ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 111
01 ເດືອນກັນຍາ 2025
ພຣະເຈົ້າທີ່ກາຍມາເປັນເນື້ອໜັງພຽງແຕ່ສະແດງຕົວພຣະອົງເອງຕໍ່ຄົນບາງສ່ວນທີ່ຕິດຕາມພຣະອົງໃນລະຫວ່າງເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງເປັນການສ່ວນຕົວເທົ່ານັ້ນ ແລະ ບໍ່ໄດ້ສະແດງຕົວຕໍ່ສິ່ງຊົງສ້າງທັງໝົດ. ພຣະອົງກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງສຳເລັດລົງ ແລະ ບໍ່ແມ່ນເພື່ອສະແດງໃຫ້ມະນຸດເຫັນເຖິງລັກສະນະຂອງພຣະອົງ. ເຖິງຢ່າງໃດກໍຕາມ ພາລະກິດຂອງພຣະອົງຕ້ອງຖືກປະຕິບັດດ້ວຍຕົວພຣະອົງເອງ, ສະນັ້ນ ມັນຈຶ່ງຈຳເປັນທີ່ພຣະອົງຈະປະຕິບັດໃນເນື້ອໜັງ. ເມື່ອພາລະກິດນີ້ສິ້ນສຸດລົງ, ພຣະອົງກໍຈະຈາກໂລກມະນຸດໄປ; ພຣະອົງບໍ່ສາມາດຄົງຢູ່ເປັນໄລຍະເວລາຍາວນານໃນທ່າມກາງມະນຸດຊາດ ເພາະຢ້ານຢືນຂວາງທາງພາລະກິດທີ່ຈະມາເຖິງ. ສິ່ງທີ່ພຣະອົງສະແດງອອກໃຫ້ກັບປວງຊົນກໍເປັນພຽງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ການກະທຳທຸກຢ່າງຂອງພຣະອົງ ແລະ ບໍ່ແມ່ນລັກສະນະ ເມື່ອພຣະອົງກາຍມາເປັນເນື້ອໜັງຄັ້ງທີ່ສອງ, ຍ້ອນລັກສະນະຂອງພຣະເຈົ້າພຽງແຕ່ສາມາດເຫັນໄດ້ຜ່ານອຸປະນິໄສຂອງພຣະອົງ ແລະ ບໍ່ສາມາດແທນໄດ້ໂດຍລັກສະນະຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງ. ລັກສະນະຂອງເນື້ອໜັງຂອງພຣະອົງແມ່ນຖືກເປີດເຜີຍໃຫ້ກັບຈຳນວນຄົນທີ່ຈຳກັດ ແລະ ໃຫ້ກັບຄົນທີ່ຕິດຕາມພຣະອົງເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພາລະກິດທີ່ຖືກປະຕິບັດໃນຕອນນີ້ຈຶ່ງຖືກປະຕິບັດຢ່າງລັບໆ. ໃນລັກສະນະດຽວກັນ, ພຣະເຢຊູກໍພຽງແຕ່ສະແດງຕົວພຣະອົງເອງໃຫ້ກັບຊາວຢິວເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ ແລະ ພຣະອົງບໍ່ໄດ້ສະແດງຕົວພຣະອົງເອງຢ່າງເປີດເຜີຍຕໍ່ບັນດາປະເທດຊາດອື່ນໆ. ສະນັ້ນ ຫຼັງຈາກທີ່ພຣະອົງໄດ້ເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ, ພຣະອົງກໍຈາກໂລກມະນຸດໄປທັນທີ ແລະ ບໍ່ໄດ້ຢູ່ຕໍ່; ຫຼັງຈາກນັ້ນຈຶ່ງບໍ່ແມ່ນພຣະອົງ ທີ່ມີຮູບລັກສະນະຂອງມະນຸດສະແດງຕົວພຣະອົງຕໍ່ມະນຸດ, ແຕ່ເປັນພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດໂດຍກົງ. ຫຼັງຈາກທີ່ພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງຖືກເຮັດໃຫ້ສຳເລັດຢ່າງສົມບູນແລ້ວ, ພຣະອົງຈະຈາກໂລກຂອງມະນຸດໄປ ແລະ ພຣະອົງຈະບໍ່ປະຕິບັດພາລະກິດໃດໆທີ່ຄ້າຍຄືກັນກັບສິ່ງທີ່ພຣະອົງໄດ້ປະຕິບັດເມື່ອພຣະອົງຢູ່ໃນເນື້ອໜັງອີກຄັ້ງ. ຫຼັງຈາກນີ້, ພາລະກິດທຸກຢ່າງຈຶ່ງຖືກປະຕິບັດໂດຍພຣະວິນຍານບໍລິສຸດໂດຍກົງ. ໃນໄລຍະເວລານີ້, ມະນຸດເກືອບບໍ່ສາມາດເຫັນລັກສະນະຂອງຮ່າງກາຍຝ່າຍເນື້ອໜັງຂອງພຣະອົງ; ພຣະອົງບໍ່ສະແດງຕົນເອງຕໍ່ມະນຸດເລີຍ, ແຕ່ຍັງຄົງລີ້ລັບຢູ່ຕະຫຼອດໄປ. ເວລາສຳລັບພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນຈຳກັດ. ພາລະກິດຖືກປະຕິບັດໃນຍຸກ, ໄລຍະເວລາ, ປະຊາຊາດໂດຍສະເພາະ ແລະ ໃນທ່າມກາງຜູ້ຄົນໂດຍສະເພາະ. ພາລະກິດນີ້ເປັນຕົວແທນໃຫ້ກັບພາລະກິດທີ່ຢູ່ໃນໄລຍະເວລາຂອງການບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ, ມັນເປັນຕົວແທນຂອງຍຸກນັ້ນ ແລະ ມັນເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານຂອງພຣະເຈົ້າໃນຍຸກໃດໜຶ່ງໂດຍສະເພາະ ແລະ ບໍ່ແມ່ນພາລະກິດທັງໝົດຂອງພຣະອົງ. ສະນັ້ນ ລັກສະນະຂອງພຣະເຈົ້າທີ່ກາຍເປັນເນື້ອໜັງຈຶ່ງຈະບໍ່ຖືກເປີດເຜີຍໃຫ້ກັບທຸກຄົນ. ສິ່ງທີ່ຖືກເປີດເຜີຍອອກໃຫ້ກັບປວງຊົນແມ່ນຄວາມຊອບທຳຂອງພຣະເຈົ້າ ແລະ ອຸປະນິໄສທັງໝົດຂອງພຣະອົງ, ແທນທີ່ຈະເປັນຮູບລັກສະນະຂອງພຣະອົງເມື່ອພຣະອົງກາຍມາເປັນເນື້ອໜັງສອງຄັ້ງ. ມັນບໍ່ແມ່ນລັກສະນະຢ່າງໜຶ່ງຢ່າງດຽວທີ່ຖືກສະແດງໃຫ້ກັບມະນຸດ ຫຼື ບໍ່ແມ່ນສອງລັກສະນະລວມກັນ. ສະນັ້ນ ມັນຈຶ່ງສຳຄັນສໍາລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຄວນຈາກໂລກນີ້ໄປຫຼັງຈາກສຳເລັດພາລະກິດທີ່ພຣະອົງຈຳເປັນຕ້ອງປະຕິບັດ, ຍ້ອນພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ບໍ່ແມ່ນເພື່ອສະແດງຮູບລັກສະນະຂອງພຣະອົງໃຫ້ຜູ້ຄົນເຫັນ. ເຖິງແມ່ນວ່າ ຄວາມໝາຍຂອງການບັງເກີດເປັນມະນຸດຈະຖືກເຮັດໃຫ້ສຳເລັດໂດຍການທີ່ພຣະເຈົ້າໄດ້ກາຍເປັນເນື້ອໜັງທັງສອງຄັ້ງແລ້ວກໍຕາມ, ພຣະອົງກໍຍັງຈະບໍ່ສະແດງຕົນເອງອອກຢ່າງເປີດເຜີຍໃຫ້ກັບປະຊາຊາດໃດໜຶ່ງທີ່ບໍ່ເຄີຍເຫັນພຣະອົງມາກ່ອນ. ພຣະເຢຊູຈະບໍ່ສະແດງພຣະອົງເອງໃຫ້ກັບຊາວຢິວດັ່ງດວງຕາເວັນແຫ່ງຄວາມຊອບທຳອີກຄັ້ງ ຫຼື ພຣະອົງຈະບໍ່ຢືນຂຶ້ນຢູ່ເທິງຈອມພູເຂົາໝາກກອກເທດ ແລະ ປາກົດຕົວຕໍ່ທຸກຄົນອີກ; ສິ່ງທີ່ຊາວຢິວໄດ້ເຫັນມີພຽງແຕ່ພາບຂອງພຣະເຢຊູໃນເວລາທີ່ພຣະອົງຢູ່ໃນຢູດາຍ. ນີ້ກໍຍ້ອນວ່າພາລະກິດຂອງພຣະເຢຊູໃນການບັງເກີດເປັນມະນຸດຂອງພຣະອົງຈົບລົງຕັ້ງແຕ່ສອງພັນປີກ່ອນແລ້ວ; ພຣະອົງຈະບໍ່ກັບຄືນສູ່ຢູດາຍໃນຮູບລັກສະນະຂອງຊາວຢິວອີກ, ແລ້ວແຮງໄກທີ່ພຣະອົງຈະສະແດງຕົນເອງໃນຮູບລັກສະນະຂອງຊາວຢິວໃຫ້ຊົນຕ່າງຊາດໄດ້ເຫັນ, ຍ້ອນຮູບລັກສະນະຂອງພຣະເຢຊູທີ່ກາຍມາເປັນເນື້ອໜັງກໍເປັນພຽງຮູບລັກສະນະຂອງຊາວຢິວ ແລະ ບໍ່ແມ່ນລັກສະນະຂອງບຸດມະນຸດທີ່ໂຢຮັນໄດ້ເຫັນ. ເຖິງແມ່ນພຣະເຢຊູສັນຍາກັບຜູ້ຕິດຕາມຂອງພຣະອົງວ່າພຣະອົງຈະກັບຄືນມາອີກຄັ້ງ, ພຣະອົງຈະບໍ່ສະແດງພຣະອົງເອງໃນຮູບລັກສະນະຂອງຊາວຢິວຕໍ່ທຸກຄົນໃນຕ່າງຊາດຢ່າງງ່າຍດາຍ. ພວກເຈົ້າຄວນຮູ້ຈັກວ່າພາລະກິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງກໍຄືການເປີດຍຸກ. ພາລະກິດນີ້ຈຳກັດແຕ່ສອງສາມປີ ແລະ ພຣະອົງບໍ່ສາມາດເຮັດໃຫ້ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າສຳເລັດລົງໄດ້ເຊິ່ງເປັນຄືກັບຮູບລັກສະນະຂອງພຣະເຢຊູທີ່ເປັນຊາວຢິວກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບຮູບລັກສະນະຂອງພຣະເຈົ້າໃນຂະນະທີ່ພຣະອົງປະຕິບັດພາລະກິດໃນຢູດາຍເທົ່ານັ້ນ ແລະ ພຣະອົງພຽງແຕ່ສາມາດປະຕິບັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນເທົ່ານັ້ນ. ໃນລະຫວ່າງທີ່ພຣະເຢຊູຢູ່ໃນເນື້ອໜັງນັ້ນ, ພຣະອົງບໍ່ສາມາດປະຕິບັດພາລະກິດແຫ່ງການນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດໄດ້ ຫຼື ສາມາດທຳລາຍມະນຸດຊາດໄດ້. ສະນັ້ນ ຫຼັງຈາກທີ່ພຣະອົງໄດ້ຖືກຄຶງໃສ່ໄມ້ກາງແຂນ ແລະ ໄດ້ສິ້ນສຸດພາລະກິດຂອງພຣະອົງແລ້ວ, ພຣະອົງກໍຂຶ້ນເມືອສູ່ທີ່ສູງສຸດ ແລະ ເຊື່ອງຊ້ອນພຣະອົງເອງຈາກມະນຸດຕະຫຼອດໄປ. ຈາກນັ້ນເປັນຕົ້ນມາ, ຜູ້ເຊື່ອທີ່ມີສັດທາເຫຼົ່ານັ້ນຈາກຊົນຕ່າງຊາດກໍບໍ່ສາມາດເຫັນການສະແດງອອກຂອງພຣະເຢຊູເຈົ້າໄດ້ອີກ, ພຽງແຕ່ຮູບພາບຂອງພຣະອົງທີ່ພວກເຂົາຕິດຢູ່ເທິງຝາ. ຮູບພາບນີ້ແມ່ນຖືກແຕ້ມຂຶ້ນໂດຍມະນຸດເທົ່ານັ້ນ ແລະ ບໍ່ແມ່ນຮູບພາບລັກສະນະຂອງພຣະເຈົ້າດັ່ງທີ່ພຣະອົງສະແດງພຣະອົງເອງຕໍ່ມະນຸດ. ພຣະເຈົ້າຈະບໍ່ສະແດງຕົນເອງຕໍ່ປວງຊົນຢ່າງເປີດເຜີຍໃນຮູບພາບລັກສະນະທີ່ພຣະອົງກາຍມາເປັນເນື້ອໜັງທັງສອງຄັ້ງ. ພາລະກິດທີ່ພຣະອົງປະຕິບັດທ່າມກາງມະນຸດຊາດແມ່ນເພື່ອເຮັດໃຫ້ພວກເຂົາເຂົ້າໃຈອຸປະນິໄສຂອງພຣະອົງ. ທຸກສິ່ງນີ້ແມ່ນສະແດງຕໍ່ມະນຸດດ້ວຍລັກສະນະຂອງພາລະກິດຂອງຍຸກທີ່ແຕກຕ່າງກັນ; ມັນຖືກເຮັດໃຫ້ສຳເລັດຜ່ານທາງອຸປະນິໄສທີ່ພຣະອົງເຮັດໃຫ້ເປັນທີ່ຮູ້ຈັກ ແລະ ພາລະກິດທີ່ພຣະອົງໄດ້ປະຕິບັດ, ແທນທີ່ຈະຜ່ານທາງການສະແດງອອກຂອງພຣະເຢຊູ. ນັ້ນໝາຍຄວາມວ່າ ລັກສະນະຂອງພຣະເຈົ້າຖືກເຮັດໃຫ້ເປັນທີ່ຮູ້ຈັກຕໍ່ມະນຸດບໍ່ແມ່ນຜ່ານທາງຮູບຮ່າງທີ່ບັງເກີດເປັນມະນຸດ, ແຕ່ກົງກັນຂ້າມແມ່ນຜ່ານທາງພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ປະຕິບັດ ຜູ້ທີ່ມີທັງລັກສະນະ ແລະ ຮູບຮ່າງ; ແລະ ຜ່ານທາງພາລະກິດຂອງພຣະອົງ, ລັກສະນະຂອງພຣະອົງຈຶ່ງຖືກສະແດງອອກ ແລະ ອຸປະນິໄສຂອງພຣະອົງກໍຖືກເຮັດໃຫ້ເປັນທີ່ຮູ້ຈັກ. ນີ້ຄືຄວາມໝາຍຂອງພາລະກິດທີ່ພຣະອົງປາຖະໜາທີ່ຈະປະຕິບັດໃນເນື້ອໜັງ.
ຫຼັງຈາກທີ່ພາລະກິດຂອງການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າໄດ້ມາເຖິງຈຸດສິ້ນສຸດ, ພຣະອົງກໍຈະເລີ່ມຕົ້ນສະແດງອຸປະນິໄສທີ່ຊອບທຳຂອງພຣະອົງໃຫ້ກັບຊົນຊາດຂອງຜູ້ທີ່ບໍ່ແມ່ນຊາວຢິວທັງຫຼາຍໄດ້ເຫັນ, ອະນຸຍາດໃຫ້ປວງຊົນທັງຫຼາຍເຫັນເຖິງຮູບລັກສະນະຂອງພຣະອົງ. ພຣະອົງຈະສະແດງອຸປະນິໄສຂອງພຣະອົງອອກ ແລະ ດ້ວຍວິທີນີ້ກໍຈະເຮັດໃຫ້ເຫັນແຈ້ງເຖິງຈຸດສິ້ນສຸດຂອງມະນຸດທຸກປະເພດ, ນໍາຍຸກເກົ່າມາເຖິງຈຸດສິ້ນສຸດທັງໝົດ. ເຫດຜົນທີ່ວ່າເປັນຫຍັງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງຈຶ່ງບໍ່ຂະຫຍາຍໄປສູ່ຂອບເຂດທີ່ໃຫຍ່ (ດັ່ງທີ່ພຣະເຢຊູພຽງແຕ່ປະຕິບັດພາລະກິດໃນຢູດາຍເທົ່ານັ້ນ ແລະ ປັດຈຸບັນ ເຮົາປະຕິບັດພາລະກິດທ່າມກາງພວກເຈົ້າເທົ່ານັ້ນ) ກໍຍ້ອນພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນມີຂອບເຂດ ແລະ ຈຳກັດ. ພຣະອົງພຽງແຕ່ປະຕິບັດພາລະກິດໃນໄລຍະເວລາສັ້ນໆໃນລັກສະນະຂອງເນື້ອໜັງປົກກະຕິ ແລະ ທຳມະດາ; ພຣະອົງບໍ່ໃຊ້ເນື້ອໜັງທີ່ບັງເກີດເປັນມະນຸດນີ້ເພື່ອປະຕິບັດພາລະກິດຕະຫຼອດໄປ ຫຼື ພາລະກິດແຫ່ງການປາກົດຕົວຕໍ່ຜູ້ຄົນໃນຊົນຊາດຂອງຜູ້ທີ່ບໍ່ແມ່ນຊາວຢິວ. ພາລະກິດທີ່ຢູ່ໃນເນື້ອໜັງແມ່ນໄດ້ຈຳກັດຢູ່ໃນຂອບເຂດເທົ່ານັ້ນ (ເຊັ່ນການປະຕິບັດພາລະກິດໃນຢູດາຍ ຫຼື ທ່າມກາງພວກເຈົ້າເທົ່ານັ້ນ) ແລະ ຫຼັງຈາກນັ້ນ ເນື່ອງຈາກວ່າ ພາລະກິດດັ່ງກ່າວໄດ້ຖືກປະຕິບັດພາຍໃນຂອບເຂດເຫຼົ່ານີ້, ມັນກໍຈະມີໂອກາດສາມາດຖືກຂະຫຍາຍອອກໄປໄດ້. ແນ່ນອນ ພາລະກິດແຫ່ງການຂະຫຍາຍແມ່ນຈະຖືກປະຕິບັດໂດຍພຣະວິນຍານຂອງພຣະອົງໂດຍກົງ ແລະ ຈະບໍ່ແມ່ນພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງອີກຕໍ່ໄປ. ຍ້ອນພາລະກິດທີ່ຢູ່ໃນເນື້ອໜັງມີຂອບເຂດ ແລະ ບໍ່ຂະຫຍາຍໄປທຸກມຸມຂອງຈັກກະວານ, ດ້ວຍເຫດນີ້ ມັນຈຶ່ງບໍ່ສາມາດເຮັດໃຫ້ສຳເລັດໄດ້. ຜ່ານທາງພາລະກິດທີ່ຢູ່ໃນເນື້ອໜັງ, ພຣະວິນຍານຂອງພຣະອົງປະຕິບັດພາລະກິດທີ່ຈະຕາມມາ. ສະນັ້ນ ພາລະກິດທີ່ຖືກປະຕິບັດໃນເນື້ອໜັງແມ່ນມີທຳມະຊາດຂອງການເລີ່ມຕົ້ນ ເຊິ່ງຖືກປະຕິບັດພາຍໃນຂອບເຂດໃດໜຶ່ງ; ຫຼັງຈາກນີ້, ກໍຈະເປັນພຣະວິນຍານຂອງພຣະອົງເປັນຜູ້ສືບຕໍ່ພາລະກິດນີ້ ແລະ ພຣະອົງປະຕິບັດໃນຂອບເຂດທີ່ໄດ້ຂະຫຍາຍອອກນັ້ນຫຼາຍຂຶ້ນກວ່າເກົ່າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ