ພາກສະເໜີໂດຍຫຍໍ້ ກ່ຽວກັບປະຫວັດຂອງການປາກົດຕົວ ແລະ ພາລະກິດຂອງພຣະຄຣິດໃນຍຸກສຸດທ້າຍໃນປະເທດຈີນ

26 ເດືອນມັງກອນ 2019

ປະເທດຈີນແມ່ນດິນແດນທີ່ມັງກອນແດງຍິ່ງໃຫຍ່ອາໄສຢູ່ ແລະ ເປັນດິນແດນທີ່ໄດ້ຕໍ່ຕ້ານ ແລະ ປະນາມພຣະເຈົ້າຢ່າງຮ້າຍແຮງຕະຫຼອດປະຫວັດສາດ. ປະເທດຈີນແມ່ນປ້ອມປະການຂອງພວກຜີສາດ ແລະ ເປັນຄຸກທີ່ຄວບຄຸມໂດຍມານຮ້າຍ ທີ່ບໍ່ສາມາດເຈາະເຂົ້າ ແລະ ແຊກຊຶມເຂົ້າໄດ້. ຍິ່ງໄປກວ່ານັ້ນ, ລະບົບການປົກຄອງຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນຢືນຍາມຢູ່ໃນທຸກລະດັບ ແລະ ໄດ້ກໍ່ຕັ້ງກອງກໍາລັງປ້ອງກັນໃນທຸກຄົວເຮືອນ. ດ້ວຍເຫດນັ້ນ, ບໍ່ມີບ່ອນໃດ ທີ່ຈະເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ ແລະ ດໍາເນີນພາລະກິດຂອງພຣະເຈົ້າໄດ້ຍາກລໍາບາກໄປກວ່າບ່ອນນີ້ອີກແລ້ວ. ໃນເວລາທີ່ພັກຄອມມູນິດຈີນຂຶ້ນຄອງອໍານາດໃນປີ 1949, ການເຊື່ອຖືໃນສາສະໜາໃນປະເທດຈີນແຜ່ນດິນໃຫຍ່ແມ່ນຖືກປາບປາມ ແລະ ຖືກຫ້າມຢ່າງສິ້ນເຊີງ. ຊາວຄຣິດຫຼາຍລ້ານຄົນຕ້ອງທົນທຸກກັບຄວາມອັບອ້າຍ,​ ການທໍລະມານ ແລະ ການຖືກຂັງຄຸກ. ຄຣິສຕະຈັກທຸກບ່ອນແມ່ນຖືກປິດ ແລະ ກໍາຈັດຈົນໝົດ. ແມ່ນແຕ່ການພົບປະກັນພາຍໃນເຮືອນກໍຖືກຫ້າມ. ຖ້າມີຜູ້ໃດຖືກຈັບໄດ້ວ່າ ມີສ່ວນຮ່ວມໃນການຊຸມນຸມ, ພວກເຂົາກໍຈະຖືກຈັບຂັງຄຸກ ແລະ ອາດຈະຖືກຕັດຫົວ. ໃນເວລານັ້ນ, ກິດຈະກໍາທາງສາສະໜາເກືອບຈະຫາຍໄປໂດຍບໍ່ມີຮ່ອງຮອຍ. ມີພຽງແຕ່ຊາວຄຣິດຈໍານວນໜ້ອຍທີ່ຍັງສືບຕໍ່ເຊື່ອໃນພຣະເຈົ້າ ແຕ່ພວກເຂົາສາມາດພຽງແຕ່ໄດ້ອະທິຖານເຖິງພຣະເຈົ້າຢ່າງງຽບໆ, ຮ້ອງເພງສັນລະເສີນພຣະເຈົ້າໃນໃຈຂອງພວກເຂົາ ແລະ ອ້ອນວອນໃຫ້ພຣະເຈົ້າຟື້ນຟູຄຣິສຕະຈັກເທົ່ານັ້ນ. ໃນທີ່ສຸດ, ໃນປີ 1981, ຄຣິສຕະຈັກແມ່ນຖືກຟື້ນຟູຄືນຢ່າງແທ້ຈິງ ແລະ ພຣະວິນຍານບໍລິສຸດກໍໄດ້ເລີ່ມເຮັດພາລະກິດໃນຂອບເຂດວົງກວ້າງຢູ່ປະເທດຈີນ. ຄຣິສຕະຈັກແມ່ນເກີດຂຶ້ນປານໜໍ່ໄມ້ທີ່ເກີດຂຶ້ນຫຼັງຈາກຝົນຕົກໃນລະດູໃບໄມ້ປົ່ງ ແລະ ຫຼາຍຄົນເລີ່ມເຊື່ອໃນພຣະເຈົ້່າ. ໃນປີ 1983, ເມື່ອການຟື້ນຟູຂອງຄຣິສຕະຈັກຮອດຈຸດສູງສຸດ, ພັກຄອມມູນິດຈີນກໍໄດ້ເລີ່ມປາບປາມຢ່າງໂຫດຮ້າຍອີກຮອບ. ຄົນຈໍານວນຫຼາຍລ້ານຄົນຖືກຈັບ,​ ກັງຂັງ ແລະ ສຶກສາອົບຮົມຜ່ານການໃຊ້ແຮງງານ. ລະບອບການປົກຄອງຂອງມັງກອນແດງທີ່ຍິ່ງໃຫຍ່ພຽງແຕ່ອະນຸຍາດໃຫ້ຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າເຂົ້າຮ່ວມຄຣິສຕະຈັກຮັກຊາດຕາມຫຼັກການເພິ່ງຕົນເອງ 3 ດ້ານ ທີ່ສ້າງຕັ້ງຂຶ້ນໂດຍລັດຖະບານ. ລັດຖະບານຄອມມູນິດຈີນໄດ້ສ້າງຕັ້ງຄຣິສຕະຈັກຮັກຊາດຕາມຫຼັກການເພິ່ງຕົນເອງ 3 ດ້ານ ເພື່ອພະຍາຍາມກໍາຈັດຄຣິສຕະຈັກບ້ານໃຕ້ດິນ ແລະ ເອົາຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າຢ່າງໜຽວແໜ້ນໃຫ້ມາຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ. ລັດຖະບານເຊື່ອວ່າ ນີ້ແມ່ນວິທີດຽວທີ່ຈະບັນລຸເປົ້າໝາຍຂອງການຫ້າມຄວາມສັດທາ ແລະ ປ່ຽນປະເທດຈີນໃຫ້ກາຍເປັນດິນແດນທີ່ບໍ່ມີພຣະເຈົ້າ. ແຕ່ພຣະວິນຍານບໍລິສຸດຍັງສືບຕໍ່ເຮັດພາລະກິດຢ່າງຫຼວງຫຼາຍໃນຄຣິສຕະຈັກບ້ານ ແລະ ໃນຕົວຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ເຊິ່ງລັດຖະບານຂອງພັກຄອມມູນິດຈີນບໍ່ມີທາງທີ່ຈະຢຸດໄດ້. ໃນເວລານັ້ນ, ໃນຄຣິສຕະຈັກບ້ານ ທີ່ພຣະວິນຍານບໍລິສຸດໄດ້ເຮັດພາລະກິດນັ້ນ, ພຣະຄຣິສຂອງຍຸກສຸດທ້າຍໄດ້ປາກົດຂຶ້ນຢ່າງລັບໆ ເພື່ອປະຕິບັດພາລະກິດ ແລະ ເລີ່ມສະແດງຄວາມຈິງ ແລະ ກະທໍາພາລະກິດຂອງການພິພາກສາ ໂດຍເລີ່ມຈາກຄົວເຮືອນຂອງພຣະເຈົ້າ.

ໃນຕົ້ນເດືອນກຸມພາ 1991, ປາກົດວ່າ ມີບາງຄົນໃນຄຣິສຕະຈັກໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ໄດ້ເລີ່ມເວົ້າ, ເປັນພະຍານໃຫ້ກັບພຣະນາມຂອງພຣະເຈົ້າ ແລະ ການມາຂອງພຣະເຈົ້າ. ພຣະທໍາເຫຼົ່ານີ້ແມ່ນຖືກສົ່ງໄປຍັງຄຣິສຕະຈັກ ແລະ ພາຍຫຼັງໄດ້ອ່ານພຣະທໍາເຫຼົ່ານີ້, ທຸກຄົນກໍຮູ້ສຶກຕື່ນເຕັ້ນຕັນໃຈຫຼາຍ, ພວກເຂົາດີໃຈຫຼາຍ ແລະ ເຊື່ອວ່າ ນີ້ແມ່ນແສງສະຫວ່າງ ແລະ ພຣະທໍາຂອງພຣະວິນຍານບໍລິສຸດຢ່າງແນ່ນອນ. ນັບຈາກນັ້ນມາ, ພຣະຄຣິດກໍໄດ້ເລີ່ມກ່າວ. ບາງຄັ້ງພຣະຄຣິສໄດ້ເວົ້າໜຶ່ງວັກຕໍ່ມື້, ບາງຄັ້ງໜຶ່ງວັກຕໍ່ສອງມື້ ແລະ ການກ່າວພຣະທໍາກໍເລີ່ມຫຼາຍຂຶ້ນເລື້ອຍໆ. ທຸກຄົນກໍພາກັນເຜີຍແຜ່ສົ່ງຕໍ່ພຣະທໍາເຫຼົ່ານັ້ນ ແລະ ຮູ້ສຶກຕື່ນເຕັ້ນຫຼາຍ, ການພົບປະກັນກໍເຕັມໄປດ້ວຍຄວາມສຸກໃຈ ແລະ ທຸກຄົນແມ່ນຢູ່ໃນຄວາມສຸກສະບາຍ. ເມື່ອພຣະຄຣິດໄດ້ສະແດງພຣະທໍາຫຼາຍຍິ່ງຂຶ້ນ, ທຸກຄົນກໍໄດ້ເອົາໃຈໃສ່ຕໍ່ການເພີດເພີນກັບພຣະທໍາຂອງພຣະເຈົ້າ ແລະ ຫົວໃຈຂອງພວກເຂົາແມ່ນຖືກດຶງດູດໂດຍພຣະທໍາຂອງພຣະເຈົ້າຈົນໝົດ. ດ້ວຍເຫດນັ້ນ, ໃນຕອນຊຸມນຸມກັນ, ພວກເຂົາເລີ່ມຊື່ນຊົມກັບພຣະທໍາໃນປັດຈຸບັນຂອງພຣະວິນຍານບໍລິສຸດຢ່າງເປັນທາງການ. ໃນເວລານັ້ນ, ຜູ້ຄົນຍັງບໍ່ທັນຮັບຮູ້ວ່າ ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ນີ້ແມ່ນການປາກົດຕົວຂອງພຣະຄຣິດ. ພວກເຂົາຖືວ່າ ການສະແດງອອກຂອງພຣະຄຣິດແມ່ນແສງສະຫວ່າງຂອງພຣະວິນຍານບໍລິສຸດເທົ່ານັ້ນ ທີ່ຄົນທໍາມະດາໄດ້ຮັບ ຍ້ອນວ່າໃນການສະແດງອອກຂອງພຣະຄຣິດນັ້ນ ພຣະອົງບໍ່ໄດ້ເປັນພະຍານໃຫ້ແກ່ການບັງເກີດເປັນມະນຸດຂອງພຣະເຈົ້າຢ່າງເປັນທາງການ. ບໍ່ມີໃຜເຂົ້າໃຈວ່າ ການບັງເກີດເປັນມະນຸດແມ່ນກ່ຽວກັບຫຍັງ ແລະ ຮູ້ແຕ່ວ່າ ພຣະທໍາເຫຼົ່ານີ້ແມ່ນແສງສະຫວ່າງຂອງພຣະວິນຍານບໍລິສຸດເທົ່ານັ້ນ. ດັ່ງນັ້ນ, ​ພວກເຂົາຈິ່ງຍັງຖືວ່າ ພຣະຄຣິດແມ່ນຄົນທໍາມະດາ. ເມື່ອຄໍາເວົ້າຂອງພຣະຄຣິດໄດ້ຮອດຈຸດສູງສຸດເທົ່ານັ້ນ ພຣະເຈົ້າຈິ່ງເລີ່ມເປັນພະຍານໃຫ້ແກ່ການບັງເກີດເປັນມະນຸດຂອງພຣະເຈົ້າ ໂດຍອະທິບາຍກ່ຽວກັບຄວາມແຕກຕ່າງ ລະຫວ່າງ ການລົງມາສູ່ມະນຸດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງພຣະວິນຍານບໍລິສຸດໃນມະນຸດ ແລະ ການເປີດເຜີຍຄວາມລຶກລັບຂອງການເຂົ້າໃຈຢ່າງແທ້ຈິງໃນພຣະວິນຍານທີ່ສະຖິດຢູ່ໃນເນື້ອໜັງ. ເມື່ອນັ້ນຜູ້ຄົນຈິ່ງຮູ້ວ່າ ຄົນທໍາມະດາດັ່ງກ່າວນີ້ ທີ່ດໍາເນີນຊີວິດໃນທ່າມກາງພວກເຂົາ ແລະ ໄດ້ສະແດງພຣະທໍາເພື່ອນໍາພາ ແລະ ສະໜອງຄຣິສຕະຈັກແມ່ນພຣະເຈົ້າທີ່ໄດ້ບັງເກີດເປັນມະນຸດ, ເປັນພຣະຄຣິດ ແລະ ເປັນພຣະເຈົ້າທີ່ໄດ້ປາກົດຕົວຂຶ້ນ. ເມື່ອຮັບຮູ້ເຖິງເລື່ອງດັ່ງກ່າວນີ້, ພວກເຂົາທຸກຄົນກໍກຽດຊັງຕົວເອງທີ່ໄດ້ຕາບອດ, ໂງ່ຈ້າ ແລະ ບໍ່ຮູ້ຫຍັງເລີຍ ແລະ ພວກເຂົາໄດ້ກົ້ມໃຂາບລົງຕໍ່ໜ້າພຣະຄຣິດ, ຮ້ອງໄຫ້ ແລະ ສໍານຶກຜິດ;ຫົວໃຈຂອງພວກເຂົາແຕກຫັກດ້ວຍຄວາມໂສກເສົ້າເສຍໃຈຢ່າງໜັກ ແລະ ສຽງຮ້ອງໄຫ້ຂອງພວກເຂົາກໍດັງກ້ອງໄປທຸກບ່ອນ. ໃນເວລານັ້ນ, ຫົວໃຈຂອງຜູ້ຄົນແມ່ນເຕັມໄປດ້ວຍຄວາມຮູ້ສຶກທີ່ສັບສົນມີທັງຄວາມເສົ້າ ແລະ ຄວາມສຸກ ເຊິ່ງບໍ່ສາມາດບັນຍາຍໄດ້. ເມື່ອພວກເຂົາໄດ້ເຫັນພຣະຄຣິດ, ພວກເຂົາກໍໄດ້ແຕ່ກົ້ມຂາບລົງພຶ້ນເທົ່ານັ້ນ; ຖ້າພວກເຂົາບໍ່ເຮັດແບບນັ້ນ,​ ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ. ເມື່ອກົ້ມຂາບລົງຕໍ່ໜ້າພຣະຄຣິສ, ພວກເຂົາແມ່ນມີຄວາມສຸກ ແລະ ຮູ້ສຶກວ່າ ພວກເຂົາໄດ້ກັບຄືນຫາພຣະເຈົ້າຢ່າງແທ້ຈິງ ແລະ ຮູ້ສຶກວ່າ ຕົນເອງແມ່ນເປັນຄົນຂອງພຣະເຈົ້າ. ພາຍຫຼັງພຣະຄຣິດໄດ້ປາກົດຕົວ, ພຣະອົງໄດ້ສະແດງພຣະທໍາຫຼາຍຂຶ້ນໂດຍເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງພາລະກິດຂອງພຣະເຈົ້າເທື່ອລະໜ້ອຍ ແລະ ເຂົ້າໄປສູ່ການພິພາກສາໂດຍເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້າ. ພຣະທໍາຂອງພຣະເຈົ້າແມ່ນໄດ້ເອົາຊະນະຜູ້ຄົນຢ່າງສົມບູນ. ຜ່ານການເປີດເຜີຍຂອງພຣະຄຣິດ ກ່ຽວກັບຄວາມໝາຍຂອງພຣະນາມຂອງພຣະເຈົ້າ, ພຣະນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍໄດ້ເກີດຂຶ້ນ. ສະນັ້ນ ຜູ້ຄົນຈິ່ງອະທີຖານໂດຍກົງຕໍ່ພຣະນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ໃນເວລາຊຸມນຸມ ພວກເຂົາແມ່ນໄດ້ຮັບພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໂດຍກົງ. ນີ້ກໍຍ້ອນວ່າ ພຣະທໍາເຫຼົ່ານີ້ (ກໍຄືພຣະທໍາທັງໝົດໃນໜັງສືພຣະທໍາປາກົດໃນຮ່າງກາຍ) ແມ່ນພາລະກິດໃນປັດຈຸບັນຂອງພຣະເຈົ້າ, ພຣະທໍາຂອງພຣະເຈົ້າໃນຍຸກໃໝ່ ແລະ ຄວາມຕ້ອງການໃນປັດຈຸບັນຂອງຜູ້ຄົນ. ເນື່ອງຈາກມີພາລະກິດໃໝ່ ແລະ ພຣະທໍາຂອງພຣະເຈົ້າ, ໂດຍທໍາມະຊາດແລ້ວ ພຣະຄໍາພີກໍໄດ້ກາຍເປັນສິ່ງທີ່ຕົກຍຸກ ແລະ ໂດຍທໍາມະຊາດແລ້ວ ບໍ່ມີໃຜສົນໃຈຄໍາກ່າວ ແລະ ທິດສະດີຕ່າງໆຂອງຍຸກແຫ່ງພຣະຄຸນ. ພວກເຂົາຖືກພຣະທໍາໃນປັດຈຸບັນຂອງພຣະເຈົ້າເອົາຊະນະ ຄືກັບວ່າພວກເຂົາໄດ້ເຫັນສະຫວັນເປີດອອກ. ນີ້ກໍຍ້ອນວ່າ ພຣະເຈົ້າໄດ້ເປີດເຜີຍຄວາມລຶກລັບຫຼາຍປະເພດ, ຕາຂອງຜູ້ຄົນຈຶ່ງໄດ້ເປີດອອກກວ້າງ ແລະ ພວກເຂົາໄດ້ເຫັນວ່າ ຄໍາກ່າວສ່ວນໃຫຍ່ທີ່ຜູ້ຄົນໄດ້ຍຶດຕິດໃນຍຸກແຫ່ງພຣະຄຸນມາກ່ອນນັ້ນແມ່ນຄວາມເຂົ້າໃຈຜິດ ແລະ ເປັນສິ່ງທີ່ນອກຮີດ ແລະ ຜິດພາດ. ຍ້ອນການປາກົດຕົວຂອງພຣະເຈົ້າ, ຜູ້ຄົນຈິ່ງໄດ້ກ້າວເຂົ້າໄປສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າ. ຫຼັງຈາກທີ່ພຣະທໍາຂອງພຣະເຈົ້າໄດ້ເອົາຊະນະຜູ້ຄົນ, ພວກເຂົາຈິ່ງພົບເຫັນວ່າ ຄົນທໍາມະດາ ແລະ ປົກກະຕິທີ່ສະແດງພຣະທໍາຂອງພຣະເຈົ້າຄືພຣະຄຣິດ ແລະ ແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ.

ພຣະຄຣິສແມ່ນເກີດໃນຄອບຄົວທໍາມະດາໃນພາກເໜືອຂອງປະເທດຈີນ. ນັບແຕ່ໄວເດັກ, ພຣະອົງເຊື່ອໃນພຣະເຈົ້າຢ່າງໝົດໃຈ. ພຣະອົງເຕີບໃຫຍ່ເທື່ອລະໜ້ອຍຄືກັນກັບຄົນທໍາມະດາທົ່ວໄປ. ໃນປີ 1989, ໃນຂະນະທີ່ພຣະວິນຍານບໍລິສຸດພວມປະຕິບັດພາລະກິດໃນຂອບເຂດວົງກວ້າງຢູ່ໃນຄຣິສຕະຈັກຄົວເຮືອນ, ພຣະຄຣິດໄດ້ສະຫຼະການສຶກສາຂອງພຣະອົງ ແລະ ໄດ້ເຂົ້າສູ່ຄຣິສຕະຈັກຕົວເຮືອນຢ່າງເປັນທາງການ. ໃນເວລານັ້ນ, ​ພຣະຄຣິດແມ່ນມີຄວາມກະຕືລືລົ້ນໃນຫົວໃຈຂອງພຣະອົງ ແລະ ພຣະອົງປາດຖະໜາທີ່ຈະຮັບໃຊ້ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພຣະອົງ. ສອງປີຫຼັງຈາກນັ້ນ, ພຣະຄຣິດໄດ້ເລີ່ມສະແດງພຣະທໍາ, ບັນທຶກພຣະທໍາໃນໃຈຂອງພຣະອົງ ແລະ ມອບພຣະທໍາເຫຼົ່ານັ້ນໃຫ້ແກ່ຄຣິສຕະຈັກ. ຫຼັງຈາກນັ້ນ, ໃນຂະນະທີ່ພຣະຄຣິດສະແດງຄວາມຈິງຫຼາຍຍິ່ງຂຶ້ນ,​ ຜູ້ຄົນແມ່ນຖືກພຣະທໍາຂອງພຣະຄຣິດດົນໃຈ ແລະ ຫິວກະຫາຍທີ່ຈະອ່ານສິ່ງທີ່ພຣະອົງໄດ້ສະແດງ. ໂດຍສະເພາະແມ່ນພຣະທໍາຂອງພຣະອົງທີ່ໄດ້ເປີດເຜີຍ ແລະ ຕັດສິນທາດແທ້ຂອງທໍາມະຊາດທີ່ເສື່ອມຊາມຂອງມະນຸດຊາດ ແລະ ອຸປະນິໄສແບບຊາຕານຂອງມະນຸດຊາດທີ່ເສື່ອມຊາມ ທີ່ເຈາະຫົວໃຈຂອງຜູ້ຄົນຄືກັນກັບດາບສອງຄົມ. ເມື່ອນັ້ນ ພວກເຂົາຈິ່ງຈະຖືກພຣະທໍາຂອງພຣະເຈົ້າເອົາຊະນະຢ່າງສົມບູນ ແລະ ຄຸເຂົ່າລົງຕໍ່ໜ້າພຣະເຈົ້າ, ເມື່ອນັ້ນ ຜູ້ຄົນຈິ່ງຈະຍອມຮັບ, ຮູ້ຈັກ ແລະ ສັນລະເສີນພຣະຄຣິດ ແລະ ໄດ້ກາຍເປັນພຣະເຈົ້າແຫ່ງຄວາມເປັນຈິງ ທີ່ມະນຸຊາດເຄົາລົບ, ​ຮັກ ແລະ ນັບຖື. ພຣະຄຣິດແມ່ນມີທັງຄວາມເປັນມະນຸດທີ່ທໍາມະດາ ແລະ ຄວາມເປັນພຣະເຈົ້າຢ່າງຄົບຖ້ວນ. ພຣະອົງສາມາດສະແດງຄວາມຈິງໃນເວລາໃດກໍໄດ້ ແລະ ໃນສະຖານທີ່ໃດກໍໄດ້ ແລະ ເປີດເຜີຍທາດແທ້ຂອງຄວາມເສື່ອມຊາມຂອງມະນຸດຊາດ. ພຣະທໍາ ແລະ ທັດສະນະຂອງພຣະອົງແມ່ນເຕັມໄປດ້ວຍຄວາມຈິງ ແລະ ສະຕິປັນຍາ ຄືດັ່ງອົງພຣະເຢຊູເຈົ້າ. ສິ່ງທີ່ພຣະຄຣິດກ່າວ ແລະ ມີ ແມ່ນບໍ່ໄດ້ຮຽນມາຈາກໜັງສື ແຕ່ມາຈາກແກ່ນສານທີ່ສັກສິດທັງໝົດທີ່ພຣະອົງມີ. ພຣະຄຣິດແມ່ນກໍາເນີດຈາກພຣະເຈົ້າ. ໃນຊີວິດຂອງພຣະອົງ ຜູ້ຄົນແມ່ນເຫັນຄວາມເປັນມະນຸດແບບທໍາມະດາທີ່ສົມບູນຂອງພຣະອົງ. ຈາກພາລະກິດຂອງພຣະອົງ ແລະ ຄວາມອົດທົນຂອງພຣະອົງກັບມະນຸດຊາດ, ຜູ້ຄົນສາມາດເຫັນທາດແທ້ແຫ່ງສະຫວັນຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງ ທີ່ບໍ່ສາມາດລ່ວງເກີນໄດ້ໂດຍມະນຸດ. ຄືດັ່ງອົງພຣະເຢຊູເຈົ້າ, ເຖິງວ່າ ພຣະຄຣິດຈະມີຈຸດອ່ອນຂອງຄວາມເປັນມະນຸດ, ພຣະອົງຍັງມີແກ່ນສານຂອງຄວາມເຊື່ອຟັງຕໍ່ພຣະວິນຍານຂອງພຣະເຈົ້າ. ພຣະອົງແມ່ນເຕັມໄປດ້ວຍຄວາມຈິງ ແລະ ສະຕິປັນຍາ ທີ່ປຸກໃຈຄວາມຕັ້ງໝັ້ນໃນຜູ້ຄົນ ທັງໃນຫົວໃຈ ແລະ ຄໍາເວົ້າຂອງພວກເຂົາ. ພຣະຄຣິດແມ່ນຄວາມຈິງ, ຫົນທາງ ແລະ ຊີວິດໃນນາມ ແລະ ໃນຄວາມເປັນຈິງ! ພຣະເຈົ້າໄດ້ບັງເກີດເປັນຄົນທີ່ຍາກຈົນ ແລະ ເຮັດພາລະກິດຢ່າງລັບໆ ແລະ ແບບຕໍ່າຕ້ອຍໃນທ່າມກາງມະນຸດ, ເອົາຊະນະມະນຸດຊາດ ແລະ ປາບສັດຕູຜ່ານການສະແດງຄວາມຈິງ. ພຣະອົງໄດ້ເອົາຊະນະ, ເປັນພະຍານ ແລະ ຖືກປະກາດຢ່າງເປັນທາງການຢ່າງສົມບູນແຕ່ດົນນານ. ນີ້ແມ່ນລິດທານຸພາບສູງສຸດ, ສະຕິປັນຍາ ແລະ ລັດສະໝີຂອງພຣະເຈົ້າ. ເນື່ອງຈາກການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍໄດ້ເກີດຂຶ້ນມາ. ຫຼັງຈາກນັ້ນ ອ້າຍເອື້ອຍນ້ອງໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍໄດ້ເລີ່ມເປັນພະຍານໃຫ້ພາລະກິດຂອງພຣະເຈົ້າ ແລະ ເລີ່ມຕົ້ນພາລະກິດໃນການເຜີຍແຜ່ຂ່າວປະເສີດຂອງອານາຈັກຂອງພຣະຄຣິດ. ນີ້ແມ່ນພາກສະເໜີໂດຍຫຍໍ້ ກ່ຽວກັບປະຫວັດຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ການມາຢ່າງລັບໆຂອງພຣະອົງເພື່ອປະຕິບັດພາລະກິດ. ເວົ້າງ່າຍໆກໍຄື ພຣະຄຣິດທີ່ບັງເກີດເປັນມະນຸດໄດ້ສະເດັດມາໃນດິນແດນທີ່ມັງກອນແດງຍິ່ງໃຫຍ່ອາໄສຢູ່ ແລະ ໄດ້ສະແດງພຣະທໍາຂອງການພິພາກສາ ແລະ ການຂ້ຽນຕີ ແລະ ການເອົາຊະນະ ແລະ ຊ່ວຍຄົນທີ່ພຣະເຈົ້າຊົງເລືອກໃນປະເທດຈີນໃຫ້ລອດພົ້ນ. ເວົ້າອີກຢ່າງກໍຄື, ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ຕໍ່ສູ້ກັບຊາຕານໃນຖໍ້າຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ໄດ້ມອບທຸກສິ່ງ ເພື່ອປຸກມະນຸດຊາດໃຫ້ຕື່ນຂຶ້ນ ແລະ ເຮັດໃຫ້ມະນຸດຊາດໄດ້ຍິນ ແລະ ຮັບຮູ້ເຖິງສຽງຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ແມ່ນກັບຄືນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ. ນີ້ແມ່ນສິ່ງທີ່ແປກຫຼາຍທີ່ສຸດ ແລະ ມີຄວາມໝາຍຢ່າງເລິກເຊິ່ງທີ່ສຸດ. ໃນການບັງເກີດເປັນມະນຸດນີ້ ພຣະເຈົ້າແມ່ນກະທໍາພາລະກິດເພື່ອຊ່ວຍມະນຸດໃຫ້ລອດພົ້ນ ເຊິ່ງໝາຍຄວາມວ່າ ພຣະເຈົ້າໄດ້ມາເພື່ອຈັດແຈງຈຸດໝາຍປາຍທາງຂອງມະນຸດຊາດ ແລະ ນໍາຍຸກນີ້ໄປສູ່ຈຸດສິ້ນສຸດ. ພຣະເຈົ້າໄດ້ມາສູ່ປະເທດຈີນແຜ່ນດິນໃຫຍ່ ເຊິ່ງເປັນດິນແດນທີ່ມັງກອນແດງທີ່ຍິ່ງໃຫຍ່ອາໄສຢູ່ ແລະ ໄດ້ສະເດັດມາຢ່າງລັບໆເພື່ອປະຕິບັດພາລະກິດ, ເອົາຊະນະ ແລະ ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ ແລະ ເພື່ອເຮັດໃຫ້ກຸ່ມຄົນກຸ່ມໜຶ່ງກາຍເປັນຜູ້ຊະນະຢ່າງສົມບູນ. ນີ້ໄດ້ນໍາໄປສູ່ການພິພາກສາຂອງບັນລັງຂາວທີ່ຍິ່ງໃຫຍ່ໃນຍຸກສຸດທ້າຍ ແລະ ໄດ້ເປີດເສັ້ນທາງ ສໍາລັບການປາກົດຕົວຂອງພຣະເຈົ້າຕໍ່ສາທາລະນະຊົນຂອງທຸກຊາດ ແລະ ທຸກບ່ອນໃນໂລກເພື່ອດໍາເນີນຂັ້ນຕອນຕໍ່ໄປ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຕົ້ນກຳເນີດ ແລະ ການພັດທະນາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

ໃນຍຸກແຫ່ງພຣະຄຸນ ພຣະເຍຊູເຄີຍສັນຍາກັບຜູ້ຕິດຕາມພຣະອົງວ່າ “ແລະ ເມື່ອເຮົາໄປຈັດຕຽມສະຖານທີ່ໄວ້ໃຫ້ພວກທ່ານແລ້ວ ເຮົາຈະກັບຄືນມາອີກ ແລະ...