ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 139

03 ເດືອນທັນວາ 2025

ພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ສາມາດຢູ່ກັບມະນຸດຕະຫຼອດໄປໄດ້ ເນື່ອງຈາກວ່າ ພຣະເຈົ້າມີພາລະກິດອື່ນຢ່າງຫຼວງຫຼາຍທີ່ຕ້ອງກະທໍາ. ພຣະອົງບໍ່ສາມາດຕິດພັນຢູ່ກັບເນື້ອໜັງ; ພຣະອົງຕ້ອງອອກຈາກເນື້ອໜັງເພື່ອກະທໍາພາລະກິດທີ່ພຣະອົງຕ້ອງກະທໍາ, ເຖິງແມ່ນວ່າ ພຣະອົງຈະກະທໍາພາລະກິດໃນຮູບລັກຂອງເນື້ອໜັງກໍຕາມ. ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ, ພຣະອົງບໍ່ໄດ້ລໍຖ້າຈົນກວ່າພຣະອົງຈະມີຮູບຮ່າງທີ່ຄົນທໍາມະດາຄວນຈະໄດ້ຮັບກ່ອນຕາຍ ຫຼື ອອກຈາກການເປັນມະນຸດ. ບໍ່ວ່າເນື້ອໜັງຂອງພຣະອົງຈະໄດ້ຈັກປີກໍຕາມ ແຕ່ເມື່ອພາລະກິດຂອງພຣະອົງໄດ້ສໍາເລັດ, ພຣະອົງກໍຈະໄປ ແລະ ອອກຈາກມະນຸດ. ພຣະອົງບໍ່ມີອາຍຸ, ພຣະອົງບໍ່ນັບວັນເວລາຂອງພຣະອົງຕາມອາຍຸໄຂຂອງມະນຸດ; ແຕ່ກົງກັນຂ້າມ ພຣະອົງຈົບຊີວິດຂອງພຣະອົງທີ່ສະຖິດໃນເນື້ອໜັງຕາມຂັ້ນຕອນຂອງພາລະກິດຂອງພຣະອົງ. ອາດຈະມີບາງຄົນຮູ້ສຶກວ່າ ໃນການມາສູ່ເນື້ອໜັງນັ້ນ ພຣະເຈົ້າຕ້ອງມີອາຍຸຮອດຂອບເຂດໃດໜຶ່ງ, ຕ້ອງເຕີບໃຫຍ່ເປັນຜູ້ໃຫຍ່, ມີອາຍຸເຖົ້າແກ່ ແລະ ຈາກໄປເມື່ອຮ່າງກາຍນັ້ນເຮັດພາລະກິດບໍ່ໄດ້ແລ້ວ. ນີ້ຄືຈິນຕະນາການຂອງມະນຸດ; ແຕ່ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດແບບນັ້ນ. ພຣະອົງມາສູ່ເນື້ອໜັງເພື່ອກະທໍາພາລະກິດທີ່ພຣະອົງຄວນກະທໍາເທົ່ານັ້ນ ແລະ ບໍ່ແມ່ນມາເພື່ອໃຊ້ຊີວິດແບບມະນຸດທົ່ວໄປທີ່ເກີດຈາກພໍ່ແມ່, ເຕີບໃຫຍ່ ແລະ ສ້າງຄອບຄົວ ແລະ ເລີ່ມຕົ້ນອາຊີບ, ມີລູກ ແລະ ລ້ຽງລູກ ຫຼື ປະສົບກັບຄວາມສຸກທຸກຂອງຊີວິດ ເຊິ່ງລ້ວນແລ້ວແຕ່ເປັນກິດຈະກໍາຂອງມະນຸດທົ່ວໄປ. ເມື່ອພຣະເຈົ້າມາສູ່ແຜ່ນດິນໂລກ, ນີ້ແມ່ນການສວມໃສ່ເນື້ອໜັງຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງກໍຄືການມາສູ່ເນື້ອໜັງ ແຕ່ພຣະເຈົ້າບໍ່ໄດ້ໃຊ້ຊີວິດແບບຄົນທໍາມະດາສາມັນ. ພຣະອົງມາເພື່ອສໍາເລັດສ່ວນໜຶ່ງໃນແຜນການຄຸ້ມຄອງຂອງພຣະອົງເທົ່ານັ້ນ. ຫລັງຈາກນັ້ນ ພຣະອົງຈະຈາກມະນຸດໄປ. ເມື່ອພຣະອົງມາສູ່ເນື້ອໜັງ, ພຣະວິນຍານຂອງພຣະເຈົ້າບໍ່ໄດ້ເຮັດໃຫ້ຄວາມເປັນມະນຸດທໍາມະດາຂອງເນື້ອໜັງກໍຈະບໍ່ສົມບູນ. ແຕ່ກົງກັນຂ້າມ ໃນເວລາທີ່ພຣະເຈົ້າໄດ້ກໍານົດໄວ້ລ່ວງໜ້າ, ຄວາມເປັນພຣະເຈົ້າກໍປະຕິບັດພາລະກິດໂດຍກົງ. ຫຼັງຈາກນັ້ນ, ຫລັງຈາກໄດ້ກະທໍາທຸກສິ່ງທີ່ພຣະອົງຈໍາເປັນຕ້ອງກະທໍາ ແລະ ສໍາເລັດພັນທະກິດຂອງພຣະອົງຢ່າງຄົບຖ້ວນ, ພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຂັ້ນຕອນນີ້ກໍສໍາເລັດລົງ ເຊິ່ງໃນຈຸດນັ້ນ ຊີວິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດກໍສິ້ນສຸດລົງເຊັ່ນກັນ ບໍ່ວ່າຮ່າງກາຍທີ່ເປັນເນື້ອໜັງຂອງພຣະອົງຈະມີຊີວິດຍືນຍາວ ຫຼື ບໍ່ກໍ່ຕາມ. ນັ້ນໝາຍຄວາມວ່າ ບໍ່ວ່າຮ່າງກາຍທີ່ເປັນເນື້ອໜັງຈະຮອດຂັ້ນຕອນຂອງຊີວິດໃດກໍຕາມ, ບໍ່ວ່າຮ່າງກາຍນັ້ນຈະມີຊີວິດຢູ່ແຜ່ນດິນໂລກດົນປານໃດກໍຕາມ, ທຸກສິ່ງແມ່ນຖືກຕັດສິນໂດຍພາລະກິດຂອງພຣະວິນຍານ. ມັນບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ມະນຸດຖືວ່າ ເປັນຄວາມເປັນມະນຸດທໍາມະດາ. ຍົກຕົວຢ່າງພຣະເຢຊູ. ພຣະອົງໄດ້ໃຊ້ຊີວິດໃນເນື້ອໜັງເປັນເວລາສາມສິບສາມປີເຄິ່ງ. ໃນດ້ານຂອງອາຍຸໄຂຂອງຮ່າງກາຍມະນຸດ, ພຣະອົງບໍ່ຄວນຈະຕາຍໃນໄວອາຍຸນັ້ນ ແລະ ພຣະອົງບໍ່ຄວນຈາກໄປເທື່ອ. ແຕ່ນີ້ບໍ່ແມ່ນສິ່ງທີ່ພຣະວິນຍານຂອງພຣະເຈົ້າຕ້ອງສົນໃຈ. ຫລັງຈາກພາລະກິດຂອງພຣະອົງສໍາເລັດ ເຊິ່ງໃນຈຸດນັ້ນ ຮ່າງກາຍແມ່ນຖືກເອົາໄປແລ້ວ ໂດຍຫາຍໄປພ້ອມກັບພຣະວິນຍານ. ນີ້ຄືຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ສະນັ້ນ, ເວົ້າໂດຍສະເພາະແລ້ວ ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ສໍາຄັນຫຼາຍ. ເວົ້າອີກກໍຄື ພຣະອົງມາສູ່ແຜ່ນດິນໂລກບໍ່ແມ່ນເພື່ອໃຊ້ຊີວິດແບບມະນຸດທໍາມະດາ. ພຣະອົງບໍ່ໄດ້ສ້າງຊີວິດຂອງມະນຸດທໍາມະດາກ່ອນ ແລ້ວຫລັງຈາກນັ້ນເລີ່ມປະຕິບັດພາລະກິດ. ແຕ່ກົງກັນຂ້າມ ຕາບເທົ່າທີ່ພຣະອົງບັງເກີດເຂົ້າໃນຄອບຄົວມະນຸດທໍາມະດາ ພຣະອົງກໍຈະສາມາດກະທໍາພາລະກິດສັກສິດໄດ້ ເຊິ່ງເປັນພາລະກິດທີ່ບໍ່ມີມົນທິນຈາກເຈດຕະນາຂອງມະນຸດ, ທີ່ບໍ່ເປັນເນື້ອໜັງ, ບໍ່ໃຊ້ແນວທາງຂອງສັງຄົມ ຫຼື ກ່ຽວຂ້ອງກັບຄວາມຄິດ ຫຼື ແນວຄວາມຄິດຂອງມະນຸດຢ່າງແນ່ນອນ ແລະ ຍິ່ງໄປກວ່ານັ້ນ ກໍບໍ່ໄດ້ກ່ຽວຂ້ອງກັບປັດຊະຍາສໍາລັບຄວາມສໍາພັນທາງໂລກຂອງມະນຸດ. ນີ້ແມ່ນພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຕັ້ງໃຈກະທໍາ ແລະ ຍັງແມ່ນຄວາມໝາຍອັນສໍາຄັນຂອງການບັງເກີດເປັນມະນຸດທີ່ແທ້ຈິງຂອງພຣະອົງດ້ວຍ. ຕົ້ນຕໍແລ້ວພຣະເຈົ້າມາສູ່ເນື້ອໜັງເພື່ອປະຕິບັດຂັ້ນຕອນໜຶ່ງຂອງພາລະກິດທີ່ຈໍາເປັນຕ້ອງປະຕິບັດໃນເນື້ອໜັງ ໂດຍບໍ່ຕ້ອງຜ່ານຂະບວນການໃດທີ່ບໍ່ສໍາຄັນ ແລະ ສ່ວນດ້ານປະສົບການຂອງມະນຸດທໍາມະດານັ້ນ ພຣະອົງກໍບໍ່ມີ. ພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຈໍາເປັນຕ້ອງກະທໍາບໍ່ໄດ້ປະກອບມີປະສົບການຂອງມະນຸດທໍາມະດາ. ສະນັ້ນ ພຣະເຈົ້າມາສູ່ເນື້ອໜັງເພື່ອສໍາເລັດພາລະກິດທີ່ພຣະອົງຈໍາເປັນຕ້ອງກະທໍາໃຫ້ສໍາເລັດໃນເນື້ອໜັງ. ສ່ວນອື່ນໆແມ່ນບໍ່ກ່ຽວຂ້ອງກັບພຣະອົງ; ພຣະອົງບໍ່ໄດ້ຜ່ານຂະບວນການທີ່ບໍ່ສໍາຄັນທັງຫຼາຍ. ເມື່ອພາລະກິດຂອງພຣະອົງສໍາເລັດ, ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະອົງກໍສິ້ນສຸດລົງເຊັ່ນກັນ. ການເຮັດສໍາເລັດຂັ້ນຕອນນີ້ແມ່ນໝາຍຄວາມວ່າ ພາລະກິດທີ່ພຣະອົງຈໍາເປັນຕ້ອງກະທໍາໃນເນື້ອໜັງໄດ້ສິ້ນສຸດລົງ ແລະ ພັນທະກິດຂອງເນື້ອໜັງຂອງພຣະອົງແມ່ນໄດ້ສໍາເລັດ. ແຕ່ພຣະອົງບໍ່ສາມາດປະຕິບັດພາລະກິດຢູ່ໃນເນື້ອໜັງໄດ້ຕະຫຼອດໄປ. ພຣະອົງຕ້ອງເຄື່ອນຍ້າຍໄປບ່ອນອື່ນເພື່ອກະທໍາພາລະກິດ ເຊິ່ງເປັນບ່ອນທີ່ຢູ່ນອກເນື້ອໜັງ. ດ້ວຍເຫດນັ້ນເທົ່ານັ້ນ ຈຶ່ງສາມາດປະຕິບັດພາລະກິດຂອງພຣະອົງຢ່າງຄົບຖ້ວນ ແລະ ຂະຫຍາຍອອກໄປຢ່າງກວ້າງຂວາງ. ພຣະເຈົ້າກະທໍາພາລະກິດຕາມແຜນການດັ່ງເດີມຂອງພຣະອົງ. ພາລະກິດໃດທີ່ພຣະອົງຈໍາເປັນຕ້ອງກະທໍາ ແລະ ພາລະກິດໃດທີ່ພຣະອົງໄດ້ສໍາເລັດ, ພຣະອົງຮູ້ຢ່າງແຈ່ມແຈ້ງຄືດັ່ງຝາມືຂອງພຣະອົງ. ພຣະເຈົ້ານໍາພາທຸກຄົນເພື່ອຍ່າງຕາມເສັ້ນທາງທີ່ພຣະອົງໄດ້ກໍານົດໄວ້ລ່ວງໜ້າ. ບໍ່ມີໃຜສາມາດລົບໜີໄດ້. ມີພຽງຜູ້ທີ່ປະຕິບັດຕາມການຊີ້ນໍາຂອງພຣະວິນຍານຂອງພຣະເຈົ້າເທົ່ານັ້ນທີ່ຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້. ບາງເທື່ອໃນພາລະກິດຕໍ່ໄປ ມັນຈະບໍ່ແມ່ນພຣະເຈົ້າທີ່ເວົ້າໃນເນື້ອໜັງເພື່ອຊີ້ນໍາມະນຸດ ແຕ່ເປັນພຣະວິນຍານທີ່ຢູ່ໃນຮູບແບບທີ່ຈັບຕ້ອງໄດ້ທີ່ນໍາພາຊີວິດມະນຸດ. ຫຼັງຈາກນັ້ນເທົ່ານັ້ນ ມະນຸດຈະສາມາດຈັບຕ້ອງພຣະເຈົ້າຢ່າງເປັນຮູບປະທໍາ, ແນມເບິ່ງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງທີ່ພຣະເຈົ້າຕ້ອງການໄດ້ດີຂຶ້ນ ເພື່ອຈະໃຫ້ພຣະເຈົ້າທີ່ແທ້ຈິງເຮັດໃຫ້ສົມບູນ. ນີ້ແມ່ນພາລະກິດທີ່ພຣະເຈົ້າຕັ້ງໃຈຈະກະທໍາໃຫ້ສໍາເລັດ ແລະ ເປັນສິ່ງທີ່ພຣະອົງວາງແຜນໄວ້ດົນນານມາແລ້ວ. ຈາກສິ່ງນີ້, ພວກເຈົ້າທຸກຄົນຄວນເຫັນເສັ້ນທາງທີ່ພວກເຈົ້າຄວນຍ່າງໄດ້ແລ້ວ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ