ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 140

02 ເດືອນຕຸລາ 2020

ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ມີຈິດໃຈຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຮະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນສິ່ງທີ່ສາມາດແບກຫາບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງຈິດໃຈຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ. ບໍ່ໄວກໍຊ້າ ຜູ້ທີ່ປອມແປງເປັນພຣະຄຣິດເຫຼົ່ານັ້ນຈະລົ້ມລະລາຍໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິດ ພວກເຂົາບໍ່ມີທາດແທ້ຂອງພຣະຄຣິດເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດອະທິບາຍຄວາມແທ້ຈິງຂອງພຣະຄຣິດໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບຄຳຖາມ ແລະ ຕັດສິນໃຈໄດ້. ດ້ວຍເຫດນີ້ ຖ້າເຈົ້າຕ້ອງການສະແຫວງຫາຫົນທາງແຫ່ງຊີວິດຢ່າງແທ້ຈິງ ເຈົ້າຕ້ອງຮັບຮູ້ມັນໂດຍການເຂົ້າມາຢູ່ເທິງແຜ່ນດິນໂລກທີ່ພຣະອົງປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດ ແລະ ເຈົ້າຕ້ອງຮັບຮູ້ມັນວ່າ ມັນແມ່ນຍຸກສຸດທ້າຍທີ່ພຣະອົງມາເທິງແຜ່ນດິນໂລກເພື່ອປະທານຫົນທາງແຫ່ງຊີວິດໃຫ້ກັບມະນຸດ. ນີ້ບໍ່ແມ່ນອະດີດ; ມັນກຳລັງເກີດຂຶ້ນໃນປັດຈຸບັນ.

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີ່ມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາດສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັບກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ເຊິ່ງບໍ່ມີໃຜທີ່ສາມາດຜ່ານໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າຕ້ອງບໍ່ຄິດເຖິງພຽງແຕ່ການຮັບພອນ ໂດຍບໍ່ມີການຮັບຄວາມຈິງ ຫຼື ການຮັບການຈັດກຽມຂອງຊີວິດ. ພຣະຄຣິດມາໃນລະຫວ່າງຍຸກສຸດທ້າຍ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຂອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ແມ່ນແຕ່ຂົ່ມເຫັງພຣະເຈົ້າ ແລ້ວເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປເປັນນິດ, ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ ແລ້ວເຈົ້າກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ປະຕິເສດພຣະອົງ ແລ້ວຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນເຈົ້າພະຍາຍາມໄຖ່ຕົນເອງ ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ສຶກຕົວກ່ຽວກັບຜົນຕາມມານີ້ບໍ? ເຈົ້າບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດອາຊະຍາກຳທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະໝັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງ ທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

The Substance of Christ Is God

I

Those who call themselves Christ yet can’t do the work of God, these ones are truly frauds. Christ isn’t just God’s manifestation on earth, but flesh donned by God as He fulfills His work among man. This flesh can’t be replaced by just anyone, but is one who can bear God’s work on earth, express God’s disposition and represent God, providing man with life. God become flesh is Christ, so to call Christ that speaks truth God is not too much at all, for He has the substance of God. He possesses God’s disposition and wisdom in His work, completely unattainable by man.

II

Sooner or later, the fake Christs will fall. They claim to be Christ yet don’t have His essence. And so God says the authenticity of Christ can’t be defined by man, but only God Himself. In this way, if you wish to seek the way of life, you must know it’s by God coming to earth that He bestows the way of life unto man. You must know it happens in the last days. This is not the past. This is happening today, today! This is not the past. It is happening today, today! God become flesh is Christ, so to call Christ that speaks truth God is not too much at all, for He has the substance of God. He possesses God’s disposition and wisdom in His work, completely unattainable by man.

from Follow the Lamb and Sing New Songs

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ