1. ແກະຂອງພຣະເຈົ້າຟັງສຽງຂອງພຣະອົງ ແລະ ໂດຍການໄດ້ຍິນສຽງຂອງພຣະເຈົ້າເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດພົບກັບພຣະຜູ້ເປັນເຈົ້າທີ່ໄດ້ກັບຄືນມາ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ ບໍ່ມີມະນຸດຄົນໃດສາມາດມາເຖິງພຣະບິດາໄດ້ ນອກຈາກຜ່ານທາງເຮົາ” (ໂຢຮັນ 14:6).

“ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ” (ໂຢຮັນ 16:12-13).

“ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ” (ໂຢຮັນ 10:27).

“ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ” (ພຣະນິມິດ 2:7).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ. ໃນການສະແຫວງຫາຮອຍພຣະບາດຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ “ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ”. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບຮອຍພຣະບາດຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ! ການປາກົດຕົວຂອງພຣະເຈົ້າບໍ່ສາມາດກົງກັນກັບແນວຄິດຂອງມະນຸດໄດ້ ແລ້ວແຮງໄກທີ່ພຣະເຈົ້າຈະປາກົດຕົວຕາມຄຳສັ່ງຂອງມະນຸດ. ພຣະເຈົ້າດຳເນີນການຕາມທາງເລືອກຂອງພຣະອົງ ແລະ ຕາມແຜນການຂອງພຣະອົງເອງ ເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພຣະອົງກໍມີຈຸດປະສົງຂອງພຣະອົງເອງ ແລະ ວິທີການຂອງພຣະອົງເອງ. ພາລະກິດຫຍັງກໍຕາມທີ່ພຣະອົງປະຕິບັດ, ພຣະອົງບໍ່ຈຳເປັນຕ້ອງສົນທະນາກັບມະນຸດ ຫຼື ສະແຫວງຫາຄຳປຶກສາຂອງເຂົາ ແລ້ວແຮງໄກທີ່ຈະແຈ້ງໃຫ້ແຕ່ລະຄົນຮູ້ກ່ຽວກັບພາລະກິດຂອງພຣະອົງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ ເຊິ່ງທຸກຄວນຮັບຮູ້. ຖ້າພວກເຈົ້າປາຖະໜາທີ່ຈະເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າ, ເພື່ອຕິດຕາມບາດກ້າວຂອງພຣະເຈົ້າ, ກ່ອນອື່ນ ພວກເຈົ້າກໍຕ້ອງປະຖິ້ມແນວຄິດຂອງພວກເຈົ້ານັ້ນກ່ອນ. ພວກເຈົ້າຕ້ອງບໍ່ຮຽກຮ້ອງໃຫ້ພຣະເຈົ້າເຮັດນັ້ນເຮັດນີ້ ຍິ່ງໄປກວ່ານັ້ນພວກເຈົ້າບໍ່ຄວນວາງພຣະອົງໃຫ້ຢູ່ພາຍໃນຂອບເຂດຂອງພວກເຈົ້າ ແລະ ຈຳກັດພຣະອົງໃນແນວຄິດຂອງພວກເຈົ້າເອງ. ກົງກັນຂ້າມ ພວກເຈົ້າຄວນຖາມວ່າ ພວກເຈົ້າຈະສະແຫວງຫາຮອຍພຣະບາດຂອງພຣະເຈົ້າໄດ້ແນວໃດ, ພວກເຈົ້າຈະຍອມຮັບການປາກົດຕົວຂອງພຣະເຈົ້າໄດ້ແນວໃດ ແລະ ພວກເຈົ້າຈະຍອມຕາມພາລະກິດໃໝ່ຂອງພຣະເຈົ້າໄດ້ແນວໃດ; ນີ້ຄືສິ່ງທີ່ມະນຸດຄວນກະທຳ. ຍ້ອນມະນຸດບໍ່ແມ່ນຄວາມຈິງ ແລະ ບໍ່ໄດ້ປະກອບດ້ວຍຄວາມຈິງ, ເຂົາຄວນສະແຫວງຫາ, ຍອມຮັບ ແລະ ເຊື່ອຟັງ.

(ຄັດຈາກບົດ “ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທໍາຂອງພຣະເຈົ້າບໍ່ສາມາດກ່າວໄດ້ວ່າ ເປັນຄໍາເວົ້າຂອງມະນຸດ ແລະ ແຮງໄກທີ່ຄົນໃດໜຶ່ງຈະສາມາດເຮັດໃຫ້ຄຳເວົ້າຂອງມະນຸດເປັນພຣະທໍາຂອງພຣະເຈົ້າ. ມະນຸດຄົນໃດກໍຕາມທີ່ຖືກໃຊ້ໂດຍພຣະເຈົ້າຈະບໍ່ແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ. ໃນສິ່ງນີ້ແມ່ນມີຄວາມແຕກຕ່າງທີ່ສຳຄັນ. ບາງເທື່ອ ຫຼັງຈາກອ່ານພຣະທໍາເຫຼົ່ານີ້ແລ້ວ ເຈົ້າບໍ່ຍອມຮັບວ່າສິ່ງເຫຼົ່ານີ້ຄືພຣະທໍາຂອງພຣະເຈົ້າ, ແຕ່ເປັນພຽງແສງສະຫວ່າງທີ່ມະນຸດໄດ້ຮັບ. ໃນກໍລະນີນີ້ ເຈົ້າກໍຕາບອດດ້ວຍຄວາມບໍ່ຮູ້. ພຣະທໍາຂອງພຣະເຈົ້າຈະຄືກັນກັບແສງສະຫວ່າງທີ່ມະນຸດໄດ້ຮັບແນວໃດ? ພຣະທໍາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ລິເລີ່ມຍຸກໃໝ່, ຊີ້ນໍາມວນມະນຸດຊາດ, ເປີດເຜີຍຄວາມເລິກລັບ ແລະ ສະແດງໃຫ້ມະນຸດເຫັນທິດທາງທີ່ເຂົາຕ້ອງຮັບເອົາໃນຍຸກໃໝ່. ແສງສະຫວ່າງທີ່ໄດ້ຮັບໂດຍມະນຸດແມ່ນເປັນພຽງຄຳແນະນໍາສຳລັບການປະຕິບັດ ຫຼື ຄວາມຮູ້ທີ່ທໍາມະດາ. ມັນບໍ່ສາມາດນໍາພາມວນມະນຸດຊາດໄປສູ່ຍຸກໃໝ່ໄດ້ ຫຼື ເປີດເຜີຍຄວາມເລິກລັບຂອງພຣະເຈົ້າເອງໄດ້. ເມື່ອທຸກຢ່າງຈົບສິ້ນລົງ, ພຣະເຈົ້າກໍຄືພຣະເຈົ້າ ແລະ ມະນຸດກໍຄືມະນຸດ. ພຣະເຈົ້າມີແກ່ນແທ້ຂອງພຣະເຈົ້າ ແລະ ມະນຸດກໍມີແກ່ນແທ້ຂອງມະນຸດ. ຖ້າມະນຸດເຫັນພຣະທໍາທີ່ກ່າວໂດຍພຣະເຈົ້າເປັນພຽງຄວາມສະຫວ່າງທໍາມະດາຂອງພຣະວິນຍານບໍລິສຸດ ແລະ ຖືເອົາຖ້ອຍຄໍາຂອງພວກອັກຄະສາວົກ ແລະ ຜູ້ປະກາດພຣະທຳເປັນພຣະທໍາທີ່ກ່າວໂດຍພຣະເຈົ້າເອງ, ນັ້ນຈະເປັນຄວາມຜິດພາດຂອງມະນຸດ.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ໃນຄັ້ງນີ້ ພຣະເຈົ້າສະເດັດມາເພື່ອດໍາເນີນພາລະກິດ ບໍ່ແມ່ນຜ່ານທາງພຣະວິນຍານ ແຕ່ຜ່ານຮ່າງກາຍທໍາມະດາ. ຮ່າງກາຍນັ້ນບໍ່ແມ່ນເປັນພຽງຮ່າງກາຍທີ່ພຣະເຈົ້າຊົງບັງເກີດຄັ້ງທີສອງເທົ່ານັ້ນ ແຕ່ເປັນຮ່າງກາຍທີ່ພຣະອົງສະເດັດມາ. ຮ່າງກາຍດັ່ງກ່າວເປັນຮ່າງກາຍເນື້ອໜັງທໍາມະດາ. ເຈົ້າຈະບໍ່ສັງເກດເຫັນຄວາມພິເສດໃດໆໃນຮ່າງກາຍນີ້ ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ເຈົ້າບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ເປັນສູນລວມຂອງພຣະທໍາແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ ເຊິ່ງເປັນຮ່າງກາຍທີ່ປະຕິບັດພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ທັງເປັນສິ່ງສະແດງໃຫ້ມະນຸດຮູ້ອຸປະນິໄສທັງໝົດຂອງພຣະເຈົ້າ. ເຈົ້າບໍ່ປາຖະໜາຢາກເຫັນພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກເຂົ້າໃຈພຣະເຈົ້າແຫ່ງສະຫວັນບໍ? ເຈົ້າບໍ່ປາຖະໜາຢາກຮູ້ຈຸດໝາຍປາຍທາງຂອງມະນຸດບໍ? ພຣະອົງຈະບອກຄວາມເລິກລັບທັງໝົດທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າໄດ້ ແລະ ພຣະອົງຍັງຈະບອກເຈົ້າໃຫ້ຮູ້ຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງເປັນປະຕູສູ່ອານາຈັກຂອງພຣະເຈົ້າ ແລະ ເປັນເຂັມທິດນໍາພາໄປສູ່ຍຸກໃໝ່. ຮ່າງກາຍອັນເປັນເນື້ອໜັງທໍາມະດານີ້ມີຄວາມເລິກລັບທັງປວງທີ່ຄົນເຮົາບໍ່ສາມາດຢັ່ງເຫັນ. ການກະທໍາຂອງພຣະອົງ ເຈົ້າອາດຈະບໍ່ສາມາດຢັ່ງຮູ້ໄດ້ ແຕ່ເປົ້າໝາຍຂອງພາລະກິດທັງໝົດຂອງພຣະອົງພຽງພໍທີ່ຈະໃຫ້ເຈົ້າຮູ້ໄດ້ວ່າ ພຣະອົງບໍ່ແມ່ນຄົນທໍາມະດາຕາມຄວາມເຊື່ອຂອງມະນຸດ. ເພາະວ່າພຣະອົງເປັນຕົວແທນຄວາມປະສົງຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າໄດ້ສະແດງຕໍ່ມະນຸດໃນຍຸກສຸດທ້າຍ. ເຖິງວ່າເຈົ້າບໍ່ສາມາດໄດ້ຍິນສຽງຂອງພຣະອົງທີ່ເຮັດໃຫ້ສະຫວັນ ແລະ ໂລກສັ່ນສະທ້ານ ຫຼື ເຫັນແປວໄພອອກມາຈາກຕາຂອງພຣະອົງ ແລະ ເຖິງວ່າເຈົ້າບໍ່ສາມາດສໍາພັດການຕີສອນດ້ວຍຄ້ອນເຫຼັກຂອງພຣະອົງ ເຈົ້າສາມາດສໍາພັດຄວາມຮ້າຍກາດຈາກຖ້ອຍຄໍາຂອງພຣະອົງໄດ້ ແລະ ຮູ້ວ່າ ພຣະເຈົ້າແມ່ນມີຄວາມເມດຕາຕໍ່ມະນຸດໂດຍແທ້ຈິງ. ເຈົ້າສາມາດເບິ່ງເຫັນອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າສາມາດສໍາພັດໄດ້ເຖິງຄວາມຫ່ວງໄຍ ແລະ ການດູແລທີ່ພຣະອົງມີຕໍ່ມະນຸດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ ມະນຸດເຫັນພຣະເຈົ້າແຫ່ງຟ້າສະຫວັນຊົງດໍາລົງຢູ່ທ່າມກາງມະນຸດ ໃນໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ເຊື່ອຟັງ, ຢໍາເກງ, ແລະ ຮັກພຣະອົງ. ດ້ວຍເຫດນີ້ ພຣະອົງຈິ່ງໄດ້ກັບມາເປັນມະນຸດຄັ້ງທີສອງ.

(ຄັດຈາກບົດ “ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອພຣະເຈົ້າມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ທຸກສິ່ງທີ່ມະນຸດເຫັນແມ່ນເຫດການທີ່ເໜືອທຳມະຊາດ. ສິ່ງທີ່ພວກເຂົາເຫັນດ້ວຍຕາຂອງພວກເຂົາ ແລະ ສິ່ງທີ່ພວກເຂົາໄດ້ຍິນດ້ວຍຫູຂອງພວກເຂົາລ້ວນແລ້ວແຕ່ເປັນສິ່ງທີ່ເໜືອທຳມະຊາດ ຍ້ອນພວກເຂົາບໍ່ສາມາດເຂົ້າໃຈ ແລະ ບໍ່ສາມາດບັນລຸພາລະກິດຂອງພຣະອົງ ແລະ ພຣະທຳຂອງພຣະອົງໄດ້. ຖ້າສິ່ງໃດໜຶ່ງໃນສະຫວັນຖືກນໍາລົງມາເທິງແຜ່ນດິນໂລກ, ແລ້ວມັນຈະເປັນສິ່ງອື່ນໄປໄດ້ແນວໃດ ຖ້າບໍ່ແມ່ນສິ່ງທີ່ເໜືອທຳມະຊາດ? ເມື່ອຄວາມເລິກລັບແຫ່ງອານາຈັກສະຫວັນຖືກນໍາມາເທິງແຜ່ນດິນໂລກ, ຄວາມເລິກລັບທີ່ມະນຸດບໍ່ສາມາດເຂົ້າໃຈ ແລະ ຢັ່ງເຖິງໄດ້, ທີ່ມະຫັດສະຈັນ ແລະ ເຕັມໄປດ້ວຍສະຕິປັນຍາອັນປະເສີດ, ສິ່ງເຫຼົ່ານີ້ບໍ່ແມ່ນລ້ວນແລ້ວແຕ່ເປັນສິ່ງທີ່ເໜືອທຳມະຊາດບໍ? ... ໃຫ້ພິຈາລະນາເບິ່ງພາລະກິດທີ່ຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນ: ດ້ານໃດຂອງພາລະກິດທີ່ບໍ່ແມ່ນຢູ່ເໜືອທຳມະຊາດ? ເຈົ້າສາມາດເຂົ້າໃຈ ແລະ ບັນລຸພຣະທຳຂອງພຣະອົງ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດພາລະກິດທີ່ພຣະອົງປະຕິບັດ. ສິ່ງທີ່ພຣະອົງເຂົ້າໃຈ ມະນຸດແມ່ນບໍ່ມີທາງເຂົ້າໃຈ ແລະ ສຳລັບຄວາມຮູ້ຂອງພຣະອົງ ມະນຸດກໍບໍ່ຮູ້ວ່າມັນມາຈາກໃສ. ມີບາງຄົນທີ່ເວົ້າວ່າ “ຂ້ານ້ອຍກໍທຳມະດາຄືກັນກັບພຣະອົງເຊັ່ນກັນ, ແຕ່ເປັນໄປໄດ້ແນວໃດທີ່ຂ້ານ້ອຍບໍ່ຮູ້ຈັກສິ່ງທີ່ພຣະອົງຮູ້ຈັກ?” ຂ້ານ້ອຍເຖົ້າກວ່າ ແລະ ມີປະສົບການຫຼາຍກວ່າ, ແຕ່ພຣະອົງຮູ້ຈັກສິ່ງທີ່ຂ້ານ້ອຍບໍ່ຮູ້ໄດ້ແນວໃດ? ເທົ່າທີ່ມະນຸດເຂົ້າໃຈ ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ມະນຸດບໍ່ມີທາງບັນລຸໄດ້. ແລ້ວກໍມີຄົນທີ່ເວົ້າວ່າ: “ບໍ່ມີໃຜຮູ້ຈັກພາລະກິດທີ່ປະຕິບັດໃນອິດສະຣາເອັນ; ແລະ ແມ່ນແຕ່ຜູ້ອະທິບາຍພຣະຄຳພີກໍຍັງບໍ່ສາມາດອະທິບາຍໄດ້; ພຣະອົງຈະຮູ້ໄດ້ແນວໃດ?” ສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງທີ່ເໜືອທຳມະຊາດບໍ? ພຣະອົງບໍ່ໄດ້ມີປະສົບການເຖິງກັບການອັດສະຈັນ, ແຕ່ພຣະອົງກໍຮູ້ຈັກທຸກສິ່ງ; ພຣະອົງກ່າວ ແລະ ສະແດງຄວາມຈິງຢ່າງງ່າຍທີ່ສຸດ. ນີ້ບໍ່ແມ່ນສິ່ງທີ່ເໜືອທຳມະຊາດບໍ? ພາລະກິດຂອງພຣະອົງຢູ່ເໜືອສິ່ງທີ່ມະນຸດສາມາດບັນລຸໄດ້. ຄວາມຄິດຂອງມະນຸດຄົນໃດກໍຕາມທີ່ມີຮ່າງກາຍຂອງເນື້ອໜັງແມ່ນບໍ່ສາມາດບັນລຸໄດ້ ແລະ ເຫດຜົນທີ່ມາຈາກຄວາມຄິດຂອງມະນຸດກໍບໍ່ອາດຄິດໄດ້. ເຖິງແມ່ນພຣະອົງບໍ່ເຄີຍອ່ານພຣະຄຳພີ, ພຣະອົງກໍເຂົ້າໃຈພາລະກິດຂອງພຣະເຈົ້າໃນອິດສະຣາເອັນ. ແລ້ວເຖິງແມ່ນພຣະອົງຢືນຢູ່ເທິງແຜ່ນດິນໂລກເມື່ອພຣະອົງກ່າວ, ພຣະອົງກໍກ່າວເຖິງຄວາມເລິກລັບຂອງສະຫວັນຊັ້ນສາມ. ເມື່ອມະນຸດອ່ານພຣະທຳເຫຼົ່ານັ້ນ, ຄວາມຮູ້ສຶກນີ້ກໍຈະເອົາຊະນະເຂົາ: “ສິ່ງນີ້ບໍ່ແມ່ນພາສາຂອງສະຫວັນຊັ້ນສາມບໍ?” ສິ່ງເຫຼົ່ານີ້ບໍ່ແມ່ນທຸກເລື່ອງທີ່ຢູ່ເໜືອສິ່ງທີ່ມະນຸດທຳມະດາສາມາດບັນລຸໄດ້ບໍ?

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະອົງຮັບຮູ້ເຖິງແກ່ນແທ້ຂອງມະນຸດເປັນຢ່າງດີ ແລະ ສາມາດເປີດເຜີຍການປະຕິບັດທຸກປະເພດທີ່ເປັນຂອງຄົນທຸກປະເພດ. ພຣະອົງຍິ່ງດີກວ່າໃນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ພຶດຕິກຳທີ່ເປັນກະບົດຂອງມະນຸດ. ພຣະອົງບໍ່ມີຊີວິດຢູ່ທ່າມກາງຄົນໃນໂລກ, ແຕ່ພຣະອົງຮັບຮູ້ເຖິງທຳມະຊາດຂອງມະນຸດ ແລະ ຄວາມເສື່ອມຊາມທັງໝົດຂອງຄົນໃນໂລກ. ນີ້ຄືສິ່ງທີ່ພຣະອົງເປັນ. ເຖິງແມ່ນວ່າ ພຣະອົງບໍ່ຈັດການກັບໂລກ, ພຣະອົງກໍຮູ້ຈັກກົດລະບຽບໃນການຈັດການກັບໂລກ ຍ້ອນພຣະອົງເຂົ້າໃຈເຖິງທຳມະຊາດຂອງມະນຸດຢ່າງສົມບູນ. ພຣະອົງຮູ້ຈັກກ່ຽວກັບພາລະກິດຂອງພຣະວິນຍານທີ່ຕາຂອງມະນຸດບໍ່ສາມາດເຫັນໄດ້ ແລະ ຫູຂອງມະນຸດບໍ່ສາມາດໄດ້ຍິນ ທັງໃນປັດຈຸບັນ ແລະ ໃນອະດີດ. ນີ້ລວມເຖິງສະຕິປັນຍາທີ່ບໍ່ແມ່ນປັດຊະຍາສຳລັບການດຳລົງຊີວິດ ແລະ ສິ່ງອັດສະຈັນທີ່ໃຫ້ຜູ້ຄົນຢັ່ງເຖິງໄດ້ຍາກ. ນີ້ຄືສິ່ງທີ່ພຣະອົງເປັນ ນັ້ນກໍຄື ເປີດເຜີຍກັບຜູ້ຄົນ ແລະ ຍັງລີ້ລັບຈາກຜູ້ຄົນ. ສິ່ງທີ່ພຣະອົງສະແດງອອກບໍ່ແມ່ນສິ່ງທີ່ຄົນພິເສດເປັນ, ແຕ່ແມ່ນຄຸນລັກສະນະໂດຍທຳມະຊາດ ແລະ ການເປັນຢູ່ຂອງພຣະວິນຍານ. ພຣະອົງບໍ່ໄດ້ເດີນທາງອ້ອມໂລກ ແຕ່ຮູ້ຈັກທຸກສິ່ກ່ຽວກັບໂລກ. ພຣະອົງພົບພໍ້ “ລີງໂທນ” ຜູ້ເຊິ່ງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈ, ແຕ່ພຣະອົງສະແດງພຣະທຳທີ່ຢູ່ເໜືອກວ່າຄວາມຮູ້ ແລະ ເໜືອກວ່າມະນຸດທີ່ຍິ່ງໃຫຍ່. ພຣະອົງມີຊີວິດຢູ່ທ່າມກາງກຸ່ມຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ສຶກ ຜູ້ເຊິ່ງບໍ່ມີຄວາມເປັນມະນຸດ ແລະ ຜູ້ເຊິ່ງບໍ່ເຂົ້າໃຈທຳນຽມ ແລະ ຊີວິດຂອງມະນຸດ, ແຕ່ພຣະອົງສາມາດຮຽກຮ້ອງໃຫ້ມະນຸດຊາດໃຊ້ຊີວິດຕາມຄວາມເປັນມະນຸດທຳມະດາໄດ້, ໃນຂະນະດຽວກັນກໍເປີດເຜີຍພື້ນຖານ ແລະ ຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງມະນຸດຊາດ. ທຸກສິ່ງນີ້ແມ່ນສິ່ງທີ່ພຣະອົງເປັນ ເຊິ່ງສູງກວ່າຄົນທີ່ມີເນື້ອໜັງ ແລະ ເລືອດເນື້ອ. ສຳລັບພຣະອົງ ມັນບໍ່ຈຳເປັນທີ່ຕ້ອງຜະເຊີນກັບຊີວິດສັງຄົມທີ່ຊັບຊ້ອນ, ຫຍຸ້ງຍາກ ແລະ ສົກກະປົກເພື່ອປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ແລະ ເປີດເຜີຍເຖິງແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມຢ່າງທົ່ວເຖິງ. ຊີວິດສັງຄົມທີ່ສົກກະປົກບໍ່ໄດ້ສັ່ງສອນເນື້ອໜັງຂອງພຣະອົງ. ພາລະກິດ ແລະ ພຣະທຳຂອງພຣະອົງພຽງແຕ່ເປີດເຜີຍການບໍ່ເຊື່ອຟັງຂອງມະນຸດ ແລະ ບໍ່ໄດ້ຈັດກຽມມະນຸດດ້ວຍປະສົບການ ແລະ ບົດຮຽນໃນການຈັດການກັບໂລກນີ້. ພຣະອົງບໍ່ຕ້ອງສືບສວນສັງຄົມ ຫຼື ຄອບຄົວຂອງມະນຸດ ເມື່ອພຣະອົງຈັດຕຽມມະນຸດດ້ວຍຊີວິດ. ການເປີດເຜີຍ ແລະ ການພິພາກສາມະນຸດບໍ່ແມ່ນການສະແດງອອກເຖິງປະສົບການຂອງເນື້ອໜັງຂອງພຣະອົງ; ມັນເປັນການເປີດເຜີຍເຖິງຄວາມບໍ່ຊອບທຳຂອງມະນຸດຫຼັງຈາກທີ່ຮູ້ຈັກຄວາມບໍ່ເຊື່ອຟັງຂອງມະນຸດເປັນເວລາດົນນານ ແລະ ກຽດຊັງຄວາມເສື່ອມຊາມຂອງມະນຸດຊາດ. ພາລະກິດທີ່ພຣະອົງປະຕິບັດທັງໝົດແມ່ນການເປີດເຜີຍອຸປະນິໄສໃຫ້ກັບມະນຸດ ແລະ ສະແດງເຖິງການເປັນຢູ່ຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ສາມາດປະຕິບັດພາລະກິດນີ້, ມັນບໍ່ແມ່ນສິ່ງທີ່ຄົນມີເນື້ອໜັງ ແລະ ເລືອດເນື້ອສາມາດເຮັດໃຫ້ສຳເລັດໄດ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າສືບຕໍ່ກັບຖ້ອຍຄຳຂອງພຣະອົງ, ນໍາໃຊ້ຫຼາກຫຼາຍວິທີ ແລະ ທັດສະນະເພື່ອຕັກເຕືອນກ່ຽວກັບສິ່ງທີ່ພວກເຮົາຄວນເຮັດໃນຂະນະດຽວກັນກໍເປັນສຽງໃຫ້ກັບຫົວໃຈຂອງພຣະອົງ. ພຣະທຳຂອງພຣະອົງແບກພະລັງແຫ່ງຊີວິດ, ຊື້ນໍາຫົນທາງທີ່ພວກເຮົາຄວນຍ່າງ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ. ພວກເຮົາເລີ່ມຮັບການຊັກຈູງໂດຍພຣະທຳຂອງພຣະອົງ, ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ ແລະ ທ່າທາງໃນການເວົ້າຂອງພຣະອົງ ແລະ ໂດຍຈິດໃຕ້ສຳນຶກ ພວກເຮົາເລີ່ມສົນໃຈໃນຄວາມຮູ້ສຶກສ່ວນເລິກສຸດຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້. ພຣະອົງລັ່ງເລືອດຈາກຫົວໃຈຂອງພຣະອົງເພື່ອປະຕິບັດພາລະກິດແທນພວກເຮົາ, ເສຍການນອນ ແລະ ຄວາມຫິວແທນພວກເຮົາ, ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ, ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ, ທົນຮັບຄວາມອັບອາຍຂາຍໜ້າເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ ແລະ ຄວາມລອດພົ້ນຂອງພວກເຮົາ; ແລະ ຄວາມດື້ດ້ານ ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ ແລະ ເລືອດຈາກຫົວໃຈຂອງພຣະອົງ. ບໍ່ມີມະນຸດທຳມະດາຄົນໃດທີ່ມີວິທີທາງຄວາມເປັນຢູ່ ແລະ ມີແບບນີ້ ຫຼື ບໍ່ມີມະນຸດທີ່ເສື່ອມຊາມຄົນໃດສາມາດມິ ຫຼື ບັນລຸສິ່ງນີ້ໄດ້. ພຣະອົງສຳແດງຄວາມອົດທົນ ແລະ ຄວາມອົດກັ້ນທີ່ບໍ່ມີມະນຸດທຳມະດາຄົນໃດເຮັດໄດ້ ແລະ ຄວາມຮັກຂອງພຣະອົງກໍບໍ່ແມ່ນສິ່ງທີ່ມະນຸດຄົນໃດໃຫ້ໄດ້. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຮູ້ທຸກຄວາມຄິດຂອງພວກເຮົາ ຫຼື ມີຄວາມເຂົ້າໃຈທີ່ຊັດເຈນ ແລະ ສົມບູນໃນທຳມະຊາດ ແລະ ທາດແທ້ຂອງພວກເຮົາ ຫຼື ພິພາກສາຄວາມກະບົດ ແລະ ຄວາມເສື່ອມຊາມຂອງມະນຸດຊາດ ຫຼື ເວົ້າກັບພວກເຮົາ ແລະ ປະຕິບັດພາລະກິດທ່າມກາງພວກເຮົາແບບນີ້ແທນພຣະເຈົ້າທີ່ຢູ່ໃນສະຫວັນໄດ້. ບໍ່ມີໃຜນອກຈາກພຣະອົງທີ່ມີສິດອຳນາດ, ສະຕິປັນຍາ ແລະ ສັກສີຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນທັງໝົດແມ່ນເກີດມາຈາກພຣະເຈົ້າ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດສຳແດງໃຫ້ພວກເຮົາເຫັນເຖິງຫົນທາງ ແລະ ນໍາແສງສະຫວ່າງມາສູ່ພວກເຮົາ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດເປີດເຜີຍສິ່ງລຶກລັບທີ່ພຣະເຈົ້າບໍ່ໄດ້ເປີດເຜີຍນັບຕັ້ງແຕ່ການເນລະມິດສ້າງຈົນຮອດປັດຈຸບັນ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຊ່ວຍພວກເຮົາພົ້ນຈາກການເປັນທາດຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເອງ. ພຣະອົງເປັນຕົວແທນຂອງພຣະເຈົ້າ. ພຣະອົງສຳແດງໃຫ້ເຫັນເຖິງຫົວໃຈໃນສ່ວນເລິກສຸດຂອງພຣະເຈົ້າ, ການຕັກເຕືອນຂອງພຣະເຈົ້າ ແລະ ພຣະທຳແຫ່ງການພິພາກສາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດທັງໝົດ. ພຣະອົງໄດ້ເລີ່ມຕົ້ນຍຸກໃໝ່, ສະໄໝໃໝ່ ແລະ ນໍາພາໄປສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ພາລະກິດໃໝ່; ແລະ ພຣະອົງນໍາຄວາມຫວັງມາສູ່ພວກເຮົາ, ສິ້ນສຸດຊີວິດທີ່ພວກເຮົາດໍາເນີນຢູ່ໃນຄວາມມືດມົວ ແລະ ເຮັດໃຫ້ການເປັນຢູ່ຂອງພວກເຮົາທັງໝົດເຫັນເຖິງເສັ້ນທາງສູ່ຄວາມລອດພົ້ນຢ່າງຊັດເຈນທີ່ສຸດ. ພຣະອົງໄດ້ເອົາຊະນະການເປັນຢູ່ທັງໝົດຂອງພວກເຮົາ ແລະ ໄດ້ຮັບຫົວໃຈຂອງພວກເຮົາ. ຈາກຊ່ວງເວລານັ້ນເປັນຕົ້ນໄປ, ຈິດໃຈຂອງພວກເຮົາເລີ່ມມີສະຕິ ແລະ ຈິດວິນຍານຂອງພວກເຮົາເລີ່ມຟື້ນຟູຂຶ້ນ: ບຸກຄົນທີ່ທຳມະດາ ແລະ ບໍ່ສຳຄັນຄົນນີ້ ຜູ້ເຊິ່ງມີຊີວິດຢູ່ທ່າມກາງພວກເຮົາ ແລະ ຖືກພວກເຮົາປະຕິເສດ, ບຸກຄົນນີ້ບໍ່ແມ່ນພຣະເຢຊູເຈົ້າບໍ ຜູ້ທີ່ຢູ່ໃນຄວາມຄິດ ໃນເວລາຕື່ນນອນ ຫຼື ໃນຄວາມຝັນຂອງພວກເຮົາສະເໝີມາ ແລະ ເປັນຜູ້ທີ່ພວກເຮົາປາຖະໜາທັງກາງເວັນ ແລະ ກາງຄືນ? ນັ້ນຄືພຣະອົງ! ຄືພຣະອົງແທ້ໆ! ພຣະອົງເປັນພຣະເຈົ້າຂອງພວກເຮົາ! ພຣະອົງເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ!

(ຄັດຈາກບົດ “ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 5. ຄຸນຄ່າໂດຍທຳມະຊາດຂອງພຣະຄຳພີ ແລະ ຄົນໆໜຶ່ງຈະເຂົ້າເຖິງ ແລະ ນໍາໃຊ້ພຣະຄຳພີໃນລັກສະນະທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້ແນວໃດ

ຕໍ່ໄປ: 2. ຄວາມແຕກຕ່າງລະຫວ່າງຄຳເວົ້າຂອງຜູ້ຄົນທີ່ພຣະເຈົ້າໃຊ້ທີ່ສອດຄ່ອງກັບຄວາມຈິງ ແລະ ພຣະທຳຂອງພຣະເຈົ້າເອງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້