ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

26 ເດືອນມັງກອນ 2019

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ. ຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດເກີດຂຶ້ນ ກໍ່ຍ້ອນການປາກົດຕົວ ແລະ ຍ້ອນພາລະກິດຂອງພຣະເຢຊູເຈົ້າຜູ້ບັງເກີດເປັນມະນຸດ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນກໍ່ຍ້ອນການປາກົດຕົວ ແລະ ຍ້ອນພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍ. ສະນັ້ນ, ຄຣິສຕະຈັກຕະຫຼອດຍຸກຕ່າງໆໄດ້ຖືກສ້າງຕັ້ງຂຶ້ນຍ້ອນການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ພາລະກິດແຕ່ລະຂັ້ນຕອນແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າສະແດງໃຫ້ເຫັນຄວາມຈິງຫຼາຍປະການ ແລະ ຫຼາຍຄົນໄດ້ຍອມຮັບ ແລະ ຕິດຕາມພຣະເຈົ້າ ຍ້ອນຄວາມຈິງເຫຼົ່ານີ້ທີ່ພຣະເຈົ້າສະແດງໃຫ້ເຫັນ, ດັ່ງນັ້ນ ຈິ່ງກໍ່ໃຫ້ເກີດຄຣິສຕະຈັກຕ່າງໆ. ຈາກສິ່ງນີ້ ຈະເຫັນໄດ້ວ່າ ຄຣິສຕະຈັກຕ່າງໆຖືກກໍ່ຕັ້ງຈາກຜູ້ທີ່ຍອມຮັບພາລະກິດຂອງພຣະເຈົ້າ ແລະ ຕິດຕາມພຣະເຈົ້າ. ການເຕົ້າໂຮມບັນດາຜູ້ຄົນທີ່ຖືກເລືອກໂດຍພຣະເຈົ້າເຫົ່ານີ້ແມ່ນເອີ້ນວ່າ ຄຣິສຕະຈັກ. ບັນດາຄຣິສຕະຈັກຂອງສາດສະໜາຄຣິດທັງຫຼາຍໄດ້ຖືກສ້າງຂຶ້ນໂດຍການປາກົດຕົວ ແລະ ພາລະກິດຂອງພຣະເຢຊູເຈົ້າຜູ້ບັງເກີດເປັນມະນຸດຕັ້ງແຕ່ສອງພັນປີມາກ່ອນແລ້ວ. ພຣະເຢຊູເຈົ້າກ່າວວ່າ, “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ(ມທ 4:17) ແລະ ພຣະອົງໄດ້ປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ໄດ້ສຳແດງຄວາມຈິງທີ່ຄົນໃນຍຸກແຫ່ງພຣະຄຸນຄວນເຂົ້າເຖິງ ແລະ ເອົາໄປປະຕິບັດຕາມ, ຈາກນັ້ນຫຼາຍຄົນກໍໄດ້ເລີ່ມເຊື່ອ ແລະ ຕິດຕາມພຣະເຈົ້າ, ດັ່ງນັ້ນ ຄຣິສຕະຈັກຕ່າງໆໃນເວລານັ້ນຈິ່ງຖືກສ້າງຂຶ້ນ. ຫຼັງຈາກນັ້ນ, ຂ່າວປະເສີດຂອງພຣະເຢຊູເຈົ້າຈຶ່ງໄດ້ແຜ່ກະຈາຍອອກໄປທຸກປະເທດ ແລະ ທຸກດິນແດນ ຈົນມາເຖິງຍຸກສຸດທ້າຍເມື່ອມັນຖືກແຜ່ຂະຫຍາຍອອກໄປຈົນສຸດແຜ່ນດິນໂລກ ແລະ ດັ່ງນັ້ນ ຄຣິສຕະຈັກຂອງຄຣິດສະຕຽນກໍ່ໄດ້ປາກົດຂຶ້ນໃນທຸກປະເທດ. ນີ້ແມ່ນບັນດາຄຣິສຕະຈັກຂອງຍຸກແຫ່ງພຣະຄຸນ. ໃນລະຫວ່າງຂັ້ນຕອນສຸດທ້າຍຂອງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດຜູ້ບັງເກີດເປັນມະນຸດປາກົດຕົວ ແລະ ປະຕິບັດພາລະກິດຢູ່ປະເທດຈີນແຜ່ນດິນໃຫຍ່. ບົນຮາກຖານຂອງພາລະກິດແຫ່ງການໄຖ່ບາບຂອງພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນ, ພຣະເຈົ້າອົງຊົງລິດທານຸພາບສູງສຸດດຳເນີນພາລະກິດແຫ່ງ “ການພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1ປຕ 4:17) ທີ່ໄດ້ທໍານວາຍໄວ້ໃນພຣະຄຳພີ. ເພື່ອມະນຸດທຸກຄົນ, ພຣະເຈົ້າອົງຊົງລິດທານຸພາບສູງສຸດເປີດເຜີຍຂໍ້ເລີກລັບທັງໝົດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ສະແດງໃຫ້ເຫັນຄວາມຈິງທັງໝົດສຳລັບການເຮັດໃຫ້ບໍລິສຸດ ແລະ ຄວາມລອດພົ້ນຂອງມວນມະນຸດ. ຍ້ອນການປາກົດຕົວ ແລະ ຍ້ອນພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ, ຫຼາຍຄົນຈາກນິກາຍຕ່າງໆຂອງໂລກສາດສະໜາ ແລະ ທຸກຄົນທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ໃນທີ່ສຸດກໍ່ໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ເຫັນວ່າ ພຣະເຢຊູເຈົ້າໄດ້ສະເດັດມາ ແລະ ໄດ້ດຳເນີນພາລະກິດແຫ່ງການພິພາກສາຂອງຍຸກສຸດທ້າຍ. ພວກເຂົາໄດ້ຢືນຢັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າ ແລະ ດ້ວຍເຫດນີ້ ພວກເຂົາຈິ່ງຍອມຮັບພາລະກິດຂອງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໃນປະເທດຈີນແຜນດິນໃຫຍ່, ຢ່າງໜ້ອຍສອງສາມລ້ານຄົນ (ຫຼາຍສິບລ້ານຄົນຕາມສະຖິຕິຂອງລັດຖະບານຄອມມູນິດຈີນ) ໄດ້ຍອມຮັບ ແລະ ປັດຈຸບັນນີ້ຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສະນັ້ນ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຜົນໄດ້ຮັບທັງໝົດມາຈາກການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ມັນຖືກກໍ່ຕັ້ງຂຶ້ນເປັນການສ່ວນຕົວໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດເອງ ແລະ ບໍ່ແມ່ນໂດຍບຸກຄົນໃດໜຶ່ງ. ຊາວຄຣິດສະຕຽນທຸກຄົນໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຍອມຮັບທັງໝົດວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າ, ການກັບມາຂອງພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ການປາກົດຕົວຂອງພຣະເຈົ້າ. ຊາວຄຣິດສະຕຽນຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດອະທິຖານເຖິງພຣະນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສິ່ງທີ່ພວກເຂົາອ່ານ, ຟັງ ແລະ ໂອ້ລົມກັນແມ່ນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ສິ່ງທີ່ພວກເຂົາຢຶດຖືແມ່ນຄວາມຈິງທັງໝົດທີ່ໄດ້ຖືກສະແດງໃຫ້ເຫັນໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຄວາມຈິງເຫຼົ່ານີ້ແມ່ນເສັ້ນທາງແຫ່ງຊີວິດນິລັນດອນ ທີ່ຖືກນໍາມາໂດຍພຣະເຈົ້າໃນຍຸກສຸດທ້າຍ. ໃນພາລະກິດຂອງພຣະອົງ, ພຣະເຈົ້າຜູ້ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍຍັງໄດ້ແຕ່ງຕັ້ງ ແລະ ເປັນພະຍານໃຫ້ກັບມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ ເພື່ອວ່າມະນຸດອາດຮ່ວມມືໃນພາລະກິດຂອງພຣະເຈົ້າຄືກັນກັບເວລາທີ່ພຣະເຢຊູເຈົ້າປະຕິບັດພາລະກິດ, ພຣະອົງເລືອກ ແລະ ແຕ່ງຕັ້ງອັກຄະສາວົກສິບສອງຄົນດ້ວຍພຣະອົງເອງ. ແນວໃດກໍ່ຕາມ, ຄົນເຫຼົ່ານີ້ທີ່ຖືກໃຊ້ໂດຍພຣະເຈົ້າ ບໍ່ຄ່ອຍຮ່ວມມືໃນພາລະກິດຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດປະຕິບັດພາລະກິດແທນພຣະເຈົ້າໄດ້. ຄຣິສຕະຈັກບໍ່ໄດ້ຖືກກໍ່ຕັ້ງຂຶ້ນໂດຍພວກເຂົາ ແລະ ຜູ້ທີ່ຄົນພຣະເຈົ້າເລືອກເຊື່ອ ແລະ ຕິດຕາມ ບໍ່ແມ່ນບັນດາຜູ້ທີ່ຖືກໃຊ້ໂດຍພຣະເຈົ້າ. ຄຣິສຕະຈັກຂອງຍຸກແຫ່ງພຣະຄຸນບໍ່ໄດ້ຖືກຕັ້ງຂຶ້ນໂດຍໂປໂລ ແລະ ອັກຄະສາວົກອື່ນໆ, ແຕ່ຖືກສ້າງຂຶ້ນໂດຍພາລະກິດຂອງພຣະເຢຊູເຈົ້າ; ຄຣິສຕະຈັກດັ່ງກ່າວຖືກສ້າງຂຶ້ນໂດຍພຣະເຢຊູເຈົ້າເອງ. ໃນທໍານອງດຽວກັນ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຍຸກສຸດທ້າຍບໍ່ໄດ້ຖືກສ້າງຂຶ້ນໂດຍມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ, ແຕ່ເກີດມາຈາກພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຄຣິສຕະຈັກດັ່ງກ່າວຖືກສ້າງຂຶ້ນເປັນການສ່ວນຕົວໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຖືກລ້ຽງດູໂດຍພຣະອົງເອງ; ມະນຸດທີ່ຖືກໃຊ້ໂດຍພຣະເຈົ້າພຽງແຕ່ຫົດນໍ້າ, ສະໜອງ ແລະ ນຳພາຄຣິສຕະຈັກ, ປະຕິບັດໜ້າທີ່ຂອງເຂົາ. ເຖິງແມ່ນວ່າບັນດາຜູ້ເລືອກສັນຂອງພຣະເຈົ້າໄດ້ຖືກນຳພາ, ລ້ຽງດູ ແລະ ສະໜອງໃຫ້ໂດຍມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ, ຜູ້ທີ່ຄົນພຣະເຈົ້າເລືອກເຊື່ອ ແລະ ຕິດຕາມ ແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ນີ້ແມ່ນຄວາມຈິງທີ່ບໍ່ມີໃຜສາມາດປະຕິເສດໄດ້. ຄົນສ່ວນໃຫຍ່ໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຄົນມາຈາກຫຼາກຫຼາຍນິກາຍຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າມາເປັນເວລາຫຼາຍປີແລ້ວ. ພວກເຂົາທຸກຄົນເຂົ້າໃຈພຣະຄຳພີ ແລະ ໃນຫຼາກຫຼາຍນິກາຍເຫຼົ່ານີ້ ພວກເຂົາໃຫ້ຄໍາພະຍານວ່າພຣະເຢຊູເຈົ້າໄດ້ສະເດັດມາ, ພຣະອົງແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ໄດ້ສຳເລັດພາລະກິດແຫ່ງການພິພາກສາຂອງຍຸກສຸດທ້າຍ. ຍ້ອນເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດນັ້ນແມ່ນຄວາມຈິງ ແລະ ເປັນສຽງຂອງພຣະເຈົ້າ, ຫຼາຍຄົນໄດ້ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາແມ່ນຄົນກຸ່ມທຳອິດທີ່ໄດ້ຖືກຍົກຂຶ້ນມາຢູ່ຕໍ່ໜ້າພຣະເຈົ້າ. ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນເກີດຂຶ້ນຈາກຜູ້ຄົນທີ່ມາຈາກສາດສະໜາາຄຣິດສະຕຽນ, ສາດສະໜາກາໂທລິກ ແລະ ຈາກນິກາຍທາງສາດສະໜາອື່ນໆຜູ້ທີ່ຍອມຮັບເອົານາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໃນປັດຈຸບັນ, ຄົນສ່ວນຫຼາຍຈາກຫຼາກຫຼາຍນິກາຍໄດ້ເລີ່ມສຳຫຼວດພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ດັ່ງນັ້ນ ຈິ່ງເປັນການບັນລຸຄຳທຳນວາຍໃນພຣະຄຳພີທີ່ວ່າ “ທຸກຊົນຊາດຈະຫຼັ່ງໄຫຼເຂົ້າສູ່ແຫ່ງນັ້ນ(ອຊຢ 2:2). ໃນທີ່ສຸດ, ທຸກຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງຈະກັບຄືນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ; ເລື່ອງນີ້ບໍ່ສາມາດຫຼີກເວັ້ນໄດ້ ເພາະພຣະເຈົ້າໄດ້ວາງແຜນມາເປັນເວລາດົນນານແລ້ວ, ມັນແມ່ນພຣະດໍາລັດຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຫຍັງແດ່?

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫົດນໍ້າ ແລະ ລ້ຽງດູຜູ້ທີ່ເຊື່ອໃຫ້ສອດຄ່ອງສົມບູນກັບພຣະທຳຂອງພຣະເຈົ້າໃນພຣະຄຳພີ ແລະ...

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພຣະເຢຊູເຈົ້າແມ່ນພຣະເຈົ້າອົງດຽວກັນບໍ?

ເມື່ອມະນຸດຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ, ພຣະເຈົ້າກໍໄດ້ເລີ່ມແຜນການຄຸ້ມຄອງຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຊາດ....

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...