ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 110

19 ກຸມພາ 2026

ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຖ້ອຍຄຳຂອງພຣະເຈົ້າ. ຍ້ອນພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະນຳເອົາພາລະກິດທີ່ພຣະອົງຕັ້ງໃຈຈະເຮັດມາ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການກຳນົດວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆຫຼາຍຢ່າງ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ ແລະ ດ້ວຍເຫດນີ້ຈຶ່ງເບິ່ງຂ້າມແກ່ນແທ້ຂອງພຣະອົງ, ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້. ລັກສະນະພາຍນອກບໍ່ໄດ້ບົ່ງບອກເຖິງແກ່ນແທ້, ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະເຈົ້າບໍ່ມີທາງສອດຄ່ອງກັບແນວຄວາມຄິດຂອງມະນຸດໄດ້. ລັກສະນະພາຍນອກຂອງພຣະເຢຊູບໍ່ໄດ້ກົງກັນຂ້າມກັບແນວຄິດຂອງມະນຸດບໍ? ບໍ່ແມ່ນໃບໜ້າ ແລະ ການນຸ່ງຖືຂອງພຣະອົງບໍ່ສາມາດບົ່ງບອກເຖິງຕົວຕົນແທ້ຈິງຂອງພຣະອົງໄດ້ບໍ? ພວກຟາຣີຊາຍໃນຊ່ວງທຳອິດທີ່ຕໍ່ຕ້ານພຣະເຢຊູບໍ່ແມ່ນຍ້ອນພວກເຂົາພຽງແຕ່ເບິ່ງຮູບລັກສະນະພາຍນອກຂອງພຣະອົງ ແລະ ບໍ່ໄດ້ຍອມຮັບພຣະທໍາທີ່ອອກຈາກປາກຂອງພຣະອົງຢ່າງມີສະຕິບໍ? ເຮົາຫວັງວ່າ ອ້າຍເອື້ອຍນ້ອງທຸກຄົນທີ່ສະແຫວງຫາການປາກົດຂອງພຣະເຈົ້າຈະບໍ່ເຮັດຊໍ້າຮອຍຕາມປະຫວັດສາດອັນໂສກເສົ້ານັ້ນອີກ. ພວກເຈົ້າຕ້ອງບໍ່ກາຍເປັນພວກຟາຣີຊາຍແຫ່ງຍຸກສະໄໝໃໝ່ ແລະ ຄຶງພຣະເຈົ້າໃສ່ໄມ້ກາງແຂນອີກຄັ້ງ. ພວກເຈົ້າຄວນພິຈາລະນາຢ່າງຮອບຄອບກ່ຽວກັບວິທີຕ້ອນຮັບການສະເດັດກັບມາຂອງພຣະເຈົ້າ ແລະ ພວກເຈົ້າຄວນມີຈິດໃຈທີ່ແຈ່ມແຈ້ງກ່ຽວກັບວິທີທີ່ຈະເປັນຄົນອ່ອນນ້ອມຕໍ່ຄວາມຈິງ ນີ້ແມ່ນຄວາມຮັບຜິດຊອບຂອງທຸກຄົນທີ່ກໍາລັງລໍຖ້າໃຫ້ພຣະເຢຊູສະເດັດກັບມາເທິງກ້ອນເມກ. ພວກເຮົາຄວນສີຕາຝ່າຍວິນຍານຂອງເຮົາເພື່ອເຮັດໃຫ້ມັນເຫັນແຈ້ງ ແລະ ບໍ່ຈົມຢູ່ກັບຖ້ອຍຄໍາແຫ່ງການເພີ້ຝັນທີ່ເກີນຈິງ. ພວກເຮົາຄວນຄິດກ່ຽວກັບພາລະກິດຕົວຈິງຂອງພຣະເຈົ້າ ແລະ ເບິ່ງໃນດ້ານທີ່ເປັນຈິງຂອງພຣະເຈົ້າ. ຈົ່ງຢ່າໄດ້ຫຼົງໄຫຼ ຫຼື ສູນເສຍຕົນເອງໃນຄວາມຝັນກາງເວັນ ແລະ ມົວແຕ່ປາຖະໜາຫາມື້ທີ່ພຣະເຢຊູເຈົ້າຈະລົງມາທ່າມກາງພວກເຈົ້າຢ່າງກະທັນຫັນ ໂດຍຂີ່ເທິງກ້ອນເມກ ແລະ ຮັບເອົາພວກເຈົ້າ ຜູ້ທີ່ບໍ່ເຄີຍຮູ້ຈັກ ຫຼື ເຫັນພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກວິທີປະຕິບັດຕາມຄວາມປະສົງຂອງພຣະອົງ. ທາງທີ່ດີຄວນຄິດໃສ່ໃນສິ່ງທີ່ມີຄວາມເປັນຈິງຫຼາຍຂຶ້ນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ