ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 117
12 ເດືອນຕຸລາ 2025
ສິ່ງທີ່ມະນຸດໄດ້ບັນລຸໃນປັດຈຸບັນ, ວຸດທິພາວະ, ຄວາມຮູ້, ຄວາມຮັກ, ຄວາມຊື່ສັດ, ຄວາມອ່ອນນ້ອມ ແລະ ຄວາມເຂົ້າໃຈໃນປັດຈຸບັນຂອງເຂົາ, ສິ່ງເຫຼົ່ານີ້ແມ່ນຜົນມາຈາກການພິພາກສາຂອງພຣະທຳ. ການທີ່ເຈົ້າສາມາດມີຄວາມຊື່ສັດ ແລະ ຍັງຄົງຢືນຢູ່ຈົນເຖິງທຸກມື້ນີ້ກໍແມ່ນມາຈາກການປະຕິບັດຂອງພຣະທຳ. ບັດນີ້ ມະນຸດເຫັນວ່າພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນພິເສດແທ້ໆ ແລະ ມີຫຼາຍສິ່ງໃນພາລະກິດດັ່ງກ່າວນັ້ນທີ່ມະນຸດບໍ່ສາມາດບັນລຸໄດ້; ສິ່ງເຫຼົ່ານີ້ແມ່ນຄວາມເລິກລັບ ແລະ ການອັດສະຈັນ. ສະນັ້ນ ຫຼາຍຄົນຈຶ່ງຍອມຈຳນົນ. ບາງຄົນບໍ່ເຄີຍຍອມຕໍ່ມະນຸດຄົນໃດຈັກເທື່ອຕັ້ງແຕ່ມື້ເກີດຂອງພວກເຂົາ, ແຕ່ເມື່ອພວກເຂົາໄດ້ເຫັນພຣະທຳຂອງພຣະເຈົ້າໃນມື້ນີ້ ພວກເຂົາກໍຍອມຢ່າງສົມບູນໂດຍບໍ່ຮູ້ສຶກຕົວ ແລະ ບໍ່ກ້າກວດສອບ ຫຼື ເວົ້າສິ່ງອື່ນໆອີກ. ມະນຸດຊາດໄດ້ຕົກຢູ່ພາຍໃຕ້ພຣະທຳ ແລະ ນອນກາບລົງພາຍໃຕ້ການພິພາກສາຂອງພຣະທຳ. ຖ້າພຣະວິນຍານຂອງພຣະເຈົ້າກ່າວຕໍ່ມະນຸດໂດຍກົງ, ແລ້ວມະນຸດທຸກຄົນກໍຍິນຍອມຕໍ່ສຽງຂອງພຣະອົງ ແລະ ກົ້ມຫົວລົ້ມລົງໂດຍບໍ່ມີການເປີດເຜີຍຂໍ້ພຣະທໍາໃດໆ ຄ້າຍຄືກັບທີ່ໂປໂລລົ້ມລົງຂາບພື້ນພາຍໃຕ້ແສງສະຫວ່າງໃນຫົນທາງໄປສູ່ເມືອງດາມັສກັດ. ຖ້າພຣະເຈົ້າສືບຕໍ່ປະຕິບັດພາລະກິດແບບນີ້, ມະນຸດກໍຈະບໍ່ສາມາດຮູ້ຈັກຄວາມເສື່ອມຊາມຂອງເຂົາເອງຜ່ານທາງການພິພາກສາໂດຍພຣະທຳ ແລະ ກໍບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ມີພຽງແຕ່ໂດຍການກາຍມາເປັນເນື້ອໜັງ ພຣະອົງຈຶ່ງສາມາດກ່າວພຣະທຳຂອງພຣະອົງເຂົ້າໃສ່ຫູຂອງມະນຸດແຕ່ລະຄົນດ້ວຍຕົວພຣະອົງເອງໄດ້, ເພື່ອວ່າທຸກຄົນທີ່ມີຫູກໍຈະໄດ້ຍິນພຣະທຳຂອງພຣະອົງ ແລະ ຮັບເອົາພາລະກິດແຫ່ງການພິພາກສາໂດຍພຣະທຳຂອງພຣະອົງ. ມີພຽງແຕ່ດ້ວຍວິທີນີ້ຈຶ່ງຈະໄດ້ຮັບຜົນຈາກພຣະທຳຂອງພຣະອົງ, ແທນທີ່ຈະໃຫ້ພຣະວິນຍານປາກົດຕົວຂຶ້ນເພື່ອເຮັດໃຫ້ມະນຸດຢ້ານຈົນຍອມຈຳນົນ. ມີພຽງຜ່ານທາງພາລະກິດຕົວຈິງ ແລະ ພິເສດນີ້ເທົ່ານັ້ນ ອຸປະນິໄສເກົ່າຂອງມະນຸດ ທີ່ຝັງເລິກຢູ່ພາຍໃນເປັນເວລາຫຼາຍປີ ຈຶ່ງຈະສາມາດຖືກເປີດເຜີຍຢ່າງສົມບູນ, ເພື່ອວ່າມະນຸດຈະຮູ້ຈັກສິ່ງນັ້ນ ແລະ ປ່ຽນແປງມັນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນພາລະກິດຕົວຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງພຣະອົງຈະບັນລຸຜົນແຫ່ງການພິພາກສາຕໍ່ມະນຸດໂດຍພຣະທຳ ດ້ວຍການເວົ້າ ແລະ ການປະຕິບັດການພິພາກສາໃນລັກສະນະຕົວຈິງ. ນີ້ແມ່ນລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນຖືກປະຕິບັດເພື່ອເຮັດໃຫ້ລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນທີ່ຮູ້ຈັກ, ເພື່ອເຮັດໃຫ້ຜົນຮັບທີ່ມາຈາກພາລະກິດແຫ່ງພຣະທຳເປັນທີ່ຮູ້ຈັກ ແລະ ເພື່ອເຮັດໃຫ້ເປັນທີ່ຮູ້ຈັກວ່າພຣະວິນຍານໄດ້ມາຢູ່ໃນເນື້ອໜັງ ແລະ ສະແດງລິດອຳນາດຂອງພຣະອົງຜ່ານການພິພາກສາມະນຸດໂດຍພຣະທຳ. ເຖິງແມ່ນເນື້ອໜັງຂອງພຣະອົງເປັນຮູບລັກສະນະພາຍນອກຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ທຳມະດາ, ແຕ່ສິ່ງນັ້ນກໍຄືຜົນຮັບມາຈາກພຣະທຳຂອງພຣະອົງ ເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະອົງເຕັມໄປດ້ວຍລິດອຳນາດ, ພຣະອົງເປັນພຣະເຈົ້າເອງ ແລະ ພຣະທຳຂອງພຣະອົງເປັນການສະແດງອອກຂອງພຣະອົງເອງ. ດ້ວຍສິ່ງນີ້ ມະນຸດຊາດທັງປວງກໍຈະໄດ້ເຫັນວ່າພຣະອົງເປັນພຣະເຈົ້າ, ພຣະອົງເປັນພຣະເຈົ້າທີ່ກາຍມາເປັນເນື້ອໜັງ ແລະ ບໍ່ມີໃຜສາມາດລ່ວງເກີນພຣະອົງໄດ້ ແລະ ບໍ່ມີໃຜສາມາດຢູ່ເໜືອການພິພາກສາໂດຍພຣະທຳຂອງພຣະອົງ ແລະ ບໍ່ມີກອງກຳລັງແຫ່ງຄວາມມືດໃດສາມາດເອົາຊະນະລິດອຳນາດຂອງພຣະອົງໄດ້. ຄວາມອ່ອນນ້ອມຂອງມະນຸດທີ່ມີຕໍ່ພຣະອົງແມ່ນເນື່ອງຈາກການທີ່ພຣະອົງແມ່ນພຣະທຳທີ່ກາຍມາເປັນເນື້ອໜັງ, ເນື່ອງຈາກລິດອຳນາດຂອງພຣະອົງ ແລະ ເນື່ອງຈາກການພິພາກສາໂດຍພຣະທຳຂອງພຣະອົງ. ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງໄດ້ນໍາມາລິດອຳນາດທີ່ພຣະອົງມີ. ເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງກາຍມາເປັນເນື້ອໜັງກໍຍ້ອນເນື້ອໜັງຍັງສາມາດມີສິດອຳນາດ ແລະ ພຣະອົງກໍສາມາດປະຕິບັດພາລະກິດໃນລັກສະນະຕົວຈິງທ່າມກາງມະນຸດຊາດ, ໃນລັກສະນະທີ່ມະນຸດສາມາດເຫັນ ແລະ ຈັບຕ້ອງໄດ້. ພາລະກິດນີ້ແມ່ນເປັນຈິງຫຼາຍກວ່າພາລະກິດທີ່ພຣະວິນຍານຂອງພຣະເຈົ້າປະຕິບັດໂດຍກົງ ຜູ້ເຊິ່ງມີສິດອຳນາດທັງໝົດ ແລະ ຜົນຕາມມາຂອງພາລະກິດນັ້ນກໍເຫັນໄດ້ຢ່າງຊັດເຈນ. ນີ້ກໍຍ້ອນວ່າ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າສາມາດເວົ້າ ແລະ ປະຕິບັດພາລະກິດໃນລັກສະນະຕົວຈິງ. ຮູບຮ່າງພາຍນອກຂອງເນື້ອໜັງຂອງພຣະອົງບໍ່ມີລິດອຳນາດ ແລະ ມະນຸດກໍ່ສາມາດເຂົ້າເຖິງໄດ້, ໃນຂະນະທີ່ແກ່ນແທ້ຂອງພຣະອົງມີລິດອຳນາດ, ແຕ່ບໍ່ມີໃຜສາມາດເຫັນລິດອຳນາດຂອງພຣະອົງໄດ້. ເມື່ອພຣະອົງກ່າວ ແລະ ປະຕິບັດພາລະກິດ, ມະນຸດບໍ່ສາມາດກວດພົບລິດອຳນາດຂອງພຣະອົງໄດ້; ສິ່ງນີ້ຊ່ວຍໃຫ້ພຣະອົງປະຕິບັດພາລະກິດທີ່ແທ້ຈິງຂອງພຣະອົງ. ແລ້ວພາລະກິດທີ່ເປັນຈິງທັງໝົດນີ້ແມ່ນສາມາດບັນລຸຜົນໄດ້ຢ່າງສົມບູນ. ເຖິງແມ່ນບໍ່ມີໃຜຮູ້ວ່າພຣະອົງມີລິດອຳນາດ ຫຼື ເຫັນວ່າພຣະອົງບໍ່ຄວນຖືກລ່ວງເກີນ ຫຼື ເຫັນເຖິງຄວາມໂກດຮ້າຍຂອງພຣະອົງ, ພຣະອົງກໍບັນລຸຜົນຕາມເຈດຕະນາຂອງພຣະທຳຂອງພຣະອົງຜ່ານລິດອຳນາດທີ່ລີ້ລັບຂອງພຣະອົງ, ຜ່ານຄວາມໂກດຮ້າຍທີ່ລີ້ລັບຂອງພຣະອົງ ແລະ ຜ່ານພຣະທຳທີ່ພຣະອົງກ່າວຢ່າງເປີດເຜີຍ. ເວົ້າອີກຢ່າງໜຶ່ງກໍຄື ຜ່ານທາງນໍ້າສຽງຂອງພຣະອົງ, ຄວາມເດັດຂາດຂອງຖ້ອຍຄຳຂອງພຣະອົງ ແລະ ສະຕິປັນຍາທັງໝົດຂອງພຣະທຳຂອງພຣະອົງ, ມະນຸດຈຶ່ງພາກັນເຊື່ອຢ່າງສິ້ນເຊີງ. ໃນລັກສະນະນີ້ ມະນຸດຍອມອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຜູ້ທີ່ເບິ່ງຄືວ່າ ບໍ່ມີລິດອຳນາດ, ດ້ວຍເຫດນັ້ນຈຶ່ງບັນລຸຕາມເປົ້າໝາຍຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ນີ້ແມ່ນອີກດ້ານໜຶ່ງຂອງຄວາມໝາຍຂອງການບັງເກີດເປັນມະນຸດ: ເພື່ອກ່າວໃນລັກສະນະທີ່ເປັນຈິງຫຼາຍຂຶ້ນ ແລະ ປ່ອຍໃຫ້ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງມີຜົນສະທ້ອນໃນມະນຸດ, ເພື່ອວ່າ ມະນຸດຈະໄດ້ເປັນພະຍານເຖິງລິດອຳນາດແຫ່ງພຣະທຳຂອງພຣະເຈົ້າ. ສະນັ້ນ ພາລະກິດນີ້ ຖ້າບໍ່ຖືກປະຕິບັດຜ່ານການບັງເກີດເປັນມະນຸດ ມັນກໍຈະບໍ່ສາມາດບັນລຸຜົນໄດ້ແມ່ນແຕ່ໜ້ອຍດຽວ ແລະ ບໍ່ສາມາດຊ່ວຍຄົນຜິດບາບໃຫ້ລອດພົ້ນໄດ້ຢ່າງສົມບູນ. ຖ້າພຣະເຈົ້າບໍ່ກາຍມາເປັນເນື້ອໜັງ, ພຣະອົງກໍຈະຍັງຄົງເປັນພຣະວິນຍານທີ່ມະນຸດບໍ່ສາມາດເຫັນ ແລະ ຈັບຕ້ອງໄດ້. ຍ້ອນມະນຸດເປັນສິ່ງທີ່ສ້າງຈາກເນື້ອໜັງ, ເຂົາ ແລະ ພຣະເຈົ້າຈຶ່ງຢູ່ໃນໂລກສອງໂລກທີ່ແຕກຕ່າງກັນ ແລະ ມີທຳມະຊາດທີ່ແຕກຕ່າງກັນ. ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຂົ້າກັນກັບມະນຸດໄດ້ ຜູ້ທີ່ມີເນື້ອໜັງ ແລະ ບໍ່ມີທາງທີ່ຈະສ້າງຄວາມສຳພັນລະຫວ່າງພວກເຂົາໄດ້, ສ່ວນທີ່ວ່າມະນຸດບໍ່ສາມາດກາຍເປັນວິນຍານໄດ້ນັ້ນ ແມ່ນບໍ່ຕ້ອງເວົ້າເຖິງ. ເມື່ອເປັນແບບນີ້ ພຣະວິນຍານຂອງພຣະເຈົ້າກໍຕ້ອງກາຍມາເປັນສິ່ງທີ່ຖືກສ້າງເພື່ອປະຕິບັດພາລະກິດເດີມຂອງພຣະອົງ. ພຣະເຈົ້າສາມາດຂຶ້ນເມືອຍັງສະຖານທີ່ໆສູງທີ່ສຸດ ແລະ ຖ່ອມຕົວພຣະອົງລົງມາເພື່ອກາຍເປັນມະນຸດທີ່ຖືກສ້າງ, ປະຕິບັດພາລະກິດທ່າມກາງມະນຸດ ແລະ ດຳລົງຊີວິດຢູ່ທ່າມກາງພວກເຂົາ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຖານທີ່ໆສູງທີ່ສຸດ ແລະ ກາຍມາເປັນວິນຍານ ແລະ ແຮງໄກທີ່ເຂົາຈະສາມາດລົງໄປສູ່ສະຖານທີ່ໆຕໍ່າທີ່ສຸດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງຕ້ອງກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ. ເຊັ່ນດຽວກັນ ໃນລະຫວ່າງການບັງເກີດເປັນມະນຸດຄັ້ງທຳອິດ ມີພຽງແຕ່ເນື້ອໜັງທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດໄຖ່ມະນຸດຜ່ານການຄຶງໃສ່ໄມ້ກາງແຂນໄດ້, ເພາະວ່າ ບໍ່ມີທາງທີ່ຈະສາມາດຄຶງພຣະວິນຍານຂອງພຣະເຈົ້າໃສ່ໄມ້ກາງແຂນເພື່ອເປັນເຄື່ອງຖວາຍບູຊາບາບໃຫ້ກັບມະນຸດໄດ້. ພຣະເຈົ້າສາມາດກາຍມາເປັນເນື້ອໜັງໂດຍກົງເພື່ອເຮັດໜ້າທີ່ເປັນເຄື່ອງຖວາຍບູຊາບາບໃຫ້ກັບມະນຸດ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຫວັນໂດຍກົງເພື່ອຮັບເອົາເຄື່ອງຖວາຍບູຊາບາບທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ເຂົາ. ເມື່ອເປັນດັ່ງນີ້ ສິ່ງທີ່ເປັນໄປໄດ້ກໍຄືໃຫ້ພຣະເຈົ້າສະເດັດໄປມາສອງສາມຄັ້ງລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ບໍ່ໃຫ້ມະນຸດຂຶ້ນເມືອສະຫວັນເພື່ອຮັບເອົາຄວາມລອດພົ້ນນີ້, ຍ້ອນມະນຸດໄດ້ຫຼົ້ມຈົມ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດຂຶ້ນເມືອສະຫວັນໄດ້ຢ່າງແນ່ນອນ ແລ້ວແຮງໄກທີ່ຈະຮັບເອົາເຄື່ອງຖວາຍບູຊາບາບ. ສະນັ້ນ ມັນຈຶ່ງຈຳເປັນຕ້ອງໃຫ້ພຣະເຢຊູສະເດັດມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໃຫ້ສຳເລັດໄດ້. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງແມ່ນເກີດຈາກຄວາມຈຳເປັນ. ຖ້າຂັ້ນຕອນໃດໜຶ່ງຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ພຣະອົງກໍຈະບໍ່ຍອມຕໍ່ຄວາມອັບອາຍໃນການບັງເກີດເປັນມະນຸດເຊັ່ນນີ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ