ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

26 ເດືອນມັງກອນ 2019

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ. ພຣະເຈົ້າໄດ້ດຳເນີນສາມຂັ້ນຕອນຂອງພາລະກິດເພື່ອຄວາມລອດພົ້ນຂອງມະນຸດຊາດ. ໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າເຢໂຮວາໄດ້ອອກບົດບັນຍັດ ແລະ ນຳພາຊີວິດຂອງມວນມະນຸດ, ເຮັດໃຫ້ຜູ້ຄົນຮູ້ວ່າພວກເຂົາຄວນນະມັດສະການພຣະເຈົ້າ ແລະ ເຮັດໃຫ້ພວກເຂົາຮູ້ວ່າບາບແມ່ນຫຍັງ. ແຕ່ເມື່ອມາເຖິງຂັ້ນຕອນສຸດທ້າຍຂອງຍຸກແຫ່ງພຣະບັນຍັດ, ຄວາມເສື່ອມຊາມຂອງມະນຸດແມ່ນຍິ່ງໜັກຂຶ້ນກວ່າເກົ່າ ແລະ ຜູ້ຄົນໄດ້ພາກັນລະເມີດບົດບັນຍັດ ແລະ ເຮັດບາບຕໍ່ພຣະເຢໂຮວາເລື້ອຍໆ. ພວກເຂົາຜະເຊີນກັບຄວາມສ່ຽງຕໍ່ການກ່າວໂທດ ແລະ ປະຫານຊີວິດຍ້ອນການລະເມີດຂອງພວກເຂົາ. ດ້ວຍເຫດນັ້ນ, ເພື່ອຕອບສະໜອງຄວາມຕ້ອງການຂອງມວນມະນຸດ, ໃນຍຸກແຫ່ງພຣະຄຸນ ພຣະເຈົ້າຈຶ່ງໄດ້ປາກົດໃນຮູບຮ່າງມະນຸດ ແລະ ກາຍເປັນພຣະເຢຊູເຈົ້າ. ພຣະອົງຖືກຕອກຕະປູຄືງໃສ່ໄມ້ກາງແຂນເພື່ອມະນຸດຊາດ ແລະ ເພື່ອໄຖ່ບາບມະນຸດ, ເຮັດໃຫ້ຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານຫາພຣະເຈົ້າ, ສາລະພາບບາບ ແລະ ສໍານຶກຜິດ, ໄດ້ຮັບການອະໄພບາບຂອງພວກເຂົາ ແລະ ມີຊີວິດຢູ່ພາຍໃຕ້ຄວາມມັ່ງຄັ່ງແຫ່ງພຣະຄຸນ ແລະ ພຣະພອນຂອງພຣະເຈົ້າ. ແຕ່ຍ້ອນທຳມະຊາດຄວາມຜິດບາບຂອງຄົນຍັງບໍ່ທັນຖືກແກ້ໄຂເທື່ອ ແລະ ພວກເຂົາຍັງເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາ, ໃນຍຸກແຫ່ງອານາຈັກ ພຣະເຈົ້າຈຶ່ງກາຍມາເປັນມະນຸດອີກຄັ້ງ ພາຍໃຕ້ຊື່ພຣະເຈົ້າອົງຊົງລິດທານຸພາບສູງສຸດເພື່ອສະແດງໃຫ້ເຫັນຄວາມຈິງທັງໝົດຂອງຄວາມລອດພົ້ນ ແລະ ການເຮັດໃຫ້ມະນຸດຊາດບໍລິສຸດບົນພື້ນຖານຂອງພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້າ, ລົບລ້າງທຳມະຊາດຄວາມຜິດບາບຂອງມະນຸດ, ເຮັດໃຫ້ມະນຸດຊາດຢຸດຕິຄວາມບໍ່ເຊື່ອຟັງຕໍ່ພຣະເຈົ້າ ແລະ ການຕໍ່ຕ້ານພຣະເຈົ້າ, ເຮັດໃຫ້ຄົນເຊື່ອຟັງພຣະເຈົ້າ ແລະ ນະມັດສະການພຣະເຈົ້າໄດ້ຢ່າງແທ້ຈິງ ແລະ ທ້າຍທີ່ສຸດກໍນຳພາມະນຸດຊາດໄປສູ່ຈຸດໝາຍປາຍທາງອັນງົດງາມ. ເຖິງແມ່ນວ່າ ພາລະກິດທີ່ພຣະເຈົ້າປະຕິບັດໃນຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກມີຄວາມແຕກຕ່າງກັນ, ນາມທີ່ພຣະອົງໃຊ້ ແລະ ອຸປະນິໄສທີ່ພຣະອົງສະແດງອອກກໍແຕກຕ່າງກັນ, ແຕ່ເນື້ອແທ້ ແລະ ເປົ້າໝາຍຂອງພາລະກິດຂອງພຣະອົງແມ່ນອັນດຽວກັນ, ທັງໝົດແມ່ນເພື່ອຊ່ວຍມະນຸດໃຫ້ລອດພົ້ນ ແລະ ພາລະກິດທັງໝົດແມ່ນປະຕິບັດໂດຍພຣະເຈົ້າເອງ. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້ວ່າ, “ຈາກພາລະກິດພຣະເຢຊູຈົນເຖິງຂັ້ນຕອນປັດຈຸບັນ, ສາມຂັ້ນຕອນເຫຼົ່ານີ້ສືບຕໍ່ປົກຄຸມທຸກຂອບເຂດແຫ່ງການຄຸ້ມຄອງຂອງພຣະເຈົ້າຢ່າງຕໍ່ເນຶ່ອງ ແລະ ເປັນພາລະກິດຂອງພຣະວິນຍານອົງດຽວທັງໝົດ. ນັບຕັ້ງແຕ່ການສ້າງໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຄຸ້ມຄອງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເປັນການເລີ່ມຕົ້ນ ແລະ ການສິ້ນສຸດ. ພຣະອົງເປັນຜູ້ທໍາອິດ ແລະ ຜູ້ສຸດທ້າຍ. ພຣະອົງເປັນຜູ້ທີ່ເລິ່ມຕົ້ນຍຸກ ແລະ ເປັນຜູ້ທີ່ນໍາຍຸກມາສູ່ການສິ້ນສຸດ. ພາລະກິດສາມຂັ້ນຕອນໃນຍຸກທີ່ແຕກຕ່າງກັນ ແລະ ໃນສະຖານທີ່ທີ່ແຕກຕ່າງກັນ ແມ່ນພາລະກິດຂອງພຣະວິນຍານອົງດຽວຢ່າງແນ່ນອນ. ທຸກຄົນທີ່ແບ່ງແຍກສາມຂັ້ນຕອນເຫຼົ່ານີ້ແມ່ນຢືນຢູ່ກົງກັນຂ້າມກັບພຣະເຈົ້າ(ຄັດຈາກບົດນິມິດແຫ່ງພາລະກິດຂອງພຣະເຈົ້າ (3) ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ເປັນເວລາຫຼາຍພັນປີມາແລ້ວ, ມີໜ້ອຍຄົນທີ່ຮູ້ຢ່າງແທ້ຈິງວ່າ ພຣະເຢຊູຄຣິດເຈົ້າເປັນພຣະເຈົ້າເອງ, ພຣະອົງແມ່ນການປາກົດມາຂອງພຣະເຈົ້າ ແລະ ພຣະເຢຊູເຈົ້າແມ່ນການບັງເກີດເປັນມະນຸດຂອງພຣະເຢໂຮວາ. ຄວາມຈິງແລ້ວ, ພຣະຄຳພີໄດ້ທຳນວາຍເລື່ອງນີ້ໄວ້ຢ່າງຊັດເຈນແຕ່ດົນນານມາແລ້ວ. ໃນປຶ້ມຂອງເອຊາຢາ ໄດ້ກ່າວໄວ້ວ່າ “ແຕ່ພຣະເຢໂຮວາພໍໃຈທີ່ຈະເຮັດໃຫ້ພຣະອົງຊໍ້າໃຈ; ພຣະອົງໄດ້ເຮັດໃຫ້ພຣະອົງໂສກເສົ້າ, ເມື່ອທ່ານຖວາຍຊີວິດຂອງທ່ານເພື່ອເປັນເຄື່ອງບູຊາໄຖ່ບາບ (ຫຼື: ເມື່ອພຣະອົງສະເໜີພຣະອົງເອງເປັນເຄື່ອງບູຊາໄຖ່ບາບ)(ອຊຢ 53:10). ຈາກພຣະຄຳພີຂໍ້ນີ້ ສາມາດເຫັນໄດ້ວ່າ ເພື່ອໃຫ້ພຣະເຢຊູເຈົ້າເປັນເຄື່ອງບູຊາໄຖ່ບາບ ໝາຍຄວາມວ່າ ພຣະເຢໂຮວາຕ້ອງຖວາຍພຣະອົງເອງເປັນເຄື່ອງບູຊາໄຖ່ບາບ ແລະ ໝາຍຄວາມວ່າ ພຣະເຢຊູເຈົ້າກໍຄືພຣະເຢໂຮວາເອງ. ພຣະເຢຊູເຈົ້າຍັງກ່າວເຊັ່ນດຽວກັນວ່າ, “ຜູ້ໃດທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະບິດາ(ຢຮ 14:9). “ພຣະບິດາຢູ່ໃນເຮົາ ແລະ ເຮົາກໍຢູ່ໃນພຣະອົງ(ຢຮ 10:38). “ເຮົາ ແລະ ພຣະບິດາຂອງເຮົາເປັນໜຶ່ງດຽວກັນ(ຢຮ 10:30). ເມື່ອພຣະເຢຊູເຈົ້າກ່າວວ່າ “ເຮົາ ແລະ ພຣະບິດາຂອງເຮົາເປັນໜຶ່ງດຽວກັນ” ແມ່ນພຣະອົງກຳລັງເວົ້າວ່າພຣະອົງ ແລະ ພຣະເຢໂຮວາແມ່ນພຣະວິນຍານດຽວກັນ. ພຣະທຳທີ່ກ່າວອອກໂດຍພຣະເຢຊູເຈົ້າ ແລະ ບັນດາພຣະທຳທີ່ກ່າວອອກໂດຍພຣະເຢໂຮວາແມ່ນອັນດຽວກັນ, ພຣະທໍາທັງສອງແມ່ນຄວາມຈິງ, ມັນແມ່ນຄຳເວົ້າຂອງພຣະວິນຍານດຽວກັນ ແລະ ແຫຼ່ງທີ່ມາຂອງມັນກໍແມ່ນອັນດຽວກັນ; ນັ້ນກໍຄື ພຣະເຢຊູເຈົ້າ ແລະ ພຣະເຢໂຮວາແມ່ນພຣະເຈົ້າອົງດຽວກັນ. ໃນທຳນອງດຽວກັນ, ແຫຼ່ງທີ່ມາຂອງພຣະທຳທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຍຸກສຸດທ້າຍ ແລະ ບັນດາພຣະທຳຂອງພຣະເຢຊູເຈົ້າແມ່ນອັນດຽວກັນ, ມັນແມ່ນຄຳເວົ້າຂອງພຣະວິນຍານບໍລິສຸດ, ມັນແມ່ນຄວາມຈິງ ແລະ ມັນແມ່ນສຽງຂອງພຣະເຈົ້າ. ບັນດາຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າ ທຸກຄົນຮູ້ວ່າ ຄຳທຳນວາຍສ່ວນໃຫຍ່ໃນພຣະຄຳພີແມ່ນກ່ຽວຂ້ອງກັບການກັບມາຂອງພຣະຜູ້ເປັນເຈົ້າ ແລະ ພາລະກິດແຫ່ງການພິພາກສາຂອງພຣະເຈົ້າແຫ່ງຍຸກສຸດທ້າຍ. ດັ່ງທີ່ພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ, “ແລ້ວ ເມື່ອເຮົາໄປ ແລະ ຈັດຕຽມສະຖານທີ່ໄວ້ໃຫ້ພວກເຈົ້າແລ້ວ ເຮົາຈະກັບຄືນມາອີກ ແລະ ຮັບເອົາພວກເຈົ້າດ້ວຍຕົວເຮົາເອງ, ດ້ວຍວ່າເຮົາຢູ່ບ່ອນໃດ ພວກເຈົ້າກໍຈະຢູ່ບ່ອນນັ້ນເຊັ່ນກັນ(ຢຮ 14:3). “ແລະ ເບິ່ງແມ ເຮົາມາຢ່າງໄວວາ(ພນ 22:12). “ແລ້ວພວກເຂົາຈະໄດ້ເຫັນບຸດມະນຸດລົງມາໃນເມກດ້ວຍລິດອຳນາດ ແລະ ສະຫງ່າລາສີທີ່ຍິ່ງໃຫຍ່” (ລກ 21:27). “ເບິ່ງແມ, ເຮົາມາເໝືອນກັບຄົນຂີ້ລັກ” (ພນ 16:15). “ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ຢຮ 12:48). ໃນຈົດໝາຍສະບັບທຳອິດຂອງເປໂຕກໍໄດ້ກ່າວໄວ້ເຊັ່ນດຽວກັນວ່າ, “ເຖິງເວລາທີ່ການພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1ປຕ 4:17). ມັນຖືກກ່າວໄວ້ຢ່າງຊັດເຈນຫຼາຍໃນພຣະຄຳພີເຫຼົ່ານີ້ວ່າ ພຣະເຢຊູເຈົ້າຈະກັບມາໃນລະຫວ່າງຍຸກສຸດທ້າຍ ແລະ ຈະສະແດງພຣະທຳ ແລະ ປະຕິບັດພາລະກິດແຫ່ງການພິພາກສາ. ເມື່ອພຣະເຈົ້າອົງຊົງລິດທານຸພາບສູງສຸດສະເດັດມາເຖິງໃນລະຫວ່າງຍຸກສຸດທ້າຍ, ພຣະອົງຈະປະຕິບັດພາລະກິດແຫ່ງການພິພາກສາ ເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້າບົນພື້ນຖານຂອງພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້າ ແລະ ສະແດງໃຫ້ເຫັນຄວາມຈິງທັງໝົດສໍາລັບການເຮັດໃຫ້ບໍລິສຸດ ແລະ ຄວາມລອດພົ້ນຂອງມວນມະນຸດ. ເຖິງແມ່ນວ່າ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຂອງພຣະເຢຊູເຈົ້ານັ້ນແຕກຕ່າງກັນ, ແຕ່ແຫຼ່ງທີ່ມາຂອງພາລະກິດແມ່ນອັນດຽວກັນ ນັ້ນກໍຄື ມາຈາກພຣະເຈົ້າອົງດຽວ! ນີ້ບັນລຸຄຳທຳນວາຍຂອງພຣະເຢຊູເຈົ້າໂດຍສົມບູນ: “ເຮົາຍັງມີຫຼາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ຢຮ 16:12-13). ພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຍຸກສຸດທ້າຍຜູ້ບັງເກີດເປັນມະນຸດ ແມ່ນຕົວຕົນຂອງພຣະວິນຍານແຫ່ງຄວາມຈິງ; ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ....

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...

ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ...