ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 42
05 ເດືອນມັງກອນ 2026
ພຣະນາມຂອງພຣະເຢຊູທີ່ໝາຍຄວາມວ່າ “ພຣະເຈົ້າຢູ່ກັບພວກເຮົາ” ຈະສາມາດເປັນຕົວແທນໃຫ້ກັບອຸປະນິໄສທັງໝົດຂອງພຣະເຈົ້າໄດ້ບໍ? ມັນສາມາດອະທິບາຍກ່ຽວກັບພຣະເຈົ້າໄດ້ຢ່າງສົມບູນບໍ? ຖ້າມະນຸດເວົ້າວ່າ ພຣະເຈົ້າສາມາດຖືກເອີ້ນໄດ້ແຕ່ຊື່ ພຣະເຢຊູ ແລະ ບໍ່ມີຊື່ອື່ນເລີຍ ເພາະວ່າ ພຣະເຈົ້າບໍ່ສາມາດປ່ຽນແປງອຸປະນິໄສຂອງພຣະອົງໄດ້, ຄຳເວົ້າເຫຼົ່ານີ້ແມ່ນເປັນການໝິ່ນປະໝາດຢ່າງແນ່ນອນ! ເຈົ້າເຊື່ອວ່າ ມີພຽງແຕ່ພຣະນາມພຣະເຢຊູເທົ່ານັ້ນບໍ ເຊິ່ງໝາຍເຖິງພຣະເຈົ້າຢູ່ກັບພວກເຮົາ ທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ທັງໝົດ? ພຣະເຈົ້າອາດຈະຖືກເອີ້ນໂດຍຫຼາຍພຣະນາມ, ແຕ່ທ່າມກາງພຣະນາມເຫຼົ່ານີ້, ບໍ່ມີພຣະນາມໃດເລີຍທີ່ສາມາດສະຫຼຸບຄວາມໃຫ້ກັບພຣະເຈົ້າໄດ້ທັງໝົດ, ບໍ່ມີພຣະນາມໃດເລີຍທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງມີຫຼາຍພຣະນາມ, ແຕ່ພຣະນາມເຫຼົ່ານີ້ບໍ່ສາມາດອະທິບາຍອຸປະນິໄສຂອງພຣະເຈົ້າໄດ້ຢ່າງສົມບູນ ຍ້ອນອຸປະນິໄສຂອງພຣະເຈົ້າອຸດົມສົມບູນຫຼາຍ ເຊິ່ງມັນຫຼາຍກວ່າຄວາມສາມາດຂອງມະນຸດທີ່ຈະຮູ້ຈັກພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີທາງທີ່ມະນຸດຈະໃຊ້ພາສາຂອງມະນຸດເພື່ອສະຫຼຸບຄວາມພຣະເຈົ້າໄດ້ຢ່າງສົມບູນ. ມະນຸດຊາດມີຄຳສັບທີ່ຈຳກັດ ເຊິ່ງໃຊ້ເພື່ອສະຫຼຸບຄວາມໃນສິ່ງທີ່ພວກເຂົາຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ ເຊັ່ນ: ຍິ່ງໃຫຍ່, ເປັນຕານັບຖື, ອັດສະຈັນ, ບໍ່ສາມາດຢັ່ງເຖິງໄດ້, ສູງສຸດ, ສັກສິດ, ຊອບທຳ, ມີສະຕິປັນຍາ ແລະ ອື່ນໆອີກ. ມີຫຼາຍຄຳເວົ້າ! ຄຳສັບທີ່ຈຳກັດນີ້ບໍ່ສາມາດບັນລະຍາຍໄດ້ແມ່ນແຕ່ໜ້ອຍດຽວກ່ຽວກັບເລື່ອງມະນຸດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າ. ເມື່ອເວລາຜ່ານໄປ, ມີຄຳເວົ້າຫຼາຍຄໍາເພີ່ມຂຶ້ນທີ່ພວກເຂົາຄິດວ່າສາມາດບັນລະຍາຍເຖິງຄວາມຈິງໃຈໃນຫົວໃຈຂອງພວກເຂົາໄດ້ດີກວ່າ ເຊັ່ນ: ພຣະເຈົ້າຍິ່ງໃຫຍ່ຫຼາຍ! ພຣະເຈົ້າສັກສິດຫຼາຍ! ພຣະເຈົ້າເປັນທີ່ຮັກຫຼາຍ! ໃນປັດຈຸບັນ, ຄຳເວົ້າແບບນີ້ຂອງມະນຸດແມ່ນຮ້າຍແຮງຈົນເຖິງຈຸດສູງສຸດແລ້ວ, ເຖິງຢ່າງໃດກໍຕາມ ມະນຸດກໍຍັງບໍ່ສາມາດສະແດງຕົວເອງອອກມາຢ່າງຊັດເຈນ. ດ້ວຍເຫດນັ້ນ ສຳລັບມະນຸດແລ້ວ ພຣະເຈົ້າມີຫຼາຍພຣະນາມ ແຕ່ພຣະອົງບໍ່ມີຊື່ຜູ້ໃດ ແລະ ນີ້ກໍຍ້ອນວ່າ ການເປັນຢູ່ຂອງພຣະອົງອຸດົມສົມບູນຫຼາຍ ແລະ ພາສາຂອງມະນຸດແມ່ນຕໍ່າຫຼາຍ. ຄຳເວົ້າ ຫຼື ພຣະນາມສະເພາະໃດໜຶ່ງແມ່ນບໍ່ມີຄວາມສາມາດທີ່ຈະເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດໄດ້, ແລ້ວເຈົ້າຄິດວ່າ ພຣະອົງຈະມີພຽງແຕ່ພຣະນາມດຽວໄດ້ບໍ? ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ສັກສິດຫຼາຍ ແຕ່ເຈົ້າຈະບໍ່ຍອມໃຫ້ພຣະອົງປ່ຽນແປງພຣະນາມຂອງພຣະອົງໃນແຕ່ລະຍຸກໃໝ່ບໍ? ສະນັ້ນ, ໃນແຕ່ລະຍຸກທີ່ພຣະເຈົ້າປະຕິບັດພາລະກິດດ້ວຍຕົວພຣະອົງເອງ, ພຣະອົງໃຊ້ພຣະນາມທີ່ເໝາະສົມກັບຍຸກນັ້ນເພື່ອສະຫຼຸບພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ. ພຣະອົງນໍາໃຊ້ພຣະນາມສະເພາະໃດໜຶ່ງ, ພຣະນາມທີ່ມີຄວາມໝາຍຊົ່ວຄາວ ເພື່ອເປັນຕົວແທນອຸປະນິໄສຂອງພຣະອົງໃນຍຸກນັ້ນໆ. ນີ້ແມ່ນພຣະເຈົ້າທີ່ໃຊ້ພາສາຂອງມະນຸດຊາດເພື່ອສະແດງອຸປະນິໄສຂອງພຣະອົງອອກມາ. ເຖິງຢ່າງນັ້ນກໍຕາມ ຫຼາຍຄົນທີ່ມີປະສົບການຝ່າຍວິນຍານ ແລະ ຜູ້ທີ່ໄດ້ເຫັນພຣະເຈົ້າດ້ວຍຕົນເອງຮູ້ສຶກວ່າ ສະເພາະ ພຣະນາມດຽວແມ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດໄດ້, ໜ້າເສົ້າໃຈແທ້ໆ ນີ້ບໍ່ສາມາດຊ່ວຍຫຍັງໄດ້ເລີຍ, ສະນັ້ນ ມະນຸດຈຶ່ງບໍ່ເອີ້ນພຣະເຈົ້າໂດຍພຣະນາມອື່ນອີກຕໍ່ໄປ, ແຕ່ເອີ້ນພຣະອົງວ່າ “ພຣະເຈົ້າ”. ຄືກັບວ່າຫົວໃຈຂອງມະນຸດແມ່ນເຕັມໄປດ້ວຍຄວາມຮັກ ແຕ່ທັງນັ້ນກໍເຊື່ອງຊ້ອນໄປດ້ວຍຂໍ້ຂັດແຍ້ງ, ຍ້ອນມະນຸດບໍ່ຮູ້ຈັກວິທີການອະທິບາຍກ່ຽວກັບພຣະເຈົ້າ. ສິ່ງທີ່ພຣະອົງເປັນແມ່ນອຸດົມສົມບູນຫຼາຍ, ບໍ່ມີວິທີໃດໜຶ່ງສາມາດບັນລະຍາຍກ່ຽວກັບສິ່ງນັ້ນໄດ້ແທ້ໆ. ບໍ່ມີພຣະນາມໃດທີ່ສາມາດສະຫຼຸບອຸປະນິໄສຂອງພຣະເຈົ້າໄດ້ ແລະ ບໍ່ມີພຣະນາມໃດທີ່ສາມາດບັນລະຍາຍທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ. ຖ້າຄົນຖາມເຮົາວ່າ “ພຣະອົງໃຊ້ພຣະນາມໃດກັນແທ້?” ເຮົາຈະບອກກັບພວກເຂົາວ່າ “ພຣະເຈົ້າເປັນພຣະເຈົ້າ!” ນັ້ນບໍ່ແມ່ນພຣະນາມທີ່ດີທີ່ສຸດສຳລັບພຣະເຈົ້າບໍ? ນັ້ນບໍ່ແມ່ນການສະຫຼຸບຄວາມກ່ຽວກັບອຸປະນິໄສຂອງພຣະເຈົ້າທີ່ດີທີ່ສຸດບໍ? ເມື່ອເປັນແບບນີ້, ເປັນຫຍັງພວກເຈົ້າຈຶ່ງໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອຊອກຫາພຣະນາມຂອງພຣະເຈົ້າ? ເປັນຫຍັງພວກເຈົ້າຈຶ່ງຕີສະໝອງຕົນເອງດ້ວຍໄມ້ຄ້ອນ ບໍ່ຍອມກິນເຂົ້າກິນນໍ້າ ແລະ ອຶດຫຼັບອຶດນອນ ເພື່ອເຫັນແກ່ຊື່ໃດໜຶ່ງ? ມື້ນັ້ນຈະມາເຖິງ ເມື່ອພຣະເຈົ້າບໍ່ໄດ້ຖືກເອີ້ນວ່າ ພຣະເຢໂຮວາ, ພຣະເຢຊູ ຫຼື ພຣະເມຊີອາ, ແຕ່ພຣະອົງຈະເປັນພຽງພຣະຜູ້ສ້າງ. ໃນເວລານັ້ນ, ຊື່ຕ່າງໆທີ່ພຣະອົງມີເທິງແຜ່ນດິນໂລກກໍຈະຈົບສິ້ນລົງ, ຍ້ອນວ່າ ພາລະກິດຂອງພຣະອົງເທິງແຜ່ນດິນໂລກຈະສິ້ນສຸດລົງ ດ້ວຍເຫດນັ້ນ ພຣະນາມຂອງພຣະອົງກໍຈະບໍ່ມີອີກຕໍ່ໄປ. ເມື່ອທຸກສິ່ງມາຢູ່ພາຍໃຕ້ອໍານາດຂອງພຣະຜູ້ສ້າງ, ພຣະອົງຈະຈຳເປັນຫຍັງກັບພຣະນາມທີ່ເໝາະສົມຢ່າງສູງສົ່ງແຕ່ບໍ່ສົມບູນນັ້ນ? ເຈົ້າຈະຍັງສະແຫວງຫາພຣະນາມຂອງພຣະເຈົ້າອີກຢູ່ບໍ? ເຈົ້າກ້າເວົ້າບໍວ່າ ພຣະເຈົ້າພຽງແຕ່ສາມາດຖືກເອີ້ນວ່າ ພຣະເຢໂຮວາ? ເຈົ້າກ້າເວົ້າບໍວ່າ ພຣະເຈົ້າພຽງແຕ່ສາມາດຖືກເອີ້ນວ່າ ພຣະເຢຊູ? ເຈົ້າກ້າແບກຮັບຄວາມຜິດບາບແຫ່ງການໝິ່ນປະໝາດພຣະເຈົ້າບໍ? ເຈົ້າຄວນຮູ້ວ່າ ໃນເບື້ອງຕົ້ນນັ້ນພຣະເຈົ້າບໍ່ໄດ້ມີຊື່. ພຣະອົງໃຊ້ໜຶ່ງ ຫຼື ສອງ ຫຼື ຫຼາຍຊື່ ກໍເພາະວ່າ ພຣະອົງມີພາລະກິດທີ່ຕ້ອງປະຕິບັດ ແລະ ຕ້ອງຄຸ້ມຄອງມະນຸດຊາດ. ບໍ່ວ່າພຣະອົງຈະຖືກເອີ້ນຊື່ໃດກໍຕາມ, ພຣະອົງບໍ່ໄດ້ເລືອກຊື່ດັ່ງກ່າວນັ້ນຢ່າງອິດສະຫຼະດ້ວຍຕົວພຣະອົງເອງບໍ? ພຣະອົງຕ້ອງການໃຫ້ເຈົ້າ ເຊິ່ງແມ່ນຜູ້ທີ່ຖືກສ້າງ ມາຕັດສິນໃຈແທນພຣະອົງບໍ? ພຣະນາມທີ່ພຣະເຈົ້າຖືກເອີ້ນແມ່ນພຣະນາມທີ່ສອດຄ່ອງກັບສິ່ງທີ່ມະນຸດສາມາດເຂົ້າໃຈໄດ້ໂດຍພາສາຂອງມະນຸດ, ແຕ່ພຣະນາມນີ້ບໍ່ແມ່ນສິ່ງທີ່ມະນຸດສາມາດມີສ່ວນຮ່ວມໄດ້. ເຈົ້າສາມາດເວົ້າໄດ້ແຕ່ວ່າ ມີພຣະເຈົ້າຢູ່ໃນສະຫວັນ, ພຣະອົງຖືກເອີ້ນວ່າ ພຣະເຈົ້າ, ພຣະອົງເປັນພຣະເຈົ້າເອງເຊິ່ງມີລິດອຳນາດຍິ່ງໃຫຍ່ ຜູ້ເຊິ່ງມີສະຕິປັນຍາຫຼາຍ, ສູງສົ່ງຫຼາຍ, ອັດສະຈັນຫຼາຍ, ລຶກລັບຫຼາຍ ແລະ ມີລິດທານຸພາບສູງສຸດຫຼາຍ ແລະ ນອກຈາກສິ່ງນີ້ແລ້ວ ເຈົ້າກໍບໍ່ສາມາດເວົ້າຫຍັງໄດ້ອີກ; ນີ້ແມ່ນສິ່ງເລັກນ້ອຍທີ່ເຈົ້າສາມາດຮູ້ໄດ້. ເມື່ອເປັນແບບນີ້, ພຣະນາມຂອງພຣະເຢຊູສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້ບໍ? ເມື່ອຍຸກສຸດທ້າຍໄດ້ມາເຖິງ, ເຖິງແມ່ນວ່າ ຍັງເປັນພຣະເຈົ້າທີ່ປະຕິບັດພາລະກິດຂອງພຣະອົງ, ພຣະນາມຂອງພຣະອົງຕ້ອງປ່ຽນແປງ ນັ້ນກໍຍ້ອນວ່າ ມັນເປັນຍຸກທີ່ແຕກຕ່າງກັນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ