(IV) ພຣະທຳກ່ຽວກັບການເປີດເຜີຍສິ່ງທີ່ເປັນຄວາມຈິງ
152. ພຣະຄຣິສແຫ່ງຍຸກສຸດທ້າຍນໍາມາເຊິ່ງຊີວິດ ແລະ ນໍາມາເຊິ່ງເສັ້ນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ຖືກຮັບຮອງເອົາໂດຍພຣະເຈົ້າ. ຖ້າເຈົ້າບໍ່ສະແຫວງຫາເສັ້ນທາງແຫ່ງຊີວິດທີ່ພຣະຄຣິສແຫ່ງຍຸກສຸດທ້າຍມອບໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການຮັບຮອງຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍລະບຽບ, ໂດຍຄໍາສັບ ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບເສັ້ນທາງທີ່ຕໍ່ເນື່ອງແຫ່ງຊີວິດ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຍຶດຖືມາເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັ່ງໄຫຼມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການສະໜອງນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ເຈົ້າພຽງແຕ່ສະແຫວງຫາທີ່ຈະຍຶດຕິດກັບອະດີດ, ຢືນຢູ່ຊື່ໆ ແລະ ຮັກສາສິ່ງຕ່າງໆຕາມທີ່ພວກມັນເປັນ ແລະ ບໍ່ສະແຫວງຫາທີ່ຈະປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ເຈົ້າຈຶ່ງຈະບໍ່ເປັນສັດຕູຕໍ່ພຣະເຈົ້າຢູ່ຕະຫຼອດເວລາບໍ? ບາດກ້າວໃນພາລະກິດຂອງພຣະເຈົ້າມີອໍານາດຫຼາຍ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລທີ່ຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນກັບສິ່ງທີ່ເກົ່າ ແລະ ລໍຖ້າໃຫ້ສິ່ງຕ່າງໆຕົກມາທີ່ຕັກຂອງເຈົ້າ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດກ້າວຂອງພຣະເມສານ້ອຍໄດ້ແນວໃດ? ສິ່ງນີ້ຈະສາມາດສະແດງໃຫ້ເຫັນວ່າພຣະເຈົ້າທີ່ເຈົ້າຍຶດໝັ້ນແມ່ນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍ? ພຣະທຳຂອງປຶ້ມທີ່ເກົ່າເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາບາດກ້າວໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນພຽງຄໍາເວົ້າທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ, ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດແກ່ເຈົ້າໄດ້. ຂໍ້ພຣະທຳທີ່ເຈົ້າອ່ານສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນຄໍາເວົ້າຂອງເຈົ້າ; ພວກມັນບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ, ແລ້ວແຮງໄກທີ່ພວກມັນຈະແມ່ນເສັ້ນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ມອບຄວາມຮູ້ເຊີງເລິກແກ່ເຈົ້າກ່ຽວກັບຄວາມລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ຖ້າປາສະຈາກການມາຂອງພຣະເຈົ້າ, ເຈົ້າຈະສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກໃນຄອບຄົວດຽວກັນກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາຂໍຕັກເຕືອນເຈົ້າໃຫ້ຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ເບິ່ງວ່າໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍໃຫ້ລອດພົ້ນ. ຖ້າເຈົ້າບໍ່ເຮັດເຊັ່ນນັ້ນ, ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້
153 ພຣະທຳຂອງເຮົາເປັນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດໄປ. ເຮົາເປັນຜູ້ໃຫ້ຊີວິດແກ່ມະນຸດ ແລະ ເປັນຜູ້ນໍາພາໜຶ່ງດຽວສຳລັບມະນຸດຊາດ. ຄຸນຄ່າ ແລະ ຄວາມໝາຍຂອງພຣະທຳຂອງເຮົາບໍ່ໄດ້ຖືກກຳນົດຂຶ້ນໂດຍອີງຕາມວ່າມະນຸດຊາດຮັບຮູ້ ຫຼື ຍອມຮັບພຣະທຳເຫຼົ່ານີ້ ຫຼື ບໍ່ ແຕ່ອີງຕາມແກ່ນແທ້ຂອງພຣະທຳເອງ. ເຖິງແມ່ນວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກນີ້ຈະສາມາດຍອມຮັບພຣະທຳຂອງເຮົາໄດ້ກໍຕາມ ແຕ່ຄຸນຄ່າຂອງພຣະທຳຂອງເຮົາ ແລະ ຄວາມຊ່ວຍເຫຼືອຂອງພວກມັນ ທີ່ມີຕໍ່ມະນຸດຊາດບໍ່ອາດສາມາດປະເມີນໄດ້ໂດຍມະນຸດ. ດັ່ງນັ້ນ ເມື່ອຜະເຊີນກັບມະນຸດຫຼາຍຄົນທີ່ກະບົດ, ໂຕ້ແຍ້ງ ຫຼື ດູຖູກພຣະທຳຂອງເຮົາຢ່າງສິ້ນເຊີງ, ທ່າທີຂອງເຮົາຄືສິ່ງນີ້ເທົ່ານັ້ນ: ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງເຮົາ ແລະ ສະແດງໃຫ້ເຫັນວ່າພຣະທຳຂອງເຮົາແມ່ນຄວາມຈິງ, ແນວທາງ ແລະ ຊີວິດ. ໃຫ້ພຣະທຳຂອງເຮົາສະແດງໃຫ້ເຫັນວ່າທຸກສິ່ງທີ່ເຮົາກ່າວແມ່ນຖືກຕ້ອງ, ມັນເປັນສິ່ງທີ່ມະນຸດຄວນປະກອບມີ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນສິ່ງທີ່ມະນຸດຄວນຍອມຮັບ. ເຮົາຈະໃຫ້ທຸກຄົນທີ່ຕິດຕາມເຮົາຮູ້ຈັກເຖິງຄວາມຈິງນີ້: ຄົນທີ່ບໍ່ສາມາດຍອມຮັບພຣະທຳຂອງເຮົາຢ່າງເຕັມເມັດເຕັມໜ່ວຍ, ຄົນທີ່ບໍ່ສາມາດນໍາພຣະທຳຂອງເຮົາໄປປະຕິບັດຕົວຈິງ, ຄົນທີ່ບໍ່ສາມາດຄົ້ນພົບຈຸດປະສົງໃນພຣະທຳຂອງເຮົາ ແລະ ຄົນທີ່ບໍ່ສາມາດຮັບເອົາຄວາມລອດພົ້ນຍ້ອນພຣະທຳຂອງເຮົາ ແມ່ນຄົນທີ່ຖືກພຣະທຳຂອງເຮົາລົງໂທດ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນຄົນທີ່ໄດ້ສູນເສຍຄວາມລອດພົ້ນຂອງເຮົາ ແລະ ຄ້ອນເຫຼັກຂອງເຮົາຈະບໍ່ມີວັນຢູ່ໄກຈາກພວກເຂົາເລີຍ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ
154. ພຣະເຈົ້າເອງເປັນຊີວິດ ແລະ ເປັນຄວາມຈິງ ແລະ ຊີວິດ ແລະ ຄວາມຈິງຂອງພຣະອົງດໍາລົງຢູ່ຮ່ວມກັນ. ຜູ້ຄົນທີ່ບໍ່ສາມາດຮັບຄວາມຈິງໄດ້ຈະບໍ່ສາມາດຮັບຊີວິດໄດ້ຈັກເທື່ອ. ຖ້າປາສະຈາກການນໍາ, ການສະໜັບສະໜູນ ແລະ ການສະໜອງຄວາມຈິງ, ເຈົ້າຈະຮັບພຽງຕົວໜັງສື, ທິດສະດີ ແລະ ເໜືອສິ່ງອື່ນໃດກໍຄື ຄວາມຕາຍ. ຊີວິດຂອງພຣະເຈົ້າມີຢູ່ຕະຫຼອດໄປ ແລະ ຄວາມຈິງ ແລະ ຊີວິດຂອງພຣະອົງດໍາລົງຢູ່ຮ່ວມກັນ. ຖ້າເຈົ້າບໍ່ສາມາດຄົ້ນພົບບໍ່ເກີດແຫຼ່ງຄວາມຈິງ ແລ້ວເຈົ້າຈະບໍ່ໄດ້ຮັບການບໍາລຸງແຫ່ງຊີວິດ; ຖ້າເຈົ້າບໍ່ສາມາດຮັບການສະໜອງຂອງຊີວິດ ແລ້ວເຈົ້າຈະບໍ່ມີຄວາມຈິງຢ່າງແນ່ນອນ ແລະ ນອກຈາກຈິນຕະນາການ ແລະ ແນວຄວາມຄິດແລ້ວ ຮ່າງກາຍທັງໝົດຂອງເຈົ້າຈະບໍ່ມີຫຍັງເລີຍ ນອກຈາກເນື້ອໜັງຂອງເຈົ້າ, ເນື້ອໜັງທີ່ເນົ່າເໝັນຂອງເຈົ້າ. ຈົ່ງຮູ້ວ່າ ຄຳເວົ້າໃນໜັງສືບໍ່ນັບເປັນຊີວິດ, ການບັນທຶກປະຫວັດສາດບໍ່ສາມາດນໍາມານະມັດສະການວ່າເປັນຄວາມຈິງ ແລະ ລະບຽບການຈາກອະດີດບໍ່ສາມາດເຮັດໜ້າທີ່ເປັນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນໄດ້. ມີພຽງແຕ່ສິ່ງທີ່ພຣະເຈົ້າໄດ້ສຳແດງໃນເວລາທີ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ທີ່ເປັນຄວາມຈິງ, ເປັນຊີວິດ, ເປັນຄວາມປະສົງຂອງພຣະເຈົ້າ ແລະ ຫົນທາງແຫ່ງການປະຕິບັດພາລະກິດໃນປັດຈຸບັນຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້
155. ຄວາມຈິງແມ່ນສິ່ງທີ່ແທ້ຈິງທີ່ສຸດຂອງຄຳພັງເພີຍແຫ່ງຊີວິດ ແລະ ສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍດັ່ງກ່າວຂອງມະນຸດຊາດທັງໝົດ. ຍ້ອນມັນເປັນສິ່ງທີ່ພຣະເຈົ້າຕ້ອງການໃນມະນຸດ ແລະ ເປັນພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົວເອງ, ສະນັ້ນ, ມັນຈຶ່ງຖືກເອີ້ນວ່າ ຄຳພັງເພີຍຂອງຊີວິດ. ມັນບໍ່ແມ່ນຄຳພັງເພີຍທີ່ສະຫຼຸບມາຈາກບາງສິ່ງ ຫຼື ມັນບໍ່ແມ່ນຄຳເວົ້າທີ່ມີຊື່ສຽງຈາກບຸກຄົນທີ່ຍິ່ງໃຫຍ່; ກົງກັນຂ້າມ, ມັນເປັນຖ້ອຍຄຳເຖິງມະນຸດຈາກຜູ້ມີອໍານາດສູງສຸດຂອງສວງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນຄຳເວົ້າທີ່ມະນຸດສະຫຼຸບ ແຕ່ເປັນຊີວິດໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ມັນຈຶ່ງຖືກເອີ້ນວ່າ ເປັນສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍຂອງຊີວິດທັງໝົດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້
156. ຄວາມຈິງແມ່ນມາຈາກໂລກຂອງມະນຸດ, ແຕ່ພຣະຄຣິດຖ່າຍທອດຄວາມຈິງທ່າມກາງມະນຸດ. ຄວາມຈິງເລີ່ມຕົ້ນຈາກພຣະຄຣິດ ນັ້ນກໍຄື ຈາກພຣະເຈົ້າເອງ ແລະ ນີ້ບໍ່ແມ່ນສິ່ງທີ່ມະນຸດສາມາດບັນລຸໄດ້. ເຖິງຢ່າງໃດກໍຕາມ ພຣະຄຣິດສະໜອງພຽງຄວາມຈິງ; ພຣະອົງບໍ່ໄດ້ມາເພື່ອຕັດສິນວ່າ ມະນຸດຈະປະສົບຄວາມສຳເລັດໃນການສະແຫວງຫາຄວາມຈິງຂອງເຂົາ ຫຼື ບໍ່. ສະນັ້ນ ຄວາມຈິງຈຶ່ງເປັນໄປດັ່ງນີ້, ຄວາມສຳເລັດ ຫຼື ຄວາມລົ້ມເຫຼວໃນຄວາມຈິງແມ່ນລ້ວນແລ້ວແຕ່ຂຶ້ນກັບການສະແຫວງຫາຂອງມະນຸດ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງມະນຸດທີ່ຢູ່ໃນຄວາມຈິງບໍ່ມີຫຍັງກ່ຽວຂ້ອງກັບພຣະຄຣິດ, ແຕ່ກົງກັນຂ້າມ ມັນຖືກກຳນົດໂດຍການສະແຫວງຫາຂອງພວກເຂົາເອງ. ຈຸດໝາຍປາຍທາງຂອງມະນຸດ ແລະ ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງເຂົາບໍ່ສາມາດເອົາມາຢອງຢູ່ເທິງຫົວຂອງພຣະເຈົ້າໄດ້ ເພື່ອໃຫ້ພຣະເຈົ້າແບກຮັບເອົາມັນ, ເພາະວ່າ ນີ້ບໍ່ແມ່ນບັນຫາຂອງພຣະເຈົ້າເອງ, ແຕ່ກ່ຽວຂ້ອງກັບໜ້າທີ່ໆສິ່ງຖືກສ້າງຄວນປະຕິບັດໂດຍກົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງທີ່ມະນຸດຍ່າງ
157. ຄວາມຈິງບໍ່ໄດ້ເປັນສູດຕໍາລາ ຫຼື ມັນບໍ່ແມ່ນກົດເກນ. ມັນບໍ່ໄດ້ຕາຍ, ມັນຄືຊີວິດ, ມັນຄືສິ່ງທີ່ມີຊີວິດ ແລະ ມັນຄືກົດລະບຽບທີ່ສິ່ງຖືກສ້າງຕ້ອງປະຕິບັດຕາມໃນຊີວິດ ແລະ ກົດລະບຽບທີ່ມະນຸດຕ້ອງມີໃນຊີວິດ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈຜ່ານທາງປະສົບການໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ບໍ່ວ່າເຈົ້າມາເຖິງຂັ້ນຕອນໃດໃນປະສົບການຂອງເຈົ້າ, ເຈົ້າກໍບໍ່ສາມາດຕັດຂາດຈາກພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງໄດ້ ແລະ ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ເຈົ້າຮູ້ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນກໍລ້ວນແລ້ວແຕ່ຖືກສະແດງອອກໃນພຣະທຳຂອງພຣະເຈົ້າ; ພວກມັນເຊື່ອມໂຍງກັບຄວາມຈິງໂດຍແຍກອອກຈາກກັນບໍ່ໄດ້. ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນແມ່ນຄວາມຈິງໃນຕົວຂອງມັນເອງ; ຄວາມຈິງເປັນການສະແດງອອກຢ່າງແທ້ຈິງເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ມັນເຮັດໃຫ້ສິ່ງທີ່ພຣະເຈົ້າມີ ແລະ ເປັນນັ້ນເປັນຮູບປະທຳ ແລະ ມັນສ້າງການຢືນຢັນຢ່າງຊັດເຈນກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ; ມັນບອກເຈົ້າໂດຍກົງກ່ຽວກັບສິ່ງທີ່ພຣະເຈົ້າມັກ, ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງຕ້ອງການໃຫ້ເຈົ້າເຮັດ ແລະ ສິ່ງທີ່ພຣະອົງບໍ່ອະນຸຍາດໃຫ້ເຈົ້າເຮັດ, ຄົນໃດທີ່ພຣະອົງລັງກຽດ ແລະ ຄົນໃດທີ່ພຣະອົງຊື່ນຊົມ. ເບື້ອງຫຼັງຄວາມຈິງທີ່ພຣະເຈົ້າສະແດງອອກ, ຜູ້ຄົນສາມາດເຫັນເຖິງຄວາມພໍໃຈ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ພ້ອມທັງແກ່ນແທ້ຂອງພຣະອົງ, ນີ້ຄືການເປີດເຜີຍເຖິງອຸປະນິໄສຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III
158. ບໍ່ວ່າພຣະທໍາທີ່ກ່າວໂດຍພຣະເຈົ້າ ໃນຮູບແບບລັກສະນະພາຍນອກ ຈະທໍາມະດາ ຫຼື ເຂົ້າໃຈຍາກ ຫຼື ບໍ່ກໍຕາມ, ພຣະທໍາເຫຼົ່ານັ້ນກໍແມ່ນຄວາມຈິງທັງໝົດທີ່ມະນຸດຂາດບໍ່ໄດ້ ໃນຂະນະທີ່ເຂົາເຂົ້າສູ່ຊີວິດ; ພຣະທໍາເຫຼົ່ານັ້ນແມ່ນນໍ້າພຸຂອງນໍ້າແຫ່ງຊີວິດ ທີ່ເຮັດໃຫ້ເຂົາສາມາດຢູ່ລອດໄດ້ໃນທາງດ້ານຈິດໃຈ ແລະ ເນື້ອໜັງ. ພຣະທໍາເຫຼົ່ານັ້ນແມ່ນສະໜອງສິ່ງທີ່ມະນຸດຕ້ອງການເພື່ອໃຫ້ມີຊີວິດຢູ່; ຫຼັກຄວາມເຊື່ອ ແລະ ຄວາມເຊື່ອທາງສາສະໜາ ສໍາລັບການດໍາລົງຊີວິດປະຈໍາວັນຂອງເຂົາ; ເສັ້ນທາງທີ່ເຂົາຕ້ອງເອົາເພື່ອໄດ້ຮັບການຊ່ວຍໃຫ້ລອດພົ້ນ ພ້ອມກັບເປົ້າໝາຍ ແລະ ທິດທາງຂອງມັນ; ຄວາມຈິງທັງໝົດທີ່ເຂົາຄວນມີ ໃນຖານະທີ່ເປັນສິ່ງມີຊີວິດທີ່ຖືກສ້າງຢູ່ຕໍ່ໜ້າພຣະເຈົ້າ; ແລະ ຄວາມຈິງທັງໝົດ ກ່ຽວກັບວິທີທີ່ມະນຸດເຊື່ອຟັງ ແລະ ນະມັດສະການພຣະເຈົ້າ. ພຣະທໍາເຫຼົ່ານັ້ນແມ່ນຫຼັກປະກັນ ທີ່ຮັບປະກັນການຢູ່ລອດຂອງມະນຸດ, ແມ່ນອາຫານປະຈໍາວັນຂອງມະນຸດ ແລະ ຍັງແມ່ນການສະໜັບສະໜູນທີ່ແຂງແກ່ນ ທີ່ເຮັດໃຫ້ມະນຸດສາມາດມີຄວາມເຂັ້ມແຂງ ແລະ ລຸກຂຶ້ນຢືນໄດ້. ພຣະທໍາເຫຼົ່ານັ້ນແມ່ນອຸດົມສົມບູນໄປດ້ວຍຄວາມຈິງ-ຄວາມເປັນຈິງທີ່ມະນຸດທີ່ຖືກສ້າງຂຶ້ນດໍາລົງຄວາມເປັນມະນຸດແບບປົກກະຕິນໍາ, ອຸດົມສົມບູນໄປດ້ວຍຄວາມຈິງ ເຊິ່ງມະນຸດໄດ້ລຸດພົ້ນເປັນອິດສະຫຼະຈາກຄວາມເສື່ອມຊາມ ແລະ ຫຼົບໜີຈາກແຮ້ວຂອງຊາຕານ, ອຸດົມສົມບູນໄປດ້ວຍການສິດສອນ, ການແນະນໍາ, ການໃຫ້ກໍາລັງໃຈ ແລະ ການປອບໃຈທີ່ບໍ່ຮູ້ຈັກເມື່ອຍ ທີ່ພຣະຜູ້ສ້າງໄດ້ມອບໃຫ້ມວນມະນຸດທີ່ຖືກສ້າງຂຶ້ນ. ພຣະທໍາເຫຼົ່ານັ້ນແມ່ນໄຟ ທີ່ນໍາທາງ ແລະ ໃຫ້ແສງສະຫວ່າງແກ່ມະນຸດ ເພື່ອເຂົ້າໃຈທຸກສິ່ງທີ່ເປັນດ້ານບວກ, ຫຼັກປະກັນທີ່ຮັບປະກັນວ່າ ມະນຸດຈະດໍາລົງຊີວິດ ແລະ ຄອບຄອງທຸກສິ່ງທີ່ຊອບທໍາ ແລະ ສິ່ງທີ່ດີ ເຊິ່ງເປັນມາດຕະຖານທີ່ປະເມີນຜູ້ຄົນ, ເຫດການ ແລະ ວັດຖຸສິ່ງຂອງທັງໝົດ ແລະ ຍັງເປັນເຄື່ອງໝາຍໃນການນໍາທາງ ທີ່ນໍາພາມະນຸດໄປສູ່ການຊ່ວຍໃຫ້ລອດພົ້ນ ແລະ ເສັ້ນທາງແຫ່ງແສງສະຫວ່າງ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ຄໍານໍາ
159. ພຣະທໍາຂອງພຣະເຈົ້າບໍ່ສາມາດກ່າວໄດ້ວ່າ ເປັນຄໍາເວົ້າຂອງມະນຸດ ແລະ ແຮງໄກທີ່ຄົນໃດໜຶ່ງຈະສາມາດເຮັດໃຫ້ຄຳເວົ້າຂອງມະນຸດເປັນພຣະທໍາຂອງພຣະເຈົ້າ. ມະນຸດຄົນໃດກໍຕາມທີ່ຖືກໃຊ້ໂດຍພຣະເຈົ້າຈະບໍ່ແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ. ໃນສິ່ງນີ້ແມ່ນມີຄວາມແຕກຕ່າງທີ່ສຳຄັນ. ບາງເທື່ອ ຫຼັງຈາກອ່ານພຣະທໍາເຫຼົ່ານີ້ແລ້ວ ເຈົ້າບໍ່ຍອມຮັບວ່າສິ່ງເຫຼົ່ານີ້ຄືພຣະທໍາຂອງພຣະເຈົ້າ, ແຕ່ເປັນພຽງແສງສະຫວ່າງທີ່ມະນຸດໄດ້ຮັບ. ໃນກໍລະນີນີ້ ເຈົ້າໂງ່ເກີນໄປ. ພຣະທໍາຂອງພຣະເຈົ້າຈະຄືກັນກັບແສງສະຫວ່າງທີ່ມະນຸດໄດ້ຮັບແນວໃດ? ພຣະທໍາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ເປີດຍຸກໃໝ່, ຊີ້ນໍາມວນມະນຸດຊາດ, ເປີດເຜີຍຄວາມເລິກລັບ ແລະ ສະແດງໃຫ້ມະນຸດເຫັນທິດທາງທີ່ເຂົາຈະກ້າວໄປໃນຍຸກໃໝ່. ຄວາມສະຫວ່າງທີ່ໄດ້ຮັບໂດຍມະນຸດແມ່ນເປັນພຽງການປະຕິບັດບາງຢ່າງທີ່ງ່າຍດາຍ ຫຼື ຄວາມຮູ້ເທົ່ານັ້ນ. ມັນບໍ່ສາມາດນໍາພາມວນມະນຸດຊາດໄປສູ່ຍຸກໃໝ່ໄດ້ ຫຼື ເປີດເຜີຍຄວາມເລິກລັບຂອງພຣະເຈົ້າເອງໄດ້. ເມື່ອທຸກຢ່າງຈົບສິ້ນລົງ, ພຣະເຈົ້າກໍຄືພຣະເຈົ້າ ແລະ ມະນຸດກໍຄືມະນຸດ. ພຣະເຈົ້າມີແກ່ນແທ້ຂອງພຣະເຈົ້າ ແລະ ມະນຸດກໍມີແກ່ນແທ້ຂອງມະນຸດ. ຖ້າມະນຸດເຫັນພຣະທໍາທີ່ກ່າວໂດຍພຣະເຈົ້າເປັນພຽງຄວາມສະຫວ່າງທີ່ລຽບງ່າຍຂອງພຣະວິນຍານບໍລິສຸດ ແລະ ຖືເອົາຖ້ອຍຄໍາຂອງພວກອັກຄະສາວົກ ແລະ ຜູ້ປະກາດພຣະທຳເປັນພຣະທໍາທີ່ກ່າວໂດຍພຣະເຈົ້າເອງ, ນັ້ນຈະເປັນຄວາມຜິດພາດຂອງມະນຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ