III ພຣະທຳກ່ຽວກັບການເປັນພະຍານໃຫ້ແກ່ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ

165. ຄຳສັນລະເສີນໄດ້ມາເຖິງຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ຄົນຫຼວງຫຼາຍສັນລະເສີນ ແລະ ກຳລັງແຜ່ຂະຫຍາຍອອກ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຈົ້າແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມ ທີ່ຂຶ້ນຢູ່ພາຍໃນຈັກກະວານທັງໝົດ, ເໜືອພູຊີໂອນທີ່ສະຫງ່າຜ່າເຜີຍ ແລະ ສະຫງ່າງາມ...

ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກຂ້ານ້ອຍເອີ້ນຫາພຣະອົງດ້ວຍຄວາມຕື່ນເຕັ້ນຕັນໃຈ; ພວກຂ້ານ້ອຍເຕັ້ນລຳ ແລະ ຮ້ອງເພງ. ພຣະອົງເປັນພຣະຜູ້ໄຖ່ຂອງພວກຂ້ານ້ອຍແທ້ໆ, ເປັນກະສັດອົງຍິ່ງໃຫຍ່ແຫ່ງຈັກກະວານ! ພຣະອົງໄດ້ສ້າງກຸ່ມຜູ້ຊະນະ ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ. ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ! ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ. ສະຫງ່າລາສີ, ຄຳສັນລະເສີນ ແລະ ສິດອຳນາດທັງໝົດຈົ່ງມີແກ່ບັນລັງ! ນໍ້າພຸແຫ່ງຊີວິດຈະຫຼັ່ງໄຫຼອອກຈາກບັນລັງ, ຫົດນໍ້າ ແລະ ລໍ່ລ້ຽງຜູ້ຄົນຈຳນວນຫຼວງຫຼາຍຂອງພຣະເຈົ້າ. ຊີວິດປ່ຽນແປງໃນແຕ່ລະມື້; ແສງສະຫວ່າງ ແລະ ການເປີດເຜີຍໃໝ່ຕິດຕາມພວກເຮົາ, ໃຫ້ຄວາມເຂົ້າໃຈໃໝ່ກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ. ໃນທ່າມກາງປະສົບການ, ພວກເຮົາໄດ້ມາເຖິງຄວາມໝັ້ນໃຈຢ່າງສົມບູນກ່ຽວກັບພຣະເຈົ້າ. ພຣະທຳຂອງພຣະອົງຖືກເຮັດໃຫ້ປະຈັກແຈ້ງຕະຫຼອດເວລາ, ເຮັດໃຫ້ປະຈັກແຈ້ງພາຍໃນຄົນທີ່ຖືກຕ້ອງ. ພວກເຮົາໄດ້ຮັບພອນຫຼາຍແທ້ໆ! ພົບກັບພຣະເຈົ້າເຊິ່ງໜ້າໃນແຕ່ລະມື້, ສື່ສານກັບພຣະເຈົ້າກ່ຽວກັບທຸກສິ່ງ ແລະ ມອບອຳນາດອະທິປະໄຕເໜືອທຸກສິ່ງໃຫ້ແກ່ພຣະເຈົ້າ. ພວກເຮົາໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ, ຫົວໃຈຂອງພວກເຮົາມີຄວາມສະຫງົບໃນພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຮົາຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າ, ບ່ອນທີ່ພວກເຮົາໄດ້ຮັບແສງສະຫວ່າງຂອງພຣະອົງ. ທຸກໆມື້, ໃນຊີວິດ, ການກະທຳ, ພຣະທຳ, ຄວາມຄິດ ແລະ ແນວຄິດຂອງພວກເຮົາ, ພວກເຮົາດຳລົງຊີວິດຢູ່ພາຍໃນພຣະທຳຂອງພຣະເຈົ້າ, ສາມາດແຍກແຍະໄດ້ຕະຫຼອດເວລາ. ພຣະທຳຂອງພຣະເຈົ້ານໍາພາເສັ້ນຝ້າຍຜ່ານຮູເຂັມ; ໂດຍບໍ່ຄາດຄິດ ສິ່ງຕ່າງໆທີ່ລີ້ລັບຢູ່ໃນພວກເຮົາກໍເກີດມີແສງສະຫວ່າງຕາມໆກັນມາ. ການສົນທະນາກັບພຣະເຈົ້າບໍ່ໃຫ້ມີການຊັກຊ້າ; ຄວາມຄິດ ແລະ ແນວຄິດຂອງພວກເຮົາຖືກເປີດເຜີຍອອກໂດຍພຣະເຈົ້າ. ໃນທຸກຊ່ວງເວລາ ພວກເຮົາແມ່ນດຳລົງຊີວິດຢູ່ຕໍ່ໜ້າບັນລັງຂອງພຣະຄຣິດ ບ່ອນທີ່ພວກເຮົາໄດ້ຜະເຊີນກັບການພິພາກສາ. ທຸກພາກສ່ວນໃນຮ່າງກາຍຂອງພວກເຮົາຍັງຄົງຖືກຍຶດຄອງໂດຍຊາຕານ. ມື້ນີ້, ເພື່ອທີ່ຈະຟື້ນຟູອຳນາດອະທິປະໄຕຂອງພຣະເຈົ້າ, ພຣະວິຫານຂອງພຣະອົງຕ້ອງຖືກຊໍາລະລ້າງ. ເພື່ອທີ່ຈະຖືກຄອບຄອງໂດຍພຣະເຈົ້າຢ່າງສົມບູນ, ພວກເຮົາຕ້ອງຮ່ວມໃນການດີ້ນລົນຢ່າງເອົາເປັນເອົາຕາຍ. ມີແຕ່ເມື່ອຕົວຕົນດັ່ງເດີມຂອງພວກເຮົາຖືກຄຶງໃສ່ໄມ້ກາງແຂນເທົ່ານັ້ນ, ຊີວິດທີ່ຟື້ນຄືນມາຂອງພຣະຄຣິດຈຶ່ງຈະສາມາດປົກຄອງໄດ້ຢ່າງສູງສຸດ.

ບັດນີ້ ພຣະວິນຍານບໍລິສຸດໄດ້ລະດົມການໂຈມຕີໄປທຸກມຸມຂອງພວກເຮົາເພື່ອຕໍ່ສູ້ເພື່ອການຟື້ນຟູຂອງພວກເຮົາ. ຕາບໃດທີ່ພວກເຮົາພ້ອມທີ່ຈະປະຕິເສດຕົນເອງ ແລະ ເຕັມໃຈທີ່ຈະຮ່ວມມືກັບພຣະເຈົ້າ, ພຣະເຈົ້າຈະສ່ອງແສງສະຫວ່າງ ແລະ ຊໍາລະລ້າງພວກເຮົາໃຫ້ບໍລິສຸດຈາກພາຍໃນຢູ່ຕະຫຼອດເວລາຢ່າງແນ່ນອນ ແລະ ຮຽກສິ່ງທີ່ຊາຕານໄດ້ຍຶດຄອງນັ້ນຄືນມາໃໝ່, ເພື່ອວ່າພຣະເຈົ້າຈະເຮັດໃຫ້ພວກເຮົາບໍລິບູນໄດ້ໄວເທົ່າທີ່ຈະເປັນໄປໄດ້. ຢ່າເສຍເວລາ, ໃຫ້ດຳລົງຊີວິດໃນທຸກຊ່ວງເວລາພາຍໃນພຣະທຳຂອງພຣະເຈົ້າ. ໃຫ້ກໍ່ຕົວຂຶ້ນກັບໄພ່ພົນ, ຖືກນໍາເຂົ້າສູ່ອານາຈັກ ແລະ ເຂົ້າສູ່ສະຫງ່າລາສີຮ່ວມກັບພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 1

166. ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ກໍ່ຕົວຂຶ້ນ ເຊິ່ງກໍເນື່ອງຈາກຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າທັງສິ້ນ. ຫົວໃຈທີ່ຮັກພຣະເຈົ້າໄດ້ເກີດຂຶ້ນໃນຫົວໃຈຂອງໄພ່ພົນຈຳນວນຫຼວງຫຼາຍ ແລະ ພວກເຂົາບໍ່ລັງເລໃຈໃນການເດີນທາງຝ່າຍວິນຍານຂອງພວກເຂົາ. ພວກເຂົາຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາທີ່ວ່າ ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນເນື້ອໜັງ, ພຣະອົງເປັນເຈົ້ານາຍແຫ່ງຈັກກະວານ, ເປັນຜູ້ບັນຊາການສິ່ງທັງປວງ: ພຣະວິນຍານບໍລິສຸດໄດ້ຢືນຢັນເຖິງສິ່ງນີ້, ມັນບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນດຽວກັບພູເຂົາ! ແລ້ວມັນຈະບໍ່ປ່ຽນແປງຈັກເທື່ອ!

ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມື້ນີ້ ແມ່ນພຣະອົງທີ່ໄດ້ເປີດຕາຝ່າຍວິນຍານຂອງພວກຂ້ານ້ອຍ, ປ່ອຍໃຫ້ຄົນຕາບອດໄດ້ເຫັນຮຸ່ງ, ໃຫ້ຄົນເປ້ຍຍ່າງໄດ້ ແລະ ຄົນຂີ້ທູດໄດ້ຮັບການຮັກສາ. ແມ່ນພຣະອົງທີ່ໄດ້ເປີດປ່ອງຢ້ຽມສູ່ສະຫວັນ, ເຮັດໃຫ້ພວກຂ້ານ້ອຍໄດ້ຮັບຮູ້ເຖິງຄວາມເລິກລັບແຫ່ງອານາຈັກຝ່າຍວິນຍານ. ເມື່ອຖືກຊຶມເຂົ້າໂດຍພຣະທຳອັນສັກສິດຂອງພຣະອົງ ແລະ ຖືກຊ່ວຍໃຫ້ລອດພົ້ນຈາກຄວາມເປັນມະນຸດຂອງພວກຂ້ານ້ອຍ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງດັ່ງກ່າວແມ່ນພາລະກິດອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ ແລະ ຄວາມເມດຕາອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ. ພວກຂ້ານ້ອຍເປັນພະຍານຂອງພຣະອົງ!

ພຣະອົງໄດ້ລີ້ລັບຢ່າງຖ່ອມຕົນ ແລະ ງຽບໆຕັ້ງແຕ່ດົນແລ້ວ. ພຣະອົງໄດ້ຜ່ານການຟື້ນຄືນມາຈາກຄວາມຕາຍ, ການທົນທຸກຈາກການຖືກຄຶງທີ່ໄມ້ກາງແຂນ, ຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງຊີວິດມະນຸດ ແລະ ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນ; ພຣະອົງໄດ້ປະສົບ ແລະ ຊີມລົດຊາດຄວາມເຈັບປວດຂອງໂລກມະນຸດ ແລະ ພຣະອົງຖືກປະຖິ້ມໂດຍຍຸກດັ່ງກ່າວ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືພຣະເຈົ້າເອງ. ເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າ, ພຣະອົງໄດ້ຊ່ວຍພວກຂ້ານ້ອຍຈາກກອງຂີ້ເຫຍື້ອ, ຖືພວກຂ້ານ້ອຍດ້ວຍມືຂວາຂອງພຣະອົງ ແລະ ມອບພຣະຄຸນຂອງພຣະອົງໃຫ້ແກ່ພວກຂ້ານ້ອຍລ້າໆ. ພຣະອົງໄດ້ນໍາຊີວິດຂອງພຣະອົງເຂົ້າມາໃນພວກຂ້ານ້ອຍ ໂດຍບໍ່ຫຼີກຫຼ່ຽງຄວາມເຈັບປວດ; ເລືອດຫົວໃຈຂອງພຣະອົງ ແລະ ລາຄາທີ່ພຣະອົງໄດ້ຈ່າຍແມ່ນຖືກຕີຜະລຶກໄວ້ໃນໄພ່ພົນ. ພວກຂ້ານ້ອຍເປັນຜົນຜະລິດຂອງ[ກ] ເລືອດຫົວໃຈຂອງພຣະອົງ; ພວກຂ້ານ້ອຍຄືລາຄາທີ່ພຣະອົງໄດ້ຊໍາລະ.

ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ແມ່ນຍ້ອນຄວາມຮັກ ແລະ ຄວາມເມດຕາຂອງພຣະອົງ, ຄວາມຊອບທຳ ແລະ ຄວາມສະຫງ່າຜ່າເຜີຍຂອງພຣະອົງ, ຄວາມບໍລິສຸດ ແລະ ຄວາມຖ່ອມຕົນຂອງພຣະອົງ, ທຸກຄົນຈຶ່ງກົ້ມລົງຕໍ່ໜ້າພຣະອົງ ແລະ ນະມັດສະການພຣະອົງຕະຫຼອດໄປເປັນນິດ.

ໃນມື້ນີ້ ພຣະອົງໄດ້ເຮັດໃຫ້ທຸກຄຣິສຕະຈັກສົມບູນແບບ, ຄຣິສຕະຈັກແຫ່ງຟິລາເດັນເຟຍ ແລະ ໄດ້ມີການບັນລຸແຜນການຄຸ້ມຄອງ 6.000 ປີຂອງພຣະອົງ. ໄພ່ພົນສາມາດຍອມຕໍ່ພຣະອົງຢ່າງຖ່ອມຕົນ, ເຊື່ອມໂຍງດ້ວຍວິນຍານ ແລະ ຕິດຕາມດ້ວຍຄວາມຮັກ, ຮ່ວມເຂົ້າໃນແຫຼ່ງກຳເນີດຂອງນໍ້າພຸ. ນໍ້າແຫ່ງຊີວິດໄດ້ຫລັ່ງໄຫຼຢ່າງບໍ່ຢຸດເຊົາ, ຊໍາລະລ້າງ ແລະ ກຳຈັດຂີ້ຕົມ ແລະ ນໍ້າສົກກະປົກທັງໝົດໃນຄຣິສຕະຈັກ, ຊໍາລະລ້າງພຣະວິຫານຂອງພຣະອົງໃຫ້ບໍລິສຸດອີກຄັ້ງ. ພວກຂ້ານ້ອຍໄດ້ມາຮູ້ຈັກພຣະເຈົ້າທີ່ແທ້ຈິງແທ້ໆ, ຍ່າງຢູ່ໃນພຣະທຳຂອງພຣະອົງ, ຮັບຮູ້ພາລະ ແລະ ໜ້າທີ່ຂອງພວກຂ້ານ້ອຍເອງ ແລະ ໄດ້ເຮັດທຸກສິ່ງທີ່ພວກຂ້ານ້ອຍສາມາດເຮັດໄດ້ເພື່ອເສຍສະຫຼະຕົນເອງເພື່ອເຫັນແກ່ຄຣິສຕະຈັກ. ເມື່ອຢູ່ຢ່າງງຽບໆຕໍ່ໜ້າພຣະອົງ, ພວກຂ້ານ້ອຍຕ້ອງເອົາໃຈໃສ່ກັບພາລະກິດຂອງພຣະວິນຍານບໍລິສຸດ, ບໍ່ໃຫ້ຄວາມປະສົງຂອງພຣະອົງຖືກຂັດຂວາງໃນພວກຂ້ານ້ອຍ. ໃນບັນດາໄພ່ພົນ ມີຄວາມຮັກກັນ ແລະ ກັນ ແລະ ຈຸດແຂງຂອງບາງຄົນຈະທົດແທນຄວາມລົ້ມເຫຼວຂອງຄົນອື່ນ. ພວກເຂົາສາມາດຍ່າງໃນວິນຍານຕະຫຼອດເວລາ, ຖືກສ່ອງແສງ ແລະ ເຍືອງທາງໂດຍພຣະວິນຍານບໍລິສຸດ. ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດທັນທີຫຼັງຈາກທີ່ເຂົ້າໃຈມັນ. ພວກເຂົາຕາມທັນແສງສະຫວ່າງໃໝ່ ແລະ ຕິດຕາມບາດກ້າວຂອງພຣະເຈົ້າ.

ຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ; ການປ່ອຍໃຫ້ພຣະອົງຄວບຄຸມກໍຄືການຍ່າງກັບພຣະອົງ. ຄວາມຄິດ, ແນວຄິດ, ຄວາມຄິດເຫັນ ແລະ ຄວາມຫຍຸ້ງຍາກທາງໂລກທັງໝົດຂອງພວກຂ້ານ້ອຍໄດ້ຫາຍໄປໃນອາກາດອັນວ່າງເປົ່າຄືກັບຄວັນ. ພວກຂ້ານ້ອຍປ່ອຍໃຫ້ພຣະເຈົ້າປົກຄອງສູງສຸດໃນວິນຍານຂອງພວກຂ້ານ້ອຍ, ຍ່າງກັບພຣະອົງ ແລະ ຮັບເອົາຄວາມເປັນເລີດ, ເອົາຊະນະໂລກ ແລະ ວິນຍານຂອງພວກຂ້ານ້ອຍຈະບິນຢ່າງເປັນອິດສະຫຼະ ແລະ ຮັບເອົາການປົດປ່ອຍ: ນີ້ຄືຜົນຕາມມາ ເມື່ອພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກາຍມາເປັນກະສັດ. ພວກຂ້ານ້ອຍຈະບໍ່ເຕັ້ນລຳ ແລະ ຮ້ອງເພງສັນລະເສີນ, ມອບຖວາຍຄຳສັນລະເສີນຂອງພວກຂ້ານ້ອຍ, ມອບຖວາຍເພງນະມັດສະການໃໝ່ໄດ້ແນວໃດ?

ແທ້ຈິງແລ້ວມີຫຼາຍວິທີທີ່ຈະສັນລະເສີນພຣະເຈົ້າ: ການຮ້ອງອອກເຖິງນາມຂອງພຣະອົງ, ການຫຍັບເຂົ້າໃກ້ພຣະອົງ, ການຄິດເຖິງພຣະອົງ, ການອະທິຖານ-ອ່ານ, ການເຂົ້າຮ່ວມໃນການສົນທະນາ, ການຕຶກຕ່ອງ ແລະ ການໄຕ່ຕອງ, ຄຳອະທິຖານ ແລະ ເພງສັນລະເສີນ. ໃນຄຳສັນລະເສີນປະເພດເຫຼົ່ານີ້ແມ່ນມີຄວາມມ່ວນຊື່ນ ແລະ ເຈິມ; ມີລິດອຳນາດໃນຄຳສັນລະເສີນ ແລະ ມີພາລະອີກດ້ວຍ. ມີຄວາມເຊື່ອໃນຄຳສັນລະເສີນ ແລະ ມີຄວາມເຂົ້າໃຈໃໝ່.

ຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ, ປະສານງານໃນການຮັບໃຊ້ ແລະ ກາຍມາເປັນອັນໜຶ່ງດຽວກັນ, ຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຟ້າວກາຍມາເປັນຮ່າງກາຍອັນບໍລິສຸດຝ່າຍວິນຍານ, ຢຽບຢ່ຳຊາຕານ ແລະ ນໍາຈຸດຈົບມາສູ່ໂຊກຊະຕາຂອງຊາຕານ. ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ຖືກຮັບຂຶ້ນເມືອສູ່ການສະຖິດຂອງພຣະເຈົ້າ ແລະ ຖືກເຮັດໃຫ້ເປັນທີ່ປະຈັກແຈ້ງໃນສະຫງ່າລາສີຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 2

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ຜົນຜະລິດຂອງ”.


167. ກະສັດທີ່ມີໄຊຊະນະນັ່ງຢູ່ເທິງບັນລັງອັນສະຫງ່າລາສີຂອງພຣະອົງ. ພຣະອົງໄດ້ສຳເລັດການໄຖ່ບາບ ແລະ ນໍາພາປະຊາຊົນທຸກຄົນຂອງພຣະອົງໃຫ້ປາກົດໃນສະຫງ່າລາສີ. ພຣະອົງຈັບທຸກສິ່ງໄວ້ໃນມືຂອງພຣະອົງ ແລະ ດ້ວຍສະຕິປັນຍາ ແລະ ລິດທານຸພາບອັນສັກສິດຂອງພຣະອົງ, ພຣະອົງໄດ້ສ້າງ ແລະ ເຮັດໃຫ້ຊີໂອນໝັ້ນຄົງ. ດ້ວຍຄວາມສະຫງ່າຜ່າເຜີຍຂອງພຣະອົງ, ພຣະອົງພິພາກສາໂລກທີ່ຜິດບາບ; ພຣະອົງໄດ້ພິພາກສາຊົນຊາດ ແລະ ຜູ້ຄົນຈຳນວນນັບບໍ່ຖ້ວນ, ແຜ່ນດິນໂລກ ແລະ ທະເລ ແລະ ທຸກສິ່ງທີ່ມີຊີວິດໃນນັ້ນ, ພ້ອມທັງຜູ້ຄົນທີ່ເມົາເຫຼົ້າແວງແຫ່ງຄວາມສໍາສ່ອນ. ພຣະເຈົ້າຈະພິພາກສາສິ່ງເຫຼົ່ານັ້ນຢ່າງແນ່ນອນ ແລະ ພຣະອົງຈະພິໂລດກັບພວກເຂົາຢ່າງແນ່ນອນ ແລະ ດ້ວຍເຫດນີ້ ຄວາມສະຫງ່າຜ່າເຜີຍຂອງພຣະເຈົ້າກໍຈະຖືກເປີດເຜີຍ ເຊິ່ງການພິພາກສາຂອງພຣະອົງເກີດຂຶ້ນໃນທັນທີ ແລະ ດໍາເນີນການໂດຍບໍ່ຊັກຊ້າ. ໄຟແຫ່ງຄວາມໂກດຮ້າຍຂອງພຣະອົງຈະເຜົາໄໝ້ຄວາມຜິດບາບທີ່ຮ້າຍແຮງຂອງພວກເຂົາຢ່າງແນ່ນອນ ແລະ ຄວາມຫາຍະນະຈະເກີດຂຶ້ນກັບພວກເຂົາໄດ້ທຸກເມື່ອ; ພວກເຂົາຈະບໍ່ມີຫົນທາງຫຼົບໜີ ແລະ ບໍ່ມີບ່ອນໃຫ້ລີ້, ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ ແລະ ພວກເຂົາຈະນໍາຄວາມພິນາດມາສູ່ຕົນເອງ.

ບັນດາບຸດຊາຍທີ່ມີໄຊຊະນະ, ຜູ້ເປັນທີ່ຮັກຂອງພຣະເຈົ້າຈະຢູ່ໃນຊີໂອນຢ່າງແນ່ນອນ, ບໍ່ເຄີຍອອກຈາກມັນ. ຜູ້ຄົນຈໍານວນມະຫາສານຈະຟັງສຽງຂອງພຣະອົງຢ່າງຕັ້ງໃຈ, ພວກເຂົາຈະເອົາໃຈໃສ່ກັບການກະທຳຂອງພຣະອົງຢ່າງລະມັດລະວັງ ແລະ ສຽງແຫ່ງການສັນລະເສີນຂອງພວກເຂົາບໍ່ເຄີຍຢຸດເຊົາ. ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ປາກົດຕົວແລ້ວ! ພວກເຮົາຕ້ອງໝັ້ນໃຈໃນພຣະອົງດ້ວຍຈິດວິນຍານ ແລະ ຕິດຕາມພຣະອົງຢ່າງໃກ້ຊິດ; ພວກເຮົາຈະຮີບໄປຂ້າງໜ້າດ້ວຍກຳລັງທັງໝົດຂອງພວກເຮົາ ແລະ ບໍ່ລັງເລອີກຕໍ່ໄປ. ຈຸດຈົບຂອງແຜ່ນດິນໂລກກຳລັງເປີດເຜີຍຕໍ່ໜ້າພວກເຮົາ; ບັດນີ້ ຊີວິດທີ່ຖືກຕ້ອງໃນຄຣິສຕະຈັກ ພ້ອມທັງຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຮອບພວກເຮົາກໍຍິ່ງເຮັດໃຫ້ການຝຶກຝົນຂອງພວກເຮົາຮຸນແຮງຂຶ້ນ. ໃຫ້ພວກເຮົາຟ້າວເອົາຄືນຫົວໃຈຂອງພວກເຮົາທີ່ຮັກໂລກຫຼາຍ! ໃຫ້ພວກເຮົາຟ້າວເອົາຄືນນິມິດຂອງພວກເຮົາທີ່ມືດມົວຫຼາຍ! ໃຫ້ພວກເຮົາຢູ່ໃນບາດກ້າວຂອງພວກເຮົາ ເພື່ອພວກເຮົາຈະບໍ່ເຮັດເກີນຂອບເຂດ. ໃຫ້ພວກເຮົາຫ້າມປາກຂອງພວກເຮົາ ເພື່ອວ່າພວກເຮົາຈະໄດ້ຍ່າງໃນພຣະທຳຂອງພຣະເຈົ້າ ແລະ ບໍ່ແຂ່ງຂັນເພື່ອຜົນໄດ້ ແລະ ຜົນເສຍຂອງພວກເຮົາເອງອີກຕໍ່ໄປ. ອ່າ, ປ່ອຍມັນໄປ: ຄວາມໂລບມາກໂລພາຂອງເຈົ້າສຳລັບທາງໂລກ ແລະ ສຳລັບຄວາມຮັ່ງມີ! ອ່າ, ໃຫ້ປົດປ່ອຍຕົນເອງຈາກສິ່ງນີ້: ຄວາມຮັກຫອມທີ່ເກາະຕິດສາມີ ແລະ ລູກສາວ ແລະ ລູກຊາຍຂອງເຈົ້າ! ອ່າ, ໃຫ້ຫັນຫຼັງຂອງເຈົ້າໃສ່ສິ່ງເຫຼົ່ານີ້: ມຸມມອງ ແລະ ອະຄະຕິຂອງເຈົ້າ! ອ່າ, ໃຫ້ຕື່ນຂຶ້ນ; ເວລາມັນສັ້ນ! ເງີຍຂຶ້ນ, ເງີຍຂຶ້ນ, ຈາກພາຍໃນຈິດວິນຍານ ແລະ ປ່ອຍໃຫ້ພຣະເຈົ້າຄວບຄຸມ. ບໍ່ວ່າຫຍັງຈະເກີດຂຶ້ນຕໍຕາມ, ຢ່າກາຍເປັນເມຍຂອງໂລດອີກຄົນ. ມັນຊ່າງເປັນຕາສົມເພດຫຼາຍທີ່ຈະຖືກໂຍນຖິ້ມ! ຊ່າງເປັນຕາສົມເພດແທ້ໆ! ໂອ ຈົ່ງຕື່ນຂຶ້ນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 3

168. ພູເຂົາ ແລະ ແມ່ນໍ້າປ່ຽນແປງ, ສາຍນໍ້າໄຫຼໄປຕາມເສັ້ນທາງຂອງພວກມັນ ແລະ ຊີວິດຂອງມະນຸດບໍ່ມີຄວາມທົນທານຄືກັບແຜ່ນດິນໂລກ ແລະ ທ້ອງຟ້າ. ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ເປັນຊີວິດທີ່ຟື້ນຄືນຊີບ ແລະ ຕະຫຼອດໄປເປັນນິດ ເຊິ່ງສືບຕໍ່ຕະຫຼອດໄປຈາກຮຸ່ນສູ່ຮຸ່ນ. ທຸກສິ່ງ ແລະ ທຸກເຫດການຢູ່ໃນມືຂອງພຣະອົງ ແລະ ຊາຕານຢູ່ກ້ອງຕີນຂອງພຣະອົງ.

ມື້ນີ້ ມັນແມ່ນການຄັດເລືອກທີ່ກຳນົດໄວ້ລ່ວງໜ້າຂອງພຣະເຈົ້າທີ່ພຣະອົງໄດ້ປົດປ່ອຍພວກເຮົາອອກຈາກກຳມືຂອງຊາຕານ. ພຣະອົງເປັນພຣະຜູ້ໄຖ່ຂອງພວກເຮົາຢ່າງແທ້ຈິງ. ແນ່ນອນ ຊີວິດທີ່ຟື້ນຄືນຊີບຊົ່ວນິດນິລັນຂອງພຣະຄຣິດໄດ້ເກີດຂຶ້ນຂ້າງໃນພວກເຮົາ, ດົນບັນດານໃຫ້ພວກເຮົາເຊື່ອມຕໍ່ກັບຊີວິດຂອງພຣະເຈົ້າ, ເພື່ອພວກເຮົາອາດຈະສາມາດມາຢູ່ຕໍ່ໜ້າພຣະອົງຢ່າງແນ່ນອນ, ກິນພຣະອົງ, ດື່ມພຣະອົງ ແລະ ຊື່ນຊົມພຣະອົງ. ນີ້ຄືການຖວາຍທີ່ບໍ່ເຫັນແກ່ຕົວທີ່ພຣະເຈົ້າໄດ້ມອບໃຫ້ໂດຍຈ່າຍລາຄາດ້ວຍເລືອດຈາກຫົວໃຈຂອງພຣະອົງ.

ລະດູການຜ່ານມາ ແລະ ຜ່ານໄປ, ຜ່ານລົມ ແລະ ນໍ້າກ້າມ, ປະສົບກັບຄວາມທົນທຸກ, ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນຢ່າງຫຼວງຫຼາຍໃນຊີວິດ, ການປະຕິເສດ ແລະ ການໃສ່ຮ້າຍຂອງໂລກຢ່າງໜັກ, ການກ່າວໂທດທີ່ຜິດໆຫຼາຍຢ່າງຈາກລັດຖະບານ ແລະ ເຖິງຢ່າງໃດກໍຕາມ ຄວາມເຊື່ອຂອງພຣະເຈົ້າ ຫຼື ຄວາມຕັ້ງໃຈຂອງພຣະອົງກໍບໍ່ຫຼຸດນ້ອຍຖອຍລົງແມ່ນແຕ່ໜ້ອຍເລີຍ. ອຸທິດຕົນໝົດຫົວໃຈຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ຕໍ່ການຄຸ້ມຄອງ ແລະ ແຜນການຂອງພຣະເຈົ້າ, ເພື່ອວ່າພວກມັນອາດຖືກເຮັດໃຫ້ສຳເລັດ, ພຣະອົງກໍານົດຊີວິດຂອງພຣະອົງເອງໄວ້ຕ່າງຫາກ. ສຳລັບຝູງຊົນຂອງປະຊາຊົນທັງປວງຂອງພຣະອົງ, ພຣະອົງບໍ່ລະເວັ້ນຄວາມເຈັບປວດ ໂດຍລ້ຽງ ແລະ ຫົດນໍ້າພວກເຂົາຢ່າງລະມັດລະວັງ. ບໍ່ວ່າພວກເຮົາປະສົບຄວາມມືດມົນແນວໃດກໍຕາມ ຫຼື ພວກເຮົາລໍາບາກສໍ່າໃດກໍຕາມ, ພວກເຮົາຈຳເປັນຕ້ອງຍອມຢູ່ຕໍ່ໜ້າພຣະອົງເທົ່ານັ້ນ ແລະ ຊີວິດທີ່ຟື້ນຄືນຊີບຂອງພຣະຄຣິດຈະປ່ຽນແປງທຳມະຊາດເດີມຂອງພວກເຮົາ... ສຳລັບລູກຊາຍກົກທຸກຄົນເຫຼົ່ານີ້, ພຣະອົງເຮັດວຽກໜັກຢ່າງບໍ່ອິດເມື່ອຍ ໂດຍບໍ່ສົນອາຫານ ແລະ ການພັກຜ່ອນ. ແຕ່ລະມື້ ແລະ ແຕ່ລະຄືນ, ຜ່ານຄວາມຮ້ອນທີ່ເຜົາໄໝ້ ແລະ ຄວາມເຢັນທີ່ແຂງກະດ້າງ, ພຣະອົງເຝົ້າເບິ່ງໃນຊີໂອນຢ່າງໝົດໃຈ.

ໂລກ, ເຮືອນ, ວຽກງານ ແລະ ທຸກສິ່ງຖືກປະຖິ້ມທັງໝົດຢ່າງຍິນດີ, ຢ່າງເຕັມໃຈ ແລະ ຄວາມສຸກທາງໂລກກໍບໍ່ມີຫຍັງກ່ຽວຂ້ອງກັບພຣະອົງ... ພຣະທຳຈາກປາກຂອງພຣະອົງໂຈມຕີພວກເຮົາ, ເປີດໂປງສິ່ງຕ່າງໆທີ່ລີ້ລັບຢູ່ໃນຫົວໃຈຂອງພວກເຮົາ. ພວກເຮົາຈະບໍ່ສາມາດເຊື່ອໄດ້ແນວໃດ? ທຸກປະໂຫຍກທີ່ອອກມາຈາກປາກຂອງພຣະອົງອາດເກີດຂຶ້ນແທ້ໃນພວກເຮົາເວລາໃດກໍໄດ້. ບໍ່ວ່າພວກເຮົາເຮັດຫຍັງກໍຕາມ, ໃນການສະຖິດຂອງພວກເຮົາ ຫຼື ລີ້ລັບຈາກພຣະອົງ, ບໍ່ມີຫຍັງທີ່ພຣະອົງບໍ່ຮູ້, ບໍ່ມີຫຍັງທີ່ພຣະອົງບໍ່ເຂົ້າໃຈ, ທຸກສິ່ງຈະເປີດເຜີຍຕໍ່ໜ້າພຣະອົງຢ່າງແນ່ນອນ, ເຖິງແມ່ນຈະມີແຜນການ ແລະ ການຈັດແຈງຂອງພວກເຮົາເອງກໍຕາມ.

ນັ່ງຢູ່ຕໍ່ໜ້າພຣະອົງ, ຮູ້ສຶກເພີດເພີນພາຍໃນວິນຍານຂອງພວກເຮົາຢ່າງສະຫງົບ ແລະ ຢ່າງງຽບໆ, ແຕ່ຮູ້ສຶກເຖິງຄວາມວ່າງເປົ່າຢູ່ຂ້າງໃນສະເໝີ ແລະ ເປັນໜີ້ບຸນຄຸນພຣະເຈົ້າແທ້ໆ: ນີ້ຄືຄວາມອັດສະຈັນທີ່ບໍ່ສາມາດຈິນຕະນາການໄດ້ ແລະ ເປັນໄປບໍ່ໄດ້ທີ່ຈະບັນລຸ. ພຣະວິນຍານບໍລິສຸດກໍພຽງພໍທີ່ຈະພິສູດວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຈົ້າທີ່ແທ້ຈິງໜຶ່ງດຽວ! ມັນຄືຂໍ້ພິສູດທີ່ບໍ່ສາມາດໂຕ້ຖຽງໄດ້! ພວກເຮົາໃນກຸ່ມນີ້ໄດ້ຮັບພອນຢ່າງອະທິບາຍບໍ່ໄດ້! ຖ້າບໍ່ແມ່ນຍ້ອນຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າ, ພວກເຮົາຈະພຽງແຕ່ສາມາດໄປສູ່ການຕົກນະຮົກ ແລະ ຕິດຕາມຊາຕານ. ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນຈຶ່ງສາມາດຊ່ວຍພວກເຮົາໃຫ້ລອດພົ້ນ!

ອາ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະເຈົ້າທີ່ແທ້ຈິງ! ແມ່ນພຣະເຈົ້າທີ່ໄດ້ເປີດຕາຝ່າຍວິນຍານຂອງພວກເຮົາ, ເຮັດໃຫ້ພວກເຮົາໄດ້ເບິ່ງເຫັນເຖິງຄວາມລຶກລັບຂອງໂລກຝ່າຍວິນຍານ. ໂອກາດຂອງອານາຈັກແມ່ນໄຮ້ຂອບເຂດ. ໃຫ້ພວກເຮົາເຝົ້າເບິ່ງໃນຂະນະທີ່ພວກເຮົາລໍຖ້າ. ມື້ນັ້ນບໍ່ໄດ້ຢູ່ຫ່າງໄກເກີນໄປ.

ແປວໄຟແຫ່ງສົງຄາມໝຸນວຽນ, ຄວັນຈາກປືນຄົກກຸ້ມໄປທົ່ວອາກາດ, ອາກາດເລີ່ມອຸ່ນ, ສະພາບອາກາດປ່ຽນແປງໄປ, ໂລກລະບາດຈະແຜ່ລາມ ແລະ ຜູ້ຄົນພຽງແຕ່ຈະຕາຍ ໂດຍບໍ່ມີຄວາມຫວັງທີ່ຈະຢູ່ລອດ.

ອາ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະເຈົ້າທີ່ແທ້ຈິງ! ພຣະອົງຄືປ້ອມປາການທີ່ແໜ້ນໜາຂອງພວກເຮົາ. ພຣະອົງຄືບ່ອນຫຼົບໄພຂອງພວກເຮົາ. ພວກເຮົາໂຮມຕົວກັນຢູ່ພາຍໃຕ້ປີກຂອງພຣະອົງ ແລະ ໄພພິບັດບໍ່ສາມາດມາເຖິງພວກເຮົາໄດ້. ສິ່ງດັ່ງກ່າວຄືການປົກປ້ອງ ແລະ ການດູແລອັນສັກສິດຂອງພຣະອົງ.

ພວກເຮົາທຸກຄົນເປັ່ງສຽງຂອງພວກເຮົາດ້ວຍສຽງເພງ, ພວກເຮົາຮ້ອງເພງສັນລະເສີນ ແລະ ສຽງແຫ່ງການສັນລະເສີນຂອງພວກເຮົາກໍດັງໄປທົ່ວຊີໂອນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະເຈົ້າທີ່ແທ້ຈິງໄດ້ກະກຽມຈຸດໝາຍປາຍທາງທີ່ສະຫງ່າລາສີນັ້ນໃຫ້ແກ່ພວກເຮົາ. ໃຫ້ເຝົ້າລະວັງ, ໂອ ໃຫ້ເຝົ້າລະວັງ! ຈົນເຖິງຕອນນີ້ ຊົ່ວໂມງນັ້ນກໍບໍ່ໄດ້ຊ້າເກີນໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 5

169. ນັບຕັ້ງແຕ່ເວລາທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ ກໍຄືກະສັດຂອງລາຊະອານາຈັກ ໄດ້ຮັບການເປັນພະຍານ, ຂອບເຂດຂອງການຄຸ້ມຄອງຂອງພຣະເຈົ້າໄດ້ຖືກເປີດເຜີຍ ໄປຢ່າງຄົບຖ້ວນທົ່ວທັງຈັກກະວານທັງປວງ ການປາກົດຕົວຂອງພຣະເຈົ້າບໍ່ພຽງແຕ່ໄດ້ຮັບການເປັນພະຍານຢູ່ປະເທດຈີນເທົ່ານັ້ນ ແຕ່ຊື່ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບການເປັນພະຍານໃນທຸກປະເທດ ແລະ ທຸກແຫ່ງຫົນ. ພວກເຂົາທຸກຄົນ ກຳລັງຮ້ອງເອີ້ນຊື່ອັນບໍລິສຸດ, ສະແຫວງຫາທີ່ຈະສົນທະນາກັບພຣະເຈົ້າດ້ວຍທຸກວິທີທາງທີ່ເປັນໄປໄດ້, ເຂົ້າໃຈເຈດຕະນາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮັບໃຊ້ພຣະອົງດ້ວຍການຮ່ວມມືໃນຄຣິສຕະຈັກ. ນີ້ແມ່ນວິທີທີ່ໜ້າອັດສະຈັນໃຈທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ.

ພາສາຂອງປະເທດຕ່າງໆນັ້ນແຕກຕ່າງກັນ ແຕ່ມີພຽງພຣະວິນຍານໜຶ່ງດຽວເທົ່ານັ້ນ. ພຣະວິນຍານອົງນີ້ຮວມຄຣິສຕະຈັກຕ່າງໆທົ່ວຈັກກະວານເຂົ້າກັນ ແລະ ເປັນໜຶ່ງດຽວກັບພຣະເຈົ້າແທ້ໆ ໂດຍບໍ່ມີຄວາມແຕກຕ່າງກັນແມ່ນແຕ່ໜ້ອຍເລີຍ. ນີ້ແມ່ນສິ່ງທີ່ບໍ່ຕ້ອງສົງໄສເລີຍ. ຕອນນີ້ ພຣະວິນຍານບໍລິສຸດເອີ້ນຫາພວກເຂົາ ແລະ ສຽງຂອງພຣະອົງປຸກພວກເຂົາໃຫ້ຕື່ນ. ນີ້ແມ່ນສຽງແຫ່ງຄວາມເມດຕາຂອງພຣະເຈົ້າ. ພວກເຂົາທຸກຄົນກຳລັງຮ້ອງຫານາມອັນບໍລິສຸດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກເຂົາຍັງໃຫ້ການສັນລະເສີນ ແລະ ພວກເຂົາຮ້ອງເພງ. ບໍ່ເຄີຍມີການບ່ຽງເບນໃດໆໃນພາລະກິດຂອງພຣະວິນຍານບໍລິສຸດ; ຄົນເຫຼົ່ານີ້ໄປໄກເພື່ອກ້າວໄປສູ່ເສັ້ນທາງທີ່ຖືກຕ້ອງ, ພວກເຂົາບໍ່ຍອມຖອຍຫຼັງ ເພາະສິ່ງມະຫັດສະຈັນກອງຢູ່ເທິງສິ່ງມະຫັດສະຈັນ. ນີ້ແມ່ນບາງສິ່ງທີ່ຜູ້ຄົນເຫັນວ່າຍາກທີ່ຈະຈິນຕະນາການໄດ້ ແລະ ເປັນໄປບໍ່ໄດ້ທີ່ຈະຄາດເດົາອອກ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນກະສັດຂອງຊີວິດໃນຈັກກະວານ! ພຣະອົງປະທັບນັ່ງຢູ່ເທິງບັນລັງອັນມີສະຫງ່າລາສີ ແລະ ພິພາກສາໂລກ, ຄອບຄອງທຸກສິ່ງ ແລະ ປົກຄອງທຸກຊາດ; ທຸກຄົນຄຸເຂົ່າລົງຕໍ່ພຣະອົງ, ອະທິຖານຫາພຣະອົງ, ເຂົ້າໃກ້ພຣະອົງ ແລະ ສື່ສານກັບພຣະອົງ. ບໍ່ວ່າເຈົ້າໄດ້ເຊື່ອໃນພຣະເຈົ້າມາດົນປານໃດກໍຕາມ, ບໍ່ວ່າສະຖານະຂອງເຈົ້າຈະສູງພຽງໃດ ຫຼື ບໍ່ວ່າຄວາມອາວຸໂສຂອງເຈົ້າຈະມີຫຼາຍພຽງໃດກໍຕາມ, ຖ້າເຈົ້າຕໍ່ຕ້ານພຣະເຈົ້າໃນໃຈຂອງເຈົ້າ ເຈົ້າກໍຈະຕ້ອງຖືກພິພາກສາ ແລະ ຕ້ອງກົ້ມຂາບລົງຕໍ່ໜ້າພຣະອົງ, ເປັ່ງສຽງຂອງການອ້ອນວອນທີ່ເຈັບປວດອອກມາ; ທີ່ຈິງແລ້ວ ນີ້ແມ່ນການເກັບກ່ຽວໝາກຜົນແຫ່ງການກະທຳຂອງຕົວເຈົ້າເອງ. ສຽງຄຳຄວນນີ້ແມ່ນສຽງຂອງການຖືກທໍລະມານໃນທະເລສາບແຫ່ງໄຟ ແລະ ມາດ, ມັນເປັນສຽງຮ້ອງຂອງການຖືກຂ້ຽນຕີໂດຍໄມ້ຄ້ອນເຫຼັກຂອງພຣະເຈົ້າ; ນີ້ແມ່ນການພິພາກສາຕໍ່ໜ້າບ່ອນນັ່ງຂອງພຣະຄຣິດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 8

170. ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຮ່າງກາຍທີ່ມີສະຫງ່າລາສີຂອງພຣະອົງປາກົດອອກມາຢ່າງເປີດເຜີຍ, ຮ່າງກາຍຝ່າຍວິນຍານອັນບໍລິສຸດບັງເກີດຂຶ້ນ ແລະ ພຣະອົງແມ່ນພຣະເຈົ້າເອງທີ່ສົມບູນແບບ! ທັງໂລກ ແລະ ເນື້ອໜັງໄດ້ຖືກປ່ຽນແປງ ແລະ ການປ່ຽນຮູບຂອງພຣະອົງຢູ່ເທິງພູແມ່ນຕົວຕົນຂອງພຣະເຈົ້າ. ພຣະອົງສວມມຸງກຸດຄຳເທິງຫົວຂອງພຣະອົງ, ເຄື່ອງນຸ່ງຂອງພຣະອົງຂາວບໍລິສຸດ, ຄຽນເອິກດ້ວຍສາຍແອວຄຳ, ໂລກ ແລະ ທຸກສິ່ງແມ່ນຂຽງຮອງພຣະບາດຂອງພຣະອົງ. ດວງຕາຂອງພຣະອົງເປັນຄືແປວໄຟ, ພຣະອົງຖືດາບແຫຼມສອງຄົມໃນປາກຂອງພຣະອົງ ແລະ ພຣະອົງມີດາວເຈັດດວງຢູ່ໃນມືຂວາຂອງພຣະອົງ. ຫົນທາງສູ່ອານາຈັກນັ້ນຮຸ່ງແຈ້ງຢ່າງໄຮ້ຂອບເຂດ ແລະ ສະຫງ່າລາສີຂອງພຣະອົງໂຜ່ຂຶ້ນ ແລະ ສ່ອງແສງ; ພູຕ່າງໆປິຕິຍິນດີ ແລະ ນ້ຳຕ່າງໆກໍຫົວຂວັນ, ດວງຕາເວັນ, ດວງເດືອນ ແລະ ດາວຕ່າງໆກໍລ້ວນແລ້ວແຕ່ໝຸນໄປຕາມການຈັດແຈງທີ່ເປັນລະບຽບຂອງພວກມັນ ຕ້ອນຮັບພຣະເຈົ້າທີ່ມີເອກະລັກ ແລະ ເປັນຈິງ ເຊິ່ງການກັບຄືນມາຢ່າງມີໄຊຂອງພຣະອົງປ່າວປະກາດຄວາມສຳເລັດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ທັງໝົດຕ່າງກໍກະໂດດ ແລະ ເຕັ້ນລຳຢ່າງມີຄວາມສຸກ! ຊົມເຊີຍ! ພຣະເຈົ້າທີ່ມີລິດທານຸພາບສູງສຸດນັ່ງຢູ່ເທິງບັນລັງອັນມີສະຫງ່າລາສີຂອງພຣະອົງ! ຈົ່ງຮ້ອງເພງ! ປ້າຍແຫ່ງໄຊຊະນະຂອງອົງຊົງລິດທານຸພາບສູງສຸດໄດ້ຖືກຍົກຂຶ້ນສູງເທິງພູຊີໂອນທີ່ສະຫງ່າຜ່າເຜີຍ ແລະ ງົດງາມ! ທຸກຊາດກຳລັງໂຮຮ້ອງຊົມເຊີຍ, ຜູ້ຄົນທັງໝົດກຳລັງຮ້ອງເພງ, ພູຊີໂອນກຳລັງຫົວຢ່າງປິຕິຍິນດີ ແລະ ສະຫງ່າລາສີຂອງພຣະເຈົ້າໄດ້ໂຜ່ຂຶ້ນ! ຂ້ານ້ອຍບໍ່ເຄີຍແມ່ນແຕ່ຝັນວ່າເຮົາຈະໄດ້ເຫັນໃບໜ້າຂອງພຣະເຈົ້າ, ແຕ່ມື້ນີ້ຂ້ານ້ອຍໄດ້ເຫັນແລ້ວ. ເມື່ອຢູ່ໜ້າຕໍ່ໜ້າກັບພຣະອົງທຸກໆວັນ, ຂ້ານ້ອຍເປີດເຜີຍຫົວໃຈຂອງຂ້ານ້ອຍກັບພຣະອົງ. ພຣະອົງປະທານອາຫານ ແລະ ເຄື່ອງດື່ມໃຫ້ຢ່າງອຸດົມສົມບູນ. ຊີວິດ, ຄຳເວົ້າ, ການກະທຳ, ຄວາມຄິດ, ແນວຄວາມຄິດ ນັ້ນກໍຄືແສງສະຫວ່າງທີ່ມີສະຫງ່າລາສີຂອງພຣະອົງໄດ້ສ່ອງແສງໃຫ້ແກ່ພວກມັນທັງໝົດ. ພຣະອົງນຳພາທຸກບາດກ້າວໃນຫົນທາງ ແລະ ການພິພາກສາຂອງພຣະອົງນັ້ນເກີດຂຶ້ນກັບຫົວໃຈໃດກໍຕາມທີ່ກະບົດຢ່າງທັນທີທັນໃດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 15

171. ບຸດມະນຸດໄດ້ຖືກເປັນພະຍານ ແລະ ພຣະເຈົ້າເອງໄດ້ຖືກເປີດເຜີຍອອກມາຢ່າງເປີດເຜີຍ. ສະຫງ່າລາສີຂອງພຣະເຈົ້າໄດ້ສະແດງອອກ, ສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ກຳລັງເຜົາໄໝ້! ໃບໜ້າທີ່ມີສະຫງ່າລາສີຂອງພຣະອົງສ່ອງແສງຈ້າດ້ວຍແສງແວວວາວ; ສາຍຕາຂອງຜູ້ໃດກ້າປະຕິບັດຕໍ່ພຣະອົງດ້ວຍການຕໍ່ຕ້ານ? ການຕໍ່ຕ້ານນຳໄປສູ່ຄວາມຕາຍ! ບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍດຽວສຳລັບສິ່ງໃດໜຶ່ງທີ່ເຈົ້າຄິດຢູ່ໃນຫົວໃຈ, ຄຳເວົ້າໃດໜຶ່ງທີ່ເຈົ້າກ່າວ ຫຼື ສິ່ງໃດໜຶ່ງທີ່ເຈົ້າເຮັດ. ພວກເຈົ້າທຸກຄົນຈະໄດ້ມາເຂົ້າໃຈ ແລະ ມາເຫັນວ່າສິ່ງທີ່ພວກເຈົ້າໄດ້ຮັບນັ້ນແມ່ນຫຍັງ, ມັນບໍ່ໄດ້ເປັນຫຍັງເລີຍ ນອກຈາກການພິພາກສາຂອງເຮົາ! ເຮົາສາມາດທົນມັນໄດ້ບໍ ເມື່ອພວກເຈົ້າບໍ່ພະຍາຍາມກິນ ແລະ ດື່ມພຣະທຳຂອງເຮົາ ແລະ ກົງກັນຂ້າມກັບພັດຂັດຂວາງ ແລະ ທຳລາຍການກໍ່ສ້າງຂອງເຮົາຕາມອຳເພີໃຈ? ເຮົາຈະບໍ່ປະຕິບັດຕໍ່ຄົນແບບນີ້ຢ່າງສຸພາບ! ຖ້າພຶດຕິກຳຂອງເຈົ້າເສື່ອມຊາມລົງຢ່າງຮຸນແຮງຂຶ້ນ ເຈົ້າຈະຖືກແປວໄຟກືນກິນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດປາກົດອອກໃນຮ່າງກາຍຝ່າຍວິນຍານ ໂດຍບໍ່ມີເນື້ອໜັງ ຫຼື ເລືອດທີ່ເຊື່ອມໂຍງກັນແຕ່ຫົວຮອດຕີນແມ່ນແຕ່ໜ້ອຍດຽວ. ພຣະອົງຢູ່ເໜືອໂລກຈັກກະວານ, ນັ່ງເທິງບັນລັງທີ່ມີສະຫງ່າລາສີໃນສະຫວັນຊັ້ນສາມ, ປົກຄອງທຸກສິ່ງ! ຈັກກະວານ ແລະ ທຸກສິ່ງແມ່ນຢູ່ພາຍໃນມືຂອງເຮົາ. ຖ້າເຮົາກ່າວມັນອອກມາ ມັນກໍຈະເປັນເຊັ່ນນັ້ນ. ຖ້າເຮົາກຳນົດມັນຂຶ້ນ ມັນກໍຈະເປັນເຊັ່ນນັ້ນ. ຊາຕານຢູ່ໃຕ້ຕີນຂອງເຮົາ; ມັນຢູ່ໃນຂຸມເລິກທີ່ບໍ່ສິ້ນສຸດ! ເມື່ອສຽງຂອງເຮົາເປັ່ງອອກມາ, ສະຫວັນ ແລະ ແຜ່ນດິນໂລກຈະຜ່ານພົ້ນໄປ ແລະ ມາສູ່ຄວາມວ່າງເປົ່າ! ທຸກສິ່ງຈະຖືກຕໍ່ໃໝ່; ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້ທີ່ຖືກຕ້ອງຢ່າງແນ່ນອນ. ເຮົາໄດ້ເອົາຊະນະໂລກ ພ້ອມທັງສິ່ງຊົ່ວຮ້າຍທັງໝົດແລ້ວ. ເຮົານັ່ງເວົ້າກັບພວກເຈົ້າຢູ່ທີ່ນີ້ ແລະ ທຸກຄົນທີ່ມີຫູກໍຄວນຟັງ ແລະ ທຸກຄົນທີ່ມີຊີວິດຢູ່ຄວນຍອມຮັບ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 15

172. ພຣະເຈົ້າທີ່ແທ້ຈິງຜູ້ຊົງລິດທານຸພາບສູງສຸດ, ກະສັດຜູ້ປະທັບເທິງບັນລັງ, ປົກຄອງທົ່ວທັງຈັກກະວານ, ຫັນໜ້າຫາປະຊາຊາດ ແລະ ຜູ້ຄົນຈຳນວນນັບບໍ່ຖ້ວນ ແລະ ສະຫງ່າລາສີຂອງພຣະເຈົ້າກໍສ່ອງແສງໄປທົ່ວໂລກ. ທຸກສິ່ງທີ່ມີຊີວິດໃນຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກຈະໄດ້ເຫັນ. ພູເຂົາ, ແມ່ນໍ້າ, ທະເລສາບ, ແຜ່ນດິນ, ມະຫາສະໝຸດ ແລະ ສິ່ງມີຊີວິດທັງປວງໄດ້ເປີດຜ້າມ່ານຂອງພວກເຂົາອອກໃນແສງສະຫວ່າງແຫ່ງພຣະພັກຂອງພຣະເຈົ້າທີ່ແທ້ຈິງ ແລະ ພວກເຂົາກໍໄດ້ຮັບການຟື້ນຟູ, ຄືກັບວ່າຕື່ນຈາກຄວາມຝັນ, ຄືກັບວ່າພວກເຂົາເປັນໜໍ່ອ່ອນທີ່ແທງດິນຂຶ້ນມາ!

ໂອ້! ພຣະເຈົ້າທີ່ແທ້ຈິງອົງດຽວປາກົດຕໍ່ໜ້າປະຊາກອນຂອງໂລກ. ຜູ້ໃດຈະກ້າເຂົ້າໃກ້ພຣະອົງດ້ວຍການຕໍ່ຕ້ານ? ທຸກຄົນຕ່າງສັ່ນສະທ້ານດ້ວຍຄວາມຢ້ານກົວ. ທຸກຄົນຕ່າງກໍເຊື່ອ ແລະ ຍອມຮັບຢ່າງສິ້ນເຊີງ. ແລະ ທັງໝົດຕ່າງກໍວອນຂໍການອະໄພໂທດຊໍ້າແລ້ວຊໍ້າອີກ. ຜູ້ຄົນຈຳນວນນັບບໍ່ຖ້ວນຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ປາກຈຳນວນນັບບໍ່ຖ້ວນກໍນະມັດສະການພຣະອົງ! ທະວີບ ແລະ ມະຫາສະໝຸດ, ພູເຂົາ, ແມ່ນໍ້າ ແລະ ທຸກສິ່ງຕ່າງກໍສັນລະເສີນພຣະອົງຢ່າງບໍ່ມີສິ້ນສຸດ! ສາຍລົມທີ່ອົບອຸ່ນ, ພ້ອມກັບລົມຫາຍໃຈຂອງລະດູບານໃໝ່ ໄດ້ນໍາເອົາຝົນລະດູບານໃໝ່ທີ່ຕົກຄ່ອຍໆ ແລະ ບໍ່ຂາດສາຍມາດ້ວຍ. ສາຍນໍ້າທີ່ໄຫຼລິນ ແລະ ມວນຊົນກໍເປັນເໝືອນກັນ, ທັງສອງຕ່າງກໍເຕັມໄປດ້ວຍຄວາມໂສກເສົ້າ ແລະ ຄວາມປິຕິຍິນດີ, ຫຼັ່ງນໍ້າຕາແຫ່ງຄວາມຮູ້ສຶກຜິດ ແລະ ການຕຳໜິຕົນເອງ. ແມ່ນໍ້າ, ທະເລສາບ, ຄື້ນ ແລະ ຄື້ນຟອງນ້ຳທັງໝົດຕ່າງກໍຮ້ອງເພງ, ສັນລະເສີນພຣະນາມອັນບໍລິສຸດຂອງພຣະເຈົ້າທີ່ແທ້ຈິງ! ສຽງແຫ່ງການສັນລະເສີນດັງກ້ອງກັງວານຢ່າງແຈ່ມແຈ້ງ! ສິ່ງເກົ່າໆທີ່ເຄີຍຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກມັນແຕ່ລະຢ່າງ ແລະ ທຸກຢ່າງຈະຖືກຟື້ນຟູຂຶ້ນໃໝ່ ແລະ ປ່ຽນແປງ ແລະ ຈະເຂົ້າສູ່ອານາເຂດໃໝ່ທັງໝົດ...

ນີ້ຄືແກສັກສິດ ແລະ ມັນໄດ້ເລີ່ມດັງຂຶ້ນແລ້ວ! ຈົ່ງຟັງສຽງມັນ. ສຽງນັ້ນ, ອັນແສນອ່ອນຫວານ, ຄືພຣະຄໍາຈາກບັນລັງ. ມັນປະກາດແກ່ທຸກຊາດ ແລະ ທຸກຊົນຊາດວ່າ ເວລາໄດ້ມາເຖິງແລ້ວ, ຜົນສຸດທ້າຍຂອງຍຸກສຸດທ້າຍຢູ່ທີ່ນີ້ແລ້ວ, ແຜນການຄຸ້ມຄອງຂອງເຮົາໄດ້ສຳເລັດແລ້ວ, ລາຊະອານາຈັກຂອງເຮົາໄດ້ປາກົດຢ່າງເປີດເຜີຍເທິງແຜ່ນດິນໂລກ ແລະ ລາຊະອານາຈັກທັງຫຼາຍໃນໂລກນີ້ໄດ້ກາຍເປັນລາຊະອານາຈັກຂອງເຮົາຜູ້ຊົງເປັນພຣະເຈົ້າ. ແກທັງເຈັດຂອງເຮົາດັງຂຶ້ນຈາກບັນລັງ ແລະ ສິ່ງໜ້າອັດສະຈັນດັ່ງກ່າວກໍຈະເກີດຂຶ້ນ! ຜູ້ຄົນສຸດຂອບແຜ່ນດິນໂລກຈະຮີບມາພ້ອມກັນຈາກທຸກທິດທາງດ້ວຍກໍາລັງຂອງຫິມະຖະຫຼົ່ມ ແລະ ພະລັງຂອງສາຍຟ້າແມບ, ບາງຄົນກໍຂີ່ເຮືອໃນທະເລ, ບາງຄົນຂີ່ເຮືອບິນ, ບາງຄົນຂີ່ຍານພະຫະນະທຸກຮູບແບບ ແລະ ທຸກຂະໜາດ, ບາງຄົນກໍຂີ່ເທິງຫຼັງມ້າ. ໃຫ້ເບິ່ງໃກ້ໆ. ໃຫ້ຟັງຢ່າງລະມັດລະວັງ. ຜູ້ຂີ່ມ້າທຸກສີເຫຼົ່ານີ້ ທີ່ປຸກຈິດວິນຍານ, ຍິ່ງໃຫຍ່ ແລະ ສະຫງ່າງາມ, ຄືກັບວ່າກຳລັງອອກໄປສູ່ສະໜາມຮົບ ແມ່ນບໍ່ສົນໃຈຄວາມຕາຍເລີຍ. ທ່າມກາງສຽງຮ້ອງຂອງມ້າ ແລະ ສຽງວຸ້ນວາຍຂອງຜູ້ຄົນທີ່ຮ້ອງຂຶ້ນຫາພຣະເຈົ້າທີ່ແທ້ຈິງ, ຜູ້ຊາຍຫຼາຍຄົນ, ແມ່ຍິງ ແລະ ເດັກນ້ອຍຈະຖືກຢຽບຢໍ່າດ້ວຍຕີນຂອງມ້າທັນທີ. ບາງຄົນຈະຕາຍ, ບາງຄົນຈະຫາຍໃຈເປັນຄັ້ງສຸດທ້າຍ, ບາງຄົນຈະຖືກໜີບຮັດ, ບໍ່ມີຜູ້ໃດມາເບິ່ງແຍງ, ຮ້ອງຂຶ້ນໂດຍບໍ່ຢຸດຢັ້ງ, ເຫົ່າຫອນດ້ວຍຄວາມເຈັບປວດ. ລູກຊາຍແຫ່ງຄວາມກະບົດເອີຍ! ນີ້ບໍ່ແມ່ນຜົນຕາມມາສຸດທ້າຍຂອງພວກເຈົ້າບໍ?

ເຮົາຊົມເບິ່ງປະຊາຊົນຂອງເຮົາດ້ວຍຄວາມປິຕິຍິນດີ, ຜູ້ທີ່ສາມາດໄດ້ຍິນສຸລະສຽງຂອງເຮົາ ແລະ ມາເຕົ້າໂຮມກັນຈາກທຸກຊາດ ແລະ ທຸກດິນແດນ. ມວນຊົນຕ່າງກໍເວົ້າເຖິງພຣະເຈົ້າທີ່ແທ້ຈິງຢູ່ສະເໝີ, ກໍສັນລະເສີນ ແລະ ໂດດໂລດເຕັ້ນຢ່າງບໍ່ມີສິ້ນສຸດ! ພວກເຂົາເປັນພະຍານຕໍ່ໂລກ ແລະ ສຽງແຫ່ງການເປັນພະຍານຂອງພວກເຂົາຕໍ່ພຣະເຈົ້າທີ່ແທ້ຈິງກໍດັງກ້ອງກັງວານເໝືອນສຽງຟ້າຮ້ອງຂອງສາຍນໍ້າຫຼວງຫຼາຍ. ມວນຊົນຈະແຫ່ກັນເຂົ້າມາໃນລາຊະອານາຈັກຂອງເຮົາ.

ແກທັງເຈັດຂອງເຮົາສົ່ງສຽງດັງ, ປຸກຄົນທີ່ນອນຫຼັບຢູ່ໃຫ້ຕື່ນຂຶ້ນ! ຈົ່ງຕື່ນໄວໆ, ມັນບໍ່ໄດ້ຊ້າເກີນໄປ. ເບິ່ງຊີວິດຂອງເຈົ້າ! ມືນຕາຂອງເຈົ້າ ແລະ ເບິ່ງວ່າຕອນນີ້ແມ່ນເວລາເທົ່າໃດແລ້ວ. ມີຫຍັງໃຫ້ສະແຫວງຫາບໍ? ມີຫຍັງໃຫ້ຄິດເຖິງບໍ? ແລ້ວມີຫຍັງໃຫ້ຍຶດຕິດບໍ? ເຈົ້າບໍ່ເຄີຍພິຈາລະນາເຖິງຄວາມແຕກຕ່າງໃນຄຸນຄ່າລະຫວ່າງການໄດ້ຮັບຊີວິດຂອງເຮົາ ແລະ ການໄດ້ຮັບທຸກສິ່ງທີ່ເຈົ້າຮັກ ແລະ ຍຶດຕິດບໍ? ຢ່າຫົວແຂງ ຫຼື ລ່າເລີງອີກຕໍ່ໄປ. ຢ່າພາດໂອກາດນີ້. ເວລາແບບນີ້ຈະບໍ່ມາອີກຄັ້ງ! ໃຫ້ຢືນຂຶ້ນທັນທີ, ປະຕິບັດການໃຊ້ວິນຍານຂອງເຈົ້າ, ໃຊ້ຫຼາກຫຼາຍເຄື່ອງມືເພື່ອເບິ່ງທະລຸ ແລະ ຂັດຂວາງກົນອຸບາຍ ແລະ ກົນລວງທັງໝົດຂອງຊາຕານ ແລະ ເອົາໄຊຊະນະເໜືອຊາຕານ, ເພື່ອວ່າປະສົບການໃນຊີວິດຂອງເຈົ້າອາດເລິກເຊິ່ງຂຶ້ນ ແລະ ເຈົ້າອາດດຳລົງຊີວິດຕາມອຸປະນິໄສຂອງເຮົາ, ເພື່ອວ່າຊີວິດຂອງເຈົ້າອາດເປັນຜູ້ໃຫຍ່ ແລະ ມີປະສົບການ ແລະ ເຈົ້າອາດຕິດຕາມບາດກ້າວຂອງເຮົາຢ່າງໃກ້ຊິດສະເໝີ. ໂດຍບໍ່ສະທ້ານ, ບໍ່ອ່ອນແອ, ກ້າວໄປຂ້າງໜ້າຢູ່ສະເໝີ, ເທື່ອລະກ້າວ, ຊື່ກົງຈົນເຖິງສຸດປາຍທາງ!

ເມື່ອແກທັງເຈັດດັງຂຶ້ນອີກຄັ້ງ, ມັນຈະເປັນການເອີ້ນສູ່ການພິພາກສາ, ການພິພາກສາຂອງລູກຊາຍແຫ່ງຄວາມກະບົດ, ການພິພາກສາບັນດາປະຊາຊາດ ແລະ ຜູ້ຄົນທັງປວງ ແລະ ແຕ່ລະຊົນຊາດຈະຍິນຍອມຢູ່ຕໍ່ໜ້າພຣະເຈົ້າ. ໃບໜ້າທີ່ມີສະຫງ່າລາສີຂອງພຣະເຈົ້າຈະປາກົດຕໍ່ໜ້າບັນດາປະຊາຊາດ ແລະ ຜູ້ຄົນທັງປວງຢ່າງແນ່ນອນ. ທຸກຄົນຈະເຊື່ອຢ່າງສິ້ນເຊີງ ແລະ ຮ້ອງອອກຢ່າງບໍ່ຢຸດຢັ້ງຫາພຣະເຈົ້າທີ່ແທ້ຈິງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຈະມີສະຫງ່າລາສີຫຼາຍຂຶ້ນ ແລະ ບຸດຊາຍຂອງເຮົາ ແລະ ເຮົາຈະຮ່ວມມີສະຫງ່າລາສີ ແລະ ຮ່ວມໃນຄວາມເປັນກະສັດ, ພິພາກສາບັນດາປະຊາຊາດ ແລະ ຜູ້ຄົນທັງປວງ, ລົງໂທດຄົນຊົ່ວຮ້າຍ, ຊ່ວຍໃຫ້ລອດພົ້ນ ແລະ ມີຄວາມເມດຕາຕໍ່ຄົນທີ່ເປັນຂອງເຮົາ ແລະ ເຮັດໃຫ້ອານາຈັກເຂັ້ມແຂງ ແລະ ໝັ້ນຄົງ. ຜ່ານສຽງແກທັງເຈັດ, ຜູ້ຄົນຈຳນວນຫຼວງຫຼາຍຈະຖືກຊ່ວຍໃຫ້ລອດພົ້ນ, ກັບຄືນມາຢູ່ຕໍ່ໜ້າເຮົາເພື່ອຄຸເຂົ່າ ແລະ ນະມັດສະການດ້ວຍຄຳສັນລະເສີນຢ່າງຕໍ່ເນື່ອງ!

ເມື່ອແກທັງເຈັດສົ່ງສຽງຂຶ້ນອີກຄັ້ງ, ມັນຈະເປັນສຽງຕອນຈົບແຫ່ງຍຸກ, ການເປົ່າແກແຫ່ງໄຊຊະນະເໜືອມານຮ້າຍ ແລະ ຊາຕານ, ການຄຳນັບທີ່ປ່າວປະກາດການເລີ່ມຕົ້ນແຫ່ງການດຳລົງຊີວິດຢ່າງເປີດເຜີຍໃນອານາຈັກເທິງແຜ່ນດິນໂລກ! ສຽງນັ້ນຊ່າງສູງສົ່ງ, ສຽງນີ້ດັງກ້ອງທົ່ວບໍລິເວນບັນລັງ, ການເປົ່າແກນີ້ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ ເຊິ່ງເປັນສັນຍານແຫ່ງໄຊຊະນະຂອງແຜນການຄຸ້ມຄອງຂອງເຮົາ, ເຊິ່ງເປັນການພິພາກສາຂອງຊາຕານ; ມັນຕັດສິນລົງໂທດແຜ່ນດິນໂລກເກົ່າໃຫ້ຕາຍໄປທັງໝົດ, ກັບຄືນສູ່ຂຸມເລິກທີ່ສຸດ! ການເປົ່າແກນີ້ເປັນສັນຍານວ່າ ປະຕູແຫ່ງຄວາມກະລຸນາກຳລັງຈະອັດແລ້ວ, ຊີວິດແຫ່ງອານາຈັກຈະເລີ່ມຕົ້ນຂຶ້ນເທິງແຜ່ນດິນໂລກ ເຊິ່ງຖືກຕ້ອງ ແລະ ເໝາະສົມ. ພຣະເຈົ້າຊ່ວຍຄົນທີ່ຮັກພຣະອົງໃຫ້ລອດພົ້ນ. ຫຼັງຈາກທີ່ພວກເຂົາກັບຄືນສູ່ອານາຈັກຂອງພຣະອົງ, ຜູ້ຄົນເທິງແຜ່ນດິນໂລກຈະປະສົບກັບຄວາມອຶດຢາກ ແລະ ໂລກລະບາດ ແລະ ຂັນທັງເຈັດໜ່ວຍຂອງພຣະເຈົ້າ ແລະ ໂລກລະບາດທັງເຈັດຈະເກີດຂຶ້ນຕາມມາ. ສະຫວັນ ແລະ ແຜ່ນດິນໂລກຈະລ່ວງໄປ, ແຕ່ພຣະທຳຂອງເຮົາຈະບໍ່ເປັນເຊັ່ນນັ້ນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 36

173. ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດກໍາລັງຖືກຊໍາລະລ້າງ. ພາຍໃຕ້ການເຍືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຖືກລົບລ້າງຈາກເເສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຝົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການຕໍານິຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດຊາດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງຫວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫີນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເຖົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ກະບົດທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ໃຫ້ຄົງຢູ່ອີກຕໍ່ໄປ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ. ມັງກອນແດງທີ່ຍິ່ງໃຫຍ່ໄດ້ພະຍາຍາມທຸກວິທີການທີ່ເປັນໄປໄດ້ ເພື່ອທໍາລາຍແຜນການຂອງເຮົາ ໂດຍຫວັງທີ່ຈະລົບລ້າງພາລະກິດຂອງເຮົາອອກຈາກແຜ່ນດິນໂລກ ແຕ່ກົນອຸບາຍອັນຫຼອກລວງຂອງມັນຈະສາມາດເຮັດໃຫ້ເຮົາໝົດກໍາລັງໃຈໄດ້ບໍ? ການຂົ່ມຂູ່ຂອງມັນຈະສາມາດເຮັດໃຫ້ເຮົາຕົກໃຈຈົນສູນເສຍຄວາມໝັ້ນໃຈບໍ? ບໍ່ເຄີຍມີສິ່ງມີຊີວິດແມ່ນແຕ່ໜຶ່ງຊີວິດໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ທີ່ເຮົາບໍ່ໄດ້ກໍາໄວ້ໃນກໍາມືຂອງເຮົາ; ສິ່ງນີ້ຍິ່ງເປັນຈິງຫຼາຍສໍ່າໃດກັບມັງກອນແດງທີ່ຍິ່ງໃຫຍ່, ອຸປະກອນນີ້ທີ່ຮັບໃຊ້ເປັນຕົວປະກອບໃຫ້ເຮົາ? ມັນບໍ່ແມ່ນວັດຖຸທີ່ຖືກຄວບຄຸມດ້ວຍມືຂອງເຮົາເຊັ່ນກັນບໍ?

ໃນລະຫວ່າງການບັງເກີດເປັນມະນຸດຂອງເຮົາໃນໂລກມະນຸດ, ພາຍໃຕ້ການຊີ້ນໍາຂອງເຮົາ ມະນຸດໄດ້ມາຮອດປັດຈຸບັນໂດຍທີ່ບໍ່ຮູ້ຕົວ ແລະ ໄດ້ຮູ້ຈັກເຮົາໂດຍບໍ່ຮູ້ຕົວ. ແຕ່ສໍາລັບວິທີຍ່າງເສັ້ນທາງທີ່ຢູ່ຂ້າງໜ້ານັ້ນບໍ່ມີຜູ້ໃດເຂົ້າໃຈແມ່ນແຕ່ໜ້ອຍດຽວ ຫຼື ບໍ່ມີຜູ້ໃດຮູ້ເລີຍ ແລະ ແຮງໄກທີ່ຈະມີຜູ້ໃດຮູ້ວ່າ ເສັ້ນທາງນັ້ນຈະພາພວກເຂົາໄປໃນທິດທາງໃດ. ມີພຽງການເຝົ້າເບິ່ງຂອງພຣະອົງຜູ້ຊົງລິດທານຸພາບສູງສຸດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຍ່າງຕາມເສັ້ນທາງໄປເຖິງທີ່ສຸດໄດ້; ມີພຽງການຊີ້ນໍາໂດຍຟ້າແມບເຫຼື້ອມໃນທິດຕາເວັນອອກເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຜ່ານທາງເຂົ້າທີ່ນໍາໄປສູ່ອານາຈັກຂອງເຮົາໄດ້. ໃນທ່າມກາງມະນຸດ ແມ່ນບໍ່ເຄີຍມີຜູ້ໃດທີ່ໄດ້ເຫັນໃບໜ້າຂອງເຮົາ, ບໍ່ມີຜູ້ໃດເຫັນສາຍຟ້າແມບໃນທິດຕາເວັນອອກ; ແລ້ວຈະມີຄົນໜ້ອຍສໍ່າໃດທີ່ໄດ້ຍິນພຣະທຳຈາກບັນລັງຂອງເຮົາ? ທີ່ຈິງແລ້ວ ນັບຕັ້ງແຕ່ຍຸກບູຮານ ບໍ່ມີມະນຸດແມ່ນແຕ່ຄົນດຽວ ທີ່ໄດ້ມາພົວພັນໂດຍກົງກັບຕົວຕົນຂອງເຮົາ; ມີພຽງໃນປັດຈຸບັນເທົ່ານັ້ນ ເມື່ອເຮົາໄດ້ມາສູ່ໂລກ ມະນຸດຈຶ່ງມີໂອກາດເຫັນເຮົາ. ແຕ່ເຖິງຕອນນີ້ ມະນຸດກໍຍັງບໍ່ຮູ້ຈັກເຮົາ, ພວກເຂົາພຽງແຕ່ເບິ່ງໜ້າເຮົາ ແລະ ໄດ້ຍິນສຽງຂອງເຮົາເທົ່ານັ້ນ ແຕ່ຍັງບໍ່ເຂົ້າໃຈຄວາມໝາຍຂອງເຮົາ. ມະນຸດທຸກຄົນແມ່ນເປັນແບບນີ້. ໃນຖານະທີ່ເປັນໜຶ່ງໃນບັນດາປະຊາຊົນຂອງເຮົາ, ພວກເຈົ້າບໍ່ຮູ້ສຶກພາກພູມໃຈຢ່າງຍິ່ງບໍ ເມື່ອພວກເຈົ້າເຫັນໜ້າຂອງເຮົາ? ພວກເຈົ້າບໍ່ຮູ້ສຶກອັບອາຍແບບສັງເວດບໍ ທີ່ພວກເຈົ້າບໍ່ຮູ້ຈັກເຮົາ? ເຮົາຍ່າງຢູ່ທ່າມກາງມະນຸດ ແລະ ເຮົາດໍາລົງຊີວິດໃນທ່າມກາງມະນຸດ ເພາະວ່າເຮົາໄດ້ກາຍເປັນເນື້ອໜັງ ແລະ ເຮົາໄດ້ມາສູ່ໂລກມະນຸດ. ເປົ້າໝາຍຂອງເຮົາບໍ່ພຽງແຕ່ເຮັດໃຫ້ມະນຸດສາມາດແນມເຫັນເນື້ອໜັງຂອງເຮົາ; ຍິ່ງສໍາຄັນໄປກວ່ານັ້ນ, ມັນແມ່ນເພື່ອເຮັດໃຫ້ມະນຸດສາມາດຮູ້ຈັກເຮົາ. ຍິ່ງໄປກວ່ານັ້ນ, ເຮົາຈະຕັດສິນໂທດມະນຸດຍ້ອນບາບຂອງພວກເຂົາຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ; ເຮົາຈະປາບມັງກອນແດງທີ່ຍິ່ງໃຫຍ່ ແລະ ທໍາລາຍລ້າງຖໍ້າຂອງມັນຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 12

174. ເມື່ອເຮົາກ່າວເພື່ອຈັກກະວານທັງໝົດ, ທຸກຄົນຈະໄດ້ຍິນສຽງຂອງເຮົາ, ເຊິ່ງກໍຄືທຸກຄົນຈະເຫັນທຸກການກະທໍາທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ຂັດຕໍ່ຄວາມປະສົງຂອງເຮົາ, ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຈດຕະນາຂອງເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເຮັດໃຫ້ດວງດາວທີ່ຫຼວງຫຼາຍໃນສະຫວັນປ່ຽນຄືນໃໝ່; ເນື່ອງຈາກເຮົາ ຕາເວັນ ແລະ ເດືອນຈະຖືກປ່ຽນໃໝ່, ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ; ແລະ ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຈະຖືກປ່ຽນຄືນໃໝ່. ສິ່ງນີ້ຈະບັນລຸຍ້ອນພຣະທໍາຂອງເຮົາ. ທຸກປະເທດພາຍໃນຈັກກະວານຈະຖືກຈັດແບ່ງຄືນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະມີພຽງອານາຈັກທີ່ບູຊາເຮົາ, ທຸກປະເທດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງມານຮ້າຍຈະຖືກກໍາຈັດ. ທຸກຄົນທີ່ບູຊາຊາຕານຈະຕົກຢູ່ພາຍໃຕ້ໄຟໄໝ້ເຜົາຂອງເຮົາ, ນັ້ນກໍຄື ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນກະແສ, ທັງໝົດຈະຖືກປ່ຽນເປັນເທົ່າຖ່ານ. ເມື່ອເຮົາລົງໂທດແຕ່ລະຄົນ, ຊຸມຊົນທາງສາສະໜາຈະຄືນມາຫາອານາຈັກຂອງເຮົາໃນລະດັບທີ່ຕ່າງກັນ ແລະ ຖືກເອົາຊະນະໂດຍຜ່ານການກະທໍາຂອງເຮົາ ເພາະວ່າພວກເຂົາຈະໄດ້ເຫັນວ່າ “ພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ” ໄດ້ມາຮອດແລ້ວ. ທຸກຄົນຈະຖືກຈັດສັນຕາມປະເພດຂອງພວກເຂົາ ແລະ ຈະໄດ້ຮັບການຂ້ຽນຕີຕ່າງໆທີ່ເໝາະສົມກັບການກະທໍາຂອງພວກເຂົາ; ທຸກຄົນທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ; ແລະ ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ຍ້ອນການປະພຶດຂອງພວກເຂົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດທັງຫຼາຍຂອງເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະປາກົດຕໍ່ປະເທດທັງຫຼາຍ ແລະ ຜູ້ຄົນທັງຫຼາຍ ແລະ ເຮົາຈະເປັ່ງສຽງຂອງເຮົາເອງອອກມາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາ ໂດຍເຮັດໃຫ້ຜູ້ຄົນທັງຫຼາຍໄດ້ເຫັນສິ່ງນີ້ດ້ວຍຕາຂອງພວກເຂົາເອງ.

ເມື່ອພຣະວັດຈະນະຂອງເຮົາມີຄວາມເລິກເຊິ່ງຍິ່ງຂຶ້ນ, ເຮົາໄດ້ສັງເກດສະພາວະຂອງຈັກກະວານອີກດ້ວຍ. ທຸກສິ່ງແມ່ນຖືກເຮັດໃຫ້ໃໝ່ຜ່ານພຣະທຳຂອງເຮົາ. ສະຫວັນປ່ຽນໄປ ແລະ ແຜ່ນດິນໂລກກໍປ່ຽນແປງເຊັ່ນກັນ. ມະນຸດຖືກເປີດໂປງໃນຮູບຮ່າງເດີມຂອງພວກເຂົາ ແລະ ຢ່າງຊ້າໆ ຜູ້ຄົນທັງໝົດຈະຖືກແຍກອອກຕາມປະເພດຂອງພວກເຂົາ ແລະ ໄດ້ກັບຄືນສູ່ “ຄອບຄົວ” ຂອງພວກເຂົາໂດຍທີ່ບໍ່ຮູ້ຕົວ. ສິ່ງນີ້ເຮັດໃຫ້ເຮົາພໍໃຈເປັນຢ່າງຍິ່ງ. ເຮົາປາສະຈາກການລົບກວນ ແລະ ພາລະກິດອັນຍິ່ງໃຫຍ່ຂອງເຮົາກໍຈະສໍາເລັດໂດຍບໍ່ຮູ້ຕົວ ແລະ ທຸກສິ່ງແມ່ນຖືກປ່ຽນແປງ. ເມື່ອເຮົາສ້າງແຜ່ນດິນໂລກ, ເຮົາໄດ້ແຍກທຸກສິ່ງຕາມປະເພດຂອງພວກມັນ, ໂດຍຈັດໝວດໃຫ້ທຸກສິ່ງທີ່ມີຮູບຮ່າງ. ເມື່ອເວລາສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາຍັບເຂົ້າມາໃກ້, ເຮົາຈະຟື້ນຟູສະພາບດັ່ງເດີມຂອງການສ້າງ; ເຮົາຈະຟື້ນຟູທຸກສິ່ງໃຫ້ກັບຄືນສູ່ຮູບແບບທີ່ເປັນຢູ່ດັ່ງເດີມ, ໂດຍຜ່ານການປ່ຽນແປງທຸກສິ່ງຢ່າງລະອຽດຖີ່ຖ້ວນ ແລະ ເຮັດໃຫ້ທຸກສິ່ງຕົກຢູ່ພາຍໃນແຜນການຂອງເຮົາ. ເວລາໄດ້ມາເຖິງແລ້ວ! ຂັ້ນຕອນສຸດທ້າຍຂອງແຜນການຂອງເຮົາໃກ້ຈະສຳເລັດແລ້ວ. ໂອ້, ໂລກເກົ່າທີ່ສົກກະປົກເອີຍ! ມັນຈະລົ້ມລົງໃນທ່າມກາງພຣະທຳຂອງເຮົາຢ່າງແນ່ນອນ! ມັນຈະຖືກແຜນການຂອງເຮົາເຮັດໃຫ້ເຈົ້າຫຼຸດລົງສູ່ຄວາມວ່າງເປົ່າຢ່າງແນ່ນອນ! ໂອ້ ສັບພະສິ່ງທັງປວງເອີຍ! ພວກມັນຈະໄດ້ຮັບຊີວິດໃໝ່ທ່າມກາງພຣະທຳຂອງເຮົາ, ພວກມັນຈະມີພຣະຜູ້ປົກຄອງສູງສຸດຂອງພວກມັນ! ໂອ້ ໂລກໜ່ວຍໃໝ່ທີ່ບໍລິສຸດ ແລະ ບໍ່ມີມົນທິນເອີຍ! ມັນຈະຟື້ນຄືນໃໝ່ທ່າມກາງສະຫງ່າລາສີຂອງເຮົາຢ່າງແນ່ນອນ! ໂອ້ ພູເຂົາຊີໂອນເອີຍ! ຢ່າມິດງຽບອີກຕໍ່ໄປ. ເຮົາໄດ້ກັບຄືນມາຢ່າງມີໄຊຊະນະ! ເຮົາສັງເກດເບິ່ງແຜ່ນດິນໂລກທັງໝົດໃນທ່າມກາງທຸກສິ່ງ. ຜູ້ຄົນຢູ່ເທິງແຜ່ນດິນໂລກໄດ້ເລີ່ມຕົ້ນຊີວິດໃໝ່ ແລະ ໄດ້ມີຄວາມຫວັງໃໝ່. ໂອ້ ປະຊາກອນຂອງເຮົາເອີຍ! ເຈົ້າຈະບໍ່ກັບຄືນສູ່ຊີວິດທ່າມກາງແສງສະຫວ່າງຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີພາຍໃຕ້ການນໍາພາຂອງເຮົາໄດ້ແນວໃດ? ແຜ່ນດິນໂຫ່ຮ້ອງຂຶ້ນດ້ວຍຄວາມປິຕິຍິນດີ, ນໍ້າມີສຽງດັງກັງວານດ້ວຍສຽງຫົວຢ່າງເບີກບານ! ໂອ້, ອິດສະຣາເອນທີ່ຟື້ນຄືນເອີຍ! ເຈົ້າຈະບໍ່ຮູ້ສຶກເຖິງຄວາມພາກພູມໃຈຍ້ອນການກຳນົດໄວ້ລ່ວງໜ້າຂອງເຮົາໄດ້ແນວໃດ? ແມ່ນໃຜຮ້ອງໄຫ້? ແມ່ນໃຜຄໍ່າຄວນ? ອິດສະຣາເອນໃນອະດີດບໍ່ໄດ້ມີຢູ່ອີກແລ້ວ ແລະ ອິດສະຣາເອນໃນປັດຈຸບັນໄດ້ລຸກຂຶ້ນ, ຕັ້ງຂຶ້ນ ແລະ ສູງຂຶ້ນຫຼາຍໃນໂລກ ແລະ ໄດ້ຢືນຂຶ້ນໃນໃຈຂອງມະນຸດທຸກຄົນ. ອິດສະຣາເອນໃນປັດຈຸບັນຈະໄດ້ຮັບພື້ນຖານສໍາລັບການມີຊີວິດຜ່ານປະຊາຊົນຂອງເຮົາຢ່າງແນ່ນອນ! ໂອ້, ເອຢິບທີ່ເປັນຕາກຽດຊັງເອີຍ! ບໍ່ແມ່ນເຈົ້າຍັງຕໍ່ຕ້ານເຮົາຢູ່ບໍ? ເຈົ້າຈະເອົາປຽບຄວາມກະລຸນາຂອງເຮົາ ແລະ ພະຍາຍາມຫຼົບໜີຈາກການຂ້ຽນຕີຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ມີຊີວິດຢູ່ພາຍໃນການຂ້ຽນຕີຂອງເຮົາໄດ້ແນວໃດ? ທຸກຄົນທີ່ເຮົາຮັກຈະມີຢູ່ຕະຫຼອດໄປ ແລະ ທຸກຄົນທີ່ຕໍ່ຕ້ານເຮົາຈະຖືກເຮົາຂ້ຽນຕີຕະຫຼອດການຢ່າງແນ່ນອນ. ເພາະວ່າເຮົາເປັນພຣະເຈົ້າທີ່ຫຶງຫວງ ແລະ ຈະບໍ່ລະປ່ອຍມະນຸດທຸກຄົນໄປງ່າຍໆສຳລັບທຸກສິ່ງທີ່ພວກເຂົາໄດ້ກະທໍາ. ເຮົາຈະກວດສອບທົ່ວແຜ່ນດິນໂລກ ແລະ ປາກົດຢູ່ທາງພາກຕາເວັນອອກຂອງໂລກດ້ວຍຄວາມຊອບທໍາ, ຄວາມສະຫງ່າຜ່າເຜີຍ, ຄວາມພິໂລດ ແລະ ການຂ້ຽນຕີ ເຮົາຈະເປີດເຜີຍຕົວເອງຕໍ່ຜູ້ຄົນທັງຫຼາຍທີ່ນັບບໍ່ຖ້ວນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26

175. ຝູງຊົນຍົກຍ້ອງເຮົາ ຝູງຊົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າເປັນພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາຂອງພວກເຂົາເພື່ອເບິ່ງການກະທໍາຂອງເຮົາ. ອານາຈັກລົງມາເທິງໂລກມະນຸດ, ບຸກຄົນຂອງເຮົາມັ່ງຄັ່ງ ແລະ ອຸດົມສົມບູນ. ຜູ້ໃດຈະບໍ່ສະຫຼອງໃນສິ່ງນີ້? ຜູ້ໃດຈະບໍ່ຟ້ອນລໍາດ້ວຍຄວາມສຸກໃຈ? ໂອ້ ຊີໂອນ! ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບເຮົາ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າເພື່ອປະກາດນາມອັນບໍລິສຸດຂອງເຮົາ! ທຸກສິ່ງເທິງແຜ່ນດິນໂລກຈົນເຖິງສຸດປາຍແຜ່ນດິນ! ໃຫ້ຟ້າວຊໍາລະລ້າງຕົວພວກເຈົ້າເອງ ເພື່ອວ່າພວກເຈົ້າຈະຖືກເຮັດໃຫ້ເປັນເຄື່ອງຖວາຍໃຫ້ແກ່ເຮົາ! ດວງດາວໃນທ້ອງຟ້າ! ຈົ່ງກັບຄືນມາສູ່ບ່ອນຂອງພວກເຈົ້າໂດຍໄວເພື່ອສະແດງລິດທານຸພາບອັນຍິ່ງໃຫຍ່ຂອງເຮົາໃນທ້ອງຟ້າ! ເຮົາງ່ຽງຫູຂອງເຮົາຕໍ່ສຽງຂອງຜູ້ຄົນເທິງແຜ່ນດິນໂລກ, ຜູ້ທີ່ຖອກເທຄວາມຮັກຢ່າງນິລັນດອນ ແລະ ເຄົາລົບຕໍ່ເຮົາໃນບົດເພງ! ໃນມື້ນີ້ ເມື່ອສິ່ງຊົງສ້າງທັງປວງກັບຄືນສູ່ຊີວິດ, ເຮົາລົງມາສູ່ໂລກແຫ່ງມະນຸດ. ໃນຊ່ວງເວລານີ້, ໃນຈຸດເຊື່ອມຕໍ່ນີ້, ດອກໄມ້ເບັ່ງບານທັງໝົດ, ຝູງສະກຸນາຮ້ອງເພງດ້ວຍສຽງດຽວກັນ, ທຸກສິ່ງເຕັ້ນດ້ວຍຄວາມເບີກບານ! ທ່າມກາງສຽງໂຮ່ຮ້ອງແຫ່ງການຕ້ອນຮັບອານາຈັກ, ອານາຈັກຂອງຊາຕານລົ້ມລະລາຍ, ຖືກທໍາລາຍດ້ວຍສຽງຮ້ອງນັ້ນຂອງເພງແຫ່ງອານາຈັກ, ບໍ່ຟື້ນຄືນມາອີກ!

ມີໃຜຢູ່ເທິງແຜ່ນດິນໂລກກ້າລຸກຂຶ້ນ ແລະ ຕໍ່ຕ້ານ? ເມື່ອເຮົາລົງມາສູ່ແຜ່ນດິນໂລກ ເຮົານໍາການເຜົາໄໝ້, ນໍາຄວາມໂກດຮ້າຍ, ນໍາໄພພິບັດທຸກຮູບແບບ. ບັດນີ້ ອານາຈັກຕ່າງໆເທິງແຜ່ນດິນໂລກແມ່ນອານາຈັກຂອງເຮົາ! ເທິງທ້ອງຟ້າ ກ້ອນເມກພັງທະລາຍລົງ ແລະ ເປັນຄື້ນທະເລມອກ; ໃຕ້ທ້ອງຟ້າ, ທະເລສາບ ແລະ ແມ່ນໍ້າໄຫຼນອງ ເປັນຟອງທີ່ຟັດເຟືອນເໝືອນດັ່ງທໍານອງເພງ. ຝູງສັດສາວາສິ່ງທີ່ຫຼັບນອນພັກຢູ່ ກໍອອກມາຈາກຖໍ້າຂອງພວກມັນ ແລະ ທຸກຄົນທີ່ນອນຫຼັບຢູ່ກໍຕື່ນຂຶ້ນມາຈາກການນອນຫຼັບຍ້ອນເຮົາ. ວັນທີ່ຝູງຊົນໄດ້ລໍຖ້າ ໃນທີ່ສຸດ ກໍມາຮອດແລ້ວ! ພວກເຂົາຖວາຍບົດເພງທີ່ສວຍງາມທີ່ສຸດໃຫ້ກັບເຮົາ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ເພງແຫ່ງອານາຈັກ

176. ເມື່ອສຽງຄໍານັບຂອງອານາຈັກດັງຂຶ້ນ ເຊິ່ງຍັງແມ່ນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ, ສຽງດັ່ງກ່າວນີ້ສັ່ນສະທ້ານສະຫວັນ ແລະ ແຜ່ນດິນໂລກ, ເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ ແລະ ເຮັດໃຫ້ຄວາມຮູ້ສຶກໃນໃຈຂອງມະນຸດທຸກຄົນສັ່ນເຊັນ. ເພງແຫ່ງອານາຈັກດັງຂຶ້ນຢ່າງເປັນພິທີໃນດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງພິສູດໃຫ້ເຫັນວ່າ ເຮົາໄດ້ທໍາລາຍປະເທດນັ້ນ ແລະ ໄດ້ສ້າງອານາຈັກຂອງເຮົາຂຶ້ນ. ສໍາຄັນໄປກວ່ານັ້ນ, ອານາຈັກຂອງເຮົາຖືກສ້າງຂຶ້ນຢູ່ເທິງແຜ່ນດິນໂລກ. ໃນຊ່ວງເວລານີ້, ເຮົາໄດ້ເລີ່ມສົ່ງທູດສະຫວັນຂອງເຮົາອອກໄປຫາທຸກຄົນຂອງບັນດາປະເທດຕ່າງໆໃນໂລກ ເພື່ອວ່າ ພວກເຂົາຈະສາມາດເບິ່ງແຍງບຸດຂອງເຮົາ ແລະ ປະຊາຊົນຂອງເຮົາ; ສິ່ງນີ້ຍັງແມ່ນເພື່ອຕອບສະໜອງຄວາມຕ້ອງການຂອງຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ. ຢ່າງໃດກໍຕາມ, ເຮົາມາບ່ອນທີ່ມັງກອນແດງທີ່ຍິ່ງໃຫຍ່ນອນມ້ວນຕົວຢູ່ ແລະ ຕໍ່ສູ້ກັບມັນດ້ວຍຕົວເຮົາເອງ. ເມື່ອມະນຸດທຸກຄົນມາຮູ້ຈັກເຮົາໃນເນື້ອໜັງ ແລະ ສາມາດເຫັນການກະທໍາຂອງເຮົາໃນເນື້ອໜັງ, ຖໍ້າຂອງມັງກອນແດງທີ່ຍິ່ງໃຫຍ່ກໍຈະກາຍເປັນຂີ້ເທົ່າ ແລະ ຫາຍໄປໂດຍບໍ່ມີຮ່ອງຮອຍ...

ປັດຈຸບັນ ເຮົາບໍ່ພຽງແຕ່ລົງມາສູ່ປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ເທົ່ານັ້ນ ແຕ່ເຮົາຍັງຫັນໄປຜະເຊີນກັບຈັກກະວານທັງປວງ ເຊິ່ງເຮັດໃຫ້ສະຫວັນຊັ້ນສູງສຸດສັ່ນສະເທືອນ. ມີບ່ອນໃດແດ່ທີ່ບໍ່ໄດ້ຢູ່ພາຍໃຕ້ການພິພາກສາຂອງເຮົາ? ມີບ່ອນໃດແດ່ທີ່ມີຢູ່ ທີ່ບໍ່ຢູ່ພາຍໃຕ້ໄພພິບັດ ທີ່ເຮົາໄດ້ສົ່ງລົງມາບໍ? ເຮົາໄດ້ຫວ່ານ “ເມັດພືດແຫ່ງໄພພິບັດ” ທຸກຊະນິດຢູ່ທຸກບ່ອນທີ່ເຮົາໄປ. ນີ້ແມ່ນໜຶ່ງໃນວິທີທີ່ເຮົາເຮັດພາລະກິດ ແລະ ແມ່ນການກະທໍາເພື່ອຊ່ວຍມະນຸດໃຫ້ລອດພົ້ນຢ່າງບໍ່ຕ້ອງສົງໄສ ແລະ ສິ່ງທີ່ເຮົາຍື່ນໃຫ້ພວກເຂົາຍັງແມ່ນຄວາມຮັກຊະນິດໜຶ່ງອີກດ້ວຍ. ເຮົາປາດຖະໜາທີ່ຈະໃຫ້ຫຼາຍຄົນຮູ້ຈັກເຮົາ ແລະ ສາມາດເຫັນເຮົາ ແລະ ດ້ວຍວິທີນີ້ ມາຢໍາເກງພຣະເຈົ້າ ທີ່ພວກເຂົາບໍ່ສາມາດເຫັນເປັນເວລາຫຼາຍປີ ແຕ່ຜູ້ທີ່ມີຕົວຕົນແທ້ຈິງໃນປັດຈຸບັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 10

177. ເປັນເວລາຫຼາຍພັນປີມາແລ້ວ ມະນຸດໄດ້ປາດຖະໜາຢາກເຫັນການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ມະນຸດປາດຖະໜາຢາກເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຂີ່ກ້ອນເມກສີຂາວເມື່ອພຣະອົງລົງມາດ້ວຍຕົນເອງຢູ່ທ່າມກາງຜູ້ທີ່ລໍຄອຍ ແລະ ປາດຖະໜາຢາກເຫັນພຣະອົງເປັນເວລາຫຼາຍພັນປີມາແລ້ວ. ມະນຸດຍັງປາດຖະໜາໃຫ້ພຣະຜູ້ຊ່ວຍໃຫ້ລອດພົ້ນກັບຄືນມາ ແລະ ມາຢູ່ຮ່ວມກັບພວກເຂົາ; ນັ້ນກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຜູ້ທີ່ໄດ້ແຍກຈາກຜູ້ຄົນເປັນເວລາຫຼາຍພັນປີກັບຄືນມາ ແລະ ປະຕິບັດພາລະກິດແຫ່ງການໄຖ່ບາບທີ່ພຣະອົງເຄີຍເຮັດໃນທ່າມກາງຄົນຢິວອີກຄັ້ງ, ໃຫ້ພຣະອົງຈະມີຄວາມສົງສານ ແລະ ມີຄວາມຮັກຕໍ່ມະນຸດ, ໃຫ້ອະໄພບາບແກ່ມະນຸດ ແລະ ແບກຮັບຄວາມຜິດບາບຂອງມະນຸດ ແລະ ເຖິງກັບແບກຮັບເອົາການກະທຳຜິດຂອງມະນຸດທຸກຄົນ ແລະ ນຳມະນຸດອອກຈາກຄວາມຜິດບາບ. ສິ່ງທີ່ພວກເຂົາປາດຖະໜາກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເປັນຄືແຕ່ກ່ອນ ນັ້ນກໍ່ຄືເປັນພຣະຜູ້ຊ່ວຍໃຫ້ລອດທີ່ເຕັມໄປດ້ວຍຄວາມຮັກ, ມີເມດຕາ ແລະ ໜ້າເຄົາລົບນັບຖື, ເປັນຜູ້ທີ່ບໍ່ເຄີຍໂກດຮ້າຍຕໍ່ມະນຸດ ແລະ ຜູ້ທີ່ບໍ່ເຄີຍຕຳນິມະນຸດ, ແຕ່ເປັນຜູ້ທີ່ໃຫ້ອະໄພ ແລະ ແບກຮັບເອົາບາບທັງໝົດຂອງມະນຸດ ແລະ ຜູ້ທີ່ເຖິງກັບຕາຍເທິງໄມ້ກາງແຂນເພື່ອມະນຸດຄືກັບຄັ້ງກ່ອນ. ຕັ້ງແຕ່ທີ່ພຣະເຢຊູໄດ້ຈາກໄປ, ສາວົກຜູ້ທີ່ຕິດຕາມພຣະອົງ ພ້ອມທັງໄພ່ພົນທຸກຄົນທີ່ໄດ້ຮັບຄວາມລອດພົ້ນໃນພຣະນາມຂອງພຣະອົງກໍ່ໄດ້ພາກັນສະແຫວງຫາ ແລະ ລໍຄອຍພຣະອົງຢ່າງສິ້ນຫວັງ. ທຸກຄົນທີ່ໄດ້ຮັບຄວາມລອດພົ້ນຈາກພຣະກະລຸນາຂອງພຣະເຢຊູຄຣິດໃນລະຫວ່າງຍຸກແຫ່ງພຣະຄຸນກໍ່ປາດຖະໜາຫາມື້ແຫ່ງຄວາມປິຕິຍິນດີໃນຍຸກສຸດທ້າຍ ເມື່ອພຣະຜູ້ຊ່ວຍໃຫ້ລອດພົ້ນຈະລົງມາເທິງກ້ອນເມກສີຂາວ ເພື່ອປາກົດຕົວຕໍ່ໜ້າທຸກຄົນ. ແນ່ນອນ ສິ່ງນີ້ຍັງແມ່ນຄວາມປາດຖະໜາລວມກັນຂອງທຸກຄົນທີ່ຍອມຮັບພຣະນາມຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນມື້ນີ້. ທຸກຄົນໃນຈັກກະວານທີ່ຮູ້ຈັກຄວາມລອດພົ້ນຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ລໍຄອຍຢ່າງສິ້ນຫວັງໃຫ້ພຣະເຢຊູຄຣິດມາເຖິງຢ່າງກະທັນຫັນ ເພື່ອເຮັດສຳເລັດສິ່ງທີ່ພຣະເຢຊູໄດ້ກ່າວໄວ້ໃນຂະນະທີ່ຢູ່ເທິງໂລກ: “ເຮົາຈະມາຄືກັນກັບຕອນທີ່ເຮົາຈາກໄປ”. ມະນຸດເຊື່ອວ່າ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ ແລະ ການຄືນຊີບ ພຣະເຢຊູໄດ້ກັບຄືນໄປສູ່ສະຫວັນເທິງກ້ອນເມກສີຂາວ ເພື່ອຮັບຕຳແໜ່ງຂອງພຣະອົງໃນມືເບື້ອງຂວາຂອງອົງຊົງສູງສຸດ. ໃນລັກສະນະດຽວກັນ, ພຣະເຢຊູຈະລົງມາເທິງກ້ອນເມກສີຂາວອີກຄັ້ງ (ກ້ອນເມກນີ້ໝາຍເຖິງກ້ອນເມກທີ່ພຣະເຢຊູຂີ່ໃນເວລາທີ່ພຣະອົງກັບຄືນໄປສະຫວັນ) ທ່າມກາງຄົນທີ່ຄອງຄອຍພຣະອົງຢ່າງສິ້ນຫວັງເປັນເວລາຫຼາຍພັນປີ ແລະ ພຣະອົງຈະມີພາບລັກ ແລະ ໃສ່ເຄື່ອງນຸ່ງຂອງຄົນຢິວ. ຫຼັງຈາກທີ່ປາກົດຕໍ່ມະນຸດແລ້ວ, ພຣະອົງຈະປະທານອາຫານໃຫ້ແກ່ພວກເຂົາ ແລະ ເຮັດໃຫ້ນໍ້າແຫ່ງຊີວິດໄຫຼອອກມາສຳລັບພວກເຂົາ ແລະ ຈະໃຊ້ຊີວິດໃນທ່າມກາງມະນຸດຢ່າງເຕັມໄປດ້ວຍຄວາມກະລຸນາ ແລະ ເຕັມໄປດ້ວຍຄວາມຮັກ, ຊີວິດຊີວາ ແລະ ຄວາມຈິງ. ແນວຄິດທັງໝົດນັ້ນແມ່ນສິ່ງທີ່ຜູ້ຄົນເຊື່ອ. ແຕ່ພຣະເຢຊູຜູ້ຊ່ວຍໃຫ້ລອດພົ້ນບໍ່ໄດ້ເຮັດແບບນີ້; ພຣະອົງເຮັດກົງກັນຂ້າມກັບສິ່ງທີ່ມະນຸດເຂົ້າໃຈ. ພຣະອົງບໍ່ໄດ້ມາຢູ່ທ່າມກາງຜູ້ຄົນທີ່ຄອງຄອຍການກັບມາຂອງພຣະອົງ ແລະ ພຣະອົງບໍ່ໄດ້ປາກົດຕໍ່ທຸກຄົນໃນຂະນະທີ່ກຳລັງຂີ່ກ້ອນເມກສີຂາວ. ພຣະອົງໄດ້ລົງມາແລ້ວ ແຕ່ມະນຸດບໍ່ຮູ້ຈັກ ແລະ ຍັງບໍ່ຮູ້. ມະນຸດພຽງແຕ່ລໍຖ້າພຣະອົງຢ່າງບໍ່ມີຈຸດໝາຍ ໂດຍບໍ່ຮູ້ວ່າພຣະອົງໄດ້ລົງມາເທິງ “ກ້ອນເມກສີຂາວ” ແລ້ວ (ກ້ອນເມກທີ່ເປັນພຣະວິນຍານຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ອຸປະນິໄສທັງໝົດຂອງພຣະອົງ ແລະ ທຸກສິ່ງທີ່ພຣະອົງເປັນ) ແລະ ໃນຕອນນີ້ ພຣະອົງຢູ່ທ່າມກາງກຸ່ມຜູ້ຊະນະທີ່ພຣະອົງຈະສ້າງຂຶ້ນໃນລະຫວ່າງຍຸກສຸດທ້າຍ. ມະນຸດບໍ່ຮູ້ສິ່ງນີ້: ເຖິງແມ່ນວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ບໍລິສຸດຈະມີຄວາມເມດຕາ ແລະ ຄວາມຮັກຕໍ່ມະນຸດກໍ່ຕາມ, ພຣະອົງຈະສາມາດດຳເນີນພາລະກິດໃນ “ພຣະວິຫານ” ເຫຼົ່ານັ້ນທີ່ເຕັມໄປດ້ວຍວິນຍານທີ່ສົກກະປົກ ແລະ ບໍ່ບໍລິສຸດໄດ້ແນວໃດ? ເຖິງແມ່ນວ່າມະນຸດໄດ້ລໍຖ້າການລົງມາຂອງພຣະອົງ, ພຣະອົງຈະສາມາດປາກົດຕໍ່ຄົນທີ່ກິນເນື້ອໜັງຂອງສິ່ງທີ່ບໍ່ຊອບທໍາ, ດື່ມເລືອດຂອງສິ່ງທີ່ບໍ່ຊອບທຳ ແລະ ນຸ່ງເສື້ອຜ້າຂອງຄົນທີ່ບໍ່ຊອບທຳ, ຄົນທີ່ເຊື່ອໃນພຣະອົງ ແຕ່ບໍ່ຮູ້ຈັກພຣະອົງ ແລະ ຜູ້ທີ່ຂົ່ມເຫັງພຣະອົງຢ່າງຕໍ່ເນື່ອງໄດ້ແນວໃດ? ມະນຸດຮູ້ແຕ່ວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເຕັມປ່ຽມໄປດ້ວຍຄວາມຮັກ ແລະ ເຕັມລົ້ນດ້ວຍຄວາມສົງສານ ແລະ ພຣະອົງເປັນເຄື່ອງບູຊາແທນຄວາມຜິດບາບທີ່ເຕັມໄປດ້ວຍການໄຖ່ບາບ. ເຖິງຢ່າງໃດກໍ່ຕາມ, ມະນຸດບໍ່ຮູ້ວ່າພຣະອົງເອງເປັນພຣະເຈົ້າ ຜູ້ທີ່ເຕັມປ່ຽມໄປດ້ວຍຄວາມຊອບທຳ, ຄວາມສະຫງ່າຜາເຜີຍ, ຄວາມໂກດຮ້າຍ ແລະ ການພິພາກສາ, ມີລິດອຳນາດ ແລະ ເຕັມໄປດ້ວຍກຽດສັກສີ. ສະນັ້ນ ເຖິງແມ່ນວ່າມະນຸດຈະປາດຖະໜາ ແລະ ລໍຄອຍການກັບມາຂອງພຣະຜູ້ໄຖ່ບາບຢ່າງຈິງໃຈ ແລະ ເຖິງແມ່ນວ່າຄຳອະທິຖານຂອງພວກເຂົາຈະສັ່ນສະເທືອນເຖິງ “ສະຫວັນ”, ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນກໍ່ຈະບໍ່ປາກົດຕົວຕໍ່ຄົນທີ່ເຊື່ອໃນພຣະອົງແຕ່ບໍ່ຮູ້ຈັກພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

178. ເຮົາໄດ້ມອບຄວາມສະຫງ່າລາສີຂອງເຮົາໃຫ້ແກ່ອິດສະຣາເອນ ແລະ ຕໍ່ມາກໍໄດ້ນໍາເອົາມັນອອກໄປ, ແລ້ວກໍ່ໄດ້ນໍາເອົາຊາວອິດສະຣາເອນໄປສູ່ທິດຕາເວັນອອກ ແລະ ມະນຸດຊາດທັງປວງໄປສູ່ທິດຕາເວັນອອກ. ເຮົາໄດ້ນໍາເອົາພວກເຂົາທັງໝົດມາສູ່ຄວາມສະຫວ່າງ ເພື່ອວ່າພວກເຂົາອາດຈະໄດ້ກັບໄປຢູ່ຮ່ວມກັນໃໝ່ ແລະ ມີຄວາມສໍາພັນກັບມັນ ແລະ ບໍ່ຈໍາເປັນຕ້ອງຊອກຫາຄວາມສະຫວ່າງນັ້ນອີກຕໍ່ໄປ. ເຮົາຈະເຮັດໃຫ້ທຸກຄົນທີ່ສະແຫວງຫາໄດ້ເຫັນແສງສະຫວ່າງອີກຄັ້ງ ແລະ ເຫັນຄວາມສະຫງ່າລາສີທີ່ເຮົາເຄີຍມີໃນອິດສະຣາເອນ; ເຮົາຈະເຮັດໃຫ້ພວກເຂົາເຫັນວ່າ ເຮົາໄດ້ລົງມາເທິງກ້ອນເມກສີຂາວສູ່ທ່າມກາງມະນຸດຊາດແຕ່ດົນນານແລ້ວ, ເຮັດໃຫ້ພວກເຂົາເຫັນກ້ອນເມກສີຂາວຈໍານວນນັບບໍ່ຖ້ວນ ແລະ ເຫັນພົ້ວໝາກໄມ້ທີ່ອຸດົມສົມບູນ ແລະ ຍິ່ງໄປກວ່ານັ້ນ ກໍໃຫ້ພວກເຂົາເຫັນພຣະເຈົ້າພຣະເຢໂຮວາແຫ່ງອິດສະຣາເອນ. ເຮົາຈະເຮັດໃຫ້ພວກເຂົາເຫັນເຈົ້ານາຍຂອງຄົນຢິວ, ພຣະເມຊີອາທີ່ປາຖະໜາມາເປັນເວລາດົນ ແລະ ການປາກົດຕົວທັງໝົດຂອງເຮົາ ເຊິ່ງເປັນຜູ້ທີ່ຖືກຂົ່ມເຫັງໂດຍກະສັດທັງຫຼາຍຕະຫຼອດຫຼາຍຍຸກຫຼາຍສະໄໝ. ເຮົາຈະປະຕິບັດພາລະກິດໃນຈັກກະວານທັງໝົດ ແລະ ເຮົາຈະປະຕິບັດພາລະກິດທີ່ຍິ່ງໃຫຍ່, ເປີດເຜີຍຄວາມສະຫງ່າລາສີທັງໝົດຂອງເຮົາ ແລະ ການກະທໍາທັງໝົດຂອງເຮົາຕໍ່ມະນຸດໃນຍຸກສຸດທ້າຍ. ເຮົາຈະສະແດງໃບໜ້າທີ່ມີສະຫງ່າລາສີຂອງເຮົາທັງໝົດຕໍ່ຜູ້ຄົນທີ່ໄດ້ລໍຄອຍເຮົາເປັນເວລາຫຼາຍປີ, ຕໍ່ຜູ້ຄົນທີ່ໄດ້ປາຖະໜາໃຫ້ເຮົາມາເທິງກ້ອນເມກສີຂາວ, ຕໍ່ອິດສະຣາເອນທີ່ໄດ້ປາຖະໜາໃຫ້ເຮົາປາກົດຕົວອີກຄັ້ງ ແລະ ຕໍ່ມະນຸດຊາດທີ່ໄດ້ຂົ່ມເຫັງເຮົາ ເພື່ອວ່າທຸກຄົນຈະຮູ້ວ່າເຮົາໄດ້ເອົາຄວາມສະຫງ່າລາສີອອກຈາກພວກເຂົາແຕ່ດົນແລ້ວ ແລະ ໄດ້ນໍາເອົາຄວາມສະຫງ່າລາສີນັ້ນກັບມາສູ່ທິດຕາເວັນອອກ ແລະ ມັນຈະບໍ່ໄດ້ຢູ່ຢູດາຍອີກຕໍ່ໄປ. ຍ້ອນຍຸກສຸດທ້າຍໄດ້ມາເຖິງແລ້ວ!

ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງກ້ອງກັງວານຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນພຣະວັດຈະນະຂອງເຮົາທີ່ໄດ້ນໍາພາທຸກຄົນເຂົ້າສູ່ປັດຈຸບັນ. ເຮົາເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍພຣະວັດຈະນະຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ຖອນສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ປາຖະໜາທີ່ຈະເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າຢ່າງໃຈຈົດໃຈຈໍ່ໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຄືນໃໝ່ຂອງເຮົາ? ຜູ້ໃດຈະບໍ່ຄິດຮອດຄວາມເປັນຕາຮັກຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະອົງຜູ້ທີ່ມີລິດອຳນາດທີ່ຍິ່ງໃຫຍ່? ພຣະວັດຈະນະຂອງເຮົາຈະຖືກເຜີຍແຜ່ໄປທົ່ວແຜ່ນດິນໂລກ; ເຮົາຈະເວົ້າ ແລະ ກ່າວພຣະທຳຕໍ່ຜູ້ຄົນທີ່ເຮົາເລືອກຫຼາຍຂຶ້ນຄືກັບສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ. ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ມາຈາກປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກທິດຕາເວັນອອກໄປເຖິງທິດຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະສະຫຼະພວກມັນ ແລະ ມະນຸດຍັງ ບໍ່ສາມາດຢັ່ງເຖິງພວກມັນໄດ້ ແລະ ຍິ່ງໄປກວ່ານັ້ນ ພວກມັນເຮັດໃຫ້ມະນຸດມີຄວາມສຸກ. ໂດຍທີ່ຄ້າຍຄືກັບເດັກນ້ອຍເກີດໃໝ່, ມະນຸດທຸກຄົນຮູ້ສຶກຍິນດີ ແລະ ມີຄວາມສຸກ ແລະ ສະເຫຼີມສະຫຼອງການມາຂອງເຮົາ. ດ້ວຍພຣະວັດຈະນະຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ທ່າມກາງມະນຸດຢ່າງເປັນທາງການ ແລະ ເຮັດໃຫ້ພວກເຂົາມາສະແດງຄວາມເຄົາລົບຕໍ່ເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ມາຈາກປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາຢູ່ຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ, ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ “ພູເຂົາໝາກກອກ” ແຫ່ງທິດຕາເວັນອອກ ແລະ ໄດ້ມາແຜ່ນດິນໂລກເປັນເວລາດົນນານແລ້ວ ແລະ ເຮົາບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປາກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງພຣະທຳຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນເຈດຕະນາທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາເພື່ອໃຫ້ຊາດທັງຫຼາຍເຄົາລົບເຮົາ, ປາກທັງຫຼາຍຮັບຮູ້ເຮົາ, ຜູ້ຄົນທັງຫຼາຍເຊື່ອໃຈເຮົາ ແລະ ຜູ້ຄົນທີ່ເຮົາເລືອກທັງຫຼາຍຍອມຈໍານົນຕໍ່ເຮົາ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

179. ຄັ້ງໜຶ່ງ ເຮົາເຄີຍຖືກເອີ້ນວ່າເປັນພຣະເຢໂຮວາ, ຄັ້ງໜຶ່ງຜູ້ຄົນຍັງຮັບຮູ້ວ່າເຮົາຄືພຣະເມຊີອາ ແລະ ຜູ້ຄົນເຄີຍເອີ້ນເຮົາວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນຄັ້ງໜຶ່ງ ເຊິ່ງເຕັມໄປດ້ວຍຄວາມຮັກ ແລະ ການເຄົາລົບບູຊາ. ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກຕໍ່ໄປ. ກົງກັນຂ້າມ, ເຮົາແມ່ນພຣະເຈົ້າທີ່ກັບຄືນມາໃນຍຸກສຸດທ້າຍ, ພຣະເຈົ້າທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ; ເຮົາແມ່ນພຣະເຈົ້າທີ່ລຸກຂຶ້ນຈາກສຸດປາຍແຜ່ນດິນໂລກ ເຊິ່ງເຕັມໄປດ້ວຍອຸປະນິໄສທັງໝົດຂອງເຮົາ ແລະ ເຕັມໄປດ້ວຍສິດອຳນາດ, ກຽດຕິຍົດ ແລະ ສະຫງ່າລາສີ. ຜູ້ຄົນບໍ່ເຄີຍຕິດຕໍ່ເຮົາ, ພວກເຂົາບໍ່ເຄີຍຮູ້ຈັກເຮົາ ແລະ ພວກເຂົາບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້, ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປາກົດຕໍ່ຜູ້ຄົນໃນຍຸກສຸດທ້າຍ ແຕ່ລີ້ລັບທ່າມກາງພວກເຂົາ. ພຣະອົງອາໄສຢູ່ທ່າມກາງຜູ້ຄົນຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ເຜົາໄໝ້ ແລະ ແປວໄຟທີ່ສ່ອງແສງ ເຊິ່ງເຕັມປ່ຽມໄປດ້ວຍອໍານາດ ແລະ ສິດອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດທີ່ຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟທີ່ເຜົາໄໝ້. ໃນທີ່ສຸດແລ້ວ ບັນດາປະເທດທັງຫຼາຍຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຍັງຈະຖືກທໍາລາຍໃຫ້ແຫຼກລະອຽດດ້ວຍພຣະທຳຂອງເຮົາ. ດ້ວຍວິທີນີ້, ທຸກຄົນໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ກັບຄືນມາ ແລະ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຜູ້ທີ່ເອົາຊະນະມະນຸດຊາດທັງປວງ. ແລ້ວທຸກຄົນຈະໄດ້ເຫັນວ່າ ໃນຄັ້ງໜຶ່ງ ເຮົາເຄີຍເປັນເຄື່ອງບູຊາແທນຄວາມຜິດບາບສຳລັບມະນຸດ, ແຕ່ໃນຍຸກສຸດທ້າຍ ເຮົາໄດ້ກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ພ້ອມທັງເປັນດວງອາທິດແຫ່ງຄວາມຊອບທຳທີ່ເປີດເຜີຍທຸກສິ່ງຢ່າງ. ນີ້ແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ນາມນີ້ ແລະ ຖືອຸປະນິໄສນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ຊອບທຳ, ເປັນດວງອາທິດທີ່ແຜດເຜົາ, ເປັນແປວໄຟທີ່ເຜົາໄໝ້ ແລະ ເພື່ອໃຫ້ທຸກຄົນນະມັດສະການເຮົາ ຜູ້ທີ່ເປັນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ເພື່ອໃຫ້ພວກເຂົາເຫັນໃບໜ້າແທ້ຈິງຂອງເຮົາ: ເຮົາບໍ່ໄດ້ເປັນພຽງພຣະເຈົ້າຂອງຄົນອິດສະຣາເອນ ແລະ ເຮົາບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ. ກົງກັນຂ້າມ, ເຮົາເປັນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ ແລະ ແຜ່ນດິນໂລກ ແລະ ທະເລ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

180. ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ. ຮຽນອ້າຍເອື້ອຍນ້ອງຂອງເຮົາ, ພວກເຈົ້າກໍາລັງລໍຖ້າຫຍັງ? ແມ່ນຫຍັງທີ່ພວກເຈົ້າກຳລັງສະແຫວງຫາ? ພວກເຈົ້າກຳລັງລໍຖ້າໃຫ້ພຣະເຈົ້າປາກົດຕົວບໍ? ພວກເຈົ້າກຳລັງຊອກຫາຮອຍພຣະບາດຂອງພຣະອົງບໍ? ຊ່າງຢາກເຫັນການປາກົດຕົວຂອງພຣະເຈົ້າ! ແລ້ວມັນຊ່າງຍາກແທ້ທີ່ຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າ! ໃນຍຸກນີ້, ໃນໂລກແບບນີ້, ພວກເຮົາຈະຕ້ອງເຮັດແນວໃດເພື່ອເປັນພະຍານເຖິງມື້ທີ່ພຣະເຈົ້າປາກົດຕົວ? ພວກເຮົາຕ້ອງເຮັດແນວໃດເພື່ອຍ່າງໄປພ້ອມກັນກັບບາດກ້າວຂອງພຣະເຈົ້າ? ທຸກຄົນທີ່ກຳລັງລໍຖ້າໃຫ້ພຣະເຈົ້າປາກົດແມ່ນພົບກັບຄຳຖາມປະເພດນີ້. ພວກເຈົ້າທັງໝົດໄດ້ພິຈາລະນາເຖິງສິ່ງເຫຼົ່ານີ້ຫຼາຍເທື່ອ ແຕ່ຜົນໄດ້ຮັບຄືຫຍັງແດ່? ພຣະເຈົ້າປາກົດຕົວຢູ່ໃສ? ຮອຍພຣະບາດຂອງພຣະເຈົ້າຢູ່ທີ່ໃດ? ພວກເຈົ້າໄດ້ຮັບຄຳຕອບແລ້ວບໍ? ຫຼາຍຄົນຈະຕອບໃນລັກສະນະນີ້: “ພຣະເຈົ້າປາກົດຕົວທ່າມກາງທຸກຄົນທີ່ຕິດຕາມພຣະອົງ ແລະ ຮອຍພຣະບາດຂອງພຣະອົງກໍຢູ່ທ່າມກາງພວກເຮົາ; ມັນງ່າຍແບບນັ້ນເລີຍ!” ໃຜກໍຕາມສາມາດຈັດຫາຄຳຕອບທີ່ເປັນຫຼັກສູດໄດ້, ແຕ່ພວກເຈົ້າເຂົ້າໃຈບໍ່ວ່າ ການປາກົດຕົວຂອງພຣະເຈົ້າ ຫຼື ຮອຍພຣະບາດຂອງພຣະອົງແມ່ນຫຍັງ? ການປາກົດຕົວຂອງພຣະເຈົ້າໝາຍເຖິງການທີ່ພຣະອົງມາເຖິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ດ້ວຍຕົວຕົນ ແລະ ອຸປະນິໄສຂອງພຣະອົງເອງ ແລະ ໃນຮູບລັກສະນະທີ່ພຣະອົງເປັນໂດຍກຳເນີດ, ພຣະອົງລົງມາຢູ່ທ່າມກາງມະນຸດຊາດເພື່ອປະຕິບັດພາລະກິດແຫ່ງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກໃດໜຶ່ງ. ການປາກົດຕົວແບບນີ້ບໍ່ແມ່ນຮູບແບບຂອງພິທີກໍາ. ມັນບໍ່ແມ່ນໝາຍສຳຄັນ, ຮູບພາບ, ການອັດສະຈັນ ຫຼື ນິມິດທີ່ຍິ່ງໃຫຍ່ບາງຢ່າງ ແລະ ຍິ່ງເປັນໄປບໍ່ໄດ້ທີ່ມັນຈະເປັນຂະບວນການທາງສາສະໜາປະເພດໃດໜຶ່ງ. ມັນເປັນຄວາມຈິງທີ່ແທ້ຈິງ ແລະ ຕາມຄວາມເປັນຈິງທີ່ທຸກຄົນສາມາດສຳຜັດ ແລະ ເບິ່ງເຫັນໄດ້. ການປາກົດຕົວແບບນີ້ບໍ່ແມ່ນເພື່ອເຮັດພໍເປັນພິທີ ຫຼື ສຳລັບການດຳເນີນການໄລຍະສັ້ນ; ກົງກັນຂ້າມແມ່ນສຳລັບຂັ້ນຕອນຂອງພາລະກິດໃນແຜນການຄຸ້ມຄອງຂອງພຣະອົງ. ການປາກົດຕົວຂອງພຣະເຈົ້າມີຄວາມໝາຍສະເໝີ ແລະ ມີສ່ວນກ່ຽວຂ້ອງບາງຢ່າງກັບແຜນການຄຸ້ມຄອງຂອງພຣະອົງຢູ່ຕະຫຼອດເວລາ. ສິ່ງທີ່ຖືກເອີ້ນວ່າ ການປາກົດຕົວ ໃນທີ່ນີ້ແມ່ນແຕກຕ່າງຈາກ “ການປາກົດຕົວ” ທີ່ພຣະເຈົ້າຊີ້ນໍາ, ນໍາພາ ແລະ ສ່ອງແສງສະຫວ່າງໃຫ້ກັບມະນຸດຢ່າງສິ້ນເຊີງ. ແຕ່ລະຄັ້ງທີ່ພຣະເຈົ້າປະຕິບັດຂັ້ນຕອນໃນພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ, ພຣະອົງເປີດເຜີຍຕົວພຣະອົງເອງ. ພາລະກິດນີ້ແມ່ນແຕກຕ່າງຈາກພາລະກິດໃນຍຸກອື່ນໆ. ມະນຸດບໍ່ສາມາດຈິນຕະນາການໄດ້ ແລະ ມະນຸດກໍບໍ່ເຄີຍພົບພໍ້ມາກ່ອນ. ມັນເປັນພາລະກິດທີ່ເລີ່ມຕົ້ນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າລົງ ແລະ ມັນເປັນຮູບແບບຂອງພາລະກິດທີ່ໃໝ່ ແລະ ໄດ້ຮັບການປັບປຸງເພື່ອຄວາມລອດພົ້ນຂອງມະນຸດຊາດ; ຍິ່ງໄປກວ່ານັ້ນ, ມັນເປັນພາລະກິດທີ່ນໍາພາມະນຸດຊາດໄປສູ່ຍຸກໃໝ່. ນີ້ແມ່ນສິ່ງທີ່ການປາກົດຕົວຂອງພຣະເຈົ້າໝາຍເຖິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກຜະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາໄປສູ່ຍຸກໃໝ່

181. ເມື່ອພວກເຈົ້າເຂົ້າໃຈແລ້ວວ່າ ການປາກົດຕົວຂອງພຣະເຈົ້າໝາຍເຖິງຫຍັງ, ແລ້ວພວກເຈົ້າຄວນຊອກຫາບາດກ້າວຂອງພຣະເຈົ້າແນວໃດ? ຄຳຖາມນີ້ແມ່ນອະທິບາຍໄດ້ບໍ່ຍາກເລີຍ ຄຳຕອບກໍຄື: ບໍ່ວ່າພຣະເຈົ້າຈະປາກົດຕົວຢູ່ໃສກໍ່ຕາມ, ພວກເຈົ້າກໍຈະພົບບາດກ້າວຂອງພຣະອົງເຊັ່ນກັນ. ຄຳອະທິບາຍດັ່ງກ່າວເບິ່ງຄືກົງໄປກົງມາ, ແຕ່ມັນບໍ່ໄດ້ງ່າຍທີ່ຈະປະຕິບັດຕາມ, ຍ້ອນຫຼາຍຄົນບໍ່ຮູ້ຈັກວ່າ ພຣະເຈົ້າປາກົດຕົວຢູ່ທີ່ໃດ, ແລ້ວແຮງໄກທີ່ຈະຮູ້ຈັກວ່າ ພຣະອົງປະສົງ ຫຼື ພຣະອົງຄວນປາກົດຕົວພຣະອົງເອງຢູ່ໃສ. ບາງຄົນເຊື່ອຢ່າງບໍ່ຄິດວ່າ ບ່ອນໃດກໍຕາມທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ພຣະເຈົ້າກໍຈະປາກົດຕົວຢູ່ບ່ອນນັ້ນ. ຫຼືບໍ່ດັ່ງນັ້ນພວກເຂົາກໍຈະເຊື່ອວ່າບ່ອນໃດກໍຕາມທີ່ມີຄົນທີ່ມີຊື່ສຽງສູງ ພຣະເຈົ້າກໍຈະປາກົດຕົວຢູ່ທີ່ນັ້ນ. ຫຼື ພວກເຂົາກໍຈະເຊື່ອວ່າ ບ່ອນໃດກໍຕາມທີ່ມີຜູ້ຄົນທີ່ມີຊື່ສຽງ, ພຣະເຈົ້າກໍປາກົດຕົວຢູ່ທີ່ນັ້ນ. ໃນຊ່ວງເວລານີ້ ໃຫ້ພວກເຮົາປະໄວ້ຄຳຖາມທີ່ວ່າ ຄວາມເຊື່ອດັ່ງກ່າວຖືກ ຫຼື ຜິດ. ເພື່ອອະທິບາຍຄຳຖາມດັ່ງກ່າວ ກ່ອນອື່ນ ພວກເຮົາຕ້ອງມີຈຸດປະສົງທີ່ຊັດເຈນ ນັ້ນກໍຄື: ພວກເຮົາກຳລັງຊອກຫາບາດກ້າວຂອງພຣະເຈົ້າ. ພວກເຮົາບໍ່ໄດ້ກຳລັງຊອກຫາບຸກຄົນຝ່າຍວິນຍານ, ແລ້ວແຮງໄກທີ່ພວກເຮົາຈະຕິດຕາມບຸກຄົນທີ່ມີຊື່ສຽງ; ພວກເຮົາກຳລັງຍ່າງຕາມບາດກ້າວຂອງພຣະເຈົ້າ. ດ້ວຍເຫດຜົນນີ້ ຍ້ອນພວກເຮົາກຳລັງຊອກຫາບາດກ້າວຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາເຈດຕະນາຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາພຣະຄຳຂອງພຣະອົງ. ນີ້ກໍຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ; ບ່ອນໃດກໍຕາມທີ່ມີການສະແດງອອກຂອງພຣະເຈົ້າ, ພຣະເຈົ້າກໍປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍມີຢູ່ໃນທີ່ນັ້ນ. ໃນການຊອກຫາບາດກ້າວຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ “ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ”. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບບາດກ້າວຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ! ການປາກົດຕົວຂອງພຣະເຈົ້າບໍ່ສາມາດສອດຄ່ອງກັບແນວຄິດຂອງມະນຸດໄດ້ ແລ້ວແຮງໄກທີ່ພຣະເຈົ້າຈະປາກົດຕົວໃນລັກສະນະທີ່ມະນຸດຮຽກຮ້ອງຈາກພຣະອົງໄດ້. ພຣະເຈົ້າດຳເນີນການຕາມທາງເລືອກຂອງພຣະອົງ ແລະ ຕາມແຜນການຂອງພຣະອົງເອງ ເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພຣະອົງກໍມີຈຸດປະສົງຂອງພຣະອົງເອງ ແລະ ວິທີການຂອງພຣະອົງເອງ. ພາລະກິດຫຍັງກໍຕາມທີ່ພຣະອົງປະຕິບັດ, ພຣະອົງບໍ່ຈຳເປັນຕ້ອງສົນທະນາກັບມະນຸດ ຫຼື ສະແຫວງຫາຄຳປຶກສາຂອງເຂົາ ແລ້ວແຮງໄກທີ່ຈະແຈ້ງໃຫ້ແຕ່ລະຄົນຮູ້ກ່ຽວກັບພາລະກິດຂອງພຣະອົງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ, ຍິ່ງໄປກວ່ານັ້ນ, ທຸກຄົນຄວນຮັບຮູ້. ຖ້າພວກເຈົ້າປາຖະໜາທີ່ຈະເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າ, ເພື່ອຕິດຕາມບາດກ້າວຂອງພຣະເຈົ້າ, ກ່ອນອື່ນ ພວກເຈົ້າກໍຕ້ອງປະຖິ້ມແນວຄິດຂອງພວກເຈົ້ານັ້ນກ່ອນ. ພວກເຈົ້າຕ້ອງບໍ່ຮຽກຮ້ອງໃຫ້ພຣະເຈົ້າເຮັດນັ້ນເຮັດນີ້ ຍິ່ງໄປກວ່ານັ້ນພວກເຈົ້າບໍ່ຄວນວາງພຣະອົງໃຫ້ຢູ່ພາຍໃນຂອບເຂດຂອງພວກເຈົ້າ ແລະ ຈຳກັດພຣະອົງໃນແນວຄິດຂອງພວກເຈົ້າເອງ. ກົງກັນຂ້າມ ພວກເຈົ້າຄວນຮຽກຮ້ອງຕົນເອງວ່າ ພວກເຈົ້າຄວນສະແຫວງຫາບາດກ້າວຂອງພຣະເຈົ້າໄດ້ແນວໃດ, ພວກເຈົ້າຄວນຍອມຮັບການປາກົດຕົວຂອງພຣະເຈົ້າໄດ້ແນວໃດ ແລະ ພວກເຈົ້າຄວນຍອມຕາມພາລະກິດໃໝ່ຂອງພຣະເຈົ້າໄດ້ແນວໃດ: ນີ້ຄືສິ່ງທີ່ມະນຸດຄວນກະທຳ. ຍ້ອນມະນຸດບໍ່ແມ່ນຄວາມຈິງ ແລະ ບໍ່ໄດ້ປະກອບດ້ວຍຄວາມຈິງ, ເຂົາຄວນສະແຫວງຫາ, ຍອມຮັບ ແລະ ອ່ອນນ້ອມ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກຜະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາໄປສູ່ຍຸກໃໝ່

182. ປັດຈຸບັນນີ້, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່. ເຈົ້າອາດຈະບໍ່ສາມາດຍອມຮັບເອົາພຣະທໍາເຫຼົ່ານີ້ ແລະ ພຣະທຳເຫຼົ່ານີ້ອາດເບິ່ງຄືບໍ່ປົກກະຕິສຳລັບເຈົ້າ, ແຕ່ເຮົາຂໍແນະນໍາເຈົ້າບໍ່ໃຫ້ເປີດເຜີຍຄວາມເປັນທຳມະຊາດຂອງເຈົ້າໃນຕອນນີ້, ເພາະມີພຽງຜູ້ຄົນທີ່ຫິວ ແລະ ກະຫາຍຄວາມຊອບທໍາຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ສາມາດໄດ້ຮັບຄວາມຈິງໄດ້ ແລະ ມີພຽງຜູ້ທີ່ອຸທິດຕົນຢ່າງແທ້ຈິງເທົ່ານັ້ນຈຶ່ງຈະໄດ້ຮັບຄວາມສະຫວ່າງ ແລະ ການຊີ້ນໍາໂດຍພຣະເຈົ້າ. ຜົນໄດ້ຮັບແມ່ນໄດ້ມາຈາກການສະແຫວງຫາຄວາມຈິງດ້ວຍຄວາມສັນຕິ, ບໍ່ແມ່ນດ້ວຍການຂັດແຍ້ງ ແລະ ການໂຕ້ຖຽງກັນ. ເມື່ອເຮົາເວົ້າວ່າ: “ມື້ນີ້ ພຣະເຈົ້າມີພາລະກິດໃໝ່”, ເຮົາໝາຍເຖິງເລື່ອງທີ່ພຣະເຈົ້າສະເດັດກັບມາສູ່ເນື້ອໜັງ. ບາງເທື່ອ ເຈົ້າບໍ່ສົນໃຈພຣະທໍາເຫຼົ່ານີ້, ບາງເທື່ອເຈົ້າກຽດຊັງພຣະທໍາເຫຼົ່ານີ້ ຫຼື ບາງເທື່ອ ພຣະທໍາເຫຼົ່ານີ້ເປັນສິ່ງທີ່ໜ້າສົນໃຈຫຼາຍສໍາລັບເຈົ້າ. ບໍ່ວ່າໃນກໍລະນີໃດກໍຕາມ, ເຮົາຫວັງວ່າ ທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າຢ່າງແທ້ຈິງ ຈະສາມາດຜະເຊີນກັບຄວາມເປັນຈິງນີ້ ແລະ ຮັບເອົາຄວາມຈິງນີ້ໄປພິຈາລະນາຢ່າງລະມັດລະວັງ, ແທນທີ່ຈະດ່ວນສະຫຼຸບກ່ຽວກັບມັນ; ນັ້ນແມ່ນສິ່ງທີ່ຄົນມີສະຕິປັນຍາຄວນປະຕິບັດ.

ມັນບໍ່ຍາກທີ່ຈະສອບຖາມໃນສິ່ງດັ່ງກ່າວ, ແຕ່ມັນຮຽກຮ້ອງໃຫ້ພວກເຮົາແຕ່ລະຄົນຮູ້ຈັກຄວາມຈິງນີ້ກ່ອນ: ພຣະອົງຜູ້ທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງຜູ້ທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດມີການສະແດງອອກຂອງພຣະເຈົ້າ. ຍ້ອນພຣະເຈົ້າໄດ້ບັງເກີດເປັນມະນຸດ, ພຣະອົງຈຶ່ງນຳເອົາພາລະກິດທີ່ພຣະອົງຕັ້ງໃຈຈະເຮັດມາກັບພຣະອົງ ແລະ ຍ້ອນວ່າພຣະອົງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຈຶ່ງສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະກວດສອບວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງກຳນົດຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອກຳນົດວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ກຸນແຈສຳຄັນວ່າມັນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່ນັ້ນ ແມ່ນຂຶ້ນກັບແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະຄຳຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆຫຼາຍຢ່າງ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດກວດສອບແຕ່ພຽງລັກສະນະພາຍນອກຂອງພຣະອົງ ແລະ ດ້ວຍເຫດນີ້ຈຶ່ງເບິ່ງຂ້າມແກ່ນແທ້ຂອງພຣະອົງ, ແລ້ວນີ້ກໍສະແດງໃຫ້ເຫັນວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້. ລັກສະນະພາຍນອກບໍ່ໄດ້ບົ່ງບອກເຖິງແກ່ນແທ້, ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະເຈົ້າບໍ່ມີທາງສອດຄ່ອງກັບແນວຄວາມຄິດຂອງມະນຸດໄດ້. ລັກສະນະພາຍນອກຂອງພຣະເຢຊູບໍ່ໄດ້ກົງກັນຂ້າມກັບແນວຄິດຂອງມະນຸດບໍ? ບໍ່ແມ່ນໃບໜ້າ ແລະ ການນຸ່ງຖືຂອງພຣະອົງບໍ່ສາມາດບົ່ງບອກເຖິງຕົວຕົນແທ້ຈິງຂອງພຣະອົງໄດ້ບໍ? ພວກຟາຣີຊາຍໃນຊ່ວງທຳອິດທີ່ຕໍ່ຕ້ານພຣະເຢຊູບໍ່ແມ່ນຍ້ອນພວກເຂົາພຽງແຕ່ເບິ່ງຮູບລັກສະນະພາຍນອກຂອງພຣະອົງ ແລະ ບໍ່ໄດ້ຍອມຮັບພຣະທໍາທີ່ອອກຈາກປາກຂອງພຣະອົງຢ່າງມີສະຕິບໍ? ເຮົາຫວັງວ່າ ອ້າຍເອື້ອຍນ້ອງທຸກຄົນທີ່ສະແຫວງຫາການປາກົດຂອງພຣະເຈົ້າຈະບໍ່ເຮັດຊໍ້າຮອຍຕາມປະຫວັດສາດອັນໂສກເສົ້ານັ້ນອີກ. ພວກເຈົ້າຕ້ອງບໍ່ກາຍເປັນພວກຟາຣີຊາຍແຫ່ງຍຸກສະໄໝໃໝ່ ແລະ ຄຶງພຣະເຈົ້າໃສ່ໄມ້ກາງແຂນອີກຄັ້ງ. ພວກເຈົ້າຄວນພິຈາລະນາຢ່າງຮອບຄອບກ່ຽວກັບວິທີຕ້ອນຮັບການສະເດັດກັບມາຂອງພຣະເຈົ້າ ແລະ ພວກເຈົ້າຄວນມີຈິດໃຈທີ່ແຈ່ມແຈ້ງກ່ຽວກັບວິທີທີ່ຈະເປັນຄົນອ່ອນນ້ອມຕໍ່ຄວາມຈິງ ນີ້ແມ່ນຄວາມຮັບຜິດຊອບຂອງທຸກຄົນທີ່ກໍາລັງລໍຖ້າໃຫ້ພຣະເຢຊູສະເດັດກັບມາເທິງກ້ອນເມກ. ພວກເຮົາຄວນສີຕາຝ່າຍວິນຍານຂອງເຮົາເພື່ອເຮັດໃຫ້ມັນເຫັນແຈ້ງ ແລະ ບໍ່ຈົມຢູ່ກັບຖ້ອຍຄໍາແຫ່ງການເພີ້ຝັນທີ່ເກີນຈິງ. ພວກເຮົາຄວນຄິດກ່ຽວກັບພາລະກິດຕົວຈິງຂອງພຣະເຈົ້າ ແລະ ເບິ່ງໃນດ້ານທີ່ເປັນຈິງຂອງພຣະເຈົ້າ. ຈົ່ງຢ່າໄດ້ຫຼົງໄຫຼ ຫຼື ສູນເສຍຕົນເອງໃນຄວາມຝັນກາງເວັນ ແລະ ມົວແຕ່ປາຖະໜາຫາມື້ທີ່ພຣະເຢຊູເຈົ້າຈະລົງມາທ່າມກາງພວກເຈົ້າຢ່າງກະທັນຫັນ ໂດຍຂີ່ເທິງກ້ອນເມກ ແລະ ຮັບເອົາພວກເຈົ້າ ຜູ້ທີ່ບໍ່ເຄີຍຮູ້ຈັກ ຫຼື ເຫັນພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກວິທີປະຕິບັດຕາມຄວາມປະສົງຂອງພຣະອົງ. ທາງທີ່ດີຄວນຄິດໃສ່ໃນສິ່ງທີ່ມີຄວາມເປັນຈິງຫຼາຍຂຶ້ນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ

183. ຄັ້ງນີ້, ພຣະເຈົ້າມາເພື່ອດໍາເນີນພາລະກິດ ບໍ່ແມ່ນໃນຮ່າງກາຍຝ່າຍພຣະວິນຍານ ແຕ່ໃນຮ່າງກາຍທີ່ທໍາມະດາຫຼາຍ. ຍິ່ງໄປກວ່ານັ້ນ, ມັນແມ່ນຮ່າງກາຍຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ແລະ ມັນຍັງເປັນຮ່າງກາຍທີ່ພຣະອົງກັບຄືນມາສູ່ເນື້ອໜັງອີກດ້ວຍ. ມັນເປັນຮ່າງກາຍທີ່ທຳມະດາຫຼາຍ. ເມື່ອແນມເບິ່ງພຣະອົງ, ເຈົ້າບໍ່ສາມາດເຫັນສິ່ງໃດທີ່ເຮັດໃຫ້ພຣະອົງໂດດເດັ່ນຈາກຄົນອື່ນ, ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ພຽງແຕ່ເນື້ອໜັງທີ່ບໍ່ເປັນທີ່ສັງເກດນີ້ທີ່ເປັນຕົວແທນຂອງພຣະທຳແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ, ເປັນຜູ້ແບກຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ການສະແດງອອກເຊິ່ງເຮັດໃຫ້ມະນຸດເຂົ້າໃຈອຸປະນິໄສທັງໝົດຂອງພຣະເຈົ້າ. ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຫັນພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຂົ້າໃຈພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຫັນຈຸດໝາຍປາຍທາງຂອງມະນຸດຊາດບໍ? ພຣະອົງຈະບອກຄວາມລັບທັງໝົດນີ້ໃຫ້ແກ່ເຈົ້າ ເຊິ່ງເປັນຄວາມລັບທີ່ບໍ່ມີມະນຸດຄົນໃດເຄີຍສາມາດບອກເຈົ້າ ແລະ ພຣະອົງຍັງຈະບອກຄວາມຈິງທີ່ເຈົ້າບໍ່ເຂົ້າໃຈໃຫ້ແກ່ເຈົ້າ. ພຣະອົງຄືປະຕູຂອງເຈົ້າສູ່ອານາຈັກ ແລະ ຜູ້ນໍາທາງຂອງເຈົ້າສູ່ຍຸກໃໝ່. ເນື້ອໜັງທີ່ທຳມະດານີ້ມີຄວາມເລິກລັບຫຼາຍຢ່າງທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ການກະທຳຂອງພຣະອົງເປັນສິ່ງທີ່ລຶກລັບ ແລະ ບໍ່ສາມາດຢັ່ງເຖິງໄດ້ສຳລັບເຈົ້າ, ແຕ່ເປົ້າໝາຍທັງໝົດໃນພາລະກິດທີ່ພຣະອົງເຮັດກໍ່ພຽງພໍທີ່ຈະເຮັດໃຫ້ເຈົ້າເຫັນວ່າພຣະອົງບໍ່ໄດ້ເປັນເນື້ອໜັງທີ່ທຳມະດາດັ່ງທີ່ຜູ້ຄົນເຊື່ອ, ເພາະວ່າພຣະອົງເປັນຕົວແທນໃຫ້ແກ່ເຈດຕະນາຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ການດູແລຂອງພຣະເຈົ້າສຳລັບມະນຸດຊາດໃນຍຸກສຸດທ້າຍ. ເຖິງແມ່ນວ່າເຈົ້າບໍ່ສາມາດໄດ້ຍິນ, ພຣະທຳຂອງພຣະອົງກໍ່ເບິ່ງຄືກັບວ່າກຳລັງສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ, ເຖິງແມ່ນວ່າເຈົ້າບໍ່ສາມາດເຫັນສາຍຕາຂອງພຣະອົງເປັນແປວໄຟ ແລະ ເຖິງແມ່ນວ່າເຈົ້າບໍ່ສາມາດຮັບເອົາການລົງວິໄນຈາກທ່ອນເຫຼັກຂອງພຣະອົງ, ເຖິງວ່າຈະເປັນແນວນັ້ນເຈົ້າກໍສາມາດໄດ້ຍິນຈາກພຣະທຳຂອງພຣະອົງວ່າພຣະເຈົ້າກຳລັງໂກດຮ້າຍ ແລະ ຮູ້ວ່າພຣະເຈົ້າກຳລັງສະແດງຄວາມເມດຕາຕໍ່ມະນຸດຊາດ ແລະ ເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ກໍຊື່ນຊົມຄວາມຫ່ວງໃຍຂອງພຣະເຈົ້າສຳລັບມະນຸດຊາດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ມະນຸດເຫັນຢູ່ເທິງໂລກ ພຣະເຈົ້າໃນສະຫວັນທີ່ດໍາລົງຊີວິດຢູ່ທ່າມກາງມະນຸດ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ອ່ອນນ້ອມ, ຢໍາເກງ ແລະ ຮັກພຣະເຈົ້າ. ນີ້ຄືເຫດຜົນທີ່ພຣະອົງໄດ້ກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ. ເຖິງແມ່ນວ່າສິ່ງທີ່ມະນຸດເຫັນໃນມື້ນີ້ຄືພຣະເຈົ້າທີ່ເປັນຄືກັນກັບມະນຸດ, ພຣະເຈົ້າທີ່ມີດັງ ແລະ ຕາສອງເບື້ອງ ແລະ ເປັນພຣະເຈົ້າທີ່ບໍ່ໄດ້ໂດດເດັ່ນຫຼາຍ, ໃນທີ່ສຸດແລ້ວ ພຣະເຈົ້າກໍ່ຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າບຸກຄົນນີ້ບໍ່ມີຢູ່, ສະຫວັນ ແລະ ໂລກກໍ່ຈະຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ; ຖ້າບຸກຄົນນີ້ບໍ່ມີຢູ່, ສະຫວັນກໍ່ຈະມົວລົງ, ໂລກກໍ່ຈະຈົມລົງສູ່ຄວາມວຸ້ນວາຍ ແລະ ມະນຸດຊາດທັງປວງກໍ່ຈະດຳລົງຊີວິດທ່າມກາງໄພອຶດຢາກ ແລະ ໂຣກລະບາດ. ພຣະອົງກໍ່ຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍບໍ່ມາເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ, ແລ້ວພຣະເຈົ້າຄົງຈະທຳລາຍມະນຸດຊາດທັງປວງໃນນະຮົກຕັ້ງແຕ່ດົນມາແລ້ວ; ຖ້າເນື້ອໜັງນີ້ບໍ່ມີຢູ່, ແລ້ວພວກເຈົ້າກໍ່ຈະເປັນຄົນບາບໜາຕະຫຼອດໄປ ແລະ ພວກເຈົ້າຈະເປັນຊາກສົບຕະຫຼອດໄປ. ພວກເຈົ້າຄວນຮູ້ໄວ້ວ່າ ຖ້າເນື້ອໜັງນີ້ບໍ່ມີຢູ່, ມັນຈະເປັນໄປບໍ່ໄດ້ທີ່ມະນຸດຊາດທັງປວງຈະຫຼົບໜີຈາກຄວາມຫາຍະນະໄດ້ ແລະ ເປັນໄປບໍ່ໄດ້ທີ່ມັນຈະຫຼົບໜີການລົງໂທດທີ່ຮ້າຍແຮງຍິ່ງຂຶ້ນທີ່ພຣະເຈົ້າຕັດສິນໃຫ້ເກີດຂຶ້ນຕໍ່ມະນຸດຊາດໃນຍຸກສຸດທ້າຍ. ຖ້າເນື້ອໜັງທີ່ທຳມະດານີ້ບໍ່ໄດ້ກຳເນີດ, ພວກເຈົ້າທຸກຄົນກໍ່ຈະຢູ່ໃນສະພາວະທີ່ພວກເຈົ້າຂໍຊີວິດ ໂດຍທີ່ບໍ່ສາມາດດຳລົງຊີວິດ ແລະ ວອນຂໍຄວາມຕາຍໂດຍທີ່ບໍ່ສາມາດຕາຍ; ຖ້າເນື້ອໜັງນີ້ບໍ່ມີຢູ່, ແລ້ວພວກເຈົ້າກໍ່ຈະບໍ່ສາມາດຮັບເອົາຄວາມຈິງ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າໃນມື້ນີ້ ແຕ່ກົງກັນຂ້າມ ພວກເຈົ້າຈະຖືກພຣະເຈົ້າລົງໂທດ ຍ້ອນຄວາມຜິດບາບທີ່ຮ້າຍແຮງຂອງພວກເຈົ້າ. ພວກເຈົ້າຮູ້ບໍວ່າ ຖ້າບໍ່ແມ່ນຍ້ອນການທີ່ພຣະເຈົ້າກັບຄືນມາສູ່ເນື້ອໜັງ, ບໍ່ມີຜູ້ໃດຈະມີໂອກາດໄດ້ຮັບຄວາມລອດພົ້ນ; ແລະ ຖ້າບໍ່ແມ່ນຍ້ອນການມາເຖິງຂອງເນື້ອໜັງນີ້, ພຣະເຈົ້າກໍ່ຈະນໍາການສິ້ນສຸດມາສູ່ຍຸກເດີມຕັ້ງແຕ່ດົນແລ້ວ? ເມື່ອເປັນແບບນີ້, ພວກເຈົ້າຍັງຈະປະຕິເສດການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າບໍ? ຍ້ອນພວກເຈົ້າສາມາດໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງຈາກຄົນທຳມະດາຄົນນີ້, ເປັນຫຍັງພວກເຈົ້າຈຶ່ງບໍ່ຍອມຮັບພຣະອົງຢ່າງຍິນດີ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

184. ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້. ຖ້າເຈົ້າບໍ່ສາມາດເຂົ້າໃຈຢ່າງສົມບູນວ່າທາງເລືອກຂອງເຈົ້າຖືກຕ້ອງ ຫຼື ບໍ່ ຫຼື ເຈົ້າບໍ່ສາມາດຮູ້ໄດ້ວ່າພາລະກິດຂອງພຣະເຈົ້າສາມາດສໍາເລັດໄດ້ ຫຼື ບໍ່, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ລອງສ່ຽງເບິ່ງ ແລະ ເບິ່ງວ່າມະນຸດທີ່ທໍາມະດາຄົນນີ້ຈະເປັນປະໂຫຍດຫຼາຍຕໍ່ຕົວເຈົ້າ ຫຼື ບໍ່ ແລະ ພຣະເຈົ້າໄດ້ທໍາການອັນຍິ່ງໃຫຍ່ແທ້ໆ ຫຼື ບໍ່? ເຖິງຢ່າງໃດກໍ່ຕາມ, ເຮົາຕ້ອງບອກເຈົ້າວ່າ ໃນເວລາຂອງໂນອາ, ມະນຸດກິນ ແລະ ດື່ມ, ແຕ່ງດອງ ແລະ ຍິນຍອມແຕ່ງດອງຈົນເຖິງຂັ້ນທີ່ພຣະເຈົ້າທົນເບິ່ງບໍ່ໄດ້, ສະນັ້ນ ພຣະອົງຈຶ່ງສົ່ງນໍ້າຖ້ວມຄັ້ງໃຫຍ່ມາເພື່ອທໍາລາຍມະນຸດຊາດ, ເວັ້ນໄວ້ແຕ່ຄອບຄົວຂອງໂນອາທີ່ມີແປດຄົນ ແລະ ສັດປີກ ແລະ ສັດປ່າທຸກຊະນິດ. ເຖິງຢ່າງໃດກໍ່ຕາມ ໃນຍຸກສຸດທ້າຍ, ຄົນທີ່ພຣະເຈົ້າໄດ້ເວັ້ນໄວ້ນັ້ນລ້ວນແລ້ວແຕ່ເປັນຄົນທີ່ຈົງຮັກພັກດີຕໍ່ພຣະອົງຈົນເຖິງທີ່ສຸດ. ເຖິງແມ່ນວ່າທັງສອງຍຸກຈະເປັນເວລາທີ່ມີຄວາມເສື່ອມຊາມຫຼາຍຈົນພຣະເຈົ້າບໍ່ສາມາດທົນເບິ່ງໄດ້ ແລະ ມະນຸດຊາດໃນທັງສອງຍຸກກໍ່ເສື່ອມຊາມຫຼາຍ ແລະ ປະຕິເສດວ່າພຣະເຈົ້າເປັນພຣະຜູ້ເປັນເຈົ້າຂອງພວກເຂົາ, ພຣະເຈົ້າໄດ້ທໍາລາຍພຽງແຕ່ຄົນໃນເວລາຂອງໂນອາ. ມະນຸດຊາດໃນທັງສອງຍຸກໄດ້ເຮັດໃຫ້ພຣະເຈົ້າເສຍໃຈຫຼາຍ ແຕ່ພຣະເຈົ້າກໍ່ຍັງອົດທົນກັບມະນຸດໃນຍຸກສຸດທ້າຍຈົນຮອດຕອນນີ້. ເປັນຫຍັງຈຶ່ງເປັນແນວນີ້? ພວກເຈົ້າບໍ່ເຄີຍສົງໄສບໍວ່າເປັນຫຍັງ? ຖ້າພວກເຈົ້າບໍ່ຮູ້ແທ້ໆ ແລ້ວເຮົາຈະບອກພວກເຈົ້າ. ເຫດຜົນທີ່ພຣະເຈົ້າສະແດງຄວາມກະລຸນາຕໍ່ມະນຸດໃນຍຸກສຸດທ້າຍບໍ່ແມ່ນເພາະພວກເຂົາເສື່ອມຊາມໜ້ອຍກວ່າຄົນໃນເວລາຂອງໂນອາ ຫຼື ພວກເຂົາກັບໃຈມາຫາພຣະເຈົ້າ, ແຮງໄກທີ່ຈະເປັນຍ້ອນວ່າເຕັກໂນໂລຊີໃນຍຸກສຸດທ້າຍກ້າວໜ້າຫຼາຍຈົນພຣະເຈົ້າບໍ່ສາມາດຕັດສິນໃຈທຳລາຍພວກເຂົາໄດ້. ກົງກັນຂ້າມ, ມັນເປັນຍ້ອນວ່າພຣະເຈົ້າມີພາລະກິດທີ່ຕ້ອງເຮັດໃນຄົນກຸ່ມໜຶ່ງໃນຍຸກສຸດທ້າຍ ແລະ ພຣະເຈົ້າຈະເຮັດພາລະກິດນີ້ດ້ວຍພຣະອົງເອງໃນການບັງເກີດເປັນມະນຸດຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະເລືອກເອົາສ່ວນໜຶ່ງຂອງຄົນກຸ່ມນີ້ໃຫ້ເປັນເປົ້າໝາຍໃນຄວາມລອດພົ້ນຂອງພຣະອົງ ແລະ ໝາກຜົນໃນແຜນການຄຸ້ມຄອງຂອງພຣະອົງ ແລະ ນໍາຜູ້ຄົນເຫຼົ່ານີ້ໄປສູ່ຍຸກໃໝ່. ດັ່ງນັ້ນ ບໍ່ວ່າຫຍັງກໍ່ຕາມ, ລາຄານີ້ທີ່ພຣະເຈົ້າໄດ້ຈ່າຍກໍ່ເປັນການກະກຽມສຳລັບພາລະກິດທີ່ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງຈະເຮັດໃນຍຸກສຸດທ້າຍທັງສິ້ນ. ຂໍ້ແທ້ຈິງທີ່ພວກເຈົ້າໄດ້ມາເຖິງມື້ນີ້ກໍ່ເນື່ອງຈາກເນື້ອໜັງນີ້. ມັນເປັນເພາະພຣະເຈົ້າດຳລົງຊີວິດໃນເນື້ອໜັງ ພວກເຈົ້າຈຶ່ງມີໂອກາດລອດຊີວິດ. ຄວາມໂຊກດີທັງໝົດນີ້ແມ່ນໄດ້ຮັບຍ້ອນມະນຸດທີ່ທຳມະດາຄົນນີ້. ບໍ່ແມ່ນພຽງເທົ່ານີ້, ແຕ່ໃນທີ່ສຸດ ທຸກຊົນຊາດຈະນະມັດສະການມະນຸດທີ່ທຳມະດາຄົນນີ້ ພ້ອມທັງຂອບໃຈ ແລະ ເຊື່ອຟັງມະນຸດທີ່ບໍ່ສຳຄັນຄົນນີ້, ເພາະມັນຄືຄວາມຈິງ, ຊີວິດ ແລະ ຫົນທາງທີ່ພຣະອົງໄດ້ນໍາມາ ເຊິ່ງຊ່ວຍມະນຸດຊາດທັງປວງ, ບັນເທົາຂໍ້ຂັດແຍ້ງລະຫວ່າງມະນຸດ ແລະ ພຣະເຈົ້າ, ເຮັດໃຫ້ໄລຍະທາງລະຫວ່າງພວກເຂົາສັ້ນລົງ ແລະ ເປີດຄວາມເຊື່ອມໂຍງລະຫວ່າງຄວາມຄິດຂອງພຣະເຈົ້າ ແລະ ມະນຸດ. ມັນເປັນພຣະອົງທີ່ໄດ້ຮັບສະຫງ່າລາສີຫຼາຍຂຶ້ນສຳລັບພຣະເຈົ້າ. ມະນຸດທີ່ທຳມະດາຄົນນີ້ບໍ່ສົມຄວນແກ່ຄວາມໄວ້ວາງໃຈ ແລະ ການເຄົາລົບບູຊາຂອງເຈົ້າບໍ? ເນື້ອໜັງທີ່ທຳມະດາດັ່ງກ່າວບໍ່ເໝາະສົມທີ່ຈະຖືກເອີ້ນວ່າພຣະຄຣິດບໍ? ຄົນທຳມະດາເຊັ່ນນັ້ນຈະບໍ່ສາມາດກາຍມາເປັນການສະແດງອອກຂອງພຣະເຈົ້າໃນທ່າມກາງມະນຸດບໍ? ມະນຸດຄົນດັ່ງກ່າວທີ່ໄດ້ເວັ້ນຊີວິດມະນຸດຊາດຈາກໄພພິບັດບໍ່ສົມຄວນໄດ້ຮັບຄວາມຮັກຂອງພວກເຈົ້າ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະຍຶດຖືພຣະອົງບໍ? ຖ້າພວກເຈົ້າປະຕິເສດຄວາມຈິງທີ່ກ່າວອອກຈາກປາກຂອງພຣະອົງ ແລະ ລັງກຽດການເປັນຢູ່ຂອງພຣະອົງທ່າມກາງພວກເຈົ້າ, ແລ້ວແມ່ນຫຍັງຈະເກີດຂຶ້ນກັບພວກເຈົ້າໃນທີ່ສຸດ?

ພາລະກິດທັງໝົດຂອງພຣະເຈົ້າໃນຍຸກສຸດທ້າຍເກີດຂຶ້ນຜ່ານມະນຸດທຳມະດາຄົນນີ້. ພຣະອົງຈະປະທານທຸກສິ່ງໃຫ້ແກ່ເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະອົງຈະສາມາດຕັດສິນທຸກສິ່ງທີ່ກ່ຽວຂ້ອງກັບເຈົ້າ. ມະນຸດແບບນີ້ຈະສາມາດເປັນດັ່ງທີ່ພວກເຈົ້າເຊື່ອວ່າພຣະອົງເປັນບໍ: ເປັນມະນຸດທີ່ທຳມະດາຫຼາຍທີ່ບໍ່ສົມຄວນຖືກກ່າວເຖິງ? ຄວາມຈິງຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອໝັ້ນບໍ? ການເປັນພະຍານເຖິງການກະທຳຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອໝັ້ນບໍ? ຫຼື ເສັ້ນທາງທີ່ພຣະອົງນໍາມາບໍ່ສົມຄວນໃຫ້ພວກເຈົ້າໄດ້ຍ່າງບໍ? ເມື່ອໄດ້ເວົ້າ ແລະ ເຮັດທຸກສິ່ງແລ້ວ, ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າກຽດຊັງພຣະອົງ ແລະ ໂຍນພຣະອົງອອກໄປ ແລະ ມອບບ່ອນນອນທີ່ກວ້າງໃຫ້ພຣະອົງ? ນັ້ນຄືມະນຸດຄົນນີ້ທີ່ສະແດງຄວາມຈິງ, ນັ້ນຄືມະນຸດຄົນທີ່ໃຫ້ຄວາມຈິງ ແລະ ນັ້ນຄືມະນຸດຄົນນີ້ທີ່ມອບເສັ້ນທາງໃຫ້ພວກເຈົ້າໄດ້ຕິດຕາມ. ມັນເປັນໄປໄດ້ບໍວ່າພວກເຈົ້າຍັງບໍ່ສາມາດຄົ້ນພົບຮ່ອງຮອຍໃນພາລະກິດຂອງພຣະເຈົ້າພາຍໃນຄວາມຈິງເຫຼົ່ານີ້? ຖ້າບໍ່ມີພາລະກິດຂອງພຣະເຢຊູ, ມະນຸດຊາດຈະບໍ່ສາມາດລົງມາຈາກໄມ້ກາງແຂນ, ແຕ່ຖ້າບໍ່ມີການບັງເກີດເປັນມະນຸດໃນມື້ນີ້ ຄົນທີ່ລົງມາຈາກໄມ້ກາງແຂນຈະບໍ່ສາມາດໄດ້ຮັບການຮອງຮັບຈາກພຣະເຈົ້າ ຫຼື ເຂົ້າສູ່ຍຸກໃໝ່ຈັກເທື່ອ. ຖ້າບໍ່ມີການມາເຖິງຂອງມະນຸດທີ່ທຳມະດາຄົນນີ້, ພວກເຈົ້າຈະບໍ່ມີໂອກາດໄດ້ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ຫຼື ພວກເຈົ້າຈະບໍ່ມີຄຸນສົມບັດທີ່ຈະໄດ້ເຫັນ, ຍ້ອນພວກເຈົ້າທຸກຄົນເປັນສິ່ງຂອງທີ່ຄວນຖືກທຳລາຍຕັ້ງແຕ່ດົນແລ້ວ. ຍ້ອນການມາເຖິງຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ, ພຣະເຈົ້າໄດ້ໃຫ້ອະໄພພວກເຈົ້າ ແລະ ສະແດງຄວາມເມດຕາໃຫ້ແກ່ພວກເຈົ້າ. ເຖິງຢ່າງໃດກໍ່ຕາມ, ພຣະທຳທີ່ເຮົາຕ້ອງປະໄວ້ໃຫ້ແກ່ພວກເຈົ້າໃນຕອນສຸດທ້າຍກໍ່ຍັງເປັນສິ່ງເຫຼົ່ານີ້: ມະນຸດທີ່ທຳມະດາຄົນນີ້ ເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ພວກເຈົ້າ. ນີ້ຄືສິ່ງທີ່ຍິ່ງໃຫຍ່ທີ່ພຣະເຈົ້າໄດ້ເຮັດທ່າມກາງມະນຸດແລ້ວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

185. ຖ້າພຣະຜູ້ຊ່ວຍໃຫ້ລອດພົ້ນມາເຖິງໃນຍຸກສຸດທ້າຍ ແລະ ຍັງຖືກເອີ້ນວ່າພຣະເຢຊູ ແລະ ບັງເກີດຢູ່ແຂວງຢູດາຍອີກຄັ້ງ ແລະ ດຳເນີນພາລະກິດຂອງພຣະອົງໃນທີ່ນັ້ນ, ແລ້ວສິ່ງນີ້ກໍ່ພິສູດໃຫ້ເຫັນວ່າເຮົາພຽງແຕ່ສ້າງຄົນອິດສະຣາເອນ ແລະ ພຽງແຕ່ໄຖ່ບາບຄົນອິດສະຣາເອນເທົ່ານັ້ນ ແລະ ເຮົາບໍ່ມີຫຍັງກ່ຽວຂ້ອງກັບຄົນຕ່າງຊາດ. ນີ້ຈະບໍ່ຂັດກັບພຣະທຳຂອງເຮົາທີ່ບອກວ່າ “ເຮົາແມ່ນພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ” ບໍ? ເຮົາໄດ້ອອກຈາກແຂວງຢູດາຍ ແລະ ເຮັດພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ ເພາະວ່າເຮົາບໍ່ແມ່ນພຽງແຕ່ພຣະເຈົ້າຂອງຄົນອິດສະຣາເອນເທົ່ານັ້ນ ແຕ່ເປັນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ເຮົາປາກົດຢູ່ທ່າມກາງຄົນຕ່າງຊາດໃນລະຫວ່າງຍຸກສຸດທ້າຍນີ້ ເພາະວ່າເຮົາບໍ່ແມ່ນພຣະເຢໂຮວາ ເຊິ່ງເປັນພຣະເຈົ້າຂອງຄົນອິດສະຣາເອນ, ແຕ່ຍິ່ງໄປກວ່ານັ້ນ ເຮົາເປັນພຣະຜູ້ສ້າງຂອງທຸກຄົນທີ່ເຮົາເລືອກໃນບັນດາຄົນຕ່າງຊາດ. ເຮົາບໍ່ພຽງແຕ່ສ້າງອິດສະຣາເອນ, ອີຢິບ ແລະ ເລບານອນເທົ່ານັ້ນ, ແຕ່ຍັງສ້າງຊາດອື່ນທັງໝົດທີ່ບໍ່ແມ່ນຊາວຢິວທີ່ຢູ່ນອກອິດສະຣາເອນອີກດ້ວຍ. ດ້ວຍເຫດນີ້, ເຮົາຈິ່ງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ເຮົາພຽງແຕ່ໃຊ້ອິດສະຣາເອນເປັນຈຸດເລີ່ມຕົ້ນສຳລັບພາລະກິດຂອງເຮົາເທົ່ານັ້ນ, ໃຊ້ແຂວງຢູດາຍ ແລະ ກາລີລີເປັນຖານທີ່ໝັ້ນທີ່ເຮົາຈະນຳເອົາຍຸກທັງໝົດນີ້ໄປສູ່ຈຸດສິ້ນສຸດ. ເຮົາໄດ້ດຳເນີນພາລະກິດສອງຂັ້ນຕອນໃນອິດສະຣາເອນ (ພາລະກິດສອງຂັ້ນຕອນເຫຼົ່ານີ້ແມ່ນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ) ແລະ ເຮົາໄດ້ດຳເນີນພາລະກິດອີກຂັ້ນຕອນ (ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງລາຊະອານາຈັກ) ທົ່ວດິນແດນນອກອິດສະຣາເອນ. ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ເຮົາຈະດຳເນີນພາລະກິດແຫ່ງການເອົາຊະນະ ແລະ ດ້ວຍເຫດນັ້ນກໍ່ສິ້ນສຸດຍຸກ. ຖ້າມະນຸດຍັງເອີ້ນເຮົາວ່າພຣະເຢຊູຄຣິດ ແຕ່ບໍ່ຮູ້ວ່າເຮົາໄດ້ເລີ່ມຍຸກໃໝ່ແລ້ວໃນລະຫວ່າງຍຸກສຸດທ້າຍນີ້ ແລະ ໄດ້ເລີ່ມພາລະກິດໃໝ່ແລ້ວ ແລະ ຖ້າມະນຸດຍັງສືບຕໍ່ລໍຄອຍການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດໂດຍບໍ່ຮູ້ສຶກ, ແລ້ວເຮົາກໍ່ຈະຖືວ່າຄົນແບບນີ້ເປັນຄົນທີ່ບໍ່ເຊື່ອໃນຕົວເຮົາ; ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກເຮົາ ແລະ ຄວາມເຊື່ອຂອງພວກເຂົາໃນຕົວເຮົາກໍ່ເປັນຄວາມເຊື່ອທີ່ບໍ່ແທ້ຈິງ. ຄົນດັ່ງກ່າວຈະສາມາດເຫັນການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຈາກສະຫວັນບໍ? ສິ່ງທີ່ພວກເຂົາລໍຄອຍບໍ່ແມ່ນການມາເຖິງຂອງເຮົາ ແຕ່ການມາເຖິງຂອງກະສັດຂອງຄົນຢິວ. ພວກເຂົາບໍ່ໄດ້ປາດຖະໜາໃຫ້ເຮົາທຳລາຍລ້າງໂລກເກົ່າທີ່ບໍ່ບໍລິສຸດນີ້ຂອງເຮົາ ແຕ່ກົງກັນຂ້າມ ພວກເຂົາປາດຖະໜາການກັບມາຄັ້ງທີສອງຂອງພຣະເຢຊູ ເຊິ່ງພວກເຂົາຈະໄດ້ຮັບການໄຖ່ບາບ. ພວກເຂົາລໍຄອຍໃຫ້ພຣະເຢຊູກັບມາໄຖ່ບາບມະນຸດຊາດທັງປວງອີກຄັ້ງຈາກດິນແດນທີ່ສົກກະປົກ ແລະ ບໍ່ຊອບທຳນີ້. ຄົນດັ່ງກ່າວຈະສາມາດກາຍເປັນຄົນທີ່ສໍາເລັດພາລະກິດຂອງເຮົາໃນຍຸກສຸດທ້າຍໄດ້ແນວໃດ? ຄວາມປາດຖະໜາຂອງມະນຸດບໍ່ສາມາດບັນລຸຄວາມປາດຖະໜາຂອງເຮົາ ຫຼື ສຳເລັດຕາມພາລະກິດຂອງເຮົາ ຍ້ອນມະນຸດພຽງແຕ່ຊື່ນຊົມ ຫຼື ສັນລະເສີນພາລະກິດທີ່ເຮົາໄດ້ກະທໍາໃນເມື່ອກ່ອນເທົ່ານັ້ນ ແລະ ບໍ່ຮູ້ວ່າເຮົາແມ່ນພຣະເຈົ້າອົງໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ມະນຸດພຽງແຕ່ຮູ້ວ່າເຮົາແມ່ນພຣະເຢໂຮວາ ແລະ ພຣະເຢຊູ ແລະ ບໍ່ຮູ້ເລີຍວ່າເຮົາແມ່ນພຣະເຈົ້າແຫ່ງຍຸກສຸດທ້າຍ ຜູ້ທີ່ຈະນຳມະນຸດຊາດໄປສູ່ຈຸດສິ້ນສຸດ. ທັງໝົດທີ່ມະນຸດປາດຖະໜາ ແລະ ຮູ້ຈັກແມ່ນມາຈາກແນວຄວາມຄິດຂອງພວກເຂົາເອງ ແລະ ເປັນພຽງແຕ່ສິ່ງທີ່ມະນຸດສາມາດເຫັນໄດ້ດ້ວຍຕາຂອງພວກເຂົາເອງເທົ່ານັ້ນ. ມັນບໍ່ສອດຄ່ອງກັບພາລະກິດທີ່ເຮົາກະທໍາ, ແຕ່ຂັດແຍ້ງກັບພາລະກິດນັ້ນ. ຖ້າພາລະກິດຂອງເຮົາຖືກດຳເນີນອີງຕາມແນວຄິດຂອງມະນຸດ, ແລ້ວມັນຈະສິ້ນສຸດເມື່ອໃດ? ມະນຸດຈະໄປສູ່ບ່ອນພັກເຊົາໄດ້ເມື່ອໃດ? ແລ້ວເຮົາຈະສາມາດເຂົ້າສູ່ມື້ທີເຈັດ ເຊິ່ງເປັນວັນພັກໄດ້ແນວໃດ? ເຮົາດຳເນີນພາລະກິດຕາມແຜນການຂອງເຮົາ ແລະ ຕາມຈຸດປະສົງຂອງເຮົາ, ບໍ່ແມ່ນຕາມເຈດຕະນາຂອງມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

186. ບໍ່ວ່າເຈົ້າຈະເປັນຊາວອາເມຣິກາ, ຊາວອັງກິດ ແລະ ຊົນຊາດອື່ນໆ, ເຈົ້າຄວນກ້າວອອກຈາກຂອບເຂດແຫ່ງຊົນຊາດຂອງເຈົ້າເອງ, ຢູ່ເໜືອຕົວເຈົ້າເອງ ແລະ ເບິ່ງພາລະກິດຂອງພຣະເຈົ້າຈາກຕົວຕົນຂອງສິ່ງມີຊີວິດທີ່ຖືກສ້າງ. ໃນລັກສະນະນີ້, ເຈົ້າຈະບໍ່ວາງຂໍ້ຈຳກັດຕ່າງໆກ່ຽວກັບຮອຍພຣະບາດຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ໃນປັດຈຸບັນນີ້ ຫຼາຍຄົນໄດ້ຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະປາກົດຕົວໃນຊົນຊາດສະເພາະໃດໜຶ່ງ ຫຼື ທ່າມກາງຜູ້ຄົນໃດໜຶ່ງ. ຄວາມໝາຍຂອງພາລະກິດຂອງພຣະເຈົ້າຊ່າງເລິກເຊິ່ງ ແລະ ການປາກົດຕົວຂອງພຣະອົງຊ່າງສຳຄັນ! ແນວຄິດ ແລະ ຄວາມຄິດຂອງມະນຸດຈະສາມາດໃຊ້ມາດຕະການໄດ້ແນວໃດ? ເຮົາຂໍເວົ້າວ່າ ເຈົ້າຄວນເອົາຊະນະແນວຄິດກ່ຽວກັບຊົນຊາດ ແລະ ເຊື້ອຊາດຂອງເຈົ້າໃຫ້ໄດ້ເພື່ອສະແຫວງຫາການປາກົດຕົວຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະບໍ່ຖືກຈຳກັດດ້ວຍແນວຄິດຂອງເຈົ້າເອງ; ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະມີຄຸນສົມບັດເພື່ອຍິນດີຮັບເອົາການປາກົດຕົວຂອງພຣະເຈົ້າ. ບໍ່ດັ່ງນັ້ນ ເຈົ້າກໍຈະຄົງຢູ່ໃນຄວາມມືດຕະຫຼອດໄປເປັນນິດ ແລະ ບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າຈັກເທື່ອ.

ພຣະເຈົ້າເປັນພຣະເຈົ້າຂອງມະນຸດຊາດທັງໝົດ. ພຣະອົງບໍ່ໄດ້ເຫັນວ່າ ພຣະອົງເອງເປັນຊັບສິນສ່ວນຕົວຂອງຊົນຊາດ ຫຼື ຜູ້ຄົນໃດໜຶ່ງ, ແຕ່ເລີ່ມປະຕິບັດພາລະກິດຕາມຂອງພຣະອົງທີ່ພຣະອົງໄດ້ວາງແຜນໄວ້, ບໍ່ຖືກຈຳກັດໃນຮູບການ, ຊົນຊາດ ຫຼື ຜູ້ຄົນໃດໜຶ່ງ. ບາງເທື່ອ ເຈົ້າບໍ່ເຄີຍຈິນຕະນາການເຖິງຮູບແບບນີ້ ຫຼື ບາງເທື່ອ ທ່າທີຂອງເຈົ້າກ່ຽວກັບຮູບແບບນີ້ແມ່ນການປະຕິເສດ ຫຼື ບາງເທື່ອ ຊົນຊາດທີ່ພຣະເຈົ້າເປີດເຜີຍຕົວພຣະອົງເອງ ແລະ ຜູ້ຄົນທີ່ພຣະອົງເປີດເຜີຍຕົວພຣະອົງເອງໃຫ້ເຫັນນັ້ນ ອາດຖືກທຸກຄົນແບ່ງແຍກ ແລະ ອາດເປັນຄົນທີ່ຫຼ້າຫຼັງທີ່ສຸດເທິງແຜ່ນດິນໂລກ. ເຖິງຢ່າງໃດກໍຕາມ ພຣະເຈົ້າມີສະຕິປັນຍາຂອງພຣະອົງ. ດ້ວຍລິດອຳນາດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ດ້ວຍວິທີແຫ່ງຄວາມຈິງຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງ, ພຣະອົງໄດ້ຮັບເອົາກຸ່ມຄົນທີ່ຢູ່ໃນຄວາມຄິດດຽວກັບພຣະອົງຢ່າງແທ້ຈິງ ແລະ ກຸ່ມຄົນທີ່ພຣະອົງປາຖະໜາທີ່ຈະເຮັດໃຫ້ສຳເລັດ ນັ້ນກໍຄື ກຸ່ມທີ່ຖືກພຣະອົງເອົາຊະນະ ແລະ ໄດ້ອົດທົນຕໍ່ການທົດລອງ ແລະ ຄວາມຫຍຸ້ງຍາກລຳບາກທຸກປະການ ແລະ ການຂົ່ມເຫັງທຸກປະເພດ ຈະສາມາດຕິດຕາມພຣະອົງໄປຈົນເຖິງທີ່ສຸດໄດ້. ຈຸດປະສົງຂອງການປາກົດຕົວຂອງພຣະເຈົ້າ ເຊິ່ງບໍ່ຖືກຈຳກັດໃນຮູບການໃດໜຶ່ງ ຫຼື ຊົນຊາດໃດໜຶ່ງ ກໍ່ແມ່ນເພື່ອໃຫ້ພຣະອົງເຮັດສໍາເລັດພາລະກິດຕາມທີ່ພຣະອົງໄດ້ວາງແຜນໄວ້. ສິ່ງນີ້ເໝືອນກັບຕອນທີ່ພຣະເຈົ້າກາຍເປັນມະນຸດໃນແຂວງຢູດາຍ: ຈຸດປະສົງຂອງພຣະອົງແມ່ນເພື່ອເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນເພື່ອໄຖ່ບາບຂອງມະນຸດຊາດທັງໝົດສຳເລັດລົງ. ເຖິງຢ່າງໃດກໍຕາມ ຊາວຢິວເຊື່ອວ່າ ມັນເປັນໄປບໍ່ໄດ້ສຳລັບພຣະເຈົ້າທີ່ຈະກະທຳສິ່ງນີ້ ແລະ ພວກເຂົາຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະສາມາດກາຍມາເປັນມະນຸດ ແລະ ປາກົດໃນຮູບຮ່າງຂອງພຣະເຢຊູເຈົ້າ. “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ກາຍມາເປັນພື້ນຖານທີ່ພວກເຂົາຕັດສິນລົງໂທດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ນໍາໄປສູ່ການທຳລາຍອິດສະຣາເອນໃນທີ່ສຸດ. ໃນປັດຈຸບັນ, ຫຼາຍຄົນໄດ້ກະທຳຄວາມຜິດພາດແບບດຽວກັນ. ພວກເຂົາປະກາດດ້ວຍກຳລັງທັງໝົດຂອງພວກເຂົາເຖິງການປາກົດຕົວຂອງພຣະເຈົ້າທີ່ກຳລັງຈະເກີດຂຶ້ນ, ແຕ່ໃນເວລາດຽວກັນກໍຕັດສິນລົງໂທດການປາກົດຕົວຂອງພຣະອົງ; “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ຈໍາກັດການປາກົດຕົວຂອງພຣະເຈົ້າອີກຄັ້ງ ໃຫ້ຢູ່ພາຍໃນຂອບເຂດຈິນຕະນາການຂອງພວກເຂົາ. ດ້ວຍເຫດນັ້ນ ເຮົາຈຶ່ງເຫັນຫຼາຍຄົນຮ້ອງໂຮຫົວຂວັນຢ່າງຄຶກຄື້ນ ແລະ ຟົດຟື້ນຫຼັງຈາກທີ່ໄດ້ຮຽນຮູ້ເຖິງພຣະທຳຂອງພຣະເຈົ້າ. ສຽງຫົວຂວັນນີ້ໄດ້ແຕກຕ່າງຈາກການຕັດສິນລົງໂທດ ແລະ ການໝິ່ນປະໝາດຂອງຊາວຢິວບໍ? ພວກເຈົ້າບໍ່ມີຄວາມເຄົາລົບນັບຖືໃນການສະຖິດແຫ່ງຄວາມຈິງ, ແລ້ວແຮງໄກທີ່ພວກເຈົ້າຈະມີທ່າທີໃນການສະແຫວາງຫາ. ສິ່ງດຽວທີ່ພວກເຈົ້າເຮັດກໍຄືການສຶກສາຢ່າງບໍ່ຈຳແນກ ແລະ ລໍຖ້າຢ່າງບໍ່ຫ່ວງໃຍຫຍັງເລີຍ. ພວກເຈົ້າຈະສາມາດໄດ້ຮັບຫຍັງແດ່ຈາກການສຶກສາ ແລະ ລໍຖ້າແບບນີ້? ພວກເຈົ້າຄິດວ່າພວກເຈົ້າຈະໄດ້ຮັບການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າບໍ? ຖ້າເຈົ້າບໍ່ສັງເກດຖ້ອຍຄຳຂອງພຣະເຈົ້າ, ເຈົ້າຈະມີຄຸນສົມບັດຫຍັງທີ່ຈະເປັນພະຍານໃຫ້ກັບການປາກົດຕົວຂອງພຣະເຈົ້າ? ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງກໍຈະສຳແດງອອກໃນບ່ອນນັ້ນ ແລະ ສຽງຂອງພຣະເຈົ້າກໍຈະຢູ່ບ່ອນນັ້ນ. ມີພຽງແຕ່ຄົນທີ່ສາມາດຍອມຮັບຄວາມຈິງທີ່ສາມາດໄດ້ຍິນສຽງຂອງພຣະເຈົ້າໄດ້ ແລະ ມີພຽງແຕ່ຄົນແບບນີ້ເທົ່ານັ້ນຈຶ່ງມີຄຸນສົມບັດເປັນພະຍານໃນການປາກົດຕົວຂອງພຣະເຈົ້າໄດ້. ຈົ່ງປະຖິ້ມແນວຄິດຂອງເຈົ້າ! ຈົ່ງສະຫງົບຕົນເອງລົງ ແລະ ອ່ານພຣະທຳເຫຼົ່ານີ້ຢ່າງລະມັດລະວັງ. ຖ້າເຈົ້າປາຖະໜາຫາຄວາມຈິງ, ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ເຈົ້າຈະເຂົ້າໃຈເຈດຕະນາຂອງພຣະອົງ ແລະ ພຣະທຳຂອງພຣະອົງ. ຈົ່ງປ່ອຍຖິ້ມຄວາມຄິດເຫັນຂອງພວກເຈົ້າກ່ຽວກັບ “ຄວາມເປັນໄປບໍ່ໄດ້”! ຍິ່ງຜູ້ຄົນເຊື່ອວ່າ ບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ສິ່ງນັ້ນກໍຍິ່ງມີຄວາມເປັນໄປໄດ້ທີ່ຈະເກີດຂຶ້ນຫຼາຍສໍ່ານັ້ນ, ຍ້ອນສະຕິປັນຍາຂອງພຣະເຈົ້າບິນສູງກວ່າສະຫວັນ, ຄວາມຄິດຂອງພຣະເຈົ້າກໍສູງສົ່ງກວ່າຄວາມຄິດຂອງມະນຸດ ແລະ ພາລະກິດຂອງພຣະເຈົ້າກໍຢູ່ເໜືອຂອບເຂດຄວາມຄິດ ແລະ ແນວຄິດຂອງມະນຸດ. ຍິ່ງບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ມັນກໍຍິ່ງມີຄວາມຈິງທີ່ສາມາດສະແຫວງຫາໄດ້ຫຼາຍສໍ່ານັ້ນ; ຍິ່ງບາງສິ່ງຢູ່ເໜືອແນວຄິດ ແລະ ຈິນຕະນາການຂອງມະນຸດຫຼາຍສໍ່າໃດ, ມັນກໍ່ມີເຈດຕະນາຂອງພຣະເຈົ້າຫຼາຍສໍ່ານັ້ນ. ນີ້ກໍຍ້ອນວ່າ ບໍ່ວ່າພຣະອົງຈະເປີດເຜີຍຕົວພຣະອົງເອງຢູ່ບ່ອນໃດກໍຕາມ, ພຣະເຈົ້າກໍຍັງຄົງເປັນພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງບໍ່ປ່ຽນແປງໄປຕາມສະຖານທີ່ ຫຼື ຮູບລັກສະນະຂອງການປາກົດຕົວຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຈະຍັງຄົງເໝືອນເດີມ ບໍ່ວ່າຮອຍພຣະບາດຂອງພຣະອົງຈະຢູ່ບ່ອນໃດກໍຕາມ ແລະ ບໍ່ວ່າຮອຍພຣະບາດຂອງພຣະເຈົ້າຈະຢູ່ທີ່ໃດ, ພຣະອົງກໍເປັນພຣະເຈົ້າຂອງມະນຸດຊາດທັງປວງ, ເໝືອນດັ່ງພຣະເຢຊູເຈົ້າ ພຣະອົງບໍ່ໄດ້ເປັນພຽງພຣະເຈົ້າຂອງຊາວອິດສະຣາເອນ, ແຕ່ຍັງເປັນພຣະເຈົ້າຂອງທຸກຄົນໃນອາຊີ, ເອີຣົບ ແລະ ອາເມຣິກາອີກດ້ວຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນພຣະເຈົ້າອົງດຽວເທົ່ານັ້ນໃນຈັກກະວານທັງປວງ. ສະນັ້ນ ໃຫ້ພວກເຮົາສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ຄົ້ນພົບການປາກົດຕົວຂອງພຣະອົງໃນພຣະທໍາຂອງພຣະອົງ ແລະ ກ້າວເດີນໄປພ້ອມກັນກັບບາດກ້າວຂອງພຣະອົງ! ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ. ພຣະທຳຂອງພຣະອົງ ແລະ ການປາກົດຕົວຂອງພຣະອົງເກີດຂຶ້ນພ້ອມກັນ; ອຸປະນິໄສ ແລະ ຮອຍພຣະບາດຂອງພຣະອົງເປີດເຜີຍໃຫ້ກັບມະນຸດຊາດໄດ້ທຸກເວລາ. ດັ່ງນັ້ນ, ເຖິງອ້າຍເອື້ອຍນ້ອງຂອງເຮົາ, ເຮົາຫວັງວ່າ ພວກເຈົ້າຈະສາມາດເຫັນການປາກົດຕົວຂອງພຣະເຈົ້າໃນພຣະທຳເຫຼົ່ານີ້, ເລີ່ມຕົ້ນຕິດຕາມຮອຍບາດກ້າວຂອງພຣະອົງ ໃນຂະນະທີ່ພວກເຈົ້າກໍາລັງກ້າວຂ້າມໄປສູ່ຍຸກໃໝ່ ແລະ ເຂົ້າສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ທີ່ສວຍງາມ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບພວກເຈົ້າ ແລະ ຜູ້ຄົນທີ່ລໍຖ້າການປາກົດຂອງພຣະອົງ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກຜະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາໄປສູ່ຍຸກໃໝ່

ກ່ອນນີ້: (IV) ພຣະທຳກ່ຽວກັບການເປີດເຜີຍສິ່ງທີ່ເປັນຄວາມຈິງ

ຕໍ່ໄປ: IV ພຣະທຳກ່ຽວກັບການເປີດເຜີຍຄວາມລຶກລັບແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້