ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 273

28 ເດືອນເມສາ 2021

ຂ່າວປະເສີດຂອງມັດທາຍ ແລະ ພຣະສັນຍາໃໝ່ບັນທຶກປະຫວັດວົງຕະກູນຂອງພຣະເຢຊູ. ໃນຕອນເລີ່ມຕົ້ນນັ້ນ, ມັນກ່າວວ່າ ພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ ແລະ ເດວິດ ແລະ ເປັນລູກຊາຍຂອງໂຢເຊບ; ຕໍ່ມາ ມັນລະບຸວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ເກີດຈາກຍິງພົມມະຈັນ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ແມ່ລູກຊາຍຂອງໂຢເຊບ ຫຼື ເຊື້ອສາຍຂອງອັບຣາຮາມ ແລະ ເດວິດ. ເຖິງຢ່າງໃດກໍຕາມ, ປະຫວັດວົງຕະກູນໄດ້ຢືນຢັນວ່າ ພຣະເຢຊູແມ່ນກ່ຽວຂ້ອງກັບໂຢເຊບ. ແລ້ວຕໍ່ມາພັດບັນທຶກຂັ້ນຕອນການກໍາເນີດຂອງພຣະເຢຊູວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ, ພຣະອົງໄດ້ຊົງກຳເນີດຈາກຍິງພົມມະຈັນ ແລະ ບໍ່ແມ່ນລູກຊາຍຂອງໂຢເຊບ. ເຖິງຢ່າງໃດກໍຕາມ ໄດ້ມີການກ່າວໄວ້ຢ່າງຊັດເຈນໃນປະຫວັດວົງຕະກູນວ່າ ພຣະເຢຊູເປັນລູກຊາຍຂອງໂຢເຊບ ແລະ ຍ້ອນປະຫວັດວົງຕະກູນຖືກຂຽນຂຶ້ນສຳລັບພຣະເຢຊູ, ມັນຈຶ່ງໄດ້ບັນທຶກເຖິງສີ່ສິບສອງລຸ້ນຄົນ. ເມື່ອມາເຖິງລຸ້ນຂອງໂຢເຊບ, ມັນກໍໄດ້ເວົ້າຢ່າງຮີບດ່ວນວ່າ ໂຢເຊບເປັນສາມີຂອງມາຣີອາ ເຊິ່ງເປັນຄຳເວົ້າທີ່ພິສູດວ່າ ພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ. ສິ່ງນີ້ບໍ່ແມ່ນຂໍ້ໂຕ້ແຍ້ງບໍ? ປະຫວັດວົງຕະກູນບັນທຶກວົງຕະກູນຂອງໂຢເຊບຢ່າງຊັດເຈນ, ມັນເປັນປະຫວັດວົງຕະຕູນຂອງໂຢເຊບຢ່າງຈະແຈ້ງ, ແຕ່ມັດທາຍຢືນຢັນວ່າ ມັນເປັນປະຫວັດວົງຕະກູນຂອງພຣະເຢຊູ. ສິ່ງນີ້ບໍ່ໄດ້ປະຕິເສດຄວາມຈິງທີ່ວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດບໍ? ສະນັ້ນ ປະຫວັດວົງຕະກູນທີ່ຂຽນໂດຍມັດທາຍບໍ່ແມ່ນຄວາມຄິດຂອງມະນຸດບໍ? ມັນຊ່າງເປັນຕາຢາກຫົວແທ້ໆ! ຍ້ອນແບບນີ້, ເຈົ້າຈຶ່ງຮູ້ຈັກວ່າ ໜັງສຶເຫຼັ້ມນີ້ບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ. ບາງເທື່ອ ມີບາງຄົນທີ່ຄິດວ່າ ພຣະເຈົ້າຕ້ອງມີປະຫວັດວົງຕະກູນເທິງແຜ່ນດິນໂລກ, ເຊິ່ງຜົນຕາມມາກໍຄື ພວກເຂົາກຳນົດໃຫ້ພຣະເຢຊູເປັນເຊື້ອສາຍລຸ້ນທີສີ່ສິບສອງຂອງອັບຣາຮາມ. ເຫດຜົນນີ້ກໍຊ່າງເປັນຕາຢາກຫົວແທ້ເດ! ຫຼັງຈາກທີ່ມາເຖິງແຜ່ນດິນໂລກ, ພຣະເຈົ້າຈະມີປະຫວັດວົງຕະກູນໄດ້ແນວໃດ? ຖ້າເຈົ້າເວົ້າວ່າ ພຣະເຈົ້າມີປະຫວັດວົງຕະກູນ, ແລ້ວເຈົ້າບໍ່ແມ່ນຈັດພຣະອົງຢູ່ໃນລະດັບທ່າມກາງສິ່ງຊົງສ້າງຂອງພຣະເຈົ້າບໍ? ຍ້ອນພຣະເຈົ້າບໍ່ໄດ້ມາຈາກແຜ່ນດິນໂລກ, ພຣະອົງເປັນພຣະຜູ້ເປັນເຈົ້າຂອງການຊົງສ້າງ ແລະ ເຖິງແມ່ນວ່າ ພຣະອົງມີເນື້ອໜັງ, ພຣະອົງກໍບໍ່ໄດ້ມີແກ່ນແທ້ຄືກັບມະນຸດ. ເຈົ້າຈະຈັດລະດັບພຣະເຈົ້າໃຫ້ມີປະເພດຄືກັບສິ່ງຊົງສ້າງຂອງພຣະເຈົ້າໄດ້ແນວໃດ? ອັບຣາຮາມບໍ່ໄດ້ຄືກັບພຣະເຈົ້າ; ເພິ່ນເປັນເຄື່ອງມືຂອງພາລະກິດຂອງພຣະເຢໂຮວາໃນເວລານັ້ນ, ເພິ່ນເປັນພຽງຜູ້ຮັບໃຊ້ທີ່ຊື່ສັດ ຂອງພຣະເຢໂຮວາ ແລະ ເພິ່ນເປັນໜຶ່ງໃນປະຊາຊົນຂອງອິດສະຣາເອັນ. ເພິ່ນຈະສາມາດເປັນບັນພະບຸລຸດຂອງພຣະເຢຊູໄດ້ແນວໃດ?

ແມ່ນໃຜທີ່ຂຽນປະຫວັດວົງຕະກູນຂອງພຣະເຢຊູ? ພຣະເຢຊູຂຽນດ້ວຍຕົວພຣະອົງເອງບໍ? ພຣະເຢຊູບອກພວກເຂົາດ້ວຍຕົວພຣະອົງເອງວ່າ “ຈົ່ງຂຽນປະຫວັດວົງຕະກູນຂອງເຮົາ” ບໍ? ມັນຖືກຂຽນຂຶ້ນໂດຍມັດທາຍ ຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ໃນເວລານັ້ນ, ພຣະເຢຊູໄດ້ສຳເລັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ພຣະອົງກໍບໍ່ໄດ້ອະທິບາຍເພີ່ມເຕີມໃຫ້ກັບພວກເຂົາເຂົ້າໃຈ. ຫຼັງຈາກທີ່ພຣະອົງຈາກໄປ, ສາວົກກໍເລີ່ມຕົ້ນເທດສະໜາ ແລະ ປະຕິບັດພາລະກິດຢູ່ທຸກບ່ອນ ແລະ ເພື່ອເຫັນແກ່ພາລະກິດຂັ້ນຕອນນັ້ນ, ພວກເຂົາກໍເລີ່ມຕົ້ນຂຽນຈົດໝາຍ ແລະ ໜັງສືແຫ່ງຂ່າວປະເສີດຂຶ້ນ. ໜັງສືແຫ່ງຂ່າວປະເສີດໃນພຣະສັນຍາໃໝ່ຖືກບັນທຶກ ຊາວຫາສາມສິບປີຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ກ່ອນໜ້ານັ້ນ ປະຊາຊົນອິດສະຣາເອັນພຽງແຕ່ອ່ານພຣະສັນຍາເດີມ. ນັ້ນໝາຍຄວາມວ່າ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ, ຜູ້ຄົນອ່ານພຣະສັນຍາເດີມ. ພຣະສັນຍາໃໝ່ພຽງແຕ່ປາກົດຂຶ້ນໃນລະຫວ່າງຍຸກແຫ່ງພຣະຄຸນເທົ່ານັ້ນ. ພຣະສັນຍາໃໝ່ບໍ່ໄດ້ມີຢູ່ໃນຕອນທີ່ພຣະເຢຊູປະຕິບັດພາລະກິດ; ຫຼັງຈາກທີ່ພຣະອົງຖືກເຮັດໃຫ້ຟື້ນຄືນມາ ແລະ ສະເດັດຂຶ້ນສູ່ສະຫວັນ, ຜູ້ຄົນບັນທຶກພາລະກິດຂອງພຣະອົງ. ຫຼັງຈາກນັ້ນ ຈຶ່ງມີໜັງສືຂ່າວປະເສີດທັງສີ່ ເພີ່ມເຕີມໃສ່ຈົດໝາຍຕ່າງໆຂອງເປົາໂລ ແລະ ເປໂຕ ພ້ອມທັງໜັງສືພຣະນິມິດ. ຫຼາຍກວ່າສາມຮ້ອຍປີຫຼັງຈາກທີ່ພຣະເຢຊູຊົງສະເດັດຂຶ້ນສູ່ສະຫວັນ, ເມື່ອຜູ້ຄົນລຸ້ນຕໍ່ມາໄດ້ຈັດລຽນເອກະສານເຫຼົ່ານີ້ຢ່າງພິຖີພິຖັນ ແລະ ມີແຕ່ເມື່ອນັ້ນຈຶ່ງມີພາກພຣະສັນຍາໃໝ່ຂອງພຣະຄໍາພີ. ພຽງແຕ່ຫຼັງຈາກທີ່ພາລະກິດນີ້ໄດ້ສຳເລັດລົງ ຈຶ່ງມືພຣະສັນຍາໃໝ່; ມັນບໍ່ໄດ້ມີຢູ່ກ່ອນໜ້ານີ້. ພຣະເຈົ້າໄດ້ກະທຳພາລະກິດນັ້ນທັງໝົດ ແລະ ອັກຄະສາວົກເປົາໂລ ແລະ ອັກຄະສາວົກຄົນອື່ນໆໄດ້ຂຽນຈົດໝາຍຫຼາຍສະບັບເຖິງຄຣິສຕະຈັກທີ່ຢູ່ສະຖານທີ່ແຕກຕ່າງກັນ. ຜູ້ຄົນຫຼັງຈາກພວກເຂົາກໍລວມຈົດໝາຍຂອງພວກເຂົາ ແລະ ເພີ່ມເຕີມນິມິດທີ່ຍິ່ງໃຫຍ່ທີ່ສຸດ ເຊິ່ງຖືກບັນທຶກໂດຍໂຢຮັນໃນເກາະປັດໂມ ເຊິ່ງຖືກທຳນວາຍເຖິງພາລະກິດຂອງພຣະເຈົ້າ. ຜູ້ຄົນຈັດແຈງລໍາດັບນີ້ ເຊິ່ງແຕກຕ່າງຈາກຖ້ອຍຄຳໃນປັດຈຸບັນນີ້. ສິ່ງທີ່ຖືກບັນທຶກໃນປັດຈຸບັນແມ່ນອີງຕາມບາດກ້າວພາລະກິດຂອງພຣະເຈົ້າ; ສິ່ງທີ່ຜູ້ຄົນມີສ່ວນຮ່ວມໃນປັດຈຸບັນແມ່ນພາລະກິດທີ່ພຣະເຈົ້າກະທຳດ້ວຍຕົວພຣະອົງເອງ ແລະ ເປັນພຣະທຳທີ່ພຣະອົງກ່າວດ້ວຍຕົວພຣະອົງເອງ. ເຈົ້າ ທີ່ເປັນມະນຸດຊາດ ບໍ່ຈຳເປັນຕ້ອງແຊກແຊງ; ພຣະທຳເຫຼົ່ານັ້ນ ເຊິ່ງມາຈາກພຣະວິນຍານບໍລິສຸດໂດຍກົງ ຖືກຈັດແຈງເປັນຂັ້ນເປັນຕອນ ແລະ ແຕກຕ່າງຈາກການຈັດແຈງຂອງການບັນທຶກຂອງມະນຸດ. ສາມາດເວົ້າໄດ້ວ່າ ສິ່ງທີ່ພວກເຂົາບັນທຶກນັ້ນແມ່ນຕາມລະດັບການສຶກສາຂອງພວກເຂົາ ແລະ ຄວາມສາມາດຂອງມະນຸດ. ສິ່ງທີ່ພວກເຂົາບັນທຶກແມ່ນປະສົບການຂອງມະນຸດ ແລະ ແຕ່ລະຄົນກໍມີວິທີການບັນທຶກ ແລະ ບັນທຶກໃນຮູບແບບສະຕິປັນຍາຂອງພວກເຂົາເອງ ແລະ ການບັນທຶກແຕ່ລະຢ່າງກໍແຕກຕ່າງກັນ. ສະນັ້ນ ຖ້າເຈົ້ານະມັດສະການພຣະຄຳພີເໝືອນພຣະເຈົ້າ, ເຈົ້າແມ່ນຂາດສະຕິປັນຍາ ແລະ ໂງ່ຈ້າເປັນຢ່າງຍິ່ງ! ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາພາລະກິດຂອງພຣະເຈົ້າໃນປັດຈຸບັນ? ມີພຽງພາລະກິດຂອງພຣະເຈົ້າທີ່ສາມາດຊ່ວຍມະນຸດໄດ້. ພຣະຄຳພີບໍ່ສາມາດຊ່ວຍມະນຸດໄດ້, ມະນຸດໄດ້ອ່ານພຣະຄຳພີເປັນເວລາຫຼາຍພັນປີ ກໍຍັງບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຕົວພວກເຂົາ ແລະ ຖ້າເຈົ້ານະມັດສະການພຣະຄຳພີ, ເຈົ້າຈະບໍ່ໄດ້ຮັບພາລະກິດຂອງພຣະວິນຍານອີກຕໍ່ໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (3)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ