ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 116
11 ເດືອນຕຸລາ 2025
ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດໂດຍໃຊ້ວິທີການຂອງພຣະວິນຍານ ແລະ ຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໃນລັກສະນະຂອງພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງ, ເຊັ່ນດຽວກັນ ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນຮ່າງກາຍຂອງມະນຸດທີ່ພຣະອົງບັງເກີດເຂົ້າສູ່ເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍຈະໄດ້ຮັບພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ມີທາງຈະໄດ້ສຳຜັດກັບພຣະເຈົ້າ, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການກາຍມາເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງຫົນທາງທີ່ເປັນຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ມະນຸດແມ່ນເນື້ອໜັງ ແລະ ເລືອດ, ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ, ສະນັ້ນ ສິ່ງທີ່ເຂົາສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈຫົນທາງທັງໝົດ ແລະ ຄວາມຈິງທັງໝົດ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ. ການບັງເກີດຄັ້ງທີສອງແມ່ນພຽງພໍທີ່ຈະກຳຈັດຄວາມຜິດບາບຂອງມະນຸດ ແລະ ເພື່ອເຮັດໃຫ້ເຂົາບໍລິສຸດຢ່າງສົມບູນ. ສະນັ້ນ ຍ້ອນການບັງເກີດເປັນມະນຸດຄັ້ງທີສອງ ພາລະກິດທັງໝົດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງຈະນໍາໄປສູ່ຈຸດສິ້ນສຸດ ແລະ ສຸດທ້າຍ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະຖືກເຮັດໃຫ້ສໍາເລັດ. ຫຼັງຈາກນັ້ນ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຈະສິ້ນສຸດລົງທັງໝົດ. ຫຼັງຈາກການເກີດເປັນມະນຸດຄັ້ງທີສອງ, ພຣະອົງຈະບໍ່ເກີດເປັນມະນຸດເປັນຄັ້ງທີສາມເພື່ອປະຕິບັດພາລະກິດຂອງພຣະອົງ. ນັ້ນກໍຍ້ອນວ່າ ການຄຸ້ມຄອງທັງໝົດຂອງພຣະອົງແມ່ນເຖິງຈຸດສິ້ນສຸດແລ້ວ. ການບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນການຮັບເອົາຄົນທີ່ພຣະອົງໄດ້ເລືອກໄວ້ຢ່າງສົມບູນ ແລະ ມະນຸດຊາດທັງປວງໃນຍຸກສຸດທ້າຍແມ່ນຈະຖືກແບ່ງອອກຕາມປະເພດຂອງພວກເຂົາ. ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກຕໍ່ໄປ ຫຼື ພຣະອົງຈະບໍ່ກັບຄືນສູ່ເນື້ອໜັງເພື່ອປະຕິບັດພາລະກິດໃດໜຶ່ງອີກ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ