ຂ້ອຍມາຢູ່ກັບພຣະຜູ້ເປັນເຈົ້າອີກຄັ້ງ

11 ເດືອນທັນວາ 2020

ຕົວລະຄອນຫຼັກໃນເລື່ອງນີ້ໄດ້ເຊື່ອໃນພຣະຜູ້ເປັນເຈົ້າມາຫຼາຍກວ່າສອງທົດສະວັດ ແລະ ລາວໄດ້ລໍຖ້າໃຫ້ພຣະເຢຊູເຈົ້າກັບຄືນມາ. ລາວເຄີຍເຊື່ອມາຕະຫຼອດວ່າພຣະຄຳພີເປັນຕົວແທນພຣະເຈົ້າ, ວ່າການມີຄວາມເຊື່ອໃນພຣະເຈົ້າໝາຍເຖິງການມີຄວາມເຊື່ອໃນພຣະຄຳພີ ແລະ ບໍ່ສາມາດມີພາລະກິດອື່ນໃດ ຫຼື ພຣະທຳໃດຂອງພຣະເຈົ້າທີ່ຢູ່ນອກພຣະຄຳພີ. ຍ້ອນຄວາມເຊື່ອທີ່ຕາບອດ ແລະ ການນະມັດສະການພຣະຄຳພີ, ລາວປ່ອຍໃຫ້ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍຜ່ານລາວໄປ. ນັ້ນກໍຄື ຈົນມາມື້ໜຶ່ງເມື່ອລາວເລີ່ມໄດ້ຮັບການແນະນຳຈາກຢູທູບໃຫ້ເບິ່ງຊ່ອງຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງໜ້າພິດສະຫວົງ. ລາວຈຶ່ງຮູ້ວ່າ ນີ້ອາດເປັນໄປໄດ້ວ່າພຣະເຈົ້າກຳລັງນຳພາລາວ, ດັ່ງນັ້ນ ລາວຈຶ່ງເລີ່ມເບິ່ງຮູບເງົາ ແລະ ວີດີໂອອອນລາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ... ໃນທີ່ສຸດ ລາວສາມາດປະຖິ້ມຄວາມເຊື່ອໃນພຣະຄຳພີຢ່າງຕາບອດ ແລະ ການບູຊາພຣະຄຳພີທີ່ຜິດໄວ້ເບື້ອງຫຼັງ ແລະ ຖືກຍົກຂຶ້ນຕໍ່ໜ້າພຣະຜູ້ເປັນເຈົ້າເພື່ອມາຢູ່ຮ່ວມກັບພຣະອົງອີກຄັ້ງໄດ້ແນວໃດ? ຈົ່ງເບິ່ງຮູບເງົາ “ຂ້ອຍມາຢູ່ຮ່ວມກັບພຣະຜູ້ເປັນເຈົ້າອີກຄັ້ງ” ເພື່ອຫາຄຳຕອບ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ