ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 272

28 ເດືອນເມສາ 2021

ໃນປັດຈຸບັນ, ຜູ້ຄົນເຊື່ອວ່າ ພຣະຄຳພີຄືພຣະເຈົ້າ ແລະ ພຣະເຈົ້າກໍຄືພຣະຄຳພີ. ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າ ພຣະທຳທຸກຂໍ້ທີ່ຢູ່ໃນພຣະຄຳພີກໍຄືພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ເທົ່ານັ້ນ ແລະ ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວໂດຍພຣະອົງ. ທຸກຄົນທີ່ເຊື່ອພຣະເຈົ້າຍິ່ງຄິດວ່າ ເຖິງແມ່ນ ໜັງສືຫົກສິບຫົກເຫຼັ້ມໃນພຣະສັນຍາເດີມ ແລະ ໃໝ່ໄດ້ຖືກຂຽນຂຶ້ນໂດຍມະນຸດ, ແຕ່ພວກເຂົາແມ່ນໄດ້ຮັບການດົນບັນດານໃຈຈາກພຣະເຈົ້າ ແລະ ເປັນການບັນທຶກເຖິງຖ້ອຍຄໍາຂອງພຣະວິນຍານບໍລິສຸດ. ນີ້ແມ່ນການເຂົ້າໃຈທີ່ບໍ່ຖືກຕ້ອງຂອງມະນຸດ ແລະ ມັນບໍ່ສອດຄ່ອງກັບຄວາມຈິງທັງໝົດ. ຄວາມຈິງແລ້ວ ນອກຈາກໜັງສືແຫ່ງການທຳນວາຍ, ພຣະສັນຍາເດີມສ່ວນໃຫຍ່ແມ່ນການບັນທຶກທາງປະຫວັດສາດ. ຈົດໝາຍໃນພຣະສັນຍາໃໝ່ບາງສະບັບກໍມາຈາກປະສົບການຂອງມະນຸດ ແລະ ບາງສະບັບກໍມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ; ຕົວຢ່າງ ຈົດໝາຍຂອງເປົາໂລເກີດຈາກພາລະກິດຂອງມະນຸດຄົນໜຶ່ງ, ທຸກຂໍ້ຄວາມທັງໝົດແມ່ນເປັນຜົນມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຖືກຂຽນຂຶ້ນເພື່ອຄຣິສຕະຈັກ, ເປັນຖ້ອຍຄຳແຫ່ງການຕັກເຕືອນ ແລະ ການຊູໃຈສຳລັບອ້າຍເອື້ອຍນ້ອງໃນຄຣິສຕະຈັກ. ພວກມັນບໍ່ແມ່ນພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວໄວ້ ເພາະເປົາໂລບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້ ແລະ ເພິ່ນກໍບໍ່ໄດ້ເປັນຜູ້ປະກາດພຣະທຳ ແລ້ວແຮງໄກທີ່ເພິ່ນຈະເຫັນນິມິດທີ່ໂຢຮັນໄດ້ເຫັນ. ຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບຄຣິສຕະຈັກເອເຟໂຊ, ຟີລາເດັນເຟຍ, ກາລາເຕຍ ແລະ ຄຣິສຕະຈັກອື່ນໆ. ດ້ວຍເຫດນັ້ນ ຈົດໝາຍຂອງເປົາໂລໃນພຣະສັນຍາໃໝ່ຈຶ່ງເປັນຈົດໝາຍທີ່ເປົາໂລຂຽນຂຶ້ນສຳລັບຄຣິສຕະຈັກ ແລະ ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ຫຼື ພວກມັນແມ່ນຖ້ອຍຂອງພຣະວິນຍານບໍລິສຸດໂດຍກົງ. ພວກມັນເປັນພຽງຄຳເວົ້າແຫ່ງການຕັກເຕື່ອນ, ການປອບໃຈ ແລະ ຊູໃຈທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກໃນລະຫວ່າງຊ່ວງເວລາຂອງພາລະກິດຂອງເພິ່ນ. ດ້ວຍເຫດນັ້ນ ພວກມັນກໍຍັງເປັນການບັນທຶກກ່ຽວກັບພາລະກິດສ່ວນໃຫຍ່ຂອງເປົາໂລໃນເວລານັ້ນ. ພວກມັນຖືກຂຽນຂຶ້ນສໍາລັບທຸກຄົນທີ່ເປັນອ້າຍເອື້ອຍນ້ອງໃນພຣະຜູ້ເປັນເຈົ້າທຸກຄົນ ເພື່ອວ່າອ້າຍເອື້ອຍນ້ອງໃນຄຣິສຕະຈັກທັງໝົດໃນເວລານັ້ນຈະຕິດຕາມຄຳແນະນໍາຂອງເພິ່ນ ແລະ ປະຕິບັດຕາມວິທີແຫ່ງການກັບໃຈຂອງພຣະເຢຊູເຈົ້າ. ເປົາໂລບໍ່ໄດ້ເວົ້າວ່າ ທຸກຄຣິສຕະຈັກ ບໍ່ວ່າໃນອະດີດ ຫຼື ໃນອະນາຄົດຕ້ອງກິນ ແລະ ດື່ມທຸກສິ່ງທີ່ເພິ່ນຂຽນຂຶ້ນ ຫຼື ເພິ່ນບໍ່ໄດ້ເວົ້າວ່າ ຄຳເວົ້າຂອງເພິ່ນທຸກຄຳແມ່ນມາຈາກພຣະເຈົ້າ. ຕາມສະພາບການຂອງຄຣິສຕະຈັກໃນເວລານັ້ນ, ເພິ່ນພຽງແຕ່ສົນທະນາກັບອ້າຍເອື້ອຍນ້ອງ ແລະ ຕັກເຕືອນພວກເຂົາ ແລະ ກໍ່ໃຫ້ເກີດຄວາມເຊື່ອໃນພວກເຂົາ; ແລະ ເພິ່ນພຽງແຕ່ເທດສະໜາ ຫຼື ເຕືອນຜູ້ຄົນ ແລະ ຕັກເຕືອນພວກເຂົາ. ຄຳເວົ້າຂອງເພິ່ນແມ່ນອີງຕາມພາລະຂອງເພິ່ນເອງ ແລະ ເພິ່ນສົ່ງເສີມຜູ້ຄົນຜ່ານທາງຄຳເວົ້າເຫຼົ່ານີ້. ເພິ່ນປະຕິບັດພາລະກິດຂອງອັກຄະສາວົກໃນຄຣິສຕະຈັກໃນເວລານັ້ນ, ເພິ່ນເປັນເພື່ອນຮ່ວມງານທີ່ຖືກໃຊ້ໂດຍພຣະເຢຊູເຈົ້າ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງຕ້ອງຮັບເອົາໜ້າທີ່ສຳລັບຄຣິສຕະຈັກ ແລະ ຕ້ອງດຳເນີນພາລະກິດໃນຄຣິສຕະຈັກ, ເພິ່ນຕ້ອງຮຽນຮູ້ກ່ຽວກັບສະພາວະຕ່າງໆຂອງອ້າຍເອື້ອຍນ້ອງ ແລະ ຍ້ອນສິ່ງນີ້ ເພິ່ນຈຶ່ງຂຽນຈົດໝາຍຂຶ້ນໃຫ້ກັບອ້າຍເອື້ອຍນ້ອງຜູ້ທີ່ຮັບໃຊ້ພຣະຜູ້ເປັນເຈົ້າທຸກຄົນ. ທຸກສິ່ງທີ່ເພິ່ນກ່າວຕໍ່ຜູ້ຄົນ ເຊິ່ງເປັນການສັ່ງສອນ ແລະ ຄວາມຄິດບວກ ແມ່ນສິ່ງທີ່ຖືກຕ້ອງແລ້ວ ແຕ່ມັນບໍ່ໄດ້ເປັນຕົວແທນໃຫ້ກັບຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ມັນຄືຄວາມເຂົ້າໃຈທີ່ຊົ່ວຮ້າຍ ແລະ ການໝິ່ນປະໝາດທີ່ໃຫຍ່ຫຼວງ ທີ່ຜູ້ຄົນຈະເຫັນການບັນທຶກກ່ຽວກັບປະສົບການຂອງມະນຸດ ແລະ ຈົດໝາຍຂອງມະນຸດເປັນພຣະທຳທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກ! ນັ້ນເປັນສິ່ງທີ່ຖືກຕ້ອງ ໂດຍສະເພາະເມື່ອເວົ້າເຖິງຈົດໝາຍທີ່ເປົາໂລຂຽນຂຶ້ນສຳລັບຄຣິສຕະຈັກ, ຍ້ອນຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບອ້າຍເອື້ອຍນ້ອງ ໂດຍອີງຕາມສະພາບການ ແລະ ສະຖານະການຂອງແຕ່ລະຄຣິສຕະຈັກໃນເວລານັ້ນ ແລະ ເພື່ອທີ່ຈະຕັກເຕືອນອ້າຍເອື້ອຍນ້ອງຂອງພຣະຜູ້ເປັນເຈົ້າ ເພື່ອພວກເຂົາຈະສາມາດຮັບພຣະຄຸນຂອງພຣະເຢຊູເຈົ້າ. ຈົດໝາຍຂອງເພິ່ນແມ່ນເພື່ອຈູງໃຈອ້າຍເອື້ອຍນ້ອງໃນເວລານັ້ນ. ສາມາດເວົ້າໄດ້ວ່າ ສິ່ງນີ້ເປັນພາລະກິດຂອງເພິ່ນເອງ ແລະ ຍັງເປັນພາລະທີ່ພຣະວິນຍານບໍລິສຸດມອບໃຫ້ເພິ່ນ; ຢ່າງໃດກໍຕາມ, ເພິ່ນກໍເປັນອັກຄະສາວົກທີ່ນໍາພາຄຣິສຕະຈັກໃນເວລານັ້ນ ຜູ້ເຊິ່ງຂຽນຈົດໝາຍຂຶ້ນສຳລັບຄຣິສຕະຈັກ ແລະ ຕັກເຕືອນພວກເຂົາ, ນັ້ນຄືໜ້າທີ່ຂອງເພິ່ນ. ຕົວຕົນຂອງເພິ່ນເປັນພຽງແຕ່ຕົວຕົນຂອງອັກຄະສາວົກທີ່ປະຕິບັດພາລະກິດ ແລະ ເພິ່ນເປັນພຽງອັກຄະສາວົກທີ່ຖືກພຣະເຈົ້າສົ່ງມາ; ເພິ່ນບໍ່ແມ່ນຜູ້ປະກາດພຣະທຳ ຫຼື ເປັນຜູ້ທຳນວາຍ. ສຳລັບເພິ່ນແລ້ວ, ພາລະກິດຂອງເພິ່ນເອງ ແລະ ຊີວິດຂອງອ້າຍເອື້ອຍນ້ອງເປັນສິ່ງທີ່ສຳຄັນທີ່ສຸດ. ສະນັ້ນ ເພິ່ນຈຶ່ງບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້. ຄຳເວົ້າຂອງເພິ່ນບໍ່ແມ່ນພຣະທຳຂອງພຣະວິນຍານບໍລິສຸດແລ້ວແຮງໄກທີ່ຈະເວົ້າວ່າ ພຣະທໍາເຫຼົ່ານັ້ນແມ່ນພຣະທຳຂອງພຣະເຈົ້າ, ນັ້ນກໍຍ້ອນວ່າ ເປົາໂລບໍ່ໄດ້ເປັນຫຍັງຫຼາຍໄປກວ່າສິ່ງຊົງສ້າງຂອງພຣະເຈົ້າ ແລະ ເພິ່ນບໍ່ແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າຢ່າງແນ່ນອນ. ຕົວຕົນຂອງເພິ່ນບໍ່ຄືກັບຕົວຕົນຂອງພຣະເຢຊູ. ພຣະທຳຂອງພຣະເຢຊູແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ພຣະທໍາດັ່ງກ່າວຄືພຣະທຳຂອງພຣະເຈົ້າ, ຍ້ອນຕົວຕົນຂອງພຣະອົງຄືຕົວຕົນຂອງພຣະຄຣິດ ເຊິ່ງເປັນພຣະບຸດຂອງພຣະເຈົ້າ. ເປົາໂລຈະສາມາດເທົ່າທຽມກັບພຣະອົງໄດ້ແນວໃດ? ຖ້າຜູ້ຄົນເຫັນຈົດໝາຍ ຫຼື ຄຳເວົ້າຂອງເປົາໂລເປັນຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ບູຊາສິ່ງເຫຼົ່ານັ້ນໃຫ້ເປັນພຣະເຈົ້າ, ສາມາດເວົ້າໄດ້ພຽງຄໍາດຽວວ່າ ພວກເຂົາບໍ່ຮູ້ຈັກແຍກແຍະເລີຍ. ຖ້າຈະເວົ້າໃຫ້ແຮງກວ່ານັ້ນ, ສິ່ງນີ້ບໍ່ແມ່ນເປັນການໝິ່ນປະໝາດບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ຜູ້ຄົນສາມາດຂາບກົ້ມລົງຕໍ່ໜ້າບົດບັນທຶກຂອງເພິ່ນ ແລະ ຄຳເວົ້າທີ່ເພິ່ນເວົ້າ ຄືກັບວ່າສິ່ງເຫຼົ່ານັ້ນເປັນໜັງສຶສັກສິດ ຫຼື ເປັນໜັງສືຈາກສະຫວັນໄດ້ແນວໃດ? ມະນຸດສາມາດກ່າວພຣະທຳຂອງພຣະເຈົ້າໄດ້ງ່າຍດາຍແບບນັ້ນແທ້ບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ແລ້ວເຈົ້າເດຄິດແນວໃດ, ຈົດໝາຍທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກຈະບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງເພິ່ນເອງບໍ? ພວກມັນບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງມະນຸດບໍ? ເພິ່ນຂຽນຈົດໝາຍສຳລັບຄຣິສຕະຈັກ ໂດຍອີງຕາມປະສົບການສ່ວນຕົວຂອງເພິ່ນ ແລະ ຄວາມຮູ້ຂອງເພິ່ນ. ຕົວຢ່າງຄື ເປົາໂລຂຽນຈົດໝາຍສະບັບໜຶ່ງກ່ຽວກັບຄຣິສຕະຈັກທີ່ກາລາເຕຍ ເຊິ່ງປະກອບມີຄວາມຄິດເຫັນບາງຢ່າງ ແລະ ເປໂຕຂຽນຈົດໝາຍອີກສະບັບ ເຊິ່ງກໍມີມຸມມອງອີກດ້ານໜຶ່ງ. ແມ່ນໃຜໃນພວກເຂົາທີ່ມາຈາກພຣະວິນຍານບໍວິສຸດ? ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ. ສະນັ້ນ ຈຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ພວກເຂົາທັງສອງແບກພາລະໃຫ້ກັບຄຣິສຕະຈັກ ແຕ່ຈົດໝາຍຂອງພວກເຂົາສະແດງເຖິງວຸດທິພາວະຂອງພວກເຂົາ, ພວກເຂົາສະແດງເຖິງການຈັດກຽມ ແລະ ສົ່ງເສີມທີ່ພວກເຂົາມີຕໍ່ອ້າຍເອື້ອຍນ້ອງ ແລະ ພາລະທີ່ພວກເຂົາມີຕໍ່ຄຣິສຕະຈັກ ແລະ ພວກເຂົາພຽງແຕ່ສະແດງໃຫ້ເຫັນເຖິງພາລະກິດຂອງມະນຸດ; ພວກເຂົາບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ. ຖ້າເຈົ້າເວົ້າວ່າ ຈົດໝາຍຂອງເພິ່ນແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ເຈົ້າກໍບໍ່ສົມເຫດສົມຜົນ ແລະ ເຈົ້າກຳລັງເຮັດຜິດດ້ວຍການໝິ່ນປະໝາດ! ຈົດໝາຍຂອງເປົາໂລ ແລະ ຈົດໝາຍອື່ນໆໃນພຣະສັນຍາໃໝ່ແມ່ນທຽບເທົ່າກັບຊີວະປະຫວັດຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້. ພວກມັນທຽບເທົ່າກັບໜັງສືຂອງ ວອສແມນນີ່ ຫຼື ປະສົບການຂອງລໍເຣັນ ແລະ ອື່ນໆອີກ. ງ່າຍໆກໍຄືໜັງສືຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້ບໍ່ໄດ້ຖືກຮວບຮວມເຂົ້າໃນພຣະສັນຍາໃໝ່ ແຕ່ທາດແທ້ຂອງຜູ້ຄົນເຫຼົ່ານີ້ແມ່ນເໝືອນກັນ ນັ້ນກໍຄື ພວກເຂົາເປັນຄົນທີ່ພຣະວິນຍານບໍລິສຸດໄດ້ນໍາໃຊ້ໃນໄລຍະເວລາໃດໜຶ່ງ ແລະ ພວກເຂົາບໍ່ໄດ້ເປັນຕົວແທນຂອງພຣະເຈົ້າໂດຍກົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (3)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ