ແມ່ນຫຍັງຄືຈຸດກຳເນີດຂອງຟ້າແມບເຫຼື້ອມຈາກທິດຕາເວັນອອກ?

02 ເດືອນມີນາ 2020

ດຽວນີ້ ພວກເຮົາຢູ່ໃນຍຸກສຸດທ້າຍ, ຄຳທຳນາຍເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ຖືກບັນລຸຢ່າງແທ້ຈິງ ແລະ ຜູ້ເຊື່ອທີ່ເຫຼື້ອມໃສຫຼາຍພັນໆຄົນກຳລັງຄາດຫວັງການກັບຄືນມາຂອງພຣະເຢຊູເຈົ້າຢ່າງຮ້ອນຮົນ. ເຖິງຢ່າງໃດກໍຕາມ ໃນເວລາດຽວກັນ ຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານຢ່າງເປີດເຜີຍວ່າ ພຣະເຢຊູເຈົ້າໄດ້ກັບຄືນມາແລ້ວ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ການບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ພຣະອົງໄດ້ປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງແລ້ວ ໂດຍເລີ່ມຕົ້ນດ້ວຍເຮືອນຂອງພຣະເຈົ້າ. ການປາກົດຂຶ້ນຂອງຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ສັ່ນສະເທືອນໂລກແຫ່ງສາສະໜາທັງໝົດ ພ້ອມທັງທຸກຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ກະຫາຍຫາຄວາມຈິງ. ຜ່ານການສະແຫວງຫາ ແລະ ການສືບຄົ້ນພຣະທຳ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຫຼາຍຄົນຢືນຢັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ກັບຄືນມາ ແລະ ພວກເຂົາໄດ້ມາຢູ່ຕໍ່ໜ້າພຣະເຈົ້າອົງຊົງລິດທານຸພາບສູງສຸດເທື່ອລະຄົນ. ສິ່ງນີ້ໄດ້ເຮັດໃຫ້ສິດຍາພິບານ ແລະ ເຖົ້າແກ່ໃນໂລກແຫ່ງສາສະໜາ ພ້ອມທັງລັດຖະບານພັກກອມມູນິດຈີນຕື່ນຕົກໃຈ; ພວກເຂົາສົມຮູ້ຮ່ວມຄິດກັນເພື່ອກົດຂີ່ ແລະ ເຮັດໃຫ້ຟ້າແມບເຫຼື້ອມຈາກທິດຕາເວັນອອກຜິດກົດໝາຍ, ແຕ່ງຂ່າວລືຫຼາຍຢ່າງ ແລະ ກ່າວຮ້າຍ ແລະ ປະນາມຟ້າແມບເຫຼື້ອມຈາກທິດຕາເວັນອອກຢ່າງປ່າເຖື່ອນວ່າເປັນຄວາມເຊື່ອນອກຮີດ. ພວກເຂົາເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ເພື່ອຂັດຂວາງ ແລະ ຂົ່ມຂູ່ຜູ້ເຊື່ອທີ່ຈິງໃຈ ຜູ້ທີ່ຕ້ອງການສະແຫວງຫາ ແລະ ສືບຄົ້ນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ໂສກຄະນາດຕະກຳໃນປະຫວັດສາດຂອງໂລກແຫ່ງສາສະໜາຂອງຊາວຢິວທີ່ເຂົ້າຮ່ວມກັບລັດຖະບານໂຣມັນເພື່ອກົດຂີ່ພຣະເຢຊູເຈົ້າຢ່າງທາລຸນກຳລັງຖືກສະແດງອອກອີກຄັ້ງ. ຄວາມຄິດເຫັນແຕກຕ່າງກັນໄປກ່ຽວກັບວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກແມ່ນການກັບຄືນມາຂອງພຣະເຢຊູເຈົ້າ ຫຼື ບໍ່ ແລະ ມັນແມ່ນພາລະກິດຂອງພຣະເຈົ້າ ຫຼື ບໍ່; ບາງຄົນຕິດຕາມສິດຍາພິບານ ແລະ ເຖົ້າແກ່ໃນໂລກແຫ່ງສາສະໜາໃນການປະຕິເສດ ແລະ ການກ່າວຮ້າຍຂອງພວກເຂົາ, ແຕ່ຍັງມີບາງຄົນທີ່ເຊື່ອວ່າຟ້າແມບເຫຼື້ອມຈາກທິດຕາເວັນອອກກ່ຽວຂ້ອງກັບຄຳທຳນາຍຂອງພຣະເຢຊູເຈົ້າໃນພຣະຄຳພີທີ່ກ່າວວ່າ “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27). ແລະ ມັນກ່ຽວຂ້ອງກັບການມາຂອງບຸດມະນຸດໃນຍຸກສຸດທ້າຍ. ແລ້ວແມ່ນຫຍັງຄືຈຸດກຳເນີດຂອງຟ້າແມບເຫຼື້ອມຈາກທິດຕາເວັນອອກແທ້ໆ? ມັນແມ່ນພາລະກິດຂອງພຣະເຈົ້າບໍ ແລະ ມັນມີຄວາມລຶກລັບແບບໃດ?

ທຸກຄົນທີ່ເຂົ້າໃຈພາລະກິດຂອງພຣະເຈົ້າກໍຮູ້ວ່າພາລະກິດຂອງພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ຢຸດເຊົາໃນການກ້າວໄປຂ້າງໜ້າຂອງມັນ. ຕົວຢ່າງເຊັ່ນ ໃນຍຸກແຫ່ງພຣະບັນຍັດ ພຣະເຈົ້າປະຕິບັດພາລະກິດຜ່ານພຣະວິນຍານ ແລະ ອອກກົດໝາຍທີ່ຈະນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ. ແລ້ວໃນຍຸກແຫ່ງພຣະຄຸນ, ພຣະເຈົ້າບັງເກີດເປັນມະນຸດ ແລະ ປາກົດຕົວດັ່ງບຸດມະນຸດເພື່ອປະຕິບັດພາລະກິດຂອງພຣະອົງ, ຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ມານຮ້າຍ, ປະຕິບັດການກະທຳອິດທິລິດຫຼາຍຢ່າງ ແລະ ສະແດງຫົນທາງແຫ່ງ “ການສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ(ມັດທາຍ 4:17). ແລ້ວພຣະອົງກໍຖືກຄຶງເທິງໄມ້ກາງແຂນ ແລະ ສຳເລັດພາລະກິດຂອງພຣະອົງເພື່ອໄຖ່ມະນຸດຊາດທັງປວງ. ແຕ່ຜູ້ຄົນບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ນອກເໜືອກວ່ານັ້ນ ພວກເຂົາມີທຳມະຊາດແບບຊາຕານທີ່ອວດດີ ແລະ ລ້ວນແລ້ວແຕ່ຖືວ່າຕົນເອງຊອບທຳ, ແຂງກະດ້າງ ແລະ ດື້ດຶງ. ພວກເຂົາຍັງຍຶດຕິດກັບແນວຄິດ ແລະ ຈິນຕະນາການ, ຈົນເຖິງຈຸດທີ່ພວກເຂົາເຖິງກັບເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ. ນີ້ຄືເຫດຜົນວ່າທຸກຄັ້ງທີ່ພຣະເຈົ້າປະຕິບັດພາລະກິດໃໝ່, ພຣະອົງຕ້ອງທົນທຸກກັບຄຳໝິ່ນປະໝາດຢ່າງບ້າປ່ວງ, ການຂົ່ມເຫັງ ແລະ ການກ່າວຮ້າຍຂອງໂລກແຫ່ງສາສະໜາ ແລະ ອຳນາດການປົກຄອງ. ຄົນທີ່ເຜີຍແຜ່ ແລະ ເປັນພະຍານໃຫ້ແກ່ພາລະກິດໃໝ່ຂອງພຣະເຈົ້າສາມາດຖືກໂຈມຕີດ້ວຍຂໍ້ຫາທຸກຮູບແບບ ແລະ ຄຳເວົ້າທີ່ດູຖູກ ພ້ອມທັງຖືກຂົ່ມເຫັງ. ຂໍ້ແທ້ຈິງນີ້ແມ່ນຖືກບັນທຶກໄວ້ໃນພຣະສັນຍາໃໝ່: ເພື່ອທີ່ຈະຊ່ວຍມະນຸດຊາດຈາກອັນຕະລາຍຂອງການຖືກລົງໂທດສຳລັບການເຮັດຜິດກົດໝາຍທີ່ພວກເຂົາບໍ່ສາມາດຮັກສາໄດ້, ພຣະເຈົ້າໄດ້ບັງເກີດເປັນມະນຸດໃນລັກສະນະຂອງພຣະເຢຊູເຈົ້າ ແລະ ເລີ່ມພາລະກິດແຫ່ງການໄຖ່ບາບໃນຍຸກແຫ່ງພຣະຄຸນ. ເມື່ອພຣະເຢຊູເຈົ້າກຳລັງປະຕິບັດພາລະກິດຂອງພຣະອົງໃນຢູດາຍ, ພຣະອົງປະຕິບັດການກະທຳທີ່ອິດທິລິດຫຼາຍຢ່າງ, ຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ມານຮ້າຍ, ປະທານພຣະຄຸນຢ່າງເຫຼືອລົ້ນໃຫ້ແກ່ມະນຸດ ແລະ ກ່າວຄວາມຈິງຫຼາຍຢ່າງ. ນີ້ກໍພຽງພໍທີ່ຈະພິສູດວ່າພຣະເຢຊູເຈົ້າຄືພຣະເຈົ້າເອງ ແລະ ພຣະອົງເປັນພຣະເມຊີອາທີ່ຊາວອິດສະຣາເອັນລໍຄອຍຖ້າເປັນເວລາແສນນານ. ເຖິງຢ່າງໃດກໍຕາມ ປະໂລຫິດຕົນໃຫຍ່ຂອງຊາວຢິວ, ພວກທຳມະຈານ ແລະ ພວກຟາຣີຊາຍຍຶດຕິດແນວຄິດສາສະໜາຢ່າງດື້ດຶງ ແລະ ພຽງແຕ່ປະຕິເສດທີ່ຈະເຊື່ອວ່າພຣະເຢຊູຄືພຣະເມຊີອາທີ່ພວກເຂົາລໍຄອຍຖ້າເປັນເວລາແສນນານ. ໃນທາງກົງກັນຂ້າມ ພວກເຂົາຊອກຫາສິ່ງຕ່າງໆໃນພຣະຄຳພີເພື່ອໃຊ້ຕໍ່ຕ້ານພຣະເຢຊູ, ພວກເຂົາກ່າວຮ້າຍ, ຕັດສິນ ແລະ ປະນາມພາລະກິດຂອງພຣະເຢຊູເຈົ້າວ່າເປັນຄວາມເຊື່ອນອກຮີດ (ເບິ່ງກິດຈະການ 24:14) ແລະ ພຣະເຢຊູເອງວ່າເປັນ “ຜູ້ນໍາລັດທິນາຊາເຣັດ” (ເບິ່ງກິດຈະການ 24:5). ພວກເຂົາລໍ້ລວງ ແລະ ກະຕຸ້ນໃຫ້ຊາວຢິວກ່າວຮ້າຍພຣະເຢຊູເຈົ້າ ແລະ ເຂົ້າຮ່ວມກັບລັດຖະບານໂຣມັນເພື່ອຄຶງພຣະອົງເທິງໄມ້ກາງແຂນ. ນີ້ຄືເຫດຜົນທີ່ຊົນຊາດຢິວທັງໝົດທ້າທາຍອຸປະນິໄສຂອງພຣະເຈົ້າ ແລະ ທົນທຸກກັບຄວາມພິນາດເຊິ່ງບໍ່ເຄີຍເກີດຂຶ້ນມາກ່ອນ. ມັນຊັດເຈນແລ້ວວ່າ ສິ່ງໃດໜຶ່ງທີ່ຖືກກ່າວຮ້າຍ ແລະ ຕໍ່ຕ້ານໂດຍໂລກແຫ່ງສາສະໜາ ແລະ ຄົນທີ່ມີອຳນາດບໍ່ຈຳເປັນຕ້ອງຜິດ, ມັນມີຄວາມເປັນໄປໄດ້ສູງທີ່ມັນມາຈາກພຣະເຈົ້າ ແລະ ເປັນພາລະກິດຂອງພຣະເຈົ້າ. ສະນັ້ນ ເມື່ອກຳລັງສືບຄົ້ນວ່າສິ່ງໃດໜຶ່ງແມ່ນພາລະກິດຂອງພຣະເຈົ້າ ຫຼື ບໍ່, ຄົນໆໜຶ່ງບໍ່ສາມາດຕັດສິນໂດຍອີງໃສ່ວ່າໂລກແຫ່ງສາສະໜາ ແລະ ຄົນທີ່ມີອຳນາດຮັບຮູ້ ຫຼື ຍອມຮັບມັນ ຫຼື ບໍ່. ພວກເຮົາສາມາດເຫັນໄດ້ຈາກພາລະກິດທັງໝົດທີ່ຖືກປະຕິບັດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນວ່າ ເພື່ອທີ່ຈະບົ່ງບອກວ່າສິ່ງໃດໜຶ່ງແມ່ນ ຫຼື ບໍ່ແມ່ນພາລະກິດຂອງພຣະເຈົ້າ, ມັນຂຶ້ນກັບວ່າສິ່ງທີ່ຖືກສະແດງອອກໂດຍຫົນທາງນັ້ນແມ່ນ ຫຼື ບໍ່ແມ່ນຄວາມຈິງ, ມັນແມ່ນສິ່ງທີ່ຈຳເປັນຢ່າງຮີບດ່ວນສຳລັບມະນຸດຊາດໃນຊ່ວງປັດຈຸບັນ ຫຼື ບໍ່ ແລະ ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່. ດ້ວຍວິທີນີ້ເທົ່ານັ້ນ ມັນຈຶ່ງສາມາດແຍກແຍະໄດ້ວ່າມັນແມ່ນພາລະກິດຂອງພຣະເຈົ້າໃນແກ່ນແທ້ຂອງມັນ ຫຼື ບໍ່, ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ.

ຄວາມເສື່ອມຊາມຂອງມະນຸດຊາດກຳລັງຮຸນແຮງຂຶ້ນເລື້ອຍໆໃນຍຸກສຸດທ້າຍ. ມະນຸດຢູ່ພາຍໃຕ້ການຄວບຄຸມຂອງທຳມະຊາດແບບຊາຕານທີ່ເສື່ອມຊາມຂອງພວກເຂົາ, ເຮັດຜິດບາບໂດຍບໍ່ຕັ້ງໃຈ, ທຸກຄົນດຳລົງຊີວິດໂດຍການເຮັດບາບໃນຕອນກາງເວັນ ແລະ ສາລະພາບໃນຕອນກາງຄືນ, ພວກເຂົາດຳລົງຊີວິດຢູ່ໃນຄວາມເຈັບປວດເຫຼືອທົນ. ມະນຸດຊາດຍິ່ງຫ່າງອອກຈາກພຣະເຈົ້າຫຼາຍຂຶ້ນ ແລະ ຄວາມຫວັງຂອງພວກເຂົາໃນການບັນລຸຄວາມລອດພົ້ນກໍຍິ່ງຫ່າງເຫີນອອກໄປ. ເພື່ອທີ່ຈະຊ່ວຍເຫຼືອມະນຸດຈາກສະພາບການລຳບາກທີ່ບໍ່ສິ້ນສຸດໃນການເຮັດບາບ ແລະ ສາລະພາບ, ສາລະພາບ ແລະ ເຮັດບາບ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດໂຍນຖິ້ມອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງພວກເຂົາ ພ້ອມທັງຂໍ້ຈຳກັດ ແລະ ໂສ້ຜູກມັດແຫ່ງຄວາມຜິດບາບ ເພື່ອວ່າພວກເຂົາຈະຖືກຊໍາລະລ້າງໃຫ້ສະອາດ ແລະ ບັນລຸຄວາມລອດພົ້ນຂອງພຣະເຈົ້າ, ພຣະເຈົ້າຈຶ່ງໄດ້ກາຍມາເປັນເນື້ອໜັງອີກຄັ້ງເພື່ອກ່າວຄວາມຈິງ ແລະ ພິພາກສາມະນຸດຊາດທີ່ເສື່ອມຊາມ ແລະ ພຣະອົງປະຕິບັດຂັ້ນຕອນໃໝ່ຂອງພາລະກິດເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສິ້ນເຊີງ. ຄັ້ງນີ້ ພຣະເຈົ້າບັງເກີດເປັນມະນຸດໃນທິດຕາເວັນອອກຂອງໂລກ ນັ້ນກໍຄື ໃນປະເທດຈີນ ເຊິ່ງປາກົດຕົວ ແລະ ປະຕິບັດພາລະກິດຂອງພຣະອົງ. ພຣະອົງໄດ້ນໍາຍຸກແຫ່ງພຣະຄຸນມາເຖິງຈຸດຈົບ ແລະ ເລີ່ມຕົ້ນຍຸກແຫ່ງລາຊະອານາຈັກ, ພຣະອົງໄດ້ນໍາຄວາມຈິງທີ່ສູງສົ່ງຂຶ້ນ ແລະ ອຸດົມສົມບູນຂຶ້ນກວ່າແຕ່ກ່ອນ, ພຣະອົງໄດ້ເປີດເຜີຍຄວາມລຶກລັບແຫ່ງພາລະກິດທັງໝົດຂອງພຣະເຈົ້າ ຕັ້ງແຕ່ການເນລະມິດສ້າງແຜ່ນດິນໂລກ ແລະ ພຣະອົງໄດ້ປະທານຄວາມຈິງທັງໝົດໃຫ້ແກ່ມະນຸດເພື່ອຊໍາລະລ້າງພວກເຂົາໃຫ້ສະອາດ ແລະ ຊ່ວຍເຫຼືອພວກເຂົາໃຫ້ລອດພົ້ນ. ຄົນທີ່ຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍກໍມາເຂົ້າໃຈຄວາມຈິງຫຼາຍຢ່າງຈາກພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວ, ພວກເຂົາໄດ້ເຫັນຢ່າງຊັດເຈນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ທີ່ກ່າວຄວາມຈິງໃນຍຸກສຸດທ້າຍ ແມ່ນພຣະເຢຊູເຈົ້າທີ່ກັບຄືນມາຢ່າງແທ້ຈິງ, ພວກເຂົາໄດ້ຮັບຄວາມຮູ້ທີ່ຊັດເຈນກ່ຽວກັບທຳມະຊາດທີ່ເສື່ອມຊາມຂອງພວກເຂົາເອງ ແລະ ສາເຫດຕົ້ນຕໍແຫ່ງຄວາມຜິດບາບຂອງພວກເຂົາ, ພວກເຂົາໄດ້ຄົ້ນພົບເສັ້ນທາງເພື່ອແກ້ໄຂອຸປະນິໄສແບບຊາຕານ ແລະ ເສື່ອມຊາມຂອງພວກເຂົາ ແລະ ຫົວໃຈຂອງພວກເຂົາກໍສົດໃສ ແລະ ແຈ່ມໃສ. ໂດຍຜ່ານການພິພາກສາ, ການຂ້ຽນຕີ, ການທົດລອງ ແລະ ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າ, ຊີວິດ–ອຸປະນິໄສຂອງພວກເຂົາກໍປ່ຽນແປງຢູ່ສະເໝີ, ພວກເຂົາເຫັນຄວາມຫວັງແຫ່ງຄວາມລອດພົ້ນ ແລະ ພວກເຂົາມີຄວາມຮູ້ທີ່ແທ້ຈິງກ່ຽວກັບແກ່ນແທ້ທີ່ດີ ແລະ ບໍລິສຸດຂອງພຣະເຈົ້າ ພ້ອມທັງອຸປະນິໄສທີ່ຊອບທຳ ແລະ ບໍ່ສາມາດລ່ວງລໍ້າໄດ້ຂອງພຣະອົງ. ພວກເຂົາມີຄວາມເຂົ້າໃຈ ແລະ ຄວາມຮູ້ຕົວຈິງກ່ຽວກັບສິ່ງທີ່ພຣະອົງມີ ແລະ ເປັນ ເຊັ່ນ: ຄວາມລິດທານຸພາບສູງສຸດ, ສະຕິປັນຍາ ແລະ ສິດອຳນາດຂອງພຣະອົງ ແລະ ພວກເຂົາທຸກຄົນສາມາດຮັບຮູ້ໄດ້ວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າບໍ່ໄດ້ວ່າງເປົ່າ ຫຼື ເລືອນລອຍອີກຕໍ່ໄປ, ແຕ່ກົງກັນຂ້າມ ມັນຍິ່ງເປັນຈິງຫຼາຍຂຶ້ນເລື້ອຍໆ. ພວກເຂົາໄດ້ຜະເຊີນກັບພຣະເຈົ້າວ່າມີກຽດຢ່າງຍິ່ງ ແລະ ເປັນຕາຮັກ, ເຮັດໃຫ້ເກີດຫົວໃຈທີ່ຢຳເກງພຣະເຈົ້າ. ພວກເຂົາໄດ້ພັດທະນາຄວາມເຊື່ອຟັງທີ່ແທ້ຈິງ ແລະ ການຄຳນຶງເຖິງພຣະເຈົ້າ ແລະ ພວກເຂົາທຸກຄົນໄດ້ຊື່ນຊົມຢ່າງຊັດເຈນວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍສາມາດຊໍາລະມະນຸດໃຫ້ບໍລິສຸດ ແລະ ຊ່ວຍເຂົາໃຫ້ລອດພົ້ນຢ່າງແນ່ນອນ. ໃນຍຸກສຸດທ້າຍ, ເວລາຂອງພາລະກິດແຫ່ງການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນສັ້ນ ແລະ ມັນຂັບເຄື່ອນຢ່າງໄວຫຼາຍ ເຊັ່ນດຽວກັນກັບສາຍຟ້າແມບ. ພາຍໃນເວລາພຽງສອງທົດສະວັດສັ້ນໆ, ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າໄດ້ຂະຫຍາຍໄປທົ່ວແຜ່ນດິນໃຫຍ່ຂອງປະເທດຈີນ ແລະ ໄດ້ສ້າງກຸ່ມຂອງຜູ້ເອົາຊະນະ ແລະ ຕອນນີ້ ຂ່າວປະເສີດໄດ້ຂະຫຍາຍຢ່າງໄວວາໄປສູ່ຊົນຊາດທັປວງ, ໄປສູ່ທຸກມຸມໂລກ. ສິ່ງນີ້ບັນລຸຄຳທຳນາຍຂອງພຣະເຢຊູເຈົ້າຢ່າງແທ້ຈິງ: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27). ເຖິງຢ່າງໃດກໍຕາມ ສິດຍາພິບານ ແລະ ເຖົ້າແກ່ຂອງໂລກແຫ່ງສາສະໜາຍຶດຕິດກັບແນວຄິດທາງສາສະໜາຢ່າງດື້ດຶງ ແລະ ເມື່ອຜະເຊີນກັບພາລະກິດຂອງພຣະເຈົ້າເຊິ່ງບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ພວກເຂົາບໍ່ພຽງແຕ່ບໍ່ສະແຫວງຫາ ຫຼື ສືບຄົ້ນມັນ, ແຕ່ພວກເຂົາແກວ່ງພຣະຄຳພີ ແລະ ຕາມລ່າຫາຂໍ້ຜິດພາດທີ່ພວກເຂົາສາມາດໃຊ້ຕໍ່ສູ້ພຣະເຈົ້າ, ຕັດສິນ ແລະ ກ່າວຮ້າຍພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍຢ່າງເລິນເລີ້ ແລະ ປະນາມຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າເປັນ “ລັດທິຟ້າແມບເຫຼື້ອມຈາກທິດຕາເວັນອອກ” ແລະ ເປັນຄວາມເຊື່ອນອກຮີດ. ການປະພຶດ ແລະ ການກະທຳຂອງພວກເຂົາຖືກຕັດອອກຈາກຜ້າຜືນດຽວກັນກັບຂອງປະໂລຫິດຕົນໃຫຍ່, ພວກທຳມະຈານ ແລະ ພວກຟາຣີຊາຍຊາວຢິວ ເມື່ອພວກເຂົາກ່າວຮ້າຍພຣະເຢຊູເຈົ້າ. ການທີ່ພວກເຂົາທ້າທາຍ ແລະ ໂຈມຕີພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ຂັດຂວາງຜູ້ຄົນບໍ່ໃຫ້ຄົ້ນເບິ່ງ ແລະ ຕິດຕາມບາດກ້າວຂອງພຣະເຈົ້າ ແລະ ເຊື່ອຟັງພາລະກິດຂອງພຣະເຈົ້າ, ນັ້ນບໍ່ໄດ້ເຮັດໃຫ້ພວກເຂົາເປັນພວກຟາຣີຊາຍສະໄໝໃໝ່ທີ່ທ້າທາຍ ແລະ ກ່າວຮ້າຍພຣະຄຣິດຢ່າງແທ້ຈິງບໍ? ແກ່ນແທ້ຂອງການກະທຳຂອງພວກເຂົາບໍ່ແມ່ນການກຽດຊັງຄວາມຈິງ ແລະ ໝິ່ນປະໝາດພຣະວິນຍານບໍລິສຸດບໍ? ການທີ່ຜູ້ນໍາໃນໂລກສາສະໜາກ່າວຮ້າຍການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງປ່າເຖື່ອນຍັງບັນລຸພຣະທຳຂອງພຣະເຢຊູເຈົ້າເມື່ອພຣະອົງທຳນາຍເຖິງການກັບຄືນມາຂອງພຣະອົງຢ່າງສິ້ນເຊີງ: “ເປັນເໝືອນດັ່ງຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້(ລູກາ 17:24-25).

ຖ້າພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ໄດ້ກ່າວພຣະທຳຂອງພຣະອົງ ແລະ ເປີດເຜີຍຄວາມລຶກລັບ, ແລ້ວພວກເຮົາກໍຈະບໍ່ເຂົ້າວ່າແມ່ນຫຍັງຄືຄວາມໝາຍທີ່ແທ້ຈິງຂອງຄຳທຳນາຍທີ່ວ່າ “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ”. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເມື່ອທຸກຄົນເອົາໃຈໃສ່, ເມື່ອທຸກສິ່ງຖຶກສ້າງຄືນໃໝ່ ແລະ ຖືກເຮັດໃຫ້ຟື້ນຄືນໃໝ່, ເມື່ອທຸກຄົນອ່ອນນ້ອມຕໍ່ພຣະເຈົ້າ ໂດຍບໍ່ມີຄວາມກະວົນກະວາຍໃຈ ແລະ ເຕັມໃຈທີ່ຈະແບກຮັບຄວາມຮັບຜິດຊອບທີ່ໜັກໜ່ວງຕໍ່ພາລະຂອງພຣະເຈົ້າ, ນີ້ແມ່ນເວລາທີ່ຟ້າແມບເຫຼື້ອມຈາກທິດຕະເວັນອອກໄດ້ແມບເຫຼື້ອມອອກມາ ໂດຍເຍືອງແສງໄປທົ່ວທິດຕາເວັນອອກສູ່ທິດຕາເວັນຕົກ ແລະ ເຮັດໃຫ້ທົ່ວແຜ່ນດິນໂລກຢ້ານກົວການມາຂອງແສງສະຫວ່າງນີ້; ແລະ ໃນຕອນນີ້ ພຣະເຈົ້າໄດ້ເລີ່ມຊີວິດໃໝ່ອີກຄັ້ງ... ນີ້ໝາຍຄວາມວ່າ ໃນທິດຕາເວັນອອກຂອງໂລກ ຈາກຕອນທີ່ການເປັນພະຍານຂອງພຣະເຈົ້າໄດ້ເລີ່ມຂຶ້ນຈົນຮອດຕອນທີ່ພຣະອົງເລີ່ມເຮັດພາລະກິດ ແລະ ຈົນຮອດຕອນທີ່ຄວາມເປັນພຣະເຈົ້າໄດ້ເລີ່ມຖືອໍານາດສູງສຸດໄປທົ່ວແຜ່ນດິນໂລກ. ນີ້ແມ່ນສາຍເປັ່ງປະກາຍຂອງຟ້າແມບເຫຼື້ອມຈາກທິດຕະເວັນອອກ ເຊິ່ງເຄີຍສ່ອງແສງໃສ່ຈັກກະວານທັງໝົດ. ເມື່ອບັນດາປະເທດຕ່າງໆຂອງແຜ່ນດິນໂລກກາຍມາເປັນອານາຈັກຂອງພຣະຄຣິດ ແມ່ນເມື່ອຈັກກະວານທັງປວງໄດ້ຮັບແສງສະຫວ່າງ. ຕອນນີ້ແມ່ນເວລາທີ່ຟ້າແມບເຫຼື້ອມຈາກທິດຕະເວັນອອກແມບເຫຼື້ອມອອກມາ. ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມເຮັດພາລະກິດ ແລະ ຍິ່ງໄປກວ່ານັ້ນ ກໍໄດ້ກ່າວໃນຄວາມເປັນພຣະເຈົ້າໂດຍກົງ. ອາດເວົ້າໄດ້ວ່າ ເມື່ອພຣະເຈົ້າເລີ່ມກ່າວເທິງແຜ່ນດິນໂລກ ກໍແມ່ນເມື່ອຟ້າແມບເຫຼື້ອມຈາກທິດຕະເວັນອອກໄດ້ແມບເຫຼື້ອມຂຶ້ນ. ເຊັດເຈນກວ່ານັ້ນກໍຄື ເມື່ອນໍ້າແຫ່ງມີຊີວິດໄຫຼຈາກບັນລັງ, ເມື່ອພຣະວັດຈະນະຈາກບັນລັງໄດ້ເລີ່ມຂຶ້ນ ແມ່ນເວລາທີ່ພຣະວັດຈະນະຂອງພຣະວິນຍານທັງເຈັດໄດ້ເລີ່ມຂຶ້ນຢ່າງເປັນທາງການ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຕີຄວາມໝາຍຄວາມລຶກລັບແຫ່ງ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”, ບົດທີ 12). “ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາຈະເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຢາກເຫັນຄວາມສະຫງ່າລາສີຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະເຈົ້າຜູ້ຊົງລິດທານຸພາບ? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເມື່ອຜະເຊີນກັບຜູ້ຄົນທີ່ຖືກເລືອກຂອງເຮົາ, ເຮົາປາຖະໜາທີ່ຈະກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ຄືກັບເດັກນ້ອຍເກີດໃໝ່ ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ... ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປະກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອັນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ). ຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ພວກເຮົາສາມາດເຫັນໄດ້ວ່າພາລະກິດຂອງພຣະເຈົ້າ ແລະ ພຣະທຳແຫ່ງຍຸກສຸດທ້າຍຄືຟ້າແມບທີ່ເຫຼື້ອມມາຈາກທິດຕາເວັນອອກ. “ຟ້າແມບ” ຄືແສງໄຟຍິ່ງໃຫຍ່ ໝາຍເຖິງພຣະທຳຂອງພຣະເຈົ້າ, ຫົນທາງແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າໃນຍຸກສຸດທ້າຍ.ວະລີ “ຈາກທິດຕາເວັນອອກ” ໝາຍຄວາມວ່າມາຈາກປະເທດຈີນ ແລະ “ຍັງເຫຼື້ອມໄປເຖິງທິດຕາເວັນຕົກ” ໝາຍຄວາມວ່າຖືກເຜີຍແຜ່ໄປສູ່ທິດຕາເວັນຕົກ.ໃນທີ່ສຸດແລ້ວ, “ການສະເດັດມາຂອງບຸດມະນຸດ” ໝາຍເຖິງການທີ່ພຣະເຈົ້າກາຍມາເປັນເນື້ອໜັງ ແລະ ເປີດເຜີຍພຣະອົງເອງເປັນຢ່າງທຳອິດ ແລະ ເລີ່ມພາລະກິດຂອງພຣະອົງໃນທິດຕາເວັນອອກ, ໃນປະເທດຈີນ. ໃນທີ່ນັ້ນ ພຣະອົງເຮັດໃຫ້ກຸ່ມຜູ້ຄົນທີ່ຮູ້ຈັກພຣະເຈົ້າຢ່າງແທ້ຈິງໄດ້ສົມບູນ ແລະ ພວກເຂົາເປັນຜູ້ເອົາຊະນະດັ່ງທີ່ຖືກທຳນາຍໄວ້ໃນໜັງສືພຣະນິມິດ. ແລ້ວຜ່ານທາງຜູ້ຄົນເຫຼົ່ານີ້, ຂ່າວປະເສີດແຫ່ງຍຸກສຸດທ້າຍຖືກເຜີຍແຜ່ໄປສູ່ທິດຕາເວັນຕົກ, ເພື່ອວ່າທຸກຄົນອາດໄດ້ຮັບຄວາມລອດພົ້ນແຫ່ງຍຸກສຸດທ້າຍຂອງພຣະເຈົ້າ. ບັດນີ້ ພຣະທຳເຫຼົ່ານີ້ໄດ້ຖືກບັນລຸແລ້ວ, ນີ້ແມ່ນຂໍ້ແທ້ຈິງທີ່ທຸກຄົນສາມາດເຫັນໄດ້! ຟ້າແມບເຫຼື້ອມຂອງທິດຕາເວັນອອກ (ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍໃນປະເທດຈີນ) ສາມາດເຮັດໃຫ້ພວກເຮົາຮັບຄວາມຮັກ ແລະ ຄວາມລອດພົ້ນທັງໝົດທີ່ພຣະເຈົ້າປະທານໃຫ້ແກ່ມະນຸດ, ສາມາດເຮັດໃຫ້ພວກເຮົາຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ກໍ່ໃຫ້ເກີດການເຄົາລົບນັບຖືທີ່ແທ້ຈິງ ແລະ ການນະມັດສະການພຣະເຈົ້າຢູ່ພາຍໃນພວກເຮົາ. ເຊັ່ນດຽວກັນກັບສາຍຟ້າແມບ, ພຣະທຳຂອງພຣະເຈົ້າໃຫ້ແສງສະຫວ່າງ ແລະ ຄວາມຫວັງແກ່ມະນຸດ. ທຸກຄົນທີ່ຍອມຮັບຟ້າແມບເຫຼື້ອມຂອງທິດຕາເວັນອອກ ນັ້ນກໍຄື ພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ກໍສາມາດເປັນພະຍານເຖິງສິ່ງນີ້ໄດ້ທຸກຄົນ.

ໃນຈຸດນີ້, ເຮົາເຊື່ອວ່າພວກເຈົ້າທຸກຄົນມີຄຳຕອບທີ່ຊັດເຈນຕໍ່ຄຳຖາມທີ່ວ່າ ແມ່ນຫຍັງຄືຈຸດກຳເນີດຂອງຟ້າແມບເຫຼື້ອມຈາກທິດຕາເວັນອອກ. ພຣະເຈົ້າເປັນພຣະຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ. ພຣະເຈົ້າເລີ່ມພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ຍ້ອນມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ. ພຣະເຈົ້າປາຖະໜາທີ່ຈະໃຫ້ທຸກຄົນໃນຈັກກະວານໄດ້ເຫັນການກະທຳຂອງພຣະອົງ, ໃຫ້ທຸກຄວາມເຊື່ອກາຍມາເປັນໜຶ່ງດຽວ, ນະມັດສະການພຣະຜູ້ສ້າງ ແລະ ໃຫ້ທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະເຈົ້າ ແລະ ຕິດຕາມບາດກ້າວຂອງພຣະອົງຢ່າງແທ້ຈິງໄດ້ບັນລຸຄວາມບໍລິສຸດ ແລະ ໄດ້ຮັບຄວາມລອດພົ້ນ. ພຣະເຈົ້າຈະຮັບເອົາຜູ້ຄົນເຫຼົ່ານີ້ທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄປສູ່ອານາຈັກເພື່ອພັກຜ່ອນກັບພຣະອົງ. ແລ້ວອ້າຍເອື້ອຍນ້ອງຂອງພວກເຮົາແຕ່ລະຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ລໍຖ້າການກັບຄືນມາຂອງພຣະເຢຊູເຈົ້າຢ່າງຮ້ອນຮົນກໍຄວນປະວາງແນວຄິດທາງສາສະໜາຂອງພວກເຂົາ ແລະ ສຶກສາຫົນທາງທີ່ແທ້ຈິງ. ຢ່າໃສ່ໃຈກັບຂ່າວລື ແລະ ຕໍ່ຕ້ານຫົນທາງທີ່ແທ້ຈິງຢ່າງລັບຫູລັບຕາ ຍ້ອນມັນຈະຈົບລົງດ້ວຍການສູນເສຍຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ. ພວກເຮົາຕ້ອງຕາມຂັ້ນຕອນແຫ່ງພາລະກິດຂອງພຣະເຈົ້າຢ່າງໄວ, ຕິດຕາມບາດກ້າວຂອງພຣະເຈົ້າຢ່າງໃກ້ຊິດ. ນີ້ແມ່ນຫົນທາງດຽວທີ່ພວກເຮົາສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໃນທີ່ສຸດ ແລະ ຖືກພຣະເຈົ້າພາເຂົ້າສູ່ອານາຈັກຂອງພຣະອົງ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ....

ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ...

ຄວາມແຕກຕ່າງລະຫວ່າງສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຫຍັງ?

ສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຊື່ອໃນພຣະເຈົ້າອົງດຽວກັນ....

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...