ເພງຄຣິດສະຕຽນ “ມະນຸດຕ້ອງນະມັດສະການພຣະເຈົ້າເພື່ອປາຍທາງທີ່ດີ”

12 ເດືອນເມສາ 2022

ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້

ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳ

ຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ.

ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດນີ້

ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລ

ມະນຸດຊາດທັງກາງຄືນ ແລະ ກາງເວັນ.

ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນ

ບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້

ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດ

ບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້.

ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດ

ບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້.

ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື

ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມແບບແຜນຂອງພຣະເຈົ້າ.

ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້

ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດນີ້ໄດ້,

ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດນີ້ໄດ້.

ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ,

ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ

ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ,

ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ,

ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ

ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ,

ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ

ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດ

ຈະເປັນຄວາມຫາຍຍະນະທີ່ບໍ່ສາມາດຫຼີກລ່ຽງໄດ້ຢ່າງແນ່ນອນ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ