ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 136

03 ເດືອນທັນວາ 2025

ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ ໄດ້ຄຶງພຣະເຢຊູທີ່ໄມ້ກາງແຂນ. ຄັ້ງທີສອງ ຜູ້ຄົນກໍບໍ່ໄດ້ເຊື່ອໃນພຣະອົງເຊັ່ນດຽວກັນ ເຊິ່ງຢ່າວ່າແຕ່ຮູ້ຈັກພຣະອົງເລີຍ ແລະ ຜູ້ຄົນຍັງໄດ້ຄຶງພຣະຄຣິດທີ່ໄມ້ກາງແຂນດ້ວຍຕະປູອີກຄັ້ງ. ມະນຸດບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຖ້າມະນຸດບໍ່ຮູ້ຈັກພຣະອົງ ແລ້ວພວກເຂົາຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ເຂົາຈະສາມາດມີຄຸນສົມບັດໃນການເປັນພະຍານໃຫ້ກັບພຣະເຈົ້າໄດ້ແນວໃດ? ການອ້າງວ່າ ຮັກພຣະເຈົ້າ, ຮັບໃຊ້ພຣະເຈົ້າ ແລະ ສັນລະເສີນພຣະເຈົ້າບໍ່ແມ່ນຄຳຫຼອກລວງບໍ? ຖ້າເຈົ້າອຸທິດຊີວິດຂອງເຈົ້າໃຫ້ກັບສິ່ງທີ່ບໍ່ເປັນຈິງ ແລະ ບໍ່ມີປະໂຫຍດເຫຼົ່ານີ້, ເຈົ້າຈະບໍ່ໄດ້ພະຍາຍາມຢ່າງບໍ່ເປັນປະໂຫຍດບໍ? ເຈົ້າຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ ເມື່ອເຈົ້າກໍຍັງບໍ່ຮູ້ວ່າ ພຣະເຈົ້າແມ່ນໃຜ? ການສະແຫວງຫາດັ່ງກ່າວບໍ່ແມ່ນການທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ມັນບໍ່ແມ່ນການຫຼອກລວງບໍ? ບຸກຄົນໜຶ່ງຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ຄວາມໝາຍທີ່ແທ້ຈິງຂອງການເປັນຜູ້ໃກ້ຊິດຂອງພຣະເຈົ້າແມ່ນຫຍັງ? ເຈົ້າສາມາດເປັນຜູ້ໃກ້ຊິດຂອງພຣະວິນຍານຂອງພຣະເຈົ້າບໍ? ເຈົ້າສາມາດເຫັນບໍວ່າ ພຣະວິນຍານຍິ່ງໃຫຍ່ ແລະ ສູງສົ່ງພຽງໃດ? ເພື່ອເປັນຜູ້ໃກ້ຊິດຂອງພຣະເຈົ້າ ທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງໄດ້ ເຊິ່ງນັ້ນບໍ່ແມ່ນສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ຄວາມໝາຍທີ່ແທ້ຈິງຂອງການສະແຫວງຫາດັ່ງກ່າວແມ່ນຫຍັງ? ມັນບໍ່ແມ່ນຄຳຫຼອກລວງທັງໝົດບໍ? ສິ່ງທີ່ເຈົ້າສະແຫວງຫາກໍຄືການມາເປັນຜູ້ໃກ້ຊິດຂອງພຣະເຈົ້າ ແຕ່ໃນຄວາມເປັນຈິງ ເຈົ້າເປັນໝາຮັບໃຊ້ຂອງຊາຕານ ຍ້ອນເຈົ້າບໍ່ຮູ້ຈັກພຣະເຈົ້າ ແລະ ສະແຫວງຫາ “ພຣະເຈົ້າແຫ່ງທຸກສິ່ງທັງປວງ” ທີ່ບໍ່ມີຢູ່ຈິງ ເຊິ່ງບໍ່ສາມາດແນມເຫັນ, ຈັບຕ້ອງໄດ້ ແລະ ມາຈາກແນວຄວາມຄິດຂອງເຈົ້າເອງ. ຖ້າຈະເວົ້າແບບບໍ່ແຈ່ມແຈ້ງກໍຄື “ພຣະເຈົ້າ” ດັ່ງກ່າວແມ່ນຊາຕານ ແລະ ຖ້າຈະເວົ້າຢ່າງຖືກຕ້ອງກໍຄື ມັນເປັນຕົວເຈົ້າເອງ. ເຈົ້າສະແຫວງຫາເພື່ອເປັນຜູ້ໃກ້ຊິດຂອງຕົວເຈົ້າເອງ ແຕ່ຍັງບອກວ່າ ເຈົ້າສະແຫວງຫາ ເພື່ອເປັນຜູ້ໃກ້ຊິດຂອງພຣະເຈົ້າ ເຊິ່ງນັ້ນບໍ່ແມ່ນການໝິ່ນປະໝາດບໍ? ແມ່ນຫຍັງຄືຄຸນຄ່າຂອງການສະແຫວງຫາດັ່ງກ່າວ? ຖ້າພຣະວິນຍານຂອງພຣະເຈົ້າບໍ່ໄດ້ກາຍມາເປັນມະນຸດ ແລ້ວແກ່ນແທ້ຂອງພຣະເຈົ້າກໍເປັນພຽງພຣະວິນຍານແຫ່ງຊີວິດທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງບໍ່ໄດ້, ບໍ່ມີຮູບຊົງ ແລະ ບໍ່ມີຮ່າງທີ່ແນ່ນອນ ເຊິ່ງເປັນປະເພດທີ່ບໍ່ແມ່ນວັດຖຸ, ເປັນວິນຍານທີ່ມະນຸດບໍ່ສາມາດເຂົ້າເຖິງ ແລະ ເຂົ້າໃຈໄດ້. ມະນຸດຈະສາມາດເປັນຜູ້ໃກ້ຊິດຂອງພຣະວິນຍານທີ່ບໍ່ມີຕົວຕົນ, ອັດສະຈັນ ແລະ ບໍ່ສາມາດຢັ່ງເຖິງເຊັ່ນນີ້ໄດ້ແນວໃດ? ມັນບໍ່ແມ່ນເລື່ອງຕະຫຼົກບໍ? ການໃຫ້ເຫດຜົນທີ່ໂງ່ຈ້າແບບນັ້ນໃຊ້ບໍ່ໄດ້ ແລະ ບໍ່ມີປະໂຫຍດ. ມະນຸດທີ່ຖືກສ້າງຂຶ້ນແມ່ນແຕກຕ່າງຈາກພຣະວິນຍານຂອງພຣະເຈົ້າໂດຍທຳມະຊາດ ເຊິ່ງດ້ວຍເຫດນັ້ນ ທັງສອງຈະສາມາດເປັນຜູ້ໃກ້ຊິດກັນໄດ້ແນວໃດ? ຖ້າພຣະວິນຍານຂອງພຣະເຈົ້າບໍ່ໄດ້ຖືກເຮັດໃຫ້ເປັນຈິງໃນເນື້ອໜັງ, ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ຖ່ອມຕົວພຣະອົງເອງດ້ວຍການມາເປັນສິ່ງຊົງສ້າງ ແລ້ວມະນຸດທີ່ຖືກສ້າງຂຶ້ນກໍຈະບໍ່ມີຄຸນສົມບັດ ແລະ ບໍ່ສາມາດເປັນຜູ້ໃກ້ຊິດຂອງພຣະອົງໄດ້ ແລະ ນອກຈາກຜູ້ເຊື່ອເຫຼົ່ານັ້ນທີ່ດຳເນີນຊີວິດຕາມພຣະເຈົ້າ ຜູ້ທີ່ອາດມີໂອກາດກາຍມາເປັນຜູ້ໃກ້ຊິດຂອງພຣະເຈົ້າຫຼັງຈາກທີ່ວິນຍານຂອງພວກເຂົາເຂົ້າສູ່ສວງສະຫວັນ, ຜູ້ຄົນສ່ວນຫຼາຍຈະບໍ່ສາມາດເປັນຜູ້ໃກ້ຊິດກັບພຣະວິນຍານຂອງພຣະເຈົ້າໄດ້. ຖ້າມະນຸດຕ້ອງການກາຍມາເປັນຜູ້ໃກ້ຊິດຂອງພຣະເຈົ້າໃນສວງສະຫວັນ ພາຍໃຕ້ການນໍາພາຂອງພຣະເຈົ້າໃນຮ່າງຂອງມະນຸດ, ແລ້ວເຂົາບໍ່ແມ່ນຜູ້ທີ່ໂງ່ຈ້າຢ່າງເປັນຕາງຶດທີ່ບໍ່ແມ່ນມະນຸດບໍ? ມະນຸດພຽງແຕ່ສະແຫວງຫາ “ຄວາມຊື່ສັດ” ຕໍ່ພຣະເຈົ້າທີ່ບໍ່ສາມາດແນມເຫັນໄດ້ ແລະ ບໍ່ສົນໃຈແມ່ນແຕ່ເລັກນ້ອຍຕໍ່ພຣະເຈົ້າທີ່ສາມາດແນມເຫັນໄດ້ ຍ້ອນມັນງ່າຍຫຼາຍທີ່ຈະສະແຫວງຫາພຣະເຈົ້າທີ່ບໍ່ສາມາດແນມເຫັນໄດ້ ເຊິ່ງມະນຸດສາມາດເຮັດຢ່າງໃດກໍໄດ້ຕາມທີ່ເຂົາມັກ. ແຕ່ການສະແຫວງຫາພຣະເຈົ້າທີ່ສາມາດແນມເຫັນໄດ້ບໍ່ໄດ້ງ່າຍແບບນັ້ນ. ມະນຸດທີ່ສະແຫວງຫາພຣະເຈົ້າທີ່ບໍ່ແຈ່ມແຈ້ງບໍ່ສາມາດໄດ້ຮັບພຣະເຈົ້າໃນທີ່ສຸດ ຍ້ອນສິ່ງຕ່າງໆທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນລ້ວນແລ້ວແຕ່ແມ່ນຈິນຕະນາການຂອງມະນຸດ ແລະ ມະນຸດກໍບໍ່ສາມາດຮັບໄດ້. ຖ້າພຣະເຈົ້າທີ່ລົງມາທ່າມກາງພວກເຈົ້າເປັນພຣະເຈົ້າທີ່ເປັນຕານັບຖື ແລະ ສູງສົ່ງ ເຊິ່ງພວກເຈົ້າບໍ່ສາມາດເຂົ້າເຖິງໄດ້, ແລ້ວພວກເຈົ້າຈະເຂົ້າໃຈເຈດຕະນາຂອງພຣະອົງໄດ້ແນວໃດ? ແລ້ວພວກເຈົ້າຈະຮູ້ ແລະ ເຂົ້າໃຈພຣະອົງໄດ້ແນວໃດ? ຖ້າພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງ ແລະ ບໍ່ມີການຕິດຕໍ່ພົວພັນແບບປົກກະຕິກັບມະນຸດ ຫຼື ມີຄວາມເປັນມະນຸດທີ່ບໍ່ປົກກະຕິ ແລະ ມະນຸດບໍ່ສາມາດເຂົ້າເຖິງໄດ້ ແລ້ວເຖິງແມ່ນວ່າ ພຣະອົງຈະປະຕິບັດພາລະກິດຫຼາຍຢ່າງເພື່ອພວກເຈົ້າ ແຕ່ພວກເຈົ້າກໍບໍ່ໄດ້ຕິດຕໍ່ພົວພັນກັບພຣະອົງ ແລະ ບໍ່ສາມາດແນມເຫັນພຣະອົງ, ແລ້ວພວກເຈົ້າຈະສາມາດຮູ້ຈັກກັບພຣະອົງໄດ້ແນວໃດ? ຖ້າມັນບໍ່ແມ່ນຍ້ອນເນື້ອໜັງຂອງຄວາມເປັນມະນຸດທີ່ທຳມະດານີ້, ມະນຸດຈະບໍ່ມີທາງຮູ້ຈັກກັບພຣະເຈົ້າ; ມັນເປັນພຽງຍ້ອນການບັງເກີດເປັນມະນຸດຂອງພຣະເຈົ້າທີ່ເຮັດໃຫ້ມະນຸດມີຄຸນສົມບັດໃນການເປັນຜູ້ໃກ້ຊິດກັບພຣະເຈົ້າທີ່ເປັນເນື້ອໜັງ. ມະນຸດກາຍເປັນຜູ້ໃກ້ຊິດຂອງພຣະເຈົ້າ ຍ້ອນມະນຸດພົວພັນຕິດຕໍ່ກັບພຣະອົງ, ຍ້ອນມະນຸດດຳລົງຊີວິດຢູ່ກັບພຣະອົງ ແລະ ຢູ່ຮ່ວມກັນກັບພຣະອົງ ແລະ ດ້ວຍເຫດນັ້ນ ຈຶ່ງຮູ້ຈັກພຣະເຈົ້າເທື່ອລະໜ້ອຍ. ຖ້າມັນບໍ່ເປັນດັ່ງນັ້ນ ການສະແຫວງຫາຂອງມະນຸດກໍຈະບໍ່ເປັນປະໂຫຍດເລີຍບໍ? ນັ້ນກໍເພື່ອຈະເວົ້າວ່າ ມັນບໍ່ແມ່ນທຸກສິ່ງ ຍ້ອນພາລະກິດຂອງພຣະເຈົ້າ ມະນຸດຈຶ່ງສາມາດເປັນຜູ້ໃກ້ຊິດຂອງພຣະເຈົ້າ ແຕ່ຍ້ອນຄວາມເປັນຈິງ ແລະ ຄວາມປົກກະຕິຂອງພຣະເຈົ້າໃນຮ່າງຂອງມະນຸດ. ມັນພຽງແຕ່ເປັນຍ້ອນພຣະເຈົ້າກາຍມາເປັນເນື້ອໜັງ ມະນຸດຈຶ່ງມີໂອກາດປະຕິບັດໜ້າທີ່ຂອງເຂົາ ແລະ ມີໂອກາດນະມັດສະການພຣະເຈົ້າທີ່ແທ້ຈິງ. ນີ້ບໍ່ແມ່ນຄວາມຈິງທີ່ເປັນຈິງ ແລະ ມີປະໂຫຍດທີ່ສຸດບໍ? ບັດນີ້ ເຈົ້າຍັງຕ້ອງການເປັນຜູ້ໃກ້ຊິດຂອງພຣະເຈົ້າໃນສວງສະຫວັນບໍ? ເມື່ອພຣະເຈົ້າຖ່ອມຕົວພຣະອົງລົງມາໃນຈຸດໃດໜຶ່ງເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເທົ່ານັ້ນ, ມະນຸດຈຶ່ງຈະສາມາດເປັນຜູ້ໃກ້ຊິດ ແລະ ຄົນໄວ້ໃຈຂອງພຣະອົງໄດ້. ພຣະເຈົ້າແມ່ນພຣະວິນຍານ: ມະນຸດມີຄຸນສົມບັດໃນການເປັນຜູ້ໃກ້ຊິດຂອງພຣະວິນຍານອົງນີ້ ຜູ້ທີ່ສູງສົ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ແນວໃດ? ເມື່ອພຣະວິນຍານຂອງພຣະເຈົ້າລົງມາເປັນເນື້ອໜັງ ແລະ ກາຍມາເປັນສິ່ງຊົງສ້າງທີ່ມີລັກສະນະພາຍນອກຄືກັບມະນຸດເທົ່ານັ້ນ, ມະນຸດຈຶ່ງສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຖືກພຣະອົງຮັບເອົາໃນລັກສະນະທີ່ແທ້ຈິງ. ພຣະອົງຊົງກ່າວ ແລະ ປະຕິບັດພາລະກິດໂດຍຜ່ານເນື້ອໜັງ, ແບ່ງປັນຄວາມສຸກ, ຄວາມໂສກເສົ້າ ແລະ ຄວາມລຳບາກຍາກແຄ້ນຂອງມະນຸດ, ດຳລົງຊີວິດໃນແຜ່ນດິນໂລກດຽວກັນກັບມະນຸດ, ປົກປ້ອງມະນຸດ ແລະ ນໍາພາມະນຸດ ແລະ ດ້ວຍວິທີນີ້ ພຣະອົງຈຶ່ງຊຳລະລ້າງມະນຸດໃຫ້ບໍລິສຸດ ແລະ ເຮັດໃຫ້ມະນຸດໄດ້ຮັບການໄຖ່ບາບຈາກພຣະອົງ ແລະ ພຣະພອນຂອງພຣະອົງ. ເມື່ອຜູ້ຄົນໄດ້ຮັບສິ່ງເຫຼົ່ານີ້ ແລະ ໄດ້ເຂົ້າໃຈເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ພວກເຂົາຈຶ່ງສາມາດເປັນຜູ້ໃກ້ຊິດຂອງພຣະເຈົ້າ. ພຽງແຕ່ສິ່ງນີ້ທີ່ເປັນປະໂຫຍດ. ຖ້າມະນຸດບໍ່ສາມາດແນມເຫັນ ແລະ ຈັບຕ້ອງພຣະເຈົ້າໄດ້, ມະນຸດຈະສາມາດເປັນຜູ້ໃກ້ຊິດຂອງພຣະອົງໄດ້ແນວໃດ? ນີ້ບໍ່ແມ່ນທິດສະດີທີ່ວ່າງເປົ່າບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ