ເພງຄຣິດສະຕຽນ “ພຣະເຈົ້າຄືຜູ້ມີອຳນາດສູງສຸດພຽງຜູ້ດຽວຕໍ່ຊະຕາກຳຂອງມະນຸດ”

04 ເດືອນມັງກອນ 2022

ບໍ່ວ່າໃນຊີວິດເຈົ້າໄດ້ຍ່າງໄປໄກເທົ່າໃດກໍຕາມ,

ບໍ່ວ່າຕອນນີ້ເຈົ້າມີອາຍຸກຈັກປີແລ້ວກໍຕາມ,

ບໍ່ວ່າການເດີນທາງຂອງເຈົ້າອາດຍັງຍາວໄກຫຼາຍພຽງໃດກໍຕາມ,

ກ່ອນອື່ນ ເຈົ້າຕ້ອງຮັບຮູ້ສິດອຳນາດຂອງພຣະເຈົ້າ

ແລະ ພິຈາລະນາມັນຢ່າງຈິງຈັງ

ແລະ ຍອມຮັບຄວາມຈິງທີ່ວ່າ

ພຣະເຈົ້າຄືເຈົ້ານາຍທີ່ເປັນເອກະລັກຂອງເຈົ້າ.

ການບັນລຸຄວາມຮູ້ທີ່ຊັດເຈນ ແລະ ຖືກຕ້ອງ ແລະ

ຄວາມເຂົ້າໃຈຄວາມຈິງເຫຼົ່ານີ້

ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ;

ແມ່ນບົດຮຽນທີ່ຈຳເປັນສຳລັບທຸກຄົນ

ແມ່ນກຸນແຈສູ່ການຮູ້ຈັກຊີວິດມະນຸດ ແລະ ການບັນລຸຄວາມຈິງ.

ນັ້ນຄືຊີວິດແຫ່ງການຮູ້ຈັກພຣະເຈົ້າ,

ເປັນຫຼັກສູດພື້ນຖານແຫ່ງການສຶກສາທີ່

ທຸກຄົນຕ້ອງຜະເຊີນໃນແຕ່ລະມື້

ແລະ ບໍ່ມີໃຜສາມາດຫຼີກເວັ້ນໄດ້.

ຖ້າບາງຄົນຢາກໃຊ້ທາງລັດເພື່ອບັນລຸເປົ້າໝາຍນີ້,

ມັນເປັນໄປບໍ່ໄດ້!

ຖ້າເຈົ້າຢາກຫຼົບໜີຈາກອຳນາດອະທິປະໄຕຂອງພຣະເຈົ້າ

ນັ້ນແຮງເປັນໄປໄດ້ໜ້ອຍທີ່ສຸດ!

ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າດຽວຂອງມະນຸດ,

ພຣະເຈົ້າແມ່ນເຈົ້ານາຍອົງດຽວຂອງໂຊກຊະຕາມະນຸດ,

ສະນັ້ນ ມັນເປັນໄປບໍ່ໄດ້ທີ່

ມະນຸດຈະກຳນົດໂຊກຊະຕາຂອງຕົວເອງ,

ເປັນໄປບໍ່ໄດ້ທີ່ເຂົາຈະກ້າວຂາອອກຈາກສິ່ງນີ້ໄດ້.

ບໍ່ວ່າຜູ້ຄົນຈະມີຄວາມສາມາດສູງປານໃດ

ເຂົາກໍຈະບໍ່ສາມາດມີອິດທິພົນໄດ້ ແຮງໄກທີ່ຈະສາມາດປັ້ນແຕ່ງ,

ຈັດແຈງ, ຄວບຄຸມ ຫຼື ປ່ຽນແປງໂຊກຊະຕາຂອງຄົນອື່ນໄດ້.

ມີພຽງພຣະເຈົ້າເອງທີ່ເປັນເອກະລັກເທົ່ານັ້ນ

ທີ່ກຳນົດທຸກສິ່ງໃຫ້ກັບມະນຸດ

ຍ້ອນວ່າມີພຽງພຣະອົງເທົ່ານັ້ນທີ່ມີສິດອຳນາດທີ່ເປັນເອກະລັກ

ທີ່ຄອບຄອງອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ,

ເພາະສະນັ້ນ ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່

ເປັນເຈົ້ານາຍທີ່ເປັນເອກະລັກຂອງມະນຸດ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ