ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 108
03 ເດືອນທັນວາ 2025
ເຖິງແມ່ນພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກສາມາດປະຕິບັດພາລະກິດແທນພຣະເຈົ້າເອງໄດ້ ພຣະອົງບໍ່ໄດ້ມາດ້ວຍເຈດຕະນາສະແດງພາບຫຼັກຂອງພຣະອົງຜ່ານເນື້ອໜັງໃຫ້ມະນຸດທຸກຄົນເຫັນ. ພຣະອົງບໍ່ໄດ້ມາເພື່ອໃຫ້ມະນຸດທຸກຄົນເຫັນພຣະອົງ; ພຣະອົງມາເພື່ອເຮັດໃຫ້ມະນຸດຖືກນໍາພາໂດຍມືຂອງພຣະອົງ ແລະ ເພື່ອໃຫ້ມະນຸດເຂົ້າສູ່ຍຸກໃໝ່. ໜ້າທີ່ຂອງພຣະຄຣິດໃນເນື້ອໜັງກໍເພື່ອພາລະກິດຂອງພຣະເຈົ້າເອງ ນັ້ນກໍຄືເພື່ອພາລະກິດຂອງພຣະເຈົ້າທີ່ເປັນມະນຸດ ແລະ ບໍ່ແມ່ນເພື່ອເຮັດໃຫ້ມະນຸດເຂົ້າໃຈແກ່ນແທ້ແຫ່ງເນື້ອໜັງຂອງພຣະອົງຢ່າງສິ້ນເຊີງ. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ບໍ່ມີຫຍັງທີ່ພຣະອົງເຮັດນອກເໜືອໄປກວ່າສິ່ງທີ່ມະນຸດສາມາດຮັບໄດ້. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ພຣະອົງກໍປະຕິບັດຜ່ານເນື້ອໜັງພ້ອມກັບຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ເປີດເຜີຍໃຫ້ມະນຸດເຫັນທັງໝົດເຖິງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງບໍ່ເຄີຍຢູ່ເໜືອທຳມະຊາດ ຫຼື ລໍ້າຄ່າເກີນກວ່າທີ່ມະນຸດຈະຄາດຄິດໄດ້. ເຖິງແມ່ນວ່າ ພຣະຄຣິດເປັນຕົວແທນໃຫ້ກັບພຣະເຈົ້າເອງຜ່ານເນື້ອໜັງ ແລະ ດໍາເນີນພາລະກິດທີ່ພຣະເຈົ້າເອງຄວນເຮັດດ້ວຍຕົວເອງ, ພຣະອົງບໍ່ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ຫຼື ພຣະອົງບໍ່ໄດ້ປະກາດເຖິງການກະທຳຂອງພຣະອົງເອງຢ່າງຕື່ນເຕັ້ນ. ກົງກັນຂ້າມ ພຣະອົງຍັງຄົງລີ້ລັບພາຍໃຕ້ເນື້ອໜັງຂອງພຣະອົງຢ່າງຖ່ອມຕົວ. ນອກຈາກພຣະຄຣິດແລ້ວ ຄົນທີ່ອ້າງວ່າຕົນເອງເປັນພຣະຄຣິດແບບຜິດໆ ແມ່ນບໍ່ມີຄຸນສົມບັດຂອງພຣະອົງ. ເມື່ອທຽບໃສ່ກັບນິໄສທີ່ອວດດີ ແລະ ຍົກຍ້ອງຕົນເອງຂອງພຣະຄຣິດທີ່ຈອມປອມເຫຼົ່ານັ້ນ ກໍເຫັນໄດ້ຊັດເຈນວ່າ ເນື້ອໜັງປະເພດໃດທີ່ແມ່ນພຣະຄຣິດຢ່າງແທ້ຈິງ. ຍິ່ງພວກເຂົາຈອມປອມຫຼາຍພຽງໃດ ພຣະຄຣິດທີ່ຈອມປອມດັ່ງກ່າວກໍຍິ່ງອວດອ້າງຕົວຕົນຂອງພວກເຂົາອອກມາຫຼາຍພຽງນັ້ນ ແລະ ພວກເຂົາກໍຍິ່ງສາມາດເຮັດໝາຍສຳຄັນ ແລະ ການອັດສະຈັນເພື່ອເຮັດໃຫ້ມະນຸດເຂົ້າໃຈຜິດ. ພຣະຄຣິດຈອມປອມບໍ່ມີຄຸນສົມບັດຂອງພຣະເຈົ້າ; ພຣະຄຣິດບໍ່ມີມົນທິນຈາກອົງປະກອບຕ່າງໆທີ່ເປັນຂອງພຣະຄຣິດຈອມປອມ. ພຣະເຈົ້າກາຍເປັນມະນຸດພຽງເຮັດສໍາເລັດພາລະກິດແຫ່ງເນື້ອໜັງ ບໍ່ແມ່ນພຽງແຕ່ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພາລະກິດຂອງພຣະອົງຢືນຢັນຕົວຕົນຂອງພຣະອົງ ແລະ ປ່ອຍໃຫ້ສິ່ງທີ່ພຣະອົງເປີດເຜີຍ ພິສູດເຖິງແກ່ນແທ້ຂອງພຣະອົງ. ແກ່ນແທ້ຂອງພຣະອົງໂດຍບໍ່ແມ່ນບໍ່ມີຫຼັກຖານ; ຕົວຕົນຂອງພຣະອົງບໍ່ໄດ້ຖືກຄວບຄຸມດ້ວຍມືຂອງພຣະອົງ; ຕົວຕົນຂອງພຣະອົງຖືກກຳນົດໂດຍພາລະກິດຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງ. ເຖິງແມ່ນພຣະອົງມີແກ່ນແທ້ຂອງພຣະເຈົ້າເອງ ແລະ ສາມາດປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ, ເຖິງຢ່າງໃດກໍຕາມ ພຣະອົງຍັງເປັນເນື້ອໜັງ ເຊິ່ງບໍ່ຄືກັບພຣະວິນຍານ. ພຣະອົງບໍ່ແມ່ນພຣະເຈົ້າທີ່ມີຄຸນສົມບັດຂອງພຣະວິນຍານ; ພຣະອົງເປັນພຣະເຈົ້າທີ່ມີເປືອກນອກເປັນມະນຸດ. ສະນັ້ນ ບໍ່ວ່າພຣະອົງຈະທຳມະດາ ແລະ ອ່ອນແອຫຼາຍພຽງໃດ ແລະ ພຣະອົງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາແນວໃດກໍຕາມ, ຄວາມເປັນພຣະເຈົ້າຂອງພຣະອົງກໍບໍ່ສາມາດປະຕິເສດໄດ້. ພາຍໃນພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມີພຽງແຕ່ຄວາມເປັນມະນຸດທີ່ທຳມະດາ ແລະ ຈຸດອ່ອນຂອງມະນຸດ; ຍັງມີຄວາມອັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງຂອງຄວາມເປັນພຣະເຈົ້າຂອງພຣະອົງໄດ້ອີກດ້ວຍ ພ້ອມກັບການກະທຳທັງໝົດຜ່ານເນື້ອໜັງຂອງພຣະອົງອີກ. ດ້ວຍເຫດນັ້ນ ທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າແມ່ນມີຢູ່ໃນພຣະຄຣິດທັງໃນຄວາມເປັນຈິງ ແລະ ພາກປະຕິບັດ. ສິ່ງນີ້ບໍ່ແມ່ນສິ່ງທີ່ວ່າງເວົ້າ ຫຼື ເໜືອທຳມະຊາດແມ່ນແຕ່ໜ້ອຍເລີຍ. ພຣະອົງມາເທິງແຜ່ນດິນໂລກພ້ອມກັບຈຸດປະສົງຫຼັກໃນການປະຕິບັດພາລະກິດ; ມັນເປັນສິ່ງຈໍາເປັນທີ່ຕ້ອງມີຄວາມເປັນມະນຸດທຳມະດາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກ; ບໍ່ດັ່ງນັ້ນ ບໍ່ວ່າລິດອຳນາດຂອງຄວາມເປັນພຣະເຈົ້າຂອງພຣະອົງຈະຍິ່ງໃຫຍ່ພຽງໃດ ໜ້າທີ່ດັ້ງເດີມຂອງສິດອຳນາດນັ້ນກໍບໍ່ສາມາດນໍາໄປປະຕິບັດໃຫ້ເກີດຜົນດີໄດ້. ເຖິງແມ່ນຄວາມເປັນມະນຸດຂອງພຣະອົງສຳຄັນຢ່າງຍິ່ງ ມັນກໍບໍ່ແມ່ນແກ່ນແທ້ຂອງພຣະອົງ. ແກ່ນແທ້ຂອງພຣະອົງແມ່ນຄວາມເປັນພຣະເຈົ້າ; ສະນັ້ນ ຊ່ວງເວລາທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງເທິງແຜ່ນດິນໂລກແມ່ນຊ່ວງເວລາທີ່ພຣະອົງເລີ່ມຕົ້ນສະແດງເຖິງຄວາມເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງ. ຄວາມເປັນມະນຸດຂອງພຣະອົງດຳລົງຢູ່ພຽງແຕ່ປະຄັບປະຄອງຊີວິດທຳມະດາຂອງເນື້ອໜັງຂອງພຣະອົງ ເພື່ອວ່າຄວາມເປັນພຣະເຈົ້າຂອງພຣະອົງຈະສາມາດປະຕິບັດພາລະກິດໄດ້ເປັນປົກກະຕິຜ່ານເນື້ອໜັງ; ແມ່ນຄວາມເປັນພຣະເຈົ້າທີ່ຊີ້ນຳພາລະກິດທັງໝົດ. ເມື່ອພຣະອົງເຮັດສໍາເລັດພາລະກິດຂອງພຣະອົງ ພຣະອົງກໍໄດ້ບັນລຸພັນທະກິດຂອງພຣະອົງ. ສິ່ງທີ່ມະນຸດຄວນຮູ້ກໍຄືພາລະກິດທັງໝົດຂອງພຣະອົງ ແລະ ຍ້ອນພາລະກິດຂອງພຣະອົງທີ່ພຣະອົງເຮັດໃຫ້ມະນຸດຮູ້ຈັກພຣະອົງ. ໃນໄລຍະເວລາການປະຕິບັດພາລະກິດຂອງພຣະອົງ ພຣະອົງສະແດງເຖິງການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງຫຼາຍພໍສົມຄວນ ເຊິ່ງບໍ່ແມ່ນອຸປະນິໄສທີ່ມີມົນທິນຈາກຄວາມເປັນມະນຸດ ຫຼື ມີມົນທິນຈາກຄວາມຄິດ ແລະ ການປະພຶດຂອງມະນຸດ. ເມື່ອມາເຖິງເວລາທີ່ພັນທະກິດທັງໝົດຂອງພຣະອົງມາເຖິງຈຸດສິ້ນສຸດລົງ, ພຣະອົງກໍໄດ້ສະແດງເຖິງອຸປະນິໄສທີ່ພຣະອົງຄວນສຳແດງຢ່າງສົມບູນ ແລະ ຄົບຖ້ວນແລ້ວ. ບໍ່ມີມະນຸດຄົນໃດແນະນໍາພາລະກິດຂອງພຣະອົງ; ການສະແດງເຖິງອຸປະນິໄສຂອງພຣະອົງເປັນອິດສະຫຼະພໍສົມຄວນ ແລະ ບໍ່ຖືກຄວບຄຸມໂດຍຈິດໃຈ ຫຼື ດຳເນີນການໂດຍຄວາມຄິດ ແຕ່ຖືກເປີດເຜີຍຢ່າງເປັນທຳມະຊາດ. ບໍ່ມີມະນຸດຄົນໃດສາມາດເຮັດສິ່ງນີ້ໄດ້. ເຖິງແມ່ນສະພາບແວດລ້ອມລຳບາກພຽງໃດ ຫຼື ເງື່ອນໄຂບໍ່ເອື້ອອຳນວຍ ພຣະອົງກໍສາມາດສະແດງອຸປະນິໄສຂອງພຣະອົງໄດ້ໃນເວລາທີ່ເໝາະສົມ. ຄົນທີ່ເປັນພຣະຄຣິດສະແດງເຖິງການເປັນຢູ່ຂອງພຣະຄຣິດ ໃນຂະນະທີ່ຄົນບໍ່ໄດ້ເປັນພຣະຄຣິດ ບໍ່ມີອຸປະນິໄສຂອງພຣະຄຣິດ. ດ້ວຍເຫດນັ້ນ ເຖິງທຸກຄົນຕໍ່ຕ້ານພຣະອົງ ຫຼື ມີຄວາມເຊື່ອກ່ຽວກັບພຣະອົງ ບໍ່ມີໃຜສາມາດປະຕິເສດໂດຍອີງຕາມພື້ນຖານແຫ່ງຄວາມເຊື່ອຂອງມະນຸດໄດ້ວ່າ ອຸປະນິໄສທີ່ພຣະຄຣິດສະແດງອອກແມ່ນມາຈາກພຣະເຈົ້າ. ທຸກຄົນທີ່ສະແຫວງຫາພຣະຄຣິດດ້ວຍຫົວໃຈທີ່ແທ້ຈິງ ຫຼື ສະແຫວງຫາພຣະເຈົ້າດ້ວຍຄວາມຕັ້ງໃຈຈະຍອມຮັບວ່າ ພຣະອົງເປັນພຣະຄຣິດໂດຍອີງຕາມການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ. ພວກເຂົາຈະບໍ່ປະຕິເສດພຣະຄຣິດ ໂດຍອີງຕາມພື້ນຖານແຫ່ງລັກສະນະໃດໜຶ່ງຂອງພຣະອົງທີ່ບໍ່ສອດຄ່ອງກັບຄວາມເຊື່ອຂອງມະນຸດ. ເຖິງແມ່ນມະນຸດໂງ່ຈ້າຫຼາຍ ທຸກຄົນຮູ້ຈັກຢ່າງຊັດເຈນວ່າ ແມ່ນຫຍັງຄືຄວາມປາຖະໜາຂອງມະນຸດ ແລະ ແມ່ນຫຍັງທີ່ເກີດມາຈາກພຣະເຈົ້າ. ພຽງແຕ່ຫຼາຍຄົນຈົງໃຈຕໍ່ຕ້ານພຣະຄຣິດອັນເປັນຜົນຈາກຄວາມຕັ້ງໃຈຂອງພວກເຂົາເອງເທົ່ານັ້ນ. ຖ້າບໍ່ແມ່ນຍ້ອນສິ່ງນີ້ ແລ້ວບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະມີເຫດຜົນປະຕິເສດການດຳລົງຢູ່ຂອງພຣະຄຣິດ ຍ້ອນວ່າ ຄວາມເປັນພຣະເຈົ້າທີ່ສະແດງອອກໂດຍພຣະຄຣິດແມ່ນມີຢູ່ຈິງຢ່າງແນ່ນອນ ແລະ ພາລະກິດຂອງພຣະອົງກໍສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າຂອງທຸກຄົນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ