ເພງຄຣິດສະຕຽນ “ສາກແຫ່ງຄວາມພິໂຣດຂອງພຣະເຈົ້າ”

12 ເດືອນເມສາ 2022

ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຢ່າງແຮງຂອງພຣະອົງອອກ

ໂລກທັງໝົດກໍຈະປະສົບກັບໄພພິບັດ

ທຸກຮູບແບບຍ້ອນຄວາມໂກດຮ້າຍນັ້ນ

ເຊັ່ນ: ພູເຂົາໄຟລະເບີດ.

ເມື່ອຢືນສູງຢູ່ໃນທ້ອງຟ້າ,

ສາມາດເຫັນໄດ້ວ່າ ໄພພິບັດທຸກຮູບແບບຢູ່ເທິງແຜ່ນດິນໂລກ

ແມ່ນເຂົ້າມາໃກ້ມະນຸດທຸກຄົນເທື່ອລະໜ້ອຍ,

ແມ່ນເຂົ້າມາໃກ້ມະນຸດທຸກຄົນເທື່ອລະໜ້ອຍ.

ເມື່ອແນມລົງລຸ່ມຈາກບ່ອນສູງ,

ແຜ່ນດິນໂລກແມ່ນມີທິວທັດຕ່າງໆນາໆດັ່ງທິວທັດເຫຼົ່ານັ້ນ

ທີ່ມີຢູ່ກ່ອນເກີດແຜ່ນດິນໄຫວ.

ສາຍນໍ້າແຫ່ງໄຟໄຫຼໄປທົ່ວໂດຍບໍ່ຢຸດຢັ້ງ,

ນໍ້າລາວາໄຫຼຢ່າງເປັນອິດສະຫຼະ,

ພູເຂົາເຄື່ອນຍ້າຍ ແລະ

ແສງເຢືອກເຢັນເຫຼື້ອມຍິບຍັບໄປທົ່ວທຸກບ່ອນ.

ໂລກທັງໝົດໄດ້ຈົມລົງສູ່ກອງໄຟ.

ນີ້ແມ່ນພາບຂອງການທີ່ພຣະເຈົ້າ

ປ່ອຍຄວາມໂກດຮ້າຍຂອງພຣະອົງ

ແລະ ມັນແມ່ນເວລາຂອງການພິພາກສາຂອງພຣະອົງ.

ທຸກຄົນທີ່ເປັນເນື້ອໜັງ ແລະ ເລືອດຈະບໍ່ສາມາດໜີພົ້ນໄດ້.

ສະນັ້ນ, ສົງຄາມລະຫວ່າງປະເທດຕ່າງໆ

ແລະ ຄວາມຂັດແຍ້ງລະຫວ່າງຜູ້ຄົນ

ກໍຈະບໍ່ມີຄວາມຈໍາເປັນໃນການທໍາລາຍໂລກທັງໝົດ;

ກົງກັນຂ້າມ, ໂລກຈະ “ມີຄວາມສຸກກັບຕົວເອງ”

ພາຍໃນຈຸດກໍາເກີດຂອງການຂ້ຽນຕີຂອງພຣະເຈົ້າ.

ບໍ່ມີຜູ້ໃດຈະສາມາດໜີພົ້ນໄດ້;

ແຕ່ລະຄົນ ແລະ ທຸກຄົນຕ້ອງຜ່ານການທໍລະມານນີ້ເທື່ອລະຄົນ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ