ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 114
15 ເດືອນກໍລະກົດ 2025
ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອນໍາພາຍຸກ ແລະ ເຄື່ອນໄຫວພາລະກິດໃໝ່ເທົ່ານັ້ນ. ມັນຈຳເປັນທີ່ພວກເຈົ້າຈະເຂົ້າໃຈໃນຈຸດນີ້. ສິ່ງນີ້ແມ່ນແຕກຕ່າງຈາກໜ້າທີ່ຂອງມະນຸດຫຼາຍ ແລະ ທັງສອງຢ່າງແມ່ນບໍ່ສາມາດຖືກກ່າວເຖິງດ້ວຍລົມຫາຍໃຈດຽວກັນ. ມະນຸດຕ້ອງຖືກປູກຝັງ ແລະ ຖືກເຮັດໃຫ້ສົມບູນເປັນໄລຍະເວລາດົນນານກ່ອນທີ່ເຂົາຈະສາມາດປະຕິບັດພາລະກິດ ແລະ ປະເພດຂອງຄວາມເປັນມະນຸດທີ່ຈຳເປັນແມ່ນມາຈາກລະດັບທີ່ສູງສົ່ງເປັນພິເສດ. ບໍ່ແມ່ນພຽງມະນຸດຕ້ອງສາມາດຮັກສາຄວາມຮູ້ສຶກຂອງຄວາມເປັນມະນຸດທຳມະດາ, ແຕ່ເຂົາຕ້ອງຍິ່ງເຂົ້າໃຈຫຼາຍໆຫຼັກການ ແລະ ກົດລະບຽບທີ່ຄຸ້ມຄອງການປະພຶດຂອງເຂົາໃນການພົວພັນກັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ເຂົາຕ້ອງອຸທິດຕົນທີ່ຈະສຶກສາຫຼາຍຍິ່ງຂຶ້ນກ່ຽວກັບສະຕິປັນຍາ ແລະ ຄວາມຮູ້ທາງຈັນຍາບັນຂອງມະນຸດ. ນີ້ແມ່ນສິ່ງທີ່ມະນຸດຄວນປະກອບມີ. ເຖິງຢ່າງໃດກໍຕາມ ມັນບໍ່ໄດ້ເປັນແບບນີ້ສຳລັບພຣະເຈົ້າທີ່ບັງເກີດເປັນມະນຸດ, ຍ້ອນພາລະກິດຂອງພຣະອົງບໍ່ໄດ້ສະແດງໃຫ້ເຫັນເຖິງມະນຸດ ຫຼື ບໍ່ແມ່ນພາລະກິດຂອງມະນຸດ; ກົງກັນຂ້າມ ມັນຄືການສະແດງອອກໂດຍກົງຂອງການເປັນຢູ່ຂອງພຣະອົງ ແລະ ການປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດໂດຍກົງ. (ໂດຍທຳມະຊາດແລ້ວ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນເວລາທີ່ເໝາະສົມ ແລະ ບໍ່ແມ່ນບາງຄັ້ງບາງຄາວ ຫຼື ຕາມເວລາໃດໜຶ່ງ ແລະ ພາລະກິດນັ້ນເລີ່ມຕົ້ນກໍເມື່ອມັນເຖິງເວລາຂອງການປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ). ພຣະອົງບໍ່ມີສ່ວນຮ່ວມໃນຊີວິດຂອງມະນຸດ ຫຼື ພາລະກິດຂອງມະນຸດ ນັ້ນກໍຄື ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ປະກອບດ້ວຍສິ່ງເຫຼົ່ານີ້ (ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດຂອງພຣະອົງ). ພຣະອົງພຽງແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ເມື່ອມັນເຖິງເວລາທີ່ພຣະເຈົ້າຕ້ອງປະຕິບັດ; ບໍ່ວ່າສະຖານະຂອງພຣະອົງຈະເປັນແນວໃດກໍຕາມ, ພຣະອົງກໍຈະເດີນໄປຂ້າງໜ້າຢ່າງໄວພ້ອມກັບພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ວ່າມະນຸດຈະຮູ້ຫຍັງກ່ຽວກັບພຣະອົງ ແລະ ບໍ່ວ່າມະນຸດຈະມີແນວຄິດເຫັນຫຍັງກໍຕາມກ່ຽວກັບພຣະອົງ, ພາລະກິດຂອງພຣະອົງບໍ່ໄດ້ຮັບຜົນກະທົບທັງສິ້ນ. ຕົວຢ່າງເຊັ່ນ ເມື່ອພຣະເຢຊູປະຕິບັດພາລະກິດຂອງພຣະອົງ, ບໍ່ມີໃຜຮູ້ຈັກວ່າພຣະອົງແມ່ນໃຜກັນແທ້, ແຕ່ພຣະອົງກໍເດີນໄປຂ້າງໜ້າຢ່າງໄວກັບພາລະກິດຂອງພຣະອົງ. ບໍ່ມີສິ່ງໃດຂັດຂວາງພຣະອົງບໍ່ໃຫ້ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ສະນັ້ນ ພຣະອົງຈຶ່ງບໍ່ໄດ້ສາລະພາບ ຫຼື ປະກາດຕົວຕົນຂອງພຣະອົງເອງໄວ້ລ່ວງໜ້າ ແລະ ພຽງແຕ່ປ່ອຍໃຫ້ມະນຸດຕິດຕາມພຣະອົງເອງ. ໂດຍທຳມະຊາດແລ້ວ ສິ່ງນີ້ບໍ່ໄດ້ເປັນພຽງແຕ່ຄວາມຖ່ອມຕົວຂອງພຣະເຈົ້າເທົ່ານັ້ນ; ແຕ່ຍັງເປັນວິທີທີ່ພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ພຣະອົງພຽງແຕ່ສາມາດປະຕິບັດພາລະກິດໃນລັກສະນະນີ້, ຍ້ອນມະນຸດບໍ່ມີທາງຮັບຮູ້ພຣະອົງໄດ້ດ້ວຍສາຍຕາເປົ່າ. ເຖິງແມ່ນມະນຸດຈະຮັບຮູ້ພຣະອົງ, ເຂົາກໍຈະບໍ່ສາມາດຊ່ວຍໃນພາລະກິດຂອງພຣະອົງໄດ້. ຍິ່ງໄປກວ່ານັ້ນ, ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງເພື່ອໃຫ້ມະນຸດມາຮູ້ຈັກກັບເນື້ອໜັງຂອງພຣະອົງ; ມັນແມ່ນເພື່ອປະຕິບັດພາລະກິດ ແລະ ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ. ດ້ວຍເຫດຜົນນີ້, ພຣະອົງຈຶ່ງບໍ່ໃຫ້ຄວາມສຳຄັນໃນການເຮັດໃຫ້ຕົວຕົນຂອງພຣະອົງເປັນທີ່ຮູ້ຈັກກັນໂດຍທົ່ວໄປ. ເມື່ອພຣະອົງໄດ້ເຮັດໃຫ້ພາລະກິດທັງໝົດທີ່ພຣະອົງຄວນປະຕິບັດນັ້ນສຳເລັດລົງ, ຕົວຕົນ ແລະ ສະຖານະທັງໝົດຂອງພຣະອົງກໍຊັດແຈ້ງຕໍ່ມະນຸດໂດຍທຳມະຊາດ. ພຣະເຈົ້າທີ່ກາຍມາເປັນເນື້ອໜັງສືບຕໍ່ຢູ່ແບບງຽບໆ ແລະ ບໍ່ປະກາດຫຍັງເລີຍ. ພຣະອົງບໍ່ສົນໃຈຕໍ່ມະນຸດ ຫຼື ຕໍ່ວິທີທີ່ມະນຸດກ້າວໄປຂ້າງໜ້າພ້ອມກັບການຕິດຕາມພຣະອົງ, ພຽງແຕ່ເດີນໄປຂ້າງໜ້າຢ່າງໄວເພື່ອປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ແລະ ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ມີໃຜສາມາດຢືນຂວາງທາງພາລະກິດຂອງພຣະອົງໄດ້. ເມື່ອເວລາທີ່ພຣະອົງຈະສິ້ນສຸດພາລະກິດຂອງພຣະອົງມາເຖິງ, ມັນກໍຈະສິ້ນສຸດລົງໂດຍບໍ່ມີຫຍັງຜິດພາດ ແລະ ຖືກນໍາໄປສູ່ຈຸດສຸດທ້າຍ ແລະ ບໍ່ມີໃຜສາມາດສັ່ງການໄດ້. ພຽງແຕ່ຫຼັງຈາກທີ່ພຣະອົງໄປຈາກມະນຸດເມື່ອໄດ້ສຳເລັດພາລະກິດຂອງພຣະອົງ ມະນຸດຈຶ່ງຈະເຂົ້າໃຈພາລະກິດທີ່ພຣະອົງປະຕິບັດ, ເຖິງແມ່ນຍັງບໍ່ຊັດແຈ້ງທັງໝົດ. ອາດໃຊ້ເວລາດົນທີ່ມະນຸດຈະເຂົ້າໃຈຢ່າງສົມບູນກ່ຽວກັບເຈດຕະນາທີ່ພຣະອົງເລີ່ມປະຕິບັດພາລະກິດຂອງພຣະອົງທໍາອິດ. ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງຍຸກຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກແບ່ງອອກເປັນສອງສ່ວນ. ສ່ວນໜຶ່ງປະກອບດ້ວຍພາລະກິດທີ່ເນື້ອໜັງຂອງການບັງເກີດເປັນມະນຸດຂອງພຣະເຈົ້າເອງປະຕິບັດ ແລະ ພຣະທຳຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເອງກ່າວ. ຫຼັງຈາກທີ່ພັນທະກິດຂອງເນື້ອໜັງຂອງພຣະອົງຖືກເຮັດໃຫ້ສຳເລັດຢ່າງຄົບຖ້ວນ, ອີກສ່ວນຂອງພາລະກິດກໍຍັງຕ້ອງໄດ້ປະຕິບັດໂດຍຄົນທີ່ພຣະວິນຍານບໍລິສຸດໃຊ້. ໃນເວລານີ້ ມະນຸດຄວນປະຕິບັດໜ້າທີ່ຂອງເຂົາ, ຍ້ອນພຣະເຈົ້າໄດ້ເປີດຫົນທາງແລ້ວ ແລະ ມະນຸດຈຳເປັນຕ້ອງຍ່າງດ້ວຍຕົນເອງ. ນັ້ນໝາຍຄວາມວ່າ ພຣະເຈົ້າທີ່ກາຍມາເປັນເນື້ອໜັງປະຕິບັດສ່ວນໜຶ່ງຂອງພາລະກິດ ແລະ ຫຼັງຈາກນັ້ນ ພຣະວິນຍານບໍລິສຸດ ແລະ ຄົນທີ່ພຣະວິນຍານບໍລິສຸດໃຊ້ກໍຈະຮັບຊ່ວງຕໍ່ໄປຂອງພາລະກິດນີ້. ສະນັ້ນ ໃນຂັ້ນຕອນນີ້ ມະນຸດຄວນຮູ້ຈັກວ່າແມ່ນຫຍັງຄືພາລະກິດທີ່ພຣະເຈົ້າທີ່ກາຍມາເປັນເນື້ອໜັງປະຕິບັດເປັນຫຼັກ ແລະ ເຂົາຕ້ອງເຂົ້າໃຈວ່າແມ່ນຫຍັງຄືຄວາມໝາຍແທ້ຈິງຂອງພຣະເຈົ້າທີ່ກາຍເປັນມະນຸດ ແລະ ແມ່ນຫຍັງຄືພາລະກິດທີ່ພຣະເຈົ້າຄວນປະຕິບັດ, ແທນທີ່ຈະ ແລະ ບໍ່ຮຽກຮ້ອງຈາກພຣະເຈົ້າຕາມການຕ້ອງການຂອງມະນຸດ. ໃນທີ່ນີ້ມີຂໍ້ຜິດພາດຂອງມະນຸດ, ແນວຄິດຂອງເຂົາ ແລະ ຍິ່ງກວ່ານັ້ນແມ່ນຄວາມກະບົດຂອງເຂົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ