ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 138

16 ເດືອນກໍລະກົດ 2025

ພຣະເຈົ້າບໍ່ໄດ້ມາສູ່ແຜ່ນດິນໂລກ ເພື່ອເຮັດໃຫ້ຄວາມເປັນມະນຸດທໍາມະດາຂອງພຣະອົງສົມບູນ ແລະ ບໍ່ໄດ້ມາເພື່ອກະທໍາພາລະກິດຂອງຄວາມເປັນມະນຸດທໍາມະດາ. ພຣະອົງມາເພື່ອກະທໍາພາລະກິດຂອງຄວາມເປັນພຣະເຈົ້າໃນຄວາມເປັນມະນຸດທໍາມະດາເທົ່ານັ້ນ. ສິ່ງທີ່ພຣະເຈົ້າກ່າວເຖິງກ່ຽວກັບຄວາມເປັນມະນຸດຊາດທໍາມະດາບໍ່ແມ່ນຄືສິ່ງທີ່ມະນຸດວາດພາບເອົາໄວ້. ມະນຸດນິຍາມ “ຄວາມເປັນມະນຸດທໍາມະດາ” ວ່າເປັນການມີເມຍ ຫຼື ຜົວ, ມີລູກຊາຍ ແລະ ລູກສາວ ເຊິ່ງເປັນສິ່ງພິສູດວ່າ ຄົນເຮົາແມ່ນຄົນປົກກະຕິ; ແຕ່ຢ່າງໃດກໍຕາມ, ພຣະເຈົ້າບໍ່ເຫັນຄວາມເປັນມະນຸດທໍາມະດາໃນທໍານອງນັ້ນ. ພຣະອົງເຫັນຄວາມເປັນມະນຸດທໍາມະດາວ່າ ເປັນການມີຄວາມຄິດແບບມະນຸດທໍາມະດາ, ມີຊີວິດແບບມະນຸດທໍາມະດາ ແລະ ເກີດເປັນຄົນທໍາມະດາ. ແຕ່ຄວາມທໍາມະດາຂອງພຣະອົງບໍ່ໄດ້ລວມເຖິງການມີເມຍ ຫຼື ຜົວ ແລະ ລູກ ຄືດັ່ງມະນຸດເວົ້າກັນກ່ຽວກັບຄວາມທໍາມະດາ. ສໍາລັບມະນຸດແລ້ວ ການເປັນມະນຸດທໍາມະດາທີ່ພຣະເຈົ້າກ່າວເຖິງ ແມ່ນສິ່ງທີ່ມະນຸດຈະຖືວ່າ ການຂາດຄວາມເປັນມະນຸດ ໂດຍທີ່ເກືອບຂາດຄວາມຮູ້ສຶກ ແລະ ເບິ່ງຄືວ່າ ຂາດຄວາມຕ້ອງການທາງດ້ານເນື້ອໜັງຄືດັ່ງພຣະເຢຊູ ທີ່ມີຮູບລັກພາຍນອກຂອງຄົນທໍາມະດາ ແລະ ມີລັກສະນະຂອງຄົນທໍາມະດາເທົ່ານັ້ນ ແຕ່ໃນແກ່ນແທ້ແລ້ວ ແມ່ນບໍ່ໄດ້ມີທຸກສິ່ງທີ່ຄົນທໍາມະດາຄວນມີ. ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ແກ່ນແທ້ຂອງພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ໄດ້ມີຄວາມເປັນມະນຸດທໍາມະດາທັງໝົດ ແຕ່ມີພຽງບາງສ່ວນໃນສິ່ງທີ່ຜູ້ຄົນຄວນມີ ເພື່ອສະໜັບສະໜູນວຽກປະຈໍາຂອງຊີວິດມະນຸດທໍາມະດາ ແລະ ຮັກສາພະລັງແຫ່ງເຫດຜົນຂອງມະນຸດທໍາມະດາເທົ່ານັ້ນ. ແຕ່ວ່າສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບສິ່ງທີ່ມະນຸດຖືວ່າ ຄວາມເປັນມະນຸດທໍາມະດາ. ສິ່ງເຫຼົ່ານັ້ນຄືສິ່ງທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຄວນມີ. ເຖິງຢ່າງໃດກໍຕາມ, ຍັງມີຜູ້ຄົນທີ່ຢືນຢັນເຊິ່ງສາມາດເວົ້າໄດ້ວ່າ ພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນມີຄວາມເປັນມະນຸດທໍາມະດາ ຖ້າພຣະອົງມີເມຍ, ລູກຊາຍ ແລະ ລູກສາວ ເຊິ່ງກໍຄືຄອບຄົວເທົ່ານັ້ນ; ພວກເຂົາເວົ້າວ່າ ຖ້າບໍ່ມີສິ່ງນີ້ ພຣະອົງກໍບໍ່ແມ່ນ ຄົນທໍາມະດາ. ຊັ້ນເຮົາຂໍຖາມເຈົ້າດັ່ງນີ້ວ່າ “ພຣະເຈົ້າມີເມຍບໍ? ເປັນໄປໄດ້ບໍທີ່ພຣະເຈົ້າຈະມີຜົວ? ພຣະເຈົ້າສາມາດມີລູກໄດ້ບໍ?” ສິ່ງເຫຼົ່ານີ້ບໍ່ແມ່ນຄວາມເຊື່ອທີ່ຜິດບໍ? ເຖິງຢ່າງໃດກໍຕາມ, ພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດເກີດຈາກຮອຍແຕກລະຫວ່າງຫີນໄດ້ ຫຼື ຫຼົ່ນລົງມາແຕ່ເທິງຟ້າ. ພຣະອົງສາມາດບັງເກີດເຂົ້າໃນຄອບຄົວມະນຸດທໍາມະດາເທົ່ານັ້ນ. ນັ້ນແມ່ນເຫດຜົນທີ່ວ່າ ພຣະອົງຈຶ່ງມີພໍ່ແມ່, ເອື້ອຍ ແລະ ນ້ອງສາວ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຄວາມເປັນມະນຸດທໍາມະດາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຄວນມີ. ເຊັ່ນດຽວກັບກໍລະນີຂອງພຣະເຢຊູ; ພຣະເຢຊູມີພໍ່ ແລະ ແມ່, ອ້າຍ, ເອື້ອຍ ແລະ ນ້ອງ ແລະ ທັງໝົດນີ້ແມ່ນປົກກະຕິ. ແຕ່ຖ້າພຣະອົງມີເມຍ, ລູກຊາຍ ແລະ ລູກສາວ, ພຣະອົງຈະບໍ່ແມ່ນມະນຸດທໍາມະດາ ທີ່ພຣະເຈົ້າຕັ້ງໃຈໃຫ້ພຣະເຈົ້າຜູ້ບັງເກີດເປັນມະນຸດມີ. ຖ້າເປັນດັ່ງນີ້ ພຣະອົງຈະບໍ່ສາມາດກະທໍາພາລະກິດໃນນາມພຣະເຈົ້າໄດ້. ຍ້ອນພຣະອົງບໍ່ມີເມຍ ຫຼື ລູກ ແຕ່ກໍເກີດຈາກຜູ້ຄົນທໍາມະດາໃນຄອບຄົວທໍາມະດາ, ພຣະອົງຈຶ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້. ເວົ້າໃຫ້ຈະແຈ້ງກວ່ານີ້ກໍຄື ສິ່ງທີ່ພຣະເຈົ້າຖືວ່າ ເປັນຄົນທໍາມະດາແມ່ນຄົນທີ່ເກີດຢູ່ໃນຄອບຄົວທໍາມະດາ. ມີພຽງແຕ່ບຸກຄົນແບບນີ້ເທົ່ານັ້ນທີ່ມີຄຸນສົມບັດເຮັດພາລະກິດສັກສິດໄດ້. ໃນທາງກົງກັນຂ້າມ ຖ້າຫາກວ່າບຸກຄົນນັ້ນມີເມຍ, ລູກ ຫຼື ຜົວ, ຄົນນັ້ນຈະບໍ່ສາມາດເຮັດພາລະກິດສັກສິດໄດ້ ເພາະວ່າພວກເຂົາຈະມີພຽງແຕ່ຄວາມເປັນມະນຸດທໍາມະດາທີ່ມະນຸດຕ້ອງການ ແຕ່ບໍ່ແມ່ນຄວາມເປັນມະນຸດທໍາມະດາທີ່ພຣະເຈົ້າຕ້ອງການ. ສິ່ງທີ່ພຣະເຈົ້າຄິດເອົາໄວ້ ແລະ ສິ່ງທີ່ຜູ້ຄົນເຂົ້າໃຈແມ່ນແຕກຕ່າງກັນຫຼາຍ. ໃນຂັ້ນຕອນພາລະກິດນີ້ຂອງພຣະເຈົ້າ ມີຫຼາຍສິ່ງທີ່ກົງກັນຂ້າມ ແລະ ແຕກຕ່າງຈາກແນວຄິດຂອງຄົນຫຼາຍ. ຄົນເຮົາສາມາດເວົ້າໄດ້ວ່າ ຂັ້ນຕອນພາລະກິດນີ້ຂອງພຣະເຈົ້າແມ່ນລ້ວນແລ້ວແຕ່ມີຄວາມເປັນພຣະເຈົ້າເຮັດພາລະກິດໂດຍກົງ ໂດຍທີ່ມີມະນຸດຮັບໜ້າທີ່ເປັນຜູ້ສະໜັບສະໜູນ. ເນື່ອງຈາກວ່າ ພຣະເຈົ້າມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ແທນທີ່ຈະອະນຸຍາດໃຫ້ມະນຸດກະທໍາແທນພຣະອົງ, ພຣະອົງຈຶ່ງບັງເກີດເປັນມະນຸດໃນເນື້ອໜັງ (ເປັນຄົນທໍາມະດາທີ່ບໍ່ສົມບູນ) ເພື່ອເຮັດພາລະກິດຂອງພຣະອົງ. ພຣະອົງໃຊ້ການບັງເກີດເປັນມະນຸດນີ້ເພື່ອສະແດງຍຸກໃໝ່ກັບມະນຸດ, ເພື່ອບອກມະນຸດກ່ຽວກັບຂັ້ນຕໍ່ໄປຂອງພາລະກິດຂອງພຣະອົງ ແລະ ເພື່ອຂໍໃຫ້ຜູ້ຄົນປະຕິບັດຕາມເສັ້ນທາງທີ່ໄດ້ອະທິບາຍໄວ້ໃນພຣະທໍາຂອງພຣະອົງ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າໃນເນື້ອໜັງຈຶ່ງສໍາເລັດ; ພຣະອົງກໍາລັງຈະຈາກມະນຸດໄປ ໂດຍທີ່ຈະບໍ່ອາໄສຢູ່ໃນເນື້ອໜັງຂອງມະນຸດທໍາມະດາອີກຕໍ່ໄປ, ແຕ່ຈະໜີຈາກມະນຸດໄປສືບຕໍ່ດໍາເນີນພາລະກິດອີກສ່ວນໜຶ່ງຂອງພຣະອົງແທນ. ຫຼັງຈາກນັ້ນ ພຣະອົງຈະສືບຕໍ່ດໍາເນີນພາລະກິດຂອງພຣະອົງເທິງແຜ່ນດິນໂລກໃນທ່າມກາງຄົນກຸ່ມນີ້ ແຕ່ຈະດໍາເນີນຢູ່ໃນຄວາມເປັນມະນຸດຂອງພວກເຂົາ ໂດຍນໍາໃຊ້ຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະອົງເອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ