ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 133
04 ເດືອນມັງກອນ 2026
ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້. ຖ້າເຈົ້າບໍ່ສາມາດເຂົ້າໃຈຢ່າງສົມບູນວ່າທາງເລືອກຂອງເຈົ້າຖືກຕ້ອງ ຫຼື ບໍ່ ຫຼື ເຈົ້າບໍ່ສາມາດຮູ້ໄດ້ວ່າພາລະກິດຂອງພຣະເຈົ້າສາມາດສໍາເລັດໄດ້ ຫຼື ບໍ່, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ລອງສ່ຽງເບິ່ງ ແລະ ເບິ່ງວ່າມະນຸດທີ່ທໍາມະດາຄົນນີ້ຈະເປັນປະໂຫຍດຫຼາຍຕໍ່ຕົວເຈົ້າ ຫຼື ບໍ່ ແລະ ພຣະເຈົ້າໄດ້ທໍາການອັນຍິ່ງໃຫຍ່ແທ້ໆ ຫຼື ບໍ່? ເຖິງຢ່າງໃດກໍ່ຕາມ, ເຮົາຕ້ອງບອກເຈົ້າວ່າ ໃນເວລາຂອງໂນອາ, ມະນຸດກິນ ແລະ ດື່ມ, ແຕ່ງດອງ ແລະ ຍິນຍອມແຕ່ງດອງຈົນເຖິງຂັ້ນທີ່ພຣະເຈົ້າທົນເບິ່ງບໍ່ໄດ້, ສະນັ້ນ ພຣະອົງຈຶ່ງສົ່ງນໍ້າຖ້ວມຄັ້ງໃຫຍ່ມາເພື່ອທໍາລາຍມະນຸດຊາດ, ເວັ້ນໄວ້ແຕ່ຄອບຄົວຂອງໂນອາທີ່ມີແປດຄົນ ແລະ ສັດປີກ ແລະ ສັດປ່າທຸກຊະນິດ. ເຖິງຢ່າງໃດກໍ່ຕາມ ໃນຍຸກສຸດທ້າຍ, ຄົນທີ່ພຣະເຈົ້າໄດ້ເວັ້ນໄວ້ນັ້ນລ້ວນແລ້ວແຕ່ເປັນຄົນທີ່ຈົງຮັກພັກດີຕໍ່ພຣະອົງຈົນເຖິງທີ່ສຸດ. ເຖິງແມ່ນວ່າທັງສອງຍຸກຈະເປັນເວລາທີ່ມີຄວາມເສື່ອມຊາມຫຼາຍຈົນພຣະເຈົ້າບໍ່ສາມາດທົນເບິ່ງໄດ້ ແລະ ມະນຸດຊາດໃນທັງສອງຍຸກກໍ່ເສື່ອມຊາມຫຼາຍ ແລະ ປະຕິເສດວ່າພຣະເຈົ້າເປັນພຣະຜູ້ເປັນເຈົ້າຂອງພວກເຂົາ, ພຣະເຈົ້າໄດ້ທໍາລາຍພຽງແຕ່ຄົນໃນເວລາຂອງໂນອາ. ມະນຸດຊາດໃນທັງສອງຍຸກໄດ້ເຮັດໃຫ້ພຣະເຈົ້າເສຍໃຈຫຼາຍ ແຕ່ພຣະເຈົ້າກໍ່ຍັງອົດທົນກັບມະນຸດໃນຍຸກສຸດທ້າຍຈົນຮອດຕອນນີ້. ເປັນຫຍັງຈຶ່ງເປັນແນວນີ້? ພວກເຈົ້າບໍ່ເຄີຍສົງໄສບໍວ່າເປັນຫຍັງ? ຖ້າພວກເຈົ້າບໍ່ຮູ້ແທ້ໆ ແລ້ວເຮົາຈະບອກພວກເຈົ້າ. ເຫດຜົນທີ່ພຣະເຈົ້າສະແດງຄວາມກະລຸນາຕໍ່ມະນຸດໃນຍຸກສຸດທ້າຍບໍ່ແມ່ນເພາະພວກເຂົາເສື່ອມຊາມໜ້ອຍກວ່າຄົນໃນເວລາຂອງໂນອາ ຫຼື ພວກເຂົາກັບໃຈມາຫາພຣະເຈົ້າ, ແຮງໄກທີ່ຈະເປັນຍ້ອນວ່າເຕັກໂນໂລຊີໃນຍຸກສຸດທ້າຍກ້າວໜ້າຫຼາຍຈົນພຣະເຈົ້າບໍ່ສາມາດຕັດສິນໃຈທຳລາຍພວກເຂົາໄດ້. ກົງກັນຂ້າມ, ມັນເປັນຍ້ອນວ່າພຣະເຈົ້າມີພາລະກິດທີ່ຕ້ອງເຮັດໃນຄົນກຸ່ມໜຶ່ງໃນຍຸກສຸດທ້າຍ ແລະ ພຣະເຈົ້າຈະເຮັດພາລະກິດນີ້ດ້ວຍພຣະອົງເອງໃນການບັງເກີດເປັນມະນຸດຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະເລືອກເອົາສ່ວນໜຶ່ງຂອງຄົນກຸ່ມນີ້ໃຫ້ເປັນເປົ້າໝາຍໃນຄວາມລອດພົ້ນຂອງພຣະອົງ ແລະ ໝາກຜົນໃນແຜນການຄຸ້ມຄອງຂອງພຣະອົງ ແລະ ນໍາຜູ້ຄົນເຫຼົ່ານີ້ໄປສູ່ຍຸກໃໝ່. ດັ່ງນັ້ນ ບໍ່ວ່າຫຍັງກໍ່ຕາມ, ລາຄານີ້ທີ່ພຣະເຈົ້າໄດ້ຈ່າຍກໍ່ເປັນການກະກຽມສຳລັບພາລະກິດທີ່ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງຈະເຮັດໃນຍຸກສຸດທ້າຍທັງສິ້ນ. ຂໍ້ແທ້ຈິງທີ່ພວກເຈົ້າໄດ້ມາເຖິງມື້ນີ້ກໍ່ເນື່ອງຈາກເນື້ອໜັງນີ້. ມັນເປັນເພາະພຣະເຈົ້າດຳລົງຊີວິດໃນເນື້ອໜັງ ພວກເຈົ້າຈຶ່ງມີໂອກາດລອດຊີວິດ. ຄວາມໂຊກດີທັງໝົດນີ້ແມ່ນໄດ້ຮັບຍ້ອນມະນຸດທີ່ທຳມະດາຄົນນີ້. ບໍ່ແມ່ນພຽງເທົ່ານີ້, ແຕ່ໃນທີ່ສຸດ ທຸກຊົນຊາດຈະນະມັດສະການມະນຸດທີ່ທຳມະດາຄົນນີ້ ພ້ອມທັງຂອບໃຈ ແລະ ເຊື່ອຟັງມະນຸດທີ່ບໍ່ສຳຄັນຄົນນີ້, ເພາະມັນຄືຄວາມຈິງ, ຊີວິດ ແລະ ຫົນທາງທີ່ພຣະອົງໄດ້ນໍາມາ ເຊິ່ງຊ່ວຍມະນຸດຊາດທັງປວງ, ບັນເທົາຂໍ້ຂັດແຍ້ງລະຫວ່າງມະນຸດ ແລະ ພຣະເຈົ້າ, ເຮັດໃຫ້ໄລຍະທາງລະຫວ່າງພວກເຂົາສັ້ນລົງ ແລະ ເປີດຄວາມເຊື່ອມໂຍງລະຫວ່າງຄວາມຄິດຂອງພຣະເຈົ້າ ແລະ ມະນຸດ. ມັນເປັນພຣະອົງທີ່ໄດ້ຮັບສະຫງ່າລາສີຫຼາຍຂຶ້ນສຳລັບພຣະເຈົ້າ. ມະນຸດທີ່ທຳມະດາຄົນນີ້ບໍ່ສົມຄວນແກ່ຄວາມໄວ້ວາງໃຈ ແລະ ການເຄົາລົບບູຊາຂອງເຈົ້າບໍ? ເນື້ອໜັງທີ່ທຳມະດາດັ່ງກ່າວບໍ່ເໝາະສົມທີ່ຈະຖືກເອີ້ນວ່າພຣະຄຣິດບໍ? ຄົນທຳມະດາເຊັ່ນນັ້ນຈະບໍ່ສາມາດກາຍມາເປັນການສະແດງອອກຂອງພຣະເຈົ້າໃນທ່າມກາງມະນຸດບໍ? ມະນຸດຄົນດັ່ງກ່າວທີ່ໄດ້ເວັ້ນຊີວິດມະນຸດຊາດຈາກໄພພິບັດບໍ່ສົມຄວນໄດ້ຮັບຄວາມຮັກຂອງພວກເຈົ້າ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະຍຶດຖືພຣະອົງບໍ? ຖ້າພວກເຈົ້າປະຕິເສດຄວາມຈິງທີ່ກ່າວອອກຈາກປາກຂອງພຣະອົງ ແລະ ລັງກຽດການເປັນຢູ່ຂອງພຣະອົງທ່າມກາງພວກເຈົ້າ, ແລ້ວແມ່ນຫຍັງຈະເກີດຂຶ້ນກັບພວກເຈົ້າໃນທີ່ສຸດ?
ພາລະກິດທັງໝົດຂອງພຣະເຈົ້າໃນຍຸກສຸດທ້າຍເກີດຂຶ້ນຜ່ານມະນຸດທຳມະດາຄົນນີ້. ພຣະອົງຈະປະທານທຸກສິ່ງໃຫ້ແກ່ເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະອົງຈະສາມາດຕັດສິນທຸກສິ່ງທີ່ກ່ຽວຂ້ອງກັບເຈົ້າ. ມະນຸດແບບນີ້ຈະສາມາດເປັນດັ່ງທີ່ພວກເຈົ້າເຊື່ອວ່າພຣະອົງເປັນບໍ: ເປັນມະນຸດທີ່ທຳມະດາຫຼາຍທີ່ບໍ່ສົມຄວນຖືກກ່າວເຖິງ? ຄວາມຈິງຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອໝັ້ນບໍ? ການເປັນພະຍານເຖິງການກະທຳຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອໝັ້ນບໍ? ຫຼື ເສັ້ນທາງທີ່ພຣະອົງນໍາມາບໍ່ສົມຄວນໃຫ້ພວກເຈົ້າໄດ້ຍ່າງບໍ? ເມື່ອໄດ້ເວົ້າ ແລະ ເຮັດທຸກສິ່ງແລ້ວ, ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າກຽດຊັງພຣະອົງ ແລະ ໂຍນພຣະອົງອອກໄປ ແລະ ມອບບ່ອນນອນທີ່ກວ້າງໃຫ້ພຣະອົງ? ນັ້ນຄືມະນຸດຄົນນີ້ທີ່ສະແດງຄວາມຈິງ, ນັ້ນຄືມະນຸດຄົນທີ່ໃຫ້ຄວາມຈິງ ແລະ ນັ້ນຄືມະນຸດຄົນນີ້ທີ່ມອບເສັ້ນທາງໃຫ້ພວກເຈົ້າໄດ້ຕິດຕາມ. ມັນເປັນໄປໄດ້ບໍວ່າພວກເຈົ້າຍັງບໍ່ສາມາດຄົ້ນພົບຮ່ອງຮອຍໃນພາລະກິດຂອງພຣະເຈົ້າພາຍໃນຄວາມຈິງເຫຼົ່ານີ້? ຖ້າບໍ່ມີພາລະກິດຂອງພຣະເຢຊູ, ມະນຸດຊາດຈະບໍ່ສາມາດລົງມາຈາກໄມ້ກາງແຂນ, ແຕ່ຖ້າບໍ່ມີການບັງເກີດເປັນມະນຸດໃນມື້ນີ້ ຄົນທີ່ລົງມາຈາກໄມ້ກາງແຂນຈະບໍ່ສາມາດໄດ້ຮັບການຮອງຮັບຈາກພຣະເຈົ້າ ຫຼື ເຂົ້າສູ່ຍຸກໃໝ່ຈັກເທື່ອ. ຖ້າບໍ່ມີການມາເຖິງຂອງມະນຸດທີ່ທຳມະດາຄົນນີ້, ພວກເຈົ້າຈະບໍ່ມີໂອກາດໄດ້ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ຫຼື ພວກເຈົ້າຈະບໍ່ມີຄຸນສົມບັດທີ່ຈະໄດ້ເຫັນ, ຍ້ອນພວກເຈົ້າທຸກຄົນເປັນສິ່ງຂອງທີ່ຄວນຖືກທຳລາຍຕັ້ງແຕ່ດົນແລ້ວ. ຍ້ອນການມາເຖິງຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ, ພຣະເຈົ້າໄດ້ໃຫ້ອະໄພພວກເຈົ້າ ແລະ ສະແດງຄວາມເມດຕາໃຫ້ແກ່ພວກເຈົ້າ. ເຖິງຢ່າງໃດກໍ່ຕາມ, ພຣະທຳທີ່ເຮົາຕ້ອງປະໄວ້ໃຫ້ແກ່ພວກເຈົ້າໃນຕອນສຸດທ້າຍກໍ່ຍັງເປັນສິ່ງເຫຼົ່ານີ້: ມະນຸດທີ່ທຳມະດາຄົນນີ້ ເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ພວກເຈົ້າ. ນີ້ຄືສິ່ງທີ່ຍິ່ງໃຫຍ່ທີ່ພຣະເຈົ້າໄດ້ເຮັດທ່າມກາງມະນຸດແລ້ວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ