ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 134
12 ເດືອນຕຸລາ 2025
ເຈົ້າຄວນຮູ້ຫຍັງແດ່ກ່ຽວກັບພຣະເຈົ້າທີ່ແທ້ຈິງ? ພຣະວິນຍານ, ບຸກຄົນ ແລະ ພຣະທຳປະກອບເປັນພຣະເຈົ້າທີ່ແທ້ຈິງ ແລະ ສິ່ງນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະເຈົ້າທີ່ແທ້ຈິງ. ຖ້າເຈົ້າພຽງແຕ່ຮູ້ຈັກບຸກຄົນເທົ່ານັ້ນ ນັ້ນກໍຄື ຖ້າເຈົ້າຮູ້ຈັກນິໄສ ແລະ ລັກສະນະຂອງພຣະອົງ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານ ຫຼື ສິ່ງທີ່ພຣະວິນຍານປະຕິບັດໃນເນື້ອໜັງ ແລະ ຖ້າເຈົ້າພຽງແຕ່ໃຫ້ຄວາມໃສ່ໃຈກັບພຣະວິນຍານ ແລະ ພຣະທຳ ແລະ ພຽງແຕ່ອະທິຖານຕໍ່ໜ້າພຣະວິນຍານ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນພຣະເຈົ້າທີ່ແທ້ຈິງ ແລ້ວສິ່ງນີ້ກໍຍັງພິສູດອີກວ່າ ເຈົ້າບໍ່ຮູ້ຈັກພຣະເຈົ້າທີ່ແທ້ຈິງ. ຄວາມຮູ້ກ່ຽວກັບພຣະເຈົ້າທີ່ແທ້ຈິງລວມເຖິງການຮູ້ຈັກ ແລະ ການມີປະສົບການໃນພຣະທຳຂອງພຣະອົງ ແລະ ການເຂົ້າໃຈກົດລະບຽບ ແລະ ຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ ແລະ ວິທີທີ່ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ມັນຍັງລວມເຖິງການຮູ້ຈັກວ່າ ທຸກການກະທຳຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງແມ່ນຖືກຄວບຄຸມໂດຍພຣະວິນຍານ ແລະ ພຣະທຳຕ່າງໆທີ່ພຣະອົງກ່າວອອກມາແມ່ນການສຳແດງເຖິງພຣະວິນຍານໂດຍກົງ. ສະນັ້ນ ເພື່ອຮູ້ຈັກພຣະເຈົ້າທີ່ແທ້ຈິງ, ມັນເປັນສິ່ງສຳຄັນທີ່ສຸດທີ່ຕ້ອງຮູ້ຈັກວ່າ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ໃນຄວາມເປັນພຣະເຈົ້າແນວໃດ; ດ້ວຍເຫດນັ້ນ ສິ່ງນີ້ຈຶ່ງກ່ຽວຂ້ອງກັບການສຳແດງເຖິງພຣະວິນຍານ ເຊິ່ງທຸກຄົນມີສ່ວນຮ່ວມນໍາ.
ແມ່ນຫຍັງຄືລັກສະນະຂອງການສຳແດງເຖິງພຣະວິນຍານ? ບາງຄັ້ງ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ບາງຄັ້ງກໍປະຕິບັດໃນຄວາມເປັນພຣະເຈົ້າ, ແຕ່ໃນທັງສອງກໍລະນີ ແມ່ນຄວບຄຸມໂດຍພຣະວິນຍານ. ວິນຍານຫຍັງກໍຕາມທີ່ຢູ່ພາຍໃນຜູ້ຄົນແມ່ນການສຳແດງອອກພາຍນອກຂອງພວກເຂົາ. ພຣະວິນຍານປະຕິບັດພາລະກິດເປັນປົກກະຕິ ແຕ່ມີສອງສ່ວນທີ່ກ່ຽວກັບການຄວບຄຸມຂອງພຣະວິນຍານ ນັ້ນກໍຄື: ສ່ວນໜຶ່ງແມ່ນພາລະກິດຂອງພຣະອົງໃນຄວາມເປັນມະນຸດ ແລະ ອີກສ່ວນແມ່ນພາລະກິດຂອງພຣະອົງຜ່ານທາງຄວາມເປັນພຣະເຈົ້າ. ເຈົ້າຄວນຮູ້ຈັກສິ່ງນີ້ຢ່າງຊັດເຈນ. ພາລະກິດຂອງພຣະວິນຍານປ່ຽນແປງຕາມສະຖານະການ ນັ້ນກໍຄື: ເມື່ອພາລະກິດຝ່າຍມະນຸດຂອງພຣະອົງຮຽກຮ້ອງຕ້ອງການ ພຣະວິນຍານກໍຈະຄວບຄຸມພາລະກິດຝ່າຍມະນຸດນີ້ ແລະ ເມື່ອພາລະກິດຝ່າຍພຣະເຈົ້າຂອງພຣະອົງຮຽກຮ້ອງຕ້ອງການ ຄວາມເປັນພຣະເຈົ້າກໍຈະປາກົດໂດຍກົງເພື່ອປະຕິບັດພາລະກິດນີ້ໃຫ້ສຳເລັດ. ຍ້ອນພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ແລະ ປາກົດໃນເນື້ອໜັງ, ພຣະອົງຈຶ່ງປະຕິບັດພາລະກິດທັງໃນຄວາມເປັນມະນຸດ ແລະ ໃນຄວາມເປັນພຣະເຈົ້າ. ພາລະກິດຂອງພຣະອົງໃນຄວາມເປັນມະນຸດຖືກຄວບຄຸມໂດຍພຣະວິນຍານ ແລະ ສຳເລັດລົງເພື່ອເປັນທີ່ພໍໃຈຄວາມຕ້ອງການທາງເນື້ອໜັງຂອງຜູ້ຄົນ, ເພື່ອເຮັດໃຫ້ການມີສ່ວນຮ່ວມຂອງພວກເຂົາກັບພຣະອົງງ່າຍຂຶ້ນ, ເພື່ອອະນຸຍາດໃຫ້ພວກເຂົາເຫັນຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າ ແລະ ເພື່ອໃຫ້ພວກເຂົາເຫັນວ່າ ພຣະວິນຍານຂອງພຣະເຈົ້າໄດ້ມາຢູ່ໃນເນື້ອໜັງ ແລະ ຢູ່ທ່າມກາງມະນຸດ, ດຳລົງຊີວິດຮ່ວມກັບມະນຸດ ແລະ ມີສ່ວນຮ່ວມກັບມະນຸດ. ພາລະກິດຂອງພຣະອົງໃນຄວາມເປັນພຣະເຈົ້າແມ່ນເພື່ອຈັດກຽມຊີວິດຂອງຜູ້ຄົນ ແລະ ນໍາພາຜູ້ຄົນໃນທຸກສິ່ງທີ່ເປັນບວກ ໂດຍປ່ຽນແປງອຸປະນິໄສຂອງຜູ້ຄົນ ແລະ ເຮັດໃຫ້ພວກເຂົາເຫັນເຖິງການປາກົດຕົວຂອງພຣະວິນຍານໃນເນື້ອໜັງຢ່າງແທ້ຈິງ. ໂດຍລວມແລ້ວ, ການເຕີບໂຕໃນຊີວິດຂອງມະນຸດແມ່ນຖືກບັນລຸໂດຍກົງຜ່ານພາລະກິດຂອງພຣະເຈົ້າ ແລະ ພຣະທຳໃນຄວາມເປັນພຣະເຈົ້າ. ຖ້າຜູ້ຄົນຍອມຮັບພາລະກິດຂອງພຣະເຈົ້າໃນຄວາມເປັນພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງສາມາດບັນລຸການປ່ຽນແປງອຸປະນິໄສຂອງພວກເຂົາໄດ້, ແລ້ວເມື່ອນັ້ນພວກເຂົາຈຶ່ງຈະສາມາດອີ່ມອົກອີ່ມໃຈໃນທາງວິນຍານຂອງພວກເຂົາໄດ້; ນອກຈາກນີ້, ຖ້າມີພາລະກິດໃນຄວາມເປັນມະນຸດຖືກເພີ່ມເຂົ້າໃນສິ່ງນີ້ເທົ່ານັ້ນ ນັ້ນກໍຄື: ການລ້ຽງດູຂອງພຣະເຈົ້າ, ການສະໜັບສະໜູນ ແລະ ການຈັດກຽມໃນຄວາມເປັນມະນຸດ, ຜົນແຫ່ງພາລະກິດຂອງພຣະເຈົ້າຈຶ່ງຈະສາມາດຖືກບັນລຸໄດ້ຢ່າງສົມບູນ. ພຣະເຈົ້າທີ່ແທ້ຈິງທີ່ເວົ້າເຖິງໃນປັດຈຸບັນແມ່ນປະຕິບັດພາລະກິດທັງໃນຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າ. ຜ່ານການປາກົດຕົວຂອງພຣະເຈົ້າທີ່ແທ້ຈິງ, ພາລະກິດ ແລະ ຊີວິດມະນຸດທຳມະດາຂອງພຣະອົງ ແລະ ພາລະກິດທາງພຣະເຈົ້າທັງໝົດຂອງພຣະອົງຈຶ່ງຈະຖືກບັນລຸຢ່າງຄົບຖ້ວນ. ຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຖືກລວມເຂົ້າກັນໃຫ້ກາຍເປັນໜຶ່ງ ແລະ ພາລະກິດຂອງທັງສອງຢ່າງ ແມ່ນຖືກເຮັດໃຫ້ສຳເລັດຜ່ານທາງພຣະທຳ; ບໍ່ວ່າຈະໃນຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າ, ພຣະອົງກ່າວພຣະທຳ. ເມື່ອພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ, ພຣະອົງກ່າວໃນພາສາມະນຸດ ເພື່ອຜູ້ຄົນຈະມີສ່ວນຮ່ວມ ແລະ ເຂົ້າໃຈ. ພຣະທຳຂອງພຣະອົງຖືກກ່າວອອກຢ່າງແຈ່ມແຈ້ງ ແລະ ເຂົ້າໃຈງ່າຍ ຈົນເຖິງຂັ້ນທີ່ພຣະທຳເຫຼົ່ານັ້ນສາມາດຈັດກຽມໃຫ້ກັບທຸກຄົນໄດ້; ບໍ່ວ່າຜູ້ຄົນຈະປະກອບດ້ວຍຄວາມຮູ້ ຫຼື ມີການສຶກສາຕໍ່າ ຫຼື ບໍ່, ພວກເຂົາກໍສາມາດຮັບເອົາພຣະທຳຂອງພຣະເຈົ້າທັງໝົດໄດ້. ພາລະກິດຂອງພຣະເຈົ້າໃນຄວາມເປັນພຣະເຈົ້າແມ່ນຖືກປະຕິບັດຜ່ານທາງພຣະທຳ ແຕ່ມັນເຕັມໄປດ້ວຍການຈັດກຽມ, ເຕັມໄປດ້ວຍຊີວິດ, ບໍ່ມີມົນທິນຈາກຄວາມຄິດຂອງມະນຸດ, ບໍ່ກ່ຽວພັນເຖິງຄວາມນິຍົມຂອງມະນຸດ ແລະ ປາສະຈາກຂໍ້ຈຳກັດຂອງມະນຸດ, ຢູ່ນອກຂໍ້ຜູກມັດຂອງຄວາມເປັນມະນຸດທີ່ທຳມະດາ; ມັນຖືກປະຕິບັດໃນເນື້ອໜັງ ແຕ່ເປັນການສຳແດງເຖິງພຣະວິນຍານໂດຍກົງ. ຖ້າຜູ້ຄົນພຽງແຕ່ຍອມຮັບພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດ ແລ້ວພວກເຂົາກໍຈະຈຳກັດຕົນເອງໃຫ້ຢູ່ແຕ່ໃນຂອບເຂດໃດໜຶ່ງ ແລ້ວຈະຕ້ອງການການລິຮານ ແລະ ວິໄນເພື່ອເຮັດໃຫ້ເກີດມີການປ່ຽນແປງເລັກນ້ອຍໃນຕົວພວກເຂົາຕະຫຼອດໄປ. ເຖິງຢ່າງໃດກໍຕາມ ຫາກປາສະຈາກພາລະກິດ ຫຼື ການສະຖິດຢູ່ຂອງພຣະວິນຍານບໍລິສຸດ, ພວກເຂົາກໍຈະຫັນໄປເພິ່ງຄວາມຊ່ວຍເຫຼືອຈາກວິທີເດີມໆຂອງພວກເຂົາ; ມີແຕ່ຜ່ານທາງພາລະກິດແຫ່ງຄວາມເປັນພຣະເຈົ້າເທົ່ານັ້ນ, ຂໍ້ບົກຜ່ອງ ແລະ ຄວາມຂາດເຂີນເຫຼົ່ານີ້ຈຶ່ງຈະໄດ້ຮັບການແກ້ໄຂ ແລະ ພຽງເມື່ອນັ້ນ ຜູ້ຄົນຈຶ່ງຈະສາມາດຖືກເຮັດໃຫ້ສົມບູນ. ແທນທີ່ຈະເປັນການລິຮານຢ່າງຕໍ່ເນື່ອງ, ສິ່ງທີ່ຈຳເປັນກໍຄືການຈັດກຽມທາງດ້ານບວກ, ການນໍາໃຊ້ພຣະທຳເພື່ອທົດແທນຂໍ້ບົກຜ່ອງທຸກຂໍ້, ນໍາໃຊ້ພຣະທຳເພື່ອເປີດເຜີຍທຸກສະພາວະຂອງຜູ້ຄົນ, ນໍາໃຊ້ພຣະທຳເພື່ອນໍາທາງຊີວິດຂອງພວກເຂົາ, ທຸກຖ້ອຍຄຳຂອງພວກເຂົາ, ທຸກການກະທຳຂອງພວກເຂົາ, ເພື່ອເປີດເຜີຍເຈດຕະນາ ແລະ ຄວາມຕັ້ງໃຈຂອງພວກເຂົາ; ສິ່ງນີ້ຄືພາລະກິດທີ່ແທ້ຈິງຂອງພຣະເຈົ້າທີ່ແທ້ຈິງ. ແລ້ວດ້ວຍເຫດນັ້ນ, ໃນທ່າທີຂອງເຈົ້າຕໍ່ພຣະເຈົ້າທີ່ແທ້ຈິງ ເຈົ້າຄວນຍອມຢູ່ຕໍ່ໜ້າຄວາມເປັນມະນຸດຂອງພຣະອົງໃນຄັ້ງດຽວ ໂດຍຮັບຮູ້ ແລະ ຍອມຮັບພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າຄວນຍອມຮັບ ແລະ ອ່ອນນ້ອມຕໍ່ພາລະກິດ ແລະ ພຣະທຳອັນບໍລິສຸດຂອງພຣະອົງ. ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງໝາຍຄວາມວ່າ ພາລະກິດ ແລະ ພຣະທຳທຸກຂໍ້ຂອງພຣະວິນຍານຂອງພຣະເຈົ້າຖືກເຮັດໃຫ້ສຳເລັດຜ່ານຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ແລະ ຜ່ານທາງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ເວົ້າອີກຢ່າງໜຶ່ງກໍຄື ພຣະວິນຍານຂອງພຣະເຈົ້າທັງຊີ້ນໍາພາລະກິດມະນຸດຂອງພຣະອົງ ແລະ ປະຕິບັດພາລະກິດແຫ່ງຄວາມເປັນພຣະເຈົ້າໃນເນື້ອໜັງ ແລະ ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ເຈົ້າສາມາດເຫັນທັງພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດ ແລະ ພາລະກິດອັນສັກສິດອັນສົມບູນແບບຂອງພຣະອົງ; ສິ່ງນີ້ຍິ່ງເປັນຄວາມໝາຍສຳຄັນຕົວຈິງແຫ່ງການປາກົດຕົວທີ່ແທ້ຈິງໃນເນື້ອໜັງຂອງພຣະເຈົ້າທີ່ແທ້ຈິງ. ຖ້າເຈົ້າສາມາດເຫັນສິ່ງນີ້ຢ່າງຊັດເຈນ, ເຈົ້າກໍຈະສາມາດເຊື່ອມຕໍ່ທຸກພາກສ່ວນຕ່າງໆທີ່ແຕກຕ່າງກັນຂອງພຣະເຈົ້າ, ເຈົ້າຈະເຊົາໃຫ້ຄວາມສໍາຄັນຫຼາຍເກີນໄປໃນພາລະກິດ ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ເຈົ້າຈະເຊົາໃສ່ໃຈເກີນໄປເຖິງພາລະກິດຂອງພຣະອົງທີ່ຢູ່ໃນຄວາມເປັນມະນຸດດ້ວຍຄວາມລະເລີຍເກີນຄວນ ແລະ ເຈົ້າກໍຈະບໍ່ເຮັດເກີນໄປ ຫຼື ອອກນອກທິດນອກທາງເກີນໄປ. ໂດຍລວມແລ້ວ ຄວາມໝາຍຂອງພຣະເຈົ້າທີ່ແທ້ຈິງ ແມ່ນໝາຍເຖິງພາລະກິດແຫ່ງຄວາມເປັນມະນຸດຂອງພຣະອົງ ແລະ ແຫ່ງຄວາມເປັນພຣະເຈົ້າຂອງພຣະອົງ ໂດຍຖືກຄວບຄຸມໂດຍພຣະວິນຍານ ທີ່ຖືກສຳແດງອອກຜ່ານທາງເນື້ອໜັງຂອງພຣະອົງ ເພື່ອວ່າຜູ້ຄົນຈະສາມາດເຫັນວ່າ ພຣະອົງມີຊີວິດຊີວາຄືຄົນທົ່ວໄປ, ເປັນຈິງ ແລະ ແທ້ຈິງ.
ພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຄວາມເປັນມະນຸດມີຂັ້ນຕອນການປ່ຽນແປງ. ໃນການເຮັດໃຫ້ຄວາມເປັນມະນຸດສົມບູນ, ພຣະອົງເຮັດໃຫ້ຄວາມເປັນມະນຸດຂອງພຣະອົງສາມາດຮັບການຊີ້ນໍາຂອງພຣະວິນຍານ ຫຼັງຈາກນັ້ນ ຄວາມເປັນມະນຸດຂອງພຣະອົງກໍຈະສາມາດຈັດກຽມ ແລະ ລ້ຽງດູຄຣິດຕະຈັກທັງຫຼາຍໄດ້. ນີ້ຄືການສຳແດງອອກໜຶ່ງຢ່າງຂອງພາລະກິດທີ່ທຳມະດາຂອງພຣະເຈົ້າ. ສະນັ້ນ ຖ້າເຈົ້າສາມາດເຫັນຫຼັກການແຫ່ງພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດຢ່າງຊັດເຈນ ແລ້ວເຈົ້າອາດຈະບໍ່ມີແນວຄວາມຄິດກ່ຽວກັບພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດ. ບໍ່ວ່າຫຍັງກໍຕາມ, ພຣະວິນຍານຂອງພຣະເຈົ້າບໍ່ສາມາດຜິດໄດ້. ພຣະອົງຖືກ ແລະ ປາສະຈາກຄວາມຜິດພາດ; ພຣະອົງບໍ່ໄດ້ເຮັດຫຍັງກໍຕາມທີ່ບໍ່ຖືກຕ້ອງ. ພາລະກິດສັກສິດແມ່ນການສຳແດງອອກເຖິງເຈດຕະນາຂອງພຣະເຈົ້າໂດຍກົງ ເຊິ່ງປາສະຈາກການລົບກວນຂອງຄວາມເປັນມະນຸດ. ມັນບໍ່ໄດ້ຜ່ານຄວາມສົມບູນ ແຕ່ມາຈາກພຣະວິນຍານໂດຍກົງ. ຢ່າງໃດກໍຕາມ ຄວາມຈິງທີ່ພຣະອົງສາມາດປະຕິບັດພາລະກິດໃນຄວາມເປັນພຣະເຈົ້າໄດ້ກໍຍ້ອນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ; ມັນບໍ່ແມ່ນສິ່ງທີ່ເໜືອທຳມະຊາດເລີຍແມ່ນແຕ່ໜ້ອຍດຽວ ແລະ ເບິ່ງຄືວ່າຖືກປະຕິບັດໂດຍບຸກຄົນທຳມະດາ. ພຣະເຈົ້າລົງມາຈາກສະຫວັນສູ່ແຜ່ນດິນໂລກຕົ້ນຕໍແລ້ວແມ່ນເພື່ອສຳແດງພຣະທຳຂອງພຣະເຈົ້າຜ່ານທາງເນື້ອໜັງ, ເພື່ອເຮັດໃຫ້ພາລະກິດແຫ່ງພຣະວິນຍານຂອງພຣະເຈົ້າສົມບູນໂດຍວິທີການຂອງເນື້ອໜັງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ພຣະເຈົ້າທີ່ແທ້ທີ່ແທ້ຈິງແມ່ນພຣະອົງເຈົ້າເອງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ