ລາຍການທີສິບ: ພວກເຂົາດູຖູກຄວາມຈິງ, ດູໝິ່ນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງໃນເຮືອນຂອງພຣະເຈົ້າ (ພາກທີສີ່)
II. ການດູຖູກເນື້ອໜັງທີ່ພຣະເຈົ້າບັງເກີດເປັນ
ໃນການໂອ້ລົມຄັ້ງຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຫົວຂໍ້ຍ່ອຍທີສອງຂອງການສະແດງອອກທີສິບຂອງຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄື ການດູຖູກເນື້ອໜັງທີ່ພຣະເຈົ້າບັງເກີດເປັນ. ພວກເຮົາໂອ້ລົມກັນຮອດໃສແລ້ວ? (ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະຄຣິສໂດຍຂຶ້ນກັບອາລົມຂອງພວກເຂົາ.) ພວກເຮົາໂອ້ລົມຮອດຫົວຂໍ້ “ວິທີທີ່ພວກເຂົາປະຕິບັດຕໍ່ພຣະຄຣິສໂດຍຂຶ້ນກັບອາລົມຂອງພວກເຂົາ”. ກ່ອນອື່ນ ໃຫ້ພວກເຮົາທົບທວນຄືນວ່າໄດ້ໂອ້ລົມກັນດ້ານໃດແດ່ແລ້ວ. ມີຈັກສະຖານະການທີ່ຖືກໄຈ້ແຍກກ່ຽວກັບ “ຂຶ້ນກັບອາລົມຂອງພວກເຂົາ”? (ມີຫ້າສະຖານະການ: ພຶດຕິກຳຂອງພວກເຂົາເມື່ອປະເຊີນກັບການຖືກລິຮານ, ພຶດຕິກຳຂອງພວກເຂົາຕໍ່ພຣະຄຣິສເມື່ອພຣະອົງຖືກໄລ່ລ່າ, ພຶດຕິກຳຂອງພວກເຂົາເມື່ອພວກເຂົາເກີດແນວຄິດຕໍ່ພຣະຄຣິສ, ພຶດຕິກຳຂອງພວກເຂົາເມື່ອພວກເຂົາຖືກເລື່ອນຕໍາແໜ່ງ ຫຼື ຖືກໄລ່ອອກ ແລະ ເມື່ອປະເຊີນກັບສະພາບແວດລ້ອມທີ່ແຕກຕ່າງກັນ.) ກໍປະມານນັ້ນ. ເມື່ອພວກເຈົ້າຟັງເນື້ອໃນຂອງດ້ານເຫຼົ່ານີ້, ພວກເຈົ້າກໍພຽງແຕ່ຟັງກ່ຽວກັບເຫດການທີ່ຢູ່ພາຍໃນນັ້ນ ຫຼື ພວກເຈົ້າທຽບເຫດການເຫຼົ່ານັ້ນໃສ່ກັບຕົນເອງ, ໄດ້ຮັບ ແລະ ເຂົ້າໃຈຄວາມຈິງຜ່ານເຫດການເຫຼົ່ານີ້ບໍ? ພວກເຈົ້າຟັງດ້ວຍມຸມມອງແບບໃດ? (ເມື່ອພຣະເຈົ້າເປີດເຜີຍ ແລະ ໄຈ້ແຍກສະພາວະ ແລະ ການສະແດງອອກເຫຼົ່ານີ້, ຂ້ອຍສາມາດທຽບໃສ່ກັບຕົນເອງໄດ້. ບາງຄັ້ງ, ພຶດຕິກຳຂອງຂ້ອຍອາດຈະບໍ່ຄືກັບການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງສິ້ນເຊີງ, ແຕ່ອຸປະນິໄສ ແລະ ແກ່ນແທ້ທຳມະຊາດທີ່ຖືກເປີດເຜີຍນັ້ນຄືກັນ.) ສະພາວະ, ການສະແດງອອກ ແລະ ແກ່ນແທ້ທີ່ຖືກເປີດເຜີຍນັ້ນມີຢູ່ໃນທຸກຄົນໃນລະດັບທີ່ແຕກຕ່າງກັນ. ເມື່ອຜູ້ຄົນເລີ່ມເຊື່ອໃນພຣະເຈົ້າທຳອິດ, ມັນຍາກສຳລັບພວກເຂົາທີ່ຈະສັງເກດເຫັນການສະແດງອອກຂອງອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ໃນຕົນເອງ, ແຕ່ເມື່ອປະສົບການຂອງພວກເຂົາໃນການເຊື່ອໃນພຣະເຈົ້າ ເລິກເຊິ່ງຂຶ້ນເທື່ອລະກ້າວ, ພວກເຂົາກໍເລີ່ມຮັບຮູ້ເຖິງອຸປະນິໄສ ແລະ ພຶດຕິກຳບາງຢ່າງໂດຍບໍ່ຮູ້ຕົວ. ສະນັ້ນ, ບໍ່ວ່າການສະແດງອອກທີ່ສະເພາະເຈາະຈົງ ເຊິ່ງເນື້ອໃນທີ່ພວກເຮົາສົນທະນາກັນໃນປັດຈຸບັນເຊິ່ງໄດ້ກ່າວເຖິງນັ້ນ ຈະກ່ຽວຂ້ອງກັບເຈົ້າ ຫຼື ບໍ່ ຫຼື ບໍ່ວ່າເຈົ້າເຄີຍມີສ່ວນຮ່ວມໃນພຶດຕິກຳດັ່ງກ່າວໃນອະດີດ ຫຼື ບໍ່, ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າບັນຫາເຫຼົ່ານີ້ບໍ່ກ່ຽວຂ້ອງກັບເຈົ້າ; ມັນບໍ່ໄດ້ໝາຍຄວາມວ່າເຈົ້າຈະບໍ່ເຮັດສິ່ງດັ່ງກ່າວໃນອະນາຄົດ ແລະ ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ມີອຸປະນິໄສ ແລະ ພຶດຕິກຳດັ່ງກ່າວ. ພວກເຮົາໄດ້ໂອ້ລົມກັນ ແລະ ເປີດເຜີຍການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສມາເປັນເວລາຫຼາຍກວ່າໜຶ່ງປີແລ້ວ. ການໃຊ້ເວລາຫຼາຍກວ່າໜຶ່ງປີໃນການໂອ້ລົມຫົວຂໍ້ໜຶ່ງ ແລະ ຍັງບໍ່ທັນຈົບ, ພວກເຈົ້າຄິດວ່າເນື້ອໃນການໂອ້ລົມຂອງພວກເຮົາສະເພາະເຈາະຈົງ ແລະ ລະອຽດຖີ່ຖ້ວນແລ້ວບໍ? (ມັນລະອຽດຖີ່ຖ້ວນແລ້ວ.) ມັນສະເພາະເຈາະຈົງ ແລະ ລະອຽດຖີ່ຖ້ວນຢ່າງສຸດຂີດ! ເຖິງແມ່ນວ່າການໂອ້ລົມຈະໄປຮອດລະດັບນີ້ແລ້ວ, ຫຼາຍຄົນກໍຍັງສະແດງພຶດຕິກຳເດີມຂອງພວກເຂົາ, ໂດຍບໍ່ປ່ຽນແປງເລີຍແມ່ນແຕ່ໜ້ອຍດຽວ. ນັ້ນກໍຄື ຖ້ອຍຄຳທີ່ເວົ້າອອກໄປ ແລະ ສະພາວະ, ອຸປະນິໄສ ແລະ ແກ່ນແທ້ທີ່ຖືກເປີດເຜີຍນັ້ນ ບໍ່ໄດ້ຊ່ວຍພວກເຂົາເລີຍແມ່ນແຕ່ໜ້ອຍດຽວ. ໃນຊ່ວງເວລານີ້, ຍັງມີບາງຄົນທີ່ສືບຕໍ່ມີສ່ວນຮ່ວມໃນພຶດຕິກຳທີ່ບ້າບິ່ນ ແລະ ບໍ່ມີຢາງອາຍ, ກະທຳຕາມອຳເພີໃຈ ແລະ ຢ່າງຜະເດັດການ ແລະ ປະພຶດຢ່າງດື້ດ້ານ ແລະ ຢ່າງເອົາແຕ່ໃຈ. ພວກເຂົາຍັງຄົງເປັນຄືເກົ່າ, ຫຼື ເຖິງຂັ້ນກຳເລີບເສີບສານກວ່າເກົ່າຫຼັງຈາກທີ່ໄດ້ຮັບສະຖານະ, ໂດຍເປີດເຜີຍຕົນເອງຢ່າງລະອຽດຖີ່ຖ້ວນຍິ່ງຂຶ້ນ. ນອກຈາກນີ້, ຍັງມີບາງຄົນຖືກໄລ່ອອກ ແລະ ຖືກກຳຈັດອອກຢູ່ສະເໝີ, ມີຫຍັງເກີດຂຶ້ນຢູ່ທີ່ນີ້? (ມັນເປັນຍ້ອນວ່າຄົນເຫຼົ່ານີ້ບໍ່ເຄີຍຍອມຮັບຄວາມຈິງ; ພວກເຂົາໄດ້ຟັງຄຳເທດສະໜາຫຼາຍແລ້ວ ແຕ່ບໍ່ໄດ້ເອົາມາໃສ່ໃຈ.) ເຫດຜົນໜຶ່ງກໍຄື ຄົນເຫຼົ່ານີ້ບໍ່ເຄີຍຍອມຮັບຄວາມຈິງ; ພວກເຂົາເບື່ອໜ່າຍຄວາມຈິງ ແລະ ບໍ່ຮັກສິ່ງທີ່ເປັນບວກ. ອີກເຫດຜົນໜຶ່ງກໍຄື ໂດຍທຳມະຊາດແລ້ວ ພວກເຂົາມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ບໍ່ສາມາດຍອມຮັບຄວາມຈິງ ຫຼື ສິ່ງທີ່ເປັນບວກ. ສະນັ້ນ, ເຖິງແມ່ນວ່າເຮົາໄດ້ໂອ້ລົມ ແລະ ເປີດເຜີຍແກ່ນແທ້ ແລະ ການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງສະເພາະເຈາະຈົງຂະໜາດນັ້ນແລ້ວ, ແຕ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍເຫຼົ່ານີ້ກໍຍັງກະທຳຢ່າງບໍ່ມີການຄວບຄຸມ ແລະ ໂດຍບໍ່ມີຄວາມຢ້ານກົວ, ໂດຍເຮັດທຸກຢ່າງທີ່ພວກເຂົາປາຖະໜາ. ສິ່ງນີ້ບໍ່ໄດ້ຖືກກຳນົດໂດຍແກ່ນແທ້ຂອງພວກເຂົາບໍ? ມັນເປັນໄປບໍ່ໄດ້ແທ້ໆສຳລັບຄົນເຫຼົ່ານີ້ທີ່ຈະປ່ຽນແປງທຳມະຊາດຂອງພວກເຂົາ; ບໍ່ວ່າພວກເຂົາຈະຟັງຫຼາຍສໍ່າໃດກໍຕາມ ພວກເຂົາຍັງຄົງບໍ່ໄດ້ຮັບຜົນຫຍັງຈາກຄຳເທດສະໜາ ແລະ ບໍ່ກັບໃຈເຊັ່ນກັນ. ເມື່ອພິຈາລະນາຈາກຊີວິດປະຈຳວັນຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາຕໍ່ການປະຕິບັດໜ້າທີ່ ແລະ ວິທີການທີ່ພວກເຂົາເຮັດສິ່ງເຫຼົ່ານັ້ນ, ພວກເຂົາບໍ່ຍອມຮັບຄວາມຈິງເລີຍ ແລະ ອຸປະນິໄສຂອງພວກເຂົາກໍບໍ່ໄດ້ປ່ຽນແປງເລີຍແມ່ນແຕ່ໜ້ອຍດຽວ, ຖ້ອຍຄຳເຫຼົ່ານີ້ປຽບເໝືອນການເທດສະໜາໃຫ້ຄົນຫູໜວກຟັງ, ເຊິ່ງບໍ່ມີປະສິດທິຜົນຫຍັງເລີຍ. ຖ້ອຍຄຳເຫຼົ່ານີ້ບໍ່ສົ່ງຜົນກະທົບຕໍ່ຜູ້ຕໍ່ຕ້ານພຣະຄຣິສ, ແຕ່ພວກມັນມີຜົນໃນການຢັບຢັ້ງບາງຢ່າງຕໍ່ພວກເຈົ້າບໍ? ພວກມັນໄດ້ຊ່ວຍຢັບຢັ້ງພຶດຕິກຳບາງຢ່າງ ແລະ ຍົກລະດັບມາດຕະຖານຂອງສະຕິຮູ້ສຶກຜິດຊອບ ແລະ ສິນທຳຂອງພວກເຈົ້າບໍ? (ມີບາງສ່ວນ.) ຖ້າພວກມັນບໍ່ມີຜົນກະທົບນີ້ຕໍ່ຄົນໃດຄົນໜຶ່ງ, ແລ້ວພວກເຂົາຍັງເປັນມະນຸດຢູ່ບໍ? ພວກເຂົາບໍ່ແມ່ນມະນຸດ; ພວກເຂົາເປັນມານຮ້າຍ. ແນ່ນອນວ່າ ຫຼັງຈາກທີ່ໄດ້ຟັງຖ້ອຍຄຳເຫຼົ່ານີ້, ຄົນສ່ວນໃຫຍ່ກໍໄດ້ຮັບຄວາມສາມາດໃນການແຍກແຍະບາງຢ່າງກ່ຽວກັບອຸປະນິໄສ-ແກ່ນແທ້ຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໄດ້ເກີດມີຄວາມກຽດຊັງຕໍ່ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຈາກສ່ວນເລິກພາຍໃນ, ໃນຂະນະທີ່ຍັງໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ບາງຢ່າງກ່ຽວກັບອຸປະນິໄສ-ແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາເອງ. ນີ້ເປັນສັນຍານທີ່ດີ, ເປັນສິ່ງທີ່ດີ. ແຕ່ຍິ່ງຟັງຍິ່ງມີຄົນທີ່ຄິດລົບຫຼາຍຂຶ້ນເລື້ອຍໆບໍ? ເມື່ອໄດ້ຍິນຖ້ອຍຄຳເຫຼົ່ານີ້, ພວກເຂົາກໍຄິດວ່າ: “ຈົບກັນ. ທຸກຄັ້ງທີ່ການສະແດງອອກ, ສະພາວະ ແລະ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຖືກເປີດເຜີຍ, ພວກມັນກົງກັບຂອງຂ້ອຍຢ່າງສິ້ນເຊີງ. ບໍ່ມີຄັ້ງໃດເລີຍທີ່ພວກມັນບໍ່ກ່ຽວຂ້ອງກັບຂ້ອຍ. ເມື່ອໃດຂ້ອຍຈຶ່ງຈະສາມາດແຍກຕົວເອງອອກຈາກອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ຢ່າງສິ້ນເຊີງ? ເມື່ອໃດຂ້ອຍຈຶ່ງຈະສາມາດສະແດງການສະແດງອອກບາງຢ່າງຂອງປະຊາຊົນຂອງພຣະເຈົ້າ, ຂອງບຸດຊາຍທີ່ຮັກຂອງພຣະເຈົ້າ?” ຍິ່ງພວກເຂົາຟັງຫຼາຍເທົ່າໃດ, ພວກເຂົາກໍຍິ່ງຄິດລົບຫຼາຍຂຶ້ນເທົ່ານັ້ນ, ພວກເຂົາຍິ່ງຮູ້ສຶກວ່າພວກເຂົາບໍ່ມີເສັ້ນທາງໃຫ້ປະຕິບັດຕາມ. ປະຕິກິລິຍານີ້ປົກກະຕິບໍ? (ບໍ່.) ພວກເຈົ້າຮູ້ສຶກຄິດລົບບໍ? (ບໍ່.) ທຸກຄັ້ງທີ່ພວກເຈົ້າໄດ້ຍິນເຮົາເປີດເຜີຍການສະແດງອອກ ແລະ ເຫດການເຫຼົ່ານີ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນແທງໃຈ ຫຼື ເຮັດໃຫ້ບໍ່ສະບາຍໃຈບໍ? ພວກເຈົ້າຮູ້ສຶກອັບອາຍບໍ? (ມັນແທງໃຈ, ພວກເຮົາຮູ້ສຶກອັບອາຍ.) ບໍ່ວ່າພວກເຈົ້າຈະມີຄວາມຮູ້ສຶກແນວໃດກໍຕາມ, ຄວາມຈິງທີ່ວ່າມັນບໍ່ນໍາໄປສູ່ຄວາມເປັນລົບນັ້ນກໍດີແລ້ວ; ພວກເຈົ້າໄດ້ຢືນຢັດແລ້ວ. ເຖິງຢ່າງໃດກໍຕາມ, ການບໍ່ຄິດລົບນັ້ນຍັງບໍ່ພຽງພໍ; ມັນບໍ່ບັນລຸຈຸດປະສົງ, ມັນບໍ່ແມ່ນເປົ້າໝາຍສູງສຸດ. ພວກເຈົ້າຕ້ອງບັນລຸຄວາມຮູ້ກ່ຽວກັບຕົນເອງຜ່ານຖ້ອຍຄຳເຫຼົ່ານີ້. ມັນບໍ່ແມ່ນກ່ຽວກັບການເຂົ້າໃຈພຶດຕິກຳດ້ານດຽວ ແຕ່ແມ່ນການຮູ້ຈັກອຸປະນິໄສ ແລະ ແກ່ນແທ້ຂອງເຈົ້າເອງ. ຄວາມເຂົ້າໃຈນີ້ຄວນເຮັດໃຫ້ເຈົ້າສາມາດຊອກຫາຫົນທາງທີ່ຈະປະຕິບັດໃນຊີວິດ ແລະ ໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ໂດຍຮູ້ວ່າການກະທຳໃດສອດຄ່ອງກັບພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ, ການກະທຳໃດເປີດເຜີຍອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ການກະທຳໃດທີ່ມີຫຼັກການ. ຖ້າເຈົ້າສາມາດບັນລຸສິ່ງນີ້ໄດ້, ແລ້ວເຈົ້າກໍບໍ່ໄດ້ຟັງຖ້ອຍຄຳເຫຼົ່ານີ້ໂດຍສູນເປົ່າ; ພວກມັນໄດ້ເກີດຜົນຕໍ່ຕົວເຈົ້າ. ຕໍ່ໄປ, ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບການສະແດງອອກທີສີ່ຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ ນັ້ນກໍຄື ພຽງແຕ່ຟັງສິ່ງທີ່ພຣະຄຣິສກ່າວ, ແຕ່ບໍ່ເຊື່ອຟັງ ແລະ ບໍ່ອ່ອນນ້ອມ.
4. ພຽງແຕ່ຟັງສິ່ງທີ່ພຣະຄຣິສກ່າວ ແຕ່ບໍ່ເຊື່ອຟັງ ຫຼື ອ່ອນນ້ອມ
ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ຟັງສິ່ງທີ່ພຣະຄຣິສກ່າວ, ແຕ່ບໍ່ເຊື່ອຟັງ ແລະ ບໍ່ອ່ອນນ້ອມ; ແລ້ວພວກເຂົາຟັງແນວໃດ? ວະລີນີ້ສະຫຼຸບທັດສະນະຄະຕິທີ່ພວກເຂົາໃຊ້ໃນການຟັງໂດຍພື້ນຖານແລ້ວຄື: ບໍ່ມີການປະຕິບັດຕາມ, ບໍ່ມີການອ່ອນນ້ອມທີ່ແທ້ຈິງ, ພວກເຂົາບໍ່ຍອມຮັບຈາກໃຈ, ແຕ່ພຽງແຕ່ຟັງດ້ວຍຫູ, ບໍ່ໄດ້ຟັງ ຫຼື ເຂົ້າໃຈດ້ວຍໃຈ. ເມື່ອເບິ່ງຕາມຕົວອັກສອນ, ພຶດຕິກຳ ແລະ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສໃນດ້ານນີ້ສາມາດສະຫຼຸບໄດ້ດ້ວຍອົງປະກອບພື້ນຖານເຫຼົ່ານີ້. ຈາກມຸມມອງຂອງອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ບຸກຄົນດັ່ງກ່າວບໍ່ເຊື່ອຟັງ ແລະ ບໍ່ຍອມຈຳນົນຕໍ່ສິ່ງໃດກໍຕາມທີ່ມາຈາກພຣະເຈົ້າ ຫຼື ສິ່ງໃດກໍຕາມທີ່ພຣະເຈົ້າ ຫຼື ມະນຸດຖືວ່າດີ ແລະ ເປັນບວກ ແລະ ສິ່ງໃດກໍຕາມທີ່ສອດຄ່ອງກັບກົດເກນທຳມະຊາດ, ແທນທີ່ຈະເປັນແນວນັ້ນ ພວກເຂົາກັບດູຖູກສິ່ງດັ່ງກ່າວ ແລະ ມີມຸມມອງ ແລະ ທັດສະນະຂອງຕົນເອງ. ມຸມມອງຂອງພວກເຂົາສອດຄ່ອງກັບກົດລະບຽບ ແລະ ກົດເກນຂອງສິ່ງທີ່ເປັນບວກບໍ? ບໍ່. ມຸມມອງຂອງພວກເຂົາສະຫຼຸບໄດ້ສອງດ້ານຄື: ດ້ານໜຶ່ງແມ່ນກົດເກນຂອງຊາຕານ ແລະ ອີກດ້ານໜຶ່ງແມ່ນສອດຄ່ອງກັບຜົນປະໂຫຍດຂອງຊາຕານ ແລະ ທຳມະຊາດ-ແກ່ນແທ້ຂອງຊາຕານ. ສະນັ້ນ, ກ່ຽວກັບເນື້ອໜັງທີ່ພຣະເຈົ້າບັງເກີດເປັນ, ມຸມມອງ ແລະ ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສໂດຍພື້ນຖານແລ້ວສະຫຼຸບໄດ້ສອງຢ່າງຄື: ຢ່າງໜຶ່ງແມ່ນຕັກກະ ແລະ ກົດເກນຂອງຊາຕານ ແລະ ອີກຢ່າງໜຶ່ງແມ່ນອຸປະນິໄສ-ແກ່ນແທ້ຂອງຊາຕານ. ພຣະຄຣິສຄືກະບອກສຽງຂອງພຣະເຈົ້າ ໃນຂະນະທີ່ພຣະອົງປະຕິບັດພາລະກິດໄລຍະໜຶ່ງຢູ່ແຜ່ນດິນໂລກ, ພຣະອົງຄືການສະແດງອອກ ແລະ ການບັງເກີດເປັນມະນຸດຂອງພຣະເຈົ້າ ໃນຂະນະທີ່ພຣະອົງປະຕິບັດພາລະກິດໄລຍະໜຶ່ງຢູ່ແຜ່ນດິນໂລກ. ສຳລັບບົດບາດດັ່ງກ່າວ, ຜູ້ຕໍ່ຕ້ານພຣະຄຣິສ, ນອກເໜືອຈາກຄວາມຢາກຮູ້ຢາກເຫັນ, ຄວາມມັກໃນການກວດສອບ ແລະ ການປະຕິບັດຕໍ່ພຣະອົງຄືກັບທີ່ພວກເຂົາຈະປະຕິບັດຕໍ່ຄົນທີ່ມີສະຖານະເພື່ອປະຈົບປະແຈງ ແລະ ຍ້ອງຍໍແລ້ວ, ພວກເຂົາບໍ່ມີຄວາມເຊື່ອ ແລະ ການຕິດຕາມທີ່ແທ້ຈິງໃນໃຈຂອງພວກເຂົາ, ແຮ່ງບໍ່ຕ້ອງເວົ້າເຖິງຄວາມຮັກ ແລະ ການອ່ອນນ້ອມທີ່ແທ້ຈິງເລີຍ. ກ່ຽວກັບພຣະຄຣິສ, ບຸກຄົນທີ່ເບິ່ງຄືວ່າບໍ່ສຳຄັນໃນສາຍຕາຂອງມະນຸດຊາດທີ່ເສື່ອມຊາມ, ຮູບລັກສະນະພາຍນອກຂອງພຣະອົງແມ່ນທຳມະດາ ແລະ ປົກກະຕິ; ການເວົ້າ, ພຶດຕິກຳ ແລະ ທ່າທາງຂອງພຣະອົງ, ພ້ອມທັງທຸກດ້ານຂອງຄວາມເປັນມະນຸດຂອງພຣະອົງກໍທຳມະດາ ແລະ ປົກກະຕິເຊັ່ນກັນ. ຍິ່ງໄປກວ່ານັ້ນ, ຮູບແບບ, ແນວທາງ ແລະ ວິທີການຂອງພາລະກິດທີ່ພຣະອົງເຮັດ ກໍປາກົດວ່າທຳມະດາ, ປົກກະຕິ ແລະ ສຳພັນກັບຊີວິດຈິງຢ່າງສຸດຂີດໃນສາຍຕາຂອງທຸກຄົນ. ພວກມັນບໍ່ເໜືອທຳມະຊາດ, ບໍ່ວ່າງເປົ່າ, ບໍ່ເລື່ອນລອຍ ແລະ ບໍ່ແຍກອອກຈາກຊີວິດຈິງ. ສະຫຼຸບສັ້ນໆ, ຈາກພາຍນອກ, ພຣະຄຣິສບໍ່ປາກົດວ່າສູງສົ່ງ. ການເວົ້າ, ການກະທຳ ແລະ ທ່າທາງຂອງພຣະອົງບໍ່ເລິກເຊິ່ງ ຫຼື ເປັນນາມມະທຳ. ເມື່ອສັງເກດຜ່ານສາຍຕາຂອງມະນຸດ, ກໍບໍ່ເຫັນຄວາມລຶກລັບໃດໆ ແລະ ບໍ່ເຫັນສິ່ງໃດທີ່ເຂົ້າໃຈຍາກ. ພຣະອົງສຳພັນກັບຊີວິດຈິງເກີນໄປ, ປົກກະຕິເກີນໄປ. ກ່ອນທີ່ພວກເຮົາຈະສົນທະນາກ່ຽວກັບແກ່ນແທ້ ແລະ ທຳມະຊາດຂອງພາລະກິດທັງໝົດທີ່ດຳເນີນການໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ, ໃຫ້ພວກເຮົາພິຈາລະນາທຸກສິ່ງທີ່ເບິ່ງເຫັນໄດ້ຈາກພາຍນອກສຳລັບຜູ້ຄົນກ່ຽວກັບບົດບາດນີ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດ: ການເວົ້າ, ພຶດຕິກຳ, ທ່າທາງ, ກິດຈະວັດປະຈຳວັນ, ບຸກຄະລິກະພາບ, ຄວາມສົນໃຈ, ລະດັບການສຶກສາ, ບັນຫາທີ່ພຣະອົງໃສ່ໃຈ ແລະ ສົນທະນາ, ວິທີການປະຕິບັດ ແລະ ປະຕິສຳພັນກັບຜູ້ຄົນຂອງພຣະອົງ, ພ້ອມທັງສິ່ງທີ່ພຣະອົງກ່າວຢ່າງຊັດເຈນກ່ຽວກັບຄວາມຮູ້ ແລະ ອື່ນໆ. ໃນມຸມມອງຂອງມະນຸດ, ທັງໝົດນີ້ບໍ່ເໜືອທຳມະຊາດ, ບໍ່ສູງສົ່ງ ຫຼື ວ່າງເປົ່າ, ແຕ່ສຳພັນກັບຊີວິດຈິງເປັນພິເສດ. ທຸກດ້ານເຫຼົ່ານີ້ເປັນການລອງໃຈສຳລັບທຸກຄົນທີ່ຕິດຕາມພຣະຄຣິສ. ແຕ່ສຳລັບຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຜູ້ທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ເມື່ອພວກເຂົາເຂົ້າໃຈຄວາມຈິງບາງຢ່າງແລ້ວ, ພວກເຂົາກໍສະຫຼຸບການສະແດງອອກທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງທັງໝົດເຫຼົ່ານີ້ຂອງພຣະຄຣິສຢູ່ພາຍນອກ ພາຍໃຕ້ໝວດໝູ່ຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເພື່ອເຂົ້າໃຈ, ຢັ່ງຮູ້ ແລະ ອ່ອນນ້ອມ. ເຖິງຢ່າງໃດກໍຕາມ, ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ບໍ່ເຮັດແບບນີ້; ພວກເຂົາບໍ່ສາມາດເຮັດໄດ້. ເລິກໆໃນໃຈຂອງພວກເຂົາ, ບຸກຄົນທີ່ທຳມະດາຢ່າງສຸດຂີດຄືພຣະຄຣິສ ເບິ່ງຄືວ່າຂາດບາງຢ່າງສຳລັບພວກເຂົາ. ຂາດຫຍັງແທ້? ເລິກໆຂ້າງໃນ, ຜູ້ຕໍ່ຕ້ານພຣະຄຣິສມັກຈະຮູ້ສຶກວ່າຄົນທຳມະດາແບບນັ້ນເບິ່ງຄືວ່າບໍ່ຄືພຣະເຈົ້າປານໃດ. ພວກເຂົາຍັງມັກຈະຮຽກຮ້ອງໃຫ້ຄົນທຳມະດາແບບນັ້ນຄວນເວົ້າ, ກະທຳ ແລະ ປະພຶດໃນລັກສະນະທີ່ສຳລັບພວກເຂົາແລ້ວ ຈະເໝາະສົມກັບພຣະເຈົ້າທີ່ແທ້ຈິງ, ພຣະຄຣິສໃນຈິນຕະນາການຂອງພວກເຂົາ. ສະນັ້ນ, ເມື່ອເບິ່ງເລິກເຂົ້າໄປໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາບໍ່ເຕັມໃຈທີ່ຈະຍອມຮັບຄົນທຳມະດາແບບນັ້ນເປັນພຣະຜູ້ເປັນເຈົ້າຂອງພວກເຂົາ, ເປັນພຣະເຈົ້າຂອງພວກເຂົາ. ຍິ່ງພຣະຄຣິສມີຄວາມປົກກະຕິ, ສຳພັນກັບຊີວິດຈິງ ແລະ ທຳມະດາຫຼາຍສໍ່າໃດ, ຜູ້ຕໍ່ຕ້ານພຣະຄຣິສກໍຍິ່ງດູຖູກ, ດູໝິ່ນ ແລະ ເຖິງຂັ້ນເບິ່ງດ້ວຍຄວາມເປັນປໍລະປັກຫຼາຍສໍ່ານັ້ນ. ດ້ວຍເຫດນີ້, ກ່ຽວກັບພຶດຕິກຳທຸກດ້ານຂອງພຣະຄຣິສ, ລວມທັງພຣະທຳຂອງພຣະອົງ, ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຍອມຮັບພວກມັນໄດ້ຈາກສ່ວນເລິກ ແລະ ເຖິງຂັ້ນຕໍ່ຕ້ານພວກມັນ.
ຄຳເວົ້າຂອງພຣະຄຣິສລວມມີຫຍັງແດ່? ບາງຄັ້ງກໍກ່ຽວກັບການຈັດແຈງວຽກງານ, ບາງຄັ້ງກ່ຽວກັບການຊີ້ໃຫ້ເຫັນຂໍ້ບົກຜ່ອງຂອງຄົນໃດຄົນໜຶ່ງ, ບາງຄັ້ງກ່ຽວກັບການເປີດໂປງແກ່ນແທ້ທີ່ເສື່ອມຊາມຂອງຄົນປະເພດໃດໜຶ່ງ, ບາງຄັ້ງກ່ຽວກັບການວິເຄາະແກ່ນແທ້ ແລະ ລາຍລະອຽດທັງໝົດຂອງບັນຫາໃດໜຶ່ງ ເພື່ອໄຈ້ແຍກບັນຫາທີ່ກ່ຽວຂ້ອງ, ບາງຄັ້ງກ່ຽວກັບການຕັດສິນຄວາມຖືກ ແລະ ຜິດຂອງເລື່ອງໃດໜຶ່ງ, ບາງຄັ້ງກ່ຽວກັບການກຳນົດຜົນສຸດທ້າຍສຳລັບຄົນປະເພດໃດໜຶ່ງ, ບາງຄັ້ງກ່ຽວກັບການເລື່ອນຕຳແໜ່ງບາງຄົນ, ບາງຄັ້ງກ່ຽວກັບການໄລ່ບາງຄົນອອກ, ບາງຄັ້ງກ່ຽວກັບລິຮານບາງຄົນ ແລະ ບາງຄັ້ງກ່ຽວກັບການປອບໃຈ ແລະ ຕັກເຕືອນບາງຄົນ. ແນ່ນອນວ່າ ນອກເໜືອຈາກຄວາມຈິງທີ່ກ່ຽວຂ້ອງກັບຊີວິດ-ອຸປະນິໄສຂອງຜູ້ຄົນ ເຊິ່ງພຣະຄຣິສກ່າວເຖິງໃນລະຫວ່າງການປະຕິບັດພາລະກິດຂອງພຣະອົງແລ້ວ, ພຣະອົງຍັງມັກຈະກ່າວເຖິງສິ່ງຕ່າງໆທຸກຮູບແບບ, ພ້ອມທັງຫົວຂໍ້ບາງຢ່າງທີ່ກ່ຽວຂ້ອງກັບຄວາມຮູ້ຂອງມະນຸດ ແລະ ຂົງເຂດວິຊາຊີບຕ່າງໆ. ພຣະຄຣິສເປັນບຸກຄົນທີ່ປົກກະຕິ ແລະ ສຳພັນກັບຊີວິດຈິງ. ພຣະອົງບໍ່ໄດ້ຢູ່ໃນສູນຍາກາດ. ພຣະອົງມີຄວາມຄິດ ແລະ ມຸມມອງກ່ຽວກັບທຸກເລື່ອງທີ່ກ່ຽວຂ້ອງກັບການດຳລົງຢູ່ ແລະ ຊີວິດຂອງມະນຸດ ແລະ ພຣະອົງຈັດການເລື່ອງເຫຼົ່ານີ້ດ້ວຍຫຼັກການ. ຖ້າຫຼັກການເຫຼົ່ານີ້ກ່ຽວຂ້ອງກັບຫົວຂໍ້ການຢູ່ລອດຂອງຜູ້ຄົນ, ການເຂົ້າສູ່ຊີວິດຂອງຜູ້ຄົນ, ການນະມັດສະການພຣະເຈົ້າ, ຈະເວົ້າໄດ້ບໍວ່າສິ່ງເຫຼົ່ານັ້ນລ້ວນແຕ່ເປັນຄວາມຈິງ? (ໄດ້.) ຖ້ອຍຄຳທີ່ກ່ຽວຂ້ອງຄວາມຮູ້ຂອງມະນຸດ, ປັດຊະຍາ ແລະ ເລື່ອງວິຊາຊີບບາງຢ່າງທີ່ພຣະຄຣິສກ່າວເຖິງນັ້ນ ບໍ່ສາມາດເອີ້ນວ່າຄວາມຈິງໄດ້ໂດຍກົງ, ແຕ່ພວກມັນແຕກຕ່າງໃນດ້ານມຸມມອງ, ທັດສະນະຄະຕິ ແລະ ຫຼັກການຈາກສິ່ງທີ່ມະນຸດຮູ້ກ່ຽວກັບຫົວຂໍ້ເຫຼົ່ານີ້. ຕົວຢ່າງ: ມະນຸດອາດຈະໃຊ້ທັດສະນະຄະຕິທີ່ເຄົາລົບນັບຖືຕໍ່ຄວາມຮູ້ເສດສ່ວນໃດໜຶ່ງ, ໂດຍດຳລົງຊີວິດດ້ວຍສິ່ງນັ້ນ, ໃນຂະນະທີ່ພຣະຄຣິສສາມາດໄຈ້ແຍກ ແລະ ແຍກແຍະຄວາມຮູ້ທຸກປະເພດ ແລະ ປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ. ຍົກຕົວຢ່າງ ຄວາມຊ່ຽວຊານຂອງພວກເຈົ້າໃນວິຊາຊີບໃດໜຶ່ງ ແລະ ຄວາມຊຳນານຂອງພວກເຈົ້າໃນຄວາມຮູ້ທີ່ກ່ຽວຂ້ອງ. ພວກເຈົ້າສາມາດບັນລຸຫຍັງໄດ້ແດ່ດ້ວຍການນຳໃຊ້ຄວາມຮູ້ນີ້ຂອງພວກເຈົ້າ? ພວກເຈົ້ານຳໃຊ້ຄວາມຮູ້ນີ້ແນວໃດໃນຂະບວນການປະຕິບັດໜ້າທີ່ຂອງພວກເຈົ້າ? ມີຫຼັກການຄວາມຈິງໃດທີ່ກ່ຽວຂ້ອງບໍ? ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ກໍຈະບໍ່ມີຫຼັກການ ແລະ ເຈົ້າກໍຈະອາໄສພຽງແຕ່ຄວາມຮູ້ໃນການປະຕິບັດໜ້າທີ່ຂອງເຈົ້າ. ເຖິງແມ່ນວ່າເຮົາອາດຈະບໍ່ແມ່ນຜູ້ຊ່ຽວຊານໃນວິຊາຊີບນັ້ນ ຫຼື ມີຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບຄວາມຮູ້ນັ້ນ, ໂດຍພຽງແຕ່ກຳແນວຄວາມຄິດທົ່ວໄປ ແລະ ຮູ້ພື້ນຖານບາງຢ່າງ, ເຮົາກໍຮູ້ວິທີນຳໃຊ້ຄວາມຮູ້ນີ້ໃນລັກສະນະ ແລະ ດ້ວຍຫຼັກການທີ່ເຮັດໃຫ້ມັນສາມາດຮັບໃຊ້ພາລະກິດຂອງພຣະເຈົ້າໄດ້ຢ່າງມີປະສິດທິພາບ. ນີ້ຄືຄວາມແຕກຕ່າງ. ຜູ້ຕໍ່ຕ້ານພຣະຄຣິສ, ເພາະວ່າພວກເຂົາບໍ່ຍອມຮັບຄວາມຈິງ, ຈະບໍ່ມີທາງເຫັນຈຸດນີ້ ແລະ ຈະບໍ່ມີທາງເຂົ້າໃຈວ່າແກ່ນແທ້ຂອງພຣະຄຣິສແມ່ນຫຍັງແທ້. ພຣະຄຣິສມີແກ່ນແທ້ຂອງພຣະເຈົ້າ, ຄຳເວົ້ານີ້ເປັນຈິງ ແລະ ສະແດງອອກຢູ່ບ່ອນໃດແທ້, ຜູ້ຄົນຄວນປະຕິບັດຕໍ່ມັນແນວໃດ ແລະ ຜູ້ຄົນໄດ້ຮັບຜົນປະໂຫຍດ ແລະ ຜົນໄດ້ຮັບຫຍັງແດ່ຈາກມັນ? ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີທາງເຫັນດ້ານນີ້. ເປັນຫຍັງຈຶ່ງເປັນແນວນັ້ນ? ມີເຫດຜົນທີ່ສຳຄັນທີ່ສຸດຢ່າງໜຶ່ງຄື: ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະເບິ່ງເນື້ອໜັງທີ່ພຣະເຈົ້າບັງເກີດເປັນແນວໃດກໍຕາມ, ພວກເຂົາກໍເຫັນເປັນພຽງແຕ່ຄົນຜູ້ໜຶ່ງເທົ່ານັ້ນ. ພວກເຂົາວັດແທກຈາກມຸມມອງຂອງມະນຸດ, ໂດຍໃຊ້ຄວາມຮູ້, ປະສົບການ, ສະຕິປັນຍາ, ການວາງແຜນ ແລະ ເລ່ຫຼ່ຽມຂອງມະນຸດໃນການເບິ່ງ, ແຕ່ບໍ່ວ່າພວກເຂົາຈະເບິ່ງແນວໃດກໍຕາມ, ພວກເຂົາກໍບໍ່ສາມາດເຫັນສິ່ງພິເສດໃດໆໃນຕົວບຸກຄົນນີ້, ທັງບໍ່ສາມາດແຍກແຍະໄດ້ວ່າພຣະອົງມີແກ່ນແທ້ຂອງພຣະເຈົ້າ ຫຼື ບໍ່. ບອກເຮົາເບິ່ງ, ພວກເຂົາສາມາດເຫັນມັນດ້ວຍຕາເປົ່າໄດ້ບໍ? (ບໍ່.) ຖ້າພວກເຂົາໃຊ້ກ້ອງຈຸລະທັດ ຫຼື ເຄື່ອງເອັກຊະເຣເດ? ພວກເຂົາກໍຍິ່ງຈະບໍ່ເຫັນມັນ. ບາງຄົນຖາມວ່າ: “ຖ້າບໍ່ສາມາດເຫັນດ້ວຍຕາເປົ່າ ຫຼື ກ້ອງຈຸລະທັດ, ຜູ້ທີ່ຕິດຕໍ່ກັບໂລກຝ່າຍວິນຍານສາມາດເຫັນມັນໄດ້ບໍ?” (ບໍ່.) ຜູ້ທີ່ຕິດຕໍ່ກັບໂລກຝ່າຍວິນຍານສາມາດເບິ່ງເຂົ້າໄປໃນໂລກນັ້ນ ແລະ ຮັບຮູ້ວິນຍານໄດ້, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດແຍກແຍະພຣະເຈົ້າທີ່ບັງເກີດເປັນມະນຸດໄດ້? ພວກເຈົ້າຄິດວ່າຊາຕານສາມາດເຫັນພຣະເຈົ້າໃນໂລກຝ່າຍວິນຍານໄດ້ບໍ? (ໄດ້.) ເຊັ່ນດຽວກັບພຣະເຈົ້າ, ຊາຕານມີຢູ່ໃນໂລກຝ່າຍວິນຍານ, ແຕ່ມັນຍອມຮັບພຣະເຈົ້າວ່າເປັນພຣະເຈົ້າບໍ? (ບໍ່.) ມັນຕິດຕາມ ຫຼື ເຊື່ອໃນພຣະເຈົ້າບໍ? (ບໍ່.) ຊາຕານສາມາດເຫັນພຣະເຈົ້າໄດ້ທຸກມື້, ແຕ່ມັນກໍບໍ່ເຊື່ອ ແລະ ບໍ່ຕິດຕາມພຣະອົງ. ສະນັ້ນ, ເຖິງແມ່ນວ່າຜູ້ທີ່ຕິດຕໍ່ກັບໂລກຝ່າຍວິນຍານຈະສາມາດເຫັນພຣະວິນຍານຂອງພຣະເຈົ້າ, ພວກເຂົາຈະຍອມຮັບພຣະວິນຍານນີ້ວ່າເປັນພຣະເຈົ້າບໍ? (ບໍ່.) ຄຳອະທິບາຍນີ້ແກ້ໄຂຮາກເຫງົ້າຂອງບັນຫາໄດ້ບໍ? (ໄດ້.) ຮາກເຫງົ້າຢູ່ທີ່ນີ້ແມ່ນຫຍັງ? (ພວກເຂົາບໍ່ຍອມຮັບພຣະເຈົ້າ ແລະ ບໍ່ຢຳເກງພຣະອົງ.) ເລິກໆແລ້ວ, ຜູ້ຕໍ່ຕ້ານພຣະຄຣິສບໍ່ຍອມຮັບພຣະເຈົ້າ. ບັນພະບຸລຸດຂອງພວກເຂົາ, ຕົ້ນຕະກູນຂອງພວກເຂົາ, ບໍ່ຍອມຮັບພຣະເຈົ້າ. ເຖິງແມ່ນວ່າພຣະເຈົ້າຈະຢູ່ຕໍ່ໜ້າຕໍ່ຕາຂອງພວກເຂົາ, ພວກເຂົາກໍບໍ່ຍອມຮັບ ແລະ ບໍ່ນະມັດສະການພຣະອົງ. ແລ້ວພວກເຂົາຈະນະມັດສະການພຣະເຈົ້າທີ່ບັງເກີດເປັນມະນຸດ, ຜູ້ທີ່ປາກົດວ່າທຳມະດາ ແລະ ບໍ່ສຳຄັນໄດ້ແນວໃດ? ພວກເຂົາບໍ່ສາມາດເຮັດໄດ້ຢ່າງແນ່ນອນ. ສະນັ້ນ, ບໍ່ວ່າພວກຕໍ່ຕ້ານພຣະຄຣິສຈະໃຊ້ວິທີໃດໃນການເບິ່ງ, ມັນກໍບໍ່ມີປະໂຫຍດ. ນັບຕັ້ງແຕ່ເວລາທີ່ພຣະເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງຈົນເຖິງປັດຈຸບັນ, ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ ແລະ ເຮັດພາລະກິດທີ່ຍິ່ງໃຫຍ່. ນີ້ບໍ່ແມ່ນໝາຍສຳຄັນ ແລະ ການອັດສະຈັນທີ່ຍິ່ງໃຫຍ່ທີ່ສຸດໃນໂລກມະນຸດບໍ? ຖ້າຜູ້ຕໍ່ຕ້ານພຣະຄຣິສສາມາດຍອມຮັບມັນໄດ້, ພວກເຂົາກໍຄົງຈະເຊື່ອດົນແລ້ວ. ພວກເຂົາຄົງຈະບໍ່ລໍຖ້າຈົນເຖິງຕອນນີ້. ບາງຄົນຄິດບໍວ່າ: “ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ຍັງບໍ່ເຫັນການກະທຳທີ່ແທ້ຈິງຂອງພຣະເຈົ້າພຽງພໍ, ດັ່ງນັ້ນ ພວກເຂົາຈຶ່ງຍັງບໍ່ເຊື່ອ; ຖ້າພຣະເຈົ້າສະແດງໝາຍສຳຄັນ ແລະ ການອັດສະຈັນບາງຢ່າງ, ໃຫ້ພວກເຂົາເຫັນວ່າໂລກຝ່າຍວິນຍານເປັນແນວໃດແທ້ ແລະ ຖ້າພວກເຂົາເຫັນຕົວຕົນທີ່ແທ້ຈິງຂອງພຣະເຈົ້າ ແລະ ເຫັນວ່າພຣະທຳທັງໝົດຂອງພຣະອົງເປັນຈິງ, ແລ້ວພວກເຂົາຈະຍອມຮັບ ແລະ ຕິດຕາມພຣະເຈົ້າບໍ”? ມັນເປັນແບບນັ້ນບໍ? ຫຼັງຈາກທີ່ໄດ້ຕໍ່ສູ້ກັບພຣະເຈົ້າໃນໂລກຝ່າຍວິນຍານມາເປັນເວລາຫຼາຍປີໂດຍບໍ່ຍອມເຊື່ອ, ຜູ້ຕໍ່ຕ້ານພຣະຄຣິສຈະອ່ອນນ້ອມຢ່າງກະທັນຫັນໃນເວລາພຽງສອງສາມປີບໍ? ນັ້ນເປັນໄປບໍ່ໄດ້. ທຳມະຊາດ-ແກ່ນແທ້ຂອງພວກເຂົາບໍ່ສາມາດປ່ຽນແປງໄດ້. ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເຮັດພາລະກິດຫຼາຍຢ່າງ ແລະ ກ່າວພຣະທຳຫຼາຍຢ່າງ, ແຕ່ບໍ່ມີສິ່ງໃດໃນນີ້ສາມາດເອົາຊະນະພວກເຂົາໄດ້, ທັງພວກເຂົາກໍບໍ່ສາມາດຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າໄດ້. ນີ້ຄືທຳມະຊາດທີ່ມີມາແຕ່ເກີດຂອງພວກເຂົາ. ທຳມະຊາດນີ້ບົ່ງບອກເຖິງຫຍັງ? ມັນໝາຍຄວາມວ່າຄົນປະເພດຜູ້ຕໍ່ຕ້ານພຣະຄຣິສຈະເຮັດສົງຄາມຕໍ່ຕ້ານພຣະເຈົ້າ, ຄວາມຈິງ ແລະ ສິ່ງທີ່ເປັນບວກຕະຫຼອດໄປ, ໂດຍຕໍ່ສູ້ຈົນເຖິງທີ່ສຸດ, ບໍ່ຢຸດຈົນກວ່າຈະຕາຍ. ພວກເຂົາບໍ່ແມ່ນເປົ້າໝາຍທີ່ຖືກຕ້ອງຂອງການທຳລາຍບໍ? “ບໍ່ຢຸດຈົນກວ່າຈະຕາຍ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາຍອມຕາຍດີກວ່າທີ່ຈະຍອມຮັບພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ, ພວກເຂົາຍອມຕາຍດີກວ່າທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ. ນີ້ສົມຄວນຕາຍ.
ຜູ້ຕໍ່ຕ້ານພຣະຄຣິສ, ເມື່ອເວົ້າເຖິງພຣະຄຣິສ, ບຸກຄົນທຳມະດາຜູ້ນີ້, ບໍ່ພຽງແຕ່ກວດສອບພຣະອົງຈາກພາຍນອກເທົ່ານັ້ນ ແຕ່ຍັງກວດສອບຈາກພາຍໃນອີກດ້ວຍ. ດ້ວຍເຫດນີ້, ເມື່ອພຣະຄຣິສກ່າວ ແລະ ກະທຳ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງສະແດງພຶດຕິກຳທີ່ຫຼາກຫຼາຍ. ໃຫ້ພວກເຮົາເປີດໂປງທຳມະຊາດ-ແກ່ນແທ້ຂອງພວກເຂົາຜ່ານການສະແດງອອກຕ່າງໆທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກ ເພື່ອຕອບສະໜອງຕໍ່ຄຳເວົ້າ ແລະ ການກະທຳຂອງພຣະຄຣິສ. ຕົວຢ່າງ: ເມື່ອພຣະຄຣິສໂອ້ລົມກ່ຽວກັບວຽກງານ ແລະ ຫຼັກການຄວາມຈິງກັບຜູ້ຄົນ, ພຣະອົງກ່າວເຖິງການປະຕິບັດສະເພາະບາງຢ່າງ. ສິ່ງເຫຼົ່ານີ້ກ່ຽວຂ້ອງກັບວິທີທີ່ຜູ້ຄົນຄວນດຳເນີນການ ແລະ ຈັດຕັ້ງປະຕິບັດວຽກງານສະເພາະໃນລະຫວ່າງຂະບວນການປະຕິບັດໜ້າທີ່ຂອງພວກເຂົາ. ໂດຍທົ່ວໄປແລ້ວ, ບໍ່ມີວຽກງານໃດທີ່ເປັນການສົນທະນາກ່ຽວກັບທິດສະດີ, ການຮ້ອງຄຳຂວັນ, ການປຸກລະດົມທຸກຄົນ ແລະ ຈາກນັ້ນກໍໃຫ້ທຸກຄົນສາບານຕົນ ແລ້ວກໍຈົບພຽງເທົ່ານັ້ນ; ທຸກວຽກງານທີ່ກ່ຽວຂ້ອງກັບໜ້າທີ່ລ້ວນແຕ່ມີຄວາມຊັບຊ້ອນ ແລະ ກ່ຽວຂ້ອງກັບລາຍລະອຽດບາງຢ່າງ. ຕົວຢ່າງ: ວິທີເລືອກຄົນທີ່ເໝາະສົມ, ວິທີຈັດການ ແລະ ປະຕິບັດຕໍ່ສະພາວະທີ່ແຕກຕ່າງກັນຂອງຜູ້ຄົນ, ວິທີຈັດການກັບບັນຫາຕ່າງໆທີ່ເກີດຂຶ້ນໃນລະຫວ່າງຂະບວນການປະຕິບັດໜ້າທີ່ຕາມຫຼັກການ, ວິທີບັນລຸການຮ່ວມມືທີ່ກົມກຽວກັນລະຫວ່າງຜູ້ຄົນ ໂດຍບໍ່ກະທຳຕາມອຳເພີໃຈ ແລະ ຢ່າງຜະເດັດການ ຫຼື ປະພຶດຢ່າງດື້ດ້ານ ແລະ ຢ່າງເອົາແຕ່ໃຈ ແລະ ອື່ນໆ, ເຊິ່ງກວມເອົາຫົວຂໍ້ຕ່າງໆ. ເມື່ອຜູ້ຄົນຈຳເປັນຕ້ອງຈັດຕັ້ງປະຕິບັດວຽກງານສະເພາະທີ່ພຣະຄຣິສໄດ້ໂອ້ລົມ ແລະ ຮັບຜິດຊອບໂຄງການສະເພາະ, ພວກເຂົາອາດຈະພົບກັບຄວາມຫຍຸ້ງຍາກ. ການຮ້ອງຄຳຂວັນ ແລະ ການເທດສະໜາຫຼັກຄຳສອນນັ້ນງ່າຍ, ແຕ່ການຈັດຕັ້ງປະຕິບັດຕົວຈິງບໍ່ໄດ້ງ່າຍດາຍປານນັ້ນ. ຢ່າງໜ້ອຍທີ່ສຸດ, ຜູ້ຄົນຈຳເປັນຕ້ອງອອກເຫື່ອແຮງ, ຈ່າຍລາຄາ ແລະ ໃຊ້ເວລາເພື່ອໄປດຳເນີນການໜ້າວຽກເຫຼົ່ານີ້ຢ່າງແທ້ຈິງ. ໃນດ້ານໜຶ່ງ, ສິ່ງນີ້ກ່ຽວຂ້ອງກັບການຊອກຫາບຸກຄົນທີ່ເໝາະສົມ ແລະ ໃນອີກດ້ານໜຶ່ງແມ່ນ ການຮຽນຮູ້ກ່ຽວກັບວິຊາຊີບທີ່ກ່ຽວຂ້ອງ, ການຄົ້ນຄວ້າຄວາມຮູ້ທົ່ວໄປ ແລະ ທິດສະດີທີ່ກ່ຽວຂ້ອງກັບດ້ານວິຊາຊີບຕ່າງໆ ແລະ ວິທີການ ແລະ ແນວທາງການປະຕິບັດງານສະເພາະ. ນອກຈາກນີ້, ພວກເຂົາອາດຈະພົບກັບບັນຫາທີ່ທ້າທາຍບາງຢ່າງ. ໂດຍທົ່ວໄປແລ້ວ, ຄົນປົກກະຕິຈະຮູ້ສຶກຢ້ານກົວເລັກນ້ອຍເມື່ອໄດ້ຍິນກ່ຽວກັບຄວາມຫຍຸ້ງຍາກເຫຼົ່ານີ້, ໂດຍຮູ້ສຶກກົດດັນພໍສົມຄວນ, ແຕ່ຜູ້ທີ່ຈົງຮັກພັກດີ ແລະ ອ່ອນນ້ອມຕໍ່ພຣະເຈົ້າ, ເມື່ອປະເຊີນກັບຄວາມຫຍຸ້ງຍາກ ແລະ ຮູ້ສຶກກົດດັນ, ຈະອະທິຖານຢ່າງງຽບໆໃນໃຈ, ຂໍການນໍາພາຈາກພຣະເຈົ້າ, ເພື່ອເພີ່ມຄວາມເຊື່ອຂອງພວກເຂົາ, ຂໍຄວາມຮູ້ແຈ້ງ ແລະ ຄວາມຊ່ວຍເຫຼືອ ແລະ ຍັງຂໍການປົກປ້ອງຈາກການເຮັດຜິດພາດ, ເພື່ອໃຫ້ພວກເຂົາສາມາດປະຕິບັດຄວາມຈົງຮັກພັກດີຂອງພວກເຂົາໃຫ້ສຳເລັດ ແລະ ອຸທິດຄວາມພະຍາຍາມຢ່າງສຸດຄວາມສາມາດ ເພື່ອໃຫ້ມີສະຕິຮູ້ສຶກຜິດຊອບທີ່ໃສສະອາດ. ເຖິງຢ່າງໃດກໍຕາມ, ຄົນປະເພດຜູ້ຕໍ່ຕ້ານພຣະຄຣິສບໍ່ເປັນແບບນີ້. ເມື່ອພວກເຂົາໄດ້ຍິນກ່ຽວກັບການຈັດແຈງສະເພາະໃນວຽກງານຈາກພຣະຄຣິສ ທີ່ພວກເຂົາຈຳເປັນຕ້ອງຈັດຕັ້ງປະຕິບັດ ແລະ ວຽກງານນັ້ນມີຄວາມຫຍຸ້ງຍາກບາງຢ່າງ, ພວກເຂົາກໍເລີ່ມຮູ້ສຶກຕໍ່ຕ້ານຢູ່ພາຍໃນ ແລະ ບໍ່ເຕັມໃຈທີ່ຈະດຳເນີນການຕໍ່. ຄວາມບໍ່ເຕັມໃຈນີ້ມີລັກສະນະແນວໃດ? ພວກເຂົາເວົ້າວ່າ: “ເປັນຫຍັງສິ່ງດີໆຈຶ່ງບໍ່ເຄີຍມາຮອດຂ້ານ້ອຍ? ເປັນຫຍັງຂ້ານ້ອຍຈຶ່ງຖືກມອບໝາຍບັນຫາ ແລະ ຂໍ້ຮຽກຮ້ອງໃຫ້ຢູ່ສະເໝີ? ຂ້ານ້ອຍຖືກຖືວ່າເປັນຄົນວ່າງງານ ຫຼື ເປັນທາດທີ່ຈະຖືກສັ່ງໃຫ້ເຮັດນັ້ນເຮັດນີ້ບໍ? ຂ້ານ້ອຍບໍ່ໄດ້ຖືກບົງການງ່າຍປານນັ້ນ! ເຈົ້າເວົ້າງ່າຍແທ້, ເປັນຫຍັງເຈົ້າບໍ່ລອງເຮັດເອງເບິ່ງ!” ນີ້ແມ່ນການອ່ອນນ້ອມບໍ? ນີ້ແມ່ນທັດສະນະຄະຕິຂອງການຍອມຮັບບໍ? ພວກເຂົາກຳລັງເຮັດຫຍັງ? (ຕໍ່ຕ້ານ, ຂັດຂືນ.) ການຕໍ່ຕ້ານ ແລະ ການຂັດຂືນນີ້ເກີດຂຶ້ນໄດ້ແນວໃດ? ຕົວຢ່າງ, ຖ້າຖືກບອກວ່າ: “ໄປຊື້ຊີ້ນສອງສາມກິໂລ ແລະ ເຮັດຊີ້ນຫມູຕົ້ມໃຫ້ທຸກຄົນກິນ”, ພວກເຂົາຈະຂັດຂືນເລື່ອງນີ້ບໍ? (ບໍ່.) ແຕ່ຖ້າຖືກບອກວ່າ: “ມື້ນີ້, ໄປພວນດິນບ່ອນນັ້ນ ແລະ ໃນຂະນະທີ່ພວນດິນ, ເຈົ້າຕ້ອງເອົາຫີນອອກໃຫ້ໝົດກ່ອນ ຈຶ່ງຈະສາມາດກິນເຂົ້າໄດ້”, ພວກເຂົາກໍຈະບໍ່ເຕັມໃຈ. ເມື່ອໃດກໍຕາມທີ່ມັນກ່ຽວຂ້ອງກັບຄວາມທຸກຍາກທາງຮ່າງກາຍ, ຄວາມຫຍຸ້ງຍາກ ຫຼື ຄວາມກົດດັນ, ຄວາມຄຽດແຄ້ນຂອງພວກເຂົາກໍປາກົດຂຶ້ນ ແລະ ພວກເຂົາກໍບໍ່ເຕັມໃຈທີ່ຈະດຳເນີນການຕໍ່; ພວກເຂົາກໍເລີ່ມຕໍ່ຕ້ານ ແລະ ຈົ່ມວ່າ: “ເປັນຫຍັງສິ່ງດີໆຈຶ່ງບໍ່ເກີດຂຶ້ນກັບຂ້ອຍ? ເມື່ອເຖິງເວລາສຳລັບວຽກງານທີ່ງ່າຍ ຫຼື ເບົາ, ເປັນຫຍັງຂ້ອຍຈຶ່ງຖືກເບິ່ງຂ້າມ? ເປັນຫຍັງຂ້ອຍຈຶ່ງຖືກເລືອກສຳລັບວຽກງານທີ່ໜັກ, ເມື່ອຍ ຫຼື ເປື້ອນ? ຍ້ອນວ່າຂ້ອຍເບິ່ງຄືວ່າເປັນຄົນບໍ່ມີເລ່ຫຼ່ຽມ ແລະ ຖືກບົງການໄດ້ງ່າຍບໍ?” ນີ້ຄືຈຸດທີ່ການຕໍ່ຕ້ານພາຍໃນເລີ່ມຕົ້ນ. ເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານແທ້? “ວຽກງານທີ່ເປື້ອນ ແລະ ເມື່ອຍ” ຫຍັງ? “ຄວາມຫຍຸ້ງຍາກ” ຫຍັງ? ສິ່ງເຫຼົ່ານີ້ບໍ່ແມ່ນສ່ວນໜຶ່ງຂອງໜ້າທີ່ຂອງພວກເຂົາບໍ? ຜູ້ໃດກໍຕາມທີ່ຖືກມອບໝາຍກໍຄວນເຮັດມັນ; ມີຫຍັງໃຫ້ເລືອກ? ມັນເປັນການເຈດຕະນາເຮັດໃຫ້ສິ່ງຕ່າງໆຍາກສຳລັບພວກເຂົາບໍ? (ບໍ່.) ແຕ່ພວກເຂົາເຊື່ອວ່າມັນເປັນການເຈດຕະນາເຮັດໃຫ້ສິ່ງຕ່າງໆຍາກສຳລັບພວກເຂົາ, ເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການທີ່ລຳບາກ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ຍອມຮັບໜ້າທີ່ນີ້ຈາກພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະຍອມຮັບມັນ. ມີຫຍັງເກີດຂຶ້ນຢູ່ນີ້? ມັນເປັນຍ້ອນວ່າ ເມື່ອພວກເຂົາປະເຊີນກັບຄວາມຫຍຸ້ງຍາກ, ຈຳເປັນຕ້ອງອົດທົນຕໍ່ຄວາມທຸກຍາກທາງຮ່າງກາຍ ແລະ ບໍ່ສາມາດດຳລົງຊີວິດຢ່າງສະບາຍໄດ້ອີກຕໍ່ໄປ, ພວກເຂົາຈຶ່ງກາຍເປັນຜູ້ຕໍ່ຕ້ານບໍ? ນີ້ແມ່ນການອ່ອນນ້ອມທີ່ບໍ່ມີເງື່ອນໄຂ ແລະ ປາສະຈາກການຈົ່ມວ່າບໍ? ພວກເຂົາກາຍເປັນຄົນບໍ່ເຕັມໃຈເມື່ອພົບກັບຄວາມຫຍຸ້ງຍາກພຽງເລັກນ້ອຍ. ສິ່ງໃດກໍຕາມທີ່ພວກເຂົາບໍ່ຢາກເຮັດ, ວຽກງານໃດກໍຕາມທີ່ພວກເຂົາເຫັນວ່າຍາກ, ບໍ່ໜ້າປາຖະໜາ, ຕ່ຳຕ້ອຍ ຫຼື ຖືກຄົນອື່ນດູຖູກ, ພວກເຂົາກໍຕໍ່ຕ້ານ, ຄັດຄ້ານ ແລະ ປະຕິເສດຢ່າງຮຸນແຮງ, ໂດຍບໍ່ສະແດງການອ່ອນນ້ອມເລີຍແມ່ນແຕ່ໜ້ອຍດຽວ. ປະຕິກິລິຍາທຳອິດຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອປະເຊີນກັບພຣະທຳ, ຄຳສັ່ງຂອງພຣະຄຣິສ ຫຼື ຫຼັກການທີ່ພຣະອົງໂອ້ລົມ ເຊິ່ງທັນທີທີ່ມັນກໍ່ໃຫ້ເກີດຄວາມຫຍຸ້ງຍາກແກ່ພວກເຂົາ ຫຼື ຮຽກຮ້ອງໃຫ້ພວກເຂົາທົນທຸກ ຫຼື ຈ່າຍລາຄາ ກໍຄືການຕໍ່ຕ້ານ ແລະ ການປະຕິເສດ, ໂດຍຮູ້ສຶກລັງກຽດໃນໃຈ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງສິ່ງທີ່ພວກເຂົາເຕັມໃຈເຮັດ ຫຼື ສິ່ງທີ່ໃຫ້ຜົນປະໂຫຍດແກ່ພວກເຂົາ, ທັດສະນະຄະຕິຂອງພວກເຂົາກໍບໍ່ຄືເກົ່າ. ຜູ້ຕໍ່ຕ້ານພຣະຄຣິສປາຖະໜາທີ່ຈະເພີດເພີນກັບຄວາມສະບາຍ ແລະ ໂດດເດັ່ນ, ແຕ່ພວກເຂົາຍິນດີ ແລະ ເຕັມໃຈທີ່ຈະຍອມຮັບຢ່າງມີຄວາມສຸກບໍ ເມື່ອພວກເຂົາປະເຊີນກັບຄວາມທຸກທໍລະມານຂອງເນື້ອໜັງ, ຄວາມຈຳເປັນຕ້ອງຈ່າຍລາຄາ ຫຼື ເຖິງຂັ້ນຍອມສ່ຽງທີ່ຈະລ່ວງເກີນຄົນອື່ນ? ໃນຕອນນັ້ນ ພວກເຂົາສາມາດບັນລຸການອ່ອນນ້ອມຢ່າງແທ້ຈິງໄດ້ບໍ? ບໍ່ໄດ້ເລີຍແມ່ນແຕ່ໜ້ອຍດຽວ; ທັດສະນະຄະຕິຂອງພວກເຂົາຄືການບໍ່ເຊື່ອຟັງ ແລະ ການດື້ດ້ານຢ່າງສິ້ນເຊີງ. ເມື່ອຄົນປະເພດຜູ້ຕໍ່ຕ້ານພຣະຄຣິສປະເຊີນກັບສິ່ງທີ່ພວກເຂົາບໍ່ຢາກເຮັດ, ສິ່ງທີ່ບໍ່ສອດຄ່ອງກັບຄວາມມັກ, ລົດສະນິຍົມ ຫຼື ຜົນປະໂຫຍດສ່ວນຕົວຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາຕໍ່ພຣະທຳຂອງພຣະຄຣິສກໍກາຍເປັນການປະຕິເສດ ແລະ ການຕໍ່ຕ້ານຢ່າງສິ້ນເຊີງ, ໂດຍບໍ່ມີຮ່ອງຮອຍຂອງການອ່ອນນ້ອມເລີຍ.
ບາງຄົນ, ໃນຂະນະທີ່ຟັງພຣະຄຣິສກ່າວ, ກໍເລີ່ມເກີດມີຄວາມຄິດຂຶ້ນມາວ່າ: “ເປັນຫຍັງພຣະຄຣິສຈຶ່ງກ່າວແບບນີ້? ພຣະອົງປະຕິບັດຕໍ່ເລື່ອງນີ້ດ້ວຍມຸມມອງແບບນີ້ໄດ້ແນວໃດ? ພຣະອົງມີຄວາມຄິດເຫັນແບບນັ້ນໄດ້ແນວໃດ, ພຣະອົງກຳນົດບາງສິ່ງບາງຢ່າງໃນລັກສະນະນີ້ໄດ້ແນວໃດ? ນີ້ເປັນຄວາມຈິງຄືກັນບໍ? ສິ່ງເຫຼົ່ານີ້ເປັນພຣະທຳຂອງພຣະເຈົ້າຄືກັນບໍ? ຂ້ອຍບໍ່ຄິດແບບນັ້ນ. ວິທີທີ່ພຣະເຈົ້າກ່າວໃນພຣະຄຳພີຖືກບັນທຶກໄວ້ແຕກຕ່າງກັນ, ດ້ວຍຄວາມມີເຫດຜົນບາງຢ່າງ, ໂດຍບໍ່ລົງເລິກໃນລາຍລະອຽດ ແລະ ເລື່ອງເລັກໆນ້ອຍໆເຫຼົ່ານີ້. ເປັນຫຍັງພຣະຄຣິສຈຶ່ງກ່າວແບບນີ້? ມັນກ່ຽວກັບລາຍລະອຽດ ແລະ ການໄຈ້ແຍກລາຍລະອຽດຢູ່ສະເໝີ; ພຣະເຈົ້າສາມາດກ່າວແບບນີ້ໄດ້ແທ້ບໍ?” ພວກເຂົາບໍ່ມີແນວຄິດທຸກຄັ້ງທີ່ພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພວກເຂົາຄິດກໍຄື: “ສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຈົ້າ; ຂ້ອຍຕ້ອງອາໄສພຣະທຳເຫຼົ່ານີ້ເພື່ອໄດ້ຮັບຊີວິດ, ຄວາມລອດພົ້ນ ແລະ ພຣະພອນ”. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາພົວພັນກັບພຣະຄຣິສຢ່າງແທ້ຈິງ, ພວກເຂົາກໍເລີ່ມເກີດມີຄວາມຄິດເຫັນກ່ຽວກັບມຸມມອງ, ຄຳເຫັນ ແລະ ທັດສະນະຄະຕິຂອງພຣະອົງໃນບາງເລື່ອງ, ພ້ອມທັງວິທີການຂອງພຣະອົງໃນການຈັດການກັບບາງຄົນ ແລະ ຄວາມຄິດເຫັນເຫຼົ່ານີ້ສາມາດຖືໄດ້ວ່າເປັນແນວຄິດຂອງມະນຸດ. ເມື່ອຜູ້ຕໍ່ຕ້ານພຣະຄຣິສເກີດແນວຄິດໃນໃຈຂອງພວກເຂົາ, ພວກເຂົາຈະອະທິຖານຫາພຣະເຈົ້າເພື່ອລິຮານແນວຄິດຂອງພວກເຂົາບໍ? ບໍ່ຢ່າງແນ່ນອນ. ພວກເຂົາວັດແທກພຣະທຳຂອງພຣະຄຣິສດ້ວຍແນວຄິດຂອງຕົນເອງຢ່າງຕໍ່ເນື່ອງ ໂດຍປາສະຈາກຮ່ອງຮອຍຂອງຫົວໃຈແຫ່ງການອ່ອນນ້ອມ. ດ້ວຍເຫດນີ້, ເມື່ອພວກເຂົາເກີດມີແນວຄິດກ່ຽວກັບພຣະຄຣິສ, ພວກເຂົາກໍເລີ່ມຮູ້ສຶກຕໍ່ຕ້ານຢູ່ພາຍໃນ ແລະ ຄ່ອຍໆກາຍເປັນປໍລະປັກຕໍ່ພຣະຄຣິສ. ເມື່ອຄວາມເປັນປໍລະປັກດັ່ງກ່າວເກີດຂຶ້ນ, ພວກຕໍ່ຕ້ານພຣະຄຣິສຍັງວາງແຜນທີ່ຈະອ່ອນນ້ອມບໍ? ພວກເຂົາຍັງວາງແຜນທີ່ຈະຍອມຮັບບໍ? ໃນໃຈຂອງພວກເຂົາ, ພວກເຂົາເລີ່ມຕໍ່ຕ້ານ, ໂດຍຄິດວ່າ: “ຮຶ, ດຽວນີ້ຂ້ອຍຈັບຈຸດອ່ອນຂອງເຈົ້າໄດ້ແລ້ວ. ເຈົ້າບໍ່ຄວນແມ່ນພຣະເຈົ້າບໍ? ຖ້ອຍຄຳທັງໝົດຂອງເຈົ້າບໍ່ແມ່ນຄວາມຈິງບໍ? ປາກົດວ່າເຈົ້າກໍໃຊ້ຫຼັກເຫດຜົນຄືກັນ ເມື່ອເຈົ້າເຮັດສິ່ງຕ່າງໆ ແລະ ເຈົ້າຕັດສິນເລື່ອງຕ່າງໆໂດຍອີງໃສ່ສິ່ງທີ່ເຈົ້າເຫັນດ້ວຍຕາຂອງເຈົ້າ. ການກະທຳຂອງເຈົ້າບໍ່ສອດຄ່ອງກັບແກ່ນແທ້ຂອງພຣະເຈົ້າ!” ພວກເຂົາເລີ່ມຮູ້ສຶກບໍ່ເຊື່ອຟັງຢູ່ພາຍໃນ. ເມື່ອຄວາມບໍ່ເຊື່ອຟັງນີ້ເກີດຂຶ້ນ, ມັນກໍຖືກເປີດເຜີຍອອກມາພາຍນອກ. ພວກເຂົາອາດຈະເວົ້າວ່າ: “ສິ່ງທີ່ເຈົ້າເວົ້າເບິ່ງຄືວ່າຖືກຕ້ອງ, ແຕ່ຂ້ອຍຕ້ອງກວດເບິ່ງພຣະທຳຂອງພຣະເຈົ້າເພື່ອເບິ່ງວ່າພຣະອົງກ່າວແນວໃດກ່ຽວກັບເລື່ອງນັ້ນ. ຂ້ອຍຕ້ອງອະທິຖານຫາພຣະເຈົ້າເພື່ອເບິ່ງວ່າພຣະອົງນໍາພາຂ້ອຍແນວໃດ. ຂ້ອຍຕ້ອງລໍຖ້າ ແລະ ສະແຫວງຫາ, ເພື່ອເບິ່ງວ່າພຣະເຈົ້າຊີ້ນໍາ ແລະ ໃຫ້ຄວາມຮູ້ແຈ້ງແກ່ຂ້ອຍແນວໃດ. ສຳລັບສິ່ງທີ່ເຈົ້າເວົ້າ, ມັນບໍ່ໄດ້ຢູ່ໃນການພິຈາລະນາຂອງຂ້ອຍອີກຕໍ່ໄປ ແລະ ມັນບໍ່ສາມາດເປັນພື້ນຖານສຳລັບການກະທຳຂອງຂ້ອຍໄດ້”. ນີ້ແມ່ນການສະແດງອອກແບບໃດ? (ການປະຕິເສດພຣະຄຣິສ.) ພວກເຂົາປະຕິເສດພຣະຄຣິສ, ແຕ່ເປັນຫຍັງພວກເຂົາຈຶ່ງຍັງອ່ານໜັງສື ພຣະທຳປາກົດໃນເນື້ອໜັງ? (ພຣະເຈົ້າ, ຂ້ານ້ອຍຄິດວ່າພວກເຂົາພຽງແຕ່ຍອມຮັບພຣະເຈົ້າທີ່ເລື່ອນລອຍໃນສະຫວັນ ແລະ ປະຕິເສດພຣະຄຣິສໃນແຜ່ນດິນໂລກຢ່າງເປີດເຜີຍ.) ຜູ້ຕໍ່ຕ້ານພຣະຄຣິສດຳລົງຊີວິດຢູ່ພາຍໃນຄຳເວົ້າ ແລະ ຫຼັກຄຳສອນທີ່ວ່າງເປົ່າຢ່າງສະໝໍ່າສະເໝີ, ໂດຍເຄົາລົບນັບຖືພຣະເຈົ້າທີ່ສູງສົ່ງ ແລະ ເບິ່ງບໍ່ເຫັນ. ສະນັ້ນ, ພວກເຂົາຈຶ່ງເຄົາລົບນັບຖື ແລະ ຍົກຍ້ອງຖ້ອຍຄຳທີ່ເປັນລາຍລັກອັກສອນຢ່າງສູງ ເຊິ່ງເປັນຄຳກ່າວທີ່ຖືກບັນທຶກໄວ້ຂອງພຣະຄຣິສ, ແຕ່ກັບຖືວ່າພຣະຄຣິສເປັນຜູ້ທີ່ທຳມະດາທີ່ສຸດເທົ່າທີ່ຈະເປັນໄປໄດ້, ບໍ່ມີສະຖານະໃດໆໃນໃຈຂອງພວກເຂົາເລີຍ. ນີ້ບໍ່ແມ່ນເລື່ອງທີ່ຂັດແຍ່ງກັນບໍ? ເມື່ອພວກເຂົາເກັບແນວຄິດກ່ຽວກັບພຣະຄຣິສໄວ້ໃນໃຈ, ພວກເຂົາກໍເວົ້າວ່າ: “ຂ້ອຍຕ້ອງອະທິຖານ ແລະ ສະແຫວງຫາເພື່ອເບິ່ງວ່າພຣະທຳຂອງພຣະເຈົ້າກ່າວແນວໃດ”. ການຍອມຮັບພຽງແຕ່ພຣະທຳຂອງພຣະເຈົ້າ ແຕ່ບໍ່ຍອມຮັບພຣະຄຣິສ, ພວກເຂົາແມ່ນໃຜ? (ຜູ້ຕໍ່ຕ້ານພຣະຄຣິສ.) ບໍ່ວ່າແນວຄິດຂອງພວກເຂົາກ່ຽວກັບພຣະທຳຂອງພຣະຄຣິສຈະສຳຄັນ ຫຼື ເລິກເຊິ່ງສໍ່າໃດກໍຕາມ, ເມື່ອຖ້ອຍຄຳເຫຼົ່ານັ້ນຖືກພິມອອກມາ, ແນວຄິດຂອງພວກເຂົາກໍຫາຍໄປ. ເມື່ອຖ້ອຍຄຳກາຍເປັນຕົວໜັງສື, ພວກເຂົາກໍນະມັດສະການຖ້ອຍຄຳເຫຼົ່ານັ້ນວ່າເປັນພຣະເຈົ້າ. ນີ້ບໍ່ແມ່ນຄວາມຜິດພາດດຽວກັນກັບທີ່ພວກຟາຣີຊາຍ ແລະ ຜູ້ທີ່ຢູ່ໃນວົງການສາສະໜາເຮັດບໍ? ການລົ້ມເຫຼວໃນການເຂົ້າໃຈຄວາມຈິງເຮັດໃຫ້ການສະແດງອອກ ແລະ ແນວຄິດເຫຼົ່ານີ້ເກີດຂຶ້ນໄດ້ງ່າຍ. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສເກີດມີແນວຄິດ, ຫົວໃຈຂອງພວກເຂົາກໍບໍ່ສາມາດອ່ອນນ້ອມໄດ້; ບໍ່ມີການອ່ອນນ້ອມ, ມີພຽງແຕ່ການຕໍ່ຕ້ານເທົ່ານັ້ນ.
ພາຍໃຕ້ສະຖານະການໃດທີ່ຄົນທຳມະດາເກີດມີແນວຄິດ ຫຼື ຄົນປະເພດໃດທີ່ມີແນວໂນ້ມຈະເກີດມີແນວຄິດ? ປະເພດໜຶ່ງແມ່ນຜູ້ທີ່ບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ອີກປະເພດໜຶ່ງແມ່ນຜູ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ຍອມຮັບຄວາມຈິງ; ພວກເຂົາມີແນວໂນ້ມທີຈະເກີດມີແນວຄິດ. ເມື່ອເກີດມີແນວຄິດຂຶ້ນມາ, ພວກເຂົາກໍເລີ່ມຕໍ່ຕ້ານຢູ່ໃນໃຈຂອງພວກເຂົາ. ຕົວຢ່າງ: ເຮົາອາດຈະບອກໃຫ້ຜູ້ຄົນເຮັດບາງຢ່າງດ້ວຍວິທີໃດໜຶ່ງ ໂດຍອີງໃສ່ພູມຫຼັງ, ສະພາບແວດລ້ອມ ແລະ ຄວາມຕ້ອງການຂອງມະນຸດໃນເວລານັ້ນ. ຕໍ່ມາ, ເມື່ອເວລາຜ່ານໄປ ແລະ ສະຖານະການປ່ຽນໄປ, ວິທີການ ແລະ ຮູບແບບໃນການຈັດການກັບເລື່ອງນັ້ນກໍອາດຈະປ່ຽນໄປເຊັ່ນກັນ. ເຖິງຢ່າງໃດກໍຕາມ, ການປ່ຽນແປງນີ້ໃຫ້ໂອກາດແກ່ພວກຜູ້ຕໍ່ຕ້ານພຣະຄຣິສໃນການເກີດມີແນວຄິດ: “ກ່ອນໜ້ານີ້ ເຈົ້າເວົ້າແບບນີ້, ໂດຍປະກາດວ່າມັນເປັນຄວາມຈິງ ແລະ ບອກໃຫ້ຜູ້ຄົນປະຕິບັດແບບນັ້ນ. ໃນທີ່ສຸດ ພວກເຮົາກໍເຂົ້າໃຈ ແລະ ສາມາດປະຕິບັດ ແລະ ຍຶດໝັ້ນກັບມັນໄດ້, ໂດຍຄິດວ່າພວກເຮົາມີຄວາມຫວັງສຳລັບພອນ ແລະ ຕອນນີ້ ເຈົ້າກຳລັງບອກໃຫ້ພວກເຮົາເຮັດໃນແບບທີ່ຕ່າງອອກໄປ, ນີ້ໝາຍຄວາມວ່າແນວໃດ? ເຈົ້າບໍ່ໄດ້ກຳລັງທໍລະມານພວກເຮົາບໍ? ເຈົ້າບໍ່ໄດ້ກຳລັງປະຕິບັດຕໍ່ພວກເຮົາຄືກັບວ່າບໍ່ແມ່ນຄົນບໍ? ແລ້ວວິທີໃດກັນແທ້ແມ່ນວິທີທີ່ຖືກຕ້ອງ?” ການປ່ຽນແປງໃດໆໃນວິທີການ, ແນວທາງ ຫຼື ຄຳເວົ້າ ສາມາດເຮັດໃຫ້ບາງຄົນຄຽດແຄ້ນໄດ້, ບຸກຄົນເຫຼົ່ານີ້ຄືຜູ້ທີ່ບໍ່ເຂົ້າໃຈຄວາມຈິງເລີຍ ແລະ ບໍ່ສາມາດຢັ່ງຮູ້ມັນໄດ້. ພວກເຂົາວັດແທກທຸກສິ່ງທີ່ພຣະເຈົ້າເຮັດດ້ວຍມຸມມອງເກົ່າ, ທິດສະດີເກົ່າ, ມາດຕະຖານດ້ານສິນທຳຂອງມະນຸດບາງຢ່າງ, ມາດຕະຖານຂອງສະຕິຮູ້ສຶກຜິດຊອບ ແລະ ແມ່ນແຕ່ການຄິດແບບມີເຫດຜົນ ແລະ ຄວາມຮູ້ບາງຢ່າງຂອງມະນຸດ. ເມື່ອສິ່ງທັງໝົດນີ້ຂັດກັບສິ່ງທີ່ພຣະຄຣິສໄດ້ກ່າວ ຫຼື ເມື່ອມີການບ່ຽງເບນເກີດຂຶ້ນໃນລະຫວ່າງນັ້ນ, ພວກເຂົາກໍບໍ່ຮູ້ວ່າຈະຈັດການກັບມັນແນວໃດ. ເມື່ອບໍ່ແນ່ໃຈວ່າຈະດຳເນີນການຕໍ່ໄປແນວໃດ, ຄົນປົກກະຕິຄວນສາມາດສະຫງົບລົງ ແລະ ຍອມຮັບກ່ອນ, ຈາກນັ້ນຈຶ່ງຄ່ອຍໆສະແຫວງຫາເພື່ອເຂົ້າໃຈ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເປັນແບບນີ້. ກ່ອນອື່ນ ພວກເຂົາຕໍ່ຕ້ານ ແລະ ຈາກນັ້ນກໍອະທິຖານຕໍ່ພຣະເຈົ້າທີ່ເລື່ອນລອຍ, ໂດຍສະແດງອອກຄືກັບວ່າພວກເຂົາກຳລັງປະຕິບັດຄວາມຈິງ ແລະ ຮັກພຣະເຈົ້າຫຼາຍ. ຈຸດປະສົງຂອງການອະທິຖານຂອງພວກເຂົາແມ່ນຫຍັງ? ມັນແມ່ນເພື່ອຊອກຫາຫຼັກຖານທີ່ພຽງພໍ ເພື່ອປະຕິເສດພຣະທຳຂອງພຣະຄຣິສ, ເພື່ອກ່າວໂທດ ແລະ ວິພາກວິຈານສິ່ງທີ່ພຣະຄຣິສໄດ້ກ່າວ, ເພື່ອໃຫ້ໄດ້ມາເຊິ່ງຄວາມສະຫງົບທາງໃຈ. ນີ້ຄືວິທີທີ່ພວກເຂົາແກ້ໄຂແນວຄິດຂອງພວກເຂົາ. ສິ່ງນີ້ສາມາດແກ້ໄຂແນວຄິດຂອງພວກເຂົາໄດ້ບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ໄດ້? (ຍ້ອນວ່າພວກເຂົາບໍ່ຍອມຮັບຄວາມຈິງ. ພວກເຂົາບໍ່ໄດ້ກຳລັງສະແຫວງຫາຄວາມຈິງຈາກພຣະທຳຂອງພຣະເຈົ້າ ແຕ່ກຳລັງພະຍາຍາມປະຕິເສດພຣະເຈົ້າ.) ຖືກຕ້ອງແລ້ວ, ພວກເຂົາບໍ່ໄດ້ກຳລັງແກ້ໄຂແນວຄິດຂອງພວກເຂົາດ້ວຍທັດສະນະຄະຕິຂອງການຍອມຮັບຄວາມຈິງ ຫຼື ໃນລັກສະນະທີ່ຍອມຮັບຄວາມຈິງ. ແນວຄິດຂອງພວກເຂົາບໍ່ໄດ້ຖືກປະຖິ້ມໄປ; ມັນຍັງຄົງຢູ່ໃນໃຈຂອງພວກເຂົາ. ສະນັ້ນ, ວິທີການດັ່ງກ່າວຈະບໍ່ມີທາງແກ້ໄຂແນວຄິດຂອງພວກເຂົາໄດ້ເລີຍ, ຈະບໍ່ມີທາງອະນຸຍາດໃຫ້ພວກເຂົາປ່ອຍວາງແນວຄິດຂອງພວກເຂົາໄດ້ເລີຍ. ແຕ່ກົງກັນຂ້າມ, ແນວຄິດເຫຼົ່ານີ້ສະສົມຂຶ້ນຕາມການເວລາ; ເມື່ອເວລາ ແລະ ຈຳນວນປີໃນການເຊື່ອພຣະເຈົ້າຂອງພວກເຂົາເພີ່ມຂຶ້ນ, ແນວຄິດ ແລະ ຈິນຕະນາການຂອງພວກເຂົາກໍເພີ່ມຂຶ້ນເຊັ່ນກັນ. ດ້ວຍເຫດນີ້, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະຄຣິສ, ທີ່ມີຕໍ່ຄົນທຳມະດາຜູ້ນີ້ຈຶ່ງເຕັມໄປດ້ວຍແນວຄິດຫຼາຍຂຶ້ນເລື້ອຍໆຢ່າງຫຼີກລ່ຽງບໍ່ໄດ້. ໃນເວລາດຽວກັນ, ອຸປະສັກໃນໃຈຂອງພວກເຂົາທີ່ມີຕໍ່ພຣະຄຣິສ ແລະ ຄວາມບໍ່ພໍໃຈຂອງພວກເຂົາທີ່ມີຕໍ່ພຣະອົງກໍເຕີບໃຫຍ່ຂຶ້ນເຊັ່ນກັນ. ການແບກຮັບອຸປະສັກ ແລະ ແນວຄິດເຫຼົ່ານີ້ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ເຂົ້າຮ່ວມການເຕົ້າໂຮມ ແລະ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໃນທີ່ສຸດແລ້ວ ພວກເຂົາຈະໄດ້ຮັບຫຍັງ? ນອກເໜືອຈາກຄວາມປາຖະໜາຢາກໄດ້ພອນຂອງພວກເຂົາທີ່ເພີ່ມຂຶ້ນໃນແຕ່ລະມື້ແລ້ວ, ພວກເຂົາກໍບໍ່ໄດ້ຮັບຫຍັງເລີຍ.
ພວກເຈົ້າມີແນວຄິດໃດໆກ່ຽວກັບພຣະຄຣິສບໍ? ຂໍ້ຮຽກຮ້ອງຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າກໍ່ຮ່າງສ້າງແນວຄິດຂອງພວກເຂົາກ່ຽວກັບພຣະຄຣິສ. ຂໍ້ຮຽກຮ້ອງເຫຼົ່ານີ້ມາຈາກໃສ? ພວກມັນເກີດຂຶ້ນຈາກຄວາມທະເຍີທະຍານ, ຄວາມປາຖະໜາ, ແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ. ແລ້ວຜູ້ຄົນເກີດມີແນວຄິດປະເພດໃດແດ່? ພວກເຂົາເຊື່ອວ່າພຣະຄຣິສຄວນເວົ້າແນວນີ້ ຫຼື ແນວນັ້ນ, ວ່າພຣະອົງຄວນເວົ້າ ແລະ ກະທຳໃນລັກສະນະໃດໜຶ່ງ. ຕົວຢ່າງ: ເມື່ອຄົນໃດໜຶ່ງຮູ້ສຶກຄິດລົບ ແລະ ອ່ອນແອ, ພວກເຂົາອາດຈະຄິດວ່າ: “ພຣະເຈົ້າເປັນຄວາມຮັກບໍ່ແມ່ນບໍ? ພຣະເຈົ້າເປັນຄືກັບແມ່ທີ່ຮັກລູກ, ເປັນຄືກັບພໍ່ທີ່ມີຄວາມເມດຕາ; ພຣະເຈົ້າຄວນມອບການປອບໃຈໃຫ້ແກ່ຜູ້ຄົນ. ລືມເລື່ອງພຣະເຈົ້າໃນສະຫວັນໄປສາ; ພຣະອົງຢູ່ໄກເກີນເອື້ອມ. ຕອນນີ້ ພຣະເຈົ້າໄດ້ມາສູ່ແຜ່ນດິນໂລກແລ້ວ, ຜູ້ຄົນຈຶ່ງສາມາດເຂົ້າເຖິງໄດ້ຢ່າງສະດວກສະບາຍ. ເນື່ອງຈາກຂ້ອຍກຳລັງຮູ້ສຶກຄິດລົບ, ຂ້ອຍຈຳເປັນຕ້ອງໄປຢູ່ຕໍ່ໜ້າພຣະເຈົ້າ ແລະ ລະບາຍຄວາມໃນໃຈຂອງຂ້ອຍ”. ໃນຂະນະທີ່ລະບາຍຄວາມໃນໃຈຂອງພວກເຂົາ, ພວກເຂົາກໍຫຼັ່ງນ້ຳຕາ, ເວົ້າກ່ຽວກັບຄວາມຫຍຸ້ງຍາກ, ຄວາມອ່ອນແອຂອງພວກເຂົາ ແລະ ສົນທະນາກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢ່າງເປີດເຜີຍ. ແທ້ຈິງແລ້ວ ຜູ້ຄົນກຳລັງສະແຫວງຫາສິ່ງໃດຢູ່ໃນໃຈຂອງພວກເຂົາ? ພວກເຂົາຢາກໄດ້ຮັບການປອບໃຈ, ພວກເຂົາຢາກໄດ້ຍິນຄຳເວົ້າທີ່ມ່ວນຫູ, ພວກເຂົາຢາກໃຫ້ພຣະເຈົ້າເວົ້າຄຳເວົ້າທີ່ຈະບັນເທົາຄວາມໂສກເສົ້າຂອງພວກເຂົາ, ເຮັດໃຫ້ພວກເຂົາມີກຳລັງໃຈຂຶ້ນ, ນຳເອົາການປອບໃຈມາໃຫ້ ແລະ ຢຸດພວກເຂົາຈາກການຮູ້ສຶກຄິດລົບ. ມັນບໍ່ແມ່ນແບບນັ້ນບໍ? ໂດຍສະເພາະສຳລັບຄົນປະເພດໜຶ່ງ, ພວກເຂົາມີຈິນຕະນາການນີ້ວ່າ: “ສຳລັບມະນຸດແລ້ວ, ຄວາມອ່ອນແອ ແລະ ຄວາມຄິດລົບກໍເປັນພຽງສິ່ງນັ້ນ, ແຕ່ສຳລັບພຣະເຈົ້າແລ້ວ, ພຽງແຕ່ປະໂຫຍກດຽວກໍສາມາດເຮັດໃຫ້ຄົນສົດຊື່ນຂຶ້ນຢ່າງສິ້ນເຊີງ, ບັນຫາ ແລະ ຄວາມໂສກເສົ້າທັງໝົດໃນໃຈຂອງພວກເຂົາກໍຫາຍໄປໃນທັນທີ. ຄວາມອ່ອນແອ ແລະ ຄວາມຄິດລົບຈະຈາງຫາຍໄປຄືກັບຄວັນ ແລະ ພວກເຂົາສາມາດເຂັ້ມແຂງໃນການປະເຊີນໜ້າກັບທຸກສິ່ງ, ບໍ່ອ່ອນແອ ຫຼື ຈົມຢູ່ໃນຄວາມຄິດລົບອີກຕໍ່ໄປ, ໂດຍການຍຶດໝັ້ນໃນການເປັນພະຍານຂອງພວກເຂົາ. ຄັນຊັ້ນ, ໃຫ້ພຣະຄຣິສເວົ້າໂລດ!” ບອກເຮົາມາເບິ່ງ, ເຮົາຄວນເວົ້າຫຍັງເມື່ອປະເຊີນກັບສະຖານະການແບບນັ້ນ? ຢ່າງໜຶ່ງກໍຄື ເຮົາຈຳເປັນຕ້ອງຊອກຫາສາເຫດວ່າເປັນຫຍັງຄົນນີ້ຈຶ່ງຮູ້ສຶກຄິດລົບ ແລະ ພວກເຂົາກຳລັງປະຕິບັດໜ້າທີ່ຫຍັງຢູ່; ອີກຢ່າງໜຶ່ງກໍຄື ເຮົາຄວນໂອ້ລົມກ່ຽວກັບຫຼັກການທີ່ຄົນເຮົາຄວນຍຶດຖືໃນຂະບວນການປະຕິບັດໜ້າທີ່ຂອງຕົນ. ນີ້ບໍ່ແມ່ນການເວົ້າຢ່າງຊັດເຈນບໍ? ສຳລັບບາງຄົນທີ່ໂງ່ຈ້າ ແລະ ຫົວແຂງ ແລະ ບໍ່ຍອມຮັບຄວາມຈິງ, ມັນຈຳເປັນຕ້ອງເວົ້າຄຳເວົ້າທີ່ເປັນການລົງວິໄນເພື່ອກະຕຸ້ນພວກເຂົາ, ເພື່ອຊຸກຍູ້ພວກເຂົາ. ໃນເວລາດຽວກັນ, ມັນກໍຈຳເປັນຕ້ອງເປີດໂປງທຳມະຊາດ-ແກ່ນແທ້ຂອງຄົນປະເພດນີ້ເຊັ່ນກັນ, ເພື່ອໃຫ້ພວກເຂົາເຂົ້າໃຈວ່າການຄິດລົບຢູ່ຕະຫຼອດເວລາແມ່ນກ່ຽວກັບຫຍັງ ແລະ ເປັນຫຍັງພວກເຂົາຈຶ່ງຄິດລົບຢູ່ຕະຫຼອດ. ຖ້າເຮົາເວົ້າວ່າຜູ້ທີ່ຄິດລົບຢູ່ສະເໝີແມ່ນຜູ້ທີ່ບໍ່ຍອມຮັບຄວາມຈິງ, ຜູ້ທີ່ບໍ່ຮັກຄວາມຈິງ, ແລ້ວພວກເຂົາຈະສາມາດພົບກັບການປອບໃຈໄດ້ບໍຫຼັງຈາກທີ່ໄດ້ຍິນສິ່ງນີ້? (ບໍ່.) ສົມມຸດວ່າເຮົາເວົ້າແບບນີ້: “ການຄິດລົບຢູ່ຕະຫຼອດແມ່ນເລື່ອງປົກກະຕິ. ມັນເປັນການສະແດງອອກແບບເດັກນ້ອຍ; ມັນຄືກັບເດັກນ້ອຍທີ່ແບກຮັບພາລະຂອງຜູ້ໃຫຍ່, ກາຍເປັນຄົນຄິດລົບຕະຫຼອດຍ້ອນພາລະໜັກໜ່ວງນັ້ນ. ເຈົ້າມີຄວາມເຕີບໂຕທີ່ຍັງນ້ອຍ, ຍັງໜຸ່ມ ແລະ ບໍ່ທັນມີປະສົບການຫຼາຍ, ສະນັ້ນ ເຈົ້າຈຳເປັນຕ້ອງຄ່ອຍໆຮຽນຮູ້. ຍິ່ງໄປກວ່ານັ້ນ, ພໍ່ແມ່ຂອງເຈົ້າກໍມີຄວາມຮັບຜິດຊອບເຊັ່ນກັນ; ພວກເຂົາບໍ່ໄດ້ສອນເຈົ້າໃຫ້ດີ, ສະນັ້ນ ມັນຈຶ່ງບໍ່ແມ່ນຄວາມຜິດຂອງເຈົ້າ”. ຈາກນັ້ນ ພວກເຂົາກໍອາດຈະຖາມວ່າ: “ແລ້ວອຸປະນິໄສທີ່ເສື່ອມຊາມຂອງຂ້ອຍນີ້ແມ່ນຫຍັງ?” “ນີ້ບໍ່ແມ່ນອຸປະນິໄສທີ່ເສື່ອມຊາມ; ມັນເປັນພຽງແຕ່ວ່າເຈົ້າຍັງໜຸ່ມເກີນໄປ ແລະ ມາຈາກສະພາບແວດລ້ອມຄອບຄົວທີ່ດີ; ເຈົ້າຖືກຕາມໃຈ ແລະ ຖືກເອົາໃຈ. ໃນອີກສອງສາມປີ, ເມື່ອເຈົ້າໃຫຍ່ຂຶ້ນ, ມັນກໍຈະດີຂຶ້ນ”. ພວກເຂົາຈະຮູ້ສຶກໄດ້ຮັບການປອບໃຈບໍເມື່ອໄດ້ຍິນສິ່ງນີ້? ຖ້າເຮົາກອດພວກເຂົາແຮງໆ ແລະ ສົ່ງພະລັງບວກໃຫ້, ພວກເຂົາຈະບໍ່ຮູ້ສຶກອົບອຸ່ນຢູ່ຂ້າງໃນບໍ? ດ້ວຍວິທີນີ້, ພວກເຂົາກໍຈະຮູ້ສຶກວ່າພວກເຂົາໄດ້ມີປະສົບການກັບຄວາມຮັກ ແລະ ຄວາມອົບອຸ່ນຂອງພຣະເຈົ້າ. ແຕ່ໂດຍປົກກະຕິແລ້ວ ພຣະຄຣິສບໍ່ໄດ້ກະທຳແບບນີ້. ຄວາມຈິງແລ້ວ ພຣະອົງອາດຈະເຮັດແນວນັ້ນສຳລັບເດັກທີ່ໃຫຍ່ແລ້ວ ເພື່ອເປັນຮູບແບບໜຶ່ງຂອງການປອບໃຈ, ແຕ່ສຳລັບຜູ້ໃຫຍ່ທຸກຄົນ, ພຣະອົງຈະບໍ່ກະທຳແບບນີ້; ນັ້ນຈະຖືກເອີ້ນວ່າເປັນການຫຼອກລວງຄົນໂງ່. ແຕ່ກົງກັນຂ້າມ, ພຣະອົງຈະເວົ້າໃຫ້ເຫັນແຈ້ງ, ຊີ້ເສັ້ນທາງໃຫ້ເຈົ້າ, ຊີ້ແຈງວ່າເກີດຫຍັງຂຶ້ນກັນແທ້ ແລະ ປ່ອຍໃຫ້ເຈົ້າເລືອກຢ່າງເສລີ. ເຈົ້າເປັນຄົນປະເພດໃດກໍຈະກຳນົດເສັ້ນທາງທີ່ເຈົ້າຍ່າງ. ເມື່ອເບິ່ງໄປທີ່ແກ່ນແທ້ຂອງທຸກສິ່ງທີ່ພຣະຄຣິສເຮັດ, ພຣະອົງບໍ່ໄດ້ກຳລັງຫຼອກລວງ ຫຼື ຫຼິ້ນກັບຄວາມຮູ້ສຶກຂອງຜູ້ຄົນ, ແຕ່ພວກເຂົາບໍ່ສາມາດຍອມຮັບສິ່ງນີ້ໄດ້. ພວກເຂົາບໍ່ປະເຊີນໜ້າກັບຄວາມຈິງ, ແຕ່ນີ້ຄືແກ່ນແທ້ຂອງພຣະຄຣິສ; ພຣະອົງສາມາດກະທຳແບບນີ້ເທົ່ານັ້ນ. ຖ້າຜູ້ຄົນບໍ່ສາມາດຍອມຮັບສິ່ງນີ້ໄດ້, ສິ່ງນີ້ຈະບໍ່ສ້າງຂໍ້ຂັດແຍ້ງລະຫວ່າງຜູ້ຄົນກັບພຣະເຈົ້າບໍ? ຖ້າພວກເຂົາບໍ່ສາມາດບັນລຸເປົ້າໝາຍຂອງພວກເຂົາ ແລະ ຍັງບໍ່ຍອມຮັບຄວາມຈິງອີກດ້ວຍ, ສິ່ງນີ້ຈະບໍ່ສ້າງອຸປະສັກບໍ? (ແມ່ນແລ້ວ.) ສິ່ງນີ້ຝັງຢູ່ໃນໃຈຂອງຜູ້ຄົນ. ໃນຕອນທຳອິດ ຜູ້ຄົນຄິດວ່າພຣະເຈົ້າຊົງຮັກຫຼາຍ, ອ່ອນໂຍນຄືກັບແມ່ ຫຼື ແມ່ຕູ້. ແຕ່ຕອນນີ້, ເມື່ອເຫັນວ່າສິ່ງຕ່າງໆບໍ່ໄດ້ເປັນແບບນັ້ນ ແລະ ບໍ່ຮູ້ສຶກເຖິງຄວາມອົບອຸ່ນແມ່ນແຕ່ໜ້ອຍດຽວ, ພວກເຂົາກໍຮູ້ສຶກທໍ້ຖອຍໃຈ. ຈິນຕະນາການຂອງພວກເຂົາທີ່ວ່າ “ພຽງແຕ່ປະໂຫຍກດຽວຈາກພຣະຄຣິສກໍສາມາດດຶງຂ້ອຍອອກຈາກຄວາມຄິດລົບໄດ້” ຈະສາມາດເປັນຈິງໄດ້ບໍ? “ຕາບໃດທີ່ພຣະຄຣິສມາແກ້ໄຂບັນຫາຂອງຂ້ອຍ, ຂ້ອຍຮັບປະກັນວ່າຂ້ອຍຈະຮູ້ສຶກອົບອຸ່ນຢູ່ຂ້າງໃນທັນທີ ແລະ ຂ້ອຍກໍຈະບໍ່ຄິດລົບອີກເລີຍ; ທຸກຢ່າງຈະກະຈ່າງແຈ້ງ ແລະ ເສັ້ນທາງກໍຈະເປີດອອກ”. ຈິນຕະນາການນີ້ເປັນຈິງບໍ? ເປົ້າໝາຍນີ້ສາມາດບັນລຸໄດ້ບໍ? (ບໍ່.) ສະນັ້ນ, ໃນເລື່ອງນີ້, ຖ້າຜູ້ຄົນເພິ່ງພາແນວຄິດ ແລະ ຈິນຕະນາການຂອງພວກເຂົາຢູ່ສະເໝີ, ມັນກໍຈະບໍ່ໄດ້ຜົນ; ພວກເຂົາຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ.
ບາງຄົນເຮັດບາງສິ່ງບາງຢ່າງຢູ່ເບື້ອງຫຼັງ ແລະ ເມື່ອພວກເຂົາພົບກັບເຮົາ, ພວກເຂົາກໍບອກເຮົາວ່າ “ຂ້ານ້ອຍໄດ້ກະທຳບາບຂອງການຜິດປະເວນີ ເມື່ອຂ້ານ້ອຍເປັນໄວໜຸ່ມ”. ເຮົາເວົ້າວ່າ: “ກະລຸນາຢ່າບອກເຮົາກ່ຽວກັບເລື່ອງນີ້. ຈົ່ງອະທິຖານຢ່າງຈິງໃຈເປັນການສ່ວນຕົວ ແລະ ກັບໃຈຢ່າງແທ້ຈິງ, ແລ້ວບັນຫາກໍຈະໄດ້ຮັບການແກ້ໄຂ ແລະ ພຣະເຈົ້າຈະບໍ່ຈົດຈຳມັນ. ເຈົ້າບໍ່ຈຳເປັນຕ້ອງບອກເຮົາຕໍ່ໜ້າ; ເຮົາບໍ່ເຈາະເລິກເຂົ້າໄປໃນສິ່ງເຫຼົ່ານີ້”. ເມື່ອເຮົາຫ້າມບໍ່ໃຫ້ພວກເຂົາເວົ້າ, ພວກເຂົາກໍເລີ່ມມີຄວາມຄິດວ່າ: “ພຣະອົງແມ່ນພຣະເຈົ້າແທ້ໆບໍ? ໃຈຂອງຂ້ອຍຈິງໃຈຫຼາຍ, ເປັນໃຈທີ່ລຸກເປັນໄຟ ແລະ ພຣະອົງໄດ້ຫົດນ້ຳເຢັນໃສ່ມັນຖັງໜຶ່ງ. ຂ້ອຍພຽງແຕ່ຢາກເວົ້າຄວາມໃນໃຈກັບພຣະອົງ, ເປັນຫຍັງພຣະອົງຈຶ່ງບໍ່ຟັງ? ມັນຄົງຈະດີຖ້າພຣະອົງຮັບຟັງ; ຂ້ອຍມີລາຍລະອຽດເພີ່ມເຕີມທີ່ຈະບອກ”. ເຮົາເວົ້າວ່າ “ເປົ້າໝາຍສູງສຸດຂອງການສາລະພາບຄວາມບາບຂອງເຈົ້າຄືການກັບໃຈ, ບໍ່ແມ່ນການເລົ່າລາຍລະອຽດຈຳນວນຫຼວງຫຼາຍ. ຖ້າເຈົ້າໄດ້ກັບໃຈຢ່າງແທ້ຈິງໃນສ່ວນເລິກຂອງຫົວໃຈຂອງເຈົ້າ, ຮູບແບບກໍບໍ່ສຳຄັນ; ການເຮັດຕາມຂະບວນການນີ້ແມ່ນບໍ່ມີປະໂຫຍດ. ການຊີ້ແຈງລາຍລະອຽດ ແລະ ສະຖານະການທັງໝົດໃຫ້ເຮົາຟັງ ບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ກັບໃຈແລ້ວ. ຖ້າເຈົ້າໄດ້ກັບໃຈຢ່າງແທ້ຈິງ, ເຖິງແມ່ນວ່າເຈົ້າບໍ່ເວົ້າຫຍັງເລີຍ, ເຈົ້າກໍຍັງໄດ້ກັບໃຈແລ້ວ. ຖ້າເຈົ້າຍັງບໍ່ໄດ້ກັບໃຈ, ມັນກໍຈະສູນເປົ່າ ເຖິງແມ່ນວ່າເຈົ້າຈະເວົ້າກ່ຽວກັບມັນກໍຕາມ”. ບາງຄົນບໍ່ເຂົ້າໃຈ, ໂດຍຄິດວ່າເຮົາຢາກໄດ້ຍິນທຸກຢ່າງ, ເຊັ່ນ: ການທີ່ພວກເຂົາຜິດປະເວນີ, ການລັກຂະໂມຍ ຫຼື ການກ່າວໂທດ ແລະ ການໃສ່ຮ້າຍຄົນອື່ນ ກ່ອນທີ່ພວກເຂົາຈະມາເຊື່ອໃນພຣະເຈົ້າ. ພວກເຂົາຄິດວ່າເຮົາເຕັມໃຈທີ່ຈະຮັບຟັງເລື່ອງຊີວິດສ່ວນຕົວທັງໝົດນີ້, ເຮົາຢາກຮູ້ ແລະ ຮັບຮູ້ຄວາມຄິດທີ່ເລິກເຊິ່ງທີ່ສຸດຂອງທຸກຄົນ ແລະ ການກະທຳທັງໝົດທີ່ພວກເຂົາໄດ້ເຮັດ, ບໍ່ວ່າຈະດີ ຫຼື ຮ້າຍ. ນີ້ບໍ່ແມ່ນແນວຄິດຂອງມະນຸດບໍ? ພວກເຂົາເຂົ້າໃຈຜິດແລ້ວ. ເຮົາພຽງແຕ່ຕ້ອງການຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ແກ່ນແທ້ຂອງພວກເຂົາ ແລະ ເສັ້ນທາງທີ່ພວກເຂົາຍ່າງ; ສິ່ງນີ້ພຽງພໍແລ້ວທີ່ຈະຈັດການກັບເລື່ອງສຳຄັນຂອງຄວາມລອດພົ້ນຂອງພວກເຂົາ. ບໍ່ຈຳເປັນຕ້ອງຮູ້ກ່ຽວກັບຊີວິດໃນປັດຈຸບັນ ຫຼື ຊີວິດຖັດໄປຂອງແຕ່ລະຄົນ; ບໍ່ຈຳເປັນຕ້ອງມີລາຍລະອຽດດັ່ງກ່າວ. ຜູ້ຄົນສົມມຸດເອົາວ່າ: “ເຈົ້າກໍເປັນຄົນປົກກະຕິ ແລະ ສຳພັນກັບຊີວິດຈິງເຊັ່ນກັນ. ມີບາງສິ່ງທີ່ພຣະອົງບໍ່ຮູ້, ສະນັ້ນ ບາງທີພຣະອົງອາດຈະຢາກເຂົ້າໃຈພູມຫຼັງຄອບຄົວຂອງແຕ່ລະບຸກຄົນ, ສະພາບແວດລ້ອມທີ່ພວກເຂົາເຕີບໃຫຍ່ຂຶ້ນມາ ແລະ ປະສົບການພິເສດເຫຼົ່ານີ້ໃນລະຫວ່າງການຈະເລີນເຕີບໃຫຍ່, ເພື່ອຮູ້ຈັກພວກເຂົາຢ່າງຖີ່ຖ້ວນ ສຳລັບຈຸດປະສົງໃນການເຮັດວຽກ, ເພື່ອໃຫ້ໄດ້ມາເຊິ່ງຂໍ້ຈັບຜິດທີ່ຈະນຳມາໃຊ້ຕັດສິນ ແລະ ເປີດໂປງພວກເຂົາ”. ມັນເປັນແບບນີ້ບໍ? (ບໍ່.) ບາງຄົນ, ເມື່ອມີແນວຄິດ ແລະ ຈິນຕະນາການເຫຼົ່ານີ້, ມັກຈະຢາກແບ່ງປັນການກະທຳໃນອະດີດຂອງພວກເຂົາກັບເຮົາສະເໝີ ເມື່ອພວກເຂົາພົບກັບເຮົາ, ໂດຍເວົ້າວ່າ “ໂອ້, ພຣະອົງບໍ່ຮູ້ດອກ, ຄອບຄົວຂອງຂ້ານ້ອຍເຄີຍເປັນແບບນີ້...”. ເຮົາເວົ້າວ່າ “ຢ່າເວົ້າກ່ຽວກັບເລື່ອງຄອບຄົວຂອງເຈົ້າ; ຈົ່ງແບ່ງປັນປະສົບການບາງຢ່າງກ່ຽວກັບການເຊື່ອໃນພຣະເຈົ້າ”. ຄົນອື່ນເວົ້າວ່າ “ໂອ້, ພຣະອົງບໍ່ຮູ້ດອກ, ຂ້ານ້ອຍເຄີຍມີແຟນຫຼາຍຄົນມາກ່ອນ” ຫຼື “ພຣະອົງບໍ່ຮູ້ດອກວ່າຂ້ານ້ອຍເຄີຍໃສ່ຮ້າຍໃຜມາກ່ອນ”. ການເວົ້າສິ່ງເຫຼົ່ານີ້ມີປະໂຫຍດບໍ? (ບໍ່.) ພວກເຂົາຄິດວ່າພຣະເຈົ້າທີ່ບັງເກີດເປັນມະນຸດເຕັມໃຈທີ່ຈະຮູ້ເລື່ອງເຫຼົ່ານີ້ແທ້ໆ, ຢາກຮູ້ຢາກເຫັນກ່ຽວກັບພຶດຕິກຳທີ່ໜ້າອັບອາຍທັງໝົດໃນທ່າມກາງຜູ້ຄົນ ແລະ ລາຍລະອຽດຕ່າງໆກ່ຽວກັບຊີວິດທີ່ຕົກຕ່ຳຂອງຜູ້ຄົນ. ເມື່ອພົບກັບຄົນແບບນັ້ນ, ເຮົາບອກພວກເຂົາວ່າ: “ຖ້າເຈົ້າຢາກສາລະພາບ ແລະ ກັບໃຈ, ຈົ່ງອະທິຖານຕໍ່ໜ້າພຣະເຈົ້າໃນທີ່ລັບ, ຢ່າບອກເຮົາ. ເຮົາຮັບຜິດຊອບພຽງແຕ່ສອນເຈົ້າກ່ຽວກັບວິທີປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ວິທີນະມັດສະການພຣະເຈົ້າໃນຊີວິດຈິງເທົ່ານັ້ນ, ເພື່ອຊ່ວຍໃຫ້ເຈົ້າບັນລຸຄວາມລອດພົ້ນ. ພວກເຮົາສາມາດໂອ້ລົມກັນກ່ຽວກັບສິ່ງໃດກໍຕາມທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້ ເມື່ອພວກເຮົາພົບກັນ, ແຕ່ມັນຈະດີທີ່ສຸດທີ່ຈະບໍ່ກ່າວເຖິງເລື່ອງທີ່ບໍ່ກ່ຽວຂ້ອງ”. ເມື່ອໄດ້ຍິນສິ່ງນີ້, ບາງຄົນກໍເລີ່ມຄິດວ່າ “ພຣະເຈົ້າຂາດຄວາມຮັກແທ້ໆ, ພຣະເຈົ້າບໍ່ມີຄວາມອົດກັ້ນ”. ໃນມຸມມອງຂອງພວກເຂົາ, ຄົນປະເພດໃດທີ່ມີຄວາມຮັກ? ນາຍບ້ານ, ຜູ້ທີ່ຈັດການເລື່ອງເລັກໆນ້ອຍໆໃນຊີວິດປະຈຳວັນຂອງຄົນອື່ນໂດຍສະເພາະ. ເຮົາຄວນຈັດການເລື່ອງແບບນັ້ນບໍ? ເຮົາບໍ່ສົນໃຈເລື່ອງເຫຼົ່ານັ້ນເລີຍ! ເຈົ້າດຳເນີນຊີວິດຂອງເຈົ້າແນວໃດ, ເຈົ້າກິນ ແລະ ນຸ່ງຫຍັງ, ເຈົ້າຫາເງິນແນວໃດ, ສະຖານະທາງເສດຖະກິດຂອງເຈົ້າເປັນແນວໃດ, ເຈົ້າເຂົ້າກັບເພື່ອນບ້ານຂອງເຈົ້າໄດ້ດີສໍ່າໃດ, ເຮົາບໍ່ແຊກແຊງສິ່ງໃດສິ່ງໜຶ່ງໃນນັ້ນເລີຍ. ນີ້ຄືທັດສະນະຄະຕິທີ່ຜູ້ຄົນມີຕໍ່ພຣະຄຣິສ ເມື່ອພວກເຂົາເກີດມີແນວຄິດ. ໂດຍສະເພາະເມື່ອພວກເຂົາເກີດມີແນວຄິດຕໍ່ພຣະທຳຂອງພຣະຄຣິສ ຫຼື ເມື່ອພຣະທຳຂອງພຣະຄຣິສຂັດກັບແນວຄິດຂອງພວກເຂົາເອງຢ່າງສິ້ນເຊີງ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ຍອມປ່ອຍວາງແນວຄິດຂອງຕົນ ຫຼື ຍອມຮັບຄວາມຈິງ, ທັງບໍ່ໄຈ້ແຍກແນວຄິດຂອງຕົນ ຫຼື ສະແຫວງຫາຄວາມຈິງ; ແຕ່ກົງກັນຂ້າມ, ພວກເຂົາຍຶດຕິດກັບແນວຄິດຂອງຕົນ ແລະ ກ່າວໂທດສິ່ງທີ່ພຣະຄຣິສກ່າວຢ່າງລັບໆຢູ່ໃນໃຈຂອງຕົນ.
ໃນຊ່ວງເວລາສຸດທ້າຍນີ້, ພຣະເຈົ້າກຳລັງດຳເນີນພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ໃນຂະນະທີ່ພຣະກິດຕິຄຸນກ່ຽວກັບອານາຈັກຂອງພຣະເຈົ້າແຜ່ຂະຫຍາຍອອກໄປ, ວຽກງານຈຳນວນບໍ່ໜ້ອຍທີ່ກ່ຽວຂ້ອງກັບວິຊາຊີບຕ່າງໆກໍໄດ້ປາກົດຂຶ້ນໃນເຮືອນຂອງພຣະເຈົ້າ, ເຊັ່ນ: ວຽກງານທີ່ກ່ຽວຂ້ອງກັບດົນຕີ, ວຽກງານຕົວອັກສອນ, ວຽກການຜະລິດຮູບເງົາ ແລະ ວຽກງານອື່ນໆ. ໃນຂະບວນການຂອງວຽກງານນີ້, ພຣະຄຣິສກໍຍັງໄດ້ເຂົ້າໄປມີສ່ວນຮ່ວມໃນ ວຽກງານບາງລາຍການທີ່ກ່ຽວຂ້ອງກັບວິຊາຊີບເຫຼົ່ານີ້, ແນ່ນອນວ່າສ່ວນໃຫຍ່ແມ່ນໂດຍການໃຫ້ການຊີ້ນຳ ແລະ ການກຳນົດທິດທາງຂອງວຽກງານຕ່າງໆ; ພຣະອົງເຮັດວຽກພາຍໃນຂອບເຂດນີ້. ມັນເປັນເລື່ອງທີ່ຫຼີກລ່ຽງບໍ່ໄດ້ທີ່ພຣະຄຣິສອາດຈະບໍ່ຄຸ້ນເຄີຍກັບຄວາມຮູ້ບາງຢ່າງ ຫຼື ຂໍ້ມູນທົ່ວໄປທີ່ກ່ຽວຂ້ອງກັບຂົງເຂດເຫຼົ່ານີ້ ແລະ ອາດຈະມີບາງສິ່ງທີ່ພຣະອົງບໍ່ເຂົ້າໃຈ. ນີ້ບໍ່ແມ່ນເລື່ອງປົກກະຕິຫຼາຍບໍ? ສຳລັບຄົນສ່ວນໃຫຍ່, ສິ່ງນີ້ເບິ່ງຄືວ່າເປັນເລື່ອງປົກກະຕິຢ່າງສົມບູນ ແລະ ບໍ່ແມ່ນເລື່ອງໃຫຍ່ ເພາະທຸກຄົນລ້ວນແຕ່ຢູ່ໃນຂະບວນການຮຽນຮູ້ ແລະ ພາຍໃຕ້ການນໍາພາຂອງພຣະເຈົ້າ, ວຽກງານທຸກປະເພດມີແຕ່ຈະດີຂຶ້ນເລື້ອຍໆ, ໂດຍມີຜະລິດຕະພັນທີ່ສຳເລັດຮູບ ແລະ ຜົນຜະລິດທີ່ມີຄຸນນະພາບສູງຖືກຜະລິດອອກມາຫຼາຍຂຶ້ນເລື້ອຍໆ. ແຕ່ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ນີ້ບໍ່ແມ່ນເລື່ອງເລັກນ້ອຍ. ພວກເຂົາເວົ້າວ່າ “ເຈົ້າບໍ່ຄຸ້ນເຄີຍກັບຂົງເຂດໃດໜຶ່ງເລີຍ, ບໍ່ມີຄວາມຮູ້ດ້ວຍຊໍ້າ. ເຈົ້າມີສິດຫຍັງທີ່ຈະເຂົ້າມາກ່ຽວຂ້ອງ, ມາສັ່ງການ ແລະ ຊີ້ນຳພວກເຮົາ? ເປັນຫຍັງຄຳເວົ້າຂອງເຈົ້າຈຶ່ງຕ້ອງເປັນຄຳຕັດສິນສຸດທ້າຍ? ເປັນຫຍັງພວກເຮົາທຸກຄົນຕ້ອງຟັງເຈົ້າ? ການຟັງເຈົ້າແມ່ນຖືກຕ້ອງສະເໝີໄປບໍ? ພວກເຮົາຈະບໍ່ໄປຜິດທາງ ຫຼື ເຮັດຜິດພາດໃນວຽກງານຂອງພວກເຮົາບໍ ຖ້າພວກເຮົາຟັງຄວາມເຈົ້າ? ຂ້ອຍບໍ່ແນ່ໃຈປານໃດກ່ຽວກັບເລື່ອງນັ້ນ”. ເມື່ອພຣະຄຣິສໃຫ້ການຊີ້ນຳໃນການເຮັດວຽກ, ບາງຄົນກໍເຂົ້າຫາການຊີ້ນໍານັ້ນດ້ວຍທັດສະນະຄະຕິທີ່ສົງໄສ: “ມາເບິ່ງກັນກ່ອນວ່າສິ່ງທີ່ພຣະອົງເວົ້ານັ້ນມີເຫດຜົນ ແລະ ຢູ່ໃນຂອບເຂດຄວາມຊ່ຽວຊານທີ່ເໝາະສົມ ຫຼື ບໍ່ ແລະ ມັນດີກວ່າຄວາມຄິດຂອງພວກເຮົາເອງ ຫຼື ບໍ່. ຖ້າແມ່ນ, ພວກເຮົາກໍຈະຍອມຮັບມັນ ແລະ ປະຕິບັດຕາມການຊີ້ນຳຂອງພຣະອົງ; ຖ້າບໍ່, ພວກເຮົາກໍຈະເລືອກທາງອື່ນ, ຊອກຫາວິທີອື່ນ”. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສແອບມີຈິດໃຈຂອງການບໍ່ເຊື່ອຟັງຫຍັງທັງສິ້ນຢູ່ພາຍໃນ: “ພວກເຮົາເປັນມືອາຊີບ, ໄດ້ເຮັດວຽກໃນຂົງເຂດນີ້ມາຫຼາຍປີ. ພວກເຮົາຫຼັບຕາເຮັດວຽກນີ້ກໍຍັງໄດ້. ການປະຕິບັດຕາມການຊີ້ນຳຂອງເຈົ້າກໍເປັນພຽງການເຮັດໄປຕາມຂັ້ນຕອນຊື່ໆບໍ່ແມ່ນບໍ? ເປັນຫຍັງພວກເຮົາຕ້ອງຟັງຄວາມເຈົ້າ? ຂໍ້ສະເໜີແນະຂອງເຈົ້າບໍ່ແມ່ນພຽງແຕ່ຄຳເວົ້າທາງການຊື່ໆບໍ? ຖ້າພວກເຮົາຟັງຄວາມເຈົ້າ, ນັ້ນຈະບໍ່ເຮັດໃຫ້ພວກເຮົາເບິ່ງຄືວ່າບໍ່ມີຄວາມສາມາດບໍ? ແຕ່ຕອນນີ້ທຸກຄົນກຳລັງຟັງຢູ່ ແລະ ຂ້ອຍກໍບໍ່ສາມາດລຸກຂຶ້ນຄັດຄ້ານເຈົ້າໄດ້, ເພາະສິ່ງນີ້ອາດຈະນຳໄປສູ່ການທີ່ຂ້ອຍຖືກຈັດການໃນຖານະຜູ້ຕໍ່ຕ້ານພຣະຄຣິສ. ສະນັ້ນ, ຂ້ອຍຈະທຳທ່າເຮັດໄປກ່ອນ, ທຳທ່າເຮັດເປັນວ່າຂ້ານ້ອຍກຳລັງຟັງ, ເຮັດໄປຕາມຂັ້ນຕອນຊື່ໆ ແລະ ພາຍຫຼັງກໍສືບຕໍ່ເຮັດຄືເກົ່າໂດຍບໍ່ໃຫ້ກະທົບກັບສິ່ງໃດ”. ສະນັ້ນ ບໍ່ວ່າພຣະຄຣິສຈະໂອ້ລົມກ່ຽວກັບຫຼັກການຄວາມຈິງແນວໃດກໍຕາມ, ບໍ່ວ່າພຣະອົງຈະອະທິບາຍສິ່ງຕ່າງໆຢ່າງຊັດເຈນສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສມັກຈະມີຄວາມຄິດທີ່ຕາຍຕົວຂອງພວກເຂົາເອງສະເໝີ ແລະ ເຊື່ອສະເໝີວ່າພວກເຂົາເຂົ້າໃຈວິຊາຊີບນັ້ນ, ພວກເຂົາເປັນຜູ້ຊ່ຽວຊານໃນຂົງເຂດນັ້ນ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງບໍ່ສາມາດເຂົ້າໃຈໄດ້ວ່າ ຫຼັກການຄວາມຈິງທີ່ພຣະຄຣິສກຳລັງໂອ້ລົມຢູ່ນັ້ນແມ່ນຫຍັງ. ເມື່ອໃດກໍຕາມທີ່ພຣະຄຣິສໃຫ້ການຊີ້ນຳກ່ຽວກັບວຽກງານທີ່ກ່ຽວຂ້ອງກັບວິຊາຊີບຂອງພວກເຂົາ, ມັນກໍກາຍເປັນຊ່ວງເວລາສຳລັບຜູ້ຕໍ່ຕ້ານພຣະຄຣິສໃນການປຽບທຽບຄວາມສາມາດ ແລະ ພອນສະຫວັນຂອງພວກເຂົາກັບພຣະຄຣິສ. ຮ້າຍແຮງໄປກວ່ານັ້ນ, ບາງຄັ້ງ, ເມື່ອພຣະຄຣິສເວົ້າກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບວິຊາຊີບຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສກໍເຫັນວ່າມັນເປັນການທີ່ພຣະຄຣິສສະແດງຄວາມບໍ່ຮູ້ ແລະ ພວກເຂົາກໍເຍາະເຍີ້ຍ ແລະ ດູຖູກພຣະຄຣິສຢ່າງລັບໆ, ໂດຍຮູ້ສຶກພວກເຂົາເອງຍິ່ງຕໍ່ຕ້ານ ແລະ ເບື່ອໜ່າຍຕໍ່ການຊີ້ນຳຂອງພຣະຄຣິສ ໃນວຽກງານຂອງພວກເຂົາຫຼາຍຂຶ້ນ ໂດຍບໍ່ຮູ້ຕົວ. ພວກເຂົາບໍ່ເຊື່ອຢ່າງສິ້ນເຊີງຢູ່ໃນໃຈຂອງພວກເຂົາ, ໂດຍເວົ້າວ່າ “ເຈົ້າບອກໃຫ້ພວກເຮົາເຮັດແນວນັ້ນແນວນີ້, ແຕ່ເຈົ້າຮູ້ຫຍັງແດ່? ເຈົ້າເຂົ້າໃຈຂັ້ນຕອນຕ່າງໆທີ່ກ່ຽວຂ້ອງກັບຂົງເຂດເຫຼົ່ານີ້ໄດ້ບໍ? ເຈົ້າຮູ້ລາຍລະອຽດສະເພາະ ກ່ຽວກັບວິທີການເຮັດວຽກຂອງພວກມັນບໍ? ເມື່ອເຈົ້າຊີ້ນຳພວກເຮົາໃນການສ້າງຮູບເງົາ, ເຈົ້າຮູ້ບໍວ່າຈະສະແດງໃຫ້ສົມຈິງແນວໃດ ຫຼື ບັນທຶກສຽງແນວໃດ?” ເມື່ອໃດກໍຕາມທີ່ປະເຊີນກັບເລື່ອງເຫຼົ່ານີ້, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ຕັ້ງໃຈຮັບຟັງຫຼັກການຄວາມຈິງທີ່ກ່ຽວຂ້ອງກັບແຕ່ລະວິຊາຊີບຢູ່ໃນໃຈຂອງພວກເຂົາຢ່າງແທ້ຈິງ. ແຕ່ກົງກັນຂ້າມ, ພວກເຂົາແຂ່ງຂັນກັບພຣະຄຣິສຢ່າງລັບໆຢູ່ພາຍໃນ, ເຖິງຂັ້ນຢືນເປັນຜູ້ສັງເກດການເພື່ອເຍາະເຍີ້ຍ ແລະ ເວົ້າຖາກຖາງພຣະຄຣິສ, ຫົວໃຈຂອງພວກເຂົາເຕັມໄປດ້ວຍການບໍ່ເຊື່ອຟັງ. ເມື່ອພວກເຂົາໄປປະຕິບັດວຽກງານຂອງພວກເຂົາ, ພວກເຂົາກໍເຮັດໄປຕາມຂັ້ນຕອນແບບຜິວເຜີນ, ກ່ອນອື່ນກໍທົບທວນບົດບັນທຶກການໂອ້ລົມຂອງພຣະເຈົ້າເພື່ອເບິ່ງວ່າພຣະເຈົ້າເວົ້າຫຍັງ ແລະ ຈາກນັ້ນພວກເຂົາກໍເລີ່ມເຮັດວຽກ ໂດຍເຮັດຕາມແບບເກົ່າ. ບາງຄົນອາດຈະເວົ້າວ່າ “ພຣະເຈົ້າບໍ່ໄດ້ເວົ້າແນວນັ້ນ, ເປັນຫຍັງເຈົ້າຈຶ່ງເຮັດແບບນີ້?” ເຊິ່ງພວກເຂົາຕອບວ່າ “ພຣະເຈົ້າບໍ່ໄດ້ເວົ້າ, ແຕ່ພຣະເຈົ້າຮູ້ສະຖານະການຕົວຈິງບໍ? ພວກເຮົາບໍ່ແມ່ນຜູ້ທີ່ຕ້ອງເຮັດໃຫ້ມັນສຳເລັດແທ້ໆບໍ? ພຣະເຈົ້າຊິໄປຮູ້ຫຍັງ? ພຣະເຈົ້າພຽງແຕ່ໃຫ້ຫຼັກການ, ແຕ່ພວກເຮົາຕ້ອງຈັດການກັບມັນຕາມສະຖານະການຕົວຈິງ. ເຖິງແມ່ນວ່າພຣະເຈົ້າຈະຢູ່ທີ່ນີ້, ພວກເຮົາກໍຍັງຕ້ອງຈັດການກັບມັນແບບນີ້. ພວກເຮົາຟັງພຣະທຳຂອງພຣະເຈົ້າ ເມື່ອມັນກ່ຽວຂ້ອງກັບຄວາມຈິງ, ແຕ່ເມື່ອມັນກ່ຽວກັບວຽກງານວິຊາຊີບ ແລະ ບໍ່ກ່ຽວຂ້ອງກັບຄວາມຈິງ, ພວກເຮົາຕ້ອງເປັນຜູ້ຕັດສິນໃຈ”. ພວກເຂົາໄດ້ຟັງຫຼັກການຄວາມຈິງທີ່ພຣະເຈົ້າໂອ້ລົມ ແລະ ຈົດບັນທຶກກ່ຽວກັບສິ່ງເຫຼົ່ານັ້ນ ແລະ ທຸກຄົນກໍໄດ້ເຮັດຕາມຂະບວນການ ແລະ ທົບທວນບົດບັນທຶກ, ແຕ່ເມື່ອເວົ້າເຖິງວິທີການທີ່ສິ່ງຕ່າງໆຄວນຈະເຮັດ, ໃຜເປັນຜູ້ຕັດສິນໃຈ? ໃນກໍລະນີຂອງພວກເຂົາ, ຄວາມຈິງບໍ່ໄດ້ມີອຳນາດຫຍັງ, ແຮງບໍ່ກ່ຽວຂ້ອງຫຍັງກັບການທີ່ພຣະຄຣິສມີອຳນາດ. ຖ້າຊັ້ນ, ໃຜກຳລັງມີອຳນາດ? ຜູ້ຕໍ່ຕ້ານພຣະຄຣິສກຳລັງມີອຳນາດ; ມະນຸດເປັນຜູ້ທີ່ມີຄຳຕັດສິນສຸດທ້າຍ. ໃນມຸມມອງຂອງພວກເຂົາ, ຄວາມຈິງປຽບເໝືອນອາກາດ, ເປັນພຽງຫຼັກຄຳສອນ ແລະ ຄຳຂວັນທີ່ຖືກກ່າວເຖິງຢ່າງຜິວເຜີນ ແລ້ວກໍຈົບໄປ, ຜູ້ຄົນຍັງເຮັດທຸກຢ່າງທີ່ພວກເຂົາຕ້ອງເຮັດ, ຕາມວິທີທີ່ພວກເຂົາຢາກເຮັດ. ໃນເວລານັ້ນ, ພວກເຂົາເຫັນດີນຳເປັນຢ່າງຍິ່ງ ແລະ ທັດສະນະຄະຕິຂອງພວກເຂົາກໍເບິ່ງຄືວ່າຈິງໃຈເປັນພິເສດ, ແຕ່ເມື່ອມາເຖິງຊີວິດຈິງ, ທຸກຢ່າງກໍປ່ຽນໄປ; ມັນບໍ່ໄດ້ເປັນຄືກັບທີ່ເຫັນ.
ພວກຜູ້ຕໍ່ຕ້ານພຣະຄຣິສ, ຍ້ອນວ່າພວກເຂົາເກັບຊ້ອນແນວຄິດ ແລະ ການຕໍ່ຕ້ານທີ່ມີຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດໄວ້ຢູ່ຕະຫຼອດເວລາ ແລະ ບໍ່ເຊື່ອຢ່າງສິ້ນເຊີງຢູ່ພາຍໃນ, ໂດຍພື້ນຖານແລ້ວ ພວກເຂົາຈຶ່ງບໍ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ໃນໃຈຂອງພວກເຂົາ; ພວກເຂົາເຊື່ອພຽງແຕ່ພຣະເຈົ້າຢູ່ເທິງສະຫວັນເທົ່ານັ້ນ. ພວກເຂົາເປັນຄືກັບໂປໂລ: ລາວບໍ່ໄດ້ເຊື່ອພຣະເຢຊູທີ່ບັງເກີດເປັນມະນຸດຢ່າງແທ້ຈິງ, ແຕ່ກົງກັນຂ້າມກັບເຕັມໄປດ້ວຍແນວຄິດ. ນັ້ນຄືເຫດຜົນທີ່ວ່າໃນຈົດໝາຍທຸກສະບັບທີ່ລາວຂຽນ, ລາວບໍ່ເຄີຍເປັນພະຍານໃຫ້ພຣະເຢຊູ, ບໍ່ເຄີຍເປັນພະຍານວ່າພຣະທຳຂອງພຣະເຢຊູເປັນຄວາມຈິງ ແລະ ບໍ່ເຄີຍສົນທະນາວ່າລາວມີຄວາມຮັກໃດໆຕໍ່ພຣະເຢຊູ ຫຼື ບໍ່. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນສາມາດເຫັນໄດ້; ໂປໂລເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ຕອນນີ້ ພວກເຈົ້າທຸກຄົນສາມາດຮັບຮູ້ໄດ້ວ່າ ໂປໂລເປັນຕົວຢ່າງທີ່ຊັດເຈນຂອງຜູ້ຕໍ່ຕ້ານພຣະຄຣິສ. ເຖິງແມ່ນວ່າຜູ້ທີ່ຢູ່ໃນໝວດໝູ່ຂອງຜູ້ຕໍ່ຕ້ານພຣະຄຣິສຈະຮັບຮູ້ວ່າພຣະທຳທີ່ພຣະເຈົ້າສະແດງອອກນັ້ນເປັນຄວາມຈິງ, ພວກເຂົາສາມາດຍອມຮັບຄວາມຈິງໄດ້ບໍ? ພວກເຂົາສາມາດອ່ອນນ້ອມຕໍ່ພຣະຄຣິສໄດ້ບໍ? ພວກເຂົາສາມາດເປັນພະຍານໃຫ້ພຣະຄຣິສໄດ້ບໍ? ນັ້ນເປັນອີກເລື່ອງໜຶ່ງ. ພວກເຂົາສາມາດອ່ອນນ້ອມຕໍ່ທຸກສິ່ງທີ່ພຣະຄຣິສເຮັດໄດ້ບໍ? ຖ້າພຣະຄຣິສຈັດແຈງ ຫຼື ມອບໝາຍວຽກງານໃຫ້ ໂດຍແນະນຳຜູ້ຄົນກ່ຽວກັບວິທີການເຮັດວຽກນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈະສາມາດເຊື່ອຟັງໄດ້ບໍ? ເລື່ອງນີ້ເປີດເຜີຍຜູ້ຄົນໄດ້ຢ່າງຊັດເຈນທີ່ສຸດ. ຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດເຊື່ອຟັງໄດ້; ພວກເຂົາບໍ່ໃສ່ໃຈ ແລະ ລົດທອນຄວາມສຳຄັນພຣະທຳຂອງພຣະຄຣິສ. ສະນັ້ນ, ບໍ່ວ່າພຣະຄຣິສຈະໃຫ້ການຊີ້ນຳທີ່ລະອຽດແນວໃດ ຫຼື ມອບໝາຍໜ້າວຽກຫຍັງສຳລັບວຽກງານໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ມີທາງຈັດຕັ້ງປະຕິບັດສິ່ງເຫຼົ່ານັ້ນເລີຍ. ຜູ້ຕໍ່ຕ້ານພຣະຄຣິສພຽງແຕ່ບໍ່ເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະຄຣິສ. ບໍ່ວ່າພຣະອົງຈະຈັດແຈງວຽກງານແນວໃດກໍຕາມ, ພວກເຂົາກໍບໍ່ເຕັມໃຈທີ່ຈະປະຕິບັດມັນ, ໂດຍເຊື່ອຢູ່ສະເໝີວ່າຄວາມຄິດຂອງພວກເຂົາເອງສະຫຼາດກວ່າ ແລະ ຄິດວ່າມັນດີທີ່ສຸດທີ່ຈະປະຕິບັດຕາມແຜນການຂອງພວກເຂົາເອງ. ຖ້າເຈົ້າບອກພວກເຂົາວ່າ: “ເມື່ອປະເຊີນກັບສະຖານະການຕ່າງໆ, ພວກເຈົ້າຄວນຮ່ວມມືກັບຄົນອື່ນອີກສາມ ຫຼື ສີ່ຄົນ, ປຶກສາຫາລືກັນ, ໂອ້ລົມກ່ຽວກັບຫຼັກການຄວາມຈິງໃຫ້ຫຼາຍຂຶ້ນ ແລະ ປະຕິບັດຕາມຫຼັກການເຫຼົ່ານັ້ນໂດຍບໍ່ລະເມີດພວກມັນ”, ພວກເຂົາຈະຟັງບໍ? ພວກເຂົາບໍ່ຟັງເລີຍ; ພວກເຂົາບໍ່ເກັບຄຳເວົ້າເຫຼົ່ານີ້ມາໃສ່ໃຈດົນແລ້ວ ແລະ ຢາກເປັນຜູ້ຕັດສິນໃຈສຸດທ້າຍດ້ວຍຕົນເອງ. ເຈົ້າບອກພວກເຂົາວ່າ: “ຖ້າມີບັນຫາທີ່ບໍ່ສາມາດແກ້ໄຂໄດ້, ພວກເຈົ້າສາມາດສະແຫວງຫາຈາກເບື້ອງເທິງໄດ້”, ແຕ່ເມື່ອມີບັນຫາເກີດຂຶ້ນແທ້ໆ ແລະ ທຸກຄົນຄິດຢາກສະແຫວງຫາຈາກເບື້ອງເທິງ, ຜູ້ຕໍ່ຕ້ານພຣະຄຣິສກໍເວົ້າວ່າ: “ເປັນຫຍັງຕ້ອງຖາມກ່ຽວກັບເລື່ອງເລັກນ້ອຍແບບນີ້? ມັນຈະເປັນການລົບກວນເບື້ອງເທິງຊື່ໆ. ພວກເຮົາສາມາດຈັດການມັນໄດ້ດ້ວຍຕົນເອງ, ບໍ່ຈຳເປັນຕ້ອງຖາມ! ຂ້ອຍເປັນຜູ້ຕັດສິນໃຈສຸດທ້າຍ ແລະ ຂ້ອຍຈະຮັບຜິດຊອບຜົນທີ່ຈະຕາມມາເອງ ຖ້າມີຫຍັງຜິດພາດ!” ຄຳເວົ້າເຫຼົ່ານີ້ຟັງເບິ່ງມ່ວນຫູສໍ່າໃດ, ແຕ່ພວກເຂົາສາມາດຮັບຜິດຊອບຜົນທີ່ຈະຕາມມາໄດ້ແທ້ໆບໍ ເມື່ອມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນແທ້ໆ? ຖ້າວຽກງານຂອງຄຣິສຕະຈັກໄດ້ຮັບຄວາມເສຍຫາຍ, ພວກເຂົາສາມາດແບກຮັບຜົນທີ່ຕາມມາໄດ້ບໍ? ຕົວຢ່າງ: ຖ້າເນື່ອງຈາກຜູ້ນໍາ ແລະ ຜູ້ເຮັດວຽກບໍ່ລະມັດລະວັງໃນການຈັດການເຕົ້າໂຮມ, ອ້າຍເອື້ອຍນ້ອງທັງຫຼາຍຈຶ່ງຖືກຈັບກຸມໃນລະຫວ່າງການເຕົ້າໂຮມ, ເຊິ່ງນຳໄປສູ່ການທີ່ບາງຄົນກາຍເປັນຄົນຄິດລົບ ແລະ ອ່ອນແອ ແລະ ສະດຸດລົ້ມ, ໃຜສາມາດແບກຮັບຄວາມຮັບຜິດຊອບດັ່ງກ່າວໄດ້? ພວກຜູ້ຕໍ່ຕ້ານພຣະຄຣິສມີຄວາມຮັບຜິດຊອບໃນຄຳເວົ້າຂອງພວກເຂົາບໍ? ພວກເຂົາບໍ່ມີຄວາມຮັບຜິດຊອບຢ່າງສິ້ນເຊີງ! ນີ້ຄືທັດສະນະຄະຕິທີ່ຜູ້ຕໍ່ຕ້ານພຣະຄຣິສມີຕໍ່ວຽກງານ. ບອກເຮົາມາເບິ່ງ, ຜູ້ຕໍ່ຕ້ານພຣະຄຣິສສາມາດຍອມຮັບ ແລະ ອ່ອນນ້ອມຕໍ່ຄຳເວົ້າທີ່ພຣະຄຣິສກ່າວໄດ້ຢ່າງແທ້ຈິງບໍ? (ບໍ່.) ໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ແມ່ນຫຍັງຄືທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ການປະຕິບັດຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະຄຣິສ? ຄຳດຽວເລີຍຄື: ການຕໍ່ຕ້ານ. ພວກເຂົາສືບຕໍ່ຕໍ່ຕ້ານ. ແລ້ວອຸປະນິໄສທີ່ບັນຈຸຢູ່ໃນການຕໍ່ຕ້ານນີ້ແມ່ນຫຍັງ? ສິ່ງໃດເຮັດໃຫ້ມັນເກີດຂຶ້ນ? ການບໍ່ເຊື່ອຟັງຄືສິ່ງທີ່ເຮັດໃຫ້ມັນເກີດຂຶ້ນ. ໃນແງ່ຂອງອຸປະນິໄສ, ນີ້ຄືຄວາມເບື່ອໜ່າຍຕໍ່ຄວາມຈິງ, ມັນຄືການມີການບໍ່ເຊື່ອຟັງຢູ່ໃນໃຈຂອງພວກເຂົາ, ມັນຄືການທີ່ພວກເຂົາບໍ່ຢາກອ່ອນນ້ອມ. ແລ້ວຜູ້ຕໍ່ຕ້ານພຣະຄຣິສຄິດແນວໃດໃນໃຈຂອງພວກເຂົາ ເມື່ອເຮືອນຂອງພຣະເຈົ້າຂໍໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຮຽນຮູ້ທີ່ຈະຮ່ວມມືກັນຢ່າງກົມກຽວ, ແທນທີ່ຈະໃຫ້ຄົນຜູ້ດຽວເປັນຜູ້ຕັດສິນໃຈທຸກຢ່າງ, ໃຫ້ພວກເຂົາຮຽນຮູ້ວິທີປຶກສາຫາລືກັບຄົນອື່ນ? “ມັນຫຍຸ້ງຍາກເກີນໄປທີ່ຈະປຶກສາຫາລືທຸກເລື່ອງກັບຜູ້ຄົນ! ຂ້ອຍສາມາດຕັດສິນໃຈກ່ຽວກັບເລື່ອງເຫຼົ່ານີ້ໄດ້. ການເຮັດວຽກຮ່ວມກັບຄົນອື່ນ, ການລົມເລື່ອງນັ້ນກັບພວກເຂົາ, ການເຮັດສິ່ງຕ່າງໆຕາມຫຼັກການ, ມັນຊ່າງຂີ້ຂາດ, ຊ່າງໜ້າອາຍແທ້ໆ!” ຜູ້ຕໍ່ຕ້ານພຣະຄຣິສຄິດວ່າພວກເຂົາເຂົ້າໃຈຄວາມຈິງ, ວ່າທຸກສິ່ງກະຈ່າງແຈ້ງສຳລັບພວກເຂົາ, ວ່າພວກເຂົາມີຄວາມເຂົ້າໃຈເລິກເຊິ່ງ ແລະ ວິທີການເຮັດສິ່ງຕ່າງໆຂອງຕົນເອງ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງບໍ່ສາມາດຮ່ວມມືກັບຄົນອື່ນໄດ້, ພວກເຂົາບໍ່ປຶກສາຫາລືສິ່ງໃດກັບຜູ້ຄົນ, ພວກເຂົາເຮັດທຸກຢ່າງຕາມວິທີຂອງພວກເຂົາເອງ ແລະ ບໍ່ຍອມໃຜເລີຍ! ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະປະກາດດ້ວຍວາຈາວ່າພວກເຂົາເຕັມໃຈທີ່ຈະອ່ອນນ້ອມ ແລະ ເຕັມໃຈທີ່ຈະຮ່ວມມືກັບຄົນອື່ນ, ບໍ່ວ່າຄຳຕອບຂອງພວກເຂົາຈະເບິ່ງດີສໍ່າໃດຢູ່ພາຍນອກ, ຄຳເວົ້າຂອງພວກເຂົາຈະຟັງເບິ່ງມ່ວນຫູສໍ່າໃດ, ພວກເຂົາກໍບໍ່ສາມາດປ່ຽນແປງສະພາວະທີ່ກະບົດຂອງພວກເຂົາໄດ້, ບໍ່ສາມາດປ່ຽນແປງອຸປະນິໄສແບບຊາຕານຂອງພວກເຂົາໄດ້. ແຕ່ຢູ່ພາຍໃນ, ພວກເຂົາຕໍ່ຕ້ານຢ່າງຮຸນແຮງ, ຮຸນແຮງເຖິງລະດັບໃດ? ຖ້າອະທິບາຍໃນພາສາຂອງຄວາມຮູ້, ນີ້ຄືປາກົດການທີ່ເກີດຂຶ້ນເມື່ອສອງສິ່ງທີ່ມີທຳມະຊາດຕ່າງກັນຖືກວາງໄວ້ຢູ່ນຳກັນ: ການຍູ້ອອກ, ເຊິ່ງພວກເຮົາສາມາດຕີຄວາມໝາຍໄດ້ວ່າເປັນ “ການຕໍ່ຕ້ານ”. ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ: ການຕໍ່ຕ້ານເບື້ອງເທິງ. ພວກເຂົາມັກຕໍ່ຕ້ານເບື້ອງເທິງ ແລະ ພວກເຂົາບໍ່ເຊື່ອຟັງໃຜເລີຍ.
ຜູ້ຕໍ່ຕ້ານພຣະຄຣິສ, ເມື່ອປະເຊີນກັບພຣະທຳຂອງພຣະຄຣິສ, ມີພຽງທັດສະນະຄະຕິດຽວຄື: ການບໍ່ເຊື່ອຟັງ; ແລະ ວິທີການດຽວຂອງພວກເຂົາກໍຄື: ການຕໍ່ຕ້ານ. ຕົວຢ່າງ: ເຮົາເວົ້າວ່າ: “ເດີ່ນບ້ານຂອງພວກເຮົາຂ້ອນຂ້າງກວ້າງ ແລະ ຂາດຮົ່ມເງົາ. ໃນລະດູໜາວ, ແສງແດດສ່ອງທົ່ວເຖິງ, ເຮັດໃຫ້ຜູ້ຄົນສາມາດຕາກແດດໄດ້, ແຕ່ວ່າມັນຮ້ອນໄປໜ້ອຍໜຶ່ງໃນລະດູຮ້ອນ. ໃຫ້ພວກເຮົາຊື້ຕົ້ນໄມ້ຈຳນວນໜຶ່ງ, ຕົ້ນທີ່ໃຫຍ່ໄວ ແລະ ຈະໃຫ້ຮົ່ມເງົາທີ່ກວ້າງຂວາງໃນອະນາຄົດ ແລະ ເປັນຕົ້ນທີ່ຂ້ອນຂ້າງສະອາດ ແລະ ເບິ່ງງາມຕາ”. ມີຈັກຫຼັກການຢູ່ທີ່ນີ້? (ສາມຢ່າງ.) ຢ່າງໜຶ່ງຄືຕົ້ນໄມ້ໃຫຍ່ໄວ, ອີກຢ່າງໜຶ່ງຄືຕົ້ນໄມ້ສະອາດ ແລະ ເບິ່ງຂ້ອນຂ້າງດີ ແລະ ອີກຢ່າງໜຶ່ງຄືພວກມັນຈະໃຫ້ຮົ່ມເງົາທີ່ກວ້າງຂວາງໃນອະນາຄົດ, ເຊິ່ງໝາຍຄວາມວ່າພວກມັນຕ້ອງມີກິ່ງກ້ານ ແລະ ໃບທີ່ໜາແໜ້ນ. ຜູ້ຄົນພຽງແຕ່ຕ້ອງປະຕິບັດຕາມສາມຫຼັກການນີ້; ສ່ວນເລື່ອງທີ່ວ່າຈະຊື້ຈັກຕົ້ນ, ປູກຢູ່ໃສ ແລະ ເປັນຕົ້ນໄມ້ຊະນິດໃດ, ເຮົາກໍໄດ້ແຈ້ງໃຫ້ພວກເຂົາຮູ້ແລ້ວ. ວຽກງານນີ້ງ່າຍຕໍ່ການຈັດຕັ້ງປະຕິບັດບໍ? (ງ່າຍ.) ນີ້ຖືວ່າເປັນວຽກງານທີ່ຫຍຸ້ງຍາກບໍ? (ບໍ່.) ມັນບໍ່ແມ່ນວຽກງານທີ່ຫຍຸ້ງຍາກ. ເປັນຫຍັງມັນຈຶ່ງບໍ່ຫຍຸ້ງຍາກ? ມີສະຖານທີ່ທີ່ຂາຍຕົ້ນໄມ້, ເຮືອນຂອງພຣະເຈົ້າສະໜອງທຶນໃຫ້ ແລະ ເງື່ອນໄຂພື້ນຖານສຳລັບການຊື້ຕົ້ນໄມ້ກໍມີຄົບຖ້ວນ. ສິ່ງທີ່ຍັງເຫຼືອກໍພຽງແຕ່ໃຫ້ຜູ້ຄົນລົງມືປະຕິບັດ; ບໍ່ມີຫຍັງຫຍຸ້ງຍາກກ່ຽວກັບວຽກງານນີ້. ແຕ່ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ມີຄວາມຫຍຸ້ງຍາກຢູ່: “ຫຍັງເກາະ? ຊື້ຕົ້ນໄມ້ບໍ? ໃຊ້ເງິນພຽງເພື່ອຮົ່ມເງົາ ແລະ ເຮັດໃຫ້ສະພາບແວດລ້ອມງາມຂຶ້ນຊື່ໆບໍ? ນັ້ນບໍ່ແມ່ນການໂລບຄວາມສະບາຍທາງເນື້ອໜັງບໍ? ເງິນນັ້ນເປັນເຄື່ອງຖວາຍແດ່ພຣະເຈົ້າ, ມັນສາມາດຖືກໃຊ້ຢ່າງບໍ່ໃສ່ໃຈແນວນັ້ນໄດ້ບໍ? ຮ້ອນໜ້ອຍໜຶ່ງມັນຊິເປັນຫຍັງ? ດວງອາທິດຖືກພຣະເຈົ້າສ້າງຂຶ້ນ; ການຕາກແດດຈະເຮັດໃຫ້ເຈົ້າຕາຍບໍ? ນັ້ນເອີ້ນວ່າການຕາກແດດຕາກຝົນ. ຖ້າເຈົ້າບໍ່ຢາກຕາກແດດ, ກໍຢູ່ຂ້າງໃນ. ແລ້ວຕອນນີ້ ເຈົ້າຢາກໃຊ້ເງິນເພື່ອຄວາມສະບາຍນີ້, ເຈົ້າຕ້ອງຝັນໄປແລ້ວແນ່ນອນ!” ພວກເຂົາຄິດໄຕ່ຕອງ: “ຂ້ອຍບໍ່ມີສິດໃນການຕັດສິນໃຈສຸດທ້າຍໃນເລື່ອງນີ້ດ້ວຍຕົນເອງ; ຖ້າຂ້ອຍຕໍ່ຕ້ານມັນໂດຍກົງ, ນັ້ນຄົງຈະບໍ່ດີປານໃດ. ຂ້ອຍອາດຈະຖືກກ່າວໂທດ ແລະ ຄົນອື່ນກໍອາດຈະບໍ່ເຫັນດີນຳ. ສະນັ້ນ, ຂ້ອຍຈະລາຍງານເລື່ອງນີ້ຕໍ່ກຸ່ມຕັດສິນໃຈ. ນອກຈາກນີ້, ມັນຈະດີທີ່ສຸດທີ່ຈະໃຫ້ອ້າຍເອື້ອຍນ້ອງສະແດງຄວາມຄິດເຫັນຂອງພວກເຂົາເຊັ່ນກັນ. ຖ້າກຸ່ມຕັດສິນໃຈອະນຸມັດ, ແລ້ວພວກເຮົາກໍຈະຊື້ຕົ້ນໄມ້; ຖ້າພວກເຂົາບໍ່ອະນຸມັດ, ແລ້ວພວກເຮົາກໍຈະບໍ່ຊື້ພວກມັນ, ເຖິງແມ່ນວ່າອ້າຍເອື້ອຍນ້ອງຈະເຫັນດີກໍຕາມ”. ພວກເຂົາເອີ້ນທຸກຄົນມາເຕົ້າລວມກັນ, ກ່າວເຖິງເລື່ອງດັ່ງກ່າວ ແລະ ຈາກນັ້ນກໍປ່ອຍໃຫ້ທຸກຄົນປຶກສາຫາລືກັນ ແລະ ສະແດງຄວາມຄິດເຫັນຂອງຕົນ. ທຸກຄົນເວົ້າວ່າ: “ການຊື້ຕົ້ນໄມ້ເປັນເລື່ອງທີ່ດີ; ທຸກຄົນໄດ້ຮັບຜົນປະໂຫຍດ”. ຜູ້ຕໍ່ຕ້ານພຣະຄຣິສໄດ້ຍິນສິ່ງນີ້ ແລະ ເວົ້າວ່າ: “ມັນເປັນເລື່ອງທີ່ດີແນວໃດ? ມັນຈະເປັນເລື່ອງທີ່ດີໄດ້ ພຽງຍ້ອນວ່າທຸກຄົນໄດ້ຮັບຜົນປະໂຫຍດບໍ? ທຸກຄົນກຳລັງໄດ້ຮັບຜົນປະໂຫຍດຈາກເງິນຂອງໃຜ? ນັ້ນແມ່ນການໃຊ້ເງິນຂອງພຣະເຈົ້າ; ນັ້ນບໍ່ແມ່ນການຜານເຄື່ອງຖວາຍບໍ? ສິ່ງນີ້ສອດຄ່ອງກັບຫຼັກການບໍ?” ທຸກຄົນຄິດໄຕ່ຕອງ: “ການຜານເຄື່ອງຖວາຍເພື່ອຜົນປະໂຫຍດຂອງທຸກຄົນ, ເພື່ອຜົນປະໂຫຍດຂອງຜູ້ຄົນ, ເບິ່ງຄືວ່າບໍ່ເໝາະສົມປານໃດ”. ຫຼັງຈາກທີ່ປຶກສາຫາລືກັນໄປມາ, ການຕັດສິນໃຈສຸດທ້າຍກໍຄືບໍ່ຊື້ຕົ້ນໄມ້. ເງິນຕ້ອງຖືກປະຢັດໄວ້; ບໍ່ວ່າໃຜຈະເປັນຄົນສັ່ງກໍຕາມ, ມັນກໍເຮັດບໍ່ໄດ້. ຫຼັງຈາກການປຶກສາຫາລືດັ່ງກ່າວ, ກໍໄດ້ຂໍ້ສະຫຼຸບ. ຂໍ້ສະຫຼຸບແມ່ນຫຍັງ? “ກ່ຽວກັບຄຳສັ່ງຂອງພຣະຄຣິສໃນຄັ້ງນີ້, ມະຕິສຸດທ້າຍຂອງພວກເຮົາຄືການຕໍ່ຕ້ານຄຳສັ່ງນັ້ນ; ພວກເຮົາຈະບໍ່ໃຊ້ເຄື່ອງຖວາຍ ຫຼື ເຮັດໃຫ້ເງິນຂອງເຮືອນຂອງພຣະເຈົ້າເສຍໄປແມ່ນແຕ່ກີບດຽວ. ເວົ້າຢ່າງເປັນຮູບປະທຳກໍຄື, ນີ້ໝາຍຄວາມວ່າພວກເຮົາຈະບໍ່ຊື້ຕົ້ນໄມ້, ພວກເຮົາຈະບໍ່ເຮັດໃຫ້ເດີ່ນບ້ານຂຽວງາມ”. ນີ້ຄືການຕັດສິນໃຈທີ່ຕົກລົງກັນ. ຫຼາຍມື້ຕໍ່ມາ, ເຮົາສັງເກດເຫັນວ່າຕົ້ນໄມ້ຍັງບໍ່ທັນໄດ້ຊື້ເທື່ອ, ສະນັ້ນ ເຮົາຈຶ່ງຖາມວ່າ: “ເປັນຫຍັງເຈົ້າຈຶ່ງຍັງບໍ່ຊື້ຕົ້ນໄມ້?” “ໂອ້, ພວກເຮົາຈະຊື້ໃນໄວໆນີ້”. ເມື່ອລະດູການມາເຖິງ ແລະ ຕົ້ນໄມ້ຂອງຄົນອື່ນໄດ້ປົ່ງໃບແລ້ວ, ເປັນຫຍັງພວກເຂົາຈຶ່ງຍັງບໍ່ຊື້ຈັກຕົ້ນ? ເມື່ອສອບຖາມ, ເຮົາຈຶ່ງພົບວ່າຫຼັງຈາກທີ່ປຶກສາຫາລືກັນແລ້ວ, ພວກເຂົາບໍ່ເຫັນດີທີ່ຈະຊື້ຕົ້ນໄມ້; ຄຳເວົ້າຂອງເຮົາສູນເປົ່າ. ຫຼັງຈາກທີ່ປຶກສາຫາລື, ສົນທະນາ ແລະ ວິເຄາະ, ທຸກຄົນຮ່ວມກັນຕັດສິນໃຈທີ່ຈະປະຕິເສດຄຳສັ່ງຂອງເຮົາ, ໂດຍມີຄວາມໝາຍວ່າ: “ພວກເຮົາເປັນຜູ້ຕັດສິນໃຈຢູ່ທີ່ນີ້. ເຈົ້າຖອຍໄປຢູ່ຂ້າງໆ. ນີ້ແມ່ນເຮືອນຂອງພວກເຮົາ, ມັນບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ”. ນີ້ແມ່ນວິທີການແບບໃດ? ນີ້ບໍ່ແມ່ນການຕໍ່ຕ້ານບໍ? ພວກເຂົາກຳລັງຕໍ່ຕ້ານໃນລະດັບໃດ? ພວກເຂົາມີພື້ນຖານ, ໂດຍອ້າງວ່າຈະບໍ່ເຮັດໃຫ້ເງິນຂອງເຮືອນຂອງພຣະເຈົ້າເສຍໄປແມ່ນແຕ່ກີບດຽວ, ຈະບໍ່ໃຊ້ເຄື່ອງຖວາຍຂອງພຣະເຈົ້າ. ພວກເຈົ້າຄິດແນວໃດກ່ຽວກັບພື້ນຖານນີ້? ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່.) ເລື້ອຍໆ, ຜູ້ທີ່ຜານ ແລະ ໃຊ້ເຄື່ອງຖວາຍໃນທາງທີ່ຜິດກໍຄືຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ນັ້ນເອງ. ພວກເຂົາຢາກເປັນຜູ້ຕັດສິນໃຈສຸດທ້າຍ, ສະນັ້ນ ພວກເຂົາຈຶ່ງຄິດຄົ້ນທິດສະດີຊຸດນີ້ຂຶ້ນມາເພື່ອເຮັດໃຫ້ຜູ້ທີ່ໂງ່ຈ້າ, ຄົນທີ່ບໍ່ຮູ້ ແລະ ຄົນທີ່ຂາດຄວາມສາມາດໃນການແຍກແຍະຫຼົງຜິດ. ແລະ ແນ່ນອນວ່າ, ບາງຄົນກໍຫຼົງເຊື່ອ ແລະ ປະຕິບັດຕາມຄຳເວົ້າຂອງພວກເຂົາ, ໃນຂະນະທີ່ພຣະທຳຂອງພຣະຄຣິສຖືກລົບກວນ ແລະ ຖືກທຳລາຍໂດຍຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງເຮັດໃຫ້ການຈັດຕັ້ງປະຕິບັດຊັກຊ້າ. ຕົ້ນຕໍຂອງບັນຫານີ້ແມ່ນຫຍັງ? ກຸນແຈສຳຄັນຢູ່ທີ່ການທີ່ຜູ້ຄົນທີ່ພຣະເຈົ້າເລືອກເບິ່ງບໍ່ທະລຸຄວາມໜ້າຊື່ໃຈຄົດຂອງຜູ້ຕໍ່ຕ້ານພຣະຄຣິສ, ຖືກເຮັດໃຫ້ຫຼົງຜິດໂດຍລັກສະນະຜິວເຜີນຂອງເລື່ອງຕ່າງໆຢູ່ສະເໝີ, ລົ້ມເຫຼວທີ່ຈະຮັບຮູ້ແກ່ນແທ້ຂອງສິ່ງຕ່າງໆ. ຜູ້ຕໍ່ຕ້ານພຣະຄຣິສໃຊ້ອຳນາດບາດໃຫຍ່ກໍ່ໃຫ້ເກີດການຂັດຂວາງໃນທ່າມກາງຄົນເຫຼົ່ານີ້, ເຮັດໃຫ້ຜູ້ທີ່ບໍ່ມີການແຍກແຍະບາງຄົນໃນທ່າມກາງຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ ມັກຈະຖືກພວກເຂົາເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມ.
ໃນທຸກການຈັດແຈງວຽກງານທີ່ສະເພາະ ແລະ ຄຳສັ່ງທີ່ພຣະຄຣິສກຳນົດຂຶ້ນໃນຄຣິສຕະຈັກ, ຖ້າບໍ່ມີຜູ້ຕໍ່ຕ້ານພຣະຄຣິສກໍ່ໃຫ້ເກີດການລົບກວນ, ສິ່ງເຫຼົ່ານັ້ນກໍສາມາດຖືກຈັດຕັ້ງປະຕິບັດໄດ້ຢ່າງວ່ອງໄວ. ເຖິງຢ່າງໃດກໍຕາມ, ທັນທີທີ່ຜູ້ຕໍ່ຕ້ານພຣະຄຣິສເຂົ້າມາແຊກແຊງ, ວຽກງານກໍຈະຊັກຊ້າ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້. ບາງຄັ້ງ ການຈັດແຈງ ແລະ ຄຳສັ່ງທີ່ພຣະຄຣິສຕັ້ງໃຈໃຫ້ຜູ້ຄົນປະຕິບັດຕາມ ກໍຖືກຜູ້ຕໍ່ຕ້ານພຣະຄຣິສປະຕິເສດຢ່າງສິ້ນເຊີງໂດຍໃຊ້ຂໍ້ອ້າງບາງຢ່າງ. ໃນການເຮັດເຊັ່ນນັ້ນ, ພວກເຂົາໃຊ້ຮູບແບບການຕັດສິນໃຈທີ່ໃຫ້ທຸກຄົນມີສ່ວນຮ່ວມ, ໂດຍກ່າວວ່າ “ເລື່ອງນີ້ໄດ້ຜ່ານການລົງຄະແນນສຽງຂອງອ້າຍເອື້ອຍນ້ອງແລ້ວ; ມັນເປັນຜົນມາຈາກການຕັດສິນໃຈຮ່ວມກັນ, ບໍ່ແມ່ນພຽງແຕ່ຄຳເວົ້າຂອງຂ້ອຍ”. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນສະແດງໃຫ້ເຫັນວ່າ ມະຕິຂອງອ້າຍເອື້ອຍນ້ອງແມ່ນສອດຄ່ອງກັບຄວາມຈິງ ແລະ ເມື່ອມີບັນຫາເກີດຂຶ້ນ, ການຕັດສິນໃຈຮ່ວມກັນຂອງອ້າຍເອື້ອຍນ້ອງໝາຍຄວາມວ່າຄວາມຈິງກຳລັງກຳອຳນາດຢູ່. ແຕ່ເມື່ອຜູ້ຕໍ່ຕ້ານພຣະຄຣິສທີ່ຮັບຜິດຊອບວຽກງານຕໍ່ຕ້ານສິ່ງທີ່ພຣະຄຣິສກ່າວ, ນີ້ແມ່ນຄວາມຈິງກຳລັງກຳອຳນາດຢູ່ບໍ? ຢ່າງຊັດເຈນແລ້ວວ່າ ນີ້ຄືຜູ້ຕໍ່ຕ້ານພຣະຄຣິສທີ່ກຳລັງກຳອຳນາດຢູ່ແທ້ໆ. ມັນບໍ່ແມ່ນເລື່ອງທີ່ໄຮ້ສາລະ ແລະ ຫຼອກລວງບໍທີ່ຈະເວົ້າວ່າຄວາມຈິງກຳລັງກຳອຳນາດຢູ່ ໃນເມື່ອຜູ້ຕໍ່ຕ້ານພຣະຄຣິສກຳລັງຄວບຄຸມສະຖານະການທັງໝົດ? ຜູ້ຕໍ່ຕ້ານພຣະຄຣິສຊ່າງເກັ່ງໃນການປິດບັງຕົວເອງແທ້ໆ! ເມື່ອພຣະຄຣິສຂໍໃຫ້ພວກເຂົາຈັດຕັ້ງປະຕິບັດບາງຢ່າງ ແລະ ເຮັດໃຫ້ທຸກຄົນຮູ້ວ່ານັ້ນຄືການກະທຳຂອງພຣະເຈົ້າ, ວ່າພຣະອົງກຳລັງກະທຳໂດຍຄຳນຶງເຖິງທຸກຄົນ ແລະ ທຸກຄົນກໍຮູ້ບຸນຄຸນຕໍ່ພຣະຄຸນຂອງພຣະເຈົ້າ, ສິ່ງນີ້ເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິສບໍ່ພໍໃຈ ແລະ ອຶດອັດໃຈ. ຈາກນັ້ນ ພວກເຂົາກໍຄິດຢ່າງໜັກເພື່ອຊອກຫາວິທີທີ່ຈະລົບກວນ ແລະ ທຳລາຍລ້າງ. ເຖິງຢ່າງໃດກໍຕາມ, ຖ້າຄວາມຄິດລິເລີ່ມເປັນຂອງພວກເຂົາ ແລະ ຈົບລົງດ້ວຍການທີ່ທຸກຄົນຮູ້ບຸນຄຸນ ແລະ ຍ້ອງຍໍພວກເຂົາຢ່າງເລິກເຊິ່ງ, ພວກເຂົາກໍຈະຈັດຕັ້ງປະຕິບັດຢ່າງຫ້າວຫັນກວ່າໃຜໆ, ເຕັມໃຈທີ່ຈະທົນທຸກລຳບາກໃດໆ. ຄົນທີ່ເປັນຄືກັບຜູ້ຕໍ່ຕ້ານພຣະຄຣິສແບບນີ້ບໍ່ໜ້າລັງກຽດບໍ? (ໜ້າລັງກຽດ.) ນີ້ແມ່ນອຸປະນິໄສປະເພດໃດ? (ອຸປະນິໄສທີ່ຊົ່ວຊ້າ.) ຜູ້ຕໍ່ຕ້ານພຣະຄຣິສສາມາດປິດບັງຕົວເອງ, ທຳທ່າເຮັດເປັນຄົນດີເພື່ອຫຼອກລວງ ແລະ ດຶງດູດຄົນອື່ນເຂົ້າມາ, ເຖິງຂັ້ນທຳທ່າເຮັດວ່າພວກເຂົາກຳລັງປະຕິບັດຄວາມຈິງ. ນີ້ຄືຄວາມຊົ່ວຊ້າ. ເຈົ້າກຳລັງປະຕິບັດຄວາມຈິງຫຍັງ? ເຈົ້າປະຕິເສດພຣະທຳ ແລະ ຄຳສັ່ງທີ່ພຣະຄຣິສມອບໃຫ້, ບໍ່ສາມາດອ່ອນນ້ອມ ແລະ ຈັດຕັ້ງປະຕິບັດຕາມສິ່ງເຫຼົ່ານັ້ນ. ຄວາມຈິງທີ່ເຈົ້າອ້າງວ່າປະຕິບັດນັ້ນຢູ່ໃສ? ເຈົ້າເປັນຜູ້ເຊື່ອໃນພຣະເຈົ້າບໍ? ເຈົ້າປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າບໍ? ພຣະເຈົ້າທີ່ເຈົ້າເຊື່ອນັ້ນບໍ່ແມ່ນເພື່ອນຮ່ວມງານຂອງເຈົ້າ, ບໍ່ແມ່ນຜູ້ຮ່ວມງານຂອງເຈົ້າ, ບໍ່ແມ່ນເພື່ອນຂອງເຈົ້າ; ພຣະອົງຄືພຣະຄຣິສ, ພຣະອົງຄືພຣະເຈົ້າ! ເຈົ້າບໍ່ຮັບຮູ້ສິ່ງນີ້ບໍ? ການວິເຄາະ ແລະ ກວດສອບພຣະທຳຂອງພຣະຄຣິສຢູ່ສະເໝີ, ພະຍາຍາມແຍກແຍະຄວາມຖືກຕ້ອງຂອງພຣະທຳເຫຼົ່ານັ້ນ, ຊັ່ງຊາຜົນດີ ແລະ ຜົນເສຍ, ເຈົ້າບໍ່ໄດ້ວາງຕຳແໜ່ງຂອງຕົນເອງຜິດບໍ? ຜູ້ຕໍ່ຕ້ານພຣະຄຣິສຊ່ຽວຊານໃນການກວດສອບ ແລະ ວິເຄາະຄຳເວົ້າຂອງຜູ້ຄົນ ແລະ ໃນທີ່ສຸດພວກເຂົາກໍໃຊ້ການກວດສອບທີ່ບໍ່ມີມື້ສິ້ນສຸດນີ້ກັບພຣະຄຣິສ. ການກວດສອບ ແລະ ການປະຕິບັດຕໍ່ພຣະຄຣິສໃນລັກສະນະນີ້, ພວກເຂົາແມ່ນຜູ້ຕິດຕາມພຣະເຈົ້າບໍ? ພວກເຂົາບໍ່ແມ່ນເປັນພຽງແຕ່ຜູ້ບໍ່ເຊື່ອບໍ? ພວກເຂົາກວດສອບພຣະຄຣິສຢູ່ສະເໝີ, ແຕ່ພວກເຂົາສາມາດເຂົ້າໃຈແກ່ນແທ້ແຫ່ງຄວາມເປັນພຣະເຈົ້າຂອງພຣະຄຣິສໄດ້ບໍ? ຍິ່ງພວກເຂົາກວດສອບພຣະຄຣິສຫຼາຍເທົ່າໃດ, ພວກເຂົາກໍຍິ່ງສົງໄສຫຼາຍຂຶ້ນເທົ່ານັ້ນ, ໃນທີ່ສຸດກໍຕັດສິນວ່າພຣະຄຣິສເປັນຄົນທຳມະດາ. ຍັງມີຄວາມເຊື່ອທີ່ແທ້ຈິງ ຫຼື ການອ່ອນນ້ອມໃດໆເຫຼືອຢູ່ໃນຕົວພວກເຂົາບໍ? ບໍ່ມີເລີຍ. ໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ພຣະຄຣິສຖືກຖືວ່າເປັນພຽງຄົນທຳມະດາ. ການປະຕິບັດຕໍ່ພຣະຄຣິສຄືກັບມະນຸດຄົນໜຶ່ງເບິ່ງຄືວ່າເປັນເລື່ອງທຳມະຊາດສຳລັບພວກເຂົາ, ສະນັ້ນ ພວກເຂົາຈຶ່ງຮູ້ສຶກວ່າພວກເຂົາສາມາດເມີນເສີຍຕໍ່ພຣະທຳ ແລະ ຄຳສັ່ງຂອງພຣະຄຣິສໄດ້, ບໍ່ເກັບມາໃສ່ໃຈ ແຕ່ພຽງແຕ່ຍົກຂຶ້ນມາເພື່ອສົນທະນາ ແລະ ກວດສອບໃນລະຫວ່າງການເຕົ້າໂຮມກັນ. ໃນທີ່ສຸດແລ້ວ, ຜູ້ທີ່ຕັດສິນໃຈວ່າຈະເຮັດສິ່ງຕ່າງໆແນວໃດກໍຄືຜູ້ຕໍ່ຕ້ານພຣະຄຣິສ, ບໍ່ແມ່ນພຣະເຈົ້າ. ພວກເຂົາເຫັນພຣະຄຣິສເປັນຫຍັງ? ພວກເຂົາເຫັນພຣະອົງເປັນພຽງຜູ້ນຳທຳມະດາ, ບໍ່ໄດ້ປະຕິບັດຕໍ່ພຣະຄຣິສໃນຖານະພຣະເຈົ້າເລີຍ. ສິ່ງນີ້ບໍ່ມີທຳມະຊາດດຽວກັນກັບຄວາມເຊື່ອ ຂອງໂປໂລໃນພຣະເຈົ້າບໍ? ໂປໂລບໍ່ເຄີຍປະຕິບັດຕໍ່ອົງພຣະເຢຊູເຈົ້າໃນຖານະພຣະເຈົ້າ, ບໍ່ເຄີຍກິນ ແລະ ດື່ມພຣະທຳຂອງພຣະອົງ, ທັງບໍ່ສະແຫວງຫາທີ່ຈະອ່ອນນ້ອມຕໍ່ອົງພຣະເຢຊູເຈົ້າ. ລາວຄິດຢູ່ສະເໝີວ່າ ສຳລັບລາວແລ້ວ ການມີຊີວິດຢູ່ກໍຄືພຣະຄຣິສ, ໂດຍພະຍາຍາມທີ່ຈະແທນທີ່ອົງພຣະເຢຊູເຈົ້າ ແລະ ດ້ວຍເຫດນັ້ນ, ລາວຈຶ່ງໄດ້ຮັບການລົງໂທດຈາກພຣະເຈົ້າ. ໃນເມື່ອເຈົ້າຍອມຮັບແລ້ວວ່າພຣະຄຣິສຄືພຣະເຈົ້າທີ່ບັງເກີດເປັນມະນຸດ, ເຈົ້າກໍຄວນອ່ອນນ້ອມຕໍ່ພຣະຄຣິສ. ບໍ່ວ່າພຣະຄຣິສຈະກ່າວສິ່ງໃດກໍຕາມ, ເຈົ້າກໍຄວນຍອມຮັບ ແລະ ອ່ອນນ້ອມ, ບໍ່ແມ່ນກວດສອບ ແລະ ສົນທະນາກັນວ່າພຣະທຳຂອງພຣະເຈົ້າຖືກຕ້ອງ ຫຼື ສອດຄ່ອງກັບຄວາມຈິງ ຫຼື ບໍ່. ພຣະທຳຂອງພຣະເຈົ້າບໍ່ໄດ້ມີໄວ້ໃຫ້ເຈົ້າວິເຄາະ ແລະ ກວດສອບ ແຕ່ມີໄວ້ໃຫ້ອ່ອນນ້ອມ ແລະ ຈັດຕັ້ງປະຕິບັດ. ວິທີການລົງມືເຮັດສິ່ງຕ່າງໆ ແລະ ວິທີການກຳນົດຂັ້ນຕອນສຳລັບການຈັດຕັ້ງປະຕິບັດ, ນັ້ນຄືຂອບເຂດຂອງການໂອ້ລົມ ແລະ ການສົນທະນາຂອງພວກເຈົ້າ. ເພາະວ່າ ໃນໃຈຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສສົງໄສແກ່ນແທ້ແຫ່ງຄວາມເປັນພຣະເຈົ້າຂອງພຣະຄຣິສຢູ່ສະເໝີ ແລະ ມີອຸປະນິໄສທີ່ບໍ່ເຊື່ອຟັງຢູ່ສະເໝີ, ເມື່ອພຣະຄຣິສຂໍໃຫ້ພວກເຂົາເຮັດສິ່ງຕ່າງໆ, ພວກເຂົາກໍກວດສອບ ແລະ ສົນທະນາກ່ຽວກັບສິ່ງເຫຼົ່ານັ້ນຢູ່ສະເໝີ ແລະ ຂໍໃຫ້ຜູ້ຄົນຕັດສິນວ່າສິ່ງເຫຼົ່ານັ້ນຖືກ ຫຼື ຜິດ. ນີ້ແມ່ນບັນຫາທີ່ຮ້າຍແຮງບໍ? (ແມ່ນແລ້ວ.) ພວກເຂົາບໍ່ໄດ້ເຂົ້າຫາສິ່ງເຫຼົ່ານີ້ຈາກມຸມມອງຂອງການອ່ອນນ້ອມຕໍ່ຄວາມຈິງ; ແຕ່ພວກເຂົາເຂົ້າຫາສິ່ງເຫຼົ່ານີ້ໃນການຕໍ່ຕ້ານພຣະເຈົ້າ. ນີ້ຄືອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອພວກເຂົາໄດ້ຍິນຄຳສັ່ງ ແລະ ການຈັດແຈງວຽກງານຂອງພຣະຄຣິສ, ພວກເຂົາບໍ່ຍອມຮັບ ແລະ ອ່ອນນ້ອມຕໍ່ສິ່ງເຫຼົ່ານັ້ນ, ແຕ່ເລີ່ມສົນທະນາກັນ. ແລ້ວສິ່ງທີ່ພວກເຂົາສົນທະນາກັນແມ່ນຫຍັງ? ພວກເຂົາສົນທະນາກັນກ່ຽວກັບວິທີປະຕິບັດການອ່ອນນ້ອມບໍ? (ບໍ່.) ພວກເຂົາສົນທະນາກັນວ່າພຣະທຳ ແລະ ຄຳສັ່ງຂອງພຣະຄຣິສຖືກ ຫຼື ຜິດ ແລະ ກວດສອບວ່າຄວນປະຕິບັດຕາມສິ່ງເຫຼົ່ານັ້ນ ຫຼື ບໍ່. ທັດສະນະຄະຕິຂອງພວກເຂົາແມ່ນຄວາມຕ້ອງການທີ່ຈະປະຕິບັດສິ່ງເຫຼົ່ານີ້ຢ່າງແທ້ຈິງບໍ? ບໍ່, ພວກເຂົາຕ້ອງການຊຸກຍູ້ໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນເປັນຄືກັບພວກເຂົາ, ທີ່ຈະບໍ່ເຮັດສິ່ງເຫຼົ່ານີ້. ແລ້ວການບໍ່ເຮັດສິ່ງເຫຼົ່ານີ້ແມ່ນການປະຕິບັດຄວາມຈິງແຫ່ງການອ່ອນນ້ອມບໍ? ຢ່າງຊັດເຈນວ່າບໍ່ແມ່ນ. ແລ້ວພວກເຂົາກຳລັງເຮັດຫຍັງຢູ່? (ຕໍ່ຕ້ານ.) ບໍ່ພຽງແຕ່ພວກເຂົາເອງທີ່ກຳລັງຕໍ່ຕ້ານພຣະເຈົ້າ, ພວກເຂົາຍັງຊອກຫາການຕໍ່ຕ້ານແບບລວມໝູ່ອີກດ້ວຍ. ນີ້ຄືທຳມະຊາດແຫ່ງການກະທຳຂອງພວກເຂົາ, ບໍ່ແມ່ນບໍ? ການຕໍ່ຕ້ານແບບລວມໝູ່: ການເຮັດໃຫ້ທຸກຄົນເປັນຄືກັບພວກເຂົາ, ເຮັດໃຫ້ທຸກຄົນຄິດຄືກັບພວກເຂົາ, ເວົ້າຄືກັບພວກເຂົາ, ຕັດສິນໃຈຄືກັບພວກເຂົາ, ຮ່ວມກັນຕໍ່ຕ້ານການຕັດສິນໃຈ ແລະ ຄຳສັ່ງຂອງພຣະຄຣິສ. ນີ້ຄືວິທີການດຳເນີນງານຂອງຜູ້ຕໍ່ຕ້ານພຣະຄຣິສ. ຄວາມເຊື່ອຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື “ຖ້າທຸກຄົນເຮັດກໍບໍ່ມີຄວາມຜິດ” ແລະ ດັ່ງນັ້ນ ພວກເຂົາຈຶ່ງຊຸກຍູ້ໃຫ້ຄົນອື່ນຕໍ່ຕ້ານພຣະເຈົ້າຮ່ວມກັບພວກເຂົາ, ໂດຍຄິດວ່າ ເມື່ອເປັນແບບນີ້ແລ້ວ, ເຮືອນຂອງພຣະເຈົ້າກໍຈະບໍ່ສາມາດເຮັດຫຍັງພວກເຂົາໄດ້. ນີ້ບໍ່ແມ່ນເລື່ອງທີ່ໂງ່ຈ້າບໍ? ຄວາມສາມາດຂອງຜູ້ຕໍ່ຕ້ານພຣະຄຣິສໃນການຕໍ່ຕ້ານພຣະເຈົ້ານັ້ນມີຂີດຈຳກັດຢ່າງຍິ່ງ, ພວກເຂົາລ້ວນຢູ່ພຽງລຳພັງ. ສະນັ້ນ ພວກເຂົາຈຶ່ງພະຍາຍາມເກນຄົນມາຕໍ່ຕ້ານພຣະເຈົ້າແບບລວມໝູ່, ໂດຍຄິດໃນໃຈວ່າ “ຂ້ອຍຈະພາຄົນກຸ່ມໜຶ່ງໃຫ້ຫຼົງຜິດ ແລະ ເຮັດໃຫ້ພວກເຂົາຄິດ ແລະ ກະທຳໃນແບບດຽວກັນກັບຂ້ອຍ. ພວກເຮົາຈະຮ່ວມກັນປະຕິເສດພຣະທຳຂອງພຣະຄຣິສ ແລະ ຂັດຂວາງພຣະທຳຂອງພຣະເຈົ້າ ແລະ ຢຸດຢັ້ງບໍ່ໃຫ້ພຣະທຳເຫຼົ່ານັ້ນເກີດດອກອອກຜົນ. ແລ້ວເມື່ອມີຄົນມາກວດສອບວຽກງານຂອງຂ້ອຍ, ຂ້ອຍກໍຈະບອກວ່າທຸກຄົນຕັດສິນໃຈເຮັດແບບນີ້ ແລະ ຈາກນັ້ນພວກເຮົາກໍຈະເບິ່ງວ່າເຈົ້າຈະຈັດການແນວໃດ. ຂ້ອຍຈະບໍ່ເຮັດເພື່ອເຈົ້າ, ຂ້ອຍຈະບໍ່ຈັດຕັ້ງປະຕິບັດສິ່ງນີ້ ແລະ ມາເບິ່ງກັນວ່າເຈົ້າຈະເຮັດຫຍັງຂ້ອຍໄດ້!” ພວກເຂົາຄິດວ່າພວກເຂົາມີອຳນາດ, ວ່າເຮືອນຂອງພຣະເຈົ້າບໍ່ສາມາດເຮັດຫຍັງເພື່ອຈັດການກັບພວກເຂົາໄດ້ ແລະ ພຣະຄຣິສກໍເຮັດຫຍັງພວກເຂົາບໍ່ໄດ້ເຊັ່ນກັນ. ພວກເຈົ້າຄິດວ່າແນວໃດ, ຄົນແບບນີ້ຈັດການໄດ້ງ່າຍບໍ? ຄົນປະເພດນີ້ຄວນຖືກຈັດການແນວໃດ? ວິທີທີ່ງ່າຍທີ່ສຸດກໍຄືການໄລ່ອອກ ແລະ ສືບສວນພວກເຂົາ. ທັນທີທີ່ມານຮ້າຍເປີດເຜີຍຕົວມັນເອງ, ຈົ່ງກຳຈັດມັນດ້ວຍການເຕະພຽງຄັ້ງດຽວ ແລະ ນັ້ນກໍຄືຈຸດຈົບຂອງມັນ. ເຮືອນຂອງພຣະເຈົ້າອະນຸຍາດໃຫ້ເຈົ້າເປັນຜູ້ນຳ, ແຕ່ເຈົ້າບໍ່ອ່ອນນ້ອມ ແລະ ເຖິງຂັ້ນກ້າຕໍ່ຕ້ານພຣະເຈົ້າ; ເຈົ້າບໍ່ແມ່ນມານຮ້າຍບໍ? ເຮືອນຂອງພຣະເຈົ້າມອບໝາຍໃຫ້ເຈົ້ານຳພາ ເພື່ອໃຫ້ເຈົ້າສາມາດເຮັດວຽກງານຕົວຈິງ, ເພື່ອໃຫ້ເຈົ້າອ່ອນນ້ອມຕໍ່ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເພື່ອໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີ. ເຈົ້າຄວນຍອມຮັບ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ; ບໍ່ວ່າພຣະເຈົ້າຈະກ່າວສິ່ງໃດກໍຕາມ, ເຈົ້າຄວນຍອມຮັບ ແລະ ຈັດຕັ້ງປະຕິບັດພຣະທຳຂອງພຣະອົງ, ບໍ່ແມ່ນຕໍ່ຕ້ານພຣະອົງ. ເຈົ້າຖືເອົາການຕໍ່ຕ້ານພຣະເຈົ້າເປັນໜ້າທີ່ຂອງເຈົ້າ, ຄັນຊັ້ນກໍຂໍໂທດນຳ, ແຕ່ການໄລ່ເຈົ້າອອກຄືທາງອອກທີ່ງ່າຍທີ່ສຸດ. ເຮືອນຂອງພຣະເຈົ້າມີສິດອຳນາດທີ່ຈະໃຊ້ເຈົ້າ ແລະ ກໍມີສິດອຳນາດທີ່ຈະໄລ່ເຈົ້າອອກເຊັ່ນກັນ. ບາງຄົນເວົ້າວ່າ “ຂ້ອຍກໍເຮັດໄດ້ດີໃນຖານະຜູ້ນຳ, ເປັນຫຍັງຂ້ອຍຈຶ່ງຖືກໄລ່ອອກ? ນີ້ບໍ່ແມ່ນພຽງແຕ່ການຂ້າລາທັນທີທີ່ມັນໂມ່ແປ້ງແລ້ວບໍ?” ເຈົ້າເຮັດໄດ້ດີແທ້ໆບໍຕອນທີ່ເຈົ້າຖືກໄລ່ອອກ? ລາທີ່ເຕະ ແລະ ກັດໄປທົ່ວ ແລະ ບໍ່ໃສ່ໃຈວຽກງານທີ່ເໝາະສົມ ບໍ່ວ່າຈະຝຶກຝົນມັນແນວໃດກໍຕາມ, ແນ່ນອນວ່າຈະຕ້ອງຖືກຂ້າທັນທີທີ່ “ມັນໂມ່ແປ້ງແລ້ວ”. ສ່ວນວ່າຈະຂ້າມັນຕອນໃດນັ້ນ, ມັນກໍຂຶ້ນກັບຜົນງານຂອງມັນ. ບອກເຮົາເບິ່ງ, ຈະມີໃຜເຕັມໃຈກຳຈັດລາທີ່ດີບໍ? ໃນລະຫວ່າງການໂມ່ແປ້ງ, ລາຄືຜູ້ຊ່ວຍທີ່ສຳຄັນ ແລະ ຈຳເປັນທີ່ສຸດ. ເມື່ອເປັນທີ່ຕ້ອງການທີ່ສຸດ, ຈະມີໃຜໂງ່ຈ້າພໍທີ່ຈະຂ້າລາ, ຢຸດການໂມ່ແປ້ງ ແລະ ຍອມບໍ່ມີແປ້ງບໍ? ມີໃຜເຮັດແບບນັ້ນບໍ? (ບໍ່.) ມີພຽງສະຖານະການດຽວເທົ່ານັ້ນທີ່ສິ່ງນີ້ຈະເກີດຂຶ້ນ: ລາບໍ່ຍອມຟັງການຝຶກຝົນ ແລະ ສືບຕໍ່ເຕະ ແລະ ກັດຢ່າງປ່າເຖື່ອນ, ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະໂມ່ສິ່ງໃດເລີຍ. ນັ້ນຄືຕອນທີ່ເຈົ້າຕ້ອງຢຸດການໂມ່ແປ້ງ ແລະ ຂ້າລາໂຕນັ້ນ, ແມ່ນບໍ? (ແມ່ນແລ້ວ.) ຜູ້ທີ່ມີຄວາມສາມາດໃນການແຍກແຍະກ່ຽວກັບເລື່ອງນີ້ສາມາດເຫັນມັນໄດ້ຢ່າງຊັດເຈນ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສທີ່ບໍ່ເຊື່ອຟັງ, ຫົວແຂງ ແລະ ລົ້ມເຫຼວໃນການຈັດຕັ້ງປະຕິບັດວຽກງານໃດໆ ຄວນຖືກຈັດການແນວໃດ? ວິທີທີ່ງ່າຍທີ່ສຸດກໍຄືການໄລ່ພວກເຂົາອອກຈາກຕຳແໜ່ງກ່ອນ. ບາງຄົນຖາມວ່າ “ການໄລ່ອອກແມ່ນຈົບເລື່ອງເລີຍບໍ?” ຈະຟ້າວໄປໃສ? ຈົ່ງສັງເກດເບິ່ງພຶດຕິກຳຂອງພວກເຂົາ. ທັນທີທີ່ພວກເຂົາຖືກໄລ່ອອກ ແລະ ສູນເສຍອຳນາດ, ຖ້າພວກເຂົາຍັງສາມາດອອກເຫື່ອແຮງໃນເຮືອນຂອງພຣະເຈົ້າໄດ້, ພວກເຂົາກໍຈະບໍ່ຖືກຂັບໄລ່ອອກ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາບໍ່ອອກເຫື່ອແຮງ ແລະ ກັບເຮັດໃຫ້ສິ່ງຕ່າງໆຮ້າຍແຮງຂຶ້ນໂດຍການເຜີຍແຜ່ແນວຄິດ, ເຮັດຄວາມຊົ່ວ ແລະ ສ້າງການລົບກວນໄປທົ່ວທຸກບ່ອນ, ຕາມຫຼັກການແລ້ວ, ພວກເຂົາຕ້ອງຖືກຂັບໄລ່ອອກ. ສະຫຼຸບແລ້ວ, ສິ່ງເຫຼົ່ານີ້ທີ່ສະແດງອອກໃນຜູ້ຕໍ່ຕ້ານພຣະຄຣິສບໍ່ໜ້າກຽດຊັງບໍ? (ພວກມັນໜ້າກຽດຊັງຢ່າງຍິ່ງ.) ແລ້ວສິ່ງໃດທີ່ເຮັດໃຫ້ພວກມັນໜ້າກຽດຊັງ? ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ປາຖະໜາທີ່ຈະຍຶດອຳນາດໃນເຮືອນຂອງພຣະເຈົ້າ; ພຣະທຳຂອງພຣະຄຣິສບໍ່ສາມາດຖືກຈັດຕັ້ງປະຕິບັດໂດຍພວກເຂົາ, ພວກເຂົາຈະບໍ່ປະຕິບັດຕາມພຣະທຳເຫຼົ່ານັ້ນ. ແນ່ນອນວ່າ ສະຖານະການອີກປະເພດໜຶ່ງກໍອາດຈະກ່ຽວຂ້ອງເຊັ່ນກັນ ເມື່ອຜູ້ຄົນບໍ່ສາມາດອ່ອນນ້ອມຕໍ່ພຣະທຳຂອງພຣະຄຣິສ: ບາງຄົນມີຄວາມສາມາດຕ່ຳ, ພວກເຂົາບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າເມື່ອພວກເຂົາໄດ້ຍິນພຣະທຳເຫຼົ່ານັ້ນ ແລະ ບໍ່ຮູ້ວ່າຈະປະຕິບັດຕາມພຣະທຳເຫຼົ່ານັ້ນແນວໃດ; ເຖິງແມ່ນວ່າເຈົ້າຈະສອນພວກເຂົາວ່າຕ້ອງເຮັດແນວໃດ, ພວກເຂົາກໍຍັງເຮັດບໍ່ໄດ້. ນີ້ແມ່ນຄົນລະເລື່ອງກັນ. ຫົວຂໍ້ທີ່ພວກເຮົາກຳລັງໂອ້ລົມກັນໃນຕອນນີ້ແມ່ນແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງບໍ່ກ່ຽວຂ້ອງກັບວ່າຜູ້ຄົນມີຄວາມສາມາດໃນການເຮັດສິ່ງຕ່າງໆ ຫຼື ບໍ່ ຫຼື ຄວາມສາມາດຂອງພວກເຂົາເປັນແນວໃດ; ມັນກ່ຽວຂ້ອງກັບອຸປະນິໄສ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາກຳລັງຕໍ່ຕ້ານພຣະຄຣິສ, ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຫຼັກການຄວາມຈິງຢ່າງສິ້ນເຊີງ. ພວກເຂົາບໍ່ມີການອ່ອນນ້ອມ, ມີພຽງແຕ່ການຕໍ່ຕ້ານ. ນີ້ຄືສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເປັນ.
ຈົ່ງພິຈາລະນາ ແລະ ແຍກແຍະເບິ່ງວ່າສະຖານະການຕໍ່ໄປນີ້ຕົກຢູ່ໃນການສະແດງອອກໃດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ໄດ້ກ່າວມາຂ້າງຕົ້ນ. ມີຜູ້ນຳຄົນໜຶ່ງທີ່ເຮັດວຽກທຸກມື້ແຕ່ເຊົ້າເທົ່າຄ່ຳ, ເບິ່ງຄືວ່າມີຄວາມຮັບຜິດຊອບພໍສົມຄວນ. ແຕ່ລາວກັບບໍ່ຄ່ອຍປາກົດຕົວໃຫ້ເຫັນ, ເຮັດໃຫ້ຮູ້ສຶກວ່າລາວຫຍຸ້ງກັບວຽກຫຼາຍ ແລະ ໜ້າຈະບໍ່ໄດ້ຢູ່ລ້າໆ, ເບິ່ງຄືວ່າກຳລັງຈ່າຍລາຄາເພື່ອປະຕິບັດໜ້າທີ່ຂອງລາວ. ຕໍ່ມາ, ເມື່ອມີວຽກທີ່ຕ້ອງເຮັດໃນທີ່ພັກອາໄສ ແລະ ເດີ່ນບ້ານຂອງພວກເຂົາ, ພວກເຮົາໄດ້ຈັດໃຫ້ຄົນໄປນຳພາພວກເຂົາໃນການເຮັດວຽກ. ເມື່ອພວກເຮົາບໍ່ຢູ່, ລາວຄວນກ້າວອອກມາຊ່ວຍນຳພາ ແລະ ຮັບຜິດຊອບວຽກງານ; ລາວຄວນເປັນຜູ້ລິເລີ່ມ. ນີ້ບໍ່ສົມເຫດສົມຜົນ ແລະ ເໝາະສົມບໍ? ເຮົາຄວນຢູ່ທີ່ນັ້ນຕະຫຼອດເພື່ອເບິ່ງແຍງວຽກເຮືອນ ແລະ ໜ້າວຽກເຫຼົ່ານີ້ບໍ? (ບໍ່.) ສ່ວນຫຼາຍແລ້ວ, ວຽກທີ່ຕ້ອງໃຊ້ແຮງງານເຫຼົ່ານີ້ບໍ່ໄດ້ກ່ຽວຂ້ອງກັບຄວາມຈິງແທ້ໆ. ຜູ້ຄົນພຽງແຕ່ຕ້ອງເຮັດວຽກຢ່າງດຸໝັ່ນ, ບໍ່ມີສ່ວນຮ່ວມໃນການກະທຳທີ່ທຳລາຍ, ໃຫ້ຄວາມຮ່ວມມື ແລະ ເຮັດຕາມທີ່ຖືກຂໍໃຫ້ເຮັດ, ມັນງ່າຍດາຍ ແລະ ງ່າຍທີ່ຈະເຮັດໃຫ້ສຳເລັດ. ຕໍ່ມາ, ເມື່ອວຽກງານໃນພື້ນທີ່ນັ້ນສຳເລັດໂດຍພື້ນຖານແລ້ວ, ແຕ່ຍັງຕ້ອງການການຄຸ້ມຄອງຢ່າງຕໍ່ເນື່ອງ, ເຮົາຈຶ່ງມອບຄວາມຮັບຜິດຊອບໃຫ້ຜູ້ນຳຄົນນີ້. ເຮົາບອກໃຫ້ລາວຮັກສາຄວາມສະອາດຂອງພື້ນທີ່, ຮັບປະກັນວ່າທຸກຢ່າງທີ່ຕ້ອງການການບຳລຸງຮັກສາໄດ້ຮັບການເບິ່ງແຍງເປັນຢ່າງດີ. ໂດຍຫຼັກໆແລ້ວມີສອງຢ່າງ: ທີໜຶ່ງ, ຮັກສາພື້ນທີ່ ແລະ ຫ້ອງຕ່າງໆທັງພາຍໃນ ແລະ ພາຍນອກໃຫ້ສະອາດ ແລະ ເປັນລະບຽບຮຽບຮ້ອຍ. ທີສອງ, ເບິ່ງແຍງຕົ້ນໄມ້ໃຫ້ດີ; ຕົວຢ່າງ: ຫົດນ້ຳຕົ້ນໄມ້ທີ່ປູກໃໝ່ເພື່ອບໍ່ໃຫ້ພວກມັນຕາຍ, ຕັດແຕ່ງພວກມັນຕາມຄວາມຈຳເປັນຕາມລະດູການ ແລະ ການເຕີບໃຫຍ່ຂອງພວກມັນ ແລະ ໃສ່ປຸ໋ຍເມື່ອຈຳເປັນ. ພຽງແຕ່ສອງໜ້າວຽກນີ້, ພວກເຈົ້າຄິດວ່າມັນຫຼາຍບໍ? ມັນຈະເມື່ອຍບໍ? (ບໍ່.) ສອງໜ້າວຽກນີ້ບໍ່ໄດ້ຫຼາຍເລີຍ; ຄົນເຮົາສາມາດເຮັດໃຫ້ສຳເລັດໄດ້ພຽງແຕ່ຍ່າງຫຼິ້ນຫຼັງອາຫານ. ນອກຈາກນີ້, ເຈົ້າບໍ່ຈຳເປັນຕ້ອງເບິ່ງແຍງສະພາບແວດລ້ອມການດຳລົງຊີວິດຂອງເຈົ້າເອງບໍ? ນີ້ຄືວິທີການດຳລົງຊີວິດໃນຖານະມະນຸດ; ໜ້າວຽກເຫຼົ່ານີ້ຈຳເປັນຕໍ່ຊີວິດມະນຸດທີ່ປົກກະຕິ. ເຈົ້າຕ້ອງຈັດການສະພາບແວດລ້ອມການດຳລົງຊີວິດຂອງເຈົ້າເອງ. ຖ້າເຈົ້າບໍ່ຈັດການ, ເຈົ້າກໍບໍ່ຕ່າງຫຍັງກັບສັດ. ແລ້ວເຈົ້າຍັງຈະຖືກເອີ້ນວ່າມະນຸດໄດ້ບໍ? ສັດບໍ່ຈັດການສິ່ງທີ່ຢູ່ອ້ອມຮອບຕົວພວກມັນ; ພວກມັນບໍ່ມີບ່ອນຖ່າຍໜັກຖ່າຍເບົາທີ່ກຳນົດໄວ້ ແລະ ບໍ່ມີບ່ອນກິນບ່ອນນອນທີ່ເປັນຫຼັກແຫຼ່ງ. ມະນຸດປະເສີດກວ່າສັດກໍບ່ອນນີ້ແຫຼະ; ມະນຸດຈັດການສະພາບແວດລ້ອມຂອງພວກເຂົາ, ໃສ່ໃຈເລື່ອງຄວາມສະອາດ ແລະ ມີມາດຕະຖານສຳລັບສິ່ງທີ່ຢູ່ຮອບຕົວພວກເຂົາ. ສະນັ້ນ, ການທີ່ເຮົາຂໍໃຫ້ລາວເຮັດສິ່ງນີ້ຈຶ່ງບໍ່ແມ່ນເລື່ອງທີ່ເກີນໄປ, ແມ່ນບໍ? (ແມ່ນແລ້ວ.) ຫຼັງຈາກມອບໝາຍໜ້າວຽກເຫຼົ່ານີ້ແລ້ວ, ເຮົາກໍໄດ້ອອກໄປບ່ອນອື່ນ ແລະ ຜູ້ນຳຄວນຈະຈັດຕັ້ງປະຕິບັດວຽກງານສະເພາະນັ້ນ. ມື້ໜຶ່ງ, ເຮົາໄປກວດເບິ່ງວ່າສະພາບແວດລ້ອມຖືກຈັດການແນວໃດ ແລະ ໃນລະຫວ່າງທາງ, ເຮົາຮູ້ສຶກເຈັບປວດໃຈ, ຫງຸດຫງິດ ແລະ ໃຈຮ້າຍ! ພວກເຈົ້າຄິດວ່າເກີດຫຍັງຂຶ້ນ? ສິ່ງໃດທີ່ສາມາດເຮັດໃຫ້ເກີດອາລົມແບບນີ້ໄດ້? (ລາວບໍ່ໄດ້ປະຕິບັດຕາມຄຳສັ່ງ ແລະ ການຈັດແຈງຂອງພຣະເຈົ້າ.) ຖືກຕ້ອງແລ້ວ, ນັ້ນຄືວິທີດຽວທີ່ຈະເວົ້າໄດ້, ລາວບໍ່ໄດ້ຈັດຕັ້ງປະຕິບັດສິ່ງເຫຼົ່ານັ້ນ. ໃນຊ່ວງເວລາທີ່ເຮົາບໍ່ຢູ່, ອາກາດບໍ່ໄດ້ແຫ້ງແລ້ງເປັນພິເສດ, ແຕ່ຕົ້ນໄມ້ທີ່ປູກໃໝ່ຫຼາຍຕົ້ນກັບມີໃບເຫຼືອງ, ບາງຕົ້ນໃບກໍຫຼົ່ນລົງ. ສິ່ງທີ່ໜ້າໃຈຮ້າຍກໍຄື ໃບຂອງຕົ້ນດອກໄມ້ ທີ່ມີຊື່ສຽງສອງຕົ້ນໄດ້ປ່ຽນຈາກສີຂຽວສົດໃສເປັນສີມ່ວງແດງ ແລະ ເກືອບຈະກາຍເປັນສີເຫຼືອງແລ້ວ. ການໄດ້ຍິນສິ່ງນີ້ເຮັດໃຫ້ພວກເຈົ້າໂກດຮ້າຍບໍ? ຍິ່ງໜ້າໃຈຮ້າຍໄປກວ່ານັ້ນ, ພື້ນຊີມັງທີ່ສະອາດຢູ່ທາງເຂົ້າກໍເຕັມໄປດ້ວຍກະຕ່າ, ຖົງຢາງ, ຂີ້ເຫຍື້ອ, ເສດໄມ້ຈາກວຽກທີ່ເຮັດສຳເລັດແລ້ວ, ຕະປູ ແລະ ເຄື່ອງມືທີ່ກະຈັດກະຈາຍໄປທົ່ວ, ສ້າງຄວາມເປິເປື້ອນ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ! ໃຜຈະບໍ່ໂກດຮ້າຍເມື່ອເຫັນພາບແບບນັ້ນ? ມີຄົນພຽງປະເພດດຽວເທົ່ານັ້ນທີ່ຈະບໍ່ໂກດຮ້າຍ, ນັ້ນກໍຄືຜູ້ທີ່ຢູ່ໃນປະເພດຂອງສັດ, ບໍ່ມີມາດຕະຖານ ຫຼື ຄວາມຮູ້ສຶກໄວຕໍ່ສິ່ງທີ່ອ້ອມຮອບຕົວພວກເຂົາ, ເມີນເສີຍຕໍ່ກິ່ນເໝັນ, ຄວາມສະອາດ ຫຼື ຄວາມສະບາຍ ແລະ ບໍ່ຮູ້ເລີຍວ່າອັນໃດດີ ຫຼື ຊົ່ວ. ໃຜກໍຕາມທີ່ມີຄວາມເປັນມະນຸດທີ່ປົກກະຕິ, ຜູ້ທີ່ມີມາດຕະຖານສຳລັບສະພາບແວດລ້ອມຂອງພວກເຂົາ ແລະ ມີຄວາມສາມາດໃນການຄິດ, ກໍຈະໂກດຮ້າຍເມື່ອເຫັນສະພາບແບບນັ້ນ. ຄົນກຸ່ມໃຫຍ່ອາໄສຢູ່ທີ່ນັ້ນ, ແຕ່ພວກເຂົາກັບບໍ່ສາມາດຈັດການແມ່ນແຕ່ໜ້າວຽກເລັກນ້ອຍນີ້ໄດ້. ພວກເຂົາແມ່ນຄົນປະເພດໃດ? ຫຼັງຈາກທີ່ເຮົາໃຫ້ຄຳແນະນຳ, ນີ້ຄືວິທີທີ່ພວກເຂົາປະຕິບັດຕໍ່ຄຳແນະນຳເຫຼົ່ານັ້ນ, ນີ້ຄືສິ່ງທີ່ພວກເຂົາເຮັດ. ການຈັດການສະພາບແວດລ້ອມຢູ່ທີ່ນີ້ ແລະ ການເບິ່ງແຍງສິ່ງເລັກນ້ອຍເຫຼົ່ານີ້ບໍ່ໄດ້ເມື່ອຍເລີຍ, ແມ່ນບໍ? ມັນບໍ່ໄດ້ຂັດຂວາງກິດຈະກຳໃດໆຂອງເຈົ້າ, ແມ່ນບໍ? ມັນບໍ່ໄດ້ສົ່ງຜົນກະທົບຕໍ່ການເຕົ້າໂຮມ, ການອະທິຖານ ຫຼື ການອ່ານພຣະທຳຂອງພຣະເຈົ້າຂອງເຈົ້າ, ແມ່ນບໍ? ແລ້ວເປັນຫຍັງຈຶ່ງເຮັດບໍ່ໄດ້? ເມື່ອເຮົາຢູ່, ຄອຍເບິ່ງແຍງ ແລະ ຈັບຕາເບິ່ງ, ຄົນເຫຼົ່ານີ້ກໍເຮັດວຽກບາງຢ່າງ, ແຕ່ທັນທີທີ່ເຮົາຈາກໄປ, ພວກເຂົາກໍຢຸດ; ບໍ່ມີໃຜຮັບຜິດຊອບ. ເກີດຫຍັງຂຶ້ນຢູ່ທີ່ນີ້? ພວກເຂົາຖືວ່າສະຖານທີ່ນີ້ເປັນເຮືອນຂອງພວກເຂົາບໍ? (ບໍ່.) ພວກເຂົາຍັງເວົ້າວ່າລາຊະອານາຈັກຂອງພຣະຄຣິສຄືເຮືອນທີ່ອົບອຸ່ນຂອງພວກເຂົາ, ແຕ່ນັ້ນຄືສິ່ງທີ່ພວກເຂົາຄິດແທ້ໆບໍ? ນັ້ນຄືວິທີທີ່ພວກເຂົາປະຕິບັດແທ້ໆບໍ? ບໍ່. ພວກເຂົາບໍ່ຈັດການແມ່ນແຕ່ສະພາບແວດລ້ອມທີ່ພວກເຂົາອາໄສຢູ່. ເຖິງແມ່ນວ່າຫຼັງຈາກທີ່ເຮົາແນະນຳພວກເຂົາແລ້ວ, ກໍບໍ່ມີໃຜຮັບຜິດຊອບ ແລະ ບໍ່ມີໃຜສົນໃຈ. ເມື່ອບອກໃຫ້ເຮັດວຽກ, ພວກເຂົາກໍເຮັດເລັກນ້ອຍ, ແຕ່ຫຼັງຈາກເຮັດສຳເລັດ, ພວກເຂົາກໍໂຍນເຄື່ອງມືຖິ້ມໄວ້ຂ້າງໆຢ່າງບໍ່ໃສ່ໃຈ, ໂດຍຄິດວ່າ “ໃຜສົນໃຈກໍໃຫ້ຈັດການເອົາເອງ, ມັນບໍ່ແມ່ນເລື່ອງຂອງຂ້ອຍ. ຕາບໃດທີ່ຂ້ອຍມີອາຫານ ແລະ ທີ່ພັກອາໄສ, ຂ້ອຍກໍຢູ່ໄດ້”. ນີ້ແມ່ນຄວາມເປັນມະນຸດປະເພດໃດ? ນີ້ແມ່ນສິນທຳປະເພດໃດ? ຄົນແບບນີ້ມີຄວາມເປັນມະນຸດທີ່ປົກກະຕິແມ່ນແຕ່ໜ້ອຍດຽວບໍ? ການທີ່ເຊື່ອໃນພຣະເຈົ້າມາຫຼາຍປີຂະໜາດນີ້ໂດຍບໍ່ມີການປ່ຽນແປງໃດໆ ເປັນເລື່ອງທີ່ເຫຼືອເຊື່ອແທ້ໆ! ເຮົາທຸ່ມເທຄວາມພະຍາຍາມຫຼາຍຂະໜາດນັ້ນໃນການເຮັດສິ່ງເຫຼົ່ານີ້ເພື່ອພວກເຈົ້າ, ຈັດແຈງທຸກຢ່າງເປັນຢ່າງດີ. ເຮົາບໍ່ໄດ້ອາໄສຢູ່ທີ່ນີ້, ເຮົາບໍ່ໄດ້ເພີດເພີນກັບສິ່ງໃດເລີຍ, ທັງໝົດນີ້ແມ່ນເພື່ອພວກເຈົ້າ. ພວກເຈົ້າບໍ່ຈຳເປັນຕ້ອງຮູ້ບຸນຄຸນ; ພຽງແຕ່ຈັດການສະພາບແວດລ້ອມການດຳລົງຊີວິດຂອງພວກເຈົ້າເອງກໍພໍແລ້ວ, ເປັນຫຍັງມັນຈຶ່ງເຮັດຍາກແທ້? ຕໍ່ມາ, ເຮົາຈຶ່ງຮູ້ວ່າມີເຫດຜົນສຳລັບພຶດຕິກຳນີ້. ຜູ້ຄົນມາເຮືອນຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ ຫຼື ຍອມສະລະການຮຽນ ແລະ ອະນາຄົດຂອງພວກເຂົາ, ກໍເພື່ອປະຕິບັດໜ້າທີ່, ບໍ່ແມ່ນເພື່ອມາເປັນຄົນງານໄລຍະຍາວໃຫ້ເຮົາ. ເປັນຫຍັງ? ພວກເຂົາບໍ່ໄດ້ຮັບເງິນຈັກກີບ, ແລ້ວເປັນຫຍັງພວກເຂົາຈຶ່ງຄວນຟັງເຮົາ? ເປັນຫຍັງພວກເຂົາຈຶ່ງຄວນຈັດການສະພາບແວດລ້ອມໃຫ້ເຮົາ? ເປັນຫຍັງພວກເຂົາຈຶ່ງຄວນອອກເຫື່ອແຮງນີ້ເພື່ອເຮົາ? ນີ້ຄືວິທີທີ່ພວກເຂົາຄິດ. ພວກເຂົາຮູ້ສຶກວ່າການເຮັດວຽກຂອງຕົນເອງໃຫ້ດີ ແລະ ການປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດກໍພຽງພໍແລ້ວ, ວ່າການໃສ່ໃຈເລື່ອງຕ່າງໆພາຍໃນຂອບເຂດວຽກງານຂອງພວກເຂົາກໍຖືວ່າເຮັດສຳເລັດຄວາມຮັບຜິດຊອບຂອງພວກເຂົາແລ້ວ. ສິ່ງອື່ນໃດທີ່ເຮົາຂໍໃຫ້ເຮັດ, ຕາບໃດທີ່ມັນກ່ຽວຂ້ອງກັບໜ້າທີ່ ແລະ ວິຊາຊີບຂອງພວກເຂົາ, ພວກເຂົາອາດຈະພິຈາລະນາ, ແຕ່ສ່ວນທີ່ເຫຼືອນັ້ນ ເຮົາຄວນຊອກຫາຄົນອື່ນມາເຮັດ. ຂໍ້ຄວາມທີ່ແອບແຝງກໍຄື “ພວກເຮົາເປັນປະຊາຊົນຂອງລາຊະອານາຈັກ; ພວກເຮົາຈະເຮັດວຽກທີ່ເປິເປື້ອນ ແລະ ເມື່ອຍແບບນັ້ນໄດ້ແນວໃດ? ພວກເຮົາເປັນມະນຸດທີ່ສູງສົ່ງ; ການໃຫ້ພວກເຮົາເຮັດວຽກທີ່ຕ່ຳຕ້ອຍ ແລະ ໜ້າອັບອາຍຢູ່ສະເໝີເປັນການທຳລາຍພາບພົດຂອງພວກເຮົາ! ພວກເຮົາເປັນຄົນທີ່ມີຕົວຕົນລະດັບໜຶ່ງ, ເປັນຫຍັງເຈົ້າຈຶ່ງສ້າງຄວາມຫຍຸ້ງຍາກໃຫ້ພວກເຮົາຢູ່ເລື້ອຍໆ?” ຫຼັງຈາກທີ່ເຂົ້າໃຈສິ່ງນີ້ແລ້ວ, ເຮົາກໍໄດ້ຮັບຄວາມເຂົ້າໃຈບາງຢ່າງວ່າ ເປັນຫຍັງຄົນສ່ວນໃຫຍ່ຈຶ່ງເບື່ອໜ່າຍ, ຕໍ່ຕ້ານ ແລະ ບໍ່ເຕັມໃຈທີ່ຈະເຮັດວຽກ, ເປັນຫຍັງພວກເຂົາຈຶ່ງປຽບທຽບຕົນເອງກັບຄົນອື່ນ ແລະ ໃຊ້ເລ່ຫຼ່ຽມເພື່ອຫຼົບຫຼີກໜ້າທີ່ຂອງຕົນເມື່ອພວກເຂົາເຮັດວຽກ, ນັ້ນກໍຍ້ອນວ່າຄົນສ່ວນໃຫຍ່ບໍ່ໄລ່ຕາມຄວາມຈິງ. ການບໍ່ໄລ່ຕາມຄວາມຈິງເປັນຄຳເວົ້າທົ່ວໄປ, ແຕ່ໃນຄວາມເປັນຈິງແລ້ວ, ຫຼາຍຄົນມີນິໄສຮັກຄວາມສະບາຍ ແລະ ກຽດຊັງການເຮັດວຽກໂດຍທຳມະຊາດ. ປະກອບກັບການທີ່ພວກເຂົາຖືກຄວບຄຸມໂດຍແນວຄວາມຄິດທີ່ພຽງແຕ່ເຮັດໃຫ້ຜ່ານໆໄປ, ພວກເຂົາເຊື່ອວ່າການໄລ່ຕາມຄວາມຈິງໝາຍເຖິງການນັ່ງນຳກັນ, ລົມກັນ ແລະ ສົນທະນາກັນ, ຄືກັນກັບໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ ບ່ອນທີ່ຜູ້ຄົນປະຊຸມກັນ, ອ່ານໜັງສືພິມ ແລະ ຈິບຊາຢູ່ຕະຫຼອດ, ພວກເຂົາຄິດວ່ານັ້ນຄືການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງຕົນ. ທັນທີທີ່ຫົວຂໍ້ຂອງການເຮັດວຽກ ແລະ ການອອກເຫື່ອແຮງຄືກັບຊາວນາຖືກຍົກຂຶ້ນມາ, ຫຼາຍຄົນກໍຄິດວ່າການດຳລົງຊີວິດແບບນີ້ບໍ່ມີຫຍັງກ່ຽວຂ້ອງກັບພວກເຮົາທີ່ເປັນຊາວຄຣິສ. ຊີວິດຂອງຊາວຄຣິສຄືຊີວິດທີ່ຫ່າງໄກຈາກ “ຄວາມເພີດເພີນທີ່ຕ່ຳຕ້ອຍ”. ໂດຍໃນແລ້ວ, ພວກເຂົາເຊື່ອວ່າພວກເຂົາຢູ່ເໜືອວຽກງານທຳມະດາຂອງໂລກ, ການອະນາໄມ, ການກຳຈັດສັດຕູພືດ, ການເຮັດນາ, ການຕັດແຕ່ງກິ່ງ, ການປູກດອກໄມ້ ແລະ ອື່ນໆ ລ້ວນແລ້ວແຕ່ບໍ່ກ່ຽວຂ້ອງກັບພວກເຂົາ; ພວກເຂົາໄດ້ກ້າວຂ້າມວິຖີຊີວິດທີ່ຕ່ຳຕ້ອຍແບບນັ້ນມາຕັ້ງດົນແລ້ວ. ນີ້ບໍ່ແມ່ນສະພາວະຂອງຄົນສ່ວນໃຫຍ່ບໍ? (ແມ່ນແລ້ວ.) ສະພາວະແບບນີ້ແກ້ໄຂໄດ້ງ່າຍບໍ? ບາງຄົນ, ເມື່ອຖືກຂໍໃຫ້ຮຽນຮູ້ການໃຊ້ເຄື່ອງຈັກ, ກໍບໍ່ໃສ່ໃຈ ແລະ ເຖິງຂັ້ນຈົງໃຈໃຊ້ມັນຜິດວິທີ, ເຮັດໃຫ້ເຄື່ອງຈັກເສຍຫາຍໃນເວລາພຽງສອງສາມມື້. ເຄື່ອງຈັກທີ່ຊື້ໃໝ່ເພແລ້ວ ແລະ ຄ່າສ້ອມແປງກໍບໍ່ແມ່ນຖືກໆ. ພວກເຂົາຄິດວ່າ: “ເຈົ້າບໍ່ໄດ້ຂໍໃຫ້ຂ້ອຍຮຽນຮູ້ບໍ? ຕອນນີ້ຂ້ອຍເຮັດໃຫ້ເຄື່ອງຈັກເພແລ້ວ ແລະ ບໍ່ມີເຄື່ອງຈັກເຫຼືອແລ້ວ, ຂ້ອຍກໍມີຂໍ້ອ້າງທີ່ຈະພັກຜ່ອນແລ້ວ, ແມ່ນບໍ? ຂ້ອຍບໍ່ຕ້ອງເຮັດວຽກອີກຕໍ່ໄປແລ້ວ, ແມ່ນບໍ? ເຈົ້າຂໍໃຫ້ຂ້ອຍຮຽນຮູ້ຢູ່ເລື້ອຍໆ ແລະ ນີ້ຄືຜົນທີ່ໄດ້ຮັບ. ນີ້ຄືສິ່ງທີ່ເຈົ້າຢາກເຫັນບໍ?” ຄ່າສ້ອມແປງເຄື່ອງຈັກບາງເຄື່ອງເກືອບຈະເທົ່າກັບການຊື້ເຄື່ອງໃໝ່. ບາງຄົນບໍ່ຮູ້ສຶກເສຍໃຈ ຫຼື ຮູ້ສຶກຜິດເລີຍຫຼັງຈາກເຮັດຜິດພາດແບບນັ້ນ. ເມື່ອເຈົ້າປຽບທຽບສິ່ງນີ້ກັບແນວຄິດທີ່ກ່າວມາຂ້າງຕົ້ນທີ່ວ່າ “ບໍ່ໃຊ້ເງິນຂອງເຮືອນຂອງພຣະເຈົ້າແມ່ນແຕ່ກີບດຽວ, ເພາະວ່າມັນເປັນເຄື່ອງຖວາຍແດ່ພຣະເຈົ້າ”, ຄຳເວົ້າໃດທີ່ເວົ້າອອກມາຢ່າງຈິງໃຈ ແລະ ພຶດຕິກຳໃດຄືຄວາມເປັນຈິງ? ພວກເຂົາທຳລາຍເຄື່ອງຈັກ ແລະ ຄ່າສ້ອມແປງສອງສາມຄັ້ງກໍພໍທີ່ຈະຊື້ເຄື່ອງຈັກໃໝ່ໄດ້. ພຶດຕິກຳທີ່ສິ້ນເປືອງນີ້ຄືຄວາມເປັນຈິງ, ໃນຂະນະທີ່ຄຳເວົ້າກ່ຽວກັບການບໍ່ຜານເຄື່ອງຖວາຍນັ້ນເປັນເລື່ອງຕົວະ, ຫຼອກລວງ ແລະ ເຮັດໃຫ້ຫຼົງຜິດ. ເມື່ອອ້າງອີງເຖິງຕົວຢ່າງທີ່ສົນທະນາກັນກ່ອນໜ້ານີ້, ຖ້າພວກເຮົາຈັດປະເພດມັນພາຍໃຕ້ອຸປະນິໄສ ຫຼື ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນຈະກ່ຽວຂ້ອງກັບດ້ານໃດຂອງການສົນທະນາໃນມື້ນີ້? ມັນຈະຖືກລະບຸໄວ້ພາຍໃຕ້ດ້ານໃດ? ພວກເຂົາເວົ້າວ່າ “ຂ້ອຍມາທີ່ນີ້ເພື່ອປະຕິບັດໜ້າທີ່ຂອງຂ້ອຍ, ບໍ່ແມ່ນມາເປັນຄົນງານໄລຍະຍາວຂອງເຈົ້າ”. ຄຳເວົ້ານີ້ຖືກຕ້ອງບໍ? ເຈົ້າມາທີ່ນີ້ເພື່ອປະຕິບັດໜ້າທີ່ຂອງເຈົ້າ, ແຕ່ໃຜເປັນຜູ້ກຳນົດວ່າໜ້າທີ່ນັ້ນລວມມີຫຍັງແດ່ ແລະ ບໍ່ລວມມີຫຍັງແດ່? ໜ້າວຽກເຫຼົ່ານີ້ບໍ່ແມ່ນສ່ວນໜຶ່ງຂອງສິ່ງທີ່ເຈົ້າຄວນເຮັດບໍ? ເຊັ່ນດຽວກັນກັບໃນຊີວິດປະຈຳວັນ, ການອອກໄປຫາເງິນເພື່ອລ້ຽງຄອບຄົວຂອງເຈົ້າຄືຄວາມຮັບຜິດຊອບຂອງເຈົ້າ. ຖ້າເຈົ້າຢາກໄດ້ຜັກ ແລະ ຕັດສິນໃຈປູກມັນດ້ວຍຕົນເອງ, ນັ້ນຄືທາງເລືອກຂອງເຈົ້າ, ແຕ່ມັນໝາຍຄວາມວ່າວຽກເຮືອນອື່ນໆບໍ່ແມ່ນຄວາມຮັບຜິດຊອບຂອງເຈົ້າບໍ? ຄຳເວົ້າທີ່ວ່າເຈົ້າມາທີ່ນີ້ເພື່ອປະຕິບັດໜ້າທີ່ຂອງເຈົ້ານັ້ນຖືກຕ້ອງ, ແຕ່ການເວົ້າວ່າເຈົ້າບໍ່ໄດ້ມາທີ່ນີ້ເພື່ອເປັນຄົນງານໄລຍະຍາວນັ້ນມີບັນຫາ. “ຄົນງານໄລຍະຍາວ” ໝາຍຄວາມວ່າແນວໃດ? ໃຜກຳລັງປະຕິບັດຕໍ່ເຈົ້າຄືກັບຄົນງານໄລຍະຍາວ? ບໍ່ມີໃຜຖືວ່າເຈົ້າເປັນຄົນງານໄລຍະຍາວ ແລະ ການເຮັດໜ້າວຽກເຫຼົ່ານີ້ ຫຼື ການອອກເຫື່ອແຮງເລັກນ້ອຍກໍບໍ່ໄດ້ເຮັດໃຫ້ເຈົ້າເປັນຄົນງານໄລຍະຍາວ. ເຮົາບໍ່ເຫັນເຈົ້າເປັນຄົນງານໄລຍະຍາວ ແລະ ເຮືອນຂອງພຣະເຈົ້າກໍບໍ່ໄດ້ໃຊ້ເຈົ້າເປັນຄົນງານໄລຍະຍາວເຊັ່ນກັນ. ເຈົ້າປະຕິບັດວຽກງານທີ່ເປັນຄວາມຮັບຜິດຊອບຂອງເຈົ້າ; ສິ່ງເຫຼົ່ານີ້ລ້ວນແຕ່ຢູ່ໃນຂອບເຂດໜ້າທີ່ຂອງເຈົ້າ. ໃນລະດັບນ້ອຍ, ນີ້ແມ່ນກ່ຽວກັບການປະຄັບປະຄອງຊີວິດປະຈຳວັນຂອງເຈົ້າ, ຮັບປະກັນສຸຂະພາບຮ່າງກາຍ ແລະ ການເຮັດວຽກຂອງລະບົບຮ່າງກາຍໃຫ້ເປັນປົກກະຕິຂອງເຈົ້າ, ຮັບປະກັນວ່າເຈົ້າມີຊີວິດການເປັນຢູ່ທີ່ດີ. ໃນລະດັບໃຫຍ່, ທຸກໜ້າວຽກລ້ວນແຕ່ກ່ຽວຂ້ອງກັບການເຜີຍແຜ່ວຽກງານຂອງພຣະເຈົ້າ. ແລ້ວເປັນຫຍັງເຈົ້າຈຶ່ງເຕັມໃຈເຮັດບາງໜ້າວຽກເຫຼົ່ານີ້ ແຕ່ບໍ່ເຮັດໜ້າວຽກອື່ນໆ? ເປັນຫຍັງເຈົ້າຈຶ່ງເລືອກເຟັ້ນ ແລະ ເລືອກປະຕິບັດ? ເປັນຫຍັງເຈົ້າຈຶ່ງຖືວ່າການອອກເຫື່ອແຮງເລັກນ້ອຍ, ການອະນາໄມ ແລະ ການຈັດການສະພາບແວດລ້ອມເປັນວຽກຂອງຄົນງານໄລຍະຍາວ, ເປັນວຽກທີ່ຕ່ຳຕ້ອຍ? ເຫດຜົນຢູ່ບ່ອນນີ້: ເມື່ອເວົ້າເຖິງຄຳສັ່ງຂອງພຣະຄຣິສ ແລະ ຂໍ້ກຳນົດທັງໝົດຂອງພຣະອົງ, ຜູ້ຄົນຖືວ່າໜ້າວຽກທີ່ພວກເຂົາເຕັມໃຈເຮັດເປັນສ່ວນໜຶ່ງຂອງໜ້າທີ່ຂອງພວກເຂົາ, ໃນຂະນະທີ່ໜ້າວຽກທີ່ພວກເຂົາບໍ່ເຕັມໃຈ ຫຼື ຕໍ່ຕ້ານທີ່ຈະເຮັດຖືກຖືວ່າເປັນໜ້າວຽກຂອງຄົນງານໄລຍະຍາວ. ນີ້ບໍ່ແມ່ນການບິດເບືອນຄວາມຈິງບໍ? ນີ້ຄືການບ່ຽງເບນໃນຄວາມເຂົ້າໃຈຂອງຜູ້ຄົນ. ສິ່ງໃດເຮັດໃຫ້ເກີດການບ່ຽງເບນນີ້? ມັນຄືຄວາມມັກຂອງຜູ້ຄົນ. ແລະ ຄວາມມັກເຫຼົ່ານີ້ເອນອຽງໄປທາງໃດ? ພວກມັນຂຶ້ນກັບວ່າເນື້ອໜັງທົນທຸກ ຫຼື ບໍ່. ຖ້າເນື້ອໜັງບໍ່ສາມາດເພີດເພີນກັບຄວາມສະບາຍ, ຖ້າມັນທົນທຸກຕໍ່ຄວາມລຳບາກ ຫຼື ຄວາມເມື່ອຍລ້າ, ຜູ້ຄົນກໍຈະເກີດການຕໍ່ຕ້ານ. ໜ້າວຽກທີ່ພວກເຂົາເຕັມໃຈເຮັດ, ສິ່ງທີ່ສະຫງ່າງາມ ແລະ ໜ້ານັບຖື, ຈຶ່ງຖືກຍອມຮັບຢ່າງຝືນໃຈ ແລະ ຖືວ່າເປັນການປະຕິບັດໜ້າທີ່ຂອງພວກເຂົາ. ທັດສະນະຄະຕິນີ້ສາມາດຈັດປະເພດເປັນການຕໍ່ຕ້ານພຣະຄຣິສໄດ້ບໍ? ຜູ້ຄົນຕໍ່ຕ້ານຢ່າງໜັກແໜ້ນ ແລະ ປະຕິເສດທີ່ຈະເຮັດໜ້າວຽກທີ່ພວກເຂົາບໍ່ເຕັມໃຈເຮັດ; ບໍ່ວ່າເຈົ້າຈະໂຕ້ຖຽງໄດ້ດີສໍ່າໃດກໍຕາມ, ພວກເຂົາກໍພຽງແຕ່ປະຕິເສດ ແລະ ຕໍ່ຕ້ານ. ສະພາວະ ແລະ ບັນຫາເຫຼົ່ານີ້ຂອງຜູ້ຄົນແກ້ໄຂໄດ້ງ່າຍບໍ? ທັງໝົດແມ່ນຂຶ້ນກັບວ່າຄົນນັ້ນຮັກຄວາມຈິງຫຼາຍສໍ່າໃດ. ຖ້າຄົນໃດຄົນໜຶ່ງບໍ່ຮັກຄວາມຈິງເລີຍ ແລະ ເບື່ອໜ່າຍມັນ, ແລ້ວພວກເຂົາກໍຈະບໍ່ມີວັນປ່ຽນແປງ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າມີຄວາມຕັ້ງໃຈທີ່ຈະທົນທຸກ, ສາມາດກະບົດຕໍ່ເນື້ອໜັງ ແລະ ມີການອ່ອນນ້ອມທີ່ແທ້ຈິງ ແລະ ທັດສະນະຄະຕິແຫ່ງການອ່ອນນ້ອມ, ແລ້ວບັນຫາເຫຼົ່ານີ້ກໍສາມາດພິກສະຖານະການໄດ້ຢ່າງງ່າຍດາຍ, ແມ່ນບໍ? (ແມ່ນແລ້ວ.) ໃນຊີວິດຂອງຄົນເຮົາ, ບໍ່ມີສິ່ງທີ່ເອີ້ນວ່າການບໍ່ເຮັດວຽກຫຍັງເລີຍ. ບາງຄົນເວົ້າວ່າ: “ຈັກກະພັດໃນອະດີດບໍ່ໄດ້ເຮັດວຽກຫຍັງເລີຍ”. ນັ້ນເປັນຄວາມຈິງແທ້ໆບໍ? ຈັກກະພັດສ່ວນໃຫຍ່ບໍ່ໄດ້ໃຊ້ເວລາທັງໝົດຂອງພວກເຂົາເພື່ອເພີດເພີນກັບຊີວິດໃນພະລາຊະວັງ. ບາງຄົນເລີ່ມສຶກສາບົດກອນ ແລະ ວັນນະຄະດີຕັ້ງແຕ່ອາຍຸຍັງນ້ອຍ, ເຮັດວຽກແຕ່ເຊົ້າເທົ່າຄ່ຳ. ຫຼັງຈາກຂຶ້ນຄອງລາດ, ພວກເຂົາກໍຈະປອມຕົວອອກໄປຢ້ຽມຢາມເພື່ອໃຫ້ເຂົ້າໃຈຄວາມທຸກຍາກຂອງປະຊາຊົນ ແລະ ໃນຊ່ວງເວລາທີ່ເກີດວິກິດການລະດັບຊາດ, ບາງຄົນເຖິງຂັ້ນອອກໄປສະໜາມຮົບ. ເຖິງແມ່ນວ່າຈະບໍ່ມີຈັກກະພັດແບບນີ້ຫຼາຍປານໃດ, ແຕ່ກໍມີບາງຄົນແທ້ໆ. ເຖິງແມ່ນວ່າຈະມີຈັກກະພັດທີ່ແທບຈະບໍ່ເຮັດຫຍັງເລີຍ, ດັ່ງທີ່ບາງຄົນເວົ້າ, ພວກເຂົາກໍມີໜ້ອຍຫຼາຍ. ຄົນທີ່ບໍ່ມີສ່ວນຮ່ວມໃນກິດຈະກຳທີ່ເໝາະສົມໃດໆ ແຕ່ຍັງຝັນທີ່ຈະເພີດເພີນກັບສິ່ງທີ່ດີທີ່ສຸດເທົ່ານັ້ນ ກໍເປັນພຽງແຕ່ການເພີ້ຝັນ.
ຫຼາຍຄົນຄິດຢູ່ສະເໝີວ່າການອອກເຫື່ອແຮງໃນວຽກທີ່ໃຊ້ແຮງງານເປັນສິ່ງທີ່ບໍ່ມີກຽດ. ທັດສະນະຄະຕິນີ້ຖືກຕ້ອງບໍ? ຍັງມີຜູ້ທີ່ເຫັນວ່າການອອກເຫື່ອແຮງດັ່ງກ່າວເປັນການໃຊ້ແຮງງານ, ຜູ້ທີ່ເຊື່ອວ່າສະເພາະຜູ້ນຳ ແລະ ຜູ້ເຮັດວຽກທີ່ເຮັດວຽກງານຂອງຄຣິສຕະຈັກເທົ່ານັ້ນຈຶ່ງຈະຖືວ່າເປັນການປະຕິບັດໜ້າທີ່, ຄວາມເຂົ້າໃຈແບບນີ້ຖືກຕ້ອງບໍ? (ບໍ່.) ເຈົ້າຕ້ອງເຂົ້າໃຈເລື່ອງນີ້ໃນລັກສະນະຕໍ່ໄປນີ້: ທຸກສິ່ງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເຮັດ ແລະ ວຽກງານທຸກປະເພດໃນເຮືອນຂອງພຣະເຈົ້າລ້ວນແລ້ວແຕ່ເປັນສິ່ງທີ່ຜູ້ຄົນຈຳເປັນຕ້ອງເຮັດ, ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ຖືວ່າເປັນໜ້າທີ່ຂອງຜູ້ຄົນ. ບໍ່ວ່າຜູ້ຄົນຈະເຮັດວຽກຫຍັງກໍຕາມ, ນີ້ຄືໜ້າທີ່ທີ່ພວກເຂົາຄວນປະຕິບັດ. ໜ້າທີ່ກວມເອົາຂອບເຂດທີ່ກວ້າງຂວາງຫຼາຍ ແລະ ກ່ຽວຂ້ອງກັບຫຼາຍຂົງເຂດ, ແຕ່ບໍ່ວ່າເຈົ້າຈະປະຕິບັດໜ້າທີ່ຫຍັງກໍຕາມ, ເວົ້າງ່າຍໆກໍຄື ມັນເປັນພັນທະຂອງເຈົ້າ ແລະ ເປັນສິ່ງທີ່ເຈົ້າຄວນເຮັດ. ຕາບໃດທີ່ເຈົ້າປະຕິບັດມັນໄດ້ດີດ້ວຍໃຈຂອງເຈົ້າ, ພຣະເຈົ້າກໍຈະຮັບຮອງເຈົ້າ ແລະ ຍອມຮັບເຈົ້າວ່າເປັນຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເປັນໃຜກໍຕາມ, ຖ້າເຈົ້າພະຍາຍາມຫຼົບຫຼີກ ຫຼື ເຊື່ອງຕົວຈາກໜ້າທີ່ຂອງເຈົ້າຢູ່ສະເໝີ, ແລ້ວກໍສະແດງວ່າມີບັນຫາ. ເວົ້າແບບເບົາໆກໍຄື ເຈົ້າຂີ້ຄ້ານເກີນໄປ, ເຈົ້າເລ່ເກີນໄປ, ເຈົ້າຢູ່ລ້າໆ ແລະ ເຈົ້າຮັກຄວາມສະບາຍ ແລະ ກຽດຊັງການໃຊ້ແຮງງານ. ເວົ້າແບບຮຸນແຮງກວ່ານັ້ນກໍຄື ເຈົ້າບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າບໍ່ມີຄວາມຈົງຮັກພັກດີ ຫຼື ການອ່ອນນ້ອມເລີຍ. ຖ້າເຈົ້າບໍ່ສາມາດແບກຮັບແມ່ນແຕ່ວຽກງານທີ່ຕ້ອງອອກເຫື່ອແຮງທາງຮ່າງກາຍ, ແລ້ວເຈົ້າຈະເຮັດຫຍັງໄດ້ແດ່? ເຈົ້າສາມາດເຮັດຫຍັງຢ່າງເໝາະສົມໄດ້ແດ່? ຖ້າຄົນໃດຄົນໜຶ່ງມີຄວາມຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບຢ່າງແທ້ຈິງເມື່ອເວົ້າເຖິງໜ້າທີ່ຂອງພວກເຂົາ, ແລ້ວຕາບໃດທີ່ມັນເປັນສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ຕາບໃດທີ່ມັນເປັນສິ່ງທີ່ເຮືອນຂອງພຣະເຈົ້າຕ້ອງການ, ພວກເຂົາກໍຈະເຮັດທຸກຢ່າງທີ່ພວກເຂົາຖືກຂໍໃຫ້ເຮັດ, ໂດຍບໍ່ເລືອກວຽກດ້ວຍຕົນເອງ. ການເຮັດໃຫ້ດີ ແລະ ການແບກຮັບສິ່ງທີ່ຄົນເຮົາສາມາດເຮັດໄດ້ ແລະ ຄວນເຮັດນັ້ນ ບໍ່ແມ່ນໜຶ່ງໃນຫຼັກການຂອງການປະຕິບັດໜ້າທີ່ບໍ? (ແມ່ນແລ້ວ.) ບາງຄົນທີ່ເຮັດວຽກໃຊ້ແຮງງານຢູ່ຂ້າງນອກບໍ່ເຫັນດີນຳ ແລະ ເວົ້າວ່າ “ພວກເຈົ້າໃຊ້ເວລາໝົດມື້ປະຕິບັດໜ້າທີ່ຢູ່ໃນຫ້ອງ, ບໍ່ຖືກແດດຖືກຝົນ. ບໍ່ມີຄວາມລຳບາກຫຍັງເລີຍ, ໜ້າທີ່ຂອງພວກເຈົ້າສະບາຍກວ່າຂອງພວກເຮົາຫຼາຍ. ລອງມາຢູ່ໃນຈຸດຂອງພວກເຮົາເບິ່ງ, ມາເບິ່ງກັນວ່າພວກເຈົ້າຈະທົນເຮັດວຽກຢູ່ຂ້າງນອກເປັນເວລາຫຼາຍຊົ່ວໂມງ ແລະ ຕາກແດດຕາກຝົນໄດ້ບໍ”. ໃນຄວາມເປັນຈິງແລ້ວ, ທຸກໜ້າທີ່ລ້ວນແຕ່ມີຄວາມລຳບາກບາງຢ່າງ. ການໃຊ້ແຮງງານທາງຮ່າງກາຍກ່ຽວຂ້ອງກັບຄວາມລຳບາກທາງຮ່າງກາຍ ແລະ ການໃຊ້ແຮງງານທາງສະໝອງກ່ຽວຂ້ອງກັບຄວາມລຳບາກທາງສະໝອງ; ແຕ່ລະຢ່າງກໍມີຄວາມຫຍຸ້ງຍາກຂອງມັນ. ທຸກຢ່າງເວົ້າງ່າຍກວ່າເຮັດ. ເມື່ອຜູ້ຄົນລົງມືເຮັດວຽກງານໃດໜຶ່ງແທ້ໆ, ສິ່ງທີ່ສຳຄັນ ໃນດ້ານໜຶ່ງກໍຄືລັກສະນະຂອງພວກເຂົາ ແລະ ໃນອີກດ້ານໜຶ່ງກໍຄືພວກເຂົາຮັກຄວາມຈິງ ຫຼື ບໍ່. ໃຫ້ພວກເຮົາເວົ້າກ່ຽວກັບລັກສະນະກ່ອນ. ຖ້າຄົນໃດຄົນໜຶ່ງມີລັກສະນະທີ່ດີ, ພວກເຂົາກໍຈະເຫັນດ້ານບວກຂອງທຸກສິ່ງ ແລະ ສາມາດຍອມຮັບ ແລະ ເຂົ້າໃຈສິ່ງຕ່າງໆຈາກມຸມມອງທີ່ເປັນບວກ ແລະ ບົນພື້ນຖານຂອງຄວາມຈິງ; ນັ້ນກໍຄື ຫົວໃຈ, ລັກສະນະ ແລະ ຈິດວິນຍານຂອງພວກເຂົາຊື່ກົງ, ນີ້ຄືຈາກມຸມມອງຂອງລັກສະນະ. ຕໍ່ໄປ, ໃຫ້ພວກເຮົາເວົ້າກ່ຽວກັບອີກດ້ານໜຶ່ງ, ນັ້ນກໍຄືຄົນເຮົາຮັກຄວາມຈິງ ຫຼື ບໍ່. ການຮັກຄວາມຈິງໝາຍເຖິງການສາມາດຍອມຮັບຄວາມຈິງ, ເຊິ່ງກໍຄື ບໍ່ວ່າເຈົ້າຈະເຂົ້າໃຈພຣະທຳຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ບໍ່, ບໍ່ວ່າທັດສະນະ, ຄວາມຄິດເຫັນ ແລະ ມຸມມອງຂອງເຈົ້າຕໍ່ວຽກງານ, ຕໍ່ໜ້າທີ່ທີ່ເຈົ້າຄວນປະຕິບັດນັ້ນ ຈະຖືກຕ້ອງ ຫຼື ສອດຄ່ອງກັບຄວາມຈິງ ຫຼື ບໍ່, ເຈົ້າກໍຍັງສາມາດຍອມຮັບມັນຈາກພຣະເຈົ້າໄດ້; ຖ້າເຈົ້າອ່ອນນ້ອມ ແລະ ຈິງໃຈ, ແລ້ວສິ່ງນີ້ກໍພຽງພໍແລ້ວ, ສິ່ງນີ້ເຮັດໃຫ້ເຈົ້າມີຄຸນສົມບັດທີ່ຈະປະຕິບັດໜ້າທີ່ຂອງເຈົ້າ ແລະ ມັນເປັນຂໍ້ກຳນົດຂັ້ນຕ່ຳ. ຖ້າເຈົ້າອ່ອນນ້ອມ ແລະ ຈິງໃຈ, ແລ້ວເມື່ອເຈົ້າເຮັດວຽກງານໃດໜຶ່ງ, ເຈົ້າກໍຈະບໍ່ເຮັດພໍແລ້ວມືແລ້ວຕີນ ແລະ ເຈົ້າຈະບໍ່ອູ້ງານຢ່າງເຈົ້າເລ່, ແຕ່ເຈົ້າຈະທຸ່ມເທສຸດຫົວໃຈ ແລະ ສຸດກຳລັງຂອງເຈົ້າໃສ່ໃນວຽກງານນັ້ນ. ຖ້າສະພາວະພາຍໃນຂອງຄົນໃດຄົນໜຶ່ງຜິດພາດ ແລະ ຄວາມເປັນລົບເກີດຂຶ້ນໃນຕົວພວກເຂົາ, ແລ້ວພວກເຂົາກໍຈະສູນເສຍແຮງຈູງໃຈ ແລະ ຢາກເຮັດພໍແລ້ວມືແລ້ວຕີນ. ຖ້າພວກເຂົາຮູ້ດີຢູ່ໃນໃຈວ່າສະພາວະຂອງພວກເຂົາບໍ່ຖືກຕ້ອງ, ແຕ່ພວກເຂົາກໍຍັງບໍ່ພະຍາຍາມແກ້ໄຂສິ່ງນີ້ໂດຍການສະແຫວງຫາຄວາມຈິງ, ແລ້ວຄົນແບບນີ້ກໍບໍ່ແມ່ນຄົນທີ່ຮັກຄວາມຈິງ, ພວກເຂົາພຽງແຕ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາເລັກນ້ອຍ, ແຕ່ພວກເຂົາບໍ່ຢາກອອກເຫື່ອແຮງ ຫຼື ທົນທຸກຕໍ່ຄວາມລຳບາກໃດໆ ແລະ ພວກເຂົາພະຍາຍາມອູ້ງານຢ່າງເຈົ້າເລ່ຢູ່ສະເໝີ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າໄດ້ກວດສອບທັງໝົດນີ້ແລ້ວ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ໃສ່ໃຈຄົນເຫຼົ່ານີ້? ພຣະເຈົ້າພຽງແຕ່ລໍຖ້າໃຫ້ຜູ້ທີ່ຖືກເລືອກຂອງພຣະອົງຕື່ນຂຶ້ນ, ແຍກແຍະ ແລະ ເປີດໂປງຄົນເຫຼົ່ານັ້ນ ແລະ ກຳຈັດພວກເຂົາ. ເຖິງຢ່າງໃດກໍຕາມ, ຄົນແບບນັ້ນຍັງຄິດໃນໃຈວ່າ “ເບິ່ງແມວ່າຂ້ອຍສະຫຼາດສໍ່າໃດ. ພວກເຮົາກິນອາຫານຄືກັນ, ແຕ່ຫຼັງຈາກເຮັດວຽກແລ້ວ ພວກເຈົ້າກໍເມື່ອຍແທບຕາຍ ແລະ ຂ້ອຍບໍ່ເມື່ອຍເລີຍ. ຂ້ອຍຄືຜູ້ທີ່ສະຫຼາດ. ຂ້ອຍບໍ່ໄດ້ເຮັດວຽກໜັກປານນັ້ນ; ໃຜກໍຕາມທີ່ເຮັດວຽກໜັກກໍຄືຄົນໂງ່”. ມັນຖືກຕ້ອງບໍທີ່ພວກເຂົາຈະເບິ່ງຄົນຊື່ສັດໃນລັກສະນະນີ້? ບໍ່. ໃນຄວາມເປັນຈິງແລ້ວ, ຄົນທີ່ເຮັດວຽກໜັກເມື່ອພວກເຂົາປະຕິບັດໜ້າທີ່ຂອງຕົນ ກຳລັງປະຕິບັດຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ, ສະນັ້ນ ພວກເຂົາຈຶ່ງເປັນຄົນທີ່ສະຫຼາດທີ່ສຸດ. ສິ່ງໃດທີ່ເຮັດໃຫ້ພວກເຂົາສະຫຼາດ? ພວກເຂົາເວົ້າວ່າ “ຂ້ອຍບໍ່ເຮັດສິ່ງໃດທີ່ພຣະເຈົ້າບໍ່ໄດ້ຂໍໃຫ້ຂ້ອຍເຮັດ ແລະ ຂ້ອຍເຮັດທຸກຢ່າງທີ່ພຣະອົງຂໍໃຫ້ຂ້ອຍເຮັດ. ຂ້ອຍເຮັດທຸກຢ່າງທີ່ພຣະອົງຂໍ, ຂ້ອຍທຸ່ມເທຫົວໃຈ ແລະ ພະລັງທັງໝົດຂອງຂ້ອຍໃສ່ໃນສິ່ງນັ້ນ ແລະ ຂ້ອຍບໍ່ໄດ້ເຮັດພໍເປັນພິທີເລີຍ. ຂ້ອຍບໍ່ໄດ້ເຮັດສິ່ງນີ້ເພື່ອຄົນໃດຄົນໜຶ່ງ, ຂ້ອຍເຮັດເພື່ອພຣະເຈົ້າ. ພຣະເຈົ້າຮັກຂ້ອຍຫຼາຍ; ຂ້ອຍຄວນເຮັດສິ່ງນີ້ເພື່ອເຮັດໃຫ້ພຣະເຈົ້າພໍໃຈ”. ນີ້ຄືສະພາວະຂອງຈິດໃຈທີ່ຖືກຕ້ອງ. ດ້ວຍເຫດນີ້, ເມື່ອຄຣິສຕະຈັກສະລ້າງຜູ້ຄົນອອກໄປ, ຜູ້ທີ່ເຈົ້າເລ່ໃນການປະຕິບັດໜ້າທີ່ຂອງຕົນລ້ວນແລ້ວແຕ່ຖືກກຳຈັດ, ໃນຂະນະທີ່ຄົນຊື່ສັດເຫຼົ່ານັ້ນທີ່ຍອມຮັບການກວດສອບຂອງພຣະເຈົ້າຍັງຄົງຢູ່. ສະພາວະຂອງຄົນຊື່ສັດເຫຼົ່ານັ້ນດີຂຶ້ນເລື້ອຍໆ ແລະ ພວກເຂົາໄດ້ຮັບການປົກປ້ອງຈາກພຣະເຈົ້າໃນທຸກສິ່ງທີ່ເກີດຂຶ້ນກັບພວກເຂົາ. ແລ້ວສິ່ງໃດທີ່ເຮັດໃຫ້ພວກເຂົາໄດ້ຮັບການປົກປ້ອງນີ້? ຍ້ອນວ່າ ໃນໃຈຂອງພວກເຂົາ, ພວກເຂົາເປັນຄົນຊື່ສັດ. ພວກເຂົາບໍ່ຢ້ານຄວາມລຳບາກ ຫຼື ຄວາມເມື່ອຍລ້າເມື່ອພວກເຂົາປະຕິບັດໜ້າທີ່ຂອງຕົນ ແລະ ພວກເຂົາບໍ່ເລືອກວຽກໃດໆທີ່ມອບໝາຍໃຫ້ພວກເຂົາ; ພວກເຂົາບໍ່ຖາມວ່າເປັນຫຍັງ, ພວກເຂົາພຽງແຕ່ເຮັດຕາມທີ່ຖືກບອກ, ພວກເຂົາເຊື່ອຟັງ, ໂດຍບໍ່ມີການສືບສວນ ຫຼື ການວິເຄາະໃດໆ ຫຼື ນຳເອົາສິ່ງອື່ນມາພິຈາລະນາ. ພວກເຂົາບໍ່ມີການຄິດໄລ່ ແລະ ສາມາດເຊື່ອຟັງໃນທຸກສິ່ງ. ສະພາວະພາຍໃນຂອງພວກເຂົາເປັນປົກກະຕິຢູ່ສະເໝີ. ເມື່ອປະເຊີນກັບອັນຕະລາຍ, ພຣະເຈົ້າປົກປ້ອງພວກເຂົາ, ເມື່ອຄວາມເຈັບປ່ວຍ ຫຼື ພະຍາດລະບາດເກີດຂຶ້ນກັບພວກເຂົາ, ພຣະເຈົ້າກໍປົກປ້ອງພວກເຂົາເຊັ່ນກັນ ແລະ ໃນອະນາຄົດ ພວກເຂົາຈະມີແຕ່ຄວາມສຸກກັບພອນຕ່າງໆ. ບາງຄົນເບິ່ງເລື່ອງນີ້ບໍ່ອອກ. ເມື່ອພວກເຂົາເຫັນຄົນຊື່ສັດເຕັມໃຈທົນທຸກຕໍ່ຄວາມລຳບາກ ແລະ ຄວາມເມື່ອຍລ້າໃນການປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍຄິດວ່າຄົນຊື່ສັດເຫຼົ່ານີ້ໂງ່ຈ້າ. ບອກເຮົາເບິ່ງ, ນີ້ແມ່ນຄວາມໂງ່ຈ້າບໍ? ນີ້ຄືຄວາມຈິງໃຈ, ນີ້ຄືຄວາມເຊື່ອທີ່ແທ້ຈິງ. ຖ້າບໍ່ມີຄວາມເຊື່ອທີ່ແທ້ຈິງ, ກໍມີຫຼາຍສິ່ງທີ່ຄົນເຮົາບໍ່ສາມາດເຂົ້າໃຈ ຫຼື ອະທິບາຍໄດ້ຢ່າງແທ້ຈິງ. ມີພຽງແຕ່ຜູ້ທີ່ເຂົ້າໃຈຄວາມຈິງ, ຜູ້ທີ່ດຳລົງຊີວິດຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ມີຄວາມສຳພັນທີ່ປົກກະຕິກັບພຣະອົງ ແລະ ຜູ້ທີ່ອ່ອນນ້ອມ ແລະ ຢຳເກງພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ ທີ່ຮູ້ດີທີ່ສຸດໃນໃຈຂອງພວກເຂົາວ່າເກີດຫຍັງຂຶ້ນແທ້ໆ. ເປັນຫຍັງພວກເຂົາຈຶ່ງຮູ້ ໃນຂະນະທີ່ຄົນອື່ນບໍ່ຮູ້? ມັນມາຈາກການທີ່ພວກເຂົາໄດ້ຮັບປະສົບການຜ່ານການປະຕິບັດຄວາມຈິງ ແລະ ການເປັນຄົນຊື່ສັດ. ປະສົບການນີ້ບໍ່ສາມາດມອບໃຫ້ໂດຍຄົນໃດຄົນໜຶ່ງ, ທັງບໍ່ສາມາດຖືກໃຜລັກ ຫຼື ເອົາໄປໄດ້. ນີ້ບໍ່ແມ່ນພອນບໍ? ຄວາມສຸກແບບນີ້ບໍ່ສາມາດໄດ້ຮັບໂດຍຄົນທົ່ວໄປ. ແລ້ວເປັນຫຍັງຈຶ່ງເປັນແບບນີ້? ຍ້ອນວ່າຜູ້ຄົນຫຼອກລວງ ແລະ ຊົ່ວຊ້າເກີນໄປ; ພວກເຂົາຂາດຄວາມຊື່ສັດ, ພວກເຂົາບໍ່ສາມາດເປັນຄົນຊື່ສັດໄດ້ ແລະ ພວກເຂົາຂາດຫົວໃຈທີ່ຈິງໃຈ, ສະນັ້ນ ສິ່ງທີ່ພວກເຂົາໄດ້ຮັບຈຶ່ງມີຂີດຈຳກັດ. ສຳລັບຜູ້ຕໍ່ຕ້ານພຣະຄຣິສ, ຍິ່ງບໍ່ຈຳເປັນຕ້ອງເວົ້າເຖິງພວກເຂົາເລີຍ. ໂດຍອີງໃສ່ທັດສະນະຄະຕິຂອງພວກເຂົາຕໍ່ເລື່ອງຕ່າງໆ, ພ້ອມທັງທຳມະຊາດ-ແກ່ນແທ້ຂອງພວກເຂົາ ແລະ ໂດຍສະເພາະຢ່າງຍິ່ງ ໂດຍອີງໃສ່ທັດສະນະຄະຕິຂອງພວກເຂົາຕໍ່ພຣະຄຣິສ, ຄົນທີ່ເປັນຄືກັບຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນໄດ້ຮັບພອນນີ້. ເປັນຫຍັງຈຶ່ງເປັນແບບນີ້? ຍ້ອນວ່າຫົວໃຈຂອງພວກເຂົາຊົ່ວຊ້າ ແລະ ເຈົ້າເລ່ເກີນໄປ! ພວກເຂົາປະຕິບັດຕໍ່ຜູ້ຄົນແຕກຕ່າງກັນໄປຕາມແຕ່ລະບຸກຄົນ, ພວກເຂົາປ່ຽນສີຄືກັບກະປອມ ແລະ ຄວາມຄິດຂອງພວກເຂົາປ່ຽນແປງຢູ່ສະເໝີ, ບໍ່ເຫັນຜົນປະໂຫຍດກໍບໍ່ລົງມື, ບໍ່ມີຄວາມຈິງໃຈຕໍ່ພຣະເຈົ້າ, ບໍ່ມີການອ່ອນນ້ອມຕໍ່ພຣະອົງ ແລະ ພຽງແຕ່ເຮັດການແລກປ່ຽນກັບພຣະອົງເທົ່ານັ້ນ. ແມ່ນຫຍັງຄືຜົນສະທ້ອນຂອງທັດສະນະຄະຕິ ແລະ ແກ່ນແທ້ແບບນີ້? ມັນກໍຄື ໃນເລື່ອງໃດກໍຕາມ, ພວກເຂົາບໍ່ສາມາດເບິ່ງທະລຸ ຫຼື ເຂົ້າໃຈແກ່ນແທ້ຂອງຜູ້ຄົນ ແລະ ສະຖານະການຕ່າງໆ, ພ້ອມທັງຄວາມຈິງທີ່ກ່ຽວຂ້ອງກັບສະຖານະການເຫຼົ່ານີ້. ພຣະທຳຂອງພຣະເຈົ້າວາງຢູ່ຕໍ່ໜ້າພວກເຂົາ ແລະ ພວກເຂົາກໍມີການສຶກສາ, ຮູ້ຈັກອ່ານ ແລະ ວິເຄາະ, ມີສະຕິປັນຍາ ແລະ ຮູ້ຈັກກວດສອບ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຂົ້າໃຈໄດ້? ບໍ່ວ່າພວກເຂົາຈະມີອາຍຸຍືນຍາວສໍ່າໃດ, ເຖິງແມ່ນວ່າຈະຮອດ 80 ປີ, ພວກເຂົາກໍຍັງຈະບໍ່ເຂົ້າໃຈ. ເປັນຫຍັງພວກເຂົາຈຶ່ງຈະບໍ່ເຂົ້າໃຈ? ເຫດຜົນທີ່ສຳຄັນທີ່ສຸດກໍຄື ຕາຂອງພວກເຂົາຖືກປິດບັງໄວ້. ບາງຄົນເວົ້າວ່າ “ແຕ່ພວກເຮົາບໍ່ເຫັນວ່າຕາຂອງພວກເຂົາຖືກປິດບັງ”. ມັນແມ່ນຫົວໃຈຂອງພວກເຂົາທີ່ຖືກປິດບັງ. ການຖືກປິດບັງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຫົວໃຈຂອງພວກເຂົາບໍ່ໄດ້ຮັບຄວາມຮູ້ແຈ້ງ; ພວກເຂົາຖືກປົກຄຸມຢູ່ຕະຫຼອດເວລາ. ກ່ອນໜ້ານີ້ ມີຄຳກ່າວວ່າ “ຈິດໃຈຂອງຜູ້ຄົນດ້ານຊາ”. ແລ້ວໃຜເປັນຜູ້ເຮັດໃຫ້ຈິດໃຈຂອງຜູ້ຕໍ່ຕ້ານພຣະຄຣິສດ້ານຊາ? ໃນຄວາມເປັນຈິງແລ້ວ, ແມ່ນພຣະເຈົ້າທີ່ບໍ່ໄດ້ໃຫ້ຄວາມຮູ້ແຈ້ງແກ່ພວກເຂົາ. ພຣະອົງບໍ່ໄດ້ຕັ້ງໃຈທີ່ຈະເຮັດໃຫ້ພວກເຂົາສົມບູນ ຫຼື ຊ່ວຍໃຫ້ພວກເຂົາລອດພົ້ນ. ພຣະອົງພຽງແຕ່ແຊກແຊງໃນເວລາທີ່ເໝາະສົມ, ໃນຊ່ວງເວລາທີ່ວິກິດ ແລະ ສຳຄັນ, ເພື່ອຢັບຢັ້ງພວກເຂົາໄວ້ເລັກນ້ອຍ ແລະ ປ້ອງກັນບໍ່ໃຫ້ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເສຍຫາຍ. ແຕ່ສ່ວນຫຼາຍແລ້ວ, ເມື່ອເວົ້າເຖິງເລື່ອງຂອງພຣະທຳຂອງພຣະເຈົ້າ, ຄວາມຈິງ, ການອ່ອນນ້ອມຕໍ່ພຣະອົງ, ການຮູ້ຈັກຕົນເອງ ແລະ ການຮູ້ຈັກພຣະອົງ, ພຣະອົງບໍ່ເຄີຍໃຫ້ຄວາມຮູ້ແຈ້ງແກ່ພວກເຂົາເລີຍ. ບາງຄົນອາດຈະເວົ້າວ່າ “ນັ້ນບໍ່ຖືກຕ້ອງ. ພຣະອົງເວົ້າໄດ້ແນວໃດວ່າພຣະອົງບໍ່ໃຫ້ຄວາມຮູ້ແຈ້ງແກ່ພວກເຂົາ? ບາງຄົນທີ່ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສນັ້ນສະຫຼາດຫຼາຍ. ຫຼັງຈາກຟັງຄຳເທດສະໜາ, ຖ້າເຈົ້າເວົ້າສາມຊົ່ວໂມງ, ພວກເຂົາກໍສາມາດເວົ້າໄດ້ຫົກຊົ່ວໂມງ. ນັ້ນບໍ່ແມ່ນຄວາມຮູ້ແຈ້ງບໍ?” ບໍ່ວ່າພວກເຂົາຈະເວົ້າໄດ້ຈັກຊົ່ວໂມງກໍຕາມ, ເຖິງແມ່ນວ່າຈະເປັນ 30 ຊົ່ວໂມງ, ມັນກໍເປັນພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນຈຳນວນໜຶ່ງເທົ່ານັ້ນ. ພວກຟາຣີຊາຍ ແລະ ພວກທຳມະຈານສາມາດເວົ້າໄດ້ດີກວ່າຄົນເຫຼົ່ານີ້ບໍ? ພວກເຂົາແຕ່ລະຄົນລ້ວນແຕ່ເປັນຜູ້ຊ່ຽວຊານໃນການເທດສະໜາ ແລະ ແຕ່ລະຄົນກໍເວົ້າຢ່າງຄ່ອງແຄ້ວ, ແຕ່ມັນມີປະໂຫຍດຫຍັງ? ເມື່ອພຣະເຈົ້າມາເຖິງ, ພວກເຂົາກໍຍັງຕໍ່ຕ້ານ ແລະ ກ່າວໂທດພຣະອົງ. ສິ່ງນີ້ໄດ້ນຳເອົາຫຍັງມາໃຫ້ພວກເຂົາ? ມັນນຳເອົາຄວາມພິນາດ, ຄວາມຫາຍະນະ ແລະ ໄພພິບັດໃຫຍ່ມາໃຫ້ພວກເຂົາ. ຈາກພາຍນອກ, ທຸກຄົນໃນເຮືອນຂອງພຣະເຈົ້າເບິ່ງຄືວ່າກຳລັງປະຕິບັດໜ້າທີ່ຂອງຕົນ, ໂດຍແຕ່ລະຄົນກິນອາຫານສາມຄາບຕໍ່ມື້, ປະຕິບັດໜ້າທີ່ໃນຕອນກາງເວັນ ແລະ ພັກຜ່ອນໃນຕອນກາງຄືນ. ເຖິງຢ່າງໃດກໍຕາມ, ຫຼັງຈາກຫຼາຍປີຜ່ານໄປ, ຄວາມແຕກຕ່າງລະຫວ່າງຄົນປະເພດຕ່າງໆກໍກາຍເປັນເລື່ອງສຳຄັນ ແລະ ຜົນສຸດທ້າຍຂອງຄົນປະເພດຕ່າງໆກໍຖືກເປີດເຜີຍ ແລະ ຖືກແຍກແຍະ. ບາງຄົນປະກາດດ້ວຍປາກວ່າພວກເຂົາເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ຍ່າງຕາມເສັ້ນທາງທີ່ຖືກຕ້ອງ, ແຕ່ກັບມຸ່ງໜ້າໄປສູ່ນະຮົກ. ສ່ວນຄົນອື່ນຮັກຄວາມຈິງ ແລະ ພະຍາຍາມເພື່ອຄວາມຈິງຢ່າງຕໍ່ເນື່ອງ ແລະ ດັ່ງນັ້ນ ພວກເຂົາຈຶ່ງຄ່ອຍໆເຂົ້າສູ່ຄວາມເປັນຈິງຄວາມ ຈິງ. ບາງຄົນຢາກມີຊີວິດທີ່ສະບາຍຢູ່ສະເໝີ ແລະ ກາຍເປັນຄົນເຈົ້າເລ່ຂຶ້ນເລື້ອຍໆໃນການປະຕິບັດໜ້າທີ່ຂອງຕົນ ແລະ ໃນທີ່ສຸດກໍຖືກກຳຈັດ. ບາງຄົນສາມາດຍອມຮັບຄວາມຈິງ, ກາຍເປັນຄົນຊື່ສັດຂຶ້ນເລື້ອຍໆໃນໃຈຂອງພວກເຂົາ ແລະ ມີປະສົບການກັບການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາ, ກາຍເປັນທີ່ຮັກຂອງທັງພຣະເຈົ້າ ແລະ ຜູ້ຄົນ. ບາງຄົນເນັ້ນແຕ່ການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນຢູ່ສະເໝີ ແລະ ຫຼັງຈາກການເທດສະໜາທັງໝົດຂອງພວກເຂົາ, ພວກເຂົາກໍຖືກພຣະເຈົ້າລັງກຽດ-ປະຕິເສດ ແລະ ດັ່ງນັ້ນຈຶ່ງໄດ້ຖືກທຳລາຍ. ບາງຄົນຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ຍິ່ງພວກເຂົາຟັງຄຳເທດສະໜາຫຼາຍເທົ່າໃດ, ພວກເຂົາກໍຍິ່ງສັບສົນຫຼາຍຂຶ້ນເທົ່ານັ້ນ, ສົນໃຈຄວາມຈິງໜ້ອຍລົງ ແລະ ອ່ອນນ້ອມໜ້ອຍລົງ, ຢາກກະທຳຕາມໃຈມັກ ແລະ ຕາມອາລົມ, ສະແຫວງຫາທີ່ຈະຕອບສະໜອງຄວາມປາຖະໜາຂອງຕົນເອງຢູ່ສະເໝີ ແລະ ມຸ່ງຫວັງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ນີ້ເປັນເລື່ອງອັນຕະລາຍ. ບາງຄົນຕິດຕາມພຣະເຈົ້າເປັນເວລາຫຼາຍປີ ແລະ ຫຼັງຈາກກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ມີປະສົບການກັບຫຼາຍສິ່ງຫຼາຍຢ່າງ, ພວກເຂົາກໍເຂົ້າໃຈຄວາມຈິງຫຼາຍຢ່າງ, ມີຄວາມເຊື່ອໃນພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ໄດ້ຮັບການຮັບຮອງຈາກພຣະອົງ. ຄົນເຫຼົ່ານີ້ທັງໝົດເຊື່ອໃນພຣະເຈົ້າ, ດຳລົງຊີວິດຄຣິສຕະຈັກ ແລະ ປະຕິບັດໜ້າທີ່ຂອງຕົນ, ແລ້ວເປັນຫຍັງ ຫຼັງຈາກແປດ ຫຼື ສິບປີ, ຜົນໄດ້ຮັບຂອງພວກເຂົາຈຶ່ງແຕກຕ່າງກັນ, ຈັດຕາມປະເພດຂອງພວກເຂົາແຕ່ລະຄົນ? ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນບໍ່ມີຄວາມແຕກຕ່າງໃນທຳມະຊາດ-ແກ່ນແທ້ຂອງຜູ້ຄົນເລີຍບໍ? (ມີ.)
ນີ້ແມ່ນອີກເລື່ອງໜຶ່ງທີ່ພວກເຈົ້າຕ້ອງຟັງ ແລະ ພິຈາລະນາວ່າ ມັນຢູ່ໃນໝວດໃດຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ ທີ່ພວກເຮົາໄດ້ໂອ້ລົມກັນມາ. ໃນບາງຄຣິສຕະຈັກ, ມີຄົນຊົ່ວຮ້າຍຢ່າງຊັດເຈນທີ່ກະທຳການຢ່າງປ່າເຖື່ອນ ແລະ ຢ່າງບໍ່ມີເຫດຜົນ. ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້, ແຕ່ພວກເຂົາກັບຢາກກຳອຳນາດຢູ່ສະເໝີ. ໃນວຽກງານໃດກໍຕາມທີ່ພວກເຂົາຮັບຜິດຊອບ, ພວກເຂົາກໍສ້າງການລົບກວນ ແລະ ການທຳລາຍ ແລະ ບໍ່ຍຶດໝັ້ນໃນຫຼັກການ ແລະ ໃນສິ່ງໃດກໍຕາມທີ່ພວກເຂົາເຮັດ, ພວກເຂົາບໍ່ເຄີຍຢາກຈ່າຍລາຄາ ແຕ່ກັບຢາກໃຫ້ຄົນອື່ນຟັງພວກເຂົາຢູ່ສະເໝີ. ສະຫຼຸບແລ້ວ, ຕາບໃດທີ່ຄົນແບບນີ້ຢູ່ໃນຄຣິສຕະຈັກ, ຄົນອື່ນຈຳນວນຫຼາຍກໍຈະຖືກພວກເຂົາ ລົບກວນ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຄຣິສຕະຈັກກໍຈະໄດ້ຮັບຜົນກະທົບ ແລະ ເສຍຫາຍ. ເຖິງແມ່ນວ່າຄົນດັ່ງກ່າວບໍ່ໄດ້ກະທຳການຊົ່ວຮ້າຍທີ່ຮຸນແຮງຢ່າງເປີດເຜີຍ ຫຼື ທຳຮ້າຍອ້າຍເອື້ອຍນ້ອງທັງຫຼາຍ, ເມື່ອເຈົ້າເບິ່ງຄວາມເປັນມະນຸດຂອງພວກເຂົາ, ແກ່ນແທ້ຂອງພວກເຂົາ, ມຸມມອງຂອງພວກເຂົາຕໍ່ເລື່ອງຕ່າງໆ, ພ້ອມທັງທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ອ້າຍເອື້ອຍນ້ອງ, ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ໜ້າທີ່ຂອງພວກເຂົາເອງ, ພວກເຂົາກໍຈັດຢູ່ໃນແຖວຂອງຄົນຊົ່ວຮ້າຍຢ່າງແທ້ຈິງ. ເຮົາຄວນຈັດການກັບຄົນແບບນີ້ແນວໃດ ຖ້າເຮົາພົບພໍ້ພວກເຂົາກ່ອນທີ່ອ້າຍເອື້ອຍນ້ອງຈະສັງເກດເຫັນ? ເຮົາຄວນລໍຖ້າຈົນກວ່າພວກເຂົາເຮັດຜິດພາດຮ້າຍແຮງ ຫຼື ກໍ່ໃຫ້ເກີດໄພພິບັດໃຫຍ່ກ່ອນບໍ ຈຶ່ງຄ່ອຍກຳຈັດພວກເຂົາອອກ, ໂດຍສົ່ງພວກເຂົາອອກໄປເມື່ອພວກເຂົາ “ສ້າງເລື່ອງໃຫຍ່” ບໍ? ຈຳເປັນຕ້ອງເຮັດແນວນັ້ນບໍ? (ບໍ່.) ແລ້ວເຮົາຄວນເຮັດແນວໃດ? ຢ່າງໜ້ອຍທີ່ສຸດ, ເຮົາຄວນປົດພວກເຂົາອອກຈາກໜ້າທີ່. ຕໍ່ໄປ, ເຮົາຄວນແຍກພວກເຂົາອອກ ຫຼື ກຳຈັດພວກເຂົາອອກ, ປ້ອງກັນບໍ່ໃຫ້ພວກເຂົາປະຕິບັດໜ້າທີ່ ເພື່ອຫຼີກລ່ຽງຜົນກະທົບຕໍ່ຄົນອື່ນ. ໃນວຽກງານສຳຄັນຂອງເຮືອນຂອງພຣະເຈົ້າ, ການມີຢູ່ຂອງຄົນຊົ່ວຮ້າຍດັ່ງກ່າວແມ່ນບໍ່ໄດ້ຮັບອະນຸຍາດ, ຫຼັກການນີ້ຖືກຕ້ອງບໍ? ຖ້າພວກເຂົາຍັງບໍ່ຖືກເປີດເຜີຍ, ກໍປ່ອຍໃຫ້ເປັນໄປຕາມນັ້ນ, ແຕ່ເມື່ອພວກເຂົາຖືກເປີດເຜີຍ, ຖືກເບິ່ງທະລຸ ແລະ ຖືກກຳນົດລັກສະນະວ່າເປັນຄົນຊົ່ວຮ້າຍ, ການສະລ້າງພວກເຂົາອອກໄປນັ້ນຖືກຕ້ອງບໍ? (ຖືກຕ້ອງ.) ບາງຄົນອາດຈະເວົ້າວ່າ: “ວິທີນັ້ນໃຊ້ບໍ່ໄດ້ດອກ. ເຈົ້າເບິ່ງທະລຸພວກເຂົາແລ້ວ, ແຕ່ຄົນອື່ນຍັງເບິ່ງບໍ່ທະລຸ. ການສະລ້າງພວກເຂົາອອກໄປຈະສົ່ງຜົນກະທົບຕໍ່ຄົນອື່ນ. ຖ້າເຈົ້າພຽງແຕ່ສະລ້າງພວກເຂົາອອກໄປ ເພາະວ່າເຈົ້າເບິ່ງທະລຸພວກເຂົາ, ນັ້ນບໍ່ໄດ້ໝາຍຄວາມວ່າເຈົ້າຕັດສິນໃຈພຽງຜູ້ດຽວບໍ? ນັ້ນເປັນການປ່ອຍໃຫ້ຄວາມຈິງກຳອຳນາດແທ້ບໍ? ພວກເຮົາຄວນເຕົ້າໂຮມ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງ, ໄຈ້ແຍກກັບພວກເຂົາ, ເຮັດວຽກງານດ້ານແນວຄິດກັບພວກເຂົາ, ຮວບຮວມຂໍ້ມູນ ແລະ ຂໍການອະນຸມັດຈາກທຸກຄົນກ່ອນທີ່ຈະດຳເນີນການ. ເຈົ້າຕ້ອງເຮັດຕາມຂັ້ນຕອນ ແລະ ຖ້າເຈົ້າບໍ່ເຮັດ, ເຈົ້າກໍກຳລັງລະເມີດການຈັດແຈງວຽກງານຂອງຄຣິສຕະຈັກບໍ່ແມ່ນບໍ? ສິ່ງນີ້ຈະບໍ່ຜິດບໍ? ຕົວເຈົ້າເອງຄວນປະຕິບັດຕາມການຈັດແຈງວຽກງານຂອງຄຣິສຕະຈັກກ່ອນ; ເຈົ້າບໍ່ສາມາດທຳລາຍການຈັດແຈງວຽກງານເຫຼົ່ານັ້ນໄດ້. ຍິ່ງໄປກວ່ານັ້ນ, ທຸກສິ່ງທຸກຢ່າງ ບໍ່ວ່າຈະເປັນຫຍັງກໍຕາມ, ລ້ວນແລ້ວແຕ່ເຮັດເພື່ອຄຳນຶງເຖິງອ້າຍເອື້ອຍນ້ອງບໍ່ແມ່ນບໍ? ເນື່ອງຈາກເປັນແນວນັ້ນ, ເຈົ້າຈຶ່ງຈຳເປັນຕ້ອງເຮັດໃຫ້ອ້າຍເອື້ອຍນ້ອງທຸກຄົນຮັບຮູ້ເລື່ອງນີ້ຢ່າງເຕັມທີ່ ແລະ ເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຄວາມຈິງດ້ານນີ້. ເຈົ້າບໍ່ສາມາດປ່ອຍໃຫ້ພວກເຂົາສັບສົນໄດ້; ເຈົ້າຕ້ອງເຮັດໃຫ້ອ້າຍເອື້ອຍນ້ອງທຸກຄົນສາມາດແຍກແຍະໄດ້”. ຖ້າຂັ້ນຕອນເຫຼົ່ານີ້ບໍ່ໄດ້ຖືກປະຕິບັດຕາມ ແລະ ເຮົາບອກໃຫ້ກຳຈັດຄົນໃດຄົນໜຶ່ງອອກ, ພວກເຈົ້າຈະດຳເນີນການແນວໃດ? ພວກເຈົ້າຄົງຈະເຮັດຫຍັງບໍ່ຖືກ ແມ່ນບໍ? ການທີ່ພວກເຈົ້າພົບວ່າຕົນເອງໄປຕໍ່ບໍ່ໄດ້ ກໍພິສູດແລ້ວວ່າມຸມມອງດັ່ງກ່າວມີຢູ່ໃນໝູ່ພວກເຈົ້າ. ສິ່ງທີ່ເຮົາກຳລັງເວົ້າເຖິງນັ້ນໄດ້ເກີດຂຶ້ນແລ້ວ. ໃນສະຖານທີ່ເຮັດວຽກງານສຳຄັນແຫ່ງໜຶ່ງ, ມີມານຮ້າຍຕົນໜຶ່ງທີ່ມີຄວາມເປັນມະນຸດທີ່ບໍ່ດີ, ເຊິ່ງໃນຂະນະທີ່ປະຕິບັດໜ້າທີ່, ລາວກໍອູ້ງານຢ່າງມີເລ່ຫຼ່ຽມ, ພະຍາຍາມຫຼີກລ່ຽງຄວາມຍາກລຳບາກ ແລະ ຄວາມອິດເມື່ອຍ. ລາວຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຢູ່ທຸກບາດກ້າວ ແລະ ເມື່ອຖືກລິຮານ, ລາວກໍກາຍເປັນຄົນຫົວແຂງ, ປະຕິເສດຄວາມຈິງຢ່າງສິ້ນເຊີງ. ລາວຢາກເປັນເຈົ້າໜ້າທີ່ ແລະ ຕັດສິນໃຈທຸກຢ່າງຢູ່ສະເໝີ, ໃນຂະນະທີ່ຄອຍສັ່ງການຄົນອື່ນ ແລະ ລາວບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງຄຣິສຕະຈັກ ຫຼື ຍຶດໝັ້ນໃນຫຼັກການ, ໂດຍກະທຳຕາມຄວາມມັກຂອງລາວພຽງຢ່າງດຽວ. ໃນຊ່ວງເວລາທີ່ລາວຮັບຜິດຊອບວຽກງານ, ລາວບໍ່ສົນໃຈຫຼາຍສິ່ງທີ່ເຮົາແນະນຳໃຫ້ລາວເຮັດ, ໂດຍຖືວ່າພຣະທຳຂອງເຮົາເປັນພຽງລົມຜ່ານຫູ. ນອກຈາກບໍ່ເຮັດໜ້າວຽກຂອງລາວແລ້ວ, ລາວຍັງກໍ່ໃຫ້ເກີດການລົບກວນ. ຄຣິສຕະຈັກແມ່ນສະຖານທີ່ເຮັດວຽກທີ່ສຳຄັນສຳລັບການປະຕິບັດໜ້າທີ່ຂອງຕົນ, ຖ້າລາວຄິດວ່າລາວມາບໍ່ແມ່ນເພື່ອປະຕິບັດໜ້າທີ່ ແຕ່ເພື່ອດຳລົງຊີວິດດ້ວຍຄວາມສະດວກສະບາຍແບບເຈົ້າຊາຍ ຫຼື ມີຄວາມສຸກກັບການພັກກິນເບ້ຍບຳນານກ່ອນກຳນົດ, ລາວກໍຄິດຜິດແລ້ວ. ເຮືອນຂອງພຣະເຈົ້າບໍ່ແມ່ນສະຖາບັນສະຫວັດດີການ ຫຼື ສະຖານທີ່ພັກເຊົາ. ຄົນທີ່ເປັນຂີ້ເຫຍື້ອເຊັ່ນຜູ້ຊາຍຄົນນີ້ ບໍ່ວ່າຈະໄປໃສກໍບໍ່ມີຫຍັງດີ; ພວກເຂົາບໍ່ເຄີຍຈົງຮັກພັກດີໃນໜ້າທີ່ໃດໆຂອງພວກເຂົາ, ມັກຈະເຮັດແບບພໍແລ້ວມືແລ້ວຕີນ ແລະ ພຽງແຕ່ລ່ອງລອຍໄປຢ່າງບໍ່ມີຈຸດໝາຍ. ສະນັ້ນ, ເຮົາຈຶ່ງບອກໃຫ້ກຳຈັດລາວອອກທັນທີ. ສິ່ງນີ້ຈະນຳໄປປະຕິບັດໄດ້ງ່າຍບໍ? (ງ່າຍ.) ເຖິງຢ່າງໃດກໍຕາມ, ສຳລັບຄົນບາງປະເພດ, ແມ່ນແຕ່ເລື່ອງງ່າຍໆແບບນີ້ກໍຍາກທີ່ຈະຈັດຕັ້ງປະຕິບັດໄດ້. ມັນໃຊ້ເວລາສາມເດືອນຫຼັງຈາກທີ່ເຮົາເວົ້າອອກໄປ ກວ່າທີ່ຄົນຊົ່ວຮ້າຍຄົນນີ້ຈະຖືກບັງຄັບໃຫ້ຖືກສົ່ງຕົວອອກໄປໃນທີ່ສຸດ. ເຫດຜົນສຳລັບເລື່ອງນີ້ແມ່ນຫຍັງ? ຫຼັງຈາກທີ່ເຮົາອອກຄຳສັ່ງໃຫ້ກຳຈັດຜູ້ຊາຍຄົນນີ້ອອກ, ຜູ້ນໍາຂອງຄຣິສຕະຈັກນັ້ນກໍເລີ່ມ “ຈັດຕັ້ງປະຕິບັດ” ໜ້າວຽກ. ພວກເຂົາຈັດຕັ້ງປະຕິບັດມັນແນວໃດ? ພວກເຂົາຮຽກຮ້ອງໃຫ້ມີການເຕົ້າໂຮມເພື່ອໃຫ້ທຸກຄົນລົງຄະແນນສຽງໃນການຕັດສິນໃຈ. ຫຼັງຈາກປຶກສາຫາລືກັນຢ່າງຫຼວງຫຼາຍ, ໃນທີ່ສຸດ ສຽງສ່ວນຫຼາຍກໍເຫັນດີໃຫ້ກຳຈັດລາວອອກ, ແຕ່ມີໜຶ່ງສຽງທີ່ຄັດຄ້ານ, ດັ່ງນັ້ນ ເລື່ອງຈຶ່ງຖືກພັກໄວ້ກ່ອນ. ຜູ້ນໍາຄົນນີ້ເວົ້າວ່າ ພວກເຂົາຈຳເປັນຕ້ອງຈັດການກັບຄົນທີ່ບໍ່ເຫັນດີ, ເພື່ອປຶກສາຫາລືກັບພວກເຂົາ ແລະ ຂໍຄວາມເຫັນດີຈາກພວກເຂົາ. ໃນລະຫວ່າງນັ້ນ, ເຮົາໄດ້ຖາມສອງຄັ້ງວ່າຜູ້ຊາຍຄົນນັ້ນຖືກສົ່ງຕົວອອກໄປແລ້ວ ຫຼື ຍັງ ແລະ ຜູ້ນໍາກໍຕອບວ່າ ລາວຍັງບໍ່ທັນຖືກສົ່ງອອກໄປ, ພວກເຂົາຍັງກຳລັງເຕົ້າໂຮມ ແລະ ສະຫຼຸບຂໍ້ມູນຢູ່. ລັບຫຼັງເຮົາ, ພວກເຂົາຍັງເວົ້າອີກວ່າ: “ຕາບໃດທີ່ມີຄົນໜຶ່ງບໍ່ເຫັນດີ, ພວກເຮົາກໍບໍ່ສາມາດກຳຈັດລາວອອກໄດ້”. ຄວາມໝາຍຂອງພວກເຂົາໃນການເວົ້າແບບນີ້ກໍຄື ພວກເຂົາບໍ່ຢາກກຳຈັດຜູ້ຊາຍຄົນນີ້ອອກ, ດັ່ງນັ້ນ ພວກເຂົາຈຶ່ງຊອກຫາເຫດຜົນທີ່ໄຮ້ສາລະນີ້ມາອ້າງ. ໃນຄວາມເປັນຈິງແລ້ວ, ພວກເຂົາກຳລັງຫຼອກລວງຄົນອື່ນ; ພວກເຂົາຢ້ານທີ່ຈະລ່ວງເກີນຜູ້ຊາຍຄົນນີ້ ແລະ ບໍ່ກ້າກຳຈັດລາວອອກ. ໃນທີ່ສຸດ, ຄຳຂາດກໍມາຈາກເບື້ອງເທິງວ່າ: “ຜູ້ຊາຍຄົນນີ້ຕ້ອງຖືກສົ່ງຕົວອອກໄປ. ຖ້າລາວບໍ່ໄປ, ແລ້ວເຈົ້າກໍຕ້ອງໄປ. ໜຶ່ງໃນພວກເຈົ້າຕ້ອງອອກໄປ; ເຈົ້າເລືອກເອົາ!” ເມື່ອພວກເຂົາໄດ້ຍິນແນວນີ້, ພວກເຂົາກໍຄິດວ່າ: “ຂ້ອຍໄປບໍ່ໄດ້; ຂ້ອຍຍັງບໍ່ທັນມີຄວາມສຸກກັບຕຳແໜ່ງຂອງຂ້ອຍດົນພໍ!” ເມື່ອນັ້ນເອງ ພວກເຂົາຈຶ່ງສົ່ງມານຮ້າຍຕົນນີ້ອອກໄປ. ບອກເຮົາມາເບິ່ງວ່າ, ເປັນຫຍັງຜູ້ນໍາຄົນນີ້ຈຶ່ງປົກປ້ອງມານຮ້າຍ? ນີ້ບໍ່ແມ່ນວິທີການຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ນີ້ຄືພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນ.
ບາງຄົນປະກາດຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຢູ່ຕະຫຼອດ, ແຕ່ເມື່ອມີເຫດການເກີດຂຶ້ນກັບພວກເຂົາ, ພວກເຂົາກັບສະແຫວງຫາຄວາມຄິດເຫັນຂອງອ້າຍເອື້ອຍນ້ອງທຸກຄົນ ໃນຂະນະທີ່ບໍ່ເຄີຍສະແຫວງຫາຄວາມຄິດເຫັນຂອງພຣະຄຣິສເລີຍ. ພວກເຂົາບໍ່ສອບຖາມວ່າພຣະຄຣິສກ່າວຫຍັງແດ່, ຂໍ້ສະຫຼຸບຂອງພຣະອົງແມ່ນຫຍັງ, ເປັນຫຍັງພຣະອົງຈຶ່ງຢາກເຮັດສິ່ງນີ້ ຫຼື ຜູ້ຄົນຄວນອ່ອນນ້ອມແນວໃດ. ພວກເຂົາໄດ້ສະແຫວງຫາຄວາມຄິດເຫັນຂອງອ້າຍເອື້ອຍນ້ອງທຸກຄົນ ແລະ ສາມາດເຄົາລົບຄວາມຄິດເຫັນ ແລະ ຄວາມຄິດທັງໝົດຂອງພວກເຂົາ, ແຕ່ພວກເຂົາບໍ່ຍອມຮັບແມ່ນແຕ່ປະໂຫຍກດຽວທີ່ພຣະຄຣິສກ່າວ, ໂດຍບໍ່ສະແດງເຈດຕະນາທີ່ຈະອ່ອນນ້ອມເລີຍ. ທຳມະຊາດຂອງສິ່ງນີ້ແມ່ນຫຍັງ? ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສບໍ? (ແມ່ນແລ້ວ.) ເກີດຫຍັງຂຶ້ນໃນສະຖານະການນີ້? ເປັນຫຍັງພວກເຂົາຈຶ່ງບໍ່ຈັດຕັ້ງປະຕິບັດເລື່ອງນີ້? ເປັນຫຍັງມັນຈຶ່ງຍາກຫຼາຍສຳລັບພວກເຂົາທີ່ຈະຈັດຕັ້ງປະຕິບັດ? ມີເຫດຜົນສຳລັບເລື່ອງນີ້. ພວກເຂົາຄິດວ່າ: “ພຣະຄຣິສມີຄວາມຈິງ ແລະ ແກ່ນແທ້ຂອງພຣະເຈົ້າ, ແຕ່ນັ້ນເປັນພຽງຄຳເວົ້າທາງການ, ເປັນພຽງຫຼັກຄຳສອນ ແລະ ຄຳຂວັນເທົ່ານັ້ນ. ເມື່ອເວົ້າເຖິງເລື່ອງທີ່ແທ້ຈິງ, ເຈົ້າເບິ່ງທະລຸໃຜບໍ່ໄດ້ເລີຍ. ຄຳເວົ້າຂອງເຈົ້າເປັນພຽງຄຳເວົ້າທີ່ເວົ້າໃຫ້ພວກເຮົາຟັງ, ຖືກພິມລົງໃນປຶ້ມ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄວາມສາມາດຕົວຈິງຂອງເຈົ້າເລີຍ. ສະນັ້ນ, ຖ້າເຈົ້າກຳນົດລັກສະນະຂອງໃຜຜູ້ໜຶ່ງວ່າເປັນຄົນຊົ່ວຮ້າຍ ຫຼື ເປັນຜູ້ຕໍ່ຕ້ານພຣະຄຣິສ, ມັນອາດຈະບໍ່ຖືກຕ້ອງ. ເປັນຫຍັງຂ້ອຍຈຶ່ງບໍ່ສັງເກດເຫັນວ່າລາວຊົ່ວຮ້າຍ ຫຼື ເປັນຜູ້ຕໍ່ຕ້ານພຣະຄຣິສ? ເປັນຫຍັງຂ້ອຍຈຶ່ງບໍ່ເຂົ້າໃຈເລື່ອງນີ້?” ນີ້ບໍ່ແມ່ນວິທີທີ່ພວກເຂົາຄິດບໍ? ພວກເຂົາເຊື່ອວ່າ: “ເຈົ້າຫາກໍພົບຄົນນີ້ພຽງສອງຄັ້ງ, ເຫັນລາວເວົ້າບໍ່ພໍເທົ່າໃດຄຳ ແລະ ເຮັດສິ່ງໜຶ່ງ ແລະ ເຈົ້າກໍບອກວ່າພວກເຂົາຊົ່ວຮ້າຍ. ອ້າຍເອື້ອຍນ້ອງບໍ່ຄິດວ່າພວກເຂົາເປັນແນວນັ້ນ; ເຈົ້າຄິດແນວນັ້ນໄດ້ແນວໃດ? ເປັນຫຍັງຄຳເວົ້າຂອງເຈົ້າຈຶ່ງຄວນມີນ້ຳໜັກຫຼາຍຂະໜາດນັ້ນ? ຂ້ອຍບໍ່ເຫັນການກະທຳທີ່ຊົ່ວຮ້າຍໃດໆຈາກຄົນນີ້, ທັງບໍ່ຮູ້ວ່າລາວໄດ້ເຮັດສິ່ງທີ່ບໍ່ດີຫຍັງແດ່, ດັ່ງນັ້ນ ຂ້ອຍຈຶ່ງບໍ່ສາມາດເວົ້າວ່າ ‘ອາແມນ’ ນຳສິ່ງທີ່ເຈົ້າເວົ້າໄດ້. ຂ້ອຍມີແນວຄິດ ແລະ ຂໍ້ຂ້ອງໃຈກ່ຽວກັບສິ່ງທີ່ເຈົ້າກຳລັງເຮັດ. ແຕ່ເຖິງແມ່ນວ່າຈະມີແນວຄິດ, ຂ້ອຍກໍສະແດງອອກມາຢ່າງເປີດເຜີຍບໍ່ໄດ້, ດັ່ງນັ້ນ ຂ້ອຍຈຶ່ງຕ້ອງໃຊ້ອຸບາຍທາງອ້ອມ: ຂ້ອຍຈະປ່ອຍໃຫ້ອ້າຍເອື້ອຍນ້ອງຕັດສິນໃຈເລື່ອງນີ້ຜ່ານການລົງຄະແນນສຽງ. ຖ້າອ້າຍເອື້ອຍນ້ອງບໍ່ເຫັນດີ, ກໍເຮັດຫຍັງບໍ່ໄດ້, ເຈົ້າຈະລິຮານພວກເຂົາທັງໝົດຄືກັນບໍ? ນອກຈາກນີ້, ເຈົ້າຫາກໍພົວພັນກັບຄົນນີ້ພຽງສອງສາມຄັ້ງ ແລ້ວເຈົ້າກໍກຳນົດລັກສະນະວ່າລາວຊົ່ວຮ້າຍ. ເປັນຫຍັງເຈົ້າບໍ່ໃຫ້ໂອກາດລາວແດ່ຈັກໜ້ອຍ? ເບິ່ງແມວ່າອ້າຍເອື້ອຍນ້ອງມີຄວາມອົດກັ້ນ ແລະ ມີຄວາມຮັກສໍ່າໃດ. ຂ້ອຍເປັນຄົນບໍ່ດີບໍ່ໄດ້; ຂ້ອຍກໍຕ້ອງມີຄວາມຮັກ ແລະ ໃຫ້ໂອກາດຜູ້ຄົນເຊັ່ນກັນ, ບໍ່ຄືກັບເຈົ້າ ທີ່ດ່ວນຕັດສິນໂທດຜູ້ຄົນໄວແທ້. ການກຳຈັດຄົນໃດຄົນໜຶ່ງອອກບໍ່ແມ່ນເລື່ອງງ່າຍ, ຖ້າຄົນນັ້ນກາຍເປັນຄົນອ່ອນແອໃນພາຍຫຼັງເດຈະວ່າແນວໃດ? ເມື່ອປະເຊີນກັບບັນຫາ, ພຣະຄຣິສຄວນປົກປ້ອງອ້າຍເອື້ອຍນ້ອງ. ພຣະອົງຄວນອົດທົນຕໍ່ຄວາມໂງ່ຈ້າ, ການກະບົດ ຫຼື ຄວາມບໍ່ຮູ້ຂອງອ້າຍເອື້ອຍນ້ອງ ແລະ ບໍ່ຕັດສິນໃຈຢ່າງເດັດຂາດ ແລະ ບໍ່ມີຄວາມຮັກປານນັ້ນ. ພຣະເຈົ້າຄວນຈະມີຄວາມເມດຕາຢ່າງລົ້ນເຫຼືອບໍ່ແມ່ນບໍ? ຄວາມເມດຕານັ້ນຫາຍໄປໃສໝົດ? ການກຳນົດລັກສະນະຂອງຜູ້ໃດກໍຕາມທີ່ເຈົ້າບໍ່ມັກວ່າເປັນຄົນຊົ່ວຮ້າຍ ແລະ ຕ້ອງການສົ່ງພວກເຂົາອອກໄປ, ນັ້ນບໍ່ສອດຄ່ອງກັບກົດລະບຽບເລີຍ!” ສິ່ງເຫຼົ່ານີ້ແມ່ນແນວຄິດ, ບໍ່ແມ່ນບໍ? (ແມ່ນແລ້ວ.) ເມື່ອພຣະຄຣິສເຮັດບາງສິ່ງບາງຢ່າງ ຫຼື ຕັດສິນໃຈ, ຖ້າພວກເຂົາບໍ່ເຫັນດີນຳ, ມັນກໍຍາກທີ່ຈະຈັດຕັ້ງປະຕິບັດ. ພວກເຂົາດຶງເວລາ, ໂດຍໃຊ້ຂໍ້ອ້າງ ແລະ ວິທີການຕ່າງໆເພື່ອຕໍ່ຕ້ານ; ພວກເຂົາພຽງແຕ່ປະຕິເສດທີ່ຈະຈັດຕັ້ງປະຕິບັດມັນ ຫຼື ເຊື່ອຟັງ. ເຈດຕະນາຂອງພວກເຂົາກໍຄື: “ຖ້າຂ້ອຍບໍ່ຈັດຕັ້ງປະຕິບັດເລື່ອງນີ້, ແລ້ວໜ້າວຽກຂອງເຈົ້າກໍຈະບໍ່ສຳເລັດ!” ເຮົາຈະບອກເຈົ້າວ່າ ຖ້າເຈົ້າບໍ່ຈັດຕັ້ງປະຕິບັດມັນ, ແລ້ວເຮົາກໍຈະຊອກຫາຄົນທີ່ສາມາດເປັນຜູ້ນໍາໄດ້ ແລະ ເຈົ້າກໍກັບໄປບ່ອນທີ່ເຈົ້າຈາກມາສາ! ເລື່ອງນີ້ບໍ່ຄວນຖືກຈັດການດ້ວຍວິທີນີ້ບໍ? (ແມ່ນແລ້ວ.) ເຮົາສົ່ງພວກເຂົາອອກໄປແບບນັ້ນເລີຍ, ກົງໄປກົງມາ ແລະ ມີປະສິດທິພາບ, ບໍ່ຈຳເປັນຕ້ອງປຶກສາຫາລືກັບຜູ້ໃດເລີຍ.
ບາງຄົນບໍ່ເຄີຍເຂົ້າໃຈຄວາມຈິງ ແລະ ມີຂໍ້ສົງໄສກ່ຽວກັບພຣະທຳຂອງພຣະເຈົ້າຢູ່ສະເໝີ. ພວກເຂົາເວົ້າວ່າ: “ການທີ່ຄວາມຈິງກຳອຳນາດແມ່ນຄືກັນກັບການທີ່ພຣະຄຣິສກຳອຳນາດບໍ? ຄຳເວົ້າຂອງພຣະຄຣິສບໍ່ຈຳເປັນຕ້ອງຖືກຕ້ອງສະເໝີໄປ, ເພາະວ່າພຣະອົງມີດ້ານຄວາມເປັນມະນຸດ.” ພວກເຂົາບໍ່ສາມາດຍອມຮັບການທີ່ພຣະຄຣິສກຳອຳນາດໄດ້. ຖ້າເປັນພຣະວິນຍານຂອງພຣະເຈົ້າກຳອຳນາດ, ພວກເຂົາກໍຈະບໍ່ມີແນວຄິດ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ຄົນດັ່ງກ່າວບໍ່ມີຂໍ້ສົງໄສແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າໃນສະຫວັນ ແຕ່ກັບມີຂໍ້ສົງໄສກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ສະເໝີ. ພຣະຄຣິສໄດ້ສະແດງຄວາມຈິງອອກມາຢ່າງຫຼວງຫຼາຍ, ແຕ່ພວກເຂົາກໍຍັງບໍ່ຮັບຮູ້ວ່າພຣະອົງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ. ແລ້ວພວກເຂົາຈະສາມາດຍອມຮັບໄດ້ບໍວ່າ ພຣະຄຣິສຄືຄວາມຈິງ, ຫົນທາງ ແລະ ຊີວິດ? ນັ້ນເປັນເລື່ອງທີ່ເວົ້າໄດ້ຍາກ. ເຖິງແມ່ນວ່າຄົນດັ່ງກ່າວຕິດຕາມພຣະຄຣິສ, ພວກເຂົາຈະສາມາດເປັນພະຍານໃຫ້ພຣະອົງໄດ້ບໍ? ພວກເຂົາເຂົ້າກັນກັບພຣະຄຣິສໄດ້ບໍ? ບໍ່ມີຄຳຕອບທີ່ແນ່ນອນສຳລັບຄຳຖາມເຫຼົ່ານີ້. ມັນຍັງບໍ່ແນ່ນອນວ່າ ຄົນດັ່ງກ່າວຈະສາມາດຕິດຕາມໄປຈົນສຸດເສັ້ນທາງໄດ້ ຫຼື ບໍ່. ບາງຄົນຍອມຮັບຢ່າງເຕັມທີ່ໃນໃຈຂອງຕົນວ່າ ໃນເຮືອນຂອງພຣະເຈົ້າ ຄວາມຈິງກຳອຳນາດ. ແຕ່ພວກເຂົາເຂົ້າໃຈການທີ່ຄວາມຈິງກຳອຳນາດແນວໃດ? ພວກເຂົາຄິດວ່າ ບໍ່ວ່າຈະເຮັດວຽກງານຫຍັງກໍຕາມ, ຕາບໃດທີ່ມັນກ່ຽວຂ້ອງກັບເຮືອນຂອງພຣະເຈົ້າ, ທຸກຄົນຄວນປຶກສາຫາລື ແລະ ຕັດສິນໃຈຮ່ວມກັນ. ຕາບໃດທີ່ບັນລຸຄວາມເຫັນດີເຫັນພ້ອມ, ບໍ່ວ່າຜົນຈະອອກມາເປັນແນວໃດ, ມັນກໍຄວນຖືກຈັດຕັ້ງປະຕິບັດ. ພວກເຂົາເຊື່ອວ່າ ນັ້ນຄືຄວາມໝາຍຂອງການທີ່ຄວາມຈິງກຳອຳນາດ. ມຸມມອງນີ້ຖືກຕ້ອງບໍ? ນີ້ຄືຄວາມເຂົ້າໃຈຜິດທີ່ຮ້າຍແຮງ; ມັນເປັນຄຳເວົ້າທີ່ໄຮ້ສາລະ ແລະ ໂງ່ຈ້າທີ່ສຸດ. ຄວາມຈິງມາຈາກໃສ? ມັນຖືກສະແດງອອກໂດຍພຣະຄຣິສ. ມີພຽງແຕ່ພຣະຄຣິສເທົ່ານັ້ນທີ່ເປັນຄວາມຈິງ, ໃນຂະນະທີ່ມະນຸດຊາດທີ່ເສື່ອມຊາມບໍ່ໄດ້ຄອບຄອງຄວາມຈິງໃດໆເລີຍ, ແລ້ວຜູ້ຄົນຈະສ້າງຄວາມຈິງຂຶ້ນມາຜ່ານການພິຈາລະນາຢ່າງຮອບຄອບໄດ້ແນວໃດ? ຖ້າຜູ້ຄົນສາມາດສ້າງຄວາມຈິງຂຶ້ນມາຜ່ານການພິຈາລະນາຢ່າງຮອບຄອບໄດ້, ນັ້ນກໍໝາຍຄວາມວ່າ ມະນຸດຊາດທີ່ເສື່ອມຊາມຄອບຄອງຄວາມຈິງ. ນັ້ນບໍ່ແມ່ນສິ່ງທີ່ໄຮ້ສາລະທີ່ສຸດບໍ? ສະນັ້ນ, ການທີ່ຄວາມຈິງກຳອຳນາດຈຶ່ງໝາຍເຖິງການທີ່ພຣະຄຣິສກຳອຳນາດ, ມັນໝາຍເຖິງການທີ່ພຣະທຳຂອງພຣະເຈົ້າກຳອຳນາດ, ບໍ່ແມ່ນການທີ່ທຸກຄົນມີອຳນາດ ຫຼື ມີສິດອອກສຽງ. ການເຕົ້າໂຮມກັນເພື່ອໂອ້ລົມກ່ຽວກັບຄວາມຈິງ ແລະ ພຣະທຳຂອງພຣະເຈົ້ານັ້ນຖືກຕ້ອງ; ນີ້ຄືຊີວິດຄຣິສຕະຈັກ. ແຕ່ຜົນຂອງການປະຕິບັດດ້ວຍວິທີນີ້ແມ່ນຫຍັງ? ມັນຄືການໃຫ້ທຸກຄົນເຂົ້າໃຈຄວາມຈິງ ແລະ ຮູ້ຈັກພຣະທຳຂອງພຣະເຈົ້າ, ເພື່ອເຮັດໃຫ້ທຸກຄົນສາມາດອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ເຮັດວຽກຕາມພຣະທຳເຫຼົ່ານັ້ນ. ຜູ້ຄົນເຕົ້າໂຮມກັນເພື່ອໂອ້ລົມກ່ຽວກັບຄວາມຈິງ ກໍຍ້ອນວ່າພວກເຂົາບໍ່ເຂົ້າໃຈມັນ. ຖ້າພວກເຂົາເຂົ້າໃຈຄວາມຈິງ, ພວກເຂົາກໍຈະສາມາດອ່ອນນ້ອມຕໍ່ພຣະຄຣິສ ແລະ ພຣະທຳຂອງພຣະເຈົ້າໂດຍກົງ; ນັ້ນຈຶ່ງຈະເປັນການອ່ອນນ້ອມທີ່ແທ້ຈິງ. ຖ້າມື້ໜຶ່ງ ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນເຂົ້າໃຈຄວາມຈິງ, ທຸກຄົນສາມາດອ່ອນນ້ອມ, ຍົກຍ້ອງ ແລະ ເປັນພະຍານໃຫ້ພຣະຄຣິສໂດຍກົງ, ມັນກໍຈະສະແດງໃຫ້ເຫັນວ່າ ຜູ້ຄົນທີ່ພຣະເຈົ້າເລືອກໄດ້ຖືກເຮັດໃຫ້ບໍລິບູນແລ້ວ. ຍິ່ງໄປກວ່ານັ້ນ, ມັນຈະເປັນພະຍານວ່າ ເຮືອນຂອງພຣະເຈົ້າຖືກປົກຄອງໂດຍຄວາມຈິງ, ໂດຍພຣະຄຣິສ. ມີພຽງແຕ່ຂໍ້ເທັດຈິງ ແລະ ຄຳພະຍານດັ່ງກ່າວເທົ່ານັ້ນທີ່ຈະພິສູດວ່າ ພຣະເຈົ້າໄດ້ປົກຄອງໃນຖານະກະສັດຢູ່ແຜ່ນດິນໂລກ ແລະ ອານາຈັກຂອງພຣະຄຣິສໄດ້ປາກົດຂຶ້ນແລ້ວ. ແຕ່ພວກຕໍ່ຕ້ານພຣະຄຣິສ ແລະ ຜູ້ນໍາປອມບາງຄົນເຂົ້າໃຈການທີ່ຄວາມຈິງກຳອຳນາດແນວໃດ? ໃນການຈັດຕັ້ງປະຕິບັດຂອງພວກເຂົາ, ການທີ່ຄວາມຈິງກຳອຳນາດໝາຍເຖິງການທີ່ອ້າຍເອື້ອຍນ້ອງກຳອຳນາດ. ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງ, ຖ້າພວກເຂົາສາມາດກຳແໜ້ນມັນໄດ້ຢ່າງລະອຽດຖີ່ຖ້ວນ, ພວກເຂົາກໍເຮັດມັນຕາມຄວາມປະສົງຂອງພວກເຂົາເອງ; ຖ້າພວກເຂົາບໍ່ສາມາດກຳແໜ້ນໄດ້, ພວກເຂົາກໍໂອ້ລົມກັບຄົນຈຳນວນໜຶ່ງ ແລະ ປ່ອຍໃຫ້ກຸ່ມຕັດສິນໃຈ. ສິ່ງນີ້ສາມາດພິສູດໄດ້ບໍວ່າ ຄວາມຈິງກຳລັງຖືກປະຕິບັດ? ການຕັດສິນໃຈຂອງກຸ່ມສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງແນ່ນອນບໍ? ການປະຕິບັດດັ່ງກ່າວສາມາດນຳມາເຊິ່ງການທີ່ຄວາມຈິງກຳອຳນາດໄດ້ບໍ? ມັນສາມາດເປັນພະຍານໄດ້ບໍວ່າ ພຣະຄຣິສກຳອຳນາດໃນເຮືອນຂອງພຣະເຈົ້າ? ພວກເຂົາຖືວ່າ ການອະນຸຍາດໃຫ້ອ້າຍເອື້ອຍນ້ອງສະແດງຄວາມຄິດເຫັນ, ປຶກສາຫາລືມຸມມອງຂອງພວກເຂົາ ແລະ ໃນທີ່ສຸດກໍບັນລຸຄວາມເຫັນດີເຫັນພ້ອມ ແລະ ຕັດສິນໃຈ ຄືການທີ່ຄວາມຈິງກຳອຳນາດ, ໂດຍສະແດງເປັນໄນວ່າ ອ້າຍເອື້ອຍນ້ອງທັງຫຼາຍຄືໂຄສົກຂອງຄວາມຈິງ, ເຊິ່ງມີຄວາມໝາຍດຽວກັນກັບຄວາມຈິງນັ້ນເອງ. ການເຂົ້າໃຈແບບນີ້ຖືກຕ້ອງບໍ? ແນ່ນອນວ່າມັນບໍ່ຖືກຕ້ອງ, ແຕ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ນໍາປອມບາງຄົນກໍກະທຳແບບນີ້ ແລະ ຈັດຕັ້ງປະຕິບັດແບບນີ້ແທ້ໆ. ພວກເຂົາຄິດວ່າ ໂດຍການເຮັດເຊັ່ນນັ້ນ, ພວກເຂົາກຳລັງປະຕິບັດປະຊາທິປະໄຕ, ພວກເຂົາກຳລັງຕັດສິນໃຈແບບປະຊາທິປະໄຕ ແລະ ມັນຄວນຈະເຮັດແບບນີ້ ບໍ່ວ່າມັນຈະສອດຄ່ອງກັບຄວາມຈິງ ຫຼື ບໍ່ກໍຕາມ. ແກ່ນແທ້ຂອງການກະທຳແບບນີ້ແມ່ນຫຍັງ? ເລື່ອງທີ່ຕັດສິນໃຈຕາມແບບປະຊາທິປະໄຕ ສອດຄ່ອງກັບຄວາມຈິງໂດຍອັດຕະໂນມັດບໍ? ພວກມັນເປັນຕົວແທນຂອງພຣະເຈົ້າໂດຍອັດຕະໂນມັດບໍ? ຖ້າປະຊາທິປະໄຕຄືຄວາມຈິງ, ກໍຄົງຈະບໍ່ຈຳເປັນຕ້ອງໃຫ້ພຣະເຈົ້າສະແດງຄວາມຈິງອອກມາ; ພຽງແຕ່ປ່ອຍໃຫ້ປະຊາທິປະໄຕປົກຄອງກໍພຽງພໍແລ້ວບໍ່ແມ່ນບໍ? ບໍ່ວ່າມະນຸດຊາດທີ່ເສື່ອມຊາມຈະປະຕິບັດປະຊາທິປະໄຕແນວໃດກໍຕາມ, ມັນກໍບໍ່ສາມາດສ້າງຄວາມຈິງຂຶ້ນມາຜ່ານການປະຕິບັດປະຊາທິປະໄຕໄດ້. ຄວາມຈິງມາຈາກພຣະເຈົ້າ, ມາຈາກການສະແດງອອກຂອງພຣະຄຣິສ. ບໍ່ວ່າວິທີການຂອງມະນຸດຈະສອດຄ່ອງກັບແນວຄວາມຄິດ ຫຼື ລົດສະນິຍົມຂອງມະນຸດຫຼາຍສໍ່າໃດກໍຕາມ, ມັນກໍບໍ່ສາມາດເປັນຕົວແທນຂອງຄວາມຈິງໄດ້. ນີ້ຄືຂໍ້ເທັດຈິງ. ແກ່ນແທ້ຂອງວິທີການຂອງຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍຄື ການກີດກັນພຣະຄຣິສອອກໄປຂ້າງນອກຢ່າງສິ້ນເຊີງ ພາຍໃຕ້ຂໍ້ອ້າງຂອງການທີ່ຄວາມຈິງກຳອຳນາດ, ເພື່ອແທນທີ່ພຣະຄຣິສດ້ວຍປະຊາທິປະໄຕ ແລະ ແທນທີ່ການປົກຄອງຂອງພຣະຄຣິສດ້ວຍວິທີການໂອ້ລົມແບບລວມໝູ່ ແລະ ການປົກຄອງແບບປະຊາທິປະໄຕ. ທຳມະຊາດ ແລະ ຜົນສະທ້ອນຂອງສິ່ງນີ້ສາມາດແຍກແຍະໄດ້ງ່າຍບໍ? ຄົນທີ່ມີຄວາມຮັບຮູ້ໄວຄວນຈະສາມາດເບິ່ງເຫັນສິ່ງເຫຼົ່ານີ້ໄດ້. ຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສບໍ່ແມ່ນຜູ້ທີ່ອ່ອນນ້ອມຕໍ່ພຣະຄຣິສ ແຕ່ແມ່ນຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະອົງ. ບໍ່ວ່າພຣະຄຣິສຈະໂອ້ລົມຫຍັງໃນຄຣິສຕະຈັກ, ເຖິງແມ່ນວ່າພວກເຂົາຈະຟັງ ແລະ ເຂົ້າໃຈ, ຜູ້ຄົນກໍຖືວ່າມັນເປັນພຽງລົມພັດຜ່ານຫູ ແລະ ບໍ່ເຕັມໃຈທີ່ຈະຈັດຕັ້ງປະຕິບັດມັນ. ແທນທີ່ຈະເປັນແນວນັ້ນ, ພວກເຂົາກັບໃສ່ໃຈສິ່ງທີ່ຜູ້ນໍາປອມ ແລະ ພວກຕໍ່ຕ້ານພຣະຄຣິສເວົ້າ; ໃນທີ່ສຸດແລ້ວ, ຄຳເວົ້າຂອງຄົນເຫຼົ່ານັ້ນຕ່າງຫາກທີ່ສຳຄັນ. ການທີ່ຜູ້ຄົນຈະສາມາດປະຕິບັດຕາມພຣະທຳຂອງພຣະຄຣິສໄດ້ ຫຼື ບໍ່ນັ້ນ ແມ່ນຂຶ້ນກັບການຕັດສິນໃຈຂອງຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ ແລະ ຄົນສ່ວນໃຫຍ່ກໍມີແນວໂນ້ມທີ່ຈະເຮັດຕາມພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິສຈັດຕັ້ງປະຕິບັດການເຝົ້າລະວັງວຽກງານຂອງຄຣິສຕະຈັກຢ່າງເຂັ້ມງວດ, ໂດຍອະນຸຍາດໃຫ້ຕົນເອງເທົ່ານັ້ນຕັດສິນໃຈ ແລະ ບໍ່ຍອມໃຫ້ພຣະເຈົ້າມີສິດອອກສຽງ ຫຼື ກຳອຳນາດ. ພວກເຂົາຄິດວ່າ: “ພຣະຄຣິສມາທີ່ນີ້ພຽງເພື່ອມາກວດກາວຽກງານເທົ່ານັ້ນ. ເຈົ້າສາມາດເວົ້າສ່ວນຂອງເຈົ້າ ແລະ ຈັດແຈງວຽກງານໄດ້, ແຕ່ວິທີການຈັດຕັ້ງປະຕິບັດນັ້ນແມ່ນຂຶ້ນກັບພວກຂ້ອຍ. ຢ່າມາແຊກແຊງວຽກງານຂອງພວກຂ້ອຍ.” ນີ້ບໍ່ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດບໍ? ຜູ້ຕໍ່ຕ້ານພຣະຄຣິສມັກເວົ້າຢູ່ສະເໝີວ່າ “ອ້າຍເອື້ອຍນ້ອງທຸກຄົນໄດ້ໂອ້ລົມກັນແລ້ວ” ຫຼື “ອ້າຍເອື້ອຍນ້ອງທຸກຄົນໄດ້ບັນລຸຄວາມເຫັນດີເຫັນພ້ອມແລ້ວ”, ຜູ້ທີ່ເວົ້າແບບນັ້ນເຂົ້າໃຈຄວາມຈິງແທ້ບໍ? ອ້າຍເອື້ອຍນ້ອງທັງຫຼາຍແມ່ນໃຜ? ພວກເຂົາບໍ່ແມ່ນພຽງແຕ່ກຸ່ມຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກບໍ? ພວກເຂົາເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ພວກເຂົາຄອບຄອງຄວາມເປັນຈິງຄວາມຈິງຫຼາຍສໍ່າໃດ? ພວກເຂົາສາມາດເປັນຕົວແທນຂອງພຣະຄຣິສໄດ້ບໍ? ພວກເຂົາເປັນຕົວແທນຂອງຄວາມຈິງບໍ? ພວກເຂົາສາມາດເປັນໂຄສົກຂອງຄວາມຈິງໄດ້ບໍ? ພວກເຂົາມີຄວາມສຳພັນໃດໆກັບຄວາມຈິງບໍ? (ບໍ່.) ເນື່ອງຈາກບໍ່ມີຄວາມສຳພັນ, ເປັນຫຍັງຜູ້ທີ່ເວົ້າແບບນັ້ນຈຶ່ງຖືວ່າອ້າຍເອື້ອຍນ້ອງສູງສົ່ງທີ່ສຸດຢູ່ສະເໝີ? ເປັນຫຍັງພວກເຂົາຈຶ່ງບໍ່ຍົກຍ້ອງ ແລະ ເປັນພະຍານໃຫ້ພຣະເຈົ້າ? ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າ ແລະ ກະທຳຕາມຄວາມຈິງ? ຜູ້ທີ່ເວົ້າແບບນັ້ນບໍ່ແມ່ນຄົນທີ່ໄຮ້ສາລະບໍ? ຫຼັງຈາກອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາມາເປັນເວລາຫຼາຍປີ, ພວກເຂົາກໍບໍ່ເຂົ້າໃຈຄວາມຈິງໃດໆ ແລະ ບໍ່ສາມາດເບິ່ງເຫັນວ່າອ້າຍເອື້ອຍນ້ອງທີ່ແທ້ຈິງແມ່ນຫຍັງ. ພວກເຂົາບໍ່ໄດ້ຕາບອດບໍ? ຕອນນີ້, ທຸກຄົນໄດ້ຖືກຈັດຕາມປະເພດຂອງພວກເຂົາແລ້ວ; ຫຼາຍຄົນໄດ້ເປີດເຜີຍລັກສະນະຂອງພວກເຂົາ, ພວກເຂົາລ້ວນແລ້ວແຕ່ເປັນພວກຂອງຊາຕານ, ພວກເຂົາເປັນສັດເດຍລະສານຢ່າງແທ້ຈິງ. ພວກເຈົ້າເບິ່ງສິ່ງນີ້ບໍ່ອອກຢ່າງຊັດເຈນບໍ? ພວກເຈົ້າບໍ່ມີຄວາມຈິງເລີຍ! ບາງຄົນບໍ່ເຕັມໃຈທີ່ຈະຟັງເຮົາໄຈ້ແຍກຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາເວົ້າວ່າ: “ໂອ້, ຢ່າເວົ້າເຖິງເລື່ອງເລັກນ້ອຍຢ່າງຜູ້ຕໍ່ຕ້ານພຣະຄຣິສຢູ່ຕະຫຼອດເວລາແມ; ມັນໜ້າອາຍ. ເປັນຫຍັງເຈົ້າຈຶ່ງໄຈ້ແຍກຜູ້ຕໍ່ຕ້ານພຣະຄຣິສຢູ່ສະເໝີ?” ການບໍ່ໄຈ້ແຍກພວກເຂົາຈະດີບໍ? ພວກເຂົາຕ້ອງຖືກໄຈ້ແຍກດ້ວຍວິທີນີ້ເພື່ອສອນໃຫ້ຜູ້ຄົນແຍກແຍະໄດ້. ຖ້າບໍ່ດັ່ງນັ້ນ, ເມື່ອຜູ້ຕໍ່ຕ້ານພຣະຄຣິສປາກົດຕົວຂຶ້ນ, ພວກເຂົາກໍຈະປ່ອຍຄວາມເຊື່ອນອກຮີດ ແລະ ຄວາມເຊື່ອທີ່ຜິດໆອອກມາຢ່າງຫຼວງຫຼາຍ, ເຮັດໃຫ້ຜູ້ຄົນຈຳນວນຫຼາຍຫຼົງຜິດ ແລະ ເຖິງຂັ້ນຄວບຄຸມຄຣິສຕະຈັກ ແລະ ສ້າງຕັ້ງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງຂຶ້ນມາ. ພວກເຈົ້າເຫັນຢ່າງຊັດເຈນແລ້ວບໍວ່າ ຜົນສະທ້ອນຂອງເລື່ອງນີ້ຮ້າຍແຮງສໍ່າໃດ? ວ່າງກີ້ນີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບວ່າ ການທີ່ຄວາມຈິງກຳອຳນາດແມ່ນຫຍັງ. ຜ່ານການໂອ້ລົມ, ຜູ້ຄົນໄດ້ເຫັນວິທີການທີ່ໄຮ້ສາລະ ແລະ ມຸມມອງທີ່ໂງ່ຈ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສຢາກກຳອຳນາດດ້ວຍຕົນເອງຢູ່ສະເໝີ ແລະ ບໍ່ຢາກໃຫ້ພຣະຄຣິສກຳອຳນາດ, ດັ່ງນັ້ນ ພວກເຂົາຈຶ່ງປ່ຽນການປົກຄອງຂອງຄວາມຈິງໃຫ້ເປັນຮູບແບບປະຊາທິປະໄຕ, ໂດຍສະໜັບສະໜູນວ່າ ການທີ່ທຸກຄົນປຶກສາຫາລືກັນກ່ຽວກັບເລື່ອງຕ່າງໆນັ້ນຄືການທີ່ຄວາມຈິງກຳອຳນາດ. ບໍ່ມີກົນອຸບາຍຂອງຊາຕານຢູ່ໃນນີ້ບໍ? ຄວາມຈິງແມ່ນສິ່ງທີ່ທຸກຄົນສາມາດບັນລຸໄດ້ຜ່ານການພິຈາລະນາຢ່າງຮອບຄອບບໍ? ຄວາມຈິງຖືກສະແດງອອກໂດຍພຣະເຈົ້າ ແລະ ມີຕົ້ນກຳເນີດມາຈາກພຣະເຈົ້າ. ເປັນຫຍັງພວກເຈົ້າຈຶ່ງບໍ່ສາມາດປະຕິບັດພຣະທຳຂອງພຣະເຈົ້າໄດ້ໂດຍກົງ, ອ່ອນນ້ອມຕໍ່ພຣະເຈົ້າໂດຍກົງ ແລະ ອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າໂດຍກົງ? ເປັນຫຍັງຄຳສັ່ງຂອງພຣະຄຣິສຈຶ່ງຕ້ອງຖືກກຳນົດຜ່ານການພິຈາລະນາຢ່າງຮອບຄອບຂອງທຸກຄົນ? ນີ້ບໍ່ແມ່ນແຜນການຂອງຊາຕານບໍ? ຜູ້ຕໍ່ຕ້ານພຣະຄຣິສມັກປ່ອຍທິດສະດີຊຸດໜຶ່ງອອກມາເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ບໍ່ວ່າພວກເຂົາຈະຈັດຕັ້ງປະຕິບັດໜ້າວຽກໃດກໍຕາມ, ພວກເຂົາກໍເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ, ເຊິ່ງລະເມີດຫຼັກການຄວາມຈິງຢ່າງສິ້ນເຊີງ. ເມື່ອເບິ່ງຈາກການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ, ອຸປະນິໄສຂອງພວກເຂົາແມ່ນຫຍັງແທ້? ພວກເຂົາເປັນຄົນທີ່ຮັກສິ່ງທີ່ເປັນບວກ ແລະ ຮັກຄວາມຈິງບໍ? ພວກເຂົາມີຄວາມອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າບໍ? (ບໍ່.) ແກ່ນແທ້ຂອງພວກເຂົາຄືການເບື່ອໜ່າຍ ແລະ ກຽດຊັງຄວາມຈິງ. ຍິ່ງໄປກວ່ານັ້ນ, ພວກເຂົາອວດດີຫຼາຍຈົນສູນເສຍຄວາມມີເຫດຜົນທັງໝົດ, ເຖິງຂັ້ນຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນພື້ນຖານທີ່ຜູ້ຄົນຄວນມີ. ຄົນເຊັ່ນນີ້ບໍ່ສົມຄວນຖືກເອີ້ນວ່າມະນຸດ. ເວົ້າໄດ້ພຽງແຕ່ວ່າ ພວກເຂົາເປັນພວກຂອງຊາຕານ; ພວກເຂົາເປັນມານຮ້າຍ. ຜູ້ໃດກໍຕາມທີ່ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ກໍເປັນມານຮ້າຍ, ນີ້ເປັນສິ່ງທີ່ບໍ່ຕ້ອງສົງໄສເລີຍ.
ຍັງມີບາງຄົນທີ່ມີທັດສະນະຄະຕິແບບບໍ່ຖ່ອມຕົວ ແລະ ບໍ່ອວດດີຕໍ່ພຣະທຳຂອງພຣະຄຣິສ. ພວກເຂົາບໍ່ສະແດງການຍອມຮັບຢ່າງເຕັມທີ່ ແລະ ກໍບໍ່ຕໍ່ຕ້ານເຊັ່ນກັນ. ເມື່ອພຣະຄຣິສກ່າວ, ໂອ້ລົມຄວາມຈິງ, ແຍກແຍະບຸກຄົນໜຶ່ງ ຫຼື ມອບໝາຍໜ້າວຽກ, ໂດຍທາງພາຍນອກ ພວກເຂົາເບິ່ງຄືວ່າກຳລັງຟັງ ແລະ ຈົດບັນທຶກໄວ້, ສະແດງຄວາມຈິງຈັງ ແລະ ໃຫ້ການຮ່ວມມື. ພວກເຂົາຈົດບັນທຶກຢ່າງລະອຽດກ່ຽວກັບທຸກສິ່ງ, ຂີດຂຽນເຄື່ອງໝາຍຕ່າງໆ, ເບິ່ງຄືວ່າມີຄວາມສົນໃຈໃນຄວາມຈິງຫຼາຍ ແລະ ໃຫ້ຄຸນຄ່າສູງຕໍ່ສິ່ງທີ່ພຣະຄຣິສກ່າວ, ຄືກັບວ່າພວກເຂົາຮັກຄວາມຈິງເປັນພິເສດ ແລະ ຈົງຮັກພັກດີຕໍ່ພຣະຄຣິສຢ່າງບໍ່ຫວັ່ນໄຫວ. ແຕ່ທັດສະນະຄະຕິຂອງຄົນດັ່ງກ່າວທີ່ມີຕໍ່ຄວາມຈິງ, ອຸປະນິໄສຂອງພວກເຂົາ ແລະ ແກ່ນແທ້ຂອງພວກເຂົາ ສາມາດເບິ່ງເຫັນໄດ້ຈາກປາກົດການພາຍນອກດັ່ງກ່າວໄດ້ບໍ? ບໍ່ໄດ້. ທາງພາຍນອກ ຄົນດັ່ງກ່າວເບິ່ງຄືວ່າກຳລັງຈົດບັນທຶກ ແລະ ຟັງຢູ່, ແຕ່ແທ້ຈິງແລ້ວ ພວກເຂົາກຳລັງຄິດຫຍັງຢູ່ໃນໃຈ? ເມື່ອພວກເຂົາເບິ່ງສິ່ງທີ່ພວກເຂົາຈົດໄວ້, ພວກເຂົາກັບຄິດວ່າ: “ທັງໝົດນີ້ແມ່ນຫຍັງ? ບໍ່ມີປະໂຫຍດຈັກແຖວ, ບໍ່ມີຫຍັງທີ່ເບິ່ງສູງສົ່ງ ຫຼື ສອດຄ່ອງກັບຄວາມຈິງ ແລະ ບໍ່ມີຫຍັງທີ່ເບິ່ງສົມເຫດສົມຜົນສຳລັບຂ້ອຍເລີຍ. ຂ້ອຍຈີກມັນຖິ້ມຊະດີບໍ!” ນີ້ບໍ່ແມ່ນທັດສະນະຄະຕິແບບໜຶ່ງບໍ? ເຮົາເຫັນຫຼາຍຄົນງຶກຫົວ ແລະ ສະແດງສີໜ້າຕ່າງໆໃນຂະນະທີ່ຟັງຄຳເທດສະໜາ, ພ້ອມທັງຈົດບັນທຶກໄປນຳ, ແຕ່ຫຼັງຈາກນັ້ນ, ພວກເຂົາກໍບໍ່ໄດ້ໃສ່ໃຈມັນຢ່າງຈິງຈັງເລີຍ. ພວກເຂົາບໍ່ຈື່ສິ່ງທີ່ພວກເຂົາຄວນຈັດຕັ້ງປະຕິບັດ, ທັງບໍ່ເກັບມັນໄວ້ໃນໃຈ ຫຼື ລົງມືເຮັດຕາມມັນ. ສ່ວນການປະຕິບັດສິ່ງທີ່ພວກເຂົາຄວນເຮັດນັ້ນ ຍິ່ງເປັນໄປບໍ່ໄດ້ທີ່ຈະເກີດຂຶ້ນ. ສິ່ງທີ່ພວກເຂົາຄວນຈັດຕັ້ງປະຕິບັດນັ້ນກ່ຽວຂ້ອງກັບວຽກງານຂອງເຮືອນຂອງພຣະເຈົ້າ ແລະ ໜ້າທີ່ຂອງພວກເຂົາ ແລະ ສິ່ງທີ່ພວກເຂົາຄວນເຂົ້າສູ່ນັ້ນກ່ຽວຂ້ອງກັບການເຂົ້າສູ່ສ່ວນຕົວຂອງພວກເຂົາ. ພວກເຂົາບໍ່ຈັດຕັ້ງປະຕິບັດສິ່ງທີ່ພວກເຂົາຄວນເຮັດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍບໍ່ໄດ້ໃສ່ໃຈການເຂົ້າສູ່ສ່ວນຕົວຂອງພວກເຂົາຢ່າງຈິງຈັງ. ພວກເຂົາເວົ້າວ່າ: “ມີການເວົ້າກັນວ່າ ທຸກປະໂຫຍກທີ່ພຣະຄຣິສກ່າວ ແລະ ສະແດງອອກມາຄືຄວາມຈິງ, ຄືສິ່ງທີ່ຜູ້ຄົນຄວນເຂົ້າສູ່, ວ່າມັນລ້ວນແລ້ວແຕ່ຄືຄວາມຈິງ, ຫົນທາງ ແລະ ຊີວິດ, ແຕ່ຂ້ອຍບໍ່ເຫັນຄວາມຈິງ ຫຼື ຫົນທາງໃດໆໃນສິ່ງທີ່ຂ້ອຍຈົດບັນທຶກໄວ້ໃນແຕ່ລະຄັ້ງ ແລະ ຂ້ອຍກໍບໍ່ຮູ້ສຶກວ່າມັນເປັນຊີວິດ. ດັ່ງນັ້ນ ຄຳເວົ້າທີ່ວ່າ ພຣະຄຣິສມີແກ່ນແທ້ຂອງພຣະເຈົ້າຈະເປັນຄວາມຈິງໄດ້ແນວໃດ? ມັນຈະເປັນຈິງໄດ້ແນວໃດ? ມັນຈະກົງກັບສິ່ງທີ່ຂ້ອຍເຫັນໄດ້ແນວໃດ? ມັນບໍ່ກົງກັນເລີຍ”. ບາງຄົນເວົ້າວ່າ: “ຖ້ານີ້ຄືທັດສະນະຄະຕິຂອງພວກເຂົາຫຼັງຈາກທີ່ໄດ້ຟັງ, ແລ້ວເປັນຫຍັງພວກເຂົາຈຶ່ງຈົດບັນທຶກໄວ້? ພວກເຂົາເບິ່ງຄືວ່າມີທັດສະນະຄະຕິທີ່ເໝາະສົມ, ຈິງຈັງ ແລະ ມີຄວາມຮັບຜິດຊອບ; ເກີດຫຍັງຂຶ້ນ?” ມີເຫດຜົນພຽງຢ່າງດຽວ. ຖ້າຄົນທີ່ບໍ່ຮັກຄວາມຈິງ ແລະ ເບື່ອໜ່າຍມັນທີ່ສຸດ ສາມາດສະແດງອອກວ່າຈິງຈັງ ແລະ ຕັ້ງໃຈເປັນພິເສດເມື່ອພຣະຄຣິສກ່າວ, ເຈດຕະນາດຽວຂອງພວກເຂົາກໍບໍ່ມີຫຍັງນອກເໜືອໄປຈາກການເຮັດແບບພໍເປັນພິທີຢ່າງບໍ່ເຕັມໃຈ, ບໍ່ແມ່ນການຍອມຮັບທີ່ແທ້ຈິງ. ທຸກຄັ້ງທີ່ພວກເຂົາອ່ານພຣະທຳຂອງພຣະເຈົ້າ ຫຼື ຕິດຕໍ່ພົວພັນກັບພຣະຄຣິສ ແລະ ສົນທະນາກັບພຣະອົງ, ສິ່ງທີ່ພວກເຂົາຮັບຮູ້ບໍ່ແມ່ນສິ່ງທີ່ເອີ້ນວ່າ ຄວາມສູງສົ່ງ, ຄວາມບໍ່ສາມາດຢັ່ງເຖິງ ຫຼື ຄວາມອັດສະຈັນຂອງພຣະເຈົ້າ ແຕ່ແມ່ນຄວາມສໍາພັນກັບຊີວິດຈິງ, ຄວາມເປັນປົກກະຕິ ແລະ ຄວາມຕ່ຳຕ້ອຍຂອງພຣະອົງ. ສະນັ້ນ, ຈາກມຸມມອງ ແລະ ຈຸດຢືນຂອງພວກເຂົາເອງ, ມັນເປັນໄປບໍ່ໄດ້ທີ່ພວກເຂົາຈະເຊື່ອມໂຍງຄຳເວົ້າຂອງຄົນທຳມະດາຄົນນີ້ກັບຄວາມຈິງ, ຫົນທາງ ຫຼື ຊີວິດ. ບໍ່ວ່າພວກເຂົາຈະເບິ່ງຄົນໆນີ້ແນວໃດ, ພວກເຂົາກໍເຫັນພຽງແຕ່ມະນຸດ; ພວກເຂົາບໍ່ສາມາດຖືວ່າພຣະອົງເປັນພຣະເຈົ້າ ຫຼື ພຣະຄຣິສໄດ້. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ສາມາດຖືວ່າຄຳເວົ້າທີ່ທຳມະດາທີ່ສຸດເຫຼົ່ານີ້ເປັນຄວາມຈິງທີ່ຈະຕ້ອງປະຕິບັດຕາມ, ນໍາໄປປະຕິບັດ ແລະ ໃຊ້ເປັນເຄື່ອງນຳທາງສຳລັບການດຳລົງຊີວິດ, ເປັນເປົ້າໝາຍສຳລັບການມີຊີວິດຢູ່ ແລະ ອື່ນໆ, ພວກເຂົາພົບວ່າມັນໜ້າອຶດອັດໃຈ. ພວກເຂົາເວົ້າວ່າ: “ເປັນຫຍັງຂ້ອຍຈຶ່ງບໍ່ເຫັນຄວາມຈິງໃດໆໃນຄຳເວົ້າທີ່ທຳມະດາເຫຼົ່ານີ້? ພວກເຈົ້າທຸກຄົນເຫັນມັນໄດ້ແນວໃດ? ນີ້ບໍ່ແມ່ນພຽງຄຳເວົ້າທຳມະດາບໍ? ມັນແມ່ນພາສາມະນຸດ, ຕົວໜັງສືມະນຸດ, ໄວຍາກອນມະນຸດ, ເຖິງຂັ້ນໃຊ້ວະລີ ແລະ ຄຳສັບຂອງມະນຸດ ແລະ ໄຈ້ແຍກຄຳສຸພາສິດ ແລະ ວັດທະນະທຳບາງຢ່າງຂອງມະນຸດ. ຄຳເວົ້າເຫຼົ່ານີ້ຈະບັນຈຸຄວາມຈິງໄດ້ແນວໃດ? ເປັນຫຍັງຂ້ອຍຈຶ່ງເບິ່ງບໍ່ເຫັນ? ເນື່ອງຈາກພວກເຈົ້າທຸກຄົນເວົ້າວ່າມັນເປັນຄວາມຈິງ, ແລ້ວຂ້ອຍກໍຈະເຮັດຕາມ ແລະ ເວົ້າຕາມຄົນອື່ນຄືນົກແກ້ວ; ຂ້ອຍຈະຈົດບັນທຶກ ເພາະວ່າທຸກຄົນກໍເຮັດແນວນັ້ນ, ແຕ່ໃນຂະນະທີ່ພວກເຈົ້າທຸກຄົນຖືວ່າລາວເປັນຄວາມຈິງ, ຂ້ອຍບໍ່ຄິດແນວນັ້ນຢ່າງແນ່ນອນ. ‘ຄວາມຈິງ’ ເປັນຄຳທີ່ສັກສິດ, ມັນຕ້ອງເປັນສິ່ງທີ່ສູງສົ່ງທີ່ສຸດ! ເມື່ອເວົ້າເຖິງຄວາມຈິງ, ມັນກ່ຽວຂ້ອງກັບພຣະເຈົ້າ ແລະ ເມື່ອມັນກ່ຽວຂ້ອງກັບພຣະເຈົ້າ, ມັນກໍຈະບໍ່ທຳມະດາ, ຕ່ຳຕ້ອຍ ແລະ ສາມັນປານນັ້ນ. ສະນັ້ນ, ບໍ່ວ່າຂ້ອຍຈະກວດສອບ ແລະ ວິເຄາະແນວໃດກໍຕາມ, ຂ້ອຍກໍບໍ່ພົບຮ່ອງຮອຍຂອງພຣະເຈົ້າໃນຕົວລາວເລີຍ. ຖ້າບໍ່ມີຮ່ອງຮອຍຂອງພຣະເຈົ້າໃນຕົວລາວ, ລາວຈະຊ່ວຍພວກເຮົາໃຫ້ລອດພົ້ນໄດ້ແນວໃດ? ມັນເປັນໄປບໍ່ໄດ້. ຖ້າຄຳເວົ້າຂອງລາວບໍ່ສາມາດຊ່ວຍ ພວກເຮົາໃຫ້ລອດພົ້ນ ຫຼື ເປັນປະໂຫຍດຕໍ່ພວກເຮົາ, ເປັນຫຍັງພວກເຮົາຈຶ່ງຄວນຕິດຕາມລາວ? ເປັນຫຍັງພວກເຮົາຈຶ່ງຄວນຈັດຕັ້ງປະຕິບັດຄຳເວົ້າຂອງລາວ? ເປັນຫຍັງພວກເຮົາຈຶ່ງຄວນດຳລົງຊີວິດດ້ວຍຄຳເວົ້າຂອງລາວ?” ຕອນນີ້ພວກເຂົາໄດ້ສະແດງທາດແທ້ຂອງພວກເຂົາໃນຖານະຜູ້ຕໍ່ຕ້ານພຣະຄຣິສແລ້ວ, ແມ່ນບໍ? (ແມ່ນແລ້ວ.) ຕັ້ງແຕ່ຕົ້ນຈົນຈົບ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດນັ້ນ ແມ່ນການກວດສອບ. ບໍ່ມີທັງການຍອມຮັບ ຫຼື ການອ່ອນນ້ອມໃນວິທີທີ່ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງການປະຕິບັດ ຫຼື ການມີປະສົບການກັບພຣະທຳເຫຼົ່ານັ້ນ. ແທນທີ່ຈະເປັນແນວນັ້ນ, ພວກເຂົາກັບປະຕິບັດຕໍ່ພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິແຫ່ງການຕໍ່ຕ້ານ, ການເປັນປໍລະປັກ ແລະ ການປະຕິເສດ. ພວກເຂົາຈົດບັນທຶກບາງຢ່າງແບບບໍ່ເຕັມໃຈ ເມື່ອພຣະຄຣິສກຳລັງສົນທະນາກັບຜູ້ຄົນ, ແຕ່ເລິກໆໃນໃຈແລ້ວ, ພວກເຂົາບໍ່ຍອມຮັບມັນແມ່ນແຕ່ໜ້ອຍດຽວ. ຫຼັງຈາກຕິດຕໍ່ພົວພັນກັບພຣະຄຣິສ, ບາງຄົນເວົ້າວ່າ: “ການເວົ້າ ແລະ ໂອ້ລົມກັບພຣະເຈົ້າແບບໜ້າຕໍ່ໜ້າມີຄວາມສຸກແທ້ໆ”. ຜູ້ຕໍ່ຕ້ານພຣະຄຣິສເວົ້າວ່າ: “ຂ້ອຍກໍຈະລອງເບິ່ງຄືກັນ. ຂ້ອຍຈະລົມກັບພຣະຄຣິສແບບໜ້າຕໍ່ໜ້າ ແລະ ເບິ່ງວ່າສີໜ້າ, ການກະທຳ ແລະ ຄຳເວົ້າຂອງພຣະຄຣິສຈະເປັນແນວໃດກັນແທ້ ເມື່ອລາວລົມກັບຄົນ. ຂ້ອຍຈະເບິ່ງວ່າ ຄົນເຮົາຈະໄດ້ຮັບ ຫຼື ຄົ້ນພົບຫຍັງຈາກສິ່ງນັ້ນ, ມັນເປັນປະໂຫຍດສຳລັບຄົນທີ່ຈະວາງພື້ນຖານ ແລະ ຢືນຢັນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ລາວໃນຖານະພຣະເຈົ້າທີ່ແທ້ຈິງ ຫຼື ບໍ່”. ດ້ວຍທັດສະນະຄະຕິແບບນັ້ນທີ່ມີຕໍ່ພຣະຄຣິສ ແລະ ພຣະທຳຂອງພຣະອົງ, ພວກເຂົາຈະມີການປະຕິບັດ ຫຼື ການຈັດຕັ້ງປະຕິບັດທີ່ແທ້ຈິງໄດ້ບໍ? ບໍ່, ພວກເຂົາບໍ່ມີ. ພວກເຂົາບໍ່ມີຫຍັງນອກເໜືອໄປຈາກຜູ້ຊົມທີ່ມາເບິ່ງຄວາມຕື່ນເຕັ້ນ, ພວກເຂົາບໍ່ໄດ້ມາທີ່ນີ້ເພື່ອສະແຫວງຫາຄວາມຈິງເລີຍ. ພວກເຈົ້າຄິດວ່າທັດສະນະຄະຕິທີ່ຄົນເຫຼົ່ານີ້ປະຕິບັດຕໍ່ພຣະຄຣິສ ແລະ ສົນທະນາກັບພຣະອົງນັ້ນ ຄ້າຍຄືກັບກຸ່ມແມ່ຍິງແຖວບ້ານທີ່ລົມກັນຢູ່ລະບຽງບໍ ເຊິ່ງການເວົ້າກັບໃຜກໍບໍ່ຈຳເປັນຕ້ອງມີຄວາມຈິງຈັງ ແລະ ທຸກຄົນກໍພຽງແຕ່ເວົ້າສິ່ງທີ່ພວກເຂົາຢາກເວົ້າບໍ? ຄົນເຫຼົ່ານີ້ປະຕິບັດຕໍ່ພຣະຄຣິສດ້ວຍວິທີດຽວກັນ: “ເຈົ້າສະແດງມຸມມອງຂອງເຈົ້າ, ຂ້ອຍຈະຍຶດໝັ້ນໃນມຸມມອງຂອງຂ້ອຍ. ຕ່າງຄົນຕ່າງຢູ່; ເຈົ້າບໍ່ຕ້ອງຫວັງວ່າຈະໂນ້ມນ້າວຂ້ອຍໄດ້ ແລະ ຂ້ອຍກໍຈະບໍ່ຍອມຮັບສິ່ງທີ່ເຈົ້າເວົ້າຢ່າງແນ່ນອນ”. ນັ້ນບໍ່ແມ່ນທັດສະນະຄະຕິແບບນັ້ນບໍ? ທັດສະນະຄະຕິນີ້ແມ່ນຫຍັງ? (ດູຖູກ ແລະ ບໍ່ເຄົາລົບ.) ຄົນເຫຼົ່ານີ້ແປກປະຫຼາດ. ເນື່ອງຈາກເຈົ້າບໍ່ຮັບຮູ້ວ່າພຣະຄຣິສຄືເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ, ແລ້ວເປັນຫຍັງເຈົ້າຈຶ່ງເຊື່ອ ແລະ ຕິດຕາມພຣະອົງ? ຖ້າເຈົ້າບໍ່ເຊື່ອ, ເປັນຫຍັງບໍ່ພຽງແຕ່ອອກໄປ ແລະ ກໍຈົບເລື່ອງໄປ? ໃຜບັງຄັບໃຫ້ເຈົ້າເຊື່ອ? ບໍ່ມີໃຜບັງຄັບໃຫ້ເຈົ້າເຊື່ອໃນພຣະເຈົ້າ; ມັນເປັນການເລືອກຂອງເຈົ້າເອງ.
ເມື່ອບາງຄົນຟັງການໂອ້ລົມຂອງເຮົາກ່ຽວກັບເລື່ອງໃດໜຶ່ງ, ພວກເຂົາກໍເກີດມີແນວຄິດທີ່ແຕກຕ່າງກັນຢ່າງໄວວາ: “ເຈົ້າຄິດແບບນັ້ນ, ແຕ່ຂ້ອຍຄິດແບບນີ້. ເຈົ້າມີຄວາມຄິດຂອງເຈົ້າກ່ຽວກັບແຕ່ລະເລື່ອງ ແລະ ຂ້ອຍກໍມີຄວາມຄິດຂອງຂ້ອຍ; ທຸກຄົນຕ່າງກໍມີຄວາມຄິດເປັນຂອງຕົນເອງ”. ສິ່ງທີ່ຖືກສ້າງປະເພດໃດທີ່ຈະເວົ້າແບບນີ້? ເມື່ອພຣະເຈົ້າສະໜອງຄວາມຈິງໃຫ້ແກ່ຜູ້ຄົນ, ມັນແມ່ນການໂຕ້ຖຽງແບບໜຶ່ງບໍ? ພຣະທຳຂອງພຣະເຈົ້າແມ່ນທິດສະດີທາງວິຊາການບໍ? (ບໍ່.) ແລ້ວພຣະທຳເຫຼົ່ານັ້ນແມ່ນຫຍັງ? (ພວກມັນແມ່ນຄວາມຈິງ.) ເວົ້າແບບເຈາະຈົງກວ່ານັ້ນ. (ພວກມັນແມ່ນຫຼັກການ ແລະ ທິດທາງສຳລັບການປະພຶດຕົນຂອງມະນຸດ, ແມ່ນສິ່ງຈຳເປັນສຳລັບຊີວິດຂອງຜູ້ຄົນ.) ເປັນຫຍັງພວກເຮົາຈຶ່ງເວົ້າວ່າ ພຣະເຈົ້າສະໜອງຄວາມຈິງໃຫ້ແກ່ຜູ້ຄົນ? ເຄີຍມີກ່າວໄວ້ບໍວ່າ ພຣະອົງສະໜອງຄວາມຮູ້? (ບໍ່.) ເປັນຫຍັງພວກເຮົາຈຶ່ງເວົ້າວ່າ ພຣະທຳຂອງພຣະເຈົ້າມີໄວ້ໃຫ້ຜູ້ຄົນກິນ ແລະ ດື່ມ? ພຣະທຳຂອງພຣະເຈົ້າປຽບເໝືອນອາຫານຂອງຜູ້ຄົນ; ພວກມັນສາມາດຫຼໍ່ລ້ຽງຮ່າງກາຍຂອງເຈົ້າ ແລະ ເຮັດໃຫ້ເຈົ້າມີຊີວິດຢູ່ໄດ້ ແລະ ຍິ່ງໄປກວ່ານັ້ນ, ພວກມັນເຮັດໃຫ້ເຈົ້າມີຊີວິດຢູ່ໄດ້ດີ, ພວກມັນເຮັດໃຫ້ເຈົ້າມີຊີວິດຢູ່ດ້ວຍຄວາມເໝືອນມະນຸດ. ພວກມັນແມ່ນຊີວິດສຳລັບຄົນໆໜຶ່ງ! ພຣະທຳຂອງພຣະເຈົ້າບໍ່ແມ່ນຮູບແບບໜຶ່ງຂອງຄວາມຮູ້, ການໂຕ້ຖຽງ ຫຼື ຄຳເວົ້າ. ຄວາມຮູ້, ການໂຕ້ຖຽງ ແລະ ວັດທະນະທຳດັ່ງເດີມຂອງມະນຸດ ສາມາດເຮັດໃຫ້ຜູ້ຄົນເສື່ອມຊາມເທົ່ານັ້ນ. ຜູ້ຄົນສາມາດມີຊີວິດຢູ່ໄດ້ໂດຍມີ ຫຼື ບໍ່ມີສິ່ງເຫຼົ່ານັ້ນ, ແຕ່ຖ້າຄົນໃດໜຶ່ງປາຖະໜາທີ່ຈະມີຊີວິດຢູ່ ແລະ ກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ ແລະ ໄດ້ມາດຕະຖານ, ພວກເຂົາຈະເຮັດແນວນັ້ນບໍ່ໄດ້ຖ້າປາສະຈາກຄວາມຈິງ. ແລ້ວຄວາມຈິງແມ່ນຫຍັງແທ້? (ມັນແມ່ນເກນສຳລັບການປະພຶດຕົນ, ສຳລັບການກະທຳ ແລະ ສຳລັບການນະມັດສະການພຣະເຈົ້າ.) ຖືກຕ້ອງ, ນັ້ນເຈາະຈົງກວ່າ. ຜູ້ຕໍ່ຕ້ານພຣະຄຣິສເບິ່ງແບບນີ້ບໍ? ພວກເຂົາບໍ່ຍອມຮັບຂໍ້ເທັດຈິງຂໍ້ນີ້. ພວກເຂົາຄັດຄ້ານ, ຕໍ່ຕ້ານ ແລະ ກ່າວໂທດຂໍ້ເທັດຈິງຂໍ້ນີ້, ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດໄດ້ຮັບຄວາມຈິງ. ໃນຄວາມຄິດ ແລະ ມຸມມອງຂອງພວກເຂົາ, ພວກເຂົາຄິດວ່າ: “ເຈົ້າກໍເປັນພຽງຄົນທຳມະດາ. ເຈົ້າເວົ້າສິ່ງໜຶ່ງ ແລະ ຄົນອື່ນກໍໄປປະຕິບັດຕາມຄຳເວົ້າຂອງເຈົ້າ, ແລ້ວເປັນຫຍັງຂ້ອຍຈຶ່ງເວົ້າສິ່ງທີ່ຖືກຕ້ອງ ແລະ ໃຫ້ຜູ້ຄົນໄປປະຕິບັດຕາມບໍ່ໄດ້ຄືກັນ? ເປັນຫຍັງສິ່ງທີ່ເຈົ້າເວົ້າຈຶ່ງຖືກຕ້ອງຢູ່ສະເໝີ ແລະ ສິ່ງທີ່ຂ້ອຍເວົ້າຈຶ່ງຜິດຢູ່ສະເໝີ? ເປັນຫຍັງຄຳເວົ້າຂອງເຈົ້າຈຶ່ງຖືວ່າເປັນຄວາມຈິງ ໃນຂະນະທີ່ຄຳເວົ້າຂອງຂ້ອຍຖືວ່າເປັນຄວາມຮູ້ ແລະ ຫຼັກຄຳສອນ?” ມັນບໍ່ໄດ້ອີງໃສ່ສິ່ງໃດເລີຍ, ມັນຄືຂໍ້ເທັດຈິງ ແລະ ນັ້ນຖືກກຳນົດໂດຍແກ່ນແທ້. ພຣະຄຣິສຄືເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ ແລະ ແກ່ນແທ້ຂອງພຣະອົງຄືພຣະເຈົ້າ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້; ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະປະຕິເສດທີ່ຈະຮັບຮູ້ ຫຼື ຍອມຮັບມັນ, ພວກເຂົາກໍບໍ່ສາມາດປະຕິເສດມັນໄດ້. ຊ່ວງເວລາທີ່ມະນຸດຫັນໜີຈາກພຣະຄຣິສ ແລະ ປະຕິເສດພຣະອົງ, ຄືຊ່ວງເວລາແຫ່ງຄວາມພິນາດຂອງມະນຸດ. ຖ້າປາສະຈາກພຣະຄຣິສ ແລະ ພຣະທຳຂອງພຣະອົງ, ບໍ່ມີໃຜສາມາດໄດ້ຮັບຄວາມລອດພົ້ນໄດ້. ນີ້ບໍ່ແມ່ນຂໍ້ເທັດຈິງບໍ? (ແມ່ນແລ້ວ.) ຄຳເວົ້າ ແລະ ທິດສະດີຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນສາມາດນຳການເສີມສ້າງແບບໃດມາສູ່ຜູ້ຄົນ? ຖ້າຜູ້ຄົນບໍ່ຍອມຮັບສິ່ງເຫຼົ່ານັ້ນ, ພວກເຂົາຈະສູນເສຍຫຍັງບໍ? ບໍ່, ຈະບໍ່ມີການສູນເສຍໃດໆ. ຄຳເວົ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ມີອິດທິພົນທາງບວກຕໍ່ຜູ້ໃດເລີຍ, ແຕ່ກັບມີຜົນກະທົບທາງລົບຢ່າງຫຼວງຫຼາຍ. ຖ້າພຣະຄຣິສບໍ່ໄດ້ກ່າວແມ່ນແຕ່ປະໂຫຍກດຽວ ແລະ ພຽງແຕ່ມາເພື່ອດຳລົງຊີວິດທີ່ປົກກະຕິເປັນເວລາຫຼາຍປີກ່ອນທີ່ຈະຈາກໄປ, ມະນຸດຊາດຈະໄດ້ຮັບຫຍັງ? ນອກຈາກການແບກຫາມໄມ້ກາງແຂນແລ້ວ, ມະນຸດຊາດຈະໄດ້ຮັບຫຍັງອີກ? ພວກເຂົາກໍຍັງຈະດຳລົງຊີວິດຢູ່ໃນຄວາມບາບ, ສາລະພາບ ແລະ ກັບໃຈ, ຕິດກັບດັກໃນຄວາມບາບຢ່າງບໍ່ສາມາດຫຼຸດພົ້ນໄດ້, ກາຍເປັນຄົນເສື່ອມຊາມຂຶ້ນເລື້ອຍໆ ແລະ ໃນທີ່ສຸດ, ເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ, ພວກເຂົາທັງໝົດກໍຈະຖືກທຳລາຍ. ນັ້ນຄືສິ່ງທີ່ຈະເກີດຂຶ້ນກັບມະນຸດຊາດ. ແຕ່ພຣະຄຣິສໄດ້ມາ, ສະແດງທຸກຄຳເວົ້າທີ່ພຣະເຈົ້າຕັ້ງໃຈຈະກ່າວຕໍ່ມະນຸດ, ສະໜອງຄວາມຈິງທັງໝົດທີ່ມະນຸດຕ້ອງການ ແລະ ເປີດເຜີຍໃຫ້ມະນຸດເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນ. ສິ່ງນີ້ບໍ່ໄດ້ນຳມາເຊິ່ງຈຸດປ່ຽນສຳລັບມະນຸດບໍ? ເວົ້າອີກຢ່າງໜຶ່ງກໍຄື ພຣະທຳຂອງພຣະຄຣິສບໍ່ໄດ້ສ້າງຈຸດປ່ຽນສຳລັບມະນຸດບໍ? (ແມ່ນແລ້ວ.) ຈຸດປ່ຽນນີ້ແມ່ນຫຍັງ? ໂດຍຫຼັກໆແລ້ວ, ມັນຄືການປ່ຽນຈາກການທີ່ມະນຸດປະເຊີນກັບການກ່າວໂທດ ແລະ ການທຳລາຍ ມາເປັນການມີໂອກາດ ແລະ ຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ນັ້ນບໍ່ແມ່ນຈຸດປ່ຽນບໍ? ຄວາມຫວັງຂອງຜູ້ຄົນໄດ້ມາເຖິງແລ້ວ; ພວກເຂົາເຫັນແສງອາລຸນ ແລະ ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ລອດຊີວິດ. ເມື່ອພຣະເຈົ້າທຳລາຍ ແລະ ລົງໂທດມະນຸດຊາດ, ພວກເຂົາກໍສາມາດຫຼີກລ່ຽງການທຳລາຍ ແລະ ການລົງໂທດໄດ້. ສະນັ້ນ, ສຳລັບມະນຸດຊາດທີ່ສາມາດລອດຊີວິດໄດ້, ພຣະຄຣິສ ແລະ ພຣະທຳຂອງພຣະອົງເປັນສິ່ງທີ່ດີ ຫຼື ບໍ່ດີ? (ສິ່ງທີ່ດີ.) ສິ່ງເຫຼົ່ານັ້ນເປັນສິ່ງທີ່ດີ. ການທີ່ຜູ້ຕໍ່ຕ້ານພຣະຄຣິສເປັນປໍລະປັກ ແລະ ກຽດຊັງພຣະຄຣິສອົງນີ້ ເຊິ່ງເປັນຄົນທຳມະດາຄົນນີ້ຫຼາຍຂະໜາດນີ້ ແມ່ນຖືກກຳນົດໂດຍແກ່ນແທ້ຂອງພວກເຂົາ.
ຍັງມີອີກການສະແດງອອກໜຶ່ງຂອງຜູ້ຕໍ່ຕ້ານພຣະຄຣິສໃນການປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ: ພວກເຂົາເວົ້າວ່າ: “ທັນທີທີ່ຂ້ອຍເຫັນວ່າພຣະຄຣິສເປັນຄົນທຳມະດາ, ກໍເກີດມີແນວຄິດຂຶ້ນໃນໃຈຂອງຂ້ອຍ. “ພຣະທຳປາກົດໃນເນື້ອໜັງ” ແມ່ນການສະແດງອອກຂອງພຣະເຈົ້າ; ມັນແມ່ນຄວາມຈິງ ແລະ ຂ້ອຍກໍຍອມຮັບມັນ. ຂ້ອຍມີປຶ້ມ “ພຣະທຳປາກົດໃນເນື້ອໜັງ” ຫົວໜຶ່ງ ແລະ ນັ້ນກໍພຽງພໍແລ້ວ. ຂ້ອຍບໍ່ຈຳເປັນຕ້ອງຕິດຕໍ່ກັບພຣະຄຣິສ. ຖ້າຂ້ອຍມີແນວຄິດ, ຄວາມເປັນລົບ ຫຼື ຄວາມອ່ອນແອ, ຂ້ອຍກໍສາມາດແກ້ໄຂພວກມັນໄດ້ໂດຍການອ່ານພຣະທຳຂອງພຣະເຈົ້າ. ມັນງ່າຍທີ່ຈະເກີດມີແນວຄິດ ຖ້າຂ້ອຍຕິດຕໍ່ກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ສິ່ງນີ້ຈະເປີດເຜີຍວ່າ ຂ້ອຍເສື່ອມຊາມຢ່າງໜັກ. ຖ້າບັງເອີນຂ້ອຍຖືກພຣະເຈົ້າກ່າວໂທດ, ຂ້ອຍກໍຈະບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ດັ່ງນັ້ນ, ມັນຈະດີກວ່າຖ້າຂ້ອຍພຽງແຕ່ອ່ານພຣະທຳຂອງພຣະເຈົ້າດ້ວຍຕົນເອງ. ພຣະເຈົ້າໃນສະຫວັນຕ່າງຫາກທີ່ສາມາດຊ່ວຍໃຫ້ຜູ້ຄົນລອດພົ້ນໄດ້”. ພຣະທຳ ແລະ ການໂອ້ລົມຂອງພຣະເຈົ້າໃນປັດຈຸບັນ, ໂດຍສະເພາະຄຳເວົ້າທີ່ເປີດໂປງອຸປະນິໄສ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ຄືສິ່ງທີ່ສຽບແທງຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສຫຼາຍທີ່ສຸດ ແລະ ເຈັບປວດທີ່ສຸດສຳລັບພວກເຂົາ. ສິ່ງເຫຼົ່ານີ້ຄືຄຳເວົ້າທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ເຕັມໃຈທີ່ຈະອ່ານຫຼາຍທີ່ສຸດ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງປາຖະໜາໃນໃຈໃຫ້ພຣະເຈົ້າຈາກໂລກນີ້ໄປໄວໆ, ເພື່ອໃຫ້ພວກເຂົາສາມາດປົກຄອງໂດຍອາໄສອຳນາດຂອງຕົນເອງໃນໂລກນີ້. ພວກເຂົາເຊື່ອວ່າ ເນື້ອໜັງທີ່ພຣະເຈົ້າບັງເກີດເປັນ ນັ້ນກໍຄືຄົນທຳມະດາຄົນນີ້, ເປັນສ່ວນເກີນສຳລັບພວກເຂົາ. ພວກເຂົາຄິດໄຕ່ຕອງຢູ່ສະເໝີວ່າ: “ກ່ອນທີ່ຈະຟັງຄຳເທດສະໜາຂອງພຣະຄຣິສ, ຂ້ອຍຮູ້ສຶກວ່າຂ້ອຍເຂົ້າໃຈທຸກຢ່າງ ແລະ ດີພ້ອມທຸກດ້ານ, ແຕ່ຫຼັງຈາກຟັງຄຳເທດສະໜາຂອງພຣະຄຣິສ, ມັນກັບຕ່າງອອກໄປ. ຕອນນີ້ຂ້ອຍຮູ້ສຶກຄືກັບວ່າຂ້ອຍບໍ່ມີຫຍັງເລີຍ, ຂ້ອຍຮູ້ສຶກວ່າຂ້ອຍຕ່ຳຕ້ອຍ ແລະ ໜ້າສົງສານຫຼາຍ”. ດັ່ງນັ້ນ, ພວກເຂົາຈຶ່ງຕັດສິນວ່າ ພຣະທຳຂອງພຣະຄຣິສບໍ່ໄດ້ເປີດໂປງພວກເຂົາ ແຕ່ເປີດໂປງຄົນອື່ນ ແລະ ຄິດວ່າບໍ່ຈຳເປັນຕ້ອງຟັງຄຳເທດສະໜາຂອງພຣະຄຣິສ, ການອ່ານ “ພຣະທຳປາກົດໃນເນື້ອໜັງ” ກໍພຽງພໍແລ້ວ. ໃນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ, ເຈດຕະນາຫຼັກຂອງພວກເຂົາຄືການປະຕິເສດຂໍ້ເທັດຈິງທີ່ພຣະເຈົ້າບັງເກີດເປັນມະນຸດ, ປະຕິເສດຂໍ້ເທັດຈິງທີ່ພຣະຄຣິສສະແດງຄວາມຈິງອອກມາ, ໂດຍຄິດວ່າດ້ວຍວິທີນີ້ ຈະມີຄວາມຫວັງສຳລັບພວກເຂົາທີ່ຈະໄດ້ຮັບຄວາມລອດພົ້ນຜ່ານຄວາມເຊື່ອຂອງຕົນໃນພຣະເຈົ້າ ແລະ ພວກເຂົາສາມາດປົກຄອງແບບກະສັດໃນຄຣິສຕະຈັກ, ດ້ວຍເຫດນີ້ຈຶ່ງຕອບສະໜອງເຈດຕະນາເບື້ອງຕົ້ນຂອງພວກເຂົາໃນການເຊື່ອໃນພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສມີທຳມະຊາດຂອງການຕໍ່ຕ້ານພຣະເຈົ້າຕິດໂຕມາແຕ່ເກີດ; ພວກເຂົາເຂົ້າກັນບໍ່ໄດ້ກັບພຣະເຈົ້າທີ່ບັງເກີດເປັນມະນຸດຄືກັບໄຟ ແລະ ນໍ້າ, ເຊິ່ງມີຄວາມຂັດແຍ່ງກັນຕະຫຼອດໄປ. ພວກເຂົາຄິດວ່າ ຕາບໃດທີ່ພຣະຄຣິສຍັງດຳລົງຢູ່, ມັນກໍຍາກສຳລັບພວກເຂົາທີ່ຈະມີມື້ໄດ້ໂດດເດັ່ນ ແລະ ພວກເຂົາຕົກຢູ່ໃນອັນຕະລາຍທີ່ຈະຖືກກ່າວໂທດ, ຖືກກຳຈັດ, ຖືກທຳລາຍ ແລະ ຖືກລົງໂທດ. ຕາບໃດທີ່ພຣະຄຣິສບໍ່ກ່າວ ແລະ ບໍ່ເຮັດວຽກ ແລະ ຕາບໃດທີ່ຜູ້ຄົນທີ່ພຣະເຈົ້າເລືອກບໍ່ນັບຖືພຣະຄຣິສ, ໂອກາດຂອງຜູ້ຕໍ່ຕ້ານພຣະຄຣິສກໍມາເຖິງພວກເຂົາແລ້ວ. ພວກເຂົາມີໂອກາດທີ່ຈະສະແດງຄວາມສາມາດຂອງພວກເຂົາ. ພຽງແຕ່ໂບກມື, ຝູງຊົນຈຳນວນຫຼາຍກໍຈະປ່ຽນໄປຢູ່ຝ່າຍພວກເຂົາ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍສາມາດປົກຄອງໄດ້ແບບກະສັດ. ທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຄືການເບື່ອໜ່າຍຄວາມຈິງ ແລະ ກຽດຊັງພຣະຄຣິສ. ພວກເຂົາແຂ່ງຂັນກັບພຣະຄຣິສວ່າໃຜມີພອນສະຫວັນຫຼາຍກວ່າ ຫຼື ໃຜມີຄວາມສາມາດຫຼາຍກວ່າກັນ; ພວກເຂົາແຂ່ງຂັນກັບພຣະຄຣິສວ່າຄຳເວົ້າຂອງໃຜມີອຳນາດຫຼາຍກວ່າ ແລະ ຄວາມສາມາດຂອງໃຜຍິ່ງໃຫຍ່ກວ່າກັນ. ໃນຂະນະທີ່ພວກເຂົາກຳລັງເຮັດສິ່ງດຽວກັນກັບພຣະຄຣິສ, ພວກເຂົາກໍຕັ້ງໃຈເຮັດໃຫ້ຄົນອື່ນເຫັນວ່າ ເຖິງແມ່ນວ່າພວກເຂົາ ແລະ ພຣະອົງກໍລ້ວນແລ້ວແຕ່ເປັນມະນຸດຄືກັນ, ແຕ່ຄວາມສາມາດ ແລະ ຄວາມຮູ້ທາງວິຊາການຂອງພຣະຄຣິສກໍບໍ່ໄດ້ດີໄປກວ່າຄົນທຳມະດາ. ຜູ້ຕໍ່ຕ້ານພຣະຄຣິສແຂ່ງຂັນກັບພຣະຄຣິສດ້ວຍທຸກວິທີທາງ, ໂດຍໂຕ້ຖຽງວ່າໃຜດີກວ່າກັນ ແລະ ພະຍາຍາມປະຕິເສດຈາກທຸກມຸມມອງຕໍ່ຂໍ້ເທັດຈິງທີ່ວ່າ ພຣະຄຣິສແມ່ນພຣະເຈົ້າ, ວ່າພຣະອົງແມ່ນຮູບກາຍຂອງພຣະວິນຍານຂອງພຣະເຈົ້າ ແລະ ວ່າພຣະອົງແມ່ນຮູບກາຍຂອງຄວາມຈິງ. ພວກເຂົາຍັງຄິດຫາວິທີການ ແລະ ຫົນທາງຕ່າງໆໃນທຸກຂົງເຂດ ເພື່ອກີດກັນບໍ່ໃຫ້ພຣະຄຣິສກຳອຳນາດໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ, ເພື່ອເກີດກັນບໍ່ໃຫ້ພຣະທຳຂອງພຣະຄຣິສຖືກຖ່າຍທອດ ຫຼື ຖືກຈັດຕັ້ງປະຕິບັດໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ເຖິງຂັ້ນປ້ອງກັນບໍ່ໃຫ້ສິ່ງທີ່ພຣະຄຣິສກະທຳ ພ້ອມທັງຂໍ້ກຳນົດ ແລະ ຄວາມຫວັງຂອງພຣະອົງທີ່ມີຕໍ່ຜູ້ຄົນ ບັນລຸຜົນເປັນຈິງໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ. ມັນເບິ່ງຄືວ່າ ເມື່ອພຣະຄຣິສປາກົດຕົວ, ພວກເຂົາກໍຖືກເມີນເສີຍ ແລະ ຖືກຄຣິສຕະຈັກກ່າວໂທດ ແລະ ປະຕິເສດ, ເຊິ່ງເປັນກຸ່ມຄົນທີ່ຖືກຈັດໄວ້ໃນມຸມມືດ. ພວກເຮົາສາມາດເຫັນໃນການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສວ່າ ໂດຍແກ່ນແທ້ ແລະ ອຸປະນິໄສແລ້ວ, ພວກເຂົາເປັນສັດຕູກັນຢ່າງເດັດຂາດກັບພຣະຄຣິສ, ພວກເຂົາບໍ່ສາມາດຢູ່ຮ່ວມຟ້າດຽວກັນກັບພຣະອົງໄດ້! ຜູ້ຕໍ່ຕ້ານພຣະຄຣິສເປັນສັດຕູກັບພຣະເຈົ້ານັບຕັ້ງແຕ່ພວກເຂົາເກີດມາ; ພວກເຂົາຕັ້ງໃຈອອກມາເພື່ອຕໍ່ຕ້ານພຣະຄຣິສໂດຍສະເພາະ ແລະ ພວກເຂົາຕ້ອງການເອົາຊະນະ ແລະ ມີໄຊເໜືອພຣະຄຣິສ. ພວກເຂົາຕ້ອງການໃຫ້ພາລະກິດທັງໝົດທີ່ພຣະຄຣິສເຮັດນັ້ນສູນເປົ່າ ແລະ ບໍ່ມີປະໂຫຍດ, ເພື່ອວ່າໃນທີ່ສຸດ ພຣະຄຣິສຈະບໍ່ໄດ້ຮັບຜູ້ຄົນຈຳນວນຫຼາຍ ແລະ ເພື່ອວ່າບໍ່ວ່າພຣະອົງຈະປະຕິບັດພາລະກິດຢູ່ໃສ, ພຣະອົງກໍຈະບໍ່ໄດ້ຮັບຜົນຫຍັງເລີຍ. ມີພຽງແຕ່ຕອນນັ້ນເທົ່ານັ້ນຜູ້ຕໍ່ຕ້ານພຣະຄຣິສຈຶ່ງຈະມີຄວາມສຸກ. ຖ້າພຣະຄຣິສສະແດງຄວາມຈິງອອກມາ ແລະ ຜູ້ຄົນກະຫາຍຫາຄວາມຈິງເຫຼົ່ານັ້ນ, ສະແຫວງຫາພວກມັນ, ຍອມຮັບພວກມັນດ້ວຍຄວາມຍິນດີ, ເຕັມໃຈທີ່ຈະເສຍສະລະຕົນເອງເພື່ອພຣະຄຣິສ, ປະຖິ້ມທຸກສິ່ງ ແລະ ເຜີຍແຜ່ພຣະກິດຕິຄຸນຂອງພຣະຄຣິສ, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຈະໝົດຫວັງ ແລະ ຮູ້ສຶກວ່າບໍ່ມີຄວາມຫວັງສຳລັບມື້ອື່ນ, ວ່າຈະບໍ່ມີໂອກາດສຳລັບພວກເຂົາທີ່ຈະໂດດເດັ່ນ, ຄືກັບວ່າພວກເຂົາຖືກຖິ້ມລົງໃນນະຮົກ. ເມື່ອເບິ່ງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້, ແກ່ນແທ້ຂອງພວກເຂົາໃນການຕໍ່ສູ້ກັບພຣະເຈົ້າ ແລະ ການເບິ່ງພຣະອົງດ້ວຍຄວາມບໍ່ເປັນມິດນີ້ ໄດ້ຖືກຄົນອື່ນປູກຝັງໃສ່ໃນຕົວພວກເຂົາບໍ? ມັນບໍ່ແມ່ນແນ່ນອນ; ມັນຕິດໂຕພວກເຂົາມາແຕ່ເກີດ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງເປັນຄົນປະເພດທີ່ນັບຕັ້ງແຕ່ເກີດມາ ກໍເປັນການກັບຊາດມາເກີດໃໝ່ຂອງມານຮ້າຍ, ແມ່ນມານຮ້າຍທີ່ລົງມາສູ່ໂລກ. ພວກເຂົາບໍ່ມີທາງຍອມຮັບຄວາມຈິງໄດ້ ແລະ ຈະບໍ່ມີວັນຍອມຮັບພຣະຄຣິສ, ຍົກຍ້ອງພຣະຄຣິສ ຫຼື ເປັນພະຍານໃຫ້ພຣະຄຣິສ. ເຖິງແມ່ນວ່າໂດຍຮູບການພາຍນອກແລ້ວ, ເຈົ້າຈະບໍ່ເຫັນພວກເຂົາຕັດສິນ ຫຼື ກ່າວໂທດພຣະຄຣິສຢ່າງເປີດເຜີຍ ແລະ ເຖິງແມ່ນວ່າພວກເຂົາສາມາດອອກເຫື່ອແຮງ ແລະ ຈ່າຍລາຄາໄດ້ຢ່າງເຊື່ອຟັງ, ທັນທີທີ່ພວກເຂົາມີໂອກາດ, ເມື່ອເຖິງເວລາທີ່ເໝາະສົມ, ຄວາມເປັນປໍລະປັກຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະເຈົ້າກໍຈະສະແດງອອກມາໃຫ້ເຫັນເອງ. ຂໍ້ເທັດຈິງທີ່ວ່າຜູ້ຕໍ່ຕ້ານພຣະຄຣິສຕໍ່ສູ້ກັບພຣະເຈົ້າ ແລະ ສ້າງຕັ້ງອານາຈັກທີ່ເປັນເອກະລາດກໍຈະຖືກເປີດເຜີຍສູ່ສາທາລະນະ. ເລື່ອງທັງໝົດນີ້ເຄີຍເກີດຂຶ້ນມາກ່ອນໃນບ່ອນທີ່ມີຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກມັນເກີດຂຶ້ນເລື້ອຍໆເປັນພິເສດໃນຊຸມປີເຫຼົ່ານີ້ ເມື່ອພຣະເຈົ້າເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະອົງ; ຫຼາຍຄົນໄດ້ມີປະສົບການ ແລະ ສັງເກດເຫັນສິ່ງເຫຼົ່ານີ້.
ວັນທີ 27 ມິຖຸນາ 2020