ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 1

16 ເດືອນກັນຍາ 2020

ແຜນການຄຸ້ມຄອງທັງຫມົດຂອງເຮົາ, ແຜນການທີ່ກວມເອົາຫົກພັນປີ, ປະກອບດ້ວຍສາມໄລຍະ ຫຼື ສາມຍຸກ: ຍຸກແຫ່ງພຣະບັນຍັດໃນເບື້ອງຕົ້ນ (ເຊິ່ງເປັນຍຸກທຳອິດ), ຍຸກແຫ່ງພຣະຄຸນ (ເຊິ່ງແມ່ນຍຸກຂອງການໄຖ່ບາບ) ແລະ ຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ການເຮັດພາລະກິດຂອງເຮົາໃນສາມຍຸກນີ້ ແຕກຕ່າງກັນໃນເນື້ອຫາຕາມທຳມະຊາດຂອງແຕ່ລະຍຸກ, ແຕ່ໃນແຕ່ລະຂັ້ນຕອນແມ່ນສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ເວົ້າຢ່າງຊັດເຈນກໍຄື ມັນຖືກສ້າງຂຶ້ນເພື່ອໃຫ້ທຽບທັນກັບກົນລະຍຸດທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງຂອງພາລະກິດຂອງເຮົາແມ່ນເພື່ອເອົາຊະນະຊາຕານ, ເພື່ອສະແດງໃຫ້ເຫັນເຖິງ ສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ, ເພື່ອເປີດເຜີຍກົນລະຍຸດທຸກຢ່າງຂອງຊາຕານ ແລະ ເພື່ອຊ່ວຍເຊື້ອຊາດມະນຸດທັງໝົດໃຫ້ລອດພົ້ນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ມັນເປັນການສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ ໃນຂະນະດຽວກັນ ເປີດເຜີຍໃຫ້ເຫັນເຖິງຄວາມຫນ້າກຽດຊັງທີ່ບໍ່ສາມາດທົນຕໍ່ໄປໄດ້ຂອງຊາຕານ. ຍິ່ງໄປ ກວ່ານັ້ນ ມັນເປັນການສິດສອນຕໍ່ສິ່ງທີ່ເຮົາສ້າງຂຶ້ນມາເພື່ອໃຫ້ຮູ້ຈັກໃຈ້ແຍກລະຫວ່າງຄວາມດີ ແລະ ຄວາມຊົ່ວ, ເພື່ອໃຫ້ຮູ້ວ່າເຮົາເປັນຜູ້ປົກຄອງທຸກສິ່ງ, ເພື່ອໃຫ້ເຫັນຢ່າງແຈ່ມແຈ້ງວ່າຊາຕານແມ່ນສັດຕູຂອງມະນຸດ, ເປັນສິ່ງທີ່ຕໍ່າສຸດຂອງຄວາມຕໍ່າ, ສິ່ງຊົ່ວຮ້າຍ ແລະ ເພື່ອບອກເຖິງຄວາມແນ່ນອນແທ້ຈິງ, ຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມຈິງ ແລະ ຄວາມບໍ່ຖືກຕ້ອງ, ຄວາມບໍລິສຸດ ແລະ ຄວາມເປິເປື້ອນ ແລະ ແມ່ນຫຍັງເປັນສິ່ງທີ່ຍິ່ງໃຫຍ່ ແລະ ແມ່ນຫຍັງເປັນສິ່ງທີ່ໄຮ້ກຽດສັກສີ. ດ້ວຍວິທີນີ້, ມວນມະນຸດຊາດທີ່ຂາດສະຕິປັນຍາຈະສາມາດເປັນພະຍານໃຫ້ເຮົາວ່າມັນບໍ່ແມ່ນເຮົາເປັນຜູ້ເຮັດໃຫ້ມວນມະນຸດເສື່ອມໂຊມ ແລະ ມີພຽງແຕ່ເຮົາ ນັ້ນກໍຄື ພຣະຜູ້ສ້າງໂລກສາມາດຊ່ວຍມວນມະນຸດຊາດໃຫ້ພົ້ນໄດ້, ສາມາດສະໜອງສັບພະສິ່ງໃຫ້ມວນມະນຸດ ເພື່ອໃຫ້ເກີດຄວາມສຸກແກ່ພວກເຂົາ; ແລະ ພວກເຂົາຈະຮັບຮູ້ວ່າ ເຮົາເປັນຜູ້ປົກຄອງທຸກສິ່ງ ແລະ ຊາຕານເປັນພຽງແຕ່ຫນຶ່ງໃນຊີວິດທີ່ເຮົາສ້າງຂຶ້ນ ເຊິ່ງຕໍ່ມາມັນຫັນມາຕໍ່ຕ້ານເຮົາ. ແຜນການຄຸ້ມຄອງຫົກພັນປີຂອງເຮົາຖືກແບ່ງອອກເປັນສາມໄລຍະ ເພື່ອບັນລຸຜົນຮັບ ດັ່ງຕໍ່ໄປນີ້: ເພື່ອເຮັດໃຫ້ການສ້າງຂອງເຮົາກາຍເປັນພະຍານຝ່າຍເຮົາ, ເພື່ອໃຫ້ພວກເຂົາເຂົ້າໃຈຄວາມປະສົງຂອງເຮົາ ແລະ ຮູ້ວ່າເຮົາຄືຄວາມຈິງ. ດັ່ງນັ້ນ, ໃນລະຫວ່າງໄລຍະທໍາອິດຂອງການປະຕິບັດພາລະກິດໃນແຜນການຄຸ້ມຄອງຫົກພັນປີຂອງເຮົານັ້ນ ເຮົາໄດ້ປະຕິບັດພາລະກິດກ່ຽວກັບພຣະບັນຍັດ ເຊິ່ງເປັນພາລະກິດທີ່ພຣະເຢໂຮວານໍາພາສາວົກຂອງພຣະອົງ. ໄລຍະທີ່ສອງເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະຄຸນໃນຫມູ່ບ້ານຢູດາຍ. ພຣະເຢຊູເປັນຕົວແທນພາລະກິດທັງຫມົດຂອງຍຸກແຫ່ງພຣະຄຸນ; ພຣະອົງໄດ້ບັງເກີດເປັນມະນຸດ ແລະ ຖືກຄຶງເທິງໄມ້ກາງເຂນ ແລະ ພຣະອົງໄດ້ເປີດຍຸກແຫ່ງພຣະຄຸນ. ພຣະອົງໄດ້ຖືກຄຶງໄວ້ເທິງໄມ້ກາງແຂນ ເພື່ອເຮັດສໍາເລັດພາລະກິດຂອງການໄຖ່ບາບ, ເພື່ອສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ດັ່ງນັ້ນພຣະອົງຈຶ່ງຖືກເອີ້ນວ່າ “ຜູ້ບັນຊາສູງສຸດ”, “ຜູ້ຮັບບາບ”, “ຜູ້ໄຖ່ບາບ”. ດັ່ງນັ້ນ ພາລະກິດຂອງພຣະເຍຊູແຕກຕ່າງກັນທາງດ້ານເນື້ອໃນຈາກພາລະກິດຂອງພຣະເຢໂຮວາ, ເຖິງແມ່ນວ່າພາລະກິດທັງສອງໃຊ້ຫຼັກການດຽວກັນ. ພະເຢໂຮວາໄດ້ເລີ່ມຕົ້ນຍຸກແຫ່ງພຣະບັນຍັດ, ໄດ້ສ້າງພື້ນຖານ ເຊິ່ງເປັນຕົ້ນກໍາເນີດຂອງພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ໄດ້ອອກກົດລະບຽບ ແລະ ພຣະບັນຍັດ; ສອງສິ່ງເຫຼົ່ານີ້ແມ່ນ ຜົນສຳເລັດຂອງພຣະອົງ ເຊິ່ງເປັນຕົວແທນຂອງ ຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະເຢຊູໃນຍຸກແຫ່ງພຣະຄຸນບໍ່ແມ່ນເພື່ອອອກຂໍ້ກົດລະບຽບ ແຕ່ເພື່ອປະຕິບັດຕາມຂໍ້ບັນຍັດ, ດັ່ງນັ້ນ ພາລະກິດຂອງພຣະອົງຈຶ່ງນຳໄປສູ່ຍຸກแຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ ທີ່ໃຊ້ເວລາເຖິງສອງພັນປີ. ພຣະອົງເປັນຜູ້ບຸກເບີກ ແລະ ສະເດັດມາເພື່ອເລີ່ມຕົ້ນຍຸກແຫ່ງພຣະຄຸນ, ແຕ່ພາກສ່ວນຕົ້ນຕໍຂອງພາລະກິດພຣະອົງນັ້ນແມ່ນການໄຖ່ບາບ. ດັ່ງນັ້ນ ຜົນສໍາເລັດຂອງພຣະອົງມີສອງຢ່າງຄື: ເປີດຍຸກໃຫມ່ ແລະ ສໍາເລັດພາລະກິດໄຖ່ບາບຜ່ານການຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງ. ຫຼັງຈາກນັ້ນ, ພຣະອົງກໍ່ໄດ້ຈາກໄປ. ແລ້ວຕໍ່ຈາກນີ້ໄປແມ່ນຍຸກແຫ່ງພຣະບັນຍັດໄດ້ສິ້ນສຸດລົງ ແລະ ຍຸກແຫ່ງພຣະຄຸນໄດ້ເລີ່ມຕົ້ນຂຶ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ