ເພງຄຣິດສະຕຽນ “ເຈົ້າຕ້ອງໄລ່ຕາມຄວາມຈິງເພື່ອທີ່ຈະຢູ່ລອດ” | ສຽງແຫ່ງການສັນລະເສີນ 2026
19 ເດືອນມັງກອນ 2026
1
ການປະຕິບັດທີ່ລຽບງ່າຍທີ່ສຸດໃນການໄລ່ຕາມຄວາມຈິງກໍຄື ເຈົ້າຕ້ອງຍອມຮັບທຸກສິ່ງຈາກພຣະເຈົ້າ ແລະ ອ່ອນນ້ອມໃນທຸກສິ່ງ. ນັ້ນແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ເມື່ອເວົ້າເຖິງໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າ ແລະ ເວົ້າໃນລະດັບທີ່ກວ້າງກວ່າ ຄືການຝາກຝັງທີ່ພຣະເຈົ້າປະທານໃຫ້ເຈົ້າ ແລະ ວຽກງານສຳຄັນບາງຢ່າງທີ່ພຣະເຈົ້າມອບໝາຍໃຫ້ເຈົ້າ, ເຈົ້າຄວນຈ່າຍລາຄາຢູ່ສະເໝີ. ບໍ່ວ່າມັນຈະຍາກສໍ່າໃດກໍຕາມ, ບໍ່ວ່າເຈົ້າຕ້ອງພະຍາຍາມຢ່າງໜັກ ແລະ ຢ່າງບໍ່ຢຸດຢັ້ງແນວໃດກໍຕາມ, ບໍ່ວ່າການຂົ່ມເຫັງຈະເກີດຂຶ້ນກັບເຈົ້າ ຫຼື ແມ່ນແຕ່ຈະເຮັດໃຫ້ຊີວິດຂອງເຈົ້າຕົກຢູ່ໃນອັນຕະລາຍກໍຕາມ, ເຈົ້າກໍບໍ່ຄວນຄິດເສຍດາຍ, ແຕ່ໃຫ້ຖວາຍຄວາມຈົງຮັກພັກດີຂອງເຈົ້າ ແລະ ອ່ອນນ້ອມຈົນເຖິງຕາຍ. ນີ້ຄືການສະແດງອອກທີ່ແທ້ຈິງ, ການທຸ້ມເທທີ່ແທ້ຈິງ ແລະ ການປະຕິບັດທີ່ແທ້ຈິງຂອງການໄລ່ຕາມຄວາມຈິງ. ຖ້າຜູ້ຄົນມີໃຈປາຖະໜາ, ມີຄວາມຕັ້ງໃຈ ແລະ ມີຄວາມເຊື່ອກ່ຽວກັບການໄລ່ຕາມຄວາມຈິງ, ຖ້າພວກເຂົາມີຄວາມເຂັ້ມແຂງແບບນີ້ຢູ່ໃນໃຈຂອງພວກເຂົາ, ກໍບໍ່ມີຫຍັງທີ່ເກີດຂຶ້ນກັບພວກເຂົາທີ່ເປັນເລື່ອງຍາກ. ສິ່ງທີ່ໜ້າເປັນຫ່ວງກໍຄື ບາງຄົນຂາດຄວາມເຊື່ອ.
2
ໃນທີ່ສຸດ, ໃນຂັ້ນຕອນນີ້ຂອງພາລະກິດໃນຍຸກສຸດທ້າຍນີ້, ພຣະເຈົ້າໄດ້ບອກຜູ້ຄົນຢ່າງຊັດເຈນເຖິງຄວາມຈິງໃນທຸກດ້ານທີ່ພວກເຂົາຕ້ອງປະຕິບັດ. ການທີ່ໃຫ້ຜູ້ຄົນໄລ່ຕາມຄວາມຈິງໃນຊ່ວງເວລາປັດຈຸບັນຂອງການມີປະສົບການກັບພາລະກິດຂອງພຣະເຈົ້າ ບໍ່ແມ່ນການເຮັດໃຫ້ສິ່ງຕ່າງໆເປັນເລື່ອງຍາກສຳລັບພວກເຂົາ; ແຕ່ມັນເປັນສິ່ງທີ່ພວກເຂົາມີຄວາມສາມາດບັນລຸໄດ້. ໃນດ້ານໜຶ່ງ, ຂໍ້ກຳນົດນີ້ຂອງພຣະເຈົ້າແມ່ນເໝາະສົມຢ່າງຍິ່ງ; ໃນອີກດ້ານໜຶ່ງ, ຜູ້ຄົນກໍມີເງື່ອນໄຂ ແລະ ພື້ນຖານທີ່ພຽງພໍໃນການໄລ່ຕາມຄວາມຈິງ. ຖ້າໃນທີ່ສຸດຜູ້ໃດຜູ້ໜຶ່ງຍັງບໍ່ສາມາດໄດ້ຮັບຄວາມຈິງ, ກໍເປັນຍ້ອນວ່າບັນຫາຂອງພວກເຂົາຮ້າຍແຮງເກີນໄປ. ຄົນເຊັ່ນນີ້ ສົມຄວນໄດ້ຮັບການລົງໂທດ ແລະ ຈຸດຈົບທຸກຢ່າງ ບໍ່ວ່າຈະເປັນແນວໃດກໍຕາມ ບໍ່ວ່າຈະພົບກັບຄວາມຕາຍແບບໃດກໍຕາມ, ພວກເຂົາບໍ່ສົມຄວນໄດ້ຮັບຄວາມສົງສານ. ສຳລັບພຣະເຈົ້າ, ບໍ່ມີຄຳວ່າຄວາມສົງສານ ຫຼື ຄວາມເຫັນໃຈຕໍ່ຜູ້ຄົນ. ພຣະອົງພິພາກສາຈຸດຈົບທີ່ຄົນຜູ້ໜຶ່ງຄວນຈະໄດ້ຮັບ ແລະ ກຳນົດວ່າຊີວິດນີ້ ແລະ ໂລກທີ່ຈະມາເຖິງຈະເປັນແນວໃດສຳລັບຄົນຜູ້ນັ້ນ, ໂດຍອີງໃສ່ອຸປະນິໄສຂອງພຣະອົງ, ພ້ອມທັງກົດເກນ ແລະ ລະບຽບການທີ່ພຣະອົງໄດ້ສ້າງຕັ້ງຂຶ້ນ, ຂໍ້ກຳນົດຂອງພຣະອົງຕໍ່ຜູ້ຄົນ ແລະ ການສະແດງອອກທີ່ຄົນຜູ້ນັ້ນມີ. ມັນກໍງ່າຍດາຍພຽງເທົ່ານັ້ນ.
3
ພຣະເຈົ້າບໍ່ສົນໃຈວ່າຈະມີຈັກຄົນທີ່ຈະຢູ່ລອດ, ຫຼື ຈະມີຈັກຄົນທີ່ຈະຖືກທຳລາຍ ແລະ ຖືກລົງໂທດໃນຕອນທ້າຍ. ສິ່ງນີ້ບອກຫຍັງແກ່ພວກເຈົ້າ? ມັນບອກພວກເຈົ້າວ່າ ພຣະເຈົ້າບໍ່ໄດ້ກຳນົດຈຳນວນຄົນໄວ້ລ່ວງໜ້າ ແລະ ເຈົ້າສາມາດພະຍາຍາມເພື່ອໃຫ້ໄດ້ມັນມາ. ພຣະເຈົ້າກ່າວ ແລະ ປະຕິບັດພາລະກິດດັ່ງທີ່ພຣະອົງກຳລັງປະຕິບັດຢູ່ຕອນນີ້; ພຣະອົງປະຕິບັດຕໍ່ທຸກຄົນຢ່າງຍຸດຕິທຳ ແລະ ໃຫ້ໂອກາດແກ່ທຸກຄົນຢ່າງຫຼວງຫຼາຍ. ພຣະອົງປະທານໂອກາດຢ່າງຫຼວງຫຼາຍ, ພຣະຄຸນອັນລົ້ນເຫຼືອໃຫ້ແກ່ເຈົ້າ, ພຣະທຳຂອງພຣະອົງ, ຕະຫຼອດທັງພາລະກິດ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງກໍມີຢ່າງພຽງພໍ. ພຣະອົງຍຸດຕິທຳຕໍ່ທຸກຄົນ. ຖ້າເຈົ້າໄລ່ຕາມຄວາມຈິງ ແລະ ໄດ້ເລີ່ມເດີນໃນເສັ້ນທາງແຫ່ງການຕິດຕາມພຣະເຈົ້າ ແລະ ບໍ່ວ່າເຈົ້າອົດທົນຕໍ່ຄວາມທຸກທໍລະມານທີ່ຍິ່ງໃຫຍ່ສໍ່າໃດ ຫຼື ເຈົ້າພົບກັບຄວາມຍາກລຳບາກຫຼາຍສໍ່າໃດ, ຖ້າເຈົ້າສາມາດຍອມຮັບຄວາມຈິງໄດ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າຖືກຊຳລະລ້າງ, ແລ້ວເຈົ້າກໍຈະໄດ້ຮັບຄວາມລອດພົ້ນ. ຖ້າເຈົ້າສາມາດເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ກາຍເປັນສິ່ງຖືກສ້າງທີ່ໄດ້ມາດຕະຖານ, ເປັນນາຍຂອງສັບພະສິ່ງທັງປວງທີ່ໄດ້ມາດຕະຖານຄົບຖ້ວນ, ເຈົ້າກໍຈະຢູ່ລອດ.
(ພຣະທຳ, ເຫຼັ້ມທີ 6. ກ່ຽວກັບການສະແຫວງຫາຄວາມຈິງ. ເຫດຜົນທີ່ມະນຸດຕ້ອງໄລ່ຕາມຫາຄວາມຈິງ)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ