ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 44

27 ເດືອນພຶດສະພາ 2021

“ພຣະເຢໂຮວາ” ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາຢູ່ດິນແດນອິສຣາເອນ ແລະ ນັ້ນໝາຍເຖິງ ພຣະເຈົ້າຂອງຊາວອິສຣາເອນ (ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມເມດຕາຕໍ່ມະນຸດ ຊາບແສ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້. ພຣະອົງ ໝາຍເຖິງພຣະເຈົ້າຜູ້ທີ່ມີອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. “ພຣະເຢຊູ” ແມ່ນເອມະນູເອນ ແລະ ໝາຍເຖິງການຖວາຍບາບທີ່ເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະກະລຸນາ ແລະ ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະພະກະລຸນາ ແລະ ສາມາດເປັນພຽງສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ. ນັ້ນໝາຍຄວາມວ່າ, ພຣະເຢໂຮວາແມ່ນພຣະເຈົ້າຂອງຜູ້ຄົນທີ່ຖືກເລືອກຂອງອິສຣາເອນ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອິຊາກ, ພຣະເຈົ້າຂອງຢາໂຄບ, ພຣະເຈົ້າຂອງໂມເຊ ແລະ ພຣະເຈົ້າຂອງຄົນອິສຣາເອນທັງໝົດ. ສະນັ້ນ ໃນຍຸກປັດຈຸບັນ ຊາວອິສຣາເອນທັງໝົດນອກຈາກຊາວຢິວແລ້ວ ແມ່ນບູຊາພຣະເຢໂຮວາ. ພວກເຂົາຖວາຍບູຊາພຣະອົງຢູ່ເທິງແທ່ນບູຊາ ແລະ ຮັບໃຊ້ພຣະອົງໂດຍໃສ່ເສື້ອຄຸມຂອງມະຫາປະໂລຫິດຢູ່ໃນພຣະວິຫານ. ສິ່ງທີ່ພວກເຂົາຄາດຫວັງແມ່ນການປະກົດຕົວອີກຄັ້ງຂອງພຣະເຢໂຮວາ. ມີພຽງພຣະເຢຊູເທົ່ານັ້ນເປັນຜູ້ໄຖ່ບາບຂອງມະນຸດ. ພຣະອົງແມ່ນການຖວາຍບາບທີ່ໄຖ່ບາບແກ່ມະນຸດໃຫ້ຫຼຸດພົ້ນຈາກບາບ. ນັ້ນໝາຍຄວາມວ່າ ພຣະນາມພຣະເຢຊູແມ່ນມາຈາກຍຸກແຫ່ງພຣະກະລຸນາ ແລະ ເກີດຂຶ້ນເນື່ອງຈາກພາລະກິດໄຖ່ບາບໃນຍຸກແຫ່ງພຣະກະລຸນາ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນຂອງຍຸກແຫ່ງພຣະກະລຸນາໄດ້ເກີດໃໝ່ ແລະ ໄດ້ຮັບການຊ່ວຍໃຫ້ລອດ ແລະ ແມ່ນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດ ຊາດທັງໝົດ. ສະນັ້ນ ພຣະນາມພຣະເຢຊູຈິ່ງເປັນຕົວແທນໃຫ້ແກ່ພາລະກິດໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະກະລຸນາ. ພຣະນາມພຣະເຢໂຮວາແມ່ນພຣະນາມສະເພາະສຳລັບຊາວອິສຣາເອນຜູ້ທີ່ດຳເນີນຊີວິດອີງຕາມພຣະບັນຍັດ. ໃນແຕ່ລະຍຸກ ແລະ ແຕ່ລະຂັ້ນຕອນຂອງພາລະກິດນັ້ນ ພຣະນາມຂອງເຮົາບໍ່ແມ່ນບໍ່ມີບ່ອນອ້າງອີງ ແຕ່ເປັນຕົວແທນທີ່ມີຄວາມໝາຍສໍາຄັນ ແລະ ແຕ່ລະພຣະນາມເປັນຕົວແທນໃຫ້ແກ່ຍຸກໜຶ່ງ. “ພຣະເຢໂຮວາ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະບັນຍັດ ແລະ ເປັນກຽດຕິຍົດຂອງພຣະເຈົ້າທີ່ຜູ້ຄົນແຫ່ງດິນແດນອິສຣາເອນເຄົາລົບບູຊາ. “ພຣະເຢຊູ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະກະລຸນາ ແລະ ເປັນພຣະນາມຂອງພຣະເຈົ້າຂອງຜູ້ຄົນທັງໝົດທີ່ໄດ້ຮັບການໄຖ່ບາບໃນຊ່ວງຍຸກແຫ່ງພຣະກະລຸນາ. ຖ້າມະນຸດຍັງສະແຫວງຫາການລົງມາຂອງພຣະເຢຊູຜູ້ຊ່ວຍໃຫ້ລອດໃນຊ່ວງຍຸກສຸດທ້າຍນີ້ ແລະ ຍັງຄາດຫວັງໃຫ້ພຣະອົງກັບມາໃນຮູບແບບທີ່ພຣະອົງຊົງບັງເກີດໃນຈູເດຍ, ຖ້າເປັນເຊັ່ນນັ້ນ ແຜນການຄຸ້ມຄອງຫົກພັນປີທັງໝົດຈະຢຸດຢູ່ໃນຍຸກແຫ່ງການໄຖ່ບາບ ແລະ ຈະບໍ່ສາມາດສືບຕໍ່ກ້າວໄປຂ້າງໜ້າໄດ້. ຍິ່ງໄປກວ່ານັ້ນ ຍຸກສຸດທ້າຍຈະບໍ່ມີວັນເກີດຂຶ້ນ ແລະ ຍຸກການໄຖ່ບາບກໍຈະບໍ່ມີວັນສິ້ນສຸດລົງ. ນັ້ນເປັນເພາະວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດແມ່ນເພື່ອການໄຖ່ບາບ ແລະ ການຊ່ວຍໃຫ້ມະນຸດລອດເທົ່ານັ້ນ. ເຮົາໃຊ້ຊື່ພຣະເຢຊູເພື່ອຜົນປະໂຫຍດຂອງຄົນບາບທັງໝົດໃນຍຸກແຫ່ງພຣະກະລຸນາເທົ່ານັ້ນ ແລະ ມັນບໍ່ແມ່ນຊື່ທີ່ເຮົາຈະນຳເອົາມະນຸດຊາດທັງໝົດໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າພຣະເຢໂຮວາ ພຣະເຢຊູ ແລະ ພຣະເມຊິອາ ທັງໝົດເປັນຕົວແທນໃຫ້ແກ່ພຣະວິນຍານຂອງເຮົາກໍຕາມ ແຕ່ຊື່ເຫຼົ່ານີ້ພຽງແຕ່ສະແດງເຖິງຍຸກຕ່າງໆໃນແຜນການຄຸ້ມຄອງຂອງເຮົາເທົ່ານັ້ນ ແລະ ບໍ່ແມ່ນຕົວແທນເຮົາທັງໝົດ. ຊື່ທີ່ມະນຸດໃນໂລກຮຽກເອີ້ນເຮົາ ກໍບໍ່ສາມາດອະທິບາຍເຖິງຈິດໃຈທັງໝົດຂອງເຮົາ ແລະ ທັງໝົດທີ່ເຮົາເປັນ. ພວກມັນພຽງແຕ່ເປັນຊື່ຕ່າງໆທີ່ມະນຸດເອີ້ນເຮົາໃນຍຸກຕ່າງໆເທົ່ານັ້ນ. ສະນັ້ນ ເມື່ອຍຸກສຸດທ້າຍ ນ້ນກໍຄືຍຸກແຫ່ງມື້ສຸດທ້າຍມາເຖິງ ຊື່ຂອງເຮົາຈະປ່ຽນອີກຄັ້ງ. ເຮົາຈະບໍ່ຖືກເອີ້ນວ່າພຣະເຢໂຮວາ ຫຼື ພຣະເຢຊູ ແລະ ບໍ່ແມ່ນພຣະເມຊີອາ, ແຕ່ຈະຖືກເອີ້ນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ພາຍໃຕ້ນາມມະນົດນີ້ ເຮົາຈະນຳເອົາທຸກຍຸກໄປສູ່ຈຸດສິ້ນສຸດ. ຄັ້ງໜຶ່ງເຮົາເຄີຍຖືກຮັບຮູ້ໃນນາມພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າ ພຣະເມຊີອາ ແລະ ຜູ້ຄົນຄັ້ງໜຶ່ງເຄີຍເອີ້ນເຮົາວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ເພາະວ່າພວກເຂົາຮັກ ແລະເຄົາລົບເຮົາ. ແຕ່ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກແລ້ວ. ເຮົາແມ່ນພຣະເຈົ້າຜູ້ທີ່ກັບຄືນມາໃນຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າຜູ້ທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ເກີດຂຶ້ນຈາກຂອບສຸດຂອງແຜ່ນດິນໂລກ ທີ່ພຽບພ້ອມໄປດ້ວຍອຸປະນິໄສທັງໝົດ ແລະ ເຕັມໄປດ້ວຍອຳນາດ ກຽດຕິຍົດ ແລະ ຄວາມສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້ ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປະກົດຕໍ່ກັບມະນຸດໃນລະຫວ່າງຍຸກສຸດທ້າຍ ແຕ່ຊ້ອນຕົວທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ແຜດເຜົາ ແລະ ແປວໄຟທີ່ເຜົາໄໝ້ ເຕັມປ່ຽມໄປດ້ວຍລິດເດດ ແລະ ອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟເຜົາໄໝ້. ສຸດທ້າຍ ທຸກຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຈະຖືກທໍາລາຍເປັນຊິ້ນໆດ້ວຍພຣະທຳຂອງເຮົາເຊັ່ນກັນ. ດ້ວຍວິທີນີ້ ຜູ້ຄົນທັງໝົດໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດທີ່ກັບຄືນມາ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເອົາຊະນະມວນມະນຸດທັງໝົດ ແລະ ຄັ້ງໜຶ່ງເຮົາເຄີຍເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດ ແຕ່ໃນຍຸກສຸດທ້າຍ ເຮົາຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ເຊັ່ນກັນກັບດວງອາທິດແຫ່ງສິນທຳທີ່ເປີດເຜີຍທຸກສິ່ງຢ່າງ. ນັ້ນແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ຊື່ນີ້ ແລະ ມີອຸປະນິໄສດັ່ງນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ມີສິນທຳ ແລະ ເປັນດວງອາທິດທີ່ແຜດເຜົາ ແລະ ເປັນແປວໄຟທີ່ເຜົາໄໝ້, ເພື່ອໃຫ້ທຸກຄົນສາມາດບູຊາເຮົາ ຜູ້ທີ່ເປັນພຣະເຈົ້າອົງດຽວທີ່ແທ້ຈິງ ແລະ ເພື່ອໃຫ້ພວກເຂົາສາມາດເຫັນໃບໜ້າແທ້ຈິງຂອງເຮົາ. ເຮົາບໍ່ແມ່ພຣະເຈົ້າໜຶ່ງດຽວຂອງຊາວອິສຣາເອນ ແລະ ບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ. ເຮົາແມ່ນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ, ແຜ່ນດິນໂລກ ແລະ ທະເລ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ