ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 38

16 ເດືອນກໍລະກົດ 2025

ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນພາລະກິດເພື່ອໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ມີບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ເປັນຄົນຊອບທໍາດ້ວຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ. ໂດຍມີເງື່ອນໄຂຄືເຈົ້າເຊື່ອ, ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ກ່າວຫຼາຍຢ່າງທີ່ຜູ້ຄົນບໍ່ເຂົ້າໃຈ. ນີ້ກໍຍ້ອນວ່າ ໃນເວລານັ້ນ ພຣະອົງບໍ່ໄດ້ໃຫ້ຄຳອະທິບາຍຫຍັງ. ສະນັ້ນ ຫຼາຍປີຫຼັງຈາກທີ່ພຣະອົງຈາກໄປ, ມັດທາຍກໍໄດ້ສ້າງລຳດັບເຊື້ອວົງຂອງພຣະເຢຊູຂຶ້ນ ແລະ ຄົນອື່ນໆກໍປະຕິບັດພາລະກິດຫຼາຍຢ່າງທີ່ມາຈາກຄວາມປາຖະໜາຂອງມະນຸດ. ພຣະເຢຊູບໍ່ໄດ້ສະເດັດມາເພື່ອເຮັດໃຫ້ມະນຸດສົມບູນ ແລະ ຮັບເອົາພວກເຂົາ, ແຕ່ມາເພື່ອປະຕິບັດພາລະກິດຂັ້ນຕອນດຽວ ນັ້ນກໍຄື ການປະກາດຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ການເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນສຳເລັດລົງ. ສະນັ້ນ ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພາລະກິດຂອງພຣະອົງກໍສິ້ນສຸດລົງຢ່າງສົມບູນ. ແຕ່ໃນຂັ້ນຕອນປັດຈຸບັນ ນັ້ນກໍຄື ພາລະກິດແຫ່ງການເອົາຊະນະ, ຈຳເປັນຕ້ອງໄດ້ມີການກ່າວພຣະທຳຫຼາຍຂຶ້ນ, ຕ້ອງມີການປະຕິບັດພາລະກິດຫຼາຍຂຶ້ນ ແລະ ຕ້ອງມີຂະບວນການຫຼາຍຢ່າງ. ພ້ອມນັ້ນ ຄວາມລຶກລັບແຫ່ງພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາກໍຕ້ອງຖືກເປີດເຜີຍເຊັ່ນກັນ ເພື່ອທຸກຄົນອາດມີຄວາມເຂົ້າໃຈ ແລະ ຊັດເຈນໃນຄວາມເຊື່ອຂອງພວກເຂົາ, ຍ້ອນນີ້ແມ່ນພາລະກິດແຫ່ງຍຸກສຸດທ້າຍ ແລະ ຍຸກສຸດທ້າຍກໍແມ່ນເວລາສຸດທ້າຍຂອງພາລະກິດຂອງພຣະເຈົ້າ ເຊິ່ງເປັນເວລາແຫ່ງການສິ້ນສຸດລົງຂອງພາລະກິດນີ້. ພາລະກິດຂັ້ນຕອນນີ້ຈະຊີ້ແຈງພຣະບັນຍັດຂອງພຣະເຢໂຮວາ ແລະ ການໄຖ່ບາບຂອງພຣະເຢຊູໃຫ້ກັບເຈົ້າ ແລະ ຫຼັກໆກໍເພື່ອວ່າເຈົ້າຈະໄດ້ເຂົ້າໃຈພາລະກິດທັງໝົດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ເຂົ້າໃຈເຖິງຄວາມໝາຍ ແລະ ແກ່ນແທ້ທັງໝົດຂອງແຜນການຄຸ້ມຄອງຫົກພັນປີນີ້ ແລະ ເຂົ້າໃຈເຖິງເປົ້າໝາຍຂອງພາລະກິດທຸກຢ່າງທີ່ພຣະເຢຊູປະຕິບັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວ ແລະ ແມ່ນແຕ່ຄວາມເຊື່ອຖືງົມງວາຍ ແລະ ການບູຊາພຣະຄຳພີຂອງເຈົ້າ. ທຸກສິ່ງນີ້ຈະເຮັດໃຫ້ເຈົ້າເຂົ້າໃຈຢ່າງລະອຽດ. ເຈົ້າຈະໄດ້ເຂົ້າໃຈທັງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ; ເຈົ້າຈະເຂົ້າໃຈ ແລະ ເບິ່ງເຫັນຄວາມຈິງ, ຊີວິດ ແລະ ຫົນທາງທັງໝົດ. ໃນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດນັ້ນ ເປັນຫຍັງພຣະເຢຊູຈຶ່ງຈາກໄປໂດຍບໍ່ປະຕິບັດພາລະກິດແຫ່ງການສິ້ນສຸດ? ເພາະວ່າຂັ້ນຕອນຂອງພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂັ້ນສຸດທ້າຍ. ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພຣະທຳຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ; ຫຼັງຈາກພຣະອົງຖືກຄຶງໃສ່ໄມ້ກາງແຂນ ພາລະກິດຂອງພຣະອົງກໍສຳເລັດລົງຢ່າງສົມບູນ. ຂັ້ນຕອນໃນປັດຈຸບັນແມ່ນແຕກຕ່າງກັນ ນັ້ນກໍຄື ພຽງແຕ່ຫຼັງຈາກທີ່ພຣະທຳຖືກກ່າວຈົນເຖິງເວລາສຸດທ້າຍ ແລະ ພາລະກິດທັງໝົດຂອງພຣະເຈົ້າສິ້ນສຸດລົງ, ພາລະກິດຂອງພຣະອົງຈຶ່ງຈະສຳເລັດ. ໃນລະຫວ່າງຂັ້ນຕອນຂອງພາລະກິດຂອງພຣະເຢຊູ ມີພຣະທຳຫຼາຍຂໍ້ທີ່ຍັງບໍ່ໄດ້ກ່າວເຖິງ ຫຼື ບໍ່ໄດ້ອະທິບາຍຢ່າງຄົບຖ້ວນ. ແຕ່ເຖິງຢ່າງນັ້ນ ພຣະເຢຊູກໍບໍ່ສົນໃຈວ່າພຣະອົງກ່າວຫຍັງ ຫຼື ບໍ່ໄດ້ກ່າວຫຍັງ, ຍ້ອນພັນທະກິດຂອງພຣະອົງບໍ່ແມ່ນພັນທະກິດແຫ່ງພຣະທຳ ແລະ ສະນັ້ນ ຫຼັງຈາກທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນ ພຣະອົງກໍຈາກໄປ. ພາລະກິດຂັ້ນຕອນນັ້ນຫຼັກໆແລ້ວແມ່ນເພື່ອການຖືກຄຶງໃສ່ໄມ້ກາງແຂນ ແລະ ບໍ່ຄືກັບຂັ້ນຕອນໃນປັດຈຸບັນ. ພາລະກິດຂັ້ນຕອນນີ້ຫຼັກໆແມ່ນເພື່ອການເຮັດໃຫ້ສຳເລັດ, ການເຮັດໃຫ້ທຸກສິ່ງຊັດເຈນຂຶ້ນ ແລະ ການເຮັດໃຫ້ພາລະກິດທັງໝົດສິ້ນສຸດລົງ. ຖ້າພຣະທໍາບໍ່ໄດ້ຖືກກ່າວອອກຈົນເຖິງທີ່ສຸດ ກໍຈະບໍ່ມີທາງທີ່ຈະຈົບພາລະກິດນີ້ລົງໄດ້, ຍ້ອນໃນພາລະກິດຂັ້ນຕອນນີ້ ທຸກພາລະກິດແມ່ນຖືກນໍາມາສູ່ຈຸດສິ້ນສຸດ ແລະ ສຳເລັດລົງໂດຍໃຊ້ພຣະທຳ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ພຣະອົງຈາກໄປຢ່າງງຽບໆ ແລະ ໃນປັດຈຸບັນນີ້ກໍຍັງມີຫຼາຍຄົນທີ່ບໍ່ເຂົ້າໃຈພຣະທຳຂອງພຣະອົງ ເຊິ່ງພາກັນເຂົ້າໃຈແບບຜິດໆ ແຕ່ກໍຍັງເຊື່ອວ່າຖືກຕ້ອງ ແລະ ບໍ່ຮູ້ວ່າ ພວກເຂົານັ້ນຜິດ. ຂັ້ນຕອນສຸດທ້າຍໃນປັດຈຸບັນນີ້ຈະເຮັດໃຫ້ພາລະກິດຂອງພຣະເຈົ້າສິ້ນສຸດລົງຢ່າງສົມບູນ ແລະ ຈະໃຫ້ຜົນສະຫຼຸບຂອງມັນ. ທຸກຄົນຈະໄດ້ເຂົ້າໃຈ ແລະ ຮູ້ຈັກແຜນການຄຸ້ມຄອງຂອງພຣະເຈົ້າ. ແນວຄິດທີ່ຢູ່ພາຍໃນມະນຸດ, ເຈດຕະນາຂອງເຂົາ, ຄວາມເຂົ້າໃຈທີ່ບໍ່ຖືກຕ້ອງຂອງເຂົາ, ແນວຄິດຂອງເຂົາກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ, ທັດສະນະຂອງເຂົາກ່ຽວກັບຜູ້ທີ່ບໍ່ເຊື່ອ ແລະ ທຸກການບິດເບືອນອື່ນໆຂອງເຂົາຈະໄດ້ຮັບການແກ້ໄຂໃຫ້ຖືກຕ້ອງ. ແລ້ວມະນຸດຈະເຂົ້າໃຈເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງທັງໝົດ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດ ແລະ ຄວາມຈິງທັງໝົດ. ເມື່ອສິ່ງນັ້ນເກີດຂຶ້ນ, ພາລະກິດຂັ້ນຕອນນີ້ກໍຈະມາເຖິງຈຸດສິ້ນສຸດ. ພາລະກິດຂອງພຣະເຢໂຮວາແມ່ນການສ້າງແຜ່ນດິນໂລກ, ມັນຄືຈຸດເລີ່ມຕົ້ນ; ພາລະກິດຂັ້ນຕອນນີ້ແມ່ນຈຸດສິ້ນສຸດຂອງພາລະກິດ ແລະ ມັນແມ່ນບົດສະຫຼຸບ. ໃນຕອນເລີ່ມຕົ້ນ, ພາລະກິດຂອງພຣະເຈົ້າຖືກປະຕິບັດທ່າມກາງປະຊາຊົນທີ່ຖືກເລືອກແຫ່ງອິດສະຣາເອນ ແລະ ມັນແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ໃນສະຖານທີ່ສັກສິດທີ່ສຸດ. ພາລະກິດຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນບັນດາປະເທດທີ່ບໍ່ບໍລິສຸດທີ່ສຸດ, ເພື່ອພິພາກສາໂລກ ແລະ ນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ. ໃນຂັ້ນຕອນທຳອິດ, ພາລະກິດຂອງພຣະເຈົ້າຖືກປະຕິບັດໃນສະຖານທີ່ໆສະຫວ່າງທີ່ສຸດ ແລະ ຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນສະຖານທີ່ໆມືດມົນທີ່ສຸດ ແລະ ຄວາມມືດກໍຈະຖືກຂັບໄລ່ອອກໄປ, ແສງສະຫວ່າງກໍ່ສ່ອງເຂົ້າມາ ແລະ ທຸກຄົນກໍຈະຖືກເອົາຊະນະ. ເມື່ອຜູ້ຄົນໃນສະຖານທີ່ໆບໍ່ບໍລິສຸດ ແລະ ມືດມົນທີ່ສຸດໄດ້ຖືກເອົາຊະນະ ແລະ ປະຊາກອນທັງໝົດຮັບຮູ້ວ່າ ມີພຣະເຈົ້າ ເຊິ່ງເປັນພຣະເຈົ້າທີ່ແທ້ຈິງ ແລະ ທຸກຄົນໄດ້ເຊື່ອທັງໝົດ, ແລ້ວຄວາມຈິງນີ້ກໍຈະຖືກໃຊ້ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງ. ພາລະກິດຂັ້ນຕອນນີ້ເປັນສັນຍາລັກ ນັ້ນກໍຄື ເມື່ອພາລະກິດແຫ່ງຍຸກນີ້ສຳເລັດລົງ, ພາລະກິດແຫ່ງການຄຸ້ມຄອງ 6.000 ປີກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ເມື່ອທຸກຄົນທີ່ຢູ່ໃນສະຖານທີ່ມືດມົນທີ່ສຸດໄດ້ຖືກເອົາຊະນະ, ແນ່ນອນ ມັນກໍຈະເປັນແບບນັ້ນໃນບ່ອນອື່ນໆເຊັ່ນດຽວກັນ. ເມື່ອເປັນແນວນັ້ນ ມີພຽງພາລະກິດແຫ່ງການເອົາຊະນະໃນປະເທດຈີນເທົ່ານັ້ນທີ່ມີຄວາມໝາຍທາງສັນຍາລັກ. ປະເທດຈີນຄືຕົວຢ່າງຂອງອໍານາດແຫ່ງຄວາມມືດທັງປວງ ແລະ ປະຊາຊົນຈີນກໍເປັນຕົວແທນໃຫ້ກັບທຸກຄົນທີ່ເປັນເນື້ອໜັງ, ເປັນຊາຕານ, ເປັນເນື້ອໜັງ ແລະ ເລືອດ. ແມ່ນຄົນຈີນນີ້ເອງທີ່ຖືກມັງກອນແດງໃຫຍ່ເຮັດໃຫ້ເສື່ອມຊາມຫຼາຍທີສຸດ, ຜູ້ເຊິ່ງຕໍ່ຕ້ານພຣະເຈົ້າຢ່າງໜັກໜ່ວງ, ຜູ້ເຊິ່ງມີຄວາມເປັນມະນຸດທີ່ຕ່ຳຕ້ອຍ ແລະ ບໍ່ບໍລິສຸດ ແລະ ສະນັ້ນ ພວກເຂົາຈຶ່ງເປັນແມ່ພິມຂອງບັນດາມະນຸດຊາດທີ່ເສື່ອມຊາມ. ນີ້ບໍ່ໄດ້ເວົ້າວ່າ ປະເທດອື່ນບໍ່ມີບັນຫາຫຍັງເລີຍ; ແນວຄິດຂອງມະນຸດກໍຄືກັນໝົດ ແລະ ເຖິງແມ່ນວ່າ ປະຊາຊົນໃນປະເທດເຫຼົ່ານີ້ອາດມີຄວາມສາມາດສູງ, ຖ້າພວກເຂົາບໍ່ຮູ້ຈັກພຣະເຈົ້າ, ແລ້ວມັນກໍໝາຍຄວາມວ່າ ພວກເຂົາຕໍ່ຕ້ານພຣະເຈົ້າ. ເປັນຫຍັງຊາວຢິວຈຶ່ງຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າເຊັ່ນກັນ? ເປັນຫຍັງພວກຟາຣີຊາຍຈຶ່ງຕໍ່ຕ້ານພຣະອົງເຊັ່ນກັນ? ເປັນຫຍັງຢູດາຈຶ່ງທໍລະຍົດພຣະເຢຊູ? ໃນເວລານັ້ນ, ສາວົກຫຼາຍຄົນບໍ່ໄດ້ຮູ້ຈັກພຣະເຢຊູ. ເປັນຫຍັງຫຼັງຈາກທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນມາອີກ ຜູ້ຄົນກໍຍັງບໍ່ເຊື່ອໃນພຣະອົງ? ຄວາມກະບົດຂອງມະນຸດບໍ່ຄືກັນໝົດເລີຍບໍ? ພຽງແຕ່ວ່າ ປະຊາຊົນຈີນຖືກລົງໂທດໃຫ້ເປັນແບບຢ່າງ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍເປັນແບບຢ່າງ ແລະ ຕົວຢ່າງ ແລະ ຈະເຮັດໜ້າທີ່ເປັນບ່ອນອ້າງອີງໃຫ້ກັບຄົນອື່ນໆ. ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ ພວກເຈົ້າເປັນສ່ວນປະກອບໃຫ້ກັບແຜນການຄຸ້ມຄອງຂອງເຮົາບໍ? ມັນແມ່ນຢູ່ໃນປະຊາຊົນຈີນນີ້ເອງທີ່ການເສື່ອມຊາມ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ການຕໍ່ຕ້ານ ແລະ ຄວາມກະບົດຖືກສະແດງອອກຢ່າງຄົບຖ້ວນ ແລະ ຖືກເປີດເຜີຍໃນຮູບແບບຕ່າງໆນາໆ. ໃນດ້ານໜຶ່ງ ພວກເຂົາມີຄວາມສາມາດໜ້ອຍ ແລະ ໃນອີກດ້ານໜຶ່ງ, ຊີວິດ ແລະ ແນວຄວາມຄິດຂອງພວກເຂົາກໍຫຼ້າຫຼັງ ແລະ ນິໄສ, ສະພາບແວດລ້ອມທາງສັງຄົມ ແລະ ຄອບຄົວທີ່ໃຫ້ກຳເນີດພວກເຂົາ, ທຸກສິ່ງນັ້ນແມ່ນບໍ່ດີ ແລະ ຫຼ້າຫຼັງທີ່ສຸດ. ສະຖານະຂອງພວກເຂົາກໍຕໍ່າຕ້ອຍເຊັ່ນດຽວກັນ. ພາລະກິດໃນສະຖານທີ່ແຫ່ງນີ້ເປັນສັນຍາລັກ ແລະ ຫຼັງຈາກທີ່ພາລະກິດທົດສອບນີ້ຖືກປະຕິບັດຢ່າງຄົບຖ້ວນ, ພາລະກິດຂອງພຣະອົງທີ່ເກີດຂຶ້ນພາຍຫຼັງກໍຈະງ່າຍກວ່າ. ຖ້າບາດກ້າວນີ້ຂອງພາລະກິດສາມາດເຮັດສຳເລັດໄດ້ ແລ້ວພາລະກິດຕໍ່ມາກໍຈະດຳເນີນໄປຢ່າງແນ່ນອນ. ເມື່ອບາດກ້າວນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດລົງ, ຄວາມສຳເລັດທີ່ຍິ່ງໃຫຍ່ກໍຈະຖືກບັນລຸຢ່າງສົມບູນ ແລະ ພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງກໍຈະສິ້ນສຸດລົງຢ່າງສົມບູນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ