ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

26 ເດືອນມັງກອນ 2019

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ ຫຼັກຄຳສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຕົ້ນກຳເນີດມາຈາກຄວາມຈິງທັງໝົດທີ່ໄດ້ຖືກສະແດງອອກໂດຍພຣະເຈົ້າຕັ້ງແຕ່ການຊົງສ້າງຈົນເຖິງຊ່ວງຂອງພາລະກິດໃນຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ເຊິ່ງເວົ້າໄດ້ວ່າ ພັນທະສັນຍາເດີມ, ພັນທະສັນຍາໃໝ່ ແລະ ພຣະຄໍາພີຂອງຍຸກແຫ່ງອານາຈັກ, ໜັງສືພຣະທຳປາກົດໃນຮ່າງກາຍ ທີ່ສະແດງອອກໂດຍພຣະເຢຊູເຈົ້າແຫ່ງຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນຄວາມເຊື່ອພື້ນຖານ ແລະ ຫຼັກຄຳສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພັນທະສັນຍາເດີມບັນທຶກພາລະກິດແຫ່ງການອອກກົດໝາຍ ແລະ ບົດບັນຍັດ ແລະ ການນຳພາຊີວິດຂອງມະນຸດໃນຍຸກແຫ່ງພຣະບັນຍັດຂອງພຣະເຈົ້າ; ພັນທະສັນຍາໃໝ່ບັນທຶກພາລະກິດແຫ່ງການໄຖ່ບາບທີ່ໄດ້ດຳເນີນໂດຍພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນ; ສ່ວນໜັງສືພຣະທຳປາກົດໃນຮ່າງກາຍແມ່ນຄວາມຈິງທັງໝົດສຳລັບການເຮັດໃຫ້ບໍລິສຸດ ແລະ ຄວາມລອດພົ້ນຂອງມວນມະນຸດທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ ພ້ອມນັ້ນກໍຍັງເປັນບົດບັນທຶກເລື່ອງລາວກ່ຽວກັບການພິພາກສາຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍອີກດ້ວຍ. ພຣະຄຳພີທີ່ແທ້ຈິງແມ່ນທຸກຄຳເວົ້າຂອງພຣະເຈົ້າໃນໄລຍະສາມຂັ້ນຕອນຂອງພາລະກິດ ແລະ ຄວາມເຊື່ອພື້ນຖານຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ລ້ວນແລ້ວແຕ່ແມ່ນຄຳເວົ້າທັງໝົດຂອງພຣະເຈົ້າໃນລະຫວ່າງສາມຂັ້ນຕອນຂອງພາລະກິດ, ນັ້ນກໍຄື ຄວາມຈິງທັງໝົດທີ່ໄດ້ສະແດງອອກໂດຍພຣະເຈົ້າໃນໄລຍະສາມຂັ້ນຕອນຂອງພາລະກິດ. ພຣະຄຳພີສັກສິດທັງສາມແມ່ນຄວາມເຊື່ອ ແລະ ຫຼັກຄໍາສອນພື້ນຖານຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.

ສາດສະໜາຄຣິດສະຕຽນເກີດມາຈາກພາລະກິດຂອງພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນ ແຕ່ເຊື່ອກັນວ່າພຣະເຢຊູຄຣິດເຈົ້າພຽງປະຕິບັດພາລະກິດແຫ່ງການໄຖ່ບາບໃນຍຸແຫ່ງພຣະຄຸນເທົ່ານັ້ນ. ຍ້ອນວ່າພຣະເຢຊູເຈົ້າຜູ້ບັງເກີດເປັນມະນຸດໄດ້ຖືກຄຶງກາງແຂນ ແລະ ໄດ້ຮັບໃຊ້ເປັນເຄື່ອງບູຊາໄຖ່ບາບໃຫ້ກັບມະນຸດ, ຊ່ວຍມະນຸດໃຫ້ຫຼຸດພົ້ນຈາກກໍາມືຂອງຊາຕານ ແລະ ປົດປ່ອຍເຂົາຈາກການກ່າວໂທດ ແລະ ການລົງໂທດຈາກກົດໝາຍ, ມະນຸດຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ ແລະ ສາລະພາບບາບຂອງເຂົາ ແລະ ສໍານຶກຜິດເພື່ອຮັບການໃຫ້ອະໄພບາບຂອງເຂົາ ແລະ ຊື່ນຊົມພຣະຄຸນ ແລະ ພຣະພອນຢ່າງຫຼວງຫຼາຍທີ່ພຣະເຈົ້າປະທານໃຫ້. ນີ້ແມ່ນພາລະກິດແຫ່ງການໄຖ່ບາບເຊິ່ງດຳເນີນໂດຍພຣະເຢຊູເຈົ້າ. ເຖິງແມ່ນວ່າບາບຂອງມະນຸດໄດ້ຮັບການໃຫ້ອະໄພແລ້ວຈາກການໄຖ່ບາບຂອງອົງພຣະເຢຊູເຈົ້າ, ມະນຸດກໍບໍ່ໄດ້ຖືກລົດລ້າງທຳມະຊາດຄວາມຜິດບາບຂອງເຂົານັ້ນອອກ, ເຂົາຍັງຖືກຜູກມັດ ແລະ ຖືກມັນຄວບຄຸມຢູ່ ແລະ ບໍ່ສາມາດເຮັດຫຍັງໄດ້ ນອກຈາກສືບຕໍ່ເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າຢ່າງຈອງຫອງ ແລະ ອວດດີ, ດີ້ນຮົນເພື່ອຊື່ສຽງ ແລະ ຜົນປະໂຫຍດ, ອິດສາ ແລະ ຜິດຖຽງກັນ, ຕົວະ ແລະ ຫຼອກລວງຜູ້ຄົນ, ປະຕິບັດຕາມກະແສອັນຊົ່ວຮ້າຍຂອງໂລກ ແລະ ອື່ນໆ. ມະນຸດບໍ່ທັນຫຼຸດພົ້ນຈາກການເປັນທາດຂອງບາບ ແລະ ກາຍເປັນຜູ້ບໍລິສຸດ, ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງໄດ້ທຳນວາຍໄວ້ຫຼາຍຄັ້ງວ່າພຣະອົງຈະກັບມາອີກເພື່ອດຳເນີນພາລະກິດແຫ່ງການພິພາກສາຂອງຍຸກສຸດທ້າຍ, ພຣະອົງກ່າວວ່າ: “ແລະ ເບິ່ງແມ ເຮົາມາຢ່າງໄວວາ(ພນ 22:12). “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ,ເຮົາບໍ່ພິພາກສາເຂົາຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:47-48). ມີຂຽນໄວ້ໃນຈົດໝາຍສະບັບທຳອິດຂອງເປໂຕເຊັ່ນດຽວກັນວ່າ “ເຖິງເວລາທີ່ການພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1ປຕ 4:17). ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ ແມ່ນພຣະເຢຊູເຈົ້າທີ່ໄດ້ກັບມາ. ພຣະອົງໄດ້ສະແດງໃຫ້ເຫັນຄວາມຈິງທັງໝົດກ່ຽວກັບການເຮັດໃຫ້ບໍລິສຸດ ແລະ ຄວາມລອດພົ້ນຂອງມະນຸດ, ໄດ້ດຳເນີນພາລະກິດແຫ່ງການພິພາກສາ ເລີ່ມຕົ້ນຢູ່ເຮືອນຂອງພຣະເຈົ້າ ແລະ ໄດ້ສຳເລັດຄຳທຳນວາຍຂອງພຣະຄຳພີຢ່າງສົມບູນ. ໜັງສືພຣະທຳປາກົດໃນຮ່າງກາຍທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນ “ສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພນ 2:7) ເຊິ່ງຖືກທໍານວາຍໄວ້ໃນປື້ມພຣະນິມິດ ແລະ ເປັນເລື່ອງລາວຂອງພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະເຈົ້າ. ພາລະກິດແຫ່ງການພິພາກສາທີ່ເຮັດສຳເລັດໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນຂັ້ນຕອນສຸດທ້າຍຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າສຳລັບມວນມະນຸດ ແລະ ຍັງເປັນຂັ້ນຕອນພື້ນຖານ ແລະ ສຳຄັນທີ່ສຸດອີກດ້ວຍ. ຖ້າມະນຸດປາດຖະໜາທີ່ຈະຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ ແລະ ເຂົ້າສູ່ອານາຈັກສະຫວັນ ເຂົາຕ້ອງຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າ ແລະ ດ້ວຍສິ່ງນີ້ ເຂົາກໍຈະໄດ້ບັນລຸພຣະທຳຂອງພຣະເຢຊູເຈົ້າ: “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ(ມທ 25:6). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພນ 3:20). ມີພຽງແຕ່ມະນຸດຍອມຮັບ ແລະ ປະສົບກັບການພິພາກສາ ແລະ ການຂ້ຽນຕີແຫ່ງພຣະທຳຂອງພຣະເຈົ້າເທົ່ານັ້ນ ເຂົາຈິ່ງສາມາດຮູ້ຈັກຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າໄດ້, ຮູ້ຈັກແກ່ນແທ້ ແລະ ທຳມະຊາດແຫ່ງຄວາມເສື່ອມຊາມຂອງມະນຸດໂດຍຊາຕານ ແລະ ຂໍ້ເທັດຈິງທີ່ແທ້ຈີງຂອງມັນ, ສໍານຶກຜິດຢ່າງແທ້ຈິງຕໍ່ໜ້າພຣະເຈົ້າ, ກຳຈັດຄວາມບາບໃຫ້ໝົດສິ້ນໄປ, ບັນລຸຄວາມບໍລິສຸດ, ກາຍເປັນຄົນທີ່ເຊື່ອຟັງ ແລະ ນະມັດສະການພຣະເຈົ້າ ແລະ ຖືກຮັບໂດຍພຣະເຈົ້າ. ເມື່ອນັ້ນເຂົາຈິ່ງຈະມີຄຸນສົມບັດທີ່ຈະໄດ້ຮັບດຄຳສັນຍາ ແລະ ພຣະພອນຂອງພຣະເຈົ້າ ແລະ ໄດ້ຮັບຈຸດໝາຍປາຍທາງອັນງົດງາມ.

ຫຼັກຄຳສອນຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຕົ້ນກຳເນີດມາຈາກຄວາມຈິງທັງໝົດທີ່ໄດ້ສະແດງອອກໂດຍພຣະເຈົ້າໃນສາມຂັ້ນຕອນແຫ່ງພາລະກິດຂອງພຣະອົງ ເຊິ່ງໝາຍຄວາມວ່າ ມັນມີຕົ້ນກຳເນີດມາຈາກພຣະທຳຂອງພຣະເຈົ້າທີ່ໄດ້ບັນທຶກໄວ້ໃນພຣະຄຳພີ ແລະ ໃນໜັງສືພຣະທຳປາກົດໃນຮ່າງກາຍ. ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນ ຫຼັງຈາກການຊົງສ້າງໂລກຂອງພຣະອົງ ແລະ ແຜນການຄຸ້ມຄອງຂອງພຣະອົງສຳລັບຄວາມລອດພົ້ນຂອງມະນຸດຈະບໍ່ສໍາເລັດຈົນກວ່າພຣະອົງຈະສຳເລັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້າໃນຍຸກສຸດທ້າຍ. ຈາກພຣະທໍາ ແລະ ຄວາມຈິງທັງໝົດທີ່ພຣະເຈົ້າໄດ້ສະແດງໃຫ້ເຫັນໃນສາມຂັ້ນຕອນແຫ່ງພາລະກິດນີ້, ພວກເຮົາທັງໝົດສາມາດເຫັນໄດ້ວ່າ ບໍ່ວ່າຈະເປັນພາລະກິດຂອງພຣະເຈົ້າທີ່ສຳເລັດລົງໂດຍການໃຊ້ມະນຸດໃນລະຫວ່າງຍຸກແຫ່ງພຣະບັນຍັດ ຫຼື ພາລະກິດຂອງພຣະອົງໃນລະຫວ່າງການບັງເກີດເປັນມະນຸດສອງຄັ້ງຂອງພຣະອົງໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ, ທັງໝົດແມ່ນຄຳເວົ້າ ແລະ ການສະແດງໃຫ້ເຫັນເຖິງຄວາມຈິງຂອງພຣະວິນຍານດຽວກັນ; ແທ້ຈິງແລ້ວ ແມ່ນພຣະເຈົ້າອົງດຽວທີ່ກ່າວ ແລະ ປະຕິບັດພາລະກິດ. ເພາະສະນັ້ນ, ຫຼັກຄຳສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຕົ້ນກຳເນີດມາຈາກພຣະຄຳພີ ແລະ ຈາກໜັງສືພຣະທຳປາໃນຮ່າງກາຍ.

(2) ກ່ຽວກັບໜັງສືພຣະທຳປາກົດໃນຮ່າງກາຍ

ໜັງສືພຣະທຳປາກົດໃນຮ່າງກາຍແມ່ນຄຳເວົ້າສ່ວນຕົວຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດຂອງຍຸກສຸດທ້າຍ ແລະ ແມ່ນຄວາມຈິງທັງໝົດທີ່ພຣະເຈົ້າໄດ້ສະແດງອອກເພື່ອເຮັດໃຫ້ບໍລິສຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນໃນລະຫວ່າງພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ຄວາມຈິງເຫຼົ່ານີ້ແມ່ນການສະແດງອອກໂດຍກົງຂອງພຣະວິນຍານບໍລິສຸດ, ການເປີດເຜີຍຊີວິດ ແລະ ທາດແທ້ຂອງພຣະເຈົ້າ ແລະ ການສະແດງອອກເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ສິ່ງເຫຼົ່ານີ້ຄືຫົນທາງດຽວທີ່ມະນຸດສາມາດຮູ້ຈັກພຣະເຈົ້າ ແລະ ຖືກເຮັດໃຫ້ບໍລິສຸດ ແລະ ຖືກຊ່ວຍໃຫ້ລອດພົ້ນໄດ້. ພຣະທຳທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນກົດເກນສູງສຸດຂອງການກະທຳ ແລະ ຄວາມປະພຶດຂອງມະນຸດ ແລະ ບໍ່ມີຄະຕິພົດໃດທີ່ສູງສົ່ງກວ່ານີ້ສຳລັບຊີວິດຂອງມະນຸດອີກແລ້ວ.

ຊາວຄຣິດສະຕຽນຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດອ່ານພຣະທຳຂອງພຣະເຈົ້າໃນໜັງສືພຣະທຳປາກົດໃນຮ່າງກາຍທຸກໆວັນ ຄືກັນກັບຊາວຄຣິດສະຕຽນຂອງສາດສະໜາຄຣິດສະຕຽນອ່ານພຣະຄຳພີ. ຊາວຄຣິດສະຕຽນທຸກຄົນເອົາພຣະທຳຂອງພຣະເຈົ້າເປັນຫົນທາງຊີວິດຂອງພວກເຂົາ ແລະ ເປັນຄະຕິພົດສູງສຸດຂອງທຸກຊີວິດ. ໃນຍຸກແຫ່ງພຣະຄຸນ, ຊາວຄຣິດສະຕຽນທຸກຄົນອ່ານພຣະຄຳພີ ແລະ ຟັງຄຳເທດສະໜາຈາກພຣະຄຳພີ. ການປ່ຽນແປງຄ່ອຍໆເກີດຂຶ້ນໃນຄວາມປະພຶດຂອງຜູ້ຄົນ ແລະ ພວກເຂົາກໍເຮັດບາບໜ້ອຍລົງເລື້ອຍໆ. ຄືກັບວ່າ, ຜ່ານການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ການໂອ້ລົມກັນກ່ຽວກັບພຣະທຳຂອງພຣະເຈົ້າ, ຊາວຄຣິດສະຕຽນຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄ່ອຍໆເຂົ້າໃຈຄວາມຈິງ ແລະ ຫຼຸດພົ້ນຈາກການຕົກເປັນທາດຂອງຄວາມບາບ, ບໍ່ເຮັດບາບອີກຕໍ່ໄປ ແລະ ບໍ່ຕໍ່ຕ້ານພຣະເຈົ້າອີກ ແລະ ກາຍເປັນຄົນສອດຄ່ອງກັບພຣະເຈົ້າ. ຂໍ້ເທັດຈິງພິສູດໃຫ້ເຫັນວ່າ ການອ່ານພຣະທຳຂອງພຣະເຈົ້າເທົ່ານັ້ນ ມະນຸດຈິ່ງສາມາດຖືກເຮັດໃຫ້ບໍລິສຸດ ແລະ ຖືກປັບປ່ຽນ ແລະ ໃຊ້ຊີວິດຕາມພາບຫຼັກຂອງມະນຸດຢ່າງແທ້ຈິງ. ນີ້ແມ່ນຂໍ້ເທັດຈິງທີ່ບໍ່ມີໃຜສາມາດປະຕິເສດໄດ້. ພຣະທຳຂອງພຣະເຈົ້າທີ່ບັນທຶກໄວ້ໃນພຣະຄຳພີແມ່ນສະແດງອອກໃນເວລາທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ, ໃນຂະນະທີ່ໜັງສືພຣະທຳປາກົດໃນຮ່າງກາຍແມ່ນພຣະທຳທີ່ສະແດງອອກໂດຍພຣະເຈົ້າໃນພາລະກິດຂອງຍຸກສຸດທ້າຍ. ແຫຼ່ງທີ່ມາຂອງທັງສອງແມ່ນມາຈາກພຣະວິນຍານບໍລິສຸດ. ພຣະທຳ ແລະ ພາລະກິດຂອງພຣະເຈົ້າໄດ້ບັນລຸຄຳທຳນວາຍໃນພຣະຄຳພີຢ່າງສົມບູນ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າຜູ້ຊົງສະເດັດກັບມາ, ດັ່ງທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ: “ເຮົາຍັງມີຫຼາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ຢຮ 16:12-13). ດ້ວຍນັ້ນ ກໍ່ຍັງໄດ້ທໍານວາຍໄວ້ໃນປື້ມພຣະນິມິດເຊັ່ນດຽວກັນວ່າ “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພນ 2:7). “ແລະ ເຮົາເຫັນພາຍໃນມືຂວາຂອງພຣະອົງທີ່ນັ່ງຢູ່ເທິງບັນລັງມີໜັງສືເຫຼັ້ມໜຶ່ງທີ່ມີຂໍ້ຄວາມຂຽນໄວ້ຢູ່ດ້ານໃນ ແລະ ໃນດ້ານຫຼັງ ຖືກປະທັບດ້ວຍຕາເຈັດດວງ... ເບິ່ງແມ, ສິງໂຕແຫ່ງຊົນເຜົ່າຢູດາ, ຕົ້ນກໍາເນີດແຫ່ງເຊື້ອສາຍເດວິດ ໄດ້ມີໄຊຊະນະທີ່ຈະເປີດໜັງສື ແລະ ແກະກາປະທັບທັງເຈັດຈາກໜັງສືນັ້ນ(ພນ 5:1,5).

ໃນປັດຈຸບັນນີ້, ພວກເຮົາທຸກຄົນໄດ້ເຫັນຂໍ້ເທັດຈຶງຢ່າງໜຶ່ງ: ທຸກພຣະທຳທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຄວາມຈິງ ແລະ ພຣະທໍາດັ່ງກ່າວມີລິດອຳນາດ ແລະ ລິດທານຸພາບ, ພຣະເທົາເຫຼົ່ານັ້ນຄືສຽງຂອງພຣະເຈົ້າ. ບໍ່ມີໃຜສາມາດປະຕິເສດ ຫຼື ປ່ຽນແປງສິ່ງນີ້ໄດ້. ໜັງສືພຣະທຳປາກົດໃນຮ່າງກາຍມີຢູ່ໃນອິນເຕີເນັດຢ່າງອິດສະຫຼະ ເພື່ອໃຫ້ຄົນທຸກປະເທດ ແລະ ທຸກດິນແດນສະແຫວງຫາ ແລະ ກວດສອບເບິ່ງ. ບໍ່ມີໃຜກ້າປະຕິເສດວ່າພຣະທໍາເຫຼົ່ານັ້ນເປັນພຣະທຳຂອງພຣະເຈົ້າ ຫຼື ເປັນຄວາມຈິງ. ພຣະທຳຂອງພຣະເຈົ້າຂັບເຄື່ອນມະນຸດທຸກຄົນໃຫ້ກ້າວໄປຂ້າງໜ້າ, ຄົນໄດ້ເລີ່ມຕື່ນຕົວຂຶ້ນເລື້ອຍໆທ່າມກາງພຣະທຳຂອງພຣະເຈົ້າ ແລະ ພວກເຂົາຄ່ອຍໆກ້າວໜ້າໄປສູ່ການຍອມຮັບຄວາມຈິງ ແລະ ຄວາມຮູ້ກ່ຽວກັບຄວາມຈິງ. ຍຸກແຫ່ງອານາຈັກແມ່ນຍຸກເມື່ອພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດປົກຄອງເໜືອແຜ່ນດິນໂລກ. ທຸກໆຂໍ້ພຣະທຳຂອງພຣະເຈົ້າຈະສຳເລັດລົງ ແລະ ເກີດເປັນຈິງ. ຄືກັບທຸກຄົນທີ່ເຊື່ອໃນພຣະເຈົ້າຍອມຮັບພຣະຄຳພີທຸກວັນນີ້, ຄົນທີ່ເຊື່ອໃນພຣະເຈົ້າ ໃນອະນາຄົດໃກ້ໆນີ້ ກໍຈະຍອມຮັບວ່າພຣະທຳປາກົດໃນຮ່າງກາຍແມ່ນຖ້ອຍຄໍາຂອງພຣະເຈົ້າໃນຍຸກສຸດທ້າຍ. ໃນປັດຈຸບັນນີ້, ພຣະທຳປາກົດໃນຮ່າງກາຍຄືພື້ນຖານຂອງຄວາມເຊື່ອຂອງຄຣິສຕະຈັກແຫ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ແນ່ນອນວ່າ ມັນຈະກາຍເປັນຮາກຖານຂອງການດຳລົງຢູ່ສຳລັບມະນຸດຊາດໃນຍຸກຕໍ່ໄປ.

(3) ກ່ຽວກັບຊື່ຂອງພຣະເຈົ້າ ແລະ ສາມຂັ້ນຕອນແຫ່ງພາລະກິດຂອງພຣະເຈົ້າ

ການປະຕິບັດຕາມຄວາມເສື່ອມຊາມຂອງເຂົາໂດຍຊາຕານ, ມະນຸດມີຊີວິດຢູ່ພາຍໃຕ້ອານາເຂດຂອງຊາຕານ ແລະ ຄວາມເສື່ອມຊາມຂອງເຂົາແມ່ນຮ້າຍແຮງຂຶ້ນເລື້ອຍໆ. ມະນຸດບໍ່ສາມາດຊ່ວຍຕົວເອງໃຫ້ລອດພົ້ນໄດ້ ແລະ ຕ້ອງການຄວາມລອດພົ້ນຂອງພຣະເຈົ້າ. ສອດຄ່ອງກັບຄວາມຕ້ອງການຂອງມະນຸດທີ່ເສື່ອມຊາມ, ພຣະເຈົ້າໄດ້ປະຕິບັດສາມຂັ້ນຕອນຂອງພາລະກິດໃນຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າໄດ້ປະຕິບັດພາລະກິແຫ່ງການອອກກົດໝາຍ ແລະ ບົດບັນຍັດຕ່າງໆ ແລະ ການນຳພາຊີວິດຂອງມະນຸດ. ໃນຍຸກແຫ່ງພຣະຄຸນ, ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ບົນພື້ນຖານແຫ່ງພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດ ໄດ້ດຳເນີນພາລະກິດແຫ່ງການຄຶງກາງແຂນ ແລະ ໄຖ່ມະນຸດໃຫ້ພົ້ນຈາກບາບ. ໃນຍຸກແຫ່ງອານາຈັກ, ພຣະເຈົ້າໄດ້ກາຍເປັນມະນຸດອີກຄັ້ງ ແລະ ບົນພື້ນຖານຂອງພາລະກິດແຫ່ງການໄຖ່ບາບຂອງຍຸກແຫ່ງພຣະຄຸນ ໄດ້ດຳເນີນພາລະກິດແຫ່ງການພິພາກສາ ເລີ່ມຈາກຄົວເຮືອນຂອງພຣະເຈົ້າ, ໄດ້ສະແດງໃຫ້ເຫັນຄວາມຈິງທັງໝົດສຳລັບການເຮັດໃຫ້ບໍລິສຸດ ແລະ ຄວາມລອດພົ້ນຂອງມະນຸດ ແລະ ນຳເອົາຫົນທາງໜຶ່ງດຽວສຳລັບການສະແຫວງຫາເພື່ອເຮັດໃຫ້ບໍລິສຸດ ແລະ ຄວາມລອດພົ້ນມາໃຫ້ພວກເຮົາ. ເມື່ອພວກເຮົາໄດ້ຮັບຄວາມເປັນຈິງໃນຊີວິດຂອງພວກເຮົາ, ກາຍເປັນຜູ້ທີ່ເຊື່ອຟັງ ແລະ ນະມັດສະການພຣະເຈົ້າ, ເມື່ອນັ້ນພວກເຮົາຈິ່ງຈະມີຄຸນສົມບັດພຽງພໍທີ່ຈະຖືກນຳໄປສູ່ອານາຈັກຂອງພຣະເຈົ້າ ແລະ ໄດ້ຮັບຄຳສັນຍາ ແລະ ພອນຂອງພຣະເຈົ້າ. ສາມຂັ້ນຕອນຂອງພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້ານັ້ນເຊື່ອມໂຍງກັນຢ່າງໃກ້ຊິດ, ແຕ່ລະຂັ້ນຕອນນັ້ນຂາດບໍ່ໄດ້, ແຕ່ລະຂັ້ນຕອນສູງຂຶ້ນ ແລະ ເລິກເຊິ່ງຂຶ້ນກວ່າຂັ້ນຕອນຜ່ານມາ, ທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ ແລະ ມີແຕ່ສາມຂັ້ນຕອນແຫ່ງພາລະກິດຂອງພຣະເຈົ້າເທົ່ານັ້ນທີ່ເປັນພາລະກິດທີ່ສົມບູນແບບເພື່ອຄວາມລອດພົ້ນຂອງມະນຸດ.

ທັງສາມຊື່, ພຣະເຢໂຮວາ, ພຣະເຢຊູ ແລະ ພຣະເຈົ້າອົງຊົງລິດທານຸກາບສູງສຸດແມ່ນເປັນຊື່ທີ່ແຕກຕ່າງກັນເຊິ່ງພຣະເຈົ້າໄດ້ໃຊ້ໃນຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ພຣະເຈົ້າໃຊ້ຊື່ຕ່າງກັນກໍຍ້ອນວ່າ ພາລະກິດຂອງພຣະອົງແຕກຕ່າງກັນໃນແຕ່ລະຍຸກ. ພຣະເຈົ້າໃຊ້ຊື່ໃໝ່ເພື່ອເລີ່ມຕົ້ນຍຸກໃໝ່ ແລະ ເປັນຕົວແທນພາລະກິດຂອງຍຸກນັ້ນ. ຊື່ຂອງພຣະເຈົ້າແມ່ນ ພຣະເຢໂຮວາ ໃນຍຸກແຫ່ງພຣະບັນຍັດ ແລະ ພຣະເຢຊູ ໃນຍຸກແຫ່ງພຣະຄຸນ. ພຣະເຈົ້າໃຊ້ຊື່ໃໝ່ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ, ບັນລຸຄຳທຳນວາຍຕ່າງໆໃນປື້ມພຣະນິມິດ: “ແລະ ຈົ່ງຂຽນໄປເຖິງທຸດສະຫວັນຂອງຄຣິສຕະຈັກໃນເມືອງຟີລາເດັນເຟຍວ່າ... ຜູ້ໃດທີ່ໄດ້ຮັບໄຊຊະນະ ເຮົາຈະເຮັດໃຫ້ຜູ້ນັ້ນເປັນຫຼັກເສົາໃນພຣະວິຫານຂອງພຣະເຈົ້າຂອງເຮົາ ແລະ ຄົນນັ້ນຈະບໍ່ອອກໄປນອກພຣະວິຫານອີກຕໍ່ໄປ, ເຮົາຈະຂຽນພຣະນາມຂອງພຣະເຈົ້າຂອງເຮົາໃສ່ຄົນນັ້ນ ແລະ ພ້ອມດ້ວຍຊື່ນະຄອນຂອງພຣະເຈົ້າຂອງເຮົາ ນັ້ນກໍຄືນະຄອນເຢຣູຊາເລັມໃໝ່ ທີ່ລົງມາຈາກສະຫວັນແຫ່ງພຣະເຈົ້າຂອງເຮົາ ແລະ ເຮົາຈະຂຽນຊື່ໃໝ່ຂອງເຮົາໃສ່ຄົນນັ້ນ(ພນ 3:7,12). “ພຣະຜູ້ເປັນເຈົ້າຊົງກ່າວວ່າ ເຮົາຄືອາຟາ ແລະ ໂອເມກາ, ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ, ເຮົາຄືປັດຈຸບັນ, ອະດີດ ແລະ ອະນາຄົດ ນັ້ນກໍຄື ຜູ້ຊົງລິດທານຸພາບສູງສຸດ(ພນ 1:8). ເຖິງແມ່ນວ່າຊື່ ແລະ ພາລະກິດຂອງພຣະເຈົ້າທັງສາມຂັ້ນຕອນນັ້ນແຕກຕ່າງກັນ, ແທ້ຈິງແລ້ວມີພຣະເຈົ້າອົງດຽວເທົ່ານັ້ນ ແລະ ແຫຼ່ງທີ່ມາກໍແມ່ນອັນດຽວກັນ.

ພາລິກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າ ໂດຍພຶ້ນຖານແລ້ວລວມມີສາມຂັ້ນຕອນ. ພຣະອົງໄດ້ໃຊ້ຊື່ທີ່ແຕກຕ່າງກັນໃນແຕ່ລະຍຸກ ແຕ່ທາດແທ້ຂອງພຣະເຈົ້າບໍ່ມີວັນປ່ຽນແປງ. ທັງສາມຂັ້ນຕອນແຫ່ງພາລະກິດສຳເລັດລົງໂດຍພຣະເຈົ້າອົງດຽວ; ສະນັ້ນ, ພຣະເຢໂຮວາ, ພຣະເຢຊູ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍຄືພຣະເຈົ້າອົງດຽວກັນ. ພຣະເຢຊູແມ່ນການປາກົດມາຂອງພຣະເຢໂຮວາ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າຜູ້ສະເດັດກັບມາ, ເພາະສະນັ້ນ ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍຄືພຣະເຈົ້າຈິງແທ້ອົງດຽວ ຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິງ ແລະ ພຣະອົງເປັນພຣະຜູ້ສ້າງໜຶ່ງດຽວຕະຫຼອດນິລັນດອນ.

ໃນສາມຂັ້ນຕອນແຫ່ງພາລະກິດຂອງການຊ່ວຍມະນຸດໃຫ້ລອດພົ້ນ, ພຣະເຈົ້າໄດ້ເປີດເຜີຍອຸປະນິໄສທັງໝົດຂອງພຣະອົງໃຫ້ແກ່ມະນຸດ, ເຮັດໃຫ້ພວກເຮົາໄດ້ເຫັນວ່າ ອຸປະນິໄສຂອງພຣະເຈົ້າບໍ່ແມ່ນພຽງແຕ່ຄວາມເມດຕາ ແລະ ຄວາມຮັກເທົ່ານັ້ນ, ແຕ່ຍັງແມ່ນຄວາມຊອບທຳ, ຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍ. ທາດແທ້ຂອງພຣະອົງຄືຄວາມບໍລິສຸດ ແລະ ຄວາມຊອບທຳ, ຄວາມຈິງ ແລະ ຄວາມຮັກ, ອຸປະນິໄສຂອງພຣະເຈົ້າ, ລິດອຳນາດ ແລະ ລິດທານຸພາບຂອງພຣະເຈົ້າບໍ່ໄດ້ຄອບງໍາໂດຍສິ່ງມີຊີວິດທີ່ຖືກສ້າງ ຫຼື ບໍ່ຖືກສ້າງ. ພວກເຮົາເຊື່ອວ່າທຸກພຣະທຳທີ່ພຣະເຈົ້າໄດ້ກ່າວຕັ້ງແຕ່ການຊົງສ້າງຈົນເຖິງວັນສິ້ນໂລກແມ່ນຄວາມຈິງ. ສະຫວັນ ແລະ ແຜ່ນດິນໂລກຈະຜ່ານພົ້ນໄປ, ແຕ່ພຣະທຳຂອງພຣະເຈົ້າຈະບໍ່ມີວັນສາບສູນ ແລະ ທຸກພຣະທຳຈະສຳເລັດລົງ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...

ຄວາມແຕກຕ່າງລະຫວ່າງສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຫຍັງ?

ສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຊື່ອໃນພຣະເຈົ້າອົງດຽວກັນ....

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ....

ເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຫຍັງແດ່?

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫົດນໍ້າ ແລະ ລ້ຽງດູຜູ້ທີ່ເຊື່ອໃຫ້ສອດຄ່ອງສົມບູນກັບພຣະທຳຂອງພຣະເຈົ້າໃນພຣະຄຳພີ ແລະ...