ບົດເສີມເລື່ອງທີສາມ: ໂນອາ ແລະ ອັບຣາຮາມເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະອົງແນວໃດ (ພາກທີສອງ)
ໃນການເຕົ້າໂຮມຄັ້ງທີ່ແລ້ວ, ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີສິບຂອງການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ, “ພວກເຂົາດູໝິ່ນຄວາມຈິງ, ຝ່າຝືນຫຼັກການຢ່າງບໍ່ອາຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ”. ພວກເຮົາໄດ້ໂອ້ລົມກ່ຽວກັບລາຍລະອຽດຫຍັງແດ່ຢ່າງສະເພາະເຈາະຈົງ? (ພຣະເຈົ້າໄດ້ໂອ້ລົມກ່ຽວກັບວິທີການປະຕິບັດຕໍ່ພຣະທຳຂອງພຣະເຈົ້າເປັນຫຼັກ). ສິ່ງນີ້ກ່ຽວຂ້ອງກັບຂໍ້ທີສິບບໍ? (ກ່ຽວຂ້ອງ. ເພາະວ່າໃນຂໍ້ “ພວກເຂົາດູໝິ່ນຄວາມຈິງ, ຝ່າຝືນຫຼັກການຢ່າງບໍ່ອາຍ ແລະ ເມີນເສີຍການຈັດແຈງຂອງເຮືອນຂອງພຣະເຈົ້າ”, ໜຶ່ງໃນພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສກໍຄື ພວກເຂົາພຽງແຕ່ຟັງສິ່ງທີ່ພຣະຄຣິສກ່າວ, ແຕ່ບໍ່ເຊື່ອຟັງ ຫຼື ອ່ອນນ້ອມຕໍ່ສິ່ງນັ້ນ. ພວກເຂົາບໍ່ເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ປະຕິບັດຕາມພຣະທຳຂອງພຣະເຈົ້າເຊັ່ນກັນ. ໃນການເຕົ້າໂຮມຄັ້ງທີ່ແລ້ວ, ພຣະເຈົ້າໄດ້ໂອ້ລົມກ່ຽວກັບວິທີການປະຕິບັດຕໍ່ພຣະທຳຂອງພຣະເຈົ້າ, ວິທີການເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນກໍແມ່ນວິທີການຈັດຕັ້ງປະຕິບັດ ແລະ ດຳເນີນການຕາມພຣະທຳຂອງພຣະເຈົ້າ). ທັງໝົດນີ້ເຂົ້າໃຈກັນແລ້ວ, ແມ່ນບໍ? ໃນລະຫວ່າງການເຕົ້າໂຮມຄັ້ງກ່ອນຂອງພວກເຮົາ ເຮົາໄດ້ເລົ່າສອງເລື່ອງ: ເລື່ອງໜຶ່ງແມ່ນເລື່ອງຂອງໂນອາ ແລະ ອີກເລື່ອງໜຶ່ງແມ່ນເລື່ອງຂອງອັບຣາຮາມ. ເຫຼົ່ານີ້ແມ່ນສອງເລື່ອງລາວທີ່ສຳຄັນຈາກພຣະຄຳພີ. ຫຼາຍຄົນຮູ້ ແລະ ເຂົ້າໃຈກ່ຽວກັບເລື່ອງລາວເຫຼົ່ານີ້, ແຕ່ຫຼັງຈາກທີ່ເຂົ້າໃຈພວກມັນແລ້ວ, ມີຄົນຈຳນວນໜ້ອຍຫຼາຍທີ່ຮູ້ວິທີການປະຕິບັດຕໍ່ພຣະທຳ ແລະ ຂໍ້ກຳນົດຂອງພຣະເຈົ້າ. ສະນັ້ນ, ຈຸດປະສົງຫຼັກຂອງການໂອ້ລົມຂອງພວກເຮົາກ່ຽວກັບສອງເລື່ອງນີ້ແມ່ນຫຍັງ? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນຮູ້ວ່າ ໃນຖານະຄົນ ແລະ ໃນຖານະສິ່ງທີ່ຖືກສ້າງ, ພວກເຂົາຄວນປະຕິບັດຕໍ່ພຣະທຳ ແລະ ຂໍ້ກຳນົດຂອງພຣະເຈົ້າແນວໃດ ແລະ ຮູ້ຈຸດຢືນທີ່ສິ່ງທີ່ຖືກສ້າງຄວນຍຶດຖື ແລະ ທັດສະນະຄະຕິທີ່ພວກເຂົາຄວນມີ ເມື່ອປະເຊີນກັບຂໍ້ກຳນົດຂອງພຣະເຈົ້າ ແລະ ເມື່ອຮັບຟັງພຣະທຳຂອງພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນປະເດັນຫຼັກ. ນີ້ຄືຄວາມຈິງທີ່ຜູ້ຄົນໄດ້ຕັ້ງໃຈມາເພື່ອຮູ້ ແລະ ເຂົ້າໃຈ ເມື່ອພວກເຮົາໂອ້ລົມກ່ຽວກັບສອງເລື່ອງນີ້ໃນຄັ້ງທີ່ແລ້ວ. ສະນັ້ນ, ຫຼັງຈາກທີ່ພວກເຮົາໄດ້ໂອ້ລົມກ່ຽວກັບສອງເລື່ອງນີ້ແລ້ວ, ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍກ່ຽວກັບວິທີການອ່ອນນ້ອມຕໍ່ພຣະຄຣິສ ແລະ ເຊື່ອຟັງພຣະທຳຂອງພຣະອົງ, ກ່ຽວກັບທັດສະນະຄະຕິທີ່ຜູ້ຄົນຄວນມີ ແລະ ມຸມມອງ ແລະ ຈຸດຢືນຂອງພວກເຂົາຄວນເປັນແບບໃດຕໍ່ພຣະຄຣິສ ແລະ ຕໍ່ພຣະທຳທີ່ກ່າວໂດຍພຣະຄຣິສ, ພ້ອມທັງວິທີທີ່ຜູ້ຄົນຄວນປະຕິບັດຕໍ່ພຣະທຳ ແລະ ຂໍ້ກຳນົດທີ່ມາຈາກພຣະເຈົ້າ ແລະ ຄວາມຈິງໃດແດ່ທີ່ຄວນເຂົ້າໃຈໃນເລື່ອງນີ້? (ຂໍ້ທີໜຶ່ງແມ່ນການມີຄວາມຈິງໃຈຕໍ່ພຣະຄຣິສ, ຂໍ້ທີສອງແມ່ນການຮຽນຮູ້ທີ່ຈະເຄົາລົບພຣະຄຣິສ ແລະ ຂໍ້ທີສາມແມ່ນການເຊື່ອຟັງພຣະທຳຂອງພຣະອົງ, ຮັບຟັງພຣະທຳຂອງພຣະເຈົ້າດ້ວຍຫົວໃຈຂອງພວກເຮົາ). ພວກເຈົ້າຈື່ຈຳກົດເຫຼົ່ານີ້ໄດ້. ຖ້າເຮົາບໍ່ໄດ້ເວົ້າເຖິງກົດເຫຼົ່ານີ້, ພວກເຈົ້າຈະສາມາດສະກັດເອົາພວກມັນອອກມາຈາກສອງເລື່ອງທີ່ເຮົາເລົ່າໄດ້ບໍ? (ສິ່ງດຽວທີ່ພວກເຮົາສາມາດສະຫຼຸບໄດ້ກໍຄື ພວກເຮົາຕ້ອງເຊື່ອຟັງສິ່ງໃດກໍຕາມທີ່ພຣະເຈົ້າກ່າວ). ທຸກສິ່ງທີ່ພວກເຈົ້າສາມາດສະກັດອອກມາໄດ້ແມ່ນພຽງແຕ່ວິທີການປະຕິບັດທີ່ງ່າຍດາຍ, ເປັນຫຼັກຄຳສອນ ແລະ ເປັນທິດສະດີ; ພວກເຈົ້າຍັງບໍ່ສາມາດເຂົ້າໃຈ ຫຼື ຮູ້ຈັກຄວາມຈິງໃນສິ່ງນີ້ທີ່ຜູ້ຄົນຄວນສະແຫວງຫາ ແລະ ເຂົ້າໃຈ. ສະນັ້ນ ໃຫ້ພວກເຮົາໂອ້ລົມກັນຢ່າງລະອຽດກ່ຽວກັບເລື່ອງລາວຂອງໂນອາ ແລະ ອັບຣາຮາມ.
I. ທັດສະນະຄະຕິຂອງໂນອາຕໍ່ພຣະທຳຂອງພຣະເຈົ້າ
ກ່ອນອື່ນ ໃຫ້ພວກເຮົາເວົ້າກ່ຽວກັບເລື່ອງລາວຂອງໂນອາ. ການເຕົ້າໂຮມຄັ້ງທີ່ແລ້ວ, ພວກເຮົາໄດ້ເວົ້າເຖິງຕົ້ນເຫດ ແລະ ຈຸດຈົບຂອງເລື່ອງລາວຂອງໂນອາໂດຍທົ່ວໄປ. ເປັນຫຍັງພວກເຮົາຈຶ່ງບໍ່ລົງລາຍລະອຽດກວ່ານີ້? ເພາະວ່າຄົນສ່ວນໃຫຍ່ຮູ້ຕົ້ນເຫດ, ຈຸດຈົບ ແລະ ລາຍລະອຽດທີ່ສະເພາະເຈາະຈົງຂອງເລື່ອງນີ້ຢູ່ແລ້ວ. ຖ້າມີລາຍລະອຽດໃດໜຶ່ງທີ່ພວກເຈົ້າບໍ່ເຂົ້າໃຈປານໃດ, ພວກເຈົ້າສາມາດຊອກອ່ານໄດ້ໃນພຣະຄຳພີ. ສິ່ງທີ່ພວກເຮົາກຳລັງໂອ້ລົມກັນບໍ່ແມ່ນລາຍລະອຽດສະເພາະຂອງເລື່ອງນີ້, ແຕ່ກ່ຽວກັບວິທີທີ່ໂນອາເຊິ່ງເປັນຕົວລະຄອນເອກຂອງເລື່ອງປະຕິບັດຕໍ່ພຣະທຳຂອງພຣະເຈົ້າ, ຄວາມຈິງດ້ານໃດແດ່ທີ່ຜູ້ຄົນຄວນເຂົ້າໃຈຈາກເລື່ອງນີ້ ແລະ ທັດສະນະຄະຕິຂອງພຣະເຈົ້າເປັນແນວໃດ, ພຣະອົງຄິດແນວໃດ ແລະ ການປະເມີນຂອງພຣະອົງຕໍ່ໂນອາເປັນແນວໃດ ຫຼັງຈາກທີ່ພຣະອົງເຫັນທຸກການກະທຳທີ່ໂນອາໄດ້ເຮັດ. ສິ່ງເຫຼົ່ານີ້ແມ່ນລາຍລະອຽດທີ່ພວກເຮົາຄວນໂອ້ລົມກັນ. ທັດສະນະຄະຕິຂອງພຣະເຈົ້າຕໍ່ໂນອາ ແລະ ການປະເມີນຂອງພຣະອົງຕໍ່ສິ່ງທີ່ໂນອາເຮັດນັ້ນພຽງພໍທີ່ຈະບອກພວກເຮົາວ່າ ພຣະເຈົ້າຮຽກຮ້ອງມາດຕະຖານແບບໃດຈາກມະນຸດຊາດ, ຈາກຜູ້ທີ່ຕິດຕາມພຣະອົງ, ຈາກຜູ້ທີ່ພຣະອົງຊ່ວຍໃຫ້ລອດພົ້ນ. ມີຄວາມຈິງໃຫ້ສະແຫວງຫາໃນເລື່ອງນີ້ບໍ? ບ່ອນໃດທີ່ມີຄວາມຈິງໃຫ້ສະແຫວງຫາ, ມັນກໍຄຸ້ມຄ່າທີ່ຈະໄຈ້ແຍກ, ໄຕ່ຕອງ ແລະ ໂອ້ລົມກັນຢ່າງລະອຽດ. ພວກເຮົາຈະບໍ່ລົງເລິກເຖິງລາຍລະອຽດທີ່ສະເພາະເຈາະຈົງຂອງເລື່ອງລາວຂອງໂນອາ. ສິ່ງທີ່ພວກເຮົາຈະໂອ້ລົມກັນໃນມື້ນີ້ແມ່ນຄວາມຈິງທີ່ຕ້ອງສະແຫວງຫາໃນທັດສະນະຄະຕິຕ່າງໆຂອງໂນອາທີ່ມີຕໍ່ພຣະເຈົ້າ, ພ້ອມທັງຂໍ້ກຳນົດ ແລະ ເຈດຕະນາຂອງພຣະເຈົ້າທີ່ຜູ້ຄົນຄວນເຂົ້າໃຈຈາກການປະເມີນຂອງພຣະເຈົ້າຕໍ່ໂນອາ.
ໂນອາເປັນພຽງມະນຸດທຳມະດາຄົນໜຶ່ງທີ່ນະມັດສະການ ແລະ ຕິດຕາມພຣະເຈົ້າ. ເມື່ອພຣະທຳຂອງພຣະເຈົ້າມາເຖິງລາວ, ທັດສະນະຄະຕິຂອງລາວບໍ່ແມ່ນການຊັກຊ້າ, ຖ່ວງເວລາ ຫຼື ເຮັດແບບຊັກຊ້າອືດອາດ. ກົງກັນຂ້າມ, ລາວຮັບຟັງພຣະທຳຂອງພຣະເຈົ້າດ້ວຍຄວາມຈິງຈັງຢ່າງຍິ່ງ, ລາວຮັບຟັງທຸກຖ້ອຍຄຳຂອງພຣະເຈົ້າດ້ວຍຄວາມໃສ່ໃຈ ແລະ ຕັ້ງໃຈ, ຮັບຟັງຢ່າງຕັ້ງໃຈ ແລະ ພະຍາຍາມຈື່ຈຳທຸກສິ່ງທີ່ພຣະເຈົ້າສັ່ງລາວ ໂດຍບໍ່ກ້າທີ່ຈະລະເລີຍແມ່ນແຕ່ໜ້ອຍດຽວ. ໃນທັດສະນະຄະຕິຂອງລາວທີ່ມີຕໍ່ພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ ແມ່ນແຝງໄວ້ດ້ວຍຫົວໃຈທີ່ຢຳເກງພຣະເຈົ້າ, ເຊິ່ງສະແດງໃຫ້ເຫັນວ່າພຣະເຈົ້າມີຄວາມສຳຄັນຢູ່ໃນຫົວໃຈຂອງລາວ ແລະ ລາວເປັນຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າ. ລາວຮັບຟັງສິ່ງທີ່ພຣະເຈົ້າກ່າວຢ່າງຕັ້ງໃຈ, ຮັບຟັງເນື້ອໃນແຫ່ງພຣະທຳຂອງພຣະເຈົ້າ, ຮັບຟັງສິ່ງທີ່ພຣະເຈົ້າຂໍໃຫ້ລາວເຮັດ. ລາວຮັບຟັງຢ່າງຕັ້ງໃຈ ໂດຍບໍ່ໄດ້ວິເຄາະ ແຕ່ຍອມຮັບ. ບໍ່ມີການປະຕິເສດ, ຄວາມຕໍ່ຕ້ານ ຫຼື ຄວາມບໍ່ອົດທົນໃນຫົວໃຈຂອງລາວ; ກົງກັນຂ້າມ, ລາວໄດ້ຈົດຈຳທຸກຄຳເວົ້າ ແລະ ທຸກເລື່ອງທີ່ພຣະເຈົ້າໄດ້ຕັ້ງຂໍ້ກຳນົດຕໍ່ລາວໄວ້ໃນຫົວໃຈຢ່າງງຽບໆ, ຢ່າງຖີ່ຖ້ວນ ແລະ ຢ່າງຕັ້ງໃຈ. ຫຼັງຈາກທີ່ພຣະເຈົ້າໃຫ້ຄຳແນະນຳແຕ່ລະຢ່າງແກ່ລາວ, ໂນອາໄດ້ບັນທຶກທຸກສິ່ງທີ່ພຣະເຈົ້າໄດ້ກ່າວ ແລະ ມອບໝາຍກັບລາວຢ່າງລະອຽດ ແລະ ດ້ວຍວິທີການຂອງລາວເອງ. ຈາກນັ້ນ ລາວກໍວາງວຽກງານຂອງຕົນເອງລົງ, ຢຸດກິດຈະວັດ ແລະ ແຜນການໃນຊີວິດເກົ່າຂອງລາວ ແລະ ເລີ່ມກຽມພ້ອມສຳລັບທຸກສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ລາວເຮັດ ແລະ ວັດສະດຸອຸປະກອນທັງໝົດທີ່ຈຳເປັນສຳລັບຫີບທີ່ພຣະເຈົ້າໄດ້ຂໍໃຫ້ລາວສ້າງ. ລາວບໍ່ກ້າລະເລີຍພຣະທຳຂໍ້ໃດຂອງພຣະເຈົ້າ ຫຼື ສິ່ງໃດກໍຕາມທີ່ພຣະເຈົ້າຮຽກຮ້ອງ ຫຼື ລາຍລະອຽດໃດໜຶ່ງຂອງສິ່ງທີ່ພຣະທຳຂອງພຣະເຈົ້າຮຽກຮ້ອງຈາກລາວ. ດ້ວຍວິທີການຂອງລາວເອງ, ລາວໄດ້ບັນທຶກປະເດັນສຳຄັນ ແລະ ລາຍລະອຽດຂອງທຸກສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ມອບໝາຍກັບລາວ, ຈາກນັ້ນກໍໄຕ່ຕອງ ແລະ ຄິດທົບທວນກ່ຽວກັບພວກມັນຊໍ້າແລ້ວຊໍ້າອີກ. ຕໍ່ມາ, ໂນອາກໍອອກໄປຊອກຫາວັດສະດຸທັງໝົດທີ່ພຣະເຈົ້າໄດ້ຂໍໃຫ້ລາວກຽມ. ໂດຍທຳມະຊາດແລ້ວ ຫຼັງຈາກຄຳແນະນຳແຕ່ລະຢ່າງທີ່ພຣະເຈົ້າມອບໃຫ້ແກ່ລາວ, ລາວໄດ້ວາງແຜນ ແລະ ຈັດແຈງຢ່າງລະອຽດຕາມວິທີທາງຂອງລາວເອງ ສຳລັບທຸກສິ່ງທີ່ພຣະເຈົ້າໄດ້ມອບໝາຍ ແລະ ສັ່ງໃຫ້ລາວເຮັດ ແລະ ຈາກນັ້ນ ລາວກໍຈັດຕັ້ງປະຕິບັດ ແລະ ດຳເນີນການຕາມແຜນການ ແລະ ການຈັດແຈງຂອງລາວເທື່ອລະຂັ້ນຕອນ ພ້ອມທັງທຸກລາຍລະອຽດ ແລະ ແຕ່ລະຂັ້ນຕອນຂອງສິ່ງທີ່ພຣະເຈົ້າຮຽກຮ້ອງ. ຕະຫຼອດຂະບວນການທັງໝົດ, ທຸກສິ່ງທີ່ໂນອາເຮັດ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ບໍ່ວ່າຈະໂດດເດັ່ນ ຫຼື ບໍ່ໃນສາຍຕາຂອງມະນຸດ, ລ້ວນແຕ່ເປັນສິ່ງທີ່ລາວໄດ້ຮັບຄຳສັ່ງໃຫ້ເຮັດຈາກພຣະເຈົ້າ ແລະ ເປັນສິ່ງທີ່ພຣະເຈົ້າໄດ້ກ່າວເຖິງ ແລະ ຮຽກຮ້ອງ. ຈາກທຸກສິ່ງທີ່ສະແດງອອກໃນຕົວໂນອາຫຼັງຈາກທີ່ລາວຍອມຮັບພຣະບັນຊາຂອງພຣະເຈົ້າ, ມັນເຫັນໄດ້ຊັດເຈນວ່າ ທັດສະນະຄະຕິຂອງລາວທີ່ມີຕໍ່ພຣະທຳຂອງພຣະເຈົ້າບໍ່ແມ່ນພຽງແຕ່ການຮັບຟັງແລ້ວກໍຈົບໄປ, ແຮງໄກທີ່ມັນຈະເປັນການທີ່ວ່າ ຫຼັງຈາກໄດ້ຍິນພຣະທຳເຫຼົ່ານີ້ແລ້ວ ໂນອາຈະເລືອກເວລາທີ່ລາວອາລົມດີ, ເມື່ອສະພາບແວດລ້ອມເໝາະສົມ ຫຼື ເມື່ອເວລາເອື້ອອຳນວຍເພື່ອປະຕິບັດສິ່ງນີ້. ກົງກັນຂ້າມ, ລາວໄດ້ວາງວຽກງານທັງໝົດຂອງລາວລົງ, ຢຸດກິດຈະວັດໃນຊີວິດຂອງລາວ ແລະ ຍົກການສ້າງເຮືອໃຫຍ່ທີ່ພຣະເຈົ້າໄດ້ສັ່ງນັ້ນໃຫ້ກາຍເປັນສິ່ງສຳຄັນທີ່ສຸດໃນຊີວິດປະຈຳວັນ ແລະ ການດຳລົງຊີວິດຂອງລາວນັບຕັ້ງແຕ່ນັ້ນເປັນຕົ້ນມາ ແລະ ຈັດຕັ້ງປະຕິບັດມັນຕາມນັ້ນ. ທັດສະນະຄະຕິຂອງລາວທີ່ມີຕໍ່ພຣະບັນຊາຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າບໍ່ໄດ້ເປັນແບບບໍ່ໃສ່ໃຈ, ເຮັດພໍແລ້ວມືແລ້ວຕີນ ຫຼື ປ່ຽນແປງງ່າຍ, ແຮງໄກທີ່ມັນຈະເປັນການປະຕິເສດ; ກົງກັນຂ້າມ, ລາວຮັບຟັງພຣະທຳຂອງພຣະເຈົ້າຢ່າງຖີ່ຖ້ວນ ແລະ ໃສ່ໃຈໃນການຈື່ຈຳ ແລະ ໄຕ່ຕອງພຣະທຳເຫຼົ່ານັ້ນ. ທັດສະນະຄະຕິຂອງລາວທີ່ມີຕໍ່ພຣະທຳຂອງພຣະເຈົ້າແມ່ນການຍອມຮັບ ແລະ ການອ່ອນນ້ອມ. ສຳລັບພຣະເຈົ້າແລ້ວ, ນີ້ຄືທັດສະນະຄະຕິພຽງຢ່າງດຽວທີ່ພຣະອົງຮຽກຮ້ອງໃຫ້ສິ່ງທີ່ຖືກສ້າງທີ່ແທ້ຈິງມີຕໍ່ພຣະທຳຂອງພຣະອົງ. ບໍ່ມີການຕໍ່ຕ້ານ, ບໍ່ມີການເຮັດພໍແລ້ວມືແລ້ວຕີນ, ບໍ່ມີຄວາມເອົາແຕ່ໃຈ ຫຼື ຄວາມປະໝາດໃນທັດສະນະຄະຕິນີ້ ແລະ ມັນກໍບໍ່ໄດ້ຖືກເຈືອປົນດ້ວຍຄວາມປະສົງຂອງມະນຸດ; ມັນເປັນທັດສະນະຄະຕິທີ່ມະນຸດທີ່ຖືກສ້າງຄວນມີຢ່າງຄົບຖ້ວນ ແລະ ສົມບູນ.
ຫຼັງຈາກຍອມຮັບພຣະບັນຊາຂອງພຣະເຈົ້າ, ໂນອາກໍເລີ່ມວາງແຜນວິທີການສ້າງເຮືອໃຫຍ່ທີ່ພຣະເຈົ້າໄດ້ມອບໝາຍໃຫ້ລາວ. ລາວໄດ້ຊອກຫາວັດສະດຸຕ່າງໆ ພ້ອມທັງຜູ້ຄົນ ແລະ ເຄື່ອງມືທີ່ຈຳເປັນສຳລັບການສ້າງເຮືອໃຫຍ່. ໂດຍທຳມະຊາດແລ້ວ ສິ່ງນີ້ກ່ຽວຂ້ອງກັບຫຼາຍສິ່ງຫຼາຍຢ່າງ; ມັນບໍ່ໄດ້ງ່າຍດາຍ ແລະ ຮຽບງ່າຍຄືກັບທີ່ບັນທຶກໄວ້ດ້ວຍຂໍ້ຄວາມ. ໃນຍຸກກ່ອນອຸດສາຫະກຳ ເຊິ່ງເປັນຍຸກທີ່ທຸກສິ່ງທຸກຢ່າງຖືກເຮັດດ້ວຍມື, ດ້ວຍການໃຊ້ແຮງງານທາງຮ່າງກາຍ, ມັນບໍ່ຍາກເລີຍທີ່ຈະຈິນຕະນາການວ່າມັນຍາກລຳບາກສໍ່າໃດທີ່ຈະສ້າງເຮືອໃຫຍ່ເຊັ່ນນີ້, ສິ່ງທີ່ໃຫຍ່ໂຕມະໂຫລານເຊັ່ນນີ້ ເພື່ອເຮັດໜ້າວຽກໃນການສ້າງເຮືອໃຫຍ່ຕາມທີ່ພຣະເຈົ້າໄດ້ມອບໝາຍໃຫ້ສຳເລັດ. ແນ່ນອນວ່າ ວິທີທີ່ໂນອາວາງແຜນ, ກຽມພ້ອມ, ອອກແບບ ແລະ ຊອກຫາສິ່ງຕ່າງໆ ເຊັ່ນ: ວັດສະດຸ ແລະ ເຄື່ອງມືນັ້ນບໍ່ແມ່ນເລື່ອງງ່າຍ ແລະ ໂນອາອາດຈະບໍ່ເຄີຍເຫັນເຮືອທີ່ໃຫຍ່ຂະໜາດນັ້ນມາກ່ອນ. ຫຼັງຈາກຍອມຮັບພຣະບັນຊານີ້, ເມື່ອພິຈາລະນາຄວາມໝາຍທີ່ແຝງຢູ່ໃນພຣະທຳຂອງພຣະເຈົ້າ ແລະ ຕັດສິນຈາກທຸກສິ່ງທີ່ພຣະເຈົ້າໄດ້ກ່າວ, ໂນອາກໍຮູ້ວ່າສິ່ງນີ້ບໍ່ແມ່ນເລື່ອງງ່າຍ, ບໍ່ແມ່ນໜ້າວຽກທີ່ງ່າຍດາຍ. ສິ່ງນີ້ບໍ່ແມ່ນໜ້າວຽກທີ່ງ່າຍດາຍ ຫຼື ຮຽບງ່າຍ, ແລ້ວຄວາມໝາຍແຝງຂອງເລື່ອງນີ້ແມ່ນຫຍັງ? ຢ່າງໜຶ່ງກໍຄື ມັນໝາຍຄວາມວ່າ ຫຼັງຈາກຍອມຮັບພຣະບັນຊານີ້ແລ້ວ, ໂນອາຈະມີພາລະອັນໜັກໜ່ວງຢູ່ເທິງບ່າຂອງລາວ. ຍິ່ງໄປກວ່ານັ້ນ, ເມື່ອຕັດສິນຈາກວິທີທີ່ພຣະເຈົ້າເອີ້ນຫາໂນອາດ້ວຍພຣະອົງເອງ ແລະ ສັ່ງລາວດ້ວຍພຣະອົງເອງກ່ຽວກັບວິທີສ້າງເຮືອໃຫຍ່, ສິ່ງນີ້ບໍ່ແມ່ນເລື່ອງທຳມະດາ, ມັນບໍ່ແມ່ນເລື່ອງນ້ອຍໆ. ເມື່ອພິຈາລະນາຈາກລາຍລະອຽດຂອງທຸກສິ່ງທີ່ພຣະເຈົ້າກ່າວ, ສິ່ງນີ້ບໍ່ແມ່ນສິ່ງທີ່ຄົນທຳມະດາທົ່ວໄປຈະສາມາດແບກຮັບໄດ້. ຂໍ້ເທັດຈິງທີ່ພຣະເຈົ້າເອີ້ນຫາໂນອາ ແລະ ມີພຣະບັນຊາໃຫ້ລາວສ້າງເຮືອໃຫຍ່ນັ້ນ ສະແດງໃຫ້ເຫັນເຖິງຄວາມສຳຄັນທີ່ໂນອາມີໃນຫົວໃຈຂອງພຣະເຈົ້າ. ເມື່ອເວົ້າເຖິງເລື່ອງນີ້, ແນ່ນອນວ່າ ໂນອາສາມາດເຂົ້າໃຈເຈດຕະນາບາງຢ່າງຂອງພຣະເຈົ້າ ແລະ ເມື່ອເຂົ້າໃຈແລ້ວ ໂນອາກໍຮັບຮູ້ເຖິງຮູບແບບຂອງຊີວິດທີ່ລາວຈະຕ້ອງປະເຊີນໃນຊຸມປີຕໍ່ໜ້າ ແລະ ຮັບຮູ້ເຖິງຄວາມຫຍຸ້ງຍາກບາງຢ່າງທີ່ລາວກຳລັງຈະພົບພໍ້. ເຖິງແມ່ນວ່າໂນອາຈະຮັບຮູ້ ແລະ ເຂົ້າໃຈເຖິງຄວາມຫຍຸ້ງຍາກອັນໃຫຍ່ຫຼວງຂອງສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ລາວ ພ້ອມທັງຄວາມຍາກລຳບາກອັນໃຫຍ່ຫຼວງທີ່ລາວຕ້ອງປະເຊີນ, ລາວກໍບໍ່ມີເຈດຕະນາທີ່ຈະປະຕິເສດ, ແຕ່ກົງກັນຂ້າມ ລາວກັບຮູ້ສຶກຂອບພຣະຄຸນພຣະເຈົ້າເຢໂຮວາຢ່າງເລິກເຊິ່ງ. ເປັນຫຍັງໂນອາຈຶ່ງຮູ້ສຶກຂອບພຣະຄຸນ? ເພາະວ່າພຣະເຈົ້າໄດ້ມອບໝາຍສິ່ງທີ່ສຳຄັນຫຼາຍໃຫ້ກັບລາວຢ່າງບໍ່ຄາດຄິດ ແລະ ໄດ້ບອກ ພ້ອມທັງອະທິບາຍທຸກລາຍລະອຽດໃຫ້ລາວຟັງດ້ວຍພຣະອົງເອງ. ສິ່ງທີ່ສຳຄັນຍິ່ງກວ່ານັ້ນກໍຄື ພຣະເຈົ້າຍັງໄດ້ບອກເລື່ອງລາວທັງໝົດໃຫ້ໂນອາຟັງຕັ້ງແຕ່ຕົ້ນຈົນຈົບວ່າ ເປັນຫຍັງຈຶ່ງຕ້ອງສ້າງເຮືອໃຫຍ່. ສິ່ງນີ້ເປັນເລື່ອງຂອງແຜນການຄຸ້ມຄອງຂອງພຣະເຈົ້າເອງ, ມັນເປັນວຽກງານຂອງພຣະເຈົ້າເອງ, ແຕ່ພຣະເຈົ້າກໍໄດ້ບອກລາວກ່ຽວກັບເລື່ອງນີ້, ສະນັ້ນ ໂນອາຈຶ່ງສຳຜັດໄດ້ເຖິງຄວາມສຳຄັນຂອງມັນ. ສະຫຼຸບແລ້ວ, ເມື່ອຕັດສິນຈາກສັນຍານຕ່າງໆເຫຼົ່ານີ້, ເມື່ອພິຈາລະນາຈາກນໍ້າສຽງໃນການກ່າວຂອງພຣະເຈົ້າ ແລະ ດ້ານຕ່າງໆຂອງສິ່ງທີ່ພຣະເຈົ້າໄດ້ຖ່າຍທອດໃຫ້ໂນອາ, ໂນອາສາມາດສຳຜັດໄດ້ເຖິງຄວາມສຳຄັນຂອງໜ້າວຽກໃນການສ້າງເຮືອໃຫຍ່ທີ່ພຣະເຈົ້າໄດ້ມອບໝາຍໃຫ້ລາວ, ລາວສາມາດຮັບຮູ້ສິ່ງນີ້ໄດ້ໃນຫົວໃຈຂອງລາວ ແລະ ບໍ່ກ້າທີ່ຈະປະຕິບັດຕໍ່ມັນຢ່າງບໍ່ໃສ່ໃຈ ພ້ອມທັງບໍ່ກ້າທີ່ຈະເບິ່ງຂ້າມລາຍລະອຽດໃດໜຶ່ງເລີຍ. ດ້ວຍເຫດນັ້ນ, ເມື່ອພຣະເຈົ້າໃຫ້ຄຳແນະນຳຂອງພຣະອົງສຳເລັດແລ້ວ, ໂນອາກໍໄດ້ສ້າງແຜນການຂອງລາວ ແລະ ລາວກໍລົງມືເຮັດວຽກງານໂດຍການຈັດແຈງທຸກຢ່າງສຳລັບການສ້າງເຮືອໃຫຍ່, ຊອກຫາກຳລັງຄົນ, ກຽມວັດສະດຸທຸກປະເພດ ແລະ ຕາມພຣະທຳຂອງພຣະເຈົ້າ ລາວກໍຄ່ອຍໆຮວບຮວມສິ່ງທີ່ມີຊີວິດຊະນິດຕ່າງໆເຂົ້າມາໃນເຮືອໃຫຍ່.
ຂະບວນການທັງໝົດໃນການສ້າງເຮືອໃຫຍ່ນັ້ນເຕັມໄປດ້ວຍຄວາມຫຍຸ້ງຍາກ. ໃນຕອນນີ້, ໃຫ້ພວກເຮົາປະເລື່ອງທີ່ວ່າໂນອາຜ່ານພົ້ນລົມພາຍຸ, ແສງແດດທີ່ຮ້ອນອົບເອົ້າ ແລະ ຝົນທີ່ຕົກໜັກ, ຄວາມຮ້ອນທີ່ແຜດເຜົາ ແລະ ຄວາມໜາວເຢັນທີ່ສຸດ ພ້ອມທັງລະດູການທັງສີ່ທີ່ປ່ຽນແປງໄປປີແລ້ວປີເລົ່າໄດ້ແນວໃດໄວ້ກ່ອນ. ກ່ອນອື່ນ ໃຫ້ພວກເຮົາເວົ້າເຖິງວ່າການສ້າງເຮືອໃຫຍ່ນັ້ນເປັນວຽກງານທີ່ໃຫຍ່ໂຕມະໂຫລານສໍ່າໃດ ແລະ ການກຽມວັດສະດຸຕ່າງໆຂອງລາວ ພ້ອມທັງຄວາມຫຍຸ້ງຍາກນັບບໍ່ຖ້ວນທີ່ລາວຕ້ອງປະເຊີນໃນລະຫວ່າງການສ້າງເຮືອໃຫຍ່. ຄວາມຫຍຸ້ງຍາກເຫຼົ່ານີ້ລວມມີຫຍັງແດ່? ກົງກັນຂ້າມກັບຄວາມຮັບຮູ້ຂອງຜູ້ຄົນ, ໜ້າວຽກທີ່ໃຊ້ຮ່າງກາຍຈຳນວນໜຶ່ງບໍ່ໄດ້ເປັນໄປດ້ວຍດີສະເໝີໄປໃນຄັ້ງທຳອິດ ແລະ ໂນອາກໍຕ້ອງຜ່ານຄວາມລົ້ມເຫຼວຫຼາຍຄັ້ງ. ຫຼັງຈາກເຮັດບາງສິ່ງບາງຢ່າງສຳເລັດແລ້ວ, ຖ້າມັນເບິ່ງຄືວ່າຜິດພາດ, ລາວກໍຈະມ້າງມັນອອກ ແລະ ຫຼັງຈາກທີ່ລາວມ້າງມັນອອກສຳເລັດແລ້ວ, ລາວກໍຕ້ອງກຽມວັດສະດຸ ແລະ ເຮັດທຸກຢ່າງໃໝ່ອີກຄັ້ງ. ມັນບໍ່ຄືກັບຍຸກສະໄໝໃໝ່ ທີ່ທຸກຄົນເຮັດທຸກຢ່າງດ້ວຍອຸປະກອນເອເລັກໂຕຣນິກ ແລະ ເມື່ອຕັ້ງຄ່າແລ້ວ ວຽກງານກໍຈະຖືກດຳເນີນການຕາມໂປຣແກຣມທີ່ກຳນົດໄວ້. ເມື່ອວຽກງານເຊັ່ນນີ້ຖືກດຳເນີນການໃນປັດຈຸບັນ, ມັນກໍຈະເປັນລະບົບກົນຈັກ ແລະ ເມື່ອເປີດເຄື່ອງຈັກ, ມັນກໍສາມາດເຮັດວຽກງານໃຫ້ສຳເລັດໄດ້. ແຕ່ໂນອາອາໄສຢູ່ໃນຍຸກສັງຄົມປະຖົມບູຮານ ແລະ ວຽກງານທັງໝົດກໍຖືກເຮັດດ້ວຍມື ແລະ ເຈົ້າຕ້ອງເຮັດວຽກງານທັງໝົດດ້ວຍສອງມືຂອງຕົນເອງ, ໂດຍໃຊ້ສາຍຕາ ແລະ ຄວາມຄິດ ພ້ອມທັງຄວາມດຸໝັ່ນ ແລະ ຄວາມແຂງແຮງຂອງຕົນເອງ. ແນ່ນອນວ່າ ສິ່ງທີ່ສຳຄັນທີ່ສຸດກໍຄື ຜູ້ຄົນຈຳເປັນຕ້ອງເພິ່ງພາພຣະເຈົ້າ; ພວກເຂົາຈຳເປັນຕ້ອງສະແຫວງຫາພຣະເຈົ້າໃນທຸກສະຖານທີ່ ແລະ ທຸກເວລາ. ໃນຂະບວນການທີ່ພົບພໍ້ກັບຄວາມຫຍຸ້ງຍາກທຸກຮູບແບບ ແລະ ໃນວັນເວລາທີ່ໃຊ້ໄປກັບການສ້າງເຮືອໃຫຍ່, ໂນອາບໍ່ພຽງແຕ່ຕ້ອງປະເຊີນກັບສະຖານະການຕ່າງໆທີ່ເກີດຂຶ້ນ ໃນຂະນະທີ່ເຮັດວຽກງານອັນໃຫຍ່ໂຕມະໂຫລານນີ້ໃຫ້ສຳເລັດເທົ່ານັ້ນ, ແຕ່ຍັງຕ້ອງປະເຊີນກັບສະພາບແວດລ້ອມຕ່າງໆທີ່ຢູ່ອ້ອມຕົວລາວ ພ້ອມທັງການເຍາະເຍີ້ຍ, ການໃສ່ຮ້າຍປ້າຍສີ ແລະ ການດ່າທໍຈາກຄົນອື່ນອີກດ້ວຍ. ເຖິງແມ່ນວ່າພວກເຮົາຈະບໍ່ໄດ້ມີປະສົບການກັບເຫດການເຫຼົ່ານັ້ນດ້ວຍຕົນເອງໃນຕອນທີ່ພວກມັນເກີດຂຶ້ນ, ມັນກໍເປັນໄປໄດ້ບໍ່ແມ່ນບໍທີ່ຈະຈິນຕະນາການເຖິງຄວາມຫຍຸ້ງຍາກຕ່າງໆບາງຢ່າງທີ່ໂນອາຕ້ອງປະເຊີນ ແລະ ປະສົບພົບພໍ້ມາ ພ້ອມທັງສິ່ງທ້າທາຍຕ່າງໆທີ່ລາວຕ້ອງປະເຊີນ? ໃນລະຫວ່າງການສ້າງເຮືອໃຫຍ່, ສິ່ງທຳອິດທີ່ໂນອາຕ້ອງປະເຊີນກໍຄືການຂາດຄວາມເຂົ້າໃຈຂອງຄອບຄົວຂອງລາວ, ການຈົ່ມວ່າ, ການຕຳໜິ ແລະ ແມ່ນແຕ່ການໃສ່ຮ້າຍປ້າຍສີຂອງພວກເຂົາ. ສິ່ງທີສອງກໍຄືການທີ່ລາວຖືກໃສ່ຮ້າຍ, ເຍາະເຍີ້ຍ ແລະ ວິພາກວິຈານຈາກຄົນອ້ອມຂ້າງ, ຍາດພີ່ນ້ອງຂອງລາວ, ໝູ່ເພື່ອນຂອງລາວ ແລະ ຄົນອື່ນໆທຸກປະເພດ. ແຕ່ໂນອາມີພຽງທັດສະນະຄະຕິດຽວເທົ່ານັ້ນ ນັ້ນກໍຄືການເຊື່ອຟັງພຣະທຳຂອງພຣະເຈົ້າ, ປະຕິບັດຕາມພຣະທຳເຫຼົ່ານັ້ນຈົນເຖິງທີ່ສຸດ ແລະ ບໍ່ເຄີຍຫວັ່ນໄຫວຈາກສິ່ງນີ້. ໂນອາໄດ້ຕັ້ງໃຈເອົາໄວ້ແນວໃດ? “ຕາບໃດທີ່ຂ້ານ້ອຍຍັງມີຊີວິດຢູ່, ຕາບໃດທີ່ຂ້ານ້ອຍຍັງສາມາດເຄື່ອນໄຫວໄດ້, ຂ້ານ້ອຍກໍບໍ່ສາມາດປະຖິ້ມພຣະບັນຊາຂອງພຣະເຈົ້າໄດ້”. ນີ້ຄືແຮງຈູງໃຈຂອງລາວໃນການດຳເນີນວຽກງານອັນຍິ່ງໃຫຍ່ໃນການສ້າງເຮືອໃຫຍ່ ພ້ອມທັງທັດສະນະຄະຕິຂອງລາວເມື່ອໄດ້ຮັບຄຳສັ່ງຂອງພຣະເຈົ້າ ແລະ ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ. ເມື່ອປະເຊີນກັບບັນຫາ, ສະຖານະການທີ່ຫຍຸ້ງຍາກ ແລະ ສິ່ງທ້າທາຍທຸກຮູບແບບ, ໂນອາກໍບໍ່ໄດ້ຖອຍຫຼັງ. ແມ່ນແຕ່ໃນຕອນທີ່ໜ້າວຽກວິສະວະກຳທີ່ຍາກລຳບາກຫຼາຍບາງໜ້າວຽກຂອງລາວລົ້ມເຫຼວເລື້ອຍໆ ແລະ ສິ່ງຕ່າງໆກໍໄດ້ຮັບຄວາມເສຍຫາຍ, ເຖິງແມ່ນວ່າໂນອາຈະຮູ້ສຶກອຸກໃຈ ແລະ ກັງວົນໃນໃຈ, ເມື່ອລາວຄິດເຖິງພຣະທຳຂອງພຣະເຈົ້າ, ເມື່ອລາວຄິດເຖິງທຸກພຣະທຳທີ່ພຣະເຈົ້າສັ່ງລາວ ແລະ ການທີ່ພຣະເຈົ້າເຊີດຊູລາວ, ລາວກໍມັກຈະຮູ້ສຶກມີແຮງຈູງໃຈຢ່າງຍິ່ງ: “ຂ້ານ້ອຍບໍ່ສາມາດຍອມແພ້ໄດ້, ຂ້ານ້ອຍບໍ່ສາມາດປະຖິ້ມສິ່ງທີ່ພຣະເຈົ້າສັ່ງ ແລະ ມອບໝາຍໃຫ້ຂ້ານ້ອຍເຮັດໄດ້; ນີ້ຄືພຣະບັນຊາຂອງພຣະເຈົ້າ ແລະ ໃນເມື່ອຂ້ານ້ອຍຍອມຮັບມັນແລ້ວ, ໃນເມື່ອຂ້ານ້ອຍໄດ້ຍິນພຣະທຳທີ່ພຣະເຈົ້າກ່າວ ແລະ ສຽງຂອງພຣະເຈົ້າແລ້ວ ແລະ ໃນເມື່ອຂ້ານ້ອຍຍອມຮັບສິ່ງນີ້ຈາກພຣະເຈົ້າແລ້ວ, ຂ້ານ້ອຍກໍຄວນອ່ອນນ້ອມຢ່າງເດັດຂາດ, ເຊິ່ງເປັນສິ່ງທີ່ມະນຸດຄວນບັນລຸໃຫ້ໄດ້”. ສະນັ້ນ, ບໍ່ວ່າລາວຈະປະເຊີນກັບຄວາມຫຍຸ້ງຍາກປະເພດໃດ, ບໍ່ວ່າລາວຈະພົບພໍ້ກັບການເຍາະເຍີ້ຍ ຫຼື ການໃສ່ຮ້າຍປະເພດໃດ, ບໍ່ວ່າຮ່າງກາຍຂອງລາວຈະອ່ອນເພຍສໍ່າໃດ, ອິດເມື່ອຍສໍ່າໃດ, ລາວກໍບໍ່ໄດ້ປະຖິ້ມສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ລາວ ແລະ ຈື່ຈຳທຸກພຣະຄຳທີ່ພຣະເຈົ້າໄດ້ກ່າວ ແລະ ສັ່ງໄວ້ໃນໃຈຢູ່ສະເໝີ. ບໍ່ວ່າສະພາບແວດລ້ອມຂອງລາວຈະປ່ຽນແປງໄປແນວໃດ, ບໍ່ວ່າຄວາມຫຍຸ້ງຍາກທີ່ລາວປະເຊີນຈະຍິ່ງໃຫຍ່ສໍ່າໃດ, ລາວກໍເຊື່ອໝັ້ນວ່າບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ຈະຄົງຢູ່ຕະຫຼອດໄປ, ເຊື່ອໝັ້ນວ່າພຣະທຳຂອງພຣະເຈົ້າພຽງຢ່າງດຽວຈະບໍ່ມີວັນສູນສິ້ນໄປ ແລະ ມີພຽງສິ່ງທີ່ພຣະເຈົ້າສັ່ງໃຫ້ເຮັດເທົ່ານັ້ນທີ່ຈະສຳເລັດຢ່າງແນ່ນອນ. ໂນອາມີຄວາມສັດທາທີ່ແທ້ຈິງໃນພຣະເຈົ້າ ແລະ ມີຄວາມອ່ອນນ້ອມທີ່ລາວຄວນມີ ແລະ ລາວກໍສືບຕໍ່ສ້າງເຮືອໃຫຍ່ທີ່ພຣະເຈົ້າໄດ້ຂໍໃຫ້ລາວສ້າງ. ມື້ແລ້ວມື້ເລົ່າ, ປີແລ້ວປີເລົ່າ, ໂນອາກໍເຖົ້າແກ່ລົງ, ແຕ່ຄວາມສັດທາຂອງລາວບໍ່ໄດ້ຫຼຸດລົງ ແລະ ບໍ່ມີການປ່ຽນແປງໃນທັດສະນະຄະຕິ ແລະ ຄວາມຕັ້ງໃຈຂອງລາວທີ່ຈະເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ. ເຖິງແມ່ນວ່າຈະມີເວລາທີ່ຮ່າງກາຍຂອງລາວຮູ້ສຶກອິດເມື່ອຍ ແລະ ອ່ອນເພຍ ແລະ ລາວກໍລົ້ມປ່ວຍ ແລະ ໃນຫົວໃຈຂອງລາວກໍອ່ອນແອ, ແຕ່ຄວາມຕັ້ງໃຈ ແລະ ຄວາມພາກພຽນຂອງລາວຕໍ່ການເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ ແລະ ການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າກໍບໍ່ໄດ້ຫຼຸດລົງ. ໃນຊ່ວງປີທີ່ໂນອາສ້າງເຮືອໃຫຍ່, ໂນອາໄດ້ປະຕິບັດການຮັບຟັງ ແລະ ການອ່ອນນ້ອມຕໍ່ພຣະທຳທີ່ພຣະເຈົ້າໄດ້ກ່າວ ແລະ ລາວຍັງໄດ້ປະຕິບັດຄວາມຈິງທີ່ມີຄວາມສຳຄັນທີ່ວ່າ ສິ່ງທີ່ຖືກສ້າງ ແລະ ຄົນທຳມະດາຄວນເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ. ເມື່ອເບິ່ງຈາກພາຍນອກແລ້ວ, ຂະບວນການທັງໝົດນັ້ນຄວາມຈິງແລ້ວມີພຽງສິ່ງດຽວເທົ່ານັ້ນ ນັ້ນກໍຄື: ການສ້າງເຮືອໃຫຍ່, ການປະຕິບັດສິ່ງທີ່ພຣະເຈົ້າໄດ້ບອກໃຫ້ລາວເຮັດໃຫ້ດີ ແລະ ເຮັດຈົນສຳເລັດ. ແຕ່ສິ່ງທີ່ຈຳເປັນເພື່ອເຮັດສິ່ງນີ້ໃຫ້ດີ ແລະ ເພື່ອເຮັດໃຫ້ມັນສຳເລັດຢ່າງລຸລ່ວງນັ້ນແມ່ນຫຍັງ? ມັນບໍ່ໄດ້ຮຽກຮ້ອງຄວາມກະຕືລືລົ້ນຂອງຜູ້ຄົນ ຫຼື ຄຳຂວັນຂອງພວກເຂົາ, ແຮງໄກທີ່ມັນຈະຮຽກຮ້ອງຄຳສາບານບາງຢ່າງທີ່ເຮັດຂຶ້ນຕາມອາລົມຊົ່ວວູບ ຫຼື ສິ່ງທີ່ຜູ້ຄົນເອີ້ນວ່າຄວາມຊື່ນຊົມຕໍ່ພຣະຜູ້ສ້າງ. ມັນບໍ່ໄດ້ຮຽກຮ້ອງສິ່ງເຫຼົ່ານີ້. ຢູ່ຕໍ່ໜ້າການສ້າງເຮືອໃຫຍ່ຂອງໂນອາ, ສິ່ງທີ່ຜູ້ຄົນເອີ້ນວ່າຄວາມຊື່ນຊົມ, ຄຳສາບານຂອງພວກເຂົາ, ຄວາມກະຕືລືລົ້ນຂອງພວກເຂົາ ແລະ ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາໃນໂລກຝ່າຍວິນຍານຂອງພວກເຂົາ, ສິ່ງເຫຼົ່ານີ້ລ້ວນແຕ່ບໍ່ມີປະໂຫຍດຫຍັງເລີຍ; ຢູ່ຕໍ່ໜ້າຄວາມສັດທາທີ່ແທ້ຈິງ ແລະ ຄວາມອ່ອນນ້ອມທີ່ແທ້ຈິງຂອງໂນອາທີ່ມີຕໍ່ພຣະເຈົ້າ, ຜູ້ຄົນເບິ່ງຄືວ່າຍາກຈົນ, ໜ້າເວດທະນາ ແລະ ຫຼັກຄຳສອນສອງສາມຂໍ້ທີ່ພວກເຂົາເຂົ້າໃຈກໍເບິ່ງຄືວ່າວ່າງເປົ່າ, ຈືດຈາງ, ອ່ອນແອ ແລະ ໄຮ້ກຳລັງ, ຍັງບໍ່ຕ້ອງເວົ້າເຖິງຄວາມໜ້າອັບອາຍ, ຄວາມໜ້າລັງກຽດ ແລະ ຄວາມຊົ່ວຊ້າ.
ໂນອາໃຊ້ເວລາ 120 ປີໃນການສ້າງເຮືອໃຫຍ່. 120 ປີນີ້ບໍ່ແມ່ນ 120 ມື້ ຫຼື 10 ປີ ຫຼື 20 ປີ, ແຕ່ເປັນເວລາຫຼາຍທົດສະວັດທີ່ຍາວກວ່າອາຍຸໄຂສະເລ່ຍຂອງຄົນປົກກະຕິໃນປັດຈຸບັນ. ເມື່ອພິຈາລະນາເຖິງໄລຍະເວລາ ແລະ ຄວາມຫຍຸ້ງຍາກໃນການເຮັດສິ່ງນີ້ໃຫ້ສຳເລັດ ພ້ອມທັງຂະໜາດຂອງວຽກງານວິສະວະກຳທີ່ກ່ຽວຂ້ອງ, ຖ້າໂນອາບໍ່ມີຄວາມສັດທາທີ່ແທ້ຈິງ, ຖ້າຄວາມສັດທາຂອງລາວເປັນພຽງຄວາມຄິດ, ການຝາກຄວາມຫວັງ, ຄວາມກະຕືລືລົ້ນ ຫຼື ຄວາມເຊື່ອທີ່ເລື່ອນລອຍ ແລະ ເປັນນາມມະທຳ, ເຮືອໃຫຍ່ຈະຖືກສ້າງສຳເລັດໄດ້ບໍ? ຖ້າການອ່ອນນ້ອມຂອງລາວຕໍ່ພຣະເຈົ້າເປັນພຽງຄຳສັນຍາປາກເປົ່າ, ຖ້າມັນເປັນພຽງການຂຽນລົງໃນເຈ້ຍດ້ວຍປາກກາ ຄືກັບທີ່ພວກເຈົ້າກຳລັງເຮັດໃນປັດຈຸບັນ, ເຮືອໃຫຍ່ຈະຖືກສ້າງຂຶ້ນໄດ້ບໍ? (ບໍ່ໄດ້). ຖ້າການອ່ອນນ້ອມຂອງລາວຕໍ່ການຍອມຮັບພຣະບັນຊາຂອງພຣະເຈົ້າເປັນພຽງຄວາມຕັ້ງໃຈ ແລະ ຄວາມມຸ່ງໝັ້ນ, ເປັນພຽງຄວາມປາຖະໜາ, ເຮືອໃຫຍ່ຈະຖືກສ້າງຂຶ້ນໄດ້ບໍ? ຖ້າການອ່ອນນ້ອມຂອງໂນອາຕໍ່ພຣະເຈົ້າເປັນພຽງການເຮັດພໍເປັນຮູບການໃນການປະຖິ້ມ, ການເສຍສະລະ ແລະ ການຈ່າຍລາຄາ ຫຼື ພຽງແຕ່ການເຮັດວຽກໃຫ້ຫຼາຍຂຶ້ນ, ການຈ່າຍລາຄາທີ່ສູງຂຶ້ນ ແລະ ການຈົງຮັກພັກດີຕໍ່ພຣະເຈົ້າໃນທາງທິດສະດີ ຫຼື ໃນແງ່ຂອງຄຳຂວັນ, ແລ້ວເຮືອໃຫຍ່ຈະຖືກສ້າງຂຶ້ນໄດ້ບໍ? (ບໍ່ໄດ້). ສິ່ງນີ້ຈະຍາກເກີນໄປ! ຖ້າທັດສະນະຄະຕິຂອງໂນອາຕໍ່ການຍອມຮັບພຣະບັນຊາຂອງພຣະເຈົ້າເປັນພຽງການແລກປ່ຽນ, ຖ້າໂນອາພຽງແຕ່ຍອມຮັບມັນເພື່ອຈະໄດ້ຮັບພອນ ແລະ ລາງວັນ, ເຮືອໃຫຍ່ຈະຖືກສ້າງຂຶ້ນໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ! ຄວາມກະຕືລືລົ້ນຂອງຄົນເຮົາອາດຈະຄົງຢູ່ໄດ້ 10 ຫຼື 20 ປີ ຫຼື 50 ຫຼື 60 ປີ, ແຕ່ເມື່ອພວກເຂົາໃກ້ຈະຕາຍ, ເມື່ອເຫັນວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍ, ພວກເຂົາກໍຈະສູນເສຍຄວາມສັດທາໃນພຣະເຈົ້າ. ຄວາມກະຕືລືລົ້ນທີ່ອົດທົນມາເປັນເວລາ 20, 50 ຫຼື 80 ປີນີ້ບໍ່ໄດ້ກາຍເປັນການອ່ອນນ້ອມ ຫຼື ຄວາມສັດທາທີ່ແທ້ຈິງ. ນີ້ເປັນເລື່ອງທີ່ໜ້າເສົ້າຫຼາຍ. ໃນຂະນະດຽວກັນ, ຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມທີ່ແທ້ຈິງທີ່ພົບໃນຕົວໂນອານັ້ນ ກໍເປັນສິ່ງທີ່ຄົນໃນປັດຈຸບັນຂາດແຄນຢ່າງແທ້ຈິງ ແລະ ເປັນສິ່ງທີ່ຄົນໃນປັດຈຸບັນບໍ່ສາມາດເບິ່ງເຫັນໄດ້ ແລະ ເປັນສິ່ງທີ່ພວກເຂົາລັງກຽດ, ດູຖູກ ຫຼື ແມ່ນແຕ່ເມີນເສີຍ. ການເລົ່າເລື່ອງລາວຂອງໂນອາໃນການສ້າງເຮືອໃຫຍ່ມັກຈະເຮັດໃຫ້ເກີດການວິພາກວິຈານຢ່າງຫຼວງຫຼາຍຢູ່ສະເໝີ. ທຸກຄົນສາມາດເວົ້າກ່ຽວກັບມັນໄດ້, ທຸກຄົນມີບາງສິ່ງບາງຢ່າງທີ່ຈະເວົ້າ. ແຕ່ບໍ່ມີໃຜຄິດເຖິງ ຫຼື ພະຍາຍາມທຳຄວາມເຂົ້າໃຈວ່າ ມີຫຍັງຢູ່ໃນຕົວໂນອາ, ລາວມີເສັ້ນທາງການປະຕິບັດແບບໃດ, ລາວມີທັດສະນະຄະຕິແບບໃດທີ່ພຣະເຈົ້າປາຖະໜາ ແລະ ມີມຸມມອງຕໍ່ຄຳສັ່ງຂອງພຣະເຈົ້າແນວໃດ ຫຼື ລາວມີລັກສະນະແບບໃດເມື່ອເວົ້າເຖິງການຮັບຟັງ ແລະ ການປະຕິບັດພຣະທຳຂອງພຣະເຈົ້າ. ສະນັ້ນ ເຮົາຈຶ່ງເວົ້າວ່າ ຄົນໃນປັດຈຸບັນບໍ່ເໝາະສົມທີ່ຈະເລົ່າເລື່ອງລາວຂອງໂນອາ, ເພາະວ່າເມື່ອໃຜກໍຕາມເລົ່າເລື່ອງນີ້, ພວກເຂົາກໍຖືວ່າໂນອາເປັນພຽງບຸກຄົນໃນຕຳນານ, ແມ່ນແຕ່ເປັນພຽງຊາຍຊະລາທຳມະດາທີ່ມີໜວດສີຂາວ. ພວກເຂົາມີຄຳຖາມໃນໃຈວ່າ ມີຄົນເຊັ່ນນີ້ແທ້ໆບໍ, ລາວເປັນຄົນແບບໃດກັນແທ້ ແລະ ພວກເຂົາບໍ່ພະຍາຍາມທຳຄວາມເຂົ້າໃຈວ່າ ໂນອາສະແດງການສະແດງອອກເຫຼົ່ານັ້ນອອກມາໄດ້ແນວໃດ ຫຼັງຈາກທີ່ລາວຍອມຮັບພຣະບັນຊາຂອງພຣະເຈົ້າ. ມື້ນີ້, ເມື່ອພວກເຮົາກັບມາເບິ່ງເລື່ອງລາວການສ້າງເຮືອໃຫຍ່ຂອງໂນອາອີກຄັ້ງ, ພວກເຈົ້າຄິດວ່າມັນເປັນເຫດການໃຫຍ່ ຫຼື ເຫດການນ້ອຍ? ມັນເປັນພຽງນິທານທຳມະດາຂອງຊາຍຊະລາຄົນໜຶ່ງທີ່ສ້າງເຮືອໃຫຍ່ໃນສະໄໝກ່ອນບໍ? (ບໍ່ແມ່ນ). ໃນບັນດາມະນຸດທັງປວງ, ໂນອາເປັນບຸກຄົນແຫ່ງການຢຳເກງພຣະເຈົ້າ, ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດ ເຊິ່ງສົມຄວນແກ່ການເອົາເປັນແບບຢ່າງຫຼາຍທີ່ສຸດ; ລາວໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ຄວນເປັນຕົ້ນແບບໃຫ້ແກ່ຜູ້ທີ່ຕິດຕາມພຣະເຈົ້າໃນປັດຈຸບັນ. ແລ້ວສິ່ງທີ່ມີຄ່າທີ່ສຸດກ່ຽວກັບລາວແມ່ນຫຍັງ? ລາວມີພຽງທັດສະນະຄະຕິດຽວເທົ່ານັ້ນຕໍ່ພຣະທຳຂອງພຣະເຈົ້າ: ນັ້ນກໍຄືການຮັບຟັງ ແລະ ຍອມຮັບ, ການຍອມຮັບ ແລະ ອ່ອນນ້ອມ ແລະ ການອ່ອນນ້ອມຈົນເຖິງວັນຕາຍ. ມັນແມ່ນທັດສະນະຄະຕິນີ້ເອງ, ເຊິ່ງເປັນສິ່ງທີ່ມີຄ່າທີ່ສຸດ, ທີ່ເຮັດໃຫ້ລາວໄດ້ຮັບການຮັບຮອງຈາກພຣະເຈົ້າ. ເມື່ອເວົ້າເຖິງພຣະທຳຂອງພຣະເຈົ້າ, ລາວບໍ່ໄດ້ເຮັດພໍແລ້ວມືແລ້ວຕີນ, ລາວບໍ່ໄດ້ເຮັດພໍເປັນພິທີ ແລະ ລາວບໍ່ໄດ້ກວດສອບ, ວິເຄາະ, ຕໍ່ຕ້ານ ຫຼື ປະຕິເສດພຣະທຳເຫຼົ່ານັ້ນໃນຫົວຂອງລາວ ແລ້ວກໍປ່ອຍຖິ້ມໄປ; ກົງກັນຂ້າມ, ລາວຮັບຟັງຢ່າງຈິງຈັງ, ຍອມຮັບພຣະທຳເຫຼົ່ານັ້ນເທື່ອລະໜ້ອຍໄວ້ໃນໃຈຂອງລາວ ແລະ ຈາກນັ້ນກໍໄຕ່ຕອງວິທີການນຳພຣະທຳເຫຼົ່ານັ້ນໄປປະຕິບັດ, ວິທີການຈັດຕັ້ງປະຕິບັດພຣະທຳເຫຼົ່ານັ້ນ, ວິທີການປະຕິບັດພຣະທຳເຫຼົ່ານັ້ນຕາມທີ່ຕັ້ງໃຈໄວ້ແຕ່ເດີມ ໂດຍບໍ່ມີການບ່ຽງເບນໃດໜຶ່ງ. ແລະ ໃນຂະນະທີ່ລາວໄຕ່ຕອງພຣະທຳຂອງພຣະເຈົ້າ, ລາວກໍເວົ້າກັບຕົນເອງຢ່າງງຽບໆວ່າ: “ນີ້ຄືພຣະທຳຂອງພຣະເຈົ້າ, ພວກມັນຄືການແນະນຳຂອງພຣະເຈົ້າ, ພຣະບັນຊາຂອງພຣະເຈົ້າ, ຂ້ານ້ອຍມີໜ້າທີ່ທີ່ຕ້ອງເຮັດ, ຂ້ານ້ອຍຕ້ອງອ່ອນນ້ອມ, ຂ້ານ້ອຍບໍ່ສາມາດເບິ່ງຂ້າມລາຍລະອຽດໃດໜຶ່ງໄດ້, ຂ້ານ້ອຍບໍ່ສາມາດຂັດຕໍ່ຄວາມປາຖະໜາໃດໜຶ່ງຂອງພຣະເຈົ້າໄດ້ ແລະ ຂ້ານ້ອຍກໍບໍ່ສາມາດເບິ່ງຂ້າມລາຍລະອຽດໃດໜຶ່ງຂອງສິ່ງທີ່ພຣະອົງກ່າວໄດ້, ຖ້າບໍ່ດັ່ງນັ້ນ ຂ້ານ້ອຍກໍຈະບໍ່ເໝາະສົມທີ່ຈະຖືກເອີ້ນວ່າມະນຸດ, ຂ້ານ້ອຍຈະບໍ່ຄູ່ຄວນກັບພຣະບັນຊາຂອງພຣະເຈົ້າ ແລະ ບໍ່ຄູ່ຄວນກັບການທີ່ພຣະອົງເຊີດຊູຂ້ານ້ອຍ. ໃນຊີວິດນີ້, ຖ້າຂ້ານ້ອຍລົ້ມເຫຼວໃນການເຮັດທຸກສິ່ງທີ່ພຣະເຈົ້າໄດ້ບອກ ແລະ ມອບໝາຍໃຫ້ຂ້ານ້ອຍເຮັດໃຫ້ສຳເລັດ, ແລ້ວຂ້ານ້ອຍກໍຈະເຫຼືອພຽງຄວາມເສຍໃຈ. ຍິ່ງໄປກວ່ານັ້ນ, ຂ້ານ້ອຍຈະບໍ່ຄູ່ຄວນກັບພຣະບັນຊາຂອງພຣະເຈົ້າ ແລະ ການທີ່ພຣະອົງເຊີດຊູຂ້ານ້ອຍ ແລະ ຈະບໍ່ມີໜ້າກັບໄປຢູ່ຕໍ່ໜ້າພຣະຜູ້ສ້າງ”. ທຸກສິ່ງທີ່ໂນອາໄດ້ຄິດ ແລະ ໄຕ່ຕອງໃນຫົວໃຈຂອງລາວ, ທຸກມຸມມອງຂອງລາວ ແລະ ທຸກທັດສະນະຄະຕິຂອງລາວ, ແຕ່ລະຢ່າງລ້ວນແຕ່ກຳນົດວ່າ ໃນທີ່ສຸດແລ້ວລາວກໍສາມາດນຳພຣະທຳຂອງພຣະເຈົ້າໄປປະຕິບັດໄດ້, ເຮັດໃຫ້ພຣະທຳຂອງພຣະເຈົ້າກາຍເປັນຄວາມເປັນຈິງ, ເຮັດໃຫ້ພຣະທຳຂອງພຣະເຈົ້າເກີດຜົນ ແລະ ເຮັດໃຫ້ພວກມັນສຳເລັດ ແລະ ບັນລຸຜົນຜ່ານການເຮັດວຽກໜັກຂອງລາວ ແລະ ກາຍເປັນຄວາມເປັນຈິງຜ່ານຕົວລາວ ແລະ ເພື່ອບໍ່ໃຫ້ພຣະບັນຊາຂອງພຣະເຈົ້າສູນເປົ່າ. ເມື່ອພິຈາລະນາຈາກທຸກສິ່ງທີ່ໂນອາຄິດ, ທຸກແນວຄວາມຄິດທີ່ເກີດຂຶ້ນໃນຫົວໃຈຂອງລາວ ແລະ ທັດສະນະຄະຕິຂອງລາວທີ່ມີຕໍ່ພຣະເຈົ້າ, ໂນອາຄູ່ຄວນກັບພຣະບັນຊາຂອງພຣະເຈົ້າ, ລາວເປັນຄົນທີ່ພຣະເຈົ້າໄວ້ວາງໃຈ ແລະ ເປັນຄົນທີ່ພຣະເຈົ້າພໍໃຈ. ພຣະເຈົ້າສັງເກດທຸກຄຳເວົ້າ ແລະ ການກະທຳຂອງຜູ້ຄົນ, ພຣະອົງສັງເກດຄວາມຄິດ ແລະ ແນວຄວາມຄິດຂອງພວກເຂົາ. ໃນສາຍຕາຂອງພຣະເຈົ້າ, ສຳລັບການທີ່ໂນອາສາມາດຄິດແບບນີ້ໄດ້, ພຣະອົງບໍ່ໄດ້ເລືອກຜິດ; ໂນອາສາມາດແບກຮັບພຣະບັນຊາຂອງພຣະເຈົ້າ ແລະ ຄວາມໄວ້ວາງໃຈຂອງພຣະເຈົ້າໄດ້ ແລະ ລາວສາມາດເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດໄດ້: ລາວເປັນທາງເລືອກດຽວໃນບັນດາມະນຸດຊາດທັງປວງ.
ໃນສາຍຕາຂອງພຣະເຈົ້າ, ໂນອາເປັນທາງເລືອກໜຶ່ງດຽວຂອງພຣະອົງສຳລັບການເຮັດວຽກງານອັນຍິ່ງໃຫຍ່ໃນການສ້າງເຮືອໃຫຍ່ໃຫ້ສຳເລັດ. ສະນັ້ນ ມີຫຍັງຢູ່ໃນຕົວໂນອາ? ສອງສິ່ງຄື: ຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມທີ່ແທ້ຈິງ. ໃນຫົວໃຈຂອງພຣະເຈົ້າ, ສິ່ງເຫຼົ່ານີ້ຄືມາດຕະຖານທີ່ພຣະອົງຮຽກຮ້ອງຈາກຜູ້ຄົນ. ງ່າຍດາຍ, ແມ່ນບໍ? (ແມ່ນແລ້ວ). “ທາງເລືອກໜຶ່ງດຽວ” ນັ້ນມີສອງສິ່ງນີ້, ເຊິ່ງເປັນສິ່ງທີ່ງ່າຍດາຍຫຼາຍ ແຕ່ນອກຈາກໂນອາແລ້ວ ກໍບໍ່ພົບໃນຕົວຄົນອື່ນເລີຍ. ບາງຄົນເວົ້າວ່າ “ມັນເປັນໄປໄດ້ແນວໃດ? ພວກເຮົາໄດ້ປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຮົາ, ພວກເຮົາໄດ້ປະຖິ້ມວຽກງານ, ອະນາຄົດ ແລະ ການສຶກສາ, ພວກເຮົາໄດ້ປະຖິ້ມຊັບສິນ ແລະ ລູກໆຂອງພວກເຮົາ. ເບິ່ງແມວ່າຄວາມສັດທາຂອງພວກເຮົາຍິ່ງໃຫຍ່ສໍ່າໃດ, ພວກເຮົາຮັກພຣະເຈົ້າຫຼາຍສໍ່າໃດ! ພວກເຮົາດ້ອຍກວ່າໂນອາແນວໃດ? ຖ້າພຣະເຈົ້າຂໍໃຫ້ພວກເຮົາສ້າງເຮືອໃຫຍ່, ໃນເມື່ອອຸດສາຫະກຳສະໄໝໃໝ່ກໍພັດທະນາໄປຫຼາຍແລ້ວ, ພວກເຮົາບໍ່ໄດ້ມີໄມ້ ແລະ ເຄື່ອງມືຫຼາຍຢ່າງບໍ? ພວກເຮົາກໍສາມາດເຮັດວຽກພາຍໃຕ້ແສງແດດທີ່ຮ້ອນອົບເອົ້າໄດ້ເຊັ່ນກັນ ຖ້າພວກເຮົາໃຊ້ເຄື່ອງຈັກ; ພວກເຮົາກໍສາມາດເຮັດວຽກຕັ້ງແຕ່ເຊົ້າຈົນຄໍ່າໄດ້ເຊັ່ນກັນ. ການເຮັດວຽກນ້ອຍໆແບບນີ້ໃຫ້ສຳເລັດມັນຈະເປັນເລື່ອງໃຫຍ່ຫຍັງ? ໂນອາໃຊ້ເວລາ 100 ປີ, ແຕ່ພວກເຮົາຈະເຮັດໃຫ້ສຳເລັດໃນເວລາທີ່ໜ້ອຍກວ່ານັ້ນ ເພື່ອພຣະເຈົ້າຈະບໍ່ຮູ້ສຶກກັງວົນ, ມັນຈະໃຊ້ເວລາພຽງ 10 ປີສຳລັບພວກເຮົາ. ພຣະອົງກ່າວວ່າໂນອາເປັນທາງເລືອກໜຶ່ງດຽວ, ແຕ່ໃນປັດຈຸບັນ ມີຜູ້ສະໝັກທີ່ສົມບູນແບບຫຼາຍຄົນ; ຄົນຄືກັບພວກເຮົາທີ່ໄດ້ປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ, ຜູ້ທີ່ມີຄວາມສັດທາທີ່ແທ້ຈິງໃນພຣະເຈົ້າ, ຜູ້ທີ່ເສຍສະລະຕົນເອງຢ່າງແທ້ຈິງ, ລ້ວນແຕ່ເປັນຜູ້ສະໝັກທີ່ສົມບູນແບບ. ພຣະອົງກ່າວໄດ້ແນວໃດວ່າໂນອາເປັນທາງເລືອກດຽວ? ພຣະອົງປະເມີນພວກເຮົາຕໍ່າເກີນໄປ, ແມ່ນບໍ?” ມີບັນຫາກັບຄຳເວົ້າເຫຼົ່ານີ້ບໍ? (ມີ). ບາງຄົນເວົ້າວ່າ “ໃນສະໄໝຂອງໂນອາ, ວິທະຍາສາດ ແລະ ເຕັກໂນໂລຊີຍັງບໍ່ທັນພັດທະນາຫຼາຍ, ລາວບໍ່ມີໄຟຟ້າ, ບໍ່ມີເຄື່ອງຈັກສະໄໝໃໝ່, ບໍ່ມີແມ່ນແຕ່ສະຫວ່ານໄຟຟ້າ ແລະ ເລື່ອຍຈັກທີ່ງ່າຍດາຍທີ່ສຸດ ຫຼື ແມ່ນແຕ່ຕະປູ. ລາວສາມາດສ້າງເຮືອໃຫຍ່ໄດ້ແນວໃດກັນແທ້? ປັດຈຸບັນພວກເຮົາມີສິ່ງເຫຼົ່ານີ້ທັງໝົດ. ມັນຈະບໍ່ເປັນເລື່ອງງ່າຍຫຼາຍບໍສຳລັບພວກເຮົາທີ່ຈະເຮັດພຣະບັນຊານີ້ໃຫ້ສຳເລັດ? ຖ້າພຣະເຈົ້າກ່າວກັບພວກເຮົາຈາກທ້ອງຟ້າ ແລະ ບອກໃຫ້ພວກເຮົາສ້າງເຮືອໃຫຍ່, ຢ່າວ່າແຕ່ເຮືອໃຫຍ່ລຳດຽວເລີຍ, ພວກເຮົາສາມາດສ້າງໄດ້ 10 ລຳຢ່າງງ່າຍດາຍ. ມັນບໍ່ໄດ້ເປັນເລື່ອງຍາກຫຍັງເລີຍ, ເປັນເລື່ອງງ່າຍໆ. ພຣະເຈົ້າ, ຂໍພຣະອົງຊົງສັ່ງພວກເຮົາຕາມທີ່ພຣະອົງປາຖະໜາ. ບໍ່ວ່າພຣະອົງຈະຮຽກຮ້ອງຫຍັງ, ຂໍໃຫ້ບອກພວກເຮົາ. ມັນຈະບໍ່ຍາກເລີຍສຳລັບພວກເຮົາຫຼາຍຄົນທີ່ຈະສ້າງເຮືອໃຫຍ່! ພວກເຮົາສາມາດສ້າງໄດ້ 10, 20 ຫຼື ແມ່ນແຕ່ 100 ລຳ. ຫຼາຍເທົ່າທີ່ພຣະອົງຕ້ອງການ”. ສິ່ງຕ່າງໆມັນງ່າຍດາຍແບບນັ້ນບໍ? (ບໍ່). ທັນທີທີ່ເຮົາເວົ້າວ່າໂນອາເປັນທາງເລືອກໜຶ່ງດຽວ, ບາງຄົນກໍຢາກຈະໂຕ້ຖຽງກັບເຮົາ, ພວກເຂົາບໍ່ຍອມຮັບວ່າ: “ພຣະອົງເຫັນວ່າຄົນບູຮານດີເພາະວ່າພວກເຂົາບໍ່ໄດ້ຢູ່ທີ່ນີ້. ຄົນໃນປັດຈຸບັນຢູ່ຕໍ່ໜ້າຕໍ່ຕາພຣະອົງ, ແຕ່ພຣະອົງບໍ່ສາມາດເບິ່ງເຫັນວ່າພວກເຂົາມີດີແນວໃດ. ພຣະອົງເບິ່ງບໍ່ເຫັນສິ່ງດີໆທັງໝົດທີ່ຄົນໃນປັດຈຸບັນໄດ້ເຮັດ, ເບິ່ງບໍ່ເຫັນການກະທຳທີ່ດີທັງໝົດຂອງພວກເຂົາ. ໂນອາພຽງແຕ່ເຮັດສິ່ງເລັກນ້ອຍສິ່ງໜຶ່ງ; ມັນບໍ່ແມ່ນຍ້ອນວ່າໃນຕອນນັ້ນບໍ່ມີອຸດສາຫະກຳ ແລະ ການໃຊ້ແຮງງານທາງຮ່າງກາຍທັງໝົດກໍຍາກລຳບາກບໍ ພຣະອົງຈຶ່ງຄິດວ່າສິ່ງທີ່ລາວເຮັດນັ້ນຄວນຄ່າທີ່ຈະຖືກຈື່ຈຳ, ພຣະອົງຈຶ່ງຄິດວ່າລາວເປັນແບບຢ່າງ, ເປັນຕົ້ນແບບ ແລະ ເບິ່ງບໍ່ເຫັນຄວາມທຸກລຳບາກຂອງຄົນໃນປັດຈຸບັນ ແລະ ລາຄາທີ່ພວກເຮົາຈ່າຍເພື່ອພຣະອົງ ພ້ອມທັງຄວາມສັດທາຂອງພວກເຮົາໃນປັດຈຸບັນບໍ?” ມັນເປັນແບບນີ້ບໍ? (ບໍ່ແມ່ນ). ບໍ່ວ່າຈະເປັນຍຸກ ຫຼື ສະໄໝໃດກໍຕາມ, ບໍ່ວ່າສະພາບແວດລ້ອມທີ່ຜູ້ຄົນອາໄສຢູ່ຈະມີເງື່ອນໄຂແບບໃດກໍຕາມ, ວັດຖຸສິ່ງຂອງເຫຼົ່ານີ້ ແລະ ສະພາບແວດລ້ອມທົ່ວໄປລ້ວນແຕ່ບໍ່ມີຄວາມໝາຍຫຍັງເລີຍ, ພວກມັນບໍ່ໄດ້ສຳຄັນ. ສິ່ງທີ່ສຳຄັນແມ່ນຫຍັງ? ສິ່ງທີ່ສຳຄັນທີ່ສຸດບໍ່ແມ່ນຍຸກທີ່ເຈົ້າອາໄສຢູ່ ຫຼື ວ່າເຈົ້າໄດ້ຊຳນານເຕັກໂນໂລຊີບາງປະເພດ ຫຼື ບໍ່, ທັງບໍ່ແມ່ນວ່າເຈົ້າໄດ້ອ່ານ ຫຼື ໄດ້ຍິນພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ. ສິ່ງທີ່ສຳຄັນທີ່ສຸດກໍຄື ຜູ້ຄົນມີຄວາມສັດທາທີ່ແທ້ຈິງ ຫຼື ບໍ່, ພວກເຂົາມີການອ່ອນນ້ອມທີ່ແທ້ຈິງ ຫຼື ບໍ່. ສອງສິ່ງນີ້ສຳຄັນທີ່ສຸດ ແລະ ຈະຂາດສິ່ງໃດສິ່ງໜຶ່ງໄປບໍ່ໄດ້. ຖ້າພວກເຈົ້າຖືກຈັດໃຫ້ຢູ່ໃນສະໄໝຂອງໂນອາ, ໃຜໃນພວກເຈົ້າທີ່ຈະສາມາດເຮັດພຣະບັນຊານີ້ໃຫ້ສຳເລັດໄດ້? ເຮົາກ້າເວົ້າເລີຍວ່າ ເຖິງແມ່ນວ່າພວກເຈົ້າທຸກຄົນຈະເຮັດວຽກຮ່ວມກັນ, ພວກເຈົ້າກໍບໍ່ສາມາດເຮັດສິ່ງນີ້ໃຫ້ສຳເລັດໄດ້. ພວກເຈົ້າບໍ່ສາມາດເຮັດໄດ້ແມ່ນແຕ່ເຄິ່ງໜຶ່ງຂອງມັນ. ກ່ອນທີ່ວັດສະດຸທັງໝົດຈະຖືກກຽມພ້ອມ, ຫຼາຍຄົນໃນພວກເຈົ້າກໍຄົງຈະໜີໄປແລ້ວ, ໂດຍຈົ່ມວ່າພຣະເຈົ້າ ແລະ ສົງໄສພຣະອົງ. ຄົນຈຳນວນໜ້ອຍໃນພວກເຈົ້າຈະສາມາດອົດທົນໄດ້ດ້ວຍຄວາມຍາກລຳບາກຢ່າງຍິ່ງ, ອົດທົນໄດ້ຍ້ອນຄວາມມຸ່ງໝັ້ນ, ຄວາມກະຕືລືລົ້ນ ແລະ ແນວຄິດຂອງພວກເຈົ້າ. ແຕ່ພວກເຈົ້າຈະສາມາດອົດທົນໄດ້ດົນປານໃດ? ພວກເຈົ້າຕ້ອງການແຮງຈູງໃຈປະເພດໃດເພື່ອຈະສືບຕໍ່ໄປໄດ້? ພວກເຈົ້າຈະຢູ່ໄດ້ຈັກປີ ຖ້າປາສະຈາກຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມທີ່ແທ້ຈິງ? ສິ່ງນີ້ຂຶ້ນຢູ່ກັບລັກສະນະ. ຜູ້ທີ່ມີລັກສະນະທີ່ດີກວ່າ ແລະ ມີສະຕິຮູ້ສຶກຜິດຊອບເລັກນ້ອຍອາດຈະຢູ່ໄດ້ແປດ ຫຼື 10 ປີ, 20 ຫຼື 30 ປີ, ບາງທີອາດຈະເຖິງ 50 ປີ. ແຕ່ຫຼັງຈາກ 50 ປີ, ພວກເຂົາກໍຈະຄິດກັບຕົນເອງວ່າ “ພຣະເຈົ້າຈະມາເມື່ອໃດ? ນໍ້າຖ້ວມຈະມາຮອດເມື່ອໃດ? ສັນຍານທີ່ພຣະເຈົ້າປະທານໃຫ້ຈະປາກົດຂຶ້ນເມື່ອໃດ? ຂ້ອຍໄດ້ໃຊ້ເວລາທັງຊີວິດເພື່ອເຮັດສິ່ງດຽວ. ແລ້ວຖ້ານໍ້າບໍ່ຖ້ວມເດ? ຂ້ອຍໄດ້ທົນທຸກມາຫຼາຍຕະຫຼອດຊີວິດຂອງຂ້ອຍ, ຂ້ອຍໄດ້ອົດທົນມາເປັນເວລາ 50 ປີ, ນັ້ນກໍດີພໍແລ້ວ, ພຣະເຈົ້າຈະບໍ່ຈື່ຈຳ ຫຼື ປະນາມ ຖ້າຂ້ອຍຍອມແພ້ໃນຕອນນີ້. ສະນັ້ນ, ຂ້ອຍຈະໄປໃຊ້ຊີວິດຂອງຂ້ອຍເອງ. ພຣະເຈົ້າບໍ່ໄດ້ກ່າວ ຫຼື ມີປະຕິກິລິຍາຫຍັງ. ຂ້ອຍໃຊ້ເວລາໝົດມື້ເບິ່ງທ້ອງຟ້າສີຄາມ ແລະ ເມກສີຂາວ ແລະ ບໍ່ເຫັນຫຍັງເລີຍ. ພຣະເຈົ້າຢູ່ໃສ? ຜູ້ທີ່ເຄີຍກ່າວດ້ວຍສຽງດັງກຶກກ້ອງນັ້ນ ແມ່ນພຣະເຈົ້າບໍ? ມັນເປັນພາບລວງຕາບໍ? ເລື່ອງນີ້ຈະຈົບລົງເມື່ອໃດ? ພຣະເຈົ້າບໍ່ໄດ້ສົນໃຈ. ບໍ່ວ່າຂ້ອຍຈະຮ້ອງຂໍຄວາມຊ່ວຍເຫຼືອແນວໃດ, ສິ່ງທີ່ຂ້ອຍໄດ້ຍິນກໍມີພຽງຄວາມງຽບ ແລະ ພຣະອົງກໍບໍ່ໄດ້ໃຫ້ຄວາມຮູ້ແຈ້ງ ຫຼື ນໍາພາຂ້ອຍເມື່ອຂ້ອຍອະທິຖານ. ຊ່າງມັນເຖາະ!” ພວກເຂົາຍັງຈະມີຄວາມສັດທາທີ່ແທ້ຈິງຢູ່ບໍ? ເມື່ອເວລາຜ່ານໄປ, ພວກເຂົາກໍມີແນວໂນ້ມທີ່ຈະເກີດຄວາມສົງໄສ. ພວກເຂົາຈະຄິດກ່ຽວກັບການປ່ຽນແປງ, ພວກເຂົາຈະຊອກຫາທາງອອກ, ປະຖິ້ມພຣະບັນຊາຂອງພຣະເຈົ້າ ແລະ ປະຖິ້ມຄວາມກະຕືລືລົ້ນຊົ່ວຄາວ ແລະ ຄຳສາບານຊົ່ວຄາວຂອງພວກເຂົາ; ໂດຍຕ້ອງການຄວບຄຸມຊະຕາກຳຂອງພວກເຂົາເອງ ແລະ ດຳເນີນຊີວິດຂອງພວກເຂົາເອງ, ພວກເຂົາກໍຈະເອົາພຣະບັນຊາຂອງພຣະເຈົ້າໄປໄວ້ທາງຫຼັງ. ແລ້ວເມື່ອມື້ໜຶ່ງ, ພຣະເຈົ້າສະເດັດມາກະຕຸ້ນພວກເຂົາດ້ວຍພຣະອົງເອງ, ເມື່ອພຣະອົງຖາມເຖິງຄວາມຄືບໜ້າໃນການສ້າງເຮືອໃຫຍ່, ພວກເຂົາກໍຈະເວົ້າວ່າ “ໂອ້! ພຣະເຈົ້າມີຈິງ! ສະນັ້ນ ພຣະເຈົ້າຈຶ່ງມີຢູ່ຈິງແທ້ໆ. ຂ້ອຍຕ້ອງລົງມືສ້າງແລ້ວ!” ຖ້າພຣະເຈົ້າບໍ່ໄດ້ກ່າວ, ຖ້າພຣະອົງບໍ່ໄດ້ເລ່ງລັດພວກເຂົາ, ພວກເຂົາກໍຈະບໍ່ເຫັນວ່າສິ່ງນີ້ເປັນເລື່ອງຮີບດ່ວນ; ພວກເຂົາຈະຄິດວ່າມັນສາມາດລໍຖ້າໄດ້. ວິທີຄິດທີ່ປ່ຽນແປງງ່າຍເຊັ່ນນີ້, ທັດສະນະຄະຕິຂອງການເຮັດແບບພໍເປັນພິທີຢ່າງຝືນໃຈນີ້ ມັນແມ່ນທັດສະນະຄະຕິທີ່ຄົນທີ່ມີຄວາມສັດທາທີ່ແທ້ຈິງຄວນສະແດງອອກບໍ? (ບໍ່). ມັນຜິດທີ່ຈະມີທັດສະນະຄະຕິເຊັ່ນນີ້, ມັນໝາຍຄວາມວ່າພວກເຂົາບໍ່ມີຄວາມສັດທາທີ່ແທ້ຈິງ, ແຮງໄກທີ່ພວກເຂົາຈະມີການອ່ອນນ້ອມທີ່ແທ້ຈິງ. ເມື່ອພຣະເຈົ້າກ່າວກັບເຈົ້າດ້ວຍພຣະອົງເອງ, ຄວາມກະຕືລືລົ້ນຊົ່ວຄາວຂອງເຈົ້າຈະສະແດງໃຫ້ເຫັນເຖິງຄວາມສັດທາຂອງເຈົ້າໃນພຣະເຈົ້າ, ແຕ່ເມື່ອພຣະເຈົ້າປະຖິ້ມເຈົ້າໄວ້ ແລະ ບໍ່ໄດ້ເລ່ງລັດເຈົ້າ ຫຼື ຊີ້ນໍາເຈົ້າ ຫຼື ສອບຖາມໃດໜຶ່ງ, ຄວາມສັດທາຂອງເຈົ້າກໍຈະຫາຍໄປ. ເມື່ອເວລາຜ່ານໄປ ແລະ ເມື່ອພຣະເຈົ້າບໍ່ໄດ້ກ່າວ ຫຼື ປາກົດຕົວຕໍ່ເຈົ້າ ແລະ ບໍ່ໄດ້ດຳເນີນການກວດກາວຽກງານຂອງເຈົ້າ, ຄວາມສັດທາຂອງເຈົ້າກໍຈະຫາຍໄປຢ່າງສິ້ນເຊີງ, ເຈົ້າຈະຢາກດຳເນີນຊີວິດຂອງເຈົ້າເອງ ແລະ ພົວພັນກັບກິດຈະການຂອງຕົວເອງ ແລະ ພຣະບັນຊາຂອງພຣະເຈົ້າກໍຈະຖືກລືມໄວ້ທາງຫຼັງ, ຄວາມກະຕືລືລົ້ນ, ຄຳສາບານ ແລະ ຄວາມຕັ້ງໃຈຂອງເຈົ້າໃນເວລານັ້ນກໍຈະບໍ່ມີຄວາມໝາຍຫຍັງເລີຍ. ພວກເຈົ້າຄິດວ່າພຣະເຈົ້າຈະກ້າມອບໝາຍວຽກງານອັນຍິ່ງໃຫຍ່ໃຫ້ກັບຄົນແບບນີ້ບໍ? (ບໍ່). ເປັນຫຍັງຈຶ່ງບໍ່? (ພວກເຂົາບໍ່ໜ້າໄວ້ວາງໃຈ). ຖືກຕ້ອງແລ້ວ. ຄຳດຽວຄື: ບໍ່ໜ້າໄວ້ວາງໃຈ. ເຈົ້າບໍ່ມີຄວາມສັດທາທີ່ແທ້ຈິງ. ເຈົ້າບໍ່ໜ້າໄວ້ວາງໃຈ. ດ້ວຍເຫດນັ້ນ ເຈົ້າຈຶ່ງບໍ່ເໝາະສົມທີ່ຈະໄດ້ຮັບການມອບໝາຍໃດໜຶ່ງຈາກພຣະເຈົ້າ. ບາງຄົນເວົ້າວ່າ “ເປັນຫຍັງຂ້ອຍຈຶ່ງບໍ່ເໝາະສົມ? ຂ້ອຍຈະເຮັດພຣະບັນຊາໃດກໍຕາມທີ່ພຣະເຈົ້າຝາກຝັງໃຫ້ຂ້ອຍ, ໃຜຈະຮູ້ ຂ້ອຍອາດຈະສາມາດເຮັດມັນໃຫ້ສຳເລັດໄດ້!” ເຈົ້າສາມາດເຮັດສິ່ງຕ່າງໆໃນຊີວິດປະຈຳວັນຂອງເຈົ້າດ້ວຍຄວາມບໍ່ໃສ່ໃຈ ແລະ ມັນກໍບໍ່ເປັນຫຍັງຖ້າຜົນໄດ້ຮັບຈະຂາດຕົກບົກຜ່ອງໄປໜ້ອຍໜຶ່ງ. ແຕ່ສິ່ງທີ່ພຣະເຈົ້າມອບໝາຍ, ສິ່ງທີ່ພຣະເຈົ້າປາຖະໜາຢາກໃຫ້ສຳເລັດນັ້ນ ເຄີຍມີເລື່ອງໃດທີ່ງ່າຍດາຍບໍ? ຖ້າສິ່ງເຫຼົ່ານີ້ຖືກມອບໝາຍໃຫ້ກັບຄົນເບົາປັນຍາ ຫຼື ຄົນຫຼອກລວງ, ໃຫ້ກັບຄົນທີ່ເຮັດທຸກສິ່ງແບບເຮັດພໍແລ້ວມືແລ້ວຕີນ, ຄົນທີ່ຫຼັງຈາກຍອມຮັບພຣະບັນຊາແລ້ວ ມີແນວໂນ້ມທີ່ຈະປະຕິບັດດ້ວຍຄວາມສັດທາທີ່ຕ່ຳຕ້ອຍໃນທຸກສະຖານທີ່ ແລະ ທຸກເວລາ, ສິ່ງນັ້ນຈະບໍ່ເຮັດໃຫ້ວຽກງານອັນຍິ່ງໃຫຍ່ຊັກຊ້າບໍ? ຖ້າພວກເຈົ້າຖືກຂໍໃຫ້ເລືອກ, ຖ້າເຈົ້າຈະມອບໝາຍວຽກງານສຳຄັນໃຫ້ກັບຄົນໃດໜຶ່ງ, ເຈົ້າຈະມອບໝາຍໃຫ້ກັບຄົນປະເພດໃດ? ເຈົ້າຈະເລືອກຄົນປະເພດໃດ? (ຄົນທີ່ໜ້າໄວ້ວາງໃຈ). ຢ່າງໜ້ອຍທີ່ສຸດ, ຄົນຜູ້ນີ້ຕ້ອງເພິ່ງພາໄດ້, ມີລັກສະນະ ແລະ ບໍ່ວ່າຈະເປັນເວລາໃດ ຫຼື ຄວາມຫຍຸ້ງຍາກທີ່ພວກເຂົາພົບພໍ້ຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາກໍຈະທຸ່ມເທໝົດຫົວໃຈ ແລະ ເຫື່ອແຮງຂອງພວກເຂົາເພື່ອເຮັດສິ່ງທີ່ເຈົ້າໄດ້ມອບໝາຍໃຫ້ພວກເຂົາໃຫ້ສຳເລັດ ແລະ ໃຫ້ຄຳຕອບແກ່ເຈົ້າ. ຖ້ານັ້ນຄືຄົນປະເພດທີ່ຜູ້ຄົນຈະເລືອກເພື່ອມອບໝາຍໜ້າວຽກໃຫ້, ແລ້ວສຳລັບພຣະເຈົ້າຈະຍິ່ງໄປກວ່ານັ້ນສໍ່າໃດ! ສະນັ້ນ, ສຳລັບເຫດການສຳຄັນນີ້ ເຊິ່ງກໍຄືການທຳລາຍໂລກດ້ວຍນໍ້າຖ້ວມ, ເຫດການທີ່ຮຽກຮ້ອງໃຫ້ມີການສ້າງເຮືອໃຫຍ່ ແລະ ຕ້ອງການຄົນທີ່ຄູ່ຄວນແກ່ການຢູ່ລອດເພື່ອໃຫ້ຍັງຄົງຢູ່, ພຣະເຈົ້າຈະເລືອກໃຜ? ກ່ອນອື່ນ, ໃນທາງທິດສະດີແລ້ວ, ພຣະອົງຈະເລືອກຄົນທີ່ເໝາະສົມທີ່ຈະຍັງຄົງຢູ່, ຄົນທີ່ເໝາະສົມທີ່ຈະມີຊີວິດຢູ່ໃນຍຸກຕໍ່ໄປ. ໃນຄວາມເປັນຈິງແລ້ວ, ກ່ອນອື່ນໝົດ, ຄົນຜູ້ນີ້ຕ້ອງສາມາດເຊື່ອຟັງພຣະທຳຂອງພຣະເຈົ້າ, ພວກເຂົາຕ້ອງມີຄວາມສັດທາທີ່ແທ້ຈິງໃນພຣະເຈົ້າ ແລະ ປະຕິບັດຕໍ່ທຸກສິ່ງທີ່ພຣະເຈົ້າກ່າວວ່າເປັນພຣະທຳຂອງພຣະເຈົ້າ ບໍ່ວ່າມັນຈະກ່ຽວຂ້ອງກັບຫຍັງ, ບໍ່ວ່າມັນຈະສອດຄ່ອງກັບແນວຄິດຂອງພວກເຂົາເອງ ຫຼື ບໍ່, ບໍ່ວ່າມັນຈະຖືກໃຈພວກເຂົາ ຫຼື ບໍ່ ຫຼື ບໍ່ວ່າມັນຈະເຫັນດີກັບຄວາມປະສົງຂອງພວກເຂົາເອງ ຫຼື ບໍ່ກໍຕາມ ຄືກັບວ່າເປັນພຣະທໍາຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະຂໍໃຫ້ພວກເຂົາເຮັດຫຍັງກໍຕາມ, ພວກເຂົາຕ້ອງບໍ່ປະຕິເສດຕົວຕົນຂອງພຣະເຈົ້າ, ພວກເຂົາຕ້ອງຖືວ່າຕົນເອງເປັນສິ່ງທີ່ຖືກສ້າງຢູ່ສະເໝີ ແລະ ຖືວ່າການເຊື່ອຟັງພຣະທຳຂອງພຣະເຈົ້າເປັນໜ້າທີ່ທີ່ຕ້ອງເຮັດຢູ່ສະເໝີ. ນີ້ຄືຄົນປະເພດທີ່ພຣະເຈົ້າມອບໝາຍວຽກງານສະເພາະນີ້ໃຫ້. ໃນຫົວໃຈຂອງພຣະເຈົ້າ, ໂນອາເປັນຄົນເຊັ່ນນີ້ແທ້ໆ. ລາວບໍ່ພຽງແຕ່ເປັນຄົນທີ່ຄູ່ຄວນແກ່ການຍັງຄົງຢູ່ໃນຍຸກໃໝ່ເທົ່ານັ້ນ, ແຕ່ລາວຍັງເປັນຄົນທີ່ສາມາດແບກຮັບຄວາມຮັບຜິດຊອບອັນໜັກໜ່ວງ, ຜູ້ທີ່ສາມາດອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າຈົນເຖິງທີ່ສຸດໂດຍບໍ່ມີການປະນີປະນອມ ແລະ ຜູ້ທີ່ຈະໃຊ້ຊີວິດຂອງລາວເພື່ອເຮັດສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ລາວໃຫ້ສຳເລັດ. ນີ້ຄືສິ່ງທີ່ພຣະອົງພົບໃນຕົວໂນອາ. ນັບຕັ້ງແຕ່ຊ່ວງເວລາທີ່ໂນອາຍອມຮັບພຣະບັນຊາຂອງພຣະເຈົ້າ ຈົນເຖິງຊ່ວງເວລາທີ່ລາວເຮັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສຳເລັດ, ຕະຫຼອດໄລຍະເວລານີ້ ຄວາມສັດທາຂອງໂນອາ ແລະ ທັດສະນະຄະຕິແຫ່ງການອ່ອນນ້ອມຂອງລາວທີ່ມີຕໍ່ພຣະເຈົ້າໄດ້ມີບົດບາດສຳຄັນຢ່າງຍິ່ງ. ຖ້າປາສະຈາກສອງສິ່ງນີ້, ວຽກງານກໍຈະບໍ່ສາມາດສຳເລັດໄດ້ ແລະ ພຣະບັນຊານີ້ກໍຈະບໍ່ບັນລຸຜົນ.
ຖ້າໃນລະຫວ່າງການຍອມຮັບພຣະບັນຊາຂອງພຣະເຈົ້າ ໂນອາມີຄວາມຄິດ, ແຜນການ ແລະ ແນວຄິດຂອງລາວເອງ, ວຽກງານທັງໝົດຈະປ່ຽນແປງໄປແນວໃດ? ກ່ອນອື່ນໝົດ, ເມື່ອປະເຊີນກັບແຕ່ລະລາຍລະອຽດທີ່ພຣະເຈົ້າໄດ້ຖ່າຍທອດໃຫ້ລາວ ບໍ່ວ່າຈະເປັນຂໍ້ກຳນົດ ແລະ ປະເພດຂອງວັດສະດຸ, ວິທີການ ແລະ ຂັ້ນຕອນໃນການສ້າງເຮືອໃຫຍ່ທັງໝົດ ພ້ອມທັງຂະໜາດ ແລະ ສັດສ່ວນຂອງເຮືອໃຫຍ່ທັງໝົດ, ເມື່ອໂນອາໄດ້ຍິນສິ່ງເຫຼົ່ານີ້ທັງໝົດ ລາວຈະຄິດບໍວ່າ “ມັນຈະໃຊ້ເວລາຈັກປີເພື່ອສ້າງສິ່ງທີ່ຍິ່ງໃຫຍ່ຂະໜາດນີ້? ມັນຈະຕ້ອງໃຊ້ຄວາມພະຍາຍາມ ແລະ ຄວາມຍາກລຳບາກຫຼາຍສໍ່າໃດເພື່ອຊອກຫາວັດສະດຸເຫຼົ່ານີ້ທັງໝົດ? ຂ້ອຍຄົງຈະອິດເມື່ອຍຫຼາຍ! ຄວາມອິດເມື່ອຍເຊັ່ນນີ້ຄົງຈະເຮັດໃຫ້ອາຍຸໄຂຂອງຂ້ອຍສັ້ນລົງແນ່ນອນ, ແມ່ນບໍ? ເບິ່ງແມວ່າຂ້ອຍເຖົ້າສໍ່າໃດແລ້ວ, ແຕ່ພຣະເຈົ້າກໍບໍ່ຍອມປ່ອຍຂ້ອຍໄປ ແລະ ຂໍໃຫ້ຂ້ອຍເຮັດບາງສິ່ງທີ່ຕ້ອງການໃຊ້ຄວາມພະຍາຍາມຫຼາຍຂະໜາດນີ້, ຂ້ອຍຈະທົນໄດ້ບໍ? ເອົາລະ, ຂ້ອຍຈະເຮັດ, ແຕ່ຂ້ອຍມີວິທີຮັບມື: ຂ້ອຍພຽງແຕ່ຈະເຮັດຕາມທີ່ພຣະເຈົ້າກ່າວໂດຍທົ່ວໄປ. ພຣະເຈົ້າກ່າວວ່າໃຫ້ຊອກຫາໄມ້ແປກກັນນໍ້າຊະນິດໜຶ່ງ. ຂ້ອຍເຄີຍໄດ້ຍິນວ່າມີສະຖານທີ່ໜຶ່ງທີ່ຂ້ອຍສາມາດຫາໄດ້, ແຕ່ມັນຢູ່ໄກຫຼາຍ ແລະ ຂ້ອນຂ້າງເປັນອັນຕະລາຍ. ການຊອກຫາ ແລະ ເອົາມັນມາຈະຕ້ອງໃຊ້ຄວາມພະຍາຍາມຢ່າງຫຼາຍ, ສະນັ້ນ ຈະເປັນແນວໃດຖ້າຊອກຫາຊະນິດທີ່ຄ້າຍຄືກັນຢູ່ໃກ້ໆນີ້ເພື່ອມາແທນ, ເຊິ່ງເປັນຊະນິດທີ່ຄືກັນຫຼາຍ? ມັນຈະມີຄວາມສ່ຽງໜ້ອຍກວ່າ ແລະ ໃຊ້ຄວາມພະຍາຍາມໜ້ອຍກວ່າ, ແບບນີ້ກໍຄົງຈະໄດ້ຄືກັນ, ບໍ່ແມ່ນບໍ?” ໂນອາມີແຜນການເຊັ່ນນີ້ບໍ? ຖ້າລາວມີ, ສິ່ງນີ້ຈະເປັນການອ່ອນນ້ອມທີ່ແທ້ຈິງບໍ? (ບໍ່). ຕົວຢ່າງ: ພຣະເຈົ້າກ່າວວ່າໃຫ້ສ້າງເຮືອໃຫຍ່ສູງ 100 ແມັດ. ເມື່ອໄດ້ຍິນສິ່ງນີ້, ລາວຈະຄິດບໍວ່າ “ໜຶ່ງຮ້ອຍແມັດສູງເກີນໄປ, ບໍ່ມີໃຜສາມາດຂຶ້ນໄປເທິງນັ້ນໄດ້. ມັນຈະບໍ່ເປັນອັນຕະລາຍເຖິງແກ່ຊີວິດບໍທີ່ຈະປີນຂຶ້ນໄປ ແລະ ເຮັດວຽກຢູ່ເທິງນັ້ນ? ສະນັ້ນ ຂ້ອຍຈະເຮັດໃຫ້ເຮືອໃຫຍ່ຕໍ່າລົງໜ້ອຍໜຶ່ງ, ເອົາເປັນ 50 ແມັດກໍແລ້ວກັນ. ນັ້ນຈະເປັນອັນຕະລາຍໜ້ອຍກວ່າ ແລະ ງ່າຍກວ່າສຳລັບຜູ້ຄົນທີ່ຈະຂຶ້ນໄປ. ແບບນັ້ນກໍຄົງຈະດີ, ແມ່ນບໍ?” ໂນອາຈະມີຄວາມຄິດເຊັ່ນນີ້ບໍ? (ບໍ່). ສະນັ້ນ ຖ້າລາວມີ, ພວກເຈົ້າຄິດວ່າພຣະເຈົ້າຈະເລືອກຄົນຜິດບໍ? (ແມ່ນແລ້ວ). ຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມຂອງໂນອາຕໍ່ພຣະເຈົ້າເຮັດໃຫ້ລາວສາມາດປະຖິ້ມຄວາມປະສົງຂອງລາວເອງໄດ້, ເຖິງແມ່ນວ່າລາວຈະມີຄວາມຄິດເຊັ່ນນີ້, ລາວກໍຈະບໍ່ມີທາງເຮັດຕາມຄວາມຄິດເຫຼົ່ານັ້ນຢ່າງເດັດຂາດ. ໃນຈຸດນີ້, ພຣະເຈົ້າຮູ້ວ່າໂນອາເປັນຄົນທີ່ໜ້າໄວ້ວາງໃຈ. ກ່ອນອື່ນໝົດ, ໂນອາຈະບໍ່ປ່ຽນແປງລາຍລະອຽດໃດໜຶ່ງທີ່ພຣະເຈົ້າກຳນົດໄວ້ ແລະ ລາວຈະບໍ່ໄດ້ເພີ່ມຄວາມຄິດໃດໜຶ່ງຂອງລາວເອງເຂົ້າໄປ, ແຮງໄກທີ່ລາວຈະປ່ຽນແປງລາຍລະອຽດໃດໜຶ່ງທີ່ພຣະເຈົ້າກຳນົດໄວ້ ເພື່ອຜົນປະໂຫຍດສ່ວນຕົວຂອງລາວເອງ, ກົງກັນຂ້າມ ລາວຈະເຮັດທຸກສິ່ງທີ່ພຣະເຈົ້າຂໍໃຫ້ເຮັດຢ່າງຄົບຖ້ວນ ແລະ ບໍ່ວ່າມັນຈະຍາກລຳບາກສໍ່າໃດໃນການຫາວັດສະດຸມາສ້າງເຮືອໃຫຍ່, ບໍ່ວ່າວຽກງານນັ້ນຈະຍາກລຳບາກ ຫຼື ອິດເມື່ອຍສໍ່າໃດກໍຕາມ, ລາວກໍຈະເຮັດຈົນສຸດຄວາມສາມາດຂອງລາວ ແລະ ໃຊ້ເຫື່ອແຮງທັງໝົດຂອງລາວເພື່ອເຮັດມັນໃຫ້ສຳເລັດຢ່າງເໝາະສົມ. ນີ້ບໍ່ແມ່ນສິ່ງທີ່ເຮັດໃຫ້ລາວເປັນຄົນທີ່ໜ້າໄວ້ວາງໃຈບໍ? ແລະ ສິ່ງນີ້ເປັນການສະແດງອອກທີ່ແທ້ຈິງເຖິງການອ່ອນນ້ອມທີ່ແທ້ຈິງຂອງລາວຕໍ່ພຣະເຈົ້າບໍ? (ແມ່ນແລ້ວ). ການອ່ອນນ້ອມນີ້ເປັນແບບເດັດຂາດບໍ? (ແມ່ນແລ້ວ). ແລ້ວມັນບໍ່ໄດ້ຖືກເຈືອປົນດ້ວຍສິ່ງໃດເລີຍ, ມັນບໍ່ມີຄວາມໂນ້ມອຽງຂອງລາວເອງ, ມັນບໍ່ໄດ້ຖືກເຈືອປົນດ້ວຍແຜນການສ່ວນຕົວ, ແຮງໄກທີ່ມັນຈະຖືກເຈືອປົນດ້ວຍແນວຄິດ ຫຼື ຜົນປະໂຫຍດສ່ວນຕົວ, ກົງກັນຂ້າມ, ມັນເປັນການອ່ອນນ້ອມທີ່ບໍລິສຸດ, ຮຽບງ່າຍ ແລະ ເດັດຂາດ. ແລ້ວສິ່ງນີ້ບັນລຸໄດ້ງ່າຍບໍ? (ບໍ່). ບາງຄົນອາດຈະບໍ່ເຫັນດີນຳ: “ມັນຍາກບ່ອນໃດ? ມັນບໍ່ແມ່ນພຽງແຕ່ການບໍ່ຕ້ອງຄິດ, ເປັນຄືກັບຫຸ່ນຍົນ, ການເຮັດທຸກສິ່ງທີ່ພຣະເຈົ້າກ່າວບໍ, ນັ້ນບໍ່ແມ່ນເລື່ອງງ່າຍບໍ?” ເມື່ອເຖິງເວລາທີ່ຕ້ອງລົງມືເຮັດ, ຄວາມຫຍຸ້ງຍາກກໍຈະເກີດຂຶ້ນ; ຄວາມຄິດຂອງຜູ້ຄົນປ່ຽນແປງຢູ່ສະເໝີ, ພວກເຂົາມີຄວາມໂນ້ມອຽງຂອງຕົນເອງຢູ່ສະເໝີ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງມີແນວໂນ້ມທີ່ຈະສົງໄສວ່າພຣະທຳຂອງພຣະເຈົ້າຈະສາມາດເຮັດສຳເລັດໄດ້ ຫຼື ບໍ່. ພຣະທຳຂອງພຣະເຈົ້າເປັນສິ່ງທີ່ງ່າຍສຳລັບພວກເຂົາທີ່ຈະຍອມຮັບເມື່ອພວກເຂົາໄດ້ຍິນ, ແຕ່ເມື່ອເຖິງເວລາທີ່ຕ້ອງລົງມືເຮັດ, ມັນກໍກາຍເປັນເລື່ອງຍາກ. ທັນທີທີ່ຄວາມຍາກລຳບາກເລີ່ມຕົ້ນຂຶ້ນ, ພວກເຂົາກໍມີແນວໂນ້ມທີ່ຈະກາຍເປັນຄົນຄິດລົບ ແລະ ມັນກໍບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະອ່ອນນ້ອມ. ສະນັ້ນ ມັນຈຶ່ງເຫັນໄດ້ຊັດເຈນວ່າ ລັກສະນະຂອງໂນອາ ພ້ອມທັງຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມຂອງລາວ ຄູ່ຄວນແກ່ການເອົາເປັນແບບຢ່າງຢ່າງແທ້ຈິງ. ສະນັ້ນ, ຕອນນີ້ພວກເຈົ້າເຂົ້າໃຈແລ້ວບໍກ່ຽວກັບວິທີທີ່ໂນອາມີປະຕິກິລິຍາ ແລະ ອ່ອນນ້ອມເມື່ອປະເຊີນກັບພຣະທຳ, ຄຳສັ່ງ ແລະ ຂໍ້ກຳນົດຂອງພຣະເຈົ້າ? ການອ່ອນນ້ອມນີ້ບໍ່ໄດ້ຖືກເຈືອປົນດ້ວຍຄວາມຄິດສ່ວນຕົວ. ໂນອາຕ້ອງການໃຫ້ຕົນເອງໃຫ້ມີການອ່ອນນ້ອມ, ການເຊື່ອຟັງ ແລະ ການຈັດຕັ້ງປະຕິບັດພຣະທຳຂອງພຣະເຈົ້າຢ່າງເດັດຂາດ ໂດຍບໍ່ຫຼົງຜິດ ຫຼື ຫຼິ້ນເລ່ຫຼ່ຽມເລັກໆນ້ອຍໆ ຫຼື ພະຍາຍາມເຮັດໂຕສະຫຼາດ, ໂດຍບໍ່ມີຄວາມຄິດທີ່ຖືວ່າຕົນເອງສູງສົ່ງ ແລະ ຄິດວ່າລາວສາມາດໃຫ້ຄຳແນະນຳແກ່ພຣະເຈົ້າໄດ້, ຄິດວ່າລາວສາມາດເພີ່ມຄວາມຄິດຂອງລາວເອງເຂົ້າໃນຄຳສັ່ງຂອງພຣະເຈົ້າໄດ້ ໂດຍບໍ່ໄດ້ປະກອບສ່ວນເຈດຕະນາດີຂອງລາວເອງ. ນີ້ບໍ່ແມ່ນສິ່ງທີ່ຄວນປະຕິບັດເມື່ອພະຍາຍາມບັນລຸການອ່ອນນ້ອມຢ່າງເດັດຂາດບໍ?
ໂນອາໃຊ້ເວລາດົນປານໃດໃນການສ້າງເຮືອໃຫຍ່ ຫຼັງຈາກທີ່ພຣະເຈົ້າສັ່ງໃຫ້ລາວເຮັດ? (ໜຶ່ງຮ້ອຍຊາວປີ). ໃນລະຫວ່າງ 120 ປີນີ້, ໂນອາໄດ້ເຮັດສິ່ງໜຶ່ງຄື: ລາວສ້າງເຮືອໃຫຍ່ ແລະ ຮວບຮວມສິ່ງທີ່ມີຊີວິດຊະນິດຕ່າງໆ. ແລ້ວເຖິງແມ່ນວ່ານີ້ຈະເປັນພຽງສິ່ງດຽວ, ບໍ່ແມ່ນໜ້າວຽກທີ່ແຕກຕ່າງກັນຫຼາຍຢ່າງ, ແຕ່ສິ່ງດຽວນີ້ກໍກ່ຽວຂ້ອງກັບວຽກງານຈຳນວນມະຫາສານ. ສະນັ້ນ ຈຸດປະສົງໃນການເຮັດສິ່ງນີ້ແມ່ນຫຍັງ? ເປັນຫຍັງລາວຈຶ່ງສ້າງເຮືອໃຫຍ່ລຳນີ້? ເປົ້າໝາຍ ແລະ ຄວາມສຳຄັນຂອງການເຮັດສິ່ງນີ້ແມ່ນຫຍັງ? ມັນກໍເພື່ອໃຫ້ສິ່ງທີ່ມີຊີວິດແຕ່ລະຊະນິດສາມາດຢູ່ລອດໄດ້ ເມື່ອພຣະເຈົ້າທຳລາຍໂລກດ້ວຍນໍ້າຖ້ວມ. ສະນັ້ນ, ໂນອາຈຶ່ງເຮັດສິ່ງທີ່ລາວເຮັດເພື່ອກຽມພ້ອມສຳລັບການຢູ່ລອດຂອງສິ່ງທີ່ມີຊີວິດແຕ່ລະຊະນິດ ກ່ອນທີ່ພຣະເຈົ້າຈະທຳລາຍໂລກ. ແລ້ວສຳລັບພຣະເຈົ້າແລ້ວ, ສິ່ງນີ້ເປັນເລື່ອງທີ່ຮີບດ່ວນຫຼາຍບໍ? ຈາກນໍ້າສຽງໃນການກ່າວຂອງພຣະເຈົ້າ ແລະ ແກ່ນແທ້ຂອງສິ່ງທີ່ພຣະເຈົ້າສັ່ງ, ໂນອາສາມາດໄດ້ຍິນບໍວ່າພຣະເຈົ້າກຳລັງຮ້ອນຮົນ ແລະ ເຈດຕະນາຂອງພຣະອົງກໍເປັນເລື່ອງຮີບດ່ວນ? (ແມ່ນແລ້ວ). ຕົວຢ່າງເຊັ່ນ: ຖ້າພວກເຈົ້າຖືກບອກວ່າ “ໂລກລະບາດກຳລັງຈະມາ. ມັນເລີ່ມແຜ່ລະບາດໃນໂລກພາຍນອກແລ້ວ. ພວກເຈົ້າມີສິ່ງໜຶ່ງທີ່ຕ້ອງເຮັດ ແລະ ຕ້ອງເຮັດໃຫ້ໄວ: ຟ້າວໄປຊື້ອາຫານ ແລະ ໜ້າກາກອະນາໄມ. ມີພຽງເທົ່ານັ້ນ!” ພວກເຈົ້າໄດ້ຍິນຫຍັງໃນສິ່ງນີ້? ມັນ ຮີບດ່ວນບໍ? (ຮີບດ່ວນ). ສະນັ້ນ ຄວນເຮັດສິ່ງນີ້ເມື່ອໃດ? ເຈົ້າຄວນລໍຖ້າຈົນຮອດປີໜ້າ, ປີຕໍ່ໄປ ຫຼື ອີກຫຼາຍປີຕໍ່ຈາກນີ້ບໍ? ບໍ່, ນີ້ຄືໜ້າວຽກທີ່ຮີບດ່ວນ, ເປັນເລື່ອງທີ່ມີຄວາມສຳຄັນ. ຈົ່ງວາງທຸກສິ່ງທຸກຢ່າງໄວ້ກ່ອນ ແລະ ຈັດການເລື່ອງນີ້ກ່ອນ. ນີ້ຄືສິ່ງທີ່ເຈົ້າໄດ້ຍິນຈາກຄຳເວົ້າເຫຼົ່ານີ້ບໍ? (ແມ່ນແລ້ວ). ສະນັ້ນ ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າຄວນເຮັດແນວໃດ? ພວກເຂົາຄວນວາງໜ້າວຽກທີ່ຢູ່ໃນມືລົງທັນທີ. ບໍ່ມີສິ່ງອື່ນໃດສຳຄັນອີກແລ້ວ. ພຣະເຈົ້າຮ້ອນຮົນຫຼາຍກ່ຽວກັບສິ່ງທີ່ພຣະອົງຫາກໍສັ່ງໃຫ້ເຮັດ; ພວກເຂົາບໍ່ຄວນເສຍເວລາໃນການເຮັດ ແລະ ຈັດຕັ້ງປະຕິບັດໜ້າວຽກນີ້ ເຊິ່ງເປັນເລື່ອງຮີບດ່ວນສຳລັບພຣະເຈົ້າ ແລະ ເປັນສິ່ງທີ່ພຣະເຈົ້າກັງວົນ; ພວກເຂົາຄວນເຮັດມັນໃຫ້ສຳເລັດກ່ອນທີ່ຈະດຳເນີນວຽກງານອື່ນໆ. ນີ້ຄືຄວາມໝາຍຂອງການອ່ອນນ້ອມ. ແຕ່ຖ້າເຈົ້າວິເຄາະມັນໂດຍການຄິດວ່າ “ໂລກລະບາດກຳລັງຈະມາບໍ? ມັນກຳລັງແຜ່ລະບາດບໍ? ຖ້າມັນກຳລັງແຜ່ລະບາດ ກໍປ່ອຍໃຫ້ມັນແຜ່ລະບາດໄປ, ມັນບໍ່ໄດ້ແຜ່ລະບາດມາຫາພວກເຮົາ. ຖ້າມັນແຜ່ລະບາດມາ, ພວກເຮົາກໍຄ່ອຍຈັດການກັບມັນໃນຕອນນັ້ນ. ຊື້ໜ້າກາກອະນາໄມ ແລະ ອາຫານບໍ? ໜ້າກາກອະນາໄມມີໃຫ້ຊື້ຢູ່ສະເໝີ. ແລ້ວມັນກໍບໍ່ໄດ້ສຳຄັນວ່າເຈົ້າຈະໃສ່ພວກມັນ ຫຼື ບໍ່. ຕອນນີ້ພວກເຮົາຍັງມີອາຫານຢູ່, ເປັນຫຍັງຕ້ອງກັງວົນກ່ຽວກັບເລື່ອງນັ້ນ? ຈະຟ້າວໄປເຮັດຫຍັງ? ລໍຖ້າຈົນກວ່າໂລກລະບາດຈະມາຮອດທີ່ນີ້ກ່ອນ. ຕອນນີ້ພວກເຮົາມີສິ່ງອື່ນທີ່ຕ້ອງເຮັດ”, ນີ້ແມ່ນການອ່ອນນ້ອມບໍ? (ບໍ່). ນີ້ແມ່ນຫຍັງ? ສິ່ງນີ້ໂດຍລວມແລ້ວເອີ້ນວ່າການກະບົດ. ໃຫ້ເວົ້າຢ່າງລະອຽດກວ່ານັ້ນກໍຄື ມັນແມ່ນຄວາມເສີຍເມີຍ, ການຕໍ່ຕ້ານ, ການວິເຄາະ ແລະ ການກວດສອບ ພ້ອມທັງມີຄວາມດູໝິ່ນໃນຫົວໃຈຂອງຄົນໆໜຶ່ງ, ໂດຍຄິດວ່າສິ່ງນີ້ບໍ່ມີທາງເກີດຂຶ້ນໄດ້ ແລະ ບໍ່ເຊື່ອວ່າມັນເປັນຄວາມຈິງ. ມີຄວາມສັດທາທີ່ແທ້ຈິງໃນທັດສະນະຄະຕິເຊັ່ນນີ້ບໍ? (ບໍ່). ສະພາວະໂດຍລວມຂອງພວກເຂົາແມ່ນແບບນີ້: ກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຕໍ່ຄວາມຈິງ, ພວກເຂົາມັກຈະມີທັດສະນະຄະຕິຂອງການຊັກຊ້າ, ຄວາມເສີຍເມີຍ, ຄວາມບໍ່ໃສ່ໃຈ; ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ເຫັນວ່າສິ່ງນີ້ເປັນເລື່ອງທີ່ມີຄວາມສຳຄັນເລີຍ. ພວກເຂົາຄິດວ່າ “ຂ້ອຍຈະຮັບຟັງສິ່ງທີ່ພຣະອົງກ່າວທີ່ກ່ຽວຂ້ອງກັບຄວາມຈິງ ແລະ ຮັບຟັງຄຳເທດສະໜາອັນສູງສົ່ງຂອງພຣະອົງ, ຂ້ອຍຈະບໍ່ລັງເລທີ່ຈະຈົດບັນທຶກສິ່ງເຫຼົ່ານີ້ໄວ້ເພື່ອບໍ່ໃຫ້ຂ້ອຍລືມພວກມັນ. ແຕ່ສິ່ງທີ່ພຣະອົງກ່າວກ່ຽວກັບການຊື້ອາຫານ ແລະ ໜ້າກາກອະນາໄມນັ້ນບໍ່ກ່ຽວຂ້ອງກັບຄວາມຈິງ, ສະນັ້ນ ຂ້ອຍສາມາດປະຕິເສດພວກມັນໄດ້, ຂ້ອຍສາມາດເຍາະເຍີ້ຍພວກມັນໃນຫົວໃຈຂອງຂ້ອຍໄດ້ ແລະ ຂ້ອຍສາມາດປະຕິບັດຕໍ່ພຣະອົງດ້ວຍທັດສະນະຄະຕິທີ່ເສີຍເມີຍ ແລະ ບໍ່ສົນໃຈໄດ້, ມັນພຽງພໍແລ້ວທີ່ຂ້ອຍຮັບຟັງດ້ວຍຫູຂອງຂ້ອຍ, ແຕ່ສິ່ງທີ່ຂ້ອຍຄິດໃນຫົວໃຈຂອງຂ້ອຍນັ້ນບໍ່ແມ່ນຄວາມກັງວົນຂອງພຣະອົງ, ມັນບໍ່ແມ່ນເລື່ອງຂອງພຣະອົງ”. ນີ້ແມ່ນທັດສະນະຄະຕິຂອງໂນອາຕໍ່ພຣະທຳຂອງພຣະເຈົ້າບໍ? (ບໍ່). ສິ່ງໃດທີ່ສະແດງໃຫ້ເຫັນວ່າລາວບໍ່ໄດ້ເປັນແບບນີ້? ພວກເຮົາຕ້ອງເວົ້າກ່ຽວກັບເລື່ອງນີ້, ມັນຈະສອນເຈົ້າວ່າທັດສະນະຄະຕິຂອງໂນອາຕໍ່ພຣະເຈົ້ານັ້ນແຕກຕ່າງຢ່າງສິ້ນເຊີງ. ແລ້ວກໍມີຂໍ້ເທັດຈິງເພື່ອພິສູດມັນ.
ໃນຍຸກກ່ອນອຸດສາຫະກຳນັ້ນ, ເມື່ອທຸກສິ່ງທຸກຢ່າງຕ້ອງຖືກດຳເນີນການ ແລະ ເຮັດໃຫ້ສຳເລັດດ້ວຍມື, ໜ້າວຽກທີ່ໃຊ້ແຮງງານທຸກຢ່າງແມ່ນຍາກລຳບາກ ແລະ ໃຊ້ເວລາຫຼາຍ. ເມື່ອໂນອາໄດ້ຍິນພຣະບັນຊາຂອງພຣະເຈົ້າ, ເມື່ອລາວໄດ້ຍິນທຸກສິ່ງທີ່ພຣະເຈົ້າໄດ້ອະທິບາຍ, ລາວກໍຮູ້ສຶກໄດ້ເຖິງຄວາມຈິງຈັງຂອງເລື່ອງນີ້ ແລະ ຄວາມຮ້າຍແຮງຂອງສະຖານະການ. ລາວຮູ້ວ່າພຣະເຈົ້າຈະທຳລາຍໂລກ. ແລ້ວເປັນຫຍັງພຣະອົງຈຶ່ງຈະເຮັດສິ່ງນີ້? ເພາະວ່າມະນຸດຊົ່ວຮ້າຍຫຼາຍ, ບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ ແລະ ເຖິງກັບປະຕິເສດພຣະທຳຂອງພຣະເຈົ້າ ແລະ ພຣະເຈົ້າກໍກຽດຊັງມະນຸດຊາດນັ້ນ. ພຣະເຈົ້າໄດ້ກຽດຊັງມະນຸດຊາດນັ້ນພຽງມື້ໜຶ່ງ ຫຼື ສອງມື້ບໍ? ພຣະເຈົ້າກ່າວຕາມອາລົມຊົ່ວຂະນະວ່າ “ມື້ນີ້ເຮົາບໍ່ມັກມະນຸດຊາດນີ້. ເຮົາຈະທຳລາຍມະນຸດຊາດນີ້, ສະນັ້ນ ຈົ່ງລົງມືເຮັດ ແລະ ສ້າງເຮືອໃຫຍ່ໃຫ້ເຮົາ” ບໍ? ມັນເປັນແບບນີ້ບໍ? ບໍ່ແມ່ນ. ຫຼັງຈາກໄດ້ຍິນພຣະທຳຂອງພຣະເຈົ້າ, ໂນອາກໍຈັບໃຈຄວາມສິ່ງທີ່ພຣະເຈົ້າໝາຍເຖິງ. ພຣະເຈົ້າບໍ່ໄດ້ກຽດຊັງມະນຸດຊາດນັ້ນພຽງມື້ໜຶ່ງ ຫຼື ສອງມື້; ພຣະອົງປາຖະໜາຢ່າງຍິ່ງທີ່ຈະທຳລາຍມັນ ເພື່ອມະນຸດຊາດຈະໄດ້ເລີ່ມຕົ້ນໃໝ່. ແຕ່ໃນຄັ້ງນີ້, ພຣະເຈົ້າບໍ່ປາຖະໜາທີ່ຈະສ້າງມະນຸດຊາດອື່ນຂຶ້ນມາອີກຄັ້ງ; ກົງກັນຂ້າມ ພຣະອົງຈະປ່ອຍໃຫ້ໂນອາໂຊກດີພໍທີ່ຈະຢູ່ລອດໃນຖານະເຈົ້າປົກຄອງຂອງຍຸກຕໍ່ໄປ, ໃນຖານະບັນພະບຸລຸດຂອງມະນຸດຊາດ. ເມື່ອລາວຈັບໃຈຄວາມຂອງຄວາມໝາຍໃນດ້ານນີ້ຂອງພຣະເຈົ້າແລ້ວ, ໂນອາກໍສາມາດສຳຜັດໄດ້ຈາກສ່ວນເລິກໃນຫົວໃຈຂອງລາວເຖິງເຈດຕະນາທີ່ຮີບດ່ວນຂອງພຣະເຈົ້າ, ລາວສາມາດຮູ້ສຶກໄດ້ເຖິງຄວາມຮີບດ່ວນຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ເມື່ອພຣະເຈົ້າກ່າວ, ນອກເໜືອຈາກການຮັບຟັງຢ່າງຖີ່ຖ້ວນ, ຢ່າງໃກ້ຊິດ ແລະ ຢ່າງຕັ້ງໃຈແລ້ວ, ໂນອາກໍຍັງຮູ້ສຶກບາງຢ່າງໃນຫົວໃຈຂອງລາວ. ລາວຮູ້ສຶກແນວໃດ? ຄວາມຮີບດ່ວນ, ເຊິ່ງເປັນອາລົມທີ່ສິ່ງທີ່ຖືກສ້າງທີ່ແທ້ຈິງຄວນຈະຮູ້ສຶກ ຫຼັງຈາກທີ່ຮັບຮູ້ເຖິງເຈດຕະນາທີ່ຮີບດ່ວນຂອງພຣະຜູ້ສ້າງ. ດ້ວຍເຫດນັ້ນ, ໂນອາຄິດຫຍັງໃນຫົວໃຈ ເມື່ອພຣະເຈົ້າໄດ້ສັ່ງໃຫ້ລາວສ້າງເຮືອໃຫຍ່? ລາວຄິດວ່າ “ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ບໍ່ມີສິ່ງໃດສຳຄັນເທົ່າກັບການສ້າງເຮືອໃຫຍ່, ບໍ່ມີສິ່ງໃດມີຄວາມສຳຄັນ ແລະ ຮີບດ່ວນເທົ່າກັບສິ່ງນີ້. ຂ້ານ້ອຍໄດ້ຍິນພຣະທຳຈາກຫົວໃຈຂອງພຣະຜູ້ສ້າງ, ຂ້ານ້ອຍໄດ້ສຳຜັດເຖິງເຈດຕະນາທີ່ຮີບດ່ວນຂອງພຣະອົງ, ສະນັ້ນ ຂ້ານ້ອຍຕ້ອງບໍ່ຊັກຊ້າ; ຂ້ານ້ອຍຕ້ອງສ້າງເຮືອໃຫຍ່ທີ່ພຣະເຈົ້າໄດ້ກ່າວເຖິງ ແລະ ໄດ້ຂໍຢ່າງຮີບດ່ວນທີ່ສຸດ”. ທັດສະນະຄະຕິຂອງໂນອາແມ່ນຫຍັງ? ມັນຄືການບໍ່ກ້າທີ່ຈະລະເລີຍ. ແລ້ວລາວດຳເນີນການສ້າງເຮືອໃຫຍ່ດ້ວຍວິທີໃດ? ໂດຍບໍ່ຊັກຊ້າ. ລາວຈັດຕັ້ງປະຕິບັດ ແລະ ດຳເນີນການແຕ່ລະລາຍລະອຽດຂອງສິ່ງທີ່ພຣະເຈົ້າໄດ້ກ່າວ ແລະ ສັ່ງຢ່າງຮີບດ່ວນທີ່ສຸດ ແລະ ດ້ວຍກຳລັງແຮງທັງໝົດຂອງລາວ ໂດຍບໍ່ເຮັດພໍແລ້ວມືແລ້ວຕີນເລີຍ. ສະຫຼຸບແລ້ວ, ທັດສະນະຄະຕິຂອງໂນອາຕໍ່ຄຳສັ່ງຂອງພຣະຜູ້ສ້າງກໍຄືການອ່ອນນ້ອມ. ລາວບໍ່ໄດ້ເມີນເສີຍຕໍ່ມັນ ແລະ ບໍ່ມີການຕໍ່ຕ້ານໃນຫົວໃຈຂອງລາວ ພ້ອມທັງບໍ່ມີຄວາມເສີຍເມີຍ. ກົງກັນຂ້າມ, ລາວພະຍາຍາມຢ່າງຕັ້ງໃຈເພື່ອທຳຄວາມເຂົ້າໃຈເຈດຕະນາຂອງພຣະຜູ້ສ້າງ ໃນຂະນະທີ່ລາວຈື່ຈຳທຸກລາຍລະອຽດ. ເມື່ອລາວຈັບໃຈຄວາມເຈດຕະນາທີ່ຮີບດ່ວນຂອງພຣະເຈົ້າ, ລາວກໍຕັດສິນໃຈທີ່ຈະເລ່ງຄວາມໄວ ເພື່ອເຮັດສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ລາວໃຫ້ສຳເລັດຢ່າງຮີບດ່ວນທີ່ສຸດ. ຄຳວ່າ “ຢ່າງຮີບດ່ວນທີ່ສຸດ” ນີ້ໝາຍຄວາມວ່າແນວໃດ? ມັນໝາຍເຖິງການເຮັດວຽກທີ່ແຕ່ກ່ອນອາດຈະໃຊ້ເວລາໜຶ່ງເດືອນໃຫ້ສຳເລັດໃນເວລາທີ່ໜ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ໂດຍອາດຈະເຮັດໃຫ້ສຳເລັດກ່ອນເວລາທີ່ກຳນົດສາມ ຫຼື ຫ້າມື້ ໂດຍບໍ່ມີການຊັກຊ້າອືດອາດ ຫຼື ຜັດວັນເວລາແມ່ນແຕ່ໜ້ອຍດຽວ ແຕ່ຊຸກຍູ້ໂຄງການທັງໝົດໃຫ້ກ້າວໄປຂ້າງໜ້າໃຫ້ດີທີ່ສຸດເທົ່າທີ່ລາວຈະເຮັດໄດ້. ໂດຍທຳມະຊາດແລ້ວ ໃນຂະນະທີ່ດຳເນີນວຽກງານແຕ່ລະຢ່າງ, ລາວຈະພະຍາຍາມຢ່າງໜັກທີ່ສຸດ ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ຂໍ້ຜິດພາດ ແລະ ບໍ່ເຮັດວຽກໃດໜຶ່ງໃນລັກສະນະທີ່ຕ້ອງໄດ້ເຮັດຊໍ້າອີກ; ລາວຍັງຈະເຮັດທຸກໜ້າວຽກ ແລະ ຂັ້ນຕອນໃຫ້ສຳເລັດຕາມກຳນົດເວລາ ແລະ ເຮັດພວກມັນໃຫ້ດີ ໂດຍຮັບປະກັນຄຸນນະພາບຂອງມັນ. ນີ້ຄືການສະແດງອອກທີ່ແທ້ຈິງຂອງການບໍ່ຊັກຊ້າອືດອາດ. ສະນັ້ນ, ເງື່ອນໄຂເບື້ອງຕົ້ນສຳລັບການທີ່ລາວບໍ່ສາມາດຊັກຊ້າອືດອາດໄດ້ນັ້ນແມ່ນຫຍັງ? (ລາວໄດ້ຍິນຄຳສັ່ງຂອງພຣະເຈົ້າ). ແມ່ນແລ້ວ, ນັ້ນຄືເງື່ອນໄຂເບື້ອງຕົ້ນ ແລະ ບໍລິບົດສຳລັບສິ່ງນີ້. ແລ້ວເປັນຫຍັງຕອນນີ້ໂນອາຈຶ່ງບໍ່ສາມາດຊັກຊ້າອືດອາດໄດ້? ບາງຄົນເວົ້າວ່າໂນອາມີການອ່ອນນ້ອມທີ່ແທ້ຈິງ. ສະນັ້ນ, ລາວມີຫຍັງທີ່ເຮັດໃຫ້ລາວສາມາດບັນລຸການອ່ອນນ້ອມທີ່ແທ້ຈິງເຊັ່ນນີ້ໄດ້? (ລາວຄຳນຶງເຖິງຫົວໃຈຂອງພຣະເຈົ້າ). ຖືກຕ້ອງແລ້ວ! ນີ້ຄືຄວາມໝາຍຂອງການມີຫົວໃຈ! ຄົນທີ່ມີຫົວໃຈສາມາດຄຳນຶງເຖິງຫົວໃຈຂອງພຣະເຈົ້າໄດ້; ສ່ວນຄົນທີ່ບໍ່ມີຫົວໃຈກໍເປັນພຽງເປືອກເປົ່າ, ເປັນຄົນໂງ່, ພວກເຂົາບໍ່ຮູ້ຈັກຄຳນຶງເຖິງຫົວໃຈຂອງພຣະເຈົ້າ. ຄວາມຄິດຂອງພວກເຂົາກໍຄື: “ຂ້ອຍບໍ່ສົນດອກວ່າເລື່ອງນີ້ຈະຮີບດ່ວນສຳລັບພຣະເຈົ້າສໍ່າໃດ, ຂ້ອຍຈະເຮັດຕາມໃຈຂ້ອຍ, ແນວໃດກໍຕາມ ຂ້ອຍກໍບໍ່ໄດ້ຢູ່ຊື່ໆ ຫຼື ຂີ້ຄ້ານ”. ທັດສະນະຄະຕິປະເພດນີ້, ຄວາມຄິດລົບປະເພດນີ້, ການຂາດຄວາມຫ້າວຫັນຢ່າງສິ້ນເຊີງ, ນີ້ບໍ່ແມ່ນຄົນທີ່ຄຳນຶງເຖິງຫົວໃຈຂອງພຣະເຈົ້າ ພ້ອມທັງພວກເຂົາກໍບໍ່ເຂົ້າໃຈວິທີການຄຳນຶງເຖິງຫົວໃຈຂອງພຣະເຈົ້າ. ໃນກໍລະນີດັ່ງກ່າວ, ພວກເຂົາມີຄວາມສັດທາທີ່ແທ້ຈິງບໍ? ບໍ່ມີຢ່າງແນ່ນອນ. ໂນອາຄຳນຶງເຖິງຫົວໃຈຂອງພຣະເຈົ້າ, ລາວມີຄວາມສັດທາທີ່ແທ້ຈິງ ແລະ ດ້ວຍເຫດນັ້ນຈຶ່ງສາມາດເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດໄດ້. ດ້ວຍເຫດນັ້ນ, ມັນຈຶ່ງບໍ່ພຽງພໍທີ່ຈະພຽງແຕ່ຍອມຮັບພຣະບັນຊາຂອງພຣະເຈົ້າ ແລະ ເຕັມໃຈທີ່ຈະໃຊ້ຄວາມພະຍາຍາມບາງຢ່າງ. ເຈົ້າຕ້ອງຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ທຸ່ມເທຈົນໝົດໜ້າຕັກ ແລະ ມີຄວາມຈົງຮັກພັກດີ, ເຊິ່ງຮຽກຮ້ອງໃຫ້ມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ; ມັນເປັນສິ່ງທີ່ຜູ້ຄົນຄວນມີ ແລະ ເປັນສິ່ງທີ່ພົບໃນຕົວໂນອາ. ພວກເຈົ້າຄິດວ່າແນວໃດ, ໃນການສ້າງເຮືອໃຫຍ່ທີ່ໃຫຍ່ຂະໜາດນັ້ນໃນເວລານັ້ນ, ມັນຈະໃຊ້ເວລາຈັກປີ ຖ້າໂນອາຊັກຊ້າອືດອາດ ແລະ ບໍ່ມີຄວາມຮູ້ສຶກຮີບດ່ວນ, ບໍ່ມີຄວາມກັງວົນ, ບໍ່ມີປະສິດທິພາບ? ມັນຈະສຳເລັດພາຍໃນ 100 ປີໄດ້ບໍ? (ບໍ່ໄດ້). ມັນຄົງຈະຕ້ອງໃຊ້ເວລາຫຼາຍຊົ່ວຄົນໃນການສ້າງຢ່າງຕໍ່ເນື່ອງ. ໃນດ້ານໜຶ່ງ, ການສ້າງສິ່ງທີ່ໃຫຍ່ໂຕມະໂຫລານຄືກັບເຮືອໃຫຍ່ຈະຕ້ອງໃຊ້ເວລາຫຼາຍປີ; ຍິ່ງໄປກວ່ານັ້ນ, ການຮວບຮວມ ແລະ ເບິ່ງແຍງສິ່ງທີ່ມີຊີວິດທັງໝົດກໍເຊັ່ນກັນ. ມັນງ່າຍບໍທີ່ຈະຮວບຮວມສິ່ງທີ່ມີຊີວິດເຫຼົ່ານີ້? (ບໍ່). ມັນບໍ່ໄດ້ງ່າຍເລີຍ. ດ້ວຍເຫດນັ້ນ, ຫຼັງຈາກທີ່ໄດ້ຍິນຄຳສັ່ງຂອງພຣະເຈົ້າ ແລະ ຈັບໃຈຄວາມເຈດຕະນາທີ່ຮີບດ່ວນຂອງພຣະເຈົ້າແລ້ວ, ໂນອາກໍຮູ້ສຶກໄດ້ວ່າສິ່ງນີ້ຈະບໍ່ແມ່ນເລື່ອງງ່າຍ ຫຼື ທຳມະດາ. ລາວຮັບຮູ້ວ່າລາວຕ້ອງເຮັດມັນໃຫ້ສຳເລັດຕາມຄວາມປາຖະໜາຂອງພຣະເຈົ້າ ແລະ ເຮັດພຣະບັນຊາທີ່ພຣະເຈົ້າປະທານໃຫ້ໃຫ້ສຳເລັດ ເພື່ອພຣະເຈົ້າຈະໄດ້ພໍໃຈ ແລະ ວາງໃຈໄດ້, ເພື່ອໃຫ້ຂັ້ນຕອນຕໍ່ໄປໃນວຽກງານຂອງພຣະເຈົ້າສາມາດດຳເນີນໄປໄດ້ຢ່າງລ່ຽນໄຫຼ. ນັ້ນຄືຫົວໃຈຂອງໂນອາ. ແລ້ວນີ້ແມ່ນຫົວໃຈປະເພດໃດ? ມັນຄືຫົວໃຈທີ່ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ເມື່ອພິຈາລະນາຈາກພຶດຕິກຳຂອງໂນອາໃນການສ້າງເຮືອໃຫຍ່, ລາວເປັນຄົນທີ່ມີຄວາມສັດທາອັນຍິ່ງໃຫຍ່ຢ່າງແທ້ຈິງ ແລະ ບໍ່ມີຄວາມສົງໄສໃດໜຶ່ງຕໍ່ພຣະທຳຂອງພຣະເຈົ້າເປັນເວລາໜຶ່ງຮ້ອຍປີ. ລາວເພິ່ງພາຫຍັງ? ລາວເພິ່ງພາຄວາມສັດທາຂອງລາວໃນພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ. ໂນອາສາມາດອ່ອນນ້ອມໄດ້ຢ່າງເດັດຂາດ. ລາຍລະອຽດຂອງການອ່ອນນ້ອມຢ່າງເດັດຂາດຂອງລາວແມ່ນຫຍັງ? ມັນຄືການຄຳນຶງເຖິງຂອງລາວ. ພວກເຈົ້າມີຫົວໃຈແບບນີ້ບໍ? (ບໍ່ມີ). ພວກເຈົ້າສາມາດເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນໄດ້, ແຕ່ພວກເຈົ້າບໍ່ສາມາດປະຕິບັດໄດ້ ແລະ ເມື່ອປະເຊີນກັບຄວາມຫຍຸ້ງຍາກ, ກໍບໍ່ສາມາດນຳຄຳສັ່ງຂອງພຣະເຈົ້າໄປປະຕິບັດໃຫ້ເກີດຜົນຈິງໄດ້. ເວລາເວົ້າກໍເວົ້າໄດ້ຢ່າງຊັດເຈນຫຼາຍ, ແຕ່ເມື່ອເວົ້າເຖິງການດຳເນີນງານຕົວຈິງ ແລະ ປະເຊີນກັບຄວາມຫຍຸ້ງຍາກບາງຢ່າງ, ກໍກາຍເປັນຄົນຄິດລົບ ແລະ ເມື່ອເຈົ້າທົນທຸກເລັກນ້ອຍ, ເຈົ້າກໍເລີ່ມຈົ່ມວ່າ ແລະ ຢາກຈະຍອມແພ້. ຖ້າບໍ່ມີຝົນຕົກໜັກເປັນເວລາແປດ ຫຼື ສິບປີ, ເຈົ້າກໍຈະກາຍເປັນຄົນຄິດລົບ ແລະ ສົງໄສພຣະເຈົ້າ ແລະ ຖ້າຜ່ານໄປອີກ 20 ປີໂດຍບໍ່ມີຝົນຕົກໜັກ, ເຈົ້າຈະຍັງສືບຕໍ່ເປັນຄົນຄິດລົບຢູ່ບໍ? ໂນອາໃຊ້ເວລາຫຼາຍກວ່າ 100 ປີໃນການສ້າງເຮືອໃຫຍ່ ແລະ ບໍ່ເຄີຍກາຍເປັນຄົນຄິດລົບ ຫຼື ສົງໄສພຣະເຈົ້າເລີຍ, ລາວພຽງແຕ່ສືບຕໍ່ສ້າງເຮືອໃຫຍ່ຕໍ່ໄປ. ນອກຈາກໂນອາແລ້ວ ຍັງມີໃຜອີກທີ່ສາມາດເຮັດສິ່ງນີ້ໄດ້? ພວກເຈົ້າຂາດຕົກບົກພ່ອງໃນດ້ານໃດແດ່? (ພວກເຮົາບໍ່ມີຄວາມເປັນມະນຸດທີ່ປົກກະຕິ ຫຼື ສະຕິຮູ້ສຶກຜິດຊອບ). ຖືກຕ້ອງແລ້ວ. ພວກເຈົ້າບໍ່ມີລັກສະນະຂອງໂນອາ. ໂນອາເຂົ້າໃຈຄວາມຈິງຫຼາຍສໍ່າໃດ? ເຈົ້າຄິດວ່າລາວເຂົ້າໃຈຄວາມຈິງຫຼາຍກວ່າພວກເຈົ້າບໍ? ພວກເຈົ້າໄດ້ຟັງການເທດສະໜາມາຫຼາຍແລ້ວ. ຄວາມລຶກລັບຂອງການບັງເກີດເປັນເນື້ອໜັງຂອງພຣະເຈົ້າ, ເລື່ອງລາວຄວາມຈິງທີ່ຢູ່ເບື້ອງຫຼັງຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າ, ແຜນການຄຸ້ມຄອງຂອງພຣະເຈົ້າ; ສິ່ງເຫຼົ່ານີ້ແມ່ນຄວາມລຶກລັບທີ່ສູງສົ່ງ ແລະ ເລິກເຊິ່ງທີ່ສຸດທີ່ສະແດງອອກຕໍ່ມະນຸດຊາດ ແລະ ທັງໝົດນີ້ກໍໄດ້ຖືກເຮັດໃຫ້ແຈ່ມແຈ້ງແກ່ພວກເຈົ້າແລ້ວ, ແລ້ວເປັນຫຍັງພວກເຈົ້າຈຶ່ງຍັງບໍ່ມີຄວາມເປັນມະນຸດຂອງໂນອາ ແລະ ບໍ່ສາມາດເຮັດໃນສິ່ງທີ່ໂນອາສາມາດເຮັດໄດ້? ຄວາມສັດທາ ແລະ ຄວາມເປັນມະນຸດຂອງພວກເຈົ້າດ້ອຍກວ່າຂອງໂນອາຫຼາຍ! ສາມາດເວົ້າໄດ້ວ່າ ພວກເຈົ້າບໍ່ມີຄວາມສັດທາທີ່ແທ້ຈິງ ຫຼື ສະຕິຮູ້ສຶກຜິດຊອບ ຫຼື ຄວາມສຳນຶກຂັ້ນຕໍ່າສຸດທີ່ຄວນມີໃນຄວາມເປັນມະນຸດ. ເຖິງແມ່ນວ່າພວກເຈົ້າໄດ້ຟັງການເທດສະໜາມາຫຼາຍແລ້ວ ແລະ ເບິ່ງຈາກພາຍນອກແລ້ວ ເຈົ້າເບິ່ງຄືວ່າເຂົ້າໃຈຄວາມຈິງ, ແຕ່ຄຸນລັກສະນະຄວາມເປັນມະນຸດຂອງພວກເຈົ້າ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າບໍ່ສາມາດປ່ຽນແປງໄດ້ໃນທັນທີ ໂດຍການຟັງການເທດສະໜາໃຫ້ຫຼາຍຂຶ້ນ ຫຼື ໂດຍການເຂົ້າໃຈຄວາມຈິງ. ຖ້າບໍ່ມີການແຍກແຍະສິ່ງເຫຼົ່ານີ້, ຜູ້ຄົນກໍຈະຮູ້ສຶກວ່າພວກເຂົາບໍ່ໄດ້ດ້ອຍກວ່ານັກບຸນໃນສະໄໝບູຮານຫຼາຍປານໃດ, ໂດຍຄິດໃນໃຈວ່າ “ຕອນນີ້ພວກເຮົາກໍກຳລັງຍອມຮັບພຣະບັນຊາຂອງພຣະເຈົ້າ ແລະ ຮັບຟັງພຣະທຳຂອງພຣະເຈົ້າຈາກປາກຂອງພຣະເຈົ້າເອງເຊັ່ນກັນ. ພວກເຮົາຍັງຖືເອົາທຸກສິ່ງທີ່ພຣະເຈົ້າຂໍໃຫ້ພວກເຮົາເຮັດຢ່າງຈິງຈັງ. ທຸກຄົນໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ຮ່ວມກັນ ແລະ ຈາກນັ້ນກໍເຮັດວຽກງານໃນການວາງແຜນ, ການຈັດສັນ ແລະ ການດຳເນີນການຕ່າງໆ. ພວກເຮົາແຕກຕ່າງຈາກນັກບຸນໃນສະໄໝບູຮານແນວໃດ?” ຄວາມແຕກຕ່າງທີ່ເຫັນໃນຕອນນີ້ໃຫຍ່ຫຼວງ ຫຼື ບໍ່? ມັນໃຫຍ່ຫຼວງຫຼາຍ, ໂດຍຫຼັກໆແລ້ວແມ່ນກ່ຽວກັບລັກສະນະ. ຄົນໃນປັດຈຸບັນນັ້ນເສື່ອມຊາມ, ເຫັນແກ່ຕົວ ແລະ ໜ້າລັງກຽດຫຼາຍ! ຖ້າບໍ່ມີຜົນປະໂຫຍດ ພວກເຂົາກໍຈະບໍ່ຍອມລົງມືເຮັດຫຍັງເລີຍ! ການເຮັດສິ່ງທີ່ດີ ແລະ ການກຽມການກະທໍາທີ່ດີນັ້ນເປັນເລື່ອງທີ່ຍາກລຳບາກຫຼາຍສຳລັບພວກເຂົາ! ພວກເຂົາເຕັມໃຈທີ່ຈະປະຕິບັດໜ້າທີ່ ແຕ່ບໍ່ມີຄວາມຕັ້ງໃຈ, ພວກເຂົາເຕັມໃຈທີ່ຈະທົນທຸກ ແຕ່ກໍທົນບໍ່ໄດ້, ພວກເຂົາປາຖະໜາທີ່ຈະຈ່າຍລາຄາ ແຕ່ກໍເຮັດບໍ່ໄດ້, ພວກເຂົາເຕັມໃຈທີ່ຈະປະຕິບັດຄວາມຈິງ ແຕ່ກໍບໍ່ສາມາດດຳເນີນການໄດ້ ແລະ ພວກເຂົາປາຖະໜາທີ່ຈະຮັກພຣະເຈົ້າ ແຕ່ກໍບໍ່ສາມາດນຳສິ່ງນີ້ໄປປະຕິບັດໄດ້. ບອກເຮົາມາເບິ່ງວ່າ ຄວາມເປັນມະນຸດປະເພດນີ້ຂາດຕົກບົກພ່ອງຫຼາຍສໍ່າໃດ! ຕ້ອງເຂົ້າໃຈ ແລະ ມີຄວາມຈິງຫຼາຍສໍ່າໃດຈຶ່ງຈະສາມາດທົດແທນສິ່ງນີ້ໄດ້?
ພວກເຮົາຫາກໍໂອ້ລົມກັນກ່ຽວກັບການທີ່ໂນອາຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ເຊິ່ງເປັນສ່ວນທີ່ມີຄ່າໃນຄວາມເປັນມະນຸດຂອງລາວ. ແລ້ວຍັງມີບາງສິ່ງບາງຢ່າງອີກດ້ວຍ, ສິ່ງນັ້ນແມ່ນຫຍັງ? ຫຼັງຈາກໄດ້ຍິນພຣະທຳຂອງພຣະເຈົ້າ, ໂນອາກໍຮູ້ຄວາມຈິງຢ່າງໜຶ່ງ; ນັ້ນກໍຄືລາວຮູ້ວ່າແຜນການຂອງພຣະເຈົ້າແມ່ນຫຍັງ. ແຜນການນັ້ນບໍ່ແມ່ນພຽງແຕ່ການສ້າງເຮືອໃຫຍ່ເພື່ອເປັນອະນຸສອນ ຫຼື ເພື່ອສ້າງສວນສະໜຸກ ຫຼື ເພື່ອສ້າງອາຄານໃຫຍ່ບາງຢ່າງເພື່ອເປັນສັນຍາລັກທີ່ໂດດເດັ່ນ, ມັນບໍ່ໄດ້ເປັນແບບນັ້ນ. ຈາກສິ່ງທີ່ພຣະເຈົ້າກ່າວ, ໂນອາກໍຮູ້ຄວາມຈິງຢ່າງໜຶ່ງວ່າ: ພຣະເຈົ້າກຽດຊັງມະນຸດຊາດນີ້ ເຊິ່ງເປັນມະນຸດຊາດທີ່ຊົ່ວຊ້າ ແລະ ໄດ້ກຳນົດໄວ້ແລ້ວວ່າມະນຸດຊາດນີ້ຈະຕ້ອງຖືກທຳລາຍດ້ວຍນໍ້າຖ້ວມ. ໃນຂະນະດຽວກັນ, ຜູ້ທີ່ຈະຢູ່ລອດໄປຈົນເຖິງຍຸກຕໍ່ໄປ ກໍຈະຖືກຊ່ວຍໃຫ້ລອດພົ້ນຈາກນໍ້າຖ້ວມໂດຍເຮືອໃຫຍ່ລຳນີ້; ມັນຈະຊ່ວຍໃຫ້ພວກເຂົາຢູ່ລອດໄດ້. ແລ້ວບັນຫາສຳຄັນໃນຄວາມຈິງນີ້ແມ່ນຫຍັງ? ນັ້ນກໍຄື ພຣະເຈົ້າຈະທຳລາຍໂລກດ້ວຍນໍ້າຖ້ວມ ແລະ ພຣະອົງຕັ້ງໃຈໃຫ້ໂນອາສ້າງເຮືອໃຫຍ່ ແລະ ຢູ່ລອດ ພ້ອມທັງໃຫ້ສິ່ງທີ່ມີຊີວິດແຕ່ລະຊະນິດຢູ່ລອດ, ແຕ່ໃຫ້ມະນຸດຊາດຖືກທຳລາຍ. ນີ້ເປັນເລື່ອງໃຫຍ່ບໍ? ນີ້ບໍ່ແມ່ນເລື່ອງເລັກນ້ອຍໃນຄອບຄົວ ແລະ ບໍ່ແມ່ນເລື່ອງນ້ອຍໆທີ່ກ່ຽວຂ້ອງກັບບຸກຄົນ ຫຼື ຕະກູນໃດໜຶ່ງ; ກົງກັນຂ້າມ, ມັນກ່ຽວຂ້ອງກັບການດຳເນີນງານອັນຍິ່ງໃຫຍ່. ການດຳເນີນງານອັນຍິ່ງໃຫຍ່ປະເພດໃດ? ມັນເປັນສິ່ງທີ່ກ່ຽວຂ້ອງກັບແຜນການຄຸ້ມຄອງຂອງພຣະເຈົ້າ. ພຣະເຈົ້າກຳລັງຈະເຮັດບາງສິ່ງທີ່ຍິ່ງໃຫຍ່, ບາງສິ່ງທີ່ກ່ຽວຂ້ອງກັບມະນຸດຊາດທັງປວງ ເຊິ່ງກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ, ກ່ຽວຂ້ອງກັບທັດສະນະຄະຕິຂອງພຣະອົງທີ່ມີຕໍ່ມະນຸດຊາດ ແລະ ກ່ຽວຂ້ອງກັບຊະຕາກຳຂອງມະນຸດຊາດ. ນີ້ຄືຂໍ້ມູນອັນທີສາມທີ່ໂນອາໄດ້ຮຽນຮູ້ ເມື່ອພຣະເຈົ້າມອບໝາຍວຽກງານນີ້ໃຫ້ກັບລາວ. ແລ້ວທັດສະນະຄະຕິຂອງໂນອາເປັນແນວໃດ ເມື່ອລາວໄດ້ຍິນເລື່ອງນີ້ຈາກພຣະທຳຂອງພຣະເຈົ້າ? ມັນເປັນຄວາມເຊື່ອ, ຄວາມສົງໄສ ຫຼື ຄວາມບໍ່ເຊື່ອຢ່າງສິ້ນເຊີງບໍ? (ຄວາມເຊື່ອ). ລາວເຊື່ອໃນລະດັບໃດ? ແລະ ຄວາມຈິງໃດແດ່ທີ່ພິສູດວ່າລາວເຊື່ອສິ່ງນີ້? (ເມື່ອໄດ້ຍິນພຣະທຳຂອງພຣະເຈົ້າ, ລາວກໍເລີ່ມນຳພວກມັນໄປປະຕິບັດ ແລະ ສ້າງເຮືອໃຫຍ່ຕາມທີ່ພຣະເຈົ້າໄດ້ກ່າວ, ເຊິ່ງໝາຍຄວາມວ່າທັດສະນະຄະຕິຂອງລາວທີ່ມີຕໍ່ພຣະທຳຂອງພຣະເຈົ້າກໍຄືຄວາມເຊື່ອ). ຈາກທຸກສິ່ງທີ່ສະແດງອອກໃນຕົວໂນອາ, ຕັ້ງແຕ່ລະດັບການດຳເນີນການ ແລະ ການຈັດຕັ້ງປະຕິບັດ ຫຼັງຈາກທີ່ໂນອາຍອມຮັບສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ລາວ, ໄປຈົນເຖິງຄວາມຈິງຂອງສິ່ງທີ່ສຳເລັດໃນທີ່ສຸດ, ມັນສາມາດເຫັນໄດ້ວ່າໂນອາມີຄວາມເຊື່ອຢ່າງເດັດຂາດໃນທຸກພຣະທຳທີ່ພຣະເຈົ້າໄດ້ກ່າວ. ເປັນຫຍັງລາວຈຶ່ງມີຄວາມເຊື່ອຢ່າງເດັດຂາດ? ລາວບໍ່ມີຄວາມສົງໄສເລີຍໄດ້ແນວໃດ? ເປັນຫຍັງລາວຈຶ່ງບໍ່ພະຍາຍາມວິເຄາະ, ເປັນຫຍັງລາວຈຶ່ງບໍ່ກວດສອບສິ່ງນີ້ໃນຫົວໃຈຂອງລາວ? ສິ່ງນີ້ກ່ຽວຂ້ອງກັບຫຍັງ? (ຄວາມສັດທາໃນພຣະເຈົ້າ). ຖືກຕ້ອງແລ້ວ, ນີ້ຄືຄວາມສັດທາທີ່ແທ້ຈິງຂອງໂນອາໃນພຣະເຈົ້າ. ດ້ວຍເຫດນັ້ນ, ເມື່ອເວົ້າເຖິງທຸກສິ່ງທີ່ພຣະເຈົ້າກ່າວເຖິງ ແລະ ທຸກພຣະທຳຂອງພຣະອົງ, ໂນອາບໍ່ພຽງແຕ່ຮັບຟັງ ແລະ ຍອມຮັບເທົ່ານັ້ນ; ກົງກັນຂ້າມ ລາວມີຄວາມຮູ້ ແລະ ຄວາມສັດທາທີ່ແທ້ຈິງໃນສ່ວນເລິກຂອງຫົວໃຈຂອງລາວ. ເຖິງແມ່ນວ່າພຣະເຈົ້າຈະບໍ່ໄດ້ບອກລາຍລະອຽດຕ່າງໆໃຫ້ລາວຮູ້ ເຊັ່ນ: ນໍ້າຖ້ວມຈະມາເມື່ອໃດ ຫຼື ຈະໃຊ້ເວລາຈັກປີກ່ອນທີ່ມັນຈະມາ ຫຼື ຂະໜາດຂອງນໍ້າຖ້ວມເຫຼົ່ານີ້ຈະເທົ່າໃດ ຫຼື ມັນຈະເປັນແນວໃດຫຼັງຈາກທີ່ພຣະເຈົ້າໄດ້ທຳລາຍໂລກແລ້ວ, ແຕ່ໂນອາກໍເຊື່ອວ່າທຸກສິ່ງທີ່ພຣະເຈົ້າໄດ້ກ່າວນັ້ນໄດ້ກາຍເປັນຄວາມຈິງແລ້ວ. ໂນອາບໍ່ໄດ້ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບນິທານ ຫຼື ຕຳນານ ຫຼື ຄຳເວົ້າບາງຢ່າງ ຫຼື ບົດຂຽນບາງຢ່າງ, ແຕ່ໃນສ່ວນເລິກຂອງຫົວໃຈຂອງລາວ ລາວເຊື່ອ ແລະ ໝັ້ນໃຈວ່າພຣະເຈົ້າກຳລັງຈະເຮັດສິ່ງນີ້ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງທີ່ພຣະເຈົ້າກຳນົດທີ່ຈະເຮັດໃຫ້ສຳເລັດໄດ້. ໂນອາຮູ້ສຶກວ່າຜູ້ຄົນສາມາດມີພຽງທັດສະນະຄະຕິດຽວເທົ່ານັ້ນຕໍ່ພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າປາຖະໜາທີ່ຈະເຮັດໃຫ້ສຳເລັດ, ນັ້ນກໍຄືການຍອມຮັບຄວາມຈິງນີ້, ອ່ອນນ້ອມຕໍ່ສິ່ງທີ່ພຣະເຈົ້າສັ່ງ ແລະ ປະຕິບັດໜ້າວຽກທີ່ພຣະເຈົ້າຂໍໃຫ້ພວກເຂົາປະຕິບັດໃຫ້ດີ, ນີ້ຄືທັດສະນະຄະຕິຂອງລາວ. ແລ້ວ ມັນກໍເປັນເພາະວ່າໂນອາມີທັດສະນະຄະຕິເຊັ່ນນີ້ຢ່າງແນ່ນອນ, ບໍ່ວິເຄາະ, ບໍ່ກວດສອບ, ບໍ່ສົງໄສ, ແຕ່ເຊື່ອຈາກສ່ວນເລິກຂອງຫົວໃຈຂອງລາວ ແລະ ຈາກນັ້ນກໍຕັດສິນໃຈທີ່ຈະປະຕິບັດສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ເຮັດໜ້າທີ່ຂອງລາວໃນສິ່ງທີ່ພຣະເຈົ້າປາຖະໜາທີ່ຈະເຮັດໃຫ້ສຳເລັດ, ມັນເປັນເພາະສິ່ງນີ້ຢ່າງແນ່ນອນ ທີ່ຄວາມຈິງຂອງການສ້າງເຮືອໃຫຍ່ ແລະ ການຮວບຮວມ ພ້ອມທັງການຢູ່ລອດຂອງສິ່ງທີ່ມີຊີວິດແຕ່ລະຊະນິດຈຶ່ງສຳເລັດ. ຖ້າໃນຕອນທີ່ໂນອາໄດ້ຍິນພຣະເຈົ້າກ່າວວ່າພຣະອົງຈະທຳລາຍໂລກດ້ວຍນໍ້າຖ້ວມ, ໂນອາເກີດຄວາມສົງໄສ; ຖ້າລາວບໍ່ກ້າທີ່ຈະເຊື່ອສິ່ງນີ້ຢ່າງສິ້ນເຊີງ, ເພາະວ່າລາວບໍ່ເຄີຍເຫັນມັນ ແລະ ບໍ່ຮູ້ວ່າມັນຈະເກີດຂຶ້ນເມື່ອໃດ ໂດຍມີຫຼາຍສິ່ງທີ່ຍັງບໍ່ຮູ້, ແລ້ວສະພາບຈິດໃຈ ແລະ ຄວາມເຊື່ອໝັ້ນຂອງລາວຕໍ່ການສ້າງເຮືອໃຫຍ່ຈະໄດ້ຮັບຜົນກະທົບບໍ, ມັນຈະປ່ຽນແປງບໍ? (ປ່ຽນແປງ). ມັນຈະປ່ຽນແປງແນວໃດ? ໃນຂະນະທີ່ສ້າງເຮືອໃຫຍ່, ລາວອາດຈະຫຼຸດຂັ້ນຕອນ, ລາວອາດຈະເມີນເສີຍຕໍ່ຂໍ້ກຳນົດຂອງພຣະເຈົ້າ ຫຼື ບໍ່ຮວບຮວມສິ່ງທີ່ມີຊີວິດແຕ່ລະຊະນິດເຂົ້າໄປໃນເຮືອໃຫຍ່ຕາມທີ່ພຣະເຈົ້າຂໍ; ພຣະເຈົ້າກ່າວວ່າຕ້ອງມີໂຕຜູ້ໜຶ່ງໂຕ ແລະ ໂຕແມ່ໜຶ່ງໂຕ, ເຊິ່ງລາວອາດຈະເວົ້າວ່າ “ສຳລັບບາງຊະນິດ ມີພຽງໂຕແມ່ກໍພໍແລ້ວ. ຂ້ານ້ອຍຫາບາງຊະນິດບໍ່ໄດ້, ສະນັ້ນ ກໍຊ່າງພວກມັນເທາະ. ໃຜຈະຮູ້ວ່ານໍ້າຖ້ວມທີ່ທຳລາຍໂລກຈະເກີດຂຶ້ນເມື່ອໃດ”. ວຽກງານອັນຍິ່ງໃຫຍ່ໃນການສ້າງເຮືອໃຫຍ່ ແລະ ການຮວບຮວມສິ່ງທີ່ມີຊີວິດແຕ່ລະຊະນິດໃຊ້ເວລາ 120 ປີ. ໂນອາຈະຍຶດໝັ້ນເປັນເວລາ 120 ປີນີ້ບໍ ຖ້າລາວບໍ່ມີຄວາມສັດທາທີ່ແທ້ຈິງໃນພຣະທຳຂອງພຣະເຈົ້າ? ບໍ່ມີທາງຢ່າງແນ່ນອນ. ດ້ວຍການແຊກແຊງຈາກໂລກພາຍນອກ ແລະ ການຈົ່ມວ່າຕ່າງໆຈາກສະມາຊິກໃນຄອບຄົວ, ສຳລັບຄົນທີ່ບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ການກະທຳໃນການສ້າງເຮືອໃຫຍ່ຈະເປັນເລື່ອງຍາກຫຼາຍທີ່ຈະເຮັດໃຫ້ສຳເລັດ, ຍັງບໍ່ຕ້ອງເວົ້າເຖິງວ່າຖ້າມັນຈະໃຊ້ເວລາ 120 ປີ. ຄັ້ງທີ່ແລ້ວ, ເຮົາໄດ້ຖາມພວກເຈົ້າວ່າ 120 ປີເປັນເວລາທີ່ດົນບໍ. ພວກເຈົ້າທຸກຄົນເວົ້າວ່າດົນ. ເຮົາຖາມພວກເຈົ້າວ່າ ພວກເຈົ້າຈະທົນໄດ້ດົນປານໃດ ແລະ ໃນທີ່ສຸດເຮົາຖາມວ່າ ພວກເຈົ້າຈະທົນໄດ້ 15 ມື້ບໍ, ບໍ່ມີໃຜໃນພວກເຈົ້າເວົ້າວ່າພວກເຈົ້າທົນໄດ້ ແລະ ຫົວໃຈຂອງເຮົາກໍຫົດຫູ່. ພວກເຈົ້າດ້ອຍກວ່າໂນອາຫຼາຍ. ພວກເຈົ້າທຽບບໍ່ໄດ້ແມ່ນແຕ່ເສັ້ນຜົມເສັ້ນໜຶ່ງເທິງຫົວຂອງລາວ, ພວກເຈົ້າບໍ່ມີແມ່ນແຕ່ໜຶ່ງສ່ວນສິບຂອງຄວາມສັດທາຂອງລາວ. ພວກເຈົ້າຊ່າງໜ້າເວດທະນາແທ້ໆ! ຢ່າງໜຶ່ງກໍຄື ຄວາມເປັນມະນຸດ ແລະ ຄວາມສຸດຈະລິດຂອງພວກເຈົ້າຕໍ່າເກີນໄປ. ອີກຢ່າງໜຶ່ງກໍ ສາມາດເວົ້າໄດ້ວ່າ ໂດຍພື້ນຖານແລ້ວ ການໄລ່ຕາມຄວາມຈິງຂອງພວກເຈົ້າແມ່ນບໍ່ມີເລີຍ. ດ້ວຍເຫດນັ້ນ, ພວກເຈົ້າຈຶ່ງບໍ່ສາມາດສ້າງຄວາມສັດທາທີ່ແທ້ຈິງໃນພຣະເຈົ້າໄດ້ ພ້ອມທັງພວກເຈົ້າກໍບໍ່ມີການອ່ອນນ້ອມທີ່ແທ້ຈິງ. ແລ້ວພວກເຈົ້າສາມາດທົນມາຈົນເຖິງຕອນນີ້ໄດ້ແນວໃດ, ເປັນຫຍັງໃນຂະນະທີ່ເຮົາໂອ້ລົມ, ພວກເຈົ້າຈຶ່ງຍັງນັ່ງຟັງຢູ່ບ່ອນນັ້ນ? ມີສອງດ້ານທີ່ພົບໃນພວກເຈົ້າ. ໃນດ້ານໜຶ່ງ, ຄົນສ່ວນໃຫຍ່ໃນພວກເຈົ້າຍັງປາຖະໜາທີ່ຈະເປັນຄົນດີ; ພວກເຈົ້າບໍ່ຢາກເປັນຄົນຊົ່ວ. ພວກເຈົ້າປາຖະໜາທີ່ຈະຍ່າງໃນເສັ້ນທາງທີ່ດີ. ພວກເຈົ້າມີຄວາມຕັ້ງໃຈເລັກນ້ອຍນີ້, ພວກເຈົ້າມີຄວາມປາຖະໜາທີ່ດີເລັກນ້ອຍນີ້. ໃນຂະນະດຽວກັນ, ຄົນສ່ວນໃຫຍ່ໃນພວກເຈົ້າກໍຢ້ານຄວາມຕາຍ. ພວກເຈົ້າຢ້ານຄວາມຕາຍໃນລະດັບໃດ? ເມື່ອມີສັນຍານຂອງບັນຫາພຽງເລັກນ້ອຍໃນໂລກພາຍນອກ, ກໍມີບາງຄົນໃນພວກເຈົ້າທີ່ໃຊ້ຄວາມພະຍາຍາມເປັນພິເສດໃນການປະຕິບັດໜ້າທີ່ຂອງພວກເຂົາ; ເມື່ອສິ່ງຕ່າງໆສະຫງົບລົງ, ພວກເຂົາກໍເພີດເພີນກັບຄວາມສະດວກສະບາຍ ແລະ ໃຊ້ຄວາມພະຍາຍາມໜ້ອຍລົງຫຼາຍໃນໜ້າທີ່ຂອງພວກເຂົາ; ພວກເຂົາມັກຈະໃສ່ໃຈກັບເນື້ອໜັງຂອງພວກເຂົາຢູ່ສະເໝີ. ເມື່ອປຽບທຽບກັບຄວາມສັດທາທີ່ແທ້ຈິງຂອງໂນອາແລ້ວ, ມີຄວາມສັດທາທີ່ແທ້ຈິງໃດໜຶ່ງໃນສິ່ງທີ່ສະແດງອອກໃນພວກເຈົ້າບໍ? (ບໍ່ມີ). ເຮົາກໍຄິດແບບນັ້ນຄືກັນ. ແລະ ເຖິງແມ່ນວ່າມີຄວາມສັດທາເລັກນ້ອຍ, ມັນກໍໜ້ອຍຈົນໜ້າເວດທະນາ ແລະ ບໍ່ສາມາດທົນຕໍ່ການກວດສອບຂອງການທົດສອບໄດ້.
ເຮົາບໍ່ເຄີຍເຮັດການຈັດແຈງວຽກງານໃດໜຶ່ງເລີຍ, ແຕ່ເຮົາມັກຈະໄດ້ຍິນວ່າພວກມັນເລີ່ມຕົ້ນດ້ວຍຄຳເວົ້າແບບນີ້: “ຕອນນີ້, ປະເທດຕ່າງໆກຳລັງຕົກຢູ່ໃນຄວາມວຸ້ນວາຍຢ່າງໜັກ, ກະແສທາງໂລກນັບມື້ນັບຊົ່ວຊ້າລົງ ແລະ ພຣະເຈົ້າຈະລົງໂທດມະນຸດຊາດ; ພວກເຮົາຄວນປະຕິບັດໜ້າທີ່ຂອງພວກເຮົາໃຫ້ໄດ້ມາດຕະຖານ ໂດຍການເຮັດສິ່ງນັ້ນສິ່ງນີ້ ແລະ ຖວາຍຄວາມຈົງຮັກພັກດີຂອງພວກເຮົາແດ່ພຣະເຈົ້າ”. “ທຸກມື້ນີ້, ໂລກລະບາດນັບມື້ນັບຮ້າຍແຮງຂຶ້ນ, ສະພາບແວດລ້ອມນັບມື້ນັບບໍ່ເອື້ອອຳນວຍ, ໄພພິບັດນັບມື້ນັບຮ້າຍແຮງຂຶ້ນ, ຜູ້ຄົນປະເຊີນກັບໄພຄຸກຄາມຈາກການເຈັບປ່ວຍ ແລະ ຄວາມຕາຍ ແລະ ພຽງແຕ່ຖ້າພວກເຮົາເຊື່ອໃນພຣະເຈົ້າ ແລະ ອະທິຖານຕໍ່ໜ້າພຣະເຈົ້າໃຫ້ຫຼາຍຂຶ້ນ ພວກເຮົາຈຶ່ງຈະຫຼີກລ່ຽງໂລກລະບາດໄດ້ ເພາະມີພຽງພຣະເຈົ້າເທົ່ານັ້ນທີ່ເປັນບ່ອນຫຼົບໄພຂອງພວກເຮົາ. ໃນປັດຈຸບັນ, ເມື່ອປະເຊີນກັບສະຖານະການເຊັ່ນນີ້ ແລະ ສະພາບແວດລ້ອມເຊັ່ນນີ້, ພວກເຮົາຄວນກຽມການກະທໍາທີ່ດີໂດຍການເຮັດສິ່ງນັ້ນສິ່ງນີ້ ແລະ ປະກອບຄວາມຈິງໃຫ້ກັບຕົວພວກເຮົາເອງໂດຍການເຮັດສິ່ງນັ້ນສິ່ງນີ້, ສິ່ງນີ້ເປັນສິ່ງຈຳເປັນຢ່າງຍິ່ງ”. “ການລະບາດຂອງສັດຕູພືດໃນປີນີ້ຮ້າຍແຮງເປັນພິເສດ, ມະນຸດຊາດຈະປະເຊີນກັບຄວາມອຶດຢາກ ແລະ ອີກບໍ່ດົນກໍຈະພົບພໍ້ກັບການປຸ້ນຈີ້ ແລະ ຄວາມບໍ່ໝັ້ນຄົງທາງສັງຄົມ, ສະນັ້ນ ຜູ້ທີ່ເຊື່ອໃນພຣະເຈົ້າຄວນມາຢູ່ຕໍ່ໜ້າພຣະເຈົ້າເລື້ອຍໆເພື່ອອະທິຖານ ແລະ ຂໍການປົກປ້ອງຈາກພຣະເຈົ້າ ແລະ ຕ້ອງຮັກສາຊີວິດໃນຄຣິສຕະຈັກທີ່ປົກກະຕິ ພ້ອມທັງຊີວິດຝ່າຍວິນຍານທີ່ປົກກະຕິ” ແລະ ອື່ນໆ. ຈາກນັ້ນ, ເມື່ອເວົ້າຄຳນຳຈົບແລ້ວ, ການຈັດແຈງທີ່ສະເພາະເຈາະຈົງກໍເລີ່ມຕົ້ນຂຶ້ນ. ທຸກໆຄັ້ງ, ຄຳນຳເຫຼົ່ານີ້ໄດ້ມີບົດບາດຢ່າງທັນທ່ວງທີ ແລະ ເດັດຂາດໃນຄວາມສັດທາຂອງຜູ້ຄົນ. ສະນັ້ນ ເຮົາຈຶ່ງສົງໄສວ່າ ການຈັດແຈງວຽກງານຈະບໍ່ຖືກດຳເນີນການບໍ ຖ້າບໍ່ມີການກ່າວຄຳນຳ ແລະ ຄຳເວົ້າເຫຼົ່ານີ້? ຖ້າບໍ່ມີຄຳນຳເຫຼົ່ານີ້, ການຈັດແຈງວຽກງານຈະບໍ່ແມ່ນການຈັດແຈງວຽກງານບໍ? ຈະບໍ່ມີເຫດຜົນທີ່ຈະອອກຄຳນຳ ແລະ ຄຳເວົ້າເຫຼົ່ານີ້ແມ່ນບໍ? ຄຳຕອບຂອງຄຳຖາມເຫຼົ່ານີ້ກໍຄື ບໍ່ແມ່ນຢ່າງແນ່ນອນ. ສິ່ງທີ່ເຮົາຢາກຮູ້ໃນຕອນນີ້ກໍຄື ຈຸດປະສົງທີ່ຜູ້ຄົນມີໃນການເຊື່ອໃນພຣະເຈົ້າແມ່ນຫຍັງ? ຄວາມສຳຄັນຂອງຄວາມສັດທາຂອງພວກເຂົາໃນພຣະເຈົ້າແມ່ນຫຍັງກັນແທ້? ພວກເຂົາເຂົ້າໃຈ ຫຼື ບໍ່ເຂົ້າໃຈຄວາມຈິງທີ່ພຣະເຈົ້າປາຖະໜາທີ່ຈະເຮັດໃຫ້ສຳເລັດ? ຜູ້ຄົນຄວນປະຕິບັດຕໍ່ພຣະທຳຂອງພຣະເຈົ້າແນວໃດ? ພວກເຂົາຄວນປະຕິບັດຕໍ່ທຸກສິ່ງທີ່ພຣະຜູ້ສ້າງໄດ້ຂໍແນວໃດ? ຄຳຖາມເຫຼົ່ານີ້ຄູ່ຄວນທີ່ຈະພິຈາລະນາບໍ? ຖ້າຜູ້ຄົນຖືກວັດແທກຕາມມາດຕະຖານຂອງໂນອາ, ໃນມຸມມອງຂອງເຮົາແລ້ວ ຈະບໍ່ມີໃຜຈັກຄົນໃນພວກເຂົາທີ່ສົມຄວນໄດ້ຮັບຄຳຮຽກຂານ “ສິ່ງທີ່ຖືກສ້າງ”. ພວກເຂົາຈະບໍ່ຄູ່ຄວນທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ. ຖ້າຄວາມສັດທາ ແລະ ການອ່ອນນ້ອມຂອງຄົນໃນປັດຈຸບັນຖືກວັດແທກໂດຍທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ໂນອາ ແລະ ມາດຕະຖານທີ່ພຣະເຈົ້າເລືອກໂນອາ, ພຣະເຈົ້າຈະພໍໃຈກັບພວກເຂົາໄດ້ບໍ? (ບໍ່ໄດ້). ພວກເຂົາຍັງຫ່າງໄກຈາກຈຸດນັ້ນຫຼາຍ! ຜູ້ຄົນມັກຈະເວົ້າຢູ່ສະເໝີວ່າພວກເຂົາເຊື່ອ ແລະ ນະມັດສະການພຣະເຈົ້າ, ແຕ່ຄວາມສັດທາ ແລະ ການນະມັດສະການນີ້ສະແດງອອກໃນຕົວພວກເຂົາແນວໃດ? ຄວາມຈິງແລ້ວ, ມັນສະແດງອອກໃນການທີ່ພວກເຂົາເພິ່ງພາພຣະເຈົ້າ, ການທີ່ພວກເຂົາຮຽກຮ້ອງຈາກພຣະອົງ ພ້ອມທັງການກະບົດຕໍ່ພຣະອົງຢ່າງແທ້ຈິງຂອງພວກເຂົາ ແລະ ແມ່ນແຕ່ການດູໝິ່ນຂອງພວກເຂົາຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ. ທັງໝົດນີ້ສາມາດຖືວ່າເປັນການທີ່ມະນຸດຊາດດູໝິ່ນຄວາມຈິງ ແລະ ການຝ່າຝືນຫຼັກການຢ່າງເປີດເຜີຍໄດ້ບໍ? ຄວາມຈິງແລ້ວ ມັນກໍເປັນແບບນັ້ນ, ນີ້ຄືແກ່ນແທ້ຂອງມັນ. ທຸກໆຄັ້ງທີ່ການຈັດແຈງວຽກງານມີຄຳເວົ້າເຫຼົ່ານີ້, “ຄວາມສັດທາ” ຂອງຜູ້ຄົນກໍຈະເພີ່ມຂຶ້ນ; ທຸກໆຄັ້ງທີ່ມີການອອກການຈັດແຈງວຽກງານ, ເມື່ອຜູ້ຄົນຮັບຮູ້ເຖິງຂໍ້ກຳນົດ ແລະ ຄວາມສຳຄັນຂອງການຈັດແຈງວຽກງານ ແລະ ສາມາດດຳເນີນການຕາມສິ່ງເຫຼົ່ານັ້ນໄດ້, ພວກເຂົາກໍເຊື່ອວ່າລະດັບການອ່ອນນ້ອມຂອງພວກເຂົາໄດ້ເພີ່ມຂຶ້ນ, ວ່າຕອນນີ້ພວກເຂົາມີການອ່ອນນ້ອມແລ້ວ, ແຕ່ຄວາມຈິງແລ້ວ ພວກເຂົາມີຄວາມສັດທາ ແລະ ການອ່ອນນ້ອມທີ່ແທ້ຈິງແທ້ໆບໍ? ແລ້ວສິ່ງທີ່ເອີ້ນວ່າຄວາມສັດທາ ແລະ ການອ່ອນນ້ອມນີ້ແມ່ນຫຍັງກັນແທ້ ເມື່ອວັດແທກຕາມມາດຕະຖານຂອງໂນອາ? ຄວາມຈິງແລ້ວ ມັນເປັນພຽງການແລກປ່ຽນປະເພດໜຶ່ງ. ສິ່ງນີ້ຈະສາມາດຖືວ່າເປັນຄວາມສັດທາ ແລະ ການອ່ອນນ້ອມທີ່ແທ້ຈິງໄດ້ແນວໃດ? ສິ່ງທີ່ເອີ້ນວ່າຄວາມສັດທາທີ່ແທ້ຈິງຂອງຜູ້ຄົນນີ້ແມ່ນຫຍັງ? “ຍຸກສຸດທ້າຍມາຮອດແລ້ວ, ຂ້ອຍຫວັງວ່າພຣະເຈົ້າຈະລົງມືເຮັດໃນໄວໆນີ້! ມັນເປັນພອນຢ່າງຍິ່ງທີ່ຂ້ອຍຈະຢູ່ທີ່ນີ້ເມື່ອພຣະເຈົ້າທຳລາຍໂລກ, ທີ່ຂ້ອຍຈະໂຊກດີພໍທີ່ຈະຍັງຄົງຢູ່ ແລະ ຈະບໍ່ທົນທຸກຕໍ່ຄວາມເສຍຫາຍຈາກການທຳລາຍລ້າງ. ພຣະເຈົ້າຊ່າງດີເຫຼືອເກີນ, ພຣະອົງຮັກຜູ້ຄົນຫຼາຍ, ພຣະເຈົ້າຊ່າງຍິ່ງໃຫຍ່ແທ້ໆ! ພຣະອົງໄດ້ເຊີດຊູມະນຸດຫຼາຍເຫຼືອເກີນ, ພຣະເຈົ້າເປັນພຣະເຈົ້າຢ່າງແທ້ຈິງ, ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດສິ່ງເຊັ່ນນີ້ໄດ້”. ແລ້ວສິ່ງທີ່ພວກເຂົາເອີ້ນວ່າການອ່ອນນ້ອມທີ່ແທ້ຈິງເດ? “ທຸກສິ່ງທີ່ພຣະເຈົ້າກ່າວແມ່ນຖືກຕ້ອງ. ຈົ່ງເຮັດທຸກສິ່ງທີ່ພຣະອົງຂໍ; ຖ້າບໍ່ດັ່ງນັ້ນ, ເຈົ້າຈະຕົກຢູ່ໃນໄພພິບັດ ແລະ ທຸກຢ່າງກໍຈະຈົບລົງສຳລັບເຈົ້າ, ຈະບໍ່ມີໃຜສາມາດຊ່ວຍເຈົ້າໃຫ້ລອດພົ້ນໄດ້”. ຄວາມສັດທາຂອງພວກເຂົາບໍ່ແມ່ນຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມຂອງພວກເຂົາກໍບໍ່ແມ່ນການອ່ອນນ້ອມທີ່ແທ້ຈິງເຊັ່ນກັນ, ສິ່ງເຫຼົ່ານີ້ບໍ່ມີຫຍັງນອກຈາກຄຳຕົວະ.
ທຸກມື້ນີ້, ເກືອບທຸກຄົນໃນໂລກຮູ້ກ່ຽວກັບການສ້າງເຮືອໃຫຍ່ຂອງໂນອາ, ແມ່ນບໍ? ແຕ່ມີຈັກຄົນທີ່ຮູ້ເຖິງເລື່ອງລາວທີ່ແທ້ຈິງ? ມີຈັກຄົນທີ່ເຂົ້າໃຈຄວາມສັດທາ ແລະ ການອ່ອນນ້ອມທີ່ແທ້ຈິງຂອງໂນອາ? ແລະ ມີໃຜແດ່ທີ່ຮູ້ ແລະ ໃສ່ໃຈກ່ຽວກັບວ່າການປະເມີນຂອງພຣະເຈົ້າຕໍ່ໂນອາແມ່ນຫຍັງ? ບໍ່ມີໃຜໃຫ້ຄວາມສົນໃຈກັບເລື່ອງນີ້ເລີຍ. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າຜູ້ຄົນບໍ່ໄລ່ຕາມຄວາມຈິງ ແລະ ບໍ່ຮັກສິ່ງທີ່ເປັນບວກ. ຄັ້ງທີ່ແລ້ວ, ຫຼັງຈາກທີ່ເຮົາໄດ້ໂອ້ລົມກ່ຽວກັບເລື່ອງລາວຂອງສອງບຸກຄົນນີ້, ມີໃຜໄດ້ກັບໄປອ່ານລາຍລະອຽດຂອງເລື່ອງລາວເຫຼົ່ານີ້ໃນພຣະຄຳພີບໍ? ພວກເຈົ້າຮູ້ສຶກຊາບຊຶ້ງບໍ ເມື່ອພວກເຈົ້າໄດ້ຍິນເລື່ອງລາວຂອງໂນອາ, ອັບຣາຮາມ ແລະ ໂຢບ? (ຊາບຊຶ້ງ). ພວກເຈົ້າຊື່ນຊົມສາມຄົນນີ້ບໍ? (ຊື່ນຊົມ). ພວກເຈົ້າຢາກເປັນຄືກັບພວກເຂົາບໍ? (ຢາກເປັນ). ສະນັ້ນ, ພວກເຈົ້າໄດ້ຈັດການໂອ້ລົມຢ່າງລະອຽດກ່ຽວກັບເລື່ອງລາວຂອງພວກເຂົາ ແລະ ກ່ຽວກັບແກ່ນແທ້ຂອງພຶດຕິກຳຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ພ້ອມທັງຄວາມສັດທາ ແລະ ການອ່ອນນ້ອມຂອງພວກເຂົາບໍ? ຜູ້ທີ່ປາຖະໜາຢາກເປັນຄືກັບຄົນປະເພດນີ້ຄວນເລີ່ມຕົ້ນຈາກບ່ອນໃດ? ເຮົາໄດ້ອ່ານເລື່ອງລາວຂອງໂຢບເປັນຄັ້ງທຳອິດເມື່ອດົນນານມາແລ້ວ ແລະ ເຮົາກໍມີຄວາມເຂົ້າໃຈບາງຢ່າງກ່ຽວກັບເລື່ອງລາວຂອງໂນອາ ແລະ ອັບຣາຮາມເຊັ່ນກັນ. ແຕ່ລະຄັ້ງທີ່ເຮົາອ່ານ ແລະ ຄິດໃນຫົວໃຈຂອງເຮົາກ່ຽວກັບສິ່ງທີ່ຊາຍສາມຄົນນີ້ໄດ້ສະແດງອອກ, ສິ່ງທີ່ພຣະເຈົ້າໄດ້ກ່າວ ແລະ ເຮັດຕໍ່ພວກເຂົາ ແລະ ທັດສະນະຄະຕິຕ່າງໆຂອງພວກເຂົາ, ເຮົາຮູ້ສຶກຄືກັບວ່າເຮົາກຳລັງຈະຮ້ອງໄຫ້, ເຮົາຮູ້ສຶກຊາບຊຶ້ງ. ສະນັ້ນ ມີຫຍັງແດ່ທີ່ເຮັດໃຫ້ພວກເຈົ້າຊາບຊຶ້ງ ເມື່ອພວກເຈົ້າໄດ້ອ່ານເລື່ອງລາວເຫຼົ່ານັ້ນ? (ຫຼັງຈາກທີ່ໄດ້ຟັງການໂອ້ລົມຂອງພຣະເຈົ້າ, ໃນທີ່ສຸດຂ້ານ້ອຍກໍໄດ້ຮູ້ວ່າ ເມື່ອໂຢບກຳລັງຜ່ານການທົດສອບຂອງລາວ, ລາວຄິດວ່າພຣະເຈົ້າກຳລັງທົນທຸກເພື່ອລາວ ແລະ ເນື່ອງຈາກລາວບໍ່ຕ້ອງການໃຫ້ພຣະເຈົ້າທົນທຸກ, ລາວຈຶ່ງສາບແຊ່ງມື້ທີ່ລາວເກີດ. ທຸກໆຄັ້ງທີ່ຂ້ານ້ອຍອ່ານເລື່ອງນີ້, ຂ້ານ້ອຍຮູ້ສຶກວ່າໂຢບຄຳນຶງເຖິງເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ ແລະ ຂ້ານ້ອຍກໍຮູ້ສຶກຊາບຊຶ້ງຫຼາຍ). ມີຫຍັງອີກບໍ? (ໂນອາໄດ້ຜ່ານຄວາມຍາກລຳບາກຫຼາຍຢ່າງໃນເວລາສ້າງເຮືອໃຫຍ່, ແຕ່ລາວກໍຍັງສາມາດສະແດງການຄຳນຶງເຖິງເຈດຕະນາຂອງພຣະເຈົ້າໄດ້. ອັບຣາຮາມໄດ້ຮັບລູກຊາຍເມື່ອອາຍຸ 100 ປີ ແລະ ເຕັມໄປດ້ວຍຄວາມປິຕິຍິນດີ, ແຕ່ເມື່ອພຣະເຈົ້າຂໍໃຫ້ລາວຖວາຍລູກຊາຍຂອງລາວ, ລາວສາມາດເຊື່ອຟັງ ແລະ ອ່ອນນ້ອມໄດ້, ແຕ່ພວກເຮົາບໍ່ສາມາດເຮັດແບບນັ້ນໄດ້. ພວກເຮົາບໍ່ມີຄວາມເປັນມະນຸດ, ສະຕິຮູ້ສຶກຜິດຊອບ ຫຼື ຄວາມສຳນຶກຂອງໂນອາ ຫຼື ອັບຣາຮາມ. ຂ້ານ້ອຍເຕັມໄປດ້ວຍຄວາມຊື່ນຊົມເມື່ອຂ້ານ້ອຍອ່ານເລື່ອງລາວຂອງພວກເຂົາ ແລະ ພວກເຂົາກໍເປັນຕົ້ນແບບໃຫ້ພວກເຮົາປະຕິບັດຕາມ). (ຄັ້ງທີ່ແລ້ວທີ່ພຣະອົງໄດ້ໂອ້ລົມ, ພຣະອົງໄດ້ກ່າວເຖິງວ່າໂນອາສາມາດຍຶດໝັ້ນເປັນເວລາ 120 ປີໃນການສ້າງເຮືອໃຫຍ່ ແລະ ລາວໄດ້ເຮັດສິ່ງທີ່ພຣະເຈົ້າສັ່ງໃຫ້ລາວເຮັດໃຫ້ສຳເລັດຢ່າງສົມບູນແບບ ແລະ ບໍ່ໄດ້ເຮັດໃຫ້ພຣະເຈົ້າຜິດຫວັງ. ເມື່ອປຽບທຽບສິ່ງນີ້ກັບທັດສະນະຄະຕິຂອງຂ້ານ້ອຍທີ່ມີຕໍ່ໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍເຫັນວ່າຂ້ານ້ອຍບໍ່ມີຄວາມພາກພຽນເລີຍ. ສິ່ງນີ້ເຮັດໃຫ້ຂ້ານ້ອຍຮູ້ສຶກຜິດ ພ້ອມທັງຮູ້ສຶກຊາບຊຶ້ງ). ພວກເຈົ້າທຸກຄົນລ້ວນແຕ່ຮູ້ສຶກຊາບຊຶ້ງ, ແມ່ນບໍ? (ແມ່ນແລ້ວ). ພວກເຮົາຈະຍັງບໍ່ໂອ້ລົມກ່ຽວກັບຫົວຂໍ້ນີ້ໃນຕອນນີ້; ພວກເຮົາຈະສົນທະນາທັງໝົດນີ້ຫຼັງຈາກທີ່ພວກເຮົາໂອ້ລົມເລື່ອງລາວຂອງໂນອາ ແລະ ອັບຣາຮາມຈົບແລ້ວ. ເຮົາຈະບອກພວກເຈົ້າວ່າສ່ວນໃດທີ່ເຮັດໃຫ້ເຮົາຊາບຊຶ້ງ ແລະ ພວກເຮົາຈະມາເບິ່ງກັນວ່າມັນເປັນສ່ວນດຽວກັນກັບທີ່ເຮັດໃຫ້ພວກເຈົ້າຊາບຊຶ້ງ ຫຼື ບໍ່.
ພວກເຮົາຫາກໍໂອ້ລົມກ່ຽວກັບຄວາມສັດທາທີ່ແທ້ຈິງຂອງໂນອາໃນພຣະເຈົ້າ. ຄວາມຈິງທີ່ປະຈັກແຈ້ງໃນການສ້າງເຮືອໃຫຍ່ຂອງລາວນັ້ນພຽງພໍທີ່ຈະສະແດງໃຫ້ເຫັນເຖິງຄວາມສັດທາທີ່ແທ້ຈິງຂອງລາວ. ຄວາມສັດທາທີ່ແທ້ຈິງຂອງໂນອາໄດ້ຖືກສະແດງອອກໃນທຸກການກະທຳຂອງລາວ, ໃນທຸກຄວາມຄິດ ແລະ ແນວຄວາມຄິດຂອງລາວ ແລະ ໃນທັດສະນະຄະຕິທີ່ລາວປະຕິບັດຕໍ່ສິ່ງທີ່ພຣະເຈົ້າໄດ້ສັ່ງລາວ. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນເຖິງຄວາມສັດທາທີ່ແທ້ຈິງຂອງໂນອາໃນພຣະເຈົ້າ, ເຊິ່ງເປັນຄວາມສັດທາທີ່ປາສະຈາກຄວາມສົງໄສທັງປວງ ແລະ ປາສະຈາກການປອມແປງ. ບໍ່ວ່າສິ່ງທີ່ພຣະເຈົ້າຂໍໃຫ້ລາວເຮັດຈະສອດຄ່ອງກັບແນວຄິດຂອງລາວເອງ ຫຼື ບໍ່, ບໍ່ວ່າມັນຈະເປັນສິ່ງທີ່ລາວໄດ້ວາງແຜນທີ່ຈະເຮັດໃນຊີວິດ ຫຼື ບໍ່ ແລະ ບໍ່ວ່າມັນຈະຂັດແຍ້ງກັບສິ່ງຕ່າງໆໃນຊີວິດຂອງລາວແນວໃດກໍຕາມ, ຍັງບໍ່ຕ້ອງເວົ້າເຖິງວ່າໜ້າວຽກນີ້ຈະຍາກລຳບາກສໍ່າໃດ, ລາວມີພຽງທັດສະນະຄະຕິດຽວເທົ່ານັ້ນຄື: ການຍອມຮັບ, ການອ່ອນນ້ອມ ແລະ ການຈັດຕັ້ງປະຕິບັດ. ໃນທີ່ສຸດແລ້ວ, ຄວາມຈິງກໍສະແດງໃຫ້ເຫັນວ່າ ເຮືອໃຫຍ່ທີ່ໂນອາສ້າງນັ້ນໄດ້ຊ່ວຍສິ່ງທີ່ມີຊີວິດແຕ່ລະສາຍພັນ ພ້ອມທັງຄອບຄົວຂອງໂນອາເອງໃຫ້ລອດພົ້ນ. ເມື່ອພຣະເຈົ້າເຮັດໃຫ້ນໍ້າຖ້ວມ ແລະ ເລີ່ມທຳລາຍມະນຸດຊາດ, ເຮືອໃຫຍ່ກໍໄດ້ບັນທຸກຄອບຄົວຂອງໂນອາ ແລະ ສິ່ງທີ່ມີຊີວິດຊະນິດຕ່າງໆ ໂດຍລອຍຢູ່ເທິງໜ້ານໍ້າ. ພຣະເຈົ້າໄດ້ທຳລາຍແຜ່ນດິນໂລກໂດຍການສົ່ງນໍ້າຖ້ວມຄັ້ງໃຫຍ່ເປັນເວລາສີ່ສິບມື້ ແລະ ມີພຽງຄອບຄົວຂອງໂນອາທີ່ມີແປດຄົນ ແລະ ສິ່ງທີ່ມີຊີວິດຊະນິດຕ່າງໆທີ່ເຂົ້າໄປໃນເຮືອໃຫຍ່ເທົ່ານັ້ນທີ່ຢູ່ລອດ, ສ່ວນຄົນອື່ນໆ ແລະ ສິ່ງທີ່ມີຊີວິດອື່ນໆທັງໝົດລ້ວນແຕ່ຖືກທຳລາຍ. ສາມາດເຫັນຫຍັງແດ່ຈາກຄວາມຈິງເຫຼົ່ານີ້? ເພາະວ່າໂນອາມີຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າ, ຜ່ານການຮ່ວມມືທີ່ແທ້ຈິງຂອງໂນອາກັບພຣະເຈົ້າ, ສິ່ງທີ່ພຣະເຈົ້າປາຖະໜາທີ່ຈະເຮັດກໍບັນລຸຜົນ; ມັນໄດ້ກາຍເປັນຄວາມເປັນຈິງ. ນີ້ຄືສິ່ງທີ່ພຣະເຈົ້າພໍໃຈໃນຕົວໂນອາ ແລະ ໂນອາກໍບໍ່ໄດ້ເຮັດໃຫ້ພຣະເຈົ້າຜິດຫວັງ; ລາວໄດ້ເຮັດຕາມພຣະບັນຊາອັນສຳຄັນທີ່ພຣະເຈົ້າໄດ້ປະທານໃຫ້ລາວ ແລະ ເຮັດທຸກສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ລາວໄດ້ສຳເລັດ. ການທີ່ໂນອາສາມາດເຮັດພຣະບັນຊາຂອງພຣະເຈົ້າໃຫ້ສຳເລັດໄດ້ນັ້ນ, ໃນດ້ານໜຶ່ງແມ່ນຍ້ອນຄຳສັ່ງຂອງພຣະເຈົ້າ ແລະ ໃນເວລາດຽວກັນ ມັນກໍເປັນຍ້ອນຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມຢ່າງເດັດຂາດຂອງໂນອາຕໍ່ພຣະເຈົ້າເປັນສ່ວນໃຫຍ່. ມັນເປັນເພາະວ່າໂນອາມີສອງສິ່ງທີ່ມີຄ່າທີ່ສຸດນີ້ຢ່າງແນ່ນອນ ທີ່ເຮັດໃຫ້ລາວກາຍເປັນທີ່ຮັກຂອງພຣະເຈົ້າ; ແລະ ມັນກໍເປັນເພາະວ່າໂນອາມີຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມຢ່າງເດັດຂາດຢ່າງແນ່ນອນ ທີ່ພຣະເຈົ້າເຫັນວ່າລາວເປັນຄົນທີ່ຄວນຍັງຄົງຢູ່ ແລະ ເປັນຄົນທີ່ຄູ່ຄວນແກ່ການຢູ່ລອດ. ທຸກຄົນນອກຈາກໂນອາລ້ວນແຕ່ເປັນເປົ້າໝາຍແຫ່ງຄວາມກຽດຊັງຂອງພຣະເຈົ້າ, ເຊິ່ງຄວາມໝາຍແຝງກໍຄື ພວກເຂົາທຸກຄົນບໍ່ຄູ່ຄວນທີ່ຈະດຳລົງຊີວິດຢູ່ທ່າມກາງສິ່ງທີ່ພຣະເຈົ້າສ້າງ. ສິ່ງໃດແດ່ທີ່ພວກເຮົາຄວນເຫັນຈາກການສ້າງເຮືອໃຫຍ່ຂອງໂນອາ? ຢ່າງໜຶ່ງກໍຄື ພວກເຮົາໄດ້ເຫັນລັກສະນະທີ່ສູງສົ່ງຂອງໂນອາ; ໂນອາມີສະຕິຮູ້ສຶກຜິດຊອບ ແລະ ຄວາມສຳນຶກ. ອີກຢ່າງໜຶ່ງກໍຄື ພວກເຮົາໄດ້ເຫັນຄວາມສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມທີ່ແທ້ຈິງຂອງໂນອາຕໍ່ພຣະເຈົ້າ. ທັງໝົດນີ້ລ້ວນແຕ່ສົມຄວນແກ່ການເອົາເປັນແບບຢ່າງ. ມັນເປັນເພາະຄວາມສັດທາ ແລະ ການອ່ອນນ້ອມຂອງໂນອາຕໍ່ພຣະບັນຊາຂອງພຣະເຈົ້າຢ່າງແນ່ນອນ ທີ່ເຮັດໃຫ້ໂນອາກາຍເປັນທີ່ຮັກໃນສາຍຕາຂອງພຣະເຈົ້າ, ເປັນສິ່ງທີ່ຖືກສ້າງທີ່ເປັນທີ່ຮັກຂອງພຣະເຈົ້າ, ເຊິ່ງເປັນສິ່ງທີ່ໂຊກດີ ແລະ ໄດ້ຮັບພອນ. ມີພຽງຄົນເຊັ່ນນີ້ເທົ່ານັ້ນທີ່ເໝາະສົມທີ່ຈະດຳລົງຊີວິດໃນແສງສະຫວ່າງຢູ່ຕໍ່ໜ້າພຣະເຈົ້າ; ໃນສາຍຕາຂອງພຣະເຈົ້າ, ມີພຽງພວກເຂົາເທົ່ານັ້ນທີ່ເໝາະສົມທີ່ຈະມີຊີວິດຢູ່. ຄົນທີ່ເໝາະສົມທີ່ຈະມີຊີວິດຢູ່: ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍເຖິງຜູ້ທີ່ຄູ່ຄວນແກ່ການເພີດເພີນກັບທຸກສິ່ງທີ່ສາມາດເພີດເພີນໄດ້ ເຊິ່ງພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດ, ຄູ່ຄວນແກ່ການດຳລົງຊີວິດໃນແສງສະຫວ່າງຢູ່ຕໍ່ໜ້າພຣະເຈົ້າ, ຄູ່ຄວນແກ່ການໄດ້ຮັບພອນ ແລະ ຄຳສັນຍາຂອງພຣະເຈົ້າ; ຄົນແບບນີ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຂົາເປັນມະນຸດທີ່ຖືກສ້າງຢ່າງແທ້ຈິງ ແລະ ເປັນຜູ້ທີ່ພຣະເຈົ້າປາຖະໜາທີ່ຈະຮັບເອົາ.
II. ທັດສະນະຄະຕິຂອງອັບຣາຮາມຕໍ່ພຣະທຳຂອງພຣະເຈົ້າ
ຕອນນີ້ ພວກເຮົາມາເບິ່ງສິ່ງຕ່າງໆໃນຕົວອັບຣາຮາມທີ່ຄູ່ຄວນໃຫ້ຄົນຮຸ່ນຫຼັງເອົາເປັນແບບຢ່າງກັນເທາະ. ການກະທຳຫຼັກຂອງອັບຣາຮາມຕໍ່ໜ້າພຣະເຈົ້າແມ່ນສິ່ງທີ່ຄົນຮຸ່ນຫຼັງຄຸ້ນເຄີຍຫຼາຍ ແລະ ຮູ້ຈັກເປັນຢ່າງດີ: ການຖວາຍອີຊາກ. ທຸກດ້ານຂອງສິ່ງທີ່ອັບຣາຮາມໄດ້ສະແດງອອກໃນເລື່ອງນີ້ ບໍ່ວ່າຈະເປັນລັກສະນະຂອງລາວ, ສັດທາຂອງລາວ ຫຼື ການອ່ອນນ້ອມຂອງລາວ ລ້ວນແຕ່ສົມຄວນໃຫ້ຄົນຮຸ່ນຫຼັງເອົາເປັນແບບຢ່າງ. ແລ້ວແມ່ນຫຍັງກັນແທ້ຄືການສະແດງອອກສະເພາະທີ່ລາວມີ ເຊິ່ງສົມຄວນໃຫ້ເອົາເປັນແບບຢ່າງ? ແນ່ນອນວ່າ ສິ່ງຕ່າງໆເຫຼົ່ານີ້ທີ່ລາວໄດ້ສະແດງອອກນັ້ນບໍ່ໄດ້ຫວ່າງເປົ່າ ແລະ ພວກມັນຍິ່ງບໍ່ແມ່ນນາມມະທຳ ແລະ ພວກມັນແນ່ນອນວ່າບໍ່ໄດ້ຖືກປັ້ນແຕ່ງຂຶ້ນໂດຍຄົນໃດຄົນໜຶ່ງ, ມັນມີຫຼັກຖານສຳລັບສິ່ງທັງໝົດນີ້. ພຣະເຈົ້າໄດ້ປະທານບຸດຊາຍຄົນໜຶ່ງໃຫ້ແກ່ອັບຣາຮາມ; ພຣະເຈົ້າໄດ້ບອກເລື່ອງນີ້ແກ່ອັບຣາຮາມດ້ວຍພຣະອົງເອງ ແລະ ເມື່ອອັບຣາຮາມອາຍຸໄດ້ 100 ປີ, ບຸດຊາຍທີ່ຊື່ວ່າອີຊາກກໍໄດ້ເກີດມາກັບລາວ. ເຫັນໄດ້ຢ່າງຊັດເຈນວ່າ ຕົ້ນກຳເນີດຂອງເດັກນ້ອຍຄົນນີ້ບໍ່ທຳມະດາ, ລາວບໍ່ຄືກັບຄົນອື່ນ, ລາວຖືກປະທານໃຫ້ໂດຍພຣະເຈົ້າດ້ວຍພຣະອົງເອງ. ເມື່ອເດັກນ້ອຍຄົນໜຶ່ງຖືກປະທານໃຫ້ໂດຍພຣະເຈົ້າດ້ວຍພຣະອົງເອງ, ຜູ້ຄົນກໍຄິດວ່າພຣະເຈົ້າຈະຕ້ອງເຮັດບາງສິ່ງທີ່ຍິ່ງໃຫຍ່ໃນຕົວພວກເຂົາຢ່າງແນ່ນອນ, ພຣະເຈົ້າຈະຝາກຝັງບາງສິ່ງທີ່ຍິ່ງໃຫຍ່ໃຫ້ກັບພວກເຂົາ, ພຣະເຈົ້າຈະເຮັດການກະທຳທີ່ພິເສດຕໍ່ພວກເຂົາ, ພຣະອົງຈະເຮັດໃຫ້ເດັກນ້ອຍຄົນນີ້ພິເສດ ແລະ ອື່ນໆອີກ, ສິ່ງເຫຼົ່ານີ້ຄືສິ່ງທີ່ອັບຣາຮາມ ແລະ ຄົນອື່ນໆຕັ້ງຄວາມຫວັງໄວ້ຢ່າງສູງ. ແຕ່ເຖິງຢ່າງນັ້ນກໍຕາມ ສິ່ງຕ່າງໆກໍເປັນໄປໃນທາງທີ່ແຕກຕ່າງ ແລະ ມີບາງສິ່ງເກີດຂຶ້ນກັບອັບຣາຮາມເຊິ່ງບໍ່ມີໃຜຄາດຄິດມາກ່ອນ. ພຣະເຈົ້າໄດ້ປະທານອີຊາກໃຫ້ແກ່ອັບຣາຮາມ ແລະ ເມື່ອຮອດເວລາແຫ່ງການຖວາຍ, ພຣະເຈົ້າກໍກ່າວກັບອັບຣາຮາມວ່າ “ມື້ນີ້ເຈົ້າບໍ່ຈຳເປັນຕ້ອງຖວາຍສິ່ງໃດ, ພຽງແຕ່ອີຊາກກໍພຽງພໍແລ້ວ”. ສິ່ງນີ້ໝາຍຄວາມວ່າແນວໃດ? ພຣະເຈົ້າໄດ້ປະທານບຸດຊາຍຄົນໜຶ່ງໃຫ້ແກ່ອັບຣາຮາມ ແລະ ເມື່ອບຸດຊາຍຄົນນີ້ກຳລັງຈະໃຫຍ່ຂຶ້ນ, ພຣະເຈົ້າກໍຕ້ອງການເອົາລາວກັບຄືນໄປ. ມຸມມອງຂອງຄົນອື່ນຕໍ່ເລື່ອງນີ້ກໍຄື: “ພຣະອົງເປັນຜູ້ທີ່ໃຫ້ອີຊາກມາ. ຂ້ານ້ອຍບໍ່ໄດ້ເຊື່ອເລື່ອງນີ້, ແຕ່ພຣະອົງກໍຍັງຢືນຢັນທີ່ຈະໃຫ້ເດັກນ້ອຍຄົນນີ້. ຕອນນີ້ພຣະອົງກຳລັງຂໍໃຫ້ລາວຖືກຖວາຍເປັນເຄື່ອງບູຊາ. ນີ້ບໍ່ແມ່ນການທີ່ພຣະອົງເອົາລາວກັບຄືນໄປບໍ? ພຣະອົງຈະເອົາສິ່ງທີ່ພຣະອົງໄດ້ໃຫ້ແກ່ຜູ້ຄົນກັບຄືນໄປໄດ້ແນວໃດ? ຖ້າພຣະອົງຕ້ອງການເອົາລາວໄປ, ກໍເອົາລາວໄປ. ພຣະອົງພຽງແຕ່ສາມາດເອົາລາວກັບຄືນໄປຢ່າງງຽບໆ. ບໍ່ຈຳເປັນຕ້ອງນຳຄວາມເຈັບປວດ ແລະ ຄວາມຍາກລຳບາກແບບນີ້ມາໃຫ້ຂ້ານ້ອຍ. ພຣະອົງຈະຂໍໃຫ້ຂ້ານ້ອຍຖວາຍລາວດ້ວຍມືຂອງຂ້ານ້ອຍເອງໄດ້ແນວໃດ?” ນີ້ເປັນຂໍ້ຮຽກຮ້ອງທີ່ຍາກຫຼາຍບໍ? ມັນຍາກທີ່ສຸດ. ເມື່ອໄດ້ຍິນຂໍ້ຮຽກຮ້ອງນີ້, ບາງຄົນກໍຈະເວົ້າວ່າ “ນີ້ແມ່ນພຣະເຈົ້າແທ້ໆບໍ? ການກະທຳແບບນີ້ຊ່າງບໍ່ມີເຫດຜົນເລີຍ! ພຣະອົງເປັນຜູ້ທີ່ໃຫ້ອີຊາກມາ ແລະ ຕອນນີ້ພຣະອົງກໍກຳລັງຂໍລາວກັບຄືນໄປ. ພຣະອົງມີເຫດຜົນຢູ່ສະເໝີແທ້ໆບໍ? ທຸກສິ່ງທີ່ເຈົ້າເຮັດນັ້ນຖືກຕ້ອງສະເໝີບໍ? ບໍ່ສະເໝີໄປ. ຊີວິດຂອງຜູ້ຄົນຢູ່ໃນມືຂອງພຣະອົງ. ພຣະອົງເວົ້າວ່າພຣະອົງຈະໃຫ້ບຸດຊາຍຄົນໜຶ່ງແກ່ຂ້ານ້ອຍ ແລະ ພຣະອົງກໍເຮັດແບບນັ້ນແທ້ໆ; ພຣະອົງມີສິດອຳນາດນັ້ນ, ຄືກັນກັບທີ່ພຣະອົງມີສິດອຳນາດທີ່ຈະເອົາລາວກັບຄືນໄປ, ແຕ່ວິທີການທີ່ພຣະອົງເອົາລາວກັບຄືນໄປ ແລະ ເລື່ອງນີ້ມັນບໍ່ຄ່ອຍສົມເຫດສົມຜົນປານໃດແມ່ນບໍ? ພຣະອົງໄດ້ໃຫ້ເດັກນ້ອຍຄົນນີ້ມາ, ສະນັ້ນ ພຣະອົງກໍຄວນອະນຸຍາດໃຫ້ລາວໃຫຍ່ຂຶ້ນ, ເຮັດສິ່ງທີ່ຍິ່ງໃຫຍ່ ແລະ ເຫັນພອນຂອງພຣະອົງ. ພຣະອົງຈະຂໍໃຫ້ລາວຕາຍໄດ້ແນວໃດ? ແທນທີ່ຈະສັ່ງໃຫ້ລາວຕາຍ, ພຣະອົງບໍ່ໃຫ້ລາວແກ່ຂ້ານ້ອຍເລີຍກໍຍັງດີກວ່າ! ແລ້ວພຣະອົງໃຫ້ລາວແກ່ຂ້ານ້ອຍເຮັດຫຍັງ? ພຣະອົງໄດ້ໃຫ້ອີຊາກແກ່ຂ້ານ້ອຍ ແລະ ຕອນນີ້ພຣະອົງກຳລັງບອກໃຫ້ຂ້ານ້ອຍຖວາຍລາວ, ນີ້ບໍ່ແມ່ນການທີ່ພຣະອົງນຳຄວາມເຈັບປວດເພີ່ມເຕີມມາໃຫ້ຂ້ານ້ອຍບໍ? ພຣະອົງບໍ່ໄດ້ກຳລັງເຮັດໃຫ້ສິ່ງຕ່າງໆຍາກສຳລັບຂ້ານ້ອຍບໍ? ແລ້ວຈຸດປະສົງທີ່ພຣະອົງໃຫ້ບຸດຊາຍຄົນນີ້ແກ່ຂ້ານ້ອຍຕັ້ງແຕ່ທຳອິດແມ່ນຫຍັງກັນແທ້?” ພວກເຂົາບໍ່ສາມາດເຂົ້າໃຈເຫດຜົນທີ່ຢູ່ເບື້ອງຫຼັງຂໍ້ຮຽກຮ້ອງນີ້ໄດ້, ບໍ່ວ່າພວກເຂົາຈະພະຍາຍາມຫຼາຍສໍ່າໃດກໍຕາມ; ບໍ່ວ່າພວກເຂົາຈະເວົ້າແນວໃດກໍຕາມ, ມັນກໍຟັງເບິ່ງຄືວ່າບໍ່ມີເຫດຜົນສຳລັບພວກເຂົາ ແລະ ບໍ່ມີໃຜສາມາດເຂົ້າໃຈມັນໄດ້. ແຕ່ພຣະເຈົ້າໄດ້ບອກເຫດຜົນທີ່ຢູ່ເບື້ອງຫຼັງເລື່ອງນີ້ແກ່ອັບຣາຮາມບໍ? ພຣະອົງໄດ້ບອກລາວເຖິງເຫດຜົນສຳລັບເລື່ອງນີ້ ແລະ ບອກວ່າເຈດຕະນາຂອງພຣະອົງແມ່ນຫຍັງບໍ? ພຣະອົງໄດ້ບອກບໍ? ບໍ່. ພຣະເຈົ້າພຽງແຕ່ກ່າວວ່າ “ໃນລະຫວ່າງການຖວາຍບູຊາມື້ອື່ນ, ຈົ່ງຖວາຍອີຊາກ”, ນັ້ນຄືທັງໝົດ. ພຣະເຈົ້າໄດ້ໃຫ້ຄຳອະທິບາຍບໍ? (ບໍ່). ແລ້ວທຳມະຊາດຂອງພຣະທຳເຫຼົ່ານີ້ແມ່ນຫຍັງ? ເມື່ອເບິ່ງໃນແງ່ຂອງຕົວຕົນຂອງພຣະເຈົ້າ, ພຣະທຳເຫຼົ່ານີ້ເປັນຄຳສັ່ງ, ເປັນສິ່ງທີ່ຄວນຖືກປະຕິບັດຕາມ, ຄວນຖືກເຊື່ອຟັງ ແລະ ອ່ອນນ້ອມ. ແຕ່ເມື່ອເບິ່ງໃນແງ່ຂອງສິ່ງທີ່ພຣະເຈົ້າກ່າວ ແລະ ຕົວເລື່ອງນັ້ນເອງ, ມັນຈະບໍ່ຍາກບໍທີ່ຜູ້ຄົນຈະເຮັດໃນສິ່ງທີ່ພວກເຂົາຄວນເຮັດ? ຜູ້ຄົນຄິດວ່າສິ່ງທີ່ຄວນເຮັດນັ້ນຕ້ອງສົມເຫດສົມຜົນ ແລະ ສອດຄ່ອງກັບຄວາມຮູ້ສຶກຂອງມະນຸດ ແລະ ຫຼັກເຫດຜົນຂອງມະນຸດທົ່ວໄປ, ແຕ່ມີສິ່ງໃດແດ່ໃນນີ້ທີ່ສອດຄ່ອງກັບສິ່ງທີ່ພຣະເຈົ້າກ່າວ? (ບໍ່ມີ). ສະນັ້ນ ພຣະເຈົ້າຄວນໃຫ້ຄຳອະທິບາຍ ແລະ ສະແດງຄວາມຄິດ ແລະ ຄວາມໝາຍຂອງພຣະອົງ ຫຼື ເປີດເຜີຍສິ່ງທີ່ພຣະອົງໝາຍເຖິງ ແມ່ນແຕ່ພຽງເລັກນ້ອຍທີ່ແຝງຢູ່ໃນພຣະທຳຂອງພຣະອົງ ເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈໄດ້ບໍ? ພຣະເຈົ້າໄດ້ເຮັດສິ່ງເຫຼົ່ານີ້ບໍ? ພຣະອົງບໍ່ໄດ້ເຮັດ ແລະ ພຣະອົງກໍບໍ່ໄດ້ວາງແຜນທີ່ຈະເຮັດ. ພຣະທຳເຫຼົ່ານີ້ປະກອບດ້ວຍສິ່ງທີ່ພຣະຜູ້ສ້າງຮຽກຮ້ອງ, ສິ່ງທີ່ພຣະອົງສັ່ງ ແລະ ສິ່ງທີ່ພຣະອົງຄາດຫວັງຈາກມະນຸດ. ພຣະທຳທີ່ຮຽບງ່າຍຫຼາຍເຫຼົ່ານີ້, ພຣະທຳທີ່ບໍ່ມີເຫດຜົນເຫຼົ່ານີ້, ຄຳສັ່ງ ແລະ ຂໍ້ຮຽກຮ້ອງທີ່ຂາດການຄຳນຶງເຖິງຄວາມຮູ້ສຶກຂອງຜູ້ຄົນນີ້, ຈະຖືກຄົນອື່ນ ຫຼື ບຸກຄົນໃດກໍຕາມທີ່ເຫັນເຫດການນີ້ ເບິ່ງວ່າເປັນສິ່ງທີ່ຍາກ, ລຳບາກ ແລະ ບໍ່ມີເຫດຜົນເທົ່ານັ້ນ. ແຕ່ສຳລັບອັບຣາຮາມ ເຊິ່ງເປັນຜູ້ທີ່ກ່ຽວຂ້ອງຢ່າງແທ້ຈິງ, ຄວາມຮູ້ສຶກທຳອິດຂອງລາວຫຼັງຈາກທີ່ໄດ້ຍິນສິ່ງນີ້ກໍຄືຄວາມເຈັບປວດທີ່ທໍລະມານຫົວໃຈ! ລາວໄດ້ຮັບເດັກນ້ອຍຄົນນີ້ທີ່ພຣະເຈົ້າປະທານໃຫ້, ລາວໄດ້ໃຊ້ເວລາຫຼາຍປີໃນການລ້ຽງດູລາວ ແລະ ເພີດເພີນກັບຄວາມສຸກໃນຄອບຄົວຕະຫຼອດຫຼາຍປີເຫຼົ່ານັ້ນ, ແຕ່ດ້ວຍພຣະທຳພຽງປະໂຫຍກດຽວ, ຄຳສັ່ງດຽວຈາກພຣະເຈົ້າ, ຄວາມສຸກນີ້, ມະນຸດທີ່ມີຊີວິດຄົນນີ້ ກໍຈະຫາຍໄປ ແລະ ຖືກເອົາໄປ. ສິ່ງທີ່ອັບຣາຮາມປະເຊີນນັ້ນບໍ່ພຽງແຕ່ເປັນການສູນເສຍຄວາມສຸກໃນຄອບຄົວນີ້ເທົ່ານັ້ນ, ແຕ່ຍັງເປັນຄວາມເຈັບປວດແຫ່ງຄວາມໂດດດ່ຽວ ແລະ ຄວາມຄິດຮອດຕະຫຼອດໄປ ຫຼັງຈາກທີ່ສູນເສຍເດັກນ້ອຍຄົນນີ້ໄປ. ສຳລັບຊາຍເຖົ້າຄົນໜຶ່ງ, ນີ້ຄືສິ່ງທີ່ບໍ່ສາມາດແບກຮັບໄດ້. ຫຼັງຈາກທີ່ໄດ້ຍິນພຣະທຳດັ່ງກ່າວ, ຄົນສາມັນທົ່ວໄປກໍຄົງຈະຮ້ອງໄຫ້ນໍ້າຕາໄຫຼເປັນສາຍນໍ້າ, ບໍ່ແມ່ນບໍ? ຍິ່ງໄປກວ່ານັ້ນ, ໃນໃຈຂອງພວກເຂົາ ພວກເຂົາກໍຈະສາບແຊ່ງພຣະເຈົ້າ, ຈົ່ມຕໍ່ວ່າພຣະເຈົ້າ, ເຂົ້າໃຈພຣະເຈົ້າຜິດ ແລະ ພະຍາຍາມໂຕ້ຖຽງກັບພຣະເຈົ້າ; ພວກເຂົາຈະສະແດງທຸກສິ່ງທີ່ພວກເຂົາສາມາດເຮັດໄດ້, ຄວາມສາມາດທັງໝົດຂອງພວກເຂົາ ແລະ ຄວາມກະບົດ, ຄວາມຫຍາບຄາຍ ແລະ ຄວາມບໍ່ມີເຫດຜົນທັງໝົດຂອງພວກເຂົາອອກມາ. ແຕ່ເຖິງຢ່າງນັ້ນກໍຕາມ, ເຖິງແມ່ນວ່າລາວຈະເຈັບປວດເທົ່າໆກັນ, ອັບຣາຮາມກໍບໍ່ໄດ້ເຮັດແບບນີ້. ເຊັ່ນດຽວກັບຄົນປົກກະຕິ, ລາວຮູ້ສຶກເຖິງຄວາມເຈັບປວດນັ້ນໃນທັນທີ, ລາວປະສົບກັບຄວາມຮູ້ສຶກທີ່ຫົວໃຈຂອງລາວຖືກແທງໃນທັນທີ ແລະ ຮູ້ສຶກເຖິງຄວາມໂດດດ່ຽວຂອງການສູນເສຍບຸດຊາຍໃນທັນທີ. ພຣະທຳເຫຼົ່ານີ້ຂອງພຣະເຈົ້າບໍ່ໄດ້ຄຳນຶງເຖິງຄວາມຮູ້ສຶກຂອງມະນຸດ, ເປັນສິ່ງທີ່ຜູ້ຄົນບໍ່ສາມາດຈິນຕະນາການໄດ້ ແລະ ບໍ່ເຂົ້າກັບຄວາມຄິດຫຼົງຜິດຂອງຜູ້ຄົນ, ພຣະທຳເຫຼົ່ານີ້ບໍ່ໄດ້ຖືກກ່າວອອກມາຈາກມຸມມອງຂອງຄວາມຮູ້ສຶກຂອງມະນຸດ; ພຣະທຳເຫຼົ່ານີ້ບໍ່ໄດ້ຄຳນຶງເຖິງຄວາມຫຍຸ້ງຍາກຂອງມະນຸດ ຫຼື ຄວາມຕ້ອງການທາງດ້ານຄວາມຮູ້ສຶກຂອງມະນຸດ ແລະ ແນ່ນອນວ່າພຣະທຳເຫຼົ່ານີ້ບໍ່ໄດ້ຄຳນຶງເຖິງຄວາມເຈັບປວດຂອງມະນຸດ. ພຣະເຈົ້າໄດ້ກ່າວພຣະທຳເຫຼົ່ານີ້ໃສ່ອັບຣາຮາມຢ່າງເຢັນຊາ, ພຣະເຈົ້າໄດ້ສົນໃຈບໍວ່າພຣະທຳເຫຼົ່ານີ້ເຮັດໃຫ້ລາວເຈັບປວດຫຼາຍສໍ່າໃດ? ພາຍນອກແລ້ວ ພຣະເຈົ້າເບິ່ງຄືວ່າທັງບໍ່ສົນໃຈ ແລະ ບໍ່ໃສ່ໃຈ; ທຸກສິ່ງທີ່ລາວໄດ້ຍິນກໍຄືຄຳສັ່ງຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະອົງ. ສຳລັບທຸກຄົນແລ້ວ ຂໍ້ຮຽກຮ້ອງນີ້ເບິ່ງຄືວ່າບໍ່ສອດຄ່ອງກັບວັດທະນະທຳ, ຮີດຄອງປະເພນີ, ຫຼັກເຫດຜົນຂອງມະນຸດ, ແມ່ນແຕ່ສິນທຳ ແລະ ຈັນຍາບັນຂອງມະນຸດ; ມັນໄດ້ຂ້າມເສັ້ນທາງສິນທຳ ແລະ ຈັນຍາບັນ ແລະ ໄດ້ຂັດກັບບັນທັດຖານທາງສັງຄົມ ແລະ ກົດລະບຽບໃນການປະຕິບັດຕໍ່ຜູ້ຄົນຂອງມະນຸດ ພ້ອມທັງຄວາມຮູ້ສຶກຂອງມະນຸດ. ເຖິງກັບມີບາງຄົນທີ່ເຊື່ອວ່າ “ພຣະທຳເຫຼົ່ານີ້ບໍ່ພຽງແຕ່ບໍ່ມີເຫດຜົນ ແລະ ຜິດສິນທຳເທົ່ານັ້ນ, ຍິ່ງໄປກວ່ານັ້ນ ພວກມັນຍັງເປັນພຽງການສ້າງບັນຫາໂດຍບໍ່ມີເຫດຜົນທີ່ດີອີກດ້ວຍ! ພຣະທຳເຫຼົ່ານີ້ຈະຖືກກ່າວອອກມາໂດຍພຣະເຈົ້າໄດ້ແນວໃດ? ພຣະທຳຂອງພຣະເຈົ້າຄວນສົມເຫດສົມຜົນ ແລະ ຍຸຕິທຳ ແລະ ຄວນເຮັດໃຫ້ມະນຸດເຊື່ອໝັ້ນຢ່າງສິ້ນເຊີງ; ພວກມັນບໍ່ຄວນສ້າງບັນຫາໂດຍບໍ່ມີເຫດຜົນທີ່ດີ ແລະ ພວກມັນບໍ່ຄວນຜິດຈັນຍາບັນ, ຜິດສິນທຳ ຫຼື ບໍ່ມີເຫດຜົນ. ພຣະທຳເຫຼົ່ານີ້ຖືກກ່າວອອກມາໂດຍພຣະຜູ້ສ້າງແທ້ໆບໍ? ພຣະຜູ້ສ້າງສາມາດກ່າວສິ່ງດັ່ງກ່າວໄດ້ບໍ? ພຣະຜູ້ສ້າງສາມາດປະຕິບັດຕໍ່ຜູ້ຄົນທີ່ພຣະອົງຊົງສ້າງມາແບບນີ້ໄດ້ບໍ? ບໍ່ມີທາງທີ່ຈະເປັນແນວນັ້ນ”. ແຕ່ເຖິງຢ່າງນັ້ນກໍຕາມ ພຣະທຳເຫຼົ່ານີ້ກໍອອກມາຈາກພຣະໂອດຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອຕັດສິນຈາກທັດສະນະຄະຕິຂອງພຣະເຈົ້າ ແລະ ຈາກນໍ້າສຽງໃນພຣະທຳຂອງພຣະອົງແລ້ວ, ພຣະເຈົ້າໄດ້ຕັດສິນໃຈແລ້ວວ່າພຣະອົງຕ້ອງການຫຍັງ ແລະ ບໍ່ມີຊ່ອງຫວ່າງສຳລັບການສົນທະນາ ແລະ ຜູ້ຄົນກໍບໍ່ມີສິດທີ່ຈະເລືອກ; ພຣະອົງບໍ່ໄດ້ໃຫ້ສິດແກ່ມະນຸດໃນການເລືອກ. ພຣະທຳຂອງພຣະເຈົ້າເປັນຂໍ້ຮຽກຮ້ອງ, ພວກມັນເປັນຄຳສັ່ງທີ່ພຣະອົງໄດ້ອອກໃຫ້ແກ່ມະນຸດ. ສຳລັບອັບຣາຮາມແລ້ວ ພຣະທຳເຫຼົ່ານີ້ຂອງພຣະເຈົ້າບໍ່ສາມາດປະນີປະນອມໄດ້ ແລະ ບໍ່ສາມາດຕັ້ງຄຳຖາມໄດ້; ພວກມັນເປັນຂໍ້ຮຽກຮ້ອງທີ່ບໍ່ສາມາດປະນີປະນອມໄດ້ເຊິ່ງພຣະເຈົ້າກຳລັງຮຽກຮ້ອງຈາກລາວ ແລະ ບໍ່ສາມາດນຳມາສົນທະນາໄດ້. ແລ້ວອັບຣາຮາມໄດ້ເລືອກຫຍັງ? ນີ້ຄືຈຸດສຳຄັນທີ່ພວກເຮົາຈະໂອ້ລົມກັນ.
ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ, ອັບຣາຮາມກໍໄດ້ເລີ່ມການກຽມຕົວຂອງລາວ, ຮູ້ສຶກທຸກທໍລະມານ ແລະ ຄືກັບວ່າມີນໍ້າໜັກອັນມະຫາສານກຳລັງກົດທັບລາວຢູ່. ລາວໄດ້ອະທິຖານຢ່າງງຽບໆໃນຫົວໃຈຂອງລາວວ່າ: “ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍ. ທຸກສິ່ງທີ່ພຣະອົງເຮັດນັ້ນສົມຄວນໄດ້ຮັບການສັນລະເສີນ; ບຸດຊາຍຄົນນີ້ຖືກປະທານໃຫ້ໂດຍພຣະອົງ ແລະ ຖ້າພຣະອົງປາຖະໜາທີ່ຈະເອົາລາວກັບຄືນໄປ, ແລ້ວຂ້ານ້ອຍກໍຄວນສົ່ງລາວຄືນ”. ອັບຣາຮາມອາດເຈັບປວດ, ແຕ່ທັດສະນະຄະຕິຂອງລາວບໍ່ໄດ້ຊັດເຈນບໍຈາກຄຳເວົ້າເຫຼົ່ານີ້? ຜູ້ຄົນສາມາດເຫັນຫຍັງໄດ້ຢູ່ບ່ອນນີ້? ພວກເຂົາສາມາດເຫັນຄວາມອ່ອນແອຂອງຄວາມເປັນມະນຸດທີ່ປົກກະຕິ, ຄວາມຕ້ອງການທາງດ້ານອາລົມຂອງຄວາມເປັນມະນຸດທີ່ປົກກະຕິ ພ້ອມທັງດ້ານທີ່ມີເຫດຜົນຂອງອັບຣາຮາມ ແລະ ດ້ານຂອງລາວທີ່ມີສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ. ດ້ານທີ່ມີເຫດຜົນຂອງລາວແມ່ນຫຍັງ? ອັບຣາຮາມຮູ້ດີວ່າອີຊາກຖືກປະທານໃຫ້ໂດຍພຣະເຈົ້າ, ພຣະເຈົ້າມີລິດອຳນາດທີ່ຈະປະຕິບັດຕໍ່ລາວແນວໃດກໍໄດ້ຕາມທີ່ພຣະອົງປາຖະໜາ, ຜູ້ຄົນບໍ່ຄວນຕັດສິນຫຍັງເລີຍຕໍ່ເລື່ອງນີ້, ທຸກສິ່ງທີ່ພຣະຜູ້ສ້າງກ່າວນັ້ນເປັນຕົວແທນຂອງພຣະຜູ້ສ້າງ ແລະ ບໍ່ວ່າມັນຈະເບິ່ງຄືວ່າສົມເຫດສົມຜົນສຳລັບມະນຸດ ຫຼື ບໍ່ກໍຕາມ, ບໍ່ວ່າມັນຈະສອດຄ່ອງກັບຄວາມຮູ້, ວັດທະນະທຳ ແລະ ສິນທຳຂອງມະນຸດ ຫຼື ບໍ່ກໍຕາມ, ຕົວຕົນຂອງພຣະເຈົ້າ ແລະ ທຳມະຊາດແຫ່ງພຣະທຳຂອງພຣະອົງກໍບໍ່ປ່ຽນແປງ. ລາວຮູ້ຢ່າງຊັດເຈນວ່າ ຖ້າຜູ້ຄົນບໍ່ສາມາດເຂົ້າໃຈ, ຈັບໃຈຄວາມ ຫຼື ຄິດຫາເຫດຜົນໃນພຣະທຳຂອງພຣະເຈົ້າໄດ້, ນັ້ນກໍເປັນເລື່ອງຂອງພວກເຂົາ, ບໍ່ມີເຫດຜົນໃດທີ່ພຣະເຈົ້າຕ້ອງອະທິບາຍ ຫຼື ຊີ້ແຈງພຣະທຳເຫຼົ່ານີ້ ແລະ ຜູ້ຄົນບໍ່ຄວນອ່ອນນ້ອມພຽງແຕ່ເມື່ອພວກເຂົາເຂົ້າໃຈພຣະທຳ ແລະ ເຈດຕະນາຂອງພຣະເຈົ້າເທົ່ານັ້ນ, ແຕ່ຄວນມີພຽງທັດສະນະຄະຕິດຽວຕໍ່ພຣະທຳຂອງພຣະເຈົ້າ ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ: ການຟັງ, ຈາກນັ້ນກໍຍອມຮັບ, ຈາກນັ້ນກໍອ່ອນນ້ອມ. ນີ້ຄືທັດສະນະຄະຕິທີ່ເຫັນໄດ້ຢ່າງຊັດເຈນຂອງອັບຣາຮາມຕໍ່ທຸກສິ່ງທີ່ພຣະເຈົ້າຂໍໃຫ້ລາວເຮັດ ແລະ ໃນນັ້ນປະກອບດ້ວຍຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ພ້ອມທັງສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມທີ່ແທ້ຈິງ. ເໜືອສິ່ງອື່ນໃດແລ້ວ ອັບຣາຮາມຈຳເປັນຕ້ອງເຮັດຫຍັງ? ຄືການບໍ່ວິເຄາະສິ່ງທີ່ຖືກ ແລະ ສິ່ງທີ່ຜິດໃນພຣະທຳຂອງພຣະເຈົ້າ, ບໍ່ກວດສອບວ່າພຣະທຳເຫຼົ່ານັ້ນຖືກກ່າວເປັນເລື່ອງຕະຫຼົກ ຫຼື ເພື່ອທົດສອບລາວ ຫຼື ເປັນສິ່ງອື່ນ. ອັບຣາຮາມບໍ່ໄດ້ກວດສອບສິ່ງດັ່ງກ່າວ. ແມ່ນຫຍັງຄືທັດສະນະຄະຕິຂອງລາວຕໍ່ພຣະທຳຂອງພຣະເຈົ້າໃນທັນທີ? ນັ້ນກໍຄື ພຣະທຳຂອງພຣະເຈົ້າບໍ່ສາມາດໃຊ້ເຫດຜົນດ້ວຍຕັກກະໄດ້, ບໍ່ວ່າພວກມັນຈະສົມເຫດສົມຜົນ ຫຼື ບໍ່ກໍຕາມ, ພຣະທຳຂອງພຣະເຈົ້າກໍຄືພຣະທຳຂອງພຣະເຈົ້າ ແລະ ບໍ່ຄວນມີຊ່ອງຫວ່າງສຳລັບການເລືອກ ແລະ ບໍ່ມີການກວດສອບໃນທັດສະນະຄະຕິຂອງຜູ້ຄົນຕໍ່ພຣະທຳຂອງພຣະເຈົ້າ; ເຫດຜົນທີ່ຜູ້ຄົນຄວນມີ ແລະ ສິ່ງທີ່ພວກເຂົາຄວນເຮັດກໍຄື ການຟັງ, ການຍອມຮັບ ແລະ ການອ່ອນນ້ອມ. ໃນໃຈຂອງລາວ ອັບຣາຮາມຮູ້ຢ່າງຊັດເຈນຫຼາຍວ່າຕົວຕົນ ແລະ ແກ່ນແທ້ຂອງພຣະຜູ້ສ້າງແມ່ນຫຍັງ ແລະ ຕຳແໜ່ງໃດທີ່ມະນຸດທີ່ຖືກສ້າງມາຄວນມີ. ມັນເປັນຍ້ອນວ່າອັບຣາຮາມມີຄວາມມີເຫດຜົນດັ່ງກ່າວ ແລະ ທັດສະນະຄະຕິປະເພດນີ້ຢ່າງແນ່ນອນ, ດັ່ງນັ້ນ ເຖິງແມ່ນວ່າລາວຈະແບກຮັບຄວາມເຈັບປວດອັນມະຫາສານ, ລາວກໍຍັງໄດ້ຖວາຍອີຊາກໃຫ້ແກ່ພຣະເຈົ້າໂດຍປາສະຈາກຄວາມກັງວົນ ຫຼື ຄວາມລັງເລໃດໆ, ໂດຍສົ່ງລາວຄືນໃຫ້ແກ່ພຣະເຈົ້າຕາມທີ່ພຣະອົງປາຖະໜາ. ລາວຮູ້ສຶກວ່າ ເນື່ອງຈາກພຣະເຈົ້າໄດ້ຮ້ອງຂໍ, ລາວກໍຕ້ອງສົ່ງອີຊາກຄືນໃຫ້ແກ່ພຣະອົງ ແລະ ບໍ່ຄວນພະຍາຍາມໂຕ້ຖຽງກັບພຣະອົງ ຫຼື ມີຄວາມປາຖະໜາ ຫຼື ຂໍ້ຮຽກຮ້ອງຂອງລາວເອງ. ນີ້ຄືທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນມີຕໍ່ພຣະຜູ້ສ້າງຢ່າງແນ່ນອນ. ສິ່ງທີ່ຍາກທີ່ສຸດກ່ຽວກັບການເຮັດສິ່ງນີ້ຄືສິ່ງທີ່ລໍ້າຄ່າທີ່ສຸດກ່ຽວກັບອັບຣາຮາມ. ພຣະທຳເຫຼົ່ານີ້ທີ່ພຣະເຈົ້າກ່າວນັ້ນບໍ່ມີເຫດຜົນ ແລະ ບໍ່ຄຳນຶງເຖິງຄວາມຮູ້ສຶກຂອງມະນຸດ, ຜູ້ຄົນບໍ່ສາມາດຮູ້ສາເຫດໃນພຣະທຳເຫຼົ່ານັ້ນ ຫຼື ຍອມຮັບພວກມັນໄດ້ ແລະ ບໍ່ວ່າຈະເປັນຍຸກສະໄໝໃດກໍຕາມ ຫຼື ເລື່ອງນີ້ເກີດຂຶ້ນກັບໃຜກໍຕາມ, ພຣະທຳເຫຼົ່ານີ້ກໍບໍ່ສົມເຫດສົມຜົນ, ພວກມັນບໍ່ສາມາດບັນລຸໄດ້, ແຕ່ພຣະເຈົ້າກໍຍັງຮ້ອງຂໍໃຫ້ເຮັດສິ່ງນີ້. ສະນັ້ນ ຄວນເຮັດແນວໃດ? ຄົນສ່ວນໃຫຍ່ຈະກວດສອບພຣະທຳເຫຼົ່ານີ້ ແລະ ຫຼັງຈາກທີ່ເຮັດເຊັ່ນນັ້ນເປັນເວລາຫຼາຍມື້, ພວກເຂົາກໍຈະຄິດກັບຕົນເອງວ່າ: “ພຣະທຳຂອງພຣະເຈົ້າບໍ່ມີເຫດຜົນ, ພຣະເຈົ້າຈະກະທຳການແບບນີ້ໄດ້ແນວໃດ? ນີ້ບໍ່ແມ່ນຮູບແບບໜຶ່ງຂອງການທໍລະມານບໍ? ພຣະເຈົ້າບໍ່ໄດ້ຮັກມະນຸດບໍ? ພຣະອົງຈະທໍລະມານຜູ້ຄົນແບບນີ້ໄດ້ແນວໃດ? ຂ້ອຍບໍ່ເຊື່ອໃນພຣະເຈົ້າທີ່ທໍລະມານຜູ້ຄົນແບບນີ້ ແລະ ຂ້ອຍສາມາດເລືອກທີ່ຈະບໍ່ອ່ອນນ້ອມຕໍ່ພຣະທຳເຫຼົ່ານີ້ໄດ້”. ແຕ່ອັບຣາຮາມບໍ່ໄດ້ເຮັດແບບນີ້; ລາວເລືອກທີ່ຈະອ່ອນນ້ອມ. ເຖິງແມ່ນວ່າທຸກຄົນຈະເຊື່ອວ່າສິ່ງທີ່ພຣະເຈົ້າກ່າວ ແລະ ຮຽກຮ້ອງນັ້ນຜິດ, ພຣະເຈົ້າບໍ່ຄວນສ້າງຂໍ້ຮຽກຮ້ອງດັ່ງກ່າວຕໍ່ຜູ້ຄົນ, ແຕ່ອັບຣາຮາມກໍສາມາດອ່ອນນ້ອມໄດ້ ເຊິ່ງເປັນສິ່ງທີ່ລໍ້າຄ່າທີ່ສຸດກ່ຽວກັບລາວ ແລະ ເປັນສິ່ງທີ່ຄົນອື່ນຂາດແຄນຢ່າງແນ່ນອນ. ນີ້ຄືການອ່ອນນ້ອມທີ່ແທ້ຈິງຂອງອັບຣາຮາມ. ນອກຈາກນີ້, ຫຼັງຈາກທີ່ໄດ້ຍິນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກລາວ, ສິ່ງທຳອິດທີ່ລາວແນ່ໃຈກໍຄື ພຣະເຈົ້າບໍ່ໄດ້ກ່າວສິ່ງນີ້ເປັນເລື່ອງຕະຫຼົກ, ມັນບໍ່ແມ່ນເລື່ອງຫຼິ້ນໆ. ນອກຈາກນັ້ນ ເນື່ອງຈາກພຣະທຳຂອງພຣະເຈົ້າບໍ່ແມ່ນສິ່ງເຫຼົ່ານີ້, ແລ້ວພວກມັນແມ່ນຫຍັງ? ອັບຣາຮາມມີຄວາມເຊື່ອຢ່າງເລິກເຊິ່ງວ່າ ມັນເປັນຄວາມຈິງທີ່ບໍ່ມີມະນຸດຄົນໃດສາມາດປ່ຽນແປງສິ່ງທີ່ພຣະເຈົ້າກຳນົດວ່າຕ້ອງເຮັດໄດ້, ບໍ່ມີເລື່ອງຕະຫຼົກ, ການທົດສອບ ຫຼື ການທໍລະມານໃນພຣະທຳຂອງພຣະເຈົ້າ, ພຣະເຈົ້າໜ້າໄວ້ວາງໃຈ ແລະ ທຸກສິ່ງທີ່ພຣະອົງກ່າວ ບໍ່ວ່າມັນຈະເບິ່ງຄືວ່າສົມເຫດສົມຜົນ ຫຼື ບໍ່ກໍຕາມ ກໍລ້ວນແຕ່ເປັນຄວາມຈິງ. ນີ້ບໍ່ແມ່ນສັດທາທີ່ແທ້ຈິງຂອງອັບຣາຮາມບໍ? ລາວໄດ້ເວົ້າບໍວ່າ “ພຣະເຈົ້າບອກໃຫ້ຂ້ອຍຖວາຍອີຊາກ. ຫຼັງຈາກທີ່ຂ້ອຍໄດ້ອີຊາກມາ, ຂ້ອຍບໍ່ໄດ້ຂອບພຣະຄຸນພຣະເຈົ້າຢ່າງເໝາະສົມ, ນີ້ແມ່ນພຣະເຈົ້າກຳລັງຮຽກຮ້ອງຄວາມກະຕັນຍູຈາກຂ້ອຍບໍ? ຖ້າເປັນແນວນັ້ນ ຂ້ອຍກໍຕ້ອງສະແດງຄວາມຂອບພຣະຄຸນຂອງຂ້ອຍຢ່າງເໝາະສົມ. ຂ້ອຍຕ້ອງສະແດງໃຫ້ເຫັນວ່າຂ້ອຍເຕັມໃຈທີ່ຈະຖວາຍອີຊາກ, ຂ້ອຍເຕັມໃຈທີ່ຈະຂອບພຣະຄຸນພຣະເຈົ້າ, ຂ້ອຍຮູ້ ແລະ ຈື່ຈຳພຣະຄຸນຂອງພຣະເຈົ້າ ແລະ ຂ້ອຍຈະບໍ່ເຮັດໃຫ້ພຣະເຈົ້າກັງວົນ. ໂດຍບໍ່ຕ້ອງສົງໄສເລີຍ, ພຣະເຈົ້າກ່າວພຣະທຳເຫຼົ່ານີ້ເພື່ອກວດສອບ ແລະ ທົດສອບຂ້ອຍ, ສະນັ້ນ ຂ້ອຍຄວນເຮັດພໍເປັນພິທີ. ຂ້ອຍຈະກຽມທຸກຢ່າງໃຫ້ພ້ອມ, ຈາກນັ້ນ ຂ້ອຍຈະນຳແກະຕົວໜຶ່ງໄປພ້ອມກັບອີຊາກ ແລະ ຖ້າໃນເວລາຖວາຍບູຊານັ້ນພຣະເຈົ້າບໍ່ໄດ້ກ່າວຫຍັງ, ຂ້ອຍກໍຈະຖວາຍແກະຕົວນັ້ນ. ພຽງແຕ່ເຮັດພໍເປັນພິທີກໍພຽງພໍແລ້ວ. ຖ້າພຣະເຈົ້າຂໍໃຫ້ຂ້ອຍຍຖວາຍອີຊາກແທ້ໆ, ແລ້ວຂ້ອຍກໍພຽງແຕ່ໃຫ້ລາວເຮັດເປັນທຳທ່າເທິງແທ່ນບູຊາ; ເມື່ອຮອດເວລານັ້ນ, ພຣະເຈົ້າອາດຈະຍັງໃຫ້ຂ້ອຍຖວາຍແກະ ແລະ ບໍ່ແມ່ນລູກຂອງຂ້ອຍ” ບໍ? ນີ້ຄືສິ່ງທີ່ອັບຣາຮາມຄິດບໍ? (ບໍ່). ຖ້າລາວຄິດແບບນັ້ນ, ມັນກໍຄົງຈະບໍ່ມີຄວາມທຸກທໍລະມານໃນໃຈຂອງລາວ. ຖ້າລາວຄິດສິ່ງດັ່ງກ່າວ, ລາວຈະມີຄວາມຊື່ສັດປະເພດໃດ? ລາວຈະມີສັດທາທີ່ແທ້ຈິງບໍ? ລາວຈະມີການອ່ອນນ້ອມທີ່ແທ້ຈິງບໍ? ບໍ່, ລາວຈະບໍ່ມີ.
ເມື່ອຕັດສິນຈາກຄວາມເຈັບປວດທີ່ອັບຣາຮາມຮູ້ສຶກ ແລະ ເກີດຂຶ້ນໃນເລື່ອງການຖວາຍອີຊາກ, ມັນເຫັນໄດ້ຊັດເຈນເລີຍວ່າລາວເຊື່ອໃນພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ, ລາວເຊື່ອໃນທຸກພຣະທຳທີ່ພຣະເຈົ້າກ່າວ, ເຂົ້າໃຈທຸກສິ່ງທີ່ພຣະເຈົ້າກ່າວໃນວິທີທີ່ພຣະເຈົ້າໝາຍເຖິງຢ່າງແທ້ຈິງຈາກສ່ວນເລິກໃນຫົວໃຈຂອງລາວ ແລະ ບໍ່ມີຄວາມສົງໄສໃດໆຕໍ່ພຣະເຈົ້າ. ນີ້ແມ່ນ ຫຼື ບໍ່ແມ່ນສັດທາທີ່ແທ້ຈິງ? (ແມ່ນແລ້ວ). ອັບຣາຮາມມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ສິ່ງນີ້ອະທິບາຍໃຫ້ເຫັນເຖິງເລື່ອງໜຶ່ງ ນັ້ນກໍຄື ອັບຣາຮາມເປັນຄົນຊື່ສັດ. ທັດສະນະຄະຕິພຽງຢ່າງດຽວຂອງລາວຕໍ່ພຣະທຳຂອງພຣະເຈົ້າຄືການເຊື່ອຟັງ, ການຍອມຮັບ ແລະ ການອ່ອນນ້ອມ, ລາວຈະເຊື່ອຟັງທຸກສິ່ງທີ່ພຣະເຈົ້າກ່າວ. ຖ້າພຣະເຈົ້າກ່າວວ່າບາງສິ່ງເປັນສີດຳ, ແລ້ວເຖິງແມ່ນວ່າອັບຣາຮາມຈະບໍ່ສາມາດເຫັນວ່າມັນເປັນສີດຳກໍຕາມ, ລາວກໍຈະເຊື່ອວ່າສິ່ງທີ່ພຣະເຈົ້າກ່າວນັ້ນເປັນຄວາມຈິງ ແລະ ເຊື່ອໝັ້ນວ່າມັນເປັນສີດຳ. ຖ້າພຣະເຈົ້າບອກລາວວ່າບາງສິ່ງເປັນສີຂາວ, ລາວກໍຈະເຊື່ອໝັ້ນວ່າມັນເປັນສີຂາວ. ມັນງ່າຍດາຍແບບນັ້ນເລີຍ. ພຣະເຈົ້າບອກລາວວ່າພຣະອົງຈະປະທານເດັກນ້ອຍຄົນໜຶ່ງໃຫ້ແກ່ລາວ ແລະ ອັບຣາຮາມກໍຄິດກັບຕົນເອງວ່າ “ຂ້ອຍອາຍຸ 100 ປີແລ້ວ, ແຕ່ຖ້າພຣະເຈົ້າກ່າວວ່າພຣະອົງຈະໃຫ້ເດັກນ້ອຍຄົນໜຶ່ງແກ່ຂ້ອຍ, ແລ້ວຂ້ອຍກໍຂອບພຣະຄຸນພຣະຜູ້ເປັນເຈົ້າ, ພຣະເຈົ້າຂອງຂ້ອຍ!” ລາວບໍ່ໄດ້ມີແນວຄວາມຄິດອື່ນໆອີກແລ້ວ, ລາວພຽງແຕ່ເຊື່ອໃນພຣະເຈົ້າ. ແກ່ນແທ້ຂອງຄວາມເຊື່ອນີ້ແມ່ນຫຍັງ? ລາວເຊື່ອໃນແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າ ແລະ ຄວາມຮູ້ຂອງລາວກ່ຽວກັບພຣະຜູ້ສ້າງນັ້ນກໍເປັນຈິງ. ລາວບໍ່ຄືກັບຄົນເຫຼົ່ານັ້ນທີ່ເວົ້າວ່າພວກເຂົາເຊື່ອວ່າພຣະເຈົ້າຊົງລິດທານຸພາບສູງສຸດ ແລະ ເປັນພຣະຜູ້ສ້າງມະນຸດຊາດ, ແຕ່ມີຄວາມສົງໄສໃນໃຈຂອງພວກເຂົາ ເຊັ່ນ: “ມະນຸດວິວັດທະນາການມາຈາກລີງແທ້ໆບໍ? ຄົນເວົ້າກັນວ່າພຣະເຈົ້າສ້າງທຸກສິ່ງ, ແຕ່ຜູ້ຄົນບໍ່ໄດ້ເຫັນສິ່ງນີ້ດ້ວຍຕາຂອງພວກເຂົາເອງ”. ບໍ່ວ່າພຣະເຈົ້າຈະກ່າວຫຍັງກໍຕາມ, ຄົນເຫຼົ່ານັ້ນກໍມັກຈະຢູ່ເຄິ່ງໆກາງໆລະຫວ່າງຄວາມເຊື່ອ ແລະ ຄວາມສົງໄສສະເໝີ ແລະ ເພິ່ງພາສິ່ງທີ່ພວກເຂົາເຫັນ ເພື່ອຕັດິນວ່າສິ່ງຕ່າງໆເປັນຄວາມຈິງ ຫຼື ບໍ່ເປັນຄວາມຈິງ. ພວກເຂົາສົງໄສທຸກສິ່ງທີ່ພວກເຂົາບໍ່ສາມາດເຫັນດ້ວຍຕາຂອງພວກເຂົາ, ດັ່ງນັ້ນ ເມື່ອໃດກໍຕາມທີ່ພວກເຂົາໄດ້ຍິນພຣະເຈົ້າກ່າວ, ພວກເຂົາກໍຈະວາງເຄື່ອງໝາຍຖາມໄວ້ໃສ່ທາງຫຼັງພຣະທຳຂອງພຣະອົງ. ພວກເຂົາກວດສອບ ແລະ ວິເຄາະທຸກຂໍ້ເທັດຈິງ, ເລື່ອງລາວ ແລະ ຄຳສັ່ງທີ່ພຣະເຈົ້າມອບໃຫ້ຢ່າງລະມັດລະວັງ, ຢ່າງດຸໝັ່ນ ແລະ ຢ່າງຮອບຄອບ. ພວກເຂົາຄິດວ່າ ໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ, ພວກເຂົາຄວນກວດສອບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງດ້ວຍທັດສະນະຄະຕິຂອງການຄົ້ນຄວ້າທາງວິທະຍາສາດ, ເພື່ອເບິ່ງວ່າພຣະທຳເຫຼົ່ານີ້ເປັນຄວາມຈິງແທ້ໆ ຫຼື ບໍ່, ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະສ່ຽງຕໍ່ການຖືກຕົ້ມຕຸ໋ນ ແລະ ຫຼອກລວງ. ແຕ່ອັບຣາຮາມບໍ່ໄດ້ເປັນແບບນີ້, ລາວຟັງພຣະທຳຂອງພຣະເຈົ້າດ້ວຍຫົວໃຈທີ່ບໍລິສຸດ. ເຖິງຢ່າງໃດກໍຕາມ, ໃນໂອກາດນີ້, ພຣະເຈົ້າໄດ້ຂໍໃຫ້ອັບຣາຮາມຖວາຍອີຊາກເຊິ່ງເປັນບຸດຊາຍພຽງຄົນດຽວຂອງລາວແດ່ພຣະອົງ. ສິ່ງນີ້ເຮັດໃຫ້ອັບຣາຮາມເຈັບປວດ, ແຕ່ລາວກໍຍັງເລືອກທີ່ຈະອ່ອນນ້ອມ. ອັບຣາຮາມເຊື່ອວ່າພຣະທຳຂອງພຣະເຈົ້າບໍ່ສາມາດປ່ຽນແປງໄດ້ ແລະ ພຣະທຳຂອງພຣະເຈົ້າຈະກາຍເປັນຄວາມຈິງ. ມະນຸດທີ່ຖືກສ້າງມາຄວນຍອມຮັບ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າເຊິ່ງເປັນສິ່ງທີ່ສົມຄວນແລ້ວ ແລະ ເມື່ອປະເຊີນໜ້າກັບພຣະທຳຂອງພຣະເຈົ້າ, ມະນຸດທີ່ຖືກສ້າງມາກໍບໍ່ມີສິດເລືອກ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ຄວນວິເຄາະ ຫຼື ກວດສອບພຣະທຳຂອງພຣະເຈົ້າ. ນີ້ຄືທັດສະນະຄະຕິທີ່ອັບຣາຮາມມີຕໍ່ພຣະທຳຂອງພຣະເຈົ້າ. ເຖິງແມ່ນວ່າອັບຣາຮາມຈະເຈັບປວດຢ່າງໜັກ ແລະ ເຖິງແມ່ນວ່າຄວາມຮັກຂອງລາວ ແລະ ຄວາມບໍ່ເຕັມໃຈທີ່ຈະປະຖິ້ມບຸດຊາຍຂອງລາວຈະເຮັດໃຫ້ລາວທຸກໃຈ ແລະ ເຈັບປວດຢ່າງສຸດຂີດກໍຕາມ, ລາວກໍຍັງເລືອກທີ່ຈະສົ່ງເດັກນ້ອຍຄົນນີ້ຄືນໃຫ້ແກ່ພຣະເຈົ້າ. ເປັນຫຍັງລາວຈຶ່ງຈະສົ່ງອີຊາກຄືນໃຫ້ແກ່ພຣະເຈົ້າ? ເມື່ອພຣະເຈົ້າບໍ່ໄດ້ຂໍໃຫ້ອັບຣາຮາມເຮັດສິ່ງນີ້, ລາວກໍບໍ່ຈຳເປັນຕ້ອງເປັນຝ່າຍລິເລີ່ມທີ່ຈະສົ່ງບຸດຊາຍຂອງລາວຄືນ, ແຕ່ເນື່ອງຈາກພຣະເຈົ້າໄດ້ຮ້ອງຂໍ, ລາວກໍຕ້ອງສົ່ງບຸດຊາຍຂອງລາວຄືນໃຫ້ແກ່ພຣະເຈົ້າ, ບໍ່ມີຂໍ້ອ້າງໃດໆທີ່ຈະໃຫ້ ແລະ ລາວບໍ່ຄວນພະຍາຍາມໂຕ້ຖຽງກັບພຣະເຈົ້າ, ນີ້ຄືທັດສະນະຄະຕິທີ່ອັບຣາຮາມມີ. ລາວອ່ອນນ້ອມຕໍ່ພຣະເຈົ້າດ້ວຍຫົວໃຈທີ່ບໍລິສຸດປະເພດນີ້. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການ ແລະ ນີ້ຄືສິ່ງທີ່ພຣະເຈົ້າປາຖະໜາທີ່ຈະເຫັນ. ພຶດຕິກຳຂອງອັບຣາຮາມ ແລະ ສິ່ງທີ່ລາວບັນລຸໄດ້ໃນເລື່ອງການຖວາຍອີຊາກນັ້ນແມ່ນສິ່ງທີ່ພຣະເຈົ້າຕ້ອງການເຫັນຢ່າງແທ້ຈິງ ແລະ ເລື່ອງນີ້ກໍຄືການທີ່ພຣະເຈົ້າທົດສອບ ແລະ ຢັ້ງຢືນລາວ. ແຕ່ເຖິງຢ່າງນັ້ນກໍຕາມ ພຣະເຈົ້າກໍບໍ່ໄດ້ປະຕິບັດຕໍ່ອັບຣາຮາມຄືກັບທີ່ພຣະອົງປະຕິບັດຕໍ່ໂນອາ. ພຣະອົງບໍ່ໄດ້ບອກອັບຣາຮາມເຖິງເຫດຜົນທີ່ຢູ່ເບື້ອງຫຼັງເລື່ອງນີ້, ຂະບວນການ ຫຼື ທຸກສິ່ງກ່ຽວກັບມັນ. ອັບຣາຮາມຮູ້ພຽງສິ່ງດຽວ ນັ້ນກໍຄື ພຣະເຈົ້າໄດ້ຂໍໃຫ້ລາວສົ່ງອີຊາກຄືນ, ນັ້ນຄືທັງໝົດ. ລາວບໍ່ຮູ້ວ່າໃນການເຮັດສິ່ງນີ້ ພຣະເຈົ້າກຳລັງທົດສອບລາວ ແລະ ລາວກໍບໍ່ຮູ້ວ່າພຣະເຈົ້າປາຖະໜາທີ່ຈະເຮັດສິ່ງໃດໃຫ້ສຳເລັດໃນຕົວລາວ ແລະ ລູກຫຼານຂອງລາວ ຫຼັງຈາກທີ່ລາວໄດ້ຮັບການທົດສອບນີ້. ພຣະເຈົ້າບໍ່ໄດ້ບອກສິ່ງເຫຼົ່ານີ້ແກ່ອັບຣາຮາມ, ພຣະອົງພຽງແຕ່ໃຫ້ຄຳສັ່ງທີ່ຮຽບງ່າຍ, ໃຫ້ຂໍ້ຮຽກຮ້ອງແກ່ລາວ. ແລ້ວ ເຖິງແມ່ນວ່າພຣະທຳເຫຼົ່ານີ້ຂອງພຣະເຈົ້າຈະຮຽບງ່າຍຫຼາຍ ແລະ ບໍ່ຄຳນຶງເຖິງຄວາມຮູ້ສຶກຂອງມະນຸດກໍຕາມ, ອັບຣາຮາມກໍໄດ້ເຮັດຕາມຄວາມຄາດຫວັງຂອງພຣະເຈົ້າ ໂດຍການເຮັດຕາມທີ່ພຣະເຈົ້າປາຖະໜາ ແລະ ຮຽກຮ້ອງ: ລາວໄດ້ຖວາຍອີຊາກເປັນເຄື່ອງບູຊາເທິງແທ່ນບູຊາ. ທຸກການເຄື່ອນໄຫວຂອງລາວສະແດງໃຫ້ເຫັນວ່າ ການຖວາຍອີຊາກຂອງລາວນັ້ນບໍ່ແມ່ນການທີ່ລາວເຮັດພໍເປັນພິທີ, ລາວບໍ່ໄດ້ເຮັດແບບພໍແລ້ວມືແລ້ວຕີນ ແຕ່ມີຄວາມຈິງໃຈ ແລະ ເຮັດມັນຈາກສ່ວນເລິກຂອງຫົວໃຈຂອງລາວ. ເຖິງແມ່ນວ່າລາວຈະທົນບໍ່ໄດ້ທີ່ຈະປະຖິ້ມອີຊາກ, ເຖິງແມ່ນວ່າມັນຈະເຮັດໃຫ້ລາວເຈັບປວດກໍຕາມ, ເມື່ອປະເຊີນໜ້າກັບສິ່ງທີ່ພຣະຜູ້ສ້າງໄດ້ຮ້ອງຂໍ, ອັບຣາຮາມກໍເລືອກວິທີການທີ່ບໍ່ມີໃຜຄົນອື່ນຈະເຮັດ: ການອ່ອນນ້ອມຢ່າງທີ່ສຸດຕໍ່ສິ່ງທີ່ພຣະຜູ້ສ້າງຮ້ອງຂໍ, ການອ່ອນນ້ອມໂດຍປາສະຈາກການປະນີປະນອມ, ປາສະຈາກຂໍ້ອ້າງ ແລະ ປາສະຈາກເງື່ອນໄຂໃດໆ, ລາວໄດ້ກະທຳຕາມທີ່ພຣະເຈົ້າຂໍໃຫ້ລາວເຮັດແທ້ໆ. ແລ້ວອັບຣາຮາມມີຫຍັງແດ່ ເມື່ອລາວສາມາດເຮັດໃນສິ່ງທີ່ພຣະເຈົ້າຮ້ອງຂໍໄດ້? ໃນດ້ານໜຶ່ງ, ພາຍໃນຕົວລາວມີສັດທາທີ່ແທ້ຈິງໃນພຣະເຈົ້າ; ລາວແນ່ໃຈວ່າພຣະຜູ້ສ້າງຄືພຣະເຈົ້າ, ພຣະເຈົ້າຂອງລາວ, ພຣະຜູ້ເປັນເຈົ້າຂອງລາວ, ຜູ້ທີ່ມີອຳນາດສູງສຸດເໜືອທຸກສິ່ງ ແລະ ເປັນຜູ້ທີ່ສ້າງມະນຸດຊາດ. ນີ້ຄືສັດທາທີ່ແທ້ຈິງ. ໃນອີກດ້ານໜຶ່ງ, ລາວມີຫົວໃຈທີ່ບໍລິສຸດ. ລາວເຊື່ອທຸກພຣະທຳທີ່ພຣະຜູ້ສ້າງກ່າວ ແລະ ສາມາດຍອມຮັບທຸກພຣະທຳທີ່ພຣະອົງກ່າວໄດ້ຢ່າງຮຽບງ່າຍ ແລະ ໂດຍກົງ. ແລ້ວໃນອີກດ້ານໜຶ່ງ, ບໍ່ວ່າຄວາມຫຍຸ້ງຍາກໃນສິ່ງທີ່ພຣະຜູ້ສ້າງຮ້ອງຂໍຈະຍິ່ງໃຫຍ່ສໍ່າໃດກໍຕາມ, ມັນຈະນຳຄວາມເຈັບປວດມາໃຫ້ລາວຫຼາຍສໍ່າໃດກໍຕາມ, ທັດສະນະຄະຕິທີ່ລາວເລືອກກໍຄືການອ່ອນນ້ອມ, ບໍ່ພະຍາຍາມໂຕ້ຖຽງກັບພຣະເຈົ້າ ຫຼື ຕໍ່ຕ້ານ ຫຼື ປະຕິເສດ ແຕ່ເປັນການອ່ອນນ້ອມຢ່າງຄົບຖ້ວນ ແລະ ສົມບູນ, ໂດຍກະທຳ ແລະ ປະຕິບັດຕາມສິ່ງທີ່ພຣະເຈົ້າຮ້ອງຂໍ, ຕາມທຸກພຣະທຳຂອງພຣະອົງ ແລະ ຄຳສັ່ງທີ່ພຣະອົງໄດ້ອອກໃຫ້. ຄືກັນກັບທີ່ພຣະເຈົ້າໄດ້ຮ້ອງຂໍ ແລະ ປາຖະໜາທີ່ຈະເຫັນ, ອັບຣາຮາມໄດ້ຖວາຍອີຊາກເປັນເຄື່ອງບູຊາເທິງແທ່ນບູຊາ, ລາວໄດ້ຖວາຍອີຊາກໃຫ້ແກ່ພຣະເຈົ້າ ແລະ ທຸກສິ່ງທີ່ລາວເຮັດກໍພິສູດໃຫ້ເຫັນວ່າພຣະເຈົ້າໄດ້ເລືອກຄົນທີ່ຖືກຕ້ອງ ແລະ ໃນສາຍພຣະເນດຂອງພຣະເຈົ້າແລ້ວ ລາວເປັນຄົນຊອບທຳ.
ດ້ານໃດໃນອຸປະນິໄສ ແລະ ແກ່ນແທ້ຂອງພຣະຜູ້ສ້າງທີ່ຖືກເປີດເຜີຍ ເມື່ອພຣະເຈົ້າຂໍໃຫ້ອັບຣາຮາມຖວາຍອີຊາກ? ນັ້ນກໍຄື ພຣະເຈົ້າປະຕິບັດຕໍ່ຜູ້ທີ່ຊອບທຳ, ຜູ້ທີ່ພຣະອົງເຫັນວ່າຄູ່ຄວນ ອີງຕາມມາດຕະຖານທີ່ຮຽກຮ້ອງຂອງພຣະອົງເອງໂດຍສິ້ນເຊີງ ເຊິ່ງສອດຄ່ອງກັບອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງຢ່າງສົມບູນ. ບໍ່ສາມາດມີການປະນີປະນອມໃນມາດຕະຖານເຫຼົ່ານີ້ໄດ້; ບໍ່ສາມາດເຮັດມັນໃຫ້ສຳເລັດແບບພໍປະມານໄດ້. ມາດຕະຖານເຫຼົ່ານີ້ຕ້ອງຖືກບັນລຸຢ່າງແມ່ນຢໍາ. ມັນບໍ່ພຽງພໍສຳລັບພຣະເຈົ້າທີ່ຈະເຫັນການກະທຳທີ່ຊອບທຳທີ່ອັບຣາຮາມໄດ້ປະຕິບັດໃນຊີວິດປະຈຳວັນຂອງລາວ, ພຣະເຈົ້າຍັງບໍ່ທັນໄດ້ສັງເກດເຫັນການອ່ອນນ້ອມທີ່ແທ້ຈິງຂອງອັບຣາຮາມຕໍ່ພຣະອົງ ແລະ ຍ້ອນສິ່ງນີ້ເອງ ພຣະເຈົ້າຈຶ່ງໄດ້ເຮັດສິ່ງດັ່ງກ່າວ. ເປັນຫຍັງພຣະເຈົ້າຈຶ່ງປາຖະໜາທີ່ຈະເຫັນການອ່ອນນ້ອມທີ່ແທ້ຈິງໃນຕົວອັບຣາຮາມ? ເປັນຫຍັງພຣະອົງຈຶ່ງໃຫ້ອັບຣາຮາມເຂົ້າຮັບການທົດສອບຄັ້ງສຸດທ້າຍນີ້? ເພາະວ່າ ດັ່ງທີ່ພວກເຮົາທຸກຄົນຮູ້, ພຣະເຈົ້າປາຖະໜາໃຫ້ອັບຣາຮາມເປັນບິດາຂອງຫຼາຍຊາດ. “ບິດາຂອງຫຼາຍຊາດ” ເປັນຕຳແໜ່ງທີ່ຄົນສາມັນທົ່ວໄປສາມາດແບກຮັບໄດ້ບໍ? ບໍ່. ພຣະເຈົ້າມີມາດຕະຖານທີ່ຮຽກຮ້ອງຂອງພຣະອົງ ແລະ ມາດຕະຖານທີ່ພຣະອົງຮຽກຮ້ອງຈາກທຸກຄົນທີ່ພຣະອົງຕ້ອງການ ແລະ ເຮັດໃຫ້ສົມບູນ ແລະ ທຸກຄົນທີ່ພຣະອົງເຫັນວ່າຊອບທຳນັ້ນແມ່ນຄືກັນ: ສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມຢ່າງທີ່ສຸດ. ເນື່ອງຈາກພຣະເຈົ້າຕ້ອງການທີ່ຈະເຮັດສິ່ງທີ່ຍິ່ງໃຫຍ່ດັ່ງກ່າວໃນຕົວອັບຣາຮາມ, ພຣະອົງຈະລົງມືເຮັດຢ່າງຮີບຮ້ອນໂດຍທີ່ບໍ່ເຫັນສອງສິ່ງນີ້ໃນຕົວລາວບໍ? ບໍ່ຢ່າງແນ່ນອນ. ສະນັ້ນ, ຫຼັງຈາກທີ່ພຣະເຈົ້າໄດ້ປະທານບຸດຊາຍໃຫ້ແກ່ລາວ, ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ອັບຣາຮາມຈະຕ້ອງຜ່ານການທົດສອບດັ່ງກ່າວ; ນີ້ຄືສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ວ່າຈະເຮັດ ແລະ ເປັນສິ່ງທີ່ພຣະເຈົ້າໄດ້ວາງແຜນໄວ້ແລ້ວວ່າຈະເຮັດ. ພຽງແຕ່ຫຼັງຈາກທີ່ສິ່ງຕ່າງໆເປັນໄປຕາມທີ່ພຣະເຈົ້າປາຖະໜາ ແລະ ອັບຣາຮາມໄດ້ບັນລຸຂໍ້ຮຽກຮ້ອງຂອງພຣະເຈົ້າແລ້ວເທົ່ານັ້ນ, ພຣະເຈົ້າຈຶ່ງເລີ່ມວາງແຜນທີ່ຈະເຮັດພາລະກິດຂັ້ນຕອນຕໍ່ໄປຂອງພຣະອົງ: ການເຮັດໃຫ້ລູກຫຼານຂອງອັບຣາຮາມມີຈຳນວນຫຼວງຫຼາຍຄືກັບດວງດາວໃນທ້ອງຟ້າ ແລະ ເມັດຊາຍເທິງແຄມທະເລ ເຊິ່ງເຮັດໃຫ້ລາວກາຍເປັນບິດາຂອງຫຼາຍຊາດ. ໃນຂະນະທີ່ຜົນໄດ້ຮັບຂອງການທີ່ພຣະອົງຂໍໃຫ້ອັບຣາຮາມຖວາຍອີຊາກຍັງຄົງບໍ່ເປັນທີ່ຮູ້ຈັກ ແລະ ຍັງບໍ່ທັນປາກົດເປັນຈິງ, ພຣະເຈົ້າຈະບໍ່ກະທຳການຢ່າງຮີບຮ້ອນ; ແຕ່ຫຼັງຈາກທີ່ມັນປາກົດເປັນຈິງແລ້ວ, ສິ່ງທີ່ອັບຣາຮາມມີກໍບັນລຸມາດຕະຖານຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າລາວຈະໄດ້ຮັບພອນທັງໝົດທີ່ພຣະເຈົ້າໄດ້ວາງແຜນໄວ້ສຳລັບລາວ. ດັ່ງນັ້ນ ຈາກການຖວາຍອີຊາກ, ມັນສາມາດເຫັນໄດ້ວ່າພຣະເຈົ້າມີຄວາມຄາດຫວັງ ແລະ ມາດຕະຖານທີ່ຮຽກຮ້ອງຈາກຜູ້ຄົນສຳລັບພາລະກິດໃດກໍຕາມທີ່ພຣະອົງເຮັດໃນຕົວພວກເຂົາ ຫຼື ບົດບາດໃດກໍຕາມທີ່ພຣະອົງຮຽກຮ້ອງໃຫ້ພວກເຂົາສະແດງ ຫຼື ການຝາກຝັງໃດກໍຕາມທີ່ພຣະອົງຮຽກຮ້ອງໃຫ້ພວກເຂົາຍອມຮັບໃນແຜນການຄຸ້ມຄອງຂອງພຣະອົງ. ມີຜົນໄດ້ຮັບສອງປະເພດສຳລັບຄວາມຄາດຫວັງຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນ: ໜຶ່ງຄື ຖ້າເຈົ້າບໍ່ສາມາດເຮັດໃນສິ່ງທີ່ພຣະອົງຮ້ອງຂໍຈາກເຈົ້າໄດ້, ເຈົ້າກໍຈະຖືກກຳຈັດ; ອີກຢ່າງໜຶ່ງຄື ຖ້າເຈົ້າສາມາດເຮັດໄດ້, ພຣະເຈົ້າກໍຈະສືບຕໍ່ເຮັດໃຫ້ສິ່ງທີ່ພຣະອົງປາຖະໜາສຳເລັດໃນຕົວເຈົ້າຕາມແຜນການຂອງພຣະອົງ. ສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມຢ່າງທີ່ສຸດທີ່ພຣະເຈົ້າຮຽກຮ້ອງຈາກມະນຸດນັ້ນ ໃນຄວາມເປັນຈິງແລ້ວບໍ່ແມ່ນເລື່ອງຍາກເກີນໄປທີ່ຜູ້ຄົນຈະບັນລຸໄດ້. ແຕ່ບໍ່ວ່າພວກມັນຈະງ່າຍ ຫຼື ຍາກກໍຕາມ, ສຳລັບພຣະເຈົ້າແລ້ວ ສອງສິ່ງນີ້ຄືສິ່ງທີ່ຕ້ອງພົບເຫັນໄດ້ໃນຕົວຜູ້ຄົນ. ຖ້າເຈົ້າສາມາດຜ່ານການທົດສອບໃນເລື່ອງນີ້ໄດ້, ແລ້ວພຣະເຈົ້າກໍຈະເຫັນວ່າເຈົ້າໄດ້ມາດຕະຖານ ແລະ ພຣະເຈົ້າຈະບໍ່ຮຽກຮ້ອງຫຍັງເພີ່ມເຕີມອີກ; ຖ້າເຈົ້າບໍ່ສາມາດເຮັດໄດ້, ນັ້ນກໍເປັນອີກເລື່ອງໜຶ່ງ. ຂໍ້ເທັດຈິງທີ່ວ່າພຣະເຈົ້າໄດ້ຂໍໃຫ້ອັບຣາຮາມຖວາຍບຸດຊາຍຂອງລາວນັ້ນສະແດງໃຫ້ເຫັນວ່າ ພຣະອົງບໍ່ໄດ້ຮູ້ສຶກວ່າການທີ່ອັບຣາຮາມມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ສັດທາທີ່ແທ້ຈິງໃນພຣະອົງມາຈົນເຖິງຕອນນັ້ນເປັນທຸກສິ່ງທີ່ຈຳເປັນແລ້ວ, ແບບພໍປະມານກໍດີພຽງພໍແລ້ວ. ນັ້ນບໍ່ແມ່ນຮູບແບບຂໍ້ຮຽກຮ້ອງຂອງພຣະເຈົ້າຢ່າງແນ່ນອນ; ພຣະອົງຮຽກຮ້ອງດ້ວຍວິທີການຂອງພຣະອົງ ແລະ ຕາມສິ່ງທີ່ຜູ້ຄົນສາມາດບັນລຸໄດ້ ແລະ ສິ່ງນີ້ບໍ່ສາມາດຕໍ່ລອງໄດ້. ນີ້ບໍ່ແມ່ນຄວາມບໍລິສຸດຂອງພຣະເຈົ້າບໍ? (ແມ່ນແລ້ວ). ນັ້ນຄືຄວາມບໍລິສຸດຂອງພຣະເຈົ້າ.
ແມ່ນແຕ່ຄົນດີເຊັ່ນອັບຣາຮາມ ຜູ້ທີ່ບໍລິສຸດ, ມີສັດທາທີ່ແທ້ຈິງ ແລະ ປະກອບດ້ວຍຄວາມມີເຫດຜົນ ກໍຍັງຕ້ອງຍອມຮັບການທົດສອບຂອງພຣະເຈົ້າ, ສະນັ້ນ ໃນສາຍຕາຂອງມະນຸດຊາດແລ້ວ ການທົດສອບນີ້ບໍ່ແມ່ນການບໍ່ຄຳນຶງເຖິງຄວາມຮູ້ສຶກຂອງມະນຸດແດ່ໜ້ອຍໜຶ່ງບໍ? ແຕ່ການຂາດການຄຳນຶງເຖິງຄວາມຮູ້ສຶກຂອງມະນຸດນີ້ ແມ່ນການສະແດງອອກເຖິງອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າຢ່າງແທ້ຈິງ ແລະ ອັບຣາຮາມກໍໄດ້ຜ່ານການທົດສອບປະເພດນີ້. ໃນການທົດສອບນີ້, ອັບຣາຮາມໄດ້ສະແດງໃຫ້ພຣະເຈົ້າເຫັນເຖິງຄວາມເຊື່ອທີ່ເດັດດ່ຽວຂອງລາວ ແລະ ການອ່ອນນ້ອມທີ່ເດັດດ່ຽວຂອງລາວຕໍ່ພຣະຜູ້ສ້າງ. ອັບຣາຮາມຜ່ານການທົດສອບນັ້ນ. ໂດຍປົກກະຕິແລ້ວ, ອັບຣາຮາມບໍ່ເຄີຍປະສົບກັບຄວາມຍາກລຳບາກໃດໆມາກ່ອນ, ແຕ່ຫຼັງຈາກທີ່ພຣະເຈົ້າທົດສອບລາວແບບນີ້, ຄວາມເຊື່ອ ແລະ ການອ່ອນນ້ອມໂດຍປົກກະຕິຂອງລາວກໍຖືກພິສູດວ່າເປັນຈິງ; ມັນບໍ່ແມ່ນສິ່ງພາຍນອກ, ມັນບໍ່ແມ່ນຄຳຂວັນ. ການທີ່ອັບຣາຮາມຍັງສາມາດອ່ອນນ້ອມຢ່າງເດັດດ່ຽວພາຍໃຕ້ສະຖານະການນີ້ ຫຼັງຈາກທີ່ພຣະເຈົ້າໄດ້ກ່າວພຣະທຳດັ່ງກ່າວ ແລະ ມີການຮຽກຮ້ອງດັ່ງກ່າວຈາກລາວ ໝາຍເຖິງສິ່ງໜຶ່ງຢ່າງແນ່ນອນ: ໃນໃຈຂອງອັບຣາຮາມ, ພຣະເຈົ້າກໍຄືພຣະເຈົ້າ ແລະ ຈະເປັນພຣະເຈົ້າສະເໝີ; ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າແມ່ນບໍ່ປ່ຽນແປງ ບໍ່ວ່າຈະມີປັດໄຈທີ່ປ່ຽນແປງໃດໆກໍຕາມ. ໃນໃຈຂອງລາວ, ມະນຸດຈະເປັນມະນຸດຕະຫຼອດໄປ ແລະ ບໍ່ມີສິດທີ່ຈະໂຕ້ແຍ້ງ, ພະຍາຍາມຖຽງ ຫຼື ແຂ່ງຂັນກັບພຣະຜູ້ສ້າງ ແລະ ພວກເຂົາບໍ່ມີສິດທີ່ຈະວິເຄາະພຣະທຳທີ່ພຣະຜູ້ສ້າງກ່າວອອກມາ. ອັບຣາຮາມເຊື່ອວ່າ ເມື່ອເວົ້າເຖິງພຣະທຳຂອງພຣະຜູ້ສ້າງ ຫຼື ສິ່ງໃດກໍຕາມທີ່ພຣະຜູ້ສ້າງຮຽກຮ້ອງ, ຜູ້ຄົນບໍ່ມີສິດທີ່ຈະເລືອກ; ສິ່ງດຽວທີ່ພວກເຂົາຄວນເຮັດກໍຄືການອ່ອນນ້ອມ. ທັດສະນະຄະຕິຂອງອັບຣາຮາມນັ້ນຊັດເຈນຫຼາຍ, ລາວມີສັດທາທີ່ແທ້ຈິງໃນພຣະເຈົ້າ ແລະ ໃນສັດທາທີ່ແທ້ຈິງນີ້ໄດ້ກໍ່ໃຫ້ເກີດການອ່ອນນ້ອມທີ່ແທ້ຈິງ ແລະ ສະນັ້ນ ບໍ່ວ່າພຣະເຈົ້າຈະເຮັດຫຍັງກັບລາວ ຫຼື ຮຽກຮ້ອງຫຍັງຈາກລາວ ຫຼື ບໍ່ວ່າພຣະເຈົ້າຈະກະທຳການໃດກໍຕາມ, ບໍ່ວ່າມັນຈະເປັນສິ່ງທີ່ອັບຣາຮາມເຫັນ, ໄດ້ຍິນ ຫຼື ປະສົບດ້ວຍຕົນເອງ, ບໍ່ມີສິ່ງໃດໃນເຫຼົ່ານີ້ທີ່ສາມາດສົ່ງຜົນກະທົບຕໍ່ຄວາມເຊື່ອທີ່ແທ້ຈິງຂອງລາວໃນພຣະເຈົ້າໄດ້, ແຮງໄກທີ່ມັນຈະສາມາດສົ່ງຜົນກະທົບຕໍ່ທັດສະນະຄະຕິທີ່ອ່ອນນ້ອມຂອງລາວຕໍ່ພຣະເຈົ້າ. ເມື່ອພຣະຜູ້ສ້າງກ່າວບາງສິ່ງທີ່ບໍ່ຄຳນຶງເຖິງຄວາມຮູ້ສຶກຂອງມະນຸດ, ບາງສິ່ງທີ່ເປັນການຮຽກຮ້ອງຢ່າງບໍ່ສົມເຫດສົມຜົນຈາກມະນຸດ, ບໍ່ວ່າມີຈັກຄົນທີ່ຮູ້ສຶກລັງກຽດຕໍ່ພຣະທຳເຫຼົ່ານີ້, ຕໍ່ຕ້ານ, ວິເຄາະ ແລະ ກວດສອບ ຫຼື ແມ່ນແຕ່ດູຖູກພຣະທຳເຫຼົ່ານັ້ນກໍຕາມ, ທັດສະນະຄະຕິຂອງອັບຣາຮາມກໍຍັງຄົງບໍ່ຖືກລົບກວນໂດຍສະພາບແວດລ້ອມຂອງໂລກພາຍນອກ. ສັດທາ ແລະ ການອ່ອນນ້ອມຂອງລາວຕໍ່ພຣະເຈົ້າບໍ່ໄດ້ປ່ຽນແປງ ແລະ ສິ່ງເຫຼົ່ານີ້ບໍ່ແມ່ນພຽງແຕ່ຄຳເວົ້າທີ່ອອກມາຈາກປາກຂອງລາວ ຫຼື ເປັນພຽງພິທີການ; ແຕ່ກົງກັນຂ້າມ ລາວໄດ້ໃຊ້ຂໍ້ເທັດຈິງເພື່ອພິສູດວ່າ ພຣະເຈົ້າທີ່ລາວເຊື່ອນັ້ນຄືພຣະຜູ້ສ້າງ, ພຣະເຈົ້າທີ່ລາວເຊື່ອນັ້ນຄືພຣະເຈົ້າໃນສະຫວັນ. ພວກເຮົາເຫັນຫຍັງຈາກທຸກສິ່ງທີ່ສະແດງອອກໃນຕົວອັບຣາຮາມ? ພວກເຮົາເຫັນຄວາມສົງໄສຂອງລາວກ່ຽວກັບພຣະເຈົ້າບໍ? ລາວມີຄວາມສົງໄສບໍ? ລາວໄດ້ກວດສອບພຣະທຳຂອງພຣະເຈົ້າບໍ? ລາວໄດ້ວິເຄາະພຣະທຳເຫຼົ່ານັ້ນບໍ? (ລາວບໍ່ໄດ້ເຮັດ). ບາງຄົນເວົ້າວ່າ “ຖ້າລາວບໍ່ໄດ້ກວດສອບ ຫຼື ວິເຄາະພຣະທຳຂອງພຣະເຈົ້າ, ແລ້ວລາວຮູ້ສຶກທຸກໃຈເພື່ອຫຍັງ?” ເຈົ້າບໍ່ອະນຸຍາດໃຫ້ລາວຮູ້ສຶກທຸກໃຈບໍ? ລາວຮູ້ສຶກທຸກໃຈຫຼາຍ ແລະ ຍັງສາມາດອ່ອນນ້ອມໄດ້, ເຈົ້າສາມາດອ່ອນນ້ອມໄດ້ບໍ ແມ່ນແຕ່ຕອນທີ່ເຈົ້າບໍ່ຮູ້ສຶກທຸກໃຈ? ມີການອ່ອນນ້ອມຫຼາຍສໍ່າໃດຢູ່ພາຍໃນຕົວເຈົ້າ? ການທີ່ຄວາມທຸກໃຈ ແລະ ຄວາມເຈັບປວດດັ່ງກ່າວບໍ່ມີຜົນກະທົບຕໍ່ການອ່ອນນ້ອມຂອງອັບຣາຮາມນັ້ນ ພິສູດໃຫ້ເຫັນວ່າການອ່ອນນ້ອມນີ້ເປັນສິ່ງທີ່ແທ້ຈິງ, ມັນບໍ່ແມ່ນຄຳຕົວະ. ນີ້ຄືຄຳພະຍານຂອງມະນຸດທີ່ຖືກສ້າງຂຶ້ນເພື່ອພຣະເຈົ້າຕໍ່ໜ້າຊາຕານ, ຕໍ່ໜ້າທຸກຊັບພະສິ່ງ, ຕໍ່ໜ້າສິ່ງຖືກສ້າງທັງປວງ ແລະ ຄຳພະຍານນີ້ກໍຊ່າງມີພະລັງ, ຊ່າງລໍ້າຄ່າຫຼາຍ!
ໃນເລື່ອງລາວຂອງໂນອາ ແລະ ອັບຣາຮາມ ແລະ ໃນເລື່ອງລາວຂອງໂຢບ, ໃນພຶດຕິກຳ ແລະ ຄຳເວົ້າຂອງພວກເຂົາ ແລະ ໃນທັດສະນະຄະຕິຂອງພວກເຂົາ ພ້ອມທັງທຸກຄຳເວົ້າ ແລະ ການກະທຳຂອງພວກເຂົາ ເມື່ອພຣະທຳ ແລະ ການກະທຳຂອງພຣະເຈົ້າມາເຖິງພວກເຂົາ ແມ່ນຫຍັງກັນແທ້ທີ່ໄດ້ເຮັດໃຫ້ຄົນຮຸ່ນຫຼັງຊາບຊຶ້ງໃຈ? ສິ່ງທີ່ເຮັດໃຫ້ຜູ້ຄົນຊາບຊຶ້ງໃຈທີ່ສຸດກ່ຽວກັບທັດສະນະຄະຕິຂອງບຸກຄົນທັງສາມນີ້ທີ່ມີຕໍ່ພຣະທຳຂອງພຣະເຈົ້າ ແລະ ທັດສະນະຄະຕິຂອງພວກເຂົາ ພ້ອມທັງທຸກຄຳເວົ້າ ແລະ ການກະທຳ ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກທີ່ໄດ້ຍິນສິ່ງທີ່ພຣະເຈົ້າສັ່ງການ ແລະ ຮຽກຮ້ອງ ກໍຄືຄວາມຈິງໃຈຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ເຊິ່ງເປັນພຣະຜູ້ສ້າງນັ້ນ ຊ່າງບໍລິສຸດ ແລະ ບາກບັ່ນພຽງໃດ. ສຳລັບຜູ້ຄົນໃນປັດຈຸບັນ, ຄວາມບໍລິສຸດ ແລະ ຄວາມບາກບັ່ນນີ້ອາດຈະຖືກເອີ້ນວ່າຄວາມໂງ່ຈ້າ ແລະ ຄວາມໝົກມຸ້ນ; ແຕ່ສຳລັບເຮົາແລ້ວ, ຄວາມບໍລິສຸດ ແລະ ຄວາມບາກບັ່ນຂອງພວກເຂົາແມ່ນສິ່ງທີ່ໜ້າຊາບຊຶ້ງ ແລະ ສຳຜັດໃຈທີ່ສຸດກ່ຽວກັບພວກເຂົາ ແລະ ຍິ່ງໄປກວ່ານັ້ນ ມັນເປັນສິ່ງທີ່ຮູ້ສຶກວ່າໄກເກີນເອື້ອມສຳລັບຄົນອື່ນ. ຈາກບຸກຄົນເຫຼົ່ານີ້ ເຮົາໄດ້ຊື່ນຊົມ ແລະ ໄດ້ເຫັນຢ່າງແທ້ຈິງວ່າຄົນດີມີລັກສະນະເປັນແນວໃດ; ຈາກພຶດຕິກຳ ແລະ ຄຳເວົ້າຂອງພວກເຂົາ, ພ້ອມທັງທັດສະນະຄະຕິຂອງພວກເຂົາເມື່ອປະເຊີນກັບພຣະທຳຂອງພຣະເຈົ້າ ແລະ ເມື່ອພວກເຂົາຟັງພຣະທຳຂອງພຣະເຈົ້າ, ເຮົາເຫັນວ່າຜູ້ຄົນທີ່ພຣະເຈົ້າຖືວ່າຊອບທຳ ແລະ ສົມບູນນັ້ນເປັນແນວໃດ. ແລ້ວຄວາມຮູ້ສຶກທີ່ໂດດເດັ່ນທີ່ສຸດທີ່ເຮົາປະສົບ ຫຼັງຈາກທີ່ໄດ້ອ່ານ ແລະ ເຂົ້າໃຈເລື່ອງລາວຂອງຄົນເຫຼົ່ານີ້ແມ່ນຫຍັງ? ມັນຄືການລະນຶກເຖິງຢ່າງເລິກເຊິ່ງ, ຄວາມຜູກພັນ ແລະ ຄວາມຊື່ນຊົມຕໍ່ບຸກຄົນເຫຼົ່ານີ້. ນີ້ບໍ່ແມ່ນຄວາມຮູ້ສຶກຂອງການຊາບຊຶ້ງໃຈບໍ? ເປັນຫຍັງເຮົາຈຶ່ງມີຄວາມຮູ້ສຶກແບບນີ້? ຕະຫຼອດປະຫວັດສາດອັນຍາວນານຂອງມະນຸດຊາດ, ບໍ່ເຄີຍມີປຶ້ມປະຫວັດສາດຫົວໃດທີ່ເນັ້ນໃສ່ການບັນທຶກ, ການຍົກຍ້ອງ ແລະ ການເຜີຍແຜ່ເລື່ອງລາວຂອງຄົນທັງສາມນີ້ ແລະ ບໍ່ເຄີຍມີໃຜໃຊ້ເລື່ອງລາວຂອງພວກເຂົາເພື່ອສັ່ງສອນຄົນຮຸ່ນຫຼັງ, ໂດຍປະຕິບັດຕໍ່ພວກເຂົາໃຫ້ເປັນຄົນທີ່ຄົນຮຸ່ນຫຼັງຄວນເອົາເປັນແບບຢ່າງ. ແຕ່ມີສິ່ງໜຶ່ງທີ່ຜູ້ຄົນໃນໂລກບໍ່ຮູ້: ໃນຊ່ວງເວລາທີ່ແຕກຕ່າງກັນ, ແຕ່ລະຄົນໃນບັນດາຊາຍທັງສາມຄົນນີ້ໄດ້ຍິນບາງສິ່ງທີ່ແຕກຕ່າງກັນຈາກພຣະເຈົ້າ, ແຕ່ລະຄົນໄດ້ຮັບພຣະບັນຊາທີ່ແຕກຕ່າງກັນຈາກພຣະເຈົ້າ, ແຕ່ລະຄົນມີຂໍ້ກຳນົດທີ່ແຕກຕ່າງກັນທີ່ພຣະເຈົ້າຮຽກຮ້ອງຈາກພວກເຂົາ, ແຕ່ລະຄົນໄດ້ເຮັດບາງສິ່ງທີ່ແຕກຕ່າງກັນເພື່ອພຣະເຈົ້າ ແລະ ເຮັດສຳເລັດວຽກງານທີ່ແຕກຕ່າງກັນທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຂົາ, ແຕ່ພວກເຂົາທຸກຄົນກໍມີສິ່ງໜຶ່ງທີ່ຄືກັນ. ມັນແມ່ນຫຍັງ? ພວກເຂົາທຸກຄົນໃຊ້ຊີວິດຕາມຄວາມຄາດຫວັງຂອງພຣະເຈົ້າ. ຫຼັງຈາກທີ່ໄດ້ຍິນພຣະເຈົ້າກ່າວ, ພວກເຂົາສາມາດຍອມຮັບສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຂົາ ແລະ ໄດ້ຮຽກຮ້ອງຈາກພວກເຂົາ ແລະ ຫຼັງຈາກນັ້ນ ພວກເຂົາກໍສາມາດອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າກ່າວ, ພວກເຂົາສາມາດອ່ອນນ້ອມຕໍ່ທຸກສິ່ງທຸກຢ່າງທີ່ພວກເຂົາໄດ້ຍິນພຣະເຈົ້າຮຽກຮ້ອງຈາກພວກເຂົາ. ພວກເຂົາໄດ້ເຮັດຫຍັງທີ່ໃຊ້ຊີວິດຕາມຄວາມຄາດຫວັງຂອງພຣະເຈົ້າ? ໃນທ່າມກາງມະນຸດຊາດທັງປວງ, ພວກເຂົາໄດ້ກາຍເປັນຕົວຢ່າງໃນການຮັບຟັງ, ການຍອມຮັບ ແລະ ການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ໃນການເປັນປະຈັກພະຍານທີ່ໜັກແໜ້ນໃຫ້ແກ່ພຣະເຈົ້າຕໍ່ໜ້າຊາຕານ. ພວກເຂົາຄືຄົນທີ່ຜູ້ຄົນຄວນເອົາເປັນແບບຢ່າງ, ເພາະໃນສາຍຕາຂອງພຣະເຈົ້າ ພວກເຂົາສົມບູນ ແລະ ຊອບທຳ. ແລ້ວໃນທີ່ສຸດ ສິ່ງທີ່ສຳຄັນທີ່ສຸດທີ່ເລື່ອງນີ້ບອກພວກເຮົາແມ່ນຫຍັງ? ນັ້ນກໍຄື ຄົນເຫຼົ່ານີ້ແມ່ນຄົນປະເພດທີ່ພຣະເຈົ້າຕ້ອງການ, ເປັນຄົນທີ່ສາມາດເຂົ້າໃຈສິ່ງທີ່ພຣະເຈົ້າກ່າວ, ຜູ້ທີ່ສາມາດໃຊ້ຫົວໃຈຂອງພວກເຂົາເພື່ອຮັບຟັງ, ກຳແໜ້ນ, ຢັ່ງຮູ້, ຈັບໃຈຄວາມ ແລະ ອ່ອນນ້ອມ ແລະ ປະຕິບັດພຣະທຳຂອງພຣະຜູ້ສ້າງ; ຄົນດັ່ງກ່າວເປັນທີ່ຮັກຂອງພຣະເຈົ້າ. ບໍ່ວ່າການລອງໃຈ ແລະ ການທົດສອບທີ່ພຣະເຈົ້າໃຫ້ພວກເຂົາປະເຊີນກ່ອນທີ່ພຣະອົງຈະຮັບຮອງການກະທຳທີ່ຊອບທຳຂອງພວກເຂົາຈະຍິ່ງໃຫຍ່ສໍ່າໃດກໍຕາມ, ຫຼັງຈາກທີ່ພວກເຂົາເປັນປະຈັກພະຍານທີ່ໜັກແໜ້ນໃຫ້ແກ່ພຣະເຈົ້າ, ພວກເຂົາກໍຈະກາຍເປັນສິ່ງທີ່ລໍ້າຄ່າທີ່ສຸດໃນພຣະຫັດຂອງພຣະເຈົ້າ ແລະ ເປັນຜູ້ທີ່ຈະມີຊີວິດຕະຫຼອດໄປໃນສາຍຕາຂອງພຣະເຈົ້າ. ນີ້ຄືຂໍ້ເທັດຈິງທີ່ສິ່ງນີ້ບອກພວກເຮົາ. ນີ້ຄືສິ່ງທີ່ເຮົາປາຖະໜາທີ່ຈະບອກພວກເຈົ້າຜ່ານການໂອ້ລົມກ່ຽວກັບເລື່ອງລາວຂອງໂນອາ ແລະ ອັບຣາຮາມ ແລະ ເປັນສິ່ງທີ່ພວກເຈົ້າຄວນເຂົ້າໃຈ. ຄວາມໝາຍໂດຍໄນກໍຄື ຜູ້ທີ່ຍັງບໍ່ເຂົ້າໃຈພຣະທຳຂອງພຣະຜູ້ສ້າງ ແລະ ຍັງບໍ່ຮູ້ວ່າການຮັບຟັງພຣະທຳຂອງພຣະຜູ້ສ້າງເປັນຄວາມຮັບຜິດຊອບ, ພັນທະ ແລະ ໜ້າທີ່ຂອງພວກເຂົາ ແລະ ບໍ່ຮັບຮູ້ວ່າການຍອມຮັບ ແລະ ການອ່ອນນ້ອມຕໍ່ພຣະທຳຂອງພຣະຜູ້ສ້າງເປັນທັດສະນະຄະຕິທີ່ມະນຸດທີ່ຖືກສ້າງຂຶ້ນຄວນມີ, ບໍ່ວ່າພວກເຂົາຈະຕິດຕາມພຣະເຈົ້າມາຈັກປີແລ້ວກໍຕາມ, ຄົນດັ່ງກ່າວຄືຜູ້ທີ່ຈະຖືກກຳຈັດໂດຍພຣະເຈົ້າ. ພຣະເຈົ້າບໍ່ຕ້ອງການຄົນດັ່ງກ່າວ, ພຣະອົງລັງກຽດຄົນດັ່ງກ່າວ. ແລ້ວໃນທີ່ສຸດ ມີຈັກຄົນທີ່ສາມາດຮັບຟັງ, ຍອມຮັບ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະຜູ້ສ້າງຢ່າງສົມບູນ? ມີຫຼາຍເທົ່າທີ່ສາມາດເຮັດໄດ້. ຜູ້ທີ່ຕິດຕາມພຣະເຈົ້າມາຫຼາຍປີ ແຕ່ກໍຍັງດູຖູກຄວາມຈິງ, ລະເມີດຫຼັກການຢ່າງໜ້າດ້ານໆ ແລະ ຜູ້ທີ່ບໍ່ສາມາດຍອມຮັບ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ບໍ່ວ່າພຣະທຳເຫຼົ່ານັ້ນຈະຖືກກ່າວໃນເນື້ອໜັງ ຫຼື ໂລກຝ່າຍວິນຍານກໍຕາມ, ໃນທີ່ສຸດແລ້ວກໍຍັງຈະຕ້ອງປະເຊີນກັບຈຸດຈົບດຽວ: ການຖືກກຳຈັດ.
ດຽວນີ້ເປັນເວລາສາມສິບປີແລ້ວ ຕັ້ງແຕ່ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ມາປະຕິບັດພາລະກິດເທິງແຜ່ນດິນໂລກ. ພຣະອົງໄດ້ກ່າວພຣະທຳຫຼາຍຂໍ້ ແລະ ສະແດງຄວາມຈິງຫຼາຍຢ່າງ. ບໍ່ວ່າພຣະອົງຈະກ່າວແນວໃດ, ພຣະອົງຈະໃຊ້ວິທີການໃດກໍຕາມເພື່ອກ່າວ ແລະ ບໍ່ວ່າພຣະອົງຈະກ່າວເນື້ອຫາຫຼາຍສໍ່າໃດກໍຕາມ, ພຣະອົງມີພຽງຂໍ້ກຳນົດດຽວສຳລັບຜູ້ຄົນ ນັ້ນກໍຄື ພວກເຂົາສາມາດຮັບຟັງ, ຍອມຮັບ ແລະ ອ່ອນນ້ອມ. ເຖິງຢ່າງໃດກໍຕາມ, ມີຫຼາຍຄົນທີ່ບໍ່ສາມາດຈັບໃຈຄວາມ ຫຼື ປະຕິບັດຕາມຂໍ້ກຳນົດທີ່ງ່າຍດາຍທີ່ສຸດນີ້ໄດ້. ສິ່ງນີ້ເປັນເລື່ອງທີ່ຫຍຸ້ງຍາກຫຼາຍ ແລະ ມັນສະແດງໃຫ້ເຫັນວ່າ ມະນຸດຊາດເສື່ອມຊາມຢ່າງເລິກເຊິ່ງ, ມີຄວາມຫຍຸ້ງຍາກຫຼາຍໃນການຍອມຮັບຄວາມຈິງ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ງ່າຍໆ. ແມ່ນແຕ່ຕອນນີ້, ທັງໆທີ່ຜູ້ຄົນຮັບຮູ້ວ່າມະນຸດຖືກສ້າງຂຶ້ນໂດຍພຣະເຈົ້າ ແລະ ຮັບຮູ້ຂໍ້ເທັດຈິງທີ່ວ່າພຣະເຈົ້າໃນເນື້ອໜັງຄືພຣະເຈົ້າເອງ, ຜູ້ຄົນກໍຍັງຕໍ່ຕ້ານ ແລະ ຂັດຂືນພຣະເຈົ້າ ພ້ອມທັງປະຕິເສດພຣະທຳຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະອົງ. ພວກເຂົາເຖິງກັບກວດສອບ, ວິເຄາະ, ປະຕິເສດ ແລະ ເມີນເສີຍຕໍ່ພຣະທຳທີ່ກ່າວໂດຍການບັງເກີດເປັນເນື້ອໜັງຂອງພຣະເຈົ້າ, ໂດຍບໍ່ເຂົ້າໃຈວ່າສິ່ງທີ່ຖືກສ້າງຄວນປະຕິບັດຕໍ່ພຣະທຳຂອງພຣະເຈົ້າແນວໃດ ແລະ ພວກເຂົາຄວນມີທັດສະນະຄະຕິແນວໃດຕໍ່ພຣະທຳຂອງພຣະເຈົ້າ. ສິ່ງນີ້ເປັນຕາໂສກເສົ້າຢ່າງແທ້ຈິງ. ແມ່ນແຕ່ຕອນນີ້, ຜູ້ຄົນກໍບໍ່ຮູ້ວ່າພວກເຂົາແມ່ນໃຜ, ພວກເຂົາຄວນຢືນຢູ່ໃນຕຳແໜ່ງໃດ ຫຼື ພວກເຂົາຄວນເຮັດຫຍັງ. ບາງຄົນເຖິງກັບຈົ່ມຕໍ່ວ່າພຣະເຈົ້າຢູ່ຕະຫຼອດເວລາ ໂດຍເວົ້າວ່າ “ເປັນຫຍັງພຣະເຈົ້າຈຶ່ງສະແດງຄວາມຈິງໃນພາລະກິດຂອງພຣະອົງຢູ່ສະເໝີ? ເປັນຫຍັງພຣະອົງຈຶ່ງຮຽກຮ້ອງໃຫ້ພວກເຮົາຍອມຮັບຄວາມຈິງຢູ່ສະເໝີ? ເມື່ອພຣະເຈົ້າກ່າວ ແລະ ປະຕິບັດພາລະກິດ, ພຣະອົງຄວນປຶກສາພວກເຮົາ ແລະ ພຣະອົງບໍ່ຄວນເຮັດໃຫ້ສິ່ງຕ່າງໆຍາກລຳບາກສຳລັບພວກເຮົາຢູ່ສະເໝີ. ພວກເຮົາບໍ່ມີເຫດຜົນທີ່ຈະເຊື່ອຟັງພຣະອົງຢ່າງເດັດຂາດ, ພວກເຮົາຕ້ອງການສິດທິມະນຸດ ແລະ ເສລີພາບ, ພວກເຮົາຄວນຍົກມືລົງຄະແນນສຽງກ່ຽວກັບຂໍ້ກຳນົດທີ່ພຣະເຈົ້າສະເໜີຕໍ່ພວກເຮົາ ແລະ ພວກເຮົາທຸກຄົນກໍຄວນມີການສົນທະນາ ແລະ ບັນລຸຂໍ້ຕົກລົງຮ່ວມກັນ. ເຮືອນຂອງພຣະເຈົ້າຄວນນໍາໃຊ້ປະຊາທິປະໄຕ ແລະ ທຸກຄົນຄວນຕັດສິນໃຈເດັດຂາດຮ່ວມກັນ”. ແມ່ນແຕ່ຕອນນີ້, ຫຼາຍຄົນກໍຍັງມີມຸມມອງນີ້ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ເວົ້າມັນອອກມາຢ່າງເປີດເຜີຍ, ພວກເຂົາກໍເກັບມັນໄວ້ໃນຫົວໃຈຂອງພວກເຂົາ. ຖ້າເຮົາບໍ່ມີສິດທີ່ຈະຮຽກຮ້ອງສິ່ງໃດຈາກເຈົ້າ, ຖ້າເຮົາບໍ່ມີສິດທີ່ຈະຮຽກຮ້ອງໃຫ້ເຈົ້າເຊື່ອຟັງສິ່ງທີ່ເຮົາເວົ້າ ແລະ ຮຽກຮ້ອງການອ່ອນນ້ອມຢ່າງທີ່ສຸດຂອງເຈົ້າຕໍ່ສິ່ງທີ່ເຮົາເວົ້າ, ແລ້ວໃຜມີສິດ? ຖ້າເຈົ້າເຊື່ອວ່າພຣະເຈົ້າໃນສະຫວັນມີສິດທີ່ຈະເຮັດເຊັ່ນນັ້ນ ແລະ ພຣະເຈົ້າໃນສະຫວັນມີສິດທີ່ຈະກ່າວກັບເຈົ້າຈາກທ້ອງຟ້າຜ່ານສຽງຟ້າຮ້ອງ, ນັ້ນກໍດີເລີຍ! ນັ້ນໝາຍຄວາມວ່າ ເຮົາຈະບໍ່ຕ້ອງອົດທົນ ແລະ ຈິງຈັງ ຫຼື ເສຍລົມຫາຍໃຈຂອງເຮົາເພື່ອເວົ້າກັບເຈົ້າ, ເຮົາບໍ່ຕ້ອງການເວົ້າຫຍັງກັບເຈົ້າອີກຕໍ່ໄປ. ຖ້າເຈົ້າເຊື່ອວ່າພຣະເຈົ້າໃນສະຫວັນມີສິດທີ່ຈະກ່າວກັບເຈົ້າຈາກທ້ອງຟ້າ, ຈາກກ້ອນເມກ, ແລ້ວກໍຈົ່ງໄປຟັງ, ຈົ່ງໄປຊອກຫາພຣະທຳຂອງພຣະອົງ, ຈົ່ງລໍຖ້າໃຫ້ພຣະເຈົ້າໃນສະຫວັນກ່າວກັບເຈົ້າໃນທ້ອງຟ້າ, ໃນກ້ອນເມກ, ທ່າມກາງກອງໄຟ. ແຕ່ມີສິ່ງໜຶ່ງທີ່ເຈົ້າຕ້ອງຊັດເຈນກໍຄື: ຖ້າມື້ນັ້ນມາເຖິງຢ່າງແທ້ຈິງ, ເວລາແຫ່ງຄວາມຕາຍຂອງເຈົ້າກໍຈະມາເຖິງ. ມັນຈະດີກວ່າຖ້າມື້ນັ້ນບໍ່ມາເຖິງ. “ມັນຈະດີກວ່າຖ້າມື້ນັ້ນບໍ່ມາເຖິງ”, ຄຳເວົ້າເຫຼົ່ານີ້ໝາຍຄວາມວ່າແນວໃດ? ພຣະເຈົ້າໄດ້ກາຍເປັນມະນຸດເພື່ອກ່າວກັບມະນຸດແບບເຊິ່ງໜ້າເທິງແຜ່ນດິນໂລກດ້ວຍພຣະອົງເອງ, ເພື່ອປະກາດຄວາມຈິງທີ່ບອກຜູ້ຄົນເຖິງທຸກສິ່ງທີ່ພວກເຂົາຄວນເຮັດ, ແຕ່ຜູ້ຄົນກໍຍັງດູຖູກ ແລະ ບໍ່ໃສ່ໃຈ; ໃນໃຈຂອງພວກເຂົາ, ພວກເຂົາຕໍ່ຕ້ານ ແລະ ແຂ່ງຂັນກັບພຣະເຈົ້າຢ່າງລັບໆ. ພວກເຂົາບໍ່ປາຖະໜາທີ່ຈະຟັງ, ໂດຍເຊື່ອວ່າພຣະເຈົ້າເທິງແຜ່ນດິນໂລກບໍ່ມີສິດທີ່ຈະພະຍາຍາມປົກຄອງຜູ້ຄົນ. ທັດສະນະຄະຕິທີ່ຜູ້ຄົນມີນີ້ເຮັດໃຫ້ພຣະເຈົ້າມີຄວາມສຸກ ຫຼື ມັນເຮັດໃຫ້ພຣະອົງຂັດເຄືອງໃຈ? (ມັນເຮັດໃຫ້ພຣະອົງຂັດເຄືອງໃຈ). ແລ້ວພຣະເຈົ້າຈະເຮັດແນວໃດເມື່ອພຣະອົງຂັດເຄືອງໃຈ? ຜູ້ຄົນຈະປະເຊີນກັບຄວາມໂກດຮ້າຍຂອງພຣະເຈົ້າ, ພວກເຈົ້າເຂົ້າໃຈສິ່ງນີ້, ແມ່ນບໍ? ຄວາມໂກດຮ້າຍຂອງພຣະເຈົ້າ, ບໍ່ແມ່ນການທົດສອບຂອງພຣະເຈົ້າ; ສິ່ງເຫຼົ່ານີ້ແມ່ນສອງແນວຄວາມຄິດທີ່ແຍກກັນ. ເມື່ອຄວາມໂກດຮ້າຍຂອງພຣະເຈົ້າມາເຖິງຜູ້ຄົນ, ພວກເຂົາກໍຕົກຢູ່ໃນອັນຕະລາຍ. ພວກເຈົ້າຄິດວ່າພຣະເຈົ້າໂກດຮ້າຍຜູ້ທີ່ພຣະອົງຮັກບໍ? ພຣະອົງໂກດຮ້າຍຕໍ່ຜູ້ທີ່ສົມຄວນຈະດຳລົງຊີວິດຢູ່ໃນແສງສະຫວ່າງແຫ່ງພຣະພັກຂອງພຣະເຈົ້າບໍ? (ບໍ່). ພຣະເຈົ້າໂກດຮ້າຍຕໍ່ຄົນປະເພດໃດ? ສຳລັບຜູ້ທີ່ຕິດຕາມພຣະອົງມາຫຼາຍປີ ແຕ່ກໍຍັງບໍ່ເຂົ້າໃຈພຣະທຳຂອງພຣະອົງ, ຜູ້ທີ່ຍັງບໍ່ຮູ້ວ່າພວກເຂົາຄວນຈະຟັງພຣະທຳຂອງພຣະເຈົ້າ, ຜູ້ທີ່ຂາດຄວາມຮັບຮູ້ທີ່ຈະຍອມຮັບ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ, ພຣະເຈົ້າຮູ້ສຶກເບື່ອໜ່າຍ ແລະ ລັງກຽດຄົນດັ່ງກ່າວ ແລະ ບໍ່ປາຖະໜາທີ່ຈະຊ່ວຍໃຫ້ພວກເຂົາລອດພົ້ນ. ພວກເຈົ້າເຂົ້າໃຈສິ່ງນີ້, ແມ່ນບໍ? ສະນັ້ນ ທັດສະນະຄະຕິຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ, ພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ແລະ ຄວາມຈິງຄວນເປັນແນວໃດ? (ພວກເຮົາຄວນຮັບຟັງ, ຍອມຮັບ ແລະ ອ່ອນນ້ອມ). ຖືກຕ້ອງແລ້ວ. ພວກເຈົ້າຕ້ອງຮັບຟັງ, ຍອມຮັບ ແລະ ອ່ອນນ້ອມ. ບໍ່ມີຫຍັງງ່າຍໄປກວ່ານີ້ອີກແລ້ວ. ຫຼັງຈາກທີ່ຮັບຟັງແລ້ວ, ພວກເຈົ້າຕ້ອງຍອມຮັບໃນໃຈຂອງເຈົ້າ. ຖ້າເຈົ້າບໍ່ສາມາດຍອມຮັບບາງສິ່ງບາງຢ່າງໄດ້, ເຈົ້າຕ້ອງສືບຕໍ່ສະແຫວງຫາຈົນກວ່າຈະສາມາດຍອມຮັບໄດ້ຢ່າງສົມບູນ, ຈາກນັ້ນ ທັນທີທີ່ເຈົ້າຍອມຮັບມັນ ເຈົ້າກໍຕ້ອງອ່ອນນ້ອມ. ການອ່ອນນ້ອມໝາຍຄວາມວ່າແນວໃດ? ມັນໝາຍເຖິງການປະຕິບັດ ແລະ ການຈັດຕັ້ງປະຕິບັດ. ຢ່າເມີນເສີຍຕໍ່ສິ່ງຕ່າງໆຫຼັງຈາກທີ່ໄດ້ຍິນພວກມັນ, ພາຍນອກກໍສັນຍາວ່າຈະເຮັດ, ຈົດບັນທຶກໄວ້, ຂຽນລົງໄປ, ໄດ້ຍິນດ້ວຍຫູຂອງເຈົ້າ ແຕ່ບໍ່ໄດ້ໃສ່ໃຈ ແລະ ພຽງແຕ່ສືບຕໍ່ເຮັດຕາມວິທີເດີມໆຂອງຕົນເອງ ແລະ ເຮັດທຸກຢ່າງທີ່ຕົນເອງປາຖະໜາເມື່ອເຖິງເວລາທີ່ຕ້ອງລົງມືເຮັດ, ໂດຍປ່ອຍສິ່ງທີ່ຈົດບັນທຶກໄວ້ຖິ້ມໄວ້ທາງຫຼັງ ແລະ ປະຕິບັດຕໍ່ສິ່ງນັ້ນຄືກັບວ່າມັນບໍ່ສຳຄັນ. ນີ້ບໍ່ແມ່ນການອ່ອນນ້ອມ. ການອ່ອນນ້ອມທີ່ແທ້ຈິງຕໍ່ພຣະທຳຂອງພຣະເຈົ້າໝາຍເຖິງການຮັບຟັງ ແລະ ການຈັບໃຈຄວາມພຣະທຳເຫຼົ່ານັ້ນດ້ວຍຫົວໃຈຂອງເຈົ້າ ແລະ ການຍອມຮັບພຣະທຳເຫຼົ່ານັ້ນຢ່າງແທ້ຈິງ, ໂດຍຍອມຮັບວ່າເປັນຄວາມຮັບຜິດຊອບທີ່ຫຼີກລ່ຽງບໍ່ໄດ້. ມັນບໍ່ແມ່ນພຽງແຕ່ການເວົ້າວ່າຍອມຮັບພຣະທຳຂອງພຣະເຈົ້າ; ແຕ່ກົງກັນຂ້າມ ມັນຄືການຍອມຮັບພຣະທຳຂອງພຣະອົງຈາກໃຈ, ປ່ຽນການຍອມຮັບພຣະທຳຂອງພຣະອົງໃຫ້ກາຍເປັນການກະທຳທີ່ສຳພັນກັບຊີວິດຈິງ ແລະ ຈັດຕັ້ງປະຕິບັດພຣະທຳຂອງພຣະອົງ ໂດຍບໍ່ມີການບ່ຽງເບນໃດໆເລີຍ. ຖ້າສິ່ງທີ່ເຈົ້າຄິດ, ສິ່ງທີ່ເຈົ້າລົງມືເຮັດ ແລະ ລາຄາທີ່ເຈົ້າຈ່າຍລ້ວນແຕ່ເປັນໄປເພື່ອຕອບສະໜອງຂໍ້ກຳນົດຂອງພຣະເຈົ້າ, ນັ້ນກໍຄືການຈັດຕັ້ງປະຕິບັດພຣະທຳຂອງພຣະເຈົ້າ. “ການອ່ອນນ້ອມ” ບົ່ງບອກເຖິງຫຍັງ? ມັນບົ່ງບອກເຖິງການປະຕິບັດ ແລະ ການຈັດຕັ້ງປະຕິບັດ, ການປ່ຽນພຣະທຳຂອງພຣະເຈົ້າໃຫ້ກາຍເປັນຄວາມເປັນຈິງ. ຖ້າເຈົ້າຈົດບັນທຶກພຣະທຳທີ່ພຣະເຈົ້າກ່າວ ແລະ ຂໍ້ກຳນົດຂອງພຣະອົງລົງໃນປຶ້ມບັນທຶກ ແລະ ຂຽນລົງໃນເຈ້ຍ ແຕ່ບໍ່ໄດ້ບັນທຶກໄວ້ໃນໃຈຂອງເຈົ້າ ແລະ ເຈົ້າເຮັດຕາມທີ່ເຈົ້າປາຖະໜາເມື່ອຮອດເວລາທີ່ຕ້ອງລົງມືເຮັດ ແລະ ມັນເບິ່ງຈາກພາຍນອກແລ້ວຄືກັບວ່າເຈົ້າໄດ້ເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງ ແຕ່ເຈົ້າໄດ້ເຮັດຕາມຄວາມປະສົງຂອງເຈົ້າເອງ, ແລ້ວນັ້ນກໍບໍ່ແມ່ນການຮັບຟັງ, ການຍອມຮັບ ແລະ ການອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ, ນີ້ຄືການດູຖູກຄວາມຈິງ, ມັນຄືການລະເມີດຫຼັກການຢ່າງໜ້າດ້ານໆ ແລະ ການເມີນເສີຍຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ. ມັນຄືການກະບົດ.
ຄັ້ງໜຶ່ງ, ເຮົາໄດ້ມອບໝາຍໃຫ້ຄົນຜູ້ໜຶ່ງເຮັດບາງສິ່ງບາງຢ່າງ. ໃນຂະນະທີ່ເຮົາອະທິບາຍໜ້າວຽກໃຫ້ລາວຟັງ, ລາວກໍຈົດບັນທຶກລົງໃນປຶ້ມບັນທຶກຂອງລາວຢ່າງລະມັດລະວັງ. ເຮົາເຫັນວ່າລາວລະມັດລະວັງສໍ່າໃດໃນການຈົດບັນທຶກ, ລາວເບິ່ງຄືວ່າຮູ້ສຶກເຖິງພາລະສຳລັບວຽກງານ ແລະ ມີທັດສະນະຄະຕິທີ່ລະມັດລະວັງ ແລະ ຮັບຜິດຊອບ. ຫຼັງຈາກທີ່ສື່ສານວຽກໃຫ້ລາວແລ້ວ, ເຮົາກໍລໍຖ້າການລາຍງານຄວາມຄືບໜ້າ; ສອງອາທິດຜ່ານໄປ ແລະ ລາວກໍຍັງບໍ່ໄດ້ສົ່ງຂ່າວກັບມາ. ສະນັ້ນ, ເຮົາຈຶ່ງໄປຊອກຫາລາວດ້ວຍຕົວເຮົາເອງ ແລະ ຖາມວ່າໜ້າວຽກທີ່ເຮົາໄດ້ມອບໃຫ້ລາວນັ້ນຄືບໜ້າໄປຮອດໃສແລ້ວ. ລາວເວົ້າວ່າ “ໂອ້ຍ, ບໍ່ໆ, ຂ້ອຍລືມໄປແລ້ວ! ບອກຂ້ອຍອີກເທື່ອໜຶ່ງດຸວ່າມັນແມ່ນຫຍັງ”. ພວກເຈົ້າຮູ້ສຶກແນວໃດກັບຄຳຕອບຂອງລາວ? ນັ້ນຄືທັດສະນະຄະຕິປະເພດທີ່ລາວມີເມື່ອເຮັດວຽກ. ເຮົາຄິດວ່າ “ຄົນຜູ້ນີ້ບໍ່ໜ້າໄວ້ໃຈແທ້ໆ. ໄປໃຫ້ພົ້ນຈາກເຮົາໄວໆເລີຍ! ເຮົາບໍ່ຢາກເຫັນໜ້າເຈົ້າອີກ!” ນັ້ນຄືສິ່ງທີ່ເຮົາຮູ້ສຶກ. ສະນັ້ນ, ເຮົາຈະບອກຂໍ້ເທັດຈິງໜຶ່ງໃຫ້ພວກເຈົ້າຮູ້: ພວກເຈົ້າຕ້ອງບໍ່ເອົາພຣະທຳຂອງພຣະເຈົ້າມາທຽບເທົ່າກັບຄຳຕົວະຂອງຄົນຫຼອກລວງຢ່າງເດັດຂາດ, ການເຮັດເຊັ່ນນັ້ນເປັນສິ່ງທີ່ໜ້າລັງກຽດສຳລັບພຣະເຈົ້າ. ມີບາງຄົນເວົ້າວ່າພວກເຂົາຮັກສາຄຳເວົ້າຂອງພວກເຂົາ, ຄຳເວົ້າຂອງພວກເຂົາຄືພັນທະຂອງພວກເຂົາ. ຖ້າເປັນເຊັ່ນນັ້ນ, ເມື່ອເວົ້າເຖິງພຣະທຳຂອງພຣະເຈົ້າ, ພວກເຂົາສາມາດເຮັດຕາມທີ່ພຣະທຳເຫຼົ່ານັ້ນກ່າວເມື່ອພວກເຂົາໄດ້ຍິນພຣະທຳເຫຼົ່ານັ້ນບໍ? ພວກເຂົາສາມາດຈັດຕັ້ງປະຕິບັດພຣະທຳເຫຼົ່ານັ້ນຢ່າງລະມັດລະວັງຄືກັບທີ່ພວກເຂົາເຮັດກັບວຽກງານສ່ວນຕົວຂອງພວກເຂົາບໍ? ທຸກປະໂຫຍກຂອງພຣະເຈົ້າລ້ວນແຕ່ສຳຄັນ. ພຣະອົງບໍ່ໄດ້ກ່າວຫຼິ້ນໆ. ສິ່ງທີ່ພຣະອົງກ່າວ, ຜູ້ຄົນຕ້ອງຈັດຕັ້ງປະຕິບັດ ແລະ ດຳເນີນງານ. ເມື່ອພຣະເຈົ້າກ່າວ, ພຣະອົງກຳລັງປຶກສາຫາລືກັບຜູ້ຄົນບໍ? ແນ່ນອນວ່າບໍ່ແມ່ນ. ພຣະອົງກຳລັງຖາມຄຳຖາມແບບປາລະໄນກັບເຈົ້າບໍ? ແນ່ນອນວ່າບໍ່ແມ່ນ. ຖ້າເຈົ້າສາມາດຮັບຮູ້ວ່າພຣະທຳ ແລະ ພຣະບັນຊາຂອງພຣະເຈົ້າຄືຄຳສັ່ງ, ມະນຸດຕ້ອງເຮັດຕາມທີ່ພຣະທຳເຫຼົ່ານັ້ນກ່າວ ແລະ ຈັດຕັ້ງປະຕິບັດພຣະທຳເຫຼົ່ານັ້ນ, ແລ້ວເຈົ້າກໍມີພັນທະທີ່ຈະຈັດຕັ້ງປະຕິບັດ ແລະ ລົງມືເຮັດຕາມພຣະທຳເຫຼົ່ານັ້ນ. ຖ້າເຈົ້າຄິດວ່າພຣະທຳຂອງພຣະເຈົ້າເປັນພຽງເລື່ອງຕະຫຼົກ, ເປັນພຽງຄຳເວົ້າທຳມະດາທີ່ສາມາດເຮັດ ຫຼື ບໍ່ເຮັດກໍໄດ້ຕາມທີ່ໃຈມັກ ແລະ ເຈົ້າປະຕິບັດຕໍ່ພຣະທຳເຫຼົ່ານັ້ນແບບນັ້ນ, ແລ້ວເຈົ້າກໍເປັນຄົນທີ່ບໍ່ມີເຫດຜົນເລີຍ ແລະ ບໍ່ສົມຄວນຖືກເອີ້ນວ່າຄົນ. ພຣະເຈົ້າຈະບໍ່ກ່າວກັບເຈົ້າອີກຕໍ່ໄປ. ຖ້າຄົນໃດໜຶ່ງເລືອກດ້ວຍຕົນເອງຢູ່ສະເໝີ ເມື່ອເວົ້າເຖິງຂໍ້ກຳນົດຂອງພຣະເຈົ້າ, ຕໍ່ຄຳສັ່ງຂອງພຣະອົງ ແລະ ພຣະບັນຊາຂອງພຣະອົງ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນດ້ວຍທັດສະນະຄະຕິທີ່ເຮັດພໍແລ້ວມືແລ້ວຕີນ, ແລ້ວພວກເຂົາກໍເປັນຄົນປະເພດທີ່ພຣະເຈົ້າລັງກຽດ. ໃນສິ່ງທີ່ເຮົາສັ່ງ ແລະ ມອບໝາຍໃຫ້ເຈົ້າໂດຍກົງ, ຖ້າເຈົ້າເຮັດໃຫ້ເຮົາຕ້ອງຊີ້ນຳ ແລະ ຊຸກຍູ້ເຈົ້າຢູ່ສະເໝີ, ຕ້ອງຕິດຕາມເຈົ້າ, ເຮັດໃຫ້ເຮົາກັງວົນ ແລະ ຕ້ອງສອບຖາມຢູ່ສະເໝີ, ຮຽກຮ້ອງໃຫ້ເຮົາກວດກາທຸກຢ່າງໃຫ້ເຈົ້າໃນທຸກບາດກ້າວ, ແລ້ວເຈົ້າກໍສົມຄວນຖືກກຳຈັດ. ມີຄົນປະເພດນີ້ຫຼາຍຄົນໃນໝູ່ຜູ້ທີ່ຖືກກຳຈັດອອກຈາກເຮືອນຂອງພຣະເຈົ້າໃນປັດຈຸບັນ. ເຮົາສັ່ງສອນພວກເຂົາສອງສາມເລື່ອງ ແລ້ວເຮົາກໍຖາມພວກເຂົາວ່າ: “ພວກເຈົ້າຈົດໄວ້ໝົດແລ້ວບໍ? ສິ່ງນີ້ຊັດເຈນແລ້ວບໍ? ພວກເຈົ້າມີຄຳຖາມຫຍັງບໍ?” ເຊິ່ງພວກເຂົາຕອບວ່າ: “ຂ້ານ້ອຍຈົດໄວ້ໝົດແລ້ວ, ບໍ່ມີບັນຫາຫຍັງ, ບໍ່ຕ້ອງກັງວົນ!” ພວກເຂົາຕົກລົງທີ່ຈະເຮັດສິ່ງເຫຼົ່ານັ້ນຢ່າງງ່າຍດາຍ, ເຖິງກັບເອົາມືວາງໄວ້ເທິງຫົວໃຈຂອງພວກເຂົາ ແລະ ສາບານກັບເຮົາ. ແຕ່ພວກເຂົາໄດ້ໄປຈັດຕັ້ງປະຕິບັດສິ່ງເຫຼົ່ານີ້ແທ້ໆບໍ ຫຼັງຈາກທີ່ພວກເຂົາຕົກລົງ? ບໍ່, ພວກເຂົາພຽງແຕ່ຫາຍຕົວໄປຢ່າງໄຮ້ຮ່ອງຮອຍ ແລະ ບໍ່ມີຂ່າວຄາວໃດໆຈາກພວກເຂົາອີກເລີຍ. ພວກເຂົາເຮັດໃນສິ່ງທີ່ພວກເຂົາມັກໃນທັນທີ, ປະຕິບັດຢ່າງວ່ອງໄວ ແລະ ເດັດຂາດ. ພວກເຂົາຕົກລົງຢ່າງງ່າຍດາຍຕໍ່ສິ່ງທີ່ເຮົາມອບໝາຍໃຫ້ພວກເຂົາ, ແຕ່ຫຼັງຈາກນັ້ນ ພວກເຂົາກໍພຽງແຕ່ເມີນເສີຍ ແລະ ເມື່ອເຮົາຕິດຕາມເລື່ອງນັ້ນກັບພວກເຂົາໃນພາຍຫຼັງ, ເຮົາກໍພົບວ່າພວກເຂົາບໍ່ໄດ້ເຮັດຫຍັງເລີຍ. ຄົນປະເພດນີ້ບໍ່ມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນໃດໆເລີຍ. ພວກເຂົາເປັນຄົນທີ່ບໍ່ມີຫຍັງດີ ແລະ ບໍ່ສົມຄວນທີ່ຈະປະຕິບັດໜ້າທີ່. ພວກເຂົາຊົ່ວກວ່າໝູ ຫຼື ໝາ. ເມື່ອຄົນເຮົາລ້ຽງໝາເຝົ້າບ້ານ, ເມື່ອພວກເຂົາບໍ່ຢູ່, ໝາກໍສາມາດຊ່ວຍເຝົ້າເຮືອນ ແລະ ເດີ່ນບ້ານໄດ້ ເມື່ອມີຄົນແປກໜ້າມາ. ມີຫຼາຍຄົນທີ່ເຮັດສິ່ງຕ່າງໆໄດ້ບໍ່ດີເທົ່າກັບໝາດ້ວຍຊໍ້າ. ບາງຄົນຕ້ອງມີຄົນຄອຍຊີ້ນຳພວກເຂົາຢູ່ສະເໝີ ເພື່ອໃຫ້ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາແມ່ນແຕ່ພຽງເລັກນ້ອຍ ແລະ ພວກເຂົາຕ້ອງມີຄົນຄອຍລິຮານພວກເຂົາຢູ່ສະເໝີ ແລະ ເຝົ້າເບິ່ງພວກເຂົາກ່ອນທີ່ພວກເຂົາຈະເຮັດຫຍັງ. ນີ້ແມ່ນການປະຕິບັດໜ້າທີ່ບໍ? ຄົນເຫຼົ່ານີ້ແມ່ນຄົນຂີ້ຕົວະ! ຖ້າພວກເຂົາບໍ່ໄດ້ວາງແຜນທີ່ຈະເຮັດມັນ, ແລ້ວເປັນຫຍັງພວກເຂົາຈຶ່ງຕົກລົງທີ່ຈະເຮັດ? ນີ້ບໍ່ແມ່ນການຕັ້ງໃຈຫຼອກລວງຜູ້ຄົນບໍ? ຖ້າພວກເຂົາຄິດວ່າໜ້າວຽກນັ້ນຈະຍາກ, ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າແຕ່ຫົວທີ? ເປັນຫຍັງພວກເຂົາຈຶ່ງສັນຍາວ່າຈະຈັດຕັ້ງປະຕິບັດ ແລ້ວກໍບໍ່ລົງມືເຮັດ? ຖ້າພວກເຂົາຫຼອກລວງຄົນອື່ນ ຄົນອື່ນກໍບໍ່ສາມາດເຮັດຫຍັງພວກເຂົາໄດ້, ແຕ່ຖ້າພວກເຂົາຫຼອກລວງພຣະເຈົ້າ, ຜົນທີ່ຈະຕາມມາແມ່ນຫຍັງ? ຄົນປະເພດນີ້ຄວນຖືກຈັດການ ແລະ ກຳຈັດ! ພວກເຈົ້າບໍ່ຄິດບໍວ່າ ຄົນທີ່ດູຖູກຄວາມຈິງ ແລະ ລະເມີດຫຼັກການຢ່າງໜ້າດ້ານໆນັ້ນເປັນຄົນບໍ່ດີ? ພວກເຂົາລ້ວນແຕ່ເປັນຄົນບໍ່ດີ, ພວກເຂົາລ້ວນແຕ່ເປັນຜີຮ້າຍ ແລະ ພວກເຂົາຄວນຖືກກຳຈັດ! ເພາະວ່າຄົນເຫຼົ່ານີ້ກະທຳການຢ່າງຕາມໃຈຊອບ, ລະເມີດຫຼັກການ, ກະບົດ ແລະ ບໍ່ເຊື່ອຟັງ, ສ້າງອານາຈັກຂອງຕົນເອງ ແລະ ເພາະວ່າພວກເຂົາຂີ້ຄ້ານ ແລະ ໄຮ້ຄວາມຮັບຜິດຊອບ, ພວກເຂົາຈຶ່ງໄດ້ນຳຄວາມສູນເສຍອັນໃຫຍ່ຫຼວງມາສູ່ຄຣິສຕະຈັກ! ໃຜຈະສາມາດຊົດໃຊ້ຄວາມສູນເສຍດັ່ງກ່າວໄດ້? ບໍ່ມີໃຜສາມາດແບກຮັບຄວາມຮັບຜິດຊອບດັ່ງກ່າວໄດ້. ຄົນເຫຼົ່ານີ້ຈົ່ມຕໍ່ວ່າ ແລະ ຍັງຄົງບໍ່ເຊື່ອໝັ້ນ ແລະ ບໍ່ພໍໃຈເມື່ອພວກເຂົາຖືກລິຮານ. ຄົນເຫຼົ່ານີ້ບໍ່ແມ່ນຜີຮ້າຍທີ່ບໍ່ມີເຫດຜົນບໍ? ພວກເຂົາເກີນກວ່າທີ່ຈະຊ່ວຍເຫຼືອໄດ້ຢ່າງແທ້ຈິງ ແລະ ຄວນຖືກກຳຈັດໄປດົນແລ້ວ!
ພວກເຈົ້າເຂົ້າໃຈບໍວ່າ ຈຸດປະສົງຂອງເລື່ອງລາວຂອງໂນອາ ແລະ ອັບຣາຮາມທີ່ພວກເຮົາໄດ້ໂອ້ລົມກັນໃນມື້ນີ້ແມ່ນຫຍັງ? ຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດນັ້ນສູງບໍ? (ບໍ່). ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຄືສິ່ງທີ່ຄວນເປັນພື້ນຖານທີ່ສຸດໃນມະນຸດທີ່ຖືກສ້າງຂຶ້ນ; ຂໍ້ກຳນົດຂອງພຣະອົງບໍ່ໄດ້ສູງເລີຍ ແລະ ພວກມັນສຳພັນກັບຊີວິດຈິງທີ່ສຸດ ແລະ ເປັນຈິງທີ່ສຸດ. ຜູ້ຄົນຕ້ອງມີສັດທາທີ່ແທ້ຈິງ ແລະ ການອ່ອນນ້ອມຢ່າງທີ່ສຸດຈຶ່ງຈະໄດ້ຮັບການຮັບຮອງຈາກພຣະເຈົ້າ; ມີພຽງຜູ້ທີ່ມີສອງສິ່ງນີ້ເທົ່ານັ້ນທີ່ຖືກຊ່ວຍໃຫ້ລອດພົ້ນຢ່າງແທ້ຈິງ. ແຕ່ສຳລັບຜູ້ທີ່ຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ, ຜູ້ທີ່ດູຖູກຄວາມຈິງ ແລະ ເບື່ອໜ່າຍຕໍ່ສິ່ງທີ່ເປັນບວກ ແລະ ສຳລັບຜູ້ທີ່ເປັນປໍລະປັກຕໍ່ຄວາມຈິງແລ້ວ, ບໍ່ມີຫຍັງຍາກໄປກວ່າສອງສິ່ງນີ້ອີກແລ້ວ! ສິ່ງນີ້ສາມາດບັນລຸໄດ້ໂດຍຜູ້ທີ່ມີຫົວໃຈທີ່ບໍລິສຸດ ແລະ ເປີດເຜີຍຕໍ່ພຣະເຈົ້າ, ຜູ້ທີ່ມີຄວາມເປັນມະນຸດ, ເຫດຜົນ ແລະ ສະຕິຮູ້ສຶກຜິດຊອບ ແລະ ຜູ້ທີ່ຮັກສິ່ງທີ່ເປັນບວກເທົ່ານັ້ນ. ພົບເຫັນສິ່ງເຫຼົ່ານີ້ໃນພວກເຈົ້າບໍ? ແລ້ວພົບເຫັນຄວາມບາກບັ່ນ ແລະ ຄວາມບໍລິສຸດທີ່ຜູ້ຄົນຄວນມີໃນຄວາມສຳພັນກັບພຣະເຈົ້າໃນຕົວໃຜ? ໃນເລື່ອງຂອງອາຍຸ, ພວກເຈົ້າທຸກຄົນທີ່ນັ່ງຢູ່ບ່ອນນີ້ລ້ວນແຕ່ອາຍຸນ້ອຍກວ່າໂນອາ ແລະ ອັບຣາຮາມ, ແຕ່ໃນເລື່ອງຂອງຄວາມບໍລິສຸດແລ້ວ, ພວກເຈົ້າບໍ່ສາມາດທຽບກັບພວກເຂົາໄດ້ເລີຍ. ບໍ່ພົບເຫັນຄວາມບໍລິສຸດ, ຄວາມສະຫຼາດ ແລະ ສະຕິປັນຍາໃນຕົວພວກເຈົ້າເລີຍ; ໃນທາງກົງກັນຂ້າມ, ເລ່ຫຼ່ຽມເລັກໆນ້ອຍໆພັດມີຢູ່ຢ່າງຫຼວງຫຼາຍ. ສະນັ້ນ, ຈະແກ້ໄຂບັນຫານີ້ໄດ້ແນວໃດ? ມີວິທີໃດທີ່ຈະຕອບສະໜອງຂໍ້ກຳນົດຂອງພຣະເຈົ້າບໍ? ມີເສັ້ນທາງບໍ? ຈະເລີ່ມຕົ້ນຈາກໃສ? (ໂດຍການຮັບຟັງພຣະທຳຂອງພຣະເຈົ້າ). ຖືກຕ້ອງແລ້ວ: ໂດຍການຮຽນຮູ້ທີ່ຈະຮັບຟັງ ແລະ ອ່ອນນ້ອມ. ບາງຄົນເວົ້າວ່າ “ບາງຄັ້ງສິ່ງທີ່ພຣະເຈົ້າກ່າວກໍບໍ່ແມ່ນຄວາມຈິງ ແລະ ບໍ່ແມ່ນເລື່ອງງ່າຍທີ່ຈະອ່ອນນ້ອມ. ຖ້າພຣະເຈົ້າກ່າວຄວາມຈິງຈັກສອງສາມຄຳ, ການອ່ອນນ້ອມກໍຈະເປັນເລື່ອງງ່າຍ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່). ພວກເຈົ້າໄດ້ຄົ້ນພົບຫຍັງແດ່ໃນເລື່ອງລາວຂອງໂນອາ ແລະ ອັບຣາຮາມທີ່ພວກເຮົາໄດ້ເວົ້າເຖິງໃນມື້ນີ້? ການເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ຂໍ້ກຳນົດຂອງພຣະເຈົ້າແມ່ນໜ້າທີ່ທີ່ຫຼີກລ່ຽງບໍ່ໄດ້ຂອງມະນຸດ. ແລ້ວຖ້າພຣະເຈົ້າກ່າວບາງສິ່ງທີ່ບໍ່ສອດຄ່ອງກັບຄວາມຄິດຫຼົງຜິດຂອງມະນຸດ, ມະນຸດກໍບໍ່ຄວນວິເຄາະ ຫຼື ກວດສອບມັນ. ບໍ່ວ່າພຣະເຈົ້າຈະກ່າວໂທດ ຫຼື ກຳຈັດໃຜກໍຕາມ, ເຊິ່ງກໍ່ໃຫ້ເກີດຄວາມຄິດຫຼົງຜິດ ແລະ ການຕໍ່ຕ້ານໃນຜູ້ຄົນຫຼາຍສໍ່າໃດກໍຕາມ, ຕົວຕົນຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ສະຖານະຂອງພຣະອົງກໍຈະບໍ່ປ່ຽນແປງຕະຫຼອດໄປ. ພຣະອົງຄືພຣະເຈົ້າຕະຫຼອດໄປ. ເນື່ອງຈາກເຈົ້າບໍ່ມີຄວາມສົງໄສເລີຍວ່າພຣະອົງຄືພຣະເຈົ້າ, ຄວາມຮັບຜິດຊອບພຽງຢ່າງດຽວຂອງເຈົ້າ, ສິ່ງດຽວທີ່ເຈົ້າຄວນເຮັດກໍຄື ການເຊື່ອຟັງສິ່ງທີ່ພຣະອົງກ່າວ ແລະ ປະຕິບັດຕາມພຣະທຳຂອງພຣະອົງ; ນີ້ຄືເສັ້ນທາງແຫ່ງການປະຕິບັດ. ສິ່ງທີ່ຖືກສ້າງບໍ່ຄວນກວດສອບ, ວິເຄາະ, ສົນທະນາ, ປະຕິເສດ, ໂຕ້ແຍ້ງ, ກະບົດ ຫຼື ບໍ່ຍອມຮັບພຣະທຳຂອງພຣະເຈົ້າ; ສິ່ງນີ້ເປັນສິ່ງທີ່ພຣະເຈົ້າລັງກຽດ ແລະ ບໍ່ແມ່ນສິ່ງທີ່ພຣະອົງປາຖະໜາທີ່ຈະເຫັນໃນມະນຸດ. ຄວນປະຕິບັດຕໍ່ພຣະທຳຂອງພຣະເຈົ້າແນວໃດແທ້? ເຈົ້າຄວນປະຕິບັດແນວໃດ? ຄວາມຈິງແລ້ວມັນງ່າຍດາຍຫຼາຍ: ຈົ່ງຮຽນຮູ້ທີ່ຈະເຊື່ອຟັງພຣະທຳເຫຼົ່ານັ້ນ, ຮັບຟັງພຣະທຳເຫຼົ່ານັ້ນດ້ວຍຫົວໃຈຂອງເຈົ້າ, ຍອມຮັບພຣະທຳເຫຼົ່ານັ້ນດ້ວຍຫົວໃຈຂອງເຈົ້າ, ເຂົ້າໃຈ ແລະ ຈັບໃຈຄວາມພຣະທຳເຫຼົ່ານັ້ນດ້ວຍຫົວໃຈຂອງເຈົ້າ ແລະ ຈາກນັ້ນກໍໄປປະຕິບັດ ແລະ ຈັດຕັ້ງປະຕິບັດພຣະທຳເຫຼົ່ານັ້ນດ້ວຍຫົວໃຈຂອງເຈົ້າ. ສິ່ງທີ່ເຈົ້າໄດ້ຍິນ ແລະ ຈັບໃຈຄວາມໄດ້ໃນໃຈຂອງເຈົ້າຄວນເຊື່ອມໂຍງຢ່າງໃກ້ຊິດກັບການປະຕິບັດຂອງເຈົ້າ. ຢ່າແຍກສອງສິ່ງນີ້ອອກຈາກກັນ; ທຸກສິ່ງທຸກຢ່າງ ບໍ່ວ່າຈະເປັນສິ່ງທີ່ເຈົ້າປະຕິບັດ, ສິ່ງທີ່ເຈົ້າອ່ອນນ້ອມຕໍ່, ສິ່ງທີ່ເຈົ້າເຮັດດ້ວຍມືຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າຫຍຸ້ງເຮັດນັ້ນເຮັດນີ້ ລ້ວນແຕ່ຄວນກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ, ຈາກນັ້ນ ເຈົ້າກໍຄວນປະຕິບັດຕາມພຣະທຳຂອງພຣະອົງ ແລະ ຈັດຕັ້ງປະຕິບັດພຣະທຳເຫຼົ່ານັ້ນຜ່ານການກະທຳຂອງເຈົ້າ. ນັ້ນຄືການອ່ອນນ້ອມຕໍ່ພຣະທຳຂອງພຣະຜູ້ສ້າງ. ນີ້ຄືເສັ້ນທາງແຫ່ງການປະຕິບັດພຣະທຳຂອງພຣະເຈົ້າ.
ວັນທີ 18 ກໍລະກົດ 2020