ຄວາມແຕກຕ່າງລະຫວ່າງສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຫຍັງ?

26 ເດືອນມັງກອນ 2019

ສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຊື່ອໃນພຣະເຈົ້າອົງດຽວກັນ. ຄົນທີ່ເຂົ້າໃຈປະຫວັດສາດຂອງສາດສະໜາຮູ້ວ່າສາດສະໜາຢູດາຢູ່ປະເທດອິດສະຣາເອັນເກີດມາຈາກພາລະກິດທີ່ພຣະເຈົ້າເຢໂຮວາໄດ້ປະຕິບັດໃນຍຸກແຫ່ງພຣະບັນຍັດ. ສາດສະໜາຄຣິດສະຕຽນ, ສາດສະໜາກາໂທລິກ ແລະ ນິກາຍອັອກໂຕດັອກຊີຕາເວັນອອກ ລ້ວນແລ້ວແຕ່ເປັນຄຣິສຕະຈັກທີ່ເກີດຂຶ້ນຫຼັງຈາກພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ປະຕິບັດພາລະກິດແຫ່ງການໄຖ່ບາບ. ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນເມື່ອພຣະເຈົ້າໄດ້ບັງເກີດເປັນມະນຸດໃນລະຫວ່າງຍຸກສຸດທ້າຍເພື່ອປະຕິບັດພາລະກິດແຫ່ງການພິພາກສາ. ຊາວຄຣິດສະຕຽນໃນຍຸກແຫ່ງພຣະຄຸນອ່ານພັນທະສັນຍາເດີມ ແລະ ພັນທະສັນຍາໃໝ່ຂອງພຣະຄຳພີ, ສ່ວນຊາວຄຣິດສະຕຽນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ ປັດຈຸບັນນີ້ແມ່ນອ່ານພຣະທຳປາກົດໃນຮ່າງກາຍ, ເຊິ່ງກ່າວເປັນການສ່ວນຕົວໂດຍພຣະເຈົ້າໃນຍຸກສຸດທ້າຍເອງ. ສາດສະໜາຄຣິດສະຕຽນປະຕິບັດຕາມພາລະກິດແຫ່ງການໄຖ່ບາບທີ່ພຣະເຢຊູເຈົ້າປະຕິບັດໃນຍຸກແຫ່ງພຣະຄຸນ, ສ່ວນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຍອມຮັບພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະເຢຊູເຈົ້າຜູ້ທີ່ສະເດັດກັບມາ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຄວາມແຕກຕ່າງລະຫວ່າງສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍຄື ສາດສະໜາຄຣິດສະຕຽນປະຕິບັດຕາມພາລະກິດທີ່ພຣະເຈົ້າປະຕິບັດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ, ແຕ່ສ່ວນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນປະຕິບັດຕາມພາລະກິດແຫ່ງການພິພາກສາ ເຊິ່ງເລີ່ມຈາກຄົວເຮືອນຂອງພຣະເຈົ້າ ທີ່ພຣະເຈົ້າໄດ້ດຳເນີນໃນຊ່ວງຍຸກສຸດທ້າຍ. ຄວາມແຕກຕ່າງລະຫວ່າງສາດສະໜາຄຣິດສະຕຽນ ແລະ ຄຣິສະຕະຈັກແຫ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຄ້າຍກັບຄວາມແຕກຕ່າງລະຫວ່າງສາດສະໜາຄຣິດສະຕຽນ ແລະ ສາດສະໜາຢູດາ: ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າໄດ້ດຳເນີນພາລະກິດແຫ່ງການໄຖ່ບາບມະນຸດ ບົນພື້ນຖານຂອງພາລະກິດແຫ່ງພັນທະສັນຍາເກົ່າໃນຍຸກແຫ່ງພຣະບັນຍັດ. ແຕ່ບັນດາຫົວໜ້າປະໂລຫິດ, ພວກນັກຂຽນ ແລະ ພວກຟາຣີຊາຍຂອງສາດສະໜາຢູດາບໍ່ຮັບຮູ້ວ່າພຣະເຢຊູເຈົ້າແມ່ນການບັງເກີດເປັນມະນຸດຂອງພຣະເຢໂຮວາ, ບໍ່ຮູ້ວ່າພຣະອົງແມ່ນພຣະເມຊີອາທີ່ພວກເຂົາລໍຖ້າ. ພວກເຂົາຫົວແຂງຍຶດຕິດກັບກົດເກນ ແລະ ບົດບັນຍັດຕ່າງໆຂອງພັນທະສັນຍາເດີມທີ່ປະກາດໂດຍພຣະເຈົ້າເຢໂຮວາ. ພວກເຂົາຍັງໄດ້ຄຶງພຣະເຢຊູເຈົ້າຜູ້ເຕັມໄປດ້ວຍຄວາມເມດຕາ, ຜູ້ທີ່ໄດ້ຊ່ວຍມວນມະນຸດໃຫ້ລອດພົ້ນ, ດ້ວຍເຫດນັ້ນ ຈິ່ງເປັນການເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ. ຈາກນັ້ນ ພຣະເຈົ້າກໍ່ໄດ້ປະຖິ້ມສາດສະໜາຢູດາທັງໝົດ, ເຊິ່ງຍຶດຕິດຢູ່ກັບບົດບັນຍັດຂອງພັນທະສັນຍາເດີມ ແລະ ໄດ້ຫັນປ່ຽນເອົາຄວາມລອດພົ້ນຂອງພຣະອົງໄປສູ່ຄົນຕ່າງຊາດ ຜູ້ທີ່ຫຼັງຈາກໄດ້ຍອມຮັບ ແລະ ຕິດຕາມພຣະເຢຊູເຈົ້າ ກໍພາກັນສ້າງຕັ້ງຄຣິສະຕະຈັກຂອງພັນທະສັນຍາໃໝ່, ເຊິ່ງເອີ້ນວ່າ ສາດສະໜາຄຣິດສະຕຽນ. ໃນຂະນະດຽວກັນ, ພວກຢິວ ຜູ້ທີ່ຍຶດຕິດຢູ່ກັບພາລະກິດຂອງພຣະເຈົ້າເຢໂຮວາໃນພັນທະສັນຍາເດີມຂອງຍຸກແຫ່ງພຣະບັນຍັດ ແລະ ປະຕິເສດພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້າ, ໄດ້ພາກັນກໍ່ຕັ້ງສາດສະໜາຢູດາຂຶ້ນ. ຈາກນີ້ ສາມາດເຫັນໄດ້ວ່າ ສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຊື່ອໃນພຣະເຈົ້າອົງດຽວກັນ, ພຣະຜູ້ເປັນເຈົ້າຜູ້ໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ. ພຽງແຕ່ວ່າ ຊື່ ແລະ ພາລະກິດຂອງພຣະເຈົ້າທີ່ຄົນຍຶດຖືນັ້ນແຕກຕ່າງກັນ: ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດປະຕິບັດຕາມຊື່ໃໝ່ຂອງພຣະເຈົ້າໃນຍຸກແຫ່ງອານາຈັກ ແລະ ຍອມຮັບພາລະກິດໃໝ່ທີ່ດຳເນີນໂດຍພຣະເຈົ້າໃນລະຫວ່າງຍຸກສຸດທ້າຍ, ໃນຂະນະທີ່ສາດສະໜາຄຣິດສະຕຽນຍຶດຖືເອົາຊື່ຂອງພຣະເຈົ້າໃນຍຸກແຫ່ງພຣະຄຸນ ແລະ ຍອມຮັບພາລະກິດເດີມທີ່ພຣະເຈົ້າໄດ້ປະຕິບັດໃນຍຸກຜ່ານມາ. ນີ້ແມ່ນຄວາມແຕກຕ່າງທີ່ສໍາຄັນທີ່ສຸດລະຫວ່າງສາດສະໜາຄຣິດສະຕຽນ ແລະ ຄຣິດຕະຈັກແຫ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ແນວໃດກໍ່ຕາມ, ທັງສອງນິກາຍແມ່ນເຊື່ອພຣະເຈົ້າອົງດຽວກັນ: ນັ້ນກໍຄື ພຣະເຈົ້າອົງແທ້ຈິງ ຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກໆສິ່ງ. ນີ້ແມ່ນຂໍ້ເທັດຈິງທີ່ບໍ່ມີໃຜສາມາດບິດເບືອນ ຫຼື ປະຕິເສດໄດ້.

ຊາວຄຣິດສະຕະຕຽນຫຼາຍຄົນເຊື່ອວ່າພວກເຂົາຕ້ອງການຍອມຮັບພຽງພາລະກິດແຫ່ງການໄຖ່ບາບຂອງອົງພຣະເຢຊູເຈົ້າເທົ່ານັ້ນ ເພື່ອເຂົ້າສູ່ອານາຈັກສະຫວັນ ແລະ ບໍ່ຈໍາເປັນຍອມຮັບພາລະກິດແຫ່ງການພິພາສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ແນວຄິດດັ່ງກ່າວນັ້ນແມ່ນຜິດທັງປວງ ໃນລະຫວ່າງຍຸກແຫ່ງພຣະຄຸນ, ອົງພຣະເຢຊູເຈົ້າໄດ້ປະຕິບັດພາລະກິດແຫ່ງການໄຖ່ບາບ. ຜູ້ຄົນທີ່ຖືກຊ່ວຍໃຫ້ລອດພົ້ນກໍຍ້ອນຄວາມເຊື່ອຂອງພວກເຂົາ ແລະ ບໍ່ໄດ້ຖືກກ່າວໂທດດ້ວຍກົດໝາຍ ຫຼື ຖືກປະຫານຊີວິດຍ້ອນການລະເມີດຂອງພວກເຂົາອີກຕໍ່ໄປ. ແຕ່ອົງພຣະເຢຊູເຈົ້າພຽງແຕ່ໃຫ້ອະໄພບາບຂອງມະນຸດ, ບໍ່ໄດ້ຍົກໂທດ ແລະ ແກ້ໄຂທຳມະຊາດຄວາມຜິດບາບຂອງມະນຸດ. ນິໄສແບບຊາຕານພາຍໃນຜູ້ຄົນ, ຄວາມຈອງຫອງ, ຄວາມອວດດີ, ຄວາມເຫັນແກ່ຕົວ ແລະ ຄວາມໂລບມາກໂລພາ, ຄວາມຕົວະຍົວະ ແລະ ຄວາມຫຼອກລວງ, ການກະບົດ ແລະ ການຕໍ່ຕ້ານພຣະເຈົ້້າ ຍັງມີຢູ່ໃນຜູ້ຄົນ. ຜູ້ຄົນຍັງບໍ່ທັນຖືກຊຳລະລ້າງ, ຖືກຊ່ວຍໃຫ້ລອດພົ້ນ ແລະ ຖືກຮັບເອົາໂດຍພຣະເຈົ້າຢ່າງສົມບູນເທື່ອ. ດັ່ງນັ້ນ, ອົງພຣະເຢຊູເຈົ້າຈຶ່ງກ່າວຫຼາຍເທື່ອວ່າພຣະອົງຈະຕ້ອງກັບມາ. ໃນຫຼາຍບົດຂອງພຣະຄຳພີໄດ້ທຳນວາຍໄວ້ວ່າ ພຣະເຈົ້າຈະກັບມາ ແລະ ປະຕິບັດການພິພາກສາ ເພື່ອນຳເອົາໄພ່ພົນທັງຫຼາຍເຂົ້າສູ່ອານາຈັກສະຫວັນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຜູ້ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍໄດ້ສະແດງຄວາມຈິງທັງໝົດເພື່ອການຊໍາລະລ້າງ ແລະ ຄວາມລອດພົ້ນຂອງມວນມະນຸດ ແລະ ໄດ້ດຳເນີນພາລະກິດໃໝ່ແຫ່ງການພິພາກສາ ເຊິ່ງເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້າ ບົນພື້ນຖານຂອງພາລະກິດແຫ່ງການໄຖ່ບາບຂອງອົງພຣະເຢຊູເຈົ້າ. ນີ້ກໍເພື່ອແກ້ໄຂທຳມະຊາດຄວາມຜິດບາບຂອງມວນມະນຸດ ແລະ ເພື່ອເຮັດໃຫ້ມະນຸດປົດປ່ອຍຕົວເອງອອກຈາກການເປັນທາດ ແລະ ການຄອບງໍາຂອງຄວາມຜິດບາບ, ໃຊ້ຊີວິດຄືກັບມະນຸດທີ່ແທ້ຈິງ ແລະ ຖືກຮັບເອົາໂດຍພຣະເຈົ້າ ແລະ ເຂົ້າໄປສູ່ຈຸດໝາຍປາຍທາງອັນງົດງາມເຊິ່ງພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ກັບມະນຸດ. ອາດເວົ້າໄດ້ວ່າ ພາລະກິດແຫ່ງການໄຖ່ບາບທີ່ອົງພຣະເຢຊູເຈົ້າໄດ້ດຳເນີນນັ້ນແມ່ນຮາກຖານຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ, ໃນຂະນະທີ່ພາລະກິດແຫ່ງການພິພາກສາຂອງຍຸກສຸດທ້າຍແມ່ນແກ່ນຫຼັກ ແລະ ຈຸດສຸມຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າ. ນີ້ແມ່ນຂັ້ນຕອນຂອງພາລະກິດທີ່ເປັນຈິງ ແລະ ສຳຄັນທີ່ສຸດຕໍ່ຄວາມລອດພົ້ນຂອງມວນມະນຸດ. ມີພຽງແຕ່ຜູ້ທີ່ຍອມຮັບພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ຈະມີໂອກາດຖືກຊ່ວຍໃຫ້ລອດພົ້ນ ແລະ ເຂົ້າສູ່ອານາຈັກສະຫວັນ ແລະ ກາຍເປັນຄົນທີ່ຖືກຍົກຂຶ້ນມາຢູ່ຕໍ່ໜ້າພຣະເຈົ້າ. ໃນປັດຈຸບັນ ບາງຄົນຈາກນິກາຍຕ່າງໆຂອງສາດສະໜາໃນໂລກນີ້ເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງອົງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ຍອມຮັບ ແລະ ຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຄົນທີ່ບໍ່ເຊື່ອບາງຄົນກໍ່ໄດ້ຍອມຮັບພຣະເຈົ້າອົງຊົງລິດທານຸພາບສຸງສຸດເຊັ່ນກັນ ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງໃຫ້ເຫັນຄວາມຈິງຫຼາຍຢ່າງ. ພາຍໃຕ້ການນໍາພາ ແລະ ການດູແລຂອງພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຜ່ານປະສົບການ ແລະ ການນຳເອົາພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຂົ້າສູ່ການປະຕິບັດ, ຊາວຄຣິດສະຕຽນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄ່ອຍໆເຂົ້າໃຈຄວາມຈິງ ແລະ ໄດ້ເຫັນຕົ້ນກໍາເນີດ ແລະ ທາດແທ້ແຫ່ງຄວາມເສື່ອມຊາມຂອງມວນມະນຸດຢ່າງຊັດເຈນ. ພາຍໃຕ້ການພິພາກສາ ແລະ ການຂ້ຽນຕີແຫ່ງພຣະທຳຂອງພຣະເຈົ້າ, ຜູ້ຄົນໄດ້ຊິມລົດຊາດອຸປະນິໄສອັນຊອບທຳ ແລະ ບໍ່ສາມາລ່ວງເກີນໄດ້ຂອງພຣະເຈົ້າຢ່າງແທ້ຈິງ. ຍ້ອນພວກເຂົາຮູ້ຈັກພຣະເຈົ້າ, ພວກເຂົາຈຶ່ງຄ່ອຍໆຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ໃຊ້ຊີວິດຕາມພຣະທຳຂອງພຣະເຈົ້າ. ດ້ວຍການເຂົ້າໃຈໃນຄວາມຈິງຂອງພວກເຂົາ, ຄວາມຮູ້ຂອງຄົນກ່ຽວກັບພຣະເຈົ້າຈຶ່ງໄດ້ຄ່ອຍໆເລິກເຊິ່ງຂຶ້ນເລື້ອຍໆ, ຄວາມເຊື່ອຟັງພຣະເຈົ້າຂອງພວກເຂົາກໍຍິ່ງໃຫຍ່ຂຶ້ນເລື່ອຍໆ ແລະ ພວກເຂົາກໍໄດ້ປະຕິບັດຕາມຄວາມຈິງຍິ່ງຂຶ້ນເລື້ອຍໆ. ໃນທີ່ສຸດ ຜູ້ຄົນເຫຼົ່ານີ້ກໍຈະໄດ້ປົດປ່ອຍຕົວເອງອອກຈາກບາບ ແລະ ບັນລຸຄວາມບໍລິສຸດຢ່າງສົມບູນໂດຍບໍ່ຮູ້ໂຕ. ໃນຂະນະດຽວກັນ ຊາວຄຣິດສະຕຽນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍ່ຍັງເຊື່ອໃນສາດສະໜາຄຣິດສະຕຽນຄືເກົ່າ. ພວກເຂົາຍຶດຖືເອົາຊື່ຂອງອົງພຣະເຢຊູເຈົ້າ, ປະຕິບັດຕາມການສິດສອນຂອງພຣະຄຳພີ ແລະ ໄດ້ຖືກປະຖິ້ມຢູ່ໃນຄວາມມືດໂດຍພຣະເຈົ້າມາດົນແລ້ວ, ໄດ້ສູນເສຍການດູແລ ແລະ ການປົກປ້ອງຈາກພຣະເຈົ້າ. ນີ້ຄືຄວາມເປັນຈິງ. ຖ້າຄົນຍັງຢືນຢັນບໍ່ຍອມສໍານຶກຜິດ ແລະ ຫຼັບຫູຫຼັບຕາກ່າວໂທດ ແລະ ຕໍ່ຕ້ານຕໍ່ອົງພຣະເຢຊູເຈົ້າຜູ້ສະເດັດກັບມາໃນຍຸກສຸດທ້າຍ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ປະຕິເສດທີ່ຈະຍອມຮັບພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໃນທີ່ສຸດ ພວກເຂົາກໍ່ຈະຖືກກຳຈັດໂດຍພາລະກິດຂອງພຣະເຈົ້າ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ....

ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ...

ເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຫຍັງແດ່?

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫົດນໍ້າ ແລະ ລ້ຽງດູຜູ້ທີ່ເຊື່ອໃຫ້ສອດຄ່ອງສົມບູນກັບພຣະທຳຂອງພຣະເຈົ້າໃນພຣະຄຳພີ ແລະ...