ລາຍການທີສິບສີ່: ພວກເຂົາປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອະນາເຂດຂອງພວກເຂົາເອງ

ໃນການເຕົ້າໂຮມຄັ້ງກ່ອນ ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ເທັດຈິງທີ່ວ່າ ນອກເໜືອຈາກການຄວບຄຸມຫົວໃຈຂອງຜູ້ຄົນແລ້ວ ພວກຜູ້ຕໍ່ຕ້ານພຣະຄຣິສຍັງຄວບຄຸມການເງິນຂອງຄຣິສຕະຈັກອີກດ້ວຍ. ປະເດັນຫຼັກທີ່ພວກເຮົາໄດ້ໂອ້ລົມກັນແມ່ນຫຍັງ? (ພວກເຮົາໄດ້ໂອ້ລົມກ່ຽວກັບສອງປະເດັນຫຼັກ: ປະເດັນທຳອິດແມ່ນການໃຫ້ຄວາມສຳຄັນແກ່ການຖືຄອງ ແລະ ການນຳໃຊ້ຊັບສິນຂອງຄຣິສຕະຈັກຂອງພວກເຂົາ, ໃນຂະນະທີ່ປະເດັນທີສອງແມ່ນການໃຊ້ຈ່າຍຢ່າງສິ້ນເປືອງ, ການນໍາໃຊ້ຢ່າງບໍ່ເໝາະສົມ, ການໃຫ້ຢືມ, ການນຳໃຊ້ແບບສໍ້ໂກງ ແລະ ການລັກເຄື່ອງຖວາຍ). ພວກເຮົາໄດ້ໂອ້ລົມກ່ຽວກັບສອງປະເດັນຫຼັກນີ້. ມື້ນີ້ ພວກເຮົາຈະໂອ້ລົມກັນກ່ຽວກັບຂໍ້ທີສິບສີ່ຂອງການສະແດງອອກຕ່າງໆຂອງພວກຜູ້ຕໍ່ຕ້ານພຣະຄຣິສ: ພວກເຂົາປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດຂອງພວກເຂົາເອງ. ໃຫ້ພວກເຮົາມາເບິ່ງໃນຂໍ້ນີ້ວ່າ ພວກຜູ້ຕໍ່ຕ້ານພຣະຄຣິສມີການສະແດງອອກຫຍັງແດ່ທີ່ພິສູດວ່າພວກເຂົາມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດຂອງພວກເຂົາເອງ: ໃນທາງຜິວເຜີນແລ້ວ, ສອງຄຳນີ້ ຄື “ເຮືອນຂອງພຣະເຈົ້າ” ແລະ “ອານາເຂດສ່ວນຕົວ” ບໍ່ໄດ້ບົ່ງບອກເຖິງຄວາມຊົ່ວຮ້າຍທີ່ພວກຜູ້ຕໍ່ຕ້ານພຣະຄຣິສສາມາດເຮັດໄດ້. ການເວົ້າວ່າ “ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບເຮືອນຂອງພວກເຂົາເອງ” ບໍ່ໄດ້ເປັນການບົ່ງບອກພາຍນອກເລີຍວ່າ “ເຮືອນ” ນີ້ໝາຍເຖິງຫຍັງແທ້, ບໍ່ວ່າມັນຈະເປັນສິ່ງທີ່ເປັນບວກ ຫຼື ເປັນລົບ, ບໍ່ວ່າມັນຈະຖືກໃຊ້ເປັນຄຳຍ້ອງຍໍ ຫຼື ໃນທາງລົບກໍຕາມ. ແຕ່ການປ່ຽນຄຳວ່າ “ເຮືອນ” ມາເປັນ “ອານາເຂດສ່ວນຕົວ” ນັ້ນສະແດງໃຫ້ເຫັນວ່າມີບັນຫາບາງຢ່າງບໍ? ກ່ອນອື່ນໝົດ, ຄຳວ່າ “ອານາເຂດສ່ວນຕົວ” ບອກຫຍັງແກ່ພວກເຮົາ? (ພວກຜູ້ຕໍ່ຕ້ານພຣະຄຣິສຕ້ອງການເປັນຜູ້ຕັດສິນໃຈເດັດຂາດ). ມີຫຍັງອີກ? (ພວກເຂົາປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບຂອບເຂດອິດທິພົນຂອງພວກເຂົາເອງ, ບົ່ມເພາະຄົນສະໜິດ ແລະ ຄົນຈາກຄົວເຮືອນຂອງພວກເຂົາເອງ ແລ້ວຈາກນັ້ນກໍເຂົ້າຄວບຄຸມຄຣິສຕະຈັກ). ນີ້ຍັງເປັນການສະແດງອອກຂອງພວກຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ. ມີຫຍັງອີກ? ຄວາມໝາຍຜິວເຜີນຂອງວະລີນີ້ບົ່ງບອກບໍວ່າ ມັນຄືຂອບເຂດອິດທິພົນຂອງພວກຕໍ່ຕ້ານພຣະຄຣິສ, ນີ້ຄືບ່ອນທີ່ພວກຜູ້ຕໍ່ຕ້ານພຣະຄຣິສໃຊ້ອຳນາດ ແລະ ຄອບງຳ, ເປັນສະຖານທີ່ທີ່ທຸກສິ່ງຖືກຄວບຄຸມ, ຖືກຜູກຂາດ ແລະ ຖືກຈຳກັດໂດຍພວກຜູ້ຕໍ່ຕ້ານພຣະຄຣິສ, ເປັນສະຖານທີ່ທີ່ພວກຜູ້ຕໍ່ຕ້ານພຣະຄຣິສເປັນຜູ້ສັ່ງການ? (ແມ່ນແລ້ວ). ພວກເຮົາສາມາດເບິ່ງເຫັນຄວາມໝາຍເຫຼົ່ານີ້ຈາກວະລີນີ້; ເພາະວ່າເມື່ອໂອ້ລົມກ່ຽວກັບການສະແດງອອກຕ່າງໆຂອງພວກຜູ້ຕໍ່ຕ້ານພຣະຄຣິສກ່ອນໜ້ານີ້, ພວກເຮົາໄດ້ໂອ້ລົມກັນຫຼາຍກ່ຽວກັບການໄຈ້ແຍກ ແລະ ການເປີດໂປງແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ສິ່ງສຳຄັນທີ່ສຸດໃນບັນດາການສະແດງອອກເຫຼົ່ານີ້ກໍຄື ຄວາມພະຍາຍາມຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ຈະຄວບຄຸມຜູ້ຄົນ ແລະ ໃຊ້ອຳນາດ, ເຖິງແມ່ນແນ່ນອນວ່າຍັງມີການສະແດງອອກອື່ນໆອີກຫຼາຍຢ່າງເຊັ່ນກັນ.

ສະນັ້ນ ເມື່ອພວກເຮົາໄດ້ໂອ້ລົມກ່ຽວກັບຄວາມໝາຍທົ່ວໄປຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ໃຊ້ອຳນາດໃນ “ອານາເຂດສ່ວນຕົວ” ແລ້ວ, ໃຫ້ພວກເຮົາໂອ້ລົມກັນວ່າ “ເຮືອນຂອງພຣະເຈົ້າ” ໝາຍເຖິງຫຍັງກັນແທ້. ພວກເຈົ້າມີແນວຄວາມຄິດບໍວ່າເຮືອນຂອງພຣະເຈົ້າແມ່ນຫຍັງ, ພວກເຈົ້າສາມາດໃຫ້ຄຳນິຍາມທີ່ຖືກຕ້ອງຂອງມັນໄດ້ບໍ? ກຸ່ມອ້າຍເອື້ອຍນ້ອງທີ່ມາເຕົ້າໂຮມກັນ, ນີ້ແມ່ນເຮືອນຂອງພຣະເຈົ້າບໍ? ການເຕົ້າໂຮມ ຫຼື ການຊຸມນຸມຂອງຜູ້ຄົນທີ່ຕິດຕາມພຣະຄຣິສ ແລະ ພຣະເຈົ້າຖືວ່າເປັນເຮືອນຂອງພຣະເຈົ້າບໍ? ການເຕົ້າໂຮມທີ່ລວມມີຜູ້ນຳຄຣິສຕະຈັກ, ຜູ້ຊ່ວຍວຽກ ແລະ ຫົວໜ້າທີມຕ່າງໆນັ້ນ ຖືວ່າເປັນເຮືອນຂອງພຣະເຈົ້າບໍ? (ບໍ່). ແລ້ວເຮືອນຂອງພຣະເຈົ້າແມ່ນຫຍັງກັນແທ້? (ມີພຽງແຕ່ຄຣິສຕະຈັກທີ່ພຣະຄຣິສປົກຄອງເທົ່ານັ້ນຈຶ່ງເປັນເຮືອນຂອງພຣະເຈົ້າ). (ມີພຽງແຕ່ການເຕົ້າໂຮມຂອງຜູ້ຄົນທີ່ຖືເອົາພຣະທຳຂອງພຣະເຈົ້າເປັນຫຼັກການຂອງການປະຕິບັດຂອງພວກເຂົາເທົ່ານັ້ນຈຶ່ງສາມາດຖືວ່າເປັນເຮືອນຂອງພຣະເຈົ້າໄດ້). ສອງຄຳນິຍາມນີ້ຖືກຕ້ອງບໍ? ພວກເຈົ້າບໍ່ສາມາດອະທິບາຍມັນໄດ້. ເຖິງແມ່ນວ່າພວກເຈົ້າໄດ້ຟັງຄຳເທດສະໜາມາຫຼາຍແລ້ວກໍຕາມ, ພວກເຈົ້າກໍຍັງບໍ່ສາມາດໃຫ້ຄຳນິຍາມທີ່ງ່າຍດາຍແບບນີ້ໄດ້. ເຫັນໄດ້ຊັດເຈນວ່າ ພວກເຈົ້າບໍ່ມີນິໄສຈິງຈັງກັບຄຳເວົ້າ ແລະ ຄຳສັບຝ່າຍວິນຍານເຫຼົ່ານີ້ ແລະ ບໍ່ໄດ້ພິຈາລະນາພວກມັນຢ່າງເໝາະສົມ. ພວກເຈົ້າຊ່າງບໍ່ເອົາໃຈໃສ່ກັບຫຍັງເລີຍ! ສະນັ້ນ ຈົ່ງໄຕ່ຕອງເບິ່ງ: ເຮືອນຂອງພຣະເຈົ້າແມ່ນຫຍັງກັນແທ້? ຖ້າມັນຖືກນິຍາມທາງທິດສະດີ, ເຮືອນຂອງພຣະເຈົ້າກໍຄືສະຖານທີ່ທີ່ຄວາມຈິງປົກຄອງ, ເປັນການຊຸມນຸມຂອງຜູ້ຄົນທີ່ມີຫຼັກການຂອງການປະຕິບັດເປັນພຣະທຳຂອງພຣະເຈົ້າ. ໃນກໍລະນີນີ້, ການທີ່ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດສ່ວນຕົວຂອງພວກເຂົາຈຶ່ງເປັນບັນຫາ; ພວກເຂົາກຳລັງປະຕິບັດຕໍ່ການເຕົ້າໂຮມຂອງອ້າຍເອື້ອຍນ້ອງທີ່ຕິດຕາມພຣະເຈົ້າ ຄືກັບຂອບເຂດອິດທິພົນສ່ວນຕົວຂອງພວກເຂົາເອງ, ຄືກັບສະຖານທີ່ທີ່ພວກເຂົາໃຊ້ອຳນາດ ແລະ ຄືກັບເປົ້າໝາຍທີ່ພວກເຂົາໃຊ້ອຳນາດໃສ່. ນີ້ຄືຄວາມໝາຍຕາມຕົວອັກສອນທີ່ສາມາດແຍກແຍະໄດ້ຈາກການທີ່ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດສ່ວນຕົວຂອງພວກເຂົາ. ບໍ່ວ່າຈະອະທິບາຍ ຫຼື ເບິ່ງຈາກມຸມໃດກໍຕາມ, ການທີ່ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດສ່ວນຕົວຂອງພວກເຂົານັ້ນ ສະແດງໃຫ້ເຫັນເຖິງແກ່ນແທ້ທຳມະຊາດຂອງພວກເຂົາໃນການພະຍາຍາມເຮັດໃຫ້ຫຼົງຜິດ ແລະ ຄວບຄຸມຜູ້ຄົນ ແລະ ມີອຳນາດສູງສຸດ. ເຮືອນຂອງພຣະເຈົ້າຄືສະຖານທີ່ທີ່ພຣະເຈົ້າປະຕິບັດພາລະກິດ ແລະ ກ່າວພຣະທຳ, ເປັນບ່ອນທີ່ພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນ, ເປັນບ່ອນທີ່ປະຊາກອນທີ່ພຣະເຈົ້າເລືອກມີປະສົບການກັບພາລະກິດຂອງພຣະເຈົ້າ, ຖືກເຮັດໃຫ້ບໍລິສຸດ ແລະ ບັນລຸຄວາມລອດພົ້ນ, ເປັນບ່ອນທີ່ຄວາມປະສົງ ແລະ ເຈດຕະນາຂອງພຣະເຈົ້າສາມາດຖືກປະຕິບັດໄດ້ໂດຍບໍ່ມີອຸປະສັກ ແລະ ເປັນບ່ອນທີ່ແຜນການຄຸ້ມຄອງຂອງພຣະເຈົ້າສາມາດຖືກຈັດຕັ້ງປະຕິບັດ ແລະ ເຮັດໃຫ້ສຳເລັດໄດ້. ສະຫຼຸບແລ້ວ, ເຮືອນຂອງພຣະເຈົ້າຄືສະຖານທີ່ທີ່ພຣະເຈົ້າມີອຳນາດ, ເປັນບ່ອນທີ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງປົກຄອງ; ມັນບໍ່ແມ່ນສະຖານທີ່ທີ່ບຸກຄົນໃດໜຶ່ງໃຊ້ອຳນາດ ແລະ ດຳເນີນກິດຈະການສ່ວນຕົວຂອງພວກເຂົາເອງເພື່ອບັນລຸຄວາມປາຖະໜາ ຫຼື ແຜນການອັນຍິ່ງໃຫຍ່ຂອງພວກເຂົາເອງ. ເຖິງຢ່າງໃດກໍຕາມ, ສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດນັ້ນກົງກັນຂ້າມກັບສິ່ງທີ່ພຣະເຈົ້າຕ້ອງການໂດຍສິ້ນເຊີງ: ພວກເຂົາບໍ່ໃສ່ໃຈ ແລະ ບໍ່ສົນໃຈເລີຍວ່າພຣະເຈົ້າຕ້ອງການເຮັດຫຍັງ, ພວກເຂົາບໍ່ສົນໃຈວ່າພຣະທຳຂອງພຣະເຈົ້າຈະປາກົດຜົນເປັນຈິງໃນທ່າມກາງຜູ້ຄົນ ຫຼື ບໍ່, ທັງບໍ່ສົນໃຈວ່າພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງຈະສາມາດຖືກເຂົ້າໃຈ, ຖືກນຳໄປປະຕິບັດ ແລະ ສ້າງປະສົບການໃນທ່າມກາງຜູ້ຄົນໄດ້ ຫຼື ບໍ່; ພວກເຂົາພຽງແຕ່ຄຳນຶງເຖິງວ່າພວກເຂົາມີສະຖານະ, ມີອຳນາດ ແລະ ເປັນຜູ້ຕັດສິນໃຈເດັດຂາດ ຫຼື ບໍ່; ເຈດຕະນາ, ແນວຄວາມຄິດ ແລະ ຄວາມປາຖະໜາຂອງພວກເຂົາສາມາດກາຍເປັນຈິງໃນທ່າມກາງຜູ້ຄົນໄດ້ ຫຼື ບໍ່. ນັ້ນກໍຄື ພາຍໃນຂອບເຂດອິດທິພົນຂອງພວກເຂົາ, ມີຈັກຄົນທີ່ຟັງຄຳເວົ້າຂອງພວກເຂົາ ແລະ ເຊື່ອຟັງພວກເຂົາ ແລະ ພວກເຂົາມີພາບລັກ, ຊື່ສຽງ ແລະ ສິດອຳນາດແບບໃດ, ສິ່ງເຫຼົ່ານີ້ຄືສິ່ງສຳຄັນທີ່ພວກເຂົາພະຍາຍາມຈັດການຢ່າງແທ້ຈິງ ແລະ ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາໃສ່ໃຈຫຼາຍທີ່ສຸດໃນຫົວໃຈຂອງພວກເຂົາ. ພຣະເຈົ້າກ່າວພຣະທຳ ແລະ ປະຕິບັດພາລະກິດໃນທ່າມກາງມະນຸດ, ພຣະອົງຊ່ວຍຜູ້ຄົນໃຫ້ລອດພົ້ນ, ນຳພາຜູ້ຄົນ ແລະ ສະໜອງໃຫ້ແກ່ຜູ້ຄົນ, ພຣະອົງຊີ້ນຳພວກເຂົາໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ, ເຂົ້າໃຈເຈດຕະນາຂອງພຣະອົງ, ເຂົ້າສູ່ຄວາມເປັນຈິງຄວາມຈິງເທື່ອລະກ້າວ ແລະ ຄ່ອຍໆບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ທຸກສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດນັ້ນກົງກັນຂ້າມກັບສິ່ງນີ້ຢ່າງສິ້ນເຊີງ. ພຣະເຈົ້ານຳພາຜູ້ຄົນໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ, ແຕ່ພວກຜູ້ຕໍ່ຕ້ານພຣະຄຣິສພັດຍາດຊີງຜູ້ຄົນເຫຼົ່ານີ້ກັບພຣະເຈົ້າ ແລະ ພະຍາຍາມນຳພາພວກເຂົາໃຫ້ມາຢູ່ຕໍ່ໜ້າພວກເຂົາເອງ. ພຣະເຈົ້າຊີ້ນຳຜູ້ຄົນໃຫ້ເຂົ້າສູ່ຄວາມເປັນຈິງຄວາມຈິງ, ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ອຳນາດປົກຄອງຂອງພຣະເຈົ້າເທື່ອລະກ້າວ; ພວກຜູ້ຕໍ່ຕ້ານພຣະຄຣິສພະຍາຍາມຄວບຄຸມຜູ້ຄົນເທື່ອລະກ້າວ, ກຳແໜ້ນການເຄື່ອນໄຫວຂອງພວກເຂົາ ແລະ ຄວບຄຸມພວກເຂົາໃຫ້ມາຢູ່ພາຍໃຕ້ອຳນາດຂອງພວກເຂົາເອງຢ່າງໝັ້ນຄົງ. ສະຫຼຸບແລ້ວ, ທຸກສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດກໍເພື່ອປ່ຽນຜູ້ຕິດຕາມພຣະເຈົ້າໃຫ້ກາຍເປັນຜູ້ຕິດຕາມພວກເຂົາເອງ; ຫຼັງຈາກທີ່ພວກເຂົາຊັກຈູງຄົນເບົາປັນຍາທີ່ບໍ່ໄລ່ຕາມຄວາມຈິງໃຫ້ມາຢູ່ພາຍໃຕ້ອຳນາດຂອງພວກເຂົາແລ້ວ, ພວກເຂົາກໍກ້າວໄປອີກຂັ້ນໜຶ່ງ ແລະ ພະຍາຍາມທຸກວິທີທາງເພື່ອຊັກຈູງຜູ້ທີ່ສາມາດຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ ໃຫ້ມາຢູ່ພາຍໃຕ້ອຳນາດຂອງພວກເຂົາ, ເຮັດໃຫ້ທຸກຄົນໃນຄຣິສຕະຈັກຟັງສິ່ງທີ່ພວກເຂົາເວົ້າ ແລະ ເຮັດໃຫ້ພວກເຂົາດຳລົງຊີວິດ, ກະທຳ, ປະພຶດຕົນ ແລະ ເຮັດທຸກສິ່ງຕາມຄວາມປາຖະໜາຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ເພື່ອໃນທີ່ສຸດພວກເຂົາຈະເຊື່ອຟັງທຸກສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເວົ້າ, ເຊື່ອຟັງຄວາມປາຖະໜາຂອງພວກເຂົາ ແລະ ເຊື່ອຟັງຂໍ້ຮຽກຮ້ອງຂອງພວກເຂົາ. ນັ້ນກໍຄື ບໍ່ວ່າພຣະເຈົ້າປາຖະໜາທີ່ຈະເຮັດຫຍັງ, ບໍ່ວ່າພຣະເຈົ້າປາຖະໜາທີ່ຈະບັນລຸຜົນຫຍັງ, ນັ້ນກໍຄືຜົນທີ່ພວກຜູ້ຕໍ່ຕ້ານພຣະຄຣິສປາຖະໜາທີ່ຈະບັນລຸເຊັ່ນກັນ. ຜົນທີ່ພວກເຂົາປາຖະໜາທີ່ຈະບັນລຸບໍ່ແມ່ນການເຮັດໃຫ້ຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ນະມັດສະການພຣະເຈົ້າ, ແຕ່ໃຫ້ມາຢູ່ຕໍ່ໜ້າພວກເຂົາ ແລະ ນະມັດສະການພວກເຂົາ. ສະຫຼຸບລວມແລ້ວ, ຫຼັງຈາກທີ່ພວກຜູ້ຕໍ່ຕ້ານພຣະຄຣິສມີອຳນາດ, ພວກເຂົາກໍພະຍາຍາມຄວບຄຸມທຸກຄົນ ແລະ ທຸກສິ່ງພາຍໃນຂອບເຂດອິດທິພົນຂອງພວກເຂົາ, ພວກເຂົາພະຍາຍາມຄວບຄຸມຂອບເຂດທີ່ພວກເຂົາສາມາດເຮັດໄດ້, ພວກເຂົາພະຍາຍາມເຮັດໃຫ້ຄຣິສຕະຈັກ, ເຮືອນຂອງພຣະເຈົ້າ ແລະ ຜູ້ທີ່ຕິດຕາມພຣະເຈົ້າກາຍເປັນຂອບເຂດທີ່ພວກເຂົາໃຊ້ອຳນາດຂອງພວກເຂົາ ແລະ ສາມາດປົກຄອງໄດ້. ນັ້ນກໍຄື ພຣະເຈົ້ານຳພາຜູ້ຄົນໃຫ້ມາຢູ່ຕໍ່ໜ້າພຣະອົງເອງ, ໃນຂະນະທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຍັງຕ້ອງການນຳພາຜູ້ຄົນເຫຼົ່ານັ້ນໃຫ້ມາຢູ່ຕໍ່ໜ້າພວກເຂົາເອງ. ຈຸດປະສົງຂອງພວກຜູ້ຕໍ່ຕ້ານພຣະຄຣິສໃນການເຮັດສິ່ງທັງໝົດນີ້ກໍເພື່ອເຮັດໃຫ້ຜູ້ຕິດຕາມພຣະເຈົ້າກາຍເປັນຜູ້ຕິດຕາມຂອງພວກເຂົາ, ເພື່ອປ່ຽນເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກໃຫ້ກາຍເປັນເຮືອນຂອງພວກເຂົາເອງ. ເນື່ອງຈາກພວກຜູ້ຕໍ່ຕ້ານພຣະຄຣິສມີແຮງຈູງໃຈ ແລະ ແກ່ນແທ້ເຫຼົ່ານີ້, ພວກເຂົາມີການສະແດງອອກ ແລະ ພຶດຕິກຳສະເພາະໃດແດ່ທີ່ບົ່ງບອກວ່າພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຄືພວກຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຄືສັດຕູຂອງພຣະເຈົ້າ, ພວກເຂົາຄືຜີຮ້າຍ ແລະ ຊາຕານທີ່ເປັນປໍລະປັກຕໍ່ພຣະເຈົ້າ ແລະ ຄວາມຈິງ? ຕໍ່ໄປ, ພວກເຮົາຈະໄຈ້ແຍກຢ່າງເປັນຮູບປະທຳວ່າ ພວກຜູ້ຕໍ່ຕ້ານພຣະຄຣິສມີການສະແດງອອກ ແລະ ວິທີການສະເພາະແບບໃດທີ່ພິສູດວ່າພວກເຂົາປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດຂອງພວກເຂົາເອງ.

I. ຜູ້ຕໍ່ຕ້ານພຣະຄຣິສຜູກຂາດອຳນາດ

ການສະແດງອອກຢ່າງທຳອິດຂອງການທີ່ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດຂອງພວກເຂົາເອງນັ້ນ ແມ່ນຫົວຂໍ້ທີ່ພວກເຮົາມັກຈະໂອ້ລົມກັນຢູ່ສະເໝີ ແລະ ມັນເປັນການສະແດງອອກທີ່ເປັນແກ່ນແທ້ເຊິ່ງມີສະເພາະແຕ່ໃນພວກຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນ: ພວກຜູ້ຕໍ່ຕ້ານພຣະຄຣິສຮັກສະຖານະຫຼາຍກວ່າສິ່ງອື່ນໃດ. ເປັນຫຍັງພວກເຂົາຈຶ່ງຮັກສະຖານະຫຼາຍທີ່ສຸດ? ສະຖານະເປັນຕົວແທນໃຫ້ແກ່ຫຍັງ? (ອຳນາດ). ຖືກຕ້ອງແລ້ວ, ນີ້ຄືສິ່ງສຳຄັນ. ມີພຽງແຕ່ການມີສະຖານະເທົ່ານັ້ນ ພວກເຂົາຈຶ່ງສາມາດມີອຳນາດໄດ້ ແລະ ມີພຽງແຕ່ການມີອຳນາດເທົ່ານັ້ນ ພວກເຂົາຈຶ່ງສາມາດເຮັດສິ່ງຕ່າງໆໃຫ້ສຳເລັດໄດ້ຢ່າງງ່າຍດາຍ; ມີພຽງແຕ່ການມີອຳນາດເທົ່ານັ້ນ ຄວາມປາຖະໜາ, ຄວາມທະເຍີທະຍານ ແລະ ເປົ້າໝາຍຕ່າງໆຂອງພວກເຂົາຈຶ່ງຈະມີຄວາມຫວັງທີ່ຈະບັນລຸຜົນ ແລະ ກາຍເປັນຄວາມຈິງໄດ້. ສະນັ້ນ, ພວກຜູ້ຕໍ່ຕ້ານພຣະຄຣິສຈຶ່ງມີເລ່ຫຼ່ຽມຫຼາຍ, ພວກເຂົາເບິ່ງເຫັນເລື່ອງດັ່ງກ່າວໄດ້ຢ່າງຊັດເຈນຫຼາຍ; ຖ້າພວກເຂົາຈະເຮັດໃຫ້ເຮືອນຂອງພຣະເຈົ້າກາຍເປັນອານາເຂດສ່ວນຕົວຂອງພວກເຂົາ ພວກເຂົາກໍຕ້ອງຜູກຂາດອຳນາດກ່ອນ. ນີ້ຄືການສະແດງອອກທີ່ໂດດເດັ່ນ. ໃນບັນດາພວກຜູ້ຕໍ່ຕ້ານພຣະຄຣິສທີ່ພວກເຈົ້າເຄີຍພົບພໍ້, ເຄີຍໄດ້ຍິນ ຫຼື ເຄີຍເຫັນດ້ວຍຕາຂອງພວກເຈົ້າເອງ, ມີໃຜແດ່ໃນພວກເຂົາທີ່ບໍ່ພະຍາຍາມຜູກຂາດອຳນາດ? ບໍ່ວ່າພວກເຂົາຈະໃຊ້ວິທີການໃດກໍຕາມ, ບໍ່ວ່າຈະຜ່ານຄວາມມື່ນໄຫຼ ແລະ ເລ່ຫຼ່ຽມ, ຜ່ານການມີທ່າທີທີ່ສະຫງົບ ແລະ ເປັນມິດຢູ່ພາຍນອກ ຫຼື ຜ່ານການໃຊ້ວິທີການທີ່ໂຫດຮ້າຍ ແລະ ຕ່ຳຊ້າເປັນພິເສດ ຫຼື ຜ່ານການໃຊ້ຄວາມຮຸນແຮງ, ພວກຜູ້ຕໍ່ຕ້ານພຣະຄຣິສມີພຽງເປົ້າໝາຍດຽວເທົ່ານັ້ນ: ເພື່ອຄອບຄອງສະຖານະ ແລ້ວຈາກນັ້ນກໍໃຊ້ອຳນາດ. ດັ່ງນັ້ນ, ສິ່ງທຳອິດທີ່ເຮົາຕ້ອງການໂອ້ລົມກໍຄື ກ່ອນສິ່ງອື່ນໃດໝົດ ພວກຜູ້ຕໍ່ຕ້ານພຣະຄຣິສພະຍາຍາມທີ່ຈະຜູກຂາດອຳນາດ. ຄວາມປາຖະໜາໃນອຳນາດຂອງພວກຜູ້ຕໍ່ຕ້ານພຣະຄຣິສນັ້ນມີຫຼາຍກວ່າຄົນປົກກະຕິ; ມັນມີຫຼາຍກວ່າຄົນສາມັນທີ່ມີອຸປະນິໄສທີ່ເສື່ອມຊາມ. ຄົນສາມັນທີ່ມີອຸປະນິໄສທີ່ເສື່ອມຊາມພຽງແຕ່ຕ້ອງການໃຫ້ຄົນອື່ນຍົກຍ້ອງພວກເຂົາ, ໃຫ້ມີຄວາມຄິດເຫັນທີ່ດີຕໍ່ພວກເຂົາ; ພວກເຂົາມັກທີ່ຈະເປັນຝ່າຍໄດ້ປຽບເມື່ອພວກເຂົາເວົ້າ, ແຕ່ພວກເຂົາກໍບໍ່ໄດ້ເຈັບປວດຫຼາຍປານໃດ ຖ້າພວກເຂົາບໍ່ມີອຳນາດ ແລະ ບໍ່ໄດ້ຮັບການເຄົາລົບບູຊາຈາກຜູ້ຄົນ; ພວກເຂົາສາມາດຢູ່ໄດ້ບໍ່ວ່າພວກເຂົາຈະມີມັນ ຫຼື ບໍ່ກໍຕາມ; ພວກເຂົາມີຄວາມມັກ ແລະ ຄວາມຢາກໄດ້ໃນອຳນາດພໍສົມຄວນ, ແຕ່ກໍບໍ່ເຖິງລະດັບຂອງພວກຜູ້ຕໍ່ຕ້ານພຣະຄຣິສ. ແລ້ວລະດັບນັ້ນແມ່ນຫຍັງ? ຖ້າປາສະຈາກອຳນາດ, ພວກເຂົາກໍຈະຕົກຢູ່ໃນສະພາວະວິຕົກກັງວົນຢູ່ຕະຫຼອດເວລາ, ພວກເຂົາບໍ່ສາມາດພົບກັບຄວາມສະຫງົບໄດ້, ພວກເຂົາທົນທຸກຈາກການກິນບໍ່ໄດ້ນອນບໍ່ຫຼັບ, ທຸກໆມື້ເບິ່ງຄືວ່ານຳມາແຕ່ຄວາມໜ້າເບື່ອ ແລະ ຄວາມກະວົນກະວາຍ ແລະ ໃນຫົວໃຈຂອງພວກເຂົາ, ມັນຮູ້ສຶກຄືກັບວ່າມີບາງສິ່ງທີ່ພວກເຂົາລົ້ມເຫຼວທີ່ຈະບັນລຸ ແລະ ຍັງຮູ້ສຶກຄືກັບວ່າມີບາງສິ່ງທີ່ພວກເຂົາໄດ້ສູນເສຍໄປ. ມະນຸດສາມັນທີ່ເສື່ອມຊາມມີຄວາມສຸກທີ່ມີອຳນາດ, ແຕ່ກໍບໍ່ໄດ້ວຸ້ນວາຍໃຈຫຼາຍຈົນເກີນໄປຖ້າຂາດມັນ; ພວກເຂົາອາດຈະຮູ້ສຶກຜິດຫວັງເລັກນ້ອຍ, ແຕ່ພວກເຂົາກໍພໍໃຈທີ່ຈະເປັນຄົນສາມັນ. ຖ້າພວກຜູ້ຕໍ່ຕ້ານພຣະຄຣິສຕ້ອງກາຍເປັນຄົນສາມັນ, ພວກເຂົາກໍບໍ່ສາມາດຢູ່ລອດໄດ້, ພວກເຂົາບໍ່ສາມາດສືບຕໍ່ໄປໄດ້, ມັນຄືກັບວ່າພວກເຂົາໄດ້ສູນເສຍທິດທາງ ແລະ ຈຸດປະສົງໃນຊີວິດຂອງພວກເຂົາໄປ, ພວກເຂົາບໍ່ຮູ້ວ່າຈະສືບຕໍ່ຍ່າງໄປຕາມເສັ້ນທາງ ນັ້ນກໍຄື ຊີວິດທີ່ຢູ່ຂ້າງໜ້າໄດ້ແນວໃດ. ພວກເຂົາຮູ້ສຶກວ່າ ມີພຽງແຕ່ການມີສະຖານະເທົ່ານັ້ນ ຊີວິດຂອງພວກເຂົາຈຶ່ງຈະເຕັມໄປດ້ວຍແສງສະຫວ່າງ, ມີພຽງແຕ່ການມີສະຖານະ ແລະ ອຳນາດເທົ່ານັ້ນ ມັນຈຶ່ງຈະເຮັດໃຫ້ຊີວິດມີສະຫງ່າລາສີ, ສະຫງົບສຸກ ແລະ ມີຄວາມສຸກ. ສິ່ງນີ້ບໍ່ແຕກຕ່າງຈາກຄົນປົກກະຕິບໍ? ເມື່ອພວກເຂົາມີສະຖານະ, ພວກຕໍ່ຕ້ານພຣະຄຣິສກໍກາຍເປັນຕື່ນເຕັ້ນຜິດປົກກະຕິ. ຄົນອື່ນເຫັນສິ່ງນີ້ ແລະ ຄິດວ່າ: ເປັນຫຍັງພວກເຂົາຈຶ່ງແຕກຕ່າງຈາກແຕ່ກ່ອນ? ເປັນຫຍັງພວກເຂົາຈຶ່ງເບິ່ງສົດໃສ ແລະ ຍິ້ມແຍ້ມແຈ່ມໃສແທ້? ເປັນຫຍັງພວກເຂົາຈຶ່ງມີຄວາມສຸກແທ້? ເມື່ອສອບຖາມ, ມັນກໍປາກົດວ່າເປັນເພາະພວກເຂົາມີສະຖານະ; ພວກເຂົາມີອຳນາດ; ພວກເຂົາເປັນຜູ້ຕັດສິນໃຈເດັດຂາດ; ພວກເຂົາສາມາດສັ່ງການຜູ້ຄົນໄດ້; ພວກເຂົາສາມາດໃຊ້ອຳນາດໄດ້; ພວກເຂົາມີກຽດຕິຍົດ; ແລະ ພວກເຂົາມີຜູ້ຕິດຕາມ. ເມື່ອພວກເຂົາມີສະຖານະ ແລະ ອຳນາດ, ບາງສິ່ງບາງຢ່າງກໍປ່ຽນແປງໄປໃນສະພາບຈິດໃຈຂອງພວກຜູ້ຕໍ່ຕ້ານພຣະຄຣິສ.

ຄວາມປາຖະໜາໃນອຳນາດຂອງພວກຜູ້ຕໍ່ຕ້ານພຣະຄຣິສບົ່ງບອກວ່າ ແກ່ນແທ້ຂອງພວກເຂົາບໍ່ແມ່ນເລື່ອງສາມັນ; ມັນບໍ່ແມ່ນອຸປະນິໄສສາມັນທີ່ເສື່ອມຊາມ. ດັ່ງນັ້ນ, ບໍ່ວ່າພວກເຂົາຈະຢູ່ທ່າມກາງໃຜກໍຕາມ, ພວກຜູ້ຕໍ່ຕ້ານພຣະຄຣິສກໍຈະພະຍາຍາມ ແລະ ຊອກຫາວິທີທີ່ຈະໂດດເດັ່ນ, ເພື່ອໂອ້ອວດ, ເພື່ອໂຄສະນາຕົນເອງ, ເພື່ອເຮັດໃຫ້ທຸກຄົນເຫັນຄຸນງາມ ແລະ ຄວາມດີຂອງພວກເຂົາ ແລະ ໃຫ້ຄວາມສົນໃຈກັບພວກເຂົາ ແລະ ເພື່ອຮັບປະກັນຕຳແໜ່ງບາງຢ່າງສຳລັບພວກເຂົາເອງໃນຄຣິສຕະຈັກ. ເມື່ອມີການເລືອກຕັ້ງໃນຄຣິສຕະຈັກ, ພວກຜູ້ຕໍ່ຕ້ານພຣະຄຣິສກໍຮູ້ສຶກວ່າໂອກາດຂອງພວກເຂົາມາຮອດແລ້ວ: ໂອກາດທີ່ຈະໂຄສະນາຕົນເອງ, ເພື່ອເຮັດໃຫ້ຄວາມປາຖະໜາຂອງພວກເຂົາກາຍເປັນຈິງ, ເພື່ອຕອບສະໜອງຄວາມປາຖະໜາຂອງພວກເຂົາແມ່ນຢູ່ທີ່ນີ້ແລ້ວ. ພວກເຂົາເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ເພື່ອໃຫ້ຖືກເລືອກຕັ້ງເປັນຜູ້ນຳ, ພວກເຂົາເຮັດທຸກຢ່າງທີ່ສາມາດເຮັດໄດ້ເພື່ອໃຫ້ໄດ້ມາເຊິ່ງອຳນາດ, ໂດຍເຊື່ອວ່າການໄດ້ຮັບອຳນາດຈະເຮັດໃຫ້ພວກເຂົາເຮັດສິ່ງຕ່າງໆໃຫ້ສຳເລັດໄດ້ງ່າຍຂຶ້ນ. ເປັນຫຍັງມັນຈຶ່ງຈະງ່າຍຂຶ້ນ? ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສບໍ່ມີອຳນາດ, ມັນອາດຈະເປັນໄປໄດ້ທີ່ເຈົ້າບໍ່ສາມາດຄົ້ນພົບຄວາມທະເຍີທະຍານ, ຄວາມປາຖະໜາ ແລະ ແກ່ນແທ້ຂອງພວກເຂົາຈາກຮູບລັກສະນະພາຍນອກຂອງພວກເຂົາ, ເພາະວ່າພວກເຂົາເຊື່ອງພວກມັນໄວ້ ແລະ ເສແສ້ງອອກມາ, ເພື່ອບໍ່ໃຫ້ເຈົ້າສາມາດເບິ່ງທະລຸພວກເຂົາໄດ້. ແຕ່ສິ່ງທຳອິດທີ່ພວກເຂົາເຮັດ ຫຼັງຈາກທີ່ພວກເຂົາໄດ້ຮັບສະຖານະ ແລະ ມີອຳນາດແມ່ນຫຍັງ? ພວກເຂົາພະຍາຍາມຄ້ຳຊູສະຖານະຂອງພວກເຂົາ, ຂະຫຍາຍ ແລະ ເຮັດໃຫ້ອຳນາດໃນມືຂອງພວກເຂົາໝັ້ນຄົງ. ແລ້ວພວກເຂົາໃຊ້ວິທີການໃດແດ່ ເພື່ອເຮັດໃຫ້ອຳນາດຂອງພວກເຂົາໝັ້ນຄົງ ແລະ ຄ້ຳຊູສະຖານະຂອງພວກເຂົາ? ພວກຜູ້ຕໍ່ຕ້ານພຣະຄຣິສມີຫຼາຍວິທີການ; ພວກເຂົາຈະບໍ່ພາດໂອກາດດັ່ງກ່າວ, ພວກເຂົາຈະບໍ່ຢູ່ເສີຍໆເມື່ອພວກເຂົາຍຶດອຳນາດໄດ້ແລ້ວ. ສຳລັບພວກເຂົາແລ້ວ, ການມາເຖິງຂອງໂອກາດດັ່ງກ່າວແມ່ນຊ່ວງເວລາແຫ່ງຄວາມສຸກອັນຍິ່ງໃຫຍ່, ພ້ອມທັງເປັນເວລາທີ່ພວກເຂົານຳເອົາເລ່ລ່ຽມຂອງພວກເຂົາມາໃຊ້ ແລະ ສະແດງຄວາມສາມາດຂອງພວກເຂົາອອກມາຢ່າງເຕັມທີ່. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສຖືກເລືອກຕັ້ງ, ກ່ອນອື່ນລາວຈະກັ່ນຕອງຄອບຄົວສາຍກົງ ແລະ ຍາດພີ່ນ້ອງຂອງລາວ, ກວດເບິ່ງວ່າມີໃຜແດ່ທີ່ກ່ຽວຂ້ອງຢ່າງໃກ້ຊິດກັບລາວ, ໃຜທີ່ປະຈົບປະແຈງລາວ, ໃຜທີ່ສະໜິດກັບລາວ ແລະ ໃຜທີ່ເຂົ້າກັບລາວໄດ້ ແລະ ລົມກັນເຂົ້າໃຈ. ລາວຍັງກວດເບິ່ງວ່າມີໃຜແດ່ທີ່ຊື່ກົງ, ໃຜທີ່ບໍ່ເຂົ້າຂ້າງລາວ, ໃຜທີ່ຈະລາຍງານລາວຖ້າລາວເຮັດບາງສິ່ງທີ່ຂັດກັບກົດລະບຽບ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າ, ຄົນເຫຼົ່ານີ້ຄືຄົນທີ່ລາວຈະກຳຈັດອອກ. ຫຼັງຈາກທີ່ກັ່ນຕອງພວກເຂົາແລ້ວ, ລາວກໍຄິດວ່າ: “ຍາດພີ່ນ້ອງຂອງຂ້ອຍສ່ວນໃຫຍ່ມີຄວາມສຳພັນທີ່ດີກັບຂ້ອຍ, ພວກເຮົາເຂົ້າກັນໄດ້, ພວກເຮົາລົມກັນເຂົ້າໃຈ; ຖ້າພວກເຂົາກາຍມາເປັນຜູ້ໃຕ້ບັງຄັບບັນຊາຂອງຂ້ອຍ ແລະ ຂ້ອຍສາມາດໃຊ້ພວກເຂົາໄດ້, ອິດທິພົນຂອງຂ້ອຍຈະບໍ່ເພີ່ມຂຶ້ນບໍ? ແລະ ສິ່ງນີ້ຈະບໍ່ເຮັດໃຫ້ສະຖານະຂອງຂ້ອຍໝັ້ນຄົງພາຍໃນຄຣິສຕະຈັກບໍ? ດັ່ງຄຳສຸພາສິດທີ່ວ່າ ‘ການສົ່ງເສີມຜູ້ທີ່ມີຄວາມສາມາດໂດຍບໍ່ຫຼີກລ່ຽງຍາດພີ່ນ້ອງ’. ເຈົ້າໜ້າທີ່ທີ່ບໍ່ມີຄວາມເຊື່ອລ້ວນແຕ່ຕ້ອງເພິ່ງພາໝູ່ເພື່ອນທີ່ສະໜິດ ແລະ ຜູ້ຮ່ວມງານຂອງພວກເຂົາເພື່ອຊ່ວຍເຫຼືອພວກເຂົາ, ຕອນນີ້ຂ້ອຍເປັນເຈົ້າໜ້າທີ່ແລ້ວ, ຂ້ອຍກໍຕ້ອງເຮັດແບບດຽວກັນ, ມັນເປັນຄວາມຄິດທີ່ດີ. ກ່ອນອື່ນ, ຂ້ອຍຕ້ອງເລື່ອນຕຳແໜ່ງຍາດພີ່ນ້ອງຂອງຂ້ອຍ. ເມຍ ແລະ ລູກໆຂອງຂ້ອຍນັ້ນແນ່ນອນຢູ່ແລ້ວ; ສິ່ງທຳອິດທີ່ຂ້ອຍຈະເຮັດກໍຄືການຈັດຫາຕຳແໜ່ງບາງຢ່າງໃຫ້ພວກເຂົາ. ເມຍຂອງຂ້ອຍຈະເຮັດຫຍັງ? ການດູແລເຄື່ອງຖວາຍໃນຄຣິສຕະຈັກເປັນບົດບາດທີ່ຈຳເປັນ ແລະ ສຳຄັນ, ອຳນາດທາງການເງິນຕ້ອງຢູ່ໃນມືຂອງພວກເຮົາ, ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ຂ້ອຍຈຶ່ງຈະສາມາດໃຊ້ຈ່າຍເງິນໄດ້ຢ່າງອິດສະຫຼະ ແລະ ງ່າຍດາຍ. ເງິນນີ້ບໍ່ສາມາດເອົາໄປໄວ້ໃນມືຂອງຄົນພາຍນອກໄດ້; ຖ້າເຮັດແນວນັ້ນ, ໃນທີ່ສຸດມັນກໍຈະເປັນຂອງພວກເຂົາ ແລະ ການໃຊ້ຈ່າຍກໍຈະຖືກຕິດຕາມກວດກາ ແລະ ຄວບຄຸມ ເຊິ່ງບໍ່ສະດວກ. ຄົນທີ່ຈັດການບັນຊີໃນປັດຈຸບັນຢູ່ຂ້າງຂ້ອຍບໍ? ພວກເຂົາເບິ່ງຄືວ່າປົກກະຕິຢູ່ພາຍນອກ, ແຕ່ໃຜຈະຮູ້ວ່າພວກເຂົາກຳລັງຄິດຫຍັງຢູ່ພາຍໃນ. ບໍ່ໄດ້, ຂ້ອຍຕ້ອງຫາວິທີປ່ຽນແທນພວກເຂົາ ແລະ ໃຫ້ເມຍຂອງຂ້ອຍຈັດການບັນຊີ”. ຜູ້ຕໍ່ຕ້ານພຣະຄຣິສປຶກສາຫາລືເລື່ອງນີ້ກັບເມຍຂອງລາວ, ເຊິ່ງເວົ້າວ່າ “ນີ້ມັນດີຫຼາຍ! ຕອນນີ້ເຈົ້າເປັນຜູ້ນຳຄຣິສຕະຈັກແລ້ວ, ເຈົ້າເປັນຜູ້ຕັດສິນໃຈຂັ້ນເດັດຂາດກ່ຽວກັບເຄື່ອງຖວາຍຂອງຄຣິສຕະຈັກ, ແມ່ນບໍ? ເຈົ້າເປັນຜູ້ຕັດສິນໃຈວ່າໃຜເປັນຜູ້ຮັບຜິດຊອບພວກມັນ”. ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ: “ແຕ່ໃນຕອນນີ້, ຍັງບໍ່ມີວິທີທີ່ດີໃນການກຳຈັດຄົນທີ່ຈັດການບັນຊີໃນປັດຈຸບັນອອກໄປ”. ເມຍຂອງລາວຄິດຢູ່ບຶດໜຶ່ງ ແລະ ເວົ້າວ່າ: “ນັ້ນຈະບໍ່ເປັນເລື່ອງງ່າຍບໍ? ບອກວ່າພວກເຂົາເຮັດວຽກນີ້ມາດົນເກີນໄປແລ້ວ. ນັ້ນເປັນສິ່ງທີ່ບໍ່ດີ; ອາດຈະມີໜີ້ເສຍ, ບັນຊີທີ່ຫຍຸ້ງເຫຍີງ ຫຼື ເຫດການການສໍ້ໂກງ. ຄວາມຜິດພາດເກີດຂຶ້ນໄດ້ງ່າຍເມື່ອຄົນໃດຄົນໜຶ່ງໄດ້ຮັບການມອບໝາຍໃຫ້ເຮັດບາງສິ່ງບາງຢ່າງເປັນເວລາດົນ; ເມື່ອເວລາຜ່ານໄປ, ພວກເຂົາກໍຮູ້ສຶກວ່າພວກເຂົາມີຕົ້ນທຶນ ແລະ ເຊົາຟັງຄົນອື່ນ. ຍິ່ງໄປກວ່ານັ້ນ, ຄົນທີ່ຈັດການບັນຊີກໍຂ້ອນຂ້າງເຖົ້າແລ້ວ, ພວກເຂົາສັບສົນໄດ້ງ່າຍ ແລະ ມັກຈະລືມສິ່ງຕ່າງໆ. ຖ້າມີການເບິ່ງຂ້າມໃດໆ ມັນກໍຈະນຳໄປສູ່ຄວາມສູນເສຍ. ມັນເປັນບົດບາດທີ່ສຳຄັນຫຼາຍ, ພວກເຂົາຕ້ອງຖືກປ່ຽນແທນ”. ແລ້ວໃຜຄວນເປັນຄົນເວົ້າວ່າພວກເຂົາຕ້ອງຖືກປ່ຽນແທນ? ການເວົ້າເຖິງການປ່ຽນແທນຄົນຜູ້ນີ້ບໍ່ສາມາດອອກມາຈາກປາກຂອງລາວໃນຖານະຜູ້ນຳຄຣິສຕະຈັກໄດ້; ຕ້ອງປ່ອຍໃຫ້ອ້າຍເອື້ອຍນ້ອງເປັນຜູ້ສະເໜີເມຍຂອງຜູ້ຕໍ່ຕ້ານພຣະຄຣິສດ້ວຍຕົວພວກເຂົາເອງ. ຫຼັງຈາກທີ່ເມຍຂອງລາວເຮັດຂໍ້ສະເໜີແລ້ວ, ເຄື່ອງຖວາຍຂອງຄຣິສຕະຈັກກໍຖືກມອບໝາຍໃຫ້ລາວ. ແຕ່ຫຼັກການຂອງຄຣິສຕະຈັກກຳນົດວ່າ ການເກັບຮັກສາເຄື່ອງຖວາຍບໍ່ສາມາດເຮັດໄດ້ໂດຍຄົນດຽວ, ແຕ່ຕ້ອງເຮັດຮ່ວມກັນ, ໂດຍຄົນສອງ ຫຼື ສາມຄົນ, ເຊິ່ງຊ່ວຍຫຼີກລ່ຽງບໍ່ໃຫ້ຄົນໃດຄົນໜຶ່ງສວຍໂອກາດຈາກຊ່ອງຫວ່າງ ແລະ ສໍ້ໂກງການເງິນໃນເຮືອນຂອງພຣະເຈົ້າ. ສະນັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງແນະນຳລູກພີ່ລູກນ້ອງຂອງລາວໃຫ້ເຂົ້າຮ່ວມໃນການເກັບຮັກສາມັນ, ໂດຍເວົ້າວ່າລາວເປັນຜູ້ເຊື່ອໃນພຣະເຈົ້າມາເປັນເວລາດົນນານ, ໄດ້ຖວາຍເຄື່ອງຖວາຍຢ່າງຫຼວງຫຼາຍ, ມີຊື່ສຽງທີ່ດີ ແລະ ສາມາດໄວ້ວາງໃຈໄດ້. ທຸກຄົນເວົ້າວ່າ “ທັງສອງຄົນນີ້ລ້ວນແຕ່ເປັນຍາດພີ່ນ້ອງຂອງເຈົ້າ. ຕ້ອງມີຄົນຈາກພາຍນອກຄອບຄົວຂອງເຈົ້າເຂົ້າມາມີສ່ວນຮ່ວມນຳ”. ສະນັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງແນະນຳເອື້ອຍອາວຸໂສທີ່ເບົາປັນຍາຄົນໜຶ່ງໃຫ້ມາຊ່ວຍຈັດການ ແລະ ຄວບຄຸມການເງິນ. ກ່ອນອື່ນ, ຜູ້ຕໍ່ຕ້ານພຣະຄຣິສນຳເອົາການເງິນມາຢູ່ພາຍໃຕ້ການຄວບຄຸມຂອງຄອບຄົວຂອງລາວ, ຫຼັງຈາກນັ້ນ ຄອບຄົວຂອງລາວກໍຄຸ້ມຄອງໂດຍສະເພາະວ່າເງິນນີ້ຖືກໃຊ້ຈ່າຍແນວໃດ ແລະ ຄວາມເປັນມາເປັນໄປສະເພາະຕ່າງໆ, ການຄວບຄຸມທັງໝົດນີ້ແມ່ນຢູ່ໃນມືຂອງລາວ.

ຫຼັງຈາກທີ່ຜູກຂາດອຳນາດທາງການເງິນ ແລະ ຄວບຄຸມຊັບສິນແລ້ວ, ຜູ້ຕໍ່ຕ້ານພຣະຄຣິສໄດ້ບັນລຸເປົ້າໝາຍຂອງລາວແລ້ວບໍ? ຍັງບໍ່ທັນບັນລຸ. ສິ່ງທີ່ສຳຄັນທີ່ສຸດຄືການຄວບຄຸມຜູ້ຮັບຜິດຊອບວຽກງານຕ່າງໆຂອງຄຣິສຕະຈັກ, ເຮັດໃຫ້ພວກເຂົາມາຢູ່ຂ້າງລາວ ແລະ ເປັນຜູ້ຕັດສິນໃຈເດັດຂາດ. ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກວ່ານີ້ຄືສິ່ງທີ່ສຳຄັນທີ່ສຸດ; ມັນກ່ຽວຂ້ອງກັບວ່າຜູ້ຄົນໃນແຕ່ລະທີມທີ່ຢູ່ຂັ້ນລຸ່ມຈະເຮັດຕາມທີ່ລາວເວົ້າ ຫຼື ບໍ່ ແລະ ອຳນາດຂອງລາວຈະເຈາະເລິກໄປເຖິງຂັ້ນລຸ່ມສຸດ ຫຼື ບໍ່. ແລ້ວລາວເຮັດສິ່ງນີ້ແນວໃດ? ລາວແນະນໍາການປະຕິຮູບເປັນວົງກວ້າງ. ກ່ອນອື່ນ, ລາວໂອ້ລົມ ແລະ ເວົ້າວ່າວຽກງານຂອງແຕ່ລະທີມມີສິ່ງນີ້ສິ່ງນັ້ນຜິດປົກກະຕິ. ຕົວຢ່າງ: ມີບັນຫາບາງຢ່າງເກີດຂຶ້ນກັບທີມງານວິດີໂອ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍເວົ້າວ່າ “ບັນຫາເຫຼົ່ານີ້ເກີດຈາກຜູ້ດູແລຄວບຄຸມ. ການເບິ່ງຂ້າມອັນໃຫຍ່ຫຼວງເຫຼົ່ານີ້ໃນວຽກງານຂອງພວກເຂົາ ແລະ ບັນຫາອັນໃຫຍ່ຫຼວງທີ່ພວກເຂົາກໍ່ໃຫ້ເກີດຂຶ້ນນັ້ນເປັນສິ່ງພິສູດວ່າຜູ້ດູແລຄວບຄຸມບໍ່ໄດ້ມາດຕະຖານ ແລະ ຄວນຖືກປ່ຽນແທນ; ຖ້າພວກເຂົາບໍ່ຖືກປ່ຽນແທນ, ວຽກງານນີ້ກໍບໍ່ສາມາດເຮັດໄດ້ຢ່າງເໝາະສົມ. ສະນັ້ນ, ໃຜຈະມາປ່ຽນແທນພວກເຂົາ? ພວກເຈົ້າມີໃຜຢູ່ໃນໃຈແລ້ວບໍ, ມີຜູ້ສະໝັກແດ່ບໍ? ໃຜເກັ່ງທີ່ສຸດໃນສິ່ງທີ່ພວກເຂົາເຮັດໃນທີມ?” ທຸກຄົນຄິດກ່ຽວກັບເລື່ອງນີ້ ແລະ ມີຄົນເວົ້າວ່າ “ມີອ້າຍນ້ອງຄົນໜຶ່ງທີ່ເກັ່ງຫຼາຍ, ແຕ່ຂ້ອຍບໍ່ຮູ້ວ່າລາວເໝາະສົມ ຫຼື ບໍ່”. ຜູ້ຕໍ່ຕ້ານພຣະຄຣິສຕອບວ່າ: “ຖ້າເຈົ້າບໍ່ຮູ້, ລາວກໍບໍ່ສາມາດຖືກເລືອກໄດ້. ຂ້ອຍຈະແນະນຳຄົນໜຶ່ງໃຫ້ພວກເຈົ້າ. ລູກຊາຍຂອງຂ້ອຍ, ລາວອາຍຸ 25 ປີ ແລະ ຈົບການສຶກສາດ້ານວິທະຍາສາດຄອມພິວເຕີ, ລາວຮຽນຈົບເອກດ້ານການສ້າງເອັບເຟັກພິເສດ ແລະ ການຜະລິດວິດີໂອ. ລາວເປັນຜູ້ເຊື່ອໃໝ່ໃນພະເຈົ້າ ແລະ ບໍ່ໄລ່ຕາມຄວາມຈິງຫຼາຍ, ແຕ່ທັກສະທາງດ້ານວິຊາຊີບຂອງລາວດີກວ່າພວກເຈົ້າທຸກຄົນ. ມີໃຜໃນພວກເຈົ້າເປັນມືອາຊີບບໍ?” ແລະ ທຸກຄົນກໍຕອບວ່າ “ພວກເຮົາບໍ່ແມ່ນສິ່ງທີ່ເຈົ້າເອີ້ນວ່າມືອາຊີບ, ແຕ່ພວກເຮົາໄດ້ປະຕິບັດໜ້າທີ່ຂອງຕົນມາເປັນເວລາດົນນານແລ້ວ ແລະ ເຂົ້າໃຈຫຼັກການຂອງວຽກງານນີ້ໃນເຮືອນຂອງພຣະເຈົ້າ. ລາວເຂົ້າໃຈບໍ?” “ມັນບໍ່ສຳຄັນວ່າລາວບໍ່ເຂົ້າໃຈ; ລາວສາມາດຮຽນຮູ້ໄດ້”. ສິ່ງນີ້ຟັງເບິ່ງຄືວ່າຖືກຕ້ອງສຳລັບທຸກຄົນ ແລະ ພວກເຂົາກໍເຫັນດີນຳສິ່ງທີ່ລາວເວົ້າ, ທຸກຄົນຕົກລົງທີ່ຈະເລື່ອນຕຳແໜ່ງໃຫ້ໃຜກໍຕາມທີ່ລາວມັກ ແລະ ດ້ວຍເຫດນີ້ຈຶ່ງມີອີກໜຶ່ງບົດບາດສຳຄັນທີ່ຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ. ຕໍ່ມາ ຜູ້ຕໍ່ຕ້ານພຣະຄຣິສກໍຄິດຂຶ້ນມາໄດ້ວ່າ ວຽກງານພຣະກິດຕິຄຸນນັ້ນສຳຄັນຕໍ່ເຮືອນຂອງພຣະເຈົ້າ ແລະ ຜູ້ດູແລຄວບຄຸມວຽກງານນີ້ກໍບໍ່ແມ່ນຄົນທີ່ຢູ່ຂ້າງລາວ. ພວກເຂົາຕ້ອງຖືກປ່ຽນແທນ. ຈະປ່ຽນແທນພວກເຂົາແນວໃດ? ດ້ວຍວິທີການດຽວກັນ: ການຊອກຈັບຜິດ. ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ “ຜູ້ທີ່ອາດຈະໄດ້ຂ່າວປະເສີດໃນຄັ້ງກ່ອນເປັນແນວໃດແລ້ວ?” ມີຄົນຕອບວ່າ “ຫຼັງຈາກທີ່ເຊື່ອໄດ້ໜຶ່ງເດືອນ, ພວກເຂົາກໍໄດ້ຍິນການໂຄສະນາຊວນເຊື່ອທີ່ເປັນລົບ ແລະ ເຊື່ອໃນສິ່ງນັ້ນ, ສະນັ້ນ ພວກເຂົາຈຶ່ງບໍ່ເຊື່ອອີກຕໍ່ໄປ”. ຜູ້ຕໍ່ຕ້ານພຣະຄຣິສຖາມວ່າ “ພວກເຂົາເຊົາເຊື່ອແບບນັ້ນໄດ້ແນວໃດ? ມັນເປັນເພາະພວກເຈົ້າບໍ່ໄດ້ໂອ້ລົມຄວາມຈິງກ່ຽວກັບວິໄສທັດຢ່າງຊັດເຈນບໍ? ຫຼື ເປັນເພາະພວກເຈົ້າຂີ້ຄ້ານ ຫຼື ພວກເຈົ້າຢ້ານກົວຕໍ່ສະພາບແວດລ້ອມທາງລົບ ແລະ ຢ້ານທີ່ຈະເຮັດໃຫ້ຕົນເອງຕົກຢູ່ໃນອັນຕະລາຍ, ສະນັ້ນ ພວກເຈົ້າຈຶ່ງບໍ່ໄດ້ໂອ້ລົມສິ່ງຕ່າງໆຢ່າງຊັດເຈນບໍ? ຫຼື ເປັນເພາະພວກເຈົ້າບໍ່ໄດ້ໃສ່ໃຈພວກເຂົາໃນທັນທີບໍ? ຫຼື ພວກເຈົ້າລົ້ມເຫຼວທີ່ຈະຊ່ວຍພວກເຂົາແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາບໍ?” ລາວຕັ້ງຄຳຖາມຫຼາຍຢ່າງຕິດຕໍ່ກັນ. ແລະ ບໍ່ວ່າຄົນອື່ນຈະຕອບແນວໃດ ຫຼື ພວກເຂົາຈະໃຫ້ຄຳອະທິບາຍແນວໃດກໍຕາມ, ມັນກໍບໍ່ມີຄວາມໝາຍຫຍັງ; ຜູ້ຕໍ່ຕ້ານພຣະຄຣິສຢືນຢັນວ່າຜູ້ດູແລຄວບຄຸມຂອງທີມງານຂ່າວປະເສີດມີບັນຫາຫຼາຍເກີນໄປ, ຄວາມຜິດຂອງພວກເຂົາຮ້າຍແຮງເກີນໄປ, ພວກເຂົາບໍ່ມີຄວາມຮັບຜິດຊອບ ແລະ ບໍ່ມີຄຸນສົມບັດສຳລັບວຽກງານນີ້, ດ້ວຍເຫດນີ້ຈຶ່ງປົດພວກເຂົາອອກດ້ວຍການບັງຄັບ. ແລະ ຫຼັງຈາກທີ່ພວກເຂົາຖືກປົດອອກແລ້ວ, ຜູ້ຕໍ່ຕ້ານພຣະຄຣິສກໍເວົ້າວ່າ “ເອື້ອຍຄົນນັ້ນຄົນນີ້ເຄີຍເທດສະໜາຂ່າວປະເສີດມາກ່ອນ ແລະ ກໍມີປະສົບການຄືກັນ, ຂ້ອຍຄິດວ່າລາວໜ້າຈະເຮັດໄດ້ດີ”. ເມື່ອໄດ້ຍິນດັ່ງນີ້, ຜູ້ຄົນກໍເວົ້າວ່າ “ລາວເປັນເອື້ອຍຂອງເຈົ້າ! ລາວອາດຈະເວົ້າເກັ່ງ, ແຕ່ຄວາມເປັນມະນຸດຂອງລາວບໍ່ດີ. ລາວມີຊື່ສຽງທີ່ບໍ່ດີຫຼາຍ, ລາວບໍ່ສາມາດຖືກນຳໃຊ້ໄດ້” ແລະ ອ້າຍເອື້ອຍນ້ອງກໍບໍ່ເຫັນດີນຳ. ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ “ຖ້າພວກເຈົ້າບໍ່ເຫັນດີນໍາ ທີມງານພຣະກິດຕິຄຸນກໍຈະຖືກຍຸບ. ພວກເຈົ້າບໍ່ຕ້ອງເທດສະໜາຂ່າວປະເສີດອີກຕໍ່ໄປ, ພວກເຈົ້າບໍ່ມີຄວາມສາມາດໃນການປະຕິບັດໜ້າທີ່ນີ້ຢ່າງເໝາະສົມ. ບໍ່ດັ່ງນັ້ນກໍເລືອກຜູ້ນໍາທີມທີ່ເໝາະສົມ ແລະ ເອື້ອຍຂອງຂ້ອຍຈະເປັນຜູ້ຊ່ວຍຜູ້ນໍາທີມ!” ອ້າຍເອື້ອຍນ້ອງເລືອກຄົນໃດຄົນໜຶ່ງ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍຕົກລົງຢ່າງບໍ່ເຕັມໃຈ, ໂດຍມີເງື່ອນໄຂວ່າເອື້ອຍຂອງລາວຕ້ອງໄດ້ຮັບອະນຸຍາດໃຫ້ເປັນຜູ້ຊ່ວຍຜູ້ນໍາທີມ. ເມື່ອບັນລຸຂໍ້ຕົກລົງຮ່ວມກັນແລ້ວ, ທີມງານຂ່າວປະເສີດຈຶ່ງສາມາດຄົງຢູ່ຕໍ່ໄປໄດ້.

ບໍ່ວ່າຈະຢູ່ໃສ ຫຼື ກ່ຽວຂ້ອງກັບວຽກງານໃດກໍຕາມ, ພວກຜູ້ຕໍ່ຕ້ານພຣະຄຣິສຕ້ອງຈັດວາງຄົນສະໜິດຂອງພວກເຂົາ, ຄົນທີ່ຢູ່ຂ້າງພວກເຂົາເຂົ້າໄປ. ຫຼັງຈາກທີ່ພວກຜູ້ຕໍ່ຕ້ານພຣະຄຣິສກາຍເປັນຜູ້ນຳ ແລະ ໄດ້ຮັບສະຖານະ, ສິ່ງທຳອິດທີ່ພວກເຂົາເຮັດບໍ່ແມ່ນການກວດກາເບິ່ງວ່າສະມາຊິກຂອງແຕ່ລະທີມກຳລັງເປັນແນວໃດ ໃນການເຂົ້າສູ່ຊີວິດຂອງພວກເຂົາ ຫຼື ຊອກຫາວ່າວຽກງານຂອງພວກເຂົາເປັນແນວໃດແລ້ວ ຫຼື ຄວາມຫຍຸ້ງຍາກຕ່າງໆທີ່ພວກເຂົາພົບພໍ້ໃນວຽກງານຂອງພວກເຂົາຈະສາມາດແກ້ໄຂໄດ້ແນວໃດ ແລະ ມີບັນຫາ ຫຼື ສິ່ງທ້າທາຍທີ່ຍັງຄົງຄ້າງຢູ່ ຫຼື ບໍ່; ທາງກົງກັນຂ້າມ ພວກເຂົາພັດເບິ່ງສະຖານະການດ້ານບຸກຄະລາກອນ ແລະ ເບິ່ງວ່າໃຜເປັນຫົວໜ້າຂອງແຕ່ລະທີມ, ໃຜທີ່ຕໍ່ຕ້ານພວກເຂົາໃນແຕ່ລະທີມ ແລະ ຄົນໃດທີ່ຈະເປັນໄພຄຸກຄາມຕໍ່ສະຖານະຂອງພວກເຂົາໃນອະນາຄົດ. ພວກເຂົາຂ້ອນຂ້າງຮູ້ເລື່ອງດັ່ງກ່າວເປັນຢ່າງດີ, ແຕ່ພວກເຂົາບໍ່ເຄີຍຖາມກ່ຽວກັບສະຖານະການວຽກງານຂອງຄຣິສຕະຈັກເລີຍ. ພວກເຂົາບໍ່ເຄີຍຖາມກ່ຽວກັບສະພາວະຂອງອ້າຍເອື້ອຍນ້ອງ, ການເຂົ້າສູ່ຊີວິດຂອງພວກເຂົາ ຫຼື ຊີວິດຄຣິສຕະຈັກເປັນແນວໃດ ແລະ ພວກເຂົາຍິ່ງບໍ່ຢາກໃສ່ໃຈເລີຍ. ແຕ່ພວກເຂົາຮູ້ດີກ່ຽວກັບຜູ້ທີ່ຮັບຜິດຊອບແຕ່ລະທີມ: ພວກເຂົາເປັນຄົນສະໜິດຂອງຄົນເຫຼົ່ານັ້ນ ຫຼື ບໍ່, ພວກເຂົາເຂົ້າກັບຄົນເຫຼົ່ານັ້ນໄດ້ ຫຼື ບໍ່ ແລະ ພວກເຂົາເປັນໄພຄຸກຄາມຕໍ່ອຳນາດ ຫຼື ສະຖານະຂອງພວກເຂົາ ຫຼື ບໍ່. ພວກເຂົາຮູ້ລາຍລະອຽດທັງໝົດເຫຼົ່ານີ້ ແລະ ເຂົ້າໃຈພວກມັນຢ່າງຈະແຈ້ງ. ສຳລັບໃຜກໍຕາມໃນກຸ່ມທີ່ຂ້ອນຂ້າງຊື່ກົງ ແລະ ເວົ້າຄວາມຈິງ, ພວກເຂົາເຊື່ອວ່າຕ້ອງລະວັງຕົວ ແລະ ບໍ່ໃຫ້ສະຖານະໃດໆແກ່ຄົນແບບນັ້ນ; ແຕ່ພວກເຂົາພັດມັກຄົນທີ່ເກັ່ງໃນການປະຈົບປະແຈງ, ຄົນທີ່ຮູ້ວິທີເອົາອົກເອົາໃຈ, ຄົນທີ່ກ່າວຄຳເວົ້າທີ່ໜ້າຟັງ ເຊິ່ງຕອບສະໜອງຄວາມຕ້ອງການຂອງຄົນອື່ນ ແລະ ຄົນທີ່ຮູ້ຈັກສັງເກດສີໜ້າທ່າທາງເມື່ອເຮັດສິ່ງຕ່າງໆ. ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກພໍໃຈຕໍ່ພວກເຂົາ ແລະ ວາງແຜນທີ່ຈະເລື່ອນຕຳແໜ່ງໃຫ້ພວກເຂົາ ແລະ ວາງພວກເຂົາໄວ້ໃນຕຳແໜ່ງທີ່ສຳຄັນ. ພວກເຂົາເຖິງກັບຄິດຢາກພາຄົນເຫຼົ່ານັ້ນໄປນຳທຸກບ່ອນທີ່ຕົນໄປ, ໃຫ້ແນ່ໃຈວ່າພວກເຂົາຟັງຄຳເທດສະໜາຫຼາຍຂຶ້ນ ແລະ ບົ່ມເພາະພວກເຂົາໃຫ້ກາຍເປັນຄົນສະໜິດຂອງພວກເຂົາ. ສຳລັບຜູ້ທີ່ຢູ່ໃນຄຣິສຕະຈັກທີ່ໄລ່ຕາມຄວາມຈິງ, ມີຄວາມຮູ້ສຶກຍຸຕິທຳ ແລະ ກ້າເວົ້າຄວາມຈິງ, ຜູ້ທີ່ຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງຢູ່ສະເໝີ, ຜູ້ທີ່ບໍ່ຍອມກົ້ມຫົວໃຫ້ອຳນາດທີ່ຊົ່ວຊ້າ, ສະຖານະ ຫຼື ສິດອຳນາດ, ພວກເຂົາລະວັງຕົວຈາກຄົນເຫຼົ່ານັ້ນ, ລັງກຽດພວກເຂົາ, ເລືອກປະຕິບັດຕໍ່ພວກເຂົາ ແລະ ກີດກັນພວກເຂົາຢູ່ໃນໃຈ. ເຖິງຢ່າງໃດກໍຕາມ, ສຳລັບຄົນທີ່ປະຈົບປະແຈງພວກເຂົາ, ໂດຍສະເພາະສະມາຊິກຄອບຄົວຂອງພວກເຂົາ, ຍາດພີ່ນ້ອງຫ່າງໆຂອງພວກເຂົາ, ຄົນເຫຼົ່ານີ້ທີ່ສາມາດປິ່ນອ້ອມພວກເຂົາແມ່ນຖືກຖືວ່າເປັນຄົນຂອງພວກເຂົາເອງ ແລະ ຖືກປະຕິບັດຄືກັບຄອບຄົວ. ທຸກຄົນທີ່ຢູ່ພາຍໃຕ້ອຳນາດຂອງຜູ້ຕໍ່ຕ້ານພຣະຄຣິສ ຜູ້ທີ່ສາມາດປິ່ນອ້ອມພວກເຂົາ, ຮູ້ຈັກສັງເກດສີໜ້າທ່າທາງ ແລະ ຮັບເອົາການຊີ້ນຳເມື່ອພວກເຂົາເຮັດສິ່ງຕ່າງໆ ແລະ ປະຕິບັດສິ່ງຕ່າງໆຕາມຄວາມປາຖະໜາຂອງພວກເຂົາ, ຄົນເຫຼົ່ານີ້ຂາດສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນ, ຄວາມເປັນມະນຸດ ແລະ ຫົວໃຈທີ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ພວກເຂົາເປັນກຸ່ມຜູ້ບໍ່ເຊື່ອ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມທີ່ບໍ່ດີ, ຜູ້ຕໍ່ຕ້ານພຣະຄຣິສກໍບົ່ມເພາະ, ປົກປ້ອງ ແລະ ຖືວ່າພວກເຂົາເປັນຄອບຄົວຂອງພວກເຂົາເອງ, ໂດຍນຳພວກເຂົາມາຢູ່ພາຍໃຕ້ອຳນາດຂອງພວກເຂົາ, ດ້ວຍວິທີນີ້ ອານາເຂດຂອງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຖືກສ້າງຕັ້ງຂຶ້ນ.

ແລ້ວໃຜແດ່ທີ່ປະກອບເປັນອານາເຂດສ່ວນຕົວຂອງຜູ້ຕໍ່ຕ້ານພຣະຄຣິສ? ກ່ອນອື່ນໝົດ, ຜູ້ຕໍ່ຕ້ານພຣະຄຣິສແມ່ນຫົວໜ້າ, ແມ່ນຜູ້ນຳ, ແມ່ນກະສັດຜູ້ມີສິດອຳນາດເດັດຂາດ ເຊິ່ງຄຳເວົ້າຂອງລາວບໍ່ສາມາດຖືກຕັ້ງຄຳຖາມໄດ້ໃນອານາເຂດນີ້. ຜູ້ຄົນທີ່ກ່ຽວຂ້ອງກັບພວກເຂົາທາງສາຍເລືອດ, ຄອບຄົວສາຍກົງຂອງພວກເຂົາ, ຄົນສະໜິດ, ໝູ່ເພື່ອນ, ຜູ້ຕິດຕາມທີ່ຈົງຮັກພັກດີຂອງພວກເຂົາ, ຄົນອື່ນໆທີ່ຍິນດີຕິດຕາມ ແລະ ຮັບຄຳສັ່ງຈາກພວກເຂົາ ແລະ ຍັງມີຄົນອື່ນໆທີ່ຍິນດີຄົບຫາກັບພວກເຂົາ ແລະ ເຂົ້າຮ່ວມໃນການເຮັດຄວາມຊົ່ວຂອງພວກເຂົາ ແລະ ຜູ້ທີ່ຍິນດີເຮັດວຽກຢ່າງໜັກເພື່ອພວກເຂົາ, ສ່ຽງອັນຕະລາຍເພື່ອພວກເຂົາ ແລະ ອອກເຫື່ອແຮງເພື່ອພວກເຂົາ ບໍ່ວ່າການຈັດແຈງ ແລະ ກົດການປົກຄອງຂອງເຮືອນຂອງພຣະເຈົ້າຈະຖືກກຳນົດໄວ້ແນວໃດກໍຕາມ, ບໍ່ວ່າພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງຈະກ່າວແນວໃດກໍຕາມ, ຄົນເຫຼົ່ານີ້ຄືສະມາຊິກໃນອານາເຂດຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອລວມເຂົ້າກັນແລ້ວ, ພວກເຂົາຄືຜູ້ຕິດຕາມທີ່ຫົວດື້ຂອງຜູ້ຕໍ່ຕ້ານພຣະຄຣິສ. ແລ້ວສະມາຊິກທັງໝົດເຫຼົ່ານີ້ໃນອານາເຂດຂອງຜູ້ຕໍ່ຕ້ານພຣະຄຣິສເຮັດຫຍັງແດ່? ພວກເຂົາປະຕິບັດໜ້າທີ່ຂອງຕົນ ແລະ ທຸກວຽກງານຕາມກົດລະບຽບ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າບໍ? ພວກເຂົາເຮັດຕາມທີ່ພຣະເຈົ້າຮຽກຮ້ອງ ແລະ ປະຕິບັດຕໍ່ພຣະທຳຂອງພຣະອົງ ແລະ ຄວາມຈິງວ່າເປັນສິ່ງສູງສຸດຂອງຫຼັກການທັງໝົດບໍ? (ບໍ່). ເມື່ອຄົນແບບນັ້ນມີຢູ່ໃນຄຣິສຕະຈັກ, ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າຈະສາມາດດຳເນີນໄປໄດ້ໂດຍປາສະຈາກການຂັດຂວາງບໍ? ບໍ່ພຽງແຕ່ພວກມັນບໍ່ສາມາດດຳເນີນໄປໄດ້ເທົ່ານັ້ນ, ແຕ່ຍ້ອນການລົບກວນ, ການເຮັດໃຫ້ຫຼົງຜິດ ແລະ ການທຳລາຍຂອງກຸ່ມຜູ້ຕໍ່ຕ້ານພຣະຄຣິສ, ພຣະທຳຂອງພຣະເຈົ້າ, ຄວາມຈິງທີ່ພຣະອົງສະແດງອອກ ແລະ ຂໍ້ຮຽກຮ້ອງທີ່ພຣະອົງມີຕໍ່ຜູ້ຄົນຈຶ່ງບໍ່ສາມາດປາກົດຜົນເປັນຈິງໃນຄຣິສຕະຈັກໄດ້; ພວກມັນບໍ່ສາມາດຖືກຈັດຕັ້ງປະຕິບັດໄດ້. ເມື່ອອານາເຂດຂອງຜູ້ຕໍ່ຕ້ານພຣະຄຣິສມີຢູ່, ປະຊາກອນທີ່ພຣະເຈົ້າເລືອກບໍ່ສາມາດມີຊີວິດຄຣິສຕະຈັກທີ່ປົກກະຕິໄດ້ ແລະ ພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ຕາມປົກກະຕິ, ແຮງໄກທີ່ພວກເຂົາຈະສາມາດເຮັດສິ່ງຕ່າງໆໃຫ້ສອດຄ່ອງກັບຫຼັກການຄວາມຈິງໄດ້; ທຸກວຽກງານໃນຄຣິສຕະຈັກແມ່ນຖືກຄວບຄຸມໂດຍຜູ້ຕໍ່ຕ້ານພຣະຄຣິສ. ໃນກໍລະນີທີ່ເບົາກວ່ານີ້, ການລົບກວນຂອງຜູ້ຕໍ່ຕ້ານພຣະຄຣິສກໍ່ໃຫ້ເກີດຄວາມວຸ້ນວາຍ, ຜູ້ຄົນຕົກຢູ່ໃນສະພາວະວິຕົກກັງວົນ, ວຽກງານບໍ່ມີຄວາມຄືບໜ້າ ແລະ ຜູ້ຄົນບໍ່ຮູ້ວິທີເຮັດວຽກຂອງພວກເຂົາໃຫ້ດີ ຫຼື ປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມ; ທຸກສິ່ງຕົກຢູ່ໃນຄວາມວຸ້ນວາຍ. ໃນກໍລະນີທີ່ຮ້າຍແຮງ, ວຽກງານທັງໝົດກໍຢຸດສະງັກ ແລະ ບໍ່ມີໃຜສະແດງຄວາມຫ່ວງໃຍ ຫຼື ໃສ່ໃຈ. ເຖິງແມ່ນວ່າມີສອງສາມຄົນສາມາດບອກໄດ້ວ່າມີບັນຫາ, ພວກເຂົາກໍບໍ່ສາມາດແຍກແຍະໄດ້ວ່າບັນຫານີ້ເກີດຈາກຜູ້ຕໍ່ຕ້ານພຣະຄຣິສ; ພວກເຂົາເອງກໍຖືກລົບກວນ ແລະ ເຮັດໃຫ້ສັບສົນໂດຍຜູ້ຕໍ່ຕ້ານພຣະຄຣິສເຊັ່ນກັນ, ໂດຍບໍ່ຮູ້ວ່າໃຜຖືກ ຫຼື ໃຜຜິດ; ເຖິງແມ່ນວ່າມີບາງຄົນທີ່ສາມາດສັງເກດເຫັນບັນຫາບາງຢ່າງ ແລະ ຕ້ອງການເວົ້າອອກມາ ຫຼື ຮັບຜິດຊອບວຽກງານ, ພວກເຂົາກໍບໍ່ສາມາດແບກຮັບວຽກງານນັ້ນໄດ້. ຜູ້ຕໍ່ຕ້ານພຣະຄຣິສກົດຂີ່ໃຜກໍຕາມທີ່ພະຍາຍາມເປີດໂປງພວກເຂົາ ຫຼື ມີຄວາມຮູ້ສຶກຍຸຕິທຳ ແລະ ພະຍາຍາມຮັບຜິດຊອບວຽກງານນັ້ນດ້ວຍຕົນເອງ. ແລ້ວພວກເຂົາກົດຂີ່ຄົນເຫຼົ່ານັ້ນຮ້າຍແຮງສໍ່າໃດ? ຖ້າເຈົ້າບໍ່ກ້າສົ່ງສຽງ, ຖ້າເຈົ້າຂໍຄວາມເມດຕາ, ຖ້າເຈົ້າບໍ່ກ້າແຈ້ງກ່ຽວກັບພວກເຂົາ, ຖ້າເຈົ້າບໍ່ກ້າລາຍງານພວກເຂົາຕໍ່ລະດັບທີ່ຢູ່ສູງກວ່າ ຫຼື ຍົກບັນຫາກ່ຽວກັບວຽກງານຂອງພວກເຂົາຂຶ້ນມາ ຫຼື ໂອ້ລົມຄວາມຈິງ ຫຼື ເວົ້າຄຳວ່າ “ພຣະເຈົ້າ”, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຈະປ່ອຍເຈົ້າໄປ. ຖ້າເຈົ້າຍຶດໝັ້ນໃນຫຼັກການ ແລະ ເປີດໂປງພວກເຂົາ, ພວກເຂົາຈະເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອທໍລະມານເຈົ້າ, ພວກເຂົາຈະໃຊ້ທຸກວິທີທາງເພື່ອກ່າວໂທດ ແລະ ກົດຂີ່ເຈົ້າ ແລະ ເຖິງກັບຈະປຸກປັ່ນສະມາຊິກໃນອານາເຂດຂອງພວກເຂົາ, ຮ່ວມກັບຄົນອື່ນໆທີ່ບໍ່ມີຈຸດຢືນ ແລະ ຄົນເຫຼົ່ານັ້ນທີ່ຂີ້ຢ້ານ, ຕາຂາວ ແລະ ຢ້ານກົວຕໍ່ກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິສ ໃຫ້ປະຕິເສດ ແລະ ກົດຂີ່ເຈົ້າ. ໃນທີ່ສຸດ, ບາງຄົນທີ່ມີຄວາມເຊື່ອ ແລະ ວຸດທິພາວະເລັກນ້ອຍກໍຈະຖືກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຄຸເຂົ່າລົງ. ແລ້ວສິ່ງນີ້ກໍເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສມີຄວາມສຸກ; ພວກເຂົາໄດ້ບັນລຸເປົ້າໝາຍຂອງພວກເຂົາແລ້ວ. ຫຼັງຈາກທີ່ພວກເຂົາມີອຳນາດ, ເພື່ອຜູກຂາດອຳນາດນີ້ ແລະ ເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ, ພວກເຂົາບໍ່ພຽງແຕ່ມອບວຽກງານທີ່ສຳຄັນທັງໝົດໃນຄຣິສຕະຈັກໃຫ້ແກ່ຍາດພີ່ນ້ອງຂອງພວກເຂົາ ແລະ ໃຫ້ແກ່ຜູ້ທີ່ມີຄວາມສຳພັນທີ່ດີກັບພວກເຂົາເທົ່ານັ້ນ, ແຕ່ໃນຂະນະດຽວກັນກໍຍັງຮັບສະໝັກຄົນອື່ນໆທີ່ບໍ່ມີຄວາມກ່ຽວຂ້ອງກັບພວກເຂົາ ໃຫ້ມາຮັບໃຊ້ ແລະ ເຮັດວຽກຢ່າງໜັກເພື່ອພວກເຂົາ, ຈຸດປະສົງກໍເພື່ອຮັກສາສະຖານະຂອງພວກເຂົາໄວ້ໃນອະນາຄົດ, ເພື່ອໃຫ້ມີອຳນາດຢູ່ໃນມືຂອງພວກເຂົາສະເໝີ. ໃນຄວາມຄິດຂອງພວກເຂົາ, ຍິ່ງມີຄົນຢູ່ໃນອານາເຂດຂອງພວກເຂົາຫຼາຍເທົ່າໃດ, ອິດທິພົນຂອງພວກເຂົາກໍຍິ່ງໃຫຍ່ຂຶ້ນເທົ່ານັ້ນ ແລະ ອຳນາດຂອງພວກເຂົາກໍຍິ່ງຫຼາຍຂຶ້ນເທົ່ານັ້ນ. ແລ້ວຍິ່ງພວກເຂົາມີອຳນາດຫຼາຍເທົ່າໃດ, ຜູ້ທີ່ສາມາດຕໍ່ຕ້ານພວກເຂົາ, ຜູ້ທີ່ສາມາດປະຕິເສດ ແລະ ຜູ້ທີ່ກ້າເປີດໂປງພວກເຂົາ ກໍຍິ່ງຢ້ານກົວພວກເຂົາຫຼາຍຂຶ້ນເທົ່ານັ້ນ. ຄົນແບບນັ້ນກໍຍິ່ງຫາຍາກຂຶ້ນເລື້ອຍໆເຊັ່ນກັນ. ຍິ່ງຜູ້ຄົນຢ້ານກົວພວກເຂົາຫຼາຍເທົ່າໃດ, ພວກເຂົາກໍຍິ່ງມີຕົ້ນທຶນທີ່ຈະຍາດແຍ່ງກັບເຮືອນຂອງພຣະເຈົ້າ ແລະ ພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ; ພວກເຂົາບໍ່ຢ້ານກົວພຣະເຈົ້າອີກຕໍ່ໄປ ແລະ ບໍ່ຢ້ານທີ່ຈະຖືກຈັດການໂດຍເຮືອນຂອງພຣະເຈົ້າ. ເມື່ອຕັດສິນຈາກຄວາມປາຖະໜາໃນອຳນາດຂອງຜູ້ຕໍ່ຕ້ານພຣະຄຣິສ, ສິ່ງທີ່ພວກເຂົາເຮັດກັບອຳນາດນັ້ນ ແລະ ພຶດຕິກຳຕ່າງໆຂອງພວກເຂົາ, ໂດຍແກ່ນແທ້ແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຄືສັດຕູຂອງພຣະເຈົ້າ; ພວກເຂົາຄືຊາຕານ ແລະ ມານຮ້າຍ.

ແລ້ວຜູ້ຕໍ່ຕ້ານພຣະຄຣິສເຮັດຫຍັງຫຼັງຈາກທີ່ສ້າງຕັ້ງອານາເຂດຂອງພວກເຂົາເອງແລ້ວ? ພວກເຂົາຮ້ອນຮົນໃຈຫຼາຍກ່ຽວກັບວ່າວຽກງານພຣະກິດຕິຄຸນຂອງຄຣິສຕະຈັກເປັນແນວໃດບໍ? ພວກເຂົາໃສ່ໃຈກ່ຽວກັບມັນ ຫຼື ພວກເຂົາສອບຖາມເຖິງມັນບໍ? ພວກເຂົາພຽງແຕ່ລົງໄປກວດກາ, ເຮັດພໍເປັນພິທີ, ເຮັດແບບພໍແລ້ວມືແລ້ວຕີນດ້ວຍຄຳເວົ້າສອງສາມຄຳ ແລະ ບໍ່ມີຫຍັງອີກ. ຈຸດປະສົງຂອງການກວດກາຂອງພວກເຂົາແມ່ນຫຍັງ? ພວກເຂົາອອກເດີນທາງໄປທົ່ວເພື່ອເບິ່ງວ່າອ້າຍເອື້ອຍນ້ອງເປັນແນວໃດນັ້ນ ແມ່ນເພື່ອຈຸດປະສົງຫຍັງ? ມັນເປັນເພາະພວກເຂົາໃສ່ໃຈບໍວ່າການເຂົ້າສູ່ຊີວິດຂອງພວກເຂົາເປັນແນວໃດ? ບໍ່. ພວກເຂົາກຳລັງຊອກເບິ່ງວ່າມີໃຜພາຍໃນຂອບເຂດອິດທິພົນຂອງພວກເຂົາທີ່ມີຄວາມຕັ້ງໃຈທີ່ຈະຕໍ່ຕ້ານພວກເຂົາ ຫຼື ບໍ່, ມີໃຜທີ່ເບິ່ງພວກເຂົາດ້ວຍຄວາມສົງໄສ ຫຼື ກ້າເວົ້າຄຳວ່າ “ບໍ່” ກັບພວກເຂົາ ຫຼື ກ້າທີ່ຈະບໍ່ຍອມອ່ອນນ້ອມ ແລະ ບໍ່ເຮັດຕາມທີ່ພວກເຂົາເວົ້າ ຫຼື ບໍ່; ພວກເຂົາຕ້ອງເຫັນດ້ວຍຕາຂອງພວກເຂົາເອງ, ພວກເຂົາຕ້ອງຮັບຮູ້ສະຖານະການດ້ວຍຕົນເອງ. ນັ້ນຄືດ້ານໜຶ່ງ. ຍິ່ງໄປກວ່ານັ້ນ, ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສສ້າງຕັ້ງອານາເຂດຂອງພວກເຂົາແລ້ວ, ພວກເຂົາກໍຕັ້ງຕົນເອງເປັນກະສັດຢ່າງຊອບທຳ ແລະ ຖ້າເຈົ້າເວົ້າວ່າພວກເຂົາເປັນທໍລະລາດ, ເປັນນັກເລງປະຈຳເມືອງ ຫຼື ເປັນຫົວໜ້າໂຈນ, ພວກເຂົາກໍບໍ່ສົນໃຈ, ຕາບໃດທີ່ພວກເຂົາມີສະຖານະ ແລະ ອຳນາດ. ພາຍໃນຂອບເຂດອິດທິພົນຂອງພວກເຂົາ, ພາຍໃນອານາເຂດຂອງພວກເຂົາ, ອຳນາດທັງໝົດແມ່ນຢູ່ໃນມືຂອງພວກເຂົາ, ພວກເຂົາພຽງຜູ້ດຽວເປັນຜູ້ຕັດສິນໃຈຂັ້ນເດັດຂາດ. ໃນເວລາດຽວກັນ, ພວກເຂົາຍັງເພີດເພີນກັບການນະມັດສະການ, ການຍົກຍ້ອງ ແລະ ການນັບຖືຈາກພັກພວກຂອງພວກເຂົາ ພ້ອມທັງການປະຈົບປະແຈງ, ຄຳເວົ້າຫວານຫູ ແລະ ແມ່ນແຕ່ຄວາມຮູ້ສຶກເໜືອກວ່າ ແລະ ການປະຕິບັດທີ່ພິເສດທັງໝົດທີ່ຄົນເຫຼົ່ານັ້ນມອບໃຫ້ພວກເຂົາ. ເຈົ້າຄິດວ່າເມື່ອຜູ້ຕໍ່ຕ້ານພຣະຄຣິສຜູກຂາດອຳນາດຂອງພວກເຂົາ ມັນເປັນພຽງເພື່ອເວົ້າຈາກຕຳແໜ່ງທີ່ສູງສົ່ງບໍ? ມັນເປັນພຽງເພື່ອຕອບສະໜອງຄວາມປາຖະໜາແບບນັ້ນບໍ? ບໍ່. ພວກເຂົາຕ້ອງການບາງສິ່ງທີ່ເປັນທາດແທ້ຫຼາຍກວ່ານັ້ນ: ການປະຕິບັດທັງໝົດທີ່ມາພ້ອມກັບສະຖານະ ແລະ ອຳນາດທີ່ພວກເຂົາເພີດເພີນໃນອານາເຂດຂອງພວກເຂົາ. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສສ້າງຕັ້ງອານາເຂດຂອງພວກເຂົາແລ້ວ, ຫຼັງຈາກທີ່ພວກເຂົາມີຜູ້ຕິດຕາມທີ່ຫົວດື້ຢ່າງຍິ່ງຂອງພວກເຂົາແລ້ວ, ວັນເວລາຂອງພວກເຂົາກໍຜ່ານໄປດ້ວຍຄວາມສະດວກສະບາຍຫຼາຍກວ່າຈັກກະພັດໃນສະໄໝບູຮານ. ພວກເຂົາບໍ່ຈຳເປັນຕ້ອງເຮັດຫຍັງເລີຍ: ດ້ວຍຄຳເວົ້າພຽງຄຳດຽວ, ຄວາມປາຖະໜາຂອງພວກເຂົາກໍສຳເລັດ; ດ້ວຍຄຳເວົ້າພຽງຄຳດຽວ, ສິ່ງທີ່ພວກເຂົາຕ້ອງການກໍຖືກນຳມາໃຫ້ພວກເຂົາ. ຕົວຢ່າງ: ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ “ມື້ນີ້ອາກາດດີ; ເປັນຫຍັງຂ້ອຍຈຶ່ງຢາກກິນຊີ້ນໄກ່ຫຼາຍແທ້?” ກ່ອນທ່ຽງ, ມີຄົນເຮັດຕົ້ມໄກ່ໃຫ້ແລ້ວ. ໃນລະຫວ່າງອາຫານທ່ຽງ, ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ “ພວກເຮົາຜູ້ທີ່ເຊື່ອໃນພຣະເຈົ້າບໍ່ສາມາດດື່ມເຫຼົ້າໄດ້, ແຕ່ເຄື່ອງດື່ມຈັກຈອກຈະເປັນແນວໃດ?” ເມື່ອໄດ້ຍິນຄຳເວົ້າຂອງຜູ້ນຳຂອງພວກເຂົາ, ຜູ້ຕິດຕາມຂອງຜູ້ຕໍ່ຕ້ານພຣະຄຣິສກໍໃຫ້ຄົນຟ້າວໄປຊື້ເຄື່ອງດື່ມ. ລາວບໍ່ໄດ້ທຸກສິ່ງທີ່ລາວຕ້ອງການບໍ? ລາວພຽງແຕ່ຍື່ນມືຂອງລາວອອກໄປ, ອ້າປາກຂອງລາວ ແລ້ວສິ່ງຕ່າງໆກໍຈະຖືກນຳມາໃຫ້ລາວ ແລະ ຄວາມປາຖະໜາທັງໝົດຂອງລາວກໍກາຍເປັນຈິງ. ວັນເວລາຂອງລາວຜ່ານໄປດ້ວຍຄວາມສະດວກສະບາຍຢ່າງຍິ່ງ. ຈາກນັ້ນ ຜູ້ຕໍ່ຕ້ານພຣະຄຣິສກໍເວົ້າວ່າ “ມື້ນີ້ອາກາດໜາວ. ເສື້ອກັນໜາວຂອງປີກາຍນີ້ຖືກແມງໄມ້ກັດຈົນເປັນຮູ, ມັນເບິ່ງບໍ່ຈົບບໍ່ງາມເມື່ອຂ້ອຍນຸ່ງມັນ, ມັນເບິ່ງບໍ່ດີເລີຍ. ຂ້ອຍບໍ່ຮູ້ວ່າເສື້ອກັນໜາວຂອງປີນີ້ຢູ່ໃສ”. ເມື່ອມີຄົນສະເໜີທີ່ຈະຊື້ເສື້ອກັນໜາວໃຫ້ລາວຫຼາຍຜືນ, ລາວເວົ້າວ່າພວກເຂົາບໍ່ຄວນຊື້ພວກມັນແບບມົ້ວໆ, ລາວຕ້ອງປະຕິບັດຕາມຄວາມເໝາະສົມຂອງຄວາມເປັນໄພ່ພົນ ແລະ ຕ້ອງໃຊ້ຈ່າຍເງິນຕາມຫຼັກການ. ຫຼັງຈາກທີ່ເວົ້າແບບນີ້ໄດ້ບໍ່ດົນ, ກໍມີຄົນຊື້ເສື້ອກັນໜາວໃຫ້ລາວຫຼາຍຜືນ. ຫຼັງຈາກທີ່ພວກມັນມາຮອດ, ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກວ່າຖ້າລາວບໍ່ເວົ້າຫຍັງເລີຍ, ທັງໝົດນີ້ກໍຈະຄືກັບວ່າຕັ້ງໃຈຢາກໄດ້, ສະນັ້ນ ລາວຈຶ່ງເວົ້າວ່າ: “ໃຜຊື້ເຄື່ອງເຫຼົ່ານີ້? ນີ້ບໍ່ແມ່ນການລະເມີດຫຼັກການບໍ? ນີ້ຈະບໍ່ເຮັດໃຫ້ຂ້ອຍເປັນຄົນຜິດບໍ? ໃຜຊື້ພວກມັນ? ຂ້ອຍຈະເອົາເງິນໃຫ້ພວກເຂົາ”. ລາວຂໍໃຫ້ເມຍຂອງລາວເອົາເງິນບາງສ່ວນອອກຈາກເຄື່ອງຖວາຍຂອງຄຣິສຕະຈັກກ່ອນ ແລະ ເວົ້າວ່າລາວຈະຈ່າຍຄືນໃນພາຍຫຼັງເມື່ອລາວມີເງິນ. ໃນຄວາມເປັນຈິງແລ້ວ, ລາວເວົ້າແບບນີ້ໄປຊື່ໆ; ລາວບໍ່ມີແຜນທີ່ຈະຈ່າຍຄືນເລີຍ. ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບທຸກສິ່ງທີ່ລາວປາຖະໜາຢ່າງແທ້ຈິງ, ເພີດເພີນກັບທຸກສິ່ງທີ່ກຽມພ້ອມໄວ້ແລ້ວ. ແລ້ວໃນຫົວໃຈຂອງລາວ, ລາວມີຄວາມຮູ້ສຶກຕຳນິຕົນເອງບໍຫຼັງຈາກທີ່ເພີດເພີນກັບສິ່ງເຫຼົ່ານີ້? ລາວຮູ້ສຶກຖືກກ່າວໂທດໂດຍສະຕິຮູ້ສຶກຜິດຊອບຂອງລາວບໍ? (ບໍ່). ລາວຈະຮູ້ສຶກວ່າຖືກກ່າວໂທດໄດ້ແນວໃດ? ນີ້ຄືສິ່ງທີ່ລາວກຳລັງສະແຫວງຫາຢ່າງແທ້ຈິງ, ມັນຄືສິ່ງທີ່ລາວປາຖະໜາມາທັງເວັນ ແລະ ຄືນ, ລາວຈະປະຕິເສດມັນໄດ້ແນວໃດ? ຜົນປະໂຫຍດນີ້ບໍ່ສາມາດປ່ອຍໃຫ້ເສຍໄປລ້າໆໄດ້, ຖ້າລາວບໍ່ສວຍໂອກາດຈາກມັນ ມັນກໍຈະໝົດອາຍຸ ແລະ ສູນເປົ່າ; ເມື່ອສວຍໂອກາດແລ້ວ, ລາວກໍຍັງຈະເວົ້າບາງສິ່ງທີ່ຟັງເບິ່ງດີ ເພື່ອໃຫ້ຄົນທີ່ໃຊ້ຈ່າຍເງິນນັ້ນເຮັດດ້ວຍຄວາມເຕັມໃຈ ແລະ ບໍ່ກ້າຄິດຫຍັງກ່ຽວກັບມັນ.

ໃນອານາເຂດຂອງພວກເຂົາເອງ, ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ໄດ້ຮັບການປະຕິບັດທີ່ພິເສດ ແລະ ການບໍລິການຕ່າງໆທີ່ຜູ້ໃຕ້ບັງຄັບບັນຊາຂອງພວກເຂົາມອບໃຫ້ເທົ່ານັ້ນ ແຕ່ຍັງຝຶກຝົນຜູ້ທີ່ຢູ່ໃນອານາເຂດຂອງພວກເຂົາໃຫ້ເຊື່ອຟັງພວກເຂົາຢ່າງເດັດຂາດອີກດ້ວຍ. ຕົວຢ່າງ: ຖ້າຜູ້ຕໍ່ຕ້ານພຣະຄຣິສຂໍໃຫ້ທຸກຄົນຕື່ນນອນຕອນ 5 ໂມງເຊົ້າ, ທຸກຄົນກໍຕ້ອງຕື່ນກ່ອນ 5 ໂມງເຊົ້າ. ຜູ້ທີ່ຕື່ນສວາຍຈະປະເຊີນກັບການລິຮານ, ພວກເຂົາຕ້ອງສັງເກດສີໜ້າທ່າທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນລະຫວ່າງຄາບອາຫານ, ບໍ່ມີໃຜກ້າເຂົ້າຮ່ວມໂຕະຈົນກວ່າພວກເຂົາຈະນັ່ງລົງ ແລະ ກ່ອນທີ່ພວກເຂົາຈະເລີ່ມໃຊ້ໄມ້ຖູ່ ກໍບໍ່ມີໃຜກ້າເຮັດເຊັ່ນນັ້ນ. ບໍ່ວ່າພວກເຂົາຈະຕັດສິນໃຈເຮັດຫຍັງກໍຕາມ ມັນກໍຕ້ອງຖືກເຮັດໃຫ້ສຳເລັດ; ບໍ່ວ່າພວກເຂົາຈະຕັດສິນໃຈເຮັດບາງສິ່ງແນວໃດກໍຕາມ ຄົນອື່ນກໍຕ້ອງເຮັດຕາມ ແລະ ການບໍ່ເຊື່ອຟັງແມ່ນຍອມຮັບບໍ່ໄດ້. ໃນອານາເຂດຂອງພວກເຂົາ, ພວກເຂົາຄືຜູ້ນຳ, ຄືກະສັດ ແລະ ຄຳເວົ້າຂອງພວກເຂົາຄືເດັດຂາດ, ໃຜກໍຕາມທີ່ບໍ່ປະຕິບັດຕາມຈະຖືກທໍລະມານ. ຜູ້ໃຕ້ບັງຄັບບັນຊາຂອງພວກເຂົາຖືກຝຶກຝົນໃຫ້ເຮັດຕາມຄຳສັ່ງຂອງພວກເຂົາຢ່າງບໍ່ມີຂໍ້ສົງໄສ, ບໍ່ກ້າທີ່ຈະຂັດຂືນພວກເຂົາແມ່ນແຕ່ໜ້ອຍດຽວ ແລະ ເຊື່ອວ່າບໍ່ວ່າພວກເຂົາຈະສັ່ງຫຍັງກໍຕາມລ້ວນແຕ່ມີເຫດຜົນ ແລະ ຄຸ້ມຄ່າ, ມັນຄືໜ້າທີ່ ແລະ ພັນທະຂອງພວກເຂົາ. ພາຍໃຕ້ຂໍ້ອ້າງຂອງການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງຕົນ, ຜູ້ໃຕ້ບັງຄັບບັນຊາຂອງຜູ້ຕໍ່ຕ້ານພຣະຄຣິສເຊື່ອຟັງພວກເຂົາຢ່າງບໍ່ມີຂໍ້ສົງໄສ, ທະນຸຖະໜອມພວກເຂົາໄວ້ໃນອົ້ງມືຂອງພວກເຂົາ ແລະ ປະຕິບັດຕໍ່ພວກເຂົາຄືກັບກະສັດ ແລະ ເຈົ້ານາຍຂອງພວກເຂົາ. ຖ້າໃຜມີຄວາມຄິດ ຫຼື ຄວາມຄິດເຫັນກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສ, ຖ້າພວກເຂົາມີມຸມມອງທີ່ແຕກຕ່າງຈາກຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຈະພະຍາຍາມຢ່າງສຸດຄວາມສາມາດເພື່ອໂຕ້ແຍ້ງ, ດູຖູກ, ໄຈ້ແຍກ, ຕັດສິນ, ກ່າວໂທດ ແລະ ກົດຂີ່ຄົນເຫຼົ່ານັ້ນ ໂດຍຈະຢຸດພັກກໍຕໍ່ເມື່ອຄົນຜູ້ນັ້ນເຊື່ອຟັງພວກເຂົາຢ່າງສົມບູນເທົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສຈະເລີນຮຸ່ງເຮືອງໃນອານາເຂດຂອງພວກເຂົາ ເຊິ່ງເປັນບ່ອນທີ່ສະດວກສະບາຍຢ່າງອັດສະຈັນໃຈ. ເງິນທີ່ອ້າຍເອື້ອຍນ້ອງຖວາຍລ້ວນແຕ່ຕົກເປັນຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ສິ່ງໃດກໍຕາມທີ່ຜູ້ຕໍ່ຕ້ານພຣະຄຣິສຂາດແຄນກໍຕ້ອງຖືກສະໜອງໃຫ້ໂດຍພວກເຂົາ. ອ້າຍເອື້ອຍນ້ອງຕ້ອງຕອບສະໜອງຄວາມຕ້ອງການຂອງຜູ້ຕໍ່ຕ້ານພຣະຄຣິສໂດຍທັນທີ ເພື່ອເຮັດໃຫ້ພວກເຂົາພໍໃຈ ແລະ ເຮັດໃຫ້ພວກເຂົາມີຄວາມສຸກ. ຜູ້ຕໍ່ຕ້ານພຣະຄຣິສໄດ້ຝຶກຝົນຄົນເຫຼົ່ານີ້ໃຫ້ກາຍເປັນຄືກັບທາດໂດຍພຶດຕິໄນ. ການເທດສະໜາທີ່ພວກເຂົາມັກຈະເຮັດເລື້ອຍທີ່ສຸດແມ່ນກ່ຽວກັບວິທີທີ່ພວກເຂົາທົນທຸກ ແລະ ຈົງຮັກພັກດີ, ໂດຍເນັ້ນຢ້ຳວ່າຜູ້ຄົນຄວນເຂົ້າໃຈ ແລະ ເຊື່ອຟັງພວກເຂົາແນວໃດ ເພື່ອເຮັດໃຫ້ພຣະເຈົ້າພໍພຣະໄທ ແລະ ສອດຄ່ອງກັບຫຼັກການຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສເທດສະໜາຄຳເທດສະໜາທີ່ສູງສົ່ງ, ຮ້ອງກ່າວຄຳຂວັນ ແລະ ນຳສະເໜີຫຼັກຄຳສອນທີ່ສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງມະນຸດຢ່າງສິ້ນເຊີງ ເຊິ່ງເຮັດໃຫ້ໄດ້ຮັບການເຄົາລົບບູຊາ ແລະ ການຍົກຍ້ອງຈາກຄົນອື່ນ. ໃນເວລາດຽວກັນ, ພວກເຂົາກໍຫຼີກລ່ຽງບໍ່ໃຫ້ເກີດຄວາມສົງໄສ, ຄວາມບໍ່ແນ່ໃຈ ຫຼື ການແຍກແຍະໃດໆຕໍ່ພວກເຂົາຢ່າງສຳເລັດ ແລະ ຍັງຫຼີກລ່ຽງບໍ່ໃຫ້ຜູ້ຄົນມີຄວາມຄິດທີ່ຈະເປີດໂປງ ຫຼື ແຍກແຍະພວກເຂົາ ຫຼື ມີຄວາມຄິດທີ່ຈະທໍລະຍົດຂອງພວກເຂົາເອງ. ສິ່ງນີ້ຮັບປະກັນວ່າອຳນາດຂອງພວກເຂົາຈະຄົງຢູ່ຕະຫຼອດໄປ, ມັນຈະຖືກສັງລວມໄວ້ໃນຄຣິສຕະຈັກໂດຍປາສະຈາກຕົວແປໃດໆ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຄິດໄປໄກຫຼາຍບໍ? ແລ້ວຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳທັງໝົດເຫຼົ່ານີ້ແມ່ນຫຍັງ? ຄຳດຽວຄື ອຳນາດ. ບໍ່ວ່າຈະເປັນຜູ້ທີ່ຢູ່ພາຍໃນອານາເຂດຂອງພວກເຂົາ ຫຼື ຜູ້ທີ່ຢູ່ພາຍນອກ, ບໍ່ວ່າຈະເປັນຜູ້ຕິດຕາມທີ່ຫົວດື້ຂອງພວກເຂົາ ຫຼື ອ້າຍເອື້ອຍນ້ອງທີ່ແຍກແຍະພວກເຂົາ, ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຢ້ານກົວ ແລະ ກັງວົນຫຼາຍທີ່ສຸດແມ່ນຫຍັງ? ມັນກໍຄືການທີ່ບຸກຄົນເຫຼົ່ານີ້ອາດຈະເຂົ້າໃຈຄວາມຈິງ, ມາຢູ່ຕໍ່ໜ້າພຣະເຈົ້າ, ແຍກແຍະພວກເຂົາ ແລະ ປະຕິເສດພວກເຂົາ. ນີ້ຄືສິ່ງທີ່ພວກເຂົາຢ້ານກົວຫຼາຍທີ່ສຸດ. ຫຼັງຈາກທີ່ທຸກຄົນປະຕິເສດພວກເຂົາ, ພວກເຂົາກໍຈະກາຍເປັນຜູ້ບັນຊາການທີ່ບໍ່ມີກອງທັບ, ສູນເສຍສະຖານະ ແລະ ກຽດຕິຍົດຂອງພວກເຂົາ ແລະ ຖືກຍຶດອຳນາດໄປ. ສະນັ້ນ, ພວກເຂົາຈຶ່ງເຊື່ອວ່າມີພຽງແຕ່ການເຮັດໃຫ້ອານາເຂດຂອງພວກເຂົາໝັ້ນຄົງ, ການຄວບຄຸມຜູ້ຕິດຕາມທີ່ຫົວດື້ຂອງພວກເຂົາຢ່າງໝັ້ນຄົງ, ການເຮັດໃຫ້ຜູ້ທີ່ຕິດຕາມພວກເຂົາຫຼົງຜິດ ແລະ ຄວບຄຸມພວກເຂົາຢ່າງສິ້ນເຊີງ, ການຮຸບພວກເຂົາໄວ້ໃນກຳມືຂອງພວກເຂົາຢ່າງແໜ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດສັງລວມອຳນາດຂອງພວກເຂົາໄດ້. ດ້ວຍວິທີນີ້, ພວກເຂົາຈຶ່ງຍຶດໝັ້ນຢ່າງໜັກແໜ້ນກັບການປະຕິບັດພິເສດທີ່ພວກເຂົາປາຖະໜາທີ່ຈະເພີດເພີນ ເຊິ່ງເປັນການປະຕິບັດພິເສດທີ່ອຳນາດຂອງພວກເຂົານຳມາໃຫ້ພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນມີຄວາມສະຫຼາດຫຼັກແຫຼມເປັນພິເສດໃນການປະພຶດຕົນ ແລະ ການຕິດຕໍ່ພົວພັນຂອງພວກເຂົາ, ເກັ່ງໃນການຊັກຈູງຜູ້ຄົນ. ພາຍໃນອານາເຂດທີ່ພວກເຂົາຄຸ້ມຄອງ, ມີຜູ້ທີ່ແລ່ນວຽກໃຫ້ພວກເຂົາ, ຜູ້ທີ່ສະໜອງຄວາມຕ້ອງການທາງວັດຖຸຂອງພວກເຂົາ ແລະ ຜູ້ທີ່ຮວບຮວມຂໍ້ມູນ ຫຼື ແກ້ໄຂສະຖານະການໃຫ້ພວກເຂົາ ເຊິ່ງເປັນບຸກຄົນທີ່ແຕກຕ່າງກັນຫຼາກຫຼາຍ. ພາຍໃນຂອບເຂດອິດທິພົນຂອງຜູ້ຕໍ່ຕ້ານພຣະຄຣິສ, ຖ້າບໍ່ມີໃຜທີ່ມີຄວາມສາມາດທີ່ດີ, ບໍ່ມີໃຜທີ່ໄລ່ຕາມຄວາມຈິງ ແລະ ບໍ່ມີໃຜທີ່ຍຶດໝັ້ນໃນຫຼັກການຄວາມຈິງ, ຜູ້ຕໍ່ຕ້ານພຣະຄຣິສກໍສາມາດສືບຕໍ່ຄວບຄຸມຄຣິສຕະຈັກໃນໄລຍະຍາວໄດ້ ແລະ ຜູ້ຄົນພາຍໃນຄຣິສຕະຈັກນີ້ກໍຈະຖືກກັດເຊາະ ແລະ ຖືກເຮັດໃຫ້ຫຼົງຜິດຢ່າງສິ້ນເຊີງ ຈົນເຖິງລະດັບທີ່ບໍ່ສາມາດແກ້ໄຂໄດ້. ເຖິງແມ່ນວ່າເບື້ອງເທິງຈະສົ່ງຄົນມາກວດກາວຽກງານ, ມັນກໍຈະສູນເປົ່າ. ຄຣິສຕະຈັກໄດ້ກາຍເປັນບ່ອນທີ່ບໍ່ສາມາດເຂົ້າເຖິງ ແລະ ບໍ່ສາມາດເຈາະເຂົ້າໄປໄດ້ ພາຍໃຕ້ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງເປັນປ້ອມປາການທີ່ແຂງແກ່ນຂອງພວກເຂົາ. ບໍ່ວ່າໃຜຈະເປີດໂປງ ແລະ ໄຈ້ແຍກຜູ້ຕໍ່ຕ້ານພຣະຄຣິສ ຫຼື ໃຜຈະໂອ້ລົມຫຼັກການຄວາມຈິງກໍຕາມ, ຜູ້ທີ່ຖືກເຮັດໃຫ້ຫຼົງຜິດກໍຈະບໍ່ຟັງພວກເຂົາ. ກົງກັນຂ້າມ, ພວກເຂົາຈະຢືນຢູ່ຝ່າຍຜູ້ຕໍ່ຕ້ານພຣະຄຣິສ, ຕໍ່ຕ້ານຄວາມຈິງ ແລະ ກ່າວໂທດການເປີດໂປງ ແລະ ການໄຈ້ແຍກຜູ້ຕໍ່ຕ້ານພຣະຄຣິສ.

ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ຕິດຕາມທີ່ຫົວດື້ຂອງພວກເຂົາ ແລະ ສະມາຊິກໃນອານາເຂດຂອງພວກເຂົາມັກຈະປຶກສາຫາລື ແລະ ກວດສອບເລື່ອງຕ່າງໆຂອງເຮືອນຂອງພຣະເຈົ້າຢູ່ສະເໝີ: ໃຜຖືກຍົກຍ້າຍໄປໃສ? ໃຜຖືກໄລ່ອອກແລ້ວ? ເບື້ອງເທິງໄດ້ອອກການໂອ້ລົມ ແລະ ຄຳເທດສະໜາອີກສະບັບໜຶ່ງກ່ຽວກັບການເປີດໂປງເລື່ອງນັ້ນເລື່ອງນີ້, ພວກເຮົາຄວນເຜີຍແຜ່ມັນບໍ? ແລ້ວພວກເຮົາຈະເຜີຍແຜ່ມັນແນວໃດ? ຈະເຜີຍແຜ່ໃຫ້ໃຜກ່ອນ ແລະ ໃຜຕາມຫຼັງ? ພວກເຮົາຈຳເປັນຕ້ອງເຂົ້າແຊກແຊງ ແລະ ຕັດຕໍ່ ຫຼື ແກ້ໄຂບາງຢ່າງບໍ? ຊ່ວງນີ້ໃຜໄດ້ຕິດຕໍ່ກັບຄົນພາຍນອກແດ່? ມີໃຜຖືກສົ່ງລົງມາຈາກເບື້ອງເທິງບໍ? ມີໃຜໃນພວກເຂົາໄດ້ຕິດຕໍ່ກັບຄົນຂອງພວກເຮົາທີ່ຢູ່ຂັ້ນລຸ່ມບໍ? ພວກເຂົາມັກຈະປຶກສາຫາລືເລື່ອງດັ່ງກ່າວນຳກັນເລື້ອຍໆ; ພວກເຂົາມັກຈະສົມຮູ້ຮ່ວມຄິດ ແລະ ວາງແຜນຮ່ວມກັນ, ປຶກສາຫາລືກ່ຽວກັບມາດຕະການຮັບມື, ກົນອຸບາຍ ແລະ ວິທີການເພື່ອຮັບມືກັບການຈັດແຈງວຽກງານທັງໝົດຂອງເບື້ອງເທິງ; ພ້ອມກັນນັ້ນ ພວກເຂົາກໍມັກຈະປຶກສາຫາລື ແລະ ກວດສອບສະຖານະການຂອງອ້າຍເອື້ອຍນ້ອງທີ່ຢູ່ພາຍໃຕ້ພວກເຂົາເລື້ອຍໆເຊັ່ນກັນ. ຜູ້ຕໍ່ຕ້ານພຣະຄຣິສ ແລະ ສະມາຊິກໃນອານາເຂດຂອງພວກເຂົາໃຊ້ເວລາໝົດມື້ເພື່ອສົມຮູ້ຮ່ວມຄິດກັນ ແລະ ແອບສະໜິດກັນຢ່າງລັບໆ. ເມື່ອພວກເຂົາຢູ່ຮ່ວມກັນ ພວກເຂົາບໍ່ໄດ້ໂອ້ລົມຄວາມຈິງ ຫຼື ເຈດຕະນາຂອງພຣະເຈົ້າ, ແຮງໄກທີ່ພວກເຂົາຈະໂອ້ລົມກ່ຽວກັບວຽກງານຂອງຄຣິສຕະຈັກ ຫຼື ວິທີປະຕິບັດໜ້າທີ່ຂອງຕົນ, ວິທີຊຸກຍູ້ວຽກງານຂອງຄຣິສຕະຈັກ ຫຼື ວິທີຊີ້ນຳການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າຂອງອ້າຍເອື້ອຍນ້ອງ ຫຼື ວິທີຮັບມືກັບສະຖານະການພາຍນອກ. ພວກເຂົາບໍ່ເຄີຍໂອ້ລົມກ່ຽວກັບເລື່ອງທີ່ຖືກຕ້ອງເຫຼົ່ານີ້ ແຕ່ກວດສອບເບິ່ງວ່າໃຜກຳລັງສະໜິດກັບໃຜ, ຄົນເຫຼົ່ານີ້ລົມກ່ຽວກັບໃຜເມື່ອພວກເຂົາຢູ່ຮ່ວມກັນ, ພວກເຂົາໄດ້ລົມກ່ຽວກັບຜູ້ນຳລັບຫຼັງພວກເຂົາ ຫຼື ບໍ່; ແລະ ພວກເຂົາໃສ່ໃຈວ່າຄອບຄົວຂອງໃຜລ້ຳລວຍ ແລະ ພວກເຂົາໄດ້ຖວາຍເຄື່ອງຖວາຍແລ້ວ ຫຼື ບໍ່. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາລົມກັນຢ່າງລັບໆ, ພວກເຂົາມັກຈະຕັດສິນອ້າຍເອື້ອຍນ້ອງ ແລະ ການຈັດແຈງວຽກງານຂອງເບື້ອງເທິງຢູ່ສະເໝີ, ພວກເຂົາເຮັດທຸກຢ່າງທີ່ສາມາດເຮັດໄດ້ຢູ່ສະເໝີເພື່ອຮັບມືກັບອ້າຍເອື້ອຍນ້ອງ ແລະ ເບື້ອງເທິງ. ສິ່ງທີ່ພວກເຂົາເຮັດຢ່າງລັບໆນັ້ນເປັນຕາອັບອາຍ: ຖ້າມັນບໍ່ເປັນອັນຕະລາຍຕໍ່ຄຣິສຕະຈັກ ມັນກໍເປັນອັນຕະລາຍຕໍ່ອ້າຍເອື້ອຍນ້ອງ; ພວກເຂົາມັກຈະວາງແຜນ ຫຼື ສ້າງຄວາມວຸ້ນວາຍກ່ຽວກັບອ້າຍເອື້ອຍນ້ອງທີ່ມີຂີດຄວາມສາມາດທີ່ດີ ແລະ ໄລ່ຕາມຄວາມຈິງຢູ່ສະເໝີ, ພວກເຂົາພະຍາຍາມຢູ່ສະເໝີທີ່ຈະທຳລາຍຄົນດີ ຫຼື ເຮັດໃຫ້ຊື່ສຽງຂອງພວກເຂົາເສື່ອມເສຍ. ເມື່ອໃດກໍຕາມທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງໃດໜຶ່ງ ພວກເຂົາມັກຈະປຶກສາຫາລືກັບຄົນໃນກຸ່ມຂອງພວກເຂົາຢູ່ສະເໝີ ເຊິ່ງມີກົນອຸບາຍ ແລະ ແຜນການຊົ່ວຮ້າຍກ່ຽວຂ້ອງຢູ່ບ່ອນນີ້. ບໍ່ມີຄຳເວົ້າໃດຂອງກຸ່ມຜູ້ຕໍ່ຕ້ານພຣະຄຣິສທີ່ທົນຕໍ່ການວິເຄາະໄດ້; ຖ້າມີການວິເຄາະຢ່າງລະມັດລະວັງ ກໍຈະພົບບັນຫາໃນທຸກສິ່ງເຫຼົ່ານັ້ນ. ສຳລັບຜູ້ຄົນທີ່ຢູ່ພາຍນອກອານາເຂດ ພວກເຂົາຈະປິດບັງ ແລະ ລະວັງຕົວ; ພາຍໃນອານາເຂດຂອງຜູ້ຕໍ່ຕ້ານພຣະຄຣິສ ບໍ່ມີຫຍັງທີ່ເປັນຂໍ້ຫ້າມ: ພວກເຂົາຕັດສິນອ້າຍເອື້ອຍນ້ອງ, ຕັດສິນວຽກງານຂອງເຮືອນຂອງພຣະເຈົ້າ, ຕັດສິນຜູ້ນຳຂັ້ນສູງ ແລະ ເຖິງກັບຕັດສິນພຣະເຈົ້າ. ທຸກສິ່ງເປັນເປົ້າໝາຍໄດ້ໝົດ. ແຕ່ເມື່ອມີຄົນຈາກພາຍນອກອານາເຂດຢູ່ຮ່ວມນຳ ພວກເຂົາຈະປິດບັງຄຳເວົ້າຂອງພວກເຂົາ, ເວົ້າຂາດຄວາມໝັ້ນໃຈ, ປິດບັງ ແລະ ເຖິງກັບເວົ້າເປັນພາສາລັບທີ່ຄົນພາຍນອກບໍ່ສາມາດເຂົ້າໃຈໄດ້. ພວກເຂົາມີສາຍຕາທີ່ມີຄວາມໝາຍບາງຢ່າງ, ຮອຍຍິ້ມທີ່ມີເລ່ລ່ຽມເຊິ່ງມີຄວາມໝາຍບາງຢ່າງ, ແມ່ນແຕ່ສຽງລົມອອກຈາກດັງ ແລະ ສຽງໄອກໍມີຄວາມໝາຍບາງຢ່າງ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນລະຫັດລັບຂອງພວກເຂົາ. ບາງຄັ້ງພວກເຂົາເກົາຫົວ, ບາງຄັ້ງພວກເຂົາດຶງຫູ, ບາງຄັ້ງພວກເຂົາກະທືບຕີນ, ບາງຄັ້ງພວກເຂົາຖູມືເຂົ້າກັນ; ພວກມັນລ້ວນແຕ່ມີຄວາມໝາຍບາງຢ່າງ. ສິ່ງເຫຼົ່ານີ້ຄືການສະແດງອອກທົ່ວໄປຂອງກຸ່ມຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງເປັນພຶດຕິກຳຕ່າງໆທີ່ພວກເຂົາສະແດງອອກຫຼັງຈາກທີ່ພວກເຂົາໄດ້ຜູກຂາດອຳນາດໃນຄຣິສຕະຈັກແລ້ວ. ເມື່ອຕັດສິນຈາກພຶດຕິກຳ ແລະ ການສະແດງອອກຕ່າງໆຂອງພວກເຂົາ ແລະ ໄຈ້ແຍກພວກເຂົາຈາກມຸມມອງຄວາມເປັນມະນຸດຂອງພວກເຂົາແລ້ວ ຄົນເຫຼົ່ານີ້ແມ່ນຫຍັງ? ພວກເຂົາບໍ່ແມ່ນຄົນທີ່ຫຼອກລວງ ແລະ ຊົ່ວຊ້າບໍ? (ແມ່ນແລ້ວ). ແລ້ວຄົນເຫຼົ່ານີ້ມີຄວາມຮູ້ສຶກຍຸຕິທຳບໍ? ພວກເຂົາມີສະຕິຮູ້ສຶກຜິດຊອບ ຫຼື ສິນທຳບໍ? ພວກເຂົາຊື່ສັດບໍ? ບໍ່. ຄົນເຫຼົ່ານີ້ບໍ່ມີຄວາມລະອາຍ. ພວກເຂົາບໍລິໂພກສິ່ງທີ່ອ້າຍເອື້ອຍນ້ອງຖວາຍ ແລະ ຄິດວ່າມັນເປັນສິ່ງທີ່ພວກເຂົາສົມຄວນໄດ້ຮັບ; ໃນເວລາດຽວກັນ ພວກເຂົາກໍເຮັດຕາມອຳເພີໃຈ ແລະ ອາລະວາດໃນເຮືອນຂອງພຣະເຈົ້າ ເຊິ່ງນຳເອົາອັນຕະລາຍມາສູ່ອ້າຍເອື້ອຍນ້ອງ ແລະ ພວກເຂົາບໍ່ພຽງແຕ່ອາໄສຄຣິສຕະຈັກກິນຊົ່ວຄາວເທົ່ານັ້ນ ແຕ່ເຮັດແບບນັ້ນທຸກມື້ ຈາກຮຸ່ນຄົນໜຶ່ງສູ່ອີກຮຸ່ນຄົນໜຶ່ງ. ພວກເຂົາບໍ່ແມ່ນມານຮ້າຍທີ່ກິນເນື້ອໜັງຂອງມະນຸດ ແລະ ດື່ມເລືອດມະນຸດບໍ? ພວກເຂົາບໍ່ມີຄວາມລະອາຍເລີຍ! ຜູ້ຕໍ່ຕ້ານພຣະຄຣິສ ແລະ ກຸ່ມຂອງພວກເຂົາມັກຈະປຶກສາຫາລືກ່ຽວກັບ “ວຽກງານລະດັບຊາດ” ຮ່ວມກັນຢູ່ສະເໝີ. ແຕ່ການປຶກສາຫາລືຢ່າງລັບໆຂອງພວກເຂົານັ້ນເປັນຕາໜ້າອັບອາຍບໍ? (ແມ່ນແລ້ວ). ພວກເຂົາລົມກ່ຽວກັບຫຍັງ? ພວກເຂົາໂອ້ລົມກ່ຽວກັບວຽກງານຂອງຄຣິສຕະຈັກບໍ? ພວກເຂົາຮູ້ສຶກມີພາລະຕໍ່ວຽກງານຂອງຄຣິສຕະຈັກບໍ? ໃນບາງສະຖານທີ່ ຄຣິສຕະຈັກຢູ່ພາຍໃຕ້ການຄວບຄຸມ ແລະ ອ້າຍເອື້ອຍນ້ອງກຳລັງຖືກຍ່າງຕາມ ແລະ ຖືກຕິດຕາມກວດກາໂດຍມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງກໍຄືລັດຖະບານ ແລະ ແມ່ນແຕ່ອ້າຍເອື້ອຍນ້ອງສ່ວນໃຫຍ່ກໍຖືກຈັດຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ ແລະ ປະເຊີນກັບອັນຕະລາຍຈາກການຖືກຈັບກຸມ ແລະ ຖືກຈຳຄຸກ. ພວກເຂົາໃສ່ໃຈບໍ? ພວກເຂົາພະຍາຍາມຄິດຫາວິທີປົກປ້ອງອ້າຍເອື້ອຍນ້ອງ ເພື່ອຊ່ວຍໃຫ້ພວກເຂົາຫຼີກລ່ຽງການຖືກຂົ່ມເຫັງ ແລະ ການທົນທຸກໃນຄຸກບໍ? ຢ່າງລັບໆແລ້ວ ພວກເຂົາໄດ້ປຶກສາຫາລືກ່ຽວກັບວິທີປົກປ້ອງໜັງສື, ຊັບສິນ ແລະ ອື່ນໆຂອງຄຣິສຕະຈັກ ເພື່ອປົກປ້ອງຄຣິສຕະຈັກຈາກການສູນເສຍບໍ? ຖ້າມີຢູດາປາກົດຕົວໃນຄຣິສຕະຈັກ ພວກເຂົາຈະຕອບໂຕ້ໃນທັນທີ ໂດຍຟ້າວຈັດຫາສະຖານທີ່ທີ່ປອດໄພໃຫ້ແກ່ອ້າຍເອື້ອຍນ້ອງທີ່ໄດ້ຮັບຜົນກະທົບເພື່ອປົກປ້ອງພວກເຂົາບໍ? ພວກເຂົາຈະເຮັດສິ່ງດັ່ງກ່າວບໍ? (ບໍ່). ເມື່ອຜູ້ຄົນມີອຳນາດ ພວກເຂົາສາມາດເຮັດສິ່ງທີ່ດີໄດ້ ແລະ ພວກເຂົາກໍສາມາດເຮັດສິ່ງທີ່ບໍ່ດີໄດ້ເຊັ່ນກັນ. ແລ້ວຜູ້ຕໍ່ຕ້ານພຣະຄຣິສເຮັດຫຍັງເມື່ອພວກເຂົາມີອຳນາດ? (ສິ່ງທີ່ບໍ່ດີ). ພວກເຂົາເຮັດສິ່ງທີ່ບໍ່ດີຫຍັງແດ່? (ພວກເຂົາຊອກຫາວິທີທໍລະມານໃຜກໍຕາມທີ່ບໍ່ຟັງພວກເຂົາ. ເມື່ອເຮືອນຂອງພຣະເຈົ້າສົ່ງຜູ້ນຳ ແລະ ຜູ້ເຮັດວຽກບາງຄົນມາຖາມກ່ຽວກັບວຽກງານ ພວກເຂົາກໍຈະຊອກຫາວິທີຫຼີກລ່ຽງຄົນເຫຼົ່ານັ້ນ ຫຼື ຊອກຫາວິທີເອົາປຽບ ແລະ ຕັດສິນພວກເຂົາ, ກ່າວໂທດພວກເຂົາ ແລະ ຊອກຫາເຫດຜົນເພື່ອຂັບໄລ່ພວກເຂົາໜີໄປ ເພື່ອຢຸດພວກເຂົາບໍ່ໃຫ້ຖາມກ່ຽວກັບວຽກງານ ແລະ ພົບບັນຫາກັບພວກເຂົາ). ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຮັດກົງກັນຂ້າມຢ່າງສິ້ນເຊີງ: ຍ້ອນຢ້ານວ່າອ້າຍເອື້ອຍນ້ອງຈະລາຍງານບັນຫາຂອງພວກເຂົາ ພວກເຂົາຈຶ່ງຈັບຕາເບິ່ງຜູ້ນຳທີ່ຖືກສົ່ງມາຈາກເບື້ອງເທິງ, ລ້ຽງດູພວກເຂົາດ້ວຍອາຫານ ແລະ ເຄື່ອງດື່ມທີ່ດີ ແລະ ຢຸດພວກເຂົາບໍ່ໃຫ້ຕິດຕໍ່ກັບອ້າຍເອື້ອຍນ້ອງທີ່ຢູ່ຂັ້ນລຸ່ມ. ເມື່ອຜູ້ນຳຖາມເຖິງອ້າຍເອື້ອຍນ້ອງ ພວກເຂົາກໍຕອບວ່າ “ພວກເຂົາທຸກຄົນສະບາຍດີ. ໃນຕອນນີ້ ວຽກງານພຣະກິດຕິຄຸນຂອງພວກເຮົາກຳລັງດຳເນີນໄປຢ່າງລ່ຽນໄຫຼ. ພວກເຮົາໄດ້ແກ້ໄຂບັນຫາທັງໝົດທີ່ເກີດຈາກສະພາບແວດລ້ອມທີ່ບໍ່ເອື້ອອຳນວຍ ແລະ ໄດ້ຂັບໄລ່ພວກຢູດາທີ່ຫັກຫຼັງພວກເຮົາອອກໄປແລ້ວ; ພວກເຮົາໄດ້ຈັດການກັບຜູ້ທີ່ພະຍາຍາມລົບກວນວຽກງານຂອງຄຣິສຕະຈັກ ແລະ ໄດ້ກຳຈັດພວກເຂົາອອກໄປໝົດແລ້ວ ແລະ ໜັງສືພຣະທຳຂອງພຣະເຈົ້າກໍຖືກແຈກຢາຍຕາມປົກກະຕິ. ບໍ່ມີບັນຫາໃດໆເລີຍ”. ເມື່ອເວົ້າແບບນີ້ ພວກເຂົາຍັງລາຍງານບາງສິ່ງກ່ຽວກັບຄົນອື່ນນຳອີກ. ເມື່ອເບື້ອງເທິງສົ່ງຄົນມາກວດກາພວກເຂົາ ຖ້າພວກເຂົາຄິດວ່າມີຄົນລາຍງານພວກເຂົາ ພວກເຂົາກໍຈະຕັ້ງໃຈລາຍງານບັນຫາຂອງຄົນຜູ້ນັ້ນ ເພື່ອເຮັດໃຫ້ຜູ້ນຳຂັ້ນສູງຫຼົງທິດທາງ ແລະ ເຮັດໃຫ້ພວກເຂົາຄິດວ່າຄົນທີ່ລາຍງານຜູ້ຕໍ່ຕ້ານພຣະຄຣິສນັ້ນມີບັນຫາ ເພື່ອຢຸດຜູ້ນຳບໍ່ໃຫ້ສາມາດບອກໄດ້ວ່າມີຫຍັງເກີດຂຶ້ນແທ້ກັບວຽກງານຂອງຄຣິສຕະຈັກ ແລະ ບໍ່ໃຫ້ຄົ້ນພົບບັນຫາຂອງຜູ້ຕໍ່ຕ້ານພຣະຄຣິສ ເພື່ອໃນທີ່ສຸດ ພວກເຂົາຈະບໍ່ຖືກໄລ່ອອກ ແລະ ບໍ່ຕົກຢູ່ໃນອັນຕະລາຍອີກຕໍ່ໄປ. ຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສໃນການປົກປ້ອງອານາເຂດຂອງພວກເຂົາແມ່ນເພື່ອສັງລວມອຳນາດຂອງພວກເຂົາ ແລະ ເຮັດໃຫ້ມັນມີປະສິດທິຜົນ ສະນັ້ນ ພວກເຂົາຈຶ່ງບົ່ມເພາະຜູ້ຕິດຕາມ, ລູກນ້ອງ, ຜູ້ຕິດຕາມທີ່ຫົວດື້ ແລະ ຄົນສະໜິດຈຳນວນຫຼາຍ. ຈຸດປະສົງຂອງພວກເຂົາໃນການບົ່ມເພາະຄົນເຫຼົ່ານີ້ແມ່ນເພື່ອຜູກຂາດອຳນາດຢ່າງສິ້ນເຊີງ ເພື່ອຢຸດມັນບໍ່ໃຫ້ຖືກເຮັດໃຫ້ອ່ອນແອລົງ ຫຼື ຖືກຍຶດໄປຈາກພວກເຂົາ.

ພວກຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດສ່ວນຕົວຂອງພວກເຂົາເອງ ແລະ ສິ່ງທຳອິດທີ່ພວກເຂົາເຮັດຫຼັງຈາກທີ່ຮັບຕຳແໜ່ງຜູ້ນຳກໍຄືການຜູກຂາດອຳນາດ. ພວກເຈົ້າຄິດຫາຕົວຢ່າງກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສທີ່ຜູກຂາດອຳນາດອອກບໍ? (ກ່ອນໜ້ານີ້ ມີຜູ້ນຳຄຣິສຕະຈັກຄົນໜຶ່ງທີ່ເປັນຜູ້ຕໍ່ຕ້ານພຣະຄຣິສ. ເມື່ອໃດກໍຕາມທີ່ມີຄົນຊີ້ໃຫ້ເຫັນບັນຫາຂອງລາວ ຫຼື ເປີດໂປງລາວ ລາວກໍຈະກົດຂີ່ຄົນຜູ້ນັ້ນ ແລະ ຍຶດໜັງສືພຣະທຳຂອງພຣະເຈົ້າຂອງພວກເຂົາໄປ. ຂ້ອຍໄດ້ໄປຫາກຸ່ມເຕົ້າໂຮມບາງກຸ່ມຢູ່ຄຣິສຕະຈັກຂອງລາວ ເພື່ອຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບສະຖານະການ. ຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນ ຍ້ອນຢ້ານວ່າການກະທຳທີ່ຊົ່ວຮ້າຍຂອງລາວອາດຈະຖືກເປີດເຜີຍ ຈຶ່ງພະຍາຍາມຂັບໄລ່ຂ້ອຍໜີໄປ ແລະ ສວຍໂອກາດກ່າວຫາຂ້ອຍວ່າເຂົ້າຮ່ວມການເຕົ້າໂຮມຢ່າງລັບໆໂດຍບໍ່ໄດ້ຮັບອະນຸຍາດຈາກລາວ. ຕໍ່ມາ ຜູ້ນຳຂັ້ນສູງໄດ້ສົ່ງຄົນມາກວດກາ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍໄດ້ໃສ່ຮ້າຍຂ້ອຍ, ເວົ້າບໍ່ດີກ່ຽວກັບຂ້ອຍ ແລະ ເຖິງກັບກັກບໍລິເວນຂ້ອຍໄວ້ໃນເຮືອນ ໂດຍສັ່ງບໍ່ໃຫ້ອ້າຍເອື້ອຍນ້ອງຄົບຫາກັບຂ້ອຍ. ໃນເວລານັ້ນ ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ ໂດຍການຮ່ວມມືກັບຜູ້ນຳ ແລະ ຜູ້ເຮັດວຽກຄົນໜຶ່ງ ໄດ້ຄວບຄຸມຄຣິສຕະຈັກແປດແຫ່ງ. ໃນທີ່ສຸດ ຫຼັງຈາກການໂອ້ລົມ ແລະ ການແຍກແຍະຫຼາຍເດືອນ ອ້າຍເອື້ອຍນ້ອງກໍໄດ້ເນລະເທດກຸ່ມຜູ້ຕໍ່ຕ້ານພຣະຄຣິສນີ້ອອກໄປໃນທີ່ສຸດ). ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດການ. ບໍ່ວ່າພວກເຂົາຈະເຮັດຫຍັງໃນຄຣິສຕະຈັກ ມັນກໍແນໃສ່ການກຳອຳນາດ ແລະ ຄວບຄຸມຜູ້ຄົນ. ພວກເຂົາອ່ອນໄຫວເປັນພິເສດຕໍ່ໃຜກໍຕາມທີ່ເປັນໄພຄຸກຄາມຕໍ່ສະຖານະ ແລະ ອຳນາດຂອງພວກເຂົາ. ພວກເຂົາຈັບກິ່ນເລື່ອງພວກນີ້ໄດ້ໄວຫຼາຍ ແລະ ພວກເຂົາຮັບຮູ້ໃນທັນທີວ່າເລື່ອງເຫຼົ່ານີ້ບໍ່ເປັນຜົນດີຕໍ່ພວກເຂົາ ແລະ ເປັນໄພຄຸກຄາມຕໍ່ຕຳແໜ່ງຂອງພວກເຂົາ. ນີ້ບໍ່ແມ່ນສິ່ງທີ່ຊົ່ວຊ້າບໍ? ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງອ່ອນໄຫວຕໍ່ເລື່ອງດັ່ງກ່າວຫຼາຍແທ້? ເປັນຫຍັງຄົນອື່ນຈຶ່ງບໍ່ຮັບຮູ້ມັນ? ສິ່ງນີ້ກ່ຽວຂ້ອງກັບທຳມະຊາດຂອງພວກເຂົາ; ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ສາມາດຮັບຮູ້ສິ່ງເຫຼົ່ານີ້ໄດ້. ສິ່ງນີ້ຢືນຢັນຈຸດໜຶ່ງ: ຜູ້ຕໍ່ຕ້ານພຣະຄຣິສມີແກ່ນແທ້ປະເພດນີ້. ຄວາມປາຖະໜາໃນອຳນາດຂອງພວກເຂົານັ້ນຜິດປົກກະຕິ ແລະ ພວກເຂົາມີຄວາມຢາກໄດ້ທີ່ບໍ່ຄືໃຜ. ເມື່ອມີຄົນມາທີ່ຄຣິສຕະຈັກທີ່ພວກເຂົາຮັບຜິດຊອບ ພວກເຂົາກໍຈະສຶກສາຄົນເຫຼົ່ານັ້ນ ໂດຍຄິດວ່າ “ຄົນຜູ້ນີ້ເປັນໄພຄຸກຄາມຕໍ່ສະຖານະ ແລະ ກຽດຕິຍົດຂອງຂ້ອຍບໍ? ພວກເຂົາມາທີ່ນີ້ເພື່ອເລື່ອນຕຳແໜ່ງໃຫ້ຂ້ອຍ ຫຼື ເພື່ອປົດຂ້ອຍອອກ? ພວກເຂົາມາທີ່ນີ້ເພື່ອກວດກາບັນຫາຂອງຂ້ອຍ ຫຼື ເພື່ອໂອ້ລົມກ່ຽວກັບວຽກງານຕາມປົກກະຕິ?” ກ່ອນອື່ນ ພວກເຂົາພະຍາຍາມຊອກຮູ້ກ່ຽວກັບສິ່ງເຫຼົ່ານີ້. ພວກເຂົາອ່ອນໄຫວເປັນພິເສດຕໍ່ເລື່ອງດັ່ງກ່າວ ເພາະວ່າພວກເຂົາມີຄວາມຫຼົງໄຫຼ ແລະ ຄວາມປາຖະໜາເປັນພິເສດຕໍ່ສະຖານະ ແລະ ອຳນາດ; ພວກເຂົາດຳລົງຊີວິດເພື່ອອຳນາດ ແລະ ສະຖານະ. ພວກເຂົາຄິດວ່າຖ້າພວກເຂົາສູນເສຍອຳນາດ, ມີຜູ້ຕິດຕາມໜ້ອຍລົງ ແລະ ກາຍເປັນຜູ້ບັນຊາການທີ່ບໍ່ມີກອງທັບ ຊີວິດກໍຈະສູນເສຍຄວາມໝາຍຂອງມັນໄປ. ສະນັ້ນ ກ່ຽວກັບສະຖານະ ແລະ ອຳນາດທີ່ພວກເຂົາໄດ້ຮັບມາ ບໍ່ວ່າພວກເຂົາຈະຮັບຜິດຊອບຄຣິສຕະຈັກສາມແຫ່ງ, ຄຣິສຕະຈັກຫ້າແຫ່ງ ຫຼື ຄຣິສຕະຈັກສິບແຫ່ງ ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າຍິ່ງຫຼາຍກໍຍິ່ງດີ. ພວກເຂົາຈະບໍ່ຍອມມອບອຳນາດຂອງພວກເຂົາໃຫ້ແກ່ຄົນອື່ນຢ່າງເດັດຂາດ. ພວກເຂົາຄິດວ່າມັນເປັນຂອງພວກເຂົາຢ່າງຊອບທຳ, ເປັນສິ່ງທີ່ພວກເຂົາຕໍ່ສູ້ເພື່ອໃຫ້ໄດ້ມາ, ເປັນສິ່ງທີ່ພວກເຂົາໄດ້ຮັບມາຜ່ານການປະຕິວັດ ແລະ ຍຸດທະສາດ. ຖ້າຄົນອື່ນຕ້ອງການໄດ້ມັນ ພວກເຂົາກໍຕ້ອງກຽມພ້ອມທີ່ຈະເອົາຊີວິດຂອງພວກເຂົາເຂົ້າແລກ. ມັນຄືກັບພະຍານາກໃຫຍ່ສີແດງ ຖ້າມີຄົນສະເໜີການປ່ຽນແປງທາງປະຊາທິປະໄຕເພື່ອສິ້ນສົງການປົກຄອງແບບຜະເດັດການຂອງມັນ ໂດຍຮຽກຮ້ອງໃຫ້ພັກກອມມູນິດຈັດການເລືອກຕັ້ງທີ່ເປັນທຳ ພະຍານາກໃຫຍ່ສີແດງຈະເວົ້າແນວໃດ? “ປະຊາທິປະໄຕບໍ? ເຈົ້າຈະຕ້ອງແລກມັນກັບຫົວຂອງຄົນຊາວລ້ານຄົນ! ພັກກອມມູນິດໄດ້ຮັບອຳນາດຂອງມັນມາຜ່ານເລືອດຂອງບຸກຄົນນັບບໍ່ຖ້ວນ. ຖ້າເຈົ້າຕ້ອງການຍຶດອຳນາດ ເຈົ້າກໍຈະຕ້ອງແລກມັນດ້ວຍເລືອດ ແລະ ຊີວິດຂອງຄົນຈຳນວນຫຼາຍຂະໜາດນັ້ນ!” ຜູ້ຕໍ່ຕ້ານພຣະຄຣິສກໍຄືກັນ. ຖ້າເຈົ້າຕ້ອງການໃຫ້ພວກເຂົາສະລະອຳນາດ ພຽງແຕ່ການໂອ້ລົມຄວາມຈິງເພື່ອໃຫ້ພວກເຂົາຍອມຈຳນົນນັ້ນບໍ່ພຽງພໍ; ພວກເຂົາຈະໂຕ້ແຍ້ງ ແລະ ຕໍ່ສູ້ກັບເຈົ້າ. ບໍ່ວ່າວິທີການ ຫຼື ວິທີທາງຂອງພວກເຂົາຈະໜ້າລັງກຽດສໍ່າໃດກໍຕາມ ພວກເຂົາກໍຕ້ອງປົກປ້ອງອຳນາດຂອງພວກເຂົາ. ເວັ້ນເສຍແຕ່ວ່າຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນຈະຕື່ນຂຶ້ນ ແລະ ຮ່ວມມືກັນເພື່ອເປີດໂປງ ແລະ ກຳຈັດພວກເຂົາອອກໄປ ພວກເຂົາຈະບໍ່ເຮັດແນວນັ້ນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ຊົ່ວຊ້າເກີນໄປບໍ? ສິ່ງນີ້ຢືນຢັນ ແລະ ເປັນຕົວຢ່າງໃຫ້ເຫັນເຖິງອຸປະນິໄສທີ່ຊົ່ວຊ້າ ແລະ ໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງຄົບຖ້ວນ. ບໍ່ວ່າຜູ້ທີ່ຖືກຄວບຄຸມຈະເຕັມໃຈ ຫຼື ບໍ່, ບໍ່ວ່າພວກເຂົາຈະຍອມຈຳນົນຢ່າງແທ້ຈິງ ຫຼື ບໍ່, ບໍ່ວ່າພວກເຂົາຈະເຕັມໃຈທີ່ຈະເຊື່ອຟັງ ແລະ ຕິດຕາມ ຫຼື ບໍ່ກໍຕາມ ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສົນໃຈກ່ຽວກັບສິ່ງນີ້. ພວກເຂົາໃຊ້ອຳນາດຂອງພວກເຂົາຢ່າງບັງຄັບເພື່ອກົດຂີ່ ແລະ ຄວບຄຸມຜູ້ຄົນ. ບໍ່ມີໃຜສາມາດບໍ່ເຊື່ອຟັງໄດ້: ໃຜກໍຕາມທີ່ບໍ່ຍອມຈຳນົນຈະຖືກຄວໍ້າບາດ. ຄົນເຫຼົ່ານີ້ນີ້ຄືຜູ້ຕໍ່ຕ້ານພຣະຄຣິສ.

ມື້ກີ້ນີ້ ພວກເຮົາໄດ້ໂອ້ລົມກ່ຽວກັບການປະຕິບັດ ແລະ ການສະແດງອອກສະເພາະບາງຢ່າງກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຜູກຂາດອຳນາດ. ຈາກການປະຕິບັດ ແລະ ການສະແດງອອກເຫຼົ່ານີ້ ພວກເຮົາບໍ່ສາມາດເຫັນໄດ້ບໍວ່າຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສ ແລະ ແກ່ນແທ້ທີ່ໂຫດຮ້າຍ ແລະ ຊົ່ວຊ້າ? ມີໃຜສາມາດປ່ຽນແປງພວກເຂົາໄດ້ບໍ? ບໍ່ວ່າຈະເປັນການໃຊ້ເຫດຜົນກັບພວກເຂົາ, ການໃຊ້ອາລົມເພື່ອຊັກຈູງພວກເຂົາ, ການນຳສະເໜີຄວາມຈິງໃນພຣະທຳຂອງພຣະເຈົ້າ, ການລິຮານພວກເຂົາ ຫຼື ການສະແຫວງຫາທີ່ຈະປ່ຽນແປງພວກເຂົາຜ່ານຄວາມຮູ້ສຶກທີ່ແທ້ຈິງ, ວິທີການເຫຼົ່ານີ້ສາມາດເຮັດໃຫ້ພວກເຂົາປະຖິ້ມການປະຕິບັດໃນການຜູກຂາດອຳນາດໄດ້ບໍ? (ບໍ່). ບາງຄົນເວົ້າວ່າ “ຜູ້ຕໍ່ຕ້ານພຣະຄຣິສເປັນພຽງຄົນທີ່ມີອຸປະນິໄສທີ່ເສື່ອມຊາມ. ຜູ້ຄົນມີອາລົມຂອງມະນຸດ. ຖ້າເຈົ້າໃຊ້ອາລົມເພື່ອຊັກຈູງພວກເຂົາ, ອະທິບາຍສິ່ງຕ່າງໆຢ່າງມີເຫດຜົນ ແລະ ຊີ້ແຈງຂໍ້ດີ ແລະ ຂໍ້ເສຍຢ່າງຊັດເຈນ ແລ້ວເມື່ອພວກເຂົາເຂົ້າໃຈເຫດຜົນ ພວກເຂົາກໍອາດຈະບໍ່ກະທຳໃນລັກສະນະດັ່ງກ່າວ. ພວກເຂົາອາດຈະຍອມຮັບຄວາມຜິດພາດຂອງພວກເຂົາ, ກັບໃຈ ແລະ ຢຸດຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາອາດຈະບໍ່ສ້າງຕັ້ງອານາເຂດຂອງພວກເຂົາເອງພາຍໃນເຮືອນຂອງພຣະເຈົ້າ, ຊັກຈູງຜູ້ຕິດຕາມທີ່ຫົວດື້ຂອງພວກເຂົາເອງເພື່ອຜູກຂາດອຳນາດໃນເຮືອນຂອງພຣະເຈົ້າ ແລະ ມີສ່ວນຮ່ວມໃນການກະທຳເຫຼົ່ານີ້ທີ່ບໍ່ສອດຄ່ອງກັບຄວາມເປັນມະນຸດ ແລະ ສິນທຳ”. ຜູ້ຕໍ່ຕ້ານພຣະຄຣິສສາມາດຖືກໂນ້ມນ້າວດ້ວຍວິທີນີ້ບໍ? (ບໍ່). ເຄີຍມີໃຜປ່ຽນແປງຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? ບາງຄົນເວົ້າວ່າ “ບາງທີພວກເຂົາອາດຈະບໍ່ໄດ້ຮັບການສຶກສາຢ່າງເໝາະສົມຈາກແມ່ຂອງພວກເຂົາຕັ້ງແຕ່ຍັງນ້ອຍ, ພວກເຂົາຖືກຕາມໃຈຈົນເສຍຄົນ. ຕອນນີ້ ຖ້າແມ່ຂອງພວກເຂົາລົມກັບພວກເຂົາ ຫຼື ຖ້າຄົນທີ່ມີກຽດຕິຍົດສູງສຸດໃນຄອບຄົວຂອງພວກເຂົາ ຫຼື ຄົນທີ່ເປັນຜູ້ເຊື່ອມາເປັນເວລາຫຼາຍປີທີ່ສຸດໃຫ້ເຫດຜົນກັບພວກເຂົາ ພວກເຂົາກໍອາດຈະຢຸດເຮັດສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ”. ສິ່ງນີ້ເປັນຄວາມຈິງບໍ? (ບໍ່). ເປັນຫຍັງຈຶ່ງບໍ່? (ການໃຊ້ເຫດຜົນກັບພວກເຂົານັ້ນບໍ່ໄດ້ຜົນ; ຍິ່ງເຈົ້າເວົ້າຫຼາຍເທົ່າໃດ ພວກເຂົາກໍຍິ່ງລັງກຽດມັນຫຼາຍສໍ່ານັ້ນ. ຖ້າເຈົ້າເປີດໂປງ ແລະ ລິຮານພວກເຂົາ ພວກເຂົາກໍຈະກຽດຊັງເຈົ້າ). ຖືກຕ້ອງ. ພວກເຂົາບໍ່ໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ຄວາມຈິງມາຫຼາຍພໍສົມຄວນແລ້ວບໍ? ຜູ້ຕໍ່ຕ້ານພຣະຄຣິສບາງຄົນໄດ້ເຊື່ອມາເປັນເວລາສິບ ຫຼື ຊາວປີໂດຍບໍ່ມີການປ່ຽນແປງໃດໆ. ພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າມາຂ້ອນຂ້າງຫຼາຍ ແຕ່ເປັນຫຍັງຈຶ່ງບໍ່ມີການປ່ຽນແປງໃດໆ? ມັນເປັນເພາະຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມຊົ່ວຮ້າຍ, ແມ່ນແຕ່ພຣະເຈົ້າກໍບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ ແລ້ວມະນຸດຈະສາມາດປ່ຽນແປງພວກເຂົາດ້ວຍຄວາມຮູ້ ແລະ ຫຼັກຄຳສອນພຽງເລັກນ້ອຍທີ່ພວກເຂົາມີໄດ້ແນວໃດ? ໃນສັງຄົມມະນຸດ ປະເທດຕ່າງໆມີການສຶກສາ ແລະ ມີກົດໝາຍໃນສັງຄົມ ເຊິ່ງທັງໝົດນີ້ຊຸກຍູ້ໃຫ້ຜູ້ຄົນຮຽນຮູ້ທີ່ຈະເປັນຄົນດີ ແລະ ຫຼີກລ່ຽງການກໍ່ອາຊະຍາກຳ. ແຕ່ເປັນຫຍັງມັນຈຶ່ງບໍ່ສາມາດປ່ຽນແປງຜູ້ຄົນໄດ້? ການສຶກສາແຫ່ງຊາດ ແລະ ລະບົບຕ່າງໆໄດ້ມີຜົນກະທົບທາງບວກໃດໆຕໍ່ສັງຄົມບໍ? ສິ່ງເຫຼົ່ານັ້ນທີ່ປະເທດຊາດສົ່ງເສີມມີຄວາມໝາຍສຳຄັນ ຫຼື ຄຸນຄ່າທາງການສຶກສາໃດໆສຳລັບມະນຸດຊາດບໍ? ພວກມັນມີປະສິດທິຜົນບໍ? (ບໍ່). ແມ່ນແຕ່ພະແນກກົດໝາຍຂອງແຕ່ລະປະເທດ ເຊັ່ນ: ສະຖານທີ່ດັດສ້າງເຍົາວະຊົນ ແລະ ຄຸກ ເຊິ່ງເປັນສະຖານທີ່ສູງສຸດ ແລະ ເຂັ້ມງວດທີ່ສຸດສຳລັບການລົງວິໄນຜູ້ຄົນ ສິ່ງເຫຼົ່ານີ້ໄດ້ປ່ຽນແປງແກ່ນແທ້ຂອງຜູ້ຄົນບໍ? ລອງເບິ່ງຜູ້ຂົ່ມຂືນ, ຂີ້ລັກ ແລະ ນັກເລງບາງຄົນ ພວກເຂົາເຂົ້າອອກຄຸກຫຼາຍຄັ້ງຈົນກາຍເປັນຜູ້ກະທຳຜິດຈົນເປັນນິໄສ ໃນທີ່ສຸດພວກເຂົາປ່ຽນແປງບໍ? ບໍ່ ບໍ່ມີໃຜສາມາດປ່ຽນແປງພວກເຂົາໄດ້. ແກ່ນແທ້ຂອງຄົນເຮົາບໍ່ສາມາດຖືກປ່ຽນແປງໄດ້. ເຊັ່ນດຽວກັນ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສກໍບໍ່ສາມາດປ່ຽນແປງໄດ້ຄືກັນ. ການປະຕິບັດໃນການຜູກຂາດອຳນາດເປັນຕົວແທນໃຫ້ແກ່ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ແກ່ນແທ້ນີ້ບໍ່ສາມາດປ່ຽນແປງໄດ້. ທັດສະນະຄະຕິຂອງພຣະເຈົ້າຕໍ່ຄົນປະເພດທີ່ບໍ່ສາມາດປ່ຽນແປງໄດ້ນີ້ແມ່ນຫຍັງ? ມັນແມ່ນການເຮັດຈົນສຸດຄວາມສາມາດຂອງພຣະອົງເພື່ອປ່ຽນແປງ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ ແລ້ວຈາກນັ້ນກໍບັນລຸການປ່ຽນແປງໃນທຳມະຊາດຂອງພວກເຂົາບໍ? ພຣະເຈົ້າປະຕິບັດພາລະກິດນີ້ບໍ? (ບໍ່). ຕອນນີ້ພວກເຈົ້າເຂົ້າໃຈແລ້ວວ່າພຣະເຈົ້າບໍ່ໄດ້ປະຕິບັດພາລະກິດປະເພດນີ້ ແລ້ວພວກເຈົ້າຄວນຈັດການກັບຜູ້ຕໍ່ຕ້ານພຣະຄຣິສແນວໃດ? (ປະຕິເສດພວກເຂົາ). ກ່ອນອື່ນ ແຍກແຍະ ແລະ ໄຈ້ແຍກ; ຫຼັງຈາກທີ່ເຈົ້າເບິ່ງພວກເຂົາອອກແລ້ວ ກໍຈົ່ງປະຕິເສດພວກເຂົາ. ຢ່າປະຕິເສດໃຜຄົນໜຶ່ງພຽງແຕ່ອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງເຈົ້າ ໂດຍຄິດວ່າພວກເຂົາອວດດີ ແລະ ຖືວ່າຕົນເອງຊອບທຳ ແລະ ຄືກັບຜູ້ຕໍ່ຕ້ານພຣະຄຣິສ. ສິ່ງນີ້ໃຊ້ບໍ່ໄດ້; ເຈົ້າບໍ່ສາມາດຕາບອດໄດ້. ຜ່ານການຕິດຕໍ່ພົວພັນ, ການກວດສອບ ແລະ ການແຍກແຍະ ຈົ່ງຄ່ອຍໆກຳນົດ ແລະ ຢືນຢັນວ່າຄົນໆໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິສ. ກ່ອນອື່ນ ໃຫ້ໂອ້ລົມ ແລະ ໄຈ້ແຍກພວກເຂົາໃຫ້ທຸກຄົນຟັງ, ແຍກແຍະພວກເຂົາ ແລ້ວຈາກນັ້ນກໍຮ່ວມມືກັບຜູ້ທີ່ຢູ່ໃນຄຣິສຕະຈັກທີ່ໄລ່ຕາມຄວາມຈິງ ແລະ ມີຄວາມຮູ້ສຶກຍຸຕິທຳເພື່ອປະຕິເສດພວກເຂົາ. ກ່ອນອື່ນໃຫ້ແຍກແຍະ ແລະ ໄຈ້ແຍກພວກເຂົາ ແລ້ວຈາກນັ້ນຈຶ່ງປະຕິເສດພວກເຂົາ ນີ້ຄືວິທີການທີ່ດີທີ່ສຸດໃນການຈັດການກັບຜູ້ຕໍ່ຕ້ານພຣະຄຣິສ. ສຳລັບຜູ້ຕໍ່ຕ້ານພຣະຄຣິສບາງຄົນທີ່ເກັ່ງໃນຄວາມໜ້າຊື່ໃຈຄົດ ແລະ ມີເລ່ລ່ຽມຫຼາຍ ຖ້າເຈົ້າໄດ້ກວດສອບ ແລະ ແຍກແຍະພວກເຂົາ ຜ່ານການຕິດຕໍ່ພົວພັນກັບພວກເຂົາ ໂດຍຢືນຢັນວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ແຕ່ອ້າຍເອື້ອຍນ້ອງບໍ່ຮູ້ຈັກພວກເຂົາດີ ພວກເຂົາຍັງຂາດການແຍກແຍະທີ່ແທ້ຈິງ ແລະ ເມື່ອເຈົ້າໂອ້ລົມ ແລະ ໄຈ້ແຍກພວກເຂົາກັບອ້າຍເອື້ອຍນ້ອງ ພວກເຂົາບໍ່ພຽງແຕ່ບໍ່ເຊື່ອ ຫຼື ຮັບຮູ້ວ່າຄົນເຫຼົ່ານັ້ນເປັນຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນ ແຕ່ຍັງເວົ້າວ່າ “ເຈົ້າມີອະຄະຕິຕໍ່ພວກເຂົາ; ນີ້ຄືຄວາມຄິດເຫັນສ່ວນຕົວຂອງເຈົ້າ”, ແລ້ວເຈົ້າຄວນເຮັດແນວໃດ? ຖ້າເຈົ້າເວົ້າວ່າ “ເຖິງແນວໃດກໍຕາມ ຂ້ອຍໄດ້ແຍກແຍະພວກເຂົາແລ້ວ, ຂ້ອຍຈະບໍ່ຖືກເຮັດໃຫ້ຫຼົງຜິດ ຫຼື ຖືກບີບຄັ້ນໂດຍພວກເຂົາ, ຂ້ອຍຈະບໍ່ຟັງສິ່ງທີ່ພວກເຂົາເວົ້າ ແລະ ຂ້ອຍຈະບໍ່ເຊື່ອຟັງພວກເຂົາຢ່າງແນ່ນອນ. ພວກເຈົ້າຈະແຍກແຍະພວກເຂົາ ຫຼື ບໍ່ນັ້ນ ບໍ່ແມ່ນເລື່ອງທີ່ຂ້ອຍຕ້ອງສົນໃຈ. ຂ້ອຍໄດ້ບອກພວກເຈົ້າກ່ຽວກັບການສະແດງອອກຂອງພວກເຂົາ ແລະ ສິ່ງທີ່ພວກເຂົາເຮັດແລ້ວ ແລະ ບໍ່ວ່າພວກເຈົ້າຈະເຊື່ອ ຫຼື ບໍ່, ບໍ່ວ່າພວກເຈົ້າຈະຟັງ ຫຼື ບໍ່ກໍຕາມ ຄວາມຮັບຜິດຊອບຂອງຂ້ອຍກໍສຳເລັດແລ້ວ. ຖ້າພວກເຈົ້າຖືກເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມໂດຍພວກເຂົາ, ຖ້າພວກເຈົ້າຟັງສິ່ງທີ່ພວກເຂົາເວົ້າ ແລະ ຕິດຕາມພວກເຂົາ ແລ້ວພວກເຈົ້າກໍສົມຄວນໄດ້ຮັບຜົນທີ່ຕາມມາ ແລະ ເປັນເລື່ອງເໝາະສົມທີ່ເຈົ້າປະສົບກັບຄວາມໂຊກຮ້າຍນັ້ນ!”. ວິທີການນີ້ຍອມຮັບໄດ້ບໍ? ສິ່ງນີ້ຖືວ່າເປັນການປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດບໍ? ມັນຖືວ່າເປັນການຈົງຮັກພັກດີຕໍ່ພຣະເຈົ້າບໍ? (ບໍ່). ແລ້ວເຈົ້າຄວນເຮັດແນວໃດ? ສິ່ງດັ່ງກ່າວແມ່ນຫຼີກລ່ຽງບໍ່ໄດ້; ເລື່ອງດັ່ງກ່າວຈະເກີດຂຶ້ນຢ່າງແນ່ນອນ. ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍສໍ່າໃດກໍຕາມ, ບາງຄົນກໍບໍ່ສາມາດເຂົ້າໃຈຄວາມຈິງໄດ້ ແລະ ພວກເຂົາບໍ່ສາມາດເຊື່ອມໂຍງການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສເຂົ້າກັບຄຳເທດສະໜາທີ່ພວກເຂົາໄດ້ຍິນ ຫຼື ແຍກແຍະພວກເຂົາໄດ້. ເມື່ອເຫັນໄດ້ຢ່າງຊັດເຈນວ່າຄົນໃດຄົນໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາພຽງແຕ່ບໍ່ສາມາດເບິ່ງອອກ ແລະ ຍັງຄົງຖືກເຮັດໃຫ້ຫຼົງຜິດ. ເວັ້ນເສຍແຕ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະທຳຮ້າຍພວກເຂົາເປັນການສ່ວນຕົວ, ກົດຂີ່ພວກເຂົາດ້ວຍຕົນເອງ, ຮ້າຍດ່າພວກເຂົາ, ລິຮານພວກເຂົາ ຫຼື ສະແດງພຶດຕິກຳອອກມາຕໍ່ໜ້າພວກເຂົາ, ພວກເຂົາຈະບໍ່ຮັບຮູ້ວ່າຄົນເຫຼົ່ານັ້ນເປັນຜູ້ຕໍ່ຕ້ານພຣະຄຣິສ. ເຖິງແມ່ນວ່າຄົນອື່ນຈະເວົ້າຂໍ້ເທັດຈິງ ຫຼື ນໍາສະເໜີຫຼັກຖານ, ພວກເຂົາກໍຈະບໍ່ເຊື່ອ. ພວກເຂົາຕ້ອງເຫັນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດດ້ວຍຕາຂອງພວກເຂົາເອງ ແລະ ປະສົບກັບການທຳຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສດ້ວຍຕົນເອງກ່ອນ ພວກເຂົາຈຶ່ງຈະສາມາດຍອມຮັບມັນໄດ້. ຄວນເຮັດແນວໃດກ່ຽວກັບສະຖານະການນີ້? (ປ່ອຍໃຫ້ພວກເຂົາຕິດຕາມຜູ້ຕໍ່ຕ້ານພຣະຄຣິສ ແລະ ປະສົບກັບການທຳຮ້າຍ; ຫຼັງຈາກທີ່ຖືກທຳຮ້າຍແລ້ວເທົ່ານັ້ນ ພວກເຂົາຈຶ່ງຈະຕື່ນຂຶ້ນ). ສິ່ງນີ້ບໍ່ຮຸນແຮງເກີນໄປບໍ? (ມັນບໍ່ແມ່ນການຮຸນແຮງຕໍ່ພວກເຂົາ. ຄົນແບບນັ້ນບໍ່ສາມາດເຂົ້າໃຈຄວາມຈິງຜ່ານການໂອ້ລົມໄດ້ ແລະ ພວກເຂົາສາມາດຮັບຮູ້ ແລະ ຕື່ນຂຶ້ນໄດ້ໂດຍການປະສົບກັບການທຳຮ້າຍດ້ວຍຕົນເອງເທົ່ານັ້ນ. ສະນັ້ນ, ນີ້ຄືວິທີດຽວທີ່ຈະຈັດການກັບຄົນແບບນັ້ນ). ນີ້ຄືຫຼັກການ. ບາງຄົນບໍ່ເຂົ້າໃຈເມື່ອເຈົ້າລົມກັບພວກເຂົາໃນທາງບວກ; ພວກເຂົາຂາດຄວາມສາມາດໃນການຈັບໃຈຄວາມມັນ. ຕົວຢ່າງ: ຖ້າເຈົ້າບອກພວກເຂົາວ່າ “ພື້ນທີ່ນັ້ນອັນຕະລາຍ; ຖ້າເຈົ້າຍ່າງຄົນດຽວໃນຕອນກາງຄືນ ເຈົ້າອາດຈະພົບກັບພວກປຸ້ນຈີ້. ເລື່ອງນີ້ເຄີຍເກີດຂຶ້ນກັບຫຼາຍຄົນແລ້ວ. ຢ່າໄປຍ່າງໃນຕອນກາງຄືນ; ກັບມາແຕ່ຫົວຄ່ຳ!” ພວກເຂົາບໍ່ເຊື່ອມັນ ແລະ ຢືນຢັນທີ່ຈະຍ່າງຄົນດຽວໃນຕອນກາງຄືນໂດຍບໍ່ມີໝູ່ໄປນຳ. ໃນກໍລະນີດັ່ງກ່າວ, ເຈົ້າປ່ອຍໃຫ້ພວກເຂົາຍ່າງຄົນດຽວ ແຕ່ປົກປ້ອງພວກເຂົາຢ່າງລັບໆ ໂດຍຮັບປະກັນວ່າພວກເຂົາຈະບໍ່ພົບກັບບັນຫາແທ້ໆ. ນີ້ຄືການປະຕິບັດຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ. ເມື່ອມີບັນຫາທີ່ແທ້ຈິງເກີດຂຶ້ນ, ເຈົ້າສາມາດປົກປ້ອງພວກເຂົາ, ປ້ອງກັນບໍ່ໃຫ້ບັນຫາໃດໆເກີດຂຶ້ນກັບພວກເຂົາ ແລະ ຊ່ວຍໃຫ້ພວກເຂົາຮຽນຮູ້ບົດຮຽນ ແລະ ຈື່ຈຳມັນໄວ້. ໃນທີ່ສຸດ, ພວກເຂົາກໍຈະເຊື່ອວ່າສິ່ງທີ່ເຈົ້າເວົ້ານັ້ນຖືກຕ້ອງ. ສະນັ້ນ, ສຳລັບຜູ້ທີ່ຖືກເຮັດໃຫ້ຫຼົງຜິດໂດຍຜູ້ຕໍ່ຕ້ານພຣະຄຣິສ ແລະ ບໍ່ສາມາດແຍກແຍະພວກເຂົາໄດ້ ບໍ່ວ່າຈະໂອ້ລົມຄວາມຈິງແນວໃດກໍຕາມ, ພວກເຂົາຕ້ອງທົນທຸກກັບການຖືກທຳຮ້າຍຢ່າງໜັກ, ຮຽນຮູ້ບົດຮຽນ ແລະ ຈື່ຈຳມັນໄວ້ ເພື່ອໃຫ້ເກີດມີການແຍກແຍະ. ຄົນທີ່ເບົາປັນຍາ ແລະ ບໍ່ສົນໃຈຄຳແນະນຳບໍ່ສາມາດເບິ່ງອອກເຖິງຄວາມຊົ່ວຊ້າ ແລະ ຄວາມໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເຖິງກັບປະຕິບັດຕໍ່ຜູ້ຕໍ່ຕ້ານພຣະຄຣິສຄືກັບອ້າຍເອື້ອຍນ້ອງ, ຕິດຕໍ່ພົວພັນກັບພວກເຂົາໃນລັກສະນະນັ້ນ, ເຖິງກັບຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກ ແລະ ປະຕິບັດຕໍ່ພວກເຂົາດ້ວຍຄວາມຈິງໃຈ ໂດຍເວົ້າກັບພວກເຂົາຈາກໃຈ. ຜົນກໍຄື ພວກເຂົາຕົກເປັນເຫຍື່ອຂອງຜູ້ຕໍ່ຕ້ານພຣະຄຣິສ. ບາງຄົນຕ້ອງຖືກທຳຮ້າຍບໍ່ພຽງແຕ່ຄັ້ງດຽວ ແຕ່ຫຼາຍຄັ້ງ ກ່ອນທີ່ພວກເຂົາຈະເກີດມີການແຍກແຍະ. ແລ້ວເມື່ອເຈົ້າໂອ້ລົມກັບພວກເຂົາ ແລະ ສະໜັບສະໜູນພວກເຂົາ, ພວກເຂົາກໍຈະເຊື່ອເຈົ້າ. ມັນເປັນວິທີການທີ່ມີປະສິດທິຜົນ ແລະ ບາງຄົນກໍຕ້ອງທົນທຸກໃນເລື່ອງດັ່ງກ່າວ. ກ່ອນໜ້ານີ້, ມີຄົນເບົາປັນຍາຄົນໜຶ່ງທີ່ຂາດການແຍກແຍະ ແລະ ບໍ່ຍອມຮັບເມື່ອເຮືອນຂອງພຣະເຈົ້າປົດຜູ້ຕໍ່ຕ້ານພຣະຄຣິສອອກ. ການກະທຳທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນຊັດເຈນຫຼາຍ ແລະ ພວກເຂົາເຖິງກັບຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ທຸກຄົນຍອມຮັບມັນຍົກເວັ້ນລາວ ແລະ ບໍ່ມີໃຜສາມາດໂອ້ລົມກັບລາວໄດ້. ໃນທີ່ສຸດ, ລາວກໍຕິດຕາມຜູ້ຕໍ່ຕ້ານພຣະຄຣິສອອກໄປ. ຫຼັງຈາກໄລຍະໜຶ່ງ, ເມື່ອໄດ້ທົນທຸກກັບການຖືກທຳຮ້າຍຢ່າງໜັກ, ລາວກໍກັບມາພ້ອມກັບນ້ຳຕາ ໂດຍຍອມຮັບວ່າຜູ້ຕໍ່ຕ້ານພຣະຄຣິສນັ້ນຊົ່ວຮ້າຍແທ້ໆ. ໃນຄວາມເປັນຈິງແລ້ວ, ຜູ້ຕໍ່ຕ້ານພຣະຄຣິສກໍຊົ່ວຮ້າຍແບບນັ້ນມາຕະຫຼອດ ແຕ່ຍ້ອນລາວມີຄວາມຮູ້ສຶກທີ່ດີຕໍ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຕ້ອງການປະຈົບປະແຈງ ລາວຈຶ່ງອົດທົນ ແລະ ຍອມຮັບທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ. ເມື່ອຜູ້ຕໍ່ຕ້ານພຣະຄຣິສສູນເສຍສະຖານະ, ລາວໄດ້ຕິດຕໍ່ພົວພັນກັບຜູ້ຕໍ່ຕ້ານພຣະຄຣິສໃນຖານະທີ່ເທົ່າທຽມກັນ ແລະ ເລີ່ມມີຄວາມຄິດເຫັນກ່ຽວກັບບາງສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ. ມຸມມອງຂອງລາວປ່ຽນໄປ ແລະ ລາວກໍເລີ່ມເຫັນບັນຫາ. ໃນທີ່ສຸດ, ເຖິງແມ່ນວ່າຈະຖືກຂໍໃຫ້ຕິດຕາມຜູ້ຕໍ່ຕ້ານພຣະຄຣິສອີກຄັ້ງ ລາວກໍປະຕິເສດຢ່າງເດັດຂາດ, ລາວຍອມຕາຍດີກວ່າທີ່ຈະຕິດຕາມຜູ້ຕໍ່ຕ້ານພຣະຄຣິສ ເພາະວ່າລາວໄດ້ທົນທຸກກັບການຖືກທຳຮ້າຍຢ່າງໜັກ ແລະ ໄດ້ເບິ່ງຜູ້ຕໍ່ຕ້ານພຣະຄຣິສອອກແລ້ວ. ໃນຄວາມເປັນຈິງແລ້ວ, ສິ່ງທີ່ລາວເບິ່ງອອກນັ້ນໄດ້ຖືກສື່ສານໃຫ້ລາວຮູ້ກ່ອນໜ້ານີ້ແລ້ວ ແຕ່ລາວບໍ່ຍອມ ຫຼື ບໍ່ຮັບຮູ້ມັນ. ເຮັດຫຍັງບໍ່ໄດ້. ສຳລັບຄົນແບບນັ້ນ, ພວກເຂົາຕ້ອງຍ່າງໃນເສັ້ນທາງທີ່ຄົດຄ້ຽວ ແລະ ອົດທົນຕໍ່ຄວາມຍາກລຳບາກຫຼາຍຂຶ້ນ, ຄວາມທຸກທໍລະມານຂອງພວກເຂົາແມ່ນສິ່ງທີ່ສົມຄວນໄດ້ຮັບ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນສົມຄວນແລ້ວ? ເຮົາໝາຍຄວາມວ່າ ເມື່ອເຈົ້າມີພອນແຕ່ປະຕິເສດທີ່ຈະເພີດເພີນກັບພວກມັນ ແລະ ເຈົ້າຢືນຢັນທີ່ຈະທົນທຸກ, ມັນກໍເຮັດຫຍັງບໍ່ໄດ້, ເຈົ້າຕ້ອງອົດທົນຕໍ່ຄວາມຍາກລຳບາກ ແລະ ທົນທຸກກ່ອນ. ນີ້ຄືຄວາມທຸກທໍລະມານທີ່ສົມຄວນໄດ້ຮັບ.

ເມື່ອຜູກຂາດອຳນາດ, ໂດຍຫຼັກໆແລ້ວ ຜູ້ຕໍ່ຕ້ານພຣະຄຣິສຈະມອບໝາຍໜ້າທີ່ສຳຄັນໃຫ້ແກ່ຜູ້ທີ່ເຊື່ອຟັງພວກເຂົາຢ່າງບໍ່ມີຂໍ້ສົງໄສ. ຈາກນັ້ນ ພວກເຂົາກໍຝຶກຝົນບຸກຄົນທີ່ຍັງລັງເລໃຈ, ຜູ້ທີ່ມີຈິດໃຈທີ່ຖືກຊັກຈູງໄດ້ງ່າຍ ໂດຍນຳພວກເຂົາມາຢູ່ຂ້າງພວກເຂົາ. ເມື່ອບຸກຄົນເຫຼົ່ານີ້ໄດ້ຮັບການຝຶກຝົນຢ່າງເໝາະສົມ ແລະ ກາຍເປັນສະມາຊິກໃນອານາເຂດຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ, ຜູ້ຕໍ່ຕ້ານພຣະຄຣິສກໍສາມາດວາງໃຈໄດ້. ສຳລັບຄົນທີ່ເຫຼືອທີ່ພວກເຂົາບໍ່ສາມາດນຳໃຊ້ໄດ້, ຜູ້ຕໍ່ຕ້ານພຣະຄຣິສກໍປະຖິ້ມພວກເຂົາຢ່າງສິ້ນເຊີງ ໂດຍກີດກັນພວກເຂົາອອກຈາກອານາເຂດຂອງພວກເຂົາ. ທຸກຄົນທີ່ເຊື່ອຟັງພວກເຂົາຢ່າງບໍ່ມີຂໍ້ສົງໄສລ້ວນແຕ່ຖືກຖືວ່າເປັນຜູ້ຕິດຕາມທີ່ຫົວດື້ຂອງພວກເຂົາ ເຊິ່ງເປັນສະມາຊິກທີ່ຊື່ສັດໃນອານາເຂດຂອງພວກເຂົາ. ພວກເຂົາຖືວ່າບຸກຄົນເຫຼົ່ານີ້ເປັນຜູ້ຕິດຕາມ, ຜູ້ຮັບໃຊ້ ແລະ ຄົນສະໜິດຂອງພວກເຂົາ. ອຳນາດຂອງພວກເຂົາຄອບງຳພາຍໃນກຸ່ມນີ້; ນັ້ນກໍຄື ມັນຖືກນຳໃຊ້ຢ່າງມີປະສິດທິຜົນຜ່ານພວກເຂົາ. ສະນັ້ນ, ມັນສາມາດເວົ້າໄດ້ວ່າ ເມື່ອຜູ້ຕໍ່ຕ້ານພຣະຄຣິສຜູກຂາດອຳນາດ ໂດຍປ່ຽນເຮືອນຂອງພຣະເຈົ້າໃຫ້ກາຍເປັນອານາເຂດຂອງພວກເຂົາເອງ, ພວກເຂົາໄດ້ລົງທຶນລົງແຮງຢ່າງຫຼວງຫຼາຍ. ພວກເຂົາປະຕິບັດການກະທຳຕ່າງໆ ແລະ ຍອມເສຍສະລະະຢ່າງຫຼວງຫຼາຍສຳລັບສິ່ງນີ້ ແຕ່ຜົນຂອງການເສຍສະລະະນີ້ຄືການເປັນສັດຕູກັບພຣະເຈົ້າ, ກັບຄວາມຈິງ ແລະ ກັບອ້າຍເອື້ອຍນ້ອງທຸກຄົນທີ່ໄລ່ຕາມຄວາມຈິງ. ຄຸນຄ່າ ແລະ ຄວາມໝາຍສຳຄັນຂອງອຳນາດນີ້ແມ່ນຫຍັງ? ມັນຢູ່ທີ່ຂໍ້ເທັດຈິງທີ່ວ່າ ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບຕົ້ນທຶນເພື່ອຕໍ່ສູ້ກັບພຣະເຈົ້າ ແລະ ເຮືອນຂອງພຣະອົງ, ສ້າງຕັ້ງຖານທີ່ໝັ້ນຂອງພວກເຂົາເອງ, ສ້າງອານາຈັກທີ່ເປັນເອກະລາດ ແລະ ໃຊ້ອຳນາດອັນຍິ່ງໃຫຍ່ຢ່າງເປັນອິດສະຫຼະ.

II. ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມສະຖານະການ

ກ່ອນໜ້ານີ້, ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກທຳອິດຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດສ່ວນຕົວຂອງພວກເຂົາເອງ: ການຜູກຂາດອຳນາດ. ກ່ຽວກັບການຜູກຂາດອຳນາດ, ໂດຍຫຼັກແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບເນື້ອຫາທີ່ສະເພາະເຈາະຈົງທີ່ວ່າ ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບອຳນາດມາແນວໃດ, ພວກເຂົາເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງແນວໃດຫຼັງຈາກທີ່ໄດ້ຮັບມັນມາ ແລະ ເຮັດໃຫ້ອຳນາດນັ້ນໝັ້ນຄົງຍິ່ງຂຶ້ນແນວໃດ ແລະ ໃນທີ່ສຸດແລ້ວ ພວກເຂົາໃຊ້ອຳນາດນັ້ນແນວໃດ. ນອກເໜືອຈາກການຜູກຂາດອຳນາດແລ້ວ, ການປະຕິບັດທີ່ເປັນຮູບປະທຳທີສອງຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດສ່ວນຕົວຂອງພວກເຂົາເອງກໍຄື ການບົງການສະຖານະການ. ຄວາມໝາຍຕາມຕົວອັກສອນຂອງການບົງການສະຖານະການນັ້ນຄວນຈະເຂົ້າໃຈໄດ້ງ່າຍ, ແລ້ວ “ສະຖານະການ” ໝາຍເຖິງຫຍັງ? ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ຜູກຂາດອຳນາດ, ສ້າງຕັ້ງອານາເຂດສ່ວນຕົວຂອງລາວເອງ ແລະ ຮວບຮວມຜູ້ຕິດຕາມທີ່ຈົງຮັກພັກດີ, ຄົນສະໜິດ ແລະ ຂອບເຂດອິດທິພົນຂອງລາວເອງແລ້ວ, ລາວຈະສາມາດອະນຸຍາດໃຫ້ຄົນອື່ນເຂົ້າມາແຊກແຊງໃນວຽກງານຂອງລາວໄດ້ບໍ? ລາວຈະສາມາດອະນຸຍາດໃຫ້ຄົນອື່ນເຂົ້າມາມີສ່ວນຮ່ວມ ຫຼື ແຊກແຊງໃນວຽກງານ ແລະ ຂອບເຂດອິດທິພົນທີ່ລາວເບິ່ງແຍງໄດ້ບໍ? (ລາວບໍ່ອະນຸຍາດ). ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ອຳນາດກໍຄືຊີວິດຂອງລາວ. ພາຍໃນຂອບເຂດອິດທິພົນຂອງລາວ, ລາວຕ້ອງເປັນຜູ້ຕັດສິນໃຈຂັ້ນເດັດຂາດໃນທຸກສິ່ງ. ບໍ່ວ່າຈະມີຫຍັງເກີດຂຶ້ນພາຍໃນຂອບເຂດອິດທິພົນຂອງລາວກໍຕາມ, ຜູ້ຄົນ ແລະ ເລື່ອງທີ່ກ່ຽວຂ້ອງ ພ້ອມທັງຈຸດຈົບສຸດທ້າຍຂອງເລື່ອງນັ້ນ ລ້ວນແລ້ວແຕ່ຕ້ອງຖືກຈັດການ ແລະ ຄວບຄຸມໂດຍລາວ. ມັນຕ້ອງສອດຄ່ອງກັບຄວາມປາຖະໜາຂອງລາວ ແລະ ຕອບສະໜອງຄວາມຕ້ອງການຂອງລາວ, ໂດຍບໍ່ເຮັດໃຫ້ລາວຕ້ອງສູນເສຍໃດໆ. ຕົວຢ່າງ: ຖ້າລາວບໍ່ແຊກແຊງ, ບໍ່ກ້າວກ່າຍ ຫຼື ບໍ່ບົງການເລື່ອງໃດໜຶ່ງ, ແຕ່ປ່ອຍໃຫ້ມັນພັດທະນາໄປຕາມປົກກະຕິດ້ວຍຕົວມັນເອງ, ແລ້ວລາວກໍອາດຈະໄດ້ຮັບຊື່ສຽງທີ່ບໍ່ດີ ຫຼື ຖືກຄົນໃດຄົນໜຶ່ງລາຍງານ ແລະ ປະເຊີນກັບການຖືກປົດອອກ, ເຊິ່ງໃນກໍລະນີນີ້ ສະຖານະຂອງລາວກໍອາດຈະຕົກຢູ່ໃນອັນຕະລາຍ ແລະ ອຳນາດທີ່ລາວມີກໍອາດຈະຫາຍໄປ. ສະນັ້ນ, ສຳລັບເລື່ອງທຸກປະເພດ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ທີ່ເກີດຂຶ້ນພາຍໃນຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສຕ້ອງຈັດການພວກມັນດ້ວຍຕົນເອງ. ເລື່ອງເຫຼົ່ານີ້ກ່ຽວຂ້ອງກັບຊື່ສຽງ ແລະ ສະຖານະຂອງລາວ ພ້ອມທັງອຳນາດຂອງລາວ. ສຳລັບເລື່ອງທີ່ບໍ່ກ່ຽວຂ້ອງກັບອຳນາດຂອງລາວ, ລາວອາດຈະເລືອກທີ່ຈະບໍ່ສອບຖາມເຖິງພວກມັນ ຫຼື ເຮັດເປັນຫຼັບຫູຫຼັບຕາ. ໂດຍສະເພາະກ່ຽວກັບວຽກງານຂອງເຮືອນຂອງພຣະເຈົ້າ, ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ, ຊີວິດຄຣິສຕະຈັກ ແລະ ເລື່ອງຕ່າງໆເຫຼົ່ານີ້, ຕາບໃດທີ່ພວກມັນບໍ່ກະທົບຕໍ່ສະຖານະ ແລະ ອຳນາດຂອງລາວ ແລະ ຕາບໃດທີ່ພວກມັນບໍ່ກ່ຽວຂ້ອງກັບການພົວພັນຂອງລາວກັບເບື້ອງເທິງ, ລາວກໍຈະບໍ່ສົນໃຈ, ບໍ່ສອບຖາມ ຫຼື ບໍ່ໃສ່ໃຈກັບພວກມັນ. ຕົວຢ່າງ: ຈຳນວນຄົນທີ່ທີມງານພຣະກິດຕິຄຸນໄດ້ຮັບໃນແຕ່ລະເດືອນນັ້ນສຳຄັນຫຼາຍສຳລັບລາວ ເພາະມັນສົ່ງຜົນກະທົບຕໍ່ສະຖານະຂອງລາວ. ຖ້າຈຳນວນທີ່ຖືກລາຍງານໃນແຕ່ລະເດືອນສາມາດຮັບປະກັນສະຖານະຂອງລາວໄດ້, ລາວກໍຈະພະຍາຍາມທຸກວິທີທາງເພື່ອໃຫ້ບັນລຸຕົວເລກນັ້ນ ເພື່ອປົກປ້ອງສະຖານະຂອງລາວ ໃນຂະນະທີ່ເລື່ອງອື່ນໆກໍຍັງຄົງບໍ່ກ່ຽວຂ້ອງກັບລາວ. ຕົວຢ່າງ: ສົມມຸດວ່າພື້ນທີ່ທີ່ລາວເບິ່ງແຍງຄວນຈະໄດ້ຮັບຄົນໜຶ່ງຮ້ອຍຄົນໃນໜຶ່ງເດືອນພາຍໃຕ້ສະຖານະການປົກກະຕິ. ເຖິງຢ່າງໃດກໍຕາມ, ຖ້າເປັນຍ້ອນສະພາບແວດລ້ອມບໍ່ເອື້ອອຳນວຍ, ມີສະຖານະການພິເສດເກີດຂຶ້ນໃນເດືອນນັ້ນ ຫຼື ບາງຄົນຍັງຢູ່ໃນຊ່ວງການສຶກສາຄົ້ນຄວ້າ, ເຮັດໃຫ້ຈຳນວນຄົນທີ່ໄດ້ຮັບນັ້ນບໍ່ຮອດໜຶ່ງຮ້ອຍຄົນ, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຈະລົງທຶນລົງແຮງໃນເລື່ອງນີ້ ແລະ ເກີດຄວາມຮ້ອນຮົນໃຈ. ລາວຮ້ອນຮົນໃຈກ່ຽວກັບຫຍັງ? ລາວຮູ້ສຶກມີພາລະ ແລະ ຮ້ອນຮົນໃຈຍ້ອນລາວເຫັນວ່າການເຜີຍແຜ່ພຣະກິດຕິຄຸນຂອງພຣະເຈົ້າບໍ່ເປັນໄປຢ່າງລ່ຽນໄຫຼບໍ? ເປັນຍ້ອນຜູ້ທີ່ເທດສະໜາພຣະກິດຕິຄຸນຂາດຄວາມຮູ້ສຶກເຖິງພາລະ ແລະ ເຮັດພໍແລ້ວມືແລ້ວຕີນ ແລະ ລາວກັງວົນວ່າຈະດູແລພວກເຂົາ ແລະ ແກ້ໄຂມັນແນວໃດບໍ? ຫຼື ເປັນຄວາມກັງວົນກ່ຽວກັບການມີກຳລັງຄົນບໍ່ພຽງພໍໃນການເທດສະໜາພຣະກິດຕິຄຸນ ແລະ ລາວຄວນປັບປ່ຽນ ແລະ ເພີ່ມກຳລັງຄົນແນວໃດບໍ? ບໍ່, ລາວບໍ່ໄດ້ຮ້ອນຮົນໃຈກ່ຽວກັບສິ່ງເຫຼົ່ານີ້. ລາວຮ້ອນຮົນໃຈກ່ຽວກັບວິທີທີ່ຈະເພີ່ມຕົວເລກນັ້ນໃຫ້ຮອດໜຶ່ງຮ້ອຍ ໂດຍບໍ່ໃຫ້ເບື້ອງເທິງຄົ້ນພົບການໃຊ້ເລ່ຫຼ່ຽມຂອງລາວ. ຖ້າຈຳນວນ ຕົວຈິງມີພຽງແຕ່ແປດສິບຄົນແທນທີ່ຈະເປັນໜຶ່ງຮ້ອຍຄົນ ແລະ ລາວລາຍງານຕາມຄວາມຈິງ, ເບື້ອງເທິງກໍອາດຈະສົ່ງຄົນມາກວດສອບ ແລະ ສຶກສາເພີ່ມເຕີມກ່ຽວກັບສະຖານະການ, ສະນັ້ນ ລາວຈະລາຍງານ ຕົວເລກແນວໃດເພື່ອບໍ່ໃຫ້ເບື້ອງເທິງມີປະຕິກິລິຍາ? ລາວລາຍງານເກົ້າສິບແປດຄົນ. ມີຄົນເວົ້າວ່າ “ເຈົ້າບໍ່ສາມາດປອມແປງແບບນີ້ໄດ້; ນີ້ຄືການຫຼອກລວງ, ມັນຍອມຮັບບໍ່ໄດ້”. ລາວຕອບວ່າ “ບໍ່ເປັນຫຍັງ. ຂ້ອຍເປັນຜູ້ຕັດສິນໃຈຂັ້ນເດັດຂາດ; ຖ້າມີຫຍັງເກີດຂຶ້ນ, ຂ້ອຍຈະຮັບຜິດຊອບເອງ”. ເປັນຫຍັງລາວຈຶ່ງລາຍງານ ຕົວເລກສະເພາະນີ້? ມີຄວາມໝາຍແອບແຝງຢູ່ເບື້ອງຫຼັງມັນບໍ? ລາວໄດ້ພິຈາລະນາມັນຢ່າງຮອບຄອບແລ້ວບໍ? ລາວໄດ້ພິຈາລະນາແລ້ວ. ການລາຍງານໜຶ່ງຮ້ອຍຄົນໃນຂະນະທີ່ຈຳນວນຕົວຈິງມີພຽງແຕ່ແປດສິບຄົນນັ້ນເປັນຄວາມແຕກຕ່າງທີ່ຫຼາຍເກີນໄປ, ເຮັດໃຫ້ມັນຍາກທີ່ຈະປົກປິດຄຳຕົວະໃນພາຍຫຼັງ. ເຖິງຢ່າງໃດກໍຕາມ, ຖ້າລາວລາຍງານເກົ້າສິບແປດຄົນ, ເຖິງແມ່ນວ່າເບື້ອງເທິງຈະເຫັນວ່າມັນຕໍ່າກວ່າໜຶ່ງຮ້ອຍຄົນ, ມັນກໍເບິ່ງຄືວ່າເປັນຈຳນວນທີ່ຖືກຕ້ອງ ແລະ ຈະບໍ່ກະຕຸ້ນໃຫ້ມີການກວດກາຈາກເບື້ອງເທິງ, ເຊິ່ງຮັບປະກັນຄວາມປອດໄພໃນສະຖານະຂອງລາວ. ບາງຄັ້ງ, ຖ້າລາວໄດ້ຮັບໜຶ່ງຮ້ອຍຄົນ, ລາວກໍກ້າທີ່ຈະລາຍງານສອງຮ້ອຍຄົນ ແລະ ຖ້າເບື້ອງເທິງສົ່ງຄົນມາກວດສອບ, ລາວກໍມີວິທີຈັດການກັບມັນ. ລາວອ້າງວ່າອີກໜຶ່ງຮ້ອຍຄົນທີ່ເພີ່ມມານັ້ນກຳລັງສຶກສາຄົ້ນຄວ້າຢູ່ ແລະ ຈະໄດ້ຮັບໃນເດືອນໜ້າ. ຖ້າເບື້ອງເທິງບໍ່ສົ່ງໃຜມາກວດກາເລື່ອງນີ້, ລາວກໍຈະຫາວິທີໂອ້ອວດຜົນງານຂອງລາວ. ບາງຄັ້ງ, ຖ້າລາວບໍ່ໄດ້ຮັບຄົນແມ່ນແຕ່ຄົນດຽວໃນໜຶ່ງເດືອນ, ລາວກໍເຖິງກັບລາຍງານເທັດວ່າໄດ້ຮັບສາມສິບ ຫຼື ຫ້າສິບຄົນ, ແລ້ວຈາກນັ້ນກໍຫາວິທີຊົດເຊີຍໃນເດືອນໜ້າ. ສະຫຼຸບແລ້ວ, ເມື່ອເວົ້າເຖິງການລາຍງານຈຳນວນຄົນທີ່ໄດ້ຮັບຜ່ານການເທດສະໜາພຣະກິດຕິຄຸນ, ຜູ້ຕໍ່ຕ້ານພຣະຄຣິສສາມາດປອມແປງພວກມັນ, ຕົວະກ່ຽວກັບພວກມັນ, ຫຼອກລວງ ແລະ ໃຊ້ເລ່ຫຼ່ຽມ. ຈະລາຍງານຕົວເລກແນວໃດ ແລະ ຈະລາຍງານຕົວເລກເທົ່າໃດນັ້ນ ລ້ວນແລ້ວແຕ່ຖືກສັ່ງການໂດຍກົງຈາກຜູ້ຕໍ່ຕ້ານພຣະຄຣິສ. ນີ້ບໍ່ແມ່ນການບົງການສະຖານະການບໍ?

ຜູ້ຕໍ່ຕ້ານພຣະຄຣິສໃຊ້ສະຖານະ ແລະ ອຳນາດຂອງລາວເພື່ອແຊກແຊງ ແລະ ລົບກວນການປະຕິບັດໜ້າທີ່ຂອງປະຊາກອນທີ່ພຣະເຈົ້າເລືອກຢ່າງຕໍ່ເນື່ອງ. ລາວກົດຂີ່ ແລະ ກີດກັນໃຜກໍຕາມທີ່ເຮັດສິ່ງຕ່າງໆໂດຍອີງໃສ່ຫຼັກການ ແລະ ມີປະສິດທິຜົນໃນການປະຕິບັດໜ້າທີ່ຂອງພວກເຂົາ. ຈຸດປະສົງຂອງລາວໃນການເຮັດແບບນີ້ແມ່ນຫຍັງ? ມັນກໍເພື່ອບົງການສະຖານະການ; ລາວໃຊ້ອຳນາດຄວບຄຸມຢ່າງເດັດຂາດ, ປາບປາມຜູ້ທີ່ຢູ່ໃຕ້ບັງຄັບບັນຊາຂອງລາວ ແລະ ຫຼອກລວງເບື້ອງເທິງ. ຈຸດປະສົງຂອງລາວໃນການບົງການສະຖານະການແມ່ນຫຍັງ? ມັນກໍເພື່ອປ້ອງກັນບໍ່ໃຫ້ຄວາມຈິງຖືກເປີດເຜີຍ, ເພື່ອປິດບັງບໍ່ໃຫ້ຜູ້ຄົນຮູ້ຄວາມຈິງ, ເພື່ອຫຼອກລວງເບື້ອງເທິງ, ເພື່ອປົກປິດສະຖານະການຕົວຈິງຂອງວຽກງານຂອງລາວຢູ່ເບື້ອງລຸ່ມ ແລະ ເພື່ອປົກປິດວ່າລາວໄດ້ເຮັດວຽກງານຕົວຈິງໃດໜຶ່ງ ຫຼື ບໍ່ ແລະ ລາວເຮັດວຽກງານຂອງລາວແນວໃດ. ຈຸດປະສົງຂອງລາວໃນການບົງການສະຖານະການແມ່ນເພື່ອປົກປິດຂໍ້ເທັດຈິງ, ປິດບັງຄວາມຈິງ ແລະ ປົກປິດເຈດຕະນາທີ່ຊົ່ວຮ້າຍຂອງລາວ ພ້ອມທັງເພື່ອເຊື່ອງການກະທຳທີ່ຊົ່ວຮ້າຍຂອງລາວ, ການກະທຳທີ່ຕໍ່ຕ້ານຢ່າງຮຸນແຮງຂອງລາວ ແລະ ຄວາມຈິງກ່ຽວກັບການທີ່ລາວບໍ່ໄດ້ເຮັດ ແລະ ບໍ່ສາມາດເຮັດວຽກງານຕົວຈິງໃດໜຶ່ງ ແລະ ເລື່ອງອື່ນໆ. ຕົວຢ່າງ: ເມື່ອເຮືອນຂອງພຣະເຈົ້າຕ້ອງການເງິນຈຳນວນໜຶ່ງ ແລະ ສອບຖາມວ່າຄຣິສຕະຈັກຂອງລາວເກັບຮັກສາເຄື່ອງຖວາຍໄວ້ຫຼາຍສໍ່າໃດ, ຜູ້ຕໍ່ຕ້ານພຣະຄຣິສຈະຖາມກ່ອນວ່າເຮືອນຂອງພຣະເຈົ້າຕ້ອງການເທົ່າໃດ. ຖ້າເຈົ້າເວົ້າວ່າເຈົ້າຕ້ອງການສອງສາມພັນ, ລາວກໍອ້າງວ່າມີພຽງແຕ່ສອງສາມຮ້ອຍ; ຖ້າເຈົ້າເວົ້າວ່າເຈົ້າຕ້ອງການຫຼາຍໝື່ນ, ລາວກໍເວົ້າວ່າລາວມີພຽງແຕ່ສອງສາມພັນ. ໃນຄວາມເປັນຈິງແລ້ວ, ລາວກຳລັງກຳເງິນຫຼາຍໝື່ນຢວນທີ່ເປັນເຄື່ອງຖວາຍຂອງຄຣິສຕະຈັກໄວ້ ແລະ ບໍ່ເຕັມໃຈທີ່ຈະປ່ອຍມັນໄປ. ລາວບໍ່ໄດ້ກຳລັງເຊື່ອງເຈດຕະນາທີ່ຊົ່ວຮ້າຍໄວ້ບໍ? ລາວຕ້ອງການເຮັດຫຍັງ? ລາວຕ້ອງການຍຶດເອົາເຄື່ອງຖວາຍເຫຼົ່ານີ້ໄປໃຊ້ເພື່ອຕົນເອງ. ສິ່ງນີ້ຖືວ່າເປັນການບົງການສະຖານະການບໍ? (ແມ່ນແລ້ວ). ຜູ້ຕໍ່ຕ້ານພຣະຄຣິສບົງການສະຖານະການຈົນເຖິງຂັ້ນທີ່ບໍ່ຍອມປ່ອຍແມ່ນແຕ່ເຄື່ອງຖວາຍ. ຖ້າເຈົ້າຖາມວ່າຄຣິສຕະຈັກຂອງລາວມີໃຜທີ່ມີຄວາມສາມາດໃນການຂຽນ, ດ້ານດົນຕີ ຫຼື ການຜະລິດວິດີໂອ ຫຼື ບໍ່, ລາວອາດຈະເວົ້າວ່າ “ພວກເຮົາມີຄົນທີ່ມີຄວາມສາມາດໃນການຂຽນ ເຊິ່ງອາຍຸເຈັດສິບແປດປີແລ້ວ, ເປັນອະດີດນັກຂ່າວທີ່ເປັນພະຍາດກະເພາະອາຫານຢ່າງຮ້າຍແຮງ”. ໃນຄວາມເປັນຈິງແລ້ວ, ຄົນຜູ້ນີ້ຫາກໍອາຍຸສາມສິບປາຍປີ, ຢູ່ໃນໄວໜຸ່ມແໜ້ນ ແລະ ບໍ່ໄດ້ທົນທຸກຈາກພະຍາດກະເພາະອາຫານທີ່ຮ້າຍແຮງອັນໃດ. ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ຍອມປ່ອຍມື? ເປັນຫຍັງລາວຈຶ່ງໃຫ້ຂໍ້ມູນເທັດ? ລາວປາຖະໜາທີ່ຈະບົງການສະຖານະການ. ລາວເຊື່ອວ່າການປ່ອຍຄົນທີ່ມີຄວາມສາມາດພິເສດເຊັ່ນນີ້ໄປຈະສົ່ງຜົນກະທົບຕໍ່ການປົກຄອງຂອງລາວ; ລາວຍັງຕ້ອງການເກັບຮັກສາບຸກຄົນທີ່ມີຄວາມສາມາດພິເສດເຫຼົ່ານີ້ໄວ້. ຄົນທີ່ມີຄວາມສາມາດພິເສດເຫຼົ່ານີ້ເປັນຂອງລາວແທ້ໆບໍ? (ບໍ່). ແລ້ວເປັນຫຍັງລາວຈຶ່ງບໍ່ປ່ອຍພວກເຂົາໄປ? ເປັນຫຍັງລາວຈຶ່ງບໍ່ສະໜອງຄົນທີ່ມີທັກສະເຫຼົ່ານີ້ເມື່ອວຽກງານຂອງເຮືອນຂອງພຣະເຈົ້າຕ້ອງການພວກເຂົາ ແລະ ເຖິງກັບກ້າປອມແປງຂໍ້ມູນ? ລາວຕ້ອງການເຮັດໃຫ້ຜູ້ຄົນຫຼົງຜິດເພື່ອຮັບປະກັນສະຖານະຂອງລາວ, ລາວກຳລັງບົງການສະຖານະການຢ່າງແທ້ຈິງ. ລາວບໍ່ໄດ້ຖາມວ່າບຸກຄົນທີ່ກ່ຽວຂ້ອງເຕັມໃຈທີ່ຈະປະຕິບັດໜ້າທີ່ເຫຼົ່ານີ້ ຫຼື ບໍ່ ທັງບໍ່ໄດ້ນຳສະເໜີສະຖານະການຂອງຄົນເຫຼົ່ານີ້ຕໍ່ເຮືອນຂອງພຣະເຈົ້າຕາມຄວາມເປັນຈິງ. ແຕ່ລາວພັດເກັບພວກເຂົາໄວ້ເພື່ອການນຳໃຊ້ຂອງລາວເອງ ຫຼື ຖ້າລາວບໍ່ໃຊ້ພວກເຂົາ, ລາວກໍຍັງບໍ່ຍອມມອບພວກເຂົາໃຫ້ແກ່ເຮືອນຂອງພຣະເຈົ້າ. ຕົວຢ່າງ: ຖ້າເຮືອນຂອງພຣະເຈົ້າຕ້ອງການຜູ້ຜະລິດວິດີໂອຈາກຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສເຫັນສິ່ງນີ້ແລ້ວຄິດວ່າ “ການສະໜອງຄົນທີ່ມີທັກສະໃນການຜະລິດວິດີໂອ, ຂ້ອຍຈະປ່ອຍໃຫ້ໂອກາດດີໆເຊັ່ນນີ້ຫຼຸດມືໄປໄດ້ແນວໃດ? ຜົນປະໂຫຍດບໍ່ຄວນຕົກໄປຢູ່ໃນມືຂອງຄົນນອກ: ລູກສາວ, ລູກຊາຍ ແລະ ຍາດພີ່ນ້ອງສອງສາມຄົນຂອງຂ້ອຍກໍພໍເຂົ້າໃຈເລື່ອງການຜະລິດວິດີໂອຢູ່ແດ່, ສະນັ້ນ ຂ້ອຍຈະສະໜອງພວກເຂົາໃຫ້ ບໍ່ວ່າພວກເຂົາຈະຕອບສະໜອງຄວາມຕ້ອງການຂອງເຮືອນຂອງພຣະເຈົ້າ ຫຼື ບໍ່ກໍຕາມ”. ເມື່ອປະເຊີນກັບໂອກາດທີ່ດີ ເຊັ່ນການສະໜອງຄົນ, ລາວຈະໃຫ້ຄວາມສຳຄັນກັບຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງລາວກ່ອນ, ໂດຍບໍ່ເຫຼືອຫຍັງໃຫ້ຄົນພາຍນອກເລີຍ. ນີ້ບໍ່ແມ່ນການບົງການສະຖານະການບໍ?

ໂດຍອີງໃສ່ຕົວຢ່າງທີ່ໄດ້ກ່າວມາຂ້າງເທິງ, ການທີ່ຜູ້ຕໍ່ຕ້ານພຣະຄຣິສບົງການສະຖານະການນັ້ນໝາຍເຖິງຫຍັງກັນແທ້? ມັນບໍ່ໄດ້ໝາຍຄວາມວ່າຜູ້ຕໍ່ຕ້ານພຣະຄຣິສໃຊ້ອຳນາດຄອບງຳຢ່າງສົມບູນ, ຄວບຄຸມ ແລະ ບົງການທຸກຄົນ ແລະ ທຸກສິ່ງບໍ? ທຸກສິ່ງລ້ວນແຕ່ຢູ່ໃນມືຂອງລາວ ແລະ ລາວເປັນຜູ້ຕັດສິນໃຈຂັ້ນເດັດຂາດໃນທຸກສິ່ງ; ລາວເປັນຜູ້ຄວບຄຸມທຸກຢ່າງ, ສັ່ງການ ແລະ ບົງການຢູ່ເບື້ອງຫຼັງ. ນີ້ຄືການບົງການສະຖານະການ. ເມື່ອເບື້ອງເທິງສົ່ງຄົນໃດຄົນໜຶ່ງມາທີ່ຄຣິສຕະຈັກຂອງລາວເພື່ອທຳຄວາມເຂົ້າໃຈສະຖານະການ ແລະ ຄົນຜູ້ນີ້ປາຖະໜາທີ່ຈະໂອ້ລົມກັບຄົນສອງສາມຄົນ ແລະ ເບິ່ງວ່າອ້າຍເອື້ອຍນ້ອງເປັນແນວໃດແດ່ໃນການເຂົ້າສູ່ຊີວິດຂອງພວກເຂົາ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ ພ້ອມທັງກວດເບິ່ງວ່າເອກະສານຕ່າງໆ ເຊັ່ນ: ໜັງສືພຣະທຳຂອງພຣະເຈົ້າ ແລະ ສຽງບັນທຶກຄຳເທດສະໜາໄດ້ຖືກແຈກຢາຍໃຫ້ປະຊາກອນທີ່ພຣະເຈົ້າເລືອກທຸກຄົນແລ້ວ ຫຼື ບໍ່, ຜູ້ຕໍ່ຕ້ານພຣະຄຣິສກໍເວົ້າວ່າ “ບໍ່ມີບັນຫາ, ຂ້ອຍຈະພາເຈົ້າໄປເຮືອນຂອງອ້າຍເອື້ອຍນ້ອງສອງຄົນ”. ສອງຄົນນີ້ແມ່ນໃຜ? ພວກເຂົາທັງສອງບໍ່ແມ່ນຄົນໃນອານາເຂດຂອງຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ, ພວກເຂົາແມ່ນ). ສອງຄົນນີ້ຄືນ້ອງສາວຂອງລາວ ແລະ ນ້ອງຊາຍຂອງເມຍລາວ. ຫຼັງຈາກທີ່ພາຄົນທີ່ຖືກສົ່ງມາຈາກເບື້ອງເທິງໄປເຮືອນສອງຫຼັງນີ້ແລ້ວ, ສອງຄົນນີ້ກໍເວົ້າວ່າ “ຊີວິດໃນຄຣິສຕະຈັກຂອງພວກເຮົາແມ່ນດີຫຼາຍ ແລະ ພວກເຮົາມີຄຳເທດສະໜາ ແລະ ການໂອ້ລົມ ພ້ອມທັງວິດີໂອຄຳພະຍານທຸກປະເພດ. ຜູ້ນຳຄຣິສຕະຈັກຂອງພວກເຮົາໄດ້ອອກໄປເຮັດວຽກງານຂອງຄຣິສຕະຈັກເປັນເວລາຫຼາຍມື້ແລ້ວ ແລະ ຍັງບໍ່ທັນກັບບ້ານເລີຍ”. ບໍ່ວ່າໃຜຈະໄປຄຣິສຕະຈັກຂອງລາວກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈສະຖານະການທີ່ແທ້ຈິງໄດ້ແມ່ນແຕ່ໜ້ອຍດຽວ. ຜູ້ຕໍ່ຕ້ານພຣະຄຣິສປົກປິດທຸກສິ່ງກ່ຽວກັບສະຖານະການທີ່ແທ້ຈິງໃນຄຣິສຕະຈັກ, ບັນຫາທີ່ເກີດຂຶ້ນ, ຄົນຊົ່ວຮ້າຍທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ໃຜທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະທີ່ເຮັດພໍແລ້ວມືແລ້ວຕີນ, ໜ້າວຽກໃດທີ່ປະສົບກັບຄວາມຜິດພາດ ແລະ ອື່ນໆ. ສິ່ງທີ່ເຈົ້າເຫັນເມື່ອເຈົ້າໄປທີ່ນັ້ນເປັນພຽງພາບທີ່ເບິ່ງແລ້ວໜ້າພໍໃຈ, ມັນລ້ວນແຕ່ເປັນພາບລວງຕາທັງໝົດ. ມີພຽງສິ່ງດຽວທີ່ໜ້າສັງເກດ: ຖ້າຄົນທີ່ຖືກສົ່ງມາຈາກເບື້ອງເທິງສອບຖາມວ່າມີສະຖານທີ່ທີ່ເໝາະສົມສຳລັບເກັບຮັກສາເຄື່ອງຖວາຍຂອງຄຣິສຕະຈັກ ຫຼື ບໍ່ ແລະ ຈຳເປັນຕ້ອງເອົາເຄື່ອງຖວາຍບາງສ່ວນໄປ ຫຼື ບໍ່, ຜູ້ຕໍ່ຕ້ານພຣະຄຣິສກໍຈະຟ້າວບອກວ່າ ເຄື່ອງຖວາຍຂອງຄຣິສຕະຈັກມີຈຳນວນບໍ່ຫຼາຍ. ສຳລັບວຽກງານອື່ນໆທັງໝົດ, ລາວເວົ້າໃນທາງທີ່ດີ, ຍົກເວັ້ນສະຖານະການທີ່ກ່ຽວຂ້ອງກັບເຄື່ອງຖວາຍ, ລາວຕັດບົດສົນທະນາກ່ອນທີ່ຄົນຜູ້ນັ້ນຈະເວົ້າຫຍັງອອກມາ. ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມບຸກຄະລາກອນຂອງຄຣິສຕະຈັກທີ່ເໝາະສົມສຳລັບການປະຕິບັດໜ້າທີ່ທຸກປະເພດ, ໃນຂະນະທີ່ສະເໜີບາງຄົນທີ່ພວກເຂົາມັກ ຫຼື ຜູ້ທີ່ບໍ່ຕອບສະໜອງເງື່ອນໄຂໃຫ້ມາປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ໂດຍສະເພາະບາງຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ ແລະ ມີວິນຍານຊົ່ວຮ້າຍກຳລັງເຮັດວຽກຢູ່ພາຍໃນພວກເຂົາ ຫຼື ຄົນອື່ນໆທີ່ໂດຍພື້ນຖານແລ້ວຂາດຄວາມເຂົ້າໃຈຝ່າຍວິນຍານ, ຜູ້ທີ່ມີຄວາມເປັນມະນຸດທີ່ໜ້າລັງກຽດ, ຜູ້ທີ່ປະຕິບັດໜ້າທີ່ຂອງຕົນໃນລັກສະນະທີ່ເຮັດພໍແລ້ວມືແລ້ວຕີນ, ຜູ້ທີ່ຂາດຮາກຖານໃນຄວາມສັດທາໃນພຣະເຈົ້າຂອງພວກເຂົາ ແລະ ຜູ້ທີ່ເປັນຄືກັບຜູ້ບໍ່ມີຄວາມເຊື່ອ. ນອກເໜືອຈາກການປະຕິບັດໜ້າທີ່ຂອງຕົນໃນລັກສະນະທີ່ເຮັດພໍແລ້ວມືແລ້ວຕີນແລ້ວ, ຄົນເຫຼົ່ານີ້ຍັງກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ແລະ ກະທຳການຕາມອຳເພີໃຈ ແລະ ບາງຄົນກໍບໍ່ສາມາດທົນຕໍ່ຄວາມຍາກລຳບາກໄດ້ ແລະ ຕ້ອງການອອກຈາກເຮືອນຂອງພຣະເຈົ້າ. ບາງຄົນເຖິງກັບເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງ ແລະ ເຜີຍແຜ່ແນວຄິດ ແລະ ຄົນອື່ນໆກໍບໍ່ປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມ, ໂດຍໃຊ້ເວລາແຕ່ລະມື້ໄປກັບການເບິ່ງລະຄອນໂທລະທັດ ຫຼື ວິດີໂອທີ່ໄຮ້ສາລະອື່ນໆ. ແລ້ວໃນທີ່ສຸດມີຫຍັງເກີດຂຶ້ນ? ບາງຄົນໃນກຸ່ມຄົນເຫຼົ່ານີ້ຖືກສົ່ງຕົວໄປ. ໃນບັນດາຜູ້ທີ່ຖືກສົ່ງຕົວໄປນັ້ນ, ຫຼາຍກວ່າເກົ້າສິບຫ້າເປີເຊັນມີຄວາມເປັນມະນຸດທີ່ບໍ່ດີ. ຄວາມເປັນມະນຸດຂອງພວກເຂົາບໍ່ດີສໍ່າໃດ? ບໍ່ດີຢ່າງເຖິງທີ່ສຸດ, ພວກເຂົາຂາດຄວາມເປັນມະນຸດ ແລະ ບາງຄົນກໍບໍ່ເຊື່ອໃນພຣະເຈົ້າເລີຍ. ຄົນເຫຼົ່ານີ້ມາຈາກໃສ? ພວກເຂົາທັງໝົດບໍ່ໄດ້ຖືກສະໜອງໂດຍຄຣິສຕະຈັກບໍ? ເນື່ອງຈາກພວກເຂົາຖືກສະໜອງໂດຍຄຣິສຕະຈັກ, ມັນກໍຕ້ອງມີບັນຫາກັບຄົນທີ່ສະໜອງພວກເຂົາໃຫ້. ມັນບໍ່ສາມາດຕັດຄວາມເປັນໄປໄດ້ທີ່ວ່າ ບາງຄົນໃນກຸ່ມຄົນເຫຼົ່ານີ້ອາດຈະເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ບຸກຄົນທີ່ຖືກສະໜອງໃຫ້ນັ້ນອາດຈະເປັນຍາດພີ່ນ້ອງ, ຄົນສະໜິດ ຫຼື ຜູ້ຕິດຕາມທີ່ຈົງຮັກພັກດີຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນບໍ່ແມ່ນແບບນີ້ບໍ? ຄົນທີ່ມີຄວາມເປັນມະນຸດຢ່າງແທ້ຈິງ ແລະ ມີມະໂນທຳຈັກໜ້ອຍໜຶ່ງ ຈະສາມາດປະຕິບັດຕໍ່ເລື່ອງສຳຄັນໃນການສະໜອງບຸກຄົນທີ່ມີຄວາມສາມາດພິເສດດ້ວຍຄວາມລະມັດລະວັງໄດ້ບໍ? ພວກເຂົາສາມາດມີຄວາມຮັບຜິດຊອບຈັກໜ້ອຍໜຶ່ງໄດ້ບໍ? ພວກເຂົາສາມາດກຳຈັດແຮງຈູງໃຈທີ່ເຫັນແກ່ຕົວບາງຢ່າງຂອງພວກເຂົາໄດ້ບໍ? ຄົນທີ່ມີຄວາມເປັນມະນຸດ ແລະ ສະຕິຮູ້ສຶກຜິດຊອບສາມາດເຮັດສິ່ງນີ້ໄດ້ຢ່າງແນ່ນອນ ແລະ ມີພຽງຄົນປະເພດດຽວເທົ່ານັ້ນທີ່ບໍ່ສາມາດເຮັດໄດ້ ເຊິ່ງກໍຄືຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຕ້ອງການເກັບກຳສິ່ງທີ່ດີທັງໝົດໄວ້ສຳລັບພວກເຂົາເອງ ແລະ ພວກເຂົາປະຕິເສດຢ່າງເດັດຂາດ ແລະ ບໍ່ຍອມຮ່ວມມືກັບສິ່ງໃດກໍຕາມທີ່ບໍ່ເປັນປະໂຫຍດຕໍ່ພວກເຂົາ, ນີ້ກໍຄືຜູ້ຕໍ່ຕ້ານພຣະຄຣິສ.

ຍັງມີອີກດ້ານໜຶ່ງທີ່ໜ້າລັງກຽດຍິ່ງກວ່າກ່ຽວກັບການທີ່ຜູ້ຕໍ່ຕ້ານພຣະຄຣິສບົງການສະຖານະການ ນອກເໜືອຈາກການທີ່ພວກເຂົາຕ້ອງການໃຊ້ອຳນາດຄວບຄຸມຢ່າງເດັດຂາດ ແລະ ເປັນຜູ້ຕັດສິນໃຈຂັ້ນເດັດຂາດໃນຄຣິສຕະຈັກຢູ່ສະເໝີ. ຜູ້ຕໍ່ຕ້ານພຣະຄຣິສທີ່ສົມຮູ້ຮ່ວມຄິດກັບຜູ້ຕິດຕາມທີ່ຈົງຮັກພັກດີຂອງພວກເຂົາ ຈະສາມາດອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ, ປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມ, ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງພວກເຂົາໃຫ້ສຳເລັດໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້). ນັ້ນຄືເຫດຜົນທີ່ເຮົາເວົ້າວ່າພວກເຂົາກຳລັງສົມຮູ້ຮ່ວມຄິດກັນ. ເມື່ອເວົ້າວ່າພວກເຂົາສົມຮູ້ຮ່ວມຄິດກັນ, ມັນກໍເຫັນໄດ້ຊັດເຈນວ່າທຸກສິ່ງທີ່ພວກເຂົາເວົ້າ ແລະ ເຮັດຮ່ວມກັນນັ້ນລ້ວນແຕ່ກ່ຽວຂ້ອງກັບການກະທຳທີ່ປິດບັງຢູ່ເບື້ອງຫຼັງ. ໃນທາງຜິວເຜີນແລ້ວ, ຄົນເຫຼົ່ານີ້ເບິ່ງຄືວ່າເປັນມິດ, ມີຄວາມເຄົາລົບຕໍ່ຜູ້ອາວຸໂສ ແລະ ມີຄວາມຮັກ, ມາລະຍາດ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນຢ່າງຍິ່ງ ພ້ອມທັງມີຄວາມສຸພາບ ແລະ ມີລັກສະນະທີ່ດີ. ໃນຄວາມເປັນຈິງແລ້ວ, ມັນລ້ວນແຕ່ເປັນພຽງສິ່ງທີ່ຜິວເຜີນ, ເປັນການຫຼອກລວງ ແລະ ເປັນການໜ້າຊື່ໃຈຄົດ. ເປັນຫຍັງພວກເຂົາຈຶ່ງສາມາດມີມາລະຍາດ ແລະ ສະແດງຄວາມເຄົາລົບ ແລະ ຄວາມສຸພາບຕໍ່ກັນຢ່າງສູງສຸດໄດ້? ມັນມີເຫດຜົນສຳລັບສິ່ງນີ້. ຈຸດປະສົງຂອງພວກເຂົາໃນການສົມຮູ້ຮ່ວມຄິດກັນບໍ່ແມ່ນເພື່ອຮຽນຮູ້ຈາກກັນ ແລະ ກັນເພື່ອຊົດເຊີຍຈຸດອ່ອນຂອງພວກເຂົາເອງ ຫຼື ສະໜັບສະໜູນກັນ ແລະ ກັນໃນການເຂົ້າສູ່ຄວາມຈິງຄວາມເປັນຈິງ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຮັດວຽກງານຂອງຄຣິສຕະຈັກໃຫ້ດີ. ແຕ່ມັນເປັນໄປເພື່ອການເອົາປຽບ, ການເພິ່ງພາອາໄສ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ພວກເຂົາສົມຮູ້ຮ່ວມຄິດກັນເພາະວ່າຄົນຫຼາຍຂຶ້ນໝາຍເຖິງອຳນາດທີ່ຫຼາຍຂຶ້ນ ແລະ ອຳນາດທີ່ຫຼາຍຂຶ້ນກໍເຮັດໃຫ້ຈັດການກັບສິ່ງຕ່າງໆໄດ້ງ່າຍຂຶ້ນ ແລະ ອຳນວຍຄວາມສະດວກໃນການຈັດການກັບເລື່ອງສ່ວນຕົວ. ສະນັ້ນ, ເມື່ອພວກເຂົາຢູ່ຮ່ວມກັນ, ພວກເຂົາຈຶ່ງເບິ່ງຄືວ່າເປັນມິດຫຼາຍ, ຄືກັບວ່າພວກເຂົາເປັນຄອບຄົວທີ່ສະໜິດສະໜົມ. ພວກເຂົາເອີ້ນຜູ້ທີ່ມີອາຍຸຫຼາຍກວ່າຢ່າງສຸພາບ, ເອີ້ນຜູ້ທີ່ມີອາຍຸຮຸ່ນດຽວກັນວ່າ “ເອື້ອຍນ້ອງ” ຫຼື “ອ້າຍນ້ອງ”, ໂດຍເວົ້າຄຳເຫຼົ່ານີ້ດ້ວຍຄວາມຮັກແພງ ແລະ ເຕັມໄປດ້ວຍພິທີການທາງສັງຄົມ. ຖ້າຄົນໃດໜຶ່ງບໍ່ຮູ້ເຖິງຂໍ້ເທັດຈິງຂອງສະຖານະການ, ພວກເຂົາກໍອາດຈະຍ້ອງຍໍຄົນເຫຼົ່ານັ້ນໃນເລື່ອງຄວາມຮັກ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ການເພິ່ງພາອາໄສກັນຂອງພວກເຂົາ; ພວກເຂົາເບິ່ງຄືວ່າຍິນດີທີ່ຈະຍື່ນມືເຂົ້າຊ່ວຍເຫຼືອໃນຍາມຍາກລຳບາກ ແລະ ພວກເຂົາກໍມີຄວາມສຸກ ແລະ ພໍໃຈຫຼາຍ, ໂດຍເວົ້າວ່າ “ພວກເຮົາລ້ວນແຕ່ເປັນຄອບຄົວດຽວກັນ; ພວກເຮົາເຊື່ອໃນພຣະເຈົ້າອົງດຽວກັນ”. ໃນຂະນະທີ່ພວກເຂົາເວົ້າ, ພວກເຂົາກໍແບ່ງປັນຄວາມຮັກຂອງພວກເຂົາຜ່ານການສົ່ງສາຍຕາໃຫ້ກັນ, ເຊິ່ງເປັນການຢືນຢັນຕື່ມອີກວ່າພວກເຂົາເປັນຄອບຄົວ ແລະ ເປັນກຸ່ມທີ່ສະໜິດສະໜົມກັນຢ່າງແທ້ຈິງ. ແລ້ວພວກເຂົາເຮັດຫຍັງກັນແທ້ເມື່ອພວກເຂົາສົມຮູ້ຮ່ວມຄິດກັນ? ຕົວຢ່າງ: ໜຶ່ງໃນເອື້ອຍອາວຸໂສເປັນຜູ້ຈັດການທົ່ວໄປຢູ່ບໍລິສັດແຫ່ງໜຶ່ງ ແລະ ມີຄວາມສຳພັນ ແລະ ເຄືອຂ່າຍທາງສັງຄົມຢ່າງກວ້າງຂວາງ. ລາວໄດ້ເຮັດຫຼາຍສິ່ງຫຼາຍຢ່າງໃຫ້ກັບຜູ້ຄົນໃນອານາເຂດຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນສ່ວນໃຫຍ່ກໍໄດ້ຮັບຄວາມຊ່ວຍເຫຼືອຈາກລາວ, ສະນັ້ນ ພວກເຂົາຈຶ່ງເອີ້ນລາວວ່າ “ເອື້ອຍໃຫຍ່” ຂອງພວກເຂົາ. ເມື່ອໃດກໍຕາມທີ່ຄົນໃດໜຶ່ງມີເລື່ອງເກີດຂຶ້ນຢູ່ບ້ານ ເຊັ່ນ: ລູກຊາຍເຂົ້າຮຽນມະຫາວິທະຍາໄລ ຫຼື ລູກສາວຊອກຫາວຽກເຮັດ, ແນ່ນອນວ່າພວກເຂົາກໍຈະປຶກສາລາວ ແລະ ຂໍຄວາມຊ່ວຍເຫຼືອຈາກລາວໃນການແກ້ໄຂບັນຫາ. ຖ້າຄົນໃດໜຶ່ງເຂົ້າໂຮງໝໍ ແລະ ມີຄົນໃນຄຣິສຕະຈັກທີ່ເຮັດວຽກຢູ່ໂຮງໝໍ ແລະ ສາມາດຊ່ວຍພວກເຂົາເອົາຢາທີ່ນຳເຂົ້າໄດ້, ຜູ້ຕໍ່ຕ້ານພຣະຄຣິສກໍຈະຟ້າວຖືວ່າຄົນຜູ້ນີ້ເປັນຄົນສະໜິດ ແລະ ເປັນສ່ວນໜຶ່ງຂອງຄອບຄົວ. ພວກເຂົາສົມຮູ້ຮ່ວມຄິດກັນເພື່ອຈັດການກັບໜ້າວຽກດັ່ງກ່າວ, ໃຫ້ຜົນປະໂຫຍດເຊິ່ງກັນ ແລະ ກັນ ແລະ ສ້າງສະຖານະການທີ່ໄດ້ຮັບຜົນປະໂຫຍດທັງສອງຝ່າຍ. ສະນັ້ນ, ເມື່ອພວກເຂົາຢູ່ຮ່ວມກັນ, ພວກເຂົາຈຶ່ງເບິ່ງຄືວ່າມີຄວາມສຳພັນທີ່ດີ ແລະ ກົມກຽວກັນຢ່າງຍິ່ງ, ມີຄວາມສຸກຫຼາຍ ແລະ ບໍ່ເຄີຍຜິດຖຽງກັນເລີຍ. ເຖິງຢ່າງໃດກໍຕາມ, ຢູ່ເບື້ອງຫຼັງຄວາມກົມກຽວນີ້, ແຕ່ລະຄົນລ້ວນແຕ່ແອບເຊື່ອງເຈດຕະນາແອບແຝງໄວ້ຢ່າງລັບໆ, ໂດຍຄິດກ່ຽວກັບວິທີທີ່ຈະເອົາປຽບອີກຝ່າຍ ແລະ ໃຊ້ຄົນອື່ນ ພ້ອມທັງວິທີທີ່ພວກເຂົາຈະສາມາດຊ່ວຍເຫຼືອຄົນອື່ນ ໃນຂະນະທີ່ສ້າງຜົນປະໂຫຍດຮ່ວມກັນ ແລະ ຕອບແທນບຸນຄຸນຂອງຄົນອື່ນ. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສສ້າງຕັ້ງອານາເຂດຂອງພວກເຂົາ ແລະ ມີຜູ້ຕິດຕາມທີ່ຈົງຮັກພັກດີຂອງພວກເຂົາແລ້ວ, ພວກເຂົາກໍມີທີມງານ ແລະ “ຄອບຄົວ” ຂອງພວກເຂົາ ເພື່ອຊ່ວຍເຫຼືອພວກເຂົາໃນທຸກເລື່ອງເລັກນ້ອຍໃນຊີວິດປະຈຳວັນ. ຕົວຢ່າງ: ໃນເລື່ອງການຊອກຫາວຽກເຮັດ, ການເຂົ້າຮຽນມະຫາວິທະຍາໄລ, ການໄດ້ຮັບການເລື່ອນຕຳແໜ່ງ, ການຮັບມືກັບພະຍາດທີ່ຮ້າຍແຮງ, ການຍົກຍ້າຍ ຫຼື ແມ່ນແຕ່ການຊອກຫາຄົນຈ່າຍເງິນເພື່ອເປັນຜູ້ໄກ່ເກ່ຍ ເພື່ອໃຫ້ຖືກປ່ອຍຕົວອອກຈາກຄຸກຫຼັງຈາກທີ່ພວກເຂົາຖືກຈັບກຸມ, ລ້ວນແລ້ວແຕ່ມີຄົນຈັດການກັບເລື່ອງທັງໝົດເຫຼົ່ານີ້. ຈາກມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ, “ສະມາຊິກຄອບຄົວ” ເຫຼົ່ານີ້ບໍ່ມີປະໂຫຍດບໍ? ພວກເຂົາບໍ່ສາມາດເປັນທີ່ເພິ່ງພາໄດ້ບໍ? ພວກເຂົາບໍ່ສາມາດເພິ່ງພາອາໄສ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໄດ້ບໍ? (ແມ່ນແລ້ວ). ສະນັ້ນ, ພາຍໃນອານາເຂດດັ່ງກ່າວ, ສິ່ງທີ່ຄົນເຮົາເຫັນບໍ່ແມ່ນຜູ້ຄົນມີປະຕິສຳພັນຮ່ວມກັນໂດຍມີພຣະທຳຂອງພຣະເຈົ້າເປັນຫຼັກການຂອງພວກເຂົາ ຫຼື ຜູ້ຄົນກະທຳຕາມສະຕິຮູ້ສຶກຜິດຊອບຂອງພວກເຂົາ, ດຳລົງຊີວິດອິງຕາມພຣະທຳຂອງພຣະເຈົ້າ, ນະມັດສະການພຣະເຈົ້າ, ມີປະຕິສຳພັນນຳກັນຕາມປົກກະຕິ, ໂອ້ລົມກັນຈາກໃຈຈິງ, ເປີດໃຈ ແລະ ເປີດເຜີຍຕົນເອງ, ໂອ້ລົມກັນ ແລະ ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ຫຼື ຮຽນຮູ້ຈາກກັນ ແລະ ກັນເພື່ອຊົດເຊີຍຂໍ້ບົກຜ່ອງຂອງພວກເຂົາ, ມັນບໍ່ມີສິ່ງເຫຼົ່ານີ້ເລີຍ. ກຸ່ມນີ້, ອານາເຂດນີ້ ຄືອານາເຂດຂອງກຸ່ມຜູ້ຕໍ່ຕ້ານພຣະຄຣິສ, ເປັນບ່ອນທີ່ຄວາມຈິງບໍ່ມີອຳນາດ, ເປັນບ່ອນທີ່ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດ ແລະ ເປັນບ່ອນທີ່ພຣະທຳຂອງພຣະເຈົ້າບໍ່ມີຢູ່ໃນຫົວໃຈຂອງຜູ້ຄົນ. ແຕ່ກົງກັນຂ້າມ, ກຸ່ມຜູ້ຕໍ່ຕ້ານພຣະຄຣິສພັດດຳລົງຊີວິດຢ່າງເພິ່ງພໍໃຈ, ສະດວກສະບາຍ ແລະ ເພີດເພີນຢູ່ທີ່ນີ້, ໂດຍປະຕິບັດຕໍ່ມັນຄືກັບເຮືອນຂອງພວກເຂົາເອງ. ໃນຄວາມເປັນຈິງແລ້ວ, ນີ້ບໍ່ແມ່ນເຮືອນຂອງພຣະເຈົ້າ ຫຼື ຄຣິສຕະຈັກ; ມັນຄືສັງຄົມ, ຄືກຸ່ມຜູ້ຕໍ່ຕ້ານພຣະຄຣິສ.

ຜູ້ຕໍ່ຕ້ານພຣະຄຣິສປ່ຽນຄຣິສຕະຈັກໃຫ້ກາຍເປັນອານາເຂດຂອງພວກເຂົາເອງ, ປ່ຽນມັນໃຫ້ກາຍເປັນກຸ່ມທາງສັງຄົມ ແລະ ກຸ່ມຂອງພວກເຂົາ. ພວກເຂົາມີສ່ວນຮ່ວມໃນການກະທຳທີ່ເປັນການທຳລາຍ ແລະ ໜ້າກຽດຊັງ ແລະ ພວກເຂົາເວົ້າ ຫຼື ກະທຳດ້ວຍກົນອຸບາຍ ແລະ ວິທີການຂອງຜູ້ບໍ່ມີຄວາມເຊື່ອຢ່າງສິ້ນເຊີງ. ແຕ່ລະຄົນລ້ວນແຕ່ເປັນຄົນທີ່ເວົ້າຄ່ອງແຄ້ວ, ເວົ້າຈາໄຮ້ສາລະ, ເຕັມໄປດ້ວຍຄວາມຕ່ຳຊ້າ, ມີເລ່ຫຼ່ຽມ ແລະ ຊົ່ວຊ້າ ແລະ ປະຕິເສດທີ່ຈະຍອມຮັບຄວາມຈິງ. ຢູ່ພາຍນອກ, ພວກເຂົາປອມຕົວເປັນຄົນທີ່ສຸພາບຮຽບຮ້ອຍ, ມີອາລະຍະທຳ, ສຸພາບ, ມີລະບຽບວິໄນ ແລະ ເຖິງກັບເປັນຄົນທີ່ມີມາລະຍາດດີ, ມີຄວາມສາມາດ ແລະ ມີລັກສະນະທີ່ດີ. ເຖິງຢ່າງໃດກໍຕາມ, ໃນຄວາມເປັນຈິງແລ້ວ ແຕ່ລະຄົນລ້ວນແຕ່ເປັນຄົນທີ່ມີລັກສະນະທີ່ເລ່ຫຼ່ຽມ, ຄົດໂກງ, ຕ່ຳຊ້າ ແລະ ຊົ່ວຊ້າ. ພວກເຂົາສົມຮູ້ຮ່ວມຄິດກັນ, ສ້າງເສັ້ນສາຍ, ຍາດແຍ່ງອິດທິພົນ, ໃຫ້ຄວາມສຳຄັນກັບຄວາມຫຼູຫຼາຟຸມເຟືອຍ ແລະ ເນັ້ນໜັກເຖິງຄວາມສຳພັນທາງຊຸມຊົນ ແລະ ບຸກຄະລາກອນໃນສັງຄົມ. ພວກເຂົາໃຫ້ຄວາມສຳຄັນກັບຜູ້ທີ່ມີອິດທິພົນຫຼາຍກວ່າ, ມີສະຖານະສູງກວ່າ ແລະ ມີຊື່ສຽງຫຼາຍກວ່າໃນສັງຄົມ ພ້ອມທັງຜູ້ທີ່ເກັ່ງທີ່ສຸດໃນເລື່ອງກົນລະຍຸດ. ຈາກຄຳເວົ້າ ແລະ ພຶດຕິກຳຂອງພວກເຂົາ, ເຈົ້າບໍ່ສາມາດແຍກແຍະຄວາມເຊື່ອທີ່ແທ້ຈິງໃດໜຶ່ງໄດ້ເລີຍ; ແຮງໄກທີ່ເຈົ້າຈະສາມາດເຫັນບ່ອນຫວ່າງແມ່ນແຕ່ໜ້ອຍດຽວສຳລັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງໃນຫົວໃຈຂອງພວກເຂົາ. ຄວາມເຊື່ອຂອງພວກເຂົາເປັນພຽງເກມ ແລະ ການຫຼອກລວງເທົ່ານັ້ນ. ຄົນທີ່ມີລັກສະນະຊົ່ວຊ້າເຫຼົ່ານີ້ໄດ້ປ່ຽນຄຣິສຕະຈັກໃຫ້ກາຍເປັນກຸ່ມທາງສັງຄົມ, ເປັນອານາເຂດສຳລັບຄົນທີ່ມີລັກສະນະຊົ່ວຊ້າເພື່ອສົມຮູ້ຮ່ວມຄິດກັນ, ໃນຂະນະດຽວກັນກໍສະແດງຄຳເວົ້າທີ່ຟັງເບິ່ງສູງສົ່ງຂອງພວກເຂົາອອກມາຢ່າງບໍ່ຢຸດຢ່ອນ, ໂດຍເວົ້າວ່າ: “ພວກເຮົາເຊື່ອໃນພຣະເຈົ້າ, ປະຕິບັດໜ້າທີ່ຂອງຕົນໃນເຮືອນຂອງພຣະເຈົ້າ, ຕິດຕາມພຣະເຈົ້າແບບນີ້, ປະກອບສ່ວນເພື່ອສະຫວັດດີການຂອງອ້າຍເອື້ອຍນ້ອງຂອງພວກເຮົາແບບນັ້ນ, ຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຂົາແບບນີ້ ແລະ ຮັກກັນເອງໃນລັກສະນະນັ້ນລັກສະນະນີ້”. ຜ່ານວິທີການທີ່ຊົ່ວຮ້າຍທີ່ເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ຕິດກັບ ພ້ອມກັບວິທີການທີ່ຕ່ຳຊ້າຕ່າງໆ, ພວກເຂົາທຳຮ້າຍອ້າຍເອື້ອຍນ້ອງ, ແຕ່ພັດເຊື່ອວ່າພວກເຂົາກຳລັງປະຕິບັດໜ້າທີ່ຂອງຕົນ, ຊ່ວຍເຫຼືອອ້າຍເອື້ອຍນ້ອງ, ຖວາຍກຽດແດ່ພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ. ພວກເຂົາບໍ່ຮັບຮູ້ເລີຍວ່າ ຢູ່ເບື້ອງຫຼັງການກະທຳ ແລະ ພຶດຕິກຳເຫຼົ່ານີ້ຄືແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ກຳລັງບົງການສະຖານະການ. ຜູ້ຕໍ່ຕ້ານພຣະຄຣິສດັກຈັບຜູ້ທີ່ຕິດຕາມພຣະເຈົ້າໃຫ້ມາຢູ່ພາຍໃຕ້ອຳນາດຂອງພວກເຂົາ, ປ່ຽນຄຣິສຕະຈັກໃຫ້ກາຍເປັນອານາເຂດຂອງພວກເຂົາເອງ, ກາຍເປັນກຸ່ມທາງສັງຄົມ, ກາຍເປັນອົງກອນຂອງຜູ້ຄົນທີ່ຢູ່ພາຍໃຕ້ອຳນາດຂອງຊາຕານ. ອົງກອນແບບນັ້ນຍັງສາມາດຖືວ່າເປັນຄຣິສຕະຈັກໄດ້ຢູ່ບໍ? ເຫັນໄດ້ຊັດເຈນວ່າບໍ່ໄດ້. ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ໜ້າລັງກຽດຢ່າງຍິ່ງບໍ? ພວກເຈົ້າເຄີຍເຫັນກຸ່ມຜູ້ຕໍ່ຕ້ານພຣະຄຣິສແບບນີ້ບໍ? ເຈົ້າຮູ້ສຶກແນວໃດເມື່ອເຈົ້າຢູ່ທ່າມກາງພວກເຂົາ? ຢູ່ພາຍນອກ, ພວກເຂົາເບິ່ງຄືວ່າສຸພາບ ແລະ ເປັນມິດ, ແຕ່ເມື່ອເຈົ້າໂອ້ລົມຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າກັບພວກເຂົາ, ທັດສະນະຄະຕິທີ່ພວກເຂົາສະແດງອອກມາພັດເປັນຄວາມລັງກຽດ ແລະ ຂາດຄວາມສົນໃຈເປັນພິເສດ, ເຊິ່ງກົງກັນຂ້າມກັບຄວາມສຸພາບ ແລະ ຄວາມເປັນມິດພາຍນອກຂອງພວກເຂົາ. ເມື່ອເຈົ້າໂອ້ລົມຄວາມຈິງກັບພວກເຂົາ, ພວກເຂົາກໍຮູ້ສຶກວ່າເຈົ້າເປັນຄົນນອກ ແລະ ເມື່ອເຈົ້າໂອ້ລົມກ່ຽວກັບວຽກງານຂອງຄຣິສຕະຈັກ, ພວກເຂົາກໍຍິ່ງຮູ້ສຶກແບບນັ້ນຫຼາຍຂຶ້ນ; ເມື່ອເຈົ້າສືບຕໍ່ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນນຳໄປປະຕິບັດໃນການປະຕິບັດໜ້າທີ່, ພວກເຂົາກໍຮູ້ສຶກອຸກອັ່ງ ແລະ ບໍ່ສົນໃຈ ແລະ ນັ້ນຄືຕອນທີ່ພວກເຂົາເປີດເຜີຍຄວາມຄ້າຍຄືກັບມານຮ້າຍຂອງພວກເຂົາອອກມາ, ພວກເຂົາເກົາຫົວ, ພວກເຂົາຫາວນອນ ແລະ ນ້ຳຕາຂອງພວກເຂົາກໍໄຫຼ. ນີ້ບໍ່ຜິດປົກກະຕິບໍ? ເປັນຫຍັງຄວາມຄ້າຍຄືກັບມານຮ້າຍຂອງພວກເຂົາຈຶ່ງປາກົດຂຶ້ນທັນທີທີ່ເຈົ້າໂອ້ລົມຄວາມຈິງ? ແຕ່ລະຄົນບໍ່ໄດ້ມີຄວາມຮັກຢ່າງຫຼວງຫຼາຍໃນຫົວໃຈຂອງພວກເຂົາບໍ? ພວກເຂົາໝົດຄວາມສົນໃຈໄດ້ແນວໃດເມື່ອເຈົ້າເລີ່ມໂອ້ລົມກ່ຽວກັບຄວາມຈິງ? ພວກເຂົາບໍ່ໄດ້ຖືກເປີດເຜີຍຍ້ອນສິ່ງນີ້ບໍ? ພວກເຂົາບໍ່ໄດ້ມີຄວາມກະຕືລືລົ້ນ ແລະ ຄວາມຈົງຮັກພັກດີຢ່າງຍິ່ງຕໍ່ການປະຕິບັດໜ້າວຽກພາຍນອກບໍ? ແລະ ຖ້າພວກເຂົາຈົງຮັກພັກດີ, ພວກເຂົາບໍ່ໄດ້ມີຄວາມເປັນຈິງບໍ? ຖ້າພວກເຂົາມີຄວາມເປັນຈິງ, ແລ້ວພວກເຂົາກໍຄວນຈະມີຄວາມສຸກເມື່ອພວກເຂົາໄດ້ຍິນຜູ້ຄົນໂອ້ລົມຄວາມຈິງ, ພວກເຂົາຄວນຈະປາຖະໜາມັນ. ເປັນຫຍັງສະພາວະຂອງພວກເຂົາຈຶ່ງຜິດປົກກະຕິຢູ່ສະເໝີ, ເຖິງຂັ້ນມີການຖືກວິນຍານຊົ່ວຮ້າຍເຂົ້າສິງເກີດຂຶ້ນ? ມັນສະແດງໃຫ້ເຫັນວ່າການມີປະຕິສຳພັນທີ່ກົມກຽວກັນຕາມປົກກະຕິຂອງພວກເຂົາ ພ້ອມທັງຄວາມສຸພາບ ແລະ ຄວາມເປັນມິດຂອງພວກເຂົານັ້ນລ້ວນແຕ່ເປັນສິ່ງຈອມປອມທັງໝົດ. ມັນຄືພຣະທຳແຫ່ງການພິພາກສາຂອງພຣະເຈົ້າ ແລະ ຄວາມຈິງທີ່ພຣະອົງສະແດງອອກນັ້ນເອງທີ່ເປີດເຜີຍພວກເຂົາຢ່າງສິ້ນເຊີງ. ຈາກນັ້ນ ຄວາມໂມໂຫຂອງພວກເຂົາກໍພຸ່ງຂຶ້ນມາ ແລະ ສະພາບຂອງພວກເຂົາກໍແຕກຕ່າງຈາກປົກກະຕິຢ່າງສິ້ນເຊີງ ແລະ ພວກເຂົາກໍເລີ່ມເຮັດຄວາມຊົ່ວຮ້າຍ ແລະ ກໍ່ໃຫ້ເກີດການລົບກວນ. ຈາກນັ້ນ, ພຣະເຈົ້າກໍມອບພວກເຂົາໃຫ້ແກ່ຊາຕານ ແລະ ບໍ່ສົນໃຈພວກເຂົາອີກຕໍ່ໄປ. ໃນການກະທຳອັນຊົ່ວຮ້າຍອັນຫຼວງຫຼາຍຂອງພວກເຂົາ, ພວກເຂົາໄດ້ສະແດງທາດແທ້ຂອງພວກເຂົາອອກມາແລ້ວ.

ການທີ່ຜູ້ຕໍ່ຕ້ານພຣະຄຣິສບົງການສະຖານະການນັ້ນເປັນຄວາມຈິງຢ່າງແນ່ນອນ. ໃນກໍລະນີທີ່ບໍ່ຮ້າຍແຮງ, ບຸກຄົນໜຶ່ງບົງການຜູ້ຄົນຈຳນວນໜຶ່ງ; ໃນກໍລະນີທີ່ຮ້າຍແຮງ, ຄົນກຸ່ມໜຶ່ງບົງການຜູ້ຄົນຈຳນວນໜຶ່ງ ແລະ ທຸກໆເລື່ອງຢ່າງຮອບດ້ານ. ຈຳນວນຂອງສິ່ງຕ່າງໆ ແລະ ສະຖານະການທີ່ບຸກຄົນໜຶ່ງສາມາດບົງການໄດ້ນັ້ນແມ່ນມີຂີດຈຳກັດ; ສະນັ້ນ, ເພື່ອຂະຫຍາຍອໍານາດຂອງພວກເຂົາ ແລະ ເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ, ຜູ້ຕໍ່ຕ້ານພຣະຄຣິສຕ້ອງຝຶກຝົນຜູ້ຄົນພາຍທີມໃດໜຶ່ງ. ພວກເຂົາຈຳເປັນຕ້ອງຊັກຈູງ ແລະ ຄວບຄຸມຜູ້ຄົນກຸ່ມໜຶ່ງເພື່ອຊ່ວຍເຫຼືອພວກເຂົາ, ເຮັດໃຫ້ສະຖານະ ແລະ ອຳນາດຂອງພວກເຂົາໝັ້ນຄົງ ແລະ ຊ່ວຍພວກເຂົາບົງການສະຖານະການ. ເມື່ອຜູ້ຕໍ່ຕ້ານພຣະຄຣິສສ້າງຕັ້ງກຸ່ມຂອງພວກເຂົາແລ້ວ, ຂອບເຂດອິດທິພົນຂອງພວກເຂົາກໍຈະກ້ວາງຂຶ້ນ, ເຊິ່ງເຮັດໃຫ້ພວກເຂົາສາມາດບົງການສິ່ງຕ່າງໆໄດ້ຫຼາຍຂຶ້ນ ແລະ ການມີສ່ວນຮ່ວມຂອງພວກເຂົາກໍກວ້າງຂວາງຂຶ້ນ. ດ້ວຍເຫດນີ້, ຈຳນວນຜູ້ເຄາະຮ້າຍຈຶ່ງເພີ່ມຂຶ້ນ. ພວກເຈົ້າຄວນເຮັດແນວໃດຖ້າພວກເຈົ້າພົບພໍ້ກັບກຸ່ມຜູ້ຕໍ່ຕ້ານພຣະຄຣິສທີ່ສາມາດບົງການສະຖານະການໄດ້? ພວກເຈົ້າເຄີຍເຫັນກຸ່ມແບບນັ້ນບໍ? ສະມາຊິກຫຼັກຂອງກຸ່ມນີ້ໂດຍປົກກະຕິແລ້ວປະກອບມີສີ່ ຫຼື ຫ້າຄົນ ຫຼື ຫຼາຍກວ່າສິບຄົນ. ແຕ່ລະຄົນຮັບຜິດຊອບໜ້າວຽກຕ່າງກັນ. ຕົວຢ່າງ: ມີຜູ້ທີ່ຊ່ຽວຊານດ້ານການປັບປ່ຽນບຸກຄະລາກອນ, ຜູ້ທີ່ຈັດການດ້ານການເງິນ, ຜູ້ທີ່ຮັບມືກັບເບື້ອງເທິງ ແລະ ຜູ້ທີ່ປົກປິດສິ່ງຕ່າງໆໃຫ້ກັບຜູ້ຕໍ່ຕ້ານພຣະຄຣິສໂດຍທັນທີບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ; ພ້ອມທັງຜູ້ທີ່ໃຫ້ຄຳປຶກສາຢູ່ເບື້ອງຫຼັງ, ຜູ້ທີ່ວາງແຜນເຮັດສິ່ງທີ່ບໍ່ດີເພື່ອທຳຮ້າຍຜູ້ຄົນ; ຜູ້ທີ່ຊ່ຽວຊານດ້ານການເຜີຍແຜ່ຂ່າວລື, ຜູ້ທີ່ສ້າງຄວາມແຕກແຍກ, ຜູ້ທີ່ຊ່ວຍເຫຼືອຜູ້ເຮັດຄວາມຊົ່ວໃນການເຮັດສິ່ງຊົ່ວຮ້າຍ, ຜູ້ທີ່ຮວບຮວມຂໍ້ມູນ ແລະ ແມ້ກະທັ້ງຜູ້ທີ່ຈັດຫາຜົນປະໂຫຍດ ແລະ ໃຫ້ການປິ່ນປົວທາງການແພດແກ່ພວກເຂົາ. ສະຫຼຸບແລ້ວ, ມີບາງຄົນໃນກຸ່ມນີ້ທີ່ຮັບບົດບາດທຸກປະເພດ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສົນໃຈບຸກຄົນທີ່ບໍ່ມີອິດທິພົນ, ເປັນຄົນບໍ່ມີເລ່ຫຼ່ຽມ ແລະ ຮຽບງ່າຍ ແລະ ຂາດຄວາມສາມາດໃນການຈັດການກັບເລື່ອງຕ່າງໆໃນສັງຄົມ. ແຕ່ກົງກັນຂ້າມ, ພວກເຂົາແນເປົ້າໝາຍໃສ່ຜູ້ເຊື່ອທີ່ມີສະຖານະ, ມີຊື່ສຽງ, ມີອິດທິພົນ ແລະ ມີປະສົບການໃນຖານະເຈົ້າໜ້າທີ່ ຫຼື ໃນການເຮັດທຸລະກິດຂະໜາດໃຫຍ່ໃນສັງຄົມ ເຊິ່ງກໍຄືຜູ້ຄົນທີ່ເຄີຍເຫັນໂລກມາແລ້ວ, ມີຄວາມສາມາດໃນການເຮັດສິ່ງຕ່າງໆໃຫ້ສຳເລັດ ແລະ ສາມາດຈັດຫາສິ່ງທີ່ດີໃຫ້ແກ່ພວກເຂົາໄດ້. ຕົວຢ່າງ: ຖ້າລົດຄັນໜຶ່ງມີລາຄາ 400,000 ຢວນ, ຄົນທີ່ມີຄວາມສາມາດໃນການຕໍ່ລອງລາຄາໃນຕະຫຼາດກໍສາມາດຫາລົດມືສອງທີ່ມີສະພາບຄ້າຍຄືກັບລົດໃໝ່ຄັນໜຶ່ງໃຫ້ຜູ້ຕໍ່ຕ້ານພຣະຄຣິສໄດ້ໃນລາຄາເຄິ່ງໜຶ່ງ. ຜູ້ຕໍ່ຕ້ານພຣະຄຣິສຈະນຳເອົາບຸກຄົນດັ່ງກ່າວເຂົ້າມາຮ່ວມກຸ່ມບໍ ຖ້າພວກເຂົາເຂົ້າໃກ້ຄົນເຫຼົ່ານັ້ນ? (ແມ່ນແລ້ວ). ຜູ້ຕໍ່ຕ້ານພຣະຄຣິສນຳເອົາຄົນແບບນີ້ເຂົ້າມາ. ຈຸດປະສົງຂອງພວກເຂົາແມ່ນຫຍັງ? ພວກເຂົາຕັ້ງເປົ້າທີ່ຈະປ່ຽນເຮືອນຂອງພຣະເຈົ້າ ເຊິ່ງເປັນສະຖານທີ່ປະຕິບັດວຽກງານຂອງພຣະເຈົ້າ ໃຫ້ກາຍເປັນກຸ່ມທາງສັງຄົມ ແລະ ເຮັດໃຫ້ວຽກງານຂອງພຣະເຈົ້າ ແລະ ຄວາມຈິງບໍ່ສາມາດຖືກຈັດຕັ້ງປະຕິບັດໃນທ່າມກາງຜູ້ຄົນໄດ້, ພວກເຂົາຕ້ອງການບັນລຸເປົ້າໝາຍຂອງຕົນເອງ. ຖ້າຜູ້ເຊື່ອທຳມະດາຄົນໜຶ່ງເຊື່ອໃນພຣະເຈົ້າດ້ວຍຫົວໃຈ ແລະ ຈິດວິນຍານ, ສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງລາວ, ເປັນຄົນບໍ່ມີເລ່ຫຼ່ຽມ ແລະ ຮຽບງ່າຍ ແລະ ຂາດຄວາມສາມາດໃນການຈັດການສິ່ງຕ່າງໆ, ຜູ້ຕໍ່ຕ້ານພຣະຄຣິສຈະຕ້ອງການລາວບໍ? (ບໍ່ຕ້ອງການ). ຖ້າຜົວ ແລະ ລູກຊາຍຂອງລາວທັງສອງສາມາດຫາເງິນໃນການເຮັດທຸລະກິດ, ພວກເຂົາມີອິດທິພົນໃນສັງຄົມ ແລະ ບໍ່ມີໃຜກ້າຂົ່ມເຫັງພວກເຂົາ, ແມ່ຍິງອາວຸໂສແບບນີ້ມີຄຸນຄ່າໃດໜຶ່ງຕໍ່ຜູ້ຕໍ່ຕ້ານພຣະຄຣິສບໍ? ເຖິງແມ່ນວ່າລາວອາດຈະຂາດຄຸນຄ່າໃນຕົວເອງໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ໃນແງ່ຂອງຄອບຄົວຂອງລາວແລ້ວ ລາວມີຄຸນຄ່າຢ່າງຍິ່ງ. ລາວບໍ່ຂາດແຄນເງິນ, ເຮືອນຂອງລາວສາມາດຈັດຕ້ອນຮັບອ້າຍເອື້ອຍນ້ອງໄດ້ ແລະ ຖ້າມີເລື່ອງຫຍັງເກີດຂຶ້ນ, ລາວກໍສາມາດໃຫ້ຄອບຄົວຂອງລາວຊ່ວຍຈັດການໄດ້. ຄົນແບບນັ້ນມີຄຸນຄ່າຕໍ່ຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອຊັກຈູງ ແລະ ເຮັດໃຫ້ບຸກຄົນດັ່ງກ່າວຫຼົງຜິດ, ເຮັດໃຫ້ພວກເຂົາມາຢືນຢູ່ຝ່າຍລາວ ແລະ ຖືກລາວໃຊ້ວຽກ. ຜູ້ຕໍ່ຕ້ານພຣະຄຣິສປະເມີນຄົນທີ່ເປັນປະໂຫຍດຕໍ່ພວກເຂົາໄດ້ຢ່າງແມ່ນຍຳ. ພວກເຂົາບໍ່ໃສ່ໃຈ ຫຼື ໃຫ້ຄຸນຄ່າຕໍ່ຜູ້ທີ່ມີຄວາມເຊື່ອທີ່ແທ້ຈິງ, ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ຫຼື ຜູ້ທີ່ມີລັກສະນະທີ່ດີ ແລະ ຈົງຮັກພັກດີໃນການປະຕິບັດໜ້າທີ່ ແລະ ຫຼັງຈາກທີ່ໄດ້ຮັບການລ້ຽງດູ ແລະ ດູແລແລ້ວ ກໍສາມາດມີຄວາມຄືບໜ້າ ແລະ ຈ່າຍລາຄາຢ່າງແທ້ຈິງ. ຍິ່ງເຈົ້າຊື່ກົງຫຼາຍເທົ່າໃດ ແລະ ຍິ່ງເຈົ້າມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຫຼາຍເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກລັງກຽດເຈົ້າຫຼາຍຂຶ້ນເທົ່ານັ້ນ. ຖ້າເຈົ້າເວົ້າຄວາມຈິງ ແລະ ເວົ້າໃນລັກສະນະທີ່ກົງໄປກົງມາ, ພວກເຂົາກໍຈະລັງກຽດ ແລະ ຂີ້ດຽດເຈົ້າ. ເມື່ອພວກເຂົາເຫັນເຈົ້າ, ພວກເຂົາກໍຈະຫຼີກລ່ຽງເຈົ້າ. ຖ້າເຈົ້າມີປະຕິສຳພັນກັບພວກເຂົາ, ພວກເຂົາກໍຈະເວົ້າທັກທາຍແບບຜິວເຜີນ ແຕ່ຈະບໍ່ເວົ້າຈາກໃຈຈິງ ເວັ້ນເສຍແຕ່ວ່າເຈົ້າມີຄຸນຄ່າຕໍ່ພວກເຂົາ. ພວກເຂົາມັກຄົນທີ່ມີຄຸນຄ່າຕໍ່ພວກເຂົາ, ຄົນທີ່ເປັນປະໂຫຍດຕໍ່ອຳນາດ ແລະ ສະຖານະຂອງພວກເຂົາ. ຖ້າຄົນໃດໜຶ່ງສາມາດຖືກພວກເຂົາໃຊ້ວຽກ ແລະ ສາມາດຊ່ວຍພວກເຂົາເຮັດສິ່ງຕ່າງໆໃຫ້ສຳເລັດ, ປົກປິດຂໍ້ເທັດຈິງ, ເຮັດສິ່ງທີ່ບໍ່ດີໃນຂະນະທີ່ຊອກຫາຂໍ້ອ້າງທີ່ເໝາະສົມໃຫ້ພວກເຂົາ ແລະ ເຮັດໃຫ້ອ້າຍເອື້ອຍນ້ອງຫຼົງຜິດໂດຍທີ່ບໍ່ມີໃຜສັງເກດເຫັນ, ໂດຍທີ່ບໍ່ມີໃຜສາມາດເປີດໂປງ ຫຼື ຮູ້ທັນມັນໄດ້, ບຸກຄົນນັ້ນກໍຈະກາຍເປັນເປົ້າໝາຍໃນການຂູດຮີດ ແລະ ການຮັບສະມາຊິກພວກເຂົາ. ຖ້າບຸກຄົນໃດໜຶ່ງ, ບໍ່ວ່າພວກເຂົາຈະເວົ້າກັບໃຜກໍຕາມ, ມັກຈະເວົ້າຄຳຍ້ອງຍໍເກີນຈິງຢູ່ສະເໝີ, ກ່າວຄຳຍົກຍ້ອງຜູ້ທີ່ມີສິດອຳນາດ, ຕິດຕາມໃຜກໍຕາມທີ່ມີສະຖານະ ແລະ ບໍ່ສະແດງການແຍກແຍະຕໍ່ໃຜເລີຍ, ຜູ້ຕໍ່ຕ້ານພຣະຄຣິສຈະໃຊ້ພວກເຂົາບໍ? ບຸກຄົນດັ່ງກ່າວມີຄຸນຄ່າຕໍ່ຜູ້ຕໍ່ຕ້ານພຣະຄຣິສ, ແຕ່ພວກເຂົາກໍປະຕິບັດຕໍ່ຄົນເຫຼົ່ານັ້ນຢ່າງລະມັດລະວັງເຊັ່ນກັນ. ພວກເຂົາບໍ່ໄວ້ວາງໃຈຜູ້ທີ່ຍ້ອງຍໍພວກເຂົາເກີນຈິງຢ່າງສະໜິດໃຈ ແລະ ພວກເຂົາຈະບໍ່ໃຫ້ຄົນເຫຼົ່ານັ້ນຮູ້ບາງສິ່ງບາງຢ່າງ. ຖ້າການປະຊຸມຖືກຈັດແບ່ງຕາມລຳດັບຂັ້ນ, ພວກເຂົາກໍຈະກີດກັນບຸກຄົນດັ່ງກ່າວອອກຈາກການເຕົ້າໂຮມທີ່ສຳຄັນກວ່າ. ການເຕົ້າໂຮມທີ່ມີຄວາມສຳຄັນໜ້ອຍກວ່າ ຫຼື ການເຕົ້າໂຮມທຳມະດາຄືບ່ອນທີ່ຄົນທີ່ບໍ່ມີຈຸດຢືນດັ່ງກ່າວສາມາດເຂົ້າຮ່ວມໄດ້. ນັ້ນກໍເພາະວ່າ ຖ້າມີຜູ້ນຳອີກຄົນໜຶ່ງປາກົດຕົວຂຶ້ນ, ຄົນທີ່ບໍ່ມີຈຸດຢືນເຫຼົ່ານີ້ກໍອາດຈະທໍລະຍົດພວກເຂົາ ແລະ ເປີດໂປງພວກເຂົາໄດ້ທຸກເວລາ. ຜູ້ຕໍ່ຕ້ານພຣະຄຣິສມີເລ່ຫຼ່ຽມໃນການຈັດການກັບຄົນແບບນັ້ນ, ໂດຍໃຊ້ວຽກພວກເຂົາຕາມສະຖານະການ. ສະນັ້ນ, ເມື່ອເວົ້າເຖິງການບົງການສະຖານະການ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງລະມັດລະວັງຫຼາຍ. ພວກເຂົາຈັດການກັບເລື່ອງດັ່ງກ່າວດ້ວຍວິທີການທີ່ເປັນລະບົບ ແລະ ຮອບຄອບ, ໂດຍພິຈາລະນາຢ່າງລະມັດລະວັງວ່າຈະກະທຳການແນວໃດ ແລະ ຈະໃຊ້ປະໂຫຍດຈາກຄົນໃດ. ພວກເຂົາແຍກແຍະລະຫວ່າງຜູ້ທີ່ເປັນຄົນສະໜິດໃກ້ຊິດ ແລະ ຜູ້ທີ່ເປັນຄົນສະໜິດທົ່ວໄປໃນຈິດໃຈຂອງພວກເຂົາ.

ເມື່ອຜູ້ຕໍ່ຕ້ານພຣະຄຣິສພົວພັນກັບຄົນແປກໜ້າ ເຊັ່ນ: ຜູ້ນຳລະດັບສູງ ຫຼື ຄົນທີ່ພວກເຂົາບໍ່ຮູ້ຈັກ, ກ່ອນອື່ນ ພວກເຂົາຈະສືບຫາລັກສະນະຂອງບຸກຄົນນັ້ນ, ວ່າພວກເຂົາມີການໄລ່ຕາມ ຫຼື ງານອະດິເລກບາງຢ່າງ ຫຼື ບໍ່, ພວກເຂົາມີຄວາມເຊື່ອທີ່ແທ້ຈິງ ຫຼື ບໍ່, ຈຳນວນປີໃນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ພວກເຂົາມີຄວາມເປັນຈິງຄວາມຈິງ ຫຼື ການແຍກແຍະຕໍ່ພວກເຂົາ ຫຼື ບໍ່ ແລະ ພວກເຂົາແບກຮັບພາລະສຳລັບການເຂົ້າສູ່ຊີວິດ ຫຼື ບໍ່. ພວກເຂົາປະເມີນ ແລະ ສັງເກດທຸກດ້ານ, ຈາກນັ້ນກໍໃຊ້ວິທີການຕ່າງໆເພື່ອຫຼອກຖາມຄຳເວົ້າຂອງພວກເຂົາ ແລະ ທົດສອບພວກເຂົາ. ຖ້າພວກເຂົາເຫັນວ່າຄົນຜູ້ນັ້ນເປັນຄົນເບົາປັນຍາ, ພວກເຂົາກໍຈະລົດຄວາມລະມັດລະວັງລົງ ແລະ ບໍ່ສົນໃຈຄົນເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ, ຖ້າບຸກຄົນນັ້ນເບິ່ງຄືວ່າສະຫຼາດຫຼັກແຫຼມ ແລະ ຍາກທີ່ຈະຢັ່ງເຖິງ, ພວກເຂົາກໍຮູ້ສຶກວ່າພວກເຂົາຕ້ອງລະມັດລະວັງ. ການຄວບຄຸມສະຖານະການຂອງຜູ້ຕໍ່ຕ້ານພຣະຄຣິສຄືການເຂົ້າຄວບຄຸມທຸກສິ່ງ, ໂດຍຕ້ອງການເປັນຜູ້ຕັດສິນໃຈຂັ້ນເດັດຂາດໃນທຸກສິ່ງ ລວມທັງຕ້ອງການໃຫ້ຄົນທຸກປະເພດມາຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ. ກົດລະບຽບຂອງເຮືອນຂອງພຣະເຈົ້າກາຍເປັນສິ່ງທີ່ບໍ່ມີຄວາມໝາຍສຳລັບພວກເຂົາ, ປຽບເໝືອນເສດເຈ້ຍໃບໜຶ່ງ ແລະ ກົດການປົກຄອງ ແລະ ອຸປະນິໄສຂອງພຣະເຈົ້າກໍບໍ່ມີຕົວຕົນເລີຍ, ຄືກັບວ່າພວກມັນເປັນພຽງອາກາດ. ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາມີຫຼາຍກວ່າການຄວບຄຸມຜູ້ຄົນ ແລະ ການເຮັດໃຫ້ຜູ້ຄົນຟັງພວກເຂົາ; ພວກເຂົາກ້າວໄປເຖິງຂັ້ນຄວບຄຸມທຸກເຫດການທີ່ແຕ່ລະຄົນໄດ້ປະສົບພົບພໍ້ ພ້ອມທັງເລື່ອງຕ່າງໆທີ່ເກີດຂຶ້ນຕໍ່ໜ້າຕໍ່ຕາພວກເຂົາ ທັງພາຍໃນ ແລະ ແມ່ນແຕ່ພາຍນອກຂອບເຂດອິດທິພົນຂອງພວກເຂົາ. ຈຸດປະສົງຂອງການຄວບຄຸມນີ້ແມ່ນຫຍັງ? ກໍເພື່ອຮັກສາອຳນາດ ແລະ ສະຖານະ ພ້ອມທັງຊື່ສຽງຂອງພວກເຂົາ. ມີໜຶ່ງວະລີທີ່ສະຫຼຸບເຖິງການບົງການສະຖານະການຂອງຜູ້ຕໍ່ຕ້ານພຣະຄຣິສຄື: ທຸກສິ່ງລ້ວນແຕ່ຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາ. ດ້ວຍເຫດນີ້, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ກ້າເບິ່ງຂ້າມເລື່ອງໃດໜຶ່ງ ບໍ່ວ່າຈະນ້ອຍ ຫຼື ໃຫຍ່ກໍຕາມ. ພວກເຂົາບໍ່ກ້າເບິ່ງຂ້າມສິ່ງໃດເລີຍ, ພວກເຂົາຕ້ອງການມີສ່ວນຮ່ວມ ແລະ ແຊກແຊງໃນສິ່ງໃດກໍຕາມທີ່ກ່ຽວຂ້ອງກັບສະຖານະ ຫຼື ຂອບເຂດອິດທິພົນຂອງພວກເຂົາ, ໂດຍບໍ່ຍອມພາດຜົນປະໂຫຍດໃດກໍຕາມ. ພວກເຂົາຕ້ອງການມີສ່ວນຮ່ວມຢ່າງຫ້າວຫັນໃນຫຼາຍໆເລື່ອງພາຍໃນຄຣິສຕະຈັກ ແລະ ຈັບໃຈຄວາມສະຖານະການວ່າສິ່ງຕ່າງໆກຳລັງດຳເນີນໄປແນວໃດ. ຕົວຢ່າງ: ຖ້າບາງຄົນບໍ່ຄ່ອຍຟັງພວກເຂົາ ຫຼື ບໍ່ອ່ອນນ້ອມຕໍ່ພວກເຂົາ ແລະ ມັກຈະມີຄວາມຄິດເຫັນກ່ຽວກັບພວກເຂົາຢູ່ສະເໝີ, ພວກເຂົາກໍຈະຫາວິທີທໍລະມານຄົນເຫຼົ່ານັ້ນ. ແຕ່ຖ້າພວກເຂົາບໍ່ສາມາດຫາຂໍ້ອ້າງໃດໜຶ່ງເພື່ອລິຮານຄົນເຫຼົ່ານັ້ນໄດ້, ພວກເຂົາຈະເຮັດແນວໃດ? ພວກເຂົາຫາວິທີຄວບຄຸມປຶ້ມ ແລະ ການບັນທຶກຄຳເທດສະໜາທີ່ຖືກສົ່ງລົງມາຈາກເຮືອນຂອງພຣະເຈົ້າ. ພວກເຂົາກຳນົດວ່າໃຜຈະໄດ້ຮັບເອກະສານເຫຼົ່ານີ້ໂດຍທັນທີ ໂດຍອີງໃສ່ວ່າໃຜທີ່ເຊື່ອຟັງພວກເຂົາ. ຖ້າເຈົ້າບໍ່ຟັງພວກເຂົາ ຫຼື ສະແດງພຶດຕິກຳທີ່ບໍ່ເປັນທີ່ພໍໃຈໃນຊ່ວງເວລານັ້ນ, ພວກເຂົາກໍຈະອ້າງວ່າຊັບພະຍາກອນມີຈຳກັດ ແລະ ຈະບໍ່ສົ່ງພວກມັນໃຫ້ເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສຈັບຕາເບິ່ງພຶດຕິກຳຂອງເຈົ້າ. ຖ້າເຈົ້າຄິດກ່ຽວກັບມັນຢ່າງຊັດເຈນ, ຮູ້ທັນມັນ ແລະ ຈັບໃຈຄວາມຈິດຕະວິທະຍາຂອງຜູ້ຕໍ່ຕ້ານພຣະຄຣິສ; ຖ້າເຈົ້າຍອມຮັບຄວາມຜິດພາດຂອງເຈົ້າດ້ວຍຄວາມສະໝັກໃຈ ແລະ ເຂົ້າໃກ້ຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຈະຫາຂໍ້ອ້າງເພື່ອເວົ້າວ່າ “ເທື່ອນີ້, ເຮືອນຂອງພຣະເຈົ້າໄດ້ສົ່ງຊັບພະຍາກອນລົງມາພຽງພໍສຳລັບທຸກຄົນ ແລະ ເຈົ້າກໍລວມຢູ່ໃນນັ້ນນຳ”. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາເຫັນວ່າເຈົ້າຕີຕົວອອກຫ່າງອີກຄັ້ງຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ພວກເຂົາກໍຍັງຈະທໍລະມານເຈົ້າຢູ່ດີ. ພວກເຂົາຈະບໍ່ແຈ້ງໃຫ້ເຈົ້າຮູ້ດ້ວຍຊ້ຳເມື່ອມີຊັບພະຍາກອນໃໝ່ມາຮອດ, ພວກເຂົາພຽງແຕ່ຈະບໍ່ໃຫ້ຫຍັງເຈົ້າເລີຍ ແລະ ພວກເຂົາອາດຈະຫາຂໍ້ອ້າງເພື່ອຍຶດເອົາສິ່ງທີ່ເຈົ້າເຄີຍມີໃນຕອນທຳອິດໄປ. ໂດຍສະເພາະເມື່ອຜູ້ຕໍ່ຕ້ານພຣະຄຣິສຄົ້ນພົບວ່າຄົນໃດໜຶ່ງອາດຈະຮູ້ກ່ຽວກັບການກະທຳຜິດຂອງພວກເຂົາຢູ່ເບື້ອງຫຼັງ ແລະ ສາມາດລາຍງານພວກເຂົາໄດ້, ພວກເຂົາກໍຈະລົງມືກ່ອນ, ໂດຍຍອມຮັບຄວາມຜິດພາດຂອງພວກເຂົາ ແລະ ແບ່ງປັນຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາຢ່າງຫ້າວຫັນ, ເຊິ່ງເປັນການໃຊ້ວິທີການທີ່ອ່ອນໂຍນກ່ອນທຳອິດ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນວ່າວິທີການທີ່ອ່ອນໂຍນໃຊ້ບໍ່ໄດ້ຜົນ ແລະ ພວກເຂົາຮູ້ສຶກບໍ່ປອດໄພໃນຫົວໃຈຂອງພວກເຂົາ, ໂດຍຄິດວ່າບຸກຄົນນີ້ອາດຈະຍັງລາຍງານພວກເຂົາຢູ່, ພວກເຂົາກໍຈະພະຍາຍາມທຸກວິທີທາງເພື່ອລະດົມຄົນຈໍານວນຫຼາຍຂຶ້ນມາເພື່ອປິດລ້ອມ ແລະ ຂົ່ມຂູ່ບຸກຄົນນີ້ຢ່າງຮຸນແຮງ. ສິ່ງນີ້ດຳເນີນຕໍ່ໄປຈົນກວ່າບຸກຄົນດັ່ງກ່າວຈະຍອມປະນີປະນອມ, ໂດຍສະແດງທ່າທີຂອງຄົນຜູ້ນັ້ນໃຫ້ຮູ້ວ່າຈະບໍ່ລາຍງານພວກເຂົາ ແລະ ເມື່ອນັ້ນເທົ່ານັ້ນ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຈະຍອມຢຸດ. ໃນບາງກໍລະນີ, ຜູ້ຕໍ່ຕ້ານພຣະຄຣິສອາດຈະເປີດໂປງຄົນອື່ນກ່ອນ; ຍ້ອນຢ້ານວ່າຄົນອື່ນອາດຈະເປີດໂປງ ແລະ ລາຍງານພວກເຂົາ, ພວກເຂົາຈຶ່ງລົງມືກ່ອນ, ໂດຍຕັ້ງໃຈຈັບຈຸດອ່ອນຈາກຄົນອື່ນເພື່ອສ້າງຂໍ້ກ່າວຫາທີ່ເປັນເທັດ ແລະ ວາງກັບດັກພວກເຂົາ. ຕໍ່ມາ, ພວກເຂົາກໍຫາຂໍ້ອ້າງເພື່ອແຍກດ່ຽວ ແລະ ຂັບໄລ່ ບຸກຄົນນັ້ນອອກ, ໂດຍຕັດການຕິດຕໍ່ສື່ສານຂອງພວກເຂົາກັບເບື້ອງເທິງ ແລະ ກັບຄຣິສຕະຈັກ. ຕອນນີ້, ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກປອດໄພ ແລະ ບໍ່ຕ້ອງກັງວົນອີກຕໍ່ໄປ. ນີ້ບໍ່ແມ່ນການບົງການສະຖານະການບໍ? (ແມ່ນແລ້ວ). ສາມາດເວົ້າໄດ້ວ່າ ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສໃນເລື່ອງດັ່ງກ່າວມີຫຼາຍກວ່າໜຶ່ງ ຫຼື ສອງເຫດການທີ່ແຍກອອກຈາກກັນ ຫຼື ການໃຊ້ພຽງໜຶ່ງ ຫຼື ສອງວິທີການ. ເພື່ອບົງການສະຖານະການ, ຮັກສາສະຖານະຂອງພວກເຂົາ ແລະ ເຮັດໃຫ້ອານາເຂດຂອງພວກເຂົາບໍ່ໝັ້ນຄົງ, ຜູ້ຕໍ່ຕ້ານພຣະຄຣິສໄດ້ເຮັດການກະທຳທີ່ຊົ່ວຮ້າຍຫຼາຍຢ່າງ. ຕົວຢ່າງ: ພວກເຂົາປ່ຽນແປງລະບົບ ແລະ ການຈັດແຈງບຸກຄະລາກອນພາຍໃນຄຣິສຕະຈັກ. ເພື່ອໃຫ້ຄວບຄຸມຜູ້ຄົນໄດ້ຫຼາຍຂຶ້ນ, ພວກເຂົາສ້າງຄວາມແຕກແຍກໃນທ່າມກາງອ້າຍເອື້ອຍນ້ອງ, ເຮັດໃຫ້ອ້າຍເອື້ອຍນ້ອງໂຈມຕີ ແລະ ຕັດສິນກັນເອງ. ພວກເຂົາເຖິງກັບຍຸຍົງຜູ້ຕິດຕາມຂອງພວກເຂົາໃຫ້ລຸມໂຈມຕີອ້າຍເອື້ອຍນ້ອງບາງຄົນທີ່ມີຄວາມຮູ້ສຶກຍຸຕິທຳຫຼາຍກວ່າ; ພວກເຂົາຍັງອ້າງຕໍ່ໜ້າອ້າຍເອື້ອຍນ້ອງວ່າພວກເຂົາໄດ້ຮັບການຍົກຍ້ອງຢ່າງສູງສົ່ງຈາກເບື້ອງເທິງຫຼາຍສໍ່າໃດ. ຍິ່ງໄປກວ່ານັ້ນ, ພວກເຂົາຂຽນຈົດໝາຍເຖິງເບື້ອງເທິງ, ໂອ້ອວດກ່ຽວກັບວຽກງານທີ່ດີເລີດຂອງພວກເຂົາ ແລະ ອ້າງວ່າພວກເຂົາໄດ້ຮັບຄວາມຮູ້ກ່ຽວກັບຕົນເອງ, ສາມາດເປີດເຜີຍບັນຫາຂອງພວກເຂົາດ້ວຍຄວາມສະໝັກໃຈ ແລະ ອື່ນໆ. ພວກເຂົາຂຽນຈົດໝາຍ ແລະ ແຈ້ງໃຫ້ຮູ້ກ່ຽວກັບບັນຫາຂອງພວກເຂົາເອງ ທັງໝົດນີ້ກໍເພື່ອພະຍາຍາມທີ່ຈະເອົາໃຈເບື້ອງເທິງ. ພວກເຂົາໃຊ້ວິທີການ ແລະ ຮູບແບບຕ່າງໆເພື່ອບົງການສະຖານະການ, ຄວບຄຸມຜູ້ຕິດຕາມທີ່ຈົງຮັກພັກດີຂອງພວກເຂົາ, ຫຼອກລວງອ້າຍເອື້ອຍນ້ອງ ແລະ ໃນຂະນະດຽວກັນກໍຫຼອກລວງເຮືອນຂອງພຣະເຈົ້າ. ສິ່ງເຫຼົ່ານີ້ຄືການປະຕິບັດຕ່າງໆທີ່ຜູ້ຕໍ່ຕ້ານພຣະຄຣິສນຳໃຊ້ ເພື່ອຄວບຄຸມສະຖານະການພາຍໃນຄຣິສຕະຈັກ. ແນ່ນອນວ່າ ຍັງມີການປະຕິບັດທີ່ສະເພາະເຈາະຈົງອີກຫຼາຍຢ່າງ, ແຕ່ພວກມັນຈະບໍ່ຖືກຍົກມາກ່າວໃນທີ່ນີ້. ສະຫຼຸບແລ້ວ, ເລື່ອງເຫຼົ່ານີ້ກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຄຣິສຕະຈັກນັ້ນເປັນເລື່ອງປົກກະຕິ ແລະ ການປະຕິບັດຕ່າງໆທີ່ພວກເຂົາສະແດງອອກມາກໍເປັນເລື່ອງທົ່ວໄປເຊັ່ນດຽວກັນ.

III. ຜູ້ຕໍ່ຕ້ານພຣະຄຣິສຢັ່ງເບິ່ງ ແລະ ຄວບຄຸມຈິດໃຈຂອງຜູ້ຄົນ

ນອກເໜືອຈາກການຜູກຂາດອຳນາດ ແລະ ການບົງການສະຖານະການແລ້ວ, ຍັງມີການກະທຳອື່ນໃດອີກທີ່ສາມາດຢືນຢັນໄດ້ວ່າ ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດຂອງພວກເຂົາເອງ? ສຳລັບການຜູກຂາດອຳນາດນັ້ນ, ໂດຍຫຼັກແລ້ວ ພວກເຮົາໄດ້ໂອ້ລົມກ່ຽວກັບດ້ານຕ່າງໆທີ່ກ່ຽວກັບບຸກຄະລາກອນ, ໃນຂະນະທີ່ການບົງການສະຖານະການໂດຍຫຼັກແລ້ວແມ່ນກ່ຽວກັບການຄວບຄຸມການພັດທະນາຂອງເຫດການຕ່າງໆ. ການຜູກຂາດອຳນາດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນການກະທຳພາຍນອກ ແລະ ການບົງການສະຖານະການກໍເປັນສິ່ງພາຍນອກທີ່ຜູ້ຄົນສາມາດເບິ່ງເຫັນໄດ້ເຊັ່ນກັນ, ເຊິ່ງດ້ານເຫຼົ່ານີ້ແມ່ນງ່າຍຕໍ່ການຄວບຄຸມ. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ຍາກເປັນພິເສດສຳລັບທຸກຄົນທີ່ຈະຄວບຄຸມ. ສິ່ງໜຶ່ງນັ້ນແມ່ນຫຍັງ? (ການຄວບຄຸມຈິດໃຈຂອງຜູ້ຄົນ ແລະ ຄວາມຄິດຂອງຜູ້ຄົນ). ບອກເຮົາມາເບິ່ງ, ສິ່ງນັ້ນຖືກຕ້ອງບໍ? (ແມ່ນແລ້ວ, ມັນຖືກຕ້ອງ). ພຣະຄຳພີເວົ້າວ່າ “ຈິດໃຈກໍເປັນສິ່ງຫຼອກລວງເໜືອສິ່ງໃດໝົດ” (ເຢເລມີຢາ 17:9), ນັ້ນກໍຄື ຈິດໃຈຂອງມະນຸດເປັນສິ່ງທີ່ຍາກທີ່ສຸດທີ່ຈະຄວບຄຸມ. ຜູ້ຕໍ່ຕ້ານພຣະຄຣິສຈະພະຍາຍາມຄວບຄຸມສິ່ງທີ່ຍາກທີ່ສຸດບໍ? ພວກເຂົາອາດຈະເວົ້າບໍວ່າ “ຍ້ອນວ່າຈິດໃຈຂອງມະນຸດເປັນສິ່ງທີ່ຫຼອກລວງ ແລະ ຍາກທີ່ຈະຄວບຄຸມທີ່ສຸດ, ຂ້ອຍຈຶ່ງຈະບໍ່ຄວບຄຸມມັນ. ປ່ອຍໃຫ້ພວກເຂົາຄິດໃນສິ່ງທີ່ພວກເຂົາຕ້ອງການ; ຕາບໃດທີ່ຂ້ອຍມີອຳນາດ, ຕາບໃດທີ່ຂ້ອຍມີການຄວບຄຸມເໜືອຜູ້ຄົນ, ນັ້ນກໍພຽງພໍແລ້ວ. ຂ້ອຍພຽງແຕ່ຈະຄວບຄຸມການກະທຳ ແລະ ພຶດຕິກຳຂອງພວກເຂົາ ແລະ ຄວາມຄິດຂອງພວກເຂົາກໍສາມາດປ່ອຍໃຫ້ພຣະເຈົ້າເປັນຜູ້ຈັດການ; ຂ້ອຍບໍ່ມີຄວາມສາມາດ, ສະນັ້ນ ຂ້ອຍຈຶ່ງຈະບໍ່ຫຍຸ້ງກັບສິ່ງເຫຼົ່ານັ້ນ”? ຜູ້ຕໍ່ຕ້ານພຣະຄຣິສຈະຍອມປະນີປະນອມແບບນີ້ບໍ? (ບໍ່, ພວກເຂົາຈະບໍ່ເຮັດ). ເມື່ອຕັດສິນຈາກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ຄວາມທະເຍີທະຍານຂອງພວກເຂົາຄືການຄວບຄຸມຕົວຕົນທັງໝົດຂອງບຸກຄົນໃດໜຶ່ງ. ສິ່ງທີ່ທ້າທາຍທີ່ສຸດສຳລັບພວກເຂົາໃນການຄວບຄຸມຄືຈິດໃຈຂອງມະນຸດ, ແຕ່ມັນກໍເປັນສິ່ງທີ່ພວກເຂົາປາຖະໜາທີ່ຈະຄວບຄຸມຫຼາຍທີ່ສຸດເຊັ່ນກັນ. ພວກເຂົາຊັກຈູງຜູ້ຄົນໃຫ້ມາຢູ່ພາຍໃຕ້ອຳນາດຂອງພວກເຂົາ, ໂດຍເຂົ້າຄວບຄຸມທຸກສິ່ງຢ່າງຄົບຖ້ວນ: ເຫດການຕ່າງໆຈະພັດທະນາໄປໃນທິດທາງໃດ, ມີຈັກຄົນທີ່ມີສ່ວນກ່ຽວຂ້ອງ, ມີເລື່ອງໃດແດ່ທີ່ຖືກນຳເຂົ້າມາມີສ່ວນຮ່ວມ, ຄວາມເປັນໄປທັງໝົດຂອງເຫດການເຫຼົ່ານີ້ ແລະ ຈຸດຈົບຈະເປັນແນວໃດ, ທັງໝົດນີ້ລ້ວນແຕ່ພັດທະນາໄປຕາມສິ່ງທີ່ພວກເຂົາກຳນົດໄວ້ ແລະ ຕາມຄວາມປາຖະໜາໃນຫົວໃຈຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງ ນັ້ນກໍຄື ຜູ້ຄົນກຳລັງຄິດຫຍັງຢູ່ໃນຈິດໃຈຂອງພວກເຂົາ? ພວກເຂົາກຳລັງຄິດແນວໃດກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສ? ພວກເຂົາມີຄວາມປະທັບໃຈທີ່ດີຕໍ່ຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່? ພວກເຂົາມັກຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່? ໃນຈິດໃຈຂອງພວກເຂົາ, ພວກເຂົາເຊື່ອວ່າຄົນເຫຼົ່ານັ້ນເປັນຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາແຍກແຍະ ຫຼື ຄຽດແຄ້ນຕໍ່ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ເມື່ອຜູ້ຄົນສະແດງຄວາມເຄົາລົບ ແລະ ປະຈົບປະແຈງພວກເຂົາຢູ່ພາຍນອກ, ພວກເຂົາກຳລັງຄິດຫຍັງຢ່າງແທ້ຈິງຢູ່ໃນຈິດໃຈຂອງພວກເຂົາ? ສິ່ງທີ່ຢູ່ໃນຈິດໃຈຂອງພວກເຂົາສອດຄ່ອງກັບຮູບລັກສະນະພາຍນອກຂອງພວກເຂົາຢ່າງແທ້ຈິງບໍ? ພວກເຂົາເຊື່ອຟັງຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງບໍ? ນີ້ຄືເລື່ອງທີ່ສ້າງຄວາມກັງວົນໃຫ້ແກ່ຜູ້ຕໍ່ຕ້ານພຣະຄຣິສຢ່າງໃຫຍ່ຫຼວງ. ຍິ່ງພວກເຂົາຮູ້ສຶກກັງວົນຫຼາຍເທົ່າໃດ, ພວກເຂົາກໍຍິ່ງສະແຫວງຫາຄຳຕອບຫຼາຍຂຶ້ນເທົ່ານັ້ນ. ນີ້ຄືການສະແດງອອກທີສາມຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບອານາເຂດຂອງພວກເຂົາເອງ, ນັ້ນກໍຄື ການຢັ່ງເບິ່ງ ແລະ ຄວບຄຸມຈິດໃຈຂອງຜູ້ຄົນ.

ການຢັ່ງເບິ່ງ ແລະ ຄວບຄຸມຈິດໃຈຂອງຜູ້ຄົນເປັນເລື່ອງງ່າຍບໍ? ການຢັ່ງເບິ່ງ ແລະ ການຄວບຄຸມເປັນຕົວແທນໃຫ້ແກ່ສອງລະດັບທີ່ແຕກຕ່າງກັນຂອງການກະທຳ ຫຼື ພຶດຕິກຳ ເມື່ອເຮັດບາງສິ່ງບາງຢ່າງ. ເມື່ອຜູ້ຕໍ່ຕ້ານພຣະຄຣິສກຳອຳນາດ ແລະ ເຂົ້າຄວບຄຸມຄວາມເປັນໄປທັງໝົດຂອງເຫດການ ແລະ ຈຸດຈົບຂອງມັນ, ເມື່ອລາວເຂົ້າຄວບຄຸມສິ່ງເຫຼົ່ານີ້, ແລ້ວສິ່ງທີ່ຜູ້ຄົນທີ່ຢູ່ພາຍໃຕ້ລາວ ຫຼື ພາຍໃນຂອບເຂດອິດທິພົນຂອງລາວກຳລັງຄິດຢ່າງແທ້ຈິງຢູ່ໃນຈິດໃຈຂອງພວກເຂົາ, ບໍ່ວ່າພວກເຂົາຈະປະຕິບັດຕໍ່ລາວຄືກັບພຣະເຈົ້າ ຫຼື ຄືກັບຄົນທີ່ສົມບູນແບບ, ບໍ່ວ່າພວກເຂົາຈະມີຄວາມກຽດຊັງ, ຄວາມຄິດເຫັນ ຫຼື ແນວຄິດຕໍ່ລາວ ແລະ ບໍ່ວ່າພວກເຂົາຈະແຍກແຍະລາວ ຫຼື ບໍ່, ສິ່ງທີ່ຜູ້ຄົນກຳລັງຄິດຢ່າງແທ້ຈິງຢູ່ໃນຈິດໃຈຂອງພວກເຂົາ, ສິ່ງເຫຼົ່ານີ້ຂ້ອນຂ້າງທ້າທາຍທີ່ຈະວັດແທກໄດ້. ແລ້ວລາວເຮັດແນວໃດ? ລາວສັງເກດເບິ່ງຜູ້ທີ່ຢູ່ພາຍໃຕ້ລາວ, ໂດຍໃຫ້ຜົນປະໂຫຍດ ຫຼື ເວົ້າຄຳເວົ້າທີ່ໜ້າຟັງສອງສາມຄຳກັບໃຜກໍຕາມທີ່ຂາດການແຍກແຍະ ແລະ ງ່າຍຕໍ່ການເອົາປຽບ. ຄົນເຫຼົ່ານີ້ກໍປຽບເໝືອນໝາກບານຢາງ: ພວກເຂົາຈະເດັ້ງສູງຂຶ້ນ ແລະ ຮວບຮວມພະລັງງານຫຼາຍຂຶ້ນໃນແຕ່ລະຄັ້ງທີ່ຖືກຕົບ. ລາວໃຊ້ບຸກຄົນເຊັ່ນນີ້ເປັນຕົວເບ້ຍ. ລາວໃຊ້ພວກເຂົາເພື່ອເຮັດຫຍັງ? ລາວໃຫ້ຕົວເບ້ຍເຫຼົ່ານີ້ຢັ່ງເບິ່ງຈິດໃຈຂອງຜູ້ຄົນໃຫ້ລາວ. ລາວອາດຈະເວົ້າກັບຕົວເບ້ຍຄົນໜຶ່ງວ່າ “ຊ່ວງນີ້, ເອື້ອຍລີ ແລະ ລູກສາວຂອງລາວໃນຄຣິສຕະຈັກຂອງພວກເຮົາໄດ້ຖວາຍໜ້ອຍລົງ. ພວກເຂົາເຄີຍຖວາຍຫຼາຍພໍສົມຄວນ, ແຕ່ຕອນນີ້ພວກເຂົາບໍ່ຄ່ອຍມາປານໃດ. ຊ່ວງນີ້ພວກເຂົາເຮັດຫຍັງຢູ່? ພວກເຂົາມີການ ຕິດຕໍ່ກັບຄົນພາຍນອກບໍ? ມີຫຍັງເກີດຂຶ້ນຢູ່ເຮືອນບໍ? ລອງໄປເບິ່ງ ແລະ ໃຫ້ການສະໜັບສະໜູນແດ່”. ຄົນຜູ້ນັ້ນກໍໄປຢ້ຽມຢາມເຮືອນຂອງເອື້ອຍລີ ແລະ ເບິ່ງໄປອ້ອມຮອບ, ໂດຍຄິດວ່າ “ບໍ່ມີຄົນແປກໜ້າຢູ່ທີ່ນີ້. ສອງແມ່ລູກເບິ່ງຄືວ່າຈະດຳລົງຊີວິດຢ່າງສະຫງົບສຸກດີ. ເບິ່ງຄືວ່າພວກເຂົາບໍ່ໄດ້ພົບພໍ້ກັບຄວາມຫຍຸ້ງຍາກໃດໜຶ່ງ. ເປັນຫຍັງພວກເຂົາຈຶ່ງບໍ່ໄປການເຕົ້າໂຮມຂອງພວກເຮົາ? ຂ້ອຍຈະສອບຖາມເພີ່ມເຕີມກ່ອນ”. ຄົນຜູ້ນີ້ຖາມວ່າ “ຊ່ວງນີ້ພວກເຈົ້າໄດ້ຮັບຄວາມຮູ້ແຈ້ງໃໝ່ຢູ່ເຮືອນບໍ? ຊ່ວງນີ້ຂ້ອຍຮູ້ສຶກອ່ອນແອ; ໂອ້ລົມກັບຂ້ອຍຈັກໜ່ອຍແດ່”. ເມື່ອເຫັນວ່າຄົນຜູ້ນັ້ນມາເພື່ອສະແຫວງຫາຄວາມຈິງ ແລະ ສະແຫວງຫາຄວາມຊ່ວຍເຫຼືອ, ສອງແມ່ລູກຈຶ່ງໂອ້ລົມກັບພວກເຂົາ ແລະ ເວົ້າວ່າ “ຊ່ວງນີ້, ພວກເຮົາໄດ້ຮັບຄວາມຮູ້ແຈ້ງໃໝ່ວ່າ ຜູ້ທີ່ເຊື່ອໃນພຣະເຈົ້າບໍ່ຄວນຕິດຕາມ ຫຼື ເພິ່ງພາຄົນອື່ນຢູ່ສະເໝີ; ເມື່ອປະເຊີນກັບສິ່ງທ້າທາຍ, ພວກເຮົາຄວນມາຢູ່ຕໍ່ໜ້າພຣະເຈົ້າໃນການອະທິຖານ; ນີ້ຄືສະຕິປັນຍາສູງສຸດ. ຜູ້ຄົນນັ້ນບໍ່ສາມາດເພິ່ງພາໄດ້, ຄົນເຮົາສາມາດເພິ່ງພາໄດ້ພຽງແຕ່ພຣະເຈົ້າເທົ່ານັ້ນ; ພຣະອົງສາມາດປະທານຄວາມຈິງ, ຊີວິດ ແລະ ຫົນທາງທີ່ພວກເຂົາຄວນຍ່າງໃຫ້ແກ່ຜູ້ຄົນໄດ້, ເຊິ່ງຜູ້ຄົນບໍ່ສາມາດເຮັດສິ່ງນີ້ໄດ້. ຂ້ອຍເຄີຍເພິ່ງພາຄົນອື່ນຢູ່ສະເໝີ, ແຕ່ຕໍ່ມາເມື່ອຜ່ານການໂອ້ລົມກັບເອື້ອຍຄົນໜຶ່ງ...”. ຄົນຜູ້ນັ້ນຕອບວ່າ “ຜ່ານການໂອ້ລົມກັບເອື້ອຍຄົນໜຶ່ງບໍ? ເອື້ອຍຄົນນັ້ນຢູ່ໃສ? ລາວເປັນຄົນພາຍນອກບໍ?” ສອງແມ່ລູກເວົ້າວ່າ “ລາວບໍ່ແມ່ນຄົນພາຍນອກແທ້ໆດອກ; ລາວເປັນເອື້ອຍນ້ອງຈາກຄຣິສຕະຈັກຂອງພວກເຮົາ ທີ່ກັບມາຫຼັງຈາກໄປປະຕິບັດໜ້າທີ່ຂອງຕົນຢູ່ບ່ອນອື່ນຫຼາຍປີ”. ຄົນຜູ້ນັ້ນຕອບວ່າ “ນັ້ນຍັງບໍ່ແມ່ນການຕິດຕໍ່ກັບຄົນພາຍນອກບໍ? ເຈົ້າພົວພັນກັບຄົນພາຍນອກໂດຍບໍ່ລະວັງ; ເຈົ້າຕ້ອງລາຍງານເລື່ອງນີ້ຕໍ່ຄຣິສຕະຈັກ!” ເມື່ອຮວບຮວມຂໍ້ມູນນີ້ແລ້ວ, ຄົນຜູ້ນັ້ນກໍຄົ້ນພົບຂໍ້ມູນສຳຄັນສອງຢ່າງ: ຢ່າງທຳອິດ, ສອງແມ່ລູກບໍ່ຕ້ອງການໃກ້ຊິດກັບຜູ້ນຳ ແລະ ໄດ້ສະແດງການແຍກແຍະບາງຢ່າງຕໍ່ລາວ; ຢ່າງທີສອງ, ພວກເຂົາໄດ້ຕິດຕໍ່ກັບຄົນພາຍນອກ ແລະ ຄົນພາຍນອກຜູ້ນັ້ນກໍໄດ້ເວົ້າບາງສິ່ງກັບພວກເຂົາ; ລາຍລະອຽດທີ່ສະເພາະເຈາະຈົງນັ້ນບໍ່ຊັດເຈນ, ສອງແມ່ລູກຈະບໍ່ເວົ້າຫຍັງກ່ຽວກັບເລື່ອງເຫຼົ່ານັ້ນ, ພວກເຂົາຕັ້ງໃຈປິດບັງມັນໄວ້, ເຊິ່ງໝາຍຄວາມວ່າຄວາມຈົງຮັກພັກດີຂອງພວກເຂົາຕໍ່ຜູ້ນຳກຳລັງສັ່ນຄອນ ແລະ ພວກເຂົາໄດ້ເລີ່ມລະວັງຕົວຈາກລາວແລ້ວ. ເມື່ອຄົນຜູ້ນີ້ກັບຄືນໄປ ແລະ ລາຍງານຕໍ່ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ຕໍ່ຕ້ານພຣະຄຣິສຈະມີຄວາມສຸກບໍຫຼັງຈາກທີ່ໄດ້ຍິນເລື່ອງນີ້? ລາວຈະຄິດບໍວ່າ “ດີເລີດ, ໃນທີ່ສຸດຜູ້ໃຕ້ບັງຄັບບັນຊາຂອງຂ້ອຍກໍໄດ້ສະແດງການແຍກແຍະບາງຢ່າງຕໍ່ຂ້ອຍແລ້ວ”? (ບໍ່, ລາວຈະບໍ່ຄິດແບບນັ້ນ). ລາວຈະຄິດແນວໃດ? “ນີ້ມັນບໍ່ດີແລ້ວ. ສອງແມ່ລູກເຄີຍເປັນຄົນເຊື່ອຟັງ, ພວກເຂົາເປັນຜູ້ເຊື່ອທີ່ແທ້ຈິງໃນຄຣິສຕະຈັກ ແລະ ພວກເຂົາກໍໄດ້ຖວາຍຫຼາຍ. ຕັ້ງແຕ່ຄົນທີ່ບໍ່ຮູ້ຈັກຜູ້ນີ້ເລີ່ມມີປະຕິສຳພັນກັບພວກເຂົາ, ສອງຄົນນີ້ກໍກາຍເປັນຄົນທີ່ບໍ່ຄ່ອຍເຊື່ອຟັງ. ພວກເຂົາຈະສືບຕໍ່ຖວາຍເຄື່ອງຖວາຍໃນອະນາຄົດບໍ? ນີ້ເປັນເລື່ອງທີ່ຫຍຸ້ງຍາກ ແລະ ມີຄວາມສ່ຽງ”. ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກບໍ່ສະບາຍໃຈ. ເປັນຫຍັງລາວຈຶ່ງບໍ່ສະບາຍໃຈ? (ຜູ້ຄົນກຳລັງແຍກແຍະລາວ ແລະ ບໍ່ຟັງລາວອີກຕໍ່ໄປ). ຖືກຕ້ອງແລ້ວ, ຈິດໃຈຂອງຜູ້ຄົນບໍ່ໄດ້ຢູ່ພາຍໃຕ້ການບົງການ ແລະ ການຄວບຄຸມຂອງລາວອີກຕໍ່ໄປ, ພວກເຂົາກຳລັງມີການປ່ຽນແປງທາງຈິດໃຈ, ສະນັ້ນ ລາວຈຶ່ງຮູ້ສຶກບໍ່ສະບາຍໃຈ. ໃນອະດີດ, ສອງຄົນນີ້ເປັນຄົນທີ່ບໍ່ມີເລ່ຫຼ່ຽມ ແລະ ຮຽບງ່າຍ, ພວກເຂົາຂ້ອນຂ້າງເຊື່ອຟັງ ແລະ ສະແດງການແຍກແຍະຕໍ່ລາວພຽງເລັກນ້ອຍ, ບໍ່ວ່າລາວຈະເວົ້າຫຍັງກໍຖືກຍອມຮັບໂດຍບໍ່ຕ້ອງຄິດຫຍັງຫຼາຍ. ຕອນນີ້ພວກເຂົາໄດ້ມີການປ່ຽນແປງທາງຈິດໃຈ, ພັດທະນາການແຍກແຍະ ແລະ ກຳລັງຮັກສາໄລຍະຫ່າງຂອງພວກເຂົາ, ເຊິ່ງອາດຈະປະຕິເສດລາວ ແລະ ບາງທີອາດຈະຕັ້ງໃຈລາຍງານລາວອີກດ້ວຍ, ນັ້ນຄືບັນຫາ. ນີ້ບໍ່ແມ່ນການສະແດງອອກທີ່ສະເພາະເຈາະຈົວຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສຢັ່ງເບິ່ງ ແລະ ຄວບຄຸມຈິດໃຈຂອງຜູ້ຄົນບໍ?

ເມື່ອຜູ້ຕໍ່ຕ້ານພຣະຄຣິສສັງເກດເຫັນສິ່ງຜິດປົກກະຕິໃດໜຶ່ງ, ລາວກໍຟ້າວສົ່ງຄົນສະໜິດ ຫຼື ຜູ້ຮັບໃຊ້ຂອງລາວໄປສືບຫາສະຖານະການ ແລະ ເຂົ້າໃຈເຫດຜົນທີ່ຢູ່ເບື້ອງຫຼັງຂອງມັນ. ຖ້າບໍ່ມີການປ່ຽນແປງ, ຖ້າຜູ້ຄົນຍັງຄົງຄືເກົ່າ ແລະ ບໍ່ມີການປ່ຽນແປງທາງຈິດໃຈ, ແລ້ວລາວກໍຈະຮູ້ສຶກສະບາຍໃຈ, ບໍ່ຮູ້ສຶກກັງວົນ ຫຼື ເຄັ່ງຄຽດອີກຕໍ່ໄປ. ເຖິງຢ່າງໃດກໍຕາມ, ຖ້າລາວຄົ້ນພົບບາງສິ່ງທີ່ຜິດປົກກະຕິ, ບາງສິ່ງທີ່ລາວບໍ່ຮູ້ຈັກ, ບໍ່ໄດ້ຢູ່ພາຍໃຕ້ການບົງການຂອງລາວ, ບໍ່ແມ່ນສິ່ງທີ່ລາວໄດ້ຈິນຕະນາການໄວ້, ແລ້ວນັ້ນກໍເປັນເລື່ອງທີ່ຫຍຸ້ງຍາກ. ລາວຈະເປັນກັງວົນ ແລະ ຮ້ອນຮົນໃຈ ແລະ ໃນຄວາມຮີບຮ້ອນຂອງລາວ, ລາວຈະລົງມືກະທຳ. ຈຸດປະສົງຂອງການກະທຳຂອງລາວແມ່ນຫຍັງ? ລາວຕ້ອງການໃຫ້ຜູ້ຄົນມີຄວາມຄິດດຽວກັນກັບລາວ, ບໍ່ໃຫ້ມີການປ່ຽນແປງທາງຈິດໃຈ. ຜູ້ຄົນຕ້ອງເຮັດໃຫ້ລາວຮູ້ຄວາມຄິດຂອງພວກເຂົາ ແລະ ລາຍງານຕໍ່ລາວຢູ່ສະເໝີ, ໂດຍສະແດງເຖິງຄວາມຈົງຮັກພັກດີ, ຄວາມຕັ້ງໃຈ ແລະ ຄວາມຈິງໃຈ. ລາວຕ້ອງເຂົ້າຄວບຄຸມຄວາມຄິດ ແລະ ແນວຄວາມຄິດທີ່ປ່ຽນແປງໄປໃນຈິດໃຈຂອງຜູ້ຄົນ ພ້ອມທັງທິດທາງ ແລະ ຫຼັກການຂອງຄວາມຄິດຂອງພວກເຂົາຢ່າງຕໍ່ເນື່ອງ. ທັນທີທີ່ລາວກວດພົບວ່າໃຜກໍຕາມທີ່ມີຄວາມບໍ່ເຫັນດີນຳ, ລາວຕ້ອງລົງມືປ່ຽນແປງພວກເຂົາ. ຖ້າພວກເຂົາບໍ່ສາມາດປ່ຽນແປງ ແລະ ກາຍເປັນໝູ່ໄດ້, ແລ້ວພວກເຂົາກໍຈະກາຍເປັນສັດຕູແທນ. ຜົນສະທ້ອນຂອງການກາຍເປັນສັດຕູຂອງລາວແມ່ນຫຍັງ? ພວກເຂົາຈະຕ້ອງຖືກທໍລະມານ ແລະ ກົດຂີ່. ນີ້ຄືວິທີການໜຶ່ງ. ຍັງມີອີກວິທີການໜຶ່ງເຊັ່ນກັນ. ຜູ້ຕໍ່ຕ້ານພຣະຄຣິສມັກຈະວິຕົກກັງວົນກ່ຽວກັບຄົນທີ່ຢູ່ອ້ອມຂ້າງລາວສະເໝີ, ບໍ່ເຄີຍສາມາດຢັ່ງເຖິງພວກເຂົາໄດ້ຢ່າງເຕັມທີ່, ໂດຍຢ້ານວ່າຜູ້ຄົນອາດຈະແຍກແຍະ ແລະ ລາຍງານລາວ ແລະ ເວົ້າໃນໃຈຂອງລາວວ່າ: “ເຈົ້າເຫັນຕອນທີ່ຂ້ອຍລັກເຄື່ອງຖວາຍ ແລະ ເຮັດສິ່ງຕ່າງໆຕາມໃຈຕົນເອງບໍ? ຖ້າເຈົ້າເຫັນມັນ, ເຈົ້າສາມາດແຍກແຍະມັນໄດ້ບໍ? ເຈົ້າສາມາດລາຍງານຂ້ອຍໄດ້ບໍ?” ຜູ້ຕໍ່ຕ້ານພຣະຄຣິສບາງຄົນເຖິງກັບມີພຶດຕິກຳທາງເພດທີ່ບໍ່ເໝາະສົມຢູ່ເບື້ອງຫຼັງ ແລະ ພວກເຂົາຄິດວ່າ “ໃຜຮູ້ກ່ຽວກັບເລື່ອງເຫຼົ່ານີ້ແດ່? ຄົນທີ່ຮູ້ກ່ຽວກັບມັນກຳລັງຄິດຫຍັງຢູ່? ຂ້ອຍຄວນທຳທ່າເຮັດບາງຢ່າງ, ສ້າງຄວາມປະທັບໃຈທີ່ຜິດໆ, ແລ້ວທົດສອບຄົນເຫຼົ່ານີ້, ຫຼອກຖາມເອົາຄວາມຄິດໃນໃຈຂອງພວກເຂົາອອກມາ ແລະ ເບິ່ງວ່າພວກເຂົາກຳລັງຄິດຫຍັງຢູ່ຢ່າງແທ້ຈິງບໍ?” ຜູ້ຕໍ່ຕ້ານພຣະຄຣິສຈະເຮັດສິ່ງດັ່ງກ່າວບໍ? ສຳລັບຄົນຊົ່ວຊ້າຄືກັບຜູ້ຕໍ່ຕ້ານພຣະຄຣິສ, ການເຮັດສິ່ງດັ່ງກ່າວເປັນສິ່ງທີ່ພວກເຂົາຖະໜັດທີ່ສຸດ; ພວກເຂົາເກີດມາເພື່ອສິ່ງນີ້, ພວກເຂົາເຮັດມັນໄດ້ຢ່າງດີເລີດ. ຜູ້ຕໍ່ຕ້ານພຣະຄຣິສເຕົ້າໂຮມຜູ້ຄົນເຂົ້າກັນ ແລະ ເວົ້າວ່າ “ມື້ນີ້, ຂ້ອຍເອີ້ນທຸກຄົນມາທີ່ນີ້ ບໍ່ມີຈຸດປະສົງອື່ນໃດນອກຈາກການກວດສອບຂໍ້ບົກຜ່ອງຂອງຂ້ອຍໃນວຽກງານທີ່ຂ້ອຍໄດ້ເຮັດໃນຄຣິສຕະຈັກຊ່ວງນີ້ ແລະ ເພື່ອເວົ້າກ່ຽວກັບຄວາມຮູ້ຂອງຂ້ອຍກ່ຽວກັບອຸປະນິໄສທີ່ເສື່ອມຊາມທີ່ຂ້ອຍໄດ້ເປີດເຜີຍອອກມາ. ຈົ່ງເວົ້າຢ່າງເປີດເຜີຍ, ບໍ່ຕ້ອງປິດບັງ. ຂ້ອຍຈະບໍ່ປະນາມພວກເຈົ້າ. ໃຫ້ພວກເຮົາໂອ້ລົມກັນຢ່າງເປີດເຜີຍແບບເປີດໃຈ ແລະ ເຊິ່ງໜ້າກັນ. ຖ້າຂ້ອຍໄດ້ເຮັດບາງສິ່ງ, ຂ້ອຍກໍຈະປ່ຽນແປງ; ຖ້າບໍ່, ຂ້ອຍກໍຈະຖືວ່າມັນເປັນການຕັກເຕືອນເພື່ອບໍ່ໃຫ້ເຮັດສິ່ງນັ້ນ. ທຸກສິ່ງໃນເຮືອນຂອງພຣະເຈົ້າແມ່ນເປີດເຜີຍ, ບໍ່ປິດບັງ ແລະ ເປີດແປນ. ພວກເຮົາເຮັດທຸກສິ່ງຕໍ່ໜ້າພຣະເຈົ້າ ແລະ ບໍ່ຈຳເປັນທີ່ໃຜຈະຕ້ອງລະວັງຕົວຈາກຄົນອື່ນ. ອ້າຍເອື້ອຍນ້ອງ, ຈົ່ງວາງໃຈເຖີດ. ຂ້ອຍຈະເລີ່ມຕົ້ນດ້ວຍການກວດສອບຕົວຂ້ອຍເອງ. ຊ່ວງນີ້, ເນື່ອງຈາກຄວາມຂີ້ຄ້ານຂອງຂ້ອຍເອງ ແລະ ການໂລບກັບຄວາມສະດວກສະບາຍທາງເນື້ອໜັງ, ຂ້ອຍຈຶ່ງເຮັດວຽກງານຂອງຂ້ອຍໄດ້ບໍ່ດີ. ວຽກງານພຣະກິດຕິຄຸນດຳເນີນໄປໄດ້ບໍ່ດີປານໃດໃນຊ່ວງນີ້ ແລະ ຂ້ອຍກໍບໍ່ໄດ້ໃສ່ໃຈຊີວິດໃນຄຣິສຕະຈັກຫຼາຍປານໃດ. ຂ້ອຍຫຍຸ້ງຢູ່ກັບວຽກງານພຣະກິດຕິຄຸນ ແລະ ບໍ່ສາມາດຫາເວລາສຳລັບເລື່ອງອື່ນໆໄດ້. ແນ່ນອນ, ຂ້ອຍເປັນຜູ້ຮັບຜິດຊອບ. ໂດຍເພິ່ງພາຈິນຕະນາການຂອງຂ້ອຍ, ຂ້ອຍຄິດວ່າຊີວິດໃນຄຣິສຕະຈັກຈະຖືກຈັດການດ້ວຍຕົວຂອງອ້າຍເອື້ອຍນ້ອງເອງ ແລະ ຂ້ອຍກໍບໍ່ຈຳເປັນຕ້ອງກັງວົນຫຼາຍເກີນໄປ. ພວກເຈົ້າລ້ວນແຕ່ເປັນຜູ້ໃຫຍ່ແລ້ວ ແລະ ພຣະທຳຂອງພຣະເຈົ້າກໍຊັດເຈນຫຼາຍ, ສະນັ້ນ ຂ້ອຍຈຶ່ງອຸທິດຕົນຢ່າງສຸດຫົວໃຈໃຫ້ກັບວຽກງານພຣະກິດຕິຄຸນ. ເຖິງຢ່າງໃດກໍຕາມ, ຂ້ອຍກໍເຮັດວຽກງານພຣະກິດຕິຄຸນໄດ້ບໍ່ດີເຊັ່ນກັນ. ຂ້ອຍຈຳເປັນຕ້ອງຍອມຮັບຄວາມຜິດພາດຂອງຂ້ອຍຕໍ່ໜ້າອ້າຍເອື້ອຍນ້ອງ, ສະແຫວງຫາການໃຫ້ອະໄພຈາກພວກເຈົ້າ ແລະ ຂໍການໃຫ້ອະໄພຈາກພຣະເຈົ້າ. ໃນທີ່ນີ້, ໃຫ້ຂ້ອຍກົ້ມຫົວໃຫ້ແກ່ພວກເຈົ້າທຸກຄົນ”. ທຸກຄົນເຫັນສິ່ງນີ້ ແລະ ຄິດໃນໃຈວ່າ “ລາວປ່ຽນໄປແລ້ວ; ລາວເບິ່ງຄືວ່າບໍ່ມີເລ່ຫຼ່ຽມຄືແຕ່ກ່ອນ. ເປັນຫຍັງມື້ນີ້ລາວຈຶ່ງຈິງໃຈແທ້? ມີບາງຢ່າງຜິດປົກກະຕິ. ຂ້ອຍບໍ່ຄວນຟ້າວດ່ວນສະຫຼຸບ; ຂ້ອຍຈະເບິ່ງວ່າລາວຈະເວົ້າຫຍັງຕໍ່ໄປ”. ຜູ້ຕໍ່ຕ້ານພຣະຄຣິສຈະສືບຕໍ່, ໂດຍເວົ້າວ່າລາວຮັບຮູ້ວ່າລາວເປັນມານຮ້າຍ, ເປັນຊາຕານ, ຍອມຮັບວ່າລາວບໍ່ໄດ້ເຮັດວຽກງານຕົວຈິງໃດໜຶ່ງ, ສະແດງຄວາມເຕັມໃຈທີ່ຈະຢູ່ພາຍໃຕ້ການຈັດການຂອງເບື້ອງເທິງ ແລະ ຍອມຮັບຄຳຕຳນິ ຫຼື ຄຳຕັກເຕືອນໃດໜຶ່ງຈາກອ້າຍເອື້ອຍນ້ອງ. ລາວເວົ້າຕໍ່ໄປອີກວ່າ “ເຖິງແມ່ນວ່າພວກເຂົາຈະປົດຂ້ອຍອອກ ແລະ ບໍ່ໃຫ້ຂ້ອຍເປັນຜູ້ນຳ, ຂ້ອຍກໍຍິນດີທີ່ຈະເປັນຄົນທີ່ຕ່ຳຕ້ອຍທີ່ສຸດ. ຂ້ອຍຂໍແນະນຳເອື້ອຍລີ ແລະ ລູກສາວຂອງລາວຈາກຄຣິສຕະຈັກຂອງພວກເຮົາໃຫ້ມາຮັບຊ່ວງວຽກງານຂອງຂ້ອຍ”. ລາວໄດ້ເລືອກຜູ້ສືບທອດຂອງລາວໄວ້ແລ້ວ. ທັດສະນະຄະຕິຂອງລາວຂ້ອນຂ້າງຈິງໃຈຫຼາຍບໍ່ແມ່ນບໍ? ຍັງມີຄວາມຈຳເປັນຕ້ອງສົງໄສອີກບໍ? ໃນຂະນະທີ່ເວົ້າແບບນີ້, ລາວກໍເຖິງກັບເລີ່ມຮ້ອງໄຫ້. ຈາກນັ້ນ, ລາວກໍພາເມຍຂອງລາວມາ ແລະ ເວົ້າວ່າ “ໃນຊ່ວງເວລານີ້, ເຈົ້າກໍບໍ່ໄດ້ເຮັດວຽກງານຕົວຈິງໃດໜຶ່ງເຊັ່ນກັນ, ມີແຕ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ເຖິງກັບລິຮານອ້າຍເອື້ອຍນ້ອງຢ່າງຫຼັບຫູຫຼັບຕາ. ເຈົ້າກໍຄວນຖືກປົດອອກເຊັ່ນກັນ”. ຜູ້ຕໍ່ຕ້ານພຣະຄຣິສເລີ່ມຕົ້ນດ້ວຍການຈັດການກັບຕົນເອງກ່ອນ ແລ້ວກໍຄອບຄົວຂອງລາວ, ເຮັດໃຫ້ຜູ້ຄົນຮູ້ສຶກວ່າລາວຈິງໃຈ. ເມື່ອທຸກຄົນໄດ້ຍິນດັ່ງນີ້, ມີຄົນເວົ້າວ່າ “ຄວາມຈິງແລ້ວ, ພວກເຮົາໄດ້ແຍກແຍະພວກເຈົ້າມາເປັນເວລາດົນນານແລ້ວ. ພວກເຈົ້າບໍ່ໄດ້ປຶກສາຫາລືກັບພວກເຮົາໃນເລື່ອງຕ່າງໆ; ພວກເຈົ້າສອງສາມຄົນປຶກສາຫາລືສິ່ງຕ່າງໆນຳກັນເປັນການສ່ວນຕົວ ແລ້ວກໍຕັດສິນໃຈ. ສິ່ງນີ້ບໍ່ສອດຄ່ອງກັບຫຼັກການເຮັດວຽກໃນເຮືອນຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພວກເຈົ້າໄດ້ຕັດສິນໃຈຂັ້ນສຸດທ້າຍວ່າໃຜຈະເປັນຜູ້ນຳໃນບັນດາພວກເຈົ້າເອງໂດຍທີ່ພວກເຮົາບໍ່ໄດ້ຮັບຮູ້, ພວກເຮົາບໍ່ມີແມ່ນແຕ່ສິດທີ່ຈະຮູ້. ຄົນທີ່ພວກເຈົ້າເລືອກບໍ່ພຽງແຕ່ບໍ່ໄດ້ເຮັດວຽກງານຕົວຈິງເທົ່ານັ້ນ ແຕ່ຍັງກໍ່ໃຫ້ເກີດການລົບກວນອີກດ້ວຍ, ແຕ່ພວກເຈົ້າກໍບໍ່ປົດພວກເຂົາອອກ”. ອ້າຍເອື້ອຍນ້ອງສະແດງຄວາມຄິດເຫັນຂອງພວກເຂົາອອກມາເທື່ອລະຄົນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນດັ່ງນີ້, ລາວກໍຄິດວ່າ “ນີ້ມັນບໍ່ດີແລ້ວ! ເຖິງຢ່າງໃດກໍຕາມ, ມັນກໍດີທີ່ພວກເຂົາລະບາຍຄວາມຄິດທີ່ແທ້ຈິງຂອງພວກເຂົາອອກມາພ້ອມກັນໝົດ. ສິ່ງນີ້ຈະເປັນປະໂຫຍດຕໍ່ວຽກງານໃນອະນາຄົດຂອງຂ້ອຍ. ຖ້າພວກເຂົາບໍ່ເວົ້າອອກມາ ແຕ່ພັດແທງຂ້າງຫຼັງຂ້ອຍແທນ, ໂດຍການຂຽນຈົດໝາຍລາຍງານໂດຍກົງເຖິງເບື້ອງເທິງໂດຍທີ່ຂ້ອຍບໍ່ຮູ້, ແລ້ວຂ້ອຍກໍຈະພົບກັບຈຸດຈົບ, ແມ່ນບໍ? ໂຊກດີທີ່ຂ້ອຍໃຊ້ກົນອຸບາຍນີ້, ຂ້ອຍສະຫຼາດ ແລະ ມີໄຫວພິບໄວ ແລະ ຂ້ອຍກໍເຂົ້າໃຈຄວາມຄິດເຫັນຂອງພວກເຂົາໄດ້ຢ່າງຈະແຈ້ງທັນເວລາ”. ຈາກນັ້ນ ລາວກໍສືບຕໍ່, ໂດຍປະກາດຢ່າງໜ້າຊື່ໃຈຄົດວ່າ “ຂໍຂອບໃຈອ້າຍເອື້ອຍນ້ອງສຳລັບຄວາມໄວ້ວາງໃຈຂອງພວກເຈົ້າ ແລະ ສຳລັບການຕຳນິຄວາມຜິດພາດຂອງຂ້ອຍຢ່າງຈິງໃຈໃນມື້ນີ້. ຂ້ອຍຈະປ່ຽນແປງພວກມັນຢ່າງແນ່ນອນໃນອະນາຄົດ. ຖ້າຂ້ອຍບໍ່ເຮັດ, ຂໍໃຫ້ການລົງໂທດ ແລະ ຄຳສາບແຊ່ງຕົກລົງມາໃສ່ຫົວຂອງຂ້ອຍ”. ການທີ່ຜູ້ຕໍ່ຕ້ານພຣະຄຣິສຢັ່ງເບິ່ງ ແລະ ຄວບຄຸມຈິດໃຈຂອງຜູ້ຄົນນັ້ນບໍ່ໄດ້ຈຳກັດຢູ່ພຽງແຕ່ການລັກຟັງ ແລະ ການລັກເບິ່ງຜ່ານຊ່ອງປະຕູເທົ່ານັ້ນ. ໃນສະຖານະການທີ່ຮ້າຍແຮງ, ລາວມີໄພ້ເດັດທີ່ເຊື່ອງໄວ້. ໄພ້ເດັດແບບໃດ? ລາວໃຊ້ແນວທາງປະຊາທິປະໄຕ ແລະ ເສລີພາບ, ໂດຍໃຫ້ເສລີພາບໃນການປາກເວົ້າແກ່ຜູ້ຄົນຢ່າງພຽງພໍ, ອະນຸຍາດໃຫ້ພວກເຂົາມີເສລີພາບຢ່າງເຕັມທີ່ໃນການສະແດງຄວາມຄິດເຫັນ ແລະ ຄວາມຄິດໃນສ່ວນເລິກຂອງພວກເຂົາອອກມາ, ຊຸກຍູ້ໃຫ້ຜູ້ຄົນສະແດງຄວາມຮູ້ສຶກໃນສ່ວນເລິກຂອງພວກເຂົາອອກມາ, ເຖິງແມ່ນວ່າມັນຈະເປັນຄຳຈົ່ມວ່າກໍຕາມ. ຈາກນັ້ນ, ລາວກໍສວຍໂອກາດຈາກຈຸດອ່ອນຂອງຜູ້ທີ່ມີແນວຄວາມຄິດທີ່ແຕກຕ່າງຈາກລາວ ຫຼື ມີຄວາມຄິດເຫັນກ່ຽວກັບລາວ, ໂດຍກຳຈັດພວກເຂົາອອກໄປພ້ອມກັນໝົດ. ວິທີການຂອງຜູ້ຕໍ່ຕ້ານພຣະຄຣິສຟັງເບິ່ງເປັນແນວໃດ? ມັນຊົ່ວຊ້າຢ່າງເຫຼືອເຊື່ອ! ມັນບໍ່ຄ້າຍຄືກັບວິທີການຂອງມັງກອນແດງທີ່ຍິ່ງໃຫຍ່ໜ້ອຍໜຶ່ງບໍ? ໂດຍພື້ນຖານແລ້ວ ພວກເຂົາເປັນກຸ່ມດຽວກັນ, ເຊິ່ງມີແກ່ນແທ້ທຳມະຊາດດຽວກັນ. ນັ້ນບໍ່ແມ່ນວິທີທີ່ມັງກອນແດງທີ່ຍິ່ງໃຫຍ່ປະຕິບັດການບໍ? ການເຫັນວິທີທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກກໍຄືກັບການເຫັນໃບໜ້າທີ່ໜ້າກຽດຊັງຂອງມັງກອນແດງທີ່ຍິ່ງໃຫຍ່.

ຜູ້ຕໍ່ຕ້ານພຣະຄຣິສຊ່ຽວຊານໃນການໃຊ້ຄຳເວົ້າທີ່ໜ້າຟັງ ແລະ ຖືກຕ້ອງເພື່ອຊັກຈູງຜູ້ຄົນ ແລະ ເຮັດໃຫ້ຜູ້ຄົນໄວ້ວາງໃຈພວກເຂົາ. ຫຼັງຈາກທີ່ຢັ່ງເບິ່ງ ແລະ ຫຼອກຖາມເອົາສະຖານະການທີ່ແທ້ຈິງຂອງຜູ້ຄົນອອກມາຈາກພວກເຂົາແລ້ວ, ຜົນໄດ້ຮັບແມ່ນຫຍັງ? ຜູ້ຕໍ່ຕ້ານພຣະຄຣິສຈະກັບໃຈຍ້ອນຜູ້ຄົນເວົ້າຄຳເວົ້າທີ່ແທ້ຈິງເຫຼົ່ານີ້ກັບພວກເຂົາບໍ? ພວກເຂົາຈະຍອມແພ້, ຢຸດເຮັດຄວາມຊົ່ວຮ້າຍ, ປ່ອຍວາງອຳນາດຂອງພວກເຂົາ, ປະຖິ້ມຄວາມປາຖະໜາໃນອຳນາດຂອງພວກເຂົາ ແລະ ຍຸບອານາເຂດຂອງພວກເຂົາບໍ? ບໍ່ມີທາງ. ກົງກັນຂ້າມ, ພວກເຂົາຈະຍິ່ງເພີ່ມຄວາມພະຍາຍາມຂອງພວກເຂົາຂຶ້ນອີກ. ຫຼັງຈາກທີ່ເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ ເພື່ອຄວບຄຸມຈິດໃຈຂອງຜູ້ຄົນແລ້ວ, ພວກເຂົາກໍເກັບຮັກສາຜູ້ທີ່ສອດຄ່ອງກັບພວກເຂົາໄວ້ ແລະ ກຳຈັດທຸກຄົນທີ່ບໍ່ສອດຄ່ອງກັບພວກເຂົາຖິ້ມ. ພວກເຮົາບໍ່ສາມາດຕັດຄວາມເປັນໄປໄດ້ທີ່ວ່າ ອ້າຍເອື້ອຍນ້ອງບາງຄົນໃນຄຣິສຕະຈັກໄດ້ຖືກກຳຈັດອອກ, ຖືກຂັບໄລ່ອອກ ຫຼື ຖືກຍຶດໜັງສືພຣະທຳຂອງພຣະເຈົ້າຂອງພວກເຂົາໄປພາຍໃຕ້ສະຖານະການເຊັ່ນນີ້. ບຸກຄົນເຫຼົ່ານີ້ຖືກປະຕິບັດຢ່າງບໍ່ເປັນທຳ. ອ້າຍເອື້ອຍນ້ອງທີ່ຖືກປະຕິບັດຢ່າງບໍ່ເປັນທຳເຫຼົ່ານີ້ຄວນເຮັດແນວໃດ? ພວກເຂົາຄວນຢຸດເຊື່ອໃນພຣະເຈົ້າ ຍ້ອນມີຜູ້ຕໍ່ຕ້ານພຣະຄຣິສປາກົດຕົວຂຶ້ນໃນເຮືອນຂອງພຣະເຈົ້າ ເຊິ່ງທໍລະມານພວກເຂົາແບບນີ້ ແລະ ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະເຊື່ອບໍ? ພວກເຂົາສາມາດເຮັດແບບນັ້ນໄດ້ບໍ? (ບໍ່, ພວກເຂົາເຮັດບໍ່ໄດ້). ມັນເໝາະສົມບໍທີ່ຈະຍອມປະນີປະນອມ ຫຼື ກົ້ມຫົວໃຫ້ແກ່ຜູ້ຕໍ່ຕ້ານພຣະຄຣິສ ຫຼື ຕໍ່ອຳນາດແຫ່ງຄວາມມືດ ຫຼື ອຳນາດທີ່ຊົ່ວຊ້າ? ນັ້ນແມ່ນເສັ້ນທາງທີ່ພວກເຈົ້າຄວນເລືອກບໍ? (ບໍ່, ມັນບໍ່ແມ່ນ). ສະນັ້ນ, ພວກເຈົ້າຄວນເລືອກເສັ້ນທາງໃດ? (ເພື່ອເປີດໂປງ ແລະ ລາຍງານຜູ້ຕໍ່ຕ້ານພຣະຄຣິສ). ເມື່ອເຈົ້າຄົ້ນພົບວ່າຄົນໃດໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິສ, ໃຫ້ເຮົາບອກເຈົ້າ, ຖ້າອິດທິພົນຂອງພວກເຂົາມີຫຼາຍ ແລະ ຜູ້ນຳ ແລະ ຜູ້ເຮັດວຽກຫຼາຍຄົນຟັງພວກເຂົາ ແລະ ຈະບໍ່ຟັງເຈົ້າ ແລະ ຖ້າເຈົ້າເປີດໂປງພວກເຂົາ ແລ້ວເຈົ້າກໍອາດຈະຖືກແຍກດ່ຽວ ຫຼື ຖືກກຳຈັດອອກໄດ້ງ່າຍ, ແລ້ວເຈົ້າກໍຕ້ອງພິຈາລະນາກົນລະຍຸດຂອງເຈົ້າຢ່າງລະມັດລະວັງ. ຢ່າຕໍ່ສູ້ກັບພວກເຂົາພຽງລຳພັງ; ໂອກາດຊະນະບໍ່ໄດ້ຢູ່ຝ່າຍເຈົ້າ. ເລີ່ມຕົ້ນດ້ວຍການຕິດຕໍ່ຫາສອງສາມຄົນທີ່ເຂົ້າໃຈຄວາມຈິງ ແລະ ມີການແຍກແຍະ ແລ້ວສະແຫວງຫາການໂອ້ລົມກັບພວກເຂົາ. ຖ້າເຈົ້າບັນລຸຄວາມເຫັນດີຮ່ວມກັນໄດ້ແລ້ວ, ໃຫ້ເຂົ້າຫາຜູ້ນຳ ຫຼື ຜູ້ເຮັດວຽກອີກສອງຄົນທີ່ສາມາດຍອມຮັບຄວາມຈິງ ແລະ ບັນລຸຂໍ້ຕົກລົງຮ່ວມກັນ. ດ້ວຍການທີ່ຫຼາຍຄົນລົງມືກະທຳຮ່ວມກັນ, ຈົ່ງເປີດໂປງ ແລະ ຈັດການກັບຜູ້ຕໍ່ຕ້ານພຣະຄຣິສຮ່ວມກັນ. ດ້ວຍວິທີນີ້, ເຈົ້າຈຶ່ງຈະມີໂອກາດຊະນະ. ຖ້າອິດທິພົນຂອງຜູ້ຕໍ່ຕ້ານພຣະຄຣິສມີຫຼາຍເກີນໄປ, ພວກເຈົ້າກໍສາມາດຂຽນຈົດໝາຍລາຍງານເຖິງເບື້ອງເທິງໄດ້ເຊັ່ນກັນ. ນີ້ຄືວິທີການທີ່ດີທີ່ສຸດ. ຖ້າຜູ້ນຳ ແລະ ຜູ້ເຮັດວຽກສອງສາມຄົນພະຍາຍາມກົດຂີ່ພວກເຈົ້າແທ້ໆ, ພວກເຈົ້າສາມາດບອກພວກເຂົາວ່າ “ຖ້າພວກເຈົ້າບໍ່ຍອມຮັບການເປີດໂປງ ແລະ ການລາຍງານຂອງພວກເຮົາ, ພວກເຮົາກໍຈະຍົກເລື່ອງນີ້ ຂຶ້ນໄປຫາເບື້ອງເທິງ ແລະ ໃຫ້ພວກເຂົາຈັດການກັບພວກເຈົ້າ!” ສິ່ງນີ້ຈະເພີ່ມໂອກາດຊະນະຂອງພວກເຈົ້າ, ເພາະພວກເຂົາຈະບໍ່ກ້າລົງມືກັບພວກເຈົ້າ. ເມື່ອຈັດການກັບຜູ້ຕໍ່ຕ້ານພຣະຄຣິສ, ເຈົ້າຕ້ອງນຳໃຊ້ວິທີການທີ່ໜ້າເຊື່ອຖືນີ້, ຢ່າເຮັດພຽງລຳພັງເດັດຂາດ. ຖ້າເຈົ້າບໍ່ໄດ້ຮັບການສະໜັບສະໜູນຈາກຜູ້ນຳ ແລະ ຜູ້ເຮັດວຽກສອງສາມຄົນ, ຄວາມພະຍາຍາມຂອງເຈົ້າກໍຈະລົ້ມເຫຼວຢ່າງແນ່ນອນ, ເວັ້ນເສຍແຕ່ວ່າເຈົ້າສາມາດຂຽນຈົດໝາຍລາຍງານ ແລະ ສົ່ງມອບໃຫ້ເບື້ອງເທິງ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມຊົ່ວຮ້າຍ ແລະ ເຈົ້າເລ່ຢ່າງຍິ່ງ. ຖ້າເຈົ້າບໍ່ມີຫຼັກຖານພຽງພໍ, ຈົ່ງຫຼີກລ່ຽງການລົງມືກັບພວກເຂົາ. ການໃຫ້ເຫດຜົນ ຫຼື ການໂຕ້ຖຽງກັບພວກເຂົາແມ່ນໄຮ້ປະໂຫຍດ, ການສະແດງຄວາມຮັກເພື່ອພະຍາຍາມປ່ຽນແປງພວກເຂົາແມ່ນໄຮ້ປະໂຫຍດ ແລະ ການໂອ້ລົມຄວາມຈິງກັບພວກເຂົາກໍຈະບໍ່ໄດ້ຜົນ; ເຈົ້າຈະບໍ່ສາມາດປ່ຽນແປງພວກເຂົາໄດ້. ໃນສະຖານະການທີ່ເຈົ້າບໍ່ສາມາດປ່ຽນແປງພວກເຂົາໄດ້, ສິ່ງທີ່ດີທີ່ສຸດທີ່ເຈົ້າຄວນເຮັດບໍ່ແມ່ນການລົມກັນແບບເປີດໃຈກັບພວກເຂົາ, ໃຫ້ເຫດຜົນກັບພວກເຂົາ ແລະ ລໍຖ້າໃຫ້ພວກເຂົາກັບໃຈ. ກົງກັນຂ້າມ, ຈົ່ງເປີດໂປງ ແລະ ລາຍງານພວກເຂົາໂດຍບໍ່ໃຫ້ພວກເຂົາຮູ້, ປ່ອຍໃຫ້ເບື້ອງເທິງຈັດການກັບພວກເຂົາ ແລະ ຊຸກຍູ້ໃຫ້ຜູ້ຄົນເປີດໂປງພວກເຂົາ, ລາຍງານພວກເຂົາ ແລະ ປະຕິເສດພວກເຂົາຫຼາຍຂຶ້ນ, ເຊິ່ງໃນທີ່ສຸດກໍຈະນຳໄປສູ່ການທີ່ພວກເຂົາຖືກກຳຈັດອອກຈາກຄຣິສຕະຈັກ. ນີ້ບໍ່ແມ່ນວິທີການທີ່ດີບໍ? ຖ້າພວກເຂົາມີຈຸດປະສົງທີ່ຈະຫຼອກຖາມເອົາຄວາມຄິດໃນໃຈຂອງເຈົ້າອອກມາຈາກເຈົ້າ, ເພື່ອຢັ່ງເບິ່ງເຈົ້າ ແລະ ເບິ່ງວ່າເຈົ້າມີການແຍກແຍະຕໍ່ພວກເຂົາ ຫຼື ບໍ່, ເຈົ້າຄວນເຮັດແນວໃດຖ້າເຈົ້າໄດ້ລະບຸແລ້ວວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ? (ຂ້ອຍບໍ່ຄວນເວົ້າຄວາມຈິງກັບພວກເຂົາ, ແຕ່ໃຫ້ເວົ້າຕາມນໍ້າໄປກັບຄຳເວົ້າຂອງພວກເຂົາກ່ອນໃນຕອນນີ້, ໂດຍບໍ່ໃຫ້ພວກເຂົາຄົ້ນພົບການແຍກແຍະຂອງຂ້ອຍ ແລ້ວຈາກນັ້ນຂ້ອຍກໍຄວນເປີດໂປງ ແລະ ລາຍງານພວກເຂົາຢ່າງລັບໆ). ວິທີການນີ້ເປັນແນວໃດ? (ດີ). ເຈົ້າຕ້ອງເບິ່ງທະລຸແຜນການຂອງມານຮ້າຍ ແລະ ຊາຕານ ແລະ ຫຼີກລ່ຽງການຕິດກັບດັກຂອງພວກມັນ ຫຼື ຕົກລົງໄປໃນຂຸມຂອງພວກມັນ. ເມື່ອຈັດການກັບຊາຕານ ແລະ ມານຮ້າຍ, ເຈົ້າຕ້ອງໃຊ້ສະຕິປັນຍາ ແລະ ຫຼີກລ່ຽງການເວົ້າຄວາມຈິງກັບພວກມັນ. ນີ້ກໍຍ້ອນວ່າຜູ້ທີ່ເຈົ້າສາມາດເວົ້າຄວາມຈິງນຳໄດ້ຄືພຣະເຈົ້າ ແລະ ອ້າຍເອື້ອຍນ້ອງທີ່ແທ້ຈິງ. ເຈົ້າບໍ່ຄວນເວົ້າຄວາມຈິງກັບຊາຕານ, ກັບມານຮ້າຍ ຫຼື ກັບຜູ້ຕໍ່ຕ້ານພຣະຄຣິສເດັດຂາດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສົມຄວນທີ່ຈະເຂົ້າໃຈສິ່ງທີ່ຢູ່ໃນຈິດໃຈຂອງເຈົ້າ ແລະ ມີອຳນາດສູງສຸດຢູ່ເໜືອ ແລະ ກວດສອບຈິດໃຈຂອງເຈົ້າ. ບໍ່ມີໃຜ, ໂດຍສະເພາະມານຮ້າຍ ແລະ ຊາຕານ, ທີ່ມີຄຸນສົມບັດທີ່ຈະຄວບຄຸມ ຫຼື ກວດສອບຈິດໃຈຂອງເຈົ້າ. ສະນັ້ນ, ຖ້າມານຮ້າຍ ແລະ ຊາຕານພະຍາຍາມຫຼອກຖາມເອົາຄວາມຈິງອອກມາຈາກເຈົ້າ, ເຈົ້າມີສິດທີ່ຈະເວົ້າຄຳວ່າ “ບໍ່”, ປະຕິເສດທີ່ຈະຕອບມັນ ແລະ ປິດບັງຂໍ້ມູນ, ນີ້ຄືສິດຂອງເຈົ້າ. ຖ້າເຈົ້າເວົ້າວ່າ “ເຈົ້າມານຮ້າຍ, ເຈົ້າຕ້ອງການຫຼອກເອົາຄຳເວົ້າຈາກຂ້ອຍ, ແຕ່ຂ້ອຍຈະບໍ່ເວົ້າຄວາມຈິງກັບເຈົ້າ, ຂ້ອຍຈະບໍ່ບອກເຈົ້າ. ຂ້ອຍຈະລາຍງານເຈົ້າ, ເຈົ້າຈະເຮັດຫຍັງຂ້ອຍໄດ້? ຖ້າເຈົ້າກ້າທໍລະມານຂ້ອຍ, ຂ້ອຍຈະລາຍງານເຈົ້າ; ຖ້າເຈົ້າທໍລະມານຂ້ອຍ, ພຣະເຈົ້າຈະສາບແຊ່ງ ແລະ ລົງໂທດເຈົ້າ!” ສິ່ງນີ້ໄດ້ຜົນບໍ? (ບໍ່, ມັນບໍ່ໄດ້ຜົນ). ພຣະຄຳພີເວົ້າວ່າ: “ດັ່ງນັ້ນ ໃຫ້ສະຫຼາດຄືກັບງູ ແລະ ບໍ່ເປັນອັນຕະລາຍຄືກັບນົກເຂົາ” (ມັດທາຍ 10:16). ໃນສະຖານະການເຊັ່ນນີ້, ເຈົ້າຕ້ອງສະຫຼາດຄືກັບງູ; ເຈົ້າຄວນມີສະຕິປັນຍາ. ຈິດໃຈຂອງພວກເຮົາເໝາະສົມໃຫ້ພຣະເຈົ້າກວດສອບ ແລະ ຄອບຄອງເທົ່ານັ້ນ ແລະ ພວກມັນຄວນຖືກມອບໃຫ້ແກ່ພຣະອົງເທົ່ານັ້ນ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຄູ່ຄວນກັບຈິດໃຈຂອງພວກເຮົາ, ຊາຕານ ແລະ ມານຮ້າຍນັ້ນບໍ່ຄູ່ຄວນ! ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສມີສິດທີ່ຈະຮູ້ສິ່ງທີ່ຢູ່ໃນຈິດໃຈຂອງພວກເຮົາ ຫຼື ສິ່ງທີ່ພວກເຮົາກຳລັງຄິດບໍ? ພວກເຂົາບໍ່ມີສິດນັ້ນ. ຈຸດປະສົງຂອງພວກເຂົາໃນການພະຍາຍາມຫຼອກຖາມເອົາຄວາມຈິງອອກມາຈາກເຈົ້າ ແລະ ຢັ່ງເບິ່ງເຈົ້າແມ່ນຫຍັງ? ພວກເຂົາມີເປົ້າໝາຍທີ່ຈະເຂົ້າຄວບຄຸມເຈົ້າ; ເຈົ້າຕ້ອງຮັບຮູ້ສິ່ງນີ້ໃຫ້ຊັດເຈນ. ສະນັ້ນ, ຢ່າເວົ້າຄວາມຈິງກັບພວກເຂົາ. ເຈົ້າຕ້ອງຊອກຫາວິທີທີ່ຈະລວມອ້າຍເອື້ອຍນ້ອງເຂົ້າກັນໃຫ້ຫຼາຍຂຶ້ນ ເພື່ອເປີດໂປງ ແລະ ປະຕິເສດພວກເຂົາ, ດຶງພວກເຂົາລົງມາຈາກຕຳແໜ່ງຂອງພວກເຂົາ ແລະ ບໍ່ປ່ອຍໃຫ້ພວກເຂົາເຮັດສຳເລັດເດັດຂາດ. ກຳຈັດພວກເຂົາອອກຈາກຄຣິສຕະຈັກ, ໂດຍບໍ່ໃຫ້ມີໂອກາດໃດອີກເລີຍທີ່ຈະມາລົບກວນ ແລະ ໃຊ້ອຳນາດໃນເຮືອນຂອງພຣະເຈົ້າອີກຄັ້ງ.

ການທີ່ຜູ້ຕໍ່ຕ້ານພຣະຄຣິສຢັ່ງເບິ່ງ ແລະ ຄວບຄຸມຈິດໃຈຂອງຜູ້ຄົນນັ້ນເປັນຄວາມເປັນຈິງທີ່ຊັດເຈນ. ເມື່ອຕັດສິນຈາກແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນເຫັນໄດ້ຊັດເຈນວ່າການເຮັດສິ່ງດັ່ງກ່າວເປັນເລື່ອງປົກກະຕິສຳລັບພວກເຂົາ ແລະ ເປັນເລື່ອງທຳມະດາຫຼາຍ. ໃນຄຣິສຕະຈັກຕ່າງໆ, ຜູ້ຕໍ່ຕ້ານພຣະຄຣິສມັກຈະສົ່ງຄົນສະໜິດຂອງພວກເຂົາໃຫ້ແຊກຊຶມເຂົ້າໄປໃນໝູ່ອ້າຍເອື້ອຍນ້ອງ, ຢັ່ງເບິ່ງຂໍ້ມູນ ແລະ ຮວບຮວມຂ່າວວົງໃນ. ບາງຄັ້ງ, ຂໍ້ມູນທີ່ພວກເຂົາຮວບຮວມໄດ້ກໍກ່ຽວຂ້ອງກັບເລື່ອງເລັກນ້ອຍໃນຄອບຄົວ ຫຼື ການສົນທະນາແບບທຳມະດາລະຫວ່າງຜູ້ຄົນ, ເຊິ່ງບໍ່ມີຄວາມສຳຄັນເລີຍ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສມັກຈະເຮັດໃຫ້ເລື່ອງເຫຼົ່ານີ້ກາຍເປັນເລື່ອງໃຫຍ່ຢູ່ສະເໝີ, ເຖິງກັບຍົກພວກມັນຂຶ້ນສູ່ລະດັບຂອງຄວາມຄິດ ແລະ ມຸມມອງ ເພື່ອທີ່ຈະເຂົ້າໃຈການປ່ຽນແປງຂອງຄວາມຄິດ ແລະ ຄວາມຄິດເຫັນຂອງຜູ້ຄົນໄດ້ຢ່າງຈະແຈ້ງທັນເວລາ. ສິ່ງນີ້ກໍເພື່ອໃຫ້ພວກເຂົາສາມາດເຂົ້າຄວບຄຸມສະຖານະການ ແລະ ສະພາບການຂອງແຕ່ລະຄົນໄດ້ຢ່າງງ່າຍດາຍ, ໂດຍຕອບສະໜອງຕໍ່ແຕ່ລະຄົນໄດ້ຢ່າງທັນເວລາ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມສະເພາະເຈາະຈົງເປັນພິເສດໃນການກະທຳຂອງພວກເຂົາກ່ຽວກັບອຳນາດ ແລະ ສະຖານະ. ສະເພາະເຈາະຈົງເຖິງລະດັບໃດ? ສຳລັບມຸມມອງຂອງແຕ່ລະຄົນກ່ຽວກັບວິທີທີ່ພວກເຂົາຈັດການກັບເລື່ອງຕ່າງໆ ພ້ອມທັງມຸມມອງຂອງພວກເຂົາກ່ຽວກັບສິ່ງຂອງທາງວັດຖຸ, ເງິນ, ສະຖານະ, ການເຊື່ອໃນພຣະເຈົ້າ, ການປະຕິບັດໜ້າທີ່ ແລະ ການລາອອກຈາກວຽກ, ພວກເຂົາຕ້ອງການຮູ້ສິ່ງທັງໝົດນີ້ຢ່າງລະອຽດ. ຫຼັງຈາກທີ່ພວກເຂົາຮູ້ມັນຢ່າງລະອຽດແລ້ວ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ໃຊ້ຄວາມຈິງເພື່ອສະໜອງໃຫ້ແກ່ຜູ້ຄົນ, ປ່ຽນແປງມຸມມອງທີ່ຜິດພາດຂອງຜູ້ຄົນ ຫຼື ແກ້ໄຂບັນຫາ. ກົງກັນຂ້າມ, ພວກເຂົາໃຊ້ມັນເພື່ອຮັບໃຊ້ສະຖານະ, ອຳນາດ ແລະ ອານາເຂດຂອງພວກເຂົາເອງ. ນີ້ຄືຈຸດປະສົງຂອງຜູ້ຕໍ່ຕ້ານພຣະຄຣິສໃນການຢັ່ງເບິ່ງ ແລະ ຄວບຄຸມຈິດໃຈຂອງຜູ້ຄົນ. ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ທຸກສິ່ງທີ່ພວກເຂົາເຮັດເບິ່ງຄືວ່າມີຄວາມໝາຍ ແລະ ມີຄຸນຄ່າ, ແຕ່ທຸກສິ່ງທີ່ຄາດວ່າມີຄວາມໝາຍ ແລະ ມີຄຸນຄ່າເຫຼົ່ານີ້ ພັດແມ່ນສິ່ງທີ່ຖືກປະນາມໂດຍພຣະເຈົ້າ, ພັດແມ່ນການທໍລະຍົດພຣະເຈົ້າ ແລະ ເປັນປໍລະປັກຕໍ່ພຣະອົງ.

ວັນທີ 7 ພະຈິກ 2020

ກ່ອນນີ້: ຂໍ້ທີສິບສາມ: ພວກເຂົາຄວບຄຸມການເງິນຂອງຄຣິສຕະຈັກ ພ້ອມທັງຄວບຄຸມຫົວໃຈຂອງຜູ້ຄົນ

ຕໍ່ໄປ: ລາຍການທີສິບຫ້າ: ພວກເຂົາບໍ່ເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແລະ ພວກເຂົາປະຕິເສດແກ່ນແທ້ຂອງພຣະຄຣິສ (ພາກທີໜຶ່ງ)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້