ເພງຄຣິດສະຕຽນ “ຜູ້ຄົນຄວນແກ້ໄຂຄວາມເຂົ້າໃຈຜິດຕໍ່ພຣະເຈົ້າແນວໃດ?” ສຽງແຫ່ງການສັນລະເສີນ 2026

17 ເດືອນມັງກອນ 2026

1

ຖ້າຜູ້ຄົນຕ້ອງການແກ້ໄຂຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລ້ວພວກເຂົາກໍຕ້ອງຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ໄຈ້ແຍກ ແລະ ຮູ້ຈັກຄວາມຜິດພາດທີ່ພວກເຂົາໄດ້ເຮັດ, ທາງອ້ອມທີ່ພວກເຂົາໄດ້ຍ່າງ ພ້ອມທັງການຝ່າຝືນ ແລະ ຄວາມລະເລີຍຂອງພວກເຂົາ. ມີພຽງແຕ່ວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດເຫັນທໍາມະຊາດຂອງພວກເຂົາເອງໄດ້ຢ່າງຊັດເຈນ ແລະ ໄດ້ຮັບຄວາມຮູ້ກ່ຽວກັບມັນ. ນອກຈາກນີ້, ພວກເຂົາຕ້ອງເຫັນໃຫ້ຊັດເຈນວ່າເປັນຫຍັງພວກເຂົາຈຶ່ງຍ່າງໃນເສັ້ນທາງທີ່ຜິດ ແລະ ເຮັດຫຼາຍສິ່ງທີ່ລະເມີດຫຼັກການຄວາມຈິງ ແລະ ລັກສະນະຂອງການກະທໍາເຫຼົ່ານີ້ແມ່ນຫຍັງ. ຍິ່ງໄປກວ່ານັ້ນ, ພວກເຂົາຕ້ອງເຂົ້າໃຈວ່າ ເຈດຕະນາຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະອົງສຳລັບພວກເຂົາແມ່ນຫຍັງແທ້, ເປັນຫຍັງພວກເຂົາຈຶ່ງບໍ່ເຄີຍສາມາດປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າໄດ້ ແລະ ເປັນຫຍັງພວກເຂົາຈຶ່ງເຮັດຂັດກັບເຈດຕະນາຂອງພຣະອົງ ແລະ ເຮັດຕາມໃຈຕົນເອງສະເໝີ.

2

ໃນເມື່ອເຈົ້າມີການຝ່າຝືນເຫຼົ່ານີ້ ເຈົ້າຕ້ອງຊັດເຈນໃນໃຈຂອງເຈົ້າວ່າທັດສະນະຄະຕິແບບໃດທີ່ເຈົ້າຄວນມີໃນຕອນນີ້, ສິ່ງໃດທີ່ເຈົ້າຄວນຊີ້ແຈງຕໍ່ໜ້າພຣະເຈົ້າ ແລະ ສິ່ງໃດທີ່ພຣະອົງຢາກເຫັນ. ເຈົ້າຕ້ອງຄົ້ນຫາສິ່ງເຫຼົ່ານີ້ໃຫ້ຊັດເຈນຜ່ານການອະທິຖານ ແລະ ການສະແຫວງຫາ ແລ້ວເຈົ້າຈຶ່ງຈະຮູ້ວ່າເຈົ້າຄວນໄລ່ຕາມແນວໃດໃນອະນາຄົດ ແລະ ຈະບໍ່ໄດ້ຮັບອິດທິພົນ ຫຼື ຖືກຜູກມັດໂດຍຄວາມຜິດພາດທີ່ເຈົ້າໄດ້ເຮັດໃນອະດີດອີກຕໍ່ໄປ. ເຈົ້າຕ້ອງຍ່າງໃນເສັ້ນທາງຂ້າງໜ້າ ແລະ ປະຕິບັດໜ້າທີ່ຂອງຕົນຕາມທີ່ເຈົ້າຄວນເຮັດ ແລະ ບໍ່ປ່ອຍໃຫ້ຕົວເອງໝົດຫວັງອີກຕໍ່ໄປ ເຈົ້າຕ້ອງຫຼຸດພົ້ນຈາກຄວາມຄິດລົບ ແລະ ຄວາມເຂົ້າໃຈຜິດຢ່າງສິ້ນເຊີງ.

3

ໃນດ້ານໜຶ່ງ, ການປະຕິບັດໜ້າທີ່ຂອງເຈົ້າໃນຕອນນີ້ຄືການຊົດເຊີຍການຝ່າຝືນ ແລະ ຄວາມລະເລີຍຂອງເຈົ້າໃນອະດີດ; ຢ່າງໜ້ອຍທີ່ສຸດນີ້ຄືແນວຄິດທີ່ເຈົ້າຄວນມີ. ໃນອີກດ້ານໜຶ່ງ, ເຈົ້າຕ້ອງຮ່ວມມືຢ່າງຫ້າວຫັນ ແລະ ຢ່າງຕັ້ງໜ້າ, ເຮັດສຸດຄວາມສາມາດເພື່ອປະຕິບັດໜ້າທີ່ທີ່ເຈົ້າຄວນປະຕິບັດໃຫ້ດີ ແລະ ເພື່ອປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າໃຫ້ສຳເລັດ. ນີ້ຄືສິ່ງທີ່ສິ່ງຖືກສ້າງຄວນເຮັດ. ບໍ່ວ່າເຈົ້າຈະມີແນວຄິດກ່ຽວກັບພຣະເຈົ້າ ຫຼື ເຈົ້າເປີດເຜີຍຄວາມເສື່ອມຊາມ ຫຼື ເຈົ້າລ່ວງເກີນອຸປະນິໄສຂອງພຣະອົງ, ເຈົ້າຕ້ອງແກ້ໄຂສິ່ງທັງໝົດນີ້ໂດຍການສຳຫຼວດຕົນເອງ ແລະ ການສະແຫວງຫາຄວາມຈິງ. ເຈົ້າຕ້ອງຮຽນຮູ້ຈາກຄວາມລົ້ມເຫຼວຂອງເຈົ້າ ແລະ ຫຼຸດພົ້ນອອກຈາກເງົາຂອງຄວາມເປັນລົບຢ່າງສິ້ນເຊີງ. ເມື່ອເຈົ້າເຂົ້າໃຈຄວາມຈິງ ແລະ ເປັນອິດສະຫຼະ, ບໍ່ຖືກຜູກມັດໂດຍບຸກຄົນ, ເຫດການ ຫຼື ສິ່ງຂອງໃດໆອີກຕໍ່ໄປ, ແລ້ວເຈົ້າກໍຈະມີຄວາມເຊື່ອທີ່ຈະຍ່າງໃນເສັ້ນທາງຂ້າງໜ້າ.

(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການໄລ່ຕາມຫາຄວາມຈິງເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດແກ້ໄຂແນວຄິດ ແລະ ຄວາມເຂົ້າໃຈຜິດຂອງຕົນກ່ຽວກັບພຣະເຈົ້າ)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ