1. ຄວາມແຕກຕ່າງທີ່ສຳຄັນລະຫວ່າງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພາລະກິດຂອງພຣະເຈົ້າເອງກ່ຽວຂ້ອງກັບພາລະກິດຂອງມະນຸດຊາດທັງໝົດ ແລະ ມັນຍັງເປັນຕົວແທນໃຫ້ແກ່ພາລະກິດຂອງຍຸກທັງໝົດອີກດ້ວຍ ເຂິ່ງໝາຍຄວາມວ່າ ພາລະກິດຂອງພຣະເຈົ້າເອງເປັນຕົວແທນໃຫ້ແກ່ການເຄື່ອນໄຫວ ແລະ ແນວທາງຂອງພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພວກອັກຄະສາວົກເກີດຂຶ້ນຫຼັງຈາກພາລະກິດຂອງພຣະເຈົ້າເອງ ແລະ ຕາມມາພາຍຫຼັງພາລະກິດນັ້ນ ແລະ ບໍ່ໄດ້ນໍາພາຍຸກ ຫຼື ມັນບໍ່ໄດ້ສະແດງເຖິງແນວທາງພາລະກິດຂອງພຣະວິນຍານບໍລິສຸດໃນຍຸກທັງໝົດ. ພວກເຂົາພຽງແຕ່ປະຕິບັດພາລະກິດທີ່ມະນຸດຄວນປະຕິບັດ, ເຊິ່ງບໍ່ກ່ຽວຂ້ອງກັບພາລະກິດການຄຸ້ມຄອງເລີຍ. ພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົນເອງແມ່ນໂຄງການພາຍໃນພາລະກິດການຄຸ້ມຄອງ. ພາລະກິດຂອງມະນຸດພຽງແຕ່ແມ່ນໜ້າທີ່ໆຜູ້ຄົນທີ່ຖືກໃຊ້ນັ້ນປະຕິບັດ ແລະ ມັນບໍ່ມີສ່ວນກ່ຽວພັນກັບພາລະກິດການຄຸ້ມຄອງ. ເຖິງແມ່ນຈະມີຂໍ້ແທ້ຈິງທີ່ທັງສອງຢ່າງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ເນື່ອງຈາກຄວາມແຕກຕ່າງໃນຕົວຕົນ ແລະ ການເປັນຕົວຂອງພາລະກິດນັ້ນ, ມີຄວາມແຕກຕ່າງທີ່ຊັດເຈນ ແລະ ເປັນຈິງລະຫວ່າງພາລະກິດຂອງພຣະເຈົ້າເອງ ແລະ ພາລະກິດຂອງມະນຸດ. ຍິ່ງໄປກວ່ານັ້ນ ຂອບເຂດຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານບໍລິສຸດມີຄວາມຫຼາກຫຼາຍໃນຈຸດມຸ່ງໝາຍທີ່ມີຕົວຕົນທີ່ແຕກຕ່າງກັນ. ສິ່ງເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າທີບັງເກີດເປັນມະນຸດ ແມ່ນແຕກຕ່າງຈາກຜູ້ຄົນທີ່ພຣະເຈົ້ານໍາໃຊ້ຢ່າງຊັດເຈນ. ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນສາມາດກະທໍາພາລະກິດຂອງຄວາມເປັນພຣະເຈົ້າ ໃນຂະນະທີ່ຜູ້ຄົນທີ່ພຣະເຈົ້າໃຊ້ແມ່ນບໍ່ສາມາດເຮັດ ໄດ້. ໃນເບື້ອງຕົ້ນຂອງແຕ່ລະຍຸກນັ້ນ ພຣະວິນຍານຂອງພຣະເຈົ້າກ່າວດ້ວຍຕົວເອງ ແລະ ເປີດຍຸກໃໝ່ເພື່ອນໍາມະນຸດເຂົ້າສູ່ການເລິ່ມຕົ້ນໃໝ່. ເມື່ອພຣະອົງໄດ້ກ່າວສິ້ນສຸດລົງ, ນີ້ສະແດງວ່າ ພາລະກິດຂອງພຣະເຈົ້າພາຍໃນຄວາມເປັນພຣະເຈົ້າຂອງພຣະອົງແມ່ນສໍາເລັດລົງ. ຫລັງຈາກນັ້ນ ທຸກຄົນກໍເດີນຕາມການນໍາພາຂອງຜູ້ທີ່ພຣະເຈົ້າໃຊ້ເພື່ອເຂົ້າສູ່ປະສົບການຊີວິດຂອງພວກເຂົາ.

(ຄັດຈາກບົດ “ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນຍຸກໃໝ່ ແລະ ຄົນທີ່ສືບຕໍ່ພາລະກິດຂອງພຣະອົງແມ່ນມະນຸດທີ່ພຣະອົງໃຊ້. ພາລະກິດທີ່ມະນຸດປະຕິບັດລ້ວນແລ້ວແຕ່ຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ສາມາດເຮັດເກີນຂອບເຂດນີ້ໄດ້. ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມາເພື່ອປະຕິບັດພາລະກິດຂອງພຣະອົງ, ມະນຸດກໍບໍ່ສາມາດນໍາຍຸກເກົ່າໄປສູ່ຈຸດສິ້ນສຸດໄດ້ ແລະ ບໍ່ສາມາດເລີ່ມຕົ້ນຍຸກໃໝ່ໄດ້. ພາລະກິດທີ່ມະນຸດປະຕິບັດພຽງແຕ່ຢູ່ພາຍໃນຂອບເຂດໜ້າທີ່ຂອງພວກເຂົາ ທີ່ມະນຸດສາມາດເຮັດໄດ້ ແລະ ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດມາເຮັດພາລະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ ແລະ ນອກຈາກພຣະອົງແລ້ວ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນກ່ຽວກັບພາລະກິດແຫ່ງການບັງເກີດເປັນມະນຸດ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ແມ່ນແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້. ນີ້ໝາຍຄວາມວ່າ ມະນຸດດັ່ງກ່າວບໍ່ພຽງບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ, ແຕ່ພາລະກິດທີ່ພວກເຂົາປະຕິບັດກໍຍັງບໍ່ສາມາດເປັນຕົວແທນໂດຍກົງໃຫ້ກັບພຣະເຈົ້າໄດ້. ເວົ້າອີກຢ່າງໜຶ່ງກໍຄື ປະສົບການຂອງມະນຸດບໍ່ສາມາດຈັດເຂົ້າຢູ່ໃນການຄຸ້ມຄອງຂອງພຣະເຈົ້າໂດຍກົງ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະເຈົ້າໄດ້. ພາລະກິດທີ່ພຣະເຈົ້າເອງປະຕິບັດກໍເປັນພາລະກິດທີ່ພຣະອົງຕັ້ງໃຈປະຕິບັດໃນແຜນການຄຸ້ມຄອງຂອງພຣະອົງເອງ ແລະ ກ່ຽວພັນກັບການຄຸ້ມຄອງທີ່ຍິ່ງໃຫຍ່. ພາລະກິດທີ່ມະນຸດປະຕິບັດ ປະກອບດ້ວຍການສະໜອງປະສົບການສ່ວນຕົວຂອງພວກເຂົາເອງ. ມັນປະກອບດ້ວຍການຊອກຫາເສັ້ນທາງແຫ່ງປະສົບການໃໝ່ທີ່ຢູ່ເໜືອເສັ້ນທາງທີ່ຜູ້ຄົນກ່ອນໜ້ານັ້ນໄດ້ຍ່າງ ແລະ ປະກອບດ້ວຍການນໍາພາອ້າຍເອື້ອຍນ້ອງຂອງພວກເຂົາໃນຂະນະທີ່ຢູ່ພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງທີ່ມະນຸດເຫຼົ່ານີ້ສະໜອງກໍຄືປະສົບການສ່ວນຕົວຂອງພວກເຂົາ ຫຼື ບົດຂຽນກ່ຽວກັບຝ່າຍວິນຍານຂອງມະນຸດທີ່ເຄັ່ງສາສະໜາ. ເຖິງແມ່ນມະນຸດເຫຼົ່ານີ້ຖືກພຣະວິນຍານບໍລິສຸດໃຊ້, ພາລະກິດທີ່ພວກເຂົາປະຕິບັດກໍບໍ່ກ່ຽວຂ້ອງກັບພາລະກິດອັນຍິ່ງໃຫຍ່ຂອງແຜນການຄຸ້ມຄອງຫົກພັນປີ. ພວກເຂົາເປັນພຽງແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດຍົກຂຶ້ນມາໃນຊ່ວງເວລາໃດໜຶ່ງເພື່ອນໍາພາຜູ້ຄົນໄປຕາມກະແສຂອງພຣະວິນຍານບໍລິສຸດ ຈົນວ່າ ໜ້າທີ່ໆພວກເຂົາສາມາດປະຕິບັດໄດ້ສິ້ນສຸດລົງ ຫຼື ຈົນວ່າ ຊີວິດຂອງພວກເຂົາຈະສິ້ນສຸດລົງ. ພາລະກິດທີ່ພວກເຂົາປະຕິບັດພຽງແຕ່ເພື່ອຈັດກຽມເສັ້ນທາງທີ່ເໝາະສົມສຳລັບພຣະເຈົ້າ ຫຼື ສືບຕໍ່ໃນດ້ານໃດໜຶ່ງຂອງການຄຸ້ມຄອງຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ. ໃນຕົວພວກເຂົາເອງ, ມະນຸດເຫຼົ່ານີ້ບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າໃນການຄຸ້ມຄອງຂອງພຣະອົງ ຫຼື ພວກເຂົາຈະບໍ່ສາມາດສ້າງເສັ້ນທາງອອກໃໝ່ ແລ້ວແຮງໄກທີ່ພວກເຂົາຈະສາມາດນໍາພາລະກິດທັງໝົດຂອງພຣະເຈົ້າຈາກຍຸກຜ່ານມາໄປສູ່ຄວາມສຳເລັດໄດ້. ສະນັ້ນ ພາລະກິດທີ່ພວກເຂົາປະຕິບັດແມ່ນເປັນຕົວແທນໃຫ້ກັບສິ່ງຖືກສ້າງທີ່ປະຕິບັດໜ້າທີ່ຂອງເຂົາເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໃນການປະຕິບັດພັນທະກິດຂອງພຣະອົງໄດ້. ນີ້ກໍເພາະວ່າ ພາລະກິດທີ່ພວກເຂົາປະຕິບັດບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ. ພາລະກິດໃນການລິເລີ່ມຍຸກໃໝ່ບໍ່ແມ່ນສິ່ງທີ່ມະນຸດສາມາດປະຕິບັດແທນພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິບັດພາລະກິດນັ້ນໄດ້ ນອກຈາກພຣະເຈົ້າເອງ. ພາລະກິດທັງໝົດທີ່ມະນຸດປະຕິບັດແມ່ນເປັນພຽງການປະຕິບັດໜ້າທີ່ຂອງເຂົາໃນຖານະເປັນສິ່ງທີ່ຖືກສ້າງ ແລະ ຖືກປະຕິບັດກໍຍ້ອນໄດ້ຮັບດົນບັນດານ ຫຼື ຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ. ການນໍາພາທີ່ມະນຸດເຫຼົ່ານີ້ຈັດກຽມໃຫ້ແມ່ນປະກອບດ້ວຍການສະແດງໃຫ້ມະນຸດເຫັນເຖິງເສັ້ນທາງແຫ່ງການປະຕິບັດໃນຊີວິດປະຈຳວັນ ແລະ ວິທີທີ່ເຂົາຄວນປະພຶດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພາລະກິດຂອງມະນຸດບໍ່ໄດ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ຫຼື ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານ. ຕົວຢ່າງກໍຄື ພາລະກິດຂອງພະຍານລີ່ ແລະ ຜູ້ເຝົ້າເບິ່ງໜີ່ ແມ່ນເພື່ອນໍາທາງເທົ່ານັ້ນ. ບໍ່ວ່າຈະເປັນຫົນທາງໃໝ່ ຫຼື ເກົ່າ, ພາລະກິດແມ່ນຖືກສົມມຸດຕິຖານຂຶ້ນອີງຕາມຫຼັກການທີ່ຢູ່ພາຍໃນພຣະຄຳພີ. ບໍ່ວ່າມັນຈະເປັນການຟື້ນຟູຄຣິສຕະຈັກທ້ອງຖິ່ນ ຫຼື ສ້າງຄຣິສຕະຈັກທ້ອງຖິ່ນ, ພາລະກິດຂອງພວກເຂົາແມ່ນກ່ຽວຂ້ອງກັບການສ້າງຕັ້ງຄຣິສຕະຈັກ. ພາລະກິດທີ່ພວກເຂົາປະຕິບັດແມ່ນສືບຕໍ່ພາລະກິດທີ່ພຣະເຢຊູ ແລະ ສາວົກຂອງພຣະອົງຍັງບໍ່ໄດ້ເຮັດໃຫ້ສຳເລັດ ຫຼື ບໍ່ໄດ້ພັດທະນາເພີ່ມເຕີມໃນຍຸກແຫ່ງພຣະຄຸນ. ສິ່ງທີ່ພວກເຂົາປະຕິບັດໃນພາລະກິດຂອງພວກເຂົາແມ່ນການຟື້ນຟູສິ່ງທີ່ພຣະເຢຊູຮຽກຮ້ອງໃນພາລະກິດຕອນທຳອິດຂອງພຣະອົງ ເຊິ່ງພຣະອົງຮ້ອງຮຽກໃຫ້ຄົນລຸ້ນຕ່າງໆປົກຄຸມຫົວຂອງພວກເຂົາ, ຮັບບັບຕິດສະມາ, ຫັກເຂົ້າຈີ່ ຫຼື ດື່ມເຫຼົ້າແວງ. ມັນສາມາດເວົ້າໄດ້ວ່າ ພາລະກິດຂອງພວກເຂົາແມ່ນເພື່ອຮັກສາພຣະຄຳພີ ແລະ ເພື່ອສະແຫວງຫາເສັ້ນທາງທີ່ຢູ່ພາຍໃນພຣະຄຳພີ. ພວກເຂົາບໍ່ໄດ້ສ້າງຄວາມກ້າວໜ້າຫຍັງໃໝ່ເລີຍ. ສະນັ້ນ ຜູ້ຄົນຈຶ່ງສາມາດຄົ້ນພົບຫົນທາງໃໝ່ແຫ່ງພາລະກິດຂອງພວກເຂົາພຽງແຕ່ພາຍໃນພຣະຄຳພີ ເທົ່ານັ້ນ ພ້ອມທັງເຫັນວ່າ ການປະຕິບັດອີງຕາມພຣະຄໍາພີແມ່ນດີກວ່າ ແລະ ເປັນຈິງກວ່າ. ໃນພາລາກິດຂອງພວກເຂົາ ມະນຸດບໍ່ສາມາດຄົ້ນພົບຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຄົ້ນພົບພາລະກິດໃໝ່ຂອງພຣະເຈົ້າແຫ່ງຍຸກສຸດທ້າຍວາງແຜນປະຕິບັດ. ນີ້ກໍເພາະວ່າເສັ້ນທາງທີ່ພວກເຂົາຍ່າງຍັງເປັນເສັ້ນທາງເກົ່າ; ບໍ່ມີການເລີ່ມໃໝ່ ແລະ ບໍ່ມີການກ້າວໜ້າ. ພວກເຂົາສືບຕໍ່ຍຶດຖືຄວາມຈິງແຫ່ງການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ, ຮັກສາການປະຕິບັດທີ່ຮຽກຮ້ອງໃຫ້ຜູ້ຄົນກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ, ຍຶດຕິດກັບຄຳເວົ້າທີ່ວ່າ ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຜູ້ຊາຍແມ່ນເປັນຫົວໜ້າຂອງແມ່ຍິງ ແລະ ແມ່ຍິງຕ້ອງເຊື່ອຟັງສາມີຂອງເຂົາ ແລະ ຍິ່ງຍຶດຕິດກັບແນວຄິດຕາມປະເພນີ້ທີ່ວ່າ ເອື້ອຍນ້ອງບໍ່ສາມາດເທດສະໜາໄດ້, ພຽງແຕ່ສາມາດເຊື່ອຟັງເທົ່ານັ້ນ. ຖ້າການນໍາພາໃນລັກສະນະດັ່ງກ່າວຖືກຮັກສາຕໍ່ໄປ, ພຣະວິນຍານບໍລິສຸດຈະບໍ່ສາມາດປະຕິບັດພາລະກິດໃໝ່ຈັກເທື່ອ, ບໍ່ສາມາດເຮັດໃຫ້ມະນຸດເປັນອິດສະຫຼະຈາກຄຳສັ່ງສອນ ຫຼື ນໍາພາພວກເຂົາສູ່ອານາຈັກແຫ່ງອິດສະຫຼະ ແລະ ຄວາມສວຍງາມ. ສະນັ້ນ ຂັ້ນຕອນນີ້ຂອງພາລະກິດ ເຊິ່ງເປັນພາລະກິດໃນການປ່ຽນແປງຍຸກ ຕ້ອງຖືກປະຕິບັດ ແລະ ກ່າວໂດຍພຣະເຈົ້າເອງ; ບໍ່ດັ່ງນັ້ນ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ຈົນເຖິງປັດຈຸບັນນີ້ ພາລະກິດທັງໝົດຂອງພຣະວິນຍານບໍລິສຸດທີ່ຢູ່ນອກກະແສນີ້ໄດ້ມາເຖິງຈຸດທີ່ບໍ່ໜີງຕີງ ແລະ ຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ກໍໄດ້ຫຼົງຈຸດຢືນຂອງພວກເຂົາ. ສະນັ້ນ ຍ້ອນພາລະກິດຂອງມະນຸດທີ່ພຣະວິນຍານບໍລິສຸດໃຊ້ບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ, ຕົວຕົນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາປະພຶດແທນກໍແຕກຕ່າງເຊັ່ນກັນ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະວິນຍານບໍລິສຸດຕັ້ງໃຈປະຕິບັດແມ່ນແຕກຕ່າງກັນ ແລະ ດ້ວຍເຫດນີ້ ຄົນທີ່ປະຕິບັດພາລະກິດແບບດຽວກັນກໍມີຕົວຕົນ ແລະ ສະຖານະທີ່ແຕກຕ່າງກັນ. ມະນຸດທີ່ພຣະວິນຍານບໍລິສຸດໃຊ້ອາດປະຕິບັດພາລະກິດໃໝ່ບາງຢ່າງ ແລະ ອາດກຳຈັດພາລະກິດບາງຢ່າງທີ່ເຮັດສຳເລັດໃນຍຸກຜ່ານມາ, ແຕ່ສິ່ງທີ່ພວກເຂົາປະຕິບັດແມ່ນບໍ່ໄດ້ສະແດງເຖິງອຸປະນິໄສ ແລະ ຄວາມປະສົງຂອງພຣະເຈົ້າໃນຍຸກໃໝ່. ພວກເຂົາພຽງແຕ່ປະຕິບັດພາລາກິດເພື່ອລົ້ມເລີກພາລະກິດຂອງຍຸກຜ່ານມາເທົ່ານັ້ນ ແລະ ບໍ່ແມ່ນເພື່ອປະຕິບັດພາລະກິດໃໝ່ດ້ວຍຈຸດປະສົງໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າໂດຍກົງ. ສະນັ້ນ ບໍ່ວ່າພວກເຂົາຈະລົ້ມເລີກການປະຕິບັດທີ່ລ້າສະໄໝຫຼາຍສໍ່າໃດກໍຕາມ ຫຼື ພວກເຂົາແນະນໍາການປະຕິບັດໃໝ່ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງເປັນຕົວແທນໃຫ້ກັບມະນຸດ ແລະ ສິ່ງຖືກສ້າງ. ໃນຂະນະດຽວກັນ, ເມື່ອພຣະເຈົ້າເອງປະຕິບັດພາລະກິດ, ພຣະອົງບໍ່ໄດ້ປະກາດລົ້ມເລີກການປະຕິບັດຂອງຍຸກເກົ່າຢ່າງເປີດເຜີຍ ຫຼື ປະກາດການເລີ່ມຕົ້ນຂອງຍຸກໃໝ່ໂດຍກົງ. ພຣະອົງກົງໄປກົງມາ ແລະ ຊື່ສັດໃນພາລະກິດຂອງພຣະອົງ. ພຣະອົງກົງໄປກົງມາໃນການປະຕິບັດພາລະກິດທີ່ພຣະອົງເຈດຕະນາໄວ້; ນັ້ນກໍຄື ພຣະອົງສະແດງພາລະກິດທີ່ພຣະອົງໄດ້ເລີ່ມຕົ້ນຂຶ້ນໂດຍກົງ, ປະຕິບັດພາລະກິດຕາມທີ່ພຣະອົງເຈດຕະນາໄວ້ໃນເບື້ອງຕົ້ນໂດຍກົງ, ສະແດງເຖິງການເປັນຢູ່ ແລະ ອຸປະນິໄສຂອງພຣະອົງ. ໃນຄວາມຄິດຂອງມະນຸດ, ອຸປະນິໄສຂອງພຣະອົງ ແລະ ພ້ອມດ້ວຍພາລະກິດຂອງພຣະອົງແມ່ນແຕກຕ່າງຈາກສິ່ງທີ່ຢູ່ໃນຍຸກອະດີດ. ແຕ່ວ່າ ຈາກທັດສະນະຂອງພຣະເຈົ້າແລ້ວ ນີ້ແມ່ນການສືບຕໍ່ເນື່ອງ ແລະ ການພັດທະນາເພີ່ມເຕີມໃນພາລະກິດຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າເອງປະຕິບັດ, ພຣະອົງສະແດງພຣະທຳຂອງພຣະອົງ ແລະ ເລີ່ມຕົ້ນພາລະກິດໃໝ່ໂດຍກົງ. ໃນທາງກົງກັນຂ້າມ, ເມື່ອມະນຸດປະຕິບັດພາລະກິດ, ມັນແມ່ນຜ່ານການຕຶກຕອງ ແລະ ການສຶກສາ ຫຼື ມັນເປັນການຂະຫຍາຍຄວາມຮູ້ ແລະ ການຈັດລະບົບຂອງການປະຕິບັດຕາມທໍານຽມທີ່ຖືກຄົ້ນພົບໃນພາລະກິດຂອງຄົນອື່ນ. ນັ້ນໝາຍຄວາມວ່າ ແກ່ນແທ້ຂອງພາລະກິດທີ່ມະນຸດປະຕິບັດແມ່ນເພື່ອຕິດຕາມລະບຽບທີ່ຖືກຈັດຕັ້ງຂຶ້ນແລ້ວ ແລະ ເພື່ອ “ຍ່າງໃນເສັ້ນທາງເກົ່າໂດຍໃຊ້ເກີບໃໝ່”. ນີ້ໝາຍຄວາມວ່າ ແມ່ນແຕ່ເສັ້ນທາງທີ່ມະນຸດຜູ້ທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດຍ່າງກໍຍັງເປັນເສັ້ນທາງທີ່ຖືກສ້າງຂຶ້ນເທິງສິ່ງທີ່ພຣະເຈົ້າເປີດເຜີຍ. ສະນັ້ນ ເມື່ອທຸກສິ່ງຖືກກ່າວອອກ ແລະ ເຮັດໃຫ້ສຳເລັດ, ມະນຸດກໍຍັງເປັນມະນຸດ ແລະ ພຣະເຈົ້າກໍຍັງເປັນພຣະເຈົ້າ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອສາສະດາ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ໄດ້ເວົ້າ ແລະ ເຮັດພາລະກິດ, ນີ້ກໍເພື່ອປະຕິບັດໜ້າທີ່ຂອງມະນຸດ, ເພື່ອຮັບໃຊ້ໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ມັນແມ່ນບາງສິ່ງທີ່ມະນຸດຄວນເຮັດ. ຢ່າງໃດກໍຕາມ, ພຣະທໍາ ແລະ ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນເພື່ອດໍາເນີນພັນທະກິດຂອງພຣະອົງ. ເຖິງແມ່ນວ່າ ຮູບຮ່າງພາຍນອກຂອງພຣະອົງຈະເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ພາລະກິດຂອງພຣະອົງກໍບໍ່ແມ່ນເພື່ອເຮັດໜ້າທີ່ຂອງພຣະອົງ ແຕ່ແມ່ນເພື່ອພັນທະກິດຂອງພຣະອົງ. ຄໍາວ່າ “ໜ້າທີ່” ແມ່ນໃຊ້ກັບສິ່ງມີຊີວິດທີ່ຖືກສ້າງຂຶ້ນ ໃນຂະນະທີ່ຄໍາວ່າ “ພັນທະກິດ” ແມ່ນໃຊ້ກັບເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ທັງສອງຢ່າງແມ່ນມີຄວາມແຕກຕ່າງທີ່ສໍາຄັນ; ທັງສອງຢ່າງບໍ່ສາມາດນໍາໃຊ້ແທນກັນໄດ້. ພາລະກິດຂອງມະນຸດແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ ໃນຂະນະທີ່ພາລະກິດຂອງພຣະເຈົ້າແມ່ນເພື່ອຄຸ້ມຄອງ ແລະ ດໍາເນີນພັນທະກິດຂອງພຣະອົງ. ດັ່ງນັ້ນ, ເຖິງແມ່ນມີສາວົກຫຼາຍຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ແລະ ມີສາສະດາຫຼາຍຄົນທີ່ມີພຣະອົງສະຖິດຢູ່ໃນພວກເຂົາ, ພາລະກິດ ແລະ ຄໍາເວົ້າຂອງພວກເຂົາແມນພຽງເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນນາມເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນເທົ່ານັ້ນ. ການທໍານວາຍຂອງພວກເຂົາອາດຈະເກີນແນວທາງແຫ່ງຊີວິດທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ແມ່ນແຕ່ຄວາມເປັນມະນຸດຂອງພວກເຂົາອາດພົ້ນເດັ່ນກວ່າພຣະເຈົ້າຜູ້ບັງເກີດເປັນມະນຸດ ແຕ່ພວກເຂົາແມ່ນຍັງເຮັດໜ້າທີ່ຂອງພວກເຂົາ ແລະ ບໍ່ໄດ້ປະຕິບັດພັນທະກິດ. ໜ້າທີ່ຂອງມະນຸດໝາຍເຖິງວຽກງານຂອງມະນຸດ; ມັນເປັນສິ່ງທີ່ມະນຸດສາມາດໄດ້ຮັບ. ຢ່າງໃດກໍຕາມ, ພັນທະກິດທີ່ດໍາເນີນໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ ແລະ ມະນຸດບໍ່ສາມາດໄດ້ຮັບສິ່ງນີ້ໄດ້. ບໍ່ວ່າພຣະເຈົ້າຜູ້ບັງເກີດເປັນມະນຸດຈະກ່າວ, ເຮັດພາລະກິດ ຫຼື ສະແດງເຖິງຄວາມມະຫັດສະຈັນ, ພຣະອົງແມ່ນກະທໍາພາລະກິດອັນປະເສີດຢູ່ທ່າມກາງການຄຸ້ມຄອງຂອງພຣະອົງ ແລະ ມະນຸດບໍ່ສາມາດເຮັດພາລະກິດດັ່ງກ່າວແທນພຣະອົງໄດ້. ພາລະກິດຂອງມະນຸດແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນເທົ່ານັ້ນຢູ່ໃນຂັ້ນຕອນໃດໜຶ່ງຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຖ້າຂາດການຄຸ້ມຄອງຂອງພຣະເຈົ້າ, ນັ້ນກໍຄື ຖ້າພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສູນເສຍໄປ, ໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຈະສູນເສຍໄປ. ພາະລກິດຂອງພຣະເຈົ້າໃນການດໍາເນີນພັນທະກິດຂອງພຣະອົງແມ່ນເພື່ອຄຸ້ມຄອງມະນຸດ ໃນຂະນະການປະຕິບັດໜ້າທີ່ຂອງມະນຸດແມ່ນການເຮັດພັນທະຂອງຕົວເອງໃຫ້ສໍາເລັດ ເພື່ອຕອບສະໜອງຄວາມຕ້ອງການຂອງພຣະຜູ້ສ້າງ ແລະ ບໍ່ສາມາດຖືວ່າເປັນການດໍາເນີນພັນທະກິດຂອງຄົນເຮົາ. ສໍາລັບແກ່ນແທ້ຂອງພຣະເຈົ້າທີ່ມີຢູ່ໃນຕົວ ກໍຄື ພຣະວິນຍານຂອງພຣະອົງ, ພາລະກິດຂອງພຣະເຈົ້າກໍຄືການຄຸ້ມຄອງຂອງພຣະອົງ, ແຕ່ສໍາລັບພຣະເຈົ້າຜູ້ບັງເກີດເປັນມະນຸດ ຜູ້ທີ່ມີຮູບຮ່າງພາຍນອກຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ພາລະກິດຂອງພຣະອົງຄືການດໍາເນີນພັນທະກິດຂອງພຣະອົງ. ບໍ່ວ່າພາລະກິດໃດທີ່ພຣະອົງກະທໍາແມ່ນເປັນການດໍາເນີນພັນທະກິດຂອງພຣະອົງ; ສິ່ງທີ່ມະນຸດສາມາດເຮັດໄດ້ກໍຄື ປະຕິບັດໃຫ້ດີທີ່ສຸດຢູ່ໃນຂອບເຂດຂອງການຄຸ້ມຄອງ ແລະ ພາຍໃຕ້ການນໍາພາຂອງພຣະອົງ.

(ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບາງຄົນຈະຖາມວ່າ: “ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດ ແລະ ພາລະກິດທີ່ຜູ້ປະກາດພຣະທຳ ແລະ ສາວົກທີ່ຢູ່ໃນອະດີດໄດ້ປະຕິບັດ? ເດວິດກໍຖືກເອີ້ນວ່າພຣະຜູ້ເປັນເຈົ້າເຊັ່ນກັນ ແລະ ພຣະເຢຊູກໍຖືກເອີ້ນຄືກັນ; ເຖິງແມ່ນພາລະກິດທີ່ພວກເຂົາປະຕິບັດແມ່ນແຕກຕ່າງກັນ, ພວກເຂົາກໍຖືກເອີ້ນແບບດຽວກັນ. ຈົ່ງບອກຂ້ານ້ອຍເບິ່ງ, ເປັນຫຍັງຕົວຕົນຂອງພວກເຂົາຈຶ່ງບໍ່ຄືກັນ? ສິ່ງທີ່ໂຢຮັນໄດ້ເຫັນກໍຄືນິມິດ ເຊິ່ງມາຈາກພຣະວິນຍານບໍລິສຸດ ແລະ ເພິ່ນສາມາດເວົ້າເຖິງພຣະທຳທີ່ພຣະວິນຍານບໍລິສຸດເຈດຕະນາທີ່ຈະເວົ້າ; ເປັນຫຍັງຕົວຕົນຂອງໂຢຮັນຈຶ່ງແຕກຕ່າງຈາກຕົວຕົນຂອງພຣະເຢຊູ?” ພຣະທຳທີ່ພຣະເຢຊູກ່າວແມ່ນສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າຢ່າງສົມບູນ. ສິ່ງທີ່ໂຢຮັນເຫັນແມ່ນນິມິດ ແລະ ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າໄດ້ຢ່າງສົມບູນ. ເປັນຫຍັງເມື່ອໂຢຮັນ, ເປໂຕ ແລະ ໂປໂລກ່າວຄຳເວົ້າຫຼາຍຄຳ ດັ່ງທີ່ພຣະເຢຊູກ່າວ ແຕ່ພວກເຂົາກໍບໍ່ມີຕົວຕົນແບບດຽວກັບພຣະເຢຊູ? ຫຼັກໆແມ່ນເປັນຍ້ອນພາລະກິດທີ່ພວກເຂົາປະຕິບັດນັ້ນແຕກຕ່າງກັນ. ພຣະເຢຊູເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າ ແລະ ເປັນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໂດຍກົງ. ພຣະອົງປະຕິບັດພາລະກິດຂອງຍຸກໃໝ່ ເຊິ່ງເປັນພາລະກິດທີ່ບໍ່ມີໃຜເຄີຍປະຕິບັດມາກ່ອນ. ພຣະອົງເປີດຫົນທາງໃໝ່, ພຣະອົງເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ພຣະອົງເປັນຕົວແທນໃຫ້ກັບພຣະເຈົ້າເອງ, ໃນຂະນະທີ່ເປໂຕ, ເປົາໂລ ແລະ ເດວິດ, ບໍ່ວ່າພວກເຂົາຈະຖືກເອີ້ນວ່າແນວໃດກໍຕາມ ພວກເຂົາພຽງແຕ່ເປັນຕົວແທນໃຫ້ກັບສິ່ງມີຊີວິດຂອງພຣະເຈົ້າ ແລະ ຖືກພຣະເຢຊູ ຫຼື ພຣະເຢໂຮວາສົ່ງມາ. ສະນັ້ນ ບໍ່ວ່າພາລະກິດທີ່ພວກເຂົາປະຕິບັດນັ້ນມີຫຼາຍສໍ່າໃດກໍຕາມ, ບໍ່ວ່າສິ່ງອັດສະຈັນທີ່ພວກເຂົາປະຕິບັດນັ້ນຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາກໍຍັງເປັນພຽງສິ່ງຖືກສ້າງຂອງພຣະເຈົ້າ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າໄດ້. ພວກເຂົາປະຕິບັດພາລະກິດໃນນາມຂອງພຣະເຈົ້າ ຫຼື ປະຕິບັດພາລະກິດຫຼັງຈາກທີ່ພຣະເຈົ້າໄດ້ສົ່ງມາ; ຍິ່ງໄປກວ່ານັ້ນ ພວກເຂົາປະຕິບັດພາລະກິດໃນຍຸກທີ່ພຣະເຢຊູ ຫຼື ພຣະເຢໂຮວາເປັນຜູ້ເລີ່ມຕົ້ນ ແລະ ພວກເຂົາບໍ່ໄດ້ປະຕິບັດພາລະກິດອື່ນເລີຍ. ໃນທີ່ສຸດແລ້ວ ພວກເຂົາກໍເປັນພຽງສິ່ງຖືກສ້າງຂອງພຣະເຈົ້າເທົ່ານັ້ນ.

(ຄັດຈາກບົດ “ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກແຫ່ງພຣະຄຸນ, ພຣະເຢຊູຍັງກໍໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ກະທໍາພາລະກິດຫຼາຍຢ່າງ. ພຣະອົງແຕກຕ່າງຈາກເອຊະຢາແນວໃດ? ພຣະອົງແຕກຕ່າງຈາກເດນິເອນແນວໃດ? ພຣະອົງແມ່ນສາສະດາບໍ? ເປັນຫຍັງຈຶ່ງເວົ້າວ່າ ພຣະອົງເປັນພຣະຄຣິດ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພວກເຂົາ? ພວກເຂົາທຸກຄົນແມ່ນມະນຸດທີ່ກ່າວພຣະທໍາ ແລະ ບໍ່ໜ້ອຍກໍຫຼາຍ ພຣະທໍາຂອງພວກເຂົາກໍປະກົດຄືຄໍາເວົ້າຂອງມະນຸດ. ພວກເຂົາທຸກຄົນກ່າວພຣະທໍາ ແລະ ກະທໍາພາລະກິດ. ສາສະດາຫຼາຍຄົນໃນພຣະສັນຍາເກົ່າສາມາດທໍານວາຍໄດ້ ແລະ ພຣະເຢຊູກໍສາມາດທໍານວາຍໄດ້ເຊັ່ນກັນ. ເຫດໃດຈຶ່ງເປັນດັ່ງນັ້ນ? ຄວາມແຕກຕ່າງໃນນີ້ ແມ່ນອີງຕາມລັກສະນະຂອງພາລະກິດ. ເພື່ອໃຫ້ເຂົ້າໃຈໃນເລຶ່ອງນີ້, ເຈົ້າຕ້ອງບໍ່ຖືເອົາລັກສະນະຂອງເນື້ອໜັງ ແລະ ເຈົ້າບໍ່ຄວນຖືເອົາຄວາມເລິກ ຫຼື ຄວາມຕື້ນຂອງຄໍາເວົ້າຂອງພວກເຂົາ. ກ່ອນອື່ນໝົດ ເຈົ້າຕ້ອງຖືເອົາພາລະກິດຂອງພວກເຂົາ ແລະ ຜົນຂອງພາລະກິດທີ່ພວກເຂົາບັນລຸໃນມະນຸດ. ຄໍາທໍານວາຍທີ່ກ່າວໂດຍສາສະດາໃນເວລານັ້ນບໍ່ໄດ້ສະໜອງຊີວິດຂອງມະນຸດ ແລະ ແຮງດົນໃຈທີ່ໄດ້ຮັບຈາກຜູ້ຄົນຕ່າງໆເຊັ່ນເອຊະຢາ ແລະ ເດນີເອນກໍເປັນຄໍາທໍານວາຍ ແລະ ບໍ່ແມ່ນອນວທາງຂອງຊີວິດ. ຖ້າບໍ່ແມ່ນຍ້ອນການເປີດເຜີຍໂດຍກົງຂອງພຣະເຢໂຮວາ ກໍຈະບໍ່ມີຜູ້ໃດສາມາດກະທໍາພາລະກິດນັ້ນໄດ້ ເຊິ່ງເປັນໄປບໍ່ໄດ້ສໍາລັບມະນຸດ. ພຣະເຢຊູກໍໄດ້ກ່າວພຣະທໍາຢ່າງຫຼວງຫຼາຍເຊັ່ນດຽວກັນ ແຕ່ພຣະທໍາດັ່ງກ່າວແມ່ນແນວທາງຂອງຊີວິດ ທີ່ມະນຸດສາມາດຄົ້ນຫາຫົນທາງນັ້ນເພື່ອນໍາໃຊ້ເຂົ້າໃນການປະຕິບັດ. ເວົ້າໄດ້ວ່າ ປະການທີໜຶ່ງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ຍ້ອນວ່າ ພຣະເຢຊູຄືຊີວິດ; ປະການທີສອງຄື ພຣະອົງສາມາດປ່ຽນແປງການອອກນອກເສັ້ນທາງຂອງມະນຸດໄດ້; ປະການທີສາມຄື ພາລະກິດຂອງພຣະອົງສາມາດສືບແທນພາລະກິດຂອງພຣະເຢໂຮວາ ເພື່ອສືບຕໍ່ຍຸກ; ປະການທີສີ່ຄື ພຣະອົງສາມາດເຂົ້າໃຈຄວາມຕ້ອງການພາຍໃນມະນຸດ ແລະ ເຂົ້າໃຈສິ່ງທີ່ມະນຸດຂາດເຂີນ; ປະການທີຫ້າຄື ພຣະອົງສາມາດນໍາທາງໃນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າ. ນັ້ນແມ່ນເຫດຜົນທີ່ພຣະອົງຖືກເອີ້ນວ່າ ພຣະເຈົ້າ ແລະ ພຣະຄຣິດ; ພຣະອົງບໍ່ພຽງແຕ່ແຕກຕ່າງຈາກເອຊະຢາເທົ່ານັ້ນ ແຕ່ຍັງແຕກຕ່າງຈາກສາສະດາທຸກຄົນອີກດ້ວຍ. ໃຫ້ຍົກເອົາເອຊະຢາເປັນການປຽບທຽບສໍາລັບພາລະກິດຂອງສາສະດາ. ການປຽບທຽບທີໜຶ່ງຄື ລາວບໍ່ສາມາດສະໜອງຊີວິດຂອງມະນຸດ; ການປຽບທຽບທີສອງຄື ລາວບໍ່ສາມາດນໍາທາງໃນຍຸກໃໝ່. ລາວປະຕິບັດວຽກງານພາຍໃຕ້ການນໍາພາຂອງພຣະເຢໂຮວາ ແລະ ບໍ່ແມ່ນເປັນຜູ້ນໍາທາງໃນຍຸກໃໝ່. ການປຽບທຽບທີສາມຄື ຄໍາເວົ້າທີ່ລາວກ່າວແມ່ນເໜືອກວ່າລາວ. ລາວໄດ້ຮັບການເປີດເຜີຍໂດຍກົງຈາກພຣະວິນຍານຂອງພຣະເຈົ້າ ແລະ ຄົນອື່ນຈະບໍ່ເຂົ້າໃຈ ເຖິງວ່າຈະໄດ້ຍິນຄໍາກ່າວເຫຼົ່ານັ້ນ. ພຽງສອງສາມສິ່ງເຫຼົ່ານີ້ເທົ່ານັ້ນກໍພຽງພໍທີ່ຈະພິສູດໃຫ້ເຫັນວ່າ ຄໍາກ່າວຂອງລາວບໍ່ໄດ້ແຕກຕ່າງຈາກການທໍານວາຍ ແລະ ບໍ່ໄດ້ຫຼາຍກວ່າພາກສ່ວນໜຶ່ງຂອງພາລະກິດທີ່ເຮັດແທນພຣະເຢໂຮວາ. ຢ່າງໃດກໍຕາມ, ລາວບໍ່ສາມາດເປັນຕົວແທນພຣະເຢໂຮວາໄດ້ທັງໝົດ. ລາວເປັນພຽງຜູ້ຮັບໃຊ້ພຣະເຢໂຮວາ ກໍຄື ເປັນເຄື່ອງມືຮັບໃຊ້ໃນພາລະກິດຂອງພຣະເຢໂຮວາ. ລາວພຽງປະຕິບັດພາລະກິດຢູ່ໃນຍຸກແຫ່ງພຣະບັນຍັດ ແລະ ຢູ່ໃນຂອບເຂດຂອງພາລະກິດຂອງພຣະເຢໂຮວາເທົ່ານັ້ນ; ລາວບໍ່ໄດ້ປະຕິບັດພາລະກິດອອກນອກຍຸກແຫ່ງພຣະບັນຍັດ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຢຊູແມ່ນແຕກຕ່າງ. ພຣະອົງປະຕິບັດເກີນຂອບເຂດຂອງພາລະກິດຂອງພຣະເຢໂຮວາ; ພຣະອົງປະຕິບັດພາລະກິດເປັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໄດ້ຜ່ານປະສົບການຂອງການໄຖ່ບາບໂດຍຖືກຄືງໃສ່ໄມ້ກາງແຂນ ເພື່ອໄຖ່ບາບມວນມະນຸດຊາດ. ໝາຍຄວາມວ່າ ພຣະອົງດໍາເນີນພາລະກິດໃໝ່ຢູ່ນອກຂອບເຂດພາລະກິດທີ່ກະທໍາໂດຍພຣະເຢໂຮວາ. ນີ້ແມ່ນການນໍາທາງໃນຍຸກໃໝ່. ນອກຈາກນັ້ນ, ພຣະອົງສາມາດກ່າວເຖິງສິ່ງທີ່ມະນຸດບໍ່ສາມາດບັນລຸຜົນໄດ້. ພາລະກິດຂອງພຣະອົງແມ່ນປະຕິບັດຢູ່ໃນການຄຸ້ມຄອງຂອງພຣະເຈົ້າ ແລະ ປະກອບດ້ວຍມວນມະນຸດທັງໝົດ. ພຣະອົງບໍ່ໄດ້ກະທໍາພາລະກິດຕໍ່ມະນຸດພຽງສອງສາມຄົນ ແລະ ພາລະກິດຂອງພຣະອົງບໍ່ໄດ້ມີໄວ້ເພື່ອນໍາພາມະນຸດພຽງຈໍານວນຈໍາກັດ. ສໍາລັບວີທີທີ່ພຣະເຈົ້າບັງເກີດເປັນມະນຸດ, ວິທີທີ່ພຣະວິນຍານໃຫ້ການເປີດເຜີຍໃນເວລານັ້ນ ແລະ ວິທີທີ່ພຣະວິນຍານລົງມາສູ່ມະນຸດເພື່ອກະທໍາພາລະກິດ, ສິ່ງເຫຼົ່ານີ້ແມ່ນເປັນສິ່ງທີ່ມະນຸດບໍ່ສາມາດເຫັນ ຫຼື ສໍາພັດໄດ້. ມັນເປັນໄປບໍ່ໄດ້ທີ່ສຸດທີ່ຈະໃຊ້ຄວາມຈິງເຫຼົ່ານີ້ເພື່ອເປັນຫຼັກຖານພິສູດວ່າ ພຣະອົງຄືພຣະເຈົ້າຜູ້ບັງເກີດເປັນມະນຸດ. ດ້ວຍເຫດນັ້ນ, ຈຶ່ງສາມາດຈໍາແນກໄດ້ໃນທ່າມກາງພຣະທໍາ ແລະ ພາລະກິດຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ມະນຸດສາມາດຈໍາຕ້ອງໄດ້. ພຽງສິ່ງນີ້ເທົ່ານັ້ນຄືຄວາມຈິງ. ນີ້ກໍເນື່ອງຈາກວ່າ ເຈົ້າບໍ່ສາມາດເຫັນເລື່ອງຂອງພຣະວິນຍານໄດ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ຮັບຮູ້ເລຶ່ອງດັ່ງກ່າວຢ່າງຊັດເຈນ ແລະ ແມ່ນແຕ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງກໍບໍ່ສາມາດຮູ້ທຸກສິ່ງໄດ້; ເຈົ້າພຽງແຕ່ສາມາດຢືນຢັນວ່າ ພຣະອົງເປັນພຣະເຈົ້າ ຫຼື ບໍ່ ຈາກພາລະກິດທີ່ພຣະອົງໄດ້ກະທໍາເທົ່ານັ້ນ. ຈາກພາລະກິດຂອງພຣະອົງ, ສາມາດເຫັນໄດ້ວ່າ: ສິ່ງທີໜຶ່ງຄື ພຣະອົງສາມາດເປີດຍຸກໃໝ່; ສິ່ງທີສອງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ແລະ ສະແດງໃຫ້ມະນຸດເຫັນເສັ້ນທາງເພື່ອປະຕິບັດຕາມ. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າ ພຣະອົງຄືພຣະເຈົ້າ. ຢ່າງໜ້ອຍສຸດ ພາລະກິດທີ່ພຣະອົງກະທໍາສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າທັງໝົດ ແລະ ຈາກພາລະກິດດັ່ງກ່າວນັ້ນ ແມ່ນສາມາດເຫັນໄດ້ວ່າ ພຣະວິນຍານຂອງພຣະເຈົ້າແມ່ນສະຖິດຢູ່ພາຍໃນພຣະອົງ. ຍ້ອນວ່າ ພາລະກິດທີ່ກະທໍາໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດນັ້ນ ສ່ວນໃຫຍແລ້ວແມ່ນເພື່ອນໍາທາງໃນຍຸກໃໝ່, ນໍາພາພາລະກິດໃໝ່ ແລະ ເປີດໂລກໃໝ່, ສິ່ງເຫຼົ່ານີ້ເທົ່ານັ້ນແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ພຣະອົງຄືພຣະເຈົ້າ. ສະນັ້ນ, ສິ່ງນີ້ຈຶ່ງເຮັດໃຫ້ພຣະອົງແຕກຕ່າງຈາກເອຊະຢາ, ເດນິເອນ ແລະ ສາສະດາຜູ້ຍິ່ງໃຫຍ່ອື່ນໆ.

(ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດໃນກະແສຂອງພຣະວິນຍານບໍລິສຸດ, ບໍ່ວ່າຈະແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງຜູ້ຄົນທີ່ຖືກໃຊ້, ແມ່ນພາລະກິດຂອງພຣະວິນຍານບໍລິສຸດ. ທາດແທ້ຂອງພຣະເຈົ້າເອງແມ່ນພຣະວິນຍານ ເຊິ່ງສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ ຫຼື ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ. ເບິ່ງໂດຍລວມແລ້ວ ພຣະອົງກໍແມ່ນພຣະວິນຍານຂອງພຣະເຈົ້າ, ເຖິງແມ່ນພຣະວິນຍານຂອງພຣະເຈົ້າໄດ້ຖືກເອີ້ນດ້ວຍຊື່ທີ່ແຕກຕ່າງກັນໃນຍຸກທີ່ແຕກຕ່າງກັນ. ແຕ່ທາດແທ້ຂອງພຣະອົງກໍຍັງເປັນອັນໜຶ່ງອັນດຽວກັນ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າເອງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນໃຜນອກເໜືອຈາກພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດ. ພາລະກິດຂອງຜູ້ຄົນທີ່ຖືກໃຊ້ຍັງເປັນພາລະກິດຂອງພຣະວິນຍານບໍລິສຸດເຊັ່ນດຽວກັນ. ແຕ່ ພາລະກິດຂອງພຣະເຈົ້າເປັນການສະແດງອອກຢ່າງສົມບູນຂອງພຣະວິນຍານບໍລິສຸດ ເຊິ່ງເປັນຈິງແທ້ໆ, ໃນຂະນະທີ່ພາລະກິດຂອງຜູ້ຄົນທີ່ຖືກໃຊ້ແມ່ນໄດ້ປະສົມກັບສິ່ງທີ່ເປັນມະນຸດຫຼາຍຢ່າງ ແລະ ບໍ່ແມ່ນການສະແດງອອກໂດຍກົງຂອງພຣະວິນຍານບໍລິສຸດ, ແຮງໄກທີ່ຈະເປັນການສະແດງອອກຢ່າງສົມບູນຂອງພຣະອົງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄຳເວົ້າຂອງເຮົາສະແດງເຖິງການເປັນຢູ່ຂອງເຮົາ, ແຕ່ສິ່ງທີ່ເຮົາເວົ້າແມ່ນນອກເໜືອການຢັ່ງເຖິງຂອງມະນຸດ. ສິ່ງທີ່ເຮົາເວົ້າບໍ່ແມ່ນສິ່ງທີ່ມະນຸດຜະເຊີນ ແລະ ມັນບໍ່ແມ່ນສິ່ງທີ່ມະນຸດສາມາດເຫັນໄດ້; ມັນບໍ່ແມ່ນສິ່ງທີ່ມະນຸດສາມາດຈັບຕ້ອງໄດ້ເຊັ່ນກັນ, ແຕ່ມັນເປັນສິ່ງທີ່ເຮົາເປັນ. ບາງຄົນພຽງແຕ່ຮັບຮູ້ວ່າ ສິ່ງທີ່ເຮົາສົນທະນາແມ່ນສິ່ງທີ່ເຮົາໄດ້ຜະເຊີນ, ແຕ່ພວກເຂົາບໍ່ເຂົ້າໃຈວ່າ ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນສິ່ງທີ່ເຮົາໄດ້ຜະເຊີນ. ມັນແມ່ນເຮົາທີ່ເປັນຜູ້ປະຕິບັດພາລະກິດການຄຸ້ມຄອງເປັນເວລາຫົກພັນປີ. ເຮົາໄດ້ຜະເຊີນກັບທຸກສິ່ງຈາກການເລີ່ມຕົ້ນຂອງການສ້າງມະນຸດຊາດຈົນເຖິງປັດຈຸບັນ; ເຮົາຈະບໍ່ສາມາດສົນທະນາກ່ຽວກັບສິ່ງນັ້ນໄດ້ແນວໃດ? ເມື່ອເວົ້າເລື່ອງທຳມະຊາດຂອງມະນຸດ ເຮົາໄດ້ເຫັນຢ່າງຊັດເຈນ; ເຮົາສັງເກດມັນມາເປັນເວລາດົນນານແລ້ວ; ເຮົາຈະບໍ່ສາມາດເວົ້າກ່ຽວກັບສິ່ງນັ້ນຢ່າງຊັດເຈນໄດ້ແນວໃດ? ຍ້ອນເຮົາໄດ້ເຫັນແກ່ນແທ້ຂອງມະນຸດຢ່າງຊັດເຈນ, ເຮົາມີຄຸນສົມບັດທີ່ຈະຂ້ຽນຕີມະນຸດ ແລະ ພິພາກສາມະນຸດ, ຍ້ອນມະນຸດທຸກຄົນມາຈາກເຮົາ ແຕ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ແນ່ນອນ ເຮົາຍັງມີຄຸນສົມບັດໃນການປະເມີນພາລະກິດທີ່ເຮົາໄດ້ປະຕິບັດ. ເຖິງແມ່ນພາລະກິດນີ້ບໍ່ແມ່ນຖືກປະຕິບັດໂດຍເນື້ອໜັງຂອງເຮົາ, ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ນີ້ແມ່ນສິ່ງທີ່ເຮົາມີ ແລະ ສິ່ງທີ່ເຮົາເປັນ. ດ້ວຍເຫດນັ້ນ ເຮົາມີຄຸນສົມບັດທີ່ຈະສະແດງອອກເຖິງສິ່ງນີ້ ແລະ ປະຕິບັດພາລະກິດທີ່ເຮົາຄວນເຮັດ. ສິ່ງທີ່ຜູ້ຄົນເວົ້າແມ່ນສິ່ງທີ່ພວກເຂົາຜະເຊີນ. ມັນແມ່ນສິ່ງທີ່ພວກເຂົາເຫັນ, ສິ່ງທີ່ຈິດໃຈຂອງພວກເຂົາສາມາດຢັ່ງເຖິງ ແລະ ສິ່ງທີ່ຄວາມຮູ້ສຶກຂອງພວກເຂົາສາມາດກວດຈັບໄດ້. ນັ້ນຄືສິ່ງທີ່ພວກເຂົາສາມາດສົນທະນາ. ພຣະທຳທີ່ກ່າວໂດຍເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ພວກມັນສະແດງເຖິງພາລະກິດທີ່ພຣະວິນຍານປະຕິບັດ ເຊິ່ງເນື້ອໜັງບໍ່ໄດ້ຜະເຊີນ ຫຼື ເຫັນໃນສິ່ງນັ້ນ, ແຕ່ພຣະອົງຍັງສະແດງເຖິງການເປັນຢູ່ຂອງພຣະອົງ, ຍ້ອນວ່າ ທາດແທ້ຂອງເນື້ອໜັງແມ່ນພຣະວິນຍານ ແລະ ພຣະອົງສະແດງເຖິງພາລະກິດຂອງພຣະວິນຍານ. ມັນຄືພາລະກິດທີ່ຖືກເຮັດສຳເລັດໂດຍພຣະວິນຍານ ເຖິງແມ່ນມັນຢູ່ນອກເໜືອການຢັ່ງເຖິງຂອງເນື້ອໜັງ. ຫຼັງຈາກການບັງເກີດເປັນມະນຸດ ຜ່ານການສະແດງອອກຂອງເນື້ອໜັງ ພຣະອົງເຮັດໃຫ້ຜູ້ຄົນສາມາດຮູ້ຈັກເຖິງການເປັນຢູ່ຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ຄົນເຫັນອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດທີ່ພຣະອົງໄດ້ເຮັດສຳເລັດ. ພາລະກິດຂອງມະນຸດເຮັດໃຫ້ຜູ້ຄົນມີຄວາມຊັດເຈນຫຼາຍຂຶ້ນກ່ຽວກັບສິ່ງທີ່ພວກເຂົາຄວນເຂົ້າສູ່ ແລະ ສິ່ງທີ່ພວກເຂົາຄວນເຂົ້າໃຈ; ມັນກ່ຽວຂ້ອງກັບການນໍາຜູ້ຄົນສູ່ການເຂົ້າໃຈ ແລະ ການຜະເຊີນກັບຄວາມຈິງ. ພາລະກິດຂອງມະນຸດຄືການສະໜັບສະໜູນຜູ້ຄົນ; ພາລະກິດຂອງພຣະເຈົ້າແມ່ນການເປີດເສັ້ນທາງໃໝ່ ແລະ ເປີດຍຸກໃໝ່ສຳລັບມະນຸດຊາດ ແລະ ການເປີດເຜີຍໃຫ້ຜູ້ຄົນເຫັນເຖິງສິ່ງທີ່ມະນຸດບໍ່ເຄີຍຮູ້, ເຮັດໃຫ້ພວກເຂົາສາມາດຮູ້ຈັກອຸປະນິໄສຂອງພຣະອົງ. ພາລະກິດຂອງພຣະເຈົ້າແມ່ນເພື່ອນໍາພາມະນຸດຊາດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດຂອງມະນຸດສະແດງເຖິງປະສົບການຂອງເຂົາ ແລະ ຄວາມເປັນມະນຸດຂອງເຂົາ. ສິ່ງທີ່ມະນຸດສະໜອງ ແລະ ພາລະກິດທີ່ເຂົາປະຕິບັດກໍເປັນຕົວແທນໃຫ້ແກ່ເຂົາ. ຄວາມເຂົ້າໃຈຂອງມະນຸດ, ເຫດຜົນຂອງມະນຸດ, ຕັກກະຂອງມະນຸດ ແລະ ຈິນຕະນາການທີ່ອຸດົມສົມບູນຂອງເຂົາແມ່ນລ້ວນແລ້ວແຕ່ຖືກລວມຢູ່ໃນພາລະກິດຂອງເຂົາ. ໂດຍສະເພາະ ປະສົບການຂອງມະນຸດສາມາດສະແດງໃຫ້ເຫັນເຖິງພາລະກິດຂອງເຂົາ ແລະ ປະສົບການຂອງຜູ້ຄົນກໍໄດ້ກາຍມາເປັນສ່ວນປະກອບຂອງພາລະກິດຂອງເຂົາ. ພາລະກິດຂອງມະນຸດສາມາດສະແດງເຖິງປະສົບການຂອງເຂົາ. ເມື່ອບາງຄົນກຳລັງຜະເຊີນກັບສິ່ງທີ່ບໍ່ດີ, ພາສາສ່ວນໃຫຍ່ໃນການສົນທະນາຂອງພວກເຂົາແມ່ນປະກອບດ້ວຍອົງປະກອບທີ່ບໍ່ດີ. ຖ້າປະສົບການຂອງພວກເຂົາໃນໄລຍະເວລາໃດໜຶ່ງຢູ່ໃນທາງບວກ ແລະ ໂດຍສະເພາະ ພວກເຂົາມີເສັ້ນທາງໃນລັກສະນະທີ່ເປັນບວກ, ການສົນທະນາຂອງພວກເຂົາແມ່ນສິ່ງທີ່ໃຫ້ກຳລັງໃຈຫຼາຍ ແລະ ຜູ້ຄົນຈະສາມາດຮັບການສະໜອງໃນທາງບວກຈາກສິ່ງເຫຼົ່ານີ້. ຖ້າຄົນປະຕິບັດພາລະກິດເລີ່ມຄິດລົບໃນໄລຍະເວລາໃດໜຶ່ງ, ການສົນທະນາຂອງເຂົາຈະມີອົງປະກອບໃນທາງລົບສະເໝີ. ການສົນທະນາປະເພດນີ້ເປັນຕາເສົ້າໃຈ ແລະ ຄົນອື່ນກໍຈະເສົ້າໃຈຢ່າງບໍ່ຮູ້ຕົວ ຫຼັງຈາກການສົນທະນາຂອງເຂົາ. ສະພາວະຂອງຜູ້ຕິດຕາມປ່ຽນໄປຕາມສະພາວະຂອງຜູ້ນໍາ. ສິ່ງທີ່ຄົນປະຕິບັດພາລະກິດເປັນໃນຂ້າງໃນ ນັ້ນກໍຄືສິ່ງເຂົາສະແດງອອກມາ ແລະ ພາລະກິດຂອງພຣະວິນຍານບໍລິສຸດມັກຈະປ່ຽນແປງຕາມສະພາວະຂອງມະນຸດ. ພຣະອົງປະຕິບັດພາລະກິດຕາມປະສົບການຂອງມະນຸດ ແລະ ບໍ່ບັງຄັບພວກເຂົາ ແຕ່ຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕາມຊ່ວງເວລາແຫ່ງປະສົບການປົກກະຕິຂອງພວກເຂົາ. ນີ້ໝາຍຄວາມວ່າ ການສົນທະນາຂອງມະນຸດແຕກຕ່າງຈາກພຣະທຳຂອງພຣະເຈົ້າ. ສິ່ງທີ່ມະນຸດສົນທະນາສື່ເຖິງຄວາມເຂົ້າໃຈ ແລະ ປະສົບການສ່ວນຕົວຂອງພວກເຂົາ, ສະແດງເຖິງຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາບົນພື້ນຖານຂອງພາລະກິດຂອງພຣະເຈົ້າ. ໜ້າທີ່ຂອງພວກເຂົາແມ່ນເພື່ອຄົ້ນຫາສິ່ງທີ່ພວກເຂົາຄວນປະຕິບັດ ຫຼື ເຂົ້າສູ່ ຫຼັງຈາກພຣະເຈົ້າປະຕິບັດພາລະກິດ ຫຼື ກ່າວ, ແລ້ວມອບໝາຍໃຫ້ກັບຜູ້ຕິດຕາມ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດຈຶ່ງເປັນຕົວແທນໃຫ້ແກ່ທາງເຂົ້າ ແລະ ການປະຕິບັດຂອງເຂົາ. ແນ່ນອນ ພາລະກິດດັ່ງກ່າວແມ່ນປະສົມກັບບົດຮຽນ ແລະ ປະສົບການຂອງມະນຸດ ຫຼື ຄວາມຄິດບາງຢ່າງຂອງມະນຸດ. ບໍ່ວ່າພຣະວິນຍານບໍລິສຸດຈະປະຕິບັດພາລະກິດແນວໃດກໍຕາມ, ບໍ່ວ່າພຣະອົງຈະປະຕິບັດພາລະກິດໃນມະນຸດ ຫຼື ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຄົນປະຕິບັດພາລະກິດສະແດງເຖິງສິ່ງທີ່ພວກເຂົາເປັນຢູ່ສະເໝີ. ເຖິງແມ່ນ ພຣະວິນຍານບໍລິສຸດເປັນຜູ້ປະຕິບັດພາລະກິດ, ພາລະກິດກໍຈະຖືກຄົ້ນພົບໃນສິ່ງທີ່ມະນຸດເປັນໂດຍທຳມະຊາດ, ຍ້ອນພຣະວິນຍານບໍລິສຸດບໍ່ປະຕິບັດພາລະກິດໂດຍປາສະຈາກພື້ນຖານ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ພາລະກິດບໍ່ໄດ້ມາຈາກຄວາມວ່າງເປົ່າ, ແຕ່ປະຕິບັດໂດຍສອດຄ່ອງກັບສະພາບຕົວຈິງ ແລະ ເງື່ນໄຂທີ່ເປັນຈິງຢູ່ສະເໝີ. ມີພຽງແຕ່ວິທີນີ້ເທົ່ານັ້ນ ອຸປະນິໄສຂອງມະນຸດ ແລະ ແນວຄິດເດີມຂອງເຂົາ ແລະ ຄວາມຄິດເດີມຂອງເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ເຂົາເຫັນ, ມີປະສົບການກັບ ແລະ ສາມາດຈິນຕະນາການໄດ້ ແລະ ມັນສາມາດເຂົ້າເຖິງໄດ້ໂດຍຄວາມຄິດຂອງມະນຸດ, ເຖິງແມ່ນວ່າມັນຄືທິດສະດີ ຫຼື ແນວຄິດ. ພາລະກິດຂອງມະນຸດບໍ່ສາມາດເກີນຂອບເຂດປະສົບການຂອງມະນຸດ ຫຼື ສິ່ງທີ່ມະນຸດເຫັນ ຫຼື ສິ່ງທີ່ມະນຸດສາມາດຈິນຕະນາການ ຫຼື ຄົ້ນຄິດຂຶ້ນໄດ ບໍ່ວ່ຂະໜາດຂອງພາລະກິດນັ້ນຈະສໍ່າໃດກໍຕາມ. ທຸກສິ່ງທີ່ພຣະເຈົ້າສະແດງອອກແມ່ນສິ່ງທີ່ເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດບັນລຸໄດ້ໂດຍມະນຸດ ນັ້ນກໍຄື ນອກເໜືອການຢັ່ງເຖິງຈາກຄວາມຄິດຂອງມະນຸດ. ພຣະອົງສະແດງພາລະກິດແຫ່ງການນໍາພາມະນຸດຊາດທັງໝົດຂອງພຣະອົງ ແລະ ສິ່ງນີ້ບໍ່ກ່ຽວຂ້ອງກັບລາຍລະອຽດຂອງປະສົບການມະນຸດ, ແຕ່ກົງກັນຂ້າມ ແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງເອງ. ສິ່ງທີ່ມະນຸດສະແດງອອກປະສົບການຂອງພວກເຂົາ ໃນຂະນະທີ່ສິ່ງທີ່ພຣະເຈົ້າສະແດງອອກແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົ,​ ຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ປະສົບການຂອງມະນຸດແມ່ນຄວາມເຂົ້າໃຈຂອງເຂົາ ແລະ ຄວາມຮູ້ທີ່ໄດ້ຮັບບົນພື້ນຖານການສະແດງອອກຂອງພຣະເຈົ້າກ່ຽວກັບການເປັນຢູ່ຂອງພຣະອົງ. ຄວາມເຂົ້າໃຈ ແລະ ຄວາມຮູ້ດັ່ງກ່າວແມ່ນເອີ້ນວ່າ ການເປັນຢູ່ຂອງມະນຸດ ແລະ ພື້ນຖານການສະແດງອອກຂອງພວກເຂົາແມ່ນອຸປະນິໄສ ແລະ ຄວາມສາມາດທີ່ເປັນທຳມະຊາດຂອງມະນຸດ, ດ້ວຍເຫດນີ້ ພວກມັນຈຶ່ງຖືກເອີ້ນວ່າ ການເປັນຢູ່ຂອງມະນຸດ. ມະນຸດສາມາດສົນທະນາໃນສິ່ງທີ່ພວກເຂົາມີປະສົບການ ແລະ ເຫັນ. ບໍ່ມີຜູ້ໃດສາມາດສົນທະນາໃນສິ່ງທີ່ພວກເຂົາບໍ່ໄດ້ມີປະສົບການ, ບໍ່ໄດ້ເຫັນ ຫຼື ຄວາມຄິດຂອງພວກເຂົາບໍ່ສາມາດຢັ່ງເຖິງໄດ້, ນັ້ນກໍຄື ພວກເຂົາບໍ່ມີການເປັນຢູ່ເຫຼົ່ານັ້ນຢູ່ພາຍໃນພວກເຂົາ. ຖ້າສິ່ງທີ່ສະແດງອອກບໍ່ໄດ້ມາຈາກປະສົບການຂອງເຂົາ, ແລ້ວມັນກໍແມ່ນຈິນຕະນາການ ຫຼື ທິດສະດີຂອງເຂົາ. ເວົ້າງ່າຍໆກໍຄື ບໍ່ມີຄວາມເປັນຈິງໃດໆໃນຄຳເວົ້າຂອງເຂົາເລີຍ. ຖ້າເຈົ້າບໍ່ເຄີຍຕິດຕໍ່ພົວພັນກັບສິ່ງທີ່ຢູ່ໃນສັງຄົມ ເຈົ້າຈະບໍ່ສາມາດສົນທະນາໄດ້ຢ່າງຊັດເຈນກ່ຽວກັບຄວາມສຳພັນທີ່ຊັບຊ້ອນຂອງສັງຄົມ. ຖ້າເຈົ້າບໍ່ມີຄອບຄົວ ແຕ່ຄົນອື່ນກຳລັງລົມກັນກ່ຽວກັບບັນຫາຄອບຄົວ, ເຈົ້າບໍ່ສາມາດເຂົ້າໃຈສິ່ງສ່ວນໃຫຍ່ທີ່ພວກເຂົາກຳລັງລົມກັນ. ສະນັ້ນ ສິ່ງທີ່ມະນຸດສົນທະນາ ແລະ ພາລະກິດທີ່ເຂົາປະຕິບັດແມ່ນເປັນຕົວແທນໃຫ້ແກ່ເປັນຢູ່ພາຍໃນຕົວເຂົາ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດຂອງມະນຸດຢູ່ພາຍໃນຂອບເຂດ ແລະ ມີຂໍ້ຈຳກັດ. ຄົນໜຶ່ງພຽງແຕ່ສາມາດປະຕິບັດພາລະກິດຂອງໄລຍະໃດໜຶ່ງ ແລະ ບໍ່ສາມາດປະຕິບັດພາລະກິດຂອງຍຸກທັງໝົດ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະນໍາຜູ້ຄົນເຂົ້າສູ່ກົດລະບຽບ. ພາລະກິດຂອງມະນຸດພຽງແຕ່ສາມາດນໍາໃຊ້ໄດ້ກັບເວລາ ຫຼື ໄລຍະໃດໜຶ່ງ. ນີ້ກໍຍ້ອນປະສົບການຂອງມະນຸດມີຂອບເຂດຂອງມັນ. ຄົນໃດໜຶ່ງບໍ່ສາມາດປຽບທຽບພາລະກິດຂອງມະນຸດກັບພາລະກິດຂອງພຣະເຈົ້າໄດ້. ວິທີການປະຕິບັດຂອງມະນຸດ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງແມ່ນລ້ວນແລ້ວແຕ່ໃຊ້ໄດ້ກັບຂອບເຂດໃດໜຶ່ງ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ມະນຸດກຳລັງຍ່າງແມ່ນຄວາມປະສົງຂອງພຣະວິນຍານບໍລິສຸດຢ່າງສົມບູນ, ຍ້ອນມະນຸດພຽງແຕ່ສາມາດໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ບໍ່ສາມາດຖືກເຕີ່ມເຕັມດ້ວຍພຣະວິນຍານບໍລິສຸດຢ່າງສົມບູນ. ສິ່ງທີ່ມະນຸດສາມາດຜະເຊີນໄດ້ແມ່ນລ້ວນແລ້ວແຕ່ຢູ່ພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ສາມາດເກີນກວ່າຂອບເຂດຂອງຄວາມຄິດໃນຈິດໃຈທີ່ທຳມະດາຂອງມະນຸດ. ທຸກຄົນທີ່ສາມາດດໍາລົງຢູ່ໃນຄວາມເປັນຈິງຂອງປະສົບການຈິງຢູ່ໃນຂອບເຂດນີ້. ເມື່ອພວກເຂົາມີປະສົບການກັບຄວາມຈິງ ມັນກໍເປັນປະສົບການໃນຊີວິດຂອງມະນຸດທໍາມະດາທີ່ຢູ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດຢູ່ສະເໝີ; ມັນບໍ່ແມ່ນວິທີການມີປະສົບການທີ່ຫັນເຫມາຈາກຊີວິດຂອງມະນຸດທໍາມະດາ. ພວກເຂົາຜະເຊີນກັບຄວາມຈິງທີ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດເທິງພື້ນຖານຂອງການໃຊ້ຊີວິດຂອງມະນຸດຂອງພວກເຂົາ. ຍິ່ງໄປກວ່ານັ້ນ ຄວາມຈິງນີ້ມີຄວາມຫຼາກຫຼາຍຈາກບຸກຄົນສູ່ບຸກຄົນ ແລະ ຄວາມເລິກຂອງຄວາມຈິງນັ້ນກໍຂຶ້ນກັບສະພາວະຂອງບຸກຄົນ. ຄົນໃດໜຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນຊີວິດທີ່ທຳມະດາຂອງມະນຸດທີ່ສະແຫວງຫາຄວາມຈິງ ແລະ ມັນອາດຖືກເອີ້ນໄດ້ວ່າ ເສັ້ນທາງທີ່ຄົນທຳມະດາຍ່າງ ຜູ້ເຊິ່ງໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດເລືອກ. ໃນປະສົບການຂອງມະນຸດທີ່ທໍາມະດາ, ຍ້ອນວ່າ ຄົນທີ່ສະແຫວງຫາບໍ່ຄືກັນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ຄືກັນ. ນອກຈາກນັ້ນ ຍ້ອນສະພາບແວດລ້ອມທີ່ຜູ້ຄົນຜະເຊີນ ແລະ ຂອບເຂດຂອງປະສົບການຂອງພວກເຂົາບໍ່ຄືກັນ ແລະ ຍ້ອນການເຈືອປົນທາງດ້ານຈິດໃຈ ແລະ ຄວາມຄິດຂອງພວກເຂົາ, ປະສົບການຂອງພວກເຂົາຈຶ່ງປະປົນຈົນເຖິງລະດັບທີ່ແຕກຕ່າງກັນ. ແຕ່ລະຄົນເຂົ້າໃຈຄວາມຈິງຕາມສະພາບການສ່ວນຕົວທີ່ແຕກຕ່າງກັນຂອງພວກເຂົາ. ຄວາມເຂົ້າໃຈຂອງພວກເຂົາໃນຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນບໍ່ຄົບຖ້ວນ ແລະ ເປັນພຽງໜຶ່ງ ຫຼື ສອງສາມລັກສະນະຂອງຄວາມຈິງ. ຂອບເຂດຄວາມຈິງທີ່ມະນຸດຜະເຊີນແມ່ນແຕກຕ່າງກັນໃນແຕ່ລະບຸກຄົນ ຕາມສະພາບການຂອງແຕ່ລະຄົນ. ດ້ວຍວິທີນີ້ ຄວາມຮູ້ແຫ່ງຄວາມຈິງອັນດຽວກັນ ເຊິ່ງຖືກສະແດງອອກໂດຍຄົນທີ່ແຕກຕ່າງກັນຈຶ່ງບໍ່ຄືກັນ. ນີ້ໝາຍຄວາມວ່າ ປະສົບການຂອງມະນຸດມີຂໍ້ຈຳກັດຢູ່ສະເໝີ ແລະ ບໍ່ສາມາດເປັນຕົວແທນໃຫ້ແກ່ຄວາມປະສົງຂອງພຣະວິນຍານບໍລິສຸດໄດ້ຢ່າງຄົບຖ້ວນ ຫຼື ພາລະກິດຂອງມະນຸດກໍບໍ່ສາມາດຮັບຮູ້ໄດ້ວ່າເປັນພາລະກິດຂອງພຣະເຈົ້າ, ເຖິງແມ່ນວ່າ ສິ່ງທີ່ມະນຸດສະແດງອອກສອດຄ່ອງຢ່າງໃກ້ຄຽງຫຼາຍກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ປະສົບການຂອງມະນຸດໃກ້ຄຽງຫຼາຍກັບພາລະກິດໃນການເຮັດໃຫ້ສົມບູນທີ່ພຣະວິນຍານບໍລິສຸດປະຕິບັດຢູ່. ມະນຸດພຽງແຕ່ສາມາດເປັນຄົນຮັບໃຊ້ຂອງພຣະເຈົ້າ, ປະຕິບັດພາລະກິດທີ່ພຣະເຈົ້າຝກາຝັງໃຫ້ແກ່ພວກເຂົາ. ມະນຸດພຽງແຕ່ສາມາດສະແດງຄວາມຮູ້ທີ່ຖືກສ່ອງແສງໂດຍພຣະວິນຍານບໍລິສຸດເທົ່ານັ້ນ ແລະ ຄວາມຈິງທີ່ໄດ້ຮັບຈາກປະສົບການສ່ວນຕົວຂອງເຂົາ. ມະນຸດບໍ່ມີຄຸນສົມບັດ ແລະ ບໍ່ບັນລຸເງື່ອນໄຂທີ່ຈະເປັນທາງອອກໃຫ້ກັບພຣະວິນຍານບໍລິສຸດ. ເຂົາບໍ່ມີສິດທີ່ຈະເວົ້າວ່າ ພາລະກິດຂອງເຂົາແມ່ນພາລະກິດຂອງພຣະເຈົ້າ. ມະນຸດມີຫຼັກການໃນການປະຕິບັດພາລະກິດຂອງມະນຸດ ແລະ ມະນຸດທຸກຄົນມີປະສົບການທີ່ແຕກຕ່າງກັນ ແລະ ມີສະພາບການທີ່ແຕກຕ່າງກັນອອກໄປ. ພາລະກິດຂອງມະນຸດປະກອບມີປະສົບການທຸກຢ່າງຂອງເຂົາພາຍໃຕ້ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ປະສົບການເຫຼົ່ານີ້ພຽງແຕ່ສາມາດເປັນຕົວແທນໃຫ້ແກ່ການເປັນຢູ່ຂອງມະນຸດ ແລະ ບໍ່ໄດ້ເປັນຕົວແທນໃຫ້ແກ່ການເປັນຢູ່ຂອງພຣະເຈົ້າ ຫຼື ຄວາມປະສົງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ເສັ້ນທາງທີ່ມະນຸດຍ່າງບໍ່ສາມາດເປັນເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ ຍ້ອນພາລະກິດຂອງມະນຸດບໍ່ສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ ແລະ ພາລະກິດຂອງມະນຸດ ແລະ ປະສົບການຂອງມະນຸດບໍ່ແມ່ນຄວາມປະສົງອັນຄົບຖ້ວນຂອງພຣະວິນຍານບໍລິສຸດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດຂອງມະນຸດມີຄວາມສ່ຽງທີ່ຈະຕົກຢູ່ໃນກົດລະບຽບ ແລະ ວິທີການຂອງພາລະກິດຂອງເຂົາກໍຈະຖືກຈຳກັດໃຫ້ຢູ່ໃນຂອບເຂດທີ່ຈຳກັດຢ່າງງ່າຍດາຍ ແລະ ບໍ່ສາມາດນໍາຜູ້ຄົນເຂົ້າສູ່ຫົນທາງແຫ່ງອິດສະຫຼະໄດ້. ຜູ້ຕິດຕາມສ່ວນໃຫຍ່ມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດ ແລະ ວິທີການມີປະສົບການຂອງພວກເຂົາກໍຈະຖືກຈຳກັດໃນຂອບເຂດນັ້ນເຊັ່ນກັນ. ປະສົບການຂອງມະນຸດຖືກຈຳກັດຢູ່ສະເໝີ; ວິທີການຂອງພາລະກິດຂອງພວກເຂົາກໍຖືກຈຳກັດຢູ່ໃນສອງສາມປະເພດເຊັ່ນກັນ ແລະ ບໍ່ສາມາດທຽບກັບພາລະກິດຂອງພຣະວິນຍານບໍລິສຸດໄດ້ ຫຼື ພາລະກິດຂອງພຣະເຈົ້າເອງ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ປະສົບການຂອງມະນຸດແມ່ນມີຂໍ້ຈຳກັດ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງດ້ວຍວິທີໃດກໍຕາມ, ມັນກໍບໍ່ໄດ້ຖືກຜູກມັດໂດຍກົດລະບຽບ; ບໍ່ວ່າ ພາລະກິດນັ້ນຈະສຳເລັດລົງດ້ວຍວິທີໃດກໍຕາມ, ບໍ່ໄດ້ຖືກຈຳກັດດ້ວຍວິທີທາງໃດໜຶ່ງ. ບໍ່ມີກົດລະບຽບໃດໆໃນພາລະກິດຂອງພຣະເຈົ້າ, ພາລະກິດທັງໝົດຂອງພຣະອົງແມ່ນຖືກປ່ອຍ ແລະ ເປັນອິດສະຫຼະ. ບໍ່ວ່າ ມະນຸດຈະໃຊ້ເວລາຫຼາຍພຽງໃດໃນການຕິດຕາມພຣະອົງ, ເຂົາບໍ່ສາມາດກັ່ນຕອງເອົາກົດເກນໃດໜຶ່ງທີ່ປົກຄອງວິທີການປະຕິບັດພາລະກິດຂອງພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງມີຫຼັກການ ມັນກໍຖືກປະຕິບັດໃນວິທີທາງໃໝ່ຢູ່ສະເໝີ ແລະ ມີການພັດທະນາໃໝ່ຢູ່ສະເໝີ ແລະ ມັນຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ໃນລະຫວ່າງຊ່ວງເວລາໜຶ່ງ ພຣະເຈົ້າອາດມີພາລະກິດຫຼາຍປະເພດທີ່ແຕກຕ່າງກັນ ແລະ ວິທີການນໍາພາຜູ້ຄົນທີ່ແຕກຕ່າງກັນ ເຊິ່ງເຮັດໃຫ້ຜູ້ຄົນມີທາງເຂົ້າ ແລະ ການປ່ຽນແປງໃໝ່ຢູ່ສະເໝີ. ເຈົ້າບໍ່ສາມາດແຍກແຍະພຣະບັນຍັດຂອງພາລະກິດຂອງພຣະເຈົ້າໄດ້ ຍ້ອນພຣະອົງປະຕິບັດພາລະກິດໃນວິທີໃໝ່ຢູ່ສະເໝີ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຕິດຕາມຂອງພຣະເຈົ້າຈະບໍ່ຖືກຜູກມັດໂດຍກົດລະບຽບ. ພາລະກິດຂອງພຣະເຈົ້າເອງຫຼີກລ່ຽງແນວຄິດຂອງຜູ້ຄົນ ແລະ ຕໍ່ຕ້ານພວກມັນຢູ່ສະເໝີ. ມີພຽງຄົນທີ່ຕິດຕາມ ແລະ ສະແຫວງຫາພຣະເຈົ້າດ້ວຍຫົວໃຈທີ່ແທ້ຈິງຈຶ່ງສາມາດປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ສາມາດມີຊີວິດຢ່າງອິດສະລະໂດຍບໍ່ຢູ່ພາຍໃຕ້ກົດລະບຽບໃດໜຶ່ງ ຫຼື ຖືກຄວບຄຸມໂດຍແນວຄິດທາງສາສະໜາໃດໜຶ່ງ. ພາລະກິດຂອງມະນຸດຮຽກຮ້ອງຈາກຜູ້ຄົນ ໂດຍອີງຕາມປະສົບການຂອງເຂົາເອງ ແລະ ສິ່ງທີ່ເຂົາເອງສາມາດບັນລຸໄດ້. ມາດຕະຖານຂອງເງື່ອນໄຂເຫຼົ່ານີ້ແມ່ນຖືກຈຳກັດຢູ່ພາຍໃນຂອບເຂດໃດໜຶ່ງ ແລະ ວິທີການປະຕິບັດກໍມີຂໍ້ຈຳກັດຫຼາຍເຊັ່ນດຽວກັນ. ສະນັ້ນ ຜູ້ຕິດຕາມຈຶ່ງມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດນີ້ຢ່າງບໍ່ມີສະຕິ; ເມື່ອເວລາຜ່ານໄປ ສິ່ງຕ່າງໆເຫຼົ່ານີ້ກໍກາຍມາເປັນກົດລະບຽບ ແລະ ພິທີກຳ. ຖ້າພາລະກິດຂອງໄລຍະໜຶ່ງຖືກນໍາພາໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຜ່ານການເຮັດໃຫ້ສົມບູນໂດຍພຣະເຈົ້າເປັນການສ່ວນຕົວ ແລະ ບໍ່ໄດ້ຮັບການພິພາກສາ, ຜູ້ຕິດຕາມທັງໝົດຂອງເຂົາຈະກາຍເປັນນັກສາສະໜາ ແລະ ຜູ້ຊ່ຽວຊານໃນການຕໍ່ຕ້ານພຣະເຈົ້າ. ດ້ວຍເຫດນັ້ນ ຖ້າຜູ້ໃດຜູ້ໜຶ່ງເປັນຜູ້ນໍາທີ່ມີຄຸນສົມບັດ, ຄົນນັ້ນຕ້ອງຜ່ານການພິພາກສາ ແລະ ຍອມຮັບການຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ໄດ້ຜ່ານການພິພາກສາ, ເຖິງແມ່ນວ່າພວກເຂົາອາດມີພາລະກິດຂອງພຣະວິນຍານບໍລິສຸດ, ກໍພຽງແຕ່ສະແດງສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງເທົ່ານັ້ນ. ໃນເວລານັ້ນ ພວກເຂົາຈະນໍາພາຜູ້ຄົນເຂົ້າສູ່ກົດລະບຽບທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ. ພາລະກິດທີ່ພຣະເຈົ້າປະຕິບັດບໍ່ສອດຄ່ອງກັບເນື້ອໜັງຂອງມະນຸດ. ມັນບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ ແຕ່ຕໍ່ຕ້ານແນວຄິດຂອງມະນຸດ; ມັນບໍ່ໄດ້ປະປົນກັບທາດແທ້ທີ່ບໍ່ແຈ່ມແຈ້ງຂອງສາສະໜາ. ຜົນຂອງພາລະກິດຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຖືກພຣະອົງເຮັດໃຫ້ສົມບູນ; ພວກມັນເປັນສິ່ງທີ່ຢູ່ນອກເໜືອການຢັ່ງຄິດຂອງມະນຸດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພວກເຈົ້າຕ້ອງຮູ້ຈັກຈຳແນກພາລະກິດຂອງພຣະເຈົ້າຈາກພາລະກິດຂອງມະນຸດ. ເຈົ້າສາມາດເຫັນຫຍັງໃນພາລະກິດຂອງມະນຸດ? ມີອົງປະກອບຫຼາຍຢ່າງກ່ຽວກັບປະສົບການຂອງມະນຸດໃນພາລະກິດຂອງເຂົາ; ສິ່ງທີ່ມະນຸດສະແດງອອກກໍຄືສິ່ງທີ່ເຂົາເປັນ. ພາລະກິດຂອງພຣະເຈົ້າເອງກໍສະແດງອອກເຖິງສິ່ງທີ່ພຣະອົງເປັນ ແຕ່ສິ່ງທີ່ພຣະອົງເປັນແມ່ນແຕກຕ່າງຈາກສິ່ງທີ່ມະນຸດເປັນ. ສິ່ງທີ່ມະນຸດເປັນແມ່ນຕົວແທນຂອງປະສົບການ ແລະ ຊີວິດຂອງມະນຸດ (ສິ່ງທີ່ມະນຸດຜະເຊີນ ຫຼື ພົບພໍ້ໃນຊີວິດຂອງເຂົາ ຫຼື ປັດຊະຍາສຳລັບການດຳລົງຊີວິດທີ່ເຂົາມີ) ແລະ ຄົນທີ່ມີຊີວິດໃນສະພາບແວດລ້ອມທີ່ແຕກຕ່າງກັນກໍສະແດງເຖິງການເປັນຢູ່ທີ່ແຕກຕ່າງກັນ. ບໍ່ວ່າເຈົ້າມີປະສົບການໃນສັງຄົມ ຫຼື ບໍ່ ແລະ ເຈົ້າມີຊີວິດຢ່າງແທ້ຈິງແນວໃດໃນຄອບຄົວຂອງເຈົ້າ ແລະ ມີປະສົບການໃນຄອບຄົວຂອງເຈົ້າແນວໃດ ແມ່ນສາມາດເຫັນໄດ້ຈາກສິ່ງທີ່ເຈົ້າສະແດງອອກ, ໃນຂະນະທີ່ເຈົ້າບໍ່ສາມາດເຫັນຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດວ່າ ພຣະອົງຈະມີປະສົບການໃນສັງຄົມ ຫຼື ບໍ່. ພຣະອົງຮັບຮູ້ເຖິງແກ່ນແທ້ຂອງມະນຸດເປັນຢ່າງດີ ແລະ ສາມາດເປີດເຜີຍການປະຕິບັດທຸກປະເພດທີ່ເປັນຂອງຄົນທຸກປະເພດ. ພຣະອົງຍິ່ງດີກວ່າໃນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ພຶດຕິກຳທີ່ເປັນກະບົດຂອງມະນຸດ. ພຣະອົງບໍ່ມີຊີວິດຢູ່ທ່າມກາງຄົນໃນໂລກ, ແຕ່ພຣະອົງຮັບຮູ້ເຖິງທຳມະຊາດຂອງມະນຸດ ແລະ ຄວາມເສື່ອມຊາມທັງໝົດຂອງຄົນໃນໂລກ. ນີ້ຄືສິ່ງທີ່ພຣະອົງເປັນ. ເຖິງແມ່ນວ່າ ພຣະອົງບໍ່ຈັດການກັບໂລກ, ພຣະອົງກໍຮູ້ຈັກກົດລະບຽບໃນການຈັດການກັບໂລກ ຍ້ອນພຣະອົງເຂົ້າໃຈເຖິງທຳມະຊາດຂອງມະນຸດຢ່າງສົມບູນ. ພຣະອົງຮູ້ຈັກກ່ຽວກັບພາລະກິດຂອງພຣະວິນຍານທີ່ຕາຂອງມະນຸດບໍ່ສາມາດເຫັນໄດ້ ແລະ ຫູຂອງມະນຸດບໍ່ສາມາດໄດ້ຍິນ ທັງໃນປັດຈຸບັນ ແລະ ໃນອະດີດ. ນີ້ລວມເຖິງສະຕິປັນຍາທີ່ບໍ່ແມ່ນປັດຊະຍາສຳລັບການດຳລົງຊີວິດ ແລະ ສິ່ງອັດສະຈັນທີ່ໃຫ້ຜູ້ຄົນຢັ່ງເຖິງໄດ້ຍາກ. ນີ້ຄືສິ່ງທີ່ພຣະອົງເປັນ ນັ້ນກໍຄື ເປີດເຜີຍກັບຜູ້ຄົນ ແລະ ຍັງລີ້ລັບຈາກຜູ້ຄົນ. ສິ່ງທີ່ພຣະອົງສະແດງອອກບໍ່ແມ່ນສິ່ງທີ່ຄົນພິເສດເປັນ, ແຕ່ແມ່ນຄຸນລັກສະນະໂດຍທຳມະຊາດ ແລະ ການເປັນຢູ່ຂອງພຣະວິນຍານ. ພຣະອົງບໍ່ໄດ້ເດີນທາງອ້ອມໂລກ ແຕ່ຮູ້ຈັກທຸກສິ່ກ່ຽວກັບໂລກ. ພຣະອົງພົບພໍ້ “ລີງໂທນ” ຜູ້ເຊິ່ງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈ, ແຕ່ພຣະອົງສະແດງພຣະທຳທີ່ຢູ່ເໜືອກວ່າຄວາມຮູ້ ແລະ ເໜືອກວ່າມະນຸດທີ່ຍິ່ງໃຫຍ່. ພຣະອົງມີຊີວິດຢູ່ທ່າມກາງກຸ່ມຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ສຶກ ຜູ້ເຊິ່ງບໍ່ມີຄວາມເປັນມະນຸດ ແລະ ຜູ້ເຊິ່ງບໍ່ເຂົ້າໃຈທຳນຽມ ແລະ ຊີວິດຂອງມະນຸດ, ແຕ່ພຣະອົງສາມາດຮຽກຮ້ອງໃຫ້ມະນຸດຊາດໃຊ້ຊີວິດຕາມຄວາມເປັນມະນຸດທຳມະດາໄດ້, ໃນຂະນະດຽວກັນກໍເປີດເຜີຍພື້ນຖານ ແລະ ຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງມະນຸດຊາດ. ທຸກສິ່ງນີ້ແມ່ນສິ່ງທີ່ພຣະອົງເປັນ ເຊິ່ງສູງກວ່າຄົນທີ່ມີເນື້ອໜັງ ແລະ ເລືອດເນື້ອ. ສຳລັບພຣະອົງ ມັນບໍ່ຈຳເປັນທີ່ຕ້ອງຜະເຊີນກັບຊີວິດສັງຄົມທີ່ຊັບຊ້ອນ, ຫຍຸ້ງຍາກ ແລະ ສົກກະປົກເພື່ອປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ແລະ ເປີດເຜີຍເຖິງແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມຢ່າງທົ່ວເຖິງ. ຊີວິດສັງຄົມທີ່ສົກກະປົກບໍ່ໄດ້ສັ່ງສອນເນື້ອໜັງຂອງພຣະອົງ. ພາລະກິດ ແລະ ພຣະທຳຂອງພຣະອົງພຽງແຕ່ເປີດເຜີຍການບໍ່ເຊື່ອຟັງຂອງມະນຸດ ແລະ ບໍ່ໄດ້ຈັດກຽມມະນຸດດ້ວຍປະສົບການ ແລະ ບົດຮຽນໃນການຈັດການກັບໂລກນີ້. ພຣະອົງບໍ່ຕ້ອງສືບສວນສັງຄົມ ຫຼື ຄອບຄົວຂອງມະນຸດ ເມື່ອພຣະອົງຈັດຕຽມມະນຸດດ້ວຍຊີວິດ. ການເປີດເຜີຍ ແລະ ການພິພາກສາມະນຸດບໍ່ແມ່ນການສະແດງອອກເຖິງປະສົບການຂອງເນື້ອໜັງຂອງພຣະອົງ; ມັນເປັນການເປີດເຜີຍເຖິງຄວາມບໍ່ຊອບທຳຂອງມະນຸດຫຼັງຈາກທີ່ຮູ້ຈັກຄວາມບໍ່ເຊື່ອຟັງຂອງມະນຸດເປັນເວລາດົນນານ ແລະ ກຽດຊັງຄວາມເສື່ອມຊາມຂອງມະນຸດຊາດ. ພາລະກິດທີ່ພຣະອົງປະຕິບັດທັງໝົດແມ່ນການເປີດເຜີຍອຸປະນິໄສໃຫ້ກັບມະນຸດ ແລະ ສະແດງເຖິງການເປັນຢູ່ຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ສາມາດປະຕິບັດພາລະກິດນີ້, ມັນບໍ່ແມ່ນສິ່ງທີ່ຄົນມີເນື້ອໜັງ ແລະ ເລືອດເນື້ອສາມາດເຮັດໃຫ້ສຳເລັດໄດ້. ຈາກພາລະກິດຂອງພຣະອົງ ມະນຸດບໍ່ສາມາດບອກໄດ້ວ່າ ພຣະອົງເປັນຄົນປະເພດໃດ. ມະນຸດຍັງບໍ່ສາມາດຈັດແບ່ງພຣະອົງໃຫ້ເປັນຄົນປະເພດທີ່ຖືກສ້າງບົນພື້ນຖານແຫ່ງພາລະກິດຂອງພຣະອົງ. ສິ່ງທີ່ພຣະອົງເປັນຍັງເຮັດໃຫ້ພຣະອົງບໍ່ສາມາດຖືກຈັດແບ່ງໃຫ້ເປັນຄົນປະເພດທີ່ຖືກສ້າງ. ມະນຸດພຽງແຕ່ສາມາດພິຈາລະນາໃຫ້ພຣະອົງເປັນສິ່ງທີ່ບໍ່ແມ່ນມະນຸດ, ແຕ່ບໍ່ຮູ້ຈັກຈັດແບ່ງພຣະອົງຢູ່ໃນປະເພດໃດ, ສະນັ້ນ ມະນຸດຈຶ່ງຖືກບັງຄັບໃຫ້ຈັດພຣະອົງຢູ່ໃນປະເພດຂອງພຣະເຈົ້າ. ມັນບໍ່ສົມເຫດສົມຜົນສຳລັບມະນຸດທີ່ຈະເຮັດແບບນີ້, ຍ້ອນພຣະເຈົ້າໄດ້ສຳເລັດພາລະກິດຫຼາຍຢ່າງທ່າມກາງຜູ້ຄົນ ເຊິ່ງມະນຸດບໍ່ສາມາດເຮັດໄດ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດທີ່ພຣະເຈົ້າປະຕິບັດບໍ່ໄດ້ເປັນຕົວແທນໃຫ້ແກ່ປະສົບການຂອງເນື້ອໜັງຂອງພຣະອົງ; ພາລະກິດທີ່ມະນຸດປະຕິບັດເປັນຕົວແທນໃຫ້ແກ່ປະສົບການຂອງມະນຸດ. ທຸກຄົນເວົ້າກ່ຽວກັບປະສົບການສ່ວນຕົວຂອງພວກເຂົາ. ພຣະເຈົ້າສາມາດສະແດງຄວາມຈິງໂດຍກົງ, ໃນຂະນະທີ່ມະນຸດພຽງແຕ່ສາມາດສະແດງປະສົບການທີ່ສອດຄ່ອງກັບການຜະເຊີນກັບຄວາມຈິງຂອງເຂົາ. ພາລະກິດຂອງພຣະເຈົ້າບໍ່ມີກົດລະບຽບ ແລະ ບໍ່ຢູ່ພາຍໃຕ້ເວລາ ຫຼື ຂໍ້ຈຳກັດທາງພູມສາດ. ພຣະອົງສາມາດສະແດງສິ່ງທີ່ພຣະອົງເປັນໃນເວລາໃດກໍໄດ້, ຢູ່ໃສກໍໄດ້. ພຣະອົງປະຕິບັດພາລະກິດດັ່ງທີ່ພຣະອົງພໍໃຈ. ພາລະກິດຂອງະນຸດມີເງື່ອນໄຂ ແລະ ບໍລິບົດ; ຫາກປາສະຈາກສິ່ງເຫຼົ່ານັ້ນ ເຂົາກໍບໍ່ສາມາດປະຕິບັດພາລະກິດ ແລະ ບໍ່ສາມາດສະແດງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າໄດ້ ຫຼື ປະສົບການຂອງເຂົາທີ່ກ່ຽວກັບຄວາມຈິງ. ເພື່ອທີ່ຈະບອກວ່າສິ່ງໃດສິ່ງໜຶ່ງແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງມະນຸດ, ເຈົ້າພຽງແຕ່ຕ້ອງປຽບທຽບຄວາມແຕກຕ່າງລະຫວ່າງພາລະກິດເຫຼົ່ານັ້ນ. ຖ້າບໍ່ມີພາລະກິດທີ່ເຮັດໃຫ້ສຳເລັດໂດຍພຣະເຈົ້າເອງ ແລະ ມີພຽງແຕ່ພາລະກິດຂອງມະນຸດ, ເຈົ້າຈະຮູ້ຈັກຢ່າງງ່າຍດາຍວ່າ ການສັ່ງສອນຂອງມະນຸດນັ້ນສູງສົ່ງ, ນອກເໜືອຄວາມສາມາດຂອງຄົນໃດຄົນໜຶ່ງ; ນໍ້າສຽງໃນການເວົ້າຂອງພວກເຂົາ, ຫຼັກການຂອງພວກເຂົາໃນການເວົ້າ ແລະ ວິທີການປະຕິບັດພາລະກິດທີ່ມີປະສົບການ ແລະ ໝັ້ນຄົງຂອງພວກເຂົາແມ່ນຢູ່ນອກເໜືອການຢັ່ງເຖິງຂອງຄົນອື່ນ. ພວກເຈົ້າທຸກຄົນຍົກຍ້ອງຄົນເຫຼົ່ານີ້ທີ່ມີຄວາມສາມາດດີ ແລະ ຄວາມຮູ້ອັນສົ່ງສົ່ງ, ແຕ່ເຈົ້າບໍ່ສາມາດເຫັນຈາກພາລະກິດ ແລະ ພຣະທຳຂອງພຣະເຈົ້າວ່າ ຄວາມເປັນມະນຸດຂອງພຣະອົງສູງສົ່ງພຽງໃດ. ກົງກັນຂ້າມ ພຣະອົງທຳມະດາ ແລະ ເມື່ອປະຕິບັດພາລະກິດ ພຣະອົງກໍທຳມະດາ ແລະ ເປັນຈິງ ແຕ່ບໍ່ສາມາດວັດແທກໄດ້ໂດຍມະນຸດ, ເຊິ່ງດ້ວຍເຫດນັ້ນຈຶ່ງເຮັດໃຫ້ຄົນຮູ້ສຶກເຄົາລົບນັບຖືພຣະອົງ. ບາງເທື່ອ ປະສົບການຂອງບຸກຄົນໃດໜຶ່ງໃນພາລະກິດຂອງເຂົາກໍກ້າວໜ້າຢ່າງຍິ່ງ ຫຼື ຈິນຕະນາການ ແລະ ການໃຫ້ເຫດຜົນຂອງເຂົາກໍກ້າວໜ້າຢ່າງຍິ່ງ, ແລະ ຄວາມເປັນມະນຸດຂອງເຂົາກໍດີເປັນພິເສດ; ລັກສະນະດັ່ງກ່າວພຽງແຕ່ສາມາດໄດ້ຮັບການເຄົາລົບຂອງຜູ້ຄົນ ແຕ່ບໍ່ສາມາດປຸກຄວາມເຄົາລົບຢຳເກງ ແລະ ຄວາມຢ້ານກົວຂອງພວກເຂົາໄດ້. ທຸກຄົນເຄົາລົບຄົນທີ່ສາມາດປະຕິບັດພາລະກິດໄດ້ເປັນຢ່າງດີ, ຄົນທີ່ມີປະສົບການຢ່າງເລິກເຊິ່ງເປັນພິເສດ ແລະ ຄົນທີ່ສາມາດປະຕິບັດຄວາມຈິງ ແຕ່ຜູ້ຄົນດັ່ງກ່າວບໍ່ສາມາດດຶງດູດຄວາມເຄົາລົບຢຳເກງໄດ້ຈັກເທື່ອ, ມີພຽງຄວາມເຄົາລົບ ແລະ ຄວາມອິດສາ. ແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າບໍ່ເຄົາລົບພຣະເຈົ້າ, ກົງກັນຂ້າມ ພວກເຂົາຮູ້ສຶກວ່າ ພາລະກິດຂອງພຣະອົງຢູ່ນອກເໜືອການຢັ່ງເຖິງຂອງມະນຸດ ແລະ ບໍ່ສາມາດຢັ່ງເຖິງໄດ້ໂດຍມະນຸດຄົນໃດ, ມັນເປັນພາລະກິດທີ່ສົດໃໝ່ ແລະ ອັດສະຈັນ. ເມື່ອຜູ້ຄົນຜະເຊີນກັບພາລະກິດຂອງພຣະເຈົ້າ, ຄວາມຮູ້ທຳອິດທີ່ພວກເຂົາມີກ່ຽວກັບພຣະອົງແມ່ນພຣະອົງບໍ່ສາມາດຢັ່ງເຖິງໄດ້, ມີສະຕິປັນຍາ ແລະ ອັດສະຈັນ ແລະ ພວກເຂົາກໍເຄົາລົບພຣະອົງຢ່າງບໍ່ມີສະຕິ ແລະ ຮູ້ສຶກເຖິງຄວາມເລິກລັບຂອງພາລະກິດທີ່ພຣະອົງປະຕິບັດ, ເຊິ່ງຢູ່ນອກເໜືອການຢັ່ງເຖິງຂອງຈິດໃຈຂອງມະນຸດ. ຜູ້ຄົນພຽງແຕ່ຢາກສາມາດບັນລຸຕາມເງື່ອນໄຂຂອງພຣະອົງ, ເພື່ອເຮັດໃຫ້ເປັນທີ່ພໍໃຈຕາມຄວາມປາຖະໜາຂອງພຣະອົງ; ພວກເຂົາບໍ່ປາຖະໜາທີ່ຈະເປັນໃຫຍ່ກວ່າພຣະອົງ, ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນຢູ່ເໜືອຄວາມຄິດ ແລະ ຈິນຕະນາການຂອງມະນຸດຢູ່ແລ້ວ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ແມ່ນແຕ່ມະນຸດເອງຍັງບໍ່ຮູ້ຈັກເຖິງຄວາມຂາດຕົກບົກຜ່ອງຂອງເຂົາເອງເລີຍ, ແຕ່ພຣະເຈົ້າໄດ້ເປີດເສັ້ນທາງໃໝ່ ແລະ ມາເພື່ອນໍາມະນຸດເຂົ້າສູ່ໂລກທີ່ໃໝ່ ແລະ ສວຍງາມກວ່າເກົ່າ ແລະ ເພື່ອມະນຸດຊາດຈະມີຄວາມກ້າວໜ້າ ແລະ ມີການເລີ່ມຕົ້ນໃໝ່. ສິ່ງທີ່ມະນຸດຮູ້ສຶກກ່ຽວກັບພຣະອົງບໍ່ແມ່ນການເຄົາລົບ ຫຼື ກົງກັນຂ້າມ ບໍ່ແມ່ນພຽງການເຄົາລົບ. ປະສົບການທີ່ເລິກເຊິ່ງທີ່ສຸດຂອງພວກເຂົາແມ່ນຄວາມເຄົາລົບຢຳເກງ ແລະ ຄວາມຮັກ; ຄວາມຮູ້ສຶກຂອງພວກເຂົາກໍຄືພຣະເຈົ້ານັ້ນອັດສະຈັນຢ່າງແທ້ຈິງ. ພຣະອົງປະຕິບັດພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້, ກ່າວໃນສິ່ງທີ່ມະນຸດບໍ່ສາມາດກ່າວໄດ້. ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຜະເຊີນກັບຄວາມຮູ້ສຶກທີ່ບໍ່ສາມາດອະທິບາຍໄດ້ຢູ່ຕະຫຼອດເວລາ. ຄົນທີ່ມີປະສົບການຢ່າງເລິກເຊິ່ງກໍສາມາດເຂົ້າໃຈຄວາມຮັກຂອງພຣະເຈົ້າ; ພວກເຂົາສາມາດຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະອົງ, ຮູ້ສຶກວ່າພາລະກິດຂອງພຣະອົງມີສະຕິປັນຍາຫຼາຍ, ອັດສະຈັນຫຼາຍ ແລະ ດ້ວຍວິທີນີ້ຈຶ່ງກໍ່ໃຫ້ເກີດລິດອຳນາດທີ່ບໍ່ມີສິ້ນສຸດທ່າມກາງພວກເຂົາ. ມັນບໍ່ແມ່ນຄວາມຢ້ານກົວ ຫຼື ຄວາມຮັກບາງຄັ້ງບາງຄາວ ແລະ ຄວາມນັບຖື, ແຕ່ເປັນຄວາມຮູ້ສຶກເລິກເຊິ່ງເຖິງຄວາມເຫັນອົກເຫັນໃຈຂອງພຣະເຈົ້າທີ່ມີສຳລັບມະນຸດ ແລະ ຄວາມອົດທົນຕໍ່ເຂົາ. ເຖິງຢ່າງໃດກໍຕາມ ຄົນທີ່ໄດ້ຜະເຊີນກັບການຂ້ຽນຕີ ແລະ ການພິພາກສາຂອງພຣະອົງກໍຮູ້ສຶກເຖິງສະຫງ່າງາມຂອງພຣະອົງ ແລະ ພຣະອົງບໍ່ສາມາດທົນຕໍ່ການເຮັດຜິດໄດ້. ແມ່ນແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຫຼາຍຢ່າງກໍຍັງບໍ່ສາມາດຢັ່ງເຖິງພຣະອົງໄດ້; ທຸກຄົນທີ່ເຄົາລົບພຣະອົງຢ່າງແທ້ຈິງກໍຮູ້ຈັກວ່າ ພາລະກິດຂອງພຣະອົງບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແຕ່ຂັດກັບແນວຄິດຂອງພວກເຂົາຕະຫຼອດເວລາ. ພຣະອົງບໍ່ຕ້ອງການຄົນໃຫ້ເຄົາລົບເຂົາໂດຍສິ້ນເຊີງ ຫຼື ສະແດງໃຫ້ເຫັນເຖິງການປາກົດຕົວຂອງການຍອມຢູ່ພາຍໃຕ້ພຣະອົງ; ກົງກັນຂ້າມ ພວກເຂົາຄວນບັນລຸຄວາມເຄົາລົບຢ່າງແທ້ຈິງ ແລະ ການຍອມຢ່າງແທ້ຈິງ. ໃນພາລະກິດທີ່ຫຼວງຫຼາຍຂອງພຣະອົງ ຄົນໃດທີ່ມີປະສົບການທີ່ແທ້ຈິງຮູ້ສຶກເຄົາລົບສຳລັບພຣະອົງ, ເຊິ່ງຢູ່ສູງກວ່າການຍົກຍ້ອງ. ຄົນທີ່ໄດ້ເຫັນອຸປະນິໄສຂອງພຣະອົງຍ້ອນພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາ ແລະ ດ້ວຍເຫດນັ້ນ ພວກເຂົາກໍເຄົາລົບພຣະອົງໃນຫົວໃຈຂອງພວກເຂົາ. ພຣະເຈົ້າສົມຄວນແກ່ການເຄົາລົບ ແລະ ເຊື່ອຟັງ, ຍ້ອນການເປັນຢູ່ຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງບໍ່ຄືກັບສິ່ງທີ່ຖືກສ້າງ ແລະ ຢູ່ເໜືອສິ່ງທີ່ຖືກສ້າງ. ພຣະເຈົ້າເປັນຢູ່ເອງ ແລະ ຢູ່ຊົ່ວນິດນິລັນດອນ, ພຣະອົງບໍ່ແມ່ນສິ່ງທີ່ຖືກສ້າງ ແລະ ມີແຕ່ພຣະອົງທີ່ສົມຄວນແກ່ການເຄົາລົບ ແລະ ຄວາມເຊື່ອຟັງ; ມະນຸດບໍ່ມີຄຸນສົມບັດສຳລັບສິ່ງນີ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 3. ຄວາມຈິງທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍແມ່ນຫົນທາງແຫ່ງຊີວິດອັນຕະລອດໄປເປັນນິດ

ຕໍ່ໄປ: 2. ຄວາມແຕກຕ່າງລະຫວ່າງພາລະກິດຂອງຄົນທີ່ຖືກພຣະເຈົ້າໃຊ້ ແລະ ພາລະກິດຂອງຜູ້ນໍາສາສະໜາ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້