ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ຄວາມວິບັດຈົ່ງມີແກ່ຜູ້ທີ່ລໍຖ້າພຽງແຕ່ໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ”
28 ກຸມພາ 2026
ຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດສຳລັບຜູ້ເຊື່ອໃນພຣະຜູ້ເປັນເຈົ້າ ແມ່ນການຕ້ອນຮັບພຣະອົງ ແລະ ຖືກຍົກຂຶ້ນເຂົ້າສູ່ອານາຈັກສະຫວັນ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງການຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ, ຫຼາຍຄົນເຮັດຕາມຄຳເວົ້າຂອງທູດສະຫວັນ ແລະ ຂອງໂປໂລ ແລະ ຈົດຈໍ່ລໍຖ້າແຕ່ຮ່າງກາຍຝ່າຍວິນຍານຂອງອົງພຣະເຢຊູເຈົ້າ ໃຫ້ລົງມາເທິງກ້ອນເມກ ແລະ ຍົກພວກເຂົາຂຶ້ນສູ່ສະຫວັນ. ແຕ່ມີໜ້ອຍຄົນທີ່ຕ້ອນຮັບພຣະຜູ້ເປັນເຈົ້າ ໂດຍອີງໃສ່ຄຳທຳນາຍຂອງພຣະອົງກ່ຽວກັບການມາຂອງ “ບຸດມະນຸດ”. ສິ່ງນີ້ເຮັດໃຫ້ຄວາມຫວັງຂອງຜູ້ເຊື່ອຫຼາຍຄົນສູນເປົ່າ; ພວກເຂົາໄດ້ລໍຖ້າຈົນເຖິງດຽວນີ້ ເຊິ່ງເປັນຕອນທີ່ຄວາມຫາຍະນະໃຫຍ່ຂອງມະນຸດຊາດກຳລັງຈະລົງມາ, ແຕ່ພວກເຂົາຍັງບໍ່ເຫັນອົງພຣະເຢຊູເຈົ້າລົງມາເທິງກ້ອນເມກ. ພຣະຜູ້ເປັນເຈົ້າຈະປາກົດຕົວ ແລະ ເຮັດພາລະກິດໃນຮູບແບບໃດແທ້ໃນຍຸກສຸດທ້າຍ? ພວກເຮົາຄວນເຝົ້າລະວັງ ແລະ ລໍຖ້າແນວໃດເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ? ລາຍການນີ້ຈະພາທ່ານໄປສະແຫວງຫາຄວາມຈິງ ແລະ ພົບເຫັນຄຳຕອບ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ