ພາກພະໜວກທີສອງ: ໂນອາ ແລະ ອັບຣາຮາມຮັບຟັງພຣະທຳຂອງພຣະເຈົ້າ ແລະ ເຊື່ອຟັງພຣະອົງແນວໃດ (ພາກທີໜຶ່ງ)
I. ໂນອາໄດ້ສ້າງເຮືອນາວາ
ມື້ນີ້ ເຮົາຈະເລົ່າເລື່ອງສອງສາມເລື່ອງໃຫ້ພວກເຈົ້າຟັງກ່ອນ. ຟັງ ແລະ ເບິ່ງວ່າ ເຮົາກຳລັງເວົ້າເຖິງຫົວຂໍ້ຫຍັງ ແລະ ມັນມີຄວາມກ່ຽວຂ້ອງກັບຫົວຂໍ້ທີ່ພວກເຮົາໄດ້ໂອ້ລົມກັນກ່ອນໜ້ານີ້ ຫຼື ບໍ່. ເລື່ອງລາວເຫຼົ່ານີ້ບໍ່ໄດ້ເລິກເຊິ່ງ, ພວກເຈົ້າທຸກຄົນກໍໜ້າຈະເຂົ້າໃຈກັນດີ. ພວກເຮົາເຄີຍເລົ່າເລື່ອງລາວເຫຼົ່ານີ້ມາກ່ອນແລ້ວ, ພວກມັນເປັນເລື່ອງເກົ່າ. ເລື່ອງທຳອິດແມ່ນເລື່ອງຂອງໂນອາ. ໃນສະໄໝຂອງໂນອາ, ມະນຸດຊາດເສື່ອມຊາມທີ່ສຸດ: ພວກເຂົານະມັດສະການຮູບເຄົາລົບ, ຕໍ່ຕ້ານພຣະເຈົ້າ ແລະ ກະທຳການທີ່ຊົ່ວຮ້າຍທຸກຮູບແບບ. ການກະທຳທີ່ຊົ່ວຮ້າຍຂອງມະນຸດລ້ວນແຕ່ຢູ່ໃນສາຍພຣະເນດຂອງພຣະເຈົ້າ, ຄຳເວົ້າທີ່ພວກເຂົາເວົ້າກໍໄປຮອດພຣະກັນຂອງພຣະເຈົ້າ ແລະ ພຣະເຈົ້າຕັ້ງໃຈທີ່ຈະທຳລາຍມະນຸດຊາດນີ້ດ້ວຍນໍ້າຖ້ວມ, ທີ່ຈະທຳລາຍລ້າງໂລກນີ້. ແລ້ວທຸກຄົນຈະຕ້ອງຖືກທຳລາຍໝົດກ້ຽງ ໂດຍບໍ່ເຫຼືອແມ່ນແຕ່ຄົນດຽວບໍ? ບໍ່ແມ່ນ. ມີຊາຍຄົນໜຶ່ງທີ່ໂຊກດີ, ລາວເປັນທີ່ພໍພຣະໄທຂອງພຣະເຈົ້າ ແລະ ບໍ່ແມ່ນເປົ້າໝາຍທີ່ພຣະເຈົ້າຈະທຳລາຍ: ຜູ້ຊາຍຄົນນີ້ຄືໂນອາ. ໂນອາເປັນຄົນທີ່ຍັງເຫຼືອລອດຢູ່ ຫຼັງຈາກທີ່ພຣະເຈົ້າທຳລາຍໂລກດ້ວຍນໍ້າຖ້ວມ. ເມື່ອພຣະເຈົ້າຕັ້ງໃຈວ່າພຣະອົງຈະສິ້ນສຸດຍຸກນີ້ ແລະ ທຳລາຍມະນຸດຊາດນີ້, ພຣະເຈົ້າກໍໄດ້ເຮັດບາງຢ່າງ. ມັນຄືຫຍັງ? ມື້ໜຶ່ງ, ພຣະເຈົ້າໄດ້ເອີ້ນໂນອາຈາກທ້ອງຟ້າ. ພຣະອົງກ່າວວ່າ “ໂນອາ, ຄວາມຊົ່ວຮ້າຍຂອງມະນຸດຊາດນີ້ໄດ້ມາເຖິງພຣະກັນຂອງເຮົາແລ້ວ ແລະ ເຮົາໄດ້ຕັ້ງໃຈທີ່ຈະທຳລາຍໂລກນີ້ດ້ວຍນໍ້າຖ້ວມ. ເຈົ້າຕ້ອງສ້າງເຮືອໃຫຍ່ຈາກໄມ້ໂກເຟີ. ເຮົາຈະບອກຂະໜາດຂອງເຮືອໃຫຍ່ໃຫ້ເຈົ້າ ແລະ ເຈົ້າຍັງຕ້ອງຮວບຮວມສິ່ງທີ່ມີຊີວິດທຸກຊະນິດເຂົ້າໄປໃນເຮືອໃຫຍ່. ເມື່ອເຮືອໃຫຍ່ສ້າງສຳເລັດ ແລະ ສິ່ງທີ່ມີຊີວິດທຸກຊະນິດທີ່ພຣະເຈົ້າສ້າງຂຶ້ນທັງຕົວຜູ້ ແລະ ຕົວແມ່ໄດ້ຖືກຮວບຮວມໄວ້ໃນເຮືອໃຫຍ່, ວັນຂອງພຣະເຈົ້າກໍຈະມາເຖິງ. ໃນເວລານັ້ນ, ເຮົາຈະໃຫ້ສັນຍານແກ່ເຈົ້າ”. ຫຼັງຈາກທີ່ກ່າວພຣະທຳເຫຼົ່ານີ້ແລ້ວ, ພຣະເຈົ້າກໍຈາກໄປ. ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ, ໂນອາກໍເລີ່ມລົງມືປະຕິບັດຕາມທີ່ພຣະເຈົ້າກ່າວທຸກຖ້ອຍຄຳໂດຍບໍ່ໃຫ້ຕົກເຮ່ຍ. ລາວເຮັດຫຍັງ? ລາວໄດ້ຊອກຫາໄມ້ໂກເຟີທີ່ພຣະເຈົ້າກ່າວເຖິງ ພ້ອມທັງວັດສະດຸຕ່າງໆ ທີ່ຈຳເປັນສຳລັບການສ້າງເຮືອໃຫຍ່. ນອກຈາກນັ້ນ ລາວຍັງໄດ້ກຽມພ້ອມສຳລັບການຮວບຮວມ ແລະ ລ້ຽງດູສິ່ງທີ່ມີຊີວິດທຸກຊະນິດ. ເລື່ອງສຳຄັນທັງສອງຢ່າງນີ້ໄດ້ຖືກສະຫຼັກໄວ້ໃນໃຈຂອງລາວ. ນັບຕັ້ງແຕ່ຕອນທີ່ພຣະເຈົ້າໄດ້ຝາກຝັງເລື່ອງການສ້າງເຮືອໃຫຍ່ໃຫ້ແກ່ໂນອາ, ໂນອາບໍ່ໄດ້ຄິດໃນໃຈເລີຍວ່າ “ພຣະເຈົ້າຈະທຳລາຍໂລກເມື່ອໃດ? ພຣະອົງຈະໃຫ້ສັນຍານແກ່ຂ້ອຍເມື່ອໃດ ເພື່ອໃຫ້ຂ້ອຍຮູ້ວ່າພຣະອົງຈະທຳລາຍໂລກນີ້?” ແທນທີ່ຈະຄິດຕຶກຕອງກ່ຽວກັບເລື່ອງເຫຼົ່ານັ້ນ, ໂນອາໄດ້ຈື່ຈຳແຕ່ລະຢ່າງທີ່ພຣະເຈົ້າບອກລາວໄວ້ໃນໃຈຢ່າງກະຕືລືລົ້ນ ແລະ ຈາກນັ້ນກໍລົງມືປະຕິບັດໃຫ້ສຳເລັດໄປເທື່ອລະຢ່າງ. ຫຼັງຈາກທີ່ຍອມຮັບສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ແລ້ວ, ໂນອາກໍເລີ່ມປະຕິບັດ ແລະ ດຳເນີນການກໍ່ສ້າງເຮືອໃຫຍ່ທີ່ພຣະເຈົ້າກ່າວເຖິງນັ້ນ ໃຫ້ເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງລາວ, ໂດຍບໍ່ມີຄວາມຄິດທີ່ຈະລະເລີຍແມ່ນແຕ່ໜ້ອຍດຽວ. ວັນເວລາຜ່ານໄປ, ປີຜ່ານໄປ, ວັນແລ້ວວັນເລົ່າ, ປີແລ້ວປີເລົ່າ. ພຣະເຈົ້າບໍ່ໄດ້ກວດກາ ຫຼື ປຸກໃຈໂນອາ, ແຕ່ຕະຫຼອດໄລຍະເວລານີ້, ໂນອາກໍຍັງຄົງຍຶດໝັ້ນໃນໜ້າວຽກສຳຄັນທີ່ພຣະເຈົ້າໄດ້ຝາກຝັງໃຫ້ລາວ. ທຸກຖ້ອຍຄຳ ແລະ ທຸກວະລີທີ່ພຣະເຈົ້າໄດ້ກ່າວອອກມານັ້ນ ໄດ້ຖືກຈາລຶກໄວ້ໃນໃຈຂອງໂນອາ ຄືກັບຕົວໜັງສືທີ່ຖືກສະຫຼັກໄວ້ເທິງແຜ່ນຫີນ. ບໍ່ວ່າສະພາບແວດລ້ອມໃນໂລກພາຍນອກຈະປ່ຽນແປງໄປແນວໃດ, ບໍ່ວ່າຄົນອ້ອມຂ້າງລາວຈະເຍາະເຍີ້ຍແນວໃດ, ບໍ່ວ່າມັນຈະຍາກລຳບາກສໍ່າໃດ, ບໍ່ວ່າລາວຈະພົບພໍ້ກັບຄວາມຫຍຸ້ງຍາກຫຍັງກໍຕາມ, ລາວກໍຍັງຄົງບາກບັ່ນໃນສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ລາວຢ່າງສະເໝີຕົ້ນສະເໝີປາຍ, ໂດຍບໍ່ເຄີຍທໍ້ຖອຍ ແລະ ບໍ່ເຄີຍຄິດທີ່ຈະຍອມພ່າຍແພ້. ພຣະທຳຂອງພຣະເຈົ້າໄດ້ຖືກຈາລຶກໄວ້ໃນໃຈຂອງໂນອາ ແລະ ລາວກໍໄດ້ນຳໄປປະຕິບັດໃນຊີວິດປະຈຳວັນຂອງລາວ. ໂນອາໄດ້ກຽມວັດສະດຸຕ່າງໆ ທີ່ຈຳເປັນສຳລັບການສ້າງເຮືອໃຫຍ່ຂຶ້ນມາເທື່ອລະຢ່າງ ແລະ ຮູບແບບ ແລະ ຂະໜາດສະເພາະຂອງເຮືອໃຫຍ່ທີ່ພຣະເຈົ້າສັ່ງນັ້ນ ກໍຄ່ອຍໆເປັນຮູບເປັນຮ່າງຂຶ້ນມາ ທຸກຄັ້ງທີ່ຄ້ອນ ແລະ ສິ່ວຂອງໂນອາໄດ້ກະແທກຢ່າງລະມັດລະວັງ. ບໍ່ວ່າຈະມີລົມພັດ ຫຼື ຝົນຕົກ ແລະ ບໍ່ວ່າຜູ້ຄົນຈະເຍາະເຍີ້ຍ ຫຼື ໃສ່ຮ້າຍປ້າຍສີລາວແນວໃດກໍຕາມ, ຊີວິດຂອງໂນອາກໍດຳເນີນໄປໃນລັກສະນະນີ້ ປີແລ້ວປີເລົ່າ. ພຣະເຈົ້າໄດ້ເຝົ້າເບິ່ງທຸກການກະທຳຂອງໂນອາຢ່າງງຽບໆ, ໂດຍບໍ່ໄດ້ກ່າວສິ່ງໃດກັບໂນອາອີກເລີຍ ແລະ ພຣະໄທຂອງພຣະອົງກໍຖືກສຳຜັດໂດຍໂນອາ. ແຕ່ຕົວໂນອາເອງບໍ່ໄດ້ຮັບຮູ້ເຖິງສິ່ງທັງໝົດນີ້ ແລະ ບໍ່ສາມາດຮູ້ສຶກເຖິງມັນໄດ້; ລາວພຽງສ້າງເຮືອ ຈາກເລີ່ມຕົ້ນຈົນສຳເລັດ ແລະ ຮວບຮວມສິ່ງທີ່ມີຊີວິດທຸກຊະນິດຕາມພຣະທຳຂອງພຣະເຈົ້າ. ໃນໃຈຂອງໂນອາ, ພຣະທຳຂອງພຣະເຈົ້າຄືຄຳສັ່ງສູງສຸດທີ່ລາວຄວນປະຕິບັດຕາມ ແລະ ລົງມືປະຕິບັດ ແລະ ພວກມັນຄືເປົ້າໝາຍ ແລະ ທິດທາງທີ່ລາວໄລ່ຕາມຕະຫຼອດຊີວິດຂອງລາວ. ສະນັ້ນ, ບໍ່ວ່າພຣະເຈົ້າຈະກ່າວຫຍັງກັບລາວ, ບໍ່ວ່າພຣະເຈົ້າຈະໃຫ້ລາວເຮັດຫຍັງ, ສັ່ງໃຫ້ລາວເຮັດຫຍັງ, ໂນອາກໍຍອມຮັບຢ່າງສົມບູນ, ຕັ້ງໃຈ; ແລະ ຖືວ່າມັນເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງລາວ ແລະ ປະຕິບັດຕາມນັ້ນ. ລາວບໍ່ພຽງແຕ່ບໍ່ລືມ ແລະ ບໍ່ພຽງແຕ່ເກັບມັນໄວ້ໃນໃຈຂອງລາວເທົ່ານັ້ນ, ແຕ່ຍັງເຮັດໃຫ້ມັນກາຍເປັນຈິງໃນຊີວິດປະຈຳວັນຂອງລາວ, ຍອມຮັບ ແລະ ປະຕິບັດພຣະບັນຊາຂອງພຣະເຈົ້າດ້ວຍຊີວິດຂອງລາວ. ແລ້ວດ້ວຍວິທີນີ້, ເຮືອໃຫຍ່ກໍຖືກສ້າງຂຶ້ນດ້ວຍໄມ້ແຕ່ລະທ່ອນ. ທຸກການກະທຳຂອງໂນອາ, ທຸກໆມື້ຂອງລາວ ລ້ວນແຕ່ອຸທິດໃຫ້ກັບພຣະທຳ ແລະ ຄໍາສັ່ງຂອງພຣະເຈົ້າ. ມັນອາດບໍ່ໄດ້ເບິ່ງຄືກັບວ່າ ໂນອາກຳລັງເຮັດພາລະກິດທີ່ຍິ່ງໃຫຍ່ ແລະ ສັ່ນສະເທືອນໂລກ, ແຕ່ໃນສາຍພຣະເນດຂອງພຣະເຈົ້າ, ທຸກການເຄື່ອນໄຫວຂອງໂນອາ, ແມ່ນແຕ່ທຸກສິ່ງທີ່ລາວຈະເຮັດໃນແຕ່ລະບາດກ້າວທີ່ລາວກ້າວໄປ, ທຸກແຮງກາຍທີ່ເຮັດດ້ວຍມືຂອງລາວ ພວກມັນລ້ວນແຕ່ມີຄ່າ ແລະ ຄູ່ຄວນແກ່ການຈົດຈຳ ແລະ ເປັນສິ່ງທີ່ມະນຸດຊາດນີ້ຄວນເອົາເປັນແບບຢ່າງ. ໂນອາໄດ້ຍຶດໝັ້ນໃນສິ່ງທີ່ພຣະເຈົ້າຝາກຝັງໃຫ້. ລາວບໍ່ສັ່ນຄອນໃນຄວາມເຊື່ອຂອງລາວວ່າ ທຸກຖ້ອຍຄຳທີ່ພຣະເຈົ້າກ່າວອອກມານັ້ນເປັນຄວາມຈິງ; ໃນເລື່ອງນີ້ ລາວບໍ່ມີຄວາມສົງໄສ. ຜົນຕາມມາກໍຄື ເຮືອໃຫຍ່ຖືກສ້າງຈົນສຳເລັດ ແລະ ສິ່ງທີ່ມີຊີວິດທຸກຊະນິດກໍສາມາດອາໄສຢູ່ເທິງເຮືອໃຫຍ່ໄດ້. ກ່ອນທີ່ພຣະເຈົ້າຈະທຳລາຍໂລກນີ້, ພຣະເຈົ້າໄດ້ໃຫ້ສັນຍານແກ່ໂນອາ, ໂດຍບອກລາວວ່ານໍ້າຖ້ວມໃກ້ຈະມາຮອດແລ້ວ ແລະ ລາວຄວນຂຶ້ນເຮືອໃຫຍ່ໂດຍບໍ່ຊັກຊ້າ. ໂນອາໄດ້ເຮັດຕາມທີ່ພຣະເຈົ້າກ່າວຢ່າງແມ່ນຢໍາ. ເມື່ອໂນອາຂຶ້ນເຮືອໃຫຍ່, ເມື່ອຝົນຕົກໜັກເທລົງມາຈາກທ້ອງຟ້າ, ໂນອາໄດ້ເຫັນວ່າພຣະທຳຂອງພຣະເຈົ້າໄດ້ປາກົດເປັນຈິງແລ້ວ, ພຣະທຳຂອງພຣະເຈົ້າໄດ້ສຳເລັດແລ້ວ: ຄວາມໂກດຮ້າຍຂອງພຣະເຈົ້າໄດ້ມາຮອດໂລກແລ້ວ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງທັງໝົດນີ້ໄດ້.
ໂນອາໃຊ້ເວລາຈັກປີ ເພື່ອສ້າງເຮືອໃຫຍ່? (120 ປີ.) 120 ປີໝາຍເຖິງຫຍັງ ສຳລັບຄົນໃນປັດຈຸບັນນີ້? ມັນດົນກວ່າຊົ່ວຊີວິດປົກກະຕິຂອງຄົນທຳມະດາ. ບາງທີອາດຈະດົນຊົ່ວຊີວິດຂອງສອງຄົນດ້ວຍຊໍ້າ. ແຕ່ສຳລັບ 120 ປີນີ້, ໂນອາກໍໄດ້ເຮັດສິ່ງໜຶ່ງ ແລະ ລາວເຮັດສິ່ງດຽວກັນທຸກໆມື້. ໃນສະໄໝກ່ອນອຸດສາຫະກຳ, ໃນຍຸກທີ່ຍັງບໍ່ມີການສື່ສານຂໍ້ມູນຂ່າວສານ, ໃນສະໄໝທີ່ທຸກສິ່ງທຸກຢ່າງຕ້ອງອາໄສສອງມື ແລະ ແຮງງານຂອງຄົນ, ໂນອາກໍໄດ້ເຮັດສິ່ງດຽວກັນນີ້ທຸກມື້. ເປັນ 120 ປີທີ່ລາວບໍ່ເຄີຍຍອມພ່າຍແພ້ ຫຼື ຢຸດເຊົາ. ໜຶ່ງຮ້ອຍຊາວປີ: ພວກເຮົາຈະສາມາດສ້າງກອບຄວາມຄິດນີ້ໄດ້ແນວໃດ? ໃນທ່າມກາງມະນຸດຊາດນີ້ ມີໃຜແດ່ທີ່ສາມາດຍຶດໝັ້ນໃນການເຮັດສິ່ງໜຶ່ງເປັນເວລາ 120 ປີໄດ້? (ບໍ່ມີ.) ການທີ່ບໍ່ມີໃຜສາມາດຍຶດໝັ້ນໃນການເຮັດສິ່ງໜຶ່ງເປັນເວລາ 120 ປີໄດ້ນັ້ນ ບໍ່ແມ່ນເລື່ອງແປກ. ແຕ່ການທີ່ຄົນຜູ້ໜຶ່ງສາມາດບາກບັ່ນໃນສິ່ງທີ່ພຣະເຈົ້າຝາກຝັງໃຫ້ລາວເປັນເວລາ 120 ປີ ໂດຍບໍ່ປ່ຽນແປງ, ບໍ່ເຄີຍຈົ່ມວ່າ ຫຼື ບໍ່ເຄີຍຍອມພ່າຍແພ້, ບໍ່ໄດ້ຮັບອິດທິພົນຈາກສະພາບແວດລ້ອມພາຍນອກໃດໆ ແລະ ໃນທີ່ສຸດກໍເຮັດສຳເລັດຕາມທີ່ພຣະເຈົ້າໄດ້ກ່າວໄວ້ນັ້ນແທ້ໆ. ມັນແມ່ນເລື່ອງແບບໃດກັນ? ໃນທ່າມກາງມະນຸດຊາດ ສິ່ງນີ້ບໍ່ພຽງແຕ່ຫາຍາກ, ບໍ່ຄ່ອຍມີ, ແຕ່ຍັງເປັນສິ່ງທີ່ບໍ່ມີໃຜຄືອີກດ້ວຍ. ໃນກະແສອັນຍາວນານໃນປະຫວັດສາດຂອງມະນຸດ, ໃນທ່າມກາງມະນຸດຊາດທັງປວງທີ່ຕິດຕາມພຣະເຈົ້າ, ນີ້ແມ່ນເລື່ອງທີ່ບໍ່ມີໃຜຄືຢ່າງແທ້ຈິງ. ເມື່ອເບິ່ງຈາກຄວາມຍິ່ງໃຫຍ່ ແລະ ຄວາມຍາກດ້ານວິສະວະກຳແລ້ວ, ຈາກລະດັບຂອງແຮງກາຍ ແລະ ຄວາມພະຍາຍາມທີ່ຕ້ອງໃຊ້ ແລະ ໄລຍະເວລາທີ່ຍາວນານຂອງມັນ, ນີ້ບໍ່ແມ່ນການປະຈົນໄພທີ່ງ່າຍດ້າຍເລີຍ, ເຊິ່ງເປັນເຫດຜົນທີ່ວ່າ ເມື່ອໂນອາເຮັດສິ່ງນີ້ ມັນຈຶ່ງເປັນສິ່ງທີ່ບໍ່ມີໃຜຄືໃນທ່າມກາງມະນຸດຊາດ ແລະ ລາວເປັນແບບຢ່າງ ແລະ ເປັນຕົວຢ່າງໃຫ້ກັບທຸກຄົນທີ່ຕິດຕາມພຣະເຈົ້າ. ໂນອາໄດ້ຟັງຂໍ້ຄວາມພຽງແຕ່ສອງສາມຂໍ້ ແລະ ໃນເວລານັ້ນ ພຣະເຈົ້າກໍບໍ່ໄດ້ສະແດງພຣະທຳອອກມາຫຼາຍ ແລະ ສະນັ້ນ ໂນອາຈຶ່ງບໍ່ເຂົ້າໃຈຄວາມຈິງຫຼາຍຢ່າງຢ່າງແນ່ນອນ. ລາວບໍ່ສາມາດຈັບໃຈຄວາມວິທະຍາສາດສະໄໝໃໝ່ ຫຼື ຄວາມຮູ້ສະໄໝໃໝ່. ລາວເປັນພຽງຄົນສາມັນທີ່ສຸດ, ເປັນຄົນທີ່ບໍ່ໂດດເດັ່ນໃນທ່າມກາງມະນຸດຊາດ. ແຕ່ມີສິ່ງໜຶ່ງທີ່ລາວແຕກຕ່າງຈາກຄົນອື່ນໆ: ລາວຮູ້ຈັກຟັງພຣະທຳຂອງພຣະເຈົ້າ, ລາວຮູ້ວິທີປະຕິບັດຕາມ ແລະ ຍຶດໝັ້ນໃນພຣະທຳຂອງພຣະເຈົ້າ, ລາວຮູ້ວ່າຕຳແໜ່ງທີ່ເໝາະສົມຂອງມະນຸດແມ່ນຫຍັງ ແລະ ລາວສາມາດເຊື່ອ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າຢ່າງແທ້ຈິງ, ພຽງເທົ່ານີ້ເອງ. ຫຼັກການງ່າຍໆ ສອງສາມຢ່າງນີ້ພຽງພໍແລ້ວທີ່ຈະເຮັດໃຫ້ໂນອາສາມາດເຮັດສຳເລັດທຸກສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ລາວ ແລະ ລາວໄດ້ບາກບັ່ນໃນສິ່ງນີ້ບໍ່ແມ່ນພຽງແຕ່ສອງສາມເດືອນ, ບໍ່ແມ່ນຫຼາຍປີ ຫຼື ຫຼາຍທົດສະວັດ, ແຕ່ເປັນເວລາຫຼາຍກວ່າໜຶ່ງສະຕະວັດ. ຕົວເລກນີ້ໜ້າປະຫຼາດໃຈບໍ? ນອກຈາກໂນອາແລ້ວ ມີໃຜແດ່ທີ່ສາມາດເຮັດສິ່ງນີ້ໄດ້? (ບໍ່ມີໃຜເລີຍ.) ແລ້ວເປັນຫຍັງຈຶ່ງເຮັດບໍ່ໄດ້? ບາງຄົນເວົ້າວ່າເປັນຍ້ອນບໍ່ເຂົ້າໃຈຄວາມຈິງ, ແຕ່ນັ້ນບໍ່ສອດຄ່ອງກັບຄວາມເປັນຈິງ. ໂນອາເຂົ້າໃຈຄວາມຈິງຫຼາຍສໍ່າໃດ? ເປັນຫຍັງໂນອາຈຶ່ງສາມາດເຮັດສິ່ງທັງໝົດນີ້ໄດ້? ຜູ້ເຊື່ອໃນປັດຈຸບັນໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍ, ພວກເຂົາເຂົ້າໃຈຄວາມຈິງບາງຢ່າງ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດສິ່ງນີ້ໄດ້? ຄົນອື່ນເວົ້າວ່າເປັນຍ້ອນອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ແຕ່ໂນອາບໍ່ມີອຸປະນິໄສທີ່ເສື່ອມຊາມບໍ? ເປັນຫຍັງໂນອາຈຶ່ງສາມາດເຮັດສິ່ງນີ້ໃຫ້ສຳເລັດໄດ້, ແຕ່ຄົນໃນປັດຈຸບັນພັດເຮັດບໍ່ໄດ້? (ຍ້ອນວ່າຄົນໃນປັດຈຸບັນບໍ່ເຊື່ອພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ໄດ້ປະຕິບັດ ຫຼື ຍຶດໝັ້ນໃນພຣະທຳເຫຼົ່ານັ້ນວ່າເປັນຄວາມຈິງ.) ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງໄດ້? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຍຶດໝັ້ນໃນພຣະທຳຂອງພຣະເຈົ້າໄດ້? (ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ.) ສະນັ້ນ ເມື່ອຜູ້ຄົນບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ບໍ່ໄດ້ຍິນຄວາມຈິງຫຼາຍຢ່າງ, ຫົວໃຈທີ່ຢຳເກງພຣະເຈົ້າຈະເກີດຂຶ້ນໃນຕົວພວກເຂົາໄດ້ແນວໃດ? (ພວກເຂົາຕ້ອງມີຄວາມເປັນມະນຸດ ແລະ ສະຕິຮູ້ສຶກຜິດຊອບ.) ຖືກຕ້ອງແລ້ວ. ໃນຄວາມເປັນມະນຸດຂອງຜູ້ຄົນ, ຕ້ອງມີສອງສິ່ງທີ່ປະເສີດທີ່ສຸດ: ສິ່ງທຳອິດຄືສະຕິຮູ້ສຶກຜິດຊອບ ແລະ ສິ່ງທີສອງຄືເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ການມີຈິດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິແມ່ນມາດຕະຖານຕໍ່າສຸດສຳລັບການເປັນຄົນ; ມັນເປັນມາດຕະຖານທີ່ຕໍ່າສຸດ ແລະ ເປັນພື້ນຖານທີ່ສຸດສຳລັບການວັດແທກຄົນຜູ້ໜຶ່ງ. ແຕ່ສິ່ງນີ້ບໍ່ມີຢູ່ໃນຄົນປັດຈຸບັນ, ສະນັ້ນ ບໍ່ວ່າພວກເຂົາຈະໄດ້ຍິນ ແລະ ເຂົ້າໃຈຄວາມຈິງຫຼາຍສໍ່າໃດກໍຕາມ, ການມີຫົວໃຈທີ່ຢຳເກງພຣະເຈົ້າກໍເປັນສິ່ງທີ່ເກີນຄວາມສາມາດຂອງພວກເຂົາ. ແລ້ວຄວາມແຕກຕ່າງທີ່ເປັນແກ່ນແທ້ລະຫວ່າງຄົນໃນປັດຈຸບັນກັບໂນອາແມ່ນຫຍັງ? (ພວກເຂົາບໍ່ມີຄວາມເປັນມະນຸດ.) ແລ້ວແກ່ນແທ້ຂອງການຂາດຄວາມເປັນມະນຸດນີ້ແມ່ນຫຍັງ? (ພວກເຂົາເປັນສັດເດຍລະສານ ແລະ ມານຮ້າຍ.) “ສັດເດຍລະສານ ແລະ ມານຮ້າຍ” ຟັງເບິ່ງອາດຈະບໍ່ມ່ວນປານໃດ, ແຕ່ນີ້ກໍສອດຄ່ອງກັບຂໍ້ເທັດຈິງ; ວິທີເວົ້າທີ່ສຸພາບກວ່ານີ້ກໍຄື ພວກເຂົາບໍ່ມີຄວາມເປັນມະນຸດ. ຄົນທີ່ບໍ່ມີຄວາມເປັນມະນຸດ ແລະ ເຫດຜົນບໍ່ແມ່ນມະນຸດ, ພວກເຂົາຢູ່ຕໍ່າກວ່າສັດເດຍລະສານດ້ວຍຊໍ້າ. ການທີ່ໂນອາສາມາດເຮັດສຳເລັດພຣະບັນຊາຂອງພຣະເຈົ້າໄດ້ນັ້ນ ກໍຍ້ອນວ່າເມື່ອໂນອາໄດ້ຍິນພຣະທຳຂອງພຣະເຈົ້າ, ລາວສາມາດຈື່ຈຳພຣະທຳເຫຼົ່ານັ້ນໄວ້ໃນໃຈຢ່າງໜັກແໜ້ນ; ສຳລັບລາວແລ້ວ, ພຣະບັນຊາຂອງພຣະເຈົ້າຄືພາລະກິດຕະຫຼອດຊີວິດ, ຄວາມເຊື່ອຂອງລາວບໍ່ຫວັ່ນໄຫວ, ຄວາມຕັ້ງໃຈຂອງລາວບໍ່ປ່ຽນແປງເປັນເວລາໜຶ່ງຮ້ອຍປີ. ມັນເປັນຍ້ອນວ່າລາວມີຫົວໃຈທີ່ຢຳເກງພຣະເຈົ້າ, ລາວເປັນຄົນແທ້ ແລະ ລາວມີເຫດຜົນທີ່ສຸດ ພຣະເຈົ້າຈຶ່ງໄດ້ຝາກຝັງການສ້າງເຮືອໃຫຍ່ໃຫ້ແກ່ລາວ. ຄົນທີ່ມີຄວາມເປັນມະນຸດ ແລະ ເຫດຜົນຫຼາຍເທົ່າກັບໂນອານັ້ນຫາຍາກຫຼາຍ, ມັນຍາກຫຼາຍທີ່ຈະຊອກຫາອີກຄົນໄດ້.
ຕາມຄວາມຈິງແລ້ວ ໂນອາສາມາດເຮັດພຽງແຕ່ສິ່ງດຽວເທົ່ານັ້ນ. ມັນງ່າຍຫຼາຍ: ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າແລ້ວ, ລາວກໍລົງມືປະຕິບັດ ແລະ ເຮັດແບບນັ້ນໂດຍບໍ່ມີຂໍ້ຕໍ່ລອງ. ລາວບໍ່ເຄີຍມີຄວາມສົງໄສ ແລະ ລາວກໍບໍ່ເຄີຍຍອມແພ້. ລາວສືບຕໍ່ເຮັດແມ່ນຫຍັງກໍຕາມທີ່ພຣະເຈົ້າຮ້ອງຂໍໃຫ້ລາວເຮັດ, ລາວດຳເນີນການ ແລະ ຈັດຕັ້ງປະຕິບັດຕາມວິທີທີ່ພຣະເຈົ້າບອກໃຫ້ລາວເຮັດໂດຍບໍ່ມີຂໍ້ຕໍ່ລອງ, ໂດຍບໍ່ຄຳນຶງເຖິງເຫດຜົນ ຫຼື ບໍ່ຄິດເຖິງຜົນໄດ້ຜົນເສຍຂອງລາວເອງ. ລາວຈື່ພຣະທຳຂອງພຣະເຈົ້າ: “ພຣະເຈົ້າກຳລັງຈະທຳລາຍໂລກ. ເຈົ້າຕ້ອງສ້າງເຮືອສຳເພົາໂດຍບໍ່ຊັກຊ້າ ແລະ ເມື່ອສ້າງສຳເລັດແລ້ວ ແລະ ນໍ້າຖ້ວມມາຮອດ, ພວກເຈົ້າທຸກຄົນຕ້ອງຂຶ້ນເຮືອສຳເພົາ ແລະ ຄົນທີ່ບໍ່ໄດ້ຂຶ້ນເຮືອສຳເພົານັ້ນກໍຈະຕ້ອງຈິບຫາຍທັງໝົດ”. ລາວບໍ່ຮູ້ວ່າສິ່ງທີ່ພຣະເຈົ້າກ່າວນັ້ນຈະປາກົດເປັນຈິງເມື່ອໃດ, ຮູ້ພຽງແຕ່ວ່າສິ່ງທີ່ພຣະເຈົ້າກ່າວນັ້ນຕ້ອງສຳເລັດ, ພຣະທຳທັງໝົດຂອງພຣະເຈົ້າລ້ວນແຕ່ເປັນຄວາມຈິງ, ບໍ່ມີຄຳຕົວະແມ່ນແຕ່ຄຳດຽວໃນພຣະທຳເຫຼົ່ານັ້ນ ແລະ ສ່ວນວ່າຈະປາກົດເປັນຈິງເມື່ອໃດ, ຈະເກີດຂຶ້ນໃນເວລາໃດນັ້ນ, ມັນຂຶ້ນກັບພຣະເຈົ້າ. ລາວຮູ້ວ່າໜ້າວຽກພຽງຢ່າງດຽວຂອງລາວໃນເວລານັ້ນຄືການຈື່ຈຳທຸກສິ່ງທີ່ພຣະເຈົ້າກ່າວໄວ້ໃນຫົວໃຈຂອງລາວຢ່າງໜັກແໜ້ນ ແລະ ຫຼັງຈາກນັ້ນກໍຟ້າວລົງມືປະຕິບັດ. ນີ້ຄືຄວາມຄິດຂອງໂນອາ. ນີ້ຄືສິ່ງທີ່ລາວຄິດ ແລະ ນີ້ຄືສິ່ງທີ່ລາວເຮັດ ແລະ ສິ່ງເຫຼົ່ານີ້ຄືຂໍ້ເທັດຈິງ. ສະນັ້ນ, ແມ່ນຫຍັງຄືຄວາມແຕກຕ່າງທີ່ເປັນແກ່ນແທ້ລະຫວ່າງພວກເຈົ້າ ແລະ ໂນອາ? (ເມື່ອພວກເຮົາໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຮົາບໍ່ໄດ້ນຳໄປປະຕິບັດ.) ນີ້ຄືພຶດຕິກຳ, ແລ້ວຄວາມແຕກຕ່າງທີ່ເປັນແກ່ນແທ້ແມ່ນຫຍັງ? (ພວກເຮົາຂາດຄວາມເປັນມະນຸດ.) ນັ້ນກໍຄື ໂນອາມີສອງສິ່ງທີ່ເປັນສິ່ງຕໍ່າສຸດທີ່ມະນຸດຄວນມີ, ນັ້ນຄືສະຕິຮູ້ສຶກຜິດຊອບ ແລະ ເຫດຜົນທີ່ມີຄວາມເປັນມະນຸດທີ່ປົກກະຕິ. ພວກເຈົ້າບໍ່ມີສິ່ງເຫຼົ່ານີ້. ຈະເວົ້າໄດ້ບໍວ່າ ໂນອາສາມາດຖືກເອີ້ນວ່າມະນຸດໄດ້, ແຕ່ພວກເຈົ້າບໍ່ສົມຄວນຖືກເອີ້ນວ່າມະນຸດບໍ? (ແມ່ນແລ້ວ.) ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຂໍ້ເທັດຈິງຢູ່ບ່ອນນັ້ນແລ້ວ: ໃນເລື່ອງທີ່ວ່າໂນອາໄດ້ເຮັດຫຍັງນັ້ນ, ຢ່າວ່າແຕ່ເຄິ່ງໜຶ່ງເລີຍ, ແມ່ນແຕ່ສ່ວນນ້ອຍໆ ພວກເຈົ້າກໍບໍ່ສາມາດເຮັດໄດ້. ໂນອາສາມາດຍຶດໝັ້ນໄດ້ເຖິງ 120 ປີ. ພວກເຈົ້າຈະສາມາດຍຶດໝັ້ນໄດ້ຈັກປີ? 100 ປີ? 50 ປີ? 10 ປີ? ຫ້າປີ? ສອງປີ? ເຄິ່ງປີ? ມີໃຜແດ່ໃນພວກເຈົ້າທີ່ສາມາດຍຶດໝັ້ນໄດ້ເຄິ່ງປີ? ອອກໄປ ແລະ ຊອກຫາໄມ້ທີ່ພຣະເຈົ້າກ່າວເຖິງ, ຕັດມັນລົງມາ, ປອກເປືອກອອກ, ຕາກໄມ້ໃຫ້ແຫ້ງ, ຈາກນັ້ນກໍຕັດມັນເປັນຮູບຊົງ ແລະ ຂະໜາດຕ່າງໆ, ພວກເຈົ້າສາມາດຍຶດໝັ້ນເຮັດແບບນັ້ນໄດ້ເຄິ່ງປີບໍ? ພວກເຈົ້າສ່ວນໃຫຍ່ກຳລັງສັ່ນຫົວ, ພວກເຈົ້າບໍ່ສາມາດເຮັດໄດ້ຮອດເຄິ່ງປີດ້ວຍຊໍ້າ. ແລ້ວສາມເດືອນເດ? ບາງຄົນເວົ້າວ່າ “ຂ້ອຍຄິດວ່າສາມເດືອນກໍຍາກຄືກັນ. ຂ້ອຍເປັນຄົນຮ່າງນ້ອຍ ແລະ ບອບບາງ. ຢູ່ໃນປ່າມີຍຸງ ແລະ ແມງໄມ້ຊະນິດອື່ນໆ, ມີມົດ ແລະ ໝັດນຳອີກ. ຂ້ອຍຄົງທົນບໍ່ໄດ້ຖ້າພວກມັນມາກັດຂ້ອຍ. ຍິ່ງໄປກວ່ານັ້ນ, ການຕັດໄມ້ທຸກມື້, ເຮັດວຽກທີ່ເປິເປື້ອນ ແລະ ອິດເມື່ອຍແບບນັ້ນ, ຢູ່ຂ້າງນອກທີ່ມີແສງແດດແຜດເຜົາ ແລະ ລົມພັດແຮງ, ບໍ່ຮອດສອງມື້ຂ້ອຍກໍຄົງຖືກແດດເຜົາແລ້ວ. ນັ້ນບໍ່ແມ່ນປະເພດວຽກທີ່ຂ້ອຍຢາກເຮັດ, ມີວຽກອື່ນບໍທີ່ງ່າຍກວ່ານີ້ ທີ່ສາມາດສັ່ງໃຫ້ຂ້ອຍເຮັດໄດ້?” ເຈົ້າສາມາດເລືອກສິ່ງທີ່ພຣະເຈົ້າສັ່ງໃຫ້ເຈົ້າເຮັດໄດ້ບໍ? (ບໍ່ໄດ້.) ຖ້າເຈົ້າບໍ່ສາມາດສືບຕໍ່ເຮັດໄດ້ຮອດສາມເດືອນ, ເຈົ້າມີການອ່ອນນ້ອມທີ່ແທ້ຈິງບໍ? ເຈົ້າມີຄວາມເປັນຈິງແຫ່ງການອ່ອນນ້ອມບໍ? (ບໍ່ມີ.) ພວກເຈົ້າບໍ່ສາມາດທົນໄດ້ຮອດສາມເດືອນ. ແລ້ວມີໃຜແດ່ທີ່ສາມາດທົນໄດ້ເຄິ່ງເດືອນບໍ? ບາງຄົນເວົ້າວ່າ “ຂ້ອຍບໍ່ຮູ້ຈັກໄມ້ໂກເຟີ ຫຼື ຕັດຕົ້ນໄມ້ບໍ່ເປັນ. ຂ້ອຍບໍ່ຮູ້ຊໍ້າວ່າຕົ້ນໄມ້ຈະລົ້ມໄປທາງໃດເມື່ອຂ້ອຍຕັດມັນ, ຖ້າມັນລົ້ມທັບຂ້ອຍເດຈະເຮັດແນວໃດ? ນອກຈາກນີ້, ຫຼັງຈາກຕັດຕົ້ນໄມ້ແລ້ວ, ຢ່າງຫຼາຍຂ້ອຍກໍສາມາດແບກທ່ອນໄມ້ໄດ້ພຽງໜຶ່ງ ຫຼື ສອງທ່ອນ. ຖ້າຫຼາຍກວ່ານັ້ນ ຫຼັງ ແລະ ບ່າໄຫຼ່ຂອງຂ້ອຍກໍຄົງຈະພັງແນ່ນອນ, ແມ່ນບໍ?” ພວກເຈົ້າບໍ່ສາມາດເຮັດໄດ້ຮອດເຄິ່ງເດືອນຊໍ້າ. ແລ້ວພວກເຈົ້າສາມາດເຮັດຫຍັງໄດ້? ພວກເຈົ້າສາມາດເຮັດຫຍັງໃຫ້ສຳເລັດໄດ້ ເມື່ອພວກເຈົ້າຖືກຮ້ອງຂໍໃຫ້ເຊື່ອຟັງພຣະທຳຂອງພຣະເຈົ້າ, ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ, ປະຕິບັດຕາມພຣະທຳຂອງພຣະອົງ? ນອກຈາກການໃຊ້ຄອມພິວເຕີ ແລະ ການອອກຄຳສັ່ງແລ້ວ, ພວກເຈົ້າສາມາດເຮັດຫຍັງໄດ້ອີກ? ຖ້ານີ້ເປັນສະໄໝຂອງໂນອາ, ພວກເຈົ້າຈະເປັນຜູ້ທີ່ພຣະເຈົ້າຊົງເອີ້ນບໍ? ບໍ່ແມ່ນຢ່າງເດັດຂາດ! ພວກເຈົ້າຈະບໍ່ແມ່ນຜູ້ທີ່ພຣະເຈົ້າຊົງເອີ້ນ; ພວກເຈົ້າຈະບໍ່ແມ່ນຜູ້ທີ່ພຣະເຈົ້າຊົງພໍພຣະໄທ. ເປັນຫຍັງ? ຍ້ອນວ່າເຈົ້າບໍ່ແມ່ນຄົນທີ່ສາມາດອ່ອນນ້ອມໄດ້ ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ. ແລ້ວຖ້າເຈົ້າບໍ່ແມ່ນຄົນປະເພດນັ້ນ, ເຈົ້າສົມຄວນທີ່ຈະມີຊີວິດຢູ່ບໍ? ເມື່ອນໍ້າຖ້ວມມາຮອດ, ເຈົ້າສົມຄວນທີ່ຈະຢູ່ລອດບໍ? (ບໍ່.) ຖ້າເຈົ້າບໍ່ສົມຄວນ, ແລ້ວເຈົ້າກໍຈະຖືກທຳລາຍ. ເຈົ້າເປັນຄົນປະເພດໃດ, ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະປະຕິບັດຕາມພຣະທຳຂອງພຣະເຈົ້າໄດ້ຮອດເຄິ່ງເດືອນ? ເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ? ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າແລ້ວ ຖ້າເຈົ້າບໍ່ສາມາດນຳໄປປະຕິບັດໄດ້, ຖ້າເຈົ້າບໍ່ສາມາດທົນໄດ້ຮອດເຄິ່ງເດືອນ, ບໍ່ສາມາດທົນຕໍ່ຄວາມຍາກລຳບາກໄດ້ຮອດສອງອາທິດດ້ວຍຊໍ້າ, ຄວາມຈິງພຽງເລັກນ້ອຍທີ່ເຈົ້າເຂົ້າໃຈນັ້ນມີຜົນຫຍັງຕໍ່ເຈົ້າບໍ? ຖ້າມັນບໍ່ມີຜົນໃນການຄວບຄຸມເຈົ້າແມ່ນແຕ່ໜ້ອຍດຽວ, ແລ້ວສຳລັບເຈົ້າແລ້ວ, ຄວາມຈິງກໍເປັນພຽງແຕ່ຄຳເວົ້າ ແລະ ມັນບໍ່ມີປະໂຫຍດຫຍັງເລີຍ. ເຈົ້າເປັນຄົນປະເພດໃດ ຖ້າເຈົ້າເຂົ້າໃຈຄວາມຈິງເຫຼົ່ານັ້ນທັງໝົດ, ແຕ່ເມື່ອເຈົ້າຖືກຮ້ອງຂໍໃຫ້ປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ທົນທຸກລຳບາກເປັນເວລາ 15 ມື້, ເຈົ້າພັດທົນບໍ່ໄດ້ບໍ? ໃນສາຍພຣະເນດຂອງພຣະເຈົ້າ, ເຈົ້າເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານບໍ? (ບໍ່.) ເມື່ອພິຈາລະນາເຖິງຄວາມທຸກລຳບາກຂອງໂນອາ ແລະ ຄວາມບາກບັ່ນເປັນເວລາ 120 ປີ, ພວກເຈົ້າຍັງຫ່າງໄກກັນອີກຫຼາຍ, ມັນບໍ່ສາມາດປຽບທຽບກັນໄດ້ເລີຍ. ເຫດຜົນທີ່ພຣະເຈົ້າຊົງເອີ້ນໂນອາ ແລະ ມອບໝາຍທຸກສິ່ງທີ່ພຣະອົງປາຖະໜາຢາກໃຫ້ເຮັດແກ່ລາວນັ້ນ ກໍຍ້ອນວ່າ ໃນສາຍພຣະເນດຂອງພຣະເຈົ້າ, ໂນອາສາມາດເຊື່ອຟັງພຣະທຳຂອງພຣະອົງໄດ້, ລາວເປັນຄົນທີ່ສາມາດຖືກມອບໝາຍດ້ວຍພາລະກິດອັນຍິ່ງໃຫຍ່ໄດ້, ລາວເປັນຄົນທີ່ໄວ້ໃຈໄດ້ ແລະ ເປັນຄົນທີ່ສາມາດເຮັດໃຫ້ສິ່ງທີ່ພຣະເຈົ້າປາຖະໜາຢາກໃຫ້ເຮັດນັ້ນກາຍເປັນຈິງໄດ້; ໃນສາຍພຣະເນດຂອງພຣະເຈົ້າ, ນີ້ຄືຄົນຈິງ. ແລ້ວພວກເຈົ້າເດ? ພວກເຈົ້າບໍ່ສາມາດເຮັດສິ່ງເຫຼົ່ານີ້ໃຫ້ສຳເລັດໄດ້ເລີຍ. ມັນບໍ່ຍາກທີ່ຈະຈິນຕະນາການໄດ້ວ່າ ພວກເຈົ້າທຸກຄົນເປັນແນວໃດໃນສາຍພຣະເນດຂອງພຣະເຈົ້າ. ພວກເຈົ້າເປັນມະນຸດບໍ? ພວກເຈົ້າເໝາະສົມທີ່ຈະຖືກເອີ້ນວ່າມະນຸດບໍ? ຄຳຕອບນັ້ນຊັດເຈນແລ້ວ: ພວກເຈົ້າບໍ່ເໝາະສົມ! ເຮົາໄດ້ຫຍໍ້ເວລາໃຫ້ສັ້ນທີ່ສຸດເທົ່າທີ່ຈະເປັນໄປໄດ້ແລ້ວ, ເຫຼືອພຽງ 15 ມື້, ພຽງແຕ່ສອງອາທິດ ແຕ່ກໍບໍ່ມີໃຜໃນພວກເຈົ້າຈັກຄົນທີ່ເວົ້າວ່າສາມາດເຮັດໄດ້. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າ ຄວາມສັດທາ, ຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງພວກເຈົ້ານັ້ນລ້ວນແຕ່ບໍ່ມີຄ່າຫຍັງເລີຍ. ສິ່ງທີ່ພວກເຈົ້າເຊື່ອວ່າເປັນຄວາມສັດທາ, ຄວາມຈົງຮັກພັກດີ ແລະ ການອ່ອນນ້ອມນັ້ນ, ເຮົາເຫັນວ່າມັນບໍ່ມີຄ່າຫຍັງເລີຍ! ພວກເຈົ້າໂອ້ອວດວ່າພວກເຈົ້າດີພໍສົມຄວນ, ແຕ່ໃນສາຍຕາຂອງເຮົາ ພວກເຈົ້າຍັງຫ່າງໄກຫຼາຍ!
ສິ່ງທີ່ໜ້າເຫຼືອເຊື່ອທີ່ສຸດ, ໜ້າຊື່ນຊົມທີ່ສຸດ ແລະ ສົມຄວນເອົາເປັນແບບຢ່າງທີ່ສຸດໃນເລື່ອງລາວຂອງໂນອາ ກໍຄືຄວາມບາກບັ່ນເປັນເວລາ 120 ປີຂອງລາວ, ການອ່ອນນ້ອມ ແລະ ຄວາມຈົງຮັກພັກດີເປັນເວລາ 120 ປີຂອງລາວ. ເບິ່ງແມ, ພຣະເຈົ້າເລືອກຄົນຜິດບໍ? (ບໍ່.) ພຣະເຈົ້າຄືພຣະເຈົ້າຜູ້ຊົງສັງເກດເບິ່ງສ່ວນເລິກໃນຈິດໃຈຂອງມະນຸດ. ທ່າມກາງຝູງຊົນຈຳນວນຫຼວງຫຼາຍນັ້ນ, ພຣະອົງໄດ້ເລືອກໂນອາ, ພຣະອົງໄດ້ຊົງເອີ້ນໂນອາ ແລະ ພຣະເຈົ້າກໍບໍ່ໄດ້ເລືອກຜິດ: ໂນອາໃຊ້ຊີວິດຕາມຄວາມຄາດຫວັງຂອງພຣະອົງ, ລາວເຮັດສຳເລັດໃນສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ລາວ. ນີ້ຄືຄຳພະຍານ. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການ, ນີ້ຄືຄຳພະຍານ! ແຕ່ໃນພວກເຈົ້າເດ, ມີຮ່ອງຮອຍ ຫຼື ສັນຍານຂອງສິ່ງນີ້ບໍ? ບໍ່ມີເລີຍ. ເຫັນໄດ້ຊັດເຈນວ່າ ຄຳພະຍານດັ່ງກ່າວບໍ່ມີຢູ່ໃນຕົວພວກເຈົ້າ. ສິ່ງທີ່ເປີດເຜີຍໃນພວກເຈົ້າ, ສິ່ງທີ່ພຣະເຈົ້າເຫັນ, ແມ່ນເຄື່ອງໝາຍຂອງຄວາມອັບອາຍ; ບໍ່ມີສິ່ງໃດເລີຍໃນນັ້ນທີ່ເມື່ອເວົ້າເຖິງແລ້ວ ຈະສາມາດ ເຮັດໃຫ້ຜູ້ຄົນຮ້ອງໄຫ້ດ້ວຍຄວາມຊາບຊຶ້ງໄດ້ ກ່ຽວກັບການສະແດງອອກຕ່າງໆຂອງໂນອາ, ໂດຍສະເພາະຄວາມເຊື່ອອັນໜັກແໜ້ນຂອງລາວຕໍ່ພຣະທຳຂອງພຣະເຈົ້າທີ່ປາສະຈາກຄວາມສົງໄສ ຫຼື ການປ່ຽນແປງເປັນເວລາໜຶ່ງສະຕະວັດ ແລະ ການບາກບັ່ນຂອງລາວໃນການສ້າງເຮືອສຳເພົາ ເຊິ່ງບໍ່ຫວັ່ນໄຫວເປັນເວລາໜຶ່ງສະຕະວັດ ແລະ ກ່ຽວກັບສັດທາ ແລະ ຄວາມຕັ້ງໃຈນີ້ຂອງລາວ, ບໍ່ມີໃຜໃນຍຸກປັດຈຸບັນສາມາດທຽບໄດ້, ບໍ່ມີໃຜທຽບເທົ່າລາວໄດ້. ແຕ່ເຖິງຢ່າງນັ້ນກໍຕາມ, ບໍ່ມີໃຜສົນໃຈແມ່ນແຕ່ໜ້ອຍດຽວກ່ຽວກັບຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງໂນອາ, ບໍ່ມີໃຜເຊື່ອວ່າມີສິ່ງໃດໃນເລື່ອງນີ້ທີ່ສົມຄວນໃຫ້ຜູ້ຄົນທະນຸຖະໜອມ ແລະ ເອົາເປັນແບບຢ່າງ. ກົງກັນຂ້າມ, ສິ່ງໃດທີ່ສຳຄັນກວ່າສຳລັບຜູ້ຄົນໃນຕອນນີ້? ການເວົ້າຊໍ້າຄຳຂວັນ ແລະ ການເວົ້າເຖິງຫຼັກຄຳສອນ. ພວກເຂົາເບິ່ງຄືວ່າເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ໄດ້ຮັບຄວາມຈິງແລ້ວ, ແຕ່ເມື່ອປຽບທຽບກັບໂນອາແລ້ວ, ພວກເຂົາບໍ່ໄດ້ບັນລຸແມ່ນແຕ່ໜຶ່ງສ່ວນຮ້ອຍ, ໜຶ່ງສ່ວນພັນຂອງສິ່ງທີ່ລາວໄດ້ເຮັດ. ພວກເຂົາຍັງຂາດເຂີນຫຼາຍ! ມັນມີຄວາມແຕກຕ່າງກັນແບບຄົນລະໂລກເລີຍ. ຈາກການສ້າງເຮືອສຳເພົາຂອງໂນອາ, ພວກເຈົ້າໄດ້ຄົ້ນພົບແລ້ວບໍວ່າ ຄົນປະເພດໃດທີ່ເປັນທີ່ຮັກຂອງພຣະເຈົ້າ? ຄົນທີ່ພຣະເຈົ້າຮັກມີຄຸນສົມບັດ, ຫົວໃຈ ແລະ ລັກສະນະປະເພດໃດແທ້? ພວກເຈົ້າມີທຸກສິ່ງທີ່ໂນອາມີບໍ? ຖ້າເຈົ້າຮູ້ສຶກວ່າເຈົ້າມີສັດທາ ແລະ ລັກສະນະຂອງໂນອາ, ແລ້ວມັນຍັງພໍເຂົ້າໃຈໄດ້ຖ້າພວກເຈົ້າຕັ້ງເງື່ອນໄຂກັບພວກເຈົ້າ ແລະ ພະຍາຍາມຕໍ່ລອງກັບພຣະອົງ. ຖ້າເຈົ້າຮູ້ສຶກວ່າສິ່ງເຫຼົ່ານັ້ນບໍ່ມີຢູ່ໃນຕົວເຈົ້າເລີຍ, ແລ້ວເຮົາຈະບອກຄວາມຈິງແກ່ເຈົ້າ: ຢ່າຫຼົງຕົວເອງເລີຍ, ເຈົ້າບໍ່ມີຄ່າຫຍັງເລີຍ. ໃນສາຍພຣະເນດຂອງພຣະເຈົ້າ, ເຈົ້າມີຄ່າໜ້ອຍກວ່າໜອນແມງວັນດ້ວຍຊໍ້າ. ແຕ່ເຈົ້າຍັງກ້າທີ່ຈະພະຍາຍາມວາງເງື່ອນໄຂ ແລະ ຕໍ່ລອງກັບພຣະເຈົ້າອີກບໍ? ບາງຄົນເວົ້າວ່າ “ຖ້າຂ້ອຍມີຄ່າໜ້ອຍກວ່າໜອນແມງວັນ, ແລ້ວໃຫ້ຂ້ອຍຮັບໃຊ້ເປັນໝາໃນເຮືອນຂອງພຣະເຈົ້າໄດ້ບໍ?” ບໍ່ໄດ້, ເຈົ້າບໍ່ເໝາະສົມກັບສິ່ງນີ້. ເປັນຫຍັງ? ເຈົ້າບໍ່ສາມາດແມ່ນແຕ່ຈະເຝົ້າປະຕູເຮືອນຂອງພຣະເຈົ້າໃຫ້ດີໄດ້, ສະນັ້ນ ໃນສາຍຕາຂອງເຮົາ, ເຈົ້າບໍ່ໄດ້ເທົ່າກັບໝາເຝົ້າຍາມດ້ວຍຊໍ້າ. ຄຳເວົ້າເຫຼົ່ານີ້ທຳຮ້າຍພວກເຈົ້າບໍ? ການໄດ້ຍິນສິ່ງນີ້ເຮັດໃຫ້ພວກເຈົ້າບໍ່ພໍໃຈບໍ? ສິ່ງນີ້ບໍ່ໄດ້ມີເຈດຕະນາທີ່ຈະທຳຮ້າຍຄວາມພາກພູມໃຈໃນຕົນເອງຂອງພວກເຈົ້າ; ມັນເປັນຄຳເວົ້າທີ່ອີງໃສ່ຂໍ້ເທັດຈິງ, ເປັນການຢືນຢັນທີ່ອີງໃສ່ຫຼັກຖານ ແລະ ບໍ່ມີຄວາມຂີ້ຕົວະແມ່ນແຕ່ໜ້ອຍດຽວ. ນີ້ຄືວິທີທີ່ພວກເຈົ້າກະທຳຢ່າງແທ້ຈິງ, ຄືສິ່ງທີ່ສະແດງອອກໃນຕົວພວກເຈົ້າຢ່າງແທ້ຈິງ; ນີ້ຄືວິທີທີ່ພວກເຈົ້າປະຕິບັດຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ມັນກໍເປັນວິທີທີ່ພວກເຈົ້າປະຕິບັດຕໍ່ທຸກສິ່ງທີ່ພຣະເຈົ້າມອບໝາຍໃຫ້ພວກເຈົ້າເຊັ່ນກັນ. ທຸກສິ່ງທີ່ເຮົາໄດ້ເວົ້າໄປນັ້ນເປັນຄວາມຈິງ ແລະ ອອກມາຈາກໃຈ. ພວກເຮົາຈະຈົບການໂອ້ລົມກ່ຽວກັບເລື່ອງຂອງໂນອາໄວ້ພຽງເທົ່ານີ້.
II. ອັບຣາຮາມໄດ້ຖວາຍອີຊາກ
ຍັງມີອີກເລື່ອງໜຶ່ງທີ່ໜ້າເລົ່າສູ່ຟັງ: ເລື່ອງຂອງອັບຣາຮາມ. ມື້ໜຶ່ງ, ທູດສອງອົງໄດ້ມາທີ່ເຮືອນຂອງອັບຣາຮາມ ເຊິ່ງອັບຣາຮາມກໍໄດ້ຕ້ອນຮັບພວກເຂົາຢ່າງກະຕືລືລົ້ນ. ທູດໄດ້ຮັບມອບໝາຍໃຫ້ມາບອກອັບຣາຮາມວ່າ ພຣະເຈົ້າຈະປະທານບຸດຊາຍຄົນໜຶ່ງໃຫ້ແກ່ລາວ. ທັນທີທີ່ໄດ້ຍິນແນວນັ້ນ, ອັບຣາຮາມກໍດີໃຈຫຼາຍ: “ຂໍຂອບພຣະໄທພຣະຜູ້ເປັນເຈົ້າຂອງຂ້ານ້ອຍ!” ແຕ່ເບື້ອງຫຼັງພວກເຂົາ, ຊາຣາ ພັນລະຍາຂອງອັບຣາຮາມພັດລັກຫົວຂວັນ. ການລັກຫົວຂວັນຂອງນາງໝາຍຄວາມວ່າ “ເປັນໄປບໍ່ໄດ້, ຂ້ອຍເຖົ້າແລ້ວ ຂ້ອຍຈະມີລູກໄດ້ແນວໃດ? ທີ່ວ່າຈະປະທານບຸດຊາຍໃຫ້ຂ້ອຍນັ້ນ ມັນເປັນເລື່ອງຕະຫຼົກແທ້ໆ!” ຊາຣາບໍ່ເຊື່ອເລື່ອງນີ້. ທູດໄດ້ຍິນສຽງຫົວຂວັນຂອງຊາຣາບໍ? (ໄດ້ຍິນ.) ແນ່ນອນວ່າພວກເຂົາໄດ້ຍິນ ແລະ ພຣະເຈົ້າກໍຊົງເຫັນສິ່ງນີ້ເຊັ່ນກັນ. ແລ້ວພຣະເຈົ້າຊົງເຮັດແນວໃດ? ພຣະເຈົ້າຊົງເຝົ້າເບິ່ງຢູ່ໃນບ່ອນລັບຕາ. ຊາຣາ ຜູ້ຍິງທີ່ໂງ່ຈ້າຄົນນັ້ນບໍ່ເຊື່ອເລື່ອງນີ້ ແຕ່ສິ່ງທີ່ພຣະເຈົ້າຊົງກຳນົດທີ່ຈະເຮັດນັ້ນ ຈະຖືກມະນຸດລົບກວນໄດ້ບໍ? (ບໍ່.) ມັນຈະບໍ່ຖືກລົບກວນຈາກມະນຸດຄົນໃດເລີຍ. ເມື່ອພຣະເຈົ້າຊົງກຳນົດທີ່ຈະເຮັດບາງສິ່ງ, ບາງຄົນອາດຈະເວົ້າວ່າ “ຂ້ອຍບໍ່ເຊື່ອ, ຂ້ອຍຕໍ່ຕ້ານ, ຂ້ອຍປະຕິເສດ, ຂ້ອຍຄັດຄ້ານ, ຂ້ອຍມີບັນຫາກັບເລື່ອງນີ້”. ຄຳເວົ້າຂອງພວກເຂົາຟັງຂຶ້ນບໍ? (ບໍ່.) ສະນັ້ນ ເມື່ອພຣະເຈົ້າຊົງເຫັນວ່າມີຄົນທີ່ບໍ່ເຫັນດີ, ມີຄົນທີ່ມີຄຳເຫັນ, ມີຄົນທີ່ບໍ່ເຊື່ອ, ພຣະອົງຈຳເປັນຕ້ອງອະທິບາຍໃຫ້ພວກເຂົາຟັງບໍ? ພຣະອົງຈຳເປັນຕ້ອງອະທິບາຍວິທີການ ແລະ ເຫດຜົນໃນສິ່ງທີ່ພຣະອົງຊົງເຮັດໃຫ້ພວກເຂົາຟັງບໍ? ພຣະເຈົ້າຊົງເຮັດແບບນັ້ນບໍ? ພຣະອົງບໍ່ເຮັດແບບນັ້ນ. ພຣະອົງບໍ່ຊົງໃສ່ໃຈໃນສິ່ງທີ່ຄົນໂງ່ຈ້າເຫຼົ່ານີ້ເຮັດ ແລະ ເວົ້າ, ພຣະອົງບໍ່ຊົງສົນໃຈວ່າທັດສະນະຄະຕິຂອງພວກເຂົາຈະເປັນແນວໃດ. ໃນພຣະໄທຂອງພຣະອົງ, ສິ່ງທີ່ພຣະເຈົ້າຊົງກຳນົດທີ່ຈະເຮັດນັ້ນໄດ້ຖືກກຳນົດໄວ້ຢ່າງຕາຍຕົວແລ້ວ: ນີ້ຄືສິ່ງທີ່ພຣະອົງຈະເຮັດ. ທຸກສິ່ງ ແລະ ທຸກເຫດການລ້ວນແຕ່ຢູ່ພາຍໃຕ້ການຄວບຄຸມ ແລະ ອຳນາດສູງສຸດໃນພຣະຫັດຂອງພຣະເຈົ້າ, ລວມເຖິງເວລາທີ່ຄົນໃດໜຶ່ງມີລູກ ແລະ ພວກເຂົາຈະມີລູກແບບໃດ, ຍິ່ງບໍ່ຈຳເປັນຕ້ອງເວົ້າເຖິງເລີຍວ່າ ສິ່ງນີ້ກໍຢູ່ໃນພຣະຫັດຂອງພຣະເຈົ້າເຊັ່ນກັນ. ເມື່ອພຣະເຈົ້າຊົງສົ່ງທູດໄປບອກອັບຣາຮາມວ່າ ພຣະອົງຈະປະທານບຸດຊາຍໃຫ້ລາວ, ແທ້ຈິງແລ້ວ ພຣະເຈົ້າໄດ້ຊົງວາງແຜນຫຼາຍສິ່ງທີ່ພຣະອົງຈະເຮັດໃນພາຍຫຼັງໄວ້ດົນແລ້ວ. ບຸດຊາຍຄົນນີ້ຈະຮັບຜິດຊອບໜ້າທີ່ຫຍັງ, ລາວຈະມີຊີວິດແບບໃດ, ລູກຫຼານຂອງລາວຈະເປັນແນວໃດ, ພຣະເຈົ້າໄດ້ຊົງວາງແຜນສິ່ງທັງໝົດນີ້ໄວ້ດົນແລ້ວ ແລະ ຈະບໍ່ມີຂໍ້ຜິດພາດ ຫຼື ການປ່ຽນແປງອັນໃດເລີຍ. ສະນັ້ນ, ການລັກຫົວຂວັນຂອງຜູ້ຍິງທີ່ໂງ່ຈ້າຄົນໜຶ່ງຈະສາມາດປ່ຽນແປງຫຍັງໄດ້ບໍ? ມັນບໍ່ສາມາດປ່ຽນແປງຫຍັງໄດ້ເລີຍ. ແລະ ເມື່ອເຖິງເວລາ, ພຣະເຈົ້າກໍຊົງເຮັດຕາມທີ່ພຣະອົງໄດ້ຊົງວາງແຜນໄວ້ ແລະ ສິ່ງທັງໝົດນີ້ກໍສຳເລັດເປັນຈິງຕາມທີ່ພຣະເຈົ້າໄດ້ຊົງກ່າວ ແລະ ຊົງກຳນົດໄວ້.
ເມື່ອອັບຣາຮາມມີອາຍຸໄດ້ 100 ປີ, ພຣະເຈົ້າໄດ້ຊົງປະທານບຸດຊາຍຄົນໜຶ່ງໃຫ້ແກ່ລາວ. ຕະຫຼອດການດຳລົງຊີວິດ 100 ປີທີ່ຜ່ານມາໂດຍບໍ່ມີບຸດຊາຍ, ວັນເວລາຂອງອັບຣາຮາມຈຶ່ງໜ້າເບື່ອ ແລະ ໂດດດ່ຽວ. ຄົນອາຍຸ 100 ປີທີ່ບໍ່ມີລູກ, ໂດຍສະເພາະບໍ່ມີບຸດຊາຍ, ຈະຮູ້ສຶກແນວໃດ? “ຊີວິດຂອງຂ້ອຍຮູ້ສຶກຂາດຫາຍບາງສິ່ງບາງຢ່າງໄປ. ພຣະເຈົ້າບໍ່ໄດ້ຊົງປະທານບຸດຊາຍໃຫ້ຂ້ອຍ, ຊີວິດຂອງຂ້ອຍຈຶ່ງຮູ້ສຶກໂດດດ່ຽວເລັກໜ້ອຍ ແລະ ຮູ້ສຶກເສຍດາຍເລັກໜ້ອຍ”. ແຕ່ອາລົມຂອງອັບຣາຮາມເປັນແນວໃດ ເມື່ອພຣະເຈົ້າຊົງສົ່ງທູດໄປບອກລາວວ່າ ພຣະອົງຈະປະທານບຸດຊາຍໃຫ້ລາວ? (ດີໃຈ.) ນອກເໜືອຈາກຄວາມດີໃຈແລ້ວ, ລາວຍັງເຕັມໄປດ້ວຍຄວາມຄາດຫວັງ. ລາວຂອບພຣະໄທພຣະເຈົ້າສຳລັບພຣະຄຸນຂອງພຣະອົງ, ທີ່ຊົງອະນຸຍາດໃຫ້ລາວລ້ຽງດູລູກໃນຊ່ວງເວລາທີ່ເຫຼືອຢູ່ໃນຊີວິດຂອງລາວ. ນີ້ເປັນສິ່ງທີ່ອັດສະຈັນຫຼາຍສໍ່າໃດ ແລະ ສິ່ງທີ່ອັດສະຈັນເຊັ່ນນີ້ກໍໄດ້ເກີດຂຶ້ນແບບນັ້ນ. ສະນັ້ນ, ມີເລື່ອງຫຍັງແດ່ທີ່ເຮັດໃຫ້ລາວຕ້ອງດີໃຈ? (ລາວມີລູກຫຼານ, ສາຍເລືອດຂອງລາວຈະໄດ້ສືບຕໍ່ໄປ.) ນັ້ນແມ່ນເລື່ອງໜຶ່ງ. ຍັງມີອີກເລື່ອງໜຶ່ງທີ່ໜ້າດີໃຈທີ່ສຸດເຊັ່ນກັນ, ມັນແມ່ນຫຍັງ? (ເດັກນ້ອຍຄົນນີ້ຖືກປະທານໃຫ້ໂດຍພຣະເຈົ້າດ້ວຍພຣະອົງເອງ.) ຖືກຕ້ອງແລ້ວ. ເມື່ອຄົນທຳມະດາຈະມີລູກ, ພຣະເຈົ້າຊົງມາບອກພວກເຂົາບໍ? ພຣະອົງຊົງກ່າວບໍວ່າ “ເຮົາປະທານເດັກນ້ອຍຄົນນີ້ທີ່ເຮົາໄດ້ສັນຍາກັບເຈົ້າໃຫ້ແກ່ເຈົ້າດ້ວຍຕົວເຮົາເອງ”? ພຣະເຈົ້າຊົງເຮັດແບບນັ້ນບໍ? ບໍ່. ແລ້ວເດັກນ້ອຍຄົນນີ້ມີຄວາມພິເສດແນວໃດ? ພຣະເຈົ້າຊົງສົ່ງທູດໄປບອກອັບຣາຮາມດ້ວຍພຣະອົງເອງວ່າ “ໃນອາຍຸ 100 ປີ, ເຈົ້າຈະໄດ້ຮັບເດັກນ້ອຍຄົນໜຶ່ງ ເຊິ່ງເປັນຜູ້ທີ່ພຣະເຈົ້າຊົງປະທານໃຫ້ດ້ວຍພຣະອົງເອງ”. ນີ້ຄືຄວາມພິເສດຂອງເດັກນ້ອຍຄົນນີ້: ລາວຖືກບອກກ່າວໂດຍພຣະເຈົ້າ ແລະ ຖືກປະທານໃຫ້ໂດຍພຣະເຈົ້າດ້ວຍພຣະອົງເອງ. ນີ້ເປັນເລື່ອງທີ່ໜ້າຍິນດີຫຼາຍສໍ່າໃດ! ແລະ ຄວາມສຳຄັນທີ່ພິເສດຂອງເດັກນ້ອຍຄົນນີ້ບໍ່ສົມຄວນທີ່ຈະເຮັດໃຫ້ຜູ້ຄົນຄິດຈິນຕະນາການໄປຕ່າງໆນາໆບໍ? ອັບຣາຮາມຮູ້ສຶກແນວໃດ ເມື່ອລາວໄດ້ເຫັນການເກີດຂອງເດັກນ້ອຍຄົນນີ້? “ໃນທີ່ສຸດຂ້ອຍກໍມີລູກແລ້ວ. ພຣະທຳຂອງພຣະເຈົ້າສຳເລັດເປັນຈິງແລ້ວ; ພຣະເຈົ້າຊົງກ່າວວ່າພຣະອົງຈະປະທານລູກໃຫ້ຂ້ອຍ ແລະ ພຣະອົງກໍຊົງປະທານໃຫ້ແທ້ໆ!” ເມື່ອເດັກນ້ອຍຄົນນີ້ເກີດມາ ແລະ ລາວໄດ້ອຸ້ມເດັກນ້ອຍໄວ້ໃນອ້ອມແຂນຂອງລາວເອງ, ສິ່ງທຳອິດທີ່ລາວຮູ້ສຶກກໍຄື “ເດັກນ້ອຍຄົນນີ້ ຂ້ອຍບໍ່ໄດ້ຮັບຈາກມືຂອງມະນຸດ ແຕ່ໄດ້ຮັບຈາກພຣະຫັດຂອງພຣະເຈົ້າ. ການມາເຖິງຂອງເດັກນ້ອຍຄົນນີ້ຊ່າງທັນເວລາແທ້ໆ. ລາວຖືກປະທານໃຫ້ໂດຍພຣະເຈົ້າ ແລະ ຂ້ອຍຕ້ອງລ້ຽງດູລາວໃຫ້ດີ ແລະ ສັ່ງສອນລາວໃຫ້ດີ ແລະ ເຮັດໃຫ້ລາວນະມັດສະການພຣະເຈົ້າ ແລະ ເຊື່ອຟັງພຣະທຳຂອງພຣະເຈົ້າ ເພາະລາວມາຈາກພຣະເຈົ້າ”. ລາວທະນຸຖະໜອມເດັກນ້ອຍຄົນນີ້ຫຼາຍບໍ? (ແມ່ນແລ້ວ.) ນີ້ຄືເດັກນ້ອຍທີ່ພິເສດ. ບວກກັບອາຍຸຂອງອັບຣາຮາມແລ້ວ, ມັນກໍບໍ່ຍາກທີ່ຈະຈິນຕະນາການວ່າລາວທະນຸຖະໜອມເດັກນ້ອຍຄົນນີ້ຫຼາຍສໍ່າໃດ. ຄວາມຮັກຫອມ, ຄວາມອ່ອນໂຍນ ແລະ ຄວາມຜູກພັນທີ່ຄົນປົກກະຕິມີຕໍ່ລູກຂອງພວກເຂົາ ກໍມີຢູ່ໃນຕົວອັບຣາຮາມເຊັ່ນກັນ. ອັບຣາຮາມເຊື່ອໃນພຣະທຳທີ່ພຣະເຈົ້າຊົງກ່າວ ແລະ ໄດ້ເຫັນການສຳເລັດເປັນຈິງແຫ່ງພຣະທຳຂອງພຣະອົງດ້ວຍຕາຂອງລາວເອງ. ລາວຍັງເປັນພະຍານຕໍ່ພຣະທຳເຫຼົ່ານີ້ ນັບຕັ້ງແຕ່ການກ່າວພຣະທຳອອກມາຈົນເຖິງການທີ່ພຣະທຳສຳເລັດເປັນຈິງ. ລາວຮູ້ສຶກວ່າພຣະທຳຂອງພຣະເຈົ້າມີສິດອຳນາດຫຼາຍສໍ່າໃດ, ການກະທຳຂອງພຣະອົງອັດສະຈັນຫຼາຍສໍ່າໃດ ແລະ ທີ່ສຳຄັນທີ່ສຸດກໍຄື ພຣະເຈົ້າຊົງຫ່ວງໃຍມະນຸດຫຼາຍສໍ່າໃດ. ເຖິງແມ່ນວ່າ ເມື່ອເບິ່ງເດັກນ້ອຍຄົນນັ້ນແລ້ວ ອັບຣາຮາມຈະຮູ້ສຶກເຖິງອາລົມທີ່ຊັບຊ້ອນ ແລະ ແຮງກ້າ, ແຕ່ໃນຫົວໃຈຂອງລາວມີພຽງສິ່ງດຽວທີ່ຈະທູນຕໍ່ພຣະເຈົ້າ. ບອກເຮົາມາເບິ່ງ, ພວກເຈົ້າຄິດວ່າລາວເວົ້າຫຍັງ? (ຂໍຂອບພຣະໄທພຣະເຈົ້າ!) “ຂໍຂອບພຣະໄທພຣະຜູ້ເປັນເຈົ້າຂອງຂ້ານ້ອຍ!” ອັບຣາຮາມຮູ້ສຶກຊາບຊຶ້ງ ແລະ ຍັງໄດ້ຖວາຍຄວາມຂອບພຣະໄທ ແລະ ການສັນລະເສີນຢ່າງສຸດຊຶ້ງແດ່ພຣະເຈົ້າ. ສຳລັບພຣະເຈົ້າ ແລະ ອັບຣາຮາມແລ້ວ, ເດັກນ້ອຍຄົນນີ້ມີຄວາມສຳຄັນທີ່ພິເສດຢ່າງຍິ່ງ. ນັ້ນກໍຍ້ອນວ່າ ນັບຕັ້ງແຕ່ຊ່ວງເວລາທີ່ພຣະເຈົ້າຊົງກ່າວວ່າພຣະອົງຈະປະທານລູກໃຫ້ອັບຣາຮາມ, ພຣະເຈົ້າໄດ້ຊົງວາງແຜນ ແລະ ກຳນົດໄວ້ແລ້ວວ່າພຣະອົງຈະເຮັດບາງສິ່ງໃຫ້ສຳເລັດ: ມີເລື່ອງທີ່ສຳຄັນ, ເລື່ອງທີ່ຍິ່ງໃຫຍ່ ທີ່ພຣະອົງຊົງປາຖະໜາທີ່ຈະເຮັດໃຫ້ສຳເລັດຜ່ານເດັກນ້ອຍຄົນນີ້. ນັ້ນຄືຄວາມສຳຄັນຂອງເດັກນ້ອຍຄົນນີ້ສຳລັບພຣະເຈົ້າ. ແລະ ສຳລັບອັບຣາຮາມ, ຍ້ອນພຣະຄຸນທີ່ພິເສດຂອງພຣະເຈົ້າທີ່ມີຕໍ່ລາວ, ຍ້ອນພຣະເຈົ້າໄດ້ຊົງປະທານເດັກນ້ອຍຄົນໜຶ່ງໃຫ້ແກ່ລາວ, ໃນເສັ້ນທາງປະຫວັດສາດຂອງມະນຸດຊາດທັງປວງ ແລະ ໃນແງ່ຂອງມວນມະນຸດທັງໝົດ, ຄຸນຄ່າ ແລະ ຄວາມສຳຄັນຂອງການມີຢູ່ຂອງລາວນັ້ນພິເສດຢ່າງຍິ່ງ, ມັນເໜືອທຳມະດາ. ແລະ ນັ້ນຄືຈຸດຈົບຂອງເລື່ອງນີ້ບໍ? ມັນບໍ່ແມ່ນ. ສ່ວນທີ່ສຳຄັນຍັງບໍ່ທັນເລີ່ມຕົ້ນເລີຍ.
ຫຼັງຈາກທີ່ອັບຣາຮາມໄດ້ຮັບອີຊາກຈາກພຣະເຈົ້າ, ລາວໄດ້ລ້ຽງດູອີຊາກຕາມທີ່ພຣະເຈົ້າຊົງບັນຊາ ແລະ ຊົງຮຽກຮ້ອງ. ໃນຊີວິດປະຈຳວັນຂອງລາວຕະຫຼອດຊຸມປີທີ່ທຳມະດາເຫຼົ່ານັ້ນ, ອັບຣາຮາມໄດ້ນຳພາອີຊາກໄປຖວາຍເຄື່ອງບູຊາ ແລະ ເລົ່າເລື່ອງລາວຂອງພຣະເຈົ້າເທິງສະຫວັນໃຫ້ອີຊາກຟັງ. ເທື່ອລະເລັກເທື່ອລະນ້ອຍ, ອີຊາກກໍເລີ່ມເຂົ້າໃຈສິ່ງຕ່າງໆ. ລາວໄດ້ຮຽນຮູ້ວິທີຂອບພຣະໄທພຣະເຈົ້າ ແລະ ສັນລະເສີນພຣະເຈົ້າ ແລະ ລາວໄດ້ຮຽນຮູ້ທີ່ຈະເຊື່ອຟັງ ແລະ ຖວາຍເຄື່ອງບູຊາ. ລາວຮູ້ວ່າເວລາໃດຄວນຖວາຍເຄື່ອງບູຊາ ແລະ ຮູ້ວ່າແທ່ນບູຊາຢູ່ໃສ. ຕໍ່ໄປ, ພວກເຮົາຈະມາເຖິງຈຸດສຳຄັນຂອງເລື່ອງນີ້. ມື້ໜຶ່ງ, ໃນຊ່ວງເວລາທີ່ອີຊາກເລີ່ມເຂົ້າໃຈສິ່ງຕ່າງໆແຕ່ຍັງບໍ່ທັນເຕີບໃຫຍ່ເປັນຜູ້ໃຫຍ່, ພຣະເຈົ້າຊົງກ່າວກັບອັບຣາຮາມວ່າ “ສຳລັບການຖວາຍເຄື່ອງບູຊານີ້ ເຮົາບໍ່ຕ້ອງການລູກແກະ. ຈົ່ງຖວາຍອີຊາກແທນ”. ສຳລັບຄົນຄືອັບຣາຮາມ ທີ່ທະນຸຖະໜອມອີຊາກຫຼາຍ, ພຣະທຳຂອງພຣະເຈົ້າປຽບເໝືອນຟ້າຜ່າໃນມື້ຟ້າແຈ້ງບໍ? ຢ່າວ່າແຕ່ອັບຣາຮາມ ຜູ້ທີ່ມີອາຍຸຫຼາຍແລ້ວ, ຈະມີຈັກຄົນໃນຊ່ວງທີ່ດີທີ່ສຸດຂອງຊີວິດຂອງພວກເຂົາ ຄືຄົນໃນໄວ 30 ແລະ 40 ປີ ທີ່ຈະທົນຮັບຟັງຂ່າວນີ້ໄດ້? ຈະມີໃຜເຮັດໄດ້ບໍ? (ບໍ່ມີ.) ແລ້ວປະຕິກິລິຍາຂອງອັບຣາຮາມເປັນແນວໃດ ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ? “ຫາ? ພຣະເຈົ້າຊົງກ່າວຜິດບໍ? ພຣະເຈົ້າບໍ່ເຄີຍຜິດພາດ ສະນັ້ນ ມັນເປັນຍ້ອນຫູເຖົ້າໆຂອງຂ້ອຍທີ່ຟັງຜິດບໍ? ຂ້ອຍຈະກວດສອບເບິ່ງອີກຄັ້ງ”. ລາວຖາມວ່າ “ຂ້າແດ່ພຣະເຈົ້າ, ພຣະອົງຊົງຂໍໃຫ້ຂ້ານ້ອຍຖວາຍອີຊາກບໍ? ອີຊາກແມ່ນເຄື່ອງບູຊາທີ່ພຣະອົງຊົງຕ້ອງການບໍ?” ພຣະເຈົ້າຊົງກ່າວວ່າ “ແມ່ນແລ້ວ, ບໍ່ຜິດດອກ!” ຫຼັງຈາກທີ່ຢືນຢັນແລ້ວ, ອັບຣາຮາມກໍຮູ້ວ່າພຣະທຳຂອງພຣະເຈົ້າບໍ່ໄດ້ຜິດພາດ ແລະ ຈະບໍ່ມີການປ່ຽນແປງ. ນັ້ນຄືສິ່ງທີ່ພຣະເຈົ້າຊົງໝາຍຄວາມເຖິງຢ່າງແທ້ຈິງ. ແລ້ວມັນເປັນເລື່ອງທີ່ຍາກສຳລັບອັບຣາຮາມບໍ ທີ່ໄດ້ຍິນສິ່ງນີ້? (ແມ່ນແລ້ວ.) ຍາກສໍ່າໃດ? ໃນໃຈຂອງລາວ, ອັບຣາຮາມຄິດວ່າ “ຫຼັງຈາກຫຼາຍປີຜ່ານມານີ້ ໃນທີ່ສຸດລູກຂອງຂ້ອຍກໍເລີ່ມເຕີບໃຫຍ່ແລ້ວ. ຖ້າລາວຖືກຖວາຍເປັນເຄື່ອງບູຊາທີ່ມີຊີວິດ, ນັ້ນໝາຍຄວາມວ່າລາວຈະຖືກຂ້າເທິງແທ່ນບູຊາຄືກັບລູກແກະທີ່ລໍຖ້າການຖືກຂ້າ. ການຖືກຂ້າໝາຍຄວາມວ່າລາວຈະຕາຍ ແລະ ການທີ່ລາວຕາຍໝາຍຄວາມວ່ານັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຂ້ອຍຈະບໍ່ມີລູກຄົນນີ້ອີກແລ້ວ...” ເມື່ອຄວາມຄິດຂອງລາວມາຮອດຈຸດນີ້, ອັບຣາຮາມຈະກ້າຄິດໄປໄກກວ່ານີ້ບໍ? (ບໍ່ກ້າ.) ເປັນຫຍັງຈຶ່ງບໍ່ກ້າ? ການຄິດໄປໄກກວ່ານີ້ຈະນຳມາເຊິ່ງຄວາມເຈັບປວດອັນໃຫຍ່ຫຼວງກວ່າເກົ່າ ປຽບເໝືອນມີດແທງຫົວໃຈ. ການຄິດໄປໄກກວ່ານີ້ຈະບໍ່ໄດ້ໝາຍເຖິງການຄິດເຖິງສິ່ງທີ່ໜ້າດີໃຈ ແຕ່ມັນຈະໝາຍເຖິງຄວາມທຸກທໍລະມານ. ເດັກນ້ອຍຄົນນີ້ບໍ່ໄດ້ພຽງຖືກພາຕົວໄປແລ້ວບໍ່ໄດ້ເຫັນໜ້າເປັນເວລາສອງສາມມື້ ຫຼື ສອງສາມປີ ແຕ່ກໍຍັງຄົງຢູ່ບ່ອນນັ້ນ; ມັນບໍ່ແມ່ນວ່າອັບຣາຮາມຈະຄິດຮອດລາວຢູ່ຕະຫຼອດເວລາ ແລ້ວກໍໄດ້ພົບກັບເດັກນ້ອຍຄົນນີ້ອີກຄັ້ງໃນຊ່ວງເວລາທີ່ເໝາະສົມເມື່ອລາວເຕີບໃຫຍ່ຂຶ້ນ. ມັນບໍ່ໄດ້ເປັນແບບນັ້ນ. ເມື່ອເດັກນ້ອຍຖືກຖວາຍເທິງແທ່ນບູຊາແລ້ວ, ລາວກໍຈະບໍ່ມີຊີວິດຢູ່ອີກຕໍ່ໄປ, ລາວຈະບໍ່ຖືກພົບເຫັນອີກເລີຍ, ລາວຈະຖືກຖວາຍແດ່ພຣະເຈົ້າ ແລະ ລາວຈະໄດ້ກັບຄືນໄປຫາພຣະເຈົ້າ. ທຸກສິ່ງຈະກັບໄປເປັນຄືກັບທີ່ເຄີຍເປັນມາກ່ອນ. ກ່ອນທີ່ຈະມີເດັກນ້ອຍຄົນນີ້, ຊີວິດນັ້ນໂດດດ່ຽວ. ແລ້ວ ມັນຈະເຈັບປວດບໍ ຖ້າທຸກສິ່ງຍັງຄົງດຳເນີນຕໍ່ໄປແບບນັ້ນ ໂດຍທີ່ລາວບໍ່ເຄີຍມີລູກເລີຍ? (ມັນຄົງຈະບໍ່ເຈັບປວດປານໃດ.) ການມີລູກແລ້ວຕ້ອງສູນເສຍລາວໄປ ນັ້ນຄືຄວາມເຈັບປວດຢ່າງມະຫາສານ. ມັນເປັນເລື່ອງທີ່ເຈັບປວດປາງຕາຍ! ການສົ່ງຄືນເດັກນ້ອຍຄົນນີ້ແດ່ພຣະເຈົ້າຈະໝາຍຄວາມວ່ານັບຕັ້ງແຕ່ນັ້ນເປັນຕົ້ນໄປ ຈະບໍ່ໄດ້ເຫັນເດັກນ້ອຍຄົນນີ້ອີກ, ຈະບໍ່ໄດ້ຍິນສຽງຂອງລາວອີກ, ອັບຣາຮາມຈະບໍ່ໄດ້ເບິ່ງລາວຫຼິ້ນອີກ, ຈະບໍ່ສາມາດລ້ຽງດູລາວໄດ້, ຈະບໍ່ສາມາດເຮັດໃຫ້ລາວຫົວ, ຈະບໍ່ໄດ້ເຫັນລາວເຕີບໃຫຍ່, ຈະບໍ່ສາມາດເພີດເພີນກັບຄວາມສຸກຂອງຄອບຄົວທັງໝົດທີ່ມາພ້ອມກັບການມີຢູ່ຂອງລາວ. ສິ່ງທີ່ເຫຼືອຢູ່ກໍຈະມີພຽງແຕ່ຄວາມເຈັບປວດ ແລະ ຄວາມຄິດຮອດເທົ່ານັ້ນ. ຍິ່ງອັບຣາຮາມຄິດກ່ຽວກັບເລື່ອງນີ້ຫຼາຍເທົ່າໃດ ມັນກໍຍິ່ງເປັນເລື່ອງຍາກຫຼາຍຂຶ້ນເທົ່ານັ້ນ. ແຕ່ບໍ່ວ່າມັນຈະເປັນເລື່ອງຍາກຫຼາຍສໍ່າໃດກໍຕາມ, ມີສິ່ງໜຶ່ງທີ່ຊັດເຈນຢູ່ໃນຫົວໃຈຂອງລາວ: “ສິ່ງທີ່ພຣະເຈົ້າຊົງກ່າວ ແລະ ສິ່ງທີ່ພຣະເຈົ້າຈະຊົງເຮັດນັ້ນບໍ່ແມ່ນເລື່ອງຕະຫຼົກ, ມັນບໍ່ສາມາດຜິດພາດໄດ້ ແລະ ຍິ່ງບໍ່ສາມາດປ່ຽນແປງໄດ້. ຍິ່ງໄປກວ່ານັ້ນ, ເດັກນ້ອຍຄົນນີ້ມາຈາກພຣະເຈົ້າ ສະນັ້ນ ມັນຈຶ່ງເປັນທຳມະຊາດ ແລະ ທ່ຽງທຳໂດຍສົມບູນທີ່ລາວຈະຖືກຖວາຍແດ່ພຣະເຈົ້າ ແລະ ເມື່ອພຣະເຈົ້າຊົງປາຖະໜາສິ່ງນັ້ນ ຂ້ອຍກໍມີໜ້າທີ່ຕ້ອງສົ່ງລາວຄືນແດ່ພຣະເຈົ້າ ໂດຍບໍ່ມີຂໍ້ຕໍ່ລອງ. ຄວາມສຸກໃນຄອບຄົວຕະຫຼອດໜຶ່ງທົດສະວັດທີ່ຜ່ານມາເປັນຂອງຂວັນທີ່ພິເສດ ເຊິ່ງເປັນສິ່ງທີ່ຂ້ອຍໄດ້ເພີດເພີນຢ່າງຫຼວງຫຼາຍແລ້ວ; ຂ້ອຍຄວນຂອບພຣະໄທພຣະເຈົ້າ ແລະ ບໍ່ຄວນຮຽກຮ້ອງສິ່ງທີ່ບໍ່ສົມເຫດສົມຜົນຈາກພຣະເຈົ້າ. ເດັກນ້ອຍຄົນນີ້ເປັນຂອງພຣະເຈົ້າ, ຂ້ອຍບໍ່ຄວນອ້າງວ່າລາວເປັນຂອງຂ້ອຍເອງ, ລາວບໍ່ແມ່ນຊັບສິນສ່ວນຕົວຂອງຂ້ອຍ. ທຸກຄົນລ້ວນແຕ່ມາຈາກພຣະເຈົ້າ. ເຖິງແມ່ນວ່າຂ້ອຍຈະຖືກຂໍໃຫ້ຖວາຍຊີວິດຂອງຂ້ອຍເອງ, ຂ້ອຍກໍບໍ່ຄວນພະຍາຍາມໂຕ້ຖຽງກັບພຣະເຈົ້າ ຫຼື ກຳນົດເງື່ອນໄຂ, ຢ່າວ່າແຕ່ເມື່ອເດັກນ້ອຍຄົນນີ້ເປັນຜູ້ທີ່ພຣະເຈົ້າຊົງບອກກ່າວ ແລະ ຊົງປະທານໃຫ້ດ້ວຍຕົວພຣະອົງເອງ. ຖ້າພຣະເຈົ້າຊົງບອກໃຫ້ຖວາຍລາວ, ຂ້ອຍກໍຈະເຮັດ!”
ເວລາໄດ້ຜ່ານໄປເທື່ອລະນາທີ ເທື່ອລະວິນາທີແບບນີ້, ຊ່ວງເວລາແຫ່ງການຖວາຍເຄື່ອງບູຊາກໍຍິ່ງຫຍັບເຂົ້າມາໃກ້ເລື້ອຍໆ. ແຕ່ໃນໃຈຂອງອັບຣາຮາມບໍ່ໄດ້ທຸກໃຈຫຼາຍຂຶ້ນ, ແຕ່ພັດຄ່ອຍໆສະຫງົບລົງ. ແມ່ນຫຍັງທີ່ເຮັດໃຫ້ລາວສະຫງົບລົງໄດ້? ຍ້ອນຫຍັງຈຶ່ງເຮັດໃຫ້ອັບຣາຮາມສາມາດຫຼຸດພົ້ນຈາກຄວາມເຈັບປວດ ແລະ ມີທັດສະນະຄະຕິທີ່ຖືກຕ້ອງຕໍ່ສິ່ງທີ່ກຳລັງຈະເກີດຂຶ້ນໄດ້? ລາວເຊື່ອວ່າທັດສະນະຄະຕິຂອງຄົນເຮົາຕໍ່ທຸກສິ່ງທີ່ພຣະເຈົ້າຊົງເຮັດນັ້ນຄວນມີພຽງແຕ່ການອ່ອນນ້ອມເທົ່ານັ້ນ ແລະ ບໍ່ຄວນໂຕ້ຖຽງກັບພຣະເຈົ້າ. ເມື່ອຄວາມຄິດຂອງລາວມາຮອດຈຸດນີ້, ລາວກໍບໍ່ເຈັບປວດອີກຕໍ່ໄປ. ລາວໄດ້ພາອີຊາກທີ່ຍັງນ້ອຍຍ່າງກ້າວໄປຫາຂ້າງແທ່ນບູຊາເທື່ອລະກ້າວ. ເທິງແທ່ນບູຊານັ້ນບໍ່ມີຫຍັງເລີຍ ເຊິ່ງບໍ່ຄືກັບປົກກະຕິທີ່ຈະມີລູກແກະກຽມໄວ້ລໍຖ້າຢູ່ແລ້ວ. ອີຊາກຖາມວ່າ “ທ່ານພໍ່, ມື້ນີ້ພໍ່ຍັງບໍ່ທັນໄດ້ກຽມເຄື່ອງບູຊາເທື່ອບໍ? ຖ້າເປັນແນວນັ້ນ ມື້ນີ້ຈະຖວາຍຫຍັງ?” ເມື່ອອີຊາກຖາມແບບນີ້, ອັບຣາຮາມຮູ້ສຶກແນວໃດ? ລາວຈະສາມາດດີໃຈໄດ້ບໍ? (ບໍ່.) ແລ້ວລາວເຮັດແນວໃດ? ໃນຫົວໃຈຂອງລາວ, ລາວກຽດຊັງພຣະເຈົ້າບໍ? ລາວຈົ່ມວ່າພຣະເຈົ້າບໍ? ລາວຕໍ່ຕ້ານບໍ? (ບໍ່.) ບໍ່ມີສິ່ງເຫຼົ່ານີ້ເລີຍ. ເບິ່ງອອກໄດ້ແນວໃດ? ຈາກທຸກສິ່ງທີ່ເກີດຂຶ້ນຕໍ່ຈາກນັ້ນ, ມັນຊັດເຈນວ່າອັບຣາຮາມບໍ່ໄດ້ມີຄວາມຄິດເຊັ່ນນີ້ແທ້ໆ. ລາວໄດ້ເອົາຟືນທີ່ລາວກຳລັງຈະດັງໄຟວາງໄວ້ເທິງແທ່ນບູຊາ ແລະ ເອີ້ນອີຊາກເຂົ້າມາ. ແລ້ວ ເມື່ອເຫັນພາບທີ່ອັບຣາຮາມເອີ້ນອີຊາກມາທີ່ແທ່ນບູຊາ, ໃນຊ່ວງເວລານັ້ນ, ຜູ້ຄົນຈະຄິດແນວໃດ? “ເຈົ້າຊ່າງເປັນຜູ້ເຖົ້າທີ່ໃຈດຳແທ້ໆ. ເຈົ້າບໍ່ມີຄວາມເປັນມະນຸດເລີຍ. ເຈົ້າບໍ່ແມ່ນຄົນ! ລາວເປັນລູກຊາຍຂອງເຈົ້າ, ເຈົ້າຕັດໃຈເຮັດແບບນີ້ໄດ້ແທ້ໆບໍ? ເຈົ້າລົງມືເຮັດໄດ້ແທ້ໆບໍ? ເຈົ້າໂຫດຮ້າຍຂະໜາດນັ້ນເລີຍບໍ? ເຈົ້າມີຫົວໃຈຢູ່ບໍ?” ພວກເຂົາຄິດແບບນັ້ນແມ່ນບໍ? ແລ້ວອັບຣາຮາມໄດ້ຄິດສິ່ງເຫຼົ່ານີ້ບໍ? (ບໍ່ໄດ້ຄິດ.) ລາວເອີ້ນອີຊາກມາໃກ້ໆ ແລະ ໂດຍທີ່ບໍ່ສາມາດເວົ້າຫຍັງໄດ້ຈັກຄຳ, ລາວໄດ້ເອົາເຊືອກທີ່ກຽມໄວ້ອອກມາແລ້ວມັດມື ແລະ ຕີນຂອງອີຊາກ. ຈາກການກະທຳເຫຼົ່ານີ້ ມັນສະແດງໃຫ້ເຫັນວ່າການຖວາຍຄັ້ງນີ້ເປັນການຖວາຍແທ້ ຫຼື ປອມ? ມັນເປັນການຖວາຍແທ້, ບໍ່ມີສິ່ງເຈືອປົນ ແລະ ບໍ່ແມ່ນການເຮັດເພື່ອສ້າງພາບ. ລາວໄດ້ຍົກອີຊາກຂຶ້ນບ່າຂອງລາວ ແລະ ບໍ່ວ່າເດັກນ້ອຍຄົນນີ້ຈະດີ້ນຮົນ ແລະ ຮ້ອງໄຫ້ຫຼາຍສໍ່າໃດກໍຕາມ, ອັບຣາຮາມກໍບໍ່ເຄີຍຄິດທີ່ຈະລົ້ມເລີກເລີຍ. ລາວໄດ້ວາງລູກຊາຍແທ້ໆທີ່ຍັງນ້ອຍຂອງລາວລົງເທິງຟືນຢ່າງເດັດດ່ຽວ ເພື່ອຈະໃຫ້ຖືກເຜົາເທິງແທ່ນບູຊາ. ອີຊາກຮ້ອງໄຫ້, ໂຫ່ຮ້ອງ, ດີ້ນຮົນ ແຕ່ອັບຣາຮາມກໍກຳລັງປະຕິບັດການຖວາຍເຄື່ອງບູຊາແດ່ພຣະເຈົ້າ, ໂດຍກຽມທຸກສິ່ງສຳລັບການຖວາຍເຄື່ອງບູຊາ. ຫຼັງຈາກທີ່ວາງອີຊາກລົງເທິງແທ່ນບູຊາແລ້ວ, ອັບຣາຮາມກໍເອົາມີດທີ່ມັກໃຊ້ຂ້າລູກແກະອອກມາ ແລະ ຈັບມັນໄວ້ແໜ້ນດ້ວຍມືທັງສອງຂ້າງ, ໃນຂະນະທີ່ລາວຍົກມີດຂຶ້ນເໜືອຫົວຂອງລາວ ແລະ ຈີ້ໄປທີ່ອີຊາກ. ລາວຫຼັບຕາລົງ ແລະ ໃນຂະນະທີ່ມີດກຳລັງຈະຟັນລົງມານັ້ນ, ພຣະເຈົ້າກໍຊົງກ່າວກັບອັບຣາຮາມ. ພຣະເຈົ້າຊົງກ່າວວ່າແນວໃດ? “ອັບຣາຮາມ, ຢ່າລົງມື!” ອັບຣາຮາມຄົງຈະບໍ່ເຄີຍຈິນຕະນາການເລີຍວ່າ ພຣະເຈົ້າຈະຊົງກ່າວເຊັ່ນນີ້ ໃນຂະນະທີ່ລາວກຳລັງຈະສົ່ງອີຊາກຄືນແດ່ພຣະອົງ. ມັນບໍ່ແມ່ນສິ່ງທີ່ລາວຈະກ້າຄິດເລີຍ. ແຕ່ເຖິງຢ່າງນັ້ນ, ພຣະທຳຂອງພຣະເຈົ້າກໍໄດ້ກະທົບເຂົ້າໄປໃນຫົວໃຈຂອງລາວເທື່ອລະຄຳ. ດ້ວຍເຫດນີ້ ອີຊາກຈຶ່ງລອດຊີວິດ. ໃນມື້ນັ້ນ, ເຄື່ອງບູຊາທີ່ຈະຖືກຖວາຍແດ່ພຣະເຈົ້າຢ່າງແທ້ຈິງແມ່ນຢູ່ທາງຫຼັງຂອງອັບຣາຮາມ; ນັ້ນຄືລູກແກະ. ສິ່ງນີ້ໄດ້ຖືກກຽມໄວ້ໂດຍພຣະເຈົ້າລ່ວງໜ້າຕັ້ງດົນແລ້ວ ແຕ່ພຣະເຈົ້າບໍ່ໄດ້ຊົງບອກໃບ້ລ່ວງໜ້າອັນໃດແກ່ອັບຣາຮາມເລີຍ, ແຕ່ພັດຊົງບອກໃຫ້ລາວຢຸດ ໃນຂະນະທີ່ລາວຍົກມີດຂຶ້ນ ແລະ ພ້ອມທີ່ຈະແທງລົງມາ. ບໍ່ມີໃຜສາມາດຈິນຕະນາການເຖິງສິ່ງນີ້ໄດ້ເລີຍ, ບໍ່ວ່າຈະເປັນອັບຣາຮາມ ຫຼື ອີຊາກກໍຕາມ. ເມື່ອເບິ່ງການທີ່ອັບຣາຮາມຖວາຍອີຊາກ, ອັບຣາຮາມຕັ້ງໃຈທີ່ຈະຖວາຍລູກຊາຍຂອງລາວຢ່າງແທ້ຈິງ ຫຼື ລາວກຳລັງທຳທ່າເຮັດ? (ລາວຕັ້ງໃຈທີ່ຈະເຮັດສິ່ງນີ້ຢ່າງແທ້ຈິງ.) ລາວຕັ້ງໃຈທີ່ຈະເຮັດສິ່ງນີ້ຢ່າງແທ້ຈິງ. ການກະທຳຂອງລາວນັ້ນບໍລິສຸດ, ບໍ່ມີການຫຼອກລວງອັນໃດມາເຈືອປົນເລີຍ.
ອັບຣາຮາມໄດ້ຖວາຍເລືອດເນື້ອເຊື້ອໄຂຂອງລາວເອງເປັນເຄື່ອງບູຊາແດ່ພຣະເຈົ້າ ແລະ ເມື່ອພຣະເຈົ້າຊົງໃຫ້ລາວຖວາຍນັ້ນ ອັບຣາຮາມກໍບໍ່ໄດ້ພະຍາຍາມໂຕ້ຖຽງກັບພຣະອົງໂດຍກ່າວວ່າ “ປ່ຽນເປັນຄົນອື່ນໄດ້ບໍ? ຖວາຍຂ້ານ້ອຍກໍໄດ້ ຫຼື ຖວາຍຄົນອື່ນກໍໄດ້”. ລາວບໍ່ໄດ້ເວົ້າສິ່ງເຫຼົ່ານີ້ ແຕ່ລາວໄດ້ຖວາຍລູກຊາຍທີ່ລາວທະນຸຖະໜອມ ແລະ ລໍ້າຄ່າທີ່ສຸດແດ່ພຣະເຈົ້າ. ແລ້ວການຖວາຍຄັ້ງນີ້ເຮັດແນວໃດ? ລາວໄດ້ຟັງສິ່ງທີ່ພຣະເຈົ້າກ່າວ ແລ້ວກໍລົງມືເຮັດຕາມນັ້ນເລີຍ. ມັນສົມເຫດສົມຜົນສຳລັບຜູ້ຄົນບໍ, ຖ້າພຣະເຈົ້າຊົງປະທານເດັກນ້ອຍຄົນໜຶ່ງໃຫ້ອັບຣາຮາມ ແລ້ວຫຼັງຈາກທີ່ເດັກນ້ອຍເຕີບໃຫຍ່ຂຶ້ນ ພຣະອົງກໍຊົງຂໍໃຫ້ອັບຣາຮາມສົ່ງເດັກນ້ອຍຄືນ ແລະ ຕ້ອງການເອົາເດັກນ້ອຍໄປ? (ບໍ່ສົມເຫດສົມຜົນ.) ຈາກມຸມມອງຂອງມະນຸດ, ນີ້ບໍ່ແມ່ນການກະທຳທີ່ໄຮ້ເຫດຜົນຢ່າງສິ້ນເຊີງບໍ? ນີ້ບໍ່ເບິ່ງຄືກັບວ່າພຣະເຈົ້າກຳລັງລໍ້ຫຼິ້ນກັບອັບຣາຮາມບໍ? ມື້ໜຶ່ງພຣະເຈົ້າຊົງປະທານເດັກນ້ອຍຄົນນີ້ໃຫ້ອັບຣາຮາມ ແລ້ວພຽງສອງສາມປີຕໍ່ມາ ພຣະອົງກໍຊົງຕ້ອງການເອົາລາວໄປ. ຖ້າພຣະເຈົ້າຊົງຕ້ອງການເດັກນ້ອຍຄົນນີ້ ພຣະອົງກໍພຽງແຕ່ເອົາລາວໄປກໍພໍແລ້ວ; ບໍ່ຈຳເປັນຕ້ອງເຮັດໃຫ້ຄົນຜູ້ນັ້ນຕ້ອງທົນທຸກທໍລະມານເຊັ່ນນີ້ ໂດຍການຂໍໃຫ້ລາວຖວາຍເດັກນ້ອຍເທິງແທ່ນບູຊາເລີຍ. ການຖວາຍເດັກນ້ອຍເທິງແທ່ນບູຊາໝາຍຄວາມວ່າແນວໃດ? ໝາຍຄວາມວ່າອັບຣາຮາມຕ້ອງຂ້າເດັກນ້ອຍ ແລ້ວເຜົາລາວດ້ວຍສອງມືຂອງລາວເອງ. ນີ້ແມ່ນສິ່ງທີ່ຄົນເຮົາຈະຕັດໃຈເຮັດໄດ້ບໍ? (ບໍ່ໄດ້.) ການທີ່ພຣະເຈົ້າຊົງຂໍໃຫ້ຖວາຍເຄື່ອງບູຊານີ້ ມັນໝາຍຄວາມວ່າແນວໃດ? ໝາຍຄວາມວ່າອັບຣາຮາມຕ້ອງເຮັດສິ່ງເຫຼົ່ານີ້ດ້ວຍຕົນເອງ: ມັດລູກຊາຍຂອງລາວດ້ວຍຕົນເອງ, ວາງລາວລົງເທິງແທ່ນບູຊາດ້ວຍຕົນເອງ, ຂ້າລາວດ້ວຍມີດດ້ວຍຕົນເອງ ແລ້ວກໍເຜົາລາວດ້ວຍຕົນເອງເພື່ອເປັນເຄື່ອງບູຊາແດ່ພຣະເຈົ້າ. ສຳລັບມະນຸດແລ້ວ, ສິ່ງເຫຼົ່ານີ້ບໍ່ມີສິ່ງໃດເລີຍທີ່ເບິ່ງຄືວ່າ ໄດ້ຄຳນຶງເຖິງຄວາມຮູ້ສຶກຂອງມະນຸດ; ບໍ່ມີສິ່ງໃດເລີຍໃນເລື່ອງເຫຼົ່ານີ້ທີ່ຈະສົມເຫດສົມຜົນຕາມແນວຄິດ, ຄວາມຄິດ, ປັດຊະຍາທາງຈັນຍາບັນ ຫຼື ສິນທຳ ແລະ ປະເພນີດັ້ງເດີມຂອງພວກເຂົາ. ອັບຣາຮາມບໍ່ໄດ້ດຳລົງຊີວິດຢູ່ໃນສູນຍາກາດ ແລະ ລາວກໍບໍ່ໄດ້ດຳລົງຊີວິດຢູ່ໃນໂລກແຫ່ງຈິນຕະນາການ; ລາວດຳລົງຊີວິດຢູ່ໃນໂລກຂອງມະນຸດ. ລາວມີຄວາມຄິດແບບມະນຸດ ແລະ ມີມຸມມອງແບບມະນຸດ. ແລ້ວລາວຄິດແນວໃດ ເມື່ອສິ່ງທັງໝົດນີ້ເກີດຂຶ້ນກັບລາວ? ນອກເໜືອຈາກຄວາມທຸກທໍລະມານຂອງລາວ ແລະ ນອກເໜືອຈາກບາງສິ່ງທີ່ເຮັດໃຫ້ລາວສັບສົນແລ້ວ, ໃນຕົວລາວມີຄວາມກະບົດ ຫຼື ການປະຕິເສດຢູ່ບໍ? ລາວໄດ້ໂຈມຕີດ້ວຍຄຳເວົ້າ ແລະ ດ່າທໍພຣະເຈົ້າບໍ? ບໍ່ມີເລີຍ. ແຕ່ກົງກັນຂ້າມຢ່າງສິ້ນເຊີງ: ນັບຕັ້ງແຕ່ຊ່ວງເວລາທີ່ພຣະເຈົ້າຊົງບັນຊາໃຫ້ລາວເຮັດສິ່ງນີ້, ອັບຣາຮາມກໍບໍ່ກ້າຖືເບົາຕໍ່ເລື່ອງນີ້ເລີຍ; ກົງກັນຂ້າມ, ລາວເລີ່ມກຽມຕົວໃນທັນທີ. ແລ້ວອາລົມຂອງລາວເປັນແນວໃດ ໃນຂະນະທີ່ລາວເລີ່ມການກຽມຕົວເຫຼົ່ານີ້? ລາວດີໃຈ, ຍິນດີ ແລະ ມີຄວາມສຸກບໍ? ຫຼື ລາວເຈັບປວດ, ໂສກເສົ້າ ແລະ ໜັກໃຈ? (ລາວເຈັບປວດ ແລະ ໂສກເສົ້າ.) ລາວເຈັບປວດ! ທຸກບາດກ້າວຂອງລາວນັ້ນໜັກອຶ້ງ. ຫຼັງຈາກທີ່ຮັບຮູ້ເລື່ອງນີ້ ແລະ ຫຼັງຈາກທີ່ໄດ້ຟັງພຣະທຳຂອງພຣະເຈົ້າແລ້ວ, ແຕ່ລະມື້ປຽບເໝືອນໜຶ່ງປີສຳລັບອັບຣາຮາມ; ລາວທຸກໃຈ, ບໍ່ສາມາດມີຄວາມສຸກໄດ້ ແລະ ລາວກໍມີຈິດໃຈທີ່ໜັກອຶ້ງ. ເຖິງຢ່າງໃດກໍຕາມ, ຄວາມເຊື່ອໝັ້ນພຽງໜຶ່ງດຽວຂອງລາວແມ່ນຫຍັງ? (ນັ້ນກໍຄືລາວຕ້ອງເຊື່ອຟັງພຣະທຳຂອງພຣະເຈົ້າ.) ຖືກຕ້ອງແລ້ວ, ນັ້ນກໍຄືລາວຕ້ອງເຊື່ອຟັງພຣະທຳຂອງພຣະເຈົ້າ. ລາວບອກກັບຕົນເອງວ່າ “ພຣະນາມແຫ່ງພຣະເຢໂຮວາ ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ສົມຄວນໄດ້ຮັບການສັນລະເສີນ; ຂ້ານ້ອຍແມ່ນໜຶ່ງໃນປະຊາຊົນຂອງພຣະເຈົ້າ ແລະ ຄວນເຊື່ອຟັງພຣະທຳຂອງພຣະເຈົ້າ. ບໍ່ວ່າສິ່ງທີ່ພຣະເຈົ້າຊົງກ່າວນັ້ນຈະຖືກ ຫຼື ຜິດກໍຕາມ ແລະ ບໍ່ວ່າອີຊາກຈະມາຫາຂ້ານ້ອຍດ້ວຍວິທີໃດກໍຕາມ, ຖ້າພຣະເຈົ້າຊົງຮຽກຮ້ອງ ຂ້ານ້ອຍກໍຕ້ອງຖວາຍໃຫ້; ນີ້ຄືຄວາມສຳນຶກ ແລະ ທັດສະນະຄະຕິທີ່ມະນຸດຕ້ອງມີ”. ອັບຣາຮາມບໍ່ໄດ້ປາສະຈາກຄວາມເຈັບປວດ ຫຼື ຄວາມຫຍຸ້ງຍາກ ຫຼັງຈາກທີ່ຍອມຮັບພຣະທຳຂອງພຣະເຈົ້າ; ລາວຮູ້ສຶກເຈັບປວດ ແລະ ມີຄວາມຫຍຸ້ງຍາກຂອງລາວເອງ ແລະ ສິ່ງເຫຼົ່ານີ້ກໍບໍ່ແມ່ນເລື່ອງງ່າຍທີ່ຈະເອົາຊະນະໄດ້! ເຖິງຢ່າງນັ້ນກໍຕາມ, ໃນທີ່ສຸດແລ້ວເກີດຫຍັງຂຶ້ນ? ດັ່ງທີ່ພຣະເຈົ້າຊົງປາຖະໜາ, ອັບຣາຮາມໄດ້ພາລູກຊາຍຂອງລາວເອງ ເຊິ່ງເປັນເດັກນ້ອຍ ມາທີ່ແທ່ນບູຊາ ແລະ ທຸກສິ່ງທີ່ລາວເຮັດນັ້ນລ້ວນແຕ່ຖືກພຣະເຈົ້າຊົງທອດພຣະເນດເຫັນ. ເຊັ່ນດຽວກັບທີ່ພຣະເຈົ້າຊົງເຝົ້າເບິ່ງໂນອາ, ພຣະອົງກໍຊົງເຝົ້າເບິ່ງທຸກການເຄື່ອນໄຫວຂອງອັບຣາຮາມເຊັ່ນກັນ ແລະ ພຣະອົງຊົງຊາບຊຶ້ງພຣະໄທກັບທຸກສິ່ງທີ່ລາວເຮັດ. ເຖິງແມ່ນວ່າສິ່ງຕ່າງໆຈະບໍ່ໄດ້ຈົບລົງຄືກັບທີ່ທຸກຄົນຄິດໄວ້ກໍຕາມ, ແຕ່ສິ່ງທີ່ອັບຣາຮາມເຮັດນັ້ນເປັນສິ່ງທີ່ບໍ່ມີໃຜຄືໃນທ່າມກາງມວນມະນຸດທັງໝົດ. ລາວຄວນເປັນຕົ້ນແບບສຳລັບທຸກຄົນທີ່ຕິດຕາມພຣະເຈົ້າບໍ? (ແມ່ນແລ້ວ.) ລາວເປັນຕົ້ນແບບສຳລັບມວນມະນຸດທັງໝົດທີ່ຕິດຕາມພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າລາວເປັນຕົ້ນແບບສຳລັບມວນມະນຸດ? ອັບຣາຮາມບໍ່ໄດ້ເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ລາວກໍບໍ່ເຄີຍໄດ້ຍິນຄວາມຈິງ ຫຼື ຄຳເທດສະໜາໃດໜຶ່ງທີ່ພຣະເຈົ້າຊົງກ່າວກັບລາວດ້ວຍພຣະອົງເອງ. ລາວພຽງແຕ່ເຊື່ອ, ຍອມຮັບ ແລະ ເຊື່ອຟັງເທົ່ານັ້ນ. ຄວາມເປັນມະນຸດຂອງລາວມີສິ່ງໃດທີ່ບໍ່ຄືໃຜເຊັ່ນນີ້? (ເຫດຜົນຂອງສິ່ງທີ່ຖືກສ້າງ.) ຄຳເວົ້າໃດທີ່ສະທ້ອນເຖິງສິ່ງນີ້? (ລາວເວົ້າວ່າ “ພຣະນາມແຫ່ງພຣະເຢໂຮວາ ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ສົມຄວນໄດ້ຮັບການສັນລະເສີນ; ຂ້ານ້ອຍຄວນເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພຣະທຳເຫຼົ່ານັ້ນຈະສອດຄ່ອງກັບແນວຄິດຂອງມະນຸດ ຫຼື ບໍ່ກໍຕາມ, ຂ້ານ້ອຍກໍຕ້ອງອ່ອນນ້ອມ”.) ໃນສິ່ງນີ້, ອັບຣາຮາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ຍິ່ງໄປກວ່ານັ້ນ, ລາວຍັງມີສະຕິຮູ້ສຶກຜິດຊອບຂອງຄວາມເປັນມະນຸດທີ່ປົກກະຕິອີກດ້ວຍ. ແລ້ວສະຕິຮູ້ສຶກຜິດຊອບນີ້ສະທ້ອນໃຫ້ເຫັນຢູ່ບ່ອນໃດ? ອັບຣາຮາມຮູ້ວ່າອີຊາກຖືກປະທານໃຫ້ໂດຍພຣະເຈົ້າ, ລາວເປັນຂອງພຣະເຈົ້າ, ລາວມີເຈົ້າຂອງເປັນພຣະເຈົ້າ ແລະ ອັບຣາຮາມຄວນສົ່ງລາວຄືນແດ່ພຣະເຈົ້າເມື່ອພຣະອົງຊົງຮຽກຮ້ອງ, ແທນທີ່ຈະຍຶດຕິດກັບລາວຢູ່ສະເໝີ; ນີ້ຄືສະຕິຮູ້ສຶກຜິດຊອບທີ່ມະນຸດຄວນມີ.
ຄົນໃນປັດຈຸບັນມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນບໍ? (ບໍ່ມີ.) ສິ່ງນີ້ສະທ້ອນໃຫ້ເຫັນໃນເລື່ອງໃດແດ່? ບໍ່ວ່າພຣະເຈົ້າຈະຊົງປະທານພຣະຄຸນໃຫ້ແກ່ຜູ້ຄົນຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະເພີດເພີນກັບພອນ ຫຼື ພຣະຄຸນຫຼາຍສໍ່າໃດກໍຕາມ, ທັດສະນະຄະຕິຂອງພວກເຂົາເປັນແນວໃດ ເມື່ອພວກເຂົາຖືກຂໍໃຫ້ຕອບແທນຄວາມຮັກຂອງພຣະເຈົ້າ? (ຕໍ່ຕ້ານ ແລະ ບາງຄັ້ງກໍຢ້ານຄວາມຍາກລຳບາກ ແລະ ຄວາມອິດເມື່ອຍ.) ການຢ້ານຄວາມຍາກລຳບາກ ແລະ ຄວາມອິດເມື່ອຍເປັນການສະແດງອອກທີ່ເປັນຮູບປະທຳເຖິງການຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ການຫາຂໍ້ອ້າງ, ການພະຍາຍາມກຳນົດເງື່ອນໄຂ ແລະ ການຕໍ່ລອງ ກໍເປັນການສະແດງອອກທີ່ເປັນຮູບປະທຳເຊັ່ນກັນ ແມ່ນບໍ? (ແມ່ນແລ້ວ.) ຍັງມີການຈົ່ມວ່າ, ການເຮັດສິ່ງຕ່າງໆແບບເຮັດພໍແລ້ວມືແລ້ວຕີນ ແລະ ຫຼົບຫຼີກວຽກ ແລະ ການໂລບໃນຄວາມສະດວກສະບາຍຂອງເນື້ອໜັງ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສະແດງອອກທີ່ເປັນຮູບປະທຳ. ຄົນໃນປັດຈຸບັນບໍ່ມີສະຕິຮູ້ສຶກຜິດຊອບ ແຕ່ພວກເຂົາກໍຍັງມັກຈະສັນລະເສີນພຣະຄຸນຂອງພຣະເຈົ້າ ແລະ ນັບພຣະຄຸນທັງໝົດເຫຼົ່ານັ້ນ ແລະ ຮູ້ສຶກຕື້ນຕັນໃຈຈົນນໍ້າຕາໄຫຼໃນຂະນະທີ່ພວກເຂົານັບສິ່ງເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ພວກເຂົານັບສຳເລັດແລ້ວ, ມັນກໍຈົບລົງພຽງເທົ່ານັ້ນ; ພວກເຂົາຍັງຄົງເຮັດພໍແລ້ວມືແລ້ວຕີນ, ຍັງຄົງເຮັດພໍເປັນພິທີ, ພວກເຂົາຍັງຄົງຫຼອກລວງ ແລະ ພວກເຂົາຍັງຄົງມີເລ່ຫຼ່ຽມ ແລະ ຂີ້ຄ້ານ ໂດຍບໍ່ມີການສະແດງອອກເຖິງການກັບໃຈທີ່ສະເພາະໃດໜຶ່ງເລີຍ. ຖ້າເປັນແນວນັ້ນ, ການນັບຂອງເຈົ້າຈະມີປະໂຫຍດຫຍັງ? ນີ້ຄືການສະແດງອອກເຖິງການຂາດສະຕິຮູ້ສຶກຜິດຊອບ. ສະນັ້ນ, ການຂາດເຫດຜົນສະແດງອອກແນວໃດ? ເມື່ອພຣະເຈົ້າຊົງລິຮານເຈົ້າ, ເຈົ້າກໍຈົ່ມວ່າ, ຄວາມຮູ້ສຶກຂອງເຈົ້າກໍເຈັບປວດ ແລ້ວເຈົ້າກໍບໍ່ຢາກປະຕິບັດໜ້າທີ່ຂອງເຈົ້າອີກຕໍ່ໄປ ແລະ ເວົ້າວ່າພຣະເຈົ້າບໍ່ມີຄວາມຮັກ; ເມື່ອເຈົ້າທົນທຸກເລັກໜ້ອຍໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ ຫຼື ເມື່ອສະພາບແວດລ້ອມທີ່ພຣະເຈົ້າຊົງຈັດຕັ້ງໃຫ້ເຈົ້ານັ້ນຍາກລຳບາກເລັກໜ້ອຍ, ທ້າທາຍເລັກໜ້ອຍ ຫຼື ໜັກໜ່ວງເລັກໜ້ອຍ, ເຈົ້າກໍບໍ່ປາຖະໜາທີ່ຈະເຮັດມັນອີກຕໍ່ໄປ; ແລະ ໃນສະພາບແວດລ້ອມຕ່າງໆທີ່ພຣະເຈົ້າຊົງຈັດຕັ້ງຂຶ້ນນັ້ນ ເຈົ້າບໍ່ສາມາດສະແຫວງຫາການອ່ອນນ້ອມໄດ້ເລີຍ, ເຈົ້າຄຳນຶງເຖິງແຕ່ເນື້ອໜັງເທົ່ານັ້ນ ແລະ ເຈົ້າພຽງແຕ່ຢາກປ່ອຍຕົວ ແລະ ເຮັດຕາມໃຈມັກ. ນີ້ແມ່ນການຂາດເຫດຜົນ ຫຼື ບໍ່? ເຈົ້າບໍ່ຢາກຍອມຮັບອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ເຈົ້າພຽງແຕ່ຢາກໄດ້ຮັບຜົນປະໂຫຍດຈາກພຣະອົງເທົ່ານັ້ນ. ເມື່ອເຈົ້າຈັດຕັ້ງປະຕິບັດວຽກງານເລັກໜ້ອຍ ແລະ ທົນທຸກເລັກໜ້ອຍ, ເຈົ້າກໍອ້າງຄຸນສົມບັດຂອງເຈົ້າ, ຄິດວ່າຕົນເອງເໜືອກວ່າຄົນອື່ນໃນຂະນະທີ່ເຈົ້າເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ເລີ່ມວາງທ່າເປັນເຈົ້ານາຍ. ເຈົ້າບໍ່ມີຄວາມປາຖະໜາທີ່ຈະເຮັດວຽກງານຕົວຈິງໃດໜຶ່ງ ແລະ ເຈົ້າກໍບໍ່ສາມາດຈັດຕັ້ງປະຕິບັດວຽກງານຕົວຈິງໃດໜຶ່ງໄດ້, ເຈົ້າພຽງແຕ່ຢາກອອກຄຳສັ່ງ ແລະ ເປັນເຈົ້ານາຍເທົ່ານັ້ນ. ເຈົ້າຢາກຕັ້ງຕົວເປັນໃຫຍ່, ເຮັດທຸກສິ່ງທີ່ເຈົ້າຕ້ອງການ ແລະ ກະທຳສິ່ງທີ່ຜິດຢ່າງບໍ່ຢ້ານກົວ. ນອກເໜືອຈາກການປ່ອຍຕົວ ແລະ ເຮັດຕາມໃຈມັກແລ້ວ, ກໍບໍ່ມີສິ່ງອື່ນໃດສະແດງອອກໃນຕົວເຈົ້າເລີຍ. ນີ້ຄືການມີເຫດຜົນບໍ? (ບໍ່ແມ່ນ.) ຖ້າພຣະເຈົ້າຊົງປະທານເດັກນ້ອຍທີ່ດີຄົນໜຶ່ງໃຫ້ແກ່ພວກເຈົ້າ ແລ້ວຕໍ່ມາກໍຊົງບອກເຈົ້າຢ່າງກົງໄປກົງມາວ່າພຣະອົງຈະເອົາເດັກນ້ອຍຄົນນັ້ນໄປ, ທັດສະນະຄະຕິຂອງເຈົ້າຈະເປັນແນວໃດ? ເຈົ້າຈະສາມາດມີທັດສະນະຄະຕິແບບດຽວກັບອັບຣາຮາມໄດ້ບໍ? (ບໍ່ໄດ້.) ບາງຄົນອາດຈະເວົ້າວ່າ “ເປັນຫຍັງຂ້ອຍຈະເຮັດບໍ່ໄດ້? ລູກຊາຍຂອງຂ້ອຍອາຍຸຊາວປີແລ້ວ ແລະ ຂ້ອຍກໍໄດ້ຖວາຍລາວແດ່ເຮືອນຂອງພຣະເຈົ້າ ເຊິ່ງຕອນນີ້ລາວກຳລັງປະຕິບັດໜ້າທີ່ຢູ່ທີ່ນັ້ນ!” ນີ້ແມ່ນການຖວາຍເຄື່ອງບູຊາບໍ? ຢ່າງດີທີ່ສຸດ ເຈົ້າກໍພຽງແຕ່ນຳພາລູກຂອງເຈົ້າໄປສູ່ເສັ້ນທາງທີ່ຖືກຕ້ອງ ແຕ່ເຈົ້າຍັງມີເຈດຕະນາແອບແຝງ: ເຈົ້າຢ້ານວ່າລູກຂອງເຈົ້າອາດຈະພັງພິນາດທ່າມກາງຫາຍະນະ. ມັນບໍ່ແມ່ນແບບນີ້ບໍ? ສິ່ງທີ່ເຈົ້າກຳລັງເຮັດຢູ່ນັ້ນບໍ່ໄດ້ເອີ້ນວ່າການຖວາຍເຄື່ອງບູຊາ; ມັນບໍ່ຄືກັນກັບການທີ່ອັບຣາຮາມຖວາຍອີຊາກເລີຍ. ມັນປຽບທຽບກັນບໍ່ໄດ້ແທ້ໆ. ເມື່ອອັບຣາຮາມໄດ້ຍິນສິ່ງທີ່ພຣະເຈົ້າຊົງບັນຊາລາວ, ຄຳສັ່ງນີ້ຈະຍາກລຳບາກສໍ່າໃດສຳລັບລາວ ຫຼື ສຳລັບສະມາຊິກຄົນອື່ນໆຂອງມວນມະນຸດ ທີ່ຈະປະຕິບັດຕາມ? ມັນຄົງຈະເປັນສິ່ງທີ່ຍາກທີ່ສຸດໃນໂລກ; ບໍ່ມີຫຍັງຍາກໄປກວ່ານີ້ອີກແລ້ວ. ນີ້ບໍ່ແມ່ນການຖວາຍບາງສິ່ງ ເຊັ່ນ: ລູກແກະ ຫຼື ເງິນເລັກໜ້ອຍ ແລະ ມັນບໍ່ແມ່ນຊັບສິນທາງໂລກ ຫຼື ວັດຖຸສິ່ງຂອງ ແລະ ມັນກໍບໍ່ແມ່ນສັດທີ່ບໍ່ມີຄວາມກ່ຽວຂ້ອງກັບຜູ້ທີ່ກຳລັງເຮັດການຖວາຍນັ້ນ. ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ຄົນເຮົາສາມາດຖວາຍໄດ້ດ້ວຍຄວາມພະຍາຍາມພຽງຊົ່ວຄາວ, ໃນຂະນະທີ່ເຄື່ອງບູຊາທີ່ພຣະເຈົ້າຊົງຂໍຈາກອັບຣາຮາມນັ້ນແມ່ນຊີວິດຂອງຄົນອີກຄົນໜຶ່ງ. ມັນແມ່ນເລືອດເນື້ອເຊື້ອໄຂຂອງອັບຣາຮາມເອງ. ມັນຈະເປັນເລື່ອງທີ່ຍາກລຳບາກຫຼາຍສໍ່າໃດ! ເດັກນ້ອຍຄົນນີ້ຍັງມີພູມຫຼັງທີ່ພິເສດ ນັ້ນກໍຄືລາວຖືກປະທານໃຫ້ໂດຍພຣະເຈົ້າ. ເປົ້າໝາຍຂອງພຣະເຈົ້າໃນການປະທານເດັກນ້ອຍຄົນໜຶ່ງໃຫ້ແກ່ລາວແມ່ນຫຍັງ? ກໍເພື່ອໃຫ້ອັບຣາຮາມມີບຸດຊາຍທີ່ຈະຖືກລ້ຽງດູຈົນເປັນຜູ້ໃຫຍ່, ແຕ່ງງານ ແລະ ມີລູກ ເຊິ່ງເປັນການສືບຕໍ່ນາມສະກຸນຂອງຄອບຄົວ. ແຕ່ຕອນນີ້ ເດັກນ້ອຍຄົນນີ້ຕ້ອງຖືກສົ່ງຄືນແດ່ພຣະເຈົ້າ ກ່ອນທີ່ລາວຈະເຕີບໃຫຍ່ເປັນຜູ້ໃຫຍ່ ແລະ ສິ່ງເຫຼົ່ານັ້ນກໍຈະບໍ່ມີວັນເກີດຂຶ້ນ. ສະນັ້ນ, ຈຸດປະສົງໃນການທີ່ພຣະເຈົ້າຊົງປະທານເດັກນ້ອຍຄົນໜຶ່ງໃຫ້ອັບຣາຮາມແມ່ນຫຍັງ? ຜູ້ສັງເກດການຈະສາມາດເຂົ້າໃຈເລື່ອງນີ້ໄດ້ບໍ? ເມື່ອພິຈາລະນາຕາມແນວຄິດຂອງຜູ້ຄົນແລ້ວ, ມັນບໍ່ສົມເຫດສົມຜົນເລີຍ. ມະນຸດຊາດທີ່ເສື່ອມຊາມນັ້ນເຫັນແກ່ຕົວ; ບໍ່ມີໃຜສາມາດເຂົ້າໃຈເລື່ອງນີ້ໄດ້. ອັບຣາຮາມກໍບໍ່ສາມາດຄິດຫາເຫດຜົນໄດ້ເຊັ່ນກັນ; ລາວບໍ່ຮູ້ວ່າ ໃນທີ່ສຸດແລ້ວ ພຣະເຈົ້າຊົງຕ້ອງການເຮັດຫຍັງ, ນອກເໜືອຈາກການທີ່ພຣະອົງຊົງຂໍໃຫ້ລາວຖວາຍອີຊາກ. ດັ່ງນັ້ນ, ອັບຣາຮາມໄດ້ເລືອກເຮັດແນວໃດ? ທັດສະນະຄະຕິຂອງລາວເປັນແນວໃດ? ເຖິງແມ່ນວ່າລາວບໍ່ສາມາດເຂົ້າໃຈສິ່ງທັງໝົດນີ້ໄດ້, ລາວກໍຍັງສາມາດເຮັດຕາມທີ່ພຣະເຈົ້າຊົງບັນຊາ; ລາວເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ທຸກຖ້ອຍຄຳທີ່ພຣະອົງຊົງຮຽກຮ້ອງ ໂດຍບໍ່ມີການຕໍ່ຕ້ານ ຫຼື ຮຽກຮ້ອງທາງເລືອກ, ຢ່າວ່າແຕ່ການພະຍາຍາມກຳນົດເງື່ອນໄຂ ຫຼື ໂຕ້ຖຽງກັບພຣະເຈົ້າເລີຍ. ກ່ອນທີ່ອັບຣາຮາມຈະສາມາດເຂົ້າໃຈທຸກສິ່ງທີ່ກຳລັງເກີດຂຶ້ນ, ລາວສາມາດເຊື່ອຟັງ ແລະ ອ່ອນນ້ອມໄດ້ ເຊິ່ງເປັນສິ່ງທີ່ຫາຍາກ ແລະ ໜ້າຍົກຍ້ອງຢ່າງແທ້ຈິງ ແລະ ເໜືອຄວາມສາມາດຂອງພວກເຈົ້າຄົນໃດໜຶ່ງທີ່ນັ່ງຢູ່ທີ່ນີ້. ອັບຣາຮາມບໍ່ຮູ້ວ່າມີຫຍັງເກີດຂຶ້ນ ແລະ ພຣະເຈົ້າກໍບໍ່ໄດ້ຊົງບອກເລື່ອງລາວທັງໝົດແກ່ລາວ; ເຖິງຢ່າງນັ້ນກໍຕາມ, ລາວກໍຖືເອົາທຸກສິ່ງຢ່າງຈິງຈັງ, ໂດຍເຊື່ອວ່າຜູ້ຄົນຄວນອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າຊົງຕ້ອງການເຮັດ ແລະ ພວກເຂົາບໍ່ຄວນຕັ້ງຄຳຖາມ, ຖ້າພຣະເຈົ້າບໍ່ຊົງກ່າວຫຍັງເພີ່ມເຕີມ, ມັນກໍບໍ່ແມ່ນສິ່ງທີ່ຜູ້ຄົນຈຳເປັນຕ້ອງເຂົ້າໃຈ. ບາງຄົນເວົ້າວ່າ “ເຈົ້າຕ້ອງຫາຕົ້ນສາຍປາຍເຫດຂອງມັນໃຫ້ໄດ້ຢ່າງແນ່ນອນ ແມ່ນບໍ? ເຖິງຈະຕາຍກໍຕ້ອງຕາຍແບບຮູ້ເລື່ອງ”. ນີ້ແມ່ນທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນມີບໍ? ເມື່ອພຣະເຈົ້າບໍ່ຊົງອະນຸຍາດໃຫ້ເຈົ້າເຂົ້າໃຈ, ເຈົ້າຄວນເຂົ້າໃຈບໍ? ເມື່ອເຈົ້າຖືກຂໍໃຫ້ເຮັດບາງສິ່ງ, ເຈົ້າກໍເຮັດສິ່ງນັ້ນ. ເປັນຫຍັງຕ້ອງເຮັດໃຫ້ເລື່ອງຊັບຊ້ອນຂະໜາດນັ້ນ? ຖ້າພຣະເຈົ້າຊົງປາຖະໜາໃຫ້ເຈົ້າເຂົ້າໃຈ, ພຣະອົງກໍຄົງຈະຊົງອະທິບາຍໃຫ້ເຈົ້າຟັງແລ້ວ; ໃນເມື່ອພຣະອົງບໍ່ໄດ້ຊົງເຮັດແນວນັ້ນ, ມັນກໍບໍ່ຈຳເປັນທີ່ເຈົ້າຈະຕ້ອງເຂົ້າໃຈ. ເມື່ອເຈົ້າບໍ່ໄດ້ຖືກຮຽກຮ້ອງໃຫ້ເຂົ້າໃຈ ແລະ ເມື່ອເຈົ້າບໍ່ສາມາດເຂົ້າໃຈໄດ້, ທຸກສິ່ງແມ່ນຂຶ້ນຢູ່ກັບວ່າເຈົ້າປະຕິບັດແນວໃດ ແລະ ເຈົ້າສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ ຫຼື ບໍ່. ສິ່ງນີ້ຍາກສຳລັບພວກເຈົ້າ ແມ່ນບໍ? ໃນສະຖານະການເຊັ່ນນີ້, ພວກເຈົ້າບໍ່ອ່ອນນ້ອມ ແລະ ພວກເຈົ້າບໍ່ມີສິ່ງໃດເຫຼືອຢູ່ໃນຕົວເລີຍນອກຈາກການຈົ່ມວ່າ, ຄວາມເຂົ້າໃຈຜິດ ແລະ ການຕໍ່ຕ້ານ. ອັບຣາຮາມນັ້ນກົງກັນຂ້າມຢ່າງສິ້ນເຊີງກັບສິ່ງທີ່ສະແດງອອກໃນຕົວພວກເຈົ້າ. ເຊັ່ນດຽວກັບພວກເຈົ້າ, ລາວບໍ່ຮູ້ວ່າພຣະເຈົ້າຈະຊົງເຮັດຫຍັງ ແລະ ລາວກໍບໍ່ຮູ້ເຫດຜົນທີ່ຢູ່ເບື້ອງຫຼັງການກະທຳຂອງພຣະເຈົ້າ; ລາວບໍ່ເຂົ້າໃຈ. ລາວຢາກຖາມບໍ? ລາວຢາກຮູ້ບໍວ່າມີຫຍັງເກີດຂຶ້ນ? ລາວຢາກຮູ້, ແຕ່ຖ້າພຣະເຈົ້າບໍ່ໄດ້ຊົງບອກລາວ, ລາວຈະໄປຖາມຢູ່ໃສອີກ? ລາວຈະຖາມໃຜໄດ້? ເລື່ອງຂອງພຣະເຈົ້າເປັນຄວາມລີ້ລັບ; ໃຜສາມາດຕອບຄຳຖາມກ່ຽວກັບເລື່ອງຂອງພຣະເຈົ້າໄດ້? ໃຜສາມາດເຂົ້າໃຈເລື່ອງເຫຼົ່ານັ້ນໄດ້? ມະນຸດບໍ່ສາມາດແທນທີ່ພຣະເຈົ້າໄດ້. ໄປຖາມຄົນອື່ນ, ພວກເຂົາກໍຈະບໍ່ເຂົ້າໃຈເຊັ່ນກັນ. ເຈົ້າສາມາດຄິດທົບທວນເບິ່ງໄດ້, ແຕ່ເຈົ້າກໍຈະຄິດບໍ່ອອກ, ມັນຈະເປັນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້. ສະນັ້ນ, ຖ້າເຈົ້າບໍ່ເຂົ້າໃຈບາງສິ່ງ, ນັ້ນໝາຍຄວາມວ່າເຈົ້າບໍ່ຈຳເປັນຕ້ອງເຮັດຕາມທີ່ພຣະເຈົ້າຊົງກ່າວບໍ? ຖ້າເຈົ້າບໍ່ເຂົ້າໃຈບາງສິ່ງ, ເຈົ້າພຽງແຕ່ສາມາດສັງເກດ, ຜັດເວລາ, ລໍຖ້າໂອກາດ ແລະ ຊອກຫາທາງເລືອກອື່ນໄດ້ບໍ? ຖ້າເຈົ້າບໍ່ສາມາດເຂົ້າໃຈບາງສິ່ງ, ຖ້າມັນເປັນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້, ນັ້ນໝາຍຄວາມວ່າເຈົ້າບໍ່ຈຳເປັນຕ້ອງອ່ອນນ້ອມບໍ? ມັນໝາຍຄວາມວ່າເຈົ້າສາມາດຍຶດຕິດກັບສິດທິມະນຸດຂອງເຈົ້າແລ້ວເວົ້າວ່າ “ຂ້ອຍມີສິດທິມະນຸດ; ຂ້ອຍເປັນຄົນທີ່ມີອິດສະລະ ສະນັ້ນ ພຣະອົງມີສິດຫຍັງມາບັງຄັບໃຫ້ຂ້ອຍເຮັດເລື່ອງໂງ່ໆ? ຂ້ອຍເປັນຄົນທີ່ຍິ່ງໃຫຍ່ຄໍ້າຟ້າ, ຂ້ອຍສາມາດບໍ່ເຊື່ອຟັງພຣະອົງໄດ້ບໍ”? ນີ້ແມ່ນສິ່ງທີ່ອັບຣາຮາມໄດ້ເຮັດບໍ? (ບໍ່.) ຍ້ອນລາວເຊື່ອວ່າລາວເປັນພຽງສິ່ງທີ່ຖືກສ້າງທີ່ທຳມະດາ ແລະ ບໍ່ໂດດເດັ່ນ, ເປັນຄົນທີ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ, ລາວຈຶ່ງເລືອກທີ່ຈະເຊື່ອຟັງ ແລະ ອ່ອນນ້ອມ, ບໍ່ປະຕິບັດຕໍ່ພຣະທຳໃດໜຶ່ງຂອງພຣະເຈົ້າຢ່າງບໍ່ໃສ່ໃຈ ແຕ່ປະຕິບັດຕາມພຣະທຳເຫຼົ່ານັ້ນຢ່າງຄົບຖ້ວນ. ບໍ່ວ່າພຣະເຈົ້າຈະຊົງກ່າວຫຍັງ ແລະ ບໍ່ວ່າພຣະເຈົ້າຈະຊົງບອກໃຫ້ພວກເຂົາເຮັດຫຍັງ, ຜູ້ຄົນກໍບໍ່ມີທາງເລືອກອື່ນ; ພວກເຂົາຕ້ອງຟັງ ແລະ ຫຼັງຈາກທີ່ຟັງແລ້ວ ພວກເຂົາກໍຄວນນຳໄປປະຕິບັດ. ຍິ່ງໄປກວ່ານັ້ນ, ເມື່ອນຳໄປປະຕິບັດ, ຜູ້ຄົນຄວນອ່ອນນ້ອມຢ່າງເຖິງທີ່ສຸດ ແລະ ດ້ວຍຄວາມສະຫງົບໃຈ. ຖ້າເຈົ້າຍອມຮັບວ່າພຣະເຈົ້າແມ່ນພຣະເຈົ້າຂອງເຈົ້າ, ເຈົ້າກໍຄວນເຊື່ອຟັງພຣະທຳຂອງພຣະອົງ, ຮັກສາບ່ອນໜຶ່ງໃນຫົວໃຈຂອງເຈົ້າໄວ້ສຳລັບພຣະອົງ ແລະ ນຳພຣະທຳຂອງພຣະອົງໄປປະຕິບັດ. ຖ້າພຣະເຈົ້າແມ່ນພຣະເຈົ້າຂອງເຈົ້າ, ເຈົ້າກໍບໍ່ຄວນພະຍາຍາມວິເຄາະສິ່ງທີ່ພຣະອົງຊົງກ່າວກັບເຈົ້າ; ບໍ່ວ່າພຣະອົງຈະຊົງກ່າວວ່າສິ່ງຕ່າງໆເປັນແນວໃດ, ມັນກໍເປັນແນວນັ້ນ ແລະ ມັນບໍ່ສຳຄັນເລີຍທີ່ເຈົ້າຈະບໍ່ເຂົ້າໃຈ ຫຼື ບໍ່ຢັ່ງຮູ້. ສິ່ງສຳຄັນກໍຄື ເຈົ້າຄວນຍອມຮັບ ແລະ ອ່ອນນ້ອມຕໍ່ສິ່ງທີ່ພຣະອົງຊົງກ່າວ. ນີ້ຄືທັດສະນະຄະຕິທີ່ອັບຣາຮາມມີເມື່ອເວົ້າເຖິງພຣະທຳຂອງພຣະເຈົ້າ. ມັນເປັນຍ້ອນອັບຣາຮາມມີທັດສະນະຄະຕິນີ້ຢ່າງແທ້ຈິງ ລາວຈຶ່ງສາມາດເຊື່ອຟັງພຣະທຳຂອງພຣະເຈົ້າ, ສາມາດອ່ອນນ້ອມຕໍ່ສິ່ງທີ່ພຣະເຈົ້າຊົງບັນຊາໃຫ້ລາວເຮັດ ແລະ ສາມາດກາຍເປັນຄົນຊອບທຳ ແລະ ສົມບູນໃນສາຍພຣະເນດຂອງພຣະເຈົ້າໄດ້. ສິ່ງນີ້ເກີດຂຶ້ນເຖິງແມ່ນຈະມີຄວາມເປັນຈິງທີ່ວ່າ ໃນສາຍຕາຂອງຄົນທີ່ອວດດີ ແລະ ທະນົງໂຕທັງໝົດເຫຼົ່ານັ້ນ, ອັບຣາຮາມເບິ່ງຄືວ່າໂງ່ຈ້າ ແລະ ເບົາປັນຍາ ທີ່ບໍ່ສົນໃຈຊີວິດຂອງລູກຊາຍຕົນເອງ ເພື່ອເຫັນແກ່ຄວາມສັດທາຂອງລາວ ແລະ ວາງລາວລົງເທິງແທ່ນບູຊາຢ່າງງ່າຍດາຍເພື່ອຈະຖືກຂ້າ. ພວກເຂົາຄິດວ່າ ນັ້ນຊ່າງເປັນການກະທຳທີ່ໄຮ້ຄວາມຮັບຜິດຊອບແທ້ໆ; ລາວຊ່າງເປັນພໍ່ທີ່ບໍ່ໄດ້ເລື່ອງ ແລະ ໃຈດຳ ແລະ ລາວຊ່າງເຫັນແກ່ຕົວແທ້ໆທີ່ເຮັດສິ່ງເຊັ່ນນີ້ເພື່ອເຫັນແກ່ຄວາມສັດທາຂອງລາວ! ນີ້ຄືວິທີທີ່ອັບຣາຮາມຖືກມອງໃນສາຍຕາຂອງຄົນທັງປວງ. ເຖິງຢ່າງໃດກໍຕາມ, ນັ້ນແມ່ນວິທີທີ່ພຣະເຈົ້າຊົງເບິ່ງລາວບໍ? ບໍ່. ພຣະເຈົ້າຊົງເບິ່ງລາວແນວໃດ? ອັບຣາຮາມສາມາດເຊື່ອຟັງ ແລະ ອ່ອນນ້ອມຕໍ່ສິ່ງທີ່ພຣະເຈົ້າຊົງກ່າວ. ລາວສາມາດອ່ອນນ້ອມໄດ້ເຖິງລະດັບໃດ? ລາວເຮັດເຊັ່ນນັ້ນໂດຍບໍ່ມີຂໍ້ຕໍ່ລອງ. ເມື່ອພຣະເຈົ້າຊົງຂໍສິ່ງທີ່ລໍ້າຄ່າທີ່ສຸດສຳລັບລາວ, ອັບຣາຮາມກໍສົ່ງມັນຄືນແດ່ພຣະເຈົ້າ, ໂດຍຖວາຍມັນແດ່ພຣະເຈົ້າ. ອັບຣາຮາມເຊື່ອຟັງ ແລະ ອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າຊົງຮຽກຮ້ອງຈາກລາວ. ບໍ່ວ່າຈະມອງຜ່ານມຸມມອງແນວຄິດຂອງມະນຸດ ຫຼື ຜ່ານສາຍຕາຂອງຄົນທີ່ເສື່ອມຊາມ, ຄຳຮຽກຮ້ອງຂອງພຣະເຈົ້າກໍເບິ່ງຄືວ່າບໍ່ສົມເຫດສົມຜົນຢ່າງຍິ່ງ, ແຕ່ອັບຣາຮາມກໍຍັງສາມາດອ່ອນນ້ອມໄດ້; ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມສຸດຈະລິດຂອງລາວ, ເຊິ່ງສະແດງອອກໃຫ້ເຫັນເຖິງຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ. ຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມນີ້ສະທ້ອນໃຫ້ເຫັນແນວໃດ? ນັ້ນກໍຄື: ການເຊື່ອຟັງຂອງລາວ. ບໍ່ມີສິ່ງໃດທີ່ລໍ້າຄ່າ ຫຼື ມີຄຸນຄ່າຫຼາຍໄປກວ່ານີ້ອີກແລ້ວສຳລັບສິ່ງທີ່ຖືກສ້າງທີ່ແທ້ຈິງທີ່ຈະມີໄວ້ຄອບຄອງ ແລະ ບໍ່ມີສິ່ງໃດທີ່ຫາຍາກ ແລະ ໜ້າຍົກຍ້ອງໄປກວ່ານີ້ອີກແລ້ວ. ມັນແມ່ນສິ່ງທີ່ລໍ້າຄ່າ, ຫາຍາກ ແລະ ໜ້າຍົກຍ້ອງທີ່ສຸດນີ້ແຫຼະ ທີ່ຂາດຫາຍໄປຢ່າງສິ້ນເຊີງໃນຜູ້ຕິດຕາມພຣະເຈົ້າໃນປັດຈຸບັນ.
ຄົນໃນປັດຈຸບັນມີການສຶກສາ ແລະ ມີຄວາມຮູ້. ພວກເຂົາເຂົ້າໃຈວິທະຍາສາດສະໄໝໃໝ່ ແລະ ຖືກຄອບງຳ, ຖືກຫຼໍ່ຫຼອມ ແລະ ໄດ້ຮັບອິດທິພົນຢ່າງເລິກເຊິ່ງຈາກວັດທະນະທຳດັ້ງເດີມ ແລະ ຮີດຄອງປະເພນີຂອງສັງຄົມທີ່ເສື່ອມຊາມ; ຄວາມຄິດຂອງພວກເຂົາວຸ້ນວາຍ, ພວກເຂົາມີແນວຄິດທີ່ຊັບຊ້ອນ ແລະ ພາຍໃນຈິດໃຈຂອງພວກເຂົາກໍສັບສົນວຸ້ນວາຍຢ່າງສິ້ນເຊີງ. ຫຼັງຈາກທີ່ໄດ້ຟັງຄຳເທດສະໜາມາຫຼາຍປີ ແລະ ໃນຂະນະທີ່ຍອມຮັບ ແລະ ເຊື່ອໝັ້ນວ່າພຣະເຈົ້າຊົງເປັນຜູ້ຊົງອຳນາດສູງສຸດເໜືອທຸກສັບພະສິ່ງ, ພວກເຂົາກໍຍັງມີທັດສະນະຄະຕິທີ່ດູຖູກ ແລະ ບໍ່ໃສ່ໃຈຕໍ່ພຣະທຳແຕ່ລະຂໍ້ຂອງພຣະເຈົ້າ. ທັດສະນະຄະຕິຂອງພວກເຂົາຕໍ່ພຣະທຳເຫຼົ່ານີ້ຄືການເມີນເສີຍຕໍ່ພວກມັນ; ມັນຄືການເຮັດຫູໜວກຕາບອດຕໍ່ພຣະທຳເຫຼົ່ານັ້ນ. ຄົນແບບນີ້ແມ່ນຄົນປະເພດໃດ? ພວກເຂົາຖາມວ່າ “ເປັນຫຍັງ” ກັບທຸກສິ່ງ; ພວກເຂົາຮູ້ສຶກເຖິງຄວາມຈຳເປັນທີ່ຈະຕ້ອງຊອກຫາຄຳຕອບສຳລັບທຸກສິ່ງ ແລະ ເຂົ້າໃຈທຸກສິ່ງຢ່າງຖ່ອງແທ້. ພວກເຂົາເບິ່ງຄືວ່າຈິງຈັງກັບຄວາມຈິງຫຼາຍ; ພຶດຕິກຳ ແລະ ຄວາມພະຍາຍາມພາຍນອກຂອງພວກເຂົາ ແລະ ສິ່ງທີ່ພວກເຂົາປະຖິ້ມຢູ່ພາຍນອກນັ້ນ ສະແດງໃຫ້ເຫັນເຖິງທັດສະນະຄະຕິທີ່ໜັກແໜ້ນຕໍ່ຄວາມສັດທາ ແລະ ການເຊື່ອໃນພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຈົ່ງຖາມຕົວພວກເຈົ້າເອງເບິ່ງວ່າ: ພວກເຈົ້າໄດ້ຍຶດໝັ້ນໃນພຣະທຳຂອງພຣະເຈົ້າ ແລະ ໃນທຸກການແນະນຳຂອງພຣະອົງແລ້ວບໍ? ພວກເຈົ້າໄດ້ນຳສິ່ງເຫຼົ່ານັ້ນໄປຈັດຕັ້ງປະຕິບັດທັງໝົດແລ້ວບໍ? ພວກເຈົ້າເປັນຄົນທີ່ເຊື່ອຟັງບໍ? ຖ້າໃນຫົວໃຈຂອງເຈົ້າ, ເຈົ້າຍັງຄົງຕອບຄຳຖາມເຫຼົ່ານີ້ວ່າ “ບໍ່” ແລະ “ຂ້ອຍຍັງບໍ່ໄດ້ເຮັດ” ແລ້ວຄວາມເຊື່ອປະເພດໃດກັນແທ້ທີ່ເຈົ້າມີ? ເຈົ້າເຊື່ອໃນພຣະເຈົ້າເພື່ອຈຸດປະສົງຫຍັງກັນແທ້? ເຈົ້າໄດ້ຮັບຫຍັງແດ່ຈາກຄວາມສັດທາຂອງເຈົ້າທີ່ມີຕໍ່ພຣະອົງ? ສິ່ງເຫຼົ່ານີ້ຄຸ້ມຄ່າທີ່ຈະຄົ້ນຫາບໍ? ພວກມັນຄຸ້ມຄ່າທີ່ຈະເຈາະເລິກບໍ? (ຄຸ້ມຄ່າ.) ພວກເຈົ້າທຸກຄົນລ້ວນແຕ່ໃສ່ແວ່ນຕາ; ພວກເຈົ້າເປັນຄົນສະໄໝໃໝ່, ເປັນຄົນທີ່ມີອາລະຍະທຳ. ມີຫຍັງໃນຕົວພວກເຈົ້າທີ່ທັນສະໄໝແທ້ໆ? ມີຫຍັງໃນຕົວພວກເຈົ້າທີ່ມີອາລະຍະທຳແທ້ໆ? ການເປັນຄົນ “ທັນສະໄໝ” ແລະ “ມີອາລະຍະທຳ” ພິສູດວ່າເຈົ້າເປັນຄົນທີ່ເຊື່ອຟັງພຣະທຳຂອງພຣະເຈົ້າບໍ? ສິ່ງເຫຼົ່ານັ້ນບໍ່ມີຄວາມໝາຍຫຍັງເລີຍ. ບາງຄົນເວົ້າວ່າ “ຂ້ອຍມີການສຶກສາສູງ ແລະ ຂ້ອຍກໍເຄີຍຮຽນເທວະວິທະຍາມາແລ້ວ”. ບາງຄົນເວົ້າວ່າ “ຂ້ອຍເຄີຍອ່ານພຣະຄຳພີສະບັບດັ້ງເດີມມາຫຼາຍຄັ້ງແລ້ວ ແລະ ຂ້ອຍກໍເວົ້າພາສາເຮັບເຣີໄດ້”. ບາງຄົນເວົ້າວ່າ “ຂ້ອຍເຄີຍໄປອິດສະຣາເອນມາຫຼາຍຄັ້ງແລ້ວ ແລະ ໄດ້ສຳຜັດກັບໄມ້ກາງແຂນທີ່ອົງພຣະເຢຊູເຈົ້າຊົງແບກດ້ວຍຕົນເອງ”. ບາງຄົນເວົ້າວ່າ “ຂ້ອຍເຄີຍໄປພູເຂົາອາຣາຣັດ ແລະ ໄດ້ເຫັນຊາກຂອງເຮືອໃຫຍ່ແລ້ວ”. ບາງຄົນເວົ້າວ່າ “ຂ້ອຍເຄີຍເຫັນພຣະເຈົ້າ” ແລະ “ຂ້ອຍເຄີຍຖືກຍົກຂຶ້ນໄປຢູ່ຕໍ່ພຣະພັກພຣະເຈົ້າແລ້ວ”. ສິ່ງທັງໝົດນີ້ມີປະໂຫຍດຫຍັງ? ພຣະເຈົ້າບໍ່ໄດ້ຊົງຮຽກຮ້ອງສິ່ງທີ່ຍາກລຳບາກອັນໃດຈາກເຈົ້າ, ພຽງແຕ່ໃຫ້ເຈົ້າເຊື່ອຟັງພຣະທຳຂອງພຣະອົງຢ່າງຈິງຈັງເທົ່ານັ້ນ. ຖ້າສິ່ງນີ້ຍາກເກີນໄປສຳລັບເຈົ້າ, ກໍຈົ່ງລືມທຸກສິ່ງທຸກຢ່າງໄປຊະ; ບໍ່ວ່າເຈົ້າຈະເວົ້າຫຍັງກໍຈະບໍ່ມີປະໂຫຍດຫຍັງເລີຍ. ພວກເຈົ້າທຸກຄົນລ້ວນແຕ່ຮູ້ເລື່ອງລາວຂອງໂນອາ ແລະ ອັບຣາຮາມ, ແຕ່ພຽງແຕ່ຮູ້ເລື່ອງລາວເຫຼົ່ານັ້ນມັນກໍບໍ່ມີປະໂຫຍດຫຍັງ. ພວກເຈົ້າເຄີຍຄິດບໍວ່າສິ່ງໃດທີ່ຫາຍາກ ແລະ ໜ້າຍົກຍ້ອງທີ່ສຸດໃນຕົວຜູ້ຊາຍສອງຄົນນັ້ນ? ພວກເຈົ້າປາຖະໜາທີ່ຈະເປັນຄືກັບພວກເຂົາບໍ? (ຢາກເປັນ.) ພວກເຈົ້າປາຖະໜາສິ່ງນີ້ຫຼາຍສໍ່າໃດ? ບາງຄົນເວົ້າວ່າ “ຂ້ອຍປາຖະໜາທີ່ຈະເປັນຄືກັບພວກເຂົາຫຼາຍ; ຂ້ອຍຄິດເຖິງເລື່ອງນີ້ສະເໝີບໍ່ວ່າຈະເປັນຕອນກິນເຂົ້າ, ຕອນຝັນ, ຕອນປະຕິບັດໜ້າທີ່ຂອງຂ້ອຍ, ຕອນອ່ານພຣະທຳຂອງພຣະເຈົ້າ ແລະ ຕອນຮຽນເພງສັນລະເສີນ. ຂ້ອຍໄດ້ອະທິຖານຂໍສິ່ງນີ້ມາຫຼາຍຄັ້ງແລ້ວ ແລະ ເຖິງຂັ້ນຂຽນຄຳປະຕິຍານໄວ້. ຂໍໃຫ້ພຣະເຈົ້າຊົງສາບແຊ່ງຂ້ອຍ ຖ້າຂ້ອຍບໍ່ເຊື່ອຟັງພຣະທຳຂອງພຣະອົງ. ພຽງແຕ່ຂ້ອຍບໍ່ຮູ້ວ່າພຣະເຈົ້າຊົງກ່າວກັບຂ້ອຍຕອນໃດ; ມັນບໍ່ຄືກັບວ່າພຣະອົງຊົງບອກຂ້ອຍດ້ວຍສຽງຟ້າຮ້ອງເທິງທ້ອງຟ້າ”. ສິ່ງທັງໝົດນີ້ມີປະໂຫຍດຫຍັງ? ມັນໝາຍຄວາມວ່າແນວໃດ ເມື່ອເຈົ້າເວົ້າວ່າ “ຂ້ອຍປາຖະໜາຫຼາຍ”? (ມັນເປັນພຽງຄວາມຄິດທີ່ເພີ້ຝັນ; ມັນເປັນພຽງຄວາມປາຖະໜາເທົ່ານັ້ນ.) ຄວາມປາຖະໜາມີປະໂຫຍດຫຍັງ? ມັນປຽບເໝືອນນັກພະນັນທີ່ໄປບ່ອນຫຼິ້ນຄາສິໂນທຸກມື້; ເຖິງແມ່ນວ່າພວກເຂົາຈະເສຍທຸກສິ່ງທຸກຢ່າງໄປແລ້ວ, ພວກເຂົາກໍຍັງຢາກຫຼິ້ນການພະນັນຢູ່. ບາງຄັ້ງພວກເຂົາອາດຈະຄິດວ່າ “ຂໍລອງອີກຄັ້ງດຽວ ແລ້ວຂ້ອຍສັນຍາວ່າຂ້ອຍຈະເຊົາ ແລະ ຈະບໍ່ຫຼິ້ນການພະນັນອີກເລີຍ”. ພວກເຂົາຄິດແບບດຽວກັນບໍ່ວ່າພວກເຂົາຈະຝັນ ຫຼື ກິນເຂົ້າຢູ່ກໍຕາມ, ແຕ່ຫຼັງຈາກທີ່ຄິດກ່ຽວກັບມັນແລ້ວ ພວກເຂົາກໍຍັງກັບໄປທີ່ບ່ອນຫຼິ້ນຄາສິໂນອີກ. ແຕ່ລະຄັ້ງທີ່ພວກເຂົາຫຼິ້ນການພະນັນ, ພວກເຂົາເວົ້າວ່າມັນຈະເປັນຄັ້ງສຸດທ້າຍຂອງພວກເຂົາ; ແລະ ແຕ່ລະຄັ້ງທີ່ພວກເຂົາອອກຈາກປະຕູບ່ອນຫຼິ້ນຄາສິໂນ, ພວກເຂົາເວົ້າວ່າພວກເຂົາຈະບໍ່ກັບມາອີກ ເຊິ່ງຜົນກໍຄື ຫຼັງຈາກທີ່ພະຍາຍາມມາຕະຫຼອດຊີວິດ ພວກເຂົາກໍຍັງບໍ່ສາມາດເຊົາໄດ້ຈັກເທື່ອ. ພວກເຈົ້າເປັນຄືກັບນັກພະນັນຄົນນັ້ນບໍ? ພວກເຈົ້າມັກຈະຕັ້ງໃຈທີ່ຈະເຮັດສິ່ງຕ່າງໆ ແລ້ວກໍປະຕິເສດຄວາມຕັ້ງໃຈຂອງພວກເຈົ້າເອງ, ມັນກາຍເປັນຄວາມຊິນເຄີຍຂອງພວກເຈົ້າໄປແລ້ວທີ່ຈະຫຼອກລວງພຣະເຈົ້າ ແລະ ສິ່ງນີ້ກໍບໍ່ແມ່ນເລື່ອງງ່າຍທີ່ຈະປ່ຽນແປງ.
III. ການເປີດໂປງວິທີທີ່ຜູ້ຄົນໃນປັດຈຸບັນປະຕິບັດຕໍ່ພຣະທຳຂອງພຣະເຈົ້າ
ຫົວຂໍ້ຂອງເລື່ອງລາວທີ່ເຮົາຫາກໍເລົ່າໄປນັ້ນແມ່ນຫຍັງ? (ກ່ຽວກັບທັດສະນະຄະຕິທີ່ມີຕໍ່ພຣະເຈົ້າ ແລະ ກ່ຽວກັບວິທີທີ່ພວກເຮົາສາມາດເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າເມື່ອມີສິ່ງຕ່າງໆເກີດຂຶ້ນ.) ສິ່ງສຳຄັນທີ່ສຸດທີ່ສອງເລື່ອງນີ້ສອນພວກເຈົ້າແມ່ນຫຍັງ? (ໃຫ້ເຊື່ອຟັງ ແລະ ອ່ອນນ້ອມ ແລະ ປະຕິບັດຕາມຂໍ້ກຳນົດໃນພຣະທຳຂອງພຣະເຈົ້າ.) ມັນເປັນສິ່ງສຳຄັນທີ່ຈະຮຽນຮູ້ທີ່ຈະເຊື່ອຟັງ ແລະ ປະຕິບັດການເຊື່ອຟັງພຣະທຳຂອງພຣະເຈົ້າ. ເຈົ້າເວົ້າວ່າເຈົ້າເປັນຜູ້ຕິດຕາມພຣະເຈົ້າ, ເຈົ້າເປັນສິ່ງທີ່ຖືກສ້າງ, ເຈົ້າເປັນມະນຸດໃນສາຍພຣະເນດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ໃນສິ່ງທີ່ເຈົ້າດຳເນີນຊີວິດ ແລະ ສະແດງອອກນັ້ນ ບໍ່ມີຮ່ອງຮອຍຂອງການອ່ອນນ້ອມ ຫຼື ການປະຕິບັດທີ່ເກີດຂຶ້ນຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າເລີຍ. ສະນັ້ນ, ຄວນມີເຄື່ອງໝາຍຄຳຖາມຕາມຫຼັງຄຳວ່າ “ສິ່ງທີ່ຖືກສ້າງ”, “ຜູ້ທີ່ຕິດຕາມພຣະເຈົ້າ” ແລະ “ມະນຸດໃນສາຍພຣະເນດຂອງພຣະເຈົ້າ” ຫຼື ບໍ່ ເມື່ອໃຊ້ຄຳເຫຼົ່ານີ້ກັບເຈົ້າ? ແລະ ເມື່ອມີເຄື່ອງໝາຍຄຳຖາມເຫຼົ່ານີ້, ເຈົ້າມີຄວາມຫວັງໃນຄວາມລອດພົ້ນຫຼາຍສໍ່າໃດ? ສິ່ງນີ້ບໍ່ມີໃຜຮູ້, ໂອກາດນັ້ນມີໜ້ອຍຫຼາຍ ແລະ ຕົວເຈົ້າເອງກໍບໍ່ກ້າເວົ້າ. ກ່ອນໜ້ານີ້, ເຮົາໄດ້ເລົ່າເລື່ອງລາວທີ່ເປັນແບບຄລາສສິກສອງເລື່ອງກ່ຽວກັບວິທີການເຊື່ອຟັງພຣະທຳຂອງພຣະເຈົ້າ. ໃຜກໍຕາມທີ່ໄດ້ອ່ານພຣະຄຳພີ ແລະ ຕິດຕາມພຣະເຈົ້າມາຫຼາຍປີກໍລ້ວນແຕ່ຄຸ້ນເຄີຍກັບສອງເລື່ອງນີ້ແລ້ວ. ແຕ່ຈາກການອ່ານເລື່ອງລາວເຫຼົ່ານີ້, ບໍ່ມີໃຜໄດ້ຮັບໜຶ່ງໃນຄວາມຈິງທີ່ມີຄວາມສຳຄັນທີ່ສຸດນັ້ນກໍຄື: ການເຊື່ອຟັງພຣະທຳຂອງພຣະເຈົ້າ. ໃນເມື່ອພວກເຮົາໄດ້ຍິນເລື່ອງລາວກ່ຽວກັບວິທີການເຊື່ອຟັງພຣະທຳຂອງພຣະເຈົ້າແລ້ວ, ໃຫ້ພວກເຮົາຫັນມາເບິ່ງເລື່ອງລາວກ່ຽວກັບຜູ້ຄົນທີ່ບໍ່ເຊື່ອຟັງພຣະທຳຂອງພຣະເຈົ້າ. ເນື່ອງຈາກມີການກ່າວເຖິງການບໍ່ເຊື່ອຟັງພຣະທຳຂອງພຣະເຈົ້າ, ສິ່ງເຫຼົ່ານີ້ຈຶ່ງຕ້ອງເປັນເລື່ອງລາວກ່ຽວກັບຜູ້ຄົນໃນປັດຈຸບັນ. ບາງສິ່ງທີ່ເຮົາເວົ້າອາດຈະຟັງແລ້ວບໍ່ສະບາຍໃຈ ແລະ ມັນອາດຈະທຳຮ້າຍຄວາມພາກພູມໃຈ ແລະ ຄວາມເຄົາລົບຕົນເອງຂອງພວກເຈົ້າ ແລະ ສິ່ງນີ້ຈະສະແດງໃຫ້ເຫັນວ່າພວກເຈົ້າຂາດຄວາມສຸດຈະລິດ ແລະ ສັກສີ.
ມີດິນຕອນໜຶ່ງທີ່ເຮົາໄດ້ຂໍໃຫ້ບາງຄົນປູກຜັກໃສ່. ສິ່ງນີ້ກໍເພື່ອໃຫ້ຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາສາມາດມີອາຫານປອດສານພິດ ແລະ ຈະບໍ່ຕ້ອງຊື້ຜັກທີ່ໃຊ້ຢາປາບສັດຕູພືດ. ນີ້ເປັນສິ່ງທີ່ດີ, ແມ່ນບໍ? ໃນດ້ານໜຶ່ງ, ທຸກຄົນອາໄສຢູ່ຮ່ວມກັນຄືກັບຄອບຄົວໃຫຍ່ ແລະ ທຸກຄົນສາມາດເຊື່ອໃນພຣະເຈົ້າຮ່ວມກັນ, ໂດຍຮັກສາໄລຍະຫ່າງຈາກກະແສ ແລະ ການຂັດແຍ້ງຂອງສັງຄົມ. ການສ້າງສະພາບແວດລ້ອມເຊັ່ນນີ້ຊ່ວຍໃຫ້ທຸກຄົນສາມາດຕັ້ງໃຈເຮັດໜ້າທີ່ຂອງຕົນໃຫ້ສຳເລັດໄດ້. ນັ້ນຄືມຸມມອງໃນຂອບເຂດທີ່ນ້ອຍ. ຈາກມຸມມອງໃນຂອບເຂດທີ່ໃຫຍ່ກວ່າ, ການປູກຜັກເພື່ອໃຫ້ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາໄດ້ກິນ ແລະ ການມີສ່ວນຮ່ວມໃນການເຜີຍແຜ່ພຣະກິດຕິຄຸນຂອງພຣະເຈົ້າກໍເໝາະສົມເຊັ່ນກັນ. ເມື່ອເຮົາເວົ້າວ່າ “ປູກຜັກບາງຊະນິດໃຫ້ຜູ້ທີ່ກຳລັງປະຕິບັດໜ້າທີ່ຢູ່ໃກ້ຄຽງໄດ້ກິນ”, ຄຳເວົ້າເຫຼົ່ານີ້ບໍ່ແມ່ນສິ່ງທີ່ເຂົ້າໃຈງ່າຍຫຼາຍບໍ? ເມື່ອເຮົາຂໍໃຫ້ຄົນຜູ້ໜຶ່ງເຮັດສິ່ງນີ້, ລາວກໍເຂົ້າໃຈ ແລະ ໄດ້ປູກຜັກທີ່ກິນກັນທົ່ວໄປບາງຊະນິດ. ເຮົາຄິດວ່າບາງສິ່ງເຊັ່ນການປູກຜັກນັ້ນແມ່ນສິ່ງທີ່ງ່າຍດາຍ. ຄົນທຳມະດາທຸກຄົນສາມາດເຮັດໄດ້. ມັນບໍ່ຍາກຄືກັບການເທດສະໜາພຣະກິດຕິຄຸນ ຫຼື ວຽກງານລາຍການຕ່າງໆຂອງຄຣິສຕະຈັກ. ສະນັ້ນ ເຮົາຈຶ່ງບໍ່ໄດ້ໃສ່ໃຈກັບມັນຫຼາຍປານໃດ. ໄລຍະໜຶ່ງຕໍ່ມາ, ເຮົາໄດ້ໄປບ່ອນນັ້ນ ແລະ ເຫັນວ່າພວກເຂົາທຸກຄົນກຳລັງກິນຜັກທີ່ພວກເຂົາປູກເອງ ແລະ ໄດ້ຍິນວ່າບາງຄັ້ງກໍມີເຫຼືອ ເຊິ່ງພວກເຂົາເອົາໄປເກືອໄກ່. ເຮົາເວົ້າວ່າ “ພວກເຈົ້າປູກຜັກເຫຼົ່ານັ້ນທັງໝົດ ແລະ ໄດ້ຜົນຜະລິດທີ່ດີ. ພວກເຈົ້າໄດ້ສົ່ງໄປໃຫ້ຄຣິສຕະຈັກແດ່ບໍ? ຜູ້ຄົນໃນຄຣິສຕະຈັກອື່ນໆໄດ້ກິນຜັກທີ່ພວກເຮົາປູກບໍ?” ບາງຄົນເວົ້າວ່າພວກເຂົາບໍ່ຮູ້. ບາງຄົນເວົ້າວ່າຜູ້ຄົນໃນສະຖານທີ່ອື່ນຊື້ຜັກຂອງພວກເຂົາເອງ ແລະ ບໍ່ໄດ້ກິນຜັກຈາກບ່ອນນີ້. ທຸກຄົນເວົ້າແຕກຕ່າງກັນໄປ. ບໍ່ມີໃຜສົນໃຈເລື່ອງນີ້; ຕາບໃດທີ່ພວກເຂົາເອງມີຜັກກິນ, ພວກເຂົາກໍຮູ້ສຶກວ່າບໍ່ໄດ້ມີບັນຫາຫຍັງ. ນີ້ບໍ່ແມ່ນສິ່ງທີ່ໜ້າລັງກຽດບໍ? ຕໍ່ມາ ເຮົາໄດ້ເວົ້າກັບຜູ້ຮັບຜິດຊອບວ່າ “ມັນສົມເຫດສົມຜົນຢ່າງສິ້ນເຊີງທີ່ພວກເຈົ້າຈະກິນສິ່ງທີ່ພວກເຈົ້າປູກ ແຕ່ຄົນອື່ນກໍຕ້ອງກິນຄືກັນ. ມັນຖືກຕ້ອງແລ້ວບໍທີ່ພວກເຈົ້າປູກຫຼາຍ ແລະ ກິນບໍ່ໝົດ ໃນຂະນະທີ່ສະຖານທີ່ອື່ນຍັງຕ້ອງຊື້ຜັກຂອງພວກເຂົາ? ເຮົາບໍ່ໄດ້ບອກເຈົ້າບໍວ່າຜັກເຫຼົ່ານີ້ບໍ່ພຽງແຕ່ປູກໃຫ້ພວກເຈົ້າກິນເທົ່ານັ້ນ, ເຈົ້າຍັງຕ້ອງສົ່ງພວກມັນໄປໃຫ້ຄຣິສຕະຈັກອື່ນໆທີ່ຢູ່ໃກ້ຄຽງນຳອີກ?” ພວກເຈົ້າຄິດວ່າເຮົາຄວນຈະຕ້ອງບອກພວກເຂົາຢູ່ສະເໝີວ່າຕ້ອງເຮັດຫຍັງ ແລະ ສ້າງກົດລະບຽບທີ່ຊັດເຈນເມື່ອເວົ້າເຖິງເລື່ອງນ້ອຍໆນີ້ບໍ? ເຮົາຈຳເປັນຕ້ອງເຮັດໃຫ້ມັນເປັນເລື່ອງໃຫຍ່, ເອີ້ນທຸກຄົນມາເຕົ້າໂຮມກັນ ແລະ ຈັດການເທດສະໜາບໍ? (ບໍ່ຈຳເປັນ.) ເຮົາກໍບໍ່ຄິດແບບນັ້ນຄືກັນ. ມັນເປັນໄປໄດ້ບໍທີ່ຜູ້ຄົນຈະຂາດການຄຳນຶງພຽງເລັກນ້ອຍນີ້? ຖ້າພວກເຂົາເປັນແບບນັ້ນ, ພວກເຂົາກໍຄົງບໍ່ແມ່ນມະນຸດ. ສະນັ້ນ ເຮົາຈຶ່ງບອກຄົນນັ້ນອີກຄັ້ງວ່າ “ຟ້າວສົ່ງພວກມັນໄປໃຫ້ຄຣິສຕະຈັກອື່ນໆ. ໄປຈັດການໃຫ້ສຳເລັດ”. ລາວເວົ້າວ່າ “ຕົກລົງ, ຂ້ອຍຈະລອງເບິ່ງ”. ນີ້ຄືທັດສະນະຄະຕິທີ່ລາວມີ. ໄລຍະໜຶ່ງຕໍ່ມາ, ເຮົາໄດ້ໄປບ່ອນນັ້ນອີກຄັ້ງ ແລະ ເຫັນຜັກຈຳນວນຫຼວງຫຼາຍຢູ່ໃນສວນ, ມີທຸກຊະນິດທີ່ສາມາດຈິນຕະນາການໄດ້. ເຮົາໄດ້ຖາມຄົນທີ່ປູກພວກມັນວ່າພວກເຂົາໄດ້ຜົນຜະລິດຫຼາຍບໍ່. ພວກເຂົາເວົ້າວ່າມີຫຼາຍຈົນພວກເຂົາກິນບໍ່ໝົດ ແລະ ບາງສ່ວນກໍເນົ່າເສຍແລ້ວ. ເຮົາຖາມອີກຄັ້ງວ່າພວກເຂົາໄດ້ສົ່ງໄປໃຫ້ຄຣິສຕະຈັກທີ່ຢູ່ໃກ້ຄຽງແດ່ບໍ. ພວກເຂົາຕອບວ່າພວກເຂົາບໍ່ຮູ້, ພວກເຂົາບໍ່ແນ່ໃຈ. ພວກເຂົາເວົ້າສິ່ງນີ້ຢ່າງຄຸມເຄືອ ແລະ ຕອບແບບພໍແລ້ວມືແລ້ວຕີນຫຼາຍ. ມັນຊັດເຈນວ່າບໍ່ມີໃຜຈິງຈັງກັບເລື່ອງນີ້. ຕາບໃດທີ່ພວກເຂົາມີອາຫານກິນ, ພວກເຂົາກໍບໍ່ສົນໃຈຄົນອື່ນ. ອີກຄັ້ງໜຶ່ງ, ເຮົາໄດ້ໄປຊອກຫາຜູ້ຮັບຜິດຊອບ. ເຮົາຖາມລາວວ່າພວກເຂົາໄດ້ສົ່ງຜັກອອກໄປແດ່ບໍ. ລາວເວົ້າວ່າພວກເຂົາສົ່ງແລ້ວ. ເຮົາຖາມວ່າການຈັດສົ່ງເປັນແນວໃດ. ລາວເວົ້າວ່າພວກມັນຖືກສົ່ງໄປແລ້ວ. ມາຮອດຈຸດນີ້, ພວກເຈົ້າຟັງເບິ່ງແລ້ວຄືກັບວ່າມີບັນຫາບໍ? ທັດສະນະຄະຕິຂອງຄົນເຫຼົ່ານີ້ບໍ່ຖືກຕ້ອງ. ພວກເຂົາບໍ່ມີທັດສະນະຄະຕິແຫ່ງຄວາມຈົງຮັກພັກດີ ແລະ ຄວາມຮັບຜິດຊອບເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ເຊິ່ງເປັນສິ່ງທີ່ໜ້າລັງກຽດ ແຕ່ສິ່ງທີ່ຈະຕາມມານັ້ນແມ່ນໜ້າລັງກຽດຍິ່ງກວ່າ. ຕໍ່ມາ, ເຮົາໄດ້ຖາມອ້າຍເອື້ອຍນ້ອງໃນຄຣິສຕະຈັກທີ່ຢູ່ໃກ້ຄຽງວ່າພວກເຂົາໄດ້ຮັບຜັກທີ່ຖືກຈັດສົ່ງມາໃຫ້ແດ່ບໍ. ພວກເຂົາຕອບວ່າ “ພວກມັນຖືກສົ່ງມາແລ້ວ ແຕ່ພວກມັນຢູ່ໃນສະພາບທີ່ໂຫດຮ້າຍກວ່າຜັກທີ່ຖືກຖິ້ມຢູ່ເທິງພື້ນຂອງຕະຫຼາດ. ບໍ່ມີຫຍັງເລີຍນອກຈາກໃບທີ່ເນົ່າເສຍປົນກັບຊາຍ ແລະ ຫີນນ້ອຍ. ພວກມັນກິນບໍ່ໄດ້ເລີຍ”. ເມື່ອໄດ້ຍິນສິ່ງນີ້ ພວກເຈົ້າຮູ້ສຶກແນວໃດ? ມີຄວາມຄຽດແຄ້ນໃນຫົວໃຈຂອງພວກເຈົ້າບໍ? ພວກເຈົ້າຄຽດແຄ້ນບໍ? (ແມ່ນແລ້ວ.) ແລ້ວຖ້າພວກເຈົ້າທຸກຄົນຄຽດແຄ້ນ ພວກເຈົ້າຄິດວ່າເຮົາຈະຄຽດແຄ້ນບໍ? ພວກເຂົາສົ່ງຜັກໄປໃຫ້ຢ່າງບໍ່ເຕັມໃຈ ແຕ່ພວກເຂົາກໍເຮັດວຽກໄດ້ບໍ່ດີຫຼາຍ. ແລ້ວ ໃຜເປັນສາເຫດຂອງການກະທຳທີ່ບໍ່ດີນີ້? ມີຄົນຊົ່ວຮ້າຍຄົນໜຶ່ງຢູ່ບ່ອນນັ້ນ ເຊິ່ງເປັນຜູ້ຫ້າມບໍ່ໃຫ້ສົ່ງຜັກເຫຼົ່ານັ້ນອອກໄປ. ລາວເວົ້າຫຍັງຫຼັງຈາກທີ່ເຮົາສັ່ງໃຫ້ຈັດສົ່ງຜັກໄປ? “ໃນເມື່ອເຈົ້າບອກໃຫ້ຂ້ອຍເຮັດສິ່ງນີ້ ຂ້ອຍກໍຈະເອົາໃບຜັກເນົ່າ ແລະ ຜັກທີ່ພວກເຮົາບໍ່ຢາກກິນລວມເຂົ້າກັນເພື່ອສົ່ງໄປໃຫ້ພວກເຂົາ. ນັ້ນກໍຖືວ່າເປັນການຈັດສົ່ງແລ້ວ ແມ່ນບໍ?” ເມື່ອຮູ້ເລື່ອງນີ້ ເຮົາຈຶ່ງສັ່ງໃຫ້ໂຍນຂີ້ເຫຍື້ອທີ່ເປັນມານຮ້າຍນີ້ອອກໄປ. ບ່ອນນີ້ເປັນສະຖານທີ່ແບບໃດ ລາວຈຶ່ງກ້າເຮັດຕົວເປັນທໍຣະຣາດຢູ່ບ່ອນນີ້? ນີ້ຄືເຮືອນຂອງພຣະເຈົ້າ. ມັນບໍ່ແມ່ນສັງຄົມ ແລະ ມັນບໍ່ແມ່ນຕະຫຼາດເສລີ. ຖ້າເຈົ້າອາລະວາດ ແລະ ເຮັດຕົວເປັນທໍຣະຣາດຢູ່ບ່ອນນີ້ ເຈົ້າກໍບໍ່ເປັນທີ່ຕ້ອນຮັບຢູ່ບ່ອນນີ້ ແລະ ເຮົາກໍທົນບໍ່ໄດ້ທີ່ຈະໃຫ້ເຈົ້າຢູ່ຕໍ່ໜ້າເຮົາ, ຟ້າວໜີໄປໃຫ້ພົ້ນ! ໜີໄປໃຫ້ໄກຈາກເຮົາເທົ່າທີ່ຈະໄກໄດ້, ກັບໄປບ່ອນທີ່ເຈົ້າມາພຸ້ນ! ພວກເຈົ້າຄິດວ່າມັນຖືກຕ້ອງບໍທີ່ເຮົາຈັດການແບບນີ້? (ຖືກຕ້ອງ.) ຍ້ອນຫຍັງ? (ຄົນປະເພດນີ້ຂາດຄວາມເປັນມະນຸດຫຼາຍເກີນໄປ.) ແລ້ວເປັນຫຍັງບາງຄົນທີ່ຂາດຄວາມເປັນມະນຸດຈຶ່ງບໍ່ຖືກໄລ່ອອກໄປ? ບາງຄົນບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນ ແລະ ບໍ່ໄລ່ຕາມຄວາມຈິງ ແຕ່ພວກເຂົາບໍ່ໄດ້ເຮັດສິ່ງທີ່ຊົ່ວຮ້າຍ, ບໍ່ໄດ້ລົບກວນວຽກງານຂອງຄຣິສຕະຈັກ, ບໍ່ໄດ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຄົນອື່ນ ຫຼື ສົ່ງຜົນກະທົບຕໍ່ຊີວິດໃນຄຣິສຕະຈັກ. ຄວນເກັບຄົນປະເພດນີ້ໄວ້ກ່ອນເພື່ອໃຫ້ບໍລິການ ແຕ່ເມື່ອພວກເຂົາເຮັດຄວາມຊົ່ວຮ້າຍ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລ້ວມັນກໍຍັງບໍ່ຊ້າເກີນໄປທີ່ຈະໄລ່ພວກເຂົາອອກ. ແລ້ວເປັນຫຍັງເຮົາຈຶ່ງຕ້ອງໂຍນຂີ້ເຫຍື້ອຊິ້ນນີ້ຖິ້ມ? ລາວຕ້ອງການເຮັດຕົວເປັນທໍຣະຣາດ ແລະ ເປັນຜູ້ສັ່ງການໃນເຮືອນຂອງພຣະເຈົ້າ. ລາວສົ່ງຜົນກະທົບຕໍ່ການດຳລົງຊີວິດປົກກະຕິຂອງອ້າຍເອື້ອຍນ້ອງ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ບາງຄົນເວົ້າວ່າລາວເຫັນແກ່ຕົວເກີນໄປ, ຂີ້ຄ້ານເກີນໄປ, ລາວປະຕິບັດໜ້າທີ່ຂອງຕົນແບບເຮັດພໍແລ້ວມືແລ້ວຕີນ. ມັນເປັນແບບນັ້ນບໍ? ລາວຕ້ອງການຕັ້ງຕົວເປັນປໍລະປັກກັບອ້າຍເອື້ອຍນ້ອງທຸກຄົນ, ກັບທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນ ແລະ ກັບພຣະເຈົ້າ. ລາວຕ້ອງການຍຶດຄອງເຮືອນຂອງພຣະເຈົ້າ. ລາວຕ້ອງການເປັນຜູ້ສັ່ງການໃນເຮືອນຂອງພຣະເຈົ້າ. ຖ້າລາວຕ້ອງການເປັນຜູ້ສັ່ງການ ລາວກໍຄວນເຮັດສິ່ງທີ່ດີບາງຢ່າງ. ແຕ່ລາວບໍ່ໄດ້ເຮັດສິ່ງທີ່ດີເລີຍ. ທຸກສິ່ງທີ່ລາວເຮັດລ້ວນແຕ່ທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກ. ພວກເຈົ້າຈະທົນກັບຄົນແບບນີ້ໄດ້ບໍ? (ບໍ່ໄດ້.) ແລ້ວຖ້າບໍ່ມີໃຜໃນພວກເຈົ້າທົນໄດ້ ພວກເຈົ້າຄິດວ່າເຮົາຈະທົນໄດ້ບໍ? ໃນປັດຈຸບັນມີຜູ້ຄົນທີ່ຍັງບໍ່ພໍໃຈກັບຄວາມເປັນຈິງທີ່ວ່າຄົນຊົ່ວຮ້າຍນັ້ນຖືກຄັດອອກ. ພວກເຂົາບໍ່ສາມາດເບິ່ງທະລຸລາວໄດ້ ແລະ ຍັງຄົງຕັ້ງຕົວເປັນປໍລະປັກກັບເຮົາໃນຄວາມຄິດຂອງພວກເຂົາ. ໃນປັດຈຸບັນມີຜູ້ຄົນທີ່ເມື່ອກ່າວເຖິງຄົນຜູ້ນັ້ນ ກໍຍັງຄິດວ່າເຮົາຈັດການເລື່ອງນີ້ຢ່າງບໍ່ເໝາະສົມ, ເຊິ່ງຄິດວ່າເຮືອນຂອງພຣະເຈົ້າບໍ່ຊອບທຳ. ນີ້ແມ່ນກຸ່ມຄົນປະເພດໃດ? ພວກເຈົ້າຮູ້ບໍວ່າຄົນຜູ້ນີ້ເກັບຜັກກາດທີ່ພວກເຂົາປູກແນວໃດ? ໂດຍປົກກະຕິແລ້ວ ເຈົ້າຈະຫຼົກອອກມາທັງຕົ້ນເພື່ອກິນ ແມ່ນບໍ? ມີໃຜເດັດເອົາແຕ່ໃບບໍ? (ບໍ່ມີ.) ແຕ່ຜູ້ຊາຍທີ່ແປກປະຫຼາດຄົນນີ້ບໍ່ອະນຸຍາດໃຫ້ຄົນອື່ນຫຼົກອອກມາທັງຕົ້ນ; ລາວບອກໃຫ້ພວກເຂົາເດັດເອົາແຕ່ໃບ. ນີ້ເປັນຄັ້ງທຳອິດທີ່ເຮົາເຄີຍພົບພໍ້ເລື່ອງແບບນີ້. ພວກເຈົ້າຄິດວ່າເປັນຫຍັງລາວຈຶ່ງເຮັດແບບນີ້? ເປັນຫຍັງລາວຈຶ່ງບໍ່ອະນຸຍາດໃຫ້ຄົນອື່ນຫຼົກອອກມາທັງຕົ້ນ? ເພາະຖ້າພວກເຂົາຫຼົກອອກມາທັງຕົ້ນ ສວນກໍຈະວ່າງເປົ່າ ແລະ ຈະຕ້ອງໄດ້ພວນດິນ ແລະ ປູກໃໝ່ອີກຄັ້ງ. ເພື່ອຫຼີກລ່ຽງຄວາມຫຍຸ້ງຍາກ ລາວຈຶ່ງຂໍໃຫ້ຄົນອື່ນເດັດເອົາແຕ່ໃບ. ເມື່ອລາວບອກໃຫ້ຜູ້ຄົນເຮັດແບບນີ້ ກໍບໍ່ມີໃຜກ້າຂັດຄ້ານລາວ. ພວກເຂົາເປັນຄືກັບທາດຂອງລາວ, ພວກເຂົາເຮັດທຸກຢ່າງທີ່ລາວບອກ. ລາວເປັນຜູ້ສັ່ງການຢູ່ບ່ອນນັ້ນ. ສະນັ້ນ ພວກເຈົ້າຄິດວ່າມັນຈະສາມາດຍອມຮັບໄດ້ບໍທີ່ຈະບໍ່ກຳຈັດລາວອອກໄປ? (ບໍ່ໄດ້.) ການປ່ອຍໃຫ້ຄົນແບບນີ້ຢູ່ຕໍ່ໄປຈະເປັນໄພພິບັດ. ເມື່ອລາວສະແດງສິ່ງທີ່ດີອອກມາເປັນບາງຄັ້ງຄາວ ນັ້ນກໍຍ້ອນວ່າມັນບໍ່ກ່ຽວຂ້ອງກັບຜົນປະໂຫຍດຂອງລາວເອງ. ຈົ່ງເບິ່ງທຸກສິ່ງທີ່ລາວເຮັດຢ່າງໃກ້ຊິດ: ບໍ່ມີແມ່ນແຕ່ສິ່ງດຽວທີ່ບໍ່ລົບກວນ ແລະ ທຳລາຍຜົນປະໂຫຍດຂອງຄົນອື່ນ, ບໍ່ມີແມ່ນແຕ່ສິ່ງດຽວທີ່ບໍ່ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຄົນຜູ້ນີ້ເກີດມາເປັນຜີຮ້າຍ, ລາວຕັ້ງຕົວເປັນປໍລະປັກກັບພຣະເຈົ້າ ແລະ ລາວເປັນຜູ້ຕໍ່ຕ້ານພຣະຄຣິສ. ຄົນເຊັ່ນນີ້ສາມາດໄດ້ຮັບອະນຸຍາດໃຫ້ຢູ່ໃນເຮືອນຂອງພຣະເຈົ້າຕໍ່ໄປໄດ້ບໍ? ລາວສົມຄວນທີ່ຈະປະຕິບັດໜ້າທີ່ບໍ? (ບໍ່.) ແລ້ວຍັງມີບາງຄົນພະຍາຍາມປົກປ້ອງຄົນແບບນີ້. ພວກເຂົາເບົາປັນຍາຫຼາຍສໍ່າໃດ? ນີ້ບໍ່ແມ່ນສິ່ງທີ່ໜ້າລັງກຽດບໍ? ເຈົ້າກຳລັງພະຍາຍາມສະແດງໃຫ້ເຫັນວ່າເຈົ້າມີຄວາມຮັກບໍ? ຖ້າເຈົ້າມີຄວາມຮັກ ເຈົ້າກໍລ້ຽງດູລາວ; ຖ້າເຈົ້າມີຄວາມຮັກ ກໍປ່ອຍໃຫ້ລາວທຳຮ້າຍເຈົ້າ, ແຕ່ຢ່າປ່ອຍໃຫ້ລາວທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ! ຖ້າເຈົ້າມີຄວາມຮັກ ແລ້ວເມື່ອລາວຖືກຊຳລະລ້າງອອກໄປ ເຈົ້າກໍໄປກັບລາວ, ເຈົ້າຍັງມາລອຍຊາຍຢູ່ບ່ອນນີ້ເຮັດຫຍັງ? ຄົນເຫຼົ່ານີ້ເຊື່ອຟັງ ແລະ ອ່ອນນ້ອມບໍ? (ບໍ່.) ພວກເຂົາເກີດມາເປັນກຸ່ມຜີຮ້າຍ. ຄົນຜູ້ນັ້ນບໍ່ເຊື່ອຟັງທຸກສິ່ງທີ່ເຮົາເວົ້າ. ຖ້າເຮົາບອກໄປທາງຕາເວັນຕົກ ລາວກໍຈະໄປທາງຕາເວັນອອກ ແລະ ຖ້າເຮົາບອກໄປທາງຕາເວັນອອກ ລາວກໍຈະໄປທາງຕາເວັນຕົກ. ລາວຢືນຢັນທີ່ຈະຕໍ່ຕ້ານເຮົາໃນທຸກສິ່ງ. ເປັນຫຍັງມັນຈຶ່ງຍາກຫຼາຍສຳລັບລາວທີ່ຈະເຊື່ອຟັງເຮົາຈັກໜ້ອຍ? ການທີ່ເຮົາຂໍໃຫ້ລາວສົ່ງຜັກໄປໃຫ້ອ້າຍເອື້ອຍນ້ອງຄົນອື່ນໆໝາຍຄວາມວ່າລາວຈະຖືກຕັດສ່ວນແບ່ງຂອງລາວບໍ? ເຮົາກຳລັງກີດກັນລາວໃນການກິນຜັກເຫຼົ່ານີ້ບໍ? (ບໍ່.) ແລ້ວເປັນຫຍັງລາວຈຶ່ງບໍ່ສົ່ງພວກມັນໄປ? ລາວບໍ່ຈຳເປັນຕ້ອງແບກພວກມັນໄປເອງ ມັນບໍ່ໄດ້ຮຽກຮ້ອງໃຫ້ລາວຕ້ອງອອກແຮງຫຍັງເລີຍ. ແຕ່ລາວບໍ່ພຽງແຕ່ບໍ່ໃຫ້ຜັກທີ່ດີແກ່ຄົນອື່ນເທົ່ານັ້ນ ລາວຍັງໃຫ້ຜັກທີ່ເນົ່າເສຍແກ່ພວກເຂົາອີກດ້ວຍ. ລາວຕ້ອງຊົ່ວຮ້າຍສໍ່າໃດຈຶ່ງເຮັດແບບນີ້ໄດ້? ລາວຍັງນັບວ່າເປັນຄົນໄດ້ຢູ່ບໍ? ເຮົາບອກໃຫ້ລາວສົ່ງຜັກ ບໍ່ແມ່ນຂີ້ເຫຍື້ອ. ສິ່ງທີ່ງ່າຍດາຍຫຼາຍ, ງ່າຍຫຼາຍ, ພຽງແຕ່ເຄື່ອນໄຫວແຂນຂອງລາວ ແຕ່ລາວກໍຍັງເຮັດບໍ່ໄດ້. ນີ້ແມ່ນຄົນບໍ? ຖ້າແມ່ນແຕ່ເລື່ອງແບບນີ້ກໍຍັງເກີນຄວາມສາມາດຂອງເຈົ້າ ເຈົ້າຈະອ້າງເຖິງການອ່ອນນ້ອມຕໍ່ພຣະເຈົ້າໄດ້ແນວໃດ? ເຈົ້າຕໍ່ຕ້ານ, ເຈົ້າຕອບໂຕ້ ແຕ່ເຈົ້າກໍຍັງພະຍາຍາມກິນຢູ່ລ້າໆໃນເຮືອນຂອງພຣະເຈົ້າ. ສິ່ງນັ້ນຈະເກີດຂຶ້ນໄດ້ບໍ? ແມ່ນແຕ່ໃນປັດຈຸບັນ ກໍຍັງມີຄົນທີ່ບໍ່ລືມວ່າ: “ເຈົ້າເຄີຍທຳຮ້າຍຄວາມຮູ້ສຶກຂອງພວກເຮົາ. ເຈົ້າເຄີຍໄລ່ພວກເຮົາຫຼາຍຄົນອອກໄປ ແຕ່ພວກເຮົາບໍ່ໄດ້ເຫັນດີ; ພວກເຮົາຢາກໃຫ້ພວກເຂົາຢູ່ຕໍ່ ແຕ່ເຈົ້າກໍບໍ່ໃຫ້ໂອກາດພວກເຂົາ. ເຈົ້າເປັນພຣະເຈົ້າທີ່ຊອບທຳບໍ?” ພວກເຈົ້າຄິດວ່າມານຮ້າຍຈະເຄີຍເວົ້າວ່າພຣະເຈົ້າຊອບທຳບໍ? (ບໍ່ມີທາງ.) ປາກຂອງພວກເຂົາອາດຈະເວົ້າວ່າພຣະເຈົ້າຊອບທຳ ແຕ່ເມື່ອພຣະເຈົ້າກະທຳການ ມັນກໍບໍ່ເປັນທີ່ພໍໃຈສຳລັບພວກເຂົາ; ພວກເຂົາບໍ່ສາມາດເຮັດໃຈໃຫ້ສັນລະເສີນຄວາມຊອບທຳຂອງພຣະເຈົ້າໄດ້. ຄົນເຫຼົ່ານີ້ຄືຜີຮ້າຍ ແລະ ຄົນໜ້າຊື່ໃຈຄົດ.
ການຈັດສົ່ງຜັກເຊິ່ງເປັນເລື່ອງນ້ອຍໆເຊັ່ນນີ້ສະແດງໃຫ້ເຫັນຫຍັງ? ມັນງ່າຍບໍສຳລັບຜູ້ຄົນທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຊື່ອຟັງພຣະທຳຂອງພຣະເຈົ້າ? (ບໍ່.) ຜູ້ຄົນກິນອາຫານທີ່ພຣະເຈົ້າປະທານໃຫ້, ພວກເຂົາອາໄສຢູ່ໃນເຮືອນທີ່ພຣະເຈົ້າປະທານໃຫ້, ພວກເຂົາໃຊ້ສິ່ງຂອງທີ່ພຣະເຈົ້າປະທານໃຫ້ ແຕ່ເມື່ອພຣະເຈົ້າຂໍໃຫ້ພວກເຂົາແບ່ງປັນຜັກສ່ວນທີ່ເຫຼືອໃຫ້ກັບຄົນອື່ນ ພວກເຂົາອ່ອນນ້ອມບໍ? ພຣະທຳເຫຼົ່ານີ້ສາມາດເກີດຜົນໃນພວກເຂົາໄດ້ບໍ? ສຳລັບຜູ້ຄົນແລ້ວ ພວກມັນສາມາດເກີດຜົນໄດ້. ຜູ້ຄົນສາມາດປະຕິບັດຕາມໄດ້. ແຕ່ສຳລັບຜີຮ້າຍ, ຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສແລ້ວ ພວກມັນຈະບໍ່ມີທາງເກີດຜົນເລີຍ. ຄົນຜູ້ນັ້ນຄິດໃນໃຈວ່າ “ຖ້າຂ້ອຍສົ່ງຜັກເຫຼົ່ານີ້ອອກໄປ ຈະມີໃຜຈື່ໄດ້ບໍວ່າຂ້ອຍໄດ້ເຮັດສິ່ງທີ່ດີ? ຖ້າຄົນອື່ນກິນຜັກເຫຼົ່ານີ້ ແລະ ເວົ້າວ່າມັນເປັນພຣະຄຸນຂອງພຣະເຈົ້າ, ວ່າພຣະເຈົ້າຂໍໃຫ້ຂ້ອຍເຮັດ, ຖ້າພວກເຂົາທຸກຄົນຂອບໃຈພຣະເຈົ້າ ແລ້ວໃຜຈະຂອບໃຈຂ້ອຍ? ຂ້ອຍຄືວິລະບຸລຸດທີ່ຢູ່ເບື້ອງຫຼັງ, ຂ້ອຍເປັນຜູ້ທີ່ອອກແຮງ. ແມ່ນຂ້ອຍເອງທີ່ເປັນຄົນປູກຜັກ. ເຈົ້າຄວນຂອບໃຈຂ້ອຍ. ແລ້ວຖ້າເຈົ້າບໍ່ຂອບໃຈ, ຖ້າເຈົ້າບໍ່ຮູ້ວ່າແມ່ນຂ້ອຍທີ່ເປັນຄົນເຮັດສິ່ງນີ້ ແລ້ວເຈົ້າກໍກຳລັງຝັນໄປແລ້ວ ຖ້າເຈົ້າຄິດວ່າເຈົ້າຈະໄດ້ກິນຜັກທີ່ຂ້ອຍປູກ!” ນີ້ບໍ່ແມ່ນສິ່ງທີ່ລາວຄິດບໍ? ແລະ ນີ້ບໍ່ແມ່ນຄວາມຊົ່ວຮ້າຍບໍ? ມັນຊົ່ວຮ້າຍຫຼາຍ! ຄົນຊົ່ວຮ້າຍຈະສາມາດປະຕິບັດຄວາມຈິງ ແລະ ເຊື່ອຟັງພຣະທຳຂອງພຣະເຈົ້າໄດ້ແນວໃດ? ຄົນຜູ້ນີ້ເກີດມາເປັນຜີຮ້າຍ ແລະ ຊາຕານ. ລາວຕັ້ງຕົວເປັນປໍລະປັກກັບພຣະເຈົ້າ, ລາວຕໍ່ຕ້ານຄວາມຈິງ ແລະ ລາວກຽດຊັງຄວາມຈິງ. ລາວບໍ່ສາມາດເຊື່ອຟັງພຣະທຳຂອງພຣະເຈົ້າໄດ້ ແລ້ວມີຄວາມຈຳເປັນບໍທີ່ລາວຕ້ອງເຊື່ອຟັງພຣະທຳເຫຼົ່ານັ້ນ? ບໍ່ມີ. ແລ້ວຄວນຈັດການກັບເລື່ອງແບບນີ້ແນວໃດ? ໄລ່ລາວອອກໄປ ແລະ ຊອກຫາຄົນທີ່ສາມາດເຊື່ອຟັງມາແທນທີ່ລາວ. ກໍເທົ່ານັ້ນແຫຼະ ມັນງ່າຍດາຍແບບນັ້ນເລີຍ. ການຈັດການສິ່ງຕ່າງໆດ້ວຍວິທີນີ້ເໝາະສົມ ຫຼື ບໍ່? (ເໝາະສົມ.) ເຮົາກໍຄິດແບບນັ້ນຄືກັນ. ຖ້າລາວບໍ່ໄປ ລາວກໍຈະສ້າງບັນຫາ ແລະ ທຳຮ້າຍຄົນອື່ນໆທັງໝົດ. ບາງຄົນເວົ້າວ່າ “ເປັນເພາະເຈົ້າບໍ່ພໍໃຈຍ້ອນລາວບໍ່ເຊື່ອຟັງຄຳເວົ້າຂອງເຈົ້າບໍ? ສິ່ງທີ່ລາວເຮັດກໍພຽງແຕ່ບໍ່ເຊື່ອຟັງເຈົ້າ, ມັນຮ້າຍແຮງຂະໜາດນັ້ນເລີຍບໍ? ເຈົ້າໄລ່ລາວອອກໄປຍ້ອນເລື່ອງເລັກນ້ອຍແບບນີ້ ແຕ່ຄວາມຈິງແລ້ວລາວບໍ່ໄດ້ເຮັດສິ່ງທີ່ບໍ່ດີຫຍັງເລີຍ. ລາວພຽງແຕ່ສົ່ງຜັກເນົ່າອອກໄປບາງສ່ວນ ແລະ ມີສອງສາມຄັ້ງທີ່ລາວບໍ່ໄດ້ສົ່ງຫຍັງເລີຍ ແລະ ບໍ່ໄດ້ເຊື່ອຟັງເຈົ້າ. ມັນເປັນພຽງເລື່ອງນ້ອຍໆ ບໍ່ແມ່ນບໍ?” ມັນເປັນແບບນັ້ນບໍ? (ບໍ່ແມ່ນ.) ແລ້ວພວກເຈົ້າຄິດວ່າເຮົາເບິ່ງເລື່ອງນີ້ແນວໃດ? ແມ່ນແຕ່ເລື່ອງນ້ອຍໆແບບນີ້ ລາວກໍຍັງບໍ່ສາມາດເຊື່ອຟັງໄດ້ ແຕ່ລາວກໍຍັງພະຍາຍາມຂັດຂວາງສິ່ງຕ່າງໆຢ່າງບໍ່ສົມເຫດສົມຜົນຢູ່ບ່ອນນີ້. ນີ້ຄືເຮືອນຂອງພຣະເຈົ້າ ບໍ່ມີຫຍັງຢູ່ບ່ອນນີ້ທີ່ເປັນຂອງລາວ. ຫຍ້າທຸກຕົ້ນ, ຕົ້ນໄມ້ທຸກຕົ້ນ, ເນີນພູທຸກໜ່ວຍ, ແຫຼ່ງນໍ້າທຸກແຫ່ງຢູ່ບ່ອນນີ້ ລ້ວນແຕ່ບໍ່ມີສິ່ງໃດທີ່ລາວມີສິດອຳນາດໃນການຄວບຄຸມ ຫຼື ເປັນຜູ້ສັ່ງການ. ລາວພະຍາຍາມເປັນຜູ້ສັ່ງການ, ພະຍາຍາມຂັດຂວາງສິ່ງຕ່າງໆດ້ວຍວິທີການທີ່ບໍ່ສົມເຫດສົມຜົນ. ລາວເປັນຕົວຫຍັງກັນແທ້? ບໍ່ມີໃຜຈະເອົາ ຫຼື ໃຊ້ສິ່ງຂອງຂອງລາວ ແລະ ຈະບໍ່ມີການສົ່ງສິ່ງຂອງຂອງລາວອອກໄປ; ສິ່ງທີ່ຂໍໃຫ້ລາວເຮັດກໍພຽງແຕ່ເຄື່ອນໄຫວແຂນຂອງລາວ ແລະ ປະຕິບັດຄວາມຮັບຜິດຊອບທີ່ລາວຄວນເຮັດໃຫ້ສຳເລັດ ແຕ່ລາວກໍຍັງເຮັດບໍ່ໄດ້. ໃນເມື່ອລາວເຮັດບໍ່ໄດ້ ເຮົາກໍບໍ່ຍອມຮັບວ່າລາວເປັນຜູ້ເຊື່ອ ແລະ ລາວຕ້ອງອອກໄປຈາກເຮືອນຂອງພຣະເຈົ້າ, ລາວຕ້ອງຖືກຄັດອອກ! ມັນສົມເຫດສົມຜົນບໍທີ່ເຮົາເຮັດແບບນີ້? (ສົມເຫດສົມຜົນ.) ສິ່ງເຫຼົ່ານີ້ຄືກົດການປົກຄອງຂອງເຮືອນຂອງພຣະເຈົ້າ. ຖ້າເຮົາພົບພໍ້ຄົນຊົ່ວຮ້າຍເຊັ່ນນີ້ທີ່ກຳລັງເຮັດຄວາມຊົ່ວຮ້າຍ ແລ້ວບໍ່ຊຳລະລ້າງພວກເຂົາອອກໄປ, ຖ້າເຮົາບໍ່ສະແດງທັດສະນະຄະຕິໃດໜຶ່ງຕໍ່ພວກເຂົາ ແລ້ວພວກເຈົ້າຄິດວ່າຈະມີຈັກຄົນທີ່ຖືກທຳຮ້າຍ? ສິ່ງນີ້ຈະບໍ່ເຮັດໃຫ້ເຮືອນຂອງພຣະເຈົ້າຕົກຢູ່ໃນຄວາມວຸ້ນວາຍບໍ? ແລະ ກົດການປົກຄອງຂອງເຮືອນຂອງພຣະເຈົ້າຈະບໍ່ກາຍເປັນພຽງຄຳເວົ້າທີ່ວ່າງເປົ່າບໍ? ແລ້ວກົດການປົກຄອງຂອງເຮືອນຂອງພຣະເຈົ້າໄດ້ກຳນົດໄວ້ແນວໃດກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ມານຮ້າຍທີ່ຊົ່ວຮ້າຍເຫຼົ່ານີ້ທີ່ບໍ່ເຊື່ອຟັງ, ກໍ່ໃຫ້ເກີດການລົບກວນ, ຂັດຂວາງສິ່ງຕ່າງໆຢ່າງບໍ່ສົມເຫດສົມຜົນ ແລະ ກະທຳການຢ່າງໜ້າດ້ານ? ຄັດພວກເຂົາອອກ ແລະ ຂັບໄລ່ພວກເຂົາອອກຈາກເຮືອນຂອງພຣະເຈົ້າ. ຊຳລະລ້າງພວກເຂົາອອກຈາກກຸ່ມຂອງອ້າຍເອື້ອຍນ້ອງ. ພວກເຂົາບໍ່ນັບວ່າເປັນສະມາຊິກຂອງເຮືອນຂອງພຣະເຈົ້າ. ພວກເຈົ້າຄິດແນວໃດກັບການຈັດການພວກເຂົາແບບນີ້? ເມື່ອຄົນປະເພດນີ້ຖືກຊຳລະລ້າງອອກໄປແລ້ວ ວຽກງານທັງໝົດກໍຈະດຳເນີນໄປຢ່າງລ່ຽນໄຫຼ. ຜີຮ້າຍ ແລະ ຊາຕານສະແຫວງຫາທີ່ຈະສວຍໂອກາດແມ່ນແຕ່ກັບເລື່ອງນ້ອຍໆເຊັ່ນການກິນຜັກ. ແມ່ນແຕ່ກັບເລື່ອງນີ້ ພວກເຂົາກໍຍັງພະຍາຍາມເປັນຜູ້ສັ່ງການ ແລະ ເຮັດໃນສິ່ງທີ່ພວກເຂົາຕ້ອງການ. ທຸກສິ່ງທີ່ພວກເຮົາໄດ້ລົມກັນມາລ້ວນແຕ່ເປັນເລື່ອງນ້ອຍໆ ແຕ່ເຖິງຈະເປັນແນວນັ້ນກໍຕາມ ມັນກໍກ່ຽວຂ້ອງກັບຄວາມຈິງທີ່ເປັນພື້ນຖານທີ່ສຸດ. ຄວາມຈິງທີ່ເປັນພື້ນຖານທີ່ສຸດກໍຄືການເຊື່ອຟັງພຣະທຳຂອງພຣະເຈົ້າ. ຜູ້ທີ່ບໍ່ສາມາດແມ່ນແຕ່ຈະເຮັດສິ່ງນັ້ນໄດ້ມີອຸປະນິໄສແບບໃດ? ພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄົນປົກກະຕິບໍ? ບໍ່ມີເລີຍ. ຄົນເຫຼົ່ານີ້ຄືຜູ້ທີ່ຂາດຄວາມເປັນມະນຸດ.
ນອກຈາກຜັກແລ້ວ ຜູ້ຄົນກໍຍັງຕ້ອງບໍລິໂພກຊີ້ນ ແລະ ໄຂ່ໃນຊີວິດປະຈຳວັນຂອງພວກເຂົາ. ສະນັ້ນ ເຮົາຈຶ່ງບອກໃຫ້ບາງຄົນລ້ຽງໄກ່ຈຳນວນໜຶ່ງ ແລະ ໃຫ້ອາຫານໄກ່ເຫຼົ່ານີ້ດ້ວຍເມັດພືດ, ຜັກ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ. ພວກມັນຄວນຖືກລ້ຽງແບບປ່ອຍ. ດ້ວຍວິທີນັ້ນ ພວກມັນກໍຈະອອກໄຂ່ທີ່ດີກວ່າໄຂ່ທີ່ຂາຍຕາມຕະຫຼາດ. ຊີ້ນໄກ່ເອງກໍຈະປອດສານພິດເຊັ່ນກັນ; ຢ່າງໜ້ອຍທີ່ສຸດມັນກໍຈະບໍ່ມີຮໍໂມນໃດໜຶ່ງຢູ່ໃນນັ້ນ ແລະ ຈະບໍ່ເປັນອັນຕະລາຍຕໍ່ຜູ້ຄົນເມື່ອພວກເຂົາກິນມັນ. ໄກ່ອາດຈະບໍ່ອອກໄຂ່ ຫຼື ໃຫ້ຊີ້ນຫຼາຍ ແຕ່ຄຸນນະພາບກໍຈະໄດ້ຮັບການຮັບປະກັນ. ພວກເຈົ້າເຂົ້າໃຈຄວາມໝາຍຂອງເຮົາບໍ? (ເຂົ້າໃຈ.) ແລ້ວບອກເຮົາມາເບິ່ງວ່າ ມີຂໍ້ມູນຈັກຢ່າງທີ່ລວມຢູ່ໃນສິ່ງທີ່ເຮົາຫາກໍເວົ້າໄປ? ກ່ອນອື່ນໝົດ ການລ້ຽງໄກ່ດ້ວຍວິທີນີ້ຈະເຮັດໃຫ້ພວກເຮົາມີໄຂ່ປອດສານພິດກິນ. ບໍ່ວ່າພວກເຮົາຈະສາມາດກິນໄດ້ຫຼາຍສໍ່າໃດກໍຕາມ ຢ່າງໜ້ອຍທີ່ສຸດ ພວກເຮົາກໍຈະບໍ່ຕ້ອງກິນໄຂ່ທີ່ມີຢາຕ້ານເຊື້ອ. ນັ້ນຄືສິ່ງທີ່ຕ້ອງການຈາກໄຂ່. ອັນທີສອງ ສິ່ງທີ່ຕ້ອງການຈາກຊີ້ນກໍຄືມັນຕ້ອງບໍ່ມີຮໍໂມນ ເພື່ອໃຫ້ຜູ້ຄົນບໍ່ມີຄວາມກັງວົນໃດກໍຕາມໃນການກິນມັນ. ມີຂໍ້ໃດໃນສອງຂໍ້ນີ້ທີ່ເປັນການຮຽກຮ້ອງຫຼາຍເກີນໄປບໍ? (ບໍ່ມີ.) ຄຳຮຽກຮ້ອງທີ່ເຮົາສະເໜີໄປນັ້ນບໍ່ພຽງແຕ່ບໍ່ຫຼາຍເກີນໄປເທົ່ານັ້ນ ແຕ່ພວກມັນຍັງສາມາດປະຕິບັດໄດ້ຈິງອີກດ້ວຍ ແມ່ນບໍ? (ແມ່ນແລ້ວ.) ຕໍ່ມາ ກໍມີການຊື້ລູກໄກ່ ແລະ ໃຫ້ອາຫານພວກມັນ. ເມື່ອພວກມັນເລີ່ມອອກໄຂ່ ພວກເຮົາກໍກິນໄຂ່; ເຖິງຢ່າງໃດກໍຕາມ ມັນມີລົດຊາດຂອງຢາຕ້ານເຊື້ອອ່ອນໆ ຄືກັນກັບໄຂ່ທີ່ຊື້ຢູ່ຮ້ານຄ້າຂະໜາດໃຫຍ່. ເຮົາໄດ້ຄິດກ່ຽວກັບເລື່ອງນີ້: ພວກເຂົາໄດ້ໃຫ້ອາຫານທີ່ມີຢາຕ້ານເຊື້ອແກ່ພວກມັນບໍ? ຕໍ່ມາ ເຮົາໄດ້ຖາມຄົນທີ່ເບິ່ງແຍງໄກ່ວ່າໄກ່ໄດ້ກິນອາຫານຫຍັງ ແລະ ພວກເຂົາກໍຕອບວ່າຜົງກະດູກປົ່ນ. ເຮົາເວົ້າວ່າ “ພວກເຮົາບໍ່ຈຳເປັນຕ້ອງເຮັດໃຫ້ໄກ່ເຫຼົ່ານີ້ອອກໄຂ່ໄວ. ໃຫ້ອາຫານພວກມັນໂດຍໃຊ້ວິທີການລ້ຽງແບບປ່ອຍ, ປອດສານພິດແບບປົກກະຕິ. ປ່ອຍໃຫ້ພວກມັນອອກໄຂ່ຕາມປົກກະຕິ. ພວກເຮົາບໍ່ໄດ້ລ້ຽງພວກມັນເພື່ອໃຫ້ໄດ້ໄຂ່ຫຼາຍໆ ພຽງແຕ່ເພື່ອໃຫ້ພວກເຮົາໄດ້ກິນໄຂ່ປອດສານພິດເທົ່ານັ້ນ. ນີ້ຄືທຸກສິ່ງທີ່ຕ້ອງການ”. ເຮົາໝາຍຄວາມວ່າແນວໃດເມື່ອເຮົາເວົ້າສິ່ງນີ້? ເຮົາກຳລັງບອກພວກເຂົາວ່າບໍ່ໃຫ້ອາຫານໄກ່ທີ່ມີຢາຕ້ານເຊື້ອ, ຮໍໂມນ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ. ໄກ່ຕ້ອງໄດ້ຮັບອາຫານທີ່ແຕກຕ່າງຈາກສິ່ງທີ່ໄກ່ຢູ່ບ່ອນອື່ນກິນ. ຢູ່ບ່ອນອື່ນ ໄກ່ຈະໃຫຍ່ເຕັມທີ່ຫຼັງຈາກຜ່ານໄປພຽງສາມເດືອນ, ພວກມັນອອກໄຂ່ທຸກມື້ ແລະ ໃຊ້ພວກມັນເປັນເຄື່ອງຈັກອອກໄຂ່ຈົນຮອດມື້ທີ່ພວກມັນຖືກຂ້າ. ສິ່ງນີ້ເຮັດໃຫ້ໄດ້ໄຂ່ທີ່ດີບໍ? ແລະ ຊີ້ນທີ່ແຊບບໍ? (ບໍ່.) ເຮົາຂໍໃຫ້ລ້ຽງໄກ່ແບບປ່ອຍ, ໃຫ້ພວກມັນໄດ້ອອກໄປຫາກິນຢູ່ຂ້າງນອກ, ກິນແມງໄມ້ ແລະ ວັດສະພືດ ແລະ ຈາກນັ້ນກໍໃຫ້ອາຫານພວກມັນດ້ວຍທັນຍາພືດ, ເມັດພືດ ແລະ ສິ່ງອື່ນໆທີ່ຄ້າຍຄືກັນ. ເຖິງແມ່ນວ່າສິ່ງນີ້ຈະເຮັດໃຫ້ໄດ້ໄຂ່ໜ້ອຍລົງ ແຕ່ຄຸນນະພາບກໍຈະດີກວ່າ; ມັນຈະເປັນຜົນດີຕໍ່ໄກ່ ແລະ ຕໍ່ມະນຸດ. ສິ່ງທີ່ເຮົາຂໍນັ້ນບັນລຸໄດ້ງ່າຍບໍ? (ງ່າຍ.) ແລະ ມັນເຂົ້າໃຈງ່າຍບໍ? ມີຄວາມຫຍຸ້ງຍາກໃດໜຶ່ງໃນການເຊື່ອຟັງສິ່ງທີ່ເຮົາເວົ້າບໍ? (ມັນເຂົ້າໃຈງ່າຍ. ສິ່ງນີ້ບໍ່ຍາກ.) ເຮົາບໍ່ຮູ້ສຶກວ່າມີຄວາມຫຍຸ້ງຍາກໃດໜຶ່ງກ່ຽວຂ້ອງເລີຍ. ມັນງ່າຍ. ເຮົາບໍ່ໄດ້ຮຽກຮ້ອງຫຍັງກ່ຽວກັບຈຳນວນໄຂ່ທີ່ຜະລິດໄດ້ ພຽງແຕ່ຄຸນນະພາບຂອງພວກມັນເທົ່ານັ້ນ. ຄົນທີ່ມີເຫດຜົນປົກກະຕິ ແລະ ມີວິທີຄິດທີ່ປົກກະຕິຈະເຂົ້າໃຈສິ່ງນີ້ທັນທີທີ່ພວກເຂົາໄດ້ຍິນ. ພວກເຂົາຈະຮູ້ສຶກວ່າສິ່ງນີ້ງ່າຍດາຍ, ສາມາດເຮັດໄດ້ ແລະ ບໍ່ດົນຫຼັງຈາກນັ້ນ ພວກເຂົາກໍຈະປະຕິບັດມັນ. ສິ່ງນີ້ເອີ້ນວ່າການເຊື່ອຟັງ. ແລ້ວນັ້ນແມ່ນສິ່ງທີ່ຄົນລ້ຽງໄກ່ໄດ້ເຮັດບໍ? ພວກເຂົາສາມາດເຮັດສິ່ງນີ້ໄດ້ບໍ? ການທີ່ສາມາດເຮັດສິ່ງນີ້ໄດ້ໝາຍເຖິງການມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ການທີ່ບໍ່ສາມາດເຮັດສິ່ງນີ້ໄດ້ໝາຍຄວາມວ່າມີບັນຫາ. ບໍ່ດົນຫຼັງຈາກທີ່ເຮົາເວົ້າສິ່ງນີ້ ອາກາດກໍໜາວເຢັນລົງ. ອີງຕາມກົດເກນປົກກະຕິຂອງທຳມະຊາດ ສິ່ງນີ້ຈະເຮັດໃຫ້ໄກ່ຢຸດອອກໄຂ່. ແຕ່ມີບາງສິ່ງທີ່ບົ່ງບອກໄດ້ຢ່າງຊັດເຈນ: ເມື່ອອາກາດໜາວເຢັນລົງ ໄກ່ບໍ່ໄດ້ອອກໄຂ່ໜ້ອຍລົງ ພວກມັນອອກໄຂ່ຫຼາຍຂຶ້ນ. ມີໄຂ່ໃຫ້ກິນທຸກມື້ ແຕ່ໄຂ່ແດງບໍ່ເຫຼືອງຄືແຕ່ກ່ອນ ແລະ ໄຂ່ຂາວກໍນັບມື້ນັບແຂງຂຶ້ນເລື້ອຍໆ. ໄຂ່ກໍນັບມື້ນັບບໍ່ແຊບ. ມັນເກີດຫຍັງຂຶ້ນ? ເຮົາເວົ້າວ່າ: “ມັນເກີດຫຍັງຂຶ້ນກັນແທ້? ມັນຍາກພໍແລ້ວສຳລັບໄກ່ເຫຼົ່ານີ້ທີ່ຈະຜ່ານລະດູໜາວໄປໄດ້ ແລ້ວພວກເຈົ້າກຳລັງເຮັດຫຍັງໂດຍການພະຍາຍາມເຮັດໃຫ້ພວກມັນອອກໄຂ່ໃຫ້ຄົນກິນໃນຕອນນີ້? ນັ້ນມັນໂຫດຮ້າຍເກີນໄປໜ້ອຍໜຶ່ງ!” ເມື່ອເຮົາໄປຖາມໃນພາຍຫຼັງ ເຮົາກໍພົບວ່າໄກ່ຍັງຄົງໄດ້ຮັບອາຫານທີ່ຊື້ຈາກບ່ອນອື່ນ ເຊິ່ງເປັນອາຫານທີ່ຮັບປະກັນວ່າພວກມັນຈະອອກໄຂ່ຕໍ່ໄປ ບໍ່ວ່າຈະເປັນລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ຫຼື ລະດູໜາວ. ເຮົາເວົ້າວ່າ “ໂດຍປົກກະຕິແລ້ວ ໄກ່ຈະບໍ່ອອກໄຂ່ໃນຊ່ວງລະດູນີ້. ພວກເຮົາບໍ່ກິນໄຂ່ກໍໄດ້. ພຽງແຕ່ເບິ່ງແຍງພວກມັນຕໍ່ໄປ. ເມື່ອຮອດລະດູໃບໄມ້ປົ່ງ ພວກມັນກໍຈະເລີ່ມອອກໄຂ່ອີກຄັ້ງ ແລະ ພວກມັນກໍຈະເປັນໄຂ່ທີ່ມີຄຸນນະພາບດີ. ຢ່າເປັນຄົນໂລບໃນການກິນ. ເຮົາບໍ່ໄດ້ຂໍໃຫ້ເຈົ້າເຮັດໃຫ້ພວກມັນອອກໄຂ່ຢູ່ຕະຫຼອດເວລາ ແລະ ບໍ່ໄດ້ຂໍໃຫ້ເຈົ້າຍັງຄົງສະໜອງໄຂ່ໃນລະດູໜາວ. ໃນເມື່ອເຮົາບໍ່ໄດ້ຂໍສິ່ງນີ້ຈາກເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງຍັງຄົງໃຫ້ອາຫານທີ່ເຈົ້າຊື້ມາແກ່ພວກມັນ? ເຈົ້າຖືກຫ້າມບໍ່ໃຫ້ເອົາອາຫານນັ້ນໃຫ້ພວກມັນກິນອີກ”. ເຮົາເວົ້າຊັດເຈນແລ້ວບໍ? ກ່ອນອື່ນໝົດ ເຮົາບໍ່ໄດ້ຮຽກຮ້ອງວ່າຈະຕ້ອງມີໄຂ່ກິນຢ່າງແນ່ນອນ ບໍ່ວ່າຈະເປັນລະດູໃດກໍຕາມ. ອັນທີສອງ ເຮົາບອກພວກເຂົາບໍ່ໃຫ້ອາຫານນັ້ນແກ່ໄກ່, ບໍ່ໃຫ້ເລັ່ງຂະບວນການອອກໄຂ່. ຄຳຮ້ອງຂໍເລັກນ້ອຍນີ້ບັນລຸໄດ້ຍາກບໍ? (ບໍ່ຍາກ.) ແຕ່ຜົນກໍຄື ໄລຍະໜຶ່ງຕໍ່ມາ ເຮົາກໍໄດ້ກິນໄຂ່ທີ່ໄກ່ຂອງພວກເຮົາອອກອີກຄັ້ງ. ເຮົາເວົ້າກັບຕົວເອງວ່າ: ຄົນກຸ່ມນີ້ຊ່າງເບົາປັນຍາແທ້ໆ, ເປັນໄປໄດ້ແນວໃດທີ່ພວກເຂົາບໍ່ເຊື່ອຟັງສິ່ງທີ່ເຮົາເວົ້າ? ໄກ່ຍັງຄົງອອກໄຂ່ຢູ່ ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ປ່ຽນອາຫານຢ່າງແນ່ນອນ, ນີ້ຄືສິ່ງທີ່ກຳລັງເກີດຂຶ້ນ.
ພວກເຈົ້າສາມາດແຍກແຍະຫຍັງໄດ້ແດ່ຈາກສິ່ງທີ່ເກີດຂຶ້ນກັບການລ້ຽງໄກ່? (ຄືຜູ້ຄົນບໍ່ອ່ອນນ້ອມ ຫຼື ເຊື່ອຟັງພຣະທຳຂອງພຣະເຈົ້າ.) ບາງຄົນເວົ້າວ່າ “ການເຊື່ອຟັງພຣະທຳຂອງພຣະເຈົ້າໝາຍເຖິງການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ພວກເຮົາຕ້ອງເຊື່ອຟັງເມື່ອເວົ້າເຖິງເລື່ອງທີ່ຍິ່ງໃຫຍ່ ແລະ ສູງສົ່ງ, ສິ່ງເຫຼົ່ານັ້ນຄືສິ່ງທີ່ກ່ຽວຂ້ອງກັບຄວາມປະສົງຂອງພຣະເຈົ້າ, ການປະຕິບັດວຽກງານຂອງພຣະເຈົ້າ ແລະ ວຽກງານຫຼັກຂອງພຣະອົງ. ທຸກສິ່ງທີ່ເຈົ້າເວົ້າມາກ່ຽວຂ້ອງກັບເລື່ອງເລັກນ້ອຍຈາກຊີວິດປະຈຳວັນ ເຊິ່ງບໍ່ມີຫຍັງກ່ຽວຂ້ອງກັບການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ສະນັ້ນ ພວກເຮົາຈຶ່ງບໍ່ຈຳເປັນຕ້ອງເຮັດຕາມທີ່ເຈົ້າເວົ້າ. ສິ່ງທີ່ເຈົ້າກຳລັງເວົ້າບໍ່ໄດ້ກ່ຽວຂ້ອງກັບໜ້າທີ່ຂອງພວກເຮົາ ແລະ ບໍ່ກ່ຽວຂ້ອງກັບການອ່ອນນ້ອມ ແລະ ການເຊື່ອຟັງຂອງພວກເຮົາຕໍ່ພຣະທຳຂອງພຣະເຈົ້າ ສະນັ້ນ ມັນຈຶ່ງສົມເຫດສົມຜົນທີ່ພວກເຮົາຈະຕໍ່ຕ້ານເຈົ້າ ໃນການເລືອກວ່າພວກເຮົາຈະເຊື່ອຟັງ ຫຼື ບໍ່. ຍິ່ງໄປກວ່ານັ້ນ ເຈົ້າຮູ້ຫຍັງແດ່ກ່ຽວກັບຊີວິດມະນຸດທີ່ປົກກະຕິ, ກ່ຽວກັບເລື່ອງໃນຄອບຄົວ? ເຈົ້າບໍ່ເຂົ້າໃຈ ສະນັ້ນ ເຈົ້າຈຶ່ງບໍ່ມີສິດເວົ້າ. ຢ່າມາເວົ້າໄຮ້ສາລະກັບພວກເຮົາ ພວກເຮົາບໍ່ຈຳເປັນຕ້ອງເຊື່ອຟັງເຈົ້າໃນເລື່ອງນີ້”. ນີ້ບໍ່ແມ່ນສິ່ງທີ່ພວກເຂົາກຳລັງຄິດບໍ? ແລະ ມັນຖືກຕ້ອງບໍທີ່ຄິດແບບນັ້ນ? (ບໍ່ຖືກຕ້ອງ.) ຄວາມຜິດພາດຢູ່ບ່ອນໃດ? (ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າບໍ່ໄດ້ຈຳແນກລະຫວ່າງເລື່ອງໃຫຍ່ ຫຼື ເລື່ອງນ້ອຍ. ຕາບໃດທີ່ພວກມັນເປັນພຣະທຳຂອງພຣະເຈົ້າ ຜູ້ຄົນກໍຄວນເຊື່ອຟັງ ແລະ ພວກເຂົາຄວນອ່ອນນ້ອມ ແລະ ນຳໃຊ້ປະຕິບັດ.) ບາງຄົນເວົ້າວ່າ “ຂ້ອຍເຊື່ອຟັງພຣະທຳຂອງພຣະເຈົ້າທີ່ເປັນຄວາມຈິງ. ຂ້ອຍບໍ່ຈຳເປັນຕ້ອງເຊື່ອຟັງພຣະທຳທີ່ບໍ່ແມ່ນຄວາມຈິງ. ຂ້ອຍພຽງແຕ່ອ່ອນນ້ອມຕໍ່ຄວາມຈິງເທົ່ານັ້ນ. ‘ການຕິດຕາມຫົນທາງຂອງພຣະເຈົ້າ’ ໝາຍເຖິງການຕິດຕາມ, ການເຊື່ອຟັງ ແລະ ການອ່ອນນ້ອມຕໍ່ພຣະທຳສ່ວນນັ້ນທີ່ອອກມາຈາກປາກຂອງພຣະເຈົ້າເຊິ່ງເປັນຄວາມຈິງ. ຄຳເວົ້າທີ່ກ່ຽວຂ້ອງກັບຊີວິດຂອງຜູ້ຄົນ ແລະ ທີ່ບໍ່ກ່ຽວຂ້ອງກັບຄວາມຈິງນັ້ນ ສາມາດປ່ອຍຜ່ານໄດ້”. ຄວາມເຂົ້າໃຈແບບນັ້ນຖືກຕ້ອງບໍ? (ບໍ່.) ແລ້ວພວກເຈົ້າປະຕິບັດຕໍ່ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າແນວໃດ? ພວກເຂົາບໍ່ໄດ້ແຍກແຍະລະຫວ່າງພຣະທຳຂອງພຣະເຈົ້າ ແລະ ຄວາມຈິງບໍ? ແລະ ສິ່ງນີ້ບໍ່ໄດ້ເຮັດໃຫ້ຄວາມຈິງກາຍເປັນພຽງສິ່ງປະດັບບໍ? ພວກເຂົາບໍ່ໄດ້ຖືວ່າຄວາມຈິງເປັນສິ່ງທີ່ບໍ່ມີແກ່ນສານຫຼາຍບໍ? ການທີ່ພຣະເຈົ້າສ້າງທຸກຊັບພະສິ່ງ, ຮູບຮ່າງ ແລະ ສີສັນຂອງໃບໄມ້ເທິງຕົ້ນໄມ້, ຮູບຮ່າງ ແລະ ສີສັນຂອງດອກໄມ້, ການມີຢູ່ ແລະ ການຂະຫຍາຍພັນຂອງທຸກຊັບພະສິ່ງ ທັງໝົດນີ້ມີຫຍັງກ່ຽວຂ້ອງກັບຄວາມຈິງບໍ? ມັນມີຫຍັງກ່ຽວຂ້ອງກັບຄວາມລອດພົ້ນຂອງມະນຸດບໍ? ໂຄງສ້າງຂອງຮ່າງກາຍມະນຸດກ່ຽວຂ້ອງກັບຄວາມຈິງບໍ? ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ກ່ຽວຂ້ອງກັບຄວາມຈິງ ແຕ່ພວກມັນທັງໝົດລ້ວນແຕ່ມາຈາກພຣະເຈົ້າ. ຖ້າບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ກ່ຽວຂ້ອງກັບຄວາມຈິງ ເຈົ້າຈະບໍ່ຍອມຮັບຄວາມຖືກຕ້ອງຂອງພວກມັນບໍ? ເຈົ້າສາມາດປະຕິເສດຄວາມຖືກຕ້ອງຂອງພວກມັນໄດ້ບໍ? ເຈົ້າສາມາດທຳລາຍກົດເກນແຫ່ງການສ້າງຂອງພຣະເຈົ້າຕາມໃຈມັກໄດ້ບໍ? (ບໍ່ໄດ້.) ແລ້ວທັດສະນະຄະຕິຂອງເຈົ້າຄວນເປັນແນວໃດ? ເຈົ້າຕ້ອງປະຕິບັດຕາມກົດເກນຂອງມັນ. ເມື່ອມີສິ່ງທີ່ເຈົ້າບໍ່ເຂົ້າໃຈ ມັນກໍຖືກຕ້ອງແລ້ວທີ່ຈະເຊື່ອໝັ້ນໃນສິ່ງທີ່ອອກມາຈາກພຣະໂອດຂອງພຣະເຈົ້າ. ເຈົ້າບໍ່ຈຳເປັນຕ້ອງສຶກສາພວກມັນ ຫຼື ພະຍາຍາມເຂົ້າໃຈພວກມັນຢ່າງເລິກເຊິ່ງເກີນໄປ, ເຈົ້າພຽງແຕ່ຕ້ອງບໍ່ລະເມີດກົດເກນຂອງພວກມັນກໍພໍ. ນີ້ຄືຄວາມໝາຍຂອງການເຊື່ອໝັ້ນ ແລະ ການອ່ອນນ້ອມ. ເມື່ອເວົ້າເຖິງນິໄສ, ສາມັນສຳນຶກ ແລະ ກົດເກນໃນຊີວິດປະຈຳວັນ ແລະ ອື່ນໆ ທີ່ພຣະເຈົ້າຮຽກຮ້ອງໃນຊີວິດປະຈຳວັນຂອງຜູ້ຄົນ ເຊິ່ງບໍ່ໄດ້ກ່ຽວຂ້ອງກັບຄວາມລອດພົ້ນຂອງມະນຸດ, ເຖິງແມ່ນວ່າສິ່ງເຫຼົ່ານີ້ອາດຈະບໍ່ຢູ່ໃນລະດັບ ຫຼື ຂັ້ນດຽວກັນກັບຄວາມຈິງ ແຕ່ພວກມັນທັງໝົດລ້ວນແຕ່ເປັນສິ່ງທີ່ເປັນບວກ. ທຸກສິ່ງທີ່ເປັນບວກລ້ວນແຕ່ມາຈາກພຣະເຈົ້າ ສະນັ້ນ ຜູ້ຄົນຈຶ່ງຄວນຍອມຮັບພວກມັນ, ຄຳເວົ້າເຫຼົ່ານີ້ແມ່ນຖືກຕ້ອງ. ນອກຈາກນີ້ ໃນຖານະທີ່ເປັນມະນຸດ ພວກເຂົາຄວນມີເຫດຜົນ ແລະ ສະຕິຮູ້ສຶກຜິດຊອບແບບໃດ? ອັນດັບທຳອິດຄື ພວກເຂົາຄວນຮຽນຮູ້ວິທີທີ່ຈະເຊື່ອຟັງ. ເຊື່ອຟັງຄຳເວົ້າຂອງໃຜ? ເຊື່ອຟັງຄຳເວົ້າຂອງມານຮ້າຍ ແລະ ຊາຕານບໍ? ເຊື່ອຟັງຄຳເວົ້າຂອງຜູ້ຄົນບໍ? ເຊື່ອຟັງຄຳເວົ້າຂອງຄົນທີ່ຍິ່ງໃຫຍ່, ຄົນທີ່ໂດດເດັ່ນບໍ? ເຊື່ອຟັງຄຳເວົ້າຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ບໍ່ແມ່ນສິ່ງເຫຼົ່ານີ້ເລີຍ. ພວກເຂົາຄວນເຊື່ອຟັງພຣະທຳຂອງພຣະເຈົ້າ. ຫຼັກການ ແລະ ວິທີການປະຕິບັດຕົວຈິງທີ່ສະເພາະເຈາະຈົງຂອງການເຊື່ອຟັງພຣະທຳຂອງພຣະເຈົ້າແມ່ນຫຍັງ? ເຈົ້າບໍ່ຈຳເປັນຕ້ອງວິເຄາະວ່າພວກມັນຖືກ ຫຼື ຜິດ ແລະ ເຈົ້າບໍ່ຈຳເປັນຕ້ອງຖາມວ່າເປັນຫຍັງ. ເຈົ້າບໍ່ຈຳເປັນຕ້ອງລໍຖ້າຈົນກວ່າເຈົ້າຈະເຂົ້າໃຈພວກມັນກ່ອນທີ່ຈະນຳໃຊ້ປະຕິບັດ. ແຕ່ເຈົ້າຄວນຟັງ, ຈັດຕັ້ງປະຕິບັດ, ດຳເນີນການ ແລະ ຍຶດໝັ້ນກ່ອນ ເຊິ່ງສິ່ງນີ້ກໍຄວນເປັນທັດສະນະຄະຕິທຳອິດຂອງເຈົ້າເຊັ່ນກັນ. ມີພຽງແຕ່ແບບນີ້ເທົ່ານັ້ນ ເຈົ້າຈຶ່ງຈະເປັນສິ່ງທີ່ຖືກສ້າງ ແລະ ເປັນມະນຸດທີ່ເໝາະສົມ ແລະ ຖືກຕ້ອງ. ຖ້າແມ່ນແຕ່ມາດຕະຖານພື້ນຖານທີ່ສຸດຂອງການເປັນມະນຸດເຫຼົ່ານີ້ເຈົ້າກໍຍັງເຮັດບໍ່ໄດ້ ແລະ ພຣະເຈົ້າບໍ່ຍອມຮັບວ່າເຈົ້າເປັນມະນຸດ ແລ້ວເຈົ້າຈະສາມາດມາຢູ່ຕໍ່ໜ້າພຣະອົງໄດ້ບໍ? ເຈົ້າຄູ່ຄວນທີ່ຈະໄດ້ຍິນພຣະທຳຂອງພຣະເຈົ້າບໍ? ເຈົ້າຄູ່ຄວນທີ່ຈະໄດ້ຍິນຄວາມຈິງບໍ? ເຈົ້າຄູ່ຄວນກັບຄວາມລອດພົ້ນບໍ? ເຈົ້າບໍ່ມີຄຸນສົມບັດສຳລັບສິ່ງໃດໃນເຫຼົ່ານີ້ເລີຍ.
ຜູ້ຄົນທີ່ເຮົາຫາກໍເວົ້າເຖິງເຊິ່ງກ່ຽວຂ້ອງກັບເລື່ອງໄກ່ ແລະ ໄຂ່ນັ້ນໄດ້ເຊື່ອຟັງ ແລະ ອ່ອນນ້ອມບໍ? (ບໍ່.) ພວກເຂົາຖືວ່າພຣະທຳຂອງພຣະເຈົ້າເປັນຄືກັບຫຍັງ? ຄືກັບລົມທີ່ພັດຜ່ານຫູຂອງພວກເຂົາ ແລະ ໃນໃຈຂອງພວກເຂົາກໍມີມຸມມອງບາງຢ່າງວ່າ “ເຈົ້າຢາກເວົ້າຫຍັງກໍເວົ້າໄປ ແລະ ຂ້ອຍກໍຈະເຮັດໃນສິ່ງທີ່ຂ້ອຍຕ້ອງເຮັດ. ຂ້ອຍບໍ່ສົນໃຈຂໍ້ກຳນົດຂອງເຈົ້າດອກ! ມັນພຽງພໍແລ້ວທີ່ຂ້ອຍສະໜອງໄຂ່ໃຫ້ເຈົ້າກິນ, ໃຜຈະໄປສົນໃຈວ່າເຈົ້າກິນໄຂ່ຫຍັງ. ເຈົ້າຢາກກິນໄຂ່ອໍແກນິກບໍ? ບໍ່ມີທາງດອກ. ຝັນໄປເທາະ! ເຈົ້າຂໍໃຫ້ຂ້ອຍລ້ຽງໄກ່ ແລະ ນີ້ກໍຄືວິທີທີ່ຂ້ອຍລ້ຽງພວກມັນ ແຕ່ເຈົ້າຍັງມາເພີ່ມຂໍ້ຮຽກຮ້ອງຂອງເຈົ້າເອງໃສ່ຕື່ມອີກ, ເຈົ້າມີສິດຫຍັງມາເວົ້າເລື່ອງນີ້?” ຄົນເຫຼົ່ານີ້ແມ່ນຜູ້ທີ່ເຊື່ອຟັງ ແລະ ອ່ອນນ້ອມບໍ? (ບໍ່.) ພວກເຂົາກຳລັງພະຍາຍາມເຮັດຫຍັງ? ພວກເຂົາກຳລັງພະຍາຍາມກະບົດ! ເຮືອນຂອງພຣະເຈົ້າແມ່ນສະຖານທີ່ທີ່ພຣະເຈົ້າກ່າວ ແລະ ເຮັດພາລະກິດ ແລະ ເປັນສະຖານທີ່ທີ່ຄວາມຈິງປົກຄອງ. ຖ້າໃນເວລາທີ່ພຣະເຈົ້າກ່າວບາງສິ່ງຕໍ່ໜ້າພວກເຂົາ ແລ້ວຄົນເຫຼົ່ານີ້ບໍ່ເຊື່ອຟັງ, ບໍ່ອ່ອນນ້ອມ, ພວກເຂົາຈະສາມາດປະຕິບັດພຣະທຳຂອງພຣະເຈົ້າລັບຫຼັງພຣະອົງໄດ້ບໍ? ນັ້ນຍິ່ງເປັນໄປບໍ່ໄດ້ເລີຍ! ຈາກທີ່ເປັນໄປບໍ່ໄດ້ ກໍຍິ່ງເປັນໄປບໍ່ໄດ້ຫຼາຍຂຶ້ນ: ເມື່ອພິຈາລະນາຈາກສອງສິ່ງນີ້ ພຣະເຈົ້າແມ່ນພຣະເຈົ້າຂອງພວກເຂົາບໍ? (ບໍ່.) ແລ້ວໃຜຄືພຣະເຈົ້າຂອງພວກເຂົາ? (ຕົວພວກເຂົາເອງ.) ຖືກຕ້ອງແລ້ວ, ພວກເຂົາຖືວ່າຕົນເອງເປັນພຣະເຈົ້າ, ພວກເຂົາເຊື່ອໃນຕົວພວກເຂົາເອງ. ໃນກໍລະນີນີ້, ພວກເຂົາຍັງມາວົນວຽນຢູ່ທີ່ນີ້ເຮັດຫຍັງ? ໃນເມື່ອພວກເຂົາເປັນພຣະເຈົ້າຂອງພວກເຂົາເອງ, ພວກເຂົາຈະມາຊູປ້າຍແຫ່ງຄວາມເຊື່ອໃນພຣະເຈົ້າເຮັດຫຍັງ? ນີ້ບໍ່ແມ່ນການຫຼອກລວງຄົນອື່ນບໍ? ພວກເຂົາບໍ່ໄດ້ກຳລັງຫຼອກລວງຕົນເອງບໍ? ຖ້ານີ້ຄືທັດສະນະຄະຕິທີ່ຄົນດັ່ງກ່າວມີຕໍ່ພຣະເຈົ້າ, ພວກເຂົາຈະສາມາດເຊື່ອຟັງໄດ້ບໍ? (ບໍ່ໄດ້ຢ່າງແນ່ນອນ.) ແມ່ນແຕ່ກັບເລື່ອງເລັກນ້ອຍແບບນີ້ ພວກເຂົາກໍບໍ່ສາມາດເຊື່ອຟັງພຣະທຳຂອງພຣະເຈົ້າ ຫຼື ອ່ອນນ້ອມຕໍ່ພຣະເຈົ້າໄດ້, ພຣະທຳຂອງພຣະເຈົ້າບໍ່ມີຜົນຕໍ່ພວກເຂົາ ແລະ ພວກເຂົາກໍບໍ່ຮັບເອົາພຣະທຳເຫຼົ່ານັ້ນ ແລະ ບໍ່ສາມາດອ່ອນນ້ອມຕໍ່ພຣະທຳເຫຼົ່ານັ້ນໄດ້. ຄົນເຊັ່ນນີ້ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? (ບໍ່ໄດ້.) ແລ້ວພວກເຂົາຢູ່ຫ່າງໄກຈາກຄວາມລອດພົ້ນສໍ່າໃດ? ໄກເກີນໄປ, ບໍ່ໃກ້ຄຽງເລີຍ! ໃນໃຈແລ້ວ ພຣະເຈົ້າເຕັມພຣະໄທທີ່ຈະຊ່ວຍໃຫ້ຄົນທີ່ບໍ່ເຊື່ອຟັງພຣະທຳຂອງພຣະອົງ ແລະ ຕັ້ງຕົວເປັນປໍລະປັກຕໍ່ພຣະອົງ ໄດ້ຮັບຄວາມລອດພົ້ນບໍ? ບໍ່ຢ່າງແນ່ນອນ. ແມ່ນແຕ່ຜູ້ຄົນ, ເມື່ອຊັ່ງຊາສິ່ງນີ້ໂດຍອີງໃສ່ຄວາມຄິດຂອງພວກເຂົາເອງ ກໍຈະບໍ່ເຕັມໃຈທີ່ຈະເຮັດສິ່ງນີ້. ຖ້າມານຮ້າຍ ແລະ ຊາຕານແບບນີ້ຢືນຢູ່ຝ່າຍກົງກັນຂ້າມກັບເຈົ້າ ເພື່ອຕັ້ງຕົວເປັນປໍລະປັກຕໍ່ເຈົ້າໃນທຸກດ້ານ, ເຈົ້າຈະຊ່ວຍພວກເຂົາໃຫ້ລອດພົ້ນບໍ? ເປັນໄປບໍ່ໄດ້. ບໍ່ມີໃຜຢາກຊ່ວຍຄົນດັ່ງກ່າວໃຫ້ລອດພົ້ນ. ບໍ່ມີໃຜຢາກເປັນໝູ່ກັບຄົນເຊັ່ນນີ້. ໃນເລື່ອງການລ້ຽງໄກ່ເຊິ່ງເປັນເລື່ອງເລັກນ້ອຍແບບນີ້ ທຳມະຊາດຂອງຜູ້ຄົນກໍຖືກເປີດໂປງ; ໃນເລື່ອງເລັກນ້ອຍແບບນີ້ ຜູ້ຄົນກໍບໍ່ສາມາດເຊື່ອຟັງສິ່ງທີ່ເຮົາເວົ້າໄດ້. ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ?
ຕໍ່ໄປ ໃຫ້ພວກເຮົາເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບແກະ. ແນ່ນອນວ່າມັນຍັງກ່ຽວຂ້ອງກັບຜູ້ຄົນຢູ່. ລະດູໃບໄມ້ປົ່ງມາຮອດແລ້ວ. ອາກາດອົບອຸ່ນ ແລະ ດອກໄມ້ກຳລັງເບັ່ງບານ. ພືດພັນກຳລັງຈະເລີນງອກງາມ, ຫຍ້າກໍຂຽວສົດຊື່ນ. ທຸກສິ່ງກຳລັງເລີ່ມເປັ່ງປະກາຍໄປດ້ວຍຊີວິດຊີວາ. ຝູງແກະໄດ້ກິນຫຍ້າແຫ້ງມາຕະຫຼອດລະດູໜາວ ແລະ ກໍບໍ່ຢາກກິນມັນອີກຕໍ່ໄປ, ດັ່ງນັ້ນ ພວກມັນຈຶ່ງຕັ້ງໜ້າຕັ້ງຕາລໍຖ້າເວລາທີ່ຫຍ້າປົ່ງໃບຂຽວ ແລະ ພວກມັນກໍຈະໄດ້ກິນຫຍ້າສົດ. ບັງເອີນວ່ານີ້ກໍເປັນຊ່ວງເວລາທີ່ແມ່ແກະເກີດລູກແກະເຊັ່ນກັນ, ເຊິ່ງໝາຍຄວາມວ່າມັນຍິ່ງຈຳເປັນຫຼາຍຂຶ້ນສຳລັບພວກມັນທີ່ຈະຕ້ອງກິນຫຍ້າຂຽວ. ຍິ່ງຄຸນນະພາບຂອງຫຍ້າດີ ແລະ ມີປະລິມານຫຼາຍສໍ່າໃດ, ພວກມັນກໍຈະຜະລິດນໍ້ານົມໄດ້ຫຼາຍຂຶ້ນສໍ່ານັ້ນ ແລະ ລູກແກະກໍຈະເຕີບໃຫຍ່ໄວຂຶ້ນ; ຜູ້ຄົນກໍຈະມີຄວາມສຸກທີ່ໄດ້ເຫັນສິ່ງນີ້, ມັນເປັນສິ່ງທີ່ໜ້າຕັ້ງໜ້າຕັ້ງຕາລໍຖ້າ ນັ້ນກໍຄື: ການໄດ້ກິນລູກແກະທີ່ຕຸ້ຍພີດີງາມເມື່ອລະດູໃບໄມ້ຫຼົ່ນມາຮອດ. ແລ້ວໃນເມື່ອຜູ້ຄົນມີສິ່ງທີ່ຕັ້ງໜ້າຕັ້ງຕາລໍຖ້າ, ພວກເຂົາຄວນຄິດຫາວິທີທີ່ຈະໃຫ້ລູກແກະໄດ້ກິນຫຍ້າທີ່ດີຫຼາຍຂຶ້ນ ເພື່ອລ້ຽງພວກມັນໃຫ້ແຂງແຮງ ແລະ ຕຸ້ຍພີບໍ? ພວກເຂົາບໍ່ຄວນໄຕ່ຕອງບໍວ່າ “ຕອນນີ້ຫຍ້າໃນທົ່ງນາບໍ່ດີ. ລູກແກະຈະເຕີບໃຫຍ່ຊ້າຖ້າພວກມັນກິນຫຍ້ານີ້. ມີຫຍ້າດີຢູ່ໃສແດ່?” ພວກເຂົາບໍ່ຄວນໃຊ້ຄວາມພະຍາຍາມເລັກນ້ອຍໃນເລື່ອງນີ້ບໍ? ແຕ່ໃຜຈະໄປຮູ້ວ່າຄົນທີ່ເບິ່ງແຍງແກະກຳລັງຄິດຫຍັງຢູ່. ມື້ໜຶ່ງ ເຮົາໄດ້ໄປເບິ່ງຝູງແກະ. ເຮົາເຫັນວ່າລູກແກະກຳລັງເຕີບໃຫຍ່ໄດ້ດີ ແລະ ພວກມັນກໍໂດດຂຶ້ນເມື່ອເຫັນຜູ້ຄົນ, ໂດຍເອົາຂາໜ້າຂອງພວກມັນວາງໃສ່ໜ້າແຄ່ງຂອງຜູ້ຄົນເພື່ອເອື້ອມຂຶ້ນ, ຢາກລົມກັບຄົນເຫຼົ່ານັ້ນ. ລູກແກະບາງໂຕກໍມີເຂົາປົ່ງແລ້ວ, ດັ່ງນັ້ນ ເຮົາຈຶ່ງຈັບເຂົານ້ອຍໆຂອງພວກມັນ ແລະ ຫຼິ້ນກັບພວກມັນ. ລູກແກະເຫຼົ່ານັ້ນກຳລັງເຕີບໃຫຍ່ໄດ້ດີ, ແຕ່ພວກມັນຈ່ອຍ ແລະ ແຫ້ງຫຼາຍ. ເຮົາຄິດເຖິງຄວາມອ່ອນນຸ້ມຂອງລູກແກະ ແລະ ຂົນຂອງພວກມັນກໍບໍ່ໜາ ແຕ່ພວກມັນກໍຍັງອົບອຸ່ນ ແລະ ເຮົາກໍຄິດວ່າມັນຄົງຈະດີກວ່າຖ້າພວກມັນຖືກຂຸນໃຫ້ຕຸ້ຍຂຶ້ນອີກໜ້ອຍໜຶ່ງ. ເມື່ອຄິດກັບຕົວເຮົາເອງກ່ຽວກັບເລື່ອງນີ້, ເຮົາຈຶ່ງຖາມຄົນລ້ຽງແກະວ່າ “ຫຍ້ານີ້ຄຸນນະພາບບໍ່ດີບໍ? ມີຫຍ້າໃນທົ່ງນາບໍ່ພຽງພໍໃຫ້ຝູງແກະກິນບໍ? ຄວນໄຖດິນ ແລະ ປູກຫຍ້າໃໝ່ບໍ ເພື່ອໃຫ້ພວກມັນມີກິນພຽງພໍ?” ລາວເວົ້າວ່າ “ມີຫຍ້າຂຽວບໍ່ພຽງພໍໃຫ້ກິນ. ຕອນນີ້ ຝູງແກະຍັງກິນຫຍ້າແຫ້ງຢູ່”. ເມື່ອໄດ້ຍິນດັ່ງນີ້, ເຮົາຈຶ່ງເວົ້າວ່າ “ເຈົ້າບໍ່ຮູ້ບໍວ່ານີ້ແມ່ນລະດູຫຍັງ? ເປັນຫຍັງເຈົ້າຈຶ່ງຍັງໃຫ້ພວກມັນກິນຫຍ້າແຫ້ງຢູ່? ແມ່ແກະໄດ້ເກີດລູກແລ້ວ, ພວກມັນຄວນຈະໄດ້ກິນຫຍ້າຂຽວດີໆ. ເປັນຫຍັງເຈົ້າຈຶ່ງຍັງໃຫ້ພວກມັນກິນຫຍ້າແຫ້ງຢູ່? ພວກເຈົ້າໄດ້ຄິດຫາວິທີແກ້ໄຂເລື່ອງນີ້ແລ້ວບໍ?” ລາວຍົກຂໍ້ອ້າງມາຫຼາຍຢ່າງ. ເມື່ອເຮົາບອກໃຫ້ລາວໄຖທົ່ງນາ, ລາວເວົ້າວ່າລາວເຮັດບໍ່ໄດ້, ຖ້າລາວເຮັດ ຕອນນີ້ຝູງແກະກໍຈະບໍ່ມີຫຍັງກິນ. ພວກເຈົ້າຄິດແນວໃດຫຼັງຈາກທີ່ໄດ້ຍິນເລື່ອງທັງໝົດນີ້? ພວກເຈົ້າຮູ້ສຶກເຖິງພາລະໃດໜຶ່ງບໍ? (ຂ້ານ້ອຍຄົງຈະຄິດຫາວິທີຊອກຫາທົ່ງຫຍ້າທີ່ດີ ຫຼື ໄປຕັດຫຍ້າຢູ່ບ່ອນອື່ນ.) ນັ້ນກໍເປັນວິທີໜຶ່ງໃນການແກ້ໄຂ. ເຈົ້າຕ້ອງຄິດຫາວິທີແກ້ໄຂ. ຢ່າພຽງແຕ່ເຮັດໃຫ້ທ້ອງຂອງເຈົ້າອີ່ມ ແລ້ວກໍລືມເລື່ອງອື່ນ, ຝູງແກະກໍຈຳເປັນຕ້ອງກິນໃຫ້ອີ່ມເຊັ່ນກັນ. ຕໍ່ມາ, ເຮົາໄດ້ເວົ້າກັບຄົນອື່ນອີກສອງສາມຄົນວ່າ “ທົ່ງນານີ້ສາມາດໄຖໄດ້ບໍ? ເຖິງແມ່ນວ່າພວກເຈົ້າຈະປູກໃນລະດູໃບໄມ້ຫຼົ່ນ, ປີໜ້າຝູງແກະກໍຈະໄດ້ກິນຫຍ້າຂຽວ. ຍິ່ງໄປກວ່ານັ້ນ, ສະຖານທີ່ອື່ນມີທົ່ງນາສອງແຫ່ງ, ສາມາດຕ້ອນຝູງແກະໄປບ່ອນນັ້ນທຸກມື້ເພື່ອກິນຫຍ້າສົດໄດ້ບໍ? ຖ້າທົ່ງນາສອງແຫ່ງໄດ້ຖືກໝູນວຽນກັນ, ຝູງແກະຈະບໍ່ໄດ້ກິນຫຍ້າສົດບໍ?” ສິ່ງທີ່ເຮົາເວົ້າໄປນັ້ນເຮັດໄດ້ງ່າຍບໍ? (ງ່າຍ.) ບາງຄົນເວົ້າວ່າ “ເວົ້າງ່າຍແຕ່ເຮັດຍາກ. ເຈົ້າມັກຈະເວົ້າຢູ່ສະເໝີວ່າສິ່ງຕ່າງໆເຮັດໄດ້ງ່າຍ, ມັນງ່າຍຂະໜາດນັ້ນໄດ້ແນວໃດ? ມີແກະຫຼາຍໂຕ ແລະ ເມື່ອພວກມັນແລ່ນໄປມາ ພວກມັນກໍບໍ່ໄດ້ຕ້ອນງ່າຍເລີຍ”. ພຽງແຕ່ການຕ້ອນແກະກໍເປັນເລື່ອງທີ່ຍາກລຳບາກຫຼາຍສຳລັບພວກເຂົາແລ້ວ, ພວກເຂົາມີຂໍ້ອ້າງ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ໃນທີ່ສຸດພວກເຂົາກໍຕົກລົງ. ຫຼາຍມື້ຕໍ່ມາ ເຮົາໄດ້ໄປເບິ່ງອີກຄັ້ງ. ຫຍ້າໄດ້ໃຫຍ່ຂຶ້ນຫຼາຍຈົນເກືອບຮອດແອວ. ເຮົາສົງໄສວ່າມັນໃຫຍ່ຂຶ້ນສູງຂະໜາດນັ້ນໄດ້ແນວໃດ ໃນເມື່ອຝູງແກະກຳລັງກິນມັນຢູ່. ຫຼັງຈາກທີ່ຖາມຄຳຖາມບາງຢ່າງ ເຮົາກໍໄດ້ຮູ້ວ່າ: ຝູງແກະບໍ່ໄດ້ຖືກປ່ອຍໃຫ້ມາກິນຫຍ້າຢູ່ບ່ອນນີ້ເລີຍ. ພວກເຂົາກໍມີຂໍ້ອ້າງເຊັ່ນກັນວ່າ: “ບໍ່ມີຕູບໃນທົ່ງນານັ້ນ, ຝູງແກະເລີຍຮ້ອນເກີນໄປ”. ເຮົາເວົ້າວ່າ “ແລ້ວເປັນຫຍັງຈຶ່ງບໍ່ສ້າງຕູບໃຫ້ພວກມັນ? ມີແກະພຽງສອງສາມໂຕເທົ່ານັ້ນ. ພວກເຈົ້າຄວນຈະເຮັດຫຍັງກັນຢູ່ທີ່ນີ້? ພວກເຈົ້າບໍ່ຄວນຈະຈັດການກັບເລື່ອງງ່າຍໆເຫຼົ່ານີ້ບໍ?” ພວກເຂົາຕອບວ່າ “ພວກເຮົາຫາຄົນມາສ້າງບໍ່ໄດ້”. ເຮົາເວົ້າວ່າ “ມີຄົນເຮັດວຽກອື່ນໆ ແລ້ວເປັນຫຍັງຈຶ່ງບໍ່ມີໃຜເຮັດວຽກນີ້? ເຈົ້າໄດ້ຊອກຫາໃຜແລ້ວບໍ? ສິ່ງດຽວທີ່ເຈົ້າສົນໃຈກໍຄືການກິນແກະ ບໍ່ແມ່ນການລ້ຽງພວກມັນ. ເຈົ້າເຫັນແກ່ຕົວຂະໜາດນັ້ນໄດ້ແນວໃດ? ເຈົ້າຢາກກິນຊີ້ນແກະ ແຕ່ເຈົ້າບໍ່ຍອມໃຫ້ພວກມັນໄດ້ກິນຫຍ້າຂຽວເລີຍ, ເຈົ້າຂາດຈັນຍາບັນຂະໜາດນັ້ນໄດ້ແນວໃດ!” ເມື່ອພວກເຂົາຖືກບັງຄັບ ຕູບກໍຖືກສ້າງຂຶ້ນ ແລະ ຝູງແກະກໍໄດ້ກິນຫຍ້າຂຽວ. ມັນງ່າຍບໍສຳລັບແກະເຫຼົ່ານັ້ນທີ່ຈະໄດ້ກິນຫຍ້າສົດເລັກນ້ອຍ? ສິ່ງທີ່ງ່າຍດາຍແບບນີ້ພັດເປັນເລື່ອງຍາກຫຼາຍສຳລັບຄົນເຫຼົ່ານີ້ທີ່ຈະປະຕິບັດ. ໃນທຸກໆບາດກ້າວ ພວກເຂົາມີແຕ່ຂໍ້ອ້າງ. ເມື່ອພວກເຂົາມີຂໍ້ອ້າງ, ເມື່ອມີຄວາມຫຍຸ້ງຍາກໃດໜຶ່ງເຂົ້າມາກ່ຽວຂ້ອງ ພວກເຂົາກໍຍອມແພ້ ແລະ ລໍຖ້າໃຫ້ເຮົາມາແກ້ໄຂ. ເຮົາຕ້ອງຕິດຕາມສິ່ງທີ່ກຳລັງເກີດຂຶ້ນຢູ່ສະເໝີ, ເຮົາຕ້ອງຈັບຕາເບິ່ງເລື່ອງນີ້ຢູ່ສະເໝີ, ເຮົາຕ້ອງກົດດັນພວກເຂົາຢູ່ສະເໝີ ເຊິ່ງເຮົາກໍບໍ່ສາມາດທີ່ຈະບໍ່ກົດດັນພວກເຂົາໄດ້. ເປັນຫຍັງເຮົາຈຶ່ງຕ້ອງມາກັງວົນກັບເລື່ອງເລັກນ້ອຍເຊັ່ນການໃຫ້ອາຫານແກະ? ເຮົາໄດ້ກຽມທຸກຢ່າງໄວ້ໃຫ້ພວກເຈົ້າ ແລ້ວເປັນຫຍັງຈຶ່ງຕ້ອງໃຊ້ຄວາມພະຍາຍາມຫຼາຍຂະໜາດນັ້ນເພື່ອເຮັດໃຫ້ພວກເຈົ້າເຊື່ອຟັງພຣະທຳສອງສາມຂໍ້ຂອງເຮົາ? ເຮົາກຳລັງຂໍໃຫ້ເຈົ້າປີນພູເຂົາໃບມີດ ຫຼື ລອຍໃນທະເລໄຟບໍ? ຫຼື ວ່າມັນຍາກເກີນໄປທີ່ຈະຈັດຕັ້ງປະຕິບັດ? ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງເຈົ້າບໍ? ທັງໝົດນີ້ຢູ່ໃນອຳນາດຂອງເຈົ້າທີ່ຈະເຮັດໃຫ້ສຳເລັດໄດ້, ມັນຢູ່ໃນຂອບເຂດຄວາມສາມາດຂອງເຈົ້າ. ມັນບໍ່ແມ່ນການຂໍທີ່ຫຼາຍເກີນໄປ. ເປັນໄປໄດ້ແນວໃດທີ່ເຈົ້າບໍ່ສາມາດເຮັດສິ່ງນີ້ໃຫ້ສຳເລັດໄດ້? ບັນຫາຢູ່ບ່ອນໃດ? ເຮົາໄດ້ຂໍໃຫ້ເຈົ້າສ້າງເຮືອໃຫຍ່ບໍ? (ບໍ່.) ແລ້ວຄວາມແຕກຕ່າງລະຫວ່າງສິ່ງທີ່ເຈົ້າຖືກຂໍໃຫ້ເຮັດ ກັບການສ້າງເຮືອໃຫຍ່ນັ້ນມີຫຼາຍສໍ່າໃດ? ມັນໃຫຍ່ຫຼາຍ. ໜ້າວຽກທີ່ເຈົ້າຖືກຂໍໃຫ້ປະຕິບັດນັ້ນໃຊ້ເວລາພຽງໜຶ່ງ ຫຼື ສອງມື້ເທົ່ານັ້ນ. ສິ່ງທີ່ຕ້ອງໃຊ້ກໍມີພຽງແຕ່ຄຳເວົ້າສອງສາມຄຳ. ມັນເປັນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້. ການສ້າງເຮືອໃຫຍ່ເປັນວຽກງານທີ່ໃຫຍ່ຫຼວງ, ເປັນວຽກງານທີ່ໃຊ້ເວລາເຖິງ 100 ປີ. ເຮົາກ້າເວົ້າເລີຍວ່າ ຖ້າພວກເຈົ້າເກີດໃນຍຸກດຽວກັນກັບໂນອາ ກໍຈະບໍ່ມີໃຜໃນພວກເຈົ້າຈັກຄົນທີ່ສາມາດເຊື່ອຟັງພຣະທຳຂອງພຣະເຈົ້າໄດ້. ເມື່ອໂນອາເຊື່ອຟັງພຣະທຳຂອງພຣະເຈົ້າ, ເມື່ອລາວສ້າງເຮືອໃຫຍ່ເທື່ອລະເລັກເທື່ອລະນ້ອຍຕາມທີ່ພຣະເຈົ້າສັ່ງ, ພວກເຈົ້າກໍຈະເປັນຄົນທີ່ຢືນຢູ່ຝ່າຍໜຶ່ງ ທີ່ຄອຍຂັດຂວາງໂນອາ, ລໍ້ລຽນລາວ, ເຍາະເຍີ້ຍລາວ ແລະ ຫົວຂວັນລາວ. ພວກເຈົ້າເປັນຄົນປະເພດນັ້ນຢ່າງແນ່ນອນ. ພວກເຈົ້າຂາດທັດສະນະຄະຕິແຫ່ງການເຊື່ອຟັງ ແລະ ການອ່ອນນ້ອມຢ່າງສິ້ນເຊີງ. ໃນທາງກົງກັນຂ້າມ ພວກເຈົ້າພັດຮຽກຮ້ອງໃຫ້ພຣະເຈົ້າສະແດງພຣະຄຸນເປັນພິເສດຕໍ່ພວກເຈົ້າ ແລະ ອວຍພອນ ແລະ ໃຫ້ຄວາມຮູ້ແຈ້ງແກ່ພວກເຈົ້າເປັນພິເສດ. ພວກເຈົ້າໜ້າດ້ານຂະໜາດນັ້ນໄດ້ແນວໃດ? ພວກເຈົ້າວ່າ, ສິ່ງໃດແດ່ທີ່ເຮົາຫາກໍເວົ້າເຖິງນັ້ນເປັນຄວາມຮັບຜິດຊອບຂອງເຮົາ? ສິ່ງໃດແດ່ທີ່ເຮົາຕ້ອງເຮັດ? (ບໍ່ມີຈັກຢ່າງ.) ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ເປັນເລື່ອງຂອງມະນຸດ. ພວກມັນບໍ່ແມ່ນທຸລະຂອງເຮົາ. ເຮົາຄວນຈະສາມາດປ່ອຍພວກເຈົ້າໃຫ້ຢູ່ເອງໄດ້. ແລ້ວເປັນຫຍັງເຮົາຈຶ່ງຕ້ອງເຂົ້າໄປຫຍຸ້ງກ່ຽວ? ເຮົາບໍ່ໄດ້ເຮັດສິ່ງນີ້ຍ້ອນວ່າມັນເປັນພັນທະຂອງເຮົາ ແຕ່ເພື່ອຜົນປະໂຫຍດຂອງພວກເຈົ້າເອງ. ບໍ່ມີໃຜໃນພວກເຈົ້າທີ່ສົນໃຈກ່ຽວກັບເລື່ອງນີ້, ບໍ່ມີໃຜໃນພວກເຈົ້າທີ່ຮັບຜິດຊອບໜ້າທີ່ນີ້, ບໍ່ມີໃຜໃນພວກເຈົ້າທີ່ມີເຈດຕະນາດີເຫຼົ່ານີ້, ສະນັ້ນ ເຮົາຈຶ່ງຕ້ອງໄດ້ລຳບາກນຳເລື່ອງນີ້ຫຼາຍຂຶ້ນ. ສິ່ງທີ່ຈຳເປັນທັງໝົດກໍຄືໃຫ້ພວກເຈົ້າເຊື່ອຟັງ ແລະ ຮ່ວມມື, ມັນງ່າຍດາຍຫຼາຍ ແຕ່ພວກເຈົ້າກໍຍັງເຮັດບໍ່ໄດ້. ພວກເຈົ້າຍັງເປັນຄົນຢູ່ບໍ?
ຍັງມີອີກເຫດການໜຶ່ງທີ່ຮ້າຍແຮງກວ່ານີ້. ມີສະຖານທີ່ແຫ່ງໜຶ່ງທີ່ກຳລັງກໍ່ສ້າງອາຄານ. ອາຄານນັ້ນຂ້ອນຂ້າງສູງ ແລະ ກວມເອົາພື້ນທີ່ຂ້ອນຂ້າງໃຫຍ່. ມີເຄື່ອງເຮືອນຈຳນວນຂ້ອນຂ້າງຫຼາຍຖືກຈັດໄວ້ທາງໃນ ແລະ ເພື່ອໃຫ້ສະດວກໃນການເຄື່ອນຍ້າຍພວກມັນ ຢ່າງໜ້ອຍທີ່ສຸດກໍຕ້ອງໃຊ້ປະຕູຄູ່ ແລະ ພວກມັນກໍຕ້ອງມີຄວາມສູງຢ່າງໜ້ອຍແປດຟຸດ. ຄົນປົກກະຕິຄົງຈະຄິດເຖິງສິ່ງທັງໝົດນີ້ແລ້ວ. ແຕ່ມີຄົນບາງຄົນຢືນຢັນທີ່ຈະຕິດຕັ້ງປະຕູດ່ຽວສູງຫົກຟຸດ. ລາວບໍ່ສົນໃຈຄຳແນະນຳຂອງຄົນອື່ນເລີຍ ບໍ່ວ່າຄຳແນະນຳນັ້ນຈະມາຈາກໃຜກໍຕາມ. ຄົນຜູ້ນີ້ເປັນຄົນເບົາປັນຍາບໍ? ລາວເປັນຄົນພານຢ່າງແທ້ຈິງ. ຕໍ່ມາ ເມື່ອມີຄົນມາບອກເຮົາກ່ຽວກັບເລື່ອງນີ້ ເຮົາຈຶ່ງເວົ້າກັບຄົນຜູ້ນັ້ນວ່າ “ເຈົ້າຕ້ອງຕິດຕັ້ງປະຕູຄູ່ ແລະ ພວກມັນຈຳເປັນຕ້ອງສູງກວ່ານີ້”. ລາວຕົກລົງຢ່າງບໍ່ເຕັມໃຈ. ເບິ່ງຄືວ່າພາຍນອກລາວຕົກລົງ ແຕ່ລາວເວົ້າຫຍັງລັບຫຼັງ? “ຈະໃຫ້ມັນສູງຂະໜາດນັ້ນໄປເພື່ອຫຍັງ? ໃຫ້ມັນຕໍ່າກວ່ານີ້ແລ້ວມັນຈະຜິດຫຍັງ?” ຕໍ່ມາ ເຮົາໄດ້ໄປເບິ່ງອີກຄັ້ງ. ມີພຽງປະຕູອີກບານໜຶ່ງທີ່ຖືກເພີ່ມເຂົ້າມາ ແຕ່ຄວາມສູງຍັງຄືເກົ່າ. ແລ້ວເປັນຫຍັງຄວາມສູງຈຶ່ງຍັງຄືເກົ່າ? ມັນເປັນໄປບໍ່ໄດ້ບໍທີ່ຈະສ້າງປະຕູໃຫ້ສູງຂຶ້ນ? ຫຼື ວ່າປະຕູຈະໄປຕຳກັບເພດານບໍ? ມັນເກີດຫຍັງຂຶ້ນ? ເລື່ອງຂອງເລື່ອງກໍຄືລາວບໍ່ຢາກເຊື່ອຟັງ. ສິ່ງທີ່ລາວກຳລັງຄິດແທ້ໆກໍຄື “ມັນຂຶ້ນຢູ່ກັບເຈົ້າບໍ? ຂ້ອຍເປັນຫົວໜ້າຢູ່ທີ່ນີ້, ຂ້ອຍເປັນຄົນຕັດສິນໃຈ. ຄົນອື່ນຕ້ອງເຮັດຕາມທີ່ຂ້ອຍບອກ ບໍ່ແມ່ນເຮັດກົງກັນຂ້າມ. ເຈົ້າຮູ້ຫຍັງແດ່? ເຈົ້າເຂົ້າໃຈເລື່ອງການກໍ່ສ້າງບໍ?” ການບໍ່ເຂົ້າໃຈເລື່ອງການກໍ່ສ້າງໝາຍຄວາມວ່າເຮົາບໍ່ສາມາດເບິ່ງອອກບໍວ່າສັດສ່ວນມັນເປັນແນວໃດ? ດ້ວຍປະຕູທີ່ຕໍ່າເຊັ່ນນີ້ໃນອາຄານທີ່ສູງເຊັ່ນນີ້ ເມື່ອຄົນທີ່ສູງກວ່າຫົກຟຸດສອງນິ້ວຍ່າງຜ່ານ ຖ້າພວກເຂົາບໍ່ກົ້ມຫົວລົງ ຫົວຂອງພວກເຂົາກໍຈະຕຳກັບຂອບປະຕູ. ນີ້ຄືປະຕູປະເພດໃດ? ເຮົາບໍ່ຈຳເປັນຕ້ອງເຂົ້າໃຈເລື່ອງການກໍ່ສ້າງ, ບອກເຮົາມາເບິ່ງ ມຸມມອງຂອງເຮົາກ່ຽວກັບເລື່ອງນີ້ສົມເຫດສົມຜົນບໍ? ມັນສຳພັນກັບຊີວິດຈິງບໍ? ແຕ່ຄວາມເປັນຈິງເຊັ່ນນີ້ເປັນສິ່ງທີ່ຄົນຜູ້ນັ້ນບໍ່ສາມາດເຂົ້າໃຈໄດ້. ສິ່ງດຽວທີ່ລາວຮູ້ກໍຄືການປະຕິບັດຕາມກົດລະບຽບ ໂດຍເວົ້າວ່າ: “ປະຕູຢູ່ບ່ອນທີ່ຂ້ອຍຈາກມາກໍເປັນແບບນີ້ໝົດ. ເປັນຫຍັງຂ້ອຍຈຶ່ງຕ້ອງເຮັດໃຫ້ມັນສູງຕາມທີ່ເຈົ້າບອກ? ເຈົ້າຂໍໃຫ້ຂ້ອຍເຮັດ ແລະ ນີ້ກໍຄືວິທີທີ່ຂ້ອຍເຮັດມັນ. ຖ້າຂ້ອຍບໍ່ມີປະໂຫຍດສຳລັບເຈົ້າແລ້ວ ກໍລືມມັນໄປຊະ! ນີ້ຄືວິທີທີ່ຂ້ອຍເຮັດສິ່ງຕ່າງໆ ແລະ ຂ້ອຍຈະບໍ່ເຊື່ອຟັງເຈົ້າ!” ຄົນຜູ້ນີ້ແມ່ນຕົວຫຍັງກັນແທ້? ພວກເຈົ້າຄິດວ່າລາວຍັງສາມາດຖືກໃຊ້ງານໂດຍເຮືອນຂອງພຣະເຈົ້າໄດ້ຢູ່ບໍ? (ບໍ່.) ແລ້ວຄວນເຮັດແນວໃດໃນເມື່ອລາວບໍ່ສາມາດຖືກໃຊ້ງານໄດ້? ເຖິງແມ່ນວ່າຄົນເຊັ່ນນີ້ຈະອອກເຫື່ອແຮງພຽງເລັກນ້ອຍໃນເຮືອນຂອງພຣະເຈົ້າ ແລະ ບໍ່ໄດ້ຖືກຂັບໄລ່ອອກໄປໃນທັນທີ ແລະ ເຖິງແມ່ນວ່າອ້າຍເອື້ອຍນ້ອງຈະສາມາດອົດທົນກັບພວກເຂົາໄດ້ ແລະ ເຮົາກໍສາມາດອົດທົນກັບພວກເຂົາໄດ້, ເມື່ອເວົ້າເຖິງຄວາມເປັນມະນຸດຂອງພວກເຂົາ ໃຫ້ພວກເຮົາລືມໄປກ່ອນວ່າພວກເຂົາເຂົ້າໃຈຄວາມຈິງ ຫຼື ບໍ່, ການເຮັດວຽກ ແລະ ການດຳລົງຊີວິດໃນສະພາບແວດລ້ອມເຊັ່ນເຮືອນຂອງພຣະເຈົ້າ ພວກເຂົາຈະຢູ່ຕໍ່ໄປໄດ້ບໍ? (ບໍ່.) ພວກເຮົາຈຳເປັນຕ້ອງຂັບໄລ່ພວກເຂົາອອກບໍ? (ບໍ່.) ພວກເຂົາຈະຢູ່ໃນຄຣິສຕະຈັກໃນໄລຍະຍາວໄດ້ບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ໃຫ້ພວກເຮົາປະເລື່ອງທີ່ວ່າພວກເຂົາສາມາດເຂົ້າໃຈສິ່ງທີ່ຄົນອື່ນບອກພວກເຂົາໄດ້ ຫຼື ບໍ່ນັ້ນໄວ້ກ່ອນ. ດ້ວຍອຸປະນິໄສຂອງພວກເຂົາທີ່ເປັນຢູ່ ຫຼັງຈາກທີ່ອອກເຫື່ອແຮງພຽງເລັກນ້ອຍ ພວກເຂົາກໍເລີ່ມວາງທ່າ ແລະ ພະຍາຍາມທີ່ຈະເປັນຄົນສັ່ງການ. ສິ່ງນີ້ສາມາດໃຊ້ໄດ້ໃນເຮືອນຂອງພຣະເຈົ້າບໍ? ພວກເຂົາບໍ່ແມ່ນຫຍັງເລີຍ ແຕ່ພວກເຂົາພັດຄິດວ່າພວກເຂົາເກັ່ງຫຼາຍ, ຄິດວ່າພວກເຂົາເປັນເສົາຫຼັກ ແລະ ເປັນກຳລັງສຳຄັນໃນເຮືອນຂອງພຣະເຈົ້າ, ແລ້ວພວກເຂົາກໍກະທຳຜິດຢ່າງບໍ່ຢ້ານກົວ ແລະ ພະຍາຍາມເປັນຄົນສັ່ງການຢູ່ທີ່ນັ້ນ. ພວກເຂົາຈະຕ້ອງພົບກັບບັນຫາຢ່າງແນ່ນອນ ແລະ ພວກເຂົາກໍຈະຢູ່ໄດ້ບໍ່ດົນ. ກັບຄົນປະເພດນີ້ ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະບໍ່ຂັບໄລ່ພວກເຂົາອອກກໍຕາມ ເມື່ອພວກເຂົາຢູ່ທີ່ນີ້ໄດ້ໄລຍະໜຶ່ງ ພວກເຂົາກໍຈະສັງເກດເຫັນວ່າໃນເຮືອນຂອງພຣະເຈົ້າ ຜູ້ຄົນມັກຈະເວົ້າເຖິງຄວາມຈິງ, ເວົ້າເຖິງຫຼັກການຢູ່ສະເໝີ. ພວກເຂົາບໍ່ມີຄວາມສົນໃຈໃນເລື່ອງນີ້, ວິທີການເຮັດວຽກຂອງພວກເຂົາບໍ່ມີປະໂຫຍດຢູ່ທີ່ນີ້. ບໍ່ວ່າພວກເຂົາຈະໄປໃສ ແລະ ກຳລັງເຮັດຫຍັງຢູ່ກໍຕາມ ພວກເຂົາບໍ່ສາມາດຮ່ວມມືກັບຄົນອື່ນໄດ້ ແລະ ພວກເຂົາກໍຢາກເປັນຄົນສັ່ງການຢູ່ສະເໝີ. ແຕ່ວ່າມັນບໍ່ໄດ້ຜົນ ແລະ ພວກເຂົາພົບວ່າຕົນເອງຖືກຈຳກັດໃນທຸກດ້ານ. ເມື່ອເວລາຜ່ານໄປ ອ້າຍເອື້ອຍນ້ອງສ່ວນໃຫຍ່ກໍເລີ່ມເຂົ້າໃຈຄວາມຈິງ ແລະ ຫຼັກການ. ໃນຂະນະທີ່ຄົນເຫຼົ່ານີ້ພະຍາຍາມເຮັດຕາມໃຈມັກ, ພະຍາຍາມເປັນຫົວໜ້າ ແລະ ເປັນຄົນສັ່ງການ ແລະ ບໍ່ກະທຳຕາມຫຼັກການ, ຫຼາຍຄົນກໍສົ່ງສາຍຕາລັງກຽດໃສ່ພວກເຂົາ, ພວກເຂົາຈະສາມາດທົນກັບສິ່ງນີ້ໄດ້ບໍ? ເມື່ອເວລານັ້ນມາຮອດ ພວກເຂົາກໍຈະຮູ້ສຶກວ່າພວກເຂົາບໍ່ສາມາດເຂົ້າກັນໄດ້ກັບຄົນເຫຼົ່ານີ້, ໂດຍທຳມະຊາດແລ້ວພວກເຂົາບໍ່ໄດ້ເປັນຄົນຂອງສະຖານທີ່ແຫ່ງນີ້, ພວກເຂົາຢູ່ຜິດສະຖານທີ່: “ຂ້ອຍບັງເອີນຫຼົງເຂົ້າມາໃນເຮືອນຂອງພຣະເຈົ້າໄດ້ແນວໃດ? ຄວາມຄິດຂອງຂ້ອຍມັນງ່າຍດາຍເກີນໄປ. ຂ້ອຍຄິດວ່າຖ້າຂ້ອຍອອກເຫື່ອແຮງພຽງເລັກນ້ອຍ ຂ້ອຍກໍຈະສາມາດຫຼີກລ່ຽງຫາຍະນະໄດ້ ແລະ ຈະໄດ້ຮັບພອນ. ຂ້ອຍບໍ່ເຄີຍຄິດເລີຍວ່າມັນຈະບໍ່ເປັນເຊັ່ນນັ້ນ!” ໂດຍທຳມະຊາດແລ້ວພວກເຂົາບໍ່ໄດ້ເປັນຄົນຂອງເຮືອນຂອງພຣະເຈົ້າ. ຫຼັງຈາກທີ່ຢູ່ໄດ້ໄລຍະໜຶ່ງ ພວກເຂົາກໍໝົດຄວາມສົນໃຈ, ພວກເຂົາກາຍເປັນຄົນເສີຍເມີຍ ແລະ ບໍ່ຈຳເປັນຕ້ອງຂັບໄລ່ພວກເຂົາອອກ, ພວກເຂົາກໍຈະລັກໜີໄປເອງ.
ບາງຄົນເວົ້າວ່າ “ມີຫຍັງແດ່ທີ່ເຈົ້າບໍ່ເຂົ້າໄປຫຍຸ້ງ? ເຈົ້າເປັນຄົນມັກສອດຮູ້ສອດເຫັນ ແມ່ນບໍ? ເຈົ້າພຽງແຕ່ສ້າງຊື່ສຽງຂອງເຈົ້າ, ເຮັດໃຫ້ຜູ້ຄົນຮູ້ສຶກເຖິງການມີຢູ່ຂອງເຈົ້າ ແລະ ໃຫ້ຜູ້ຄົນຮູ້ເຖິງຄວາມຊົງລິດອຳນາດຍິ່ງໃຫຍ່ຂອງເຈົ້າ ໂດຍການເຂົ້າໄປຫຍຸ້ງກ່ຽວກັບເລື່ອງຂອງຄົນອື່ນ ແມ່ນບໍ?” ບອກເຮົາມາເບິ່ງ ມັນຈະດີບໍຖ້າເຮົາບໍ່ຈັດການເລື່ອງເຫຼົ່ານີ້? ໃນຄວາມເປັນຈິງແລ້ວ ເຮົາບໍ່ຢາກຈັດການເລື່ອງເຫຼົ່ານີ້, ສິ່ງເຫຼົ່ານີ້ເປັນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແຕ່ຖ້າເຮົາບໍ່ເຮັດ ກໍຈະມີບັນຫາ ແລະ ວຽກງານທີ່ຈະມາເຖິງກໍຈະໄດ້ຮັບຜົນກະທົບ. ເຮົາຈະຕ້ອງເຂົ້າໄປຫຍຸ້ງກ່ຽວກັບເລື່ອງເຊັ່ນນີ້ບໍ ຖ້າພວກເຈົ້າສາມາດແກ້ໄຂພວກມັນໄດ້, ຖ້າພວກເຈົ້າເຮັດຕາມທີ່ເຮົາບອກ? ຖ້າເຮົາບໍ່ສົນໃຈພວກເຈົ້າ ພວກເຈົ້າກໍຈະບໍ່ສາມາດດຳເນີນຊີວິດຄືກັບມະນຸດໄດ້ເລີຍ ແລະ ພວກເຈົ້າກໍຈະບໍ່ສາມາດດຳລົງຊີວິດໃຫ້ດີໄດ້. ພວກເຈົ້າຈະບໍ່ສາມາດເຮັດຫຍັງໄດ້ດ້ວຍຕົນເອງເລີຍ. ແລ້ວເຖິງຈະເປັນແບບນັ້ນກໍຕາມ ພວກເຈົ້າກໍຍັງບໍ່ເຊື່ອຟັງເຮົາ. ເຮົາຈະລົມກັບພວກເຈົ້າກ່ຽວກັບບາງສິ່ງທີ່ງ່າຍດາຍທີ່ສຸດ ນັ້ນກໍຄື ເລື່ອງເລັກນ້ອຍຢ່າງບໍ່ໜ້າເຊື່ອກ່ຽວກັບສຸຂະອະນາໄມ ແລະ ການເບິ່ງແຍງສະພາບແວດລ້ອມການດຳລົງຊີວິດຂອງພວກເຈົ້າ. ພວກເຈົ້າປະຕິບັດແນວໃດກ່ຽວກັບເລື່ອງນີ້? ຖ້າເຮົາໄປບ່ອນໃດບ່ອນໜຶ່ງ ແລະ ບໍ່ໄດ້ແຈ້ງໃຫ້ພວກເຈົ້າຮູ້ລ່ວງໜ້າ ບ່ອນນັ້ນກໍຈະຮົກເຮື້ອຫຼາຍ ແລະ ພວກເຈົ້າກໍຈະຕ້ອງອະນາໄມມັນໃນຕອນນັ້ນເລີຍ ເຊິ່ງຈະເຮັດໃຫ້ພວກເຈົ້າຮູ້ສຶກອຸກໃຈ ແລະ ບໍ່ສະບາຍໃຈ. ຖ້າເຮົາບອກພວກເຈົ້າລ່ວງໜ້າວ່າເຮົາກຳລັງຈະໄປ ສະຖານະການກໍຄົງຈະບໍ່ຮ້າຍແຮງປານນັ້ນ ແຕ່ພວກເຈົ້າຄິດວ່າເຮົາບໍ່ຮູ້ບໍວ່າມີຫຍັງເກີດຂຶ້ນຢູ່ເບື້ອງຫຼັງ? ສິ່ງເຫຼົ່ານີ້ລ້ວນແຕ່ເປັນເລື່ອງເລັກນ້ອຍ, ເປັນບາງຈຸດທີ່ງ່າຍດາຍທີ່ສຸດ ແລະ ເປັນພື້ນຖານທີ່ສຸດຂອງຄວາມເປັນມະນຸດທີ່ປົກກະຕິ. ແຕ່ພວກເຈົ້າພັດຂີ້ຄ້ານແບບນີ້. ພວກເຈົ້າສາມາດປະຕິບັດໜ້າທີ່ຂອງພວກເຈົ້າໄດ້ດີແທ້ໆບໍ? ເຮົາເຄີຍພັກຢູ່ໃນບາງສະຖານທີ່ໃນຈີນແຜ່ນດິນໃຫຍ່ເປັນເວລາສິບປີ, ສອນຜູ້ຄົນຢູ່ທີ່ນັ້ນກ່ຽວກັບວິທີພັບຜ້າຫົ່ມ ແລະ ຕາກໃຫ້ແຫ້ງໃນແສງແດດ, ວິທີອະນາໄມເຮືອນ ແລະ ວິທີດັງເຕົາໄຟໃນເຮືອນ. ແຕ່ຫຼັງຈາກທີ່ສອນມາສິບປີ ເຮົາກໍບໍ່ສາມາດສອນພວກເຂົາໄດ້. ມັນເປັນຍ້ອນວ່າເຮົາບໍ່ມີຄວາມສາມາດໃນການສອນບໍ? ບໍ່ແມ່ນ, ຄົນເຫຼົ່ານີ້ພຽງແຕ່ບໍ່ໄດ້ເລື່ອງເກີນໄປ. ຕໍ່ມາ ເຮົາກໍຢຸດສອນ. ເມື່ອເຮົາໄປບ່ອນໃດບ່ອນໜຶ່ງ ແລະ ພົບກັບຜ້າຫົ່ມທີ່ບໍ່ໄດ້ພັບ ເຮົາກໍຈະຫັນຫຼັງກັບ ແລະ ຍ່າງໜີໄປເລີຍ. ສະຖານທີ່ນີ້ສົກກະປົກເກີນໄປ. ມັນເຮັດໃຫ້ເຮົາຮູ້ສຶກລັງກຽດພຽງແຕ່ໄດ້ເຫັນ. ພຽງແຕ່ເຫັນກໍຮູ້ແລ້ວວ່າມັນເປັນສະຖານທີ່ທີ່ສັດເດລະສານອາໄສຢູ່, ບໍ່ຕ່າງຫຍັງກັບຄອກໝູ ຫຼື ຄອກໝາ. ຄົນຢູ່ທີ່ນັ້ນມັກງ່າຍຂະໜາດນີ້ ພວກເຂົາຍັງມີຄວາມເປັນມະນຸດຢູ່ບໍ? ບັນຫາເລັກນ້ອຍທີ່ກ່າວມາຂ້າງເທິງນັ້ນເປັນສິ່ງທີ່ສາມາດປ່ຽນແປງໄດ້ຢ່າງຊັດເຈນ ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດປ່ຽນແປງໄດ້? ຄົນແບບນີ້ທີ່ມີຂີດຄວາມສາມາດແບບນີ້ ຈະສາມາດເຂົ້າໃຈຄວາມຈິງໄດ້ບໍ? ພວກເຂົາສາມາດບັນລຸເຖິງລະດັບຂອງການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຫົນທາງຂອງພຣະເຈົ້າໄດ້ບໍ? ນັ້ນເປັນໄປບໍ່ໄດ້ເລີຍສຳລັບພວກເຂົາ. ຕອນນີ້ ເຮົາຈະບອກພວກເຈົ້າຢ່າງກົງໄປກົງມາວ່າ: ຂີດຄວາມສາມາດຂອງພວກເຈົ້າຕໍ່າເກີນໄປ ພວກເຈົ້າບໍ່ສາມາດແມ່ນແຕ່ຈະເຂົ້າໃກ້ຄວາມຈິງໄດ້. ປະເດັນຫຼັກທີ່ເຮົາກຳລັງເວົ້າໃນມື້ນີ້ແມ່ນຫຍັງ? ການເຊື່ອຟັງພຣະທຳຂອງພຣະເຈົ້າແມ່ນມີຄວາມສຳຄັນຫຼາຍ ແລະ ພວກເຈົ້າຕ້ອງບໍ່ລະເລີຍມັນ. ການເຊື່ອຟັງພຣະທຳຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຄວນວິເຄາະ, ສຶກສາ, ສົນທະນາ ຫຼື ສືບຄົ້ນພຣະທຳຂອງພຣະເຈົ້າ ຫຼື ໝາຍຄວາມວ່າເຈົ້າຄວນໄຕ່ສວນເຫດຜົນທີ່ຢູ່ເບື້ອງຫຼັງພຣະທຳເຫຼົ່ານັ້ນ ແລະ ພະຍາຍາມຫາເຫດຜົນວ່າຍ້ອນຫຍັງ; ແຕ່ກົງກັນຂ້າມ ເຈົ້າຄວນຈັດຕັ້ງປະຕິບັດພຣະທຳຂອງພຣະອົງ ແລະ ເຮັດໃຫ້ສຳເລັດ. ເມື່ອພຣະເຈົ້າກ່າວກັບເຈົ້າ, ເມື່ອພຣະອົງສັ່ງໃຫ້ເຈົ້າປະຕິບັດໜ້າວຽກ ຫຼື ມອບໝາຍບາງສິ່ງໃຫ້ກັບເຈົ້າ, ສິ່ງທີ່ພຣະເຈົ້າປາຖະໜາທີ່ຈະເຫັນຕໍ່ໄປກໍຄືການທີ່ເຈົ້າລົງມືເຮັດ ແລະ ວິທີທີ່ເຈົ້າຈັດຕັ້ງປະຕິບັດສິ່ງນີ້ເທື່ອລະກ້າວ. ພຣະເຈົ້າບໍ່ສົນໃຈວ່າເຈົ້າຈະເຂົ້າໃຈເລື່ອງນີ້ ຫຼື ບໍ່ ແລະ ພຣະອົງກໍບໍ່ສົນໃຈວ່າໃນຫົວໃຈຂອງເຈົ້າ ເຈົ້າຈະຢາກຮູ້ຢາກເຫັນກ່ຽວກັບເລື່ອງນີ້ ຫຼື ມີຂໍ້ສົງໄສໃດໜຶ່ງກ່ຽວກັບມັນ. ສິ່ງທີ່ພຣະເຈົ້າເບິ່ງກໍຄືເຈົ້າເຮັດມັນ ຫຼື ບໍ່, ເຈົ້າມີທັດສະນະຄະຕິແຫ່ງການເຊື່ອຟັງ ແລະ ການອ່ອນນ້ອມ ຫຼື ບໍ່.
ບັງເອີນວ່າ ເຮົາໄດ້ລົມກັບບາງຄົນກ່ຽວກັບເຄື່ອງນຸ່ງສຳລັບການສະແດງ. ຫຼັກການພື້ນຖານກໍຄື ສີ ແລະ ຮູບແບບຂອງເຄື່ອງນຸ່ງຕ້ອງສຸພາບ, ມີກຽດ, ມີລົດນິຍົມ ແລະ ສະງ່າງາມ. ພວກມັນຕ້ອງບໍ່ເບິ່ງຄືກັບເຄື່ອງນຸ່ງທີ່ແປກປະຫຼາດ. ຍິ່ງໄປກວ່ານັ້ນ ກໍບໍ່ຈຳເປັນຕ້ອງໃຊ້ເງິນຫຼາຍເກີນໄປ. ພວກມັນບໍ່ຈຳເປັນຕ້ອງມາຈາກນັກອອກໂດຍສະເພາະ ແຮງບໍ່ຈຳເປັນຕ້ອງໄປຊື້ຢູ່ຮ້ານຂາຍເຄື່ອງແບຣນເນມລະດັບສູງ. ມຸມມອງຂອງເຮົາກໍຄື ເຄື່ອງນຸ່ງຄວນເຮັດໃຫ້ນັກສະແດງເບິ່ງສະງ່າງາມ, ສຸພາບ ແລະ ມີກຽດ, ພວກມັນຄວນຈະໜ້າເບິ່ງ. ບໍ່ມີຂໍ້ຈຳກັດເລື່ອງສີ ນອກຈາກການຫຼີກລ່ຽງສິ່ງໃດກໍຕາມທີ່ເບິ່ງຈືດຊືດ ຫຼື ມືດເກີນໄປເທິງເວທີ. ສີອື່ນໆສ່ວນໃຫຍ່ແມ່ນໃຊ້ໄດ້ ເຊັ່ນ: ສີແດງ, ສີສົ້ມ, ສີເຫຼືອງ, ສີຂຽວ, ສີຟ້າ, ສີຄາມ, ສີມ່ວງ ເຊິ່ງບໍ່ມີກົດລະບຽບສຳລັບເລື່ອງນີ້. ເປັນຫຍັງຈຶ່ງມີຫຼັກການນີ້? ສິ່ງທີ່ພຣະເຈົ້າສ້າງນັ້ນມີທຸກສີ. ດອກໄມ້ປາກົດເປັນສີສັນ, ເຊັ່ນດຽວກັບຕົ້ນໄມ້, ພືດ ແລະ ນົກ. ສະນັ້ນ ພວກເຮົາຕ້ອງບໍ່ມີແນວຄິດ ຫຼື ກົດລະບຽບໃດໜຶ່ງກ່ຽວກັບສີ. ຫຼັງຈາກທີ່ເວົ້າແບບນີ້ແລ້ວ ເຮົາກໍຢ້ານວ່າພວກເຂົາຈະບໍ່ເຂົ້າໃຈ. ເຮົາຈຶ່ງຖາມພວກເຂົາອີກຄັ້ງ ແລະ ຮູ້ສຶກສະບາຍໃຈກໍຕໍ່ເມື່ອຜູ້ທີ່ໄດ້ຍິນເຮົາທຸກຄົນເວົ້າວ່າພວກເຂົາເຂົ້າໃຈ. ສິ່ງທີ່ເຫຼືອກໍຄືໃຫ້ພວກເຂົາຈັດຕັ້ງປະຕິບັດວຽກງານຕາມຫຼັກການທີ່ເຮົາໄດ້ເວົ້າໄປ. ນີ້ເປັນເລື່ອງງ່າຍດາຍບໍ? ມັນເປັນເລື່ອງໃຫຍ່ບໍ? ມັນເປັນວຽກງານທີ່ໃຫຍ່ກວ່າ ຫຼື ນ້ອຍກວ່າວຽກງານການສ້າງເຮືອໃຫຍ່? (ນ້ອຍກວ່າ.) ເມື່ອທຽບກັບການທີ່ອັບຣາຮາມຖວາຍອີຊາກແລ້ວ ມັນຍາກບໍ? (ບໍ່.) ມັນບໍ່ມີຄວາມຫຍຸ້ງຍາກໃດໜຶ່ງເຂົ້າມາກ່ຽວຂ້ອງເລີຍ ແລະ ມັນກໍງ່າຍດາຍ ເຊິ່ງເປັນພຽງເລື່ອງຂອງເຄື່ອງນຸ່ງເທົ່ານັ້ນ. ຜູ້ຄົນໄດ້ສຳຜັດກັບເຄື່ອງນຸ່ງຕັ້ງແຕ່ຕອນທີ່ພວກເຂົາເກີດມາ. ມັນບໍ່ແມ່ນເລື່ອງຍາກເລີຍ. ສິ່ງຕ່າງໆຍິ່ງງ່າຍຂຶ້ນສຳລັບຜູ້ຄົນທີ່ຈະປະຕິບັດ ເມື່ອເຮົາກຳນົດຫຼັກການບາງຢ່າງໄວ້. ສິ່ງສຳຄັນກໍຄືພວກເຂົາເຊື່ອຟັງ ຫຼື ບໍ່ ແລະ ພວກເຂົາເຕັມໃຈທີ່ຈະເຮັດມັນ ຫຼື ບໍ່. ຫຼັງຈາກນັ້ນໄລຍະໜຶ່ງ ເມື່ອການສະແດງ ແລະ ຮູບເງົາສອງສາມເລື່ອງຖືກຜະລິດອອກມາ, ເຮົາເຫັນວ່າເຄື່ອງນຸ່ງຂອງຕົວລະຄອນຫຼັກທັງໝົດລ້ວນແຕ່ເປັນສີຟ້າ. ເຮົາຈຶ່ງຄິດກ່ຽວກັບເລື່ອງນີ້ວ່າ: “ມີບັນຫາກັບຄວາມຄິດຂອງຄົນທີ່ຜະລິດການສະແດງເຫຼົ່ານີ້ບໍ? ສິ່ງທີ່ເຮົາເວົ້າໄປນັ້ນຊັດເຈນຫຼາຍແລ້ວ. ເຮົາບໍ່ໄດ້ຕັ້ງກົດເກນວ່າເຄື່ອງນຸ່ງຕ້ອງເປັນສີຟ້າ ແລະ ໃຜກໍຕາມທີ່ບໍ່ນຸ່ງສີຟ້າຈະບໍ່ຖືກອະນຸຍາດໃຫ້ຂຶ້ນເວທີ. ຄົນເຫຼົ່ານີ້ເປັນຫຍັງໄປແລ້ວ? ແມ່ນຫຍັງທີ່ກຳລັງຍຸຍົງ ແລະ ຄວບຄຸມພວກເຂົາຢູ່? ກະແສໃນໂລກພາຍນອກປ່ຽນໄປແລ້ວບໍ ແລະ ຕອນນີ້ຜູ້ຄົນນຸ່ງແຕ່ສີຟ້າບໍ? ບໍ່ແມ່ນ. ໂລກພາຍນອກບໍ່ມີກົດເກນກ່ຽວກັບສີ ແລະ ຮູບແບບ, ຜູ້ຄົນນຸ່ງເຄື່ອງທຸກສີ. ສະນັ້ນ ມັນຈຶ່ງແປກທີ່ສະຖານະການແບບນີ້ເກີດຂຶ້ນໃນຄຣິສຕະຈັກຂອງພວກເຮົາ. ໃຜເປັນຄົນກວດສອບເຄື່ອງນຸ່ງໃນຂັ້ນຕອນສຸດທ້າຍ? ໃຜເປັນຄົນຄວບຄຸມເລື່ອງນີ້? ມີຄົນບົງການຢູ່ເບື້ອງຫຼັງບໍ?” ມີຄົນບົງການຢູ່ເບື້ອງຫຼັງແທ້ໆ. ຜົນກໍຄື ບໍ່ວ່າຈະເປັນຮູບແບບໃດກໍຕາມ ເຄື່ອງນຸ່ງທັງໝົດລ້ວນແຕ່ເປັນສີຟ້າໂດຍບໍ່ມີຂໍ້ຍົກເວັ້ນ. ສິ່ງທີ່ເຮົາເວົ້າໄປນັ້ນບໍ່ມີຜົນຫຍັງເລີຍ. ພວກເຂົາໄດ້ກຳນົດແລ້ວວ່າເຄື່ອງນຸ່ງທັງໝົດຕ້ອງເປັນສີຟ້າ, ຜູ້ຄົນຈະບໍ່ນຸ່ງຫຍັງເລີຍນອກຈາກສີຟ້າ. ສີຟ້າເປັນຕົວແທນຂອງຄວາມເປັນຝ່າຍວິນຍານ ແລະ ຄວາມບໍລິສຸດ; ມັນເປັນສີປະຈຳຂອງເຮືອນຂອງພຣະເຈົ້າ. ຖ້າເຄື່ອງນຸ່ງຂອງພວກເຂົາບໍ່ແມ່ນສີຟ້າ ພວກເຂົາກໍຈະບໍ່ອະນຸຍາດໃຫ້ຈັດການສະແດງຂຶ້ນ ແລະ ບໍ່ກ້າເຮັດການສະແດງດ້ວຍຊ້ຳ. ເຮົາເວົ້າວ່າຄົນເຫຼົ່ານີ້ຈົບສິ້ນແລ້ວ. ນີ້ເປັນເລື່ອງທີ່ງ່າຍດາຍຫຼາຍ, ເຮົາໄດ້ອະທິບາຍແຕ່ລະຈຸດຢ່າງຊັດເຈນຫຼາຍ ແລະ ໝັ້ນໃຈວ່າພວກເຂົາເຂົ້າໃຈແລ້ວຫຼັງຈາກທີ່ເຮົາໄດ້ເຮັດແນວນັ້ນ. ພຽງແຕ່ເມື່ອພວກເຮົາທຸກຄົນຕົກລົງກັນແລ້ວ ເຮົາຈຶ່ງປິດຫົວຂໍ້ນີ້. ແລ້ວຜົນສຸດທ້າຍແມ່ນຫຍັງ? ສິ່ງທີ່ເຮົາເວົ້າໄປນັ້ນກໍຄືກັບລົມທີ່ພັດຜ່ານຫູ. ບໍ່ມີໃຜຖືວ່າມັນສຳຄັນ. ພວກເຂົາຍັງຄົງເຮັດ ແລະ ປະຕິບັດຕາມທີ່ພວກເຂົາປາຖະໜາ. ບໍ່ມີໃຜປະຕິບັດຕາມສິ່ງທີ່ເຮົາເວົ້າ, ບໍ່ມີໃຜເຮັດມັນໃຫ້ສຳເລັດ. ພວກເຂົາໝາຍຄວາມວ່າແນວໃດກັນແທ້ ເມື່ອພວກເຂົາເວົ້າວ່າພວກເຂົາເຂົ້າໃຈແລ້ວ? ຄົນເຫຼົ່ານີ້ພຽງແຕ່ເວົ້າເອົາໃຈເຮົາ. ພວກເຂົານິນທາກັນໝົດມື້ຄືກັບແມ່ຍິງໄວກາງຄົນຢູ່ຕາມທ້ອງຖະໜົນເຫຼົ່ານັ້ນ. ນີ້ກໍຄືວິທີທີ່ພວກເຂົາເວົ້າກັບເຮົາ ແລະ ທັດສະນະຄະຕິທີ່ພວກເຂົາມີເຊັ່ນກັນ. ສະນັ້ນ ເຮົາຈຶ່ງມີຄວາມຮູ້ສຶກໃນຫົວໃຈຂອງເຮົາວ່າ: ທັດສະນະຄະຕິທີ່ຄົນເຫຼົ່ານີ້ມີຕໍ່ພຣະຄຣິສຄືທັດສະນະຄະຕິທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ມັນເປັນທັດສະນະຄະຕິທີ່ໜ້າກັງວົນຫຼາຍ, ເປັນສັນຍານອັນຕະລາຍ, ເປັນສັນຍານທີ່ບໍ່ດີ. ພວກເຈົ້າຢາກຮູ້ບໍວ່າມັນເປັນສັນຍານຂອງຫຍັງ? ພວກເຈົ້າຄວນຈະຮູ້. ເຮົາຕ້ອງບອກພວກເຈົ້າກ່ຽວກັບເລື່ອງນີ້ ແລະ ພວກເຈົ້າຕ້ອງຕັ້ງໃຈຟັງໃຫ້ດີ: ເມື່ອຕັດສິນຈາກສິ່ງທີ່ສະແດງອອກໃນພວກເຈົ້າ, ຈາກທັດສະນະຄະຕິຂອງພວກເຈົ້າທີ່ມີຕໍ່ພຣະທຳຂອງພຣະເຈົ້າ, ຫຼາຍຄົນໃນພວກເຈົ້າຈະຕົກຢູ່ໃນຫາຍະນະ. ບາງຄົນໃນພວກເຈົ້າຈະຕົກຢູ່ໃນຫາຍະນະເພື່ອໃຫ້ຖືກລົງໂທດ ແລະ ບາງຄົນກໍເພື່ອຖືກຫຼໍ່ຫຼອມ ແລະ ຫາຍະນະກໍບໍ່ສາມາດຫຼີກລ່ຽງໄດ້. ຜູ້ທີ່ຖືກລົງໂທດຈະຕາຍໃນທັນທີ, ພວກເຂົາຈະພິນາດ. ເຖິງຢ່າງໃດກໍຕາມ ສຳລັບຜູ້ທີ່ຖືກຫຼໍ່ຫຼອມໃນຫາຍະນະ ຖ້າມັນເຮັດໃຫ້ພວກເຂົາສາມາດເຊື່ອຟັງ ແລະ ອ່ອນນ້ອມ ແລະ ສາມາດຢືນໄດ້ຢ່າງໝັ້ນຄົງ ແລະ ພວກເຂົາກາຍເປັນຜູ້ທີ່ມີຄຳພະຍານ, ແລ້ວການທົດສອບທີ່ຍາກທີ່ສຸດກໍຈະສິ້ນສຸດລົງ. ຖ້າບໍ່ດັ່ງນັ້ນ ກໍຈະບໍ່ມີຄວາມຫວັງສຳລັບພວກເຂົາໃນອະນາຄົດ, ພວກເຂົາຈະຕົກຢູ່ໃນອັນຕະລາຍ ແລະ ພວກເຂົາຈະບໍ່ມີໂອກາດອີກຕໍ່ໄປ. ພວກເຈົ້າໄດ້ຍິນເຮົາຊັດເຈນບໍ? (ຊັດເຈນ.) ສິ່ງນີ້ເບິ່ງຄືວ່າເປັນສິ່ງທີ່ດີສຳລັບພວກເຈົ້າບໍ? ສະຫຼຸບແລ້ວ ສຳລັບເຮົາ ມັນບໍ່ແມ່ນລາງດີເລີຍ. ເຮົາຮູ້ສຶກວ່າມັນເປັນສັນຍານທີ່ບໍ່ດີ. ເຮົາໄດ້ໃຫ້ຂໍ້ເທັດຈິງແກ່ພວກເຈົ້າແລ້ວ. ທາງເລືອກທີ່ພວກເຈົ້າເລືອກແມ່ນຂຶ້ນຢູ່ກັບພວກເຈົ້າ. ເຮົາຈະບໍ່ເວົ້າຫຍັງກ່ຽວກັບເລື່ອງນີ້ອີກ, ເຮົາຈະບໍ່ເວົ້າຊໍ້າອີກ, ເຮົາຈະບໍ່ຍົກມັນຂຶ້ນມາເວົ້າອີກ.
ຫົວຂໍ້ທີ່ເຮົາໄດ້ໂອ້ລົມໃນມື້ນີ້ກໍຄື ວິທີປະຕິບັດຕໍ່ພຣະທຳຂອງພຣະເຈົ້າ. ການເຊື່ອຟັງ ແລະ ການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າແມ່ນມີຄວາມສຳຄັນຫຼາຍ. ການທີ່ສາມາດດຳເນີນການ, ຈັດຕັ້ງປະຕິບັດ ແລະ ນຳພວກມັນໄປໃຊ້ປະຕິບັດແມ່ນມີຄວາມສຳຄັນຫຼາຍ. ບາງຄົນເວົ້າວ່າ “ແມ່ນແຕ່ໃນທຸກມື້ນີ້ ພວກເຮົາຍັງບໍ່ຮູ້ເລີຍວ່າຈະປະຕິບັດຕໍ່ພຣະຄຣິສແນວໃດ”. ວິທີປະຕິບັດຕໍ່ພຣະຄຣິສນັ້ນງ່າຍດາຍຫຼາຍ: ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະຄຣິສຄືທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າຄືທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະຄຣິສ. ແນ່ນອນວ່າ ທັດສະນະຄະຕິທີ່ເຈົ້າມີຕໍ່ພຣະຄຣິສຄືທັດສະນະຄະຕິທີ່ເຈົ້າມີຕໍ່ພຣະເຈົ້າໃນສະຫວັນ. ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະຄຣິສແມ່ນສິ່ງທີ່ແທ້ຈິງທີ່ສຸດໃນບັນດາທຸກສິ່ງ, ມັນສາມາດເບິ່ງເຫັນໄດ້ ແລະ ມັນກໍເປັນສິ່ງທີ່ພຣະເຈົ້າກວດສອບຢ່າງແທ້ຈິງ. ຜູ້ຄົນປາຖະໜາທີ່ຈະເຂົ້າໃຈວິທີປະຕິບັດຕໍ່ພຣະເຈົ້າໃນລັກສະນະທີ່ພຣະເຈົ້າປາຖະໜາ ແລະ ສິ່ງນີ້ກໍງ່າຍດາຍ. ມີສາມປະເດັນຄື: ປະເດັນທີໜຶ່ງແມ່ນການມີຄວາມຈິງໃຈ. ປະເດັນທີສອງແມ່ນຄວາມເຄົາລົບ, ການຮຽນຮູ້ວິທີເຄົາລົບພຣະຄຣິສ ແລະ ປະເດັນທີສາມ ເຊິ່ງເປັນປະເດັນທີ່ສຳຄັນທີ່ສຸດກໍຄື ການເຊື່ອຟັງພຣະທຳຂອງພຣະອົງ. ການເຊື່ອຟັງພຣະທຳຂອງພຣະອົງ: ສິ່ງນີ້ໝາຍເຖິງການຟັງດ້ວຍຫູຂອງເຈົ້າ ຫຼື ດ້ວຍສິ່ງອື່ນບໍ? (ດ້ວຍຫົວໃຈຂອງພວກເຮົາ.) ເຈົ້າມີຫົວໃຈບໍ? ຖ້າເຈົ້າມີຫົວໃຈ ກໍຈົ່ງຟັງດ້ວຍຫົວໃຈ. ພຽງແຕ່ຖ້າເຈົ້າຟັງດ້ວຍຫົວໃຈຂອງເຈົ້າ ເຈົ້າຈຶ່ງຈະເຂົ້າໃຈ ແລະ ສາມາດນຳສິ່ງທີ່ເຈົ້າໄດ້ຍິນໄປນຳໃຊ້ປະຕິບັດໄດ້. ແຕ່ລະປະເດັນໃນສາມປະເດັນນີ້ແມ່ນງ່າຍດາຍຫຼາຍ. ຄວາມໝາຍຕາມຕົວອັກສອນຂອງພວກມັນຄວນຈະເຂົ້າໃຈງ່າຍ ແລະ ເມື່ອເວົ້າຕາມເຫດຜົນແລ້ວ ພວກມັນຄວນຈະປະຕິບັດໄດ້ງ່າຍ. ແຕ່ວິທີທີ່ພວກເຈົ້າປະຕິບັດພວກມັນ ແລະ ພວກເຈົ້າສາມາດເຮັດໄດ້ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບພວກເຈົ້າ. ເຮົາຈະບໍ່ອະທິບາຍຫຍັງເພີ່ມຕື່ມອີກ. ບາງຄົນເວົ້າວ່າ “ເຈົ້າກໍເປັນພຽງຄົນທຳມະດາ. ເປັນຫຍັງພວກເຮົາຈຶ່ງຕ້ອງຈິງໃຈກັບເຈົ້າ? ເປັນຫຍັງພວກເຮົາຈຶ່ງຕ້ອງເຄົາລົບເຈົ້າ? ເປັນຫຍັງພວກເຮົາຈຶ່ງຕ້ອງເຊື່ອຟັງຄຳເວົ້າຂອງເຈົ້າ?” ເຮົາມີເຫດຜົນຂອງເຮົາ. ເຊິ່ງກໍມີສາມຂໍ້ເຊັ່ນກັນ. ຈົ່ງຟັງໃຫ້ດີ ແລະ ເບິ່ງວ່າສິ່ງທີ່ເຮົາເວົ້າໄປນັ້ນສົມເຫດສົມຜົນ ຫຼື ບໍ່. ຖ້າມັນສົມເຫດສົມຜົນ ພວກເຈົ້າກໍຄວນຍອມຮັບມັນ; ຖ້າເຈົ້າຮູ້ສຶກວ່າມັນບໍ່ສົມເຫດສົມຜົນ ເຈົ້າກໍບໍ່ຈຳເປັນຕ້ອງຍອມຮັບມັນ ແລະ ເຈົ້າສາມາດຊອກຫາເສັ້ນທາງອື່ນໄດ້. ເຫດຜົນຂໍ້ທີໜຶ່ງກໍຄື ນັບຕັ້ງແຕ່ພວກເຈົ້າຍອມຮັບພາລະກິດຂັ້ນຕອນນີ້ຂອງພຣະເຈົ້າ ພວກເຈົ້າກໍໄດ້ກິນ, ດື່ມ, ເພີດເພີນ ແລະ ອ່ານອະທິຖານທຸກພຣະທຳທີ່ເຮົາໄດ້ກ່າວ. ຂໍ້ທີສອງກໍຄື ເຈົ້າເອງຍອມຮັບວ່າເຈົ້າເປັນຜູ້ຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ, ວ່າເຈົ້າເປັນໜຶ່ງໃນຜູ້ເຊື່ອຂອງພຣະອົງ. ສະນັ້ນ ສາມາດເວົ້າໄດ້ບໍວ່າ ເຈົ້າຍອມຮັບວ່າເຈົ້າເປັນຜູ້ຕິດຕາມເນື້ອໜັງທຳມະດາທີ່ພຣະເຈົ້າບັງເກີດເປັນມະນຸດ? ສາມາດເວົ້າໄດ້. ສະຫຼຸບແລ້ວ ຂໍ້ທີສອງກໍຄື ເຈົ້າຍອມຮັບວ່າເຈົ້າເປັນຜູ້ຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເຫດຜົນຂໍ້ທີສາມແມ່ນມີຄວາມສຳຄັນທີ່ສຸດໃນບັນດາທຸກຂໍ້: ໃນທ່າມກາງມວນມະນຸດທັງປວງ ມີພຽງແຕ່ເຮົາເທົ່ານັ້ນທີ່ເຫັນພວກເຈົ້າເປັນຄົນ. ປະເດັນນີ້ສຳຄັນບໍ? (ສຳຄັນ.) ໃນສາມປະເດັນນີ້ ມີຈຸດໃດແດ່ທີ່ພວກເຈົ້າບໍ່ສາມາດຍອມຮັບໄດ້? ພວກເຈົ້າວ່າແນວໃດ, ມີປະເດັນໃດແດ່ທີ່ເຮົາຫາກໍເວົ້າໄປນັ້ນບໍ່ເປັນຄວາມຈິງ, ບໍ່ຕາມຄວາມເປັນຈິງ, ບໍ່ແມ່ນຂໍ້ເທັດຈິງ? (ບໍ່ມີ.) ສະນັ້ນ ລວມທັງໝົດແລ້ວຈຶ່ງມີຫົກປະເດັນ. ເຮົາຈະບໍ່ລົງລາຍລະອຽດກ່ຽວກັບແຕ່ລະປະເດັນ. ຈົ່ງໄຕ່ຕອງພວກມັນດ້ວຍຕົວພວກເຈົ້າເອງ. ເຮົາໄດ້ເວົ້າຢ່າງຍືດຍາວແລ້ວກ່ຽວກັບຫົວຂໍ້ເຫຼົ່ານີ້, ສະນັ້ນ ພວກເຈົ້າກໍຄວນທີ່ຈະສາມາດເຂົ້າໃຈໄດ້.
ວັນທີ 4 ກໍລະກົດ 2020