ເພງຄຣິດສະຕຽນ “ເມື່ອເຈົ້າເປີດໃຈຂອງເຈົ້າໃຫ້ກັບພຣະເຈົ້າ”

31 ເດືອນມີນາ 2023

ເມື່ອຜູ້ຄົນບໍ່ເຂົ້າໃຈພຣະເຈົ້າ ແລະ ບໍ່ຮູ້ຈັກອຸປະນິໄສຂອງພຣະອົງ,

ຫົວໃຈຂອງພວກເຂົາກໍບໍ່ສາມາດ ເປີດຮັບເອົາພຣະອົງໄດ້ຢ່າງແທ້ຈິງ.

ຫຼັງຈາກທີ່ພວກເຂົາໄດ້ເຂົ້າໃຈພຣະເຈົ້າ, ພວກເຂົາກໍຈະເລີ່ມເຫັນຄຸນຄ່າ

ແລະ ຊີມລົດຊາດສິ່ງທີ່ຢູ່ໃນຫົວໃຈຂອງພຣະອົງ ດ້ວຍຄວາມສົນໃຈ ແລະ ຄວາມເຊື່ອ.

ເມື່ອເຈົ້າເຫັນຄຸນຄ່າ

ແລະ ໄດ້ຊີມລົດຊາດສິ່ງທີ່ຢູ່ໃນຫົວໃຈຂອງພຣະເຈົ້າ,

ຫົວໃຈຂອງເຈົ້າກໍຈະເປີດເຮັບເອົາພຣະອົງ ເທື່ອລະເລັກເທື່ອລະໜ້ອຍ.

ເມື່ອຫົວໃຈຂອງເຈົ້າເປີດຮັບເອົາພຣະອົງ,

ເມື່ອຫົວໃຈຂອງເຈົ້າເປີດຮັບເອົາພຣະອົງ,

ເຈົ້າຈະເຫັນເຖິງການດູຖູກ, ເຈົ້າຈະເຫັນເຖິງຄວາມອັບອາຍ

ໃນຄຳຮ້ອງຂໍທີ່ເກີນຄວນ ແລະ ເຫັນແກ່ຕົວຂອງເຈົ້າ.

ເມື່ອຫົວໃຈຂອງເຈົ້າ ເປີດຮັບເອົາພຣະເຈົ້າຢ່າງແທ້ຈິງ,

ເມື່ອຫົວໃຈຂອງເຈົ້າ ເປີດຮັບເອົາພຣະເຈົ້າຢ່າງແທ້ຈິງ,

ເຈົ້າກໍຈະເຫັນວ່າ ຫົວໃຈຂອງພຣະອົງຄືໂລກທີ່ບໍ່ສິ້ນສຸດ

ແລະ ເຈົ້າຈະເຂົ້າສູ່ອານາຈັກ ທີ່ເຈົ້າບໍ່ເຄີຍໄດ້ຜະເຊີນມາກ່ອນ.

ໃນອານາຈັກນີ້ແມ່ນບໍ່ມີການສໍ້ໂກງ, ບໍ່ມີການລໍ້ລວງ, ບໍ່ມີຄວາມມືດມົວ ແລະ ບໍ່ມີສິ່ງຊົ່ວຮ້າຍ. ມີພຽງຄວາມຈິງໃຈ ແລະ ຄວາມຊື່ສັດ;

ເຈົ້າຈະເຫັນວ່າມີພຽງແຕ່ຄວາມຊອບທຳ ແລະ ແສງສະຫວ່າງ, ເມື່ອເຈົ້າເປີດຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ.

ພຣະອົງຄືຄວາມຮັກ, ພຣະອົງຫ່ວງໃຍ, ມີຄວາມເມດຕາສົງສານຢ່າງບໍ່ສິ້ນສຸດ.

ໃນຊີວິດຂອງເຈົ້າ, ຈະຮູ້ສຶກເຖິງຄວາມປິຕິຍິນດີ, ເມື່ອເຈົ້າເປີດຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ.

ໂລກທີ່ບໍ່ສິ້ນສຸດນີ້ແມ່ນເຕັມໄປດ້ວຍສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ;

ມັນຍັງເຕັມໄປດ້ວຍຄວາມຮັກຂອງພຣະອົງ ແລະ ສິດອຳນາດຂອງພຣະອົງ.

ເມື່ອຫົວໃຈຂອງເຈົ້າ ເປີດຮັບເອົາພຣະເຈົ້າຢ່າງແທ້ຈິງ,

ເມື່ອຫົວໃຈຂອງເຈົ້າ ເປີດຮັບເອົາພຣະເຈົ້າຢ່າງແທ້ຈິງ,

ເຈົ້າກໍຈະເຫັນວ່າ ຫົວໃຈຂອງພຣະອົງຄືໂລກທີ່ບໍ່ສິ້ນສຸດ

ແລະ ເຈົ້າຈະເຂົ້າສູ່ອານາຈັກ ທີ່ເຈົ້າບໍ່ເຄີຍໄດ້ຜະເຊີນມາກ່ອນ.

ເມື່ອຫົວໃຈຂອງເຈົ້າ ເປີດຮັບເອົາພຣະເຈົ້າຢ່າງແທ້ຈິງ,

ເມື່ອຫົວໃຈຂອງເຈົ້າ ເປີດຮັບເອົາພຣະເຈົ້າຢ່າງແທ້ຈິງ,

ໃນນີ້ ເຈົ້າສາມາດເຫັນໄດ້ເຖິງທຸກດ້ານ ໃນສິ່ງທີ່ພຣະເຈົ້າມີ ແລະ ເປັນ,

ສິ່ງທີ່ນໍາຄວາມປິຕິຍິນດີມາສູ່ພຣະອົງ, ເປັນຫຍັງພຣະອົງຈຶ່ງກັງວົນໃຈ

ແລະ ເປັນຫຍັງພຣະອົງຈຶ່ງໂສກເສົ້າ,

ເປັນຫຍັງພຣະອົງຈຶ່ງໃຈຮ້າຍ...

ນີ້ຄືສິ່ງທີ່ແຕ່ລະຄົນສາມາດເຫັນໄດ້ວ່າ ຜູ້ໃດເປີດຫົວໃຈຂອງພວກເຂົາ ແລະ ຍອມໃຫ້ພຣະເຈົ້າເຂົ້າມາຢູ່ຂ້າງໃນ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ