ຕອບສະໜອງຄວາມຕ້ອງການຂອງພວກເຂົາ ເມື່ອຜູ້ຄົນຂໍຄວາມຊ່ວຍເຫຼືອ ແລະ ມີຄວາມຈິງຈັງໃນການອ້ອນວອນຂອງພວກເຂົາ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ມີພຽງແຕ່ເທບພະເຈົ້າແບບນີ້ເທົ່ານັ້ນທີ່ເປັນເທບພະເຈົ້າທີ່ແທ້ຈິງ. ໃນຂະນະດຽວກັນ, ທຸກສິ່ງທີ່ພຣະເຈົ້າເຮັດໃນປັດຈຸບັນພັດຖືກຕອບແທນດ້ວຍຄວາມລັງກຽດຂອງຜູ້ຕໍ່ຕ້ານພຣະຄຣິສ. ແລ້ວເປັນຫຍັງຈຶ່ງເປັນແນວນັ້ນ? ເມື່ອຕັດສິນຈາກແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ, ສິ່ງທີ່ພວກເຂົາຕ້ອງການບໍ່ແມ່ນວຽກງານການຫົດນໍ້າ, ການລ້ຽງດູ ແລະ ຄວາມລອດພົ້ນທີ່ພຣະຜູ້ສ້າງປະຕິບັດຕໍ່ສິ່ງທີ່ຖືກສ້າງ, ແຕ່ເປັນຄວາມຈະເລີນຮຸ່ງເຮືອງ ແລະ ການບັນລຸຄວາມປາຖະໜາຂອງພວກເຂົາໃນທຸກສິ່ງ, ເພື່ອບໍ່ໃຫ້ຖືກລົງໂທດໃນຊີວິດນີ້ ແລະ ເພື່ອໄປສະຫວັນໃນໂລກທີ່ຈະມາເຖິງ. ມຸມມອງ ແລະ ຄວາມຕ້ອງການຂອງພວກເຂົາຢືນຢັນເຖິງແກ່ນແທ້ແຫ່ງຄວາມກຽດຊັງຄວາມຈິງຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຮັກຄວາມຊົ່ວຊ້າ, ສິ່ງທີ່ເໜືອທຳມະຊາດ ແລະ ການອັດສະຈັນ ແລະ ເຖິງກັບເຄົາລົບບູຊາການກະທຳ ແລະ ຄຳເວົ້າມານຮ້າຍຂອງຊາຕານ ແລະ ວິນຍານຊົ່ວຮ້າຍ, ເຊິ່ງເປັນສິ່ງທີ່ເປັນລົບ ແລະ ຊົ່ວຊ້າ ວ່າເປັນສິ່ງສັກສິດ ແລະ ເປັນຄວາມຈິງ. ພວກເຂົາຖືເອົາສິ່ງເຫຼົ່ານີ້ເປັນເປົ້າໝາຍຂອງການເຄົາລົບບູຊາ ແລະ ການໄລ່ຕາມຕະຫຼອດຊີວິດຂອງພວກເຂົາ ແລະ ເປັນສິ່ງທີ່ຄວນໄດ້ຮັບການຍົກຍ້ອງ ແລະ ຖືກເຜີຍແຜ່ໃນໂລກນີ້. ດ້ວຍເຫດນີ້, ຄວາມຄິດຫຼົງຜິດ ແລະ ມຸມມອງຂອງພວກເຂົາກ່ຽວກັບຕົວຕົນຂອງພຣະເຈົ້າຈະບໍ່ມີວັນປ່ຽນແປງໃນຂະນະທີ່ພວກເຂົາກຳລັງຕິດຕາມພຣະເຈົ້າ. ຖ້າຄົນດັ່ງກ່າວບໍ່ສາມາດບັນລຸຄວາມທະເຍີທະຍານຂອງພວກເຂົາໃນເຮືອນຂອງພຣະເຈົ້າໄດ້, ຖ້າພວກເຂົາບໍ່ໄດ້ຮັບການສົ່ງເສີມ ຫຼື ຖືກນຳໃຊ້ ແລະ ລົ້ມເຫຼວທີ່ຈະປະສົບຄວາມສຳເລັດຢ່າງໄວວາ ແລະ ຍິ່ງໃຫຍ່, ພວກເຂົາກໍພ້ອມທີ່ຈະທໍລະຍົດພຣະເຈົ້າໄດ້ທຸກທີ່ທຸກເວລາ. ບາງຄົນໃນພວກເຂົາໄດ້ເຊື່ອມາເປັນເວລາ 10 ປີ, ບາງຄົນກໍ 20 ປີ ແລະ ເຈົ້າອາດຈະຄິດວ່າພວກເຂົາມີຮາກຖານ ແລະ ຈະບໍ່ປະຖິ້ມພຣະເຈົ້າ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາພ້ອມທີ່ຈະທໍລະຍົດພຣະເຈົ້າ ແລະ ກັບຄືນສູ່ທາງໂລກໄດ້ທຸກເວລາ. ເຖິງແມ່ນວ່າພວກເຂົາຈະບໍ່ອອກຈາກຄຣິສຕະຈັກກໍຕາມ, ຫົວໃຈຂອງພວກເຂົາກໍໄດ້ຫຼົງຜິດ ແລະ ທໍລະຍົດພຣະເຈົ້າໄປແລ້ວ. ເມື່ອໃດກໍຕາມທີ່ສະຖານະການເອື້ອອຳນວຍ ຫຼື ມີໂອກາດເກີດຂຶ້ນ, ພວກເຂົາກໍຈະໄປເຊື່ອໃນພຣະເຈົ້າປອມ ແລະ ວິນຍານຊົ່ວຮ້າຍ. ຖ້າພວກເຂົາມີໂອກາດທີ່ຈະປະສົບຄວາມສຳເລັດຢ່າງກ້າວກະໂດດ, ກາຍເປັນເຈົ້າໜ້າທີ່ລະດັບສູງ, ກາຍເປັນຄົນມີຊື່ສຽງ ແລະ ໄດ້ເພີດເພີນກັບກຽດຕິຍົດ ແລະ ຄວາມຮັ່ງມີ, ພວກເຂົາກໍຈະບໍ່ລັງເລທີ່ຈະອອກຈາກຄຣິສຕະຈັກ ແລະ ຕິດຕາມກະແສທາງໂລກ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນຕັ້ງຄຳຖາມວ່າ: “ຖ້າເພິ່ນເປັນພຣະເຈົ້າ, ເປັນຫຍັງເພິ່ນຈຶ່ງທົນທຸກຈາກການຂົ່ມເຫັງ ແລະ ການໄລ່ລ່າໂດຍພະຍານາກໃຫຍ່ສີແດງ? ຖ້າເພິ່ນເປັນພຣະເຈົ້າ, ເປັນຫຍັງເພິ່ນຈຶ່ງບໍ່ສະແດງໝາຍສຳຄັນ ແລະ ການອັດສະຈັນເພື່ອທຳລາຍພະຍານາກໃຫຍ່ສີແດງ? ປະຊາກອນທີ່ພະເລືອກຈຳນວນຫຼາຍໄດ້ຖືກຈັບກຸມ ແລະ ຖືກຂົ່ມເຫັງໂດຍພະຍານາກໃຫຍ່ສີແດງ. ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງ ແລະ ຊ່ວຍກອບກູ້ພວກເຂົາໃຫ້ພົ້ນຈາກການຂົ່ມເຫັງຂອງຊາຕານ?” ມັນກໍຄືກັນກັບທີ່ພວກຟາຣີຊາຍໃນສາສະໜາຢິວຄິດວ່າ: “ຖ້າພຣະເຢຊູເປັນພຣະເຈົ້າ, ເປັນຫຍັງເພິ່ນຈຶ່ງຖືກຄຶງເທິງໄມ້ກາງແຂນໄດ້? ເປັນຫຍັງເພິ່ນຈຶ່ງບໍ່ສາມາດຊ່ວຍຕົນເອງໃຫ້ລອດພົ້ນໄດ້?” ຜູ້ຕໍ່ຕ້ານພຣະຄຣິສບໍ່ມີວັນເຂົ້າໃຈສິ່ງນີ້ ເພາະວ່າພວກເຂົາບໍ່ຍອມຮັບຄວາມຈິງ, ທັງບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າຈະເຮັດໃຫ້ທຸກສິ່ງສຳເລັດຜົນ. ພວກເຂົາເຊື່ອພຽງແຕ່ສິ່ງທີ່ພວກເຂົາເຫັນ ແລະ ພວກເຂົາບໍ່ມີຄວາມເຊື່ອໃນຄຸນຄ່າ ຫຼື ຄວາມສຳຄັນທີ່ສະແດງໃຫ້ເຫັນໂດຍວຽກງານທັງໝົດທີ່ພຣະເຈົ້າໄດ້ເຮັດ. ພວກເຂົາບໍ່ເຊື່ອວ່າທຸກພຣະທຳທີ່ພຣະເຈົ້າສະແດງອອກນັ້ນເປັນຄວາມຈິງ ແລະ ພຣະທຳແຕ່ລະຄຳຂອງພຣະອົງຈະສຳເລັດຜົນເປັນຈິງ; ພວກເຂົາບໍ່ເຊື່ອວ່າສະຕິປັນຍາຂອງພຣະເຈົ້າຖືກນຳໃຊ້ໂດຍອີງໃສ່ແຜນການອັນຊົ່ວຮ້າຍຂອງຊາຕານ, ຫຼື ພຣະເຈົ້າໃຊ້ພະຍານາກໃຫຍ່ສີແດງເພື່ອຮັບໃຊ້ເປັນຕົວສົມທຽບທີ່ເປີດເຜີຍຄວາມຊົງລິດທານຸພາບອັນສູງສຸດ ແລະ ສະຕິປັນຍາຂອງພຣະອົງ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແລະ ພຣະທຳຂອງພຣະເຈົ້າເຮັດໃຫ້ທຸກສິ່ງສຳເລັດຜົນ, ສະນັ້ນ ຜູ້ຕໍ່ຕ້ານພຣະຄຣິສຍັງເປັນຜູ້ທີ່ເຊື່ອໃນພຣະເຈົ້າຢູ່ບໍ? ພວກເຂົາບໍ່ແມ່ນ. ຜູ້ຕໍ່ຕ້ານພຣະຄຣິສແມ່ນຄົນທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າ; ພວກເຂົາແມ່ນຜູ້ບໍ່ເຊື່ອຢ່າງແທ້ຈິງ.

ແມ່ນຫຍັງຄືເຫດຜົນຫຼັກທີ່ຢູ່ເບື້ອງຫຼັງການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິເສດທີ່ຈະຍອມຮັບຕົວຕົນຂອງພຣະເຈົ້າ? ໜຶ່ງໃນນັ້ນກໍຄື ພຣະເຈົ້າບໍ່ໄດ້ແກ້ໄຂຄວາມບໍ່ຍຸຕິທຳທັງໝົດໃນໂລກນີ້, ຜະດຸງຄວາມຍຸຕິທຳໃຫ້ກັບມະນຸດຊາດ ຫຼື ລົງໂທດຜູ້ທີ່ເຮັດຄວາມຊົ່ວໃນທັນທີ ດັ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຈິນຕະນາການວ່າພຣະອົງຄວນເຮັດໃນຄວາມຄິດຫຼົງຜິດຂອງພວກເຂົາ; ມີເຫດການທີ່ບໍ່ຍຸຕິທຳຫຼາຍຢ່າງເກີດຂຶ້ນທຸກມື້ໃນທ່າມກາງທຸກສິ່ງທີ່ພຣະເຈົ້າມີອຳນາດສູງສຸດເໜືອ ແຕ່ພຣະເຈົ້າພັດເບິ່ງຄືວ່າເສີຍເມີຍຕໍ່ສິ່ງນີ້ ແລະ ບໍ່ໄດ້ກ່າວພຣະທຳແມ່ນແຕ່ຂໍ້ດຽວ ຫຼື ເຮັດສິ່ງໃດໜຶ່ງເພື່ອເປັນການຕອບສະໜອງເລີຍ. ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ທຸກສິ່ງທີ່ພວກເຂົາເຫັນວ່າເກີດຂຶ້ນໃນໂລກນີ້ພາຍໃນຂອບເຂດຂອງສິ່ງທີ່ພວກເຂົາພົບພໍ້ນັ້ນລ້ວນແຕ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາ ແລະ ບໍ່ຄວນເກີດຂຶ້ນ. ເປັນຫຍັງພວກເຂົາຈຶ່ງຄິດວ່າສິ່ງເຫຼົ່ານີ້ບໍ່ຄວນເກີດຂຶ້ນ? ພວກເຂົາຄິດວ່າ: “ຖ້າພຣະເຈົ້າມີຕົວຕົນຢູ່, ເປັນຫຍັງເພິ່ນຈຶ່ງບໍ່ຈັດການກັບສິ່ງເຫຼົ່ານີ້? ຖ້າພຣະເຈົ້າມີຕົວຕົນຢູ່, ເປັນຫຍັງຄົນຊົ່ວຮ້າຍຈຳນວນຫຼາຍຈຶ່ງຍັງມີຊີວິດທີ່ດີຢູ່? ເປັນຫຍັງຄົນຮັ່ງມີຈຶ່ງຍິ່ງຮັ່ງມີຂຶ້ນ ແລະ ຄົນທຸກຈົນຈຶ່ງຍິ່ງທຸກລົງ? ເປັນຫຍັງຄົນຮັ່ງມີຈຶ່ງໄດ້ກິນອາຫານທີ່ຫຼູຫຼາທຸກມື້ ແລະ ເພີດເພີນຢ່າງເຕັມທີ່ຫຼາຍຂະໜາດນັ້ນ, ໃນຂະນະທີ່ຄົນຈຳນວນຫຼາຍຍັງຕ້ອງຂໍອາຫານກິນ? ເປັນຫຍັງຄົນບໍ່ມີເລ່ຫຼ່ຽມຈຶ່ງຖືກຂົ່ມເຫັງ, ຖືກກົດຂີ່ ແລະ ຖືກຂູດຮີດ? ເປັນຫຍັງບາງຄົນຈຶ່ງອອກແຮງງານ ແລະ ເສຍເຫື່ອ, ເຮັດວຽກຫຼາຍກວ່າແປດຊົ່ວໂມງຕໍ່ມື້ເພື່ອຄ່າຈ້າງພຽງໜ້ອຍດຽວ, ໃນຂະນະທີ່ຄົນອື່ນພັດຫາເງິນໄດ້ພາຍໃນໜຶ່ງຊົ່ວໂມງຫຼາຍກວ່າທີ່ຄົນໆໜຶ່ງສາມາດຫາໄດ້ຕະຫຼອດຊີວິດ? ເປັນຫຍັງພຣະເຈົ້າຈຶ່ງບໍ່ແກ້ໄຂຄວາມບໍ່ຍຸຕິທຳທາງສັງຄົມ ແລະ ທາງໂລກເຫຼົ່ານີ້? ເປັນຫຍັງບາງຄົນຈຶ່ງເກີດມາບົນກອງເງິນກອງຄຳ ໃນຂະນະທີ່ຄົນອື່ນພັດເກີດມາໃນຄວາມທຸກຍາກ ແລະ ຄວາມອິດເມື່ອຍ? ເປັນຫຍັງບາງຄົນຈຶ່ງສາມາດເພີດເພີນກັບກຽດຕິຍົດ ແລະ ຄວາມຮັ່ງມີ ພ້ອມທັງຄວາມຮັກທີ່ເອົາໃຈໃສ່ຈາກຄອບຄົວຂອງພວກເຂົາໄປຕະຫຼອດຊີວິດ, ໃນຂະນະທີ່ຄົນອື່ນພັດບໍ່ສາມາດເຮັດໄດ້ ທັງໆທີ່ພວກເຂົາເກີດມາໃນສະພາບແວດລ້ອມທາງສັງຄົມດຽວກັນ?” ສິ່ງເຫຼົ່ານີ້ຄືປິດສະໜາທີ່ບໍ່ມີວັນແກ້ໄຂໄດ້ຕະຫຼອດການໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຄິດວ່າໃນເມື່ອພວກເຂົາເຊື່ອໃນພຣະເຈົ້າແລ້ວ, ພວກເຂົາກໍຄວນມອບທຸກສິ່ງທີ່ພວກເຂົາບໍ່ສາມາດເບິ່ງທະລຸ ແລະ ບໍ່ເຂົ້າໃຈໄດ້ ພ້ອມທັງປິດສະໜາທັງໝົດເຫຼົ່ານີ້ທີ່ພວກເຂົາບໍ່ສາມາດແກ້ໄຂໄດ້ນັ້ນໃຫ້ກັບພຣະເຈົ້າ ແລະ ໃຫ້ພຣະອົງເປັນຜູ້ສະໜອງວິທີແກ້ໄຂ ແລະ ພວກເຂົາຄວນຊອກຫາຄຳຕອບສຳລັບສິ່ງເຫຼົ່ານັ້ນໃນພຣະທຳຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ເຊື່ອໃນພຣະເຈົ້າເປັນເວລາສາມຫາຫ້າປີ, ພວກເຂົາກໍບໍ່ສາມາດຊອກຫາຄຳຕອບເຫຼົ່ານີ້ໄດ້ ແລະ ຫຼັງຈາກທີ່ເຊື່ອເປັນເວລາ 8 ຫາ 10 ປີ, ພວກເຂົາກໍຍັງບໍ່ສາມາດຊອກຫາຄຳຕອບເຫຼົ່ານີ້ໄດ້. ຫຼັງຈາກທີ່ພວກເຂົາເຊື່ອມາເປັນເວລາ 20 ປີ, ພວກເຂົາກໍສົງໄສວ່າ: “ເປັນຫຍັງຂ້ອຍຈຶ່ງຍັງບໍ່ໄດ້ຮັບຄຳຕອບໃດໆເລີຍ? ເປັນຫຍັງພຣະເຈົ້າຈຶ່ງຍັງບໍ່ແກ້ໄຂບັນຫາເຫຼົ່ານີ້? ເປັນຫຍັງພຣະເຈົ້າຈຶ່ງບໍ່ເຮັດຄືກັບເຈົ້າແມ່ກວນອິມ ຫຼື ເງັກຊຽນຮ່ອງເຕ້? ພຣະເຈົ້າມີສິດອຳນາດ ແລະ ມີອຳນາດ ພ້ອມທັງມີຖານະເປັນພຣະເຈົ້າ, ສະນັ້ນ ເພິ່ນຄວນຈະເຮັດສິ່ງເຫຼົ່ານີ້! ໂດຍສະເພາະໃນຄຣິສຕະຈັກ, ເປັນຫຍັງຄົນຊົ່ວຮ້າຍຈຶ່ງມັກຈະປາກົດຕົວ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ເຊິ່ງບາງຄົນເຖິງກັບລັກເຄື່ອງຖວາຍໂດຍບໍ່ໄດ້ຮັບຜົນຮ້າຍໃດໆເລີຍ? ບາງຄົນມັກຈະຕົວະ ແລະ ບາງຄົນກໍເຜີຍແຜ່ຄວາມຄິດຫຼົງຜິດ ແລະ ຂ່າວລືທີ່ບໍ່ມີມູນຄວາມຈິງ ໂດຍບໍ່ໄດ້ຮັບການລົງວິໄນ ຫຼື ການລົງໂທດຈາກພຣະເຈົ້າ; ຄົນອື່ນໆກໍຢຸດເຊື່ອໃນພຣະເຈົ້າຢ່າງກະທັນຫັນ ແລະ ອອກໄປເຮັດວຽກໃນສັງຄົມ ແລະ ຫຼັງຈາກນັ້ນສອງສາມປີ ພວກເຂົາກໍກາຍເປັນຄົນຮັ່ງມີໂດຍບໍ່ເຄີຍຕົກຢູ່ໃນຄວາມຍາກລຳບາກເລີຍ. ຜູ້ເຊື່ອບາງຄົນມີຊີວິດທີ່ຮ້າຍແຮງກວ່າຄົນທີ່ບໍ່ເຊື່ອໃນພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ຜູ້ທີ່ເຊື່ອໃນພຣະເຈົ້າກຳລັງທົນທຸກ ແລະ ຫຼາຍຄົນໃນພວກເຂົາກຳລັງຖືກຂົ່ມເຫັງ, ບໍ່ສາມາດກັບຄືນບ້ານຂອງພວກເຂົາໄດ້ ແລະ ດຳລົງຊີວິດຢູ່ໃນຄວາມທຸກຍາກ ແລະ ຄວາມທຸກທໍລະມານ. ນີ້ຄົງບໍ່ແມ່ນຄວາມໝາຍຂອງການເຊື່ອໃນພຣະເຈົ້າດອກຕິ? ນີ້ຄົງບໍ່ແມ່ນຄຸນຄ່າຂອງການຕິດຕາມພຣະເຈົ້າດອກຕິ? ນີ້ຄົງບໍ່ແມ່ນຊີວິດປະຈຳວັນທີ່ພຣະເຈົ້າຕ້ອງການມອບໃຫ້ກັບຜູ້ຄົນດອກຕິ? ເມື່ອຜູ້ຄົນພົບພໍ້ກັບສິ່ງທີ່ພວກເຂົາບໍ່ສາມາດເຮັດໃຫ້ສຳເລັດໄດ້, ເປັນຫຍັງພຣະເຈົ້າຈຶ່ງບໍ່ເຮັດບາງສິ່ງທີ່ພິເສດເພື່ອເຮັດໃຫ້ພວກເຂົາເຂົ້າໃຈ ແລະ ຮັບຮູ້ໄດ້ໃນທັນທີ? ມີຫຼາຍສິ່ງທີ່ຜູ້ຄົນບໍ່ເຂົ້າໃຈ ແລະ ບໍ່ຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງເຮັດແບບນັ້ນ. ເປັນຫຍັງພຣະເຈົ້າຈຶ່ງບໍ່ໄຕ້ຕະກຽງເພື່ອເຮັດໃຫ້ຈິດໃຈຂອງຜູ້ຄົນສະຫວ່າງຂຶ້ນ? ເປັນຫຍັງເພິ່ນຈຶ່ງບໍ່ໃຫ້ແຮງບັນດານໃຈແກ່ຜູ້ຄົນ? ເມື່ອຜູ້ຄົນເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ພຣະເຈົ້າກໍບໍ່ໄດ້ຢືນຂຶ້ນ ແລະ ສາບແຊ່ງຄົນຊົ່ວຮ້າຍເຫຼົ່ານັ້ນໂດຍກົງ ແລະ ເຮັດໃຫ້ພວກເຂົາປະເຊີນກັບການຮັບກຳ. ຂ້ອຍບໍ່ເຫັນຕົວຢ່າງຫຼາຍປານໃດທີ່ພຣະເຈົ້າເຮັດສິ່ງເຫຼົ່ານີ້. ບາງຄັ້ງຜູ້ຄົນຕ້ອງການຄວາມຮູ້ແຈ້ງ, ການໃຫ້ແສງເຍືອງທາງ ແລະ ການສະໜອງຂອງພຣະເຈົ້າ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດຮູ້ສຶກ ຫຼື ເຫັນພຣະເຈົ້າໄດ້? ພຣະເຈົ້າຢູ່ໃສກັນແທ້?” ຄຳຖາມທີ່ວ່າ “ເປັນຫຍັງ” ເຊັ່ນນີ້ທັງໝົດຍັງຄົງບໍ່ໄດ້ຮັບຄຳຕອບໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ເຂົ້າໃຈວ່າເປັນຫຍັງສິ່ງຕ່າງໆ ແລະ ປະກົດການເຫຼົ່ານີ້ຈຶ່ງບໍ່ເຄີຍປ່ຽນແປງ, ພິກຜັນ, າແຮງໄກທີ່ຈະດີຂຶ້ນເລີຍ. ພວກເຂົາຄິດວ່າການເຊື່ອໃນພຣະເຈົ້າຄວນປ່ຽນແປງຜູ້ຄົນຢ່າງສິ້ນເຊີງ ແລະ ຊີວິດທັງໝົດ, ທ່າທາງ, ຄວາມຄິດ ແລະ ໂດຍສະເພາະຢ່າງຍິ່ງຄຸນນະພາບຊີວິດຂອງພວກເຂົາ ພ້ອມທັງຄວາມສາມາດ ແລະ ທັກສະຂອງພວກເຂົາ ລ້ວນແລ້ວແຕ່ຄວນພັດທະນາໄປໃນທິດທາງທີ່ເປັນບວກ. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຫັນການປ່ຽນແປງເຫຼົ່ານີ້ຫຼັງຈາກທີ່ສັງເກດມາເປັນເວລາ 10 ຫຼື 20 ປີ? ສິ່ງທີ່ຜູ້ຄົນໄຝ່ຝັນ ຫຼື ວາດຝັນໃນຄວາມຄິດຫຼົງຜິດຂອງພວກເຂົານັ້ນບໍ່ເຄີຍໄດ້ຮັບການແກ້ໄຂ ຫຼື ກາຍເປັນຈິງຫຼັງຈາກທີ່ພວກເຂົາຫັນມາເຊື່ອໃນພຣະເຈົ້າ. ສະນັ້ນ, ຄວາມໝາຍຂອງການເຊື່ອໃນພຣະເຈົ້າແມ່ນຫຍັງ? ຄຸນຄ່າຂອງການເຊື່ອ ແລະ ການຕິດຕາມພຣະເຈົ້າແມ່ນຫຍັງ? ຄຳຖາມເຫຼົ່ານີ້ຍັງຄົງບໍ່ໄດ້ຮັບການແກ້ໄຂ ແລະ ບໍ່ໄດ້ຮັບຄຳຕອບໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກມັນກໍບໍ່ໄດ້ກາຍເປັນຈິງ ຫຼື ບັນລຸຜົນດັ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຈິນຕະນາການວ່າພວກມັນຈະເປັນ, ສະນັ້ນ ພຣະເຈົ້າທີ່ຜູ້ຕໍ່ຕ້ານພຣະຄຣິສຄິດໄວ້ໃນໃຈຈຶ່ງບໍ່ເຄີຍມີຕົວຕົນຢູ່ຈິງ. ແລ້ວໂດຍທຳມະຊາດແລ້ວ, ພຣະອົງຜູ້ຊົງມີຕົວຕົນຂອງພຣະເຈົ້ານັ້ນຖືກປະຕິເສດຕະຫຼອດໄປໃນຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ.

ມີການເຈືອປົນຫຼາຍເກີນໄປໃນຄວາມເຊື່ອໃນພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນຄວາມເປັນຈິງແລ້ວ ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ມັນລ້ວນແຕ່ເປັນການເສແສ້ງ. ພວກເຂົາເຊື່ອໃນພຣະເຈົ້າຄືກັນກັບທີ່ຜູ້ບໍ່ມີຄວາມເຊື່ອເຄົາລົບບູຊາມານຮ້າຍ ແລະ ຮູບເຄົາລົບ. ພວກເຂົາພົບວ່າທຸກສິ່ງທີ່ພຣະເຈົ້າເຮັດນັ້ນຍາກທີ່ຈະຍອມຮັບໄດ້ ແລະ ພວກເຂົາມັກຈະມີຄວາມສົງໄສ ແລະ ຄຳຖາມຢູ່ສະເໝີ. ພວກເຂົາເຊື່ອງຄວາມສົງໄສ ແລະ ຄຳຖາມເຫຼົ່ານີ້ໄວ້ໃນໃຈຂອງພວກເຂົາ ແລະ ບໍ່ກ້າທີ່ຈະເວົ້າພວກມັນອອກມາ ແລະ ພວກເຂົາຍັງເກັ່ງໃນການເສແສ້ງ, ສະນັ້ນ ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າຈັກປີກໍຕາມ ພວກເຂົາກໍຍັງຄົງເປັນຜູ້ບໍ່ເຊື່ອຢ່າງແທ້ຈິງ. ພວກເຂົາວັດແທກພຣະເຈົ້າ ແລະ ການກະທຳທັງໝົດຂອງພຣະອົງດ້ວຍຄວາມເພີ້ຝັນຂອງພວກເຂົາ, ຈິນຕະນາການ ແລະ ຄວາມຄິດຫຼົງຜິດຕ່າງໆຂອງພວກເຂົາກ່ຽວກັບພຣະເຈົ້າ ພ້ອມທັງຄວາມຮູ້ແບບດັ້ງເດີມຂອງມະນຸດ ແລະ ຄວາມຄິດຫຼົງຜິດທາງສິນທຳບາງຢ່າງ. ພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອວັດແທກຕົວຕົນຂອງພຣະເຈົ້າ ແລະ ພຣະອົງມີຢູ່ຈິງ ຫຼື ບໍ່. ແລ້ວຜົນສຸດທ້າຍແມ່ນຫຍັງ? ພວກເຂົາປະຕິເສດການມີຢູ່ຂອງພຣະເຈົ້າ ແລະ ບໍ່ຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ມາດຕະຖານທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ວັດແທກວ່າພຣະເຈົ້າທີ່ບັງເກີດເປັນມະນຸດມີຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ ຫຼື ບໍ່ນັ້ນ ບໍ່ຜິດບໍ? ເວົ້າຢ່າງຊັດເຈນກໍຄື ຜູ້ຕໍ່ຕ້ານພຣະຄຣິສເຄົາລົບຄວາມຮູ້ ແລະ ບຸກຄົນທີ່ມີຊື່ສຽງ, ບຸກຄົນທີ່ຍິ່ງໃຫຍ່. ສະນັ້ນ ພວກເຂົາຈຶ່ງບໍ່ເຄີຍມີຂໍ້ໂຕ້ແຍ້ງ ຫຼື ຄວາມເບື່ອໜ່າຍໃດໆຕໍ່ສິ່ງທີ່ມາຈາກບຸກຄົນທີ່ມີຊື່ສຽງ, ບຸກຄົນທີ່ຍິ່ງໃຫຍ່ເຫຼົ່ານີ້. ແລ້ວເປັນຫຍັງພວກເຂົາຈຶ່ງດູຖູກພຣະຄຣິສ ເມື່ອພວກເຂົາເຫັນວ່າພຣະອົງເປັນຄົນທຳມະດາສາມັນ ແລະ ເລີ່ມຮູ້ສຶກເບື່ອໜ່າຍ ແລະ ກຽດຊັງ ເມື່ອພວກເຂົາເຫັນພຣະຄຣິສສະແດງຄວາມຈິງຫຼາຍຢ່າງອອກມາ? ມັນເປັນເພາະວ່າສິ່ງທີ່ພວກເຂົາເຄົາລົບ ແລະ ຊື່ນຊົມນັ້ນບໍ່ແມ່ນສິ່ງທີ່ເປັນບວກເລີຍ, ບໍ່ມີແມ່ນແຕ່ໜ້ອຍດຽວ. ຜູ້ຕໍ່ຕ້ານພຣະຄຣິສມັກຫຍັງ? ພວກເຂົາມັກຄວາມແປກປະຫຼາດ, ຄວາມຊົ່ວຊ້າ, ການອັດສະຈັນ ແລະ ສິ່ງທີ່ເໜືອທຳມະຊາດ, ໃນຂະນະທີ່ຄວາມປົກກະຕິ ແລະ ຄວາມສໍາພັນກັບຊີວິດຈິງຂອງພຣະເຈົ້າ, ຄວາມຮັກທີ່ແທ້ຈິງຂອງພຣະເຈົ້າທີ່ມີຕໍ່ມະນຸດ, ສະຕິປັນຍາ, ຄວາມສັດຊື່, ຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າລ້ວນແຕ່ຖືກກ່າວໂທດໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ. ຕົວຢ່າງ: ເພື່ອໃຫ້ອ້າຍເອື້ອຍນ້ອງພັດທະນາຄວາມສາມາດໃນການແຍກແຍະ ແລະ ຮຽນຮູ້ບົດຮຽນທີ່ປະຕິບັດໄດ້ຈິງ, ພຣະເຈົ້າຈຶ່ງໄດ້ຈັດວາງສະຖານະການໜຶ່ງຂຶ້ນມາ. ມັນແມ່ນສະຖານະການຫຍັງ? ພຣະອົງໄດ້ຈັດແຈງໃຫ້ຄົນທີ່ຖືກຜີຮ້າຍເຂົ້າສິງມາອາໄສຢູ່ທ່າມກາງພວກເຂົາ. ໃນຕອນເລີ່ມຕົ້ນ, ວິທີການເວົ້າ ແລະ ການເຮັດສິ່ງຕ່າງໆຂອງຄົນຜູ້ນີ້ແມ່ນປົກກະຕິ, ເຫດຜົນຂອງລາວກໍເຊັ່ນກັນ; ລາວເບິ່ງຄືວ່າບໍ່ມີບັນຫາຫຍັງເລີຍ. ແຕ່ຫຼັງຈາກທີ່ໄດ້ຕິດຕໍ່ພົວພັນກັນໄລຍະໜຶ່ງ, ອ້າຍເອື້ອຍນ້ອງກໍຄົ້ນພົບວ່າທຸກສິ່ງທີ່ລາວເວົ້ານັ້ນໄຮ້ສາລະ ແລະ ຂາດໂຄງສ້າງ ແລະ ຄວາມເປັນລະບຽບທີ່ເໝາະສົມ. ຕໍ່ມາ, ກໍມີສິ່ງເໜືອທຳມະຊາດບາງຢ່າງເກີດຂຶ້ນ: ລາວມັກຈະບອກອ້າຍເອື້ອຍນ້ອງຢູ່ສະເໝີວ່າລາວໄດ້ເຫັນວິໄສທັດນີ້ ຫຼື ວິໄສທັດນັ້ນ ແລະ ໄດ້ຮັບການເປີດເຜີຍແບບນັ້ນແບບນີ້. ຕົວຢ່າງ: ມື້ໜຶ່ງ, ລາວໄດ້ຮັບການເປີດເຜີຍວ່າລາວຕ້ອງໜຶ້ງໝັ່ນໂຖ, ລາວກໍຕ້ອງໜຶ້ງ ແລະ ມື້ຕໍ່ມາ, ບັງເອີນວ່າລາວຈຳເປັນຕ້ອງອອກໄປຂ້າງນອກ, ສະນັ້ນ ລາວຈຶ່ງເອົາໝັ່ນໂຖໄປນຳ. ຕໍ່ມາ, ລາວໄດ້ຮັບການເປີດເຜີຍໃນຄວາມຝັນວ່າລາວຕ້ອງມຸ່ງໜ້າໄປທາງທິດໃຕ້; ມີຄົນລໍຖ້າລາວຢູ່ຫ່າງອອກໄປຫົກໄມລ໌. ລາວໄປເບິ່ງ ແລະ ຢູ່ບ່ອນນັ້ນກໍມີຄົນທີ່ຫຼົງທາງຢູ່ແທ້ໆ; ລາວໄດ້ເປັນພະຍານໃຫ້ຄົນຜູ້ນີ້ກ່ຽວກັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າ ແລະ ລາວກໍຍອມຮັບມັນ. ລາວໄດ້ຮັບການເປີດເຜີຍຢູ່ສະເໝີ, ລາວໄດ້ຍິນສຽງຢູ່ສະເໝີ, ສິ່ງເໜືອທຳມະຊາດເກີດຂຶ້ນກັບລາວຢູ່ສະເໝີ. ໃນແຕ່ລະມື້, ເມື່ອເວົ້າເຖິງວ່າຈະກິນຫຍັງ, ຈະໄປໃສ, ຈະເຮັດຫຍັງ, ຈະພົວພັນກັບໃຜ, ລາວບໍ່ໄດ້ປະຕິບັດຕາມກົດເກນຂອງຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິ, ທັງບໍ່ໄດ້ສະແຫວງຫາພຣະທຳຂອງພຣະເຈົ້າເພື່ອເປັນພື້ນຖານ ຫຼື ຫຼັກການ ຫຼື ຊອກຫາຜູ້ຄົນເພື່ອໂອ້ລົມນຳ. ລາວເພິ່ງພາຄວາມຮູ້ສຶກຂອງລາວຢູ່ສະເໝີ ແລະ ລໍຖ້າສຽງ ຫຼື ການເປີດເຜີຍ ຫຼື ຄວາມຝັນ. ຄົນຜູ້ນີ້ປົກກະຕິບໍ? (ບໍ່.) ເບິ່ງຄືວ່າມີຮູບແບບທີ່ເປັນປົກກະຕິສຳລັບອາຫານສາມຄາບທີ່ລາວກິນໃນແຕ່ລະມື້ ແລະ ກິດຈະວັດປະຈຳວັນຂອງລາວ, ແຕ່ລາວກໍຍັງໄດ້ຍິນສຽງຢູ່ສະເໝີ. ບາງຄົນສາມາດແຍກແຍະລາວໄດ້ ແລະ ເວົ້າວ່າສິ່ງເຫຼົ່ານີ້ຄືການສະແດງອອກຂອງການຖືກວິນຍານຊົ່ວເຂົ້າສິງ. ອ້າຍເອື້ອຍນ້ອງເລີ່ມມີການແຍກແຍະຕໍ່ລາວເທື່ອລະໜ້ອຍ ຈົນກະທັ່ງມື້ໜຶ່ງ ລາວເກີດອາການປ່ວຍທາງຈິດກຳເລີບ, ເລີ່ມເວົ້າຈາບ້າໆບໍໆ ແລະ ແລ່ນໜີໄປໂດຍເປືອຍກາຍຢູ່ ແລະ ຜົມກໍຊີ້ຟູ, ກາຍເປັນຄົນເສຍຈິດ. ດ້ວຍເຫດນັ້ນ, ໃນທີ່ສຸດເລື່ອງນີ້ກໍໄດ້ຂໍ້ສະຫຼຸບ. ຕອນນີ້ອ້າຍເອື້ອຍນ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ມີການແຍກແຍະກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງຂອງວິນຍານຊົ່ວທີ່ກຳລັງເຮັດວຽກ ແລະ ການຖືກຜີຮ້າຍເຂົ້າສິງແລ້ວບໍ່ແມ່ນບໍ? ແນ່ນອນວ່າ ບາງຄົນໃນພວກເຂົາເຄີຍພົບພໍ້ກັບສິ່ງເຫຼົ່ານີ້ມາກ່ອນ ແລະ ມີການແຍກແຍະຕໍ່ສິ່ງເຫຼົ່ານັ້ນແລ້ວ, ໃນຂະນະທີ່ຄົນອື່ນໆທີ່ຍັງເຊື່ອໃນພຣະເຈົ້າໄດ້ບໍ່ດົນ ແລະ ຍັງບໍ່ເຄີຍຜ່ານສິ່ງເຫຼົ່ານີ້ມາກ່ອນ ແລະ ດ້ວຍເຫດນັ້ນຈຶ່ງມີແນວໂນ້ມທີ່ຈະຖືກເຮັດໃຫ້ຫຼົງຜິດ. ແຕ່ບໍ່ວ່າພວກເຂົາຈະຖືກເຮັດໃຫ້ຫຼົງຜິດ ຫຼື ມີການແຍກແຍະກໍຕາມ, ຖ້າພຣະເຈົ້າບໍ່ໄດ້ຈັດວາງສະພາບແວດລ້ອມນີ້, ພວກເຂົາຈະສາມາດມີການແຍກແຍະຢ່າງແທ້ຈິງກ່ຽວກັບວຽກງານ ຫຼື ການເຂົ້າສິງຂອງວິນຍານຊົ່ວໄດ້ບໍ? (ບໍ່ໄດ້.) ແລ້ວຈຸດປະສົງ ແລະ ຄວາມສຳຄັນຂອງການທີ່ພຣະເຈົ້າຈັດວາງສະພາບແວດລ້ອມນີ້ ແລະ ເຮັດສິ່ງເຫຼົ່ານີ້ແມ່ນຫຍັງແທ້? ມັນແມ່ນເພື່ອເຮັດໃຫ້ພວກເຂົາໄດ້ຮັບຄວາມສາມາດໃນການແຍກແຍະ ແລະ ຮຽນຮູ້ບົດຮຽນຢ່າງແທ້ຈິງ ແລະ ຮູ້ວິທີແຍກແຍະຜູ້ທີ່ມີວຽກງານຂອງວິນຍານຊົ່ວຮ້າຍ ຫຼື ຜູ້ທີ່ຖືກຜີຮ້າຍເຂົ້າສິງ. ຖ້າຜູ້ຄົນພຽງແຕ່ຖືກບອກວ່າວຽກງານຂອງວິນຍານຊົ່ວຮ້າຍແມ່ນຫຍັງ, ຄືກັນກັບເວລາທີ່ຄູສອນຈາກປຶ້ມ ແລະ ພຽງແຕ່ເວົ້າກ່ຽວກັບທິດສະດີໃນປຶ້ມແບບຮຽນ ໂດຍບໍ່ໃຫ້ນັກຮຽນເຮັດບົດຝຶກຫັດ ຫຼື ການຝຶກຝົນຕົວຈິງໃດໆ, ຜູ້ຄົນກໍຈະເຂົ້າໃຈພຽງແຕ່ຫຼັກຄຳສອນ ແລະ ຄຳເວົ້າບາງຢ່າງເທົ່ານັ້ນ. ເຈົ້າສາມາດອະທິບາຍໄດ້ຢ່າງຊັດເຈນວ່າວຽກງານຂອງວິນຍານຊົ່ວແມ່ນຫຍັງແທ້ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງມັນແມ່ນຫຍັງ ກໍຕໍ່ເມື່ອເຈົ້າໄດ້ປະສົບດ້ວຍຕົນເອງ, ໄດ້ເຫັນມັນດ້ວຍຕາຂອງເຈົ້າເອງ ແລະ ໄດ້ຍິນມັນດ້ວຍຫູຂອງເຈົ້າເອງ. ແລ້ວເມື່ອເຈົ້າພົບພໍ້ກັບຄົນແບບນັ້ນອີກຄັ້ງ, ເຈົ້າກໍຈະສາມາດແຍກແຍະພວກເຂົາ ແລະ ປະຕິເສດພວກເຂົາໄດ້; ເຈົ້າຈະສາມາດແກ້ໄຂ ແລະ ຈັດການກັບເລື່ອງດັ່ງກ່າວໄດ້ຢ່າງເໝາະສົມ. ສະນັ້ນ, ສິ່ງທີ່ເຈົ້າໄດ້ຮັບໃນສະພາບແວດລ້ອມແບບນັ້ນ ບໍ່ແມ່ນສິ່ງທີ່ເປັນຈິງຫຼາຍກວ່າສິ່ງທີ່ເຈົ້າໄດ້ຮັບຈາກການເຂົ້າຮ່ວມການເຕົ້າໂຮມ ແລະ ການຟັງການເທດສະໜາຕະຫຼອດທັງວັນບໍ? ຄົນທີ່ມີຄວາມຄິດ ແລະ ຄວາມມີເຫດຜົນທີ່ປົກກະຕິ ແລະ ໄລ່ຕາມຄວາມຈິງ ຈະມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບວິທີການທີ່ພຣະເຈົ້າເຮັດສິ່ງເຫຼົ່ານີ້. ພວກເຂົາຈະບໍ່ຈົ່ມວ່າ ໂດຍກ່າວວ່າ: “ເປັນຫຍັງພຣະເຈົ້າຈຶ່ງອະນຸຍາດໃຫ້ວິນຍານຊົ່ວປາກົດຂຶ້ນໃນຄຣິສຕະຈັກ? ເປັນຫຍັງພຣະເຈົ້າຈຶ່ງບໍ່ເຕືອນຂ້ອຍລ່ວງໜ້າ? ເປັນຫຍັງພຣະອົງຈຶ່ງບໍ່ຊຳລະລ້າງວິນຍານຊົ່ວຮ້າຍ?” ພວກເຂົາຈະບໍ່ຈົ່ມວ່າກ່ຽວກັບສິ່ງເຫຼົ່ານີ້, ກົງກັນຂ້າມ ພວກເຂົາຈະຮູ້ສຶກຂອບພຣະຄຸນ, ສັນລະເສີນພຣະເຈົ້າສຳລັບພາລະກິດທີ່ດີເລີດ ແລະ ເຕັມໄປດ້ວຍສະຕິປັນຍາຂອງພຣະອົງ ແລະ ກ່າວວ່າພຣະເຈົ້າຮັກມະນຸດຫຼາຍ! ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງ ແລະ ໃນເວລາດຽວກັນ ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າ, ບວກກັບພວກເຂົາເຄົາລົບບູຊາມານຮ້າຍ ແລະ ຮູບເຄົາລົບໃນໃຈຂອງພວກເຂົາຢ່າງແທ້ຈິງ ແລະ ພວກເຂົາປຽບທຽບ ແລະ ວັດແທກທຸກສິ່ງທີ່ພຣະເຈົ້າທີ່ແທ້ຈິງເຮັດກັບຮູບເຄົາລົບຂອງພວກເຂົາ. ສະນັ້ນ ເມື່ອພົບພໍ້ກັບສະຖານະການດັ່ງກ່າວ ພວກເຂົາກໍຄິດສົງໄສກ່ອນວ່າ “ນີ້ແມ່ນວຽກງານຂອງພຣະເຈົ້າບໍ? ພວກເຈົ້າໂງ່ຈ້າຂະໜາດນີ້ໄດ້ແນວໃດ? ພຣະເຈົ້າຈະອະນຸຍາດໃຫ້ວິນຍານຊົ່ວຮ້າຍປາກົດຂຶ້ນໃນຄຣິສຕະຈັກໄດ້ແນວໃດ?” ນີ້ບໍ່ແມ່ນຄວາມເຂົ້າໃຈທີ່ຜິດພາດບໍ? ກ່ອນອື່ນໝົດ ພວກເຂົາປະຕິເສດວ່ານີ້ແມ່ນວຽກງານຂອງພຣະເຈົ້າ ແລະ ຍັງຄິດອີກວ່າ “ພຣະເຈົ້າຈະບໍ່ເຮັດແບບນີ້ຢ່າງແນ່ນອນ. ພຣະເຈົ້າບໍ່ຕ້ອງການໃຫ້ຜູ້ຄົນທົນທຸກ. ເມື່ອພະໂພທິສັດກວນອິມເຫັນຜູ້ຄົນທົນທຸກ ຮູບປັ້ນຂອງເພິ່ນກໍຫຼັ່ງນໍ້າຕາ; ເພິ່ນປາຖະໜາທີ່ຈະຊ່ວຍສິ່ງມີຊີວິດທັງຫຼາຍໃຫ້ພົ້ນຈາກຄວາມທຸກທໍລະມານ ນໍາພາທຸກຄົນມາຢູ່ພາຍໃຕ້ພຣະນາມຂອງພຣະພຸດທະເຈົ້າ ແລະ ປົດປ່ອຍພວກເຂົາຈາກຄວາມທຸກທໍລະມານທັງໝົດຂອງໂລກມະນຸດ. ພຣະເຈົ້າຄວນມີຄວາມເມດຕາ ເບິ່ງແຍງຜູ້ທີ່ຖືກເລືອກຂອງພວກເພິ່ນ ແລະ ບໍ່ອະນຸຍາດໃຫ້ວິນຍານຊົ່ວຮ້າຍປາກົດຂຶ້ນໃນຄຣິສຕະຈັກ. ນີ້ບໍ່ແມ່ນການກະທຳຂອງພຣະເຈົ້າຢ່າງແນ່ນອນ”. ເມື່ອສິ່ງດັ່ງກ່າວເກີດຂຶ້ນ ໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ກ່ອນອື່ນໝົດພວກເຂົາຈະຍິ່ງສົງໄສໃນຕົວຕົນຂອງພຣະເຈົ້າຫຼາຍຂຶ້ນ ແລະ ໃນເວລາດຽວກັນກໍບໍ່ເຕັມໃຈທີ່ຈະຍອມຮັບການກະທຳຂອງພຣະເຈົ້າເປັນຮ້ອຍເປັນພັນເທົ່າ ແລະ ເຖິງກັບຕັດສິນ ແລະ ກ່າວໂທດສິ່ງເຫຼົ່ານັ້ນ. ພວກເຂົາຍັງເຍາະເຍີ້ຍອ້າຍເອື້ອຍນ້ອງທີ່ຍອມຮັບເລື່ອງນີ້ຈາກພຣະເຈົ້າ ໂດຍກ່າວວ່າ “ພວກເຈົ້າຄົນໂງ່ຍັງເຊື່ອວ່າທຸກສິ່ງແມ່ນການກະທຳຂອງພຣະເຈົ້າ. ພຣະເຈົ້າຈະບໍ່ກະທຳແບບນີ້ດອກ! ພຣະເຈົ້າຄວນປົກປ້ອງ ແລະ ເບິ່ງແຍງລູກແກະຂອງເພິ່ນ ແລະ ປົກປ້ອງພວກມັນດ້ວຍມືຂອງເພິ່ນ. ພຣະເຈົ້າເປັນບ່ອນຫຼົບໄພສຳລັບຜູ້ຄົນ; ຜູ້ຄົນບໍ່ຄວນທົນທຸກກັບຄວາມຍາກລຳບາກທັງໝົດນີ້. ສິ່ງທີ່ເປັນລົບ ແລະ ສິ່ງທີ່ບໍ່ດີທັງໝົດບໍ່ຄວນເກີດຂຶ້ນກັບຜູ້ຄົນ ນັ້ນຄືວິທີທີ່ພຣະເຈົ້າເຮັດວຽກ”. ຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສເຕັມໄປດ້ວຍຄວາມສົງໄສ, ການປະຕິເສດ, ຄວາມຄິດຫຼົງຜິດ ແລະ ການກ່າວໂທດຕໍ່ພຣະເຈົ້າ. ດ້ວຍເຫດນັ້ນ ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ ໃນສາຍຕາຂອງພວກເຂົາແລ້ວ ມັນກໍຜິດ ແລະ ບໍ່ແມ່ນສິ່ງທີ່ພຣະເຈົ້າຄວນເຮັດ ແລະ ມັນເປັນຫຼັກຖານ ແລະ ຂໍ້ອ້າງສຳລັບພວກເຂົາທີ່ຈະກ່າວໂທດ ແລະ ປະຕິເສດພຣະເຈົ້າ. ໃນສິ່ງນີ້ ແກ່ນແທ້ທຳມະຊາດແຫ່ງການຕໍ່ຕ້ານພຣະເຈົ້າຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ຖືກເປີດເຜີຍອອກມາຢ່າງສົມບູນ. ຕົວຢ່າງ: ເມື່ອອ້າຍເອື້ອຍນ້ອງທົນທຸກກັບການທໍລະມານ ແລະ ການຂົ່ມເຫັງຂອງພັກກອມມູນິດຈີນ, ຕຳຫຼວດໄດ້ເຜົາເຫຼັກຈີ້ໄຟຟ້າຈົນແດງຮຸ່ງ ແລ້ວຈີ້ໃສ່ຮ່າງກາຍຂອງພວກເຂົາ ເຊິ່ງເຮັດໃຫ້ເຈັບປວດຫຼາຍຈົນພວກເຂົາສະຫຼົບໄປ ແລະ ເຮັດໃຫ້ທຸກຄົນທີ່ຢູ່ບ່ອນນັ້ນຮູ້ສຶກຢ້ານກົວຈົນຂົນລຸກ. ຜູ້ຕໍ່ຕ້ານພຣະຄຣິສຄິດແນວໃດເມື່ອເຫັນເຫດການນີ້? “ຊາຕານ ແລະ ມານຮ້າຍເຫຼົ່ານີ້ໂຫດຮ້າຍເກີນໄປ! ພວກເຂົາບໍ່ມີຄວາມເປັນມະນຸດ, ບໍ່ມີຄວາມສົງສານ ຫຼື ຄວາມເມດຕາ. ວິທີການຂອງພວກເຂົາປ່າເຖື່ອນເກີນໄປ ຂ້ອຍທົນເບິ່ງບໍ່ໄດ້! ຖ້າຂ້ອຍຢູ່ບ່ອນນັ້ນ ຂ້ອຍຈະເຮັດໃຫ້ເຫຼັກຈີ້ເຢັນລົງ ປ່ຽນພວກມັນໃຫ້ເປັນຝ້າຍ ແລະ ໃຫ້ພວກມັນສຳຜັດກັບຮ່າງກາຍຂອງຜູ້ຄົນຢ່າງອ່ອນໂຍນ, ອົບອຸ່ນ ແລະ ນຸ້ມນວນ ຄືກັບມືຂອງພຣະເຈົ້າທີ່ກຳລັງລູບໄລ້ລູກແກະຂອງເພິ່ນ, ເຮັດໃຫ້ຜູ້ຄົນຮູ້ສຶກເຖິງຫົວໃຈທີ່ເມດຕາຂອງເພິ່ນ, ຄວາມຮັກ ແລະ ຄວາມອົບອຸ່ນຂອງເພິ່ນ ແລະ ສ້າງແຮງບັນດານໃຈໃຫ້ພວກເຂົາມີຄວາມເຊື່ອ ແລະ ຄວາມຕັ້ງໃຈຫຼາຍຂຶ້ນທີ່ຈະຕິດຕາມເພິ່ນ. ແຕ່ມະນຸດກໍເປັນພຽງມະນຸດ, ພວກເຮົາບໍ່ມີອຳນາດທີ່ຈະເຮັດຫຍັງໄດ້ເລີຍໃນຂະນະທີ່ເບິ່ງອ້າຍເອື້ອຍນ້ອງ ແລະ ເພື່ອນມະນຸດຂອງພວກເຮົາທົນທຸກຫຼາຍຂະໜາດນີ້. ແລ້ວພຣະເຈົ້າຢູ່ໃສ? ເປັນຫຍັງພຣະເຈົ້າຈຶ່ງບໍ່ຢຸດມືຂອງຊາຕານ ແລະ ມານຮ້າຍເຫຼົ່ານີ້ໃນເວລານີ້? ເປັນຫຍັງເພິ່ນຈຶ່ງບໍ່ເຮັດໃຫ້ເຫຼັກຈີ້ທີ່ແດງຮຸ່ງເຢັນລົງ? ເມື່ອເຫຼັກຈີ້ສຳຜັດກັບອ້າຍເອື້ອຍນ້ອງ ເປັນຫຍັງພຣະເຈົ້າຈຶ່ງບໍ່ເຮັດໃຫ້ພວກເຂົາບໍ່ຮູ້ສຶກເຈັບປວດ? ຖ້າເປັນພະໂພທິສັດກວນອິມ ເພິ່ນຈະເຮັດແບບນີ້ຢ່າງແນ່ນອນ; ເພິ່ນບໍ່ຕ້ອງການເຫັນສິ່ງມີຊີວິດທຳຮ້າຍ ແລະ ຂ້າຟັນກັນເອງ, ເພິ່ນບໍ່ຕ້ອງການເຫັນຜູ້ໃດໃນພວກເຂົາທົນທຸກກັບການຖືກຂົ່ມເຫັງ ຫຼື ຄວາມເຈັບປວດແມ່ນແຕ່ໜ້ອຍດຽວ. ເພິ່ນຄຳນຶງເຖິງສິ່ງມີຊີວິດທັງຫຼາຍ, ຫົວໃຈຂອງເພິ່ນກວ້າງໃຫຍ່ກວ່າທ້ອງຟ້າ ແລະ ຄວາມຮັກຂອງເພິ່ນກໍບໍ່ມີຂີດຈຳກັດ. ນັ້ນຄືເທບພະເຈົ້າຢ່າງແທ້ຈິງ! ເປັນຫຍັງພຣະເຈົ້າຈຶ່ງບໍ່ກະທຳແບບນີ້? ຂ້ອຍບໍ່ແມ່ນພຣະເຈົ້າ, ຂ້ອຍບໍ່ມີຄວາມສາມາດນີ້. ຖ້າຂ້ອຍເປັນພຣະເຈົ້າ, ຂ້ອຍຈະບໍ່ປ່ອຍໃຫ້ປະຊາຊົນຂອງຂ້ອຍທົນທຸກແບບນີ້”. ບໍ່ວ່າຈະມີຫຍັງເກີດຂຶ້ນກັບພວກເຂົາກໍຕາມ ຜູ້ຕໍ່ຕ້ານພຣະຄຣິສກໍມີມຸມມອງ, ການຢືນຢັນ, ຄວາມຄິດເຫັນ ແລະ ເຖິງກັບມີ “ແນວຄິດທີ່ສະຫຼາດຫຼັກແຫຼມ”. ບໍ່ວ່າຈະມີຫຍັງເກີດຂຶ້ນກັບພວກເຂົາກໍຕາມ ພວກເຂົາກໍບໍ່ເຄີຍເຊື່ອມໂຍງມັນເຂົ້າກັບພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງເພື່ອເຂົ້າໃຈພຣະເຈົ້າ, ເພື່ອເປັນພະຍານໃຫ້ກັບພຣະເຈົ້າ, ເພື່ອຢືນຢັນຕົວຕົນຂອງພຣະເຈົ້າ, ເພື່ອຢືນຢັນວ່າແກ່ນແທ້ຂອງພຣະເຈົ້າຜູ້ຊົງມີຕົວຕົນຂອງພຣະເຈົ້ານັ້ນຖືກສະແດງອອກຢູ່ບ່ອນໃດ ແລະ ຖືກສະແດງອອກແນວໃດ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ປະຕິບັດດ້ວຍວິທີນີ້. ກົງກັນຂ້າມ, ພວກເຂົາກັບວັດແທກ ແລະ ແຂ່ງຂັນກັບພຣະເຈົ້າໃນທຸກດ້ານ ໂດຍໃຊ້ມຸມມອງຂອງຊາຕານ, ຂອງວິນຍານຊົ່ວຮ້າຍຕ່າງໆ ຫຼື ຂອງພະໂພທິສັດກວນອິມ ແລະ ພຣະພຸດທະເຈົ້າ. ຜົນສຸດທ້າຍຂອງສິ່ງນີ້ແມ່ນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສປະຕິເສດພຣະເຈົ້າໃນທຸກໆດ້ານ ໂດຍປະຕິເສດການກະທຳ ແລະ ແກ່ນແທ້ຂອງພຣະອົງ, ຄວາມໝາຍ ແລະ ຄຸນຄ່າຂອງທຸກສິ່ງທີ່ພຣະອົງເຮັດ ພ້ອມທັງວິທີທີ່ມັນເສີມສ້າງຜູ້ຄົນ. ພວກເຂົາປະຕິເສດຜົນທີ່ພຣະເຈົ້າຕັ້ງໃຈຈະບັນລຸໃນຕົວຜູ້ຄົນໂດຍການເຮັດວຽກດ້ວຍວິທີນີ້ ແລະ ການມີຢູ່ຂອງເຈດຕະນາຂອງພຣະເຈົ້າ. ໂດຍການປະຕິເສດຄວາມສຳຄັນ ແລະ ຄຸນຄ່າຂອງທຸກສິ່ງທີ່ພຣະເຈົ້າເຮັດ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ກຳລັງປະຕິເສດຕົວຕົນຂອງພຣະເຈົ້າບໍ? (ແມ່ນແລ້ວ.) ການສະແດງອອກ ແລະ ແກ່ນແທ້ເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ຄວາມຄິດທີ່ພວກເຂົາເປີດເຜີຍອອກມາ ພ້ອມທັງຄວາມໃຈຮ້າຍ, ຂໍ້ຮຽກຮ້ອງ, ຄວາມບໍ່ພໍໃຈ ແລະ ຄຳຖາມທີ່ພວກເຂົາມີກ່ຽວກັບພຣະເຈົ້າ ເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ແລະ ອື່ນໆ ລ້ວນແຕ່ເປັນການສະແດງອອກທີ່ຊັດເຈນຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຕົວຕົນຂອງພຣະເຈົ້າ. ສິ່ງເຫຼົ່ານີ້ຄືຂໍ້ເທັດຈິງ.

ພວກເຈົ້າໄດ້ສັງເກດເຫັນແກ່ນແທ້ຫຍັງຂອງຜູ້ຕໍ່ຕ້ານພຣະຄຣິສ ຜ່ານການໂອ້ລົມ ແລະ ການໄຈ້ແຍກທີ່ພວກເຮົາຫາກໍເຮັດໄປກ່ຽວກັບການສະແດງອອກ ແລະ ຕົ້ນກຳເນີດຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິເສດຕົວຕົນຂອງພຣະເຈົ້າ? ພວກເຈົ້າສາມາດສັງເກດເຫັນໄດ້ບໍວ່າຜູ້ຕໍ່ຕ້ານພຣະຄຣິສເປັນຄົນທີ່ມັກເຍາະເຍີ້ຍໂລກນີ້ ແລະ ຮັກຄວາມຍຸຕິທຳ ແລະ ຄວາມຊອບທຳ? ຜູ້ຕໍ່ຕ້ານພຣະຄຣິສເປັນຄົນທີ່ມີຄວາມເປັນມະນຸດທີ່ໃຈດີ, ມີຄວາມສົງສານ, ມີຄວາມເມດຕາ, ມີຄວາມຮັກອັນຍິ່ງໃຫຍ່ ແລະ ກຽດຊັງຄວາມຊົ່ວຊ້າບໍ? (ບໍ່.) ແລ້ວຜູ້ຕໍ່ຕ້ານພຣະຄຣິສເປັນຄົນປະເພດໃດ? (ພວກເຂົາເປັນຄົນຊົ່ວຮ້າຍທີ່ກຽດຊັງ ແລະ ເບື່ອໜ່າຍຄວາມຈິງ ເຊິ່ງເປັນປໍລະປັກຕໍ່ພຣະເຈົ້າໃນທຸກໆດ້ານ.) ນັ້ນຄືດ້ານໜຶ່ງ. ມີຫຍັງອີກ? ຜູ້ຕໍ່ຕ້ານພຣະຄຣິສບໍ່ເຫັນດີນຳຄຳເວົ້າຂອງສັງຄົມທີ່ວ່າ “ຜູ້ທີ່ສ້າງຂົວ ແລະ ສ້ອມແປງຖະໜົນຫົນທາງສຸດທ້າຍກໍຕາບອດ, ໃນຂະນະທີ່ລູກຫຼານຂອງຄາດຕະກອນ ແລະ ຄົນວາງເພີງພັດເພີ່ມທະວີຈຳນວນຂຶ້ນເລື້ອຍໆ” ບໍ? ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາກຳລັງໂສກເສົ້າກັບສະພາບຂອງໂລກ ແລະ ສົງສານມະນຸດຊາດບໍ? ທຳມະຊາດຂອງການທີ່ພວກເຂົາເຫັນດີກັບຄຳເວົ້ານີ້ແມ່ນຫຍັງ? ຄຳເວົ້ານີ້ບໍ່ໄດ້ມີບາງຢ່າງທີ່ເປັນການຈົ່ມວ່າກ່ຽວກັບຄວາມບໍ່ຍຸຕິທຳຂອງສະຫວັນບໍ? ເຖິງແມ່ນວ່າພວກເຂົາຈະບໍ່ສາມາດເຮັດຫຍັງກັບມັນໄດ້ ແຕ່ຜູ້ຕໍ່ຕ້ານພຣະຄຣິສກໍເກັບຊ່ອນຄວາມຄຽດແຄ້ນ ແລະ ອາລົມດັ່ງກ່າວໄວ້ ແລະ ຈົ່ມວ່າສະຫວັນນັ້ນບໍ່ຍຸຕິທຳ: “ບໍ່ໄດ້ມີການກ່າວໄວ້ບໍວ່າສະຫວັນນັ້ນຍຸຕິທຳ ແລະ ສະຫວັນມີຕາ? ແລ້ວເປັນຫຍັງຜູ້ທີ່ເຮັດຄວາມດີໃນໂລກນີ້ຈຶ່ງບໍ່ໄດ້ຮັບລາງວັນ ໃນຂະນະທີ່ຄົນຊົ່ວຮ້າຍພັດຈະເລີນຮຸ່ງເຮືອງ? ຄວາມຍຸຕິທຳໃນໂລກນີ້ຢູ່ໃສ? ເລື່ອງຄວາມບໍ່ຍຸຕິທຳໃນໂລກນີ້ເກີດຂຶ້ນໄດ້ແນວໃດ? ມັນເປັນເພາະວ່າສະຫວັນນັ້ນຕາບອດ ແລະ ບໍ່ຍຸຕິທຳ!” ຄວາມໝາຍທີ່ແຝງຢູ່ໃນສິ່ງນີ້ກໍຄື ບໍ່ມີຄວາມຍຸຕິທຳຢູ່ກັບພຣະເຈົ້າ ແລະ ມີພຽງແຕ່ພຣະພຸດທະເຈົ້າ ແລະ ພະໂພທິສັດກວນອິມເທົ່ານັ້ນທີ່ຍຸຕິທຳ. ສະນັ້ນ ຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງເຕັມໄປດ້ວຍຄວາມຄຽດແຄ້ນ, ການຈົ່ມວ່າ, ການປະຕິເສດ ແລະ ການກ່າວໂທດກ່ຽວກັບສິ່ງທີ່ພຣະເຈົ້າທີ່ແທ້ຈິງເຮັດ. ສິ່ງໃດທີ່ເຮັດໃຫ້ເກີດສິ່ງທັງໝົດນີ້? ແມ່ນຫຍັງຄືເຫດຜົນສຳລັບເລື່ອງນີ້? ມັນເກີດຈາກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ນີ້ແມ່ນແກ່ນແທ້ຫຍັງ? ເວົ້າຢ່າງສະເພາະເຈາະຈົງກໍຄື ຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບຄຳນິຍາມຂອງພຣະເຈົ້າ; ພວກເຂົາບໍ່ຮູ້ ຫຼື ບໍ່ເຂົ້າໃຈວ່າພຣະເຈົ້າທີ່ແທ້ຈິງເຮັດວຽກ ແລະ ຊ່ວຍມະນຸດໃຫ້ລອດພົ້ນແນວໃດແທ້. ການປະເມີນຂອງພວກເຂົາກ່ຽວກັບທຸກສິ່ງທີ່ພຣະເຈົ້າເຮັດແມ່ນອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງ. ແລ້ວສິ່ງເຫຼົ່ານີ້ອີງໃສ່ຫຍັງ? ພວກມັນອີງໃສ່ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆຕ່າງໆທີ່ຊາຕານ ແລະ ກະສັດມານຮ້າຍປູກຝັງເຂົ້າໃນມະນຸດຊາດຢ່າງສິ້ນເຊີງ. ບໍ່ວ່າຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆເຫຼົ່ານີ້ຈະຊົ່ວຊ້າ ຫຼື ລຳອຽງສໍ່າໃດກໍຕາມ, ພວກມັນກໍສອດຄ່ອງກັບຄວາມຄິດຫຼົງຜິດ, ຂໍ້ກຳນົດທາງຈິດຕະວິທະຍາ ແລະ ຄວາມຕ້ອງການທາງອາລົມຂອງຜູ້ຄົນ ແລະ ມັນກໍແມ່ນສິ່ງເຫຼົ່ານີ້ແທ້ໆທີ່ກາຍມາເປັນມາດຕະຖານຂອງຜູ້ຕໍ່ຕ້ານພຣະຄຣິສສຳລັບການປະພຶດຕົນ ແລະ ການວັດແທກທຸກສິ່ງ ພ້ອມທັງເປັນມາດຕະຖານຂອງພວກເຂົາສຳລັບການວັດແທກພຣະເຈົ້າ; ຜູ້ຕໍ່ຕ້ານພຣະຄຣິສນັ້ນຜິດພາດຕັ້ງແຕ່ຮາກຖານຂອງພວກເຂົາເລີຍ. ອີກເຫດຜົນໜຶ່ງທີ່ສຳຄັນກວ່ານັ້ນກໍຄື ຜູ້ຕໍ່ຕ້ານພຣະຄຣິສມັກອຳນາດ ແລະ ສິ່ງທີ່ຍິ່ງໃຫຍ່. ຕົວຢ່າງ: ສົມມຸດວ່າຄົນຜູ້ໜຶ່ງເກີດໃນພະລາຊະວັງ ແລະ ໄດ້ຮັບການປະຕິບັດໃນລະດັບສູງສຸດທຸກມື້, ໄດ້ກິນອາຫານທີ່ດີທີ່ສຸດ ແລະ ນຸ່ງເຄື່ອງທີ່ດີທີ່ສຸດ, ບໍ່ຈຳເປັນຕ້ອງເຮັດຫຍັງເລີຍ ແລະ ໄດ້ທຸກຢ່າງທີ່ລາວຕ້ອງການ. ຜູ້ທີ່ເຊື່ອໃນພຣະເຈົ້າໄລ່ຕາມຊີວິດປະເພດນີ້ບໍ? ຄົນປົກກະຕິຈະຮູ້ສຶກອິດສາ ຫຼື ລິດສະຍາເລັກໜ້ອຍ, ແຕ່ຈາກນັ້ນລາວກໍຈະຄິດວ່າ “ທັງໝົດນີ້ຖືກກຳນົດໂດຍພຣະເຈົ້າ. ບໍ່ວ່າພຣະເຈົ້າຈະຈັດວາງພວກເຮົາໄວ້ບ່ອນໃດ, ນັ້ນກໍຄືບ່ອນທີ່ພວກເຮົາອາໄສຢູ່. ຊີວິດປະເພດນັ້ນອາດຈະບໍ່ເໝາະສົມກັບພວກເຮົາສະເໝີໄປ. ຄົນເຮົາຈະສາມາດເຊື່ອໃນພຣະເຈົ້າໃນສະພາບແວດລ້ອມແບບນັ້ນໄດ້ບໍ? ຄົນເຮົາຈະສາມາດເຂົ້າໃຈຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນໄດ້ບໍ? ນັ້ນຄົງຈະເປັນເລື່ອງຍາກ. ສິ່ງທີ່ພຣະເຈົ້າປະທານໃຫ້ພວກເຮົາກໍພຽງພໍແລ້ວ; ຕາບໃດທີ່ພວກເຮົາສາມາດເຊື່ອໃນພຣະເຈົ້າ ແລະ ຢູ່ໃນເງື່ອນໄຂທີ່ເໝາະສົມທີ່ຈະອ່ານພຣະທຳຂອງພຣະເຈົ້າ ປະຕິບັດໜ້າທີ່ຂອງພວກເຮົາ ແລະ ໃນທີ່ສຸດກໍບັນລຸຄວາມລອດພົ້ນ, ນັ້ນກໍຄືສິ່ງທີ່ໜ້າຍິນດີທີ່ສຸດແລ້ວ”. ແຕ່ຜູ້ຕໍ່ຕ້ານພຣະຄຣິສຈະຄິດແບບນີ້ບໍ? (ບໍ່.) ພວກເຂົາຈະຄິດວ່າ “ເປັນຫຍັງພໍ່ຂອງຂ້ອຍຈຶ່ງບໍ່ເປັນຈັກກະພັດ? ຖ້າພໍ່ຂອງຂ້ອຍເປັນຄົນລວຍ ຫຼື ເປັນຈັກກະພັດ, ຊີວິດຂອງຂ້ອຍກໍຄົງຈະຄຸ້ມຄ່າທີ່ຈະມີຊີວິດຢູ່ແທ້ໆ. ເປັນຫຍັງພໍ່ຂອງລາວຈຶ່ງເປັນຈັກກະພັດ? ເປັນຫຍັງລາວຈຶ່ງມີຊີວິດທີ່ໄຮ້ຄວາມກັງວົນ, ບໍ່ຕ້ອງກັງວົນເລື່ອງອາຫານ ຫຼື ເຄື່ອງນຸ່ງ, ໄດ້ທຸກຢ່າງທີ່ລາວຕ້ອງການ ໂດຍມີເງິນ ແລະ ອຳນາດຢູ່ພາຍໃຕ້ການສັ່ງການຂອງລາວຢູ່ສະເໝີ? ສະຫວັນບໍ່ຍຸຕິທຳ! ລາວບໍ່ໄດ້ມີຄວາມສາມາດຂະໜາດນັ້ນ ແລະ ລາວກໍບໍ່ມີຄວາມສາມາດພິເສດ, ການສຶກສາ ຫຼື ມັນສະໝອງໃດໆເລີຍ. ລາວໄດ້ຮັບສິ່ງທັງໝົດນີ້ບົນພື້ນຖານຫຍັງ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດໄດ້ຮັບພວກມັນ? ຖ້າຂ້ອຍບໍ່ສາມາດໄດ້ຮັບສິ່ງເຫຼົ່ານັ້ນ ແລະ ຄົນອື່ນສາມາດໄດ້ຮັບ, ຂ້ອຍກໍຈະກຽດຊັງພວກເຂົາ! ແລະ ຖ້າຂ້ອຍບໍ່ສາມາດກຽດຊັງພວກເຂົາໄດ້, ຂ້ອຍກໍຈະກຽດຊັງສະຫວັນທີ່ບໍ່ຍຸຕິທຳ ແລະ ທີ່ຈັດວາງຊະຕາກຳທີ່ບໍ່ດີໃຫ້ກັບຂ້ອຍ ແລະ ຂ້ອຍຈະກຽດຊັງຄວາມໂຊກຮ້າຍຂອງຂ້ອຍ, ກຽດຊັງຄົນຊົ່ວຊ້າທີ່ຂັດຂວາງທາງຂອງຂ້ອຍ ແລະ ກຽດຊັງຮວງຈຸ້ຍທີ່ບໍ່ດີຂອງເຮືອນຂ້ອຍ!” ມີຫຍັງກຳລັງແລ່ນຜ່ານຄວາມຄິດຂອງພວກເຂົາ? ເມື່ອຄວາມກຽດຊັງເກີດຂຶ້ນໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ຂໍ້ໂຕ້ແຍ້ງທີ່ຄາດເຄື່ອນທຸກປະເພດກໍສາມາດອອກມາຈາກປາກຂອງພວກເຂົາໄດ້.

ເບິ່ງພາຍນອກແລ້ວ ຜູ້ຕໍ່ຕ້ານພຣະຄຣິສເບິ່ງຄືວ່າມີຄວາມເມດຕາຫຼາຍ, ແຕ່ຄວາມຈິງກໍຄື ບໍ່ມີສິ່ງໃດທີ່ພວກເຂົາບູຊາ ແລະ ໄລ່ຕາມທີ່ເປັນສິ່ງທີ່ເປັນບວກເລີຍ. ຄຳສຸພາສິດ ແລະ ຄຳເວົ້າທີ່ພວກເຂົາເທດສະໜາອາດຈະຟັງເບິ່ງຄືວ່າພວກເຂົາກຳລັງໂສກເສົ້າກັບສະພາບຂອງໂລກ ແລະ ສົງສານມະນຸດຊາດ ແລະ ຄືກັບວ່າພວກເຂົາມີເຈດຕະນາດີໃນໃຈ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາເປັນມານຮ້າຍ ແລະ ຊາຕານຢ່າງແທ້ຈິງ. ຖ້າພວກເຂົາໄດ້ຮັບອຳນາດ ແລະ ລຸກຂຶ້ນໃນໂລກນີ້, ພວກເຂົາຈະສາມາດເຮັດຄວາມຊົ່ວໄດ້ບໍ? ພວກເຂົາຈະສາມາດເປັນຄົນດີໄດ້ບໍ? ພວກເຂົາເປັນຄົນຕ່ຳຊ້າທີ່ເຕັມໄປດ້ວຍບາບທີ່ຮ້າຍແຮງ. ເພາະວ່າພວກເຂົາບໍ່ສາມາດໄດ້ຮັບອຳນາດ ແລະ ບໍ່ຈະເລີນຮຸ່ງເຮືອງຫຼາຍໃນໂລກນີ້, ພວກເຂົາຈຶ່ງຮູ້ສຶກນ້ບໍ່ຍຸຕິທຳເລັກໜ້ອຍ ແລ້ວກໍມາເຊື່ອ ແລະ ຕິດຕາມພຣະເຈົ້າ. ເຖິງຢ່າງໃດກໍຕາມ, ໂດຍແກ່ນແທ້ແລ້ວ ພວກເຂົາບໍ່ຕ້ອງການໄລ່ຕາມຄວາມຈິງເລີຍ ແລະ ໂດຍສະເພາະຢ່າງຍິ່ງ ພວກເຂົາບໍ່ຮັກສິ່ງທີ່ເປັນບວກ; ກົງກັນຂ້າມ ພວກເຂົາເບື່ອໜ່າຍສິ່ງທີ່ເປັນບວກ ແລະ ຮັກກຳລັງທີ່ຊົ່ວຮ້າຍ, ອຳນາດ, ການດຳລົງຊີວິດທີ່ຫຼູຫຼາ ແລະ ກະແສທີ່ຊົ່ວຮ້າຍຂອງໂລກ. ສະນັ້ນ, ພວກເຂົາຈຶ່ງດູຖູກທຸກສິ່ງທີ່ພຣະເຈົ້າຜູ້ຊົງມີຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າສະແດງອອກ ແລະ ກະທຳ ແລະ ພວກເຂົາກ່າວໂທດ, ຕັດສິນ ແລະ ໃສ່ຮ້າຍປ້າຍສີສິ່ງເຫຼົ່ານີ້. ບໍ່ວ່າວຽກງານຂອງພຣະເຈົ້າຈະມີຄຸນຄ່າ ຫຼື ມີຄວາມໝາຍຕໍ່ຜູ້ຄົນຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຍອມຮັບ ຫຼື ຮັບເອົາມັນ. ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າເທົ່ານັ້ນ, ແຕ່ພວກເຂົາຍັງຕ້ອງການປອມຕົວເປັນພຣະເຈົ້າ ໂດຍເສແສ້ງເປັນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ສາມາດຊ່ວຍສິ່ງມີຊີວິດທັງຫຼາຍໃຫ້ພົ້ນຈາກຄວາມທຸກທໍລະມານ ທີ່ສາມາດຮັບປະກັນວ່າຜູ້ທີ່ສ້າງຂົວ ແລະ ສ້ອມແປງຖະໜົນຈະບໍ່ຕາບອດ, ຄາດຕະກອນ ແລະ ຄົນລອບວາງເພີງຈະຖືກລົງໂທດ ແລະ ບໍ່ສາມາດມີລູກຫຼານທີ່ເພີ່ມທະວີຈຳນວນຂຶ້ນໄດ້ ແລະ ຜູ້ຄົນໃນລະດັບຕ່ຳສຸດຂອງສັງຄົມ ແລະ ທີ່ກຳລັງອົດທົນຕໍ່ຄວາມທຸກທໍລະມານຈະບໍ່ທົນທຸກອີກຕໍ່ໄປ ແລະ ມີບ່ອນທີ່ຈະແກ້ໄຂຄຳຮ້ອງທຸກຂອງພວກເຂົາ. ພວກເຂົາຕ້ອງການກຳຈັດຄວາມເຈັບປວດທັງໝົດໃນໂລກ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນຈາກຄວາມທຸກທໍລະມານ. ຜູ້ຕໍ່ຕ້ານພຣະຄຣິສມີ “ຄວາມຮັກຕໍ່ເພື່ອນມະນຸດ” ແລະ “ຄວາມຮັກອັນຍິ່ງໃຫຍ່” ທີ່ບໍ່ມີຂອບເຂດຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາແທ້ໆ! ຫຼັງຈາກທີ່ເວົ້າ ແລະ ເຮັດທຸກຢ່າງແລ້ວ, ເຫດຜົນທີ່ຢູ່ເບື້ອງຫຼັງການທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າແມ່ນຫຍັງແທ້? ພວກເຂົາເວົ້າວ່າ: “ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ ເພິ່ນກໍບໍ່ຄືກັບພຣະເຈົ້າ. ຂ້ອຍຄືກັບພຣະເຈົ້າທີ່ສຸດ; ຂ້ອຍມີຄຸນສົມບັດທີ່ສຸດທີ່ຈະເປັນພຣະເຈົ້າ. ນີ້ກໍຍ້ອນວ່າສິ່ງທີ່ພຣະເຈົ້າເຮັດນັ້ນບໍ່ຖືກກັບລົດນິຍົມຂອງຂ້ອຍ ຫຼື ບໍ່ສອດຄ່ອງກັບລົດນິຍົມ ແລະ ຄວາມຕ້ອງການຂອງມວນຊົນ; ມີພຽງຂ້ອຍເທົ່ານັ້ນທີ່ສາມາດເຂົ້າໃຈຄວາມຕ້ອງການ ແລະ ຈິດໃຈຂອງມວນຊົນ, ມີພຽງຂ້ອຍເທົ່ານັ້ນທີ່ສາມາດຊ່ວຍສິ່ງມີຊີວິດທັງຫຼາຍໃຫ້ພົ້ນຈາກຄວາມທຸກທໍລະມານໄດ້ ແລະ ມີພຽງຂ້ອຍເທົ່ານັ້ນທີ່ສາມາດເປັນພຣະຜູ້ຊ່ວຍໃຫ້ລອດພົ້ນຂອງມະນຸດຊາດໄດ້”. ຄວາມທະເຍີທະຍານ ແລະ ແກ່ນແທ້ຂອງພວກເຂົາຖືກເປີດໂປງແລ້ວແມ່ນບໍ? ຮູບແບບທີ່ແທ້ຈິງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຄວາມທະເຍີທະຍານ ແລະ ແກ່ນແທ້ດັ່ງກ່າວແມ່ນຫຍັງແທ້? ມັນຄືຫົວໜ້າທູດສະຫວັນ ເຊິ່ງກໍຄືມານຮ້າຍຊາຕານ. ພວກເຂົາປະຕິເສດຕົວຕົນຂອງພຣະເຈົ້າ ແລະ ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ ເພາະວ່າຕົວພວກເຂົາເອງຕ້ອງການເປັນພຣະເຈົ້າ. ພວກເຂົາເຊື່ອວ່າຄວາມຄິດຂອງພວກເຂົາຄືສິ່ງທີ່ພຣະເຈົ້າຄວນຄິດ ແລະ ການສະແດງອອກ, ອຸປະນິໄສ ແລະ ແກ່ນແທ້ແຫ່ງຄວາມຮັກອັນຍິ່ງໃຫຍ່ຂອງພວກເຂົາຄືສິ່ງທີ່ພຣະເຈົ້າຄວນມີ. ພວກເຂົາຄິດວ່າມີພຽງຜູ້ທີ່ມີແນວຄິດແຫ່ງການໂສກເສົ້າກັບສະພາບຂອງໂລກ ແລະ ສົງສານມະນຸດຊາດເມື່ອເຫັນຄວາມບໍ່ຍຸຕິທຳທັງໝົດໃນໂລກເທົ່ານັ້ນຈຶ່ງຈະເປັນພຣະເຈົ້າ. ພວກເຂົາຄິດວ່າພຣະເຈົ້າທີ່ພວກເຂົາເຊື່ອບໍ່ມີຄຸນສົມບັດເຫຼົ່ານີ້, ວ່າມີພຽງພວກເຂົາເທົ່ານັ້ນທີ່ມີຈິດໃຈແບບນັ້ນ ແລະ ມີຫົວໃຈທີ່ຍິ່ງໃຫຍ່ແບບນັ້ນ ໂດຍມີຄຸນນະທຳ ແລະ ຄວາມຮັກອັນຍິ່ງໃຫຍ່ແບບນີ້. ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງເປັນການສະແດງອອກ ແລະ ແກ່ນແທ້ຕ່າງໆຂອງການທີ່ພວກເຂົາປະຕິເສດທີ່ຈະຍອມຮັບຕົວຕົນຂອງພຣະເຈົ້າ. ສະນັ້ນ ຖ້າເຈົ້າເຄົາລົບຜູ້ຕໍ່ຕ້ານພຣະຄຣິສວ່າເປັນພຣະເຈົ້າ ແລະ ເຄົາລົບບູຊາພວກເຂົາ, ພວກເຂົາກໍຈະບໍ່ຮູ້ສຶກຄຽດແຄ້ນຕໍ່ເຈົ້າ. ຖ້າເຈົ້າຕິດຕາມພວກເຂົາ ໂດຍກ່າວວ່າຕົວຕົນ ແລະ ແກ່ນແທ້ຂອງພວກເຂົາຄືຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ວ່າພວກເຂົາມີຈິດໃຈ ແລະ ຄວາມຮັກອັນຍິ່ງໃຫຍ່ຄືກັນກັບພຣະພຸດທະເຈົ້າ ແລະ ວ່າພວກເຂົາເປັນພຣະເຈົ້າ, ພວກເຂົາກໍຈະມີຄວາມສຸກ ແລະ ພໍໃຈກັບເຈົ້າຢ່າງສົມບູນ. ນີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ແກ່ນແທ້ທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກມານີ້ບໍ່ຊົ່ວຊ້າບໍ? ບໍ່ວ່າເຈົ້າຈະຍົກຍ້ອງພຣະນາມຂອງພຣະເຈົ້າ ແລະ ການກະທຳທີ່ໜ້າອັດສະຈັນຂອງພຣະອົງຫຼາຍສໍ່າໃດກໍຕາມ ແລະ ເປັນພະຍານເຖິງທຸກສິ່ງທີ່ພຣະເຈົ້າໄດ້ເຮັດ ແລະ ລາຄາທີ່ພຣະອົງໄດ້ຈ່າຍເພື່ອຄວາມລອດພົ້ນຂອງມະນຸດ ພວກເຂົາກໍຈະຕໍ່ຕ້ານໃນໃຈ ໂດຍກ່າວວ່າ “ຂ້ອຍບໍ່ສາມາດຍ້ອງຍໍສິ່ງນີ້ໄດ້. ຂ້ອຍບໍ່ເຫັນວ່າມັນເປັນແບບນັ້ນ; ນັ້ນລ້ວນແຕ່ເປັນຄວາມປາຖະໜາ ແລະ ຈິນຕະນາການຂອງມະນຸດ”. ເມື່ອເຈົ້າເປັນພະຍານໃຫ້ກັບພຣະເຈົ້າ, ເຖິງສະຕິປັນຍາຂອງພຣະອົງ, ຄວາມຊົງລິດອໍານາດຍິ່ງໃຫຍ່ຂອງພຣະອົງ, ເຈດຕະນາທີ່ພຽນພະຍາຍາມຂອງພຣະອົງທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ລາຄາທີ່ພຣະອົງໄດ້ຈ່າຍ ແລະ ເຈົ້າເປັນພະຍານເຖິງແກ່ນແທ້ຂອງພຣະອົງ, ຕົວຕົນຂອງພຣະອົງ ແລະ ທຸກສິ່ງທີ່ພຣະຜູ້ສ້າງໄດ້ເຮັດຕໍ່ມະນຸດຊາດ, ມີພຽງຄົນປະເພດດຽວເທົ່ານັ້ນທີ່ຮູ້ສຶກບໍ່ສະບາຍໃຈ ແລະ ນັ້ນກໍຄືຜູ້ຕໍ່ຕ້ານພຣະຄຣິສ. ແລ້ວພວກເຂົາຄິດຫຍັງຢູ່? “ເປັນຫຍັງເຈົ້າຈຶ່ງເວົ້າກ່ຽວກັບພຣະເຈົ້າຢູ່ສະເໝີ? ຂ້ອຍກໍໄດ້ຫົດນໍ້າ ແລະ ສະໜັບສະໜູນເຈົ້າຫຼາຍຄືກັນ. ຂ້ອຍໄດ້ຮັກເຈົ້າ, ຊ່ວຍເຫຼືອເຈົ້າ, ຊື້ຢາໃຫ້ເຈົ້າເມື່ອເຈົ້າປ່ວຍ ແລະ ສະໜັບສະໜູນເຈົ້າ, ໂອ້ລົມກັບເຈົ້າ ແລະ ຢູ່ເປັນໝູ່ເຈົ້າເມື່ອຄົນອື່ນປະຖິ້ມເຈົ້າ. ເປັນຫຍັງເຈົ້າຈຶ່ງບໍ່ສັນລະເສີນຂ້ອຍ?” ທັນທີທີ່ຄົນໃດໜຶ່ງເປັນພະຍານໃຫ້ກັບ ຫຼື ສັນລະເສີນພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກບໍ່ສະບາຍໃຈ ແລະ ກຽດຊັງລາວດ້ວຍຄວາມອິດສາ. ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງປົກກະຕິຮູ້ສຶກແນວໃດ ເມື່ອພວກເຂົາໄດ້ຍິນຄົນໃດໜຶ່ງສັນລະເສີນພຣະເຈົ້າ? ກ່ອນອື່ນໝົດ ພວກເຂົາຈະກ່າວ “ອາແມນ” ຕໍ່ສິ່ງທີ່ຄົນນັ້ນເວົ້າ ແລະ ຕໍ່ຄຳພະຍານຈາກປະສົບການທີ່ລາວໄດ້ໂອ້ລົມ. ນອກຈາກນີ້ ພວກເຂົາຈະຟັງຢ່າງຕັ້ງໃຈ ໂດຍຄິດວ່າ “ພຣະເຈົ້າໄດ້ກະທຳຕໍ່ລາວດ້ວຍວິທີນັ້ນ, ພຣະເຈົ້າຍິ່ງໃຫຍ່ຫຼາຍ, ພຣະອົງຮັກມະນຸດຢ່າງແທ້ຈິງ! ຂ້ອຍກໍຈະສະແຫວງຫາຄວາມຈິງເຊັ່ນກັນ ຖ້າຂ້ອຍພົບພໍ້ກັບສະຖານະການທີ່ຄ້າຍຄືກັນໃນອະນາຄົດ. ລາວເຮັດໃຫ້ພຣະເຈົ້າເສຍໃຈໂດຍການກະທຳແບບນັ້ນ; ຂ້ອຍກໍເຄີຍກະທຳແບບນັ້ນໃນອະດີດ, ຂ້ອຍພຽງແຕ່ບໍ່ຮູ້ຕົວ. ຂ້ອຍຕິດໜີ້ບຸນຄຸນພຣະເຈົ້າ! ການທີ່ພຣະເຈົ້າກະທຳແບບນີ້ເປັນປະໂຫຍດຕໍ່ຜູ້ຄົນ ແລະ ຂ້ອຍກໍບໍ່ໄດ້ຮັບຮູ້ເຖິງສິ່ງນີ້ເລີຍ. ເບິ່ງຄືວ່າວຸດທິພາວະຂອງຂ້ອຍນ້ອຍກວ່າຄົນຜູ້ນີ້, ຄວາມເຂົ້າໃຈຂອງຂ້ອຍບໍ່ບໍລິສຸດ ແລະ ຄວາມສາມາດຂອງຂ້ອຍກໍຕໍ່າ. ຂ້ອຍອະທິຖານຂໍໃຫ້ພຣະເຈົ້າໃຫ້ຄວາມຮູ້ແຈ້ງ ແລະ ນໍາພາຂ້ອຍ ຜູ້ທີ່ມີວຸດທິພາວະນ້ອຍຄືກັບຂ້ອຍ. ລາວບໍ່ອ່ອນແອໄດ້ແນວໃດເມື່ອປະເຊີນກັບການທົດສອບ? ລາວມີການນໍາພາຈາກພຣະທຳຂອງພຣະເຈົ້າ. ຖ້າຂ້ອຍປະເຊີນກັບສະຖານະການດັ່ງກ່າວ ຂ້ອຍກໍຄົງຈະອ່ອນແອ ແລະ ອາດຈະເຖິງກັບສະດຸດລົ້ມ. ພຣະເຈົ້າໄດ້ສະແດງຄວາມກະລຸນາຕໍ່ຂ້ອຍ ໂດຍການສັງເກດເຫັນສະພາວະທີ່ນ້ອຍຂອງຂ້ອຍ ແລະ ຍັງບໍ່ທັນໃຫ້ຂ້ອຍປະເຊີນກັບສະຖານະການປະເພດນັ້ນ. ທຸກສິ່ງທີ່ພຣະເຈົ້າເຮັດນັ້ນລ້ວນແຕ່ດີ!” ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ມີຄວາມສຸກເມື່ອພວກເຂົາໄດ້ຍິນສິ່ງນີ້: “ຫຍັງເກາະ? ທຸກສິ່ງທີ່ພຣະເຈົ້າເຮັດນັ້ນລ້ວນແຕ່ດີບໍ? ຄວາມດີນີ້ຢູ່ໃສ? ຖ້າທຸກສິ່ງທີ່ພຣະເຈົ້າເຮັດນັ້ນດີຫຼາຍ ເປັນຫຍັງຜູ້ຄົນຈຶ່ງເປັນລົບ ແລະ ອ່ອນແອ? ຖ້າທຸກສິ່ງທີ່ພຣະເຈົ້າເຮັດນັ້ນດີ, ເປັນຫຍັງບາງຄົນຈຶ່ງຖືກຂັບໄລ່ອອກ? ຖ້າທຸກສິ່ງທີ່ພະເຮັດນັ້ນດີ, ເປັນຫຍັງຈຶ່ງມີການຂັດຂວາງ ແລະ ການລົບກວນຢູ່ສະເໝີໃນຂະບວນການເທດສະໜາຂ່າວປະເສີດ ແລະ ການປະຕິບັດໜ້າທີ່? ຂ້ອຍໄດ້ເຮັດສິ່ງທີ່ດີຫຼາຍຢ່າງ; ຂ້ອຍໄດ້ເຮັດວຽກໜັກ, ໄດ້ຖວາຍ ແລະ ໄດ້ຮັບຜູ້ຄົນເມື່ອເທດສະໜາຂ່າວປະເສີດ. ເປັນຫຍັງຈຶ່ງບໍ່ມີໃຜສັນລະເສີນຂ້ອຍ? ເປັນຫຍັງພຣະເຈົ້າຈຶ່ງບໍ່ໃຫ້ບາງສິ່ງຕອບແທນຂ້ອຍ, ບໍ່ໃຫ້ລາງວັນບາງຢ່າງແກ່ຂ້ອຍ? ຖ້າຜູ້ຄົນຮູ້ສຶກອາຍທີ່ຈະສັນລະເສີນຂ້ອຍຕໍ່ໜ້າ, ມັນກໍບໍ່ເປັນຫຍັງຖ້າພວກເຂົາພຽງແຕ່ເຮັດມັນຢູ່ລັບຫຼັງຂ້ອຍ. ເປັນຫຍັງຈຶ່ງບໍ່ມີໃຜສັນລະເສີນ ຫຼື ຍ້ອງຍໍຂ້ອຍ? ຂ້ອຍບໍ່ມີຄວາມດີຄວາມຊອບໃດໆເລີຍບໍ?” ພວກເຂົາຮູ້ສຶກເສຍໃຈ. ຖ້າຄົນໃດໜຶ່ງສັນລະເສີນຄົນທຳມະດາ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ຮູ້ສຶກຫຍັງຫຼາຍ. ແຕ່ທັນທີທີ່ຄົນໃດໜຶ່ງເປັນພະຍານເຖິງລິດທານຸພາບອັນຍິ່ງໃຫຍ່, ຄວາມຮັກອັນຍິ່ງໃຫຍ່ ແລະ ສະຕິປັນຍາຂອງພຣະເຈົ້າ ຫຼື ເຖິງຕົວຕົນຂອງພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຮູ້ສຶກກຽດຊັງ ແລະ ອິດສາ. ເມື່ອໃດກໍຕາມທີ່ມີຄົນເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ ເພື່ອເປັນສິ່ງທີ່ຖືກສ້າງທີ່ເໝາະສົມ ແລະ ເປັນຄົນທີ່ບໍ່ເຮັດເກີນໜ້າທີ່ຂອງຕົນ ແລະ ອ່ອນນ້ອມພາຍໃຕ້ອຳນາດປົກຄອງຂອງພຣະຜູ້ສ້າງ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ມັກສິ່ງນີ້ ໂດຍກ່າວວ່າ “ເປັນຫຍັງເຈົ້າຈຶ່ງເຕັມໃຈ ແລະ ຫ້າວຫັນທີ່ຈະອ່ອນນ້ອມຕໍ່ພພຣະເຈົ້າຂະໜາດນັ້ນ? ເປັນຫຍັງມັນຈຶ່ງຍາກຫຼາຍສຳລັບເຈົ້າທີ່ຈະຟັງສິ່ງທີ່ຂ້ອຍເວົ້າ? ສິ່ງທີ່ຂ້ອຍເວົ້າກໍບໍ່ໄດ້ຜິດ!” ພວກເຂົາມັກໃຫ້ຜູ້ຄົນເປັນຜູ້ຕິດຕາມຂອງພວກເຂົາ, ສັນລະເສີນພວກເຂົາໃນທຸກໆດ້ານ, ເວົ້າເຖິງພວກເຂົາຢູ່ສະເໝີ, ເກັບຄົນເຫຼົ່ານັ້ນໄວ້ໃນໃຈຂອງພວກເຂົາ, ເຖິງກັບຝັນເຖິງຄວາມດີ ແລະ ຈຸດແຂງຂອງຄົນເຫຼົ່ານັ້ນ ແລະ ສັນລະເສີນຄົນເຫຼົ່ານັ້ນຕໍ່ທຸກຄົນທີ່ພວກເຂົາພົບພໍ້. ຖ້າພວກເຂົາປ່ວຍ ແລະ ບໍ່ມາປາກົດຕົວ, ຜູ້ຄົນກໍຈະເວົ້າວ່າ “ພວກເຮົາຈະເຮັດແນວໃດຖ້າບໍ່ມີເຈົ້າ? ຖ້າບໍ່ມີເຈົ້າ ພວກເຮົາກໍກະຈັດກະຈາຍ; ພວກເຮົາບໍ່ສາມາດເຊື່ອຕໍ່ໄປ ຫຼື ມີຊີວິດຢູ່ຕໍ່ໄປໄດ້!” ຖ້າຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນສິ່ງນີ້, ພວກເຂົາກໍຈະດີໃຈຫຼາຍ ແລະ ເພື່ອທີ່ຈະໄດ້ຍິນມັນ ພວກເຂົາກໍຈະເຕັມໃຈທີ່ຈະອົດທົນຕໍ່ຄວາມທຸກທໍລະມານໃດໆ ຫຼື ບໍ່ກິນ ຫຼື ບໍ່ນອນເປັນເວລາຫຼາຍມື້. ແຕ່ຖ້າບໍ່ມີໃຜສັນລະເສີນພວກເຂົາ, ຖືພວກເຂົາເປັນແບບຢ່າງ, ເຄົາລົບບູຊາພວກເຂົາ ຫຼື ຖືພວກເຂົາເປັນຄົນສຳຄັນ, ພວກເຂົາກໍຈະຮູ້ສຶກເສຍໃຈ ແລະ ເກັບຊ່ອນຄວາມກຽດຊັງໄວ້ໃນໃຈຂອງພວກເຂົາ, ນີ້ຄືຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ສະຫຼຸບແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນຍອມຮັບຮູ້ຕົວຕົນຂອງພຣະເຈົ້າ. ພວກເຂົາບໍ່ຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ແຮງໄກທີ່ພວກເຂົາຈະຍອມຮັບວຽກງານທີ່ກະທຳຕໍ່ພວກເຂົາໂດຍພຣະອົງຜູ້ຊົງມີຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ທັງບໍ່ຍອມຮັບຮູ້ ຫຼື ຮັບເອົາວຽກງານທັງໝົດທີ່ພຣະເຈົ້າໄດ້ກະທຳທ່າມກາງມະນຸດຊາດ.

2. ການປະຕິເສດທີ່ຈະຍອມຮັບອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ

ຕໍ່ໄປ, ໃຫ້ພວກເຮົາໂອ້ລົມກ່ຽວກັບການສະແດງອອກທີສອງຂອງ “ພວກເຂົາບໍ່ເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແລະ ພວກເຂົາປະຕິເສດແກ່ນແທ້ຂອງພຣະຄຣິສ”: ການປະຕິເສດທີ່ຈະຍອມຮັບອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງຂອງຜູ້ຕໍ່ຕ້ານພຣະຄຣິສ. ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ພຣະຜູ້ສ້າງທີ່ຄອບຄອງຕົວຕົນຂອງພຣະເຈົ້າແມ່ນບໍ່ມີຢູ່ຈິງເລີຍ, ພຣະອົງເປັນພຽງຕຳນານເທົ່ານັ້ນ. ແລ້ວຜູ້ຕໍ່ຕ້ານພຣະຄຣິສສາມາດຍອມຮັບຂໍ້ເທັດຈິງທີ່ວ່າພຣະຜູ້ສ້າງຊົງມີອຳນາດສູງສຸດເໜືອທຸກສິ່ງໄດ້ບໍ? ມັນແນ່ນອນຢູ່ແລ້ວວ່າພວກເຂົາບໍ່ຍອມຮັບຂໍ້ເທັດຈິງນີ້. ພວກເຂົາບໍ່ຍອມຮັບມັນ ແລະ ສິ່ງນີ້ກໍອີງໃສ່ຂໍ້ເທັດຈິງເຊັ່ນກັນ. ຄວາມເຊື່ອ, ຄວາມຮູ້ ແລະ ຄວາມເຂົ້າໃຈຂອງຜູ້ຕໍ່ຕ້ານພຣະຄຣິສກ່ຽວກັບພຣະເຈົ້າແມ່ນອີງໃສ່ແນວຄິດ ແລະ ຈິນຕະນາການຂອງມະນຸດ, ອີງໃສ່ການຮັບຮູ້ ແລະ ຄວາມເຂົ້າໃຈບາງຢ່າງຂອງມະນຸດກ່ຽວກັບຮູບເຄົາລົບ ແລະ ຍັງອີງໃສ່ຄຳສອນນອກຮີດ ແລະ ຄວາມເຊື່ອຜິດໆທີ່ຮູບເຄົາລົບເຫຼົ່ານັ້ນໃຊ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ຄວາມຄິດຫຼົງຜິດ, ຈິນຕະນາການ, ຄຳສອນນອກຮີດ, ຄວາມເຊື່ອຜິດໆ ແລະ ສິ່ງອື່ນໆໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນສອດຄ່ອງ ຫຼື ຂັດແຍ້ງກັບຄວາມຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ? ແນ່ນອນວ່າພວກມັນຂັດແຍ້ງກັບຂໍ້ເທັດຈິງຂໍ້ນີ້. ຮູບເຄົາລົບທີ່ຜູ້ຄົນຖວາຍເຄື່ອງບູຊາໃຫ້ ໄດ້ເຮັດໃຫ້ພວກເຂົາຫຼົງຜິດໂດຍການນຳສະເໜີຄຳສອນນອກຮີດ ແລະ ຄວາມເຊື່ອຜິດໆບາງຢ່າງທີ່ສອດຄ່ອງກັບຄວາມຄິດຫຼົງຜິດ, ຈິນຕະນາການ ແລະ ລົດນິຍົມຂອງມະນຸດ ເພື່ອໃຫ້ມີຈຸດຢືນທີ່ໝັ້ນຄົງໃນທ່າມກາງມວນມະນຸດ ເຊັ່ນ: “ພຣະພຸດທະເຈົ້າຊົງມີຄວາມເມດຕາ”, “ສະຫວັນຮັກແພງສິ່ງທີ່ມີຊີວິດ”, “ການຊ່ວຍຊີວິດໜຶ່ງຊີວິດ ດີກວ່າການສ້າງເຈດີເຈັດຊັ້ນ” ແລະ “ສິ່ງທີ່ຖືກກຳນົດໄວ້ກໍຕ້ອງເກີດຂຶ້ນ ແລະ ສິ່ງທີ່ບໍ່ໄດ້ຖືກກຳນົດໄວ້ກໍບໍ່ຄວນຖືກບັງຄັບ”. ມີຫຍັງອີກບໍ? (ມີພຣະເຈົ້າຢູ່ເໜືອຫົວເຈົ້າສາມຟຸດ.) ເໜືອຫົວເຈົ້າສາມຟຸດແມ່ນຢູ່ໃສ? ນັ້ນຄືກາງອາກາດ ເຊິ່ງເປັນບ່ອນທີ່ຊາຕານອາໄສຢູ່. “ພຣະເຈົ້າ” ອົງນີ້ແມ່ນຫຍັງ? (ມັນຄືຊາຕານ.) ແລ້ວຄຳເວົ້າທີ່ຊາວພຸດມັກໃຊ້ແມ່ນຫຍັງ? (ເຮັດດີໄດ້ດີ ແລະ ເຮັດຊົ່ວໄດ້ຊົ່ວ; ບໍ່ແມ່ນວ່າຈະບໍ່ຕອບແທນ, ພຽງແຕ່ຍັງບໍ່ທັນຮອດເວລາເທື່ອ.) ຜູ້ຄົນຖືວ່າສຸພາສິດທີ່ຂ້ອນຂ້າງເປັນບວກ ແລະ ທິດສະດີທາງປັດຊະຍາເຫຼົ່ານີ້ທີ່ມັກຈະເວົ້າກັນໃນໂລກເປັນຄວາມຈິງ, ແຕ່ໃນຄວາມເປັນຈິງແລ້ວ ຄຳເວົ້າເຫຼົ່ານີ້ແມ່ນຄວາມຈິງບໍ? ມີຄວາມກ່ຽວຂ້ອງໃດໆລະຫວ່າງພວກມັນກັບຄວາມຈິງບໍ? (ບໍ່ມີ.) ເຊັ່ນ: “ເຮັດດີໄດ້ດີ ແລະ ເຮັດຊົ່ວໄດ້ຊົ່ວ; ບໍ່ແມ່ນວ່າຈະບໍ່ຕອບແທນ, ພຽງແຕ່ຍັງບໍ່ທັນຮອດເວລາເທື່ອ”, ແລ້ວຄຳວ່າ “ເຮັດດີໄດ້ດີ” ໝາຍຄວາມວ່າແນວໃດ? “ຄວາມດີ” ໝາຍເຖິງຫຍັງ? ມັນແມ່ນຄວາມຍຸຕິທຳ, ຄວາມຈິງ ຫຼື ຄວາມຫວັງດີພຽງເລັກນ້ອຍຂອງມະນຸດ? (ມັນຄືຄວາມຫວັງດີຂອງມະນຸດ.) ຄວາມຫວັງດີພຽງເລັກນ້ອຍຂອງມະນຸດໄດ້ຮັບການຕອບແທນດ້ວຍຄວາມດີແທ້ໆບໍ? ບໍ່ສະເໝີໄປ. “ຜູ້ທີ່ສ້າງຂົວ ແລະ ສ້ອມແປງຖະໜົນຫົນທາງສຸດທ້າຍກໍຕາບອດ”, ການສ້າງຂົວ ແລະ ການສ້ອມແປງຖະໜົນຫົນທາງເປັນການກະທຳທີ່ດີ ແລ້ວເປັນຫຍັງສຸດທ້າຍພວກເຂົາຈຶ່ງຕາບອດ? ມີລາງວັນສຳລັບການກະທຳເຫຼົ່ານີ້ບໍ? (ບໍ່ມີ.) “ເຮັດຊົ່ວໄດ້ຊົ່ວ”, ການຂ້າຄົນ ແລະ ການວາງເພີງເປັນສິ່ງທີ່ຊົ່ວຮ້າຍ, ແລ້ວພວກມັນຖືກຕອບແທນດ້ວຍຄວາມຊົ່ວຮ້າຍບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? “ໃນຂະນະທີ່ລູກຫຼານຂອງຄາດຕະກອນ ແລະ ຄົນວາງເພີງພັດເພີ່ມທະວີຈຳນວນຂຶ້ນ”, ຄຳເວົ້າເຫຼົ່ານີ້ປະຕິເສດຄຳວ່າ “ເຮັດຊົ່ວໄດ້ຊົ່ວ”. “ບໍ່ແມ່ນວ່າຈະບໍ່ຕອບແທນ, ພຽງແຕ່ຍັງບໍ່ທັນຮອດເວລາເທື່ອ”, ແລ້ວຄຳວ່າ “ເວລາຍັງມາບໍ່ເຖິງ” ໝາຍຄວາມວ່າແນວໃດ? ແລ້ວຄຳວ່າ “ຍັງບໍ່ທັນຮອດເວລາເທື່ອ” ນັ້ນໝາຍຄວາມວ່າແນວໃດ? ການມາເຖິງໝາຍເຖິງຫຍັງ? ເມື່ອຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍຖືວ່າຄຳເວົ້າ ແລະ ສຳນວນເຫຼົ່ານີ້ເປັນສິ່ງທີ່ເປັນບວກ ແລະ ເປັນຄວາມຈິງ. ຜູ້ຄົນທີ່ມີຈິດໃຈວ່າງເປົ່າ ແລະ ບໍ່ມີແຫຼ່ງຍຶດໜ່ຽວທາງຈິດໃຈ ໄດ້ເອົາຄຳເວົ້າທີ່ເອີ້ນວ່າຖືກຕ້ອງເຫຼົ່ານີ້ມາເປັນເຄື່ອງຍຶດໜ່ຽວທາງຈິດໃຈຂອງພວກເຂົາ, ເປັນຄວາມປອບໂຍນທາງຈິດໃຈປະເພດໜຶ່ງ ເພື່ອປອບໃຈຕົນເອງວ່າ “ບໍ່ເປັນຫຍັງ, ຍັງມີຄວາມຫວັງໃນຊີວິດ, ຍັງມີຄວາມຍຸຕິທຳ ແລະ ຄວາມຊອບທຳໃນໂລກນີ້ ແລະ ຍັງມີບາງຄົນທີ່ຈະຜະດຸງຄວາມຍຸຕິທຳ. ມັນຍັງເປັນໄປໄດ້ທີ່ຈະໄດ້ຮັບຜົນທີ່ຍຸຕິທຳ ແລະ ໃນທີ່ສຸດແລ້ວກໍຈະມີຄຳອະທິບາຍສຳລັບສິ່ງທັງໝົດນີ້”. ຄຳເວົ້າເຫຼົ່ານັ້ນເປັນຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງບໍ? ພວກມັນເປັນການສະແດງອອກທີ່ແທ້ຈິງຂອງການຍອມຮັບຂອງຜູ້ຄົນຕໍ່ຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງບໍ? (ບໍ່.) ສຳນວນ ຫຼື ສຸພາສິດທີ່ຜູ້ຄົນເວົ້ານັ້ນກ່ຽວຂ້ອງກັບຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? (ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄວາມຈິງ.) ຄຳຕອບຂອງພວກເຈົ້າພິສູດສິ່ງນີ້ໃນລະດັບທິດສະດີ, ແຕ່ສາເຫດຕົ້ນຕໍແມ່ນຫຍັງ? ສາເຫດຕົ້ນຕໍນັ້ນໄກຈາກການເປັນພຽງຫຼັກຄຳສອນທີ່ງ່າຍດາຍນີ້, ມັນເປັນໄປບໍ່ໄດ້ເລີຍທີ່ຈະອະທິບາຍມັນດ້ວຍຄຳເວົ້າພຽງປະໂຫຍກນີ້ພຽງປະໂຫຍກດຽວ. ເນື່ອງຈາກເລື່ອງທີ່ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງນັ້ນບໍ່ໄດ້ງ່າຍດາຍປານນັ້ນ, ແລ້ວຄວນເຂົ້າໃຈມັນແນວໃດ? ດັ່ງທີ່ພວກເຮົາໄດ້ໂອ້ລົມກັນມາກ່ອນໜ້ານີ້, ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເບິ່ງຫຍັງກໍຕາມ, ພວກເຂົາມັກຈະກວດສອບ ແລະ ວິເຄາະມັນຈາກມຸມມອງຂອງຜູ້ສັງເກດການ ແລະ ຈາກມຸມມອງຂອງນັກວັດຖຸນິຍົມທີ່ເຫັນແກ່ເງິນ ແລະ ອຳນາດສຳຄັນເທົ່າກັບຊີວິດຢູ່ສະເໝີ. ຖ້າຄົນໃດໜຶ່ງເບິ່ງສິ່ງໃດກໍຕາມຈາກມຸມມອງ ແລະ ຈຸດຢືນດັ່ງກ່າວ, ແກ່ນແທ້ຂອງບັນຫາຈະບໍ່ປ່ຽນແປງບໍ? ມັນຈະບໍ່ແຕກຕ່າງໄປບໍ? ຜົນສຸດທ້າຍຈະເປັນແນວໃດ ຖ້າຄົນໃດໜຶ່ງເບິ່ງກົດເກນ ແລະ ກົດລະບຽບການພັດທະນາຂອງທຸກສິ່ງຈາກມຸມມອງຂອງນັກວັດຖຸນິຍົມ? ມຸມມອງຂອງນັກວັດຖຸນິຍົມທີ່ມີຕໍ່ໂລກຈະບໍ່ສ້າງປັດຊະຍາ, ກົນລະຍຸດ, ວິທີການ ແລະ ແນວທາງຂອງມະນຸດສຳລັບການກະທຳທາງໂລກບໍ? ມັນຈະບໍ່ສ້າງກົດລະບຽບຂອງເກມບໍ? (ແມ່ນແລ້ວ.) ນີ້ຄືຜົນໄດ້ຮັບ ແລະ ແກ່ນແທ້ຂອງບັນຫາກໍຢູ່ບ່ອນນີ້.

ນັກວັດຖຸນິຍົມເບິ່ງອຳນາດເປັນແນວໃດ? ພວກເຂົາເຊື່ອວ່າ ຖ້າຄົນໃດໜຶ່ງຕ້ອງການໄດ້ຮັບອຳນາດ, ໜຶ່ງ ພວກເຂົາຕ້ອງມີກົນລະຍຸດ, ສອງ ພວກເຂົາຕ້ອງສາມາດບົງການຄົນໄດ້ທຸກປະເພດ, ສາມ ພວກເຂົາຕ້ອງໂຫດຮ້າຍ ແລະ ສີ່ ພວກເຂົາຕ້ອງປ່ຽນແປງໄດ້. ນີ້ບໍ່ແມ່ນມຸມມອງຂອງນັກວັດຖຸນິຍົມບໍ? ມີຮ່ອງຮອຍຂອງການອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະເຈົ້າໃນເລື່ອງນີ້ບໍ? (ບໍ່ມີ.) ນັກວັດຖຸນິຍົມຄິດມຸມມອງເຫຼົ່ານີ້ກ່ຽວກັບອຳນາດຂຶ້ນມາໄດ້ແນວໃດ? ມຸມມອງເຫຼົ່ານີ້ບໍ່ໄດ້ຖືກສ້າງຂຶ້ນໂດຍແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ.) ແກ່ນແທ້ຫຍັງຂອງຜູ້ຕໍ່ຕ້ານພຣະຄຣິສ? ບອກເຮົາມາເບິ່ງ, ຖ້າຜູ້ຕໍ່ຕ້ານພຣະຄຣິສບໍ່ມີແກ່ນແທ້ທີ່ຊົ່ວຊ້າ, ພວກເຂົາຈະຄິດຄຳວ່າ “ສາມາດບົງການຜູ້ຄົນ” ຂຶ້ນມາໄດ້ບໍ? ພວກເຂົາຈະຄິດວ່າພວກເຂົາ “ຕ້ອງມີກົນລະຍຸດ” ບໍ? ພວກເຂົາຈະເວົ້າວ່າພວກເຂົາ “ຕ້ອງປ່ຽນແປງໄດ້” ບໍ? ຖ້າພວກເຂົາບໍ່ມີແກ່ນແທ້ທີ່ໂຫດຮ້າຍ, ພວກເຂົາຈະເວົ້າວ່າພວກເຂົາ “ຕ້ອງໂຫດຮ້າຍ” ບໍ? (ບໍ່.) ສິ່ງນີ້ຖືກກຳນົດໂດຍແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຄວາມຄິດຕ່າງໆທີ່ຖືກສ້າງຂຶ້ນໂດຍແກ່ນແທ້ຂອງພວກເຂົາເປັນພຽງແນວຄິດທີ່ມີຢູ່ໃນໃຈຂອງພວກເຂົາ ຫຼື ຫຼັກການສຳລັບການກະທຳທາງໂລກ ແລະ ການປະພຶດຕົນຂອງພວກເຂົາໃນຊີວິດປະຈຳວັນກໍເປັນແບບດຽວກັນ? (ຫຼັກການສຳລັບການກະທຳທາງໂລກຂອງພວກເຂົາກໍເປັນແບບດຽວກັນ.) ພວກເຂົາມັກຈະສະຫຼຸບຂໍ້ສະຫຼຸບໃນຊີວິດປະຈຳວັນຂອງພວກເຂົາ ແລະ ໃນທ່າມກາງກຸ່ມຄົນຢູ່ສະເໝີ, ສະນັ້ນ ກົນລະຍຸດຂອງພວກເຂົາຈຶ່ງນັບມື້ນັບເຕີບໂຕ ແລະ ມີປະສົບການຫຼາຍຂຶ້ນ ແລະ ໃນທີ່ສຸດກໍກາຍເປັນຄວາມໂຫດຫ້ຽມ. ຄວາມໂຫດຫ້ຽມໝາຍຄວາມວ່າແນວໃດ? ມັນໝາຍເຖິງການໂຫດຮ້າຍພຽງພໍ, ໄຮ້ຄວາມປານີພຽງພໍ ແລະ ມີເລ່ຫຼ່ຽມພຽງພໍ. ການສະແດງອອກເຖິງຄວາມໂຫດຮ້າຍ, ຄວາມໄຮ້ຄວາມປານີ ແລະ ການມີເລ່ຫຼ່ຽມຂອງພວກເຂົາສາມາດເຮັດໃຫ້ພວກເຂົາອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດຕຽມຂອງພຣະເຈົ້າໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ. ສະນັ້ນ, ບໍ່ວ່າພວກເຂົາຈະໜຸ່ມ ຫຼື ເຖົ້າກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສເຮັດທຸກສິ່ງໂດຍອີງໃສ່ປັດຊະຍາ, ກົດເກນ, ກົດລະບຽບຂອງເກມ, ກົນລະຍຸດ ແລະ ປະສົບການຂອງພວກເຂົາເອງ. ທັງໝົດນີ້ສອດຄ່ອງ ຫຼື ຂັດແຍ້ງກັບຄວາມຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ? (ຂັດແຍ້ງ.) ເມື່ອຜູ້ຕໍ່ຕ້ານພຣະຄຣິສຈັດຕັ້ງປະຕິບັດກົດເກນທັງໝົດເຫຼົ່ານີ້ທີ່ພວກເຂົາໄດ້ສະຫຼຸບອອກມາ, ຫຼັກການ ແລະ ຈຸດປະສົງຂອງພວກເຂົາແມ່ນຫຍັງ? ແຮງຈູງໃຈຂອງພວກເຂົາແມ່ນຫຍັງ? ພວກເຂົາເວົ້າວ່າ: “ຖ້າເຈົ້າຕ້ອງການໄດ້ໃນສິ່ງທີ່ເຈົ້າຕ້ອງການ, ເຈົ້າຕ້ອງຮຽນຮູ້ທີ່ຈະເຮັດທຸກວິທີທາງ ແລະ ເຮັດທຸກຢ່າງ, ເພື່ອໃຫ້ໂຫດຮ້າຍພຽງພໍ, ໄຮ້ຄວາມປານີພຽງພໍ ແລະ ມີເລ່ຫຼ່ຽມພຽງພໍ, ດັ່ງຄຳເວົ້າທີ່ວ່າ ‘ໃຈແຄບບໍ່ແມ່ນສຸພາບບຸລຸດ, ບໍ່ໂຫດຫ້ຽມບໍ່ແມ່ນລູກຜູ້ຊາຍ’.” ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ: “ອຳນາດສູງສຸດຂອງພຣະເຈົ້າອີ່ຫຍັງ? ການລໍຖ້າການຈັດຕຽມຂອງສະຫວັນອີ່ຫຍັງ? ບໍ່ມີສິ່ງເຫຼົ່ານັ້ນດອກ! ມີເຈົ້າໜ້າທີ່ ຫຼື ກະສັດອົງໃດແດ່ທີ່ບໍ່ໄດ້ຂຶ້ນສູ່ຕຳແໜ່ງດ້ວຍວິທີການທີ່ໂຫດຫ້ຽມ ແລະ ປ່າເຖື່ອນ? ຕຳແໜ່ງເຫຼົ່ານີ້ບໍ່ໄດ້ມາຈາກການຕໍ່ສູ້ ແລະ ການຂ້າຟັນບໍ?” ເມື່ອເບິ່ງຈາກມຸມມອງນີ້ຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຍອມຮັບຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງບໍ? (ບໍ່.) ໃນໂລກທີ່ບໍ່ເຊື່ອ, ຜູ້ຕໍ່ຕ້ານພຣະຄຣິສມີມຸມມອງດັ່ງກ່າວກ່ຽວກັບກົດເກນແຫ່ງການເອົາຊີວິດລອດນີ້. ສະນັ້ນ, ໃນຂະນະທີ່ພວກເຂົາຢູ່ໃນຄຣິສຕະຈັກ, ພວກເຂົາຈະໃຊ້ກົນລະຍຸດດຽວກັນເມື່ອພວກເຂົາລົງມີເຮັດບໍ? ພວກເຂົາຈະປະຕິບັດຕາມກົດລະບຽບຊີວິດດຽວກັນບໍ? ສິ່ງນີ້ຈະບໍ່ປ່ຽນແປງແມ່ນແຕ່ໜ້ອຍດຽວ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະເຂົ້າມາໃນຄຣິສຕະຈັກ, ພວກເຂົາກໍບໍ່ເຄີຍຢັບຢັ້ງຕົນເອງ ຫຼື ປະຕິຮູບຕົນເອງ, ພວກເຂົາບໍ່ເຮັດສິ່ງນີ້ຢ່າງເດັດຂາດ. ພວກເຂົາເວົ້າວ່າ: “ຖ້າເຈົ້າຕ້ອງການໂດດເດັ່ນກວ່າຄົນອື່ນ, ເຈົ້າຕ້ອງຮຽນຮູ້ທີ່ຈະມີກົນລະຍຸດ. ເມື່ອທຸກຄົນຢູ່ອ້ອມຂ້າງ, ໂດຍສະເພາະເມື່ອຄົນທີ່ມີໜ້າມີຕາຢູ່ອ້ອມຂ້າງ, ເຈົ້າຕ້ອງພະຍາຍາມຢ່າງສຸດຄວາມສາມາດເພື່ອສະແດງອອກ ແລະ ໃຫ້ຜູ້ຮັບຜິດຊອບ, ຜູ້ນຳ ແລະ ເບື້ອງເທິງເຫັນສິ່ງນີ້. ແລ້ວເຈົ້າກໍຈະມີໂອກາດໄດ້ຮັບການສົ່ງເສີມ ແລະ ຖືກຈັດໃຫ້ຢູ່ໃນຕຳແໜ່ງທີ່ສຳຄັນ ແລະ ມີໂອກາດທີ່ຈະໂດດເດັ່ນກວ່າຄົນອື່ນ. ນອກຈາກນີ້, ເຈົ້າຕ້ອງຮຽນຮູ້ທີ່ຈະປະພຶດຕົນແຕກຕ່າງກັນເມື່ອເຈົ້າຢູ່ຕໍ່ໜ້າຜູ້ຄົນທຽບກັບຕອນທີ່ເຈົ້າບໍ່ໄດ້ຢູ່ຕໍ່ໜ້າພວກເຂົາ, ເຈົ້າຕ້ອງຮຽນຮູ້ທີ່ຈະມີສ່ວນຮ່ວມໃນການຫຼອກລວງ. ຈົ່ງເຮັດສິ່ງທີ່ດີຕໍ່ໜ້າຜູ້ຄົນ ແລະ ເຮັດສິ່ງທີ່ຮ້າຍແຮງ, ສິ່ງທີ່ບໍ່ດີ, ສິ່ງທີ່ມືດມົນ ແລະ ສິ່ງທີ່ຜູ້ຄົນບໍ່ມັກຢ່າງລັບໆ. ຢ່າປ່ອຍໃຫ້ໃຜເບິ່ງທະລຸເຈົ້າໄດ້. ເຈົ້າຕ້ອງສະແດງດ້ານທີ່ດີທີ່ສຸດຂອງເຈົ້າໃຫ້ຜູ້ຄົນເຫັນ ແລະ ເຈົ້າຕ້ອງປອມຕົວໃຫ້ດີ. ບໍ່ວ່າເຈົ້າຈະຊົ່ວຮ້າຍສໍ່າໃດກໍຕາມ, ເຈົ້າຕ້ອງປົກປິດມັນໄວ້ໃຫ້ດີ. ຢ່າສູນເສຍການສະໜັບສະໜູນຂອງຜູ້ຄົນ. ເມື່ອເຈົ້າສູນເສຍການສະໜັບສະໜູນຂອງພວກເຂົາ, ມັນກໍຊ້າເກີນໄປແລ້ວ, ແລ້ວເຈົ້າກໍຈະບໍ່ມີໂອກາດ.” ຜູ້ຕໍ່ຕ້ານພຣະຄຣິສກໍດຳລົງຊີວິດດ້ວຍກົນລະຍຸດ ແລະ ກົດເກນແຫ່ງການເອົາຊີວິດລອດດັ່ງກ່າວໃນຄຣິສຕະຈັກເຊັ່ນກັນ.

ຜູ້ຕໍ່ຕ້ານພຣະຄຣິສເບິ່ງຄຳພະຍານຂອງອ້າຍເອື້ອຍນ້ອງທຸກຄົນທີ່ໄດ້ມີປະສົບການ ແລະ ມາຮູ້ຈັກອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງແນວໃດ? ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ: “ຜູ້ຄົນມີສະໝອງ, ມີຄວາມຄິດ ແລະ ມີການສຶກສາ ແລະ ຜ່ານການແກ້ໄຂ ແລະ ການຮຽບຮຽງ, ພວກເຂົາກໍໄດ້ສ້າງຄຳພະຍານຈາກປະສົບການເຫຼົ່ານີ້ຂຶ້ນມາ. ໃນຄວາມເປັນຈິງແລ້ວ, ຄຳພະຍານຈາກປະສົບການເຫຼົ່ານີ້ລ້ວນແຕ່ຖືກຜູ້ຄົນຈິນຕະນາການຂຶ້ນມາ, ພວກມັນລ້ວນແຕ່ເປັນຂອງປອມ ແລະ ພວກມັນລ້ວນແຕ່ເປັນໄປບໍ່ໄດ້. ຖ້າຂ້ອຍຈະແຕ່ງມັນຂຶ້ນມາ ຂ້ອຍກໍສາມາດສ້າງຄຳພະຍານຈາກປະສົບການໄດ້ຄືກັນ. ຂ້ອຍສາມາດສ້າງບົດຄວາມຄຳພະຍານຈາກປະສົບການໄດ້ 10 ຫຼື 20 ບົດ. ຂ້ອຍພຽງແຕ່ຂີ້ຄ້ານທີ່ຈະເຮັດແບບນັ້ນ. ພວກເຈົ້າຄິດວ່າຂ້ອຍເບິ່ງບໍ່ທະລຸແຜນການນ້ອຍໆຂອງພວກເຈົ້າບໍ? ພວກເຈົ້າພຽງແຕ່ເຮັດສິ່ງນີ້ເພື່ອໂອ້ອວດບໍ່ແມ່ນບໍ? ພວກເຈົ້າເອີ້ນມັນດ້ວຍຊື່ທີ່ສວຍງາມວ່າເປັນການເປັນພະຍານໃຫ້ກັບພຣະເຈົ້າ, ເປັນພະຍານໃຫ້ກັບນາມຂອງພຣະເຈົ້າ ແລະ ເປັນພະຍານເຖິງອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ ແລະ ເວົ້າວ່າພວກເຈົ້າກຳລັງເປັນພະຍານໃຫ້ກັບພຣະເຈົ້າ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຈົ້າເຮັດມັນພຽງເພື່ອເປັນພະຍານໃຫ້ກັບຕົນເອງ ແລະ ເພື່ອໂດດເດັ່ນກວ່າຄົນອື່ນ.” ພວກເຂົາບໍ່ຍອມຮັບຄວາມຈິງຂອງຄຳພະຍານທັງໝົດກ່ຽວກັບວຽກງານທີ່ພຣະເຈົ້າໄດ້ເຮັດໃນຕົວຜູ້ຄົນ. ເມື່ອເວົ້າເຖິງສະພາບແວດລ້ອມ ແລະ ສະຖານະການຕ່າງໆໃນໂລກພາຍນອກ ແລະ ເງື່ອນໄຂຂອງແຕ່ລະປະເທດ, ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດເບິ່ງທະລຸໄດ້ວ່າພຣະເຈົ້າກຳລັງເຮັດວຽກແນວໃດ ແລະ ເມື່ອເວົ້າເຖິງການທີ່ພຣະເຈົ້າຮັກສາ, ປ່ຽນແປງ ຫຼື ຈັດຕັ້ງສະພາບແວດລ້ອມຂອງໂລກພາຍນອກ, ພວກເຂົາກໍບໍ່ສາມາດເບິ່ງທະລຸໄດ້ວ່າຄວາມໝາຍຂອງການທີ່ພຣະອົງເຮັດສິ່ງທັງໝົດນີ້ແມ່ນຫຍັງ. ພວກເຂົາເຊື່ອວ່າ “‘ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ’ ເປັນພຽງຄຳເວົ້າທີ່ວ່າງເປົ່າ ແລະ ຟັງເບິ່ງຄືດີ. ໃນຄວາມເປັນຈິງແລ້ວ, ບໍ່ວ່າເຈົ້າຈະໄປປະເທດໃດກໍຕາມ, ເຈົ້າກໍຕ້ອງເຊື່ອຟັງລັດຖະບານຂອງປະເທດນັ້ນ, ແມ່ນບໍ? ເຈົ້າຢູ່ພາຍໃຕ້ຂໍ້ຈຳກັດຂອງລັດຖະບານ ແລະ ກົດໝາຍຂອງປະເທດນັ້ນ, ບໍ່ແມ່ນບໍ? ນີ້ບໍ່ໄດ້ໝາຍຄວາມວ່າຄຳເວົ້າທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງນັ້ນລົ້ມເຫຼວບໍ? ບໍ່ວ່າເພິ່ນຈະໃຊ້ອຳນາດສູງສຸດແນວໃດກໍຕາມ, ມັນສາມາດເໜືອກວ່າລັດຖະບານ ແລະ ກົດໝາຍຂອງປະເທດໃດໜຶ່ງໄດ້ບໍ?” ສະນັ້ນ, ທັນທີທີ່ສະພາບແວດລ້ອມ ແລະ ສະຖານະການໃນໂລກພາຍນອກບໍ່ເອື້ອອຳນວຍຕໍ່ຄຣິສຕະຈັກ ແລະ ຕໍ່ວຽກງານຂອງຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກດີໃຈຢ່າງລັບໆ ແລະ ຫົວຂວັນກ່ຽວກັບເລື່ອງນີ້, ເຊິ່ງເປີດເຜີຍໃບໜ້າມານຮ້າຍຂອງພວກເຂົາອອກມາ. ເມື່ອວຽກງານຂອງຄຣິສຕະຈັກດຳເນີນໄປຢ່າງລ່ຽນໄຫຼ, ພຣະເຈົ້າຊົງອວຍພອນ ແລະ ນຳພາຄຣິສຕະຈັກດັ່ງກ່າວ, ທຸກຢ່າງກໍເຂົ້າສູ່ລະບົບລະບຽບ, ເມື່ອບໍ່ມີການແຊກແຊງຈາກສະພາບແວດລ້ອມຂອງໂລກພາຍນອກ ແລະ ສະພາວະຂອງອ້າຍເອື້ອຍນ້ອງກໍນັບມື້ນັບດີຂຶ້ນ, ໃຈຂອງຜູ້ຕໍ່ຕ້ານພຣະຄຣິສກໍວຸ້ນວາຍ ແລະ ຮ້ອນຮົນ, ພວກເຂົາຮູ້ສຶກອິດສາຢ່າງຍິ່ງ ແລະ ບໍ່ສະບາຍໃຈ ແລະ ກຽດຊັງ. ເປັນຫຍັງພວກເຂົາຈຶ່ງຮູ້ສຶກກຽດຊັງ? ພວກເຂົາບໍ່ເຊື່ອວ່າພຣະເຈົ້າສາມາດມີອຳນາດສູງສຸດເໜືອສິ່ງທັງໝົດນີ້ໄດ້. ຄຣິສຕະຈັກແມ່ນເຮືອນຂອງພຣະເຈົ້າ, ມັນເປັນສະຖານທີ່ທີ່ພຣະເຈົ້າເຮັດວຽກງານຄຸ້ມຄອງຂອງພຣະອົງ, ເປັນບ່ອນທີ່ພຣະເຈົ້າຊ່ວຍມວນມະນຸດໃຫ້ລອດພົ້ນ, ເປັນບ່ອນທີ່ຄວາມປະສົງຂອງພຣະເຈົ້າດຳເນີນໄປຢ່າງປາສະຈາກອຸປະສັກ ແລະ ເປັນບ່ອນທີ່ພຣະທຳຂອງພຣະເຈົ້າສາມາດປະກົດເປັນຈິງ ແລະ ໄດ້ຮັບການຢືນຢັນໃນຕົວຜູ້ຄົນ. ເມື່ອຄຣິສຕະຈັກດຳເນີນໄປດ້ວຍດີ, ມັນກໍສະແດງໃຫ້ເຫັນເຖິງຄວາມເປັນຈິງແຫ່ງສິດອຳນາດຂອງພຣະເຈົ້າ ພ້ອມທັງຢືນຢັນວ່າຄວາມຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງນັ້ນມີຢູ່ຈິງ ແລະ ເປັນຄວາມຈິງ. ເມື່ອຂໍ້ເທັດຈິງນີ້ມີຢູ່ ແລະ ໄດ້ຮັບການຢັ້ງຢືນ, ມັນກໍເປັນການຕົບໜ້າຜູ້ຕໍ່ຕ້ານພຣະຄຣິສ. ຫຼັງຈາກທີ່ຖືກຕົບໜ້າແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກເຖິງຄວາມຍິນດີ, ສັນຕິສຸກ ແລະ ຄວາມປອບໂຍນໃນໃຈຂອງພວກເຂົາ ຫຼື ພວກເຂົາຮູ້ສຶກຕໍ່ຕ້ານ ແລະ ຄຽດແຄ້ນ? (ພວກເຂົາຮູ້ສຶກຕໍ່ຕ້ານ ແລະ ຄຽດແຄ້ນ.) ພວກເຂົາກຳລັງຄິດຫຍັງຢູ່ໃນໃຈ? ພວກເຂົາກຽດຊັງພຣະເຈົ້າ ແລະ ປະຕິເສດພຣະເຈົ້າ. ຖ້າເບິ່ງຈາກພາຍນອກແລ້ວ, ສະຖານະການຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງບໍ່ຄ່ອຍດີປານໃດ, ໂດຍທີ່ຄົນເຫຼົ່ານີ້ຖືກຂົ່ມເຫັງ, ຖືກກົດຂີ່ ແລະ ຖືກກີດກັນ ແລະ ຂາດສະຖານະໃດໆໃນສັງຄົມ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຮູ້ສຶກດີໃຈ ແລະ ພໍໃຈຫຼາຍໃນໃຈຂອງພວກເຂົາ, ແຕ່ເມື່ອວຽກງານຂອງພຣະເຈົ້າ ແລະ ຊີວິດຄຣິສຕະຈັກລ້ວນແຕ່ຈະເລີນຮຸ່ງເຮືອງ ແລະ ພັດທະນາຢ່າງຕໍ່ເນື່ອງ, ຜູ້ຕໍ່ຕ້ານພຣະຄຣິສກັບບໍ່ຮູ້ສຶກດີໃຈ. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ສຶກດີໃຈ? ເພາະສິ່ງນີ້ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງພວກເຂົາຫຼາຍເກີນໄປ, ມັນເປັນສິ່ງທີ່ພວກເຂົາບໍ່ໄດ້ຄາດຄິດ. ອຳນາດສູງສຸດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າໄດ້ສຳເລັດ ແລະ ປະກົດເປັນຈິງ, ເຊິ່ງທຳລາຍມຸມມອງຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາຈຶ່ງຮູ້ສຶກຂັດໃຈ. ໂດຍອີງໃສ່ຄວາມຄິດ ແລະ ມຸມມອງທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກມາ ພ້ອມທັງຄວາມຮູ້ສຶກບໍ່ພໍໃຈຂອງພວກເຂົາ, ພວກເຂົາບໍ່ໄດ້ມີມຸມມອງດຽວກັນກັບພະຍານາກໃຫຍ່ສີແດງບໍ? ແກ່ນແທ້ທຳມະຊາດຂອງພວກເຂົາບໍ່ຄືກັນກັບພະຍານາກໃຫຍ່ສີແດງບໍ? ມັນຄືກັນຢ່າງສິ້ນເຊີງ.

ກ່ຽວກັບທົ່ວທັງໂລກ, ທຸກສິ່ງ ແລະ ກົດເກນ ແລະ ກົດລະບຽບທີ່ສິ່ງທີ່ຖືກສ້າງທັງໝົດປະຕິບັດຕາມ, ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ: “ທຳມະຊາດ ແລະ ລະດູການຕ່າງໆກໍ່ຕົວຂຶ້ນມາດົນແລ້ວ. ຖ້າມັນໜາວເປັນເວລາດົນ, ມັນກໍຈະຮ້ອນ; ຖ້າມັນຮ້ອນເປັນເວລາດົນ, ມັນກໍຈະໜາວ. ເມື່ອຮອດເວລາທີ່ໃບໄມ້ຈະຫຼົ່ນ, ພວກມັນກໍຈະຫຼົ່ນເມື່ອລົມພັດ. ທັງໝົດນີ້ບໍ່ແມ່ນເລື່ອງປົກກະຕິຫຼາຍບໍ? ນີ້ເປັນອຳນາດສູງສຸດຂອງພຣະເຈົ້າໄດ້ແນວໃດ? ນີ້ເປັນກົດເກນທີ່ພຣະເຈົ້າກຳນົດໄວ້ໄດ້ແນວໃດ? ກົດເກນຂອງພຣະເຈົ້າສາມາດເຮັດຫຍັງໄດ້ແດ່? ຜູ້ຄົນໄດ້ຂ້າສັດໄປຕັ້ງຫຼາຍໂດຍບໍ່ມີຜົນຕາມມາຫຼາຍປານໃດ; ມວນມະນຸດກໍຍັງຄົງດຳລົງຊີວິດຕໍ່ໄປຄືກັບທີ່ເຄີຍເປັນມາ, ແມ່ນບໍ? ພວກເຂົາເວົ້າວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ, ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ເຫັນວ່າພຣະເຈົ້າຄອບຄອງອຳນາດສູງສຸດເໜືອພວກມັນແນວໃດ? ພວກເຂົາເວົ້າວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ ແຕ່ເປັນຫຍັງຄົນຊົ່ວຈຶ່ງຈະເລີນຮຸ່ງເຮືອງຢູ່ສະເໝີ ໃນຂະນະທີ່ຄົນດີບໍ່ເຄີຍໄດ້ປຽບເລີຍ?” ໃນທີ່ສຸດ, ພວກເຂົາກໍສະຫຼຸບວ່າ: “ບໍ່ມີພຣະຜູ້ຊ່ວຍໃຫ້ລອດໃນໂລກນີ້; ມວນມະນຸດຕ່າງຫາກທີ່ບົງການໂລກນີ້. ບຸກຄົນສຳຄັນ ແລະ ຜູ້ນຳຂອງປະເທດຕ່າງໆໃນໂລກຕ່າງຫາກທີ່ປົກຄອງໂລກນີ້ ແລະ ຄົນເຫຼົ່ານັ້ນຕ່າງຫາກທີ່ປ່ຽນແປງພູມສັນຖານຂອງໂລກນີ້. ຖ້າບໍ່ມີຄົນທີ່ຍິ່ງໃຫຍ່ ແລະ ມີຄວາມສາມາດເຫຼົ່ານັ້ນ, ໂລກນີ້ກໍຄົງຈະຈິບຫາຍ. ສຳລັບເລື່ອງທີ່ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງນັ້ນ, ຂ້ອຍເບິ່ງບໍ່ເຫັນມັນເລີຍ. ພຣະເຈົ້າຊົງມີອຳນາດສູງສຸດເໜືອພວກມັນແນວໃດ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຮູ້ສຶກເຖິງສິ່ງນີ້ໄດ້? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຂົ້າໃຈສິ່ງນີ້ໄດ້? ເປັນຫຍັງອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງຈຶ່ງມີຫຼາຍສິ່ງທີ່ຂັດກັບຄວາມຄິດຫຼົງຜິດຂອງມະນຸດ?” ພວກເຂົາບໍ່ສາມາດຍອມຮັບ ແລະ ຮັບເອົາມັນໄດ້. ເມື່ອເວົ້າເຖິງອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ, ວິທີທີ່ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ, ອຸປະນິໄສທີ່ພຣະເຈົ້າເປີດເຜີຍໃນອຳນາດສູງສຸດຂອງພຣະອົງເໜືອທຸກສິ່ງ, ຫຼັກການໃນການກະທຳຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ອື່ນໆ, ຜູ້ທີ່ໄລ່ຕາມຄວາມຈິງສາມາດເຂົ້າໃຈສິ່ງນີ້ໄດ້ພຽງໜ້ອຍໜຶ່ງໃນຊ່ວງຊີວິດຂອງພວກເຂົາເທົ່ານັ້ນ. ແຕ່ສິ່ງນີ້ກໍພຽງພໍແລ້ວທີ່ຈະເຮັດໃຫ້ພວກເຂົາອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະຜູ້ສ້າງ, ອ່ອນນ້ອມຕໍ່ທຸກພຣະທຳທີ່ພຣະຜູ້ສ້າງກ່າວ ແລະ ຍອມຮັບວ່າພຣະຜູ້ສ້າງຄືພຣະເຈົ້າ. ເຖິງແມ່ນວ່າບາງຄົນຈະສາມາດເຂົ້າໃຈສິ່ງນີ້ໄດ້ພຽງໜ້ອຍໜຶ່ງ ແຕ່ມັນກໍເປັນໄປບໍ່ໄດ້ທີ່ພວກເຂົາຈະເຂົ້າໃຈມັນຢ່າງຄົບຖ້ວນ ເພາະວ່າວຽກງານຫຼາຍຢ່າງຂອງພຣະເຈົ້າຖືກປະຕິບັດຈາກສະຖານະ ແລະ ອັດຕະລັກຂອງພຣະອົງ ແລະ ມັນຈະມີຄວາມແຕກຕ່າງລະຫວ່າງວຽກງານເຫຼົ່ານີ້ກັບຄວາມຄິດ ແລະ ການຮັບຮູ້ຂອງມະນຸດທີ່ຖືກສ້າງຂຶ້ນຢູ່ສະເໝີ. ແລ້ວສິ່ງນ້ອຍໆທີ່ຜູ້ຄົນສາມາດເຂົ້າໃຈຜ່ານສິ່ງທີ່ພວກເຂົາມີປະສົບການໃນຊ່ວງຊີວິດຂອງພວກເຂົານັ້ນ ສາມາດເຂົ້າໃຈໄດ້ໂດຍຜູ້ທີ່ໄລ່ຕາມຄວາມຈິງ, ຜູ້ທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງເທົ່ານັ້ນ. ສຳລັບຜູ້ທີ່ມີຂີດຄວາມສາມາດຕໍ່າ, ຜູ້ທີ່ຂາດຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ບໍ່ຮັກຄວາມຈິງເລີຍ, ແມ່ນແຕ່ຄວາມເຂົ້າໃຈພຽງໜ້ອຍໜຶ່ງນີ້ກໍເປັນສິ່ງທີ່ບໍ່ສາມາດບັນລຸໄດ້. ຄົນມັກຈະເວົ້າວ່າ ຄວາມຄິດຂອງພຣະເຈົ້ານັ້ນສູງສົ່ງກວ່າຄວາມຄິດຂອງມະນຸດ. ສິ່ງນີ້ໝາຍຄວາມວ່າ ມະນຸດມັກຈະບໍ່ສາມາດຢັ່ງເຖິງຄວາມຄິດຂອງພຣະຜູ້ສ້າງໄດ້ສະເໝີໄປ ແລະ ການທີ່ພວກເຂົາໄດ້ຮັບຄວາມເຂົ້າໃຈພຽງໜ້ອຍໜຶ່ງນັ້ນກໍຄືພຣະຄຸນຂອງພຣະເຈົ້າ. ສຳລັບຜູ້ທີ່ໄລ່ຕາມຄວາມຈິງ, ສິ່ງນີ້ສາມາດບັນລຸໄດ້ໂດຍຜູ້ທີ່ຍອມຮັບຂັ້ນຕອນສຸດທ້າຍຂອງວຽກງານຂອງພຣະເຈົ້າເທົ່ານັ້ນ ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ ພ້ອມທັງເຂົ້າໃຈ ແລະ ປະສົບກັບຄວາມຈິງຫຼາຍຢ່າງ. ມັນຮຽກຮ້ອງໃຫ້ໃຊ້ຄວາມພະຍາຍາມຕະຫຼອດຊີວິດ. ສຳລັບຜູ້ຕໍ່ຕ້ານພຣະຄຣິສທີ່ໂດຍພື້ນຖານແລ້ວປະຕິເສດອັດຕະລັກຂອງພຣະເຈົ້າ, ໃນດ້ານຂອງແກ່ນແທ້ຂອງພວກເຂົາ, ພວກເຂົາບໍ່ຮັກຄວາມຈິງ ຫຼື ສິ່ງທີ່ເປັນບວກ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ຮັກສິ່ງໃດກໍຕາມທີ່ກ່ຽວຂ້ອງກັບອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງບໍ່ມີວັນໄປເຖິງຈຸດທີ່ຍອມຮັບຄວາມຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງໄດ້. ການຍອມຮັບຂໍ້ເທັດຈິງນີ້ແມ່ນຖືກສ້າງຂຶ້ນບົນພື້ນຖານຂອງການເຂົ້າໃຈ ແລະ ການໄລ່ຕາມຄວາມຈິງ ແຕ່ຜູ້ຕໍ່ຕ້ານພຣະຄຣິສປະຕິເສດຄວາມຈິງ, ເບື່ອໜ່າຍຄວາມຈິງ, ກຽດຊັງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນຄື ກຽດຊັງອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ. ສະນັ້ນ, ສຳລັບພວກເຂົາແລ້ວ, ຄວາມຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງຈະບໍ່ມີຢູ່ຈິງສະເໝີ. ຄຳວ່າ “ບໍ່ມີຢູ່ຈິງ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຄົນເບົາປັນຍາເຫຼົ່ານີ້ຈະບໍ່ມີວັນເບິ່ງເຫັນ ຫຼື ເຂົ້າໃຈຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ສາມາດຈັບໃຈຄວາມມັນໄດ້. ມີຫຼາຍສິ່ງທີ່ລວມຢູ່ໃນຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ ແລະ ມັນກ່ຽວຂ້ອງກັບຄວາມຈິງຫຼາຍຢ່າງ ພ້ອມທັງສະຕິປັນຍາຂອງພຣະເຈົ້າ ແລະ ອັດຕະລັກ ແລະ ແກ່ນແທ້ຂອງພຣະເຈົ້າ. ພຣະເຈົ້າຊົງຈັດວາງທຸກສິ່ງທ່າມກາງທຸກສິ່ງທີ່ພຣະອົງຊົງມີອຳນາດສູງສຸດເໜືອນັ້ນແນວໃດ? ໃນດ້ານຂອງວິທີການ, ເວລາ ແລະ ການພິຈາລະນາຂອງພຣະເຈົ້າສຳລັບເລື່ອງນີ້, ຄວາມຄິດຂອງພຣະອົງຊົງວາງແຜນ ແລະ ຈັດຕັ້ງປະຕິບັດມັນແນວໃດ? ເມື່ອຕັດສິນໂດຍອີງໃສ່ດ້ານເຫຼົ່ານີ້, ອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງບໍ່ແມ່ນເລື່ອງງ່າຍດາຍ; ມັນມີຄວາມສຳພັນທີ່ຂ້ອນຂ້າງຊັບຊ້ອນກ່ຽວຂ້ອງຢູ່. ຄົນເບົາປັນຍາຄືກັບຜູ້ຕໍ່ຕ້ານພຣະຄຣິສທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານເລີຍ ແລະ ບໍ່ຍອມຮັບຄວາມຈິງ ຈະບໍ່ມີວັນເຂົ້າໃຈວິທີທີ່ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ. ພວກເຂົາຈະບໍ່ມີວັນເຂົ້າໃຈມັນ, ແລ້ວພວກເຂົາຈະສາມາດຍອມຮັບມັນໄດ້ບໍ? (ບໍ່ໄດ້.) ບາງຄົນເວົ້າວ່າ “ພວກເຂົາບໍ່ຍອມຮັບມັນ ເພາະພວກເຂົາບໍ່ສາມາດເຂົ້າໃຈມັນໄດ້. ຖ້າພວກເຂົາສາມາດເຂົ້າໃຈມັນໄດ້, ພວກເຂົາຈະບໍ່ຍອມຮັບມັນບໍ?” ນີ້ເປັນພຽງການອະນຸມານ; ການອະນຸມານພຽງແຕ່ສອດຄ່ອງກັບເຫດຜົນ, ພວກມັນບໍ່ໄດ້ໝາຍຄວາມວ່າຈະສອດຄ່ອງກັບຂໍ້ເທັດຈິງ. ແລ້ວຄວາມຈິງຂອງຂໍ້ເທັດຈິງແມ່ນຫຍັງແທ້? ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນຍອມຮັບຂໍ້ເທັດຈິງຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ. ສຳລັບຕອນນີ້, ໃຫ້ພວກເຮົາຢ່າຟ້າວເວົ້າເຖິງຜູ້ຕໍ່ຕ້ານພຣະຄຣິສ ແຕ່ໃຫ້ມາເວົ້າເຖິງຫົວໜ້າທູດສະຫວັນ, ຊາຕານ, ມານຮ້າຍ, ພະຍານາກໃຫຍ່ສີແດງແທນ. ມັນຂົ່ມເຫັງປະຊາກອນທີ່ພຣະເຈົ້າເລືອກ, ທຳລາຍຄຣິສຕະຈັກ ແລະ ລົບກວນວຽກງານຂອງພຣະເຈົ້າ. ເມື່ອພຣະເຈົ້ານຳໄພພິບັດມາສູ່ມັນ, ເຮັດໃຫ້ມັນແລ່ນວຸ້ນວາຍດ້ວຍຄວາມຕື່ນຕົກໃຈ, ບ້າປ່ວງ ແລະ ຈົນປັນຍາ, ມັນກໍບໍ່ສາມາດຮັບມືໄດ້ ແລະ ໃນທີ່ສຸດມັນກໍກ່າວຄຳຂໍຄວາມເມດຕາວ່າ “ຂ້ອຍຈະບໍ່ບໍ່ມີວັນຕໍ່ສູ້ກັບສະຫວັນອີກແລ້ວ”. ສາມາດໄດ້ຮັບຂໍ້ມູນຫຍັງແດ່ຈາກຄຳເວົ້ານີ້? ພະຍານາກໃຫຍ່ສີແດງຍອມຮັບການມີຢູ່ຂອງສະຫວັນ ແລະ ຂອງພຣະເຈົ້າ ແຕ່ທຳມະຊາດຂອງມັນບໍ່ປ່ຽນແປງ; ເຖິງແມ່ນວ່າມັນຈະຍອມຮັບການມີຢູ່ຂອງພຣະເຈົ້າ, ມັນກໍຍັງຄົງຂັດແຍ້ງ ແລະ ຕໍ່ຕ້ານພຣະເຈົ້າ. ເມື່ອມັນບໍ່ສາມາດເອົາຊະນະພຣະເຈົ້າໄດ້, ມັນກໍຂໍຄວາມເມດຕາ ໂດຍເວົ້າວ່າມັນຈະບໍ່ຕໍ່ສູ້ກັບສະຫວັນອີກຕໍ່ໄປ. ແຕ່ມັນຍອມຈຳນົນ ແລະ ຂໍຄວາມເມດຕາຢ່າງແທ້ຈິງບໍ? ບໍ່, ເມື່ອມັນຟື້ນຕົວ, ມັນກໍຈະສືບຕໍ່ຕໍ່ສູ້; ນີ້ຄືທຳມະຊາດຂອງມັນ ແລະ ທຳມະຊາດຂອງມັນກໍບໍ່ປ່ຽນແປງ. ຜູ້ຕໍ່ຕ້ານພຣະຄຣິສກໍມີທຳມະຊາດດຽວກັນນີ້.

ຜູ້ຕໍ່ຕ້ານພຣະຄຣິສເບິ່ງອຳນາດສູງສຸດຂອງພຣະເຈົ້າເໜືອຊະຕາກຳຂອງມວນມະນຸດພາຍໃຕ້ອຳນາດສູງສຸດຂອງພຣະອົງເໜືອທຸກສິ່ງແນວໃດ? ສິ່ງນີ້ກ່ຽວຂ້ອງກັບເລື່ອງທີ່ນ້ອຍໆຫຼາຍ. ເມື່ອເວົ້າເຖິງອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ, ແນວຄິດຂອງຄຳວ່າ “ທຸກສິ່ງ” ນັ້ນໃຫຍ່ຫຼວງ ແລະ ກວ້າງໃຫຍ່ເກີນໄປ; ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຍອມຮັບມັນໄດ້, ພວກເຂົາຕາບອດຕໍ່ມັນ ແລະ ບໍ່ສາມາດເບິ່ງທະລຸມັນໄດ້. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສອ່ອນນ້ອມຕໍ່ວິທີທີ່ພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງພວກເຂົາເອງບໍ? ພວກເຂົາຢັ່ງຮູ້ສິ່ງນີ້ບໍ? ພວກເຂົາເຂົ້າໃຈມັນບໍ? ພວກເຂົາສາມາດຍອມຮັບມັນໄດ້ບໍ? ຍິ່ງເປັນໄປບໍ່ໄດ້ເລີຍ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າ ພວກເຂົາໄດ້ຮັບສິ່ງທີ່ດີທັງໝົດໃນຊີວິດຈິງຂອງພວກເຂົາຜ່ານຄວາມພະຍາຍາມຂອງພວກເຂົາເອງ. ຕົວຢ່າງ: ຖ້າພວກເຂົາເສັງເຂົ້າມະຫາວິທະຍາໄລໄດ້, ພວກເຂົາກໍຖືວ່າສິ່ງນີ້ເປັນຍ້ອນການທີ່ພວກເຂົາຮຽນເກັ່ງ ໂດຍເຊື່ອວ່າພວກເຂົາເກີດມາເພື່ອເຂົ້າຮຽນໃນມະຫາວິທະຍາໄລທີ່ມີຊື່ສຽງ. ຖ້າພວກເຂົາດຳລົງຊີວິດທີ່ດີ ແລະ ຫາເງິນໄດ້, ພວກເຂົາກໍຖືວ່າຕົນເອງເກີດມາເພື່ອລວຍ, ດັ່ງທີ່ໝໍດູໄດ້ບອກພວກເຂົາວ່າພວກເຂົາຈະມີຊີວິດທີ່ຈະເລີນຮຸ່ງເຮືອງ ແລະ ໂຊກດີພໍທີ່ຈະໄດ້ເປັນທັງເຈົ້າໜ້າທີ່ ແລະ ມີຖານະການເງິນທີ່ດີ. ເມື່ອມີສິ່ງຜິດພາດເກີດຂຶ້ນ ຫຼື ບໍ່ເປັນໄປຕາມທີ່ພວກເຂົາຫວັງໄວ້ ແລະ ພວກເຂົາຕ້ອງທົນທຸກ, ພວກເຂົາກໍເລີ່ມຈົ່ມວ່າ “ເປັນຫຍັງສິ່ງຕ່າງໆຈຶ່ງເປັນໄປຢ່າງຂີ້ຮ້າຍສຳລັບຂ້ອຍແທ້? ເປັນຫຍັງຊະຕາກຳຂອງຂ້ອຍຈຶ່ງຮ້າຍແຮງແທ້? ຂ້ອຍໂຊກບໍ່ດີເລີຍ!” ພວກເຂົາຕີຄວາມໝາຍ ແລະ ເບິ່ງສິ່ງເຫຼົ່ານີ້ຈາກມຸມມອງຂອງມະນຸດ. ຖ້າທຸກຢ່າງດຳເນີນໄປຢ່າງລ່ຽນໄຫຼ, ພວກເຂົາກໍຈະກາຍເປັນຄົນທີ່ຍິ່ງຈອງຫອງ, ໂອ້ອວດໃນທຸກໂອກາດ, ສະແດງທ່າທາງທີ່ໂຫດຮ້າຍ ແລະ ຂົ່ມຂູ່ ແລະ ປະພຶດຕົນຢ່າງອວດດີ ແລະ ຢ່າງທະນົງຕົວ; ແຕ່ເມື່ອສິ່ງຕ່າງໆບໍ່ເປັນໄປຕາມທີ່ພວກເຂົາຕ້ອງການ, ພວກເຂົາກໍໂທດພຣະເຈົ້າ ແລະ ຄົນອື່ນ ແລະ ພະຍາຍາມຊອກຫາວິທີທີ່ຈະພິກສະຖານະການ ແລະ ຫຼົບໜີຈາກສະຖານະການນັ້ນ. ພວກເຂົາເວົ້າວ່າທຸກສິ່ງທີ່ພຣະເຈົ້າຊົງກຳນົດ ແລະ ເຮັດນັ້ນລ້ວນແຕ່ດີ ແຕ່ຢ່າງລັບໆແລ້ວ ພວກເຂົາພັດຄິດຢ່າງໜັກ, ພະຍາຍາມໃຊ້ທຸກວິທີທາງເພື່ອພິກສະຖານະການ ແລະ ຫຼົບໜີ ຫຼື ປ່ຽນແປງສະຖານະການນັ້ນ ໂດຍເວົ້າວ່າ “ຂ້ອຍບໍ່ເຊື່ອວ່າຊະຕາກຳຂອງຂ້ອຍຈະຮ້າຍແຮງຂະໜາດນັ້ນ, ໂຊກຂອງຂ້ອຍຈະໂຊກຮ້າຍຂະໜາດນັ້ນ. ຂ້ອຍບໍ່ເຊື່ອວ່າໂລກນີ້ຈະບໍ່ຍຸຕິທຳຂະໜາດນັ້ນ, ຄົນທີ່ມີຄວາມສາມາດຄືກັບຂ້ອຍຈະບໍ່ມີວັນໄດ້ລືມຕາອ້າປາກ, ເວລາທີ່ຂ້ອຍຈະໂດດເດັ່ນຈະບໍ່ມີວັນມາເຖິງ. ໃນຄວາມເປັນຈິງແລ້ວ, ຊະຕາກຳເປັນພຽງເປືອກທີ່ວ່າງເປົ່າ, ມັນເປັນພຽງຄຳເວົ້າ; ທຸກຢ່າງຂຶ້ນຢູ່ກັບຄວາມພະຍາຍາມ ແລະ ການຕໍ່ສູ້ຂອງຕົນເອງ. ດັ່ງສຸພາສິດທີ່ວ່າ ‘ຄົນເຮົາຕ້ອງອົດທົນຕໍ່ຄວາມຍາກລຳບາກທີ່ສຸດເພື່ອທີ່ຈະກາຍເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດໃນໝູ່ມະນຸດ’. ນີ້ຄືຫຼັກຄວາມເຊື່ອສູງສຸດ; ຂ້ອຍບໍ່ຄວນລືມສິ່ງນີ້, ຂ້ອຍຕ້ອງໃຊ້ມັນເພື່ອກະຕຸ້ນຕົນເອງ”. ພວກເຂົາເວົ້າແລ້ວເວົ້າອີກວ່າທຸກສິ່ງທີ່ພຣະເຈົ້າເຮັດນັ້ນລ້ວນແຕ່ດີ, ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ ແລະ ພວກເຂົາອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ ແຕ່ໃນທີ່ສຸດ ພວກເຂົາກໍເວົ້າວ່າ “ຄົນເຮົາຕ້ອງອົດທົນຕໍ່ຄວາມຍາກລຳບາກທີ່ສຸດເພື່ອທີ່ຈະກາຍເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດໃນໝູ່ມະນຸດ”. ຖ້າເບິ່ງຈາກພາຍນອກແລ້ວ ພວກເຂົາເວົ້າຄຳເວົ້າຝ່າຍວິນຍານ ແຕ່ຢ່າງລັບໆແລ້ວ ຫຼັກການທີ່ພວກເຂົາຈັດຕັ້ງປະຕິບັດ, ປະຕິບັດ ແລະ ປະຕິບັດຕາມນັ້ນແມ່ນປັດຊະຍາສຳລັບການກະທຳທາງໂລກ, ຕັກກະ ແລະ ຄວາມຄິດຂອງຊາຕານ. ມີການອ່ອນນ້ອມໃດໆໃນເລື່ອງນີ້ບໍ? (ບໍ່ມີ.) ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເບິ່ງ, ເຂົ້າໃຈ ແລະ ປະຕິບັດຕໍ່ຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ. ໂດຍອີງໃສ່ການສະແດງອອກ ແລະ ຕົວຢ່າງເຫຼົ່ານີ້, ຜູ້ຕໍ່ຕ້ານພຣະຄຣິສຍອມຮັບ ແລະ ເຊື່ອໃນຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ ຫຼື ພວກເຂົາສົງໄສ ແລະ ປະນາມມັນ? (ພວກເຂົາສົງໄສ ແລະ ປະນາມມັນ.) ບໍ່ວ່າພວກເຂົາຈະເວົ້າຫຍັງກໍຕາມ, ໂດຍອີງໃສ່ການສະແດງອອກທີ່ແທ້ຈິງຂອງພວກເຂົາ, ໂດຍພື້ນຖານແລ້ວ ຜູ້ຕໍ່ຕ້ານພຣະຄຣິສດູຖູກຄວາມຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ ແລະ ບໍ່ເຊື່ອໃນສິ່ງນັ້ນ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຖິງກັບເວົ້າຄຳເວົ້າທີ່ໄຮ້ສາລະວ່າ: “ເຈົ້າຈະບໍ່ພະຍາຍາມເພື່ອສິ່ງໃດເລີຍ ແລະ ພຽງແຕ່ລໍຖ້າອຳນາດສູງສຸດຂອງພຣະເຈົ້າຢ່າງຢູ່ຊື່ໆໄດ້ແນວໃດ? ເຈົ້າບໍ່ຈຳເປັນຕ້ອງເຮັດອາຫານກິນເອງບໍ? ເຈົ້າພຽງແຕ່ອ້າປາກລໍຖ້າໂຊກລາບລອຍມາຈາກຟ້າໄດ້ບໍ? ບໍ່ວ່າພຣະເຈົ້າຈະຊົງມີອຳນາດສູງສຸດແນວໃດກໍຕາມ, ຜູ້ຄົນກໍຍັງຕ້ອງເຮັດວຽກໜັກ ແລະ ລົງມືເຮັດ, ແມ່ນບໍ?” ຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງເທົ່ານັ້ນ, ພວກເຂົາຍັງປະຕິເສດ ແລະ ຕີຄວາມໝາຍຂອງມັນຜິດອີກດ້ວຍ. ຈຸດປະສົງຂອງພວກເຂົາໃນການຕີຄວາມໝາຍຂອງມັນຜິດແມ່ນຫຍັງ? ພວກເຂົາກຳລັງຊອກຫາພື້ນຖານ ແລະ ຂໍ້ອ້າງສຳລັບການທີ່ພວກເຂົາຕໍ່ສູ້ເພື່ອຜົນປະໂຫຍດທັງໝົດທີ່ພວກເຂົາປາຖະໜາຢ່າງບໍ່ເລືອກວິທີທາງ. ໂດຍອີງໃສ່ການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ, ມຸມມອງທີ່ແທ້ຈິງຂອງພວກເຂົາຕໍ່ຄວາມຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງແມ່ນຫຍັງ? ຄວາມບໍ່ເຊື່ອ, ການປະຕິເສດ ແລະ ການປະນາມ. ນີ້ຄືມຸມມອງທີ່ແທ້ຈິງຂອງພວກເຂົາ.

ໃນສອງປະເດັນທີ່ພວກເຮົາໄດ້ໂອ້ລົມກັນໃນມື້ນີ້, ໂດຍຫຼັກແລ້ວ ພວກເຮົາໄດ້ໄຈ້ແຍກການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ. ຫຼັງຈາກທີ່ໄດ້ຟັງການໂອ້ລົມນີ້ແລ້ວ, ພວກເຈົ້າໄດ້ຮັບຄວາມເຂົ້າໃຈໃດໆບໍ? ຄົນປະເພດໃດທີ່ມີບັນຫາເຫຼົ່ານີ້? ຄົນປະເພດໃດທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແຕ່ບໍ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ສາມາດປ່ຽນແປງໄດ້? ຄົນປະເພດໃດທີ່ມີບັນຫາດຽວກັນ ແຕ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ສາມາດປ່ຽນແປງໄດ້, ເປັນສັດຕູຂອງພຣະເຈົ້າຕະຫຼອດໄປ ແລະ ບໍ່ແມ່ນເປົ້າໝາຍແຫ່ງຄວາມລອດພົ້ນ ແຕ່ເປັນເປົ້າໝາຍແຫ່ງຄວາມພິນາດ? ພວກເຈົ້າມີການສະແດງອອກເຫຼົ່ານີ້ຄືກັນບໍ? ພວກເຈົ້າຮູ້ສຶກວ່າພວກເຈົ້າສາມາດປ່ຽນແປງໄດ້ບໍ? ພວກເຈົ້າສາມາດຍອມຮັບຄວາມຈິງ ແລະ ໃຊ້ມັນເພື່ອປ່ຽນແປງ ແລະ ທົດແທນຄວາມຄິດເຫຼົ່ານີ້ໄດ້ບໍ? (ໄດ້.) ຄົນປະເພດໃດທີ່ບໍ່ສາມາດປ່ຽນແປງໄດ້? ມີຄົນປະເພດໜຶ່ງທີ່ເມື່ອເຫັນຜູ້ບໍ່ມີຄວາມເຊື່ອດຳລົງຊີວິດທີ່ຫຼູຫຼາ, ອາໄສຢູ່ໃນເຮືອນຫຼັງໃຫຍ່ທີ່ມີການຕົກແຕ່ງພາຍໃນຄືກັບພະລາຊະວັງ ແລະ ມີລົດຫຼູຫຼາຍຄັນ, ກໍເກີດຄວາມຫຼົງໄຫຼ ແລະ ຄ່ຳຄວນໃນໃຈວ່າ: “ການເປັນຄົນລວຍ, ການເປັນເຈົ້າໜ້າທີ່, ການເປັນຄົນມີຄວາມສາມາດນັ້ນຊ່າງດີແທ້ໆ! ເປັນຫຍັງລາວຈຶ່ງມີຄວາມສາມາດແທ້? ເປັນຫຍັງລາວຈຶ່ງໂຊກດີແທ້? ລາວຫາເງິນມາໄດ້ແນວໃດ?” ເມື່ອໃດກໍຕາມທີ່ພວກເຂົາເຫັນວ່າຄົນໃດໜຶ່ງມີສະຖານະທາງສັງຄົມ, ພວກເຂົາກໍຈະປະຈົບປະແຈງ, ເອົາໃຈ ແລະ ພະຍາຍາມປະຈົບເອົາໃຈພວກເຂົາເປັນພິເສດ, ເຕັມໃຈທີ່ຈະເຮັດທຸກຢ່າງເພື່ອພວກເຂົາ, ຍອມລົດກຽດສັກສີທຸກຢ່າງ. ພວກເຂົາມັກກະແສທີ່ຊົ່ວຮ້າຍໃນສັງຄົມເປັນພິເສດ ແລະ ມັກຈະປາຖະໜາທີ່ຈະເປັນສ່ວນໜຶ່ງຂອງພວກມັນ, ໂດຍຮູ້ສຶກທຸກໃຈເມື່ອຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກີດກັນບໍ່ໃຫ້ພວກເຂົາເຮັດເຊັ່ນນັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາຮູ້ສຶກວ່າພວກເຂົາຖືກໂລກນີ້ຖິ້ມໄວ້ເບື້ອງຫຼັງ; ພວກເຂົາຮູ້ສຶກໂດດດ່ຽວ, ສິ້ນຫວັງ, ບໍ່ມີສິ່ງໃດມາຍຶດໜ່ຽວຈິດໃຈຂອງພວກເຂົາ, ພວກເຂົາບໍ່ສາມາດຊອກຫາຄວາມປອບໂຍນໄດ້ ແລະ ພວກເຂົາມັກຈະຮູ້ສຶກເສົ້າໃຈ. ຄົນອີກປະເພດໜຶ່ງຮູ້ສຶກຊື່ນຊົມຢ່າງຍິ່ງເມື່ອພວກເຂົາເຫັນຜູ້ທີ່ມີເງິນ ແລະ ອຳນາດປະສົບຄວາມສຳເລັດໃນຂະນະທີ່ຈັດການກັບວຽກງານຂອງພວກເຂົາໃນສັງຄົມ ແລະ ມັກຈະຍົກຍ້ອງສິ່ງນີ້ ໂດຍເວົ້າວ່າ: “ພວກເຂົາຂ້າຄົນ, ແຕ່ຍ້ອນພວກເຂົາມີເງິນ ແລະ ມີເສັ້ນສາຍ, ພວກເຂົາຈຶ່ງໃຊ້ເວລາພຽງສອງສາມມື້ໃນຄຸກພໍເປັນພິທີ ແລ້ວກໍອອກມາໄດ້. ນັ້ນຄືຄວາມສາມາດທີ່ແທ້ຈິງ!” ພວກເຂົາເຄົາລົບ ແລະ ຍົກຍ້ອງຄົນແບບນັ້ນໃນສັງຄົມຢ່າງສູງ. ຄົນອີກປະເພດໜຶ່ງໃຫ້ຄວາມສົນໃຈເປັນພິເສດ ແລະ ໃສ່ໃຈຢ່າງເລິກເຊິ່ງຕໍ່ຫົວຂໍ້ທາງການເມືອງທີ່ອ່ອນໄຫວໃນສັງຄົມ ແລະ ເຖິງກັບຢາກມີສ່ວນຮ່ວມ ແລະ ອຸທິດຕົນເຂົ້າໃນບາງວຽກງານທີ່ກ່ຽວຂ້ອງກັບການເມືອງແທ້ໆ. ຄົນປະເພດເຫຼົ່ານີ້ ແລະ ປະເພດອື່ນໆທີ່ຄ້າຍຄືກັນ, ລຶກໆແລ້ວ ພວກເຂົາມີທັດສະນະຄະຕິຕໍ່ພຣະເຈົ້າຄືກັນກັບຜູ້ຕໍ່ຕ້ານພຣະຄຣິສ: ພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ພວກເຂົາບໍ່ຍອມຮັບຕົວຕົນຂອງພຣະເຈົ້າ ຫຼື ຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ. ຄົນເຫຼົ່ານີ້ເປັນກຸ່ມດຽວກັນກັບຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ໄດ້ເປັນຂອງຄຣິສຕະຈັກ ຫຼື ເຮືອນຂອງພຣະເຈົ້າ ແລະ ໃນທີ່ສຸດກໍຈະຖືກຊຳລະະລ້າງອອກໄປ. ພວກເຂົາບໍ່ສາມາດເຂົ້າກັນໄດ້ກັບຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ເສັ້ນທາງທີ່ພວກເຂົາຍ່າງກໍຂັດແຍ້ງກັບຂໍ້ກຳນົດຂອງພຣະເຈົ້າ. ຄົນເຫຼົ່ານີ້ລ້ວນແຕ່ເປັນອັນຕະລາຍ; ເຖິງແມ່ນວ່າພວກເຂົາຍັງບໍ່ໄດ້ເຮັດຄວາມຊົ່ວຮ້າຍໃດໆເທື່ອ ແລະ ຍັງບໍ່ໄດ້ປະຕິເສດ, ຕັດສິນ ຫຼື ກ່າວໂທດພຣະເຈົ້າຢ່າງເປີດເຜີຍເທື່ອ ຫຼື ເຮັດໃຫ້ຜູ້ຄົນຫຼົງຜິດຢ່າງເປີດເຜີຍ ແລະ ຍາດແຍ່ງສະຖານະໃນຄຣິສຕະຈັກ, ພວກເຂົາກໍມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ເພາະໂດຍພື້ນຖານແລ້ວ ພວກເຂົາບໍ່ຍອມຮັບຕົວຕົນຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນຄື ພວກເຂົາບໍ່ຍອມຮັບຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ. ພວກເຂົາເປັນສ່ວນໜຶ່ງຂອງກອງກຳລັງທີ່ຊົ່ວຊ້າ ແລະ ເປັນສ່ວນໜຶ່ງຂອງກຸ່ມຊາຕານ. ພວກເຂົາເຄົາລົບບູຊາຄວາມຊົ່ວຊ້າ ແລະ ຄຳສອນນອກຮີດ ຫຼື ຄວາມເຊື່ອຜິດໆໃດໆທີ່ຖືກສົ່ງເສີມໂດຍມານຮ້າຍ ແລະ ຊາຕານ ພ້ອມທັງກະແສທີ່ຊົ່ວຮ້າຍໃດໆທີ່ເກີດຂຶ້ນ, ເປັນທີ່ນິຍົມ ຫຼື ແຜ່ຫຼາຍໃນໂລກ. ພວກເຂົາບໍ່ໄດ້ເປັນຂອງເຮືອນຂອງພຣະເຈົ້າ ຫຼື ຄຣິສຕະຈັກ ແລະ ບໍ່ແມ່ນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າ. ຄົນເຫຼົ່ານີ້ຄືສັດຕູທີ່ແທ້ຈິງຂອງພຣະເຈົ້າ, ພວກເຂົາຄືຜູ້ຕໍ່ຕ້ານພຣະຄຣິສ.

ວັນທີ 14 ພະຈິກ 2020

ກ່ອນນີ້: ລາຍການທີສິບສີ່: ພວກເຂົາປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອະນາເຂດຂອງພວກເຂົາເອງ

ຕໍ່ໄປ: ພາກພະໜວກທີສີ່: ການສະຫຼຸບລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາ (ພາກທີໜຶ່ງ)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້