ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາ ເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ?”

25 ເດືອນເມສາ 2023

2.000 ປີກ່ອນ, ພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ຄວາມຜິດບາບຂອງມະນຸດຊາດ, ເຮັດໜ້າທີ່ເປັນເຄື່ອງບູຊາແທນຄວາມຜິດບາບ ແລະ ສຳເລັດພາລະກິດແຫ່ງການໄຖ່ບາບຂອງພຣະອົງ. ຜູ້ທີ່ມີຄວາມເຊື່ອໃນພຣະຜູ້ເປັນເຈົ້າລ້ວນແລ້ວແຕ່ຄິດວ່າຄວາມຜິດບາບຂອງພວກເຂົາໄດ້ຮັບການອະໄພ, ສະນັ້ນ ພຣະຜູ້ເປັນເຈົ້າຈຶ່ງບໍ່ເຫັນວ່າພວກເຂົາຜິດບາບອີກຕໍ່ໄປ ແລະ ເມື່ອພຣະອົງກັບຄືນມາ ພວກເຂົາຈະຖືກພາເຂົ້າສູ່ອານາຈັກສະຫວັນໂດຍກົງ. ດ້ວຍເຫດນັ້ນ, ຜູ້ຄົນຈຶ່ງຈ້ອງເບິ່ງທ້ອງຟ້າຢູ່ສະເໝີ, ປາຖະໜາມື້ທີ່ພວກເຂົາຈະຖືກຮັບຂຶ້ນເມືອສູ່ສະຫວັນຢ່າງໄວ ແລະ ພົບກັບພຣະຜູ້ເປັນເຈົ້າ. ແຕ່ພວກເຂົາຕ້ອງປະຫຼາດໃຈຫຼາຍ ເມື່ອພວກເຂົາເບິ່ງໄພພິບັດຖືກເປີດເຜີຍອອກຕໍ່ໜ້າຕໍ່ຕາຂອງພວກເຂົາ, ພວກເຂົາຍັງບໍ່ເຫັນພຣະເຢຊູເຈົ້າລົງມາເທິງກ້ອນເມກ. ກົງກັນຂ້າມ, ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານຢ່າງສະໝໍ່າສະເໝີວ່າ ພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ, ພຣະອົງເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດໃນເນື້ອໜັງ, ເປັນພະຍານວ່າພຣະອົງກຳລັງກ່າວຄວາມຈິງ ແລະ ກຳລັງເຮັດພາລະກິດແຫ່ງການພິພາກສາ ເຊິ່ງເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ ແລະ ພຣະອົງໄດ້ສ້າງກຸ່ມຜູ້ເອົາຊະນະແລ້ວ. ສິ່ງນີ້ແມ່ນຂັດກັບແນວຄິດ ແລະ ຈິນຕະນາການຂອງຜູ້ຄົນຢ່າງສິ້ນເຊີງ. ນັ້ນຄືເຫດຜົນທີ່ຫຼາຍຄົນກຳລັງຖາມວ່າ: ພຣະເຢຊູເຈົ້າໄດ້ໄຖ່ມະນຸດຊາດ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງໄດ້ສຳເລັດແລ້ວ. ແລ້ວເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ? ໃຫ້ພວກເຮົາສະແຫວງຫາຄວາມຈິງກ່ຽວກັບສິ່ງນີ້ໃນຕອນທີ່ມີຊື່ວ່າ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ ຂອງມື້ນີ້ ແລະ ຊອກຫາຄຳຕອບນໍາກັນ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ