ຂໍ້ທີສິບສາມ: ພວກເຂົາຄວບຄຸມການເງິນຂອງຄຣິສຕະຈັກ ພ້ອມທັງຄວບຄຸມຫົວໃຈຂອງຜູ້ຄົນ
I. ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຫົວໃຈຂອງຜູ້ຄົນ
ມື້ນີ້ ໃຫ້ພວກເຮົາໂອ້ລົມກ່ຽວກັບຂໍ້ທີສິບສາມຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄື ພວກເຂົາຄວບຄຸມການເງິນຂອງຄຣິສຕະຈັກ ພ້ອມທັງຄວບຄຸມຫົວໃຈຂອງຜູ້ຄົນ. ເມື່ອຕັດສິນຈາກການສະແດງອອກທີ່ແຕກຕ່າງກັນຫຼາຍຢ່າງຂອງຜູ້ຕໍ່ຕ້ານພຣະຄຣິສ, ທຸກໆຂໍ້ເຫຼົ່ານີ້ລ້ວນແຕ່ກ່ຽວຂ້ອງກັບອຸປະນິໄສ ແລະ ແກ່ນແທ້ຂອງພວກເຂົາ ເຊິ່ງເບື່ອໜ່າຍຄວາມຈິງ, ໂຫດຮ້າຍ ແລະ ຊົ່ວຊ້າ. ຂໍ້ທີສິບສາມກໍບໍ່ມີຂໍ້ຍົກເວັ້ນສຳລັບສິ່ງນີ້. “ພວກເຂົາຄວບຄຸມການເງິນຂອງຄຣິສຕະຈັກ ພ້ອມທັງຄວບຄຸມຫົວໃຈຂອງຜູ້ຄົນ”, ໂດຍອີງໃສ່ການສະແດງອອກນີ້, ເຈົ້າສາມາດເຫັນໄດ້ວ່າຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ມີຄວາມທະເຍີທະຍານເທົ່ານັ້ນ ແຕ່ຍັງໂລບມາກອີກດ້ວຍ; ພວກເຂົາມີຄວາມຕ້ອງການຫຼາຍຢ່າງພາຍໃນຫົວໃຈຂອງພວກເຂົາ. ຄວາມຕ້ອງການເຫຼົ່ານີ້ຖືກຕ້ອງຕາມຫຼັກການບໍ? (ບໍ່, ບໍ່ຖືກຕ້ອງ). ການຄວບຄຸມຫົວໃຈຂອງຜູ້ຄົນເປັນສິ່ງທີ່ເປັນບວກບໍ? ເຫັນໄດ້ຢ່າງຊັດເຈນຈາກຄຳວ່າ “ຄວບຄຸມ” ເລີຍວ່າມັນບໍ່ແມ່ນສິ່ງທີ່ເປັນບວກ. ມັນບໍ່ເປັນບວກໃນດ້ານໃດ? ເປັນຫຍັງການໃຊ້ອຳນາດຄວບຄຸມຈຶ່ງຜິດ? ພວກເຈົ້າປາຖະໜາທີ່ຈະຄວບຄຸມຫົວໃຈຂອງຜູ້ຄົນບໍ? (ບໍ່). ເຖິງແມ່ນວ່າພວກເຈົ້າບໍ່ປາຖະໜາທີ່ຈະເຮັດເຊັ່ນນັ້ນ, ກໍຈະມີບາງເວລາທີ່ພວກເຈົ້າອົດບໍ່ໄດ້ທີ່ຈະກະທຳໃນລັກສະນະນັ້ນ. ສິ່ງນີ້ເອີ້ນວ່າ “ອຸປະນິໄສ”; ສິ່ງນີ້ເອີ້ນວ່າ “ແກ່ນແທ້”. ການທີ່ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຫົວໃຈຂອງຜູ້ຄົນບໍ່ແມ່ນຄວາມຕ້ອງການທີ່ຖືກຕ້ອງຕາມຫຼັກການ ແລະ ມັນກໍບໍ່ຍຸຕິທຳ ແລະ ບໍ່ສົມເຫດສົມຜົນ; ມັນເປັນສິ່ງທີ່ເປັນລົບ. ການ “ຄວບຄຸມຫົວໃຈຂອງຜູ້ຄົນ” ໝາຍຄວາມວ່າແນວໃດ? ການຄວບຄຸມຫົວໃຈຂອງຜູ້ຄົນບໍ່ແມ່ນນາມມະທຳ ແຕ່ມັນເປັນສິ່ງທີ່ຂ້ອນຂ້າງເປັນຮູບປະທຳ ແລະ ສະເພາະເຈາະຈົງ, ໂດຍມີວິທີການ, ພຶດຕິກຳ ແລະ ພາສາທີ່ສະເພາະເຈາະຈົງ ພ້ອມທັງຄວາມຄິດ, ມຸມມອງ, ເຈດຕະນາ ແລະ ແຮງຈູງໃຈທີ່ສະເພາະເຈາະຈົງ. ເມື່ອເປັນເຊັ່ນນີ້, ການສະແດງອອກທີ່ເປັນຮູບປະທຳຂອງຜູ້ຕໍ່ຕ້ານພຣະຄຣິສໃນການຄວບຄຸມຫົວໃຈຂອງຜູ້ຄົນແມ່ນຫຍັງ ແລະ ການຄວບຄຸມນີ້ຖືກກຳນົດໄວ້ຢ່າງສະເພາະເຈາະຈົງແນວໃດ? (ການໃຊ້ການສະແດງອອກຕ່າງໆ ເຊັ່ນ: ການທົນທຸກພາຍນອກ ແລະ ການຈ່າຍລາຄາ ເພື່ອໃຫ້ໄດ້ຮັບການຍອມຮັບ ແລະ ການຍົກຍ້ອງຈາກຄົນອື່ນ ແລະ ເພື່ອບັນລຸເປົ້າໝາຍໃນການເຮັດໃຫ້ຄົນອື່ນຫຼົງຜິດ). ຜູ້ຕໍ່ຕ້ານພຣະຄຣິສໃຊ້ພຶດຕິກຳ ແລະ ການສະແດງອອກທີ່ສະເພາະເຈາະຈົງບາງຢ່າງ ເພື່ອຊື້ໃຈຜູ້ຄົນ, ດ້ວຍເຫດນັ້ນຈຶ່ງໄດ້ຮັບຕຳແໜ່ງໃນຫົວໃຈຂອງຜູ້ຄົນ ແລະ ເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາ. ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບການຍົກຍ້ອງຈາກຄົນອື່ນ, ໂດຍເນື້ອແທ້ແລ້ວ ຈຸດຈົບນີ້ກໍຄືການເຮັດໃຫ້ຜູ້ຄົນຫຼົງຜິດ. ແຕ່ໃນຫົວໃຈຂອງພວກເຂົາ, ມັນບໍ່ແມ່ນຄວາມປາຖະໜາສ່ວນຕົວຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງທີ່ຈະໃຊ້ວິທີການເຫຼົ່ານີ້ເພື່ອເຮັດໃຫ້ຄົນອື່ນຫຼົງຜິດ; ສິ່ງທີ່ພວກເຂົາຕ້ອງການກໍຄືການໄດ້ຮັບການຍົກຍ້ອງ, ນັ້ນຄືເປົ້າໝາຍຂອງພວກເຂົາ. ມີຫຍັງອີກບໍ? (ຜູ້ຕໍ່ຕ້ານພຣະຄຣິສໃຊ້ຜົນປະໂຫຍດທີ່ເລັກນ້ອຍເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ດຶງດູດພວກເຂົາເຂົ້າມາ ແລະ ພວກເຂົາໄດ້ໂອ້ອວດຄວາມສາມາດ ແລະ ພອນສະຫວັນຂອງພວກເຂົາເອງ ເພື່ອເຮັດໃຫ້ຄົນອື່ນຍົກຍ້ອງ ແລະ ຊື່ນຊົມພວກເຂົາ ແລະ ເຊື່ອຟັງຄຳສັ່ງຂອງພວກເຂົາ ແລະ ບັນລຸເປົ້າໝາຍຂອງພວກເຂົາໃນການຊື້ໃຈຜູ້ຄົນ ແລະ ໄດ້ຮັບການຄວບຄຸມທີ່ຢູ່ເໜືອຄົນເຫຼົ່ານັ້ນ). ນີ້ແມ່ນດ້ານໜຶ່ງ. (ຜູ້ຕໍ່ຕ້ານພຣະຄຣິສສ້າງພາບລວງຕາວ່າເປັນຄົນຝ່າຍວິນຍານ. ເມື່ອພວກເຂົາຖືກລິຮານ, ພວກເຂົາບໍ່ເຂົ້າໃຈມັນ ແຕ່ພວກເຂົາກໍທຳທ່າວ່າເຂົ້າໃຈແລ້ວ ແລະ ສາມາດເຊື່ອຟັງມັນໄດ້, ເພື່ອໃຫ້ຄົນອື່ນຮູ້ສຶກວ່າພວກເຂົາກຳລັງໄລ່ຕາມຄວາມຈິງຢ່າງກະຕືລືລົ້ນ ແລະ ມີຄວາມເຂົ້າໃຈຝ່າຍວິນຍານຫຼາຍພໍສົມຄວນ. ພວກເຂົາປອມຕົວເປັນຄົນທີ່ໄລ່ຕາມ ແລະ ເຂົ້າໃຈຄວາມຈິງ, ເພື່ອບັນລຸຜົນໄດ້ຮັບໃນການເຮັດໃຫ້ຄົນອື່ນຍົກຍ້ອງ ແລະ ເຄົາລົບນັບຖືພວກເຂົາ). ນີ້ແມ່ນອີກດ້ານໜຶ່ງ. ຜູ້ຕໍ່ຕ້ານພຣະຄຣິສຕ້ອງການເຮັດໃຫ້ຄົນອື່ນເຫັນຢູ່ສະເໝີວ່າພວກເຂົາເປັນຄົນຝ່າຍວິນຍານສໍ່າໃດ ແລະ ພວກເຂົາສາມາດໄລ່ຕາມ ແລະ ອ່ອນນ້ອມຕໍ່ຄວາມຈິງໄດ້. ຄວາມຈິງແລ້ວ, ພວກເຂົາບໍ່ມີຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວ ແຕ່ພວກເຂົາກໍຍັງສ້າງສາກບັງໜ້າຂອງຄົນຝ່າຍວິນຍານ, ເພື່ອເຮັດໃຫ້ຄົນອື່ນຍົກຍ້ອງ ແລະ ເຄົາລົບນັບຖືພວກເຂົາ. ພວກເຂົາໃຊ້ວິທີການເຊັ່ນນີ້ເພື່ອຄວບຄຸມຫົວໃຈຂອງຜູ້ຄົນ. ມີຫຍັງອີກບໍ? (ຜູ້ຕໍ່ຕ້ານພຣະຄຣິສເວົ້າກ່ຽວກັບຄຳເວົ້າ ແລະ ຫຼັກຄຳສອນເພື່ອໂອ້ອວດ ແລະ ຍົກຊູຕົນເອງ, ເພື່ອໃຫ້ຄົນອື່ນຄິດວ່າພວກເຂົາເຂົ້າໃຈຄວາມຈິງ ແລະ ມີວຸດທິພາວະ ແລະ ຍົກຍ້ອງພວກເຂົາ, ນະມັດສະການພວກເຂົາ ແລະ ຟັງພວກເຂົາ. ດ້ວຍວິທີການເຫຼົ່ານີ້ ພວກເຂົາຈຶ່ງເຂົ້າມາຄວບຄຸມຜູ້ຄົນ). ນີ້ແມ່ນການສະແດງອອກທີ່ເປັນຮູບປະທຳ ແຕ່ການເວົ້າວ່າ “ພວກເຂົາເວົ້າກ່ຽວກັບຄຳເວົ້າ ແລະ ຫຼັກຄຳສອນ” ນັ້ນບໍ່ເໝາະສົມທັງໝົດ. ຜູ້ຕໍ່ຕ້ານພຣະຄຣິສບໍ່ຮູ້ຕົວວ່າພວກເຂົາກຳລັງເວົ້າກ່ຽວກັບຄຳເວົ້າ ແລະ ຫຼັກຄຳສອນ; ພວກເຂົາເຊື່ອວ່າສິ່ງທີ່ພວກເຂົາເວົ້າເຖິງນັ້ນເປັນຄວາມເປັນຈິງ, ເປັນທິດສະດີ ແລະ ຄຳເທດສະໜາທີ່ສູງສົ່ງ ແລະ ພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ຖ້າຜູ້ຕໍ່ຕ້ານພຣະຄຣິສຮູ້ວ່າມັນເປັນຄຳເວົ້າ ແລະ ຫຼັກຄຳສອນ, ພວກເຂົາກໍຈະຢຸດເວົ້າ. ມີຫຍັງອີກບໍ? (ຜູ້ຕໍ່ຕ້ານພຣະຄຣິສຝ່າຝືນຫຼັກການຢ່າງໜ້າດ້ານໆ, ໃຊ້ອຳນາດທີ່ພວກເຂົາມີຢູ່ ແລະ ທິດສະດີຝ່າຍວິນຍານທີ່ເບິ່ງຄືວ່າຖືກຕ້ອງແຕ່ທີ່ຈິງແລ້ວຜິດ ເພື່ອຫຼອກລວງເອົາຄວາມໄວ້ວາງໃຈຈາກທຸກຄົນ ແລະ ດ້ວຍເຫດນັ້ນຈຶ່ງບັນລຸເປົ້າໝາຍຂອງພວກເຂົາໃນການໄດ້ຮັບການຄວບຄຸມທີ່ຢູ່ເໜືອຜູ້ຄົນ). (ຜູ້ຕໍ່ຕ້ານພຣະຄຣິສຕັດການເຊື່ອມຕໍ່ຂອງປະຊາກອນທີ່ພຣະເຈົ້າເລືອກກັບເບື້ອງເທິງ. ພວກເຂົາບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານ, ພວກເຂົາກຳອຳນາດເດັດຂາດພາຍໃນຂອບເຂດສິດອຳນາດຂອງພວກເຂົາ ແລະ ພວກເຂົາພະຍາຍາມສ້າງອານາຈັກຂອງພວກເຂົາເອງ ແລະ ຄວບຄຸມຜູ້ຄົນ). ນີ້ກໍເປັນການສະແດງອອກທີ່ເປັນຮູບປະທຳເຊັ່ນກັນ. ເວົ້າໃຫ້ຖືກຕ້ອງກວ່າກໍຄື ພວກເຂົາຫຼອກລວງເບື້ອງເທິງ, ປິດບັງສິ່ງຕ່າງໆຈາກຜູ້ທີ່ຢູ່ເບື້ອງລຸ່ມ ແລະ ພະຍາຍາມຊື້ໃຈຜູ້ຄົນ, ພວກເຂົາບໍ່ຍອມໃຫ້ຄົນອື່ນເຫັນສະຖານະການທີ່ແທ້ຈິງ ແລະ ຫຼອກລວງເອົາຄວາມໄວ້ວາງໃຈຈາກພວກເຂົາ, ເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມຫົວໃຈຂອງຜູ້ຄົນ. ຈຸດປະສົງຂອງພວກເຂົາໃນການຫຼອກລວງເບື້ອງເທິງ ແລະ ປິດບັງສິ່ງຕ່າງໆຈາກຜູ້ທີ່ຢູ່ເບື້ອງລຸ່ມພວກເຂົາແມ່ນ ເພື່ອປ້ອງກັນບໍ່ໃຫ້ເບື້ອງເທິງ ແລະ ອ້າຍເອື້ອຍນ້ອງເຫັນຄວາມຈິງກ່ຽວກັບພວກເຂົາ, ເພື່ອໃຫ້ເບື້ອງເທິງ ແລະ ອ້າຍເອື້ອຍນ້ອງໄວ້ວາງໃຈພວກເຂົາ ແລະ ໃນທີ່ສຸດ ອ້າຍເອື້ອຍນ້ອງກໍຈະມານະມັດສະການພວກເຂົາແຕ່ພຽງຜູ້ດຽວ, ແລ້ວພວກເຂົາກໍຈະບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມຫົວໃຈຂອງຜູ້ຄົນ. ມີຫຍັງອີກບໍ? (ຜູ້ຕໍ່ຕ້ານພຣະຄຣິສສ້າງກົດລະບຽບຈຳນວນໜຶ່ງທີ່ເບິ່ງຄືວ່າຖືກຕ້ອງ ເພື່ອໃຫ້ຜູ້ຄົນປະຕິບັດຕາມ ແລະ ໃຊ້ສິ່ງເຫຼົ່ານີ້ເພື່ອແທນທີ່ຄວາມຈິງ, ເພື່ອໃຫ້ຜູ້ຄົນມາເຊື່ອວ່າການປະຕິບັດຕາມກົດລະບຽບເຫຼົ່ານີ້ກໍຄືກັນກັບການນໍາໃຊ້ຄວາມຈິງເຂົ້າໃນການປະຕິບັດ. ດ້ວຍວິທີການເຫຼົ່ານີ້ ຜູ້ຕໍ່ຕ້ານພຣະຄຣິສຈຶ່ງສາມາດຄວບຄຸມຫົວໃຈຂອງຜູ້ຄົນໄດ້ ແລະ ນໍາພາຜູ້ຄົນມາຢູ່ຕໍ່ໜ້າພວກເຂົາ). ສິ່ງນີ້ຄວນຖືກອະທິບາຍວ່າເປັນການທີ່ຜູ້ຕໍ່ຕ້ານພຣະຄຣິສສ້າງກົດ ແລະ ກົດລະບຽບຈຳນວນໜຶ່ງເພື່ອມາແທນທີ່ຫຼັກການຄວາມຈິງ, ປອມຕົວວ່າເປັນຄົນຝ່າຍວິນຍານ, ເປັນຜູ້ເຂົ້າໃຈຄວາມຈິງ, ເພື່ອໃຫ້ຜູ້ຄົນຟັງພວກເຂົາ ແລະ ດ້ວຍວິທີນີ້, ພວກເຂົາຈຶ່ງບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມຫົວໃຈຂອງຜູ້ຄົນ. ຖ້າກົດທີ່ພວກເຂົາສ້າງຂຶ້ນນັ້ນເປັນປະໂຫຍດຕໍ່ຊີວິດໃນຄຣິສຕະຈັກ ແລະ ຕໍ່ຜູ້ຄົນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ຖ້າພວກມັນບໍ່ຂັດກັບຫຼັກການຄວາມຈິງ ແລະ ບໍ່ນໍາຄວາມເສຍຫາຍມາສູ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ແລ້ວມັນກໍຈະບໍ່ມີຫຍັງທີ່ຜິດກ່ຽວກັບເລື່ອງນີ້. ໃນການຈັດການກັບຄົນປະເພດຕ່າງໆໃນຄຣິສຕະຈັກ, ນອກເໜືອຈາກການໂອ້ລົມກ່ຽວກັບຄວາມຈິງແລ້ວ, ມັນຈຳເປັນຕ້ອງສ້າງກົດການບໍລິຫານບາງຢ່າງເພື່ອຈັດລະບຽບຜູ້ຄົນ. ຖ້າກົດການບໍລິຫານເຫຼົ່ານີ້ບໍ່ຂັດກັບຫຼັກການຄວາມຈິງ, ແຕ່ເປັນປະໂຫຍດຕໍ່ຜູ້ຄົນ, ແລ້ວພວກມັນກໍເປັນສິ່ງທີ່ເປັນບວກ ແລະ ສິ່ງນີ້ບໍ່ແມ່ນການຄວບຄຸມຫົວໃຈຂອງຜູ້ຄົນ. ຖ້າກົດເຫຼົ່ານີ້ຖືກນໍາໃຊ້ເພື່ອແອບອ້າງວ່າເປັນຫຼັກການຄວາມຈິງ, ແລ້ວມັນກໍມີບັນຫາ. ຖ້າເປັນເຊັ່ນນັ້ນ, ຜູ້ຕໍ່ຕ້ານພຣະຄຣິສສາມາດສ້າງກົດທີ່ເປັນປະໂຫຍດຕໍ່ຜູ້ຄົນ ແລະ ສອດຄ່ອງກັບຫຼັກການຄວາມຈິງໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້). ລອງສະຫຼຸບເບິ່ງວ່າຄວນເວົ້າເລື່ອງນີ້ແນວໃດ. (ຜູ້ຕໍ່ຕ້ານພຣະຄຣິສສ້າງກົດບາງຢ່າງທີ່ບໍ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ທຳທ່າວ່າເປັນຄົນຝ່າຍວິນຍານ ແລະ ເຂົ້າໃຈຄວາມຈິງ ເພື່ອເຮັດໃຫ້ຜູ້ຄົນເຊື່ອຟັງພວກເຂົາ ແລະ ບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມຫົວໃຈຂອງຜູ້ຄົນ). ນັ້ນຂ້ອນຂ້າງເໝາະສົມແລ້ວ. ມີຫຍັງອີກບໍ? (ຜູ້ຕໍ່ຕ້ານພຣະຄຣິສມັກເວົ້າແນວຄວາມຄິດທີ່ຟັງເບິ່ງຄືດີເລີດ ເພື່ອສະແດງຄວາມສະຫຼາດ ແລະ ຄວາມເຂົ້າໃຈຂອງພວກເຂົາ ແລະ ເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາ. ຕົວຢ່າງ: ຫຼັງຈາກທີ່ທຸກຄົນໄດ້ປຶກສາຫາລືກ່ຽວກັບເລື່ອງໃດໜຶ່ງແລ້ວ ແລະ ຕັດສິນໃຈວ່າຈະເຮັດແນວໃດກັບມັນ, ຜູ້ຕໍ່ຕ້ານພຣະຄຣິສກໍຈະເວົ້າທິດສະດີຊຸດໜຶ່ງອອກມາ ເພື່ອປະຕິເສດຄຳແນະນໍາຂອງຄົນອື່ນທັງໝົດ ແລະ ເຮັດໃຫ້ທຸກຄົນຟັງພວກເຂົາ, ທັງທີ່ໃນຄວາມເປັນຈິງແລ້ວ ມຸມມອງຂອງພວກເຂົາກໍບໍ່ໄດ້ສະຫຼາດໄປກວ່າກັນເລີຍ. ຈາກນັ້ນ ເມື່ອເວລາຜ່ານໄປ, ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ, ກໍຈະບໍ່ມີໃຜກ້າໂອ້ລົມກ່ຽວກັບຄວາມຈິງ ຫຼື ສະແຫວງຫາຫຼັກການຄວາມຈິງ ແລະ ຈະຮູ້ສຶກວ່າພວກເຂົາຕ້ອງປ່ອຍໃຫ້ຜູ້ຕໍ່ຕ້ານພຣະຄຣິສເປັນຜູ້ຕັດສິນຊີ້ຂາດ ແລະ ໃນທີ່ສຸດ ຜູ້ຕໍ່ຕ້ານພຣະຄຣິສກໍຈະບັນລຸເປົ້າໝາຍຂອງພວກເຂົາໃນການຄວບຄຸມຜູ້ຄົນ). ຜູ້ຕໍ່ຕ້ານພຣະຄຣິສເວົ້າແນວຄວາມຄິດທີ່ຟັງເບິ່ງຄືດີເລີດຢູ່ທຸກເວລາ, ປະຕິເສດຄຳແນະນໍາຂອງຄົນອື່ນ, ໂອ້ອວດຕົນເອງ ແລະ ເຮັດໃຫ້ຄົນອື່ນເຊື່ອວ່າພວກເຂົາສະຫຼາດຫຼາຍ ແລະ ດ້ວຍເຫດນັ້ນຈຶ່ງບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຄົນອື່ນຫຼົງຜິດ ແລະ ເຂົ້າຄວບຄຸມຄົນອື່ນ. ໃນອະດີດ ພວກເຮົາໄດ້ໂອ້ລົມກັນຫຼາຍແລ້ວກ່ຽວກັບການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສໃນການຄວບຄຸມ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງນີ້, ມັນກໍກ່ຽວຂ້ອງກັບກົນລະຍຸດ, ການສະແດງອອກ ແລະ ວິທີການທີ່ຫຼາກຫຼາຍ. ບາງຄັ້ງພວກເຂົາກໍໃຊ້ການກະທຳ, ບາງຄັ້ງພວກເຂົາກໍໃຊ້ຄຳເວົ້າ ແລະ ໃນເວລາອື່ນ ພວກເຂົາກໍໃຊ້ມຸມມອງບາງປະເພດເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ສະຫຼຸບແລ້ວ, ມີເປົ້າໝາຍທີ່ຢູ່ເບື້ອງຫຼັງສິ່ງທັງໝົດເຫຼົ່ານີ້ທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ; ບໍ່ມີການກະທຳໃດເຫຼົ່ານີ້ທີ່ບໍລິສຸດ ແລະ ເປີດເຜີຍ ແລະ ບໍ່ມີການກະທຳໃດທີ່ສອດຄ່ອງກັບຄວາມຈິງ. ທຸກສິ່ງທີ່ພວກເຂົາເຮັດກໍເພື່ອເຫັນແກ່ການເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ຜູ້ຄົນຍົກຍ້ອງ ແລະ ນະມັດສະການພວກເຂົາ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເວົ້າ ແລະ ເຮັດຫຍັງຢູ່ພາຍນອກກໍລ້ວນແຕ່ເປັນພຽງສາກບັງໜ້າ, ພວກມັນລ້ວນແຕ່ເປັນພຶດຕິກຳທີ່ດີ ແລະ ເປັນສິ່ງທີ່ຜູ້ຄົນຖືວ່າດີ, ແຕ່ຄວາມເປັນຈິງແລ້ວ, ຖ້າສືບສວນເຖິງແກ່ນແທ້ຂອງສິ່ງເຫຼົ່ານີ້, ແຮງຈູງໃຈ ແລະ ເປົ້າໝາຍທີ່ຢູ່ເບື້ອງຫຼັງວິທີການຂອງຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ເປັນສິ່ງທີ່ບໍ່ສາມາດບອກໃຜໄດ້, ກົງກັນຂ້າມກັບຄວາມຈິງ ແລະ ເປັນສິ່ງທີ່ພຣະເຈົ້າຊົງລັງກຽດຢ່າງບໍ່ມີຂໍ້ຍົກເວັ້ນ.
ເມື່ອຕັດສິນຈາກວິທີການໃນການຄວບຄຸມຫົວໃຈຂອງຜູ້ຄົນ, ຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນໜ້າລັງກຽດ ແລະ ເຫັນແກ່ຕົວ ແລະ ອຸປະນິໄສຂອງພວກເຂົາກໍເບື່ອໜ່າຍຄວາມຈິງ, ຊົ່ວຊ້າ ແລະ ໂຫດຮ້າຍ. ຜູ້ຕໍ່ຕ້ານພຣະຄຣິສໃຊ້ວິທີການທີ່ໜ້າລັງກຽດ ແລະ ຕ່ຳຊ້າທຸກຮູບແບບເພື່ອບັນລຸເປົ້າໝາຍຂອງພວກເຂົາ ໂດຍປາສະຈາກຄວາມລະອາຍໃຈ, ນີ້ຄືລັກສະນະຂອງທຳມະຊາດທີ່ຊົ່ວຊ້າຂອງພວກເຂົາ. ນອກຈາກນີ້, ໂດຍບໍ່ສົນໃຈວ່າຜູ້ຄົນຈະເຕັມໃຈ ຫຼື ບໍ່, ໂດຍບໍ່ໄດ້ແຈ້ງໃຫ້ພວກເຂົາຮູ້ ຫຼື ໄດ້ຮັບຄວາມຍິນຍອມຈາກພວກເຂົາ, ພວກເຂົາຕ້ອງການຄວບຄຸມຜູ້ຄົນ, ບົງການ ແລະ ຄອບງຳພວກເຂົາຢູ່ສະເໝີ. ພວກເຂົາຕ້ອງການໃຫ້ທຸກສິ່ງທີ່ຜູ້ຄົນຄິດ ແລະ ປາຖະໜາໃນຫົວໃຈຢູ່ພາຍໃຕ້ການບົງການຂອງພວກເຂົາ, ພວກເຂົາຕ້ອງການໃຫ້ຜູ້ຄົນມີຕຳແໜ່ງໃຫ້ພວກເຂົາໃນຫົວໃຈ, ນະມັດສະການພວກເຂົາ ແລະ ເຄົາລົບນັບຖືພວກເຂົາໃນທຸກສິ່ງ. ພວກເຂົາຕ້ອງການຈຳກັດ ແລະ ມີອິດທິພົນຕໍ່ຜູ້ຄົນດ້ວຍຄຳເວົ້າ ແລະ ມຸມມອງຂອງພວກເຂົາ ພ້ອມທັງບົງການ ແລະ ຄວບຄຸມຜູ້ຄົນເຫຼົ່ານັ້ນຕາມຄວາມປາຖະໜາຂອງພວກເຂົາເອງ. ນີ້ແມ່ນອຸປະນິໄສປະເພດໃດ? ມັນບໍ່ແມ່ນຄວາມໂຫດຮ້າຍບໍ? ມັນກໍຄືກັບເສືອທີ່ກັດຄໍຂອງເຈົ້າໄວ້ໃນປາກຂອງມັນ, ເຖິງແມ່ນວ່າເຈົ້າຈະພະຍາຍາມຫາຍໃຈ ແລະ ດີ້ນຮົນເພື່ອເຄື່ອນໄຫວສໍ່າໃດກໍຕາມ, ເຈົ້າກໍບໍ່ສາມາດເຮັດຕາມທີ່ເຈົ້າປາຖະໜາໄດ້, ກົງກັນຂ້າມ ປາກທີ່ດຸຮ້າຍຂອງມັນພັດງັບເຈົ້າໄວ້ຢ່າງແໜ້ນໜາ ແລະ ອັນຕະລາຍເຖິງຊີວິດ. ເຖິງແມ່ນວ່າເຈົ້າຈະພະຍາຍາມດີ້ນຮົນໃຫ້ຫຼຸດພົ້ນສໍ່າໃດກໍຕາມ, ເຈົ້າກໍບໍ່ສາມາດເຮັດໄດ້ ແລະ ເຖິງແມ່ນວ່າເຈົ້າຈະອ້ອນວອນໃຫ້ເສືອຍອມປ່ອຍ, ນັ້ນກໍເປັນໄປບໍ່ໄດ້, ບໍ່ມີຊ່ອງທາງສຳລັບການຕໍ່ລອງ. ຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສແບບນັ້ນແທ້ໆ. ສົມມຸດວ່າເຈົ້າປຶກສາຫາລືກັບພວກເຂົາ ໂດຍກ່າວວ່າ “ເຈົ້າຊ່ວຍຢຸດພະຍາຍາມຫາວິທີຄວບຄຸມຜູ້ຄົນໄດ້ບໍ? ເຈົ້າວາງຕົວໃຫ້ເໝາະສົມ ແລະ ເປັນຜູ້ຕິດຕາມໄດ້ບໍ? ເຈົ້າວາງຕົວໃຫ້ເໝາະສົມ ແລະ ປະຕິບັດໜ້າທີ່ຂອງເຈົ້າໃຫ້ສຳເລັດ ແລະ ຮັກສາຕຳແໜ່ງຂອງເຈົ້າໄດ້ບໍ?” ພວກເຂົາຈະສາມາດຍອມຮັບສິ່ງນີ້ໄດ້ບໍ? ເຈົ້າຈະສາມາດໃຊ້ການປະພຶດຕົວທີ່ດີ ຫຼື ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບຄວາມຈິງ ເພື່ອຫ້າມປາມພວກເຂົາບໍ່ໃຫ້ສືບຕໍ່ໃນເສັ້ນທາງຂອງພວກເຂົາໄດ້ບໍ? ມີໃຜສາມາດປ່ຽນແປງມຸມມອງຂອງພວກເຂົາໄດ້ບໍ? ເມື່ອຕັດສິນຈາກອຸປະນິໄສທີ່ໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ມີໃຜສາມາດປ່ຽນແປງຄວາມຄິດ ແລະ ມຸມມອງຂອງພວກເຂົາໄດ້ ແລະ ບໍ່ມີໃຜສາມາດປ່ຽນແປງຄວາມປາຖະໜາຂອງພວກເຂົາໃນການຄວບຄຸມຫົວໃຈຂອງຜູ້ຄົນໄດ້ເຊັ່ນກັນ. ບໍ່ມີໃຜສາມາດປ່ຽນແປງພວກເຂົາໄດ້ ແລະ ບໍ່ມີທາງຕໍ່ລອງກັບພວກເຂົາໄດ້, ນີ້ເອີ້ນວ່າ “ຄວາມໂຫດຮ້າຍ”. ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງຜູ້ຕໍ່ຕ້ານພຣະຄຣິສໃນການຄວບຄຸມຜູ້ຄົນແມ່ນການສະແດງອອກເຖິງແກ່ນແທ້ຂອງພວກເຂົາ. ຖ້າເຈົ້າໃຊ້ການປະພຶດຕົວທີ່ດີເພື່ອດັດນິໄສພວກເຂົາ, ມັນຈະໄດ້ຜົນບໍ? ຖ້າເຈົ້າໃຊ້ປະສົບການທີ່ສຳພັນກັບຊີວິດຈິງຂອງເຈົ້າໃນການຍອມຮັບການຖືກລິຮານ, ຖືກພິພາກສາ ແລະ ຖືກລົງທັນ ເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຂົາ, ພວກເຂົາຈະສາມາດປ່ຽນແປງໄດ້ບໍ? ພວກເຂົາຈະຢຸດສິ່ງທີ່ພວກເຂົາກຳລັງເຮັດຢູ່ບໍ? (ບໍ່, ພວກເຂົາຈະບໍ່ຢຸດ). ພວກເຈົ້າເຄີຍພົບຄົນປະເພດນີ້ມາກ່ອນບໍ? (ເຄີຍ. ສຳລັບຄົນປະເພດນີ້, ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາຢູ່ໃສກໍຕາມ ແລະ ເຖິງແມ່ນວ່າພວກເຂົາອາດຈະລົ້ມເຫຼວ ແລະ ສະດຸດລົ້ມສອງສາມຄັ້ງ ຫຼື ແມ່ນແຕ່ໄດ້ຮັບການລົງວິໄນດ້ວຍຄວາມເຈັບປ່ວຍ, ຄວາມປາຖະໜາຂອງພວກເຂົາໃນການໄລ່ຕາມສະຖານະກໍບໍ່ສາມາດປ່ຽນແປງໄດ້. ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍປາຖະໜາທີ່ຈະໄດ້ຮັບສະຖານະ ແລະ ອຳນາດ). ຖ້າການປ່ຽນສະຖານທີ່ ຫຼື ກຸ່ມບໍ່ສາມາດປ່ຽນແປງພວກເຂົາໄດ້, ແລ້ວການລໍຖ້າຈົນກວ່າພວກເຂົາຈະອາຍຸຫຼາຍຂຶ້ນເດ, ພວກເຂົາຈະປ່ຽນແປງໄດ້ເລັກນ້ອຍບໍ? ພວກເຂົາຈະປ່ອຍວາງການໄລ່ຕາມອຳນາດ ແລະ ສິດອຳນາດຂອງພວກເຂົາລົງແດ່ບໍ, ມັນຈະອ່ອນລົງເລັກນ້ອຍບໍ? (ບໍ່. ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບອາຍຸ; ອຸປະນິໄສນີ້ຂອງພວກເຂົາບໍ່ສາມາດປ່ຽນແປງໄດ້). ອຸປະນິໄສທີ່ໂຫດຮ້າຍຄອບງຳ ແລະ ຄວບຄຸມຜູ້ຕໍ່ຕ້ານພຣະຄຣິສ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດປ່ຽນແປງໄດ້. ເບິ່ງຄືວ່າອຸປະນິໄສທີ່ໂຫດຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິສເປັນສິ່ງທີ່ຫຼາຍຄົນໄດ້ສຳຜັດ ແລະ ເຫັນດ້ວຍຕົນເອງແລ້ວ. ການທີ່ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຫົວໃຈຂອງຜູ້ຄົນເປັນຄວາມເປັນຈິງ ແລະ ມັນມີຫຼັກຖານທີ່ເປັນຂໍ້ເທັດຈິງສະໜັບສະໜູນ, ມັນເປັນເລື່ອງທີ່ຮ້າຍແຮງຫຼາຍ. ຄົນແບບນີ້ບໍ່ສາມາດລືມ ຫຼື ປ່ອຍວາງເລື່ອງການຄວບຄຸມຫົວໃຈຂອງຜູ້ຄົນໄດ້. ນັ້ນຄືແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ຈາກມຸມມອງແບບອັດຕະວິໄສ, ພວກເຂົາບໍ່ສາມາດປ່ອຍວາງມັນໄດ້; ຈາກມຸມມອງແບບພາວະວິໄສ, ບໍ່ມີໃຜສາມາດປ່ຽນແປງພວກເຂົາໄດ້, ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ບອກເຮົາມາເບິ່ງ, ມີຜູ້ຕໍ່ຕ້ານພຣະຄຣິສຄົນໃດບໍທີ່ຫຼັງຈາກຖືກຂັບໄລ່ອອກ ແລະ ບໍ່ໄດ້ຢູ່ຮ່ວມກັບອ້າຍເອື້ອຍນ້ອງອີກຕໍ່ໄປ ແລ້ວສູນເສຍຄວາມປາຖະໜາທີ່ຈະຄວບຄຸມຫົວໃຈຂອງຄົນອື່ນ? ຜູ້ຕໍ່ຕ້ານພຣະຄຣິສຈະປ່ຽນແປງໂດຍອີງໃສ່ການປ່ຽນແປງໃນສະພາບແວດລ້ອມ ຫຼື ທີ່ຕັ້ງທາງພູມສາດຂອງພວກເຂົາບໍ? (ບໍ່, ພວກເຂົາຈະບໍ່ປ່ຽນແປງ). ພວກເຂົາຈະບໍ່ປ່ຽນແປງໄປຕາມການປ່ຽນແປງຂອງເວລາ ແລະ ສະຖານທີ່, ສິ່ງນີ້ຖືກກຳນົດໂດຍແກ່ນແທ້ທຳມະຊາດຂອງພວກເຂົາ. ໃນການຄວບຄຸມຫົວໃຈຂອງຜູ້ຄົນ, ຄວາມຈິງແລ້ວ ຜູ້ຕໍ່ຕ້ານພຣະຄຣິສກຳລັງພະຍາຍາມໃຊ້ອຳນາດໃນທ່າມກາງຜູ້ຄົນ, ນັ້ນກໍຄືອຳນາດໃນການສັ່ງການ, ໃນການຕັດສິນໃຈ ແລະ ໃນການຄວບຄຸມຜູ້ຄົນ ແລະ ບົງການຫົວໃຈຂອງຜູ້ຄົນ, ອຳນາດນີ້ຄືສິ່ງທີ່ພວກເຂົາປາຖະໜາທີ່ຈະໄດ້ຮັບ. ເພື່ອຄວບຄຸມຫົວໃຈຂອງຜູ້ຄົນ, ຜູ້ຕໍ່ຕ້ານພຣະຄຣິສຈະໃຊ້ວິທີການ ແລະ ຊ່ອງທາງທຸກຮູບແບບເພື່ອເຮັດໃຫ້ຜູ້ຄົນຍົກຍ້ອງພວກເຂົາ, ເພື່ອຫຼອກລວງ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດ, ເພື່ອສະແດງພາບລວງຕາໃຫ້ຜູ້ຄົນເຫັນ ແລະ ເຖິງຂັ້ນໃຊ້ວິທີການ ແລະ ຊ່ອງທາງບາງຢ່າງເພື່ອປົກປິດອຸປະນິໄສທີ່ເສື່ອມຊາມ ແລະ ລັກສະນະຂອງພວກເຂົາ ແລະ ຂັດຂວາງບໍ່ໃຫ້ຜູ້ຄົນແຍກແຍະ ຫຼື ເບິ່ງທະລຸເຖິງແກ່ນແທ້ຂອງພວກເຂົາທີ່ເບື່ອໜ່າຍຄວາມຈິງ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິສ. ພາຍນອກແລ້ວ, ພວກເຂົາແອບອ້າງວ່າເປັນຄົນຝ່າຍວິນຍານ ແລະ ສົມບູນ, ຜູ້ທີ່ບໍ່ມີຂໍ້ບົກຜ່ອງ ຫຼື ຂໍ້ຕຳນິ ຫຼື ຮ່ອງຮອຍຂອງອຸປະນິໄສທີ່ເສື່ອມຊາມໃດໜຶ່ງ ແລະ ດ້ວຍວິທີນີ້, ພວກເຂົາຈຶ່ງບັນລຸເປົ້າໝາຍຂອງພວກເຂົາໃນການເຮັດໃຫ້ຄົນອື່ນຍົກຍ້ອງ, ເຄົາລົບນັບຖື, ຊື່ນຊົມ, ນະມັດສະການ ແລະ ເຖິງຂັ້ນເພິ່ງພາພວກເຂົາ. ໂດຍແກ່ນແທ້ແລ້ວ ການບັນລຸເປົ້າໝາຍເຫຼົ່ານີ້ແມ່ນຜົນສະທ້ອນຈາກການທີ່ພວກເຂົາຄວບຄຸມຫົວໃຈຂອງຜູ້ຄົນ. ໃນການໂອ້ລົມຂອງພວກເຮົາກ່ຽວກັບອຸປະນິໄສ ແລະ ການສະແດງອອກທັງໝົດຂອງຜູ້ຕໍ່ຕ້ານພຣະຄຣິສ, ການທີ່ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມຫົວໃຈຂອງຜູ້ຄົນ ແລະ ຍາດແຍ່ງອຳນາດ ແລະ ຜົນປະໂຫຍດນັ້ນໄດ້ກວມເອົາເນື້ອຫາສ່ວນໃຫຍ່ຢ່າງເດັດຂາດຂອງການສົນທະນາ. ເນື່ອງຈາກພວກເຮົາໄດ້ໂອ້ລົມກັນຫຼາຍແລ້ວກ່ຽວກັບຫົວຂໍ້ນີ້, ມື້ນີ້ພວກເຮົາຈະຂໍຈົບໄວ້ພຽງເທົ່ານີ້.
II. ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມການເງິນຂອງຄຣິສຕະຈັກ
ປະເດັນສຳຄັນທີ່ພວກເຮົາຈະໂອ້ລົມກັນໃນມື້ນີ້ກໍຄື ນອກເໜືອຈາກການພະຍາຍາມຄວບຄຸມຫົວໃຈຂອງຜູ້ຄົນ ແລະ ຄວາມທະເຍີທະຍານ ແລະ ຄວາມປາຖະໜາໃນອຳນາດຂອງພວກເຂົາແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຍັງມີການສະແດງອອກທີ່ເປັນອັນຕະລາຍຮ້າຍແຮງອີກຢ່າງໜຶ່ງ. ນັ້ນກໍຄື ພວກເຂົາຍັງສະແດງອອກເຖິງຄວາມປາຖະໜາອັນຍິ່ງໃຫຍ່ຕໍ່ການເງິນຂອງຄຣິສຕະຈັກ, ເຊິ່ງເປັນຄວາມປາຖະໜາທີ່ສາມາດເອີ້ນໄດ້ວ່າເປັນຄວາມໂລບ. ນອກເໜືອຈາກຄວາມມັກໃນສະຖານະຂອງພວກເຂົາແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຍັງມີຄວາມມັກເປັນພິເສດຕໍ່ການເງິນອີກດ້ວຍ. ຄວາມສົນໃຈ ແລະ ຄວາມເພີດເພີນທີ່ພວກເຂົາມີຕໍ່ການເງິນນັ້ນມີຢ່າງຫຼວງຫຼາຍ ແລະ ບໍ່ລົດລະ; ພວກເຮົານິຍາມສິ່ງນີ້ວ່າເປັນຜູ້ຕໍ່ຕ້ານພຣະຄຣິສທີ່ກຳລັງຄວບຄຸມການເງິນຂອງຄຣິສຕະຈັກ. ການທີ່ຜູ້ຕໍ່ຕ້ານພຣະຄຣິສພະຍາຍາມຄວບຄຸມການເງິນຂອງຄຣິສຕະຈັກ ແລະ ພະຍາຍາມຄວບຄຸມຫົວໃຈຂອງຜູ້ຄົນນັ້ນເປັນເລື່ອງດຽວກັນ, ທັງສອງຢ່າງລ້ວນແຕ່ເປັນຄວາມພະຍາຍາມທີ່ບໍ່ຖືກຕ້ອງ ແລະ ບໍ່ສົມເຫດສົມຜົນຢ່າງເທົ່າທຽມກັນ. ເຫັນໄດ້ຢ່າງຊັດເຈນວ່າສິ່ງນີ້ເປັນສິ່ງທີ່ບໍ່ໜ້ານັບຖື. ການມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະຄວບຄຸມຫົວໃຈຂອງຜູ້ຄົນກໍເປັນຕາໜ້າລັງກຽດພໍແລ້ວ, ມັນເປັນສິ່ງທີ່ບໍ່ໜ້ານັບຖືຢ່າງຍິ່ງຢູ່ແລ້ວ, ແຕ່ຜູ້ຕໍ່ຕ້ານພຣະຄຣິສຍັງຕ້ອງການຄວບຄຸມການເງິນຂອງຄຣິສຕະຈັກນຳອີກ, ນີ້ແມ່ນອີກສິ່ງໜຶ່ງທີ່ໜ້າລັງກຽດຍິ່ງກວ່າເຊິ່ງມີຢູ່ໃນຕົວພວກເຂົາ. ແລ້ວເມື່ອຜູ້ຕໍ່ຕ້ານພຣະຄຣິສສະແຫວງຫາການຄວບຄຸມການເງິນຂອງຄຣິສຕະຈັກ, ການສະແດງອອກທີ່ເປັນຮູບປະທຳຂອງສິ່ງນີ້ແມ່ນຫຍັງ? ສິ່ງນີ້ຈະສາມາດແຍກແຍະໄດ້ງ່າຍກວ່າຕອນທີ່ພວກເຂົາສະແຫວງຫາການຄວບຄຸມຫົວໃຈຂອງຜູ້ຄົນບໍ? ເມື່ອຜູ້ຕໍ່ຕ້ານພຣະຄຣິສກຳລັງສະແຫວງຫາການຄວບຄຸມຫົວໃຈຂອງຜູ້ຄົນ, ຜູ້ຄົນສາມາດແຍກແຍະວິທີການ ແລະ ອຸປະນິໄສບາງຢ່າງທີ່ພວກເຂົາສະແດງອອກມາໄດ້. ແຕ່ຖ້າພວກເຂົາປິດບັງ ແລະ ມີເລ່ຫຼ່ຽມຫຼາຍ ແລະ ມີຄຳເວົ້າ, ກົນລະຍຸດ ຫຼື ກົນອຸບາຍແບບຊາຕານຢູ່ເບື້ອງຫຼັງສິງເຫຼົ່ານັ້ນ ເຊິ່ງຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເປີດເຜີຍອອກມາພາຍນອກ ພຽງແຕ່ຄິດຢູ່ໃນຄວາມຄິດສ່ວນຕົວຂອງພວກເຂົາ, ແລ້ວສິ່ງເຫຼົ່ານີ້ກໍຈະບໍ່ສາມາດແຍກແຍະໄດ້ງ່າຍ. ເຖິງຢ່າງໃດກໍຕາມ, ການພະຍາຍາມຄວບຄຸມການເງິນຂອງຄຣິສຕະຈັກຄວນມີການສະແດງອອກ ແລະ ວິທີການທີ່ເປັນຮູບປະທຳບາງຢ່າງ. ພວກເຈົ້າຄິດວ່າວິທີການເຫຼົ່ານີ້ແຍກແຍະໄດ້ງ່າຍບໍ? ເມື່ອພວກເຈົ້າໄດ້ເຫັນສິ່ງເຫຼົ່ານີ້ກັບຕາ ແລະ ໄດ້ຍິນກ່ຽວກັບພວກມັນກັບຫູ, ພວກເຈົ້າຈະສາມາດແຍກແຍະໄດ້ບໍວ່າສິ່ງເຫຼົ່ານີ້ຄືການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສ? (ຖ້າພວກມັນເປັນພຶດຕິກຳທີ່ຊັດເຈນ, ກໍແຍກແຍະໄດ້. ຕົວຢ່າງ: ຜູ້ຕໍ່ຕ້ານພຣະຄຣິສຈະສອບຖາມວ່າໃຜເປັນຜູ້ຮັບຜິດຊອບໃນການເກັບຮັກສາເຄື່ອງຖວາຍ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ). ສິ່ງນີ້ຈະສາມາດແຍກແຍະໄດ້ງ່າຍ ເພາະການເງິນເປັນເລື່ອງທີ່ອ່ອນໄຫວ ແລະ ຄົນສ່ວນໃຫຍ່ຈະບໍ່ສອບຖາມກ່ຽວກັບພວກມັນ, ນອກຈາກວ່າພວກເຂົາຈະເປັນຄົນໂລບມາກທີ່ມີເຈດຕະນາແອບແຝງກ່ຽວກັບການເງິນ, ເຊິ່ງໃນກໍລະນີດັ່ງກ່າວ ພວກເຂົາກໍຈະໃຫ້ຄວາມສົນໃຈ ແລະ ສອບຖາມກ່ຽວກັບຂໍ້ມູນປະເພດນີ້. ສະນັ້ນ ໃຫ້ພວກເຮົາໂອ້ລົມກັນກ່ຽວກັບວ່າ ມີການສະແດງອອກທີ່ເປັນຮູບປະທຳອັນໃດແດ່ກ່ຽວກັບການທີ່ຜູ້ຕໍ່ຕ້ານພຣະຄຣິສພະຍາຍາມຄວບຄຸມການເງິນຂອງຄຣິສຕະຈັກ.
ເມື່ອເວົ້າເຖິງຫົວຂໍ້ກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສຄວບຄຸມການເງິນຂອງຄຣິສຕະຈັກ, ຄົນສ່ວນໃຫຍ່ຈະນຶກເຖິງຕົວຢ່າງທີ່ພວກເຂົາເຄີຍເຫັນໃນອະດີດກ່ຽວກັບການສໍ້ໂກງ ຫຼື ການນຳໃຊ້ຊັບສິນຂອງຄຣິສຕະຈັກໃນທາງທີ່ຜິດ, ແມ່ນບໍ? ຫຼື ບາງທີອາດມີບາງຄົນທີ່ຍັງໜຸ່ມ ຫຼື ຫາກໍເຊື່ອໃນພຣະເຈົ້າໄດ້ພຽງໄລຍະເວລາສັ້ນໆ, ບໍ່ໄດ້ໃສ່ໃຈກ່ຽວກັບສິ່ງເຫຼົ່ານີ້ຫຼາຍປານໃດ ແລະ ບໍ່ໄດ້ຄິດກ່ຽວກັບພວກມັນເລີຍ. ສະນັ້ນ ໃຫ້ພວກເຮົາໂອ້ລົມກັນຢ່າງລະອຽດກ່ຽວກັບເລື່ອງນີ້, ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈບາງບັນຫາ, ກົດເກນ ພ້ອມທັງຂໍ້ຫ້າມທີ່ກ່ຽວຂ້ອງກັບການເງິນຂອງຄຣິສຕະຈັກ. ມີບາງຄົນເວົ້າວ່າ “ຂ້ອຍບໍ່ເຄີຍໃຫ້ຄວາມສົນໃຈ ຫຼື ສອບຖາມກ່ຽວກັບເລື່ອງການເງິນຂອງຄຣິສຕະຈັກ. ຂ້ອຍບໍ່ໄດ້ມີຄວາມໂລບມາກແບບນັ້ນ. ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບຂ້ອຍ ແລະ ມັນກໍເປັນຫົວຂໍ້ທີ່ຂ້ອນຂ້າງອ່ອນໄຫວໃນຄຣິສຕະຈັກ, ສະນັ້ນ ຂ້ອຍຈຶ່ງບໍ່ເປັນຫຍັງບໍ່ວ່າຈະຮູ້ ຫຼື ບໍ່ຮູ້ກ່ຽວກັບມັນ”. ມຸມມອງນີ້ຖືກຕ້ອງບໍ? (ບໍ່, ມັນບໍ່ຖືກຕ້ອງ). ມັນບໍ່ຖືກຕ້ອງແນວໃດ? ບໍ່ວ່າພວກເຈົ້າຈະຄິດແນວໃດກໍຕາມ, ຫົວຂໍ້ທີ່ພວກເຮົາກຳລັງໂອ້ລົມກັນໃນມື້ນີ້ແມ່ນກ່ຽວຂ້ອງກັບອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຈາກມຸມມອງຂອງການວິເຄາະ ແລະ ການໄຈ້ແຍກອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນຈະຄຸ້ມຄ່າສຳລັບພວກເຈົ້າແຕ່ລະຄົນ ແລະ ທຸກຄົນທີ່ຈະເຂົ້າໃຈສິ່ງນີ້ທັງໝົດ ແລະ ເຂົ້າໃຈມັນຢ່າງແຈ່ມແຈ້ງ. ພວກເຮົາຈະໃຊ້ເລື່ອງນີ້ເພື່ອໄຈ້ແຍກອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ, ສະນັ້ນ ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກັນກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຊັບສິນຂອງຄຣິສຕະຈັກ, ຊັບສິນຂອງຄຣິສຕະຈັກໝາຍຄວາມວ່າແນວໃດກັນແທ້ ແລະ ມັນເປັນຂອງໃຜໃນຄວາມຄິດຂອງພວກເຂົາ, ພ້ອມທັງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເບິ່ງຊັບສິນນີ້ ແລະ ຈັດສັນມັນໃນຄວາມຄິດສ່ວນຕົວຂອງພວກເຂົາ. ກ່ອນອື່ນໝົດ, ຜູ້ຕໍ່ຕ້ານພຣະຄຣິສນິຍາມຄວາມໝາຍຂອງເງິນ ແລະ ສິ່ງຂອງຕ່າງໆທີ່ອ້າຍເອື້ອຍນ້ອງໃນຄຣິສຕະຈັກຖວາຍແນວໃດ? ເມື່ອຕັດສິນຈາກລັກສະນະຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສເປັນຄົນໂລບມາກ ແລະ ຄວາມໂລບຂອງພວກເຂົາກໍໃຫຍ່ຫຼວງຫຼາຍ, ສະນັ້ນ ພວກເຂົາຈຶ່ງຈະບໍ່ໄດ້ເສີຍເມີຍຕໍ່ຊັບສິນນີ້. ກົງກັນຂ້າມ, ພວກເຂົາຈະໃຫ້ຄວາມສົນໃຈມັນຫຼາຍ, ໂດຍໃຫ້ຄວາມໃສ່ໃຈຢ່າງລະມັດລະວັງໃນການກວດສອບ ແລະ ຊອກຮູ້ວ່າມີຊັບສິນຂອງຄຣິສຕະຈັກຫຼາຍສໍ່າໃດ, ໃຜເປັນຜູ້ຮັບຜິດຊອບໃນການເກັບຮັກສາມັນ, ມັນຖືກເກັບຮັກສາໄວ້ຢູ່ໃສ ແລະ ມີຈັກຄົນທີ່ຮູ້ກ່ຽວກັບມັນ. ເມື່ອເວົ້າເຖິງຂໍ້ມູນພື້ນຖານກ່ຽວກັບການເງິນຂອງຄຣິສຕະຈັກ, ກ່ອນອື່ນ ຜູ້ຕໍ່ຕ້ານພຣະຄຣິສຈະສະແດງຄວາມສົນໃຈຢ່າງທີ່ສຸດຕໍ່ສິ່ງນີ້, ໂດຍໃຫ້ຄວາມໃສ່ໃຈເປັນພິເສດ, ສອບຖາມ ແລະ ຖາມໄປທົ່ວ, ພະຍາຍາມຈົນສຸດຄວາມສາມາດຂອງພວກເຂົາເພື່ອໃຫ້ໄດ້ຂໍ້ມູນນີ້ມາ. ຖ້າພວກເຂົາບໍ່ມີຄວາມໂລບ ແລະ ຖ້າພວກເຂົາບໍ່ມີເຈດຕະນາແອບແຝງອັນໃດ, ພວກເຂົາຈະໃຫ້ຄວາມສົນໃຈສິ່ງເຫຼົ່ານີ້ບໍ? (ແນ່ນອນວ່າບໍ່). ຜູ້ຕໍ່ຕ້ານພຣະຄຣິສແຕກຕ່າງຈາກຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ ເຊິ່ງໃນຄວາມກັງວົນຂອງພວກເຂົາມີຈຸດປະສົງອື່ນແອບແຝງຢູ່. ຄວາມກັງວົນຂອງພວກເຂົາບໍ່ແມ່ນກ່ຽວກັບການເກັບຮັກສາຊັບສິນນີ້, ແຕ່ພວກເຂົາຕ້ອງການທີ່ຈະໄດ້ຄອບຄອງມັນ ຫຼື ສາມາດນຳໃຊ້ມັນຕາມທີ່ພວກເຂົາປາຖະໜາ. ສະນັ້ນ, ການສະແດງອອກທຳອິດຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສຄວບຄຸມການເງິນຂອງຄຣິສຕະຈັກກໍຄື ການໃຫ້ຄວາມສໍາຄັນກັບການຄອບຄອງ ແລະ ການນຳໃຊ້ຊັບສິນຂອງຄຣິສຕະຈັກຂອງພວກເຂົາ.
1. ການໃຫ້ຄວາມສໍາຄັນແກ່ການຄອບຄອງ ແລະ ການນຳໃຊ້ຊັບສິນຂອງຄຣິສຕະຈັກໂດຍພວກເຂົາ
ເມື່ອຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບສະຖານະ, ແນວຄິດທີ່ຜິດພາດ ແລະ ໜ້າບໍ່ອາຍກໍເກີດຂຶ້ນເລິກໆຢູ່ພາຍໃນຕົວພວກເຂົາ: ການເປັນຜູ້ນໍາບໍ່ພຽງແຕ່ຄວນເຮັດໃຫ້ພວກເຂົາມີສິດທີ່ຈະຮູ້ກ່ຽວກັບການເງິນຂອງຄຣິສຕະຈັກເທົ່ານັ້ນ ແຕ່ຍັງມີອຳນາດເດັດຂາດໃນການຄວບຄຸມພວກມັນອີກດ້ວຍ. ຈຸດປະສົງຂອງພວກເຂົາໃນການຄວບຄຸມການເງິນຂອງຄຣິສຕະຈັກແມ່ນຫຍັງ? ເພື່ອໃຫ້ມີອຳນາດໃນການໃຫ້ຄວາມສໍາຄັນກັບການຄອບຄອງ ແລະ ການນຳໃຊ້ຊັບສິນຂອງຄຣິສຕະຈັກຂອງພວກເຂົາ. ການໃຫ້ຄວາມສໍາຄັນກັບການຄອບຄອງ ແລະ ການນຳໃຊ້ຊັບສິນຂອງຄຣິສຕະຈັກຂອງພວກເຂົາໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຕາບໃດທີ່ພວກເຂົາເປັນຜູ້ຮັບຜິດຊອບຄຣິສຕະຈັກແຫ່ງໜຶ່ງ, ເງິນ ແລະ ສິ່ງຂອງທີ່ອ້າຍເອື້ອຍນ້ອງທີ່ຢູ່ພາຍໃຕ້ການຄວບຄຸມດູແລຂອງພວກເຂົາໄດ້ຖວາຍ ລ້ວນແຕ່ຢູ່ພາຍໃຕ້ການຈັດການ, ການນຳໃຊ້ ແລະ ການເປັນເຈົ້າຂອງຂອງພວກເຂົາ. ແນວຄິດນີ້ຖືກຕ້ອງ ຫຼື ຜິດ? ເຫັນໄດ້ຢ່າງຊັດເຈນວ່າ ມັນບໍ່ຖືກຕ້ອງ ແຕ່ນັ້ນຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄິດ. ສິ່ງທຳອິດທີ່ພວກເຂົາເຮັດຫຼັງຈາກກາຍເປັນຜູ້ນໍາກໍຄື ການພະຍາຍາມ ແລະ ວາງແຜນກ່ຽວກັບການເງິນ. ກ່ອນອື່ນ, ພວກເຂົາຊອກຮູ້ວ່າໃຜເປັນຜູ້ຈັດການດ້ານການເງິນ, ມີຈັກຄົນທີ່ຈັດການດ້ານການເງິນ, ມີເງິນຢູ່ໃນບັນຊີຫຼາຍສໍ່າໃດ ແລະ ຜູ້ທີ່ຈັດການດ້ານການເງິນເຫຼົ່ານີ້ເປັນມືຂວາທີ່ເກັ່ງກ້າ ຫຼື ເປັນຕົວແທນທີ່ໄວ້ໃຈໄດ້ຂອງພວກເຂົາ ຫຼື ບໍ່. ຖ້າບໍ່ແມ່ນ, ພວກເຂົາກໍຟ້າວໄລ່ຄົນເຫຼົ່ານັ້ນອອກໂດຍໃຊ້ຂໍ້ອ້າງບາງຢ່າງ ແລ້ວປ່ຽນແທນຄົນເຫຼົ່ານັ້ນດ້ວຍຕົວແທນຂອງພວກເຂົາເອງ. ພວກເຂົາຢຸດຢູ່ພຽງແຕ່ການປ່ຽນຕົວຜູ້ທີ່ຮັບຜິດຊອບໃນການຈັດການດ້ານການເງິນບໍ? ບໍ່, ມັນບໍ່ໄດ້ງ່າຍດາຍແບບນັ້ນ. ຄວາມທະເຍີທະຍານຂອງພວກເຂົາໄປໄກກວ່ານັ້ນຫຼາຍ; ພວກເຂົາຕ້ອງເຮັດຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບຕົວເລກຂອງຊັບສິນຂອງຄຣິສຕະຈັກ. ນອກເໜືອຈາກການຮຽກຮ້ອງໃຫ້ຜູ້ຄົນຖວາຍແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຈັດການກັບຊັບສິນນີ້ແນວໃດ? ພວກເຂົາເອົາເງິນຈາກຄຣິສຕະຈັກເມື່ອພວກເຂົາຕ້ອງການຊື້ເຄື່ອງນຸ່ງ ແລະ ເອົາອີກຄັ້ງເມື່ອພວກເຂົາໄປຫາໝໍ ແລະ ຖ້າພວກເຂົາບໍ່ມີເຄື່ອງນຸ່ງ, ພວກເຂົາກໍເລືອກເອົາສິ່ງຂອງທີ່ດີກວ່າສອງສາມຢ່າງຈາກສິ່ງທີ່ອ້າຍເອື້ອຍນ້ອງໄດ້ບໍລິຈາກ. ແລ້ວພວກເຂົາກໍຍັງບໍ່ຈົບຫຼັງຈາກທີ່ເລືອກແລ້ວ; ພວກເຂົາຕ້ອງລອງໃສ່ເຄື່ອງນຸ່ງທຸກໂຕ, ໂດຍເກັບອັນທີ່ດີທີ່ສຸດໄວ້ສຳລັບພວກເຂົາເອງ ແລະ ເຫຼືອໄວ້ພຽງແຕ່ອັນທີ່ດ້ອຍຄຸນນະພາບທີ່ສຸດທີ່ພວກເຂົາບໍ່ຕ້ອງການໃຫ້ກັບຄຣິສຕະຈັກ. ສະຫຼຸບແລ້ວ, ພວກເຂົາຈະໃຊ້ເງິນຂອງຄຣິສຕະຈັກເພື່ອຈ່າຍຄ່າອາຫານ ແລະ ຄ່າໃຊ້ຈ່າຍຂອງພວກເຂົາເອງ, ແມ່ນແຕ່ຄ່າເດີນທາງ 0.20 ຢວນ ແລະ ບາງຄົນໃນພວກເຂົາກໍເຖິງຂັ້ນໃຊ້ເງິນຂອງຄຣິສຕະຈັກເພື່ອຊື້ສິນຄ້າຟຸມເຟືອຍ, ອາຫານເສີມເພື່ອສຸຂະພາບ, ເຄື່ອງສຳອາງ ແລະ ສິ່ງຂອງທຸກປະເພດສຳລັບການນຳໃຊ້ສ່ວນຕົວຂອງພວກເຂົາ. ທັນທີທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ເຂົ້າຮັບຕຳແໜ່ງຜູ້ນໍາ ແລະ ກ່ອນທີ່ພວກເຂົາຈະລົງມືເຮັດວຽກໃດໜຶ່ງ, ພວກເຂົາກໍມີຄວາມຫ້າວຫັນຫຼາຍໃນການເພີດເພີນກັບຊັບສິນຂອງຄຣິສຕະຈັກ ແລະ ພວກເຂົາໃຫ້ຄວາມສຳຄັນກັບສິ່ງນີ້ເປັນອັນດັບທຳອິດ. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສເພີດເພີນກັບຊັບສິນນີ້, ທັດສະນະຝ່າຍວິນຍານ ແລະ ຄຸນນະພາບຊີວິດທັງໝົດຂອງພວກເຂົາກໍໄດ້ຮັບການປ່ຽນແປງຄັ້ງໃຫຍ່ ແລະ ກາຍເປັນແຕກຕ່າງຈາກແຕ່ກ່ອນຢ່າງສິ້ນເຊີງ. ເມື່ອມີໂອກາດໃດກໍຕາມ, ພວກເຂົາຈະໄປເຮັດຜົມ ແລະ ນວດຮ່າງກາຍຂອງພວກເຂົາ, ພວກເຂົາຈະເອົາໃຈຕົນເອງ, ເຮັດສິ່ງຕ່າງໆເພື່ອເບິ່ງແຍງສຸຂະພາບຂອງພວກເຂົາ ແລະ ເຮັດແກງບຳລຸງກຳລັງໃຫ້ຕົນເອງ, ແມ່ນແຕ່ເຄື່ອງໃຊ້ໄຟຟ້າຕ່າງໆທີ່ພວກເຂົາໃຊ້ກໍຈະໄດ້ຮັບການຍົກລະດັບ. ທັນທີທີ່ພວກເຂົາກາຍເປັນຜູ້ນໍາ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຈົດບັນທຶກຄົນລວຍໃນຄຣິສຕະຈັກ ແລະ ຜູ້ທີ່ສາມາດຖວາຍໄດ້. ຈາກນັ້ນ ຄົນລວຍເຫຼົ່ານີ້ກໍຈະຕ້ອງເສຍເງິນຢ່າງຫຼວງຫຼາຍ ແລະ ຜູ້ທີ່ຖວາຍເລື້ອຍໆກໍຈະກາຍເປັນສະມາຊິກທີ່ລໍ້າຄ່າຂອງຄຣິສຕະຈັກ ແລະ ເປັນຄົນໂປດປານໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເຂົ້າມາໃນຄຣິສຕະຈັກ, ມັນກໍຄືກັນກັບຕອນທີ່ໝາຈອກເຂົ້າໄປໃນສວນອະງຸ່ນ, ສວນອະງຸ່ນນັ້ນກຳລັງຈະພົບກັບຄວາມຫາຍະນະ. ໝາຈອກບໍ່ພຽງແຕ່ຈະກິນອະງຸ່ນທີ່ດີຈົນໝົດເທົ່ານັ້ນ ແຕ່ມັນຍັງຈະທຳລາຍສະຖານທີ່ນັ້ນທັງໝົດອີກດ້ວຍ.
ໃນຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ, ເງິນ ແລະ ສິ່ງຂອງທີ່ອ້າຍເອື້ອຍນ້ອງໄດ້ຖວາຍ, ເຊິ່ງເອີ້ນລວມກັນວ່າ “ເຄື່ອງຖວາຍ”, ລ້ວນແຕ່ເປັນຊັບສິນ “ສາທາລະນະ” ຂອງຄຣິສຕະຈັກ. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າຊັບສິນສາທາລະນະນີ້ແມ່ນສຳລັບການນຳໃຊ້ຮ່ວມກັນ ແຕ່ມັນໝາຍເຖິງຄວາມເປັນຈິງທີ່ວ່າມັນເປັນເຄື່ອງຖວາຍສ່ວນລວມທີ່ມາຈາກທຸກຄົນ ແຕ່ສິດທິໃນການນຳໃຊ້ຂອງມັນນັ້ນ ໂດຍພື້ນຖານແລ້ວແມ່ນຕົກເປັນຂອງຜູ້ນໍາ. ຈາກມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາມີໜ້າທີ່ທີ່ຈະຕ້ອງໃຫ້ຄວາມສໍາຄັນກັບການຄອບຄອງ ແລະ ການນຳໃຊ້ຊັບສິນຂອງຄຣິສຕະຈັກຂອງພວກເຂົາ, ເພາະວ່າພວກເຂົາເປັນຜູ້ນໍາ, ພວກເຂົາຢືນຢູ່ແຖວໜ້າ ແລະ ທຸກສິ່ງທຸກຢ່າງໃນຄຣິສຕະຈັກ, ໂດຍສະເພາະສິ່ງທີ່ດີ, ຕ້ອງເປັນຂອງພວກເຂົາ ແລະ ຢູ່ພາຍໃຕ້ສິດອຳນາດຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າ: “ການເວົ້າວ່າເງິນ ແລະ ສິ່ງຂອງທີ່ອ້າຍເອື້ອຍນ້ອງຖວາຍນັ້ນຖືກມອບໃຫ້ກັບພຣະເຈົ້າເປັນພຽງການສະແດງອອກທີ່ຜິວເຜີນ. ພຣະເຈົ້າສາມາດໃຊ້ສິ່ງເຫຼົ່ານີ້ໄດ້ຫຼາຍສໍ່າໃດ? ພຣະເຈົ້າສາມາດລົງມາຈາກສະຫວັນເພື່ອແບ່ງປັນເຄື່ອງຖວາຍເຫຼົ່ານີ້ກັບຜູ້ຄົນໄດ້ບໍ? ດັ່ງນັ້ນ, ມັນບໍ່ຄວນຂຶ້ນຢູ່ກັບຜູ້ຄົນບໍທີ່ຈະຕັດສິນໃຈວ່າເຄື່ອງຖວາຍເຫຼົ່ານີ້ຈະຖືກໃຊ້ຈ່າຍ, ຈັດສັນ ແລະ ນຳໃຊ້ແນວໃດ?” ນັ້ນຄືແນວຄິດທີ່ໜ້າບໍ່ອາຍທີ່ຜູ້ຕໍ່ຕ້ານພຣະຄຣິສມີກ່ຽວກັບຊັບສິນຂອງຄຣິສຕະຈັກ. ສິ່ງທີ່ໜ້າບໍ່ອາຍຍິ່ງກວ່ານັ້ນແມ່ນຫຍັງ? ພວກເຂົາເວົ້າວ່າ: “ພຣະເຈົ້າໃນສະຫວັນບໍ່ສາມາດເພີດເພີນກັບເງິນ ແລະ ສິ່ງຂອງທີ່ຜູ້ຄົນໄດ້ຖວາຍເທິງແຜ່ນດິນໂລກ, ແລ້ວສິ່ງເຫຼົ່ານີ້ຈະຖືກຈັດສັນ ແລະ ນຳໃຊ້ແນວໃດ? ຜູ້ນໍາຂອງຄຣິສຕະຈັກບໍ່ຄວນຊ່ວຍໃນການບໍລິໂພກ, ການນຳໃຊ້ ແລະ ການເພີດເພີນກັບພວກມັນບໍ? ນັ້ນກໍຈະເທົ່າກັບວ່າພຣະເຈົ້າໃນສະຫວັນກຳລັງໃຊ້ພວກມັນ”. ດ້ວຍເຫດນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຖືເປັນເລື່ອງປົກກະຕິທີ່ຈະເຮັດໃຫ້ເຄື່ອງຖວາຍຂອງອ້າຍເອື້ອຍນ້ອງກາຍເປັນຊັບສິນສ່ວນຕົວຂອງພວກເຂົາເອງ. ພວກເຂົາຮູ້ຢ່າງຊັດເຈນວ່າໃຜຖວາຍຫຍັງ ແລະ ຖວາຍຕອນໃດ, ສິ່ງເຫຼົ່ານີ້ຕ້ອງລາຍງານຕໍ່ພວກເຂົາ ແລະ ພວກເຂົາຕ້ອງຮັບຮູ້. ພວກເຂົາບໍ່ສົນໃຈເລື່ອງອື່ນ. ນອກເໜືອຈາກການກຳອຳນາດຂອງຕົນເອງໄວ້ຢ່າງແໜ້ນໜາແລ້ວ, ມີສິ່ງໜຶ່ງທີ່ມີຄວາມສຳຄັນທີ່ສຸດສຳລັບພວກເຂົາ ແລະ ນັ້ນກໍຄືການຄວບຄຸມການເງິນຂອງຄຣິສຕະຈັກ. ນີ້ຄືສິ່ງທີ່ເຮັດໃຫ້ການເປັນຜູ້ນໍາຂອງພວກເຂົາຄຸ້ມຄ່າ. ໃນວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເບິ່ງ ແລະ ຈັດການກັບຊັບສິນຂອງຄຣິສຕະຈັກ, ມີຈັກດ້ານບໍທີ່ສອດຄ່ອງກັບຄວາມຈິງ ຫຼື ກັບຄວາມຕ້ອງການຂອງພຣະເຈົ້າ? (ບໍ່, ບໍ່ມີ). ຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນນີ້, ພຣະເຈົ້າເຄີຍກ່າວບໍວ່າໃຜຄວນຄອບຄອງ ຫຼື ນຳໃຊ້ເຄື່ອງຖວາຍທີ່ອ້າຍເອື້ອຍນ້ອງຖວາຍແດ່ພຣະອົງ? ພຣະເຈົ້າເຄີຍກ່າວບໍວ່າ ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກ, ອັກຄະສາວົກ ແລະ ຜູ້ປະກາດພຣະທຳ ຄວນມີສິດອຳນາດໃນການໃຫ້ຄວາມສໍາຄັນກັບການຄອບຄອງ ແລະ ການນຳໃຊ້ຊັບສິນຂອງຄຣິສຕະຈັກຂອງພວກເຂົາ? ພຣະເຈົ້າເຄີຍກ່າວບໍວ່າ ການນຳໃຊ້ ແລະ ການເປັນເຈົ້າຂອງຊັບສິນຂອງຄຣິສຕະຈັກຕົກເປັນຂອງຜູ້ໃດກໍຕາມທີ່ກາຍເປັນຜູ້ນໍາ? (ບໍ່, ພຣະອົງບໍ່ເຄີຍກ່າວ). ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງມີຄວາມເຂົ້າໃຈຜິດແບບນີ້? ໃນເມື່ອພຣະທຳຂອງພຣະເຈົ້າບໍ່ມີຂໍ້ກຳນົດທີ່ຊັດເຈນກ່ຽວກັບຊັບສິນຂອງຄຣິສຕະຈັກໃນລັກສະນະນີ້, ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງມີມຸມມອງແບບນີ້ຕໍ່ມັນ? (ພວກເຂົາຂາດຫົວໃຈທີ່ຢຳເກງພຣະເຈົ້າ). ມັນງ່າຍດາຍແບບນັ້ນບໍ? ການເວົ້າໃນບໍລິບົດນີ້ວ່າພວກເຂົາຂາດຫົວໃຈທີ່ຢຳເກງພຣະເຈົ້າເປັນພຽງຄຳເວົ້າທີ່ວ່າງເປົ່າ. ຄຳເວົ້າເຫຼົ່ານີ້ບໍ່ໄດ້ກ່າວເຖິງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສເລີຍ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມໂລບຕໍ່ຊັບສິນຂອງຄຣິສຕະຈັກບໍ ເມື່ອພວກເຂົາບໍ່ໄດ້ຢູ່ໃນຕຳແໜ່ງຜູ້ນໍາ? (ພວກເຂົາມີຄວາມໂລບ). ແລ້ວເຈົ້າຈະເວົ້າໄດ້ບໍວ່າ ພວກເຂົາສູນເສຍຫົວໃຈທີ່ຢຳເກງພຣະເຈົ້າຫຼັງຈາກທີ່ພວກເຂົາກາຍເປັນຜູ້ນໍາ? ມັນບໍ່ແມ່ນວ່າພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າກ່ອນທີ່ພວກເຂົາຈະກາຍເປັນຜູ້ນໍາບໍ? ສາມາດເວົ້າແບບນີ້ໄດ້ບໍ? (ບໍ່). ດັ່ງນັ້ນ, ຄຳອະທິບາຍນີ້ຈຶ່ງຟັງບໍ່ຂຶ້ນ. ຜູ້ຕໍ່ຕ້ານພຣະຄຣິສໂລບຕໍ່ຊັບສິນຂອງຄຣິສຕະຈັກ: ເປັນຫຍັງຈຶ່ງເປັນແບບນີ້? (ພວກເຂົາມີອຸປະນິໄສທີ່ຊົ່ວຊ້າ). (ພວກເຂົາໂລບມາກໂດຍທຳມະຊາດ). (ພວກເຂົາສະແຫວງຫາຜົນປະໂຫຍດເໜືອສິ່ງອື່ນໃດໂດຍທຳມະຊາດ). ອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນການທີ່ພວກເຂົາສະແຫວງຫາຜົນປະໂຫຍດເໜືອສິ່ງອື່ນໃດບໍ? (ບໍ່). ນີ້ເປັນພຽງການສະແດງອອກເຖິງລັກສະນະຂອງພວກເຂົາ. ສະນັ້ນ, ໃຫ້ພວກເຮົາໄຈ້ແຍກເບິ່ງວ່າອຸປະນິໄສພາຍໃນຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ. (ມັນຊົ່ວຊ້າ ແລະ ໂຫດຮ້າຍ). ກ່ອນອື່ນໝົດ ມັນໂຫດຮ້າຍ ແລະ ຈາກນັ້ນມັນກໍຊົ່ວຊ້າ. ຄຳວ່າໂຫດຮ້າຍໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ພວກເຂົາຈະຍຶດເອົາສິ່ງທີ່ບໍ່ຄວນເປັນຂອງພວກເຂົາ ຫຼື ບໍ່ໄດ້ເປັນຂອງພວກເຂົາດ້ວຍກຳລັງ, ໂດຍບໍ່ສົນໃຈວ່າຄົນອື່ນຈະເຫັນດີນຳສິ່ງນີ້ ຫຼື ບໍ່ ຫຼື ພວກເຂົາຈະຄິດແນວໃດ: ນີ້ຄືອຸປະນິໄສທີ່ໂຫດຮ້າຍ. ແກ່ນແທ້ທຳມະຊາດທີ່ມີມາແຕ່ເກີດຂອງຜູ້ຕໍ່ຕ້ານພຣະຄຣິສ, ມານຮ້າຍ ແລະ ຊາຕານເຫຼົ່ານີ້, ແມ່ນການຍາດແຍ່ງທຸກສິ່ງກັບພຣະເຈົ້າ. ພາຍໃນຄຣິສຕະຈັກ, ນອກເໜືອຈາກການຍາດແຍ່ງປະຊາກອນທີ່ພຣະເຈົ້າເລືອກກັບພຣະອົງແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຍັງພະຍາຍາມຍາດແຍ່ງເຄື່ອງຖວາຍທີ່ຜູ້ຄົນໄດ້ຖວາຍແດ່ພຣະອົງອີກດ້ວຍ. ເບິ່ງພາຍນອກແລ້ວ, ມັນອາດເບິ່ງຄືວ່າຜູ້ຕໍ່ຕ້ານພຣະຄຣິສກຳລັງມີຄວາມໂລບ, ແຕ່ໃນຄວາມເປັນຈິງແລ້ວ, ມັນເປັນເພາະພວກເຂົາມີອຸປະນິໄສ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ການທີ່ພວກເຂົາປາຖະໜາທີ່ຈະຍຶດຄອງ ແລະ ຮຸບເອົາເງິນ ແລະ ສິ່ງຂອງທີ່ຜູ້ຄົນຖວາຍແດ່ພຣະເຈົ້າ, ສິ່ງນີ້ ໃນແກ່ນແທ້ຂອງມັນແລ້ວ ກໍຄືຄວາມໂຫດຮ້າຍ. ຕົວຢ່າງເຊັ່ນ: ມັນຄືກັນກັບວ່າ ເຈົ້າຊື້ເສື້ອກັນໜາວໂຕໃໝ່ ທີ່ທັນສະໄໝ ແລະ ມີຄຸນນະພາບດີ, ແລ້ວມີຄົນມາເຫັນມັນ ແລະ ເວົ້າວ່າ “ເສື້ອກັນໜາວຂອງເຈົ້າໂຕນີ້ດີກວ່າຂອງຂ້ອຍ. ໂຕເກົ່າທີ່ຂ້ອຍນຸ່ງຢູ່ນີ້ມີຮູ ແລະ ມັນກໍຫຼ້າສະໄໝແລ້ວ. ເປັນຫຍັງຂອງເຈົ້າຈຶ່ງງາມແທ້?” ແລະ ເມື່ອລາວເວົ້າຈົບ, ລາວກໍດຶງເສື້ອກັນໜາວຂອງເຈົ້າອອກຈາກຕົວເຈົ້າຢ່າງແຮງ, ແລ້ວເອົາໂຕທີ່ຂາດຂອງລາວໃຫ້ເຈົ້າ. ເຈົ້າບໍ່ສາມາດປະຕິເສດທີ່ຈະແລກປ່ຽນກັບລາວໄດ້, ລາວຈະເຮັດໃຫ້ເຈົ້າທົນທຸກ, ທຸບຕີເຈົ້າ ແລະ ລາວອາດເຖິງຂັ້ນຈະຂ້າເຈົ້າ. ເຈົ້າຈະກ້າຕໍ່ຕ້ານລາວບໍ? ເຈົ້າຈະບໍ່ກ້າຕໍ່ຕ້ານລາວ ແລະ ລາວກໍຈະເອົາເຄື່ອງຂອງເຈົ້າໄປໂດຍຂັດກັບຄວາມປາຖະໜາຂອງເຈົ້າ. ສະນັ້ນ, ອຸປະນິໄສຂອງຄົນຜູ້ນີ້ແມ່ນຫຍັງ? ມັນຄືອຸປະນິໄສທີ່ໂຫດຮ້າຍ. ມີຄວາມແຕກຕ່າງກັນບໍລະຫວ່າງສິ່ງນີ້ ກັບອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສໃນການຄອບຄອງ ແລະ ການນຳໃຊ້ຊັບສິນຂອງຄຣິສຕະຈັກ? (ບໍ່, ບໍ່ມີ). ອີງຕາມມຸມມອງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ຊັບສິນ, ທັນທີທີ່ພວກເຂົາກາຍເປັນຜູ້ນໍາ ແລະ “ເຈົ້າໜ້າທີ່” ແລະ ມີຊັບສິນຂອງຄຣິສຕະຈັກຢູ່ໃນກຳມືຂອງພວກເຂົາ, ຊັບສິນຂອງຄຣິສຕະຈັກກໍເປັນຂອງພວກເຂົາ. ບໍ່ວ່າໃຜຈະເປັນຜູ້ຖວາຍ ຫຼື ພວກເຂົາຖວາຍຫຍັງກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຍຶດຄອງມັນໄວ້ໃຫ້ຕົນເອງ. ການຍຶດຄອງບາງສິ່ງບາງຢ່າງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຫຼັງຈາກທີ່ຊັບສິນຂອງຄຣິສຕະຈັກ, ເຊິ່ງຄວນຖືກນຳໃຊ້ ແລະ ຈັດສັນຢ່າງເໝາະສົມຕາມກົດລະບຽບຂອງຄຣິສຕະຈັກ, ຕົກຢູ່ພາຍໃຕ້ການຄວບຄຸມຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາພຽງຜູ້ດຽວມີອຳນາດເດັດຂາດໃນການນຳໃຊ້ມັນ. ເຖິງແມ່ນວ່າຊັບສິນນີ້ຈະຈຳເປັນສຳລັບວຽກງານຂອງຄຣິສຕະຈັກ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກຈຳເປັນຕ້ອງໃຊ້ກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ອະນຸຍາດໃຫ້ນຳໃຊ້ມັນ. ມີພຽງແຕ່ພວກເຂົາເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ມັນ. ສຳລັບວິທີການນຳໃຊ້ ແລະ ຈັດສັນຊັບສິນຂອງຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ; ຖ້າພວກເຂົາປາຖະໜາທີ່ຈະໃຫ້ເຈົ້ານຳໃຊ້ມັນ, ເຈົ້າກໍສາມາດນຳໃຊ້ມັນໄດ້ ແລະ ຖ້າບໍ່, ເຈົ້າກໍບໍ່ສາມາດນຳໃຊ້ໄດ້. ຖ້າເງິນຖວາຍຂອງຄຣິສຕະຈັກມີບໍ່ຫຼາຍ ແລະ ຖືກໃຊ້ຈົນໝົດໄປກັບຄ່າໃຊ້ຈ່າຍສ່ວນຕົວຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼັງຈາກທີ່ພວກເຂົາຄອບຄອງພວກມັນ, ພວກເຂົາກໍບໍ່ສົນໃຈວ່າຈະບໍ່ມີເງິນເຫຼືອສຳລັບວຽກງານຂອງຄຣິສຕະຈັກ. ພວກເຂົາບໍ່ໄດ້ຄຳນຶງເຖິງວຽກງານຂອງຄຣິສຕະຈັກ ຫຼື ຄ່າໃຊ້ຈ່າຍປົກກະຕິຂອງຄຣິສຕະຈັກເລີຍ. ສິ່ງທີ່ພວກເຂົາຕ້ອງການທັງໝົດກໍຄືການເອົາເງິນເຫຼົ່ານີ້ໄປ ແລະ ໃຊ້ຈ່າຍດ້ວຍຕົນເອງ, ໂດຍຖືວ່າພວກມັນເປັນລາຍໄດ້ຂອງພວກເຂົາເອງ. ວິທີການເຮັດສິ່ງຕ່າງໆແບບນີ້ບໍ່ໜ້າອັບອາຍບໍ? (ແມ່ນແລ້ວ, ມັນໜ້າອັບອາຍ). ໃນບາງຄຣິສຕະຈັກທີ່ຕັ້ງຢູ່ໃນເຂດທີ່ຂ້ອນຂ້າງຮັ່ງມີ, ຜູ້ຕໍ່ຕ້ານພຣະຄຣິສຄິດວ່າ: “ສະຖານທີ່ນີ້ດີຫຼາຍ. ເມື່ອເວົ້າເຖິງຄ່າໃຊ້ຈ່າຍແລ້ວ, ຂ້ອຍສາມາດໃຊ້ຈ່າຍຢ່າງຟຸມເຟືອຍ ແລະ ເຮັດຕາມໃຈມັກ ແລະ ບໍ່ຈຳເປັນຕ້ອງຍຶດຕິດກັບກົດລະບຽບ ແລະ ຫຼັກການຂອງຄຣິສຕະຈັກ. ຂ້ອຍສາມາດໃຊ້ເງິນແນວໃດກໍໄດ້ຕາມທີ່ຂ້ອຍຕ້ອງການ. ຕັ້ງແຕ່ຂ້ອຍກາຍເປັນຜູ້ນໍາ, ໃນທີ່ສຸດຂ້ອຍກໍສາມາດເພີດເພີນກັບຊີວິດທີ່ໃຊ້ເງິນໂດຍບໍ່ຈຳເປັນຕ້ອງຄິດໄລ່. ຖ້າຂ້ອຍຢາກໃຊ້ເງິນຊື້ບາງສິ່ງ, ສິ່ງທີ່ຂ້ອຍຕ້ອງເຮັດກໍພຽງແຕ່ເວົ້າອອກມາ, ຂ້ອຍບໍ່ຈຳເປັນຕ້ອງກັງວົນກ່ຽວກັບມັນ ແລະ ແນ່ນອນວ່າຂ້ອຍບໍ່ຈຳເປັນຕ້ອງປຶກສາຫາລືກັບໃຜເລີຍ”. ເມື່ອເວົ້າເຖິງການໃຊ້ຈ່າຍຊັບສິນຂອງຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສກຳອຳນາດທັງໝົດໄວ້ເອງ, ພວກເຂົາເຮັດຕາມອຳເພີໃຈ ແລະ ພວກເຂົາໃຊ້ເງິນຄືກັບນໍ້າ. ນອກເໜືອຈາກການບໍ່ເຮັດວຽກງານໃດໜຶ່ງຕາມຫຼັກການຂອງຄຣິສຕະຈັກ ຫຼື ການຈັດແຈງວຽກງານແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຍັງປະຕິບັດຕໍ່ຊັບສິນຂອງຄຣິສຕະຈັກໃນແບບດຽວກັນ, ໂດຍປາສະຈາກຫຼັກການໃດໜຶ່ງ. ເປັນໄປໄດ້ບໍທີ່ພວກເຂົາບໍ່ເຂົ້າໃຈຫຼັກການ? ບໍ່, ພວກເຂົາຮູ້ດີເຖິງຫຼັກການໃນການຄວບຄຸມການຈັດສັນ ແລະ ການໃຊ້ຈ່າຍຊັບສິນຂອງຄຣິສຕະຈັກ, ແຕ່ພວກເຂົາບໍ່ສາມາດຄວບຄຸມຄວາມໂລບ ແລະ ຄວາມປາຖະໜາຂອງພວກເຂົາເອງໄດ້. ເມື່ອພວກເຂົາເປັນຄົນທຳມະດາທີ່ບໍ່ມີສະຖານະໃດໜຶ່ງ, ພວກເຂົາກໍຖ່ອມຕົວ ແລະ ດຳລົງຊີວິດປະຈຳວັນຢ່າງຮຽບງ່າຍ, ແຕ່ທັນທີທີ່ພວກເຂົາກາຍເປັນຜູ້ນໍາ, ພວກເຂົາກໍຄິດວ່າຕົນເອງຍິ່ງໃຫຍ່ລື່ນຄົນ. ພວກເຂົາກາຍເປັນຄົນພິຖີພິຖັນໃນການນຸ່ງຖື ແລະ ການກິນ, ພວກເຂົາບໍ່ກິນອາຫານທຳມະດາອີກຕໍ່ໄປ ແລະ ພວກເຂົາຮຽນຮູ້ວິທີຊອກຫາສິນຄ້າຄຸນນະພາບ ແລະ ຍີ່ຫໍ້ດັງໃນຂະນະທີ່ແຕ່ງຕົວ. ທຸກສິ່ງທຸກຢ່າງຕ້ອງເປັນລະດັບສູງ; ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ພວກເຂົາຈະຮູ້ສຶກວ່າມັນສອດຄ່ອງກັບຕົວຕົນ ແລະ ສະຖານະຂອງພວກເຂົາ. ທັນທີທີ່ຜູ້ຕໍ່ຕ້ານພຣະຄຣິສກາຍເປັນຜູ້ນໍາ, ມັນກໍຄືກັບວ່າອ້າຍເອື້ອຍນ້ອງທຸກຄົນຕິດໜີ້ພວກເຂົາ ແລະ ຕ້ອງສົ່ງສ່ວຍໃຫ້ພວກເຂົາ. ຖ້າມີສິ່ງໃດທີ່ດີເຂົ້າມາ, ພວກເຂົາກໍຕ້ອງໄດ້ຮັບບຸລິມະສິດກ່ອນ ແລະ ອ້າຍເອື້ອຍນ້ອງກໍຖືກຄາດຫວັງໃຫ້ໃຊ້ເງິນຂອງພວກເຂົາເພື່ອສິ່ງເຫຼົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສເຊື່ອວ່າ ການກາຍເປັນຜູ້ນໍາໝາຍຄວາມວ່າ ພວກເຂົາຄວນມີອຳນາດໃນການໃຫ້ຄວາມສໍາຄັນກັບການຄອບຄອງ ແລະ ການນຳໃຊ້ຊັບສິນຂອງຄຣິສຕະຈັກຂອງພວກເຂົາ. ພວກເຂົາບໍ່ພຽງແຕ່ຄິດແບບນີ້ເທົ່ານັ້ນ, ພວກເຂົາຍັງປະພຶດແບບນີ້ອີກດ້ວຍ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງເຮັດເກີນຂອບເຂດຫຼາຍ, ຈົນເຮັດໃຫ້ຄົນອື່ນລັງກຽດ. ເມື່ອເບິ່ງຈາກມຸມມອງນີ້, ລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສເປັນແນວໃດ? ຫຼັງຈາກກາຍເປັນຜູ້ນໍາ ແລະ ໂດຍບໍ່ໄດ້ລົງມືເຮັດວຽກງານຫຍັງເລີຍ, ພວກເຂົາຕ້ອງການທີ່ຈະຄອບຄອງເຄື່ອງຖວາຍ ແລະ ໃຫ້ຄວາມສໍາຄັນກັບການນຳໃຊ້ພວກມັນຂອງພວກເຂົາ. ຄົນປະເພດໃດທີ່ສາມາດເຮັດສິ່ງເຫຼົ່ານີ້ໄດ້? ມີພຽງແຕ່ໂຈນ, ທໍຣະຣາດ ຫຼື ນັກເລງທ້ອງຖິ່ນເທົ່ານັ້ນທີ່ຈະເຮັດສິ່ງເຫຼົ່ານີ້.
ມີຜູ້ນໍາຄົນໜຶ່ງທີ່ໄດ້ກະທຳການດັ່ງຕໍ່ໄປນີ້. ຈົ່ງພະຍາຍາມແຍກແຍະສິ່ງທີ່ລາວໄດ້ເຮັດ ແລະ ໄຈ້ແຍກມັນ. ມື້ໜຶ່ງ, ເຮົາໄດ້ຮັບຊຸດອາຫານເສີມສະໝຸນໄພຈີນ. ເຮົາຄິດກັບຕົນເອງວ່າ “ເຮົາບໍ່ໄດ້ຂໍໃຫ້ໃຜຊື້ສິ່ງນີ້ໃຫ້ເຮົາ, ແລ້ວມັນຖືກສົ່ງມາຈາກໃສ? ໃຜເປັນຄົນຊື້ມັນ? ເປັນໄປໄດ້ແນວໃດທີ່ເຮົາບໍ່ຮູ້ເລື່ອງເລີຍ?” ຕໍ່ມາ, ຫຼັງຈາກທີ່ສອບຖາມໄປທົ່ວ, ເຮົາກໍໄດ້ຮູ້ວ່າມັນແມ່ນຜູ້ນໍາຄົນໜຶ່ງ ເຊິ່ງໂດຍບໍ່ໄດ້ຖາມເບື້ອງເທິງ, ລາວໄດ້ຖືວິສາສະຕັດສິນໃຈຊື້ມັນເອງ. ລາວໄດ້ເວົ້າວ່າສິ່ງນີ້ເປັນສິ່ງທີ່ເບື້ອງເທິງຕ້ອງການ. ເມື່ອໄດ້ຍິນດັ່ງນີ້, ອ້າຍເອື້ອຍນ້ອງທີ່ຢູ່ເບື້ອງລຸ່ມກໍເວົ້າວ່າ “ໃນເມື່ອເບື້ອງເທິງຕ້ອງການໃຫ້ຊື້, ນັ້ນກໍງ່າຍດາຍ, ພວກເຮົາພຽງແຕ່ໃຊ້ເງິນຂອງຄຣິສຕະຈັກເພື່ອຊື້ມັນ. ບໍ່ວ່າເບື້ອງເທິງຕ້ອງການຊື້ຫຍັງກໍໄດ້ທັງນັ້ນ, ໂດຍສະເພາະເນື່ອງຈາກມັນເປັນການຊື້ໃຫ້ພຣະເຈົ້າ, ພວກເຮົາບໍ່ມີຂໍ້ໂຕ້ແຍ້ງອັນໃດ”. ສຳລັບເງິນທີ່ຖືກໃຊ້ໄປນັ້ນ, ມັນເປັນຂອງໃຜ? (ເຄື່ອງຖວາຍຂອງພຣະເຈົ້າ). ເປັນຫຍັງລາວຈຶ່ງໃຈກວ້າງແທ້ໃນການໃຊ້ຈ່າຍເຄື່ອງຖວາຍຂອງພຣະເຈົ້າ? ການຊື້ຄັ້ງນີ້ໄດ້ຮັບອະນຸຍາດຈາກເບື້ອງເທິງບໍ? ໂດຍບໍ່ໄດ້ສະແຫວງຫາການເຫັນດີຈາກເຮົາ, ລາວໄດ້ຕັດສິນໃຈຢ່າງລັບໆທີ່ຈະດຳເນີນການ ແລະ ຊື້ຢານັ້ນ. ແລະ ເມື່ອລາວກຳລັງຈະຊື້, ລາວບໍ່ໄດ້ຢຸດຄິດເລີຍວ່າ “ສິ່ງນີ້ຈະເປັນປະໂຫຍດຕໍ່ເບື້ອງເທິງບໍ? ສິ່ງທີ່ຂ້ອຍກຳລັງຊື້ນີ້ເໝາະສົມບໍ? ຂ້ອຍຄວນຊື້ຫຼາຍສໍ່າໃດ? ເບື້ອງເທິງຈະອະນຸຍາດໃຫ້ຂ້ອຍໃຊ້ເງິນນີ້ບໍ?” ລາວໄດ້ຖາມສິ່ງເຫຼົ່ານີ້ບໍ? (ບໍ່). ໂດຍບໍ່ໄດ້ຖາມຫຍັງຫຼາຍ, ລາວກໍຊື້ສິ່ງນີ້ໂດຍກົງເລີຍ. ຄວາມໃຈກວ້າງນີ້ມາຈາກໃສ? ນີ້ແມ່ນຄວາມຈົງຮັກພັກດີສ່ວນຕົວປະເພດໃດ? ລາວໃຊ້ເງິນຂອງພຣະເຈົ້າເພື່ອຊື້ບາງສິ່ງໃຫ້ພຣະເຈົ້າ, ໂດຍຖືວ່າສິ່ງນີ້ເປັນໜ້າທີ່ທີ່ຫຼີກລ່ຽງບໍ່ໄດ້ຂອງລາວ, ເຮັດທຸກວິທີທາງ ແລະ ເອົາຊະນະຄວາມຫຍຸ້ງຍາກທັງໝົດເພື່ອຊື້ສິ່ງນັ້ນ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ການເຮັດໃຫ້ພຣະເຈົ້າພໍໃຈໃນທີ່ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ: “ຂ້ານ້ອຍສາມາດເຮັດໃຫ້ພຣະອົງປະຫຼາດໃຈຢ່າງມີຄວາມສຸກໄດ້ໂດຍບໍ່ຕ້ອງຜ່ານພຣະອົງ. ເບິ່ງແມ, ຂ້ານ້ອຍມີຄວາມສາມາດນີ້! ພຣະອົງຮູ້ບໍວ່າຂ້ານ້ອຍສາມາດເຮັດສິ່ງນີ້ໄດ້? ພຣະອົງຄິດແນວໃດ? ນີ້ບໍ່ແມ່ນຄວາມປະຫຼາດໃຈທີ່ດີບໍ? ພຣະອົງບໍ່ມີຄວາມສຸກບໍ? ພຣະອົງຮູ້ສຶກໄດ້ຮັບການປະໂລມໃຈບໍ?” ເງິນທີ່ໃຊ້ໄປນັ້ນເປັນຂອງໃຜ? ມັນເປັນຂອງເຈົ້າບໍ? ຖ້າສິ່ງທີ່ເຈົ້າໃຊ້ໄປນັ້ນເປັນເງິນຂອງພຣະເຈົ້າ, ເຈົ້າໄດ້ຮັບການເຫັນດີຈາກພຣະເຈົ້າບໍ? ເຈົ້າໃຊ້ເງິນທີ່ເຈົ້າລັກມາຈາກພຣະເຈົ້າ ແລ້ວເຈົ້າກໍເວົ້າວ່າເຈົ້າປາຖະໜາທີ່ຈະໃຫ້ຄວາມປະຫຼາດໃຈທີ່ດີແກ່ພຣະເຈົ້າ: ນີ້ແມ່ນຕັກກະປະເພດໃດ? ແລະ ເຈົ້າກຳລັງໃຈກວ້າງກັບເງິນຂອງໃຜ? (ເງິນທີ່ເປັນຂອງເຮືອນຂອງພຣະເຈົ້າ). ການໃຈກວ້າງກັບເງິນທີ່ເປັນຂອງເຮືອນຂອງພຣະເຈົ້າກໍຄືການໃຈກວ້າງກັບເຄື່ອງຖວາຍຂອງພຣະເຈົ້າ. ສິ່ງນີ້ບໍ່ໜ້າລັງກຽດບໍ? (ແມ່ນແລ້ວ). ພວກເຈົ້າອາດຈະຮູ້ສຶກລັງກຽດເມື່ອໄດ້ຍິນສິ່ງນີ້, ແຕ່ບຸກຄົນທີ່ກ່ຽວຂ້ອງນັ້ນ, ນອກຈາກຈະບໍ່ຮູ້ສຶກລັງກຽດແລ້ວ, ຍັງຮູ້ສຶກພໍໃຈກັບຕົນເອງຫຼາຍອີກດ້ວຍ. ຫຼັງຈາກທີ່ສິ່ງຂອງຖືກສົ່ງມາຮອດ, ລາວກໍຄິດໄຕ່ຕອງກັບຕົນເອງວ່າ: “ເປັນຫຍັງຈຶ່ງບໍ່ມີການຕອບກັບ? ຂ້ານ້ອຍໄດ້ເຮັດສິ່ງທີ່ມະຫັດສະຈັນຂະໜາດນີ້ໃຫ້ພຣະອົງ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ຂອບໃຈຂ້ານ້ອຍ? ພຣະອົງໃຊ້ສິ່ງຂອງນັ້ນແລ້ວເປັນແນວໃດ? ພຣະອົງພໍໃຈກັບມັນບໍ? ໃນອະນາຄົດພຣະອົງຢາກໃຫ້ຂ້ານ້ອຍຊື້ໃຫ້ເຈົ້າຕື່ມອີກບໍ? ພຣະອົງຈະໃຫ້ການປະເມີນຂ້ານ້ອຍແນວໃດ? ຕໍ່ໄປນີ້ ພຣະອົງຈະມອບໝາຍຕຳແໜ່ງທີ່ມີຄວາມສຳຄັນໃຫ້ຂ້ານ້ອຍບໍ? ພຣະອົງພໍໃຈກັບສິ່ງທີ່ຂ້ານ້ອຍໄດ້ເຮັດລົງໄປບໍ? ຂ້ານ້ອຍໃຊ້ເງິນຂອງທ່ານເພື່ອເຮັດບາງສິ່ງໃຫ້ພຣະອົງ, ພຣະອົງຄິດແນວໃດກັບຄວາມມີນໍ້າໃຈຂອງຂ້ານ້ອຍ? ພຣະອົງມີຄວາມສຸກບໍ? ໂອ້, ກະລຸນາເວົ້າບາງຢ່າງແດ່. ເປັນຫຍັງຈຶ່ງບໍ່ມີການຕອບກັບ?” ເຮົາຄວນຕອບກັບລາວບໍ? (ບໍ່). ເປັນຫຍັງຈຶ່ງບໍ່ຄວນ? ເຫດການນີ້ເກີດຂຶ້ນດົນແລ້ວ ແຕ່ຕະຫຼອດເວລາທີ່ຜ່ານມາ ເຮົາບໍ່ເຄີຍເຊົາຮູ້ສຶກລັງກຽດມັນເລີຍ, ເຮົາຮູ້ສຶກລັງກຽດທຸກຄັ້ງທີ່ເຮົາເບິ່ງສິ່ງທີ່ລາວຊື້ມາ. ພວກເຈົ້າບອກເຮົາມາເບິ່ງວ່າ ມັນສົມເຫດສົມຜົນບໍທີ່ຈະຮູ້ສຶກລັງກຽດ? ມັນຄຸ້ມຄ່າບໍທີ່ຈະໄຈ້ແຍກເຫດການນີ້? (ຄຸ້ມຄ່າ). ນີ້ແມ່ນພຶດຕິກຳປະເພດໃດ? ມັນເປັນການສະແດງອອກເຖິງຄວາມຈົງຮັກພັກດີບໍ? ເຖິງຄວາມມີນໍ້າໃຈບໍ? ຫຼື ເຖິງຫົວໃຈທີ່ຢຳເກງພຣະເຈົ້າບໍ? (ບໍ່ແມ່ນຈັກຢ່າງ). ສິ່ງນີ້ເອີ້ນວ່າການປະຈົບປະແຈງ ແລະ ການຫຼອກຫຼິ້ນກັບຄົນອື່ນ ເຊິ່ງມັນໝາຍຄວາມວ່າ: “ຂ້ານ້ອຍໃຊ້ເງິນຂອງພຣະອົງເພື່ອຊື້ບາງສິ່ງມາເອົາໃຈພຣະອົງ ແລະ ສ້າງຄວາມປະທັບໃຈທີ່ດີຕໍ່ພຣະອົງ ເພື່ອເຮັດໃຫ້ພຣະອົງເບິ່ງຂ້ານ້ອຍໃນແງ່ດີຂຶ້ນ”. ຜູ້ນໍາຄົນນີ້ປາຖະໜາທີ່ຈະເອົາໃຈເຮົາ, ຍົກຍ້ອງ ແລະ ປະຈົບປະແຈງເຮົາ ແຕ່ໃນທີ່ສຸດລາວກໍລົ້ມເຫຼວ ແລະ ລາວກໍຖືກຮູ້ທັນ. ລາວໄດ້ເຮັດຄວາມຜິດພາດຫຍັງແດ່? ກ່ອນອື່ນໝົດ, ສິ່ງນີ້ບໍ່ແມ່ນສິ່ງທີ່ເຮົາໄດ້ມອບໝາຍໃຫ້ລາວເຮັດເພື່ອເຮົາ; ເຮົາບໍ່ໄດ້ຝາກຄວາມໄປບອກໃຫ້ລາວເຮັດສິ່ງນີ້. ອັນທີສອງ, ຖ້າລາວຕ້ອງການເຮັດສິ່ງນີ້ດ້ວຍຄວາມມີນໍ້າໃຈຂອງລາວ, ລາວຄວນຖາມກ່ອນ ແລະ ໄດ້ຮັບການເຫັນດີກ່ອນທີ່ຈະດຳເນີນການ. ແລະ ໃນຂະນະທີ່ລາວກຳລັງດຳເນີນການເລື່ອງນີ້, ລາວບໍ່ຄວນສອບຖາມກ່ຽວກັບເລື່ອງທີ່ກ່ຽວຂ້ອງທີ່ລາວຈຳເປັນຕ້ອງຮູ້ບໍ? ຕົວຢ່າງເຊັ່ນ: ຄວນຊື້ຈຳນວນເທົ່າໃດ, ຄວນຊື້ໃນມູນຄ່າເທົ່າໃດ, ຄວນຊື້ສິນຄ້າລະດັບໃດ, ຄວນໃຊ້ເງິນແນວໃດ, ລາວບໍ່ຄວນສອບຖາມກ່ຽວກັບສິ່ງເຫຼົ່ານີ້ບໍ? ການສອບຖາມກ່ຽວກັບສິ່ງເຫຼົ່ານີ້ຈະເປັນການກະທຳທີ່ສອດຄ່ອງກັບຫຼັກການຄວາມຈິງ. ດັ່ງນັ້ນ, ທຳມະຊາດຂອງການທີ່ລາວບໍ່ສອບຖາມສິ່ງເຫຼົ່ານີ້ແມ່ນຫຍັງ? ເວົ້າໃນລະດັບນ້ອຍ, ລາວກຳລັງຄິດວ່າຕົນເອງສະຫຼາດຫຼາຍ, ເວົ້າໃນລະດັບໃຫຍ່, ສິ່ງນີ້ເອີ້ນວ່າການເຮັດຕາມອຳເພີໃຈ, ໂດຍບໍ່ເຫັນພຣະເຈົ້າຢູ່ໃນສາຍຕາ ແລະ ເຮັດສິ່ງທີ່ຊົ່ວຮ້າຍໂດຍບໍ່ຄິດໃຫ້ດີ! ເຮົາບໍ່ເຄີຍຂໍໃຫ້ລາວຊື້ສິ່ງນັ້ນ, ແລ້ວລາວສະແດງເຈດຕະນາດີນີ້ເພື່ອຫຍັງ? ລາວກຳລັງຫາເລື່ອງໃສ່ຕົວບໍ່ແມ່ນບໍ? ຍິ່ງໄປກວ່ານັ້ນ, ບັນຫາໃຫຍ່ທີ່ສຸດຂອງລາວກໍຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສເບິ່ງຊັບສິນ ເຊິ່ງເປັນສິ່ງທີ່ພວກເຮົາກຳລັງໂອ້ລົມ ແລະ ໄຈ້ແຍກກັນໃນມື້ນີ້. ລາວເຊື່ອວ່າ ໃນຖານະຜູ້ນໍາຂອງຄຣິສຕະຈັກນັ້ນ ລາວມີຄຸນສົມບັດທີ່ຈະເພີດເພີນກັບເຄື່ອງຖວາຍທີ່ປະຊາກອນທີ່ພຣະເຈົ້າເລືອກໃນຄຣິສຕະຈັກໄດ້ຖວາຍແດ່ພຣະເຈົ້າ ແລະ ລາວມີອຳນາດໃນການນຳໃຊ້ ແລະ ຄອບຄອງເຄື່ອງຖວາຍຂອງພຣະເຈົ້າເຫຼົ່ານີ້ ແລະ ລາວເປັນຜູ້ຕັດສິນໃຈຂັ້ນສຸດທ້າຍກ່ຽວກັບພວກມັນ. ໃນຄຣິສຕະຈັກນັ້ນ ລາວກຳອຳນາດຂອງກະສັດ ແລະ ກາຍເປັນທໍຣະຣາດທ້ອງຖິ່ນ. ລາວຄິດວ່າ: “ຂ້ານ້ອຍບໍ່ຈຳເປັນຕ້ອງແຈ້ງ ຫຼື ຖາມພຣະອົງກ່ຽວກັບສິ່ງທີ່ຂ້ານ້ອຍຊື້, ຂ້ານ້ອຍພຽງແຕ່ຈະຈັດການມັນໃຫ້ພຣະອົງ. ບໍ່ວ່າພຣະອົງຈະເຫັນດີ ຫຼື ບໍ່ກໍຕາມ, ຕາບໃດທີ່ຂ້ານ້ອຍຮູ້ສຶກວ່າມັນຈະເປັນການດີທີ່ຈະເຮັດແບບນີ້ ແລະ ຢາກເຮັດແບບນີ້, ນັ້ນກໍຄືວິທີທີ່ຂ້ານ້ອຍຈະເຮັດ”. ລາວແມ່ນຕົວຫຍັງກັນແທ້? ລາວບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? ຜູ້ຕໍ່ຕ້ານພຣະຄຣິສກໍໜ້າບໍ່ອາຍແບບນັ້ນແຫຼະ. ເມື່ອຄົນຜູ້ນີ້ໄດ້ຮັບສະຖານະ ແລະ ກາຍເປັນຜູ້ນໍາ, ລາວກໍຕ້ອງການກາຍເປັນກະສັດ ເພື່ອຍຶດຄອງຊັບສິນຂອງຄຣິສຕະຈັກ. ລາວຄິດວ່າລາວພຽງຜູ້ດຽວທີ່ເປັນຜູ້ຕັດສິນໃຈກ່ຽວກັບຊັບສິນຂອງຄຣິສຕະຈັກ ແລະ ມີອຳນາດໃນການຄອບຄອງ ແລະ ນຳໃຊ້ມັນ. ລາວເຖິງກັບຄິດວ່າລາວເປັນຜູ້ຕັດສິນໃຈຂັ້ນສຸດທ້າຍກ່ຽວກັບການຊື້ສິ່ງຕ່າງໆໃຫ້ເຮົາ ແລະ ຈະຊື້ສິ່ງໃດ. ແຕ່ເຮົາຈຳເປັນຕ້ອງໃຫ້ເຈົ້າຊື້ສິ່ງຕ່າງໆໃຫ້ເຮົາບໍ? ບໍ່ວ່າເຮົາຈະໃຊ້ຫຍັງ ແລະ ເຮົາຈະໃຊ້ມັນແນວໃດ, ເຮົາຈຳເປັນຕ້ອງໃຫ້ເຈົ້າເຂົ້າມາກ່ຽວຂ້ອງບໍ? ນີ້ບໍ່ແມ່ນການຂາດເຫດຜົນບໍ? ນີ້ບໍ່ແມ່ນການໜ້າບໍ່ອາຍບໍ? ເຈົ້າລືມໄປແລ້ວບໍວ່າເຈົ້າແມ່ນໃຜ? ນີ້ບໍ່ຄືກັບຫົວໜ້າທູດສະຫວັນ ທີ່ຫຼັງຈາກໄດ້ຮັບສະຖານະແລ້ວ ກໍຕ້ອງການຢືນຢູ່ໃນລະດັບທີ່ເທົ່າທຽມກັນກັບພຣະເຈົ້າບໍ? ຄົນທີ່ເຮັດສິ່ງນີ້ໄດ້ເຮັດຄວາມຜິດພາດຈັກຢ່າງ? ຄວາມຜິດພາດທຳອິດກໍຄື ລາວໄດ້ຈັດສັນຊັບສິນຂອງຄຣິສຕະຈັກຄືກັບວ່າມັນເປັນຊັບສິນສ່ວນຕົວຂອງລາວເອງ; ອັນທີສອງກໍຄື ລາວໄດ້ຖືວິສາສະຕັດສິນໃຈກ່ຽວກັບການຊື້ສິ່ງຕ່າງໆໃຫ້ເຮົາ; ອັນທີສາມກໍຄື ຫຼັງຈາກທີ່ຕັດສິນໃຈດ້ວຍຕົນເອງແລ້ວ, ລາວບໍ່ໄດ້ແຈ້ງໃຫ້ເບື້ອງເທິງຮູ້ກ່ຽວກັບເລື່ອງນີ້, ທັງບໍ່ໄດ້ສະແຫວງຫາຈາກເບື້ອງເທິງ ແລະ ບໍ່ໄດ້ລາຍງານໃຫ້ເບື້ອງເທິງຮູ້. ແຕ່ລະຄວາມຜິດພາດເຫຼົ່ານີ້ລ້ວນແຕ່ຮ້າຍແຮງຫຼາຍໃນຕົວມັນເອງ. ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ເບິ່ງຄືວ່າຈະສ້າງອິດທິພົນໄດ້ດີຢູ່ບ່ອນນັ້ນ. ທັນທີທີ່ລາວອອກຄຳສັ່ງ, ພວກລູກນ້ອງຮັບໃຊ້ຂອງລາວກໍຈະປະຕິບັດຕາມຄຳສັ່ງຂອງລາວຢ່າງເປັນລະບຽບຮຽບຮ້ອຍ. ພວກເຂົາບໍ່ໄດ້ຢຸດເພື່ອຖາມເລີຍວ່າ: “ພວກເຮົາກຳລັງໃຊ້ເງິນຫຼາຍຂະໜາດນີ້ເພື່ອຊື້ສິ່ງຂອງນີ້, ພຣະເຈົ້າໄດ້ສັ່ງສິ່ງນີ້ບໍ? ເງິນນີ້ສາມາດໃຊ້ໃນລັກສະນະນີ້ໄດ້ບໍ? ມັນຈະເໝາະສົມບໍ? ໃຜເປັນຄົນສັ່ງສິ່ງນີ້ແທ້ໆ?” ພວກລູກນ້ອງຮັບໃຊ້ເຫຼົ່ານັ້ນບໍ່ໄດ້ຖາມສິ່ງເຫຼົ່ານີ້ເລີຍ. ພວກເຂົາໄດ້ຮັບຜິດຊອບຫຍັງບໍ? ພວກເຂົາມີຄວາມຈົງຮັກພັກດີບໍ? ບໍ່, ພວກເຂົາບໍ່ມີຄວາມຈົງຮັກພັກດີ ແລະ ພວກເຂົາຄວນຖືກກຳຈັດອອກ. ນີ້ຄືຕົວຢ່າງໃນອະດີດຂອງຄົນທີ່ນຳໃຊ້ເຄື່ອງຖວາຍຕາມຄວາມປາຖະໜາຂອງພວກເຂົາເອງ ແລະ ໂດຍປາສະຈາກຫຼັກການໃດໜຶ່ງ. ການໃຊ້ຈ່າຍເຄື່ອງຖວາຍຂອງພຣະເຈົ້າເພື່ອຊື້ສິ່ງຕ່າງໆໃຫ້ພຣະເຈົ້າ ໂດຍບໍ່ໄດ້ຮັບການອະນຸມັດຈາກເຮົາ: ການເຮັດສິ່ງນີ້ຄືການເຮັດຄວາມຜິດພາດຢ່າງຮ້າຍແຮງ.
ຍັງມີອີກຕົວຢ່າງໜຶ່ງ, ເຮົາຢາກໃຫ້ພວກເຈົ້າຟັງສິ່ງທີ່ຄົນເຫຼົ່ານີ້ໄດ້ເຮັດ ແລະ ເບິ່ງວ່າພວກເຈົ້າຮູ້ສຶກວ່າໜ້າໂມໂຫ ຫຼື ບໍ່. ໃນລະຫວ່າງການເຕົ້າໂຮມຂອງຄຣິສຕະຈັກ, ເບາະຕັ່ງທີ່ເຮົານັ່ງນັ້ນອ່ອນເກີນໄປ ແລະ ເມື່ອເຮົານັ່ງລົງ, ມັນກໍຍຸບລົງໄປຂ້ອນຂ້າງຕໍ່າ. ໂຕະກໍສູງຫຼາຍຈົນເຮົາຕ້ອງນັ່ງຫຼັງຊື່ຢູ່ຕະຫຼອດ ແລະ ການນັ່ງແບບນີ້ເປັນເວລາດົນກໍເຮັດໃຫ້ເຮົາເມື່ອຍ. ສະນັ້ນ, ເຮົາຈຶ່ງຂໍໃຫ້ພວກເຂົາຊື້ຕັ່ງທີ່ສູງຂຶ້ນໜ້ອຍໜຶ່ງ ແລະ ມີບ່ອນນັ່ງທີ່ບໍ່ອ່ອນປານໃດ. ນີ້ບໍ່ແມ່ນສິ່ງທີ່ຄວນເຮັດໄດ້ງ່າຍບໍ? (ແມ່ນແລ້ວ, ມັນງ່າຍ). ຄວາມຈິງແລ້ວເລື່ອງນີ້ເປັນເລື່ອງທີ່ງ່າຍດາຍຫຼາຍ. ກ່ອນອື່ນ, ພວກເຂົາຈຳເປັນຕ້ອງວັດແທກຄວາມສູງຂອງຕັ່ງທີ່ເຮົາກຳລັງນັ່ງຢູ່ໃນຕອນນັ້ນ ແລະ ຈາກນັ້ນກໍຊອກຫາຕັ່ງທີ່ສູງກວ່າໜ່ວຍນີ້ສອງນິ້ວ ຫຼື ອາດຈະສູງກວ່ານັ້ນໜ້ອຍໜຶ່ງ ແລະ ຫຼັງຈາກນັ້ນພວກເຂົາກໍຈຳເປັນຕ້ອງກວດເບິ່ງວ່າບ່ອນນັ່ງນັ້ນອ່ອນສໍ່າໃດ ແລະ ຊອກຫາຕັ່ງທີ່ແຂງກວ່າໜ້ອຍໜຶ່ງ. ອັນດັບທຳອິດ, ພວກເຂົາສາມາດໄປເບິ່ງຕາມຮ້ານຄ້າຕ່າງໆ ແລະ ຖ້າພວກເຂົາບໍ່ເຫັນສິ່ງທີ່ເໝາະສົມ, ພວກເຂົາກໍສາມາດຄົ້ນຫາເພີ່ມເຕີມໃນທາງອອນລາຍໄດ້. ນີ້ບໍ່ແມ່ນສິ່ງທີ່ສາມາດຈັດການໄດ້ຢ່າງງ່າຍດາຍບໍ? ມັນມີຄວາມຫຍຸ້ງຍາກໃດໜຶ່ງບໍ? ການໃຊ້ເງິນເພື່ອຊື້ບາງສິ່ງບາງຢ່າງບໍ່ສາມາດເອີ້ນວ່າເປັນສິ່ງທ້າທາຍໄດ້ ແລະ ຍິ່ງໄປກວ່ານັ້ນ ຖ້າຫຼາຍຄົນຮ່ວມກັນອອກຄວາມຄິດເຫັນ, ມັນກໍຄວນຈະເປັນໜ້າວຽກທີ່ງ່າຍໃນການຈັດການ. ສະນັ້ນ, ຫຼັງຈາກນັ້ນໄລຍະໜຶ່ງ, ເຮົາກໍໄດ້ໄປການເຕົ້າໂຮມອີກຄັ້ງໜຶ່ງຢູ່ຄຣິສຕະຈັກນັ້ນ ແລະ ຖາມພວກເຂົາວ່າພວກເຂົາໄດ້ໄປຊື້ຕັ່ງໃໝ່ແລ້ວ ຫຼື ບໍ່. ພວກເຂົາເວົ້າວ່າ “ພວກເຮົາໄດ້ຫາເບິ່ງແລ້ວ ແຕ່ພວກເຮົາບໍ່ເຫັນສິ່ງທີ່ເໝາະສົມແທ້ໆ ແລະ ພວກເຮົາບໍ່ຮູ້ວ່າເຈົ້າຕ້ອງການຕັ່ງປະເພດໃດ”. ການໄດ້ຍິນສິ່ງນີ້ເຮັດໃຫ້ເຮົາຕົກໃຈ. ເຮົາຄິດວ່າ “ຕາມທີ່ເຮົາເຂົ້າໃຈ, ຢູ່ທີ່ນີ້ມີຮ້ານຄ້າຫຼາກຫຼາຍປະເພດທີ່ຂາຍສິ່ງຂອງທຸກຊະນິດ ໃນທຸກລະດັບຄຸນນະພາບ, ສະນັ້ນ ມັນບໍ່ຄວນຈະຍາກປານນັ້ນໃນການຊື້ຕັ່ງ. ເຮົາກໍບໍ່ໄດ້ຄາດຫວັງຫຍັງຫຼາຍເກີນໄປເຊັ່ນກັນ”. ແຕ່ຜູ້ທີ່ຮັບຜິດຊອບໃນການຊື້ເວົ້າວ່າ “ມັນບໍ່ໄດ້ຊື້ງ່າຍ; ບໍ່ມີຕັ່ງຈັກໜ່ວຍທີ່ມີລັກສະນະສະເພາະຕາມທີ່ເຈົ້າຕ້ອງການວາງຂາຍເລີຍ. ບາງທີເຈົ້າອາດຈະພຽງແຕ່ທົນນັ່ງຕັ່ງໜ່ວຍທີ່ມີຢູ່ແລ້ວນີ້ໄປກ່ອນ”. ເຮົາຄິດໃນໃຈວ່າ “ເອົາລະ, ຖ້າພວກເຈົ້າບໍ່ໄດ້ຊື້, ນັ້ນກໍບໍ່ເປັນຫຍັງ, ມັນຈະຊ່ວຍປະຢັດເງິນໄດ້ແດ່, ສະນັ້ນ ເຮົາຈະທົນນັ່ງໜ່ວຍນີ້ໄປກ່ອນ”. ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ເຮົາໄດ້ໄປອີກສະຖານທີ່ໜຶ່ງ ເຊິ່ງມີຕັ່ງທີ່ຂ້ອນຂ້າງດີຫຼາຍໜ່ວຍທີ່ນັ່ງສະບາຍ ແລະ ເບິ່ງກໍຮູ້ທັນທີເລີຍວ່າພວກມັນເປັນແບບເກົ່າ ແລະ ມີຄຸນນະພາບດີ. ສະນັ້ນ, ເຮົາຈຶ່ງຖ່າຍຮູບ ແລະ ຂໍໃຫ້ພວກເຂົາໃຊ້ຮູບນີ້ເປັນແນວທາງໃນການຊື້ຕັ່ງ ໂດຍບໍ່ໄດ້ກຳນົດສີທີ່ຕ້ອງການ ແລະ ເຮົາບອກພວກເຂົາວ່າຖ້າບໍ່ມີຢູ່ໃນຮ້ານຄ້າ, ພວກເຂົາກໍຄວນໄປເບິ່ງທາງອອນລາຍ. ເຮົາເຖິງກັບລະບຸວ່າພວກເຂົາຄວນໄປຊອກຫາໃນສະຖານທີ່ທີ່ຂາຍອຸປະກອນຫ້ອງການ. ຫຼັງຈາກນັ້ນ ພວກເຂົາກໍຕອບກັບມາດັ່ງນີ້: “ພວກເຮົາໄດ້ເຂົ້າໄປຄົ້ນຫາທາງອອນລາຍແລ້ວ ແຕ່ກໍບໍ່ມີ. ຜູ້ຜະລິດທຸກຄົນເວົ້າວ່ານີ້ເປັນຮຸ່ນທີ່ຫຼ້າສະໄໝແລ້ວ ແລະ ທຸກມື້ນີ້ກໍບໍ່ມີໃຜເຮັດຕັ່ງໃນຮູບແບບນັ້ນອີກແລ້ວ, ສະນັ້ນ ພວກເຮົາຈຶ່ງບໍ່ສາມາດຫາຊື້ໄດ້”. ການໄດ້ຍິນສິ່ງນີ້ເຮັດໃຫ້ເຮົາຕົກໃຈອີກຄັ້ງ ແລະ ເຮົາຄິດວ່າ “ຄົນເຫຼົ່ານີ້ຈັດການສິ່ງຕ່າງໆໄດ້ບໍ່ດີແທ້ໆ ແລະ ພວກເຂົາບໍ່ສາມາດເປັນທີ່ເພິ່ງພາໄດ້ເລີຍ. ພວກເຂົາພຽງແຕ່ໄດ້ຮັບມອບໝາຍໜ້າວຽກເລັກນ້ອຍນີ້ ແຕ່ສອງຄັ້ງແລ້ວທີ່ພວກເຂົາບອກວ່າພວກເຂົາບໍ່ສາມາດຊື້ສິ່ງທີ່ເຮົາຕ້ອງການໄດ້ ແລະ ປະຕິເສດເຮົາ”. ເຮົາຂໍໃຫ້ພວກເຂົາຊອກຫາຕໍ່ໄປ ແລະ ເບິ່ງວ່າມີຂາຍຢູ່ໃນເວັບໄຊອື່ນໆ ຫຼື ບໍ່. ໃນລະຫວ່າງນັ້ນ, ໃນຂະນະທີ່ລໍຖ້າ, ເຮົາໄດ້ພົບເຫັນຕັ່ງໜ່ວຍໜຶ່ງຢູ່ໃນຫ້ອງເກັບເຄື່ອງຫ້ອງໜຶ່ງຂອງຄຣິສຕະຈັກ. ຕັ່ງໜ່ວຍນັ້ນ ເຊິ່ງມີເບາະໂຟມທີ່ຫຸ້ມດ້ວຍລາຍດອກໄມ້ສີບົວ ທີ່ຍັງເຮັດບໍ່ສຳເລັດສົມບູນ. ມັນມີພະນັກພີງທີ່ຕັ້ງຊື່, ບ່ອນວາງແຂນທີ່ເປັນເສັ້ນກົງ, ຂາຕັ່ງທີ່ຕັ້ງຊື່ ແລະ ບ່ອນນັ່ງທີ່ທ່ຽງກົງ. ທຸກພາກສ່ວນຂອງຕັ່ງແມ່ນຊື່ໄປໝົດ; ມັນມີແຕ່ລ່ຽມແຕ່ມຸມ. ເຮົາເວົ້າວ່າ “ມີຄົນເຮັດຕັ່ງໜ່ວຍນີ້ດ້ວຍຕົນເອງບໍ?” ຄົນໜຶ່ງຟ້າວຍ່າງອອກມາທາງໜ້າແລ້ວຕອບວ່າ “ເຈົ້າບໍ່ໄດ້ຕ້ອງການຕັ່ງບໍ? ພວກເຮົາເຮັດຕັ່ງໜ່ວຍນີ້ໃຫ້ເຈົ້າ ແລະ ພວກເຮົາກຳລັງທີ່ຈະບອກເຈົ້າກ່ຽວກັບມັນ ແລະ ຂໍໃຫ້ເຈົ້າລອງນັ່ງເບິ່ງ”. ພວກເຂົາຊ່າງໃຈດີແທ້ໆ, ສະນັ້ນ ເຮົາຈຶ່ງຄິດວ່າ: “ແນ່ນອນ, ເຮົາຈະລອງນັ່ງເບິ່ງ”. ເຮົານັ່ງລົງເທິງຕັ່ງຢ່າງເຕັມທີ່ ແລະ ຮູ້ສຶກບໍ່ສະບາຍຢ່າງຮຸນແຮງ ຄືກັບວ່າເຮົາກຳລັງນັ່ງລົງເທິງກ້ອນຫີນ ເພາະວ່າໂຟມໃນເບາະນັ້ນແຂງຫຼາຍ. “ບໍ່ເປັນຫຍັງ” ຄົນທີ່ຢືນຢູ່ຂ້າງເຮົາເວົ້າ “ມັນສາມາດເຮັດໃຫ້ອ່ອນລົງໄດ້ອີກໜ້ອຍໜຶ່ງ. ມັນຍັງເຮັດບໍ່ສຳເລັດເທື່ອ. ພວກເຮົາຈະເຮັດໃຫ້ມັນດີຂຶ້ນ ແລ້ວເຈົ້າສາມາດລອງນັ່ງເບິ່ງອີກຄັ້ງ”. ລອງນັ່ງເບິ່ງອີກຄັ້ງບໍ? ການນັ່ງເທິງຕັ່ງໄມ້ນ້ອຍໆຍັງຈະດີກວ່າຕັ່ງໜ່ວຍນັ້ນ; ຢ່າງໜ້ອຍມັນກໍຈະບໍ່ຮູ້ສຶກຄືກັບວ່າເຮົາກຳລັງນັ່ງເທິງກ້ອນຫີນ. ເຮົາເວົ້າວ່າ “ບໍ່, ແບບນີ້ໃຊ້ບໍ່ໄດ້. ຈົ່ງຊອກຫາຕໍ່ໄປຖ້າພວກເຈົ້າສາມາດເຮັດໄດ້. ຖ້າພວກເຈົ້າບໍ່ສາມາດຊອກຫາຫຍັງໄດ້, ກໍຊ່າງມັນເຖາະ”. ສະນັ້ນ, ເຮົາຈຶ່ງໃຫ້ພວກເຂົາຊອກຫາຕໍ່ໄປ. ຄົນທີ່ເຮັດຕັ່ງອາດຈະບໍ່ເຂົ້າໃຈ. ພວກເຂົາອາດຈະຄິດວ່າ “ພວກເຮົາໄດ້ສະແດງຄວາມໃຈດີຕໍ່ພຣະອົງຫຼາຍຂະໜາດນີ້, ໂດຍເລືອກວັດສະດຸ, ຮູບແບບ ແລະ ຂະໜາດ ພ້ອມທັງເຮັດຕັ່ງຂຶ້ນມາໂດຍສະເພາະເພື່ອພຣະອົງ. ເປັນຫຍັງພຣະອົງຈຶ່ງບໍ່ຮັບນໍ້າໃຈແດ່? ແລະ ຍິ່ງໄປກວ່ານັ້ນ, ເຈົ້າເວົ້າວ່າມັນຮູ້ສຶກຄືກັບວ່າເຈົ້າກຳລັງນັ່ງເທິງກ້ອນຫີນ, ຮູ້ສຶກວ່າມັນແຂງ. ເປັນຫຍັງເຈົ້າຈຶ່ງບອບບາງແທ້? ບໍ່ວ່າພວກເຮົາຈະເຮັດຫຍັງໃຫ້ເຈົ້າ, ເຈົ້າກໍຄວນຈະໃຊ້ມັນ, ຈົບເລື່ອງ. ແຕ່ເຈົ້າພັດຍັງຢາກຊື້ຕັ່ງແທນ. ພວກເຮົາບອກເຈົ້າຫຼາຍຄັ້ງແລ້ວວ່າ ຮູບແບບຕັ່ງທີ່ເຈົ້າຕ້ອງການນັ້ນຫາບໍ່ໄດ້ຢູ່ໃສເລີຍ ແຕ່ເຈົ້າກໍຍັງຢືນຢັນວ່າພວກເຮົາຕ້ອງຊື້ແບບນັ້ນ. ນັ້ນຈະບໍ່ເສຍເງິນບໍ? ປະຢັດເງິນຈັກໜ້ອຍແດ່ໄດ້ບໍ? ການເຮັດຕັ່ງແມ່ນປະຢັດກວ່າຫຼາຍ; ວັດສະດຸກໍບໍ່ໄດ້ແພງປານໃດ. ສິ່ງໃດກໍຕາມທີ່ພວກເຮົາສາມາດເຮັດເອງໄດ້, ພວກເຮົາກໍຄວນເຮັດແທນທີ່ຈະຊື້. ເປັນຫຍັງຈຶ່ງບໍ່ຮູ້ຈັກປະຢັດແດ່?” ພວກເຈົ້າບອກເຮົາມາເບິ່ງ, ມັນຈະດີກວ່າບໍຖ້າເຮົາໃຊ້ຕັ່ງໜ່ວຍນັ້ນ ຫຼື ບໍ່? (ມັນຈະດີກວ່າຖ້າພຣະອົງບໍ່ໃຊ້). ເມື່ອພວກເຂົາເຫັນວ່າເຮົາຈະບໍ່ໃຊ້ຕັ່ງທີ່ພວກເຂົາເຮັດ, ພວກເຂົາກໍປະຖິ້ມມັນໄປ ແລະ ບໍ່ມີໃຜໃນພວກເຂົາໃຊ້ມັນເຊັ່ນກັນ. ບອກເຮົາມາເບິ່ງ, ຖ້າເຮົາບໍ່ນັ່ງມັນ, ເຮົາຈະເຮັດໃຫ້ຄົນອື່ນເສຍຄວາມຮູ້ສຶກບໍ? (ບໍ່, ພຣະອົງຈະບໍ່ເຮັດແບບນັ້ນ). ຕະຫຼອດຫຼາຍປີທີ່ຜ່ານມາ ເຮົາບໍ່ເຄີຍນັ່ງຕັ່ງເບາະທີ່ແຂງຂະໜາດນັ້ນມາກ່ອນ, ມັນໄດ້ເປີດຫູເປີດຕາແທ້ໆ. ນັ້ນຄື “ຄວາມໃຈດີ” ອັນຍິ່ງໃຫຍ່ທີ່ຄົນເຫຼົ່ານີ້ສະແດງຕໍ່ເຮົາ. ຫຼັງຈາກນັ້ນໄລຍະໜຶ່ງ, ໂດຍບໍ່ຮູ້ວ່າມີສະຖານະການທີ່ບໍ່ຄາດຄິດອັນໃດເກີດຂຶ້ນ, ຕັ່ງໜ່ວຍໜຶ່ງກໍໄດ້ຖືກຊື້ໃຫ້ເຮົາແທ້ໆ, ສະນັ້ນ ໃນທີ່ສຸດຜູ້ຄົນກໍໄດ້ສະແດງ “ຄວາມໃຈດີ” ບາງຢ່າງຕໍ່ເຮົາ. ນັ້ນເປັນຄັ້ງທຳອິດທີ່ເຮົາຂໍໃຫ້ພວກເຂົາຊື້ບາງສິ່ງບາງຢ່າງໃຫ້ເຮົາ ແລະ ພວກເຂົາກໍໄດ້ຍິນຈາກເຮົາໂດຍກົງ ແຕ່ວິທີທີ່ພວກເຂົາຈັດການກັບໜ້າວຽກນັ້ນຊ່າງໜ້າລັງກຽດຫຼາຍ. ການຊື້ຕັ່ງພຽງໜ່ວຍດຽວຂອງເຮົາຊ່າງຍາກລຳບາກ ແລະ ຍາກລຳບາກຫຼາຍ, ທຸກຢ່າງຕ້ອງຜ່ານພວກເຂົາ ແລະ ປຶກສາຫາລືກັບພວກເຂົາ ແລະ ນອກຈາກນັ້ນ ເຮົາຍັງຕ້ອງເບິ່ງອາລົມຂອງພວກເຂົາອີກດ້ວຍ. ຖ້າພວກເຂົາອາລົມດີ, ພວກເຂົາກໍອາດຈະຊື້ມັນໃຫ້ເຮົາ ແລະ ຖ້າບໍ່, ພວກເຂົາກໍອາດຈະບໍ່ຊື້ ແລ້ວເຮົາກໍຈະບໍ່ໄດ້ນັ່ງມັນ. “ພຣະອົງຢາກນັ່ງຕັ່ງທີ່ສະບາຍ ແຕ່ພວກເຮົາຍັງບໍ່ໄດ້ນັ່ງເລີຍ, ສະນັ້ນ ຝັນໄປກ່ອນເດີ. ພຽງແຕ່ນັ່ງໜ່ວຍທີ່ຊ່າງໄມ້ເຮັດນີ້ໄປກ່ອນ. ເມື່ອພວກເຮົາມີຕັ່ງທີ່ນັ່ງໄດ້ສະບາຍແລ້ວ, ພຣະອົງຈຶ່ງສາມາດນັ່ງໄດ້ຄືກັນ”. ຄົນເຫຼົ່ານີ້ກໍເປັນຄົນແບບນີ້ແທ້ໆແມ່ນບໍ? ພວກເຂົາເປັນຄົນປະເພດໃດ? ພວກເຂົາບໍ່ແມ່ນຄົນທີ່ມີລັກສະນະຕໍ່າຊ້າບໍ? ເຮົາພຽງແຕ່ຂໍໃຫ້ພວກເຂົາໃຊ້ເຄື່ອງຖວາຍບາງສ່ວນເພື່ອຊື້ບາງສິ່ງບາງຢ່າງ, ສິ່ງທີ່ພວກເຂົາຕ້ອງເຮັດກໍພຽງແຕ່ຂະຫຍັບມື ແລະ ສາຍຕາຂອງພວກເຂົາເລັກນ້ອຍ ແຕ່ມັນກໍຫຍຸ້ງຍາກຂະໜາດນີ້, ສ້າງບັນຫາຂະໜາດນີ້ ໃນການໃຫ້ພວກເຂົາຈັດການກັບໜ້າວຽກນັ້ນ. ແລ້ວຈະເປັນແນວໃດຖ້າພວກເຂົາຖືກຂໍໃຫ້ໃຊ້ເງິນຂອງພວກເຂົາເອງ? ໃນຕອນເລີ່ມຕົ້ນ, ເຮົາບໍ່ໄດ້ບອກວ່າຈະໃຊ້ເງິນຂອງໃຜ, ພວກເຂົາຄິດວ່າເຮົາໝາຍເຖິງໃຫ້ພວກເຂົາໃຊ້ເງິນຂອງພວກເຂົາເອງບໍ ແລະ ດ້ວຍເຫດນັ້ນຈຶ່ງຕົກໃຈຫຼາຍຈົນປະຕິເສດທີ່ຈະຊື້? ນັ້ນອາດຈະເປັນເຫດຜົນໜຶ່ງບໍ? ເມື່ອຂໍໃຫ້ເຈົ້າຊື້ບາງສິ່ງບາງຢ່າງ, ເຮົາຈະໃຫ້ເຈົ້າໃຊ້ເງິນຂອງເຈົ້າເອງໄດ້ແນວໃດ? ຖ້າຄຣິສຕະຈັກມີເງິນທຶນ, ກໍໄປຊື້ ແລະ ຖ້າບໍ່ມີ, ກໍບໍ່ຕ້ອງຊື້. ບໍ່ມີທາງທີ່ເຮົາຈະໃຫ້ເຈົ້າໃຊ້ເງິນຂອງເຈົ້າເອງ. ແລ້ວເປັນຫຍັງຈຶ່ງຕ້ອງໃຊ້ຄວາມພະຍາຍາມຫຼາຍຂະໜາດນັ້ນ ເພື່ອໃຫ້ພວກເຂົາປະຕິບັດໜ້າວຽກເລັກນ້ອຍນີ້? ຄົນເຫຼົ່ານີ້ບໍ່ມີຄວາມເປັນມະນຸດເລີຍ! ເມື່ອພວກເຂົາບໍ່ໄດ້ພະຍາຍາມເຮັດບາງສິ່ງບາງຢ່າງໃຫ້ສຳເລັດ ແລະ ເຮົາກໍບໍ່ໄດ້ມີປະຕິສຳພັນກັບພວກເຂົາ, ມັນເບິ່ງຄືວ່າພວກເຂົາໃຈດີ ແລະ ມີເຫດຜົນ ແຕ່ຫຼັງຈາກທີ່ພວກເຂົາເລີ່ມປະຕິບັດໜ້າວຽກ, ຄວາມໃຈດີ ແລະ ເຫດຜົນນີ້ກໍຫາຍໄປ. ຄົນເຫຼົ່ານີ້ເປັນຄົນເບົາປັນຍາ! ເຮົາຈະເຂົ້າກັບພວກເຂົາໄດ້ແນວໃດ?
ນີ້ແມ່ນອີກຕົວຢ່າງໜຶ່ງທີ່ກ່ຽວຂ້ອງກັບຫົວຂໍ້ຂອງເຄື່ອງຖວາຍ. ມີສະຖານທີ່ແຫ່ງໜຶ່ງທີ່ມີເຮືອນຄົວນ້ອຍ ເຊິ່ງອຸປະກອນເຮັດອາຫານ ແລະ ຖ້ວຍຊາມລ້ວນແຕ່ເປັນຂອງໃຊ້ສ່ວນລວມ ແລະ ບາງຄັ້ງໃນລະດູໜາວ, ຜູ້ຄົນຢູ່ທີ່ນັ້ນກໍບໍ່ສາມາດຫຼີກລ່ຽງການຕິດໄຂ້ຫວັດໃຫຍ່ໄດ້. ເຮົາບອກໃຫ້ພວກເຂົາຊື້ຕູ້ຂ້າເຊື້ອ ຫຼື ເຄື່ອງຂ້າເຊື້ອດ້ວຍໂອໂຊນ ເພື່ອຂ້າເຊື້ອອຸປະກອນເຮັດອາຫານ ແລະ ຖ້ວຍຊາມສ່ວນລວມທັງໝົດ. ສິ່ງນີ້ຈະປອດໄພ ແລະ ຖືກສຸຂະອະນາໄມ. ນີ້ເປັນຂໍ້ຮຽກຮ້ອງທີ່ຫຼາຍເກີນໄປບໍ? (ບໍ່, ມັນບໍ່ຫຼາຍ). ເຮົາໄດ້ມອບໝາຍໜ້າວຽກນີ້ໃຫ້ຄົນຜູ້ໜຶ່ງ ແລະ ພາຍໃນເວລາບໍ່ດົນ, ເຮົາກໍໄດ້ຍິນວ່າເຄື່ອງຂ້າເຊື້ອດ້ວຍໂອໂຊນຖືກຊື້ມາແລ້ວ. ຄວາມກັງວົນຂອງເຮົາກໍໝົດໄປ ແລະ ຫຼັງຈາກນັ້ນ ເຮົາກໍບໍ່ໄດ້ກວດກາເລື່ອງນີ້ຕື່ມອີກ. ແຕ່ປາກົດວ່າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ. ເຄື່ອງທີ່ຄົນຜູ້ນີ້ຊື້ມາ ປາກົດວ່າບໍ່ແມ່ນເຄື່ອງຂ້າເຊື້ອດ້ວຍໂອໂຊນເລີຍ ແຕ່ເປັນເຄື່ອງອົບແຫ້ງ. ມັນເປັນການຊື້ທີ່ຫຼອກລວງ ແລະ ຍິ່ງໄປກວ່ານັ້ນ ມັນມີຄຸນນະພາບທີ່ຕໍ່າຫຼາຍ, ມັນບໍ່ມີຜົນໃນການຂ້າເຊື້ອເລີຍ. ຜູ້ທີ່ຈັດການກັບໜ້າວຽກນີ້ຮູ້ເລື່ອງນີ້ບໍ? (ລາວຄວນຈະຮູ້). ແຕ່ຄົນບໍ່ດີຜູ້ນີ້ອາດຈະບໍ່ຮູ້. ເປັນຫຍັງຈຶ່ງເປັນແນວນີ້? ຄົນທີ່ເຮົາໄດ້ມອບໝາຍໜ້າວຽກນີ້ໃຫ້ ບໍ່ໄດ້ໄປດຳເນີນການດ້ວຍຕົນເອງ ແຕ່ໄດ້ຊອກຫາຄົນກາງມາເຮັດແທນລາວ, ສະນັ້ນ ລາວຈຶ່ງບໍ່ເຄີຍຮູ້ຢ່າງແນ່ນອນວ່າຊື້ສິ່ງຂອງອັນໃດມາ ຫຼື ມັນມີຄຸນນະພາບດີ ຫຼື ບໍ່ດີ. ພວກເຈົ້າຄິດແນວໃດກັບວິທີໃນການຈັດການກັບເລື່ອງນີ້? ມັນເຮັດໄດ້ຢ່າງມີສະຕິຮູ້ສຶກຜີດຊອບ ຫຼື ບໍ່? ຄົນຜູ້ນີ້ມີຄວາມໜ້າເຊື່ອຖືອັນໃດບໍ? ລາວສົມຄວນໄດ້ຮັບການເພິ່ງພາບໍ? (ບໍ່, ລາວບໍ່ສົມຄວນ). ນີ້ແມ່ນຄົນປະເພດໃດ? ລາວເປັນຄົນທີ່ມີຄວາມຊື່ສັດ ຫຼື ຄວາມເປັນມະນຸດບໍ? (ບໍ່). ນີ້ແມ່ນຄົນເບົາປັນຍາ, ເປັນຄົນບໍ່ດີຢ່າງແທ້ຈິງ. ແລະ ນີ້ກໍບໍ່ແມ່ນຈຸດຈົບຂອງເລື່ອງ. ຫຼັງຈາກນັ້ນບໍ່ດົນ, ຜູ້ທີ່ຮັບຜິດຊອບໜ້າວຽກນີ້ກໍເລີ່ມໄຕ່ຕອງວ່າ: “ການໃຊ້ເຄື່ອງຂ້າເຊື້ອດ້ວຍໂອໂຊນເພື່ອຂ້າເຊື້ອສິ່ງຕ່າງໆແມ່ນດີຫຼາຍ. ເນື່ອງຈາກມີຄົນຈຳນວນຫຼາຍໃຊ້ໂຮງອາຫານຂອງພວກເຮົາ, ບາງທີພວກເຮົາກໍຄວນຊື້ເຄື່ອງຂ້າເຊື້ອດ້ວຍໂອໂຊນສຳລັບບ່ອນນັ້ນຄືກັນ. ເຈົ້າຊື້ໜ່ວຍໜຶ່ງ, ສະນັ້ນ ພວກເຮົາກໍຈະຊື້ຈຳນວນໜຶ່ງຄືກັນ. ເຈົ້າໄດ້ໜ່ວຍນ້ອຍສຳລັບເຮືອນຄົວນ້ອຍຂອງເຈົ້າ, ສະນັ້ນ ພວກເຮົາກໍຈະເອົາໜ່ວຍໃຫຍ່ສຳລັບໂຮງອາຫານໃຫຍ່ຂອງພວກເຮົາ”. ເມື່ອລາວເກີດຄວາມຄິດນີ້ຂຶ້ນມາ, ລາວກໍໄດ້ປຶກສາຫາລືຮ່ວມກັບຄົນບໍ່ດີອີກຫຼາຍຄົນ ແລ້ວພວກເຂົາກໍຕັດສິນໃຈເລື່ອງນີ້. ປາກົດວ່າຫຼັງຈາກທີ່ຊື້ເຄື່ອງຂ້າເຊື້ອດ້ວຍໂອໂຊນເຫຼົ່ານັ້ນມາແລ້ວ, ອ້າຍເອື້ອຍນ້ອງກໍເວົ້າວ່າ ເນື່ອງຈາກທຸກຄົນໃຊ້ຖ້ວຍຊາມຂອງຕົນເອງ ແລະ ບໍ່ໄດ້ໃຊ້ອຸປະກອນຮ່ວມກັນ, ຈຶ່ງບໍ່ຈຳເປັນຕ້ອງຂ້າເຊື້ອສິ່ງຂອງເຫຼົ່ານັ້ນ ແລະ ການຂ້າເຊື້ອກໍຈະເປັນສິ່ງທີ່ເກີນຄວາມຈຳເປັນ. ໃນທີ່ສຸດ, ເຄື່ອງເຫຼົ່ານັ້ນກໍຖືກປະຖິ້ມໄວ້ລ້າໆ ແລະ ແມ່ນແຕ່ຕອນນີ້ກໍຍັງມີສອງສາມໜ່ວຍທີ່ເກັບໄວ້ໃນສາງ ໂດຍທີ່ຍັງບໍ່ໄດ້ແກະອອກຈາກກ່ອງເລີຍ. ພວກເຈົ້າຄິດແນວໃດກັບວິທີໃນການຈັດການກັບເລື່ອງນີ້? ມັນເຮັດຢ່າງມີເຫດຜົນບໍ? ນີ້ບໍ່ແມ່ນການທີ່ຄົນມີເວລາວ່າງເກີນໄປ ແລະ ບໍ່ມີຫຍັງເຮັດ ແລ້ວຊອກຫາວິທີໃຊ້ເງິນແບບມົ້ວໄປທົ່ວບໍ? ບາງຄົນ, ໂດຍຄິດວ່າຄຳສັ່ງສຳລັບການຊື້ເຫຼົ່ານີ້ມາຈາກເບື້ອງເທິງ, ເຖິງກັບເວົ້າວ່າ “ຫ້າມຈົ່ມ! ພວກເຮົາຕ້ອງຍອມຮັບສິ່ງນີ້ຈາກພຣະເຈົ້າ. ພຣະເຈົ້າຮັກຜູ້ຄົນຫຼາຍຈົນພຣະອົງເຖິງກັບຊື້ສິ່ງທີ່ພວກເຮົາບໍ່ໄດ້ໃຊ້ໃຫ້ພວກເຮົາ. ພຣະອົງເຕັມໃຈທີ່ຈະໃຊ້ເງິນຈຳນວນມະຫາສານກັບພວກເຮົາ. ພຣະເຈົ້າດີຕໍ່ພວກເຮົາຫຼາຍເກີນໄປ!” ແຕ່ຕອນນີ້ພວກເຂົາຮູ້ແລ້ວວ່າ ສິ່ງຂອງເຫຼົ່ານັ້ນແມ່ນຜົນມາຈາກການປະຕິບັດງານຢ່າງລັບໆຂອງກຸ່ມຄົນບໍ່ດີ. ພວກເຂົາໃຊ້ເຄື່ອງຖວາຍຟຸມເຟືອຍແບບນີ້, ໂດຍບໍ່ມີໃຜຮັບຜິດຊອບ, ບໍ່ມີໃຜກວດກາສິ່ງຕ່າງໆ ແລະ ບໍ່ມີໃຜກວດກາວ່າການຊື້ເຫຼົ່ານີ້ເໝາະສົມ ຫຼື ບໍ່ ຫຼື ລາຍງານຫຼັງຈາກທີ່ຊື້ພວກມັນມາແລ້ວ. ຄົນຜູ້ນີ້ຊື້ສິ່ງເຫຼົ່ານີ້ບົນພື້ນຖານຂອງຫຍັງ? ມັນແມ່ນຍ້ອນວ່າເຮົາໄດ້ຂໍໃຫ້ລາວຊື້ຕູ້ຂ້າເຊື້ອສຳລັບເຮືອນຄົວນ້ອຍ. ເຮົາໄດ້ຂໍໃຫ້ລາວຊື້ພວກມັນສຳລັບໂຮງອາຫານທັງໝົດບໍ? ເຮົາບໍ່ເຄີຍມີພຣະບັນຊາໜ້າວຽກເຊັ່ນນີ້ໃຫ້ລາວເລີຍ. ແລ້ວແຮງຈູງໃຈຂອງລາວໃນການຊື້ພວກມັນສຳລັບໂຮງອາຫານທັງໝົດແມ່ນຫຍັງ? ນີ້ບໍ່ແມ່ນການທີ່ລາວຖືວ່າເຄື່ອງຖວາຍເປັນຊັບສິນສ່ວນຕົວຂອງລາວ ແລະ ຈັດສັນພວກມັນຕາມທີ່ລາວປາຖະໜາທີ່ຈະຈັດສັນບໍ? ລາວມີສິດອຳນາດໃນການຈັດສັນພວກມັນບໍ? (ບໍ່). ກ່ອນທີ່ຈະຊື້ເຄື່ອງເຫຼົ່ານີ້, ລາວບໍ່ເຄີຍຖາມເຮົາວ່າ: “ເນື່ອງຈາກພວກເຮົາຊື້ເຄື່ອງໜ່ວຍໜຶ່ງສຳລັບເຮືອນຄົວນ້ອຍແລ້ວ, ພວກເຮົາຄວນຊື້ເຄື່ອງຈຳນວນໜຶ່ງສຳລັບໂຮງອາຫານໃຫຍ່ຄືກັນບໍ?” ຫຼັງຈາກທີ່ຊື້ແລ້ວ, ລາວກໍບໍ່ໄດ້ລາຍງານວ່າລາວຊື້ເຄື່ອງຂ້າເຊື້ອດ້ວຍໂອໂຊນຈັກໜ່ວຍ ແລະ ພວກມັນມີລາຄາທັງໝົດເທົ່າໃດ, ທັງບໍ່ໄດ້ລາຍງານວ່າອ້າຍເອື້ອຍນ້ອງບໍ່ໄດ້ໃຊ້ປະໂຫຍດຈາກພວກມັນເລີຍ. ເລື່ອງນີ້ເຮັດໄດ້ໜ້າລັງກຽດຫຼາຍ. ແລະ ຄົນເບົາປັນຍາແບບນີ້ກໍຍັງບໍ່ຍອມຮັບຜິດເມື່ອລາວຖືກລິຮານ. ຄົນເຮົາຄວນປະຕິບັດຕໍ່ຄົນປະເພດນີ້ແນວໃດ? (ຂັບໄລ່ລາວອອກຈາກຄຣິສຕະຈັກ). ເມື່ອພິຈາລະນາເຖິງທຳມະຊາດຂອງເຫດການນີ້, ມັນຈະບໍ່ຫຼາຍເກີນໄປທີ່ຈະຂັບໄລ່ລາວອອກຈາກຄຣິສຕະຈັກ, ເພາະວ່ານີ້ແມ່ນເລື່ອງທີ່ກ່ຽວຂ້ອງກັບເຄື່ອງຖວາຍ ແລະ ໃນການກ່ຽວຂ້ອງກັບເຄື່ອງຖວາຍ ມັນກໍໄດ້ລະເມີດກົດການປົກຄອງ. ນີ້ຄືການກະທຳແບບບໍ່ຄິດໃຫ້ດີ! ລາວຄິດວ່າເງິນນັ້ນເປັນຂອງລາວບໍ? ລາວມີສິດອຳນາດໃນການໃຊ້ ແລະ ໃຊ້ມັນຢ່າງຟຸມເຟືອຍມັນບໍ? ກັບການຊື້ທີ່ເຮົາໄດ້ມອບໝາຍໃຫ້ຜູ້ຄົນເຮັດໃຫ້ເຮົາ, ພວກເຂົາໄດ້ສ້າງຄວາມຫຍຸ້ງຍາກທຸກຮູບແບບ ແລະ ມັນເປັນຄວາມພະຍາຍາມຢ່າງໃຫຍ່ຫຼວງສຳລັບພວກເຂົາທີ່ຈະເຮັດໜ້າວຽກໃຫ້ສຳເລັດ ແລະ ຍິ່ງໄປກວ່ານັ້ນ ເຮົາຍັງຕ້ອງປຶກສາຫາລືທຸກຢ່າງກັບພວກເຂົາ. ສຳລັບສິ່ງທີ່ເຮົາບໍ່ໄດ້ມອບໝາຍໃຫ້ຜູ້ຄົນເຮັດ ແລະ ຊື້, ພວກເຂົາພັດຊື້ສິ່ງເຫຼົ່ານັ້ນໂດຍບໍ່ລັງເລໃຈເລີຍ, ບໍ່ເຄີຍວາງແຜນ ຫຼື ປຶກສາຫາລືກັບຄົນສ່ວນໃຫຍ່ວ່າພວກມັນຈະເປັນສິ່ງຂອງທີ່ເປັນປະໂຫຍດ ຫຼື ບໍ່, ພວກເຂົາພຽງແຕ່ໃຊ້ເງິນຢ່າງຟຸມເຟືອຍຕາມທີ່ພວກເຂົາພໍໃຈ. ເມື່ອບໍ່ດົນມານີ້, ມີສະຖານະການພິເສດບາງຢ່າງ ເຊິ່ງບາງຄົນຖືກຂໍໃຫ້ຊື້ອາຫານສຳລັບຫົກເດືອນຫາໜຶ່ງປີ ເພາະຢ້ານວ່າຈະມີອາຫານບໍ່ພໍກິນ. ພຽງແຕ່ບອກພວກເຂົາສັ້ນໆ ແລະ ງ່າຍດາຍແບບນີ້ ແລະ ພາຍໃນໜຶ່ງອາທິດ, ພວກເຂົາກໍລາຍງານກັບມາວ່າພວກເຂົາໄດ້ຊື້ສຳເລັດແລ້ວພາຍໃນສາມມື້, ໂດຍໄດ້ຊື້ທັງຜະລິດຕະພັນອິນຊີ ແລະ ຜະລິດຕະພັນທີ່ກຳລັງຈະໄດ້ຮັບການຮັບຮອງວ່າເປັນອິນຊີ. ພວກເຂົາເຮັດໄດ້ແນວໃດ? ພວກເຂົາບໍ່ໄດ້ເຮັດວຽກທີ່ດີເລີດບໍ? ບໍ່ຈຳເປັນທີ່ເຮົາຈະຕ້ອງເວົ້າຫຍັງອີກ, ເລື່ອງນີ້ກໍໄດ້ຖືກຈັດການແລ້ວ. ພວກເຂົາຈັດການໜ້າວຽກນີ້ດ້ວຍຕົວເອງດ້ວຍຄວາມເຕັມໃຈຢ່າງເບີກບານ ແລະ ເບິ່ງຄືວ່າຈະມີທັກສະ, ວ່ອງໄວ, ສະຫຼາດ ແລະ ຮອບຄອບເປັນພິເສດ. ພວກເຂົາບໍ່ພຽງແຕ່ຊື້ອາຫານທີ່ພວກເຂົາຕ້ອງການເທົ່ານັ້ນ ແຕ່ຍັງຊື້ເຄື່ອງໃຊ້ປະຈຳວັນອີກດ້ວຍ. ເຄື່ອງໃຊ້ປະຈຳວັນເຫຼົ່ານັ້ນມີທຸກຢ່າງທີ່ພວກເຂົາຕ້ອງການ, ມີແຕ່ສິ່ງທີ່ເຈົ້າຄິດບໍ່ເຖິງ, ບໍ່ມີສິ່ງໃດທີ່ພວກເຂົາຊື້ບໍ່ໄດ້, ແມ່ນແຕ່ສິ່ງຕ່າງໆ ເຊັ່ນ: ເຂົ້າໜົມອົມ, ແກ່ນໝາກໂມ ແລະ ອາຫານວ່າງອື່ນໆ. ເຮົາຄິດໃນໃຈວ່າ ຄົນເຫຼົ່ານີ້ຮູ້ຈັກວິທີການດຳລົງຊີວິດແທ້ໆ; ພວກເຂົາຮູ້ຈັກວິທີໃຊ້ເງິນ ແລະ ພວກເຂົາກໍກ້າໃຊ້ເງິນອີກດ້ວຍ. ພວກເຂົາມີຄວາມສາມາດ, ມີທັກສະການເອົາຕົວລອດທີ່ເຂັ້ມແຂງຫຼາຍ, ເຂັ້ມແຂງກວ່າສັດປ່າ ແລະ ພວກເຂົາກໍເຄື່ອນໄຫວໄວຫຼາຍ, ໄວກວ່າທີ່ເຮົາຄາດໄວ້. ເພື່ອຄວາມຢູ່ລອດ, ພວກເຂົາສາມາດພິກຟ້າປີ້ນດິນໄດ້, ບໍ່ມີຫຍັງທີ່ພວກເຂົາເຮັດບໍ່ໄດ້. ຈາກເຫດການນີ້ ເຮົາເຫັນວ່າຄົນເຫຼົ່ານີ້ບໍ່ໄດ້ໄຮ້ສະໝອງຢ່າງສິ້ນເຊີງ ຫຼື ບໍ່ມີຄວາມສາມາດໃນການເຮັດໜ້າວຽກເລີຍ, ແຕ່ມັນຂຶ້ນຢູ່ກັບວ່າພວກເຂົາກຳລັງເຮັດວຽກໃຫ້ໃຜເປັນຫຼັກ. ຖ້າພວກເຂົາກຳລັງເຮັດວຽກໃຫ້ຕົນເອງ, ພວກເຂົາກໍເບິ່ງຄືວ່າຫ້າວຫັນ, ສະຫຼາດ, ວ່ອງໄວໃນການກະທຳຂອງພວກເຂົາ ແລະ ມີປະສິດທິພາບເປັນພິເສດ, ບໍ່ຈຳເປັນຕ້ອງໃຫ້ໃຜມາເລັ່ງພວກເຂົາ ແລະ ເຮົາກໍບໍ່ຈຳເປັນຕ້ອງກັງວົນນຳພວກເຂົາ. ແຕ່ເມື່ອພວກເຂົາກຳລັງປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ໃຫ້ພວກເຂົາເຮັດຫຍັງກໍຍາກໄປໝົດ, ພວກເຂົາບໍ່ເຄີຍຊອກຫາຫຼັກການພົບເລີຍ ແລະ ມັກຈະເຮັດຜິດພາດຢູ່ສະເໝີ. ປາກົດວ່າມີເຫດຜົນສຳລັບເລື່ອງນີ້, ຄວາມແຕກຕ່າງລະຫວ່າງການທີ່ພວກເຂົາເຮັດສິ່ງຕ່າງໆໃຫ້ຕົນເອງ ແລະ ເຮັດໃຫ້ເຮືອນຂອງພຣະເຈົ້ານັ້ນໃຫຍ່ຫຼວງຫຼາຍ. ຍັງບໍ່ຕ້ອງເວົ້າເຖິງວ່າຄົນເຫຼົ່ານີ້ມີອຸປະນິໄສ ຫຼື ແກ່ນແທ້ປະເພດໃດ. ພຽງແຕ່ເບິ່ງທັດສະນະຄະຕິທີ່ແຕກຕ່າງກັນຢ່າງສິ້ນເຊີງສອງຢ່າງນີ້ໃນການຈັດການສິ່ງຕ່າງໆ ກໍໄດ້ເປີດເຜີຍໃຫ້ເຫັນແລ້ວວ່າ ລັກສະນະຂອງພວກເຂົາຕໍ່າຊ້າຢ່າງແທ້ຈິງ. ລັກສະນະຕໍ່າຊ້າສໍ່າໃດ? ເຮົາຈະນິຍາມສິ່ງນີ້ໃຫ້ພວກເຈົ້າ, ຄົນເຫຼົ່ານີ້ບໍ່ແມ່ນມະນຸດ, ພວກເຂົາເປັນພຽງກຸ່ມສັດເດລະສານ! ຄຳນິຍາມນີ້ເໝາະສົມກັບພວກເຂົາບໍ? (ແມ່ນແລ້ວ, ມັນເໝາະສົມ). ຄຳເວົ້າເຫຼົ່ານີ້ຟັງແລ້ວອາດຈະຂັດຫູ ແລະ ມັນອາດຈະເຮັດໃຫ້ຮູ້ສຶກບໍ່ດີທີ່ໄດ້ຍິນພວກມັນ, ແຕ່ນີ້ຄືວິທີທີ່ຄົນເຫຼົ່ານີ້ຈັດການກັບໜ້າວຽກຢ່າງແທ້ຈິງ ແລະ ພວກເຂົາກໍເປັນຄົນແບບນີ້ແຫຼະ. ສິ່ງທີ່ເຮົາເວົ້າແມ່ນອີງໃສ່ຂໍ້ເທັດຈິງ ແລະ ມັນບໍ່ແມ່ນການໃສ່ຮ້າຍປ້າຍສີທີ່ບໍ່ມີມູນຄວາມຈິງ. ເມື່ອເຮືອນຂອງພຣະເຈົ້າກຳລັງໃຊ້ງານບາງຄົນ, ໂດຍເບິ່ງຈາກຂໍ້ເທັດຈິງທີ່ວ່າພວກເຂົາຍັງໜຸ່ມ, ມີຂີດຄວາມສາມາດທີ່ຂ້ອນຂ້າງຕໍ່າ ແລະ ຂາດພື້ນຖານ ແລະ ວຸດທິພາວະ, ເຮືອນຂອງພຣະເຈົ້າກໍຈະຊ່ວຍເຫຼືອພວກເຂົາຢ່າງຕໍ່ເນື່ອງ ແລະ ໂອ້ລົມກ່ຽວກັບຄວາມຈິງ ແລະ ຫຼັກການກັບພວກເຂົາ. ແຕ່ໃນທີ່ສຸດແລ້ວ, ລັກສະນະທີ່ຕໍ່າຊ້າກໍຄືລັກສະນະທີ່ຕໍ່າຊ້າ, ສັດເດລະສານກໍຄືສັດເດລະສານ ແລະ ຄົນເຫຼົ່ານີ້ກໍຈະບໍ່ມີວັນປ່ຽນແປງ. ບໍ່ພຽງແຕ່ພວກເຂົາຈະບໍ່ປະຕິບັດຄວາມຈິງເທົ່ານັ້ນ, ພວກເຂົາຍັງຈະປ່ຽນຈາກຮ້າຍກາຍເປັນຮ້າຍແຮງກວ່າເກົ່າ, ໄດ້ຄືບຈະເອົາສອກ ແລະ ບໍ່ມີແມ່ນແຕ່ຄວາມລະອາຍໃຈພຽງເລັກນ້ອຍທີ່ຄວາມເປັນມະນຸດປົກກະຕິຄວນມີເລີຍ. ເມື່ອພວກເຂົາຊື້ບາງສິ່ງບາງຢ່າງ ຫຼື ປະຕິບັດໜ້າວຽກໃຫ້ເຮືອນຂອງພຣະເຈົ້າ, ພວກເຂົາບໍ່ເຄີຍຂໍຄຳແນະນຳກ່ຽວກັບວິທີການຊື້ສິ່ງເຫຼົ່ານີ້ໃນລາຄາຖືກ ແລະ ປະຢັດເງິນ ໃນຂະນະທີ່ຍັງໄດ້ຮັບສິ່ງທີ່ເປັນປະໂຫຍດ. ພວກເຂົາບໍ່ເຄີຍເຮັດແບບນີ້. ພວກເຂົາພຽງແຕ່ໃຊ້ເງິນຢ່າງຫຼັບຫູຫຼັບຕາ, ຊື້ສິ່ງຕ່າງໆຢ່າງບໍ່ລະມັດລະວັງ ແລະ ພຽງແຕ່ຊື້ຜະລິດຕະພັນທີ່ບໍ່ມີປະໂຫຍດບາງຢ່າງ. ແຕ່ເມື່ອເຖິງເວລາທີ່ຕ້ອງເຮັດໜ້າວຽກໃຫ້ສຳເລັດ ຫຼື ຊື້ບາງສິ່ງບາງຢ່າງໃຫ້ເຮົາເປັນການສ່ວນຕົວ, ພວກເຂົາກໍເລີ່ມຈິງຈັງກັບມັນ ແລະ ຄິດກ່ຽວກັບການປະຢັດງົບປະມານ, ວິທີການໃຊ້ເງິນໃຫ້ໜ້ອຍລົງໃນຂະນະທີ່ເຮັດສຳເລັດໄດ້ຫຼາຍຂຶ້ນ. ພວກເຂົາຄິດວ່າການເຮັດສິ່ງຕ່າງໆດ້ວຍວິທີນີ້ຄືການຍຶດໝັ້ນໃນຫຼັກການ ແລະ ການປະຕິບັດຄວາມຈິງ. ຄົນເຫຼົ່ານີ້ມີເຫດຜົນຈັກໜ້ອຍຢູ່ບໍ? ເງິນນີ້ເປັນຂອງໃຜ ແລະ ຄວນໃຊ້ຈ່າຍໃຫ້ກັບໃຜ, ສິ່ງເຫຼົ່ານີ້ກໍຍັງບໍ່ຊັດເຈນສຳລັບພວກເຂົາ. ນີ້ບໍ່ແມ່ນການຈັດການສິ່ງຕ່າງໆຄືກັບພວກຄົນບໍ່ດີບໍ? ມີຄົນແບບນີ້ຢູ່ອ້ອມຂ້າງພວກເຈົ້າບໍ? ທຸກຄົນທີ່ບໍ່ມີສ່ວນຮ່ວມໃນການປຶກສາຫາລືກັບບຸກຄະລາກອນດ້ານການເງິນ ຫຼື ອ້າຍເອື້ອຍນ້ອງທີ່ພວກເຂົາເຮັດວຽກຮ່ວມນຳ ເມື່ອຊື້ສິ່ງຂອງທີ່ມີຄ່າ ຫຼື ລາຄາແພງສຳລັບຄຣິສຕະຈັກ, ຜູ້ທີ່ພຽງແຕ່ລົງມືເຮັດ ແລະ ໃຊ້ເຄື່ອງຖວາຍຢ່າງຟຸມເຟືອຍຕາມໃຈມັກ, ຜູ້ທີ່ຮູ້ວ່າພວກເຂົາຕ້ອງປະຢັດເງິນ ແລະ ວາງແຜນລາຍຈ່າຍຂອງພວກເຂົາເມື່ອພວກເຂົາໃຊ້ເງິນຂອງພວກເຂົາເອງ, ແຕ່ພັດໃຊ້ເງິນຢ່າງຟຸມເຟືອຍຕາມອຳເພີໃຈເມື່ອພວກເຂົາໃຊ້ເຄື່ອງຖວາຍຂອງພຣະເຈົ້າ, ຄົນແບບນີ້ຊ່າງເປັນຕາຊັງເກີນໄປແທ້ໆ! ພວກເຂົາໜ້າລັງກຽດເກີນໄປ! ແມ່ນບໍ? (ແມ່ນແລ້ວ). ເລື່ອງເຫຼົ່ານີ້ເຮັດໃຫ້ເຮົາຮູ້ສຶກລັງກຽດທຸກຄັ້ງທີ່ເຮົາຄິດເຖິງພວກມັນ. ສັດເດລະສານເຫຼົ່ານັ້ນຍັງຕໍ່າຕ້ອຍກວ່າໝາເຝົ້າບ້ານດ້ວຍຊໍ້າ. ພວກເຂົາສົມຄວນທີ່ຈະອາໄສຢູ່ໃນເຮືອນຂອງພຣະເຈົ້າບໍ?
ເຄີຍມີຜູ້ນຳຄົນໜຶ່ງທີ່ເອົາສິ່ງຂອງທັງໝົດທີ່ອ້າຍເອື້ອຍນ້ອງໃນສະຖານທີ່ຕ່າງໆຖວາຍໃຫ້ແກ່ພຣະເຈົ້າມາໄວ້ໃນ “ການເກັບຮັກສາ” ຂອງລາວ, ລວມທັງສິ່ງຂອງມີຄ່າ, ເຄື່ອງນຸ່ງທຳມະດາ, ຜະລິດຕະພັນບຳລຸງສຸຂະພາບທີ່ກິນໄດ້ ແລະ ອື່ນໆອີກ. ລາວພາຍກະເປົ໋າທີ່ມີຊື່ຍີ່ຫໍ້ເທິງຫຼັງຂອງລາວ, ສວມເກີບໜັງໃສ່ຕີນຂອງລາວ, ໃສ່ແຫວນເທິງນິ້ວມືຂອງລາວ, ມີສາຍຄໍອ້ອມຄໍຂອງລາວ ແລະ ອື່ນໆອີກ, ສິ່ງໃດກໍຕາມທີ່ລາວສາມາດນໍາໃຊ້ໄດ້, ລາວກໍຈະຍຶດເອົາມາເປັນກຳມະສິດຂອງຕົນ ແລະ ນໍາໃຊ້ ໂດຍບໍ່ໄດ້ຮັບຄວາມເຫັນດີຈາກໃຜ. ມື້ໜຶ່ງ, ອ້າຍນ້ອງທີ່ຢູ່ເບື້ອງເທິງໄດ້ຖາມລາວວ່າ ເປັນຫຍັງສິ່ງຂອງທັງໝົດທີ່ອ້າຍເອື້ອຍນ້ອງໃນສະຖານທີ່ຕ່າງໆໄດ້ຖວາຍໃຫ້ແກ່ພຣະເຈົ້າຈຶ່ງບໍ່ຖືກສົ່ງມອບ. ລາວຕອບວ່າ: “ອ້າຍເອື້ອຍນ້ອງບອກວ່າສິ່ງເຫຼົ່ານີ້ຖືກມອບໃຫ້ຄຣິສຕະຈັກ, ພວກເຂົາບໍ່ໄດ້ບອກວ່າພວກມັນຖືກຖວາຍໃຫ້ແກ່ພະເຈົ້າ”. ລາວເຖິງກັບເນັ້ນໜັກເປັນພິເສດໃນຈຸດທີ່ວ່າພວກມັນຖືກມອບໃຫ້ແກ່ຄຣິສຕະຈັກ, ໂດຍມີຄວາມໝາຍແຝງທີ່ລາວບໍ່ໄດ້ເວົ້າອອກມາຄື ໃນເມື່ອຕົວລາວເອງເປັນຕົວແທນທີ່ມີອຳນາດເຕັມຂອງຄຣິສຕະຈັກ, ພຣະເຈົ້າກໍອາດຈະເລີກຫວັງທີ່ຈະໄດ້ຈັບຕ້ອງສິ່ງເຫຼົ່ານີ້, ພວກມັນບໍ່ແມ່ນສໍາລັບພຣະເຈົ້າ ແຕ່ເພື່ອໃຫ້ຄຣິສຕະຈັກໄດ້ໃຊ້. ເວົ້າໃຫ້ຊັດເຈນກວ່ານັ້ນກໍຄື ລາວໝາຍຄວາມວ່າ: “ສິ່ງເຫຼົ່ານີ້ແມ່ນໃຫ້ຂ້ອຍໃຊ້, ພວກມັນບໍ່ໄດ້ຖືກຖວາຍໃຫ້ພະເຈົ້າໃຊ້. ເຈົ້າກຳລັງຖາມຫາຫຍັງ? ເຈົ້າມີຄຸນສົມບັດທີ່ຈະຖາມເລື່ອງນີ້ບໍ?” ການໄດ້ຍິນແບບນີ້ເຮັດໃຫ້ພວກເຈົ້າໃຈຮ້າຍບໍ? (ແມ່ນແລ້ວ). ການໄດ້ຍິນແບບນີ້ຈະເຮັດໃຫ້ທຸກຄົນໃຈຮ້າຍ. ບອກເຮົາເບິ່ງວ່າ ມີໃຜແດ່ທີ່ເຊື່ອວ່າສິ່ງທີ່ອ້າຍເອື້ອຍນ້ອງມອບໃຫ້ແກ່ຄຣິສຕະຈັກນັ້ນແມ່ນກຳລັງຖືກຖວາຍໃຫ້ແກ່ຜູ້ນຳຂອງຄຣິສຕະຈັກ? ມີໃຜແດ່ທີ່ເວົ້າວ່າ ໃນການຖວາຍສິ່ງຕ່າງໆໃຫ້ຄຣິສຕະຈັກນັ້ນ, ພວກເຂົາກຳລັງຖວາຍພວກມັນໃຫ້ແກ່ຜູ້ນຳຄຣິສຕະຈັກຄົນນັ້ນຄົນນີ້? ມີໃຜມີເຈດຕະນານີ້ບໍ? (ບໍ່ມີ). ນອກຈາກວ່າ ເມື່ອພວກເຂົາເຮັດການຖວາຍ, ພວກເຂົາຂຽນວ່າ “ກະລຸນາສົ່ງຕໍ່ສິ່ງນີ້ໃຫ້ຄົນນັ້ນຄົນນີ້”, ເມື່ອນັ້ນແຫຼະ ສິ່ງຂອງນີ້ຈຶ່ງຈະຕົກເປັນກຳມະສິດສ່ວນຕົວຂອງຜູ້ນຳຄົນນີ້. ຖ້າບໍ່ດັ່ງນັ້ນ, ທຸກສິ່ງທີ່ຖືກຖວາຍ, ບໍ່ວ່າຈະເປັນເງິນ ຫຼື ສິ່ງຂອງ, ລ້ວນແຕ່ແມ່ນອ້າຍເອື້ອຍນ້ອງເປັນຜູ້ຖວາຍໃຫ້ແກ່ພຣະເຈົ້າ. ສິ່ງທີ່ຖວາຍໃຫ້ແກ່ພຣະເຈົ້າຖືກເອີ້ນລວມກັນວ່າ ເຄື່ອງຖວາຍ. ເມື່ອພວກມັນຖືກກຳນົດວ່າເປັນເຄື່ອງຖວາຍແລ້ວ, ພວກມັນກໍແມ່ນເພື່ອໃຫ້ພຣະເຈົ້າໃຊ້. ເມື່ອພວກມັນແມ່ນເພື່ອໃຫ້ພຣະເຈົ້າໃຊ້, ພຣະເຈົ້າຈະໃຊ້ພວກມັນແນວໃດ? ພຣະເຈົ້າຈັດສັນສິ່ງເຫຼົ່ານີ້ແນວໃດ? (ພຣະອົງມອບພວກມັນໃຫ້ຄຣິສຕະຈັກເພື່ອນໍາໃນວຽກງານຂອງຄຣິສຕະຈັກ). ຖືກຕ້ອງແລ້ວ. ມີຫຼັກການ ແລະ ລາຍລະອຽດສະເພາະສຳລັບການນໍາໃຊ້ພວກມັນໃນວຽກງານຂອງຄຣິສຕະຈັກ, ລວມທັງຄ່າໃຊ້ຈ່າຍໃນການດຳລົງຊີວິດສຳລັບຜູ້ທີ່ປະຕິບັດໜ້າທີ່ຂອງຕົນເຕັມເວລາໃນຄຣິສຕະຈັກ ແລະ ຄ່າໃຊ້ຈ່າຍຕ່າງໆຂອງວຽກງານຄຣິສຕະຈັກ. ໃນຊ່ວງເວລາທີ່ພຣະເຈົ້າບັງເກີດເປັນເນື້ອໜັງ, ການນໍາໃຊ້ນີ້ລວມມີສອງລາຍການເຫຼົ່ານີ້: ຄ່າໃຊ້ຈ່າຍປະຈຳວັນຂອງພຣະຄຣິສ ແລະ ຄ່າໃຊ້ຈ່າຍທັງໝົດຂອງວຽກງານຄຣິສຕະຈັກ. ບາດນີ້, ໃນສອງລາຍການເຫຼົ່ານີ້, ມີລາຍການໃດທີ່ບອກວ່າເຄື່ອງຖວາຍສາມາດປ່ຽນເປັນເງິນເດືອນ, ລາງວັນ, ຄ່າໃຊ້ຈ່າຍ ແລະ ຄ່າຕອບແທນສ່ວນຕົວໄດ້ບໍ? (ບໍ່, ບໍ່ມີ). ເຄື່ອງຖວາຍບໍ່ໄດ້ເປັນຂອງບຸກຄົນໃດໜຶ່ງ. ເຮືອນຂອງພຣະເຈົ້າຕ້ອງເປັນຜູ້ຈັດແຈງການນໍາໃຊ້ ແລະ ການຈັດສັນເຄື່ອງຖວາຍ ແລະ ພວກມັນຖືກນໍາໃຊ້ໃນວຽກງານຂອງຄຣິສຕະຈັກເປັນຫຼັກ: ມັນບໍ່ໄດ້ລະບຸໄວ້ຢູ່ບ່ອນນີ້ວ່າ ຜູ້ໃດກໍຕາມທີ່ເປັນຜູ້ນຳຄຣິສຕະຈັກຈະມີສິດອຳນາດຖືຄອງ ຫຼື ໃຊ້ປະໂຫຍດຈາກເຄື່ອງຖວາຍ. ຖ້າເປັນແນວນັ້ນ, ພວກມັນຈະຖືກໃຊ້ແນວໃດກັນແທ້? ເຄື່ອງຖວາຍເຫຼົ່ານີ້ຕ້ອງຖືກຈັດສັນຕາມຫຼັກການທີ່ຄວບຄຸມການໃຊ້ຊັບສິນຂອງຄຣິສຕະຈັກ. ເມື່ອເບິ່ງຈາກມຸມມອງນີ້, ມັນບໍ່ໜ້າອັບອາຍບໍທີ່ພວກຜູ້ຕໍ່ຕ້ານພຣະຄຣິສປາຖະໜາໃຫ້ຄວາມສຳຄັນແກ່ການຖືຄອງ ແລະ ການໃຊ້ປະໂຫຍດຈາກເຄື່ອງຖວາຍຂອງພວກເຂົາສະເໝີ? ພວກຜູ້ຕໍ່ຕ້ານພຣະຄຣິສຄິດຢູ່ສະເໝີວ່າ ເງິນ ແລະ ສິ່ງຂອງທີ່ອ້າຍເອື້ອຍນ້ອງຖວາຍນັ້ນເປັນຂອງຜູ້ໃດກໍຕາມທີ່ຢູ່ໃນຕຳແໜ່ງຜູ້ນຳ. ນີ້ບໍ່ແມ່ນວິທີຄິດທີ່ໄຮ້ຢາງອາຍບໍ? (ແມ່ນແລ້ວ). ມັນໄຮ້ຢາງອາຍທີ່ສຸດ! ພວກຜູ້ຕໍ່ຕ້ານພຣະຄຣິສບໍ່ພຽງແຕ່ມີອຸປະນິໄສທີ່ຊົ່ວຊ້າ ແລະ ໂຫດຮ້າຍເທົ່ານັ້ນ ແຕ່ລັກສະນະຂອງພວກເຂົາຍັງຕ່ຳຊ້າ ແລະ ຕ້ອຍຕ່ຳ, ໂດຍບໍ່ມີຄວາມຮູ້ສຶກລະອາຍໃຈເລີຍ.
ໂດຍການໂອ້ລົມກ່ຽວກັບຫົວຂໍ້ເຫຼົ່ານີ້ ແລະ ເວົ້າກ່ຽວກັບເລື່ອງເຫຼົ່ານີ້, ຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ນຳໄປປະຕິບັດກໍຈະແຈ່ມແຈ້ງຂຶ້ນ. ເຖິງຢ່າງໃດກໍຕາມ ຖ້າພວກເຮົາບໍ່ໂອ້ລົມກ່ຽວກັບສິ່ງເຫຼົ່ານີ້, ຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບຄວາມຈິງບາງຢ່າງກໍຈະຢຸດຢູ່ພຽງລະດັບຕາມຕົວອັກສອນ ແລະ ຫຼັກຄຳສອນຢູ່ສະເໝີ ແລະ ຈະຍັງຄົງເປັນສິ່ງທີ່ຂ້ອນຂ້າງວ່າງເປົ່າ. ຖ້າພວກເຮົາປະສົມປະສານເລື່ອງຈິງບາງຢ່າງເຂົ້າໃນການໂອ້ລົມຂອງພວກເຮົາກ່ຽວກັບຄວາມຈິງ, ມັນກໍຈະງ່າຍຂຶ້ນຫຼາຍສຳລັບຜູ້ຄົນທີ່ຈະເບິ່ງທະລຸສິ່ງຕ່າງໆ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງກໍຈະເປັນຮູບປະທຳ ແລະ ສຳພັນກັບຊີວິດຈິງຫຼາຍຂຶ້ນ. ສະນັ້ນ, ການໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ບໍ່ໄດ້ມີເຈດຕະນາທີ່ຈະໃສ່ຮ້າຍປ້າຍສີໃຜ ຫຼື ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບພວກເຂົາເລີຍ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ໄດ້ເກີດຂຶ້ນແທ້ ແລະ ຍິ່ງໄປກວ່ານັ້ນ ພວກມັນກໍເຊື່ອມໂຍງກັບຫົວຂໍ້ທີ່ພວກເຮົາກຳລັງໂອ້ລົມກັນຢູ່. ດັ່ງນັ້ນ, ບາງຄົນຈຶ່ງກາຍເປັນເນື້ອໃນການສອນທີ່ມີຊີວິດ ແລະ ເປັນບຸກຄົນ ແລະ ຕົວລະຄອນໃນຕົວຢ່າງຊັດເຈນທີ່ພວກເຮົາກຳລັງໂອ້ລົມ ແລະ ໄຈ້ແຍກ. ສິ່ງນີ້ເປັນເລື່ອງປົກກະຕິຫຼາຍ. ໂດຍນິຍາມແລ້ວ ຄວາມຈິງແມ່ນເຊື່ອມໂຍງກັບຄຳເວົ້າ, ຄວາມຄິດ, ມຸມມອງ, ການກະທຳ ແລະ ອຸປະນິໄສທີ່ຖືກເປີດເຜີຍຕະຫຼອດຊ່ວງຊີວິດຂອງມະນຸດ. ຖ້າພວກເຮົາພຽງແຕ່ໂອ້ລົມ ແລະ ອະທິບາຍຄວາມໝາຍຕາມຕົວອັກສອນຂອງຄວາມຈິງ ໂດຍແຍກມັນອອກຈາກຊີວິດຈິງ, ແລ້ວເມື່ອໃດຜູ້ຄົນຈຶ່ງຈະສາມາດໄດ້ຮັບຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຈິງ? ການເຮັດສິ່ງຕ່າງໆດ້ວຍວິທີນັ້ນຈະເຮັດໃຫ້ຜູ້ຄົນເຂົ້າໃຈຄວາມຈິງໄດ້ຍາກຂຶ້ນຫຼາຍ ແລະ ຜູ້ຄົນກໍຈະພົບກັບຄວາມຫຍຸ້ງຍາກໃນການເຂົ້າສູ່ຄວາມເປັນຈິງຄວາມຈິງ. ການຍົກເອົາຕົວຢ່າງທີ່ຊັດເຈນສອງສາມຢ່າງມາໂອ້ລົມ ແລະ ໄຈ້ແຍກຈະເຮັດໃຫ້ຜູ້ຄົນເຂົ້າໃຈຄວາມຈິງ, ຫຼັກການທີ່ພວກເຂົາຄວນນຳໄປປະຕິບັດ, ເຈດຕະນາຂອງພຣະເຈົ້າ ແລະ ເສັ້ນທາງທີ່ພວກເຂົາຄວນຕິດຕາມຫຼາຍຂຶ້ນ. ດ້ວຍເຫດຜົນນີ້, ບໍ່ວ່າຈະເປັນແນວໃດກໍຕາມ, ວິທີການນີ້ແມ່ນທັງເໝາະສົມ ແລະ ເປັນປະໂຫຍດຕໍ່ຜູ້ຄົນ. ຖ້າເລື່ອງເຫຼົ່ານີ້ບໍ່ໄດ້ກ່ຽວຂ້ອງກັບຄວາມຈິງ ຫຼື ກ່ຽວຂ້ອງກັບອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ພວກເຮົາກຳລັງໄຈ້ແຍກ, ເຮົາກໍຄົງຈະບໍ່ເຕັມໃຈທີ່ຈະເວົ້າກ່ຽວກັບພວກມັນ. ແຕ່ອຸປະນິໄສ ແລະ ແກ່ນແທ້ຂອງຄົນທີ່ເຮັດສິ່ງເຫຼົ່ານີ້ກ່ຽວພັນກັບຫົວຂໍ້ທີ່ພວກເຮົາກຳລັງໂອ້ລົມກັນຢູ່, ສະນັ້ນ ພວກເຮົາຈຶ່ງຕ້ອງໂອ້ລົມກ່ຽວກັບພວກມັນ ເມື່ອມັນຈຳເປັນ. ຈຸດປະສົງຂອງການໂອ້ລົມກ່ຽວກັບເລື່ອງນີ້ບໍ່ແມ່ນເພື່ອປາບປາມຜູ້ຄົນ ຫຼື ເຮັດໃຫ້ພວກເຂົາພົບກັບຄວາມຫຍຸ້ງຍາກ ແລະ ມັນບໍ່ແມ່ນເພື່ອເຮັດໃຫ້ພວກເຂົາອັບອາຍຕໍ່ໜ້າສາທາລະນະ; ກົງກັນຂ້າມ ມັນແມ່ນເພື່ອໄຈ້ແຍກອຸປະນິໄສ ແລະ ແກ່ນແທ້ຂອງມະນຸດ ແລະ ທີ່ສຳຄັນໄປກວ່ານັ້ນກໍຄື ເພື່ອໄຈ້ແຍກອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ຢູ່ພາຍໃນມະນຸດ. ຖ້າເມື່ອໃດກໍຕາມທີ່ການໂອ້ລົມຂອງພວກເຮົາກ່ຽວພັນກັບຫົວຂໍ້ເຫຼົ່ານີ້, ສິ່ງດຽວທີ່ເຂົ້າມາໃນຄວາມຄິດຂອງພວກເຈົ້າກໍຄືຄົນນັ້ນຄົນນີ້ໄດ້ເຮັດສິ່ງນັ້ນສິ່ງນີ້ ແລະ ພວກເຈົ້າບໍ່ໄດ້ຄິດເຖິງວ່າສິ່ງນີ້ກ່ຽວຂ້ອງກັບຄວາມຈິງ ແລະ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນແນວໃດ, ສິ່ງນີ້ພິສູດວ່າພວກເຈົ້າເຂົ້າໃຈຄວາມຈິງແລ້ວບໍ? (ບໍ່). ຖ້າພວກເຈົ້າຈື່ພຽງແຕ່ເລື່ອງດຽວ ຫຼື ຄົນໃດຄົນໜຶ່ງໂດຍສະເພາະ ແລະ ມີຄວາມລຳອຽງ, ຄວາມຄິດເຫັນ ແລະ ອະຄະຕິເກີດຂຶ້ນໃນຕົວພວກເຈົ້າຕໍ່ບຸກຄົນຜູ້ນັ້ນ, ຈະສາມາດເວົ້າໄດ້ບໍວ່າພວກເຈົ້າໄດ້ບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງແລ້ວ? ນີ້ບໍ່ແມ່ນການເຂົ້າໃຈຄວາມຈິງ. ຖ້າເປັນແນວນັ້ນ, ພາຍໃຕ້ເງື່ອນໄຂໃດ ພວກເຈົ້າຈຶ່ງຈະຖືກພິຈາລະນາວ່າໄດ້ບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງແລ້ວ? ເກືອບທຸກຄັ້ງທີ່ພວກເຮົາໂອ້ລົມ ແລະ ໄຈ້ແຍກການສະແດງອອກຕ່າງໆກ່ຽວກັບແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສ, ເຮົາຈະຍົກເອົາເລື່ອງລາວຈຳນວນໜຶ່ງມາເປັນຕົວຢ່າງທີ່ຊັດເຈນ ແລະ ເຮົາກໍໂອ້ລົມກັບພວກເຈົ້າກ່ຽວກັບວ່າຂໍ້ຜິດພາດໃນເລື່ອງລາວເຫຼົ່ານີ້ຢູ່ບ່ອນໃດ ແລະ ເສັ້ນທາງທີ່ຜູ້ຄົນຄວນຕິດຕາມ. ຖ້າພວກເຈົ້າຍັງບໍ່ເຂົ້າໃຈຫຼັງຈາກການໂອ້ລົມປະເພດນີ້, ແລ້ວນັ້ນກໍໝາຍຄວາມວ່າມີບັນຫາກັບການຈັບໃຈຄວາມຂອງພວກເຈົ້າ, ຂີດຄວາມສາມາດຂອງພວກເຈົ້າຕ່ຳເກີນໄປ ແລະ ພວກເຈົ້າຂາດຄວາມເຂົ້າໃຈຝ່າຍວິນຍານ. ຖ້າເປັນແນວນັ້ນ, ພາຍໃຕ້ເງື່ອນໄຂໃດ ພວກເຈົ້າຈຶ່ງຈະຖືກພິຈາລະນາວ່າມີຄວາມສາມາດໃນການຈັບໃຈຄວາມ, ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ໄດ້ເຂົ້າໃຈຄວາມຈິງພາຍໃນຕົວຢ່າງທີ່ພວກເຮົາໄດ້ໂອ້ລົມກັນໄປແລ້ວ? ກ່ອນອື່ນໝົດ, ພວກເຈົ້າຕ້ອງສາມາດປຽບທຽບຕົວເອງກັບຕົວຢ່າງທີ່ພວກເຮົາກຳລັງໂອ້ລົມກັນຢູ່ ແລະ ມາຮູ້ຈັກຕົວເອງ, ເພື່ອເບິ່ງວ່າພວກເຈົ້າກໍມີອຸປະນິໄສປະເພດນີ້ຄືກັນ ຫຼື ບໍ່ ແລະ ພວກເຈົ້າອາດຈະສາມາດເຮັດສິ່ງດັ່ງກ່າວໄດ້ ຫຼື ບໍ່ ຖ້າພວກເຈົ້າມີສະຖານະ ແລະ ສິດອຳນາດ ແລະ ພວກເຈົ້າກໍມີຄວາມຄິດ ແລະ ຄວາມຄິດເຫັນດັ່ງກ່າວ ຫຼື ເປີດເຜີຍອຸປະນິໄສປະເພດນີ້ຄືກັນ ຫຼື ບໍ່. ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ໃນບັນດາຕົວຢ່າງທີ່ພວກເຮົາກຳລັງໂອ້ລົມກັນຢູ່, ພວກເຈົ້າຕ້ອງສະແຫວງຫາຫຼັກການຄວາມຈິງທີ່ພວກເຈົ້າຄວນເຂົ້າໃຈ ແລະ ປະຕິບັດຕາມໃນທາງທີ່ເປັນບວກ. ສິ່ງນີ້ໝາຍເຖິງການຄົ້ນພົບເສັ້ນທາງທີ່ພວກເຈົ້າຄວນນຳໄປປະຕິບັດ ແລະ ການຮູ້ວ່າໃນສະຖານະການເຫຼົ່ານີ້ ພວກເຈົ້າຄວນມີຈຸດຢືນໃດ ແລະ ຄວນປະຕິບັດແນວໃດໃນວິທີທີ່ຖືກຕ້ອງ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຜ່ານການໄຈ້ແຍກ, ພວກເຈົ້າຕ້ອງສາມາດຮັບຮູ້ວ່າອຸປະນິໄສຂອງພວກເຈົ້າຄືກັນກັບອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ໂດຍເຊື່ອມໂຍງກັບສິ່ງນັ້ນ ແລະ ຮູ້ວິທີແກ້ໄຂມັນ. ດ້ວຍວິທີນີ້, ພວກເຈົ້າກໍຈະໄດ້ບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ, ພວກເຈົ້າຈະເປັນຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ເປັນຜູ້ທີ່ມີຄວາມສາມາດໃນການຈັບໃຈຄວາມຄວາມຈິງ. ຖ້າຫຼັງຈາກທີ່ພວກເຈົ້າຟັງເລື່ອງລາວຈົບແລ້ວ, ພວກເຈົ້າຈື່ລາຍລະອຽດທັງໝົດ, ສາເຫດ ແລະ ຜົນກະທົບທັງໝົດ ແລະ ສາມາດອະທິບາຍພວກມັນໄດ້ ແຕ່ພວກເຈົ້າບໍ່ເຂົ້າໃຈຫຼັກການຄວາມຈິງທີ່ຜູ້ຄົນຄວນປະຕິບັດ ແລະ ເຂົ້າສູ່ ແລະ ເມື່ອປະເຊີນກັບສະຖານະການໃດໜຶ່ງ ພວກເຈົ້າບໍ່ຮູ້ວິທີນຳໃຊ້ຄວາມຈິງເຫຼົ່ານີ້ເພື່ອໃຫ້ພວກເຈົ້າສາມາດເບິ່ງທະລຸຜູ້ຄົນ ແລະ ສິ່ງຕ່າງໆ ແລະ ຮູ້ຈັກຕົວເອງ, ແລ້ວນີ້ກໍໝາຍຄວາມວ່າພວກເຈົ້າຂາດຄວາມສາມາດໃນການຈັບໃຈຄວາມ. ແລ້ວຄົນທີ່ຂາດຄວາມສາມາດໃນການຈັບໃຈຄວາມກໍຄືຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ.
ເຮົາຈະຍົກອີກຕົວຢ່າງໜຶ່ງໃຫ້ພວກເຈົ້າຟັງ. ມີຜູ້ຊາຍຄົນນີ້ທີ່ຫາກໍຖືກເລືອກຕັ້ງໃຫ້ເປັນຜູ້ນຳ. ກ່ອນທີ່ລາວຈະເຂົ້າໃຈ ແລະ ກຳແໜ້ນສະຖານະການຕົວຈິງຂອງວຽກງານດ້ານຕ່າງໆຢ່າງແທ້ຈິງ, ນັ້ນໝາຍຄວາມວ່າ ກ່ອນທີ່ລາວຈະລົງມືເຮັດວຽກງານແຕ່ລະດ້ານຕ່າງໆຢ່າງຖືກຕ້ອງ, ລາວກໍເລີ່ມສອບຖາມເປັນການສ່ວນຕົວວ່າ: “ມີໃຜແດ່ທີ່ຮັບຜິດຊອບໃນການເກັບຮັກສາເຄື່ອງຖວາຍແກ່ພະເຈົ້າໃນຄຣິສຕະຈັກຂອງພວກເຮົາ? ຈົ່ງລາຍງານລາຍຊື່ຂອງພວກເຂົາໃຫ້ຂ້ອຍ. ນອກຈາກນີ້, ເອົາໝາຍເລກບັນຊີ ແລະ ລະຫັດຜ່ານທັງໝົດມາໃຫ້ຂ້ອຍ. ຂ້ອຍຕ້ອງການຮູ້ໄດ້ແນ່ຊັດວ່າມີເງິນຢູ່ຫຼາຍສໍ່າໃດ”. ລາວບໍ່ໄດ້ສົນໃຈວຽກງານໃດໆເລີຍ. ສິ່ງດຽວທີ່ລາວສົນໃຈທີ່ສຸດ ແລະ ຮູ້ສຶກແຮງກ້າທີ່ສຸດກໍຄື ລາຍຊື່ຂອງຄົນທີ່ເກັບຮັກສາເຄື່ອງຖວາຍ, ພ້ອມທັງໝາຍເລກບັນຊີ ແລະ ລະຫັດຜ່ານ. ກຳລັງຈະມີບາງຢ່າງຜິດພາດເກີດຂຶ້ນ ແມ່ນບໍ? ລາວຕ້ອງການຖືຄອງເຄື່ອງຖວາຍເຫຼົ່ານັ້ນ, ແມ່ນບໍ? ເມື່ອພວກເຈົ້າພົບກັບສະຖານະການແບບນີ້, ພວກເຈົ້າຄວນເຮັດແນວໃດ? ນັບຕັ້ງແຕ່ທີ່ລາວໄດ້ກາຍເປັນຜູ້ນຳແລ້ວ, ມັນໝາຍຄວາມວ່າຊັບສິນຂອງຄຣິສຕະຈັກຄວນຖືກມອບໃຫ້ລາວ ແລະ ລາວຄວນມີສິດທີ່ຈະຮູ້ກ່ຽວກັບມັນ ແລະ ມີອຳນາດໃນການຄວບຄຸມມັນບໍ? (ບໍ່, ບໍ່ຄວນໃຫ້ຂໍ້ມູນນີ້ແກ່ລາວ). ເປັນຫຍັງຈຶ່ງບໍ່? ເຈົ້າຈະບໍ່ມີຄວາມຜິດເປັນຄົນຂັດຄຳສັ່ງບໍ ຖ້າເຈົ້າບໍ່ໃຫ້ມັນແກ່ລາວ? (ຂໍ້ເທັດຈິງທີ່ລາວສະແດງການສະແດງອອກເຫຼົ່ານີ້ເປັນສິ່ງພິສູດວ່າ ມີບາງສິ່ງບາງຢ່າງຜິດປົກກະຕິກ່ຽວກັບລາວ ແລະ ດັ່ງນັ້ນ ເພື່ອປົກປ້ອງເຄື່ອງຖວາຍແກ່ພຣະເຈົ້າ, ພວກເຮົາຈຶ່ງບໍ່ສາມາດໃຫ້ຂໍ້ມູນນີ້ແກ່ລາວໄດ້). ຖືກຕ້ອງແລ້ວ: ໃນເມື່ອມີບາງສິ່ງບາງຢ່າງຜິດປົກກະຕິກ່ຽວກັບລາວ, ພວກເຈົ້າກໍບໍ່ສາມາດໃຫ້ມັນແກ່ລາວໄດ້. ຄຳຕອບຂອງພວກເຈົ້າພິສູດວ່າການໂອ້ລົມກ່ອນໜ້ານີ້ຂອງເຮົາບໍ່ໄດ້ສູນເປົ່າ ແລະ ພວກເຈົ້າໄດ້ເຂົ້າໃຈມັນແລ້ວ. ເປັນຫຍັງພວກເຈົ້າຈຶ່ງບໍ່ສາມາດໃຫ້ຂໍ້ມູນນີ້ແກ່ລາວໄດ້? ຄວາມຮັບຜິດຊອບ ແລະ ໜ້າທີ່ຂອງຜູ້ນຳບໍ່ໄດ້ປະກອບດ້ວຍການຈົດຈໍ່ຄວາມສົນໃຈຂອງພວກເຂົາໄປທີ່ເຄື່ອງຖວາຍ ຫຼື ການພະຍາຍາມເອົາຂໍ້ມູນໃດໆທີ່ກ່ຽວຂ້ອງກັບເຄື່ອງຖວາຍ. ສິ່ງເຫຼົ່ານີ້ບໍ່ແມ່ນໜ້າທີ່ ຫຼື ຄວາມຮັບຜິດຊອບຂອງຜູ້ນຳ. ຄຣິສຕະຈັກຢູ່ທຸກແຫ່ງມີຄົນທີ່ຖືກກຳນົດໃຫ້ຈັດການ ແລະ ເກັບຮັກສາເຄື່ອງຖວາຍ. ຍິ່ງໄປກວ່ານັ້ນ, ຄຣິສຕະຈັກມີກົດລະບຽບ ແລະ ຫຼັກການທີ່ເຂັ້ມງວດ ເພື່ອຄວບຄຸມການນໍາໃຊ້ເຄື່ອງຖວາຍ. ບໍ່ມີໃຜມີອຳນາດໃຫ້ຄວາມສຳຄັນແກ່ການນໍາໃຊ້ເຄື່ອງຖວາຍຂອງພວກເຂົາກ່ອນໝູ່, ແຮງໄກທີ່ຈະມີອຳນາດໃຫ້ຄວາມສຳຄັນແກ່ການຖືຄອງເຄື່ອງຖວາຍຂອງພວກເຂົາ. ສິ່ງນີ້ແມ່ນໃຊ້ໄດ້ກັບທຸກຄົນໂດຍບໍ່ມີຂໍ້ຍົກເວັ້ນ. ນີ້ບໍ່ແມ່ນຂໍ້ເທັດຈິງບໍ? ສິ່ງນີ້ບໍ່ຖືກຕ້ອງບໍ? (ແມ່ນແລ້ວ, ຖືກຕ້ອງ). ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສປາຖະໜາທີ່ຈະໃຫ້ຄວາມສຳຄັນແກ່ການຖືຄອງ ແລະ ການນໍາໃຊ້ເຄື່ອງຖວາຍຂອງພວກເຂົາກ່ອນ, ສິ່ງນີ້ໃນຕົວມັນເອງກໍຜິດຢູ່ແລ້ວ. ພວກເຂົາຄິດວ່າ ໃນຖານະຜູ້ນຳ, ພວກເຂົາຄວນຈະສາມາດເພີດເພີນກັບການນໍາໃຊ້ເຄື່ອງຖວາຍໄດ້ຢ່າງອິດສະຫຼະ: ນີ້ແມ່ນຄວາມຈິງບໍ? ເງິນນີ້ເປັນຂອງພຣະເຈົ້າ, ເປັນຫຍັງພວກເຂົາຈຶ່ງນໍາໃຊ້ມັນຢ່າງຜິດໆ? ເປັນຫຍັງພວກເຂົາຈຶ່ງເພີດເພີນກັບການນໍາໃຊ້ມັນຕາມໃຈມັກ? ພວກເຂົາມີຄຸນສົມບັດທີ່ຈະເຮັດແບບນີ້ບໍ? ພຣະເຈົ້າເຫັນດີໃຫ້ພວກເຂົານໍາໃຊ້ເຄື່ອງຖວາຍໃນລັກສະນະນີ້ບໍ? ປະຊາກອນທີ່ພຣະເຈົ້າເລືອກຈະຮັບຮອງສິ່ງນັ້ນບໍ? ການທີ່ພວກຜູ້ຕໍ່ຕ້ານພຣະຄຣິສຍຶດເອົາເຄື່ອງຖວາຍ ແລະ ໃຊ້ຈ່າຍພວກເຂົາຢ່າງສິ້ນເປືອງ: ສິ່ງນີ້ຖືກກຳນົດໂດຍອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາ, ມັນເປັນວິທີການເບິ່ງສິ່ງຕ່າງໆທີ່ເກີດຈາກຄວາມໂລບຂອງພວກເຂົາ ແລະ ບໍ່ແມ່ນສິ່ງທີ່ຖືກກຳນົດໄວ້ໂດຍພຣະທຳຂອງພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສຄົນນີ້ຕ້ອງການທີ່ຈະເຂົ້າຄວບຄຸມເຄື່ອງຖວາຍທັງໝົດຢູ່ສະເໝີ, ພ້ອມທັງຂໍ້ມູນທັງໝົດກ່ຽວກັບຄົນທີ່ຮັບຜິດຊອບໃນການເກັບຮັກສາພວກມັນ ແລະ ໝາຍເລກບັນຊີ ແລະ ລະຫັດຜ່ານທັງໝົດ. ນີ້ເປັນບັນຫາທີ່ຮ້າຍແຮງ, ແມ່ນບໍ? ລາວປາຖະໜາທີ່ຈະຮູ້ຂໍ້ເທັດຈິງເບື້ອງຫຼັງກ່ຽວກັບເຄື່ອງຖວາຍຂອງພຣະເຈົ້າ ແລະ ເກັບຮັກສາພວກມັນໄວ້ເປັນຢ່າງດີ ແລະ ຈາກນັ້ນກໍຈັດສັນພວກມັນໃນວິທີທີ່ສົມເຫດສົມຜົນ ແລະ ຮັກສາພວກມັນໃຫ້ຄົບຖ້ວນ, ໂດຍບໍ່ອະນຸຍາດໃຫ້ໃຜໃຊ້ຈ່າຍຢ່າງອິດສະຫຼະ ແລະ ບໍ່ຄິດໜ້າຄິດຫຼັງບໍ? ລາວມີຄວາມຄິດທີ່ຈະເຮັດແບບນີ້ບໍ? ຈາກການກະທຳຂອງລາວ, ຄົນໆໜຶ່ງຈະສາມາດສັງເກດເຫັນສັນຍານເຈດຕະນາທີ່ດີໄດ້ບໍ? (ບໍ່). ສະນັ້ນ, ຖ້າຄົນໃດຄົນໜຶ່ງບໍ່ໄດ້ໂລບຢາກໄດ້ເຄື່ອງຖວາຍຢ່າງແທ້ຈິງ, ພວກເຂົາຈະເຮັດແນວໃດ ຖ້າຖືກເລືອກໃຫ້ເປັນຜູ້ນຳ? (ກ່ອນອື່ນໝົດ ພວກເຂົາຈະຊອກຮູ້ກ່ຽວກັບປະສິດທິຜົນຂອງວຽກງານດ້ານຕ່າງໆໃນຄຣິສຕະຈັກ, ພ້ອມທັງວິທີການເກັບຮັກສາເຄື່ອງຖວາຍ ແລະ ສະຖານທີ່ທີ່ເກັບຮັກສາພວກມັນນັ້ນປອດໄພ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ພວກເຂົາຈະບໍ່ສອບຖາມກ່ຽວກັບໝາຍເລກບັນຊີ, ລະຫັດຜ່ານ ຫຼື ຈຳນວນເງິນທີ່ເກັບໄວ້). ຖືກຕ້ອງ, ແຕ່ຍັງມີອີກສິ່ງໜຶ່ງ. ຫຼັງຈາກທີ່ຄົນທີ່ບໍ່ໄດ້ໂລບຢາກໄດ້ເຄື່ອງຖວາຍຢ່າງແທ້ຈິງຖືກເລືອກໃຫ້ເປັນຜູ້ນຳ, ພວກເຂົາຈະກວດກາເບິ່ງວ່າສະຖານທີ່ທີ່ເກັບຮັກສາເຄື່ອງຖວາຍນັ້ນປອດໄພ ຫຼື ບໍ່, ພ້ອມທັງຄົນທີ່ຖືກມອບໝາຍໃຫ້ຮັບຜິດຊອບໃນການເກັບຮັກສາພວກມັນນັ້ນເໝາະສົມ ແລະ ເຊື່ອຖືໄດ້ ຫຼື ບໍ່, ພວກເຂົາຈະຍັກຍອກເຄື່ອງຖວາຍ ຫຼື ບໍ່ ແລະ ພວກເຂົາກຳລັງເກັບຮັກສາເຄື່ອງຖວາຍຕາມຫຼັກການ ຫຼື ບໍ່. ກ່ອນອື່ນໝົດ ພວກເຂົາຈະພິຈາລະນາສິ່ງເຫຼົ່ານີ້. ສຳລັບຂໍ້ມູນທີ່ອ່ອນໄຫວ ເຊັ່ນ: ຈຳນວນຂອງເຄື່ອງຖວາຍ ແລະ ລະຫັດຜ່ານ, ຄົນທີ່ບໍ່ມີຄວາມໂລບ, ເຊິ່ງເປັນຄົນທີ່ໜ້ານັບຖື ແລະ ມີກຽດ, ຍ່ອມຈະຫຼີກລ່ຽງບໍ່ເຂົ້າໄປກ່ຽວຂ້ອງ. ແຕ່ຄົນທີ່ໂລບຈະບໍ່ຫຼີກລ່ຽງມັນ, ພວກເຂົາຈະໃຊ້ຂໍ້ອ້າງທີ່ວ່າ: “ຂ້ອຍເປັນຜູ້ນຳ. ຂ້ອຍບໍ່ຄວນເຂົ້າມາຮັບຜິດຊອບວຽກງານທຸກດ້ານບໍ? ທຸກສິ່ງທຸກຢ່າງໄດ້ຖືກມອບໃຫ້ຂ້ອຍແລ້ວ, ເປັນຫຍັງເຄື່ອງຖວາຍຈຶ່ງຍັງບໍ່ຖືກມອບໃຫ້?” ໂດຍໃຊ້ອຳນາດທີ່ພວກເຂົາມີ, ພວກເຂົາຈະຕ້ອງການເຂົ້າຄວບຄຸມການເງິນຂອງຄຣິສຕະຈັກພາຍໃຕ້ຂໍ້ອ້າງນີ້. ນັ້ນຄືບັນຫາ. ພວກເຂົາຈະບໍ່ເຮັດວຽກຂອງພວກເຂົາ ຫຼື ປະຕິບັດຄວາມຮັບຜິດຊອບຂອງພວກເຂົາຢ່າງເໝາະສົມ ແລະ ພວກເຂົາຈະບໍ່ຈັດການການເງິນຂອງຄຣິສຕະຈັກຕາມຂັ້ນຕອນ ແລະ ຫຼັກການທີ່ເປັນປົກກະຕິ. ກົງກັນຂ້າມ, ພວກເຂົາຈະມີແຜນການຂອງພວກເຂົາເອງສຳລັບການເງິນ. ໃຜກໍຕາມທີ່ສາມາດຄິດຄືກັບມະນຸດປົກກະຕິສາມາດເບິ່ງເຫັນສິ່ງນີ້ໄດ້. ທັນທີທີ່ຜູ້ນຳຄົນນີ້ເລີ່ມເຮັດແບບນີ້ ກໍມີຄົນລາຍງານ ແລະ ມີການຫ້າມລາວໃຫ້ຢຸດ. ຫຼັງຈາກນັ້ນ, ຄົນຜູ້ນັ້ນກໍໄດ້ລາຍງານຕໍ່ເຮົາ ໂດຍຖາມວ່າການເຮັດແບບນີ້ຖືກຕ້ອງ ຫຼື ບໍ່ ແລະ ເຮົາກໍບອກວ່າມັນຖືກຕ້ອງແລ້ວ. ສິ່ງນີ້ແມ່ນເອີ້ນວ່າ ການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ; ຂໍ້ມູນນັ້ນແມ່ນບໍ່ສາມາດໃຫ້ແກ່ຄົນແບບນັ້ນໄດ້. ຄວາມປາຖະໜາທີ່ຢາກຄວບຄຸມເງິນຂອງເຮືອນຂອງພຣະເຈົ້າກ່ອນ ໂດຍທີ່ຍັງບໍ່ໄດ້ເຮັດວຽກຫຍັງຈັກຢ່າງເລີຍ, ສິ່ງນີ້ບໍ່ອອກຈະຄ້າຍຄືກັບພະຍານາກໃຫຍ່ສີແດງບໍ? ເມື່ອພະຍານາກໃຫຍ່ສີແດງຈັບກຸມອ້າຍເອື້ອຍນ້ອງ, ສິ່ງທຳອິດທີ່ມັນເຮັດບໍ່ແມ່ນການທຸບຕີພວກເຂົາ, ເພາະຢ້ານວ່າພວກເຂົາຈະບໍ່ສາມາດເວົ້າໄດ້ຢ່າງຊັດເຈນຫຼັງຈາກທີ່ຖືກທຸບຕີຈົນໝົດສະຕິ, ກ່ອນອື່ນໝົດ ມັນຈະຖາມວ່າເງິນຂອງຄຣິສຕະຈັກຖືກເກັບໄວ້ຢູ່ໃສ, ໃຜເປັນຄົນເກັບຮັກສາມັນ ແລະ ມີເງິນຢູ່ຫຼາຍສໍ່າໃດ. ໃນຕອນນັ້ນເອງ ມັນຈຶ່ງຈະຖາມວ່າຜູ້ນຳຂອງຄຣິສຕະຈັກແມ່ນໃຜ. ຈຸດປະສົງຂອງມັນກໍພຽງແຕ່ເພື່ອຍຶດເອົາເງິນ. ສິ່ງທີ່ຜູ້ນຳຄົນນີ້ເຮັດ ແລະ ສິ່ງທີ່ພະຍານາກໃຫຍ່ສີແດງເຮັດແມ່ນມີທຳມະຊາດທີ່ຄ້າຍຄືກັນ. ລາວບໍ່ໄດ້ສອບຖາມເຖິງວຽກງານໃດໆ ຫຼື ແບກຮັບພາລະສຳລັບສິ່ງໃດແມ່ນແຕ່ເລື່ອງດຽວ ແລະ ລາວພຽງແຕ່ໃສ່ໃຈເລື່ອງການເງິນ, ນີ້ບໍ່ແມ່ນຄວາມຕ່ຳຊ້າບໍ? ການກະທຳຂອງຄົນຕ່ຳຊ້າຜູ້ນີ້ຊັດເຈນຫຼາຍ! ລາວຕ້ອງການຍຶດເອົາເງິນ ກ່ອນທີ່ສະຖານະຂອງລາວຈະໝັ້ນຄົງດ້ວຍຊໍ້າ. ລາວບໍ່ຮີບຮ້ອນເກີນໄປບໍ? ລາວບໍ່ຮູ້ແມ່ນແຕ່ໜ້ອຍດຽວເລີຍວ່າຄົນອື່ນໄດ້ມາແຍກແຍະລາວແລ້ວ ແລະ ບໍ່ດົນລາວກໍຖືກປົດອອກ. ເມື່ອເວົ້າເຖິງຄົນປະເພດນີ້, ຜູ້ທີ່ປະພຶດໃນລັກສະນະທີ່ຊັດເຈນແບບນີ້, ພວກເຈົ້າຕ້ອງຈື່ສິ່ງນີ້ໄວ້: ຈົ່ງຟ້າວປົດລາວອອກ. ບໍ່ຈຳເປັນຕ້ອງແຍກແຍະແມ່ນຫຍັງອີກແລ້ວກ່ຽວກັບຄົນປະເພດນີ້ ເຊັ່ນ: ອຸປະນິໄສຂອງລາວ, ຄວາມເປັນມະນຸດ, ການສຶກສາ, ພູມຫຼັງຄອບຄົວ, ໄລຍະເວລາທີ່ລາວເຊື່ອໃນພຣະເຈົ້າ, ລາວມີຮາກຖານ ຫຼື ບໍ່, ປະສົບການຊີວິດຂອງລາວເປັນແນວໃດ, ພວກເຈົ້າບໍ່ຈຳເປັນຕ້ອງແຍກແຍະສິ່ງເຫຼົ່ານີ້ເລີຍ, ພຽງແຕ່ສິ່ງນີ້ສິ່ງດຽວກໍພຽງພໍແລ້ວທີ່ຈະກຳນົດວ່າຄົນແບບນັ້ນເປັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຈົ້າທຸກຄົນຄວນຮ່ວມມືກັນເພື່ອປົດອອກ ແລະ ກຳຈັດຄົນຜູ້ນີ້. ພວກເຈົ້າບໍ່ຕ້ອງການລາວໃນຖານະຜູ້ນຳ. ເປັນຫຍັງ? ຖ້າເຈົ້າອະນຸຍາດໃຫ້ລາວນຳພາພວກເຈົ້າ, ລາວກໍຈະໃຊ້ຈ່າຍເງິນຂອງຄຣິສຕະຈັກຢ່າງສິ້ນເປືອງ ບໍ່ວ່າມັນຈະມີຫຼາຍສໍ່າໃດກໍຕາມ ແລະ ຍັກຍອກມັນທັງໝົດ ແລະ ຈາກນັ້ນວຽກງານຂອງຄຣິສຕະຈັກກໍຈະຢຸດສະງັກ ແລະ ເປັນໄປບໍ່ໄດ້ທີ່ຈະດຳເນີນການຕໍ່ໄປ. ຖ້າພວກເຈົ້າພົບພໍ້ກັບຄົນປະເພດນີ້, ຄົນທີ່ຈົດຈໍ່ຢູ່ກັບການຍຶດເອົາເງິນ, ຄົນທີ່ມີຄວາມສົນໃຈຈົດຈໍ່ຢູ່ກັບຄວາມຮັ່ງມີຢ່າງບໍ່ສັ່ນຄອນສະເໝີ ແລະ ຄົນທີ່ໂລບມາກ ແລະ ຖ້າສັນຍານຂອງທຳມະຊາດທີ່ແທ້ຈິງຂອງລາວຍັງບໍ່ທັນປາກົດອອກມາ ແລະ ທຸກຄົນໄດ້ເລືອກຕັ້ງລາວຢ່າງເບົາປັນຍາ, ໂດຍຄິດວ່າລາວມີພອນສະຫວັນບາງຢ່າງ, ລາວມີຄວາມສາມາດບາງຢ່າງໃນການເຮັດວຽກ, ລາວສາມາດນຳພາທຸກຄົນໃຫ້ເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້, ໂດຍບໍ່ຄາດຄິດວ່າທັນທີທີ່ລາວກາຍເປັນຜູ້ນຳ, ລາວກໍຈະເລີ່ມຍັດເງິນເຂົ້າໃນກະເປົ໋າຂອງລາວເອງ, ຖ້າເປັນແນວນັ້ນແລ້ວພວກເຈົ້າກໍຄວນຟ້າວປົດລາວລົງຈາກຕຳແໜ່ງຂອງລາວ. ນີ້ເປັນສິ່ງທີ່ຖືກຕ້ອງທີ່ສຸດທີ່ຕ້ອງເຮັດ. ຫຼັງຈາກນັ້ນ ພວກເຈົ້າສາມາດເລືອກຕັ້ງຄົນອື່ນໄດ້. ຄຣິສຕະຈັກຈະບໍ່ລົ້ມສະຫຼາຍ ຖ້າມັນປາສະຈາກຜູ້ນຳພຽງມື້ດຽວ. ປະຊາກອນທີ່ພຣະເຈົ້າເລືອກນັ້ນເຊື່ອໃນພຣະເຈົ້າ, ບໍ່ແມ່ນເຊື່ອໃນຜູ້ນຳຄົນໃດຄົນໜຶ່ງ. ບອກເຮົາເບິ່ງວ່າ ມີເວລາທີ່ອ້າຍເອື້ອຍນ້ອງມີການຕັດສິນໃຈທີ່ຜິດພາດບໍ? ກ່ອນທີ່ຄົນຜູ້ນີ້ຈະກາຍເປັນຜູ້ນຳ, ບໍ່ມີທາງຮູ້ໄດ້ເລີຍວ່າລາວເປັນຄົນໂລບ. ໃນການປະຕິສຳພັນຂອງລາວກັບຄົນອື່ນ, ລາວບໍ່ໄດ້ພະຍາຍາມເອົາປຽບ, ລາວໃຊ້ເງິນຂອງຕົນເອງເມື່ອຊື້ສິ່ງຂອງ ແລະ ລາວຍັງໃຫ້ທານອີກດ້ວຍ. ແຕ່ສິ່ງທຳອິດທີ່ລາວເຮັດເມື່ອກາຍເປັນຜູ້ນຳກໍຄືການຮຽກຮ້ອງຂໍ້ມູນກ່ຽວກັບການເງິນຂອງຄຣິສຕະຈັກ. ຄົນສ່ວນໃຫຍ່ບໍ່ສາມາດສະກັດກັ້ນແຮງກະຕຸ້ນທີ່ຊົ່ວຮ້າຍປະເພດນີ້ໄດ້, ມັນຂ້ອນຂ້າງບໍ່ໜ້າເຊື່ອເລີຍ! ລາວສາມາດປ່ຽນແປງພາຍໃນຊົ່ວຄືນດຽວໄດ້ແນວໃດ? ມັນບໍ່ແມ່ນວ່າລາວປ່ຽນແປງພາຍໃນຊົ່ວຄືນດຽວ, ແຕ່ເປັນຍ້ອນວ່າລາວເປັນຄົນປະເພດນັ້ນມາຕັ້ງແຕ່ຕົ້ນແລ້ວ, ຄວາມແຕກຕ່າງພຽງຢ່າງດຽວກໍຄື ກ່ອນໜ້ານີ້ລາວບໍ່ໄດ້ຢູ່ໃນສະຖານະການທີ່ຈະເປີດເຜີຍລາວ ແລະ ຕອນນີ້ລາວໄດ້ຖືກເປີດເຜີຍໂດຍສະຖານະການນີ້ແລ້ວ. ໃນເມື່ອຄົນຜູ້ນີ້ຖືກເປີດເຜີຍແລ້ວ, ເປັນຫຍັງພວກເຈົ້າຈຶ່ງຍັງຈະເມດຕາລາວອີກ? ພຽງແຕ່ເຕະລາວອອກໄປຈາກທີ່ນີ້, ຍິ່ງໄກເທົ່າໃດກໍຍິ່ງດີ! ພວກເຈົ້າກ້າເຮັດແບບນີ້ບໍ? (ກ້າ). ເມື່ອເວົ້າເຖິງຄົນໃດກໍຕາມທີ່ຍັງຄົງວາງແຜນກ່ຽວກັບຊັບສິນຂອງຄຣິສຕະຈັກ, ຢ່າເລືອກຕັ້ງລາວ ເມື່ອພວກເຈົ້າຍັງບໍ່ເຂົ້າໃຈລາວຢ່າງລະອຽດຖີ່ຖ້ວນ. ຖ້າໃນຊ່ວງເວລາທີ່ບໍ່ຮູ້ ພວກເຈົ້າໄດ້ເລືອກຕັ້ງລາວໂດຍທີ່ບໍ່ເຂົ້າໃຈລາວຢ່າງຖີ່ຖ້ວນ ແລະ ຈາກນັ້ນກໍຄົ້ນພົບວ່າລາວເປັນສິ່ງມີຊີວິດທີ່ໂລບມາກ ແລະ ເປັນຢູດາ, ພວກເຈົ້າກໍຄວນຟ້າວເຕະລາວອອກໄປ ແລະ ຄັດລາວອອກ. ຢ່າເມດຕາ ແລະ ຢ່າລັງເລ. ມີຄົນເວົ້າວ່າ: “ເຖິງແມ່ນວ່າຄົນຜູ້ນັ້ນຈະໂລບ, ແຕ່ໃນດ້ານອື່ນໆ ລາວກໍບໍ່ໄດ້ມີບັນຫາຫຍັງ. ລາວສາມາດນຳພາຜູ້ຄົນໄປສູ່ຄວາມເຂົ້າໃຈໃນພຣະທຳຂອງພຣະເຈົ້າ ແລະ ລາວສາມາດເຮັດໃຫ້ຜູ້ຄົນປະຕິບັດໜ້າທີ່ຂອງຕົນໄດ້ເປັນປົກກະຕິ”. ແຕ່ລາວເປັນແບບນີ້ພຽງຊົ່ວຄາວເທົ່ານັ້ນ. ເມື່ອເວລາຜ່ານໄປ, ລາວກໍຈະບໍ່ເປັນແບບນີ້ອີກຕໍ່ໄປ. ມັນຈະໃຊ້ເວລາພຽງບໍ່ເທົ່າໃດມື້ກ່ອນທີ່ໃບໜ້າຂອງມານຮ້າຍຂອງລາວຈະປາກົດອອກມາ. ການສະແດງອອກ ແລະ ອຸປະນິໄສທັງໝົດຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ພວກເຮົາໄດ້ໂອ້ລົມກັນໃນອະດີດຈະຖືກເປີດເຜີຍໃນຕົວລາວເທື່ອລະໜ້ອຍ. ຮອດເວລານັ້ນ ມັນຈະບໍ່ຊ້າເກີນໄປບໍທີ່ຈະໄລ່ລາວອອກ? ວຽກງານຂອງຄຣິສຕະຈັກກໍຈະໄດ້ຮັບຄວາມເສຍຫາຍແລ້ວ. ຖ້າເຈົ້າບໍ່ເຊື່ອສິ່ງທີ່ເຮົາໄດ້ເວົ້າ ແລະ ເຈົ້າຍັງລັງເລ, ຢ່າມາຮ້ອງໄຫ້ຂີ້ມູກຍ້ອຍເມື່ອເຈົ້າຮູ້ສຶກເສຍໃຈ. ກ່ອນອື່ນໃຫ້ເບິ່ງວ່າຄົນໆໜຶ່ງປະຕິບັດຕໍ່ເຄື່ອງຖວາຍແນວໃດ: ນີ້ແມ່ນກົນລະຍຸດທີ່ງ່າຍທີ່ສຸດ ພ້ອມທັງເປັນວິທີທີ່ກົງໄປກົງມາ ແລະ ຊັດເຈນທີ່ສຸດທີ່ຈະເບິ່ງທະລຸວ່າຄົນໆໜຶ່ງມີແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່. ສຳລັບຫົວຂໍ້ທີ່ພວກເຮົາໄດ້ໂອ້ລົມກັນໃນອະດີດ, ພວກເຮົາຕ້ອງລະບຸອຸປະນິໄສຂອງພວກຜູ້ຕໍ່ຕ້ານພຣະຄຣິສຜ່ານການສະແດງອອກ, ການເປີດເຜີຍ, ມຸມມອງ, ຄຳເວົ້າ ແລະ ການກະທຳບາງຢ່າງ ແລະ ເບິ່ງວ່າພວກເຂົາມີແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່ ໂດຍອີງໃສ່ອຸປະນິໄສຂອງພວກເຂົາ. ສຳລັບບັນຫານີ້ພຽງຢ່າງດຽວ, ບໍ່ຈຳເປັນຕ້ອງເຮັດສິ່ງເຫຼົ່ານີ້: ມັນກົງໄປກົງມາ, ຊັດເຈນ, ງ່າຍໆ ແລະ ໃຊ້ຄວາມພະຍາຍາມ ແລະ ເວລາໜ້ອຍກວ່າ. ຕາບໃດທີ່ຄົນໆໜຶ່ງມີການສະແດງອອກນີ້ ນັ້ນກໍຄື ປາຖະໜາທີ່ຈະໃຫ້ຄວາມສຳຄັນແກ່ການຖືຄອງເຄື່ອງຖວາຍຂອງພວກເຂົາຢູ່ສະເໝີ ຫຼື ບັງຄັບຍຶດເອົາເຄື່ອງຖວາຍ, ແລ້ວເຈົ້າກໍສາມາດໝັ້ນໃຈໄດ້ເລີຍວ່າລາວເປັນຜູ້ຕໍ່ຕ້ານພຣະຄຣິສໜຶ່ງຮ້ອຍເປີເຊັນ. ລາວສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ລາວບໍ່ສາມາດຮັບໃຊ້ເປັນຜູ້ນຳໄດ້ ແຕ່ຕ້ອງຖືກປົດອອກ ແລະ ຖືກປະຕິເສດໂດຍອ້າຍເອື້ອຍນ້ອງ.
ພວກເຮົາຫາກໍໂອ້ລົມກ່ຽວກັບການສະແດງອອກຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ໃຫ້ຄວາມສຳຄັນແກ່ການຖືຄອງ ແລະ ການນໍາໃຊ້ເຄື່ອງຖວາຍຂອງພວກເຂົາ ແລະ ນໍາໃຊ້ສິ່ງນີ້ເພື່ອອະທິບາຍ ແລະ ໄຈ້ແຍກອຸປະນິໄສ ແລະ ແກ່ນແທ້ທີ່ສະແດງອອກໂດຍພວກຜູ້ຕໍ່ຕ້ານພຣະຄຣິສໃນຄວາມພະຍາຍາມຂອງພວກເຂົາທີ່ຈະຄວບຄຸມການເງິນຂອງຄຣິສຕະຈັກ. ນີ້ແມ່ນຂໍ້ທຳອິດ. ການຖືຄອງ ແລະ ການນໍາໃຊ້, ສິ່ງເຫຼົ່ານີ້ແມ່ນວິທີການເບື້ອງຕົ້ນ ແລະ ພື້ນຖານທີ່ສຸດຂອງພວກຜູ້ຕໍ່ຕ້ານພຣະຄຣິສ ເມື່ອເວົ້າເຖິງຊັບສິນຂອງຄຣິສຕະຈັກ. ໃນຂໍ້ນີ້, ພວກເຮົາບໍ່ໄດ້ໂອ້ລົມຢ່າງເປັນຮູບປະທຳກ່ຽວກັບວິທີທີ່ພວກຜູ້ຕໍ່ຕ້ານພຣະຄຣິສຖືຄອງ ແລະ ນໍາໃຊ້ຊັບສິນຂອງຄຣິສຕະຈັກ. ພວກເຮົາຈະລົງເລິກໃນລາຍລະອຽດທີ່ເປັນຮູບປະທຳຫຼາຍຂຶ້ນໃນຂໍ້ຕໍ່ໄປ, ເຊິ່ງກໍຄືພວກຜູ້ຕໍ່ຕ້ານພຣະຄຣິສໃຊ້ຈ່າຍຢ່າງສິ້ນເປືອງ, ຍັກຍອກ, ໃຫ້ຢືມ, ນໍາໃຊ້ຢ່າງສໍ້ໂກງ ແລະ ລັກເຄື່ອງຖວາຍ.
2. ການຟຸມເຟືອຍ, ການຍັກຍອກ, ການໃຫ້ຢືມ, ການນຳໃຊ້ຢ່າງຫຼອກລວງ ແລະ ການລັກຂະໂມຍເຄື່ອງຖວາຍ
1). ການຟຸມເຟືອຍເຄື່ອງຖວາຍ
ພວກຜູ້ຕໍ່ຕ້ານພຣະຄຣິສຄິດວ່າ ການມີສະຖານະ ແລະ ສິດອຳນາດເຮັດໃຫ້ພວກເຂົາມີອຳນາດໃຫ້ຄວາມສຳຄັນແກ່ການຖືຄອງ ແລະ ການນໍາໃຊ້ເຄື່ອງຖວາຍຂອງພວກເຂົາ. ຖ້າເປັນແນວນັ້ນ, ຫຼັງຈາກທີ່ພວກເຂົາມີອຳນາດນັ້ນແລ້ວ, ພວກເຂົາຈັດສັນ ແລະ ນຳໃຊ້ເຄື່ອງຖວາຍແນວໃດ? ພວກເຂົາເຮັດສິ່ງນີ້ຕາມກົດລະບຽບຂອງຄຣິສຕະຈັກ ຫຼື ຫຼັກການທີ່ຄວບຄຸມຄວາມຕ້ອງການຂອງວຽກງານຂອງຄຣິສຕະຈັກບໍ? ພວກເຂົາສາມາດເຮັດສິ່ງນີ້ໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້). ຂໍ້ເທັດຈິງທີ່ວ່າພວກເຂົາບໍ່ສາມາດເຮັດໄດ້ນັ້ນກ່ຽວຂ້ອງກັບຫຼາຍສິ່ງຫຼາຍຢ່າງ. ຫຼັງຈາກທີ່ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບສະຖານະແລ້ວ, ພວກເຂົາບໍ່ສາມາດຫຼີກລ່ຽງການເຮັດບາງສິ່ງທີ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ແລະ ສ່ວນໜຶ່ງຂອງວຽກງານນີ້ກ່ຽວຂ້ອງກັບການໃຊ້ຈ່າຍ ແລະ ການຈັດສັນຊັບສິນຂອງຄຣິສຕະຈັກ. ໃນກໍລະນີນັ້ນ, ຫຼັກການທີ່ພວກເຂົານໍາໃຊ້ໃນການຈັດສັນຊັບສິນຂອງຄຣິສຕະຈັກແມ່ນຫຍັງ? ມັນແມ່ນການປະຢັດບໍ? ມັນເປັນສິ່ງຮອບຄອບບໍທີ່ຈະວາງແຜນລາຍຈ່າຍ, ປະຢັດໃນທຸກບ່ອນທີ່ເປັນໄປໄດ້ບໍ? ມັນຄືການຄຳນຶງເຖິງເຮືອນຂອງພຣະເຈົ້າໃນທຸກສິ່ງບໍ? ບໍ່. ຖ້າພວກເຂົາສາມາດໄປຮອດສະຖານທີ່ໃດໜຶ່ງດ້ວຍລົດຖີບ, ພວກເຂົາກໍຍັງໃຊ້ເງິນຂີ່ລົດເມ. ແລ້ວເມື່ອພວກເຂົາພົບວ່າມັນບໍ່ສະດວກ ແລະ ບໍ່ສະບາຍທີ່ຈະເດີນທາງດ້ວຍລົດເມ ຫຼື ລົດເຊົ່າຢູ່ສະເໝີ, ພວກເຂົາກໍເລີ່ມພິຈາລະນາໃຊ້ເງິນຂອງເຮືອນຂອງພຣະເຈົ້າເພື່ອຊື້ລົດ. ໃນຂະນະທີ່ເລືອກຊື້ລົດ, ພວກເຂົາປະຕິເສດລົດທີ່ມີລາຄາຖືກ ແລະ ຕົວແບບລົດມີມີປະສິດທິພາບທົ່ວໄປ ແລະ ເຈາະຈົງເລືອກເອົາລົດທີ່ມີປະສິດທິພາບສູງເຊິ່ງເປັນລົດຍີ່ຫໍ້ດັງທີ່ນຳເຂົ້າຈາກຕ່າງປະເທດໂດຍກົງ ທີ່ມີລາຄາຫຼາຍກວ່າໜຶ່ງລ້ານຢວນ. ພວກເຂົາຄິດວ່າ “ນີ້ບໍ່ແມ່ນເລື່ອງໃຫຍ່ ແລະ ບໍ່ວ່າແນວໃດກໍຕາມ ເຮືອນຂອງພຣະເຈົ້າກໍເປັນຜູ້ຈ່າຍ ແລະ ເງິນຂອງເຮືອນຂອງພຣະເຈົ້າກໍແມ່ນເງິນຂອງທຸກຄົນ. ມັນບໍ່ມີຫຍັງຍາກເລີຍທີ່ທຸກຄົນຈະຊື້ລົດນຳກັນ. ເຮືອນຂອງພຣະເຈົ້າໃຫຍ່ຫຼາຍ, ຈັກກະວານທັງໝົດເປັນຂອງພຣະເຈົ້າ, ສະນັ້ນ ມັນຈະເປັນເລື່ອງໃຫຍ່ຫຍັງຖ້າເຮືອນຂອງພຣະເຈົ້າຊື້ລົດ? ໃນໂລກຂອງຊາຕານ, ລົດທີ່ຜູ້ຄົນຂັບລ້ວນແຕ່ມີລາຄາຫຼາຍລ້ານຢວນ, ສະນັ້ນ ການທີ່ຄຣິສຕະຈັກຂອງພວກເຮົາຊື້ລົດໃນລາຄາພຽງໜຶ່ງລ້ານຢວນກໍຖືວ່າຂ້ອນຂ້າງປະຢັດແລ້ວ. ນອກຈາກນີ້, ລົດກໍບໍ່ໄດ້ມີໄວ້ໃຫ້ຂ້ອຍໃຊ້ພຽງຄົນດຽວ, ທັງຄຣິສຕະຈັກຈະໄດ້ໃຊ້ມັນຮ່ວມກັນ”. ທັນທີທີ່ພວກຜູ້ຕໍ່ຕ້ານພຣະຄຣິສເປີດປາກຂອງພວກເຂົາ, ເງິນຫຼາຍກວ່າໜຶ່ງລ້ານຢວນກໍຖືກຈ່າຍອອກໄປ ໂດຍບໍ່ກະພິບຕາ ຫຼື ໃຈສັ່ນແມ່ນແຕ່ໜ້ອຍດຽວ ແລະ ໂດຍບໍ່ມີຄວາມຮູ້ສຶກຜິດແມ່ນແຕ່ໜ້ອຍດຽວ. ຫຼັງຈາກທີ່ພວກເຂົາຊື້ລົດແລ້ວ, ພວກເຂົາກໍເລີ່ມເພີດເພີນກັບມັນ. ພວກເຂົາບໍ່ຍ່າງໄປໃນສະຖານທີ່ທີ່ພວກເຂົາຄວນຍ່າງໄປອີກຕໍ່ໄປ, ພວກເຂົາບໍ່ຂີ່ລົດຖີບໄປໃນສະຖານທີ່ທີ່ພວກເຂົາຄວນຂີ່ລົດຖີບໄປອີກຕໍ່ໄປ ແລະ ພວກເຂົາບໍ່ເຊົ່າລົດໄປສຳລັບສະຖານທີ່ທີ່ພວກເຂົາສາມາດໄປຮອດໄດ້ດ້ວຍລົດເຊົ່າອີກຕໍ່ໄປ; ທາງກົງກັນຂ້າມ ພວກເຂົາຢືນຢັນທີ່ຈະໃຊ້ “ລົດປະຈຳຕຳແໜ່ງ” ຂອງພວກເຂົາ. ພວກເຂົາປະພຶດຕົວໃນລັກສະນະທີ່ໂອ້ອວດຫຼາຍ, ຄືກັບວ່າພວກເຂົາສາມາດເຮັດວຽກງານທີ່ຍິ່ງໃຫຍ່ໄດ້. ພວກຜູ້ຕໍ່ຕ້ານພຣະຄຣິສໃຊ້ຈ່າຍເງິນຢ່າງສິ້ນເປືອງຫຼາຍ, ທຸກສິ່ງທີ່ພວກເຂົາຊື້ຕ້ອງເປັນຂອງດີ, ລະດັບສູງ ແລະ ລໍ້າສະໄໝທີ່ສຸດ. ຕົວຢ່າງ: ຄວາມແຕກຕ່າງຂອງລາຄາລະຫວ່າງຕົວແບບພື້ນຖານ ແລະ ລະດັບສູງທີ່ມີເຄື່ອງຈັກ ແລະ ອຸປະກອນຊະນິດໃດໜຶ່ງ ອາດຕ່າງກັນຫຼາຍໝື່ນຢວນ. ໃນສະຖານະການເຫຼົ່ານີ້, ພວກຜູ້ຕໍ່ຕ້ານພຣະຄຣິສຈະຕ້ອງການຊື້ຕົວແບບລະດັບສູງ ແລະ ຕາບໃດທີ່ພວກເຂົາບໍ່ໄດ້ໃຊ້ເງິນຂອງພວກເຂົາເອງ, ການເຮັດແບບນີ້ກໍຈະບໍ່ເຮັດໃຫ້ພວກເຂົາຮູ້ສຶກເສຍດາຍເລີຍ. ຖ້າພວກເຂົາຕ້ອງຈ່າຍເງິນຈາກຖົງຂອງພວກເຂົາເອງ, ພວກເຂົາກໍຈະບໍ່ສາມາດຊື້ໄດ້ແມ່ນແຕ່ຕົວແບບພື້ນຖານ ຫຼື ລະດັບຕໍ່າ ແຕ່ເມື່ອບອກວ່າເຮືອນຂອງພຣະເຈົ້າຈະເປັນຜູ້ຈ່າຍ, ແລ້ວພວກເຂົາກໍຈະຕ້ອງການຕົວແບບລະດັບສູງ. ນີ້ບໍ່ແມ່ນສັດເດຍລະສານບໍ? ພວກເຂົາບໍ່ມີເຫດຜົນບໍ? ນີ້ບໍ່ແມ່ນການໃຊ້ຈ່າຍເຄື່ອງຖວາຍຢ່າງສິ້ນເປືອງບໍ? (ແມ່ນແລ້ວ). ຄົນທີ່ໃຊ້ຈ່າຍເຄື່ອງຖວາຍຢ່າງສິ້ນເປືອງມີຄວາມເປັນມະນຸດທີ່ຕໍ່າຊ້າ, ພວກເຂົາເຫັນແກ່ຕົວ ແລະ ໜ້າລັງກຽດ! ຫຼັງຈາກທີ່ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບອຳນາດໃນການໃຊ້ເຄື່ອງຖວາຍແລ້ວ, ພວກເຂົາກໍປາຖະໜາທີ່ຈະຍຶດເອົາເຄື່ອງຖວາຍມາເປັນຂອງຕົນເອງ, ໂດຍໃຊ້ມັນຢ່າງບໍ່ສົນໃຈຫຼັກການເລີຍ ແລະ ຢືນຢັນທີ່ຈະເອົາສິນຄ້າລະດັບສູງສຳລັບການຊື້ທຸກລາຍການ. ເມື່ອພວກເຂົາເລືອກຊື້ແວ່ນຕາຄູ່ໜຶ່ງ, ພວກເຂົາກໍຕ້ອງການແວ່ນຕາລະດັບສູງ ເຊິ່ງເປັນຊະນິດທີ່ປ້ອງກັນແສງສີຟ້າ ແລະ ລັງສີແສງເໜືອສີມ່ວງ ພ້ອມກັບເລນທີ່ແຈ້ງທີ່ສຸດ ແລະ ເມື່ອພວກເຂົາເລືອກຊື້ຄອມພິວເຕີ ພວກເຂົາກໍຕ້ອງການຄອມພິວເຕີລະດັບສູງ ເຊິ່ງເປັນຕົວແບບໃໝ່ຫຼ້າສຸດ. ບໍ່ວ່າພວກເຂົາຈະໄດ້ໃຊ້ເຄື່ອງມື ແລະ ອຸປະກອນຕ່າງໆໃນໜ້າທີ່ຂອງພວກເຂົາ ຫຼື ບໍ່ກໍຕາມ, ທັນທີທີ່ມີການເວົ້າເຖິງການຊື້ສິ່ງເຫຼົ່ານີ້, ພວກເຂົາກໍຕ້ອງການຊື້ຂອງລະດັບສູງ. ນີ້ບໍ່ແມ່ນການໃຊ້ຈ່າຍເຄື່ອງຖວາຍຢ່າງສິ້ນເປືອງບໍ? ພວກເຂົາຮູ້ຈັກປະຢັດ ເມື່ອເວົ້າເຖິງເງິນຂອງພວກເຂົາເອງ, ສິ່ງຂອງໃດກໍໄດ້ຕາບໃດທີ່ມັນໃຊ້ງານໄດ້ຈິງ ແຕ່ເມື່ອເວົ້າເຖິງການຊື້ບາງສິ່ງໃຫ້ເຮືອນຂອງພຣະເຈົ້າ, ແລ້ວເລື່ອງຂອງການໃຊ້ງານໄດ້ຈິງ ແລະ ການປະຢັດເງິນກໍຈະບໍ່ຖືກນຳມາພິຈາລະນາອີກຕໍ່ໄປ. ສິ່ງດຽວທີ່ພວກເຂົາຄິດກໍຄື ມັນຕ້ອງເປັນຍີ່ຫໍ້ດັງ, ມັນຕ້ອງສະແດງເຖິງຖານະຂອງພວກເຂົາ ແລະ ພວກເຂົາຈະຊື້ອັນໃດກໍຕາມທີ່ແພງທີ່ສຸດ. ນີ້ບໍ່ແມ່ນການຊອກຫາຄວາມພິນາດໃຫ້ກັບຕົນເອງບໍ? ການໃຊ້ເຄື່ອງຖວາຍຄືກັບນໍ້າ, ນີ້ບໍ່ແມ່ນສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດບໍ? (ແມ່ນແລ້ວ).
ມີຊາຍຄົນໜຶ່ງທີ່ອອກໄປເລືອກຊື້ແປງຖູແຂ້ວຮ່ວມກັບອ້າຍນ້ອງທີ່ຢູ່ເບື້ອງເທິງ. ລາວຊື້ແປງຖູແຂ້ວລາຄາໜຶ່ງໂດລາປາຍໃຫ້ອ້າຍນ້ອງຄົນນັ້ນ, ແຕ່ລາວຊື້ແປງຖູແຂ້ວນຳເຂົ້າລາຄາຫຼາຍກວ່າ 15 ໂດລາໃຫ້ຕົນເອງ. ຕອນນີ້, ລະຫວ່າງອ້າຍນ້ອງທີ່ຢູ່ເບື້ອງເທິງ ແລະ ອ້າຍນ້ອງທຳມະດາຄົນນີ້, ພວກເຈົ້າຈະບໍ່ເວົ້າບໍວ່າມີຄວາມແຕກຕ່າງບາງຢ່າງ, ມີຄວາມເຫຼື້ອມລໍ້າບາງຢ່າງໃນເລື່ອງສະຖານະຂອງພວກເຂົາ? (ແມ່ນແລ້ວ). ໃນເລື່ອງເຫດຜົນ, ໃຫ້ພວກເຮົາບໍ່ເວົ້າເຖິງສິ່ງຕ່າງໆ ເຊັ່ນ: ສະຖານະ, ຖານະ ຫຼື ວິທີທີ່ພຣະເຈົ້າຈັດສັນ ແລະ ພຽງແຕ່ສົນທະນາກ່ຽວກັບຂໍ້ເທັດຈິງທີ່ວ່າອ້າຍນ້ອງທີ່ຢູ່ເບື້ອງເທິງໄດ້ເຮັດວຽກໜັກມາຕະຫຼອດຫຼາຍປີນີ້, ລາວບໍ່ຄວນໃຊ້ບາງສິ່ງທີ່ມີຄຸນນະພາບດີເລີດບໍ? ແຕ່ລາວບໍ່ໄດ້ໃສ່ໃຈເປັນພິເສດກ່ຽວກັບເລື່ອງນີ້. ຫຼັກການທີ່ລາວປະຕິບັດຕາມແມ່ນຫຍັງ? ປະຢັດໃນທຸກກໍລະນີທີ່ເປັນໄປໄດ້: ສິ່ງຂອງປະເພດນີ້ບໍ່ແມ່ນສິ່ງທີ່ຊັບຊ້ອນຫຍັງ, ສະນັ້ນ ມັນຈຶ່ງບໍ່ຄຸ້ມຄ່າທີ່ຈະໃຊ້ອັນທີ່ແພງແບບນັ້ນ ແລະ ບໍ່ຈຳເປັນຕ້ອງໃຊ້ເງິນຫຼາຍຂະໜາດນັ້ນກັບມັນ, ອັນທີ່ໃຊ້ງານໄດ້ກໍພຽງພໍແລ້ວ. ຕອນນີ້, ເມື່ອເວົ້າເຖິງຕົວຕົນ, ຖານະ ແລະ ສະຖານະຂອງສອງຄົນນີ້, ມັນມີຄວາມເຫຼື້ອມລໍ້າລະຫວ່າງພວກເຂົາ ແລະ ສິ່ງຂອງທີ່ມີຄຸນນະພາບທຳມະດາທີ່ສຸດໄດ້ຖືກຊື້ໃຫ້ກັບຜູ້ທີ່ຄວນຈະໄດ້ໃຊ້ຂອງດີ ແລະ ສິ່ງຂອງທີ່ມີຄຸນນະພາບດີທີ່ສຸດໄດ້ຖືກຊື້ໃຫ້ກັບຜູ້ທີ່ຄວນຈະໄດ້ໃຊ້ຂອງທຳມະດາ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ໃນສອງຄົນນີ້ໃຜມີບັນຫາ? ຜູ້ທີ່ໃຊ້ຂອງດີນັ້ນແມ່ນຜູ້ທີ່ມີບັນຫາ. ລາວບໍ່ຮູ້ວ່າຕົນເອງເປັນໃຜ ແລະ ລາວບໍ່ມີຄວາມຮູ້ສຶກລະອາຍໃຈເລີຍ ແລະ ຈະຊື້ສິ່ງຂອງທີ່ດີທີ່ສຸດ ແລະ ແພງທີ່ສຸດ ຕາບໃດທີ່ເຮືອນຂອງພຣະເຈົ້າເປັນຜູ້ຈ່າຍ. ຄົນຜູ້ນີ້ມີເຫດຜົນແມ່ນແຕ່ໜ້ອຍດຽວບໍ? ຖ້າລາວເຮັດແບບນີ້ເມື່ອເລືອກຊື້ເຄື່ອງຮ່ວມກັບອ້າຍນ້ອງທີ່ຢູ່ເບື້ອງເທິງ, ໂດຍເລືອກສິ່ງເຫຼົ່ານີ້ຕໍ່ໜ້າລາວ, ລາວຈະເຮັດແນວໃດຖ້າລາວເລືອກຊື້ເຄື່ອງພຽງຄົນດຽວ? ລາວຈະໃຊ້ຈ່າຍຟຸມເຟືອຍສໍ່າໃດ? ລາວຄົງຈະເຮັດເກີນໄປກວ່ານັ້ນຫຼາຍ ແລະ ມັນຈະບໍ່ແມ່ນຄວາມແຕກຕ່າງພຽງສິບປາຍໂດລາ; ລາວຈະກ້າພໍທີ່ຈະຊື້ສິ່ງຂອງໃນທຸກລາຄາ, ເພື່ອໃຊ້ຈ່າຍເງິນຈຳນວນເທົ່າໃດກໍໄດ້ກັບພວກມັນ. ລາວໃຊ້ເຄື່ອງຖວາຍ ແລະ ເງິນຂອງເຮືອນຂອງພຣະເຈົ້າດ້ວຍວິທີນີ້; ລາວບໍ່ໄດ້ກຳລັງຊອກຫາຄວາມພິນາດໃຫ້ກັບຕົນເອງບໍ? ມີບາງຄົນທີ່ຄິດວ່າ “ຂ້ອຍໄດ້ເຮັດວຽກງານທີ່ຍິ່ງໃຫຍ່ຫຼາຍໃຫ້ກັບເຮືອນຂອງພຣະເຈົ້າ, ຮັບເອົາຄວາມສ່ຽງຫຼາຍຢ່າງ, ອົດທົນຕໍ່ຄວາມຍາກລຳບາກຫຼາຍຢ່າງ ແລະ ຂ້ອຍຖືກຈັບເຂົ້າຄຸກຫຼາຍຄັ້ງ. ຂ້ອຍຄວນມີສິດໄດ້ຮັບການປະຕິບັດແບບພິເສດ”. ຄຳວ່າ “ຄວນມີສິດ” ຂອງເຈົ້ານີ້, ມັນແມ່ນຄວາມຈິງບໍ? ໃນພຣະທຳຂໍ້ໃດຂອງພຣະເຈົ້າທີ່ພຣະອົງໄດ້ກຳນົດໄວ້ວ່າ ຜູ້ໃດກໍຕາມທີ່ຖືກຈຳຄຸກ ຫຼື ອົດທົນຕໍ່ຄວາມຍາກລຳບາກ ຫຼື ເດີນທາງໄປມາເພື່ອພຣະອົງເປັນເວລາຫຼາຍປີ, ຄວນມີສິດຮັບການປະຕິບັດແບບພິເສດ ແລະ ຄວນມີສິດໄດ້ຮັບບູລິມະສິດທຳອິດໃນການນຳໃຊ້ ແລະ ການຍຶດເອົາເຄື່ອງຖວາຍ ແລະ ການໃຊ້ຈ່າຍພວກມັນຢ່າງສິ້ນເປືອງຕາມໃຈຊອບ ແລະ ສິ່ງນີ້ແມ່ນກົດການປົກຄອງບໍ? ພຣະເຈົ້າເຄີຍກ່າວຄຳໃດໜຶ່ງໃນທຳນອງນີ້ແມ່ນແຕ່ຄັ້ງດຽວບໍ? (ບໍ່, ພຣະອົງບໍ່ເຄີຍກ່າວ). ຖ້າເປັນແນວນັ້ນ, ພຣະເຈົ້າໄດ້ກ່າວແນວໃດກ່ຽວກັບວິທີທີ່ຄົນປະເພດນີ້, ພ້ອມທັງຜູ້ນຳ, ຜູ້ເຮັດວຽກ ແລະ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ຖືກຄາດຫວັງໃຫ້ນຳໃຊ້ເຄື່ອງຖວາຍ? ພວກເຂົາຕ້ອງນໍາໃຊ້ພວກມັນສຳລັບຄ່າໃຊ້ຈ່າຍປົກກະຕິ ແລະ ລາຍຈ່າຍປົກກະຕິ; ບໍ່ມີໃຜມີສິດອຳນາດພິເສດໃດໆໃນການນຳໃຊ້ ຫຼື ການຖືຄອງເຄື່ອງຖວາຍ. ພຣະເຈົ້າຈະບໍ່ເຮັດໃຫ້ເຄື່ອງຖວາຍຂອງພຣະອົງກາຍເປັນຊັບສິນສ່ວນຕົວຂອງບຸກຄົນໃດໜຶ່ງ. ໃນເວລາດຽວກັນ, ພຣະເຈົ້າບໍ່ໄດ້ກຳນົດໃຫ້ຜູ້ຄົນໃຊ້ຈ່າຍເງິນຢ່າງສິ້ນເປືອງ ໃນການນຳໃຊ້ ແລະ ການຈັດສັນເຄື່ອງຖວາຍ. ຄົນປະເພດໃດໃຊ້ຈ່າຍເງິນຢ່າງສິ້ນເປືອງ? ຄົນທີ່ໃຊ້ຈ່າຍເງິນຢ່າງສິ້ນເປືອງມີອຸປະນິໄສປະເພດໃດ? ນີ້ຄືສິ່ງທີ່ສັດເດຍລະສານ, ຄົນກົດຂີ່ຂົ່ມເຫັງ, ຄົນອັນທະພານ, ນັກເລງ ແລະ ຄົນຊົ່ວຊ້າທີ່ໜ້າລັງກຽດທີ່ບໍ່ມີຄວາມຮູ້ສຶກລະອາຍໃຈນັ້ນເຮັດ, ມັນຄືສິ່ງທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດ. ຜູ້ໃດກໍຕາມທີ່ມີຄວາມເປັນມະນຸດໜ້ອຍໜຶ່ງ ແລະ ຮູ້ຈັກຄວາມລະອາຍໃຈພໍສົມຄວນຈະບໍ່ຫຼຸດຕົວລົງມາເຮັດສິ່ງນີ້. ມີບາງຄົນທີ່ຫຼັງຈາກໄດ້ກາຍເປັນຜູ້ນຳຄຣິສຕະຈັກແລ້ວ ເຊື່ອວ່າສິ່ງນີ້ເຮັດໃຫ້ພວກເຂົາມີສິດອຳນາດໃນການນຳໃຊ້ເຄື່ອງຖວາຍ ແລະ ຊັບສິນຂອງຄຣິສຕະຈັກ. ພວກເຂົາຕ້ອງການ ແລະ ກ້າທີ່ຈະຊື້ທຸກສິ່ງທຸກຢ່າງ ແລະ ພວກເຂົາຕ້ອງການຮຽກຮ້ອງເອົາທຸກສິ່ງທຸກຢ່າງ. ພວກເຂົາຮູ້ສຶກວ່າທຸກສິ່ງທີ່ພວກເຂົາຊື້, ທຸກສິ່ງທີ່ພວກເຂົາເພີດເພີນ, ແມ່ນສິ່ງທີ່ພວກເຂົາສົມຄວນໄດ້ຮັບ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ເຄີຍໃສ່ໃຈທີ່ຈະສອບຖາມລາຄາເລີຍ. ແລ້ວຖ້າຄົນໃດໜຶ່ງຊື້ສິ່ງຂອງທີ່ລາຄາຖືກ ແລະ ທຳມະດາໃຫ້ພວກເຂົາ, ພວກເຂົາກໍເຖິງກັບຈະໃຈຮ້າຍ ແລະ ຜູກອາຄາດຕໍ່ຄົນນັ້ນ. ຄົນເຫຼົ່ານີ້ຄືພວກຜູ້ຕໍ່ຕ້ານພຣະຄຣິສ.
2). ການຍັກຍອກເຄື່ອງຖວາຍ
ການສະແດງອອກອີກຢ່າງໜຶ່ງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ພະຍາຍາມຄວບຄຸມການເງິນຂອງຄຣິສຕະຈັກກໍຄືການຍັກຍອກ. ຄຳວ່າ “ການຍັກຍອກ” ຄວນຈະເຂົ້າໃຈໄດ້ງ່າຍ. ການຍັກຍອກໝາຍເຖິງການເອົາຊັບສິນຂອງຄຣິສຕະຈັກໄປໃຫ້ອ້າຍເອື້ອຍນ້ອງ ຫຼື ຈັດສັນໃຫ້ກັບວຽກງານຂອງຄຣິສຕະຈັກເພື່ອໃຫ້ມັນຖືກນຳໄປໃຊ້ຢ່າງຖືກຕ້ອງບໍ? (ບໍ່, ບໍ່ແມ່ນ). ແລ້ວ “ການຍັກຍອກ” ໝາຍເຖິງຫຍັງ? (ມັນໝາຍເຖິງການບໍ່ໃຊ້ຈ່າຍໃນລັກສະນະທີ່ເໝາະສົມ ແຕ່ເປັນການໃຊ້ຕາມໃຈມັກ ຫຼື ການລັກໃຊ້). ເຖິງແມ່ນວ່າມັນຈະຖືກຕ້ອງທີ່ຈະເວົ້າວ່າ “ການລັກໃຊ້” ແຕ່ວ່າມັນກໍບໍ່ໄດ້ສະເພາະເຈາະຈົງປານໃດ. ຖ້າຄົນໃດຄົນໜຶ່ງລັກໃຊ້ຊັບສິນຂອງຄຣິສຕະຈັກສຳລັບຄ່າຄອງຊີບຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ເຕັມເວລາ, ແລ້ວມັນກໍບໍ່ມີຫຍັງຜິດໃນເລື່ອງນີ້ ແລະ ມັນກໍບໍ່ແມ່ນການຍັກຍອກ. ການຍັກຍອກແມ່ນຖືກກ່າວໂທດ ແລະ ມັນບໍ່ສອດຄ່ອງກັບຫຼັກການ. ຕົວຢ່າງ: ຜູ້ນຳຄຣິສຕະຈັກບາງຄົນເຂົ້າຄວບຄຸມເງິນຂອງຄຣິສຕະຈັກ ແລະ ເມື່ອລູກໆຂອງພວກເຂົາຂາດເງິນທຶນທີ່ຈະໄປຮຽນຕໍ່ວິທະຍາໄລ ແລະ ພວກເຂົາກໍບໍ່ມີເງິນຫຼາຍຂະໜາດນັ້ນຢູ່ເຮືອນ, ພວກເຂົາກໍມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ໂດຍກ່າວວ່າ “ໂອ້ ພຣະເຈົ້າ, ກ່ອນອື່ນ ຂ້ານ້ອຍຂໍຍອມຮັບຜິດ ແລະ ຂໍການໃຫ້ອະໄພຈາກພຣະອົງ. ຖ້າພຣະອົງຕ້ອງລົງໂທດ ແລ້ວຂໍໃຫ້ລົງໂທດຂ້ານ້ອຍ ແລະ ຢ່າລົງໂທດລູກຂອງຂ້ານ້ອຍ. ຂ້ານ້ອຍຮູ້ວ່າສິ່ງນີ້ບໍ່ຖືກຕ້ອງ ແຕ່ຕອນນີ້ຂ້ານ້ອຍກຳລັງຕົກຢູ່ໃນຄວາມຫຍຸ້ງຍາກ ແລະ ດັ່ງນັ້ນຂ້ານ້ອຍຈຶ່ງຕ້ອງເຮັດແບບນີ້. ພຣະຄຸນຂອງພຣະເຈົ້າມີຢ່າງຫຼວງຫຼາຍສະເໝີ, ສະນັ້ນ ຂ້ານ້ອຍພຽງແຕ່ຫວັງວ່າພຣະອົງຈະປ່ອຍຂ້ານ້ອຍໄປໃນຄັ້ງນີ້ ແລະ ປະທານພອນໃຫ້ແກ່ຂ້ານ້ອຍ. ຂ້ານ້ອຍຍັງຂາດເງິນປະມານສອງ ຫຼື ສາມໝື່ນຢວນສຳລັບຄ່າຮຽນວິທະຍາໄລຂອງລູກຂ້ານ້ອຍ ແລະ ເຖິງແມ່ນວ່າຈະຮວບຮວມເງິນ ແລະ ຢືມຈາກທຸກຫົນທຸກແຫ່ງແລ້ວ ຂ້ານ້ອຍກໍຍັງມີບໍ່ພໍ. ຂ້ານ້ອຍຂໍໃຊ້ເງິນຂອງພຣະອົງເພື່ອຈ່າຍຄ່າຮຽນໃຫ້ລູກຂອງຂ້ານ້ອຍໄດ້ບໍ?” ຈາກນັ້ນ, ຫຼັງຈາກທີ່ພວກເຂົາອະທິຖານສຳເລັດແລ້ວ, ພວກເຂົາກໍຮູ້ສຶກສະຫງົບໃຈຫຼາຍ ແລະ ໂດຍຄິດວ່າພຣະເຈົ້າໄດ້ຕົກລົງເຫັນດີກັບສິ່ງນີ້ແລ້ວ ພວກເຂົາກໍເອົາເງິນນັ້ນໄປໃຊ້ສ່ວນຕົວ. ນີ້ຄືການຍັກຍອກ, ແມ່ນບໍ? ການບໍ່ໃຊ້ເງິນສຳລັບສິ່ງທີ່ມັນຄວນຈະຖືກນຳໄປໃຊ້ ແຕ່ເອົາມັນໄປໃຊ້ບ່ອນອື່ນ, ເຊິ່ງເປັນການລະເມີດຫຼັກການທີ່ຄວບຄຸມການນຳໃຊ້ເຄື່ອງຖວາຍໃນເຮືອນຂອງພຣະເຈົ້າ: ສິ່ງນີ້ເອີ້ນວ່າ “ການຍັກຍອກ”. ເມື່ອສະມາຊິກໃນຄອບຄົວເຈັບປ່ວຍ ແລະ ຕ້ອງການເງິນ ຫຼື ພວກເຂົາຂາດເງິນທຶນໃນທຸລະກຳທາງທຸລະກິດ, ພວກເຂົາກໍເລີ່ມວາງແຜນກ່ຽວກັບເຄື່ອງຖວາຍ ແລະ ໃນໃຈຂອງພວກເຂົາກໍອະທິຖານ ໂດຍກ່າວວ່າ: “ໂອ້ ພຣະເຈົ້າ, ຂໍໃຫ້ອະໄພຂ້ານ້ອຍ, ຂ້ານ້ອຍບໍ່ໄດ້ຕັ້ງໃຈທີ່ຈະເຮັດແບບນັ້ນ, ຄອບຄົວຂອງຂ້ານ້ອຍກຳລັງປະສົບກັບຄວາມຫຍຸ້ງຍາກແທ້ໆ. ຄວາມຮັກຂອງພຣະອົງກວ້າງໃຫຍ່ດັ່ງມະຫາສະໝຸດ ແລະ ໄຮ້ຂອບເຂດດັ່ງທ້ອງຟ້າ ແລະ ພຣະອົງບໍ່ຈື່ຈຳການກະທຳຜິດຂອງຜູ້ຄົນ. ຫຼັງຈາກທີ່ຂ້ານ້ອຍໃຊ້ເງິນສົດນີ້ໝົດແລ້ວ, ຂ້ານ້ອຍຈະຈ່າຍຄືນໃຫ້ພຣະອົງເປັນສອງເທົ່າເມື່ອທຸລະກິດຄອບຄົວສ້າງລາຍໄດ້ຈຳນວນໜຶ່ງ, ສະນັ້ນ ຂໍໃຫ້ຂ້ານ້ອຍໃຊ້ມັນແດ່ທ້ອນ”. ນີ້ຄືວິທີທີ່ພວກເຂົາໃຊ້ເຄື່ອງຖວາຍແດ່ພຣະເຈົ້າ. ບໍ່ວ່າຈະເປັນຍາດພີ່ນ້ອງ ຫຼື ໝູ່ເພື່ອນທີ່ຕ້ອງການເງິນ, ຕາບໃດທີ່ຜູ້ນຳເຫຼົ່ານີ້ມີເງິນຢູ່ໃນມືຂອງພວກເຂົາ, ພວກເຂົາກໍຈະເອົາໃຫ້ຄົນເຫຼົ່ານັ້ນ, ໂດຍບໍ່ປະຕິບັດຕາມຫຼັກການ ແລະ ບໍ່ໄດ້ຮັບຄວາມເຫັນດີຈາກຄົນອື່ນ, ແຮງໄກທີ່ພວກເຂົາຈະຄິດແມ່ນແຕ່ໜ້ອຍດຽວເຖິງຂໍ້ເທັດຈິງທີ່ວ່າສິ່ງເຫຼົ່ານີ້ແມ່ນເຄື່ອງຖວາຍແກ່ພຣະເຈົ້າ. ໃນທາງກົງກັນຂ້າມ ພວກເຂົາຈະຕັດສິນໃຈດ້ວຍຕົນເອງ, ເອົາເງິນອອກຈາກຄຣິສຕະຈັກ ແລະ ໃຊ້ມັນເພື່ອຈຸດປະສົງອື່ນ. ນີ້ບໍ່ແມ່ນການຍັກຍອກບໍ? (ແມ່ນແລ້ວ). ນີ້ຄືການຍັກຍອກ. ຕອນນີ້, ບາງຄົນສົ່ງເງິນຄືນເຕັມຈຳນວນຫຼັງຈາກທີ່ແອບຍັກຍອກເຄື່ອງຖວາຍ; ສິ່ງນີ້ໝາຍຄວາມວ່າພວກເຂົາບໍ່ມີຄວາມຜິດໃນບາບຂອງການຍັກຍອກເຄື່ອງຖວາຍອີກຕໍ່ໄປບໍ? ມັນໝາຍຄວາມວ່າພວກເຂົາອາດຈະຖືກປ່ອຍຕົວໄປບໍ? ຫຼື ຖ້າໃນເວລາທີ່ມີການຍັກຍອກນັ້ນ ພວກເຂົາມີເຫດຜົນ, ມີບໍລິບົດບາງຢ່າງ ຫຼື ມີຄວາມຫຍຸ້ງຍາກ ແລະ ພວກເຂົາບໍ່ມີທາງເລືອກອື່ນນອກຈາກຕ້ອງຍັກຍອກເງິນນັ້ນ, ການຍັກຍອກນີ້ສາມາດໄດ້ຮັບການໃຫ້ອະໄພ ແລະ ບໍ່ຖືກຕັດສິນລົງໂທດໄດ້ບໍ? (ບໍ່, ບໍ່ໄດ້). ໃນກໍລະນີນັ້ນ, ບາບຂອງການຍັກຍອກເຄື່ອງຖວາຍແມ່ນຮ້າຍແຮງຫຼາຍ! ມັນແຕກຕ່າງຈາກສິ່ງທີ່ຢູດາໄດ້ເຮັດບໍ? ຄົນທີ່ຍັກຍອກເຄື່ອງຖວາຍບໍ່ແມ່ນຄົນປະເພດດຽວກັນກັບຢູດາບໍ? (ແມ່ນແລ້ວ, ພວກເຂົາແມ່ນ). ເມື່ອລູກໆຂອງພວກເຂົາກຳລັງຈະເຂົ້າຮຽນມະຫາວິທະຍາໄລ, ເມື່ອຄົນໃນຄອບຄົວຂອງພວກເຂົາກຳລັງເຮັດທຸລະກິດ ຫຼື ຜູ້ສູງອາຍຸຕ້ອງການການປິ່ນປົວທາງການແພດ ຫຼື ພວກເຂົາບໍ່ມີຝຸ່ນເພື່ອເຮັດການກະເສດ, ໃນທຸກສະຖານະການເຫຼົ່ານີ້ ພວກເຂົາລ້ວນແຕ່ຕ້ອງການໃຊ້ເງິນຂອງຄຣິສຕະຈັກ. ບາງຄົນເຖິງກັບທຳລາຍໃບຮັບເງິນສຳລັບເຄື່ອງຖວາຍທີ່ອ້າຍເອື້ອຍນ້ອງໄດ້ຖວາຍ, ຈາກນັ້ນກໍຍັດເງິນເຂົ້າໃນຖົງຂອງພວກເຂົາເອງເພື່ອໃຊ້ຈ່າຍຕາມໃຈມັກ ໂດຍບໍ່ມີແມ່ນແຕ່ອາການໜ້າແດງທີ່ມາຈາກຄວາມອັບອາຍ ຫຼື ອາການໃຈສັ່ນເລີຍ. ບາງຄົນເຖິງກັບຮັບເອົາເງິນເຄື່ອງຖວາຍຈາກອ້າຍເອື້ອຍນ້ອງໃນການເຕົ້າໂຮມ ແລະ ຈາກນັ້ນ ທັນທີທີ່ການເຕົ້າໂຮມສິ້ນສຸດລົງ ພວກເຂົາກໍໄປຊື້ສິ່ງຂອງດ້ວຍເງິນນັ້ນ. ແລ້ວຍັງມີອ້າຍເອື້ອຍນ້ອງບາງຄົນທີ່ເຫັນດ້ວຍຕາຂອງພວກເຂົາເອງວ່າຄົນເຫຼົ່ານີ້ຍັກຍອກເຄື່ອງຖວາຍ ແຕ່ກໍຍັງປ່ອຍໃຫ້ພວກເຂົາເກັບເງິນນັ້ນໄວ້, ໂດຍບໍ່ມີໃຜຮັບຜິດຊອບ ແລະ ບໍ່ມີໃຜກ້າວອອກມາເພື່ອເຮັດໃຫ້ມັນຢຸດລົງ. ພວກເຂົາທຸກຄົນຢ້ານທີ່ຈະລ່ວງເກີນຜູ້ນຳເຫຼົ່ານີ້, ສະນັ້ນ ພວກເຂົາຈຶ່ງພຽງແຕ່ເຝົ້າເບິ່ງໃນຂະນະທີ່ພວກເຂົາໃຊ້ຈ່າຍ. ຖ້າເປັນແນວນັ້ນ, ເຈົ້າໄດ້ຖວາຍເງິນນີ້ແກ່ພຣະເຈົ້າ ຫຼື ບໍ່? ຖ້າເຈົ້າກຳລັງໃຫ້ທານແກ່ຄົນອື່ນ, ເຈົ້າຄວນເຮັດໃຫ້ຊັດເຈນວ່າເຈົ້າບໍ່ໄດ້ກຳລັງຖວາຍເງິນນີ້ແກ່ພຣະເຈົ້າ ແລະ ຈາກນັ້ນ ພຣະເຈົ້າກໍຈະບໍ່ຈົດຈຳມັນ. ຈາກນັ້ນ, ສຳລັບເລື່ອງທີ່ວ່າເງິນນີ້ເປັນຂອງໃຜ, ໃຜເປັນຄົນໃຊ້ມັນ ແລະ ມັນຖືກໃຊ້ແນວໃດ, ສິ່ງເຫຼົ່ານີ້ກໍຈະບໍ່ມີຫຍັງກ່ຽວຂ້ອງກັບເຮືອນຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ຖ້າເງິນຂອງເຈົ້ານີ້ໄດ້ຖືກຖວາຍແກ່ພຣະເຈົ້າແທ້ໆ ແຕ່ກ່ອນທີ່ຄຣິສຕະຈັກຈະມີໂອກາດໄດ້ໃຊ້ມັນ, ຄົນໃດໜຶ່ງພັດໃຊ້ມັນແບບນັ້ນ, ໃຊ້ຈ່າຍມັນຢ່າງສິ້ນເປືອງແບບນັ້ນ ແລະ ເຈົ້າກໍບໍ່ໄດ້ສົນໃຈແມ່ນແຕ່ໜ້ອຍດຽວ, ທັງບໍ່ເຮັດໃຫ້ມັນຢຸດລົງ ແລະ ບໍ່ລາຍງານມັນ, ຖ້າເປັນແນວນັ້ນ, ໃນກໍລະນີນັ້ນ ກໍມີບັນຫາກັບເຈົ້າແລ້ວ, ເຈົ້າມີສ່ວນກ່ຽວຂ້ອງໃນບາບຂອງພວກເຂົາ ແລະ ເມື່ອພວກເຂົາຖືກກ່າວໂທດ ເຈົ້າກໍຈະບໍ່ສາມາດໜີລອດໄປໄດ້ເຊັ່ນກັນ.
3). ການໃຫ້ຢືມເຄື່ອງຖວາຍ
ທຸກສິ່ງທີ່ກ່ຽວຂ້ອງກັບການນຳໃຊ້ເຄື່ອງຖວາຍຕາມອຳເພີໃຈ, ການບໍລິໂພກ ແລະ ການໃຊ້ຈ່າຍເຄື່ອງຖວາຍຢ່າງບໍ່ເໝາະສົມ ລ້ວນແຕ່ກ່ຽວຂ້ອງກັບກົດການປົກຄອງ ແລະ ມີລັກສະນະທີ່ລະເມີດພວກມັນ. ໃນການຄຸ້ມຄອງຊັບສິນຂອງຄຣິສຕະຈັກ ມີບາງຄົນທີ່ອາດຈະເວົ້າວ່າ “ຊັບສິນຂອງຄຣິສຕະຈັກພຽງແຕ່ຖືກປະໄວ້ຊື່ໆ. ປັດຈຸບັນນີ້ ທະນາຄານມີໂຄງການລົງທຶນທຸກປະເພດ ເຊັ່ນ: ພັນທະບັດ ແລະ ກອງທຶນ ເຊິ່ງລ້ວນແຕ່ໃຫ້ອັດຕາດອກເບ້ຍທີ່ດີ. ຖ້າພວກເຮົາເອົາເງິນຈາກຄຣິສຕະຈັກໄປລົງທຶນ ແລະ ໄດ້ຮັບດອກເບ້ຍເລັກໜ້ອຍ, ສິ່ງນີ້ຈະບໍ່ນຳຜົນປະໂຫຍດມາສູ່ເຮືອນຂອງພຣະເຈົ້າບໍ?” ຈາກນັ້ນ ໂດຍບໍ່ມີການປຶກສາຫາລື, ໂດຍບໍ່ໄດ້ຮັບຄວາມເຫັນດີຈາກຄົນໃດຄົນໜຶ່ງໃນຄຣິສຕະຈັກ, ພວກເຂົາກໍຕັດສິນໃຈດ້ວຍຕົນເອງທີ່ຈະໃຫ້ຢືມເງິນນັ້ນ. ຈຸດປະສົງຂອງການເຮັດແບບນັ້ນແມ່ນຫຍັງ? ເວົ້າໃຫ້ຟັງມ່ວນກໍຄື ສິ່ງນີ້ແມ່ນການຫາອັດຕາດອກເບ້ຍຈຳນວນໜຶ່ງໃຫ້ກັບເຮືອນຂອງພຣະເຈົ້າ, ເປັນການຄຳນຶງເຖິງເຮືອນຂອງພຣະເຈົ້າ; ແຕ່ໃນຂໍ້ເທັດຈິງແລ້ວ ຄົນເຫຼົ່ານີ້ກຳລັງແອບມີແຮງຈູງໃຈທີ່ເຫັນແກ່ຕົວ. ພວກເຂົາຕ້ອງການໃຫ້ຢືມເງິນໂດຍບໍ່ໃຫ້ໃຜຮູ້ ແລະ ໃນທີ່ສຸດກໍສົ່ງເງິນຕົ້ນທຶນຄືນໃຫ້ເຮືອນຂອງພຣະເຈົ້າ ໃນຂະນະທີ່ເກັບດອກເບ້ຍໄວ້ສຳລັບພວກເຂົາເອງ. ນີ້ບໍ່ແມ່ນກໍລະນີຂອງການແອບມີເຈດຕະນາທີ່ບໍ່ຈົງຮັກພັກດີບໍ? ສິ່ງນີ້ເອີ້ນວ່າການໃຫ້ຢືມເຄື່ອງຖວາຍ. ການໃຫ້ຢືມເຄື່ອງຖວາຍສາມາດຖືວ່າເປັນການນຳໃຊ້ທີ່ເໝາະສົມໄດ້ບໍ? (ບໍ່, ບໍ່ໄດ້). ມີຄົນອື່ນທີ່ເວົ້າວ່າ “ພຣະເຈົ້າຮັກມະນຸດຊາດ, ເຮືອນຂອງພຣະເຈົ້າອົບອຸ່ນ. ບາງຄັ້ງ ເມື່ອອ້າຍເອື້ອຍນ້ອງຂອງພວກເຮົາຂາດເຂີນເງິນ, ພວກເຮົາບໍ່ສາມາດໃຫ້ພວກເຂົາຢືມເຄື່ອງຖວາຍຂອງພຣະເຈົ້າໄດ້ບໍ?” ຈາກນັ້ນ ບາງຄົນກໍຕັດສິນໃຈດ້ວຍຕົນເອງ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສບາງຄົນເຖິງກັບຮຽກຮ້ອງ ແລະ ປຸກປັ່ນອ້າຍເອື້ອຍນ້ອງ ໂດຍກ່າວວ່າ “ພຣະເຈົ້າຮັກມະນຸດຊາດ, ພຣະເຈົ້າປະທານຊີວິດ, ປະທານທຸກສິ່ງໃຫ້ແກ່ມະນຸດ, ສະນັ້ນ ມັນຄົງຈະບໍ່ແມ່ນເລື່ອງໃຫຍ່ຫຍັງທີ່ຈະໃຫ້ຢືມເງິນຈຳນວນໜຶ່ງ, ແມ່ນບໍ? ການໃຫ້ອ້າຍເອື້ອຍນ້ອງຂອງພວກເຮົາຢືມເງິນເພື່ອຊ່ວຍໃຫ້ພວກເຂົາຜ່ານພົ້ນຊ່ວງເວລາທີ່ຈຳເປັນຮີບດ່ວນ, ເພື່ອຊ່ວຍໃຫ້ພວກເຂົາຜ່ານພົ້ນຄວາມຫຍຸ້ງຍາກໃນຊີວິດຂອງພວກເຂົາ, ນັ້ນບໍ່ແມ່ນເຈດຕະນາຂອງພຣະເຈົ້າບໍ? ຖ້າພຣະເຈົ້າຮັກມະນຸດຊາດ, ຜູ້ຄົນຈະບໍ່ຮັກກັນໄດ້ແນວໃດ? ເອົາເລີຍ, ໃຫ້ພວກເຂົາຢືມເງິນແດ່ທ້ອນ!” ຄົນທີ່ໂງ່ຈ້າສ່ວນໃຫຍ່ ເມື່ອໄດ້ຍິນສິ່ງນີ້ກໍເວົ້າວ່າ “ແນ່ນອນ, ຖ້າເຈົ້າເວົ້າແບບນັ້ນ. ບໍ່ວ່າແນວໃດກໍຕາມ ເງິນນີ້ກໍເປັນຂອງທຸກຄົນ, ສະນັ້ນ ໃຫ້ພວກເຮົາຖືວ່າສິ່ງນີ້ເປັນການທີ່ພວກເຮົາທຸກຄົນຊ່ວຍເຫຼືອຄົນໃດຄົນໜຶ່ງກໍແລ້ວກັນ”. ແລ້ວດ້ວຍເຫດນັ້ນ ດ້ວຍການທີ່ຄົນໜຶ່ງພົ່ນແນວຄວາມຄິດທີ່ຟັງເບິ່ງດີ ແລະ ກຸ່ມຄົນປະຈົບປະແຈງທີ່ຄອຍເອົາໃຈພວກເຂົາ, ໃນທີ່ສຸດ ເງິນກໍຖືກປ່ອຍອອກໄປ. ສະນັ້ນ, ການທີ່ເຈົ້າເວົ້າວ່າ “ເງິນນີ້ໄດ້ຖືກຖວາຍແກ່ພຣະເຈົ້າແລ້ວ” ນັ້ນນັບບໍ? ຖ້າມັນນັບ, ແລ້ວເງິນນັ້ນກໍເປັນຂອງພຣະເຈົ້າແລ້ວ ແລະ ຕອນນີ້ກໍໄດ້ຖືກແຍກອອກໄວ້ໃຫ້ບໍລິສຸດແລ້ວ ແລະ ດັ່ງນັ້ນ ມັນຈຶ່ງເໝາະສົມທີ່ຈະໃຊ້ມັນຕາມຫຼັກການທີ່ພຣະເຈົ້າໄດ້ກຳນົດໄວ້ເທົ່ານັ້ນ. ຖ້າມັນບໍ່ນັບ, ຖ້າເງິນທີ່ເຈົ້າຖວາຍບໍ່ນັບ, ແລ້ວການທີ່ເຈົ້າເຮັດການຖວາຍນີ້ແມ່ນການກະທຳປະເພດໃດ? ມັນເປັນພຽງເກມບໍ? ເຈົ້າກຳລັງລໍ້ຫຼິ້ນກັບພຣະເຈົ້າ ແລະ ຫຼອກລວງພຣະອົງບໍ? ເມື່ອວາງສິ່ງທີ່ເຈົ້າຕ້ອງການຖວາຍໄວ້ເທິງແທ່ນບູຊາແລ້ວ, ເຈົ້າກໍເລີ່ມຮູ້ສຶກເສຍດາຍພວກມັນ, ເນື່ອງຈາກສິ່ງເຫຼົ່ານັ້ນຖືກວາງໄວ້ຢູ່ບ່ອນນັ້ນ ແຕ່ພຣະເຈົ້າບໍ່ໄດ້ໃຊ້ພວກມັນ ແລະ ເບິ່ງຄືວ່າພຣະອົງບໍ່ມີຄວາມຈຳເປັນຕ້ອງໃຊ້ພວກມັນເລີຍ. ສະນັ້ນ ເມື່ອເຈົ້າຈຳເປັນຕ້ອງໃຊ້ພວກມັນ, ເຈົ້າກໍເອົາພວກມັນໄປ ແລະ ໃຊ້ພວກມັນສຳລັບຕົວເຈົ້າເອງ. ຫຼື ບາງທີເຈົ້າອາດຈະຖວາຍຫຼາຍເກີນໄປ ແລະ ຮູ້ສຶກເສຍໃຈໃນພາຍຫຼັງ ເຈົ້າຈຶ່ງເອົາບາງສ່ວນກັບຄືນໄປ. ຫຼື ບາງທີເຈົ້າອາດຈະບໍ່ໄດ້ຄິດຢ່າງຈະແຈ້ງໃນເວລາທີ່ເຈົ້າເຮັດການຖວາຍ ແລະ ຕອນນີ້ເມື່ອເຈົ້າຄົ້ນພົບວິທີໃຊ້ມັນແລ້ວ ເຈົ້າກໍເອົາມັນກັບຄືນໄປ. ທຳມະຊາດຂອງພຶດຕິກຳນີ້ແມ່ນຫຍັງ? ເງິນນີ້ ແລະ ສິ່ງເຫຼົ່ານີ້: ຫຼັງຈາກທີ່ຄົນໃດໜຶ່ງໄດ້ຖວາຍພວກມັນແດ່ພຣະເຈົ້າແລ້ວ, ມັນກໍຄືກັນກັບການນຳສະເໜີພວກມັນໄວ້ເທິງແທ່ນບູຊາ ແລະ ສິ່ງທີ່ຖືກນຳສະເໜີໄວ້ເທິງແທ່ນບູຊາແມ່ນຫຍັງ? ພວກມັນຄືເຄື່ອງຖວາຍ. ເຖິງແມ່ນວ່າມັນຈະເປັນພຽງກ້ອນຫີນ ຫຼື ເມັດຊາຍ, ສາລະເປົ໋າ ຫຼື ນໍ້າຈອກໜຶ່ງກໍຕາມ, ຕາບໃດທີ່ເຈົ້າໄດ້ວາງມັນໄວ້ເທິງແທ່ນບູຊາແລ້ວ, ສິ່ງຂອງນີ້ກໍເປັນຂອງພຣະເຈົ້າ, ບໍ່ແມ່ນຂອງມະນຸດ ແລະ ບໍ່ມີມະນຸດຄົນໃດທີ່ຈະແຕະຕ້ອງມັນໄດ້ອີກຕໍ່ໄປ. ບໍ່ວ່າເຈົ້າຈະໂລບຢາກໄດ້ມັນສຳລັບຕົວເຈົ້າເອງ ຫຼື ບໍ່ກໍຕາມ ຫຼື ຄິດວ່າເຈົ້າມີເຫດຜົນທີ່ຖືກຕ້ອງຕາມຫຼັກການທີ່ຈະໃຊ້ມັນ ກໍບໍ່ມີມະນຸດຄົນໃດມີສິດໃນສິ່ງນັ້ນອີກຕໍ່ໄປ. ມີບາງຄົນທີ່ເວົ້າວ່າ “ພຣະເຈົ້າບໍ່ໄດ້ຮັກມະນຸດຊາດບໍ? ມັນຈະເປັນແນວໃດຖ້າພຣະເຈົ້າປ່ອຍໃຫ້ມະນຸດມີສ່ວນຮ່ວມ? ຕອນນີ້ ເຈົ້າບໍ່ຫິວນໍ້າ ແລະ ເຈົ້າບໍ່ຕ້ອງການນໍ້າ ແຕ່ຂ້ອຍຫິວນໍ້າ, ສະນັ້ນ ເປັນຫຍັງຂ້ອຍຈຶ່ງດື່ມບໍ່ໄດ້?” ແຕ່ຈາກນັ້ນ ເຈົ້າກໍຕ້ອງເບິ່ງວ່າພຣະເຈົ້າເຫັນດີນຳ ຫຼື ບໍ່. ຖ້າພຣະເຈົ້າເຫັນດີ, ສິ່ງນີ້ພິສູດວ່າພຣະອົງໄດ້ໃຫ້ສິດແກ່ເຈົ້າ ແລະ ເຈົ້າມີສິດທີ່ຈະໃຊ້ມັນ; ແຕ່ຖ້າພຣະເຈົ້າບໍ່ເຫັນດີ, ແລ້ວເຈົ້າກໍບໍ່ມີສິດທີ່ຈະໃຊ້ມັນ. ໃນສະຖານະການທີ່ເຈົ້າບໍ່ມີສິດ, ໃນກໍລະນີທີ່ພຣະເຈົ້າບໍ່ໄດ້ໃຫ້ສິດແກ່ເຈົ້າ, ການໃຊ້ບາງສິ່ງທີ່ເປັນຂອງພຣະເຈົ້າຈະເປັນການລະເມີດຂໍ້ຫ້າມທີ່ສຳຄັນ ເຊິ່ງເປັນສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດ. ຜູ້ຄົນມັກຈະເວົ້າສະເໝີວ່າພຣະເຈົ້າບໍ່ຍອມທົນຕໍ່ການລ່ວງເກີນຈາກມະນຸດ ແຕ່ພວກເຂົາບໍ່ເຄີຍເຂົ້າໃຈວ່າອຸປະນິໄສຂອງພຣະເຈົ້າເປັນແນວໃດແທ້ ຫຼື ສິ່ງໃດທີ່ພວກເຂົາເຮັດມີແນວໂນ້ມທີ່ຈະລ່ວງເກີນອຸປະນິໄສຂອງພຣະອົງຫຼາຍທີ່ສຸດ. ໃນເລື່ອງເຄື່ອງຖວາຍຂອງພຣະເຈົ້າ, ຫຼາຍຄົນມັກຈະຄິດເຖິງພວກມັນຢູ່ສະເໝີ, ຕ້ອງການໃຊ້ ຫຼື ຈັດສັນພວກມັນຕາມໃຈມັກ, ເພື່ອໃຊ້ພວກມັນ, ຖືຄອງພວກມັນ ຫຼື ເຖິງກັບໃຊ້ຈ່າຍພວກມັນຢ່າງສິ້ນເປືອງຕາມຄວາມປະສົງຂອງພວກເຂົາເອງ; ແຕ່ເຮົາບອກເຈົ້າວ່າ ເຈົ້າຈົບສິ້ນແລ້ວ, ເຈົ້າສົມຄວນຕາຍ! ນັ້ນຄືອຸປະນິໄສຂອງພຣະເຈົ້າ. ພຣະເຈົ້າບໍ່ອະນຸຍາດໃຫ້ໃຜແຕະຕ້ອງສິ່ງຂອງຂອງພຣະອົງ; ນັ້ນຄືກຽດສັກສີຂອງພຣະອົງ. ມີພຽງສະຖານະການດຽວເທົ່ານັ້ນທີ່ຜູ້ຄົນໄດ້ຮັບສິດຈາກພຣະເຈົ້າໃນການໃຊ້ພວກມັນ ແລະ ນັ້ນກໍຄືການນຳໃຊ້ຢ່າງເໝາະສົມຕາມກົດລະບຽບຂອງຄຣິສຕະຈັກ ແລະ ຫຼັກການທີ່ຄວບຄຸມການນຳໃຊ້ຂອງພວກມັນ. ການຢູ່ໃນຂອບເຂດເຫຼົ່ານີ້ແມ່ນເປັນທີ່ຍອມຮັບໄດ້ສຳລັບພຣະເຈົ້າ ແຕ່ການອອກນອກຂອບເຂດເຫຼົ່ານີ້ຈະເປັນການລ່ວງເກີນຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ເປັນການລະເມີດຕໍ່ກົດການປົກຄອງ. ມັນເຂັ້ມງວດແບບນັ້ນແຫຼະ, ໂດຍບໍ່ມີບ່ອນຫວ່າງສຳລັບການຕໍ່ລອງ ແລະ ບໍ່ມີທາງເລືອກອື່ນ. ສະນັ້ນ, ຜູ້ທີ່ເຮັດສິ່ງຕ່າງໆ ເຊັ່ນ: ການໃຊ້ຈ່າຍຢ່າງສິ້ນເປືອງ, ການຍັກຍອກ ຫຼື ການໃຫ້ຢືມເຄື່ອງຖວາຍ ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສໃນສາຍຕາຂອງພຣະເຈົ້າ. ເປັນຫຍັງພວກເຂົາຈຶ່ງຖືກປະຕິບັດດ້ວຍຄວາມຮຸນແຮງເຖິງຂັ້ນຖືກກຳນົດລັກສະນະວ່າເປັນພວກຜູ້ຕໍ່ຕ້ານພຣະຄຣິສ? ຖ້າຜູ້ທີ່ເຊື່ອໃນພຣະເຈົ້າສາມາດໄປໄກເຖິງຂັ້ນກ້າທີ່ຈະແຕະຕ້ອງ ຫຼື ໃຊ້ ຫຼື ໃຊ້ຈ່າຍຢ່າງສິ້ນເປືອງຕາມໃຈມັກກັບສິ່ງຂອງທີ່ເປັນຂອງພຣະເຈົ້າ ແລະ ທີ່ຖືກແຍກອອກໄວ້ໃຫ້ບໍລິສຸດແລ້ວ, ແລ້ວພວກເຂົາເປັນຄົນປະເພດໃດ? ຄົນແບບນັ້ນຄືສັດຕູຂອງພຣະເຈົ້າ. ມີພຽງແຕ່ສັດຕູຂອງພຣະເຈົ້າເທົ່ານັ້ນທີ່ຈະມີທັດສະນະຄະຕິແບບນັ້ນຕໍ່ສິ່ງຂອງຂອງພຣະອົງ; ບໍ່ມີຄົນທີ່ເສື່ອມຊາມທຳມະດາຄົນໃດທີ່ຈະເຮັດແບບນີ້, ແມ່ນແຕ່ສັດກໍຈະບໍ່ເຮັດແບບນີ້, ມີພຽງແຕ່ສັດຕູຂອງພຣະເຈົ້າ, ຊາຕານ ແລະ ພະຍານາກໃຫຍ່ສີແດງເທົ່ານັ້ນທີ່ຈະເຮັດສິ່ງດັ່ງກ່າວ. ນີ້ເປັນການເວົ້າທີ່ຮຸນແຮງເກີນໄປບໍ? ບໍ່, ນີ້ຄືຄວາມຈິງ ແລະ ຖືກຕ້ອງຢ່າງສົມບູນ. ພວກຊາຕານຈະສາມາດແຕະຕ້ອງສິ່ງທີ່ເປັນຂອງພຣະເຈົ້າໄດ້ແນວໃດ? ນັ້ນຄືກຽດສັກສີຂອງພຣະເຈົ້າ!
4). ການນຳໃຊ້ເຄື່ອງຖວາຍຢ່າງຫຼອກລວງ
ຍັງມີຄົນອີກຈຳນວນໜຶ່ງທີ່ໃຊ້ຂໍ້ອ້າງທຸກຮູບແບບເພື່ອຂໍເງິນ ແລະ ສິ່ງຂອງຈາກເຮືອນຂອງພຣະເຈົ້າ ໂດຍເວົ້າວ່າ “ຄຣິສຕະຈັກຂອງພວກເຮົາຂາດຕັ່ງ, ສະນັ້ນ ຊື້ໃຫ້ພວກເຮົາໜຶ່ງໜ່ວຍແດ່. ອ້າຍເອື້ອຍນ້ອງບາງຄົນໃນຄຣິສຕະຈັກຂອງພວກເຮົາບໍ່ມີຄອມພິວເຕີໃຊ້ສຳລັບການປະຕິບັດໜ້າທີ່ຂອງພວກເຂົາ, ສະນັ້ນ ຊື້ Mac ໃຫ້ພວກເຮົາແດ່. ພວກເຮົາມັກຈະຕິດຕໍ່ກັບຜູ້ຄົນຢູ່ເລື້ອຍໆໃນລະຫວ່າງການເຮັດວຽກຂອງພວກເຮົາ ແລະ ມັນຈະເປັນໄປບໍ່ໄດ້ການຖ້າພວກເຮົາບໍ່ມີໂທລະສັບ, ສະນັ້ນ ຊື້ iPhone ໃຫ້ພວກເຮົາແດ່. ແຕ່ການມີພຽງໜ່ວຍດຽວແມ່ນບໍ່ດີ, ແບບນັ້ນຈະບໍ່ສະດວກເກີນໄປ, ເພາະວ່າບາງຄັ້ງພວກເຮົາຕ້ອງຕິດຕໍ່ກັບຄົນທີ່ແຕກຕ່າງກັນ. ແລ້ວສາຍດຽວກໍສ່ຽງຕໍ່ການຖືກຕິດຕາມຫຼາຍເກີນໄປ, ສະນັ້ນ ມັນຈະໃຊ້ງານໄດ້ກໍຕໍ່ເມື່ອພວກເຮົາມີຫຼາຍສາຍ”. ດ້ວຍເຫດນັ້ນ, ພວກເຂົາບາງຄົນຈຶ່ງມີໂທລະສັບມືຖືສີ່ ຫຼື ຫ້າໜ່ວຍຕິດຕົວ ແລະ ພົກພາແລັບທັອບສອງ ຫຼື ສາມໜ່ວຍໄປນຳໃນເວລາດຽວກັນ; ພວກເຂົາມີຮູບລັກສະນະທີ່ໜ້າປະທັບໃຈຫຼາຍ ແຕ່ວຽກງານຂອງພວກເຂົາພັດເຮັດໄດ້ບໍ່ດີ. ພວກເຂົາໄດ້ສິ່ງຂອງທັງໝົດນີ້ມາໄດ້ແນວໃດ? ພວກເຂົາໄດ້ມັນມາດ້ວຍການສໍ້ໂກງທັງສິ້ນ. ໃນອະດີດ, ພວກເຮົາໄດ້ເວົ້າເຖິງຜູ້ຍິງໂງ່ຄົນໜຶ່ງ ເຊິ່ງເປັນຜູ້ຕໍ່ຕ້ານພຣະຄຣິສຕົ້ນສະບັບ. ເມື່ອເຮືອນຂອງພຣະເຈົ້າກຳລັງສ້ອມແປງອາຄານຄຣິສຕະຈັກ, ລາວໄດ້ຮ່ວມມືກັບຜູ້ຊາຍຄົນໜຶ່ງເພື່ອນຳໃຊ້ເງິນຂອງຄຣິສຕະຈັກຢ່າງສໍ້ໂກງ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ເຮືອນຂອງພຣະເຈົ້າ. ເມື່ອຜູ້ຊາຍຄົນນີ້ດຳເນີນການສ້ອມແປງ, ລາວກໍໄດ້ຫັກຫົວຄິວໃນວິທີດຽວກັນກັບທີ່ຜູ້ຮັບເໝົາທີ່ບໍ່ມີຄວາມເຊື່ອອາດຈະເຮັດ, ໂດຍຊື້ແຕ່ສິ່ງຂອງທີ່ມີລາຄາແພງໃນທຸກສິ່ງທີ່ລາວຊື້ ແລະ ໃຊ້ຈ່າຍເງິນຕື່ມອີກຫຼາຍ. ເມື່ອບາງຄົນສັງເກດເຫັນວ່າມີບັນຫາ, ຜູ້ຍິງໂງ່ຄົນນີ້ກໍໄດ້ຊ່ວຍລາວປົກປິດ ແລະ ເຊື່ອງຊ້ອນສິ່ງນີ້ ແລະ ພວກເຂົາກໍໄດ້ຫຼອກລວງເອົາເງິນຂອງເຮືອນຂອງພຣະເຈົ້າໄປນຳກັນ. ໃນທີ່ສຸດ, ພວກເຂົາກໍຖືກຈັບໄດ້ ແລະ ທັງສອງຄົນກໍຖືກຂັບໄລ່ອອກ. ໃນເລື່ອງນີ້, ພວກເຂົາໄດ້ເຮັດໃຫ້ຕົນເອງພິນາດ ແລະ ທຳລາຍຊີວິດຂອງພວກເຂົາ. ການຮ້ອງໄຫ້ຂີ້ມູກໄຫຼເຮັດໃຫ້ພວກເຂົາໄດ້ຮັບຜົນດີໃດໆບໍ? ເນື່ອງຈາກສິ່ງຕ່າງໆໄດ້ກາຍເປັນແບບນີ້ໃນທີ່ສຸດ, ແລ້ວເປັນຫຍັງພວກເຂົາຈຶ່ງກະທຳແບບນັ້ນຕັ້ງແຕ່ເລີ່ມຕົ້ນ? ເປັນຫຍັງຜູ້ຍິງໂງ່ຄົນນັ້ນຈຶ່ງບໍ່ຄິດໃຫ້ຮອບຄອບໃນຕອນທີ່ລາວກຳລັງນຳໃຊ້ເຄື່ອງຖວາຍຢ່າງສໍ້ໂກງ? ມັນເກີນໄປບໍທີ່ເຮືອນຂອງພຣະເຈົ້າຂັບໄລ່ລາວອອກ ແລະ ໃຫ້ລາວສົ່ງເງິນຄືນ? (ບໍ່, ມັນບໍ່ເກີນໄປ). ລາວສົມຄວນແລ້ວ! ຄົນປະເພດນີ້ບໍ່ສົມຄວນໄດ້ຮັບຄວາມສົງສານ. ບໍ່ມີຄວາມເມດຕາສຳລັບພວກເຂົາ. ແລ້ວກໍມີຜູ້ນໍາຍິງທີ່ພວກເຮົາໄດ້ເວົ້າເຖິງກ່ອນໜ້ານີ້. ລາວໄດ້ລັກເອົາເງິນຈຳນວນຫຼາຍຂອງຄຣິສຕະຈັກໄປຢ່າງລັບໆ ແລ້ວໃຫ້ຜູ້ບໍ່ມີຄວາມເຊື່ອຢືມ. ຕໍ່ມາ, ລາວກໍຖືກຈັດການເຊັ່ນກັນ. ອາດຈະມີບາງຄົນທີ່ຄິດກັບຕົນເອງວ່າ “ລາວພຽງແຕ່ໃຫ້ຢືມເງິນໜ້ອຍໜຶ່ງ ບໍ່ແມ່ນບໍ? ໃຫ້ລາວຈ່າຍຄືນ ແລ້ວກໍໃຫ້ມັນຈົບໄປ. ເປັນຫຍັງຈຶ່ງຄັດລາວອອກ? ນັ້ນໝາຍຄວາມວ່າຄົນທີ່ຂ້ອນຂ້າງດີຄົນໜຶ່ງກາຍເປັນຜູ້ບໍ່ມີຄວາມເຊື່ອໃນພິບຕາດຽວ ແລະ ຕ້ອງອອກໄປເຮັດວຽກເພື່ອຫາລ້ຽງຊີບ. ລາວຊ່າງໜ້າສົງສານຫຼາຍ!” ຄົນຜູ້ນີ້ໜ້າສົງສານບໍ? ເປັນຫຍັງເຈົ້າຈຶ່ງບໍ່ເວົ້າວ່າລາວໜ້າລັງກຽດແທນ? ເປັນຫຍັງເຈົ້າຈຶ່ງບໍ່ລອງເບິ່ງສິ່ງທີ່ລາວໄດ້ເຮັດ? ສິ່ງທີ່ລາວໄດ້ເຮັດນັ້ນພຽງພໍທີ່ຈະເຮັດໃຫ້ເຈົ້າລັງກຽດໄປຕະຫຼອດຊີວິດຂອງເຈົ້າ ແລະ ເຈົ້າພັດມາສົງສານລາວຢູ່ນີ້! ຄົນທີ່ສົງສານລາວ, ພວກເຂົາເປັນຄົນປະເພດໃດ? ພວກເຂົາລ້ວນແຕ່ເປັນຄົນເບົາປັນຍາ ແລະ ເປັນຄົນທີ່ສະແດງຄວາມໃຈດີຕໍ່ທຸກຄົນຢ່າງບໍ່ເລືອກໜ້າ.
5). ການລັກຂະໂມຍເຄື່ອງຖວາຍ
ມີການສະແດງອອກສຸດທ້າຍຢ່າງໜຶ່ງຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຄວບຄຸມການເງິນຂອງຄຣິສຕະຈັກ ແລະ ນັ້ນກໍຄືການລັກເຄື່ອງຖວາຍ. ເມື່ອຖວາຍເຄື່ອງຖວາຍ, ຄົນທີ່ໂງ່ຈ້າບາງຄົນຍຶດໝັ້ນໃນຫຼັກການທີ່ວ່າ “ບໍ່ໃຫ້ມືຊ້າຍຮູ້ວ່າມືຂວາກຳລັງເຮັດຫຍັງ” ແລ້ວພວກເຂົາກໍເອົາເງິນທຶນທີ່ພວກເຂົາກຳລັງຖວາຍນັ້ນໄປໄວ້ໃນມືຂອງຄົນທີ່ພວກເຂົາເອງກໍບໍ່ແນ່ໃຈວ່າສາມາດໄວ້ໃຈໄດ້ ຫຼື ບໍ່. ພວກເຂົາເວົ້າວ່າ “ເຄື່ອງຖວາຍທີ່ຂ້ອຍກຳລັງຖວາຍໃນຄັ້ງນີ້ເປັນຈຳນວນເງິນທີ່ຂ້ອນຂ້າງຫຼາຍ, ສະນັ້ນ ຢ່າໃຫ້ຄົນອື່ນຮູ້ກ່ຽວກັບເລື່ອງນີ້ ແລະ ຢ່າບັນທຶກມັນລົງໃນປຶ້ມບັນຊີ. ຂ້ອຍກຳລັງເຮັດສິ່ງນີ້ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນຕໍ່ໜ້າຄົນອື່ນ. ຕາບໃດທີ່ພຣະເຈົ້າຮູ້ກ່ຽວກັບເລື່ອງນີ້, ນັ້ນກໍພຽງພໍແລ້ວ. ຖ້າພວກເຮົາໃຫ້ອ້າຍເອື້ອຍນ້ອງຮູ້, ພວກເຂົາກໍອາດຈະເຄົາລົບບູຊາຂ້ອຍ. ສະນັ້ນ, ເພື່ອຫຼີກລ່ຽງບໍ່ໃຫ້ພວກເຂົາຍົກຍ້ອງຂ້ອຍ, ຂ້ອຍຈຶ່ງເຮັດສິ່ງນີ້ຢ່າງລັບໆ”. ຫຼັງຈາກທີ່ເຮັດສິ່ງນີ້ແລ້ວ, ພວກເຂົາກໍຮູ້ສຶກດີກັບຕົນເອງພໍສົມຄວນ ໂດຍຄິດວ່າ “ຂ້ອຍໄດ້ຖວາຍເຄື່ອງຖວາຍຂອງຂ້ອຍຢ່າງມີຫຼັກການ, ບໍ່ໂອ້ອວດ ແລະ ໃນລັກສະນະທີ່ໃຈເຢັນ, ໂດຍບໍ່ມີການບັນທຶກ ແລະ ເຮັດມັນໂດຍທີ່ບໍ່ມີອ້າຍເອື້ອຍນ້ອງຄົນໃດຮັບຮູ້”. ແຕ່ວິທີການເຮັດສິ່ງຕ່າງໆທີ່ໂງ່ຈ້ານີ້ໄດ້ສ້າງຊ່ອງຫວ່າງໄວ້ໃຫ້ຄົນໂລບມາກສວຍໂອກາດ. ທັນທີທີ່ໄດ້ຖວາຍເຄື່ອງຖວາຍແລ້ວ, ຜູ້ຕໍ່ຕ້ານພຣະຄຣິສທີ່ພວກເຂົາເອົາເຄື່ອງຖວາຍໃຫ້ກໍໄປຝາກມັນໄວ້ໃນທະນາຄານ, ໂດຍເອົາມັນມາເປັນຂອງຕົນເອງ. ແລ້ວພວກເຂົາເຖິງກັບຈະບອກຄົນທີ່ຖວາຍເຄື່ອງຖວາຍນັ້ນວ່າ “ຄັ້ງຕໍ່ໄປທີ່ເຈົ້າຖວາຍເຄື່ອງຖວາຍ, ເຈົ້າຕ້ອງເຮັດໃນວິທີດຽວກັນນີ້. ການເຮັດແບບນີ້ແມ່ນຖືກຕ້ອງ ແລະ ສອດຄ່ອງກັບຫຼັກການ; ຄົນເຮົາຕ້ອງບໍ່ໂອ້ອວດໃນຂະນະທີ່ຖວາຍເຄື່ອງຖວາຍ. ເຮືອນຂອງພຣະເຈົ້າໄດ້ກ່າວໄວ້ວ່າ ບໍ່ຮຽກຮ້ອງໃຫ້ຜູ້ຄົນຖວາຍເຄື່ອງຖວາຍ. ສິ່ງນີ້ໝາຍຄວາມວ່າທາງເຮືອນຂອງພຣະເຈົ້າກຳລັງຂໍໃຫ້ຜູ້ຄົນບໍ່ໂອ້ອວດ, ບໍ່ໃຫ້ເວົ້າເຖິງເຄື່ອງຖວາຍຂອງພວກເຂົາເຖິງແມ່ນວ່າຫຼັງຈາກທີ່ຖວາຍແລ້ວກໍຕາມ, ທັງບໍ່ໃຫ້ເປີດເຜີຍຈຳນວນເງິນທີ່ໄດ້ໃຫ້ໄປ ແລະ ແຮງບໍ່ຕ້ອງເວົ້າວ່າໃຫ້ໃຜ”. ຄົນທີ່ຖວາຍເຄື່ອງຖວາຍນີ້ສາມາດເບິ່ງທະລຸຜູ້ຄົນໄດ້ບໍ? ເປັນຫຍັງພວກເຂົາຈຶ່ງເຮັດການກະທຳທີ່ໂງ່ຈ້າແບບນັ້ນ? ດ້ວຍຄວາມທີ່ບໍ່ຮູ້ເລີຍວ່າຫົວໃຈຂອງມະນຸດສາມາດຊົ່ວຊ້າ ແລະ ຊົ່ວຮ້າຍໄດ້ສໍ່າໃດ, ພວກເຂົາຈຶ່ງໄວ້ໃຈຄົນຜູ້ນີ້ຢ່າງເຕັມທີ່ ແລະ ໃນທີ່ສຸດ, ເງິນຂອງພວກເຂົາກໍຖືກລັກໄປ. ນີ້ຄືກໍລະນີທີ່ຄົນໃດຄົນໜຶ່ງເປີດຊ່ອງຫວ່າງໃຫ້ຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງປ່ອຍໃຫ້ພວກເຂົາລັກເງິນໄປ. ແຕ່ມີກໍລະນີທີ່ຜູ້ຕໍ່ຕ້ານພຣະຄຣິສຍັງສາມາດລັກເງິນໄດ້ໂດຍທີ່ບໍ່ໄດ້ເປີດຊ່ອງຫວ່າງໃຫ້ບໍ? ມີກໍລະນີທີ່ຄົນໃດຄົນໜຶ່ງ, ໃນຂະນະທີ່ເຮັດບັນຊີ, ຕັ້ງໃຈບັນທຶກຈຳນວນເງິນຜິດ ຫຼື ບັນທຶກຈຳນວນເງິນທີ່ໜ້ອຍກວ່າ ແລ້ວລັກເອົາເງິນອອກໄປຢ່າງລັບໆເທື່ອລະໜ້ອຍໃນເວລາທີ່ຜູ້ຄົນບໍ່ໄດ້ໃສ່ໃຈບໍ? ມີຄົນປະເພດນີ້ຢູ່ບໍ່ໜ້ອຍເລີຍ. ຄົນແບບນັ້ນໂລບມາກໃນຄວາມຮັ່ງມີ, ພວກເຂົາມີລັກສະນະທີ່ຕ່ຳຊ້າ ແລະ ປະສົງຮ້າຍ ແລະ ສາມາດເຮັດໄດ້ທຸກຢ່າງຕາບໃດທີ່ພວກເຂົາມີໂອກາດ. ມີຄຳກ່າວທີ່ວ່າ “ໂອກາດເປັນຂອງຄົນທີ່ກຽມພ້ອມ”. ຄົນທີ່ບໍ່ມີຄວາມໂລບຈະບໍ່ໃສ່ໃຈສິ່ງເຫຼົ່ານີ້ ແຕ່ຄົນໂລບມາກຈະໃສ່ໃຈຢູ່ສະເໝີ. ຈິດໃຈຂອງພວກເຂົາຄິດຢູ່ຕະຫຼອດເວລາກ່ຽວກັບການວາງແຜນ ແລະ ການຊອກຫາຊ່ອງຫວ່າງເພື່ອສວຍໂອກາດເມື່ອເວົ້າເຖິງເລື່ອງເງິນ, ໂດຍຄິດຫາວິທີທີ່ພວກເຂົາຈະສາມາດເອົາປຽບ ແລະ ໃຊ້ຈ່າຍເງິນນັ້ນໄດ້ຢ່າງລັບໆ.
ມີຜູ້ຍິງໂງ່ຄົນໜຶ່ງ. ມີຄັ້ງໜຶ່ງເມື່ອເຮົາກຳລັງລົມກັບລາວ, ເຮົາໄດ້ຍົກຫົວຂໍ້ກ່ຽວກັບການທີ່ຄຣິສຕະຈັກຕ້ອງການຕີພິມປຶ້ມຈຳນວນໜຶ່ງຂຶ້ນມາ ແລະ ຖາມວ່າລາວຮູ້ຫຍັງກ່ຽວກັບການຕີພິມ ຫຼື ບໍ່. ລາວຕອບກັບດ້ວຍທິດສະດີຢ່າງຫຼວງຫຼາຍ ແລ້ວກໍເວົ້າຕໍ່ທັນທີວ່າ “ໂດຍທົ່ວໄປແລ້ວ, ໂຮງພິມຈະໃຫ້ຄ່ານາຍໜ້າເມື່ອພວກເຂົາຕີພິມປຶ້ມ. ຖ້າພວກເຮົາໃຫ້ຜູ້ບໍ່ມີຄວາມເຊື່ອເຮັດວຽກນີ້, ມັນກໍແນ່ນອນວ່າຈະມີການເຮັດທຸລະກຳທີ່ບໍ່ໂປ່ງໃສຈຳນວນໜຶ່ງເກີດຂຶ້ນ ແລະ ພວກເຂົາກໍຈະສ້າງກຳໄລໃຫ້ກັບຕົນເອງຢ່າງລັບໆໄດ້ຫຼາຍຢ່າງແນ່ນອນ”. ໃນຂະນະທີ່ລາວເວົ້າ, ລາວກໍເລີ່ມສະແດງຄວາມປິຕິຍິນດີອອກມາ. ຕາຂອງລາວເປັ່ງປະກາຍ, ຄິ້ວຂອງລາວຍົກສູງຂຶ້ນເທິງໜ້າຜາກ ແລະ ແກ້ມຂອງລາວກໍແດງຂຶ້ນ ແລະ ລາວກໍມີຄວາມສຸກ ແລະ ຕື່ນເຕັ້ນ. ເຮົາຄິດກັບຕົນເອງວ່າ “ຖ້າເຈົ້າສາມາດຈັດການກັບວຽກຕີພິມນີ້ໄດ້ ກໍຮັບມັນໄປ ແລະ ບໍ່ວ່າເຈົ້າຈະຮູ້ກ່ຽວກັບມັນຫຼາຍສໍ່າໃດກໍຕາມ ກໍພຽງແຕ່ບອກເຮົາມາສໍ່ານັ້ນ. ເຈົ້າຈະຕື່ນເຕັ້ນຫຍັງຫຼາຍແທ້?”. ແຕ່ຫຼັງຈາກທີ່ເຮົາເລີ່ມໄຕ່ຕອງເລື່ອງນີ້ໃນໃຈຂອງເຮົາ, ເຮົາກໍຄິດອອກວ່າ: ມັນມີຜົນກຳໄລໃຫ້ກອບໂກຍຢູ່ບ່ອນນີ້. ລາວບໍ່ໄດ້ສົນໃຈເລີຍວ່າຈະຕີພິມແນວໃດ, ຈະຕີພິມປຶ້ມຫຍັງແດ່, ຄຸນນະພາບຈະເປັນແນວໃດ ຫຼື ຈະຊອກຫາໂຮງພິມແນວໃດ, ສິ່ງດຽວທີ່ລາວສົນໃຈກໍຄືການກິນເປີເຊັນ. ຍັງບໍ່ທັນໄດ້ເຮັດຫຍັງເລີຍ ແຕ່ລາວກໍເວົ້າເຖິງການກິນເປີເຊັນແລ້ວ. ເຮົາຄິດວ່າ “ຄວາມທຸກຍາກຄົງເຮັດໃຫ້ເຈົ້າເປັນບ້າໄປແລ້ວ. ເຈົ້າຫວັງທີ່ຈະໄດ້ເປີເຊັນຈາກການຕີພິມປຶ້ມໃຫ້ເຮືອນຂອງພຣະເຈົ້າແນວໃດ? ເມື່ອແຈກຢາຍປຶ້ມ, ເຮືອນຂອງພຣະເຈົ້າບໍ່ໄດ້ກຳໄລຈັກກີບ, ທຸກຢ່າງແມ່ນແຈກໃຫ້ລ້າໆ ແລ້ວເຈົ້າຍັງຢາກໄດ້ເປີເຊັນບໍ?”. ຜູ້ຍິງຄົນນີ້ບໍ່ໄດ້ກຳລັງລົນຫາບ່ອນຕາຍບໍ? ກ່ອນທີ່ເຮືອນຂອງພຣະເຈົ້າຈະຕົກລົງໃຫ້ລາວຮັບວຽກນີ້, ໃນຕອນທີ່ເຮົາພຽງແຕ່ສອບຖາມ, ລາວກໍເວົ້າເຖິງການກິນເປີເຊັນແລ້ວ. ຖ້າວຽກນີ້ຕົກຢູ່ໃນມືຂອງລາວແທ້ໆ, ລາວຈະບໍ່ຢຸດຢູ່ພຽງແຕ່ການກິນເປີເຊັນ ແລະ ລາວກໍອາດຈະລັກເອົາເງິນໄປທັງໝົດ, ບໍ່ວ່າເຈົ້າຈະໃຫ້ລາວຫຼາຍສໍ່າໃດກໍຕາມ, ນັ້ນກໍຄືຈຳນວນທີ່ລາວຈະໂກງເອົາເງິນເຈົ້າ, ນັ້ນກໍຄືຈຳນວນທີ່ລາວຈະລັກເອົາໄປ. ເຮົາເວົ້າເກີນຈິງບໍ? ຜູ້ຍິງໂງ່ຄົນນີ້ເປັນຄົນທີ່ຮ້າຍກາດແທ້ໆ, ແມ່ນບໍ? ຖ້າເຈົ້າຖາມເຮົາ, ລາວເປັນໂຈນ ແລະ ນັກເລງທີ່ກ້າຫາເງິນທຸກກີບທີ່ລາວສາມາດຫາໄດ້. ໃຫ້ເຮົາປະເລື່ອງທີ່ວ່າພຣະເຈົ້າເຫັນດີກັບສິ່ງນີ້ ຫຼື ບໍ່ໄວ້ກ່ອນບຶດໜຶ່ງ ແລ້ວພຽງແຕ່ຖາມອ້າຍເອື້ອຍນ້ອງວ່າ ລາວຈັດການເລື່ອງນີ້ຢ່າງມີຈິດສຳນຶກ ຫຼື ບໍ່, ພວກເຂົາສາມາດຍອມຮັບວິທີທີ່ລາວຈັດການກັບມັນໄດ້ ຫຼື ບໍ່ ແລະ ປະຊາກອນທີ່ພຣະເຈົ້າເລືອກສາມາດໃຫ້ອະໄພລາວໄດ້ ຫຼື ບໍ່.
ແລ້ວກໍມີບາງຄົນທີ່ພຽງແຕ່ເວົ້າເຖິງກໍໜ້າລັງກຽດແລ້ວ. ເມື່ອພວກເຂົາຮັບວຽກໃຫ້ເຮືອນຂອງພຣະເຈົ້າ, ພວກເຂົາກໍລວມຫົວກັນກັບຜູ້ບໍ່ມີຄວາມເຊື່ອເພື່ອປັ່ນລາຄາຂຶ້ນ, ເຮັດໃຫ້ເຮືອນຂອງພຣະເຈົ້າຕ້ອງຈ່າຍເງິນໃນຈຳນວນທີ່ແພງເກີນຈິງ ແລະ ໄດ້ຮັບຄວາມເສຍຫາຍ. ຖ້າເຈົ້າເວົ້າວ່າເຈົ້າຈະບໍ່ຊື້ມັນ ຫຼື ເຈົ້າຈະບໍ່ຕົກລົງຕາມຂໍ້ສະເໜີຂອງພວກເຂົາ, ພວກເຂົາທຸກຄົນກໍຈະໂມໂຫ ແລ້ວພະຍາຍາມທຸກວິທີທາງເພື່ອໂນ້ມນ້າວເຈົ້າ ຫຼື ຫ້າມປາມເຈົ້າ ແລະ ເອົາເງິນຈາກຄຣິສຕະຈັກໃຫ້ໄດ້. ເມື່ອຈ່າຍເງິນໃຫ້ຜູ້ບໍ່ມີຄວາມເຊື່ອໄປແລ້ວ ແລະ ພວກເຂົາໄດ້ຮັບຜົນປະໂຫຍດ ແລະ ຊື່ສຽງຂອງພວກເຂົາກໍໄດ້ຮັບການຍົກລະດັບຂຶ້ນອີກດ້ວຍ, ພວກເຂົາກໍມີຄວາມສຸກຄືກັບວ່າພວກເຂົາຫາກໍຖືກຫວຍ. ນີ້ຄືການເຂົ້າຂ້າງຄົນພາຍນອກ, ໃຊ້ຈ່າຍເຄື່ອງຖວາຍຢ່າງສິ້ນເປືອງ ແລະ ບໍ່ເຄີຍພະຍາຍາມໃຫ້ເຮືອນຂອງພຣະເຈົ້າໄດ້ຮັບຜົນປະໂຫຍດແມ່ນແຕ່ໜ້ອຍດຽວ. ເປັນຫຍັງຜູ້ຍິງໂງ່ເຫຼົ່ານັ້ນທີ່ຮັບຜິດຊອບການຕີພິມປຶ້ມຈຶ່ງຖືກປົດອອກ? ເພາະວ່າພວກເຂົາເຮັດໃຫ້ເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ ແລະ ກະທຳການໂດຍບໍ່ຄິດໜ້າຄິດຫຼັງ. ເມື່ອພວກເຂົາເຈລະຈາກັບຜູ້ບໍ່ມີຄວາມເຊື່ອ, ພວກເຂົາກໍເອົາແຕ່ກົດລາຄາລົງໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້, ຈົນເຖິງຂັ້ນທີ່ມັນຕໍ່າກວ່າມູນຄ່າຕົ້ນທຶນການຜະລິດດ້ວຍຊໍ້າ, ຈົນເຖິງຂັ້ນທີ່ມັນໜ້າລັງກຽດ ແລະ ຜູ້ບໍ່ມີຄວາມເຊື່ອກໍບໍ່ຢາກເຮັດທຸລະກິດກັບພວກເຂົາອີກຕໍ່ໄປ. ໃນທີ່ສຸດ, ຜູ້ບໍ່ມີຄວາມເຊື່ອກໍຈຳໃຈຕົກລົງ ແຕ່ຄຸນນະພາບກໍຖືກຫຼຸດລົງຢ່າງຫຼວງຫຼາຍ. ບອກເຮົາມາເບິ່ງວ່າ ມີໃຜຈັກຄົນບໍທີ່ຈະເຕັມໃຈເຮັດທຸລະກິດແບບຂາດທຶນ? ຜູ້ຄົນໃນໂລກນີ້ຕ້ອງເອົາຕົວລອດ ແລະ ໃນການເຮັດທຸລະກິດ ພວກເຂົາຕ້ອງຫາເງິນໃຫ້ພຽງພໍເພື່ອກວມເອົາຄ່າໃຊ້ຈ່າຍໃນການດຳລົງຊີວິດ ແລະ ຄ່າແຮງງານຂອງພວກເຂົາ ນອກເໜືອຈາກມູນຄ່າຕົ້ນທຶນການຜະລິດ. ຜູ້ຍິງເຫຼົ່ານີ້ບໍ່ຍອມໃຫ້ຜູ້ບໍ່ມີຄວາມເຊື່ອເຫຼົ່ານີ້ໄດ້ເງິນເລີຍ, ໂດຍເຈລະຈາລາຄາໃນວິທີທີ່ບໍ່ສົມເຫດສົມຜົນ ແລະ ກົດມັນລົງໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້, ໂດຍຕະຫຼອດເວລາກໍຄິດວ່າພວກເຂົາກຳລັງປະຢັດເງິນໃຫ້ເຮືອນຂອງພຣະເຈົ້າ, ແລ້ວມັນຈົບລົງແນວໃດ? ໃນທີ່ສຸດອີກຝ່າຍກໍຫຼຸດຄຸນນະພາບຂອງວຽກ ແລະ ການເຂົ້າເຫຼັ້ມ. ຖ້າພວກເຂົາບໍ່ທົດແທນສ່ວນທີ່ຂາດຫາຍໄປຢູ່ບ່ອນນີ້, ພວກເຂົາຈະບໍ່ຂາດທຶນບໍ? ຖ້າພວກເຂົາຕ້ອງຂາດທຶນ, ພວກເຂົາຈະເຮັດວຽກນີ້ບໍ? ພວກເຂົາຈະຍອມໃຫ້ຜູ້ຍິງເຫຼົ່ານັ້ນໄດ້ປຽບບໍ? ບໍ່, ນັ້ນເປັນໄປບໍ່ໄດ້. ຖ້າພວກເຂົາຍອມໃຫ້ຜູ້ຍິງເຫຼົ່ານັ້ນໄດ້ປຽບ, ແລ້ວພວກເຂົາກໍຄົງບໍ່ໄດ້ກຳລັງເຮັດທຸລະກິດ, ພວກເຂົາຄົງກຳລັງເຮັດການກຸສົນ. ຜູ້ຍິງໂງ່ເຫຼົ່ານັ້ນເບິ່ງເລື່ອງນີ້ບໍ່ທະລຸ, ພວກເຂົາຈັດການກັບໜ້າວຽກສຳລັບເຮືອນຂອງພຣະເຈົ້າດ້ວຍວິທີນີ້ ແລະ ເຮັດໃຫ້ທຸກຢ່າງວຸ້ນວາຍໄປໝົດ. ໃນທີ່ສຸດ, ພວກເຂົາກໍຍັງມີຂໍ້ອ້າງເຕັມໄປໝົດ ໂດຍເວົ້າວ່າ: “ຂ້ອຍກຳລັງຄິດເຖິງເຮືອນຂອງພຣະເຈົ້າ. ຂ້ອຍກຳລັງປະຢັດເງິນໃຫ້ເຮືອນຂອງພຣະເຈົ້າ. ປະຢັດໄດ້ໜຶ່ງກີບກໍຄືໜຶ່ງກີບ ແລະ ປະຢັດໄດ້ສອງກີບກໍໝາຍຄວາມວ່າໄດ້ກຳໄລໜຶ່ງກີບ!”. ພວກເຂົາກຳລັງເວົ້າຈາໄຮ້ສາລະ! ພວກເຂົາຮູ້ບໍວ່າກົດລະບຽບຂອງອຸດສາຫະກຳໝາຍເຖິງຫຍັງ? ພວກເຂົາຮູ້ບໍວ່າທຳນຽມປະຕິບັດ ແລະ ຄວາມສົມເຫດສົມຜົນໝາຍເຖິງຫຍັງ? ແລ້ວຜົນສຸດທ້າຍແມ່ນຫຍັງ? ປຶ້ມບາງເຫຼັ້ມມີຄຸນນະພາບຕໍ່າຫຼາຍ, ໜ້າເຈ້ຍເລີ່ມຫຼຸດອອກຫຼັງຈາກທີ່ເປີດໄດ້ສອງສາມຄັ້ງ ແລະ ປຶ້ມທັງຫົວກໍຂາດອອກຈາກກັນ, ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະອ່ານ, ສະນັ້ນ ຈຶ່ງບໍ່ມີທາງເລືອກອື່ນນອກຈາກຕ້ອງຕີພິມໃໝ່ທັງໝົດ. ນີ້ເປັນການປະຢັດເງິນ ຫຼື ເປັນການເສຍເງິນຫຼາຍກວ່າເກົ່າ? (ມັນເສຍເງິນຫຼາຍກວ່າເກົ່າ). ນີ້ຄືຄວາມເສຍຫາຍທີ່ຜູ້ຍິງໂງ່ເຫຼົ່ານັ້ນໄດ້ກໍ່ຂຶ້ນ.
ຂໍ້ເທັດຈິງທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ເຄື່ອງຖວາຍແມ່ນຂາດຫຼັກການ ແລະ ຄວາມເປັນມະນຸດຢ່າງສິ້ນເຊີງ ແລະ ໄດ້ສະແດງໃຫ້ເຫັນຢ່າງຊັດເຈນເຖິງອຸປະນິໄສທີ່ຊົ່ວຊ້າ ແລະ ໂຫດຮ້າຍຂອງພວກເຂົາ. ເມື່ອພິຈາລະນາຈາກວິທີທີ່ພວກເຂົາປະຕິບັດຕໍ່ເຄື່ອງຖວາຍ ແລະ ທຸກສິ່ງທີ່ເປັນຂອງພຣະເຈົ້າ, ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຂັດພຣະເຈົ້າຢ່າງແທ້ຈິງ. ພວກເຂົາຖືວ່າເຄື່ອງຖວາຍທີ່ເປັນຂອງພຣະເຈົ້ານັ້ນໜ້າດູຖູກທີ່ສຸດ, ໂດຍຫຼິ້ນກັບພວກມັນ ແລະ ປະຕິບັດຕໍ່ພວກມັນຕາມທີ່ພວກເຂົາຕ້ອງການ, ບໍ່ສະແດງຄວາມເຄົາລົບແມ່ນແຕ່ໜ້ອຍດຽວ ແລະ ຂາດຂອບເຂດໃດໆ. ຖ້າພວກເຂົາເປັນແບບນີ້ໃນການປະຕິບັດຕໍ່ສິ່ງທີ່ເປັນຂອງພຣະເຈົ້າ, ແລ້ວພວກເຂົາຈະປະຕິບັດຕໍ່ພຣະເຈົ້າແນວໃດ? ຫຼື ພຣະທຳທີ່ພຣະອົງກ່າວ? ຄຳຕອບນັ້ນຊັດເຈນໃນຕົວມັນເອງແລ້ວ. ນີ້ຄືແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ, ເປັນແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສທີ່ຖືກຄອບງຳໂດຍຄວາມຊົ່ວຊ້າ ແລະ ຄວາມໂຫດຮ້າຍ; ນີ້ຄືຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ຈົ່ງຈື່ສິ່ງນີ້ໄວ້: ເມື່ອເວົ້າເຖິງຄົນທີ່ສາມາດໃຊ້ຈ່າຍຢ່າງສິ້ນເປືອງ, ນຳໃຊ້ຢ່າງບໍ່ເໝາະສົມ, ໃຫ້ຢືມ, ນໍາໃຊ້ຢ່າງສໍ້ໂກງ ຫຼື ລັກເຄື່ອງຖວາຍ ກໍບໍ່ຈຳເປັນຕ້ອງສັງເກດການສະແດງອອກອື່ນໆອີກ. ຕາບໃດທີ່ມີໜຶ່ງໃນໝວດໝູ່ການສະແດງອອກເຫຼົ່ານີ້, ມັນກໍພຽງພໍແລ້ວທີ່ຈະກຳນົດລັກສະນະຄົນຜູ້ນີ້ວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າບໍ່ຈຳເປັນຕ້ອງສອບຖາມ ຫຼື ສືບສວນ ແລະ ຍິ່ງບໍ່ຕ້ອງກວດກາພວກເຂົາ ເພື່ອເບິ່ງວ່າພວກເຂົາເປັນຄົນປະເພດນີ້ ຫຼື ບໍ່ ແລະ ໃນອະນາຄົດພວກເຂົາອາດຈະສາມາດເຮັດສິ່ງເຫຼົ່ານີ້ໄດ້ ຫຼື ບໍ່. ຕາບໃດທີ່ພວກເຂົາເຂົ້າເກນແມ່ນແຕ່ໜຶ່ງໃນໝວດໝູ່ການສະແດງອອກເຫຼົ່ານີ້, ສິ່ງນີ້ກໍກຳນົດໃຫ້ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ, ເປັນສັດຕູຂອງພຣະເຈົ້າແລ້ວ. ພວກເຈົ້າທຸກຄົນລອງເບິ່ງແມ: ບໍ່ວ່າຈະເປັນຜູ້ນຳທີ່ພວກເຈົ້າໄດ້ເລືອກຕັ້ງແລ້ວ ຫຼື ຜູ້ນຳທີ່ພວກເຈົ້າຕັດສິນໃຈຈະເລືອກຕັ້ງ ຫຼື ຄົນໃດຄົນໜຶ່ງໃນບັນດາຜູ້ຄົນທີ່ພວກເຈົ້າຖືວ່າຂ້ອນຂ້າງດີ, ຜູ້ໃດກໍຕາມທີ່ສະແດງການປະພຶດແບບນີ້ ຫຼື ມີທ່າອ່ຽງແບບນີ້, ກໍບໍ່ສາມາດຫຼີກໜີຈາກການເປັນຜູ້ຕໍ່ຕ້ານພຣະຄຣິສໄດ້.
ພວກເຈົ້າໄດ້ຮັບບົດຮຽນບາງຢ່າງຈາກສິ່ງທີ່ເຮົາໄດ້ໂອ້ລົມໃນມື້ນີ້ບໍ? ພວກເຈົ້າໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມຈິງແລ້ວບໍ? ພວກເຈົ້າບໍ່ສາມາດເວົ້າກ່ຽວກັບເລື່ອງນີ້ໄດ້ຢ່າງຊັດເຈນ, ສະນັ້ນ ເຮົາຈະບອກພວກເຈົ້າວ່າພວກເຈົ້າຄວນໄດ້ຮັບບົດຮຽນປະເພດໃດ. ເຈົ້າຕ້ອງບໍ່ຄິດຫາວິທີເອົາຜົນປະໂຫຍດຈາກສິ່ງທີ່ຜູ້ຄົນຖວາຍແດ່ພຣະເຈົ້າ. ບໍ່ວ່າສິ່ງເຫຼົ່ານີ້ຈະເປັນຫຍັງກໍຕາມ, ບໍ່ວ່າພວກມັນຈະມີຄ່າ ຫຼື ບໍ່, ບໍ່ວ່າເຈົ້າຈະມີປະໂຫຍດໃນການໃຊ້ພວກມັນ ຫຼື ບໍ່, ບໍ່ວ່າພວກມັນຈະລໍ້າຄ່າ ຫຼື ບໍ່, ເຈົ້າກໍຕ້ອງບໍ່ຄິດວາງແຜນກ່ຽວກັບພວກມັນ. ຈົ່ງອອກໄປ ແລະ ຫາເງິນຖ້າເຈົ້າມີຄວາມສາມາດ, ຫາໃຫ້ຫຼາຍເທົ່າທີ່ເຈົ້າຕ້ອງການ, ຈະບໍ່ມີໃຜມາແຊກແຊງກັບສິ່ງນີ້, ແຕ່ເຈົ້າຕ້ອງບໍ່ຄິດວາງແຜນກ່ຽວກັບເຄື່ອງຖວາຍຂອງພຣະເຈົ້າຢ່າງເດັດຂາດ. ຄວາມຕື່ນຕົວນີ້ແມ່ນສິ່ງທີ່ພວກເຈົ້າຄວນມີ; ຄວາມມີເຫດຜົນນີ້ແມ່ນສິ່ງທີ່ພວກເຈົ້າຄວນມີ. ຂ້າງເທິງນີ້ຄືບົດຮຽນໜຶ່ງ. ອີກບົດຮຽນໜຶ່ງກໍຄື ຜູ້ໃດກໍຕາມທີ່ກ່ຽວຂ້ອງກັບການໃຊ້ຈ່າຍຢ່າງສິ້ນເປືອງ, ການນຳໃຊ້ຢ່າງບໍ່ເໝາະສົມ, ການໃຫ້ຢືມ, ການນໍາໃຊ້ຢ່າງລໍ້ລວງ ແລະ ການລັກເຄື່ອງຖວາຍ ຕ້ອງຖືກຖືວ່າເປັນຄົນປະເພດດຽວກັບຢູດາ. ຄົນທີ່ໄດ້ກະທຳການ ແລະ ການປະຕິບັດປະເພດນີ້ແມ່ນໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າແລ້ວ ແລະ ພຣະເຈົ້າຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ເຈົ້າຕ້ອງບໍ່ມີຄວາມຄິດທີ່ຫວັງໂຊກຊ່ວຍໃນເລື່ອງນີ້. ເຮົາໄດ້ເວົ້າແບບນີ້ແລ້ວ ແລະ ພຣະເຈົ້າກໍຈະເຮັດໃຫ້ສິ່ງເຫຼົ່ານີ້ສຳເລັດ. ສິ່ງນີ້ຖືກກຳນົດໄວ້ແລ້ວ ແລະ ບໍ່ມີຊ່ອງຫວ່າງສຳລັບການຕໍ່ລອງ. ບາງຄົນຈະເວົ້າວ່າ: “ມີບໍລິບົດໃນການນຳໃຊ້ຢ່າງບໍ່ເໝາະສົມຂອງຂ້ອຍ: ຂ້ອຍຍັງນ້ອຍ ແລະ ໂງ່ຈ້າໃນຕອນທີ່ຂ້ອຍໃຊ້ຈ່າຍເງິນນັ້ນຢ່າງບໍ່ລະມັດລະວັງ, ແຕ່ຂ້ອຍບໍ່ໄດ້ຫຼອກລວງເອົາເງິນຈາກເຮືອນຂອງພະເຈົ້າໄປຫຼາຍປານໃດ, ຂ້ອຍພຽງແຕ່ລັກໄປ 20 ຫາ 30 ຫຼື 30 ຫາ 50 ຢວນ”. ແຕ່ວ່າມັນບໍ່ແມ່ນເລື່ອງຂອງຈຳນວນ; ບັນຫາກໍຄື ເມື່ອເຈົ້າເຮັດສິ່ງນີ້, ເປົ້າໝາຍໃນການກະທຳຂອງເຈົ້າກໍຄືພຣະເຈົ້າ. ເຈົ້າໄດ້ແຕະຕ້ອງສິ່ງຂອງຂອງພຣະເຈົ້າ ແລະ ການເຮັດແບບນັ້ນແມ່ນຍອມຮັບບໍ່ໄດ້. ສິ່ງຂອງຂອງພຣະເຈົ້າບໍ່ແມ່ນຊັບສິນສ່ວນລວມ, ພວກມັນບໍ່ແມ່ນຂອງທຸກຄົນ, ພວກມັນບໍ່ແມ່ນຂອງຄຣິສຕະຈັກ, ພວກມັນບໍ່ແມ່ນຂອງເຮືອນຂອງພຣະເຈົ້າ, ພວກມັນເປັນຂອງພຣະເຈົ້າ ແລະ ເຈົ້າຕ້ອງບໍ່ສັບສົນກັບແນວຄິດເຫຼົ່ານີ້. ພຣະເຈົ້າບໍ່ໄດ້ຄິດແບບນັ້ນ ແລະ ພຣະອົງກໍບໍ່ໄດ້ບອກເຈົ້າວ່າ “ສິ່ງຂອງ ແລະ ເຄື່ອງຖວາຍຂອງເຮົາເປັນຂອງຄຣິສຕະຈັກ ແລະ ພວກມັນຕ້ອງຖືກຈັດສັນໂດຍຄຣິສຕະຈັກ”, ຍິ່ງບໍ່ຕ້ອງເວົ້າເຖິງວ່າ “ເຄື່ອງຖວາຍທັງໝົດແດ່ເຮົາແມ່ນເປັນຂອງຄຣິສຕະຈັກ, ເປັນຂອງເຮືອນຂອງພຣະເຈົ້າ ແລະ ຢູ່ພາຍໃຕ້ການດູແລຂອງອ້າຍເອື້ອຍນ້ອງ ແລະ ຜູ້ໃດກໍຕາມທີ່ຕ້ອງການໃຊ້ພວກມັນກໍພຽງແຕ່ຕ້ອງລາຍງານມັນ”. ພຣະເຈົ້າບໍ່ໄດ້ກ່າວສິ່ງດັ່ງກ່າວ, ພຣະອົງບໍ່ເຄີຍກ່າວສິ່ງນີ້. ແລ້ວພຣະເຈົ້າກ່າວວ່າແນວໃດ? ສິ່ງທີ່ຖວາຍແກ່ພຣະເຈົ້າແມ່ນເປັນຂອງພຣະເຈົ້າ ແລະ ຫຼັງຈາກທີ່ສິ່ງນີ້ຖືກນຳມາຖວາຍເທິງແທ່ນບູຊາແລ້ວ, ມັນກໍເປັນຂອງພຣະເຈົ້າຕະຫຼອດໄປ ແລະ ບໍ່ມີມະນຸດຄົນໃດມີສິດ ຫຼື ອຳນາດທີ່ຈະນຳໃຊ້ມັນໂດຍບໍ່ໄດ້ຮັບອະນຸຍາດ. ການຄິດວາງແຜນກ່ຽວກັບເຄື່ອງຖວາຍ ແລະ ດຳເນີນການນຳໃຊ້ຢ່າງບໍ່ເໝາະສົມ, ນຳໃຊ້ຢ່າງຫຼອກລວງ, ລັກ, ໃຫ້ຢືມ ແລະ ໃຊ້ຈ່າຍພວກມັນຢ່າງສິ້ນເປືອງ, ການກະທຳທັງໝົດເຫຼົ່ານີ້ຖືກກ່າວໂທດວ່າເປັນການລ່ວງເກີນອຸປະນິໄສຂອງພຣະເຈົ້າ, ເປັນການກະທຳຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເທົ່າກັບບາບແຫ່ງການໝິ່ນປະໝາດພຣະວິນຍານບໍລິສຸດ, ເຊິ່ງພຣະເຈົ້າຈະບໍ່ມີວັນໃຫ້ອະໄພເຈົ້າ. ນັ້ນຄືກຽດສັກສີຂອງພຣະເຈົ້າ ແລະ ຜູ້ຄົນຕ້ອງບໍ່ປະໝາດມັນ. ເມື່ອເຈົ້າປຸ້ນ ຫຼື ລັກຈາກຄົນອື່ນ, ເຈົ້າອາດຈະຖືກຕັດສິນຈຳຄຸກໜຶ່ງຫາສອງປີ ຫຼື ສາມຫາຫ້າປີຕາມກົດໝາຍ ແລະ ຫຼັງຈາກທີ່ເຈົ້າຖືກຈຳຄຸກເປັນເວລາສາມຫາຫ້າປີແລ້ວ, ເຈົ້າກໍຈະບໍ່ມີຄວາມຜິດໃນອາດຊະຍາກຳໃດໆອີກຕໍ່ໄປ. ແຕ່ເມື່ອເຈົ້າເອົາ ແລະ ນຳໃຊ້ສິ່ງຂອງຂອງພຣະເຈົ້າ, ເຄື່ອງຖວາຍຂອງພຣະເຈົ້າ, ນີ້ຄືບາບທີ່ຖາວອນໃນສາຍພຣະເນດຂອງພຣະເຈົ້າ, ເປັນບາບທີ່ບໍ່ສາມາດໃຫ້ອະໄພໄດ້. ເຮົາໄດ້ກ່າວພຣະທຳເຫຼົ່ານີ້ກັບເຈົ້າແລ້ວ ແລະ ຜູ້ໃດກໍຕາມທີ່ຝ່າຝືນພວກມັນກໍຈະຕ້ອງຮັບຜົນທີ່ຕາມມາ. ເມື່ອເວລານັ້ນມາເຖິງ, ເຈົ້າຢ່າຈົ່ມວ່າເຮົາບໍ່ໄດ້ບອກເຈົ້າກໍແລ້ວກັນ. ເຮົາໄດ້ເຮັດໃຫ້ພຣະທຳຂອງເຮົາຊັດເຈນສຳລັບເຈົ້າຢູ່ທີ່ນີ້ໃນມື້ນີ້ແລ້ວ, ຕອກພວກມັນຄືກັບຕອກຕະປູໃສ່ກະດານ ແລະ ນີ້ຄືສິ່ງທີ່ຈະເກີດຂຶ້ນ. ມັນຂຶ້ນຢູ່ກັບເຈົ້າວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່. ມີຄົນທີ່ເວົ້າວ່າພວກເຂົາບໍ່ຢ້ານ. ເອົາລະ, ຖ້າເຈົ້າບໍ່ຢ້ານ, ກໍລໍຖ້າເບິ່ງວ່າສິ່ງຕ່າງໆຈະເປັນແນວໃດ. ຢ່າລໍຖ້າຈົນກວ່າເຈົ້າຈະຖືກລົງໂທດ, ເພາະເມື່ອຮອດຈຸດນັ້ນ ມັນກໍຈະຊ້າເກີນໄປແລ້ວທີ່ຈະຮ້ອງໄຫ້, ກັດແຂ້ວ ແລະ ຕີເອິກຂອງເຈົ້າ.
ວັນທີ 24 ຕຸລາ 2020