ເພງຄຣິດສະຕຽນ “ບໍ່ມີອຳນາດໃດສາມາດຂວາງທາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້”

21 ເດືອນມີນາ 2023

ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດ ຢືນຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້.

ໃນປັດຈຸບັນນີ້ ພຣະເຈົ້າໄດ້ກັບຄືນມາສູ່ແຜ່ນດິນໂລກ ເພື່ອປະຕິບັດພາລະກິດຂອງພຣະອົງ.

ຈຸດໝາຍທຳອິດຂອງພຣະອົງກໍຄືຮູບແບບ ການປົກຄອງພະເດັດການ ນັ້ນກໍຄື:

ປະເທດຈີນ ເຊິ່ງເປັນປ້ອມປາການ ທີ່ເດັດດ່ຽວຂອງລັດທິບໍ່ເຊື່ອພຣະເຈົ້າ.

ພຣະເຈົ້າໄດ້ຮັບກຸ່ມຄົນໂດຍສະຕິປັນຍາ ແລະ ລິດອຳນາດຂອງພຣະອົງ.

ໃນຊ່ວງເວລານີ້, ພຣະອົງຖືກຕາມລ່າໂດຍ ພັກປົກຄອງຂອງຈີນໃນທຸກວິທີທາງ

ແລະ ປະສົບກັບການທົນທຸກທໍລະມານທີ່ຍິ່ງໃຫຍ່

ໂດຍບໍ່ມີບ່ອນວາງສີສະຂອງພຣະອົງ, ບໍ່ສາມາດຊອກຫາບ່ອນທີ່ຈະຫຼົບຊ້ອນໄດ້.

ເຖິງຢ່າງນັ້ນກໍຕາມ ພຣະເຈົ້າກໍຍັງຄົງສືບຕໍ່ພາລະກິດ ທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ

ນັ້ນກໍຄື: ພຣະອົງກ່າວຖ້ອຍຄໍາຂອງພຣະອົງ ແລະ ເຜີຍແຜ່ຂ່າວປະເສີດ.

ບໍ່ມີໃຜສາມາດຢັ່ງເຖິງ ຄວາມລິດທານຸພາບສູງສຸດຂອງພຣະເຈົ້າໄດ້.

ໃນປະເທດຈີນ ເຊິ່ງເປັນປະເທດທີ່ນັບພຣະເຈົ້າເປັນສັດຕູ,

ພຣະເຈົ້າກໍບໍ່ເຄີຍຢຸດເຊົາພາລະກິດຂອງພຣະອົງ.

ກົງກັນຂ້າມ, ຫຼາຍຄົນໄດ້ຍອມຮັບເອົາພາລະກິດ ແລະ ພຣະທຳຂອງພຣະອົງ,

ຍ້ອນພຣະເຈົ້າຊ່ວຍໃຫ້ມະນຸດຊາດແຕ່ລະຄົນ ລອດພົ້ນໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້,

ຍ້ອນພຣະເຈົ້າຊ່ວຍໃຫ້ມະນຸດຊາດແຕ່ລະຄົນ ລອດພົ້ນໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.

ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດ ຢືນຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້.

ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ, ຕໍ່ຕ້ານພຣະທຳຂອງພຣະເຈົ້າ

ແລະ ລົບກວນ ແລະ ທຳລາຍແຜນການ ຂອງພຣະເຈົ້າຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ.

ຄົນທີ່ທ້າທາຍພາລະກິດ ຂອງພຣະເຈົ້າກໍຈະຖືກສົ່ງລົງນະຮົກ;

ປະເທດໃດກໍຕາມທີ່ທ້າທາຍພາລະກິດ ຂອງພຣະເຈົ້າຈະຖືກທຳລາຍ;

ຊົນຊາດໃດກໍຕາມທີ່ລຸກຮື້ຂຶ້ນ ເພື່ອຕໍ່ຕ້ານພາລະກິດຂອງພຣະເຈົ້າ ຈະຖືກກວາດລ້າງອອກຈາກແຜ່ນດິນໂລກນີ້

ແລະ ຈະບໍ່ມີຜູ້ຄົນແບບນັ້ນໃນໂລກນີ້ອີກຕໍ່ໄປ.

ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດ ຢືນຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້.

ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ, ຕໍ່ຕ້ານພຣະທຳຂອງພຣະເຈົ້າ

ແລະ ລົບກວນ ແລະ ທຳລາຍແຜນການ ຂອງພຣະເຈົ້າຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ.

ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດ ຢືນຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້.

ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ, ຕໍ່ຕ້ານພຣະທຳຂອງພຣະເຈົ້າ

ແລະ ລົບກວນ ແລະ ທຳລາຍແຜນການ ຂອງພຣະເຈົ້າຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ