ເພງຄຣິດສະຕຽນ “ການທົນທຸກເຕີມເຕັມມື້ທີ່ບໍ່ມີພຣະເຈົ້າ”

26 ເດືອນມີນາ 2023

ເມື່ອຄົນໃດໜຶ່ງບໍ່ເຂົ້າໃຈໂຊກຊະຕາ,

ເມື່ອພວກເຂົາບໍ່ເຂົ້າໃຈ ອຳນາດອະທິປະໄຕຂອງພຣະເຈົ້າ,

ເມື່ອພວກເຂົາງົມທາງໄປຂ້າງໜ້າຢ່າງເຕັມໃຈ,

ຍ່າງໂຊເຊ ແລະ ໂດກເດກຜ່ານໝອກ,

ການເດີນທາງແມ່ນຍາກລຳບາກ,

ເຮັດໃຫ້ເຈັບປວດໃຈຫຼາຍເກີນໄປ.

ການທົນທຸກເຕີມເຕັມມື້ທີ່ບໍ່ມີພຣະເຈົ້າ.

ເມື່ອຜູ້ຄົນຍອມຮັບອຳນາດອະທິປະໄຕ ຂອງພຣະຜູ້ຊົງສ້າງ,

ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ

ແລະ ສະແຫວງຫາຊີວິດມະນຸດທີ່ແທ້ຈິງເທົ່ານັ້ນ

ພວກເຂົາຈິ່ງຈະຄ່ອຍໆເລີ່ມຫຼຸດພົ້ນ ອອກຈາກຄວາມທຸກໃຈ

ແລະ ຄວາມທຸກທໍລະມານທັງໝົດ

ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ,

ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ.

ເມື່ອຜູ້ຄົນບໍ່ມີພຣະເຈົ້າ, ເມື່ອຜູ້ຄົນບໍ່ສາມາດເຫັນພຣະອົງໄດ້,

ເມື່ອຜູ້ຄົນບໍ່ສາມາດຮັບຮູ້ອຳນາດອະທິປະໄຕ ຂອງພຣະເຈົ້າໄດ້ຢ່າງຊັດເຈນ,

ທຸກມື້ກໍຈະບໍ່ມີຄວາມໝາຍ,

ໄຮ້ຄ່າ ແລະ ມົວໝອງ.

ບໍ່ວ່າຜູ້ຄົນຈະຢູ່ໃສ, ມີອາຊີບຫຍັງ,

ວິທີການດຳລົງຊີວິດ ແລະ ການສະແຫວງຫາເປົ້າໝາຍຂອງຄົນໆໜຶ່ງ,

ເມື່ອຄົນໃດໜຶ່ງບໍ່ມີພຣະເຈົ້າ, ມັນກໍນໍາຄົນໆນັ້ນ

ໄປສູ່ຄວາມແຕກສະຫຼາຍ ແລະ ການທົນທຸກທີ່ບໍ່ສິ້ນສຸດ

ເຊິ່ງປ່ອຍຖິ້ມໄດ້ຍາກ.

ການທົນທຸກເຕີມເຕັມມື້ທີ່ບໍ່ມີພຣະເຈົ້າ.

ເມື່ອຜູ້ຄົນຍອມຮັບອຳນາດອະທິປະໄຕ ຂອງພຣະຜູ້ຊົງສ້າງ,

ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ

ແລະ ສະແຫວງຫາຊີວິດມະນຸດທີ່ແທ້ຈິງເທົ່ານັ້ນ

ພວກເຂົາຈິ່ງຈະຄ່ອຍໆເລີ່ມຫຼຸດພົ້ນ ອອກຈາກຄວາມທຸກໃຈ

ແລະ ຄວາມທຸກທໍລະມານທັງໝົດ

ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ,

ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ.

ດັ່ງນັ້ນ ເມື່ອຜູ້ຄົນຮັບຮູ້ອຳນາດອະທິປະໄຕ ຂອງພຣະເຈົ້າເໜືອໂຊກຊະຕາມະນຸດ,

ຜູ້ທີ່ສະຫຼາດກໍຈະເລືອກທີ່ຈະຮູ້ຈັກ ແລະ ຍອມຮັບມັນ,

ໂຍນຖິ້ມວັນທີ່ເຈັບປວດໃນຕອນທີ່ພວກເຂົາ ພະຍາຍາມສ້າງຊີວິດທີ່ດີດ້ວຍສອງມືຂອງຕົວເອງ

ແລະ ຢຸດເຊົາການຝືນຕໍ່ໂຊກຊະຕາ

ແລະ ຢຸດການສະແຫວງຫາຂອງພວກເຂົາທີ່ເອີ້ນວ່າ “ເປົ້າໝາຍຊີວິດ” ໃນແບບຂອງພວກເຂົາເອງ.

ການທົນທຸກເຕີມເຕັມມື້ທີ່ບໍ່ມີພຣະເຈົ້າ.

ເມື່ອຜູ້ຄົນຍອມຮັບອຳນາດອະທິປະໄຕ ຂອງພຣະຜູ້ຊົງສ້າງ,

ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ

ແລະ ສະແຫວງຫາຊີວິດມະນຸດທີ່ແທ້ຈິງເທົ່ານັ້ນ

ພວກເຂົາຈິ່ງຈະຄ່ອຍໆເລີ່ມຫຼຸດພົ້ນ ອອກຈາກຄວາມທຸກໃຈ

ແລະ ຄວາມທຸກທໍລະມານທັງໝົດ

ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ,

ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ