ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 107

10 ເດືອນຕຸລາ 2025

ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະອົງຢູ່ໃນເນື້ອໜັງ ຄວາມເປັນມະນຸດຂອງພຣະອົງກໍບໍ່ຄືກັນກັບມະນຸດທີ່ເກີດຈາກເນື້ອໜັງໂດຍສິ້ນເຊີງ. ພຣະອົງມີລັກສະນະພິເສດຂອງພຣະອົງເອງ ແລະ ລັກສະນະນີ້ກໍຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງເຊັ່ນດຽວກັນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ມີຈຸດອ່ອນ; ຈຸດອ່ອນຂອງພຣະຄຣິດໝາຍເຖິງສິ່ງທີ່ເກີດຈາກຄວາມເປັນມະນຸດຂອງພຣະອົງ. ຈຸດອ່ອນນີ້ຈຳກັດຄວາມເປັນພຣະເຈົ້າຂອງພຣະອົງໃນລະດັບໃດໜຶ່ງ ແຕ່ຂໍ້ຈຳກັດດັ່ງກ່າວແມ່ນຢູ່ພາຍໃຕ້ຂອບເຂດ ແລະ ເວລາ ແລະ ຢູ່ໃນຂອບເຂດ. ເມື່ອເຖິງເວລາປະຕິບັດພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງ ພຣະອົງກໍປະຕິບັດໂດຍບໍ່ໃສ່ໃຈຄວາມເປັນມະນຸດຂອງພຣະອົງ. ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ. ນອກຈາກຊີວິດທີ່ທຳມະດາຂອງຄວາມເປັນມະນຸດຂອງພຣະອົງ ທຸກການກະທຳອື່ນໆຂອງຄວາມເປັນມະນຸດຂອງພຣະອົງແມ່ນໄດ້ຮັບອິດທິພົນ, ໄດ້ຮັບຜົນກະທົບ ແລະ ໄດ້ຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະຄຣິດມີຄວາມເປັນມະນຸດ ສິ່ງນັ້ນກໍບໍ່ໄດ້ລົບກວນພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງເລີຍ ແລະ ນີ້ກໍຍ້ອນວ່າຄວາມເປັນມະນຸດຂອງພຣະຄຣິດຖືກຊີ້ນຳໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງແນ່ນອນ; ເຖິງແມ່ນຄວາມເປັນມະນຸດຂອງພຣະອົງບໍ່ໄດ້ບັນລຸວຸດທິພາວະໃນການທີ່ມັນປະພຶດຕົນກັບຄົນອື່ນ ສິ່ງນັ້ນກໍບໍ່ໄດ້ກະທົບພາລະກິດທຳມະດາຂອງຄວາມເປັນພຣະເຈົ້າຂອງພຣະອົງ. ເມື່ອເຮົາກ່າວວ່າ ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມ ເຮົາໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະຄຣິດສາມາດຖືກສັ່ງໂດຍຄວາມເປັນພຣະເຈົ້າຂອງພຣະອົງໂດຍກົງ ແລະ ພຣະອົງມີຄວາມສຳນຶກທີ່ສູງກວ່າມະນຸດທຳມະດາ. ຄວາມເປັນມະນຸດຂອງພຣະອົງເໝາະສົມທີ່ສຸດທີ່ຈະຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າໃນພາລະກິດຂອງພຣະອົງ; ຄວາມເປັນມະນຸດຂອງພຣະອົງແມ່ນມີຄວາມສາມາດທີ່ສຸດໃນການສະແດງພາລະກິດແຫ່ງຄວາມເປັນພຣະເຈົ້າ ແລະ ມີຄວາມສາມາດສຸດທີ່ຈະຍອມຢູ່ພາຍໃຕ້ພາລະກິດດັ່ງກ່າວ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ພຣະອົງບໍ່ເບິ່ງຂ້າມໜ້າທີ່ທີ່ມະນຸດໃນເນື້ອໜັງຄວນປະຕິບັດຕາມ; ພຣະອົງສາມາດນະມັດສະການພຣະເຈົ້າໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ. ພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ຕົວຕົນຂອງພຣະອົງກໍມາຈາກພຣະເຈົ້າເອງ. ພຽງແຕ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ກາຍມາເປັນສິ່ງມີຊີວິດທີ່ຖືກສ້າງ ໂດຍຢູ່ໃນຮ່າງກາຍຂອງສິ່ງມີຊີວິດທີ່ຖືກສ້າງ ແລະ ປະກອບມີຄວາມເປັນມະນຸດທີ່ພຣະອົງບໍ່ເຄີຍມີມາກ່ອນ; ພຣະອົງຈຶ່ງສາມາດນະມັດສະການພຣະເຈົ້າໃນສະຫວັນໄດ້; ນີ້ຄືການເປັນຢູ່ຂອງພຣະເຈົ້າເອງ ແລະ ມະນຸດບໍ່ສາມາດຮຽນແບບໄດ້. ຕົວຕົນຂອງພຣະອົງແມ່ນພຣະເຈົ້າເອງ. ພຣະອົງນະມັດສະການພຣະເຈົ້າຈາກມຸມມອງຂອງມະນຸດ; ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະຄຣິດນະມັດສະການພຣະເຈົ້າໃນສະຫວັນ” ກໍບໍ່ແມ່ນສິ່ງທີ່ຜິດເລີຍ. ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືການເປັນຢູ່ຂອງພຣະອົງນັ້ນເອງ; ພຣະອົງໄດ້ຮັບທຸກຢ່າງທີ່ພຣະອົງຮຽກຮ້ອງຈາກມະນຸດແລ້ວ ກ່ອນໜ້າທີ່ພຣະອົງຈະຮຽກຮ້ອງຈາກພວກເຂົາດ້ວຍຊໍ້າ. ພຣະອົງຈະບໍ່ຮຽກຮ້ອງຈາກຄົນອື່ນ ໃນຂະນະທີ່ພຣະອົງເອງຫຼຸດພົ້ນຈາກພວກເຂົາ ຍ້ອນສິ່ງທັງໝົດນີ້ປະກອບເປັນການເປັນຢູ່ຂອງພຣະອົງ. ບໍ່ວ່າພຣະອົງປະຕິບັດພາລະກິດຂອງພຣະອົງແນວໃດ ພຣະອົງຈະບໍ່ກະທຳໃນທ່າທາງທີ່ກະບົດຕໍ່ພຣະເຈົ້າ. ບໍ່ວ່າພຣະອົງຮຽກຮ້ອງຫຍັງຈາກມະນຸດ ບໍ່ມີການຮຽກຮ້ອງໃດທີ່ເໜືອໄປກວ່າສິ່ງທີ່ມະນຸດເຮັດໄດ້. ທຸກສິ່ງທີ່ພຣະອົງກະທຳແມ່ນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເພື່ອເຫັນແກ່ຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະອົງ. ຄວາມເປັນພຣະເຈົ້າຂອງພຣະຄຣິດແມ່ນຢູ່ເໜືອມະນຸດທຸກຄົນ ດ້ວຍເຫດນີ້ ພຣະອົງຈຶ່ງມີສິດອຳນາດສູງສຸດເໜືອສິ່ງມີຊີວິດທີ່ຖືກສ້າງທັງໝົດ. ສິດອຳນາດນີ້ແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ນັ້ນກໍຄື ອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າເອງ ເຊິ່ງກຳນົດຕົວຕົນຂອງພຣະອົງ. ດ້ວຍເຫດນີ້ ບໍ່ວ່າຄວາມເປັນມະນຸດຂອງພຣະອົງຈະທຳມະດາພຽງໃດ ກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງມີຕົວຕົນຂອງພຣະເຈົ້າເອງ; ບໍ່ວ່າພຣະອົງກ່າວຈາກຈຸດຢືນໃດກໍຕາມ ແລະ ພຣະອົງອ່ອນນ້ອມຕໍ່ຄວາມປະສົງຂອງພຣະເຈົ້າແນວໃດກໍຕາມ ບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າ. ມະນຸດທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ມັກເຫັນຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດເປັນຂໍ້ບົກຜ່ອງ. ບໍ່ວ່າພຣະອົງສະແດງ ແລະ ເປີດເຜີຍການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງແນວໃດກໍຕາມ ມະນຸດບໍ່ສາມາດຍອມຮັບວ່າ ພຣະອົງເປັນພຣະຄຣິດ. ຍິ່ງພຣະຄຣິດສະແດງເຖິງຄວາມອ່ອນນ້ອມ ແລະ ຄວາມຖ່ອມຕົວຂອງພຣະອົງຫຼາຍພຽງໃດ, ມະນຸດທີ່ໂງ່ຈ້າກໍເຫັນພຣະຄຣິດແບບບໍ່ຈິງຈັງຫຼາຍພຽງນັ້ນ. ຍັງມີຄົນເຖິງກັບມີທັດສະນະຄະຕິກີດກັ້ນ ແລະ ດູຖູກພຣະອົງ ແຕ່ຈັດວາງ “ມະນຸດຍິ່ງໃຫຍ່” ທີ່ມີຮູບລັກສະນະເປັນຕານັບຖືໄວ້ເທິງໂຕະເພື່ອບູຊາ. ການຕໍ່ຕ້ານຂອງມະນຸດ ແລະ ການກະບົດຕໍ່ພຣະເຈົ້າມາຈາກຄວາມຈິງທີ່ວ່າ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າ ພ້ອມທັງຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດ; ເລື່ອງນີ້ຄືຕົ້ນເຫດໃນການຕໍ່ຕ້ານຂອງມະນຸດ ແລະ ຄວາມກະບົດຕໍ່ພຣະເຈົ້າ. ຖ້າພຣະຄຣິດບໍ່ມີຮູບລັກສະນະໃນຄວາມເປັນມະນຸດຂອງພຣະອົງ ຫຼື ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາຈາກມຸມມອງຂອງສິ່ງມີຊີວິດທີ່ຖືກສ້າງ, ແຕ່ກົງກັນຂ້າມ ພຣະອົງປະກອບມີຄວາມເໜືອມະນຸດ, ແລ້ວອາດຈະບໍ່ມີຄວາມກະບົດໃນມະນຸດ. ເຫດຜົນທີ່ມະນຸດເຕັມໃຈເຊື່ອໃນພຣະເຈົ້າທີ່ບໍ່ສາມາດເຫັນໄດ້ຢູ່ສະເໝີເຊິ່ງຢູ່ໃນສະຫວັນກໍຍ້ອນພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມເປັນມະນຸດ ແລະ ພຣະອົງບໍ່ມີຄຸນສົມບັດແມ່ນແຕ່ຢ່າງດຽວຂອງສິ່ງມີຊີວິດທີ່ຖືກສ້າງ. ເພາະສະນັ້ນ ມະນຸດເຄົາລົບພຣະອົງດ້ວຍຄວາມນັບຖືຢ່າງຍິ່ງ ແຕ່ມີທັດສະນະຄະຕິດູຖູກຕໍ່ພຣະຄຣິດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ