ຜູ້ຄົນທົ່ວໂລກຮຽນພາສາຈີນ | ການອ່ານບົດ ແລະ ການຮ້ອງເພງປະສານສຽງ: ເອົາໃຈໃສ່ໂຊກຊະຕາຂອງມະນຸດຊາດ | ສຽງແຫ່ງການສັນລະເສີນ 2026
19 ເດືອນມັງກອນ 2026
1
ເຮົາຊຸກຍູ້ໃຫ້ປະຊາຊົນຂອງທຸກຊົນຊາດ ແລະ ທຸກປະເທດ ແລະ ແມ່ນແຕ່ທຸກຂົງເຂດວິຊາຊີບໃຫ້ຟັງສຽງຂອງພຣະເຈົ້າ, ເບິ່ງພາລະກິດຂອງພຣະເຈົ້າ ແລະ ເອົາໃຈໃສ່ກັບຊະຕາກໍາຂອງມະນຸດຊາດ ເຊິ່ງເຮັດໃຫ້ພຣະເຈົ້າເປັນຜູ້ບໍລິສຸດທີ່ສຸດ, ມີກຽດສັກສີທີ່ສຸດ, ສູງສົ່ງທີ່ສຸດ ແລະ ເປັນພຽງເປົ້າໝາຍດຽວຂອງການນະມັດສະການທ່າມກາງມະນຸດ ແລະ ເຮັດໃຫ້ມະນຸດຊາດທັງໝົດດຳລົງຊີວິດຢູ່ທ່າມກາງພຣະພອນຂອງພຣະເຈົ້າ ເໝືອນກັບທີ່ເຊື້ອສາຍຂອງອັບຣາຮາມ ໄດ້ດຳລົງຊີວິດຢູ່ໃນພຣະສັນຍາຂອງພຣະເຢໂຮວາ ແລະ ເໝືອນກັບອາດາມ ແລະ ເອວາ ຜູ້ເຊິ່ງ ພຣະເຈົ້າໄດ້ສ້າງໃນຕອນຕົ້ນ ໄດ້ດຳລົງຊີວິດຢູ່ໃນສວນເອເດນ.
2
ພາລະກິດຂອງພຣະເຈົ້າຊັດສາດໄປຂ້າງໜ້າເໝືອນກັບຄື້ນທະເລທີ່ຊົງພະລັງ. ບໍ່ມີໃຜສາມາດໜ່ວງໜ່ຽວພຣະອົງໄວ້ໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດຍ່າງຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງຕັ້ງໃຈ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ເຮັດ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ສົມຄວນໄດ້ຮັບ.
(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກຜະໜວກ 2: ພຣະເຈົ້າຊົງມີອຳນາດສູງສຸດເໜືອຊະຕາກຳຂອງມະນຸດຊາດທັງປວງ)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ