ລາຍການທີສິບ: ພວກເຂົາດູຖູກຄວາມຈິງ, ດູໝິ່ນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງໃນເຮືອນຂອງພຣະເຈົ້າ (ພາກທີສາມ)
II. ການດູຖູກເນື້ອໜັງທີ່ພຣະເຈົ້າບັງເກີດເປັນ
ຫົວຂໍ້ຂອງການໂອ້ລົມຄັ້ງທີ່ຜ່ານມາແມ່ນການສະແດງອອກຢ່າງທີສິບຂອງພວກຕໍ່ຕ້ານພຣະຄຣິສ ນັ້ນກໍຄື ການດູຖູກຄວາມຈິງ, ດູໝິ່ນຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງໃນເຮືອນຂອງພຣະເຈົ້າ. ລາຍການນີ້ຖືກແບ່ງອອກຕື່ມອີກເປັນສາມພາກເພື່ອການໂອ້ລົມຢ່າງລະອຽດ. ພາກທີໜຶ່ງແມ່ນການດູຖູກຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ພາກທີສອງແມ່ນການດູຖູກເນື້ອໜັງທີ່ພຣະເຈົ້າບັງເກີດເປັນ ແລະ ພາກທີສາມແມ່ນການດູຖູກພຣະທຳຂອງພຣະເຈົ້າ. ສາມພາກນີ້ຖືກໃຊ້ເພື່ອໄຈ້ແຍກລາຍການທີສິບຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ. ພາກທີໜຶ່ງໄດ້ມີການໂອ້ລົມກັນໄປແລ້ວ ແລະ ສຳລັບພາກທີສອງ ເຊິ່ງກໍຄື ການດູຖູກເນື້ອໜັງທີ່ພຣະເຈົ້າບັງເກີດເປັນນັ້ນ, ມັນຖືກແບ່ງອອກເປັນສີ່ສ່ວນເພື່ອການໂອ້ລົມ. ສີ່ສ່ວນນີ້ແມ່ນຫຍັງ? (ທີໜຶ່ງ, ການລູບແຄ່ງລູບຂາ, ປະຈົບປະແຈງ ແລະ ການເວົ້າເອົາໃຈ; ທີສອງ, ການກວດສອບ, ການວິເຄາະ ແລະ ຄວາມຢາກຮູ້ຢາກເຫັນ; ທີສາມ, ການປະຕິບັດຂອງພວກເຂົາຕໍ່ພຣະຄຣິສ ຂຶ້ນຢູ່ກັບອາລົມ; ແລະ ທີສີ່, ພຽງແຕ່ຟັງສິ່ງທີ່ພຣະຄຣິສກ່າວ ແຕ່ບໍ່ເຊື່ອຟັງ ຫຼື ອ່ອນນ້ອມ.) ສອງສ່ວນທຳອິດໄດ້ມີການໂອ້ລົມກັນໄປແລ້ວໃນຄັ້ງກ່ອນ; ຄັ້ງນີ້, ພວກເຮົາຈະໂອ້ລົມກັນໃນສ່ວນທີສາມ.
3. ການປະຕິບັດຂອງພວກເຂົາຕໍ່ພຣະຄຣິສ ຂຶ້ນຢູ່ກັບອາລົມ
ສ່ວນທີສາມແມ່ນ “ການປະຕິບັດຂອງພວກເຂົາຕໍ່ພຣະຄຣິສ ຂຶ້ນຢູ່ກັບອາລົມ”. ພວກເຮົາຈະເບິ່ງການສະແດງອອກຕ່າງໆຂອງພວກຕໍ່ຕ້ານພຣະຄຣິສ ໂດຍອີງໃສ່ວະລີທີ່ງ່າຍດາຍນີ້. ໃນຄວາມປະທັບໃຈຂອງພວກເຈົ້າ ຫຼື ຈາກສິ່ງທີ່ພວກເຈົ້າໄດ້ເຫັນ ແລະ ປະສົບມາ, ບໍ່ຄວນມີຕົວຢ່າງບາງຢ່າງກ່ຽວກັບພວກສ່ວນນີ້ບໍ? ບາງຄົນເວົ້າວ່າ: “ຂ້າພະເຈົ້າບໍ່ເຄີຍພົວພັນກັບພຣະຄຣິສ; ຂ້າພະເຈົ້າພຽງແຕ່ໄດ້ຟັງບົດເທດສະໜາຂອງພຣະອົງ. ຂ້າພະເຈົ້າບໍ່ມີປະສົບການຕົວຈິງກັບການສະແດງອອກນີ້, ທັງບໍ່ເຄີຍເຫັນຄົນອື່ນສະແດງມັນອອກມາໃນຄວາມເປັນຈິງ”. ສຳລັບຜູ້ທີ່ມີປະສົບການຕົວຈິງກັບພາກສ່ວນນີ້, ພວກເຈົ້າມີຄວາມຮູ້ສຶກ ຫຼື ຄວາມເຂົ້າໃຈທີ່ສອດຄ່ອງກັບມັນບໍ? ບໍ່ມີເລີຍບໍ? ຖ້າຊັ້ນ ພວກເຮົາຈຳເປັນຕ້ອງມີການໂອ້ລົມກັນຢ່າງເລິກເຊິ່ງແທ້ໆ, ແມ່ນບໍ? (ແມ່ນແລ້ວ.) ເບິ່ງຜິວເຜີນແລ້ວ, ພວກສ່ວນນີ້ກ່ຽວຂ້ອງກັບທັດສະນະຄະຕິ ແລະ ການສະແດງອອກຕ່າງໆ ເມື່ອຜູ້ຄົນເຂົ້າມາພົວພັນກັບພຣະຄຣິສ. ໃນຄວາມເປັນຈິງແລ້ວ, ຈາກພວກສ່ວນນີ້, ຄົນເຮົາບໍ່ພຽງແຕ່ສາມາດເຫັນການສະແດງອອກ ແລະ ທັດສະນະຄະຕິຕ່າງໆຂອງຜູ້ຄົນທີ່ມີຕໍ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນເທົ່ານັ້ນ, ແຕ່ຍັງສາມາດແຍກແຍະທັດສະນະຄະຕິ ແລະ ການສະແດງອອກທີ່ແທ້ຈິງຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ໃນການປະຕິບັດຂອງຜູ້ຄົນທີ່ມີຕໍ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນອີກດ້ວຍ. ນັ້ນກໍຄື, ຈາກສິ່ງນີ້, ມັນເຫັນໄດ້ຢ່າງຊັດເຈນວ່າ ຜູ້ຄົນປະຕິບັດຕໍ່ພຣະເຈົ້າເອງຜູ້ຊົງມີຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າດ້ວຍທັດສະນະຄະຕິແບບໃດ ແລະ ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ, ມີຄວາມເຊື່ອທີ່ແທ້ຈິງ ແລະ ມີການອ່ອນນ້ອມທີ່ແທ້ຈິງ ຫຼື ບໍ່. ເມື່ອປະເຊີນກັບສະຖານະການຕ່າງໆ, ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ພຣະຄຣິສຈະເປີດເຜີຍທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າທີ່ພວກເຂົາເຊື່ອ. ໃນການປະຕິບັດຕໍ່ຄົນທຳມະດາຄົນນີ້ ເຊິ່ງກໍຄືພຣະຄຣິສ, ບໍ່ວ່າເຈົ້າຈະມີແນວຄິດ, ມີຄວາມເຊື່ອທີ່ແທ້ຈິງ ຫຼື ມີການອ່ອນນ້ອມທີ່ແທ້ຈິງ ຫຼື ບໍ່, ສິ່ງນັ້ນກໍບົ່ງບອກວ່າ ເຈົ້າມີຄວາມເຊື່ອທີ່ແທ້ຈິງ ແລະ ການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າທີ່ເຈົ້າເຊື່ອ ເຊິ່ງກໍຄືພຣະເຈົ້າເອງ ຫຼື ບໍ່. ໃນການປະຕິບັດຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າໃນສະຫວັນ, ທັດສະນະຄະຕິ, ມຸມມອງ ແລະ ສິ່ງທີ່ພວກເຂົາຄິດຢ່າງແທ້ຈິງນັ້ນ, ພວກເຂົາຂ້ອນຂ້າງເລື່ອນລອຍ, ໂດຍບໍ່ເປີດເຜີຍທັດສະນະຄະຕິທີ່ແທ້ຈິງຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອຜູ້ຄົນພົບພໍ້ກັບພຣະເຈົ້າແທ້ໆ ແລະ ເຫັນຮ່າງກາຍທີ່ມີເລືອດເນື້ອທີ່ຈັບຕ້ອງໄດ້ ເຊິ່ງພຣະເຈົ້າບັງເກີດເປັນ, ທັດສະນະຄະຕິທີ່ແທ້ຈິງຂອງພວກເຂົາທີ່ມີຕໍ່ພຣະເຈົ້າກໍຈະຖືກເປີດເຜີຍອອກມາຢ່າງສົມບູນ. ຄຳເວົ້າທີ່ຜູ້ຄົນເວົ້າ, ຄວາມຄິດໃນຈິດໃຈຂອງພວກເຂົາ, ມຸມມອງທີ່ພວກເຂົາສ້າງຂຶ້ນ ແລະ ຍຶດຖືໄວ້ໃນໃຈ ແລະ ແມ່ນແຕ່ຄວາມຄິດ ແລະ ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະຄຣິສໃນໃຈຂອງພວກເຂົາ, ໃນຄວາມເປັນຈິງແລ້ວ ແມ່ນການສະແດງອອກຕ່າງໆຂອງວິທີທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າ. ຍ້ອນວ່າພຣະເຈົ້າໃນສະຫວັນນັ້ນເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້, ສຳລັບວິທີທີ່ຜູ້ຄົນຄິດກ່ຽວກັບພຣະອົງ, ວິທີທີ່ພວກເຂົາປະຕິບັດຕໍ່ພຣະອົງ, ວິທີທີ່ພວກເຂົາກໍານົດຂອບເຂດພຣະອົງ ແລະ ພວກເຂົາອ່ອນນ້ອມ ຫຼື ບໍ່ນັ້ນ, ຄວາມຈິງແລ້ວ ບໍ່ມີມາດຕະຖານໃນຕົວຜູ້ຄົນທີ່ຈະວັດແທກວ່າການສະແດງອອກຂອງພວກເຂົາຖືກຕ້ອງ ຫຼື ສອດຄ່ອງກັບຄວາມຈິງ ຫຼື ບໍ່. ແຕ່ເມື່ອພຣະເຈົ້າບັງເກີດເປັນມະນຸດໃນຖານະພຣະຄຣິສ, ທຸກສິ່ງນີ້ກໍປ່ຽນໄປ: ມັນມີມາດຕະຖານທີ່ຈະວັດແທກການສະແດງອອກ ແລະ ທັດສະນະຄະຕິທັງໝົດເຫຼົ່ານີ້ຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ, ເຮັດໃຫ້ທັດສະນະຄະຕິທີ່ແທ້ຈິງຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າຊັດເຈນຂຶ້ນ. ຜູ້ຄົນມັກຈະຄິດວ່າພວກເຂົາມີຄວາມເຊື່ອທີ່ຍິ່ງໃຫຍ່ໃນພຣະເຈົ້າ ແລະ ມີຄວາມເຊື່ອທີ່ແທ້ຈິງ, ໂດຍຮູ້ສຶກວ່າພຣະເຈົ້າຍິ່ງໃຫຍ່, ສູງສົ່ງ ແລະ ໜ້າຮັກ. ແຕ່ສິ່ງເຫຼົ່ານີ້ເປັນການສະທ້ອນເຖິງສະຖານະທີ່ແທ້ຈິງຂອງພວກເຂົາ ຫຼື ເປັນພຽງແຕ່ອາລົມ? ມັນຍາກທີ່ຈະກຳນົດໄດ້. ເມື່ອຜູ້ຄົນບໍ່ສາມາດເຫັນພຣະເຈົ້າ, ບໍ່ວ່າພວກເຂົາຈະມີເຈດຕະນາດີສໍ່າໃດໃນການປະຕິບັດຕໍ່ພຣະອົງ, ການປະຕິບັດຂອງພວກເຂົາທີ່ມີຕໍ່ພຣະອົງກໍມັກຈະເຈືອປົນໄປດ້ວຍຄວາມເລື່ອນລອຍ, ຄວາມຫວ່າງເປົ່າ ແລະ ຄວາມບໍ່ສຳພັນກັບຊີວິດຈິງຢູ່ສະເໝີ, ເຕັມໄປດ້ວຍຈິນຕະນາການທີ່ຫວ່າງເປົ່າບາງຢ່າງຢູ່ສະເໝີ. ເມື່ອຜູ້ຄົນເຫັນ ແລະ ພົວພັນກັບພຣະເຈົ້າແທ້ໆ, ຂອບເຂດຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ລະດັບການອ່ອນນ້ອມຂອງພວກເຂົາຕໍ່ພຣະເຈົ້າ ແລະ ພວກເຂົາມີຄວາມຮັກທີ່ແທ້ຈິງຕໍ່ພຣະເຈົ້າ ຫຼື ບໍ່ ກໍຈະຖືກເປີດເຜີຍອອກມາຢ່າງເຕັມທີ່. ສະນັ້ນ, ເມື່ອພຣະເຈົ້າບັງເກີດເປັນມະນຸດ, ໂດຍສະເພາະເມື່ອພຣະອົງກາຍເປັນຄົນທີ່ທຳມະດາທີ່ສຸດເທົ່າທີ່ຈະເປັນໄປໄດ້, ສຳລັບທຸກຄົນແລ້ວ, ເນື້ອໜັງນີ້, ຄົນທຳມະດາຄົນນີ້ ຈຶ່ງກາຍເປັນການທົດສອບສຳລັບທຸກຄົນ ແລະ ຍັງເປີດເຜີຍຄວາມເຊື່ອ ແລະ ສະຖານະທີ່ແທ້ຈິງຂອງແຕ່ລະຄົນອີກດ້ວຍ. ເຈົ້າອາດຈະສາມາດຕິດຕາມພຣະເຈົ້າໄດ້ ເມື່ອເຈົ້າຍອມຮັບການມີຢູ່ຂອງພຣະອົງໃນຕອນທຳອິດ, ແຕ່ເມື່ອເຈົ້າຍອມຮັບພຣະເຈົ້າທີ່ບັງເກີດເປັນມະນຸດ ໂດຍເຫັນພຣະເຈົ້າກາຍເປັນຄົນທຳມະດາ, ຈິດໃຈຂອງເຈົ້າກໍເຕັມໄປດ້ວຍແນວຄິດ. ໃນເວລານີ້, ພຣະຄຣິສທີ່ເຈົ້າເຊື່ອ ເຊິ່ງກໍຄືຄົນທຳມະດາຄົນນີ້ ຈຶ່ງກາຍເປັນຄວາມທ້າທາຍທີ່ຍິ່ງໃຫຍ່ທີ່ສຸດສຳລັບຄວາມເຊື່ອຂອງເຈົ້າ. ຖ້າຊັ້ນ ມື້ນີ້, ໃຫ້ພວກເຮົາໂອ້ລົມກັນເຖິງຜົນກະທົບທີ່ຄົນທຳມະດາຄົນນີ້, ເນື້ອໜັງທີ່ພຣະເຈົ້າບັງເກີດເປັນ, ພຣະຄຣິສ, ມີຕໍ່ຜູ້ຄົນ ແລະ ການສະແດງອອກທີ່ແທ້ຈິງທີ່ຜູ້ຄົນສະແດງອອກຕໍ່ຄົນທຳມະດາຄົນນີ້ ນັ້ນກໍຄືພຣະຄຣິສ, ເຊິ່ງເປີດເຜີຍທັດສະນະຄະຕິ ແລະ ມຸມມອງທີ່ແທ້ຈິງຕ່າງໆຂອງພວກເຂົາທີ່ມີຕໍ່ພຣະເຈົ້າ.
ເນື້ອໃນຫຼັກຂອງສ່ວນທີສາມແມ່ນ ຜູ້ຄົນປະຕິບັດຕໍ່ພຣະຄຣິສໂດຍຂຶ້ນຢູ່ກັບອາລົມຂອງພວກເຂົາ. ອາລົມນີ້ໝາຍເຖິງຫຍັງແທ້ ນັ້ນຄືຈຸດສູນກາງ ແລະ ຈຸດເນັ້ນຂອງການໂອ້ລົມໃນມື້ນີ້. ແນ່ນອນວ່າ ອາລົມນີ້ເປັນພຽງຄຳປຽບທຽບ, ເປັນການສະຫຼຸບລວມເທົ່ານັ້ນ. ມັນບໍ່ແມ່ນອາລົມ; ເບື້ອງຫຼັງມັນມີແນວຄິດ ແລະ ຈິນຕະນາການຕ່າງໆຂອງຜູ້ຄົນແອບແຝງຢູ່, ພ້ອມທັງອຸປະນິໄສທີ່ເສື່ອມຊາມທຸກປະເພດຂອງພວກເຂົາ, ແມ່ນແຕ່ທຳມະຊາດ-ແກ່ນແທ້ແບບຊາຕານຂອງພວກເຂົາ. ເມື່ອຄົນເຮົາບໍ່ປະເຊີນກັບອຸປະສັກໃດໆໃນການປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ບໍ່ມີສິ່ງໃດທີ່ສົ່ງຜົນກະທົບຕໍ່ອາລົມຂອງພວກເຂົາ ແລະ ທຸກຢ່າງດຳເນີນໄປຢ່າງລ່ຽນໄຫຼ, ພວກເຂົາມັກຈະສາມາດອະທິຖານຕໍ່ໜ້າພຣະເຈົ້າ ແລະ ດຳລົງຊີວິດຢ່າງເປັນປົກກະຕິຫຼາຍ, ເຕັມໄປດ້ວຍຄວາມສຸກ ແລະ ຄວາມສະຫງົບສຸກ. ສະພາບແວດລ້ອມອ້ອມຕົວພວກເຂົາກໍລ່ຽນໄຫຼເຊັ່ນກັນ, ອ້າຍເອື້ອຍນ້ອງສ່ວນໃຫຍ່ເຂົ້າກັນໄດ້ດີ, ພຣະເຈົ້າມັກຈະນໍາພາພວກເຂົາໃນການປະຕິບັດໜ້າທີ່ ແລະ ໃນການຮຽນຮູ້ທັກສະວິຊາຊີບ, ໃຫ້ຄວາມຮູ້ແຈ້ງ ແລະ ໃຫ້ແສງເຍືອງທາງ ແລະ ຫຼັກການຂອງການປະຕິບັດກໍຂ້ອນຂ້າງຊັດເຈນ, ທຸກຢ່າງຊ່າງເປັນປົກກະຕິ ແລະ ດຳເນີນໄປຢ່າງລ່ຽນໄຫຼ. ໃນເວລານີ້, ຜູ້ຄົນຮູ້ສຶກວ່າພວກເຂົາມີຄວາມເຊື່ອທີ່ຍິ່ງໃຫຍ່ໃນພຣະເຈົ້າ, ຮູ້ສຶກໃກ້ຊິດກັບພຣະເຈົ້າເປັນພິເສດໃນໃຈຂອງພວກເຂົາ, ສາມາດເຂົ້າມາຕໍ່ໜ້າພຣະເຈົ້າເລື້ອຍໆເພື່ອອະທິຖານ ແລະ ລະບາຍຄວາມໃນໃຈ, ຮູ້ສຶກຜູກພັນຢ່າງໃກ້ຊິດກັບພຣະເຈົ້າ ແລະ ພົບວ່າພຣະເຈົ້າໜ້າຮັກເປັນພິເສດ. ອາລົມຂອງພວກເຂົາໃນເວລານີ້ແມ່ນດີຫຼາຍ; ພວກເຂົາມັກຈະດຳລົງຊີວິດດ້ວຍຄວາມສະຫງົບສຸກ ແລະ ຄວາມສຸກ, ເວົ້າຢ່າງຫ້າວຫັນໃນການເຕົ້າໂຮມ ແລະ ພວກເຂົາສາມາດອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າ ແລະ ຮຽນຮ້ອງເພງສັນລະເສີນຢ່າງເປັນປະຈຳທຸກມື້. ເມື່ອທຸກຢ່າງດຳເນີນໄປດ້ວຍດີ ແລະ ລ່ຽນໄຫຼ, ຜູ້ຄົນກໍຂອບໃຈພຣະເຈົ້າໃນໃຈຢ່າງຕໍ່ເນື່ອງ, ອະທິຖານຕໍ່ພຣະເຈົ້າຢ່າງງຽບໆ ແລະ ຕັດສິນໃຈທີ່ຈະເສຍສະລະຕົນເອງເພື່ອພຣະເຈົ້າຕະຫຼອດຊີວິດຂອງພວກເຂົາ, ຖວາຍທຸກສິ່ງທີ່ພວກເຂົາມີ ແລະ ອົດທົນຕໍ່ຄວາມທຸກຍາກລຳບາກ ແລະ ຈ່າຍລາຄາເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ. ພວກເຂົາຮູ້ສຶກວ່າພຣະເຈົ້າຍິ່ງໃຫຍ່ຫຼາຍ, ໜ້າຮັກຫຼາຍ ແລະ ພວກເຂົາມີຄວາມຕັ້ງໃຈ ແລະ ຄວາມເຕັມໃຈທີ່ຈະຖວາຍຕົນເອງແດ່ພຣະເຈົ້າ, ອຸທິດທັງຊີວິດຂອງພວກເຂົາແດ່ພຣະອົງ. ສະພາວະນີ້ບໍ່ກະຕືລືລົ້ນ ແລະ ເປັນບວກເປັນພິເສດບໍ? ຈາກຈຸດນີ້, ເບິ່ງຄືວ່າພວກເຮົາສາມາດເຫັນຄວາມຈົງຮັກພັກດີຂອງຜູ້ຄົນ, ຄວາມຮັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ການເສຍສະລະທີ່ພວກເຂົາເຮັດ. ທຸກຢ່າງເບິ່ງຄືວ່າວິເສດ, ສະຫງົບສຸກ ແລະ ລ່ຽນໄຫຼຫຼາຍ. ຈາກການສະແດງອອກທັງໝົດນີ້, ເບິ່ງຄືວ່າຜູ້ຄົນພຽງແຕ່ພະຍາຍາມຢ່າງຫ້າວຫັນໃນສ່ວນຂອງພວກເຂົາ, ຮ່ວມມືກັບພາລະກິດຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະອົງ, ໂດຍບໍ່ມີສິ່ງໃດທີ່ບໍ່ເອື້ອອຳນວຍ. ດັ່ງນັ້ນ, ໃນໃຈຂອງພວກເຂົາ, ພວກເຂົາຈຶ່ງຂອບໃຈພຣະເຈົ້າຢ່າງຕໍ່ເນື່ອງ, ຂອບໃຈພຣະເຈົ້າໃນສະຫວັນ ແລະ ຂອບໃຈພຣະຄຣິສໃນແຜ່ນດິນໂລກ, ເຕັມໄປດ້ວຍຄວາມຮັກ ແລະ ຄວາມເຄົາລົບນັບຖືທີ່ບໍ່ມີທີ່ສິ້ນສຸດຕໍ່ພຣະຄຣິສ. ເມື່ອໃດກໍຕາມທີ່ພວກເຂົາຮ້ອງຄຳວ່າ “ຄົນທີ່ຕ່ຳຕ້ອຍຄົນນີ້” ໃນເພງສັນລະເສີນ, ພວກເຂົາກໍຮູ້ສຶກຕື້ນຕັນໃຈຢ່າງມະຫາສານ ໂດຍຄິດວ່າ: “ແມ່ນຄົນທີ່ຕ່ຳຕ້ອຍຄົນນີ້ແທ້ໆທີ່ຊ່ວຍ ຂ້ານ້ອຍໃຫ້ລອດພົ້ນ, ຜູ້ທີ່ມອບໂອກາດນີ້ໃຫ້ຂ້ານ້ອຍ, ອະນຸຍາດໃຫ້ຂ້ານ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ານ້ອຍໃນມື້ນີ້ໃນຖານະສິ່ງທີ່ຖືກສ້າງໃນເຮືອນຂອງພຣະເຈົ້າ!” ບາງຄົນເຖິງກັບອະທິຖານໂດຍກົງວ່າ: “ໂອ້ ພຣະເຈົ້າຜູ້ຊົງສໍາພັນກັບຊີວິດຈິງ, ພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະຄຣິສ, ຂ້ານ້ອຍຂອບໃຈພຣະອົງ, ຂ້ານ້ອຍສັນລະເສີນພຣະອົງ, ເພາະພຣະອົງໄດ້ມອບພອນທັງໝົດນີ້ໃຫ້ແກ່ຂ້ານ້ອຍ, ພຣະອົງໄດ້ປະທານພຣະຄຸນແກ່ຂ້ານ້ອຍ. ພຣະອົງຄືພຣະເຈົ້າໃນໃຈຂອງຂ້ານ້ອຍ, ພຣະອົງຄືພຣະຜູ້ສ້າງ, ພຣະອົງຄືຜູ້ທີ່ຂ້ານ້ອຍປາຖະໜາທີ່ຈະຕິດຕາມ. ຂ້ານ້ອຍເຕັມໃຈທີ່ຈະເສຍສະລະຕົນເອງເພື່ອພຣະອົງຕະຫຼອດຊີວິດຂອງຂ້ານ້ອຍ”. ພາບເຫດການທັງໝົດນີ້ຊ່າງສະຫງົບສຸກ, ສວຍງາມ ແລະ ເບິ່ງຄືວ່າກົມກຽວກັນຢ່າງສົມບູນແບບ, ຄືກັບວ່າການໄດ້ຮັບຄວາມລອດພົ້ນນັ້ນງ່າຍດາຍ ແລະ ບໍ່ຕ້ອງອອກແຮງເລີຍ. ແຕ່ຄວາມກົມກຽວ ແລະ ຄວາມສະຫງົບສຸກນີ້ຈະສາມາດຄົງຢູ່ຕະຫຼອດໄປໄດ້ແທ້ບໍ? ມັນຈະສາມາດບໍ່ປ່ຽນແປງໄດ້ບໍ? ມັນບໍ່ໄດ້ງ່າຍດາຍຂະໜາດນັ້ນ.
1). ພຶດຕິກຳຂອງພວກເຂົາເມື່ອປະເຊີນກັບການຖືກລິຮານ
ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ມັນເປັນເລື່ອງທີ່ຫຼີກລ່ຽງບໍ່ໄດ້ທີ່ຜູ້ຄົນຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ຈົ່ມວ່າໃນສະຖານະການທີ່ພວກເຂົາພົບພໍ້, ມີມຸມມອງຂອງຕົນເອງ ແລະ ຍິ່ງໄປກວ່ານັ້ນຄືການເຮັດຕາມໃຈມັກ ແລະ ວູ່ວາມ. ໃນສະຖານະການດັ່ງກ່າວ, ຜູ້ຄົນຍ່ອມຕ້ອງປະເຊີນກັບການຖືກລິຮານຢ່າງຫຼີກລ່ຽງບໍ່ໄດ້. ເມື່ອປະເຊີນກັບການຖືກລິຮານ, ຄົນທີ່ເຕັມໄປດ້ວຍຄວາມກະຕືລືລົ້ນ, ຜູ້ທີ່ເຕັມໄປດ້ວຍຈິນຕະນາການ ແລະ ແນວຄິດກ່ຽວກັບພຣະເຈົ້າ, ມີສະຖານະທີ່ຈະປະເຊີນກັບສິ່ງທັງໝົດນີ້, ມີປະສົບການກັບສິ່ງທັງໝົດນີ້ຢ່າງແທ້ຈິງ ແລະ ຜ່ານຜ່າສະຖານະການດັ່ງກ່າວໄດ້ຢ່າງປະສົບຜົນສຳເລັດແທ້ບໍ? ສິ່ງນີ້ກໍ່ໃຫ້ເກີດຄຳຖາມຂຶ້ນມາ ແລະ ບັນຫາກໍຢູ່ບ່ອນນີ້. ເມື່ອຜູ້ຄົນຮູ້ສຶກວ່າທຸກຢ່າງຊ່າງວິເສດ, ເມື່ອພວກເຂົາຮູ້ສຶກວ່າພຣະເຈົ້າຊ່າງໜ້າຮັກ, ວ່າພຣະເຈົ້າຮັກຜູ້ຄົນຫຼາຍ, ວ່າຄວາມຮັກຂອງພຣະອົງຍິ່ງໃຫຍ່ ແລະ ເປັນຈິງຫຼາຍ ແລະ ຈາກນັ້ນພວກເຂົາກໍປະເຊີນກັບການຖືກລິຮານ, ກັບການຖືກເປີດເຜີຍ, ຜູ້ທີ່ບໍ່ເຂົ້າໃຈຄວາມຈິງກໍມັກຈະຮູ້ສຶກງົງງັນ ແລະ ສັບສົນ, ຢ້ານກົວ ແລະ ຫວາດຫວັ່ນ. ທັນໃດນັ້ນ ພວກເຂົາກໍຮູ້ສຶກຄືກັບວ່າພວກເຂົາໄດ້ຕົກຢູ່ໃນຄວາມມືດ, ບໍ່ສາມາດເຫັນເສັ້ນທາງຂ້າງໜ້າ, ບໍ່ຮູ້ວ່າຈະປະເຊີນກັບສະຖານະການໃນປັດຈຸບັນແນວໃດ. ເມື່ອພວກເຂົາເຂົ້າມາຕໍ່ໜ້າພຣະເຈົ້າ, ພວກເຂົາສະແຫວງຫາຄວາມຮູ້ສຶກດຽວກັນກັບທີ່ພວກເຂົາເຄີຍມີມາກ່ອນ, ໂດຍອະທິຖານດ້ວຍອາລົມ, ຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິແບບດຽວກັນກັບເມື່ອກ່ອນ. ແຕ່ຈາກນັ້ນ ພວກເຂົາກໍຮູ້ສຶກວ່າພວກເຂົາບໍ່ສາມາດສຳຜັດເຖິງພຣະເຈົ້າໄດ້ອີກຕໍ່ໄປ. ເມື່ອພວກເຂົາຮູ້ສຶກວ່າພວກເຂົາບໍ່ສາມາດສຳຜັດເຖິງພຣະເຈົ້າໄດ້, ພວກເຂົາກໍເລີ່ມຄິດວ່າ: “ພຣະເຈົ້າບໍ່ຕ້ອງການຂ້ອຍອີກຕໍ່ໄປແລ້ວບໍ? ພຣະເຈົ້າລັງກຽດ-ປະຕິເສດຂ້ອຍບໍ? ເປັນໄປໄດ້ບໍວ່າ ຍ້ອນອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ ພຣະເຈົ້າຈຶ່ງບໍ່ມັກຂ້ອຍອີກຕໍ່ໄປ? ພຣະເຈົ້າກຳລັງຈະກຳຈັດຂ້ອຍບໍ? ຖ້າເປັນແນວນັ້ນ, ຂ້ອຍບໍ່ຈົບສິ້ນແລ້ວບໍ? ການມີຊີວິດຢູ່ຂອງຂ້ອຍຕອນນີ້ມີຄວາມໝາຍຫຍັງ? ການເຊື່ອໃນພຣະເຈົ້າມີຄວາມໝາຍຫຍັງ? ຂ້ອຍບໍ່ເຊື່ອເລີຍຊະດີກວ່າ. ຖ້າຂ້ອຍບໍ່ເຊື່ອ, ບາງທີຂ້ອຍອາດຈະມີວຽກເຮັດງານທຳທີ່ດີໃນຕອນນີ້, ມີຄອບຄົວທີ່ຖືກຕ້ອງປອງດອງກັນ, ມີອະນາຄົດທີ່ສົດໃສ! ການເຊື່ອໃນພຣະເຈົ້າຈົນເຖິງຕອນນີ້ບໍ່ໄດ້ນຳຫຍັງມາໃຫ້ຂ້ອຍເລີຍ, ແຕ່ຖ້າຂ້ອຍເຊົາເຊື່ອແທ້ໆ, ນັ້ນຈະບໍ່ໝາຍຄວາມວ່າຄວາມພະຍາຍາມທັງໝົດທີ່ຜ່ານມາຂອງຂ້ອຍສູນເປົ່າບໍ, ວ່າການອຸທິດຕົນ ແລະ ການ ເສຍສະລະ ທັງໝົດທີ່ຜ່ານມາຂອງຂ້ອຍນັ້ນບໍ່ມີປະໂຫຍດບໍ?” ເມື່ອໄຕ່ຕອງເຖິງສິ່ງເຫຼົ່ານີ້, ທັນໃດນັ້ນ ພວກເຂົາກໍຮູ້ສຶກໂດດດ່ຽວ ແລະ ບໍ່ສະບາຍໃຈໄປທົ່ວຮ່າງກາຍ ໂດຍຄິດວ່າ: “ພຣະເຈົ້າໃນສະຫວັນຊ່າງຫ່າງໄກ ແລະ ພຣະເຈົ້າໃນແຜ່ນດິນໂລກອົງນີ້, ນອກຈາກການໂອ້ລົມ ແລະ ການສະໜອງຄວາມຈິງແລ້ວ, ພຣະອົງຍັງສາມາດຊ່ວຍຫຍັງຂ້ອຍໄດ້ອີກ? ພຣະອົງສາມາດໃຫ້ຫຍັງຂ້ອຍໄດ້ອີກ? ພຣະອົງເບິ່ງຄືວ່າຕ່ຳຕ້ອຍ ແລະ ບໍ່ເຫັນໃຈເລີຍ. ການມີອຸປະນິໄສທີ່ເສື່ອມຊາມເລັກນ້ອຍມັນຈະເປັນເລື່ອງໃຫຍ່ຫຍັງ? ຖ້າເລື່ອງນີ້ຖືກຈັດການໃນແບບຂອງມະນຸດ, ພຣະເຈົ້າກໍຈະເບິ່ງຂ້າມການທີ່ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມເລັກນ້ອຍ; ພຣະອົງຈະຈັດການກັບມັນດ້ວຍຄວາມຜ່ອນຜັນ ແລະ ບໍ່ຈູ້ຈີ້ຈຸກຈິກກັບຄວາມຜິດພາດເລັກນ້ອຍຂອງຜູ້ຄົນ. ເປັນຫຍັງພຣະເຈົ້າຈຶ່ງລິຮານ ແລະ ລົງວິໄນຂ້ອຍແບບນີ້ ແລະ ເຖິງກັບເມີນເສີຍຂ້ອຍ, ພຽງຍ້ອນເລື່ອງເລັກນ້ອຍແບບນັ້ນບໍ? ມັນບໍ່ແມ່ນເລື່ອງໃຫຍ່ເລີຍທີ່ຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມດັ່ງກ່າວໃນສະຖານະການແບບນີ້, ແຕ່ພຣະເຈົ້າກັບລັງກຽດຂ້ອຍແທ້ໆ. ພຣະອົງຮັກຜູ້ຄົນແທ້ ຫຼື ບໍ່? ຄວາມຮັກຂອງພຣະອົງຖືກເປີດເຜີຍຢູ່ໃສ? ພຣະອົງຮັກຜູ້ຄົນແນວໃດແທ້? ຢ່າງໃດກໍຕາມ, ໃນຕອນນີ້, ຂ້ອຍບໍ່ສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໄດ້ອີກຕໍ່ໄປ”. ເມື່ອພວກເຂົາບໍ່ສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ, ພວກເຂົາກໍຮູ້ສຶກຫ່າງໄກຈາກພຣະເຈົ້າໃນສະຫວັນໃນທັນທີ ແລະ ຍິ່ງຫ່າງໄກຈາກພຣະຄຣິສໃນແຜ່ນດິນໂລກອົງນີ້, ຄົນທຳມະດາຄົນນີ້. ເມື່ອຮູ້ສຶກເຖິງຄວາມໂດດດ່ຽວນີ້ໃນໃຈຂອງພວກເຂົາ, ພວກເຂົາກໍອະທິຖານຊໍ້າແລ້ວຊໍ້າອີກ ແລະ ປອບໃຈຕົນເອງຄັ້ງແລ້ວຄັ້ງເລົ່າວ່າ: “ຢ່າຢ້ານ, ຈົ່ງຝາກຄວາມຫວັງຂອງເຈົ້າໄວ້ກັບພຣະເຈົ້າໃນສະຫວັນ. ພຣະເຈົ້າຄືໂລ່ຂອງຂ້ອຍ, ພຣະເຈົ້າຄືກຳລັງຂອງຂ້ອຍ, ພຣະເຈົ້າຍັງຮັກຜູ້ຄົນຢູ່”. ໃນຕອນນີ້, ພຣະເຈົ້າທີ່ພວກເຂົາເວົ້າເຖິງຢູ່ໃສ? ໃນສະຫວັນ, ທ່າມກາງສິ່ງທັງປວງ, ພຣະເຈົ້າອົງນັ້ນຄືຜູ້ທີ່ຮັກຜູ້ຄົນຢ່າງແທ້ຈິງ, ພຣະເຈົ້າຜູ້ທີ່ຜູ້ຄົນເຄົາລົບ ແລະ ບູຊາ, ຜູ້ທີ່ສາມາດເປັນໂລ່ຂອງພວກເຂົາ, ເປັນຄວາມຊ່ວຍເຫຼືອທີ່ຢູ່ຄຽງຂ້າງສະເໝີ ແລະ ສາມາດປອບໃຈຂອງພວກເຂົາໄດ້. ພຣະອົງຄືທີ່ເພິ່ງທາງວິນຍານ, ທາງໃຈ ແລະ ທາງເນື້ອໜັງຂອງພວກເຂົາ. ແຕ່ເມື່ອພິຈາລະນາເຖິງສິ່ງທີ່ພຣະເຈົ້າໃນແຜ່ນດິນໂລກອົງນີ້ສາມາດເຮັດໄດ້, ຕອນນີ້ຈຶ່ງບໍ່ມີທີ່ເພິ່ງໃນໃຈຂອງຜູ້ຄົນອີກຕໍ່ໄປ. ທັດສະນະຄະຕິຂອງພວກເຂົາປ່ຽນໄປ. ມັນປ່ຽນໄປໃນສະຖານະການໃດ? ເມື່ອພວກເຂົາປະເຊີນກັບການຖືກລິຮານ ແລະ ຖືກເປີດເຜີຍ ແລະ ພົບພໍ້ກັບຄວາມທໍ້ຖອຍໃຈ, ຄວາມເຊື່ອທີ່ແທ້ຈິງຂອງພວກເຂົາກໍຖືກເປີດເຜີຍ.
ເມື່ອຜູ້ຄົນປະເຊີນກັບການຖືກລິຮານ, ສິ່ງທີ່ເອີ້ນວ່າຄວາມເຊື່ອທີ່ແທ້ຈິງຂອງພວກເຂົາກໍຊອກຫາທີ່ເພິ່ງໃນພຣະເຈົ້າທີ່ເລື່ອນລອຍໃນສະຫວັນທັນທີ. ສຳລັບພຣະເຈົ້າທີ່ເບິ່ງເຫັນໄດ້ໃນແຜ່ນດິນໂລກ, ທັດສະນະຄະຕິຂອງພວກເຂົາເປັນແນວໃດ? ປະຕິກິລິຍາທຳອິດຂອງຜູ້ຄົນແມ່ນການປະຕິເສດ ແລະ ປ່ອຍວາງ, ບໍ່ເພິ່ງພາ ຫຼື ເຊື່ອອີກຕໍ່ໄປ, ແຕ່ຫຼີກລ່ຽງພຣະອົງ, ເຊື່ອງຕົວ ແລະ ເຮັດຕົວຫ່າງເຫີນຈາກພຣະອົງ. ນີ້ຄືປະເພດຂອງອາລົມທີ່ຜູ້ຄົນມີ. ເມື່ອປະເຊີນກັບການຖືກລິຮານ, ຄວາມຈິງທີ່ຜູ້ຄົນເຂົ້າໃຈ, ສິ່ງທີ່ເອີ້ນວ່າຄວາມເຊື່ອທີ່ແທ້ຈິງ, ຄວາມຈົງຮັກພັກດີ, ຄວາມຮັກ ແລະ ການອ່ອນນ້ອມຂອງພວກເຂົາ ກໍກາຍເປັນສິ່ງທີ່ບອບບາງຫຼາຍ. ເມື່ອສະຖານະການທັງໝົດນີ້ປ່ຽນແປງ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດກໍປ່ຽນແປງໄປຕາມນັ້ນ. ການເສຍສະລະກ່ອນໜ້ານີ້ຂອງພວກເຂົາ ເຊິ່ງກໍຄືສິ່ງທີ່ເອີ້ນວ່າຄວາມຈົງຮັກພັກດີ, ການເສຍສະລະ ແລະ ລາຄາທີ່ພວກເຂົາຈ່າຍ, ພ້ອມທັງສິ່ງທີ່ເອີ້ນວ່າການອ່ອນນ້ອມຂອງພວກເຂົາ ຖືກເປີດເຜີຍໃນເວລານີ້ວ່າ ບໍ່ແມ່ນຄວາມຈົງຮັກພັກດີ ຫຼື ການອ່ອນນ້ອມທີ່ແທ້ຈິງປະເພດໃດເລີຍ, ແຕ່ເປັນພຽງຄວາມກະຕືລືລົ້ນເທົ່ານັ້ນ. ແລ້ວມີຫຍັງປະປົນຢູ່ໃນຄວາມກະຕືລືລົ້ນນີ້? ມັນເຈືອປົນໄປດ້ວຍຄວາມຮູ້ສຶກຂອງມະນຸດ, ຄວາມດີຂອງມະນຸດ ແລະ ຄວາມຈົງຮັກພັກດີຂອງມະນຸດ. ຄວາມຈົງຮັກພັກດີນີ້ຍັງສາມາດເຂົ້າໃຈໄດ້ວ່າເປັນຄວາມມຸທະລຸ ເຊັ່ນວ່າ: “ຖ້າຂ້ອຍຕິດຕາມໃຜຜູ້ໜຶ່ງ, ຂ້ອຍຕ້ອງສະແດງຄວາມຈົງຮັກພັກດີແບບອ້າຍນ້ອງທີ່ແທ້ຈິງ, ເຕັມໃຈທີ່ຈະສະລະຊີວິດຂອງຂ້ອຍເພື່ອລາວ, ອອກແຮງຢ່າງເຕັມທີ່, ຮັບລູກປືນແທນລາວ, ຖວາຍທຸກຢ່າງເພື່ອລາວ”, ເຊິ່ງເປັນການສະແດງອອກເຖິງຄວາມມຸທະລຸຂອງມະນຸດ. ການສະແດງອອກຂອງມະນຸດດັ່ງກ່າວຖືກເປີດເຜີຍໃນເວລານີ້. ເປັນຫຍັງພວກມັນຈຶ່ງຖືກເປີດເຜີຍ? ຍ້ອນວ່າ ໃນຄວາມຄິດ ແລະ ມຸມມອງຂອງຜູ້ຄົນ, ພວກເຂົາເບິ່ງຄືວ່າໄດ້ຍອມຮັບແລ້ວວ່າ ຄົນທຳມະດາຄົນນີ້ຄືພຣະເຈົ້າທີ່ບັງເກີດເປັນມະນຸດ, ຄືພຣະຄຣິສ, ຄືພຣະເຈົ້າ ແລະ ວ່າພຣະອົງມີຕົວຕົນຂອງພຣະເຈົ້າ ແຕ່ເມື່ອເບິ່ງສະຖານະທີ່ແທ້ຈິງຂອງພວກເຂົາ, ຄວາມຈິງທີ່ພວກເຂົາເຂົ້າໃຈ ແລະ ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ, ພວກເຂົາຍັງບໍ່ໄດ້ຍອມຮັບຄົນທຳມະດາຄົນນີ້ຢ່າງແທ້ຈິງ, ທັງບໍ່ໄດ້ປະຕິບັດຕໍ່ຄົນທຳມະດາຄົນນີ້ໃນຖານະພຣະຄຣິສ, ໃນຖານະພຣະເຈົ້າ. ເມື່ອທຸກຢ່າງດຳເນີນໄປດ້ວຍດີ, ເມື່ອທຸກຢ່າງເປັນໄປຕາມຄວາມປາຖະໜາ, ເມື່ອຜູ້ຄົນຮູ້ສຶກວ່າພຣະເຈົ້າກຳລັງອວຍພອນ, ໃຫ້ແສງເຍືອງທາງ, ນໍາພາ ແລະ ປະທານພຣະຄຸນແກ່ພວກເຂົາ ແລະ ເມື່ອສິ່ງທີ່ຜູ້ຄົນໄດ້ຮັບຈາກພຣະເຈົ້າສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ພວກເຂົາກໍສາມາດຍອມຮັບຄົນທຳມະດາທີ່ພຣະເຈົ້າເປັນພະຍານໃຫ້ວ່າເປັນພຣະເຈົ້າຂອງມະນຸດໄດ້ຕາມຄວາມຄິດເຫັນສ່ວນຕົວ. ເຖິງຢ່າງໃດກໍຕາມ, ເມື່ອສະຖານະການທັງໝົດນີ້ປ່ຽນແປງ, ເມື່ອພຣະເຈົ້າເອົາສິ່ງທັງໝົດນີ້ໄປ ແລະ ເມື່ອຜູ້ຄົນຂາດຄວາມເຂົ້າໃຈທີ່ແທ້ຈິງ ແລະ ບໍ່ມີສະຖານະທີ່ແທ້ຈິງ, ທຸກຢ່າງກ່ຽວກັບພວກເຂົາກໍຖືກເປີດເຜີຍ ແລະ ສິ່ງທີ່ພວກເຂົາສະແດງອອກກໍຄືທັດສະນະຄະຕິທີ່ແທ້ຈິງຂອງພວກເຂົາທີ່ມີຕໍ່ພຣະເຈົ້າຢ່າງແນ່ນອນ. ທັດສະນະຄະຕິທີ່ແທ້ຈິງນີ້ເກີດຂຶ້ນໄດ້ແນວໃດ? ມັນມີຕົ້ນກຳເນີດມາຈາກໃສ? ມັນມີຕົ້ນກຳເນີດມາຈາກອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ການທີ່ພວກເຂົາຂາດຄວາມຮູ້ກ່ຽວກັບພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ອຸປະນິໄສທີ່ເສື່ອມຊາມໃນຕົວຜູ້ຄົນນີ້ແມ່ນຫຍັງ? (ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຜູ້ຄົນກໍລະວັງຕົວຕໍ່ພຣະເຈົ້າຢູ່ພາຍໃນ ແລະ ສ້າງອຸປະສັກກີດກັນພຣະອົງ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ພວກເຂົາມັກຈະສົງໄສຢູ່ສະເໝີວ່າ: “ພຣະເຈົ້າຈະທຳຮ້າຍຂ້ອຍບໍ?”) ຄວາມສຳພັນລະຫວ່າງຜູ້ຄົນ ແລະ ພຣະເຈົ້າເປັນພຽງເລື່ອງຂອງການມີອຸປະສັກບໍ? ມັນງ່າຍດາຍຂະໜາດນັ້ນບໍ? ມັນບໍ່ແມ່ນພຽງແຕ່ເລື່ອງຂອງການມີອຸປະສັກເທົ່ານັ້ນ; ມັນເປັນບັນຫາຂອງສອງແກ່ນແທ້ທີ່ແຕກຕ່າງກັນ. ມະນຸດມີອຸປະນິໄສທີ່ເສື່ອມຊາມ ແລ້ວພຣະເຈົ້າມີອຸປະນິໄສທີ່ເສື່ອມຊາມບໍ? (ບໍ່.) ຖ້າຊັ້ນ ເປັນຫຍັງຈຶ່ງມີຄວາມຂັດແຍ່ງລະຫວ່າງຜູ້ຄົນ ແລະ ພຣະເຈົ້າ, ເປັນຫຍັງຜູ້ຄົນຈຶ່ງເປັນປໍລະປັກຕໍ່ພຣະເຈົ້າ? ເຫດຜົນຢູ່ບ່ອນໃດ? ຢູ່ໃນພຣະເຈົ້າ ຫຼື ຢູ່ໃນຜູ້ຄົນ? (ຢູ່ໃນຜູ້ຄົນ.) ຕົວຢ່າງ: ຖ້າຄົນສອງຄົນຜິດຖຽງກັນ ແລະ ເຊົາເວົ້ານຳກັນ, ເຖິງແມ່ນວ່າພວກເຂົາຈະເວົ້ານຳກັນ, ມັນກໍຈະເປັນພຽງຜິວເຜີນເທົ່ານັ້ນ, ໂດຍມີອຸປະສັກເກີດຂຶ້ນໃນໃຈຂອງພວກເຂົາ. ອຸປະສັກນີ້ເກີດຂຶ້ນໄດ້ແນວໃດ? ມັນເກີດຂຶ້ນຍ້ອນວ່າພວກເຂົາມີມຸມມອງທີ່ແຕກຕ່າງກັນ ເຊິ່ງບໍ່ສາມາດປອງດອງກັນໄດ້ ແລະ ບໍ່ມີຝ່າຍໃດເຕັມໃຈທີ່ຈະປະຖິ້ມມຸມມອງຂອງຕົນ, ເຊິ່ງຂັດຂວາງຄວາມເປັນນ້ຳໜຶ່ງໃຈດຽວກັນ. ນີ້ຄືວິທີທີ່ອຸປະສັກລະຫວ່າງຜູ້ຄົນຖືກສ້າງຂຶ້ນ. ແຕ່ຖ້າພວກເຮົາອະທິບາຍຄວາມສຳພັນລະຫວ່າງຜູ້ຄົນ ແລະ ພຣະເຈົ້າວ່າເປັນພຽງການມີອຸປະສັກຕໍ່ກັນ, ນັ້ນບໍ່ແມ່ນການເວົ້າທີ່ນ້ອຍກວ່າຄວາມເປັນຈິງ ແລະ ບໍ່ຖືກຕ້ອງປານໃດບໍ? ມັນເປັນຄວາມຈິງທີ່ມີອຸປະສັກ, ແຕ່ຖ້າພວກເຮົາພຽງແຕ່ໃຊ້ຄຳວ່າ “ອຸປະສັກ” ເພື່ອອະທິບາຍບັນຫາອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ນັ້ນກໍຈະເບົາບາງເກີນໄປ. ນີ້ເປັນຍ້ອນວ່າ ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຜູ້ຄົນກໍມີອຸປະນິໄສ ແລະ ແກ່ນແທ້ທີ່ເສື່ອມຊາມແບບຊາຕານ ແລະ ທຳມະຊາດໂດຍກຳເນີດຂອງພວກເຂົາກໍເປັນປໍລະປັກຕໍ່ພຣະເຈົ້າ. ຊາຕານເປັນປໍລະປັກຕໍ່ພຣະເຈົ້າ. ມັນປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າບໍ? ມັນມີຄວາມເຊື່ອໃນພຣະເຈົ້າ ຫຼື ການອ່ອນນ້ອມຕໍ່ພຣະເຈົ້າບໍ? ມັນບໍ່ມີທັງຄວາມເຊື່ອທີ່ແທ້ຈິງ ແລະ ການອ່ອນນ້ອມທີ່ແທ້ຈິງ, ນີ້ຄືສິ່ງທີ່ຊາຕານເປັນ. ຜູ້ຄົນກໍຄືກັນກັບຊາຕານ; ພວກເຂົາມີອຸປະນິໄສ ແລະ ແກ່ນແທ້ທີ່ເສື່ອມຊາມຂອງຊາຕານ ແລະ ຍັງຂາດຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າ. ດັ່ງນັ້ນ ພວກເຮົາສາມາດເວົ້າໄດ້ບໍວ່າ ມີອຸປະສັກລະຫວ່າງຜູ້ຄົນ ແລະ ພຣະເຈົ້າ ເນື່ອງຈາກການຂາດຄວາມເຊື່ອ ແລະ ການອ່ອນນ້ອມທີ່ແທ້ຈິງນີ້? (ບໍ່.) ສິ່ງນີ້ພຽງແຕ່ບົ່ງບອກວ່າຜູ້ຄົນເປັນປໍລະປັກຕໍ່ພຣະເຈົ້າ. ເມື່ອສິ່ງທີ່ພຣະເຈົ້າເຮັດສອດຄ່ອງກັບລົດສະນິຍົມ, ອາລົມ ແລະ ຄວາມຕ້ອງການຂອງຜູ້ຄົນ, ຕອບສະໜອງຄວາມມັກຂອງພວກເຂົາ ແລະ ເຮັດໃຫ້ທຸກຢ່າງດຳເນີນໄປຢ່າງລ່ຽນໄຫຼ ແລະ ເປັນໄປຕາມຄວາມປາຖະໜາສຳລັບພວກເຂົາ, ຜູ້ຄົນຈຶ່ງຮູ້ສຶກວ່າພຣະເຈົ້າໜ້າຮັກຫຼາຍ. ແຕ່ຄວາມຮູ້ສຶກທີ່ວ່າພຣະເຈົ້າໜ້າຮັກໃນເວລາແບບນັ້ນເປັນຄວາມຈິງບໍ? (ບໍ່.) ນີ້ເປັນພຽງການທີ່ຜູ້ຄົນສວຍໂອກາດ, ໂດຍເວົ້າຄຳເວົ້າທີ່ດີສອງສາມຄຳເປັນການຕອບແທນ; ນີ້ຄືສິ່ງທີ່ຮູ້ກັນວ່າ ເມື່ອໄດ້ເກັບກ່ຽວຜົນປະໂຫຍດແລ້ວກໍທຳທ່າເຮັດດີ. ໃນສະຖານະການດັ່ງກ່າວ, ຄຳເວົ້າທີ່ຜູ້ຄົນເວົ້າສະທ້ອນເຖິງຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າບໍ? ຄວາມຮູ້ກ່ຽວກັບພຣະເຈົ້ານີ້ເປັນຄວາມຈິງ ຫຼື ປອມ? (ປອມ.) ຄວາມຮູ້ນີ້ບໍ່ສອດຄ່ອງກັບຄວາມຈິງ, ທັງບໍ່ສອດຄ່ອງກັບແກ່ນແທ້ຂອງພຣະເຈົ້າ. ມັນບໍ່ແມ່ນຄວາມຮູ້ທີ່ແທ້ຈິງ ແຕ່ເປັນຈິນຕະນາການ, ເປັນແນວຄິດທີ່ເກີດຈາກຄວາມຮູ້ສຶກ ແລະ ຄວາມມຸທະລຸຂອງມະນຸດ. ເມື່ອແນວຄິດນີ້ຖືກທຳລາຍ, ຖືກເປີດໂປງ ແລະ ຖືກເປີດເຜີຍ, ຜູ້ຄົນກໍຮູ້ສຶກອຸກອັ່ງ; ມັນໝາຍຄວາມວ່າທຸກສິ່ງທີ່ພວກເຂົາປາຖະໜາທີ່ຈະໄດ້ຮັບນັ້ນຖືກເອົາໄປແລ້ວ. ການຮັບຮູ້ກ່ອນໜ້ານີ້ຂອງຜູ້ຄົນທີ່ວ່າພຣະເຈົ້າໜ້າຮັກ ແລະ ດີໃນດ້ານຕ່າງໆນັ້ນ ບໍ່ໄດ້ຖືກວິພາກວິຈານ ແລະ ກ່າວໂທດບໍ? ນີ້ກົງກັນຂ້າມກັບສິ່ງທີ່ພວກເຂົາເຊື່ອກ່ອນໜ້ານີ້ຢ່າງສິ້ນເຊີງ. ຜູ້ຄົນສາມາດຍອມຮັບຄວາມຈິງນີ້ໄດ້ບໍ? (ບໍ່.) ເມື່ອພຣະເຈົ້າບໍ່ໃຫ້ຫຍັງແກ່ເຈົ້າເລີຍ, ພຣະອົງພຽງແຕ່ໃຫ້ເຈົ້າດຳລົງຊີວິດໂດຍພຣະທຳຂອງພຣະອົງ, ເວົ້າ ແລະ ກະທຳ, ປະຕິບັດໜ້າທີ່ຂອງເຈົ້າ, ຮັບໃຊ້ພຣະເຈົ້າ, ເຂົ້າກັບຄົນອື່ນ ແລະ ອື່ນໆ, ທັງໝົດນີ້ແມ່ນຕາມພຣະທຳຂອງພຣະອົງ. ເມື່ອເຈົ້າດຳລົງຊີວິດໂດຍພຣະທຳຂອງພຣະອົງແທ້ໆ ແລະ ເຈົ້າສາມາດຮູ້ສຶກເຖິງເຈດຕະນາທີ່ພຽນພະຍາຍາມຂອງພຣະເຈົ້າ ແລະ ເຈົ້າສາມາດຮັກ ແລະ ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ, ແລ້ວສິ່ງເຈືອປົນໃນຕົວເຈົ້າກໍຈະໜ້ອຍລົງ ແລະ ຄວາມໜ້າຮັກ ແລະ ແກ່ນແທ້ຂອງພຣະເຈົ້າທີ່ເຈົ້າຮູ້ສຶກກໍຈະເປັນຄວາມຈິງ.
ເມື່ອຜູ້ຄົນປະເຊີນກັບການລົງວິໄນ ແລະ ການຖືກລິຮານ, ພວກເຂົາກໍເກີດມີແນວຄິດ, ການຈົ່ມວ່າ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ. ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ຜູ້ຄົນກໍຈະຮູ້ສຶກໂດຍທັນທີວ່າພຣະເຈົ້າບໍ່ໃສ່ໃຈ, ຄືກັບວ່າພຣະອົງບໍ່ໄດ້ໜ້າຮັກຄືກັບທີ່ພວກເຂົາຈິນຕະນາການໄວ້: “ທຸກຄົນເວົ້າວ່າພຣະເຈົ້າໜ້າຮັກ, ແຕ່ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ສຶກແບບນັ້ນ? ຖ້າພຣະເຈົ້າໜ້າຮັກແທ້ໆ, ພຣະອົງກໍຄວນອວຍພອນ ແລະ ປອບໃຈຂ້ອຍ. ເມື່ອຂ້ອຍກຳລັງຈະເຮັດຜິດ, ພຣະອົງຄວນເຕືອນຂ້ອຍ ແທນທີ່ຈະປ່ອຍໃຫ້ຂ້ອຍອັບອາຍຂາຍໜ້າ ຫຼື ເຮັດຜິດ; ພຣະອົງຄວນເຮັດສິ່ງເຫຼົ່ານີ້ກ່ອນທີ່ຂ້ອຍຈະເຮັດຜິດ, ປ້ອງກັນບໍ່ໃຫ້ຂ້ອຍເຮັດຜິດ ຫຼື ໄປໃນທາງທີ່ຜິດ!” ແນວຄິດ ແລະ ຄວາມຄິດດັ່ງກ່າວວົນວຽນຢູ່ໃນຈິດໃຈຂອງຜູ້ຄົນ ເມື່ອພວກເຂົາປະເຊີນກັບຄວາມທຸກລຳບາກ. ໃນເວລານີ້, ວິທີທີ່ຜູ້ຄົນເວົ້າ ແລະ ກະທໍາກໍຈະເປີດເຜີຍໜ້ອຍລົງ. ເມື່ອຜູ້ຄົນປະເຊີນກັບການຖືກລິຮານ, ເມື່ອພວກເຂົາປະເຊີນກັບຄວາມທຸກລຳບາກ, ອາລົມຂອງພວກເຂົາກໍຈະຮ້າຍແຮງລົງ; ພວກເຂົາເລີ່ມຮູ້ສຶກວ່າພຣະເຈົ້າບໍ່ໄດ້ຮັກພວກເຂົາຫຼາຍປານໃດ ຫຼື ບໍ່ໄດ້ປະຕິບັດຕໍ່ພວກເຂົາດ້ວຍພຣະຄຸນຫຼາຍປານໃດ, ຮູ້ສຶກວ່າພວກເຂົາບໍ່ໄດ້ຮັບຄວາມໂປດປານຫຼາຍປານໃດ. ພວກເຂົາຄິດກັບຕົນເອງວ່າ: “ຖ້າພຣະເຈົ້າບໍ່ຮັກຂ້ອຍ, ເປັນຫຍັງຂ້ອຍຈຶ່ງຄວນຮັກພຣະອົງ? ຂ້ອຍກໍຈະບໍ່ຮັກພຣະເຈົ້າຄືກັນ”. ກ່ອນໜ້ານີ້, ໃນການສົນທະນາຂອງພວກເຂົາກັບພຣະເຈົ້າ, ບໍ່ວ່າພຣະເຈົ້າຈະຖາມຫຍັງ, ພວກເຂົາກໍຕອບ; ພວກເຂົາມີຄວາມຫ້າວຫັນຫຼາຍ. ພວກເຂົາຢາກແບ່ງປັນຫຼາຍຂຶ້ນສະເໝີ, ບໍ່ເຄີຍໝົດເລື່ອງທີ່ຈະເວົ້າ, ຕ້ອງການສະແດງອອກ ແລະ ຖ່າຍທອດທຸກຢ່າງທີ່ຢູ່ໃນໃຈຂອງພວກເຂົາ, ໂດຍປາຖະໜາທີ່ຈະເປັນຄົນຮູ້ໃຈຂອງພຣະເຈົ້າ. ແຕ່ເມື່ອປະເຊີນກັບການຖືກລິຮານ, ພວກເຂົາຮູ້ສຶກວ່າພຣະເຈົ້າບໍ່ໜ້າຮັກອີກຕໍ່ໄປ, ຮູ້ສຶກວ່າພຣະເຈົ້າບໍ່ໄດ້ຮັກພວກເຂົາຫຼາຍປານໃດ ແລະ ພວກເຂົາກໍບໍ່ຢາກຮັກພຣະເຈົ້າຄືກັນ. ເມື່ອພຣະເຈົ້າຖາມບາງຢ່າງ, ພວກເຂົາພຽງແຕ່ຕອບສັ້ນໆ ແລະ ແບບພໍແລ້ວມືແລ້ວຕີນ, ໂດຍໃຫ້ຄຳຕອບພຽງແຕ່ຄຳດຽວເທົ່ານັ້ນ. ຖ້າພຣະເຈົ້າຖາມວ່າ “ເຈົ້າປະຕິບັດໜ້າທີ່ຂອງເຈົ້າໄດ້ດີສໍ່າໃດໃນຊ່ວງນີ້?” ພວກເຂົາກໍຕອບວ່າ “ກໍດີ”. “ເຈົ້າມີຄວາມຫຍຸ້ງຍາກໃດບໍ?” “ບາງຄັ້ງ”. “ເຈົ້າສາມາດຮ່ວມມືຢ່າງກົມກຽວກັບອ້າຍເອື້ອຍນ້ອງໄດ້ບໍ?” ໃນໃຈຂອງພວກເຂົາ, ພວກເຂົາຄິດວ່າ “ຮຶ, ຂ້ອຍຍັງເບິ່ງແຍງຕົນເອງບໍ່ໄດ້ເລີຍ, ຂ້ອຍຈະສາມາດຮ່ວມມືຢ່າງກົມກຽວກັບຄົນອື່ນໄດ້ແນວໃດ?” “ເຈົ້າມີຈຸດອ່ອນໃດບໍ?” “ຂ້ອຍສະບາຍດີ”. ພວກເຂົາເລີ່ມບໍ່ເຕັມໃຈທີ່ຈະເວົ້າຫຼາຍ, ໂດຍສະແດງທັດສະນະຄະຕິທີ່ເປັນລົບ ແລະ ຈົ່ມວ່າຢ່າງສິ້ນເຊີງ. ພວກເຂົາທໍ້ຖອຍ ແລະ ໝົດຫວັງໄປທັງຕົວ, ເຕັມໄປດ້ວຍຄວາມຂຸ່ນເຄືອງ ແລະ ຄວາມຮູ້ສຶກນ້ອຍໃຈ, ບໍ່ເຕັມໃຈທີ່ຈະເວົ້າເກີນຄວາມຈຳເປັນ. ເປັນຫຍັງຈຶ່ງເປັນແນວນີ້? ຍ້ອນວ່າອາລົມຂອງພວກເຂົາບໍ່ດີໃນຕອນນີ້, ສະພາວະຂອງພວກເຂົາຂ້ອນຂ້າງໝົດຫວັງ ແລະ ພວກເຂົາບໍ່ມີອາລົມທີ່ຈະເວົ້າກັບໃຜ. ເມື່ອຖືກຖາມວ່າ “ເມື່ອບໍ່ດົນມານີ້ເຈົ້າໄດ້ອະທິຖານບໍ?” ພວກເຂົາຕອບວ່າ “ຄຳອະທິຖານຂອງຂ້ອຍກໍຍັງເປັນພຽງຄຳເວົ້າເດີມໆ”. “ສະພາວະຂອງເຈົ້າບໍ່ຄ່ອຍດີປານໃດໃນຊ່ວງນີ້; ເຈົ້າໄດ້ສະແຫວງຫາຄວາມຈິງບໍ ເມື່ອປະເຊີນກັບຄວາມຫຍຸ້ງຍາກ?” “ຂ້ອຍເຂົ້າໃຈທຸກຢ່າງ, ຂ້ອຍພຽງແຕ່ບໍ່ສາມາດຄິດບວກໄດ້”. “ເຈົ້າເກີດມີຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ. ເຈົ້າເຫັນບໍວ່າບັນຫາຂອງເຈົ້າຢູ່ໃສ? ອຸປະນິໄສທີ່ເສື່ອມຊາມອັນໃດທີ່ກີດກັນບໍ່ໃຫ້ເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ? ສິ່ງໃດທີ່ເຮັດໃຫ້ເຈົ້າເປັນລົບຫຼາຍຈົນເຈົ້າບໍ່ຮູ້ສຶກຢາກມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານເລີຍ?” “ຂ້ອຍບໍ່ຮູ້”. ທັດສະນະຄະຕິແບບນີ້ແມ່ນຫຍັງ? (ຄິດລົບ ແລະ ຕໍ່ຕ້ານ.) ຖືກຕ້ອງ, ບໍ່ມີຮ່ອງຮອຍຂອງການອ່ອນນ້ອມເລີຍ, ແຕ່ພວກເຂົາກັບເຕັມໄປດ້ວຍການຈົ່ມວ່າ ແລະ ຄວາມຂຸ່ນເຄືອງ. ໃນໂລກທາງຈິດວິນຍານ ແລະ ໂລກທາງຈິດໃຈຂອງພວກເຂົາ, ພວກເຂົາຮັບຮູ້ພຣະເຈົ້າຄ້າຍຄືກັນກັບຮູບປັ້ນພຣະພຸດທະເຈົ້າ ຫຼື ພຣະໂພທິສັດ ດັ່ງທີ່ມະນຸດບັນຍາຍໄວ້. ບໍ່ວ່າຜູ້ຄົນຈະເຮັດຫຍັງ ຫຼື ດຳລົງຊີວິດແນວໃດ, ຮູບປັ້ນພຣະພຸດທະເຈົ້າ ຫຼື ພຣະໂພທິສັດເຫຼົ່ານັ້ນບໍ່ເຄີຍເອີຍປາກຈັກຄໍາ, ພຽງແຕ່ອ່ອນນ້ອມຕໍ່ການບົງການຂອງຜູ້ຄົນ. ພວກເຂົາເຊື່ອວ່າພຣະເຈົ້າບໍ່ຄວນລິຮານພວກເຂົາ, ແຮງບໍ່ຄວນທຳຮ້າຍພວກເຂົາ; ບໍ່ວ່າພວກເຂົາຈະເຮັດຜິດຫຍັງກໍຕາມ, ພຣະເຈົ້າຄວນພຽງແຕ່ປອບໂຍນພວກເຂົາ, ບໍ່ແມ່ນລິຮານ, ເປີດໂປງ ຫຼື ເປີດເຜີຍພວກເຂົາ ແລະ ແນ່ນອນວ່າບໍ່ຄວນລົງວິໄນພວກເຂົາ. ພວກເຂົາຕ້ອງການເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມອາລົມ ແລະ ອຸປະນິໄສຂອງພວກເຂົາເອງ, ເຮັດຕາມໃຈຕົນເອງ, ໂດຍຄິດວ່າບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພຣະເຈົ້າຄວນພໍໃຈ, ມີຄວາມສຸກ ແລະ ຍອມຮັບ. ເຖິງຢ່າງໃດກໍຕາມ, ສິ່ງຕ່າງໆບໍ່ໄດ້ເປັນໄປຕາມທີ່ພວກເຂົາປາຖະໜາ; ພຣະເຈົ້າບໍ່ໄດ້ກະທຳໃນລັກສະນະນີ້. ຈາກນັ້ນ ຜູ້ຄົນກໍຄິດວ່າ: “ຖ້າພຣະອົງບໍ່ກະທຳຕາມທີ່ຂ້ອຍຈິນຕະນາການ, ພຣະອົງຍັງເປັນພຣະເຈົ້າຢູ່ບໍ? ພຣະອົງຍັງຄຸ້ມຄ່າກັບການລົງທຶນ, ການເສຍສະລະ ແລະ ການອຸທິດຕົນຂອງຂ້ອຍຢູ່ບໍ? ຖ້າບໍ່ແມ່ນ, ການມອບໃຈຈິງຂອງຂ້ອຍກໍຈະເປັນເລື່ອງໂງ່ຈ້າ, ແມ່ນບໍ?” ດ້ວຍເຫດນີ້, ເມື່ອເຖິງເວລາສຳລັບການຖືກລິຮານ, ການຕອບສະໜອງເບື້ອງຕົ້ນຂອງຜູ້ຄົນບໍ່ແມ່ນການຟັງ, ຈາກມຸມມອງຂອງສິ່ງທີ່ຖືກສ້າງ, ວ່າພຣະເຈົ້າກຳລັງກ່າວຫຍັງ ຫຼື ຂໍ້ກຳນົດຂອງພຣະອົງແມ່ນຫຍັງ, ຫຼື ບັນຫາ, ສະພາວະ ຫຼື ອຸປະນິໄສຂອງມະນຸດທີ່ພຣະເຈົ້າເປີດໂປງແມ່ນຫຍັງ, ຫຼື ມະນຸດຄວນຍອມຮັບ, ປະຕິບັດ ຫຼື ອ່ອນນ້ອມຕໍ່ສິ່ງເຫຼົ່ານີ້ແນວໃດ. ສິ່ງດັ່ງກ່າວບໍ່ໄດ້ຢູ່ໃນຄວາມຄິດຂອງຜູ້ຄົນ. ບໍ່ວ່າພຣະເຈົ້າຈະກ່າວກັບຜູ້ຄົນແນວໃດ ຫຼື ພຣະອົງນໍາພາພວກເຂົາແນວໃດ, ຖ້ານໍ້າສຽງ ຫຼື ວິທີການກ່າວຂອງພຣະອົງບໍ່ໃສ່ໃຈ, ຖ້າອາລົມ, ຄວາມນັບຖືຕົນເອງ ແລະ ຈຸດອ່ອນຂອງພວກເຂົາບໍ່ໄດ້ຖືກນຳມາພິຈາລະນາ, ແລ້ວຜູ້ຄົນກໍຈະເກີດມີແນວຄິດ ແລະ ພວກເຂົາບໍ່ຢາກປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າ, ທັງບໍ່ຢາກເປັນສິ່ງທີ່ຖືກສ້າງ. ບັນຫາໃຫຍ່ທີ່ສຸດຢູ່ທີ່ນີ້ກໍຄື ເມື່ອພຣະເຈົ້າປະທານຊ່ວງເວລາທີ່ດີ, ເຮັດໃຫ້ທຸກຢ່າງເປັນໄປຕາມທີ່ຜູ້ຄົນຕ້ອງການ, ພວກເຂົາກໍເຕັມໃຈທີ່ຈະປະພຶດຕົນເປັນສິ່ງທີ່ຖືກສ້າງ, ແຕ່ເມື່ອພຣະເຈົ້າປະທານຄວາມທຸກລຳບາກເພື່ອລົງວິໄນ ແລະ ເປີດເຜີຍຜູ້ຄົນ, ເພື່ອໃຫ້ພວກເຂົາໄດ້ຮັບບົດຮຽນ ແລະ ໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ຮູ້ຈັກເຈດຕະນາຂອງພຣະອົງ, ໃນເວລາເຫຼົ່ານີ້, ຜູ້ຄົນກໍຫັນຫຼັງໃຫ້ພຣະອົງທັນທີ ແລະ ບໍ່ປາຖະໜາທີ່ຈະເປັນສິ່ງທີ່ຖືກສ້າງອີກຕໍ່ໄປ. ເມື່ອຄົນໃດໜຶ່ງບໍ່ຢາກເປັນສິ່ງທີ່ຖືກສ້າງ, ແລ້ວຈາກມຸມມອງນັ້ນ ແລະ ຕຳແໜ່ງນັ້ນ, ພວກເຂົາຈະສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? ພວກເຂົາຈະສາມາດຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າໄດ້ບໍ? ພວກເຂົາຈະບໍ່ສາມາດເຮັດໄດ້. ເມື່ອຊ່ວງເວລາທີ່ມີອາລົມດີ, ສະພາວະທີ່ດີ ແລະ ມີຄວາມກະຕືລືລົ້ນ ເຊິ່ງເປັນຊ່ວງເວລາທີ່ຜູ້ຄົນຢາກເປັນຄົນຮູ້ໃຈຂອງພຣະເຈົ້າ ປ່ຽນໄປເປັນຊ່ວງເວລາທີ່ຜູ້ຄົນຢາກປະຖິ້ມພຣະອົງ ເມື່ອປະເຊີນກັບການຖືກລິຮານ, ປະເຊີນກັບສະພາບແວດລ້ອມທີ່ພຣະເຈົ້າຈັດວາງຂຶ້ນ, ມັນຊ່າງເປັນການປ່ຽນແປງທີ່ໃຫຍ່ຫຼວງແທ້ໆ! ແລ້ວຄວາມຈິງຂອງເລື່ອງນີ້ແມ່ນຫຍັງແທ້? ສິ່ງທີ່ຜູ້ຄົນຄວນຮູ້ແມ່ນຫຍັງ? ຄົນເຮົາບໍ່ຄວນຮູ້ບໍວ່າພວກເຂົາຄວນມີທັດສະນະຄະຕິແບບໃດຕໍ່ພຣະເຈົ້າໃນຖານະທີ່ເປັນສິ່ງທີ່ຖືກສ້າງ? ຫຼັກການທີ່ຈຳເປັນຕ້ອງປະຕິບັດຕາມແມ່ນຫຍັງ? ໃນຖານະທີ່ເປັນມະນຸດ ເຊິ່ງເປັນມະນຸດທີ່ເສື່ອມຊາມ ຄົນເຮົາຄວນຍຶດຖືມຸມມອງ ແລະ ຕຳແໜ່ງໃດແທ້ຕໍ່ທຸກສິ່ງທີ່ພຣະເຈົ້າປະທານໃຫ້ພວກເຂົາ ແລະ ສະພາບແວດລ້ອມທີ່ພຣະອົງຈັດວາງຂຶ້ນ? ຜູ້ຄົນຄວນຍຶດຖືທັດສະນະຄະຕິ ແລະ ວິທີການໃດຕໍ່ການທີ່ພຣະເຈົ້າລິຮານພວກເຂົາ? ຜູ້ຄົນບໍ່ຄວນໄຕ່ຕອງເລື່ອງດັ່ງກ່າວບໍ? (ແມ່ນແລ້ວ.) ຜູ້ຄົນຄວນໄຕ່ຕອງ ແລະ ພິຈາລະນາສິ່ງເຫຼົ່ານີ້. ບໍ່ວ່າເວລາໃດ ແລະ ບໍ່ວ່າຄົນເຮົາຈະປະຕິບັດຕໍ່ພຣະເຈົ້າແນວໃດ, ຄວາມຈິງແລ້ວ ຕົວຕົນຂອງພວກເຂົາກໍບໍ່ໄດ້ປ່ຽນແປງ; ຜູ້ຄົນເປັນສິ່ງທີ່ຖືກສ້າງຢູ່ສະເໝີ. ຖ້າເຈົ້າບໍ່ຍອມຮັບຕຳແໜ່ງຂອງເຈົ້າໃນຖານະທີ່ເປັນສິ່ງທີ່ຖືກສ້າງ, ມັນກໍໝາຍຄວາມວ່າເຈົ້າກະບົດຫຼາຍ ແລະ ໝາຍຄວາມວ່າເຈົ້າຍັງຫ່າງໄກຈາກການປ່ຽນແປງທາງອຸປະນິໄສ, ຫ່າງໄກຈາກການຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ຖ້າເຈົ້າຍອມຮັບຕຳແໜ່ງຂອງເຈົ້າໃນຖານະທີ່ເປັນສິ່ງທີ່ຖືກສ້າງ, ແລ້ວເຈົ້າຄວນມີທັດສະນະຄະຕິແບບໃດຕໍ່ພຣະເຈົ້າ? (ການອ່ອນນ້ອມຢ່າງບໍ່ມີເງື່ອນໄຂ.) ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງມີສິ່ງໜຶ່ງສິ່ງນີ້: ການອ່ອນນ້ອມຢ່າງບໍ່ມີເງື່ອນໄຂ. ນັ້ນໝາຍຄວາມວ່າ ໃນເວລາໃດກໍຕາມ, ສິ່ງທີ່ພຣະເຈົ້າກະທຳບໍ່ເຄີຍຜິດ; ມີພຽງແຕ່ມະນຸດເທົ່ານັ້ນທີ່ເຮັດຜິດ. ບໍ່ວ່າຈະປະເຊີນກັບສະພາບແວດລ້ອມແບບໃດ ໂດຍສະເພາະເມື່ອປະເຊີນກັບຄວາມທຸກລຳບາກ ແລະ ໂດຍສະເພາະເມື່ອພຣະເຈົ້າເປີດເຜີຍ ຫຼື ເປີດໂປງພວກເຂົາ ສິ່ງທຳອິດທີ່ຄົນເຮົາຄວນເຮັດກໍຄືການມາຢູ່ຕໍ່ໜ້າພຣະເຈົ້າເພື່ອໄຕ່ຕອງກ່ຽວກັບຕົນເອງ ແລະ ກວດສອບຄຳເວົ້າ ແລະ ການກະທຳຂອງພວກເຂົາ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ແທນທີ່ຈະກວດສອບ, ວິເຄາະ ແລະ ຕັດສິນວ່າຄຳເວົ້າ ແລະ ການກະທຳຂອງພຣະເຈົ້າຖືກ ຫຼື ຜິດ. ຖ້າເຈົ້າຢູ່ໃນຕຳແໜ່ງທີ່ເໝາະສົມຂອງເຈົ້າ, ເຈົ້າກໍຄວນຮູ້ວ່າສິ່ງທີ່ເຈົ້າຄວນເຮັດແມ່ນຫຍັງແທ້. ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ເຂົ້າໃຈຄວາມຈິງ. ນີ້ບໍ່ແມ່ນບັນຫາໃຫຍ່ປານໃດ. ແຕ່ເມື່ອຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ເຂົ້າໃຈຄວາມຈິງ, ແຕ່ກໍຍັງບໍ່ສະແຫວງຫາຄວາມຈິງ, ນີ້ແມ່ນບັນຫາໃຫຍ່. ເຈົ້າມີອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ເຂົ້າໃຈຄວາມຈິງ ແລະ ດັ່ງນັ້ນ ເຈົ້າຈຶ່ງສາມາດຕັດສິນພຣະເຈົ້າໄດ້ຕາມອຳເພີໃຈ ແລະ ປະຕິບັດຕໍ່ ແລະ ມີປະຕິສຳພັນກັບພຣະອົງຕາມທີ່ອາລົມ, ຄວາມມັກ ແລະ ຄວາມຮູ້ສຶກຂອງເຈົ້າບົ່ງການ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ສະແຫວງຫາ ແລະ ປະຕິບັດຄວາມຈິງ, ສິ່ງຕ່າງໆກໍຈະບໍ່ລຽບງ່າຍປານນັ້ນ. ບໍ່ພຽງແຕ່ເຈົ້າຈະບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າເທົ່ານັ້ນ, ແຕ່ເຈົ້າອາດຈະເຂົ້າໃຈຜິດ ແລະ ຈົ່ມວ່າກ່ຽວກັບພຣະອົງ, ກ່າວໂທດພຣະອົງ, ຕໍ່ຕ້ານພຣະອົງ ແລະ ເຖິງຂັ້ນສາບແຊ່ງ ແລະ ປະຕິເສດພຣະອົງໃນໃຈຂອງເຈົ້າ, ໂດຍເວົ້າວ່າພຣະອົງບໍ່ຊອບທຳ, ວ່າທຸກສິ່ງທີ່ພຣະອົງກະທຳບໍ່ຈຳເປັນຕ້ອງຖືກຕ້ອງສະເໝີໄປ. ມັນບໍ່ເປັນອັນຕະລາຍຫຼາຍບໍທີ່ເຈົ້າອາດຈະກໍ່ໃຫ້ເກີດສິ່ງດັ່ງກ່າວ? (ແມ່ນແລ້ວ.) ມັນເປັນອັນຕະລາຍຫຼາຍ. ການບໍ່ສະແຫວງຫາຄວາມຈິງສາມາດເຮັດໃຫ້ຄົນເຮົາເສຍຊີວິດໄດ້! ສິ່ງນີ້ສາມາດເກີດຂຶ້ນໄດ້ທຸກເວລາ ແລະ ທຸກສະຖານທີ່. ບໍ່ວ່າຄວາມຮູ້ສຶກ, ຄວາມຕັ້ງໃຈ, ຄວາມປາຖະໜາ ຫຼື ຄວາມມຸ່ງຫວັງຂອງເຈົ້າໃນປັດຈຸບັນຈະແຮງກ້າສ່ຳໃດ ແລະ ບໍ່ວ່າເຈົ້າຈະຮັກພຣະເຈົ້າໃນໃຈຂອງເຈົ້າຫຼາຍສ່ຳໃດໃນເວລານີ້, ມັນກໍເປັນພຽງຊົ່ວຄາວເທົ່ານັ້ນ. ມັນຄືກັບຕອນທີ່ສິດຍາພິບານທຳພິທີແຕ່ງງານ ແລະ ຖາມທັງສອງຝ່າຍວ່າ: “ເຈົ້າຍອມຮັບລາວ (ຫຼື ນາງ) ເປັນຜົວ (ຫຼື ເມຍ) ຂອງເຈົ້າບໍ? ບໍ່ວ່າຈະເຈັບປ່ວຍ ຫຼື ສຸຂະພາບດີ, ໃນຍາມໄພພິບັດ, ໃນຍາມທຸກຍາກ ແລະ ອື່ນໆ, ເຈົ້າເຕັມໃຈທີ່ຈະໃຊ້ຊີວິດຮ່ວມກັບລາວ (ຫຼື ນາງ) ບໍ?” ທັງສອງຝ່າຍ, ດ້ວຍນ້ຳຕາທີ່ເອີ່ລົ້ນໃນດວງຕາ ແລະ ຫົວໃຈທີ່ເຕັມໄປດ້ວຍຄວາມຮູ້ສຶກ, ໄດ້ໃຫ້ຄຳປະຕິຍານທີ່ຈະອຸທິດຊີວິດຂອງພວກເຂົາໃຫ້ແກ່ກັນແລະກັນ ແລະ ຮັບຜິດຊອບເຊິ່ງກັນແລະກັນຕະຫຼອດຊີວິດ. ຄຳປະຕິຍານທີ່ສັກສິດເຫຼົ່ານີ້ແມ່ນຫຍັງໃນເວລານັ້ນ? ພວກມັນເປັນພຽງຄວາມຮູ້ສຶກ ແລະ ຄວາມປາຖະໜາຊົ່ວຄາວຂອງຜູ້ຄົນ. ແຕ່ທັງສອງຝ່າຍມີຄວາມຊື່ສັດແບບນັ້ນແທ້ໆບໍ? ພວກເຂົາມີຄວາມເປັນມະນຸດແບບນັ້ນແທ້ໆບໍ? ນັ້ນຍັງເປັນສິ່ງທີ່ບໍ່ຮູ້ໄດ້; ຄວາມຈິງຈະຖືກເປີດເຜີຍໃນອີກສິບ, ຊາວ ຫຼື ສາມສິບປີຂ້າງໜ້າ. ຄູ່ຜົວເມຍບາງຄູ່ຢ່າຮ້າງກັນຫຼັງຈາກສາມເຖິງຫ້າປີ, ບາງຄູ່ຫຼັງຈາກສິບປີ ແລະ ຄູ່ອື່ນໆ, ຫຼັງຈາກສາມສິບປີ, ກໍເລີກລາກັນໄປງ່າຍໆແບບນັ້ນ. ຄວາມປາຖະໜາເບື້ອງຕົ້ນຂອງພວກເຂົາຫາຍໄປໃສ? ເກີດຫຍັງຂຶ້ນກັບຄຳປະຕິຍານທີ່ສັກສິດຂອງພວກເຂົາ? ພວກມັນຖືກໂຍນລົງເຫວໄປດົນແລ້ວ. ຄຳປະຕິຍານທີ່ສັກສິດເຫຼົ່ານີ້ມີບົດບາດຫຍັງ? ບໍ່ມີເລີຍ; ພວກມັນເປັນພຽງຄວາມປາຖະໜາ, ຄວາມຮູ້ສຶກຊົ່ວຄາວ ເຊິ່ງຄວາມຮູ້ສຶກ ແລະ ຄວາມປາຖະໜາບໍ່ໄດ້ກຳນົດຫຍັງເລີຍ. ສິ່ງທີ່ຈຳເປັນເພື່ອໃຫ້ຄູ່ຜົວເມຍໃຊ້ຊີວິດຮ່ວມກັນຢ່າງແທ້ຈິງ, ແກ່ເຖົ້າໄປນຳກັນແມ່ນຫຍັງ? ເວົ້າຕາມອຸດົມຄະຕິແລ້ວ, ຢ່າງໜ້ອຍທີ່ສຸດ, ທັງສອງຄົນຕ້ອງມີຄວາມຊື່ສັດ ແລະ ລັກສະນະທີ່ທ່ຽງທຳ. ເວົ້າໃຫ້ເປັນຮູບປະທຳຫຼາຍຂຶ້ນ, ໃນຊ່ວງຊີວິດຂອງພວກເຂົາ, ພວກເຂົາຈະພົບກັບຫຼາຍສິ່ງຫຼາຍຢ່າງ ທັງເລື່ອງໃຫຍ່ ແລະ ເລື່ອງນ້ອຍ, ດີ ແລະ ຮ້າຍ, ຄວາມລຳບາກ, ອຸປະສັກ, ຄວາມຫຍຸ້ງຍາກ, ສ່ວນຫຼາຍແມ່ນສິ່ງທີ່ບໍ່ໄດ້ດັ່ງໃຈ. ສິ່ງນີ້ຮຽກຮ້ອງໃຫ້ທັງສອງຝ່າຍມີຄວາມອົດກັ້ນ, ຄວາມອົດທົນ, ຄວາມຮັກ, ຄວາມເຫັນໃຈ, ຄວາມຫ່ວງໃຍທີ່ແທ້ຈິງ ແລະ ສິ່ງທີ່ເປັນບວກອື່ນໆ ໃນຄວາມເປັນມະນຸດ ເພື່ອສະໜັບສະໜູນກັນແລະກັນຈົນສຸດທາງ. ຖ້າບໍ່ມີຄຸນສົມບັດເຫຼົ່ານີ້, ການເພິ່ງພາພຽງແຕ່ຄຳປະຕິຍານ ແລະ ຄວາມມຸ່ງຫວັງ, ຄວາມປາຖະໜາ ແລະ ຈິນຕະນາການຈາກຕອນທີ່ພວກເຂົາແຕ່ງງານກັນ, ພວກເຂົາຈະບໍ່ສາມາດໄປຮອດຈຸດສຸດທ້າຍໄດ້ຢ່າງແນ່ນອນ. ເຊັ່ນດຽວກັນກັບການເຊື່ອໃນພຣະເຈົ້າ; ຖ້າຄົນເຮົາບໍ່ສະແຫວງຫາຄວາມຈິງ ແຕ່ເພິ່ງພາພຽງແຕ່ຄວາມກະຕືລືລົ້ນ ແລະ ຄວາມປາຖະໜາເລັກນ້ອຍ, ພວກເຂົາກໍຈະບໍ່ສາມາດຢືນຢັດຢ່າງໝັ້ນຄົງ ແລະ ບໍ່ສາມາດຕິດຕາມພຣະເຈົ້າໄປຈົນເຖິງທີ່ສຸດໄດ້ຢ່າງແນ່ນອນ.
ຄົນເຮົາຈະສາມາດເຊື່ອ ແລະ ຕິດຕາມພຣະເຈົ້າໄດ້ແນວໃດ ໂດຍບໍ່ຕ້ອງຂຶ້ນກັບອາລົມ ແລະ ບໍ່ໄດ້ຮັບອິດທິພົນຈາກອາລົມ ຫຼື ສະພາບແວດລ້ອມຂອງພວກເຂົາ? ຄົນເຮົາຈະສາມາດບັນລຸສິ່ງນີ້ໄດ້ແນວໃດແທ້? ຂໍ້ກຳນົດຂັ້ນຕໍ່າສຸດສຳລັບການເຊື່ອໃນພຣະເຈົ້າແມ່ນຫຍັງ? ມັນຮຽກຮ້ອງໃຫ້ມີທັດສະນະຄະຕິແຫ່ງການຮັກຄວາມຈິງ ແລະ ການສະແຫວງຫາຄວາມຈິງ. ບາງຄົນຖາມວ່າ: “ການມີຄວາມຕັ້ງໃຈ ແລະ ການໃຫ້ຄຳປະຕິຍານສຳຄັນບໍ?” ສິ່ງເຫຼົ່ານີ້ເປັນສິ່ງທີ່ຂາດບໍ່ໄດ້ ແຕ່ຂຶ້ນຢູ່ກັບໄລຍະຂອງຄວາມເຊື່ອ. ຖ້າຄົນໃດໜຶ່ງຢູ່ໃນຊ່ວງໜຶ່ງ ຫຼື ສອງປີທຳອິດຂອງການເຊື່ອ, ຖ້າບໍ່ມີສິ່ງເຫຼົ່ານີ້, ຄວາມກະຕືລືລົ້ນຂອງພວກເຂົາກໍຈະບໍ່ສາມາດຖືກຈຸດປະກາຍໄດ້. ຖ້າບໍ່ມີຄວາມກະຕືລືລົ້ນ, ຄົນທີ່ເລີ່ມເຊື່ອໃນພຣະເຈົ້າກໍອາດຈະບໍ່ຮ້ອນບໍ່ໜາວ, ບໍ່ມີໃຈຮ້ອນຮົນໃນການໄລ່ຕາມຂອງພວກເຂົາ, ແຕ່ກໍບໍ່ຖອຍຫຼັງ, ພຽງແຕ່ເຮັດທຸກຢ່າງທີ່ຖືກບອກໃຫ້ເຮັດ. ຄົນແບບນັ້ນດີ້ນຮົນທີ່ຈະກ້າວໜ້າ ແລະ ພວກເຂົາຂາດທັດສະນະຄະຕິທີ່ຊັດເຈນ. ສະນັ້ນ, ຜູ້ເຊື່ອໃໝ່ຈຶ່ງຕ້ອງການຄວາມກະຕືລືລົ້ນນີ້. ຄວາມກະຕືລືລົ້ນນີ້ສາມາດນຳເອົາສິ່ງທີ່ເປັນບວກຫຼາຍຢ່າງມາສູ່ຄົນເຮົາ, ເຮັດໃຫ້ພວກເຂົາເຂົ້າໃຈຄວາມຈິງ, ວິໄສທັດ ແລະ ເປົ້າໝາຍໃນພາລະກິດຂອງພຣະເຈົ້າໄດ້ຢ່າງໄວວາ ແລະ ວາງຮາກຖານໄດ້ຢ່າງໄວວາ. ນອກຈາກນີ້, ເມື່ອຜູ້ຄົນເສຍສະລະຕົນເອງ ແລະ ຈ່າຍລາຄາຢ່າງຫ້າວຫັນ ແລະ ຢ່າງກະຕືລືລົ້ນ, ພວກເຂົາກໍຈະເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ໄວຂຶ້ນ. ໃນເບື້ອງຕົ້ນ, ຄົນເຮົາຕ້ອງການຄວາມກະຕືລືລົ້ນນີ້ ແລະ ຄວນມີຄວາມຕັ້ງໃຈ ແລະ ຄວາມມຸ່ງຫວັງ. ເຖິງຢ່າງໃດກໍຕາມ, ຖ້າຫຼັງຈາກເຊື່ອໃນພຣະເຈົ້າມາຫຼາຍກວ່າສາມປີ, ຄົນເຮົາຍັງຄົງຢູ່ໃນໄລຍະຂອງຄວາມກະຕືລືລົ້ນ, ມັນກໍອາດຈະມີອັນຕະລາຍ. ອັນຕະລາຍນີ້ຢູ່ໃສ? ຜູ້ຄົນມັກຈະປະຕິບັດຕໍ່ຄວາມເຊື່ອຂອງພວກເຂົາ ໃນພຣະເຈົ້າ ແລະ ເລື່ອງຂອງການປ່ຽນແປງທາງອຸປະນິໄສ ໂດຍອີງໃສ່ຈິນຕະນາການ ແລະ ແນວຄິດຂອງພວກເຂົາຢູ່ສະເໝີ. ພວກເຂົາພະຍາຍາມຮູ້ຈັກພຣະເຈົ້າ ແລະ ໄດ້ຮັບຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະອົງ ແລະ ຂໍ້ກຳນົດຂອງພຣະອົງສຳລັບມະນຸດ ໂດຍອີງໃສ່ຈິນຕະນາການ ແລະ ແນວຄິດຂອງພວກເຂົາ. ຄົນແບບນັ້ນຈະສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງ ຫຼື ເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້ບໍ? (ບໍ່.) ຖ້າຄົນໃດໜຶ່ງບໍ່ສາມາດເຂົ້າໃຈຄວາມຈິງ, ບັນຫາກໍຈະເກີດຂຶ້ນ. ມີໃຜບໍທີ່ເຊື່ອໃນພຣະເຈົ້າ ແລະ ດຳລົງຊີວິດຕະຫຼອດຊີວິດຂອງພວກເຂົາໃນສະພາບແວດລ້ອມທີ່ໄດ້ຮັບການປອບໂຍນ, ຢູ່ພາຍໃນພຣະຄຸນ ແລະ ພຣະພອນສະເໝີ? ບໍ່ມີ, ບໍ່ຊ້າກໍໄວ, ທຸກຄົນຕ້ອງປະເຊີນກັບຊີວິດຈິງ ແລະ ສະພາບແວດລ້ອມຕ່າງໆທີ່ພຣະເຈົ້າໄດ້ຈັດວາງໄວ້ໃຫ້ພວກເຂົາ. ເມື່ອເຈົ້າພົບກັບສະພາບແວດລ້ອມທີ່ແຕກຕ່າງກັນເຫຼົ່ານີ້ ແລະ ປະເຊີນກັບບັນຫາຕ່າງໆໃນຊີວິດຈິງ, ຄວາມກະຕືລືລົ້ນຂອງເຈົ້າຈະມີບົດບາດຫຍັງໄດ້? ມັນພຽງແຕ່ສາມາດຂັບເຄື່ອນເຈົ້າໃຫ້ຢັບຢັ້ງຕົນເອງ, ໃຫ້ຈ່າຍລາຄາ, ໃຫ້ທົນທຸກ, ແຕ່ມັນບໍ່ສາມາດນຳພາເຈົ້າໃຫ້ເຂົ້າໃຈຄວາມຈິງ ຫຼື ເຈດຕະນາຂອງພຣະເຈົ້າໄດ້. ເຖິງຢ່າງໃດກໍຕາມ, ຖ້າເຈົ້າສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມຈິງ, ມັນກໍຈະແຕກຕ່າງກັນ. ມັນແຕກຕ່າງກັນແນວໃດ? ເມື່ອເຈົ້າເຂົ້າໃຈຄວາມຈິງ ແລະ ປະເຊີນກັບສະຖານະການເຫຼົ່ານີ້, ເຈົ້າຈະບໍ່ປະຕິບັດຕໍ່ພວກມັນໂດຍອີງໃສ່ຄວາມກະຕືລືລົ້ນ ຫຼື ແນວຄິດຂອງເຈົ້າອີກຕໍ່ໄປ. ເມື່ອໃດກໍຕາມທີ່ເຈົ້າພົບກັບສິ່ງໃດ, ກ່ອນອື່ນ ເຈົ້າຈະມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາ ແລະ ອະທິຖານ, ເພື່ອຊອກຫາຫຼັກການຄວາມຈິງ. ຈາກນັ້ນ ເຈົ້າຈະສາມາດກາຍເປັນຄົນທີ່ອ່ອນນ້ອມ ແລະ ມີຄວາມຕື່ນຕົວ ແລະ ທັດສະນະຄະຕິແບບນັ້ນ. ທັດສະນະຄະຕິ ແລະ ຄວາມຕື່ນຕົວນີ້ສຳຄັນຫຼາຍ. ມັນອາດຈະເກີດຂຶ້ນໄດ້ວ່າ ໃນການທົດສອບໃດໜຶ່ງ, ເຈົ້າບໍ່ໄດ້ຮັບຫຍັງເລີຍ, ບໍ່ໄດ້ເຂົ້າສູ່ຄວາມຈິງເລິກເຊິ່ງເກີນໄປ ແລະ ບໍ່ເຂົ້າໃຈວ່າຄວາມເປັນຈິງຂອງຄວາມຈິງແມ່ນຫຍັງແທ້. ເຖິງຢ່າງໃດກໍຕາມ, ໃນລະຫວ່າງການທົດສອບນີ້, ການມີຄວາມຕື່ນຕົວ ແລະ ທັດສະນະຄະຕິທີ່ອ່ອນນ້ອມແບບນັ້ນ ຊ່ວຍໃຫ້ເຈົ້າໄດ້ສໍາຜັດຢ່າງແທ້ຈິງວ່າ ຜູ້ຄົນ, ໃນຖານະທີ່ເປັນສິ່ງທີ່ຖືກສ້າງ, ຄວນກະທໍາແນວໃດ ແລະ ພວກເຂົາຄວນເຮັດຫຍັງ ເພື່ອໃຫ້ເປັນປົກກະຕິ ແລະ ເໝາະສົມທີ່ສຸດຕໍ່ໜ້າພຣະເຈົ້າ. ເຖິງແມ່ນວ່າເຈົ້າອາດຈະບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ບໍ່ຮູ້ຢ່າງແນ່ນອນວ່າພຣະເຈົ້າຕ້ອງການໃຫ້ເຈົ້າບັນລຸ ຫຼື ໄດ້ຮັບຫຍັງໃນສະພາບແວດລ້ອມແບບນັ້ນ, ແຕ່ເຈົ້າຮູ້ສຶກວ່າເຈົ້າສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ຕໍ່ສະຖານະການດັ່ງກ່າວ. ຈາກສ່ວນເລິກຂອງຫົວໃຈເຈົ້າ, ເຈົ້າສາມາດຍອມຮັບສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດວາງໄວ້ໃຫ້ເຈົ້າ. ເຈົ້າຮູ້ສຶກວ່າເຈົ້າໄດ້ຮັກສາຕຳແໜ່ງທີ່ເໝາະສົມຂອງເຈົ້າໃນຖານະທີ່ເປັນສິ່ງທີ່ຖືກສ້າງ, ບໍ່ໄດ້ກະບົດ ຫຼື ຕໍ່ຕ້ານພຣະເຈົ້າ ແລະ ຫົວໃຈຂອງເຈົ້າຮູ້ສຶກປອດໄພ. ໃນຂະນະທີ່ຮູ້ສຶກປອດໄພ, ການເພິ່ງພາພຣະເຈົ້າໃນສະຫວັນຂອງເຈົ້າກໍບໍ່ເລື່ອນລອຍ ແລະ ເຈົ້າບໍ່ຮູ້ສຶກຫ່າງເຫີນ ຫຼື ປະຕິເສດພຣະເຈົ້າເທິງແຜ່ນດິນໂລກ. ແຕ່ຈາກສ່ວນເລິກຂອງຫົວໃຈເຈົ້າ, ມີຄວາມຢໍາເກງເພີ່ມຂຶ້ນເລັກນ້ອຍ ແລະ ຍັງມີຄວາມໃກ້ຊິດເພີ່ມຂຶ້ນເລັກນ້ອຍ. ເບິ່ງສິ່ງນີ້ແມ, ຄວາມແຕກຕ່າງລະຫວ່າງຄົນທີ່ສະແຫວງຫາຄວາມຈິງ ແລະ ສາມາດອ່ອນນ້ອມໄດ້ ກັບຄົນທີ່ເພິ່ງພາຄວາມກະຕືລືລົ້ນ ແລະ ມີພຽງແຕ່ຄວາມຕັ້ງໃຈເລັກນ້ອຍ, ມັນສຳຄັນບໍ? ຄວາມແຕກຕ່າງນັ້ນໃຫຍ່ຫຼວງຫຼາຍ. ຄົນທີ່ເພິ່ງພາຄວາມກະຕືລືລົ້ນ ແລະ ມີ ຄວາມຕັ້ງໃຈພຽງເລັກນ້ອຍ, ເມື່ອປະເຊີນກັບສະຖານະການກໍຈະຕໍ່ຕ້ານ, ໂຕ້ຖຽງ, ຈົ່ມວ່າ ແລະ ຮູ້ສຶກນ້ອຍໃຈ. ພວກເຂົາອາດຈະຄິດວ່າ: “ເປັນຫຍັງພຣະເຈົ້າຈຶ່ງປະຕິບັດຕໍ່ຂ້ອຍແບບນີ້? ຂ້ອຍຍັງໜຸ່ມຢູ່, ເປັນຫຍັງພຣະເຈົ້າຈຶ່ງບໍ່ເອົາໃຈຂ້ອຍ? ເປັນຫຍັງພຣະເຈົ້າຈຶ່ງບໍ່ນັບຄວາມສຳເລັດໃນອະດີດຂອງຂ້ອຍ? ເປັນຫຍັງຈຶ່ງລົງໂທດແທນທີ່ຈະໃຫ້ລາງວັນຂ້ອຍ? ຂ້ອຍຍັງໜຸ່ມຢູ່, ຂ້ອຍຈະໄປຮູ້ຫຍັງ? ແມ່ນແຕ່ພໍ່ແມ່ຂອງຂ້ອຍຢູ່ເຮືອນກໍຍັງບໍ່ເຄີຍປະຕິບັດຕໍ່ຂ້ອຍແບບນີ້; ພວກເພິ່ນທະນຸຖະໜອມຂ້ອຍຄືກັບລູກແກ້ວລູກແພງ, ຄືກັບເດັກນ້ອຍໆຂອງພວກເພິ່ນ. ຕອນນີ້ຂ້ອຍເຕີບໃຫຍ່ຂຶ້ນຫຼາຍແລ້ວຫຼັງຈາກມາເຮືອນຂອງພຣະເຈົ້າ, ການທີ່ພຣະເຈົ້າປະຕິບັດຕໍ່ຂ້ອຍແບບນີ້ ເບິ່ງຄືວ່າບໍ່ໃສ່ໃຈກັນໂພດ!” ເຫຼົ່ານີ້ແມ່ນຂໍ້ໂຕ້ແຍ້ງຂ້າງໆຄູໆທີ່ພວກເຂົາສ້າງຂຶ້ນ. ຂໍ້ໂຕ້ແຍ້ງຂ້າງໆຄູໆດັ່ງກ່າວເກີດຂຶ້ນໄດ້ແນວໃດ? ຖ້າຄົນໃດໜຶ່ງສະແຫວງຫາ ແລະ ເຂົ້າໃຈຄວາມຈິງ, ພວກເຂົາຍັງຈະສາມາດມີຂໍ້ໂຕ້ແຍ້ງຂ້າງໆຄູໆເຫຼົ່ານີ້ໄດ້ບໍ? ຖ້າຄົນໃດໜຶ່ງເຂົ້າໃຈ ແລະ ຮູ້ຄວາມຈິງເຫຼົ່ານີ້ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາຕາມປົກກະຕິ, ພວກເຂົາຍັງຈະສາມາດເກັບຄວາມຂຸ່ນເຄືອງ ແລະ ຄວາມມຸທະລຸແບບນັ້ນໄວ້ໃນໃຈໄດ້ບໍ ເມື່ອປະເຊີນກັບສະຖານະການ? (ບໍ່.) ພວກເຂົາຈະບໍ່ເວົ້າແບບນີ້ຢ່າງແນ່ນອນ. ແຕ່ພວກເຂົາຈະເຫັນວ່າຕົນເອງເປັນສິ່ງທີ່ຖືກສ້າງທຳມະດາ ແລະ ມາຢູ່ຕໍ່ໜ້າພຣະເຈົ້າ, ໂດຍບໍ່ຄຳນຶງເຖິງອາຍຸ, ເພດ ຫຼື ຖານະ ແລະ ສະຖານະ, ພຽງແຕ່ອ່ອນນ້ອມ ແລະ ຟັງພຣະທຳຂອງພຣະເຈົ້າ. ເມື່ອຜູ້ຄົນສາມາດຟັງພຣະທຳທີ່ພຣະເຈົ້າກ່າວ ແລະ ຂໍ້ກຳນົດຂອງພຣະອົງ, ພວກເຂົາກໍມີຄວາມອ່ອນນ້ອມໃນໃຈ. ເມື່ອຄົນໃດໜຶ່ງສາມາດອ່ອນນ້ອມຢ່າງມີສະຕິ, ເມື່ອພວກເຂົາມີທັດສະນະຄະຕິແຫ່ງການອ່ອນນ້ອມ, ພວກເຂົາກໍຢືນຢູ່ໃນຕຳແໜ່ງຂອງສິ່ງທີ່ຖືກສ້າງຢ່າງແທ້ຈິງ, ໂດຍມີຄວາມຮັກ, ການອ່ອນນ້ອມ ແລະ ຄວາມຢໍາເກງພຣະເຈົ້າ, ບໍ່ໄດ້ເພິ່ງພາອາລົມ ຫຼື ຄວາມຮູ້ສຶກຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນປະຕິກິລິຍາບາງຢ່າງ ເມື່ອຜູ້ຄົນປະເຊີນກັບການຖືກລິຮານ. ປະຕິກິລິຍາຫຼັກໆແມ່ນຫຍັງ? ພວກເຂົາຮູ້ສຶກບໍ່ດີ, ຮູ້ສຶກອຶດອັດໃຈ, ຮູ້ສຶກນ້ອຍໃຈ ແລະ ຕ້ອງການການປອບໂຍນ. ເມື່ອພວກເຂົາບໍ່ໄດ້ຮັບການປອບໂຍນ ຫຼື ຄວາມອົບອຸ່ນ, ພວກເຂົາກໍເລີ່ມເກັບຄວາມຂຸ່ນເຄືອງ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າໄວ້ໃນໃຈ. ພວກເຂົາບໍ່ປາຖະໜາທີ່ຈະອະທິຖານຕໍ່ພຣະເຈົ້າອີກຕໍ່ໄປ ແລະ ເລິກໆແລ້ວ, ພວກເຂົາພິຈາລະນາທີ່ຈະປະຖິ້ມພຣະເຈົ້າ, ຕ້ອງການຕີຕົວອອກຫ່າງຈາກພຣະອົງ ທັງພຣະເຈົ້າໃນສະຫວັນ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ບາງຄົນ, ຖ້າເຮົາລິຮານພວກເຂົາເລັກນ້ອຍ, ພວກເຂົາກໍຈະຫຼົບໜ້າເຮົາໃນຄັ້ງຕໍ່ໄປທີ່ພວກເຮົາພົບກັນ, ບໍ່ຢາກມີປະຕິສຳພັນກັບເຮົາ. ໂດຍປົກກະຕິແລ້ວ, ເມື່ອພວກເຂົາບໍ່ຖືກລິຮານ, ພວກເຂົາກໍຢູ່ອ້ອມຮອບເຮົາສະເໝີ, ຖວາຍນໍ້າຊາ, ຖາມວ່າເຮົາຕ້ອງການຫຍັງບໍ, ເປັນຄົນອາລົມດີ, ດຸໝັ່ນ, ມັກເວົ້າ ແລະ ມີຄວາມໃກ້ຊິດໃນຄວາມສຳພັນຂອງພວກເຂົາກັບພຣະເຈົ້າ. ແຕ່ເມື່ອພວກເຂົາຖືກລິຮານ, ມັນກໍບໍ່ຄືເກົ່າອີກຕໍ່ໄປ; ພວກເຂົາບໍ່ຖວາຍນໍ້າຊາ ຫຼື ສົ່ງຄຳທັກທາຍອີກຕໍ່ໄປ ແລະ ຖ້າເຮົາຖາມພວກເຂົາຕື່ມອີກສອງສາມຄຳຖາມ, ພວກເຂົາກໍພຽງແຕ່ຍ່າງໜີໄປ, ບໍ່ໃຫ້ເຫັນໜ້າອີກເລີຍ.
ຍ້ອນກັບໄປຕອນທີ່ເຮົາຢູ່ໃນຈີນແຜ່ນດິນໃຫຍ່, ເຮົາໄດ້ພັກຢູ່ເຮືອນຂອງອ້າຍເອື້ອຍນ້ອງບາງຄົນ. ຄົນເຫຼົ່ານີ້ບາງຄົນມີຄວາມເປັນມະນຸດທີ່ບໍ່ດີ, ບາງຄົນເປັນຜູ້ເຊື່ອໃໝ່, ບາງຄົນເກີດມີແນວຄິດຫຼາຍຢ່າງຕັ້ງແຕ່ການພົວພັນຄັ້ງທຳອິດຂອງພວກເຮົາ ແລະ ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ຄົນອື່ນໆກໍບໍ່ໄດ້ໄລ່ຕາມຄວາມຈິງເລີຍ. ເມື່ອເຫັນຄົນເຫຼົ່ານີ້ເປີດເຜີຍຄວາມເສື່ອມຊາມຂອງພວກເຂົາ, ເຮົາກໍບໍ່ສາມາດລິຮານພວກເຂົາໄດ້; ເຮົາຕ້ອງເວົ້າຢ່າງສຸພາບ ແລະ ຢ່າງມີວາທະສິນ. ຖ້າເຈົ້າລິຮານພວກເຂົາແທ້ໆ, ພວກເຂົາກໍຈະເກີດມີແນວຄິດ ແລະ ຄວາມກະບົດ, ດັ່ງນັ້ນ ເຈົ້າຈຶ່ງຕ້ອງເອົາໃຈ ແລະ ເຈລະຈາກັບພວກເຂົາ ແລະ ໂອ້ລົມຄວາມຈິງໃຫ້ຫຼາຍຂຶ້ນເພື່ອນໍາພາພວກເຂົາ. ຖ້າເຈົ້າບໍ່ເຈລະຈາ ຫຼື ໂອ້ລົມ ແລະ ພຽງແຕ່ຮຽກຮ້ອງໂດຍກົງ, ມັນກໍຈະບໍ່ໄດ້ຜົນຢ່າງແນ່ນອນ. ຕົວຢ່າງ: ເຈົ້າອາດຈະເວົ້າວ່າ: “ອາຫານຄາບນີ້ເຄັມໂພດໜ້ອຍໜຶ່ງ; ບາງທີຄັ້ງໜ້າເຮັດໃຫ້ເຄັມໜ້ອຍລົງກວ່ານີ້ແດ່. ການກິນເກືອຫຼາຍເກີນໄປບໍ່ດີຕໍ່ສຸຂະພາບ. ໃນຖານະທີ່ເປັນຜູ້ເຊື່ອໃນພຣະເຈົ້າ, ເຈົ້າຄວນໃຊ້ສາມັນສຳນຶກ ແລະ ບໍ່ໂງ່ຈ້າ; ເຈົ້າຕ້ອງຍອມຮັບສິ່ງທີ່ເປັນບວກ. ຖ້າເຈົ້າບໍ່ເຊື່ອຂ້ອຍ, ເຈົ້າສາມາດຖາມແພດແຜນຈີນກ່ຽວກັບຜົນກະທົບຂອງການກິນເກືອຫຼາຍເກີນໄປທີ່ມີຕໍ່ໝາກໄຂ່ຫຼັງ”. ວິທີການນີ້ເປັນທີ່ຍອມຮັບໄດ້ສຳລັບພວກເຂົາ. ແຕ່ຖ້າເຈົ້າເວົ້າວ່າ: “ອາຫານນີ້ເຄັມຫຼາຍ, ເຈົ້າພະຍາຍາມຈະເອົາເກືອມາຂ້າຄົນບໍ? ເປັນຫຍັງຈຶ່ງເຮັດໃຫ້ເຄັມແບບນີ້ຕະຫຼອດ? ມັນເຄັມໂພດຈົນກິນບໍ່ໄດ້! ເຈົ້າໂງ່ຈ້າແບບນີ້ໄດ້ແນວໃດ? ຄັ້ງໜ້າຢ່າເຮັດໃຫ້ເຄັມແບບນີ້!” ແບບນັ້ນຈະບໍ່ໄດ້ຜົນ. ອາຫານຄາບຕໍ່ໄປ, ພວກເຂົາອາດຈະບໍ່ໃສ່ເກືອເລີຍ. ແລ້ວເຈົ້າກໍເວົ້າວ່າ: “ເປັນຫຍັງອັນນີ້ຈຶ່ງຈືດແທ້?” “ຈືດບໍ? ເຈົ້າບໍ່ໄດ້ບອກວ່າມັນເຄັມໂພດບໍ? ເກືອຫຼາຍໂພດທຳຮ້າຍໝາກໄຂ່ຫຼັງ, ສະນັ້ນ ມັນບໍ່ດີກວ່າບໍທີ່ຈະບໍ່ໃສ່ເກືອເລີຍ? ແລ້ວມັນກໍຈະບໍ່ທຳຮ້າຍໝາກໄຂ່ຫຼັງ”. ການເວົ້າຮຸນແຮງເກີນໄປຈະບໍ່ໄດ້ຜົນ; ເຈົ້າຕ້ອງເຈລະຈາ ແລະ ເອົາໃຈ. ຫຼາຍຄົນກໍຂ້ອນຂ້າງເປັນຕາໜ້າລຳຄານພໍ; ເມື່ອເວົ້າກັບພວກເຂົາ, ເຈົ້າຕ້ອງລະມັດລະວັງກ່ຽວກັບທ່າທີ ແລະ ຈັງຫວະເວລາໃນການເວົ້າຂອງເຈົ້າ ແລະ ຍັງຕ້ອງຄຳນຶງເຖິງອາລົມຂອງພວກເຂົາ ເຈົ້າຕ້ອງມີການເຈລະຈາບາງຢ່າງ. ບາງຄັ້ງ, ຖ້າເຈົ້າເຜີເວົ້າຮຸນແຮງເກີນໄປໜ້ອຍໜຶ່ງ, ເຈົ້າກໍອາດຈະເຮັດໃຫ້ພວກເຂົາເຈັບປວດ ແລະ ພວກເຂົາອາດຈະຕໍ່ຕ້ານຢູ່ໃນໃຈ. ພາຍນອກແລ້ວ, ມັນອາດຈະເບິ່ງຄືວ່າບໍ່ມີຫຍັງຫຼາຍ, ແຕ່ພາຍໃນນັ້ນມັນຕ່າງກັນ. ໂດຍປົກກະຕິແລ້ວ, ເມື່ອເຈົ້າຂໍໃຫ້ພວກເຂົາເຮັດບາງຢ່າງ, ພວກເຂົາກໍເຮັດທັນທີ, ແຕ່ຖ້າເຈົ້າເຮັດໃຫ້ພວກເຂົາເສຍຄວາມຮູ້ສຶກ, ພວກເຂົາກໍຈະມີຄວາມກະຕືລືລົ້ນໜ້ອຍລົງໃນການເຮັດສິ່ງຕ່າງໆ, ຖ່ວງເວລາ ແລະ ບໍ່ເຕັມໃຈຢ່າງສິ້ນເຊີງ. ພວກເຂົາເວົ້າວ່າ: “ຂ້ອຍຈະດີກັບເຈົ້າໄດ້ແນວໃດ ໃນເມື່ອຂ້ອຍອາລົມບໍ່ດີ? ຂ້ອຍຈະດີຂຶ້ນເມື່ອຂ້ອຍອາລົມດີ, ແຕ່ເມື່ອຂ້ອຍອາລົມບໍ່ດີ, ເຮັດພໍແລ້ວມືແລ້ວຕີນກໍພໍແລ້ວ”. ນີ້ແມ່ນສິ່ງມີຊີວິດປະເພດໃດກັນ? ຜູ້ຄົນຮັບມືຍາກບໍ່ແມ່ນບໍ? (ແມ່ນແລ້ວ.) ຜູ້ຄົນກໍເປັນແບບນີ້ແຫຼະ, ບໍ່ຍອມຮັບເຫດຜົນ ແລະ ບໍ່ມີຕັກກະ. ເມື່ອພວກເຂົາໄຕ່ຕອງກ່ຽວກັບຕົນເອງໃນພາຍຫຼັງ, ພວກເຂົາອາດຈະກົ້ມຫົວ, ສາລະພາບຄວາມບາບຂອງພວກເຂົາ ແລະ ຮ້ອງໄຫ້ຢ່າງຂົມຂື່ນ, ແຕ່ພວກເຂົາກໍຍັງມີປະຕິກິລິຍາແບບດຽວກັນ ເມື່ອພວກເຂົາປະເຊີນກັບເລື່ອງດັ່ງກ່າວ ແລະ ຖືກລິຮານອີກຄັ້ງ. ນີ້ແມ່ນຄົນທີ່ສະແຫວງຫາຄວາມຈິງບໍ? (ບໍ່.) ນີ້ແມ່ນຄົນປະເພດໃດ? ຄົນແບບນັ້ນເປັນຄົນເອົາແຕ່ໃຈ ແລະ ບໍ່ຍອມຮັບຄວາມຈິງເລີຍ. ນີ້ຄືປະເພດຂອງທັດສະນະຄະຕິທີ່ຜູ້ຄົນມີຕໍ່ພຣະເຈົ້າ ເມື່ອພວກເຂົາປະເຊີນກັບການຖືກລິຮານ ແລະ ເມື່ອພວກເຂົາປະເຊີນກັບຄວາມທຸກລຳບາກ. ສະຫຼຸບໂດຍຫຍໍ້ແລ້ວ, ພວກເຂົາບໍ່ອ່ອນນ້ອມ, ບໍ່ສາມາດຍອມຮັບຄວາມຈິງ ແລະ ເມື່ອເຈັບປວດ, ພວກເຂົາປະຕິບັດຕໍ່ພຣະເຈົ້າຕາມຄວາມມຸທະລຸຂອງພວກເຂົາ. ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ? ເມື່ອເຮົາພົບກັບບາງຄົນ, ແມ່ນແຕ່ກ່ອນທີ່ເຮົາຈະລິຮານພວກເຂົາ, ພຽງແຕ່ເວົ້າເຖິງເລື່ອງທີ່ຢູ່ໃນມື, ໜ້າຂອງພວກເຂົາກໍບຶ້ງຕຶງ, ພວກເຂົາເວົ້າດ້ວຍຄວາມຫງຸດຫງິດ, ມີທັດສະນະຄະຕິທີ່ບໍ່ດີ ແລະ ເຖິງຂັ້ນໂຍນເຄື່ອງໂຍນຂອງ. ເຈົ້າບໍ່ສາມາດເວົ້າຢ່າງກົງໄປກົງມາກັບພວກເຂົາໄດ້; ເຈົ້າຕ້ອງເວົ້າອ້ອມຄ້ອມ ແລະ ມີວາທະສິນ. ເຮົາສາມາດເວົ້າອ້ອມຄ້ອມແບບນັ້ນຄືກັບທີ່ຜູ້ຄົນເຮັດໄດ້ບໍ? ບໍ່ວ່າເຈົ້າຈະສາມາດຍອມຮັບມັນໄດ້ ຫຼື ບໍ່, ເຮົາຕ້ອງເວົ້າສິ່ງທີ່ເປັນຄວາມຈິງ ສິ່ງຕ່າງໆຕ້ອງເຮັດຕາມຫຼັກການຄວາມຈິງໃນເຮືອນຂອງພຣະເຈົ້າ. ບາງຄົນບໍ່ສະແດງປະຕິກິລິຍາພາຍນອກເມື່ອພວກເຂົາຖືກລິຮານ, ແຕ່ພາຍໃນໃຈພວກເຂົາກຳລັງງອນຢູ່. ຄົນແບບນັ້ນສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດີບໍ? (ບໍ່.) ຖ້າພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງເໝາະສົມ ແລະ ພວກເຂົາຍັງເຮັດຜິດຢູ່ເລື້ອຍໆ, ຄຣິສຕະຈັກກໍຕ້ອງຈັດການກັບພວກເຂົາຕາມຫຼັກການ.
2). ພຶດຕິກຳຂອງພວກເຂົາຕໍ່ພຣະຄຣິສເມື່ອພຣະອົງຖືກໄລ່ລ່າ ໂດຍບໍ່ມີບ່ອນພັກຜ່ອນ
ມີອັນຕະລາຍທຸກມື້ໃນການເຊື່ອໃນພຣະເຈົ້າ ແລະ ການຕິດຕາມພຣະອົງໃນປະເທດຈີນແຜ່ນດິນໃຫຍ່. ມັນເປັນສະພາບແວດລ້ອມທີ່ຮຸນແຮງເປັນພິເສດສຳລັບເລື່ອງນີ້ ເຊິ່ງຄົນເຮົາອາດຈະຖືກຈັບກຸມໄດ້ທຸກເວລາ. ພວກເຈົ້າລ້ວນແຕ່ມີປະສົບການກັບສະພາບແວດລ້ອມຂອງການຖືກໄລ່ລ່າ ແລະ ເຮົາເອງກໍບໍ່ໄດ້ມີປະສົບການຄືກັນບໍ? ພວກເຈົ້າ ແລະ ເຮົາໄດ້ອາໄສຢູ່ໃນສະພາບແວດລ້ອມດຽວກັນ, ສະນັ້ນ ໃນສະພາບແວດລ້ອມນັ້ນ ເຮົາຫຼີກລ່ຽງບໍ່ໄດ້ທີ່ຈະຕ້ອງເຊື່ອງຕົວເອງເລື້ອຍໆ. ມີບາງເວລາທີ່ເຮົາຕ້ອງປ່ຽນສະຖານທີ່ສອງ ຫຼື ສາມເທື່ອໃນມື້ດຽວ; ແມ່ນແຕ່ມີບາງເວລາທີ່ເຮົາຕ້ອງໄປບ່ອນທີ່ເຮົາບໍ່ເຄີຍຝັນທີ່ຈະໄປ. ຊ່ວງເວລາທີ່ຍາກລຳບາກທີ່ສຸດແມ່ນຕອນທີ່ເຮົາບໍ່ມີບ່ອນທີ່ຈະໄປ, ເຮົາຈະຈັດການເຕົ້າໂຮມໃນຕອນກາງເວັນ ແລະ ຈາກນັ້ນໃນຕອນກາງຄືນ ເຮົາກໍບໍ່ຮູ້ວ່າບ່ອນໃດມີຄວາມປອດໄພ. ບາງຄັ້ງ, ຫຼັງຈາກທີ່ດິ້ນຮົນຢ່າງໜັກເພື່ອຊອກຫາສະຖານທີ່, ເຮົາກໍຕ້ອງອອກໄປໃນມື້ຕໍ່ມາ ເພາະວ່າມັງກອນແດງທີ່ຍິ່ງໃຫຍ່ກຳລັງບີບຄັ້ນເຂົ້າມາ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງຄິດແນວໃດ ເມື່ອພວກເຂົາເຫັນເຫດການດັ່ງກ່າວ? “ການທີ່ພຣະເຈົ້າສະເດັດມາສູ່ໂລກໃນເນື້ອໜັງເພື່ອຊ່ວຍມະນຸດໃຫ້ລອດພົ້ນນັ້ນຄືລາຄາທີ່ພຣະອົງໄດ້ຈ່າຍ. ນີ້ແມ່ນໜຶ່ງໃນຄວາມທຸກທໍລະມານທີ່ພຣະອົງໄດ້ຜ່ານຜ່າ ແລະ ມັນເຮັດໃຫ້ພຣະທຳຂອງພຣະອົງສຳເລັດຢ່າງແທ້ຈິງທີ່ວ່າ ‘ໝາຈອກຍັງມີຮູ ແລະ ນົກໃນອາກາດຍັງມີຮັງ; ແຕ່ບຸດມະນຸດບໍ່ມີບ່ອນທີ່ຈະວາງຫົວຂອງພຣະອົງເລີຍ’ (ມັດທາຍ 8:20.) ສິ່ງຕ່າງໆເປັນແບບນັ້ນແທ້ໆ ແລະ ພຣະຄຣິສທີ່ບັງເກີດເປັນມະນຸດກໍມີປະສົບການກັບຄວາມທຸກທໍລະມານດັ່ງກ່າວດ້ວຍຕົວພຣະອົງເອງ ເຊັ່ນດຽວກັນກັບມະນຸດ”. ທຸກຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງສາມາດເຫັນໄດ້ວ່າ ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງນັ້ນຍາກລຳບາກພຽງໃດ ແລະ ດ້ວຍເຫດນີ້ ພວກເຂົາຈະຮັກພຣະເຈົ້າ ແລະ ພວກເຂົາຈະຂອບໃຈພຣະອົງສຳລັບລາຄາທີ່ພຣະອົງຈ່າຍເພື່ອເຫັນແກ່ມະນຸດຊາດ. ຜູ້ທີ່ມີຄວາມເປັນມະນຸດທີ່ບໍ່ດີເປັນພິເສດ, ຜູ້ທີ່ປະສົງຮ້າຍ ແລະ ປະຕິເສດຄວາມຈິງຢ່າງສິ້ນເຊີງ, ພ້ອມທັງຜູ້ທີ່ຕິດຕາມພຣະຄຣິສພຽງແຕ່ຍ້ອນຄວາມຢາກຮູ້ຢາກເຫັນ ຫຼື ຢາກເຫັນການອັດສະຈັນ, ບໍ່ໄດ້ຄິດແບບນີ້ ເມື່ອພວກເຂົາເຫັນເຫດການດັ່ງກ່າວ. ພວກເຂົາຄິດກັບຕົນເອງວ່າ: “ເຈົ້າບໍ່ມີບ່ອນພັກເຊົາບໍ? ເຈົ້າແມ່ນພຣະເຈົ້າ, ເຮັດວຽກເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ, ແຕ່ເຈົ້າຊ່ວຍຕົວເອງບໍ່ໄດ້ ແລະ ບໍ່ຮູ້ວ່າເຈົ້າຈະພັກຢູ່ໃສໃນມື້ອື່ນ. ຕອນນີ້ ເຈົ້າບໍ່ມີແມ່ນແຕ່ບ່ອນທີ່ຈະຫຼົບໄພ, ຂ້ອຍຈະເຊື່ອໃນຕົວເຈົ້າ ຫຼື ຕິດຕາມເຈົ້າໄດ້ແນວໃດ?” ຍິ່ງສະຖານະການອັນຕະລາຍຫຼາຍເທົ່າໃດ, ພວກເຂົາກໍຍິ່ງປິຕິຍິນດີຫຼາຍເທົ່ານັ້ນ ໂດຍຄິດວ່າ: “ໂຊກດີທີ່ຂ້ອຍບໍ່ໄດ້ປະຖິ້ມທຸກຢ່າງຢ່າງສິ້ນເຊີງ; ໂຊກດີທີ່ຂ້ອຍເກັບແຜນສຳຮອງໄວ້. ເຫັນບໍ? ຕອນນີ້ເຈົ້າບໍ່ມີບ່ອນທີ່ຈະເອີ້ນວ່າເຮືອນເລີຍ! ຂ້ອຍຮູ້ວ່າມັນຈະມາຮອດຈຸດນີ້, ເຈົ້າບໍ່ມີບ່ອນທີ່ຈະວາງຫົວຂອງເຈົ້າເລີຍ ແລະ ຂ້ອຍເຖິງກັບຕ້ອງຊ່ວຍຊອກຫາບ່ອນທີ່ຈະໃຫ້ເຈົ້າຫຼົບໄພ”. ພວກເຂົາຖືກເປີດເຜີຍແລ້ວ, ແມ່ນບໍ? ຖ້າຄົນດັ່ງກ່າວເຫັນເຫດການທີ່ອົງພຣະເຢຊູເຈົ້າຖືກຄຶງທີ່ໄມ້ກາງແຂນ, ພວກເຂົາຈະມີພຶດຕິກຳແນວໃດ? ເມື່ອອົງພຣະເຢຊູເຈົ້າກຳລັງແບກໄມ້ກາງແຂນໄປຍັງໂຄລະໂຄທາ, ຄົນດັ່ງກ່າວຢູ່ໃສ? ພວກເຂົາສາມາດຕິດຕາມພຣະອົງຕໍ່ໄປໄດ້ບໍ? (ບໍ່.) ພວກເຂົາປະຕິເສດຕົວຕົນຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ ແລະ ແມ່ນແຕ່ການມີຕົວຕົນຂອງພຣະອົງ. ພວກເຂົາໄດ້ຫຼົບໜີ, ອອກໄປເບິ່ງແຍງຕົວເອງ, ບໍ່ຕິດຕາມພຣະເຈົ້າອີກຕໍ່ໄປ. ບໍ່ວ່າກ່ອນໜ້ານີ້ພວກເຂົາຈະໄດ້ຍິນຄຳເທດສະໜາມາຫຼາຍປານໃດກໍຕາມ, ທັງໝົດນັ້ນກໍໄດ້ຫາຍໄປຈາກໃຈຂອງພວກເຂົາ, ຫາຍໄປໂດຍບໍ່ມີຮ່ອງຮອຍ. ພວກເຂົາເຊື່ອວ່າທຸກສິ່ງທີ່ພວກເຂົາເຫັນຕໍ່ໜ້າພວກເຂົາແມ່ນເປັນຈິງ ແລະ ມີຕົ້ນກຳເນີດມາຈາກມະນຸດ, ບໍ່ກ່ຽວຂ້ອງກັບພຣະເຈົ້າ. ພວກເຂົາຄິດວ່າ: “ຄົນນີ້ເປັນພຽງມະນຸດຄົນໜຶ່ງ; ຕົວຕົນ ຫຼື ແກ່ນແທ້ຂອງພຣະເຈົ້າໃນຕົວລາວຢູ່ໃສ? ຖ້າລາວເປັນພຣະເຈົ້າ, ລາວຈະເຊື່ອງ ແລະ ປິດບັງຕົວເອງແບບນີ້ບໍ, ຖືກຊາຕານໄລ່ລ່າໂດຍບໍ່ມີບ່ອນທີ່ຈະວາງຫົວລົງ, ບໍ່ມີບ່ອນທີ່ຈະຊອກຫາບ່ອນຫຼົບໄພ? ຖ້າລາວເປັນພຣະເຈົ້າ, ລາວຄວນປ່ຽນຮູບຮ່າງ ແລະ ຫາຍຕົວໄປຕໍ່ໜ້າທຸກຄົນຢ່າງກະທັນຫັນ ເມື່ອຖືກໄລ່ລ່າ, ເຮັດໃຫ້ບໍ່ມີໃຜສາມາດເຫັນລາວໄດ້ ແລະ ຮູ້ວິທີເຮັດໃຫ້ຕົວເອງເບິ່ງບໍ່ເຫັນ, ນັ້ນຈຶ່ງຈະແມ່ນພຣະເຈົ້າ!” ໃນສະພາບແວດລ້ອມທີ່ເປັນອັນຕະລາຍຂອງປະເທດຈີນແຜ່ນດິນໃຫຍ່, ອ້າຍເອື້ອຍນ້ອງບາງຄົນ, ເມື່ອເຫັນວ່າເຮົາໄດ້ໄປທີ່ບ່ອນຂອງພວກເຂົາ, ກໍສ່ຽງຄວາມປອດໄພຂອງພວກເຂົາເພື່ອຈັດຕ້ອນຮັບ ແລະ ປົກປ້ອງເຮົາ, ໃນຂະນະທີ່ຄົນອື່ນຫຼົບໜີ, ຫາຍໄປໂດຍບໍ່ມີຮ່ອງຮອຍ. ບາງຄົນເຖິງກັບເບິ່ງດ້ວຍຄວາມຂົບຂັນ, ເບິ່ງຈາກວົງນອກ. ຄົນເຫຼົ່ານີ້ແມ່ນໃຜ? ພວກເຂົາຄືຜູ້ບໍ່ເຊື່ອ, ຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຄົນເຫຼົ່ານີ້ເຫັນພຣະຄຣິສຖືກໄລ່ຕາມຈາກເມືອງນີ້ໄປຍັງເມືອງຕໍ່ໄປ, ພວກເຂົາຮັບຮູ້ສະຖານະການນີ້ແນວໃດ? ພວກເຂົາເຂົ້າໃຈມັນແນວໃດ? “ພຣະຄຣິສກໍຕົກຢູ່ໃນອັນຕະລາຍເຊັ່ນກັນ. ຖ້າລາວຖືກຈັບ, ແລ້ວວຽກງານຂອງຄຣິສຕະຈັກກໍຈະຈົບລົງ ແລະ ວຽກງານຂອງເຮືອນຂອງພຣະເຈົ້າກໍຈະຢຸດສະງັກ. ສິ່ງນີ້ຈະພິສູດວ່າສິ່ງທີ່ພຣະເຈົ້າເປັນພະຍານນັ້ນຜິດ, ວ່າມັນບໍ່ໄດ້ມາຈາກພຣະເຈົ້າ ແຕ່ມາຈາກມະນຸດ. ຂ້ອຍຟ້າວກັບເມືອເຮືອນເພື່ອດຳລົງຊີວິດຂອງຂ້ອຍເອງດີກວ່າ; ຂ້ອຍຈະໄປສ້າງຄວາມຮັ່ງມີ!” ນີ້ຄືພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອພຣະຄຣິສປະເຊີນກັບການຖືກໄລ່ລ່າໂດຍບໍ່ມີບ່ອນເຊື່ອງຕົວ ແລະ ບໍ່ມີບ່ອນທີ່ຈະວາງຫົວຂອງພຣະອົງລົງ, ແທນທີ່ຈະຮ່ວມໃຈກັນທົນທຸກກັບພຣະເຈົ້າ ແລະ ສືບຕໍ່ວຽກງານຂອງຄຣິສຕະຈັກກັບພຣະອົງໃນສະພາບແວດລ້ອມດັ່ງກ່າວ, ພວກເຂົາກັບກາຍເປັນຜູ້ສັງເກດການທີ່ເບິ່ງພຣະອົງ ແລະ ເຍາະເຍີ້ຍ. ພວກເຂົາເຖິງກັບຍຸຍົງໃຫ້ຄົນອື່ນກໍ່ໃຫ້ເກີດຄວາມເສຍຫາຍ, ການຂັດຂວາງ ແລະ ການລົບກວນ ແລະ ຍິ່ງໄປກວ່ານັ້ນ, ເມື່ອບາງຄົນເຫັນເຮົາບໍ່ມີບ່ອນເຊື່ອງຕົວ ແລະ ບໍ່ມີບ່ອນພັກເຊົາ, ພວກເຂົາກໍຖືໂອກາດລົບກວນວຽກງານຂອງຄຣິສຕະຈັກ ແລະ ຍຶດເອົາຊັບສິນຂອງເຮືອນຂອງພຣະເຈົ້າ. ສິ່ງນີ້ເປັນຄືກັບຕອນທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ, ຜູ້ບໍ່ເຊື່ອ ແລະ ຜູ້ຕໍ່ຕ້ານພຣະຄຣິສຫຼາຍຄົນຄິດວ່າ: “ຄຣິສຕະຈັກຈົບລົງແລ້ວ, ວຽກງານຂອງພຣະເຈົ້າຈົບລົງແລ້ວ, ຖືກຊາຕານທຳລາຍຢ່າງສິ້ນເຊີງ. ພວກເຮົາຟ້າວໜີ ແລະ ເລີ່ມແບ່ງປັນສິ່ງຂອງກັນດີກວ່າ!” ບໍ່ວ່າພວກເຂົາຈະປະເຊີນກັບສະຖານະການໃດກໍຕາມ, ຜູ້ບໍ່ເຊື່ອ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຈະເປີດເຜີຍອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາຢູ່ສະເໝີ, ໂດຍເປີດເຜີຍລັກສະນະທີ່ແທ້ຈິງຂອງຜູ້ບໍ່ເຊື່ອ. ເມື່ອໃດກໍຕາມທີ່ຄຣິສຕະຈັກພົບພໍ້ກັບສັນຍານຂອງບັນຫາ ຫຼື ສະຖານະການທີ່ບໍ່ເອື້ອອຳນວຍແມ່ນແຕ່ໜ້ອຍດຽວ, ພວກເຂົາກໍຢາກຫຼົບໜີທັນທີ, ກະຕືລືລົ້ນທີ່ຈະໃຫ້ອ້າຍເອື້ອຍນ້ອງທຸກຄົນແຍກຍ້າຍກັນ, ຖອນຕົວ ແລະ ບໍ່ຕິດຕາມພຣະຄຣິສອີກຕໍ່ໄປ. ພວກເຂົາປາຖະໜາຢ່າງຈິງຈັງວ່າກະແສນີ້ຜິດ ແລະ ພາລະກິດຂອງພຣະເຈົ້າຖືກປະຖິ້ມໄວ້ໂດຍບໍ່ສຳເລັດ. ນີ້ຄືລັກສະນະທີ່ແທ້ຈິງຂອງຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະຄຣິສ ເມື່ອປະເຊີນກັບສະຖານະການດັ່ງກ່າວ.
3). ພຶດຕິກຳຂອງພວກເຂົາເມື່ອພວກເຂົາເກີດແນວຄິດຕໍ່ພຣະຄຣິສ
ອີກລາຍການໜຶ່ງແມ່ນການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອພວກເຂົາມີແນວຄິດກ່ຽວກັບເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ. ຕົວຢ່າງ: ເມື່ອພວກເຂົາເຫັນພຣະເຈົ້າທີ່ບັງເກີດເປັນມະນຸດເຮັດບາງສິ່ງ ຫຼື ເວົ້າບາງຄຳທີ່ຄ້າຍຄືມະນຸດຫຼາຍ, ໂດຍບໍ່ຮັບຮູ້ເຖິງຄວາມເປັນພຣະເຈົ້າແມ່ນແຕ່ໜ້ອຍດຽວ, ພວກເຂົາກໍພັດທະນາການຕໍ່ຕ້ານ ແລະ ເກີດມີແນວຄິດ ແລະ ການກ່າວໂທດຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ ໂດຍຄິດວ່າ: “ບໍ່ວ່າຂ້ອຍຈະເບິ່ງລາວແນວໃດກໍຕາມ, ຄົນນັ້ນກໍເບິ່ງບໍ່ຄືພຣະເຈົ້າ; ລາວເບິ່ງຄືກັບຄົນທຳມະດາ. ຖ້າລາວຄືກັບມະນຸດ, ແລ້ວລາວຍັງຈະເປັນພຣະເຈົ້າໄດ້ບໍ? ຖ້າລາວເປັນມະນຸດ, ການຕິດຕາມລາວແບບນີ້ຈະບໍ່ເປັນເລື່ອງໂງ່ຈ້າຢ່າງບໍ່ໜ້າເຊື່ອບໍ?” ພວກເຂົາເກີດມີແນວຄິດກ່ຽວກັບການເວົ້າ ແລະ ການກະທຳຂອງພຣະຄຣິສ, ກ່ຽວກັບວິຖີຊີວິດຂອງພຣະຄຣິສ, ເຄື່ອງນຸ່ງ ແລະ ຮູບຮ່າງໜ້າຕາຂອງພຣະອົງ ແລະ ແມ່ນແຕ່ວິທີທີ່ພຣະອົງເວົ້າ, ນໍ້າສຽງຂອງພຣະອົງ, ການເລືອກຄຳເວົ້າຂອງພຣະອົງ ແລະ ອື່ນໆ, ພວກເຂົາສາມາດເກີດມີແນວຄິດກ່ຽວກັບສິ່ງທັງໝົດນີ້ໄດ້. ເມື່ອແນວຄິດເຫຼົ່ານີ້ເກີດຂຶ້ນ, ພວກເຂົາປະຕິບັດຕໍ່ພວກມັນແນວໃດ? ພວກເຂົາເກັບຄວາມຄິດເຫຼົ່ານີ້ໄວ້ ແລະ ບໍ່ປ່ອຍວາງ, ໂດຍເຊື່ອວ່າການກຳແນວຄິດເຫຼົ່ານີ້ໄວ້ກໍປຽບເໝືອນການຍຶດກຸນແຈໄວ້. ພວກເຂົາຄິດວ່າ “ກຸນແຈ” ນີ້ມາທັນເວລາພໍດີ, ເມື່ອພວກເຂົາມີແນວຄິດເຫຼົ່ານີ້ແລ້ວ, ມັນກໍຈະໃຫ້ຂໍ້ຕໍ່ລອງແກ່ພວກເຂົາ ແລະ ເມື່ອພວກເຂົາມີຂໍ້ຕໍ່ລອງແລ້ວ, ມັນກໍຈະຈັດການໄດ້ງ່າຍ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສຄິດ; ພວກເຂົາຮູ້ສຶກວ່າການມີແນວຄິດເທົ່າກັບການມີຂໍ້ຕໍ່ລອງ ແລະ ດັ່ງນັ້ນ ພວກເຂົາຈຶ່ງສາມາດປະຕິເສດພຣະຄຣິສໄດ້ທຸກເວລາ ແລະ ທຸກສະຖານທີ່ ແລະ ສາມາດປະຕິເສດຄວາມຈິງທີ່ວ່າເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດນັ້ນມີແກ່ນແທ້ຂອງພຣະເຈົ້າ. ບາງຄົນຖາມວ່າ: “ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງມີເຈດຕະນາແບບນັ້ນ?” ບອກເຮົາເບິ່ງວ່າ, ຜູ້ຕໍ່ຕ້ານພຣະຄຣິສ ເຊິ່ງເປັນພັກພວກຂອງຊາຕານ ຫວັງໃຫ້ພາລະກິດຂອງພຣະເຈົ້າສຳເລັດຜົນ ຫຼື ບໍ່? (ພວກເຂົາບໍ່ຫວັງ.) ເປັນຫຍັງພວກເຂົາຈຶ່ງບໍ່ຫວັງ? ສິ່ງໃດທີ່ບົ່ງບອກເຖິງເລື່ອງນັ້ນ? ໂດຍທຳມະຊາດແລ້ວ ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງ ແລະ ພຣະທຳທຸກຂໍ້ທີ່ພຣະເຈົ້າສະແດງອອກກໍຄືຄວາມຈິງ, ເຊິ່ງພວກເຂົາເຫັນວ່າໜ້າລັງກຽດຢ່າງຍິ່ງໃນໃຈຂອງພວກເຂົາ ແລະ ບໍ່ເຕັມໃຈທີ່ຈະຟັງ ຫຼື ຍອມຮັບ. ພຣະທຳແຫ່ງການເປີດໂປງ ແລະ ການພິພາກສາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດຄືການກ່າວໂທດຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍເຫຼົ່ານີ້ ແລະ ສຳລັບພວກເຂົາແລ້ວ, ພຣະທຳເຫຼົ່ານີ້ຄືການກ່າວໂທດ, ການພິພາກສາ ແລະ ຄຳສາບແຊ່ງ, ເຮັດໃຫ້ພວກເຂົາຮູ້ສຶກບໍ່ສະບາຍໃຈ ແລະ ກັງວົນໃຈເມື່ອໄດ້ຍິນພຣະທຳເຫຼົ່ານັ້ນ. ພວກເຂົາຄິດແນວໃດໃນໃຈຂອງພວກເຂົາ? “ພຣະທຳທັງໝົດນີ້ທີ່ພຣະເຈົ້າກ່າວກໍຄືການພິພາກສາ ແລະ ການກ່າວໂທດຂ້ອຍ. ເບິ່ງຄືວ່າຄົນແບບຂ້ອຍບໍ່ສາມາດໄດ້ຮັບຄວາມລອດພົ້ນ; ຂ້ອຍເປັນປະເພດທີ່ຖືກກຳຈັດ ແລະ ຖືກປະຕິເສດ. ໃນເມື່ອຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ການເຊື່ອໃນພຣະເຈົ້າຈະມີປະໂຫຍດຫຍັງ? ແຕ່ຂໍ້ເທັດຈິງກໍຄື ລາວຍັງເປັນພຣະເຈົ້າ, ລາວຄືເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ, ຜູ້ທີ່ໄດ້ກ່າວພຣະທຳຫຼາຍຢ່າງ ແລະ ມີຜູ້ຕິດຕາມຫຼາຍຄົນ. ຂ້ອຍຄວນເຮັດແນວໃດກ່ຽວກັບເລື່ອງນີ້?” ເລື່ອງນີ້ເຮັດໃຫ້ພວກເຂົາກັງວົນໃຈ; ຖ້າພວກເຂົາບໍ່ສາມາດໄດ້ຮັບບາງສິ່ງ, ພວກເຂົາກໍບໍ່ຢາກໃຫ້ຄົນອື່ນໄດ້ຮັບມັນເຊັ່ນກັນ. ຖ້າຄົນອື່ນສາມາດໄດ້ຮັບມັນ ໃນຂະນະທີ່ພວກເຂົາບໍ່ສາມາດໄດ້ຮັບ, ພວກເຂົາກໍຈະກຽດຊັງຢ່າງຂົມຂື່ນ ແລະ ບໍ່ມີຄວາມສຸກ. ພວກເຂົາຫວັງວ່າພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ແມ່ນພຣະເຈົ້າ ແລະ ພາລະກິດທີ່ພຣະອົງເຮັດຈະເປັນຂອງປອມ ແລະ ບໍ່ໄດ້ເຮັດໂດຍພຣະເຈົ້າ. ຖ້າເປັນເຊັ່ນນີ້, ພວກເຂົາກໍຈະຮູ້ສຶກສົມດຸນໃນໃຈ ແລະ ບັນຫາກໍຈະຖືກແກ້ໄຂທີ່ຕົ້ນເຫດ. ພວກເຂົາຄິດກັບຕົນເອງວ່າ: “ຖ້າຄົນນີ້ບໍ່ແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ແລ້ວມັນຈະບໍ່ໝາຍຄວາມວ່າຄົນທີ່ຕິດຕາມລາວຖືກຫຼອກລວງບໍ? ຖ້າເປັນແນວນັ້ນ, ບໍ່ຊ້າກໍໄວ ຄົນເຫຼົ່ານີ້ກໍຈະແຍກຍ້າຍກັນໄປ. ຖ້າພວກເຂົາກະຈັດກະຈາຍກັນໄປ ແລະ ບໍ່ມີໃຜໃນພວກເຂົາໄດ້ຮັບຫຍັງເລີຍ, ແລ້ວຂ້ອຍກໍຈະສາມາດສະບາຍໃຈ ແລະ ຮູ້ສຶກສົມດຸນທີ່ຮູ້ວ່າຂ້ອຍບໍ່ໄດ້ຮັບຫຍັງເລີຍ, ແມ່ນບໍ?” ນີ້ຄືຄວາມຄິດຂອງພວກເຂົາ; ພວກເຂົາບໍ່ສາມາດໄດ້ຮັບຫຍັງເລີຍ, ສະນັ້ນ ພວກເຂົາຈຶ່ງບໍ່ຢາກໃຫ້ຄົນອື່ນໄດ້ຮັບຫຍັງເລີຍເຊັ່ນກັນ. ວິທີທີ່ດີທີ່ສຸດໃນການປ້ອງກັນບໍ່ໃຫ້ຄົນອື່ນໄດ້ຮັບສິ່ງໃດກໍຄືການປະຕິເສດພຣະຄຣິສ, ປະຕິເສດແກ່ນແທ້ຂອງພຣະຄຣິສ, ປະຕິເສດພາລະກິດທີ່ພຣະຄຣິສໄດ້ເຮັດ ແລະ ປະຕິເສດພຣະທຳທັງໝົດທີ່ພຣະຄຣິສກ່າວ. ດ້ວຍວິທີນີ້, ພວກເຂົາຈະບໍ່ຖືກກ່າວໂທດ ແລະ ພວກເຂົາກໍຍອມຈຳນົນ ແລະ ສະຫງົບໃຈກັບການບໍ່ໄດ້ຮັບຫຍັງເລີຍ, ບໍ່ຈຳເປັນຕ້ອງກັງວົນກ່ຽວກັບເລື່ອງນີ້ອີກຕໍ່ໄປ. ນີ້ຄືທຳມະຊາດ-ແກ່ນແທ້ຂອງຄົນຢ່າງຜູ້ຕໍ່ຕ້ານພຣະຄຣິສ. ແລ້ວພວກເຂົາມີແນວຄິດກ່ຽວກັບພຣະຄຣິສບໍ? ແລ້ວເມື່ອພວກເຂົາມີແນວຄິດ, ພວກເຂົາແກ້ໄຂແນວຄິດເຫຼົ່ານັ້ນບໍ? ພວກເຂົາສາມາດປ່ອຍວາງແນວຄິດເຫຼົ່ານັ້ນໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້. ແນວຄິດຂອງພວກເຂົາເກີດຂຶ້ນໄດ້ແນວໃດ? ມັນງ່າຍສຳລັບພວກເຂົາທີ່ຈະເກີດແນວຄິດ: “ເມື່ອເຈົ້າເວົ້າ, ຂ້ອຍກໍກວດສອບເຈົ້າ, ພະຍາຍາມເຂົ້າໃຈແຮງຈູງໃຈທີ່ຢູ່ເບື້ອງຫຼັງຄຳເວົ້າຂອງເຈົ້າ ແລະ ພວກມັນມາຈາກໃສ. ພວກມັນແມ່ນສິ່ງທີ່ເຈົ້າໄດ້ຍິນ ຫຼື ຮຽນຮູ້ມາ ຫຼື ມີຄົນແນະນຳໃຫ້ເຈົ້າເວົ້າບໍ? ມີຄົນເຮັດບົດລາຍງານ ຫຼື ຍື່ນຄຳຮ້ອງຮຽນຕໍ່ເຈົ້າບໍ? ເຈົ້າກຳລັງເປີດໂປງໃຜ?” ພວກເຂົາກວດສອບດ້ວຍວິທີນີ້. ພວກເຂົາສາມາດເຂົ້າໃຈຄວາມຈິງໄດ້ບໍ? ພວກເຂົາບໍ່ມີວັນເຂົ້າໃຈຄວາມຈິງໄດ້ເລີຍ; ພວກເຂົາຕໍ່ຕ້ານມັນຢູ່ໃນໃຈຂອງພວກເຂົາ. ພວກເຂົາເບື່ອໜ່າຍຄວາມຈິງ, ຕໍ່ຕ້ານມັນ ແລະ ກຽດຊັງມັນ ແລະ ພວກເຂົາຟັງຄຳເທດສະໜາດ້ວຍທຳມະຊາດ-ແກ່ນແທ້ແບບນີ້. ນອກເໜືອຈາກທິດສະດີ ແລະ ຫຼັກຄຳສອນແລ້ວ, ສິ່ງທີ່ພວກເຂົາເກັບກ່ຽວໄດ້ກໍມີພຽງແຕ່ແນວຄິດເທົ່ານັ້ນ. ແນວຄິດປະເພດໃດ? “ພຣະຄຣິສເວົ້າແບບນີ້, ບາງຄັ້ງກໍເຖິງກັບເລົ່າເລື່ອງຕະຫຼົກ; ນັ້ນບໍ່ໜ້າເຄົາລົບເລີຍ! ບາງຄັ້ງພຣະອົງກໍໃຊ້ຄຳເວົ້າປຽບທຽບ; ນັ້ນບໍ່ຈິງຈັງເລີຍ! ການເວົ້າຂອງພຣະອົງບໍ່ມີວາທະສິນ; ພຣະອົງບໍ່ໄດ້ມີການສຶກສາສູງ! ບາງຄັ້ງພຣະອົງຕ້ອງໄຕ່ຕອງ ແລະ ຄິດກ່ຽວກັບການເລືອກຄຳເວົ້າຂອງພຣະອົງ; ພຣະອົງບໍ່ໄດ້ຮຽນມະຫາວິທະຍາໄລ, ແມ່ນບໍ່? ບາງຄັ້ງການເວົ້າຂອງພຣະອົງກໍແນເປົ້າໃສ່ຄົນສະເພາະເຈາະຈົງ. ແມ່ນໃຜ? ມີຄົນຍື່ນຄຳຮ້ອງຮຽນບໍ? ມັນແມ່ນໃຜ? ເປັນຫຍັງພຣະຄຣິສຈຶ່ງວິຈານຂ້ອຍສະເໝີເມື່ອພຣະອົງເວົ້າ? ພຣະອົງກຳລັງເຝົ້າເບິ່ງ ແລະ ສັງເກດຂ້ອຍຕະຫຼອດທັງວັນບໍ? ພຣະອົງໃຊ້ເວລາໝົດມື້ໄຕ່ຕອງກ່ຽວກັບຜູ້ຄົນບໍ? ພຣະຄຣິສກຳລັງຄິດຫຍັງຢູ່ໃນໃຈຂອງພຣະອົງ? ການເວົ້າຂອງພຣະເຈົ້າທີ່ບັງເກີດເປັນມະນຸດຟັງບໍ່ຄືກັບສຽງຟ້າຮ້ອງຂອງພຣະເຈົ້າໃນສະຫວັນທີ່ມີສິດອໍານາດທີ່ບໍ່ຕ້ອງສົງໄສເລີຍ, ເປັນຫຍັງສິ່ງທີ່ພຣະອົງສະແດງອອກຈຶ່ງເບິ່ງຄືມະນຸດແທ້? ພຣະອົງເປັນພຽງຄົນຜູ້ໜຶ່ງ, ບໍ່ວ່າຂ້ອຍຈະເບິ່ງພຣະອົງແນວໃດກໍຕາມ. ພຣະເຈົ້າທີ່ບັງເກີດເປັນມະນຸດມີຈຸດອ່ອນໃດໆບໍ? ພຣະອົງກຽດຊັງຜູ້ຄົນໃນໃຈຂອງພຣະອົງບໍ? ພຣະອົງມີປັດຊະຍາສຳລັບການກະທຳທາງໂລກໃນການພົວພັນກັບຜູ້ຄົນບໍ?” ແນວຄິດເຫຼົ່ານີ້ບໍ່ມີຢ່າງຫຼວງຫຼາຍບໍ? (ມີ.) ຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສເຕັມໄປດ້ວຍສິ່ງທີ່ບໍ່ກ່ຽວຂ້ອງກັບຄວາມຈິງ, ທັງໝົດລ້ວນແຕ່ເກີດມາຈາກການຄິດ ແລະ ຕັກກະຂອງຊາຕານ, ຈາກປັດຊະຍາສຳລັບການກະທຳທາງໂລກຂອງຊາຕານ. ເລິກໆພາຍໃນ, ພວກເຂົາເຕັມໄປດ້ວຍຄວາມຊົ່ວຊ້າ, ເຕັມໄປດ້ວຍສະພາວະ ແລະ ອຸປະນິໄສທີ່ເບື່ອໜ່າຍຄວາມຈິງ. ພວກເຂົາມາບໍ່ແມ່ນເພື່ອສະແຫວງຫາ ຫຼື ໄດ້ຮັບຄວາມຈິງ, ແຕ່ເພື່ອມາກວດສອບພຣະເຈົ້າ. ແນວຄິດຂອງພວກເຂົາສາມາດເກີດຂຶ້ນໄດ້ທຸກເວລາ, ທຸກສະຖານທີ່ ແລະ ພວກເຂົາເກີດມີແນວຄິດໃນຂະນະທີ່ສັງເກດ, ໃນຂະນະທີ່ກວດສອບ. ແນວຄິດຂອງພວກເຂົາກໍ່ຕົວຂຶ້ນໃນລະຫວ່າງການພິພາກສາ ແລະ ການກ່າວໂທດຂອງພວກເຂົາ ແລະ ພວກເຂົາກໍຍຶດຖືແນວຄິດເຫຼົ່ານີ້ໄວ້ຢ່າງແໜ້ນໜາໃນໃຈຂອງພວກເຂົາ. ເມື່ອພວກເຂົາສັງເກດເບິ່ງດ້ານທີ່ເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ພວກເຂົາກໍເກີດມີແນວຄິດ. ເມື່ອພວກເຂົາເຫັນດ້ານທີ່ເປັນພຣະເຈົ້າ, ພວກເຂົາກໍເກີດຄວາມຢາກຮູ້ຢາກເຫັນ ແລະ ປະຫຼາດໃຈ, ເຊິ່ງນຳໄປສູ່ການເກີດມີແນວຄິດເຊັ່ນກັນ. ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະຄຣິສ ແລະ ຕໍ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດນັ້ນ ບໍ່ແມ່ນການອ່ອນນ້ອມ ຫຼື ການຍອມຮັບຢ່າງແທ້ຈິງຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ. ແຕ່ໃນທາງກົງກັນຂ້າມ, ພວກເຂົາຢືນຢູ່ກົງກັນຂ້າມກັບພຣະຄຣິສ, ສັງເກດ ແລະ ກວດສອບສາຍຕາ, ຄວາມຄິດ ແລະ ທ່າທາງຂອງພຣະອົງ ແລະ ແມ່ນແຕ່ສັງເກດ ແລະ ກວດສອບທຸກການສະແດງອອກຂອງພຣະຄຣິສ, ຟັງທຸກນໍ້າສຽງ, ທຳນອງສຽງຂອງການເວົ້າ ແລະ ການເລືອກຄຳເວົ້າ ແລະ ສິ່ງທີ່ຖືກກ່າວເຖິງໃນການເວົ້າຂອງພຣະຄຣິສ ແລະ ອື່ນໆ. ເມື່ອຜູ້ຕໍ່ຕ້ານພຣະຄຣິສສັງເກດ ແລະ ກວດສອບພຣະຄຣິສດ້ວຍວິທີນີ້, ທັດສະນະຄະຕິຂອງພວກເຂົາບໍ່ແມ່ນຄວາມຕັ້ງໃຈທີ່ຈະສະແຫວງຫາຄວາມຈິງ ແລະ ເຂົ້າໃຈມັນ ເພື່ອທີ່ພວກເຂົາຈະສາມາດຍອມຮັບພຣະຄຣິສເປັນພຣະເຈົ້າຂອງພວກເຂົາ ແລະ ຍອມຮັບພຣະຄຣິສໃຫ້ເປັນຄວາມຈິງຂອງພວກເຂົາ ແລະ ກາຍເປັນຊີວິດຂອງພວກເຂົາ. ໃນທາງກົງກັນຂ້າມ, ພວກເຂົາຕ້ອງການກວດສອບບຸກຄົນນີ້, ເພື່ອກວດສອບ ແລະ ຢັ່ງຮູ້ພຣະອົງຢ່າງຖີຖ້ວນ. ພວກເຂົາກຳລັງພະຍາຍາມຢັ່ງຮູ້ຫຍັງ? ພວກເຂົາກຳລັງກວດສອບວ່າຄົນນີ້ຄ້າຍຄືພຣະເຈົ້າແນວໃດ ແລະ ຖ້າພຣະອົງຄ້າຍຄືພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຍອມຮັບພຣະອົງ. ຖ້າບໍ່ວ່າພວກເຂົາຈະກວດສອບພຣະອົງແນວໃດກໍຕາມ, ພຣະອົງກໍເບິ່ງບໍ່ຄືພຣະເຈົ້າ, ແລ້ວພວກເຂົາກໍລົ້ມເລີກຄວາມຄິດນັ້ນຢ່າງສິ້ນເຊີງ ແລະ ສືບຕໍ່ຍຶດຖືແນວຄິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ໂດຍເຊື່ອວ່າບໍ່ມີຄວາມຫວັງທີ່ຈະໄດ້ຮັບພຣະພອນ, ພວກເຂົາກໍຊອກຫາໂອກາດທີ່ຈະຈາກໄປໂດຍໄວ.
ມັນເປັນເລື່ອງປົກກະຕິຫຼາຍທີ່ຜູ້ຕໍ່ຕ້ານພຣະຄຣິສຈະເກີດມີແນວຄິດກ່ຽວກັບເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ. ເນື່ອງຈາກແກ່ນແທ້ຂອງພວກເຂົາໃນຖານະຜູ້ຕໍ່ຕ້ານພຣະຄຣິສ, ແກ່ນແທ້ຂອງພວກເຂົາທີ່ເບື່ອໜ່າຍຄວາມຈິງ, ມັນຈຶ່ງເປັນໄປບໍ່ໄດ້ທີ່ພວກເຂົາຈະປ່ອຍວາງແນວຄິດຂອງພວກເຂົາ. ເມື່ອບໍ່ມີຫຍັງເກີດຂຶ້ນ, ພວກເຂົາອ່ານຈາກໜັງສືພຣະທຳຂອງພຣະເຈົ້າ ແລະ ເຫັນວ່າພຣະທຳເຫຼົ່ານີ້ເປັນພຣະເຈົ້າ, ແຕ່ເມື່ອໄດ້ສຳຜັດກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພົບວ່າພຣະອົງເບິ່ງບໍ່ຄືພຣະເຈົ້າ, ພວກເຂົາກໍເກີດມີແນວຄິດທັນທີ ແລະ ທັດສະນະຄະຕິຂອງພວກເຂົາກໍປ່ຽນໄປ. ເມື່ອບໍ່ໄດ້ສຳຜັດກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ພວກເຂົາພຽງແຕ່ຖືໜັງສືພຣະທຳຂອງພຣະເຈົ້າ ແລະ ຖືວ່າພຣະທຳຂອງພຣະອົງເປັນພຣະເຈົ້າ ແລະ ພວກເຂົາຍັງສາມາດເກັບຄວາມເພີ້ຝັນທີ່ເລື່ອນລອຍ ແລະ ເຈດຕະນາທີ່ຈະໄດ້ຮັບພຣະພອນໄວ້ ເພື່ອຝືນໃຈອອກເຫື່ອແຮງເລັກນ້ອຍ, ປະຕິບັດໜ້າທີ່ບາງຢ່າງ ແລະ ມີບົດບາດໃນເຮືອນຂອງພຣະເຈົ້າ. ແຕ່ທັນທີທີ່ພວກເຂົາໄດ້ສຳຜັດກັບເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ, ຈິດໃຈຂອງພວກເຂົາກໍເຕັມໄປດ້ວຍແນວຄິດ. ເຖິງແມ່ນວ່າພວກເຂົາບໍ່ຖືກລິຮານ, ຄວາມກະຕືລືລົ້ນຂອງພວກເຂົາໃນການປະຕິບັດໜ້າທີ່ກໍອາດຈະຫຼຸດລົງຢ່າງຫຼວງຫຼາຍ. ນີ້ຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະທຳຂອງພຣະເຈົ້າ ແລະ ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ. ພວກເຂົາມັກຈະແຍກພຣະທຳຂອງພຣະເຈົ້າອອກຈາກເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ, ໂດຍປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນພຣະເຈົ້າ ແລະ ປະຕິບັດຕໍ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດວ່າເປັນມະນຸດ. ເມື່ອເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດບໍ່ສອດຄ່ອງກັບ ຫຼື ຂັດກັບແນວຄິດຂອງພວກເຂົາ, ພວກເຂົາກໍຟ້າວຫັນໄປຫາພຣະທຳຂອງພຣະເຈົ້າ ແລະ ອ່ານພ້ອມອະທິຖານພຣະທຳເຫຼົ່ານັ້ນ, ພະຍາຍາມບັງຄັບກົດຂົ່ມແນວຄິດຂອງພວກເຂົາ ແລະ ຂັງພວກມັນໄວ້. ຈາກນັ້ນ, ພວກເຂົາກໍນະມັດສະການພຣະທຳຂອງພຣະເຈົ້າ ຄືກັບວ່າພວກເຂົາກຳລັງນະມັດສະການພຣະເຈົ້າເອງ ແລະ ເບິ່ງຄືວ່າແນວຄິດຂອງພວກເຂົາໄດ້ຮັບການແກ້ໄຂແລ້ວ. ເຖິງຢ່າງໃດກໍຕາມ, ໃນຄວາມເປັນຈິງແລ້ວ, ຄວາມບໍ່ຍອມປະຕິບັດຕາມ, ຄວາມຄຽດແຄ້ນ ແລະ ຄວາມດູຖູກທີ່ຢູ່ພາຍໃນຂອງພວກເຂົາທີ່ມີຕໍ່ພຣະຄຣິສນັ້ນ ບໍ່ໄດ້ຮັບການແກ້ໄຂເລີຍ. ໃນການປະຕິບັດຕໍ່ພຣະຄຣິສ, ຜູ້ຕໍ່ຕ້ານພຣະຄຣິສເກີດມີແນວຄິດຢ່າງຕໍ່ເນື່ອງ ແລະ ຍຶດຖືພວກມັນໄວ້ຢ່າງດື້ດ້ານຈົນວັນຕາຍ. ເມື່ອພວກເຂົາບໍ່ມີແນວຄິດ, ພວກເຂົາກໍກວດສອບ ແລະ ວິເຄາະ; ເມື່ອພວກເຂົາມີແນວຄິດ, ບໍ່ພຽງແຕ່ພວກເຂົາກວດສອບ ແລະ ວິເຄາະເທົ່ານັ້ນ, ແຕ່ພວກເຂົາຍັງຍຶດຖືພວກມັນໄວ້ຢ່າງດື້ດ້ານອີກດ້ວຍ. ພວກເຂົາທັງບໍ່ແກ້ໄຂແນວຄິດຂອງພວກເຂົາ ແລະ ບໍ່ສະແຫວງຫາຄວາມຈິງ; ພວກເຂົາໝັ້ນໃຈວ່າພວກເຂົາຖືກຕ້ອງ. ພວກເຂົາບໍ່ແມ່ນຂອງຊາຕານບໍ? (ແມ່ນແລ້ວ.) ສິ່ງເຫຼົ່ານີ້ແມ່ນການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອພວກເຂົາມີແນວຄິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ.
4). ພຶດຕິກຳຂອງພວກເຂົາເມື່ອພວກເຂົາຖືກເລື່ອນຕໍາແໜ່ງ ຫຼື ຖືກໄລ່ອອກ
ໃນຄຣິສຕະຈັກ, ບາງຄົນມີຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກເລັກນ້ອຍ. ເມື່ອພວກເຂົາຖືກເລື່ອນຕໍາແໜ່ງ, ຄວາມກະຕືລືລົ້ນຂອງພວກເຂົາກໍຍິ່ງໃຫຍ່, ພວກເຂົາປະຕິບັດໜ້າທີ່ຢ່າງຫ້າວຫັນ, ຮັບຜິດຊອບ, ເຕັມໃຈທີ່ຈະຈ່າຍລາຄາ ແລະ ຍັງມີຄວາມຈົງຮັກພັກດີອີກດ້ວຍ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາຖືກໄລ່ອອກຈາກຕຳແໜ່ງຍ້ອນຄວາມໄຮ້ຄວາມສາມາດໃນການປະຕິບັດວຽກງານ ແລະ ສູນເສຍສະຖານະຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າກໍປ່ຽນໄປ. ເມື່ອພວກເຂົາມີສະຖານະ, ພວກເຂົາເວົ້າກັບພຣະເຈົ້າແບບນີ້: “ອ້າຍເອື້ອຍນ້ອງທັງຫຼາຍໃນຄອບຄົວຂອງພວກເຮົາເປັນແບບນັ້ນແບບນີ້, ອາຄານຂອງຄອບຄົວພວກເຮົາຕ້ອງໄດ້ຮັບການປັບປຸງ, ເດີ່ນບ້ານຂອງຄອບຄົວພວກເຮົາຕ້ອງໄດ້ຮັບການຈັດໃຫ້ເປັນລະບຽບ....” ທຸກຢ່າງແມ່ນກ່ຽວກັບ “ຄອບຄົວຂອງພວກເຮົາ”. ເມື່ອພວກເຂົາຖືກເລື່ອນຕໍາແໜ່ງ, ພວກເຂົາກໍກາຍເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ, ເບິ່ງຄືວ່າພວກເຂົາມີໃຈດຽວກັບພຣະເຈົ້າ, ຄືກັບຄອບຄົວ, ສາມາດເບິ່ງແຍງວຽກງານຂອງເຮືອນຂອງພຣະເຈົ້າ ໂດຍຄຳນຶງເຖິງພຣະໄທຂອງພຣະເຈົ້າ ແລະ ຢູ່ຄຽງຂ້າງພຣະອົງ ແລະ ພົວພັນກັບພຣະເຈົ້າຢ່າງເທົ່າທຽມກັນ. ເມື່ອພວກເຂົາຖືກເລື່ອນຕໍາແໜ່ງ ແລະ ຖືກຈັດໃຫ້ຢູ່ໃນຕຳແໜ່ງທີ່ສຳຄັນ, ພວກເຂົາຮູ້ສຶກເປັນກຽດ ແລະ ໃນເວລາດຽວກັນ ກໍຮູ້ສຶກເຖິງຄວາມຮັບຜິດຊອບຂອງພວກເຂົາ. ບໍ່ວ່າຈະເວົ້າກັບເຮົາ ຫຼື ກັບອ້າຍເອື້ອຍນ້ອງທັງຫຼາຍ, ພວກເຂົາມັກຈະເວົ້າວ່າ “ຄອບຄົວຂອງພວກເຮົາ”. ເມື່ອໄດ້ຍິນແບບນີ້, ເຈົ້າກໍຈະຄິດວ່າຄົນນີ້ໃຊ້ໄດ້, ມີຈິດໃຈດີ, ມີນໍ້າໃຈ, ປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບເຮືອນຂອງຕົນເອງ, ໃສ່ໃຈຫຼາຍ ແລະ ມີຄວາມຮັບຜິດຊອບຫຼາຍຕໍ່ທຸກສິ່ງ ແລະ ຄິດທຸກຢ່າງໄວ້ລ່ວງໜ້າ, ເບິ່ງຄືວ່າເປັນຄົນທີ່ໄລ່ຕາມຄວາມຈິງ ແລະ ກະຕືລືລົ້ນທີ່ຈະຈ່າຍລາຄາ. ແຕ່ພວກເຂົາຍັງເວົ້າແບບນີ້ຢູ່ບໍ ຫຼັງຈາກທີ່ພວກເຂົາຖືກໄລ່ອອກ? ເມື່ອພວກເຂົາຖືກໄລ່ອອກ, ພວກເຂົາກໍບໍ່ມີອາລົມແບບດຽວກັນນັ້ນອີກຕໍ່ໄປ, ທັດສະນະຄະຕິນັ້ນໄດ້ຫາຍໄປແລ້ວ. ພວກເຂົາບໍ່ເວົ້າວ່າ “ຄອບຄົວຂອງພວກເຮົາ” ອີກຕໍ່ໄປ ແລະ ເມື່ອຖືກຂໍໃຫ້ເຮັດບາງສິ່ງ, ພວກເຂົາກໍບໍ່ກະຕືລືລົ້ນປານນັ້ນອີກຕໍ່ໄປ. ພວກເຂົາຄິດແນວໃດ? “ກ່ອນໜ້ານີ້, ເມື່ອເຈົ້າເລື່ອນຕໍາແໜ່ງຂ້ອຍ, ຂ້ອຍມີສະຖານະ ແລະ ຂ້ອຍກໍຢູ່ກັບເຈົ້າຢ່າງສຸດຈິດສຸດໃຈ. ຕອນນີ້ຂ້ອຍບໍ່ມີສະຖານະແລ້ວ, ພວກເຮົາບໍ່ແມ່ນຄອບຄົວດຽວກັນອີກຕໍ່ໄປ, ສະນັ້ນ ເຈົ້າເຮັດເອງສາ. ຢ່າປຶກສາກັບຂ້ອຍກ່ຽວກັບວິທີທີ່ເຈົ້າເຮັດ ແລະ ຢ່າໃຫ້ຂ້ອຍຮູ້, ມັນບໍ່ກ່ຽວຫຍັງກັບຂ້ອຍ. ຂ້ອຍຈະພຽງແຕ່ສົ່ງຕໍ່ຂໍ້ຄວາມໃຫ້ເຈົ້າ ແລະ ກໍເທົ່ານັ້ນ, ຂ້ອຍຈະເຮັດເລັກໆນ້ອຍໆຕາມທີ່ເຈົ້າຂໍໃຫ້ຂ້ອຍເຮັດ, ແຕ່ຂ້ອຍບໍ່ໄດ້ມີໃຈດຽວກັບເຈົ້າອີກຕໍ່ໄປ”. ຈາກນັ້ນ ພວກເຂົາກໍປະຕິບັດຕໍ່ເຈົ້າຄືກັບຄົນນອກ. ຖ້າເຈົ້າຂໍໃຫ້ພວກເຂົາເຮັດບາງສິ່ງ, ພວກເຂົາກໍເຮັດວຽກຄືກັບວ່າພວກເຂົາກຳລັງເຮັດວຽກໃຫ້ຄົນອື່ນ, ເຮັດແບບພໍເປັນພິທີຢ່າງຜິວເຜີນ. ກ່ອນໜ້ານີ້ ພວກເຂົາອາດຈະເຮັດໄດ້ຫ້າວຽກ, ແຕ່ຕອນນີ້ພວກເຂົາເຮັດພຽງແຕ່ໜຶ່ງ ຫຼື ສອງວຽກ, ພຽງແຕ່ເຮັດຕາມຂັ້ນຕອນ, ເຮັດພໍແລ້ວມືແລ້ວຕີນ, ເຮັດວຽກຜິວເຜີນບາງຢ່າງ ແລະ ກໍເທົ່ານັ້ນ. ເປັນຫຍັງຈຶ່ງເປັນແບບນີ້? ພວກເຂົາເວົ້າວ່າ: “ກ່ອນໜ້ານີ້, ຂ້ອຍຢູ່ກັບເຈົ້າຢ່າງສຸດຈິດສຸດໃຈ, ຊ່ວຍເຈົ້າເຮັດສິ່ງນັ້ນສິ່ງນີ້, ປະຕິບັດຕໍ່ເລື່ອງຂອງເຈົ້າຄືກັບເລື່ອງຂອງຂ້ອຍເອງ, ຄືກັບວຽກງານຮ່ວມກັນຂອງພວກເຮົາ, ເຮັດວຽກແທນເຈົ້າ. ແຕ່ແລ້ວເຈົ້າກໍໄລ່ຂ້ອຍອອກ ໂດຍບໍ່ຄຳນຶງເຖິງຄວາມຮູ້ສຶກຂອງຂ້ອຍເລີຍ! ເຈົ້າບໍ່ຄຳນຶງເຖິງຄວາມຮູ້ສຶກຂອງຂ້ອຍ, ຂ້ອຍຈະເຮັດວຽກໃຫ້ເຈົ້າໄດ້ແນວໃດ? ຖ້າເຈົ້າເລື່ອນຕໍາແໜ່ງຂ້ອຍອີກຄັ້ງ ແລະ ໃຫ້ສະຖານະແກ່ຂ້ອຍ, ນັ້ນກໍຈະບໍ່ເປັນຫຍັງ. ແຕ່ຖ້າເຈົ້າບໍ່ໃຫ້ສະຖານະແກ່ຂ້ອຍ, ແລ້ວກໍລືມມັນສາ. ຖ້າເຈົ້າຢາກຮຽກຮ້ອງໃຫ້ຂ້ອຍເຮັດສິ່ງຕ່າງໆອີກ, ມັນຈະບໍ່ໄດ້ຜົນດີຄືກັບແຕ່ກ່ອນ. ຖ້າເຈົ້າໃຊ້ຂ້ອຍ, ເຈົ້າຕ້ອງໃຫ້ຊື່ສຽງ ແລະ ສະຖານະແກ່ຂ້ອຍ. ຖ້າບໍ່ມີສະຖານະ ແລະ ເຈົ້າພຽງແຕ່ອອກຄຳສັ່ງ ແລະ ຄາດຫວັງໃຫ້ຂ້ອຍເຮັດວຽກບາງຢ່າງ, ການຍອມຮັບໃນເລື່ອງນັ້ນຢູ່ໃສ? ຄວນມີຄຳອະທິບາຍບາງຢ່າງ!” ຕອນນີ້ ເມື່ອເຈົ້າເວົ້າ, ມັນກໍບໍ່ມີຜົນອີກຕໍ່ໄປ. ເມື່ອເຈົ້າຂໍໃຫ້ພວກເຂົາເຮັດບາງສິ່ງ, ພວກເຂົາກໍບໍ່ທຸ່ມເທຄືກັບແຕ່ກ່ອນອີກຕໍ່ໄປ, ບໍ່ອຸທິດທັງກາຍ ແລະ ໃຈອີກຕໍ່ໄປ; ທັດສະນະຄະຕິຂອງພວກເຂົາໄດ້ປ່ຽນໄປແລ້ວ. ຖ້າເຈົ້າຂໍໃຫ້ພວກເຂົາເຮັດບາງສິ່ງອີກຄັ້ງ ຫຼື ຖ້າເຮືອນຂອງພຣະເຈົ້າຂໍໃຫ້ພວກເຂົາເຮັດບາງສິ່ງ, ພວກເຂົາກໍຖືວ່າມັນເປັນວຽກເສີມ, ເປັນເລື່ອງຂອງຄົນນອກ, ຄືກັບວ່າການທີ່ພວກເຂົາໄປເຮັດມັນນັ້ນເປັນການໄວ້ໜ້າເຈົ້າຢ່າງໃຫຍ່ຫຼວງແລ້ວ. ພວກເຂົາຮູ້ສຶກວ່າຖ້າພວກເຂົາບໍ່ເຮັດ, ມັນກໍເບິ່ງຄືວ່າບໍ່ສົມເຫດສົມຜົນ, ໂດຍສະເພາະໃນເມື່ອພວກເຂົາເຊື່ອໃນພຣະເຈົ້າ. ແຕ່ຖ້າພວກເຂົາໄປເຮັດ, ພວກເຂົາກໍເຮັດຢ່າງບໍ່ເຕັມໃຈ ແລະ ພຽງແຕ່ເຮັດແບບພໍເປັນພິທີ. ເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ພວກເຂົາຄິດວ່າ: “ເມື່ອກ່ອນ ຂ້ອຍໄວ້ໃຈເຈົ້າ 100%, ປະຕິບັດຕໍ່ເລື່ອງຂອງເຈົ້າຄືກັບເລື່ອງຂອງຂ້ອຍເອງ, ແຕ່ແລ້ວເຈົ້າກໍຖິ້ມຂ້ອຍໄປແບບນັ້ນ, ເຊິ່ງທຳຮ້າຍຈິດໃຈ ແລະ ສັກສີຂອງຂ້ອຍ; ເຈົ້າເມີນເສີຍຕໍ່ຂ້ອຍ. ດີ, ຖ້າເຈົ້າໃຈຮ້າຍຕໍ່ຂ້ອຍ, ກໍຢ່າໂທດຂ້ອຍທີ່ບໍ່ມີຫົວໃຈ. ຖ້າເຈົ້າໃຊ້ຂ້ອຍອີກ, ຂ້ອຍຄົງຈະເປັນຄືເກົ່າບໍ່ໄດ້, ເພາະຄວາມສຳພັນຂອງພວກເຮົາໄດ້ພັງທະລາຍລົງແລ້ວ. ຂ້ອຍບໍ່ແມ່ນຄົນທີ່ຈະຖືກສັ່ງໄດ້ງ່າຍໆ, ທີ່ຈະມາເມື່ອຖືກເອີ້ນ ແລະ ໄປເມື່ອຖືກໄລ່. ຂ້ອຍແມ່ນໃຜ? ຖ້າບໍ່ແມ່ນຍ້ອນການເຊື່ອໃນພຣະເຈົ້າ, ຂ້ອຍຈະປ່ອຍໃຫ້ຄົນອື່ນບົງການຂ້ອຍແບບນີ້ບໍ?” ເມື່ອຜູ້ຕໍ່ຕ້ານພຣະຄຣິສຖືກໄລ່ອອກ ແລະ ສູນເສຍສະຖານະຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາສາມາດປ່ຽນແປງໄດ້ຢ່າງຫຼວງຫຼາຍ. ເມື່ອພວກເຂົາມີສະຖານະ, ເຖິງແມ່ນວ່າພວກເຂົາຈະເອີ້ນເຮືອນຂອງພຣະເຈົ້າວ່າ “ຄອບຄົວຂອງພວກເຮົາ” ແລະ ເວົ້າເຖິງມັນເລື້ອຍໆ, ພວກເຂົາກໍບໍ່ໄດ້ປະຕິບັດຕໍ່ເລື່ອງຂອງເຮືອນຂອງພຣະເຈົ້າຄືກັບເລື່ອງຂອງພວກເຂົາເອງຢ່າງແທ້ຈິງ. ຫຼັງຈາກຖືກໄລ່ອອກ ແລະ ສູນເສຍສະຖານະຂອງພວກເຂົາ, ຖ້າເຮືອນຂອງພຣະເຈົ້າຂໍໃຫ້ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍບໍ່ເຕັມໃຈທີ່ຈະເຮັດໂດຍບໍ່ມີການຕໍ່ລອງ ແລະ ເຖິງຢ່າງນັ້ນ, ພວກເຂົາກໍຕ້ອງການຄຳອະທິບາຍ ຫຼື ການຍອມຮັບບາງຢ່າງ. ບາງຄົນເຖິງກັບເວົ້າວ່າ: “ຄັ້ງກ່ອນເຈົ້າໄລ່ຂ້ອຍອອກ, ໂຍນຖິ້ມຂ້ອຍໄປແບບນັ້ນ. ຖ້າເຈົ້າຢາກໃຫ້ຂ້ອຍເຮັດບາງສິ່ງຕອນນີ້, ເວັ້ນເສຍແຕ່ວ່າຄົນທີ່ພຣະວິນຍານບໍລິສຸດນໍາໃຊ້ຈະມາເວົ້າກັບຂ້ອຍດ້ວຍຕົນເອງ ຫຼື ພຣະເຈົ້າທີ່ບັງເກີດເປັນມະນຸດເອງມາເວົ້າກັບຂ້ອຍ, ຖ້າບໍ່ດັ່ງນັ້ນ ກໍລືມມັນສາ!” ພວກເຂົາຊ່າງອວດດີແທ້ໆ! ບອກເຮົາເບິ່ງ, ເຮືອນຂອງພຣະເຈົ້າຄວນໃຊ້ຄົນແບບນັ້ນບໍ? (ບໍ່.) ພວກເຂົາຄິດວ່າພວກເຂົາເປັນຄົນສຳຄັນ, ແຕ່ຄວາມຈິງແລ້ວ, ເຮືອນຂອງພຣະເຈົ້າບໍ່ໃຫ້ຄຸນຄ່າແກ່ຄົນແບບນັ້ນ. ບໍ່ວ່າເຈົ້າຈະມີພອນສະຫວັນ, ມີຄວາມສາມາດ ຫຼື ມີທັກສະໃນການເປັນຜູ້ນໍາຫຼາຍສໍ່າໃດກໍຕາມ, ເຮືອນຂອງພຣະເຈົ້າກໍຈະບໍ່ໃຊ້ເຈົ້າ. ບາງຄົນອາດຈະຖາມວ່າ: “ມັນເປັນຍ້ອນວ່າພຣະອົງຈະບໍ່ກົ້ມຫົວໃຫ້ຄົນຊົ່ວຮ້າຍແມ່ນບໍ?” ບໍ່; ນີ້ຄືພຣະດໍາລັດຂອງເຮືອນຂອງພຣະເຈົ້າ ແລະ ຫຼັກການຂອງມັນໃນການໃຊ້ຄົນ. ຖ້າຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບອະນຸຍາດໃຫ້ຖືອຳນາດໃນເຮືອນຂອງພຣະເຈົ້າ, ມັນຈະເປັນເລື່ອງດີ ຫຼື ບໍ່ດີສຳລັບອ້າຍເອື້ອຍນ້ອງ, ສຳລັບຄຣິສຕະຈັກ? (ເລື່ອງບໍ່ດີ.) ເຮືອນຂອງພຣະເຈົ້າສາມາດເຮັດເລື່ອງບໍ່ດີແບບນັ້ນໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ກ່ອນທີ່ພວກເຂົາຈະຖືກເປີດເຜີຍວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ເຮືອນຂອງພຣະເຈົ້າໄດ້ເລື່ອນຕໍາແໜ່ງພວກເຂົາຢ່າງບໍ່ເຕັມໃຈເພື່ອໃຫ້ບໍລິການ. ເມື່ອພວກເຂົາຖືກເປີດເຜີຍວ່າເປັນຜູ້ຕໍ່ຕ້ານພຣະຄຣິສແລ້ວ, ເຮືອນຂອງພຣະເຈົ້າຍັງຈະສາມາດເລື່ອນຕໍາແໜ່ງພວກເຂົາໄດ້ບໍ? ມັນເປັນໄປບໍ່ໄດ້. ພວກເຂົາກຳລັງເພີ້ຝັນ ແລະ ຄິດເຂົ້າຂ້າງຕົນເອງ. ຜູ້ຕໍ່ຕ້ານພຣະຄຣິສບາງຄົນຄິດແບບນີ້: “ຮຶ, ເຮືອນຂອງພຣະເຈົ້າຈະດຳເນີນໄປບໍ່ໄດ້ຖ້າບໍ່ມີຂ້ອຍ. ບໍ່ມີໃຜໃນເຮືອນຂອງພຣະເຈົ້າສາມາດຮັບວຽກງານນີ້ໄດ້ນອກຈາກຂ້ອຍ. ໃຜຈະມາແທນຂ້ອຍໄດ້?” ຜູ້ຕໍ່ຕ້ານພຣະຄຣິສຕ້ອງການກ່າວອ້າງແບບນີ້. ໃຫ້ພວກເຮົາສະແດງໃຫ້ພວກເຂົາເຫັນວ່າ ພາລະກິດຂອງພຣະເຈົ້າສາມາດດຳເນີນໄປຢ່າງລ່ຽນໄຫຼ ແລະ ບັນລຸຄວາມສຳເລັດໄດ້ຫຼືບໍ່ ຖ້າບໍ່ມີຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ໃນເຮືອນຂອງພຣະເຈົ້າ.
ຄວາມຄືບໜ້າ ແລະ ການພັດທະນາທີ່ລ່ຽນໄຫຼຂອງວຽກງານປະເພດຕ່າງໆໃນເຮືອນຂອງພຣະເຈົ້າໃນຕອນນີ້ ກ່ຽວຂ້ອງຫຍັງກັບການກຳຈັດອອກ ແລະ ການຂັບໄລ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍທຸກປະເພດອອກຈາກຄຣິສຕະຈັກບໍ? ມັນກ່ຽວຂ້ອງກັນຢ່າງຍິ່ງ! ຜູ້ຕໍ່ຕ້ານພຣະຄຣິສບໍ່ຮັບຮູ້ເລື່ອງນີ້; ພວກເຂົາບໍ່ຮູ້ວ່າ ມັນເປັນຍ້ອນການທີ່ພວກເຂົາຖືກກຳຈັດອອກ, ຖືກຂັບໄລ່ ແລະ ຖືກຈຳກັດຢ່າງແນ່ນອນ ທີ່ວຽກງານຂອງເຮືອນຂອງພຣະເຈົ້າສາມາດດຳເນີນໄປຢ່າງລ່ຽນໄຫຼ, ພວກເຂົາເຖິງກັບວາງທ່າ ແລະ ຈົ່ມວ່າ! ເຈົ້າກຳລັງຈົ່ມເລື່ອງຫຍັງ? ເຈົ້າຄິດວ່າເຈົ້າມີພອນສະຫວັນ ແລະ ມັນສະໝອງ, ມີຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກ, ແຕ່ເຈົ້າສາມາດເຮັດຫຍັງໄດ້ໃນເຮືອນຂອງພຣະເຈົ້າ? ຄົນເຫຼົ່ານີ້ພຽງແຕ່ສະແດງບົດບາດເປັນຄົນຮັບໃຊ້ຂອງຊາຕານ, ເປັນຜູ້ລົບກວນ ແລະ ທຳລາຍພາລະກິດຂອງພຣະເຈົ້າ. ຖ້າບໍ່ມີການມີຕົວຕົນຂອງພວກເຂົາ, ຊີວິດຄຣິສຕະຈັກຂອງຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ, ຊີວິດແຫ່ງການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຊີວິດປະຈຳວັນຂອງພວກເຂົາ ລ້ວນແຕ່ຈະສະຫງົບກວ່າ, ລ່ຽນໄຫຼກວ່າ ແລະ ສະຫງົບສຸກກວ່າ, ເຊິ່ງເປັນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ຮັບຮູ້. ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ປະເມີນຄວາມສາມາດຂອງຕົນເອງສູງເກີນໄປ ແລະ ບໍ່ຮັບຮູ້ວ່າພວກເຂົາເປັນຫຍັງແທ້ໆ. ພວກເຂົາຄິດວ່າເຮືອນຂອງພຣະເຈົ້າບໍ່ສາມາດດຳເນີນໄປໄດ້ຖ້າບໍ່ມີພວກເຂົາ, ວຽກງານບໍ່ສາມາດປະຕິບັດໄດ້ ແລະ ວຽກງານວິຊາຊີບລາຍການຕ່າງໆບໍ່ສາມາດດຳເນີນໄປໄດ້ຖ້າບໍ່ມີພວກເຂົາ. ພວກເຂົາບໍ່ເຂົ້າໃຈວ່າ ຄວາມຊອບທຳ ແລະ ຄວາມຈິງຕ່າງຫາກທີ່ຖືອຳນາດໃນເຮືອນຂອງພຣະເຈົ້າ. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້? ເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງບໍ່ສາມາດເຂົ້າໃຈເລື່ອງງ່າຍໆແບບນີ້? ສິ່ງນີ້ສະແດງໃຫ້ເຫັນພຽງແຕ່ວ່າ ຜູ້ຕໍ່ຕ້ານພຣະຄຣິສມີແກ່ນແທ້ທີ່ເບື່ອໜ່າຍຄວາມຈິງ ແລະ ເປັນປໍລະປັກຕໍ່ມັນ. ມັນເປັນຍ້ອນພວກເຂົາເບື່ອໜ່າຍຄວາມຈິງ ແລະ ເປັນປໍລະປັກຕໍ່ຄວາມຈິງຢ່າງແນ່ນອນ ທີ່ພວກເຂົາບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ບໍ່ຮູ້ວ່າສິ່ງທີ່ເປັນບວກແມ່ນຫຍັງ. ໃນທາງກົງກັນຂ້າມ, ພວກເຂົາຄິດວ່າພຶດຕິກຳທີ່ຊົ່ວຊ້າ ແລະ ປະສົງຮ້າຍຂອງພວກເຂົາທີ່ຕໍ່ຕ້ານພຣະເຈົ້ານັ້ນດີ ແລະ ຖືກຕ້ອງ, ໂດຍບໍ່ມີຂໍ້ຜິດພາດໃດໆ. ພວກເຂົາເຊື່ອວ່າມີພຽງແຕ່ພວກເຂົາເທົ່ານັ້ນທີ່ເຂົ້າໃຈຄວາມຈິງ, ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ມີຄ່າຄວນທີ່ຈະຖືອຳນາດໃນເຮືອນຂອງພຣະເຈົ້າ. ພວກເຂົາຄິດຜິດ! ຄວາມຈິງຕ່າງຫາກທີ່ຖືອຳນາດໃນເຮືອນຂອງພຣະເຈົ້າ. ຜູ້ຕໍ່ຕ້ານພຣະຄຣິສທຸກຄົນຈະຕ້ອງຖືກກ່າວໂທດ, ຖືກປະຕິເສດ ແລະ ຖືກກຳຈັດ; ພວກເຂົາບໍ່ມີທາງທີ່ຈະມີບ່ອນຢືນໃນເຮືອນຂອງພຣະເຈົ້າ ແລະ ມີແຕ່ຈະຖືກປະຕິເສດຕະຫຼອດໄປ.
ຜູ້ຕໍ່ຕ້ານພຣະຄຣິສບາງຄົນມີພອນສະຫວັນບາງຢ່າງ, ມີຄວາມສາມາດເລັກນ້ອຍ ແລະ ມີຄວາມສາມາດບາງຢ່າງ ແລະ ຊຳນານໃນການຫຼິ້ນເກມອຳນາດ. ພວກເຂົາຄິດວ່າໃນເຮືອນຂອງພຣະເຈົ້າ, ພວກເຂົາຄວນເປັນຜູ້ທີ່ຖືກເລື່ອນຕໍາແໜ່ງ ແລະ ຖືກຈັດວາງຢູ່ໃນຕຳແໜ່ງທີ່ສຳຄັນ. ແຕ່ເມື່ອເບິ່ງໃນມື້ນີ້, ມັນບໍ່ແມ່ນແນວນັ້ນ. ຄົນເຫຼົ່ານີ້ໄດ້ຖືກກ່າວໂທດ, ຖືກຈຳກັດ ແລະ ຖືກປະຕິເສດ ແລະ ບາງຄົນເຖິງກັບຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກຈາກຄຣິສຕະຈັກ. ພວກເຂົາບໍ່ເຄີຍຈິນຕະນາການເລີຍວ່າ ບຸກຄົນທີ່ “ສູງສົ່ງ” ຄືກັບພວກເຂົາ, ທີ່ມີຄວາມສາມາດທີ່ຍິ່ງໃຫຍ່ ແລະ ຄວາມຖະນັດສູງ, ຈະສະດຸດລົ້ມໃນເຮືອນຂອງພຣະເຈົ້າ ແລະ ຖືກປະຕິເສດ. ພວກເຂົາພຽງແຕ່ບໍ່ສາມາດເຂົ້າໃຈວ່າເປັນຫຍັງ. ສະນັ້ນ, ພວກເຮົາຄວນສືບຕໍ່ເຮັດວຽກກັບພວກເຂົາບໍ? ບໍ່ຈຳເປັນ. ເຈົ້າສາມາດໃຊ້ເຫດຜົນກັບຊາຕານໄດ້ບໍ? ການພະຍາຍາມໃຊ້ເຫດຜົນກັບຊາຕານກໍປຽບເໝືອນການເທດສະໜາໃຫ້ຄົນຫູໜວກຟັງ; ມີພຽງວິທີດຽວທີ່ຈະອະທິບາຍຊາຕານ ນັ້ນກໍຄື ບໍ່ຍອມຮັບຟັງເຫດຜົນ. ມັນເປັນຄືກັບທີ່ບາງຄົນເວົ້າວ່າ: “ພຣະເຈົ້າຂໍໃຫ້ຜູ້ຄົນຊື່ສັດ, ແຕ່ການຊື່ສັດມີຫຍັງດີ? ການເວົ້າຕົວະເລັກນ້ອຍ, ການຫຼອກລວງຜູ້ຄົນມີຫຍັງຜິດ? ການເປັນຄົນຄົດໂກງ ແລະ ເລ່ຫຼ່ຽມມີຫຍັງຜິດ? ການບໍ່ຈົງຮັກພັກດີມີຫຍັງຜິດ? ການເປັນຄົນລື່ນໄຫຼ, ການເຮັດພໍແລ້ວມືແລ້ວຕີນມີຫຍັງຜິດ? ການຕັດສິນພຣະເຈົ້າມີຫຍັງຜິດ? ການມີແນວຄິດກ່ຽວກັບພຣະເຈົ້າມີຫຍັງຜິດ? ການກະບົດຕໍ່ພຣະເຈົ້າມີຫຍັງຜິດ, ນັ້ນເປັນຄວາມຜິດພາດທີ່ໃຫຍ່ຫຼວງປານໃດ? ມັນບໍ່ແມ່ນເລື່ອງຂອງຫຼັກການແທ້ໆ!” ແມ່ນແຕ່ບາງຄົນກໍເວົ້າວ່າ: “ມັນບໍ່ແມ່ນເລື່ອງປົກກະຕິຫຼາຍບໍທີ່ຄົນທີ່ມີຄວາມສາມາດຈະສ້າງອານາຈັກທີ່ເປັນເອກະລາດຂອງຕົນເອງ? ໃນໂລກນີ້, ມັນລ້ວນແຕ່ແມ່ນເລື່ອງປາໃຫຍ່ກິນປານ້ອຍ, ເປັນໂລກທີ່ຜູ້ແຂງແກ່ນລ່າຜູ້ອ່ອນແອ. ຖ້າເຈົ້າມີຄວາມສາມາດ, ເຈົ້າກໍຄວນລົງມືສ້າງອານາຈັກຂອງເຈົ້າເອງ, ມີຫຍັງຜິດໃນເລື່ອງນັ້ນ? ທຸກຄົນມີອຳນາດຫຼາຍເທົ່າທີ່ຄວາມສາມາດຂອງພວກເຂົາກຳນົດໃຫ້ ແລະ ຄວນປົກຄອງຜູ້ຄົນຈຳນວນຫຼາຍເທົ່າທີ່ອຳນາດຂອງພວກເຂົາອະນຸຍາດ!” ຄົນອື່ນເວົ້າວ່າ: “ການສຳສ່ອນທາງເພດມີຫຍັງຜິດ? ບັນຫາຂອງການສຳສ່ອນທາງເພດແມ່ນຫຍັງ? ການເຮັດຕາມກະແສທີ່ຊົ່ວຊ້າມີຫຍັງຜິດ?” ແລະ ອື່ນໆ. ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຈົ້າຮູ້ສຶກແນວໃດ? (ລັງກຽດ.) ພຽງແຕ່ລັງກຽດບໍ? ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້, ຄົນເຮົາກໍຮູ້ສຶກວ່າ: “ພວກເຮົາລ້ວນແຕ່ໃສ່ໜັງມະນຸດຄືກັນ, ແລ້ວເປັນຫຍັງບາງຄົນບໍ່ພຽງແຕ່ບໍ່ລັງກຽດສິ່ງທີ່ເປັນລົບເຫຼົ່ານີ້ເທົ່ານັ້ນ ແຕ່ຍັງທະນຸຖະໜອມພວກມັນອີກດ້ວຍ? ແລ້ວເປັນຫຍັງບາງຄົນຈຶ່ງລັງກຽດສິ່ງເຫຼົ່ານີ້? ເປັນຫຍັງຈຶ່ງມີຄວາມແຕກຕ່າງທີ່ໃຫຍ່ຫຼວງລະຫວ່າງຜູ້ຄົນ? ເປັນຫຍັງຜູ້ທີ່ເບື່ອໜ່າຍຄວາມຈິງ ແລະ ສິ່ງທີ່ເປັນບວກຈຶ່ງບໍ່ຮັກສິ່ງທີ່ເປັນບວກ? ເປັນຫຍັງພວກເຂົາຈຶ່ງທະນຸຖະໜອມສິ່ງທີ່ເປັນລົບຫຼາຍຂະໜາດນັ້ນ, ເຖິງກັບຖືວ່າພວກມັນເປັນສົມບັດ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຮັບຮູ້ຄວາມຊົ່ວຊ້າ ແລະ ຄວາມໜ້າລັງກຽດຂອງສິ່ງທີ່ເປັນລົບເຫຼົ່ານີ້?” ການໄຕ່ຕອງດັ່ງກ່າວເກີດຂຶ້ນໃນໃຈຂອງຜູ້ຄົນ. ເມື່ອໄດ້ຍິນຄຳເວົ້າເຫຼົ່ານັ້ນຈາກຜູ້ຕໍ່ຕ້ານພຣະຄຣິສ, ຜູ້ຄົນກໍຮູ້ສຶກລັງກຽດໃນດ້ານໜຶ່ງ ແລະ ໃນອີກດ້ານໜຶ່ງກໍເວົ້າບໍ່ອອກ. ທຳມະຊາດຂອງຄົນດັ່ງກ່າວບໍ່ສາມາດປ່ຽນແປງໄດ້; ພວກເຂົາບໍ່ສາມາດປ່ຽນແປງ, ເຊິ່ງເປັນເຫດຜົນທີ່ພຣະເຈົ້າຊົງກ່າວວ່າ ພຣະອົງບໍ່ຊ່ວຍມານຮ້າຍ ຫຼື ຊາຕານໃຫ້ລອດພົ້ນ. ຄວາມລອດພົ້ນຂອງພຣະເຈົ້າແມ່ນສຳລັບມະນຸດຊາດ, ບໍ່ແມ່ນສຳລັບສັດຮ້າຍ ຫຼື ຜີຮ້າຍ. ຄົນຢ່າງຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຄືສິ່ງທີ່ພຣະເຈົ້າໝາຍເຖິງວ່າເປັນມານຮ້າຍ ແລະ ສັດຮ້າຍຢ່າງແນ່ນອນ; ພວກເຂົາບໍ່ສາມາດຖືກນັບວ່າຢູ່ໃນມະນຸດຊາດ. ເລື່ອງນີ້ຊັດເຈນ, ແມ່ນບໍ?
5). ພຶດຕິກຳຂອງພວກເຂົາຕໍ່ຄຣິສຕະຈັກໃນສະຖານະການທີ່ປ່ຽນແປງ
ວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະຄຣິສນັ້ນຂຶ້ນຢູ່ກັບອາລົມຂອງພວກເຂົາ, ມີຈັກດ້ານຂອງລາຍການນີ້ທີ່ໄດ້ໂອ້ລົມກັນໄປຫວ່າງກີ້ນີ້? ພວກເຂົາປະຕິບັດຕໍ່ພຣະຄຣິສໃນລັກສະນະໃດໜຶ່ງ ເມື່ອປະເຊີນກັບການຖືກລິຮານ, ນັ້ນແມ່ນດ້ານໜຶ່ງ. ມີຫຍັງອີກ? (ເມື່ອພວກເຂົາເກີດມີແນວຄິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ເມື່ອພວກເຂົາຖືກເລື່ອນຕໍາແໜ່ງ ຫຼື ຖືກໄລ່ອອກ ແລະ ເມື່ອພຣະຄຣິສຖືກໄລ່ລ່າ.) ລວມທັງໝົດເປັນສີ່ດ້ານ. ໃຫ້ພວກເຮົາສືບຕໍ່ການໂອ້ລົມກັນ. ຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຄວາມຈິງ, ສະນັ້ນ ພວກເຂົາເຊື່ອໃນພຣະເຈົ້າບໍ່ແມ່ນເພື່ອໃຫ້ໄດ້ຮັບຄວາມຈິງ ແຕ່ພວກເຂົາເຊື່ອໃນພຣະເຈົ້າເພື່ອໃຫ້ໄດ້ຮັບພອນ; ພວກເຂົາມີແຜນການ, ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາເອງ. ຍິ່ງໄປກວ່ານັ້ນ, ພວກເຂົາມັກອຳນາດ ແລະ ອິດທິພົນ, ສະນັ້ນ ພວກເຂົາຈຶ່ງເຊື່ອໃນພຣະເຈົ້າດ້ວຍທັດສະນະຄະຕິແບບຖ້າເບິ່ງສະຖານະການ. ພວກເຂົາຖ້າເບິ່ງສະຖານະການແນວໃດ? ມັນໝາຍຄວາມວ່າ ໃນຂະນະທີ່ພວກເຂົາເຊື່ອ, ພວກເຂົາກໍສັງເກດເບິ່ງວ່າຈໍານວນຄົນໃນເຮືອນຂອງພຣະເຈົ້າກຳລັງເພີ່ມຂຶ້ນ ຫຼື ບໍ່, ວຽກງານພຣະກິດຕິຄຸນກຳລັງເຜີຍແຜ່ໄປແນວໃດ, ມັນລ່ຽນໄຫຼ ຫຼື ບໍ່ ແລະ ອິດທິພົນຂອງເຮືອນຂອງພຣະເຈົ້າກຳລັງເຕີບໃຫຍ່ຢ່າງຕໍ່ເນື່ອງ ຫຼື ບໍ່. ນອກຈາກນີ້, ພວກເຂົາຍັງສັງເກດເບິ່ງວ່າຈໍານວນຄົນທີ່ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າກຳລັງເພີ່ມຂຶ້ນ ຫຼື ບໍ່, ມີຄົນທີ່ເຕັມໃຈຮັບໃຊ້ພຣະເຈົ້າຫຼາຍຂຶ້ນເລື້ອຍໆ ຫຼື ບໍ່ ແລະ ມີຄົນທີ່ເຕັມໃຈເຮັດສິ່ງຕ່າງໆ ເພື່ອເຮືອນຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ ຫຼື ບໍ່. ພວກເຂົາຍັງສັງເກດເບິ່ງພູມຫຼັງທາງສັງຄົມ ແລະ ການສຶກສາຂອງຜູ້ທີ່ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ຕົວຕົນ ແລະ ສະຖານະໃນສັງຄົມຂອງຄົນເຫຼົ່ານັ້ນເປັນແນວໃດແທ້. ຜ່ານການສັງເກດ, ພວກເຂົາເຫັນວ່າມີຄົນເຊື່ອໃນພຣະເຈົ້າຫຼາຍຂຶ້ນເລື້ອຍໆ, ຈໍານວນຄົນໃນເຮືອນຂອງພຣະເຈົ້າກຳລັງເພີ່ມຂຶ້ນ ແລະ ມີຄົນຈໍານວນຫຼາຍຂຶ້ນທີ່ເຕັມໃຈປະຖິ້ມຄອບຄົວ, ວຽກງານ ແລະ ອະນາຄົດຂອງພວກເຂົາ ເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ. ເມື່ອພວກເຂົາສັງເກດເຫັນສິ່ງເຫຼົ່ານີ້, ພວກເຂົາກໍຮູ້ສຶກວ່າພວກເຂົາບໍ່ສາມາດເມີນເສີຍໄດ້ອີກຕໍ່ໄປ ແລະ ຄວນອຸທິດຕົນໃຫ້ແກ່ວຽກງານຂອງເຮືອນຂອງພຣະເຈົ້າເຊັ່ນກັນ, ເຂົ້າສູ່ຖັນແຖວຂອງຜູ້ທີ່ປະຕິບັດໜ້າທີ່ຕ່າງໆ, ກາຍເປັນສະມາຊິກ ເພື່ອທີ່ພວກເຂົາຈະໄດ້ມີສ່ວນໃນພອນແຫ່ງອະນາຄົດເຊັ່ນກັນ. ເຖິງແມ່ນວ່າພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ ແລະ ມີບົດບາດຢູ່ທີ່ນັ້ນ, ພວກເຂົາກໍບໍ່ເຄີຍປະຖິ້ມອະນາຄົດ ແລະ ຊະຕາກຳຂອງພວກເຂົາ ແລະ ຍັງຄົງຄິດຄໍານວນຢູ່ໃນໃຈຂອງພວກເຂົາຢ່າງຕໍ່ເນື່ອງ. ຍ້ອນວ່າຄົນກຸ່ມນີ້, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້, ມີຄວາມທະເຍີທະຍານ ແລະ ອຸປະນິໄສດັ່ງກ່າວ, ມັນຈຶ່ງກຳນົດວ່າທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະຄຣິສ ແລະ ພຣະເຈົ້າຈະປ່ຽນແປງໄປ ໃນຂະນະທີ່ສະຖານະ ແລະ ຊື່ສຽງຂອງເຮືອນຂອງພຣະເຈົ້າສືບຕໍ່ເພີ່ມຂຶ້ນ. ສະນັ້ນ, ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ໃນດ້ານໜຶ່ງ ພວກເຂົາກຳລັງວາງແຜນ, ຄິດຄໍານວນ ແລະ ຈັດການຢ່າງຫ້າວຫັນເພື່ອເຫັນແກ່ອະນາຄົດ ແລະ ຊະຕາກຳຂອງພວກເຂົາເອງ; ໃນອີກດ້ານໜຶ່ງ ພວກເຂົາກໍກຳລັງເຝົ້າເບິ່ງການພັດທະນາຂອງເຮືອນຂອງພຣະເຈົ້າ, ອິດທິພົນຂອງມັນທັງຕ່າງປະເທດ ແລະ ພາຍໃນ, ຈໍານວນຄົນກຳລັງເພີ່ມຂຶ້ນເທື່ອລະກ້າວ ຫຼື ບໍ່, ຂະໜາດຂອງຄຣິສຕະຈັກກຳລັງຂະຫຍາຍຕົວຢ່າງຕໍ່ເນື່ອງ ຫຼື ບໍ່, ຄຣິສຕະຈັກໄດ້ເຊື່ອມຕໍ່ກັບຄົນທີ່ມີຊື່ສຽງໃນສັງຄົມ ຫຼື ບໍ່, ມັນໄດ້ຮັບຊື່ສຽງໃນລະດັບໃດໜຶ່ງໃນປະເທດຕາເວັນຕົກ ຫຼື ບໍ່ ແລະ ມັນໄດ້ສ້າງພື້ນຖານທີ່ໜັກແໜ້ນແລ້ວ ຫຼື ບໍ່. ພວກເຂົາເຝົ້າເບິ່ງ ແລະ ສອບຖາມກ່ຽວກັບເລື່ອງເຫຼົ່ານີ້ຢູ່ສະເໝີ. ແມ່ນແຕ່ບາງຄົນທີ່ບໍ່ໄດ້ເຂົ້າຮ່ວມໃນວຽກງານຂອງຄຣິສຕະຈັກ ແລະ ບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາ ກໍຍັງຄິດຄໍານວນຢູ່ສະເໝີເພື່ອເຫັນແກ່ອະນາຄົດ ແລະ ຊະຕາກຳຂອງພວກເຂົາເອງ, ໂດຍສະແດງຄວາມຢາກຮູ້ຢາກເຫັນຢ່າງຫຼວງຫຼາຍກ່ຽວກັບການພັດທະນາຂອງຄຣິສຕະຈັກ. ດັ່ງນັ້ນ, ພວກເຂົາຈຶ່ງທັງຄົ້ນຫາຂໍ້ມູນນີ້ໃນເວັບໄຊທ໌ຂອງຄຣິສຕະຈັກ ແລະ ສອບຖາມກ່ຽວກັບເລື່ອງເຫຼົ່ານີ້ພາຍໃນຄຣິສຕະຈັກ. ເມື່ອພວກເຂົາພົບວ່າວຽກງານຂອງເຮືອນຂອງພຣະເຈົ້າຢູ່ຕ່າງປະເທດກຳລັງເຜີຍແຜ່ໄປຢ່າງລ່ຽນໄຫຼ ແລະ ມີຄວາມຫວັງຫຼາຍຂຶ້ນ, ວຽກງານໃນປະເທດຕາເວັນຕົກກຳລັງເຜີຍແຜ່ໄດ້ດີຂຶ້ນ ແລະ ສະຖານະການກໍກຳລັງດີຂຶ້ນ, ພວກເຂົາກໍຮູ້ສຶກອຸ່ນໃຈ. ຄວາມຮູ້ສຶກອຸ່ນໃຈຂອງພວກເຂົາບົ່ງບອກເຖິງການປ່ຽນແປງທີ່ແທ້ຈິງໃນຕົວພວກເຂົາບໍ? (ບໍ່.) ໃນຂະນະທີ່ພວກເຂົາຮູ້ສຶກອຸ່ນໃຈ, ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ, ຕໍ່ພຣະຄຣິສ, ເປັນພຽງ “ຄວາມເຄົາລົບ” ແລະ ຄວາມຊົມເຊີຍທີ່ເພີ່ມຂຶ້ນເລັກນ້ອຍ, ໂດຍປາສະຈາກການອ່ອນນ້ອມທີ່ແທ້ຈິງ.
ເມື່ອພຣະຄຣິສກຳລັງເຮັດວຽກງານຢູ່ໃນຈີນແຜ່ນດິນໃຫຍ່, ຜູ້ຕໍ່ຕ້ານພຣະຄຣິສມັກຈະສົງໄສວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດສາມາດຖືກຈັບກຸມໄດ້ບໍ? ພຣະອົງສາມາດຕົກຢູ່ໃນກໍາມືຂອງຜູ້ມີອຳນາດປົກຄອງໄດ້ບໍ?” ເມື່ອພວກເຂົາຄິດແບບນີ້, ພວກເຂົາກໍເກີດຄວາມດູຖູກເລັກນ້ອຍຕໍ່ “ຜູ້ທີ່ບໍ່ສໍາຄັນ” ຄົນນີ້. ເມື່ອພວກເຂົາໄດ້ຍິນວ່າພຣະເຈົ້າທີ່ບັງເກີດເປັນມະນຸດມັກຈະບໍ່ມີບ່ອນທີ່ຈະເອີ້ນວ່າເຮືອນ, ບໍ່ມີບ່ອນວາງສີສະຂອງພຣະອົງ ແລະ ຕ້ອງລີ້ຊ່ອນຢູ່ບ່ອນໃດກໍຕາມທີ່ພຣະອົງສາມາດເຮັດໄດ້ເພື່ອຫຼີກລ່ຽງການຖືກຈັບ, ຄວາມຢາກຮູ້ຢາກເຫັນເລັກນ້ອຍຂອງພວກເຂົາ ແລະ “ຄວາມເຄົາລົບ” ທີ່ຝືນໃຈທີ່ສຸດຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດກໍພັງທະລາຍລົງຢ່າງສິ້ນເຊີງ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາໄດ້ຍິນວ່າພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະຄຣິສ, ຢູ່ທີ່ສະຫະລັດອາເມລິກາ, ໃນດິນແດນແຫ່ງເສລີພາບທີ່ມະນຸດຊາດປາຖະໜາຫາ, ພວກເຂົາກໍຮູ້ສຶກອິດສາພຣະເຈົ້າທີ່ບັງເກີດເປັນມະນຸດ, ບໍ່ແມ່ນຄວາມເຄົາລົບ, ແຕ່ແມ່ນຄວາມອິດສາ. ແຕ່ເມື່ອພວກເຂົາໄດ້ຍິນວ່າພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ທີ່ພາກຕາເວັນຕົກ, ຖືກປະຕິເສດ, ຖືກໃສ່ຮ້າຍປ້າຍສີ, ຖືກກ່າວໂທດ ແລະ ຖືກຕັດສິນໃນທ່າມກາງມະນຸດຊາດ, ຄື້ນແຫ່ງຄວາມວຸ້ນວາຍປັ່ນປ່ວນກໍເກີດຂຶ້ນໃນສ່ວນເລິກຂອງຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິສ: “ພຣະອົງແມ່ນພຣະເຈົ້າ, ເປັນຫຍັງຜູ້ຄົນຈຶ່ງບໍ່ຍອມຮັບພຣະອົງ? ພຣະອົງແມ່ນພຣະເຈົ້າ, ເປັນຫຍັງວົງການສາສະໜາຈຶ່ງບໍ່ຍອມຮັບພຣະອົງ, ແຕ່ກັບເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງຫຼາຍຢ່າງກ່ຽວກັບພຣະອົງ? ເປັນຫຍັງພຣະອົງຈຶ່ງບໍ່ອອກມາປົກປ້ອງຕົວເອງ? ພຣະອົງຄວນຈ້າງທີມທະນາຍຄວາມ! ເບິ່ງຄຳເວົ້າທີ່ໝິ່ນປະໝາດ ແລະ ໃສ່ຮ້າຍປ້າຍສີເຫຼົ່ານັ້ນທາງອອນລາຍ, ຂ່າວລືທີ່ສ້າງຂຶ້ນໂດຍວົງການສາສະໜາທີ່ເຮັດໃຫ້ພຣະອົງເບິ່ງຄືວ່າຂີ້ຮ້າຍຫຼາຍ! ພວກຂ້ານ້ອຍຮູ້ສຶກອັບອາຍທີ່ຈະຕິດຕາມພຣະອົງ ແລະ ມັນເປັນເລື່ອງທີ່ອຶດອັດໃຈແມ່ນແຕ່ຈະເວົ້າເຖິງສິ່ງເຫຼົ່ານີ້. ພຣະອົງຖືກກ່າວໂທດທັງໃນພາກຕາເວັນອອກ ແລະ ໃນພາກຕາເວັນຕົກ, ຖືກປະຕິເສດໂດຍວົງການສາສະໜາ, ໂດຍມະນຸດຊາດ, ໂດຍໂລກນີ້. ພວກຂ້ານ້ອຍຮູ້ສຶກເສຍກຽດທີ່ຕິດຕາມພຣະອົງ”. ນີ້ຄືຄວາມຄິດຈິດໃຈຂອງຜູ້ຕໍ່ຕ້ານພຣະຄຣິສ. ໃນຂະນະທີ່ຮູ້ສຶກເສຍກຽດໃນໃຈ, ພວກເຂົາຍັງເກີດຄວາມດູຖູກ ແລະ ຄວາມເຫັນໃຈ, ເຊິ່ງເປັນຄວາມເຫັນໃຈທີ່ຝືນໃຈທີ່ສຸດ, ຕໍ່ “ຜູ້ທີ່ບໍ່ສໍາຄັນ” ຄົນນີ້ ໃນຂະນະທີ່ພວກເຂົາເບິ່ງພຣະອົງໃນສາຍຕາ ແລະ ຫົວໃຈຂອງພວກເຂົາ. ຄວາມເຫັນໃຈນີ້ເກີດຂຶ້ນໄດ້ແນວໃດ? ພວກເຂົາຄິດວ່າ: “ພຣະອົງກຳລັງເຮັດພາລະກິດທີ່ຍິ່ງໃຫຍ່ແບບນີ້ໂດຍບໍ່ກັງວົນກ່ຽວກັບຜົນປະໂຫຍດ ຫຼື ການສູນເສຍສ່ວນຕົວ, ເຊິ່ງສາມາດຖືໄດ້ວ່າເປັນການອຸທິດຕົນທີ່ບໍ່ເຫັນແກ່ຕົວ. ການທົນທຸກກັບຄວາມທຸກລຳບາກ ແລະ ຄວາມອັບອາຍທີ່ຍິ່ງໃຫຍ່ຂະໜາດນັ້ນ, ພຣະອົງມີເປົ້າໝາຍຫຍັງ? ຕາມເຫດຜົນແລ້ວ, ພຣະອົງຕ້ອງເປັນຄົນດີ; ຖ້າບໍ່ດັ່ງນັ້ນ, ພຣະອົງຈະທົນກັບຄວາມອັບອາຍທີ່ຍິ່ງໃຫຍ່ ແລະ ທົນທຸກກັບຄວາມເຈັບປວດຫຼາຍຂະໜາດນັ້ນໄດ້ແນວໃດ? ມັນຂ້ອນຂ້າງໜ້າສົງສານ ແລະ ບໍ່ແມ່ນເລື່ອງງ່າຍ; ພຣະອົງຕ້ອງຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳຫຼາຍໃນໃຈຂອງພຣະອົງ.” ດັ່ງນັ້ນ, ພວກເຂົາຈຶ່ງຮູ້ສຶກເຫັນໃຈພຣະຄຣິສເລັກນ້ອຍ. ພວກເຂົາຄິດພິຈາລະນາວ່າ: “ຖ້າເປັນຂ້ອຍ, ຂ້ອຍຈະບໍ່ສາມາດທົນກັບຄວາມທຸກລຳບາກທີ່ຍິ່ງໃຫຍ່ຂະໜາດນັ້ນໄດ້; ຂ້ອຍຈະໂຕ້ຖຽງຄະດີຂອງຂ້ອຍຕໍ່ມະນຸດຊາດ. ໃນດ້ານໜຶ່ງ, ຂ້ອຍຈະຈ້າງທີມທະນາຍຄວາມເພື່ອລຶບລ້າງຂ່າວລືທີ່ເປັນເທັດເຫຼົ່ານັ້ນທາງອອນລາຍ ແລະ ໃນອີກດ້ານໜຶ່ງ, ສະແດງສິ່ງມະຫັດສະຈັນ ແລະ ການອັດສະຈັນບາງຢ່າງໃນວົງການສາສະໜາ ເພື່ອໃຫ້ພວກເຂົາເຫັນວ່າໃຜຄືພຣະເຈົ້າ, ໃຜຄືຂອງແທ້ ແລະ ໃຜຄືຂອງປອມ, ເພື່ອປິດປາກຜູ້ທີ່ໃສ່ຮ້າຍປ້າຍສີ ແລະ ກ່າວໂທດ, ເພື່ອລົງໂທດພວກເຂົາ ແລະ ສັ່ງສອນບົດຮຽນໃຫ້ພວກເຂົາ. ພວກເຂົາຈະບໍ່ຢ້ານທີ່ຈະເຮັດມັນອີກຕໍ່ໄປບໍ? ເປັນຫຍັງພຣະອົງຈຶ່ງບໍ່ເຮັດແນວນັ້ນ? ເປັນຫຍັງພຣະອົງຈຶ່ງບໍ່ເຄີຍປົກປ້ອງຕົວເອງເລີຍ? ເປັນຍ້ອນວ່າພຣະອົງຂາດອຳນາດ, ຄວາມກ້າຫານ ຫຼື ຄວາມອາດຫານບໍ? ເລື່ອງລາວເປັນແນວໃດແທ້? ມັນອາດຈະເປັນຄວາມຂີ້ຂາດຕາຂາວບໍ? ໂອ, ພຣະອົງມີຫຼາຍຢ່າງທີ່ເຊື່ອງໄວ້ໃນໃຈຂອງພຣະອົງ, ທົນກັບຄວາມບໍ່ຍຸຕິທຳທີ່ຍິ່ງໃຫຍ່ຂະໜາດນັ້ນ ແລະ ຮັກສາຄວາມງຽບ, ຍັງຄົງເຜີຍແຜ່ວຽກງານ ແລະ ເວົ້າຢ່າງອົດທົນ ແລະ ຢ່າງຈິງໃຈກັບຜູ້ຄົນໃນຄຣິສຕະຈັກ, ສະໜອງໃຫ້ແກ່ພວກເຂົາ, ແຕ່ພວກເຂົາກໍຍັງມີແນວຄິດ ແລະ ກະບົດຢູ່ສະເໝີ. ຫົວໃຈຂອງພຣະອົງຕ້ອງກຳລັງທົນທຸກ! ເມື່ອເຫັນວ່າພຣະອົງສາມາດທົນກັບສິ່ງທັງໝົດນີ້ໄດ້, ພຣະອົງກໍເປັນຄົນດີພໍສົມຄວນແທ້ໆ, ສົມຄວນໄດ້ຮັບຄວາມເຫັນໃຈ”. ນັ້ນຄືທີ່ມາຂອງຄວາມເຫັນໃຈຂອງພວກເຂົາ. ນີ້ຄືຄວາມເຫັນໃຈຂອງຜູ້ຕໍ່ຕ້ານພຣະຄຣິສ. ຕັ້ງແຕ່ເລີ່ມຕົ້ນການເປີດໂປງຜູ້ຕໍ່ຕ້ານພຣະຄຣິສຈົນເຖິງຕອນນີ້, ນີ້ຄື “ຄວາມດີ” ພຽງຢ່າງດຽວທີ່ພວກເຂົາໄດ້ເຮັດ. “ຄວາມດີ” ນີ້ເຮັດໄດ້ດີສໍ່າໃດ? ມັນແມ່ນຂອງແທ້ບໍ? (ບໍ່.)
ຜູ້ຕໍ່ຕ້ານພຣະຄຣິສຕິດຕາມພຣະຄຣິສ ແລະ ໄດ້ຍອມຮັບພຣະທຳທີ່ພຣະຄຣິສກ່າວມາເປັນເວລາຫຼາຍປີ, ແຕ່ພວກເຂົາບໍ່ເຄີຍຮູ້ສຶກເປັນກຽດທີ່ສາມາດຍອມຮັບພຣະຄຣິສເປັນພຣະຜູ້ຊ່ວຍໃຫ້ລອດພົ້ນຂອງພວກເຂົາໃນຊີວິດນີ້, ທັງບໍ່ເຄີຍຮູ້ສຶກເປັນກຽດທີ່ຈະທົນທຸກຄືກັບທີ່ພຣະຄຣິສໄດ້ເຮັດ, ຖືກກ່າວໂທດ ແລະ ຖືກປະຕິເສດໂດຍໂລກຄືກັບພຣະຄຣິສ. ກົງກັນຂ້າມ, ພວກເຂົາຖືວ່າຄວາມທຸກທໍລະມານຂອງພຣະຄຣິສເປັນເຄື່ອງມື ແລະ ຫຼັກຖານທີ່ຈະດູຖູກ ແລະ ປະຕິເສດພຣະຄຣິສ. ພວກເຂົາບໍ່ມີຄວາມເຕັມໃຈ ຫຼື ທັດສະນະຄະຕິທີ່ຈະມີສ່ວນຮ່ວມໃນຄວາມທຸກທໍລະມານທັງໝົດນີ້ກັບພຣະຄຣິສ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຢືນເປັນຜູ້ສັງເກດການ, ສັງເກດເບິ່ງຄວາມທຸກທໍລະມານທັງໝົດທີ່ພຣະຄຣິສອົດທົນ, ສັງເກດເບິ່ງວິທີທີ່ມະນຸດຊາດປະຕິບັດຕໍ່ພຣະຄຣິສ ແລະ ພວກເຂົາກໍເອົາການສັງເກດເຫຼົ່ານີ້ມາເປັນພື້ນຖານໃນການປະຕິບັດຕໍ່ພຣະຄຣິສ. ເມື່ອພຣະນາມຂອງພຣະເຈົ້າຖືກປະກາດອອກໄປ ແລະ ວຽກງານພຣະກິດຕິຄຸນຄ່ອຍໆເຜີຍແຜ່ໄປທ່າມກາງມະນຸດຊາດທັງປວງ ແລະ ອະນາຄົດຂອງວຽກງານພຣະກິດຕິຄຸນເບິ່ງຄືວ່າມີຄວາມຫວັງ, ຜູ້ຕໍ່ຕ້ານພຣະຄຣິສກໍຄ່ອຍໆເຂົ້າໃກ້ພຣະເຈົ້າທີ່ບັງເກີດເປັນມະນຸດ, ໂດຍຮູ້ສຶກເຄົາລົບ ແລະ ອິດສາພຣະອົງເລັກນ້ອຍ. ໃນເວລາດຽວກັນ, ພວກເຂົາກໍພະຍາຍາມຢ່າງຫນັກເພື່ອເຂົ້າໃກ້ເຮືອນຂອງພຣະເຈົ້າ, ພະຍາຍາມກາຍເປັນສະມາຊິກຂອງເຮືອນຂອງພຣະເຈົ້າ ແລະ ເປັນສ່ວນໜຶ່ງຂອງການເຜີຍແຜ່ພາລະກິດຂອງພຣະເຈົ້າ. ມັນເປັນພຽງເທົ່ານັ້ນບໍ? ມັນງ່າຍດາຍແນວນັ້ນບໍ? ບໍ່; ພວກເຂົາປ່ຽນທັດສະນະຄະຕິຂອງພວກເຂົາຕໍ່ເຮືອນຂອງພຣະເຈົ້າ ແລະ ຕໍ່ພຣະຄຣິສ ໂດຍອີງໃສ່ສະຖານະຂອງການຂະຫຍາຍໂຄງການວຽກງານຕ່າງໆໃນເຮືອນຂອງພຣະເຈົ້າ, ໂດຍເຮັດເຊັ່ນນັ້ນທຸກເວລາ ແລະ ທຸກສະຖານທີ່. ຖ້າພວກເຂົາໄດ້ຍິນວ່າໃນທ່າມກາງມະນຸດຊາດ ແລະ ໂດຍສະເພາະໃນພາກຕາເວັນຕົກ, ມີຄົນເຊື້ອຊາດໃດໜຶ່ງເວົ້າວ່າ: “ພຣະທຳເຫຼົ່ານີ້ແມ່ນພຣະທຳຂອງພຣະເຈົ້າຢ່າງແທ້ຈິງ, ມັນມີສິດອໍານາດແທ້ໆ! ຈາກພຣະທຳຂອງພຣະເຈົ້າ, ພວກເຮົາເຫັນແກ່ນແທ້ຂອງພຣະເຈົ້າ, ພວກເຮົາແນ່ໃຈວ່າຄົນທຳມະດາຄົນນີ້ແມ່ນພຣະເຈົ້າ ແລະ ເສັ້ນທາງນີ້ແມ່ນເສັ້ນທາງທີ່ແທ້ຈິງ”, ຜູ້ຕໍ່ຕ້ານພຣະຄຣິສກໍຊື່ນຊົມຍິນດີຢ່າງລັບໆຢູ່ໃນໃຈຂອງພວກເຂົາ: “ໂຊກດີທີ່ຂ້ອຍບໍ່ໄດ້ຈາກໄປ; ມັນແມ່ນເສັ້ນທາງທີ່ແທ້ຈິງແທ້ໆ! ເບິ່ງແມ, ແມ່ນແຕ່ຊາວຕາເວັນຕົກກໍຍັງເວົ້າວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ໃສ. ຂ້ອຍຄວນຟັງພຣະທຳຂອງພຣະອົງໃຫ້ຫຼາຍຂຶ້ນ, ຂ້ອຍຕ້ອງຟ້າວໄປຟັງການເທດສະໜາ!” ໃນເວລານີ້, ຜູ້ຕໍ່ຕ້ານພຣະຄຣິສຮູ້ສຶກວ່າສຸລະສຽງຂອງພຣະເຈົ້າຊ່າງໄພເລາະ, ຊໍາລະລ້າງຈິດວິນຍານຂອງພວກເຂົາໄດ້ດີຫຼາຍ ແລະ ພວກເຂົາຮູ້ສຶກວ່າມັນຄວນໄດ້ຮັບການຖະນຸຖະໜອມ. ເຖິງຢ່າງໃດກໍຕາມ, ເມື່ອເຮືອນຂອງພຣະເຈົ້າປະເຊີນກັບຄວາມລົ້ມເຫຼວບາງຢ່າງເປັນບາງຄັ້ງຄາວໃນການເຜີຍແຜ່ວຽກງານຢູ່ຕ່າງປະເທດ ແລະ ທ່າມກາງມະນຸດຊາດ ຫຼື ເມື່ອວຽກງານຂອງເຮືອນຂອງພຣະເຈົ້າຖືກລົບກວນ ຫຼື ໄດ້ຮັບຜົນກະທົບ, ຖືກແຊກແຊງໂດຍກຳລັງພາຍນອກ ຫຼື ແມ່ນແຕ່ເມື່ອເຮືອນຂອງພຣະເຈົ້າປະເຊີນກັບຄວາມຫຍຸ້ງຍາກບາງຢ່າງ, ຜູ້ຕໍ່ຕ້ານພຣະຄຣິສກໍກັບມາຮູ້ສຶກບໍ່ສະຫງົບໃນໃຈຂອງພວກເຂົາອີກຄັ້ງ: “ພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ໃສ? ພຣະອົງກຳລັງກ່າວຢູ່ບໍ? ເລື່ອງນີ້ກຳລັງຖືກຈັດການແນວໃດ? ພຣະເຈົ້າເຮັດໃຫ້ສິ່ງຕ່າງໆຖືກຕ້ອງບໍ? ຜູ້ຄົນທີ່ພຣະເຈົ້າເລືອກຖືກຂູ່ໃຫ້ຢ້ານບໍ? ມີໃຜທີ່ຈາກເຮືອນຂອງພຣະເຈົ້າໄປແລ້ວບໍ? ມີຄົນທີ່ມີຊື່ສຽງ ຫຼື ຜູ້ອາວຸໂສຈາກໂລກພາຍນອກອອກມາເວົ້າ ຫຼື ດຳເນີນການເພື່ອເຮືອນຂອງພຣະເຈົ້າ ຫຼື ຢືນຢັດເພື່ອມັນບໍ? ຂ້ອຍໄດ້ຍິນວ່າບໍ່ມີເລີຍ. ຄັນຊັ້ນຄວນເຮັດແນວໃດ? ຄຣິສຕະຈັກຂອງພຣະເຈົ້າຈົບແລ້ວບໍ? ຂ້ອຍຄວນອອກໄປໃນຂະນະທີ່ຍັງເຮັດໄດ້ບໍ?” ຄວາມວຸ້ນວາຍປັ່ນປ່ວນນີ້ສຳຄັນບໍ? ໃນເວລານີ້, ເມື່ອຟັງການເທດສະໜາຂອງພຣະເຈົ້າອີກຄັ້ງ, ພວກເຂົາຄິດວ່າ: “ຢ່າເວົ້າຄຳເວົ້າທີ່ຫວ່າງເປົ່າເຫຼົ່ານັ້ນ ຫຼື ເວົ້າຢ່າງສູງສົ່ງແບບນັ້ນອີກເລີຍ. ຕອນນີ້ຂ້ອຍບໍ່ໄດ້ຟັງພຣະອົງແລ້ວ. ເຮືອນຂອງພຣະເຈົ້າອາດຈະຖືກໂລກກືນກິນໄດ້ທຸກເວລາ; ພຣະທຳເຫຼົ່ານັ້ນມີປະໂຫຍດຫຍັງ? ມັນສາມາດຊ່ວຍຄົນໃຫ້ລອດພົ້ນໄດ້ບໍ? ອິດທິພົນຂອງເຮືອນຂອງພຣະເຈົ້າສາມາດຫາຍໄປໃນພິບຕາ; ຜູ້ຄົນຂອງມັນກໍຈະກະຈັດກະຈາຍໄປແບບນັ້ນເລີຍ”. ພວກເຂົາບໍ່ມັກຟັງສິ່ງທີ່ເຮົາເວົ້າອີກຕໍ່ໄປ. ຍັງມີຄວາມເຄົາລົບເຫຼືອຢູ່ບໍ? ມີຄວາມເຫັນໃຈບໍ? (ບໍ່ມີ.) ຍັງເຫຼືອຫຍັງແດ່? ມີພຽງແຕ່ຄວາມປາຖະໜາທີ່ຈະເຝົ້າເບິ່ງ ແລະ ເຍາະເຍີ້ຍ. ບາງຄົນເວົ້າສິ່ງທີ່ບໍ່ດີຢູ່ເບື້ອງຫຼັງ, ເວົ້າຄຳເວົ້າທີ່ສ້າງຄວາມເສຍຫາຍ ແລະ ດີໃຈກັບຄວາມໂຊກຮ້າຍຂອງເຮືອນຂອງພຣະເຈົ້າ: “ຂ້ອຍຄິດວ່າບັນຫາກຳລັງກໍ່ຕົວຂຶ້ນ, ຂ້ອຍບໍ່ຄິດວ່າພຣະອົງຈະຢືນຢັດຢ່າງໝັ້ນຄົງໄດ້. ຄວາມຈິງເຫຼົ່ານັ້ນມີປະໂຫຍດຫຍັງບໍ? ພຣະທຳຂອງພຣະອົງມີປະສິດທິຜົນບໍ? ຕອນນີ້ເປັນແນວໃດ? ບັນຫາມາຮອດແລ້ວ, ແມ່ນບໍ?” ດ້ານທີ່ເປັນມານຮ້າຍຂອງພວກເຂົາກໍປະກົດອອກມາ. ທຸກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດນັ້ນບໍ່ແມ່ນສິ່ງທີ່ມານຮ້າຍຈະເຮັດບໍ? ພວກເຂົາຂາດແມ່ນແຕ່ສິນທຳພື້ນຖານທີ່ສຸດຂອງມະນຸດ; ພວກເຂົາຊົ່ວຊ້າຢ່າງສຸດຂີດ, ກັດມືຜູ້ທີ່ລ້ຽງດູພວກເຂົາ! ພວກເຂົາກິນຈາກເຮືອນຂອງພຣະເຈົ້າ, ເພີດເພີນກັບການຫລໍ່ລ້ຽງແຫ່ງພຣະທຳຂອງພຣະເຈົ້າ, ເພີດເພີນກັບການປົກປ້ອງ ແລະ ພຣະຄຸນຂອງພຣະເຈົ້າ, ແຕ່ເມື່ອມີສັນຍານທຳອິດຂອງບັນຫາ, ພວກເຂົາກໍເຂົ້າຂ້າງຄົນພາຍນອກ, ທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ດີໃຈກັບຄວາມໂຊກຮ້າຍຂອງມັນ. ຖ້າບໍ່ແມ່ນມານຮ້າຍ ແລ້ວພວກເຂົາແມ່ນຫຍັງ? ພວກເຂົາແມ່ນມານຮ້າຍຢ່າງແທ້ຈິງ! ເມື່ອພວກເຂົາເຫັນເຮືອນຂອງພຣະເຈົ້າກຳລັງມີກະແສ, ພວກເຂົາກໍ “ຄຸເຂົ່າ” ລົງທັນທີຕໍ່ໜ້າພຣະເຈົ້າທີ່ບັງເກີດເປັນມະນຸດ, ເຮັດຄືກັບວ່າພວກເຂົາເປັນຜູ້ຕິດຕາມຂອງພຣະເຈົ້າ. ແຕ່ເມື່ອພວກເຂົາເຫັນເຮືອນຂອງພຣະເຈົ້າຖືກປິດລ້ອມ ແລະ ຖືກກ່າວໂທດໂດຍຊາຕານ, ພວກເຂົາກໍບໍ່ກົ້ມກາບລົງຕໍ່ໜ້າພຣະເຈົ້າອີກຕໍ່ໄປ. ກົງກັນຂ້າມ, ພວກເຂົາຢືນຢ່າງທະນົງຕົວ ແລະ ຍືດໂຕຂຶ້ນ, ໂດຍເຊື່ອວ່າຕົນເອງມີກຽດເກີນກວ່າທີ່ຈະຄຸເຂົ່າຕໍ່ໜ້າຜູ້ໃດ, ລໍຖ້າຢ່າງໃຈຈົດໃຈຈໍ່ທີ່ຈະເຍາະເຍີ້ຍພຣະອົງ. ນໍ້າສຽງ ແລະ ລະດັບສຽງຂອງການເວົ້າຂອງພວກເຂົາ ເມື່ອພວກເຂົາເວົ້າກັບພຣະອົງກໍດັງຂຶ້ນເຊັ່ນກັນ; ພວກເຂົາເລີ່ມເວົ້າແບບວາງອຳນາດ, ປະພຶດຕົນຜິດປົກກະຕິ, ທ່າທາງທີ່ເປັນມານຮ້າຍຂອງພວກເຂົາກໍປະກົດອອກມາ, ປ່ຽນແປງຢ່າງໄວວາ. ບອກເຮົາມາເບິ່ງ, ຄົນເຫຼົ່ານີ້ຈະມີວັນຢຳເກງພຣະເຈົ້າບໍ? (ບໍ່ມີວັນ.) ນັ້ນຖືກຕ້ອງແທ້ໆ, ນັ້ນແມ່ນຄຳເວົ້າທີ່ຈິງຫຼາຍ. ຄົນເຫຼົ່ານີ້ແມ່ນພວກດຽວກັນກັບຊາຕານ; ພວກເຂົາຈະບໍ່ມີວັນຢຳເກງພຣະເຈົ້າ ເພາະວ່າພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາເປັນຂອງຊາຕານ. ນີ້ຄືທຳມະຊາດ-ແກ່ນແທ້ແບບຊາຕານ, ໃບໜ້າທີ່ໜ້າກຽດຊັງຂອງຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງເປັນຂອງຊາຕານ. ພວກເຂົາພ້ອມສະເໝີທີ່ຈະເຍາະເຍີ້ຍເຮືອນຂອງພຣະເຈົ້າ, ຊອກຫາໂອກາດທີ່ຈະເຍາະເຍີ້ຍພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ສະເໝີ, ກຽມພ້ອມ ແລະ ລວບລວມຂໍ້ມູນຢູ່ຕະຫຼອດເວລາເພື່ອປະຕິເສດພຣະຄຣິສ ແລະ ປະຕິເສດແກ່ນແທ້ຂອງພຣະເຈົ້າ ແລະ ພວກເຂົາພ້ອມສະເໝີທີ່ຈະເຂົ້າຂ້າງຄົນພາຍນອກ ແລະ ທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຍິ່ງເຮືອນຂອງພຣະເຈົ້າປະເຊີນກັບບັນຫາຫຼາຍສໍ່າໃດ, ຜູ້ຕໍ່ຕ້ານພຣະຄຣິສກໍຍິ່ງມີຄວາມສຸກ ແລະ ດີໃຈຫຼາຍສໍ່ານັ້ນ. ເມື່ອອ້າຍເອື້ອຍນ້ອງສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ ແລະ ທຸກຢ່າງກ່ຽວກັບວຽກງານໃນເຮືອນຂອງພຣະເຈົ້າເປັນລະບຽບຮຽບຮ້ອຍ, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈ ແລະ ບໍ່ພໍໃຈ, ໂດຍປາຖະໜາໃຫ້ບັນຫາເກີດຂຶ້ນກັບເຮືອນຂອງພຣະເຈົ້າທັນທີ, ຫວັງວ່າວຽກງານຂອງເຮືອນຂອງພຣະເຈົ້າຈະບໍ່ດຳເນີນໄປຢ່າງລ່ຽນໄຫຼ, ຫວັງວ່າມັນຈະພົບກັບຄວາມລົ້ມເຫຼວ ແລະ ອຸປະສັກ. ສະຫຼຸບໂດຍຫຍໍ້, ຖ້າທຸກຢ່າງດຳເນີນໄປດ້ວຍດີໃນເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງທັງຫຼາຍສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ ແລະ ປະຕິບັດຕາມຫຼັກການຄວາມຈິງ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ພົບຄວາມສຸກໃນໃຈຂອງພວກເຂົາ. ເມື່ອອ້າຍເອື້ອຍນ້ອງທັງຫຼາຍຟັງພຣະທຳຂອງພຣະເຈົ້າ, ປະຕິບັດຕາມພຣະທຳຂອງພຣະອົງ, ຍົກຍ້ອງພຣະເຈົ້າ ແລະ ພຣະຄຣິສວ່າເປັນຜູ້ຍິ່ງໃຫຍ່ ແລະ ສາມາດເປັນພະຍານ ແລະ ຍົກຍ້ອງພຣະຄຣິສ, ມັນເປັນຊ່ວງເວລາທີ່ທົນບໍ່ໄດ້ທີ່ສຸດສຳລັບຜູ້ຕໍ່ຕ້ານພຣະຄຣິສ, ເປັນຊ່ວງເວລາທີ່ພວກເຂົາຖືກພິພາກສາ ແລະ ທໍລະມານຫຼາຍທີ່ສຸດ.
ຜູ້ຕໍ່ຕ້ານພຣະຄຣິສສອບຖາມຂ່າວຄາວຕ່າງໆໃນເຮືອນຂອງພຣະເຈົ້າ. ຖ້າພວກເຂົາບໍ່ສາມາດຊອກຮູ້ໄດ້ເປັນເວລາດົນວ່າການເຜີຍແຜ່ວຽກງານພຣະກິດຕິຄຸນຂອງເຮືອນຂອງພຣະເຈົ້າກ້າວໜ້າໄປແນວໃດ, ວຽກງານວິຊາຊີບຕ່າງໆໃນເຮືອນຂອງພຣະເຈົ້າກຳລັງພັດທະນາແນວໃດ, ມັນດຳເນີນໄປຢ່າງລ່ຽນໄຫຼ ຫຼື ບໍ່, ຈໍານວນຄົນຢູ່ຕ່າງປະເທດກຳລັງເພີ່ມຂຶ້ນ ຫຼື ບໍ່, ຂະໜາດຂອງຄຣິສຕະຈັກກຳລັງຂະຫຍາຍຕົວ ຫຼື ບໍ່, ຄຣິສຕະຈັກໄດ້ຖືກສ້າງຕັ້ງຂຶ້ນໃນປະເທດຕ່າງໆ ຫຼື ບໍ່ ຫຼື ຖ້າພວກເຂົາບໍ່ໄດ້ຍິນຂ່າວວ່າມີບຸກຄົນທີ່ມີຄວາມມຸ່ງໝັ້ນ ຫຼື ຄົນທີ່ມີຊື່ສຽງໃນສັງຄົມເຂົ້າມາໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຈະຮູ້ສຶກວ່າການເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນໜ້າເບື່ອ ແລະ ບໍ່ໜ້າສົນໃຈ. ພວກເຂົາຢຸດໃຫ້ຄວາມສົນໃຈຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເຖິງຂັ້ນພິຈາລະນາທີ່ຈະເຂົ້າຮ່ວມນິກາຍອື່ນທີ່ມີຊີວິດຊີວາ ຫຼື ມີອິດທິພົນຫຼາຍກວ່າ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາໄດ້ຍິນຂ່າວດີບາງຢ່າງກ່ຽວກັບເຮືອນຂອງພຣະເຈົ້າເປັນບາງຄັ້ງຄາວ ເຊັ່ນ: ວິດີໂອຄຳພະຍານຂອງອ້າຍເອື້ອຍນ້ອງທີ່ກະຕຸ້ນຄວາມສົນໃຈ ແລະ ດຶງດູດຄວາມສົນໃຈຢ່າງຫຼວງຫຼາຍໃນອົງການສິດທິມະນຸດບາງແຫ່ງ, ຫົວໃຈຂອງພວກເຂົາກໍຈະເຕັມໄປດ້ວຍຄວາມສຸກ, ຄວາມຫວັງ ແລະ ຄວາມປິຕິຍິນດີ. ຕົວຢ່າງ: ຖ້າເຮືອນຂອງພຣະເຈົ້າໄດ້ຮັບຄວາມສົນໃຈ ຫຼື ການລາຍງານຂ່າວຈາກກຸ່ມທີ່ມີຊື່ສຽງ, ພວກເຂົາກໍຈະຍິ່ງດີໃຈ ແລະ ຕື່ນເຕັ້ນຫຼາຍຂຶ້ນ: “ເບິ່ງຄືວ່າຄົນທຳມະດາຄົນນີ້ບໍ່ທຳມະດາເລີຍ; ເບິ່ງຄືວ່າພຣະອົງກຳລັງຈະເຮັດສິ່ງທີ່ຍິ່ງໃຫຍ່ໃຫ້ສຳເລັດ!” ຖ້າຊື່ຂອງຄຣິສຕະຈັກໂຊກດີຖືກກ່າວເຖິງໂດຍບຸກຄົນທີ່ມີຊື່ສຽງ ຫຼື ແມ່ນແຕ່ຜູ້ນໍາ, ຜູ້ຕໍ່ຕ້ານພຣະຄຣິສກໍຈະຍິ່ງຕື່ນເຕັ້ນຫຼາຍຂຶ້ນ: “ໃນຊີວິດນີ້, ຂ້ອຍໄດ້ເລືອກສິ່ງທີ່ຍິ່ງໃຫຍ່ທີ່ສຸດ ແລະ ຖືກຕ້ອງທີ່ສຸດ, ນັ້ນກໍຄືການຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັບຕັ້ງແຕ່ນີ້ເປັນຕົ້ນໄປ, ຂ້ອຍໄດ້ຕັດສິນໃຈແລ້ວວ່າຈະບໍ່ມີວັນຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດໄປ, ຈະປະຕິບັດຕໍ່ພຣະອົງຄືພຣະເຈົ້າ ແລະ ຈະເຄົາລົບພຣະອົງໃນໃຈຂອງຂ້ອຍ, ເພາະວ່າພຣະເຈົ້າອົງນີ້ໄດ້ຮັບຄວາມເຄົາລົບຈາກຜູ້ນໍາທ່ານນັ້ນທ່ານນີ້. ຖ້າຜູ້ນໍາເຄົາລົບພຣະອົງ, ຂ້ອຍກໍຄວນເຄົາລົບພຣະອົງເຊັ່ນກັນ. ພຣະເຈົ້າອົງນີ້ໄດ້ຖືກເອີ່ຍນາມ ແລະ ໄດ້ຮັບການຍອມຮັບຈາກບັນດາຜູ້ນໍາ, ສະນັ້ນ ຈະມີຄວາມເສຍໃຈຫຍັງແດ່ໃນການເຊື່ອໃນພຣະອົງ ແລະ ຕິດຕາມພຣະອົງ? ຂ້ອຍບໍ່ຄວນຕິດຕາມພຣະອົງຢ່າງເດັດດ່ຽວກວ່ານີ້ບໍ? ນັບຕັ້ງແຕ່ນີ້ເປັນຕົ້ນໄປ, ຂ້ອຍຕັ້ງໃຈວ່າຈະບໍ່ມີວັນມີຄວາມຄິດທີ່ຈະຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄປ. ຂ້ອຍຕ້ອງປະຕິບັດໜ້າທີ່ໃຫ້ດີ, ອົດທົນກັບຄວາມທຸກລຳບາກໃຫ້ຫຼາຍຂຶ້ນ, ຈ່າຍລາຄາໃຫ້ຫຼາຍຂຶ້ນ, ປຶກສາຫາລືກັບອ້າຍເອື້ອຍນ້ອງທັງຫຼາຍໃຫ້ຫຼາຍຂຶ້ນເມື່ອເຮັດສິ່ງຕ່າງໆ ແລະ ເຮັດຕາມທຸກຢ່າງທີ່ຄຣິສຕະຈັກບອກ. ບາງທີໃນອະນາຄົດ, ເມື່ອຄຣິສຕະຈັກຂະຫຍາຍຕົວ ແລະ ໄດ້ຮັບຊື່ສຽງຫຼາຍຂຶ້ນ, ຂ້ອຍອາດຈະໄດ້ຮັບຕຳແໜ່ງລະດັບສູງ ແລະ ໂດດເດັ່ນ!” ເມື່ອຄິດກ່ຽວກັບເລື່ອງນີ້, ພວກເຂົາກໍຮູ້ສຶກປິຕິຍິນດີໃນໃຈ: “ຂ້ອຍໄດ້ເລືອກສິ່ງທີ່ດີ ແລະ ຖືກຕ້ອງຂະໜາດນີ້! ຂ້ອຍສະຫຼາດສໍ່າໃດ! ຂ້ອຍເຖິງຂັ້ນເຄີຍຄິດທີ່ຈະຈາກໄປກ່ອນໜ້ານີ້, ຕອນນັ້ນຂ້ອຍຊ່າງໂງ່ຈ້າ ແລະ ບໍ່ຮູ້ຄວາມສໍ່າໃດ! ຂ້ອຍຍັງໜຸ່ມ ແລະ ໃຈຮ້ອນ, ມີແນວໂນ້ມທີ່ຈະເລືອກ ແລະ ຕັດສິນໃຈຜິດ. ຕອນນີ້ຂ້ອຍໃຫຍ່ຂຶ້ນແລ້ວ, ຂ້ອຍໝັ້ນຄົງຂຶ້ນ ແລະ ຮູ້ຈັກວິທີເຊື່ອງຕົວ ແລະ ໃນທີ່ສຸດຂ້ອຍກໍເຫັນຄວາມຫວັງ. ໂຊກດີທີ່ຂ້ອຍບໍ່ໄດ້ຈາກໄປ, ບໍ່ໄດ້ເຊື່ອຂ່າວລືເຫຼົ່ານັ້ນ ແລະ ບໍ່ໄດ້ຖືກຊັກຈູງ ຫຼື ຫວັ່ນໄຫວໄປກັບພວກມັນ. ນັ້ນຂ້ອນຂ້າງອັນຕະລາຍ! ຂ້ອຍຕ້ອງລະມັດລະວັງຫຼາຍຂຶ້ນໃນອະນາຄົດ. ເບິ່ງຄືວ່າຄົນຜູ້ນີ້ບໍ່ທຳມະດາ ແລະ ຂ້ອຍຕ້ອງປະຕິບັດຕໍ່ພຣະອົງໃຫ້ດີ!” ເມື່ອເກີດຄວາມຕື່ນເຕັ້ນ ແລະ ໃຈຮ້ອນ, ພວກເຂົາກໍຊື້ຜະລິດຕະພັນສຸຂະພາບ ແລະ ຂອງດີໆບາງຢ່າງມາຖວາຍ, ໂດຍຂຽນໃສ່ວ່າ: “ອຸທິດແດ່ພຣະເຈົ້າທີ່ຮັກຂອງຂ້ານ້ອຍ, ດ້ວຍສິ່ງຂອງດັ່ງຕໍ່ໄປນີ້.” ຢູ່ທາງລຸ່ມ, ພວກເຂົາເຊັນວ່າ: “ນໍາສະເໜີເປັນພິເສດ, ຍື່ນສະເໜີດ້ວຍຄວາມເຄົາລົບໂດຍ ຜູ້ນັ້ນຜູ້ນີ້ ໃນວັນທີນັ້ນໆ.” ນີ້ເປັນຂອງຂວັນທີ່ພິເສດ ແລະ ມີຄ່າ, ແຕ່ມີເລື່ອງລາວ, ມີແຮງຈູງໃຈແອບແຝງຢູ່ເບື້ອງຫຼັງມັນ. ເມື່ອໄດ້ຍິນແບບນີ້, ພວກເຈົ້າຈະບໍ່ເວົ້າບໍວ່າ: “ຊັ້ນນີ້ກໍຄືວິທີທີ່ພຣະອົງເຂົ້າໃຈກ່ຽວກັບເຄື່ອງຖວາຍທີ່ຜູ້ຄົນໃຫ້ແກ່ພຣະເຈົ້າບໍ?” ມັນບໍ່ແມ່ນວ່າເຮົາເຂົ້າໃຈແບບນີ້, ທັງບໍ່ແມ່ນວ່າທຸກຄົນຈະປະພຶດໃນລັກສະນະນີ້ ແລະ ບໍ່ແມ່ນເຄື່ອງຖວາຍທັງໝົດຈະມາພ້ອມກັບແຮງຈູງໃຈດັ່ງກ່າວ. ເຖິງຢ່າງໃດກໍຕາມ, ປະຕິເສດບໍ່ໄດ້ວ່າການກະທຳຂອງບາງຄົນໃນການຖວາຍສິ່ງຂອງນັ້ນ ໄດ້ຮັບອິດທິພົນ ແລະ ຖືກຂັບເຄື່ອນໂດຍເຈດຕະນາ ແລະ ພູມຫຼັງດັ່ງກ່າວຢ່າງແທ້ຈິງ. ນີ້ເປັນມຸມມອງທີ່ເປັນຈິງບໍ? (ແມ່ນແລ້ວ.)
ເມື່ອຜູ້ຕໍ່ຕ້ານພຣະຄຣິສຄິດຄໍານວນທຸກຢ່າງຢູ່ໃນໃຈຂອງພວກເຂົາ, ສິ່ງທີ່ພວກເຂົາຄຳນຶງເຖິງເປັນອັນດັບທຳອິດແມ່ນຜົນປະໂຫຍດສ່ວນຕົວ. ພວກເຂົາເຫັນແກ່ຕົວ ແລະ ໜ້າລັງກຽດ, ມີການຄິດຄໍານວນຂອງຕົນເອງໃນທຸກເລື່ອງ. ກ່ຽວກັບຄວາມຄືບໜ້າຂອງວຽກງານຕ່າງໆໃນເຮືອນຂອງພຣະເຈົ້າ, ຜູ້ທີ່ສະແຫວງຫາຄວາມຈິງສ່ວນໃຫຍ່, ລວມທັງຜູ້ເຊື່ອທຳມະດາສ່ວນໃຫຍ່, ບໍ່ປາຖະໜາທີ່ຈະຮູ້ ຫຼື ສອບຖາມກ່ຽວກັບເລື່ອງດັ່ງກ່າວ, ເພາະວ່າການຮູ້ກ່ຽວກັບວຽກງານທົ່ວໄປເຫຼົ່ານີ້ບໍ່ມີຄວາມກ່ຽວຂ້ອງກັບການໄລ່ຕາມຄວາມຈິງ. ການຮັບຮູ້ເລື່ອງເຫຼົ່ານີ້ບໍ່ມີປະໂຫຍດຫຍັງ; ມັນບໍ່ໄດ້ໝາຍຄວາມວ່າເຈົ້າມີຊີວິດ ຫຼື ມີຄວາມຈິງ ແລະ ການບໍ່ຮູ້ເລື່ອງເຫຼົ່ານີ້ກໍບໍ່ໄດ້ໝາຍຄວາມວ່າເຈົ້າມີສະຖານະນ້ອຍ. ເລື່ອງເຫຼົ່ານີ້ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ບໍ່ໄດ້ຊ່ວຍໃນການເຂົ້າໃຈຄວາມຈິງ ຫຼື ບັນລຸຄວາມຢຳເກງພຣະເຈົ້າຫຍັງເລີຍ. ນີ້ຄືລະດັບທີ່ຄົນທີ່ມີເຫດຜົນສາມາດບັນລຸໄດ້. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສຍຶດຕິດກັບເລື່ອງເຫຼົ່ານີ້ຢ່າງໜຽວແໜ້ນ, ປະຕິບັດຕໍ່ພວກມັນຄືກັບຄວາມຈິງອັນສູງສຸດ. ພວກເຂົາສອບຖາມ ແລະ ລວບລວມຂໍ້ມູນກ່ຽວກັບເລື່ອງເຫຼົ່ານີ້. ຫຼັງຈາກທີ່ລວບລວມຂໍ້ມູນກ່ຽວກັບເລື່ອງເຫຼົ່ານີ້ແລ້ວ, ພວກເຂົາກໍບໍ່ໄດ້ເກັບມັນໄວ້ກັບຕົວເອງເທົ່ານັ້ນ; ພວກເຂົາເຜີຍແຜ່ມັນໄປທົ່ວທຸກບ່ອນ, ໂດຍເຊື່ອວ່າອ້າຍເອື້ອຍນ້ອງທຸກຄົນຢາກຮູ້ຢາກເຫັນກ່ຽວກັບສິ່ງເຫຼົ່ານີ້, ເຖິງແມ່ນວ່າໃນຄວາມເປັນຈິງແລ້ວ ຫຼາຍຄົນບໍ່ໄດ້ສົນໃຈ. ເຮົາເອງກໍບໍ່ຄ່ອຍສອບຖາມກ່ຽວກັບເລື່ອງເຫຼົ່ານີ້. ຖ້າເຮົາບັງເອີນພົບຜູ້ທີ່ກ່ຽວຂ້ອງ, ເຮົາອາດຈະລົມກັນກ່ຽວກັບເລື່ອງນັ້ນ, ແຕ່ເຮົາບໍ່ໄດ້ຕັ້ງໃຈຊອກຫາຜູ້ຄົນເພື່ອສອບຖາມ. ມີພຽງສະຖານະການດຽວທີ່ເຮົາສອບຖາມ: ກ່ຽວກັບວິທີທີ່ວຽກງານບາງຢ່າງຄວນຖືກເຮັດ, ຄວາມຄືບໜ້າຂອງວຽກງານຂອງພວກເຈົ້າ ແລະ ມີບັນຫາ ຫຼື ການເບິ່ງຂ້າມໃດໆ ຫຼື ບໍ່. ມີພຽງແຕ່ໃນກໍລະນີນີ້ເທົ່ານັ້ນທີ່ເຮົາສອບຖາມ, ແຕ່່ນອກເໜືອຈາກນີ້, ເຮົາບໍ່ສອບຖາມດ້ວຍຄວາມຢາກຮູ້ຢາກເຫັນ ຫຼື ຄວາມກັງວົນຢ່າງເດັດຂາດ. ການສອບຖາມຂອງເຮົາກ່ຽວຂ້ອງກັບວຽກງານເທົ່ານັ້ນ, ບໍ່ກ່ຽວຂ້ອງກັບແຫຼ່ງທີ່ມາຂອງຂໍ້ມູນ ຫຼື ຄວາມຢາກຮູ້ຢາກເຫັນ. ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ບໍ່ຮັກຄວາມຈິງ, ກະຕືລືລົ້ນທີ່ຈະເຈາະເລິກເຂົ້າໄປໃນເລື່ອງເຫຼົ່ານີ້ ແລະ ພວກເຂົາມີຈຸດປະສົງສະເພາະໃນການເຮັດເຊັ່ນນັ້ນ. ພວກເຂົາໃຊ້ສະຖານະການ ແລະ ສະພາບແວດລ້ອມພາຍນອກ, ລວມທັງສະພາບການຂອງຄຣິສຕະຈັກໃນໄລຍະເວລາຕ່າງໆ ແລະ ໃນທ່າມກາງນິກາຍ, ເຊື້ອຊາດ ແລະ ຊົນເຜົ່າຕ່າງໆ, ເພື່ອຕັດສິນຄວາມຖືກຕ້ອງ ຫຼື ຄວາມຜິດພາດຂອງພາລະກິດຂອງພຣະເຈົ້າ ແລະ ແມ່ນແຕ່ຕັດສິນວ່າພຣະຄຣິສແມ່ນພຣະເຈົ້າ ຫຼື ບໍ່. ພວກເຂົາແມ່ນສິ່ງທີ່ມີຊີວິດປະເພດໃດ? ພວກເຂົາເຊື່ອໃນພຣະເຈົ້າຢູ່ບໍ? ຢ່າງຊັດເຈນວ່າ ພວກເຂົາແມ່ນຜູ້ບໍ່ເຊື່ອ. ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດໄດ້ຍິນ ຫຼື ເຂົ້າໃຈມັນໄດ້. ເຖິງຢ່າງໃດກໍຕາມ, ພວກເຂົາສອບຖາມຢ່າງລະອຽດກ່ຽວກັບການປະເມີນຈາກພາຍນອກທີ່ມີຕໍ່ຄຣິສຕະຈັກ ແລະ ສະຖານະ ແລະ ສະພາບການຂອງຄຣິສຕະຈັກໃນປະເທດຕ່າງໆ, ເຊິ່ງແທບຈະແຍກບໍ່ອອກຈາກຜູ້ບໍ່ເຊື່ອ. ສິ່ງເຫຼົ່ານີ້ແມ່ນການສະແດງອອກຂອງຜູ້ບໍ່ເຊື່ອທີ່ມີວາລະແອບແຝງ. ມີຄົນແບບນັ້ນຢູ່ອ້ອມຂ້າງພວກເຈົ້າບໍ? ພວກເຈົ້າອາດຈະບໍ່ໄດ້ສັງເກດເຫັນ. ແຕ່ລະຄັ້ງທີ່ພວກເຮົາເຕົ້າໂຮມ ແລະ ເປີດໂປງແກ່ນແທ້ຕ່າງໆຂອງຜຸ້ຕໍ່ຕ້ານພຣະຄຣິສ, ສ່ວນໜຶ່ງຂອງຄົນເຫຼົ່ານີ້ກໍຖືກກ່າວໂທດ. ເມື່ອຖືກເປີດໂປງ, ທາດແທ້ຂອງພວກເຂົາກໍຖົດຖອຍລົງ ແລະ ພວກເຂົາບໍ່ກ້າສະແດງຕົວອອກມາ. ໂດຍສະເພາະຫຼັງຈາກການໂອ້ລົມຄັ້ງນີ້, ບາງຄົນກໍຈະບໍ່ກ້າສອບຖາມອີກຕໍ່ໄປ. ແຕ່ເຖິງແມ່ນວ່າພວກເຂົາອາດຈະບໍ່ກ້າຖາມໂດຍກົງອີກຕໍ່ໄປ, ພວກເຂົາກໍຍັງລວບລວມຂ່າວຊຸບສິບນິນທາຢູ່ເບື້ອງຫຼັງ. ພວກເຂົາຢຸດຖາມໃນທ່າມກາງອ້າຍເອື້ອຍນ້ອງທັງຫຼາຍ ແຕ່ສອບຖາມຢ່າງລັບໆໃນອິນເຕີເນັດ. ນອກຈາກນີ້, ພວກເຂົາຍັງພະຍາຍາມຢ່າງໜັກເພື່ອຊອກຮູ້ວ່າຜູ້ບໍ່ມີຄວາມເຊື່ອ, ນິກາຍຕ່າງໆ ແລະ ປະເທດຕາເວັນຕົກຄິດ ແລະ ເວົ້າແນວໃດກ່ຽວກັບຄຣິສຕະຈັກຂອງພວກເຮົາ, ເກືອບຈະຄືກັບວ່າພວກເຂົາເປັນບ້າ. ນີ້ບໍ່ແມ່ນການເສຍສະຕິເລັກນ້ອຍບໍ? ພວກເຂົາຫມົກມຸ້ນ, ພວກເຂົາຄວບຄຸມຕົວເອງບໍ່ໄດ້. ຄົນທີ່ບໍ່ຮັກຄວາມຈິງ ແລະ ເບື່ອໜ່າຍຄວາມຈິງນັ້ນເກີນກວ່າທີ່ຈະໃຊ້ເຫດຜົນນຳໄດ້.
ສິ່ງທີ່ພວກເຮົາຫາກໍເປີດໂປງໄປນັ້ນຄືວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຄຣິສຕະຈັກ ແລະ ເນື້ອໜັງທີ່ພຣະເຈົ້າບັງເກີດເປັນ ຕາມສະພາບການຂອງຄຣິສຕະຈັກ ແລະ ການເຜີຍແຜ່ພາລະກິດຂອງພຣະເຈົ້າ. ນີ້ແມ່ນດ້ານໜຶ່ງຂອງການທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະຄຣິສໂດຍຂຶ້ນຢູ່ກັບອາລົມຂອງພວກເຂົາ. ສິ່ງທີ່ເຫຼົ່ານີ້ເຮົາໄດ້ສົນທະນາໄປ ກຳລັງເກີດຂຶ້ນໃນຄຣິສຕະຈັກບໍ? ມັນແມ່ນເລື່ອງທີ່ຮ້າຍແຮງບໍ? ມັນຄວນຄ່າແກ່ການກ່າວເຖິງບໍ? (ແມ່ນແລ້ວ.) ຄຸນຄ່າໃນການໂອ້ລົມເລື່ອງເຫຼົ່ານີ້ແມ່ນຫຍັງ? ມັນໝາຍຄວາມວ່າຫຼັງຈາກທີ່ໄດ້ຍິນເລື່ອງນີ້, ບາງຄົນຈະບໍ່ກ້າສອບຖາມກ່ຽວກັບເລື່ອງເຫຼົ່ານີ້ອີກຕໍ່ໄປ, ບໍ່ກ້າຢາກຮູ້ຢາກເຫັນກ່ຽວກັບສະຖານະການ ແລະ ສະພາບການຂອງຄຣິສຕະຈັກອີກຕໍ່ໄປ ແມ່ນບໍ? ນັ້ນແມ່ນຄຸນຄ່າພຽງຢ່າງດຽວບໍ? (ບໍ່.) ຄັນຊັ້ນ, ຄຸນຄ່າໃນການເປີດໂປງສິ່ງເຫຼົ່ານີ້ແມ່ນຫຍັງ? ຜູ້ຄົນຄວນເຂົ້າໃຈຄວາມຈິງຫຍັງຈາກສິ່ງນີ້? ຖ້າພວກເຈົ້າຍັງຄິດບໍ່ອອກ, ພວກເຈົ້າບໍ່ຕ້ອງເວົ້າກໍໄດ້. ເຮົາຈະໂອ້ລົມເລື່ອງນີ້ກັບພວກເຈົ້າໃນຕອນທ້າຍ. ເລື່ອງເຫຼົ່ານີ້ໄກຕົວພວກເຈົ້າເກີນໄປ, ສະນັ້ນ ພວກເຈົ້າອາດຈະເຫັນວ່າມັນຍາກທີ່ຈະອະທິບາຍມັນອອກມາໄດ້ໃນທັນທີ. ພວກເຈົ້າຕ້ອງລວບລວມຄວາມຄິດ ແລະ ຮຽບຮຽງຄຳເວົ້າຂອງພວກເຈົ້າ; ພວກເຈົ້າອາດຈະບໍ່ຮູ້ວ່າຈະເລີ່ມຕົ້ນຈາກໃສ ຫຼື ພວກເຈົ້າອາດຈະບໍ່ສາມາດສະແດງມັນອອກມາໄດ້ຢ່າງຊັດເຈນ. ຈໍານວນສິ່ງທີ່ຜູ້ຄົນເຂົ້າໃຈນັ້ນມີໜ້ອຍເກີນໄປ, ມັນໜ້າສົງສານຫຼາຍ. ການທີ່ບໍ່ສາມາດອະທິບາຍແກ່ນແທ້ ແລະ ສາເຫດຂອງເລື່ອງໃດໜຶ່ງໄດ້ຢ່າງຊັດເຈນນັ້ນ ເປັນສັນຍານຂອງການເບິ່ງສິ່ງຕ່າງໆບໍ່ທະລຸ.
ເມື່ອຜູ້ຄົນເຊື່ອໃນພຣະເຈົ້າໃນສະຫວັນ ແລະ ເສຍສະລະຕົນເອງ ແລະ ປະຕິບັດໜ້າທີ່ຂອງພວກເຂົາເພື່ອພຣະເຈົ້າ, ຄົນເຮົາອາດເວົ້າວ່າ ຄຣິສຕະຈັກ, ເຮືອນຂອງພຣະເຈົ້າ ແລະ ພຣະເຈົ້າ ໂດຍພື້ນຖານແລ້ວແມ່ນແນວຄວາມຄິດດຽວກັນສຳລັບຜູ້ຄົນ. ການປະຕິບັດໜ້າທີ່ຂອງຕົນໃນຄຣິສຕະຈັກຖືວ່າເປັນການເສຍສະລະຕົນເອງເພື່ອພຣະເຈົ້າ, ການເຮັດສິ່ງຕ່າງໆເພື່ອເຮືອນຂອງພຣະເຈົ້າກໍຄືກັນກັບການເຮັດສິ່ງຕ່າງໆເພື່ອຄຣິສຕະຈັກ ແລະ ມັນຍັງເປັນການຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຍອມຮັບການຝາກຝັງຂອງພຣະເຈົ້າ. ສິ່ງເຫຼົ່ານີ້ສາມາດເວົ້າແທນກັນໄດ້ ແລະ ຖືກເບິ່ງວ່າເປັນແນວຄວາມຄິດດຽວກັນ. ແນວໃດກໍຕາມ, ເມື່ອພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ປາກົດຕົວເປັນຄົນທຳມະດາ, ສໍາລັບຄົນສ່ວນໃຫຍ່ແລ້ວ, ຄຣິສຕະຈັກ, ເຮືອນຂອງພຣະເຈົ້າ ແລະ ພຣະເຈົ້າ (ນັ້ນກໍຄື ພຣະຄຣິສ) ກາຍເປັນສິ່ງທີ່ແຍກອອກຈາກກັນໄດ້ງ່າຍ. ຜູ້ຄົນຄິດວ່າ: “ການເຮັດສິ່ງຕ່າງໆເພື່ອຄຣິສຕະຈັກກໍຄືກັນກັບການເຮັດສິ່ງຕ່າງໆເພື່ອເຮືອນຂອງພຣະເຈົ້າ, ເພື່ອພຣະເຈົ້າ, ການເຮັດສິ່ງຕ່າງໆເພື່ອເຮືອນຂອງພຣະເຈົ້າຄືການປະຕິບັດໜ້າທີ່ຂອງຕົນ. ແຕ່ເມື່ອເວົ້າເຖິງການເຮັດສິ່ງຕ່າງໆເພື່ອພຣະຄຣິສ, ຂ້ອຍບໍ່ຄ່ອຍແນ່ໃຈປານໃດ. ນັ້ນບໍ່ໄດ້ໝາຍຄວາມວ່າເປັນການຮັບໃຊ້ຄົນຜູ້ໜຶ່ງບໍ? ມັນເບິ່ງຄືວ່າເປັນການເຮັດວຽກໃຫ້ຄົນຜູ້ໜຶ່ງ”. ເລິກໆຢູ່ໃນໃຈຂອງຫຼາຍຄົນ, ມັນຍາກທີ່ຈະແຍກແຍະໄດ້ຢ່າງຊັດເຈນ ແລະ ເຊື່ອມໂຍງສາມຢ່າງນີ້ເຂົ້າກັນ. ສໍາລັບຄົນສ່ວນໃຫຍ່, ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ນີ້ຄືແນວຄວາມຄິດພື້ນຖານຂອງພວກເຂົາກ່ຽວກັບວ່າພວກເຂົາປະຕິບັດໜ້າທີ່ເພື່ອໃຜ: ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພາຍໃນຄຣິສຕະຈັກ, ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາເພື່ອເຫັນແກ່ອົງກອນທີ່ເປັນຄຣິສຕະຈັກ, ເຊິ່ງເປັນຊື່ເອີ້ນນີ້. ແລ້ວໃຜຄືຜູ້ທີ່ຖືກເອີ້ນວ່າຜູ້ຢູ່ເໜືອຄຣິສຕະຈັກ? ແນ່ນອນ, ມັນຄືພຣະເຈົ້າໃນສະຫວັນ, ເຊິ່ງເປັນສິ່ງທີ່ບໍ່ຕ້ອງສົງໄສໃນຄວາມຄິດຂອງທຸກຄົນ. ການເຮັດສິ່ງຕ່າງໆເພື່ອເຮືອນຂອງພຣະເຈົ້າຖືກເຂົ້າໃຈໂດຍຄົນສ່ວນໃຫຍ່ວ່າເປັນການຮັບໃຊ້ຊື່ເອີ້ນ ແລະ ກຸ່ມຂອງອ້າຍເອື້ອຍນ້ອງທັງຫຼາຍ ແລະ ແນ່ນອນວ່າມັນສາມາດຈັດຢູ່ໃນປະເພດຂອງການປະຕິບັດໜ້າທີ່ຂອງຕົນ, ມັນຄືການປະຕິບັດໜ້າທີ່ຂອງຕົນ, ເຊິ່ງແນ່ນອນວ່າມຸ່ງເປົ້າໄປທີ່ພຣະເຈົ້າເຊັ່ນກັນ. ສະນັ້ນ, ໃນຄວາມຄິດຂອງຜູ້ຄົນ, ຄຣິສຕະຈັກ, ອ້າຍເອື້ອຍນ້ອງທັງຫຼາຍ ແລະ ເຮືອນຂອງພຣະເຈົ້າສາມາດທຽບເທົ່າກັນໄດ້, ທັງໝົດລ້ວນແຕ່ມຸ່ງເປົ້າໄປທີ່ພຣະເຈົ້າທີ່ເລື່ອນລອຍໃນສະຫວັນ. ສິ່ງນີ້ໝາຍຄວາມວ່າແນວໃດ? ສໍາລັບຄົນສ່ວນໃຫຍ່ແລ້ວ, ໃນເຮືອນຂອງພຣະເຈົ້າ, ບໍ່ວ່າຈະເປັນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ການຈັດການວຽກງານຕ່າງໆ, ພວກເຂົາກຳລັງເຮັດມັນເພື່ອຄຣິສຕະຈັກໃນຖານະສະຖາບັນທີ່ຈັບຕ້ອງບໍ່ໄດ້, ກຸ່ມຂອງອ້າຍເອື້ອຍນ້ອງທີ່ຈັບຕ້ອງໄດ້ ແລະ ໂດຍສະເພາະແມ່ນພຣະເຈົ້າທີ່ເລື່ອນລອຍ ແລະ ເບິ່ງບໍ່ເຫັນໃນສະຫວັນ, ສາມຢ່າງນີ້ແຫຼະຄືສິ່ງທີ່ພວກເຂົາປະຕິບັດໜ້າທີ່ໃຫ້. ສໍາລັບພຣະເຈົ້າທີ່ບັງເກີດເປັນມະນຸດ, ຜູ້ຄົນອາດຈະພິຈາລະນາວ່າພຣະອົງເປັນສະມາຊິກຂອງຄຣິສຕະຈັກ ຫຼື ເປັນຜູ້ນໍາສູງສຸດໃນທ່າມກາງອ້າຍເອື້ອຍນ້ອງທັງຫຼາຍ ແລະ ແນ່ນອນວ່າບາງຄົນກໍເຂົ້າໃຈວ່າພຣະຄຣິສເປັນໂຄສົກ ຫຼື ຕົວແທນຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ສໍາລັບຫຼາຍຄົນ, ແນວຄວາມຄິດທີ່ວ່າພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາເພື່ອໃຜໃນຄຣິສຕະຈັກນັ້ນຈຶ່ງເລື່ອນລອຍຫຼາຍ. ຕົວຢ່າງ: ຖ້າຄົນໃດໜຶ່ງຖືກຂໍໃຫ້ເຮັດບາງຢ່າງເພື່ອອ້າຍເອື້ອຍນ້ອງທັງຫຼາຍ ຫຼື ໃຫ້ບໍລິການ, ພວກເຂົາຮູ້ສຶກວ່າມີເຫດຜົນຢ່າງສົມບູນໃນການເຮັດເຊັ່ນນັ້ນ. ຫຼື ຖ້າພວກເຂົາຖືກຂໍໃຫ້ເຮັດບາງຢ່າງເພື່ອຄຣິສຕະຈັກ ຫຼື ເຮືອນຂອງພຣະເຈົ້າ, ພວກເຂົາກໍຍິນດີທີ່ຈະເຮັດ, ໂດຍຮູ້ສຶກວ່າມັນເປັນໜ້າທີ່ທີ່ປະຕິເສດບໍ່ໄດ້ຂອງພວກເຂົາ. ຢ່າງໃດກໍຕາມ, ຖ້າພຣະຄຣິສທີ່ບັງເກີດເປັນມະນຸດສັ່ງ ຫຼື ມອບໝາຍວຽກງານທີ່ຄ້າຍຄືກັນໃຫ້ພວກເຂົາ, ພວກເຂົາກໍຮູ້ສຶກທໍ້ໃຈ: “ເຮັດວຽກໃຫ້ຄົນຜູ້ໜຶ່ງບໍ? ຂ້ອຍບໍ່ໄດ້ມາເຊື່ອໃນພຣະເຈົ້າເພື່ອຮັບໃຊ້ຜູ້ຄົນ; ຂ້ອຍມາເພື່ອປະຕິບັດໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ໄດ້ມາທີ່ນີ້ເພື່ອປົນນິບັດຄົນໃດຄົນໜຶ່ງ, ຂ້ອຍບໍ່ໄດ້ມາທີ່ນີ້ເພື່ອຮັບໃຊ້ ຫຼື ໃຫ້ບໍລິການແກ່ຄົນໃດຄົນໜຶ່ງ!” ມີຫຼາຍຄົນກຳລັງປະຕິບັດໜ້າທີ່ຂອງຕົນໃນຄຣິສຕະຈັກ. ຖ້າເຈົ້າຂໍໃຫ້ພວກເຂົາເຮັດບາງຢ່າງເພື່ອຄຣິສຕະຈັກ, ເຮັດບາງຢ່າງເພື່ອເຮືອນຂອງພຣະເຈົ້າ ຫຼື ອ້າຍເອື້ອຍນ້ອງ, ພວກເຂົາກໍຍອມຮັບວຽກງານເຫຼົ່ານີ້ດ້ວຍຄວາມຍິນດີ, ໂດຍຮູ້ສຶກວ່າພວກເຂົາມີພື້ນຖານທີ່ໜັກແໜ້ນໃນການເຮັດເຊັ່ນນັ້ນ. ພື້ນຖານຫຍັງ? “ຂ້ອຍຍອມຮັບສິ່ງນີ້ຈາກພຣະເຈົ້າ, ມັນຄືໜ້າທີ່ຂອງຂ້ອຍ, ຄວາມຮັບຜິດຊອບຂອງຂ້ອຍ”. ແຕ່ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດຂໍໃຫ້ພວກເຂົາເຮັດບາງຢ່າງ, ພື້ນຖານທາງທິດສະດີຂອງພວກເຂົາທີ່ວ່າ “ຍອມຮັບສິ່ງນີ້ຈາກພຣະເຈົ້າ” ກໍຫາຍໄປ ແລະ ພວກເຂົາກໍເລີ່ມລັງເລໃຈ ແລະ ບໍ່ມີຄວາມສຸກ, ບໍ່ເຕັມໃຈທີ່ຈະເຮັດມັນ. ພວກເຂົາຄິດວ່າ: “ຖ້າມັນເປັນການເຮັດເພື່ອຄຣິສຕະຈັກ, ມັນກໍບໍ່ເປັນຫຍັງ, ເພາະວ່າຂ້ອຍເປັນຄົນທີ່ເຮັດວຽກເພື່ອຄຣິສຕະຈັກ, ຖ້າມັນເປັນການເຮັດເພື່ອອ້າຍເອື້ອຍນ້ອງ, ນັ້ນກໍບໍ່ເປັນຫຍັງເຊັ່ນກັນ, ເພາະວ່າພວກເຂົາທຸກຄົນເປັນຂອງເຮືອນຂອງພຣະເຈົ້າ, ເປັນຂອງພຣະເຈົ້າ, ຖ້າມັນເປັນການເຮັດເພື່ອເຮືອນຂອງພຣະເຈົ້າ, ຍ້ອນວ່າຊື່ ‘ເຮືອນຂອງພຣະເຈົ້າ’ ນັ້ນສັກສິດຫຼາຍ, ຍິ່ງໃຫຍ່ ແລະ ສູງສົ່ງຫຼາຍ, ສະນັ້ນ ການເຮັດສິ່ງຕ່າງໆເພື່ອເຮືອນຂອງພຣະເຈົ້າຈຶ່ງມີເຫດຜົນຢ່າງສົມບູນ ແລະ ມັນນໍາກຽດ ແລະ ການຍອມຮັບມາໃຫ້. ແຕ່ການເຮັດບາງຢ່າງເພື່ອຄົນທີ່ບໍ່ສຳຄັນຄືເຈົ້າ, ນັ້ນແມ່ນຫຍັງ? ນັ້ນຄືການປະຕິບັດໜ້າທີ່ຂອງຂ້ອຍບໍ? ມັນເບິ່ງຄືວ່າບໍ່ຖືກຕ້ອງ ຫຼື ບໍ່ເໝາະສົມ. ນີ້ບໍ່ແມ່ນການປະຕິບັດໜ້າທີ່ຂອງຂ້ອຍ ແລະ ມັນກໍບໍ່ແມ່ນວຽກງານ. ຂ້ອຍຄວນປະຕິບັດຕໍ່ສິ່ງນີ້ແນວໃດ?” ພວກເຂົາປະເຊີນກັບທາງສອງແພ່ງ, ບໍ່ແນ່ໃຈວ່າຈະຈັດການກັບມັນແນວໃດ. ພວກເຂົາໄຕ່ຕອງວ່າ: “ນີ້ບໍ່ແມ່ນວຽກງານ ແລະ ກໍບໍ່ແມ່ນການປະຕິບັດໜ້າທີ່ຂອງຂ້ອຍ ແລະ ມັນກໍບໍ່ໄດ້ສ້າງຜົນປະໂຫຍດໃຫ້ອ້າຍເອື້ອຍນ້ອງຢ່າງແນ່ນອນ. ຖ້າເຈົ້າຂໍໃຫ້ຂ້ອຍເຮັດເພື່ອເຈົ້າ, ກໍໄດ້, ຂ້ອຍຈະເຮັດພໍແລ້ວມື, ແຕ່ຂ້ອຍຈະບໍ່ມີຄວາມສຸກ ຫຼື ພໍໃຈກ່ຽວກັບມັນ. ມັນເບິ່ງຄືວ່າບໍ່ຖືກຕ້ອງ ຫຼື ບໍ່ເໝາະສົມ! ໃຜຈະຈື່ ຫຼື ຮູ້ສິ່ງທີ່ຂ້ອຍເຮັດເພື່ອເຈົ້າ? ມັນຈະໄດ້ຮັບຄວາມພໍໃຈຈາກໃຜໄດ້ບໍ? ມັນຈະເຮັດໃຫ້ຂ້ອຍໄດ້ຮັບລາງວັນໃດໆບໍ? ສິ່ງນີ້ຖືວ່າເປັນການປະຕິບັດໜ້າທີ່ຂອງຂ້ອຍບໍ? ຂ້ອຍຄວນເຮັດມັນຕາມຫຼັກການຄວາມຈິງບໍ?” ພວກເຂົາບໍ່ເຕັມໃຈໃນໃຈ, ຮູ້ສຶກວ່າມັນເປັນຄວາມບໍ່ສະດວກ, ບໍ່ຈຳເປັນ, ຄືກັບການຍອມຮັບວຽກງານທີ່ພວກເຂົາບໍ່ຄວນຍອມຮັບ. ພວກເຂົາຮູ້ສຶກລຳບາກໃຈ ແລະ ເຮັດມັນຢ່າງຝືນໃຈ, ໃນຂະນະດຽວກັນກໍຫວັງຜົນປະໂຫຍດບາງຢ່າງ ແລະ ເຖິງຂັ້ນເວົ້າອອກມາວ່າ: “ຂ້ອຍບໍ່ຢາກເຮັດສິ່ງນີ້”, ເຊິ່ງສະແດງໃຫ້ເຫັນເຖິງຄວາມບໍ່ເຕັມໃຈຢ່າງຍິ່ງ. ເຮົາບອກວ່າ ຖ້າເຈົ້າບໍ່ຢາກເຮັດ, ເຈົ້າກໍບໍ່ຈຳເປັນຕ້ອງເຮັດ. ເຮົາບໍ່ບັງຄັບໃຫ້ໃຜເຮັດວຽກສ່ວນຕົວໃຫ້ເຮົາ. ຖ້າເຈົ້າຢາກເຮັດ, ກໍເຮັດ, ຖ້າບໍ່, ເຮົາກໍຈະຊອກຫາຄົນອື່ນ. ຜູ້ໃດກໍຕາມທີ່ເຕັມໃຈ, ເຮົາກໍຈະຂໍໃຫ້ພວກເຂົາເຮັດ. ມັນບໍ່ແມ່ນເລື່ອງງ່າຍໆບໍ? ດ້ວຍຈຳນວນຄົນຫຼວງຫຼາຍທີ່ຕິດຕາມໃນເຮືອນຂອງພຣະເຈົ້າ, ມັນງ່າຍທີ່ຈະຊອກຫາຄົນທີ່ເຫັນດີ ແລະ ເຕັມໃຈທີ່ຈະເຮັດວຽກງານນັ້ນ. ເຮົາສາມາດຊອກຫາຄົນແບບນັ້ນໄດ້. ມັນບໍ່ຈຳເປັນຕ້ອງເລືອກເຈົ້າ, ນີ້ເປັນເລື່ອງທີ່ງ່າຍຫຼາຍ! ມັນຍາກບໍທີ່ຈະຊອກຫາຄົນໃນເຮືອນຂອງພຣະເຈົ້າທີ່ໄວ້ໃຈໄດ້, ບໍ່ມີເລ່ຫຼ່ຽມ ແລະ ມີຄວາມສາມາດໃນການຈັດການວຽກງານ? (ບໍ່.) ເຖິງແມ່ນວ່າເຮົາບໍ່ໄດ້ພັດທະນາຄວາມສຳພັນທີ່ໃກ້ຊິດ ຫຼື ດີເປັນພິເສດກັບບຸກຄົນໃດໜຶ່ງເປັນການສ່ວນຕົວ, ທັງບໍ່ເຄີຍມີມິດຕະພາບສ່ວນຕົວ ຫຼື ຄວາມຜູກພັນທາງອາລົມທີ່ເລິກເຊິ່ງ, ແຕ່ຕະຫຼອດສາມສິບປີມານີ້, ມັນຄືພຣະທຳຂອງເຮົາທັງໝົດທີ່ທຸກຄົນໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກິນ ແລະ ດື່ມ ແລະ ໄດ້ຮັບຟັງ. ຄົນເຫຼົ່ານີ້, ບໍ່ວ່າຈະເປັນໃນທາງແກ່ນແທ້ ຫຼື ເລິກໆຢູ່ໃນໃຈຂອງພວກເຂົາ, ທາງພາຍນອກ ຫຼື ທາງວາຈາ, ກໍເຊື່ອ ແລະ ຕິດຕາມເຮົາ. ເຖິງແມ່ນວ່າເຮົາບໍ່ໄດ້ໃຫ້ຜົນປະໂຫຍດ ຫຼື ຄຳສັນຍາພິເສດແກ່ຜູ້ໃດໂດຍກົງ, ທັງບໍ່ໄດ້ຍ້ອງຍໍ ຫຼື ສົ່ງເສີມຜູ້ໃດໂດຍກົງ, ແຕ່ທຸກຄົນທີ່ຕິດຕາມເຮົາມາຕັ້ງແຕ່ຕົ້ນຈົນເຖິງປັດຈຸບັນກໍໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ. ຜ່ານສິ່ງທີ່ເຮົາໄດ້ເວົ້າ, ບໍ່ວ່າຄົນເຫຼົ່ານີ້ຈະເຂົ້າໃຈຄວາມຈິງບາງຢ່າງ ຫຼື ເຂົ້າໃຈຫຼັກຄຳສອນຂອງການປະພຶດຕົນ, ພວກເຂົາທຸກຄົນບໍ່ໄດ້ຮັບຜົນປະໂຫຍດຂ້ອນຂ້າງຫຼາຍບໍ? (ແມ່ນແລ້ວ.) ຈາກມຸມມອງນີ້, ເຮົາບໍ່ຄວນຕິດໜີ້ຫຍັງພວກເຈົ້າ, ແມ່ນບໍ? ເຮົາບໍ່ຄວນເວົ້າສິ່ງນີ້, ແຕ່ມື້ນີ້ເຮົາຈຳເປັນຕ້ອງກ່າວເຖິງມັນຢູ່ທີ່ນີ້. ມັນບໍ່ຄວນແມ່ນພວກເຈົ້າບໍທີ່ຕິດໜີ້ເຮົາ? (ແມ່ນແລ້ວ.) ສະນັ້ນ, ຖ້າເຮົາຂໍໃຫ້ພວກເຈົ້າຄົນໃດຄົນໜຶ່ງເຮັດບາງຢ່າງດ້ວຍຕົນເອງ, ພວກເຈົ້າກໍບໍ່ຄວນບໍ່ເຕັມໃຈ, ແມ່ນບໍ? (ພວກເຮົາເຕັມໃຈ.) ບໍ່ວ່າຈະຈາກມຸມມອງໃດກໍຕາມ, ເມື່ອເຮົາຂໍໃຫ້ພວກເຈົ້າເຮັດບາງຢ່າງ, ເຮົາຄວນຕ້ອງງໍ້ ຫຼື ປະຈົບປະແຈງພວກເຈົ້າ ຫຼື ມອບຄຳເວົ້າທີ່ໜ້າພໍໃຈ ແລະ ຄຳສັນຍາໃຫ້ພວກເຈົ້າບໍ? (ບໍ່.) ແຕ່ບາງຄົນກໍບໍ່ເຕັມໃຈ, ໂດຍເວົ້າວ່າ: “ເປັນຫຍັງການເຮັດບາງຢ່າງໃຫ້ເຈົ້າຈຶ່ງບໍ່ໜ້າດຶງດູດໃຈແທ້? ບໍ່ພຽງແຕ່ບໍ່ມີຜົນປະໂຫຍດເທົ່ານັ້ນ, ແຕ່ມັນຍັງເມື່ອຍ ແລະ ຫຍຸ້ງຍາກອີກດ້ວຍ!” ພວກເຈົ້າຮູ້ສຶກແນວໃດເມື່ອໄດ້ຍິນສິ່ງນີ້? (ໃຈຮ້າຍ.) ຖ້າຄົນທຳມະດາ, ທີ່ບໍ່ໂດດເດັ່ນໃນສາຍຕາຂອງໂລກ, ຖືກເຈົ້າໜ້າທີ່ລະດັບສູງມາຢ້ຽມຢາມ ແລະ ມອບໝາຍວຽກງານໃຫ້ພວກເຂົາ, ພວກເຂົາອາດຈະພະຍາຍາມປະຈົບປະແຈງລາວທຸກວິທີທາງ, ຮູ້ສຶກດີໃຈຫຼາຍ ແລະ ເປັນກຽດ ແລະ ຈະບໍ່ມີວັນລືມເລື່ອງເລັກນ້ອຍນັ້ນໄປຕະຫຼອດຊີວິດ. ຖ້າຜູ້ຄົນສາມາດປະຕິບັດຕໍ່ຄົນທີ່ມີສະຖານະແບບນີ້ໄດ້, ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດແບບດຽວກັນກັບພຣະຄຣິສ? ເປັນຫຍັງມັນຈຶ່ງເປັນໄປບໍ່ໄດ້ສຳລັບພວກເຂົາ? ຍ້ອນຫຍັງ? (ຍ້ອນວ່າ ມະນຸດເປັນປໍລະປັກຕໍ່ພຣະເຈົ້າໂດຍກຳເນີດ.) ນັ້ນຖືກຕ້ອງ; ສິ່ງນີ້ພຽງແຕ່ພິສູດຈຸດນັ້ນ. ຜູ້ຄົນສາມາດເຂົ້າກັນໄດ້ກັບຊາຕານທີ່ມີສະຖານະສູງ, ແຕ່ຈາກໃຈຂອງພວກເຂົາ ພວກເຂົາດູຖູກພຣະຄຣິສ, ຕໍ່ຕ້ານ, ປະຕິເສດ, ບໍ່ຍອມຮັບ ແລະ ປະຖິ້ມພຣະອົງ. ຖ້າຖືກຂໍໃຫ້ກົ້ມຂາບ ແລະ ນະມັດສະການມານຮ້າຍ, ພວກເຂົາກໍຈະຄານເຂົ່າຢ່າງມີຄວາມສຸກ, ແຕ່ເມື່ອເວົ້າເຖິງພຣະຄຣິສ, ຄົນທຳມະດາຜູ້ນີ້, ຜູ້ທີ່ພວກເຂົາໄດ້ຮັບສິ່ງຕ່າງໆຢ່າງຫຼວງຫຼາຍຈາກພຣະອົງ, ພວກເຂົາກໍບໍ່ເຕັມໃຈແມ່ນແຕ່ຈະຢືນ ແລະ ເວົ້າ ຫຼື ມີປະຕິສຳພັນກັບພຣະເຈົ້າຢ່າງເທົ່າທຽມ. ສິ່ງມີຊີວິດດັ່ງກ່າວແມ່ນຫຍັງ? ພວກເຂົາແມ່ນມານຮ້າຍ, ພວກເຂົາບໍ່ແມ່ນມະນຸດ. ຕໍ່ມາ, ເຮົາໄດ້ຂໍໃຫ້ຄົນອື່ນຈັດການວຽກງານນັ້ນ ແລະ ບຸກຄົນນີ້ກໍໃຊ້ໄດ້. ຄົນທີ່ສົ່ງຂ່າວກ່ຽວກັບເລື່ອງນີ້ເວົ້າວ່າ: “ບຸກຄົນທີ່ຈັດການວຽກງານໃນຄັ້ງນີ້ມີຄວາມສຸກແທ້ໆ, ພວກເຂົາເຕັມໃຈຫຼາຍທີ່ຈະເຮັດບາງຢ່າງເພື່ອພຣະເຈົ້າ”. ເຮົາເວົ້າວ່າ: “ກໍໄດ້, ຖ້າພວກເຂົາເຕັມໃຈ, ນັ້ນກໍດີ. ແຕ່ການເຮັດວຽກງານເລັກນ້ອຍແບບນັ້ນມີຫຍັງໃຫຍ່ໂຕ? ມັນເປັນສິ່ງທີ່ຄາດຫວັງໄວ້ຢູ່ແລ້ວ, ບໍ່ຈຳເປັນຕ້ອງສົ່ງຂ່າວມາປະກາດມັນດອກ”. ພວກເຈົ້າຄິດແນວໃດກ່ຽວກັບຂໍ້ຄວາມທີ່ຖືກສົ່ງມານີ້? ພວກເຈົ້າຮູ້ສຶກແນວໃດເມື່ອໄດ້ຍິນມັນ? ມັນເຮັດໃຫ້ພວກເຈົ້າຮູ້ສຶກເຢັນວາບໃນໃຈບໍ? (ແມ່ນແລ້ວ.) ເປັນຫຍັງມັນຈຶ່ງເຮັດໃຫ້ພວກເຈົ້າຮູ້ສຶກເຢັນວາບໃນໃຈ? (ມັນເປັນສິ່ງທີ່ຜູ້ຄົນຄວນເຮັດ, ແຕ່ພວກເຂົາກຳລັງພະຍາຍາມເຮັດໃຫ້ຕົນເອງເປັນທີ່ພໍໃຈຕໍ່ໜ້າພຣະເຈົ້າ, ຄືກັບວ່າການເຮັດບາງຢ່າງເພື່ອພຣະເຈົ້າແມ່ນການສ້າງບຸນຄຸນອັນໃຫຍ່ຫຼວງແກ່ພຣະເຈົ້າ.) ສະນັ້ນ, ຄົນທີ່ເວົ້າແບບນີ້ແມ່ນຄົນປະເພດໃດ? ແລ້ວລັກສະນະຂອງພວກເຂົາເດ? (ພວກເຂົາມີລັກສະນະຕ່ຳຕ້ອຍ, ພວກເຂົາຂາດສະຕິຮູ້ສຶກຜິດຊອບ.) ນີ້ຄືການຂາດຄວາມເປັນມະນຸດ.
ສຳລັບບາງຄົນ, ທັນທີທີ່ພວກເຂົາໄດ້ຍິນກ່ຽວກັບພຣະຄຸນ ແລະ ພຣະພອນຂອງພຣະເຈົ້າ, ກ່ຽວກັບການທີ່ພຣະເຈົ້າສະໜອງໃຫ້ມະນຸດ, ຫົວໃຈຂອງພວກເຂົາກໍຕື້ນຕັນໃຈຢ່າງເລິກເຊິ່ງ ແລະ ພວກເຂົາຂອບໃຈພຣະເຈົ້າຢ່າງບໍ່ຢຸດຢັ້ງ: “ພຣະເຈົ້າຮັກມະນຸດຫຼາຍແທ້ໆ!” ພວກເຂົາຕື່ນເຕັ້ນຢ່າງລົ້ນເຫຼືອ! ເມື່ອໃດກໍຕາມທີ່ຫົວຂໍ້ເຫຼົ່ານີ້ຖືກກ່າວເຖິງ, ຕາຂອງຄົນເຫຼົ່ານີ້ກໍເຕັມໄປດ້ວຍນ້ຳຕາ, ຫົວໃຈຂອງພວກເຂົາສັ່ນສະທ້ານ ແລະ ພວກເຂົາຕັດສິນໃຈທີ່ຈະເສຍສະລະຕົນເອງຢ່າງດຸໝັ່ນເພື່ອພຣະເຈົ້າ. ແຕ່ເມື່ອພວກເຂົາຖືກຂໍໃຫ້ເຮັດບາງຢ່າງເລັກນ້ອຍເພື່ອພຣະເຈົ້າທີ່ບັງເກີດເປັນມະນຸດທີ່ເບິ່ງເຫັນ ແລະ ຈັບຕ້ອງໄດ້ນີ້, ພວກເຂົາກັບຮູ້ສຶກອັບອາຍຢ່າງຍິ່ງ, ຝືນໃຈ ແລະ ບໍ່ເຕັມໃຈ. ມີຫຍັງເກີດຂຶ້ນຢູ່ບ່ອນນີ້? (ພວກເຂົາເຊື່ອໃນພຣະເຈົ້າທີ່ເລື່ອນລອຍ, ບໍ່ແມ່ນໃນພຣະເຈົ້າທີ່ບັງເກີດເປັນມະນຸດ. ພວກເຂົາຖືວ່າພຣະເຈົ້າທີ່ເລື່ອນລອຍໃນສະຫວັນນັ້ນຍິ່ງໃຫຍ່, ແຕ່ເຫັນວ່າພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນບໍ່ສຳຄັນ.) ເຮົາໄດ້ຍິນມາວ່າ ບາງຄົນເຕັມໃຈຫຼາຍທີ່ຈະຂັດເກີບ, ຊັກຖົງຕີນ ແລະ ເຖິງຂັ້ນຊັກເຄື່ອງໃຫ້ອ້າຍເອື້ອຍນ້ອງທັງຫຼາຍ, ແຕ່ເມື່ອຖືກຂໍໃຫ້ເຮັດບາງຢ່າງເລັກນ້ອຍເພື່ອພຣະຄຣິສ, ພວກເຂົາກັບບໍ່ເຕັມໃຈ. ຄົນອື່ນທົນເບິ່ງສິ່ງນີ້ບໍ່ໄດ້ ແລະ ເວົ້າວ່າ: “ມີຫຍັງຜິດປົກກະຕິກັັບຄົນນີ້? ພວກເຂົາຍິນດີທີ່ຈະເຮັດສິ່ງຕ່າງໆເພື່ອອ້າຍເອື້ອຍນ້ອງຫຼາຍກວ່າເຮັດເພື່ອພຣະຄຣິສ. ນີ້ແມ່ນຄົນປະເພດໃດ?” ບາງຄົນ, ເມື່ອເຮົາມອບໝາຍວຽກງານໃຫ້ພວກເຂົາ, ໂດຍໃຫ້ພວກເຂົາປະຕິບັດຕາມຫຼັກການຂອງເຮືອນຂອງພຣະເຈົ້າ ແລະ ກົດລະບຽບຂອງຄຣິສຕະຈັກ, ພວກເຂົາກໍບໍ່ຖືເປັນເລື່ອງຈິງຈັງຫຼັງຈາກທີ່ໄດ້ຍິນມັນ. ພວກເຂົາເວົ້າວ່າ: “ເຈົ້າກຳລັງເວົ້າເຖິງຫຍັງ? ຂ້ອຍຈຳເປັນຕ້ອງຖາມອ້າຍເອື້ອຍນ້ອງ, ຂ້ອຍຈຳເປັນຕ້ອງຄຳນຶງເຖິງອ້າຍເອື້ອຍນ້ອງ, ເພື່ອສ້າງຜົນປະໂຫຍດໃຫ້ພວກເຂົາສ່ວນໃຫຍ່”. ຕົວຢ່າງ: ເຮົາໄດ້ມອບໝາຍຄວາມຮັບຜິດຊອບໃຫ້ບາງຄົນໃນການປູກຕົ້ນໄມ້ໃຫ້ໝາກ ແລະ ຍັງໄດ້ແນະນໍາໃຫ້ພວກເຂົາໄປເບິ່ງຕະຫຼາດ ເພື່ອເບິ່ງວ່າຕົ້ນໄມ້ໃຫ້ໝາກຊະນິດໃດທີ່ເໝາະສົມສຳລັບການປູກຝັງໃນພື້ນທີ່ນີ້. ໃນດ້ານໜຶ່ງ, ພວກມັນຕ້ອງເໝາະສົມກັບສະພາບອາກາດ ແລະ ດິນໃນທ້ອງຖິ່ນ ແລະ ໃນອີກດ້ານໜຶ່ງ ພວກເຮົາຄວນເບິ່ງວ່າໝາກໄມ້ຊະນິດໃດທີ່ຄົນໃນທ້ອງຖິ່ນຖືວ່າມີຄຸນຄ່າທາງໂພຊະນາການສູງ ແລະ ເລືອກຊະນິດນັ້ນມາປູກໃນປະລິມານທີ່ເໝາະສົມ. ຫຼັງຈາກທີ່ເຮົາເວົ້າຈົບ, ຜູ້ທີ່ໄດ້ຍິນເຮົາຄວນປະຕິບັດແນວໃດ? (ພວກເຂົາຄວນຈັດຕັ້ງປະຕິບັດສິ່ງທີ່ພຣະອົງຂໍໂດຍທັນທີ.) ພວກເຂົາຄວນຈັດຕັ້ງປະຕິບັດມັນແນວໃດ? (ພວກເຂົາຄວນຊອກຫາຂໍ້ມູນທີ່ກ່ຽວຂ້ອງ, ຖາມຜູ້ທີ່ມີຄວາມຮູ້, ຮຽນຮູ້ກ່ຽວກັບລາຍລະອຽດບາງຢ່າງ ແລະ ຈາກນັ້ນກໍຈັດຕັ້ງປະຕິບັດມັນ.) ການຈັດຕັ້ງປະຕິບັດດ້ວຍວິທີນີ້ຄືການປະຕິບັດຕາມຄຳແນະນໍາຂອງເຮົາ, ເຊິ່ງກໍຄືການຄຳນຶງເຖິງສະພາບອາກາດໃນທ້ອງຖິ່ນ ແລະ ຍັງກວດເບິ່ງວ່າໝາກໄມ້ຊະນິດໃດທີ່ມີໂພຊະນາການ. ຕອນນີ້, ພວກເຈົ້າຄິດວ່າການພິຈາລະນາຂອງເຮົາຮອບດ້ານ ແລະ ເປັນຈິງບໍ? ເຖິງຢ່າງໃດກໍຕາມ, ຜູ້ທີ່ໄດ້ຍິນພຣະທຳຂອງເຮົາຈັດຕັ້ງປະຕິບັດພວກມັນແນວໃດ? ພວກເຂົາຖາມຄວາມຄິດເຫັນຂອງອ້າຍເອື້ອຍນ້ອງທຸກຄົນໃນຄຣິສຕະຈັກທ້ອງຖິ່ນ, ໂດຍຖາມທຸກຄົນວ່າພວກເຂົາມັກກິນໝາກໄມ້ຫຍັງ ແລະ ຈາກນັ້ນກໍລວບລວມໝາກໄມ້ທີ່ທຸກຄົນມັກທີ່ສຸດ ເພື່ອປູກຕາມປະລິມານ ແລະ ອັດຕາສ່ວນ. ນີ້ຄືວິທີທີ່ພວກເຂົາຈັດຕັ້ງປະຕິບັດມັນ. ພວກເຂົາສອບຖາມຄວາມຄິດເຫັນຂອງອ້າຍເອື້ອຍນ້ອງ, ໂດຍຖືວ່າກຸ່ມນີ້, ຊື່ເອີ້ນນີ້, ສູງສົ່ງທີ່ສຸດໃນໃຈຂອງພວກເຂົາ. ການຮັບໃຊ້ອ້າຍເອື້ອຍນ້ອງທັງຫຼາຍຄືຈຸດປະສົງ ແລະ ເປົ້າໝາຍຂອງໜ້າທີ່ຂອງພວກເຂົາ. ພວກເຂົາເຊື່ອວ່າການຮັບໃຊ້ອ້າຍເອື້ອຍນ້ອງຄືການຮັບໃຊ້ເຮືອນຂອງພຣະເຈົ້າ ແລະ ການຮັບໃຊ້ເຮືອນຂອງພຣະເຈົ້າກໍຄືການຮັບໃຊ້ອ້າຍເອື້ອຍນ້ອງ. ຖ້າອ້າຍເອື້ອຍນ້ອງມີຄວາມສຸກ ແລະ ພໍໃຈ, ພຣະເຈົ້າກໍມີຄວາມສຸກ ແລະ ພໍໃຈເຊັ່ນກັນ. ອ້າຍເອື້ອຍນ້ອງຄືຕົວແທນທີ່ສົມບູນຂອງພຣະເຈົ້າ, ເປັນສັນຍາລັກຂອງຄວາມຈິງ ແລະ ເປັນໂຄສົກຂອງພຣະເຈົ້າ. ອ້າຍເອື້ອຍນ້ອງມີສິດໃນການຕັດສິນໃຈຂັ້ນສຸດທ້າຍ, ພວກເຂົາຄືເສົາຫຼັກໃນເຮືອນຂອງພຣະເຈົ້າ. ສະນັ້ນ, ບໍ່ວ່າຈະເຮັດຫຍັງກໍຕາມ, ມັນບໍ່ສາມາດແຍກອອກຈາກຊື່ເອີ້ນ ແລະ ກຸ່ມຂອງອ້າຍເອື້ອຍນ້ອງໄດ້. ສໍາລັບຜູ້ໃດກໍຕາມທີ່ເຮັດສິ່ງຕ່າງໆ ຫຼື ປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ມີພຽງແຕ່ອ້າຍເອື້ອຍນ້ອງເທົ່ານັ້ນທີ່ເປັນເປົ້າໝາຍທີ່ຖືກຕ້ອງຂອງການຮັບໃຊ້ຂອງພວກເຂົາ. ນີ້ຄືວິທີທີ່ພວກເຂົາຈັດຕັ້ງປະຕິບັດມັນ, ສິ່ງທີ່ເຮົາເວົ້າບໍ່ສຳຄັນ. ບໍ່ວ່າຄຳແນະນໍາຂອງເຮົາຈະລະອຽດສໍ່າໃດກໍຕາມ, ສໍາລັບພວກເຂົາແລ້ວ ມັນເປັນພຽງຫຼັກຄຳສອນທີ່ຫວ່າງເປົ່າ, ເປັນພຽງຄຳຂວັນ. ພວກເຂົາເຊື່ອວ່າການອະນຸຍາດໃຫ້ອ້າຍເອື້ອຍນ້ອງສະແດງຄວາມຄິດເຫັນຂອງພວກເຂົາຢ່າງເຕັມທີ່, ການມອບສິດໃນການເວົ້າ ແລະ ການຕັດສິນໃຈຢ່າງພຽງພໍໃຫ້ພວກເຂົາ ແລະ ການປະຕິບັດປະຊາທິປະໄຕໃນເຮືອນຂອງພຣະເຈົ້າ, ຄືຄວາມຈິງສູງສຸດ. ບໍ່ວ່າເຮົາຈະເວົ້າຫຍັງກໍຕາມ, ນີ້ຄືວິທີທີ່ພວກເຂົາເບິ່ງມັນ: “ເຈົ້າພຽງແຕ່ເວົ້າລົມໆແລ້ງໆ, ເຮັດໄປຕາມຮູບການຊື່ໆ ແລະ ຈາກນັ້ນມັນກໍເປັນທຸລະຂອງອ້າຍເອື້ອຍນ້ອງ, ບໍ່ແມ່ນຂອງເຈົ້າອີກຕໍ່ໄປ. ເຈົ້າຖອຍໄປຢືນຢູ່ຂ້າງໆພຸ້ນ! ສິ່ງທີ່ພວກເຮົາກິນ ແລະ ດື່ມບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ, ພຽງແຕ່ອອກເງິນມາ ກໍຈົບແລ້ວ. ພວກເຮົາມີອາຫານ ແລະ ເຄື່ອງດື່ມ ແລະ ນັ້ນຄືຄວາມຈິງສູງສຸດ. ການຮັບໃຊ້ເຮືອນຂອງພຣະເຈົ້າ, ການຮັບໃຊ້ອ້າຍເອື້ອຍນ້ອງທັງຫຼາຍ, ການເຮັດໃຫ້ອ້າຍເອື້ອຍນ້ອງທັງຫຼາຍມີຄວາມສຸກ, ການອະນຸຍາດໃຫ້ພວກເຂົາເພີດເພີນກັບສິດທິມະນຸດ ແລະ ເສລີພາບຢ່າງເຕັມທີ່, ນີ້ຄືຄວາມຈິງສູງສຸດ”. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ນີ້ບໍ່ແມ່ນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຈະເຮັດບໍ? ການສະແດງອອກທຳອິດຂອງຜູ້ຕໍ່ຕ້ານພຣະຄຣິສທີ່ເບື່ອໜ່າຍຄວາມຈິງກໍຄື ພວກເຂົາກ່າວໂທດ ແລະ ປະຕິເສດຄວາມຈິງ, ຈາກນັ້ນ, ພວກເຂົາກໍຊອກຫາທິດສະດີ ແລະ ຄຳຂວັນອີກຊຸດທາງເລືອກໜຶ່ງທີ່ພວກເຂົາເຊື່ອວ່າໃຊ້ໄດ້ ແລະ ມີເຫດຜົນເພື່ອຈັດຕັ້ງປະຕິບັດ, ໂດຍດູໝິ່ນຄວາມຈິງຢ່າງເປີດເຜີຍ, ກ່າວໂທດ ແລະ ປະຕິເສດພຣະຄຣິສຢ່າງເປີດເຜີຍ. ໃນເລື່ອງເລັກນ້ອຍແບບນີ້ແຫຼະທີ່ຜູ້ຕໍ່ຕ້ານພຣະຄຣິສຖືກເປີດເຜີຍ. ພວກເຂົາແມ່ນຄົນທີ່ຍອມຮັບຄວາມຈິງບໍ? (ບໍ່.)
ເຮົາມັກຈະໄດ້ຍິນບາງຄົນເວົ້າວ່າ: “ໂອ້, ເບິ່ງແມວ່າອ້າຍເອື້ອຍນ້ອງທັງຫຼາຍໂສກເສົ້າສໍ່າໃດ”; ຫຼື “ໂອ້, ເບິ່ງແມວ່າອ້າຍເອື້ອຍນ້ອງທັງຫຼາຍມີຄວາມສຸກສໍ່າໃດ”; ຫຼື “ໂອ້, ເບິ່ງແມວ່າອ້າຍເອື້ອຍນ້ອງທັງຫຼາຍຖືກກະທົບຫຼາຍສໍ່າໃດ, ພວກເຂົາກຳລັງທົນທຸກແທ້ໆ”. ເປັນຫຍັງອ້າຍເອື້ອຍນ້ອງທັງຫຼາຍຈຶ່ງມີສະຖານະສູງສົ່ງໃນໃຈຂອງພວກເຂົາ? ເປັນຫຍັງພວກເຂົາຈຶ່ງຮັກອ້າຍເອື້ອຍນ້ອງທັງຫຼາຍຫຼາຍຂະໜາດນັ້ນ? ການທີ່ຈະຮັກຄົນຈຳນວນຫຼາຍຂະໜາດນັ້ນ, ພວກເຂົາຕ້ອງມີໃຈກວ້າງຂວາງສໍ່າໃດ? ຄັນຊັ້ນກໍໄດ້, ເຮົາຈະເວົ້າບາງຢ່າງ ແລະ ໃຫ້ເຈົ້າເຮັດຕາມທີ່ເຮົາເວົ້າ, ໄດ້ບໍ? ເຈົ້າສາມາດຮອງຮັບຄົນຈຳນວນຫຼາຍຂະໜາດນັ້ນໄດ້, ການເພີ່ມຄົນຄືເຮົາອີກພຽງຄົນດຽວກໍບໍ່ໜ້າຈະເປັນບັນຫາ, ແມ່ນບໍ? ເຈົ້າຄວນຈະສາມາດຮອງຮັບເຮົາໄດ້ເຊັ່ນກັນ? ໃນທາງກົງກັນຂ້າມ, ພວກເຂົາບໍ່ສາມາດຮອງຮັບສິ່ງທີ່ເຮົາເວົ້າ ແລະ ກໍບໍ່ສາມາດຮອງຮັບເຮົາໄດ້. ພວກເຂົາສາມາດຮອງຮັບອ້າຍເອື້ອຍນ້ອງທຸກຄົນ, ພວກເຂົາສາມາດຮອງຮັບທຸກຄົນໃນຄຣິສຕະຈັກ, ແຕ່ພວກເຂົາພຽງແຕ່ບໍ່ສາມາດຮອງຮັບພຣະຄຣິສໄດ້. ນີ້ແມ່ນສິ່ງມີຊີວິດປະເພດໃດ? ນີ້ແມ່ນມະນຸດບໍ? ຄົນແບບນີ້ສົມຄວນທີ່ຈະເປັນຜູ້ຕິດຕາມພຣະຄຣິສບໍ? (ບໍ່.) ແລ້ວພວກເຮົາຄວນກຳນົດລັກສະນະຂອງພວກເຂົາແນວໃດ? (ມານຮ້າຍ, ຜູ້ຕໍ່ຕ້ານພຣະຄຣິສ.) ພວກເຂົາບໍ່ໄດ້ກຳລັງຕີຄວາມໝາຍແນວຄວາມຄິດຂອງການເລືອກຕັ້ງແບບປະຊາທິປະໄຕໃນເຮືອນຂອງພຣະເຈົ້າຜິດບໍ? ການໃຫ້ອ້າຍເອື້ອຍນ້ອງມີສ່ວນຮ່ວມໃນວຽກງານຂອງເຮືອນຂອງພຣະເຈົ້າ, ການປ່ອຍໃຫ້ພວກເຂົາສະແດງຄວາມຄິດເຫັນຂອງພວກເຂົາ, ການປ່ອຍໃຫ້ພວກເຂົາເລືອກຕັ້ງ ແລະ ໄລ່ອອກຜູ້ນໍາ ແລະ ການປ່ອຍໃຫ້ພວກເຂົາຕັດສິນໃຈ, ສິ່ງເຫຼົ່ານີ້ເຮັດໃຫ້ພວກເຂົາຄິດວ່າອ້າຍເອື້ອຍນ້ອງສູງສົ່ງທີ່ສຸດໃນເຮືອນຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຄວາມເຂົ້າໃຈຜິດກ່ຽວກັບການເລືອກຕັ້ງແບບປະຊາທິປະໄຕໃນເຮືອນຂອງພຣະເຈົ້າບໍ? ຫຼັກການຂອງການເລືອກຕັ້ງແບບປະຊາທິປະໄຕແມ່ນຫຍັງ? ການອະນຸຍາດໃຫ້ອ້າຍເອື້ອຍນ້ອງລົງຄະແນນສຽງແບບປະຊາທິປະໄຕໝາຍຄວາມວ່າພວກເຂົາມີສິດໃນການຕັດສິນໃຈຂັ້ນສຸດທ້າຍບໍ? ມັນໝາຍເຖິງການປ່ອຍໃຫ້ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນມີສິດໃນການຕັດສິນໃຈຂັ້ນສຸດທ້າຍບໍ? ມັນໝາຍເຖິງການປ່ອຍໃຫ້ມານຮ້າຍ ແລະ ຊາຕານກຳອຳນາດບໍ? ບໍ່, ມັນໝາຍເຖິງການປ່ອຍໃຫ້ຄວາມຈິງທີ່ເຂົ້າໃຈໃນໃຈຂອງອ້າຍເອື້ອຍນ້ອງກຳອຳນາດ, ບໍ່ແມ່ນຕົວອ້າຍເອື້ອຍນ້ອງເອງ, ມະນຸດຕາມທຳມະຊາດ ແລະ ເສື່ອມຊາມເຫຼົ່ານີ້. ມັນບໍ່ແມ່ນການປ່ອຍໃຫ້ຄວາມມຸທະລຸກຳອຳນາດ, ບໍ່ແມ່ນການປ່ອຍໃຫ້ແນວຄິດຂອງມະນຸດກຳອຳນາດ, ບໍ່ແມ່ນການປ່ອຍໃຫ້ຄວາມກະບົດ ແລະ ການຕໍ່ຕ້ານຂອງມະນຸດກຳອຳນາດ ແລະ ບໍ່ແມ່ນການປ່ອຍໃຫ້ອຸປະນິໄສທີ່ຊົ່ວຊ້າຂອງຜູ້ຄົນກຳອຳນາດ, ມັນຄືການປ່ອຍໃຫ້ຄວາມຈິງກຳອຳນາດ. ບາງຄົນຖາມວ່າ: “ເປັນຫຍັງການເລືອກຕັ້ງຂອງຄຣິສຕະຈັກບາງຄັ້ງຈຶ່ງຈົບລົງດ້ວຍການເລືອກຕັ້ງຜູ້ຕໍ່ຕ້ານພຣະຄຣິສ ຫຼື ເປັນຫຍັງຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກຈຶ່ງຕັດສິນໃຈຜິດ?” ນັ້ນເປັນຍ້ອນວ່າຄວາມເຕີບໂຕຂອງຜູ້ຄົນນ້ອຍເກີນໄປ, ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດແຍກແຍະຜູ້ຄົນໄດ້. ເຖິງຢ່າງໃດກໍຕາມ, ຫຼັກການຂອງການເລືອກຕັ້ງຄຣິສຕະຈັກແມ່ນອີງໃສ່ຫຼັກການຄວາມຈິງ, ມັນຖືກສ້າງຂຶ້ນບົນພື້ນຖານຂອງຄວາມຈິງ. ສະນັ້ນ, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້, ຜູ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາເຊື່ອຜິດໆໃນເລື່ອງຫຍັງ? ພວກເຂົາຄິດວ່າໃນເຮືອນຂອງພຣະເຈົ້າ ອ້າຍເອື້ອຍນ້ອງທັງຫຼາຍຖືກໄດ້ຮັບກຽດວ່າເປັນຜູ້ຍິ່ງໃຫຍ່, ອ້າຍເອື້ອຍນ້ອງທັງຫຼາຍຖືກຍົກຍ້ອງໃຫ້ສູງສົ່ງ, ຊື່ເອີ້ນ ແລະ ກຸ່ມຂອງອ້າຍເອື້ອຍນ້ອງຖືກເບິ່ງວ່າມີກຽດໃນສາຍຕາຂອງພຣະເຈົ້າ. ແຕ່ໃນຄວາມເປັນຈິງແລ້ວ, ອ້າຍເອື້ອຍນ້ອງທັງຫຼາຍມີກຽດບໍ? ພວກເຂົາມີຄວາມຈິງບໍ? ອ້າຍເອື້ອຍນ້ອງສ່ວນໃຫຍ່ບໍ່ໄດ້ມີຄວາມຈິງຄວາມເປັນຈິງ, ຂາດຫຼັກການໃນການກະທຳຂອງພວກເຂົາ ແລະ ເຖິງຂັ້ນສາມາດກໍ່ໃຫ້ເກີດຄວາມວຸ້ນວາຍໃນໂຄງການວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າ. ຖ້າບໍ່ແມ່ນຍ້ອນການແຊກແຊງ, ການດັດປັບ ແລະ ການແກ້ໄຂບັນຫາຢ່າງທັນເວລາຈາກເບື້ອງເທິງ, ອ້າຍເອື້ອຍນ້ອງທັງຫຼາຍເຫຼົ່ານີ້ຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດີບໍ? ບໍ່ພຽງແຕ່ພວກເຂົາຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດີເທົ່ານັ້ນ, ແຕ່ພວກເຂົາຍັງອາດຈະກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຢ່າງຫຼວງຫຼາຍ. ຄົນເຫຼົ່ານີ້ມີຄວາມຈິງບໍ? ພວກເຂົາສົມຄວນທີ່ຈະໄດ້ຮັບກຽດວ່າເປັນຜູ້ຍິ່ງໃຫຍ່ບໍ? ພວກເຂົາບໍ່ສົມຄວນ. ແລ້ວເປັນຫຍັງຜູ້ຕໍ່ຕ້ານພຣະຄຣິສຈຶ່ງຍັງປະພຶດແບບນີ້? ນີ້ຄືທຳມະຊາດໂດຍກຳເນີດຂອງພວກເຂົາ. ພວກເຂົາຊອກຫາຂໍ້ອ້າງເພື່ອປະຕິເສດຄວາມຈິງ ແລະ ກ່າວໂທດພຣະຄຣິສ, ນີ້ບໍ່ແມ່ນທຳມະຊາດໂດຍກຳເນີດຂອງພວກເຂົາບໍ? ພວກເຂົາມີທຳມະຊາດຂອງຊາຕານ, ພວກເຂົາຖືກມັນຂັບເຄື່ອນຢ່າງຄວບຄຸມບໍ່ໄດ້!
ຈຸດສຸມຫຼັກຂອງການໂອ້ລົມໃນມື້ນີ້ແມ່ນກ່ຽວກັບວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະຄຣິສໂດຍຂຶ້ນກັບອາລົມຂອງພວກເຂົາ. ທຸກດ້ານຂອງສິ່ງທີ່ພວກເຮົາກຳລັງໂອ້ລົມກັນລ້ວນແຕ່ກ່ຽວຂ້ອງກັບອາລົມຂອງຜູ້ຕໍ່ຕ້ານພຣະຄຣິສ. ທາງພາຍນອກ, ມັນເບິ່ງຄືວ່າເປັນແບບນີ້, ແຕ່ໃນຄວາມເປັນຈິງແລ້ວ, ອາລົມນີ້ເກີດຂຶ້ນໄດ້ແນວໃດ? ມັນຖືກກຳນົດໂດຍອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ເນື່ອງຈາກການມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈຶ່ງກໍ່ໃຫ້ເກີດຄວາມຄິດທຸກປະເພດ ແລະ ພາຍໃຕ້ການຄວບຄຸມຂອງຄວາມຄິດເຫຼົ່ານີ້, ພວກເຂົາກໍ່ໃຫ້ເກີດແນວຄິດ, ມຸມມອງ, ທັດສະນະ ແລະ ຈຸດຢືນຕ່າງໆ, ດ້ວຍເຫດນີ້ຈຶ່ງສ້າງອາລົມຕ່າງໆຂຶ້ນມາ. ຫຼັງຈາກທີ່ອາລົມເຫຼົ່ານີ້ເກີດຂຶ້ນ, ຜູ້ຕໍ່ຕ້ານພຣະຄຣິສກໍປະຕິບັດຕໍ່ພຣະເຈົ້າໃນສະຫວັນ ແລະ ພຣະເຈົ້າເທິງແຜ່ນດິນໂລກ ນັ້ນກໍຄືພຣະຄຣິສ ໃນຮູບແບບຕ່າງໆ ແລະ ດ້ວຍວິທີການ ແລະ ທັດສະນະຄະຕິຕ່າງໆ. ຈາກຮູບແບບ, ວິທີການ ແລະ ທັດສະນະຄະຕິເຫຼົ່ານີ້, ມັນພຽງພໍທີ່ຈະພິສູດແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສວ່າເປັນການເບື່ອໜ່າຍຄວາມຈິງ, ເປັນປໍລະປັກຕໍ່ຄວາມຈິງ, ປະຕິເສດພຣະຄຣິສ ແລະ ກ່າວໂທດພຣະຄຣິສ. ເມື່ອໃດກໍຕາມທີ່ພວກເຂົາປະເຊີນກັບເລື່ອງທີ່ກ່ຽວຂ້ອງກັບຄວາມຈິງ, ແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ພວກເຂົາກໍຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າຢ່າງມີສະຕິ, ໂດຍສວມບົດບາດເປັນສັດຕູຂອງພຣະເຈົ້າ. ເມື່ອບໍ່ມີຫຍັງເກີດຂຶ້ນ, ພວກເຂົາກໍຮ້ອງຊື່ຂອງພຣະເຈົ້າ, ເຖິງຂັ້ນອ້າງເຖິງ “ພຣະເຈົ້າ, ພຣະເຈົ້າຂອງຂ້ອຍ” ຢູ່ສະເໝີໃນຄຳເວົ້າຂອງພວກເຂົາ. ທຸກຢ່າງທີ່ພວກເຂົາເວົ້າຕ້ອງເລີ່ມຕົ້ນດ້ວຍການຮ້ອງເອີນວ່າ: “ພຣະເຈົ້າ, ເບິ່ງແມ”, “ພຣະເຈົ້າ, ເຈົ້າຮູ້ບໍ”, “ພຣະເຈົ້າ, ຟັງຂ້ອຍແດ່”, “ພຣະເຈົ້າ, ຂ້ອຍມີເລື່ອງຢາກສະແຫວງຫາ”, “ພຣະເຈົ້າ, ນີ້ຄືສະຖານະການ” ແລະ ອື່ນໆ. ໃນຂະນະທີ່ຮ້ອງເອີນ “ພຣະເຈົ້າ”, ໃນໃຈຂອງພວກເຂົາ, ພວກເຂົາເຕັມໄປດ້ວຍແນວຄິດ, ຄວາມເປັນປໍລະປັກ ແລະ ການດູໝິ່ນຕໍ່ພຣະຄຣິສ. ເມື່ອຄຣິສຕະຈັກ, ເຮືອນຂອງພຣະເຈົ້າ ແລະ ພຣະຄຣິສປະເຊີນກັບສະພາບແວດລ້ອມ ແລະ ສະຖານະການຕ່າງໆ, ທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສທີ່ມີຕໍ່ພຣະຄຣິສ ແລະ ພຣະເຈົ້າກໍປ່ຽນແປງຊໍ້າແລ້ວຊໍ້າອີກ, ໂດຍຜ່ານການປ່ຽນແປງທີ່ແຕກຕ່າງກັນ. ເມື່ອພຣະຄຣິສຮຽກຮ້ອງສິ່ງຕ່າງໆຈາກພວກເຂົາ ແລະ ສະແດງຄວາມເມດຕາ ແລະ ຄວາມເປັນມິດກັບພວກເຂົາ, ທັດສະນະຄະຕິຂອງພວກເຂົາກໍເບິ່ງຄືວ່າຂ້ອນຂ້າງອ່ອນໂຍນ ແລະ ສຸພາບ, ເມື່ອພຣະຄຣິສເຂັ້ມງວດກັບພວກເຂົາ, ລິຮານພວກເຂົາ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະຄຣິສກໍກາຍເປັນຄວາມລັງກຽດ, ຄວາມກຽດຊັງ ແລະ ການດູໝິ່ນ, ແມ່ນແຕ່ການຫຼີກລ່ຽງ ແລະ ການປະຕິເສດພຣະອົງ. ເມື່ອພຣະຄຣິສສັນຍາຢ່າງຊັດເຈນວ່າຈະໃຫ້ລາງວັນ ແລະ ພຣະພອນແກ່ພວກເຂົາ, ພວກເຂົາກໍປິຕິຍິນດີຢ່າງລັບໆຢູ່ໃນໃຈ ແລະ ເຖິງຂັ້ນປະຈົບປະແຈງ, ເອົາໃຈ ແລະ ຍ້ອງຍໍພຣະອົງ, ໂດຍບໍ່ລັງເລທີ່ຈະເສຍສະລະກຽດສັກສີ ແລະ ຄວາມຊື່ສັດຂອງຕົນເພື່ອໃຫ້ໄດ້ຮັບຜົນປະໂຫຍດເຫຼົ່ານີ້. ເຖິງຢ່າງໃດກໍຕາມ, ບໍ່ວ່າທັດສະນະຄະຕິຂອງພວກເຂົາຈະເປັນແນວໃດ, ພວກເຂົາບໍ່ເຄີຍມີການຍອມຮັບ ແລະ ຄວາມເຊື່ອທີ່ແທ້ຈິງໃນພຣະຄຣິສ, ແຮງບໍ່ຕ້ອງເວົ້າເຖິງການອ່ອນນ້ອມຕໍ່ພຣະອົງຢ່າງແທ້ຈິງ. ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະຄຣິສແມ່ນການຫຼີກລ່ຽງ, ການກ່າວໂທດ ແລະ ການລັງເລໃຈແບບເບິ່ງທິດເບິ່ງທາງຢູ່ສະເໝີ, ໂດຍປະຕິເສດພຣະອົງຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ. ບໍ່ວ່າພວກເຂົາຈະຢູ່ໃສ ຫຼື ອາລົມຂອງພວກເຂົາຈະເປັນແນວໃດ, ແກ່ນແທ້ຂອງພວກເຂົາກໍຍັງຄົງບໍ່ປ່ຽນແປງ. ເຖິງແມ່ນວ່າບາງຄັ້ງພວກເຂົາຈະສະແດງການປ່ຽນແປງ ຫຼື ການຫັນປ່ຽນທີ່ບໍ່ຄາດຄິດບາງຢ່າງ, ສິ່ງເຫຼົ່ານີ້ກໍເປັນພຽງຊົ່ວຄາວ. ເຫດຜົນສຳລັບສິ່ງນີ້ກໍຄື ທຳມະຊາດ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສເປັນປໍລະປັກຕໍ່ພຣະຄຣິສ, ສະນັ້ນ ພວກເຂົາຈະບໍ່ມີວັນຍອມຮັບຄົນທຳມະດາຜູ້ນີ້ເປັນພຣະຜູ້ເປັນເຈົ້າຂອງພວກເຂົາ, ເປັນພຣະເຈົ້າຂອງພວກເຂົາຢ່າງຈິງໃຈ.
ການໂອ້ລົມກ່ຽວກັບດ້ານຕ່າງໆຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະຄຣິສໂດຍຂຶ້ນກັບອາລົມຂອງພວກເຂົາ ໂດຍພື້ນຖານແລ້ວແມ່ນໄດ້ກວມເອົາໝົດແລ້ວ. ບັນຫາສຸດທ້າຍທີ່ຈະກ່າວເຖິງ, ດັ່ງທີ່ເຮົາໄດ້ຖາມພວກເຈົ້າກ່ອນໜ້ານີ້, ແມ່ນຫຍັງຄືຄຸນຄ່າຂອງການເປີດໂປງເລື່ອງເຫຼົ່ານີ້ ແລະ ແມ່ນຫຍັງຄືຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ. ຄຸນຄ່າຂອງການເປີດໂປງເລື່ອງເຫຼົ່ານີ້ສາມາດເວົ້າໄດ້ງ່າຍໆຈາກສອງດ້ານ. ດ້ານໜຶ່ງແມ່ນ ມັນເປີດໂປງວ່າແກ່ນແທ້ຂອງທັດສະນະຄະຕິທີ່ແທ້ຈິງຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າແມ່ນຫຍັງແທ້, ເຊິ່ງເຮັດໃຫ້ຜູ້ຄົນຮັບຮູ້ການສະແດງອອກຕ່າງໆຂອງຄວາມເສື່ອມຊາມຂອງມະນຸດຊາດ. ສິ່ງນີ້ເປັນປະໂຫຍດສຳລັບການຮູ້ຈັກຕົນເອງ ແລະ ສຳລັບການຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ອີກດ້ານໜຶ່ງແມ່ນ ມັນເຮັດໃຫ້ຜູ້ຄົນຮູ້ວ່າທັດສະນະຄະຕິທີ່ຖືກຕ້ອງຕໍ່ພຣະເຈົ້າຄວນເປັນແນວໃດແທ້. ເຈົ້າອາດຈະຄິດວ່າວິທີທີ່ເຈົ້າປະຕິບັດຕໍ່ພຣະເຈົ້ານັ້ນເປັນການປະຕິບັດຕໍ່ພຣະອົງໃນຖານະພຣະເຈົ້າແລ້ວ, ແຕ່ໃນຄວາມເປັນຈິງແລ້ວ, ມີສິ່ງເຈືອປົນຫຼາຍຢ່າງຢູ່ໃນນີ້, ມີຫຼາຍອົງປະກອບທີ່ເປັນຂອງຊາຕານ, ສິ່ງເຫຼົ່ານີ້ຄືການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ, ເຊິ່ງພຣະເຈົ້າບໍ່ຮັບຮູ້ ຫຼື ຍອມຮັບ. ນີ້ຄືສິ່ງເຈືອປົນທີ່ຈຳເປັນຕ້ອງໄດ້ຮັບການຊຳລະລ້າງ. ມີຄຸນຄ່າທັງຈາກມຸມມອງທາງບວກ ແລະ ທາງລົບຢູ່ບ່ອນນີ້: ຢ່າງໜ້ອຍທີ່ສຸດ, ຈາກມຸມມອງທາງລົບ, ມັນເຮັດໃຫ້ເຈົ້າຮູ້ວ່າສິ່ງເຫຼົ່ານີ້ເປັນລົບ, ພວກມັນຄືການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ. ດ້ານບວກແມ່ນ ມັນເຮັດໃຫ້ເຈົ້າຮູ້ວ່າພຣະເຈົ້າບໍ່ມັກສິ່ງເຫຼົ່ານີ້, ພຣະອົງບໍ່ຍອມຮັບການທີ່ເຈົ້າປະຕິບັດຕໍ່ພຣະອົງດ້ວຍວິທີນີ້. ຄວາມໝາຍໂດຍໄນກໍຄື ບໍ່ວ່າຜູ້ຄົນຈະເຊື່ອວ່າການປະຕິບັດຂອງພວກເຂົາຕໍ່ພຣະເຈົ້ານັ້ນຖືກຕ້ອງສໍ່າໃດ, ດີສໍ່າໃດ, ມີເຫດຜົນສໍ່າໃດ ຫຼື ສອດຄ່ອງກັບຄວາມຮູ້ສຶກຂອງມະນຸດສໍ່າໃດກໍຕາມ, ພຣະເຈົ້າກໍບໍ່ຍອມຮັບມັນ. ຖ້າພຣະເຈົ້າບໍ່ຍອມຮັບມັນ, ແລ້ວເຈົ້າຄວນເຮັດແນວໃດ? ຖ້າເຈົ້າເວົ້າວ່າ: “ຂ້ອຍຈະເຮັດດ້ວຍວິທີນີ້, ຂ້ອຍເຊື່ອວ່າມັນດີ ແລະ ຂ້ອຍຈະຍຶດໝັ້ນກັບມັນ, ບໍ່ວ່າພຣະອົງຈະຍອມຮັບມັນ ຫຼື ບໍ່ກໍຕາມ, ຂ້ອຍພຽງແຕ່ທ່ຽງຕົງເທົ່ານັ້ນ”, ແບບນີ້ໄດ້ບໍ? (ບໍ່.) ພວກເຮົາຈະບໍ່ສົນທະນາກັນວ່າທັດສະນະຄະຕິນີ້ຖືກຕ້ອງ ຫຼື ບໍ່ໃນເລື່ອງອື່ນໆ, ແຕ່ໃນການປະຕິບັດຕໍ່ພຣະເຈົ້າ, ການກະທຳແບບນີ້ເປັນອັນຕະລາຍຫຼາຍ ແລະ ເຈົ້າຄວນປ່ຽນເສັ້ນທາງ. ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ສິ່ງທີ່ພຣະເຈົ້າບໍ່ສາມາດຍອມຮັບໄດ້ຄວນເປັນແນວໃດ? ທັດສະນະຄະຕິພຽງຢ່າງດຽວທີ່ຜູ້ຄົນຄວນມີກໍຄືການຍອມຮັບທຸກຢ່າງທີ່ມາຈາກພຣະເຈົ້າ, ບໍ່ວ່າມັນຈະເບິ່ງຄືວ່າດີ ຫຼື ບໍ່ດີສຳລັບພວກເຂົາ, ບໍ່ວ່າມັນຈະຟັງເບິ່ງໜ້າພໍໃຈ ຫຼື ຮຸນແຮງ ແລະ ບໍ່ເພິ່ງປະສົງ, ພວກເຂົາຄວນຍອມຮັບ ແລະ ອ່ອນນ້ອມຢ່າງບໍ່ມີເງື່ອນໄຂ, ໂດຍປະຕິບັດຕໍ່ມັນຄືກັບຄວາມຈິງເພື່ອປ່ຽນແປງ ແລະ ເຮັດໃຫ້ຕົນເອງບໍລິສຸດ. ຄຸນຄ່າຂອງການເປີດໂປງເລື່ອງເຫຼົ່ານີ້ແມ່ນຫຍັງ? ມັນບໍ່ໄດ້ຖືກກ່າວເຖິງທັງຈາກດ້ານລົບ ແລະ ດ້ານບວກແລ້ວບໍ? ຄັນຊັ້ນ, ແມ່ນຫຍັງຄືຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ? (ພຣະເຈົ້າຄືຄວາມຈິງ, ພຣະເຈົ້າຄືພຣະຜູ້ສ້າງ. ບໍ່ວ່າຈະບັງເກີດເປັນເນື້ອໜັງ ຫຼື ປາກົດຕົວໃນຮູບແບບອື່ນໃດກໍຕາມ, ພຣະທຳທີ່ພຣະອົງກ່າວກໍຄືຄວາມຈິງ ແລະ ພວກເຮົາຄວນອ່ອນນ້ອມ ແລະ ຍອມຮັບຢ່າງບໍ່ມີເງື່ອນໄຂ.) ທຸກຄົນສາມາດເວົ້າວ່າອາແມນຕໍ່ຄຳເວົ້ານີ້ໄດ້ບໍ? (ອາແມນ.) ເຮົາກໍເວົ້າວ່າອາແມນຕໍ່ສິ່ງນັ້ນເຊັ່ນກັນ, ການຍອມຮັບ ແລະ ການອ່ອນນ້ອມຢ່າງບໍ່ມີເງື່ອນໄຂ, ນີ້ຄືຄວາມຈິງ. ບໍ່ວ່າພຣະເຈົ້າຈະປາກົດຕົວ ແລະ ດຳລົງຊີວິດຢູ່ໃນທ່າມກາງຜູ້ຄົນໃນຮູບແບບ ຫຼື ລັກສະນະໃດກໍຕາມ, ບໍ່ວ່າພຣະເຈົ້າຈະດຳລົງຢູ່ໃນຮູບແບບໃດກໍຕາມ, ພຣະເຈົ້າກໍຍັງຄົງເປັນພຣະເຈົ້າຕະຫຼອດໄປ. ນີ້ຄືຄວາມຈິງ ແລະ ມັນຄືຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈທີ່ສຸດ. ອັນດັບທີສອງ, ທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນມີຕໍ່ພຣະເຈົ້າຄືການອ່ອນນ້ອມຢ່າງບໍ່ມີເງື່ອນໄຂ. ນອກຈາກນີ້, ຍັງມີອີກຈຸດໜຶ່ງທີ່ຜູ້ຄົນບໍ່ເຂົ້າໃຈ: ເປັນຫຍັງຜູ້ຄົນຈຶ່ງຕິດຕາມພຣະເຈົ້າ? ແມ່ນເພື່ອແກ້ເຫງົາບໍ? ເພື່ອຕື່ມເຕັມຈິດໃຈຂອງພວກເຂົາ ແລະ ແກ້ໄຂຄວາມຫວ່າງເປົ່າທາງວິນຍານຂອງພວກເຂົາບໍ? ແມ່ນເພື່ອແກ້ໄຂຊະຕາກຳໃນອະນາຄົດຂອງພວກເຂົາບໍ? ແມ່ນເພື່ອຖືກເຮັດໃຫ້ສະອາດ ຫຼື ເພື່ອເຂົ້າຮຽນມະຫາວິທະຍາໄລແຫ່ງຄວາມຈິງບໍ? ຜູ້ຄົນສະແຫວງຫາທີ່ຈະແກ້ໄຂຫຍັງໂດຍການຕິດຕາມພຣະເຈົ້າ? ນີ້ຄືສິ່ງທີ່ຜູ້ຄົນຈຳເປັນຕ້ອງຮູ້. (ພວກເຂົາສະແຫວງຫາທີ່ຈະແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ.) ຖືກຕ້ອງ. ຜູ້ຄົນຕິດຕາມພຣະເຈົ້າເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຜູ້ຄົນສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາດ້ວຍຕົນເອງໄດ້ບໍ? ຄົນທີ່ມີຊື່ສຽງ, ມີຄວາມຮູ້ ແລະ ມີການສຶກສາສາມາດແກ້ໄຂມັນໄດ້ບໍ? ມີໃຜໃນທ່າມກາງມະນຸດຊາດທີ່ສາມາດແກ້ໄຂບັນຫານີ້ໄດ້ບໍ? (ບໍ່ມີໃຜສາມາດແກ້ໄຂມັນໄດ້.) ພຣະເຈົ້າໄດ້ສະເດັດມາໃນມື້ນີ້ເພື່ອແກ້ໄຂບັນຫານີ້, ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດ, ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດແກ້ໄຂມັນໄດ້. ເປັນຫຍັງພຣະຄຣິສທີ່ບັງເກີດເປັນມະນຸດ, ຜູ້ທີ່ເບິ່ງຄືກັນກັບມະນຸດ, ຈຶ່ງສາມາດແກ້ໄຂບັນຫານີ້ໄດ້? ມະນຸດມີພາສາ, ຄວາມຄິດ ແລະ ແນວຄວາມຄິດ, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດແກ້ໄຂມັນໄດ້? ຄວາມແຕກຕ່າງຢູ່ບ່ອນໃດ? (ພຣະເຈົ້າຄືຄວາມຈິງ, ຫົນທາງ ແລະ ຊີວິດ, ມະນຸດບໍ່ໄດ້ມີຄວາມຈິງ.) ພຣະເຈົ້າຄືຄວາມຈິງ, ຫົນທາງ ແລະ ຊີວິດ. ມີພຽງແຕ່ການຍອມຮັບຄວາມຈິງນີ້ ແລະ ຍອມຮັບທຸກສິ່ງທຸກຢ່າງຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຈຶ່ງຈະສາມາດໄດ້ຮັບການແກ້ໄຂ. ສິ່ງນີ້ໝາຍຄວາມໂດຍໄນວ່າ ຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເຊິ່ງໝາຍເຖິງການມາຫາພຣະເຈົ້າເພື່ອໃຫ້ໄດ້ຮັບຄວາມຈິງ. ມີພຽງແຕ່ການໄດ້ຮັບຄວາມຈິງເທົ່ານັ້ນ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຈຶ່ງຈະສາມາດໄດ້ຮັບການແກ້ໄຂ. ເຈົ້າຈະແກ້ໄຂພວກມັນ ໂດຍບໍ່ໄດ້ຮັບຄວາມຈິງໄດ້ແນວໃດ? ຫຼັກຄຳສອນສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມໄດ້ບໍ? ຄວາມຮູ້ສາມາດແກ້ໄຂໄດ້ບໍ? ແນວຄິດ ແລະ ຈິນຕະນາການສາມາດແກ້ໄຂໄດ້ບໍ? ພວກມັນບໍ່ສາມາດແກ້ໄຂໄດ້. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດທີ່ສໍາພັນກັບຊີວິດຈິງເທົ່ານັ້ນທີ່ສາມາດຊ່ວຍເຈົ້າແກ້ໄຂມັນໄດ້. ສະນັ້ນ, ມັນຈຶ່ງບໍ່ມີປະໂຫຍດທີ່ຈະນະມັດສະການບຸກຄົນທີ່ມີຊື່ສຽງ, ຄົນຍິ່ງໃຫຍ່ ຫຼື ນັກປາດຄົນໃດກໍຕາມ, ພວກເຂົາບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກທີ່ແທ້ຈິງຂອງເຈົ້າ ຫຼື ຊ່ວຍເຈົ້າໃຫ້ລອດພົ້ນໄດ້. ຍິ່ງໄປກວ່ານັ້ນ, ການຮຽນຮູ້ສາຂາວິຊາ, ວິຊາຊີບ ຫຼື ຄວາມຮູ້ໃດໆກໍບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກທີ່ແທ້ຈິງ ຫຼື ບັນຫາທີ່ແທ້ຈິງຂອງເຈົ້າໄດ້. ຖ້າເຈົ້າເວົ້າວ່າ: “ຂ້ອຍພຽງແຕ່ດູຖູກຄົນທຳມະດາຜູ້ນີ້”, ແລ້ວເຈົ້າຕ້ອງປ່ຽນມຸມມອງຂອງເຈົ້າ. ຄວາມຈິງກໍເປັນຄືແນວນັ້ນ, ນີ້ຄືວິທີທີ່ພຣະເຈົ້າໄດ້ກະທຳ. ຖ້າເຈົ້າຢາກຍອມຮັບພຣະເຈົ້າເປັນຊີວິດຂອງເຈົ້າ, ເຈົ້າຄວນຍອມຮັບທຸກປະໂຫຍກທີ່ພຣະເຈົ້າກ່າວ ແລະ ທຸກການກະທຳທີ່ພຣະເຈົ້າເຮັດ. ຖ້າເຈົ້າຍອມຮັບຮູ້ວ່າພຣະເຈົ້າຄືຄວາມຈິງ, ແລ້ວເຈົ້າກໍຄວນເຊື່ອ ແລະ ຍອມຮັບຄວາມໄຮ້ຂໍ້ສົງໄສ ແລະ ຄວາມເດັດຂາດຂອງຄວາມຈິງທີ່ວ່າ ບໍ່ວ່າພຣະເຈົ້າຈະດຳລົງຢູ່ ຫຼື ປາກົດຕົວດ້ວຍວິທີໃດ ຫຼື ຮູບແບບໃດກໍຕາມ, ພຣະອົງກໍເປັນຄວາມຈິງຢູ່ສະເໝີ. ຫຼັງຈາກທີ່ຍອມຮັບຂໍ້ເທັດຈິງນີ້ແລ້ວ, ເຈົ້າຄວນປະຕິບັດຕໍ່ເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດ, ຄົນທຳມະດາຜູ້ນີ້, ດ້ວຍທັດສະນະຄະຕິແບບໃດ? ຢູ່ບ່ອນນັ້ນແຫຼະຄືຄວາມຈິງທີ່ຈະຕ້ອງສະແຫວງຫາ.
ການເປີດໂປງການສະແດງອອກຂອງວິທີທີ່ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ພຣະຄຣິສໂດຍຂຶ້ນກັບອາລົມຂອງພວກເຂົາ, ແມ່ນຫຍັງຄືຄວາມຈິງທີ່ແອບແຝງຢູ່ທີ່ຜູ້ຄົນຄວນເຂົ້າໃຈ? ຈົ່ງສະຫຼຸບສອງສາມຂໍ້ເພື່ອໃຫ້ພວກມັນກະຈ່າງແຈ້ງ ແລະ ເຈົ້າເຂົ້າໃຈ ແລະ ຊັດເຈນກ່ຽວກັບຄວາມຈິງນີ້. (ພວກເຮົາໄດ້ສະຫຼຸບສີ່ຂໍ້: ຂໍ້ທີໜຶ່ງແມ່ນ ພຣະເຈົ້າເປັນພຣະເຈົ້າຢູ່ສະເໝີ ແລະ ນີ້ຄືຄວາມຈິງ. ຂໍ້ທີສອງແມ່ນ ທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນມີຕໍ່ພຣະເຈົ້າຄືທັດສະນະຄະຕິທີແຫ່ງການອ່ອນນ້ອມຢ່າງບໍ່ມີເງື່ອນໄຂ. ຂໍ້ທີສາມແມ່ນ ພຣະເຈົ້າຄືຄວາມຈິງ, ຫົນທາງ ແລະ ຊີວິດ ແລະ ມີພຽງແຕ່ການຍອມຮັບຄວາມຈິງນີ້ ແລະ ຍອມຮັບທຸກສິ່ງທຸກຢ່າງຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຈຶ່ງຈະສາມາດໄດ້ຮັບການແກ້ໄຂ. ຂໍ້ທີສີ່ແມ່ນ ຖ້າຜູ້ຄົນຍອມຮັບຮູ້ວ່າພຣະເຈົ້າຄືຄວາມຈິງ, ພວກເຂົາຄວນເຊື່ອ ແລະ ຍອມຮັບຮູ້ຄວາມໄຮ້ຂໍ້ສົງໄສຂອງຄວາມຈິງທີ່ວ່າ ບໍ່ວ່າພຣະເຈົ້າຈະດຳລົງຢູ່ ຫຼື ປາກົດຕົວດ້ວຍວິທີໃດ ຫຼື ຮູບແບບໃດກໍຕາມ, ພຣະອົງກໍເປັນຄວາມຈິງຢູ່ສະເໝີ.) ສີ່ຂໍ້ນີ້ສຳຄັນບໍ? (ສຳຄັນ.) ຄວາມຈິງແລ້ວ, ທຸກຄົນຮູ້ແຕ່ລະຂໍ້ເຫຼົ່ານີ້ໃນແງ່ຂອງຫຼັກຄຳສອນ, ແຕ່ເມື່ອເວົ້າເຖິງຫຼັກການຄວາມຈິງໃດທີ່ກ່ຽວຂ້ອງກັບເລື່ອງຂອງວິທີການປະຕິບັດຕໍ່ພຣະຄຣິສ, ຜູ້ຄົນກໍສັບສົນເມື່ອປະເຊີນກັບສະຖານະການຕົວຈິງ. ພວກເຂົາບໍ່ຮູ້ວ່າຈະປະຕິບັດພວກມັນແນວໃດ ແລະ ຄວາມຈິງທີ່ພວກເຂົາເຂົ້າໃຈກ່ອນໜ້ານີ້ກໍກາຍເປັນພຽງຫຼັກຄຳສອນທີ່ນໍາໃຊ້ບໍ່ໄດ້. ສິ່ງນີ້ສະແດງໃຫ້ເຫັນຢ່າງພຽງພໍວ່າ ບໍ່ວ່າຜູ້ຄົນຈະເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດກໍຕາມ, ມັນກໍບໍ່ມີປະໂຫຍດ; ຖ້າປາສະຈາກການເຂົ້າໃຈຄວາມຈິງ, ບັນຫາຂອງພວກເຂົາກໍຍັງບໍ່ສາມາດໄດ້ຮັບການແກ້ໄຂໄດ້.
ວັນທີ 20 ມິຖຸນາ 2020