ພາກພະໜວກທີສີ່: ການສະຫຼຸບລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາ (ພາກທີສອງ)

II. ຄວາມແຕກຕ່າງລະຫວ່າງລັກສະນະ ແລະ ອຸປະນິໄສ-ແກ່ນແທ້

ຄັ້ງທີ່ແລ້ວ, ພວກເຮົາໄດ້ສະຫຼຸບລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຈົ້າສາມາດແບ່ງປັນໄດ້ບໍວ່າມັນປະກອບມີຫຍັງແດ່? (ຂໍ້ທີໜຶ່ງແມ່ນການຕົວະຈົນເປັນນິໄສ, ຂໍ້ທີສອງແມ່ນແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນ, ຂໍ້ທີສາມແມ່ນຂາດກຽດສັກສີ ແລະ ບໍ່ຮູ້ຈັກຄວາມລະອາຍ, ຂໍ້ທີສີ່ແມ່ນເຫັນແກ່ຕົວ ແລະ ຊົ່ວຊ້າ, ຂໍ້ທີຫ້າແມ່ນການເກາະຕິດກັບຜູ້ມີອຳນາດ ແລະ ການກົດຂີ່ຜູ້ອ່ອນແອ ແລະ ຂໍ້ທີຫົກແມ່ນມີຄວາມປາຖະໜາໃນວັດຖຸຫຼາຍກວ່າຄົນປົກກະຕິ.) ມີທັງໝົດຫົກຂໍ້. ເມື່ອເບິ່ງຫົກຂໍ້ນີ້, ລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນປາສະຈາກຄວາມເປັນມະນຸດ, ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ພວກເຂົາມີຄວາມຊື່ສັດຕໍ່າ ແລະ ລັກສະນະຂອງພວກເຂົາກໍໜ້າລັງກຽດ. ສົມມຸດວ່າເຈົ້າບໍ່ຮູ້ ຫຼື ບໍ່ສາມາດຢັ່ງເຖິງອຸປະນິໄສຂອງຄົນໃດໜຶ່ງ ຫຼື ບໍ່ຮູ້ວ່າມັນດີ ຫຼື ບໍ່ດີ, ແຕ່ຜ່ານການຮຽນຮູ້ກ່ຽວກັບລັກສະນະຂອງພວກເຂົາ, ຕົວຢ່າງ: ເຈົ້າຄົ້ນພົບວ່າພວກເຂົາມີລັກສະນະທີ່ໜ້າລັງກຽດ ເຊັ່ນ: ການຕົວະຈົນເປັນນິໄສ, ຂາດກຽດສັກສີ ຫຼື ແຝງຊົ່ວ ແລະ ໂຫດຮ້າຍປ່າເຖື່ອນ. ຈາກນັ້ນ ເຈົ້າກໍສາມາດກຳນົດລັກສະນະຂອງພວກເຂົາໃນເບື້ອງຕົ້ນໄດ້ວ່າເປັນຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບ, ບໍ່ມີຈິດໃຈທີ່ເມດຕາ ຫຼື ບໍ່ມີລັກສະນະທີ່ສູງສົ່ງ, ແຕ່ກຳນົດວ່າເປັນຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ, ຕ່ຳຊ້າທີ່ສຸດ ແລະ ຊົ່ວຮ້າຍແທນ. ຖ້າຄົນແບບນັ້ນບໍ່ມີສະຖານະ, ພວກເຂົາກໍສາມາດຖືກກຳນົດລັກສະນະໃນເບື້ອງຕົ້ນວ່າເປັນຄົນຊົ່ວຮ້າຍ; ເມື່ອຕັດສິນຈາກລັກສະນະຂອງພວກເຂົາ, ພວກເຂົາສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສໄດ້ຢ່າງຄົບຖ້ວນ ແລະ ຢ່າງສິ້ນເຊີງໄດ້ບໍ? ຖ້າພວກເຮົາພິຈາລະນາພຽງແຕ່ການສະແດງອອກເຫຼົ່ານີ້ເຖິງຄວາມເປັນມະນຸດຂອງພວກເຂົາ, ຄົນແບບນັ້ນກໍສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສດ້ວຍຄວາມໝັ້ນໃຈ 80 ສ່ວນຮ້ອຍ. ພວກເຂົາບໍ່ພຽງແຕ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນ ແລະ ມັນບໍ່ແມ່ນພຽງແຕ່ກໍລະນີທີ່ຄວາມເປັນມະນຸດຂອງພວກເຂົາຊົ່ວຮ້າຍ, ບໍ່ດີ ແລະ ຕ່ຳຊ້າ, ສະນັ້ນ ພວກເຮົາຈຶ່ງສາມາດກຳນົດລັກສະນະຂອງພວກເຂົາໃນເບື້ອງຕົ້ນໄດ້ວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ເພາະວ່າບໍ່ມີຜູ້ໃດທີ່ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສຈະມີຄວາມເປັນມະນຸດທີ່ດີ, ມີຄວາມຊື່ສັດ, ຄວາມເມດຕາ, ຄວາມຮຽບງ່າຍ, ຄວາມທ່ຽງທຳ, ຄວາມຈິງໃຈຕໍ່ຄົນອື່ນ ຫຼື ກຽດສັກສີ; ບໍ່ມີຜູ້ໃດທີ່ມີລັກສະນະເຫຼົ່ານີ້ຈະເປັນຜູ້ຕໍ່ຕ້ານພຣະຄຣິສ. ກ່ອນອື່ນໝົດ ຄວາມເປັນມະນຸດຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຂ້ອນຂ້າງຕ່ຳຊ້າ. ພວກເຂົາຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ແນ່ນອນວ່າບໍ່ມີລັກສະນະທີ່ຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຊື່ສັດທີ່ສູງສົ່ງມີ. ສະນັ້ນ, ເມື່ອຕັດສິນຈາກລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ, ຖ້າພວກເຂົາບໍ່ມີສະຖານະ ແລະ ພວກເຂົາເປັນພຽງຜູ້ຕິດຕາມທຳມະດາ ຫຼື ສະມາຊິກທົ່ວໄປຂອງກຸ່ມທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ຖ້າລັກສະນະຂອງພວກເຂົາຂ້ອນຂ້າງຕ່ຳຊ້າ ແລະ ພວກເຂົາມີລັກສະນະນິໄສເຫຼົ່ານັ້ນຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຮົາກໍສາມາດກຳນົດລັກສະນະຂອງຄົນເຫຼົ່ານີ້ໃນເບື້ອງຕົ້ນໄດ້ວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ຄວນເຮັດແນວໃດກັບຜູ້ທີ່ບໍ່ສາມາດເບິ່ງທະລຸໄດ້? ພວກເຂົາບໍ່ຄວນໄດ້ຮັບການສົ່ງເສີມ ຫຼື ໄດ້ຮັບສະຖານະ. ບາງຄົນອາດຈະເວົ້າວ່າ: “ຖ້າພວກເຮົາໃຫ້ສະຖານະແກ່ພວກເຂົາ, ນັ້ນຈະບໍ່ເປັນການກຳນົດວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່ບໍ?” ຄຳເວົ້ານັ້ນຖືກຕ້ອງບໍ? (ບໍ່, ມັນບໍ່ຖືກຕ້ອງ.) ຖ້າພວກເຮົາໃຫ້ສະຖານະແກ່ຄົນແບບນັ້ນ, ພວກເຂົາກໍຈະເຮັດໃນສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ ແລະ ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະສາມາດເຮັດຫຍັງໄດ້ ພວກເຂົາກໍຈະເຮັດ. ກ່ອນອື່ນໝົດ, ພວກເຂົາຈະສ້າງອານາຈັກທີ່ເປັນເອກະລາດ ແລະ ນອກເໜືອຈາກນັ້ນ, ພວກເຂົາກໍຈະຄວບຄຸມຜູ້ຄົນ. ຄົນປະເພດນີ້ຈະເຮັດໃນສິ່ງທີ່ເປັນປະໂຫຍດຕໍ່ເຮືອນຂອງພຣະເຈົ້າບໍ? (ບໍ່, ພວກເຂົາຈະບໍ່ເຮັດ.) ເມື່ອຄົນແບບນັ້ນໄດ້ຮັບສະຖານະ, ພວກເຂົາກໍສາມາດສ້າງອານາຈັກທີ່ເປັນເອກະລາດ, ເຮັດຕາມໃຈ, ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ, ສ້າງພັກສ້າງພວກ ແລະ ກະທຳການກະທຳທັງໝົດຂອງຄົນຊົ່ວຮ້າຍ. ມັນປຽບເໝືອນການປ່ອຍໝາຈອກເຂົ້າໄປໃນສວນອະງຸ່ນ, ເຊິ່ງເປັນການວາງຜູ້ຄົນທີ່ພຣະເຈົ້າເລືອກໄວ້ໃນກຳມືຂອງຄົນຊົ່ວຮ້າຍ ແລະ ສົ່ງມອບພວກເຂົາໃຫ້ກັບມານຮ້າຍ ແລະ ຊາຕານ. ເມື່ອຄົນເຫຼົ່ານີ້ຂຶ້ນກຳອຳນາດ, ມັນກໍເປັນຂໍ້ສະຫຼຸບທີ່ຮູ້ລ່ວງໜ້າແລ້ວວ່າ ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງບໍ່ຕ້ອງສົງໄສ. ຖ້າກຳນົດວ່າຄົນໃດໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິສໂດຍອີງໃສ່ລັກສະນະຂອງພວກເຂົາພຽງຢ່າງດຽວ, ສຳລັບຫຼາຍຄົນທີ່ບໍ່ຮູ້ເຖິງຂໍ້ເທັດຈິງທີ່ແທ້ຈິງ, ຜູ້ທີ່ບໍ່ເຂົ້າໃຈ ຫຼື ບໍ່ສາມາດແຍກແຍະອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ມັນອາດຈະເບິ່ງຄືວ່າເກີນໄປໜ້ອຍໜຶ່ງ. ພວກເຂົາອາດຈະຄິດວ່າ: “ເປັນຫຍັງຈຶ່ງຕັດສິດ ຫຼື ກ່າວໂທດຄົນໃດໜຶ່ງຢ່າງສິ້ນເຊີງໂດຍອີງໃສ່ສິ່ງນີ້ພຽງຢ່າງດຽວ? ມັນເບິ່ງຄືວ່າບໍ່ຍຸຕິທຳທີ່ຈະຕາໜ້າວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສກ່ອນທີ່ພວກເຂົາຈະໄດ້ເຮັດຫຍັງເລີຍ”. ເຖິງຢ່າງໃດກໍຕາມ, ເມື່ອຕັດສິນຈາກອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຂາດຄວາມເປັນມະນຸດທີ່ດີຢ່າງບໍ່ຕ້ອງສົງໄສ. ກ່ອນອື່ນໝົດ, ພວກເຂົາບໍ່ແມ່ນຜູ້ສະແຫວງຫາຄວາມຈິງຢ່າງແນ່ນອນ; ອັນທີສອງ, ພວກເຂົາບໍ່ຮັກຄວາມຈິງຢ່າງບໍ່ຕ້ອງສົງໄສເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ແມ່ນຄົນປະເພດທີ່ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ, ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍຢ່າງເດັດຂາດ. ສຳລັບຜູ້ທີ່ບໍ່ມີຄຸນສົມບັດດັ່ງກ່າວ, ມັນກໍຂ້ອນຂ້າງເຫັນໄດ້ຊັດເຈນວ່າລັກສະນະຂອງພວກເຂົາສູງສົ່ງ ຫຼື ຕໍ່າຊ້າ, ດີ ຫຼື ບໍ່ດີ.

ໃນການເຕົ້າໂຮມຄັ້ງທີ່ແລ້ວ, ພວກເຮົາໄດ້ໂອ້ລົມກ່ຽວກັບພຶດຕິກຳຕ່າງໆ, ວິທີການເວົ້າ ແລະ ການຈັດການເລື່ອງຕ່າງໆ ແລະ ອື່ນໆ, ເຊິ່ງສະແດງອອກຜ່ານລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ. ຖ້າພວກເຮົາບໍ່ສາມາດກຳນົດໄດ້ຢ່າງສິ້ນເຊີງວ່າຄົນໃດໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິສໂດຍອີງໃສ່ລັກສະນະຂອງພວກເຂົາ ຫຼື ບໍ່, ແລ້ວມັນກໍຈຳເປັນສຳລັບພວກເຮົາທີ່ຈະໂອ້ລົມກັນຕື່ມອີກກ່ຽວກັບອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ໂດຍການກວດສອບ ແລະ ການແຍກແຍະລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສໃນດ້ານໜຶ່ງ ແລະ ໃນອີກດ້ານໜຶ່ງກໍກວດສອບ ແລະ ແຍະແຍະອຸປະນິໄສ-ແກ່ນແທ້ຂອງພວກເຂົາ, ຜ່ານການລວມເອົາສອງສິ່ງນີ້ເຂົ້າກັນ ພວກເຮົາກໍສາມາດກຳນົດໄດ້ວ່າຄົນໃດໜຶ່ງພຽງແຕ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ຫຼື ເປັນຜູ້ຕໍ່ຕ້ານພຣະຄຣິສແທ້ໆ. ມື້ນີ້, ໃຫ້ພວກເຮົາສະຫຼຸບວ່າຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສ-ແກ່ນແທ້ຫຍັງແດ່. ນີ້ຄືລັກສະນະທີ່ສຳຄັນກວ່າ ເຊິ່ງຊ່ວຍໃຫ້ພວກເຮົາສາມາດລະບຸ, ແຍກແຍະ ຫຼື ກຳນົດໄດ້ດີຂຶ້ນວ່າຄົນໃດໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່.

ກ່ຽວກັບອຸປະນິໄສ, ກ່ອນໜ້ານີ້ພວກເຮົາໄດ້ສະຫຼຸບຢ່າງເປັນຮູບປະທຳກ່ຽວກັບມັນ, ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນແມ່ນຫຍັງ? (ຄວາມຫົວແຂງ, ຄວາມອວດດີ, ການຫຼອກລວງ, ຄວາມເບື່ອໜ່າຍຕໍ່ຄວາມຈິງ, ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າ.) ພວກມັນມີປະມານຫົກຢ່າງນີ້ ແລະ ການຕີຄວາມໝາຍອື່ນໆກ່ຽວກັບອຸປະນິໄສ ເຊັ່ນ: ຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຊ້າ ແມ່ນກ່ຽວຂ້ອງ ຫຼື ຄ້າຍຄືກັນກັບໜຶ່ງໃນຫົກຢ່າງນີ້. ບອກເຮົາມາເບິງດູ, ມີຄວາມແຕກຕ່າງລະຫວ່າງລັກສະນະຂອງຄົນໃດໜຶ່ງ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາບໍ? ຄວາມແຕກຕ່າງແມ່ນຫຍັງ? ລັກສະນະຖືກວັດແທກໂດຍສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເປັນຫຼັກ. ມັນກ່ຽວຂ້ອງກັບວ່າຄົນໃດໜຶ່ງມີຄວາມຊື່ສັດ ຫຼື ບໍ່, ຄວາມຊື່ສັດຂອງພວກເຂົາສູງສົ່ງ ຫຼື ບໍ່, ພວກເຂົາມີກຽດສັກສີ ຫຼື ບໍ່, ພວກເຂົາມີສິນທຳຂອງມະນຸດ ຫຼື ບໍ່, ລະດັບສິນທຳຂອງພວກເຂົາ, ພວກເຂົາມີຂີດຈຳກັດ ແລະ ຫຼັກການໃນວິທີທີ່ພວກເຂົາປະພຶດຕົນ ຫຼື ບໍ່, ຄວາມເປັນມະນຸດຂອງພວກເຂົາດີ ຫຼື ຊົ່ວ ແລະ ພວກເຂົາຮຽບງ່າຍ ແລະ ຊື່ສັດ ຫຼື ບໍ່, ດ້ານເຫຼົ່ານີ້ແມ່ນກ່ຽວຂ້ອງກັບລັກສະນະຂອງມະນຸດ. ໂດຍແກ່ນແທ້ແລ້ວ, ລັກສະນະປະກອບດ້ວຍທາງເລືອກ ແລະ ຄວາມໂນ້ມອຽງຕໍ່ຄວາມດີ ແລະ ຄວາມຊົ່ວ, ຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ ແລະ ຕໍ່ສິ່ງທີ່ຖືກ ແລະ ສິ່ງທີ່ຜິດ ທີ່ຜູ້ຄົນສະແດງອອກໃນຊີວິດປະຈຳວັນຂອງພວກເຂົາ, ສິ່ງເຫຼົ່ານີ້ຄືສິ່ງທີ່ມັນກ່ຽວຂ້ອງ. ໂດຍພື້ນຖານແລ້ວ ສິ່ງນີ້ບໍ່ກ່ຽວຂ້ອງກັບຄວາມຈິງ; ມັນພຽງແຕ່ຖືກວັດແທກໂດຍໃຊ້ມາດຕະຖານຂອງສະຕິຮູ້ສຶກຜິດຊອບ ພ້ອມກັບຄວາມເປັນມະນຸດທີ່ດີ ແລະ ຊົ່ວ ແລະ ບໍ່ໄດ້ຍົກລະດັບຂຶ້ນໄປສູ່ລະດັບຂອງຄວາມຈິງແທ້ໆ. ຖ້າກ່ຽວຂ້ອງກັບອຸປະນິໄສ, ມັນກໍຕ້ອງຖືກວັດແທກໂດຍໃຊ້ແກ່ນແທ້ຂອງຄົນໃດໜຶ່ງ. ບໍ່ວ່າພວກເຂົາຈະມັກຄວາມດີ ຫຼື ຄວາມຊົ່ວຫຼາຍກວ່າ ແລະ ເມື່ອເວົ້າເຖິງຄວາມຍຸຕິທຳ ແລະ ຄວາມຊົ່ວຊ້າ ພ້ອມທັງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ສິ່ງທີ່ພວກເຂົາສະແດງອອກ, ທາງເລືອກຂອງພວກເຂົາ ແລະ ອຸປະນິໄສທີ່ພວກເຂົາເປີດເຜີຍອອກມາແມ່ນຫຍັງແທ້ ແລະ ປະຕິກິລິຍາຂອງພວກເຂົາຈະເປັນແນວໃດແທ້ນັ້ນ, ສິ່ງເຫຼົ່ານີ້ຕ້ອງຖືກວັດແທກໂດຍໃຊ້ຄວາມຈິງ. ຖ້າລັກສະນະຂອງຄົນໃດໜຶ່ງຂ້ອນຂ້າງມີເມດຕາ, ຖ້າພວກເຂົາມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ຄົນເຮົາສາມາດເວົ້າໄດ້ບໍວ່າພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມ? (ບໍ່, ບໍ່ສາມາດເວົ້າໄດ້.) ຖ້າຄົນໃດໜຶ່ງມີເມດຕາຫຼາຍ, ພວກເຂົາມີຄວາມອວດດີບໍ? (ແມ່ນແລ້ວ, ພວກເຂົາມີ.) ຖ້າຄົນໃດໜຶ່ງຊື່ສັດຫຼາຍ, ພວກເຂົາມີອຸປະນິໄສທີ່ຫົວແຂງບໍ? (ແມ່ນແລ້ວ, ພວກເຂົາມີ.) ສາມາດເວົ້າໄດ້ວ່າ ບໍ່ວ່າລັກສະນະຂອງຄົນໃດໜຶ່ງຈະດີສໍ່າໃດກໍຕາມ, ບໍ່ວ່າຄວາມຊື່ສັດຂອງພວກເຂົາຈະສູງສົ່ງສໍ່າໃດກໍຕາມ, ບໍ່ມີສິ່ງໃດໃນນີ້ທີ່ໝາຍຄວາມວ່າພວກເຂົາປາສະຈາກອຸປະນິໄສທີ່ເສື່ອມຊາມ. ຖ້າຄົນໃດໜຶ່ງມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ, ສິ່ງນີ້ໝາຍຄວາມວ່າພວກເຂົາບໍ່ເຄີຍຕໍ່ຕ້ານພຣະເຈົ້າ ຫຼື ກະບົດຕໍ່ພຣະອົງບໍ? (ບໍ່, ມັນບໍ່ໄດ້ໝາຍຄວາມແບບນັ້ນ.) ແລ້ວການກະບົດນີ້ເກີດຂຶ້ນໄດ້ແນວໃດ? ມັນເປັນເພາະວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ໃນອຸປະນິໄສ-ແກ່ນແທ້ຂອງພວກເຂົາມີຄວາມຫົວແຂງ, ຄວາມອວດດີ, ຄວາມຊົ່ວຊ້າ ແລະ ອື່ນໆ. ສະນັ້ນ, ບໍ່ວ່າລັກສະນະຂອງຄົນໃດໜຶ່ງຈະດີສໍ່າໃດກໍຕາມ, ມັນບໍ່ໄດ້ໝາຍຄວາມວ່າພວກເຂົາມີຄວາມຈິງ, ວ່າພວກເຂົາປາສະຈາກອຸປະນິໄສທີ່ເສື່ອມຊາມ ຫຼື ວ່າພວກເຂົາສາມາດຫຼີກລ່ຽງການຕໍ່ຕ້ານ, ການທໍລະຍົດ ແລະ ການກະບົດຕໍ່ພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າໂດຍປາສະຈາກການໄລ່ຕາມຄວາມຈິງ. ຖ້າພວກເຂົາມີລັກສະນະທີ່ດີ, ຂ້ອນຂ້າງຮຽບງ່າຍ, ຊື່ສັດ, ທ່ຽງທຳ, ມີຈິດໃຈເມດຕາ ແລະ ມີກຽດສັກສີ, ສິ່ງນີ້ພຽງແຕ່ໝາຍຄວາມວ່າພວກເຂົາສາມາດຍອມຮັບຄວາມຈິງ, ຮັກຄວາມຈິງ ແລະ ອ່ອນນ້ອມຕໍ່ສິ່ງທີ່ພຣະເຈົ້າເຮັດ, ເພາະວ່າພວກເຂົາມີລັກສະນະທີ່ສາມາດຍອມຮັບຄວາມຈິງໄດ້.

ລັກສະນະທີ່ດີ ຫຼື ບໍ່ດີແມ່ນຖືກວັດແທກໂດຍໃຊ້ເກນພື້ນຖານ ເຊັ່ນ: ສະຕິຮູ້ສຶກຜິດຊອບ, ສິນທຳ ແລະ ຄວາມຊື່ສັດ. ເຖິງຢ່າງໃດກໍຕາມ, ອຸປະນິໄສ-ແກ່ນແທ້ຂອງຄົນໃດໜຶ່ງຕ້ອງຖືກວັດແທກໂດຍໃຊ້ອຸປະນິໄສທີ່ເສື່ອມຊາມຫົກຢ່າງທີ່ໄດ້ກ່າວມາກ່ອນໜ້ານີ້. ຖ້າຄົນໃດໜຶ່ງມີມາດຕະຖານທາງສິນທຳທີ່ສູງ, ມີຄວາມຊື່ສັດ, ສະຕິຮູ້ສຶກຜິດຊອບ, ເຫດຜົນ ແລະ ຈິດໃຈທີ່ເມດຕາ, ກໍສາມາດເວົ້າໄດ້ພຽງແຕ່ວ່າລັກສະນະຂອງພວກເຂົາຂ້ອນຂ້າງດີ. ເຖິງຢ່າງໃດກໍຕາມ, ນັ້ນບໍ່ໄດ້ໝາຍຄວາມວ່າຄົນຜູ້ນີ້ເຂົ້າໃຈຄວາມຈິງ, ມີຄວາມຈິງ ຫຼື ສາມາດຈັດການເລື່ອງຕ່າງໆຕາມຫຼັກການຄວາມຈິງໄດ້. ສິ່ງນີ້ຢືນຢັນຫຍັງ? ເຖິງແມ່ນວ່າພວກເຂົາມີລັກສະນະທີ່ດີ, ມີຄວາມຊື່ສັດທີ່ຂ້ອນຂ້າງສູງສົ່ງ ແລະ ມີມາດຕະຖານທາງສິນທຳທີ່ສູງກວ່າສຳລັບວິທີທີ່ພວກເຂົາປະພຶດຕົນ ແລະ ກະທຳ, ນັ້ນກໍບໍ່ໄດ້ໝາຍຄວາມວ່າພວກເຂົາປາສະຈາກອຸປະນິໄສທີ່ເສື່ອມຊາມ, ວ່າພວກເຂົາມີຄວາມຈິງ ຫຼື ວ່າອຸປະນິໄສຂອງພວກເຂົາສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າຢ່າງຄົບຖ້ວນ. ຖ້າອຸປະນິໄສທີ່ເສື່ອມຊາມຂອງຄົນໃດໜຶ່ງບໍ່ສະແດງໃຫ້ເຫັນເຖິງການປ່ຽນແປງ ແລະ ພວກເຂົາບໍ່ເຂົ້າໃຈຄວາມຈິງ, ແລ້ວບໍ່ວ່າລັກສະນະຂອງພວກເຂົາຈະດີສໍ່າໃດກໍຕາມ, ພວກເຂົາກໍບໍ່ແມ່ນຄົນດີຢ່າງແທ້ຈິງ. ສົມມຸດວ່າຄົນໃດໜຶ່ງປະສົບກັບການປ່ຽນແປງອຸປະນິໄສພໍສົມຄວນ, ນັ້ນກໍຄື ພວກເຂົາສະແຫວງຫາຄວາມຈິງໃນການກະທຳຂອງພວກເຂົາ, ປະຕິບັດຕາມຫຼັກການຄວາມຈິງຢ່າງຫ້າວຫັນໃນວິທີທີ່ພວກເຂົາຈັດການເລື່ອງຕ່າງໆ ແລະ ອ່ອນນ້ອມຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ ແລະ ເຖິງແມ່ນວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຍັງຄົງປາກົດຂຶ້ນເປັນບາງຄັ້ງຄາວ, ພວກເຂົາເປີດເຜີຍຄວາມອວດດີ ແລະ ການຫຼອກລວງ ແລະ ໃນກໍລະນີທີ່ຮ້າຍແຮງກໍເປີດເຜີຍອຸປະນິໄສທີ່ໂຫດຮ້າຍ, ແຕ່ໂດຍລວມແລ້ວ ແຫຼ່ງທີ່ມາ, ທິດທາງ ແລະ ຈຸດປະສົງໃນການກະທຳຂອງພວກເຂົາແມ່ນສອດຄ່ອງກັບຫຼັກການຄວາມຈິງ ແລະ ເມື່ອພວກເຂົາກະທຳ ພວກເຂົາກໍເຮັດດ້ວຍການສະແຫວງຫາ ແລະ ການອ່ອນນ້ອມ. ດັ່ງນັ້ນ, ສາມາດເວົ້າໄດ້ບໍວ່າລັກສະນະຂອງພວກເຂົາສູງສົ່ງກວ່າຜູ້ທີ່ບໍ່ສະແດງໃຫ້ເຫັນເຖິງການປ່ຽນແປງອຸປະນິໄສ? (ແມ່ນແລ້ວ.) ຖ້າລັກສະນະຂອງຄົນໃດໜຶ່ງພຽງແຕ່ດີໂດຍທຳມະຊາດ ແລະ ໃນສາຍຕາຂອງຄົນອື່ນ ຄວາມເປັນມະນຸດຂອງພວກເຂົາແມ່ນດີ, ແຕ່ພວກເຂົາບໍ່ເຂົ້າໃຈຄວາມຈິງເລີຍ, ພວກເຂົາເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າ, ພວກເຂົາບໍ່ຮູ້ວິທີທີ່ຈະປະສົບກັບພຣະທຳຂອງພຣະເຈົ້າ ແລະ ພວກເຂົາບໍ່ຮູ້ວິທີທີ່ຈະຍອມຮັບການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ, ຍິ່ງບໍ່ຮູ້ວິທີທີ່ຈະອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າເຮັດ, ນີ້ແມ່ນຄົນດີຢ່າງແທ້ຈິງບໍ? ເມື່ອເວົ້າຢ່າງເຂັ້ມງວດແລ້ວ, ພວກເຂົາບໍ່ແມ່ນຄົນດີຢ່າງແທ້ຈິງ, ແຕ່ສາມາດເວົ້າໄດ້ຢ່າງຖືກຕ້ອງວ່າລັກສະນະຂອງພວກເຂົາຂ້ອນຂ້າງດີ. ການມີລັກສະນະທີ່ຂ້ອນຂ້າງດີໝາຍຄວາມວ່າແນວໃດ? ມັນໝາຍເຖິງການມີຄວາມຊື່ສັດພໍສົມຄວນ, ມີຄວາມຍຸຕິທຳ ແລະ ເປັນທຳພໍສົມຄວນໃນການກະທຳ ແລະ ການພົວພັນກັບຄົນອື່ນ, ບໍ່ເອົາປຽບຄົນອື່ນ, ມີຄວາມຊື່ສັດພໍສົມຄວນ, ບໍ່ທຳຮ້າຍ ຫຼື ເຮັດໃຫ້ຄົນອື່ນບາດເຈັບ, ກະທຳດ້ວຍສະຕິຮູ້ສຶກຜິດຊອບ ແລະ ມີມາດຕະຖານທາງສິນທຳໃນລະດັບໜຶ່ງ, ນອກເໜືອໄປຈາກພຽງແຕ່ການຫຼີກລ່ຽງການລະເມີດກົດໝາຍ ແລະ ການລະເມີດສິນທຳຈັນຍາ, ມັນເປັນສິ່ງທີ່ສູງສົ່ງກວ່າສອງມາດຕະຖານນີ້ເລັກໜ້ອຍ. ເມື່ອຜູ້ຄົນພົວພັນກັບຄົນແບບນັ້ນ, ພວກເຂົາຮູ້ສຶກວ່າຄົນຜູ້ນັ້ນຂ້ອນຂ້າງທ່ຽງທຳ ແລະ ພວກເຂົາບໍ່ຈຳເປັນຕ້ອງລະວັງຕົວຈາກພວກເຂົາເມື່ອຢູ່ຮ່ວມກັນ, ເພາະວ່າຄົນຜູ້ນັ້ນບໍ່ທຳຮ້າຍ ຫຼື ເຮັດໃຫ້ຄົນອື່ນບາດເຈັບ ແລະ ຈິດໃຈຂອງຜູ້ຄົນກໍສະບາຍໃຈເມື່ອໃດກໍຕາມທີ່ພວກເຂົາພົວພັນກັບພວກເຂົາ, ການມີຄຸນສົມບັດເຫຼົ່ານີ້ເປັນຕົວຊີ້ບອກເຖິງຄົນທີ່ຂ້ອນຂ້າງດີ. ເຖິງຢ່າງໃດກໍຕາມ, ເມື່ອປຽບທຽບກັບຜູ້ທີ່ເຂົ້າໃຈຄວາມຈິງ ແລະ ສາມາດປະຕິບັດ ແລະ ອ່ອນນ້ອມຕໍ່ຄວາມຈິງ, ຄວາມເປັນມະນຸດດັ່ງກ່າວກໍບໍ່ແມ່ນສິ່ງທີ່ສູງສົ່ງຫຍັງເລີຍ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າຄວາມເປັນມະນຸດຂອງຄົນໃດໜຶ່ງຈະດີສໍ່າໃດກໍຕາມ, ມັນກໍບໍ່ສາມາດທົດແທນການເຂົ້າໃຈຄວາມຈິງ ຫຼື ການປະຕິບັດຄວາມຈິງໄດ້ ແລະ ແນ່ນອນວ່າມັນບໍ່ສາມາດທົດແທນການປ່ຽນແປງອຸປະນິໄສໄດ້.

ລັກສະນະໝາຍເຖິງສະຕິຮູ້ສຶກຜິດຊອບ, ສິນທຳ ແລະ ຄວາມຊື່ສັດຂອງຜູ້ຄົນ. ເພື່ອວັດແທກລັກສະນະຂອງຄົນໃດໜຶ່ງ, ຄົນເຮົາຈຳເປັນຕ້ອງປະເມີນສະຕິຮູ້ສຶກຜິດຊອບ, ສິນທຳ ແລະ ຄວາມຊື່ສັດຂອງພວກເຂົາ. ແຕ່ອຸປະນິໄສໝາຍເຖິງຫຍັງ ແລະ ມັນຖືກວັດແທກແນວໃດ? ມັນຖືກວັດແທກໂດຍຄວາມຈິງ, ໂດຍພຣະທຳຂອງພຣະເຈົ້າ. ສົມມຸດວ່າລັກສະນະຂອງຄົນໃດໜຶ່ງດີຫຼາຍໃນທຸກດ້ານ, ທຸກຄົນເຊື່ອວ່າພວກເຂົາເປັນຄົນດີ ແລະ ສາມາດເວົ້າໄດ້ວ່າພວກເຂົາສົມບູນແບບ ແລະ ຄົບຖ້ວນໃນສາຍຕາຂອງມະນຸດຊາດທີ່ເສື່ອມຊາມ, ເບິ່ງຄືວ່າປາສະຈາກຂໍ້ບົກພ່ອງ ຫຼື ຂໍ້ຕຳນິ; ແຕ່ເມື່ອຖືກວັດແທກໂດຍຄວາມຈິງ, ຄວາມດີເລັກໆນ້ອຍໆທີ່ພວກເຂົາເວົ້າເຖິງນັ້ນ ແມ່ນເກືອບຈະບໍ່ມີຄ່າພໍທີ່ຈະກ່າວເຖິງເລີຍ. ເມື່ອກວດສອບເບິ່ງອຸປະນິໄສຂອງພວກເຂົາ, ຄົນເຮົາອາດຈະພົບຄວາມອວດດີ, ຄວາມຫົວແຂງ, ການຫຼອກລວງ, ຄວາມຊົ່ວຊ້າ, ແມ່ນແຕ່ຄວາມເບື່ອໜ່າຍຕໍ່ຄວາມຈິງ ແລະ ຍິ່ງໄປກວ່ານັ້ນກໍຄືການສະແດງອອກເຖິງອຸປະນິໄສທີ່ໂຫດຮ້າຍ. ນີ້ບໍ່ແມ່ນຂໍ້ເທັດຈິງບໍ? (ແມ່ນແລ້ວ, ມັນແມ່ນຂໍ້ເທັດຈິງ.) ອຸປະນິໄສ-ແກ່ນແທ້ຂອງຄົນໃດໜຶ່ງຖືກວັດແທກແນວໃດ? ມັນຖືກວັດແທກໂດຍຄວາມຈິງ, ໂດຍການປະເມີນທັດສະນະຄະຕິຂອງຄົນໃດໜຶ່ງທີ່ມີຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ. ດ້ວຍວິທີນີ້, ອຸປະນິໄສທີ່ເສື່ອມຊາມຂອງຄົນຜູ້ນັ້ນຈຶ່ງຖືກເປີດເຜີຍຢ່າງຄົບຖ້ວນ ແລະ ຢ່າງສິ້ນເຊີງ. ເຖິງແມ່ນວ່າຜູ້ຄົນອາດຈະເຫັນວ່າພວກເຂົາມີສະຕິຮູ້ສຶກຜິດຊອບ, ຄວາມຊື່ສັດ ແລະ ມາດຕະຖານທາງສິນທຳທີ່ສູງ ແລະ ພວກເຂົາຖືກຍົກຍ້ອງໃຫ້ເປັນໄພ່ພົນ ຫຼື ຄົນທີ່ສົມບູນແບບໃນທ່າມກາງຄົນອື່ນໆ, ແຕ່ເມື່ອມາຢູ່ຕໍ່ໜ້າຄວາມຈິງ ແລະ ຕໍ່ໜ້າພຣະເຈົ້າແລ້ວ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຖືກເປີດເຜີຍອອກມາ, ພວກເຂົາບໍ່ມີຄຸນງາມຄວາມດີຫຍັງເລີຍ ແລະ ຖືກສະແດງໃຫ້ເຫັນວ່າມີອຸປະນິໄສທີ່ເສື່ອມຊາມຄືກັນກັບມະນຸດຊາດທີ່ເຫຼືອ. ເມື່ອພຣະເຈົ້າສະແດງຄວາມຈິງ, ປາກົດຕົວຕໍ່ຜູ້ຄົນ ແລະ ປະຕິບັດພາລະກິດ, ພວກເຂົາກໍສະແດງອຸປະນິໄສທີ່ເສື່ອມຊາມທຸກຢ່າງຄືກັນກັບຄົນອື່ນໆ ເຊັ່ນ: ຄວາມຫົວແຂງ, ຄວາມອວດດີ, ການຫຼອກລວງ, ຄວາມເບື່ອໜ່າຍຕໍ່ຄວາມຈິງ, ຄວາມຊົ່ວຊ້າ ແລະ ຄວາມໂຫດຮ້າຍ. ຄົນແບບນັ້ນບໍ່ສົມບູນແບບບໍ? ພວກເຂົາບໍ່ແມ່ນໄພ່ພົນບໍ? ພວກເຂົາບໍ່ແມ່ນຄົນດີບໍ? ພວກເຂົາເປັນຄົນດີໃນສາຍຕາຂອງຄົນອື່ນເທົ່ານັ້ນ; ເພາະວ່າຜູ້ຄົນຂາດຄວາມຈິງ ແລະ ມີອຸປະນິໄສທີ່ເສື່ອມຊາມຄືກັນ, ມາດຕະຖານທີ່ພວກເຂົາໃຊ້ວັດແທກເຊິ່ງກັນ ແລະ ກັນຈຶ່ງອີງໃສ່ພຽງແຕ່ສະຕິຮູ້ສຶກຜິດຊອບ, ຄວາມຊື່ສັດ ແລະ ສິນທຳເທົ່ານັ້ນ, ບໍ່ໄດ້ອີງໃສ່ຄວາມຈິງ. ລັກສະນະຂອງຄົນໃດໜຶ່ງຈະປາກົດອອກມາເປັນແນວໃດ ເມື່ອມັນບໍ່ໄດ້ຖືກວັດແທກດ້ວຍຄວາມຈິງ? ພວກເຂົາເປັນຄົນດີຢ່າງແທ້ຈິງບໍ? ເຫັນໄດ້ຊັດເຈນວ່າບໍ່ແມ່ນ, ເພາະວ່າຄົນທີ່ຖືກປະເມີນ ແລະ ຖືກຕັດສິນວ່າເປັນຄົນດີໂດຍຄົນອື່ນນັ້ນ ບໍ່ໄດ້ຂາດອຸປະນິໄສທີ່ເສື່ອມຊາມໃດໆເລີຍ. ດັ່ງນັ້ນ, ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນກໍ່ຕົວຂຶ້ນ ແລະ ຖືກເປີດໂປງໄດ້ແນວໃດ? ເມື່ອພຣະເຈົ້າບໍ່ໄດ້ສະແດງຄວາມຈິງ ຫຼື ປາກົດຕົວຕໍ່ມະນຸດຊາດ, ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນກໍເບິ່ງຄືວ່າບໍ່ມີຢູ່ຈິງ. ເຖິງຢ່າງໃດກໍຕາມ, ເມື່ອພຣະເຈົ້າສະແດງຄວາມຈິງ ແລະ ປາກົດຕົວຕໍ່ມະນຸດ, ອຸປະນິໄສທີ່ເສື່ອມຊາມຂອງຜູ້ທີ່ເອີ້ນວ່າໄພ່ພົນ ຫຼື ຄົນທີ່ສົມບູນແບບໃນສາຍຕາຂອງຄົນອື່ນກໍຖືກເປີດໂປງຢ່າງເຕັມທີ່. ຈາກມຸມມອງນີ້, ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນແມ່ນມີຢູ່ຮ່ວມກັນກັບລັກສະນະຂອງພວກເຂົາ. ມັນບໍ່ແມ່ນວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມສະເພາະຕອນທີ່ພຣະເຈົ້າປາກົດຕົວເທົ່ານັ້ນ; ແຕ່ເມື່ອພຣະເຈົ້າສະແດງຄວາມຈິງ ແລະ ປາກົດຕົວ ແລະ ປະຕິບັດພາລະກິດໃນທ່າມກາງມະນຸດຊາດ, ອຸປະນິໄສທີ່ເສື່ອມຊາມ ແລະ ຄວາມອັບປະລັກຂອງພວກເຂົາກໍຖືກເປີດເຜີຍອອກມາ. ມາຮອດຈຸດນີ້, ຜູ້ຄົນກໍເລີ່ມຮັບຮູ້ ແລະ ຄົ້ນພົບວ່າ ຢູ່ເບື້ອງຫຼັງລັກສະນະທີ່ດີນັ້ນກໍມີອຸປະນິໄສທີ່ເສື່ອມຊາມເຊັ່ນກັນ. ຄົນດີ, ຄົນທີ່ສົມບູນແບບ ຫຼື ໄພ່ພົນໃນສາຍຕາຂອງຄົນອື່ນລ້ວນແຕ່ມີອຸປະນິໄສທີ່ເສື່ອມຊາມຄືກັນກັບທຸກຄົນ ແລະ ບໍ່ໜ້ອຍໄປກວ່າຄົນອື່ນ, ອຸປະນິໄສທີ່ເສື່ອມຊາມຂອງຄົນເຫຼົ່ານີ້ຍິ່ງເຊື່ອງຊ້ອນຫຼາຍກວ່າຄົນອື່ນ ແລະ ຍິ່ງມີຄວາມສາມາດທີ່ຈະຫຼອກລວງຫຼາຍກວ່າ. ດັ່ງນັ້ນ, ອຸປະນິໄສທີ່ເສື່ອມຊາມແມ່ນຫຍັງແທ້ ແລະ ອຸປະນິໄສ-ແກ່ນແທ້ແມ່ນຫຍັງ? ອຸປະນິໄສທີ່ເສື່ອມຊາມຂອງຄົນໃດໜຶ່ງຄືແກ່ນແທ້ຂອງຄົນຜູ້ນັ້ນ; ລັກສະນະຂອງຄົນໃດໜຶ່ງພຽງແຕ່ເປັນຕົວແທນໃຫ້ແກ່ກົດລະບຽບຜິວເຜີນບາງຢ່າງຂອງການປະພຶດຕົນ ແລະ ມັນບໍ່ໄດ້ສະທ້ອນເຖິງແກ່ນແທ້ຄວາມເປັນມະນຸດຂອງຄົນໃດໜຶ່ງ. ເມື່ອພວກເຮົາເວົ້າເຖິງແກ່ນແທ້ຄວາມເປັນມະນຸດຂອງຄົນໃດໜຶ່ງ, ພວກເຮົາກຳລັງໝາຍເຖິງອຸປະນິໄສຂອງພວກເຂົາ. ການເວົ້າເຖິງລັກສະນະຂອງຄົນໃດໜຶ່ງ, ແມ່ນພວກເຮົາກຳລັງໝາຍເຖິງດ້ານທີ່ປາກົດໃຫ້ເຫັນ ເຊັ່ນ: ພວກເຂົາມີເຈດຕະນາດີ ຫຼື ບໍ່, ມີຈິດໃຈທີ່ເມດຕາ ຫຼື ບໍ່, ຄວາມຊື່ສັດຂອງພວກເຂົາເປັນແນວໃດ ແລະ ພວກເຂົາມີມາດຕະຖານທາງສິນທຳ ຫຼື ບໍ່. ຕອນນີ້ ພວກເຈົ້າເຂົ້າໃຈແລ້ວບໍວ່າລັກສະນະໝາຍເຖິງຫຍັງ ແລະ ອຸປະນິໄສ-ແກ່ນແທ້ໝາຍເຖິງຫຍັງ? ເລື່ອງນີ້ສາມາດຮັບຮູ້ໄດ້ໂດຍປະລິຍາຍໃນໃຈຂອງຄົນເຮົາເທົ່ານັ້ນ; ມັນບໍ່ສາມາດນິຍາມດ້ວຍຄຳເວົ້າ ຫຼື ວະລີດຽວໄດ້. ມັນເປັນເລື່ອງທີ່ຊັບຊ້ອນຫຼາຍ. ຖ້າມັນຖືກນິຍາມ ແລະ ອະທິບາຍແຄບເກີນໄປ, ມັນອາດຈະເບິ່ງຄືວ່າໄດ້ມາດຕະຖານ ແຕ່ຄວາມຈິງແລ້ວແມ່ນບໍ່ຊັດເຈນ. ເຮົາຈະບໍ່ນຳໃຊ້ນິຍາມກັບມັນ, ເຮົາໄດ້ອະທິບາຍມັນດ້ວຍວິທີນີ້ ແລະ ຖ້າພວກເຈົ້າຮັບຮູ້ມັນໄດ້ໂດຍປະລິຍາຍໃນໃຈຂອງພວກເຈົ້າ, ພວກເຈົ້າກໍຈະຈັບໃຈຄວາມມັນ.

ມີອຸປະນິໄສທີ່ເສື່ອມຊາມຂອງມະນຸດທັງໝົດຫົກຢ່າງ: ຄວາມຫົວແຂງ, ຄວາມອວດດີ, ການຫຼອກລວງ, ຄວາມເບື່ອໜ່າຍຕໍ່ຄວາມຈິງ, ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າ. ໃນບັນດາຫົກຢ່າງນີ້, ອັນໃດທີ່ຂ້ອນຂ້າງຮ້າຍແຮງ ແລະ ອັນໃດທີ່ທຳມະດາ ຫຼື ພົບເຫັນໄດ້ທົ່ວໄປຫຼາຍກວ່າ, ເບົາບາງກວ່າໃນແງ່ຂອງລະດັບ ແລະ ສະຖານະການເບົາບາງກວ່າ? (ຄວາມຫົວແຂງ, ຄວາມອວດດີ ແລະ ການຫຼອກລວງແມ່ນເບົາບາງກວ່າໜ້ອຍໜຶ່ງ.) ຖືກຕ້ອງແລ້ວ. ເບິ່ງຄືວ່າພວກເຈົ້າມີການຮັບຮູ້ ແລະ ຄວາມເຂົ້າໃຈບາງຢ່າງກ່ຽວກັບການສະແດງອອກຕ່າງໆຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ເຖິງແມ່ນວ່າສາມຢ່າງນີ້ກໍເປັນອຸປະນິໄສທີ່ເສື່ອມຊາມທີ່ມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມມີເຊັ່ນກັນ ແລະ ໃນແງ່ຂອງແກ່ນແທ້ແລ້ວ ພວກມັນຍັງຖືກພຣະເຈົ້າກຽດຊັງອີກດ້ວຍ, ບໍ່ສອດຄ່ອງກັບຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ, ແຕ່ພວກມັນກໍຂ້ອນຂ້າງເບົາບາງ ແລະ ຕື້ນເຂີນໃນແງ່ຂອງລະດັບ, ນັ້ນກໍຄື ພວກມັນພົບເຫັນໄດ້ທົ່ວໄປຫຼາຍກວ່າໜ້ອຍໜຶ່ງ; ສະມາຊິກທຸກຄົນຂອງມະນຸດຊາດທີ່ເສື່ອມຊາມລ້ວນແຕ່ມີພວກມັນໃນລະດັບທີ່ແຕກຕ່າງກັນ. ນອກເໜືອຈາກສາມຢ່າງນີ້ແລ້ວ, ຄວາມເບື່ອໜ່າຍຕໍ່ຄວາມຈິງ, ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າແມ່ນຮ້າຍແຮງກວ່າຫຼາຍໃນແງ່ຂອງລະດັບເມື່ອປຽບທຽບກັນ. ຖ້າເວົ້າວ່າສາມຢ່າງທຳອິດເປັນອຸປະນິໄສທີ່ເສື່ອມຊາມແບບທຳມະດາ, ແລ້ວສາມຢ່າງຫຼັງກໍເປັນອຸປະນິໄສທີ່ເສື່ອມຊາມທີ່ຜິດປົກກະຕິ ເຊິ່ງຮ້າຍແຮງກວ່າໃນແງ່ຂອງລະດັບ. ການທີ່ພວກມັນຮ້າຍແຮງກວ່າໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າສາມຢ່າງນີ້ຮ້າຍແຮງກວ່າໃນແງ່ຂອງສະຖານະການ, ແກ່ນແທ້ ແລະ ລະດັບທີ່ບຸກຄົນຕໍ່ຕ້ານ, ກະບົດຕໍ່ ແລະ ຄັດຄ້ານພຣະເຈົ້າ. ສາມຢ່າງນີ້ແມ່ນອຸປະນິໄສທີ່ຮ້າຍແຮງກວ່າເຊິ່ງຜູ້ຄົນສະແດງອອກໂດຍການປະຕິເສດຄວາມຈິງໂດຍກົງ, ປະຕິເສດພຣະເຈົ້າ, ຮ້ອງໂວຍວາຍຕໍ່ຕ້ານພຣະເຈົ້າ, ໂຈມຕີພຣະເຈົ້າ, ລອງໃຈພຣະເຈົ້າ, ຕັດສິນພຣະເຈົ້າ ແລະ ອື່ນໆ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດສາມຢ່າງນີ້ແຕກຕ່າງຈາກສາມຢ່າງທຳອິດແນວໃດ? ສາມຢ່າງທຳອິດແມ່ນພົບເຫັນໄດ້ທົ່ວໄປຫຼາຍກວ່າ, ພວກມັນເປັນລັກສະນະຂອງອຸປະນິໄສທີ່ເສື່ອມຊາມທີ່ມີຮ່ວມກັນໂດຍມະນຸດທີ່ເສື່ອມຊາມທຸກຄົນ, ນັ້ນກໍຄື ທຸກຄົນບໍ່ວ່າຈະອາຍຸ, ເພດ, ສະຖານທີ່ເກີດ, ເຊື້ອຊາດ ຫຼື ຊົນເຜົ່າໃດກໍຕາມ ລ້ວນແຕ່ມີອຸປະນິໄສສາມຢ່າງນີ້. ສາມຢ່າງຫຼັງແມ່ນມີຢູ່ໃນທຸກຄົນໃນລະດັບທີ່ແຕກຕ່າງກັນ ແລະ ບໍ່ຫຼາຍກໍໜ້ອຍ ຂຶ້ນຢູ່ກັບແກ່ນແທ້ຂອງພວກເຂົາ, ແຕ່ໃນທ່າມກາງມະນຸດຊາດທີ່ເສື່ອມຊາມ ມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ມີອຸປະນິໄສສາມຢ່າງນີ້ ຄື: ຄວາມຊົ່ວຊ້າ, ຄວາມເບື່ອໜ່າຍຕໍ່ຄວາມຈິງ ແລະ ຄວາມໂຫດຮ້າຍ ໃນລະດັບທີ່ຮ້າຍແຮງທີ່ສຸດ. ນອກເໜືອຈາກຜູ້ຕໍ່ຕ້ານພຣະຄຣິສແລ້ວ, ມະນຸດທີ່ເສື່ອມຊາມທຳມະດາພຽງແຕ່ເປີດເຜີຍອຸປະນິໄສຂອງຄວາມຊົ່ວຊ້າ, ຄວາມເບື່ອໜ່າຍຕໍ່ຄວາມຈິງ ແລະ ຄວາມໂຫດຮ້າຍໃນລະດັບໃດໜຶ່ງ ຫຼື ໃນສະພາບແວດລ້ອມບາງຢ່າງ ຫຼື ບໍລິບົດພິເສດບາງຢ່າງເທົ່ານັ້ນ. ເຖິງແມ່ນວ່າພວກເຂົາຈະມີອຸປະນິໄສເຫຼົ່ານີ້, ພວກເຂົາກໍບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ແກ່ນແທ້ຂອງພວກເຂົາບໍ່ໄດ້ຊົ່ວຊ້າ ຫຼື ໂຫດຮ້າຍ ແລະ ແນ່ນອນວ່າມັນບໍ່ໄດ້ເບື່ອໜ່າຍຕໍ່ຄວາມຈິງ. ສິ່ງນີ້ກ່ຽວຂ້ອງກັບລັກສະນະຂອງພວກເຂົາ. ຄົນເຫຼົ່ານີ້ຂ້ອນຂ້າງມີຈິດໃຈເມດຕາ, ພວກເຂົາມີຄວາມຊື່ສັດ, ພວກເຂົາທ່ຽງທຳ, ພວກເຂົາມີກຽດສັກສີ ແລະ ອື່ນໆ, ລັກສະນະຂອງພວກເຂົາແມ່ນຂ້ອນຂ້າງດີ. ສະນັ້ນ, ພວກເຂົາຈຶ່ງເປີດເຜີຍອຸປະນິໄສທີ່ເສື່ອມຊາມທີ່ຮ້າຍແຮງສາມຢ່າງຫຼັງນີ້ເປັນບາງຄັ້ງຄາວເທົ່ານັ້ນ ຫຼື ສະເພາະໃນສະພາບແວດລ້ອມ ແລະ ບໍລິບົດບາງຢ່າງເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ອຸປະນິໄສເຫຼົ່ານີ້ບໍ່ໄດ້ຄອບງຳແກ່ນແທ້ຂອງພວກເຂົາ. ຕົວຢ່າງ: ເມື່ອບຸກຄົນທີ່ມີອຸປະນິໄສທີ່ເສື່ອມຊາມແບບທຳມະດາເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ປະເຊີນກັບການລົງວິໄນຂອງພຣະເຈົ້າ, ພວກເຂົາອາດຈະປະຕິເສດບໍ່ຍອມຮັບມັນ ໂດຍຄິດວ່າ: “ຄົນອື່ນກໍເຮັດພໍແລ້ວມືແລ້ວຕີນຄືກັນ; ເປັນຫຍັງພວກເຂົາຈຶ່ງບໍ່ຖືກລົງວິໄນ? ເປັນຫຍັງຂ້ອຍຈຶ່ງເປັນຄົນທີ່ໄດ້ຮັບການລົງວິໄນ ແລະ ການຕີສອນແບບນີ້?” ການປະຕິເສດບໍ່ຍອມຮັບນີ້ແມ່ນອຸປະນິໄສປະເພດໃດ? ເຫັນໄດ້ຊັດເຈນວ່າມັນເປັນອຸປະນິໄສທີ່ໂຫດຮ້າຍ. ພວກເຂົາຈົ່ມວ່າກ່ຽວກັບຄວາມບໍ່ຍຸຕິທຳ ແລະ ການປະຕິບັດທີ່ລຳອຽງຂອງພຣະເຈົ້າ ເຊິ່ງມີລັກສະນະຂອງການຄັດຄ້ານ ແລະ ການຮ້ອງໂວຍວາຍຕໍ່ຕ້ານພຣະເຈົ້າຢູ່ໜ້ອຍໜຶ່ງ, ນີ້ຄືອຸປະນິໄສທີ່ໂຫດຮ້າຍ. ອຸປະນິໄສທີ່ໂຫດຮ້າຍຂອງຄົນແບບນັ້ນເປີດເຜີຍຕົວມັນເອງໃນສະຖານະການເຫຼົ່ານີ້, ແຕ່ຄວາມແຕກຕ່າງກໍຄື ຄົນເຫຼົ່ານີ້ມີຈິດໃຈທີ່ເມດຕາ, ມີຄວາມສຳນຶກຂອງສະຕິຮູ້ສຶກຜິດຊອບ, ມີຄວາມຊື່ສັດ ແລະ ມີຄວາມທ່ຽງທຳພໍສົມຄວນ. ເມື່ອພວກເຂົາຈົ່ມວ່າໃຫ້ພຣະເຈົ້າ ແລະ ເປີດເຜີຍອຸປະນິໄສທີ່ໂຫດຮ້າຍ, ສະຕິຮູ້ສຶກຜິດຊອບຂອງພວກເຂົາກໍເຮັດວຽກ. ເມື່ອສະຕິຮູ້ສຶກຜິດຊອບຂອງພວກເຂົາເຮັດວຽກ, ມັນກໍເກີດຄວາມຂັດແຍ່ງກັບອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາ ແລະ ຄວາມຄິດບາງຢ່າງກໍເລີ່ມກໍ່ຕົວຂຶ້ນໃນໃຈຂອງພວກເຂົາວ່າ: “ຂ້ອຍບໍ່ຄວນຄິດແບບນີ້. ພຣະເຈົ້າໄດ້ອວຍພອນຂ້ອຍຫຼາຍ ແລະ ພຣະອົງໄດ້ສະແດງພຣະຄຸນຕໍ່ຂ້ອຍ. ການທີ່ຂ້ອຍຄິດແບບນີ້ມັນບໍ່ແມ່ນການຂາດສະຕິຮູ້ສຶກຜິດຊອບບໍ? ນີ້ບໍ່ແມ່ນການຕໍ່ຕ້ານພຣະເຈົ້າ ແລະ ເຮັດໃຫ້ພຣະອົງເສຍໃຈບໍ?” ນີ້ບໍ່ແມ່ນສະຕິຮູ້ສຶກຜິດຊອບຂອງພວກເຂົາກຳລັງເຮັດວຽກບໍ? ມາຮອດຈຸດນີ້, ລັກສະນະທີ່ດີຂອງພວກເຂົາກໍເຮັດວຽກ. ທັນທີທີ່ສະຕິຮູ້ສຶກຜິດຊອບຂອງພວກເຂົາເລີ່ມເຮັດວຽກ, ຄວາມໂມໂຫ, ຄຳຈົ່ມວ່າ ແລະ ການປະຕິເສດບໍ່ຍອມຮັບຂອງພວກເຂົາກໍຈາງຫາຍໄປ ແລະ ຖືກປະໄວ້ຂ້າງໆ ແລະ ຖືກກຳຈັດອອກໄປເທື່ອລະໜ້ອຍ. ນີ້ບໍ່ແມ່ນຜົນຈາກສະຕິຮູ້ສຶກຜິດຊອບຂອງພວກເຂົາບໍ? (ແມ່ນແລ້ວ.) ດັ່ງນັ້ນ, ພວກເຂົາກຳລັງເປີດເຜີຍອຸປະນິໄສທີ່ໂຫດຮ້າຍບໍ? (ແມ່ນແລ້ວ.) ພວກເຂົາກຳລັງເປີດເຜີຍອຸປະນິໄສທີ່ໂຫດຮ້າຍ, ແຕ່ຍ້ອນວ່າບຸກຄົນດັ່ງກ່າວມີສະຕິຮູ້ສຶກຜິດຊອບ ແລະ ຄວາມເປັນມະນຸດ, ສະຕິຮູ້ສຶກຜິດຊອບຂອງພວກເຂົາຈຶ່ງສາມາດຢັບຢັ້ງອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາໄດ້ ແລະ ເຮັດໃຫ້ພວກເຂົາກາຍເປັນຄົນມີເຫດຜົນ. ເມື່ອພວກເຂົາກາຍເປັນຄົນມີເຫດຜົນ ແລະ ສະຫງົບລົງ, ພວກເຂົາກໍຈະໄຕ່ຕອງ ແລະ ຮັບຮູ້ວ່າ ພວກເຂົາເອງກໍສາມາດຕໍ່ຕ້ານພຣະເຈົ້າໄດ້ເຊັ່ນກັນ. ໃນເວລານີ້, ຄວາມຮູ້ສຶກຕິດໜີ້ບຸນຄຸນ ແລະ ຄວາມສຳນຶກຜິດຈະເກີດຂຶ້ນໃນຕົວພວກເຂົາໂດຍທີ່ພວກເຂົາບໍ່ຮູ້ຕົວວ່າ: “ມື້ກີ້ນີ້ຂ້ອຍໃຈຮ້ອນເກີນໄປ, ຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ. ການທີ່ພຣະເຈົ້າລົງວິໄນຂ້ອຍນັ້ນບໍ່ແມ່ນຄວາມຮັກຂອງພຣະອົງບໍ? ນີ້ບໍ່ແມ່ນຄວາມໂປດປານຂອງພຣະອົງບໍ? ເປັນຫຍັງຂ້ອຍຈຶ່ງເຮັດຕົວບໍ່ມີເຫດຜົນແບບນີ້? ຂ້ອຍບໍ່ໄດ້ເຮັດໃຫ້ພຣະເຈົ້າໃຈຮ້າຍບໍ? ຂ້ອຍບໍ່ສາມາດເຮັດແບບນີ້ຕໍ່ໄປໄດ້; ຂ້ອຍຈຳເປັນຕ້ອງອະທິຖານຕໍ່ພຣະເຈົ້າ, ກັບໃຈ, ປ່ອຍວາງຄວາມຊົ່ວທີ່ຂ້ອຍກຳລັງເຮັດຢູ່ ແລະ ຢຸດຕິການກະບົດຂອງຂ້ອຍ. ເນື່ອງຈາກຂ້ອຍຍອມຮັບວ່າຂ້ອຍກຳລັງເຮັດພໍແລ້ວມືແລ້ວຕີນ, ຂ້ອຍກໍຕ້ອງເຊົາເຮັດພໍແລ້ວມືແລ້ວຕີນ, ເຮັດສິ່ງຕ່າງໆຢ່າງຈິງຈັງ ແລະ ສະແຫວງຫາວິທີທີ່ຈະຖວາຍຄວາມຈົງຮັກພັກດີຂອງຂ້ອຍຜ່ານການກະທຳຂອງຂ້ອຍ ພ້ອມທັງສະແຫວງຫາວ່າແມ່ນຫຍັງຄືຫຼັກການສຳລັບການປະຕິບັດໜ້າທີ່ຂອງຂ້ອຍ”. ນີ້ບໍ່ແມ່ນຜົນຈາກລັກສະນະທີ່ດີຂອງພວກເຂົາບໍ? ຢ່າງບໍ່ຕ້ອງສົງໄສ, ຄົນເຫຼົ່ານີ້ກໍມີອຸປະນິໄສທີ່ໂຫດຮ້າຍເຊັ່ນກັນ, ແຕ່ຜ່ານຜົນຈາກສະຕິຮູ້ສຶກຜິດຊອບຂອງພວກເຂົາ ແລະ ການຊັ່ງຊາສິ່ງຕ່າງໆໂດຍໃຊ້ຄວາມມີເຫດຜົນຂອງພວກເຂົາ, ໃນທີ່ສຸດ ລັກສະນະທີ່ດີ ແລະ ຮັກຄວາມຈິງຂອງພວກເຂົາກໍໄດ້ຮັບໄຊຊະນະ. ບຸກຄົນເຫຼົ່ານີ້ມີຄວາມໂຫດຮ້າຍຢູ່ໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ດັ່ງນັ້ນ ສາມາດເວົ້າໄດ້ບໍວ່າພວກເຂົາມີແກ່ນແທ້ທີ່ໂຫດຮ້າຍ? ສາມາດເວົ້າໄດ້ບໍວ່າແກ່ນແທ້ຂອງພວກເຂົາໂຫດຮ້າຍ? ບໍ່. ເວົ້າຕາມຄວາມເປັນຈິງແລ້ວ, ເຖິງແມ່ນວ່າອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍອອກມາຈະລວມມີຄວາມໂຫດຮ້າຍ, ແຕ່ຍ້ອນວ່າພວກເຂົາມີສະຕິຮູ້ສຶກຜິດຊອບ, ຄວາມມີເຫດຜົນ ແລະ ຄວາມຮັກຕໍ່ຄວາມຈິງພໍສົມຄວນ, ຄວາມໂຫດຮ້າຍຂອງພວກເຂົາຈຶ່ງເປັນພຽງອຸປະນິໄສທີ່ເສື່ອມຊາມປະເພດໜຶ່ງ ແລະ ບໍ່ແມ່ນແກ່ນແທ້ຂອງພວກເຂົາ. ເປັນຫຍັງມັນຈຶ່ງບໍ່ແມ່ນແກ່ນແທ້ຂອງພວກເຂົາ? ມັນເປັນເພາະວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົານີ້ສາມາດປ່ຽນແປງໄດ້. ເຖິງແມ່ນວ່າພວກເຂົາຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມປະເພດນີ້ ແລະ ພວກເຂົາສາມາດຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ, ບໍ່ວ່າຈະເປັນໄລຍະເວລາສັ້ນ ຫຼື ຍາວນານກໍຕາມ, ຜົນຈາກສະຕິຮູ້ສຶກຜິດຊອບ, ຄວາມຊື່ສັດ, ເຫດຜົນ ແລະ ອື່ນໆໃນລັກສະນະຂອງພວກເຂົາກໍປ້ອງກັນບໍ່ໃຫ້ອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາຄອບງຳພຶດຕິກຳຂອງພວກເຂົາ ຫຼື ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຈິງ. ຜົນສຸດທ້າຍແມ່ນຫຍັງ? ພວກເຂົາສາມາດສາລະພາບຄວາມບາບຂອງພວກເຂົາ, ກັບໃຈ, ກະທຳຕາມຫຼັກການຄວາມຈິງ, ອ່ອນນ້ອມຕໍ່ຄວາມຈິງ ແລະ ຍອມຮັບການຈັດວາງຂອງພຣະເຈົ້າ, ທັງໝົດນີ້ໂດຍປາສະຈາກຄຳຈົ່ມວ່າ. ເຖິງແມ່ນວ່າຈະເປີດເຜີຍອຸປະນິໄສທີ່ໂຫດຮ້າຍ, ແຕ່ຜົນສຸດທ້າຍກໍຄື ພວກເຂົາບໍ່ໄດ້ກະບົດຕໍ່ພຣະເຈົ້າ ຫຼື ຄັດຄ້ານອຳນາດສູງສຸດຂອງພຣະເຈົ້າ, ພວກເຂົາອ່ອນນ້ອມ. ນີ້ຄືການສະແດງອອກຂອງຄົນທີ່ເສື່ອມຊາມທຳມະດາ. ຄົນແບບນັ້ນພຽງແຕ່ມີອຸປະນິໄສທີ່ເສື່ອມຊາມ; ພວກເຂົາບໍ່ມີອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ສິ່ງນີ້ແມ່ນຖືກຕ້ອງ.

ເອົາອຸປະນິໄສທີ່ຊົ່ວຊ້າມາເປັນຕົວຢ່າງ: ອຸປະນິໄສທີ່ຊົ່ວຊ້າທີ່ສຸດທີ່ຜູ້ຄົນເປີດເຜີຍຕໍ່ໜ້າພຣະເຈົ້າແມ່ນຫຍັງ? ມັນຄືການລອງໃຈພຣະເຈົ້າ. ບາງຄົນກັງວົນວ່າພວກເຂົາອາດຈະບໍ່ມີຈຸດໝາຍປາຍທາງທີ່ດີ ແລະ ຈຸດຈົບຂອງພວກເຂົາອາດຈະບໍ່ໄດ້ຮັບການຮັບປະກັນ ເພາະວ່າພວກເຂົາຫຼົງທາງ, ເຮັດຄວາມຊົ່ວບາງຢ່າງ ແລະ ກະທຳຜິດຫຼາຍຢ່າງຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ. ພວກເຂົາກັງວົນວ່າພວກເຂົາຈະລົງໄປນະຮົກ ແລະ ຢ້ານກົວຢູ່ຕະຫຼອດເວລາກ່ຽວກັບຈຸດຈົບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ພວກເຂົາກັງວົນຢູ່ຕະຫຼອດເວລາ ແລະ ພວກເຂົາມັກຈະໄຕ່ຕອງຢູ່ສະເໝີວ່າ “ຈຸດຈົບ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງຂ້ອຍຈະດີ ຫຼື ບໍ່ດີ? ຂ້ອຍຈະລົງໄປນະຮົກ ຫຼື ຂຶ້ນໄປສະຫວັນ? ຂ້ອຍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ ຫຼື ເປັນຜູ້ຮັບໃຊ້? ຂ້ອຍຈະພິນາດ ຫຼື ຖືກຊ່ວຍໃຫ້ລອດພົ້ນ? ຂ້ອຍຈຳເປັນຕ້ອງຊອກຫາວ່າພຣະທຳຂໍ້ໃດຂອງພຣະເຈົ້າທີ່ກ່າວເຖິງເລື່ອງນີ້”. ພວກເຂົາເຫັນວ່າພຣະທຳຂອງພຣະເຈົ້າລ້ວນແຕ່ເປັນຄວາມຈິງ ແລະ ພຣະທຳເຫຼົ່ານັ້ນລ້ວນແຕ່ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ພວກເຂົາບໍ່ພົບຄຳຕອບທີ່ພວກເຂົາສະແຫວງຫາ, ສະນັ້ນ ພວກເຂົາຈຶ່ງໄຕ່ຕອງຢ່າງຕໍ່ເນື່ອງວ່າຈະໄປສອບຖາມຢູ່ບ່ອນໃດອີກ. ຕໍ່ມາ, ເມື່ອພວກເຂົາພົບໂອກາດທີ່ຈະໄດ້ຮັບການເລື່ອນຕຳແໜ່ງ ແລະ ໄດ້ຮັບບົດບາດສຳຄັນ, ພວກເຂົາກໍຕ້ອງການຢັ່ງສຽງເບື້ອງເທິງ ໂດຍຄິດວ່າ: “ເບື້ອງເທິງມີຄວາມຄິດເຫັນແນວໃດກ່ຽວກັບຕົວຂ້ອຍ? ຖ້າຄວາມຄິດເຫັນຂອງພວກເຂົາເປັນໄປໃນທາງທີ່ດີ, ມັນກໍພິສູດວ່າພຣະເຈົ້າບໍ່ໄດ້ຈື່ຈຳຄວາມຊົ່ວທີ່ຂ້ອຍເຄີຍເຮັດໃນອະດີດ ແລະ ການກະທຳຜິດທີ່ຂ້ອຍເຄີຍກະທຳ. ມັນພິສູດວ່າພຣະເຈົ້າຍັງຈະຊ່ວຍໃຫ້ຂ້ອຍລອດພົ້ນ, ຂ້ອຍຍັງມີຄວາມຫວັງຢູ່”. ຈາກນັ້ນ, ໂດຍເຮັດຕາມຄວາມຄິດຂອງພວກເຂົາ, ພວກເຂົາກໍເວົ້າອອກມາໂດຍກົງວ່າ “ໃນບ່ອນທີ່ພວກເຮົາຢູ່, ອ້າຍເອື້ອຍນ້ອງສ່ວນໃຫຍ່ບໍ່ຄ່ອຍມີທັກສະໃນວິຊາຊີບຂອງພວກເຂົາ ແລະ ພວກເຂົາເຊື່ອໃນພຣະເຈົ້າໄດ້ພຽງໄລຍະເວລາສັ້ນໆເທົ່ານັ້ນ. ຂ້ານ້ອຍເຊື່ອໃນພຣະເຈົ້າມາດົນທີ່ສຸດ. ຂ້ານ້ອຍເຄີຍສະດຸດ ແລະ ຫຼົ້ມເຫຼວ, ຂ້ານ້ອຍມີປະສົບການບາງຢ່າງ ແລະ ໄດ້ຮຽນຮູ້ບົດຮຽນບາງຢ່າງ. ຖ້າໄດ້ຮັບໂອກາດ, ຂ້ານ້ອຍເຕັມໃຈທີ່ຈະແບກຮັບພາລະທີ່ໜັກໜ່ວງ ແລະ ຄໍານຶງເຖິງເຈດຕະນາຂອງພຣະເຈົ້າ”. ພວກເຂົາໃຊ້ຄຳເວົ້າເຫຼົ່ານີ້ເປັນການລອງໃຈເພື່ອເບິ່ງວ່າເບື້ອງເທິງມີເຈດຕະນາທີ່ຈະສົ່ງເສີມພວກເຂົາ ຫຼື ໄດ້ປະຖິ້ມພວກເຂົາແລ້ວ. ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ໄດ້ຕ້ອງການຮັບເອົາຄວາມຮັບຜິດຊອບ ຫຼື ພາລະນີ້ຢ່າງແທ້ຈິງ; ຈຸດປະສົງຂອງພວກເຂົາໃນການເວົ້າຄຳເຫຼົ່ານີ້ແມ່ນພຽງແຕ່ເພື່ອຢັ່ງເຊີງ ແລະ ເບິ່ງວ່າພວກເຂົາຍັງມີຄວາມຫວັງທີ່ຈະຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່. ນີ້ຄືການລອງໃຈ. ອຸປະນິໄສທີ່ຢູ່ເບື້ອງຫຼັງວິທີການລອງໃຈນີ້ແມ່ນຫຍັງ? ມັນຄືອຸປະນິໄສທີ່ຊົ່ວຊ້າ. ບໍ່ວ່າວິທີການນີ້ຈະຖືກເປີດເຜີຍອອກມາດົນປານໃດ, ພວກເຂົາເຮັດມັນແນວໃດ ຫຼື ມັນຖືກນຳໄປປະຕິບັດຫຼາຍສໍ່າໃດກໍຕາມ, ໃນທຸກກໍລະນີ, ອຸປະນິໄສທີ່ພວກເຂົາເປີດເຜີຍອອກມານັ້ນຊົ່ວຊ້າຢ່າງແນ່ນອນ ເພາະວ່າພວກເຂົາມີຄວາມຄິດ, ຄວາມລັງເລໃຈ ແລະ ຄວາມວິຕົກກັງວົນຫຼາຍຢ່າງໃນລະຫວ່າງຂະບວນການເຮັດສິ່ງນັ້ນ. ເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ຊົ່ວຊ້ານີ້ອອກມາ, ພວກເຂົາເຮັດຫຍັງທີ່ສະແດງໃຫ້ເຫັນວ່າພວກເຂົາເປັນຄົນທີ່ມີຄວາມເປັນມະນຸດ ແລະ ເປັນຄົນທີ່ສາມາດປະຕິບັດຄວາມຈິງໄດ້ ແລະ ຢືນຢັນວ່າພວກເຂົາ ພຽງແຕ່ມີອຸປະນິໄສທີ່ເສື່ອມຊາມນີ້ ແລະ ບໍ່ມີແກ່ນແທ້ທີ່ຊົ່ວຊ້າ? ຫຼັງຈາກທີ່ເຮັດ ແລະ ເວົ້າສິ່ງດັ່ງກ່າວແລ້ວ, ຜູ້ທີ່ມີສະຕິຮູ້ສຶກຜິດຊອບ, ຄວາມສຳນຶກ, ຄວາມຊື່ສັດ ແລະ ກຽດສັກສີຈະຮູ້ສຶກບໍ່ສະບາຍໃຈ ແລະ ເຈັບປວດໃນໃຈຂອງພວກເຂົາ. ພວກເຂົາຖືກທໍລະມານ ໂດຍຄິດວ່າ “ຂ້ອຍເຊື່ອໃນພຣະເຈົ້າມາດົນຫຼາຍປີແລ້ວ; ຂ້ອຍຈະລອງໃຈພຣະເຈົ້າໄດ້ແນວໃດ? ຂ້ອຍຍັງໝົກໝຸ້ນຢູ່ກັບຈຸດໝາຍປາຍທາງຂອງຂ້ອຍເອງ ແລະ ໃຊ້ວິທີການດັ່ງກ່າວເພື່ອຫຼອກເອົາບາງສິ່ງຈາກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າໃຫ້ຄຳຕອບທີ່ຊັດເຈນແກ່ຂ້ອຍໄດ້ແນວໃດ? ສິ່ງນີ້ຕ່ຳຊ້າເກີນໄປ!” ພວກເຂົາຮູ້ສຶກບໍ່ສະບາຍໃຈໃນໃຈຂອງພວກເຂົາ ແຕ່ການກະທຳກໍເກີດຂຶ້ນແລ້ວ ແລະ ຄຳເວົ້າກໍຖືກເວົ້າອອກໄປແລ້ວ ເຊິ່ງພວກມັນບໍ່ສາມາດເອົາຄືນມາໄດ້. ຈາກນັ້ນ ພວກເຂົາກໍເຂົ້າໃຈວ່າ “ເຖິງແມ່ນວ່າຂ້ອຍອາດຈະມີເຈດຕະນາດີເລັກໜ້ອຍ ແລະ ມີຄວາມຮູ້ສຶກຍຸຕິທຳ, ຂ້ອຍກໍຍັງສາມາດເຮັດສິ່ງທີ່ຕ່ຳຊ້າແບບນີ້ໄດ້; ສິ່ງເຫຼົ່ານີ້ຄືການກະທຳຂອງຄົນຕ່ຳຊ້າ! ນີ້ບໍ່ແມ່ນການພະຍາຍາມທີ່ຈະລອງໃຈພຣະເຈົ້າບໍ? ມັນບໍ່ແມ່ນການບີບບັງຄັບພຣະເຈົ້າບໍ? ສິ່ງນີ້ຕ່ຳຊ້າ ແລະ ໜ້າດ້ານຢ່າງແທ້ຈິງ!” ໃນສະຖານະການດັ່ງກ່າວ, ການກະທຳທີ່ສົມເຫດສົມຜົນແມ່ນຫຍັງ? ມັນຄືການມາຢູ່ຕໍ່ໜ້າພຣະເຈົ້າໃນການອະທິຖານ, ສາລະພາບຄວາມບາບຂອງຕົນ ຫຼື ມັນຄືການຍຶດໝັ້ນຢ່າງດື້ດ້ານກັບວິທີການຂອງຕົນເອງ? (ອະທິຖານ ແລະ ສາລະພາບ.) ສະນັ້ນ, ຕະຫຼອດຂະບວນການທັງໝົດ, ຕັ້ງແຕ່ຕອນທີ່ພວກເຂົາເກີດມີຄວາມຄິດຈົນເຖິງຈຸດທີ່ລົງມືປະຕິບັດ ແລະ ຕໍ່ໄປຈົນເຖິງການອະທິຖານ ແລະ ການສາລະພາບຂອງພວກເຂົາ, ຂັ້ນຕອນໃດຄືການເປີດເຜີຍອຸປະນິໄສທີ່ເສື່ອມຊາມຕາມປົກກະຕິ, ຂັ້ນຕອນໃດຄືສະຕິຮູ້ສຶກຜິດຊອບອອກລິດ ແລະ ຂັ້ນຕອນໃດຄືຄວາມຈິງຖືກນຳໄປປະຕິບັດ? ຂັ້ນຕອນຕັ້ງແຕ່ການເກີດຄວາມຄິດຈົນເຖິງການລົງມືປະຕິບັດແມ່ນຖືກຄວບຄຸມໂດຍອຸປະນິໄສທີ່ຊົ່ວຊ້າ. ສະນັ້ນ, ຂັ້ນຕອນຂອງການໄຕ່ຕອງບໍ່ໄດ້ຖືກຄວບຄຸມໂດຍຜົນຈາກສະຕິຮູ້ສຶກຜິດຊອບຂອງພວກເຂົາບໍ? ພວກເຂົາເລີ່ມກວດສອບຕົນເອງ, ຮູ້ສຶກວ່າສິ່ງທີ່ພວກເຂົາເຮັດນັ້ນຜິດ, ສິ່ງນີ້ຖືກຄວບຄຸມໂດຍຜົນຈາກສະຕິຮູ້ສຶກຜິດຊອບຂອງພວກເຂົາ. ຫຼັງຈາກນີ້ຄືການອະທິຖານ ແລະ ການສາລະພາບ ເຊິ່ງກໍຖືກຄວບຄຸມໂດຍຜົນຈາກຄວາມຊື່ສັດ, ສະຕິຮູ້ສຶກຜິດຊອບ ແລະ ລັກສະນະຂອງພວກເຂົາເຊັ່ນກັນ; ພວກເຂົາສາມາດຮູ້ສຶກຜິດ, ກັບໃຈ ແລະ ຮູ້ສຶກຕິດໜີ້ບຸນຄຸນພຣະເຈົ້າ ແລະ ພວກເຂົາຍັງສາມາດໄຕ່ຕອງ ແລະ ເຂົ້າໃຈຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ແລະ ກ້າວໄປເຖິງຈຸດທີ່ພວກເຂົາສາມາດປະຕິບັດຄວາມຈິງໄດ້. ເລື່ອງນີ້ບໍ່ໄດ້ມີສາມຂັ້ນຕອນບໍ? ຕັ້ງແຕ່ການເປີດເຜີຍອຸປະນິໄສທີ່ເສື່ອມຊາມໄປຈົນເຖິງຜົນຈາກສະຕິຮູ້ສຶກຜິດຊອບຂອງພວກເຂົາ ແລະ ຈາກນັ້ນກໍໄປເຖິງຄວາມສາມາດໃນການປ່ອຍວາງຄວາມຊົ່ວທີ່ພວກເຂົາກຳລັງເຮັດ, ກັບໃຈ, ປ່ອຍວາງຄວາມປາຖະໜາ ແລະ ຄວາມຄິດຂອງເນື້ອໜັງຂອງພວກເຂົາເອງ, ກະບົດຕໍ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ປະຕິບັດຄວາມຈິງ, ສາມຂັ້ນຕອນນີ້ຄືສິ່ງທີ່ຄົນທຳມະດາທີ່ມີຄວາມເປັນມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຄວນບັນລຸ. ຍ້ອນການຮັບຮູ້ຂອງສະຕິຮູ້ສຶກຜິດຊອບຂອງພວກເຂົາ ແລະ ຄວາມເປັນມະນຸດທີ່ຂ້ອນຂ້າງດີຂອງພວກເຂົາ, ຄົນເຫຼົ່ານີ້ຈຶ່ງສາມາດປະຕິບັດຄວາມຈິງໄດ້. ການທີ່ສາມາດປະຕິບັດຄວາມຈິງໄດ້ບົ່ງບອກວ່າຄົນແບບນີ້ມີຄວາມຫວັງສຳລັບຄວາມລອດພົ້ນ. ເວົ້າອີກຢ່າງໜຶ່ງກໍຄື ຄວາມເປັນໄປໄດ້ຂອງຄວາມລອດພົ້ນແມ່ນຂ້ອນຂ້າງສູງສຳລັບຜູ້ທີ່ມີຄວາມເປັນມະນຸດທີ່ດີ.

ສິ່ງໃດທີ່ແຍກແຍະຜູ້ຕໍ່ຕ້ານພຣະຄຣິສອອກຈາກຜູ້ທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ? ໃນຂັ້ນຕອນທຳອິດ, ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເປີດເຜີຍນັ້ນໂດຍພື້ນຖານແລ້ວແມ່ນຄືກັນກັບການເປີດເຜີຍຂອງມະນຸດທີ່ເສື່ອມຊາມຄົນໃດກໍຕາມເມື່ອເບິ່ງຈາກພາຍນອກ, ແຕ່ສອງຂັ້ນຕອນຕໍ່ມານັ້ນແຕກຕ່າງກັນ. ຕົວຢ່າງ: ເມື່ອຄົນໃດໜຶ່ງເປີດເຜີຍອຸປະນິໄສເສື່ອມຊາມທີ່ໂຫດຮ້າຍໃນຂະນະທີ່ຖືກລິຮານ, ຂັ້ນຕອນຕໍ່ໄປຮຽກຮ້ອງໃຫ້ສະຕິຮູ້ສຶກຜິດຊອບຂອງພວກເຂົາເກີດຜົນ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ມີສະຕິຮູ້ສຶກຜິດຊອບ, ສະນັ້ນ ພວກເຂົາຈະຄິດແນວໃດ? ພວກເຂົາຈະມີການສະແດງອອກແນວໃດ? ພວກເຂົາຈະຈົ່ມວ່າພຣະເຈົ້າບໍ່ຍຸຕິທຳ ໂດຍອ້າງວ່າພຣະເຈົ້າພະຍາຍາມຈັບຜິດພວກເຂົາ ແລະ ສ້າງຄວາມຫຍຸ້ງຍາກ ແລະ ບັນຫາໃຫ້ພວກເຂົາໃນທຸກໆດ້ານ. ຫຼັງຈາກນີ້, ພວກເຂົາຈະຍັງຄົງບໍ່ຍອມກັບໃຈຢ່າງເດັດຂາດ, ປະຕິເສດທີ່ຈະຍອມຮັບແມ່ນແຕ່ຄວາມຜິດພາດທີ່ຊັດເຈນທີ່ສຸດ ຫຼື ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ບໍ່ເຄີຍຍອມຮັບຄວາມຜິດພາດຂອງພວກເຂົາເອງ ແລະ ເຖິງກັບຍົກລະດັບສິ່ງຕ່າງໆຂຶ້ນ ແລະ ພະຍາຍາມທຸກວິທີທາງເພື່ອສືບຕໍ່ການກະທຳຂອງພວກເຂົາຢ່າງລັບໆ. ເມື່ອຕັດສິນຈາກອຸປະນິໄສທີ່ເສື່ອມຊາມທີ່ຜູ້ຕໍ່ຕ້ານພຣະຄຣິສໄດ້ເປີດເຜີຍອອກມາ, ລັກສະນະຂອງພວກເຂົາເປັນແນວໃດ? ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ, ພວກເຂົາບໍ່ຮູ້ຈັກກວດສອບຕົນເອງ ແລະ ພວກເຂົາເປີດເຜີຍຄວາມໂຫດຮ້າຍ, ຄວາມປະສົງຮ້າຍ, ການໂຈມຕີ ແລະ ການແກ້ແຄ້ນ. ພວກເຂົາສ້າງຄຳຕົວະເພື່ອປົກປິດຂໍ້ເທັດຈິງ ໂດຍໂຍນຄວາມຮັບຜິດຊອບໄປໃຫ້ຄົນອື່ນ; ພວກເຂົາສ້າງແຜນການເພື່ອວາງກັບດັກຄົນອື່ນ ໂດຍປິດບັງຄວາມຈິງຈາກອ້າຍເອື້ອຍນ້ອງ ແລະ ພວກເຂົາປົກປ້ອງຢ່າງແຂງຂັນ ແລະ ໃຫ້ຂໍ້ອ້າງສຳລັບຕົນເອງ ໂດຍເຜີຍແຜ່ຂໍ້ໂຕ້ແຍ້ງຂອງພວກເຂົາໄປທົ່ວທຸກແຫ່ງ. ນີ້ຄືການສືບຕໍ່ຂອງອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາ. ພວກເຂົາບໍ່ພຽງແຕ່ຂາດການຮັບຮູ້ຂອງສະຕິຮູ້ສຶກຜິດຊອບ ແລະ ລົ້ມເຫຼວທີ່ຈະກວດສອບ, ໄຕ່ຕອງ ແລະ ເຂົ້າໃຈຕົນເອງເທົ່ານັ້ນ ແຕ່ພວກເຂົາຍັງຍົກລະດັບສິ່ງຕ່າງໆຂຶ້ນ ແລະ ສືບຕໍ່ເປີດເຜີຍອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາ, ຮ້ອງໂວຍວາຍຕໍ່ຕ້ານເຮືອນຂອງພຣະເຈົ້າ, ຮ້ອງໂວຍວາຍຕໍ່ຕ້ານ ແລະ ຄັດຄ້ານອ້າຍເອື້ອຍນ້ອງ ແລະ ທີ່ຮ້າຍແຮງໄປກວ່ານັ້ນກໍຄື ການຕໍ່ຕ້ານພຣະເຈົ້າ. ຫຼັງຈາກເວລາຜ່ານໄປໄລຍະໜຶ່ງເມື່ອສະຖານະການສະຫງົບລົງ, ພວກເຂົາຈະກັບໃຈ ແລະ ສາລະພາບຄວາມບາບຂອງພວກເຂົາບໍ? ເຖິງແມ່ນວ່າເຫດການຈະຜ່ານໄປແລ້ວ, ຂໍ້ເທັດຈິງໄດ້ຖືກເປີດເຜີຍແລ້ວ, ຄວາມຮັບຜິດຊອບເປັນທີ່ຮູ້ກັນຢ່າງກວ້າງຂວາງວ່າເປັນຂອງພວກເຂົາ ແລະ ພວກເຂົາຄວນແບກຮັບຄວາມຮັບຜິດຊອບນີ້, ພວກເຂົາສາມາດຍອມຮັບມັນໄດ້ບໍ? ພວກເຂົາສາມາດຮູ້ສຶກຜິດ ຫຼື ຮູ້ສຶກຕິດໜີ້ບຸນຄຸນໄດ້ບໍ? (ບໍ່.) ພວກເຂົາຍັງຄົງຍຶດໝັ້ນໃນການຕໍ່ຕ້ານຂອງພວກເຂົາ ໂດຍຄິດວ່າ: “ເຖິງແນວໃດກໍຕາມ ຂ້ອຍບໍ່ເຄີຍເຮັດຜິດ ແຕ່ເຖິງແມ່ນວ່າຂ້ອຍຈະເຮັດຜິດ, ຂ້ອຍກໍມີເຈດຕະນາດີ; ເຖິງແມ່ນວ່າຂ້ອຍຈະເຮັດຜິດ, ຂ້ອຍກໍບໍ່ສາມາດຖືກຕຳນິສຳລັບເລື່ອງນີ້ພຽງຄົນດຽວ. ເປັນຫຍັງພວກເຈົ້າຈຶ່ງບໍ່ຕຳນິຄົນອື່ນແດ່, ເປັນຫຍັງຈຶ່ງແນເປົ້າມາທີ່ຂ້ອຍ? ຂ້ອຍເຮັດຜິດຢູ່ບ່ອນໃດ? ຂ້ອຍບໍ່ໄດ້ຕັ້ງໃຈເຮັດຫຍັງຜິດ. ພວກເຈົ້າທຸກຄົນກໍເຄີຍເຮັດຜິດພາດ ສະນັ້ນ ເປັນຫຍັງພວກເຈົ້າຈຶ່ງບໍ່ຮັບຜິດຊອບຕົນເອງ? ຍິ່ງໄປກວ່ານັ້ນ, ໃຜແດ່ທີ່ສາມາດດຳເນີນຊີວິດໄປໄດ້ໂດຍບໍ່ເຄີຍເຮັດຜິດພາດແດ່?” ພວກເຂົາກັບໃຈບໍ? ພວກເຂົາຮູ້ສຶກຕິດໜີ້ບຸນຄຸນບໍ? ພວກເຂົາບໍ່ຮູ້ສຶກຕິດໜີ້ບຸນຄຸນ ແລະ ພວກເຂົາກໍບໍ່ໄດ້ກັບໃຈ. ບາງຄົນເຖິງກັບເວົ້າວ່າ: “ຂ້ອຍໄດ້ຈ່າຍລາຄາທີ່ສູງຫຼາຍ, ເປັນຫຍັງພວກເຈົ້າຈຶ່ງບໍ່ມີໃຜສັງເກດເຫັນ? ເປັນຫຍັງຈຶ່ງບໍ່ມີໃຜຍ້ອງຍໍຂ້ອຍ? ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮັບລາງວັນ? ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນ, ພວກເຈົ້າກໍມັກຈະຕຳນິຂ້ອຍ ແລະ ຈັບຜິດຂ້ອຍສະເໝີ. ພວກເຈົ້າພຽງແຕ່ກຳລັງຊອກຫາຈຸດອ່ອນເພື່ອໃຊ້ຕໍ່ຕ້ານຂ້ອຍແມ່ນບໍ?” ນີ້ຄືຫຼັກຄວາມຄິດ ແລະ ສະພາວະຂອງພວກເຂົາ. ເຫັນໄດ້ຊັດເຈນວ່າ ນີ້ຄືອຸປະນິໄສທີ່ໂຫດຮ້າຍ, ພວກເຂົາບໍ່ຍອມກັບໃຈຢ່າງເດັດຂາດ, ພວກເຂົາປະຕິເສດທີ່ຈະຍອມຮັບຄວາມຈິງເມື່ອພວກມັນຖືກວາງໄວ້ຕໍ່ໜ້າພວກເຂົາ ແລະ ພວກເຂົາກໍຍັງຄົງຕໍ່ຕ້ານຢ່າງຕໍ່ເນື່ອງ. ເຖິງແມ່ນວ່າພວກເຂົາອາດຈະບໍ່ດ່າໃຜອອກມາສຽງດັງ ແຕ່ໃນໃຈແລ້ວພວກເຂົາອາດຈະເຮັດເຊັ່ນນັ້ນມານັບຄັ້ງບໍ່ຖ້ວນ, ໂດຍດ່າຜູ້ນຳວ່າຕາບອດ ແລະ ດ່າອ້າຍເອື້ອຍນ້ອງວ່າບໍ່ແມ່ນຄົນດີ ແລະ ປະຈົບປະແຈງພວກເຂົາເມື່ອພວກເຂົາມີສະຖານະ ແຕ່ບໍ່ສົນໃຈພວກເຂົາ ຫຼື ໂອ້ລົມກັບພວກເຂົາ ຫຼື ແມ່ນແຕ່ຍິ້ມໃຫ້ພວກເຂົາໃນຕອນນີ້ທີ່ພວກເຂົາສູນເສຍສະຖານະຂອງພວກເຂົາໄປແລ້ວ. ພວກເຂົາເຖິງກັບສາບແຊ່ງພຣະເຈົ້າໃນໃຈຂອງພວກເຂົາ ແລະ ວິພາກວິຈານພຣະເຈົ້າ ໂດຍກ່າວວ່າພຣະອົງບໍ່ຊອບທຳ. ຕັ້ງແຕ່ຕົ້ນຈົນຈົບ, ອຸປະນິໄສທີ່ພວກເຂົາເປີດເຜີຍອອກມານັ້ນໂຫດຮ້າຍ, ໂດຍປາສະຈາກຜົນກະທົບຂອງສະຕິຮູ້ສຶກຜິດຊອບແມ່ນແຕ່ໜ້ອຍດຽວ ແລະ ປາສະຈາກຮ່ອງຮອຍຂອງຄວາມຮູ້ສຶກຜິດ ຫຼື ການກັບໃຈໃດໆ. ແນ່ນອນວ່າພວກເຂົາ ບໍ່ມີເຈດຕະນາທີ່ຈະຫັນຫຼັງກັບ, ສະແຫວງຫາຫຼັກການຄວາມຈິງ, ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສາລະພາບຄວາມບາບ ແລະ ກັບໃຈ ຫຼື ອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ. ກົງກັນຂ້າມ, ພວກເຂົາຍັງຄົງໂຕ້ຖຽງ, ຕໍ່ຕ້ານ ແລະ ຈົ່ມວ່າຢ່າງຕໍ່ເນື່ອງ. ທັງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ສາມາດກັບໃຈໄດ້ລ້ວນແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມຄືກັນ ແຕ່ມັນບໍ່ມີຄວາມແຕກຕ່າງໃນທຳມະຊາດຂອງການເປີດເຜີຍເຫຼົ່ານີ້ບໍ? ກຸ່ມໃດໃນກຸ່ມເຫຼົ່ານີ້ທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ກຸ່ມໃດທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ? (ຜູ້ທີ່ບໍ່ຍອມກັບໃຈມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.) ຜູ້ທີ່ສາມາດກັບໃຈໄດ້ແມ່ນໃຜ? ພວກເຂົາຄືມະນຸດທີ່ເສື່ອມຊາມທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແຕ່ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ. ຜູ້ທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຜູ້ຕໍ່ຕ້ານພຣະຄຣິສ, ໃນຂະນະທີ່ຜູ້ທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນມະນຸດທີ່ເສື່ອມຊາມທຳມະດາ. ລະຫວ່າງສອງກຸ່ມນີ້, ກຸ່ມໃດທີ່ປະກອບດ້ວຍຄົນຊົ່ວຮ້າຍ? (ຜູ້ທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ.) ພວກເຈົ້າສາມາດແຍກແຍະສິ່ງນີ້ໄດ້, ແມ່ນບໍ? ມັນຂຶ້ນຢູ່ກັບວ່າກຸ່ມໃດທີ່ບໍ່ສະແດງຮ່ອງຮອຍຂອງສະຕິຮູ້ສຶກຜິດຊອບທີ່ກ່າວໂທດພວກເຂົາ, ຍັງຄົງໂຕ້ຖຽງໂດຍບໍ່ຫັນຫຼັງກັບ ຫຼື ໄຕ່ຕອງ ແລະ ຕັດສິນຢ່າງບໍ່ມີຢາງອາຍ ແລະ ເຜີຍແຜ່ຂໍ້ໂຕ້ແຍ້ງຂອງພວກເຂົາ ເມື່ອພວກເຂົາເຮັດບາງສິ່ງທີ່ຜິດພາດ ແລະ ປະເຊີນກັບສະຖານະການຕ່າງໆເຊັ່ນ: ການຖືກລິຮານ, ການຖືກປົດອອກ ຫຼື ການຖືກລົງວິໄນ ແລະ ອື່ນໆ. ຖ້າບໍ່ມີໃຜມາຢັບຢັ້ງພວກເຂົາ, ພວກເຂົາຈະຢຸດການກະທຳຂອງພວກເຂົາບໍ? ບໍ່. ຫົວໃຈຂອງພວກເຂົາຈະເຕັມໄປດ້ວຍຄວາມເປັນລົບ ແລະ ການຕໍ່ຕ້ານ ແລະ ພວກເຂົາຈະເວົ້າວ່າ “ເນື່ອງຈາກຜູ້ຄົນປະຕິບັດຕໍ່ຂ້ອຍຢ່າງບໍ່ຍຸຕິທຳ ແລະ ພຣະເຈົ້າກໍບໍ່ໄດ້ສະແດງຄວາມກາລຸນຕໍ່ຂ້ອຍ ຫຼື ເຮັດເພື່ອຂ້ອຍ, ຂ້ອຍກໍຈະພຽງແຕ່ເຮັດແບບພໍແລ້ວມືແລ້ວຕີນເມື່ອຂ້ອຍປະຕິບັດໜ້າທີ່ຂອງຂ້ອຍໃນອະນາຄົດ. ເຖິງແມ່ນວ່າຂ້ອຍຈະປະຕິບັດໜ້າທີ່ຂອງຂ້ອຍໄດ້ດີ, ຂ້ອຍກໍຈະບໍ່ໄດ້ຮັບລາງວັນ, ຈະບໍ່ມີໃຜຍ້ອງຍໍຂ້ອຍ ແລະ ຂ້ອຍກໍຍັງຈະຖືກລິຮານ, ສະນັ້ນ ຂ້ອຍກໍຈະພຽງແຕ່ເຮັດມັນແບບພໍແລ້ວມືແລ້ວຕີນ. ຢ່າຄິດແມ່ນແຕ່ຈະຂໍໃຫ້ຂ້ອຍຈັດການເລື່ອງຕ່າງໆຕາມຫຼັກການ, ຫຼື ປຶກສາຫາລື ແລະ ຮ່ວມມືກັບຄົນອື່ນໃນວຽກງານຂອງຂ້ອຍ, ຫຼື ສະແຫວງຫາຄວາມຈິງ! ຂ້ອຍຈະຍັງຄົງເສີຍເມີຍ. ຖ້າເຈົ້າຂໍໃຫ້ຂ້ອຍເຮັດບາງສິ່ງ, ຂ້ອຍກໍຈະເຮັດ; ຖ້າເຈົ້າບໍ່ຂໍໃຫ້ຂ້ອຍເຮັດບາງສິ່ງ, ຂ້ອຍກໍຈະໜີໄປ. ພວກເຈົ້າຢາກເຮັດແນວໃດກໍເຮັດໄປ; ຂ້ອຍກໍຈະເປັນໃນແບບທີ່ຂ້ອຍເປັນ. ຢ່າຮຽກຮ້ອງຈາກຂ້ອຍຫຼາຍເກີນໄປ; ຖ້າຂໍ້ກຳນົດຂອງພວກເຈົ້າສູງ, ຂ້ອຍກໍຈະບໍ່ສົນໃຈ”. ນີ້ບໍ່ແມ່ນການສືບຕໍ່ຂອງອຸປະນິໄສທີ່ໂຫດຮ້າຍບໍ? ຄົນແບບນີ້ສາມາດກັບໃຈໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດກັບໃຈໄດ້.) ນີ້ຄືການສະແດງອອກຂອງຜູ້ທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ມັນກໍຄືກັນເມື່ອຜູ້ຕໍ່ຕ້ານພຣະຄຣິສເປີດເຜີຍອຸປະນິໄສທີ່ຊົ່ວຊ້າ, ພວກເຂົາກໍບໍ່ເຄີຍໄຕ່ຕອງເຊັ່ນກັນ ເພາະວ່າພວກເຂົາຂາດສະຕິຮູ້ສຶກຜິດຊອບ. ບໍ່ວ່າພວກເຂົາຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມໃດກໍຕາມ ຫຼື ມີເຈດຕະນາ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານໃດກໍຕາມເມື່ອມີສິ່ງໃດເກີດຂຶ້ນກັບພວກເຂົາ, ພວກເຂົາກໍບໍ່ເຄີຍຖືກຢັບຢັ້ງໂດຍສະຕິຮູ້ສຶກຜິດຊອບຂອງພວກເຂົາເລີຍ. ສະນັ້ນ, ເມື່ອເວລາເໝາະສົມ ແລະ ເອື້ອຳນວຍໃຫ້ແກ່ພວກເຂົາ, ພວກເຂົາກໍເຮັດຕາມທີ່ພວກເຂົາຕ້ອງການ. ບໍ່ວ່າຜົນໄດ້ຮັບຈາກການກະທຳຂອງພວກເຂົາຈະເປັນແນວໃດກໍຕາມ, ພວກເຂົາກໍບໍ່ຫັນຫຼັງກັບ ແລະ ພວກເຂົາຍັງຄົງຍຶດໝັ້ນໃນມຸມມອງຂອງພວກເຂົາ ແລະ ຮັກສາຄວາມທະເຍີທະຍານ, ຄວາມປາຖະໜາ ແລະ ເຈດຕະນາຂອງພວກເຂົາໄວ້ ພ້ອມທັງວິທີການ ແລະ ແນວທາງທີ່ພວກເຂົາເຄີຍເຮັດສິ່ງຕ່າງໆມາໂດຍຕະຫຼອດ ໂດຍປາສະຈາກການຕຳນິຕົນເອງໃດໆ. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ສຶກຕຳນິຕົນເອງ? ເພາະວ່າຄົນແບບນີ້ຂາດສະຕິຮູ້ສຶກຜິດຊອບ, ພວກເຂົາບໍ່ມີຄວາມຮູ້ສຶກເຖິງກຽດສັກສີ ແລະ ພວກເຂົາໜ້າດ້ານ; ພາຍໃນຄວາມເປັນມະນຸດທັງໝົດຂອງພວກເຂົາ, ບໍ່ມີສິ່ງໃດທີ່ສາມາດຢັບຢັ້ງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ ແລະ ບໍ່ມີສິ່ງໃດທີ່ພວກເຂົາສາມາດໃຊ້ເພື່ອປະເມີນວ່າອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍອອກມານັ້ນຖືກ ຫຼື ຜິດ. ສະນັ້ນ, ເມື່ອຄົນເຫຼົ່ານີ້ເປີດເຜີຍອຸປະນິໄສທີ່ຊົ່ວຊ້າອອກມາ, ບໍ່ວ່າຄົນອື່ນຈະເບິ່ງມັນແນວໃດ ຫຼື ຂະບວນການ ແລະ ຜົນໄດ້ຮັບອາດຈະເປັນແນວໃດກໍຕາມ, ຕັ້ງແຕ່ຕົ້ນຈົນຈົບ ພວກເຂົາບໍ່ຮູ້ສຶກຕຳນິຕົນເອງ, ບໍ່ມີຄວາມໂສກເສົ້າ, ບໍ່ມີຄວາມຮູ້ສຶກຜິດ, ບໍ່ມີຄວາມຮູ້ສຶກຕິດໜີ້ ແລະ ໃນໃຈຂອງພວກເຂົາ ແນ່ນອນວ່າພວກເຂົາບໍ່ຫັນຫຼັງກັບ. ຄົນເຫຼົ່ານີ້ຄືຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຕັດສິນຈາກສອງຕົວຢ່າງນີ້, ແມ່ນຫຍັງຄືຈຸດເດັ່ນທີ່ຊັດເຈນທີ່ສຸດຂອງຜູ້ຕໍ່ຕ້ານພຣະຄຣິສ? (ການຂາດສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກຂອງພວກເຂົາ.) ການຂາດສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກນີ້ນຳໄປສູ່ການສະແດງອອກປະເພດໃດ? ຜົນຂອງອຸປະນິໄສທີ່ພວກເຂົາເປີດເຜີຍອອກມາແມ່ນຫຍັງ? (ພວກເຂົາບໍ່ສາມາດໄຕ່ຕອງ ຫຼື ກັບໃຈໄດ້.) ຜູ້ທີ່ບໍ່ສາມາດໄຕ່ຕອງ ຫຼື ກັບໃຈສາມາດປະຕິບັດຄວາມຈິງໄດ້ບໍ? ບໍ່ມີທາງ!

ຄົນທີ່ມີພຽງແຕ່ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສໂດຍແກ່ນແທ້ໄດ້. ມີພຽງແຕ່ຜູ້ທີ່ມີແກ່ນແທ້ທຳມະຊາດ ຂອງຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ແນ່ນອນວ່າ ມີຄວາມແຕກຕ່າງໃນຄວາມເປັນມະນຸດຂອງທັງສອງ ແລະ ພາຍໃຕ້ການປົກຄອງຂອງຄວາມເປັນມະນຸດປະເພດຕ່າງໆ, ທັດສະນະຄະຕິທີ່ຄົນເຫຼົ່ານັ້ນມີຕໍ່ຄວາມຈິງກໍບໍ່ຄືກັນເຊັ່ນກັນ ແລະ ເມື່ອທັດສະນະຄະຕິທີ່ຜູ້ຄົນມີຕໍ່ຄວາມຈິງບໍ່ຄືກັນ, ເສັ້ນທາງທີ່ພວກເຂົາເລືອກກໍແຕກຕ່າງກັນ; ແລະ ເມື່ອເສັ້ນທາງທີ່ຜູ້ຄົນເລືອກແຕກຕ່າງກັນ, ຫຼັກການ ແລະ ຜົນສະທ້ອນທີ່ຕາມມາຈາກການກະທຳຂອງພວກເຂົາກໍມີຄວາມແຕກຕ່າງກັນເຊັ່ນກັນ. ເພາະວ່າຄົນທີ່ມີພຽງແຕ່ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສມີສະຕິຮູ້ສຶກຜິດຊອບທີ່ທຳງານ ແລະ ມີຄວາມສຳນຶກ ແລະ ຄວາມຮູ້ສຶກເຖິງກຽດສັກສີ ແລະ ເວົ້າໄດ້ວ່າຮັກຄວາມຈິງ, ເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອອກມາ, ກໍມີການຕຳນິເກີດຂຶ້ນໃນໃຈຂອງພວກເຂົາ. ໃນຊ່ວງເວລາດັ່ງກ່າວ, ພວກເຂົາສາມາດໄຕ່ຕອງກ່ຽວກັບຕົນເອງ ແລະ ຮູ້ຈັກຕົນເອງ ແລະ ພວກເຂົາສາມາດຍອມຮັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ການເປີດເຜີຍຄວາມເສື່ອມຊາມຂອງພວກເຂົາ, ຈຶ່ງສາມາດເຮັດໃຫ້ພວກເຂົາກະບົດຕໍ່ເນື້ອໜັງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ມາປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າໄດ້. ເຖິງຢ່າງໃດກໍຕາມ, ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ມັນບໍ່ເປັນແບບນີ້. ເພາະວ່າພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບທີ່ເຮັດວຽກ ຫຼື ການຮັບຮູ້ຂອງສະຕິຮູ້ສຶກຜິດຊອບ ແລະ ພວກເຂົາຍິ່ງບໍ່ມີຄວາມຮູ້ສຶກເຖິງກຽດສັກສີ, ເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອອກມາ, ພວກເຂົາບໍ່ໄດ້ວັດແທກຕາມພຣະທຳຂອງພຣະເຈົ້າວ່າການເປີດເຜີຍຂອງພວກເຂົານັ້ນຖືກ ຫຼື ຜິດ ຫຼື ວ່າສິ່ງນັ້ນເປັນອຸປະນິໄສທີ່ເສື່ອມຊາມ ຫຼື ຄວາມເປັນມະນຸດທີ່ປົກກະຕິ ຫຼື ວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່. ພວກເຂົາບໍ່ເຄີຍໄຕ່ຕອງກ່ຽວກັບສິ່ງເຫຼົ່ານີ້. ສະນັ້ນ, ພວກເຂົາປະພຶດຕົວແນວໃດ? ພວກເຂົາມັກຈະຢືນຢັນຢູ່ສະເໝີວ່າອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍອອກມາ ແລະ ເສັ້ນທາງທີ່ພວກເຂົາເລືອກນັ້ນເປັນສິ່ງທີ່ຖືກຕ້ອງ. ພວກເຂົາຄິດວ່າບໍ່ວ່າພວກເຂົາຈະເຮັດຫຍັງກໍຖືກຕ້ອງ, ບໍ່ວ່າພວກເຂົາຈະເວົ້າຫຍັງກໍຖືກຕ້ອງ; ພວກເຂົາດື້ດ້ານຈົນເຖິງທີ່ສຸດ. ເພາະສະນັ້ນ, ບໍ່ວ່າພວກເຂົາຈະເຮັດຜິດພາດໃຫຍ່ຫຼວງພຽງໃດ, ບໍ່ວ່າອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍອອກມາຈະຮ້າຍແຮງພຽງໃດກໍຕາມ, ພວກເຂົາກໍຈະບໍ່ຮັບຮູ້ເຖິງຄວາມຮ້າຍແຮງຂອງເລື່ອງນີ້ ແລະ ແນ່ນອນວ່າ ພວກເຂົາ ຈະບໍ່ເຂົ້າໃຈອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາໄດ້ເປີດເຜີຍອອກມາ. ແນ່ນອນວ່າ ພວກເຂົາຈະບໍ່ປ່ອຍວາງຄວາມປາຖະໜາຂອງພວກເຂົາ, ກະບົດຕໍ່ຄວາມທະເຍີທະຍານ ຫຼື ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ເພື່ອເລືອກເສັ້ນທາງດັ່ງກ່າວເຊັ່ນ: ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ຄວາມຈິງ. ຄົນເຮົາສາມາດເຫັນໄດ້ຈາກສອງຜົນໄດ້ຮັບທີ່ແຕກຕ່າງກັນນີ້ວ່າ ຖ້າຄົນທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສຮັກຄວາມຈິງໃນໃຈຂອງພວກເຂົາ, ພວກເຂົາກໍມີໂອກາດທີ່ຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບມັນ ແລະ ປະຕິບັດຄວາມຈິງນັ້ນໄດ້ ແລະ ໄດ້ຮັບຄວາມລອດພົ້ນ, ໃນຂະນະທີ່ຄົນປະເພດທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສບໍ່ສາມາດເຂົ້າໃຈຄວາມຈິງ ຫຼື ນຳມັນໄປປະຕິບັດໄດ້, ທັງບໍ່ສາມາດໄດ້ຮັບຄວາມລອດພົ້ນ. ນັ້ນຄືຄວາມແຕກຕ່າງລະຫວ່າງທັງສອງ.

III. ອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ

ຈຸດເນັ້ນໜັກຂອງການໂອ້ລົມໃນມື້ນີ້ຍັງຄົງເປັນການສະຫຼຸບເປັນຫຼັກວ່າ ອຸປະນິໄສ-ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງກັນແທ້. ໃນບັນດາອຸປະນິໄສທີ່ເສື່ອມຊາມຫົກປະການຂອງມະນຸດທີ່ພວກເຮົາຫາກໍໂອ້ລົມກັນໄປ, ສາມປະການໃດທີ່ຖືກນຳໃຊ້ຢ່າງຖືກຕ້ອງກວ່າເພື່ອກຳນົດລັກສະນະຂອງຄົນທີ່ມີອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ? (ການເບື່ອໜ່າຍຄວາມຈິງ, ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າ.) ເນື່ອງຈາກພວກເຮົາໄດ້ຫຼຸດຂອບເຂດລົງເຫຼືອພຽງສາມປະການນີ້, ສາມປະການທຳອິດຈຶ່ງຈະບໍ່ເປັນສ່ວນໜຶ່ງຂອງການໂອ້ລົມນີ້. ແລ້ວຄົນທີ່ມີອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສຂາດອຸປະນິໄສທີ່ເສື່ອມຊາມຂອງຄວາມຫົວແຂງ, ຄວາມອວດດີ ແລະ ການຫຼອກລວງບໍ? (ບໍ່ຂາດ.) ແລ້ວເປັນຫຍັງຈຶ່ງບໍ່ໃຊ້ສາມປະການທຳອິດເພື່ອກຳນົດລັກສະນະອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ? (ເພາະວ່າມະນຸດທີ່ເສື່ອມຊາມທຳມະດາກໍມີສາມປະການທຳອິດເຊັ່ນກັນ ແລະ ພວກມັນບໍ່ໄດ້ເປັນຕົວແທນໃຫ້ແກ່ນແທ້ຂອງຄົນໆໜຶ່ງ.) ນີ້ເປັນການສະຫຼຸບທີ່ຖືກຕ້ອງຫຼາຍ. ກ່ຽວກັບຫົວຂໍ້ອຸປະນິໄສ-ແກ່ນແທ້, ອຸປະນິໄສທີ່ເສື່ອມຊາມສາມປະການທຳອິດແມ່ນມີລະດັບທີ່ເບົາບາງກວ່າພໍສົມຄວນ, ໃນຂະນະທີ່ສິ່ງທີ່ສາມາດສະຫຼຸບອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ຢ່າງແທ້ຈິງກໍຄືສາມປະການຫຼັງ ນັ້ນກໍຄື ການເບື່ອໜ່າຍຄວາມຈິງ, ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າ. ອຸປະນິໄສທີ່ເສື່ອມຊາມສາມປະການນີ້ສາມາດກຳນົດລັກສະນະອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ຢ່າງຖືກຕ້ອງກວ່າ. ເຖິງແມ່ນວ່າສາມປະການທຳອິດຈະບໍ່ຖືກນຳໃຊ້ເພື່ອກຳນົດລັກສະນະແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ອຸປະນິໄສທີ່ເສື່ອມຊາມທັງສາມປະການນັ້ນລ້ວນແຕ່ມີຢູ່ໃນຕົວຜູ້ຕໍ່ຕ້ານພຣະຄຣິສ ແລະ ພວກມັນກໍຮ້າຍແຮງກວ່າໃນຄົນທົ່ວໄປ. ການເບື່ອໜ່າຍຄວາມຈິງ, ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າລ້ວນແຕ່ສາມາດຖືກນຳໃຊ້ເພື່ອສະຫຼຸບ ແລະ ກຳນົດລັກສະນະຄວາມຫົວແຂງຂອງພວກເຂົາ ແລະ ເພື່ອອະທິບາຍເຖິງລະດັບຄວາມຫົວແຂງຂອງພວກເຂົາ. ນອກຈາກນີ້, ອຸປະນິໄສສາມປະການຫຼັງກໍສາມາດຖືກນຳໃຊ້ເພື່ອສະຫຼຸບ ແລະ ກຳນົດລັກສະນະຄວາມອວດດີ ແລະ ການຫຼອກລວງຂອງພວກເຂົາໄດ້ເຊັ່ນດຽວກັນ. ເຫັນໄດ້ຊັດເຈນວ່າ ລັກສະນະຫຼັກຂອງອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ການເບື່ອໜ່າຍຄວາມຈິງ, ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າ.

1. ຄວາມຊົ່ວຊ້າ

ໃນບັນດາອຸປະນິໄສທີ່ເສື່ອມຊາມສາມປະການນີ້ ເຊິ່ງກໍຄືການເບື່ອໜ່າຍຄວາມຈິງ, ຄວາມໂຫດຮ້າຍ ແລະ ຄວາມຊົ່ວຊ້າ, ຄວາມຊົ່ວຊ້າແມ່ນການສະຫຼຸບທີ່ຄອບຄຸມທີ່ສຸດກ່ຽວກັບອຸປະນິໄສໃນອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ, ທັງຍັງເປັນສິ່ງທີ່ພົບເຫັນໄດ້ທົ່ວໄປທີ່ສຸດອີກດ້ວຍໃນອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ເປັນຫຍັງຄວາມຊົ່ວຊ້າຈຶ່ງຖືກນຳໃຊ້ເພື່ອອະທິບາຍເຖິງອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ? ຖ້າເວົ້າວ່າຜູ້ຕໍ່ຕ້ານພຣະຄຣິສນັ້ນຂ້ອນຂ້າງຊົ່ວຊ້າ, ແລ້ວເມື່ອຕັດສິນຈາກຄວາມຄິດຂອງພວກເຂົາ, ທຸກໆມື້ພວກເຂົາຄິດ, ເວົ້າ ແລະ ເຮັດຫຍັງແດ່ທີ່ພິສູດວ່າພວກເຂົາເປັນຄົນທີ່ມີແກ່ນແທ້ທີ່ຊົ່ວຊ້າ? ນີ້ບໍ່ແມ່ນຄຳຖາມທີ່ຄວນນຳມາໄຕ່ຕອງເບິ່ງບໍ? (ແມ່ນແລ້ວ.) ແລ້ວພວກເຮົາກໍຄວນເລີ່ມຕົ້ນການໄຈ້ແຍກ ແລະ ການສັງເກດຂອງພວກເຮົາຈາກສິ່ງທີ່ພວກເຂົາຄິດ, ຄຳເວົ້າ ແລະ ທ່າທາງຂອງພວກເຂົາ ແລະ ວິທີທີ່ພວກເຂົາປະພຶດຕົນ ແລະ ຮັບມືກັບໂລກ, ເພື່ອຕັດສິນວ່າແກ່ນແທ້ທີ່ຊົ່ວຊ້າມີຢູ່ໃນຄົນເຫຼົ່ານີ້ແທ້ ຫຼື ບໍ່. ກ່ອນອື່ນ ໃຫ້ພວກເຮົາມາເບິ່ງວ່າທຸກໆມື້ຜູ້ຕໍ່ຕ້ານພຣະຄຣິສຄິດຫຍັງຢູ່. ບາງຄົນຄິດໃນໃຈຂອງພວກເຂົາວ່າ: “ໃນບັນດາກຸ່ມຄົນນີ້, ຂ້ອຍບໍ່ໄດ້ຖືກຖືວ່າເປັນຄົນທີ່ມີຄວາມສາມາດທີ່ສຸດ ແລະ ຂ້ອຍກໍບໍ່ໄດ້ມີພອນສະຫວັນສູງທີ່ສຸດ, ແລ້ວຂ້ອຍຈະໄດ້ຮັບຄວາມນິຍົມຫຼາຍຂຶ້ນ, ໄດ້ຮັບຄວາມເຄົາລົບຈາກທຸກຄົນ, ເຊີດຊູກຽດວົງຕະກຸນຂອງຂ້ອຍ ແລະ ມີລັດສະໝີລາສີໄດ້ແນວໃດ? ຂ້ອຍຈະຊັກຈູງຄົນອື່ນ ແລະ ເຮັດໃຫ້ພວກເຂົາຟັງຂ້ອຍ ແລະ ເຄົາລົບຂ້ອຍໄດ້ແນວໃດ? ເບິ່ງຄືວ່າການມີສະຖານະເປັນສິ່ງທີ່ດີ. ບາງຄົນເວົ້າດ້ວຍຄວາມມີໜ້າມີຕາແທ້ໆ ແລະ ເມື່ອຄົນອື່ນມີບັນຫາ, ພວກເຂົາກໍໄປຫາຄົນເຫຼົ່ານັ້ນ, ແລ້ວເປັນຫຍັງຈຶ່ງບໍ່ມີໃຜມາຫາຂ້ອຍ? ເປັນຫຍັງຈຶ່ງບໍ່ມີໃຜສົນໃຈຂ້ອຍ? ຂ້ອຍມີສະໝອງ, ມີແນວຄວາມຄິດ, ມີວິທີການທີ່ເປັນລະບົບໃນການກະທຳຂອງຂ້ອຍ ແລະ ຂ້ອຍກໍສາມາດໃຊ້ການຕັດສິນໃຈໃນເລື່ອງຕ່າງໆໄດ້, ແລ້ວເປັນຫຍັງຈຶ່ງບໍ່ມີໃຜເອົາໃຈໃສ່ຂ້ອຍ ຫຼື ໃຫ້ຄວາມສຳຄັນກັບຂ້ອຍ? ເມື່ອໃດຂ້ອຍຈຶ່ງຈະໂດດເດັ່ນກວ່າຄົນອື່ນ? ເມື່ອໃດທຸກຄົນຈຶ່ງຈະມາຫາຂ້ອຍເພື່ອຂໍຄວາມຊ່ວຍເຫຼືອ ແລະ ສະໜັບສະໜູນຂ້ອຍ?” ຄົນເຫຼົ່ານີ້ກຳລັງຄິດຫຍັງຢູ່? ພວກເຂົາກຳລັງຄິດກ່ຽວກັບສິ່ງທີ່ເປັນບວກ ຫຼື ສິ່ງທີ່ເປັນລົບ? (ສິ່ງທີ່ເປັນລົບ.) ເມື່ອບາງຄົນເຫັນວ່າຄົນອື່ນມີຄວາມສຳພັນທີ່ດີຕໍ່ກັນ, ພວກເຂົາກໍຄິດວ່າ: “ເປັນຫຍັງຄວາມສຳພັນຂອງພວກເຂົາຈຶ່ງດີຂະໜາດນັ້ນ? ຂ້ອຍຕ້ອງຊອກຫາວິທີເພື່ອສ້າງຄວາມແຕກແຍກ ແລະ ເຮັດໃຫ້ຄວາມສຳພັນຂອງພວກເຂົາບາດໝາງກັນ, ດ້ວຍວິທີນີ້ ຂ້ອຍກໍຈະບໍ່ຖືກປ່ອຍໃຫ້ໂດດດ່ຽວ ແລະ ຂ້ອຍກໍຈະມີໝູ່”. ຄົນເຫຼົ່ານີ້ກຳລັງເຮັດຫຍັງ? ບໍ່ວ່າພວກເຂົາຈະໃຊ້ວິທີໃດກໍຕາມ, ທັງໝົດກໍລົງເອີຍດ້ວຍການສ້າງຄວາມແຕກແຍກ. ເມື່ອພວກເຂົາເຫັນຄົນໃດໜຶ່ງປະຕິບັດໜ້າທີ່ຂອງຕົນຢ່າງກະຕືລືລົ້ນ ແລະ ມີຊີວິດຊີວາ ແລະ ໄດ້ຮັບແສງສະຫວ່າງບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍເກີດຄວາມອິດສາ ແລະ ຄິດຫາວິທີທີ່ຈະທຳລາຍຄົນໆນັ້ນ, ວິທີທີ່ຈະຕັດກຳລັງໃຈພວກເຂົາ ແລະ ເຮັດໃຫ້ພວກເຂົາຮູ້ສຶກເປັນລົບ. ຄວາມຄິດເຫຼົ່ານີ້, ບໍ່ວ່າຈະຖືກນຳໄປປະຕິບັດ ຫຼື ບໍ່ກໍຕາມ, ລ້ວນແຕ່ເປັນຄວາມຄິດທີ່ເປັນລົບ. ຍັງມີຄົນທີ່ຄິດວ່າ: “ຜູ້ນຳທີ່ຫາກໍຖືກເລືອກຕັ້ງໃໝ່ເບິ່ງຂ້ອຍແນວໃດ? ຂ້ອຍຕ້ອງເຂົ້າໃກ້ຜູ້ນຳຄົນນີ້. ຄວາມສຳພັນຂອງພວກເຮົາບໍ່ຄ່ອຍດີປານໃດ ແລະ ພວກເຮົາກໍບໍ່ໄດ້ສະໜິດກັນຫຼາຍ, ແລ້ວຂ້ອຍຈະປະຈົບປະແຈງພວກເຂົາໄດ້ແນວໃດ? ຂ້ອຍມີເງິນຕິດໂຕຢູ່ແດ່, ສະນັ້ນ ຂ້ອຍຈະຊອກຫາວ່າພວກເຂົາຕ້ອງການຫຍັງ ແລ້ວກໍຊື້ມັນໃຫ້ພວກເຂົາ. ແຕ່ຖ້າພວກເຂົາຕ້ອງການຄອມພິວເຕີ, ຂ້ອຍກໍບໍ່ເຕັມໃຈທີ່ຈະຈ່າຍເງິນຫຼາຍຂະໜາດນັ້ນ, ຖ້າໃນອະນາຄົດພວກເຂົາບໍ່ໄດ້ເປັນຜູ້ນຳແລ້ວ, ເງິນນັ້ນຈະບໍ່ເສຍລ້າບໍ? ຖ້າພວກເຂົາຕ້ອງການສິ່ງຂອງເຊັ່ນ: ຖົງມື ຫຼື ເຄື່ອງນຸ່ງ, ຂ້ຍກໍສາມາດຈ່າຍໄດ້ ແລະ ມັນກໍຄຸ້ມຄ່າກັບຄ່າໃຊ້ຈ່າຍ. ຄວນໃຊ້ເງິນໃຫ້ເປັນປະໂຫຍດ, ຈະບໍ່ໃຫ້ເສຍໄປລ້າໆ. ຂ້ອຍຍັງຕ້ອງຍົກຍ້ອງ ແລະ ເຮັດໃຫ້ຜູ້ນຳພໍໃຈ ບໍ່ພຽງແຕ່ດ້ວຍຄຳເວົ້າທີ່ວ່າງເປົ່າເທົ່ານັ້ນ ແຕ່ດ້ວຍການກະທຳທີ່ແທ້ຈິງ, ຂ້ອຍຈຳເປັນຕ້ອງຄອຍສັງເກດເບິ່ງວ່າຜູ້ນຳຄົນນີ້ມັກຫຍັງ. ນອກຈາກນີ້, ຂ້ອຍຈະຊ່ວຍຕັກອາຫານໃຫ້ຜູ້ນຳເມື່ອຮອດເວລາກິນເຂົ້າທຸກໆມື້ ແລະ ລ້າງຖ້ວຍໃຫ້ພວກເຂົາເມື່ອພວກເຂົາກິນແລ້ວ. ຖ້າຜູ້ນຳຕຳນິໃຜຄົນໜຶ່ງ, ຂ້ອຍກໍຈະເຮັດຕາມ ແລະ ເວົ້າສະໜັບສະໜູນພວກເຂົາ, ຖ້າຜູ້ນຳຍ້ອງຍໍໃຜຄົນໜຶ່ງ, ຂ້ອຍກໍຈະຟ້າວແນະນຳຄົນໆນັ້ນ ແລະ ຍ້ອງຍໍຄວາມດີຂອງພວກເຂົາ”. ຄົນເຫຼົ່ານີ້ກຳລັງຄິດຫຍັງຢູ່? (ການເຮັດໃຫ້ຜູ້ນຳພໍໃຈ ແລະ ປະຈົບປະແຈງພວກເຂົາ.) ຍັງມີຄົນທີ່ໃນຂະນະທີ່ເຮັດວຽກຢູ່ໃນເຮືອນຂອງພຣະເຈົ້າ ກໍຄິດວ່າ: “ຄົນອື່ນເຮັດວຽກໜັກ ແລະ ຈິງຈັງ, ຂ້ອຍຕ້ອງສະຫຼາດ, ຂ້ອຍຈະໂງ່ບໍ່ໄດ້ ແລະ ຂ້ອຍກໍບໍ່ສາມາດເຮັດໃຫ້ຕົນເອງເຮັດວຽກໜັກເກີນໄປ. ຖ້າໃນອະນາຄົດເຮືອນຂອງພຣະເຈົ້າບໍ່ຕ້ອງການຂ້ອຍແລ້ວ, ຄວາມພະຍາຍາມນີ້ຈະບໍ່ສູນເປົ່າບໍ? ຂ້ອຍຈະບໍ່ໄດ້ເຮັດວຽກໜັກໄປລ້າໆບໍ? ແຕ່ຖ້າຂ້ອຍບໍ່ເຮັດວຽກເລີຍ, ຂ້ອຍກໍຈະຖືກໄລ່ອອກຈາກເຮືອນຂອງພຣະເຈົ້າ. ຂ້ອຍຄວນເຮັດແນວໃດດີ? ເມື່ອຜູ້ນຳຢູ່, ຂ້ອຍຈະເຮັດວຽກໃຫ້ໜັກທີ່ສຸດ, ເຮັດໃຫ້ເຫື່ອອອກ ແລະ ໃຫ້ຜູ້ນຳເຫັນ, ເມື່ອພວກເຂົາບໍ່ຢູ່, ຂ້ອຍກໍຈະໄປຫ້ອງນ້ຳ, ດື່ມນ້ຳ, ອອກໄປຍ່າງຫຼິ້ນ ຫຼື ຊອກຫາມຸມໃດໜຶ່ງເພື່ອພັກຜ່ອນ. ຖ້າຄົນອື່ນຂຸດດິນສາມຊ້ວນ, ຂ້ອຍກໍຈະຂຸດເຄິ່ງຊ້ວນ, ຖ້າຄົນອື່ນຍ່າງໄປມາເພື່ອແບກເຄື່ອງສາມ ຫຼື ຫ້າເທື່ອ, ຂ້ອຍກໍຈະເຮັດພຽງເທື່ອດຽວ. ຂ້ອຍຈະພັກຜ່ອນ ແລະ ອູ້ວຽກທຸກຄັ້ງທີ່ຂ້ອຍສາມາດເຮັດໄດ້. ຂ້ອຍບໍ່ຄວນຈິງຈັງເກີນໄປ, ຖ້າຂ້ອຍປ່ວຍ ຫຼື ອິດເມື່ອຍຈາກການເຮັດວຽກໜັກເກີນໄປ, ໃຜຈະມາສົງສານຂ້ອຍ? ໃຜຈະມາເບິ່ງແຍງຄວາມເຈັບປ່ວຍຂອງຂ້ອຍ? ຜູ້ນຳຈະເບິ່ງແຍງຂ້ອຍບໍ? ພຣະເຈົ້າຈະເບິ່ງແຍງບໍ? ພຣະເຈົ້າຈະຮັບຜິດຊອບຕໍ່ສິ່ງເຫຼົ່ານີ້ບໍ? ເພາະສະນັ້ນ, ໃນຂະນະທີ່ເຮັດວຽກ, ຂ້ອຍຕ້ອງຄິດຫາບ່ອນທີ່ຂ້ອຍສາມາດເຮັດວຽກໄດ້ຢ່າງໂດດເດັ່ນທີ່ສຸດ. ເມື່ອຂ້ອຍຕ້ອງການອູ້ວຽກ, ຂ້ອຍຕ້ອງຊອກຫາບ່ອນທີ່ຂ້ອຍມີໂອກາດຖືກຄົ້ນພົບໜ້ອຍທີ່ສຸດ, ບ່ອນທີ່ຂ້ອຍມີໂອກາດດຶງດູດຄວາມສົນໃຈໜ້ອຍທີ່ສຸດ”. ຄົນເຫຼົ່ານີ້ກຳລັງຄິດຫຍັງຢູ່? (ການອູ້ວຽກ ແລະ ການເຮັດຕົວມີເລ່ຫຼ່ຽມ.)

1). ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດຕໍ່ຜູ້ຄົນ

ລັກສະນະຂອງຄົນທີ່ມີຄວາມຄິດທີ່ຊົ່ວຊ້າໝົດມື້ແມ່ນຫຍັງ? ມັນຄືລັກສະນະທີ່ຕໍ່າຊ້າ ແລະ ຄວາມແຝງຊົ່ວ. ເມື່ອຕັດສິນຈາກອຸປະນິໄສຂອງພວກເຂົາ, ສິ່ງນີ້ແມ່ນຫຍັງ? (ຄວາມຊົ່ວຊ້າ.) ມີສິ່ງໃດທີ່ຊື່ກົງໃນທຳມະຊາດຂອງສິ່ງເຫຼົ່ານີ້ທີ່ພວກເຂົາຄິດບໍ? ມີສິ່ງໃດທີ່ຟັງເບິ່ງສູງສົ່ງ, ເປີດເຜີຍ ແລະ ກົງໄປກົງມາບໍ? ມີສິ່ງໃດທີ່ດີບໍ? (ບໍ່, ບໍ່ມີເລີຍ.) ສະນັ້ນ, ໂດຍສະຫຼຸບແລ້ວ, ສິ່ງທຳອິດທີ່ສະແດງອອກໃນອຸປະນິໄສທີ່ຊົ່ວຊ້າຂອງຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ທຸກສິ່ງທີ່ພວກເຂົາຄິດເຖິງຢູ່ໝົດມື້ລ້ວນແຕ່ເປັນຄວາມຊົ່ວຮ້າຍ. ບໍ່ວ່າພວກເຂົາຈະປະເຊີນກັບບັນຫາໃຫຍ່ ຫຼື ບັນຫານ້ອຍກໍຕາມ, ຄວາມຄິດຂອງພວກເຂົາກໍເຕັມໄປດ້ວຍຄວາມຊົ່ວຮ້າຍ. ໂດຍສະເພາະແລ້ວ, ພວກເຂົາເຮັດບາງສິ່ງບາງຢ່າງຕໍ່ຜູ້ຄົນ ແລະ ພວກເຂົາຍັງມີການສະແດງອອກ ແລະ ການປະຕິບັດທີ່ແຕກຕ່າງກັນຕໍ່ພຣະເຈົ້າອີກດ້ວຍ. ແລ້ວພວກເຂົາເຮັດສິ່ງໃດແດ່ຕໍ່ຜູ້ຄົນ? ພວກເຂົາພັດທະນາການປະຕິບັດປະເພດໃດແດ່ໃນຄວາມຄິດຂອງພວກເຂົາ? ໃນຫຼາຍຕົວຢ່າງທີ່ຫາກໍກ່າວເຖິງໄປນັ້ນ, ພວກເຈົ້າສາມາດເຫັນໄດ້ບໍວ່າຄົນປະເພດນີ້ກຳລັງວາງແຜນຮ້າຍແນວໃດຕໍ່ຄົນອື່ນຢູ່ຕະຫຼອດເວລາ? ພວກເຂົາວາງແຜນຮ້າຍຢ່າງບໍ່ຢຸດຢັ້ງ ແລະ ໃຜກໍຕາມທີ່ພວກເຂົາມີການພົວພັນ ຫຼື ຕິດຕໍ່ນຳ ກໍຈະກາຍເປັນເປົ້າໝາຍໃນກົນອຸບາຍຂອງພວກເຂົາ. ອັນດັບທີສອງ, ເຖິງແມ່ນວ່າບາງຄັ້ງພວກເຂົາຈະບໍ່ເວົ້າໃນເວລາທີ່ເຮັດສິ່ງຕ່າງໆ, ແຕ່ວິທີການ, ແນວທາງ ແລະ ແຫຼ່ງທີ່ມາຂອງການກະທຳຂອງພວກເຂົາກໍບໍ່ຈິງໃຈ ແລະ ພວກເຂົາກໍບໍ່ໄດ້ກຳລັງປະຕິບັດຄວາມຈິງ, ມັນເປັນພຽງຮູບລັກທີ່ຈອມປອມເທົ່ານັ້ນ. ທຳມະຊາດຂອງສິ່ງນີ້ແມ່ນຫຍັງ ແລະ ການປະຕິບັດນີ້ແມ່ນຫຍັງ? ມັນຄືການຫຼອກລວງ ແລະ ການເສແສ້ງ ແລະ ພວກເຂົາຍັງກຳລັງລອງໃຈຄົນອື່ນອີກດ້ວຍ. ໃນເມື່ອພວກເຂົາສາມາດເສແສ້ງ ແລະ ຫຼອກລວງຜູ້ຄົນໄດ້, ພວກເຂົາກໍສາມາດລໍ້ລວງ ແລະ ເຮັດໃຫ້ຜູ້ຄົນຫຼົງຜິດໄດ້ເຊັ່ນກັນບໍ? (ແມ່ນແລ້ວ, ພວກເຂົາເຮັດໄດ້.) ນອກຈາກນີ້, ຄົນປະເພດນີ້ຍັງມີສ່ວນໃນການຕໍ່ສູ້ກັບຄົນອື່ນຢູ່ຕະຫຼອດເວລາ ເພື່ອຍາດຊິງສະຖານະ, ຊື່ສຽງ, ໜ້າຕາ ແລະ ຜົນປະໂຫຍດຂອງພວກເຂົາເອງ. ພວກເຂົາຕໍ່ສູ້ເພື່ອຊື່ສຽງ, ເພື່ອໃຫ້ໄດ້ເປັນຜູ້ທີ່ມີອຳນາດຕັດສິນໃຈ, ເພື່ອໃຫ້ໄດ້ເປັນຜູ້ທີ່ມີແນວຄວາມຄິດຫຼາຍກວ່າ, ເພື່ອໃຫ້ຄວາມຄິດເຫັນຂອງຕົນສະຫຼາດ ແລະ ສົມເຫດສົມຜົນກວ່າ, ເພື່ອໃຫ້ໄດ້ຮັບການສະໜັບສະໜູນຈາກທຸກຄົນຫຼາຍກວ່າ ແລະ ເພື່ອໃຫ້ໄດ້ຮັບຜົນປະໂຫຍດຫຼາຍກວ່າ, ນີ້ຄືສິ່ງທີ່ພວກເຂົາຍາດຊິງກັນ. ເຖິງແມ່ນວ່າຈະບໍ່ມີສະຖານະ, ພວກເຂົາກໍຍັງວາງແຜນຮ້າຍຕໍ່ຜູ້ຄົນແບບນີ້, ແລ້ວຈະເປັນແນວໃດເມື່ອພວກເຂົາມີສະຖານະ? ເມື່ອນັ້ນ, ຜູ້ຄົນທີ່ຢູ່ພາຍໃຕ້ການຄອບງຳຂອງພວກເຂົາກໍຈະຖືກທໍລະມານຢູ່ຕະຫຼອດເວລາ; ພວກເຂົາຊັກຈູງ ແລະ ຊື້ໃຈຜູ້ທີ່ບໍ່ຮັກຄວາມຈິງ ແລະ ພວກເຂົາໂຈມຕີ ແລະ ກີດກັນຜູ້ທີ່ສາມາດຍອມຮັບຄວາມຈິງໄດ້, ໂດຍມີເປົ້າໝາຍເພື່ອເຮັດໃຫ້ທຸກຄົນຟັງພວກເຂົາ ແລະ ເຊື່ອຟັງພວກເຂົາ; ພວກເຂົາມັກຈະສ້າງພັກສ້າງພວກ ແລະ ສ້າງຄວາມແຕກແຍກໃນກຸ່ມຢູ່ສະເໝີ ແລະ ໃນທີ່ສຸດ ພວກເຂົາກໍເຮັດໃຫ້ທຸກຄົນຕົກເປັນຂອງພວກເຂົາ. ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ຕົກຢູ່ໃນຂອບເຂດການທໍລະມານຂອງພວກເຂົາ. ພວກຜູ້ຕໍ່ຕ້ານພຣະຄຣິສຄິດກ່ຽວກັບຄວາມຊົ່ວຮ້າຍຢູ່ໝົດມື້ ແລະ ທຸກອຸປະນິໄສທີ່ພວກເຂົາເປີດເຜີຍກໍລ້ວນແຕ່ເປັນຄວາມຊົ່ວຮ້າຍ. ສະນັ້ນ, ມັນຖືກຕ້ອງບໍທີ່ຈະເວົ້າວ່າອຸປະນິໄສຂອງຄົນດັ່ງກ່າວແມ່ນຊົ່ວຊ້າ? (ແມ່ນແລ້ວ, ຖືກຕ້ອງ.) ໃນກຸ່ມທີ່ທຸກຄົນຮູ້ຈັກຕຳແໜ່ງຂອງພວກເຂົາ, ຕັ້ງໃຈເຮັດວຽກຂອງພວກເຂົາ ແລະ ເຮັດໃນສິ່ງທີ່ພວກເຂົາຄວນເຮັດ, ທັນທີທີ່ຜູ້ຕໍ່ຕ້ານພຣະຄຣິສປາກົດຕົວຂຶ້ນ, ພວກເຂົາກໍຈະສ້າງຄວາມແຕກແຍກຈາກພາຍໃນ, ເວົ້າບໍ່ດີກ່ຽວກັບທ້າວ ກ ຕໍ່ໜ້າທ້າວ ຂ ແລະ ໃນທາງກັບກັນ, ເຮັດໃຫ້ທັງສອງຄົນຂັດແຍ້ງກັນ. ນີ້ບໍ່ແມ່ນຜົນຂອງການສ້າງຄວາມແຕກແຍກບໍ? ແລ້ວການສະແດງອອກບາງຢ່າງຂອງການວາງແຜນຮ້າຍຂອງພວກຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? ຕົວຢ່າງ: ເມື່ອມີການເລືອກຕັ້ງໃນຄຣິສຕະຈັກ, ຄົນທຳມະດາທີ່ບໍ່ມີຄວາມທະເຍີທະຍານອາດຈະຄິດວ່າ “ບໍ່ວ່າໃຜຈະຖືກເລືອກຕັ້ງ, ຂ້ອຍກໍຈະອ່ອນນ້ອມ; ຂ້ອຍຈະສະໜັບສະໜູນຜູ້ໃດກໍຕາມທີ່ພຣະເຈົ້າອະນຸຍາດໃຫ້ເປັນຜູ້ນຳ ແລະ ຂ້ອຍຈະບໍ່ເປັນຕົວສ້າງຄວາມລຳຄານ ຫຼື ກໍ່ບັນຫາ”. ແຕ່ຄົນທີ່ມີເຈດຕະນາບໍ່ດີຈະບໍ່ຄິດແບບນີ້. ຖ້າພວກເຂົາເຫັນວ່າພວກເຂົາບໍ່ມີຄວາມຫວັງທີ່ຈະຊະນະໃນການເລືອກຕັ້ງຄັ້ງນີ້, ພວກເຂົາກໍຈະເລີ່ມຄິດຄຳນວນໃນໃຈຂອງພວກເຂົາວ່າ “ຂ້ອຍຕ້ອງຊື້ສິ່ງຂອງດີໆບາງຢ່າງໃຫ້ທຸກຄົນ. ຊ່ວງນີ້ຄຣິສຕະຈັກຂາດແຄນຫຍັງແດ່? ຂ້ອຍຈະຊື້ເຄື່ອງຟອກອາກາດ ແລະ ເອົາໄປວາງໄວ້ໃນສະຖານທີ່ເຕົ້າໂຮມ ເພື່ອວ່າເມື່ອທຸກຄົນສູດອາກາດບໍລິສຸດ, ພວກເຂົາກໍຈະຄິດເຖິງຂ້ອຍ. ດ້ວຍວິທີນີ້, ເມື່ອຮອດເວລາເລືອກຕັ້ງ, ຂ້ອຍກໍຈະບໍ່ແມ່ນຜູ້ສະໝັກຄົນທຳອິດທີ່ພວກເຂົາຄິດເຖິງບໍ? ສະນັ້ນ, ຂ້ອຍຈຶ່ງຈະບໍ່ໄດ້ລົງມື ຫຼື ໃຊ້ຈ່າຍເງິນໄປລ້າໆ”. ເມື່ອຄິດໄດ້ດັ່ງນີ້, ພວກເຂົາກໍຟ້າວໄປຊື້ເຄື່ອງຟອກອາກາດທີ່ລາຄາຖືກທີ່ສຸດ ແລະ ເບິ່ງງາມທີ່ສຸດ. ນອກຈາກນີ້, ພວກເຂົາຍັງຄິດວ່າ: “ໃນຊ່ວງເວລານີ້, ຂ້ອຍຕ້ອງລະມັດລະວັງ. ຂ້ອຍຕ້ອງບໍ່ເວົ້າໃນສິ່ງທີ່ຜິດ ແລະ ຂ້ອຍຕ້ອງບໍ່ເວົ້າໃນສິ່ງທີ່ເປັນລົບ ແລະ ບໍ່ອົບຮົມສັ່ງສອນຜູ້ຄົນ; ຂ້ອຍຕ້ອງເວົ້າຄຳປະຈົບປະແຈງທຸກຄັ້ງທີ່ຂ້ອຍພົບພໍ້ຜູ້ຄົນ ແລະ ມັກຈະຍ້ອງຍໍຄົນອື່ນດ້ວຍຄຳເວົ້າຕ່າງໆ ເຊັ່ນ: ‘ເຈົ້າເບິ່ງດີແທ້ໆ! ເຈົ້າກຳລັງໄລ່ຕາມຄວາມຈິງແທ້ໆ! ເຖິງແມ່ນວ່າເຈົ້າຈະເຊື່ອໃນພຣະເຈົ້າບໍ່ດົນເທົ່າກັບຂ້ອຍ, ເຈົ້າກໍໄລ່ຕາມຄວາມຈິງຫຼາຍກວ່າຂ້ອຍ. ຄວາມເປັນມະນຸດຂອງເຈົ້າກໍດີ ແລະ ຄົນທີ່ມີຄວາມເປັນມະນຸດທີ່ດີຄືກັບເຈົ້າກໍສາມາດລອດພົ້ນໄດ້, ບໍ່ຄືກັບຂ້ອຍ’. ຂ້ອຍຄວນສະແດງຕົວວ່າຖ່ອມຕົວ ແລະ ຍ້ອງຍໍຄົນອື່ນວ່າດີກວ່າຕົນເອງໃນທຸກດ້ານ, ເຮັດໃຫ້ຄົນອື່ນຮູ້ສຶກວ່າພວກເຂົາໄດ້ຮັບຄວາມເຄົາລົບຢ່າງພຽງພໍ”. ນີ້ບໍ່ແມ່ນການວາງແຜນຮ້າຍບໍ? ຜູ້ຕໍ່ຕ້ານພຣະຄຣິສເຮັດສິ່ງດັ່ງກ່າວໄດ້ຢ່າງງ່າຍດາຍ; ຄົນທຳມະດາບໍ່ສາມາດວາງແຜນຮ້າຍສູ້ພວກເຂົາໄດ້. ມີຄຳເວົ້າແນວໃດໃນທ່າມກາງຜູ້ບໍ່ມີຄວາມເຊື່ອ? (ເຈົ້າຖືກຄົນອື່ນຫຼອກຂາຍແລ້ວຍັງໄປຊ່ວຍພວກເຂົານັບເງິນອີກ.) ພວກຜູ້ຕໍ່ຕ້ານພຣະຄຣິສກະທຳສິ່ງດັ່ງກ່າວ ແລະ ຄົນສ່ວນໃຫຍ່ກໍຕົກເປັນເປົ້າໝາຍໃນການທໍລະຍົດຂອງພວກເຂົາ ແລະ ການວາງແຜນຮ້າຍຂອງພວກເຂົາ.

ບອກເຮົາເບິ່ງ, ພວກຜູ້ຕໍ່ຕ້ານພຣະຄຣິສຍອມຮັບການຖືກລິຮານບໍ? ພວກເຂົາຍອມຮັບບໍວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ? (ບໍ່, ພວກເຂົາບໍ່ຍອມຮັບ.) ພວກເຂົາບໍ່ຍອມຮັບວ່າມີອຸປະນິໄສທີ່ເສື່ອມຊາມ, ແຕ່ຫຼັງຈາກທີ່ພວກເຂົາຖືກລິຮານແລ້ວ, ພວກເຂົາກໍຍັງເສແສ້ງເຮັດຄືກັບວ່າພວກເຂົາຮູ້ຈັກຕົນເອງ. ພວກເຂົາເວົ້າວ່າພວກເຂົາເປັນມານຮ້າຍ ແລະ ຊາຕານ, ປາສະຈາກຄວາມເປັນມະນຸດ ແລະ ມີຂີດຄວາມສາມາດຕໍ່າ ແລະ ພວກເຂົາບໍ່ສາມາດພິຈາລະນາສິ່ງຕ່າງໆໄດ້ຢ່າງຖີ່ຖ້ວນ, ພວກເຂົາບໍ່ເໝາະສົມກັບໜ້າວຽກທີ່ຄຣິສຕະຈັກຈັດແຈງໃຫ້ ແລະ ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ຂອງຕົນໄດ້ດີ. ຈາກນັ້ນ, ຕໍ່ໜ້າຄົນສ່ວນໃຫຍ່, ພວກເຂົາຍອມຮັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຍອມຮັບວ່າພວກເຂົາເປັນມານຮ້າຍ ແລະ ໃນທີ່ສຸດແລ້ວ ພວກເຂົາຍັງເວົ້າອີກວ່ານີ້ຄືການທີ່ພຣະເຈົ້າກຳລັງຫຼໍ່ຫຼອມ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ, ເຊິ່ງສະແດງໃຫ້ຜູ້ຄົນເຫັນວ່າພວກເຂົາສາມາດຍອມຮັບການລິຮານໄດ້ຫຼາຍສໍ່າໃດ ແລະ ພວກເຂົາອ່ອນນ້ອມຕໍ່ຄວາມຈິງຫຼາຍສໍ່າໃດ. ພວກເຂົາບໍ່ໄດ້ກ່າວເຖິງວ່າເປັນຫຍັງພວກເຂົາຈຶ່ງຖືກລິຮານ ຫຼື ຄວາມເສຍຫາຍ ແລະ ການສູນເສຍທີ່ການກະທຳຂອງພວກເຂົາໄດ້ກໍ່ໃຫ້ເກີດຂຶ້ນຕໍ່ວຽກງານຂອງຄຣິສຕະຈັກ. ພວກເຂົາຫຼີກລ່ຽງບັນຫາເຫຼົ່ານີ້ ແລະ ກ່າວຄຳເວົ້າທີ່ວ່າງເປົ່າ, ຫຼັກຄຳສອນ, ຄຳແກ້ຕົວທີ່ຫຼອກລວງ ແລະ ຄຳອະທິບາຍ ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈຜິດວ່າການລິຮານທີ່ພວກເຂົາໄດ້ຮັບຈາກເຮືອນຂອງພຣະເຈົ້ານັ້ນເປັນສິ່ງທີ່ບໍ່ສົມຄວນໄດ້ຮັບ ແລະ ບໍ່ຍຸຕິທຳ, ຄືກັບວ່າພວກເຂົາໄດ້ຮັບຄວາມບໍ່ຍຸຕິທຳອັນໃຫຍ່ຫຼວງ. ຫຼັງຈາກທີ່ຖືກລິຮານແລ້ວ, ພວກເຂົາຍັງຄົງແຂງກະດ້າງໃນໃຈຂອງພວກເຂົາ, ບໍ່ຮັບຮູ້ການກະທຳທີ່ຊົ່ວຮ້າຍຕ່າງໆຂອງພວກເຂົາແມ່ນແຕ່ໜ້ອຍດຽວ. ສະນັ້ນ, ຄຳເວົ້າທັງໝົດນີ້ທີ່ພວກເຂົາໄດ້ໂອ້ລົມກ່ຽວກັບການຍອມຮັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ການເຕັມໃຈທີ່ຈະຍອມຮັບຄວາມຈິງ ແລະ ການທີ່ສາມາດອ່ອນນ້ອມຕໍ່ການລິຮານນັ້ນແມ່ນຫຍັງ? ສິ່ງເຫຼົ່ານີ້ແມ່ນຄວາມຮູ້ສຶກທີ່ແທ້ຈິງຂອງພວກເຂົາບໍ? ບໍ່ແມ່ນຢ່າງແນ່ນອນ. ພວກມັນລ້ວນແຕ່ເປັນຄຳຕົວະ, ການເສແສ້ງ ແລະ ຄຳເວົ້າມານຮ້າຍທີ່ມີຈຸດປະສົງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ລໍ້ລວງພວກເຂົາ. ຈຸດປະສົງຂອງການເຮັດໃຫ້ຜູ້ຄົນຫຼົງຜິດຂອງພວກເຂົາແມ່ນຫຍັງ? (ເພື່ອເຮັດໃຫ້ຜູ້ຄົນເຄົາລົບບູຊາ ແລະ ຕິດຕາມພວກເຂົາ.) ຖືກຕ້ອງແລ້ວ, ມັນແມ່ນເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ລໍ້ລວງຜູ້ຄົນໃຫ້ຕິດຕາມ ແລະ ຟັງພວກເຂົາ, ເຮັດໃຫ້ທຸກຄົນຄິດວ່າພວກເຂົາຖືກຕ້ອງ ແລະ ດີ. ດ້ວຍວິທີນີ້, ກໍຈະບໍ່ມີໃຜເບິ່ງທະລຸພວກເຂົາ ຫຼື ຕໍ່ຕ້ານພວກເຂົາ. ໃນທາງກົງກັນຂ້າມ, ຜູ້ຄົນເຊື່ອວ່າພວກເຂົາເປັນຄົນທີ່ຍອມຮັບຄວາມຈິງ, ຍອມຮັບການລິຮານ ແລະ ກັບໃຈ. ສະນັ້ນ, ເປັນຫຍັງພວກເຂົາຈຶ່ງບໍ່ຍອມຮັບການກະທຳທີ່ຊົ່ວຮ້າຍຂອງພວກເຂົາ ຫຼື ຮັບຮູ້ການສູນເສຍທີ່ພວກເຂົາໄດ້ນຳມາສູ່ວຽກງານຂອງເຮືອນຂອງພຣະເຈົ້າ? ເປັນຫຍັງພວກເຂົາຈຶ່ງບໍ່ນຳເອົາເລື່ອງເຫຼົ່ານີ້ອອກມາສູ່ສາທາລະນະເພື່ອການໂອ້ລົມ? (ຖ້າພວກເຂົາເວົ້າສິ່ງເຫຼົ່ານີ້ອອກມາ, ຜູ້ຄົນກໍຈະແຍກແຍະພວກເຂົາໄດ້.) ຖ້າຜູ້ຄົນແຍກແຍະພວກເຂົາໄດ້, ເບິ່ງທະລຸພວກເຂົາ ແລະ ເບິ່ງທະລຸຄວາມເປັນມະນຸດ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາ, ຜູ້ຄົນກໍຈະປະຖິ້ມພວກເຂົາ. ຜູ້ຄົນເຫຼົ່ານັ້ນຈະຍັງຫຼົງກົນອຸບາຍຂອງພວກເຂົາ ແລະ ຖືກພວກເຂົາເຮັດໃຫ້ຫຼົງຜິດໄດ້ຢູ່ບໍ? ຜູ້ຄົນຈະຍັງໃຫ້ຄວາມເຄົາລົບນັບຖືພວກເຂົາຢ່າງສູງຢູ່ບໍ? ຜູ້ຄົນຈະຍັງຍົກຍ້ອງພວກເຂົາຈົນສູງສຽດຟ້າຢູ່ບໍ? ພວກເຂົາຈະຍັງເຄົາລົບບູຊາພວກເຂົາຢູ່ບໍ? ພວກເຂົາຈະບໍ່ເຮັດສິ່ງເຫຼົ່ານີ້ເລີຍ. ພວກຜູ້ຕໍ່ຕ້ານພຣະຄຣິສເສແສ້ງເຮັດເປັນຮູ້ຈັກຕົນເອງ, ແຕ່ໃນຄວາມເປັນຈິງແລ້ວ, ມັນລ້ວນແຕ່ເປັນຄຳແກ້ຕົວທີ່ຫຼອກລວງ ແລະ ຄຳແກ້ຕ່າງໃຫ້ຕົນເອງ, ທັງໝົດກໍເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ເຮັດໃຫ້ຜູ້ຄົນລຸກຂຶ້ນປົກປ້ອງພວກເຂົາ, ເຊິ່ງນັ້ນຄືເຈດຕະນາແອບແຝງຂອງພວກເຂົາ. ພວກເຂົາຫຼີກລ່ຽງເລື່ອງທີ່ສຳຄັນ ແລະ ເວົ້າໜ້ອຍໆກ່ຽວກັບການຮູ້ຈັກຕົນເອງ ແລະ ການຍອມຮັບການລິຮານ ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ ແລະ ລໍ້ລວງຄົນເຫຼົ່ານັ້ນ, ເພື່ອເຮັດໃຫ້ຜູ້ຄົນເຄົາລົບ ແລະ ບູຊາພວກເຂົາ. ວິທີການນີ້ບໍ່ໄດ້ຂ້ອນຂ້າງຊົ່ວຊ້າ ບໍ? ບາງຄົນກໍຫຼົງເຊື່ອແທ້ໆ ແລະ ຫຼັງຈາກທີ່ຖືກພວກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດແລ້ວ, ພວກເຂົາກໍເວົ້າວ່າ “ຄົນໆນັ້ນເວົ້າໄດ້ດີຫຼາຍ, ຂ້ອຍໄດ້ຮັບການດົນໃຈຫຼາຍ. ຂ້ອຍຮ້ອງໄຫ້ຫຼາຍເທື່ອ!” ໃນເວລານັ້ນ, ຄົນເຫຼົ່ານີ້ເຄົາລົບບູຊາ ແລະ ນັບຖືພວກເຂົາຢ່າງສູງ, ແຕ່ໃນທີ່ສຸດ ພວກເຂົາກໍກາຍເປັນວ່າເປັນພວກຜູ້ຕໍ່ຕ້ານພຣະຄຣິສ; ນີ້ຄືຜົນສະທ້ອນຂອງການທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ຄົນອື່ນຫຼົງຜິດ ແລະ ລໍ້ລວງຄົນເຫຼົ່ານັ້ນ. ຜູ້ຕໍ່ຕ້ານພຣະຄຣິສສາມາດເຮັດໃຫ້ຜູ້ຄົນຫຼົງຜິດແບບນີ້ໄດ້ ແລະ ແນ່ນອນວ່າບໍ່ເຄີຍຂາດຄົນທີ່ຫຼົງເຊື່ອ ແລະ ຖືກຫຼອກລວງ. ຖ້າຄົນໃດຄົນໜຶ່ງສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໃນເລື່ອງນີ້ໄດ້, ແລ້ວພວກເຂົາກໍເປັນຄົນທີ່ເຂົ້າໃຈຄວາມຈິງ ແລະ ມີການແຍກແຍະ.

ພວກຜູ້ຕໍ່ຕ້ານພຣະຄຣິສມັກຈະທໍລະມານຜູ້ຄົນຢູ່ເລື້ອຍໆ. ພວກເຂົາມີຄຳເວົ້າທີ່ໂດ່ງດັງ ນັ້ນກໍຄື: “ບັກຫຳນ້ອຍເອີຍ, ໃນເມື່ອເຈົ້າບໍ່ຍອມຕໍ່ຂ້ອຍ, ບໍ່ເກີນສາມບາດກ້າວຂ້ອຍກໍຈະເຮັດໃຫ້ເຈົ້າຄຸເຂົ່າລົງຕໍ່ໜ້າຂ້ອຍ ແລະ ເຄົາລົບບູຊາຂ້ອຍ, ຖ້າເຈົ້າບໍ່ຍອມ ແລ້ວຂ້ອຍຈະຈັດການເຈົ້າຈົນຕາຍ!” ພວກຜູ້ຕໍ່ຕ້ານພຣະຄຣິສຕ້ອງການເຮັດຫຍັງ? ພວກເຂົາຕ້ອງການທໍລະມານຜູ້ຄົນ. ພວກເຂົາຕ້ອງການທໍລະມານຄົນປະເພດໃດ? ຖ້າເຈົ້າເຊື່ອຟັງພວກເຂົາ, ປະຈົບປະແຈງພວກເຂົາ ແລະ ເຄົາລົບບູຊາພວກເຂົາ, ພວກເຂົາຈະທໍລະມານເຈົ້າບໍ? ຖ້າເຈົ້າວ່ານອນສອນງ່າຍ ແລະ ເຊື່ອຟັງພວກເຂົາ, ຖ້າພວກເຂົາເຫັນວ່າເຈົ້າບໍ່ເປັນໄພຄຸກຄາມ, ເຫັນວ່າເຈົ້າເປັນພຽງຄົນຂີ້ຢ້ານ ຫຼື ເປັນຂ້າທາດ, ພວກເຂົາກໍຈະບໍ່ເສຍເວລາທໍລະມານເຈົ້າ. ຖ້າພວກເຂົາເຮັດສິ່ງທີ່ບໍ່ດີ ຫຼື ກະທຳການທີ່ຊົ່ວຮ້າຍ, ຖ້າພວກເຂົາພົບໃຜຄົນໜຶ່ງທີ່ແຍກແຍະພວກເຂົາໄດ້, ຜູ້ທີ່ຈະເປີດໂປງ ແລະ ເປີດເຜີຍພວກເຂົາ, ຜູ້ທີ່ຈະດຶງພວກເຂົາລົງຈາກຕຳແໜ່ງຂອງພວກເຂົາ, ຜູ້ທີ່ຈະທຳລາຍຊື່ສຽງຂອງພວກເຂົາ ແລະ ຂັດຂວາງການກະທຳຂອງພວກເຂົາ, ພວກເຂົາກໍຈະຄິດຫາວິທີທີ່ຈະທໍລະມານຄົນໆນັ້ນ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ທໍລະມານຜູ້ຄົນຕາມໃຈມັກ; ແຕ່ພວກເຂົາຄອຍສັງເກດ ແລະ ລອງໃຈຜູ້ຄົນຢູ່ຕະຫຼອດເວລາ, ເບິ່ງວ່າໃຜກຳລັງເວົ້າບໍ່ດີກ່ຽວກັບພວກເຂົາລັບຫຼັງ, ໃຜບໍ່ຍອມຕໍ່ພວກເຂົາ, ໃຜແຍກແຍະການກະທຳຂອງພວກເຂົາໄດ້, ໃຜບໍ່ສົນໃຈພວກເຂົາ ແລະ ໃຜປະຕິເສດທີ່ຈະເຂົ້າຫາພວກເຂົາ. ຫຼັງຈາກທີ່ສັງເກດເບິ່ງໄລຍະໜຶ່ງ ແລະ ພົບບຸກຄົນດັ່ງກ່າວສອງ ຫຼື ສາມຄົນ, ພວກເຂົາກໍເລີ່ມໂອ້ລົມກ່ຽວກັບບັນຫາຂອງຄົນເຫຼົ່ານີ້ໃນລະຫວ່າງການເຕົ້າໂຮມ. ເຖິງແມ່ນວ່າສິ່ງທີ່ພວກເຂົາເວົ້າຈະເບິ່ງຄືວ່າຖືກຕ້ອງໃນຜິວເຜີນ, ແຕ່ໃນຄວາມເປັນຈິງແລ້ວ ມັນມີເປົ້າໝາຍ, ມີເຫດຜົນ ແລະ ມີຈຸດປະສົງ. ເຫດຜົນແມ່ນຫຍັງ? ພວກເຂົາໄດ້ສືບສວນຢ່າງລະອຽດແລ້ວ; ບຸກຄົນເຫຼົ່ານີ້ບໍ່ຍອມຕໍ່ພວກເຂົາ ແລະ ຄົນເຫຼົ່ານັ້ນແຍກແຍະພວກເຂົາໄດ້, ພະຍາຍາມເປີດໂປງ ແລະ ເປີດເຜີຍພວກເຂົາຢູ່ສະເໝີ, ເພື່ອປົດພວກເຂົາອອກຈາກຕຳແໜ່ງ. ພວກເຂົາເວົ້າສິ່ງເຫຼົ່ານີ້ກໍເພື່ອສົ່ງສັນຍານເຕືອນບຸກຄົນເຫຼົ່ານັ້ນ, ເພື່ອຕັກເຕືອນພວກເຂົາ. ຖ້າຄົນເຫຼົ່ານີ້ຍອມຖອຍ ແລະ ບໍ່ກ້າທີ່ຈະເຮັດຕໍ່ໄປ ແລະ ທຸກຢ່າງເປັນໄປຕາມຄວາມປາຖະໜາຂອງຜູ້ຕໍ່ຕ້ານພຣະຄຣິສ, ແລ້ວຜູ້ຕໍ່ຕ້ານພຣະຄຣິສກໍຈະບໍ່ສົນໃຈພວກເຂົາ. ແຕ່ຖ້າບຸກຄົນເຫຼົ່ານີ້ຍັງສືບຕໍ່ເຮັດຄືເກົ່າ, ປະຕິເສດທີ່ຈະເຂົ້າຫາພວກເຂົາ ແລະ ຍັງຕັ້ງໃຈທີ່ຈະເປີດເຜີຍພວກເຂົາ, ລາຍງານພວກເຂົາຕໍ່ເບື້ອງເທິງ ແລະ ປົດພວກເຂົາອອກຈາກຕຳແໜ່ງ, ແລ້ວພວກເຂົາກໍຈະກາຍເປັນເປົ້າໝາຍຕໍ່ໄປສຳລັບການທໍລະມານຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາຄິດຫາແນວທາງອື່ນໆ ແລະ ນຳໃຊ້ວິທີການທີ່ຮຸນແຮງ ແລະ ໜັກໜ່ວງກວ່າເກົ່າ, ພະຍາຍາມຄິດຫາວິທີທີ່ຈະມີຂໍ້ຕໍ່ລອງເໜືອອີກຝ່າຍ ແລະ ຊອກຫາໂອກາດທີ່ຈະທໍລະມານຄົນເຫຼົ່ານັ້ນ, ໂດຍຈະບໍ່ຢຸດຈົນກວ່າພວກເຂົາຈະເຮັດໃຫ້ຄົນເຫຼົ່ານັ້ນຖືກຂັບໄລ່ອອກຈາກຄຣິສຕະຈັກ. ຜູ້ຕໍ່ຕ້ານພຣະຄຣິສປະຕິບັດຕໍ່ຜູ້ທີ່ຄັດຄ້ານດ້ວຍການທໍລະມານປະເພດນີ້ ແລະ ພວກເຂົາຈະບໍ່ຍອມຢຸດຈົນກວ່າພວກເຂົາຈະບັນລຸເປົ້າໝາຍຂອງພວກເຂົາ. ວິທີການທີ່ຜູ້ຕໍ່ຕ້ານພຣະຄຣິສໃຊ້ເພື່ອທໍລະມານຜູ້ຄົນນັ້ນໂຫດຮ້າຍປ່າເຖື່ອນ. ພວກເຂົາເລີ່ມຕົ້ນດ້ວຍການຊອກຫາຂໍ້ອ້າງ ແລະ ຈັດປະເພດຜູ້ຄົນ ແລະ ຈາກນັ້ນກໍເລີ່ມທໍລະມານພວກເຂົາ, ໂດຍຈະບໍ່ຢຸດຈົນກວ່າຜູ້ຄົນຈະເຊື່ອຟັງ ແລະ ຍອມຕໍ່ພວກເຂົາຢ່າງສິ້ນເຊີງ, ຖ້າບໍ່ດັ່ງນັ້ນ ມັນກໍຈະບໍ່ຈົບ. ໃນຄຣິສຕະຈັກ, ຜູ້ຕໍ່ຕ້ານພຣະຄຣິສມັກຈະສ້າງຄວາມແຕກແຍກ ແລະ ສ້າງພັກສ້າງພວກຢູ່ສະເໝີ, ໂດຍມີເປົ້າໝາຍເພື່ອສ້າງກຸ່ມກ້ອນ ແລະ ເຂົ້າຄວບຄຸມຄຣິສຕະຈັກ. ນີ້ບໍ່ແມ່ນເຫດການທີ່ເກີດຂຶ້ນທົ່ວໄປບໍ? ຜູ້ຕໍ່ຕ້ານພຣະຄຣິສສ້າງພັກສ້າງພວກ, ສ້າງຄວາມແຕກແຍກ, ດຶງກຳລັງເຂົ້າມາຮ່ວມ, ສົມຮູ້ຮ່ວມຄິດກັບຜູ້ທີ່ເປັນປະໂຫຍດຕໍ່ພວກເຂົາ, ຜູ້ທີ່ສາມາດອອກໜ້າແທນພວກເຂົາ, ປົກປິດການກະທຳທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປົກປ້ອງພວກເຂົາໃນຊ່ວງເວລາທີ່ສຳຄັນ. ພວກເຂົາໃຫ້ຄົນເຫຼົ່ານີ້ເຮັດສິ່ງຕ່າງໆໃຫ້ພວກເຂົາ, ເຖິງຂັ້ນໃຫ້ລາຍງານກ່ຽວກັບຄົນອື່ນ ແລະ ເຮັດໜ້າທີ່ເປັນຜູ້ສົ່ງສານຂອງພວກເຂົາ. ຖ້າພວກເຂົາມີສະຖານະ, ກຸ່ມນີ້ກໍຈະກາຍເປັນອານາຈັກເອກະລາດຂອງພວກເຂົາ. ຖ້າພວກເຂົາຂາດສະຖານະ, ພວກເຂົາ ແລະ ກຸ່ມຂອງພວກເຂົາກໍຈະສ້າງກຳລັງຂຶ້ນພາຍໃນຄຣິສຕະຈັກ, ລົບກວນ ແລະ ແຊກແຊງຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ ແລະ ລົບກວນຊີວິດ ແລະ ວຽກງານປົກກະຕິຂອງຄຣິສຕະຈັກ.

ການສະແດງອອກທີ່ພົບເຫັນໄດ້ທົ່ວໄປທີ່ສຸດຂອງແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ພວກເຂົາເກັ່ງເປັນພິເສດໃນການເສແສ້ງ ແລະ ຄວາມໜ້າຊື່ໃຈຄົດ. ເຖິງແມ່ນວ່າພວກເຂົາຈະມີອຸປະນິໄສທີ່ໂຫດຮ້າຍ, ແຝງຊົ່ວ, ໂຫດຮ້າຍປ່າເຖື່ອນ ແລະ ອວດດີເປັນພິເສດ, ແຕ່ພວກເຂົາກໍສະແດງຕົນເອງອອກມາພາຍນອກວ່າເປັນຄົນທີ່ຖ່ອມຕົວ ແລະ ໃຈດີເປັນພິເສດ. ນີ້ບໍ່ແມ່ນການເສແສ້ງບໍ? ຄົນເຫຼົ່ານີ້ໄຕ່ຕອງໃນໃຈຂອງພວກເຂົາທຸກໆມື້ ໂດຍຄິດວ່າ: “ຂ້ອຍຄວນນຸ່ງເຄື່ອງແບບໃດເພື່ອເຮັດໃຫ້ຂ້ອຍເບິ່ງຄືຊາວຄຣິສຫຼາຍຂຶ້ນ, ເບິ່ງຊື່ກົງຫຼາຍຂຶ້ນ, ເບິ່ງເປັນຄົນຝ່າຍວິນຍານຫຼາຍຂຶ້ນ, ເບິ່ງມີພາລະຫຼາຍຂຶ້ນ ແລະ ເບິ່ງຄືຜູ້ນຳຫຼາຍຂຶ້ນ? ຂ້ອຍຄວນກິນອາຫານແນວໃດເພື່ອເຮັດໃຫ້ຜູ້ຄົນຮູ້ສຶກວ່າຂ້ອຍມີມາລະຍາດ, ສະຫງ່າງາມ, ມີກຽດ ແລະ ສູງສົ່ງພຽງພໍ? ຂ້ອຍຄວນໃຊ້ທ່າທາງການຍ່າງແບບໃດເພື່ອໃຫ້ເບິ່ງມີລັກສະນະຂອງຄວາມເປັນຜູ້ນຳ ແລະ ມີສະເໜ່, ເພື່ອໃຫ້ເບິ່ງຄືກັບຄົນພິເສດ ແລະ ບໍ່ແມ່ນຄົນທຳມະດາ? ໃນການສົນທະນາຂອງຂ້ອຍກັບຄົນອື່ນ, ນ້ຳສຽງ, ຄຳສັບ, ສາຍຕາ ແລະ ສີໜ້າແບບໃດທີ່ສາມາດເຮັດໃຫ້ຜູ້ຄົນຮູ້ສຶກວ່າຂ້ອຍມີລະດັບສູງ, ຄືກັບຄົນຊັ້ນສູງໃນສັງຄົມ ຫຼື ປັນຍາຊົນລະດັບສູງ? ການແຕ່ງກາຍ, ຮູບແບບ, ຄຳເວົ້າ ແລະ ພຶດຕິກຳຂອງຂ້ອຍຈະເຮັດໃຫ້ຜູ້ຄົນໃຫ້ຄວາມເຄົາລົບນັບຖືຂ້ອຍຢ່າງສູງ, ປະທັບໃຈພວກເຂົາຢ່າງບໍ່ມີວັນລືມ ແລະ ຮັບປະກັນວ່າຂ້ອຍຈະຢູ່ໃນໃຈຂອງພວກເຂົາຕະຫຼອດໄປໄດ້ແນວໃດ? ຂ້ອຍຄວນເວົ້າຫຍັງເພື່ອຊື້ໃຈ ແລະ ເຮັດໃຫ້ຈິດໃຈຂອງຜູ້ຄົນອົບອຸ່ນ ແລະ ເພື່ອສ້າງຄວາມປະທັບໃຈທີ່ຍາວນານ? ຂ້ອຍຕ້ອງເຮັດໃຫ້ຫຼາຍຂຶ້ນເພື່ອຊ່ວຍເຫຼືອຄົນອື່ນ ແລະ ເວົ້າໃນສິ່ງທີ່ດີກ່ຽວກັບພວກເຂົາ, ມັກຈະເວົ້າກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ໃຊ້ຄຳສັບທາງວິນຍານບາງຄຳຕໍ່ໜ້າຜູ້ຄົນເລື້ອຍໆ, ອ່ານພຣະທຳຂອງພຣະເຈົ້າໃຫ້ຄົນອື່ນຟັງໃຫ້ຫຼາຍຂຶ້ນ, ອະທິຖານເພື່ອພວກເຂົາໃຫ້ຫຼາຍຂຶ້ນ, ເວົ້າດ້ວຍນ້ຳສຽງທີ່ແຜ່ວເບົາເພື່ອເຮັດໃຫ້ຜູ້ຄົນຕັ້ງໃຈຟັງຂ້ອຍ ແລະ ເຮັດໃຫ້ພວກເຂົາຮູ້ສຶກວ່າຂ້ອຍອ່ອນໂຍນ, ເອົາໃຈໃສ່, ມີຄວາມຮັກ, ໃຈກວ້າງ ແລະ ໃຫ້ອະໄພ”. ນີ້ບໍ່ແມ່ນການເສແສ້ງບໍ? ສິ່ງເຫຼົ່ານີ້ຄືຄວາມຄິດທີ່ຄອບຄອງຈິດໃຈຂອງຜູ້ຕໍ່ຕ້ານພຣະຄຣິສ. ສິ່ງທີ່ເຕັມຢູ່ໃນຄວາມຄິດຂອງພວກເຂົາບໍ່ມີຫຍັງນອກຈາກກະແສຂອງໂລກທີ່ບໍ່ເຊື່ອ, ເຊິ່ງບົ່ງບອກຢ່າງຊັດເຈນວ່າຄວາມຄິດ ແລະ ມຸມມອງຂອງພວກເຂົາເປັນຂອງໂລກ ແລະ ຊາຕານ. ບາງຄົນອາດຈະແຕ່ງກາຍຄືກັບໂສເພນີ ຫຼື ແມ່ນແຕ່ແມ່ຍິງທີ່ສຳສ່ອນໃນບ່ອນລັບຕາຄົນ; ເຄື່ອງນຸ່ງຂອງພວກເຂົາຕອບສະໜອງຕໍ່ກະແສທີ່ຊົ່ວຮ້າຍໂດຍສະເພາະ ແລະ ເປັນແຟຊັນເປັນພິເສດ. ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາມາທີ່ຄຣິສຕະຈັກ, ໃນທ່າມກາງອ້າຍເອື້ອຍນ້ອງ ພວກເຂົາພັດນຸ່ງເຄື່ອງ ແລະ ມີທ່າທາງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ພວກເຂົາບໍ່ໄດ້ຊ່ຽວຊານໃນການເສແສ້ງຢ່າງສຸດຂີດບໍ? (ແມ່ນແລ້ວ.) ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສໄຕ່ຕອງໃນໃຈຂອງພວກເຂົາ, ສິ່ງທີ່ພວກເຂົາເຮັດ, ການສະແດງອອກຕ່າງໆຂອງພວກເຂົາ ແລະ ອຸປະນິໄສທີ່ພວກເຂົາເປີດເຜີຍອອກມານັ້ນ ລ້ວນແຕ່ສະແດງໃຫ້ເຫັນວ່າອຸປະນິໄສ-ແກ່ນແທ້ຂອງພວກເຂົານັ້ນຊົ່ວຊ້າ. ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ໄຕ່ຕອງເຖິງຄວາມຈິງ, ສິ່ງທີ່ເປັນບວກ, ເສັ້ນທາງທີ່ຖືກຕ້ອງ ຫຼື ຂໍ້ກຳນົດຂອງພຣະເຈົ້າ. ຄວາມຄິດຂອງພວກເຂົາ ພ້ອມທັງແນວທາງ, ວິທີການ ແລະ ເປົ້າໝາຍທີ່ພວກເຂົາເລືອກລ້ວນແຕ່ຊົ່ວຊ້າ, ພວກມັນລ້ວນແຕ່ບ່ຽງເບນອອກຈາກເສັ້ນທາງທີ່ຖືກຕ້ອງ ແລະ ບໍ່ເຂົ້າກັບຄວາມຈິງ. ພວກເຂົາເຖິງຂັ້ນເຮັດກົງກັນຂ້າມກັບຄວາມຈິງ ແລະ ໂດຍທົ່ວໄປແລ້ວ ພວກມັນສາມາດສະຫຼຸບໄດ້ວ່າເປັນຄວາມຊົ່ວ; ພຽງແຕ່ວ່າທຳມະຊາດຂອງຄວາມຊົ່ວຮ້າຍນີ້ແມ່ນຊົ່ວຊ້າ, ສະນັ້ນ ມັນຈຶ່ງຖືກເອີ້ນລວມກັນວ່າຄວາມຊົ່ວຊ້າ. ພວກເຂົາບໍ່ໄດ້ໄຕ່ຕອງເຖິງການເປັນຄົນຊື່ສັດ, ເປັນຄົນບໍລິສຸດ ແລະ ເປີດເຜີຍ ຫຼື ຈິງໃຈ ແລະ ຈົງຮັກພັກດີ; ແຕ່ພວກເຂົາພັດຄິດກ່ຽວກັບວິທີການທີ່ຊົ່ວຊ້າ. ຍົກຕົວຢ່າງ: ຄົນທີ່ສາມາດເປີດເຜີຍກ່ຽວກັບຕົນເອງໃນລັກສະນະທີ່ບໍລິສຸດ, ເຊິ່ງເປັນສິ່ງທີ່ເປັນບວກ ແລະ ເປັນການປະຕິບັດຄວາມຈິງ. ຜູ້ຕໍ່ຕ້ານພຣະຄຣິສເຮັດແບບນີ້ບໍ? (ບໍ່.) ພວກເຂົາເຮັດຫຍັງ? ພວກເຂົາເສແສ້ງຢູ່ຕະຫຼອດເວລາ ແລະ ເມື່ອພວກເຂົາເຮັດສິ່ງທີ່ບໍ່ດີ ແລະ ເລີ່ມສະແດງພິລຸດອອກມາ, ພວກເຂົາກໍຈະປົກປິດມັນໄວ້ຢ່າງສຸດກຳລັງ, ແກ້ຕົວ ແລະ ປົກປ້ອງຕົນເອງ ແລະ ປົກປິດຄວາມຈິງ, ຈາກນັ້ນ ໃນທີ່ສຸດພວກເຂົາກໍໃຫ້ເຫດຜົນຂອງຕົນເອງ. ການປະຕິບັດເຫຼົ່ານີ້ມີອັນໃດທີ່ທຽບໄດ້ກັບການປະຕິບັດຄວາມຈິງບໍ? (ບໍ່.) ມີອັນໃດທີ່ສອດຄ່ອງກັບຫຼັກການຄວາມຈິງບໍ? ບໍ່ໃກ້ກັນເລີຍ.

ຫາກໍຜ່ານໄປນີ້, ພວກເຮົາໄດ້ໂອ້ລົມ ແລະ ໄຈ້ແຍກດ້ານທຳອິດຂອງອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ນັ້ນກໍຄືຄວາມຊົ່ວຊ້າ. ພວກເຮົາເລີ່ມຕົ້ນດ້ວຍການໄຈ້ແຍກສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສຄິດຢູ່ໝົດມື້, ໂດຍໃຊ້ຄວາມຄິດ, ມຸມມອງ ແລະ ແນວທາງ ແລະ ວິທີການທີ່ພວກເຂົາຕອບສະໜອງຕໍ່ເລື່ອງຕ່າງໆ ເພື່ອໄຈ້ແຍກອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຮົາຍັງໄດ້ໄຈ້ແຍກທຳມະຊາດຂອງສິ່ງຕ່າງໆທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດ, ໂດຍອີງໃສ່ສິ່ງທີ່ມີຢູ່ໃນຄວາມຄິດຂອງພວກເຂົາ. ພວກເຮົາຍັງໄດ້ຍົກຕົວຢ່າງບາງຢ່າງເພື່ອໄຈ້ແຍກອຸປະນິໄສ-ແກ່ນແທ້ຂອງພວກເຂົາທີ່ເປີດເຜີຍຜ່ານຕົວຢ່າງເຫຼົ່ານີ້. ກ່ຽວກັບຕົວຢ່າງເຫຼົ່ານີ້, ພວກເຈົ້າເຄີຍເຫັນໃຜທີ່ມີຄວາມເປັນມະນຸດທີ່ຂ້ອນຂ້າງດີໃນບັນດາຜູ້ທີ່ສະແດງພຶດຕິກຳເຫຼົ່ານີ້ ແລະ ເປີດເຜີຍອຸປະນິໄສເຫຼົ່ານີ້ບໍ? ເມື່ອເວົ້າເຖິງຄົນທີ່ມີການເປີດເຜີຍ ແລະ ການສະແດງອອກດັ່ງກ່າວ, ລັກສະນະຂອງພວກເຂົາມີຄວາມຊື່ສັດ, ຄວາມເມດຕາ, ຄວາມຮຽບງ່າຍ, ຄວາມຈິງໃຈ, ຄວາມຊື່ກົງ ແລະ ອື່ນໆບໍ? (ບໍ່ມີ.) ເຫັນໄດ້ຊັດເຈນວ່າ ພວກເຂົາຂາດຄຸນສົມບັດເຫຼົ່ານີ້. ໃນທາງກົງກັນຂ້າມ, ລັກສະນະຂອງພວກເຂົາແມ່ນແຝງຊົ່ວ, ໂຫດຮ້າຍປ່າເຖື່ອນ, ມີແນວໂນ້ມທີ່ຈະຕົວະຈົນເປັນນິໄສ, ເຫັນແກ່ຕົວ, ຊົ່ວຊ້າ ແລະ ຂາດກຽດສັກສີ. ຈຸດເດັ່ນເຫຼົ່ານີ້ໃນລັກສະນະຂອງພວກເຂົາແມ່ນເຫັນໄດ້ຂ້ອນຂ້າງຊັດເຈນ. ສາມາດກ່າວໄດ້ຢ່າງຖືກຕ້ອງວ່າ ຜູ້ທີ່ມີຄວາມຄິດທີ່ຊົ່ວຊ້າຢູ່ໝົດມື້ ແລະ ຜູ້ທີ່ສາມາດເຮັດສິ່ງທີ່ຊົ່ວຊ້າຕ່າງໆໄດ້ ລ້ວນແຕ່ມີລັກສະນະທີ່ຕໍ່າຊ້າຫຼາຍ. ມັນຕໍ່າຊ້າເຖິງລະດັບໃດ? ມັນຂາດສະຕິຮູ້ສຶກຜິດຊອບ, ຄວາມສຸດຈະລິດ ແລະ ໂດຍສະເພາະແມ່ນຄວາມມີເຫດຜົນທີ່ປົກກະຕິ. ຄົນທີ່ປາສະຈາກສິ່ງເຫຼົ່ານີ້ສາມາດຖືກຖືວ່າເປັນມະນຸດໄດ້ບໍ? ສາມາດກ່າວໄດ້ຢ່າງຊັດເຈນວ່າ ຄົນທີ່ຂາດສິ່ງເຫຼົ່ານີ້ບໍ່ແມ່ນມະນຸດ; ພວກເຂົາພຽງແຕ່ໃສ່ຄາບມະນຸດເທົ່ານັ້ນ. ບາງຄົນອາດຈະຖາມວ່າ: “ນັ້ນບໍ່ຄືກັບໝາປ່າໃນຄາບແກະບໍ?”. ນັ້ນເປັນພຽງຄຳປຽບທຽບເທົ່ານັ້ນ. ໝາປ່າໃນຄາບແກະແມ່ນຫຍັງ? ໂດຍແກ່ນແທ້ແລ້ວ ພວກມັນກໍຄືໝາປ່າ. ມີຄວາມແຕກຕ່າງທີ່ເປັນແກ່ນແທ້ລະຫວ່າງໝາປ່າ ແລະ ມານຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສບໍ? ໝາປ່າລ່າ ແລະ ກິນງົວ ແລະ ແກະ, ບໍ່ແມ່ນຍ້ອນຄວາມໂລບ ແຕ່ເປັນສ່ວນໜຶ່ງຂອງທຳມະຊາດທີ່ພຣະເຈົ້າກຳນົດໄວ້ໃຫ້ພວກມັນ. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງທີ່ໝາປ່າມີ ແຕ່ຜູ້ຕໍ່ຕ້ານພຣະຄຣິສບໍ່ມີ. ຖ້າຄົນໃດໜຶ່ງຮັບລ້ຽງ ແລະ ລ້ຽງດູໝາປ່າ ຫຼື ໄດ້ຊ່ວຍຊີວິດມັນໄວ້, ໝາປ່າຈະບໍ່ມີວັນທຳຮ້າຍຄົນໆນັ້ນ ແລະ ຈະສະແດງຄວາມກະຕັນຍູ. ໃນທາງກົງກັນຂ້າມ, ຜູ້ຕໍ່ຕ້ານພຣະຄຣິສໄດ້ຮັບພຣະຄຸນ, ການນຳພາ ແລະ ການສະໜອງພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາພັດວາງແຜນຮ້າຍຕໍ່ພຣະເຈົ້າໃນທຸກສິ່ງ, ຢູ່ຝ່າຍກົງກັນຂ້າມ ແລະ ເປັນສັດຕູກັບພຣະອົງສະເໝີ. ພວກເຂົາບໍ່ສາມາດອ່ອນນ້ອມຕໍ່ສິ່ງໃດກໍຕາມທີ່ພຣະເຈົ້າເຮັດ; ພວກເຂົາບໍ່ສາມາດກ່າວອາແມນຕໍ່ສິ່ງນັ້ນໄດ້, ພວກເຂົາຢາກຢືນຢູ່ຝ່າຍກົງກັນຂ້າມ. ມັນເໝາະສົມບໍທີ່ຈະເວົ້າວ່າຜູ້ຕໍ່ຕ້ານພຣະຄຣິສເປັນໝາປ່າໃນຄາບແກະ? ຄຳປຽບທຽບນີ້ຖືກຕ້ອງບໍ? (ບໍ່, ມັນບໍ່ຖືກຕ້ອງ.) ໃນອະດີດ, ໃນສາສະໜາ, ໃຜກໍຕາມທີ່ຖືກຕີຕາວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຮ້າຍ ກໍຈະຖືກຖືວ່າເປັນໝາປ່າໃນຄາບແກະ. ນີ້ເປັນພຽງຄຳປຽບທຽບທີ່ຜູ້ຄົນນຳໃຊ້ ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ແກ່ນແທ້ຄວາມເປັນມະນຸດ ແລະ ອຸປະນິໄສຂອງບຸກຄົນຕ່າງໆ. ເຖິງຢ່າງໃດກໍຕາມ, ເມື່ອຄວາມຈິງຖືກໂອ້ລົມໃນລະດັບນີ້, ການໃຊ້ຄຳປຽບທຽບນີ້ກໍກາຍເປັນສິ່ງທີ່ບໍ່ຄ່ອຍເໝາະສົມປານໃດ. ມານຮ້າຍກໍຄືມານຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍທຽບເທົ່າກັບມານຮ້າຍ ແລະ ພວກເຂົາບໍ່ສົມຄວນທີ່ຈະຖືກນຳໄປປຽບທຽບກັບສິ່ງທີ່ມີຊີວິດທັງໝົດທີ່ພຣະເຈົ້າສ້າງຂຶ້ນ. ມີສິ່ງໃດແດ່ທີ່ພຣະເຈົ້າສ້າງຂຶ້ນ ເຊັ່ນ: ໝາປ່າ ຫຼື ສັດກິນຊີ້ນອື່ນໆ ທີ່ເຄີຍຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າບໍ? ພວກມັນຈະຮ້ອງໂວຍວາຍຕໍ່ຕ້ານພຣະເຈົ້າ ຫຼື ຕໍ່ຕ້ານພຣະອົງບໍ? ພວກມັນຈະຕັດສິນ, ກ່າວໂທດ ຫຼື ໂຈມຕີສິ່ງໃດກໍຕາມທີ່ພຣະເຈົ້າກ່າວບໍ? ພວກມັນບໍ່ເຮັດສິ່ງດັ່ງກ່າວ; ພວກມັນພຽງແຕ່ດຳລົງຊີວິດຕາມສັນຊາດຕະຍານ ແລະ ສະພາບແວດລ້ອມການດຳລົງຊີວິດທີ່ພຣະເຈົ້າກຳນົດໄວ້ໃຫ້ພວກມັນເທົ່ານັ້ນ. ບໍ່ວ່າພຣະເຈົ້າຈະສ້າງພວກມັນມາໃຫ້ເປັນແນວໃດ, ພວກມັນກໍເປັນແນວນັ້ນ, ໂດຍປາສະຈາກການເສແສ້ງໃດໆ. ແຕ່ຜູ້ຕໍ່ຕ້ານພຣະຄຣິສນັ້ນແຕກຕ່າງອອກໄປ: ພວກເຂົາມີທຳມະຊາດຂອງຊາຕານ ແລະ ພວກເຂົາຊ່ຽວຊານໃນການກະທຳທີ່ກົງກັນຂ້າມກັບສິ່ງທີ່ເປັນບວກ ແລະ ຄວາມຈິງ. ພວກເຂົາກໍຄືກັນກັບພະຍານາກໃຫຍ່ສີແດງ: ພວກເຂົາຊ່ຽວຊານໃນການກະທຳທີ່ຕໍ່ຕ້ານພຣະເຈົ້າ.

2). ສິ່ງທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດຕໍ່ພຣະເຈົ້າ

ຫຼັງຈາກທີ່ໂອ້ລົມກ່ຽວກັບການສະແດງອອກທີ່ຊົ່ວຊ້າຕ່າງໆທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກຕໍ່ຜູ້ຄົນແລ້ວ, ໃຫ້ພວກເຮົາໂອ້ລົມກັນກ່ຽວກັບວ່າ ຜູ້ຕໍ່ຕ້ານພຣະຄຣິສມີການສະແດງອອກຫຍັງແດ່ຕໍ່ພຣະເຈົ້າ ໃນແງ່ທີ່ພວກເຂົາຄິດແຕ່ເລື່ອງຊົ່ວຊ້າໝົດມື້. ພວກເຮົາໄດ້ໂອ້ລົມກັນຫຼາຍແລ້ວກ່ຽວກັບຫົວຂໍ້ນີ້, ສະນັ້ນ ໃຫ້ພວກເຮົາສະຫຼຸບ. ພວກເຮົາຈະເລີ່ມຕົ້ນດ້ວຍກໍລະນີທີ່ເບົາບາງກວ່າ ແລ້ວຄ່ອຍໆປ່ຽນໄປສູ່ກໍລະນີທີ່ຮ້າຍແຮງກວ່າ. ທຳອິດຄືຄວາມຂ້ອງໃຈ, ຕາມດ້ວຍການກວດສອບພຣະເຈົ້າ ແລະ ຍັງມີຄວາມສົງໄສ, ການລະວັງຕົວ, ການຮຽກຮ້ອງ ແລະ ການຕໍ່ລອງ. ຍັງມີຫຍັງອີກບໍ? (ການລອງໃຈພຣະເຈົ້າ.) ທຳມະຊາດຂອງພຶດຕິກຳນີ້ແມ່ນຂ້ອນຂ້າງຮ້າຍແຮງ. ເມື່ອພວກເຮົາດຳເນີນຕໍ່ໄປ, ທຳມະຊາດຂອງແຕ່ລະພຶດຕິກຳກໍນັບມື້ນັບຮ້າຍແຮງຂຶ້ນ ຄື: ການປະຕິເສດ, ການກ່າວໂທດ, ການຕັດສິນ, ການໝິ່ນປະໝາດ, ການດ່າທໍ, ການໂຈມຕີ, ການຮ້ອງໂວຍວາຍ ແລະ ການຕໍ່ຕ້ານ. ເຖິງແມ່ນວ່າບາງຄຳສັບເຫຼົ່ານີ້ອາດເບິ່ງຄືວ່າມີຄວາມໝາຍຄ້າຍຄືກັນໃນທາງຜິວເຜີນ, ແຕ່ເມື່ອກວດສອບຢ່າງໃກ້ຊິດແລ້ວ, ຄວາມເລິກເຊິ່ງ ຫຼື ຈຸດເນັ້ນຂອງພວກມັນແມ່ນແຕກຕ່າງກັນ. ໂດຍການນຳໃຊ້ມຸມມອງຕ່າງໆ ຫຼື ພິຈາລະນາວິທີການຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຮົາສາມາດແຍກແຍະຄວາມແຕກຕ່າງໃນທຳມະຊາດຂອງຄຳສັບເຫຼົ່ານີ້ໄດ້.

ກ. ຄວາມຂ້ອງໃຈ

ຄວາມຂ້ອງໃຈ, ການກວດສອບ ແລະ ຄວາມສົງໄສ ແມ່ນການສະແດງອອກໃນເບື້ອງຕົ້ນພໍສົມຄວນ. ບາງຄົນພຽງແຕ່ເກັບຄວາມຂ້ອງໃຈໄວ້ໃນໃຈຂອງພວກເຂົາ ໂດຍຄິດວ່າ: “ເນື້ອໜັງທີ່ບັງເກີດເປັນມະນຸດນີ້ແມ່ນພຣະເຈົ້າແທ້ບໍ? ສຳລັບຂ້ອຍແລ້ວ ພຣະອົງເບິ່ງຄືກັບຄົນ. ພຣະທຳທັງໝົດຂອງພຣະອົງແມ່ນຄວາມຈິງບໍ? ຂໍ້ໃດໃນພຣະທຳເຫຼົ່ານັ້ນທີ່ຟັງເບິ່ງຄືກັບຄວາມຈິງ? ບາງສິ່ງທີ່ພຣະອົງກ່າວອາດຈະເໜືອຄຳເວົ້າ ແລະ ຄວາມຮູ້ຂອງມະນຸດ. ຜູ້ຄົນອາດຈະບໍ່ສາມາດອະທິບາຍຄວາມເລິກລັບ ແລະ ຄຳທຳນວາຍໄດ້ຢ່າງຊັດເຈນ, ແຕ່ຜູ້ທຳນວາຍກໍບໍ່ສາມາດເວົ້າສິ່ງດັ່ງກ່າວໄດ້ຄືກັນບໍ? ມີການກ່າວວ່າພຣະເຈົ້າຊອບທຳ, ແຕ່ພຣະເຈົ້າຊອບທຳແນວໃດ? ມີການກ່າວວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ, ແລ້ວເປັນຫຍັງຊາຕານຈຶ່ງເຮັດສິ່ງທີ່ບໍ່ດີຢູ່ສະເໝີ? ເມື່ອຊາຕານຈັບກຸມ ແລະ ຂົ່ມເຫັງພວກເຮົາ, ເມື່ອມັນທຳຮ້າຍພວກເຮົາ, ເປັນຫຍັງພຣະເຈົ້າຈຶ່ງບໍ່ເຂົ້າມາຈັດການ? ພຣະເຈົ້າຢູ່ໃສ? ພຣະເຈົ້າມີຕົວຕົນຢູ່ແທ້ບໍ?” ເມື່ອຜູ້ຄົນຂາດຄວາມເຊື່ອທີ່ແທ້ຈິງ, ບໍ່ຮັບຮູ້ອຳນາດສູງສຸດຂອງພຣະເຈົ້າ, ບໍ່ຮູ້ຈັກອຸປະນິໄສຂອງພຣະເຈົ້າ ຫຼື ແກ່ນແທ້ຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງ, ຄວາມຂ້ອງໃຈດັ່ງກ່າວກໍຈະເກີດຂຶ້ນໃນໃຈຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ເມື່ອຜູ້ຄົນຄ່ອຍໆປະສົບກັບພາລະກິດຂອງພຣະເຈົ້າ, ເຂົ້າໃຈຄວາມຈິງ ແລະ ຮັບຮູ້ອຳນາດສູງສຸດຂອງພຣະເຈົ້າ, ຄວາມຂ້ອງໃຈເຫຼົ່ານີ້ກໍຈະໄດ້ຮັບການແກ້ໄຂຢ່າງຄ່ອຍເປັນຄ່ອຍໄປ ແລະ ຈະປ່ຽນເປັນຄວາມເຊື່ອທີ່ແທ້ຈິງ. ນີ້ຄືເສັ້ນທາງທີ່ຫຼີກລ່ຽງບໍ່ໄດ້ສຳລັບທຸກຄົນທີ່ຕິດຕາມພຣະເຈົ້າ. ແຕ່ສຳລັບຜູ້ຕໍ່ຕ້ານພຣະຄຣິສທີ່ມີແກ່ນແທ້ທີ່ຊົ່ວຊ້າ, ຄວາມຂ້ອງໃຈຂອງພວກເຂົາສາມາດປ່ຽນແປງໄດ້ບໍ? (ບໍ່, ບໍ່ສາມາດປ່ຽນແປງໄດ້.) ເປັນຫຍັງຈຶ່ງບໍ່ສາມາດປ່ຽນແປງໄດ້? (ຜູ້ຕໍ່ຕ້ານພຣະຄຣິສແມ່ນຜູ້ບໍ່ເຊື່ອ, ພວກເຂົາບໍ່ຍອມຮັບພຣະເຈົ້າ.) ໃນທາງທິດສະດີ, ພວກເຂົາແມ່ນຜູ້ບໍ່ເຊື່ອ, ສະນັ້ນ ພວກເຂົາຈຶ່ງຂ້ອງໃຈໃນພຣະເຈົ້າຢ່າງຕໍ່ເນື່ອງ. ເຫດຜົນທາງພາວະວິໄສກໍຄື ຄົນແບບນີ້ປະຕິເສດທີ່ຈະຍອມຮັບຄວາມຈິງ ແລະ ສິ່ງທີ່ເປັນບວກໂດຍສັນດານ. ເຖິງຢ່າງໃດກໍຕາມ, ທຸກສິ່ງທີ່ພຣະເຈົ້າເຮັດລ້ວນແຕ່ເປັນບວກ ແລະ ເປັນຄວາມຈິງ. ຍ້ອນວ່າຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍ ແລະ ເປັນປໍລະປັກຕໍ່ຄວາມຈິງ, ເຖິງແມ່ນວ່າທຸກຄົນຈະຍອມຮັບວ່າທຸກສິ່ງທີ່ພຣະເຈົ້າເຮັດແມ່ນຄວາມຈິງ, ທຸກສິ່ງນັ້ນຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ອຳນາດສູງສຸດຂອງພຣະເຈົ້າກໍມີຢູ່ຈິງຢ່າງແນ່ນອນ ເຊັ່ນດຽວກັບພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສກໍບໍ່ຍອມຮັບ ຫຼື ເຊື່ອວ່າສິ່ງເຫຼົ່ານີ້ແມ່ນຄວາມຈິງ. ໃນໃຈຂອງພວກເຂົາແລ້ວ, ຄວາມຂ້ອງໃຈກ່ຽວກັບພຣະເຈົ້າແມ່ນບໍ່ສາມາດກຳຈັດອອກໄປໄດ້ຢ່າງຖາວອນ. ເຫັນໄດ້ຊັດເຈນວ່າ ສິ່ງເຫຼົ່ານີ້ແມ່ນຄວາມຈິງ, ພວກມັນຖືກເປັນພະຍານໂດຍທຸກຄົນ ແລະ ແມ່ນແຕ່ຜູ້ທີ່ປົກກະຕິແລ້ວມີຄວາມເຊື່ອໜ້ອຍທີ່ສຸດກໍຍັງຖືກກຳຈັດຄວາມຂ້ອງໃຈຂອງພວກເຂົາກ່ຽວກັບພຣະເຈົ້າ ຫຼັງຈາກທີ່ໄດ້ປະສົບກັບພາລະກິດຂອງພຣະເຈົ້າເປັນເວລາຫຼາຍປີ ແລະ ພວກເຂົາກໍພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ມີພຽງຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ບໍ່ສາມາດປ່ຽນແປງຄວາມຂ້ອງໃຈຂອງພວກເຂົາກ່ຽວກັບພຣະເຈົ້າໄດ້. ຖ້າເວົ້າຕາມຄວາມເປັນຈິງແລ້ວ, ໃນທາງທິດສະດີ ບຸກຄົນເຫຼົ່ານີ້ແມ່ນຜູ້ບໍ່ເຊື່ອທີ່ບໍ່ຍອມຮັບຄວາມຈິງ, ແຕ່ໃນຄວາມເປັນຈິງແລ້ວ, ມັນເປັນຍ້ອນວ່າຜູ້ຕໍ່ຕ້ານພຣະຄຣິສເບື່ອໜ່າຍຕໍ່ຄວາມຈິງ ແລະ ມີແກ່ນແທ້ທີ່ຊົ່ວຊ້າ, ນີ້ຄືເຫດຜົນພື້ນຖານ. ບໍ່ວ່າຈະມີຈັກຄົນທີ່ຢືນຢັນ ຫຼື ເປັນພະຍານເຖິງສິ່ງທີ່ພຣະເຈົ້າໄດ້ເຮັດ ຫຼື ບໍ່ວ່າຫຼັກຖານທີ່ໜັກແໜ້ນຈະຖືກວາງໄວ້ຕໍ່ໜ້າຕໍ່ຕາຜູ້ຕໍ່ຕ້ານພຣະຄຣິສຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງປະຕິເສດທີ່ຈະເຊື່ອໃນແກ່ນແທ້ຂອງພຣະເຈົ້າ ຫຼື ເຊື່ອວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ, ນີ້ຄືຄວາມຊົ່ວຊ້າຢ່າງເຫຼືອລົ້ນ. ສິ່ງນີ້ສາມາດອະທິບາຍໄດ້ດ້ວຍຈຸດໜຶ່ງຄື: ເມື່ອຜູ້ຕໍ່ຕ້ານພຣະຄຣິສເຫັນຂໍ້ເທັດຈິງທີ່ໜັກແໜ້ນ ແລະ ຊັດເຈນກ່ຽວກັບອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ, ພວກເຂົາກໍບໍ່ເຊື່ອ ແລະ ບໍ່ຍອມຮັບມັນ ແລະ ພວກເຂົາເຖິງກັບຂ້ອງໃຈໃນພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງການກະທຳຂອງສິ່ງທີ່ເອີ້ນວ່າພຣະພຸດທະເຈົ້າ ຫຼື ຜູ້ເປັນອະມະຕະທີ່ຜູ້ບໍ່ມີຄວາມເຊື່ອ, ມານຮ້າຍ ແລະ ວິນຍານຊົ່ວຮ້າຍເວົ້າເຖິງ, ເຊິ່ງເປັນການກະທຳທີ່ຜູ້ຕໍ່ຕ້ານພຣະຄຣິສບໍ່ເຄີຍເຫັນ ແລະ ຂາດຫຼັກຖານທີ່ຈັບຕ້ອງໄດ້, ພວກເຂົາພັດເຊື່ອຢ່າງງ່າຍດາຍ. ນີ້ຄືການສະແດງອອກເຖິງຄວາມຊົ່ວຊ້າຢ່າງສຸດຂີດ. ບໍ່ວ່າການກະທຳຂອງພຣະເຈົ້າຈະຍິ່ງໃຫຍ່ ຫຼື ສັ່ນສະເທືອນໂລກຫຼາຍສໍ່າໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສກໍຍັງຂ້ອງໃຈ ແລະ ສະແດງຄວາມດູຖູກ, ໂດຍເກັບຄວາມຂ້ອງໃຈໄວ້ໃນໃຈຂອງພວກເຂົາຢູ່ສະເໝີ. ແຕ່ເມື່ອມານຮ້າຍ ຫຼື ຊາຕານເຮັດສິ່ງທີ່ແປກປະຫຼາດໃດໆ, ພວກເຂົາກໍຖືກເອົາຊະນະໃຈ ແລະ ພວກເຂົາກໍກົ້ມຫົວລົງດ້ວຍຄວາມເຫຼື່ອມໃສ. ພວກເຂົາບໍ່ສາມາດສ້າງຄວາມຢຳເກງ ຫຼື ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໄດ້, ບໍ່ວ່າສິ່ງທີ່ພຣະເຈົ້າເຮັດຈະຍິ່ງໃຫຍ່ສໍ່າໃດກໍຕາມ. ໃນທາງກົງກັນຂ້າມ, ພວກເຂົາເຊື່ອໃນທຸກສິ່ງທີ່ຊາຕານສ້າງຂຶ້ນຢ່າງງ່າຍດາຍ ແລະ ເຄົາລົບສິ່ງເຫຼົ່ານີ້ຢ່າງສຸດຫົວໃຈ. ນີ້ຄືການສະແດງອອກເຖິງຄວາມຊົ່ວຊ້າ. ຄວາມຈິງທີ່ວ່າຜູ້ຕໍ່ຕ້ານພຣະຄຣິສຂ້ອງໃຈໃນພຣະເຈົ້ານັ້ນມີຢູ່ຈິງສະເໝີ. ພວກເຂົາບໍ່ເຄີຍເຊື່ອວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແລະ ພວກເຂົາບໍ່ເຄີຍຍອມຮັບວ່າພຣະເຈົ້າແມ່ນຄວາມຈິງ; ບໍ່ວ່າຈະມີຈັກຄົນທີ່ເປັນພະຍານ ຫຼື ມີຫຼັກຖານຫຼາຍສໍ່າໃດທີ່ຖືກນຳສະເໜີສຳລັບສິ່ງເຫຼົ່ານີ້, ພວກເຂົາກໍບໍ່ສາມາດຍອມຮັບ ຫຼື ເຊື່ອພວກມັນໄດ້. ໃນດ້ານໜຶ່ງ, ສິ່ງນີ້ແມ່ນຍ້ອນອຸປະນິໄສ-ແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໃນອີກດ້ານໜຶ່ງ, ມັນບົ່ງບອກວ່າບຸກຄົນດັ່ງກ່າວບໍ່ແມ່ນມະນຸດແທ້ໆ, ເພາະວ່າພວກເຂົາຂາດຂະບວນການຄິດຂອງຄວາມເປັນມະນຸດທີ່ປົກກະຕິ. ການທີ່ພວກເຂົາບໍ່ມີຂະບວນການຄິດຂອງຄວາມເປັນມະນຸດທີ່ປົກກະຕິໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ພວກເຂົາຂາດການຕັດສິນ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບສິ່ງທີ່ເປັນບວກ, ຄວາມຈິງ ແລະ ແກ່ນແທ້ ແລະ ຕົ້ນກຳເນີດທີ່ຢູ່ເບື້ອງຫຼັງທຸກສິ່ງ. ແມ່ນແຕ່ຜ່ານການອ່ານພຣະທຳຂອງພຣະເຈົ້າ, ການຟັງຄຳເທດສະໜາ ແລະ ການປະສົບກັບພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດຢືນຢັນ ຫຼື ເຊື່ອໄດ້ ແຕ່ຍັງຄົງຂ້ອງໃຈຢູ່. ເຫັນໄດ້ຊັດເຈນວ່າ ບຸກຄົນເຫຼົ່ານີ້ຂາດຂະບວນການຄິດຂອງຄວາມເປັນມະນຸດທີ່ປົກກະຕິ. ຄົນທີ່ຂາດຂະບວນການຄິດທີ່ປົກກະຕິ, ຜູ້ທີ່ບໍ່ສາມາດເຂົ້າໃຈຄວາມຈິງ, ພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ເປັນບວກ ແລະ ຄວາມຈິງ, ຍັງເປັນມະນຸດຢູ່ບໍ? (ບໍ່, ພວກເຂົາບໍ່ແມ່ນມະນຸດ.) ພວກເຂົາບໍ່ແມ່ນມະນຸດ, ແຕ່ກໍບໍ່ສາມາດເວົ້າໄດ້ວ່າພວກເຂົາເປັນສັດ, ເພາະວ່າສັດຂາດອຸປະນິໄສທີ່ຊົ່ວຊ້າ; ເນື່ອງຈາກບຸກຄົນເຫຼົ່ານີ້ມີອຸປະນິໄສທີ່ຊົ່ວຊ້າ, ຄຳເວົ້ານີ້ຈຶ່ງເປັນຄວາມຈິງຄື: ບຸກຄົນເຫຼົ່ານີ້ແມ່ນຜູ້ຕໍ່ຕ້ານພຣະຄຣິສຕົວຈິງຢ່າງແທ້ຈິງ, ເຊິ່ງມີທຳມະຊາດແບບມານຮ້າຍ. ຄວາມຂ້ອງໃຈແມ່ນສະພາວະໃນຄວາມຄິດທີ່ຜູ້ຕໍ່ຕ້ານພຣະຄຣິສສະແດງອອກຕໍ່ພຣະເຈົ້າ ແລະ ມັນຍັງເປັນອຸປະນິໄສ-ແກ່ນແທ້ປະເພດໜຶ່ງທີ່ເປີດເຜີຍໃນພຶດຕິກຳຂອງພວກເຂົາ, ເຊິ່ງເປັນການສະແດງອອກທີ່ຜິວເຜີນທີ່ສຸດ, ເປັນພື້ນຖານທີ່ສຸດ, ພາຍນອກທີ່ສຸດ ແລະ ພົບເຫັນໄດ້ທົ່ວໄປທີ່ສຸດ.

ຂ. ການກວດສອບ

ໃນໃຈຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສເຕັມໄປດ້ວຍຄວາມຂ້ອງໃຈກ່ຽວກັບພຣະເຈົ້າ, ດັ່ງນັ້ນ ພວກເຂົາຍອມຮັບພຣະທຳຂອງພຣະເຈົ້າ, ອຸປະນິໄສຂອງພຣະອົງ ແລະ ພາລະກິດຂອງພຣະອົງຢ່າງແທ້ຈິງບໍ? ພວກເຂົາອ່ອນນ້ອມຕໍ່ສິ່ງທັງໝົດເຫຼົ່ານີ້ຢ່າງແທ້ຈິງບໍ? ພວກເຂົາຕິດຕາມພຣະເຈົ້າຢ່າງແທ້ຈິງບໍ? ເຫັນໄດ້ຊັດເຈນວ່າບໍ່ແມ່ນແນວນັ້ນ. ຈະມີຫຍັງຕາມມາຈາກສິ່ງນີ້? ເມື່ອບຸກຄົນເຫຼົ່ານີ້ມາທີ່ເຮືອນຂອງພຣະເຈົ້າ, ພວກເຂົາຄິດວ່າ: “ພຣະເຈົ້າຢູ່ໃສ? ຂ້ອຍບໍ່ສາມາດເຫັນລາວ, ຂ້ອຍໄດ້ຍິນພຽງແຕ່ສຽງຂອງລາວ. ຕັດສິນຈາກສຽງແລ້ວ, ເບິ່ງຄືວ່າເປັນຜູ້ຍິງ; ຕັດສິນຈາກຄຳເວົ້າແລ້ວ, ລາວເບິ່ງຄືວ່າມີການສຶກສາ, ບໍ່ແມ່ນຄົນກືກໜັງສື; ແຕ່ຕັດສິນຈາກວິທີການເວົ້າ ແລະ ເນື້ອໃນຄຳເວົ້າຂອງລາວແລ້ວ, ລາວກຳລັງເວົ້າຫຍັງຢູ່? ເປັນຫຍັງມັນຈຶ່ງຟັງເບິ່ງຄືສັບສົນ? ຫຼັງຈາກທີ່ໄດ້ຟັງແລ້ວ, ຫຼາຍຄົນກໍເວົ້າວ່າມັນແມ່ນຄວາມຈິງ, ແຕ່ເປັນຫຍັງມັນຈຶ່ງຟັງບໍ່ຄືຄວາມຈິງສຳລັບຂ້ອຍ? ມັນລ້ວນແຕ່ເປັນເລື່ອງຂອງຄວາມເປັນມະນຸດ, ອຸປະນິໄສຂອງມະນຸດ ແລະ ສະພາວະຕ່າງໆທີ່ຜູ້ຄົນເປີດເຜີຍໃນການກະທຳຂອງພວກເຂົາ, ມີຊີວິດ ແລະ ຫົນທາງຢູ່ໃນສິ່ງນີ້ບໍ? ຂ້ອຍບໍ່ຄ່ອຍເຂົ້າໃຈປານໃດ. ທຸກຄົນເວົ້າຫຼັງຈາກທີ່ໄດ້ຟັງແລ້ວວ່າ ພວກເຂົາຄວນປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ, ເຮັດໃຫ້ພຣະເຈົ້າພໍໃຈ ແລະ ສະແຫວງຫາຄວາມລອດພົ້ນ. ຫຼາຍຄົນເຖິງກັບຂຽນບົດຄວາມກ່ຽວກັບຄຳພະຍານຈາກປະສົບການຂອງພວກເຂົາ ແລະ ເປັນພະຍານ. ຄົນຜູ້ນີ້ແມ່ນພຣະເຈົ້າບໍ? ລາວຄ້າຍຄືກັບພຣະເຈົ້າບໍ? ຂ້ອຍຍັງບໍ່ເຄີຍເຫັນໜ້າຂອງລາວ; ຖ້າຂ້ອຍເຄີຍເຫັນ, ບາງທີຂ້ອຍອາດຈະສາມາດອ່ານລັກສະນະໜ້າຕາຂອງລາວ ແລະ ມີຄຳຕອບທີ່ຊັດເຈນໄດ້. ຕອນນີ້, ພຽງແຕ່ໄດ້ຍິນສຽງຂອງລາວ ແລະ ຟັງສິ່ງທີ່ລາວເວົ້າ, ຂ້ອຍກໍຍັງຮູ້ສຶກບໍ່ແນ່ໃຈປານໃດ”. ພວກເຂົາກຳລັງເຮັດຫຍັງຢູ່? ພວກເຂົາກຳລັງກວດສອບ, ລອງໃຈ, ພະຍາຍາມເຂົ້າໃຈສະພາບການຈິງ ເພື່ອເບິ່ງວ່ານີ້ແມ່ນພຣະເຈົ້າແທ້ໆບໍ ແລະ ຈາກນັ້ນກໍຕັດສິນໃຈວ່າຈະຕິດຕາມພຣະອົງ ຫຼື ບໍ່, ຈະຕິດຕາມພຣະອົງແນວໃດ ແລະ ເພື່ອໃຫ້ແນ່ໃຈວ່າ ພວກເຂົາສາມາດຊອກຫາຄຳຕອບໃນບຸກຄົນນີ້ສຳລັບພອນ ແລະ ຈຸດໝາຍປາຍທາງທີ່ພວກເຂົາຕ້ອງການໄດ້ຮັບ ພ້ອມທັງສຳລັບຄວາມປາຖະໜາຂອງພວກເຂົາໄດ້ ຫຼື ບໍ່ ແລະ ພວກເຂົາສາມາດຮູ້ໄດ້ຢ່າງຖືກຕ້ອງຜ່ານບຸກຄົນນີ້ ຫຼື ບໍ່ວ່າພຣະເຈົ້າໃນສະຫວັນເປັນແນວໃດ, ພຣະອົງມີຕົວຕົນຢູ່ແທ້ບໍ, ອຸປະນິໄສຂອງພຣະອົງເປັນແນວໃດ, ວິທີການ ແລະ ທັດສະນະຄະຕິຂອງພຣະອົງຕໍ່ມະນຸດອາດຈະເປັນແນວໃດ ແລະ ພຣະອົງມີຄວາມສາມາດ, ລິດເດດ ແລະ ສິດອຳນາດປະເພດໃດ. ນີ້ບໍ່ແມ່ນການກວດສອບພຣະເຈົ້າບໍ? ເຫັນໄດ້ຊັດເຈນວ່າ ມັນແມ່ນ.

ໃນຂະນະທີ່ກວດສອບພຣະເຈົ້າ, ຜູ້ຕໍ່ຕ້ານພຣະຄຣິສສາມາດຍອມຮັບພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ ແລະ ຖືເອົາພຣະທຳເຫຼົ່ານັ້ນເປັນການຊີ້ນໍາ ແລະ ເປັນເປົ້າໝາຍສຳລັບຊີວິດປະຈຳວັນ ແລະ ພຶດຕິກຳຂອງພວກເຂົາໄດ້ບໍ? (ບໍ່.) ຄົນທີ່ເສື່ອມຊາມທຳມະດາອາດຈະກວດສອບພຣະເຈົ້າໄລຍະໜຶ່ງ ແລ້ວກໍຄິດວ່າ: “ເສັ້ນທາງນີ້ຜິດ, ຂ້ອຍຮູ້ສຶກບໍ່ສະບາຍໃຈ; ຂ້ອຍບໍ່ສາມາດຊອກຫາຄຳຕອບໄດ້ຜ່ານການກວດສອບພຣະເຈົ້າດ້ວຍວິທີນີ້. ຜູ້ທີ່ເຊື່ອໃນພຣະເຈົ້າຈະກວດສອບພຣະອົງໄດ້ແນວໃດ? ຈະໄດ້ຮັບຫຍັງຈາກການກວດສອບພຣະເຈົ້າ? ເມື່ອຜູ້ເຊື່ອກວດສອບພຣະເຈົ້າ, ພຣະເຈົ້າກໍເຊື່ອງພຣະພັກຂອງພຣະອົງຈາກພວກເຂົາ ແລະ ພວກເຂົາກໍບໍ່ສາມາດໄດ້ຮັບຄວາມຈິງ. ມີການກ່າວວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ແລະ ຜູ້ຄົນສາມາດຄົ້ນພົບຫົນທາງ ແລະ ໄດ້ຮັບຊີວິດຈາກພາຍໃນພຣະທຳຂອງພຣະອົງ. ມັນບໍ່ດີເລີຍທີ່ຂ້ອຍຈະກະທຳແບບນີ້, ຂ້ອຍບໍ່ສາມາດກວດສອບພຣະອົງຕໍ່ໄປໄດ້”. ເມື່ອພວກເຂົາຟັງຄຳເທດສະໜາ ແລະ ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍຄ່ອຍໆຄົ້ນພົບວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ພວກເຂົາກໍຮັບຮູ້ຢ່າງຕໍ່ເນື່ອງວ່າ ພວກເຂົາບໍ່ສາມາດເຂົ້າກັບພຣະເຈົ້າໄດ້, ບັນລຸໜ້າທີ່ຂອງພວກຕົນຢ່າງຖືກຕ້ອງ ຫຼື ເຮັດສິ່ງໃດໄດ້ດີ ເວັ້ນເສຍແຕ່ວ່າອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ຈະໄດ້ຮັບການແກ້ໄຂ. ພວກເຂົາຄ່ອຍໆຄົ້ນພົບວ່າ ເຫດຜົນທີ່ຜູ້ຄົນບໍ່ສາມາດບັນລຸໜ້າທີ່ຂອງຕົນໃຫ້ດີໄດ້ນັ້ນກໍຍ້ອນວ່າ ອຸປະນິໄສທີ່ເສື່ອມຊາມ ແລະ ຄວາມກະບົດຂອງພວກເຂົາກຳລັງຂັດຂວາງພວກເຂົາຢູ່ ແລະ ຍ້ອນວ່າພວກເຂົາກຳລັງກະທຳຕາມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ບໍ່ສາມາດຈັດການເລື່ອງຕ່າງໆຕາມຫຼັກການຄວາມຈິງ. ຕໍ່ມາ, ພວກເຂົາກໍເລີ່ມຄິດວ່າ: “ຂ້ອຍຈະກະທຳຕາມຫຼັກການຄວາມຈິງໄດ້ແນວໃດ? ເມື່ອອຸປະນິໄສທີ່ເສື່ອມຊາມຂອງຂ້ອຍເປີດເຜີຍອອກມາ, ຂ້ອຍຈະແກ້ໄຂພວກມັນໄດ້ແນວໃດ?” ວິທີແກ້ໄຂທີ່ດີທີ່ສຸດສຳລັບອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນກໍຄືຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ. ວິທີທີ່ເຮັດໃຫ້ຄົນເຂົ້າສູ່ຄວາມຈິງໄດ້ໂດຍກົງທີ່ສຸດກໍຄືການສະແຫວງຫາຫຼັກການຄວາມຈິງ ແລະ ຊອກຫາຫຼັກການສຳລັບທຸກສິ່ງທີ່ພວກເຂົາເຮັດ. ສິ່ງນີ້ສ້າງເປົ້າໝາຍ, ທິດທາງ, ເສັ້ນທາງ ແລະ ວິທີການປະຕິບັດ. ເມື່ອສິ່ງເຫຼົ່ານີ້ຖືກສ້າງຕັ້ງຂຶ້ນ, ຜູ້ຄົນກໍມີເສັ້ນທາງໃຫ້ຕິດຕາມ ແລະ ເມື່ອພວກເຂົາກະທຳ, ພວກເຂົາກໍມີແນວໂນ້ມໜ້ອຍທີ່ຈະລະເມີດກົດການປົກຄອງ, ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ຫຼື ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ແລະ ພວກເຂົາຍິ່ງມີແນວໂນ້ມໜ້ອຍທີ່ຈະຕໍ່ຕ້ານພຣະເຈົ້າ. ຫຼັງຈາກທີ່ຜ່ານປະສົບການດັ່ງກ່າວແລ້ວ, ພວກເຂົາກໍຮູ້ສຶກວ່າ ພວກເຂົາໄດ້ຄົ້ນພົບເສັ້ນທາງທີ່ເໝາະສົມສຳລັບຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ມັນເປັນເສັ້ນທາງທີ່ພວກເຂົາຕ້ອງການ, ເປັນເສັ້ນທາງທີ່ພວກເຂົາຄວນເຂົ້າສູ່, ເປັນເສັ້ນທາງທີ່ຖືກຕ້ອງສຳລັບຄວາມເຊື່ອໃນພຣະເຈົ້າ ແລະ ສຳລັບຊີວິດ ແລະ ມັນດີກວ່າການກວດສອບພຣະອົງ ແລະ ການມີທ່າທີລໍຖ້າເບິ່ງພຣະອົງຢູ່ສະເໝີຫຼາຍ. ພວກເຂົາຮັບຮູ້ວ່າການກວດສອບພຣະເຈົ້າບໍ່ມີປະໂຫຍດ ແລະ ບໍ່ວ່າຄົນເຮົາຈະກວດສອບພຣະອົງຫຼາຍສໍ່າໃດກໍຕາມ, ມັນກໍຈະບໍ່ແກ້ໄຂອຸປະນິໄສທີ່ເສື່ອມຊາມຕ່າງໆທີ່ພວກເຂົາເປີດເຜີຍອອກມາ ຫຼື ບັນຫາທີ່ເກີດຂຶ້ນເມື່ອພວກເຂົາປະຕິບັດໜ້າທີ່ຂອງຕົນ. ສະນັ້ນ, ພວກເຂົາຈຶ່ງຄ່ອຍໆປ່ຽນຈາກການກວດສອບພຣະເຈົ້າໄປສູ່ເສັ້ນທາງແຫ່ງການສະແຫວງຫາຫຼັກການຄວາມຈິງ. ນີ້ຄືວິທີທາງແຫ່ງການເຂົ້າສູ່ ແລະ ຂະບວນການຈາກປະສົບການທີ່ປົກກະຕິສຳລັບມະນຸດທີ່ເສື່ອມຊາມທຳມະດາ. ເຖິງຢ່າງໃດກໍຕາມ, ສຳລັບຜູ້ຕໍ່ຕ້ານພຣະຄຣິສແລ້ວ, ມັນແຕກຕ່າງກັນ. ນັບຕັ້ງແຕ່ມື້ທຳອິດທີ່ພວກເຂົາເຂົ້າມາໃນເຮືອນຂອງພຣະເຈົ້າ ແລະ ກ້າວຂ້າມປະຕູເຂົ້າມາ, ພວກເຂົາກໍຄິດວ່າ: “ທຸກສິ່ງໃນເຮືອນຂອງພຣະເຈົ້າໜ້າສົນໃຈຫຼາຍ, ທຸກສິ່ງລ້ວນແຕ່ໃໝ່ຫຼາຍ, ມັນແຕກຕ່າງຈາກໂລກທີ່ບໍ່ເຊື່ອ. ໃນເຮືອນຂອງພຣະເຈົ້າ, ທຸກຄົນຕ້ອງຊື່ສັດ; ມັນຄືກັບຄອບຄົວໃຫຍ່ ແລະ ຄຶກຄື້ນຫຼາຍ!” ຫຼັງຈາກທີ່ກວດສອບ, ສ້າງຄວາມຄຸ້ນເຄີຍ ແລະ ເຂົ້າໃຈອ້າຍເອື້ອຍນ້ອງຂອງພວກເຂົາຢ່າງຖ່ອງແທ້ແລ້ວ, ມັນກໍເຖິງເວລາທີ່ພວກເຂົາຈະກວດສອບພຣະເຈົ້າ. ພວກເຂົາຄິດໃນໃຈວ່າ: “ພຣະເຈົ້າຢູ່ໃສ? ພຣະເຈົ້າກຳລັງເຮັດຫຍັງຢູ່? ລາວກຳລັງເຮັດມັນແນວໃດ? ການກວດສອບພຣະເຈົ້າໃນສະຫວັນແມ່ນຍາກ; ລາວຢັ່ງເຖິງໄດ້ຍາກ ແລະ ພວກເຮົາກໍບໍ່ສາມາດເຂົ້າເຖິງໄດ້. ແຕ່ຕອນນີ້, ມີທາງລັດທີ່ສະດວກສະບາຍແລ້ວ, ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກ, ເຮັດໃຫ້ມັນງ່າຍທີ່ຈະກວດສອບລາວ”. ບາງຄົນໃນພວກເຂົາໂຊກດີພໍທີ່ຈະໄດ້ສຳຜັດກັບພຣະເຈົ້າເທິງແຜ່ນດິນໂລກ, ໄດ້ເຫັນບຸກຄົນນີ້ດ້ວຍຕາຂອງພວກເຂົາເອງ, ເຊິ່ງເຮັດໃຫ້ມັນຍິ່ງສະດວກສະບາຍສຳລັບພວກເຂົາທີ່ຈະກວດສອບພຣະອົງ. ພວກເຂົາເຮັດສິ່ງນີ້ແນວໃດ? ພວກເຂົາກວດສອບການສົນທະນາທີ່ເຕັມໄປດ້ວຍຊີວິດຊີວາຂອງພຣະເຈົ້າເທິງແຜ່ນດິນໂລກ, ໃນເລື່ອງໃດໜຶ່ງທີ່ພຣະອົງໃຊ້ວິທີການເວົ້າແບບໜຶ່ງ ແລະ ໃນອີກເລື່ອງໜຶ່ງທີ່ພຣະອົງໃຊ້ວິທີການເວົ້າອີກແບບໜຶ່ງ, ສະພາບການໃດທີ່ພຣະອົງຫົວ ແລະ ມີຄວາມສຸກ ແລະ ສິ່ງທີ່ພຣະອົງກຳລັງເວົ້າເຖິງໃນຊ່ວງເວລານັ້ນ ພ້ອມທັງສິ່ງທີ່ພຣະອົງເວົ້າເຖິງເມື່ອພຣະອົງບໍ່ມີຄວາມສຸກ ຫຼື ເມື່ອພຣະອົງໂມໂຫ. ພວກເຂົາກວດສອບວ່າໃນສະຖານະການໃດທີ່ພຣະອົງບໍ່ສົນໃຈຜູ້ຄົນ ຫຼື ເປັນມິດກັບພວກເຂົາຫຼາຍ, ເມື່ອໃດທີ່ພຣະອົງລິຮານຜູ້ຄົນ ແລະ ເມື່ອໃດທີ່ພຣະອົງບໍ່ລິຮານ, ເລື່ອງໃດທີ່ພຣະອົງໃສ່ໃຈ ແລະ ສິ່ງໃດທີ່ພຣະອົງບໍ່ສົນໃຈ ພ້ອມທັງພຣະອົງຮູ້ ຫຼື ບໍ່ເມື່ອຜູ້ຄົນກວດສອບພຣະອົງ, ຫຼອກລວງພຣະອົງ ຫຼື ທຳຮ້າຍພຣະອົງລັບຫຼັງ. ຫຼັງຈາກທີ່ກວດສອບໃນດ້ານທີ່ກວ້າງກວ່າແລ້ວ, ຜູ້ຕໍ່ຕ້ານພຣະຄຣິສກໍເຈາະເລິກເຖິງລາຍລະອຽດສະເພາະ ເຊັ່ນ: ພຣະເຈົ້າເທິງແຜ່ນດິນໂລກກິນຫຍັງ, ພຣະອົງສວມໃສ່ຫຍັງ ແລະ ກິດຈະວັດປະຈຳວັນຂອງພຣະອົງ. ພວກເຂົາກວດສອບສິ່ງທີ່ພຣະອົງມັກ, ສະຖານທີ່ທີ່ພຣະອົງມັກໄປ ແລະ ເຖິງຂັ້ນວ່າພຣະອົງມັກ ຫຼື ບໍ່ມັກສີໃດ, ພຣະອົງມັກອາກາດແຈ່ມໃສ ຫຼື ມືດຄຶືມ ແລະ ພຣະອົງອອກໄປຂ້າງນອກໃນສະພາບອາກາດທີ່ບໍ່ດີ ຫຼື ບໍ່, ລາຍລະອຽດສະເພາະທັງໝົດເຫຼົ່ານີ້. ຕັ້ງແຕ່ຕົ້ນຈົນຈົບ, ຜູ້ຕໍ່ຕ້ານພຣະຄຣິສກວດສອບຢູ່ສະເໝີ, ໂດຍບໍ່ສົນໃຈວ່າບຸກຄົນນີ້ທີ່ຖືຕົວຕົນຂອງພຣະເຈົ້າໄດ້ລົງມາເພື່ອເຮັດຫຍັງ. ພວກເຂົາເວົ້າວ່າ: “ຂ້ອຍບໍ່ສົນໃຈວ່າເຈົ້າມາທີ່ນີ້ເພື່ອເຮັດຫຍັງ; ຂໍພຽງແຕ່ເຈົ້າເຂົ້າມາໃນສາຍຕາຂອງຂ້ອຍ, ເຈົ້າກໍຈະກາຍເປັນເປົ້າໝາຍໃນການກວດສອບຂອງຂ້ອຍ”. ແມ່ນຫຍັງຄືຈຸດປະສົງໃນການກວດສອບຂອງພວກເຂົາ? ພວກເຂົາຄິດວ່າ: “ຖ້າຂ້ອຍສາມາດຢືນຢັນໄດ້ວ່າເຈົ້າແມ່ນພະເຈົ້າແທ້ໆ, ແລ້ວຂ້ອຍກໍຈະສາມາດປະຖິ້ມທຸກສິ່ງໄວ້ເບື້ອງຫຼັງຢ່າງໜັກແໜ້ນ ແລະ ຢ່າງໝົດໃຈເພື່ອຕິດຕາມເຈົ້າ. ເພາະວ່າການເຊື່ອໃນພຣະເຈົ້າກໍຄືກັບການວາງເດີມພັນ ແລະ ເນື່ອງຈາກເຈົ້າອ້າງວ່າເປັນພຣະເຈົ້າ ແລະ ເປັນເນື້ອໜັງທີ່ບັງເກີດມາຂອງພຣະເຈົ້າ, ການເຊື່ອໃນເຈົ້າກໍເທົ່າກັບການວາງເດີມພັນກັບເຈົ້າ. ຂ້ອຍຈະບໍ່ກວດສອບເຈົ້າໄດ້ແນວໃດ? ຖ້າຂ້ອຍບໍ່ກວດສອບເຈົ້າ, ມັນກໍຈະບໍ່ຍຸຕິທຳສຳລັບຂ້ອຍ. ຖ້າຂ້ອຍບໍ່ກວດສອບເຈົ້າ, ຂ້ອຍກໍຈະບໍ່ຮັບຜິດຊອບຕໍ່ຈຸດໝາຍປາຍທາງ, ຄວາມສົດໃສ ແລະ ຊະຕາກຳຂອງຂ້ອຍເອງ. ຂ້ອຍຕ້ອງກວດສອບເຈົ້າຈົນເຖິງທີ່ສຸດ”. ແມ່ນແຕ່ໃນທຸກມື້ນີ້, ຫຼັງຈາກການກວດສອບທັງໝົດຂອງພວກເຂົາແລ້ວ, ພວກເຂົາກໍຍັງບໍ່ແນ່ໃຈວ່າ: “ຄົນຜູ້ນີ້ແມ່ນພຣະຄຣິສແທ້ບໍ? ລາວແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດແທ້ບໍ? ມັນບໍ່ຊັດເຈນປານໃດ. ເຖິງຢ່າງໃດກໍຕາມ, ມີຫຼາຍຄົນກຳລັງຕິດຕາມລາວ ແລະ ສະຖານະການກ່ຽວກັບການເຜີຍແຜ່ພຣະກິດຕິຄຸນກໍຂ້ອນຂ້າງມີຄວາມຫວັງ. ເບິ່ງຄືວ່າມັນສາມາດເຜີຍແຜ່ໄປໄດ້ໄກກວ່ານີ້, ສະນັ້ນ ຂ້ອຍບໍ່ຄວນປ່ອຍໃຫ້ຕົວເອງຖືກຖິ້ມໄວ້ເບື້ອງຫຼັງ. ແຕ່ຂ້ອຍກໍຍັງຕ້ອງກວດສອບລາວຕໍ່ໄປ”. ນີ້ຄືການສັນດານແກ້ບໍ່ໄດ້.

ຜູ້ຕໍ່ຕ້ານພຣະຄຣິສມີອຸປະນິໄສ-ແກ່ນແທ້ທີ່ຊົ່ວຊ້າ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ເຄີຍຢຸດການກວດສອບຂອງພວກເຂົາ. ໃນອົງກອນ ຫຼື ຊຸມຊົນຂອງຜູ້ບໍ່ມີຄວາມເຊື່ອ, ພວກເຂົາກວດສອບ ແລະ ສວຍໃຊ້ຄົນທຸກປະເພດ, ຊອກຫາສິ່ງທີ່ຫົວໜ້າຂອງພວກເຂົາມັກ, ລະບຸຈຸດອ່ອນຂອງຄົນເຫຼົ່ານັ້ນ ແລ້ວປັບປ່ຽນການກະທຳຂອງພວກເຂົາ ແລະ ເອົາໃຈຫົວໜ້າຂອງພວກເຂົາເພື່ອປະຈົບປະແຈງພວກເຂົາ. ຫຼັງຈາກທີ່ເຂົ້າມາໃນເຮືອນຂອງພຣະເຈົ້າແລ້ວ, ທຳມະຊາດຂອງພວກເຂົາກໍຍັງຄົງບໍ່ປ່ຽນແປງ, ພວກເຂົາສືບຕໍ່ການກວດສອບຂອງພວກເຂົາ. ພວກເຂົາລົ້ມເຫຼວທີ່ຈະເຂົ້າໃຈວ່າ ການກວດສອບພຣະເຈົ້າບໍ່ແມ່ນເສັ້ນທາງທີ່ຜູ້ເຊື່ອຄວນຕິດຕາມ. ໃນການກວດສອບພຣະເຈົ້າ, ພວກເຂົາຈະບໍ່ມີວັນເຂົ້າໃຈການກະທຳຂອງພຣະເຈົ້າ ຫຼື ເຫັນວ່າທຸກສິ່ງທີ່ພຣະເຈົ້າສະແດງອອກແມ່ນຄວາມຈິງ ຫຼື ເຂົ້າໃຈວ່າຄວາມຈິງ ແລະ ການກະທຳທັງໝົດເຫຼົ່ານີ້ຂອງພຣະເຈົ້າແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດ. ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນເຂົ້າໃຈຈຸດນີ້. ສິ່ງທີ່ພວກເຂົາເຫັນທັງໝົດກໍຄື ຜູ້ຄົນທີ່ພຣະເຈົ້າເລືອກທົນທຸກຕໍ່ການຂົ່ມເຫັງ ແລະ ການໄລ່ລ່າຂອງຊາຕານຢ່າງຕໍ່ເນື່ອງ. ພວກເຂົາພຽງແຕ່ສັງເກດເຫັນຄົນຊົ່ວຮ້າຍກະທຳການທີ່ຊົ່ວຮ້າຍ ແລະ ກໍ່ໃຫ້ເກີດການລົບກວນພາຍໃນຄຣິສຕະຈັກ ແລະ ກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິສໃນໂລກທາງສາສະໜາໃສ່ຮ້າຍປ້າຍສີ ແລະ ກ່າວໂທດພຣະເຈົ້າຢ່າງຕໍ່ເນື່ອງ, ໃນຂະນະທີ່ພຣະເຈົ້າບໍ່ເຄີຍແກ້ໄຂສິ່ງໃດເລີຍໃນເລື່ອງນີ້. ດັ່ງນັ້ນ, ຜູ້ຕໍ່ຕ້ານພຣະຄຣິສຈຶ່ງຍຶດຕິດກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງຢູ່ສະເໝີ, ປະຕິເສດຢ່າງໜັກແໜ້ນທີ່ຈະຍອມຮັບຄວາມຈິງໃດໆທີ່ພຣະເຈົ້າສະແດງອອກ. ຜົນທີ່ຕາມມາແມ່ນຫຍັງ? ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກາຍເປັນຫຼັກຖານຂອງພວກເຂົາສຳລັບການຕໍ່ຕ້ານພຣະເຈົ້າ. ໃນສາຍຕາຂອງຜູ້ຕໍ່ຕ້ານພຣະຄຣິສ, ສິ່ງທີ່ເອີ້ນວ່າຫຼັກຖານເຫຼົ່ານີ້ແມ່ນເຫດຜົນທີ່ພວກເຂົາບໍ່ເຊື່ອ ຫຼື ບໍ່ຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ມັນເປັນຍ້ອນພວກເຂົາປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງແນ່ນອນ ພວກເຂົາຈຶ່ງຈະບໍ່ມີວັນເຫັນຄວາມຈິງທີ່ແຝງຢູ່ພາຍໃຕ້ຂໍ້ເທັດຈິງເຫຼົ່ານີ້, ຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ຈັບໃຈຄວາມໃຫ້ໄດ້ ແລະ ເຈດຕະນາຂອງພຣະເຈົ້າ. ນີ້ຄືຜົນຂອງການກວດສອບຂອງພວກເຂົາ. ເມື່ອປະເຊີນກັບຂໍ້ເທັດຈິງເຫຼົ່ານີ້, ຜູ້ທີ່ສະແຫວງຫາຄວາມຈິງ, ຮັກຄວາມຈິງ ແລະ ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ສາມາດຍອມຮັບສິ່ງຕ່າງໆຈາກພຣະເຈົ້າ ແລະ ຕອບສະໜອງຢ່າງຖືກຕ້ອງບໍ່ວ່າຈະມີຫຍັງເກີດຂຶ້ນໃນເຮືອນຂອງພຣະເຈົ້າກໍຕາມ ແລະ ພວກເຂົາສາມາດລໍຖ້າພຣະເຈົ້າ, ເຮັດໃຫ້ຕົນເອງສະຫງົບຕໍ່ໜ້າພຣະເຈົ້າ ແລະ ອະທິຖານຕໍ່ພຣະອົງ, ສະແຫວງຫາເພື່ອເຂົ້າໃຈເຈດຕະນາຂອງພຣະເຈົ້າ ພ້ອມທັງເຂົ້າໃຈ ແລະ ຈັບໃຈຄວາມໄດ້ວ່າເຈດຕະນາດີຂອງພຣະເຈົ້າຢູ່ເບື້ອງຫຼັງການເກີດຂຶ້ນຂອງສິ່ງທັງໝົດເຫຼົ່ານີ້. ເພື່ອເຫັນແກ່ການເປີດໂປງ ແລະ ຕັດຄົນຊົ່ວຮ້າຍອອກ, ພຣະເຈົ້າໄດ້ເຮັດຫຼາຍສິ່ງທີ່ຜູ້ຄົນຄິດບໍ່ເຖິງ. ໃນເວລາດຽວກັນ, ເພື່ອເຫັນແກ່ການເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກສົມບູນ ແລະ ເຮັດໃຫ້ພວກເຂົາໄດ້ຮັບຄວາມສາມາດໃນການແຍກແຍະ ແລະ ຮຽນຮູ້ບົດຮຽນ, ພຣະອົງຍັງໃຊ້ຄົນຊົ່ວຮ້າຍ ແລະ ການກະທຳທີ່ຊົ່ວຮ້າຍຂອງພວກເຂົາເພື່ອໃຫ້ບໍລິການ. ໃນດ້ານໜຶ່ງ, ພຣະເຈົ້າເປີດໂປງ ແລະ ຕັດພວກເຂົາອອກ; ໃນອີກດ້ານໜຶ່ງ, ພຣະອົງເຮັດໃຫ້ຜູ້ຄົນທີ່ພຣະອົງເລືອກເຫັນວ່າສິ່ງໃດເປັນບວກ ແລະ ສິ່ງໃດເປັນລົບ, ໃຜທີ່ພຣະເຈົ້າຮັບຮອງ, ໃຜທີ່ພຣະເຈົ້າລັງກຽດ, ໃຜທີ່ຖືກພຣະເຈົ້າກຳຈັດ ແລະ ໃຜທີ່ພຣະອົງອວຍພອນ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນບົດຮຽນທີ່ຜູ້ຄົນທີ່ພຣະເຈົ້າເລືອກຈຳເປັນຕ້ອງຮຽນຮູ້, ເປັນຜົນທີ່ເປັນບວກທີ່ຜູ້ທີ່ສະແຫວງຫາຄວາມຈິງຄວນບັນລຸ ແລະ ເປັນຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ. ເຖິງຢ່າງໃດກໍຕາມ, ເນື່ອງຈາກອຸປະນິໄສ-ແກ່ນແທ້ທີ່ຊົ່ວຊ້າຂອງພວກເຂົາ, ຜູ້ຕໍ່ຕ້ານພຣະຄຣິສຈະບໍ່ມີວັນໄດ້ຮັບສິ່ງທີ່ລໍ້າຄ່າທີ່ສຸດເຫຼົ່ານີ້. ສະນັ້ນ, ພວກເຂົາຈຶ່ງມີພຽງສະພາວະດຽວຄື: ໃນຂະນະທີ່ພວກເຂົາຢູ່ຕໍ່ໜ້າພຣະເຈົ້າ, ນອກເໜືອຈາກການຂ້ອງໃຈໃນພຣະອົງແລ້ວ, ພວກເຂົາກໍກວດສອບພຣະອົງຢູ່ຕະຫຼອດເວລາ. ເຖິງແມ່ນວ່າພວກເຂົາຈະບໍ່ສາມາດຊອກຮູ້ຄວາມຈິງກ່ຽວກັບເລື່ອງນີ້ໄດ້, ພວກເຂົາກໍຍັງສືບຕໍ່ກວດສອບພຣະອົງ. ຖ້າເຈົ້າຖາມພວກເຂົາວ່າພວກເຂົາເມື່ອຍບໍ, ພວກເຂົາເວົ້າວ່າ: “ບໍ່ເລີຍ. ການກວດສອບພະເຈົ້າເປັນສິ່ງທີ່ມ່ວນ, ໜ້າຫຼົງໄຫຼ, ໜ້າສົນໃຈ ແລະ ໜ້າດຶງດູດໃຈທີ່ຈະເຮັດ!” ນີ້ບໍ່ແມ່ນຄຳເວົ້າມານຮ້າຍບໍ? ພວກເຂົາມີໃບໜ້າຂອງຊາຕານ, ພວກເຂົາມີແກ່ນແທ້ທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາບໍ່ມີເຈດຕະນາທີ່ຈະຍອມຮັບຄວາມຈິງ ຫຼື ຄວາມລອດພົ້ນຂອງພຣະເຈົ້າ; ພວກເຂົາມາທີ່ນີ້ພຽງເພື່ອກວດສອບພຣະເຈົ້າເທົ່ານັ້ນ.

ຄ. ຄວາມສົງໄສ

ຕໍ່ໄປ, ພວກເຮົາຈະໂອ້ລົມກ່ຽວກັບຄວາມສົງໄສຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ພຣະເຈົ້າ. ຄວາມສົງໄສຕາມຕົວອັກສອນແລ້ວໝາຍຄວາມວ່າແນວໃດ? ມີການສະແດງອອກ, ຄວາມຄິດ ແລະ ພຶດຕິກຳສະເພາະບາງຢ່າງສຳລັບການກວດສອບພຣະເຈົ້າ ແລະ ມັນຖືກຕ້ອງຢ່າງແທ້ຈິງທີ່ຈະເວົ້າວ່າ ສິ່ງດຽວກັນນີ້ກໍເປັນຈິງສຳລັບຄວາມສົງໄສ. ຫຼັງຈາກທີ່ກວດສອບພຣະເຈົ້າແລ້ວ, ບາງຄົນກໍຍັງບໍ່ຮູ້ວ່າອຸປະນິໄສຂອງພຣະເຈົ້າເປັນແນວໃດແທ້ ຫຼື ພຣະເຈົ້າມີອາລົມປະເພດໃດ ແລະ ພວກເຂົາກໍບໍ່ແນ່ໃຈວ່າພຣະເຈົ້າມີຕົວຕົນຢູ່ແທ້ບໍ. ພວກເຂົາຍິ່ງບໍ່ສາມາດກຳນົດໄດ້ວ່າຄົນທຳມະດາຜູ້ນີ້ແມ່ນພຣະຄຣິສ ຫຼື ບໍ່ ຫຼື ພຣະອົງມີແກ່ນແທ້ຂອງພຣະເຈົ້າ ຫຼື ບໍ່. ພວກເຂົາບໍ່ເຂົ້າໃຈ ແລະ ບໍ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້. ຫຼັງຈາກນັ້ນ, ເມື່ອພວກເຂົາມີໂອກາດໄດ້ປະຕິສຳພັນກັບພຣະເຈົ້າ, ພວກເຂົາກໍຄິດວ່າ: “ພຣະຄຣິສໄດ້ໂອ້ລົມກັບຂ້ອຍກ່ຽວກັບຜູ້ຄົນທີ່ປະຕິບັດໜ້າທີ່ແບບພໍແລ້ວມືແລ້ວຕີນ; ເປັນໄປໄດ້ບໍວ່າມີຄົນເວົ້າກ່ຽວກັບການທີ່ຂ້ອຍປະຕິບັດໜ້າທີ່ຂອງຂ້ອຍແບບພໍແລ້ວມືແລ້ວຕີນ ແລະ ພຣະຄຣິສກໍຮູ້ເລື່ອງນີ້? ນັ້ນຄືເຫດຜົນທີ່ລາວຍົກເລື່ອງນີ້ຂຶ້ນມາເວົ້າຕອນທີ່ພວກເຮົາພົບກັນບໍ? ນີ້ເປັນເພາະວ່າມີຄົນຟ້ອງກ່ຽວກັບຂ້ອຍຢ່າງແນ່ນອນ ແລະ ຫຼັງຈາກທີ່ພຣະຄຣິສຮູ້ ລາວກໍແນເປົ້າໝາຍມາທີ່ຂ້ອຍເພື່ອການເປີດໂປງ. ພຣະຄຣິສຍັງມັກຂ້ອຍຢູ່ບໍ, ທັງທີ່ຮູ້ວ່າຂ້ອຍເປັນຄົນປະເພດໃດ? ລາວຮູ້ສຶກລັງກຽດຂ້ອຍບໍ ຫຼື ລາວຄິດວ່າຂ້ອຍຕໍ່າຕ້ອຍບໍ? ລາວກຳລັງກຽມທີ່ຈະປົດຂ້ອຍອອກບໍ?” ຫຼັງຈາກທີ່ລໍຖ້າໄລຍະໜຶ່ງ ແລະ ເຫັນວ່າພວກເຂົາຍັງບໍ່ຖືກປົດອອກ, ພວກເຂົາກໍຄິດວ່າ: “ໂອ້ຍ, ຂ້ອຍຢ້ານຫຼາຍ. ຂ້ອຍຄິດວ່າພຣະຄຣິສອາດຈະເປັນຄົນຄິດເລັກຄິດນ້ອຍ, ແຕ່ລາວກໍບໍ່ໄດ້ເຮັດ. ຕອນນີ້ຂ້ອຍສາມາດຜ່ອນຄາຍໄດ້ແລ້ວ”. ບາງຄົນອາດຈະເວົ້າວ່າ: “ໃນລະຫວ່າງການພົບກັນຄັ້ງຫຼ້າສຸດຂອງຂ້ອຍກັບພຣະຄຣິສ, ຂ້ອຍເວົ້າບໍ່ເປັນເລື່ອງ, ຄືກັບຄົນທີ່ບໍ່ມີການສຶກສາ ແລະ ຄຳເວົ້າຂອງຂ້ອຍກໍຜິດປົກກະຕິເລັກໜ້ອຍ. ຂ້ອຍໄດ້ເປີດເຜີຍຕົວຕົນທີ່ແທ້ຈິງຂອງຂ້ອຍ. ພຣະຄຣິສຈະມີຄວາມປະທັບໃຈທີ່ບໍ່ດີຕໍ່ຂ້ອຍບໍ? ລາວຈະກຳຈັດຂ້ອຍໃນພາຍຫຼັງບໍ? ທຸກຢ່າງປົກກະຕິດີເມື່ອຂ້ອຍບໍ່ເຫັນລາວ, ບັນຫາຂອງຂ້ອຍເກີດຂຶ້ນກໍຕໍ່ເມື່ອຂ້ອຍພົບກັບລາວເທົ່ານັ້ນ. ຂ້ອຍຕ້ອງບໍ່ພົບກັບລາວອີກ, ຂ້ອຍຕ້ອງຫຼີກລ່ຽງລາວເມື່ອຂ້ອຍເຫັນລາວ ແລະ ຢູ່ໃຫ້ຫ່າງຈາກລາວເທົ່າທີ່ຈະເຮັດໄດ້ ແລະ ຂ້ອຍຕ້ອງບໍ່ມີການພົວພັນ, ການປະຕິສຳພັນ ຫຼື ການສຳຜັດໃກ້ຊິດກັບພຣະຄຣິສຢ່າງເດັດຂາດ. ຖ້າບໍ່ດັ່ງນັ້ນ, ລາວອາດຈະຄິດວ່າຂ້ອຍຕໍ່າຕ້ອຍ”. ສິ່ງເຫຼົ່ານີ້ແມ່ນຄວາມຄິດ ແລະ ວິທີການແບບໃດ? (ຄວາມສົງໄສ.) ສິ່ງເຫຼົ່ານີ້ແມ່ນຄວາມສົງໄສ. ຍັງມີຜູ້ທີ່ເວົ້າວ່າ: “ໃນການເຕົ້າໂຮມຄັ້ງຫຼ້າສຸດ, ພຣະເຈົ້າໄດ້ຖາມຄຳຖາມງ່າຍໆ, ແຕ່ຂ້ອຍຕອບໄດ້ບໍ່ດີ, ເຊິ່ງເປີດເຜີຍຂໍ້ບົກຜ່ອງຂອງຂ້ອຍ. ພຣະເຈົ້າຈະຄິດວ່າຂ້ອຍບໍ່ມີຄວາມສາມາດທີ່ດີບໍ ແລະ ລາວຈະບໍ່ບົ່ມເພາະຂ້ອຍໃນອະນາຄົດບໍ? ຄັ້ງກ່ອນ, ມີຄົນເປີດໂປງບາງສິ່ງທີ່ຂ້ອຍໄດ້ເຮັດ, ໂດຍເວົ້າວ່າຂ້ອຍໂງ່ຈ້າ ແລະ ກະທຳໃນວິທີທີ່ບໍ່ຄິດ. ຖ້າພຣະເຈົ້າຮູ້ເລື່ອງນີ້, ລາວຍັງຈະເຮັດໃຫ້ຂ້ອຍສົມບູນໃນອະນາຄົດບໍ? ສະຖານະຂອງຂ້ອຍໃນໃຈຂອງພຣະເຈົ້າແມ່ນຫຍັງ, ມັນສູງ ຫຼື ຕໍ່າ, ເໜືອກວ່າ ຫຼື ດ້ອຍກວ່າ? ຂ້ອຍຈັດຢູ່ໃນກຸ່ມໃດ? ໃນອະນາຄົດ, ເມື່ອໃດກໍຕາມທີ່ຂ້ອຍເວົ້າກັບພຣະເຈົ້າ, ຂ້ອຍຈຳເປັນຕ້ອງຮ່າງຄຳເວົ້າຂອງຂ້ອຍໄວ້. ຂ້ອຍບໍ່ສາມາດເວົ້າແບບຊະຊາຍ ຫຼື ເວົ້າທຸກຢ່າງທີ່ຢູ່ໃນໃຈຂອງຂ້ອຍອອກມາໄດ້. ຂ້ອຍຕ້ອງໄຕ່ຕອງໃຫ້ຫຼາຍຂຶ້ນ, ຄິດທົບທວນສິ່ງຕ່າງໆໃຫ້ຫຼາຍຂຶ້ນ, ພິຈາລະນາໃຫ້ຫຼາຍຂຶ້ນ, ຈັດລະບຽບພາສາຂອງຂ້ອຍໃຫ້ດີ ແລະ ນຳສະເໜີດ້ານທີ່ໂດດເດັ່ນ ແລະ ຊຳນານທີ່ສຸດຂອງຕົວຂ້ອຍເອງຕໍ່ພຣະຄຣິສ. ມັນຈະຍອດຢ້ຽມ ແລະ ສົມບູນແບບສໍ່າໃດ!” ນີ້ກໍແມ່ນຄວາມສົງໄສເຊັ່ນກັນ.

ຄວາມສົງໄສແມ່ນອີກລັກສະນະໜຶ່ງຂອງອຸປະນິໄສທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ນອກເໜືອຈາກຄວາມຂ້ອງໃຈ ແລະ ການກວດສອບແລ້ວ ຜູ້ຕໍ່ຕ້ານພຣະຄຣິສຍັງມີຄວາມສົງໄສອີກດ້ວຍ. ສະຫຼຸບແລ້ວ, ບໍ່ວ່າດ້ານໃດຈະຄອບງຳຄວາມຄິດຂອງພວກເຂົາກໍຕາມ, ບໍ່ມີສິ່ງໃດໃນພວກມັນທີ່ກ່ຽວຂ້ອງກັບການປະຕິບັດ ແລະ ການສະແຫວງຫາຄວາມຈິງເລີຍ. ແລ້ວວິທີການ, ຄວາມຄິດ ຫຼື ວິທີປະຕິບັດເຫຼົ່ານີ້ສາມາດຢືນຢັນໄດ້ບໍວ່າ ອຸປະນິໄສ-ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນຊົ່ວຊ້າ? (ຢືນຢັນໄດ້.) ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສຈະຂ້ອງໃຈໃນພຣະເຈົ້າ, ກວດສອບພຣະເຈົ້າ ຫຼື ມີຄວາມສົງໄສຕໍ່ພຣະເຈົ້າກໍຕາມ, ໃນກໍລະນີໃດກໍຕາມ ພວກເຂົາລົ້ມເຫຼວທີ່ຈະໃສ່ໃຈໃນຄວາມຈິງຢູ່ສະເໝີ, ພວກເຂົາບໍ່ເຄີຍຫັນກັບຄືນ ແລະ ພວກເຂົາໃຊ້ວິທີການເຫຼົ່ານີ້ຢ່າງຕໍ່ເນື່ອງເພື່ອໄຕ່ຕອງເລື່ອງຕ່າງໆທີ່ກ່ຽວຂ້ອງກັບພຣະເຈົ້າ ແລະ ປະຕິບັດຕໍ່ພຣະເຈົ້າ ໂດຍບໍ່ສະແຫວງຫາຄວາມຈິງເລີຍ. ບໍ່ວ່າການກະທຳເຫຼົ່ານີ້ຈະອິດເມື່ອຍ ແລະ ຍາກລຳບາກສໍ່າໃດກໍຕາມ, ພວກເຂົາກໍຍັງສືບຕໍ່ເຮັດ ແລະ ເຮັດຊໍ້າພວກມັນຢ່າງບໍ່ຮູ້ອິດບໍ່ເມື່ອຍ. ບໍ່ວ່າພວກເຂົາຈະກວດສອບ ຫຼື ສົງໄສພຣະເຈົ້າດົນປານໃດກໍຕາມ ຫຼື ບໍ່ວ່າພວກເຂົາຈະໄດ້ຮັບຜົນໃດໆ ຫຼື ບໍ່ກໍຕາມ, ພວກເຂົາກໍຍັງສືບຕໍ່ຕິດຕາມເສັ້ນທາງນີ້ຄືເກົ່າ, ສືບຕໍ່ກະທຳໃນວິທີນີ້ ແລະ ເຮັດຊໍ້າການກະທຳຂອງພວກເຂົາ. ພວກເຂົາບໍ່ເຄີຍກວດສອບຕົນເອງ ໂດຍຄິດວ່າ: “ນີ້ແມ່ນວິທີການ ແລະ ທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນປະຕິບັດຕໍ່ພຣະເຈົ້າບໍ? ທຳມະຊາດຂອງວິທີທີ່ຂ້ອຍປະຕິບັດຕໍ່ພຣະເຈົ້າແມ່ນຫຍັງ? ຂ້ອຍກຳລັງເປີດເຜີຍອຸປະນິໄສປະເພດໃດ? ການປະຕິບັດຕໍ່ພຣະອົງແບບນີ້ສອດຄ່ອງກັບຄວາມຈິງບໍ? ພຣະເຈົ້າລັງກຽດມັນບໍ? ຖ້າຂ້ອຍຍັງສືບຕໍ່ເຮັດໃນສິ່ງທີ່ພຣະເຈົ້າລັງກຽດ, ຜົນສຸດທ້າຍຈະເປັນແນວໃດ? ຂ້ອຍຈະຖືກປະຖິ້ມ ແລະ ຖືກພຣະເຈົ້າກຳຈັດບໍ? ເນື່ອງຈາກມັນຈະມີຜົນຕາມມາໃນທາງລົບ, ເປັນຫຍັງຂ້ອຍຈຶ່ງບໍ່ສາມາດກະທຳ ແລະ ປະຕິບັດຕາມພຣະທຳ ແລະ ຂໍ້ກຳນົດຂອງພຣະເຈົ້າໄດ້?” ພວກເຂົາໄຕ່ຕອງກ່ຽວກັບເລື່ອງເຫຼົ່ານີ້ບໍ? (ບໍ່.) ເປັນຫຍັງພວກເຂົາຈຶ່ງບໍ່ໄຕ່ຕອງ? ເພາະວ່າພວກເຂົາຂາດສະຕິຮູ້ສຶກຜິດຊອບ ແລະ ຄວາມມີເຫດຜົນໃນລັກສະນະຂອງພວກເຂົາ. ພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ກະທຳການທີ່ບໍ່ສົມເຫດສົມຜົນ ແລະ ໄຮ້ສາລະດັ່ງກ່າວໂດຍບໍ່ຮູ້ຕົວ. ການຂາດຄວາມມີເຫດຜົນເຮັດໃຫ້ພວກເຂົາບໍ່ເຄີຍເຂົ້າໃຈວ່າພວກເຂົາແມ່ນໃຜ ຫຼື ຕຳແໜ່ງ, ມຸມມອງ ແລະ ສະຖານະທີ່ພວກເຂົາຄວນຮັບເອົາ. ພວກເຂົາບໍ່ເຄີຍຮູ້ສຶກວ່າພວກເຂົາເປັນຄົນທຳມະດາ, ເປັນມະນຸດທີ່ເສື່ອມຊາມ ຫຼື ເປັນພັກພວກ ແລະ ລູກຫຼານຂອງຊາຕານທີ່ພຣະເຈົ້າລັງກຽດ. ສິ່ງທີ່ຜູ້ຄົນຄວນຍອມຮັບຄືພຣະທຳຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະເຈົ້າ ແລະ ຄວາມຈິງທີ່ພຣະເຈົ້າສະໜອງໃຫ້ແກ່ພວກເຂົາ; ພວກເຂົາບໍ່ຄວນກວດສອບພຣະເຈົ້າຄືກັບວ່າພວກເຂົາເທົ່າທຽມກັບພຣະອົງ ແລະ ຫົວເລາະ ແລະ ໂອ້ລົມກັບພຣະເຈົ້າຄືກັບວ່າພວກເຂົາກຳລັງປະຕິສຳພັນກັບຄົນອື່ນຢູ່, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຜູ້ທີ່ບໍ່ແມ່ນມະນຸດຈະເຮັດບໍ? ໃນເວລານີ້, ລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສກໍຖືກເປີດເຜີຍແລ້ວ ແລະ ອຸປະນິໄສ-ແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສກໍຄອບງຳພວກເຂົາ, ເຮັດໃຫ້ພວກເຂົາເຂົ້າຮ່ວມໃນການກະທຳທີ່ໄຮ້ຄ່າ ແລະ ບໍ່ມີຄວາມໝາຍເຫຼົ່ານີ້ທີ່ທຳຮ້າຍຄົນອື່ນ ແລະ ບໍ່ໃຫ້ຜົນປະໂຫຍດໃດໆແກ່ຕົວພວກເຂົາເອງຢ່າງບໍ່ຮູ້ອິດເມື່ອຍ. ແຕ່ພວກເຂົາກໍບໍ່ສາມາດປ່ອຍວາງໄດ້; ພວກເຂົາຍັງຄົງບໍ່ຮັບຮູ້ເຖິງຄວາມຜິດພາດຂອງເສັ້ນທາງນີ້ ແລະ ທຳມະຊາດທີ່ຢູ່ເບື້ອງຫຼັງການກະທຳເຫຼົ່ານີ້. ບໍ່ວ່າຈະມີຄວາມພະຍາຍາມ, ຄວາມທຸກທໍລະມານ ແລະ ຄວາມລົ້ມເຫຼວຫຼາຍສໍ່າໃດທີ່ກ່ຽວຂ້ອງກັບເລື່ອງນີ້, ພວກເຂົາກໍບໍ່ຮູ້ສຶກຕຳນິຕົນເອງ, ບໍ່ມີການກ່າວໂທດ ແລະ ບໍ່ມີຄວາມຮູ້ສຶກຕິດໜີ້ບຸນຄຸນ. ພວກເຂົາຢືນຢັນທີ່ຈະຢູ່ໃນລະດັບດຽວກັນກັບພຣະເຈົ້າ, ເຖິງຂັ້ນກວດສອບ ແລະ ດູຖູກພຣະເຈົ້າຈາກເບື້ອງບົນ, ຂ້ອງໃຈ ແລະ ສົງໄສໃນພຣະອົງຊໍ້າແລ້ວຊໍ້າອີກ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີແລ້ວກໍຕາມ, ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ ແລະ ວິທີທີ່ພວກເຂົາປະຕິບັດຕໍ່ພຣະອົງກໍບໍ່ເຄີຍປ່ຽນແປງ. ຖ້າພວກເຂົາບໍ່ຂ້ອງໃຈໃນພຣະອົງ, ພວກເຂົາກໍກວດສອບພຣະອົງ ແລະ ຖ້າພວກເຂົາບໍ່ກວດສອບພຣະອົງ, ພວກເຂົາກໍສົງໄສໃນຕົວພຣະອົງ. ມັນຄືກັບວ່າພວກເຂົາຖືກສິງໂດຍຜີຮ້າຍ ຫຼື ຖືກມົນສະກົດ, ສິ່ງເຫຼົ່ານີ້ແມ່ນການສະແດງອອກຫຼາຍຢ່າງຂອງແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ຜູ້ຕໍ່ຕ້ານພຣະຄຣິສຊົ່ວຊ້າໂດຍທຳມະຊາດ; ບາງຄົນທີ່ບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສອາດຈະເວົ້າວ່າ: “ເຈົ້າບໍ່ສາມາດລະເວັ້ນຈາກການກວດສອບພຣະເຈົ້າໄດ້ບໍ? ເຈົ້າຢຸດຂ້ອງໃຈໃນຕົວພຣະອົງບໍ່ໄດ້ບໍ? ເຈົ້າຢຸດສົງໄສໃນຕົວພຣະອົງບໍ່ໄດ້ບໍ? ຖ້າເຈົ້າຢຸດເຮັດສິ່ງເຫຼົ່ານີ້, ເຈົ້າກໍຈະສາມາດເຂົ້າໃຈຄວາມຈິງ, ປະຕິບັດຕໍ່ພຣະເຈົ້າໃນຖານະເປັນພຣະເຈົ້າ, ພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ກາຍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າຢ່າງສົມກຽດ; ເຈົ້າຈະມີໂອກາດກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ ແລະ ຈາກນັ້ນເຈົ້າຈະບໍ່ຄູ່ຄວນກັບຊື່ຂອງໜຶ່ງໃນຜູ້ຄົນທີ່ພຣະເຈົ້າເລືອກບໍ? ມັນຈະຍອດຢ້ຽມສໍ່າໃດ!” ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສໂຕ້ຕອບວ່າ: “ຂ້ອຍບໍ່ໄດ້ໂງ່ຂະໜາດນັ້ນ. ການເປັນສິ່ງຖືກສ້າງທີ່ໄດ້ມາດຕະຖານມີຜົນປະໂຫຍດຫຍັງ? ນັ້ນມັນໜ້າເບື່ອ. ມັນຈະໜ້າສົນໃຈກໍຕໍ່ເມື່ອຂ້ອຍຂ້ອງໃຈ, ກວດສອບ ແລະ ສົງໄສໃນຕົວພຣະເຈົ້າເທົ່ານັ້ນ!” ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສນີ້ແມ່ນຄືກັບສິ່ງທີ່ພະຍານາກໃຫຍ່ສີແດງເວົ້າວ່າ: “ການຕໍ່ສູ້ກັບຄົນອື່ນ ແລະ ກັບສະຫວັນເປັນແຫຼ່ງທີ່ມາຂອງຄວາມມ່ວນຊື່ນທີ່ບໍ່ມີວັນສິ້ນສຸດ”. ນີ້ຄືຄຳນິຍາມທີ່ຖືກຕ້ອງ ແລະ ເປັນການສະທ້ອນທີ່ແທ້ຈິງເຖິງທຳມະຊາດ-ແກ່ນແທ້ທີ່ຊົ່ວຊ້າຂອງຜູ້ຕໍ່ຕ້ານພຣະຄຣິສ. ສະຫຼຸບແລ້ວ, ຜູ້ຕໍ່ຕ້ານພຣະຄຣິສຊົ່ວຊ້າຢ່າງເຫຼືອລົ້ນ, ພວກເຂົາຊົ່ວຊ້າຈົນເຖິງທີ່ສຸດ. ຜູ້ທີ່ເຊື່ອໃນພຣະເຈົ້າແຕ່ປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງສິ້ນເຊີງແມ່ນຄົນຊົ່ວຊ້າ. ຫຼາຍຄົນມັກຈະຢາກໃຫ້ໂອກາດຜູ້ຕໍ່ຕ້ານພຣະຄຣິສໄດ້ກັບໃຈຢູ່ສະເໝີ, ໂດຍຄິດວ່າພວກເຂົາຈະກັບໃຈໃນມື້ໜຶ່ງ, ຄຳເວົ້ານີ້ຖືກຕ້ອງບໍ? ດັ່ງຄຳສຸພາສິດທີ່ວ່າ: “ເສືອບໍ່ສາມາດປ່ຽນລາຍຂອງມັນໄດ້” ແລະ “ສັນດານຂຸດໄດ້ ແຕ່ແກ້ບໍ່ໄດ້”. ສະນັ້ນ, ເຈົ້າບໍ່ສາມາດໃຊ້ມາດຕະຖານ ແລະ ວິທີການສຳລັບການຈັດການກັບມະນຸດ ເພື່ອຈັດການ ຫຼື ຮຽກຮ້ອງຈາກຜູ້ຕໍ່ຕ້ານພຣະຄຣິສໄດ້. ພວກເຂົາກໍເປັນໃນສິ່ງທີ່ພວກເຂົາເປັນ. ຖ້າພວກເຂົາບໍ່ກວດສອບ ຫຼື ຂ້ອງໃຈໃນພຣະເຈົ້າ ຫຼື ຖ້າພວກເຂົາບໍ່ສົງໄສໃນພຣະອົງ, ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ, ເພາະວ່າພວກເຂົາຖືກຄວບຄຸມໂດຍທຳມະຊາດທີ່ຊົ່ວຊ້າຂອງຕົນ.

ງ. ການລະວັງຕົວ

ຕໍ່ໄປ, ພວກເຮົາຈະໂອ້ລົມກ່ຽວກັບການລະວັງຕົວ. ຜູ້ຕໍ່ຕ້ານພຣະຄຣິສມີຄວາມຄິດ ແລະ ມຸມມອງທີ່ໂດດເດັ່ນ ແລະ ຊັດເຈນທີ່ສຸດຢ່າງໜຶ່ງ. ພວກເຂົາເວົ້າວ່າ: “ຜູ້ຄົນຕ້ອງບໍ່ປ່ອຍໃຫ້ພຣະເຈົ້າຄວບຄຸມ ຫຼື ມີອຳນາດສູງສຸດເໜືອຊະຕາກຳຂອງພວກເຂົາໄດ້; ຖ້າພຣະເຈົ້າຄວບຄຸມຊະຕາກຳຂອງຄົນໃດໜຶ່ງ, ທຸກຢ່າງກໍຈົບສິ້ນສຳລັບພວກເຂົາ. ຜູ້ຄົນຕ້ອງເປັນຜູ້ຄວບຄຸມຕົນເອງເພື່ອໃຫ້ພວກເຂົາໄດ້ຮັບຄວາມສຸກ ແລະ ເພື່ອໃຫ້ພວກເຂົາໄດ້ກິນ, ດື່ມ ແລະ ມ່ວນຊື່ນໂດຍບໍ່ຕ້ອງກັງວົນ. ພຣະເຈົ້າບໍ່ປ່ອຍໃຫ້ຜູ້ຄົນກິນ, ດື່ມ ແລະ ມ່ວນຊື່ນ, ລາວບໍ່ປ່ອຍໃຫ້ພວກເຂົາດຳລົງຊີວິດໄດ້ດີ; ລາວພຽງແຕ່ເຮັດໃຫ້ຜູ້ຄົນທົນທຸກກັບຄວາມຍາກລຳບາກເທົ່ານັ້ນ. ສະນັ້ນ, ພວກເຮົາຕ້ອງຮັບຜິດຊອບຕໍ່ຄວາມສຸກຂອງພວກເຮົາເອງ; ພວກເຮົາບໍ່ສາມາດຝາກຝັງຊະຕາກຳຂອງພວກເຮົາໄວ້ກັບພຣະເຈົ້າ ຫຼື ລໍຖ້າທຸກສິ່ງຢ່າງເສີຍຊາ ຫຼື ປ່ອຍໃຫ້ພຣະເຈົ້າກຽມການ ແລະ ໃຫ້ຄວາມຮູ້ແຈ້ງ ແລະ ນຳພາພວກເຮົາ, ພວກເຮົາບໍ່ສາມາດເປັນຄົນປະເພດນັ້ນໄດ້. ພວກເຮົາມີສິດທິມະນຸດ ແລະ ສິດໃນການກະທຳທີ່ເປັນເອກະລາດ ແລະ ເຈດຈຳນົງເສລີ. ພວກເຮົາບໍ່ຈຳເປັນຕ້ອງລາຍງານທຸກສິ່ງຕໍ່ພຣະເຈົ້າ ແລະ ສະແຫວງຫາຈາກພຣະເຈົ້າໃນທຸກສິ່ງ, ນັ້ນຈະເຮັດໃຫ້ພວກເຮົາເບິ່ງຄືວ່າບໍ່ມີຄວາມສາມາດຫຼາຍ; ມີພຽງແຕ່ຄົນໂງ່ເທົ່ານັ້ນທີ່ເຮັດແບບນັ້ນ!” ພວກເຂົາກຳລັງເຮັດຫຍັງຢູ່? (ກຳລັງລະວັງຕົວຕໍ່ພຣະເຈົ້າ.) ບາງຄົນເວົ້າວ່າ: “ຈົ່ງລະມັດລະວັງເມື່ອເຈົ້າສາບານຕໍ່ໜ້າພຣະເຈົ້າ; ຈົ່ງຄິດຢ່າງຮອບຄອບກ່ຽວກັບຄຳເວົ້າຂອງເຈົ້າ. ເມື່ອມະນຸດກະທຳ, ສະຫວັນກຳລັງຈັບຕາເບິ່ງຢູ່!” ບາງຄົນອະທິຖານວ່າ: “ໂອ້ ພຣະເຈົ້າ, ຂ້ານ້ອຍອຸທິດທັງຊີວິດ ແລະ ຄວາມໜຸ່ມແໜ້ນຂອງຂ້ານ້ອຍໃຫ້ກັບພຣະອົງ; ຂ້ານ້ອຍຈະບໍ່ຊອກຫາຄູ່ຄອງ ຫຼື ແຕ່ງງານ”. ແຕ່ຫຼັງຈາກທີ່ເວົ້າແບບນີ້, ພວກເຂົາກໍເສຍໃຈ ໂດຍຄິດວ່າ: “ພຣະເຈົ້າຈະເຮັດໃຫ້ຄຳເວົ້າຂອງຂ້ອຍເປັນຈິງບໍ? ຈະເປັນແນວໃດຖ້າຂ້ອຍຕ້ອງການຄູ່ຄອງແທ້ໆ ຫຼື ຢາກແຕ່ງງານ? ພຣະເຈົ້າຈະລົງໂທດຂ້ອຍບໍ? ແບບນີ້ບໍ່ດີແລ້ວ!” ຕັ້ງແຕ່ນັ້ນມາ, ພວກເຂົາກໍຊຶມເສົ້າ ແລະ ບໍ່ມີຄວາມສຸກ, ຫຼີກລ່ຽງເພດກົງກັນຂ້າມ ແລະ ຢ້ານການລົງໂທດ. ພວກເຂົາກຳລັງເຮັດຫຍັງຢູ່? (ການລະວັງຕົວຕໍ່ພຣະເຈົ້າ.) ຄົນອີກປະເພດໜຶ່ງເວົ້າວ່າ: “ການເສຍສະລະເພື່ອພຣະເຈົ້າບໍ່ແມ່ນເລື່ອງງ່າຍ ຫຼື ທຳມະດາ. ເຈົ້າຈຳເປັນຕ້ອງມີແຜນສຳຮອງ; ເຈົ້າຈຳເປັນຕ້ອງກຽມທາງອອກສຳລັບຕົວເຈົ້າເອງກ່ອນທີ່ຈະເສຍສະລະເພື່ອພຣະເຈົ້າ. ຖ້າບໍ່ດັ່ງນັ້ນ, ເມື່ອເຈົ້າໝົດຊັບພະຍາກອນ, ພຣະເຈົ້າຈະບໍ່ເບິ່ງແຍງເຈົ້າ! ການເສຍສະລະເພື່ອພຣະເຈົ້າແມ່ນເລື່ອງຂອງເຈົ້າ; ການທີ່ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງກໍເປັນອີກເລື່ອງໜຶ່ງ. ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ, ລາວຈະເບິ່ງແຍງຄົນນ້ອຍໆຄືກັບເຈົ້າບໍ? ພຣະເຈົ້າເບິ່ງແຍງແຕ່ເລື່ອງໃຫຍ່ໆເທົ່ານັ້ນ; ລາວບໍ່ສົນໃຈກັບເລື່ອງເລັກນ້ອຍເຫຼົ່ານີ້ດອກ. ສະນັ້ນ, ເຈົ້າຕ້ອງວາງແຜນ ແລະ ກຽມທາງອອກຂອງເຈົ້າ; ຖ້າພຣະເຈົ້າບໍ່ຕ້ອງການເຈົ້າອີກຕໍ່ໄປໃນພາຍຫຼັງ ແລະ ສົ່ງເຈົ້າໜີໄປ, ລາວຈະບໍ່ສະແດງຄວາມເມດຕາໃດໆຕໍ່ເຈົ້າ”. ນີ້ແມ່ນຄວາມຄິດປະເພດໃດ? (ການລະວັງຕົວຕໍ່ພຣະເຈົ້າ.) ຜູ້ຄົນຊ່າງຄິດໄລ່ຫຼາຍ. ບາງຄົນ, ຫຼັງຈາກທີ່ກາຍເປັນຜູ້ນຳ, ກໍຈ່າຍລາຄາບາງຢ່າງ ແລະ ເສຍສະລະຕົນເອງຢ່າງແທ້ຈິງເລັກໜ້ອຍ, ແຕ່ເນື່ອງຈາກຄວາມເປັນມະນຸດທີ່ບໍ່ດີຂອງພວກເຂົາ, ອຸປະນິໄສທີ່ໜ້າລັງກຽດ ແລະ ອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສທີ່ພວກເຂົາມີ, ພວກເຂົາຈຶ່ງນຳຄວາມເສຍຫາຍຢ່າງຫຼວງຫຼາຍມາສູ່ເຮືອນຂອງພຣະເຈົ້າ. ຜົນກໍຄື ພວກເຂົາຖືກສົ່ງໜີໄປ. ຫຼັງຈາກນັ້ນ, ພວກເຂົາກໍຮຽນຮູ້ທີ່ຈະປະພຶດຕົນໃຫ້ດີ ແລະ ເກັບຕົວ, ບໍ່ເປີດໃຈກັບໃຜ ໂດຍເວົ້າວ່າ: “ຂ້ອຍເຄີຍເປີດໃຈກັບຜູ້ຄົນຢູ່ສະເໝີ, ດັ່ງນັ້ນ ທຸກຄົນຈຶ່ງຮູ້ວ່າມີຫຍັງເກີດຂຶ້ນກັບຂ້ອຍແທ້ໆ, ແຕ່ແລ້ວກໍມີຄົນລາຍງານຂ້ອຍຕໍ່ເຮືອນຂອງພຣະເຈົ້າ ແລະ ຂ້ອຍກໍຖືກສົ່ງໜີໄປ. ສະນັ້ນ ຕອນນີ້ຂ້ອຍຕ້ອງຮຽນຮູ້ທີ່ຈະປິດກັ້ນຕົນເອງ, ເຊື່ອງຊ້ອນຕົນເອງ ແລະ ປ້ອງກັນ ແລະ ປົກປ້ອງຕົນເອງ. ຂ້ອຍຕ້ອງລະມັດລະວັງກ່ຽວກັບການເປີດໃຈກັບຜູ້ຄົນ ແລະ ຂ້ອຍກໍບໍ່ຄວນເປີດໃຈແມ່ນແຕ່ກັບພຣະເຈົ້າ. ຂ້ອຍບໍ່ເຊື່ອອີກຕໍ່ໄປວ່າພຣະເຈົ້າແມ່ນຄວາມຈິງ, ວ່າລາວສັດຊື່. ຂ້ອຍຍິ່ງມີຄວາມໄວ້ວາງໃຈໃນອ້າຍເອື້ອຍນ້ອງໜ້ອຍລົງ. ບໍ່ມີໃຜຄູ່ຄວນກັບຄວາມໄວ້ວາງໃຈຂອງຂ້ອຍ, ແມ່ນແຕ່ສະມາຊິກໃນຄອບຄົວ ຫຼື ຍາດພີ່ນ້ອງຂອງຂ້ອຍ, ແຮງໄກສຳລັບຜູ້ທີ່ໄລ່ຕາມຄວາມຈິງ”. ພວກເຂົາກຳລັງເຮັດຫຍັງຢູ່? (ພວກເຂົາກຳລັງລະວັງຕົວ.) ເມື່ອຜູ້ຕໍ່ຕ້ານພຣະຄຣິສປະສົບກັບການລິຮານ, ຄວາມລົ້ມເຫຼວ, ການລົ້ມລົງ ແລະ ການຖືກເປີດເຜີຍ, ພວກເຂົາກໍປະເມີນສິ່ງນີ້ ແລະ ຄິດຄຳເວົ້າໜຶ່ງຂຶ້ນມາວ່າ: “ຢ່າຕັ້ງໃຈທີ່ຈະທຳຮ້າຍຄົນອື່ນ, ແຕ່ຈົ່ງລະວັງຕົວສະເໝີຕໍ່ຄວາມເສຍຫາຍທີ່ພວກເຂົາອາດຈະເຮັດຕໍ່ເຈົ້າ”. ໃນຄວາມເປັນຈິງແລ້ວ, ພວກເຂົາໄດ້ທຳຮ້າຍຄົນອື່ນຫຼາຍພໍສົມຄວນ ແລະ ໃນທີ່ສຸດ, ພວກເຂົາກໍປອມຕົວ ແລະ ຄິດທິດສະດີທີ່ຜິດພາດນີ້ຂຶ້ນມາ. ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ປະສົບກັບຄວາມລົ້ມເຫຼວ ແລະ ອຸປະສັກຫຼາຍຢ່າງ ພ້ອມທັງການເປີດເຜີຍຂອງພຣະເຈົ້າ ແລະ ການລິຮານຂອງພຣະອົງ, ພາຍໃຕ້ສະຖານະການປົກກະຕິ, ຜູ້ຄົນຄວນໄຕ່ຕອງ ແລະ ຮູ້ຈັກຕົນເອງຜ່ານບົດຮຽນຂອງຄວາມລົ້ມເຫຼວເຫຼົ່ານີ້, ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ ແລະ ຊອກຫາເຫດຜົນສຳລັບຄວາມລົ້ມເຫຼວ ແລະ ການພາດພັ້ງຂອງພວກເຂົາໃນພຣະທຳຂອງພຣະເຈົ້າ ພ້ອມທັງເສັ້ນທາງແຫ່ງການປະຕິບັດທີ່ພວກເຂົາຄວນເຮັດ. ເຖິງຢ່າງໃດກໍຕາມ, ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ເຮັດແບບນີ້. ຫຼັງຈາກການພາດພັ້ງ ແລະ ຄວາມລົ້ມເຫຼວຫຼາຍຄັ້ງ, ພວກເຂົາກໍຍົກລະດັບພຶດຕິກຳຂອງພວກເຂົາ, ຄວາມຂ້ອງໃຈຂອງພວກເຂົາກ່ຽວກັບພຣະເຈົ້າກໍເພີ່ມຈຳນວນຂຶ້ນ ແລະ ຮ້າຍແຮງຂຶ້ນ, ການກວດສອບພຣະເຈົ້າຂອງພວກເຂົາກໍຮຸນແຮງຂຶ້ນ, ຄວາມສົງໄສຂອງພວກເຂົາຕໍ່ພຣະເຈົ້າກໍເລິກເຊິ່ງຂຶ້ນ ແລະ ເຊັ່ນດຽວກັນ, ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍການລະວັງຕົວຕໍ່ພຣະເຈົ້າ. ການລະວັງຕົວຂອງພວກເຂົາເຕັມໄປດ້ວຍການຈົ່ມວ່າ, ຄວາມໂມໂຫ, ການຕໍ່ຕ້ານ ແລະ ຄວາມຄຽດແຄ້ນ ແລະ ພວກເຂົາເຖິງກັບຄ່ອຍໆພັດທະນາການປະຕິເສດ, ການຕັດສິນ ແລະ ການກ່າວໂທດຕໍ່ພຣະເຈົ້າ. ພວກເຂົາບໍ່ໄດ້ຕົກຢູ່ໃນອັນຕະລາຍທີ່ເພີ່ມຂຶ້ນເລື້ອຍໆບໍ? (ແມ່ນແລ້ວ.)

ເມື່ອຕັດສິນຈາກທັດສະນະຄະຕິຂອງຜູ້ຕໍ່ຕ້ານພຣະຄຣິສຕໍ່ພຣະເຈົ້າ, ຕໍ່ສະພາບແວດລ້ອມ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະເຈົ້າຈັດວາງ, ຕໍ່ການເປີດເຜີຍ ແລະ ການລົງວິໄນຂອງພຣະເຈົ້າຕໍ່ພວກເຂົາ ແລະ ອື່ນໆແລ້ວ, ພວກເຂົາມີເຈດຕະນາທີ່ຈະສະແຫວງຫາຄວາມຈິງແມ່ນແຕ່ໜ້ອຍດຽວບໍ? ພວກເຂົາມີເຈດຕະນາທີ່ຈະອ່ອນນ້ອມຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວບໍ? ພວກເຂົາມີຄວາມເຊື່ອແມ່ນແຕ່ໜ້ອຍດຽວບໍວ່າ ທັງໝົດນີ້ບໍ່ແມ່ນເລື່ອງບັງເອີນ ແຕ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ? ພວກເຂົາມີຄວາມເຂົ້າໃຈ ແລະ ຄວາມຮັບຮູ້ນີ້ບໍ? ເຫັນໄດ້ຊັດເຈນວ່າບໍ່ມີ. ຮາກຖານຂອງການລະວັງຕົວຂອງພວກເຂົາສາມາດເວົ້າໄດ້ວ່າມາຈາກຄວາມຂ້ອງໃຈຂອງພວກເຂົາກ່ຽວກັບພຣະເຈົ້າ. ຮາກຖານຂອງຄວາມສົງໄສຂອງພວກເຂົາຕໍ່ພຣະເຈົ້າກໍສາມາດເວົ້າໄດ້ວ່າມາຈາກຄວາມຂ້ອງໃຈຂອງພວກເຂົາກ່ຽວກັບພຣະເຈົ້າເຊັ່ນກັນ. ຜົນທີ່ເກີດຈາກການກວດສອບພຣະເຈົ້າຂອງພວກເຂົາເຮັດໃຫ້ພວກເຂົາສົງໄສໃນຕົວພຣະເຈົ້າຫຼາຍຂຶ້ນ ແລະ ໃນເວລາດຽວກັນກໍລະວັງຕົວຕໍ່ພຣະເຈົ້າຫຼາຍຂຶ້ນ. ເມື່ອຕັດສິນຈາກຄວາມຄິດ ແລະ ມຸມມອງຕ່າງໆທີ່ເກີດຈາກຄວາມຄິດຂອງຜູ້ຕໍ່ຕ້ານພຣະຄຣິສ ພ້ອມທັງວິທີການ ແລະ ພຶດຕິກຳຕ່າງໆທີ່ເກີດຂຶ້ນພາຍໃຕ້ການຄອບງຳຂອງຄວາມຄິດ ແລະ ມຸມມອງເຫຼົ່ານີ້ແລ້ວ, ຄົນເຫຼົ່ານີ້ແມ່ນບໍ່ສົມເຫດສົມຜົນຢ່າງແທ້ຈິງ; ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງ, ພວກເຂົາບໍ່ສາມາດພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໄດ້, ພວກເຂົາບໍ່ສາມາດເຊື່ອ ແລະ ຍອມຮັບການມີຕົວຕົນຂອງພຣະເຈົ້າຢ່າງຖ່ອງແທ້ ແລະ ພວກເຂົາບໍ່ສາມາດເຊື່ອ ແລະ ຍອມຮັບວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງທີ່ຖືກສ້າງ, ວ່າພຣະອົງມີອຳນາດສູງສຸດເໜືອທຸກສິ່ງ. ທັງໝົດນີ້ແມ່ນຍ້ອນອຸປະນິໄສ-ແກ່ນແທ້ທີ່ຊົ່ວຊ້າຂອງພວກເຂົາ.

ວັນທີ 19 ທັນວາ 2020

ກ່ອນນີ້: ພາກພະໜວກທີສີ່: ການສະຫຼຸບລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາ (ພາກທີໜຶ່ງ)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້